ການແນະນຳ

ພາ​ຫະ​ນະ​ອະ​ເນກ​ປະ​ສົງ​ນີ້​ມີ​ຈຸດ​ປະ​ສົງ​ທີ່​ຈະ​ນຳ​ໃຊ້​ຕົ້ນ​ຕໍ​ຢູ່ນອກ​ທາງ​ດ່ວນ​ເພື່ອ​ຂົນ​ສົ່ງ​ຄົນ ແລະ ບັນທຸກເຄື່ອງຕ່າງໆ. ການນຳໃຊ້ຜະລິດຕະພັນນີ້ເພື່ອຈຸດປະສົງອື່ນນອກເໜືອຈາກການນຳໃຊ້ທີ່ເປັນຈຸດປະສົງຂອງມັນອາດຈະເປັນອັນຕະລາຍຕໍ່ທ່ານ ແລະ ຜູ້ທີ່ຢູ່ໃກ້ຄຽງ.

ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳ​ລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ເຂົ້າເບິ່ງເວັບໄຊ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຜູ້ຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.

Important: ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR ຢູ່​ໃນ​ສະ​ຫຼາກເລກລຳດັບ (ຖ້າມີ) ເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.

artpending

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ມີຂໍ້ຄວາມກ່ຽວກັບຄວາມປອດໄພທີ່ໄດ້ລະບຸໂດຍສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ ), ເຊິ່ງເປັນສັນຍານອັນຕະລາຍທີ່ອາດຈະເຮັດໃຫ້ເກີດການບາດເຈັບສາ​ຫັດ ຫຼື ເສຍຊີວິດ, ຖ້າທ່ານບໍ່ປະຕິບັດຕາມຂໍ້ຄວນລະວັງທີ່ແນະນຳ.

artpending

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ຂໍ້ສັງເກດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ຜະລິດຕະພັນນີ້ປະຕິບັດຕາມຄຳສັ່ງແນະນຳຂອງເອີຣົບທີ່ກ່ຽວຂ້ອງທັງໝົດ; ສຳລັບລາຍລະອຽດ, ກະລຸນາເບິ່ງເອກະສານສະເພາະຂອງຖະແຫຼງການວ່າ​ດ້ວຍ​ການ​ປະ​ຕິ​ບັດ​ຕາມ (DOC).

ມັນເປັນການລະເມີດກົດໝາຍຊັບພະຍາກອນສາທາລະນະຂອງລັດຄາລິຟໍເນຍພາກທີ 4442 ຫຼື 4443 ໃນການນຳໃຊ້ ຫຼື ນຳໃຊ້ເຄື່ອງຈັກໃນດິນທີ່ມີ​ປ່າ​ໄມ້​ປົກ​ຫຸ້ມ, ພຸ່ມ​ໄມ້​ປົກ​ຫຸ້ມ ຫຼື ຫ​ຍ້າ​ປົກ​ຫຸ້ມ, ເວັ້ນເສຍແຕ່ວ່າເຄື່ອງຈັກມີເຄື່ອງກວດຈັບປະກາຍໄຟຕາມທີ່ໄດ້ກຳນົດໄວ້ໃນພາກທີ 4442, ມີ​ລຳ​ດັບ​ຂັ້ນ​ຕອນ​ການ​ເຮັດ​ວຽກ​ທີ່​ມີ​ປະ​ສິດ​ທິ​ພາບ ຫຼື ເຄື່ອງຈັກຖືກສ້າງຂຶ້ນ, ຕິດຕັ້ງ ແລະ ຮັກສາໄວ້​ສຳ​ລັບ​ການປ້ອງກັນໄຟໄໝ້.

ປຶ້ມຄູ່ມືຂອງເຈົ້າຂອງເຄື່ອງຈັກທີ່ໃຫ້ມາແມ່ນມີຂໍ້ມູນທີ່ກ່ຽວຂ້ອງກັບໜ່ວຍ​ງານປົກປ້ອງສິ່ງແວດລ້ອມຂອງສະຫະລັດ (US Environmental Protection Agency, EPA) ແລະ ລະບຽບການຄວບຄຸມການປ່ອຍອາຍພິດ​ຂອງຄາລິຟໍເນຍກ່ຽວ​ກັບລະບົບການປ່ອຍອາຍພິດ (California Emission Control Regulation), ການບຳລຸງຮັກສາ ແລະ ການຮັບປະກັນ. ການປ່ຽນແທນທີ່ອາດຈະຖືກສັ່ງຊື້ຜ່ານຜູ້ຜະລິດເຄື່ອງຈັກ.

ຄຳເຕືອນ

CALIFORNIA

ຄຳເຕືອນຂອງກົດໝາຍ Proposition 65

ທໍ່ໄອເສຍເຄື່ອງຈັກນ້ຳມັນກາຊວນ ແລະ ບາງສ່ວນປະກອບຂອງມັນເປັນທີ່ຮູ້ຈັກໃນລັດຄາລີຟໍເນຍ ວ່າເປັນສາເຫດທີ່ກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ ແລະອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຂົ້ວແບດເຕີລີ່, ຂົ້ວໄຟຟ້າ ແລະ ອຸປະກອນທີ່ກ່ຽວຂ້ອງທີ່ມີ ທາດກົ່ວ ແລະ ສ່ວນປະກອບຂອງທາດກົ່ວ, ສານເຄມີທີ່ລັດຄາລີຟໍເນຍ ຮູ້ຈັກດີທີ່ເຮັດໃຫ້ເກີດມະເຮັງແລະ ເປັນອັນຕະລາຍຕໍ່ການຈະເລີນພັນ. ໃຫ້ລ້າງມືຫຼັງຈາກນຳໃຊ້.

ຄວາມປອດໄພ

ເຄື່ອງຈັກນີ້ໄດ້ຖືກອອກແບບໃຫ້ສອດຄ່ອງກັບເງື່ອນ​ໄຂ​ກຳ​ນົດ​ຂອງ SAE J2258 (ພະ​ຈິກ 2016).

ຄວາມປອດໄພທົ່ວໄປ

ຜະລິດຕະພັນນີ້ສາມາດເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສ່ວນ​ຕົວໄດ້. ຕ້ອງປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພທຸກຄັ້ງເພື່ອຫຼີກລ່ຽງການບາດເຈັບສາ​ຫັດ​ຕໍ່​ຕົວ​ເອງ

  • ອ່ານ ແລະ ທຳຄວາມເຂົ້າໃຈເນື້ອໃນຂອງຄູ່ມືຜູ້ໃຊ້ນີ້ກ່ອນທີ່ຈະເລີ່ມຕົ້ນນຳ​ໃຊ້ເຄື່ອງຈັກ. ໃຫ້​ແນ່​ໃຈ​ວ່າ​ທຸກໆ​ຄົນ​ທີ່​ໃຊ້​ຜະ​ລິດ​ຕະ​ພັນ​ນີ້​ຮູ້​ວິ​ທີ​ນຳ​ໃຊ້​ມັນ ແລະ ເຂົ້າ​ໃຈຄຳ​ເຕືອນ​ຕ່າງໆ.

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ນຳ​ໃຊ້ເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ຢ່າວາງມື ຫຼື ຕີນຂອງທ່ານໃກ້ກັບສ່ວນປະກອບທີ່ເຄື່ອນໄຫວຂອງເຄື່ອງຈັກ.

  • ຢ່ານຳ​ໃຊ້ເຄື່ອງຈັກໂດຍບໍ່ມີການປົກປ້ອງຄົບ​ຊຸດ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢູ່ກັບເຄື່ອງຈັກ.

  • ໃຫ້ຄົນຢູ່ໃກ້ຄຽງ, ແລະ ເດັກອອກຈາກພື້ນທີ່ປະຕິບັດງານ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ.

  • ຢຸດ ແລະ ມອດເຄື່ອງຈັກ ແລະ ຖອດກະ​ແຈກ່ອນ​ບໍ​ລິ​ການ​ບຳ​ລຸງ​ຮັກ​ສາ ແລະ ເຕີມ​ນ້ຳ​ມັນ.

ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ Graphic, ເຊິ່ງໝາຍເຖິງຂໍ້ຄວນລະວັງ, ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງ​ກໍ່​ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫລື ເສຍຊີວິດ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending

ການຕັ້ງຄ່າ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແໜ່ງການ​ໃຊ້​ງານປົກກະຕິ.

ການຕິດຕັ້ງພວງມະໄລ

ລຸ້ນ​ຂອງ TC ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ພວງມະໄລ1
  1. ປ່ອຍ​ຫ່ວງ​ຢູ່​ດ້ານ​ຫຼັງ​ຂອງ​ພວງ​ມະ​ໄລ​ທີ່ຍຶດ​ຝາ​ປົກ​ເຄິ່ງ​ກາງ​ໄວ້​ກັບ​ທີ່ ແລະ ເອົາ​ຝາ​ປົກ​ອອກ​ຈາກ​ຈຸດ​ສູນ​ກາງຂອງ​ພວງ​ມະ​ໄລ.

  2. ເອົານັອດລັອກ​ຕົວ​ແມ່ ແລະ ແຫວນ​ຮອງ​ອອກ​ຈາກ​ເພົາ​ພວງ​ມະ​ໄລ.

  3. ເລື່ອນພວງມະໄລ ແລະ ແຫວນ​ຮອງໃສ່ແກນ.

    Note: ຈັດ​ພວງ​ມະ​ໄລ​ໃສ່​ກັບ​ແກນ​ເພື່ອ​ໃຫ້​ຄານ​ຜ່ານ​ຢູ່​ລວງນອນ​ເມື່ອ​ຕີນ​ລົດ​ປິ່ນ​ຊື່​ໄປ​ທາງ​ໜ້າ ແລະ ດິ້ວ​ລໍ້ທີ່​ໜາກວ່າຂອງ​ພວງ​ມະ​ໄລ​ປິ່ນ​ລົງ​ລຸ່ມ.

    Note: ຝາ​ປົກ​ກັນ​ຝຸ່ນ​ຖືກ​ຈັດ​ເຂົ້າຕຳ​ແໜ່ງຫາ​ແກນ​ພວງ​ມະ​ໄລ​ຢູ່​ທີ່​ໂຮງ​ງານ.

  4. ຍຶດຕິດພວງມະໄລໃສ່ກັບແກນດ້ວຍນັອດລັອກຕົວ​ແມ່ ແລະ ບີດນັອດ​ລັອກ​ຕົວ​ແມ່ໃຫ້ໄດ້ 24 ຫາ 29 N∙m (18 ຫາ 22 ft-lb) ດັ່ງ​ສະ​ແດງ​ຢູ່​ໃນ (ຮູບສະແດງ ).

  5. ຈັດຫ່ວງ​ຂອງ​ຝາ​ປົກໃສ່​ໃນ​ຮ່ອງ​ຢູ່​ໃນ​ພວງ​ມະ​ໄລ ແລະ ງັບ​ຝາ​ປົກ​ໃສ່​ຈຸດ​ສູນ​ກາງ​ພວງ​ມະ​ໄລ (ຮູບສະແດງ ).

    artpending

ການຕິດຕັ້ງຄານກັນປີ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຄານກັນປີ້ນ1
ນັອດຕົວຜູ້ຫົວແຜ່ນປິດ (½ x 1-¼ ນິ້ວ)6
  1. ນຳ​ໃຊ້​ນ້ຳ​ຢາ​ທາ​ກຽວ (ສາ​ມາດ​ເອົາ​ອອກ​ບຳລຸງ​ຮັກ​ສາ​ສ້ອມ​ແປງ​ໄດ້) ເກ​ຣດຄວາມ​ແຮງ​ປານ​ກາງ​ໃສ່ກຽວ​ຂອງນັອດຕົວຜູ້ຫົວແຜ່ນປິດ (½ x 1-¼ ນິ້ວ) 6 ນັອດ.

  2. ຈັດລຽງແຕ່ລະດ້ານຂອງຄານກັນປີ້ນດ້ວຍ​ຮູ​ຍຶດຕິດ​ໃນ​ແຕ່​ລະ​ດ້ານ​ຂອງກອບ​ຈັກ (ຮູບສະແດງ ).

    artpending
  3. ຍຶດ​ຂາ​ຍຶດ​ຕິດ​ຄານ​ກັນ​ປີ້ນ​ໃສ່​ກອບ​ຈັກ​ດ້ວຍ​ການ​ໃຊ້ນັອດ​ຕົວ​ຜູ້​ຫົວ​ແຜ່ນ​ປິດ 3 ຕົວ (½ x 1-¼ ນິ້ວ) ໃນ​ແຕ່​ລະ​ດ້ານ (ຮູບສະແດງ ).

  4. ບິດນັອດຕົວຜູ້ຫົວແຜ່ນປິດ (½ x 1-¼ ນິ້ວ) ໃຫ້​ໄດ້ 115 N∙m (85 ft-lb).

ການກວດເບິ່ງລະດັບຂອງ​ແຫຼວ ແລະ ແຮງ​ດັນ​ລົມ​ຢາງ

  1. ກວດເບິ່ງລະດັບນ້ຳມັນເຄື່ອງຈັກກ່ອນ ແລະ ຫຼັງ​ຈາກທີ່ທ່ານຈະຕິດຈັກເທື່ອ​ທຳ​ອິດ; ໃຫ້​ເບິ່ງ .

  2. ກວດເບິ່ງລະດັບນ້ຳມັນຄັນ​ສົ່ງ/ໄຮ​ໂດຼ​ລິກກ່ອນທີ່ທ່ານຈະຕິດຈັກເທື່ອ​ທຳ​ອິດ; ໃຫ້​ເບິ່ງ .

  3. ກວດເບິ່ງລະດັບນ້ຳມັນເບ​ຣກກ່ອນທີ່ທ່ານຈະຕິດຈັກເທື່ອ​ທຳ​ອິດ; ໃຫ້​ເບິ່ງ .

  4. ກວດ​ເບິ່ງ​ຄວາມ​ດັນ​ລົມ​ຢູ່​ໃນ​ຢາງ, ໃຫ້ເບິ່ງ .

ການ​ເຈຍ​ເບ​ຣກ

ເພື່ອ​ຮັບ​ປະ​ກັນປະ​ສິດ​ທິ​ພາບ​ສູງ​ສຸດ​ຂອງ​ລະ​ບົບ​ເບ​ຣກ, ໃຫ້​ຂັດຖູເບ​ຣກ​ກ່ອນ​ການ​ໃຊ້​ງານ.

  1. ເລັ່ງເຄື່ອງ​ຈັກ​ຂຶ້ນເຕັມຄວາມ​ໄວ, ນຳ​ໃຊ້​ເບ​ຣກ​ເພື່ອຈອດ​ເຄື່ອງ​ຈັກຢ່າງ​ໄວໂດຍ​ບໍ່​ຕ້ອງ​ລັອກຢາງ.

  2. ເຮັດ​ຊ້ຳຂັ້ນ​ຕອນ​ດຳ​ເນີນ​ການນີ້ 10 ຄັ້ງ, ລໍຖ້າ 1 ນາ​ທີ​ໃນ​ລະ​ຫວ່າງການ​ຢຸດເພື່ອຫຼີກລ່ຽງ​ການ​ເຮັດ​ໃຫ້​ເບ​ຣກ​ຮ້ອນ​ເກີນ​ໄປ.

    Important: ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້​ມີ​ປະ​ສິດ​ທິ​ພາບ​ທີ່​ສຸດ, ຖ້າ​ເຄື່ອງ​ຈັກໄດ້​ບັນ​ທຸກດ້ວຍນ້ຳ​ໜັກ 454 ກ​ລ (1,000 ປອນ).

ພາບລວມຂອງຜະລິດຕະພັນ

ທຳ​ຄວາມ​ຄຸ້ນ​ເຄີຍ​ກັບ​ທຸກ​ການ​ຄວບ​ຄຸມກ່ອນ​ທ່ານ​ຕິດ​ຈັກ ແລະ ນຳ​ໃຊ້​ເຄື່ອງ​ຈັກ.

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແໜ່ງການ​ໃຊ້​ງານປົກກະຕິ.

ແຜງ​ຄວບ​ຄຸມ

artpending

ແຜ່ນຢຽບຄັນ​ເລັ່ງ

ໃຊ້​ແຜ່ນ​ຢຽບ​ຄັນ​ເລັ່ງ (ຮູບສະແດງ ) ເພື່ອ​ປ່ຽນ​ແປງ​ຄວາມ​ໄວ​ພື້ນ​ດິນ​ຂອງ​ເຄື່ອງ​ຈັກ​ເມື່ອ​ລະ​ບົບ​ຂັບ​ເຄື່ອນ​ໃສ່​ເກຍ​ຢູ່. ການ​ກົດ​ແຜ່ນ​ຢຽບຄັນ​ເລັ່ງ​ລົງເພີ່ມ​ຄວາມ​ໄວຈັກ ແລະ ຄວາມ​ໄວພື້ນ​ດິນ​ຂຶ້ນ. ການປ່ອຍແຜ່ນ​ຢຽບຄັນ​ເລັ່ງຫຼຸດຄວາມ​ໄວຈັກ ແລະ ຄວາມ​ໄວພື້ນ​ດິນລົງ.

artpending

ແຜ່ນຢຽບຄາດ

ທ່ານ​ຕ້ອງກົດ​ແຜ່ນ​ຢຽບ​ຄາດ​ໃຫ້​ຈຳ (ຮູບສະແດງ ) ເພື່ອ​ປ່ອຍ​ຄາດ​ເມື່ອ​ຕິດ​ຈັກ ຫຼື ປ່ຽນ​ເກຍ. ປ່ອຍ​ແຜ່ນ​ຢຽບ​ຢ່າງ​ຄ່ອງ​ຕົວ​ເມື່ອ​ໃສ່​ເກຍ​ຢູ່​ເພື່ອ​ປ້ອງ​ກັນ​ການ​ຫຼຸ້ຍ​ຫ້ຽນ​ທີ່​ບໍ່​ຈຳ​ເປັນ​ຢູ່​ໃນ​ລະ​ບົບ​ເກຍ ແລະ ພາກ​ສ່ວນ​ອື່ນໆ​ທີ່​ກ່ຽວ​ຂ້ອງ.

Important: ຢ່າ​ຂີ່​ຢູ່​ແຜ່ນ​ຢຽບ​ຄາດ​ໃນ​ລະ​ຫວ່າງ​ການ​ໃຊ້​ງານ. ແຜ່ນຢຽບຄາດຕ້ອງ​ຖືກ​ປ່ອຍ​ອອກ​ສຸດ ຫຼື ບໍ່​ດັ່ງ​ນັ້ນ​ຄາດ​ຫຼຸດ, ເຮັດ​ໃຫ້​ເກີດ​ຄວາມ​ຮ້ອນ ແລະ ຫຼຸ້ຍ​ຫ້ຽນ. ຢ່າ​ເຮັດ​ໃຫ້​ເຄື່ອງ​ຈັກ​ຢຸດ​ຢູ່​ເປີ້ນ​ພູ​ດ້ວຍ​ການ​ໃຊ້​ແຜ່ນ​ຢຽບ​ຄາດ. ອາດ​ຈະ​ເກີດ​ມີຄວາມ​ເສຍ​ຫາຍ​ຕໍ່ຄາດ​ໄດ້.

ແປ້ນເບຣກ

ໃຊ້​ແປ້ນ​ເບ​ຣກ​ເພື່ອ​ຢຸດ ຫຼື ຜ່ອນ​ເຄື່ອງຈັກໃຫ້​ຊ້າ​ລົງ (ຮູບສະແດງ ).

ຂໍ້ຄວນລະວັງ

ການ​ໃຊ້ງານ​ເຄື່ອງ​ຈັກ​ທີ່​ມີ​ເບ​ຣກ​ຫ້ຽນ ຫຼື ປັບ​ບໍ່​ຖືກ​ຕ້ອງສາມາດເຮັດໃຫ້ເກີດການບາດເຈັບຕໍ່​ຕົວ​ເອງໄດ້.

ຖ້າ​ແປ້ນ​ເບ​ຣກ​ເສ​ລີ​ໄປ​ພາຍ​ໃນ 25 ມມ (1 ນິ້ວ) ຂອງ​ແຜ່ນ​ພື້ນ​ເຄື່ອງຈັກ, ໃຫ້​ປັບ ຫຼື ສ້ອມ​ແປງ​ເບ​ຣກ.

ຄັນປ່ຽນເກຍ

ກົດແຜ່ນຢຽບຄາດ​ໃຫ້ຈຳ ແລະ ເຄື່ອນ​ຄັນ​ເກຍ ຮູບສະແດງ ໄປ​ຍັງ​ການເລືອກ​ເກຍ​ທີ່​ຕ້ອງ​ການ. ແຜນ​ຜັງຂອງ​ຮູບ​ແບບ​ເກຍແມ່ນໄດ້​ສະ​ແດງຢູ່ລຸ່ມ​ນີ້.

artpending

Important: ຢ່າ​ປ່ຽນ​ຄັນ​ສົ່ງ​ໄປ​ໃສ່​ເກຍຖອຍ ຫຼື ໄປ​ໜ້ານອກ​ຈາກວ່າ​ເຄື່ອງ​ຈັກ​ບໍ່​ມີ​ການ​ເຄື່ອນ​ໄຫວ; ບໍ່​ດັ່ງ​ນັ້ນ​ທ່ານ​ສາ​ມາດ​ເຮັດ​ໃຫ້​ຄັນ​ສົ່ງ​ເພ​ໄດ້.

ຂໍ້ຄວນລະວັງ

ການ​ປ່ຽນ​ເກຍ​ລົງ​ຈາກ​ຄວາມ​ໄວ​ສູງ​ຫຼາຍ​ສາ​ມາດ​ເຮັດ​ໃຫ້​ລໍ້​ຫຼັງ​ຕະ​ລາດ​ໄປ, ເຮັດໃຫ້​ເກີດ​ການ​ສູນ​ເສຍ​ການ​ຄວບ​ຄຸມ​ເຄື່ອງ​ຈັກ​ພ້ອມ​ທັງ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ຄາດ ແລະ/ຫຼື ລະ​ບົບ​ເກຍ.

ປ່ຽນ​ເກຍ​ຢ່າງ​ຄ່ອງ​ຕົວ​ເພື່ອ​ຫຼີກ​ລ່ຽງ​ການ​ບົດ​ເກຍ.

ລັອກ​ເຟືອງ​ທ້າຍ

ລັອກ​ເຟືອງ​ທ້າຍ (ຮູບສະແດງ ) ເຮັດ​ໃຫ້​ແກນ​ຫຼັງ​ລັອກ​ສຳ​ລັບ​ການ​ດຶງ​ເພີ່ມ​ຂຶ້ນ. ທ່ານສາ​ມາດໃສ່​ລັອກ​ເຟືອງ​ທ້າຍເມື່ອເຄື່ອງຈັກຢູ່​ໃນ​ການ​ເຄື່ອນ​ທີ່​ໄດ້.

ເຄື່ອນ​ຄັນ​ໂຍກ​ໄປ​ທາງ​ໜ້າ ແລະ ໄປ​ທາງ​ຂວາ​ເພື່ອ​ໃສ່​ລັອກ.

Note: ຈຳ​ເປັນ​ຕ້ອງ​ມີການ​ເຄື່ອນ​ທີ່​ຂອງ​ເຄື່ອງ​ຈັກ​ບວກ​ໃສ່​ການ​ລ້ຽວ​ເລັກ​ນ້ອຍເພື່ອໃສ່ ຫຼື ປົດ​ລັອກ​ເຟືອງ​ທ້າຍ.

ຂໍ້ຄວນລະວັງ

ການ​ລ້ຽວ​ດ້ວຍ​ການ​ໃສ່​ລັອກ​ເຟືອງ​ທ້າຍ​ສາ​ມາດ​ເຮັດໃຫ້​ເກີດ​ການ​ສູນ​ເສຍ​ການ​ຄວບ​ຄຸມເຄື່ອງຈັກ​ໄດ້.

ຢ່າໃຊ້​ງານ​ເຄື່ອງ​ຈັກ​ດ້ວຍ​ທີ່​ມີ​ໃສ່​ລັອກ​ເຟືອງ​ທ້າຍ​ຢູ່​ເມື່ອ​ເຮັດ​ລ້ຽວ​ຄືນ​ທັນ​ທີ ຫຼື ດ້ວຍ​ຄວາມ​ໄວ​ສູງ; ໃຫ້​ເບິ່ງ .

artpending

ຄັນເບຣກມື

ທຸກ​ຄັ້ງ​ທີ່​ທ່ານມອດ​ຈັກ, ໃຫ້​ໃສ່​ເບ​ຣກ​ມື (ຮູບສະແດງ ) ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຄື່ອງ​ຈັກ​ໄຫຼ​ໄປ​ໂດຍບັງ​ເອີນ.

  • ເພື່ອໃສ່ເບ​ຣກມື, ດຶງ​ຄັນ​ເບ​ຣກ​ມື​ກັບ​ຫຼັງ.

  • ເພື່ອປົດເບ​ຣກມື, ຊຸກຄັນ​ເບ​ຣກ​ມືໄປ​ໜ້າ.

    Note: ປົດເບຣກມືກ່ອນທີ່​ຈະ​ເຄື່ອນ​ຍ້າຍເຄື່ອງ​ຈັກ.

ຖ້າ​ທ່ານ​ຈອດ​ເຄື່ອງ​ຈັກ​ໄວ້​ຢູ່​ເທິງ​ບ່ອນ​ຄ້ອຍ​ຊັນ, ໃຫ້​ໃສ່​ເບ​ຣກ​ມື, ຍ້າຍ​ລະ​ບົບ​ເກຍ​ໄປ​ໃສ່​ເກຍທີ​ໜຶ່ງໃນ​ບ່ອນຂຶ້ນ​ຄ້ອຍ ຫຼື ໃສ່​ເກຍຖອຍໃນ​ບ່ອນ​ລົງ​ຄ້ອຍ ແລະ ວາງ​ໄມ້​ຕັນໃສ່​ຢູ່​ດ້ານ​ລົງຄ້ອຍ​ຂອງ​ລໍ້.

ຄັນ​ໂຍກຍົກໄຮ​ໂດຼ​ລິກ

ຕົວຍົກ​ໄຮ​ໂດຼ​ລິກຍົກ​ຮາງ​ຂຶ້ນ ຫຼື ປ່ອຍ​ລົງ. ເຄື່ອນ​ມັນ​ກັບ​ຫຼັງ​ເພື່ອ​ຍົກ​ຮາງ​ຂຶ້ນ ແລະ ໄປ​ທາງໜ້າ​ເພື່ອ​ປ່ອຍ​ມັນ​ລົງ (ຮູບສະແດງ ).

Important: ເມື່ອ​ປ່ອຍ​ຮາງຕ່ຳ​ລົງ, ຖື​ຄັນ​ໂຍກ​ໄວ້​ຕຳ​ແໜ່ງ​ໄປ​ທາງ​ໜ້າ​ເປັນ​ເວ​ລາ 1 ຫາ 2 ວິ​ນາ​ທີ​ຫຼັງ​ຈາກ​ຖານ​ສຳ​ຜັດ​ກັບ​ກອບ​ເພື່ອ​ຍຶດ​ມັນ​ຢູ່​ໃນ​ຕ່ຳ​ແໜ່ງ​ປ່ອຍ​ຕ່ຳ​ລົງ​ແລ້ວ. ຢ່າ​ຖື​ຕົວ​ຍົກ​ໄຮ​ໂດຼ​ລິກ​ຢູ່​ໃນ​ຕຳ​ແໜ່ງ​ຍົກ​ຂຶ້ນ ຫຼື ປ່ອຍ​ຕ່ຳ​ລົງ​ເປັນ​ເວ​ລາ​ຫຼາຍກວ່າ 5 ວິ​ນາ​ທີ, ເມື່ອ​ລູກ​ສູບໄປ​ຈຳ​ບ່ອນ​ໄປ​ຂອງ​ພວກ​ມັນ.

ລັອກຍົກໄຮ​ໂດຼ​ລິກ

ລັອກຍົກໄຮ​ໂດຼ​ລິກຍຶດ​ຄັນ​ໂຍກ​ຍົກ​ເພື່ອ​ທີ່​ລູກ​ສູບ​ໄຮ​ໂດຼ​ລິກ​ບໍ່​ເຮັດ​ວຽກ​ເມື່ອເຄື່ອງ​ຈັກ​ບໍ່​ມີ​ຮາງຕິດ​ຕັ້ງ​ມາ​ນຳ (ຮູບສະແດງ ). ມັນ​ຍັງ​ລັອກ​ຄັນ​ໂຍກ​ຍົກ​ຢູ່​ໃນ​ຕຳ​ແໜ່ງເປີດເມື່ອ​ໃຊ້​ໄຮ​ໂດຼ​ລິກ​ສຳ​ລັບ​ສິ່ງ​ທີ່​ຕິດ​ມາ​ນຳ.

ຕົວ​ປ່ຽນ​ເກຍລະ​ດັບສູງ-ຕ່ຳ

ຕົວ​ປ່ຽນ​ເກຍລະ​ດັບສູງ-ຕ່ຳເພີ່ມ​ຄວາມ​ໄວ​ເພີ່ມ​ເຕີມ 3 ລະ​ດັບ​ສຳ​ລັບ​ການ​ຄວບ​ຄຸມ​ຄວາມ​ໄວ​ທີ່​ແມ່ນ​ຢຳ (ຮູບສະແດງ ):

  • ທ່ານ​ຕ້ອງ​ຢຸດ​ເຄື່ອງ​ຈັກ​ໃຫ້​ນິ່ງ​ກ່ອນ​ປ່ຽນ​ເກຍ​ລະ​ຫວ່າງ​ລະ​ດັບສູງ ແລະ ຕ່ຳ.

  • ປ່ຽນ​ຢູ່​ໃນ​ພື້ນ​ບ່ອນ​ພຽງ​ໄດ້​ລະ​ດັບ​ເທົ່າ​ນັ້ນ.

  • ກົດ​ແຜ່ນ​ຢຽບ​ຄາດ​ລົງ​ໃຫ້​ສຸດ.

  • ເຄື່ອນ​ຄັນ​ໂຍກ​ໄປ​ໜ້າ​ຈົນ​ສຸດ​ສຳລັບ ສູງ ແລະ ກັບຫຼັງ​ຈົນ​ສຸດ​ສຳ​ລັບ ຕ່ຳ.

ລະ​ດັບສູງ—ສຳ​ລັບ​ການ​ຂັບ​ຂີ່​ດ້ວຍ​ຄວາມ​ໄວ​ສູງ​ຂຶ້ນ​ໃນ​ພື້ນ​ພຽງ​ແຫ້ງ​ໂດຍ​ມີ​ການ​ບັນ​ທຸກ​ເລັກ​ນ້ອຍ.

ລະ​ດັບຕ່ຳ—ສຳ​ລັບ​ການ​ຂັບ​ຂີ່​ຄວາມ​ໄວ​ຕ່ຳ. ໃຊ້​ລະ​ດັບ​ນີ້​ເມື່ອ​ແຮງກວ່າ​ພະ​ລັງ​ງານ​ປົກ​ກະ​ຕິ ຫຼື ຈຳ​ເປັນ​ຕ້ອງ​ມີ​ການ​ຄວບ​ຄຸມ. ຕົວ​ຢ່າງ: ບ່ອນ​ຄ້ອຍ​ຊັນ, ໜ້າ​ດິນ​ມີ​ຄວາມ​ຍາກ, ບັນ​ທຸກ​ໜັກ, ຄວາມ​ໄວ​ຕ່ຳ, ແຕ່​ຄວາມ​ໄວ​ຈັກ​ສູງ (ການ​ສີດ​ພົ່ນ).

Important: ມີ​ທີ່​ຕັ້ງ​ໜຶ່ງ​ລະ​ຫວ່າງສູງ ແລະ ຕ່ຳທີ່​ຄັນ​ສົ່ງ​ບໍ່​ຢູ່​ໃນ​ລະ​ດັບ​ໃດ ຢ່າ​ໃຊ້​ຕຳ​ແໜ່ງ​ນີ້​ເປັນ​ຕຳ​ແໜ່ງເກຍ​ຫວ່າງເນື່ອງ​ຈາກ​ເຄື່ອງ​ຈັກ​ສາ​ມາດ​ເຄື່ອນ​ໄດ້​ໂດຍ​ບໍ່​ຄາດ​ຄິດ, ຖ້າ​ຕົວ​ປ່ຽນ​ເກຍ​ສູງ-ຕ່ຳ​ຖືກ​ຕຳ ແລະ ຄັນປ່ຽນເກຍຢູ່​ໃນ​ເກຍ.

ປຸ່ມຂັບ​ເຄື່ອນ 4 ລໍ້

ລຸ້ນຂັບ​ເຄື່ອນ 4 ລໍ້​ເທົ່າ​ນັ້ນ

ເພື່ອ​ໃສ່​ການ​ຂັບ​ເຄື່ອນ 4 ລໍ້​ເອົາ​ເອງ, ກົດ​ປຸ່ມ 4WD (ຮູບສະແດງ ) ຢູ່​ຕູ້​ຄວບ​ຄຸມ​ເຄິ່ງ​ກາງ​ຄ້າງ​ໄວ້​ໃນ​ຂະ​ນະ​ທີ່​ພາ​ຫະ​ນະ​ຢູ່​ໃນ​ການ​ເຄື່ອນ​ໄຫວ ແລະ ໃສ່ການ​ຂັບ​ເຄື່ອນ 4 ລໍ້​ແລ້ວ.

ສະວິດກະແຈ

ໃຊ້ສະ​ວິດກະ​ແຈ (ຮູບສະແດງ ) ເພື່ອຕິດ​ຈັກ ແລະ ມອດ​ຈັກ.

ສະວິດກະແຈມີ 3 ຕຳແໜ່ງ: ມອດ, ເປີດ ແລະ ຕິດ​ຈັກ. ໝູນສະ​ວິດ​ກະ​ແຈ​ໄປ​ຕາມ​ທິດ​ເຂັມ​ໂມງ​ຫາ​ຕຳ​ແໜ່ງຕິດ​ຈັກເພື່ອ​ເປີດມໍ​ເຕີ​ເຄື່ອງ​ຕິດ​ຈັກ. ປ່ອຍ​ສະ​ວິດກະ​ແຈອອກເມື່ອຈັກຕິດແລ້ວ. ສະ​ວິດກະ​ແຈບິດໄປທີ່ຕຳແໜ່ງເປີດໂດຍ​ອັດ​ຕະ​ໂນ​ມັດ.

ເພື່ອມອດຈັກ, ໝູນ​ສະ​ວິດກະ​ແຈ​ໄປຕາມ​ທິດ​ທວນ​ເຂັມ​ໂມງ​ຫາຕຳ​ແໜ່ງ ມອດ .

ເຄື່ອງວັດ​ແທກຊົ່ວໂມງ

ເຄື່ອງວັດ​ແທກຊົ່ວໂມງສະແດງເຖິງຊົ່ວໂມງທັງໝົດຂອງການເຮັດວຽກຂອງເຄື່ອງຈັກ. ເຄື່ອງວັດ​ແທກ​ຊົ່ວ​ໂມງ (ຮູບສະແດງ ) ເລີ່ມ​ຕົ້ນ​ເຮັດ​ໜ້າ​ທີ່​ເມື່ອ​ທ່ານ​ບິດສະ​ວິດ​ກະ​ແຈ​ໄປ​ສູ່​ຕຳ​ແໜ່ງເປີດ ຫຼື ຖ້າ​ຈັກ​ກຳ​ລັງ​ຕິດ​ຢູ່.

ສະ​ວິດນັອດ​ລັອກ​ຕົວ​ແມ່​ສູງ​ທີ​ສາມ

ເຄື່ອນສະ​ວິດນັອດ​ລັອກ​ຕົວ​ແມ່​ສູງ​ທີ​ສາມ (ຮູບສະແດງ ) ໄປ​ຫາ​ຕຳ​ແໜ່ງ ຊ້າ ແລະ ຖອດ​ກະ​ແຈ​ອອກ​ເພື່ອ​ປ້ອງ​ກັນ​ການ​ນຳ​ໃຊ້​ເກຍ​ທີ​ສາມ​ເມື່ອ​ຢູ່​ໃນ​ລະ​ດັບສູງ. ຈັກ​ມອດ, ຖ້າ​ຄັນ​ປ່ຽນ​ເກຍ​ເຄື່ອນ​ໄປ​ຫາ​ເກຍ​ທີ​ສາມ​ເມື່ອ​ຢູ່​ໃນ​ລະ​ດັບສູງ.

Note: ກະ​ແຈ​ສາ​ມາດ​ຖອດດ​ອອກ​ໄດ້​ຢູ່​ໃນ​ຕຳ​ແໜ່ງ​ໃດໆ.

ສະວິດໄຟ

ກົດ​ສະ​ວິດ​ໄຟ (ຮູບສະແດງ ) ເພື່ອ​ສະ​ຫຼັບ​ເປີດ ຫຼື ມອດ​ໄຟ​ໜ້າ.

ໄຟ​ເຕືອນ​ແຮງດັນນ້ຳ​ມັນເຄື່ອງ

ໄຟເຕືອນແຮງດັນນໍ້າມັນ (ຮູບສະແດງ ) ຮຸ່ງ​ຂຶ້ນ, ຖ້າຄວາມດັນຂອງນ້ຳມັນເຄື່ອງຈັກຫຼຸດລົງຕໍ່າກວ່າລະດັບທີ່ປອດໄພໃນ​ຂະ​ນະ​ທີ່​ຈັກ​ກຳ​ລັງ​ຕິດ​ຢູ່.

Important: ຖ້າ​ໄຟ​ກະ​ພິບ ຫຼື ຍັງ​ເປີດ​ຢູ່, ໃຫ້ຢຸດ​ເຄື່ອງ​ຈັກ, ມອດ​ຈັກ ແລະ ກວດເບິ່ງລະ​ດັບ​ນ້ຳມັນ​ເຄື່ອງຈັກ. ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຈັກ​ຕ່ຳ, ແຕ່​ການ​ເຕີມ​ນ້ຳ​ມັນ​ເຄື່ອງ​ຈັກ​ໃສ່​ບໍ່​ເຮັດ​ໃຫ້​ໄຟ​ມອດ​ເມື່ອ​ຈັກ​ຕິດ​ແລ້ວ, ໃຫ້​ມອດ​ຈັກ​ທັນ​ທີ ແລະ ຕິດ​ຕໍ່​ຫາ​ຕົວ​ແທນ​ຈຳ​ໜ່າຍ​ບໍ​ລິ​ການ​ທີ່​ໄດ້​ຮັບ​ອະ​ນຸ​ມັດ​ຂອງ​ທ່ານ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ.

ກວດເບິ່ງ​ການເຮັດວຽກຂອງໄຟ​ເຕືອນ​ດັ່ງ​ນີ້:

  1. ໃສ່​ເບ​ຣກມື.

  2. ບິດສະ​ວິດ​ກະແຈໄປທີ່ຕໍາແໜ່ງເປີດ/ອຸ່ນ​ຈັກ, ແຕ່ຢ່າຕິດຈັກ.

    Note: ໄຟແຮງດັນນໍ້າມັນເຄື່ອງ​ຄວນ​ຈະ​ຮຸ່ງ​ເປັນ​ສີແດງ. ຖ້າ​ໄຟ​ບໍ່​ເຮັດ​ວຽກ, ດອກ​ໄຟ​ອາດ​ຈະ​ຂາດ ຫຼື ມີ​ຄວາມ​ຂັດ​ຂ້ອງ​ຢູ່​ໃນ​ລະ​ບົບ​ທີ່​ທ່ານ​ຕ້ອງ​ໄດ້​ສ້ອມ​ແປງ.

    Note: ຖ້າ​ຈັກ​ຫາ​ກໍ່​ມອດ, ມັນ​ອາດ​ຈະ​ໃຊ້​ເວ​ລາ 1 ຫາ 2 ນາ​ທີເພື່ອ​ໃຫ້ກັບ​ມາ​ຮຸ່ງ.

ໄຟຕົວຊີ້ບອກຫົວເຜົາ

ຕົວ​ຊີ້ບອກສະຖານະຫົວ​ເຜົາ (ຮູບສະແດງ ) ຮຸ່ງ​ເປັນ​ສີ​ແດງເມື່ອຫົວເຜົາ​ຖືກ​ກະ​ຕຸ້ນ​ເຮັດ​ວຽກ.

Important: ໄຟຕົວຊີ້ບອກຫົວເຜົາເປີດ​ຂຶ້ນ​ເປັນ​ເວ​ລາ​ເພີ່ມ​ເຕີມ​ອີກ 15 ວິ​ນາ​ທີ​ເມື່ອ​ສະ​ວິດ​ກັບ​ຄືນ​ໄປ​ຫາ​ຕຳ​ແໜ່ງຕິດ​ຈັກ.

ເຄື່ອງວັດ​ແທກ ແລະ ໄຟເຕືອນອຸນຫະພູມນ້ຳ​ຢາທຳ​ຄວາມ​ເຢັນເຄື່ອງຈັກ

ເຄື່ອງວັດ​ແທກ ແລະ ໄຟເຕືອນອຸນຫະພູມນ້ຳ​ຢາທຳ​ຄວາມ​ເຢັນເຄື່ອງຈັກບັນ​ທຶກ​ອຸນ​ຫະ​ພູມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ເຄື່ອງ​ຈັກ​ຢູ່​ໃນ​ຈັກ ແລະ ເຮັດ​ວຽກ​ພຽງ​ແຕ່​ເມື່ອ​ສະ​ວິດ​ກະ​ແຈ​ຢູ່​ໃນ​ຕຳ​ແໜ່ງເປີດເທົ່າ​ນັ້ນ (ຮູບສະແດງ ). ໄຟ​ຕົວ​ຊີ້ບອກກະ​ພິບ​ເປັນ​ສີ​ແດງ, ຖ້າ​ຈັກ​ຮ້ອນ​ເກີນ​ໄປ.

ຕົວ​ຊີ້ບອກ​ການສາກ

ຕົວ​ຊີ້ບອກ​ການສາກຮຸ່ງ​ຂຶ້ນ​ເມື່ອ​ແບັດ​ເຕີ​ຣີບໍ່​ສາກ. ຖ້າ​ໄຟ​ຮຸ່ງ​ໃນ​ລະ​ຫວ່າງ​ການ​ດຳ​ເນີນ​ການ, ໃຫ້​ມອດ​ຈັກ ແລະ ກວດ​ເບິ່ງ​ສາ​ເຫດ​ທີ່​ເປັນ​ໄປ​ໄດ້​ເຊັ່ນ: ສາຍພານໄດປັ່ນໄຟ (ຮູບສະແດງ ).

