ການແນະນຳ

ເຄື່ອງຈັກນີ້ແມ່ນເຄື່ອງຕັດຫຍ້າທີ່ຂັບຂີ່ໄດ້, ໃບມີດວົງກຽວທີ່ມີຈຸດປະສົງທີ່ຈະຖືກນຳໃຊ້ໂດຍຜູ້ຊ່ຽວຊານ, ຜູ້ປະຕິບັດການທີ່ຈ້າງງານໃນການນຳໃຊ້ທາງການຄ້າ. ມັນໄດ້ຖືກອອກແບບຕົ້ນຕໍສໍາລັບການຕັດຫຍ້າໃນສະໜາມຫຍ້າທີ່ໄດ້ຮັບການຮັກສາເປັນຢ່າງດີ. ການນຳໃຊ້ຜະລິດຕະພັນນີ້ເພື່ອຈຸດປະສົງອື່ນນອກເໜືອຈາກການນຳໃຊ້ທີ່ເປັນຈຸດປະສົງຂອງມັນອາດຈະເປັນອັນຕະລາຍຕໍ່ທ່ານ ແລະ ຜູ້ທີ່ຢູ່ໃກ້ຄຽງ.

ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳ​ລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ເຂົ້າເບິ່ງເວັບໄຊ www.Toro.com ສຳລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ 1 ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.

Important: ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR ຢູ່ໃນແຜ່ນ​ປ້າຍເລກລຳດັບ (ຖ້າມີ) ເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.

g259591

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ມີຂໍ້ຄວາມກ່ຽວກັບຄວາມປອດໄພທີ່ໄດ້ລະບຸໂດຍສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ 2), ເຊິ່ງເປັນສັນຍານອັນຕະລາຍທີ່ອາດຈະເຮັດໃຫ້ເກີດການບາດເຈັບສາ​ຫັດ ຫຼື ເສຍຊີວິດ ຖ້າທ່ານບໍ່ປະຕິບັດຕາມຂໍ້ຄວນລະວັງທີ່ແນະນຳ.

g000502

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ຂໍ້ສັງເກດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ຜະລິດຕະພັນນີ້ປະຕິບັດຕາມຄຳສັ່ງແນະນຳຂອງເອີຣົບທີ່ກ່ຽວຂ້ອງທັງໝົດ. ສຳລັບລາຍລະອຽດ, ກະລຸນາເບິ່ງເອກະສານຖະ​ແຫຼງການວ່າ​ດ້ວຍ​ການ​ປະ​ຕິ​ບັດ​ຕາມ (DOC) ສະ​ເພາະ​ຂອງ​ຜະ​ລິດ​ຕະ​ພັນ​ແຍກ​ຕ່າງ​ຫາກ.

ມັນເປັນການລະເມີດກົດໝາຍຊັບພະຍາກອນສາທາລະນະຂອງລັດຄາລິຟໍເນຍພາກທີ 4442 ຫຼື 4443 ໃນການນຳໃຊ້ ຫຼື ນຳໃຊ້ເຄື່ອງຈັກໃນພື້ນທີ່ທີ່ປົກຄຸມດ້ວຍປ່າໄມ້, ປົກຫຸ້ມດ້ວຍດິນ ຫຼື ດິນທີ່ປົກຄຸມດ້ວຍຫຍ້າ, ເວັ້ນເສຍແຕ່ວ່າເຄື່ອງຈັກມີເຄື່ອງກວດຈັບປະກາຍໄຟຕາມທີ່ໄດ້ກຳນົດໄວ້ໃນພາກທີ 4442, ມີໄວ້ໃນລະບຽບການເຮັດວຽກທີ່ມີປະສິດຕິຜົນ ຫຼື ເຄື່ອງຈັກຖືກສ້າງ, ຕິດຕັ້ງ ແລະ ຮັກສາໄວ້ເພື່ອປ້ອງກັນໄຟ.

ປຶ້ມຄູ່ມືຂອງເຈົ້າຂອງເຄື່ອງຈັກທີ່ໃຫ້ມາແມ່ນມີຂໍ້ມູນທີ່ກ່ຽວຂ້ອງກັບໜ່ວຍ​ງານປົກປ້ອງສິ່ງແວດລ້ອມຂອງສະຫະລັດ (EPA) ແລະ ລະບຽບການຄວບຄຸມການປ່ອຍອາຍພິດ​ຂອງຄາລິຟໍເນຍກ່ຽວ​ກັບລະບົບການປ່ອຍອາຍພິດ, ການບຳລຸງຮັກສາ ແລະ ການຮັບປະກັນ. ການປ່ຽນແທນທີ່ອາດຈະຖືກສັ່ງຊື້ຜ່ານຜູ້ຜະລິດເຄື່ອງຈັກ.

ຄຳເຕືອນ

CALIFORNIA

ຄຳເຕືອນຂອງກົດໝາຍ Proposition 65

ທໍ່ໄອເສຍເຄື່ອງຈັກນ້ຳມັນກາຊວນ ແລະ ບາງສ່ວນປະກອບຂອງມັນເປັນທີ່ຮູ້ຈັກໃນລັດຄາລີຟໍເນຍ ວ່າເປັນສາເຫດທີ່ກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ ແລະອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຂົ້ວແບດເຕີລີ່, ຂົ້ວໄຟຟ້າ ແລະ ອຸປະກອນທີ່ກ່ຽວຂ້ອງທີ່ມີ ທາດກົ່ວ ແລະ ສ່ວນປະກອບຂອງທາດກົ່ວ, ສານເຄມີທີ່ລັດຄາລີຟໍເນຍ ຮູ້ຈັກດີທີ່ເຮັດໃຫ້ເກີດມະເຮັງແລະ ເປັນອັນຕະລາຍຕໍ່ການຈະເລີນພັນ. ໃຫ້ລ້າງມືຫຼັງຈາກນຳໃຊ້.

ການນຳໃຊ້ຜະລິດຕະພັນນີ້ອາດຈະເຮັດໃຫ້ສຳຜັດກັບສານເຄມີທີ່ຮູ້ຈັກດີໃນ ລັດຄາລີຟໍເນຍ ວ່າເປັນສາເຫດກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຄວາມປອດໄພ

ເຄື່ອງຈັກນີ້ໄດ້ຖືກອອກແບບໃຫ້ສອດຄ່ອງກັບ EN ISO 5395 (ເມື່ອທ່ານສຳເລັດຂັ້ນຕອນການຕັ້ງຄ່າ) ແລະ ANSI B71.4-2017.

ຄວາມປອດໄພທົ່ວໄປ

ຜະລິດຕະພັນນີ້ມີຄວາມສາມາດຕັດມື ແລະ ຕີນ ແລະ ໂຍນວັດຖຸໄດ້.

  • ອ່ານ ແລະ ທຳເຂົ້າໃຈເນື້ອໃນຂອງ ຄູ່ມືຜູ້​ໃຊ້ ນີ້ກ່ອນທີ່ຈະເລີ່ມຕິດຈັກ.

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ປະຕິບັດງານກັບເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ຢ່າວາງມື ຫຼື ຕີນຂອງທ່ານໃກ້ກັບສ່ວນປະກອບທີ່ເຄື່ອນໄຫວຂອງເຄື່ອງຈັກ.

  • ຢ່າໃຊ້ງານເຄື່ອງຈັກໂດຍບໍ່ມີການປົກປ້ອງທຸກຄົນ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢ່າງຖືກຕ້ອງໃນເຄື່ອງຈັກ.

  • ໃຫ້ເດັກນ້ອຍ, ຄົນຢູ່ໃກ້ຄຽງ ແລະ ສັດລ້ຽງອອກຈາກພື້ນທີ່ປະຕິບັດງານ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ.

  • ປິດເຄື່ອງຈັກ, ຖອດກຸນແຈ, ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ Graphic, ຊຶ່ງໝາຍເຖິງຂໍ້ຄວນລະວັງ, ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງ​ກໍ່​ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫລື ເສຍຊີວິດ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະຕິກເກີ້ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະຕິກເກີໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

decal93-6689
decal93-6696
decal93-7272
decal106-6754
decal106-6755
decal110-0986
decal110-8921
decal110-9642
decalbatterysymbols
r:\decal117-0169
decal120-4158
decal125-8754
decal125-8818
decal127-2470
decal133-8062
decal133-2930
decal133-2931
decal138-6975

ການຕັ້ງຄ່າ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

ການປັບຄວາມດັນຂອງຢາງລົດ

ຢາງລົດສູບ​ລົມ​ຫຼາຍເກີນໄປສຳລັບການຂົນສົ່ງ. ສະນັ້ນ, ປ່ອຍລົມ​ອອກ​ແດ່ເພື່ອຫຼຸດຜ່ອນຄວາມດັນ. ຄວາມດັນລົມທີ່ຖືກຕ້ອງໃນຢາງຫນ້າ ແລະ ຢາງຫຼັງແມ່ນ 0.83 ເຖິງ 1.03 bar (12 ເຖິງ 15 psi).

Important: ຮັກ​ສາ​ແຮງ​ດັນຢາງ​ລົດ​ໃຫ້​ເທົ່າ​ກັນ​ທັງ​ໝົດ​ເພື່ອຮັບ​ປະ​ກັນ​ການ​ສຳຜັດ​ກັບ​ສະ​ໜາມ​ຫຍ້າ​ຢ່າງ​ສະ​ໝ່ຳ​ສະ​ເໝີ.

ການປັບຕໍາແໜ່ງຄັນ​ບັງ​ຄັບ

ຕໍາແໜ່ງ​ຄັນ​ບັງ​ຄັບສາມາດປັບໄດ້ເພື່ອຄວາມສະດວກສະບາຍຂອງທ່ານ.

  1. ມາຍນັອດ 2 ອັນທີ່ຮັດ​ຄັນ​ບັງ​ຄັບເພື່ອໃຫ້ເຂົ້າກັບຫ່ວງ​ໜີບ (ຮູບສະແດງ 3).

    g004152
  2. ໝູນ​ຄັນ​ບັງ​ຄັບໃຫ້ຢູ່ໃນຕຳແໜ່ງທີ່ຕ້ອງການ ແລະ ຫັນ​ນັອດ 2 ອັນໃຫ້ແໜ້ນ.

ການຕິດຕັ້ງໜ່ວຍຕັດ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ໜ່ວຍຕັດ5

ຂໍ້ຄວນລະວັງ

ຖ້າ​ຫາກ​ທ່ານບໍ່​ຕັດ​ໄຟໜ່ວຍ​ຕັດ, ບາງ​ຄົນ​ອາດ​ຈະ​ເລີ່ມ​ໃຊ້​ງານ​ໜ່ວຍ​ຕັດ​ໂດຍບໍ່​ໄດ້​ຕັ້ງ​ໃຈ, ກໍ່​ໃຫ້ເກີດ​ການ​ບາດ​ເຈັບ​ທີ່​ຮຸນ​ແຮງ​ຕໍ່​ມື ແລະ ຕີນ.

ຕ້ອງ​ໝັ່ນ​ແຍກຂົ້ວຕໍ່ຕົວ​ຕັດ​ໄຟ​ກ່ອນ​ການ​ໃຊ້​ງານ​ໜ່ວຍ​ຕັດ (ຮູບສະແດງ 28).

  1. ປິດໃຊ້​ງານ​ຕົວ​ເຊື່ອມ​ຕົວ​ຕັດ​ໄຟ; ໃຫ້​ເບິ່ງ ຕັດ​ໄຟ​ໜ່ວຍ​ຕັດ.

  2. ຖອດໜ່ວຍຕັດອອກຈາກກ່ອງ. ປະກອບ ແລະ ປັບຕາມທີ່ໄດ້ອະທິບາຍໄວ້ໃນຄູ່ມືຜູ້​ໃຊ້ໜ່ວຍ​ຕັດ.

  3. ໃຫ້ແນ່ໃຈວ່າຕົວຖ່ວງນ້ຳໜັກ (ຮູບສະແດງ 4) ຖືກຕິດຕັ້ງຢູ່ໃນສ່ວນທ້າຍທີ່ເໝາະສົມຂອງໜ່ວຍຕັດຕາມທີ່ໄດ້ອະທິບາຍໄວ້ໃນຄຳ​ແນະ​ນຳການ​ຕິດ​ຕັ້ງຊຸດອຸ​ປະ​ກອນ​ຖ່ວງນ້ຳ​ໜັກ.

    g027133
  4. ຕິດຕັ້ງສະປິງປັບການຕັດຫຍ້າກັບຂ້າງດຽວກັນຂອງຫນ່ວຍຕັດເປັນເຄື່ອງຈັກຂັບເຄື່ອນກຽວ. ປັບ​ຕຳແໜ່ງ​ການ​ຕັດ​ຫຍ້າ​ດັ່ງ​ຕໍ່​ໄປນີ້:

    Note: ທຸກໜ່ວຍຕັດແມ່ນຖືກຈັບຢູ່ກັບສະປິງປັບການຕັດຫຍ້າທີ່ຕິດຢູ່ເບື້ອງຂວາຂອງຫນ່ວຍຕັດ.

    1. ຖອດນັອດຜູ້ແມ່ຂອງຖາດຈັບອອກ 2 ອັນທີ່ຍຶດແຂນຍຶດໃສ່ຫ່ວງ​ຈັບໜ່ວຍຕັດ (ຮູບສະແດງ 5).

      g003949
    2. ຖອດນັອດໜ້າແປນທີ່ຈັບທໍ່ສະປິງອອກໃສ່ຫ່ວງ​ຈັບກອບບັນຈຸ (ຮູບສະແດງ 5) ຖອດເຄື່ອງປະກອບອອກ.

    3. ຕິດນັອດທໍ່ສະປິງໃສ່ຫ່ວງ​ຈັບດ້ານກົງກັນຂ້າມກັບກອບຫ່ວງ​ຈັບບັນຈຸ ແລະ ຈັບດ້ວຍນັອດໜ້າແປນ.

      Note: ວາງຫົວນັອດໄປທາງດ້ານນອກຂອງຫ່ວງຈັບດັ່ງທີ່ສະແດງຢູ່ໃນ ຮູບສະແດງ 6.

      g003967
    4. ຕິດແຂນຍຶດກັບຫ່ວງ​ຈັບໜ່ວຍຕັດທີ່ມີນັອດຈັບກະດານຜູ້ ແລະ ແມ່ (ຮູບສະແດງ 6).

      Note: ເມື່ອຕິດຕັ້ງ ຫຼື ຖອດໜ່ວຍຕັດ, ໃຫ້ແນ່ໃຈວ່າກິບລັອກຖືກຕິດຕັ້ງຢູ່ໃນຮູກ້ານສະປິງຢູ່ຕິດແຂນຍຶດ. ຖ້າບໍ່​ດັ່ງ​ນັ້ນ, ຕິດ​ຕັ້ງກິບລັອກໃນ​ຮູ​ທາງ​ປາຍ​ຂອງ​ເຫຼັກ.

  5. ປ່ອຍແຂນຍົກທັງໝົດຕ່ຳລົງ.

  6. ຖອດເຂັມຂັດ​ອອກ​ຈາກ​ແຂນເດືອຍ​ຍົກ​ແຂນ. ຈາກນັ້ນ, ຖອດຝາອອກ (ຮູບສະແດງ 7).

    g003975
  7. ສຳລັບໜ່ວຍຕັດດ້ານໜ້າ, ໃຫ້ເລື່ອນໜ່ວຍຕັດຢູ່ໃຕ້ແຂນຍົກໃນຂະນະທີ່ກຳລັງວາງເພົາຂອງກອບບັນຈຸເຂົ້າໄປໃນແຂນເດືອຍຍົກແຂນ (ຮູບສະແດງ 8).

    g003977
  8. ໃຊ້ຂັ້ນຕອນຕໍ່ໄປນີ້ໃສ່ໜ່ວຍຕັດດ້ານຫຼັງເມື່ອຄວາມສູງຂອງການຕັດສູງກວ່າ 19 ມມ (3/4 ນິ້ວ).

    1. ຖອດຂາລິນ ແລະ ແຫວນແປທີ່ຍຶດເພົາແຂນເດືອຍແຂນຍົກໃສ່ແຂນຍົກ ແລະ ເລື່ອນເພົາແຂນເດືອຍແຂນຍົກອອກຈາກແຂນຍົກ (ຮູບສະແດງ 9).

      g003979
    2. ໃສ່ແຂນເດືອຍແຂນຍົກໃສ່ເພົາຂອງເພົາກອບບັນຈຸ (ຮູບສະແດງ 8).

    3. ໃສ່ເພົາແຂນຍົກເຂົ້າໄປໃນແຂນຍົກ ແລະ ຈັບມັນດ້ວຍແຫວນແປ ແລະ ຂາລິນ (ຮູບສະແດງ 9).

  9. ໃສ່ຝາເທິງເພົາກອບບັນຈຸ ແລະ ແຂນເດືອຍແຂນຍົກ.

  10. ຍຶດຝາ ແລະ ເພົາກອບບັນຈຸໃສ່ກັບແຂນເດືອຍແຂນຍົກດ້ວຍເຂັມຂັດ (ຮູບສະແດງ 7).

    Note: ໃຊ້ຊ່ອງ, ຖ້າໜ່ວຍຕັດໝູນ​ເປັນ​ທີ່ຕ້ອງການ ຫຼື ໃຊ້ຮູ, ຖ້າວ່າໜ່ວຍຕັດຕ້ອງຖືກລັອກໄວ້ໃຫ້ຢູ່ໃນຕຳແໜ່ງ.

  11. ຍຶດຕ່ອງໂສ້ແຂນຍົກໃຫ້ແໜ້ນຕົວຍຶດຕ່ອງໂສ້ດ້ວຍເຂັມຂັດ (ຮູບສະແດງ 10).

    Note: ໃຊ້ຈຳນວນຂໍ້ຕໍ່ຕ່ອງໂສ້ທີ່ອະທິບາຍໄວ້ໃນຄູ່ມືຜູ້​ໃຊ້ໜ່ວຍຕັດ.

    g003948
  12. ເຄືອບຮ່ອງເພົາຂອງມໍເຕີ້ກຽວດ້ວຍກະແລັດທີ່ສະອາດ.

  13. ໃສ່ນ້ຳມັນໂອລິ້ງຂອງມໍເຕີ້ກຽວ ແລະ ຕິດຕັ້ງໃສ່ໜ້າແປນມໍເຕີ.

  14. ຕິດຕັ້ງມໍເຕີໂດຍການຫມູນມັນຕາມທິດເຂັມໂມງເພື່ອໃຫ້ໜ້າແປນເຂົ້າກັບນັອດ (ຮູບສະແດງ 11).

    Note: ໝູນມໍເຕີຕາມທາງຂວາງກົງກັນຂ້າມຈົນກວ່າວົງແຫວນອ້ອມຮອບນັອດ ແລະ ຫຼັງຈາກນັ້ນໃຫ້​ຫັນນັອດໃຫ້ແໜ້ນ.

    Important: ຕ້ອງໃຫ້ແນ່ໃຈວ່າທໍ່ມໍເຕີ້ກຽວບໍ່ໄດ້ບິດ, ຈ່ອຍລົງ ຫຼື ມີຄວາມສ່ຽງທີ່ຈະຖືກບີບ.

    g027140

ການໃສ່ອຸ​ປະ​ກອນຕົກ​ແຕ່ງ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ອຸ​ປະ​ກອນຕົກ​ແຕ່ງ (ຂາຍ​ແຍກຕ່າງ​ຫາກ).1

Important: ເພື່ອເຮັດ​ໃຫ້​ແນ່​ວ່າການ​ເດີນ​ທໍ່​ແມ່ນ​ເໝາະ​ສົມ ແລະ ທໍ່​ບໍ່​ບິດ, ​ຕິດ​ມໍ​ເຕີ​ໃສ່​ໜ່ວຍ​ຕັດກ່ອນ​ໃສ່​ອຸ​ປະ​ກອນ​ຕົກ​ແຕ່ງ.ໃຊ​ຮູບ​ພາບ​ດັ່ງ​ຕໍ່​ໄປ​ນີ້​ເພື່ອ​ກຳ​ນົດ​ຕຳ​ແໜ່ງ​ຂອງ​ໜ່ວຍ​ຕັດ ແລະ ມໍ​ເຕີ​ກຽວ.

g316995
  1. ຢູ່​ທາງ​ດ້ານ​ໜ້າ​ແຈ​ເບື້ອງ​ຊ້າຍຂອງກອບ (#4 ທີ່​ຕັ້ງ​ຂອງ​ໜ່ວຍ​ຕັດ), ຖອດນັອດແມ່ໜ້າແປນພິ​ເສດ​ອອກ​ຈາກນັອດຜູ້​ທີ່​ຍຶດ​ກອບ​ເຫຼັກ​ເຄື່ອງ​ຈັກອອກ (ຮູບສະແດງ 13).

  2. ມາຍ​ນັອດແມ່​ຢູ່​ຂໍ້​ຕໍ່​ທໍ່​ຊຸດ​ອຸ​ປະ​ກອນ​ຕົກ​ແຕ່ງ, ໃສ່​ທໍ່​ເຂົ້າ​ໄປ​ໃນຮູ​ຂອງກອບ​ເຫຼັກ ແລະ ຫັນນັອດແມ່ໃຫ້ແໜ້ນ.

    Note: ໃນ​ເວ​ລາ​ທີ່​ຫັນ​ນັອດ​ໃຫ້​ແໜ້ນ, ໃຊ້​ກະ​ແຈສຳ​ຮອງ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ທໍ່​ຫັກ ຫຼື ງໍ.

  3. ໃສ່ແຜ່ນ​ເຊື່ອມ​ຕໍ່​ເຂົ້າ​ໄປ​ໃນ​ນັອດ​ຍຶດກອບ​ເລັກ​ດ້ວຍ​ຕົວ​ເຊື່ອມ​ທີ່​ຢູ່​ໃນ​ຕຳ​ແໜ່ງ​ທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ 13.

  4. ຍຶດ​ແຜ່ນ​ເຊື່ອມ​ຕໍ່​ກັບ​ນັອດ​ຍຶດ 1 ອັນພ້ອມ​ກັບນັອດແມ່ໜ້າແປນ​ທີ່​ໄດ້​ຖອດ​ອອກ​ກ່ອນ​ໜ້ານີ້.

  5. ຕັ້ງ​ຊຸດ​ມັດ​ສາຍ​ໄຟ​ໃນ​ເຄື່ອງ​ຈັກ ແລະ ສຽບ​ຂົ້ວ​ຕໍ່​ສາຍ​ໄຟ​ເຂົ້າ​ໃນ​ຂົ້ວ​ຕໍ່​ສາຍ​ໄຟ​ຂອງ​ອຸ​ປະ​ກອນຕົບ​ແຕ່ງ.

    g316962
  6. ເຮັດ​ຄືນ​ຂັ້ນໃນ​ຕຳ​ແໜ່ງກອບ​ເຫຼັກ 4 ຕຳ​ແໜ່ງ​ທີ່​ເຫຼືອ​ດັ່ງ​ທີ່​ໄດ້​ສະ​ແດງ​ໄວ້​ໃນ ຮູບສະແດງ 14 ຈົນ​ຮອດ ຮູບສະແດງ 17.

    Important: ແຜ່ນ​ເຊື່ອມ​ແມ່ນ​ຢູ່​ຕຳ​ແໜ່ງ​ທີ່​ຕ່າງ​ກັນໃນ​ຕຳ​ແໜ່ງ​ທີ່​ເຫຼືອ​ເພື່ອໃຫ້ສາ​ມາດ​ກຳ​ນົດ​ເສັ້ນ​ທາງຂອງ​ທໍ່​ຜ່ານກອບ​ເຫຼັກ ແລະ ໜ່ວຍ​ຕັດ​ໂດຍບໍ່​ໃຫ້​ບິດ ຫຼື ງໍ.

    g316994
    g316976
    g316996
    g316998

ການປັບສະປິງປັບການຕັດຫຍ້າ

ສະປິງປັບຕັດຫຍ້າ (ຮູບສະແດງ 18) ໂອນນ້ໍາຫນັກຈາກທາງໜ້າໄປສູ່ລູກກິ້ງຫຼັງ. ນີ້ຊ່ວຍໃນການຫຼຸດຜ່ອນຮູບແບບຄື້ນໃນສະໜາມຫຍ້າ, ເຊິ່ງເອີ້ນກັນວ່າ ການເຮັດເຄື່ອງໝາຍ ຫຼື ກະດົກ.

Important: ເຮັດການປັບສະປິງກັບໜ່ວຍຕັດທີ່ຕິດກັບລົດຕັດຫຍ້າ, ຊີ້ໄປທາງໜ້າ ແລະ ວາງລົງຕ່ຳສູ່ພື້ນດິນ.

  1. ຕ້ອງໃຫ້ແນ່ໃຈວ່າກິບລັອກຖືກຕິດຕັ້ງຢູ່ໃນຮູທາງຫຼັງຂອງແກນສະປິງ (ຮູບສະແດງ 18).

    g003863
  2. ຫັນນັອດແມ່ຫົກຫຼ່ຽມໃຫ້ແໜ້ນຢູ່ປາຍທາງດ້ານຫນ້າຂອງແກນສະປິງຈົນກວ່າຄວາມຍາວກົດດັນຂອງສະປິງເປັນ 12.7 ຊມ (5 ນິ້ວ) ສຳ​ລັບໜ່ວຍຕັດ 5 ນິ້ວ ຫຼື 15.9 ຊມ (6.25 ນິ້ວ) ສຳ​ລັບຫົວໜ່ວຍຕັດ 7 ນິ້ວ (ຮູບສະແດງ 18).

    Note: ໃນເວລາທີ່ປະຕິບັດງານໃນພື້ນທີ່ຫຍາບ, ຫຼຸດຄວາມຍາວຂອງສະປິງລົງ 1.27 ມມ (½ ນິ້ວ). ການ​ຕິດ​ຕາມ​ພາກ​ພື້ນ​ດິນ​ຈະຫຼຸດ​ລົງເລັກ​ນ້ອຍ.

ການຕິດຕັ້ງສະຫຼັກຝາກະໂປ່ງ (CE Hood Latch)

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສ່ວນກອບ​ເຫຼັກສະ​ຫຼັກຝາກະໂປ່ງ1
ແຫວນແປ1
  1. ປົດສະ​ຫຼັກ ແລະ ຍົກຝາກະໂປ່ງ.

  2. ຖອດປອກຢາງອອກມາຈາກຮູທີ່ຢູ່ເບື້ອງຊ້າຍຂອງຝາກະໂປ່ງ (ຮູບສະແດງ 19).

    g027072
  3. ຖອດນັອດແມ່ອອກຈາກສ່ວນປະກອບສະ​ຫຼັກຝາກະໂປ່ງ (ຮູບສະແດງ 20).

    g003946
  4. ດ້ານນອກຂອງຝາກະໂປ່ງ, ໃສ່ຂໍເກາະຂອງທ້າຍສະ​ຫຼັກໂດຍຜ່ານຮູໃນຝາກະໂປ່ງ. ໃຫ້ແນ່ໃຈວ່າແຫວນຢາງກັນຊືມຍັງຄົງຢູ່ດ້ານນອກຂອງຝາກະໂປ່ງ.

  5. ພາຍໃນຝາກະໂປ່ງ, ໃສ່ແຫວນເຫຼັກກັນຊຶມເທິງສະ​ຫຼັກ ແລະ ຫັນດ້ວຍນັອດແມ່. ໃຫ້ແນ່ໃຈວ່າສະ​ຫຼັກໄດ້ເຂົ້າດີກັບກອບຈັບເມື່ອມັນຖືກລັອກ ໃຊ້ກະແຈຝາກະໂປ່ງທີ່ຕິດຂັດມາເພື່ອປະຕິບັດການກັບສະ​ຫຼັກຝາກະໂປ່ງ.

ການນຳໃຊ້ຂາຄ້ຳໜ່ວຍຕັດ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຂາຄ້ຳໜ່ວຍຕັດ1

ເມື່ອໃດກໍ່ຕາມທີ່ທ່ານຕ້ອງ​ການສຽບໜ່ວຍຕັດໃຫ້ຖືກມີດນອນ/​ກົງ​ໝູນ, ໃຫ້ຄ້ຳດ້ານຫຼັງຂອງໜ່ວຍ​ຕັດ​ດ້ວຍ​ຂາ​ຕັ້ງເພື່ອຮັບປະກັນວ່ານັອດແມ່ຢູ່ດ້ານຫຼັງຂອງນັອດກຽວປັບຄານຮອງບໍ່ໄດ້ວາງຢູ່ເທິງພື້ນທີ່ເຮັດວຽກ (ຮູບສະແດງ 21).

g003985

ຍຶດຂາຄ້ຳເຂົ້າກັບຕົວຍຶດຕ່ອງໂສ້ທີ່ມີເຂັມຂັດ (ຮູບສະແດງ 22).

g004144

ການໃຊ້ສະ​ຫຼາກ CE

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສະຫຼາກຄຳເຕືອນ1
ສະຫຼາກ CE1
ສະຫຼາກບອກປີຜະລິດ1

ຢູ່ໃນເຄື່ອງຈັກທີ່ຕ້ອງມີການປະຕິບັດຕາມ CE, ໃຫ້ນຳໃຊ້ສະຫຼາກປີທີ່ຜະລິດອອກ (ເລກອາໄຫຼ່: 133-5615) ໃກ້ກັບແຜ່ນເລກລຳດັບ, ສະຫຼາກ CE (ເລກອາໄຫຼ່: 93-7252) ໃກ້ກັບລັອກຝາກະໂປ່ງ, ແລະ ສະຫຼາກແຈ້ງເຕືອນ CE (ເລກອາໄຫຼ່: 133-2931) ເທິງສະລາກແຈ້ງເຕືອນມາດຕະຖານ (ເລກອາໄຫຼ່: 133-2930).

ພາບລວມຂອງຜະລິດຕະພັນ

g260768

ລູກບິດດັດປັບບ່ອນນັ່ງ

ຄັນປັບ​ເບາະ​ນັ່ງ (ຮູບສະແດງ 24) ໃຫ້​ທ່ານ​ປັບ​ເບະ​ນັ່ງ​ດ້ານ​ໜ້າ ແລະ ຫຼັງ​ໄດ້. ລູກບິດປັບນ້ຳໜັກປັບບ່ອນນັ່ງສຳລັບນ້ຳໜັກຂອງທ່ານ. ເຄື່ອງວັດນ້ຳໜັກບົ່ງບອກເວລາທີ່ບ່ອນນັ່ງໄດ້ປັບໃຫ້​ເຂົ້າ​ກັບນ້ຳໜັກຂອງທ່ານ. ລູກບິດປັບຄວາມສູງປັບບ່ອນນັ່ງສຳລັບຄວາມສູງຂອງທ່ານ.

g003954

ແປ້ນຂັບເຄື່ອນ

ແປ້ນຂັບເຄື່ອນ (ຮູບສະແດງ 25) ຄວບຄຸມການດຳເນີນງານໄປໜ້າ ແລະ ຖອຍຫຼັງ. ກົດ​ດ້ານເທິງ​ຂອງແປ້ນ​ຢຽບ​ເພື່ອ​ໄປ​ໜ້າ ແລະ ດ້ານ​ລຸ່ມ​ເພື່ອ​ຖອຍຫຼັງ. ຄວາມໄວຂອງພື້ນດິນແມ່ນຂຶ້ນກັບວ່າທ່ານກົດແປ້ນໄດ້ໄກເທົ່າໃດ. ສຳລັບບໍ່ມີການໂຫຼດ, ຄວາມໄວຂອງພື້ນດິນສູງສຸດ, ກົດແປ້ນຢ່າງເຕັມສ່ວນໃນຂະນະທີ່ປຸ່ມໄຟຟ້າຢູ່ໃນຕຳແໜ່ງ ໄວ .

