ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳ​ລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້.

ທ່ານ​ອາດ​ຈະ​ຕິດ​ຕໍ່​ຫາ Toro ໄດ້​ໂດຍ​ກົງ​ທີ່ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ການແນະນຳ

ຄຳ​ແນະ​ນຳ​ດ້ານ​ຊອບ​ແວ​ສຳ​ລັບເຄື່ອງ​ສີດ​ພົ່ນ​ທົ່ງ​ຫຍ້າ​ອະ​ເນກ​ປະ​ສົງ Pro 5800-D ແລະ 5800-G ທີ່​ມີ​ລະ​ບົບ​ສີດ​ພົ່ນ ExcelaRate ໃຫ້​ຂໍ້​ມູນສຳ​ລັບການ​ໃຊ້ຂໍ້​ມູນ​ລະ​ບົບ​ເຄື່ອງ​ສີດ​ພົ່ນ ແລະ ຄວບ​ຄຸມການ​ເຮັດ​ວຽກ​ຂອງ​ລະ​ບົບ​ເ​ຄື່ອງ​ສີດ​ພົ່ນພົ່ນ.

ການຕັ້ງຄ່າ

ກ່ອນ​ທີ່​ທ່ານ​ຈະ​ເລີ່ມ​ການສີດ​ພົ່ນ

ການ​ກະ​ກຽມ​ເຄື່ອງ​ຈັກ​ໃນ​ເວ​ລາ​ທີ່ສີດ​ພົ່ນໃນຢູ່​ໃນໂໝດ​ອັດ​ຕາ​ການ​ນຳ​ໃຊ້

  1. ເຕີມ​ຖັງ​ເຄື່ອງສີດ​ພົ່ນ ແລະ ຖັງນ້ຳ​ສະ​ອາ​ດ; ໃຫ້ເບິ່ງ​ການເຕີມ​ຖັງ​ເຄື່ອງສີດ​ພົ່ນ ແລະ ການ​ເຕີມຂັ້ນ​ຕອນ​ດຳ​ເນີນ​ການຖັງນ້ຳ​ສະ​ອາ​ດຢູ່ໃນຄູ່ມືຜູ້​ໃຊ້.

  2. ການ​ປັບ​ຕັ້ງ​ລະ​ບົບ​ເຄື່ອງ​ສີດພົ່ນ; ໃຫ້​ເບິ່ງ .

  3. ຕັ້ງຄ່າ​ອັດ​ຕາການ​ນຳໃຊ້ ແລະ ອັດ​ຕາ​ການ​ນຳໃຊ້ສຳ​ລັບ​ວຽກເຄື່ອງສີດ​ພົ່ນ; ໃຫ້​ເບິ່ງ ແລະ .

  4. ຖ້າ​ຈຳ​ເປັນ, ກຳ​ນົດຄ່າການ​ຕັ້ງ​ຄ່າ​ຕົວ​ເລືອກ​ຕໍ່​ໄປ​ນີ້:

    • ຕັ້ງ​ຄ່າ​ເປີ​ເຊັນ​ການກະ​ຕຸ້ນ; ໃຫ້​ເບິ່ງ .

    • ຖ້າ​ຫາກ​ທ່ານ​ກຳ​ລັງ​ໃຊ້ຕົວ​ຊີ້ບອກຂີດ​ຈຳ​ກັດ​ຕ່ຳ, ປ້ອນ​ຂໍ້​ມູນ​ປະ​ລິ​ມານ​ຂອງ​ສານເຄ​ມີ​ຢູ່ໃນ​ຖັງ​ເຄື່ອງສີດພົ່ນ; ໃຫ້​ເບິ່ງ .

    • ຕັ້ງຄ່າຕົວຊີ້ບອກຂີດ​ຈຳ​ກັດ​ຕ່ຳ ແລະ ຄ່າ​ປະ​ລິ​ມານ​ຂີດ​ຈຳ​ກັດ​ຕ່ຳ​ສຳ​ລັບຖັງ; ໃຫ້​ເບິ່ງ ແລະ .

    • ຕັ້ງຄ່າການ​ປັ່ນລ່ວງ​ໜ້າ; ໃຫ້​ເບິ່ງ .

ການ​ກະ​ກຽມ​ເຄື່ອງ​ຈັກ​ໃນ​ເວ​ລາ​ທີ່​ສີດ​ພົ່ນ​ຢູ່ໃນໂໝດກຳ​ນົດ​ເອງ

  1. ເຕີມ​ຖັງ​ເຄື່ອງສີດ​ພົ່ນ ແລະ ຖັງນ້ຳ​ສະ​ອາ​ດ; ໃຫ້ເບິ່ງ​ການເຕີມ​ຖັງ​ເຄື່ອງສີດ​ພົ່ນ ແລະ ການ​ເຕີມຂັ້ນ​ຕອນ​ດຳ​ເນີນ​ການຖັງນ້ຳ​ສະ​ອາ​ດຢູ່ໃນຄູ່ມືຜູ້​ໃຊ້.

  2. ຖ້າ​ຈຳ​ເປັນ, ກຳ​ນົດຄ່າການ​ຕັ້ງ​ຄ່າ​ຕົວ​ເລືອກ​ຕໍ່​ໄປ​ນີ້:

    • ທາງ​ເລືອກ: ຖ້າ​ຫາກ​ທ່ານ​ກຳ​ລັງ​ໃຊ້ ຕົວ​ລະ​ບຸ​ຂີດ​ຈຳ​ກັດ​ຕ່ຳ, ປ້ອນ​ຂໍ້​ມູນ​ປະ​ລິ​ມານ​ຂອງ​ສານເຄ​ມີ​ໃນ​ຖັງ​ເຄື່ອງສີດພົ່ນ; ໃຫ້​ເບິ່ງ .

    • ເປັນທາ​ງ​ເລືອກ: ຕັ້ງຄ່າຕົວຊີ້ບອກຂີດ​ຈຳ​ກັດ​ຕ່ຳ ແລະ ຄ່າ​ປະ​ລິ​ມານ​ຂີດ​ຈຳ​ກັດ​ຕ່ຳ​ສຳ​ລັບຖັງ; ໃຫ້​ເບິ່ງ ແລະ .

ພາບລວມຂອງຜະລິດຕະພັນ

ໜ້າຈໍຫຼັກສູນ​ຂໍ້​ມູນ

ໃນ​ເວ​ລາ​ທີ່​ທ່ານເປີດ​ໃຊ້​ເຄື່ອງ​ຈັກ, ໜ້າ​ຈໍຫຼັກ​​ປະ​ກົດ​ຂຶ້ນ, ສະ​ແດງ​ໄອ​ຄອນ​ທີ່​ສອດ​ຄ່ອງ​ກັນ (ຕົວ​ຢ່າງ: ເບຣກ​ມືໃສ່ຢູ່, ພາກ​ສ່ວນ​ເຄື່ອງ​ສີດພົ່ນ​ເປີດ​ໃຊ້​ງານ​ຢູ່, ທ່ານບໍ່​ຢູ່​ບ່ອນ​ນັ່ງ ແລະ ອື່ນໆ).

Note: ຮູບ​ດັ່ງ​ຕໍ່​ໄປ​ນີ້​ແມ່ນ​ໜ້າ​ຈໍຕົວ​ຢ່າງ; ໜ້າ​ຈໍ​ນີ້​ສະ​ແດງ​ເຖິງ​ທຸກ​ໄອຄອທີ່​ເປັນ​ໄປ​ໄດ້ທີ່​ອາດ​ຈະ​​ປະ​ກົດ​ຢູ່​ໃນ​ໜ້າ​ຈໍ​ໃນ​ຂະ​ນະ​ທີ່​ກຳ​ລັງ​ໃຊ້​ງານ.

ເບິ່ງກ​ຣາ​ຟ​ຟິກຕໍ່​ໄປ​ນີ້​ສຳ​ລັບທຸກ​ຄຳ​ນິ​ຍາມໄອຄອນ (ຮູບສະແດງ ).

artpending

ຕົວ​ຊີ້ບອກພາກສ່ວນຕົ້ນ​ຕໍ

ຕົວຊີ້ບອກ​ພາກ​ສ່ວນ​ຕົ້ນ​ຕໍ​​ປະ​ກົດ​ຂຶ້ນ​ໃນ​ເວ​ລາ​ທີ່ສະ​ວິດ​ພາກ​ສ່ວນ​ຕົ້ນ​ຕໍຢູ່​ໃນ​ຕຳ​ແໜ່ງເປີດ (ຮູບສະແດງ ).

ຕົວ​ຊີ້ບອກພາກສ່ວນເຄື່ອງ​ສີດ​ພົ່ນ

ພາກ​ສ່ວນ​ເຄື່ອງ​ສີດ​ພົ່ນດ້ານ​ຊ້າຍ, ດ້ານຂວາ ແລະ/ຫຼື ເຄິ່ງກາງຈະ​​ປະ​ກົດ​ຂຶ້ນ​ໃນ​ເວ​ລາ​ທີ່​ສະ​ວິດພາກ​ສ່ວນເຄື່ອງສີດ​ພົ່ນຢູ່​ໃນ​ຕຳ​ແໜ່ງເປີດ (ຮູບສະແດງ ).

ອັດ​ຕາ​ການນຳໃຊ້ເປີດ​ຢູ່

ອັດ​ຕາ​ການ​ນຳ​ໃຊ້ເປີດ​ຢູ່​ສະ​ເໝີ​​ຊີ້ບອກ​ອັດ​ຕາ​ຕົວ​ຈິງ​ທີ່​ຜະ​ລິດ​ຕະ​ພັນສີດພົ່ນໃດ​ໄດ້​ຖືກ​ນຳ​ໃຊ້ (ຮູບສະແດງ ).

ອັດ​ຕາ​ການ​ນຳ​ໃຊ້ເປົ້າ​ໝາຍ (ໂໝດ​ອັດ​ຕາ​ການ​ນຳໃຊ້​ເທົ່າ​ນັ້ນ)

ອັດ​ຕາ​ການ​ນຳໃຊ້ເປົ້າ​ໝາຍສະ​ແດງ​ເຖິງ​ອັດ​ຕາເປົ້າ​ໝາຍ​ທີ່ຜູ້​ໃຊ້​ຕັ້ງ​ຄ່າ (ຮູບສະແດງ ).

Note: ຢູ່​ໃນໂໝດ​ອັດ​ຕາ​ການນຳ​ໃຊ້, ລະ​ບົບ​ທີ່​ພະ​ຍາ​ຍາມ​ໃຫ້ບັນ​ລຸອັດ​ຕາ​ເປົ້າ​ໝາຍ​ທີ່​ທ່ານ​ຕັ້ງໄວ້.

ຕົວ​ຊີ້ບອກ​ຄວາມ​ໄວ​ຂອງ​ພາ​ຫະ​ນະ

ຕົວ​ຊີ້ບອກ​ຄວາມ​ໄວ​ຂອງ​ພາ​ຫະ​ນະສະ​ແດງ​ຄວາມ​ໄວຂອງ​ພາ​ຫະ​ນະ​ໃນ​ປັດ​ຈຸ​ບັນ (ຮູບສະແດງ ).

ຕົວ​ຊີ້ບອກ​ແຮງ​ດັນ​ລະ​ບົບ

ໃນ​ເວ​ລາ​ທີ່​ພາກສ່ວນເຄື່ອງສີດ​ພົ່ນເປີດ​ໃຊ້​ງານ​ຢູ່ (ເປີດ), ຕົວຊີ້ບອກຄວາມ​ດັນລະ​ບົບ​ສະ​ແດງຄວາມ​ດັນ​ລະ​ບົບ; ເມື່ອ​ພາກ​ສ່ວນ​ເຄື່ອງ​ສີດ​ພົ່ນປິດ, ຄວາມດັນທີ່​ຕັ້ງ​ຄ່າ​ມາ​ກ່ອນ​ຂອງ​ການ​ປັ່ນ​​ປະ​ກົດ​ຂຶ້ນ (ຮູບສະແດງ ).

ຕົວ​ຊີ້ບອກ​ເບ​ຣກ​ມື

ຕົວຊີ້ບອກເບ​ຣກ​ມື​ປະ​ກົດ​ຂຶ້ນ​ຢູ່​ໃນ​ໜ້າ​ຈໍຫຼັກ​ໃນ​ເວ​ລາ​ທີ່ໃສ່ເບ​ຣກ​ມືໄວ້ (ຮູບສະແດງ ).

ຕົວ​ຊີ້ບອກບ່ອນ​ນັ່ງ​ຄົນ​ຂັບ

ຕົວ​ຊີ້ບອກບ່ອນ​ນັ່ງ​ຄົນ​ຂັບ​ປະ​ກົດ​ຂຶ້ນ​ຢູ່​ໃນ​ໜ້າ​ຈໍຫຼັກເມື່ອ​ຜູ້​ຂັບ​ອອກ​ຈາກ​ບ່ອນ​ນັ່ງ (ຮູບສະແດງ ).

ອັດ​ຕາ​ການ​ນຳ​ໃຊ້/ຕົວ​ຊີ້ບອກ​ອັດ​ຕາ​ການ​ເລັ່ງ (ໂໝດ​ອັດ​ຕາ​ການ​ນຳໃຊ້​ເທົ່າ​ນັ້ນ)

ຕົວ​ຊີ້ບອກອັດ​ຕາ​ການນຳໃຊ້ສະ​ແດງ​ອັດ​ຕາການ​ນຳໃຊ້ລ່ວງ​ໜ້​າທີ່ທ່ານ​ກຳ​ລັງ​ນຳ​ໃຊ້ (ຮູບສະແດງ ). ຕົວຊີ້ບອກອັດ​ຕາ​ການເລັ່ງ​ປະ​ກົດ​ຂຶ້ນ​ໃນ​ເວ​ລາ​ທີ່​ທ່ານກົດ​ຄ້າງ​ປຸ່ມ 1 ແລະ 5 ໄວ້​ພ້ອມ​ກັນ​ເພື່ອ​ນຳ​ໃຊ້​ອັດ​ຕາ​ການນຳ​ໃຊ້ທີ່ເລັ່ງໄວ້​ເຊັ່ນ: ການ​ເລັ່ງອັດ​ຕາ​ການ​ໃຊ້​ງານໃນ​ເວ​ລາ​ພົ່ນຢາ​ຂ້າຫຍ້າເທິງ​ສະ​ໜາມ​ວັດ​ຊະ​ພືດ.

ຕົວ​ຊີ້ບອກປ້ຳສີດພົ່ນ

ຕົວຊີ້ບອກປ້ຳສີດ​ພົ່ນ​ປະ​ກົດ​ຂຶ້ນໃນ​ເວ​ລາ​ທີ່ປ້ຳ​ສີດພົ່ນກຳ​ລັງ​ແລ່ນ​ຢູ່ (ຮູບສະແດງ ).

ຕົວ​ຊີ້ບອກລະ​ບົບ​ລ້າງ​

ຊຸດ​ເຄື່ອງ​ມືທາງ​ເລືອກ

ຕົວຊີ້ບອກລະ​ບົບລ້າງ​ປະ​ກົດ​ຂຶ້ໃນ​ເວ​ລາ​ທີ່ລະ​ບົບ​ລ້າງເປີດ​ໃຊ້​ງານ​ຢູ່ (ຮູບສະແດງ ).

ຕົວ​ຊີ້ບອກການ​ປັ່ນ

ຕົວຊີ້ບອກການ​ປັ່ນ​ປະ​ກົດ​ຂຶ້ນໃນ​ເວ​ລາ​ທີ່ວາວ​ປັ່ນ​ເປີດ (ຮູບສະແດງ ).