Important: ຖ້າ​ສາຍ​ພານ​ໄດ​ປັ່ນ​ໄຟ​ຫຼວມ ຫຼື ຂາດ, ຢ່າ​ໃຊ້​ງານ​ເຄື່ອງ​ຈັກ​ຈົນ​ກວ່າ​ມີ​ການ​ປັບ ຫຼື ສ້ອມ​ແປງ​ສຳ​ເລັດ. ການບໍ່ປະຕິບັດຕາມຂໍ້​ຄວນ​ລະ​ວັງ​ນີ້ນີ້ອາດຈະເຮັດ​ໃຫ້​ເກີດຄວາມເສຍຫາຍກັບເຄື່ອງຈັກ.

ກວດເບິ່ງ​ການເຮັດວຽກຂອງໄຟ​ເຕືອນ​ດັ່ງ​ນີ້:

  • ໃສ່​ເບ​ຣກມື.

  • ບິດສະ​ວິດ​ກະແຈໄປທີ່ຕໍາແໜ່ງເປີດ/ອຸ່ນ​ຈັກ, ແຕ່ຢ່າຕິດຈັກ. ໄຟ​ອຸນ​ຫະ​ພູມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ເຄື່ອງ​ຈັກ, ຕົວ​ຊີ້ບອກ​ການສາກ ແລະ ໄຟແຮງດັນນໍ້າມັນເຄື່ອງ​ຄວນ​ຈະ​ຮຸ່ງ. ຖ້າ​ໄຟໃດ​ໜຶ່ງ​ບໍ່​ເຮັດ​ວຽກ, ດອກ​ໄຟ​ອາດ​ຈະ​ຂາດ ຫຼື ມີ​ຄວາມ​ຂັດ​ຂ້ອງ​ຢູ່​ໃນ​ລະ​ບົບ​ທີ່​ທ່ານ​ຕ້ອງ​ໄດ້​ສ້ອມ​ແປງ.

ມາດວັດນໍ້າມັນເຊື້ອໄຟ

ມາດວັດນໍ້າມັນເຊື້ອໄຟສະ​ແດງປະ​ລິ​ມານ​ນ້ຳ​ມັນ​ຢູ່​ໃນ​ຖັງ. ມັນ​ສະ​ແດງ​ຜົນ​ພຽງ​ແຕ່​ເມື່ອ​ສະ​ວິດ​ກະ​ແຈ​ຢູ່​ໃນ​ຕຳ​ແໜ່ງເປີດເທົ່າ​ນັ້ນ (ຮູບສະແດງ ). ພາກ​ສ່ວນ​ສີ​ແດງ​ຂອງ​ການ​ສະ​ແດງ​ຜົນ​ຊີ້ບອກ​ລະ​ດັບ​ນ້ຳ​ມັນ​ມີ​ໜ້ອຍ ແລະ ໄຟ​ສີ​ແດງ​ກະ​ພິບ​ຊີ້ບອກວ່າ​ນ້ຳ​ມັນ​ຢູ່​ໃນ​ຖັງ​ໃກ້​ຈະ​ໝົດ.

ສະວິດຂັບ​ເຄື່ອນ 4 ລໍ້

ລຸ້ນຂັບ​ເຄື່ອນ 4 ລໍ້​ເທົ່າ​ນັ້ນ

ເມື່ອ​ສະ​ວິດ 4WD (ຮູບສະແດງ ) ເປີດ, ເຄື່ອງ​ຈັກ​ໃສ່​ການ​ຂັບ​ເຄື່ອນ 4 ລໍ້ໂດຍ​ອັດ​ຕະ​ໂນ​ມັດ, ຖ້າ​ເຊັນເຊີ​ກວດ​ພົບ​ລໍ້​ຫຼັງ​ກຳ​ລັງ​ປິ່ນ​ຢ່າງ​ເສ​ລີ. ເມື່ອ​ໃສ່​ການ​ຂັບ​ເຄື່ອນ 4 ລໍ້, ໄຟສະ​ວິດ 4WD ເປີດ​ຂຶ້ນ.

4WD ເຮັດ​ວຽກ​ພຽງ​ແຕ່​ຢູ່​ໃນ​ທິດ​ທາງ​ໄປ​ທາງ​ໜ້າ​ຢູ່​ໃນ​ໂໝດອັດ​ຕະ​ໂນ​ມັດເທົ່າ​ນັ້ນ. ຖ້າ​ທ່ານ​ຕ້ອງ​ການ​ໃຫ້​ມັນ​ຢູ່​ໃນຖອຍ​ຫຼັງ, ກົດ​ປຸ່ມ 4W.

ສະ​ວິດໄຮ​ໂດຼ​ລິກ​ໄຫຼ​ແຮງ

ລຸ້ນ​ຂອງ TC ເທົ່າ​ນັ້ນ

ເປີດ​ສະ​ວິດ​ເພື່ອ​ເປີດ​ນຳ​ໃຊ້​ໄຮ​ໂດຼ​ລິກ​ໄຫຼ​ແຮງ (ຮູບສະແດງ ).

ປຸ່ມແກ

ລຸ້ນ​ຂອງ TC ເທົ່າ​ນັ້ນ

ການ​ກົດ​ປຸ່ມ​ແກເປີດ​ນຳ​ໃຊ້​ແກ (ຮູບສະແດງ ). ກົດ​ປຸ່ມ​ແກເພື່ອ​ສົ່ງ​ສຽງ​ແກ.

ເຄື່ອງວັດ​ແທກ​ຄວາມ​ໄວ

ເຄື່ອງວັດ​ແທກ​ຄວາມ​ໄວ​ສະ​ແດງ​ຜົນ​ຄວາມ​ໄວ​ຂອງ​ຈັກ (ຮູບສະແດງ ແລະ ຮູບສະແດງ ).

Note: ຮູບ​ສາມ​ແຈ​ສີ​ຂາວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ​ຈັກ​ທີ່​ຕ້ອງ​ການ​ສຳ​ລັບ​ການ​ໃຊ້​ງານ PTO 540 ຮອບ​ຕໍ່​ນາ​ທີ.

artpending

ເຄື່ອງ​ບັນ​ທຶກ​ຄວາມ​ໄວ

ເຄື່ອງ​ບັນ​ທຶກ​ຄວາມ​ໄວ​ບັນ​ທຶກ​ຄວາມ​ໄວ​ພື້ນ​ດິນ​ຂອງ​ເຄື່ອງ​ຈັກ (ຮູບສະແດງ ). ເຄື່ອງບັນ​ທຶກ​ຄວາມ​ໄວ​ແມ່ນ​ເປັນ​ໄມ​ຕໍ່​ຊົ່ວ​ໂມງ, ແຕ່​ທ່ານ​ສາ​ມາດ​ປ່ຽນ​ມັນ​ເປັນ ກມ/ຊມ ໄດ້​ງ່າຍໆ, ໃຫ້​ເບິ່ງ .

ຈຸດພະລັງງານ

ໃຊ້​ຈຸດ​ພະ​ລັງ​ງານ (ຮູບສະແດງ ) ເພື່ອ​ໃຫ້​ພະ​ລັງ​ງານ​ແກ່​ອຸ​ປະ​ກອນ​ເສີມ​ໄຟ​ຟ້າ 12 V ທາງ​ເລືອກ.

ມື​ຈັບຂອງຜູ້​ໂດຍ​ສານ

ມື​ຈັບ​ຂອງ​ຜູ້​ໂດຍ​ສານ​ຕັ້ງ​ຢູ່​ໃນ​ແຜງ​ໜ້າ​ປັດ (ຮູບສະແດງ ).

artpending

ຄັນໂຍກດັດປັບບ່ອນນັ່ງ

ທ່ານ​ສາ​ມາດ​ປັບ​ບ່ອນ​ນັ່ງ​ໄປ​ທາງ​ໜ້າ ແລະ ກັບ​ຄືນ​ຫຼັງ​ເພື່ອ​ຄວາມ​ສະ​ດວກ​ສະ​ບາຍ​ຂອງ​ທ່ານ​ໄດ້ (ຮູບສະແດງ ).

artpending

Note: ຂໍ້ກຳ​ນົດ​ສະ​ເພາະ ແລະ ການອອກແບບແມ່ນມີການປ່ຽນແປງໂດຍບໍ່ຕ້ອງແຈ້ງ.

ຄວາມກວ້າງ​ໂດຍ​ລວມ160 ຊມ (63 ນິ້ວ)
ຄວາມຍາວ​ໂດຍ​ລວມໂດຍ​ບໍ່​ມີ​ຮາງ: 326 ຊມ (128 ນິ້ວ)
ມີ​ຮາງເຕັມ: 331 ຊມ (130 ນິ້ວ)
ມີ​ຮາງ ⅔ ຢູ່ບ່ອນ​ຍຶດ​ຕິດ​ດ້ານ​ຫຼັງ: 346 ຊມ (136 ນິ້ວ)
ນ້ຳ​ໜັກ​ຖານ (ແຫ້ງ)ລຸ້ນ 07385: 887 ກ​ລ (1,956 ປອນ)
ລຸ້ນ 07385H: 887 ກ​ລ (1,956 ປອນ)
ລຸ້ນ 07385TC: 924 ກ​ລ (2,037 ປອນ)
ລຸ້ນ 07387: 914 ກ​ລ (2,015 ປອນ)
ລຸ້ນ 07387H: 914 ກ​ລ (2,015 ປອນ)
ລຸ້ນ 07387TC: 951 ກ​ລ (2,096 ປອນ)
ຄວາມ​ຈຸ​ຕາມ​ອັດ​ຕາ (ລວມ​ມີ​ຜູ້​ຂັບ​ຂີ່ 91 ກ​ລ (200 ປອນ), ຜູ້​ໂດຍ​ສານ 91 ກ​ລ (200 ປອນ) ແລະ ສິ່ງ​ທີ່​ຕິດ​ມາ​ນຳ​ບັນ​ທຸກ​ໃສ່)ລຸ້ນ 07385: 1471 ກ​ລ (3,244 ປອນ)
ລຸ້ນ 07385TC: 1435 ກ​ລ (3,163 ປອນ)
ລຸ້ນ 07387: 1445 ກ​ລ (3,185 ປອນ)
ລຸ້ນ 07387TC: 1408 ກ​ລ (3,104 ປອນ)
ນ້ຳ​ໜັກ​ພາ​ຫະ​ນະ​ທັງ​ໝົດ​ສູງ​ສຸດ (GVW)2359 ກ​ລ (5,200 ປອນ)
ຄວາມ​ຈຸ​ລາກ​ແກ່ນ້ຳ​ໜັກ​ສ່ວນ​ທ້າຍ: 272 ກ​ລ (600 ປອນ)
ນ້ຳ​ໜັກ​ລົດ​ລາກ​ສູງ​ສຸດ: 1587 ກ​ລ (3,500 ປອນ)
ຄວາມ​ສູງຫ່າງ​ຈາກ​ພື້ນ​ດິນ18 ຊມ (7 ນິ້ວ) ໂດຍ​ບໍ່​ມີ​ການ​ບັນ​ທຸກ
ຖານລໍ້ລົດ118 ຊມ (70 ນິ້ວ)
ດອກ​ຢາງ​ລໍ້ (ເສັ້ນ​ກາງ​ຫາ​ເສັ້ນ​ກາງ)ດ້ານ​ໜ້າ: 117 ຊມ (46 ນິ້ວ)
ດ້ານ​ຫຼັງ: 121 ຊມ (48 ນິ້ວ)
ລວງສູງ191 ຊມ (75 ນິ້ວ) ໄປ​ຫາ​ດ້ານ​ເທິງ​ຂອງ​ຄານ​ກັ້ນ​ປີ້ນ

ສິ່ງທີ່ຕິດມານຳ/ອຸປະກອນເສີມ

ການຄັດເລືອກສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ໄດ້ຮັບການອະ​ນຸ​ມັດຈາກ Toro ແມ່ນມີໃຫ້ໃຊ້ກັບເຄື່ອງຈັກເພື່ອຍົກ​ລະ​ດັບ ແລະ ຂະຫຍາຍຄວາມສາມາດຂອງມັນ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຕົວແທນຈຳໜ່າຍ ຫຼື ເຂົ້າໄປທີ່ www.Toro.com ສຳລັບລາຍຊື່ສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ຖືກອະນຸມັດທັງໝົດ.

ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ ແລະ ການຢັ້ງຢືນຄວາມປອດໄພຂອງເຄື່ອງຈັກຢ່າງຕໍ່ເນື່ອງ, ໃຫ້ນຳໃຊ້ແຕ່ອາໄຫຼ່ ແລະ ອຸປະກອນປ່ຽນຖ່າຍຂອງ Toro ເທົ່ານັ້ນ. ອາໄຫຼ່ປ່ຽນ​ຖ່າຍ ແລະ ອຸປະກອນເສີມທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ, ແລະ ການນຳໃຊ້ດັ່ງກ່າວອາດເຮັດໃຫ້ການຄ້ຳປະກັນຂອງສິນຄ້າເປັນໂມຄະ.

ການປະຕິບັດງານ

ກ່ອນການປະຕິບັດງານ

ຄວາມປອດໄພກ່ອນການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ຢ່າປ່ອຍໃຫ້ເດັກນ້ອຍ ຫຼື ຄົນທີ່ບໍ່ໄດ້ຮັບການຝຶກອົບຮົມເຮັດວຽກ ຫຼື ພິ​ການ​ທາງ​ດ້ານ​ຮ່າງ​ກາຍ​ນຳ​ໃຊ້ ຫຼື ບຳ​ລຸງ​ຮັກ​ສາສ້ອມ​ແປງເຄື່ອງຈັກ. ລະບຽບການໃນທ້ອງຖິ່ນອາດຈະຈຳກັດອາຍຸຂອງຜູ້ນຳ​ໃຊ້. ເຈົ້າຂອງມີ​ຄວາມຮັບຜິດຊອບໃນການຝຶກອົບຮົມຜູ້ປະຕິບັດການ ແລະ ຊ່າງກົນຈັກທັງໝົດ.

  • ທຳຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງອຸປະກອນ, ການຄວບຄຸມຂອງຜູ້​ນຳ​ໃຊ້ ແລະ ປ້າຍສັນຍານຄວາມປອດໄພ.

  • ມອດຈັກ, ຖອດກະແຈ (ຖ້າມີ) ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

  • ຮູ້ວິທີການຢຸດ ແລະ ມອດຈັກຢ່າງໄວວາ.

  • ໃຫ້​ແນ່​ໃຈ​ວ່າ​ບໍ່​ມີ​ຜູ້​ຢູ່​ໃນ (ທ່ານ ແລະ ຜູ້​ໂດຍ​ສານ​ຂອງ​ທ່ານ) ເກີນກວ່າ​ຈຳ​ນວນ​ຂອງ​ມື​ຈັບ​ທີ່​ຕິດ​ຕັ້ງ​ມາ​ກັບ​ເຄື່ອງ​ຈັກ.

  • ກວດ​ເບິ່ງວ່າອຸ​ປະ​ກອນ​ຄວາມ​ປອດ​ໄພ ແລະ ປ້າຍ​ສະ​ຫຼາກ​ທັງ​ໝົດ​ຢູ່​ກັບ​ທີ່. ສ້ອມ​ແປງ ຫຼື ປ່ຽນ​ອຸ​ປະ​ກອນ​ຄວາມ​ປອດ​ໄພ​ທັງ​ໝົດ ແລະ ປ່ຽນ​ປ້າຍ​ສະ​ຫຼາກ​ທຸກ​ອັນ​ທີ່​ອ່ານ​ບໍ່​ອອກ ຫຼື ຫາຍ​ໄປ. ຢ່າ​ນຳໃຊ້ເຄື່ອງ​ຈັກ​ນອກ​ຈາກວ່າ​ພວກ​ມັນປະ​ກົດ​ຕົວ ແລະ ນຳ​ໃຊ້​ໄດ້​ປົກ​ກະ​ຕິ.

ຄວາມປອດໄພຂອງນໍ້າມັນເຊື້ອໄຟ

  • ໃຊ້ຄວາມລະມັດລະວັງທີ່ສຸດໃນການຈັດການກັບນໍ້າມັນເຊື້ອໄຟ. ມັນໄວໄຟ ແລະ ອາຍແກັສຂອງມັນລະເບີດໄດ້.

  • ມອດຢາສູບ, ຊິກາ, ບັ້ງສູບຢາ ແລະ ແຫຼ່ງອື່ນໆທີ່ສາມາດຈຸດໄຟໄດ້.

  • ໃຊ້ຖັງນໍ້າມັນເຊື້ອໄຟທີ່ອະນຸມັດໃຫ້ເທົ່ານັ້ນ.

  • ຢ່າເປີດຝາປິດນໍ້າມັນເຊື້ອໄຟ ຫຼື ເຕີມນໍ້າມັນເຊື້ອໄຟໃນຂະນະທີ່ເຄື່ອງຈັກກຳລັງແລ່ນ ຫຼື ຮ້ອນ.

  • ຢ່າເຕີມ ຫຼື ເທນ້ຳມັນເຊື້ອໄຟອອກ​ຢູ່ໃນບ່ອນທີ່ປິດ.

  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

  • ຖ້າທ່ານເຮັດນໍ້າມັນເຊື້ອໄຟກະເດັນ, ຢ່າພະຍາຍາມຕິດຈັກ; ຫຼີກລ່ຽງການສ້າງແຫຼ່ງທີ່ມາຂອງການຈຸດໄຟຈົນກວ່າອາຍນ້ຳມັນເຊື້ອໄຟລະ​ເຫີຍ​ໄປ​ໝົດ​ແລ້ວ.

ການປະຕິບັດການບຳລຸງຮັກສາປະຈຳວັນ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດກາສາຍ​ແອວ​ນິລະໄພວ່າຫ້ຽນ, ຂາດ ແລະ ມີຄວາມເສຍຫາຍອື່ນໆບໍ່. ປ່ຽນ​ສາຍ​ແອວ​ນິ​ລະໄພ, ຖ້າສ່ວນປະກອບໃດໜຶ່ງບໍ່ເຮັດວຽກຢ່າງຖືກຕ້ອງ.
  • ກ່ອນທີ່ຈະເລີ່ມໃຊ້ເຄື່ອງຈັກໃນແຕ່ລະມື້, ໃຫ້ປະຕິບັດຕາມແຕ່ລະຂັ້ນຕອນການນຳໃຊ້/ປະຈຳວັນທີ່ລະບຸໄວ້ໃນ .

    ການກວດເບິ່ງຄວາມດັນຂອງຢາງລົດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ການກວດເບິ່ງຄວາມດັນຂອງຢາງລົດ.
  • ຂໍ້​ກຳ​ນົດ​ສະ​ເພາະ​ຄວາມ​ດັນ​ລົມ​ຢາງ​ໜ້າ: 2.20 bar (32 psi)

    ຂໍ້​ກຳ​ນົດ​ສະ​ເພາະ​ຄວາມ​ດັນ​ລົມ​ຢາງຫຼັງ: 1.24 bar (18 psi)

    Important: ກວດ​ເບິ່ງ​ຄວາມ​ດັນ​ຢາງເລື້ອຍໆເພື່ອ​ໃຫ້​ແນ່​ໃຈການ​ມີ​ລົມທີ່​ຖືກ​ຕ້ອງ. ຖ້າ​ບໍ່​ເຕີມ​ລົມ​ຢາງ​ໃຫ້​ໄດ້​ຄວາມ​ດັນ​ທີ່​ຖືກ​ຕ້ອງ, ຢາງ​ຈະ​ຫ້ຽນ​ໄວ​ກ່ອນ​ກຳ​ນົດ ແລະ ອາດ​ຈະ​ເຮັດ​ໃຫ້​ການ​ຂັບ​ເຄື່ອນ 4 ລໍ້​ຕິດ​ເຂົ້າ​ກັນ.

    ຮູບສະແດງ ສະ​ແດງ​ຕົວ​ຢ່າງ​ຂອງ​ການ​ຫ້ຽນ​ຂອງ​ຢາງ​ເກີດ​ຂຶ້ນ​ໂດຍ​ການ​ເຕີມ​ລົມ​ບໍ່​ເຕັມ.

    artpending

    ຮູບສະແດງ ສະ​ແດງ​ຕົວ​ຢ່າງ​ຂອງ​ການ​ຫ້ຽນ​ຂອງ​ຢາງ​ເກີດ​ຂຶ້ນ​ໂດຍ​ການ​ເຕີມ​ລົມເກີນ.

    artpending

    ການເຕີມນໍ້າມັນເຊື້ອໄຟ

    ໃຊ້ພຽງແຕ່ນໍ້າມັນກາຊວນສະອາດ, ສົດ ຫຼື ນໍ້າມັນກາ​ຊວນຊີວະພາບ​ເທົ່າ​ນັ້ນທີ່​ມີ​ປະ​ລິ​ມານ​ຊັ​ລ​ເຟີຕ່ຳ (<500 ppm) ຫຼື ຕໍ່າພິເສດ (<15 ppm). ອັດ​ຕາສານຊີເທນຕ່ຳສຸດຄວນຈະເປັນ 40. ຊື້ນໍ້າມັນເຊື້ອໄຟໃນປະລິມານທີ່ສາມາດນໍາໃຊ້ໄດ້ພາຍໃນ 180 ວັນເພື່ອຮັບປະກັນຄວາມສົດຂອງນໍ້າມັນເຊື້ອໄຟ.

    • ໃຊ້ນ້ຳມັນກາຊວນເກ​ຣດລະດູຮ້ອນ (ເບີ 2-D) ທີ່ອຸນຫະພູມສູງກວ່າ -7°C (20°F) ແລະ ເກຣດລະດູໜາວ (ເບີ 1-D ຫຼື ເບີ 1-D/2-D ປະສົມ) ທີ່ຢູ່ຕ່ຳກວ່າອຸນຫະພູມນັ້ນ.

    • ການນຳໃຊ້ນ້ຳມັນເຊື້ອໄຟເກ​ຣດລະດູໜາວໃນອຸນຫະພູມຕ່ຳເຮັດໃຫ້ມີຈຸດຂົ້ວໄຟຕ່ຳກວ່າ ແລະ ຄຸນລັກສະນະການໄຫຼເຢັນທີ່ຊ່ວຍການຕິດ​ຈັກງ່າຍ​ຂຶ້ນ ແລະ ຫຼຸດຜ່ອນການອຸດຕັນໝໍ້ກອງເຊື້ອເພີງ.

    Note: ການນຳໃຊ້ນ້ຳມັນເຊື້ອໄຟເກ​ຣດລະດູຮ້ອນສູງກວ່າ -7°C (20°F) ຊ່ວຍເຮັດໃຫ້ອາ​ຍຸ​ໃຊ້​ງານປ້ຳນ້ຳມັນເຊື້ອໄຟດົນຂຶ້ນ ແລະ ມີພະລັງງານເພີ່ມຂຶ້ນເມື່ອທຽບໃສ່ນ້ຳມັນເຊື້ອໄຟເກ​ຣດລະດູໜາວ.

    Important: ຢ່າໃຊ້ນ້ຳມັນກາດ ຫຼື ນ້ຳມັນແອັດຊັງແທນນ້ຳມັນກາຊວນ. ການບໍ່ປະຕິບັດຕາມຄຳ​ເຕືອນນີ້ຈະສ້າງຄວາມເສຍຫາຍໃຫ້ກັບເຄື່ອງຈັກ.

    ການໃຊ້ນ້ຳ​ມັນ​ກາ​ຊວນ​ຊີວະ​ພາບ

    ເຄື່ອງຈັກນີ້ຍັງສາມາດໃຊ້ນໍ້າມັນເຊື້ອໄຟທີ່ປະ​ສົມນ້ຳມັນກາຊວນຊີວະພາບໄດ້ເຖິງ B20 (ນໍ້າມັນກາ​ຊວນຊີວະພາບ 20%, ກາຊວນ 80%). ສັດສ່ວນນ້ຳມັນກາຊວນຄວນຈະແມ່ນຊັ​ລ​ເຟີຕ່ຳ ຫຼື ຕໍ່າພິເສດ. ປະ​ຕິ​ບັດ​ຕາມ​ຂໍ້ຄວນລະວັງຕໍ່ໄປນີ້:

    • ສັດສ່ວນນ້ຳມັນກາຊວນຊີວະພາບຂອງນໍ້າມັນເຊື້ອໄຟຕ້ອງຂໍ້​ກຳ​ນົດ​ຈຳເພາະ ASTM D6751 ຫຼື EN14214.

    • ສ່ວນປະກອບນໍ້າມັນເຊື້ອໄຟທີ່ປະສົມຄວນໄດ້​ຕາມ ASTM D975 ຫຼື EN590.

    • ພື້ນຜິວທີ່ທາສີແລ້ວອາດຈະເສຍ​ຫາຍ​ໄດ້ໂດຍການຜະສົມນ້ຳມັນກາຊວນຊີວະພາບ.

    • ໃຊ້ B5 (ປະ​ລິ​ມານຂອງນ້ຳມັນກາຊວນຊີວະພາບ 5%) ຫຼື ປະສົມໜ້ອຍລົງໃນອາກາດເຢັນ.

    • ຕິດຕາມການກັນຊຶມ, ທໍ່ຢາງ, ແຫວນທີ່ສຳຜັດກັບນໍ້າມັນເຊື້ອໄຟຍ້ອນວ່າມັນອາດຈະຊຸດໂຊມຕາມການເວລາ.

    • ການ​ອຸດ​ຕັນ​ຂອງໝໍ້ກອງນໍ້າມັນເຊື້ອໄຟອາດຈະຖືກຄາດຫວັງໄວ້ເປັນໄລຍະໜຶ່ງຫຼັງຈາກທີ່ປ່ຽນໄປໃຊ້ການປະສົມນໍ້າມັນກາຊວນຊີວະພາບ.

    • ຕິດຕໍ່ຜູ້ຈຳໜ່າຍຂອງທ່ານສຳ​ລັບຂໍ້ມູນເພີ່ມເຕີມກ່ຽວກັບນໍ້າມັນກາຊວນຊີວະພາບ.

    ການເຕີມນໍ້າມັນເຊື້ອໄຟ

    ຄວາມຈຸຂອງຖັງນໍ້າມັນ: 22 ລິດ (5.85 ແກນລອນສະຫະລັດ).

    1. ທຳຄວາມສະອາດອ້ອມຮອບຝາຖັງນ້ຳມັນເຊື້ອໄຟ.

    2. ເອົາຝາປິດຖັງນໍ້າມັນເຊື້ອໄຟອອກ (ຮູບສະແດງ ).

      artpending
    3. ເຕີ່ມ​ນ້ຳ​ມັນໃສ່ຖັງຢູ່ກ້ອງເພດານຖັງເລັກ​ນ້ອຍ (ດ້ານ​ລຸ່ມ​ສຸດ​ຂອງ​ຄໍ​ຕົວ​ເຕີມ), ຈາກ​ນັ້ນ​ໃສ່​ຝາ​ປິດ.

      Note: ຢ່າ​ເຕີມ​ນ້ຳ​ມັນໃສ່​ຖັງ​ນ້ຳ​ມັນຈົນ​ລົ້ນ.

    4. ເຊັດນໍ້າມັນທີ່ຟົ້ງ​ກະ​ຈາຍນັ້ນອອກເພື່ອ​ປ້ອງ​ກັນ​ອັນ​ຕະ​ລາຍ​ຈາກ​ໄຟ.

    ການ​ແຕກ​ຢູ່​ໃນ​ເຄື່ອງ​ຈັກ​ໃໝ່

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 100 ຊົ່ວໂມງທໍາອິດ
  • ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳ​ກ່ອນ​ທີ່​ຈະ​ແກະ​ເຄື່ອງ​ຈັກ​ໃໝ່.
  • ປະ​ຕິ​ບັດ​ດັ່ງ​ຕໍ່​ໄປ​ນີ້​ເພື່ອ​ໃຫ້​ປະ​ສິດ​ທິ​ພາບ​ແກ່​ເຄື່ອງ​ຈັກ​ທີ່​ຖືກ​ຕ້ອງ:

    • ໃຫ້​ແນ່​ໃຈ​ວ່າເບ​ຣກ​ໄດ້​ຖືກ​ຂັດ​ຖູ; ໃຫ້​ເບິ່ງ .

    • ກວດເບິ່ງລະດັບຂອງ​ແຫຼວ ແລະ ນ້ຳ​ມັນ​ເຄື່ອງເປັນ​ປົກ​ກະ​ຕິ. ໃຫ້​ເອົາໃຈ​ໃສ່​ຕໍ່​ສັນ​ຍານ​ທີ່​ເຄື່ອງ​ຈັກ ຫຼື ອົງ​ປະ​ກອບ​ຂອງ​ມັນ​ກຳ​ລັງ​ຮ້ອນ​ເກີນ​ໄປ.

    • ຫຼັງ​ຈາກ​ຕິດ​ຈັກ​ທີ່​ເຢັນ, ປ່ອຍ​ໃຫ້​ມັນ​ອຸ່ນ​ເຄື່ອງ​ເປັນ​ເວ​ລາ​ປະ​ມານ 15 ວິ​ນາ​ທີ​ກ່ອນໃຊ້​ເຄື່ອງ​ຈັກ.

      Note: ໃຫ້​ເວ​ລາ​ຈັກອຸ່ນ​ເຄື່ອງ​ຕື່ມ​ອີກ​ເມື່ອ​ກຳ​ລັງ​ໃຊ້​ງານ​ຢູ່​ໃນ​ອຸນ​ຫະ​ພູມ​ທີ່​ເຢັນ.

    • ໃຊ້​ຄວາມ​ໄວ​ເຄື່ອງຈັກແຕກ​ຕ່າງ​ກັນ​ໄປ​ໃນ​ລະ​ຫວ່າງ​ການ​ໃຊ້​ງານ. ຫຼີກ​ລ່ຽງ​ການ​ຕິດ​ຈັກ​ໄວ ແລະ ມອດ​ໄວ.

    • ບໍ່​ຈຳ​ເປັນ​ຕ້ອງ​ໃສ່​ນ້ຳ​ມັນ​ເຄື່ອງ​ປະ​ສົມ​ໃສ່​ຈັກ. ນ້ຳ​ມັນ​ເຄື່ອງຈັກ​ມາ​ກັບ​ເຄື່ອງ​ແມ່ນ​ປະ​ເພດ​ດຽວ​ກັນ​ກັບ​ທີ່​ໄດ້​ລະ​ບຸ​ໄວ້​ສຳ​ລັບ​ການ​ປ່ຽນ​ນ້ຳ​ມັນ​ເຄື່ອງ​ປົກ​ກະ​ຕິ.

    • ໃຫ້​ເບິ່ງ ສຳ​ລັບ​ການກວດ​ຊົ່ວ​ໂມງ​ເຮັດ​ວຽກ​ຕ່ຳ​ໃດ​ໜຶ່ງ.

    ການກວດເບິ່ງລະບົບຄວາມ​ປອດ​ໄພ-ອິນເຕີລັອກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງການເຮັດວຽກຂອງລະ​ບົບອິນເຕີລັອກຄວາມ​ປອດ​ໄພ.
  • ຈຸດ​ປະ​ສົງ​ຂອງລະບົບອິນເຕີລັອກຄວາມ​ປອດ​ໄພແມ່ນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຄື່ອງ​ຈັກ​ແກວ່ງ ຫຼື ຕິດ​ຈັກ, ນອກ​ຈາກວ່າທ່ານ​ກົດແຜ່ນຢຽບຄາດ.

    ຂໍ້ຄວນລະວັງ

    ຖ້າຫາກວ່າສະວິດລັອກເຊື່ອມຕໍ່ຄວາມປອດໄພຖືກຕັດຂາດ ຫຼື ເສຍຫາຍ, ເຄື່ອງສາມາດປະຕິບັດງານໂດຍບໍ່ຄາດຄິດເຊິ່ງກໍ່ໃຫ້ເກີດການບາດເຈັບຕໍ່ບຸກຄົນໄດ້.

    • ຢ່າແຕະ​ຕ້ອງປຸ່ມອິນເຕີລັອກຄວາມ​ປອດ​ໄພ.

    • ກວດເບິ່ງການປະຕິບັດງານຂອງປຸ່ມອິນເຕີລັອກຄວາມ​ປອດ​ໄພທຸກໆມື້ ແລະ ປ່ຽນປຸ່ມທີ່ເສຍຫາຍກ່ອນທີ່ຈະໃຊ້​ງານເຄື່ອງຈັກ.

    Note: ໃຫ້​ເບິ່ງຄູ່ມືຜູ້​ໃຊ້ສຳ​ລັບຂັ້ນ​ຕອນ​ດຳ​ເນີນ​ການ​ໃນ​ການກວດ​ເບິ່ງລະ​ບົບ​ອິນ​ເຕີ​ລັອກສິ່ງ​ທີ່​ຕິດ​ມາ​ນຳ.

    ການກວດສອບສະວິດອິນເຕີລັອກຄາດ

    1. ນັ່ງ​ຢູ່​ໃນ​ບ່ອນ​ນັ່ງຂອງ​ຜູ້​ຄວບ​ຄຸມ ແລະ ໃສ່ເບຣກມື.

    2. ເຄື່ອນຄັນປ່ຽນ​ເກຍໄປທີ່ຕຳແໜ່ງເກຍ​ຫວ່າງ.

      Note: ຈັກ​ບໍ່​ຕິດ, ຖ້າ​ຄັນ​ໂຍກ​ໄຮ​ໂດຼ​ລິກ​ຖືກ​ລັອກ​ໄວ້​ຢູ່​ໃນ​ຕຳ​ແໜ່ງ​ໄປ​ທາງ​ໜ້າ.

    3. ໂດຍ​ບໍ່​ມີ​ການ​ກົດ​ແຜ່ນ​ຄາດ, ໝູນສະ​ວິດກະ​ແຈ​ໄປຕາມ​ທິດເຂັມ​ໂມງ​ຫາຕຳ​ແໜ່ງຕິດ​ຈັກ.

      Note: ຖ້າຈັກ​ແກ່ວງ ຫຼື ຕິດ, ມີ​ຄວາມ​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ລະ​ບົບອິນ​ເຕີ​ລັອກທີ່​ທ່ານຕ້ອງ​ສ້ອມ​ແປງກ່ອນ​ການ​ນຳ​ໃຊ້ເຄື່ອງ​ຈັກ.

    ການກວດສອບສະວິດອິນເຕີລັອກຄວາມ​ປອດ​ໄພ​ຄັນ​ໂຍກ​ຍົກ​ໄຮ​ໂດຼ​ລິກ

    1. ນັ່ງ​ຢູ່​ໃນ​ບ່ອນ​ນັ່ງຂອງ​ຜູ້​ຄວບ​ຄຸມ ແລະ ໃສ່ເບຣກມື.

    2. ເຄື່ອນ​ຄັນໂຍກ​ຍົກໄປຫາ​ຕຳ​ແໜ່ງເກຍ​ຫວ່າງ ແລະ ໃຫ້​ແນ່​ໃຈ​ວ່າ​ຄັກ​ໂຍກ​ຍົກ​ໄຮ​ໂດຼ​ລິກ​ຢູ່​ໃນ​ຕຳ​ແໜ່ງ​ເຄິ່ງ​ກາງ.

    3. ກົດ​ແຜ່ນ​ຢຽບ​ຄາດ​ລົງ.

    4. ເຄື່ອນ​ຄັນ​ໂຍກ​ຍົກ​ໄຮ​ໂດຼ​ລິກ​ໄປ​ທາງ​ໜ້າ ແລະ ໝູນ​ສະ​ວິດກະ​ແຈ​ໄປຫາຕຳ​ແໜ່ງຕິດ​ຈັກ.

      Note: ຖ້າຈັກ​ແກ່ວງ ຫຼື ຕິດ, ມີ​ຄວາມ​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ລະ​ບົບອິນ​ເຕີ​ລັອກທີ່​ທ່ານຕ້ອງ​ສ້ອມ​ແປງກ່ອນ​ການ​ນຳ​ໃຊ້ເຄື່ອງ​ຈັກ.

    ໃນລະຫວ່າງການປະຕິບັດງານ

    ຄວາມປອດໄພໃນລະຫວ່າງການປະຕິບັດງານ

    ຄວາມປອດໄພທົ່ວໄປ

    • ເຈົ້າຂອງ/ຜູ້ປະຕິບັດງານສາມາດປ້ອງກັນ ແລະ ມີຄວາມຮັບຜິດຊອບຕໍ່ອຸບັດຕິເຫດທີ່ອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ຄວາມເສຍຫາຍທາງຊັບສິນ.

    • ຜູ້​ໂດຍ​ສານ​ຄວນ​ນັ່ງ​ຢູ່​ໃນ​ຕຳ​ແໜ່ງ​ບ່ອນ​ນັ່ງ​ທີ່​ກຳ​ນົດ​ໃຫ້​ເທົ່າ​ນັ້ນ. ຢ່າ​ບັນ​ທຸກ​ຜູ້​ໂດຍ​ສານຢູ່​ໃນຮາງ​ໃສ່​ເຄື່ອງ. ໃຫ້ຄົນຢູ່ໃກ້ຄຽງ, ແລະ ເດັກອອກຈາກພື້ນທີ່ປະຕິບັດງານ.

    • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງການປ້ອງກັນຕາ; ໂສ້ງຂາຍາວ; ເກີບກັນມື່ນ ແລະ ເຄື່ອງ​ປ້ອງ​ກັນ​ສຽງ. ມັດຜົມຍາວໄວ້​ດ້ານ​ຫຼັງ ແລະ ຢ່າໃສ່ເຄື່ອງນຸ່ງ ຫຼື ເຄື່ອງປະດັບຫຼວມໆ.

    • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ນຳ​ໃຊ້ເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

    • ຢ່າໃຊ້ເຄື່ອງຈັກໃນຂະນະທີ່ບໍ່​ສະ​ບາຍ, ອິດເມື່ອຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງສິ່ງ​ມຶນ​ເມົາ ຫຼື ສິ່ງເສບຕິດ.

    • ນຳໃຊ້ເຄື່ອງ​ຈັກ​ຢູ່ຂ້າງນອກ ຫຼື ຂ້າງ​ໃນ​ບ່ອນ​ທີ່​ລະ​ບາຍ​ອາ​ກາດ​ໄດ້​ດີ​ເທົ່າ​ນັ້ນ.

    • ຢ່າ​ໃຫ້​ເກີນນ້ຳ​ໜັກ​ພາ​ຫະ​ນະ​ທັງ​ໝົດ​ສູງ​ສຸດ (GVW) ຂອງເຄື່ອງຈັກ.

    • ໃຊ້ຄວາມ​ລະ​ມັດ​ລະ​ວັງເປັນ​ພິ​ເສດເມື່ອໃຊ້​ງານເບ​ຣກ ຫຼື ລ້ຽວເຄື່ອງຈັກດ້ວຍ​ການ​ບັນ​ທຸກ​ໜັກ​ຢູ່​ໃນ​ຮາງ​ໃສ່​ເຄື່ອງ.

    • ການ​ບັນ​ທຸກ​ສິ່ງ​ທີ່​ບັນ​ທຸກ​ໃສ່​ເກີນ​ຂະ​ໜາດ​ຢູ່​ໃນຮາງ​ໃສ່​ເຄື່ອງຫຼຸດ​ຄວາມ​ທ່ຽງ​ຂອງ​ເຄື່ອງ​ຈັກ​ລົງ. ຢ່າ​ໃຫ້​ເກີນ​ຄວາມ​ຈຸ​ການ​ບັນ​ທຸກ​ຂອງ​ຮາງ​ໃສ່​ເຄື່ອງ.

    • ການ​ບັນ​ທຸກ​ສິ່ງ​ຂອງ​ທີ່​ບໍ່​ສາ​ມາດ​ຜູກ​ມັດ​ໃສ່​ເຄື່ອງ​ຈັກ​ເຊັ່ນ: ຖັງ​ຂອງ​ແຫຼວ​ຂະ​ໜາດ​ໃຫຍ່​ທີ່​ມີ​ຜົນ​ກະ​ທົບ​ເສຍ​ຫາຍ​ຕໍ່​ການ​ບັງ​ຄັບ​ພວງ​ມະ​ໄລ, ການ​ເບ​ຣກ ແລະ ຄວາມ​ທ່ຽງ​ຂອງ​ເຄື່ອງ​ຈັກ. ເມື່ອ​ທ່ານ​ບັນ​ທຸກ​ສິ່ງ​ຂອງ​ທີ່​ບໍ່​ສາ​ມາດ​ຜູກ​ມັດ​ໃສ່​ກັບ​ເຄື່ອງ​ຈັກ, ໃຫ້​ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ເມື່ອ​ບັງ​ຄັບ​ພວງ​ມະ​ໄລ ຫຼື ເບ​ຣກ.

    • ບັນ​ທຸກເຄື່ອງ​ໜ້ອຍ​ລົງ ແລະ ຫຼຸດ​ຄວາມ​ໄວພື້ນ​ດິນ​ຂອງ​ເຄື່ອງ​ຈັກ​ລົງ​ເມື່ອ​ໃຊ້​ງານ​ຢູ່​ໃນ​ພື້ນ​ທີ່​ຫຼຸບ​ໂນນ, ບໍ່​ສະ​ໝ່ຳ​ສະ​ເໝີ ແລະ ໃກ້​ຂອບ​ທາງ, ຂຸມ ແລະ ການ​ປ່ຽນ​ແປງ​ກະ​ທັນ​ຫັນ​ອື່ນໆ​ຢູ່​ໃນ​ພື້ນ​ທີ່. ການ​ໂຫຼດ​ອາດ​ຈະ​ເຄື່ອນ, ເຮັດ​ໃຫ້​ເຄື່ອງ​ຈັກ​ບໍ່​ທ່ຽງ.

    • ກ່ອນທີ່ທ່ານຈະຕິດເຄື່ອງຈັກ, ຮັບປະກັນວ່າລະ​ບົບ​ສົ່ງຢູ່​ໃນເກຍຫວ່າງ, ໃສ່ເບ​ຣກມືໄວ້ຢູ່ ແລະ ທ່ານຢູ່ໃນຕຳແໜ່ງປະຕິບັດງານ.