ເພື່ອຢຸດເຄື່ອງຈັກ, ຫຼຸດຜ່ອນການກົດໃນແປ້ນຂັບເຄື່ອນ ແລະ ຊ່ວຍໃຫ້ມັນກັບຄືນສູ່ຕໍາແຫນ່ງສູນກາງ.

ຕົວຈຳກັດຄວາມໄວຕັດຫຍ້າ

ໃນ​ເວ​ລາ​ທີ່​ຕົວ​ຈຳ​ກັດ​ຄວາມ​ໄວ​ຄື່ອງ​ຕັດ​ຫຍ້າ (ຮູບສະແດງ 25) ປິ້ນ​ຂຶ້ນ, ມັນ​ຄວາມ​ຄຸມ​ຄວາມ​ໄວ​ການ​ຕັດຫຍ້າ ແລະ ໃຫ້ໃຊ້​ງານ​ໜ່ວຍ​ຕັດ. ຕົວເວັ້ນຊ່ອງຫວ່າງແຕ່ລະອັນປັບຄວາມໄວການຕັດຫຍ້າໂດຍ 0.8 ກມ/ຊມ (0.5 ໄມລ/ຊມ). ຍິ່ງ​ທ່ານມີ​ຕົວ​ຈັດ​ໄລ​ຍະ​ຫ່າງ​ຢູ່​ທາງ​ເທິງຂອງ​ນັອດຫຼາຍເທົ່າ​ໃດ, ຍິ່ງ​ເຮັດ​ໃຫ້​ທ່ານ​ໄປ​ໄດ້​ຊ້າລົງເທົ່າ​ນັ້ນ. ສຳ​ລັບ​ການ​ເຄື່ອນ​ທີ່, ປິ້ນ​ຕົວ​ກຳ​ນົດ​ຄວາມ​ໄວ​ການ​ຕັດ​ຫຍ້າ​ຄືນ ແລະ ທ່ານ​ຈະ​ໄດ້​ຄວາມ​ໄວ​ການເຄື່ອນ​ທີ່​ສູງ​ສຸດ.

Note: ໃນ​ເວ​ລາ​ທີ່​ຕັດ​ຫຍ້າ​ຢູ່​ໃນ​ໂໝດ​ປະ​ຢັດ, ຄວາມ​ໄວ​ພື້ນດິນ​ການຕັດ​ແມ່ນຫຼຸດ​ລົງ​ເລັກ​ນ້ອຍ. ຖອດ​ຕົວ​ຈັດ​ໄລ​ຍະ​ຫ່າງ​ອອກ 1 ອັນ​ເພື່ອ​ໃຫ້​ໄດ້​ຄວາມ​ໄວ​ໃນ​ການ​ຕັດ​ຫຍ້າ​ຄືກັບ​ເວ​ລາ​ທີ່​ຕັດ​ຫຍ້າ​ໃນ​ໂໝດ​ປົກ​ກະ​ຕິ.

ແປ້ນເບຣກ

ຢຽບແປ້ນເບຣກ (ຮູບສະແດງ 25) ເພື່ອຢຸດເຄື່ອງຈັກ.

ເບຣກມື

ໃນ​ການໃສ່​ເບ​ຣກມື, (ຮູບສະແດງ 25) ຢຽ​ບແປ້ນ​ເບ​ຣກ​ລົງ ແລະ ກົດດ້ານ​ເທິງ​ໄປທາງ​ໜ້າ​ເພື່ອ​ລັອກ. ເພື່ອປ່ອຍເບຣກມື, ກົດແປ້ນເບຣກຈົນກວ່າສະ​ຫຼັກເບຣກມືຈະດຶງອອກ.

g003955

ແປ້ນໝູນພວງມະໄລໃຫ້ອຽງ

ໃນ​ການ​ໝູນພວງ​ມະ​ໄລ​ໃຫ້​ເຂົ້າ​ຫາ​ຕົວ​ທ່ານ, ຢຽບ​ແປ້ນ​ຢຽບ (ຮູບສະແດງ 25) ລົງ, ດຶງຄັນ​ບັງ​ຄັບໝູນພວງ​ມະ​ໄລເຂົ້າ​ມາ​ຫາ​ທ່ານໃນ​ຕຳ​ແໜ່ງ​ທີ່​ສະ​ບາຍ​ທີ່​ສຸດ ແລະ ປ່ອຍ​ແປ້ນ​ຢຽບ.

ສະ​ວິດຄວາມ​ໄວຂອງ​ເຄື່ອງ​ຈັກ

ການປ່ຽນຄວາມ​ໄວຂອງ​ເຄື່ອງ​ຈັກມີ 2 ໂໝດ​ເພື່ອ​ປ່ຽນ​ຄວາມ​ໄວ​ຂອງ​ເຄື່ອງ​ຈັກ (ຮູບສະແດງ 26). ທ່ານ​ສາ​ມາດ​ປ່ຽນ​ຄວາມ​ໄວ​ຂອງ​ເຄື່ງຈັກ​ໄດ້​ເທື່ອ​ລະ 100 ຮອບ​ຕໍ່​ນາ​ທີ (rpm), ໂດຍ​ການ​ແຕະ​ທີ່​ສະ​ວິດເປັນ​ຈັງ​ຫວະ. ຖ້າ​ຫາກ​ທ່ານກົດ​ສະ​ວິດ​ຄ້າງ​ໄວ້, ເຄື່ອງ​ຈັກ​ຈະ​ເຂົ້າ​ສູ່​ຮອບ​ສູງ ຫຼື ຕ່ຳ​ໂດຍ​ອັດ​ຕະ​ໂນ​ມັດ, ຂຶ້ນ​ກັບ​ວ່າ​ທ່ານ​ກົດ​ປາຍ​ດ້ານ​ໃດ.

g021208

ສະວິດກະແຈ

ສະວິດກະແຈ (ຮູບສະແດງ 26) ມີ 3 ຕຳແໜ່ງ: ປິດ, ເປີດ/ອຸ່ນເຄື່ອງ ແລະ ຕິດ​ຈັກ.

ປ່ອຍຄັນ​ຕັດ​ຫຍ້າຕ່ຳລົງ/ຍົກຄັນ​ຄວບ​ຄຸມຂຶ້ນ

ຄັນບັງຄັບນີ້ (ຮູບສະແດງ 26) ເຮັດໃຫ້ໜ່ວຍຕັດສູງຂຶ້ນ ແລະ ປ່ອຍຕ່ຳລົງ ແລະ ຍັງຈະເລີ່ມຕົ້ນ ແລະ ຢຸດໜ່ວຍຕັດໃນເວລາທີ່ໜ່ວຍຕັດຖືກເປີດໃຊ້ໃນໂໝດຕັດຫຍ້າ. ທ່ານບໍ່ສາມາດປ່ອຍໜ່ວຍຕັດຕ່ຳລົງໃນເວລາທີ່ຄັນຕັດຫຍ້າ/ຂົນສົ່ງຢູ່ໃນຕຳແໜ່ງ ຂົນສົ່ງ.

ສະວິດໄຟໜ້າ

ບິດສະວິດລົງເພື່ອເປີດໄຟໜ້າ (ຮູບສະແດງ 26).

ສະ​ວິດເປີດ/ປິດການໃຊ້ງານ

ໃຊ້ສະວິດເປີດ/ປິດການ​ໃຊ້​ງານ (ຮູບສະແດງ 26) ໂດຍສົມທົບກັບຄັນຄວບຄຸມການຕັດຫຍ້າປ່ອຍຕ່ຳລົງ/ຍົກຂຶ້ນເພື່ອໃຊ້​ງານໜ່ວຍຕັດ.

ຈຸດພະລັງງານ

ຈຸດພະລັງງານແມ່ນການ​ສະ​ໜອງໄຟຟ້າ 12 V ສຳລັບອຸປະກອນເອເລັກໂຕຣນິກ (ຮູບສະແດງ 27).

g004133

ຕັດ​ໄຟ​ໜ່ວຍ​ຕັດ

ກ່ອນ​ການ​ຕິດ​ຕັ້ງ, ຖອດ ຫຼື ໃຊ້​ງານ​ໜ່ວຍ​ຕັດ, ໃຫ້​ຖອດ​ຊຸດ​ຕັດ​ອອກ​ຈາກ​ແຫຼ່ງ​ຈ່າຍ​ໄຟ​ໂດຍ​ການແຍກ​ຂໍ້​ຕໍ່​ຕັດ​ໄຟ​ຂອງ​ໜ່ວຍ​ຕັດ​ອອກ (ຮູບສະແດງ 28), ຕັ້ງ​ຢູ່​ກ້ອງ​ຕັ່ງ​ນັ່ງ. ສຽບ​ຂົ້ວ​ຕໍ່ໃສ່​ຄືນກ່ອນ​ໃຊ້​ງານເຄື່ອງ​ຈັກ.

g027134

ຂໍ້ຄວນລະວັງ

ຖ້າ​ຫາກ​ທ່ານບໍ່​ຕັດ​ໄຟໜ່ວຍ​ຕັດ, ບາງ​ຄົນ​ອາດ​ຈະ​ເລີ່ມ​ໃຊ້​ງານ​ໜ່ວຍ​ຕັດ​ໂດຍບໍ່​ໄດ້​ຕັ້ງ​ໃຈ, ກໍ່​ໃຫ້ເກີດ​ການ​ບາດ​ເຈັບ​ທີ່​ຮຸນ​ແຮງ​ຕໍ່​ມື ແລະ ຕີນ.

ຕ້ອງ​ໝັ່ນ​ແຍກຕົວ​ຂົ້ວ​ຕໍ່​ຕົວ​ຕັດ​ໄຟ​ຂອງ​ໜ່ວຍ​ຕັດກ່ອນ​ການ​ໃຊ້​ງານ​ໜ່ວຍ​ຕັດ.

ການນຳໃຊ້ຈໍສະແດງຜົນ InfoCenter LCD

ຈໍ​ສ​ແດງ​ຜົນ InfoCenter LCD ສະ​ແດງ​ຂໍ້​ມູນກ່ຽວ​ກັບ​ເຄື່ອງ​ຈັກ​ຂອງ​ທ່ານ​ຢ່າງ​ເຊັ່ນ: ສະ​ຖາ​ນະ​ການໃຊ້​ງານ, ການ​ວິ​ນິດ​ໄສ​ຕ່າງໆ ແລະ ຂໍ້​ມູນ​ອື່ນໆ​ກ່ຽວ​ກັບ​ເຄື່ອງ​ຈັກ (ຮູບສະແດງ 29). ມີຈໍ​ສະ​ແດງ​ຜົນຫຼາຍ​ອັນ​ຢູ່​ທີ່ InfoCenter. ທ່ານ​ສາ​ມາດ​ປ່ຽນ​ລະ​ຫວ່າງຈໍ​ໄດ້​ຕະຫຼອດ​ເວ​ລາ, ໂດຍ​ການ​ກົດ​ປຸ່ມໃດ​ໜຶ່ງ​ຂອງ InfoCenter ແລະ ເລືອກ​ລູກ​ສອນ​ຊີ້ບອກ​ທີ່​ເໝາະ​ສົມ.

g020650
  • ປຸ່ມຊ້າຍ, ປຸ່ມເຂົ້າໃຊ້/ກັບຄືນເມນູ—ກົດປຸ່ມນີ້ເພື່ອເຂົ້າເຖິງເມນູ InfoCenter. ທ່ານສາມາດໃຊ້ມັນເພື່ອກັບໄປທີ່ເມນູທີ່ທ່ານກຳລັງໃຊ້ຢູ່.

  • ປຸ່ມກາງ—ກົດປຸ່ມນີ້ເພື່ອເລື່ອນເມນູລົງ.

  • ປຸ່ມຂວາ—ກົດປຸ່ມນີ້ເພື່ອເປີດເມນູທີ່ລູກສອນຂວາຊີ້ບອກເນື້ອຫາເພີ່ມເຕີມ.

Note: ຈຸດປະສົງຂອງແຕ່ລະປຸ່ມອາດຈະປ່ຽນແປງຂຶ້ນກັບສິ່ງທີ່ຕ້ອງການໃນເວລານັ້ນ. ປຸ່ມແຕ່ລະປຸ່ມແມ່ນຕິດປ້າຍດ້ວຍໄອຄອນທີ່ສະແດງໜ້າທີ່ຂອງມັນໃນປະຈຸບັນ.

ລາຍລະອຽດຂອງໄອຄອນ InfoCenter

ຄົບຮອບການບຳ​ລຸງ​ຮັກ​ສາຊີ້ບອກເຖິງເວລາການບຳ​ລຸງ​ຮັກ​ສາທີ່ໄດ້ກຳນົດວ່າຄວນໄດ້ປະຕິບັດ
Graphicມາດວັດຊົ່ວໂມງ
Graphicໄອຄອນຂໍ້ມູນ
Graphicໄວ
Graphicຊ້າ
Graphicລະດັບນ້ຳມັນ
Graphicປັກເຮືອງແສງມີການເຄື່ອນໄຫວ.
Graphicຍົກໜ່ວຍຕັດ.
Graphicປ່ອຍໜ່ວຍຕັດຕ່ຳລົງ.
Graphicນັ່ງຢູ່ໃນບ່ອນນັ່ງ.
Graphicໃສ່ເບ​ຣກມືຢູ່.
Graphicໄລຍະຢູ່ສູງ (ການຂົນສົ່ງ).
Graphicເກຍຫວ່າງ
Graphicໄລຍະຢູ່ຕໍ່າ (ຕັດຫຍ້າ).
Graphicອຸນຫະພູມຂອງນ້ຳ​ຢາ​ທຳຄວາມເຢັນເຄື່ອງຈັກ (°C ຫຼື °F)
Graphicອຸນຫະພູມ (ຮ້ອນ)
GraphicPTO ເປີດໃຊ້ຢູ່.
Graphicບໍ່​ອະ​ນຸ​ຍາດ
Graphicຕິດຈັກ.
Graphicຢຸດ​ເຄື່ອງ​ຈັກ.
Graphicເຄື່ອງຈັກ
Graphicສະວິດກະແຈ
Graphicແບັດເຕີຣີ
Graphicມໍ​ເຕີ/ເຄື່ອງ​ກຳ​ເນີດ​ໄຟ​ຟ້າ (ບໍ່​ໄດ້ສາກ)
Graphicມໍ​ເຕີ/ເຄື່ອງ​ກຳ​ເນີດ​ໄຟ​ຟ້າ (ກຳລັງສາກ)
Graphicກຽວ​ຕົວ E
Graphicໃບ​ມີດຕັດ​ກັບ​ດ້ານ​ໜ້າ
Graphicໃບ​ມີດຕັດ​ກັບ​ດ້ານຫຼັງ
Graphicໜ່ວຍຕັດກຳ​ລັງປ່ອຍຕ່ຳລົງ.
Graphicໜ່ວຍຕັດກຳ​ລັງຍົກສູງຂຶ້ນ.
Graphicລະຫັດຜ່ານ PIN
Graphicຊ່ອງ CAN
Graphicສູນ​ຂໍ້​ມູນ
Graphicບໍ່ດີ ຫຼື ຂັດ​ຂ້ອງ
Graphicຫຼອດໄຟ
Graphicຜົນ​ສົ່ງອອກຂອງເຄື່ອງຄວບຄຸມ TEC ຫຼື ສາຍຄວບຄຸມໃນສາຍຮັດ
Graphicສະວິດ
Graphicປ່ອຍສະວິດ.
Graphicປ່ຽນໄປສູ່ສະພາບທີ່ລະບຸໄວ້.
ສັນຍາລັກມັກຈະຖືກລວມເຂົ້າກັນເພື່ອປະກອບເປັນປະໂຫຍກ. ບາງຕົວຢ່າງແມ່ນສະແດງຢູ່ດ້ານລຸ່ມ 
Graphicໃສ່ເຄື່ອງຈັກໃຫ້ຢູ່ເກຍຫວ່າງ.
Graphicການຕິດຈັກຖືກປະຕິເສດ.
Graphicການມອດ​ຂອງເຄື່ອງຈັກ
Graphicນ້ຳ​ຢາ​ທຳຄວາມເຢັນເຄື່ອງຈັກຮ້ອນເກີນໄປ.
Graphicນັ່ງ​ລົງ ຫຼື ໃສ່​ເບ​ຣກ​ມື

ການໃຊ້ເມນູ

ເພື່ອເຂົ້າເຖິງລະບົບເມນູ InfoCenter, ກົດປຸ່ມເຂົ້າເຖິງເມນູໃນຂະນະທີ່ຢູ່ໜ້າຈໍຫຼັກ. ນີ້ຈະນຳທ່ານໄປທີ່ເມນູຫຼັກ. ໃຫ້​ເບິ່ງຕາຕະລາງຕໍ່ໄປນີ້ສຳລັບການສະຫຼຸບຂອງຕົວເລືອກຕ່າງໆທີ່ມີຈາກເມນູ:

Main Menu (ເມນູຫຼັກ)
ລາຍການເມນູລາຍລະອຽດ
Faults (ຄວາມຜິດພາດ)ເມນູຄວາມຜິດພາດມີລາຍຊື່ຂອງຄວາມຜິດພາດຂອງເຄື່ອງຈັກທີ່ຜ່ານມາ. ໃຫ້​ເບິ່ງປຶ້ມຄູ່ມືການບຳ​ລຸງ​ຮັກ​ສາ ຫຼື ຕິດຕໍ່ຕົວແທນຈຳໜ່າຍໂຕໂຣ (Toro Distributor) ຂອງທ່ານສຳລັບຂໍ້ມູນເພີ່ມເຕີມໃນເມນູຄວາມຜິດພາດ ແລະ ຂໍ້ມູນທີ່ມີຢູ່ໃນນັ້ນ.
Service (ການບຳ​ລຸງ​ຮັກ​ສາ)ເມນູການບຳ​ລຸງ​ຮັກ​ສາມີຂໍ້ມູນກ່ຽວກັບເຄື່ອງຈັກເຊັ່ນ: ຊົ່ວໂມງການນຳໃຊ້, ເຄື່ອງນັບ ແລະ ຕົວເລກອື່ນໆທີ່ຄ້າຍຄືກັນ.
Diagnostics (ການວິນິດໄສ)ເມນູການວິນິດໄສສະແດງສະຖານະພາບຂອງສະ​ວິດ​ເຄື່ອງ​ຈັກແຕ່ລະອັນ, ເຊັນເຊີ ແລະ ຜົນ​ສົ່ງອອກການ​ຄວບ​ຄຸມ. ທ່ານສາມາດໃຊ້ວິທີນີ້ເພື່ອແກ້ໄຂບັນຫາບາງຢ່າງເພາະມັນຈະບອກທ່ານໄດ້​ຢ່າງໄວວ່າການ​ຄວບ​ຄຸມເຄື່ອງຈັກໃດເປີດຢູ່ ແລະ ຕົວໃດປິດຢູ່.
Settings (ການຕັ້ງຄ່າ)ເມນູການຕັ້ງຄ່າຊ່ວຍໃຫ້ທ່ານສາມາດປັບແຕ່ງ ແລະ ແກ້ໄຂຕົວແປການຕັ້ງຄ່າໃນໜ້າຈໍສະແດງຂໍ້ມູນ InfoCenter.
About (ກ່ຽວກັບ)ເມນູກ່ຽວກັບໄດ້ລາຍງານຈຳນວນຮູບແບບ, ເລກລຳດັບ ແລະ ເວີຊັນຊອບແວຂອງເຄື່ອງຈັກຂອງທ່ານ.
Service (ການບຳ​ລຸງ​ຮັກ​ສາ)
ລາຍການເມນູລາຍລະອຽດ
Hoursແຈ້ງຈຳນວນຊົ່ວໂມງທັງໝົດທີ່ເຄື່ອງຈັກ, ຈັກ ແລະ PTO ໄດ້ເປີດໃຊ້, ພ້ອມທັງຈຳນວນຊົ່ວໂມງທີ່ເຄື່ອງໄດ້ຖືກຂົນສົ່ງ ແລະ ການບຳ​ລຸງ​ຮັກ​ສາທີ່​ຄົບກຳນົດ.
Countsເຮັດລາຍຊື່ນັບຈຳນວນທີ່ເຄື່ອງຈັກໄດ້ປະສົບມາ.
Diagnostics (ການວິນິດໄສ)
ລາຍການເມນູລາຍລະອຽດ
Cutting Unitsຊີ້ໃຫ້ເຫັນການປ້ອນເຂົ້າ, ຄຸນສົມບັດ, ແລະ ຜົນ​ທີ່ອອກມາສຳລັບການຍົກຂຶ້ນ ແລະ ການປ່ອຍໜ່ວຍຕັດຕ່ຳລົງ.
Hi/Low Rangeຊີ້ໃຫ້ເຫັນການປ້ອນເຂົ້າ, ຄຸນສົມບັດ, ແລະ ຜົນ​ທີ່ອອກມາສຳລັບການຂັບຂີ່ໃນໂໝດການຂົນສົ່ງ.
PTOຊີ້ໃຫ້ເຫັນການປ້ອນເຂົ້າ, ຄຸນສົມບັດ, ແລະ ຜົນ​ທີ່ອອກມາສຳລັບການ​ເປີດ​ໃຊ້​ງານວົງຈອນ PTO.
Engine Runຊີ້ໃຫ້ເຫັນການປ້ອນເຂົ້າ, ຄຸນສົມບັດ, ແລະ ຜົນ​ທີ່ອອກມາສຳລັບສຳລັບການຕິດຈັກ.
Backlapຊີ້ໃຫ້ເຫັນການປ້ອນເຂົ້າ, ຄຸນສົມບັດ, ແລະ ຜົນ​ທີ່ອອກມາສຳລັບການປະຕິບັດການເຮັດວຽກກັບຫຼັງ.
Settings (ການຕັ້ງຄ່າ)
ລາຍການເມນູລາຍລະອຽດ
Units (ຫົວໜ່ວຍ)ຄວບຄຸມຫົວໜ່ວຍທີ່ໃຊ້ໃນ InfoCenter. ຕົວເລືອກເມນູແມ່ນພາສາອັງກິດ ຫຼື ການວັດແທກ.
Language (ພາສາ)ຄວບຄຸມພາສາທີ່ໃຊ້ໃນ InfoCenter*.
LCD Backlight (ໄຟຫຼັງ LCD)ຄວບຄຸມຄວາມສະຫວ່າງຂອງຈໍສະແດງຜົນ LCD.
LCD Contrast (ຄວາມຄົມຊັດ LCD)ຄວບຄຸມຄວາມຄົມຊັດຂອງຈໍຂອງຈໍສະແດງຜົນ LCD.
Front Backlap Reel Speed (ຄວາມໄວກຽວກັບຫຼັງດ້ານໜ້າ)ຄວບຄຸມຄວາມໄວຂອງກຽວດ້ານໜ້າໃນໂໝດກັບຫຼັງ.
Rear Backlap Reel Speed (ຄວາມໄວກຽວກັບຫຼັງດ້ານຫຼັງ)ຄວບຄຸມຄວາມໄວຂອງກຽວດ້ານຫຼັງໃນໂໝດກັບຫຼັງ.
Protected Menus (ເມນູທີ່ຖືກປົກປ້ອງ)ອະ​ນຸ​ຍາດ​ໃຫ້ຫົວ​ໜ້າ/ຊ່າງ​ກົນ​ຈັກ​ເຂົ້າ​ເຖິງ​ເມ​ນູ​ທີ່​ຖືກ​ປົກ​ປ້ອງ​ໂດຍ​ການ​ປ້​ອນ​ລະ​ຫັດ​ຜ່ານ.
Auto Idle (ຮອບ​ເດີນ​ອັດ​ຕະ​ໂນ​ມັດ)ຄວບ​ຄຸມ​ຈຳ​ເວ​ລາ​ທີ່​ໄດ້​ໃຫ້​ອະ​ນຸ​ຍາດ​ກ່ອນ​ເຮັດ​ໃຫ້ເຄື່ອງ​ຈັກກັບ​ໄປ​ສູ່ຮອບ​ເດີນ​ຕ່ຳ​ໃນ​ເວ​ລາ​ທີ່​ເຄື່ອງ​ຈັກ​ຢຸດ.
Blade Count (ຈຳນວນໃບມີດ)ຄວບຄຸມຈໍານວນຂອງໃບມີດເທິງກຽວສໍາລັບຄວາມໄວກຽວ.
Mow Speed (ຄວາມໄວຕັດຫຍ້າ)ຄວບຄຸມຄວາມໄວພື້ນດິນສຳລັບກຳນົດຄວາມໄວຂອງກຽວ.
Height of cut (ຄວາມສູງຂອງການຕັດ (HOC))ຄວບຄຸມຄວາມສູງຂອງການຕັດ (HOC) ສຳລັບການກຳນົດຄວາມໄວຂອງກຽວ.
F Reel RPM (ຮອບຕໍ່ນາທີກຽວໜ້າ)ສະແດງຕໍາແໜ່ງຄວາມໄວກຽວທີ່ຄິດໄລ່ສຳລັບກຽວໜ້າ. ກຽວຍັງສາມາດປັບດ້ວຍຕົນເອງໄດ້.
R Reel RPM (ຮອບຕໍ່ນາທີກຽວຫຼັງ)ສະແດງຕໍາແຫນ່ງຄວາມໄວກຽວທີ່ຄິດໄລ່ສໍາລັບກຽວຫຼັງ. ກຽວຍັງສາມາດປັບດ້ວຍຕົນເອງໄດ້.
Economy Mode (ໂໝດ​ປະ​ຢັດ)ໃນ​ເວ​ລາ​ທີ່​ເປີດ​ໃຊ້​ງານ​ໂໝດ​ປະ​ຢັດຫຼຸດ​ຜ່ອນ​ຄວາມ​ໄວ​ຂອງ​ເຄື່ອງ​ຈັກ​ລົງ​ໃນ​ເວ​ລາ​ທີ່​ຕັດ​ຫຍ້າ​ເພື່ອຫຼຸດ​ຜ່ອນ​ສຽງ ແລະ ການ​ກິນ​ນ້ຳ​ມັນ. ຄວາມ​ໄວຂອງ​ກົງ​ລໍ້​ບໍ່​ໄດ້​ປ່ຽນ​ແປງ, ແຕ່​ຄວາມ​ໄວ​ຂອງ​ການຕັດ​ຫຍ້າຫຼຸດ​ລົງ, ຖ້າ​ຫາກ​ຕົວ​ຢຸດ​ການ​ຕັດ​ຫຍ້າບໍ່​ໄດ້​ຮັບ​ການ​ປັບໃຫ້​ສອດ​ຄ່ອງ​ກັນ.

*ພຽງ​ແຕ່ຂໍ້​ຄວາມ "ດ້ານ​ຂອງ​ຜູ້ໃຊ້​ງານ​" ທີ່​ຖືກ​ແປ. ຄວາມ​ຜິດ​ພາດ, ການ​ບຳ​ລຸງ​ຮັກ​ສາ ແລະ ການກວດ​ສອບ​ປະ​ເມີນ​ແມ່ນ "ດ້ານ​ຂອງ​ການ​ບໍລິ​ການ.” ຫົວຂໍ້ເປັນພາສາທີ່ທ່ານເລືອກ, ແຕ່ລາຍການເມນູແມ່ນເປັນພາສາອັງກິດ.

About (ກ່ຽວກັບ)
ລາຍການເມນູລາຍລະອຽດ
Model (ລຸ້ນ)ບອກຈຳນວນຮູບແບບຂອງເຄື່ອງຈັກ.
SN (ເລກ​ລຳ​ດັບ)ເຮັດລາຍຊື່ເລກລຳດັບຂອງເຄື່ອງຈັກ.
Machine Controller Revision (ການປັບ​ປຸງ​ແກ້ໄຂ​ຕົວ​ຄວບ​ຄຸມ​ເຄື່ອງ​ຈັກ)ເຮັດລາຍຊື່ການດັດແກ້ຊອບແວຂອງຕົວຄວບຄຸມໃຫຍ່.
CU 1CU 2CU 3CU 4CU 5ເຮັດ​ລາຍ​ຊື່​ຂອງ​ການກວດ​ແກ້ຊອບ​ແວ​ຂອງ​ໜ່ວຍ​ຕັດ​ແຕ່​ລະໜ່ວຍ.
Generator (ເຄື່ອງ​ປັ່ນ​ໄຟ​ຟ້າ)ເຮັດ​ລາຍ​ຊື່​ຂອງ​ການກວດ​ແກ້ຊອບ​ແວ​ຂອງ​ມໍ​ເຕີ/ເຄື່ອງ​ປັ່ນ​ໄຟ.
InfoCenter Revision (ການປັບ​ປຸງ​ແກ້ໄຂ InfoCenter)ເຮັດລາຍຊື່ການປັບປຸງຊອບແວຂອງ InfoCenter.
CAN Bus (ຊ່ອງ CAN)ເຮັດລາຍຊື່ສະຖານະພາບຊ່ອງການສື່ສານຂອງເຄື່ອງຈັກ.

Protected Menus (ເມນູທີ່ຖືກປົກປ້ອງ)

ມີຈໍ​ສະ​ແດງ​ຜົນ​ເພີ່ມ​ເຕີມ 2 ຈໍ ແລະ ການຕັ້ງ​ຄ່າ​ການ​ກຳ​ນົດ​ການ​ໃຊ້​ງານ 7 ຢ່າງ​ທີ່​ສາ​ມາດ​ປັບ​ໄດ້​ພາຍ​ໃນເມ​ນູ​ການ​ຕັ້ງ​ຄ່າ​ຂອງ InfoCenter ເຊັ່ນ: ຮອບ​ເດີນ​ອັດ​ຕະ​ໂນ​ມັດ, ການ​ນັບ​ໃບມີດ, ຄວາມ​ໄວ​ຂອງ​ການ​ຕັດ, ລວງ​ສູງ​ຂອງ​ການ​ຕັດ (HOC), ຮອບ​ຕໍ່​ນາ​ທີ​ຂອງ​ກົງ​ໝູນ​ດ້ານ​ໜ້າ (F Reel RPM), ຮອບ​ຕໍ່​ນາ​ທີ​ຂອງ​ກົງ​ໝູນ​ດ້ານ​ຫຼັງ (R Reel RPM) ແລະ ໂໝດ​ປະ​ຢັດ. ການຕັ້ງຄ່າເຫຼົ່ານີ້ສາມາດຖືກລັອກໂດຍການໃຊ້ເມນູທີ່ຖືກປົກປ້ອງ.