ການປະຕິບັດງານ

ກ່ອນການປະຕິບັດງານ

ການ​ເຂົ້າ​ເຖິງ​ໜ້າ​ຈໍ​ເມ​ນູຫຼັກ

ຈາກ​ໜ້າຈໍຫຼັກ, ກົດ​ປຸ່ມ 5 (ຂວາ​ສຸດ) ໃນສູນ​ຂໍ້​ມູນຄ້າງ​ໄວ້ ເພື່ອ​ເຂົ້າ​ເຖິງ​ໜ້າ​ຈໍ ເມ​ນູຫຼັກ(ຮູບສະແດງ ).

artpending

ຈາກ​ໜ້າຈໍ​ເມ​ນູຫຼັກ, ທ່ານ​ສາ​ມາດ​ເຂົ້າ​ເຖິງ​ໜ້າ​ຈໍ​ກຳ​ນົດອັດ​ຕາ, ໜ້າ​ຈໍ​ການ​ຕັ້ງ​ຄ່າ, ໜ້​າ​ຈໍ​ການ​ປັບ​ຕັ້ງ, ໜ້າ​ຈໍ​ການ​ໃຫ້​ບໍ​ລິ​ການ, ໜ້າ​ຈໍການວິ​ນິ​ໄສ ຫຼື ໜ້າ​ຈໍກ່ຽວ​ກັບໄດ້ (ຮູບສະແດງ ).

artpending

ເມ​ນູຍ່ອຍຕົ້ນ​ຕໍສູນ​ຂໍ້​ມູນ

ໜ້າ​ຈໍຕັ້ງ​ຄ່າອັດ​ຕາ (ໂໝດ​ອັດ​ຕາ​ການນຳ​ໃຊ້​ເທົ່າ​ນັ້ນ)

  1. ເພື່ອເຂົ້າ​ເຖິງ​ໜ້າ​ຈໍຕັ້ງ​ຄ່າອັດ​ຕາ, ກົດ​ປຸ່ມ 2 ໃນໜ້າ​ຈໍ ເມ​ນູຫຼັກ ເພື່ອ​ນຳ​ໄປສູ່ຕົວ​ເລືອກຕັ້ງ​ຄ່າ​ອັດ​ຕາ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກເມ​ນູ​ຍ່ອຍຕັ້ງ​ຄ່າ​ອັດ​ຕາ (ຮູບສະແດງ ).

ໜ້າ​ຈໍ​ນີ້​ສະ​ແດງ​ຜົນ ແລະ ອະ​ນຸ​ຍາດ​ໃຫ້​ທ່ານ​ຕັ້ງ​ຄ່າອັດ​ຕາທີ່​ເປີດ​ໃຊ້​ຢູ່ (ການ​ໃຊ້ນຳ​ໃຊ້), ອັດ​ຕາ 1, ອັດ​ຕາ 2 ແລະ ເ​ປີ​ເຊັນ​ອັດ​ຕາ​ການ​ເລັ່ງ.

ການ​ຕັ້ງ​ຄ່າ​ອັດ​ຕາ​ການ​ນຳ​ໃຊ້

ນຳ​ໃຊ້​ຕົວ​ເລືອກອັດ​ຕາການ​ນຳໃຊ້​ເພື່ອຕັ້ງ​ຄ່າ​ອັດ​ຕາ​ທີ່​ຕັ້ງ​ຄ່າໄວ້​ລ່ວງ​ໜ້າ​ຂອງ​ເຄື່ອງສີດ​ພົ່ນ​ເປັນ​ອັດ​ຕາ 1 ຫຼື ອັດຕາ 2.

  1. ກົດ​ປຸ່ມ 1 ຫຼື 2 ເພື່ອນຳ​ໄປ​ສູ່ຕົວ​ເລືອກອັດ​ຕາ​ການ​ນຳ​ໃຊ້ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກການ​ປ້ອນຂໍ້​ມູນອັດ​ຕາທີ່ນຳ​ໃຊ້ (ຮູບສະແດງ ).

  3. ກົດ​ປຸ່ມ 3 ຫຼື 4 ເພື່ອ​ຕັ້ງ​ຄ່າອັດ​ຕາທີ່​ນຳໃຊ້​ທີ່​ໄດ້​ຕັ້ງ​ໂປ​ຣ​ແກ​ຣມ​ໄວ້ເປັນ ອັດ​ຕາ 1 ຫຼື ອັດ​ຕາ 2 (ຮູບສະແດງ ).

  4. ກົດ​ປຸ່ມ 5 ເພື່ອ​ບັນ​ທຶກ​ການ​ຕັ້ງ​ຄ່າ, ອອກ​ໜ້າ​ຈໍອັດ​ຕາ ແລະ ກັບຄືນ​ໄປຫາ​ໜ້າ​ຈໍຫຼັກ.

Note: ໃນ​ເວ​ລາ​ທີ່​ທ່ານ​ກຳ​ລັງ​ສີດພົ່ນ,​ທ່ານ​ສາ​ມາດ​ສະຫຼັບ​ອັດ​ຕາ​ການ​ນຳ​ໃຊ້​ໄ​ປ​ມາ​ລະ​ຫວ່າງຄ່າ​ອັດ​ຕາ 1 ແລະ ຄ່າ​ອັດ​ຕາ 2 ຈາກ​ໜ້າ​ຈໍຫຼັກ​ໄດ້​ຢ່າງ​ໄວ. ກົດ​ປຸ່ມ 1 ແລະ 2 ພ້ອມ​ກັນ​ເພື່ອ​ເລືອກອັດ​ຕາ 1 ຫຼື ກົດ​ປຸ່ມ 4 ແລະ 5 ພ້ອມ​ກັນ​ເພື່ອ​ເລືອກອັດ​ຕາ 2.

ການຕັ້ງ​ຄ່າ​ອັດ​ຕາ 1 ແລະ ອັດ​ຕາ 2

  1. ກົດ​ປຸ່ມ 1 ຫຼື 2 ເພື່ອນຳ​ໄປ​ສູ່​ຕົວ​ເລືອກອັດ​ຕາ 1 ຫຼື ອັດ​ຕາ 2 (ຮູບສະແດງ )

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກຕົວ​ເລືອກອັດ​ຕາ​ເຄື່ອງສີດພົ່ນ (ຮູບສະແດງ ).

  3. ກົດ​ປຸ່ມ 3 ຫຼື 4 ເພື່ອ​ຕັ້ງ​ຄ່າ​ອັດ​ຕາ​ການ​ເພີ່ມ ຫຼື ຫຼຸດ​ລົງ​ຂອງ​ເຄື່ອງ​ສີດ​ພົ່ນ (ຮູບສະແດງ ).

    Note: ທ່ານ​ສາ​ມາດ​ປ່ຽນ​ອັດ​ຕາ​ໄດ້​ໄວກວ່າ​ໂດຍ​ການ​ກົດປຸ່ມ 3 ຫຼື 4 ຄ້າງ​ໄວ້.

    artpending
  4. ກົດ​ປຸ່ມ 5 ເພື່ອ​ບັນ​ທຶກ​ການ​ຕັ້ງ​ຄ່າ, ອອກ​ໜ້າ​ຈໍອັດ​ຕາ ແລະ ກັບ​ຄືນໄປຫາໜ້າ​ຈໍຕັ້ງ​ຄ່າອັດ​ຕາ.

ການ​ຕັ້ງ​ຄ່າ​ເປີ​ເຊັນ​ການ​ເລັ່ງ

% ອັດ​ຕາ​ການ​ເລັ່ງແມ່ນ​ຈຳ​ນວນ​ເປີ​ເຊັນ​ທີ່​ເພີ່ມ​ເຂົ້າ​ໃນ​ອັດ​ຕາ​ການ​ນຳໃຊ້​ໃນ​ເວ​ລາ​ທີ່​ທ່ານ​ຕ້ອງ​ການ​ສີດພົ່ນ​ສານ​ເຄ​ມີເພີ່ມລົງ​ໃນ​ສະ​ໜາມ​ຫຍ້າ​ເພີ່ມເຊັ່ນ: ຢາ​ຂ້າ​ຫຍ້າ​ເພີ່ມ​ເຕີມ​ທີ່​ໄດ້​ສີດ​ທີ່​ໄດ້​ສີດ​ໃສ​ພື້ນ​ທີ່​ມີ​ວັດ​ຊະ​ພືດ.

Note: ໃນ​ເວ​ລາ​ທີ່​ໃຊ້ເຄື່ອງ​ສີດພົ່ນ, ທີ່​ໜ້​າ​ຈໍຫຼັກ, ກົດ​ປຸ່ມ 1 ແລະ 5 ພ້ອມ​ກັນຄ້າງ​ໄວ້​ເພື່ອ​ນຳ​ໃຊ້​ອັດ​ຕາ​ການ​ເລັ່ງ.ການ​ເລັ່ງ​ຈະ​ເປີດ​ໃຊ້​ງານ​ເມື່ອ​ທ່ານ​ກົດ​ປຸ່ມ 1 ແລະ 5 ເທົ່າ​ນັ້ນຄ້າງ​ໄວ້, ຈາກນັ້ນ​ກັບ​ໄປຫາ​ອັດ​ຕາ​ທີ່​ຕັ້ງ​ໄວ້​ໃນ​ເວ​ລາ​ທີ່​ທ່ານບໍ່​ໄດ້​ກົດປຸ່ມ​ຄ້າງ​ໄວ້.

  1. ກົດ​ປຸ່ມ 1 ຫຼື 2 ເພື່ອນຳ​ໄປ​ສູ່​ຕົວ​ເລືອກເປີ​ເຊັນອັດ​ຕາການເລັ່ງ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກການ​ຕັ້ງ​ຄ່າ % ການ​ເລັ່ງ (ຮູບສະແດງ ).

    Note: ທ່ານ​ສາ​ມາດ​​ຕັ້ງ​ຄ່າເປີ​ເຊັນ​ການ​ເລັ່ງເພີ່ມ​ເປັນ 5%, 10%, 15%, 20% ຫຼື 25% ໄດ້.

    artpending
  3. ກົດ​ປຸ່ມ 3 ຫຼື 4 ເພື່ອ​ເພີ່ມ ຫຼື ຫຼຸດເປີ​ເຊັນ​ການ​ເລັ່ງ (ຮູບສະແດງ ).

    Note: ຕົວ​ຢ່າງ—ຖ້າ​ຫາກ % ການ​ເລັ່ງ =25%, ໃນ​ເວ​ລາ​ທີ່​ເປີດ​ໃຊ້​ງານ​ອັດ​ຕາ​ການ​ເລັ່ງ, ປະ​ລິ​ມານເຄື່ອງ​ສີດ​ພົ່ນແມ່ນ 125% ຂອງ​ອັດ​ຕາ​ການ​ນຳ​ໃຊ້ໃຊ້.

  4. ກົດ​ປຸ່ມ 5 ເພື່ອ​ບັນ​ທຶກ % ການ​ເລັ່ງ, ອອກ​ຈາກ​ໜ້າ​ຈໍ​ການ​ເລັ່ງ ແລະ ກັບ​ຄືນໄປຫາ​ໜ້າ​ຈໍຕັ້ງ​ຄ່າອັດ​ຕາ.

ການ​ຕັ້ງ​ຄ່າ

  1. ເພື່ອເຂົ້າ​ເຖິງ​ໜ້າ​ຈໍ​ການຕັ້ງ​ຄ່າ , ກົດ​ປຸ່ມ 2 ໃນໜ້າ​ຈໍ ເມ​ນູຫຼັກ ເພື່ອ​ນຳ​ໄປ​ສູ່ທາງເລືອກການ​ຕັ້ງ​ຄ່າ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກເມ​ນູ​ຍ່ອຍການ​ຕັ້ງ​ຄ່າ (ຮູບສະແດງ ).

    Note: ໜ້າ​ຈໍ​ນີ້​ສະ​ແດງ​ຜົນ ແລະ ອະ​ນຸ​ຍາດ​ໃຫ້​ທ່ານ​ຕັ້ງ​ຄ່າຖັງ​ບັນ​ຈຸ, ການ​ສະ​ແດງ​ຜົນ,ລວງກວ້າງ​ຄານ​ສີດ​ພົ່ນ, ຕັ້ງ​ຄ່າ​ຄືນ​ເປັນ​ຄ່າ​ເລີ່ມ​ຕົ້ນ ແລະ ການຕັ້ງ​ຄ່າ GeoLink.

ການ​ຕັ້ງ​ຄ່າ​ຖັງ​ບັນ​ຈຸ

  1. ກົດ​ປຸ່ມ 1 ຫຼື 2 ເພື່ອນຳ​ໄປ​ສູ່ຕົວ​ເລືອກຖັງ​ບັນ​ຈຸ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກເມ​ນູ​ຍ່ອຍຖັງ​ບັນ​ຈຸ (ຮູບສະແດງ ).

ໜ້າ​ຈໍ​ນີ້​ສະ​ແດງ​ຜົນ ແລະ ອະ​ນຸ​ຍາດ​ໃຫ້​ທ່ານຕັ້ງຄ່າປະ​ລິ​ມານ​ໃນຖັງ​ບັນ​ຈຸ, ຂີດ​ຈຳ​ກັດຕ່ຳ, ປະ​ລິ​ມານ​ຂອງ​ຂີດ​ຈຳ​ກັດ​ຕ່ຳ ແລະ ການ​ຕັ້ງ​ຄ່າການ​ປັ່ນ​ລ່ວງ​ໜ້າ.

ການ​ຕັ້ງ​ຄ່າປະ​ລິ​ມານຂອງ​ຖັງ​ບັນ​ຈຸ

  1. ກົດ​ປຸ່ມ 1 ຫຼື 2 ເພື່ອນຳ​ໄປ​ສູ່ຕົວ​ເລືອກປະ​ລິ​ມານ​ຖັງ​ບັນ​ຈຸ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 3 ຫຼື 4 ເພື່ອ​ເພີ່ມ ຫຼື ຫຼຸດລະ​ດັບ​ຂອງປະ​ລິ​ມານ​ສານ​ເຄ​ມີ​ໃນ​ຖັງ​ເຄື່ອງ​ສີດພົ່ນ (ຮູບສະແດງ ).

  3. ກົດ​ປຸ່ມ 5 ເພື່ອ​ບັນ​ທຶກ​ການ​ຕັ້ງ​ຄ່າ, ອອກ​ໜ້າ​ຈໍຖັງ​ບັນ​ຈຸ ແລະ ກັບ​ຄືນໄປຫາ​ໜ້າ​ຈໍການ​ຕັ້ງ​ຄ່າ.

ການ​ຕັ້ງ​ຄ່າ​ຕົວ​ຊີ້ບອກຂີດ​ຈຳ​ກັດ​ຕ່ຳ

  1. ກົດ​ປຸ່ມ 1 ຫຼື 2 ເພື່ອນຳ​ໄປ​ສູ່ຕົວ​ເລືອກຂີດ​ຈຳ​ກັດ​ຕ່ຳ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເປີດ ຫຼື ປິດ​ຕົວ​ຊີ້ບອກຂີດ​ຈຳ​ກັດ​ສຳ​ລັບປະລິ​ມາ​ນ​ຖັງ​ບັນ​ຈຸ​ຕ່ຳ (ຮູບສະແດງ ).

  3. ກົດ​ປຸ່ມ 5 ເພື່ອ​ບັນ​ທຶກ​ການ​ຕັ້ງ​ຄ່າ, ອອກ​ໜ້າ​ຈໍຖັງ​ບັນ​ຈຸ ແລະ ກັບ​ຄືນໄປຫາ​ໜ້າ​ຈໍການ​ຕັ້ງ​ຄ່າ.

ການ​ຕັ້ງ​ຄ່າ​ຂອງ​ຄ່າປະ​ລິ​ມານ​ຂີດ​ຈຳ​ກັດ​ຕ່ຳ

  1. ກົດ​ປຸ່ມ 1 ຫຼື 2 ເພື່ອນຳ​ໄປ​ສູ່ຕົວ​ເລືອກ​ຄ່າຂີດ​ຈຳ​ກັດ​ຕ່ຳປະ​ບິ​ມານ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກການ​ປ້ອນຄ່າ​ປະ​ລິ​ມານຂີດ​ຈຳ​ກັດ​ຕ່ຳ (ຮູບສະແດງ ).

  3. ກົດ​ປຸ່ມ 3 ຫຼື 4 ເພື່ອ​ເພີ່ມ ຫຼື ຫຼຸດປະ​ລິ​ມານການ​ເລີ່ມ​ຕົ້ນ​ທີ່ຕົວຊີ້ບອກຂີດ​ຈຳ​ກັດ​ປະ​ກົດ​ຂຶ້ນ​ຢູ່​ໃນສູນ​ຂໍ້​ມູນ (ຮູບສະແດງ ).

