ການແນະນຳ

ໜ່ວຍໃບຕັດນີ້ຖືກອອກແບບມາສຳລັບຕັດຫຍ້າທຽມສີຂຽວ ແລະ ທາງຢ່າງນ້ອຍໆຂອງສະໜາມກ໊ອຟ. ການນຳໃຊ້ຜະລິດຕະພັນນີ້ເພື່ອຈຸດປະສົງອື່ນນອກເໜືອຈາກການນຳໃຊ້ທີ່ເປັນຈຸດປະສົງຂອງມັນອາດຈະເປັນອັນຕະລາຍຕໍ່ທ່ານ ແລະ ຜູ້ທີ່ຢູ່ໃກ້ຄຽງ.

ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳ​ລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫລີກລ້ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ເຂົ້າເບິ່ງເວັບໄຊທ໌ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ 1 ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.

g014403

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດເກີດຂຶ້ນ ແລະ ມີຂໍ້ຄວາມກ່ຽວກັບຄວາມປອດໄພທີ່ໄດ້ລະບຸໂດຍສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ 2), ເຊິ່ງເປັນສັນຍານອັນຕະລາຍທີ່ອາດຈະເຮັດໃຫ້ເກີດການບາດເຈັບສາ​ຫັດ ຫຼື ເສຍຊີວິດ ຖ້າທ່ານບໍ່ປະຕິບັດຕາມຂໍ້ຄວນລະວັງທີ່ແນະນຳ.

g000502

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ຂໍ້ສັງເກດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ຜະລິດຕະພັນນີ້ປະຕິບັດຕາມຄຳສັ່ງແນະນຳຂອງເອີຣົບທີ່ກ່ຽວຂ້ອງທັງໝົດ. ສຳລັບລາຍລະອຽດ, ກະລຸນາເບິ່ງຖະແຫຼງການຂອງການລວມ​ເຂົ້າ​ກັນ​ເປັນ​ບໍ​ລິ​ສັດ (DOI) ຢູ່ດ້ານຫຼັງຂອງໜັງສືນີ້.

ຄວາມປອດໄພ

ເຄື່ອງຈັກນີ້ໄດ້ຖືກອອກແບບໃຫ້ສອດຄ່ອງກັບ EN ISO 5395 ແລະ ANSI B71.4–2017.

ຄວາມປອດໄພທົ່ວໄປ

ຜະລິດຕະພັນນີ້ມີຄວາມສາມາດທີ່​ຈະຕັດມື ແລະ ຕີນໄດ້. ຕ້ອງປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພທຸກຄັ້ງເພື່ອຫລີກລ້ຽງການບາດເຈັບສາ​ຫັດ​ຕໍ່​ຕົວ​ເອງ.

  • ອ່ານ ແລະ ທຳເຂົ້າໃຈເນື້ອໃນຂອງ ຄູ່ມືຂອງຜູ້ນຳ​ໃຊ້ ນີ້ກ່ອນທີ່ຈະເລີ່ມຕົ້ນນຳ​ໃຊ້ເຄື່ອງຈັກ.

  • ຢ່າວາງມື ຫຼື ຕີນຂອງທ່ານໃກ້ກັບສ່ວນປະກອບທີ່ເຄື່ອນໄຫວຂອງເຄື່ອງຈັກ.

  • ຢ່ານຳ​ໃຊ້ເຄື່ອງຈັກໂດຍບໍ່ມີການປົກປ້ອງຄົບ​ຊຸດ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢູ່ກັບເຄື່ອງຈັກ.

  • ຮັກສາບໍ່ໃຫ້ມີຊ່ອງເປີດລະບາຍອອກມາ. ກັນຜູ້ທີ່ຢູ່ຂ້າງນອກ ແລະ ສັດລ້ຽງໃຫ້ຢູ່ຫ່າງໄກຈາກເຄື່ອງຈັກ.

  • ກັນເດັກນ້ອຍອອກຈາກພື້ນທີ່ບ່ອນ​ເຮັດ​ວຽກ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ.

  • ຈອດເຄື່ອງຢູ່ໃນພື້ນທີ່ພຽງ​ໄດ້ລະດັບ, ປັບໃຫ້ໜ່ວຍໃບຕັດລົງຕ່ຳ, ປົດເກຍຂັບ, ໃຫ້ໃສ່ເບ​ຣກມື (ຖ້າມີ), ມອດເຄື່ອງຈັກ ແລະ ເອົາກະແຈອອກກ່ອນທີ່ຈະອອກຈາກຕຳແໜ່ງຂອງຜູ້ນຳ​ໃຊ້ດ້ວຍເຫດຜົນໃດໜຶ່ງ.

ການນຳໃຊ້ ຫລື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ Graphic, ຊຶ່ງໝາຍເຖິງຂໍ້ຄວນລະວັງ, ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງ​ກໍ່​ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫລື ເສຍຊີວິດ.

ຄວາມປອດໄພຂອງຫນ່ວຍຕັດ

  • ໜ່ວຍຕັດເປັນພຽງແຕ່ສ່ວນໜຶ່ງຂອງເຄື່ອງຈັກທີ່ສົມບູນເມື່ອຕິດຕັ້ງໃສ່ລົດຕັດຫຍ້າ. ອ່ານ ປຶ້ມຄູ່ມືຜູ້ໃຊ້ ຂອງລົດຕັດຫຍ້າຢ່າງລະມັດລະວັງສຳລັບຄຳແນະນຳລະ​ອຽດກ່ຽວກັບການນຳໃຊ້ເຄື່ອງຈັກທີ່ປອດໄພ.

  • ມອດເຄື່ອງຈັກ, ຖອດກະແຈ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢຸດກ່ອນທີ່ຈະກວດກາສິ່ງທີ່ຕິດມານຳຫລັງຈາກຕຳເອົາວັດຖຸ ຫຼື ຖ້າມີການສັ່ນສະເທືອນຜິດປົກກະຕິໃນເຄື່ອງຈັກ. ເຮັດການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະເລີ່ມ​ການ​ນຳ​ໃຊ້​ຕໍ່.

  • ຮັກສາທຸກພາກສ່ວນໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ສ່ວນ​ປະ​ກອບທັງໝົດຮັດແໜ້ນ. ປ່ຽນສະຕິກເກີທີ່ຫ້ຽນ ຫຼື ເສຍຫາຍທັງໝົດ.

  • ໃຊ້ແຕ່ອຸປະກອນເສີມ, ສິ່ງທີ່ຕິດມາ ແລະ ອາໄຫຼ່ປ່ຽນທີ່ອະ​ນຸ​ມັດໂດຍ Toro ເທົ່າ​ນັ້ນ.

ຄວາມປອດໄພຂອງໃບມີດ

ໃບມີດໝຸນ ຫລື ມີດນອນທີ່ຫ້ຽນ ຫຼື ເສຍຫາຍສາມາດແຕກຫັກ ແລະ ຊິ້ນສ່ວນຂອງມັນສາມາດກະເດັນໃສ່ທ່ານ ຫລື ຜູ້ທີ່ຢູ່ຂ້າງນອກ, ເຊິ່ງກໍ່ໃຫ້ເກີດການບາດເຈັບສາ​ຫັດ​ຕໍ່ບຸກ​ຄົນ ຫຼື ເສຍຊີວິດໄດ້.