    • ທ່ານ ແລະ ຜູ້​ໂດຍ​ສານ​ຂອງ​ທ່ານ​ຄວນ​ຈະຄົງ​ຢູ່​ໃນ​ບ່ອນ​ນັ່ງທຸກ​ເວ​ລາ​ທີ່​ເຄື່ອງ​ຈັກກຳ​ລັງເຄື່ອນ​ໄຫວ. ໃຫ້​ເອົາ​ມື​ຂອງ​ທ່ານ​ຈັບ​ພວງ​ມະ​ໄລ​ໄວ້, ຜູ້​ໂດຍ​ສານ​ຂອງ​ທ່ານ​ຄວນ​ໃຊ້​ມື​ຈັບ​ທີ່​ຈັດ​ໃຫ້. ໃຫ້​ຮັກ​ສາ​ແຂນ ແລະ ຂາ​ໄວ້​ພາຍໃນ​ຕົວເຄື່ອງ​ຈັກ​ຕະ​ຫຼອດ​ເວ​ລາ.

    • ນຳ​ໃຊ້​ເຄື່ອງ​ຈັກ​ພຽງ​ແຕ່​ຢູ່​ໃນ​ສະ​ພາບ​ທີ່​ເບິ່ງ​ເຫັນ​ໄດ້​ດີ​ເທົ່າ​ນັ້ນ. ເບິ່ງຂຸມ, ຮອຍແຕກ, ກ້ອນຫີນ ຫຼື ວັດ​ຖຸ​ອື່ນໆທີ່ເຊື່ອງຢູ່. ພູມສັນຖານທີ່ບໍ່ລຽບສາມາດເຮັດ​ໃຫ້ເຄື່ອງຈັກປີ້ນໄດ້. ຫຍ້າທີ່ສູງສາມາດປິດ​ບັງສິ່ງກີດຂວາງຕ່າງໆໄດ້. ໃຊ້ຄວາມລະມັດລະວັງໃນເວລາທີ່ເຂົ້າໄປໃນບໍລິເວນທີ່ເບິ່ງບໍ່ເຫັນ, ຟຸ່ມໄມ້, ຕົ້ນໄມ້ ຫຼື ວັດຖຸອື່ນໆທີ່ອາດເຮັດໃຫ້ທ່ານເບິ່ງບໍ່ເຫັນ.

    • ຢ່າຂັບເຄື່ອງ​ຈັກຢູ່ໃກ້ຈຸດຕົກ, ຄອງນ້ຳ, ຄັນຄູ ຫຼື ບ່ອນ​ເປັນ​ເນີນ. ເຄື່ອງຈັກດັ່ງກ່າວສາມາດກິ້ງໄດ້ຢ່າງກະທັນຫັນ, ຖ້າຫາກວ່າລໍ້ແລ່ນຂ້າມຂອບ ຫຼື ຖ້າຂອບມີ​ທາງ​ເປີດ​ໃຫ້.

    • ໃຫ້​ລະ​ມັດ​ລະ​ວັງ ແລະ ຫຼີກ​ລ່ຽງ​ສິ່ງ​ທີ່​ຫ້ອຍ​ລົງ​ມາ​ຢູ່​ສະ​ເໝີ​ເຊັ່ນ: ງ່າ​ໄມ້, ເສົາ​ຂ້າງ​ປະ​ຕູ, ທາງ​ຍ່າງເທິງ​ຫົວ, ອື່ນໆ.

    • ເບິ່ງທາງຫຼັງ ແລະ ດ້ານລຸ່ມກ່ອນທີ່ຈະຖອຍເຄື່ອງ​ຈັກ​ກັບ​ຫຼັງເພື່ອໃຫ້ແນ່ໃຈວ່າເສັ້ນທາງປອດໄພ.

    • ເມື່ອ​ໃຊ້​ເຄື່ອງ​ຈັກ​ຢູ່​ໃນ​ຖະ​ໜົນ​ສາ​ທາ​ລະ​ນະ, ໃຫ້​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ການ​ຈາ​ລະ​ຈອນ​ທຸກ​ຢ່າງ ແລະ ໃຊ້​ອຸ​ປະ​ກອນ​ເສີມ​ເພີ່ມ​ເຕີມ​ໃດ​ໜຶ່ງ​ທີ່​ກົດ​ໝາຍ​ອາດ​ຈະ​ຮຽກ​ຮ້ອງ​ເຊັ່ນ: ໄຟ​ຕາ, ສັນ​ຍານລ້ຽວ, ສັນ​ຍານ​ສະ​ແດງ​ພາ​ຫະ​ນະເຄື່ອນ​ໄຫວ​ຊ້າ (SMV) ແລະ ອື່ນໆ​ຕາມ​ຕ້ອງ​ການ.

    • ຖ້າ​ເຄື່ອງ​ຈັກ​ສັ່ນ​ຜິດ​ປົກ​ກະ​ຕິ, ຢຸດ ແລະ ມອດເຄື່ອງ​ຈັກໂດຍ​ທັນ​ທີ, ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ ແລະ ກວດ​ເບິ່ງ​ຄວາມ​ເສຍ​ຫາຍ. ສ້ອມ​ແປງ​ຄວາມ​ເສຍ​ຫາຍ​ຂອງ​ເຄື່ອງ​ຈັກ​ທັງ​ໝົດກ່ອນທີ່ຈະເລີ່ມ​ການ​ນຳ​ໃຊ້​ຕໍ່.

    • ການຢຸດ​ເຄື່ອງ​ຈັກ​ຢູ່​ບ່ອນ​ພື້ນ​ປຽກແມ່ນສາ​ມາດ​ທີ່​ຈະ​ດົນ​ກວ່າ​ພື້ນ​ແຫ້ງ. ເພື່ອ​ຕາກ​ເບ​ຣກ​ໃຫ້​ແຫ້ງ, ຂັບ​ຂີ່​ຊ້າໆ​ຢູ່​ພື້ນ​ພຽງ​ໃນ​ຂະ​ນະ​ທີ່​ໃສ່​ຄວາມ​ດັນ​ລົງ​ໄປ​ເທິງ​ແປ້ນ​ເບຣກ​ເບົາໆ.

    • ການ​ໃຊ້​ງ​ານເຄື່ອງຈັກຢູ່​ທີ່​ຄວາມ​ໄວ​ສູງ ແລະ ຈາກ​ນັ້ນຢຸດ​ຢ່າງ​ໄວ​ອາດ​ຈະ​ເຮັດ​ໃຫ້​ລໍ້​ຫຼັງ​ລັອກ, ເຊິ່ງ​ເຮັດ​ໃຫ້​ມີ​ຄວາມ​ບົກ​ຜ່ອງ​ຕໍ່​ການ​ຄວບ​ຄຸມ​ເຄື່ອງ​ຈັກ​ຂອງ​ທ່ານ.

    • ຢ່າ​ຈັບ​ເຄື່ອງ​ຈັກ, ລະ​ບົບ​ຂັບ​ເຄື່ອນ, ທໍ່​ເກັບ​ສຽງ ຫຼື ທໍ່​ໄອ​ເສຍ​ໃນ​ຂະ​ນະ​ທີ່​ເຄື່ອງ​ຈັກ​ກຳ​ລັງ​ແລ່ນ ຫຼື ທັນ​ທີ​ຫຼັງ​ຈາກທ່ານ​ມອດຈັກ​ເພາະ​ວ່າ​ບໍ​ລິ​ເວນ​ເຫຼົ່າ​ນີ້ອາດ​ຈະ​ຮ້ອນ​ພໍ​ໃຫ້​ເກີດ​ການ​ໄໝ້​ໄດ້.

    • ຢ່າປ່ອຍໃຫ້ເຄື່ອງຈັກແລ່ນໂດຍທີ່ບໍ່ມີຄົນຢູ່ນຳ.

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ເຄື່ອນລະ​ບົບເກຍໄປທີ່ຕຳແໜ່ງເກຍ​ຫວ່າງ.

      • ໃສ່​ເບ​ຣກມື.

      • ປ່ອຍ​ຮາງ​ໃສ່​ເຄື່ອງຕ່ຳ​ລົງ.

      • ມອດເຄື່ອງຈັກ ແລະ ຖອດກະ​ແຈ (ຖ້າ​ໄດ້​ຕິດ​ຕັ້ງ​ມາ​ນຳ).

      • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ

    • ຢ່າໃຊ້ເຄື່ອງຈັກເມື່ອມີຄວາມສ່ຽງຕໍ່ການເກີດຟ້າຜ່າ.

    • ໃຊ້ແຕ່ອຸປະກອນເສີມ ແລະ ສິ່ງທີ່ຕິດມາທີ່ອະ​ນຸ​ມັດໂດຍບໍລິສັດ Toro® Company ເທົ່າ​ນັ້ນ.

    ຄວາມ​ປອດ​ໄພລະບົບປ້ອງກັນການປີ້ນ (ROPS)

    • ROPS ແມ່ນ​ອຸ​ປະ​ກອນ​ຄວາມ​ປອດ​ໄພ​ທີ່​ຈຳ​ເປັນ.

    • ຢ່າເອົາ ROPS ໃດໆອອກຈາກເຄື່ອງຈັກ.

    • ໃສ່ສາຍ​ແອວ​ນິລະໄພຂອງ​ທ່ານ​ຢູ່​ສະ​ເໝີ, ຮັບ​ປະ​ກັນ​ວ່າ​ມັນ​ຖືກ​ຕິດ​ໃສ່ ແລະ ທ່ານສາມາດປົດມັນອອກໄດ້ຢ່າງ​ໄວໃນເວລາສຸກເສີນ.

    • ກວດເບິ່ງຢ່າງລະມັດລະວັງກ່ຽວກັບສິ່ງກີດຂວາງທາງ ແລະ ຢ່າສຳຜັດພວກມັນ.

    • ຮັກສາ ROPS ໃນສະພາບການດຳເນີນງານທີ່ປອດໄພ ໂດຍການກວດກາມັນຢ່າງລະອຽດເປັນແຕ່ລະໄລຍະສຳລັບຄວາມເສຍຫາຍ ແລະ ສືບ​ຕໍ່​ຮັດສິ່ງທີ່ຕິດມາໃຫ້ແໜ້ນທຸກຢ່າງ.

    • ປ່ຽນແທນສ່ວນປະກອບ ROPS ທີ່ເສຍຫາຍ. ຢ່າສ້ອມແປງ ຫຼື ປ່ຽນແປງມັນ.

    ຄວາມປອດໄພໃນທາງຄ້ອຍຊັນ

    ບ່ອນຄ້ອຍຊັນແມ່ນປັດໃຈຕົ້ນ​ຕໍທີ່ກ່ຽວຂ້ອງກັບການສູນເສຍການຄວບຄຸມ ແລະ ອຸບັດຕິເຫດໃນ​ການອຽງ​ທັບ, ເຊິ່ງອາດຈະເຮັດໃຫ້ມີການບາດເຈັບສາ​ຫັດ ຫຼື ເສຍຊີວິດໄດ້.

    • ສຳ​ຫຼວດ​ເບິ່ງ​ສະ​ໜາມ​ເພື່ອ​ກຳ​ນົດ​ວ່າ​ບ່ອນ​ຄ້ອຍ​ຊັນ​ໃດ​ປອດ​ໄພ​ສຳ​ລັບ​ການນຳ​ໃຊ້​ເຄື່ອງ​ຈັກ ແລະ ກຳ​ນົດ​ຂັ້ນ​ຕອນ​ດຳ​ເນີນ​ການ ແລະ ກົດ​ລະ​ບຽບຕົວ​ເອງ​ສຳ​ລັບ​ການ​ໃຊ້​ງານ​ຢູ່​ບ່ອນ​ຄ້ອຍ​ຊັນ​ເຫຼົ່າ​ນັ້ນ. ໃຊ້​ສາ​ມາດ​ສຳ​ນຶກທົ່ວໄປ ແລະ ການຕັດສິນໃຈທີ່ດີ​ຢູ່​ສະ​ເໝີໃນເວລາທີ່ດຳເນີນການສຳຫຼວດເບິ່ງນີ້.

    • ຖ້າ​ທ່ານ​ຮູ້​ສຶກວ່າ​ການ​ໃຊ້​ງານ​ເຄື່ອງ​ຈັກ​ຢູ່​ບ່ອນຄ້ອຍ​ຊັນ​ບໍ່​ແມ່ນ​ສິ່ງ​ທີ່​ງ່າຍ, ຢ່າ​ນຳ​ໃຊ້​ມັນ.

    • ຮັກ​ສາ​ທຸກ​ການ​ເຄື່ອນ​ໄຫວ​ໃນ​ບ່ອນ​ຄ້ອຍ​ຊັນ​ໄປ​ຊ້າໆ ແລະ ເທື່ອ​ລະ​ໜ້ອຍ. ຢ່າ​ປ່ຽນ​ຄວາມ​ໄວ ຫຼື ທິດ​ທາງ​ເຄື່ອງ​ຈັກ​ກະ​ທັນ​ຫັນ.

    • ຫຼີກລ່ຽງການໃຊ້​ງານເຄື່ອງ​ຈັກເທິງພື້ນ​ທີ່ປຽກ. ຢາງ​ຕີນ​ລົດ​ອາດ​ຈະ​ເສຍ​ແຮງລາກ​ໄດ້. ການ​ປີ້ນສາ​ມາດ​ເກີດ​ຂຶ້ນ​ໄດ້ກ່ອນ​ຢາງ​ລໍ້ເສຍແຮງ​ລາກ.

    • ການ​ຂຶ້ນ ແລະ ລົງຊື່​ຢູ່​ບ່ອນ​ຄ້ອຍ​ຊັນ.

    • ຖ້າທ່ານ​ເລີ່ມ​ເສຍຄວາມ​ແຮງ​ໃນ​ຂະ​ນະ​ທີ່​ກຳ​ລັງ​ຂຶ້ນຄ້ອຍ, ໃຫ້​ໃຊ້​ເບ​ຣກ​ເທື່ອ​ລະ​ໜ້ອຍ ແລະ ຖອຍ​ຫຼັງເຄື່ອງ​ຈັກ​ລົງຄ້ອຍ​ຢ່າງ​ຊ້າໆ.

    • ການ​ລ້ຽວ​ໃນ​ຂະ​ນະ​ທີ່​ກຳ​ລັງ​ຂຶ້ນ ຫຼື ລົງ​ຄ້ອຍ​ສາ​ມາດ​ເປັນ​ອັນ​ຕະ​ລາຍ​ໄດ້. ຖ້າທ່ານຕ້ອງລ້ຽວຢູ່​ຄ້ອຍ, ລ້ຽວມັນຊ້າໆ ແລະ ຢ່າງ​ລະ​ມັດ​ລະວັງ.

    • ການ​ບັນ​ທຸກ​ໜັກ​ມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ທ່ຽງ​ຢູ່​ໃນ​ຄ້ອຍ. ບັນ​ທຸກເຄື່ອງ​ໜ້ອຍ​ລົງ ແລະ ຫຼຸດ​ຄວາມ​ໄວພື້ນ​ດິນ​ຂອງທ່ານລົງ​ເມື່ອ​ໃຊ້​ງານ​ຢູ່​ໃນຄ້ອຍ ຫຼື ຖ້າການ​ບັນ​ທຸກ​ມີ​ສູນ​ກາງ​ແຮງໂນ້ມ​ຖ່ວງ​ສູງ. ຍຶດ​ເຄື່ອງບັນ​ທຸກ​ໃສ່​ຮາງ​ໃສ່​ເຄື່ອງ​ຂອງ​ເຄື່ອງ​ຈັກ​ໃຫ້​ແໜ້ນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ເຄື່ອງ​ບັນ​ທຸກ​ເຄື່ອນ​ຍ້າຍ. ໃຫ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເມື່ອ​ຂົນ​ສົ່ງ​ສິ່ງ​ບັນ​ທຸກ​ທີ່​ເຄື່ອຍ​ຍ້າຍ​ໄດ້​ງ່າຍ (ຕົວ​ຢ່າງ: ຂອງ​ແຫຼວ, ຫີນ, ຊາຍ, ອື່ນໆ).

    • ຫຼີກລ່ຽງການຕິດ​ຈັກ, ມອດ​ຈັກ ຫຼື ລ້ຽວເຄື່ອງຈັກຢູ່​ບ່ອນຄ້ອຍຊັນ, ໂດຍ​ສະ​ເພາະ​ມີ​ການ​ບັນ​ທຸກ. ການ​ຢຸດ​ໃນ​ຂະ​ນະ​ທີ່ກຳ​ລັງ​ລົງ​ຄ້ອຍ​ໃຊ້​ເວ​ລາ​ຢຸດ​ດົນ​ກວ່າ​ຢູ່​ພື້ນ​ບ່ອນ​ພຽງ. ຖ້າ​ທ່ານ​ຕ້ອງ​ຢຸດ​ເຄື່ອງ​ຈັກ, ຫຼີກ​ລ່ຽງ​ການ​ປ່ຽນ​ແປງ​ຄວາມ​ໄວ​ໂດຍ​ທັນ​ທີ, ເຊິ່ງ​ສາ​ມາດ​ເຮັດ​ໃຫ້​ເຄື່ອງ​ຈັກ​ອຽງ ຫຼື ປີ້ນ​ໄດ້. ຢ່າ​ໃຊ້​ເບກ​ໂດຍ​ທັນ​ທີ​ເມື່ອ​ກຳ​ລັງ​ໝູນ​ຄືນ​ກັບ​ຫຼັງ, ເນື່ອງ​ຈາກ​ອັນ​ນີ້​ອາດ​ຈະ​ເຮັດ​ໃຫ້​ເຄື່ອງ​ຈັກຂວັ້ມ​ໄດ້.

    ຄວາມ​ປອດ​ໄພ​ການ​ບັນ​ທຸກ ແລະ ການ​ຖອກ

    • ຢ່າ​ໃຫ້​ເກີນນ້ຳ​ໜັກ​ພາ​ຫະ​ນະ​ທັງ​ໝົດ​ສູງ​ສຸດ (GVW) ຂອງເຄື່ອງຈັກເມື່ອ​ນຳ​ໃຊ້​ມັນ​ດ້ວຍ​ການ​ບັນ​ທຸກ​ຢູ່​ໃນ​ຮາງ​ໃສ່​ເຄື່ອງ ແລະ/ຫຼື ການ​ລາກ​ລົດ​ພ່ວງ, ໃຫ້​ເບິ່ງ .

    • ກະ​ຈາຍການ​ບັນ​ທຸກ​ສິ່ງຂອງຢູ່​ໃນ​ຮາງ​ໃສ່​ເຄື່ອງໃຫ້​ສະ​ໝ່ຳ​ສະ​ເໝີ​ເພື່ອເພີ່ມ​ຄວາມ​ທ່ຽງ ແລະ ການ​ຄວາມ​ຄຸມ​ເຄື່ອງ​ຈັກ.

    • ກ່ອນ​ຈະ​ຖອກ, ໃຫ້​ແນ່​ໃຈ​ວ່າບໍ່​ມີ​ໃຜ​ຢູ່​ດ້ານ​ຫຼັງເຄື່ອງ​ຈັກ​ແລ້ວ.

    • ຢ່າ​ຖອກ​ຮາງ​ໃສ່​ເຄື່ອງ​ທີ່​ບັນ​ທຸກ​ໄວ້​ໃນ​ຂະ​ນະ​ທີ່​ເຄື່ອງ​ຈັກຢູ່​ດ້ານ​ຂ້າງ​ໃນ​ບ່ອນ​ຄ້ອຍ​ຊັນ. ການ​ປ່ຽນ​ແປງ​ການ​ກະ​ຈາຍ​ນ້ຳ​ໜັກ​ອາດ​ຈະເຮັດ​ໃຫ້​ເຄື່ອງ​ຈັກຂວັ້ມ​ໄດ້.

    ການ​ໃຊ້​ງານຮາງ​ໃສ່​ເຄື່ອງ

    ການຍົກ​ຮາງ​ໃສ່​ເຄື່ອງຂຶ້ນ

    ຄຳເຕືອນ

    ຮາງ​ໃສ່​ເຄື່ອງ​ທີ່​ຍົກ​ຂຶ້ນ​ສາ​ມາດ​ຍຸບ​ລົງ ແລະ ເຮັດ​ໃຫ້​ຄົນ​ທີ່​ເຮັດ​ວຽກ​ຢູ່​ກ້ອງ​ມັນ​ໄດ້​ຮັບ​ບາດ​ເຈັບ​ໄດ້.

    • ໃຫ້​ໃຊ້​ເຫຼັກ​ຄ້ຳ​ເພື່ອຍຶດ​ຮາງ​ໃສ່​ເຄື່ອງ​ຂຶ້ນ​ໄວ້​ກ່ອນ​ເຮັດ​ວຽກ​ຢູ່​ກ້ອງ​ຮາງ​ໃສ່​ເຄື່ອງ.

    • ເອົາ​ສິ່ງ​ຂອງ​ທີ່​ບັນ​ທຸກ​ໃດໆ​ອອກ​ຈາກ​ຮາງ​ກ່ອນ​ຍົກ​ມັນ​ຂຶ້ນ..

    ຄຳເຕືອນ

    ການ​ຂັບ​ຂີ່ເຄື່ອງ​ຈັກດ້ວຍ​ການ​ໃຫ້​ຮາງ​ໃສ່​ເຄື່ອງ​ຍົກ​ຂຶ້ນ​ສາ​ມາດ​ເຮັດ​ໃຫ້​ເຄື່ອງ​ຈັກ​ຂວັ້ມ ຫຼື ປີ້ນ​ໄດ້​ງ່າຍ​ຂຶ້ນ. ທ່ານ​ສາ​ມາດ​ເຮັດ​ໃຫ້​ໂຄງ​ຂອງ​ຮາງ​ໃສ່​ເຄື່ອງ​ເປ່​ເພ​ໄດ້, ຖ້າ​ທ່ານ​ນຳ​ໃຊ້​ເຄື່ອງ​ຈັກ​ໂດຍ​ມີ​ຮາງ​ໃສ່​ເຄື່ອງ​ຍົກ​ຂຶ້ນ​ຢູ່.

    • ໃຊ້​ງານ​ເຄື່ອງ​ຈັກ​ເມື່ອ​ຮາງ​ໃສ່​ເຄື່ອງ​ຕ່ຳ​ລົງ.

    • ຫຼັງ​ຈາກຮາງ​ໃສ່​ເຄື່ອງ​ເປົ່າ​ແລ້ວ, ປ່ອຍມັນຕ່ຳ​ລົງ.

    ຂໍ້ຄວນລະວັງ

    ຖ້າ​ການ​ບັນ​ທຸກ​ໜັກ​ຫຼາຍ​ຢູ່​ດ້ານ​ຫຼັງ​ຂອງ​ຮາງ​ໃສ່​ເຄື່ອງ​ເມື່ອ​ທ່ານ​ປ່ອຍ​ໄລ​ລັອກ, ຮາງ​ອາດ​ຈະ​ເປີດ​ຂວັ້ມ​ໂດຍ​ບໍ່​ຄາດ​ຄິດ, ເຮັດ​ໃຫ້​ທ່ານ ຫຼື ຜູ້​ຢືນ​ຢູ່ໃກ້​ໄດ້​ຮັບ​ບາດ​ເຈັບ.

    • ບັນ​ທຸກ​ເຄື່ອງ​ໃສ່​ເຄິ່ງ​ກາງ​ຢູ່​ໃນ​ຮາງ​ໃສ່​ເຄື່ອງ, ຖ້າ​ເປັນ​ໄປ​ໄດ້.

    • ປ່ອຍ​ໃຫ້​ຮາງ​ໃສ່​ເຄື່ອງ​ຕ່ຳ​ລົງ ແລະ ໃຫ້​ແນ່​ໃຈ​ວ່າ​ບໍ່​ມີ​ໃຜ​ອີງ​ຢູ່​ເທິງ​ຮາງ​ໃສ່​ເຄື່ອງ ຫຼື ຢືນ​ຢູ່​ດ້ານ​ຫຼັງ​ມັນ​ເມື່ອ​ປ່ອຍໄລ​ລັອກ.

    • ເອົາ​ເຄື່ອງ​ຂອງ​ທຸກ​ຢ່າງ​ອອກ​ຈາກ​ຮາງ​ກ່ອນ​ຍົກ​ຮາງ​ຂຶ້ນ​ເພື່ອ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ​ເຄື່ອງ​ຈັກ.

    ຍ້າຍຄັນໂຍກໄປ​ທາງດ້ານ​ຫຼັງ​ເພື່ອ​ຍົກຮາງ​ໃສ່​ເຄື່ອງ​ຂຶ້ນ (ຮູບສະແດງ ).

    artpending

    ການປ່ອຍ​ຮາງ​ໃສ່​ເຄື່ອງຕ່ຳ​ລົງ

    ຄຳເຕືອນ

    ນ້ຳ​ໜັກ​ຂອງ​ຮາງ​ອາດ​ຈະ​ໜັກ​ຫຼາຍ. ມື ຫຼື ສ່ວນ​ອື່ນໆ​ຂອງ​ຮ່າງ​ກາຍ​ສາ​ມາດ​ຖືກ​ບົດ​ໄດ້.

    ໃຫ້​ມື ແລະ ພາກ​ສ່ວນ​ອື່ນໆ​ຂອງ​ຮ່າງ​ກາຍຢູ່​ຫ່າງ​ໄກ​ເມື່ອ​ປ່ອຍ​ຮາງ​ຕ່ຳ​ລົງ.

    ຍ້າຍຄັນໂຍກໄປ​ທາງດ້ານໜ້າເພື່ອປ່ອຍຮາງ​ໃສ່​ເຄື່ອງຕ່ຳ​ລົງ (ຮູບສະແດງ ).

    ການເປີດຝາທ້າຍ

    1. ຮັບ​ປະ​ກັນ​ວ່າ​ຮາງ​ໃສ່​ເຄື່ອງ​ຢູ່​ຕ່ຳ ແລະ ໃສ່​ໄລ​ລັອກ​ແລ້ວ.

    2. ເປີດ​ໄລ​ລັອກ​ຢູ່​ດ້ານ​ຊ້າຍ ແລະ ຂວາ​ຂອງ​ຮາງ​ໃສ່​ເຄື່ອງ ແລະ ປ່ອຍ​ຝາ​ທ້າຍ​ຕ່ຳ​ລົງ (ຮູບສະແດງ ).

      artpending

    ການຕິດຈັກ.

    1. ນັ່ງ​ຢູ່​ໃນ​ບ່ອນ​ນັ່ງຂອງ​ຜູ້​ຄວບ​ຄຸມ ແລະ ໃສ່ເບຣກມື.

    2. ປົດ PTO ແລະ ໄຮ​ໂດຼ​ລິກ​ໄຫຼ​ແຮງ (ຖ້າ​ຕິດ​ຕັ້ງ​ມາ​ນຳ) ແລະ ເຄື່ອນ​ຄັນ​ໂຍກ​ຄັນ​ເລັ່ງ​ມື​ໄປ​ຫາ​ຕຳ​ແໜ່ງມອດ (ຖ້າ​ຕິດ​ຕັ້ງ​ມານຳ).

    3. ເຄື່ອນຄັນປ່ຽນເກຍໄປທີ່ຕຳແໜ່ງເກຍ​ຫວ່າງ ແລະ ກົດ​ແຜ່ນ​ຢຽບ​ຄາດ​ລົງ.

    4. ໃຫ້​ແນ່​ໃຈ​ວ່າຄັນໂຍກ​ຍົກ​ໄຮ​ໂດຼ​ລິກຢູ່​ໃນ​ຕຳ​ແໜ່ງ​ເຄິ່ງ​ກາງ.

    5. ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກ​ແຜ່ນ​ຢຽງ​ຄັນ​ເລັ່ງ.

    6. ໝູນສະວິດກະແຈໄປທີ່ຕຳແໜ່ງເປີດ.

      Note: ເມື່ອໄຟຕົວຊີ້ບອກຫົວເຜົາເປີດ​ຂຶ້ນ, ຈັກ​ພ້ອມ​ທີ່​ຈະຕິດ.

    7. ໝູນສະວິດກະແຈໄປທີ່ຕຳແໜ່ງຕິດ​ຈັກ.

      Note: ປ່ອຍ​ກະ​ແຈ​ທັນ​ທີເມື່ອ​ຈັກ​ຕິດ ແລະ ປ່ອຍ​ໃຫ້​ມັນກັບ​ຄືນໄປ​ຫາ​ຕຳ​ແໜ່ງເປີດ​ໃຊ້.

    Note: ຕົວຊີ້ບອກຫົວເຜົາເປີດ​ຂຶ້ນ​ເປັນ​ເວ​ລາ​ເພີ່ມ​ເຕີມ​ອີກ 15 ວິ​ນາ​ທີ​ເມື່ອ​ສະ​ວິດ​ກັບ​ຄືນ​ໄປ​ຫາ​ຕຳ​ແໜ່ງເປີດ​ໃຊ້.

    Note: ຢ່າ​ເປີດ​ໃຊ້ໄດ​ສະ​ຕັດຫຼາຍກວ່າ 10 ວິ​ນາ​ທີ​ໃນ​ແຕ່​ລະ​ຄັ້ງ ຫຼືບໍ່​ດັ່ງ​ນັ້ນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ຂັດ​ຂ້ອງ​ຂອງ​ໄດ​ສະ​ຕັດ​ໄວ​ກວ່າ​ກຳ​ນົດ. ຖ້າ​ຈັກ​ບໍ່​ຕິດ​ຫຼັງ​ຈາກ 10 ວິ​ນາ​ທີ, ບິດກະ​ແຈ​ໄປ​ຕຳ​ແໜ່ງປິດ. ກວດ​ເບິ່ງ​ການ​ຄວບ​ຄຸມ ແລະ ຂັ້ນ​ຕອນ​ການ​ຕິດ​ຈັກ, ລໍ​ຖ້າ​ຕື່ມ​ອີກ 10 ວິ​ນາ​ທີ ແລະ ເຮັດ​ຊ້ຳ​ຄືນ​ການ​ດຳ​ເນີນ​ການ​ຕິດ​ຈັກ.

    ການ​ໃສ່​ການ​ຂັບ​ເຄື່ອນ 4 ລໍ້

    ລຸ້ນຂັບ​ເຄື່ອນ 4 ລໍ້​ເທົ່າ​ນັ້ນ

    ເພື່ອ​ເປີດ​ໃຊ້​ງານ​ການ​ຂັບ​ເຄື່ອນ 4 ລໍ້​ອັດ​ຕະ​ໂນ​ມັດ, ກົດ​ດ້ານ​ເທິງ​ສຸດ​ຂອງ​ສະ​ວິດເປີດ​ປິດ​ໄປ​ຫາ​ຕຳ​ແໜ່ງ 4X4 ອັດ​ຕະ​ໂນ​ມັດ (ຮູບສະແດງ ).

    artpending

    ເມື່ອ​ສະ​ວິດ 4WD ເປີດ, ເຄື່ອງ​ຈັກ​ໃສ່​ການ​ຂັບ​ເຄື່ອນ 4 ລໍ້ໂດຍ​ອັດ​ຕະ​ໂນ​ມັດ, ຖ້າ​ເຊັນເຊີ​ກວດ​ພົບ​ລໍ້​ຫຼັງ​ກຳ​ລັງ​ປິ່ນ​ຢ່າງ​ເສ​ລີ. ເມື່ອ​ໃສ່​ການ​ຂັບ​ເຄື່ອນ 4 ລໍ້, ໄຟສະ​ວິດ 4WD ເປີດ​ຂຶ້ນ.

    Important: ເມື່ອ​ຢູ່​ໃນ​ການ​ຖອຍ​ຫຼັງ, ເຄື່ອງ​ຈັກ​ບໍ່​ໃສ່​ການ​ຂັບ​ເຄື່ອນ 4 ລໍ້​ໂດຍ​ອັດ​ຕະ​ໂນ​ມັດ. ໃນ​ການ​ຖອຍ​ຫຼັງ, ທ່ານ​ຕ້ອງ​ໃສ່​ການ​ຂັບ​ເຄື່ອນ 4 ລໍ້​ເອົາ​ເອງ​ດ້ວຍ​ການ​ໃຊ້ປຸ່ມ 4WD.

    ເພື່ອ​ໃສ່​ການ​ຂັບ​ເຄື່ອນ 4 ລໍ້​ເອົາ​ເອງ, ກົດ​ປຸ່ມ 4WD ຢູ່​ຕູ້​ຄວບ​ຄຸມ​ເຄິ່ງ​ກາງ​ຄ້າງ​ໄວ້​ໃນ​ຂະ​ນະ​ທີ່​ພາ​ຫະ​ນະ​ຢູ່​ໃນ​ການ​ເຄື່ອນ​ໄຫວ ແລະ ໃສ່ການ​ຂັບ​ເຄື່ອນ 4 ລໍ້​ແລ້ວ.

    Note: ການ​ຂັບ​ເຄື່ອນ 4 ລໍ້​ຍັງ​ຄົງ​ໃສ່​ຢູ່​ພຽງ​ແຕ່​ເມື່ອ​ທ່ານ​ກົດ​ປຸ່ມ​ຄ້າງ​ໄວ້​ເທົ່າ​ນັ້ນ; ສະ​ວິດ 4WD ບໍ່​ຈຳ​ເປັນ​ຕ້ອງ​ຢູ່​ໃນ​ຕຳ​ແໜ່ງອັດ​ຕະ​ໂນ​ມັດເພື່ອ​ໃສ່​ການ​ຂັບ​ເຄື່ອນ 4 ລໍ້​ເອົາ​ເອງ.

    ການຂັບເຄື່ອງຈັກ

    1. ປົດເບ​ຣກມື.

    2. ກົດ​ແຜ່ນ​ຢຽບ​ຄາດ​ລົງ​ໃຫ້​ສຸດ

    3. ເຄື່ອນ​ຄັນ​ໂຍກ​ປ່ຽນ​ເກຍ​ໄປ​ໃສ່​ເກຍ​ທຳ​ອິດ.

    4. ປ່ອຍ​ແຜ່ນ​ຢຽບ​ຄາດ​ຢ່າງ​ລ່ຽນ​ໄຫຼ​ໃນ​ຂະ​ນະ​ທີ່​ກົດ​ແຜ່ນ​ຢຽບ​ຄັນ​ເລັ່ງ.

    5. ເມື່ອ​ເຄື່ອງ​ຈັກ​ໄດ້​ຄວາມ​ໄວ​ພຽງ​ພໍ​ແລ້ວ, ເອົາ​ຕີນ​ອອກ​ຈາກ​ແຜ່ນ​ຢຽບ​ຄັນ​ເລັ່ງ, ກົດ​ແຜ່ນ​ຢຽບ​ຄາດ​ລົງ​ໃຫ້​ສຸດ, ເຄື່ອນ​ຄັນ​ປ່ຽນ​ເກຍ​ໄປ​ຫາ​ເກຍ​ຕໍ່​ໄປ ແລະ ປ່ອຍ​ແຜ່ນ​ຢຽບ​ຄາດ​ໃນ​ຂະ​ນະ​ທີ່​ກົດ​ແຜ່ນ​ຢຽບ​ຄັນ​ເລັ່ງ.

    6. ເຮັດ​ຂັ້ນ​ຕອນ​ຊ້ຳ​ຄືນ​ຈົນ​ກວ່າ​ໄດ້​ຄວາມ​ໄວທີ່​ຕ້ອງ​ການ.

      Important: ຈອດ​ເຄື່ອງ​ຈັກ​ກ່ອນ​ປ່ຽນໄປເກຍ​ຖອຍຫຼັງ​ຈາກ​ເກຍ​ໄປ​ໜ້າ ຫຼື ໄປ​ໃສ່ເກຍໄປ​ໜ້າ​ຈາກ​ເກຍ​ຖອຍ​ຫຼັງ.

      Note: ຫຼີກ​ລ່ຽງ​ການ​ປ່ອຍ​ໃຫ້​ຈັກ​ຕິດ​ກາ​ລັງ​ຕີ​ໄວ້​ເປັນ​ເວ​ລາ​ດົນ​ນານ.

      ໃຊ້​ຕາ​ຕະ​ລາງ​ຢູ່​ລຸ່ມ​ນີ້ເພື່ອກຳ​ນົດຄວາມ​ໄວ​ພື້ນ​ດິນ​ຂອງ​ເຄື່ອງ​ຈັກຢູ່​ທີ່ 3,600 ຮອບ​ຕໍ່​ນາ​ທີ.

      ເກຍຂອບ​ເຂດວິ​ທະ​ຍຸຄວາມ​ໄວ (ກມ/ຊມ)ຄວາມ​ໄວ (ໄມ​ຕໍ່​ຊມ)
      1L82.83 : 14.72.9
      2L54.52 : 17.24.5
      3L31.56 : 112.57.7
      1H32.31 : 112.27.6
      2H21.27 : 118.511.5
      3H12.31 : 131.919.8
      RL86.94 : 14.52.8
      RH33.91 : 111.67.1

      Important: ຢ່າ​ພະ​ຍາ​ຍາມ​ຊຸກ ຫຼື ລາກ​ເຄື່ອງ​ຈັກ​ເພື່ອ​ຕິດ​ຈັກ​ມັນ. ຄວາມ​ເສຍ​ຫາຍ​ຕໍ່​ຕົວ​ຂັບ​ເຄື່ອນ​ສາ​ມາດ​ເກີດ​ຂຶ້ນ​ໄດ້.

    ການ​ຢຸດ​ເຄື່ອງ​ຈັກ

    ເພື່ອ​ຢຸດເຄື່ອງ​ຈັກ, ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກແຜ່ນ​ຢຽບ​ຄັນ​ເລັ່ງ, ຈາກ​ນັ້ນ​ຢຽບແປ້ນ​ເບ​ຣກ.

    ການມອດຈັກ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ໃສ່​ເບ​ຣກມື.

    3. ໝູນສະ​ວິດກະ​ແຈໄປທີ່ຕຳແໜ່ງປິດ ແລະ ຖອດກະ​ແຈອອກ.

    ການ​ໃຊ້ລັອກເຟືອງ​ທ້າຍ

    ຄຳເຕືອນ

    ການຂວັ້ມ ຫຼື ການປີ້ນ​ຂອງ​ເຄື່ອງ​ຈັກ​ຢູ່ເທິງ​ເນີນ​ພູ​ຈະ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ຮ້າຍ​ແຮງ.

    • ການ​ລາກ​ພິ​ເສດ​ມີ​ໃຫ້​ກັບ​ລັອກ​ເຟືອງ​ທ້າຍ​ສາ​ມາດ​ມີ​ຄວາມ​ພຽງ​ພໍ​ທີ່​ຈະ​ເຮັດ​ໃຫ້​ທ່ານ​ຕົກ​ຢູ່​ໃນສະ​ຖາ​ນະ​ການ​ອັນ​ຕະ​ລາຍ​ເຊັ່ນ: ການ​ຂຶ້ນ​ຄ້ອຍ​ຊັນ​ທີ່​ຊັນ​ຫຼາຍ​ທີ່​ຈະ​ປີ້ນ​ກັບ​ຄືນໄດ້. ໃຫ້​ມີ​ຄວາມ​ລະ​ມັດ​ລະ​ວັງເມື່ອ​ໃຊ້​ງານ​ດ້ວຍ​ລັອກ​ເຟືອງ​ທ້າຍ​ເປີດ​ຢູ່, ໂດຍ​ສະ​ເພາະ​ຢູ່​ບ່ອນ​ທີ່ຄ້ອຍ​ຊັນ​ຫຼາຍ.

    • ຖ້າ​ລັອກ​ເຟືອງ​ທ້າຍ​ເປີດ​ຢູ່​ເມື່ອ​ເຮັດ​ການ​ລ້ຽວ​ທັນ​ທີດ້ວຍ​ຄວາມ​ໄວ​ສູງ​ຂຶ້ນ ແລະ ລໍ້ຫຼັງດ້ານ​ໃນ​ຍົກ​ຂຶ້ນ​ເໜືອ​ພື້ນ, ອາດ​ຈະ​ມີ​ການ​ສູນ​ເສຍ​ການ​ຄວບ​ຄຸມ​ເຊິ່ງ​ສາ​ມາດ​ເຮັດ​ໃຫ້​ເຄື່ອງຈັກຕະ​ລາດ​ໄປ​ໄດ້. ໃຊ້​ລັອກ​ເຟືອງ​ທ້າຍ​ພຽງ​ແຕ່​ໃນ​ຄວາມ​ໄວ​ຕ່ຳ​ເທົ່າ​ນັ້ນ.

    ຂໍ້ຄວນລະວັງ

    ການ​ລ້ຽວ​ດ້ວຍ​ການ​ໃສ່​ລັອກ​ເຟືອງ​ທ້າຍ​ສາ​ມາດ​ເຮັດໃຫ້​ເກີດ​ການ​ສູນ​ເສຍ​ການ​ຄວບ​ຄຸມເຄື່ອງຈັກ​ໄດ້. ຢ່າ​ລ້ຽວ​ຄືນ​ທັນ​ທີ ຫຼື ດ້ວຍ​ຄວາມ​ໄວ​ສູງເມື່ອໃສ່ລັອກ​ເຟືອງ​ທ້າຍ​ຢູ່.

    ລັອກ​ເຟືອງ​ທ້າຍເພີ່ມ​ການ​ລາກ​ຂອງ​ເຄື່ອງຈັກໂດຍ​ການ​ລັອກ​ລໍ້​ຫຼັງ​ເພື່ອ​ໃຫ້ລໍ້ບໍ່​ປິ່ນ​ອອກ. ນີ້​ສາ​ມາດ​ຊ່ວຍ​ໄດ້​ເມື່ອ​ທ່ານ​ມີ​ການ​ບັນ​ທຸກ​ໜັກ​ເພື່ອ​ລາກ​ໃນ​ສະ​ໜາມ​ຫຍ້າ​ປຽກ ຫຼື ບ່ອນ​ທີ່​ມື່ນ, ການ​ຂຶ້ນ​ພູ ຫຼື ໃນ​ພື້ນ​ທີ່​ມີຊາຍ. ເຖິງ​ແນວ​ໃດ​ກໍ​ຕາມ, ສິ່ງ​ສຳ​ຄັນ​ແມ່ນ​ຕ້ອງ​ຈື່ວ່າ​ການ​ລາກ​ພິ​ເສດ​ນີ້​ແມ່ນສຳ​ລັບ​ການ​ໃຊ້​ຈຳ​ກັດຊົ່ວ​ຄາວເທົ່າ​ນັ້ນ. ການນຳໃຊ້ຂອງ​ມັນບໍ່​ປ່ຽນ​ແທນການ​ດຳ​ເນີນ​ການ​ທີ່​ປອດ​ໄພ.