  4. ກົດ​ປຸ່ມ 5 ເພື່ອ​ບັນ​ທຶກ​ການ​ຕັ້ງ​ຄ່າ, ອອກ​ໜ້າ​ຈໍຖັງ​ບັນ​ຈຸ ແລະ ກັບ​ຄືນໄປຫາ​ໜ້າ​ຈໍການ​ຕັ້ງ​ຄ່າ.

ການ​ຕັ້ງຄ່າການ​ປັ່ນລ່ວງ​ໜ້າ (ໂໝດ​ອັດ​ຕາ​ການນຳ​ໃຊ້​ເທົ່າ​ນັ້ນ)

Note: ການຕັ້ງ​ຄ່າ​ການ​ປັ່ນ​ໄວ້​ລ່ວງໜ້າ​ແມ່ນ​ຖືກ​ໃຊ້​ເພື່ອຕັ້ງຄວາມ​ໄວປ້ຳເຄື່ອງສີດ​ພົ່ນໃນ​ເວ​ລາ​ທີ່​ເຄື່ອງ​ສີດ​ພົ່ນ​ຖືກ​ໃຊ້​ງານ​ຢູ່​ໃນ​ໂໝດອັດ​ຕາການ​ນຳໃຊ້ດ້ວຍ​ພາກສ່ວນ​ເຄື່ອງ​ພົ່​ນທັງ​ໝົດ​ປິດ. ການ​ຕັ້ງ​ຄ່າ​ການ​​ປັ່ນລ່ວງ​ໜ້າ​ຄວບ​ຄຸມ​ເປີ​ເຊັນ​ຂອງ​ຄວາມ​ໄວ​ປ້ຳ​ເຄື່ອງສີດ​ພົ່ນ. ການຕັ້ງ​ຄ່າການ​ປັ່ນ​ລ່ວງ​ໜ້າເລີ່ມ​ຕົ້ນແມ່ນ 40%.

  1. ລະ​ບຸ​ແຮງ​ດັນ​ເຄື່ອງສີດ​ພົ່ນ​ເປົ້າ​ໝ​າຍ​ທີ່​ທ່ານກຳລັງ​ວາງ​ແຜນສີດ​ພົ່ນ—ຕົວ​ຢ່າງ: 2.76 bar (40 psi). ບັນ​ທຶກ​ແຮງ​ດັນ​ທີ່​​ປະ​ກົດ​ຢູ່ໃນ​ເຄື່ອງວັດ​ແຮງ​ດັນ​ເຄື່ອງ​ສີດພົ່ນ​ທີ່​ຕິດຢູ່​ກັບ​ໜ້າ​ປັດດ້ານ​ລຸ່ມ.

    ແຮງ​ດັນ​ເຄື່ອງ​ສີດ​ພົ່ນ:
  2. ຄຳ​ນວນ​ແຮງ​ດັທີ່ຕັ້ງ​ຄ່າ​ໄວ້​ລ່ວງ​ໜ້າການ​ປັ່ນເລີ່ມ​ຕົ້ນ​ໂດຍ​ນຳ​ໃຊ້​ສູດຄິດ​ໄລ່​ລຸ່ມນີ້:

    ແຮງ​ດັນ​ການໃຊ້​ງານເຄື່ອງສີດ​ພົ່ນ x 1.5 ຫາ 2.0 = ແຮງ​ດັນທີ່ຕັ້ງ​ຄ່າ​ໄວ້​ລ່ວງ​ໜ້າການ​ປັ່ນເລີ່ມ​ຕົ້ນ
    ຕົວ​ຢ່າງ: ແຮງ​ດັນ​ເຄື່ອງ​ສີດ​ພົ່ນເປົ້າ​ໝາຍ 2.76 bar (40 psi) x 1.5 = ແຮງ​ດັນທີ່ຕັ້ງ​ຄ່າ​ໄວ້​ລ່ວງ​ໜ້າສຳ​ລັບການເລັ່ງ​ເລີ່ມ​ຕົ້ນ 4.1 bar (60 psi)ຕົວ​ຢ່າງ: ແຮງ​ດັນ​ການ​ພົ່ນ​ເປົ້າ​ໝາຍ 2.76 bar (40 psi) x 2.0 = ແຮງ​ດັນທີ່​ຖືກ​ຕັ້ງ​ຄ່າ​ໄວ້ການ​ປັ່ນເລີ່ມ​ຕົ້ນ 5.5 bar (80 psi)
    ບັນ​ທຶກ​ການ​ຄິດ​ໄລ່​ຂອງ​ທ່ານ​ທີ່ນີ້:
  3. ດ້ວຍ​ສະ​ວິດ​ພາກສ່ວນຕົ້ນ​ຕໍ​ໃນ​ຕຳ​ແໜ່ງປິດ ແລະ ຄັນ​ເລັ່ງ​ຂອງຈັກຕັ້ງໄວ້​ທີ່​ຄວາມ​ໄວ​ຮອບ​ເຄື່ອງ​ຈັກ​ທີ່​ທ່ານ​ຕັ້ງ​ໃຈ​ຈະ​ໃຊ້​ງານ​ເຄື່ອງ​ຈັກ, ປັບ​ຄ່າ​ການ​ປັ່ນທີ່​ຕັ້ງ​ໄວ້​ລ່ວງ​ໜ້າ​ຈົນ​ກວ່າ​ແຮງ​ດັນ​ລະ​ບົບເຄື່ອງ​ພົ່ນຢູ່​ລະ​ຫວ່າງ 1.5 ຫາ 2.0 ເທື່ອ​ຂອງ​ແຮງ​ດັນເຄື່ອງ​ສີດພົ່​ນເປົ້າ​ໝາຍທີ່​ທ່ານ​ລະ​ບຸ​ໃນ​ຂັ້ນ​ຕອນ​ທີ .

    ຕົວ​ຢ່າງ: ຖ້າ​ຫາກ​ທ່ານ​ກຳ​ລັງ​ສີດ​ພົ່ນທີ່ 2.76 bar (40 psi), ທຳ​ອິດ​ຕ້ອງ​ຕັ້ງ​ຄ່າ​ການ​ປັ່ນລ່ວງ​ໜ້າ​ເພື່ອ​ໃຫ້​ໄດ້​ແຮງ​ດັນ​ລະ​ບົບ​ທີ່ 4.1 ຫາ 5.5 bar (60 ຫາ 80 psi).

    Note: ຖ້າ​ຫາກ​ສານ​ເຄ​ມີ​ຢູ່ໃນ​ຖັງ​ເຄື່ອງ​ສີດ​ພົ່ນເປັນໂຟມ, ຫຼຸດ​ຄ່າ​ການ​​ປັ່ນ​ທີ່​ຕັ້ງ​ໄວ້​ລ່ວງ​ໜ້າ​ລົງ​ຕາມທີ່​ຈຳ​ເປັນ​ເພື່ອຫຼຸດ​ຄວາມ​ດັນ​ລະ​ບົບ​ໃນ​ເວ​ລ​າ​ທີ່​ການ​ປັ່ນ​ຂອງ​ຖັງກຳ​ລັງ​ແລ່ນ​ຢູ່.

  4. ກົດ​ປຸ່ມ 1 ຫຼື 2 ເພື່ອນຳ​ໄປ​ສູ່ຕົວ​ເລືອກການ​ປັ່ນ (ຮູບສະແດງ ).

    artpending
  5. ກົດ​ປຸ່ມ 4 ເພື່ອ​ເລືອກການ​ປ້ອນຂໍ້​ມູນການ​ປັ່ນ (ຮູບສະແດງ ).

  6. ໃນ​ຂະ​ນະ​ທີ່​ເບິ່ງຕົວ​ວັດ​ແທກ​ແຮງ​ດັນ​ເຄື່ອງ​ສີດພົ່ນທີ່​ຕິດ​ຕັ້ງ​ຢູ່​ໜ້າ​ປັດ, ກົດ​ປຸ່ມ 3 ຫຼື 4 ເພື່ອ​ເພີ່ມ ຫຼື ຫຼຸດ​ຄ່າທີ່​ຕັ້ງ​ໄວ້​ລ່ວງ​ໜ້າ​ຈົນ​ກວ່າ​ແຮງ​ດັນເຄື່ອງ​ສີດ​ພົ່ນຢູ່​ໃນ​ແຮງ​ດັນທີ່​ຕັ້ງ​ໄວ້​ເພື່ອ​ການ​ປັ່ນ​ເລີ່ມ​ຕົ້ນ​ທີ່​ທ່ານ​ໄດ້​ຄຳ​ນວນ​ຢູ່​ໃນ​ຂັ້ນ​ຕອນ (ຮູບສະແດງ ).

    Note: ຢ່າ​ໃຫ້ແຮງ​ດັນ​ລະ​ບົບ​ການ​ສີດ​ພົ່ນເກີນ 5.86 bar (85 psi) ໃນ​ເວ​ລາ​ທີ່​ປັບ​ຄ່າ​ການ​ປັ່ນທີ່​ໄດ້​ຕັ້ງ​ໄວ້​ລ່ວງ​ໜ້າ.

    Note: ທ່ານ​ອາດ​ຈະ​ກຳ​ນົດ​ຄ່າ​ການ​ປັ່ນ​ທີ່​ຕັ້ງ​ໄວ້​ລ່ວງ​ໜ້າ​ໃຫ້ສູງກວ່າ​ເກົ່າ, ຖ້າ​ຫາກ​ການ​ປັ່ນ​ບໍ່​ໄດ້​ເຮັດ​ໃຫ້​ສານ​ເຄ​ມີ​ໃນ​ຖັງ​ບັນ​ຈຸ​ເກີດ​ເປັນໂຟມ. ທ່ານ​ອາດຈຳ​ເປັນ​ຕ້ອງຫຼຸດ​ຄ່າ​ການ​​ປັ່ນ, ຖ້າ​ຫາກ​ການ​ປັ່ນ​ເຮັດ​ໃຫ້​ສານ​ເຄ​ມີ​ໃນ​ຖັງ​ບັນ​ຈຸ​ເກີດ​ເປັນໂຟມ.

  7. ກົດ​ປຸ່ມ 5 ເພື່ອ​ບັນ​ທຶກ​ການ​ຕັ້ງ​ຄ່າ, ອອກ​ໜ້າ​ຈໍຖັງ​ບັນ​ຈຸ ແລະ ກັບ​ຄືນ​ໄປ​ຫາ​ໜ້າ​ຈໍ ການ​ຕັ້ງ​ຄ່າ.

ການ​ຕັ້ງ​ຄ່າການ​ສະ​ແດງ​ຜົນ

  1. ກົດ​ປຸ່ມ 1 ຫຼື 2 ເພື່ອນຳ​ໄປ​ສູ່ຕົວ​ເລືອກການ​ສະ​ແດງ​ຜົນ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກເມ​ນູ​ຍ່ອຍການ​ສະ​ແດງ​ຜົນ (ຮູບສະແດງ ).

Note: ໜ້າ​ຈໍ​ນີ້​ສະ​ແດງ​ຜົນ ແລະ ອະ​ນຸ​ຍາດ​ໃຫ້​ທ່ານ​ກຳນົດ​ຫົວ​ໜ່ວຍ​ການ​ວັດ​ແທກ, ພາ​ສາ, ແສງ​ຈາກ​ທາງຫຼັງ, ແສງ​ຕັດ​ກັນ, ການ​ປ້ອງ​ກັນ​ສຳ​ລັບ​ເມ​ນູ, ການ​ຕັ້ງ​ຄ່າ PIN ແລະ ການ​ຕັ້ງ​ຄ່າ​ການ​ປິດ​ສຽງ.

ການ​ຕັ້ງ​ຄ່າ​ຫົວ​ໜ່ວຍ​ວັດ​ແທກ

  1. ກົດ​ປຸ່ມ 1 ຫຼື 2 ເພື່ອນຳ​ໄປ​ສູ່ຕົວ​ເລືອກຫົວ​ໜ່ວຍ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ປ່ຽນ​ລະ​ຫວ່າງພາ​ສາ​ອັງ​ກິດ, ສະ​ໜາມ​ຫຍ້າ ແລະ ຫົວ​ໜ່ວຍ​ວັກ​ແທກ SI (ຮູບສະແດງ ).

    • ພາ​ສາ​ອັງ​ກິດ: ​ໄມ/ຊມ, ແກນ​ລອນ, ເອ​ເຄີ

    • ສະ​ໜາມຫຍ້າ: ໄມ/ຊມ, ແກນ​ລອນ, 1000 ຟຸດ²

    • SI (ເມ​ຕ​ຣິກ): ກມ/ຊມ, ລິດ, ເຮັກ​ຕາ

    Note: ການ​ປ່ຽນ​ແປງ​ໜ່ວຍ​ຂອງ​ການ​ຕັ້ງ​ຄ່າ​ການ​ວັດ​ແທກຈະ​ລົບ​ລ້າງ​ການ​ປ້ອນ​ຂໍ້​ມູນປະ​ລິ​ມານ​ຖັງ ແລະ ການ​ຕັ້ງ​ຄ່າ​ອັດ​ຕາ 1 ແລະ ອັດ​ຕາ 2 ທີ່​ກຳ​ນົດ​ໄວ້​ລ່ວງ​ໜ້າ.

  3. ກົດ​ປຸ່ມ 5 ເພື່ອ​ບັນ​ທຶກ​ການ​ຕັ້ງ​ຄ່າ, ອອກ​ໜ້າ​ຈໍຫົວ​ໜ່ວຍ ແລະ ກັບ​ຄືນ​ໄປ​ຫາ​ໜ້າ​ຈໍການ​ຕັ້ງ​ຄ່າ (ຮູບສະແດງ ).

ການຕັ້ງ​ຄ່າ​ພາ​ສາສະ​ແດງຜົນ

  1. ກົດ​ປຸ່ມ 1 ຫຼື 2 ເພື່ອນຳ​ໄປ​ສູ່ຕົວ​ເລືອກ ພາ​ສາ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກການ​ປ້ອນຂໍ້​ມູນພາ​ສາ (ຮູບສະແດງ ).

  3. ກົດ​ປຸ່ມ 1 ຫຼື 2 ເພື່ອນຳ​ໄປ​ສູ່ພາ​ສາ​ທີ່​ທ່ານ​ຕ້ອງ​ການ​ໃຫ້ສູນ​ຂໍ້​ມູນ ສະ​ແດງ​ຜົນ (ຮູບສະແດງ ).

    artpending
  4. ກົດ​ປຸ່ມ 4 ເພື່ອ​ເລືອກພາ​ສາ (ຮູບສະແດງ ).

  5. ກົດ​ປຸ່ມ 5 ເພື່ອ​ບັນ​ທຶກ​ການ​ຕັ້ງ​ຄ່າ, ອອກ​ໜ້າ​ຈໍພາ​ສາ ແລະ ກັບ​ຄືນໄປຫາ​ໜ້າ​ຈໍສະ​ແດງ​ຜົນ (ຮູບສະແດງ ).

ການຕັ້ງ​ຄ່າແສງ​ໄຟ​ດ້ານຫຼັງ ຫຼື ແສງ​ຕັດ​ກັນການ​ສະ​ແດງ​ຜົນ

  1. ກົດ​ປຸ່ມ 1 ຫຼື 2 ເພື່ອນຳ​ໄປ​ສູ່ຕົວ​ເລືອກແສງ​ໄຟ​ດ້ານ​ຫຼັງ ຫຼື ແສງ​ຕັດ​ກັນ (ຮູບສະແດງ ).

    artpendingartpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກການ​ປ້ອນຂໍ້​ມູນແສງ​ໄຟດ້ານຫຼັງ ຫຼື ແສງ​ຕັດ​ກັນ (ຮູບສະແດງ ).

  3. ກົດ​ປຸ່ມ 3 ຫຼື 4 ເພື່ອຕັ້ງ​ຄ່າແສງ​ໄຟ​ດ້ານຫຼັງ ຫຼື ແສງ​ຕັດ​ກັນການ​ສະ​ແດງ​ຜົນ​ທີ່​ຕ້ອງ​ການ (ຮູບສະແດງ ).

    Note: ຄວາມ​ເຂັ້ມ​ຂອງ​ແສງ​ໄຟ​ດ້ານຫຼັງ ຫຼື ແສງ​ຕັດ​ກັນ​ປ່ຽນ​ໃນ​ໜ້າ​ຈຳ​ສະ​ແດງ​ຜົນ​ຂອງສູນ​ຂໍ້​ມູນ ໃນ​ເວ​ລາ​ທີ່​ທ່ານ​ປ່ຽນ​ຄ່າເພື່ອ​ການ​ຕັ້ງ​ຄ່າ.