  • ກວດກາກົງໝຸນ ແລະ ມີດນອນແຕ່ລະໄລຍະວ່າ​ມີ​ຄວາມຫ້ຽນ ຫຼື ເສຍຫາຍບໍ່.

  • ນຳໃຊ້ຄວາມລະມັດລະວັງ ແລະ ໃສ່ຖົງມືເມື່ອກວດເບິ່ງ ຫລື ແປງກົງໝຸນ ແລະ ມີດນອນ.

  • ໃນເຄື່ອງຈັກທີ່ມີຫລາຍໜ່ວຍຕັດ, ຄວນລະມັດລະວັງຍ້ອນວ່າ ກົງ​ໝຸນ 1 ກົງສາມາດເຮັດໃຫ້ກົງໜູນນອື່ນໆໝຸນວຽນໄດ້.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະຕິກເກີ້ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະຕິກເກີໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

decal137-9706

ການຕັ້ງຄ່າ

ການຕິດຕັ້ງລູກກິ້ງ

ໜ່ວຍຕັດແມ່ນຖືກຈັດສົ່ງໄປໂດຍບໍ່ມີລູກກິ້ງດ້ານຫນ້າ. ຮັບເອົາລູກກິ້ງຈາກຕົວແທນຈຳຫນ່າຍຂອງທ່ານ ແລະ ຕິດຕັ້ງໃສ່ໜ່ວຍຕັດ, ດັ່ງຕໍ່ໄປນີ້:

  1. ຖອດສະລັກກຽວ, ແຫວນແປ, ແລະ ນັອດແມ່ໜ້າແປນໂດຍການຈັບໜຶ່ງໃນຄວາມສູງຂອງແຂນຕັດກັບແຜ່ນດ້ານຂ້າງ (ຮູບສະແດງ 3).

    g278288
  2. ປົດນັອດກຽວຈັບລູກກິ້ງໃນຄວາມສູງຂອງແຂນຕັດ (ຮູບສະແດງ 3).

  3. ເລື່ອນເພົາລູກກິ້ງເຂົ້າໄປໃນຄວາມສູງແຂນຕັດທີ່ປາຍອີກດ້າຍໜຶ່ງຂອງໜ່ວຍຕັດ (ຮູບສະແດງ 3).

  4. ເລື່ອນຄວາມສູງແຂນຕັດໃສ່ເພົາລູກກິ້ງ (ຮູບສະແດງ 3).

  5. ຈັບລູກກິ້ງໃສ່ກັບໜ່ວຍຕັດທີ່ຄວາມສູງແຂນຕັດ ແລະ ຕົວຈັບທີ່ຖືກຖອດອອກກ່ອນໜ້າ (ຮູບສະແດງ 3).

  6. ຈັດລູກກິ້ງໃຫ້ຢູ່ເຄິ່ງກາງລະຫວ່າງຄວາມສູງຂອງແຂນຕັດ.

  7. ຫັນນັອດກຽວຈັບລູກກິ້ງໃຫ້ແໜ້ນ (ຮູບສະແດງ 3).

  8. ປັບຕາມຄວາມສູງຂອງການຕັດ ແລະ ຫັນຕົວຢືດສຳລັບຕິດຕັ້ງຄວາມສູງຂອງແຂນຕັດ.

ການປັບໜ່ວຍຕັດ

  1. ການຊ່ວຍ​ເຫຼືອ​ກ່ຽວ​ກັບໜ່ວຍຕັດ; ໃຫ້ເບິ່ງ ການ​ຄ້ຳໜ່ວຍຕັດ.

  2. ປັບມີດນອນໄປຫາກົງໝຸນ.

  3. ປັບຄວາມສູງລູກກິ້ງຫລັງ.

  4. ປັບຄວາມສູງຂອງການຕັດ.

  5. ປັບແຖບຕັດ.

ໃຫ້ເບິ່ງ ການປັບໜ່ວຍຕັດ ສຳ​ລັບຄຳແນະນຳທີ່ຄົບຖ້ວນສຳລັບການປະຕິບັດການປັບເຫຼົ່ານີ້.

ພາບລວມຂອງຜະລິດຕະພັນ

ໝາຍເລກລຸ້ນນໍ້າໜັກ
0465132 ກິໂລ (71 ປອນ)
0465334 ກິໂລ (74 ປອນ)
0465535 ກິໂລ (77 ປອນ)

ສິ່ງທີ່ຕິດ​ມາ/ອຸປະກອນເສີມ

ການຄັດເລືອກສິ່ງທີ່ຕິດມາ ແລະ ອຸປະກອນເສີມທີ່ໄດ້ຮັບການອະ​ນຸ​ມັດຈາກ Toro ແມ່ນມີໃຫ້ໃຊ້ກັບເຄື່ອງຈັກເພື່ອຍົກ​ລະ​ດັບ ແລະ ຂະຫຍາຍຄວາມສາມາດຂອງມັນ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຕົວແທນຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດ ຫຼື ເຂົ້າໄປທີ່ www.Toro.com ສຳລັບລາຍຊື່ສິ່ງທີ່ຕິດມາ ແລະ ອຸປະກອນເສີມທີ່ຖືກອະນຸມັດທັງໝົດ.

ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ ແລະ ການຢັ້ງຢືນຄວາມປອດໄພຂອງເຄື່ອງຈັກຢ່າງຕໍ່ເນື່ອງ, ໃຫ້ນຳໃຊ້ແຕ່ອາໄຫຼ່ ແລະ ອຸປະກອນປ່ຽນຖ່າຍຂອງ Toro ເທົ່ານັ້ນ. ອາໄຫຼ່ປ່ຽນ​ຖ່າຍ ແລະ ອຸປະກອນເສີມທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ, ແລະ ການນຳໃຊ້ດັ່ງກ່າວອາດເຮັດໃຫ້ການຄ້ຳປະກັນຂອງສິນຄ້າເປັນໂຄະ.

ການປະຕິບັດງານ

ໃຫ້ເບິ່ງ ຄູ່ມືຜູ້​ໃຊ້ ຂອງລົດຕັດຫຍ້າຂອງທ່ານສຳລັບຄຳແນະນຳໃນການປະຕິບັດງານລະອຽດ. ກ່ອນທີ່ຈະນຳໃຊ້ໜ່ວຍຕັດໃນແຕ່ລະມື້, ປັບມີດນອນ; ໃຫ້ເບິ່ງ ການປັບລະບົບມີດນອນປະຈຳວັນ. ທົດສອບຄຸນນະພາບຂອງການຕັດໂດຍການຕັດຊຸດທົດສອບກ່ອນທີ່ຈະໃຊ້ໜ່ວຍ ຕັດເພື່ອຮັບປະກັນວ່າການຕັດທີ່ຕັດ​ແລ້ວຖືກຕ້ອງ.

ການປັບໜ່ວຍຕັດ

ການປັບການສຳຜັດມີດນອນກັບໝ່ວຍໝຸນ

ການປັບລະບົບມີດນອນປະຈຳວັນ

ກ່ອນທີ່ຈະຕັດຫຍ້າໃນແຕ່ລະມື້ ຫຼື ຕາມຄວາມຕ້ອງການ, ກວດສອບການສຳຜັດມີດນອນກັບໝ່ວຍໝຸນທີ່ເໝາະສົມ. ປະຕິບັດຂັ້ນຕອນນີ້ເຖິງແມ່ນວ່າຄຸນນະພາບຂອງການຕັດຍອມຮັບໄດ້.