    ລັອກ​ເຟືອງ​ທ້າຍເຮັດ​ໃຫ້​ລໍ້​ຫຼັງ​ປິ່ນ​ໃນ​ຄວາມ​ໄວ​ດຽວ​ກັນ. ເມື່ອ​ໃຊ້​ລັອກ​ເຟືອງ​ທ້າຍ, ຄວາມ​ສາ​ມາດ​ຂອງ​ທ່ານ​ທີ່​ຈະ​ເຮັດ​ການ​ລ້ຽວ​ທັນ​ທີ​ແມ່ນ​ບາງ​ສິ່ງ​ຖືກ​ຈຳ​ກັດ ແລະ ອາດ​ຈະຂູດ​ສະ​ໜາມ​ຫຍ້າ. ໃຊ້​ລັອກ​ເຟືອງ​ທ້າຍ​ພຽງ​ແຕ່​ເມື່ອ​ຈຳເປັນ​ໃນ​ຄວາມ​ໄວ​ຕ່ຳ ແລະ ພຽງ​ແຕ່​ໃນ​ເກຍ​ທີ​ໜຶ່ງ ຫຼື ທີ​ສອງ​ເທົ່າ​ນັ້ນ.

    ການໃຊ້ການ​ຄວບ​ຄຸມໄຮ​ໂດຼ​ລິກ

    ການ​ຄວບ​ຄຸມ​ໄຮ​ໂດຼ​ລິກ​ສະ​ໜອງ​ພະ​ລັງ​ງານ​ໄຮ​ໂດຼ​ລິກ​ຈາກ​ປ້ຳ​ຂອງເຄື່ອງ​ຈັກ​ທຸກ​ເວ​ລາ​ທີ່​ຈັກ​ເປີດ​ໃຊ້. ທ່ານ​ສາ​ມາດ​ໃຊ້​ພະ​ລັງ​ງານ​ຜ່ານ​ຂໍ້​ຕໍ່​ດ່ວນຢູ່​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ​ໄດ້.

    ຄຳເຕືອນ

    ການ​ເສຍ​ຫາຍ​ຂອງ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ພາຍ​ໃຕ້ຄວາມ​ດັນ​ສາ​ມາດມີ​ຄວາມແຮງ​ທີ່​ພຽງ​ພໍ​ເພື່ອ​ແຜ່​ຊຶມ​ເຂົ້າ​ຜິວ​ໜັງ ແລະ ສາ​ມາດເຮັດ​ໃຫ້​ເກີດ​ການ​ບາດ​ເຈັບຮ້າຍ​ແຮງໄດ້.

    ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ເມື່ອ​ຕໍ່ ຫຼື ປົດ​ຂໍ້​ຕໍ່​ດ່ວນ​ໄຮ​ໂດຼ​ລິກ. ມອດ​ຈັກ, ໃສ່​ເບ​ຣກມື, ປ່ອຍ​ສ່ວນ​ທີ່​ຕິດ​ມາ​ນຳ​ຕ່ຳ​ລົງ ແລະ ວາງວາວ​ໄຮ​ໂດຼ​ລິກ​ຫ່າງ​ໄກ​ໄວ້​ຢູ່​ໃນ​ຕຳ​ແໜ່ງ​ຢຸດ​ເຄື່ອນ​ໄຫວ​ລອຍ​ຕົວ​ເພື່ອ​ຜ່ອນ​ແຮງ​ດັນ​ໄຮ​ໂດຼ​ລິກ​ກ່ອນ​ຕໍ່ ຫຼື ປົດ​ຂໍ້​ຕໍ່ດ່ວນ.

    Important: ຖ້າ​ເຄື່ອງ​ຈັກ​ຫຼາຍ​ເຄື່ອງ​ໃຊ້​ສິ່ງ​ທີ່​ຕິດ​ມາ​ນຳ​ອັນ​ດຽວ​ກັນ, ອາດ​ຈະ​ເກີດ​ມີ​ການ​ປົນ​ເປື້ອນ​ຂ້າມ​ໄປ​ໃສ່​ນ້ຳ​ມັນ​ລະ​ບົບເກຍໄດ້. ປ່ຽນ​ນ້ຳ​ມັນລະ​ບົບ​ເກຍ​ເລື້ອຍໆ.

    ການ​ໃຊ້​ຄັນ​ໂຍກ​ຍົກ​ຮາງ​ໄຮ​ໂດຼ​ລິກ​ເພື່ອ​ຄວບ​ຄຸມ​ສິ່ງ​ທີ່​ຕິດ​ມາ​ນຳ​ຂອງ​ໄຮ​ໂດຼ​ລິກ

    • ຕຳ​ແໜ່ງມອດ

      ນີ້​ແມ່ນ​ຕຳ​ແໜ່ງ​ປົກ​ກະ​ຕິ​ສຳ​ລັບວາວ​ຄວບ​ຄຸມ​ເມື່ອ​ມັນ​ບໍ່​ໄດ້​ໃຊ້​ງານ​ຢູ່. ຢູ່​ໃນ​ຕຳ​ແໜ່ງ​ນີ້, ຊ່ອງ​ເຮັດ​ວຽກ​ຂອງວາວ​ຄວບ​ຄຸມ​ຖືກບ​ລັອກ ແລະ ການ​ບັນ​ທຸກ​ໃດໆ​ກໍ່​ຕາມ​ແມ່ນ​ຖືກ​ຍຶດ​ຖື​ໄວ້​ໂດຍ​ວາວກວດ​ກາ​ຢູ່​ທັງ​ສອງ​ທິດ​ທາງ.

    • ຍົກ​ຂຶ້ນ ຕຳ​ແໜ່ງ (ຂໍ້​ຕໍ່ດ່ວນ A)

      ຕຳ​ແໜ່ງ​ນີ້​ຍົກ​ຮາງ ແລະ ສິ່ງ​ທີ່​ຕິດ​ມາ​ນຳ​ຜູກ​ໄວ້​ດ້ານ​ຫຼັງ ຫຼື ນຳ​ໃຊ້​ແຮງ​ດັນ​ໃສ່​ຂໍ້​ຕໍ່​ດ່ວນ A. ຕຳ​ແໜ່ງ​ນີ້​ຍັງ​ປ່ອຍ​ໃຫ້​ຂອງ​ແຫຼວ​ໄຮ​ໂດຼ​ລິກ​ກັບ​ຄືນ​ຈາກ​ຂໍ້​ຕໍ່​ດ່ວນ B ເພື່ອ​ໄຫຼກັບ​ຄືນ​ໄປ​ໃນ​ວາວ ແລະ ຈາກ​ນັ້ນ​ອອກ​ໄປ​ຫາ​ອ່າງ​ເກັບ. ນີ້​ແມ່ນ​ຕຳ​ແໜ່ງ​ຊົ່ວໄລ​ຍະ​ໜຶ່ງ ແລະ ເມື່ອ​ທ່ານ​ປ່ອຍ​ຄັນ​ໂຍກ, ມັນ​ດີດ​ກັບ​ຄືນ​ຫາໃຈ​ກາງ, ຕຳ​ແໜ່ງມອດ.

      artpending
    • ປ່ອຍ​ຕ່ຳ​ລົງ ຕຳ​ແໜ່ງ (ຂໍ້​ຕໍ່ດ່ວນ B)

      ຕຳ​ແໜ່ງ​ນີ້ປ່ອຍຮາງ, ສິ່ງ​ທີ່​ຕິດ​ມາ​ນຳ​ຜູກ​ໄວ້​ດ້ານ​ຫຼັງຕ່ຳ​ລົງ ຫຼື ນຳ​ໃຊ້​ແຮງ​ດັນ​ໃສ່​ຂໍ້​ຕໍ່​ດ່ວນ B. ນີ້​ຍັງ​ປ່ອຍ​ໃຫ້​ຂອງ​ແຫຼວ​ໄຮ​ໂດຼ​ລິກ​ກັບ​ຄືນ​ຈາກ​ຂໍ້​ຕໍ່​ດ່ວນ A ເພື່ອ​ໄຫຼກັບ​ຄືນ​ໄປ​ໃນ​ວາວ ແລະ ຈາກ​ນັ້ນ​ອອກ​ໄປ​ຫາ​ອ່າງ​ເກັບ. ນີ້​ແມ່ນ​ຕຳ​ແໜ່ງ​ຊົ່ວໄລ​ຍະ​ໜຶ່ງ ແລະ ເມື່ອ​ທ່ານ​ປ່ອຍ​ຄັນ​ໂຍກ, ມັນ​ດີດ​ກັບ​ຄືນ​ຫາໃຈ​ກາງ, ຕຳ​ແໜ່ງມອດ. ການ​ຖື​ໄວ້​ຊົ່ວ​ໄລ​ຍະ​ໜຶ່ງ ແລະ ຈາກ​ນັ້ນ​ການປ່ອຍ​ຄັນ​ໂຍກ​ຄວບ​ຄຸມຢູ່​ໃນ​ຕຳ​ແໜ່ງ​ນີ້​ໃຫ້​ການ​ໄຫຼ​ຂອງ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ໄປ​ຫາ​ຂໍ້​ຕໍ່​ດ່ວນ B, ເຊິ່ງ​ໃຫ້​ພະ​ລັງ​ງານ​ອ່ອນ​ລົງ​ໃນ​ການ​ຜູກ​ໄວ້​ດ້ານ​ຫຼັງ. ເມື່ອ​ທ່ານ​ປ່ອຍ​ມັນ, ມັນ​ຖື​ແຮງ​ດັນ​ລົງ​ໄວ້​ໃນ​ການ​ຜູກ​ໄວ້.

      Important: ຖ້າ​ທ່ານ​ໃຊ້​ມັນກັບ​ລູກ​ສູບ​ໄຮໂດຼ​ລິກ, ການ​ຖື​ຄັນ​ໂຍກ​ຄວບ​ຄຸມ​ໄວ້​ຢູ່​ໃນ​ຕຳ​ແໜ່ງຕ່ຳ​ກວ່າ​ເຮັດ​ໃຫ້​ເກີດ​ການ​ໄຫຼ​ຂອງ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ໄປ​ຜ່ານ​ວາວ​ຜ່ອນ​ຜັນ, ເຊິ່ງ​ສາ​ມາດ​ເຮັດ​ໃຫ້​ລະ​ບົບ​ໄຮ​ໂດຼ​ລິກ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

    • ຕຳ​ແໜ່ງເປີດ

      ບັນ​ຫານີ້​ຄ້າຍ​ຄື​ກັບ ປ່ອຍ​ຕ່ຳ​ລົງ (ຕຳ​ແໜ່ງຂໍ້​ຕໍ່ດ່ວນ B). ມັນ​ຍັງ​ສົ່ງ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ໄປ​ຫາ​ຂໍ້​ຕໍ່​ດ່ວນ B ນຳ​ອີກ, ຍົກ​ເວັ້ນ​ວ່າ​ຄັນ​ໂຍກ​ຖືກ​ຍຶດ​ໄວ້​ໃນ​ຕຳ​ແໜ່ງ​ນີ້​ໂດຍຄັນ​ໂຍກ​ຢຸດ​ເຄື່ອນ​ໄຫວ​ຢູ່​ໃນ​ແຜງ​ຄວບ​ຄຸມ. ນີ້ປ່ອຍ​ໃຫ້​ນ້ຳ​ມັນ​ໄຮໂດຼ​ລິກໄຫຼຕໍ່​ເນື່ອງ​ໄປ​ຫາ​ອຸ​ປະ​ກອນ​ທີ່​ໃຊ້​ມໍ​ເຕີ້​ໄຮ​ໂດຼ​ລິກ.

      ໃຊ້​ຕຳ​ແໜ່ງ​ນີ້​ພຽງ​ແຕ່​ໃນ​ສິ່ງ​ທີ່​ຕິດ​ມາ​ນຳ​ດ້ວຍ​ການ​ມີມໍ​ເຕີ້ໄຮ​ໂດຼ​ລິກຕິດ​ມານຳ.

      Important: ຖ້າ​ທ່ານ​ໃຊ້​ມັນກັບ​ລູກ​ສູບ​ໄຮໂດຼ​ລິກ ຫຼື ບໍ່​ມີ​ສິ່ງ​ທີ່​ຕິດ​ມາ​ນຳ, ຕຳ​ແໜ່ງເປີດເຮັດ​ໃຫ້​ນ້ຳ​ມັນ​ໄຮ​ໂດຼ​ລິກ​ໄຫຼ​ໄປ​ຜ່ານ​ວາວ​ຜ່ອນຜັນ, ເຊິ່ງ​ສາ​ມາດ​ເຮັດ​ໃຫ້​ລະ​ບົບ​ໄຮ​ໂດຼ​ລິກ​ໄດ້​ຮັບ​ຄວາມ​ເສຍ​ຫາຍ. ໃຊ້​ຕຳ​ແໜ່ງ​ນີ້​ພຽງ​ແຕ່ຊົ່ວ​ຄາວ ຫຼື ກັບມໍ​ເຕີ້ທີ່ຕິດ​ມານຳເທົ່າ​ນັ້ນ.

      Important: ກວດເບິ່ງລະດັບນ້ຳມັນໄຮໂດຼລິກຫຼັງ​ຈາກການຕິດຕັ້ງສິ່ງ​ທີ່​ຕິດ​ມາ​ນຳ. ກວດ​ເບິ່ງ​ການ​ໃຊ້​ງານ​ຂອງ​ສິ່ງ​ທີ່​ຕິດ​ມາ​ນຳ​ໂດຍ​ການຖີບ​ສິ່ງ​ທີ່​ຕິດ​ມາ​ນຳ​ຫຼາຍ​ຄັ້ງ​ເພື່ອ​ໄລ່​ລົມ​ອອກ​ຈາກ​ລະ​ບົບ, ຈາກ​ນັ້ນ​ກວດ​ເບິ່ງ​ລະ​ດັບ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ອີກ. ລູກ​ສູບ​ສິ່ງ​ທີ່​ຕິດ​ມາ​ນຳ​ມີ​ຜົນ​ກະ​ທົບ​ຕໍ່​ລະ​ບົບ​ຂອງ​ແຫຼວ​ຢູ່​ໃນ​ຄັນ​ສົ່ງ​ເລັກ​ນ້ອຍ. ການ​ໃຊ້​ງ​ານເຄື່ອງຈັກທີ່​ມີ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ໜ້ອຍ​ສາ​ມາດ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ປ້ຳ, ໄຮ​ໂດຼ​ລິກ​ທາງ​ໄກ, ພວງ​ມະ​ໄລ​ພາວ​ເວີ ແລະ ຄັນ​ສົ່ງ​ເຄື່ອງ​ຈັກ.

    ການ​ຕໍ່ຂໍ້​ຕໍ່​ດ່ວນ

    Important: ທຳ​ຄວາມ​ສະ​ອາດຝຸ່ນອອກ​ຈາກ​ຂໍ້​ຕໍ່​ດ່ວນ​ກ່ອນ​ຕໍ່​ພວກ​ມັນ. ຂໍ້​ຕໍ່​ເປື້ອນ​ສາ​ມາດນຳ​ເອົາ​ການ​ປົນ​ເປື້ອນ​ເຂົ້າ​ສູ່​ລະ​ບົບໄຮໂດຼລິກໄດ້.

    1. ດຶງວົງ​ແຫວນ​ລັອກໃນຂໍ້​ຕໍ່ກັບ​ຄືນ.

    2. ສຽບຫົວ​ຕໍ່​ທໍ່​ໃສ່​ຂໍ້​ຕໍ່​ຈົນ​ກວ່າ​ມັນງັບ​ເຂົ້າໄປ​ໃນຕຳ​ແໜ່ງ.

    Note: ເມື່ອທຳ​ການ​ຕິດ​ອຸ​ປະ​ກອນ​ທາງ​ໄກ​ໃສ່​ຂໍ້​ຕໍ່​ດ່ວນ, ກຳ​ນົດ​ວ່າ​ດ້ານ​ໃດ​ຕ້ອງ​ການ​ຄວາມ​ດັນ, ຈາກ​ນັ້ນ​ຕິດ​ທໍ່​ນັ້ນ​ໃສ່​ຂໍ້​ຕໍ່​ດ່ວນ B, ທີ່​ມີ​ຄວາມ​ດັນ​ເມື່ອ​ທ່ານ​ຊຸກ​ຄັນ​ໂຍກ​ຄວບ​ຄຸມ​ໄປ​ທາງ​ໜ້າ ຫຼື ລັອກ​ຢູ່​ໃນ​ຕຳ​ແໜ່ງເປີດ.

    ການຖອດຂໍ້​ຕໍ່​ດ່ວນ

    Note: ດ້ວຍ​ທັງ​ເຄື່ອງ​ຈັກ ແລະ ສິ່ງ​ຕິດ​ມາ​ນຳ​ມອດ, ເຄື່ອນ​ຄັນ​ໂຍກ​ຍົກ​ກັບ​ຫຼັງ ຫຼື ໄປ​ໜ້າ​ເພື່ອ​ກຳ​ຈັດ​ຄວາມ​ດັນ​ລະ​ບົບ ແລະ ເຮັດ​ໃຫ້​ການ​ຖອດ​ຂໍ້​ຕໍ່​ດ່ວນ​ອອກ​ໄດ້​ງ່າຍ.

    1. ດຶງວົງ​ແຫວນ​ລັອກໃນຂໍ້​ຕໍ່ກັບ​ຄືນ.

    2. ດຶງທໍ່ຈາກຂໍ້​ຕໍ່ຢ່າງ​ແຮງ.

      Important: ທຳ​ຄວາມ​ສະ​ອາດ ແລະ ຕິດ​ຕັ້ງຫົວ​ສຽບ​ກັນ​ຝຸ່ນ ແລະ ຝາປົກກັນ​ຝຸ່ນ​ໃສ່​ປາຍຂໍ້​ຕໍ່​ດ່ວນເມື່ອ​ບໍ່​ໃຊ້​ງານ.

    ການແກ້​ໄຂ​ຂໍ້​ຂັດ​ຂ້ອງການ​ຄວບ​ຄຸມໄຮ​ໂດຼ​ລິກ

    • ຄວາມ​ຫຍຸ້ງ​ຍາກ​ໃນ​ການຕໍ່ ຫຼື ປົດ​ຂໍ້​ຕໍ່​ດ່ວນ.

      ຄວາມ​ດັນບໍ່​ຖືກ​ປ່ອຍ​ອອກ (ຂໍ້​ຕໍ່ດ່ວນມີ​ຄວາມ​ດັນ).

    • ພວງ​ມະ​ໄລ​ພາວ​ເວີ​ກຳ​ລັງ​ລ້ຽວ​ຍາກ ຫຼື ມັນ​ບໍ່​ລ້ຽວ​ໄດ້​ເລີຍ.

      • ລະດັບນ້ຳມັນໄຮໂດຼລິກມີ​ໜ້ອຍ.

      • ອຸນ​ຫະ​ພູມນ້ຳມັນໄຮໂດຼລິກຮ້ອນ​ເກີນ​ໄປ.

      • ປ້ຳ​ບໍ່​ເຮັດ​ວຽກ.

    • ມີ​ການ​ຮົ່ວ​ໄຫຼ​ຂອງ​ໄຮ​ໂດຼ​ລິກ.

      • ຂໍ້​ຕໍ່​ຫຼວມ.

      • ຂໍ້​ຕໍ່​ຫາຍ​ໄປ​ໃນແຫວນ​ຮູບ​ຕົວ O.

    • ສິ່ງ​ທີ່​ຕິດ​ມາ​ນຳ​ບໍ່​ເຮັດ​ວຽກ.

      • ຂໍ້​ຕໍ່ດ່ວນບໍ່​ຕໍ່​ເຂົ້າ​ເຕັມ​ທີ່.

      • ຂໍ້​ຕໍ່ດ່ວນໄດ້ສັບປ່ຽນກັນ.

    • ມີ​ສຽງ​ດັງ​ກີດໆ.

      • ເອົາ​ວາວ​ທີ່​ປະ​ໄວ້​ຢູ່​ໃນການ​ຢຸດ​ຕຳ​ແໜ່ງເປີດອອກ, ເປັນ​ສາ​ເຫດ​ໃຫ້​ນ້ຳ​ມັນ​ໄຮ​ໂດຼ​ລິກ​ໄຫຼ​ຂ້າມ​ວາວ​ຜ່ອນ​ຜັນ.

      • ສາຍ​ພານຫຼວມ.

    • ຈັກ​ບໍ່​ຕິດ.

      ຄັນ​ໂຍກ​ໄຮ​ໂດຼ​ລິກ​ຖືກ​ລັອກ​ໄວ້​ຢູ່​ໃນ​ຕຳ​ແໜ່ງໄປ​ໜ້າ.

    ຫຼັງຈາກການປະຕິບັດງານ

    ຄວາມປອດໄພຫຼັງຈາກການປະຕິບັດງານ

    ຄວາມປອດໄພທົ່ວໄປ

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ເຄື່ອນລະ​ບົບເກຍໄປທີ່ຕຳແໜ່ງເກຍ​ຫວ່າງ.

      • ໃສ່​ເບ​ຣກມື.

      • ປ່ອຍ​ຮາງ​ໃສ່​ເຄື່ອງຕ່ຳ​ລົງ.

      • ມອດເຄື່ອງຈັກ ແລະ ຖອດກະ​ແຈ (ຖ້າ​ໄດ້​ຕິດ​ຕັ້ງ​ມາ​ນຳ).

      • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ

    • ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ຢ່າເກັບມ້ຽນເຄື່ອງຈັກໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

    • ຮັກສາອາໄຫຼ່ທຸກອັນຂອງເຄື່ອງຈັກໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ຫັນສ່ວນ​ປະ​ກອບຕ່າງໆໃຫ້ແໜ້ນ.

    • ຮັກສາ ແລະ ອະນາໄມສາຍ​ແອວ​ນິລະໄພຕາມທີ່ຈຳເປັນ.

    • ປ່ຽນທຸກສະ​ຫຼາກ​ທີ່ຫຼຸ້ຍ​ຫ້ຽນ, ເປ່​ເພ ຫຼື ຫາຍໄປ.

    ການຂົນເຄື່ອງຈັກ

    • ໃຊ້ຄວາມ​ລະ​ມັດ​ລະ​ວັງ​ໃນ​ເວ​ລາ​ເອົາ​ເຄື່ອງ​ຈັກຂຶ້ນ ຫຼື ລົງ​ຈາກລົດພ່ວງ ຫຼື ລົດບັນທຸກ.

    • ໃຊ້ທາງລາດເຕັມຄວາມກ້ວາງສຳລັບການເອົາເຄື່ອງຈັກຂຶ້ນ​ໃສ່​ໃນລົດພ່ວງ ຫຼື ລົດບັນທຸກ.

    • ມັດເຄື່ອງຈັກໃຫ້​ຮັບ​ປະ​ກັນ.

    ໃຫ້​ເບິ່ງ ຮູບສະແດງ ແລະ ຮູບສະແດງ ສຳ​ລັບ​ບ່ອນ​ຈຸກ​ຈຸດ​ມັດ​ໃນ​ເຄື່ອງຈັກ.

    Note: ເອົາ​ເຄື່ອງ​ຈັກ​ຂຶ້ນ​ໃສ່​ລົດ​ລາກ​ດ້ວຍ​ການ​ເອົາ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ​ປິ່ນ​ໄປ​ທາງ​ໜ້າ. ຖ້າ​ນັ້ນ​ເປັນ​ໄປ​ບໍ່​ໄດ້, ຍຶດ​ຝາ​ປົກ​ຈັກ​ເຄື່ອງ​ຈັກ​ໃສ່​ກອບ​ດ້ວຍ​ສາຍ​ຮັດ ຫຼື ເອົາ​ຝາ​ປົກ​ຈັກ​ອອກ ແລະ ຂົນ​ສົ່ງ ແລະ ຍຶດ​ມັນ​ໄວ້​ແຍກ​ຕ່າງ​ຫາກ, ບໍ່​ດັ່ງ​ນັ້ນ​ຝາ​ປົກ​ຈັກ​ອາດ​ຈະ​ຫຼຸດ​ອອກ​ໃນ​ລະ​ຫວ່າງ​ການ​ຂົນ​ສົ່ງ.

    artpending
    artpending

    ການລາກເຄື່ອງຈັກ

    ໃນ​ກໍ​ລະ​ນີ​ສຸກ​ເສີນ, ທ່ານ​ສາ​ມາດ​ລາກ​ເຄື່ອງ​ຈັກ​ໄປໄລ​ຍະ​ທາງ​ສັ້ນ​ໄດ້; ເຖິງ​ແນວ​ໃດ​ກໍ​ຕາມ​ນີ້​ບໍ່​ແມ່ນ​ຂັ້ນ​ຕອນ​ການ​ດຳ​ເນີນ​ການ​ມາດ​ຕະ​ຖານ.

    ຄຳເຕືອນ

    ການ​ລາກ​ໃນ​ຄວາມ​ໄວ​ເກີນ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ສູນ​ເສຍ​ການ​ຄວບ​ຄຸມ​ພວງ​ມະ​ໄລ, ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ໄດ້.

    ຢ່າ​ລາກ​ເຄື່ອງຈັກໄວ​ກວ່າ 8 ກມ/ຊມ (5 ໄມຕໍ່ຊົ່ວໂມງ).

    Note: ພວງ​ມະ​ໄລ​ພາວ​ເວີ​ບໍ່​ເຮັດ​ວຽກ, ເຮັດ​ໃຫ້​ບັນ​ຊາ​ພວງ​ມະ​ໄລ​ຍາກ.

    ການລາກເຄື່ອງຈັກແມ່ນ​ວຽກ​ທີ່​ຕ້ອງ​ເຮັດ 2 ຄົນ. ຖ້າ​ທ່ານ​ຕ້ອງ​ຍ້າຍ​ເຄື່ອງ​ຈັກ​ໄປໃນ​ໄລ​ຍະ​ທາງ​ທີ່​ໜ້າ​ພິ​ຈາ​ລະ​ນາ, ໃຫ້​ຂົນ​ສົ່ງ​ມັນ​ເທິງ​ລົດ​ບັນ​ທຸກ ຫຼື ລົດ​ລາກ.

    1. ມັດ​ສາຍ​ລາກ​ໃສ່​ລີ້ນ​ຢູ່​ດ້ານ​ໜ້າ​ຂອງກອບ​ເຄື່ອງ​ຈັກ (ຮູບສະແດງ ).

    2. ເຄື່ອນເກຍໄປທີ່ຕຳແໜ່ງເກຍ​ຫວ່າງ ແລະ ປົດເບ​ຣກມື.

    ການ​ລາກ​ລົດ​ລາກ

    ເຄື່ອງ​ຈັກ​ສາ​ມາດ​ດຶງ​ລົດ​ລາກ ແລະ ສິ່ງ​ທີ່​ຕິດ​ມາ​ນຳທີ່​ມີ​ນ້ຳ​ໜັກ​ຫຼາຍກວ່າ​ຕົວ​ເຄື່ອງ​ຈັກ​ເອງ​ໄດ້. ຫົວ​ມັດລາກ​ແກ່​ຫຼາຍ​ປະ​ເພດ​ແມ່ນ​ມີ​ໃຫ້​ໃຊ້​ສຳ​ລັບ​ເຄື່ອງ​ຈັກ, ຂຶ້ນ​ກັບ​ການ​ນຳ​ໃຊ້​ຂອງ​ທ່ານ. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານສຳ​ລັບລາຍ​ລະ​ອຽດ.

    ເມື່ອ​ຕິດ​ຕັ້ງ​ມາ​ກັບຫົວ​ມັດລາກ​ແກ່ທີ່​ມີ​ນັອດ​ຕົວ​ຜູ້​ຕິດ​ໃສ່​ທໍ່​ແກນ​ຫຼັງ, ເຄື່ອງ​ຈັກ​ຂອງ​ທ່ານ​ສາ​ມາດ​ລາກ​ແກ່​ລົດ​ລາກ ຫຼື ສິ່ງ​ທີ່​ຕິດ​ມາ​ນຳ​ດ້ວຍ​ນ້ຳ​ໜັກ​ລົດ​ລາກ​ລວມ (GTW) ສູງ​ສຸດ​ໄດ້​ເຖິງ 1587 ກ​ລ (3,500 ປອນ).

    ບັນ​ທຸກ​ໃສ່​ລົດ​ລາກ​ດ້ວຍ 60% ຂອງ​ນ້ຳ​ໜັກ​ເຄື່ອງ​ຢູ່​ດ້ານ​ໜ້າ​ຂອງ​ລົດ​ລາກ​ສະ​ເໝີ. ນີ້​ວາງ​ໃສ່​ປະ​ມານ 10% (272 ກ​ລ (600 ປອນ) ສູງ​ສຸດຂອງ​ນ້ຳ​ໜັກ​ລົດ​ລາກ​ລວມ (GTW) ຢູ່​ໃນ​ບ່ອນ​ດຶງ​ລາກ​ຂອງ​ເຄື່ອງ​ຈັກ.

    ເມື່ອ​ລາກ​ແກ່​ເຄື່ອງ ຫຼື ລາກ​ແກ່​ລົດ​ລາກ (ສິ່ງ​ທີ່​ຕິດ​ມາ​ນຳ), ຢ່າ​ບັນ​ທຸກ​ເກີນ​ເຄື່ອງ​ຈັກ ຫຼື ລົດ​ລາກ. ການ​ບັນ​ທຸກ​ເກີນ​ສາ​ມາດ​ເຮັດ​ໃຫ້​ປະ​ສິດ​ທິ​ພາບ​ການ​ໃຊ້​ງານ​ບໍ່​ດີ ຫຼື ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ເບ​ຣກ, ແກນ, ຈັກ, ຄັນ​ສົ່ງ, ພວງ​ມະ​ໄລ, ກັນ​ສະ​ເທືອນ, ໂຄງ​ຕົວ​ເຄື່ອງ​ຈັກ ຫຼື ຢາງ​ຕີນ​ລົດ.

    Important: ເພື່ອ​ຫຼຸດ​ຜ່ອນ​ຄວາມ​ເປັນ​ໄປ​ໄດ້​ສຳ​ລັບ​ການ​ເປ່​ເພ​ສາຍ​ຂັບ​ເຄື່ອນ, ໃຊ້​ຂອບ​ເຂດ​ຕ່ຳ.

    ເມື່ອ​ລາກ​ສິ່ງ​ທີ່​ຕິດ​ມານຳ​ຂອງ​ລໍ້​ທີ​ຫ້າເຊັ່ນ: ເຄື່ອງ​ອັດ​ອາ​ກາດ​ເຂົ້າ​ໃສ່​ທາງ​ຍ່າງ​ສະ​ໜາມກ໊ອ​ຟ, ໃຫ້​ຕິດ​ຕັ້ງ​ຄານ​ລໍ້​ສະ​ເໝີ (ມີ​ມາ​ກັບ​ຊຸດ​ເຄື່ອງ​ມື​ລໍ້​ທີ​ຫ້າ) ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ລໍ້​ໜ້າ​ຍົກ​ຂຶ້ນ​ຈາກ​ພື້ນ, ຖ້າ​ການ​ເຄື່ອນ​ໄຫວ​ຂອງ​ສິ່ງ​ຕິດ​ມາ​ນຳ​ທີ່​ຖືກ​ລາກ​ແກ່​ນັ້ນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ກະ​ທັນ​ຫັນ.

    ການບຳລຸງຮັກສາ

    ຄວາມປອດໄພໃນການບຳລຸງຮັກສາ

    • ຢ່າປ່ອຍໃຫ້ຄົນທີ່ບໍ່ໄດ້ຮັບການຝຶກຝົນ​ມາບໍ​ລິ​ການບຳ​ລຸງ​ຮັກ​ສາເຄື່ອງຈັກ.

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ເຄື່ອນລະ​ບົບເກຍໄປທີ່ຕຳແໜ່ງເກຍ​ຫວ່າງ.

      • ໃສ່​ເບ​ຣກມື.

      • ປ່ອຍ​ຮາງ​ໃສ່​ເຄື່ອງຕ່ຳ​ລົງ.

      • ມອດເຄື່ອງຈັກ ແລະ ຖອດກະ​ແຈ (ຖ້າ​ໄດ້​ຕິດ​ຕັ້ງ​ມາ​ນຳ).

      • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ

    • ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ຄ້ຳ​ເຄື່ອງ​ຈັກ​ດ້ວຍຂາກະລິກທຸກຄັ້ງທີ່ທ່ານເຮັດວຽກຢູ່ກ້ອງ​ເຄື່ອງ​ຈັກ.

    • ຢ່າ​ເຮັດ​ວຽກ​ຢູ່​ກ້ອງ​ຮາງ​ທີ່​ຍົກ​ຂຶ້ນ​ໂດຍ​ບໍ່​ມີ​ຂາ​ຄ້ຳ​ຄວາມ​ປອດ​ໄພ​ຮາງ​ທີ່​ຖືກ​ຕ້ອງ​ຢູ່​ກັບ​ທີ່.

    • ໃຫ້​ແນ່​ໃຈ​ວ່າຂໍ້ຕໍ່ທໍ່ສາຍ​ໄຮ​ໂດຼ​ລິກທັງໝົດຮັດ​ແໜ້ນ ແລະ ທໍ່ ແລະ ສາຍໄຮ​ໂດຼ​ລິກທັງ​ໝົດຢູ່ໃນສະພາບດີກ່ອນ​ໃຊ້​ຄວາມ​ດັນ​ໃສ່​ລະ​ບົບ.

    • ກ່ອນ​ຖອດ ຫຼື ເຮັດ​ວຽກ​ໃດ​ໜຶ່ງ​ໃນ​ລະ​ບົບ​ໄຮ​ໂດຼ​ລິກ, ປ່ອຍ​ຄວາມ​ດັນ​ທັງ​ໝົດ​ຢູ່​ໃນ​ລະບົບ​ອອກ​ໂດຍ​ການມອດ​ມໍ​ເຕີ້, ໝູນວາວ​ຖອກ​ຈາກ​ການ​ຍົກ​ຂຶ້ນ​ໃຫ້​ຕ່ຳ​ລົງ ແລະ/ຫຼື ປ່ອຍ​ຮາງ​ໃສ່​ເຄື່ອງ ແລະ ສິ່ງ​ທີ່​ຕິດ​ມາ​ນຳຕ່ຳ​ລົງ. ວາງ​ຄັນ​ໂຍກ​ໄຮ​ໂດຼ​ລິກ​ທາງ​ໄກ​ຢູ່​ໄວ້​ໃນ​ຕຳ​ແໜ່ງ​ລອຍ. ຖ້າ​ຮາງ​ຕ້ອງ​ຢູ່​ໃນ​ຕຳ​ແໜ່ງ​ຍົກ​ຂຶ້ນ, ຍຶດ​ມັນ​ດ້ວຍ​ຂາ​ຄ້ຳ​ຄວາມ​ປອດ​ໄພ​ໄວ້.

    • ປ່ອຍຄວາມດັນອອກຈາກສ່ວນປະກອບທີ່ມີພະລັງງານເກັບໄວ້ຢ່າງລະມັດລະວັງ.

    • ຢ່າສາກ​ແບັດ​ເຕີ​ຣີ​ໃນ​ຂະ​ນະ​ທີ່ກຳລັງບໍ​ລິ​ການບຳ​ລຸງ​ຮັກ​ສາເຄື່ອງຈັກ.

    • ເພື່ອ​ຮັບ​ປະ​ກັນ​ວ່າ​ທັງ​ໝົດ​ເຄື່ອງ​ຈັກ​ຢູ່​ໃນ​ສະ​ພາບ​ທີ່​ດີ, ອຸ​ປະ​ກັນ​ທັງ​ໝົດ​ຮັດ​ແໜ້ນ​ໄວ້.

    • ເພື່ອ​ຫຼຸດ​ຜ່ອນ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ເກີດ​ໄຟ​ໄໝ້, ໃຫ້​ເອົາ​ເຄື່ອງ​ຈັກ​ໄວ້​ຢູ່​ບ່ອນ​ປາ​ສະ​ຈາກ​ນ້ຳ​ມັນ​ກະ​ແລັດ, ຫຍ້າ, ໃບ​ໄມ້ ແລະ ຝຸ່ນ​ສະ​ສົມ.

    • ຖ້າເປັນໄປໄດ້, ຢ່າດຳ​ເນີນການບຳລຸງຮັກສາໃນຂະນະທີ່ເຄື່ອງຈັກກຳລັງແລ່ນຢູ່. ຢູ່ຫ່າງຈາກຊິ້ນສ່ວນເຄື່ອນໄຫວ.

    • ຖ້າທ່ານ​ຕ້ອງຕິດ​ຈັກ​ໄວ້​ເພື່ອ​ທຳ​ການ​ປັບ​ການບຳ​ລຸງ​ຮັກ​ສາ, ໃຫ້​ເອົາ​ມື, ຕີນ, ເຄື່ອງ​ນຸ່ງ ແລະ ສ່ວນ​ອື່ນໆ​ຂອງ​ຮ່າງ​ກາຍ​ອອກ​ຈາກ​ພາກ​ສ່ວນ​ທີ່​ເຄື່ອນ​ໄຫວ​ຢູ່. ໃຫ້ຜູ້ຢູ່ໃກ້ຄຽງຢູ່ຫ່າງຈາກເຄື່ອງ​ຈັກ.

    • ອະ​ນາ​ໄມນໍ້າມັນເຄື່ອງ ແລະ ນໍ້າມັນເຊື້ອໄຟທີ່ກະເດັນອອກ.

    • ກວດເບິ່ງການເຮັດ​ວຽກ​ຂອງເບ​ຣກມືຕາມ​ທີ່​ແນະ​ນຳ​ຢູ່​ໃນ​ກຳ​ນົດ​ເວ​ລາ​ການ​ບຳ​ລຸງ​ຮັກ​ສາ ແລະ ປັບ ແລະ ບໍ​ລິ​ການ​ບຳ​ລຸງ​ຮັກ​ສາ​ມັນ​ຕາມ​ທີ່​ຕ້ອງ​ການ.

    • ຮັກສາອາໄຫຼ່ທຸກອັນຂອງເຄື່ອງຈັກໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ຫັນສ່ວນ​ປະ​ກອບທຸກ​ຢ່າງໃຫ້ແໜ້ນຢ່າງ​ຖືກ​ຕ້ອງ. ປ່ຽນສະ​ຫຼາກທີ່ຫ້ຽນ ຫຼື ເສຍຫາຍທັງໝົດ.

    • ຢ່າ​ເຂົ້າ​ໄປ​ລົບ​ກວນ​ການ​ເຮັດ​ໜ້າ​ທີ່​ຂອງ​ອຸ​ປະ​ກອນ​ຄວາມ​ປອດ​ໄພ ຫຼື ຫຼຸດ​ຜ່ອນ​ການ​ປົກ​ປ້ອງ​ທີ່​ອຸ​ປະ​ກອນ​ຄວາມ​ປອດ​ໄພ​ສະ​ໜອງ​ໃຫ້.

    • ຢ່າ​ເຮັດ​ໃຫ້​ຈັກ​ເກີນ​ຄວາມ​ໄວ​ໂດຍ​ການ​ປ່ຽນ​ການ​ຕັ້ງ​ຄ່າ​ຕົວ​ຄຸ້ມ​ຄອງ. ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ຄວາມ​ຖືກ​ຕ້ອງ, ໃຫ້​ຜູ້​ຈຳ​ໜ່າຍບໍລິ​ການບຳ​ລຸງ​ຮັກ​ສາກວດ​ເບິ່ງ​ຄວາມ​ໄວ​ຈັກ​ສູງ​ສຸດ​ດ້ວຍເຄື່ອງວັດ​ແທກ​ຄວາມ​ໄວ.

    • ຖ້າ​ຈຳ​ເປັນ​ຕ້ອງ​ມີ​ການ​ສ້ອມ​ແປງ​ໃຫຍ່ ຫຼື ຕ້ອງ​ມີ​ການ​ຊ່ວຍ​ເຫຼືອ, ໃຫ້​ຕິດ​ຕໍ່​ຫາ​ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.

    • ການ​ດັດ​ແປງ​ເຄື່ອງ​ຈັກ​ນີ້​ໃນ​ຮູບ​ແບບ​ໃດ​ໜຶ່ງ​ອາດ​ຈະ​ມີຜົນ​ກະ​ທົບ​ຕໍ່​ການ​ດຳ​ເນີນ​ການ​ເຄື່ອງ​ຈັກ, ປະ​ສິດ​ທິ​ພາບ​ການ​ໃຊ້​ງານຄວາມ​ຄົງ​ທົນ ຫຼື ການ​ນຳ​ໃຊ້​ຂອງ​ມັນ​ອາດ​ຈະສົ່ງ​ຜົນ​ໃຫ້​ເກີດ​ການ​ບາດ​ເຈັບ ຫຼື ເສຍ​ຊີ​ວິດ. ການ​ນຳ​ໃຊ້​ດັ່ງ​ກ່າວ​ສາ​ມາດ​ເຮັດ​ໃຫ້​ການ​ຮັບ​ປະ​ກັນຜະ​ລິດ​ຕະ​ພັນຂອງ​ບໍ​ລິ​ສັດ Toro® ເປັນ​ໂມ​ຄະ​ໄດ້.