  4. ກົດ​ປຸ່ມ 5 ເພື່ອ​ບັນ​ທຶກ​ການ​ຕັ້ງ​ຄ່າ, ອອກຈາກ​ໜ້າ​ຈໍແສງໄຟ​ດ້ານຫຼັງ ຫຼື ​ແສງ​ຕັດ​ກັນ ແລະ ກັບ​ຄືນ​ໄປໄປ​ຫາ​ໜ້າ​ຈໍ ການ​ຕັ້ງ​ຄ່າ (ຮູບສະແດງ ).

ການ​ປົກ​ປ້ອງ​ການ​ຕັ້ງ​ຄ່າ​ສຳ​ລັບ​ເມ​ນູ

Note: ໃຫ້ເບິ່ງ ສຳ​ລັບ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ.

  1. ກົດ​ປຸ່ມ 1 ຫຼື 2 ເພື່ອນຳ​ໄປ​ສູ່ຕົວ​ເລືອກ ເມ​ນູ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກການ​ປ້ອນຂໍ້​ມູນເມ​ນູ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ (ຮູບສະແດງ ).

  3. ກົດ​ປຸ່ມ 1 ຫຼື 2 ເພື່ອນຳ​ໄປ​ສູ່​ຕົວ​ເລືອກ​ເມ​ນູ​ທີ່​ທ່ານ​ຕ້ອງ​ການປ່ຽນ​ການ​ປົກ​ປ້ອງ​ລະ​ຫັດ PIN (ຮູບສະແດງ ).

    artpending
  4. ກົດ​ປຸ່ມ 4 ເພື່ອ​ເລືອກ​ຕົວ​ເລືອກ​ເມ​ນູ (ຮູບສະແດງ ).

  5. ເຮັດ​ຊ້ຳ​ຂັ້ນ​ຕອນ ແລະ ສຳ​ລັບ​ເມ​ນູ​ທີ່​ທ່ານ​ຕ້ອງ​ການປ່ຽນ​ການ​ປົກ​ປ້ອງ​ລະ​ຫັດ PIN.

  6. ກົດ​ປຸ່ມ 5 ເພື່ອ​ບັນ​ທຶກ​ການ​ຕັ້ງ​ຄ່າ, ອອກ​ໜ້າ​ຈໍ ເມ​ນູ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ ແລະ ກັບ​ຄືນໄປຫາ​ໜ້າ​ຈໍສະ​ແດງ​ຜົນ (ຮູບສະແດງ ).

ການ​ປ່ຽນ​ການ​ຕັ້ງ​ຄ່າ PIN—ການ​ເຂົ້າ​ເຖິງ​ແມ​ນູ​ຍ່ອຍ​ການ​ຕັ້ງ​ຄ່າ PIN

  1. ກົດ​ປຸ່ມ 1 ຫຼື 2 ໃນ​ໜ້າ​ຈໍການສະ​ແດງ​ຜົນເພື່ອ​ນຳ​ໄປ​ສູ່ຕົວ​ເລືອກການ​ຕັ້ງ​ຄ່າ PIN (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກເມ​ນູ​ຍ່ອຍການ​ຕັ້ງ​ຄ່າ PIN (ຮູບສະແດງ ).

  3. ກົດ​ປຸ່ມ 1 ຫາ 4 ເພື່ອປ້ອນ​ລະ​ຫັດ PIN ຂອງ​ທ່ານ. ໃນ​ເວ​ລາ​ທີ່​ທ່ານ​ສຳ​ເລັດ​ການ​ປ້ອນ PIN, ກົດ​ປຸ່ມ 5 (ຮູບສະແດງ ).

    Note: ໃນ​ເວ​ລາ​ທີ່​ທ່ານ​ກົດ​ປຸ່ມ​ດຽວ​ກັນ​ເພື່ອ​ປ້ອນ​ຕົວ​ເລກ PIN, ຕົວ​ເລກ​ເພີ່ມຄ່າ​ຂຶ້ນ.

    artpending

ປ່ຽນ​ການ​ຕັ້ງ​ຄ່າ PIN —ການຕັ້ງ​ຄ່າເງື່ອນ​ໄຂກຳ​ນົດ​ໃນການປ້ອນ PIN

  1. ກົດ​ປຸ່ມ 1 ຫຼື 2 ເພື່ອ​ເລືອກຕົວ​ເລືອກການ​ປ້ອນ PIN (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອເປີດ ຫຼື ປິດ ເງື່ອນ​ໄຂກຳ​ນົດ PIN (ຮູບສະແດງ ).

  3. ກົດ​ປຸ່ມ 5 ເພື່ອ​ບັນ​ທຶກ​ການ​ຕັ້ງ​ຄ່າ, ອອກ​ໜ້າ​ຈໍການ​ຕັ້ງ​ຄ່າ PIN ແລະ ກັບ​ຄືນໄປຫາໜ້າ​ຈໍການສະ​ແດງ​ຜົນ .

ການປ່ຽນ​ການ​ຕັ້ງ​ຄ່າ PIN —ການ​ປ່ຽນ​ລະ​ຫັດ PIN

  1. ກົດ​ປຸ່ມ 1 ຫຼື 2 ເພື່ອ​ເລືອກຕົວ​ເລືອກການ​ປ່ຽນ PIN (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກການ​ປ້ອນຂໍ້​ມູນການ​ປ່ຽນ PIN (ຮູບສະແດງ ).

  3. ກົດ​ປຸ່ມ 1 ຫາ 4 ເພື່ອປ້ອນ​ລະ​ຫັດ PIN ຂອງ​ທ່ານ. ໃນ​ເວ​ລາ​ທີ່​ທ່ານ​ສຳ​ເລັດ​ການ​ປ້ອນ PIN, ກົດ​ປຸ່ມ 5 (ຮູບສະແດງ ).

    Note: ໃນ​ເວ​ລາ​ທີ່​ທ່ານ​ກົດ​ປຸ່ມ​ດຽວ​ກັນ​ເພື່ອ​ປ້ອນ​ຕົວ​ເລກ PIN, ຕົວ​ເລກ​ເພີ່ມຄ່າ​ຂຶ້ນ.

  4. ທີ່ໜ້າ​ຈໍ​ປ້ອນ PIN ເກົ່າ, ກົດ​ປຸ່ມ 1 ເຖິງ 4 ເພື່ອ​ປ້ອນ​ລະ​ຫັດ PIN ເກົ່າ​ຂອງ​ທ່ານ ແລະ ກົດ​ປຸ່ມ 5 ໃນ​ເວ​ລາ​ທີ່​ທ່ານ​ຕື່ມ PIN ສຳ​ເລັດ​ແລ້ວ (ຮູບສະແດງ ).

    Note: ລະຫັດ PIN ເລີ່ມ​ຕົ້ນໃນ​ເວ​ລາ​ທີ່​ທ່ານ​ເລີ່ມ​ຕົ້ນ​ສ້າງ PIN ຂອງ​ທ່ານ​ແມ່ນ 1234.

    artpending
  5. ທີ່​ໜ້າ​ຈໍ​ປ້ອນ PIN ໃໝ່, ກົດປຸ່ມ 1 ເຖິງ 4 ເພື່ອ​ປ້ອນ PIN ໃໝ່​ຂອງ​ທ່ານ. ໃນ​ເວ​ລາ​ທີ່​ທ່ານ​ສຳ​ເລັດ​ການ​ປ້ອນ PIN, ກົດ​ປຸ່ມ 5 (ຮູບສະແດງ ).

    artpending
  6. ທີ່​ໜ້າ​ຈໍຄ້າຍໆ​ກັນ, ກົດປຸ່ມ 1 ເຖິງ 4 ເພື່ອ​ປ້ອນ PIN ໃໝ່​ຂອງ​ທ່ານ. ໃນ​ເວ​ລາ​ທີ່​ທ່ານ​ສຳ​ເລັດ​ການ​ປ້ອນ PIN, ກົດ​ປຸ່ມ 5 (ຮູບສະແດງ ).

    artpending

    Note: ຫຼັງ​ຈາກ​ທີ່​ທ່ານ​ຢືນ​ຢັນ​ລະ​ຫັດ PIN (ຮູບສະແດງ ), ໜ້າ​ຈໍທີ່​ຖືກ​ຕ້ອງ​ຂອງ PIN ປະ​ກົດ​ຂຶ້ນເປັນ​ເວ​ລາ​ປະ​ມານ 5 ວິ​ນາ​ທີ.

ການ​ປິດ​ສຽງ​ຕົວ​ຊີ້ບອກ​ສຽງ

Note: ຕັ້ງ​ຄ່າ​ຕົວ​ຊີ້ບອກການ​ປິດ​ສຽງເພື່ອ​ປິດ​ສັນ​ຍານ​ສຽງ​ສຳລັບສູນ​ຂໍ້​ມູນ ເທົ່າ​ນັ້ນ—ບໍ່​ແມ່ນ​ສຽງ​ເຕືອນ​ສຳ​ລັບ​ເຄື່ອງ​ຈັກ.

  1. ກົດ​ປຸ່ມ 1 ຫຼື 2 ເພື່ອນຳ​ໄປ​ສູ່ຕົວ​ເລືອກປິດ​ສຽງ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ເປີດ ຫຼື ປິດ ຕົວ​ຊີ້ບອກ​ສຽງ (ຮູບສະແດງ ).

    artpending
  3. ກົດ​ປຸ່ມ 5 ເພື່ອ​ບັນ​ທຶກ​ການ​ຕັ້ງ​ຄ່າ, ອອກ​ໜ້າ​ຈໍ ປິດ​ສຽງ ແລະ ກັບ​ຄືນໄປຫາ​ໜ້າ​ຈໍການ​ຕັ້ງ​ຄ່າ (ຮູບສະແດງ ).

ການຕັ້ງ​ຄ່າ​ຄວາມກ້​ວາງ​ຂອງຄານ​ສີດ​ພົ່ນ

ການ​ຕັ້ງ​ຄ່າ​ຄວາມກວ້າງ​ຂອງຄານ​ສີດ​ພົ່ນແມ່ນຈະ​ຖືກ​ກຳ​ນົດໄວ້ລ່ວງ​ໜ້າ​ທີ່​ໂຮງ​ງານ​ຜະ​ລິດ.

  1. ກົດ​ປຸ່ມ 2 ໃນ​ໜ້າ​ຈໍ ຕັ້ງ​ຄ່າ ຈົນ​ກວ່າ​ທ່ານ​ໄປ​ຮອດຕົວ​ເລືອກຄວາມກວ້າງ​ການ​ສີດ​ພົ່ນ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກການ​ປ້ອນຂໍ້​ມູນລວງກວ້າງຄານ​ສີດ​ພົ່ນ (ຮູບສະແດງ ).

  3. ກົດ​ປຸ່ມ 2 ເພື່ອເລືອກ​ພາກ​ສ່ວນ​ຄານ​ສີດ​ພົ່ນ​ທີ່​ທ່ານ​ຕ້ອງ​ການ​ແກ້​ໄຂ​ຄວາມ​ກ້​ວາງ (ຮູບສະແດງ ).

    artpending
  4. ກົດ​ປຸ່ມ 3 ຫຼື ປຸ່ມ 4 ເພື່ອ​ເພີ່ມ ຫຼື ຫຼຸດຄ່າ​ຄວາມ​ກ້​ວາງ​ຂອງ​ຄານ​ສີດ​ພົ່ນ (ຮູບສະແດງ ).

  5. ກົດ​ປຸ່ມ 5 ເພື່ອ​ບັນ​ທຶກ​ການ​ຕັ້ງ​ຄ່າຂອງ​ທ່ານ ແລະ ອອກ​ໜ້າ​ຈໍຄວາມ​ກ້​ວາງຄານ​ສີດ​ພົ່ນ ແລະ ກັບ​ໄປຫາ​ໜ້າ​ຈໍການ​ຕັ້ງ​ຄ່າ (ຮູບສະແດງ ).

ການ​ຕັ້ງ​ຄ່າ​ຄືນ​ໃໝ່​ສຳ​ລັບ​ການຕັ້ງ​ຄ່າ​ເລີ່ມ​ຕົ້ນ

  1. ກົດ​ປຸ່ມ 2 ໃນ​ໜ້າ​ຈໍການຕັ້ງ​ຄ່າ ຈົນ​ກວ່າ​ທ່າ​ນ​ຈະ​ໄປ​ເຖິງທາງ​ເລືອກ ການ​ຕັ້ງ​ຜົນ​ໄດ້​ຮັບ​ຄື​ໃໝ່ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກການ​ປ້ອນຕັ້ງ​ຄ່າ​ເລີ່ມ​ຕົ້ນ​ຄືນ​ໃໝ່ (ຮູບສະແດງ ).

  3. ກົດ​ປຸ່ມ 1 ຫຼື 2 ເພື່ອເລືອກ 1 ໃນ​ຕົວ​ເລືອກ​ຕໍ່​ໄປ​ນີ້​ທີ່​ທ່ານ​ຕ້ອງ​ການ​ຕັ້ງ​ຄ່າ​ຄືນເປັນ​ການ​ຕັ້ງ​ຄ່າ​ຈາກ​ໂຮງ​ງານ:

    • ການສະແດງຜົນ

    • ການ​ປັບ​ຕັ້ງ​ກາ​ນ​ໄຫຼ

    • ການ​ປັບ​ຕັ້ງ​ຄວາມ​ໄວ

    • ອື່ນໆ

    artpending
  4. ກົດ​ປຸ່ມ 4 ເພື່ອຕັ້ງ​ຄ່າ​ຄືນ​ໃໝ່ສຳ​ລັບ​ຕົວ​ເລືອກ​ທີ່​ໄດ້​ເລືອກ​ໄວ້ (ຮູບສະແດງ ).

  5. ເຮັດ​ຊ້ຳ​ຂັ້ນ​ຕອນ ແລະ ສຳ​ລັບຕົວ​ເລືອກ​ອື່ນ​ທີ່​ທ່ານ​ຕ້ອງ​ການຕັ້ງ​ຄ່າ​ຄືນ​ໃໝ່ (ຮູບສະແດງ ).

  6. ກົດ​ປຸ່ມ 5 ເພື່ອ​ບັນ​ທຶກ​ການ​ຕັ້ງ​ຄ່າ ແລະ ອອກ​ໜ້າ​ຈໍ ການ​ຕັ້ງ​ຄ່າ​ຄ່າເລີ່ມ​ຕົ້ນ​ຄືນ​ໃໝ່ ແລະ ກັບ​ຄືນໄປຫາ​ໜ້າ​ຈໍການ​ຕັ້ງ​ຄ່າ (ຮູບສະແດງ ).

ການຕັ້ງ​ຄ່າຕົວ​ເລືອກ GeoLink

  1. ກົດ​ປຸ່ມ 1 ຫຼື 2 ໃນ​ໜ້າ​ຈໍການຕັ້ງ​ຄ່າຈົນ​ກວ່າ​ທ່າ​ນ​ຈະ​ໄປ​ເຖິງຕົວ​ເລືອກ GEOLINK (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກ ການ​ປ້ອນ GeoLink (ຮູບສະແດງ ).

  3. ໃນ​ເມ​ນູ GeoLink, ກົດ​ປຸ່ມ 4 ເພື່ອ​ເລືອກ​ຕົວ​ເລືອກແມ່ນ​ແລ້ວ ຫຼື ກົດປຸ່ມ 4 ເພື່ອ​ເລືອກຕົ​ວ​ເລືອກ ບໍ່​ແມ່ນ ແລະ ກົດປຸ່ມ 5 ເພື່ອ​ບັນ​ທຶກ​ການ​ຕັ້ງ​ຄ່າ​ຂອງ​ທ່ານ ແລະ ອອກ​ຈາກ​ເມ​ນູ (ຮູບສະແດງ ).