  1. ຢ່ອນໜ່ວຍຕັດລົງໃສ່ພື້ນທີ່ແຂງ, ມອດເຄື່ອງຈັກ ແລະ ຖອດກະແຈສະຕາດເຄື່ອງ.

  2. ຄ່ອຍໆໝຸນກົງ​ໝຸນໄປໃນທິດທາງທີ່ກົງກັນຂ້າມ, ຟັງການການສຳ​ຜັດກັບມີດນອນກັບໝ່ວຍໝຸນ.

    • ຖ້າບໍ່ມີການສຳຜັດທີ່ເຫັນໄດ້ຊັດເຈນ, ປັບມີດນອນດັ່ງຕໍ່ໄປນີ້:

      1. ໝຸນນັອດກຽວປັບຄານ​ຮອງໄປທາງທິດເຂັມໂມງ (ຮູບສະແດງ 4), ສຽງຄ​ລິກ 1 ຄັ້ງໃນເວລານັ້ນ, ຈົນກວ່າທ່ານຈະຮູ້ສຶກ ແລະ ໄດ້ຍິນສຽງການ​ສຳ​ຜັດເບົາ.

        Note: ນັອດກຽວປັບຄານ​ຮອງມີຕົວຢຶດທີ່ສອດຄ້ອງກັບການເຄື່ອນໄຫວຂອງມີດນອນ 0.018 ມມ (0.0007 ນິ້ວ) ໃນແຕ່ລະຕຳແໜ່ງທີ່ຈັດເປັນດັດສະນີ.

        g026076
      2. ໃສ່ແຖບຍາວຂອງເຈ້ຍຕັດປະສິດຕິພາບຂອງລະຫວ່າງໝ່ວຍໝຸນ ແລະ ມີດນອນ, ໂດຍຕັ້ງສາກກັບມີດນອນ (ຮູບສະແດງ 5), ຈາກນັ້ນ ຄ່ອຍໆ ໝຸນກົງ​ໝຸນໄປທາງໜ້າຢ່າງຊ້າໆ; ມັນຄວນຈະຕັດເຈ້ຍ; ຖ້າບໍ່, ໃຫ້ເຮັດຊ້ຳຄືນ 1 ແລະ 2 ຈົນກວ່າມັນຈະເຮັດໄດ້.

    • ຖ້າການສຳ​ຜັດ/ກົງ​ໝຸນຫຼາຍເກີນໄປຢ່າງຊັດເຈນ, ໝຸນກັບຫຼັງ, ປັບໜ້າດ້ານໜ້າ ຂອງມີດນອນ ຫຼື ເຈຍໜ່ວຍຕັດເພື່ອໃຫ້ບັນລຸຂອບທີ່ແຫຼມຄົມ ຖ້າຈຳເປັນສຳລັບການຕັດທີ່ຖືກຕ້ອງ (ໃຫ້ເບິ່ງ ປຶ້ມຄູ່ມື Toro ສຳລັບ ການຝົນໝ່ວຍໝຸນ ແລະ ເຄື່ອງຕັດຫຍ້າແບບໝຸນ, ແບບຟອມເລກທີ 09168SL) .

    Important: ການສຳ​ຜັດເບົາໆແມ່ນແນະນຳໃຫ້ເຮັດຕະຫຼອດເວລາ. ຖ້າທ່ານບໍ່ຮັກສາການສຳ​ຜັດເບົາໆ, ຂອບຂອງມີດນອນ/ກົງ​ໝຸນຈະບໍ່ເຮັດໃຫ້ມັນເອງມີຄວາມຄົມແຫຼມ, ແລະ ຂອບຄົມຈະມີຜົນຫຼັງຈາກໄລຍະປະຕິບັດງານ. ຖ້າທ່ານຮັກສາການສຳ​ຜັດຫຼາຍເກີນໄປ, ມີດນອນ/ກົງ​ໝຸນຈະຖືກເລັ່ງ, ສົ່ງຜົນໃຫ້ເກີດການຫ້ຽນ ແລະ ຄຸນນະພາບຂອງການຕັດອາດຈະຫຼຸດລົງ.

    Note: ໃນຂະນະທີ່ໃບມີດກົງ​ໝຸນສືບຕໍ່ແລ່ນຕ້ານກັບມີດນອນ, ມີຮອຍແຕກເລັກນ້ອຍຈະປາກົດຢູ່ດ້ານໜ້າຕັດຕາມຄວາມຍາວເຕັມຂອງມີດນອນ. ໃຫ້ແລ່ນເຫຼັກ​ຕະ​ໄບຂ້າມຫຼ່ຽມໜ້າເປັນ​ບາງ​ຄັ້ງ​ຄາວເພື່ອລົບສ້ຽນນີ້ອອກເພື່ອປັບປຸງການຕັດ.ຫຼັງຈາກແລ່ນຕໍ່ໆໄປ, ສຸດທ້າຍສາຍກໍ່ຈະສ້າງ​ຂຶ້ນຢູ່ທັງສອງສົ້ນຂອງມີດນອນ. ປັດຮອຍແຍກ ເຫຼົ່ານີ້ ຫຼື ຕະໄບໃຫ້ລຽບດ້ວຍຄົມຕັດຂອງມີດນອນເພື່ອຮັບປະກັນການດຳໃຊ້​ງານ​ທີ່​ດຳ​ເນີນ​ໄປ​ດ້ວຍ​ດີ.

ການປັບມີດນອນກັບກົງ​ໝຸນ

ໃຊ້ຂັ້ນຕອນດັ່ງກ່າວໃນລະຫວ່າງການຕັ້ງໜ່ວຍຕັດເບື້ອງຕົ້ນ ແລະ ຫຼັງຈາກການເຈຍ, ການຍ້ອນກັບ ຫຼື ການແຍກຊີ້ນສ່ວນຂອງກົງ​ໝຸນ. ນີ້ບໍ່ແມ່ນການປັບປ່ຽນປະຈຳວັນ.

  1. ວາງຕຳແໜ່ງໜ່ວຍຕັດໃນພື້ນທີ່ເຮັດວຽກທີ່ຮາບພຽງ ແລະ ໄດ້ລະດັບ.

  2. ສຽບໜ່ວຍຕັດໃຫ້​ຖືກມີດນອນ ແລະ ກົງ​ໝຸນ.

    Note: ກວດສອບໃທ້ແນ່ໃຈວ່ານັອດແມ່ທີ່ຢູ່ດ້ານຫລັງຂອງສະລັກກຽວປັບຄານ​ຮອງບໍ່ໄດ້ວາງຢູ່ເທິງ ພື້ນຜິວການເຮັດວຽກ (ຮູບສະແດງ 12).

  3. ໝຸນກົງ​ໝຸນເພື່ອໃຫ້ໃບ​ມີດ 1 ໃບຂ້າມຂອບມີດນອນໃນລະຫວ່າງຫົວສະລັກກຽວມີດນອນທີ ໜຶ່ງ ແລະ ທີສອງຕັ້ງຢູ່ເບື້ອງຂວາຂອງໜ່ວຍຕັດ.

  4. ເຮັດເຄື່ອງໝາຍກຳ​ນົດໄວ້ເທິງໃບມີດບ່ອນທີ່ມັນຂ້າມຂອບມີດນອນ.

    Note: ນີ້ຈະເຮັດໃຫ້ການດັດປັບຕາມພາຍຫຼັງງ່າຍຂຶ້ນ.