Note: ໃນຊ່ວງເວລາຂອງການຈັດສົ່ງ, ລະຫັດຜ່ານເບື້ອງຕົ້ນແມ່ນຖືກດຳເນີນໂປຼແກຼມໂດຍຕົວແທນຈຳໜ່າຍຂອງທ່ານ.

ການເຂົ້າເຖິງການຕັ້ງຄ່າເມນູທີ່ຖືກປົກປ້ອງແລະ ໜ້າ​ຈໍ​ສະ​ແດງຜົນ

ເພື່ອ​ເຂົ້າ​ເຖິງ​ການ​ຕັ້ງ​ຄ່າ​ເມ​ນູ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ ແລະ ໜ້າ​ຈໍ​ສະ​ແດງຜົນ

  1. ຈາກເມນູຫຼັກ, ເລື່ອນລົງໄປທີ່ເມ​ນູການຕັ້ງຄ່າ ແລະ ກົດປຸ່ມຂວາ.

  2. ໃນເມ​ນູການຕັ້ງຄ່າ, ເລື່ອນລົງໄປທີ່ປຸ່ມເມນູທີ່​ຖືກ​ປົກ​ປ້ອງ ແລະ ກົດປຸ່ມຂວາ.

  3. ເພື່ອປ້ອນລະຫັດຜ່ານ, ໃຊ້ປຸ່ມໃຈກາງເພື່ອກຳນົດຕົວເລກທຳອິດ, ຫຼັງຈາກນັ້ນກົດປຸ່ມຂວາເພື່ອຍ້າຍໄປທີ່ຕົວເລກຕໍ່ໄປ.

  4. ໃຊ້ປຸ່ມໃຈກາງເພື່ອກຳນົດຕົວເລກທີສອງ, ຫຼັງຈາກນັ້ນກົດປຸ່ມຂວາເພື່ອຍ້າຍໄປທີ່ຕົວເລກຕໍ່ໄປ.

  5. ໃຊ້ປຸ່ມໃຈກາງເພື່ອກຳນົດຕົວເລກທີສາມ, ຈາກນັ້ນກົດປຸ່ມຂວາເພື່ອຍ້າຍໄປທີ່ຕົວເລກຕໍ່ໄປ.

  6. ໃຊ້ປຸ່ມໃຈກາງເພື່ອກຳນົດຕົວເລກສີ່, ຫຼັງຈາກນັ້ນກົດປຸ່ມຂວາ.

  7. ກົດປຸ່ມເຄິ່ງກາງເພື່ອໃສ່ລະຫັດ.

  8. ຖ້າ​ຫາກ​ລະ​ຫັດ​ໄດ້​ຮັບ​ການຍອມ​ຮັບ ແລະ ເມ​ນູ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ​ຖືກ​ປົກ​ລັອກ, “PIN” ຈະ​ສະ​ແດງ​ຢູ່​ແຈ​ເບື້ອງ​ຂວາ​ດ້ານ​ເທິງ​ຂອງ​ຈໍ​ສະ​ແດງ​ຜົນ.

Note: ຖ້າລືມລະຫັດຜ່ານ ຫຼື ເອົາ​ໄວ້ຜິດບ່ອນ, ກະລຸນາຕິດຕໍ່ຕົວແທນຈຳໜ່າຍຂອງທ່ານເພື່ອຂໍຄວາມຊ່ວຍເຫຼືອ.

ການເບິ່ງ ແລະ ການປ່ຽນແປງການຕັ້ງຄ່າເມນູທີ່​ຖືກປົກປ້ອງ

  1. ໃນເມນູທີ່​ຖືກ​ປົກປ້ອງ, ເລື່ອນລົງໄປເພື່ອປົກປ້ອງການຕັ້ງຄ່າ.

  2. ເພື່ອເບິ່ງ ແລະ ປ່ຽນການຕັ້ງຄ່າໂດຍບໍ່ຕ້ອງໃສ່ລະຫັດຜ່ານ, ໃຊ້ປຸ່ມຂວາເພື່ອປ່ຽນການຕັ້ງຄ່າປົກປ້ອງໄປເປັນປິດ.

  3. ເພື່ອເບິ່ງ ແລະ ປ່ຽນການຕັ້ງຄ່າດ້ວຍລະຫັດຜ່ານ, ໃຊ້ປຸ່ມຊ້າຍເພື່ອປ່ຽນການຕັ້ງຄ່າປົກປ້ອງໄປເປັນເປີດ, ຕັ້ງຄ່າລະຫັດຜ່ານ ແລະ ປ່ຽນປຸ່ມໄປທີ່ຕຳແໜ່ງປິດ ແລະ ຈາກນັ້ນໄປທີ່ຕໍາແໜ່ງເປີດ.

ການ​ຕັ້ງ​ຄ່າຮອບ​ເດີນ​ອັດ​ຕະ​ໂນ​ມັດ

  1. ຢູ່ໃນ​ເມ​ນູ​ການ​ຕັ້ງ​ຄ່າ, ເລື່ອນ​ລົງ​ໄປ​ທີ່​ຮອບ​ເດີນ​ອັດ​ຕະ​ໂນ​ມັດ.

  2. ກົດ​ປຸ່ມ​ເບືອງ​ຂວາ​ເພື່ອ​ປ່ຽນ​ເວ​ລາ​ຮອບ​ເດີນ​ອັດ​ຕະ​ໂນ​ມັດ​ລະ​ຫວ່າງ ປິດ, 8 ວິ, 10 ວິ, 15 ວິ, 20 ວິ ແລະ 30 ວິ.

ການຕັ້ງຄ່າການ​ນັບແຜ່ນໃບມີດ

  1. ຢູ່ໃນການຕັ້ງຄ່າເມນູ, ເລື່ອນລົງໄປຫາຈຳນວນໃບມີດ

  2. ກົດປຸ່ມຂວາເພື່ອປ່ຽນຈຳ​ນວນແຜ່ນໃບມີດລະຫວ່າງ 5, 8 ຫຼື 11 ແຜ່ນໃບມີດກຽວ.

ການຕັ້ງຄ່າຄວາມໄວຕັດຫຍ້າ

  1. ຢູ່ໃນການຕັ້ງຄ່າເມນູ, ເລື່ອນລົງໄປຫາຄວາມໄວຕັດຫຍ້າ.

  2. ກົດ​ປຸ່ມດ້າ​ນ​ຂວາ​ເພື່ອ​ເລືອກ​ຄວາມໄວ​ການ​ຕັດ​ຫຍ້າ

  3. ໃຊ້ປຸ່ມໃຈກາງ ແລະ ປຸ່ມຂວາເພື່ອເລືອກຄວາມໄວຕັດຫຍ້າທີ່ເໝາະສົມທີ່ກຳນົດໄວ້ໃນຕົວຈຳກັດຄວາມໄວຕັດຫຍ້າຂອງເຄື່ອງຈັກເທິງແປ້ນຂັບເຄື່ອນ.

  4. ກົດປຸ່ມຊ້າຍເພື່ອອອກຈາກຄວາມໄວຕັດຫຍ້າ ແລະ ບັນທຶກການຕັ້ງຄ່າ.

ການກຳນົດຄວາມສູງຂອງການຕັດ (HOC)

  1. ຢູ່ໃນເມ​ນູການຕັ້ງຄ່າ, ເລື່ອນລົງໄປທີ່ HOC.

  2. ກົດປຸ່ມຂວາເພື່ອເລືອກ HOC.

  3. ໃຊ້ປຸ່ມກາງ ແລະ ປຸ່ມຂວາເພື່ອເລືອກການຕັ້ງຄ່າ HOC ທີ່ເໝາະສົມ. (ຖ້າການຕັ້ງຄ່າທີ່ແນ່ນອນບໍ່ໄດ້ຖືກສະແດງ, ເລືອກການຕັ້ງຄ່າ HOC ທີ່ໃກ້ທີ່ສຸດຈາກລາຍຊື່ທີ່ສະແດງ).

  4. ກົດປຸ່ມຊ້າຍເພື່ອອອກຈາກ HOC ແລະ ບັນທຶກການຕັ້ງຄ່າ.

ການຕັ້ງຄ່າຄວາມໄວກຽວດ້ານໜ້າ ແລະ ດ້ານຫລັງ

ເຖິງແມ່ນວ່າຄວາມໄວຂອງກຽວດ້ານໜ້າ ແລະ ດ້ານຫຼັງຖືກຄິດໄລ່ໂດຍການປ້ອນຈຳນວນຂອງໃບມີດ, ຄວາມໄວຕັດຫຍ້າ ແລະ HOC ເຂົ້າໃນ InfoCenter, ການຕັ້ງຄ່າສາມາດປ່ຽນໄດ້ດ້ວຍຕົນເອງເພື່ອຮອງຮັບສະພາບການຕັດຫຍ້າທີ່ແຕກຕ່າງກັນ.

  1. ເພື່ອປ່ຽນການຕັ້ງຄ່າຄວາມໄວຂອງກຽວ, ເລື່ອນລົງໄປທີ່ຮອບຕໍ່ນາທີກຽວໜ້າ (F Reel RPM) ແລະ ຮອບຕໍ່ນາທີກຽວຫຼັງ (R Reel RPM) ຫຼື ທັງສອງຢ່າງ.

  2. ກົດປຸ່ມຂວາເພື່ອປ່ຽນຄ່າຄວາມໄວກຽວ. ເນື່ອງຈາກວ່າ​ການ​ຕັ້ງ​ຄ່າ​ຄວາມ​ໄວ​ໄດ້​ປ່ຽນ​ແປງ, ຈໍ​ສະ​ແດງຜົນ​ສືບ​ຕໍ່ສະ​ແດງ​ຄວາມ​ໄວ​ກຽວ​ທີ່​ໄດ້​ຮັບ​ການ​ຄຳ​ນວນ​ໂດຍ​ອີງ​ໃສ່​ຈຳ​ນວນ​ໃບ​ມີດ, ຄວາມ​ໄວ​ຂອງ​ການ​ຕັດ​ຫຍ້າ ແລະ ຄວາມ​ສູງ​ຂອງ​ການ​ຕັດເຊິ່ງ​ໄດ້​ໃສ່​ຂໍ້​ມູນ​ກ່ອນ​ໜ້ານີ້, ແຕ່​ຄ່າ​ໃໝ່​ກໍ​ຈະ​ຖືກ​ສະ​ແດງ​ຜົນ​ຄື​ກັນ.

ການ​ຕັ້ງ​ຄ່າໂໝດ​ປະ​ຢັດ

  1. ຈາກເມ​ນູ​ຫຼັກ, ໃຊ້​ປຸ່ມ​ທາງ​ກາງ​ເພື່ອ​ເລື່ອນ​ລົງ​ໄປ​ທີ່ເມນູການ​ຕັ້ງ​ຄ່າ.

  2. ກົດ​ປຸ່ມດ້າ​ນ​ຂວາ​ເພື່ອ​ເລືອກ

  3. ຢູ່ໃນເມ​ນູການ​ຕັ້ງ​ຄ່າ, ໃຊ້​ປຸ່ມ​ທາງ​ກາງ​ເພື່ອ​ເລື່ອນ​ລົງ​ໄປ​ທີ່​ໂໝດ​ປະ​ຢັດ.

  4. ກົດ​ປຸ່ມດ້າ​ນ​ຂວາ​ເພື່ອ​ເລືອກໃຫ້​ການ​ໃຊ້​ງານເປີດ.

  5. ກົດ​ປຸ່ມດ້າ​ນຊ້າຍ​ເພື່ອບັນ​ທຶກ​ການ​ຕັ້ງ​ຄ່າ ແລະ ອອກ​ຈາກ​ການ​ຕັ້ງ​ຄ່າ.

ເພື່ອ​ເຂົ້າ​ເຖິງໜ້າ​ຈໍ​ສະ​ແດງຜົນທີ່​ໄດ້​ຮັບ​ການ​ປົກ​ປ້ອງ

ຈາກ​ໜ້າຈໍຫຼັກ, ກົດ​ປຸ່ມ​ທາງກາງ​ໜຶ່ງ​ຄັ້ງ, ໃນ​ເວ​ລາ​ທີ່​ລູກ​ສອນ​ປາ​ກົດຢູ່ດ້ານ​ເທິງ​ຂອງ​ປຸ່ມ, ກົດ​ປຸ່ມທາງກາງ​ອີກ​ຄັ້ງເພື່ອ​ເລື່ອນ​ໜ້າຈໍ​ສະ​ແດງ​ຜົນ.

ກົດ​ປຸ່ມ​ທາງກາງ​ອີກ​ຄັ້ງເພື່ອ​ເຂົ້າເຖິງ​ຈໍ​ສະ​ແດງ​ຂໍ້​ມູນ eReel ທີ່​ກຳ​ລັງ​ສະ​ແດງອັດ​ຕາ​ເຄື່ອນ​ໄຫວ​ຂອງ​ກຽວ ແລະ ຄວາມ​ໄວຂອງ​ໜ່ວຍ​ຕັດ​ທັງ 5 ໜ່ວຍ.

ກົດ​ປຸ່ມ​ທາງກາງ​ອີກ​ຄັ້ງເພື່ອ​ເຂົ້າເຖິງ​ຈໍ​ສະ​ແດງ​ໂໝດ​ພະ​ລັງ​ງານທີ່​ກຳ​ລັງ​ສະ​ແດງ​ສ່ວນ​ປະ​ກອບ, ກະ​ແສພະ​ລັງ​ງານ ແລະ ທິດ​ທາງ​ໃນ​ຂະ​ນະ​ທີ່​ກຳ​ລັງ​ປະ​ຕິ​ບັດ​ງານ.

Note: ຂໍ້ມູນຈຳເພາະ ແລະ ການອອກແບບແມ່ນມີການປ່ຽນແປງໂດຍບໍ່ຕ້ອງແຈ້ງ.

ຄວາມກວ້າງຂົນສົ່ງ228 ຊມ (90 ນິ້ວ)
ຄວາມກວ້າງການຕັດ254 ຊມ (100 ນິ້ວ)
ລວງຍາວ282 ຊມ (111 ນິ້ວ)
ລວງ​ສູງທີ່​ມີ ROPS160 ຊມ (63 ນິ້ວ)
ນໍ້າໜັກ1259 ກລ (2,776 ປອນ)
ເຄື່ອງຈັກKubota 24.8 ແຮງມ້າ
ຄວາມຈຸຖັງນ້ຳມັນ53 ລິດ (14 ແກນລອນສະຫະລັດ)
ຄວາມໄວຂົນສົ່ງ0 ເຖິງ 16 ກມ/ຊມ (0 ເຖິງ 10 ໄມຕໍ່ຊົ່ວ​ໂມງ)
ຄວາມໄວຕັດຫຍ້າ0 to 13 ກມ/ຊມ (0 ເຖິງ 8 ໄມຕໍ່ຊົ່ວ​ໂມງ)

ສິ່ງທີ່ຕິດມາ/ອຸປະກອນເສີມ

ການຄັດເລືອກສິ່ງທີ່ຕິດມາ ແລະ ອຸປະກອນເສີມທີ່ໄດ້ຮັບການອະ​ນຸ​ມັດຈາກ Toro ແມ່ນມີໃຫ້ໃຊ້ກັບເຄື່ອງຈັກເພື່ອຍົກ​ລະ​ດັບ ແລະ ຂະຫຍາຍຄວາມສາມາດຂອງມັນ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຕົວແທນຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດ ຫຼື ເຂົ້າໄປທີ່ www.Toro.com ສຳລັບລາຍຊື່ສິ່ງທີ່ຕິດມາ ແລະ ອຸປະກອນເສີມທີ່ຖືກອະນຸມັດທັງໝົດ.

ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ ແລະ ການຢັ້ງຢືນຄວາມປອດໄພຂອງເຄື່ອງຈັກຢ່າງຕໍ່ເນື່ອງ, ໃຫ້ນຳໃຊ້ແຕ່ອາໄຫຼ່ ແລະ ອຸປະກອນປ່ຽນຖ່າຍຂອງ Toro ເທົ່ານັ້ນ. ອາໄຫຼ່ປ່ຽນ​ຖ່າຍ ແລະ ອຸປະກອນເສີມທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ ແລະ ການນຳໃຊ້ດັ່ງກ່າວອາດເຮັດໃຫ້ການຄ້ຳປະກັນຂອງສິນຄ້າເປັນໂມຄະ.

ການປະຕິບັດງານ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

ກ່ອນການປະຕິບັດງານ

ຄວາມປອດໄພກ່ອນການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ຢ່າປ່ອຍໃຫ້ເດັກນ້ອຍ ຫຼື ຄົນທີ່ບໍ່ໄດ້ຮັບການຝຶກອົບຮົມເຮັດວຽກ ຫຼື ບຳ​ລຸງ​ຮັກ​ສາເຄື່ອງຈັກ. ລະບຽບການໃນທ້ອງຖິ່ນອາດຈະຈຳກັດອາຍຸຂອງຜູ້ປະຕິບັດການ. ເຈົ້າຂອງມີ​ຄວາມຮັບຜິດຊອບໃນການຝຶກອົບຮົມຜູ້ປະຕິບັດການ ແລະ ຊ່າງກົນຈັກທັງໝົດ.

  • ມີຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງອຸປະກອນ, ການຄວບຄຸມຜູ້ປະຕິບັດການ ແລະ ປ້າຍສັນຍານຄວາມປອດໄພ.

  • ຕ້ອງມອດເຄື່ອງຈັກທຸກຄັ້ງ, ຖອດກະແຈ, ລໍຖ້າທຸກສ່ວນທີ່ເຄື່ອນຍ້າຍຢຸດ ແລະ ປ່ອຍໃຫ້ເຄື່ອງຈັກເຢັນກ່ອນເຮັດການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນເຄື່ອງຈັກ.

  • ຮູ້ວິທີການຢຸດເຄື່ອງຈັກ ແລະ ມອດເຄື່ອງຈັກຢ່າງໄວວາ.

  • ຢ່າໃຊ້ງານເຄື່ອງຈັກໂດຍບໍ່ມີການປົກປ້ອງທຸກຄົນ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢ່າງຖືກຕ້ອງໃນເຄື່ອງຈັກ.

  • ກ່ອນທີ່ຈະຕັດຫຍ້າ, ຕ້ອງກວດກາເຄື່ອງຈັກຢູ່ສະເໝີເພື່ອຮັບປະກັນວ່າໜ່ວຍຕັດຢູ່ໃນສະພາບການເຮັດວຽກທີ່ດີ.

  • ກວດກາບໍລິເວນທີ່ທ່ານຈະໃຊ້ເຄື່ອງຈັກ ແລະ ເອົາວັດຖຸທັງໝົດທີ່ເຄື່ອງຈັກສາມາດຈະ​ເຮັດ​ໃຫ້​ເກີດ​ການ​ຟົ້ງ​ຂຶ້ນໄດ້ນັ້ນ​ອອກ.

ຄວາມປອດໄພຂອງນໍ້າມັນເຊື້ອໄຟ

  • ໃຊ້ຄວາມລະມັດລະວັງທີ່ສຸດໃນການຈັດການກັບນໍ້າມັນເຊື້ອໄຟ. ມັນໄວໄຟ ແລະ ອາຍແກັສຂອງມັນແມ່ນສິ່ງລະເບີດໄດ້.

  • ມອດຢາສູບ, ຊິກາ, ທໍ່ສູບຢາ ແລະ ແຫຼ່ງອື່ນໆທີ່ສາມາດຈຸດໄຟໄດ້.

  • ໃຊ້ຖັງນໍ້າມັນເຊື້ອໄຟທີ່ອະນຸມັດໃຫ້ເທົ່ານັ້ນ.

  • ຢ່າເປີດຝາປິດນໍ້າມັນເຊື້ອໄຟ ຫຼື ເຕີມນໍ້າມັນເຊື້ອໄຟໃນຂະນະທີ່ເຄື່ອງຈັກກຳລັງແລ່ນ ຫຼື ຮ້ອນ.

  • ຢ່າເພີ່ມ ຫຼື ເທນ້ຳມັນເຊື້ອໄຟອອກ​ຢູ່ໃນບ່ອນທີ່ປິດ.

  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

  • ຖ້າທ່ານເຮັດນໍ້າມັນເຊື້ອໄຟກະເດັນ, ຢ່າພະຍາຍາມຕິດຈັກ; ຫຼີກລ່ຽງການສ້າງແຫຼ່ງທີ່ມາຂອງການຈຸດໄຟຈົນກວ່າອາຍນ້ຳມັນເຊື້ອໄຟລະ​ເຫີຍ​ໄປ​ໝົດ​ແລ້ວ.

ປະຕິບັດການບຳລຸງຮັກສາປະຈຳວັນ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດກາເຂັມຂັດນີລະໄພວ່າຫ້ຽນ, ຂາດ ແລະ ມີຄວາມເສຍຫາຍອື່ນໆ. ປ່ຽນເຂັມຂັດນີລະໄພ, ຖ້າສ່ວນປະກອບໃດໜຶ່ງບໍ່ເຮັດວຽກຢ່າງຖືກຕ້ອງ.
  • ກ່ອນທີ່ຈະເລີ່ມໃຊ້ເຄື່ອງຈັກໃນແຕ່ລະມື້, ໃຫ້ປະຕິບັດຕາມແຕ່ລະຂັ້ນຕອນການນຳໃຊ້/ປະຈຳວັນທີ່ລະບຸໄວ້ໃນ .

    ການເຕີມນໍ້າມັນເຊື້ອໄຟ

    ຄວາມຈຸຖັງນໍ້າມັນ

    53 ລິດ (14 ແກນລອນສະຫະລັດ)

    ຂໍ້​ມູນ​ຈຳ​ເພາະນໍ້າມັນເຊື້ອໄຟ

    ໃຊ້ພຽງແຕ່ນໍ້າມັນກາຊວນສະອາດ, ສົດ ຫຼື ນໍ້າມັນກາ​ຊວນຊີວະພາບ​ເທົ່າ​ນັ້ນທີ່​ມີ​ປະ​ລິ​ມານ​ຊັ​ລ​ເຟີຕ່ຳ (<500 ppm) ຫຼື ຕໍ່າພິເສດ (<15 ppm). ອັດ​ຕາສານຊີເທນຕ່ຳສຸດຄວນຈະເປັນ 40. ຊື້ນໍ້າມັນເຊື້ອໄຟໃນປະລິມານທີ່ສາມາດນໍາໃຊ້ໄດ້ພາຍໃນ 180 ວັນເພື່ອຮັບປະກັນຄວາມສົດຂອງນໍ້າມັນເຊື້ອໄຟ.

    ໃຊ້ນ້ຳມັນກາຊວນເກ​ຣດລະດູຮ້ອນ (ເບີ 2-D) ທີ່ອຸນຫະພູມສູງກວ່າ -7°C (20°F) ແລະ ເກ​ຣດລະດູໜາວ (ເບີ 1-D ຫຼື ເບີ 1-D/2-D ປະສົມ) ທີ່ຢູ່ຕ່ຳກວ່າອຸນຫະພູມນັ້ນ. ການນຳໃຊ້ນ້ຳມັນເຊື້ອໄຟເກ​ຣດລະດູໜາວໃນອຸນຫະພູມຕ່ຳເຮັດໃຫ້ມີຈຸດຂົ້ວໄຟຕ່ຳກວ່າ ແລະ ຄຸນລັກສະນະການໄຫຼເຢັນທີ່ຊ່ວຍຫຼຸດຜ່ອນການສະຕາດ ແລະ ຫຼຸດຜ່ອນການອຸດຕັນໝໍ້ກອງເຊື້ອເພີງ.

    ການນຳໃຊ້ນ້ຳມັນເຊື້ອໄຟເກ​ຣດລະດູຮ້ອນສູງກວ່າ -7°C (20°F) ຊ່ວຍເຮັດໃຫ້ອາ​ຍຸ​ໃຊ້​ງານປ້ຳນ້ຳມັນເຊື້ອໄຟດົນຂຶ້ນ ແລະ ມີພະລັງງານເພີ່ມຂຶ້ນເມື່ອທຽບໃສ່ນ້ຳມັນເຊື້ອໄຟເກ​ຣດລະດູໜາວ.

    Important: ຢ່າໃຊ້ນ້ຳມັນກາດ ຫຼື ນ້ຳມັນແອັດຊັງແທນນ້ຳມັນກາຊວນ. ການບໍ່ປະຕິບັດຕາມຄຳ​ເຕືອນນີ້ອາດຈະສ້າງຄວາມເສຍຫາຍໃຫ້ກັບເຄື່ອງຈັກ.

    ນໍ້າມັນກາ​ຊວນຊີວະພາບພ້ອມໃຊ້

    ເຄື່ອງຈັກນີ້ຍັງສາມາດໃຊ້ນໍ້າມັນເຊື້ອໄຟທີ່ປະ​ສົມນ້ຳມັນກາຊວນຊີວະພາບໄດ້ເຖິງ B20 (ນໍ້າມັນເຊື້ອໄຟຊີວະພາບ 20%, ກາຊວນ 80%). ສັດສ່ວນນ້ຳມັນກາຊວນຄວນຈະແມ່ນຊັ​ລ​ເຟີຕ່ຳ ຫຼື ຕໍ່າພິເສດ. ໃຫ້​ປະ​ຕິ​ບັດ​ຕາມ​ຂໍ້ຄວນລະວັງຕໍ່ໄປນີ້:

    • ສັດສ່ວນນ້ຳມັນກາຊວນຊີວະພາບຂອງນໍ້າມັນເຊື້ອໄຟຕ້ອງຂໍ້​ກຳ​ນົດ​ຈຳເພາະ ASTM D6751 ຫຼື EN14214.

    • ສ່ວນປະກອບນໍ້າມັນເຊື້ອໄຟທີ່ປະສົມຄວນໄດ້​ຕາມ ASTM D975 ຫຼື EN590.

    • ພື້ນຜິວທີ່ທາສີແລ້ວອາດຈະເສຍ​ຫາຍ​ໄດ້ໂດຍການຜະສົມນ້ຳມັນກາຊວນຊີວະພາບ.

    • ໃຊ້ B5 (ປະ​ລິ​ມານຂອງນ້ຳມັນກາຊວນຊີວະພາບ 5%) ຫຼື ປະສົມໜ້ອຍລົງໃນອາກາດເຢັນ.

    • ຕິດຕາມການກັນຊຶມ, ທໍ່ຢາງ, ແຫວນທີ່ສຳຜັດກັບນໍ້າມັນເຊື້ອໄຟຍ້ອນວ່າມັນອາດຈະຊຸດໂຊມຕາມການເວລາ.

    • ອາດ​ຈະ​ມີ​ການ​ອຸດ​ຕັນ​ໃນ​ໝໍ້​ກອງ​ນ້ຳ​ມັນ​ເຊື້ອ​ເພິງ​ເກີດ​ຂຶ້ນ​ເປັນ​ເວ​ລາ​ໃດ​ໜຶ່ງຫຼັງ​ຈາກ​ການ​ປ່ຽນ​ເປັນ​ນ້ຳ​ມັນການ​ຊວນ​ຊີ​ວະ​ພາບ​ແບບ​ປະ​ສົມ.

    • ຕິດຕໍ່ຕົວແທນຈຳໜ່າຍຂອງທ່ານ, ຖ້າທ່ານຕ້ອງການຂໍ້ມູນເພີ່ມເຕີມກ່ຽວກັບນໍ້າມັນກາຊວນຊີວະພາບ.

    ການຕື່ມນໍ້າມັນເຊື້ອໄຟ

    1. ຈອດເຄື່ອງຈັກຢູ່ໃນພື້ນ​ຜິວພຽງ​ໄດ້​ລະ​ດັບ, ປ່ອຍໜ່ວຍຕັດຕ່ຳລົງ, ມອດເຄື່ອງຈັກ ແລະ ຖອດກະແຈ.

    2. ການໃຊ້ຜ້າເຊັດທີ່ສະອາດ, ອານາໄມບໍລິເວນຮອບຝາ​ປິດຖັງນໍ້າມັນເຊື້ອໄຟ.

    3. ເອົາຝາປິດອອກຈາກຖັງນໍ້າມັນເຊື້ອໄຟ (ຮູບສະແດງ 30).

      g021210
    4. ຕື່ມ​ນ້ຳ​ມັນ​ຈົນ​ຮອດລະ​ດັບກົ້ນ​ຖັງ​ຂອງ​ຄໍ​ກອງ​ນ້ຳ​ມັນ​ກະ​ຊວນ.

    5. ອັດຝາປິດຖັງນ້ຳມັນເຊື້ອໄຟໃຫ້ແໜ້ນຫຼັງຈາກການເຕີມ.

      Note: ຖ້າເປັນໄປໄດ້, ໃຫ້ຕື່ມນໍ້າມັນເຊື້ອໄຟຫຼັງຈາກການໃຊ້ແຕ່ລະຄັ້ງ. ນີ້ຊ່ວຍຫຼຸດຜ່ອນການກໍ່ສ້າງຍົດນໍ້າທີ່ອາດເກີດຢູ່ພາຍໃນຖັງນໍ້າມັນເຊື້ອໄຟ.

    ການສ້າງ​ພື້ນ​ຜິວເຄື່ອງ​ຈັກ

    ເພື່ອ​ຮັບ​ປະ​ກັນປະ​ສິດ​ທິ​ພາບ​ສູງ​ສຸດ​ຂອງ​ລະ​ບົບ​ເບ​ຣກ​ມື, ໃຫ້​ຂັດ (ສ້າງ​ພື້ນ​ຜິວ) ເບ​ຣກ​ກ່ອນ​ການ​ໃຊ້​ງານ. ຕັ້ງ​ຄ່າ​ຄວາມ​ໄວ​ການ​ເລັ່ງ​ໄປ​ທາງ​ໜ້າ​ທີ່ 6.4 ກມ/ຊມ (4 ໄມ​ຕໍ່​ຊົ່ວ​ໂມງ) ເພື່ອ​ໃຫ້​ຖືກ​ຕ້ອງກັບ​ຄວາມ​ໄວ​ການ​ເລັ່ງ​ໄປ​ທາງຫຼັງ (ຕົວ​ຈັດ​ໄລ​ຍະ​ຫ່າງ​ທັງ​ໝົດ 8 ອັນ​ຍ້າຍ​ໄປ​ດ້ານ​ເທິງ​ຂອງຕົວ​ຄວບ​ຄຸມ​ຄວາມ​ໄວ​ຂອງ​ການ​ຕັດ​ຫຍ້າ). ດ້ວຍ​ເຄື່ອງ​ຈັກ​ທີ່​ມີ​ຮອບ​ເດີນ​ທີ່​ສູງ, ໃຫ້​ເຄື່ອນ​ໄປ​ດ້ານ​ໜ້າໂດຍ​ການ​ຢຸດ​ຕົວຄວບ​ຄຸມ​ຄວາມ​ໄວ​ຂອງ​ຫຍ້າ ແລະ ຢຽບ​ເບ​ຮກ​ເປັນ​ເວ​ລາ 15 ນາ​ທີ. ດຳ​ເນີນ​ການ​ກັບຫຼັງ​ດ້ວຍ​ຄວາມ​ໄວ​ກັບຫຼັງເຕັມ​ທີ່ ແລະ ຢຽບ​ເບ​ຣກ​ເປັນ​ເວ​ລາ 15 ວິ​ນາ​ທີ. ເຮັດ​ຊ້ຳ​ຂັ້ນ​ຕອນນີ້ 5 ຄັ້ງໂດຍ​ລໍຖ້າ 1 ນາ​ທີ​ໃນ​ລະ​ຫວ່າງ​ແຕ່​ລະ​ຮອບ​ໄປ​ໜ້າ ແລະ ຖອຍຫຼັງ​ເພື່ອຫຼີກລ່ຽງ​ການ​ເຮັດ​ໃຫ້​ເບ​ຣກ​ຮ້ອນ​ເກີນ​ໄປ. ອາດ​ຈະ​ຈຳ​ເປັນ​ຕ້ອງ​ມີການ​ປັບ​ປຸງເບ​ຣກຫຼັງ​ຈາກ​ການຂັດ​ພື້ນ​ຜິວ; ໃຫ້ເບິ່ງ ການປັບ​ເບ​ຣກມື.