    ຕາຕະລາງການບຳລຸງຮັກສາທີ່ແນະນຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 2 ຊົ່ວໂມງທໍາອິດ
  • ບິດນັອດຮັດລໍ້ລົດດ້ານ​ໜ້າ ແລະ ດ້ານ​ຫຼັງ.
  • ຫລັງຈາກ 10 ຊົ່ວໂມງທໍາອິດ
  • ກວດເບິ່ງ​ການ​ປັບສາຍ​ເກຍ.
  • ບິດນັອດຮັດລໍ້ລົດດ້ານ​ໜ້າ ແລະ ດ້ານ​ຫຼັງ.
  • ກວດ​ສອບ​ເບິ່ງ​ການ​ປັບ​ເບ​ຣກ​ມື.
  • ກວດເບິ່ງສະພາບ ແລະ ຄວາມເຄັ່ງຂອງສາຍພານໄດປັ່ນໄຟ.
  • ປ່ຽນໝໍ້ກອງໄຮໂດຼລິກ.
  • ຫລັງຈາກ 50 ຊົ່ວໂມງທໍາອິດ
  • ປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ.
  • ປັບ​ໄລ​ຍະ​ຫ່າງວາວ​ຈັກ.
  • ຫລັງຈາກ 100 ຊົ່ວໂມງທໍາອິດ
  • ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳ​ກ່ອນ​ທີ່​ຈະ​ແກະ​ເຄື່ອງ​ຈັກ​ໃໝ່.
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດກາສາຍ​ແອວ​ນິລະໄພວ່າຫ້ຽນ, ຂາດ ແລະ ມີຄວາມເສຍຫາຍອື່ນໆບໍ່. ປ່ຽນ​ສາຍ​ແອວ​ນິ​ລະໄພ, ຖ້າສ່ວນປະກອບໃດໜຶ່ງບໍ່ເຮັດວຽກຢ່າງຖືກຕ້ອງ.
  • ການກວດເບິ່ງຄວາມດັນຂອງຢາງລົດ.
  • ກວດເບິ່ງການເຮັດວຽກຂອງລະ​ບົບອິນເຕີລັອກຄວາມ​ປອດ​ໄພ.
  • ກວດເບິ່ງລະດັບນໍ້າມັນເຄື່ອງຈັກ.
  • ລະ​ບາຍ​ນ້ຳ ຫຼື ສິ່ງ​ປົນ​ເປື້ອນ​ຈາກໝໍ້​ແຍກ​ນ້ຳ.
  • ການກວດເບິ່ງລະດັບນ້ຳ​ຢາ​ທຳ​ຄວາມ​ເຢັນເຄື່ອງຈັກ.
  • ກຳຈັດສິ່ງເສດເຫຼືອອອກຈາກບໍ​ລິ​ເວນ​ຈັກ ແລະ ໝໍ້ນ້ຳ.(ທຳຄວາມສະອາດມັນເລື້ອຍໆໃນສະພາບເປື້ອນ.)
  • ກວດເບິ່ງລະດັບນ້ຳມັນເບ​ຣກ.ກວດເບິ່ງລະດັບນ້ຳມັນເບ​ຣກກ່ອນທີ່ທ່ານຈະຕິດຈັກເທື່ອ​ທຳ​ອິດ.
  • ກວດເບິ່ງລະດັບນ້ຳມັນຄັນ​ສົ່ງ/ໄຮ​ໂດຼ​ລິກ. (ກວດເບິ່ງລະດັບຂອງນ້ຳມັນກ່ອນຕິດຈັກເທື່ອ​ທຳ​ອິດ ແລະ ທຸກໆ 8 ຊົ່ວ​ໂມງ ຫຼື ປະຈຳວັນຫຼັງຈາກນັ້ນ.)
  • ກວດເບິ່ງລະດັບນ້ຳມັນໄຮ​ໂດຼ​ລິກ​ໄຫຼ​ແຮງ (ລຸ້ນ​ຂອງ TC ເທົ່າ​ນັ້ນ). ກວດເບິ່ງລະດັບຂອງນ້ຳມັນໄຮໂດຼລິກກ່ອນຕິດຈັກເທື່ອ​ທຳ​ອິດ ແລະ ປະຈຳວັນຫຼັງຈາກນັ້ນ
  • ທຸກໆ 25 ຊົ່ວໂມງ
  • ເອົາ​ຝາ​ປົກໝໍ້​ກອງ​ອາ​ກາດ​ອອກ ແລະ ທຳ​ຄວາມ​ສະ​ອາດ​ເອົາ​ຂີ້​ເຫຍື້ອ​ອອກ.
  • ທຸກໆ 50 ຊົ່ວໂມງ
  • ກວດເບິ່ງລະດັບຂອງ​ແຫຼວ​ແບັດ​ເຕີ​ຣີ.(ທຸກໆ 30 ວັນຢູ່ໃນບ່ອນເກັບມ້ຽນ).
  • ກວດເບິ່ງການເຊື່ອມຕໍ່ສາຍໄຟແບດເຕີຣີ.
  • ທຸກໆ 100 ຊົ່ວໂມງ
  • ໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່(ໃນ​ການ​ນຳ​ໃຊ້​ເຮັດ​ວຽກ​ໜັກ​ແມ່ນ​ໃຫ້​ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ຖີ່ຂຶ້ນ).
  • ປ່ຽນ​ໄສ້​ກອງເຕົ້າ​ກອງ​ອາ​ກາດ(ເຮັດເລື້ອຍໆໃນສະພາບທີ່ຂີ້ຝຸ່ນ ແລະ ເປື້ອນ).
  • ກວດ​ເບິ່ງ​ລະ​ດັບ​ຂອງ​ນ້ຳ​ມັນ​ເຄື່ອງ​ເຟືອງ​ໜ້າ (ລຸ້ນຂັບ​ເຄື່ອນ 4 ລໍ້​ເທົ່າ​ນັ້ນ).
  • ກວດເບິ່ງສະພາບຂອງ​ຢາງລົດ.
  • ທຸກໆ 200 ຊົ່ວໂມງ
  • ການປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ.
  • ກວດ​ກາ​ເຕົ້າ​ຄວາມ​ໜຽວ​ຄົງ​ທີ່​ເບິ່ງ​ຮອຍ​ແຕກ, ຮູ ຫຼື ຂາ​ໜີບ​ຫຼວມ(ລຸ້ນຂັບ​ເຄື່ອນ 4 ລໍ້​ເທົ່າ​ນັ້ນ).
  • ກວດເບິ່ງ​ການ​ປັບສາຍ​ເກຍ.
  • ກວດ​ເບິ່ງ​ການ​ປັບ​ສາຍສູງ-ຕ່ຳ.
  • ກວດ​ເບິ່ງ​ການ​ປັບ​ສາຍ​ລັອກ​ເຟືອງ​ທ້າຍ.
  • ບິດນັອດຮັດລໍ້ລົດດ້ານ​ໜ້າ ແລະ ດ້ານ​ຫຼັງ.
  • ກວດ​ສອບ​ເບິ່ງ​ການ​ປັບ​ເບ​ຣກ​ມື.
  • ກວດເບິ່ງ​ການ​ປັບແປ້ນ​ເບ​ຣກ.
  • ກວດເບິ່ງສະພາບ ແລະ ຄວາມເຄັ່ງຂອງສາຍພານໄດປັ່ນໄຟ.
  • ກວດເບິ່ງ​ການ​ປັບແຜ່ນ​ຢຽບ​ຄາດ.
  • ກວດ​ກາການ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ ແລະ ເບ​ຣກມື.
  • ທຸກໆ 400 ຊົ່ວໂມງ
  • ການປ່ຽນໝໍ້ກອງນໍ້າມັນເຊື້ອໄຟ.
  • ກວດກາທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່.
  • ກວດເບິ່ງການ​ຈັດ​ຄວາມ​ທ່ຽງ​ລໍ້​ໜ້າ
  • ກວດ​ກາເບ​ຣກເພື່ອ​ເບິ່ງ​ຜ້າ​ເບ​ຣກ​ຂາດ​ດ້ວຍ​ຕາ​ເປົ່າ.
  • ທຸກໆ 600 ຊົ່ວໂມງ
  • ປັບ​ໄລ​ຍະ​ຫ່າງວາວ​ຈັກ.
  • ທຸກໆ 800 ຊົ່ວໂມງ
  • ປ່ຽນນ້ຳມັນເຟືອງ​ໜ້າ(ລຸ້ນຂັບ​ເຄື່ອນ 4 ລໍ້​ເທົ່າ​ນັ້ນ).
  • ປ່ຽນ​ນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ການທຳຄວາມສະອາດຕະ​ແກງ.
  • ປ່ຽນໝໍ້ກອງໄຮໂດຼລິກ.
  • ຖ້າ​ທ່ານບໍ່​ໄດ້​ນຳ​ໃຊ້ ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນໍ້າມັນທາງ​ເລືອກ​ໃສ່​ທ້ອງອ່າງ, ປ່ຽນ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ໄຫຼ​ແຮງ ແລະ ໝໍ້​ກອງ.
  • ທຸກໆ 1,000 ຊົ່ວໂມງ
  • ລ້າງ/ປ່ຽນນໍ້າຢາລະບົບນ້ຳ​ຢາ​ທຳຄວາມເຢັນ.
  • ປ່ຽນ​ນ້ຳ​ມັນເບ​ຣກ.
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນໝໍ້ກອງໄຮໂດຼລິກໄຫຼ​ແຮງ.
  • ທຸກໆ 2,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນນ້ຳ​ມັນໄຮໂດຼລິກໄຫຼ​ແຮງ.
  • Note: ດາວໂຫຼດສຳເນົາແຜນ​ຜັງໄຟຟ້າໂດຍເຂົ້າໄປທີ່ www.Toro.com ແລະ ຄົ້ນຫາເຄື່ອງຈັກຂອງທ່ານຈາກລິ້ງຄູ່ມືໃນໜ້າທຳອິດ.

    Important: ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂັ້ນຕອນການບຳລຸງຮັກສາເພີ່ມເຕີມ.

    ຂໍ້ຄວນລະວັງ

    ຄວນໃຫ້ແຕ່​ບຸກ​ຄົນ​ທີ່​ມີ​ຄຸນ​ນະ​ວຸດ ແລະ ໄດ້​ຮັບ​ອະ​ນຸ​ຍາດເທົ່າ​ນັ້ນ​ເຮັດ​ການບຳ​ລຸງ​ຮັກ​ສາ, ປັບ ຫຼື ກວດກາເຄື່ອງ​ຈັກ.

    • ຫຼີກ​ລ່ຽງ​ອັນ​ຕະ​ລາຍ​ໄຟ​ໄໝ້ ແລະ ໃຫ້​ມີ​ອຸ​ປະ​ກອນ​ປ້ອງ​ກັນ​ໄຟ​ໄວ້​ຢູ່​ໃນ​ບ່ອນ​ເຮັດ​ວຽກ. ຢ່າ​ໃຊ້​ແປວ​ໄຟ​ເປີດ​ເພື່ອກວດ​ເບິ່ງ​ລະ​ດັບ​ຂອງ​ແຫຼວ ຫຼື ການ​ຮົ່ວ​ໄຫຼ​ຂອງ​ນ້ຳ​ມັນ, ນ້ຳ​ກົດ​ໝໍ້​ໄຟ ຫຼື ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຈັກ.

    • ຢ່າ​ໃຊ້​ຖາດ​ນ້ຳ​ມັນ​ເປີດ ຫຼື ຂອງ​ແຫຼວ​ທຳ​ຄວາມ​ສະ​ອາດ​ທີ່​ສາ​ມາດເກີດ​ເປັນ​ແປວ​ໄຟ​ສຳ​ລັບ​ທຳ​ຄວາມ​ສະ​ອາດ​ພາກ​ສ່ວນ​ຕ່າງໆ.

    ຄຳເຕືອນ

    ການ​ບໍ່​ບຳ​ລຸງ​ຮັກ​ສາ​ເຄື່ອງ​ຈັກ​ຢ່າງ​ເໝາະ​ສົມ​ສາ​ມາດ​ເຮັດ​ໃຫ້​ເກີດ​ຄວາມ​ຂັດ​ຂ້ອງ​ຂອງ​ລະ​ບົບເຄື່ອງ​ຈັກ​ກ່ອນ​ອາ​ຍຸ​ການ​ໃຊ້​ງານ​ເຕັມ​ທີ່​ເຮັດ​ໃຫ້​ເກີດອັນ​ຕະ​ລາຍ​ຕໍ່​ທ່ານ ຫຼື ຜູ້​ຢືນ​ຢູ່​ໃກ້​ໄດ້.

    ໃຫ້​ບຳ​ລຸງ​ຮັກ​ສາ​ເຄື່ອງ​ຈັກ​ໃຫ້​ດີ ແລະ ຢູ່​ໃນ​ສະ​ພາບ​ການ​ໃຊ້​ງານ​ໄດ້​ດີ​ຕາມ​ທີ່​ໄດ້​ບອກ​ໄວ້​ຢູ່​ໃນ​ຄຳ​ແນະ​ນຳ​ເຫຼົ່າ​ນີ້.

    ຂໍ້ຄວນລະວັງ

    ຖ້າ​ທ່ານ​ປະ​ກະ​ແຈ​ໄວ້​ໃນ​ຢູ່​ໃນ​ສະ​ວິດ, ບາງ​ຄົນ​ສາ​ມາດ​ຕິດ​ຈັກ​ໄດ້​ໂດຍ​ບັງ​ເອີນ ແລະ ເຮັດ​ໃຫ້​ທ່ານ ຫຼື ຄົນ​ອື່ນ​ທີ່​ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້.

    ມອດຈັກ ແລະ ຖອດກະແຈອອກ​ຈາກ​ສະ​ວິດ​ກ່ອນ​ທີ່​ທ່ານ​ຈະ​ດຳ​ເນີນ​ການ​ບຳ​ລຸງ​ຮັກ​ສາ​ໃດ​ໜຶ່ງ.

    ການ​ບຳ​ລຸງ​ຮັກ​ສາ​ເຄື່ອງ​ຈັກ​ພາຍ​ໃຕ້​ສະ​ພາບ​ການ​ໃຊ້​ງານ​ພິ​ເສດ

    Important: ຖ້າ​ເຄື່ອງ​ຈັກ​ຕົກ​ຢູ່​ໃນ​ສະ​ພາບ​ໃດ​ໜຶ່ງ​ທີ່​ມີ​ລາຍ​ການ​ຢູ່​ລຸ່ມ​ນີ້, ເຮັດ​ໃຫ້​ການ​ບຳ​ລຸງ​ຮັກ​ສາ​ສອງ​ຄັ້ງ​ຕາມ​ຄວາມ​ຖີ່​ຄື:

    • ການ​ໃຊ້​ງານ​ຢູ່​ທະ​ເລ​ຊາຍ

    • ການ​ໃຊ້​ງານ​ໃນ​ສະ​ພາບ​ອາ​ກາດ​ໜາວ—ຕ່ຳ​ກວ່າ 10°C (50°F)

    • ການ​ລາກລົດ​ລາກ

    • ການ​ໃຊ້​ງານຢູ່​ໃນ​ສະ​ພາບ​ທີ່​ມີ​ຂີ້​ຝຸ່ນ​ຫຼາຍເລື້ອຍໆ

    • ວຽກ​ກໍ່​ສ້າງ

    • ຫຼັງ​ຈາກ​ການ​ໃຊ້​ງານ​ຕໍ່​ເນື່ອງ​ຢູ່​ໃນ​ຂີ້​ຕົມ, ຊາຍ, ນ້ຳ ຫຼື ສະ​ພາບ​ເປື້ອນ​ທີ່​ຄ້າຍ​ຄື​ກັນ​ນັ້ນ, ແມ່ນ​ໃຫ້​ເຮັດ​ດັ່ງ​ຕໍ່​ໄປ​ນີ້:

      • ໃຫ້​ກວດ​ກາ​ເບິ່ງ​ເບ​ຣກ​ຂອງ​ທ່ານ ແລະ ທຳ​ຄວາມ​ສະ​ອາດ​ທັນ​ທີ​ທີ່​ເປັນ​ໄປ​ໄດ້. ນີ້​ປ້ອງ​ກັນສິ່ງທີ່​ແຂງ​ເຂົ້າ​ໄປ​ໃນ​ທີ່​ຈະ​ເຮັດ​ໃຫ້​ເກີດ​ການ​ຫ້ຽນຫຼາຍ​ເກີນໄປ.

      • ລ້າງເຄື່ອງຈັກໂດຍໃຊ້ນ້ຳຢ່າງດຽວ ຫຼື ດ້ວຍສານຊັກລ້າງອ່ອນໆ.

        Important: ຢ່າໃຊ້ນ້ຳເຄັມ ຫຼື ນ້ຳທີ່ຜ່ານການບຳບັດມາເພື່ອທຳຄວາມສະອາດເຄື່ອງຈັກ.

    ຂັ້ນຕອນການບຳລຸງຮັກສາກ່ອນລ່ວງໜ້າ

    ຫຼາຍ​ເລື່ອງ​ທີ່​ໄດ້ກວາມ​ເອົາ​ຢູ່​ໃນ​ພາກ​ບຳ​ລຸງ​ຮັກ​ສາ​ນີ້​ຈຳ​ເປັນ​ຕ້ອງ​ມີ​ການ​ຍົກ​ຮາງ​ຂຶ້ນ ແລະ ປ່ອຍ​ຮາງ​ລົງ. ເພື່ອ​ປ້ອງ​ກັນ​ການ​ບາດ​ເຈັບ​ສາ​ຫັດ ຫຼື ເສຍ​ຊີ​ວິດ, ໃຫ້​ລະ​ມັດ​ລະ​ວັງ​ດັ່ງ​ຕໍ່​ໄປ​ນີ້.

    ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ໃສ່​ເບ​ຣກມື.

    3. ຖອກ​ຮາງ​ໃສ່​ເຄື່ອງ​ໃຫ້​ເປົ່າ ແລະ ຍົກ​ຂຶ້ນ, ໃຫ້​ເບິ່ງ .

    4. ມອດຈັກ ແລະ ຖອດກະແຈ.

    5. ປ່ອຍໃຫ້ເຄື່ອງຈັກເຢັນກ່ອນປະຕິບັດການບຳລຸງຮັກສາ.

    ການ​ໃຊ້​ຂາ​ຄ້ຳ​ຮາງ

    Important: ຕິດ​ຕັ້ງ​ຂາ​ຄ້ຳ​ຮາງ ຫຼື ເອົາ​ຂາ​ຄ້ຳ​ຮາງ​ອອກ​ຈາກ​ດ້ານນອກ​ຂອງຮາງ​ສະ​ເໝີ.

    1. ຍົກ​ຮາງ​ຂຶ້ນ​ຈົນ​ກວ່າ​ລູກ​ສູບ​ຍົກ​ຢືດ​ອອກ​ຈົນ​ສຸດ.

    2. ເອົາ​ຂາ​ຄ້ຳ​ຮາງ​ອອກ​ຈາກ​ຂາຄ້ຳ​ບ່ອນ​ເກັບ​ມ້ຽນ​ຢູ່​ດ້ານ​ຫຼັງ​ຂອງ​ແຜງ ROPS (ຮູບສະແດງ ).

      artpending
    3. ຊຸກ​ຂາ​ຄ້ຳ​ຮາງ​ໄປ​ຫາ​ກ້ານ​ລູກ​ສູບ ແລະ ໃຫ້​ແນ່​ໃຈ​ວ່າ​ຫ່ວງ​ຢູ່​ປາຍ​ຂາຄ້ຳ​ຄ້າງ​ຢູ່​ປາຍ​ຂອງທໍ່ລູກ​ສູບ ແລະ ປາຍ​ກ້ານ​ລູກ​ສູບ (ຮູບສະແດງ ).

      artpending
    4. ເອົາ​ຂາ​ຄ້ຳ​ຮາງ​ອອກ​ຈາກລູກ​ສູບ ແລະ ສອດ​ມັນ​ເຂົ້າ​ໄປ​ໃນຂາຄ້ຳຢູ່​ດ້ານ​ຫຼັງ​ຂອງ​ແຜງ ROPS.

      Important: ຢ່າ​ພະ​ຍາ​ຍາມ​ປ່ອຍ​ຮາງ​ລົງ​ໂດຍ​ທີ່​ມີ​ຂາ​ຄ້ຳ​ຄວາມ​ປອດ​ໄພ​ຮາງ​ຢູ່​ໃນ​ລູກ​ສູບ.

    ການ​ເອົາ​ຮາງ​ເຕັມ​ອອກ

    1. ຕິດ​ຈັກ, ໃສ່​ຄັນ​ໂຍກ​ຍົກ​ໄຮ​ໂດຼ​ລິກ ແລະ ປ່ອຍ​ຮາງ​ລົງ​ຕ່ຳ​ຈົນ​ກວ່າ​ລູກ​ສູບ​ຫຼວມ​ຢູ່​ໃນ​ຊ່ອງ.

    2. ປ່ອຍຄັນ​ໂຍກ​ຍົກ ແລະ ມອດ​ຈັກ.

    3. ຖອດ​ສະ​ຫຼັກ​ດຶງ​ອອກ​ໄປ​ຈາກ​ປາຍ​ດ້ານນອກ​ຂອງເຂັມ​ຂັດສະ​ຫຼັກກ້ານ​ສູບ (ຮູບສະແດງ ).

      artpending
    4. ເອົາ​ເຂັມ​ຂັດ​ສະ​ຫຼັກ​ຍຶດ​ປາຍ​ກ້ານ​ສູບ​ໃສ່​ແຜ່ນ​ຍຶດ​ຕິດ​ຮາງ​ອອກ​ໂດຍ​ການ​ຊຸກ​ເຂັມ​ຂັດ​ໄປ​ທາງ​ໜ້າ​ດ້ານ​ໃນ (ຮູບສະແດງ ).

    5. ຖອດ​ສະ​ຫຼັກດຶງ ແລະ ເຂັມ​ຂັດ​ສະ​ຫຼັກ​ທີ່​ຍຶດ​ຂາ​ຄ້ຳ​ແກນ​ໝູນ​ໃສ່​ຊ່ອງຂອງກອບອອກ (ຮູບສະແດງ ).

    6. ຍົກຮາງ​ອອກ​ຈາກ​ເຄື່ອງ​ຈັກ.

      ຂໍ້ຄວນລະວັງ

      ນ້ຳ​ໜັກ​ຮາງ​ເຕັມ 148 ກ​ລ (325 ປອນ), ດັ່ງ​ນັ້ນ​ຢ່າ​ພະ​ຍາ​ຍາມ​ຕິດ​ຕັ້ງ ຫຼື ເອົາ​ມັນ​ອອກ​ດ້ວຍ​ຕົວ​ທ່ານ​ເອງ.

      ໃຊ້​ເຄື່ອງ​ຍົກ​ຂຶ້ນ​ເໜືອ​ຫົວ ຫຼື ຂໍ​ຄວາມ​ຊ່ວຍເຫຼືອ​ນຳ​ຄົນ​ອື່ນ​ອີກ 2 ຫຼື 3 ຄົນ.

    7. ເກັບ​ຮັກ​ສາ​ລູກ​ສູບ​ໄວ້​ຢູ່​ໃນ​ບ່ອນ​ໜີບ​ການ​ເກັບ​ຮັກ​ສາ.

    8. ໃສ່​ຄັນ​ໂຍກ​ລັອກ​ຍົກ​ໄຮ​ໂດຼ​ລິກ​ໃນ​ເຄື່ອງ​ຈັກ​ເພື່ອ​ປ້ອງ​ກັນ​ການ​ຢືດ​ຂອງ​ລູກ​ສູບ​ຍົກ​ໂດຍ​ບັງ​ເອີນ.

    ການຕິດ​ຕັ້ງຮາງ​ເຕັມ

    Note: ຖ້າ​ທ່ານ​ກຳ​ລັງ​ຕິດ​ຕັ້ງ​ດ້ານ​ຮາງ​ຢູ່​ໃນ​ຮາງ​ແປ, ມັນ​ງ່າຍກວ່າ​ທີ່​ຈະ​ຕິດ​ຕັ້ງ​ພວກ​ມັນ​ກ່ອນ​ຕິດ​ຕັ້ງ​ຮາງ​ໃນ​ເຄື່ອງ​ຈັກ.

    ໃຫ້​ແນ່​ໃຈ​ວ່າ​ແຜ່ນ​ແກນ​ໝູນ​ດ້ານ​ຫຼັງ​ຖືກ​ຮັດດ້ວຍ​ນັອດ​ຕົວ​ຜູ້​ໃສ່​ກອບ/ຊ່ອງ​ຮາງ​ແລ້ວ​ເພື່ອປາຍ​ດ້ານ​ຕ່ຳ​ກວ່າ​ເປັນ​ມູມ​ກັບ (ຮູບສະແດງ ) ດ້ານ​ຫຼັງ.

    artpending

    ຂໍ້ຄວນລະວັງ

    ນ້ຳ​ໜັກ​ຮາງ​ເຕັມ 148 ກ​ລ (325 ປອນ), ດັ່ງ​ນັ້ນ​ຢ່າ​ພະ​ຍາ​ຍາມ​ຕິດ​ຕັ້ງ ຫຼື ເອົາ​ມັນ​ອອກ​ດ້ວຍ​ຕົວ​ທ່ານ​ເອງ.

    ໃຊ້​ເຄື່ອງ​ຍົກ​ຂຶ້ນ​ເໜືອ​ຫົວ ຫຼື ຂໍ​ຄວາມ​ຊ່ວຍເຫຼືອ​ນຳ​ຄົນ​ອື່ນ​ອີກ 2 ຫຼື 3 ຄົນ.

    ໃຫ້​ແນ່​ໃຈ​ວ່າ​ຂາ​ຄ້ຳ​ຕົວ​ຈັດ​ໄລ​ຍະ​ຫ່າງ ແລະ ແທ່ງ​ກັ້ນ​ການ​ຈີກ​ຂາດ (ຮູບສະແດງ ) ຖືກ​ຕິດ​ຕັ້ງ​ມາ​ກັບ​ຫົວນັອດຕົວຜູ້ສະ​ຫຼັກ​ກຽວທີ່​ວາງ​ຕຳ​ແໜ່ງ​ຢູ່​ດ້ານ​ໃນ​ເຄື່ອງ​ຈັກ.

    artpending
    1. ໃຫ້​ແນ່​ໃຈ​ວ່າ​ລູກ​ສູບ​ຍົກ​ຫົດ​ຄືນຈົນ​ສຸດ​ແລ້ວ.

    2. ຕັ້ງ​ຮາງ​ເຂົ້າ​ສູ່ກອບ​ເຄື່ອງ​ຈັກ​ຢ່າງ​ລະ​ມັດ​ລະ​ວັງ, ຈັດ​ວາງ​ຮູ​ແຜ່ນ​ແກນ​ໝູນ​ຮາງ​ດ້ານ​ຫຼັງ​ເຂົ້າ​ກັບ​ຮູ​ຢູ່​ໃນ​ຊ່ອງກອບ​ດ້ານ​ຫຼັງ ແລະ ຕິດ​ຕັ້ງເຂັມ​ຂັດ​ສະ​ຫຼັກ ແລະ ສະ​ຫຼັກ​ດຶງ 2 ຕົວ (ຮູບສະແດງ ).

    3. ດ້ວຍ​ການ​ໃຫ້​ຮາງ​ຕ່ຳ​ລົງ, ຍຶດ​ປາຍ​ແທ່ງ​ລູກ​ສູບ​ແຕ່​ລະ​ອັນ​ໃສ່​ຊ່ອງ​ທີ່​ເໝາະ​ສົມ​ຢູ່​ໃນ​ແຜ່ນ​ຍິດ​ຕິດ​ຮາງ​ດ້ວຍ​ເຂັມ​ຂັດ​ສະ​ຫຼັກ ແລະ ສະ​ຫຼັກ​ດຶງ.

    4. ສອດ​ເຂັມ​ຂັດ​ສະ​ຫຼັກ​ຈາກ​ດ້ານນອກ​ຂອງ​ຮາງ​ດ້ວຍ​ສະ​ຫຼັກ​ດຶງ​ທີ່​ຈັດທິດ​ທາງ​ໄປ​ຍັງ​ດ້ານນອກ (ຮູບສະແດງ ).

      Note: ຮູ​ດ້ານ​ຫຼັງ​ສຳ​ລັບ​ການ​ຕິດ​ຕັ້ງ​ຮາງ​ເຕັມ; ຊ່ອງ​ດ້ານ​ໜ້າ​ແມ່ນ​ສຳ​ລັບ ⅔ ການ​ຕິດ​ຕັ້ງ​ຮາງ​ເຕັມ.

      Note: ທ່ານ​ອາດ​ຈະ​ຕ້ອງ​ໄດ້​ຕິດ​ຈັກ​ເພື່ອ​ຢືດ ຫຼື ຫົດ​ລູກ​ສູບ​ສຳ​ລັບ​ການ​ຈັດ​ເຂົ້າ​ກັບ​ຮູ.

      Note: ທ່ານ​ສາ​ມາດ​ອັດ​ຊ່ອງ​ທີ່​ບໍ່​ໄດ້​ໃຊ້​ດ້ວຍ​ນັອດ​ຕົວ​ຜູ້ ແລະ ນັອດ​ຕົວແມ່ເພື່ອ​ປ້ອງ​ກັນ​ຄວາມ​ຜິດ​ພາດ​ການ​ປະ​ກອບ​ໄດ້.

    5. ຕິດຈັກ ແລະ ໃສ່​ຄັນ​ໂຍກ​ຍົກ​ໄຮ​ໂດຼ​ລິກ​ເພື່ອ​ຍົກຮາງ​ຂຶ້ນ.

    6. ປ່ອຍຄັນ​ໂຍກ​ຍົກ ແລະ ມອດ​ຈັກ.

    7. ຕິດ​ຕັ້ງ​ຂາ​ຄ້ຳ​ຄວາມ​ປອດ​ໄພ​ຮາງ​ເພື່ອ​ປ້ອງ​ກັນ​ການ​ປ່ອຍ​ຮາງ​ລົງ​ຕ່ຳ​ໂດຍ​ອັດ​ຕະ​ໂນ​ມັດ, ໃຫ້​ເບິ່ງ .

    8. ຕິດ​ຕັ້ງສະ​ຫຼັກ​ດຶງໃສ່ປາຍ​ດ້ານໃນຂອງເຂັມ​ຂັດສະ​ຫຼັກ.

      Note: ຖ້າ​ການ​ປ່ອຍ​ຝາ​ທ້າຍ​ອັດ​ຕະ​ໂນ​ມັດ​ຖືກ​ຕິດ​ຕັ້ງ​ມາ​ໃນ​ຮາງ, ໃຫ້​ແນ່​ໃຈ​ວ່າຄັນເຊື່ອມ​ຕໍ່​ການ​ຖອກ​ດ້ານ​ໜ້າ​ຖືກວາງ​ໄວ້​ດ້ານ​ໃນ​ຂອງ​ເຂັມ​ຂັດ​ສະ​ຫຼັກ​ດ້ານ​ຊ້າຍ​ກ່ອນ​ທີ່​ທ່ານ​ຈະ​ຕິດ​ຕັ້ງ​ສະ​ຫຼັກ​ດຶງ.

    ການ​ຍົກ​ໂຕເຄື່ອງ​ຈັກ​ຂຶ້ນ

    ອັນຕະລາຍ

    ເຄື່ອງຈັກຢູ່​ເທິງກະລິ​ກ​ອາດຈະ​ບໍ່​ທ່ຽງ ແລະ ຖະ​ໄຫຼ​ອອກ​ຈາກ​ກະ​ລິກ, ເຮັດ​ໃຫ້ເກີດ​ການ​ບາດ​ເຈັບ​ຕໍ່​ຜູ້​ຢູ່​ກ້ອງ​ມັນ​ໄດ້.

    • ຢ່າ​ຕິດ​ເຄື່ອງ​ຈັກ​ໃນ​ຂະ​ນະ​ທີ່​ເຄື່ອງ​ຈັກ​ຢູ່​ເທິງ​ກະ​ລິກເນື່ອງ​ຈາກ​ການ​ສັ່ນ​ຂອງ​ຈັກ ຫຼື ການ​ເຄື່ອນ​ໄຫວ​ຂອງ​ລໍ້​ສາ​ມາດ​ເຮັດ​ໃຫ້​ເຄື່ອງ​ມື່ນ​ຕົກ​ອອກ​ຈາກ​ກະ​ລິກ​ໄດ້.

    • ຖອດ​ກະ​ແຈ​ອອກ​ຈາກ​ສະ​ວິດ​ກະ​ແຈກ່ອນອອກ​ຈາກ​ເຄື່ອງຈັກຢູ່​ສະ​ເໝີ.

    • ຕັນຢາງຕີນ​ໄວ້​ເມື່ອ​ເຄື່ອງຈັກຢູ່​ເທິງ​ກະ​ລິກ.

    ເມື່ອ​ກະ​ລິກ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ​ຂຶ້ນ, ໃຫ້​ເອົາ​ທ່ອນ​ໄມ້ (ຫຼື ວັດ​ຖຸ​ຄ້າຍ​ຄື) ວາງ​ໃສ່​ລະ​ຫວ່າງ​ກະ​ລິກ ແລະ ກອບ​ເຄື່ອງ​ຈັກ.

    ຈຸດ​ໃສ່​ກະ​ລິກ​ຢູ່​ດ້ານ​ໜ້າ​ຂອງ​ເຄື່ອງຈັກຕັ້ງຢູ່​ກ້ອງຂາ​ຄ້ຳ​ກອບ​ໃຈ​ກາງດ້ານ​ໜ້າ (ຮູບສະແດງ ).

    artpending

    ຈຸດ​ໃສ່​ກະ​ລິກ​ຢູ່​ດ້ານຫຼັງ​ຂອງ​ເຄື່ອງຈັກຕັ້ງຢູ່​ກ້ອງເພົາ (ຮູບສະແດງ ).

    artpending

    ການ​ຖອດ ແລະ ການ​ຕິດ​ຕັ້ງຝາ​ປົກ​ຈັກ

    ການຖອດຝາ​ປົກ​ຈັກອອກ

    1. ໃນ​ຂະ​ນະ​ທີ່​ຈັບ​ຝາ​ປົກ​ຈັກ​ຢູ່​ໃນ​ບ່ອນ​ເປີດ​ໄຟ​ໜ້າ, ຍົກ​ຝາ​ປົກ​ຈັກ​ຂຶ້ນ​ເພື່ອ​ປ່ອຍ​ຫ່ວງ​ຍຶດ​ຕິດ​ດ້ານ​ຕ່ຳ​ລົງ​ຈາກ​ຊ່ອງກອບ (ຮູບສະແດງ ).

      artpending
    2. ໝູນພື້ນ​ຂອງຝາ​ປົກ​ຈັກ​ຂຶ້ນ​ເທິງ​ຈົນ​ກວ່າ​ທ່ານ​ສາ​ມາດ​ດຶງ​ຫ່ວງ​ຍຶດ​ຕິດ​ດ້ານ​ເທິງຈາກ​ຊ່ອງກອບ​ໄດ້ (ຮູບສະແດງ ).

    3. ໝູນ​ເທິງ​ຝາ​ປົກ​ຈັກ​ໄປ​ທາງ​ໜ້າ ແລະ ຖອດ​ປ​ລັກ​ຕົວ​ເຊື່ອມ​ຕໍ່​ສາຍ​ໄຟ​ຈາກ​ໄຟ​ໜ້າ (ຮູບສະແດງ ).

    4. ຖອດຝາ​ປົກ​ຈັກອອກ

    ການຕິດ​ຕັ້ງຝາ​ປົກ​ຈັກ

    1. ເຊື່ອມ​ຕໍ່​ໄຟ.

    2. ສອດ​ຫ່ວງ​ຍຶດ​ຕິດ​ດ້ານ​ເທິງ​ເຂົ້າ​ໃສ່​ຊ່ອງກອບ (ຮູບສະແດງ ).

    3. ສອດ​ຫ່ວງ​ຍຶດ​ຕິດ​ຕ່ຳ​ລົງ​ມາ​ເຂົ້າ​ໃສ່​ຊ່ອງກອບ (ຮູບສະແດງ ).

    4. ໃຫ້​ແນ່​ໃຈ​ວ່າ​ຝາ​ປົກ​ຈັກ​ເຂົ້າ​ເຕັມ​ຮ່ອງ​ດ້ານ​ເທິງ, ດ້ານ​ຂ້າງ ແລະ ດ້ານ​ພື້ນ.

    ການຫລໍ່ມື່ນ

    ການໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 100 ຊົ່ວໂມງ
  • ໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່(ໃນ​ການ​ນຳ​ໃຊ້​ເຮັດ​ວຽກ​ໜັກ​ແມ່ນ​ໃຫ້​ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ຖີ່ຂຶ້ນ).
  • ປະ​ເພດ​ນ້ຳ​ມັນ​ກະ​ແລັດ:ນ້ຳ​ມັນ​ກະ​ແລັດ​ລີ​ທຽມ​ເບີ 2

    1. ໃຊ້​ຜ້າ​ເສດເຊັດ​ຂໍ້​ຕໍ່​ກະ​ແລັດ​ໃຫ້​ສະ​ອາດ​ເພື່ອບໍ່ໃຫ້​ມີສິ່ງ​ແປກ​ປອມ​ຖືກ​ບັງ​ຄັບເຂົ້າ​ໄປ​ໃນ​ລູກ​ບີ່ ຫຼື ປອກ​ລູກ​ບີ່.

    2. ດ້ວຍ​ປືນ​ສີດ​ກະ​ແລັດ, ສີດ​ກະ​ແລັດ​ໃສ່​ຂໍ້​ຕໍ່​ກະແລັດ​ຢູ່​ໃນ​ເຄື່ອງ​ຈັກ.

    3. ເຊັດ​ນ້ຳ​ມັນ​ກະ​ແລັດ​ທີ່​ເກີນອອກ​ຈາກ​ເຄື່ອງ​ຈັກ.

    Important: ເມື່ອ​ໃສ່​ກະ​ແລັດ​ເພົາ​ຂັບ​ເຄື່ອນ, ກາ​ກະ​ບາດລູກ​ບີ່​ເພົາ​ທົ່ວ​ໄປ, ໂປ່ມ​ກະ​ແລັດ​ໃສ່​ຈົນ​ກວ່າ​ມັນ​ອອກ​ມາ​ຈາກ​ທັງ​ໝົດ 4 ເຕົ້າ​ຢູ່​ກາ​ກະ​ບາດ​ແຕ່​ລະ​ອັນ.

    ບ່ອນ​ຢູ່​ຂອງ​ຂໍ້​ຕໍ່​ກະ​ແລັດ ແລະ ປະລິມານມີດັ່ງນີ້:

    • ຂໍ້​ຕໍ່​ລູກ​ບີ່ (4); ໃຫ້​ເບິ່ງ ຮູບສະແດງ

    • ແກນມັດ (2); ໃຫ້​ເບິ່ງ ຮູບສະແດງ

    • ຕົວຍຶດ​ຕໍ່​ແກນ​ໝູນ (2); ໃຫ້​ເບິ່ງ ຮູບສະແດງ

    • ລູກ​ສູບພວງມະໄລ (2); ໃຫ້​ເບິ່ງ ຮູບສະແດງ

      artpending
    • ຕົວ​ຄ້ຳ​ສະ​ປ​ຣິງ (2); ໃຫ້​ເບິ່ງ ຮູບສະແດງ

      artpending
    • ຄາດ (1); ໃຫ້​ເບິ່ງ ຮູບສະແດງ

    • ຕົວ​ເລັ່ງ (1); ໃຫ້​ເບິ່ງ ຮູບສະແດງ

    • ເບ​ຣກ (1); ໃຫ້​ເບິ່ງ ຮູບສະແດງ

      artpending
    • ຂໍ້​ຕໍ່ໂຕ U (18); ໃຫ້​ເບິ່ງ ຮູບສະແດງ

    • ເພົາ​ຂັບ​ເຄື່ອນ 4 ລໍ້ (3); ໃຫ້​ເບິ່ງ ຮູບສະແດງ

      artpending

    ການບຳລຸງຮັກສາເຄື່ອງຈັກ

    ຄວາມປອດໄພຂອງເຄື່ອງຈັກ

    • ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນກວດ​ເບິ່ງ​ນ້ຳ​ມັນ​ເຄື່ອງ ຫຼື ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່​ເພົາ​ຂໍ້​ຫວ່ຽງ.

    • ຮັກສາມື, ຕີນ, ໃບໜ້າ, ເຄື່ອງ​ນຸ່ງ ແລະ ພາກສ່ວນຂອງຮ່າງກາຍຂອງໃຫ້ຢູ່ຫ່າງຈາກທໍ່ໄອເສຍ ແລະ ພື້ນ​ຜິວອື່ນໆທີ່ຮ້ອນ.

    ການບຳ​ລຸງ​ຮັກ​ສາເຕົ້າກອງອາກາດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 25 ຊົ່ວໂມງ
  • ເອົາ​ຝາ​ປົກໝໍ້​ກອງ​ອາ​ກາດ​ອອກ ແລະ ທຳ​ຄວາມ​ສະ​ອາດ​ເອົາ​ຂີ້​ເຫຍື້ອ​ອອກ.
  • ທຸກໆ 100 ຊົ່ວໂມງ
  • ປ່ຽນ​ໄສ້​ກອງເຕົ້າ​ກອງ​ອາ​ກາດ(ເຮັດເລື້ອຍໆໃນສະພາບທີ່ຂີ້ຝຸ່ນ ແລະ ເປື້ອນ).
  • ກວດ​ເບິ່ງ​ເຕົ້າ​ກອງ​ອາ​ກາດ ແລະ ທໍ່​ເປັນ​ໄລ​ຍະ​ເພື່ອບຳ​ລຸງ​ຮັກ​ສາ​ການ​ປົກ​ປ້ອງ​ເຄື່ອງ​ຈັກ​ສູງ​ສຸດ ແລະ ເພື່ອ​ຮັບ​ປະ​ກັນ​ໃຫ້​ໄດ້​ອາ​ຍຸ​ການ​ຮັບ​ໃຊ້​ສູງ​ສຸດ. ກວດເບິ່ງຕົວເຕົ້າກອງອາກາດສຳລັບຄວາມເສຍຫາຍທີ່ສາ​ມາດເຮັດໃຫ້ເກີດການຮົ່ວຂອງອາກາດໄດ້. ປ່ຽນ​ຕົວ​ເຕົ້າ​ກອງ​ອາ​ກາດ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

    1. ປົດສະ​ຫຼັກຢູ່​ເຕົ້າ​ກອງ​ອາ​ກາດ ແລະ ດຶງຝາປິດໝໍ້ກອງອາກາດອອກ​ຈາກຕົວໝໍ້ກອງອາກາດ (ຮູບສະແດງ ).

      artpending
    2. ບີບດ້ານ​ຂອງ​ຝາ​ປົກ​ກັນ​ຝຸ່ນເຂົ້າ​ເພື່ອ​ເປີດ​ມັນ ແລະ ເຄາະ​ຝຸ່ນ​ອອກ.

    3. ເລື່ອນ​ໄສ້​ກອງ​ອອກ​ຈາກ​ຕົວ​ເຕົ້າ​ກອງ​ອາ​ກາດ​ເບົາໆ (ຮູບສະແດງ ).

      Note: ຫຼີກ​ລ່ຽງ​ການ​ເຄາະ​ໄສ້​ກອງ​ເຂົ້າ​ໄປ​ດ້ານ​ຂອງ​ຕົວ​ກອງ.

      Note: ຢ່າ​ພະ​ຍາ​ຍາມ​ທຳ​ຄວາມ​ສະ​ອາດໄສ້ກອງ.