  5. ໃສ່ແຜ່ນຫຼີ້ມຂະໜາດ 0.05 ມມ (0.002 ນິ້ວ) ລະຫວ່າງໃບມີດ ແລະ ຂອບມີດນອນຢູ່ຈຸດທີ່ໝາຍໄວ້ໃນຂັ້ນ 4.

  6. ໝຸນສະລັກກຽວປັບຄານ​ຮອງດ້ານຂວາ (ຮູບສະແດງ 4) ຈົນກວ່າທ່ານຈະຮູ້ສຶກມີຄວາມດັນເບົາໆຢູ່ເທິງແຜ່ນ​ຫຼີ້ມໃນເວລາທີ່ເລື່ອນລົງໄປດ້ານຂ້າງ. ເອົາແຜ່ນ​ຫຼີ້ມອອກ.

  7. ສຳລັບດ້ານຊ້າຍຂອງຫົວໜ່ວຍຕັດ, ຄ່ອຍໆໝຸນກົງ​ໝຸນເພື່ອໃຫ້ແຜ່ນໃບມີດທີ່ໃກ້ທີ່ສຸດຂ້າມຂອບມີດນອນລະຫວ່າງຫົວສະລັກກຽວທີໜຶ່ງ ແລະ ທີສອງ.

  8. ເຮັດຊ້ຳ​ຄືນຂັ້ນຕອນອີກເທື່ອໜຶ່ງ 4 ຜ່ານ 6 ສຳລັບເບື້ອງຊ້າຍຂອງໜ່ວຍຕັດ ແລະ ສະລັກກຽວປັບຄານ​ຮອງ.

  9. ເຮັດຊ້ຳ​ຄືນຂັ້ນຕອນອີກເທື່ອໜຶ່ງ 5 ແລະ 6 ຈົນກ່ວາຈະມີຄວາມກົດດັນເບົາໆຢູ່ຈຸດຕິດຕໍ່ທັງເບື້ອງຊ້າຍ ແລະ ຂວາຂອງໜ່ວຍຕັດ.

  10. ເພື່ອໃຫ້ໄດ້ຮັບການສຳ​ຜັດເບົາໆລະຫວ່າງກົງ​ໝຸນ ແລະ ມີດນອນ, ໝຸນສະລັກກຽວປັບຄານ​ຮອງແຕ່ລະອັນຕາມເຂັມໂມງກົດ 3 ຄັ້ງ.

    Note: ການກົດແຕ່ລະຄັ້ງທີ່ສະລັກກຽວປັບຄານ​ຮອງໄດ້ຍ້າຍມີດນອນ 0.018 ມມ (0.0007 ນິ້ວ). ຢ່າຫັນສະລັກກຽວປັບຄານ​ຮອງແໜ້ນເກີນໄປ.ໜຸນສະລັກກຽວປັບຕາມເຂັມໂມງເພື່ອຍ້າຍຂອບມີດນອນໃຫ້ໃກ້ກັບກົງ​ໝຸນ. ໜຸນສະລັກກຽວປັບຕາມ​ທິດ​ທວນກັບເຂັມໂມງເພື່ອຍ້າຍຂອບມີດນອນໃຫ້ໄກຈາກກົງ​ໝຸນ.

  11. ໃສ່ແຜ່ນເຈ້ຍຍາວປະສິດຕິພາບການຕັດລະຫວ່າງກົງ​ໝຸນ ແລະ ມີດນອນ, ໂດຍໃຫ້​ຕັ້ງ​ສາກ​ກັບ​ມີດ​ນ່ອນ (ຮູບສະແດງ 5), ຈາກນັ້ນຄ່ອຍໆ ໝຸນກົງ​ໝຸນໄປທາງໜ້າຢ່າງຊ້າໆ; ມັນຄວນຈະຕັດເຈ້ຍ; ຖ້າບໍ່ຕັດ​ແມ່ນໃຫ້ໝຸນສະລັກກຽວປັບຄານ​ຮອງແຕ່ລະອັນຕາມທິດເຂັມໂມງກົດ 1 ຄັ້ງ ແລະ ເຮັດຊ້ຳຂັ້ນຕອນນີ້ຈົນກວ່າມັນຈະຕັດເຈ້ຍໄດ້.

    g000487

Note: ຖ້າການສຳ​ຜັດ/ກົງ​ໝຸນຫຼາຍເກີນໄປຢ່າງຊັດເຈນ, ໝຸນກັບຫຼັງ, ປັບໜ້າດ້ານໜ້າ ຂອງມີດນອນ ຫຼື ເຈຍໜ່ວຍຕັດເພື່ອໃຫ້ບັນລຸຂອບທີ່ແຫຼມຄົມ ຖ້າຈຳເປັນສຳລັບການຕັດທີ່ຖືກຕ້ອງ (ໃຫ້ເບິ່ງ ປຶ້ມຄູ່ມື Toro ສຳລັບ ການຝົນໝ່ວຍໝຸນ ແລະ ເຄື່ອງຕັດຫຍ້າແບບໝຸນ, ແບບຟອມເລກທີ 09168SL) .

ການປັບຄວາມສູງຂອງລູກກິ້ງຫຼັງ

ຂຶ້ນ​ກັບລະດັບຄວາມສູງຂອງການຕັດທີ່ທ່ານຕ້ອງການ, ທ່ານຈຳເປັນຕ້ອງປັບລູກກິ້ງຫຼັງ (ຮູບສະແດງ 6 ຫຼື ຮູບສະແດງ 7) ຢູ່ໃນຕຳແໜ່ງທີ່ຕໍ່າ ຫຼື ສູງ:

  • ວາງຕໍາແໜ່ງຕົວ​ຈັດ​ໄລ​ຍະ​ຫ່າງຢູ່ດ້ານເທິງຂອງໜ້າແປນແຜ່ນຕິດດ້ານຂ້າງ (ຕັ້ງຄ່າຈາກໂຮງງານ) ເມື່ອລະດັບການຕັ້ງຄ່າຄວາມສູງຂອງການຕັດຕັ້ງແຕ່ 1.5 ມມ ເຖິງ 6 ມມ (1/16 ນິ້ວ ເຖິງ ¼ ນິ້ວ) ດັ່ງທີ່ສະແດງຢູ່ໃນ ຮູບສະແດງ 6.

    g014404
  • ວາງຕໍາແໜ່ງ ຕົວ​ຈັດ​ໄລ​ຍະ​ຫ່າງ ຢູ່ດ້ານລຸ່ມຂອງໜ້າແປນແຜ່ນຕິດດ້ານຂ້າງ ໃນເວລາທີ່ການຕັ້ງຄ່າຄວາມສູງຂອງການຕັດຕັ້ງແຕ່ 3 ມມ ເຖິງ 25 ມມ (⅛ ນິ້ວ ເຖິງ 1 ນິ້ວ) ດັ່ງທີ່ສະແດງຢູ່ໃນ ຮູບສະແດງ 7.

    g014405
  1. ຍົກດ້ານຫລັງຂອງໜ່ວຍຕັດ ແລະ ວາງບລັອກຢູ່ກ້ອງມີດນອນ.

  2. ຖອດນັອດແມ່ 2 ຕົວທີ່ຍຶດຕິດຖານ​ຮັບ​ນ້ຳ​ໜັກ​ລູກ​ກິ້ງ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ ໃນແຕ່ລະໜ້າແປນແຜ່ນຕິດດ້ານຂ້າງ.