    ການລະບາຍລະບົບນໍ້າມັນເຊື້ອໄຟ

    ທ່ານ​ຕ້ອງໄລ່​ລົມ​ລະ​ບົບ​ເຊື້ອ​ເພີງ​ກ່ອນ​ຈະ​ຕິດ​ຈັກ, ຖ້າ​ຫາກ​ມີ​ເຫດ​ການ​ດັ່ງ​ຕໍ່​ໄປ​ນີ້​ເກີດ​ຂຶ້ນ:

    • ການ​ຕິດ​ຈັກ​ຂອງ​ເຄື່ອງ​ຈັກ​ໃໝ່​ຄັ້ງ​ທຳອິດ.

    • ເຄື່ອງຈັກຢຸດແລ່ນຍ້ອນຂາດນໍ້າມັນເຊື້ອໄຟ.

    • ການບໍາລຸງຮັກສາໄດ້ປະຕິບັດຕາມສ່ວນປະກອບຂອງລະບົບນໍ້າມັນເຊື້ອໄຟ; ຕົວຢ່າງ: ການປ່ຽນໝໍ້ກອງ, ການ​ບຳ​ລຸງ​ຮັກ​ສາ​ແຍກ ແລະ ອື່ນໆ.

    ອັນຕະລາຍ

    ພາຍ​ໃຕ້​ສະ​ພາບ​ໃດ​ໜຶ່ງ, ນ້ຳ​ມັນ​ກະ​ຊວນ ແລະ ອາຍ​ລະ​ເຫີຍ​ຂອງ​ນ້ຳ​ມັນ​ເຊື້ອ​ໄຟສາ​ມາດ​ຕິດ​ໄຟ ແລະ ລະ​ເບີດໄດ້​ສູງ. ໄຟໄໝ້ ຫຼື ການລະເບີດຈາກນໍ້າມັນເຊື້ອໄຟສາມາດເຮັດໃຫ້ທ່ານ ແລະ ຄົນອື່ນໆຖືກ​ໄໝ້ ແລະ ສາມາດເຮັດໃຫ້ຊັບສິນເສຍຫາຍໄດ້.

    • ໃຊ້ຈວຍ ແລະ ໃສ່​ນ້ຳ​ມັນ​ໃນ​ຖັງ​ຢູ່​ດ້ານນອກ, ໃນ​ພື້ນ​ທີ່​ເປີດ, ໃນ​ເວ​ລາ​ທີ່​ເຄື່ອງ​ຈັກ​ມອດ​ຢູ່ ແລະ ເຢັນ. ເຊັດນໍ້າມັນເຊື້ອໄຟທີ່ຮົ່ວກະ​ຈາຍ​ນັ້ນອອກ.

    • ຢ່າ​ໃສ່ນໍ້າມັນເຊື້ອໄຟຈົນເຕັມຖັງ. ເຕີມ​ນ້ຳ​ມັນ​ໃສ່​ຖັງ​ນ້ຳ​ມັນ​ຈົນ​ລະ​ດັບຮອດ 6 ເຖິງ 13 ມມ (¼ ເຖິງ ½ ນິ້ວ) ຢູ່​ລຸ່ມ​ປຸ່ມ​ຄໍກອງ. ພື້ນທີ່ຫວ່າງນີ້ຢູ່ໃນຖັງຊ່ວຍໃຫ້ນໍ້າມັນເຊື້ອໄຟຂະຫຍາຍຕົວໄດ້.

    • ຢ່າສູບຢາໃນເວລາຈັດການກັບນໍ້າມັນເຊື້ອໄຟ ແລະ ຢູ່ຫ່າງຈາກແປວໄຟທີ່ເປີດ ຫຼື ບ່ອນທີ່ຄວັນອາດເກີດຈາກປະກາຍໄຟ.

    • ເກັບຮັກສານໍ້າມັນເຊື້ອໄຟໄວ້ໃນຖັງທີ່ສະອາດ, ປອດໄພ ແລະ ປິດຝາໄວ້.

    1. ຈອດ​ເຄື່ອງ​ຈັກ​ຢູ່​ບ່ອນ​ພຽງ ແລະ ຮັບປະກັນວ່າຖັງນໍ້າມັນເຊື້ອໄຟຍັງມີນ້ຳ​ມັນຢູ່ຢ່າງໜ້ອຍເຄິ່ງໜຶ່ງ.

    2. ເປີດຝາກະໂປ່ງ.

    3. ເປີດກຽວລະບາຍອາກາດເທິງປ້ຳຫົວສີດນ້ຳມັນເຊື້ອໄຟ (ຮູບສະແດງ 31) ດ້ວຍ​ກະ​ແຈ 12 ມມ.

      g003993
    4. ບິດກະ​ແຈ​ໄປ​ຕຳ​ແໜ່ງເປີດ. ປ້ຳນ້ຳມັນໄຟຟ້າຈະເລີ່ມຕົ້ນເຮັດ​ວຽກ, ດັ່ງນັ້ນຈິ່ງບັງຄັບໃຫ້ອາກາດອອກອ້ອມກຽວລະບາຍອາກາດ. ປ່ອຍກະ​ແຈຢູ່ໃນຕໍາແໜ່ງ ເປີດ ຈົນກ່ວາຕົວນໍ້າມັນເຊື້ອໄຟເອງໄຫຼອອກຈາກກຽວລະບາຍ.

    5. ຫັນ​ນັອດ​ກຽວ ແລະ ບິດກະ​ແຈ​ໄປ​ຕຳ​ແໜ່ງປິດ.

    Note: ໂດຍປົກກະຕິແລ້ວເຄື່ອງຈັກຄວນຕິດຈັກຫຼັງຈາກປະຕິບັດຕາມຂັ້ນຕອນການລະບາຍຂ້າງເທິງ. ເຖິງຢ່າງໃດກໍ່ຕາມ, ຖ້າເຄື່ອງຈັກບໍ່ຕິດ, ອາກາດອາດຈະຍັງຢູ່ລະຫວ່າງປ້ຳຫົວສີດ ແລະ ຫົວສີດ; ໃຫ້​ເບິ່ງ ລະບາຍອາກາດຈາກຫົວສີດນ້ຳ​ມັນ.

    ໃນລະຫວ່າງການປະຕິບັດງານ

    ຄວາມປອດໄພໃນລະຫວ່າງການປະຕິບັດງານ

    ຄວາມປອດໄພທົ່ວໄປ

    • ເຈົ້າຂອງ/ຜູ້ປະຕິບັດງານສາມາດປ້ອງກັນ ແລະ ມີຄວາມຮັບຜິດຊອບຕໍ່ອຸບັດຕິເຫດທີ່ອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ຄວາມເສຍຫາຍທາງຊັບສິນ.

    • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງການປ້ອງກັນຕາ; ໂສ້ງຂາຍາວ; ເກີບກັນມື່ນ ແລະ ເຄື່ອງ​ປ້ອງ​ກັນ​ສຽງ. ມັດຜົມຍາວ ແລະ ຢ່າໃສ່ເຄື່ອງນຸ່ງ ຫຼື ເຄື່ອງປະດັບຫຼວມໆ.

    • ຢ່າໃຊ້ເຄື່ອງຈັກໃນຂະນະທີ່ບໍ່​ສະ​ບາຍ, ອິດເມື່ອຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງເຫຼົ້າ ຫຼື ສິ່ງເສບຕິດ.

    • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ປະຕິບັດງານກັບເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

    • ກ່ອນທີ່ທ່ານຈະຕິດຈັກ, ຮັບປະກັນວ່າເປັນເກຍຫວ່າງ, ​ໃສ່ເບ​ຣກມືໄວ້ຢູ່ ແລະ ທ່ານຢູ່ໃນຕຳແໜ່ງປະຕິບັດງານ.

    • ຢ່າໃຫ້ຜູ້ໂດຍສານຂຶ້ນເທິງເຄື່ອງຈັກ ແລະ ໃຫ້ຜູ້ຢູ່ໃກ້ ແລະ ສັດລ້ຽງຢູ່ຫ່າງຈາກເຄື່ອງຈັກໃນລະຫວ່າງການປະຕິບັດງານ.

    • ນຳ​ໃຊ້ເຄື່ອງຈັກພຽງແຕ່ບ່ອນທີ່ເບິ່ງເຫັນໄດ້ດີເພື່ອຫຼີກລ່ຽງຂຸມ ຫຼື ອັນຕະລາຍທີ່ເຊື່ອງຢູ່.

    • ຫຼີກລ່ຽງການຕັດຫຍ້າເທິງຫຍ້າປຽກ. ການຫຼຸດຜ່ອນການເຄື່ອນທີ່ອາດຈະເຮັດໃຫ້ເຄື່ອງຈັກໄຫຼໄປ.

    • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກໜ່ວຍຕັດ.

    • ເບິ່ງທາງຫຼັງ ແລະ ດ້ານລຸ່ມກ່ອນທີ່ຈະຖອຍເພື່ອໃຫ້ແນ່ໃຈວ່າເສັ້ນທາງປອດໄພ.

    • ໃຊ້ຄວາມລະມັດລະວັງໃນເວລາທີ່ເຂົ້າໄປໃນບໍລິເວນທີ່ເບິ່ງບໍ່ເຫັນ, ຟຸ່ມໄມ້, ຕົ້ນໄມ້ ຫຼື ວັດຖຸອື່ນໆທີ່ອາດເຮັດໃຫ້ທ່ານເບິ່ງບໍ່ເຫັນ.

    • ຢຸດໜ່ວຍຕັດທຸກຄັ້ງທີ່ທ່ານບໍ່ໄດ້ຕັດຫຍ້າ.

    • ຊ້າລົງ ແລະ ໃຊ້ຄວາມລະມັດລະວັງໃນເວລາທີ່ລ້ຽວ ແລະ ຂ້າມຖະໜົນ ແລະ ທາງຍ່າງທີ່​ຢູ່​ກັບເຄື່ອງຈັກ. ໃຫ້ຮ້ອງສະເຫມີວ່າລະວັງລົດມາ.

    • ຢ່າແລ່ນເຄື່ອງຈັກຢູ່ໃນພື້ນທີ່ບ່ອນທີ່ມີອາຍແກັສຄວັນປິດ.

    • ຢ່າປ່ອຍໃຫ້ເຄື່ອງຈັກແລ່ນໂດຍທີ່ບໍ່ມີຄົນຢູ່ນຳ.

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ (ລວມທັງການຖອກຖົງຫຍ້າເສຍ ຫຼື ອະ​ນາ​ໄມສິ່ງອຸດຕັນໜ່ວຍຕັດ), ແມ່ນໃຫ້ເຮັດດັ່ງຕໍ່ໄປນີ້:

      • ໃຫ້ຈອດເຄື່ອງຈັກໃນພື້ນດິນທີ່​ພຽງ​ໄດ້​ລະ​ດັບ.

      • ຖອດໜ່ວຍຕັດ ແລະ ປ່ອຍສິ່ງທີ່ຕິດມາຕ່ຳ​ລົງ.

      • ໃສ່​ເບ​ຣກມື.

      • ມອດຈັກ ແລະ ຖອດກະແຈ.

      • ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    • ນຳ​ໃຊ້ເຄື່ອງຈັກພຽງແຕ່ໃນເວລາທີ່ທ່ານເບິ່ງເຫັນດີເທົ່ານັ້ນ ແລະ ມີສະພາບອາກາດທີ່ເໝາະສົມ. ຢ່າໃຊ້ເຄື່ອງຈັກເມື່ອມີຄວາມສ່ຽງຕໍ່ການເກີດຟ້າຜ່າ.

    ຄວາມ​ປອດ​ໄພລະບົບປ້ອງກັນການປີ້ນ (ROPS)

    • ຢ່າເອົາສ່ວນປະກອບໃດໆຂອງ ROPS ອອກຈາກເຄື່ອງຈັກ.

    • ຮັບປະກັນວ່າໄດ້​ໃສ່ເຂັມຂັດນີລະໄພ ແລະ ທ່ານສາມາດປົດມັນອອກໄດ້ຢ່າງ​ໄວໃນເວລາສຸກເສີນ.

    • ຄວນໃສ່ເຂັມຂັດນີລະໄພຂອງທ່ານຢູ່ສະເໝີ.

    • ກວດເບິ່ງຢ່າງລະມັດລະວັງກ່ຽວກັບສິ່ງກີດຂວາງທາງ ແລະ ຢ່າສຳຜັດມັນ.

    • ຮັກສາ ROPS ໃນສະພາບການດຳເນີນງານທີ່ປອດໄພ ໂດຍການກວດກາມັນຢ່າງລະອຽດເປັນແຕ່ລະໄລຍະສຳລັບຄວາມເສຍຫາຍ ແລະ ສືບ​ຕໍ່​ຮັດສິ່ງທີ່ຕິດມາໃຫ້ແໜ້ນທຸກຢ່າງ.

    • ປ່ຽນແທນສ່ວນປະກອບ ROPS ທີ່ເສຍຫາຍທັງໝົດ. ຢ່າສ້ອມແປງ ຫຼື ປ່ຽນແປງມັນ.

    ຄວາມປອດໄພໃນທາງຄ້ອຍຊັນ

    • ທາງຄ້ອຍຊັນແມ່ນປັດໃຈຕົ້ນ​ຕໍທີ່ກ່ຽວຂ້ອງກັບການສູນເສຍການຄວບຄຸມ ແລະ ອຸບັດຕິເຫດໃນ​ການ​ພິກ​ປີ້ນ, ເຊິ່ງອາດຈະເຮັດໃຫ້ມີການບາດເຈັບສາ​ຫັດ ຫຼື ເສຍຊີວິດໄດ້. ທ່ານມີໜ້າທີ່ຮັບຜິດຊອບໃນການປະຕິບັດງານໃນທາງຄ້ອຍຊັນທີ່ປອດໄພ. ການໃຊ້ເຄື່ອງຈັກຢູ່ເທິງທາງຄ້ອຍຊັນໃດກໍ່ຕາມແມ່ນຕ້ອງມີຄວາມລະມັດລະວັງເປັນພິເສດ.

    • ປະເມີນສະພາບຂອງສະຖານທີ່ເພື່ອກຳນົດວ່າທາງຄ້ອຍຊັນມີຄວາມປອດໄພຕໍ່ການດຳເນີນງານຂອງເຄື່ອງຈັກບໍ່, ລວມທັງການສຳຫຼວດເບິ່ງສະຖານທີ່. ໃຊ້​ສາ​ມາດ​ສຳ​ນຶກທົ່ວໄປ ແລະ ການຕັດສິນໃຈທີ່ດີ​ຢູ່​ສະ​ເໝີໃນເວລາທີ່ດຳເນີນການສຳຫຼວດເບິ່ງນີ້.

    • ກວດກາຄືນຄຳແນະນຳກ່ຽວກັບທາງຄ້ອຍຊັນທີ່ລະບຸໄວ້ຂ້າງລຸ່ມສຳລັບການປະຕິບັດງານຂອງເຄື່ອງຈັກຢູ່ເທິງທາງຄ້ອຍຊັນ. ກ່ອນທີ່ທ່ານຈະໃຊ້​ງານເຄື່ອງຈັກ, ກວດກາສະພາບຂອງສະຖານທີ່ເພື່ອກຳນົດວ່າທ່ານສາມາດໃຊ້ງານເຄື່ອງຈັກໄດ້ໃນເງື່ອນໄຂໃນມື້ນັ້ນ ແລະ ຢູ່ບ່ອນນັ້ນ. ການປ່ຽນແປງຂອງພູມສັນຖານສາມາດສົ່ງຜົນໃຫ້ມີການປ່ຽນແປງໃນການປະຕິບັດງານໃນທາງຄ້ອຍຊັນສຳລັບເຄື່ອງຈັກ.

      • ຫຼີກລ່ຽງການຕິດ​ຈັກ, ມອດ​ຈັກ ຫຼື ລ້ຽວເຄື່ອງຈັກຕາມທາງຄ້ອຍຊັນ. ຫຼີກລ່ຽງການປ່ຽນແປງຄວາມໄວ ຫຼື ທິດທາງຢ່າງກະທັນຫັນ. ໃຫ້ລ້ຽວຊ້າໆ ແລະ ຄ່ອຍໆ.

      • ຢ່າໃຊ້ງານເຄື່ອງຈັກພາຍໃຕ້ສະພາບການທີ່ການເຄື່ອນທີ່, ລ້ຽວ ຫຼື ມີ​ຄວາມ​ສົງ​ໄສ​ໃນ​ຄວາມ​ທ່ຽງ.

      • ກຳ​ຈັດ ຫຼື ໃສ່ເຄື່ອງໝາຍສິ່ງ​ກີດ​ຂວາງຕ່າງໆເຊັ່ນ: ຮ່ອງ, ຂຸມ, ຮອຍແຕກ, ກ້ອນຫີນ ຫຼື ອັນຕະລາຍອື່ນໆທີ່ເຊື່ອງໄວ້. ຫຍ້າທີ່ສູງສາມາດປິດ​ບັງສິ່ງກີດຂວາງຕ່າງໆໄດ້. ພູມສັນຖານທີ່ບໍ່ລຽບສາມາດເຮັດ​ໃຫ້ເຄື່ອງຈັກປີ້ນໄດ້.

      • ລະວັງວ່າການເຮັດວຽກຂອງເຄື່ອງຈັກໃນຫຍ້າທີ່ຊຸ່ມ, ຂ້າມທາງຄ້ອຍຊັນ ຫຼື ທາງລົງພູອາດຈະເຮັດໃຫ້ເຄື່ອງຈັກສູນເສຍການຄວບຄຸມ.

      • ໃຊ້ຄວາມລະມັດລະວັງທີ່ສຸດໃນເວລາທີ່ໃຊ້ງານເຄື່ອງຈັກຢູ່ໃກ້ຈຸດຕົກ, ຄອງນ້ຳ, ຄັນຄູ, ຄວາມອັນຕະລາຍທາງນໍ້າ ຫຼື ອັນຕະລາຍອື່ນໆ. ເຄື່ອງຈັກດັ່ງກ່າວສາມາດກິ້ງໄດ້ຢ່າງກະທັນຫັນ, ຖ້າຫາກວ່າລໍ້ແລ່ນຂ້າມຂອບ ຫຼື ຂອບຕົກ​ເຂົ້າໃນ. ສ້າງໃຫ້​ມີພື້ນທີ່ປອດໄພລະຫວ່າງເຄື່ອງຈັກ ແລະ ອັນຕະລາຍ.

      • ລະ​ບຸຄວາມອັນຕະລາຍຢູ່ທີ່ຖານຂອງທາງຄ້ອຍຊັນ. ຖ້າວ່າມີອັນຕະລາຍ, ໃຫ້ຕັດຫຍ້າຢູ່ທາງຄ້ອຍຊັນດ້ວຍເຄື່ອງຈັກ​ທີ່​ໃຊ້ຄົນຍ່າງຄວບ​ຄຸມ.

      • ຖ້າເປັນໄປໄດ້, ໃຫ້ປ່ອຍໜ່ວຍຕັດຕ່ຳລົງຢູ່ພື້ນດິນໃນຂະນະທີ່ປະຕິບັດຢູ່ຕາມທາງຄ້ອຍຊັນ. ການຍົກຫນ່ວຍຕັດຂຶ້ນໃນຂະນະທີ່ປະຕິບັດງານຕາມທາງຄ້ອຍຊັນສາມາດເຮັດໃຫ້ເຄື່ອງຈັກບໍ່ສະຖຽນ.

    ການຕິດຈັກ.

    Important: ທ່ານ​ຕ້ອງ​ໄລ່​ລົມ​ລະ​ບົບ​ເຊື້ອ​ເພີງ​ກ່ອນ​ຕິດ​ຈັກ, ຖ້າ​ຫາກ​ທ່ານ​ຕິດ​ຈັກ​ເປັນ​ຄັ້ງ​ທຳ​ອິດ, ເຄື່ອງ​ຈັກ​ມອດ​ເນື່ອງ​ຈາກບໍ່​ມີນ້ຳ​ມັນ ຫຼື ທ່ານໄດ້​ເຮັດ​ການບຳ​ລຸງ​ຮັກ​ສາ​ໃນ​ລະ​ບົບ​ເຊື້ອ​ເພີງ; ໃຫ້​ເບິ່ງ​ເບິ່ງ ການລະບາຍລະບົບນໍ້າມັນເຊື້ອໄຟ.

    1. ນັ່ງ​ຢູ່​ບ່ອນ​ນັ່ງ, ຮັກ​ສາ​ຕີນ​ໃຫ້ອອກ​ຈາກ​ແປ້ນ​ຄັນ​ເລັ່ງ​ເພື່ອ​ໃຫ້​ມັນ​ຢູ່​ໃນຕຳ​ແໜ່ງ ​ເກຍວ່າງ, ໃສ່​ເບ​ຣກ​ມື, ຕັ້ງ​ສະ​ວິດ​ຄວາມ​ໄວ​ຂອງ​ເຄື່ອງ​ຈັກ​ໄປ​ທີ່​ຕຳ​ແໜ່ງ ໄວ ແລະ ເຮັດ​ໃຫ້​ແນ່​ໃຈ​ວ່າສະ​ວິດ​ເປີດ/ປິດໃຊ້​ງານ​ແມ່ນ​ຢູ່​ໃນ​ຕຳ​ແໜ່ງ ປິດ​ໃຊ້​ງານ.

    2. ບິດ​ກະ​ແຈໄປທີ່ຕຳແໜ່ງເປີດ/ອຸ່ນເຄື່ອງ .

      ເຄື່ອງຈັບເວລາອັດຕະໂນມັດຄວບຄຸມຫົວ​ທຽນອຸ່ນເຄື່ອງເປັນເວລາ 6 ວິນາທີ.

    3. ຫຼັງຈາກການອຸ່ນຫົວ​ທຽນ, ໃຫ້ກົດປຸ່ມໄປທີ່ຕໍາແໜ່ງ ຕິດ​ຈັກ.

      ແກ່ວງຈັກບໍ່ເກີນ 15 ວິນາທີ. ປ່ອຍ​ກະແຈເມື່ອເຄື່ອງຈັກຕິດແລ້ວ. ຖ້າຈຳເປັນຕ້ອງອຸ່ນເຄື່ງເພີ່ມເຕີມ, ໃຫ້ບິດ​ກະແຈໄປທີ່ຕຳແໜ່ງປິດ ແລະ ຈາກນັ້ນໄປທີ່ຕຳແໜ່ງເປີດ/ອຸ່ນເຄື່ອງ . ເຮັດຊ້ຳຄືນຂະບວນການນີ້ຕາມຄວາມຕ້ອງການ.

    4. ແລ່ນເຄື່ອງຈັກດ້ວຍຄວາມ​ໄວ​ກາ​ລັງ​ຕີຈົນກວ່າມັນຈະອຸ່ນ.

    ມອດເຄື່ອງຈັກ

    1. ຍ້າຍ​ຕົວ​ຄວບຄຸມ​ທັງ​ໝົດ​ໄປ ເກຍ​ຫ​ວ່າງ, ໃສ່​ເບ​ຣກ​ມື,ຍ້າຍຄັນ​ເລັ່ງ​ໄປ​ທີ່ຕຳ​ແໜ່ງ ຮອບ​ເດີນ​ຕ່ຳ ແລະ ປ່ອຍ​ໃຫ້​ເຄື່ອງ​ຈັກໄປ​ຮອດ​ຄວາມ​ໄວ​ຮອບ​ເດີນ​ຕ່ຳ.

      Important: ປ່ອຍໃຫ້ເຄື່ອງຈັກເຮັດວຽກເປັນເວລາ 5 ນາທີ ກ່ອນທີ່ຈະມອດ​ມັນຫຼັງຈາກທີ່ໃຊ້ງານໄດ້ເຕັມທີ່. ຄວາມບໍ່​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ຕາມ​ອາດ​ຈະ​ກໍ່​ໃຫ້​ເກີດ​ບັນ​ຫາ​ໃນ​ເຄື່ອງ​ຈັກ​ສາກ​ເທີ​ໂບ.

    2. ບິດ​ກະ​ແຈໄປທີ່ຕຳແໜ່ງປິດ ແລະ ຖອດມັນອອກຈາກສະວິດ.

    ການຕັ້ງຄ່າຄວາມໄວວົງກຽວ

    ເພື່ອບັນລຸການຕັດທີ່ມີຄຸນນະພາບສູງ, ຕໍ່​ເນື່ອງ ແລະ ຄວາມສະ​ໝ່ຳ​ສະ​ເໝີຫຼັງຈາກ​ລັກ​ສະ​ນະ​ການ​ຕັດ, ມັນ​ສຳ​ຄັນຫຼາຍ​ທີ່​ທ່ານ​ຕ້ອງ​ຕັ້ງ​ຄ່າ​ຄວາມ​ໄວ​ຂອງ​ກຽວຢ່າງ​ຖືກ​ຕ້ອງ. ປັບຄວາມໄວກຽວໄດ້ດັ່ງຕໍ່ໄປນີ້:

    1. ໃສ່​ຈຳ​ນວນ​ໃບ​ມີດ, ຄວາມ​ໄວ​ຂອງ​ການ​ຕັດ​ຫຍ້າ ແລະ ຄວາມ​ສູງ​ຂອງ​ການ​ຕັດ​ຢູ່​ໃຕ້​ເມ​ນູ​ການ​ຕັ້ງ​ຄ່າຢູ່ໃນ InfoCenter ເພື່ອ​ຄຳນວນ​ຄວາມ​ໄວ​ກຽວ​ທີ່​ຖືກ​ຕ້ອງ.

    2. ຖ້າຈຳ​ເປັນຕ້ອງມີການປັບເພີ່ມເຕີມ, ຢູ່ໃນເມນູການຕັ້ງຄ່າ, ເລື່ອນລົງໄປທີ່ F Reel RPM, R Reel RPM ຫຼື ທັງສອງຢ່າງ.

    3. ກົດປຸ່ມຂວາເພື່ອປ່ຽນຄ່າຄວາມໄວກຽວ. ເນື່ອງຈາກວ່າ​ການ​ຕັ້ງ​ຄ່າ​ຄວາມ​ໄວ​ໄດ້​ປ່ຽນ​ແປງ, ຈໍ​ສະ​ແດງຜົນ​ສືບ​ຕໍ່ສະ​ແດງ​ຄວາມ​ໄວ​ກຽວ​ທີ່​ໄດ້​ຮັບ​ການ​ຄຳ​ນວນ​ໂດຍ​ອີງ​ໃສ່​ຈຳ​ນວນ​ໃບ​ມີດ, ຄວາມ​ໄວ​ຂອງ​ການ​ຕັດ​ຫຍ້າ ແລະ ຄວາມ​ສູງ​ຂອງ​ການ​ຕັດເຊິ່ງ​ໄດ້​ໃສ່​ຂໍ້​ມູນ​ກ່ອນ​ໜ້ານີ້, ແຕ່​ຄ່າ​ໃໝ່​ກໍຖືກ​ສະ​ແດງ​ຜົນ​ຄື​ກັນ.

      Note: ຄວາມໄວກຽວອາດຈະຕ້ອງໄດ້ຮັບການເພີ່ມຂຶ້ນ ຫຼື ຫຼຸດລົງເພື່ອຊົດເຊີຍເງື່ອນໄຂທີ່ແຕກຕ່າງກັນຂອງສະໜາມຫຍ້າ.

    g031995
    g031996

    ການປັບຄວາມສົມດຸນຂອງແຂນຍົກ

    ທ່ານສາມາດປັບຄວາມສົມດຸນໃນແຂນຍົກໜ່ວຍຕັດເບື້ອງຫລັງເພື່ອຊົດເຊີຍເງື່ອນໄຂທີ່ແຕກຕ່າງກັນ ແລະ ສາມາດຮັກສາລະດັບຄວາມສູງທີ່ເປັນເອກະພາບຂອງການຕັດຫຍ້າຢູ່ໃນສະພາບທີ່ຫຍຸ້ງຍາກ ຫຼື ໃນພື້ນທີ່ຂອງການມີ​ຫຍ້າ​ຫຍາບ.

    ທ່ານສາມາດປັບຄວາມສົມດຸນແຕ່ລະສະປິງໃຫ້ເປັນ 1 ໃນ 4 ການຕັ້ງຄ່າ. ແຕ່ລະຕົວເພີ່ມຂຶ້ນ ຫຼື ຫຼຸດລົງໃນປັບຄວາມສົມດຸນຕໍ່ໜ່ວຍຕັດໂດຍ 2.3 ກິໂລ (5 ປອນ). ທ່ານສາມາດຕັ້ງຕຳແໜ່ງສະປິງທາງດ້ານຫຼັງຂອງຕົວກະຕຸ້ນສະປິງທຳອິດເພື່ອກຳຈັດຄວາມສົມດຸນທັງໝົດ (ຕຳແໜ່ງທີ່ສີ່).

    1. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ໃສ່​ເບ​ຣກມື, ມອດຈັກ ແລະ ຖອດກະແຈອອກ.

    2. ໃສ່ທໍ່ ຫຼື ວັດຖຸທີ່ຄ້າຍຄືກັນໃສ່ປາຍສຸດສະປິງຍາວ ແລະ ເອົາມັນອ້ອມຮອບສະປິງໄປຫາຕຳແໜ່ງທີ່ຕ້ອງການ (ຮູບສະແດງ 34).

      ຂໍ້ຄວນລະວັງ

      ສະ​ປິງແມ່ນຢູ່ພາຍໃຕ້ແຮງດຶງ ແລະ ສາມາດເຮັດໃຫ້ເກີດການບາດເຈັບສ່ວນຕົວ.

      ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ໃນ​ເວ​ລາ​ທີ່​ປັບສະປິງ.

      g019276
    3. ເຮັດຊ້ໍາຂັ້ນຕອນໃນສະປິງອື່ນໆ.

    ການປັບຕໍາແໜ່ງການໝູນແຂນຍົກ

    1. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ໃສ່​ເບ​ຣກມື, ມອດຈັກ ແລະ ຖອດກະແຈອອກ.

    2. ສະວິດແຂນຍົກແມ່ນຕັ້ງຢູ່ດ້ານລຸ່ມຂອງຖັງໄຮໂດຼລິກຢູ່ດ້ານຫຼັງທາງໜ້າ, ແຂນຍົກຂວາ (ຮູບສະແດງ 35).