    4. ກວດ​ເບິ່ງ​ໄສ້​ກອງ​ໃໝ່​ວ່າ​ມີ​ຄວາມ​ເສຍ​ຫາຍ​ບໍ່​ໂດຍ​ການ​ເບິ່ງ​ເຂົ້າ​ໄປໃນ​ໄສ້​ກອງ​ໃນ​ຂະ​ນະ​ທີ່​ກຳ​ລັງ​ສ່ອງ​ໄຟ​ໃສ່​ດ້ານນອກ​ຂອງ​ໄສ້​ກອງ.

      Note: ຮູ​ຢູ່​ໃນ​ໄສ້​ກອງ​ປະ​ກົດ​ໃຫ້​ເຫັນ​ເປັນ​ຈຸດ​ແຈ້ງ​ໃສ. ກວດ​ກາ​ເບິ່ງ​ຕົວ​ເຈ້ຍ​ວ່າ​ມີ​ການ​ຈີກ​ຂາດ, ຟີມ​ມີ​ນ້ຳ​ມັນ ຫຼື ຄວາມ​ເສຍ​ຫາຍ​ຕໍ່​ຢາງ​ກັນ​ຊຶມ. ຖ້າ​ໄສ້​ກອງ​ເສຍ​ຫາຍ, ຢ່າ​ໃຊ້​ມັນ.

      Note: ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ຂອງ​ຈັກ, ໃຫ້​ໃຊ້​ງານ​ຈັກ​ດ້ວຍ​ການ​ມີໄສ້​ກອງ ແລະ ຝາ​ປົກຕິດ​ຕັ້ງ​ໄວ້.

    5. ເລື່ອນ​ໄສ້​ກອງ​ໄປ​ເໜືອ​ທໍ່​ຕົວ​ກອງ​ຢ່າງ​ລະ​ມັດ​ລະ​ວັງ (ຮູບສະແດງ ).

      Note: ໃຫ້​ແນ່​ໃຈ​ວ່າ​ມັນ​ເຂົ້າ​ໄປ​ເຕັມ​ໂດຍ​ການ​ຊຸກ​ຢູ່​ໃນ​ຂອບ​ດ້ານນອກ​ຂອງ​ໄສ້​ກອງ​ໃນ​ຂະ​ນະ​ທີ່​ກຳ​ລັງ​ຕິດ​ຕັ້ງ​ມັນ.

    6. ຕິດ​ຕັ້ງ​ຝາ​ປົກ​ເຕົ້າ​ກອງ​ອາ​ກາດ​ດ້ວຍດ້ານ​ຂ້າງ​ປິ່ນ​ໜ້າ​ຂຶ້ນ ແລະ ຍຶດ​ສະ​ຫຼັກໃຫ້​ແໜ້ນ (ຮູບສະແດງ ).

    ການບຳລຸງຮັກ​ສານ້ຳ​ມັນເຄື່ອງຈັກ

    Note: ປ່ຽນ​ນ້ຳ​ມັນ​ເຄື່ອງເລື້ອຍໆເມື່ອສະພາບການໃຊ້ງານມີຂີ້ຝຸ່ນ ແລະ ເປື້ອນທີ່ສຸດ.

    Note: ກຳ​ຈັດໝໍ້​ກອງນ້ຳ​ມັນ​ເຄື່ອງຈັກ​ທີ່​ໃຊ້​ແລ້ວ ແລະ ໄສ້​ກອງ​ນ້ຳ​ມັນຢູ່​ທີ່​ສູນ​ນຳ​ກັບ​ຄືນ​ມາ​ໃຊ້​ໃໝ່ທີ່​ໄດ້​ຮັບ​ການ​ຢັ້ງ​ຢືນ.

    ຂໍ້​ກຳ​ນົດ​ສະ​ເພາະ​ຂອງ​ນ້ຳ​ມັນ​ເຄື່ອງ​ຈັກ

    ປະ​ເພດ​ນ້ຳ​ມັນ​ເຄື່ອງ:ນ້ຳ​ມັນ​ເຄື່ອງຈັກມີ​ສານ​ຊັກ​ລ້າງ (API SJ ຫຼື ສູງກວ່າ)

    ຄວາມຈຸກ່ອງຂໍ້ຫວ່ຽງ:3.2 ລິດ (3.4 ຄະ​ວອດ​ສະ​ຫະ​ລັດ) ເມື່ອ​ປ່ຽນ​ໄສ້​ກອງ

    ຄວາມ​ໜຽວ: ເບິ່ງ​ຕາ​ຕະ​ລາງ​ຢູ່​ລຸ່ມ​ນີ້.

    artpending

    ການກວດເບິ່ງລະດັບນ້ຳມັນເຄື່ອງຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນໍ້າມັນເຄື່ອງຈັກ.
  • Note: ເວລາທີ່ດີທີ່ສຸດໃນການກວດເບິ່ງນ້ຳມັນເຄື່ອງແມ່ນເວລາທີ່ເຄື່ອງຈັກເຢັນກ່ອນທີ່ຈະ​ຕິດ​ຈັກສຳລັບມື້. ຖ້າມັນໄດ້ແລ່ນໄປແລ້ວ, ອະນຸຍາດໃຫ້ນ້ຳມັນໄຫຼລົງໄປໃນອ່າງຢ່າງໜ້ອຍ 10 ນາທີກ່ອນກວດ. ຖ້າລະດັບນ້ຳມັນຢູ່ທີ່ ຫຼື ຕໍ່າກວ່າຂີດໝາຍເພີ່ມຢູ່ເທິງເຫຼັກ​ແທກ​ນ້ຳ​ມັນເຄື່ອງ, ຕື່ມນ້ຳມັນເຄື່ອງ​ໃສ່ເພື່ອໃຫ້ໄດ້ລະດັບນ້ຳມັນໄປຫາຂີດໝາຍເຕັມ. ຢ່າ​ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່​ຈັກ​ຈົນ​ລົ້ນ. ຖ້າ​ຫາກ​ລະ​ດັບ​ນ້ຳມັນ​ຢູ່​ລະ​ຫວ່າງຂີດ​ໝາຍ​ເຕັມ ແລະ ເພີ່ມ, ບໍ່ຈຳ​ເປັນ​ຕ້ອງ​ເຕີມ​ນ້ຳ​ມັນເພີ່ມ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ໃສ່​ເບ​ຣກມື.

    3. ມອດຈັກ ແລະ ຖອດກະແຈ.

    4. ຖອດເຫຼັກ​ແທກ​ນ້ຳ​ມັນເຄື່ອງອອກ ແລະ ເຊັດມັນດ້ວຍຜ້າທີ່ສະອາດ (ຮູບສະແດງ ).

      artpending
    5. ສຽບເຫຼັກແທກ​ນ້ຳ​ມັນເຄື່ອງໄປໃນ​ທໍ່ ແລະ ໃຫ້​ແນ່​ໃຈ​ວ່າ​ມັນລົງ​ໄປ​ຈຳ​ແລ້ວ (ຮູບສະແດງ ).

    6. ເອົາຫຼັກແທກນ້ຳ​ມັນອອກ ແລະ ກວດເບິ່ງລະດັບນ້ຳ​ມັນ​ເຄື່ອງ (ຮູບສະແດງ ).

    7. ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຕ່ຳ, ຖອດ​ຝາ​ປິດ​ຄໍ​ເຕີມ​ອອກ ຮູບສະແດງ ແລະ ເຕີມນ້ຳ​ມັນ​ເຄື່ອງຢ່າງ​ຊ້າໆໃຫ້​ພຽງ​ພໍ​ເພື່ອ​ຍົກ​ລະ​ດັບ​ໃຫ້​ຮອດ​ຂີດ​ໝາຍເຕັມ​ຖັງໃນ​ເຫຼັກ​ແທກ​ນ້ຳ​ມັນ.

      Note: ເມື່ອ​ເຕີມ​ນ້ຳ​ມັນ​ເຄື່ອງ, ເອົາ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ອອກ​ເພື່ອ​ໃຫ້​ມີ​ການ​ລະ​ບາຍ​ອາ​ກາດ​ອອກ​ໄດ້​ເໝາະ​ສົມ. ຖອກນ້ຳ​ມັນ​ເຄື່ອງ​ໃສ່​ຊ້າໆ ແລະ ກວດ​ເບິ່ງ​ລະ​ດັບ​ຢູ່​ເລື້ອຍໆ​ໃນ​ລະ​ຫວ່າງ​ຂະ​ບວນ​ການ. ຢ່າ​ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່​ຈັກ​ຈົນ​ລົ້ນ.

      Important: ເມື່ອເພີ່ມ​ນ້ຳ​ມັນ​ເຄື່ອງ​ຈັກ ຫຼື ເຕີມ​ນ້ຳ​ມັນ​ເຄື່ອງ, ຕ້ອງມີປ່ອງ​ຫວ່າງ​ລະ​ຫວ່າງ​ອຸ​ປະ​ກອນ​ຕື່ມ​ນ້ຳ​ມັນ​ເຄື່ອງ ແລະ ຮູ​ຕື່ມ​ນ້ຳ​ມັນ​ເຄື່ອງ​ຢູ່​ໃນ​ຝາ​ປົກ​ວາວ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ . ຈຳ​ເປັນຕ້ອງ​ມີປ່ອງນີ້ເພື່ອ​ອະ​ນຸ​ຍາດ​ໃຫ້​ມີ​ການ​ລະ​ບາຍອາ​ກາດ​ເມື່ອ​ຕື່ມ​ນ້ຳ​ມັນເຄື່ອງ, ເຊິ່ງ​ປ້ອງ​ກັນ​ບໍ່​ໃຫ້​ນ້ຳ​ມັນ​ເຄື່ອງ​ໄຫຼ​ລົ້ນ​ເຂົ້າ​ໄປ​ໃນ​ທໍ່​ອາ​ກາດ.

      artpending
    8. ຕິດ​ຕັ້ງເຫຼັກ​ແທກ​ນ້ຳ​ມັນ​ໃສ່​ບ່ອນຂອງມັນ​ໃຫ້​ແໜ້ນ (ຮູບສະແດງ ).

    ການປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 50 ຊົ່ວໂມງທໍາອິດ
  • ປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ.
  • ທຸກໆ 200 ຊົ່ວໂມງ
  • ການປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ.
    1. ຍົກ​ຮາງ​ຂຶ້ນ ແລະ ວາງ​ຂາ​ຄ້ຳ​ຄວາມ​ປອດ​ໄພ​ໃສ່​ຢູ່​ລູກ​ສູບ​ຍົກ​ຂະ​ຫຍາຍ​ອອກ​ເພື່ອຄ້ຳຮາງ​ໄວ້.

    2. ຖອດດອນ​ອັດ​ການ​ລະ​ບາຍ​ອອກ ແລະ ປ່ອຍໃຫ້ນ້ຳມັນໄຫຼລົງໃນອ່າງ​ໂຕ່ງ (ຮູບສະແດງ ).

      artpending
    3. ເມື່ອ​ນ້ໍາມັນຢຸດແລ້ວ, ໃສ່ດອນ​ອັດ​ການ​ລະ​ບາຍຄືນ.

    4. ເອົາໝໍ້ກອງນໍ້າມັນເຄື່ອງອອກ (ຮູບສະແດງ ).

    5. ໃຊ້ເຄືອບດ້ວຍນ້ຳມັນເຄື່ອງ​ສະ​ອາດບາງໆໃສ່ຢາງກັນຊືມ​ໝໍ້ກອງໃໝ່ກ່ອນ​ບິດ​ມັນ​ເຂົ້າ.

    6. ບິດໝໍ້ກອງເຂົ້າຈົນກວ່າແຫວນຈະສຳຜັດກັບກັບແຜ່ນ​ຍຶດ​ຕິດ. ຈາກ​ນັ້ນຮັດ​ໝໍ້​ກອງ​ເຂົ້າ​ອີກ ½ ຫາ ⅔ ຮອບ​ອີກ​ໃຫ້​ແໜ້ນ.

      Note: ຢ່າ​ຮັດ​ແໜ້ນ​ເກີນ​ໄປ.

    7. ຕື່ມນ້ຳມັນເຄື່ອງ​ທີ່​ລະ​ບຸ​ໄວ້ໃສ່ຖັງຂໍ້ຫວ່ຽງ.

    ການ​ຕອບ​ສະ​ໜອງ​ຕໍ່​ໄຟ​ຈັກ​ກວດເບິ່ງ

    Note: ຂໍ້​ມູນ​ລະ​ຫັດ​ເຄື່ອງ​ຈັກ​ຂັດ​ຂ້ອງ​ແມ່ນ​ມີ​ແຕ່​ພະ​ນັກ​ງານ​ບໍ​ລິ​ການ​ຜະ​ລິດ​ຕະ​ພັນ​ທາງ​ການ​ຄ້າ Toro ຂອງ​ທ່ານ​ເທົ່າ​ນັ້ນ​ທີ່​ສາ​ມາດ​ເຂົ້າ​ເຖິງ​ໄດ້.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ໃສ່​ເບ​ຣກມື.

    3. ມອດຈັກ ແລະ ຖອດກະແຈ.

    4. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.

    ການບຳລຸງຮັກສາລະບົບນໍ້າມັນເຊື້ອໄຟ

    ການບໍ​ລິ​ການ​ບຳ​ລຸງ​ຮັກ​ສາໝໍ້​ກອງ​ນ້ຳ​ມັນ/ໝໍ້ແຍກນ້ຳ

    ການປ່ອຍໝໍ້​ກອງ​ນ້ຳ​ມັນ/ໝໍ້ແຍກນ້ຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ລະ​ບາຍ​ນ້ຳ ຫຼື ສິ່ງ​ປົນ​ເປື້ອນ​ຈາກໝໍ້​ແຍກ​ນ້ຳ.
    1. ວາງຖັງທີ່ສະອາດຢູ່ກ້ອງໝໍ້ກອງນໍ້າມັນເຊື້ອໄຟ (ຮູບສະແດງ ).

    2. ມາຍນັອດລະບາຍນ້ຳຢູ່ດ້ານລຸ່ມຂອງຖັງໝໍ້ກອງ.

      artpending
    3. ຫັນ​ນັອດລະບາຍນ້ຳຢູ່ດ້ານລຸ່ມຂອງຖັງໝໍ້ກອງ.

    ການປ່ຽນໝໍ້ກອງນໍ້າມັນເຊື້ອໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ການປ່ຽນໝໍ້ກອງນໍ້າມັນເຊື້ອໄຟ.
    1. ລະ​ບາຍ​ນ້ຳ​ອອກ​ຈາກ​ໝໍ້ແຍກ​ນ້ຳ, ໃຫ້​ເບິ່ງ .

    2. ທຳຄວາມສະອາດບໍລິເວນບ່ອນທີ່ໝໍ້ກອງຕິດໃສ່ (ຮູບສະແດງ ).

    3. ຖອດໝໍ້ກອງອອກ ແລະ ທຳຄວາມສະອາດພື້ນຜິວທີ່ຕິດໃສ່.

    4. ທານຳມັນຫຼໍ່ລື່ນໃສ່ແຫວນເທິງໝໍ້ກອງດ້ວຍນ້ຳມັນສະອາດ.

    5. ເອົາໝໍ້ກອງໃສ່ດ້ວຍມືຈົນກວ່າແຫວນຈະສຳຜັດກັບກັບພື້ນຜິວຕິດຕັ້ງ, ຫຼັງຈາກນັ້ນໝູນມັນຕື່ມອີກ ½ ຮອບ.

    6. ຫັນ​ນັອດລະບາຍນ້ຳຢູ່ດ້ານລຸ່ມຂອງຖັງໝໍ້ກອງ.

    ການກວດກາທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ກວດກາທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່.
  • ກວດເບິ່ງສາຍນ້ຳມັນເຊື້ອໄຟ, ຂໍ້​ຕໍ່ ແລະ ຂາ​ໜີບ​ສຳ​ລັບ​ສັນ​ຍານ​ຂອງ​ການ​ຮົ່ວ, ການເຊື່ອມໂຊມ, ຄວາມເສຍຫາຍ, ຫຼື ສາຍເຊື່ອມຕໍ່ຫຼວມ.

    Note: ສ້ອມ​ແປງ​ສ່ວນ​ປະ​ກອບລະ​ບົບ​ນ້ຳ​ມັນ​ທີ່​ເປ່​ເພ ຫຼື ຮົ່ວ​ກ່ອນ​ນຳ​ໃຊ້ເຄື່ອງ​ຈັກ.

    ການບຳລຸງຮັກສາລະບົບໄຟຟ້າ

    ຄວາມປອດໄພຂອງລະບົບໄຟຟ້າ

    • ຕັດ​ເຊື່ອມ​ຕໍ່ແບັດເຕີຣີກ່ອນທີ່ຈະສ້ອມແປງເຄື່ອງຈັກ. ຕັດເຊື່ອມຕໍ່ສາຍຂົ້ວລົບກ່ອນ ແລະ ຂົ້ວບວກສຸດທ້າຍ. ເຊື່ອມຕໍ່ປາຍຂົ້ວບວກເຂົ້າກ່ອນ ແລະ ຂົ້ວລົບສຸດທ້າຍ.

    • ສາກແບັດເຕີຣີໃນບ່ອນທີ່ເປີດ, ມີອາກາດຖ່າຍເທດີ, ຫ່າງຈາກປະ​ກາຍໄຟ ແລະ ແປວໄຟ. ຖອດສາຍສາກໄຟກ່ອນທີ່ຈະເຊື່ອມຕໍ່ ຫຼື ຕັດ​ເຊື່ອມ​ຕໍ່ແບັດເຕີຣີ. ໃສ່ເຄື່ອງນຸ່ງປ້ອງກັນ ແລະ ໃຊ້ເຄື່ອງມືປ້ອງກັນ.

    ການ​ບຳ​ລຸງ​ຮັກ​ສາຟິວ

    ຟິວ​ສຳ​ລັບລະ​ບົບ​ໄຟ​ຟ້າ​ແມ່ນ​ຕັ້ງ​ຢູ່ກ້ອງ​ໃຈ​ກາງ​ແຜງ​ໜ້າ​ປັດ (ຮູບສະແດງ ແລະ ຮູບສະແດງ ).

    artpending
    artpending

    ການ​ຕໍ່​ພ່ວງ​ຕິດ​ຈັກ

    ຄຳເຕືອນ

    ການ​ຕໍ່​ພ່ວງ​ຕິດ​ຈັກສາ​ມາດ​ເກີດ​ອັນ​ຕະ​ລາຍ​ໄດ້. ເພື່ອ​ຫຼີກ​ລ່ຽງ​ການ​ບາດ​ເຈັບ​ສ່ວນ​ຕົວ ຫຼື ຄວາມ​ເສຍ​ຫາຍ​ຕໍ່​ອົງ​ປະ​ກອບ​ໄຟ​ຟ້າ​ໃນ​ເຄື່ອງ​ຈັກ, ໃຫ້​ປະ​ຕິ​ບັດ​ຕາມ​ຄຳ​ເຕືອນ​ຕໍ່​ໄປ​ນີ້:

    • ຢ່າ​ຕໍ່​ພ່ວງ​ຕິດ​ຈັກ​ດ້ວຍ​ແຫຼ່ງ​ແຮງ​ດັນ​ໄຟ​ຟ້າ​ເກີນກວ່າ 15 V ກະ​ແສ​ກົງ (DC); ອັນ​ນີ້​ເຮັດ​ໃຫ້​ລະ​ບົບ​ໄຟ​ຟ້າ​ເປ່ເພ.

    • ຢ່າ​ພະ​ຍາ​ຍາມ​ຕໍ່​ພ່ວງ​ຕິດ​ຈັກ​ໝໍ້​ໄຟປົດ​ອອກ​ແລ້ວ​ທີ່​ຕິດ​ເຢັນ. ມັນ​ສາ​ມາດ​ແຕກ ຫຼື ລະ​ເບີດ​ໄດ້​ໃນ​ລະ​ຫວ່າງ​ການ​ຕໍ່​ພ່ວງ​ຕິດ​ຈັກ.

    • ປະ​ຕິ​ບັດ​ຕາມ​ຄຳ​ເຕືອນ​ແບັດ​ເຕີ​ຣີ​ທຸກ​ຢ່າງ​ໃນ​ຂະ​ນະ​ທີ່​ຕໍ່​ພ່ວງ​ຕິດເຄື່ອງ​ຈັກ​ຂອງ​ທ່ານ.

    • ໃຫ້​ແນ່​ໃຈ​ວ່າ​ເຄື່ອງ​ຈັກ​ຂອງ​ທ່ານ​ບໍ່​ສຳ​ຜັດ​ກັບ​ເຄື່ອງ​ຈັກ​ທີ່​ຕໍ່​ພ່ວງ​ຕິດ​ຈັກ.

    • ການ​ຕໍ່​ສາຍ​ໃສ່​ຜິດ​ຂົ້ວ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສ່ວນ​ຕົວ ແລະ/ຫຼື ເຮັດ​ໃຫ້​ລະ​ບົບ​ໄຟ​ຟ້າ​ເປ່​ເພ​ໄດ້.

    1. ບີບ​ຝາ​ປົກ​ແບັດ​ເຕີ​ຣີ​ເພື່ອ​ປ່ອຍ​ຫ່ວງ​ອອກ​ຈາກ​ຖານ​ແບັດ​ເຕີ​ຣີ ແລະ ເອົາ​ຝາ​ປົກ​ແບັດ​ເຕີ​ຣີ​ອອກ​ຈາກ​ຖານ​ແບັດ​ເຕີ​ຣີ (ຮູບສະແດງ ).

      artpending
    2. ຕໍ່​ສາຍ​ຕົວ​ພ່ວງ​ລະ​ຫວ່າງ​ຂົ້ວ​ບວກ​ຂອງ​ແບັດ​ເຕີ​ຣີ 2 ໜ່ວຍ (ຮູບສະແດງ ).

      Note: ຂົ້ວ​ບວກ​ອາດ​ຈະ​ລະ​ບຸ​ດ້ວຍເຄື່ອງ​ໝາຍ + ຢູ່​ດ້ານ​ເທິງ​ຂອງ​ຝາ​ປົກ​ໝໍ້​ໄຟ.

    3. ຕໍ່​ປາຍ 1 ຂອງ​ສາຍ​ຕົວ​ພ່ວງ​ໃສ່​ຂົ້ວ​ລົບ​ຂອງ​ແບັດ​ເຕີຣີ​ຢູ່​ໃນ​ເຄື່ອງ​ຈັກ​ອື່ນ.

      Note: ຂົ້ວ​ລົບ​ມີ​ເຄື່ອງ​ໝາຍ “NEG” ໃນ​ຝາ​ປົກ​ແບັດ​ເຕີ​ຣີ.

      Note: ຢ່າ​ຕໍ່​ປາຍ​ອື່ນ​ຂອງ​ສາຍ​ຕົວ​ພ່ວງ​ໃສ່​ຂົ້ວ​ລົບ​ຂອງ​ແບັດ​ເຕີ​ຣີ​ທີ່​ບໍ່ປົດ​ອອກ​ແລ້ວ. ຕໍ່​ສາຍ​ຕົວ​ພ່ວງ​ໃສ່​ຈັກ ຫຼື ກອບ. ຢ່າຕໍ່​ສາຍ​ຕົວ​ພ່ວງ​ໃສ່ລະ​ບົບ​ນ້ຳ​ມັນ.

      artpending
    4. ຕິດຈັກຢູ່​ໃນ​ເຄື່ອງ​ຈັກ​ໃຫ້​ການ​ຕໍ່​ພ່ວງ​ຕິດ​ຈັກ.

      Note: ປ່ອຍ​ໃຫ້​ມັນ​ແລ່ນເປັນ​ເວ​ລາ​ສອງ​ສາມ​ນາ​ທີ, ຈາກ​ນັ້ນ​ຕິດ​ຈັກ​ຂອງ​ທ່ານ.

    5. ເອົາສາຍ​ຕົວ​ພ່ວງຂົ້ວ​ລົບອອກ​ຈາກ​ເຄື່ອງ​ຈັກ​ກ່ອນ, ຈາກ​ນັ້ນ​ແບັດ​ເຕີ​ຣີ​ຢູ່​ໃນ​ເຄື່ອງຈັກ​ອື່ນ.

    6. ການຕິດ​ຕັ້ງຝາ​ປົກ​ແບັດ​ເຕີ​ຣີໃສ່​ຖານແບັດ​ເຕີ​ຣີ.

    ການບຳລຸງຮັກ​ສາແບັດເຕີຣີ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ກວດເບິ່ງລະດັບຂອງ​ແຫຼວ​ແບັດ​ເຕີ​ຣີ.(ທຸກໆ 30 ວັນຢູ່ໃນບ່ອນເກັບມ້ຽນ).
  • ກວດເບິ່ງການເຊື່ອມຕໍ່ສາຍໄຟແບດເຕີຣີ.
  • ອັນຕະລາຍ

    ນ້ຳກົດແບັດ​ເຕີ​ຣີບັນຈຸມີກົດຊູນຟູຣິກເຊິ່ງເຮັດ​ໃຫ້​ເປັນອັນຕະລາຍເຖິງຊີວິດ, ຖ້າ​ຫາກ​ກິນເຂົ້າ​ໄປ ແລະ ເຮັດໃຫ້ເກີດການບາດແຜຮຸນແຮງ.

    • ຢ່າດື່ມນ້ຳ​ກົດ ແລະ ປ່ອຍ​ໃຫ້​ມັນສຳຜັດກັບຜິວໜັງ, ຕາ ຫຼື ເຄື່ອງນຸ່ງຂອງ​ທ່ານ. ໃສ່ແວ່ນຕາຄວາມປອດໄພເພື່ອປ້ອງກັນຕາຂອງ​ທ່ານ ແລະ ຖົງມືຢາງເພື່ອປ້ອງກັນມືຂອງທ່ານ.

    • ຕື່ມນ້ຳກົດ​ແບັດ​ເຕີ​ຣີໃນບ່ອນທີ່ມີນ້ໍາສະອາດສໍາລັບການລ້າງຜິວໜັງຢູ່​ສະ​ເໝີ.

    • ຮັກ​ສາ​ແບັດ​ເຕີ​ຣີ​ໃຫ້​ສະ​ອາດ ແລະ ສາກ​ໄວ້​ເຕັມ​ຢູ່​ສະ​ເໝີ.

    • ຖ້າ​ຫົວ​ແບັດ​ເຕີ​ຣີ​ຖືກ​ກັດ​ກ່ອນເຂົ້າໝ້ຽງ, ທຳ​ຄວາມ​ສະ​ອາດ​ພວກ​ມັນ​ດ້ວຍ​ສານ​ລະ​ລາຍ​ທີ່​ມີ​ນ້ຳ 4 ສ່ວນ ແລະ ໂຊ​ດາ​ໄຟ 1 ສ່ວນ.

    • ທາ​ນ້ຳ​ມັນກະ​ແລັດເຄືອບ​ບາງໆ​ໃສ່​ຫົວ​ໝໍ້​ໄຟ​ເພື່ອປ້ອງ​ກັນ​ການ​ກັດ​ກ່ອນເຂົ້າ​ໝ້ຽງ.

    • ບຳ​ລຸງ​ຮັກ​ສາລະດັບນ້ຳ​ກົດແບັດ​ເຕີ​ຣີ.

    • ຮັກສາດ້ານເທິງຂອງແບັດ​ເຕີ​ຣີໃຫ້ສະອາດໂດຍການລ້າງເປັນໄລ​ຍະດ້ວຍແປງຖູທີ່​ຈຸ່ມໃນແອມໂມເນຍ ຫຼື ນ້ຳຢາໂຊດາຂອງໄບຄາໂບເນດ. ລ້າງພື້ນຜິວດ້ານເທິງດ້ວຍນ້ຳຫຼັງຈາກທຳຄວາມສະອາດ. ຢ່າເອົາຝາປິດບ່ອນເຕີມ​ອອກໃນເວລາທຳຄວາມສະອາດ.

    • ໃຫ້​ແນ່​ໃຈ​ວ່າສາຍໄຟແບັດ​ເຕີ​ຣີໄດ້​ຮັດໃຫ້ແໜ້ນຢູ່ເທິງຂົ້ວເພື່ອໃຫ້ມີການສຳ​ຜັດໄຟຟ້າໄດ້ດີ.

    • ຮັກສາລະດັບນ້ຳ​ກົດ​ໃນຫ້ອງດ້ວຍນ້ຳກັ່ນ ຫຼື ນ້ຳບໍ່​ມີ​ແຮ່ທາດ. ຢ່າຕື່ມໃສ່ຫ້​ອງເໜືອດ້ານລຸ່ມຂອງວົງແຫວນເຕີມທີ່ຢູ່ດ້ານໃນແຕ່ລະຫ້ອງ.

    • ຖ້າທ່ານ​ເກັບ​ຮັກ​ສາເຄື່ອງຈັກໄວ້ໃນສະຖານທີ່ບ່ອນ​ມີອຸນຫະພູມສູງຫຼາຍ, ແບັດ​ເຕີ​ຣີເສື່ອມ​ສະ​ພາບໄວຂຶ້ນຫຼາຍກວ່າ​ບ່ອນ​ທີ່ເຄື່ອງຈັກເກັບຢູ່ບ່ອນທີ່ອຸນຫະພູມເຢັນ.

    ການບຳລຸງຮັກສາລະບົບຂັບເຄື່ອນ

    ການກວດເບິ່ງລະດັບນ້ຳມັນເຟືອງ​ໜ້າ

    ລຸ້ນຂັບ​ເຄື່ອນ 4 ລໍ້​ເທົ່າ​ນັ້ນ
    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 100 ຊົ່ວໂມງ
  • ກວດ​ເບິ່ງ​ລະ​ດັບ​ຂອງ​ນ້ຳ​ມັນ​ເຄື່ອງ​ເຟືອງ​ໜ້າ (ລຸ້ນຂັບ​ເຄື່ອນ 4 ລໍ້​ເທົ່າ​ນັ້ນ).
    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ໃສ່​ເບ​ຣກມື.

    3. ມອດຈັກ ແລະ ຖອດກະແຈ.

    4. ທຳຄວາມສະອາດບໍລິເວນອ້ອມຮອບດອນ​ອັດ​ບ່ອນເຕີມ/ກວດ​ເບິ່ງ​ຢູ່​ດ້ານ​ຂ້າງ​ຂອງເຟືອງ (ຮູບສະແດງ ).

      artpending
    5. ເອົາ​ດອນ​ອັດ​ບ່ອນ​ເຕີມ/ກວດ​ເບິ່ງ​ອອກ ແລະ ກວດ​ເບິ່ງ​ລະ​ດັບ​ນ້ຳ​ມັນ​ເຄື່ອງ.

      Note: ນໍ້າມັນເຄື່ອງຄວນຂຶ້ນຮອດ​ຮູ.

    6. ຖ້າ​ນ້ຳ​ມັນ​ເຄື່ອງ​ຕ່ຳ, ໃຫ້​ເຕີມ​ນ້ຳ​ມັນ​ເຄື່ອງ​ລະ​ບຸ​ໄວ້.

    7. ຕິດ​ຕັ້ງດອນ​ອັດ​ບ່ອນເຕີມ/ກວດ​ເບິ່ງ

    ການ​ປ່ຽນນ້ຳມັນເຟືອງ​ໜ້າ

    ລຸ້ນຂັບ​ເຄື່ອນ 4 ລໍ້​ເທົ່າ​ນັ້ນ
    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 800 ຊົ່ວໂມງ
  • ປ່ຽນນ້ຳມັນເຟືອງ​ໜ້າ(ລຸ້ນຂັບ​ເຄື່ອນ 4 ລໍ້​ເທົ່າ​ນັ້ນ).
  • ຂໍ້​ກຳ​ນົດ​ສະ​ເພາະ​ນ້ຳ​ມັນ​ເຟືອງທ້າຍ: ນ້ຳ​ມັນ​ໄຮ​ໂດຼ​ລິກ Mobil 424

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ໃສ່​ເບ​ຣກມື.

    3. ມອດຈັກ ແລະ ຖອດກະແຈ.

    4. ທຳຄວາມສະອາດບໍລິເວນອ້ອມຮອບດອນ​ອັດລະ​ບາຍຢູ່​ດ້ານ​ຂ້າງ​ຂອງເຟືອງທ້າຍ (ຮູບສະແດງ ).

    5. ວາງອ່າງ​ໂຕ່ງຢູ່ກ້ອງດອນ​ອັດ​ການລະ​ບາຍ.

    6. ຖອດດອນ​ອັດ​ການ​ລະ​ບາຍ​ອອກ ແລະ ປ່ອຍໃຫ້ນ້ຳມັນໄຫຼລົງໃນອ່າງ​ໂຕ່ງ.

    7. ຕິດ​ຕັ້ງ ແລະ ຮັດ​ດອນ​ໃຫ້​ແໜ້ນເມື່ອ​ນ້ຳ​ມັນ​ເຄື່ອງຢຸດລະ​ບາຍ​ອອກ.

    8. ທຳຄວາມສະອາດບໍລິເວນອ້ອມຮອບດອນ​ອັດ​ບ່ອນເຕີມ/ກວດ​ເບິ່ງ​ຢູ່​ດ້ານລຸ່ມຂອງເຟືອງທ້າຍ.

    9. ເອົາ​ດອນ​ອັດ​ບ່ອນ​ເຕີມ/ກວດ​ເບິ່ງ​ອອກ ແລະ ເຕີມ​ນ້ຳ​ມັນ​ເຄື່ອງ​ທີ່​ລະ​ບຸ​ໃຫ້​ຈົນ​ກວ່າ​ລະ​ດັບນ້ຳມັນ​ຂຶ້ນ​ຮອດ​ຮູ.

    10. ຕິດ​ຕັ້ງດອນ​ອັດ​ບ່ອນເຕີມ/ກວດ​ເບິ່ງ

    ການກວດ​ກາເຕົ້າ​ຄວາມ​ໜຽວ​ຄົງ​ທີ່

    ລຸ້ນຂັບ​ເຄື່ອນ 4 ລໍ້​ເທົ່າ​ນັ້ນ
    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ກວດ​ກາ​ເຕົ້າ​ຄວາມ​ໜຽວ​ຄົງ​ທີ່​ເບິ່ງ​ຮອຍ​ແຕກ, ຮູ ຫຼື ຂາ​ໜີບ​ຫຼວມ(ລຸ້ນຂັບ​ເຄື່ອນ 4 ລໍ້​ເທົ່າ​ນັ້ນ).
  • ກວດ​ກາ​ເຕົ້າ​ຄວາມ​ໜຽວ​ຄົງ​ທີ່​ເບິ່ງ​ຮອຍ​ແຕກ, ຮູ ຫຼື ຂາ​ໜີບ​ຫຼວມ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດສຳລັບການ​ສ້ອມ​ແປງ, ຖ້າ​ທ່ານ​ພົບ​ເຫັນ​ຄວາມ​ເສຍ​ຫາຍ​ໃດ​ໜຶ່ງ.

    ການ​ປັບສາຍປ່ຽນ​ເກຍ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 10 ຊົ່ວໂມງທໍາອິດ
  • ກວດເບິ່ງ​ການ​ປັບສາຍ​ເກຍ.
  • ທຸກໆ 200 ຊົ່ວໂມງ
  • ກວດເບິ່ງ​ການ​ປັບສາຍ​ເກຍ.
    1. ເຄື່ອນຄັນປ່ຽນ​ເກຍໄປທີ່ຕຳແໜ່ງເກຍ​ຫວ່າງ.

    2. ຖອດເຂັມ​ຂັດ​ສະ​ຫຼັກ​ທີ່​ຍຶດສາຍ​ເກຍ​ໃສ່ແຂນ​ເກຍ​ຄັນ​ສົ່ງອອກ (ຮູບສະແດງ ).

      artpending
    3. ມາຍ​ນັອດ​ຊ້ອນ​ສອງ​ສະ​ຫຼັກ ແລະ ປັບ​ສະ​ຫຼັກ​ແຕ່​ລະ​ຕົວ​ເພື່ອ​ໃຫ້​ການ​ຫຼິ້ນ​ເສ​ລີ​ຂອງ​ສາຍ​ໄປ​ຂ້າງ​ໜ້າ ແລະ ກັບ​ຫຼັງ​ເທົ່າ​ກັນກ່ຽວ​ຂ້ອງ​ກັບ​ຮູ​ຢູ່​ໃນ​ແຂນ​ເພົາ​ຄັນ​ສົ່ງ (ດ້ວຍ​ການ​ຫຼິ້ນ​ເສ​ລີ​ຄັນ​ໂຍກ​ເພົາ​ຄັນ​ສົ່ງ​ໃຊ້​ໄປ​ໃນ​ທິດ​ທາງ​ດຽວ​ກັນ).

    4. ຕິດ​ຕັ້ງເຂັມ​ຂັດສະ​ຫຼັກ ແລະ ຮັດ​ນັອດ​ຊ້ອນ​ສອງ​ໃຫ້​ແໜ້ນ​ເມື່ອ​ສຳ​ເລັດ.

    ການ​ປັບສາຍສູງ-ຕ່ຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ກວດ​ເບິ່ງ​ການ​ປັບ​ສາຍສູງ-ຕ່ຳ.
    1. ຖອດເຂັມ​ຂັດ​ສະ​ຫຼັກ​ທີ່​ຍຶດສາຍ​ເກຍ​ໃສ່ຄັນ​ສົ່ງອອກ (ຮູບສະແດງ ).

    2. ມາຍ​ນັອດ​ຊ້ອນ​ສອງ​ສະ​ຫຼັກ ແລະ​ປັບ​ສະ​ຫຼັກ​ເພື່ອ​ໃຫ້​ຮູ​ສະ​ຫຼັກ​ຈັດ​ເຂົ້າ​ກັບ​ຮູ​ຢູ່​ໃນ​ຂາ​ຄ້ຳ​ຄັນ​ສົ່ງ.

    3. ຕິດ​ຕັ້ງເຂັມ​ຂັດສະ​ຫຼັກ ແລະ ຮັດ​ນັອດ​ຊ້ອນ​ສອງ​ໃຫ້​ແໜ້ນ​ເມື່ອ​ສຳ​ເລັດ.

    ການ​ປັບສາຍລັອກ​ເຟືອງ​ທ້າຍ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ກວດ​ເບິ່ງ​ການ​ປັບ​ສາຍ​ລັອກ​ເຟືອງ​ທ້າຍ.
    1. ເຄື່ອນ​ຄັນໂຍກ​ລັອກ​ເຟືອງ​ທ້າຍໄປທີ່ຕຳແໜ່ງປິດ.

    2. ມາຍ​ນັອດ​ຊ້ອນ​ສອງ​ທີ່​ຮັດ​ສາຍລັອກ​ເຟື່ອງ​ທ້າຍໄປ​ໃສ່ຂາ​ຄ້ຳ​ຢູ່​ໃນຄັນ​ສົ່ງ (ຮູບສະແດງ ).

      artpending
    3. ປັບ​ນັອດ​ຊ້ອນ​ສອງ​ເພື່ອ​ໃຫ້​ໄດ້​ຊ່ອງ​ຫວ່າງ 0.25 ຫາ 1.5 ມມ (0.01 ຫາ 0.06 ນິ້ວ) ລະ​ຫວ່າງ​ຂໍ​ເກາະ​ສະ​ປ​ຣິງ ແລະ OD (ເສັ້ນ​ຜ່າ​ກາງ​ດ້ານນອກ) ຂອງ​ຮູ​ຢູ່​ໃນ​ຄັນໂຍກ​ຄັນ​ສົ່ງ.

    4. ຫັນນັອດຊ້ອນສອງໃຫ້​ແໜ້ນເມື່ອ​ເຮັດ​ສຳ​ເລັດ.

    ການກວດ​ກາຢາງ​ລົດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 100 ຊົ່ວໂມງ
  • ກວດເບິ່ງສະພາບຂອງ​ຢາງລົດ.
  • ຂໍ້​ກຳ​ນົດ​ສະ​ເພາະ​ຄວາມ​ດັນ​ລົມ​ຢາງ​ໜ້າ: 2.20 bar (32 psi)

    ຂໍ້​ກຳ​ນົດ​ສະ​ເພາະ​ຄວາມ​ດັນ​ລົມ​ຢາງຫຼັງ: 1.24 bar (18 psi)

    ອຸ​ບັດ​ຕິ​ເຫດ​ການ​ເຮັດ​ວຽກ​ເຊັ່ນ: ການ​ຕຳ​ກັບ​ຂອບ​ສາ​ມາດ​ເຮັດ​ໃຫ້​ຢາງ ຫຼື ຂອບ​ຢາງ​ເສຍ​ຫາຍ ແລະ ຍັງ​ເຮັດ​ໃຫ້ເສຍ​ຄວາມ​ຊື່​ຂອງ​ລໍ້, ດັ່ງ​ນັ້ນ​ໃຫ້​ກວດ​ກາ​ສະ​ພາບ​ຢ່າງ​ຫຼັງ​ຈາກ​ອຸ​ບັດ​ຕິ​ເຫດ.

    Important: ກວດ​ເບິ່ງ​ຄວາມ​ດັນ​ຢາງເລື້ອຍໆເພື່ອ​ໃຫ້​ແນ່​ໃຈການ​ມີ​ລົມທີ່​ຖືກ​ຕ້ອງ. ຖ້າ​ບໍ່​ເຕີມ​ລົມ​ຢາງ​ໃຫ້​ໄດ້​ຄວາມ​ດັນ​ທີ່​ຖືກ​ຕ້ອງ, ຢາງ​ຈະ​ຫ້ຽນ​ໄວ​ກ່ອນ​ກຳ​ນົດ ແລະ ອາດ​ຈະ​ເຮັດ​ໃຫ້​ການ​ຂັບ​ເຄື່ອນ 4 ລໍ້​ຕິດ​ເຂົ້າ​ກັນ.

    ຮູບສະແດງ ແມ່ນຕົວ​ຢ່າງ​ຂອງ​ການ​ຫ້ຽນ​ຂອງ​ຢາງ​ເກີດ​ຂຶ້ນ​ໂດຍ​ການ​ເຕີມ​ລົມ​ບໍ່​ເຕັມ.

    artpending

    ຮູບສະແດງ ແມ່ນຕົວ​ຢ່າງ​ຂອງ​ການ​ຫ້ຽນ​ຂອງ​ຢາງ​ເກີດ​ຂຶ້ນ​ໂດຍ​ການ​ເຕີມ​ລົມເກີນ.

    artpending

    ການກວດເບິ່ງການ​ຈັດ​ຄວາມ​ທ່ຽງ​ລໍ້​ໜ້າ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ກວດເບິ່ງການ​ຈັດ​ຄວາມ​ທ່ຽງ​ລໍ້​ໜ້າ
    1. ໃຫ້​ແນ່​ໃຈ​ວ່າ​ຢາງ​ກຳ​ລັງ​ປິ່ນ​ຊື່​ໄປ​ທາງ​ໜ້າ.