  3. ຢ່ອນລູກກິ້ງ ແລະ ສະລັກກຽວລົງຈາກໜ້າແປນແຜ່ນຕິດດ້ານຂ້າງ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ.

  4. ວາງຕົວ​ຈັດ​ໄລ​ຍະ​ຫ່າງລົງໃສ່ສະລັກກຽວຂ້າງເທິງ ຫຼື ຂ້າງລຸ່ມຂອງຖານ​ຮັບ​ນ້ຳ​ໜັກ​ລູກ​ກິ້ງ, ຕາມຄວາມຕ້ອງການ (ຮູບສະແດງ 6 ຫຼື ຮູບສະແດງ 7).

  5. ຕິດຖານ​ຮັບ​ນ້ຳ​ໜັກ​ລູກ​ກິ້ງ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ ເຂົ້າໄປໃນຂອບດ້ານຂ້າງຂອງແຜ່ນຕິດພ້ອມດ້ວຍນັອດແມ່ທີ່ຖືກຖອດອອກກ່ອນໜ້ານີ້.

Note: ຕຳແໜ່ງຂອງລູກກິ້ງດ້ານຫລັງໄປທີ່ກົງ​ໝຸນຖືກຄວບຄຸມໂດຍຄວາມທົນທານຂອງເຄື່ອງຈັກທີ່ປະກອບຊິ້ນສ່ວນຕ່າງໆ ແລະ ບໍ່ຈຳເປັນຕ້ອງມີການຂະໜານກັນ.

ການປັບຄວາມສູງຂອງການຕັດ

ໃຊ້ຕາຕະລາງຕໍ່ໄປນີ້ເພື່ອກຳນົດວ່າມີດນອນໃດທີ່ເໝາະສົມທີ່ສຸດສຳລັບຄວາມສູງຂອງການຕັດທີ່ຕ້ອງການ.

ມີດນອນອາໄຫຼ່ເລກທີລວງສູງຂອງການຕັດ
ການ​ຕັດ​ຂະ​ໜາດ​ນ້ອຍ​ຂອບ​ສູງ​ສຸດ (ມາດຕະຖານ)115-18801.5 ເຖິງ 4.7 ມມ (0.062 ເຖິງ 0.188 ນິ້ວ)
ການ​ເດີນ​ຂອບ​ສູງ​ສຸດ (ເລືອກໄດ້)115-18813.1 ເຖິງ 12.7 mm (0.125 ເຖິງ 0.500 ນິ້ວ)
ການຕັດນ້ອຍ (ທາງເລືອກ)93-42621.5 ເຖິງ 4.7 ມມ (0.062 ເຖິງ 0.188 ນິ້ວ)
ການ​ເດີນ (ເລືອກໄດ້)93-42633.1 ເຖິງ 12.7 mm (0.125 ເຖິງ 0.500 ນິ້ວ)
ການຕັດນ້ອຍແບບຂະຫຍາຍ (ເລືອກໄດ້)108-43031.5 ເຖິງ 4.7 ມມ (0.062 ເຖິງ 0.188 ນິ້ວ)
ການເດີນແບບຂະຫຍາຍ (ເລືອກໄດ້)108-43023.1 ເຖິງ 12.7 mm (0.125 ເຖິງ 0.500 ນິ້ວ)
ການຕັດຕ່ຳ (ເລືອກໄດ້)93-42644.7 ເຖິງ 25.4 ມມ (0.188 ເຖິງ 1.00 ນິ້ວ)
ການຕັດສູງ (ເລືອກໄດ້)94-63927.9 ເຖິງ 25.4 ມມ (0.312 ເຖິງ 1.00 ນິ້ວ)
ທາງຍ່າງ (ເລືອກໄດ້)63-86109.5 ເຖິງ 25.4 ມມ (0.375 ເຖິງ 1.00 ນິ້ວ)
ຂອບ​ສູງ​ສຸດທາງຍ່າງ (ເລືອກໄດ້)137-08799.5 ເຖິງ 25.4 ມມ (0.375 ເຖິງ 1.00 ນິ້ວ)

Note: ສຳລັບຄວາມສູງຂອງການຕັດທີ່ຫຼາຍກວ່າ 9.5 ມມ (0.375 ນິ້ວ), ໃຫ້ຕິດຕັ້ງຊຸດຄວາມສູງຂອງການຕັດລະ​ດັບສູງ.

ການປັບເຄື່ອງວັດຄວາມສູງຂອງການຕັດ

ກ່ອນທີ່ຈະປັບລະດັບຄວາມສູງຂອງການຕັດ, ຕັ້ງຄ່າເຄື່ອງວັດຄວາມສູງຂອງການຕັດດັ່ງຕໍ່ໄປນີ້:

  1. ມາຍນັອດແມ່ເທິງແຖບເຄື່ອງວັດ ແລະ ຕັ້ງຄ່າສະລັກກຽວປັບໃຫ້ສູງ​ຂຶ້ນກັບຄວາມສູງທີ່ຕ້ອງການຂອງການຕັດ (ຮູບສະແດງ 8).

    Note: ໄລຍະຫ່າງລະຫວ່າງດ້ານລຸ່ມຂອງຫົວສະລັກກຽວ ແລະ ໜ້າຂອງແຖບແມ່ນຄວາມສູງຂອງການຕັດ.

    g000489
  2. ຫັນນັອດແມ່ໃຫ້ແໜ້ນ.

ການປັບຄວາມສູງຂອງການຕັດ

  1. ມາຍນັອດລັອກແມ່ທີ່ຕິດກັບຄວາມສູງຂອງແຂນຕັດໄປຫາແຜ່ນ​ດ້ານ​ຂ້າງ​ຂອງໜ່ວຍຕັດ (ຮູບສະແດງ 9).

    g278333
  2. ເກາະເອົາຫົວສະລັກກຽວຂອງເຄື່ອງວັດຄວາມສູງຂອງການຕັດໃສ່ເບື້ອງຂວາຂອງຂອບຕັດຂອງມີດນອນ ແລະ ວາງປາຍດ້ານຫຼັງຂອງແຖບລົງໃສ່ດ້ານຫລັງຂອງລູກກິ້ງ (ຮູບສະແດງ 10).

    g014408
  3. ໝຸນການປັບສະລັກກຽວຈົນກ່ວາລູກກິ້ງຈະສຳ​ຜັດທາງດ້ານຫນ້າຂອງແຖບມາດວັດ.

  4. ເຮັດຊ້ຳຂັ້ນຕອນ 2 ແລະ 3 ສຳລັບເບື້ອງຊ້າຍ.

  5. ປັບທັງສອງສົ້ນຂອງລູກກິ້ງຈົນກ່ວາລູກກິ້ງທັງຫມົດຂະຫນານກັບມີດນອນ.

    Important: ເມື່ອຕັ້ງ​ໃສ່ຢ່າງຖືກຕ້ອງ, ລູກກິ້ງດ້ານຫລັງ ແລະ ດ້ານໜ້າຈະສຳ​ຜັດກັບກັບແຖບເຄື່ອງວັດ ແລະ ສະລັກກຽວຈະຖືກເຈາະຕໍ່ກັບມີດນອນ. ນີ້ຮັບປະກັນວ່າຄວາມສູງຂອງການຕັດແມ່ນຄືກັນຢູ່ທັງສອງສົ້ນຂອງມີດນອນ.