    3. ມາຍ​ນັອດ​ຍຶດ​ສະ​ວິດ ແລະ ຍ້າຍ​ສະ​ວິດ​ລົງ​ເພື່ອ​ເພີ່ມ​ຄວາມ​ສູງ​ການ​ໝູນ​ແຂນ​ຍົກ ຫຼື ຍ້າຍ​ສະ​ວິດ​ຂຶ້ນ​ເທິງ​ເພື່ອຫຼຸດ​ຜ່ອນ​ຄວາມ​ສູງ​ການ​ໝູນ​ແຂນ​ຍົກ (ຮູບສະແດງ 35).

      g012154
    4. ຫັນນັອດຕິດໃຫ້ແໜ້ນ.

    ການເຂົ້າໃຈກ່ຽວກັບໄຟວິນິດໄສ

    ເຄື່ອງຈັກດັ່ງກ່າວມີໄຟວິ​ນິດ​ໄສ, ເຊິ່ງບົ່ງບອກວ່າເຄື່ອງ​ຈັກຮູ້​ສຶກ​ໄດ້​ເຖິງຄວາມຜິດປົກກະຕິຫຼືບໍ່. ໄຟວິນິດໄສຕັ້ງຢູ່ເທິງ InfoCenter, ຢູ່ເໜືອຈໍສະແດງຜົນ (ຮູບສະແດງ 36). ໃນ​ເວ​ລາ​ທີ່​ເຄື່ອງ​ຈັກ​ກຳ​ລັງ​ເຮັດ​ວຽກ​ຢ່າງ​ຖືກ​ຕ້ອງ ແລະ ສະ​ວິດ​ກະ​ແຈ​ຖືກ​ຍ້າຍ​ໄປ​ຢູ່​ຕຳ​ແໜ່ງ ເປີດ/ໃຊ້​ງານ , ດອກ​ໄຟວິ​ນິດ​ໄສ​ຮຸ່ງຂຶ້ນ​ບຶດ​ໜຶ່ງ​ເພື່ອ​ສະ​ແດງວ່າ​ດອກ​ໄຟ​ເຮັດ​ວຽກ​ຢ່າງ​ຖືກ​ຕ້ອງ. ໃນ​ເວ​ລາ​ທີ່​ຂໍ້​ຄວາມ​ແນະ​ນຳ​ກ່ຽວ​ກັບ​ເຄື່ອງ​ຈັກ​ປາ​ກົດ​ຂຶ້ນ, ດອກ​ໄຟ​ຈະ​ຮຸ່ງໃນ​ເວ​ລາ​ທີ່​ຂໍ້​ຄວາມ​ປາ​ກົດ​ຂຶ້ນ. ໃນ​ເວ​ລາ​ທີ່​ຂໍ້​ຄວາມກ່ຽວ​ກັບຄວາມ​ຜິດ​ພາດປາ​ກົດ​ຂຶ້ນ, ດອກ​ໄຟ​ຈະ​ຮຸ່ງສະຫຼົວ​ຈົນ​ກວ່າ​ຈະ​ໄດ້​ຮັບ​ການ​ແກ້​ໄຂ.

    g021272

    ການກວດເບິ່ງສະວິດອິນ​ເຕີ​ລັອກ (Interlock)

    ຈຸດປະສົງຂອງສະວິດອິນ​ເຕີ​ລັອກແມ່ນເພື່ອປ້ອງກັນບໍ່ໃຫ້ເຄື່ອງຈັກແກວ່ງ ຫຼື ຕິດ​ຈັກ, ເວັ້ນເສຍແຕ່ວ່າແປ້ນຂັບເຄື່ອນຢູ່ໃນຕຳແໜ່ງເກຍຫວ່າງ, ຕົວເປີດ/ປິດໃຊ້ງານແມ່ນຢູ່ໃນຕຳແໜ່ງ ປິດໃຊ້ງານ ແລະ ການຄວບຄຸມການຕັດຫຍ້າປ່ອຍຕ່ຳລົງ/ຍົກຂຶ້ນແມ່ນຢູ່ໃນຕຳແໜ່ງເກຍຫວ່າງ. ນອກ​ຈາກ​ນັ້ນ, ເຄື່ອງຈັກຄວນ​ຈະຢຸດໃນ​ເວ​ລາ​ທີ່ທ່ານກົດແປ້ນຂັບເຄື່ອນທີ່ໃນຂະ​ນະ​ທີ່​ທ່ານ​ບໍ່​ໄດ້​ນັ່ງ​ຢູ່ບ່ອນ​ນັ່ງ ຫຼື ຖ້າ​ຫາກ​ໄດ້​ໃສ່​ເບ​ຣກ​ມື​ໄວ້.

    ຂໍ້ຄວນລະວັງ

    ຖ້າຫາກວ່າສະວິດລັອກເຊື່ອມຕໍ່ຄວາມປອດໄພຖືກຕັດຂາດ ຫຼື ເສຍຫາຍ, ເຄື່ອງສາມາດປະຕິບັດງານໂດຍບໍ່ຄາດຝັນເຊິ່ງກໍ່ໃຫ້ເກີດການບາດເຈັບຕໍ່ບຸກຄົນໄດ້.

    • ຢ່າປະໝາດກັບປຸ່ມອິນເຕີລັອກ.

    • ກວດສອບການປະຕິບັດງານຂອງສະວິດອິນເຕີລັອກທຸກໆມື້ ແລະ ປ່ຽນແທນສະວິດທີ່ເສຍຫາຍກ່ອນທີ່ຈະໃຊ້ງານເຄື່ອງຈັກ.

    ການກວດສອບການເຮັດ​ວຽກ​ຂອງສະວິດອິນເຕີລັອກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດສອບການເຮັດວຽກຂອງສະວິດອິນເຕີລັອກ.
    1. ຈອດເຄື່ອງຈັກຢູ່ໃນພື້ນ​ພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ມອດຈັກ, ໃສ່​ເບ​ຣກມື ແລະ ຖອດກະແຈ.

    2. ບິດ​ກະແຈໄປທີ່ຕໍາແໜ່ງເປີດ, ແຕ່ຢ່າຕິດຈັກ.

    3. ຊອກຫາຕຳແໜ່ງການທຳງານສະວິດທີ່ເໝາະສົມໃນເມນູການວິນິດໄສໃນ InfoCenter.

    4. ປ່ຽນ​ສະ​ວິດ​ແຕ່​ລະ​ອັນ​ຈາກ​ເປີດ​ເປັນ​ປິດແບບ​ແຍກກັນ (ຕົວ​ຢ່າງ: ນັ່ງ​ຢູ່​ໃນ​ຕັ່ງ​ນັ່ງ, ຢຽບ​ຄັນ​ເລັ່ງ ແລະ ອື່ນໆ) ແລະ ຈື່​ໄວ້​ວ່າສະ​ຖາ​ນະ​ທີ່​ເໝາະ​ສົມ​ຂອງ​ສະ​ວິດ​ຈະ​ປ່ຽນ​ໄປ.

      Note: ເຮັດຊ້ຳອີກຄັ້ງສຳລັບສະວິດທັງໝົດທີ່ທ່ານສາມາດປ່ຽນໄດ້ດ້ວຍມື.

    5. ຖ້າສະວິດປິດ ແລະ ຕົວຊີ້ບອກທີ່ເໝາະສົມບໍ່ປ່ຽນແປງ, ໃຫ້ກວດເບິ່ງທຸກໆສາຍໄຟ ແລະ ການເຊື່ອມຕໍ່ກັບສະວິດ ແລະ/ຫຼື ກວດເບິ່ງສະວິດດ້ວຍເຄື່ອງວັດແທກ​ໂອມ.

      Note: ປ່ຽນສະວິດທີ່ຜິດປົກກະຕິ ແລະ ສ້ອມແປງສາຍໄຟທີ່ຜິດ​ປົກ​ກະ​ຕິ.

    Note: ຈໍສະແດງຂໍ້ມູນ InfoCenter ຍັງມີຄວາມສາມາດໃນການກວດສອບວ່າກໍ້ຂົດ​ລວດ​ສົ່ງ​ຜົນອອກ ຫຼື ການ​ຖ່າຍ​ທອດ​ເປີດ​ແລ້ວ. ນີ້ແມ່ນວິທີທີ່ວ່ອງໄວໃນການກຳນົດວ່າຄວາມ​ຜິດ​ປົກ​ກະ​ຕິ​ຂອງເຄື່ອງຈັກມາ​ຈາກໄຟຟ້າ ຫຼື ໄຮໂດຼລິກບໍ່.

    ຄຳແນະນຳໃນການປະຕິບັດງານ

    ການ​ທຳ​ຄວາມຄຸ້ນເຄີຍກັບເຄື່ອງຈັກ

    ກ່ອນທີ່ຈະຕັດຫຍ້າ, ຝຶກ​ຊ້ອມ​ການ​ນຳ​ໃຊ້ເຄື່ອງຈັກໃນບ່ອນເປີດ. ຕິດ​ຈັກ ແລະ ມອດຈັກ. ດຳເນີນງານໄປໜ້າ ແລະ ຖອຍຫຼັງ. ປ່ອຍໜ່ວຍ​ຕັດຕ່ໍາລົງ ແລະ ຍົກຫນ່ວຍຕັດຂຶ້ນ ແລະ ໃສ່ ແລະ ຖອດກຽວ. ເມື່ອທ່ານຮູ້ສຶກຄຸ້ນເຄີຍກັບເຄື່ອງຈັກ, ຝຶກຊ້ອມການຂຶ້ນ ແລະ ລົງທາງຄ້ອຍຊັນດ້ວຍຄວາມໄວທີ່ແຕກຕ່າງກັນ.

    ການເຂົ້າໃຈລະບົບເຕືອນໄພ

    ຖ້າໄຟສັນຍານເຕືອນເກີດຂຶ້ນໃນລະຫວ່າງການປະຕິບັດງານ, ໃຫ້ມອດເຄື່ອງທັນທີ ແລະ ແກ້ໄຂບັນຫາກ່ອນທີ່ຈະດຳເນີນການຕໍ່ໄປ. ຄວາມເສຍຫາຍຮ້າຍແຮງອາດຈະເກີດຂຶ້ນ, ຖ້າທ່ານໃຊ້​ງານເຄື່ອງຈັກທີ່ມີຄວາມຜິດປົກກະຕິ.

    ການຕັດຫຍ້າ

    ຕິດຈັກ ແລະ ຍ້າຍສະ​ວິດຄວາມ​ໄວ​ເຄື່ອງ​ຈັກໄປທີ່ຕຳແໜ່ງໄວ. ຍ້າຍສະວິດເປີດ/ປິດໃຊ້ງານໄປທີ່ຕຳແໜ່ງເປີດໃຊ້ງານ ແລະ ໃຊ້ຄັນຍົກ/ປ່ອຍຕ່ຳລົງເພື່ອຄວບຄຸມໜ່ວຍຕັດ (ໜ່ວຍຕັດດ້ານໜ້າແມ່ນຕັ້ງໃຫ້ຕ່ຳກວ່າໜ່ວຍຕັດທາງຫຼັງ). ເພື່ອເຄື່ອນໄປຂ້າງໜ້າ ແລະ ຕັດຫຍ້າ, ໃຫ້ກົດແປ້ນຂັບເຄື່ອນໄປຂ້າງຫນ້າ.

    ການຂົນສົ່ງເຄື່ອງຈັກ

    ຍ້າຍສະວິດເປີດໃຊ້ງານ/ປິດໃຊ້ງານໄປທີ່ຕຳແໜ່ງປິດໃຊ້ງານ ແລະ ຍົກໜ່ວຍຕັດໄປທີ່ຕຳແໜ່ງຂົນສົ່ງ. ຍ້າຍຄັນຕັດຫຍ້າ/ຂົນສົ່ງໄປທີ່ຕຳແໜ່ງຂົນສົ່ງ. ລະມັດລະວັງໃນເວລາຂັບຂີ່ລະຫວ່າງວັດຖຸຕ່າງໆເພື່ອວ່າທ່ານຈະບໍ່ເຮັດ​ໃຫ້ເຄື່ອງຈັກ ຫຼື ໜ່ວຍຕັດຕ່າງໆໄດ້​ຮັບ​ຄວາມ​ເສຍ​ຫາຍໂດຍ​ບັງ​ເອີນ. ໃຊ້ການດູແລພິເສດເມື່ອໃຊ້​ງານເຄື່ອງຈັກຢູ່ຕາມທາງຄ້ອຍຊັນ. ຂັບລົດຊ້າໆ ແລະ ຫຼີກລ່ຽງການລ້ຽວທີ່ກະທັນຫັນໄປຕາມທາງຄ້ອຍຊັນເພື່ອປ້ອງກັນບໍ່ໃຫ້ປີ້ນ. ປ່ອຍໜ່ວຍຕັດຕ່ຳລົງເວລາທີ່ລົງຄ້ອຍເພື່ອຄວບຄຸມພວງມະໄລ.

    ຫຼັງຈາກການປະຕິບັດງານ

    ຄວາມປອດໄພຫຼັງຈາກການປະຕິບັດງານ

    ຄວາມປອດໄພທົ່ວໄປ

    • ມອດຈັກ, ຖອດກະແຈ ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ອານາໄມຫຍ້າ ແລະ ສິ່ງເສດເຫຼືອຈາກໜ່ວຍຕັດ, ລໍ້, ທໍ່ໄອເສຍ, ແຜງເຮັດຄວາມເຢັນ ແລະ ເຄື່ອງຈັກໃນສ່ວນຕ່າງໆເພື່ອຊ່ວຍປ້ອງກັນໄຟໄໝ້. ອະ​ນາ​ໄມນໍ້າມັນເຄື່ອງ ຫຼື ນໍ້າມັນເຊື້ອໄຟທີ່ກະເດັນອອກ.

    • ຢຸດການຂັບເຂົ້າໄປຫາ​ອັນ​ທີ່​ຕິດມາທຸກຄັ້ງທີ່ທ່ານກຳລັງລາກ ຫຼື ບໍ່ໃຊ້ເຄື່ອງຈັກ.

    • ຮັກສາ ແລະ ອະນາໄມເຂັມຂັດນີລະໄພຕາມທີ່ຈຳເປັນ.

    • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເທິງເຄື່ອງໃຊ້ອື່ນໆ.

    ການຍູ້ ຫຼື ການ​ດຶງລາກເຄື່ອງຈັກ

    ໃນກໍລະນີສຸກເສີນ, ທ່ານສາມາດຍ້າຍເຄື່ອງຈັກໄດ້ໂດຍການກະ​ຕຸ້ນວາວທາງຜ່ານທາງຂວາງຢູ່ໃນປ້ຳໄຮໂດຼລິກແບບແປຜັນ ແລະ ຍູ້ ຫຼື ດຶງລາກເຄື່ອງຈັກ.

    Important: ຢ່າຍູ້ ຫຼື ດຶງລາກເຄື່ອງຈັກໄວກວ່າ 3 ຫາ 4.8 ກມ/ຊມ (2 ຫາ 3 ໄມຕໍ່ຊົ່ວໂມງ) ເພາະວ່າຄວາມເສຍຫາຍຂອງລະບົບເກຍພາຍໃນອາດຈະເກີດຂຶ້ນ. ວາວທາງຜ່ານຕ້ອງຖືກເປີດທຸກຄັ້ງທີ່ທ່ານຍູ້ ຫຼື ດຶງລາກເຄື່ອງຈັກ.

    1. ໝູນນັອດວາວທາງຜ່ານ 1-½ ເພື່ອເປີດ ແລະ ປ່ອຍນ້ຳມັນຜ່ານທາງໃນ (ຮູບສະແດງ 37).

      Note: ວາວທາງຜ່ານແມ່ນຕັ້ງຢູ່ເບື້ອງຊ້າຍຂອງໄຮໂດຼສເຕັດ (hydrostat). ໂດຍການຂ້າມຜ່ານຂອງນ້ຳ, ທ່ານສາມາດຍ້າຍເຄື່ອງຈັກໄດ້ຊ້າໆໂດຍບໍ່ທຳລາຍລະບົບເກຍ.

      g003995
    2. ປິດວາວທາງຜ່ານກ່ອນທີ່ຈະຕິດຈັກ. ເຖິງຢ່າງໃດກໍ່ຕາມ, ຢ່າໃຫ້ແຮງບິດເກີນ 7 ຫາ 11 Nm (5 ເຖິງ 8 ft-lb) ເພື່ອປິດວາວ.

      Important: ການແລ່ນເຄື່ອງຈັກດ້ວຍວາວທາງຜ່ານເຮັດໃຫ້ລະບົບເກຍເກີດຄວາມຮ້ອນຫຼາຍເກີນໄປ.

    ການກຳນົດຈຸດຈຸກມັດ

    • ດ້ານໜ້າ—ຮູໃນແຜ່ນສີ່ຫລ່ຽມມຸມສາກ, ພາຍໃຕ້ທໍ່ແກນ, ພາຍໃນແຕ່ລະຢາງທາງໜ້າ (ຮູບສະແດງ 38)

      g031851
    • ດ້ານຫລັງ—ແຕ່ລະດ້ານຂອງເຄື່ອງຈັກຢູ່ກອ​ບດ້ານຫລັງ (ຮູບສະແດງ 39)

      g027077

    ຈຸດ​ຂຶ້ນ​ແມ່​ແຮງ

    Note: ໃຊ້ກະລິກເພື່ອຮອງຮັບເຄື່ອງຈັກເມື່ອຕ້ອງການ.

    • ດ້ານໜ້າ—ແຜ່ນສີ່ຫລ່ຽມທາງຂວາງ, ພາຍໃຕ້ທໍ່ແກນ, ພາຍໃນແຕ່ລະຢາງທາງໜ້າ (ຮູບສະແດງ 40).

      g031850
    • ດ້ານຫລັງ—ທໍ່ແກນຮູບສີ່ຫລ່ຽມຢູ່ທາງຫລັງຂອງແກນ.

    ການຂົນເຄື່ອງຈັກ

    • ໃຊ້ທາງລາດເຕັມຄວາມກ້ວາງສຳລັບການໂຫຼດເຄື່ອງຈັກໃສ່ລົດພ່ວງ ຫຼື ລົດບັນທຸກ.

    • ມັດເຄື່ອງຈັກໃຫ້​ຮັບ​ປະ​ກັນ.

    ການບຳລຸງຮັກສາ

    Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

    ຄວາມປອດໄພໃນການບຳລຸງຮັກສາ

    • ກ່ອນທີ່ຈະດັດປັບ, ທຳຄວາມສະອາດ, ບຳ​ລຸງ​ຮັກ​ສາ ຫຼື ອອກຈາກເຄື່ອງ, ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນ​ຜິວ​ພຽງ​ໄດ້​ລະ​ດັບ.

      • ຍ້າຍປຸ່ມຄັນ​ເລັ່ງໄປທີ່ຕຳແໜ່ງເກຍຕ່ຳ.

      • ປິດໃຊ້ໜ່ວຍຕັດ.

      • ປ່ອຍໜ່ວຍຕັດຕ່ຳລົງ.

      • ຮັບປະກັນວ່າການຂັບເຄື່ອນຢູ່ໃນເກຍຫວ່າງ.

      • ໃສ່​ເບ​ຣກມື.

      • ມອດຈັກ ແລະ ຖອດກະແຈ.

      • ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

      • ປ່ອຍໃຫ້ອົງປະກອບຂອງເຄື່ອງຈັກເຢັນກ່ອນປະຕິບັດການບຳລຸງຮັກສາ.

    • ຖ້າເປັນໄປໄດ້, ຢ່າດຳ​ເນີນການບຳລຸງຮັກສາໃນຂະນະທີ່ເຄື່ອງຈັກກຳລັງແລ່ນຢູ່. ຢູ່ຫ່າງຈາກຊິ້ນສ່ວນເຄື່ອນໄຫວ.

    • ໃຊ້ກະລິກເພື່ອຮອງຮັບເຄື່ອງຈັກ ຫຼື ສ່ວນປະກອບຕ່າງໆເມື່ອຈຳເປັນ.

    • ປ່ອຍຄວາມດັນຢ່າງລະມັດລະວັງຈາກສ່ວນປະກອບທີ່ມີພະລັງງານເກັບໄວ້.

    • ຮັກສາອາໄຫຼ່ທຸກອັນຂອງເຄື່ອງຈັກໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ຫັນສ່ວນ​ປະ​ກອບຕ່າງໆໃຫ້ແໜ້ນ.

    • ປ່ຽນສະຕິກເກີທີ່ຫ້ຽນ ຫຼື ເສຍຫາຍທັງໝົດ.

    • ເພື່ອຮັບປະກັນຄວາມປອດໄພ, ປະສິດທິພາບທີ່ດີທີ່ສຸດຂອງເຄື່ອງຈັກ, ໃຊ້ພຽງແຕ່ອາໄຫຼ່ຂອງແທ້ຂອງ Toro ເທົ່າ​ນັ້ນ. ການປ່ຽນອາໄຫຼ່ທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ ແລະ ການນຳໃຊ້ດັ່ງກ່າວສາມາດເຮັດ​ໃຫ້ການຮັບປະກັນສິນຄ້າເປັນ​ໂມ​ຄະ.

    ຕາຕະລາງການບຳລຸງຮັກສາທີ່ແນະນຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫຼັງຈາກຊົ່ວໂມງທຳອິດ
  • ບິດແຮງບິດນັອດລໍ້ໃຫ້​ໄດ້ 94 ຫາ 122 N∙m (70 ເຖິງ 90 ft-lb).
  • ຫລັງຈາກ 8 ຊົ່ວໂມງທໍາອິດ
  • ກວດເບິ່ງສະພາບ ແລະ ຄວາມເຄັ່ງຂອງສາຍພານໄດປັ່ນໄຟ.
  • ຫລັງຈາກ 10 ຊົ່ວໂມງທໍາອິດ
  • ບິດແຮງບິດນັອດລໍ້ໃຫ້​ໄດ້ 94 ຫາ 122 N∙m (70 ເຖິງ 90 ft-lb).
  • ຫລັງຈາກ 50 ຊົ່ວໂມງທໍາອິດ
  • ປ່ຽນນ້ຳມັນເຄື່ອງ ແລະ ໝໍ້ກອງ.
  • ກວດເບິ່ງຄວາມໄວຂອງເຄື່ອງຈັກ (ບໍ່ເຮັດວຽກ ແລະ ເລັ່ງເຕັມທີ່).
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດກາເຂັມຂັດນີລະໄພວ່າຫ້ຽນ, ຂາດ ແລະ ມີຄວາມເສຍຫາຍອື່ນໆ. ປ່ຽນເຂັມຂັດນີລະໄພ, ຖ້າສ່ວນປະກອບໃດໜຶ່ງບໍ່ເຮັດວຽກຢ່າງຖືກຕ້ອງ.
  • ກວດສອບການເຮັດວຽກຂອງສະວິດອິນເຕີລັອກ.
  • ກວດເບິ່ງລະດັບນໍ້າມັນເຄື່ອງ.
  • ລະ​ບາຍ​ນ້ຳ ຫຼື ສິ່ງ​ປົນ​ເປື້ອນ​ຈາກໝໍ້​ແຍກ​ນ້ຳ.
  • ກວດເບິ່ງຄວາມດັນຂອງຢາງລົດ.
  • ກວດເບິ່ງລະບົບທຳຄວາມເຢັນ.
  • ກຳຈັດສິ່ງເສດເຫຼືອອອກຈາກຕາ​ນ່າງກອງແຍກ, ເຄື່ອງ​ທຳ​ຄວາມ​ເຢັນ​ນ້ຳ​ມັນ​ເຄື່ອງ ແລະ ໝໍ້ນ້ຳ.(ໃນສະພາບການປະຕິບັດການທີ່ເປື້ອນແມ່ນ​ໃຫ້​ຕື່ມ​ໃສ່​ເລື້ອຍໆ).
  • ກວດເບິ່ງສາຍ ແລະ ທໍ່ໄຮໂດຼລິກ.
  • ກວດເບິ່ງລະດັບຂອງນ້ຳໄຮມັນໂດຼລິກ.
  • ການກວດເບິ່ງການສຳຜັດຂອງແຜ່ນມີດກັບກຽວ.
  • ທຸກໆ 50 ຊົ່ວໂມງ
  • ໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່(ແລະ ທັນທີຫຼັງຈາກລ້າງທຸກໆຄັ້ງ).
  • ອະ​ນາ​ໄມ​ແບັດ​ເຕີ​ຣີ ແລະ ກວດ​ເບິ່ງ​ສະ​ພາບ​ຂອງ​ມັນ (ຫຼື ເປັນ​ລາຍ​ອາ​ທິດ, ອັນ​ໃດ​ກໍ່​ຕາມ​ທີ່​ມາ​ກ່ອນ).
  • ກວດ​ເບິ່ງ​ການ​ເຊື່ອມ​ຕໍ່​ຂອງ​ສາຍ​ແບັດ​ເຕີ​ຣີ.
  • ທຸກໆ 100 ຊົ່ວໂມງ
  • ກວດກາເບິ່ງທໍ່ລະບົບທຳຄວາມເຢັນ.
  • ກວດເບິ່ງສະພາບ ແລະ ຄວາມເຄັ່ງຂອງສາຍພານໄດປັ່ນໄຟ.
  • ທຸກໆ 150 ຊົ່ວໂມງ
  • ປ່ຽນນ້ຳມັນເຄື່ອງ ແລະ ໝໍ້ກອງ.
  • ທຸກໆ 200 ຊົ່ວໂມງ
  • ລະບາຍຄວາມຊຸ່ມຈາກຖັງນໍ້າມັນເຊື້ອໄຟ ແລະ ນ້ຳມັນໄຮໂດຼລິກ.
  • ທຸກໆ 250 ຊົ່ວໂມງ
  • ບິດແຮງບິດນັອດລໍ້ໃຫ້​ໄດ້ 94 ຫາ 122 N∙m (70 ເຖິງ 90 ft-lb).
  • ທຸກໆ 400 ຊົ່ວໂມງ
  • ບຳ​ລຸງ​ຮັກ​ສາເຕົ້າກອງອາກາດ.ບຳ​ລຸງ​ຮັກ​ສາເຕົ້າກອງອາກາດໃຫ້​ໄວ​ຂຶ້ນ, ຖ້າ​ຫາກ​ຕົວ​ສະ​ແດງ​ການ​ບຳ​ລຸງ​ຮັກ​ສາ​ເປັນ​ສີ​ແດງ. ບຳ​ລຸງ​ຮັກ​ສາມັນເລື້ອຍໆໃນສະພາບທີ່​ຂີ້​ຝຸ່ນ ແລະ ເປື້ອນທີ່​ສຸດ.
  • ກວດເບິ່ງທໍ່ນ້ຳມັນເຊື້ອໄຟ ແລະ ສາຍເຊື່ອມຕໍ່ສຳລັບການເຊື່ອມໂຊມ, ຄວາມເສຍຫາຍ ຫຼື ສາຍເຊື່ອມຕໍ່ຫຼວມ.(ຫຼື ປະຈຳປີ, ອັນໃດກໍ່ຕາມທີ່ມາກ່ອນ).
  • ປ່ຽນຖັງກອງນໍ້າມັນເຊື້ອໄຟ.
  • ກວດເບິ່ງຄວາມໄວຂອງເຄື່ອງຈັກ (ບໍ່ເຮັດວຽກ ແລະ ເລັ່ງເຕັມທີ່).
  • ທຸກໆ 800 ຊົ່ວໂມງ
  • ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນເຊື້ອໄຟ.
  • ກວດເບິ່ງການ​ຫຸບ​ເຂົ້າ​ຂອງລໍ້ຫຼັງ.
  • ຖ້າທ່ານບໍ່ໄດ້ນຳໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນ້ຳມັນທາງເລືອກໃສ່​ທ້ອງ​ອ່າງ, ໃຫ້ປ່ຽນນ້ຳມັນໄຮໂດຼລິກ.
  • ຖ້າທ່ານບໍ່ໄດ້ນຳໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນໍ້າມັນທາງ​ເລືອກ​ໃສ່​ທ້ອງອ່າງ, ໃຫ້ປ່ຽນໝໍ້ກອງໄຮໂດຼລິກ.
  • ຫຸ້ມ​ຫໍ່ກະບອກລໍ້ຫຼັງ (ເຄື່ອງຈັກຂັບເຄື່ອນ 2 ລໍ້ເທົ່ານັ້ນ).
  • ດັດປັບວາວເຄື່ອງຈັກ (ໃຫ້​ເບິ່ງ​ປຶ້ມຄູ່ມືຂອງເຈົ້າຂອງເຄື່ອງຈັກ).
  • ທຸກໆ 1,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນໝໍ້ກອງໄຮໂດຼລິກ.
  • ທຸກໆ 2,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນນ້ຳມັນໄຮໂດຼລິກ.
  • ກ່ອນການເກັບຮັກສາ
  • ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນເຊື້ອໄຟ.
  • ທຸກໆ 2 ປີ
  • ລ້າງ ແລະ ປ່ຽນນໍ້າຢາລະບົບເຮັດຄວາມເຢັນ.
  • ປ່ຽນທໍ່ເຄື່ອນ​ໄຫວທັງໝົດ.
  • ລາຍການກວດການບຳລຸງຮັກສາປະຈຳວັນ

    ເຮັດຊ້ຳຄືນ​ຕາມໜ້ານີ້ສຳລັບການນຳໃຊ້ປົກກະຕິ.

    ລາຍການກວດກາການບຳລຸງຮັກສາສຳລັບອາທິດຂອງ:
    ຈັນ.ອັງຄານ.ພຸດ.ພະຫັດ.ສຸກ.ເສົາ.ອາທິດ.
    ກວດເບິ່ງການປະຕິບັດງານດ້ານຄວາມປອດໄພຂອງອິນເຕີລັອກ.       
    ກວດກາເບິ່ງການປະຕິບັດງານຂອງ​ເບ​ຣກ.       
    ກວດ​ເບິ່ງ​ລະ​ດັບ​ນ້ຳ​ມັນ​ເຄື່ອງ ແລະ ນ້ຳ​ມັນ.       
    ກວດເບິ່ງລະດັບຂອງ​ແຫຼວຂອງລະບົບທຳ​ຄວ​າມເຢັນ.       
    ລະບາຍ​ໝໍ້​ແຍກນ້ຳ/ນ້ຳ​ມັນເຊື້ອເພີງ.       
    ກວດ​ເບິ່ງຕົວ​ສະ​ແດງ​ການ​ເຮັດ​ວຽກ​ຂອງ​ຕົວກັ່ນ​ຕອງ​ອາ​ກາດ.       
    ກວດ​ເບິ່ງ​ໝໍ້​ນ້ຳ, ຕົວ​ເຮັດ​ໃຫ້​ນ້ຳ​ມັນເຢັນ ແລະ ການກວດ​ເບິ່ງ​ສິ່ງເປິ​ເປື້ອນ.       
    ກວດຊອກ​ຫາສຽງລົບກວນຂອງເຄື່ອງຈັກທີ່ຜິດ​ປົກ​ກະ​ຕິ.1       
    ກວດຊອກ​ຫາສຽງລົບກວນການ​ດຳ​ເນີນ​ງານທີ່ຜິດ​ປົກ​ກະ​ຕິ.       
    ກວດເບິ່ງລະດັບຂອງນ້ຳມັນລະ​ບົບໄຮໂດຼລິກ.       
    ກວດເບິ່ງຄວາມ​ເສຍ​ຫາຍ​ຂອງທໍ່ໄຮໂດຼລິກ.       
    ກວດເບິ່ງການຮົ່ວໄຫຼຂອງແຫຼວ.       
    ກວດເບິ່ງຄວາມດັນຂອງຢາງລົດ.       
    ກວດເບິ່ງການປະຕິບັດງານຂອງເຄື່ອງມື.       
    ກວດເບິ່ງການດັດປັບຄືນໃໝ່ຂອງກຽວ-ແຜ່ນມີດ.       
    ກວດເບິ່ງການປັບຄວາມສູງຂອງການຕັດ.       
    ໃສ່​ນ້ຳ​ມັນຫຼໍ່ມື່ນອຸປະກອນກະແລັດທັງໝົດ.2       
    ສຳຜັດກັບສີທີ່ລອກ.       