    Note: ເປີ​ດ​ການ​ຕັ້ງ​ຄ່າ GeoLink ພຽງ​ແຕ່​ຖ້າທ່ານ​ໄດ້​ຕິດ​ຕັ້ງຕົວ​ເລືອກ​ລະ​ບົບ GeoLink ທາງ​ເລືອກຢູ່​ໃນ​ເຄື່ອງ​ຈັກ​ເທົ່າ​ນັ້ນ.

    artpendingartpending
  4. ໝຸນ​ສະ​ວິດຕິດຈັກໄປ​ຢູ່​ຕຳ​ແໜ່ງປິດ ແລະ ຈາກນັ້ນ​ໄປ​ສູ່ຕຳ​ແໜ່ງເປີດ (ຮູບສະແດງ ).

    artpending
  5. ກົດ​ປຸ່ມ 5 ເພື່ອ​ບັນ​ທຶກ​ການ​ຕັ້ງ​ຄ່າຂອງ​ທ່ານ ແລະ ອອກ​ໜ້າ​ຈໍ GEOLINK ແລະ ກັບຄືນ​ໄປ​ຫາໜ້າ​ຈໍການ​ຕັ້ງ​ຄ່າ (ຮູບສະແດງ ).

ການ​ປັບ​ຕັ້ງເຄື່ອງ​ສີດ​ພົ່ນ

ໂໝດອັດ​ຕາ​ການນຳໃຊ້

Note: ເພື່ອ​ວັດ​ແທກ​ເຄື່ອງ​ສີດ​ພົ່ນ​ສຳ​ລັບ​ການ​ໃຊ້​ງານ​ໂໝດເຮັດ​ເອົາ​ເອງ, ໃ​ຫ້​ເບິ່ງ​ພາກ​ການ​ຕັ້ງ​ຄ່າ—ວາວ​ສົ່ງຜ່ານຢູ່ໃນຄູ່ມືຜູ້​ໃຊ້ສຳ​ລັບເຄື່ອງ​ຈັກ.

  1. ເຮັດ​ໃຫ້​ແນ່​ໃຈ​ວ່າຖັງ​ເຄື່ອງ​ສີດ​ພົ່ນສະ​ອາດ; ໃຫ້​ເບິ່ງ​ການ​ອະ​ນາ​ໄມ​ລະ​ບົບ​ເຄື່ອງ​ສີດ​ພົ່ນຢູ່​ໃນຄູ່ມືຜູ້​ໃຊ້.

  2. ເພື່ອເຂົ້າ​ເຖິງ​ໜ້າ​ຈໍການ​ປັບ​ຕັ້ງ, ກົດ​ປຸ່ມ 1 ຫຼື 2 ໃນ​ໜ້າ​ຈໍເມ​ນູຫຼັກເພື່ອ​ນຳ​ໄປ​ສູ່ຕົວ​ເລືອກການ​ປັບ​ຕັ້ງ (ຮູບສະແດງ ).

    artpending
  3. ກົດ​ປຸ່ມ 4 ເພື່ອ​ເລືອເມ​ນູ​ຍ່ອຍການປັບ​ຕັ້ງ (ຮູບສະແດງ ).

    Note: ໜ້າ​ຈໍ​ນີ້​ສະ​ແດງຜົນ ແລະ ອະ​ນຸ​ຍາດ​ໃຫ້​ທ່ານປັບ​ຕັ້ງຂໍ້​ມູນ​ມີ​ເຕີ​ການ​ໄຫຼ, ປັບ​ຕັ້ງ​ຂໍ້​ມູນ​ເຊັນ​ເຊີ​ຄວາມ​ໄວ, ດຳ​ເນີນ​ການ​ທົດ​ສອບ​ຄວາມ​ໄວ ແລະ ປ້ອນ​ຂໍ້​ມູນ​ການ​ຄຳ​ນວນ​ແບບກຳ​ນົດ​ເອງ.

ການ​ປັບ​ຕັ້ງ​ກາ​ນ​ໄຫຼ

ອຸ​ປະ​ກອນ​ທີ່ລູກ​ຄ້າ​ຈັດໃຫ້: ນຳ​ໃຊ້​ພາ​ຊະ​ນະ​ດັກ​ຈັບ​ຕາມ​ລຳ​ດັບ​ສຳ​ລັບ​ອັດ​ຕາ​ການ​ໄຫຼ​ຂອງຫົວ​ສີດ​ດັ່ງ​ຕໍ່​ໄປ​ນີ້:

  • 1.5 Lpm (0.4 gpm) ຫຼື ໜ້ອຍກວ່າ -ພາ​ຊະ​ນະ​ບັນ​ຈຸ​ຕາມ​ລຳ​ດັບ​ທີ່​ມີ​ການ​ເພີ່ມຄັ້ງ​ລະ 10 ມ​ລ (½ ​ອອນ).

  • 1.9 Lpm (0.5 gpm) ຫຼື ຫຼາຍກວ່າ -ພາ​ຊະ​ນະ​ບັນ​ຈຸ​ຕາມ​ລຳ​ດັບ​ທີ່​ມີ​ການ​ເພີ່ມຂຶ້ນ 20 ມ​ລ (1 ອອນ).

Important: ທ່ານ​ຕ້ອງ​ດຳ​ເນີນ​ການ​ປັບ​ຕັ້ງ​ການ​ໄຫຼສຳ​ລັບ 3 ສ່ວນເຄື່ອງສີດ​ພົ່ນໃນ​ແຕ່​ລະ​ຄັ້ງ​ທີ່​ທ່ານ​ປ່ຽນ​ຫົວ​ສີດ​ທັງ​ໝົດ, ປ່ຽນ​ຕຳ​ແໜ່ງການ​ສີດ​ພົ່ນ​ທີ່​ໃຊ້​ງານ ( ລົງ)ຫຼື ຫຼັງ​ຈາກ​ການ​ປ່ຽນ​ແທນ​ມີ​ເຕີ​ການ​ໄຫຼ. ທ່ານ​ຄວນ​ດຳ​ເນີນ​ການ​ປັບ​ຕັ້ງ​ການ​ໄຫຼວຽນ​ສຳ​ລັບ 3 ພາກ​ສ່ວນ​ເຄື່ອງເຄື່ອງ​ສີດ​ພົ່ນ, ຖ້າ​ຫາກ​ທ່ານ​ປ່ຽນຫົວ​ສີດ​ທີ່​ເປ່​ເພຫຼາຍ​ຫົວ.

Note: ການ​ດຳ​ເນີນ​ການ​ທົດ​ສອບ​ການ​ດັກ​ຈັບ​ທີ່ບໍ່​ຖືກ​ຕ້ອ​ງ​ສົ່ງ​ຜົນ​ຕໍ່​ກັບຄວາມບໍ່​ຖືກ​ຕ້ອງ​ໃນ​ການ​ປັບ​ຕັ້ງ​ການ​ໄຫຼ. ຜົນ​ຂອງ​ຄວາມບໍ່​ຖືກ​ຕ້ອງ​ເຫຼົ່າ​ນີ້​ເຮັດ​ໃຫ້​ລະ​ບົບ​ເຄື່ອງສີດ​ພົ່ນນຳໃຊ້​ສານ​ເຄ​ມີຫຼາຍເກີນໄປ ຫຼື ໜ້ອຍ​ເກີນ​ໄປ.

ການ​ປະ​ເມີນ​ຜົນ​ກ່ຽວ​ກັບ​ປະ​ເພດ​ຂອງ​ການ​ປັບ​ຕັ້ງ​ການ​ໄຫຼທີ່​ຕ້ອງ​ປະ​ຕິ​ບັດ

ນຳ​ໃຊ້​ຕາ​ຕະ​ລາງພາກສ່ວນເຄື່ອງ​ສີດ​ພົ່ນ​ເພື່ອ​ຊ່ວຍ​ກຳ​ນົດວ່າ​ໂດຍ​ທົ່ວ​ໄປ​ທ່ານ​ສີດ​ພົ່ນ​ສະ​ໜາມຫຍ້າ​ດ້ວຍ​ເຄື່ອງ​ຈັກແນວໃດ ແລະ ຕ້ອງ​ດຳ​ເນີນ​ການ​ປັບ​ຕັ້ງ​ການ​ໄຫຼອັນ​ໃດ.

Note: ທ່າ​ນ​ສາ​ມາດ​ດຳ​ເນີນ​ການ​ແບບ​ປະ​ສົມ​ຂອງ​ປະ​ເພດ​ການປັບ​ຕັ້ງກາ​ນ​ໄຫຼໄດ້​ສູງເຖິງ 3 ປະ​ເພດ.

ຕາ​ຕະ​ລາງ​ພາກ​ສ່ວນເຄື່ອງ​ສີດ​ພົ່ນ

 ດຳ​ເນີນ​ການ​ປັບ​ຕັ້ງ 3 ຄານ​ສີດ​ພົ່ນ
3 ພາກ​ສ່ວນເຄື່ອງ​ສີດ​ພົ່ນແມ່ນ​ແລ້ວ
 
ຂ້ອຍ​ສີດ​ພົ່ນ​ດ້ວຍ 2 ພາກ​ສ່ວນເຄື່ອງ​ສີດ​ພົ່ນນຳ​ອີກ:ດຳ​ເນີນ​ການ​ປັບ​ຕັ້ງ 2 ຄານ​ສີດ​ພົ່ນ 
ພາກສ່ວນດ້ານ​ຊ້າຍ ແລະ ເຄິ່ງ​ກາງ (ຫຼື)ແມ່ນ​ແລ້ວບໍ່​ແມ່ນ
ພາກສ່ວນດ້ານ​ຂວາ ແລະ ເຄິ່ງ​ກາງ (ຫຼື)ແມ່ນ​ແລ້ວບໍ່​ແມ່ນ
ພາກສ່ວນດ້ານ​ຂວາ ແລະ ດ້ານ​ຊ້າຍແມ່ນ​ແລ້ວບໍ່​ແມ່ນ
 
ຂ້ອຍ​ສີດ​ພົ່ນ​ດ້ວຍ 1 ພາກ​ສ່ວນເຄື່ອງ​ສີດ​ພົ່ນນຳ​ອີກ:ດຳ​ເນີນ​ການ​ປັບ​ຕັ້ງ 1 ຄານ​ສີດ​ພົ່ນ 
ພາກສ່ວນເຄື່ອງ​ສີດ​ພົ່ນດ້ານ​ຊ້າຍ ເທົ່າ​ນັ້ນ (ຫຼື)ແມ່ນ​ແລ້ວບໍ່​ແມ່ນ
ພາກສ່ວນເຄື່ອງ​ສີດ​ພົ່ນເຄິ່ງ​ກາງ ເທົ່າ​ນັ້ນ (ຫຼື)ແມ່ນ​ແລ້ວບໍ່​ແມ່ນ
ພາກສ່ວນເຄື່ອງ​ສີດ​ພົ່ນດ້ານ​ຂວາເທົ່າ​ນັ້ນແມ່ນ​ແລ້ວບໍ່​ແມ່ນ

ການ​ປັບ​ຕັ້ງ 3 ຄານ​ສີດ​ພົ່ນ: ໃຫ້ດຳ​ເນີນ​ການ​ປັບ​ຕັ້ງ 3 ພາກ​ສ່ວນ​ຄານ​ສີດ​ພົ່ນ​ຢູ່​ສະ​ເໝີ​ເມື່ອ​ທ່ານທ່ານ​ປ່ຽນຫົວ​ສີດ​ເພື່ອ​ເພີ່ມ ຫຼື ຫຼຸດ​ຊ່ວງ​ຂອງ​ອັດ​ຕາ​ການ​ໃຊ້​ງານ.

Note: ຖ້າ​ຫາກ​ທ່ານບໍ່​ໄດ້​ດຳ​ເນີນການ​ປັບ​ຕັ້ງ 2 ຄານ​ສີດ​ພົ່ນ ຫຼື 1 ຄານ​ສີດ​ພົ່ນ​ທາງ​ເລືອກ, ເຄື່ອງສີດ​ພົ່ນ​ໃຊ້​ການ​ຄຳ​ນວນ​ຈາກ​ການ​ປັບ​ຕັ້ງ 3 ຄານ​ສີດ​ພົ່ນ​ຢູ່ໃນ​ການ​ປ​ະ​ສົມ​ພາກ​ສ່ວນເຄື່ອງ​ສີດ​ພົ່ນ​ທັງ​ໝົດ.

ການ​ປັບ​ຕັ້ງ 2 ຄານ​ສີດ​ພົ່ນ​ທາງ​ເລືອກ: ປັບ​ຕັ້ງ​ພາກ​ສ່ວນ​ເຄື່ອງ​ສີດ​ພົ່ນດ້ານ​ຊ້າຍ ແລະ ເຄິ່ງກາງ ຫຼື ພາກ​ສ່ວນ​ເຄື່ອງ​ສີດ​ພົ່ນດ້ານຂວາ ແລະ ເຄິ່ງກາງ ຫຼື ພາກ​ສ່ວນດ້ານ​ຊ້າຍ ແລະ ຂວາ, ຖ້າ​ຫາກໂດຍ​ທົ່ວ​ໄປ​ທ່ານສີດ​ພົ່ນ​ດ້ວຍ​ການ​ປະ​ສົມພາກ​ສ່ວນ​ເຫຼົ່າ​ນີ້. ດຳ​ເນີນ​ການ​ປັບ​ຕັ້ງທາງ​ເລືອກນີ້ຫຼັງ​ຈາກ​ດຳ​ເນີນ​ການ​ປັບ​ຕັ້ງ 3 ພາກ​ສ່ວນເຄື່ອງ​ສີດ​ພົ່ນ.

Note: ການ​ປັບ​ຕັ້ງ​ທີ່​ທ່ານ​ໄດ້​ປະ​ຕິ​ບັດ​ສຳ​ລັບສອງພາກ​ສ່ວນເຄື່ອງ​ສີດ​ພົ່ນແມ່ນ​ຖືກ​ໃຊ້​ໃນ​ເວ​ລາ​ທີ່​ທ່ານ​ສີດ​ພົ່ນດ້ວຍ​ການ​ປະ​ສົມໃດ​ໜຶ່ງຂອງ 2 ພາກ​ສ່ວນເຄື່ອງ​ສີດ​ພົ່ນ.

Note: ທ່ານ​ສາ​ມາດປັບ​ຕັ້ງໄດ້​ສະ​ເພາະ​ພາກ​ສ່ວນ​ເຄື່ອງ​ສີດ​ພົ່ນ 1 ຄູ່ເທົ່າ​ນັ້ນສຳ​ລັບ​ການ​ປັບ​ຕັ້ງ 2 ຄານ​ສີດ​ພົ່ນ. ປັບ​ຕັ້ງຈາກ​ຄູ່​ຂອງ​ພາກສ່ວນເຄື່ອງ​ສີດ​ພົ່ນ​ທີ່​ທ່ານ​ໃຊ້ຫຼາຍ​ທີ່​ສຸດ. ລະ​ບົບເຄື່ອງ​ສີດ​ພົ່ນ​ໃຊ້​ການ​ຄຳ​ນວນ 2 ຄານ​ສີດ​ພົ່ນໃນ​ເວ​ລາ​ທີ່​ທ່ານສີດ​ພົ່ນດ້ວຍ​ການ​ປະ​ສົມ​ຂອງພາກສ່ວນດ້ານ​ຊ້າຍ ແລະ ເຄິ່ງ​ກາງ ຫຼື ດ້ານ​ຂວາ ແລະ ເຄິ່ງ​ກາງ.

ການ​ປັບ​ຕັ້ງ 1 ຄານ​ສີດ​ພົ່ນ​ທາງ​ເລືອກ: ປັບ​ຕັ້ງ​ພາກສ່ວນເຄື່ອງ​ສີດ​ພົ່ນ​ດ້ານ​ຊ້າຍ ຫຼື ເຄິ່ງ​ກາງ ຫຼື ດ້ານ​ຂວາ, ຖ້າ​ຫາກປົກ​ກະ​ຕິ​ແລ້ວ​ທ່ານສີດ​ພົ່ນ​ດ້ວຍ 1 ພາກ​ສ່ວນເຄື່ອງສີດ​ພົ່ນ. ດຳ​ເນີນ​ການ​ປັບ​ຕັ້ງທາງ​ເລືອກນີ້ຫຼັງ​ຈາກ​ດຳ​ເນີນ​ການ​ປັບ​ຕັ້ງ 3 ພາກສ່ວນເຄື່ອງ​ສີດ​ພົ່ນ ແລະ ການ​ປັບ​ຕັ້ງ 2 ພາກສ່ວນເຄື່ອງ​ສີດ​ພົ່ນ.