  6. ຫັນນັອດແມ່ໃຫ້ແໜ້ນເພື່ອຮັບປະກັນການປັບທີ່ພຽງພໍເພື່ອກຳຈັດການເຄື່ອນຈາກແຫວນແປ.

  7. ກວດສອບວ່າການຕັ້ງຄ່າຄວາມສູງຂອງການຕັດຖືກຕ້ອງ; ເຮັດຕາມຂັ້ນຕອນນີ້ອີກຄັ້ງຖ້າຈຳເປັນ.

ການປັບແຖບຕັດ

ປັບແຖບຕັດເພື່ອຮັບປະກັນວ່າການຕັດນັ້ນຖືກຖອກອອກຈາກພື້ນທີ່ກົງ​ໝຸນຢ່າງສະອາດ, ດັ່ງຕໍ່ໄປນີ້:

Note: ແຖບແມ່ນສາມາດປັບໄດ້ເພື່ອຊົດເຊີຍການປ່ຽນແປງຂອງສະພາບສະໜາມຫຍ້າ. ປັບແຖບໃກ້ກັບກົງ​ໝຸນໃນເວລາທີ່ສະໜາມຫຍ້າແຫ້ງແລ້ງທີ່ສຸດ. ໂດຍທາງກົງກັນຂ້າມ, ປັບແຖບຕື່ມອີກໃຫ້ຫ່າງຈາກກົງ​ໝຸນເມື່ອສະພາບຂອງສະໜາມຫຍ້າປຽກ. ແຖບຄວນຈະຂະຫນານກັບກົງ​ໝຸນເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ. ປັບມັນຫຼັງຈາກກົງ​ໝຸນໄດ້ຖືກເຈຍໃຫ້ຄົມໃນເຄື່ອງເຈຍກົງ​ໝຸນ.

  1. ມາຍສະລັກກຽວທີ່ຕິດແຖບດ້ານເທິງ (ຮູບສະແດງ 11) ໃຫ້ກັບໜ່ວຍຕັດ.

    g014643
  2. ໃສ່ແຜ່ນວັດແທກໄລຍະຫ່າງຂະໜາດ 1.5 ມມ (0.060 ນິ້ວ) ລະຫວ່າງດ້ານເທິງຂອງກົງ​ໝຸນ ແລະ ແຖບຫຼັງຈາກນັ້ນຫັນສະລັກກຽວໃຫ້ແໜ້ນ.

    Important: ຮັບປະກັນວ່າແຖບ ແລະ ກົງ​ໝຸນແມ່ນມີໄລຍະຫ່າງເທົ່າກັນທັງໝົດຂອງກົງ​ໝຸນ.

    Note: ປັບຊ່ອງຫວ່າງຕາມຄວາມຕ້ອງການສຳ​ລັບສະພາບສະໜາມຫຍ້າຂອງທ່ານ.

ການບຳລຸງຮັກສາ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

ການ​ຄ້ຳໜ່ວຍຕັດ

ເມື່ອໃດກໍ່ຕາມທີ່ທ່ານຕ້ອງສຽບໜ່ວຍຕັດໃຫ້ຖືກມີດນອນ/ກົງ​ໝຸນ, ໃຫ້ຄ້ຳດ້ານຫຼັງຂອງໜ່ວຍຕັດເພື່ອຮັບປະກັນວ່ານັອດແມ່ຢູ່ດ້ານຫຼັງຂອງສະລັກກຽວປັບຄານ​ຮອງບໍ່ໄດ້ວາງຢູ່ເທິງພື້ນທີ່ເຮັດວຽກ (ຮູບສະແດງ 12).

g014596

ການສ້ອມບຳລຸງຄານ​ຮອງ

ມີພຽງແຕ່ຊ່າງກົນຈັກທີ່ໄດ້ຮັບການຝຶກອົບຮົມຢ່າງຖືກຕ້ອງເທົ່ານັ້ນທີ່ຄວນ​ຈະໃຫ້ບໍລິການຄານ​ຮອງ ເພື່ອປ້ອງກັນຄວາມເສຍຫາຍຂອງກົງ​ໝຸນ, ຄານ​ຮອງ ຫຼື ມີດນອນ. ຕາມຫລັກການແລ້ວ, ເອົາໜ່ວຍຕັດໄປຫາຜູ້ຈັດຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດສຳລັບການບໍລິການສ້ອມ​ບຳ​ລຸງ. ໃຫ້ເບິ່ງ ປຶ້ມຄູ່ມືການບໍລິການ ສຳລັບລົດຕັດຫຍ້າຂອງທ່ານກ່ຽວ​ກັບຄຳແນະນຳທີ່ຄົບ​ຖ້ວນ, ເຄື່ອງມືພິເສດ ແລະ ແຜນວາດສຳລັບການສ້ອມບຳລຸງມີດນອນ. ທ່ານຕ້ອງການຍ້າຍ ຫລື ປະກອນມີດນອນດ້ວຍຕົນເອງ, ຄຳແນະນຳແມ່ນມີຢູ່ດ້ານລຸ່ມ, ຄືກັບຂໍ້ກຳນົດສະເພາະຂອງສ້ອມບຳລຸງມີດນອນ.

Important: ໃຫ້ປະຕິບັດຕາມຂັ້ນຕອນລາຍລະອຽດກ່ຽວກັບມີດນອນຢູ່ໃນ ປຶ້ມຄູ່ມືການບໍລິການ ຂອງທ່ານຢູ່​ສະ​ເໝີເມື່ອສ້ອມບຳລຸງມີດນອນ. ການຕິດຕັ້ງ ແລະ ເຈຍມີດນອນຢ່າງບໍ່ຖືກຕ້ອງສາມາດນຳໄປສູ່ຄວາມເສຍຫາຍຂອງກົງ​ໝຸນ, ຄານ​ຮອງ ຫຼື ມີດນອນ.

ການຍົກຍ້າຍຄານ​ຮອງ

  1. ໝຸນນັອດກຽວປັບຄານ​ຮອງໄປ​ທິດ​ທາງທວນເຂັມໂມງ, ເພື່ອຖອດມີດນອນອອກຈາກກົງ​ໝຸນ (ຮູບສະແດງ 13).

    g014641
  2. ດຶງນັອດສະປິງອອກຈົນກວ່າແຫວນແປບໍ່ມີຄວາມເຄັ່ງຕຶງອີກຕໍ່ໄປກັບຄານ​ຮອງ (ຮູບສະແດງ 13).

  3. ຢູ່ແຕ່ລະຂ້າງຂອງເຄື່ອງ, ມາຍນັອດລັອກແມ່ທີ່ຕິດກັບສະລັກກຽວຄານ​ຮອງ (ຮູບສະແດງ 14).

    g014409
  4. ຖອດ​ສະ​ຫຼັກຄານ​ຮອງແຕ່​ລະ​ອັນ​ອອກເພື່ອໃຫ້ຄານ​ຮອງຖືກດຶງລົງມາ ແລະ ເອົາອອກຈາກໜ່ວຍຕັດ (ຮູບສະແດງ 14).

    ເອົາ​ໃຈ​ໃສ່​ຕໍ່ແຫວນແປໄນລ້ອນ 2 ອັນ ແລະ ແຫວນແປເຫຼັກ 1 ອັນໃນແຕ່ລະດ້ານຂອງຄານ​ຮອງ (ຮູບສະແດງ 15).

    g032882

ການປະກອບຄານ​ຮອງ

  1. ຕິດຕັ້ງຄານ​ຮອງ, ວາງຕຳແໜ່ງຫູລະຫວ່າງແຫວນແປ ແລະ ນັອດກຽວປັບຄານ​ຮອງ (ຮູບສະແດງ 13).