    1. ກວດ​ເບິ່ງຫົວ​ເຜົາ​ເຄື່ອງຈັກ ແລະ ຫົວ​ສີດ​ວ່າ​ເຄື່ອງ​ຈັກ​ເປີດ​ໃຊ້​ງານ​ຍາກ, ຄັວນຫຼາຍ​ເກີນ​ໄປ ຫຼື ແລ່ນ​ໄດ້ຍາກ ຫຼືບໍ່.

    2. ທັນທີຫຼັງຈາກການລ້າງທຸກໆຄັ້ງ, ໂດຍບໍ່ຄຳ​ນຶງ​ເຖິງໄລຍະຫ່າງທີ່ລະບຸໄວ້

    ໃຫ້ສັງເກດຂົງເຂດທີ່ໜ້າເປັນຫ່ວງ

    ການກວດກາປະຕິບັດໂດຍ:
    ລາຍການວັນທີຂໍ້ມູນ
    1  
    2  
    3  
    4  
    5  
    6  
    7  
    8  

    Important: ໃຫ້​ເບິ່ງ​ປຶ້ມຄູ່​ມື​ເຈົ້າ​ຂອງ​ເຄື່ອງ​ຈັກ ແລະ ຄູ່ມືຜູ້​ໃຊ້ ໜ່ວຍ​ຕັດ ສຳ​ລັບ​ຂັ້ນ​ຕອນ​ການບຳ​ລຸງ​ຮັກ​ສາ​ເພີ່ມ​ເຕີມ.

    Note: ເພື່ອໃຫ້ໄດ້ແຜນຜັງໄຟຟ້າ ຫຼື ແຜນ​ຜັງລະບົບໄຮໂດຼລິກສຳລັບເຄື່ອງຈັກຂອງທ່ານ, ໃຫ້ເບິ່ງ www.Toro.com.

    ການຫລໍ່ມື່ນ

    ໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່(ແລະ ທັນທີຫຼັງຈາກລ້າງທຸກໆຄັ້ງ).
  • ໃສ່​ນ້ຳ​ມັນ​ກະ​ແລັດຫຼໍ່ລື່ນທຸກໆສ່ວນສຳລັບລູກບີ່ ແລະ ປອກ​ລູກ​ບີ່ດວ້ຍກະແລັດລີທ່ຽມເບີ 2.

    ສະຖານທີ່ ແລະ ປະລິມານທີ່ເໝາະສຳລັບການໃສ່ກະແລັດມີດັ່ງນີ້:

    • ຫົວ​ສີດ​ເພົາ​ຂັບຂໍ້​ຕໍ່​ຕົວ U (3) (ຮູບສະແດງ 41)

      g027142
    • ກະບອກສູບແຂນຍົກໜ່ວຍຕັດ (2 ສຳ​ລັບ​ແຕ່​ລະ​ອັນ) (ຮູບສະແດງ 42)

      g012150
    • ແກນແຂນຍົກ (1 ສຳ​ລັບ​ແຕ່​ລະອັນ) (ຮູບສະແດງ 42)

    • ກ່ອງບັນຈຸໜ່ວຍຕັດ ແລະ ແກນ (2 ສຳ​ລັບແຕ່​ລະ​ອັນ) (ຮູບສະແດງ 43)

      g003960
    • ເພົາແກນແຂນຍົກ (1 ສຳ​ລັບ​ແຕ່​ລະອັນ) (ຮູບສະແດງ 44)

      g004157
    • ແກນຜູກເພົາລໍ້ຫຼັງ (2) (ຮູບສະແດງ 45)

      g003987
    • ແກນໝູນພວງມະໄລ (1) (ຮູບສະແດງ 46)

      g004169
    • ບ່ອນ​ຕໍ່ລູກບີ່ກະບອກສູບພວງມະໄລ (2) (ຮູບສະແດງ 47)

      g003966
    • ແປ້ນ​ເບ​ຣກ (1) (ຮູບສະແດງ 48)

      g011615

    ການບຳລຸງຮັກສາເຄື່ອງຈັກ

    ຄວາມປອດໄພຂອງເຄື່ອງຈັກ

    • ມອດຈັກກ່ອນກວດການ້ຳມັນ ຫຼື ຕື່ມນ້ຳມັນເຄື່ອງໃສ່ຖັງຂໍ້ຫວ່ຽງ.

    • ຢ່າປ່ຽນແປງຄວາມ​ໄວຕົວບັນຊາ ຫຼື ເລັ່ງຄວາມໄວເຄື່ອງຈັກເກີນ.

    ການບຳ​ລຸງ​ຮັກ​ສາເຕົ້າກອງອາກາດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ບຳ​ລຸງ​ຮັກ​ສາເຕົ້າກອງອາກາດ.ບຳ​ລຸງ​ຮັກ​ສາເຕົ້າກອງອາກາດໃຫ້​ໄວ​ຂຶ້ນ, ຖ້າ​ຫາກ​ຕົວ​ສະ​ແດງ​ການ​ບຳ​ລຸງ​ຮັກ​ສາ​ເປັນ​ສີ​ແດງ. ບຳ​ລຸງ​ຮັກ​ສາມັນເລື້ອຍໆໃນສະພາບທີ່​ຂີ້​ຝຸ່ນ ແລະ ເປື້ອນທີ່​ສຸດ.
  • ກວດເບິ່ງຕົວເຕົ້າກອງອາກາດສຳລັບຄວາມເສຍຫາຍເຊິ່ງສາ​ມາດເຮັດໃຫ້ເກີດການຮົ່ວຂອງອາກາດ. ຖ້າ​ເສຍ​ຫາຍ​ແມ່ນ​ໃຫ້​ປ່ຽນ. ກວດເບິ່ງລະບົບການດູດອາກາດທັງໝົດສຳລັບການຮົ່ວໄຫຼ, ຄວາມເສຍຫາຍ ຫຼື ປອກຮັດທໍ່ຫຼວມ.

    ບຳ​ລຸງ​ຮັກ​ສາເຕົ້າກອງອາກາດໃນ​ເວ​ລາ​ທີ່​ຕົວ​ສະ​ແດງ​ການ​ບຳ​ລຸງ​ຮັກ​ສາລະ​ບຸ​ເທົ່າ​ນັ້ນ (ຮູບສະແດງ 49). ການປ່ຽນໝໍ້ກອງອາກາດກ່ອນຄວາມຈຳເປັນພຽງແຕ່ເພີ່ມໂອກາດທີ່ໃຫ້ຄວາມເປື້ອນເຂົ້າໄປໃນເຄື່ອງຈັກໃນ​ເວ​ລາ​ທີ່​ທ່ານຖອດໝໍ້ກອງອອກ.

    Important: ໃຫ້ແນ່ໃຈວ່າໄດ້​ໃສ່ຝາປິດຢ່າງຖືກຕ້ອງ ແລະ ປິດເຂົ້າກັບຕົວກອງອາກາດ.

    1. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ໃສ່​ເບ​ຣກມື, ມອດຈັກ ແລະ ຖອດກະແຈອອກ.

    2. ປົດສະ​ຫຼັກທີ່ຝາປິດຕົວກອງອາກາດໃຫ້ເຂົ້າກັບຕົວກອງອາກາດ (ຮູບສະແດງ 49).

      g027079
    3. ເອົາຝາປິດອອກຈາກຕົວກອງອາກາດ.

    4. ກ່ອນທີ່ຈະເອົາຕົວກອງອອກ, ໃຊ້ອາກາດທີ່ມີຄວາມກົດດັນຕ່ຳ - 2.75 bar (40 psi), ທຳຄວາມສະອາດ ແລະ ເຮັດໃຫ້ແຫ້ງ—ເພື່ອຊ່ວຍກຳຈັດສິ່ງເສດເຫຼືອທີ່ໃຫຍ່ຢູ່ລະຫວ່າງດ້ານນອກ​ຂອງ​ຕົວກອງ ແລະ ຖັງ.

      Important: ຫຼີກລ່ຽງການນຳໃຊ້ອາກາດທີ່ມີຄວາມດັນສູງທີ່ສາມາດບັງຄັບໃຫ້ຝຸ່ນຜ່ານຕົວກອງເຂົ້າໄປໃນທໍ່ດູດອາກາດ.

      Note: ຂະບວນການທຳຄວາມສະອາດນີ້ປ້ອງກັນບໍ່ໃຫ້ສິ່ງເສດເຫຼືອເຂົ້າໄປ​ໃນ​ເມື່ອທ່ານເອົາໝໍ້​ກອງ​ອອກ.

    5. ເອົາໝໍ້​ກອງອອກ ແລະ ປ່ຽນໝໍ້ກອງ (ຮູບສະແດງ 50).

      Note: ຢ່າ​ທຳ​ຄວາມ​ສະ​ອາດ​ສ່ວນ​ທີ່​ໄດ້​ໃຊ້​ງ​ງານ​ແລ້ວເນື່ອງ​ຈາກ​ວ່າມັນ​ສາ​ມາດ​ເຮັດ​ໃຫ້​ຊັ້ນ​ກາງ​ຂອງ​ຕົວ​ກອງ​ເສຍ​ຫາຍໄດ້.

      g027080
    6. ກວດກາໝໍ້ກອງໃໝ່ສຳລັບຄວາມເສຍຫາຍໃນການຂົນສົ່ງ, ກວດເບິ່ງປາຍກັນຊືມຂອງໝໍ້ກອງ ແລະ ຕົວເຄື່ອງ.

      Important: ຢ່າໃຊ້ອົງປະກອບທີ່ເສຍຫາຍ.

    7. ໃສ່ໝໍ້ກອງໃໝ່ເຂົ້າ​ໄປໂດຍການໃຊ້ແຮງດັນໃສ່ຂອບທາງນອກຂອງອົງປະກອບເພື່ອວາງມັນຢູ່ໃນກ່ອງ.

      Important: ຢ່າໃຊ້ຄວາມດັນໃສ່​ໃຈກາງທີ່ມີຄວາມຍືດຍຸ່ນຂອງໝໍ້ກອງ.

    8. ທຳຄວາມສະອາດຊ່ອງ​ລະ​ບາຍຄວາມເປື້ອນທີ່ຢູ່ໃນຝາປິດທີ່ຖອດອອກໄດ້. ຖອດວາວຢາງບ່ອນ​ປ່ອຍອອກຈາກຝາປິດ, ທຳຄວາມສະອາດຝາອັດປາກກ່ອງ ແລະ ປ່ຽນວາວ​ບ່ອນ​ປ່ອຍອອກ.

    9. ຕິດຕັ້ງຝາປິດປັບວາວຢາງບ່ອນ​ປ່ອຍອອກໃນຕໍາແໜ່ງທີ່ລົງ​ທາງ​ລຸ່ມ—ລະຫວ່າງເຂັມ​ໂມງຊີ້ປະມານ 5 ໂມງຫາ 7 ໂມງເມື່ອເບິ່ງຈາກທາງປາຍ.

    10. ໃສ່​ສະ​ຫຼັກ​ໃຫ້​ແໜ້ນ.

    ການກວດເບິ່ງລະດັບນ້ຳມັນເຄື່ອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນໍ້າມັນເຄື່ອງ.
  • ເຄື່ອງຈັກຖືກຂົນສົ່ງດ້ວຍນ້ໍາມັນໃນຖັງກ່ອງຂໍ້ຫວ່ຽງ; ເຖິງຢ່າງໃດກໍ່ຕາມ, ຕ້ອງກວດ​ເບິ່ງລະດັບນ້ຳມັນເຄື່ອງກ່ອນ ແລະ ຫຼັງຈາກການ​ຕິດຈັກເທື່ອທຳອິດ.

    ຄວາມຈຸກ່ອງຂໍ້ຫວ່ຽງແມ່ນ​ປະ​ມານ 3.3 ລິດ (3.5 ຄະ​ວອດ​ສະ​ຫະ​ລັດ) ກັບໝໍ້ກອງ.

    ໃຊ້ນ້ຳມັນເຄື່ອງຈັກທີ່ມີຄຸນນະພາບສູງທີ່ຕອບສະໜອງໄດ້​ຕາມ​ຂໍ້​ມູນ​ຈຳ​ເພາະຄື:

    • ລະດັບການຈັດປະເພດ API ທີ່ຕ້ອງການ: CH-4, CI-4 ຫຼື ສູງກວ່າ

    • ນ້ຳມັນທີ່ມັກ​ໃຫ້​ໃຊ້: SAE 15W-40 (ສູງກວ່າ 0°F)

    • ນ້ຳມັນທາງ​ເລືອກ: SAE 10W-30 ຫຼື 5W-30 (ທຸກອຸນຫະພູມ)

    ນ້ຳມັນເຄື່ອງ Toro ພຣີມ້ຽມແມ່ນມີໃຫ້ຈາກຕົວແທນຈຳໜ່າຍຂອງທ່ານໃນ​ຮູບ​ແບບຄວາມໜຽວ 15W-40 ຫຼື 10W-30.

    1. ຈອດເຄື່ອງຈັກຢູ່ໃນພື້ນ​ຜິວພຽງ​ໄດ້​ລະ​ດັບ, ປ່ອຍໜ່ວຍຕັດຕ່ຳລົງ, ມອດເຄື່ອງຈັກ ແລະ ຖອດກະແຈ.

    2. ເປີດຝາກະໂປ່ງ.

    3. ຖອດເຫຼັກແທກນ້ຳ​ມັນ​ເຄື່ອງ, ເຊັດໃຫ້ສະອາດ ແລະ ໃສ່ມັນຄືນ (ຮູບສະແດງ 51).

      g027076
    4. ດຶງເຫຼັກແທກນ້ຳ​ມັນ​ເຄື່ອງອອກ ແລະ ກວດເບິ່ງລະດັບນໍ້າມັນຢູ່ໃນເຫຼັກແທກນ້ຳ​ມັນ​ເຄື່ອງ.

      Note: ລະ​ດັບ​ນ້ຳ​ມັນ​ຄວນ​ຢູ່​ສູງ​ຮອດ​ເຄື່ອງໝາຍ ເຕັມ​ຖັງ.

    5. ຖ້າ​ຫາກ​ລະ​ດັບ​ນ້ຳ​ມັນ​ຢູ່​ຕ່ຳ​ກວ່າເຄື່ອງ​ໝາຍ ເຕັມ​ຖັງ, ຖອດ​ຝາ​ເຕີມ​ນ້ຳ​ມັນອອກ (ຮູບສະແດງ 52) ແລະ ເຕີມ​ນ້ຳ​ມັນ​ຈຳ​ນວນ​ລະ​ດັບ​ຂອງ​ມັນ​ຂຶ້ນ​ສູງ​ຮອດ​ເຄື່ອງ​ໝາຍ ເຕັມຖັງ ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.

      g004134

      ຢ່າເຕີມຈົນລົ້ນ.

      Important: ໃຫ້ແນ່ໃຈວ່າທ່ານຮັກສາລະດັບນ້ຳມັນເຄື່ອງໃນລະຫວ່າງຂີດຈຳກັດດ້ານເທິງ ແລະ ລຸ່ມໃນເຄື່ອງວັດນ້ຳມັນ ຄວາມ​ຂັດ​ຂ້ອງ​ຂອງເຄື່ອງ​ຈັກອາດ​ຈະ​ເກີດມາ​ຈາກ​ການ​ເຕີມ​ນ້ຳ​ມັນ​ເຄື່ອງ​ຈັກຫຼາຍເກີນໄປ ຫຼື ໜ້ອຍ​ເກີນ​ໄປ.

    6. ໃສ່ຝາປິດນ້ຳມັນເຄື່ອງຄືນ ແລະ ປິດຝາກະໂປ່ງ.

    ການບຳ​ລຸງ​ຮັກ​ສານ້ຳມັນເຄື່ອງຈັກ ແລະ ໝໍ້ກອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 50 ຊົ່ວໂມງທໍາອິດ
  • ປ່ຽນນ້ຳມັນເຄື່ອງ ແລະ ໝໍ້ກອງ.
  • ທຸກໆ 150 ຊົ່ວໂມງ
  • ປ່ຽນນ້ຳມັນເຄື່ອງ ແລະ ໝໍ້ກອງ.
    1. ຖອດນັອດ​ປ່ອຍ​ນ້ຳ​ມັນ​ເຄື່ອງ (ຮູບສະແດງ 53) ແລະ ປ່ອຍໃຫ້ນ້ຳມັນໄຫຼລົງໃນອ່າງ​ໂຕ່ງ.

      g003970
    2. ເມື່ອ​ນ້ໍາມັນທັງ​ໝົດແຫ້ງແລ້ວ, ໃສ່​ນັອດ​ອັດ​ບ່ອນ​ປ່ອຍ​ຄືນ.

    3. ຖອດໝໍ້ກອງນໍ້າມັນເຄື່ອງອອກ (ຮູບສະແດງ 54).

      g003971
    4. ໃຊ້ເຄືອບດວ້ຍນ້ຳມັນເຄື່ອງ​ສະ​ອາດບາງໆໃສ່ຢາງກັນຊືມ​ໝໍ້ກອງໃໝ່.

    5. ຕິດຕັ້ງໝໍ້ກອງນ້ຳມັນທີ່ປ່ຽນໃສ່ຕົວປັບໝໍ້​ກອງ. ໝູນໝໍ້ກອງນ້ຳມັນເຄື່ອງຕາມທິດເຂັມໂມງຈົນກວ່າແຫວນຢາງຕິດກັບຕົວປັບໝໍ້​ກອງ, ຫຼັງຈາກນັ້ນຫັນໝໍ້​ກອງໃຫ້ແໜ້ນຂຶ້ນຕື່ມອີກ 1/2 ຮອບ.

      Important: ຢ່າຮັດໝໍ້​ກອງແໜ້ນເກີນຂອບເຂດ.

    6. ຕື່ມນ້ຳມັນໃສ່ຖັງຂໍ້ຫວ່ຽງ; ໃຫ້​ເບິ່ງ ການກວດເບິ່ງລະດັບນ້ຳມັນເຄື່ອງ.

    ການບຳລຸງຮັກສາລະບົບນໍ້າມັນເຊື້ອໄຟ

    ອັນຕະລາຍ

    ພາຍ​ໃຕ້ເງື່ອນໄຂສະເພາະໃດໜຶ່ງ, ນ້ຳມັນເຊື້ອໄຟ ແລະ ການລະເຫີຍຂອງເຊື້ອໄຟແມ່ນໄວໄຟ ແລະ ລະເບີດໄດ້. ໄຟໄໝ້ ຫຼື ການລະເບີດຈາກນໍ້າມັນເຊື້ອໄຟສາມາດເຮັດໃຫ້ທ່ານ ແລະ ຄົນອື່ນໆຖືກ​ໄໝ້ ແລະ ສາມາດເຮັດໃຫ້ຊັບສິນເສຍຫາຍໄດ້.

    • ຕື່ມນໍ້າມັນເຊື້ອໄຟຢູ່ຂ້າງນອກ, ໃນບ່ອນທີ່ໂລ່ງແຈ້ງ, ໃນເວລາທີ່ເຄື່ອງຈັກມອດ ແລະ ເຢັນ. ເຊັດນໍ້າມັນເຊື້ອໄຟທີ່ຮົ່ວກະ​ຈາຍ​ນັ້ນອອກ.

    • ຢ່າ​ໃສ່ນໍ້າມັນເຊື້ອໄຟຈົນເຕັມຖັງ. ຕື່ມນໍ້າມັນເຊື້ອໄຟໃສ່ຖັງນໍ້າມັນຈົນ​ຮອດລະດັບ 25 ມມ (1 ນິ້ວ) ຢູ່ກ້ອງເພດານຖັງ, ຢ່າຕື່ມຈົນເຕັມຄໍຖັງ. ພື້ນທີ່ຫວ່າງນີ້ຢູ່ໃນຖັງຊ່ວຍໃຫ້ນໍ້າມັນເຊື້ອໄຟຂະຫຍາຍຕົວໄດ້.

    • ຢ່າສູບຢາໃນເວລາຈັດການກັບນໍ້າມັນເຊື້ອໄຟ ແລະ ຢູ່ຫ່າງຈາກແປວໄຟທີ່ເປີດ ຫຼື ບ່ອນທີ່ຄວັນອາດເກີດຈາກປະກາຍໄຟ.

    • ເກັບຮັກສານໍ້າມັນເຊື້ອໄຟໄວ້ໃນຖັງທີ່ສະອາດ, ປອດໄພ ແລະ ປິດຝາໄວ້.

    ການລະບາຍຖັງນໍ້າມັນເຊື້ອໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 800 ຊົ່ວໂມງ
  • ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນເຊື້ອໄຟ.
  • ກ່ອນການເກັບຮັກສາ
  • ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນເຊື້ອໄຟ.
  • ລະບາຍ​ນ້ຳ​ມັນ ແລະ ທຳ ຄວາມສະອາດຖັງນ້ຳມັນເຊື້ອໄຟ, ຖ້າລະບົບນ້ຳມັນເຊື້ອໄຟປົນ​ເປື້ອນ ຫຼື ຖ້າຈະເກັບເຄື່ອງຈັກໄວ້ເປັນໄລຍະຍາວ. ໃຊ້ນໍ້າມັນທີ່ສະອາດເພື່ອລ້າງຖັງ.

    ການກວດເບິ່ງ​ທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ກວດເບິ່ງທໍ່ນ້ຳມັນເຊື້ອໄຟ ແລະ ສາຍເຊື່ອມຕໍ່ສຳລັບການເຊື່ອມໂຊມ, ຄວາມເສຍຫາຍ ຫຼື ສາຍເຊື່ອມຕໍ່ຫຼວມ.(ຫຼື ປະຈຳປີ, ອັນໃດກໍ່ຕາມທີ່ມາກ່ອນ).
  • ກວດເບິ່ງສາຍນ້ຳມັນເຊື້ອໄຟສຳລັບການເຊື່ອມໂຊມ, ຄວາມເສຍຫາຍ ຫຼື ສາຍເຊື່ອມຕໍ່ຫຼວມ.

    ການບຳ​ລຸງ​ຮັກ​ສາ​ໝໍ້ແຍກນ້ຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ລະ​ບາຍ​ນ້ຳ ຫຼື ສິ່ງ​ປົນ​ເປື້ອນ​ຈາກໝໍ້​ແຍກ​ນ້ຳ.
  • ທຸກໆ 400 ຊົ່ວໂມງ
  • ປ່ຽນຖັງກອງນໍ້າມັນເຊື້ອໄຟ.
    1. ວາງຖັງທີ່ສະອາດຢູ່ກ້ອງໝໍ້ກອງນໍ້າມັນເຊື້ອໄຟ.

    2. ມາຍນັອດລະບາຍນ້ຳຢູ່ດ້ານລຸ່ມຂອງຖັງໝໍ້ກອງ.

      g007367
    3. ທຳຄວາມສະອາດບໍລິເວນທີ່ຖັງໝໍ້ກອງຕິດ.

    4. ຖອດຖັງໝໍ້ກອງ ແລະ ທຳຄວາມສະອາດພື້ນຜິວທີ່ຕິດຕັ້ງ.

    5. ທານຳມັນຫຼໍ່ລື່ນໃສ່ແຫວນເທິງຖັງໝໍ້ກອງດ້ວຍນ້ຳມັນສະອາດ.

    6. ເອົາຖັງໝໍ້ກອງໃສ່ດ້ວຍມືຈົນກວ່າແຫວນຈະສຳຜັດກັບກັບພື້ນຜິວຕິດຕັ້ງ, ຫຼັງຈາກນັ້ນໝູນມັນຕື່ມອີກ ½ ຮອບ.

    7. ຫັນ​ນັອດລະບາຍນ້ຳຢູ່ດ້ານລຸ່ມຂອງຖັງໝໍ້ກອງ.

    ການບຳ​ລຸງ​ຮັກ​ສາທໍ່ດູດນໍ້າມັນເຊື້ອໄຟ

    ທໍ່ດູດນໍ້າມັນເຊື້ອໄຟທີ່ຕັ້ງຢູ່ພາຍໃນຖັງນໍ້າມັນເຊື້ອໄຟແມ່ນມາພ້ອມໜ້າຕາ​ນ່າງ​ຕອງເພື່ອຊ່ວຍປ້ອງກັນບໍ່ໃຫ້ສິ່ງເສດເຫຼືອເຂົ້າສູ່ລະບົບນໍ້າມັນເຊື້ອໄຟ. ຖອດທໍ່ດູດນໍ້າມັນເຊື້ອໄຟອອກ ແລະ ທຳຄວາມສະອາດຕາ​ນ່າງ​ຕອງຕາມຄວາມຕ້ອງການ.

    ລະບາຍອາກາດຈາກຫົວສີດນ້ຳ​ມັນ

    Note: ປະ​ຕິ​ບັດ​ຕາມຂັ້ນ​ຕອນ​ດຳ​ເນີນການນີ້ພຽງ​ແຕ່ຖ້າລະບົບນໍ້າມັນເຊື້ອໄຟໄດ້ຖືກລ້າງອອກຈາກອາກາດໂດຍຜ່ານຂັ້ນຕອນການທຳມະດາ ແລະ ເຄື່ອງຈັກບໍ່ຕິດ​ເທົ່າ​ນັ້ນ; ໃຫ້​ເບິ່ງ ການລະບາຍລະບົບນໍ້າມັນເຊື້ອໄຟ.

    1. ມາຍການເຊື່ອມຕໍ່ທໍ່ກັບຫົວສີດເລກ​ທີ 1 ແລະ ຊຸດຕົວຍຶດ (ຮູບສະແດງ 56).

      g027141
    2. ບິດກະ​ແຈໄປທີ່ຕຳແໜ່ງ ເປີດ ແລະ ສັງເກດເບິ່ງກະແສນໍ້າມັນເຊື້ອໄຟຮອບຕົວເຊື່ອມຕໍ່. ໃນ​ເວ​ລາ​ທີ່​ທ່ານ​ສັງ​ເກດ​ເຫັນ​ການ​ໄຫຼ​ຂອງ​ນ້ຳ​ມັນ, ​ບິດ​ກະ​ແຈ​ໄປ​ຕຳ​ແໜ່ງ ປິດ.

    3. ຫັນທໍ່ເຊື່ອມຕໍ່ໃຫ້ແໜ້ນຢ່າງດີ.

    4. ເຮັດຊ້ໍາຂັ້ນຕອນ 1 ຫາ 3 ໃນຫົວ​ສີດທີ່​ເຫຼືອ.

    ການບຳລຸງຮັກສາລະບົບໄຟຟ້າ

    Important: ກ່ອນ​ການ​ເຊື່ອມ​ຕໍ່​ກັບ​ເຄື່ອງ​ຈັກ, ໃຫ້​ຖອດ​ສາຍ​ໄຟ​ທັງ​ໝົດ​ຈາກ​ແບັດ​ເຕີຣີ, ທັງ​ປັກ​ໄຟ​ທັງ​ສອງ​ອັນ​ຈາກເກນ​ການ​ວັດ​ໄຟ​ຟ້າ ແລະ ຈາກ​ຂົ້ວ​ຕໍ່ທາງປາຍຈາກ​ຈັກ​ປັ່ນ​ໄຟເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ແກ່​ລະ​ບົບ​ໄຟ​ຟ້າ.

    ຄວາມປອດໄພຂອງລະບົບໄຟຟ້າ

    • ຕັດ​ເຊື່ອມ​ຕໍ່ແບັດເຕີຣີກ່ອນທີ່ຈະສ້ອມແປງເຄື່ອງຈັກ. ຕັດເຊື່ອມຕໍ່ສາຍຂົ້ວລົບກ່ອນ ແລະ ຂົ້ວບວກສຸດທ້າຍ. ເຊື່ອມຕໍ່ປາຍທາງຂົ້ວບວກເຂົ້າກ່ອນ ແລະ ຂົ້ວລົບສຸດທ້າຍ.

    • ສາກແບັດເຕີຣີໃນບ່ອນທີ່ເປີດ, ມີອາກາດຖ່າຍເທດີ, ຫ່າງຈາກປະ​ກາຍໄຟ ແລະ ແປວໄຟ. ຖອດສາຍສາກໄຟກ່ອນທີ່ຈະເຊື່ອມຕໍ່ ຫຼື ຕັດ​ເຊື່ອມ​ຕໍ່ແບັດເຕີຣີ. ໃສ່ເຄື່ອງນຸ່ງປ້ອງກັນ ແລະ ໃຊ້ເຄື່ອງມືປ້ອງກັນ.

    ການບຳລຸງຮັກ​ສາແບັດເຕີຣີ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ອະ​ນາ​ໄມ​ແບັດ​ເຕີ​ຣີ ແລະ ກວດ​ເບິ່ງ​ສະ​ພາບ​ຂອງ​ມັນ (ຫຼື ເປັນ​ລາຍ​ອາ​ທິດ, ອັນ​ໃດ​ກໍ່​ຕາມ​ທີ່​ມາ​ກ່ອນ).
  • ກວດ​ເບິ່ງ​ການ​ເຊື່ອມ​ຕໍ່​ຂອງ​ສາຍ​ແບັດ​ເຕີ​ຣີ.
  • ອັນຕະລາຍ

    ນ້ຳກົດແບັດ​ເຕີ​ຣີບັນຈຸມີກົດຊູນຟູຣິກເຊິ່ງເຮັດ​ໃຫ້​ເປັນອັນຕະລາຍເຖິງຊີວິດ, ຖ້າ​ຫາກ​ກິນເຂົ້າ​ໄປ ແລະ ເຮັດໃຫ້ເກີດການບາດແຜຮຸນແຮງ.

    • ຢ່າດື່ມນ້ຳກົດ ແລະ ຫຼີກລ່ຽງການສຳຜັດກັບຜິວໜັງ, ຕາ ຫຼື ເຄື່ອງນຸ່ງ. ໃສ່ແວ່ນຕາຄວາມປອດໄພເພື່ອປ້ອງກັນຕາຂອງ​ທ່ານ ແລະ ຖົງມືຢາງເພື່ອປ້ອງກັນມືຂອງທ່ານ.