Note: ທ່ານ​ສາ​ມາດ 1 ໃນ 3 ຂອງພາກສ່ວນເຄື່ອງ​ສີດ​ພົ່ນ ໄດ້​ສຳ​ລັບ​ການການ​ປັບ​ຕັ້ງ​ຄານ​ສີດ​ພົ່ນ 1 ອັນ. ປັບ​ຕັ້ງຈາກ​ພາກສ່ວນເຄື່ອງ​ສີດ​ພົ່ນ​ທີ່​ທ່ານ​ໃຊ້ຫຼາຍ​ທີ່​ສຸດ. ລະ​ບົບເຄື່ອງ​ສີດ​ພົ່ນ​ໃຊ້​ການປັບ​ຕັ້ງ 1 ຄານ​ສີດ​ພົ່ນໃນ​ເວ​ລາ​ທີ່​ທ່ານສີດ​ພົ່ນດ້ວຍພາກສ່ວນດ້ານ​ຊ້າຍ, ເຄິ່ງ​ກາງ ຫຼື ດ້ານ​ຂວາ.

ການ​ກະ​ກ​ຽມ​ການ​ທົດ​ສອບ​ການ​ໄຫຼ

  1. ເຮັດ​ໃຫ້​ແນ່​ໃຈ​ວ່າ​ຫົວ​ສີດ​ທີ່​ທ່ານ​ຕ້ອງ​ການ​ໃຊ້​ແມ່ນ​ຢູ່​ໃນ​ຕຳ​ແໜ່ງສີດ​ພົ່ນ​ທີ່​ເປີດ​ໃຊ້ (ລົງລຸ່ມ) (ຮູບສະແດງ ).

    Important: ຫົວ​ສີດ​ທັງ​ໝົດ​ໃນ​ຕຳ​ແໜ່ງ​ໃຊ້​ງານ​ຕ້ອງ​ເປັນ​ສີ​ດຽ​ວ​ກັນ.

    Note: ເພື່ອໃຫ້​ໄດ້​ຜົນ​ທີ່​ດີ​ທີ່​ສຸດ, ຫົວ​ສີດ​ທີ່​ຢູ່​ໃນ​ຕຳ​ແໜ່ງ​ໃຊ້​ງານ​ຕ້ອງມີ​ປະ​ລິ​ມານ​ການຫຼຸ້ຍ​ຫ້ຽນ​ທີ່​ເທົ່າ​ກັນ.

    artpending
  2. ກົດ​ປຸ່ມ 1 ຫຼື 2 ໃນເມ​ນູ​ຍ່ອຍການ​ປັບ​ຕັ້ງເພື່ອ​ນຳ​ໄປ​ສູ່ຕົວ​ເລືອກການ​ໄຫຼ (ຮູບສະແດງ ).

    artpending
  3. ກົດ​ປຸ່ມ 4 ເພື່ອ​ເລືອກ​ຕົວ​ເລືອກການປັບ​ຕັ້ງ​ການໄຫຼ (ຮູບສະແດງ ).

  4. ເຕີມ​ຖັງ​ສີດ​ພົ່ນ​ໃຫ້​ເຕັມ​ເຄິ່ງ​ໜຶ່ງ— ນ້ຳ 600 ລິດ ຫຼື 150 ແກນ​ລອນສະ​ຫະ​ລັດ (ຮູບສະແດງ ).

    Note: ທ່ານ​ສາ​ມາດຍົກ​ເລີກ​ການ​ປັບ​ຕັ້ງການ​ໄຫຼໄດ້ໂດຍ​ການ​ກົດ​ປຸ່ມ 5. ຂໍ້​ຄວາມ​ທີ່​ສະ​ແດງ​ການ​ຢືນ​ຢັນ​ວ່າ​ທ່ານ​ໄດ້​ຍົກ​ເລີກ​ການ​ປັບ​ຕັ້ງ​ການ​ໄຫຼແລ້ວ.

    artpending
  5. ໃສ່​ເບ​ຣກມື (ຮູບສະແດງ ).

  6. ຕິດ​ຈັກ ຫຼື ປ່ອຍ​ພາກສ່ວນທາງນອກ​ຕ່ຳ​ລົງ.

  7. ຕັ້ງ​ຄ່າ​ສະ​ວິດ​ປ້ຳຢູ່​ໃນຕຳ​ແໜ່ງເປີດ (ຮູບສະແດງ ).

    artpending
  8. ເຄື່ອນ​ຄັນ​ເ​ລັ່ງ​ໄປທີ່ຕຳ​ແໜ່ງໄວ (ຮູບສະແດງ ) ແລະ ປ່ອຍ​ໃຫ້ຈັກຕິດເປັນ​ເວ​ລາ 10 ນາທີ.

    Important: ທ່ານ​ຕ້ອງ​ເຮັດ​ໃຫ້ລະ​ບົບ​ໄຮ​ໂດ​ຣ​ລິກຢູ່​ໃນ​ອຸນ​ຫະພູມ​ດຳ​ເນີນ​ງານ​ກ່ອນການ​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ການ​ປັບ​ຕັ້ງ​ການ​ໄຫຼທີ່​ຍັງເຫຼືອ.

ການ​ກະ​ກ​ຽມສຳ​ລັບ​ການ​ທົດ​ສອບ​ການດັກ​ຈັບ

  1. ກົດ​ປຸ່ມ 2 ເພື່ອກ້າວໄປ​ສູ່ ຂັ້ນ​ຕອນ​ຕໍ່​ໄປ (ຮູບສະແດງ ).

  2. ກົດ​ປຸ່ມ 3 ຫຼື 4 ເພື່ອເລືອກ​ຫົວ​ສີດ​ທີ່​ໄດ້​ຕິດ​ຕັ້ງ​ຢູ່​ໃນ​ຕຳ​ແໜ່ງ​ການ​ສີດ​ພົ່ນ​ທີ່​ໃຊ້​ງານ​ຢູ່ດັ່ງ​ຕໍ່​ໄປ​ນີ້:

    • ສຳ​ລັບ​ເຄື່ອງ​ຈັກ​ທີ່ມີ​ສີ​ຂອງ​ຫົວ​ສີດ​ກົງ​ກັບ​ອັດ​ຕາ​ການ​ໄຫຼ​ທີ່​ໄດ້ອະ​ທິ​ບາຍ​ຢູ່​ໃນ ຮູບສະແດງ , ເລືອກ​ສີ​ຂອງ​ຫົວ​ສີດ​ທີ່​ໄດ້​ຕິດ​ຕັ້ງ​ທີ່​ຕຳ​ແໜ່ງ​ການ​ສີດ​ພົ່ນ​ທີ່​ໃຊ້​ງານ​ຢູ່.

    • ສຳ​ລັບ​ເຄື່ອງ​ຈັກ​ທີ່​ມີສີ​ຂອງ​ຫົວ​ສີດບໍ່​ກົງກັບ​ອັດ​ຕາ​ການ​ໄຫຼທີ່​ໄດ້​ອະ​ທິ​ບາຍ​ຢູ່ໃນ ຮູບສະແດງ , ເລືອກອັດ​ຕາ​ການ​ໄຫຼ (gpm ຫຼື lpm) ຂອງ​ຫົວ​ສີດທີ່​ໄດ້​ຕິດ​ຕັ້ງ​ທີ່​ຕຳ​ແໜ່ງ​ການ​ສີດ​ພົ່ນ​ທີ່​ໃຊ້​ງານ​ຢູ່.

    artpending
  3. ກົດ​ປຸ່ມ 2 ເພື່ອກ້າວໄປ​ສູ່ ຂັ້ນ​ຕອນ​ຕໍ່​ໄປ (ຮູບສະແດງ ).

  4. ຕັ້ງ​ຄ່າສະ​ວິດ​ໂໝດ​ເຄື່ອງ​ສີດພົ່ນຢູ່​ໃນ ຕຳ​ແໜ່ງກຳ​ນົດ​ເອງ (ຮູບສະແດງ ).

    artpendingartpending
  5. ໝຸນ​ລູກ​ບິດສຳ​ລັບ​ວາວປິດ​ຂ້າມ​ຜ່ານ​ພາກ​ສ່ວນໄປທີ່​ຕຳ​ແໜ່ງ ປິດ (ຮູບສະແດງ ).

    artpending
  6. ຕັ້ງ​​ສະ​ວິດ​ປັ່ນໄປທີ່ຕຳ​ແໜ່ງປິດ ແລະ ຕັ້ງຄັນ​ເລັ່ງ​ໄປທີ່​ຕຳ​ແໜ່ງໄວ (ຮູບສະແດງ ).

  7. ກົດ​ປຸ່ມ 2 ເພື່ອກ້າວໄປ​ສູ່ ຂັ້ນ​ຕອນ​ຕໍ່​ໄປ (ຮູບສະແດງ ).

ການ​ກະ​ກ​ຽມພາກສ່ວນເຄື່ອງ​ສີດ​ພົ່ນ​ສຳ​ລັບ​ການທົດ​ສອບ​ການດັກ​ຈັບ

  1. ຕັ້ງ​ຄ່າສະ​ວິດ​ພາກ​ສ່ວນເຄື່ອງສີດ​ພົ່ນ​ດັ່ງ​ຕໍ່​ໄປ​ນີ້:

    Note: ໃຫ້​ເບິ່ງ .

    • ເລືອກ​ປຸ່ມ​ພາກສ່ວນ​ດ້ານ​ຊ້າຍ, ເຄິ່ງ​ກາງ ແລະ ດ້ານ​ຂວາສຳ​ລັບການ​ປັບ​ຕັ້ງ 3 ພາກສ່ວນເຄື່ອງ​ສີດ​ພົ່ນ.

      Important: ທ່ານ​ຕ້ອງ​ດຳ​ເນີນ​ການ​ປັບ​ຕັ້ງນີ້.

    • ເລືອກ​ປຸ່ມ 2 ພາກສ່ວນເຄື່ອງ​ສີດ​ພົ່ນສຳ​ລັບ​ພາກສ່ວນເຄື່ອງສີດ​ພົ່ນ​ທີ່​ທ່ານ​ລະ​ບຸ​ຢູ່ໃນ ສຳ​ລັບ​ການ​ປັບ​ຕັ້ງ 2 ພາກສ່ວນເຄື່ອງ​ສີດ​ພົ່ນ.

      Note: ດຳ​ເນີນ​ການ​ປັບ​ຕັ້ງທາງ​ເລືອກນີ້ຫຼັງ​ຈາກ​ດຳ​ເນີນ​ການ​ປັບ​ຕັ້ງ 3 ພາກສ່ວນເຄື່ອງ​ສີດ​ພົ່ນ.

    • ເລືອກ​ປຸ່ມ​ພາກສ່ວນດ້ານ​ຊ້າຍ ຫຼື ເຄິ່ງ​ກາງ ຫຼື ດ້ານ​ຂວາພາກ​ສ່ວນເຄື່ອງ​ສີດ​ພົ່ນທີ່​ທ່ານ​ລະ​ບຸ​ໃນ ສຳ​ລັບ​ການ​ປັບ​ຕັ້ງ 1 ພາກ​ສ່ວນເຄື່ອງ​ສີດ​ພົ່ນ.

      Note: ດຳ​ເນີນ​ການ​ປັບ​ຕັ້ງທາງ​ເລືອກນີ້ຫຼັງ​ຈາກ​ດຳ​ເນີນ​ການ​ປັບ​ຕັ້ງ 3 ພາກສ່ວນເຄື່ອງ​ສີດ​ພົ່ນ ແລະ ການ​ປັບ​ຕັ້ງ 2 ພາກສ່ວນເຄື່ອງ​ສີດ​ພົ່ນ.

    artpendingartpending
  2. ກົດ​ປຸ່ມ 2 ເພື່ອກ້າວໄປ​ສູ່ ຂັ້ນ​ຕອນ​ຕໍ່​ໄປ (ຮູບສະແດງ ).

  3. ຢູ່ທີ່​ໜ້າ​ຈໍເຮັດ​ຊ້ຳ​ການ​ທົດ​ສອບ, ກົດປຸ່ມ 2 ເພື່ອເລີ່ມ​ການທົດ​ສອບ​ການ​ດັກ​ຈັບ​ພາກສ່ວນເຄື່ອງ​ສີດ​ພົ່ນ (ຮູບສະແດງ ).

    artpending

ການ​ກະ​ກ​ຽມການທົດ​ສອບ​ການດັກ​ຈັບພາກສ່ວນເຄື່ອງ​ສີດ​ພົ່ນ​

Note: ກຽມ​ພ້ອມພາ​ຊະ​ນະ​ດັກ​ຈັບ​ຕາມ​ລຳ​ດັບ..

  1. ຕັ້ງ​ຄ່າສະ​ວິດ​ພາກ​ສ່ວນ​ຕົ້ນ​ຕໍໄປ​ຫາຕຳ​ແໜ່ງເປີດ (ຮູບສະແດງ ).

  2. ນຳ​ໃຊ້​ສະ​ວິດອັດ​ຕາ​ການ​ນຳໃຊ້ເພື່ອ​ປັບ​ແຮງ​ດັນ​ລະ​ບົບ​ເຄື່ອງ​ສີດ​ພົ່ນໃຫ້​ໄດ້ປະ​ມານ 2.76 bar (40 psi); ໃຫ້​ເບິ່ງ ຮູບສະແດງ .

    artpending
  3. ຕັ້ງ​ຄ່າສະ​ວິດ​ພາກ​ສ່ວນ​ຕົ້ນ​ຕໍໄປ​ຫາ​ຕຳ​ແໜ່ງປິດ (ຮູບສະແດງ ).

  4. ໃນໜ້າ​ຈໍ​ສະ​ແດງ​ຜົນຄືນ​ກ່ຽວ​ກັບ​ການ​ທົດ​ສອບ​ການ​ດັກ​ຈັບ, ຢືນ​ຢັນ​ຈຳ​ນວນ​ຄານ​ສີດ​ພົ່ນ, ສີຫົວ​ສີດ ແລະ ກົດ​ປຸ່ມ 3 ເພື່ອ​ເລີ່ມ​ການ​ທົດ​ສອບ​ການ​ດັກ​ຈັບ (ຮູບສະແດງ ).

    Note: ທ່ານ​ມີ​ເວ​ລາ 14 ວິ​ນາ​ທີ​ໃນ​ການ​ເຄື່ອນ​ໄປ​ສູ່​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ ແລະ ວາງຕຳ​ແໜ່ງ​ຂອງ​ພາ​ຊະ​ນະ​ດັກ​ຈັບ​ຕາມ​ລຳ​ດັບ​ຢູ່​ດ້ານ​ລຸ່ມ​ຂອງ​ຫົວ​ສີດພົ່ນ​ສຳ​ລັບ​ໄລ​ຍະ​ການ​ທົດ​ສອບ​ການ​ດັກ​ຈັບ.

    artpending

    Note: ລະ​ບົບເຄື່ອງ​ສີດ​ພົ່ນ​ເປີດ​ວາວພາກສ່ວນໂດຍ​ອັດ​ຕະ​ໂນ​ມັດ, ຫົວ​ສີດເຄື່ອງ​ສີດ​ພົ່ນ​ຈະ​ສີດ​ອອກ​ສຳ​ລັບ​ໄລ​ຍະ​ການ​ທົດ​ສອບ​ການ​ດັກ​ຈັບ ແລະ ລະ​ບົບ​ເຄື່ອງ​ສີດ​ພົ່ນ​ປິດ​ວາວພາກສ່ວນ​ໂດຍ​ອັດ​ຕະ​ໂນ​ມັດ.

  5. ດັກ​ຈັບ​ນ້ຳ​ຈາກ​ຫົວ​ສີດເຄື່ອງ​ສີດ​ພົ່ນ​ຈົນ​ກວ່າ​ການ​ໄຫຼ​ຂອງ​ເຄື່ອງ​ສີດ​ພົ່ນ​ປິດ​ລົງ (ຮູບສະແດງ ).

    artpending
  6. ວາງ​ພາ​ຊະ​ນະບັນ​ຈຸຕາມ​ລຳ​ດັບ​ໄວ້​ໃນ​ພື້ນ​ຜິວ​ທີ່​ລຽບ ແລະ ສັງ​ເກດ​ປະ​ລິ​ມານ​ຂອງ​ແຫຼວ (ຮູບສະແດງ ).