    2. ວັດ​ແທກ​ໄລ​ຍະ​ຫ່າງ​ຈາກຈຸດ​ສູນ​ກາງ​ຫາ​ສູນ​ກາງ​ຢູ່ທີ່ຄວາມ​ສູງ​ຂອງແກນຢູ່​ດ້ານ​ໜ້າ ແລະ ດ້ານຫຼັງ​ຂອງ​ຢາງຕີນ​ບັງ​ຄັບ (ຮູບສະແດງ ).

      Note: ການ​ວັດ​ແທກຕ້ອງ​ຢູ່​ພາຍ​ໃນ 0 ± 3 ມມ (0 ± 0.12 ນິ້ວ) ຢູ່​ດ້ານ​ໜ້າ​ຂອງ​ຢາງ​ຕີນ​ລົດ, ຈາກ​ນັ້ນ​ຢູ່​ດ້ານ​ຫຼັງ​ຂອງ​ຢາງ​ຕີນ​ລົດ. ໝູນ​ຢາງ 90° ແລະ ກວດ​ເບິ່ງ​ການ​ວັດ​ແທກ.

      Important: ການກວດ​ເບິ່ງການ​ວັດ​ແທກ​ຢູ່​ບ່ອນ​ກົງ​ກັນ​ໃນຢາງ​ລົດ. ເຄື່ອງ​ຈັກ​ຄວນ​ຈະ​ຢູ່​ບ່ອນ​ພື້ນ​ພຽງ​ໂດຍ​ໃຫ້​ຢາງ​ຕີນ​ລົດ​ປິ່ນ​ຊື່​ໄປ​ທາງ​ໜ້າ.

      artpending
    3. ປັບ​ໄລ​ຍະ​ຫ່າງ​ຈຸດ​ສູນ​ກາງ​ຫາ​ຈຸດ​ສູນ​ກາງ​ດັ່ງ​ຕໍ່​ໄປ​ນີ້:

      1. ມາຍນັອດຊ້ອນສອງຢູ່ໃຈ​ກາງ​ຂອງແກນ​ມັດ (ຮູບສະແດງ ).

        artpending
      2. ໝຸນ​ແກນ​ມັດເພື່ອ​ເຄື່ອນ​ດ້ານ​ໜ້າ​ຂອງ​ຢາງ​ເຂົ້າ​ໃນ ຫຼື ອອກນອກເພື່ອ​ໃຫ້​ໄດ້​ໄລ​ຍະ​ຫ່າງ​ໃຈ​ກາງ​ຫາ​ໃຈ​ກາງ​ຈາກ​ດ້ານ​ໜ້າ​ຫາ​ດ້ານ​ຫຼັງ.

      3. ຫັນ​ນັອດ​ຊ້ອນ​ສອງ​ແກນ​ມັດໃຫ້​ແໜ້ນ​ເມື່ອ​ການ​ປັບ​ຖືກ​ຕ້ອງ.

      4. ກວດ​ເບິ່ງ​ໃຫ້​ແນ່​ໃຈ​ວ່າ​ຢາງ​ຕີນ​ລົດ​ລ້ຽວ​ຊ້າຍ ແລະ ຂວາ​ໄດ້​ໃນ​ປະ​ລິ​ມານ​ເທົ່າ​ກັນ.

        Note: ຖ້າຢາງ​ຕີນ​ລົດ​ບໍ່​ລ້ຽວ​ໄດ້​ເທົ່າ​ກັນ, ໃຫ້​ເບິ່ງຄູ່​ມື​ການ​ບໍ​ລິ​ການສຳ​ລັບຂັ້ນ​ຕອນ​ດຳ​ເນີນການ​ປັບ.

    ການບິດນັອດຮັດລໍ້ລົດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 2 ຊົ່ວໂມງທໍາອິດ
  • ບິດນັອດຮັດລໍ້ລົດດ້ານ​ໜ້າ ແລະ ດ້ານ​ຫຼັງ.
  • ຫລັງຈາກ 10 ຊົ່ວໂມງທໍາອິດ
  • ບິດນັອດຮັດລໍ້ລົດດ້ານ​ໜ້າ ແລະ ດ້ານ​ຫຼັງ.
  • ທຸກໆ 200 ຊົ່ວໂມງ
  • ບິດນັອດຮັດລໍ້ລົດດ້ານ​ໜ້າ ແລະ ດ້ານ​ຫຼັງ.
  • ຂໍ້​ກຳ​ນົດ​ສະ​ເພາະ​ແຮງ​ບິດ​ນັອດ​ຮັດ​ລໍ້​ລົດ: 109 ຫາ 122 N∙m (80 ຫາ 90 ft-lb)

    ບິດ​ນັອດ​ຮັດ​ລໍ້​ລົດ​ຢູ່ທີ່​ລໍ້​ໜ້າ ແລະ ລໍ້ຫຼັງຢູ່​ໃນ​ຮູບ​ແບບໄຂ້​ວ​ດັ່ງ​ທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ ຫາ​ແຮງບິດ​ທີ່​ລະ​ບຸ​ໄວ້.

    artpending

    ການບຳລຸງຮັກສາລະບົບເຮັດຄວາມເຢັນ

    ຄວາມປອດໄພຂອງລະບົບເຮັດຄວາມເຢັນ

    • ການກືນກິນນ້ຳຢາທຳ​ຄວາມເຢັນສາ​ມາດ​ເກີດເປັນພິດໄດ້; ໃຫ້ເກັບ​ໄວ້​ຫ່າງໄກຈາກເດັກນ້ອຍ ແລະ ສັດລ້ຽງ.

    • ການປ່ອຍ​ນ້ຳ​ຢາ​ທຳຄວາມເຢັນທີ່ມີ​ຄວາມ​ດັນ ແລະ ຮ້ອນ ແລະ ການຈັບ​ໝໍ້​ນ້ຳ​ທີ່​ຮ້ອນ ແລະ ສ່ວນທີ່ຢູ່ອ້ອມຮອບສາມາດເຮັດໃຫ້ເກີດມີການ​ໄໝ້ຮຸນແຮງໄດ້.

      • ປ່ອຍໃຫ້ເຄື່ອງຈັກເຢັນລົງຢ່າງໜ້ອຍ 15 ນາທີກ່ອນທີ່ຈະເປີດຝາໝໍ້ນ້ຳ.

      • ໃຊ້ຜ້າແພເມື່ອເປີດຝາໝໍ້ນ້ຳ, ແລະ ເປີດຝາຄ່ອຍໆເພື່ອໃຫ້ອາຍນ້ຳໄຫຼອອກ.

    • ຢ່າ​ໃຊ້​ງານ​ເຄື່ອງ​ຈັກ​ໂດຍ​ທີ່​ບໍ່​ມີ​ຝາ​ປົກ​ຢູ່​ໃນ​ບ່ອນ​ຂອງ​ມັນ.

    • ໃຫ້​ຮັກ​ສາ​ນິ້ວ​ມື, ມື ແລະ ເຄື່ອງ​ນຸ່ງ​ຂອງ​ທ່ານ​ຢູ່​ຫ່າງ​ໄກ​ຈາກ​ພັດ​ລົມ​ທີ່​ກຳ​ລັງ​ປິ່ນ ແລະ ສາຍ​ພານ​ຂັບ​ເຄື່ອນ.

    • ມອດຈັກ ແລະ ຖອດກະ​ແຈດຳ​ເນີນ​ການ​ບຳ​ລຸງ​ຮັກ​ສາ.

    ການກວດເບິ່ງລະດັບນ້ຳ​ຢາ​ທຳ​ຄວາມ​ເຢັນເຄື່ອງຈັກ.

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ການກວດເບິ່ງລະດັບນ້ຳ​ຢາ​ທຳ​ຄວາມ​ເຢັນເຄື່ອງຈັກ.
  • ຄວາມຈຸຂອງລະ​ບົບ​ທຳ​ຄວາມ​ເຢັນ: 3.7 ລິດ (4 ຄະ​ວອດສະຫະລັດ).

    ປະ​ເພດ​ນ້ຳ​ຢາ​ທຳ​ຄວາມ​ເຢັນ: 50/50 ຂອງນ້ຳ ແລະ ສານປ້ອງກັນການແຂງຕົວຂອງເອທີລີນກ​ລີກອ​ລຖາວອນ.

    ຂໍ້ຄວນລະວັງ

    ຖ້າເຄື່ອງຈັກກຳລັງແລ່ນຢູ່, ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ຮ້ອນ​ມີແຮງກົດດັນສາມາດອອກມາ ແລະ ເຮັດໃຫ້ເກີດການໄໝ້ໄດ້.

    • ຢ່າເປີດຝາ​ປິດໝໍ້​ນ້ຳ.

    • ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງເປັນ​ເວ​ລາ 15 ນາ​ທີ ຫຼື ຈົນ​ກວ່າ​ເຕົ້າ​ເກັບ​ຮັກ​ສາ​ເຢັນ​ພຽງ​ພໍ​ທີ່​ຈະ​ຈັບ​ໄດ້​ໂດຍ​ບໍ່ດາດ​ມື​ຂອງ​ທ່ານ.

    • ໃຊ້ຜ້າແພເມື່ອເປີດຝາເຕົ້າ​ເກັບ​ຮັກ​ສາ ແລະ ເປີດຝາຄ່ອຍໆເພື່ອໃຫ້ອາຍນ້ຳໄຫຼອອກ.

    • ຢ່າ​ກວດ​ເບິ່ງ​ລະ​ດັບ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຢູ່​ທີ່​ໝໍ້​ນ້ຳເນື່ອງ​ຈາກ​ອັນ​ນີ້​ເຮັດ​ໃຫ້​ຈັກ​ເພ, ໃຫ້​ກວດ​ເບິ່ງ​ລະ​ດັບ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຢູ່​ທີ່​ເຕົ້າ​ເກັບ​ຮັກ​ສາ​ເທົ່າ​ນັ້ນ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ໃສ່​ເບ​ຣກມື.

    3. ມອດຈັກ ແລະ ຖອດກະແຈ.

    4. ກວດເບິ່ງລະດັບນ້ຳຢາທຳ​ຄວາມເຢັນຢູ່ໃນເຕົ້າ​ເກັບ​ຮັກ​ສາ (ຮູບສະແດງ ).

      Note: ນ້ຳ​ຢາ​ທຳ​ຄວາມ​ເຢັນຄວນ​ຈະ​ຢູ່ເໜືອ​ດ້ານ​ລຸ່ມ​ຂອງ​ຄຳ​ເຕີມໃນ​ເວ​ລາ​ເຄື່ອງ​ຈັກ​ເຢັນ.

      artpending
    5. ຖ້າ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຢູ່​ຕ່ຳ, ຖອດ​ຝາ​ປິດ​ເຕົ້າ​ເກັບ​ຮັກ​ສາ​ອອກ ແລະ ເຕີມ​ສ່ວນ​ປະ​ສົມ 50/50 ຂອງ​ນ້ຳ ແລະ ສານປ້ອງກັນການແຂງຕົວຂອງເອທີລີນກ​ລີກອ​ລຖາວອນ.

      Note: ຢ່າ​ເຕີມ​ນ້ຳຢາ​ທຳ​ຄວາມ​ເຢັນໃສ່ເຕົ້າ​ເກັບ​ຮັກ​ສາຈົນ​ລົ້ນ.

    6. ອັດຝາປິດເຕົ້າ​ເກັບ​ຮັກ​ສາ.

    ກຳຈັດຂີ້ເຫຍື້ອຈາກລະບົບທຳຄວາມເຢັນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກຳຈັດສິ່ງເສດເຫຼືອອອກຈາກບໍ​ລິ​ເວນ​ຈັກ ແລະ ໝໍ້ນ້ຳ.(ທຳຄວາມສະອາດມັນເລື້ອຍໆໃນສະພາບເປື້ອນ.)
    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ໃສ່​ເບ​ຣກມື.

    3. ມອດຈັກ ແລະ ຖອດກະແຈ.

    4. ອະນາໄມສິ່ງ​ເສດ​ເຫຼືອ​ທັງ​ໝົດ​ໃນພື້ນທີ່ຂອງເຄື່ອງຈັກໃຫ້​ທົ່ວ.

    5. ປົດ​ລັອກ ແລະ ເອົາ​ຕະ​ແກງ​ໝໍ້​ນ້ຳ​ອອກ​ຈາກ​ດ້ານ​ໜ້າ​ຂອງ​ໝໍ້​ນ້ຳ (ຮູບສະແດງ ).

      artpending
    6. ຖ້າ​ຕິດ​ຕັ້ງ​ມາ​ນຳ​ແມ່ນ​ໃຫ້​ໝູນ​ສະ​ຫຼັກ ແລະ ໝູນ​ເຕົ້າ​ທຳ​ຄວາມ​ເຢັນ​ນ້ຳ​ມັນ​ເຄື່ອງ​ອອກ​ໄປ​ຈາກ​ໝໍ້​ນ້ຳ (ຮູບສະແດງ ).

      artpending
    7. ທຳ​ຄວາມ​ສະ​ອາດ​ໝໍ້​ນ້ຳ, ເຕົ້າ​ທຳ​ຄວາມ​ເຢັນ​ນ້ຳ​ມັນ​ເຄື່ອງ ແລະ ຕະ​ແກງ​ດ້ວຍ​ລົມ​ອັດ​ແໜ້ນ.

      Note: ເປົ່າ​ຂີ້​ເຫຍື້ອ​ອອກ​ຈາກ​ໝໍ້​ນ້ຳ.

    8. ຕິດ​ຕັ້ງເຕົ້າ​ທຳ​ຄວາມ​ເຢັນ ແລະ ຕະ​ແກງໃສ່​ໝໍ້​ນ້ຳ.

    ການ​ປ່ຽນ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ເຄື່ອງ​ຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 1,000 ຊົ່ວໂມງ
  • ລ້າງ/ປ່ຽນນໍ້າຢາລະບົບນ້ຳ​ຢາ​ທຳຄວາມເຢັນ.
  • ຄວາມຈຸຂອງລະ​ບົບ​ທຳ​ຄວາມ​ເຢັນ: 3.7 ລິດ (4 ຄະ​ວອດສະຫະລັດ).

    ປະ​ເພດ​ນ້ຳ​ຢາ​ທຳ​ຄວາມ​ເຢັນ: 50/50 ຂອງນ້ຳ ແລະ ສານປ້ອງກັນການແຂງຕົວຂອງເອທີລີນກ​ລີກອ​ລຖາວອນ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ຍົກ​ຮາງ​ຂຶ້ນ ແລະ ຕິດ​ຕັ້ງຂາ​ຄ້ຳ​ຄວາມ​ປອດ​ໄພຮາງ​ໃສ່​ຢູ່​ລູກ​ສູບ​ຍົກ​ຂະ​ຫຍາຍ​ອອກ​ເພື່ອຍຶດຮາງ​ໄວ້.

      ຂໍ້ຄວນລະວັງ

      ຖ້າເຄື່ອງຈັກກຳລັງແລ່ນຢູ່, ລະ​ບົບ​ທຳ​ຄວາມ​ເຢັນມີ​ຄວາມ​ດັນ​ດ້ວຍນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ຮ້ອນທີ່ສາມາດອອກມາ ແລະ ເຮັດໃຫ້ເກີດການໄໝ້ໄດ້.

      • ຢ່າເປີດຝາໝໍ້ນ້ຳໃນເວລາທີ່ເຄື່ອງຈັກກຳລັງແລ່ນຢູ່.

      • ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງເປັນ​ເວ​ລາ 15 ນາ​ທີ ຫຼື ຈົນ​ກວ່າ​ຖັງຝາ​ປິດ​ໝໍ້​ນ້ຳເຢັນ​ພຽງ​ພໍ​ທີ່​ຈະ​ຈັບ​ໄດ້​ໂດຍ​ບໍ່ດາດ​ມື​ຂອງ​ທ່ານ.

      • ໃຊ້​ຜ້າ​ເສດ​ຈັບເປີດຝາ​ປິດໝໍ້​ນ້ຳ. ເປີດ​ຝາ​ປິດ​ຊ້າໆ​ເພື່ອ​ປ່ອຍ​ໃຫ້​ອາຍ​ອອກ.

    3. ເອົາຝາປິດໝໍ້​ນ້ຳ​ອອກອອກ (ຮູບສະແດງ ).

      artpending
    4. ເອົາຝາປິດເຕົ້າ​ເກັບ​ຮັກ​ສາອອກ (ຮູບສະແດງ ).

      artpending
    5. ຖອດທໍ່​ໝໍ້​ນ້ຳ​ຢູ່​ລຸ່ມ​ອອກ ແລະ ປ່ອຍໃຫ້ນ້ຳຢາທຳ​ຄວາມ​ເຢັນໄຫຼລົງໃນອ່າງ​ໂຕ່ງ.

      Note: ເມື່ອ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຢຸດ​ໄຫຼ, ຕໍ່​ທໍ່​ໝໍ່​ນ້ຳ​ທາງ​ລຸ່ມໃສ່.

    6. ຕື່ມນ້ຳຢາ​ປະ​ສົມທີ່​ມີ​ນ້ຳ ແລະ ສານປ້ອງກັນການແຂງຕົວຂອງເອທີລີນກ​ລີກອ​ລຖາວອນ 50/50 ໃສ່​ໝໍ້​ນ້ຳ

    7. ເຕີມ​ນ້ຳ​ຢາ​ປະ​ສົມ​ໃສ່​ໝໍ້​ນ້ຳ ແລະ ໃສ່​ຝາ​ປິດ (ຮູບສະແດງ ).

    8. ເຕີມນ້ຳ​ຢາ​ປະ​ສົມ​ໃສ່​ເຕົ້າ​ເກັບ​ຮັກ​ສາ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຊ້າໆ​ຈົນ​ກວ່າ​ລະ​ດັບ​ຮອດ​ດ້ານ​ລຸ່ມ​ຂອງ​ຄໍ​ເຕີມ (ຮູບສະແດງ ).

    9. ອັດຝາປິດເຕົ້າ​ເກັບ​ຮັກ​ສາ (ຮູບສະແດງ ).

    10. ຕິດຈັກ ແລະ ໃຊ້​ງານມັນຈົນ​ກວ່າ​ມັນອຸ່ນ​ຂຶ້ນ.

    11. ມອດ​ຈັກ, ກວດ​ເບິ່ງ​ລະ​ດັບ​ນ້ຳຢາ​ທຳ​ຄວາມ​ເຢັນ ແລະ ເຕີມນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃສ່​ອີກ, ຖ້າ​ຈຳ​ເປັນ.

    ການບຳລຸງຮັກສາເບກ

    ການກວດເບິ່ງລະດັບນ້ຳມັນເບ​ຣກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນ້ຳມັນເບ​ຣກ.ກວດເບິ່ງລະດັບນ້ຳມັນເບ​ຣກກ່ອນທີ່ທ່ານຈະຕິດຈັກເທື່ອ​ທຳ​ອິດ.
  • ທຸກໆ 1,000 ຊົ່ວໂມງ
  • ປ່ຽນ​ນ້ຳ​ມັນເບ​ຣກ.
  • ປະ​ເພດ​ນ້ຳ​ມັນ​ເບ​ຣກ: DOT 3

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ໃສ່​ເບ​ຣກມື.

    3. ມອດຈັກ ແລະ ຖອດກະແຈ.

    4. ຍົກ​ຝາ​ປົກ​ຈັກ​ຂຶ້ນ​ເພື່ອ​ເຂົ້າ​ເຖົງ​ລູກ​ສູບ​ເບ​ຣກ​ໃຫຍ່ ແລະ ເຕົ້າເກັບຮັກ​ສາ (ຮູບສະແດງ ).

      artpending
    5. ໃຫ້​ແນ່​ໃຈ​ວ່າລະດັບຂອງແຫຼວຂຶ້ນຮອດ​ຂີດເຕັມ​ຢູ່​ໃນ​ເຕົ້າ (ຮູບສະແດງ ).

      artpending
    6. ຖ້າ​ລະ​ດັບ​ຂອງ​ແຫຼວ​ຕ່ຳ, ທຳ​ຄວາມ​ສະ​ອາດ​ພື້ນ​ທີ່​ຮອບ​ຝາ​ປິດ, ເອົາ​ຝາ​ປິດເຕົ້າ​ອອກ ແລະ ຕື່ມ​ນ້ຳ​ມັນ​ເບ​ຣກ​ທີ່​ລະ​ບຸ​ໄວ້ໃສ່​ເຕົ້າ​ໃຫ້​ໄດ້​ລະ​ດັບ​ເໝາະ​ສົມ (ຮູບສະແດງ ).

      Note: ຢ່າ​ເຕີມນ້ຳ​ມັນ​ເບ​ຣກ​ໃສ່​ເຕົ້າຈົນ​ລົ້ນ.

    ການປັບເບ​ຣກມື

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 10 ຊົ່ວໂມງທໍາອິດ
  • ກວດ​ສອບ​ເບິ່ງ​ການ​ປັບ​ເບ​ຣກ​ມື.
  • ທຸກໆ 200 ຊົ່ວໂມງ
  • ກວດ​ສອບ​ເບິ່ງ​ການ​ປັບ​ເບ​ຣກ​ມື.
    1. ເອົາມື​ຈັບ​ຢາງ​ອອກ​ຈາກ​ຄັນ​ເບ​ຣກ​ມື (ຮູບສະແດງ ).

      artpending
    2. ມາຍນັອດຕັ້ງ​ໄວ້ທີ່ຮັດລູກບິດໃສ່ກັບຄັນເບ​ຣກມື (ຮູບສະແດງ ).

      artpending
    3. ຈຳ​ເປັນ​ຕ້ອງ​ໝູນ​ລູກ​ບິດ (ຮູບສະແດງ ) ຈົນກວ່າແຮງຢູ່​ຕຳ​ແໜ່ງ 20 ເຖິງ 22 ກ​ລ (45 ເຖິງ 50 ປອນ) ເພື່ອກະ​ຕຸ້ນຄັນໂຍກ.

    4. ຫັນນັອດກຽວ​ທີ່​ຕັ້ງ​ໄວ້ໃຫ້ແໜ້ນເມື່ອ​ສຳ​ເລັດ (ຮູບສະແດງ ).

      Note: ຖ້າ​ທ່ານ​ບໍ່​ສາ​ມາດ​ເຮັດ​ການ​ປັບ​ເບ​ຣກ​ມື​ໄດ້​ໂດຍ​ການ​ປັບ​ຄັນ​ເບ​ຣກ​ມື, ມາຍ​ດ້າມ​ຈັບ​ໄປ​ເຄິ່ງ​ກາງ​ຂອງ​ການ​ປັບ ແລະ ປັບ​ສາຍ​ຢູ່​ດ້ານ​ຫຼັງ, ຈາກ​ນັ້ນ​ເຮັດ​ຊ້ຳ​ຄືນ​ຂັ້ນ​ຕອນ .

    5. ເອົາມື​ຈັບ​ຢາງໃສ່​ເຂົ້າ​ໄປ​ໃນຄັນ​ເບ​ຣກ​ມື (ຮູບສະແດງ ).

    ການ​ປັບ​ແປ້ນ​ເບ​ຣກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ກວດເບິ່ງ​ການ​ປັບແປ້ນ​ເບ​ຣກ.
  • Note: ເອົາ​ຝາ​ປົກ​ຈັກ​ດ້ານ​ໜ້າ​ອອກ​ເພື່ອ​ດຳ​ເນີນ​ຂັ້ນ​ຕອນ​ການ​ປັບ​ໃຫ້​ງ່າຍ​ຂຶ້ນ.

    1. ຖອດ​ເຂັມ​ໜີບສະ​ຫຼັກ ແລະ ເຂັມ​ຂັດ​ສະ​ຫຼັກ​ທີ່​ຍຶດຕົວ​ຄ້ຳ​ລູກ​ສູບ​ໃຫຍ່​ໃສ່ແກນ​ໝູນແປ້ນ​ຢຽບ​ເບຣກ​ນັ້ນອອກ (ຮູບສະແດງ ).

      artpending
    2. ຍົກ​ຂຶ້ນ​ໃນ​ແປ້ນ​ເບ​ຣກ (ຮູບສະແດງ ) ຈົນ​ກວ່າ​ມັນ​ສຳ​ຜັດ​ກັບ​ກອບ.

    3. ມາຍນັອດຊ້ອນສອງທີ່​ຮັດ​ຕົວ​ຄ້ຳ​ໃສ່​ເພົາ​ລູກ​ສູບ​ໃຫຍ່​ອອກ (ຮູບສະແດງ ).

    4. ປັບ​ຕົວ​ຄ້ຳ​ຈົນ​ກວ່າ​ຮູ​ຂອງ​ມັນ​ຈັດ​ເຂົ້າ​ກັບ​ຮູ​ຢູ່​ໃນ​ແກນ​ໝູນ​ແປ້ນ​ເບ​ຣກ.

    5. ຮັດ​ຕົວ​ຄ້ຳ​ໃສ່​ແກນ​ໝູນ​ແປ້ນ​ຢຽບ​ດ້ວຍ​ເຂັມ​ຂັດ​ສະ​ຫຼັກ ແລະ ເຂັມ​ໜີບ​ສະ​ຫຼັກ.

    6. ຮັດນັອດຊ້ອນສອງທີ່​ຮັດ​ຕົວ​ຄ້ຳ​ໃສ່​ເພົາ​ລູກ​ສູບ​ໃຫຍ່ໃຫ້​ແໜ້ນ.

      Note: ລູກ​ສູບ​ໃຫຍ່​ເບ​ຣກ​ຕ້ອງ​ປ່ອຍ​ຄວາມ​ດັນ​ອອກ​ເມື່ອ​ປັບ​ຢ່າງ​ຖືກ​ຕ້ອງ.

      artpending

    ການບຳລຸງຮັກສາສາຍພານ

    ການ​ປັບສາຍພານໄດປັ່ນໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 10 ຊົ່ວໂມງທໍາອິດ
  • ກວດເບິ່ງສະພາບ ແລະ ຄວາມເຄັ່ງຂອງສາຍພານໄດປັ່ນໄຟ.
  • ທຸກໆ 200 ຊົ່ວໂມງ
  • ກວດເບິ່ງສະພາບ ແລະ ຄວາມເຄັ່ງຂອງສາຍພານໄດປັ່ນໄຟ.
    1. ຍົກ​ຮາງ​ຂຶ້ນ ແລະ ວາງ​ຕຳ​ແໜ່ງຂາ​ຄ້ຳ​ຄວາມ​ປອດ​ໄພຢູ່​ລູກ​ສູບ​ຍົກ​ຂະ​ຫຍາຍ​ອອກ​ເພື່ອຍຶດຮາງ​ໄວ້.

    2. ກວດເບິ່ງຄວາມເຄັ່ງໂດຍການກົດສາຍພານຢູ່​ທີ່ຊ່ວງ​ກາງລະຫວ່າງໄດປັ່ນໄຟ ແລະ ໝາກ​ລໍ້ເພົາຂໍ້ຫວ່ຽງດ້ວຍແຮງ 10 ກ​ລ (22 ປອນ) (ຮູບສະແດງ ).

      Note: ສາຍພານໃໝ່ຄວນຈະບ່ຽງ 8 ຫາ 12 ມມ (0.3 ຫາ 0.5 ນິ້ວ).

      Note: ສາຍພານເກົ່າຄວນຈະບ່ຽງ 10 ຫາ 14 ມມ (0.4 ຫາ 0.55 ນິ້ວ). ຖ້າການບ່ຽງບໍ່ຖືກຕ້ອງ, ໃຫ້ໄປ​ຫາ​ຂັ້ນ​ຕອນ​ຕໍ່​ໄປ. ຖ້າຖືກຕ້ອງ, ສືບຕໍ່ດຳເນີນງານ.

    3. ເພື່ອປັບ​ຄວາມ​ເຄັ່ງ​ສາຍ​ພານ, ໃຫ້​ປະ​ຕິ​ບັດ​ດັ່ງ​ຕໍ່​ໄປ​ນີ້:

      1. ມາຍ​ນັອດຕົວ​ຜູ້​ຍຶດ​ໄດ​ປັ່ນ​ໄຟ​ຟ້າ 2 ນັອດ (ຮູບສະແດງ ).

        artpending
      2. ການ​ໃຊ້​ເຫຼັກ​ແງ່ມ, ໝູນ​ໄດ​ປັ່ນ​ໄຟ​ໄປ​ຈົນ​ໄດ້​ຄວາມ​ເຄັ່ງ​ສາຍ​ພານ​ພໍ​ດີ, ຈາກ​ນັ້ນຫັນ​ນັອດ​ຕົວ​ຜູ້​ຕິດ​ໃຫ້​ແໜ້ນ (ຮູບສະແດງ ).

    ການບຳລຸງຮັກສາລະບົບຄວບຄຸມ

    ການ​ປັບແຜ່ນ​ຢຽບ​ຄາດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ກວດເບິ່ງ​ການ​ປັບແຜ່ນ​ຢຽບ​ຄາດ.
  • Note: ທ່ານ​ສາ​ມາດ​ປັບ​ສາຍ​ແຜ່ນ​ຢຽບ​ຄາດ​ໄດ້​ຢູ່​ທີ່​ກັບ​ກະ​ດິງ ຫຼື ແກນ​ໝູນ​ແຜ່ນ​ຢຽບ​ຄາດ. ທ່ານ​ສາ​ມາດເອົາ​ຝາ​ປົກ​ຈັ​ກ​ລົດ​ດ້ານ​ໜ້າອອກ​ເພື່ອ​ເຂົ້າ​ເຖິງ​ແກນ​ໝູນແປ້ນ​ຢຽບ​ໄດ້​ງ່າຍ.

    1. ມາຍ​ນັອດ​ຊ້ອນ​ສອງ​ທີ່​ຮັດ​ສາຍຄາດໄປ​ໃສ່ຂາ​ຄ້ຳ​ໃນ​ເຕົ້າ​ກະ​ດິ່ງ (ຮູບສະແດງ ).

      Note: ທ່ານ​ອາດ​ຈະ​ເອົາ​ຂໍ້​ຕໍ່​ບີ່​ອອກ ແລະ ໝູນ, ຖ້າ​ຈຳ​ເປັນ​ຕ້ອງ​ມີ​ການ​ປັບ​ເພີ່ມ​ເຕີມ.

      artpending
    2. ຖອດ​ສະ​ປ​ຣິງ​ດຶງ​ຄືນ​ຈາກ​ຄັນ​ຄາດ.

    3. ປັບ​ນັອດ​ຊ້ອນ​ສອງ ຫຼື ຂໍ້​ຕໍ່​ລູກ​ບີ່ຈົນ​ກວ່າ​ຂອບ​ດ້ານ​ຫຼັງ​ຂອງ​ແຜ່ນ​ຢຽບ​ຄາດ​ໄດ້ 9.2 ຫາ 9.8 ຊມ (3-⅝ ຫາ 3-⅞ ນິ້ວ) ຈາກ​ດ້ານ​ເທິງ​ສຸດ​ຂອງ​ຮູບ​ແບບໄພ້​ນ້ຳ​ໂລແຜ່ນ​ພື້ນ, ເມື່ອ​ທ່ານ​ນຳ​ໃຊ້​ແຮງ 1.8 ກ​ລ (4 ປອນ) ໃສ່​ແຜ່ນ​ຢຽບ (ຮູບສະແດງ ).

      artpending

      Note: ໃຊ້​ແຮງ​ເພື່ອ​ໃຫ້​ລູກ​ບີ່​ປ່ອຍ​ຄາດ​ສຳ​ຜັດ​ກັບ​ດິ້ວ​ແຜ່ນ​ຄວາມ​ດັນ​ເທື່ອ​ລະ​ໜ້ອຍ.

    4. ຫັນນັອດຊ້ອນສອງໃຫ້​ແໜ້ນຫຼັງ​ຈາກ​ທ່ານຮອດ​ການ​ປັບທີ່​ເໝາະ​ສົມ​ແລ້ວ.

    5. ກວດ​ເບິ່ງ​ຂະ​ໜາດ 9.2 ຫາ 9.8 ຊມ (3-⅝ ຫາ 3-⅞ ນິ້ວ) ຫຼັງ​ຈາກ​ນັອດຊ້ອນ​ສອງ​ຖືກ​ຮັດ​ແໜ້ນ​ເພື່ອ​ຮັບ​ປະ​ກັນ​ການ​ປັບ​ທີ່​ເໝາະ​ສົມ.

      Note: ປັບ​ອີກ, ຖ້າ​ຈຳ​ເປັນ.

    6. ຕໍ່ສະ​ປ​ຣິງ​ດຶງ​ຄືນໃສ່ຄັນ​ຄາດ.

      Important: ໃຫ້​ແນ່​ໃຈ​ວ່າ​ປາຍ​ແກນ​ຖືກວາງ​ຕຳ​ແໜ່ງ​ເປັນ​ຮູບ​ຈະ​ຕຸ​ລັດ​ໃນ​ລູກ​ບີ່, ບໍ່​ບິດ ແລະ ຍັງ​ຄົງ​ຂະ​ໜານ​ກັບ​ແຜ່ນ​ຢຽບ​ຄາດ​ຫຼັງ​ຈາກ​ຮັດ​ນັອດ​ຊ້ອນ​ສອງ​ແໜ້ນ​ແລ້ວ (ຮູບສະແດງ ).

      Note: ການ​ປ່ອຍ​ເສ​ລີ​ຂອງ​ຄາດ​ບໍ່​ຄວນ​​ໜ້ອຍກວ່າ 19 ມມ (¾ ນິ້ວ).

      artpending

    ການ​ປັບແຜ່ນ​ຢຽບຄັນເລັ່ງ

    1. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ມອດ​ຈັກ ແລະ ຖອດກະ​ແຈ.

    2. ປັບ​ຂໍ້​ຕໍ່​ລູກ​ບີ່​ໃນ​ສາຍ​ຄັນ​ເລັ່ງ (ຮູບສະແດງ ) ເພື່ອ​ປ່ອຍ​ໃຫ້​ມີ​ໄລ​ຍະ​ຫ່າງ 2.54 ຫາ 6.35 ມມ (0.100 ຫາ 0.250 ນິ້ວ) ລະ​ຫວ່າງ​ແຂນ​ຢຽບ​ຄັນ​ເລັ່ງ ແລະ ດ້ານ​ເທິງ​ຂອງ​ແຜ່ນ​ພື້ນ​ລາຍ​ຮູບ​ໄພ້ນ້ຳ​ໂລ (ຮູບສະແດງ ), ເມື່ອ​ທ່ານ​ໃຊ້​ແຮງ 11.3 ກ​ລ (25 ປອນ) ໃສ່​ໃຈ​ກາງ​ຂອງ​ແຜ່ນ​ຢຽບ.

      Note: ຈັກ​ຈະ​ຕ້ອງບໍ່​ຕິດຢູ່ ແລະ ສະ​ປ​ຣິງ​ດຶງ​ຄືນຕ້ອງ​ຕິດ​ໃສ່.

    3. ຫັນ​ນັອດ​ລັອກ​ຕົວ​ແມ່​ໃຫ້​ແໜ້ນ (ຮູບສະແດງ ).

      artpending
      artpending

    Important: ຄວາມ​ໄວ​ກາ​ລັງ​ຕີສູງ​ສຸດແມ່ນ 3,650 ຮອບ​ຕໍ່​ນາ​ທີ. ຢ່າ​ປັບ​ການມອດ​ກາ​ລັງ​ຕີ​ສູງ.

    ການ​ປ່ຽນແປງ​ເຄື່ອງບັນ​ທຶກ​ຄວາມ​ໄວ

    ທ່ານ​ສາ​ມາດປ່ຽນ​ແປງ​ເຄື່ອງ​ບັນ​ທຶກຄວາມ​ໄວ​ໄດ້​ຈາກ​ໄມ​ຕໍ່​ຊົ່ວ​ໂມງ​ເປັນ ກມ/ຊມ ຫຼື ກມ/ຊມ ເປັນ ໄມ​ຕໍ່​ຊົ່ວ​ໂມງໄດ້.

    1. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ມອດ​ຈັກ ແລະ ຖອດກະ​ແຈ.

    2. ຖອດຝາ​ປົກ​ຈັກອອກ; ໃຫ້​ເບິ່ງ .

    3. ຊອກ​ຫາ​ສາຍໄຟ​ຫຼວມ 2 ອັນ​ຢູ່​ຕໍ່​ໜ້າ​ເຄື່ອງ​ບັນ​ທຶກຄວາມ​ໄວ.

    4. ເອົາ​ດອນ​ອັດ​ຕົວ​ເຊື່ອມ​ຕໍ່​ອອກ​ຈາກສາຍ​ສຽບ​ຕໍ່​ໄຟ ແລະ ຕໍ່​ສາຍ​ໄຟເຂົ້າ​ກັນ.

      Note: ເຄື່ອງ​ບັນ​ທຶກຄວາມ​ໄວ​ປ່ຽນ​ເປັນ ກມ/ຊມ ຫຼື ໄມ​ຕໍ່​ຊົ່ວ​ໂມງ.

    5. ຕິດ​ຕັ້ງຝາ​ປົກ​ຈັກ.

    ການບຳລຸງຮັກສາລະບົບໄຮໂດຼລິກ

    ຄວາມປອດໄພຂອງລະບົບໄຮໂດຼລິກ

    • ຂໍ​ການ​ປິ່ນ​ປົວ​ທາງ​ການ​ແພດ​ທັນ​ທີ, ຖ້າມີການສີດຂອງ​ແຫຼວເຂົ້າໄປໃນຜິວໜັງ. ຂອງ​ແຫຼວ​ທີ່​ສີດເຂົ້າຕ້ອງໄດ້ຮັບການຜ່າຕັດເອົາ​ອອກ​ໂດຍ​ທ່ານ​ໝໍພາຍໃນສອງ​ສາມຊົ່ວໂມງ.

    • ກ່ອນ​ຖອດ ຫຼື ເຮັດ​ວຽກ​ໃດ​ໜຶ່ງ​ໃນ​ລະ​ບົບ​ໄຮ​ໂດຼ​ລິກ, ປ່ອຍ​ຄວາມ​ດັນ​ທັງ​ໝົດ​ຢູ່​ໃນ​ລະບົບ​ອອກ​ໂດຍ​ການມອດຈັກ, ໝູນວາວ​ຖອກ​ຈາກ​ການ​ຍົກ​ຂຶ້ນ​ໃຫ້​ຕ່ຳ​ລົງ ແລະ/ຫຼື ປ່ອຍ​ຮາງ​ໃສ່​ເຄື່ອງ ແລະ ສິ່ງ​ທີ່​ຕິດ​ມາ​ນາຕ່ຳ​ລົງ. ວາງ​ຄັນ​ໂຍກ​ໄຮ​ໂດຼ​ລິກ​ທາງ​ໄກ​ຢູ່​ໄວ້​ໃນ​ຕຳ​ແໜ່ງ​ລອຍ. ຢ່າ​ເຮັດ​ວຽກ​ຢູ່​ກ້ອງ​ຮາງ​ທີ່​ຍົກ​ຂຶ້ນ​ໂດຍ​ບໍ່​ມີ​ຂາ​ຄ້ຳ​ຄວາມ​ປອດ​ໄພ​ຮາງ​ທີ່​ຖືກ​ຕ້ອງ​ຢູ່​ກັບ​ທີ່.

    • ໃຫ້​ແນ່​ໃຈ​ວ່າທໍ່ ແລະ ສາຍເຊື່ອມຕໍ່ຂອງ​ແຫຼວໄຮໂດຼລິກທັງໝົດຢູ່ໃນສະພາບດີ ແລະ ທຸກໆການເຊື່ອມຕໍ່ໄຮໂດຼລິກ ແລະ ອຸປະກອນຕ່າງໆແໜ້ນກ່ອນທີ່ຈະນຳໃຊ້ຄວາມກົດດັນຕໍ່ລະບົບໄຮໂດຼລິກ.

    • ຮັກສາຮ່າງກາຍ ແລະ ມືຂອງທ່ານໃຫ້ຢູ່ຫ່າງຈາກການຮົ່ວໄຫຼຂອງຮູ ຫຼື ຮູທີ່ເຮັດໃຫ້ສີດນ້ຳມັນໄຮໂດຼລິກຄວາມດັນສູງ.

    • ໃຊ້ເຈ້ຍ​ແຂງ ຫຼື ເຈ້ຍເພື່ອຊອກຫາການຮົ່ວຂອງໄຮໂດຼລິກ.

    ການບໍ​ລິ​ການບຳ​ລຸງ​ຮັກ​ສາລະ​ບົບ​ຄັນ​ສົ່ງ/ໄຮໂດຼລິກ

    ຂໍ້ມູນຈຳເພາະຂອງນ້ຳມັນຄັນ​ສົ່ງ/ໄຮໂດຼລິກ

    ປະ​ເພດ​ນ້ຳ​ມັນ​ຄັນ​ສົ່ງ: Dexron III ATF

    ການກວດເບິ່ງລະດັບນ້ຳມັນຄັນ​ສົ່ງ/ໄຮ​ໂດຼ​ລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນ້ຳມັນຄັນ​ສົ່ງ/ໄຮ​ໂດຼ​ລິກ. (ກວດເບິ່ງລະດັບຂອງນ້ຳມັນກ່ອນຕິດຈັກເທື່ອ​ທຳ​ອິດ ແລະ ທຸກໆ 8 ຊົ່ວ​ໂມງ ຫຼື ປະຈຳວັນຫຼັງຈາກນັ້ນ.)
    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ໃສ່​ເບ​ຣກມື.

    3. ມອດຈັກ ແລະ ຖອດກະແຈ.

    4. ທຳຄວາມສະອາດບໍລິເວນເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ (ຮູບສະແດງ ).

      artpending
    5. ບິດ​ມາຍເຫຼັກ​ແທກ​ນ້ຳ​ມັນເຄື່ອງອອກຈາກດ້ານ​ເທິງ​ຂອງ​ຄັນ​ສົ່ງ ແລະ ເຊັດມັນດ້ວຍຜ້າທີ່ສະອາດ.

    6. ບິດເຫຼັກແທກ​ນ້ຳ​ມັນເຄື່ອງເຂົ້າໄປໃນຄັນ​ສົ່ງ ແລະ ໃຫ້​ແນ່​ໃຈ​ວ່າ​ມັນລົງ​ໄປ​ຈຳ​ແລ້ວ.