    • ຕື່ມນ້ຳ​ແບັດ​ເຕີ​ຣີໃນບ່ອນທີ່ມີນ້ໍາສະອາດສໍາລັບການລ້າງຜິວໜັງຢູ່​ສະ​ເໝີ.

    ຄຳເຕືອນ

    ການສາກແບດເຕີຣີ​ເຮັດ​ໃຫ້​ເກີດອາຍແກັສທີ່ສາມາດລະເບີດໄດ້.

    ຢ່າສູບຢາຢູ່ໃກ້ແບດເຕີຣີ ແລະ ໃຫ້ປະກາຍໄຟ ແລະ ແປວໄຟຢູ່ຫ່າງຈາກມັນ.

    ໃຫ້ຮັກ​ສາຂົ້ວ ແລະ ກ່ອງແບັດທັງໝົດສະອາດເພາະວ່າແບັດ​ເຕີ​ຣີທີ່ເປື້ອນຄ່ອຍເສື່ອມ​ສະ​ພາບ​ໄປຢ່າງຊ້າໆ. ເພື່ອທຳຄວາມສະອາດແບັດເຕີຣີ, ລ້າງທັງ​ໝົດກ່ອງດ້ວຍສານ​ລະ​ລາຍ​ເບັກ​ກິ່ງໂຊດາ ແລະ ນ້ຳ. ຊະລ້າງມັນດ້ວຍນ້ຳທີ່ສະອາດ.

    ການປ່ຽນ​ຟີວ.

    ມີ​ຟິວ 8 ອັນ​ໃນ​ລະ​ບົບໄຟ 12 V. ກ່ອງ​ຟິວ (ຮູບສະແດງ 57) ຕັ້ງ​ຢູ່​ທາງຫຼັງ​ແຜງ​ການ​ເຂົ້າ​ເຖິງ​ຄັນ​ບັງ​ຄັບ.

    g003988
    decal117-0169

    ມີ​ຟິວ 6 ອັນ​ໃນ​ລະ​ບົບໄຟ 48 V. ຟິວ 5 ອັນ​ຕັ້ງ​ຢູ່​ໃນ​ຕົວ​ກັ້ນ​ຟິວ (ຮູບສະແດງ 59) ເຊິ່ງ​ຢູ່​ພາຍ​ໃຕ້​ຝາ​ກະໂປງ ແລະ ທາງຫຼັງ​ຕັ່ງ​ນັ່ງ. ຟິວ​ຕົວ​ທີ​ຫົກ (ຮູບສະແດງ 60) ຕັ້ງ​ຢູ່​ພາຍ​ໃຕ້​ຝາ​ປິດ​ສີ​ດຳ​ເຊິ່ງ​ຢູ່ກ້ອງ​ຕັ່ງ​ນັ່ງ.

    g027135
    g027136
    decal127-2470

    ການບຳລຸງຮັກສາລະບົບຂັບເຄື່ອນ

    ການກວດເບິ່ງຄວາມດັນຂອງຢາງລົດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງຄວາມດັນຂອງຢາງລົດ.
  • ກວດເບິ່ງຄວາມດັນຂອງຢາງລົດ. ຄວາມດັນລົມທີ່ຖືກຕ້ອງໃນຢາງຫນ້າ ແລະ ຢາງຫຼັງແມ່ນ 0.83 ເຖິງ 1.03 bar (12 ເຖິງ 15 psi).

    ອັນຕະລາຍ

    ຄວາມດັນລົມຂອງຢາງລົດຕ່ຳຫຼຸດ​ຄວາມ​ທ່ຽງ​ການ​ເຄື່ອນ​ໄຫຼ​ຂອງ​ເຄື່ອງ​ຈັກໃນ​ສະ​ພາບ​ເທິງພູ. ນີ້ອາດຈະເຮັດໃຫ້ເກີດການປີ້ນ, ເຊິ່ງອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ເສຍຊີວິດ.

    ຢ່າເຮັດໃຫ້ຢາງລົດແປ.

    ການກວດເບິ່ງແຮງບິດຂອງນັອດລໍ້

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫຼັງຈາກຊົ່ວໂມງທຳອິດ
  • ບິດແຮງບິດນັອດລໍ້ໃຫ້​ໄດ້ 94 ຫາ 122 N∙m (70 ເຖິງ 90 ft-lb).
  • ຫລັງຈາກ 10 ຊົ່ວໂມງທໍາອິດ
  • ບິດແຮງບິດນັອດລໍ້ໃຫ້​ໄດ້ 94 ຫາ 122 N∙m (70 ເຖິງ 90 ft-lb).
  • ທຸກໆ 250 ຊົ່ວໂມງ
  • ບິດແຮງບິດນັອດລໍ້ໃຫ້​ໄດ້ 94 ຫາ 122 N∙m (70 ເຖິງ 90 ft-lb).
  • ບິດແຮງບິດນັອດລໍ້ໃຫ້​ໄດ້ 94 ຫາ 122 N∙m (70 ເຖິງ 90 ft-lb).

    ຄຳເຕືອນ

    ການ​ບໍ່​ຮັກ​ສາແຮງບິດທີ່ເໝາະສົມຂອງນັອດລໍ້ອາດຈະເຮັດໃຫ້ເກີດການບາດເຈັບຕໍ່ບຸກຄົນ.

    ຮັກສາແຮງບິດທີ່ເໝາະສົມໃນນັອດລໍ້.

    ການປັບປ່ຽນການຂັບເຄື່ອນສຳລັບເກຍຫວ່າງ

    ເຄື່ອງ​ຈັກ​ຕ້ອງບໍ່ເຄື່ອນ​ທີ່​ໃນ​ເວ​ລ​າ​ທີ່​ທ່ານ​ປ່ອຍ​ແປ້ນ​ຄັນ​ເລັ່ງ. ຖ້າ​ຫາກ​ມັນເຄື່ອນ​ເໜັງ, ປັບ​ມັນ​ດັ່ງ​ຕໍ່​ໄປ​ນີ້:

    1. ຈອດເຄື່ອງຢູ່ໃນພື້ນຜິວ​ພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງຈົນ​ຮອດ​ພື້ນ, ມອດຈັກ ແລະ ຖອດກະແຈອອກ.

    2. ດັນ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ​ຂຶ້ນ​ຈົນ​ກວ່າ​ຢາງ​ດ້ານ​ໜ້າຫຼຸດ​ຈາກ​ພື້ນ. ຄ້ຳເຄື່ອງຈັກດ້ວຍຂາກະລິກເພື່ອປ້ອງກັນບໍ່ໃຫ້ມັນລົ້ມລົງໂດຍບັງເອີນ.

      Note: ໃນລຸ້ນຂັບເຄື່ອນ 4 ລໍ້, ຢາງລົດເບື້ອງຫຼັງກໍ່ຕ້ອງໄດ້ຫວິດຈາກພື້ນດິນເຊັ່ນກັນ.

    3. ຢູ່ເບື້ອງຂວາຂອງໄຮໂດຼສແຕັດ, ມາຍນັອດລັອກແມ່ເທິງລູກບ້ຽວປັບແຮງຂັບເຄື່ອນ (ຮູບສະແດງ 62).

      g004147

      ຄຳເຕືອນ

      ເຄື່ອງຈັກຕ້ອງໄດ້ແລ່ນໃນ​ຂະ​ນະ​ທີ່ທ່ານປັບປ່ຽນລູກບ້ຽວປັບແຮງຂັບເຄື່ອນສຸດ​ທ້າຍໄດ້. ນີ້ສາ​ມາດເຮັດໃຫ້ເກີດການບາດເຈັບຕໍ່ບຸກຄົນໄດ້.

      ຮັກສາມື, ຕີນ, ໃບໜ້າ ແລະ ພາກສ່ວນຂອງຮ່າງກາຍຂອງໃຫ້ຢູ່ຫ່າງຈາກທໍ່ໄອເສຍ, ສ່ວນອື່ນໆທີ່ຮ້ອນຂອງເຄື່ອງຈັກ ແລະ ສ່ວນທີ່ກຳລັງໝູນໃດ​ໜຶ່ງ.

    4. ຕິດຈັກ ແລະ ໝູນ​ຫົກ​ຫຼ່ຽມລູກບ້ຽວໄປໃນທິດທາງໃດ​ໜຶ່ງຈົນກວ່າລໍ້ຢຸດ ໝູນ.

    5. ຫັນນັອດລັອກແມ່ເພື່ອຮັບປະກັນການດັດປັບ.

    6. ມອດຈັກ, ຖອດຂາກະລິກອອກ ແລະ ປ່ອຍເຄື່ອງຈັກລົງຫາພື້ນ.

    7. ທົດສອບການຂັບເຄື່ອງຈັກເພື່ອໃຫ້ແນ່ໃຈວ່າມັນບໍ່ຊ້າ.

    ການດັດປັບການ​ຫຸບ​ເຂົ້າ​ຂອງລໍ້ຫຼັງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 800 ຊົ່ວໂມງ
  • ກວດເບິ່ງການ​ຫຸບ​ເຂົ້າ​ຂອງລໍ້ຫຼັງ.
    1. ໝູນພວງມະໄລເພື່ອວາງຕຳແໜ່ງລໍ້ຫຼັງໃຫ້ຊື່.

    2. ມາຍນັອດຊ້ອນສອງທີ່ຍຶດໃນແຕ່ລະປາຍຂອງແກນມັດ (ຮູບສະແດງ 63).

      Note: ສ່ວນປາຍຂອງແກນມັດທີ່ມີຮ່ອງພາຍນອກແມ່ນກຽວຊ້າຍ.

      g004136
    3. ການໃຊ້ໄຂຄວງ, ໝູນແກນມັດ.

    4. ວັດແທກໄລຍະຫ່າງທີ່ດ້ານໜ້າ ແລະ ດ້ານຫຼັງຂອງລໍ້ດ້ານຫຼັງໃນລະດັບຄວາມສູງຂອງເພົາ.

      Note: ໄລຍະຫ່າງທີ່ດ້ານໜ້າຂອງລໍ້ດ້ານຫຼັງຄວນຈະໜ້ອຍກວ່າ 6 ມມ (¼ ນິ້ວ) ຂອງໄລຍະທີ່ວັດແທກຢູ່ດ້ານຫຼັງຂອງລໍ້.

    5. ເຮັດຂັ້ນຕອນນີ້ຊ້ຳອີກຕາມຄວາມຕ້ອງການ.

    ການບຳລຸງຮັກສາລະບົບເຮັດຄວາມເຢັນ

    ຄວາມປອດໄພລະບົບທຳຄວາມເຢັນ

    • ການກືນກິນນ້ຳຢາທຳ​ຄວາມເຢັນສາ​ມາດ​ເກີດເປັນພິດໄດ້; ໃຫ້ເກັບ​ໄວ້​ຫ່າງໄກຈາກເດັກນ້ອຍ ແລະ ສັດລ້ຽງ.

    • ການປ່ອຍ​ນ້ຳ​ຢາ​ທຳຄວາມເຢັນທີ່ມີ​ຄວາມ​ດັນ ແລະ ຮ້ອນ ແລະ ການຈັບ​ໝໍ້​ນ້ຳ​ທີ່​ຮ້ອນ ແລະ ສ່ວນທີ່ຢູ່ອ້ອມຮອບສາມາດເຮັດໃຫ້ເກີດມີການ​ໄໝ້ຮຸນແຮງໄດ້.

      • ປ່ອຍໃຫ້ເຄື່ອງຈັກເຢັນລົງຢ່າງໜ້ອຍ 15 ນາທີກ່ອນທີ່ຈະເປີດຝາໝໍ້ນ້ຳ.

      • ໃຊ້ຜ້າແພເມື່ອເປີດຝາໝໍ້ນ້ຳ, ແລະ ເປີດຝາຄ່ອຍໆເພື່ອໃຫ້ອາຍນ້ຳໄຫຼອອກ.

    ການກວດເບິ່ງລະບົບທຳຄວາມເຢັນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະບົບທຳຄວາມເຢັນ.
  • ທຳຄວາມສະອາດຂີ້ເຫຍື້ອອອກຈາກຕາ​ນ່າງກອງ​ແຍກ, ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ ແລະ ດ້ານໜ້າຂອງໝໍ້ນ້ຳທຸກໆມື້ ແລະ ເລື້ອຍໆ, ຖ້າສະພາບການມີຂີ້ຝຸ່ນຫຼາຍ ແລະ ເປື້ອນຫຼາຍທີ່ສຸດ. ໃຫ້​ເບິ່ງ ກຳຈັດຂີ້ເຫຍື້ອຈາກລະບົບທຳຄວາມເຢັນ.

    ລະບົບທຳຄວາມເຢັນແມ່ນເຕີມດ້ວຍນ້ຳຢາ 50/50 ຂອງນ້ຳ ແລະ ສານປ້ອງກັນການແຂງຕົວຂອງເອທີລີນກ​ລີກອ​ລຖາວອນ. ກວດເບິ່ງລະດັບຂອງນ້ຳ​ຢາ​ທຳຄວາມເຢັນໃນຖັງຂະຫຍາຍໃນຕອນເລີ່ມຕົ້ນຂອງແຕ່ລະມື້ກ່ອນທີ່ຈະຕິດຈັກ. ຄວາມສາມາດຂອງລະບົບທຳຄວາມເຢັນແມ່ນ 5.2 ລິດ (5.5 ຄະ​ວອດ​ສະ​ຫະ​ລັດ).

    ຂໍ້ຄວນລະວັງ

    ຖ້າເຄື່ອງຈັກກຳລັງແລ່ນຢູ່, ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ຮ້ອນ​ມີແຮງກົດດັນສາມາດອອກມາ ແລະ ເຮັດໃຫ້ເກີດການໄໝ້ໄດ້.

    • ຢ່າເປີດຝາໝໍ້ນ້ຳໃນເວລາທີ່ເຄື່ອງຈັກກຳລັງແລ່ນຢູ່.

    • ໃຊ້ຜ້າແພເມື່ອເປີດຝາໝໍ້ນ້ຳ, ແລະ ເປີດຝາຄ່ອຍໆເພື່ອໃຫ້ອາຍນ້ຳໄຫຼອອກ.

    1. ກວດເບິ່ງລະດັບຂອງນ້ຳ​ຢາ​ທຳຄວາມເຢັນໃນຖັງຂະຫຍາຍ (ຮູບສະແດງ 64).

      ລະດັບນ້ຳ​ຢາ​ທຳຄວາມເຢັນຄວນຢູ່ລະຫວ່າງຂີດໝາຍຂ້າງຖັງ.

      g003951
    2. ຖ້າຫາກວ່າລະດັບຄວາມເຢັນແມ່ນຍັງຕໍ່າ, ເອົາຝາປິດຂອງຖັງຂະຫຍາຍອອກ ແລະ ຕື່ມລະບົບໃໝ່. ຢ່າເຕີມຈົນລົ້ນ.

    3. ອັດຝາປິດຂອງຖັງຂະຫຍາຍ.

    ກຳຈັດຂີ້ເຫຍື້ອຈາກລະບົບທຳຄວາມເຢັນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກຳຈັດສິ່ງເສດເຫຼືອອອກຈາກຕາ​ນ່າງກອງແຍກ, ເຄື່ອງ​ທຳ​ຄວາມ​ເຢັນ​ນ້ຳ​ມັນ​ເຄື່ອງ ແລະ ໝໍ້ນ້ຳ.(ໃນສະພາບການປະຕິບັດການທີ່ເປື້ອນແມ່ນ​ໃຫ້​ຕື່ມ​ໃສ່​ເລື້ອຍໆ).
  • ທຸກໆ 100 ຊົ່ວໂມງ
  • ກວດກາເບິ່ງທໍ່ລະບົບທຳຄວາມເຢັນ.
  • ທຸກໆ 2 ປີ
  • ລ້າງ ແລະ ປ່ຽນນໍ້າຢາລະບົບເຮັດຄວາມເຢັນ.
    1. ຈອດເຄື່ອງຈັກຢູ່ໃນພື້ນ​ພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ມອດຈັກ, ໃສ່​ເບ​ຣກມື ແລະ ຖອດກະແຈ.

    2. ອະ​ນາ​ໄມສິ່ງເສດເຫຼືອທຸກ​ຢ່າງອອກຈາກບໍລິເວນເຄື່ອງຈັກໃຫ້​ທົ່ວ.

    3. ປົດສະ​ຫຼັກຂາ​ໜີບ ແລະ ແກນເປີດຕາ​ນ່າງກອງ​ແຍກດ້ານຫລັງ (ຮູບສະແດງ 65).

      g004138
    4. ອະ​ນາ​ໄມ​ຕາ​ນ່າງກອງ​ແຍກໃຫ້ສະອາດດ້ວຍລົມອັດ.

    5. ໝູນສະ​ຫຼັກເຂົ້າດ້ານໃນເພື່ອປ່ອຍເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ (ຮູບສະແດງ 66).

      g003974
    6. ທຳຄວາມສະອາດເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ ແລະ ໝໍ້ນ້ຳທັງ​ສອງ​ດ້ານ​ໃຫ້​ທົ່ວ (ຮູບສະແດງ 67) ດ້ວຍລົມອັດ.

      g004137
    7. ໝູນເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງກັບຄືນສູ່ຕໍາແໜ່ງ ແລະ ໃສ່​ສະ​ຫຼັກ​ໃຫ້​ແໜ້ນ.

    8. ປິດຕາ​ນ່າງກອງ​ແຍກ ແລະ ໃສ່​ສະ​ຫຼັກ​ໃຫ້​ແໜ້ນ.

    ການບຳລຸງຮັກສາເບກ

    ການປັບ​ເບ​ຣກມື

    ປັບ​ເບ​ຣກ​ໃນ​ເວ​ລາ​ທີ່ມີ​ການ​ເຄື່ອນ​ທີ່​ອິດ​ສະ​ລະຫຼາຍກວ່າ 25 ມມ (1 ນິ້ວ) (ຮູບສະແດງ 68) ຂອງ​ແປ້ນ​ເບ​ຣກ ຫຼື ໃນ​ເວ​ລາ​ທີ່​ຕ້ອງ​ໃຊ້​ແຮງ​ຍຶດຫຼາຍ​ຂຶ້ນ. ຄວາມລ່ອຍແມ່ນ​ໄລ​ຍະ​ຫ່າງ​ທີ່​ແປ້ນ​ເບ​ຣກ​ເຄື່ອນ​ທີ່​ກ່ອນ​ທີ່​ທ່ານ​ຮູ້​ສຶກ​ເຖິງ​ແຮງຕ້ານ​ຂອງ​ເບ​ຣກ.

    g026816

    Note: ໃຊ້ຟັນເຟືອງຂອງມໍເຕີ້ລໍ້ເພື່ອໂຍກກອງໄປມາເພື່ອຮັບປະກັນວ່າກອງນັ້ນລ່ອຍ ກ່ອນ ແລະ ຫຼັງການດັດປັບ.

    1. ເພື່ອຫຼຸດຜ່ອນຄວາມລ່ອຍຂອງແປ້ນ​ເບ​ຣກ, ໃຫ້ຫັນ​ເບ​ຣກໂດຍມາຍນັອດດ້ານໜ້າຂອງປາຍກຽວສາຍ​ເບ​ຣກ.(ຮູບສະແດງ 69).

      g011616
    2. ຫັນ​ນັອດ​ດ້ານຫຼັງ​ໃຫ້​ແໜ້ນ​ເພື່ອ​ຍ້າຍ​ສາຍ​ໄຟ​ໄປ​ທາງຫຼັງ​ຈົນ​ກວ່າ​ແປ້ນ​ເບ​ຣກມີຄວາມ​ລ່ອຍ 6.3 ເຖິງ 12.7 ມມ (¼ ເຖິງ ½ ນິ້ວ) (ຮູບສະແດງ 68), ກ່ອນ​ກົງ​ລໍ້​ຈະ​ຖືກ​ລັອກ.

    3. ຫັນນັອດດ້ານໜ້າໃຫ້ແໜ້ນຂຶ້ນ, ຮັບປະກັນວ່າສາຍທັງສອງສາຍຈະເຮັດໃຫ້ເບຣກໄດ້ພ້ອມໆກັນ.

      Note: ເຮັດ​ໃຫ້​ແນ່​ໃຈ​ວ່າທໍ່​ສາຍ​ໄຟ​ຟ້າບໍ່​ໝູນ​ໃນ​ຂະ​ນະ​ທີ່​ທ່ານ​ກຳ​ລັງ​ຫັນ​ນັອດ​ໃຫ້​ແໜ້ນ.

    ການດັດປັບສະຫຼັກເບຣກມື

    ຖ້າເບຣກມືບໍ່ສາມາດປະຕິບັດ ແລະ ຈັບລັອກໄດ້, ຕ້ອງມີການດັດປັບຕີນເບຣກ.

    1. ມາຍນັອດ 2 ອັນເພື່ອຮັບປະກັນຕີນເບຣກມືເຂົ້າກອບ (ຮູບສະແດງ 70).

      g011617
    2. ກົດແປ້ນ​ເບ​ຣກມືໄປຂ້າງໜ້າຈົນກວ່າ​ເບ​ຣກກັກຈະເຂົ້າຕີນ​ເບ​ຣກມື (ຮູບສະແດງ 70).

    3. ຫັນນັອດ 2 ອັນໃຫ້​ແໜ້ນເພື່ອລັອກການດັດປັບ.

    4. ກົດແປ້ນ​ເບ​ຣກເພື່ອປ່ອຍ​ເບ​ຣກມື.

    5. ກວດ​ເບິ່ງ​ການ​ດັດ​ປັບ ແລະ ເຮັດ​ການ​ປັບ​ປ່ຽນ​ຕາມ​ຈຳ​ເປັນ.

    ການບຳລຸງຮັກສາສາຍພານ

    ຄວາມເຄັ່ງຂອງສາຍພານໄດປັ່ນໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 8 ຊົ່ວໂມງທໍາອິດ
  • ກວດເບິ່ງສະພາບ ແລະ ຄວາມເຄັ່ງຂອງສາຍພານໄດປັ່ນໄຟ.
  • ທຸກໆ 100 ຊົ່ວໂມງ
  • ກວດເບິ່ງສະພາບ ແລະ ຄວາມເຄັ່ງຂອງສາຍພານໄດປັ່ນໄຟ.
    1. ເປີດຝາກະໂປ່ງ.

    2. ກວດ​ສອບ​ເບິ່ງຄວາມ​ເຄິ່ງ​ຂອງ​ສາຍ​ພານ​ໂດຍ​ການ​ເຄັ່ງ (ຮູບສະແດງ 71) ທາງ​ກາງ​ລະ​ຫວ່າງ​ເຄື່ອງ​ກະ​ແສ​ໄຟ​ຟ້າ ແລະ ລູກກິ້ງ​ເພົາ​ດ້ວຍ​ແຮງ​ບັງ​ຄັບ 10 ກກ (22 ປອນ) .

      g003976

      ສາຍພານຄວນຈະບ່ຽງປະມານ 11 ມມ (7/16 ນີ້ວ). ຖ້າການບ່ຽງບໍ່ຖືກຕ້ອງ, ໃຫ້ດຳເນີນຂັ້ນຕອນ 3. ຖ້າຖືກຕ້ອງ, ສືບຕໍ່ດຳເນີນງານ.

    3. ມາຍນັອດທີ່ຈັບເຫຼັກຄ້ຳກັບເຄື່ອງຈັກ (ຮູບສະແດງ 71), ນັອດທີ່ຈັບໄດປັ່ນໄຟຫາເຫຼັກຄ້ຳ ແລະ ນັອດແກນ.

    4. ໃສ່ທ່ອນແງະລະຫວ່າງໄດປັ່ນໄຟ ແລະ ເຄື່ອງຈັກ ແລະ ງັດໄດປັ່ນໄຟອອກ.

    5. ເມື່ອທ່ານບັນລຸຄວາມເຄັ່ງທີ່ເໝາະສົມ, ຈົ່ງຮັດສາຍໄດປັ່ນໄຟ, ເຫຼັກຄ້ຳ ແລະ ນັອດແກນໃຫ້ແໜ້ນເພື່ອຮັບປະກັນການດັດປັບ.

    ການບຳລຸງຮັກສາລະບົບໄຮໂດຼລິກ

    ຄວາມປອດໄພຂອງລະບົບໄຮໂດຼລິກ

    • ຂໍ​ການ​ປິ່ນ​ປົວ​ທາງ​ການ​ແພດ​ທັນ​ທີ, ຖ້າມີການສີດຂອງ​ແຫຼວເຂົ້າໄປໃນຜິວໜັງ. ຂອງ​ແຫຼວ​ທີ່​ສີດເຂົ້າຕ້ອງໄດ້ຮັບການຜ່າຕັດເອົາ​ອອກ​ໂດຍ​ທ່ານ​ໝໍພາຍໃນສອງ​ສາມຊົ່ວໂມງ.

    • ຮັບປະກັນວ່າທໍ່ ແລະ ສາຍເຊື່ອມຕໍ່ຂອງ​ແຫຼວໄຮໂດຼລິກທັງໝົດຢູ່ໃນສະພາບດີ ແລະ ທຸກໆການເຊື່ອມຕໍ່ໄຮໂດຼລິກ ແລະ ອຸປະກອນຕ່າງໆແໜ້ນກ່ອນທີ່ຈະນຳໃຊ້ຄວາມກົດດັນຕໍ່ລະບົບໄຮໂດຼລິກ.

    • ຮັກສາຮ່າງກາຍ ແລະ ມືຂອງທ່ານໃຫ້ຢູ່ຫ່າງຈາກການຮົ່ວໄຫຼຂອງຮູ ຫຼື ຮູທີ່ເຮັດໃຫ້ສີດນ້ຳມັນໄຮໂດຼລິກຄວາມດັນສູງ.

    • ໃຊ້ເຈ້ຍ​ແຂງ ຫຼື ເຈ້ຍເພື່ອຊອກຫາການຮົ່ວຂອງໄຮໂດຼລິກ.

    • ຜ່ອນ​ແຮງດັນທັງ​ໝົດໃນລະບົບໄຮໂດຼລິກລົງຢ່າງປອດໄພກ່ອນທີ່ຈະປະຕິບັດວຽກງານໃດໜຶ່ງໃນລະບົບໄຮໂດຼລິກ.

    ການກວດເບິ່ງສາຍ ແລະ ທໍ່ໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງສາຍ ແລະ ທໍ່ໄຮໂດຼລິກ.
  • ກວດເບິ່ງສາຍ ແລະ ທໍ່ໄຮໂດຼລິກສຳລັບການຮົ່ວໄຫຼ, ສາຍຫງິກງໍ, ຕົວຕິດຕັ້ງຫຼວມ, ຫຼຸ້ຍຫ້ຽນ, ບໍ່ພໍດີ, ການເສື່ອມ​ສະ​ພາບ​ຈາກດິນຟ້າອາກາດ ແລະ ການເສື່ອມ​ສະ​ພາບ​ທາງເຄມີ. ທຳສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະດຳເນີນງານ.

    ຂໍ້ມູນຈຳເພາະຂອງນ້ຳມັນໄຮໂດຼລິກ

    ທ້ອງອ່າງແມ່ນ​ໄດ້​ໃສ່ນ້ຳມັນໄຮໂດຼລິກທີ່ມີຄຸນນະພາບສູງເຕັມຢູ່ໂຮງງານ. ກວດເບິ່ງລະດັບຂອງນ້ຳມັນໄຮໂດຼລິກກ່ອນທີ່ທ່ານຈະຕິດຈັກເທື່ອ​ທຳ​ອິດ ແລະ ປະຈຳວັນຫຼັງຈາກນັ້ນ; ໃຫ້​ເບິ່ງ ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ.

    ນ້ຳມັນໄຮໂດຼລິກທີ່ແນະນຳ: Toro PX Extended Life Hydraulic Fluid; ມີຢູ່ໃນ​ຕຸກ 19 ລິດ (5 ແກນລອນສະຫະລັດ) ຫຼື 208 ລິດ (55 ແກນລອນສະຫະລັດ).

    Note: ເຄື່ອງຈັກທີ່ປ່ຽນ​ຖ່າຍ​ນ້ຳ​ມັນ​ຕາມທີ່ແນະນຳບໍ່​ຈຳ​ເປັນ​ຕ້ອງປ່ຽນນ້ຳມັນ ແລະ ປ່ຽນໝໍ້ກອງເລື້ອຍໆ.

    ນ້ຳມັນໄຮໂດຼລິກທາງເລືອກ: ຖ້າບໍ່ມີ Toro PX Extended Life Hydraulic Fluid, ທ່ານອາດຈະໃຊ້ນ້ຳມັນໄຮໂດຼລິກແບບທຳມະດາທີ່ມີຂໍ້​ມູນ​ຈຳເພາະທີ່ມີຢູ່ໃນຂອບເຂດທີ່ລະບຸໄວ້ສຳລັບຄຸນສົມບັດວັດສະດຸຕໍ່ໄປນີ້ ແລະ ມັນຖືກຕ້ອງຕາມມາດຕະຖານອຸດສາຫະກຳ. ຢ່າໃຊ້ນໍ້າມັນສັງເຄາະ. ປຶກສາກັບຕົວແທນຈຳໜ່າຍນ້ຳມັນຫຼໍ່​ລື່ນເພື່ອກຳນົດຜະລິດຕະພັນທີ່ໜ້າພໍໃຈ.

    Note: Toro ບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຈາກການປ່ຽນທີ່ບໍ່ຖືກຕ້ອງ, ສະນັ້ນໃຊ້ຜະລິດຕະພັນຈາກຜູ້ຜະລິດທີ່ມີຊື່ສຽງຜູ້ທີ່ຈະຢູ່ເບື້ອງ​ຫຼັງການແນະນຳຂອງພວກເຂົາເທົ່າ​ນັ້ນ.

    ດັດຊະນີຄວາມໜຽວສູງ/ນ້ຳ​ມັນ​ໄຮ​ໂດຼ​ລິກ​ກັນຫຼຸ້ຍຫ້ຽນຈຸດຖອກ​ຕ່ຳ, ISO VG 46

    ຄຸນສົມບັດຂອງວັດສະດຸ: 
     ຄວາມໜຽວ, ASTM D445cSt @ 40°C (104°F) 44 ເຖິງ 48
     ດັດຊະນີຄວາມໜຽວ ASTM D2270140 ຫຼື ສູງກວ່າ
     ຈຸດ​ຖອກ, ASTM D97-37°C ເຖິງ -45°C (-34°F ເຖິງ -49°F)
     ຂໍ້ມູນຈຳເພາະທາງອຸດສາຫະກຳ:Eaton Vickers 694 (I-286-S, M-2950-S/35VQ25 ຫຼື M-2952-S)

    Note: ນ້ຳມັນໄຮໂດຼລິກຫຼາຍອັນເກືອບບໍ່ມີສີ, ເຮັດໃຫ້ມີຄວາມຫຍຸ້ງຍາກໃນການກວດການຮົ່ວໄຫຼ. ສານເຕີມສີຍ້ອມສີແດງສຳລັບນ້ຳມັນໄຮໂດຼລິກແມ່ນມີຢູ່ໃນຂວດ 20 ມລ (0.67 ອອນ). ຕຸກແມ່ນພຽງພໍສຳລັບນ້ຳມັນໄຮໂດຼລິກປະມານ 15 ຫາ 22 ລິດ (4 ຫາ 6 ແກນລອນສະຫະລັດ). ສັ່ງຊື້ອາໄຫຼ່ເບີ 44-2500 ຈາກຜູ້ຈຳໜ່າຍ Toro ຂອງທ່ານທີ່ໄດ້ຮັບອະນຸຍາດ.