    Important: ໃນ​ເວ​ລາ​ທີ່​ທ່ານ​ກຳ​ລັງ​ອ່ານ​ພາ​ຊະ​ນະ​ບັນ​ຈຸ​ຕາມ​ລຳດັບ, ທ່ານ​ຕ້ອງວາງ​ໃຫ້​ພາ​ຊະ​ນະ​ບັນ​ຈຸ​ຢູ່​ໃນ​ພື້ນ​ລຽບ​ພຽງ.

    Important: ໃນ​ເວ​ລາ​ທີ່​ທ່ານ​ກຳ​ລັງ​ອ່ານ​ພາ​ຊະ​ນະບັນ​ຈຸຕາມ​ລຳດັບ, ອ່ານ​ປະ​ລິ​ມານ​ຂອງ​ແຫຼວ​ໃນ​ພາ​ຊະ​ນະ​ບັນ​ຈຸ​ຕາມ​ລຳ​ດັບ​ທີ່​ຈຸດ​ຕ່ຳ​ສຸດ​ຂອງເສັ້ນ​ໂຄ້ງ​ພື້ນ​ຜິວ​ຂອງ​ແຫຼວ.

    Important: ຂໍ້​ຜິດ​ພາດ​ເລັກໆ​ນ້ອຍໆ​ຈາກການອ່ານ​ປະ​ລິ​ມານ​ຂອງ​ແຫຼວ​ໃນພາ​ຊະ​ນະ​ບັນ​ຈຸຕາມ​ລຳດັບສົ່ງ​ຜົນ​ກະ​ທົບ​ອັນ​ສຳ​ຄັນ​ຕໍ່​ກັບ​ຄວາມ​ຖືກ​ຕ້ອງ​ຂອງການປັບ​ຕັ້ງ​ເຄື່ອງ​ສີດ​ພົ່ນ.

    artpending
  7. ປຽບ​ທຽບ​ປະ​ລິ​ມານ​ຂອງ​ແຫຼວ​ຢູ່ໃນ​ພາ​ຊະ​ນະ​ດັກ​ຈັບຕາມ​ລຳດັບ​ກັບ​ປະ​ລິ​ມານເປົ້າ​ໝາຍ​ປະ​ກົດ​ຂຶ້ນ​ໃນ​ໜ້າ​ຈໍສູນ​ຂໍ້​ມູນ (ຮູບສະແດງ ).

    Note: ທ່ານ​ຈຳ​ເປັນ​ຕ້ອງໃຫ້​ປະ​ລິ​ມານ​ຂອງ​ແຫຼວ​ໃນ​ພາ​ຊະ​ນະ​ດັກ​ຈັບຢູ່​ໃນລະ​ດັບ ± 7.4 ມ​ລ (¼ ອອນ​ຂອງ​ແຫຼວ) ຂອງ​ປະ​ລິ​ມານ​ກຳ​ນົດ​ທີ່​ໄດ້​​ປະ​ກົດ​ຂຶ້ນ​ໃນ​ໜ້າ​ຈໍສູນ​ຂໍ້​ມູນ.

  8. ຖ້າ​ຫາກ​ລະ​ດັບ​ຂອງ​ແຫຼວ​ໃນ​ພາ​ຊະ​ນະດັກ​ຈັບ​ຕາມ​ລຳດັບ​ແມ່ນ 7.4 ມ​ລ (¼ ອອນ​ຂອງ​ແຫຼວ) ຫຼາຍກວ່າ​ປະ​ລິ​ມານ​ທີ່​ກຳ​ນົດ ຫຼື 7.4 ມ​ລ (¼ ອອນ​ຂອງ​ແ​ຫຼວ) ໜ້ອຍກວ່າ​ປະ​ລິ​ມານ​ທີ່ກຳ​ນົດ, ປະ​ຕິ​ບັດ​ຕາມ 1 ໃນສິ່ງ​ຕໍ່​ໄປ​ນີ້:

    • ຖ້າ​ຫາກ​ປະ​ລິ​ມານ​ຂອງ​ແຫຼວໃນ​ພາ​ຊະ​ນະ​ດັກ​ຈັບຢູ່​ໃນລະ​ດັບ ± 7.4 ມ​ລ (¼ ອອນ​ຂອງ​ແຫຼວ) ຂອງ​ປະ​ລິ​ມານເປົ້າ​ໝາຍທີ່​ໄດ້​​ປະ​ກົດ​ຂຶ້ນ​ໃນ​ໜ້າ​ຈໍສູນ​ຂໍ້​ມູນ, ກົດ​ປຸ່ມ 2.

    • ຖ້າ​ຫາກ​ປະ​ລິ​ມານ​ຕ່ຳ​ເກີນ​ໄປ, ນຳ​ໃຊ້ສະ​ວິດອັດ​ຕາ​ການ​ນຳໃຊ້​ເພື່ອ​ເພີ່ມ​ແຮງ​ດັນ​ລະ​ບົບ​ເຄື່ອງ​ສີດ​ພົ່ນ ແລະ ດຳ​ເນີນ​ຂັ້ນ​ຕອນ​ຕໍ່​ໄປ.

    • ຖ້າ​ຫາກ​ປະ​ລິ​ມານສູງເກີນ​ໄປ, ນຳ​ໃຊ້ປຸ່ມ​ອັດ​ຕາ​ການ​ນຳໃຊ້ເພື່ອ​ຫຼຸດ​ແຮງ​ດັນ​ລະ​ບົບ​ເຄື່ອງ​ສີດ​ພົ່ນ​ລົງ ແລະ ດຳ​ເນີນ​ຂັ້ນ​ຕອນ​ຕໍ່​ໄປ.

  9. ເຮັດ​ຊ້ຳ​ຂັ້ນ​ຕອນ ຮອດ ຈົນ​ກວ່າປະ​ລິ​ມານ​ຂອງ​ແຫຼວ​ໃນ​ພາ​ຊະ​ນະ​ດັກ​ຈັບຢູ່​ໃນລະ​ດັບ ± 7.4 ມ​ລ (¼ ອອນ​ຂອງ​ແຫຼວ) ຂອງ​ປະ​ລິ​ມານ​ເປົ້າ​ໝາຍກຳ​ນົດ​ທີ່​ໄດ້​​ປະ​ກົດ​ຂຶ້ນ​ໃນ​ໜ້າ​ຈໍສູນ​ຂໍ້​ມູນ.

  10. ກົດ​ປຸ່ມ 2 ເພື່ອສືບ​ຕໍ່ໄປ​ທີ່ .

ດຳ​ເນີນ​ການ​ຄຳ​ນວນ​ການ​ປັບ​ຕັ້ງ

  1. ຕັ້ງ​ຄ່າສະ​ວິດ​ພາກ​ສ່ວນ​ຕົ້ນ​ຕໍໄປ​ຫາຕຳ​ແໜ່ງເປີດ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 2 ເພື່ອນຳ​ໄປ​ສູ່ ຂັ້ນ​ຕອນເລີ່ມ​ກາ​ນ​ຄຳ​ນວນ​ການປັບ​ຕັ້ງ (ຮູບສະແດງ ).

    Note: ໜ້າ​ຈໍສູນ​ຂໍ້​ມູນການ​ປັບ​ຕັ້ງ​ຢູ່​ໃນ​ໜ້າ​ຈໍປະ​ມວນ​ຜົນ (ຮູບສະແດງ ).

    Note: ພາກສ່ວນ​ເຄື່ອງ​ສີດ​ພົ່ນ​ສີດ​ພົ່ນອອກ​ເປັນ​ເວ​ລາ 3 ນາ​ທີ​ໃນ​ຂະ​ນະ​ທີ່​ເຄື່ອງ​ຈັກ​ກຳ​ລັງ​ຄຳ​ນວນ​ຄວາມ​ຖືກ​ຕ້ອງ​ຂອງ​ການ​ປັບ​ຕັ້ງ.

    artpending

    ໃນ​ເວ​ລາ​ທີ່ຂະ​ບວນ​ການ​ປັບ​ຕັ້ງ​ສິ້ນ​ສຸດ​ລົງ, 1 ໃນຂໍ້​ຄວາມ​ຕໍ່​ໄປ​ນີ້​ປະ​ກົດ​ຂຶ້ນ:

    • ຂໍ້​ຄວາມ​ທີ່​ສະ​ແດງ​ການ​ຢືນ​ຢັນ​ວ່າການ​ປັບ​ຕັ້ງການ​ໄຫຼສຳ​ເລັດ​ແລ້ວ (ຮູບສະແດງ ).

      artpending
    • ຂໍ້​ຄວາມ​ທີ່​ສະ​ແດງ​ການລະ​ບຸ​ວ່າການ​ຄຳ​ນວນ​ການ​ໄຫຼບໍ່​ສຳ​ເລັດ (ຮູບສະແດງ ).

      artpending

      ຖ້າ​ຫາກວາວ​ປັບ​ຕັ້ງ​ແມ່ນ​ຢູ່ນອກຂອບ​ເຂດ (ຮູບສະແດງ ), ຕິດ​ຕໍ່​ຫາຜູ້​ຈຳ​ໜ່າຍບໍ​ລິ​ການ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໃນ​ເຂດ​ທ່ານ; ບໍ່​ດັ່ງ​ນັ້ນໃຫ້ກວດ​ຄືນ​ຂໍ້​ຄວາມ​ຜິດ​ພາດ ແລະ ເຮັດ​ຊ້ຳ​ຂັ້ນ​ຕອນ​ການປັບ​ຕັ້ງ​ຢູ່ໃນ , ແລະ .

      artpending
  3. ກົດ​ປຸ່ມ 5 ເພື່ອ ອອກ​ໜ້າ​ຈໍ​ການ​ປັບ​ຕັ້ງ​ຄວາມ​ໄວ (ຮູບສະແດງ , ຮູບສະແດງ ແລະ ຮູບສະແດງ ).

  4. ເຄື່ອນ​ຄັນ​ເ​ລັ່ງ​ໄປທີ່ຕຳ​ແໜ່ງກາ​ລັງ​ຕີ, ມອດຈັກ ແລະ ຖອດ​ກະ​ແຈຕິດ​ຈັກ​ອອກ.

ດຳ​ເນີນ​ການ​ປັບ​ຕັ້ງ 2 ພາກ​ສ່ວນເຄື່ອງ​ສີດ​ພົ່ນ

ຖ້າ​ຫາກ​ທ່ານ​ເຮັດການ​ປັບ​ຕັ້ງ 3 ພາກ​ສ່ວນ​ເຄື່ອງ​ສີດ​ພົ່ນສຳ​ເລັ​ດ, ສູນ​ຂໍ້​ມູນ ຈະ​ແຈ້ງທ່ານ​ກ່ຽວ​ກັບ​ການ​ປັບ​ຕັ້ງ 2 ພາກ​ສ່ວນ​ເຄື່ອງ​ສີດ​ພົ່ນ​ທັນ​ທີ (ຮູບສະແດງ ), ປະ​ຕິ​ບັດ​ຕາມ 1 ໃນສິ່ງ​ຕໍ່​ໄປ​ນີ້:

artpending
  • ຖ້າ​ຫາກ​ທ່ານບໍ່ຈຳ​ເປັນ​ຕ້ອງ​ການດຳ​ເນີນ​ການ​ປັບ​ຕັ້ງ 2 ພາກສ່ວນເຄື່ອງ​ສີດ​ພົ່ນ, ກົດ​ປຸ່ມ 5 ເພື່ອ​ກັບຄືນ​ຫາໜ້າ​ຈໍປັບ​ຕັ້ງ (ຮູບສະແດງ ).

  • ກົດ​ປຸ່ມ 2 ເພື່ອໄປ​ສູ່​ຂັ້ນ​ຕອນການປັບ​ຕັ້ງ​ຢູ່ໃນ ().

    Note: ທ່ານ​ຈະ​ຕັ້ງ​ຄ່າ​ປຸ່ມພາກສ່ວນ​ເຄື່ອງ​ສີດ​ພົ່ນ (ຮູບສະແດງ ) ໄປ​ທີ່​ຕຳ​ແໜ່ງ ເປີດທີ່​ທ່ານ​ໄດ້​ລະ​ບຸ​ສຳ​ລັບ​ການ​ປັບ​ຕັ້ງຢູ່ໃນ ເທົ່າ​ນັ້ນ.

ດຳ​ເນີນ​ການ​ປັບ​ຕັ້ງ 1 ພາກ​ສ່ວນເຄື່ອງ​ສີດ​ພົ່ນ

ຖ້າ​ຫາກ​ທ່ານ​ເຮັດ​ສຳ​ເລັ​ດ​ກາ​ນປັບ​ຕັ້ງ 3 ພາກສ່ວນເຄື່ອງ​ສີດ​ພົ່ນ ແລະ ກາ​ນປັບ​ຕັ້ງ 2 ພາກສ່ວນເຄື່ອງ​ສີດ​ພົ່ນ ,ສູນ​ຂໍ້​ມູນ ຈະ​ແຈ້ງທ່ານ​ກ່ຽວ​ກັບ​ການ​ປັບ​ຕັ້ງ 1 ພາກສ່ວນເຄື່ອງ​ສີດ​ພົ່ນ (ຮູບສະແດງ ), ປະ​ຕິ​ບັດ​ຕາມ 1 ໃນສິ່ງ​ຕໍ່​ໄປ​ນີ້:

artpending
  • ຖ້າ​ຫາກ​ທ່ານບໍ່ຈຳ​ເປັນ​ຕ້ອງ​ການດຳ​ເນີນ​ການ​ປັບ​ຕັ້ງ 1 ພາກສ່ວນເຄື່ອງ​ສີດ​ພົ່ນ, ກົດ​ປຸ່ມ 5 ເພື່ອ​ກັບຄືນ​ຫາໜ້າ​ຈໍປັບ​ຕັ້ງ (ຮູບສະແດງ ).

  • ກົດ​ປຸ່ມ 2 ເພື່ອໄປ​ສູ່​ຂັ້ນ​ຕອນການປັບ​ຕັ້ງ​ຢູ່ໃນ ().

    Note: ທ່ານ​ຈະ​ຕັ້ງ​ຄ່າ​ປຸ່ມພາກສ່ວນ​ເຄື່ອງ​ສີດ​ພົ່ນ (ຮູບສະແດງ ) ໄປ​ທີ່​ຕຳ​ແໜ່ງ ເປີດ ທີ່​ທ່ານ​ໄດ້​ລະ​ບຸ​ສຳ​ລັບ​ການ​ປັບ​ຕັ້ງ​ຢູ່ໃນ ເທົ່າ​ນັ້ນ.

ການ​ປັບ​ຕັ້ງ​ຄວາມ​ໄວ

ການ​ກະ​ກ​ຽມສຳ​ລັບ​ການ​ປັບ​ຕັ້ງ​ຄວາ​ມ​ໄວ

  1. ກົດ​ປຸ່ມ 1 ຫຼື 2 ໃນເມ​ນູ​ຍ່ອຍການ​ປັບ​ຕັ້ງເພື່ອ​ນຳ​ໄປ​ສູ່ຕົວ​ເລືອກຄວາມ​ໄວ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກ​ຕົວ​ເລືອກການປັບ​ຕັ້ງຄວາມ​ໄວ (ຮູບສະແດງ ).

  3. ເຕີມ​ຖັງ​ສີດ​ພົ່ນ​ໃຫ້​ເຕັມ​ເຄິ່ງ​ໜຶ່ງ— ນ້ຳ 600 ລິດ ຫຼື 150 ແກນ​ລອນສະ​ຫະ​ລັດ (ຮູບສະແດງ ).

    artpending

    Note: ທ່ານ​ສາ​ມາດ​ຍົກເລີກ​ການ​ປັບ​ຕັ້ງ​ຄວາມ​ໄວໄດ້​ໂດຍ​ການ​ກົດ​ປຸ່ມ 5, ຂໍ້​ຄວາມ​ສະ​ແດງ​ຢືນ​ຢັນ​ວ່າ​ທ່ານ​ໄດ້​ຍົກ​ເລີກ​ການ​ປັບ​ຕັ້ງຄວາມ​ໄວແລ້ວ.

    artpending
  4. ກົດ​ປຸ່ມ 2 ເພື່ອກ້າວໄປ​ສູ່ ຂັ້ນ​ຕອນ​ຕໍ່​ໄປ (ຮູບສະແດງ ).