  2. ຕິດຄານ​ຮອງໃນແຕ່ລະແຜ່ນດ້ານຂ້າງທີ່ມີສະລັກກຽວຄານ​ຮອງ (ນັອດແມ່ເທິງສະລັກກຽວ) ແລະ ແຫວນແປ 3 ອັນ (ລວມ 6 ອັນ).

  3. ວາງຕຳແໜ່ງແຫວນແປໄນລ້ອນຢູ່ແຕ່ລະຂ້າງຂອງປຸ່ມແຜ່ນດ້ານຂ້າງ. ວາງແຫວນແປເຫຼັກຢູ່ດ້ານນອກຂອງແຫວນແປໄນລ້ອນ (ຮູບສະແດງ 15).

  4. ບິດສະລັກກຽວຄານ​ຮອງໄປທີ່ 27 ເຖິງ 36 N∙m (240 ເຖິງ 320 ນິ້ວ-ປອນ).

  5. ຫັນນັອດລັອກແມ່ໃຫ້ແໜ້ນຈົນກ່ວາທ່ານຈະເອົາການເຄື່ອນສຸດທ້າຍອອກຈາກແຫວແປເຫຼັກ, ແຕ່ທ່ານສາມາດໝຸນພວກມັນດ້ວຍມື. ແຫວນແປຢູ່ທາງໃນອາດມີຊ່ອງຫວ່າງ.

    Important: ຢ່າຫັນນັອດລັອກແມ່ແໜ້ນເກີນໄປ, ບໍ່​ດັ່ງ​ນັ້ນພວກມັນຈະເຮັດໃຫ້ແຜ່ນຂ້າງບິດງໍ.

  6. ຫັນນັອດສະປິງໃຫ້ແໜ້ນຈົນກ່ວາສະປິງຍຸບລົງ, ຫຼັງຈາກນັ້ນໝຸນກັບຄືນ ½ ຄັ້ງ (ຮູບສະແດງ 16).

    g016470
  7. ປັບມີດນອນຫາກົງ​ໝຸນ; ໃຫ້ເບິ່ງ ການປັບການສຳຜັດມີດນອນກັບໝ່ວຍໝຸນ .

ຂໍ້ມູນສະເພາະຂອງມີດນອນ

ການຕິດຕັ້ງມີດນອນ

  1. ກຳຈັດຂີ້ໝ້ຽງ, ຄາບ​ເກາະ​ຕິດ ແລະ ການກັດກ່ອນອອກຈາກພື້ນຜີວຂອງຄານ​ຮອງ ແລະ ທານ້ຳມັນບາງໆໃສ່ພື້ນຜິວຂອງຄານ​ຮອງ.

  2. ທຳຄວາມສະອາດກຽວ.

  3. ທາສ່ວນປະສົມທີ່ບໍ່ຍຶດຕິດໃສ່ນັອດກຽວ ແລະ ຕິດຕັ້ງມີດນອນໃສ່ຄານ​ຮອງ.

    g255045
  4. ບິດນັອດກຽວດ້ານນອກ 2 ອັນເຖິງ 1 N∙m (10 ນິ້ວ-ປອນ).

  5. ຮູບແບບການເຮັດວຽກເປັນສູນກາງຂອງມີດນອນ, ໃຊ້ແຮງບິດນັອດກຽວທີ່ 23 ເຖິງ 28 N∙m (200 ເຖິງ 250 ນິ້ວ-ປອນ).

    g255046
  6. ເຈຍມີດນອນ.

ການກະກຽມກົງ​ໝຸນສຳລັບການເຈຍ

  1. ໃຫ້ແນ່ໃຈວ່າທຸກສ່ວນປະກອບຂອງໜ່ວຍຕັດແມ່ນຢູ່ໃນສະພາບດີ ແລະ ແກ້ໄຂບັນຫາໃດ ໜຶ່ງທີ່​ມີ​ໃຫ້ແລ້ວກ່ອນທີ່ຈະເຈຍ.

  2. ປະຕິບັດຕາມຄຳແນະນຳຂອງຜູ້ຜະລິດເຄື່ອງເຈຍກົງ​ໝຸນເພື່ອເຈຍກົງ​ໝຸນຕັດໄປຕາມຂໍ້ມູນສະເພາະດັ່ງຕໍ່ໄປນີ້.

    ຂໍ້ມູນສະເພາະຂອງການເຈຍກົງ​ໝຸນ
    ເສັ້ນຜ່າສູນກາງຂອງກົງ​ໝຸນໃຫມ່128.5 ມມ (5.06 ນິ້ວ)
    ຂີດຈຳກັດການສ້ອມບໍລິການເສັ້ນຜ່າສູນກາງກົງ​ໝຸນ114.3 ມມ (4-½ ນິ້ວ)
    ​ມູມສ່ວນ​ນູນ​ອອກ​ມາຂອງໃບມີດ30° ± 5°
    ໜ້າກວ້າງຂອງໃບມີດ1.0 ມມ (0.04 ນິ້ວ)
    ລະດັບໜ້າກວ້າງຂອງໃບມີດ.8 ເຖິງ 1.2 ມມ (0.03 ເຖິງ 0.05 ນິ້ວ)
    ຂີດຈຳກັດການສ້ອມບໍລິການແທ່ງ​ນ້ອຍເສັ້ນຜ່າສູນກາງກົງ​ໝຸນ0.25 ມມ (1/100 ນິ້ວ)

ການເຈຍສ່ວນ​ນູນ​ອອກ​ມາຂອງກົງ​ໝຸນ

ກົງ​ໝຸນໃໝ່ມີໜ້າກວ້າງ .8 ເຖິງ 1.2 ມມ (0.03 ເຖິງ 0.05 ນິ້ວ) ແລະ ການເຈຍສ່ວນ​ນູນ​ອອກ​ມາ 30°.

ເມື່ອໜ້າກວ້າງກວ້າງກວ່າ 3 ມມ (0.120 ນິ້ວ), ໃຫ້ເຮັດດັ່ງຕໍ່ໄປນີ້:

  1. ນຳໃຊ້ການເຈຍສ່ວນ​ນູນ​ອອກ​ມາ 30° ໃນໃບມີດກົງ​ໝຸນທຸກໃບຈົນກ່ວາໜ້າກວ້າງເປັນ .76 ມມ (0.030 ນິ້ວ) (ຮູບສະແດງ 19.

    g278332
  2. ໝຸນການເຈຍກົງ​ໝຸນໃຫ້ບັນລຸກົງ​ໝຸນໝົດ <0.025 ມມ (0.001 ນິ້ວ).

    Note: ນີ້ເຮັດໃຫ້ໜ້າກວ້າງເພີ່ມ​ຂຶ້ນເລັກນ້ອຍ.

  3. ປັບໜ່ວຍຕັດ; ໃຫ້ເບິ່ງ ຄູ່ມືຜູ້​ໃຊ້ ຂອງໜ່ວຍຕັດຂອງທ່ານ.