    Important: ນ້ຳ​ມັນ​ໄຮ​ໂດຼ​ລິກ​ຍ່ອຍ​ສະ​ຫຼາຍ​ທາງ​ຊີ​ວະ​ໄດ້​ເປັນ​ສານ​ສັງ​ເຄາະເກ​ຣດ​ພ​ຣີ​ມ້ຽມ​ຂອງ​ໂທ​ໂຣ (Toro Premium Synthetic Biodegradable Hydraulic Fluid) ແມ່ນນ້ຳມັນຊີວະພາບທີ່ສັງເຄາະພຽງຢ່າງດຽວທີ່ຖືກຮັບຮອງໂດຍ Toro. ນ້ຳມັນນີ້ສາມາດໃຊ້ໄດ້ກັບ elastomers ທີ່ໃຊ້ໃນລະບົບບົບໄຮໂດຼລິກ Toro ແລະ ເໝາະສົມກັບສະພາບອຸນຫະພູມທີ່ກວ້າງຂວາງ. ນ້ຳມັນນີ້ສາມາດໃຊ້ໄດ້ກັບນ້ຳມັນແຮ່ທາດທຳມະດາ, ແຕ່ສຳລັບການຍ່ອຍ​ສະ​ຫຼາຍ​ທາງ​ຊີ​ວະ ແລະ ປະສິດຕິພາບສູງສຸດ, ຄວນ​ລ້າງ​ນ້ຳ​ມັນ​ທຳ​ມະ​ດາ​ອອກ​ຈາກລະບົບໄຮໂດຼລິກໃຫ້​ໝົດ. ນ້ຳ​ມັນ​ໄຮ​ໂດຼ​ລິກ​ຍ່ອຍ​ສະ​ຫຼາຍ​ທາງ​ຊີ​ວະ​ໄດ້​ເປັນ​ສານ​ສັງ​ເຄາະເກ​ຣດ​ພ​ຣີ​ມ້ຽມ​ຂອງ​ໂທ​ໂຣ (Toro Premium Synthetic Biodegradable Hydraulic Fluid) ແມ່ນ​ມີ​ໃຫ້​ໂດຍ​ຕົວ​ແທນ​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ​ໃນ​ຂະ​ໜາດຖັງ 19 ລິດ (5 ແກນ​ລອນ) ຫຼື ຖັງ​ຂະ​ໜາດ 208 ລິດ (55 ແກນ​ລອນສະ​ຫະ​ລັດ).

    ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບຂອງນ້ຳໄຮມັນໂດຼລິກ.
    1. ຈອດເຄື່ອງຈັກຢູ່ໃນພື້ນ​ພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ມອດຈັກ, ໃສ່​ເບ​ຣກມື ແລະ ຖອດກະແຈ.

    2. ທຳຄວາມສະອາດບໍລິເວນອ້ອມຮອບຄໍຫົວ​ເຕີມ ແລະ ຝາປິດຂອງຖັງໄຮໂດຼລິກ (ຮູບສະແດງ 72).

      g021215
    3. ຖອດຝາປິດ/ເຫຼັກ​ແທກ​ນ້ຳ​ມັນອອກຈາກຄໍຫົວເຕີມ ແລະ ເຊັດມັນດ້ວຍຜ້າທີ່ສະອາດ.

    4. ໃສ່ເຫຼັກ​ແທກ​ນ້ຳ​ມັນເຂົ້າໄປໃນຄໍຫົວ​ເຕີມ; ຫຼັງຈາກນັ້ນເອົາມັນອອກ ແລະ ກວດເບິ່ງລະດັບຂອງຂອງແຫຼວ.

      Note: ລະດັບຂອງແຫຼວຄວນຢູ່ພາຍໃນລະ​ດັບ​ການ​ເຮັດ​ວຽກໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.

      Important: ຢ່າເຕີມຈົນລົ້ນ.

    5. ຖ້າລະດັບຢູ່ຕ່ຳ, ຕື່ມຂອງ​ແຫຼວທີ່ເໝາະສົມໃສ່ເພື່ອໃຫ້ໄດ້ລະດັບໃນຂີດໝາຍ ເຕັມຖັງ.

    6. ປິດຝາ/ເອົາ​ເຫຼັກ​ແທກ​ນ້ຳ​ມັນ​ໃສ່​ເຂົ້າ​ໄປ​ໃນ​ຄໍ​ຫົວ​ເຕີມ.

    ຄວາມຈຸນ້ຳມັນລະບົບໄຮໂດຼລິກ

    41.6 ລິດ (11 ແກນລອນສະຫະລັດ); ໃຫ້​ເບິ່ງ ຂໍ້ມູນຈຳເພາະຂອງນ້ຳມັນໄຮໂດຼລິກ

    ການປ່ຽນນ້ຳມັນໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 800 ຊົ່ວໂມງ
  • ຖ້າທ່ານບໍ່ໄດ້ນຳໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນ້ຳມັນທາງເລືອກໃສ່​ທ້ອງ​ອ່າງ, ໃຫ້ປ່ຽນນ້ຳມັນໄຮໂດຼລິກ.
  • ທຸກໆ 2,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນນ້ຳມັນໄຮໂດຼລິກ.
  • ຖ້ານ້ຳມັນມີການປົນເປື້ອນ, ຕິດຕໍ່ຕົວແທນຈຳໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດຂອງທ່ານເພາະວ່າລະບົບດັ່ງກ່າວຕ້ອງໄດ້ຖືກລ້າງອອກ. ນ້ຳມັນທີ່ປົນເປື້ອນເບິ່ງເຫັນ​ວ່າຂຸ້ນ ຫຼື ສີດຳເມື່ອປຽບທຽບກັບນ້ຳມັນທີ່ສະອາດ.

    1. ຈອດເຄື່ອງຈັກຢູ່ໃນພື້ນ​ພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ມອດຈັກ, ໃສ່​ເບ​ຣກມື ແລະ ຖອດກະແຈ.

    2. ຍົກຝາກະໂປ່ງຂື້ນ

    3. ວາງອ່າງໂຕ່ງນ້ຳມັນໃຫ່ຍໄວ້ກ້ອງບ່ອນ​ອັດຕິດຢູ່​ທ້ອງອ່າງນ້ຳມັນໄຮໂດຼລິກ (ຮູບສະແດງ 73).

      g027137
    4. ຖອດທໍ່ຢາງຈາກດ້ານລຸ່ມຂອງຈຸດຕໍ່ ແລະ ປ່ອຍໃຫ້ນ້ຳມັນໄຮໂດຼລິກໄຫຼລົງໃນອ່າງ​ໂຕ່ງນໍ້າມັນ.

    5. ໃສ່ທໍ່ຢາງໃນເວລາທີ່ນ້ຳມັນໄຮໂດຼລິກໄຫຼອອກ​ໝົດ​ແລ້ວ.

    6. ເຕີມນ້ຳມັນໄຮໂດຼລິກໃສ່ທ້ອງ​ອ່າງ; ໃຫ້​ເບິ່ງ ຂໍ້ມູນຈຳເພາະຂອງນ້ຳມັນໄຮໂດຼລິກ ແລະ ຄວາມຈຸນ້ຳມັນລະບົບໄຮໂດຼລິກ.

      Important: ໃຊ້ພຽງແຕ່ນ້ຳມັນໄຮໂດຼລິກທີ່ລະບຸໄວ້ເທົ່ານັ້ນ. ນ້ຳ​ມັນ​ຊະ​ນິດ​ອື່ນ​ອາດ​ຈະ​ເຮັດ​ໃຫ້​ລະ​ບົບ​ເກີດ​ຄວາມ​ເສຍ​ຫາຍ.

    7. ໃສ່​ຝາ​ປິດ​ທ້ອງ​ອ່າງ.

    8. ຕິດຈັກ ແລະ ໃຊ້ເຄື່ອງຄວບຄຸມໄຮໂດຼລິກທັງໝົດເພື່ອແຈກຈ່າຍນ້ຳມັນໄຮໂດຼລິກໃນທົ່ວລະບົບ.

    9. ກວດເບິ່ງການຮົ່ວໄຫຼ.

    10. ມອດຈັກ.

    11. ກວດເບິ່ງລະດັບນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ຕື່ມ​ໃສ່ໃຫ້ພຽງພໍໄດ້ລະດັບກັບຂີດໝາຍ ເຕັມ ຢູ່ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.

      Important: ຢ່າເຕີມ​ນ້ຳ​ມັນ​ໃສ່​ທ້ອງ​ອ່າງ​ຈົນ​ລົ້ນ.

    ການປ່ຽນໝໍ້ກອງໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 800 ຊົ່ວໂມງ
  • ຖ້າທ່ານບໍ່ໄດ້ນຳໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນໍ້າມັນທາງ​ເລືອກ​ໃສ່​ທ້ອງອ່າງ, ໃຫ້ປ່ຽນໝໍ້ກອງໄຮໂດຼລິກ.
  • ທຸກໆ 1,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນໝໍ້ກອງໄຮໂດຼລິກ.
  • Important: ການນຳໃຊ້ໝໍ້ກອງອື່ນໃດໜຶ່ງອາດຈະເຮັດໃຫ້ການຮັບປະກັນຂອງບາງສ່ວນປະກອບເປັນ​ໂມ​ຄະ.

    1. ຈອດເຄື່ອງຈັກຢູ່ໃນພື້ນ​ພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ມອດຈັກ, ໃສ່​ເບ​ຣກມື ແລະ ຖອດກະແຈ.

    2. ທຳ​ຄວາມ​ສະ​ອາດ​ພື້ນ​ທີ່​ອ້ອມ​ຮອບ​ບໍ​ລິ​ເວນ​ທີ່​ຕິດ​ຕັ້ງ​ໝໍ້​ກອງ​ກອງ ແລະ ວາງ​ຖາດ​ຮອງ​ນ້ຳ​ມັນ​ຢູ່ໃຕ້​ໝໍ້​ກອງ (ຮູບສະແດງ 74).

      g027138
    3. ຖອດໝໍ້ກອງອອກ.

    4. ທານ້ຳມັນຫຼໍ່ລື່ນໃສ່ແຫວນໃນໝໍ້ກອງໃໝ່ດ້ວຍນ້ຳມັນໄຮໂດຼລິກ.

    5. ຮັບປະກັນວ່າບໍລິເວນຕິດຕັ້ງໝໍ້ກອງສະອາດ.

    6. ຕິດຕັ້ງໝໍ້ກອງດ້ວຍມືຈົນກວ່າແຫວນສຳຜັດກັບພື້ນຜິວຕິດຕັ້ງ, ຫຼັງຈາກນັ້ນໝູນມັນຕື່ມອີກ ½ ຮອບ.

    7. ຕິດຈັກ ແລະ ປ່ອຍໃຫ້ມັນແລ່ນປະມານ 2 ນາທີເພື່ອໄລ່ອາກາດອອກຈາກລະບົບ.

    8. ມດຈັກ ແລະ ກວດເບິ່ງການຮົ່ວໄຫຼ.

    ການ​ທົດ​ສອບເບິ່ງ​ຄວາມ​ດັນ​ໃນລະ​ບົບໄຮໂດຼລິກ

    ໃຊ້ຊ່ອງທົດສອບລະບົບໄຮໂດຼລິກເພື່ອທົດສອບຄວາມດັນໃນວົງຈອນໄຮໂດຼລິກ. ຕິດຕໍ່ຕົວແທນຈຳໜ່າຍ Toro ຂອງທ່ານເພື່ອຂໍຄວາມຊ່ວຍເຫຼືອ.

    ໃຊ້ຊ່ອງທົດສອບຢູ່ເທິງທໍ່ໄຮໂດຼລິກດ້ານໜ້າ (ຮູບສະແດງ 75) ເພື່ອຊ່ວຍໃນການແກ້ໄຂບັນຫາຂອງວົງຈອນຂັບເຄື່ອນ.

    g031993

    ໃຊ້ຊ່ອງທົດສອບຢູ່ເທິງຫົວ​ສູບ​ເກຍ (ຮູບສະແດງ 76) ເພື່ອ​ຊ່ວຍ​ໃນ​ການ​ແກ້​ໄຂ​ບັນ​ຫາ​ວົງ​ຈອນ​ຍົກ.

    g027139

    ໃຊ້ຊ່ອງທົດສອບຢູ່ເທິງທໍ່​ໄຮ​ໂດ​ລິກ (ຮູບສະແດງ 76) ເພື່ອ​ຊ່ວຍ​ໃນ​ການ​ແກ້​ໄຂ​ບັນ​ຫາ​ວົງ​ຈອນແຮງ​ດັນ​ການ​ສາກ.

    ການບຳ​ລຸງຮັກສາລະບົບໜ່ວຍຕັດ

    ຄວາມປອດໄພຂອງໃບມີດ

    • ໃບມີດ ຫລື ມີດນອນທີ່ຫ້ຽນ ຫຼື ເສຍຫາຍສາມາດແຕກຫັກ ແລະ ຊິ້ນສ່ວນສາມາດກະເດັນໃສ່ທ່ານ ຫຼື ຜູ້ທີ່ຢູ່ຂ້າງນອກ, ເຊິ່ງກໍ່ໃຫ້ເກີດການບາດເຈັບສາ​ຫັດ​ຕໍ່ບຸກ​ຄົນ ຫຼື ເສຍຊີວິດໄດ້.

    • ກວດກາໜ່ວຍຕັດເປັນໄລ​ຍະສຳລັບການຫຼຸ້ຍຫ້ຽນ ຫຼື ຄວາມ​ເສຍ​ຫາຍຫຼາຍເກີນໄປ.

    • ໃຊ້ຄວາມລະມັດລະວັງເມື່ອກວດເບິ່ງໜ່ວຍຕັດ. ຫໍ່ໃບມີດຄ້າຍ ຫຼື ໃສ່ຖົງມື ແລະ ໃຊ້ຄວາມລະມັດລະວັງໃນເວລາທີ່ບຳ​ລຸງ​ຮັກ​ສາກຽວ ແລະ ແຜ່ນມີດ. ປ່ຽນ ຫຼື ຝົນກຽວ ແລະ ແຜ່ນມີດເທົ່າ​ນັ້ນ; ຢ່າບິດໃຫ້ຊື່ ຫຼື ເຊື່ອມຈອດພວກມັນ.

    • ຢູ່ໃນເຄື່ອງຈັກທີ່ມີຫຼາຍຫນ່ວຍຕັດ, ຄວນລະມັດລະວັງເມື່ອໝູນກຽວ; ມັນສາມາດເຮັດໃຫ້ກຽວໃນຫນ່ວຍຕັດອື່ນໆໝູນ​ໄດ້.

    ການກວດເບິ່ງການສຳຜັດຂອງແຜ່ນມີດກັບກຽວ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ການກວດເບິ່ງການສຳຜັດຂອງແຜ່ນມີດກັບກຽວ.
  • ໃນ​ແຕ່​ລະ​ມື້​ກ່ອນ​ທີ່​ຈະ​ໃຊ້​ງານ, ກວດເບິ່ງການສຳຜັດຂອງແຜ່ນມີດກັບກຽວ, ໂດຍບໍ່ຄຳນຶງວ່າຄຸນນະພາບຂອງການຕັດໄດ້ຮັບການຍອມຮັບມາ​ກ່ອນ​ຫຼື​ບໍ່. ຕ້ອງມີການສຳຜັດເລັກນ້ອຍຜ່ານໄລຍະຄວາມຍາວທັງໝົດຂອງກຽວ ແລະ ແຜ່ນ​ມີດ (ໃຫ້​ເບິ່ງການດັດປັບກຽວກັບແຜ່ນມີດຢູ່ໃນຄູ່​ມືຜູ້​ໃຊ້ໜ່ວຍ​ຕັດ).

    ການໝູນໜ່ວຍຕັດກັັບຄືນ

    Note: ໃນເວລາທີ່ໝູນກັບຄືນ, ໜ່ວຍທາງຫນ້າທັງຫມົດຈະປະຕິບັດງານຮ່ວມກັນ ແລະ ຫນ່ວຍທາງຫຼັງຈະປະຕິບັດງານຮ່ວມກັນ.

    1. ຈອດເຄື່ອງຈັກຢູ່ໃນພື້ນຜິວ​ພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ມອດຈັກ, ໃສ່​ເບ​ຣກມື ແລະ ຍ້າຍສະວິດເປີດ/ປິດໃຊ້ງານໄປຢູ່ໃນຕຳແໜ່ງ ປິດໃຊ້ງານ.

    2. ເພື່ອ​ເປີດ​ໃຊ້​ງານ​ຄຸນ​ສົມ​ບັດໃບ​ມີດ​ຕັດກັບ (backlap) ໃນ​ເມ​ນູ​ບໍ​ລິ​ການ​ຂອງ InfoCenter, ປະ​ຕິ​ບັດ​ດັ່ງ​ຕໍ່​ໄປ​ນີ້:

      1. ໃນ​ເວ​ລາ​ທີ່​ເຄື່ອງ​ຈັດ​ປິດ​ຢູ່, ແຕ່​ກະ​ແຈ​ຢູ່​ໃນ​ຕຳ​ແໜ່ງເຄື່ອນ​ທີ່, ເຂົ້າ​ໄປ​ທີ່​ເມ​ນູຫຼັກ​ຂອງ InfoCenter.

      2. ຈາກ​ເມ​ນູຫຼັກ, ເລື່ອນ​ລົງ​ໄປ​ທີ່​ເມ​ນູ​ການ​ບຳ​ລຸງ​ຮັກ​ສາ​ໂດຍ​ໃຊ້​ປຸ່ມ​ກາງ ແລະ ເລືອກ​ມັນ​ໂດຍ​ໃຊ້​ປຸ່ມ​ເບື້ອງ​ຂວາ.

      3. ໃນ​ເມ​ນູ​ການ​ບໍ​ລິ​ການ, ເລື່ອນ​ລົງ​ມາ​ທີ່ໃບ​ມີດຕັດ​ກັບ​ດ້ານໜ້າ (Front Backlap), ໃບ​ມີດຕັດ​ກັບ​ດ້ານຫຼັງ (Rear Backlap) ແລະ ເປີດ​ໃຊ້​ງານ​ດ້ານ​ໜ້າ, ດ້ານຫຼັງ ຫຼື ທັງ​ສອງ​ດ້ານ​ໂດຍ​ການ​ນຳ​ໃຊ້​ປຸ່ມ​ເບື້ອງ​ຂວາ​ເພື່ອ​ເປີດ​ຊຸດໜ່ວຍ​ຕັດທີ່​ຕ້ອງ​ການ​ຈາກ ​ປິດ ເປັນ ເປີດ.

      4. ກົດ​ປຸ່ມດ້າ​ນຊ້າຍ​ເພື່ອບັນ​ທຶກ​ການ​ຕັ້ງ​ຄ່າ ແລະ ອອກ​ຈາກເມ​ນູ​ການ​ຕັ້ງ​ຄ່າ.

    3. ເຮັດໃຫ້ການດັດປັບແຜ່ນມີດກັບກຽວເບື້ອງຕົ້ນເໝາະສົມສຳລັບການໝູນກັບທຸກໜ່ວຍຕັດທີ່ສາມາດໝູນກັບຫຼັງໄດ້; ໃຫ້​ເບິ່ງ ຄູ່ມືຜູ້​ໃຊ້ໜ່ວຍ​ຕັດ.

    4. ຕິດຈັກ ແລະ ປ່ອຍ​ໄວ້​ໃນ​ຄວາມ​ໄວ​ກາ​ລັງ​ຕີ.

      ອັນຕະລາຍ

      ການປ່ຽນແປງຄວາມໄວຂອງເຄື່ອງຈັກໃນຂະນະທີ່ໝູນກັບຫຼັງອາດຈະເຮັດໃຫ້ກຽວຢຸດເຮັດວຽກ.

      • ຢ່າປ່ຽນແປງຄວາມໄວຂອງເຄື່ອງຈັກໃນຂະນະທີ່ຢູ່ໃນການໝູນກັບຫຼັງ.

      • ໝູນກັບໃນຄວາມໄວຂອງເຄື່ອງຈັກທີ່ບໍ່ເຮັດວຽກເທົ່າ​ນັ້ນ.

    5. ດ້ວຍຄັນໂຍກຕັດ/ຂົນສົ່ງຢູ່ໃນຕຳແໜ່ງຕັດຫຍ້າ, ຍ້າຍປຸ່ມເປີດ/ປິດໃຊ້ງານໄປທີ່ຕຳແໜ່ງເປີດໃຊ້ງານ. ເຄື່ອນຕົວ​ຄວບ​ຄຸມປ່ອຍ​ຕ່ຳ​ລົງຕັດຫຍ້າ/ຍົກຂຶ້ນ​ໄປ​ທາງ​ໜ້າເພື່ອເລີ່ມຕົ້ນການປະຕິບັດງານໝູນກັບຫຼັງຢູ່ເທິງກຽວທີ່ຖືກກຳນົດໄວ້.

    6. ນຳໃຊ້ແປງດ້າມຍາວຂັດ​ຖູອົງປະກອບການໝູນ.

      Important: ຢ່າໃຊ້ແປງດ້າມສັ້ນ.

    7. ຖ້າຫາກວ່າ​ກຽວຢຸດ ຫຼື ຜິດປົກກະຕິໃນຂະນະທີ່ໝູນກັບຄືນ, ເລືອກການຕັ້ງຄ່າຄວາມໄວກຽວທີ່ສູງຂຶ້ນຈົນກວ່າຄວາມໄວຄົງທີ່, ຫຼັງຈາກນັ້ນໃຫ້ຄວາມ​ໄວກຽວກັບມາຄວາມໄວທີ່ທ່ານຕ້ອງການ. ສາ​ມາດ​ເຮັດ​ສິ່ງນີ້​ໄດ້​ໂດຍ​ການໃຊ້​ປຸ່ມ​ຢູ່ໃນ InfoCenter.

    8. ເພື່ອປັບຕົວກັບໜ່ວຍຕັດໃນຂະນະທີ່ໝູນກັບຫຼັງ, ປິດກຽວໂດຍການຍ້າຍຄັນໂຍກປ່ອຍ​ຕ່ຳ​ລົງຕັດຫຍ້າ/ຍົກຂຶ້ນກັບຫຼັງ; ປຸ່ມເປີດ/ປິດໃຊ້ງານກັບໄປຫາຕຳແໜ່ງປິດໃຊ້ງານ ແລະ ມອດຈັກ. ຫຼັງຈາກສຳເລັດການດັດປັບແລ້ວ, ໃຫ້ເຮັດ​ຊ້ຳຂັ້ນຕອນ ຫາ .

    9. ເຮັດຂັ້ນຕອນຊ້ຳອີກສຳລັບໜ່ວຍຕັດທັງໝົດທີ່ທ່ານຕ້ອງການໝູນກັບ.

    10. ໃນ​ເວ​ລາ​ທີ່​ສຳ​ເລັດ​ແລ້ວ, ປິດ​ຄຸນ​ສົມ​ບັດໝູນ​ກັບ​ຄືນ, ນຳ​ໃຊ້​ປຸ່ມ​ໃນ InfoCenter ແລະ ລ້າງນ້ຳ​ຢາ​ລ້າງ​ໃບ​ມີດ​ທັງ​ໝົດ​ອອກ​ຈາກ​ໜ່ວຍ​ຕັດ. ປັບກຽວໜ່ວຍຕັດກັບແຜ່ນມີດຕາມຄວາມຕ້ອງການ. ປັບ​ຄວາມ​ໄວ​ຂອງ​ກຽວໜ່ວຍຕັດໄປ​ຢູ່​ຕຳ​ແໜ່ງການ​ຕັດຫຍ້າ​ທີ່​ຕ້ອງ​ການ.

      Important: ຖ້າ​ຫາກ​ທ່ານບໍ່​ປ່ຽນການ​ຕັ້ງ​ຄ່າ​ຄຸນ​ສົມ​ບັດ​ໃບ​ມີດເປັນ ປິດ ຫຼັງ​ຈາກ​ການ​ຕັດ​ຫຍ້າ, ໜ່ວຍ​ຕັດ​ຈະບໍ່​ຍົກ​ຂຶ້ນ ຫຼື ເຮັດ​ວຽກ​ໄດ້​ຖືກ​ຕ້ອງ.

      Note: ຂອບ​ທີ່​ປູ້​ອາດ​ຈະ​ເປັນ​ຜົນ​ມາ​ຈາກການການພັບ​ຂອບ​ຂອງ​ໜ່ວຍ​ຕັດ. ເພື່ອ​ໃຫ້​ໄດ້​ຂອບ​ຕັດ​ທີ່​ດີ​ຂຶ້ນ, ໃຫ້​ລັບ​ຕາມຂອບ​ຕັດ 90º ໄປ​ທີ່​ດ້ານ​ໜ້າ​ຂອງ​ມີດນອນ​ເພື່ອ​ກຳ​ຈັດ​ຄວາມ​ປູ້.

    ການເກັບມ້ຽນ

    ຄວາມປອດໄພໃນການເກັບຮັກສາ

    • ປິດເຄື່ອງຈັກ, ຖອດກຸນແຈ, ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເທິງເຄື່ອງໃຊ້ອື່ນໆ.

    ການກະກຽມໜ່ວຍຂັ​ບ​ເຄື່ອນ

    1. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ໃສ່​ເບ​ຣກມື, ມອດຈັກ ແລະ ຖອດກະແຈອອກ.

    2. ທຳຄວາມສະອາດໜ່ວຍຂັບເຄື່ອນ, ໜ່ວຍຕັດ ແລະ ເຄື່ອງຈັກ.

    3. ກວເບິ່ງຄວາມດັນຂອງຢາງລົດ; ໃຫ້​ເບິ່ງ ການກວດເບິ່ງຄວາມດັນຂອງຢາງລົດ.

    4. ກວດເບິ່ງຕົວຮັດທັງໝົດສຳລັບຄວາມຫຼວມ; ຮັດພວກ​ມັນໃຫ້ແໜ້ນຕາມຄວາມຈຳເປັນ.

    5. ໃສ່ກະແລັດ ຫຼື ນ້ຳມັນກັບສ່ວນທີ່ເຂົ້າກັນທັງໝົດ ແລະ ຈຸດແກນ. ເຊັດນໍ້າມັນຫຼໍ່​ລື່ນ​ທີ່​ເຫຼືອ​ອອກ.

    6. ເຊັດກະດາດຊາຍບາງໆ ແລະ ໃຊ້ການທາສີສຳຜັດໃສ່ບໍລິເວນທີ່ຖືກຂູດ ແຕກ ຫຼື ເຂົ້າ​ໝ້ຽງ. ສ້ອມແປງຮອຍບຸ້ມຕ່າງໆໃນຕົວໂລຫະ.

    7. ບຳ​ລຸງ​ຮັກ​ສາແບັດເຕີຣີ ແລະ ສາຍໄຟດັ່ງຕໍ່ໄປນີ້; ໃຫ້​ເບິ່ງ ຄວາມປອດໄພຂອງລະບົບໄຟຟ້າID000-448-328:

      1. ຖອດສາຍຂົ້ວແບັດເຕີຣີອອກຈາກຫົວແບັດເຕີຣີ.

      2. ອະ​ນາ​ໄມ​ແບັດ​ເຕີ​ຣີ, ຂົ້ວ ແລະ ຫົວໂດຍໃຊ້ຝອຍຂັດ ແລະ ​ສານ​ລະ​ລາຍເບັກກິ້ງໂຊດາ.

      3. ເຄືອບຂົ້ວສາຍໄຟ ແລະ ຫົວແບດເຕີຣີ​ດ້ວຍ​ກະ​ແລັດ​ເຄືອບ​ຜິວ Grafo 112X (ອາ​ໄຫຼ່ Toro ເບີ 505-47) ຫຼື ວຸ້ນນ້ຳມັນເພື່ອປ້ອງກັນການກັດກ່ອນ.

      4. ສາກແບັດເຕີຣີຢ່າງ​ຊ້າໆທຸກໆ 60 ວັນເປັນເວລາ 24 ຊົ່ວໂມງເພື່ອປ້ອງກັນການການ​ເປັນ​ຊືນ​ຊັ​ລ​ເຟດ​ຂອງ​ແບັດ​ເຕີ​ຣີ.

    ການກະກຽມເຄື່ອງຈັກ

    1. ປ່ອຍນ້ຳມັນເຄື່ອງຈັກອອກຈາກອ່າງນ້ຳມັນເຄື່ອງ ແລະ ໃສ່​ນັອດອັດບ່ອນ​ປ່ອຍນ້ຳມັນ.

    2. ຖອດໝໍ້​ກອງ​ອອກ ແລະ ກຳ​ຈັດຖີ້ມ. ໃສ່ໝໍ້ກອງນໍ້າມັນໃໝ່ເຂົ້າ​ໄປ.

    3. ຕື່ມ​ນ້ຳ​ມັນ​ຈັກ​ທີ່​ລະ​ບຸ​ໄວ້​ໃສ່​ເຄື່ອງ​ຈັກ.

    4. ຕິດຈັກ ແລະ ແລ່ນມັນດ້ວຍຄວາມໄວກາ​ລັງ​ຕີປະມານ 2 ນາທີ.

    5. ມອດຈັກ ແລະ ຖອດກະແຈ.

    6. ລ້າງຖັງນ້ຳມັນເຊື້ອໄຟດ້ວຍນ້ຳມັນເຊື້ອໄຟທີ່ສະອາດ ແລະ ໃໝ່.

    7. ຮັບປະກັນອຸປະກອນລະບົບນ້ຳມັນທັງໝົດຕິດ​ແໜ້ນ​ດີ.

    8. ທຳຄວາມສະອາດໃຫ້​ທົ່ວ ແລະ ບຳ​ລຸງ​ຮັກ​ສາ​ສ່ວນປະກອບເຕົ້າກອງອາກາດ.

    9. ປິດທາງເຂົ້າກອງອາກາດ ແລະ ທໍ່ໄອເສຍອອກດ້ວຍເທບປ້ອງກັນທຸກສະພາບອາກາດ.

    10. ກວດເບິ່ງການປ້ອງກັນການແຂງຕົວ ແລະ ເພີ່ມນ້ຳຢາ 50/50 ຂອງນໍ້າ ແລະ ນ້ຳຢາຕ້ານກັນ​ການແຂງຕົວ​ອີ​ທີ​ລີນກ​ລີ​ຄອ​ລ (ethylene glycol) ຕາມຄວາມຕ້ອງການສຳ​ລັບອຸນຫະພູມຕ່ຳສຸດທີ່​ຄາດ​ໄວ້​ໃນພື້ນ​ທີ່ຂອງທ່ານ