    7. ບິດ​ມາຍຫຼັກແທກນ້ຳ​ມັນເຄື່ອງ ແລະ ກວດເບິ່ງລະດັບຂອງ​ແຫຼວ.

      Note: ຂອງແຫຼວຄວນຢູ່ທີ່​ດ້ານ​ເທິງ​ຂອງ​ສ່ວນ​ພຽງຂອງເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.

    8. ຖ້າ​ລະ​ດັບ​ຢູ່​ຕ່ຳ, ເຕີມ​ນ້ຳ​ມັນ​ທີ່​ລະ​ບຸ​ໄວ້​ໃຫ້​ພຽງ​ພໍ​ເພື່ອ​ໃຫ້​ໄດ້​ລະ​ດັບ​ທີ່​ຖືກ​ຕ້ອງ, ໃຫ້​ເບິ່ງ .

    ການປ່ຽນ​ນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ການທຳຄວາມສະອາດຕະ​ແກງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 800 ຊົ່ວໂມງ
  • ປ່ຽນ​ນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ການທຳຄວາມສະອາດຕະ​ແກງ.
  • ຄວາມຈຸນ້ຳ​ມັນ​ໄຮ​ໂດຼ​ລິກ: 7 ລິດ (7.5 ຄະ​ວອດສະຫະລັດ)

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ໃສ່​ເບ​ຣກມື.

    3. ມອດຈັກ ແລະ ຖອດກະແຈ.

    4. ເອົາ​ດອນ​ອັດ​ການ​ລະ​ບາຍອອກ​ຈາກດ້ານ​ຂ້າງ​ຂອງ​ເຕົ້າ ແລະ ປ່ອຍ​ໃຫ້​ນ້ຳ​ມັນ​ໄຮ​ໂດຼ​ລິກ​ໄຫຼ​ລົງ​ໃສ່ອ່າງ​ລະ​ບາຍ (ຮູບສະແດງ ).

      artpending
    5. ຈື່​ໄວ້​ວ່າ​ການ​ວາງ​ທິດ​ທາງ​ທໍ່​ໄຮ​ໂດຼ​ລິກ ແລະ ຂໍ້​ງໍ 90° ເຊື່ອມ​ຕໍ່​ໃສ່​ຕະ​ແກງຢູ່​ດ້ານ​ຂອງ​ເຕົ້າບັນ​ຈຸ (ຮູບສະແດງ ).

    6. ເອົາທໍ່​ໄຮ​ໂດຼ​ລິກ ແລະ ຂໍ້​ງໍ 90° ອອກ.

    7. ເອົາ​ຕະ​ແກງ​ອອກ ແລະ ທຳ​ຄວາມ​ສະ​ອາດ​ມັນ​ດ້ວຍ​ການ​ຊະ​ລ້າງ​ດ້ານ​ຫຼັງ​ມັນ​ດ້ວຍ​ນ້ຳ​ຢາ​ລ້າງ​ກະ​ແລັດ​ທຳ​ຄວາມ​ສະ​ອາດ.

      Note: ປ່ອຍ​ໃຫ້​ມັນ​ແຫ້ງ​ຢູ່​ອາ​ກາດ​ກ່ອນ​ການ​ຕິດ​ຕັ້ງ.

      artpending
    8. ຕິດ​ຕັ້ງຕະ​ແກງ.

    9. ຕິດ​ຕັ້ງທໍ່​ໄຮ​ໂດຼ​ລິກ ແລະ ຂໍ້​ງໍ 90° ໃສ່​ຕະ​ແກງຢູ່​ໃນ​ການ​ຈັດ​ວາງ​ທິດ​ທາງ​ດຽວ​ກັນ.

    10. ຕິດ​ຕັ້ງ ແລະ ຮັດ​ດອນ​ອັດ​ການ​ລະ​ບາຍ​ໃຫ້​ແໜ້ນ.

    11. ເຕີມນ້ຳມັນໄຮໂດຼລິກໃສ່ເຕົ້າປະ​ມານ 7 ລ (7.5 ຄະ​ວອດ​ສະ​ຫະ​ລັດ); ໃຫ້​ເບິ່ງ .

    12. ຕິດຈັກ ແລະ ໃຊ້​ງານ​ເຄື່ອງ​ຈັກເພື່ອເຮັດ​ໃຫ້ລະ​ບົບ​ໄຮ​ໂດຼ​ລິກເຕັມ.

    13. ກວດ​ເບິ່ງລະ​ດັບນໍ້າມັນໄຮ​ໂດຼ​ລິກ ແລະ ຕື່ມ​ມັນ​ໃສ່​ອີກ, ຖ້າ​ຕ້ອງ​ການ.

    Important: ໃຊ້ພຽງແຕ່ນ້ຳມັນໄຮໂດຼລິກທີ່ລະບຸໄວ້ເທົ່ານັ້ນ. ນ້ຳ​ມັນ​ຊະ​ນິດ​ອື່ນ​ອາດ​ຈະ​ເຮັດ​ໃຫ້​ລະ​ບົບ​ເກີດ​ຄວາມ​ເສຍ​ຫາຍ.

    ການປ່ຽນໝໍ້ກອງໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 10 ຊົ່ວໂມງທໍາອິດ
  • ປ່ຽນໝໍ້ກອງໄຮໂດຼລິກ.
  • ທຸກໆ 800 ຊົ່ວໂມງ
  • ປ່ຽນໝໍ້ກອງໄຮໂດຼລິກ.
  • Important: ການນຳໃຊ້ໝໍ້ກອງອື່ນໃດໜຶ່ງອາດຈະເຮັດໃຫ້ການຮັບປະກັນຂອງບາງສ່ວນປະກອບເປັນ​ໂມ​ຄະ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ໃສ່​ເບ​ຣກມື.

    3. ມອດຈັກ ແລະ ຖອດກະແຈ.

    4. ທຳຄວາມສະອາດພື້ນ​ທີ່ຮອບບໍລິເວນທີ່ຕິດຕັ້ງໝໍ້ກອງ.

    5. ວາງອ່າງ​ຮອງ​ຮັບໄວ້ກ້ອງໝໍ້ກອງ ແລະ ຖອດໝໍ້ກອງອອກ (ຮູບສະແດງ ).

      artpending
    6. ທານ້ຳມັນຫຼໍ່ລື່ນໃສ່ແຫວນໃນໝໍ້ກອງໃໝ່.

    7. ຮັບປະກັນວ່າບໍລິເວນຕິດຕັ້ງໝໍ້ກອງສະອາດ.

    8. ໝູນໝໍ້ກອງໃສ່ຈົນກວ່າແຫວນຈະສຳຜັດກັບກັບພື້ນຜິວຕິດຕັ້ງ ແລະ ໝູນໝໍ້​ກອງຕື່ມອີກ ½ ຮອບ.

    9. ຕິດຈັກ ແລະ ປ່ອຍໃຫ້ມັນແລ່ນປະມານ 2 ນາທີເພື່ອໄລ່ອາກາດອອກຈາກລະບົບ.

    10. ມອດ​ຈັກ ແລະ ກວດ​ເບິ່ງ​ລະ​ດັບ​ນ້ຳ​ມັນ​ໄຮ​ໂດຼ​ລິກສຳ​ລັບ​ການ​ຮົ່ວ​ໄຫຼ.

    ການບໍ​ລິ​ການບຳ​ລຸງ​ຮັກ​ສາລະ​ບົບໄຮໂດຼລິກໄຫຼ​ແຮງ

    ລຸ້ນ​ຂອງ TC ເທົ່າ​ນັ້ນ

    ຂໍ້ມູນຈຳເພາະຂອງນ້ຳມັນໄຮໂດຼລິກ

    ທ້ອງອ່າງແມ່ນ​ໄດ້​ໃສ່ນ້ຳມັນໄຮໂດຼລິກທີ່ມີຄຸນນະພາບສູງເຕັມຢູ່ໂຮງງານ. ກວດເບິ່ງລະດັບຂອງນ້ຳມັນໄຮໂດຼລິກກ່ອນທີ່ທ່ານຈະຕິດຈັກເທື່ອ​ທຳ​ອິດ ແລະ ປະຈຳວັນຫຼັງຈາກນັ້ນ; ໃຫ້​ເບິ່ງ .

    ນ້ຳມັນປ່ຽນ​ຖ່າຍທີ່ແນະນຳ: ນ້ຳ​ມັນໄຮ​ໂດ​ລິກ​ໃຊ້​ໄດ້​ດົນ Toro PX Extended Life; ມີຢູ່ໃນ​ຕຸກ 19 ລິດ (5 ແກນລອນສະຫະລັດ) ຫຼື ຖັງ 208 ລິດ (55 ແກນລອນສະຫະລັດ).

    Note: ເຄື່ອງຈັກທີ່ປ່ຽນ​ຖ່າຍ​ນ້ຳ​ມັນ​ຕາມທີ່ແນະນຳບໍ່​ຈຳ​ເປັນ​ຕ້ອງປ່ຽນນ້ຳມັນ ແລະ ປ່ຽນໝໍ້ກອງເລື້ອຍໆ.

    ນ້ຳມັນທາງເລືອກ: ຖ້າບໍ່ມີ Toro PX Extended Life Hydraulic Fluid, ທ່ານອາດຈະໃຊ້ນ້ຳມັນໄຮໂດຼລິກແບບທຳມະດາທີ່ມີຂໍ້​ມູນ​ຈຳເພາະທີ່ມີຢູ່ໃນຂອບເຂດທີ່ລະບຸໄວ້ສຳລັບຄຸນສົມບັດວັດສະດຸຕໍ່ໄປນີ້ ແລະ ມັນຖືກຕ້ອງຕາມມາດຕະຖານອຸດສາຫະກຳ. ຢ່າໃຊ້ນໍ້າມັນສັງເຄາະ. ປຶກສາກັບຕົວແທນຈຳໜ່າຍນ້ຳມັນຫຼໍ່​ລື່ນເພື່ອກຳນົດຜະລິດຕະພັນທີ່ໜ້າພໍໃຈ.

    Note: Toro ບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຈາກການປ່ຽນທີ່ບໍ່ຖືກຕ້ອງ, ສະນັ້ນໃຊ້ຜະລິດຕະພັນຈາກຜູ້ຜະລິດທີ່ມີຊື່ສຽງຜູ້ທີ່ຈະຢູ່ເບື້ອງ​ຫຼັງການແນະນຳຂອງພວກເຂົາເທົ່າ​ນັ້ນ.

    ດັດຊະນີຄວາມໜຽວສູງ/ນ້ຳ​ມັນ​ໄຮ​ໂດຼ​ລິກ​ກັນຫຼຸ້ຍຫ້ຽນຈຸດຖອກ​ຕ່ຳ, ISO VG 46

    ຄຸນສົມບັດຂອງວັດສະດຸ: 
     ຄວາມໜຽວ, ASTM D445cSt @ 40°C (104°F) 44 ເຖິງ 48
     ດັດຊະນີຄວາມໜຽວ ASTM D2270140 ຫຼື ສູງກວ່າ
     ຈຸດ​ຖອກ, ASTM D97-37°C ເຖິງ -45°C (-34°F ເຖິງ -49°F)
     ຂໍ້ກຳ​ນົດ​ສະເພາະທາງອຸດສາຫະກຳ:Eaton Vickers 694 (I-286-S, M-2950-S/35VQ25 ຫຼື M-2952-S)

    Note: ນ້ຳມັນໄຮໂດຼລິກຫຼາຍອັນເກືອບບໍ່ມີສີ, ເຮັດໃຫ້ມີຄວາມຫຍຸ້ງຍາກໃນການກວດການຮົ່ວໄຫຼ. ສານເຕີມສີຍ້ອມສີແດງສຳລັບນ້ຳມັນໄຮໂດຼລິກແມ່ນມີຢູ່ໃນຂວດ 20 ມລ (0.67 fl oz). ຕຸກແມ່ນພຽງພໍສຳລັບນ້ຳມັນໄຮໂດຼລິກປະມານ 15 ຫາ 22 ລິດ (4 ຫາ 6 ແກນລອນສະຫະລັດ). ສັ່ງຊື້ອາໄຫຼ່ເບີ 44-2500 ຈາກຜູ້ຈຳໜ່າຍ Toro ຂອງທ່ານທີ່ໄດ້ຮັບອະນຸຍາດ.

    ການກວດເບິ່ງລະດັບນ້ຳມັນໄຮ​ໂດຼ​ລິກ​ໄຫຼ​ແຮງ

    ລຸ້ນ​ຂອງ TC ເທົ່າ​ນັ້ນ
    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນ້ຳມັນໄຮ​ໂດຼ​ລິກ​ໄຫຼ​ແຮງ (ລຸ້ນ​ຂອງ TC ເທົ່າ​ນັ້ນ). ກວດເບິ່ງລະດັບຂອງນ້ຳມັນໄຮໂດຼລິກກ່ອນຕິດຈັກເທື່ອ​ທຳ​ອິດ ແລະ ປະຈຳວັນຫຼັງຈາກນັ້ນ
    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ໃສ່​ເບ​ຣກມື.

    3. ມອດຈັກ ແລະ ຖອດກະແຈ.

    4. ທຳຄວາມສະອາດບໍລິເວນອ້ອມຮອບຄໍຫົວ​ເຕີມ ແລະ ຝາປິດຂອງຖັງໄຮໂດຼລິກ (ຮູບສະແດງ ).

    5. ເອົາ​ຝາ​ປິດອອກຈາກຄໍ​ເຕີມ.

      artpending
    6. ຖອດເຫຼັກ​ແທກ​ນ້ຳ​ມັນເຄື່ອງ (ຮູບສະແດງ ) ອອກຈາກຄໍຫົວເຕີມ ແລະ ເຊັດມັນດ້ວຍຜ້າທີ່ສະອາດ.

    7. ໃສ່ເຫຼັກ​ແທກ​ນ້ຳ​ມັນເຂົ້າໄປໃນຄໍຫົວ​ເຕີມ, ຫຼັງຈາກນັ້ນເອົາມັນອອກ ແລະ ກວດເບິ່ງລະດັບຂອງແຫຼວ.

      Note: ລະດັບຂອງແຫຼວຄວນຢູ່ລະ​ຫວ່າງ 2 ຂີດໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.

    8. ຖ້າລະດັບຢູ່ຕ່ຳ, ຕື່ມຂອງ​ແຫຼວທີ່ເໝາະສົມໃສ່ເພື່ອໃຫ້ໄດ້ລະດັບໃນຂີດສູງ, ໃຫ້​ເບິ່ງ .

    9. ເອົາ​ເຫຼັກ​ແທກ​ນ້ຳ​ມັນ​ໃສ່​ເຂົ້າ​ໄປ​ໃນ​ຄໍ​ຫົວ​ເຕີມ ແລະ ປິດຝາ.

    10. ຕິດຈັກ ແລະ ເປີດ​ສິ່ງ​ທີ່​ຕິດ​ມາ​ນຳ.

      Note: ປ່ອຍໃຫ້ພວກມັນແລ່ນເປັນ​ເວ​ລາປະມານ 2 ນາທີເພື່ອໄລ່ອາກາດອອກຈາກລະບົບ.

      Important: ເຄື່ອງ​ຈັກ​ຕ້ອງ​ກຳ​ລັງ​ແລ່ນ​ຢູ່​ກ່ອນ​ທີ່​ຈະ​ເລີ່ມ​ຕົ້ນ​ໄຮ​ໂດຼ​ລິກໄຫຼ​ແຮງ.

    11. ມອດ​ຈັກ ແລະ ສິ່ງ​ທີ່​ຕິດ​ມາ​ນຳ ແລະ ກວດ​ເບິ່ງການ​ຮົ່ວ​ໄຫຼ.

    ການປ່ຽນ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ການ​ໄຫຼ​ແຮງ ແລະ ໝໍ້​ກອງ

    ລຸ້ນ​ຂອງ TC ເທົ່າ​ນັ້ນ
    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 800 ຊົ່ວໂມງ
  • ຖ້າ​ທ່ານບໍ່​ໄດ້​ນຳ​ໃຊ້ ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນໍ້າມັນທາງ​ເລືອກ​ໃສ່​ທ້ອງອ່າງ, ປ່ຽນ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ໄຫຼ​ແຮງ ແລະ ໝໍ້​ກອງ.
  • ທຸກໆ 1,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນໝໍ້ກອງໄຮໂດຼລິກໄຫຼ​ແຮງ.
  • ທຸກໆ 2,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນນ້ຳ​ມັນໄຮໂດຼລິກໄຫຼ​ແຮງ.
  • ຄວາມຈຸນ້ຳ​ມັນ​ໄຮ​ໂດຼ​ລິກ: ໂດຍ​ປະ​ມານນ 15 ລິດ (4 ແກນ​ລອນສະຫະລັດ)

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ໃສ່​ເບ​ຣກມື.

    3. ມອດຈັກ ແລະ ຖອດກະແຈ.

    4. ທຳຄວາມສະອາດພື້ນ​ທີ່ຮອບບໍລິເວນທີ່ຕິດຕັ້ງໝໍ້ກອງໄຫຼ​ແຮງ (ຮູບສະແດງ ).

    5. ວາງອ່າງ​ຮອງ​ຮັບໄວ້ກ້ອງໝໍ້ກອງ ແລະ ຖອດໝໍ້ກອງອອກ.

      Note: ຖ້າຈະ​ບໍ່​ມີ​ການລະ​ບາຍ​ຂອງ​ແຫຼວອອກ, ຖອດ ແລະ ສຽບ​ສາຍ​ໄຮ​ໂດຼ​ລິກ​ໄປ​ຫາ​ໝໍ້​ກອງ.

    6. ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ແຫວນຮອງປິດ​ໝໍ້​ກອງ​ໃໝ່ ແລະ ບິດ​ໝໍ້​ກອງ​ໃສ່​ຫົວ​ໝໍ້​ກອງ​ດ້ວຍ​ມື​ຈົນ​ກວ່າ​ແຫວນ​ຮອງ​ສຳ​ຜັດ​ຫົວ​ໝໍ້​ກອງ. ຈາກ​ນັ້ນຮັດມັນໃຫ້​ແໜ້ນ​ອີກ ¾ ຮອບ. ໝໍ້​ກອງ​ຄວນ​ຈະ​ບິດ​ໄປ​ຈຳ​ແລ້ວ​ດຽວ​ນີ້.

    7. ເຕີມນ້ຳມັນໄຮໂດຼລິກໃສ່ເຕົ້າປະ​ມານ 15 ລ (4 ຄະ​ວອດ​ສະ​ຫະ​ລັດ).

    8. ຕິດ​ຈັກ ແລະ ແລ່ນ​ມັນ​ໄວ້​ໃນ​ລະ​ດັບ​ກາ​ລັງ​ຕີ​ເປັນ​ເວ​ລາປະ​ມານ 2 ນາ​ທີ​ເພື່ອ​ກະ​ຈາຍ​ຂອງ​ແຫຼວ ແລະ ໄລ່​ອາ​ກາດທີ່​ຕິດ​ຢູ່​ໃນ​ລະ​ບົບ​ອອກ.

    9. ຢຸດ​ເຄື່ອງ​ຈັກ ແລະ ກວດເບິ່ງລະດັບຂອງ​ແຫຼວ.

    10. ກວດເບິ່ງລະດັບລະ​ດັບ​ຂອງ​ແຫຼວ.

    11. ກຳ​ຈັດຂອງ​ແຫຼວຖິ້ມ​ຢ່າງ​ຖືກ​ຕ້ອງ.

    ການຍົກ​ຮາງ​ໃສ່​ເຄື່ອງຂຶ້ນໃນ​ກໍ​ລະ​ນີ​ສຸກ​ເສີນ

    ຮາງ​ໃສ່​ເຄື່ອງ​ແມ່ນ​ສາ​ມາດ​ຍົກ​ຂຶ້ນ​ໄດ້​ໃນກໍ​ລະ​ນີ​ສຸກ​ເສີນ​ໂດຍ​ບໍ່​ຕ້ອງ​ຕິດ​ຈັກ​ໂດຍ​ການ​ແກວ່ງໄດ​ສະ​ຕັດ​ຕິດ​ຈັກ ຫຼື ໂດຍ​ການກະຕຸກລະ​ບົບ​ໄຮ​ໂດຼ​ລິກ.

    ການຍົກ​ຮາງ​ໃສ່​ເຄື່ອງຂຶ້ນດ້ວຍ​ການ​ໃຊ້​ໄດ​ສະ​ຕັດ​ຕິດ​ຈັກ

    ແກ່ວງ​ໄດ​ສະ​ຕັດ​ຕິດ​ຈັກ​ໃນ​ຂະ​ນະ​ທີ່​ຖື​ຄັນ​ໂຍກ​ຍົກ​ຂຶ້ນ​ຢູ່​ໃນ​ຕຳ​ແໜ່ງ​ຍົກ​ຂຶ້ນ. ເປີດ​ຕົວ​ຕິດ​ຈັກ​ໄວ້​ເປັນເວ​ລາ 10 ວິນາທີ, ຈາກ​ນັ້ນລໍຖ້າ 60 ວິນາທີກ່ອນທີ່ຈະເລີ່ມຕົວຕິດ​ຈັກອີກຄັ້ງ. ຖ້າ​ຈັກ​ບໍ່​ແກ່ວງ, ທ່ານ​ຕ້ອງ​ເອົາ​ຕົວ​ໂຫຼດ ແລະ ຮາງ (ສິ່ງ​ທີ່​ຕິດ​ມາ​ນຳ) ອອ​ກ​ເພື່ອ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ​ຈັກ ຫຼື ຄັນ​ສົ່ງ.

    ການຍົກ​ຮາງ​ໃສ່​ເຄື່ອງຂຶ້ນດ້ວຍ​ການກະ​ຕຸກ​ລະ​ບົບ​ໄຮ​ໂດຼ​ລິກ

    ຂໍ້ຄວນລະວັງ

    ຮາງ​ທີ່​ຍົກ​ຂຶ້ນ​ເຕັມ​ດ້ວຍ​ເຄື່ອງ​ໂດຍ​ບໍ່​ມີ​ແທ່ງ​ຄ້ຳ​ຄວາມ​ປອດ​ໄພ​ທີ່​ຖືກ​ຕ້ອງ​ອາດ​ຈະ​ເຮັດ​ໃຫ້​ຕົກ​ລົງ​ມາ​ໂດຍ​ບໍ່​ຄາດ​ຄິດ. ການ​ເຮັດ​ວຽກ​ຢູ່​ກ້ອງ​ຮາງ​ຍົກ​ຂຶ້ນ​ທີ່​ບໍ່​ໄດ້​ຄ້ຳ​ໄວ້​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ຕໍ່​ທ່ານ ຫຼື ຄົນ​ອື່ນ.

    • ກ່ອນ​ບໍ​ລິ​ການ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ ຫຼື ເຮັດ​ການ​ປັບ​ເຄື່ອງ​ຈັກ, ຈອດເຄື່ອງ​ຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ມອດ​ຈັກ ແລະ ຖອດກະ​ແຈ.

    • ເອົາ​ວັດ​ຖຸ​ທີ່​ບັນ​ທຸກ​ອອກ​ຈາກ​ຮາງ ຫຼື ສິ່ງ​ທີ່​ຕິດ​ມາ​ອື່ນໆ ແລະ ສອດ​ຂາ​ຄ້ຳ​ຄວາມ​ປອດ​ໄພ​ໃສ່​ໃນ​ກ້ານ​ສູບ​ຢືດ​ອອກ​ຈຳ​ກ່ອນ​ເຮັດ​ວຽກ​ຢູ່​ກ້ອງ​ຮາງ​ທີ່​ຍົກ​ຂຶ້.

    ທ່ານ​ຈະ​ຕ້ອງ​ມີ​ທໍ່​ໄຮ​ໂດຼ​ລິກ 2 ທໍ່, ແຕ່​ລະ​ທໍ່​ມີ​ຂໍ້​ຕໍ່​ດ່ວນ​ຕົວ​ຜູ້​ໜຶ່ງ​ອັນ ແລະ ຕົວ​ແມ່​ໜຶ່ງ​ອັນ​ເພື່ອ​ດຳ​ເນີນ​ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້.

    1. ສຳ​ຮອງ​ເຄື່ອງ​ຈັກ​ອື່ນ​ໄວ້​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ​ທີ່​ປິດ​ນຳ​ໃຊ້.

      Important: ລະ​ບົບ​ໄຮ​ໂດ​ຣ​ລິກຂອງ​ຈັກ​ໃຊ້ Dexron III ATF. ເພື່ອ​ຫຼີກ​ລ່ຽງ​ການ​ປົນ​ເປື້ອນ​ລະ​ບົບ, ໃຫ້​ແນ່​ໃຈ​ວ່າ​ເຄື່ອງ​ຈັກເຄີຍ​ກະ​ຕຸກ​ລະ​ບົບ​ໄຮ​ໂດຼ​ລິກ​ໃຊ້​ນ້ຳ​ມັນທຽບ​ເທົ່າ.

    2. ໃນ​ທັງ​ສອງ​ເຄື່ອງ​ຈັກ, ປົດ​ທໍ່​ຂໍ້​ຕໍ່​ດ່ວນ 2 ທໍ່​ອອກ​ຈາກ​ທໍ່​ທີ່​ຍຶດ​ໃສ່​ຂາ​ຄ້ຳ​ຂໍ້​ຕໍ່ (ຮູບສະແດງ ).

      artpending
    3. ໃນ​ຈັກ​ທີ່​ປິດ​ໃຊ້​ແລ້ວ, ຕໍ່​ທໍ່​ຕົວ​ກະ​ຕຸກ 2 ທໍ່​ໃສ່​ທໍ່​ທີ່​ຖືກ​ຖອດ​ອອກ (ຮູບສະແດງ ).

    4. ເອົາ​ຝາ​ປິດ​ຂໍ້​ຕໍ່​ບໍ່​ໄດ້​ນຳ​ໃຊ້.

      artpending
    5. ໃນ​ເຄື່ອງ​ຈັກ​ອື່ນ, ຕໍ່ 2 ທໍ່​ໃສ່​ຂໍ້​ຕໍ່​ທີ່​ຍັງ​ຢູ່​ໃນ​ຂາ​ຄ້ຳ​ຂໍ້​ຕໍ່ (ຕໍ່​ທໍ່​ເທິງ​ສຸດ​ໃສ່​ຂໍ້​ຕໍ່​ເທິງ​ສຸດ ແລະ ທໍ່​ລຸ່ມ​ສຸດ​ໃສ່​ຂໍ້​ຕໍ່​ລຸ່ມ​ສຸດ) (ຮູບສະແດງ ).

    6. ເອົາ​ຝາ​ປິດ​ຂໍ້​ຕໍ່​ບໍ່​ໄດ້​ນຳ​ໃຊ້.

      artpending
    7. ໃຫ້ຜູ້ຢູ່ໃກ້ຄຽງທຸກ​ຄົນຢູ່ຫ່າງຈາກເຄື່ອງ​ຈັກ.

    8. ຕິດ​ເຄື່ອງ​ຈັກ​ທີ​ສອງ ແລະ ເຄື່ອນ​ຄັນ​ໂຍກ​ຍົກ​ໄປ​ສູ່​ຕຳ​ແໜ່ງ​ຍົກ​ຂຶ້ນ, ເຊິ່ງ​ຍົກ​ຮາງ​ໃສ່​ເຄື່ອງ​ທີ່​ປິດ​ນຳ​ໃຊ້ແລ້ວ.

    9. ເຄື່ອນຄັນໂຍກ​ຍົກ​ໄຮ​ໂດຼ​ລິກໄປທີ່ຕຳແໜ່ງເກຍ​ຫວ່າງ ແລະ ໃສ່​ລັອກ​ຄັນ​ໂຍກ​ຍົກ.

    10. ຕິດ​ຕັ້ງ​ຂາ​ຄ້ຳ​ຮາງ​ໃສ່​ລູກ​ສູບ​ຍົກ​ຢືດ​ອອກ, ໃຫ້​ເບິ່ງ .

      Note: ດ້ວຍ​ເຄື່ອງ​ຈັກທັງ​ສອງມອດແລ້ວ, ເຄື່ອນ​ຄັນ​ໂຍກ​ຍົກ​ກັບ​ຫຼັງ ຫຼື ໄປ​ໜ້າ​ເພື່ອ​ກຳ​ຈັດ​ຄວາມ​ດັນ​ລະ​ບົບ ແລະ ເຮັດ​ໃຫ້​ການ​ຖອດ​ຂໍ້​ຕໍ່​ດ່ວນ​ອອກ​ໄດ້​ງ່າຍ.

    11. ຫຼັງ​ຈາກ​ສຳ​ເລັດ​ການ​ດຳ​ເນີນ​ການ, ເອົາ​ທໍ່​ຕົວ​ກະ​ຕຸກ​ອອກ ແລະ ຕໍ່​ທໍ່​ໄຮ​ໂດຼ​ລິກ​ໃສ່​ເຄື່ອງ​ຈັກ​ທັງ​ສອງ​ເຄື່ອງ.

      Important: ກວດເບິ່ງລະດັບນ້ຳມັນໄຮໂດຼລິກຢູ່​ເຄື່ອງ​ຈັກ​ທັງ​ສອງ​ກ່ອນ​ເລີ່ມ​ການ​ດຳ​ເນີນ​ການ​ຕໍ່.

    ການທໍາຄວາມສະອາດ

    ການລ້າງເຄື່ອງຈັກ

    ລ້າງເຄື່ອງຈັກຕາມທີ່ຈຳເປັນໂດຍໃຊ້ນ້ຳຢ່າງດຽວ ຫຼື ດ້ວຍສານຊັກລ້າງອ່ອນໆ. ທ່ານອາດຈະໃຊ້ຜ້າເຊັດໃນເວລາລ້າງເຄື່ອງຈັກ.

    Important: ຢ່າໃຊ້ນ້ຳເຄັມ ຫຼື ນ້ຳທີ່ຜ່ານການບຳບັດມາເພື່ອທຳຄວາມສະອາດເຄື່ອງຈັກ.

    Important: ຢ່າໃຊ້ອຸປະກອນລ້າງລົດໄຟຟ້າເພື່ອລ້າງເຄື່ອງຈັກ. ອຸປະກອນໃນການລ້າງດ້ວຍພະລັງງານແຮງສູງອາດຈະທຳລາຍລະບົບໄຟຟ້າ, ເຮັດໃຫ້ສະຫຼາກທີ່ສຳຄັນຫຼຸດອອກ ຫຼື ລ້າງກະແລັດທີ່​ຈຳ​ເປັນຢູ່​ທີ່ຈຸດທີ່ມີການສັ່ນສະເທືອນ. ຫຼີກ​ລ່ຽງການໃຊ້ນ້ຳຫຼາຍເກີນໄປຢູ່ໃກ້ແຜງຄວບຄຸມ, ເຄື່ອງຈັກ ແລະ ແບັດ​ເຕີ​ຣີ.

    Important: ຢ່າລ້າງເຄື່ອງຈັກເມື່ອເຄື່ອງຈັກກຳລັງແລ່ນ. ການລ້າງເຄື່ອງຈັກເມື່ອເຄື່ອງຈັກກຳລັງແລ່ນອາດຈະເຮັດໃຫ້ເກີດ​ຄວາມ​ເສຍ​ຫາຍ​ຕໍ່ເຄື່ອງຈັກພາຍໃນ.

    ການເກັບມ້ຽນ

    ຄວາມປອດໄພໃນການເກັບຮັກສາ

    • ມອດເຄື່ອງຈັກ, ຖອດກະແຈ (ຖ້າມີ) ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

    ການເກັບ​ຮັກ​ສາເຄື່ອງຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 50 ຊົ່ວໂມງທໍາອິດ
  • ປັບ​ໄລ​ຍະ​ຫ່າງວາວ​ຈັກ.
  • ທຸກໆ 200 ຊົ່ວໂມງ
  • ກວດ​ກາການ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ ແລະ ເບ​ຣກມື.
  • ທຸກໆ 400 ຊົ່ວໂມງ
  • ກວດ​ກາເບ​ຣກເພື່ອ​ເບິ່ງ​ຜ້າ​ເບ​ຣກ​ຂາດ​ດ້ວຍ​ຕາ​ເປົ່າ.
  • ທຸກໆ 600 ຊົ່ວໂມງ
  • ປັບ​ໄລ​ຍະ​ຫ່າງວາວ​ຈັກ.
    1. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ມອດ​ຈັກ ແລະ ຖອດກະ​ແຈ.

    2. ທຳ​ຄວາມ​ສະ​ອາດຂີ້​ຝຸ່ນ ແລະ ຮອຍ​ເປື້ອນ​ອອກ​ຈາກ​ທັງ​ໝົດ​ເຄື່ອງ​ຈັກ, ລວມ​ທັງ​ດ້ານນອກ​ຂອງແຫວ່ງ​ຫົວ​ຄອບ​ກະ​ບອກ​ສູບຈັກ ແລະ ຫ້ອງ​ເຄື່ອງ​ເປົ່າ.

    3. ການເບິ່ງເບ​ຣກ, ໃຫ້​ເບິ່ງ .

    4. ບຳ​ລຸງ​ຮັກ​ສາເຕົ້າກອງອາກາດ, ໃຫ້​ເບິ່ງ .

    5. ປິດທາງເຂົ້າກອງອາກາດ ແລະ ທໍ່ໄອເສຍອອກດ້ວຍເທບປ້ອງກັນທຸກສະພາບອາກາດ.

    6. ໃສ່​ນ້ຳ​ມັນ​ກະ​ແລັດເຄື່ອງຈັກ; ໃຫ້​ເບິ່ງ .

    7. ປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ; ໃຫ້​ເບິ່ງ .

    8. ລ້າງຖັງນ້ຳມັນເຊື້ອໄຟດ້ວຍນ້ຳມັນກາຊວນທີ່ສົດສະອາດ.

    9. ຮັດ​ຂໍ້​ຕໍ່​ລະ​ບົບ​ທັງ​ໝົດ​ໃຫ້​ແໜ້ນ​ດີ.

    10. ກວດເບິ່ງຄວາມດັນຂອງຢາງລົດ; ໃຫ້​ເບິ່ງ .

    11. ກວດເບິ່ງການປ້ອງກັນການແຂງຕົວ ແລະ ເພີ່ມນ້ຳຢາປະ​ສົມ 50/50 ຂອງນໍ້າ ແລະ ນ້ຳຢາຕ້ານກັນ​ການແຂງຕົວ​ຕາມຄວາມຕ້ອງການສຳ​ລັບອຸນຫະພູມຕ່ຳສຸດທີ່​ຄາດ​ໄວ້​ໃນພື້ນ​ທີ່ຂອງທ່ານ

    12. ເອົາແບັດ​ເຕີ​ຣີ​ອອກຈາກໂຄງ​ຮອງ​ຮັບ, ກວດເບິ່ງລະດັບນ້ຳ​ກົດ ແລະ ສາກ​ມັນ​ໃຫ້​ເຕັມ, ໃຫ້​ເບິ່ງ .

      Note: ຢ່າ​ເຊື່ອມ​ຕໍ່​ສາຍ​ແບັດ​ເຕີ​ຣີ​ໃສ່​ຫົວແບັດເຕີຣີໃນ​ລະ​ຫວ່າງ​ການ​ເກັບ​ຮັກ​ສາ.

      Important: ຕ້ອງ​ສາກ​ແບັດ​ເຕີ​ຣີ​ໃຫ້​ເຕັມ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມັນ​ແຊ່​ເຢັນ ແລະ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃນ​ອຸນ​ຫະ​ພູມ​ຕ່ຳ​ກວ່າ 0°C (32°F). ແບັດ​ເຕີ​ຣີ​ທີ່​ສາກ​ເຕັມ​ແລ້ວ​ຮັກ​ສາ​ປະ​ຈຸ​ຂອງ​ມັນ​ໄວ້​ປະ​ມານ 50 ວັນ​ທີ່​ອຸນ​ຫະ​ພູມຕ່ຳ​ກວ່າ 4°C (40°F). ຖ້າ​ອຸນ​ຫະ​ພູມ​ຈະ​ເກີນ 4°C (40°F), ກວດ​ເບິ່ງ​ລະ​ດັບ​ນ້ຳ​ຢູ່​ໃນ​ແບັດ​ເຕີ​ຣີ ແລະ ສາກ​ມັນ​ທຸກໆ 30 ວັນ.

    13. ກວດ​ເບິ່ງ ແລະ ຮັດ​ນັອດ​ຕົວ​ຜູ້, ນັອດ​ຕົວ​ແມ່ ແລະ ນັອດ​ກຽວ​ທັງ​ໝົດ. ສ້ອມ​ແປງ ຫຼື ປ່ຽນ​ອາ​ໄຫຼ່​ໃດ​ໜຶ່ງ​ທີ່​ເປ່​ເພ.

    14. ທາ​ສີ​ຜິວ​ໂລ​ຫະ​ທີ່​ຂູດ​ຂີດ ຫຼື ບໍ່​ມີ​ອັນ​ປົກ​ປິດ.

      ສີ​ແມ່ນ​ມີ​ໃຫ້​ຈາກ​ຕົວ​ແທນ​ຈຳ​ໜ່າຍ​ບໍ​ລິ​ການ​ທີ່​ໄດ້​ຮັບ​ອະ​ນຸ​ມັດ​ຂອງ​ທ່ານ.

    15. ເກັບ​ເຄື່ອງ​ຈັກ​ໄວ້​ໃນ​ກະ​ລ່າ ຫຼື ພື້ນ​ທີ່​ບ່ອນ​ເກັບມ້ຽນທີ່​ແຫ້ງ, ສະ​ອາດ.

    16. ປົກ​ຈັກ​ເພື່ອປົກ​ປ້ອງ​ມັນ ແລະ ຮັກ​ສາ​ມັນ​ໃຫ້​ສະ​ອາດ.

    ການແກ້ໄຂບັນຫາ

    ProblemPossible CauseCorrective Action
    ຂໍ້​ຕໍ່ດ່ວນມີ​ຄວາມຍາກ​ຕໍ່​ການ​ປົດ​ຕົວ​ຕໍ່.
    1. ຄວາມ​ດັນ​ໄຮ​ໂດຼ​ລິກບໍ່​ຖືກ​ປ່ອຍ​ອອກ (ຂໍ້​ຕໍ່ດ່ວນມີ​ຄວາມ​ດັນ).
    1. ມອດ​ຈັກ, ເຄື່ອນ​ຄັນ​ໂຍກ​ຍົກ​ໄຮ​ໂດຼ​ລິກ​ໄປ​ທາງ​ໜ້າ ແລະ ກັບ​ຫຼັງ​ຫຼາຍໆ​ຄັ້ງ ແລະ ຕໍ່​ຂໍ້​ຕໍ່​ດ່ວນ​ສຳ​ລັບ​ຂໍ້​ຕໍ່​ຕ່າງໆ​ຢູ່​ໃນ​ແຜງ​ໄຮ​ໂດຼ​ລິກ​ເສີມ.
    ພວງ​ມະ​ໄລ​ພາວ​ເວີ​ໜັກ (ເຄື່ອນ​ຍາກ).
    1. ລະດັບນ້ຳມັນໄຮໂດຼລິກມີ​ໜ້ອຍ.
    2. ນ້ຳມັນໄຮໂດຼລິກຮ້ອນ.
    3. ປ້ຳ​ໄຮ​ໂດ​ຣ​ລິກບໍ່​ເຮັດ​ວຽກ.
    1. ບໍ​ລິ​ການ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ​ເຕົ້າ​ໄຮ​ໂດຼ​ລິກ.
    2. ກວດ​ເບິ່ງລະ​ດັບນໍ້າມັນໄຮ​ໂດຼ​ລິກ ແລະ ບໍ​ລິ​ການ​ບຳ​ລຸງ​ຮັກ​ສາ, ຖ້າ​ມັນ​ຢູ່​ຕ່ຳ. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    3. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    ຂໍ້​ຕໍ່​ໄຮ​ໂດຼ​ລິກ​ຮົ່ວ.
    1. ຂໍ້​ຕໍ່​ຫຼວມ.
    2. ຂໍ້​ຕໍ່ໄຮ​ໂດຼ​ລິກບໍ່​ມີແຫວນ​ຮູບ​ຕົວ O.
    1. ຫັນຂໍ້​ຕໍ່ໃຫ້​ແໜ້ນ.
    2. ຕິດຕັ້ງແຫວນ​ຮູບ​ຕົວ O ທີ່​ຫາຍ​ໄປ.
    ສິ່ງ​ທີ່​ຕິດ​ມາ​ນຳ​ບໍ່​ເຮັດ​ວຽກ.
    1. ຂໍ້​ຕໍ່ດ່ວນບໍ່​ຕໍ່​ເຂົ້າ​ເຕັມ​ທີ່.
    2. ຂໍ້​ຕໍ່ດ່ວນໄດ້ສັບປ່ຽນກັນ.
    1. ປົດ​ຂໍ້​ຕໍ່​ດ່ວນ, ເອົາ​ຂີ້​ເຫຍື້ອ​ອອກ​ຈາກ​ຂໍ້​ຕໍ່, ຕໍ່​ຂໍ້​ຕໍ່. ປ່ຽນຂໍ້​ຕໍ່ທີ່​ເປ່​ເພ​ເສຍ​ຫາຍ.
    2. ປົດ​ຂໍ້​ຕໍ່​ດ່ວນ, ຈັດ​ວາງ​ຂໍ້​ຕໍ່​ໃສ່​ຊ່ອງ​ທີ່​ຖືກ​ຕ້ອງ​ໃນ​ແຜງ​ໄຮ​ໂດຼ​ລິກ​ເສີມ, ຕໍ່​ຂໍ້​ຕໍ່.
    ຈັກ​ບໍ່​ຕິດ.
    1. ຄັນ​ໂຍກຍົກ​ໄຮ​ໂດຼ​ລິກ​ຖືກ​ລັອກ​ໄວ້​ຢູ່​ໃນ​ຕຳ​ແໜ່ງເປີດ.
    1. ຕັ້ງ​ລັອກ​ຍົກ​ໄຮ​ໂດຼ​ລິກ​ໄປ​ທີ່​ຕຳ​ແໜ່ງປົດ​ລັອກ, ເຄື່ອນ​ຄັນ​ໂຍກ​ຍົກ​ໄຮ​ໂດຼ​ລິກ​ໄປເກຍ​ຫວ່າງ ແລະ ຕິດ​ຈັກ.