Note: ເພື່ອຍືດອາຍຸການໃຊ້ງານຂອງຄວາມຄົມຂອງຂອບຂອງກົງ​ໝຸນ ແລະ ມີດນອນ, ຫຼັງຈາກໄດ້ເຈຍກົງ​ໝຸນ ແລະ/ຫຼື ມີດນອນ, ໃຫ້ກວດເບິ່ງການສຳ​ຜັດຂອງກົງ​ໝຸນຫາມີດນອນອີກຄັ້ງຫຼັງຈາກການຕັດໃນຕອນທ້າຍຂອງແຕ່ລະມື້, ເພາະວ່າຈະມີການລົບສ້ຽນອອກ, ເຊິ່ງອາດຈະເຮັດໃຫ້ກົງ​ໝຸນກັບມີດນອນມີໄລຍະບໍ່ຖືກຕ້ອງ ແລະ ເລັ່ງໃຫ້ມີການຫຼຸ້ຍຫ້ຽນໄວ.

ຂໍ້ມູນສະເພາະຂອງການເຈຍມີດນອນ

g032182
ມູມ​ສ່ວນ​ນູນ​ອອກ​ມາຂອງມີດນອນມາດຕະຖານຕ່ຳສຸດທີ່ 3°
ມູມສ່ວນ​ນູນ​ອອກ​ມາ​ຂອງມີດນອນຂະຫຍາຍຕ່ຳສຸດທີ່ 7°
ລະດັບມູມດ້ານໜ້າ13° ເຖິງ 17°

ການກວດສອບມູມເຈຍດ້ານ​ເທິງ​ສຸດ

ມູມທີ່ທ່ານໃຊ້ໃນການເຈຍມີດນອນຂອງທ່ານແມ່ນມີຄວາມສຳຄັນຫຼາຍ.

ໃຊ້ຕົວຊີ້ວັດມູມ (ອາໄຫຼ່ Toro ເລກທີ 131-6828) ແລະ ມູມຊີ້ບອກການຕິດ (ອາໄຫຼ່ Toro ເລກທີ 131-6829) ເພື່ອກວດກາມູມທີ່ເຄື່ອງເຈຍຂອງທ່ານຜະລິດ ແລະ ຫຼັງຈາກນັ້ນແກ້ໄຂໃຫ້ຖືກຕ້ອງສຳລັບຄວາມບໍ່ຖືກຕ້ອງຂອງເຄື່ອງເຈຍ.

  1. ວາງຕົວຊີ້ວັດມູມຢູ່ທາງລຸ່ມຂອງມີດນອນຕາມທີ່ສະແດງຢູ່ໃນ ຮູບສະແດງ 21.

    g034113
  2. ກົດປຸ່ມ Alt Zero ເທິງຕົວຊີ້ວັດມູມ.

  3. ວາງຕົວຊີ້ວັດມູມທີ່ຕັ້ງຢູ່ເທິງຂອບຂອງມີດນອນເພື່ອໃຫ້ຂອບຂອງແມ່ເຫຼັກຂະໜານກັບຂອບຂອງມີດນອນ (ຮູບສະແດງ 22).

    Note: ຈໍສະແດງຜົນດິຈິຕອນຄວນຈະສາມາດເບິ່ງເຫັນໄດ້ຈາກຂ້າງດຽວກັນໃນລະຫວ່າງຂັ້ນຕອນນີ້ຄືກັບວ່າມັນຢູ່ໃນຂັ້ນຕອນ 1.

    g034114
  4. ວາງຕົວຊີ້ບອກມູມຢູ່ບ່ອນທີ່ຕິດດັ່ງທີ່ສະແດງຢູ່ໃນ ຮູບສະແດງ 22.

    Note: ນີ້ແມ່ນມູມທີ່ເຄື່ອງເຈຍຂອງທ່ານຜະລິດ ແລະ ຄວນຢູ່ພາຍໃນ 2 ອົງສາຂອງມູມເຈຍ ດ້ານເທິງສຸດທີ່ໄດ້ແນະນຳ.

ການຍ້ອນກັບຂອງໜ່ວຍຕັດ

ອັນຕະລາຍ

ການສຳ​ຜັດກັບກົງ​ໝຸນ ຫຼື ສ່ວນທີ່ເຄື່ອນໄຫວອື່ນໆສາມາດເຮັດໃຫ້ເກີດການບາດເຈັບສ່ວນຕົວໄດ້.

ກັນນິ້ວມື, ມື ແລະ ເຄື່ອງນຸ່ງໃຫ້ຢູ່ຫ່າງຈາກກົງ​ໝຸນ ຫຼື ສ່ວນທີ່ເຄື່ອນເໜັງອື່ນໆ.

  • ໃຫ້ຢູ່ຫ່າງຈາກກົງ​ໝຸນໃນຂະນະທີ່ມີການຍ້ອນກັບ.

  • ຢ່າໃຊ້ແປງທາສີ​ມີ​ດ້າມ​ຈັບສັ້ນໆສຳລັບການຍ້ອນກັບ. ແປງມີ​ດ້າມ​ຈັບຍາວໆແມ່ນມີໃຫ້ຈາກຜູ້ແທນຈຳຫນ່າຍ Toro ທີ່ໄດ້ຮັບອະນຸຍາດໃນ​ທ້ອງ​ຖິ່ນຂອງທ່ານ.

  1. ວາງຕຳແໜ່ງເຄື່ອງຈັກທີ່ຢູ່ເທິງພື້ນທີ່ສະອາດ, ໄດ້ລະດັບ, ຢ່ອນຫົວໜ່ວຍຕັດລົງ, ມອດເຄື່ອງຈັກ, ໃສ່ເບຣກມື ແລະ ຖອດກະສະຕາດເຄື່ອງ​ອອກ.

  2. ຖອດມໍເຕີ້ກົງ​ໝຸນອອກຈາກໜ່ວຍຕັດ ແລະ ບໍ່ເຊື່ອມຕໍ່ ແລະ ຖອດໜ່ວຍຕັດອອກຈາກແຂນຍົກ.

  3. ເຊື່ອມຕໍ່ເຄື່ອງຈັກທີ່ຍ້ອນກັບກັບໜ່ວຍຕັດໂດຍການເອົາຊິ້ນສ່ວນຂະໜາດ ⅜ ນິ້ວເຂົ້າໄປໃນຂໍ້ຕໍ່ແບບມີດໃນຕອນທ້າຍຂອງໜ່ວຍຕັດ.

    Note: ຄຳແນະນຳ ແລະ ຂັ້ນຕອນເພີ່ມເຕີມກ່ຽວກັບການຍ້ອນກັບແມ່ນມີຢູ່ໃນ ຄູ່ມືຜູ້ໃຊ້ ຂອງລົດຕັດຫຍ້າ ແລະ ຄູ່ມືການນຳໃຊ້ຂອງ Toro ການເຈຍກົງ​ໝຸນ ແລະ ເຄືອງຕັດຫຍ້າ, ແບບຟອມເລກທີ 80-300PT.

    Note: ສຳລັບຂອບການຕັດທີ່ດີກວ່າ, ໃຫ້ເປີດ​ຕະ​ໄບ​ໄປດ້ານໜ້າຂອງມີດນອນ ແລະ ກົງ​ໝຸນເມື່ອການປະຕິບັດງານຂອງຮອບສຳເລັດແລ້ວ. ສິ່ງນີ້ຈະກຳຈັດສ້ຽນ ຫຼື ຂອບທີ່ຫຍາບທີ່ອາດຈະສ້າງຂຶ້ນໃນຂອບຕັດ.