  5. ໝາຍ​ເສັ້ນ​ເລີ່ມ​ຕົ້ນ​ໃນ​ພື້ນ​ທີ່​ທົດ​ສອບ​ໃນ​ສະ​ໜາມ​ຫຍ້າ (ຮູບສະແດງ ).

    artpending
  6. ການ​ນຳ​ໃຊ້​ກົງ​ລໍ້​ວັດ​ແທກ, ໝາຍໄລ​ຍະ​ທາງ 45 ຫາ 152 ມ (150 ຫາ 500 ຟຸດ); ບັນ​ທຶກ​ໄລ​ຍະ​ທາງ​ທີ່​ທ່ານ​ໄດ້​ວັດ​ແທກໄວ້ຢູ່​ລຸ່ມນີ້ (ຮູບສະແດງ ).

    artpending

    Note: ໄລ​ຍະການ​ທົດ​ສອບທີ່ 92 ຫາ 152 ມ (300 ຫາ 500 ຟຸດ) ໃຫ້​ຜົນ​ການ​ປັບ​ຕັ້ງ​ທີ່​ດີກວ່າ.

    ຄ່າ​ໄລ​ຍະ​ທາງ​ທີ່​ປ້ອນເຂົ້າ:
  7. ໝາຍ​ເສັ້ນສິ້ນ​ສຸດ​ໃນ​ພື້ນ​ທີ່​ທົດ​ສອບ​ໃນ​ສະ​ໜາມ​ຫຍ້າ (ຮູບສະແດງ ).

  8. ກົດ​ປຸ່ມ 2 ເພື່ອ​ໄປ​ສູ່ ຂັ້ນ​ຕອນ​ຕໍ່​ໄປ (ຮູບສະແດງ ).

  9. ປ້ອນ​ປຸ່ມ​ນຳໃຊ້ 3 ຫຼື 4 ເພື່ອ​ປ່ຽນ​ຄ່າ​ໄລ​ຍະ​ທາງ​ທີ່​ປ້ອນ​ເຂົ້າໃນສູນ​ຂໍ້​ມູນ ແລະ ກົດ​ປຸ່ມ 2 (ຮູບສະແດງ ).

    artpending

ການດຳ​ເນີນ​ການ​ປັບ​ຕັ້ງຄວາມ​ໄວ

  1. ຍ້າຍ​ເຄື່ອງ​ຈັກເພື່ອ​ຈັດລຽງຢາງ​ດ້ານໜ້າ​ຢູ່​ເສັ້ນ​ເລີ່ມ​ຕົ້ນ.

  2. ຢູ່​ທີ່​ຕູ້ຄວບ​ຄຸມ​ເຄິ່ງກາງ​ຂອງ​ເຄື່ອ​ງ​ຈັກ, ໃຫ້​ແ​ນ່​ໃຈ​ວ່າ​ປຸ່ມ​ສຳ​ລັບວາວ 3 ພາກ​ສ່ວນຢູ່​ໃນ​ຕຳ​ແ​ໜ່ງ ປິດ.

    artpendingartpending
  3. ກົດ​ປຸ່ມ 2 ໃນສູນ​ຂໍ້​ມູນ ແລະ ຂັບ​ໄປ​ຫາ​ເສັ້ນ​ສິ້ນ​ສຸດ (ຮູບສະແດງ ແລະ ຮູບສະແດງ ).

    Note: ຄ່າ​ໄລ​ຍະ​ທາງ​ທີ່​ວັດ​ແທກໄດ້​ຄວນ​ເພີ່ມຂຶ້ນ.

  4. ກົດ​ປຸ່ມ 2 (ສຳ​ເລັດແລ້ວ) ໃນ​ເວ​ລາ​ທີ່ຢາງໜ້າ​ຂອງ​ເຄື່ອງ​ຈັກ​ຢູ່​ໃນ​ເສັ້ນ​ສິ້ນ​ສຸດ (ຮູບສະແດງ ).

    Note: ຖ້າ​ຫາກ​ຄ່າ​ຂອງ​ໄລ​ຍະ​ທາງ​ທີ່ວັດ​ແທກໄດ້ ແລະ ຄ່າ​ຂອງ​ໄລ​ຍະ​ທາງ​ທີ່​ປ້ອນເຂົ້ານັ້ນ​ບໍ່​ກົງ​ກັນ, ຄອມ​ພິວ​ເຕີ​ຂອງ​ລະ​ບົບເຄື່ອງ​ສີດ​ພົ່ນ​ຈະ​ແກ້​ໄຂ​ຄ່າ​ໄລ​ຍະ​ທາງ​ທີ່ວັດ​ແທກ​ໄດ້​ໃຫ້​ຖືກ​ຕ້ອງໂດຍ​ອັດ​ຕະ​ໂນ​ມັດ.

    artpending
    • ຂໍ້​ຄວາມສະ​ແດງ​ການ​ຢືນ​ຢັນ​ວ່າການປັບ​ຕັ້ງຄວາມ​ໄສຳ​ເລັດ​ແລ້ວ (ຮູບສະແດງ ).

      artpending
    • ຂໍ້​ຄວາມສະ​ແດງຊີ້ບອກວ່າການປັບ​ຕັ້ງຄວາມ​ໄວບໍ່​ສຳ​ເລັດ (ຮູບສະແດງ ).

      Note: ກົດ​ປຸ່ມ 5 ເພື່ອ ອອກ​ໜ້າ​ຈໍ​ການ​ປັບ​ຕັ້ງ​ຄວາມ​ໄວ.

      Note: ຖ້າ​ຫາກວາວ​ປັບ​ຕັ້ງ​ແມ່ນ​ຢູ່ນອກຂອບ​ເຂດ (ຮູບສະແດງ ), ຕິດ​ຕໍ່​ຫາຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໃນ​ເຂດ​ທ່ານ; ບໍ່​ດັ່ງ​ນັ້ນ.shກວດ​ຄືນ​ຂໍ້​ຄວາມ​ຜິດ​ພາດ ແລະ ເຮັດ​ຊ້ຳ​ຂັ້ນ​ຕອນ​ການວັດ​ແທກ​16jໃນ ແລະ .

      artpending
  5. ກົດ​ປຸ່ມ 5 ເພື່ອອອກ​ໜ້າ​ຈໍ​ການ​ປັບ​ຕັ້ງ​ຄວາມ​ໄວ (ຮູບສະແດງ ຫຼື ຮູບສະແດງ ).

  6. ເຄື່ອນ​ຄັນ​ເ​ລັ່ງ​ໄປທີ່ຕຳ​ແໜ່ງຊ້າ, ມອດຈັກ, ໃສ່​ເບ​ຣກ​ມື ແລະ ຖອດ​ກະ​ແຈຕິດ​ຈັກ​ອອກ.

ທົດ​ສອບ​ຄວາມ​ໄວ

ໃຊ້ຄຸນ​ສົມ​ບັດ​ທົດ​ສອບຄວາມ​ໄວ​ເພື່ອ​ຈຳ​ລອງສັນ​ຍານ​ຄວາມ​ໄວພື້ນ​ດິນສຳ​ລັບ​ການ​ເຮັດ​ວຽກ​ຂອງ​ເຄື່ອງສີດ​ພົ່ນຢູ່​ກັບ​ທີ່​ສຳ​ລັບ​ການ​ທົດ​ສອບດັ່ງ​ຕໍ່​ໄປ​ນີ້:

  • ການ​ຕັ້ງ​ຄ່າ​ວາວ​ຂ້າມ​ຜ່ານ​ພາກສ່ວນ (ໂໝດກຳ​ນົດ​ເອງ), ໃຫ້​ເບິ່ງ ຄູ່ມືຜູ້​ໃຊ້ ສຳ​ລັບເຄື່ອງ​ຈັກ.

  • ກວດ​ສອບ​ການ​ທົດ​ສອບ​ການດັກຈັບ​ສຳ​ລັບ​ເຄື່ອງ​ຈັກ​ທີ່​ໃຊ້​ງານ​ໃນໂໝດອັດ​ຕາ​ການນຳໃຊ້.

Note: ຖ້າ​ຫາກ​ທ່ານ​ປົດ​ເບ​ຣກ​ມື ຫຼື ຍ້າຍ​ເຄື່ອງ​ຈັກ​ໃນ​ຂະ​ນະ​ທີ່​ນຳ​ໃຊ້​ການ​ທົດ​ລອງ​ການທົດ​ສອບ​ຄວາມ​ໄວ, ສູນ​ຂໍ້​ມູນ ອອກ​ຈາກ​ການ​ທົດ​ລອງ.

ການ​ນຳ​ໃຊ້ຄວາມ​ໄວທົດ​ສອບ

  1. ກົດ​ປຸ່ມ 1 ຫຼື 2 ໃນເມ​ນູ​ຍ່ອຍການ​ປັບ​ຕັ້ງເພື່ອ​ນຳ​ໄປ​ສູ່ຕົວ​ເລືອກຄວາມ​ໄວ​ທົດ​ສອບ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກຕົວ​ເລືອກ​ການ​ປັບ​ຕັ້ງຄວາມ​ໄວ (ຮູບສະແດງ ).

  3. ກົດ​ປຸ່ມ 1 ຫຼື 2 ເພື່ອນຳ​ໄປ​ສູ່ຕົວ​ເລືອກຄວາມ​ໄວ (ຮູບສະແດງ ).

    artpending
  4. ກົດ​ປຸ່ມ 3 ຫຼື 4 ເພື່ອ​ເພີ່ມ ຫຼື ຫຼຸດຄວາມ​ໄວ​ຈຳ​ລອງ (ຮູບສະແດງ ).

  5. ກົດ​ປຸ່ມ 2 ເພື່ອນຳ​ໄປ​ສູ່ຕົວ​ເລືອກເປີດ/ປິດ (ຮູບສະແດງ ).

    artpendingartpending
  6. ກົດ​ປຸ່ມ 4 ເພື່ອ​ສະຫຼັບການເປີດ ຫຼື ປິດ ການ​ຈຳ​ລອງຄວາມ​ໄວ​ການທົດ​ສອບ (ຮູບສະແດງ ).

  7. ກົດ​ປຸ່ມ 5 ເພື່ອ​ບັນ​ທຶກ​ການ​ຕັ້ງ​ຄ່າຂອງ​ທ່ານ ແລະ ອອກ​ໜ້າ​ຈໍຄວາມ​ໄວທົດ​ສອ ແລະ ກັບຄືນ​ໄປຫາ​ໜ້າ​ຈໍປັບ​ຕັ້ງ (ຮູບສະແດງ ).

ນຳ​ໃຊ້​ການ​ປ້ອນ​ຂໍ້​ມູນ​ການ​ຄິດ​ໄລ່ແບບກຳ​ນົດ​ເອງ

ນຳ​ໃຊ້​ໜ້າ​ຈໍການ​ປ້ອນ​ຂໍ້​ມູນ​ການ​ຄິດ​ໄລ່ແບບກຳ​ນົດ​ເອງເພື່ອ​ເບິ່ງ​ຄ່າ​ການ​ປັບ​ຕັ້ງ​ສຳ​ລັບ 3 ພາກ​ສ່ວນເຄື່ອງ​ສີດ​ພົ່ນ (ຄານ​ສີດ​ພົ່ນ), 2 ພາກ​ສ່ວນ​ຄານ​ສີດ​ພົ່ນ (ຄານ​ສີດ​ພົ່ນ), 1 ພາກ​ສ່ວນ​ຄານ​ສີດ​ພົ່ນ (ຄານ​ສີດ​ພົ່ນ) ແລະ ຄວາມ​ໄວ.

Important: ລາຍ​ການ​ປັບ​ຕັ້ງເຫຼົ່າ​ນີ້​ແມ່ນ​ຕົວ​ເລກ​ທີ່​ຖືກ​ໃຊ້​ເພື່ອ​ຄຳ​ນວນ​ປັດ​ໄຈ​ການ​ແກ້​ໄຂ​ການ​ໄຫຼ ແລະ ຄວາມ​ໄວ. ຢ່າ​ປ່ຽນ​ຕົວ​ເລກເຫຼົ່າ​ນີ້. ນຳ​ໃຊ້​ຂັ້ນ​ຕອນດຳ​ເນີນ​ການ ແລະ .

  1. ກົດ​ປຸ່ມ 1 ຫຼື 2 ໃນ​ເມ​ນູ​ຍ່ອຍ ປັບ​ຕັ້ງເພື່ອ​ນຳ​ໄປ​ສູ່ຕົວ​ເລືອກການ​ປ້ອນ​ຂໍ້​ມູນ​ການ​ຄິດ​ໄລ່​ແບບກຳ​ນົດ​ເອງ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກ​ຕົວ​ເລືອກການປັບ​ຕັ້ງຄວາມ​ໄວ (ຮູບສະແດງ ).

  3. ກົດ​ປຸ່ມ 1 ຫຼື 2 ເພື່ອ​ເລືອກການ​ໄຫຼ​ຂອງ​ຄານ​ສີດ​ພົ່ນ ຫຼື ຕົວ​ເລືອກ​ຄວາມ​ໄວ (ຮູບສະແດງ ).

    artpendingartpending
  4. ກົດ​ປຸ່ມ 3 ຫຼື 4 ເພື່ອ​ປ່ຽນ​ຄ່າ​ຂອງ​ປັດ​ໄຈ​ການ​ແກ້​ໄຂຄວາມ​ຖືກ​ຕ້ອງ (ຮູບສະແດງ ).

  5. ກົດ​ປຸ່ມ 5 ເພື່ອ​ບັນ​ທຶກ​ການ​ຕັ້ງ​ຄ່າ ແລ​ະ ອອກ​ໜ້າ​ຈໍ ປ້ອນ​ຂໍ້​ມູນ​ການ​ຄິດ​ໄລ່​ແບບກຳ​ນົດ​ເອງ ແລະ ກັບ​ຄືນໄປ​ສູ່ໜ້າ​ຈໍການ​ປັບ​ຕັ້ງ (ຮູບສະແດງ ).

ໃນລະຫວ່າງການປະຕິບັດງານ

ໜ້າ​ຈໍພື້ນ​ທີ່​ສີດ​ພົ່ນ​ໃນສູນ​ຂໍ້​ມູນ

ນຳ​ໃຊ້​ໜ້າ​ຈໍ​ພື້ນ​ທີ່​ເພື່ອ​ຮັບຂໍ້​ມູນ​ກ່ຽວ​ກັບສິ່ງ​ຕໍ່​ໄປ​ນີ້:

  • ເນື້ອ​ທີ່​ສີດ​ພົ່ນ (ເອ​ເຄີ່, ເຮັກ​ຕາ ຫຼື 1000 ຟຸດ2)

  • ບໍ​ລິ​ມາດທີ່​ສີດພົ່ນ​ອອກ (ແກນ​ລອນ ຫຼື ລິດ)

ການນຳ​ໃຊ້ໜ້າ​ຈໍ​ເນື້ອ​ທີ່​ທັງ​ໝົດ

  • ນຳ​ໃຊ້​ໜ້າ​ຈໍ ເນື້ອ​ທີ່​ທັງໝົດເພື່ອ​ຕິດ​ຕາມ​ຈຳ​ນວນເອ​ເຄີ່ ແລະ ແກນ​ລອນທັງ​ໝົດທີ່​ທ່ານ​ໄດ້​ສີດພົ່ນ​ໃນເນື້ອ​ທີ່​ທັງ​ໝົດຕັ້ງ​ແຕ່ຂໍ້​ມູນເນື້ອ​ທີ່​ທັງ​ໝົດ ແລະ ປະ​ລິ​ມານ​ເນື້ອ​ທີ່​ທັງ​ໝົດຖືກ​ຕັ້ງ​ຄ່າ​ຄືນ​ໃໝ່​ຄັ້ງ​ສຸດ​ທ້າຍ.

  • ທ່ານ​ສາ​ມາດ​ນຳ​ໃຊ້​ຂໍ້​ມູນ​ໃນ​ໜ້າ​ຈໍ​ເນື້ອ​ທີ່​ທັງ​ໝົດ​ເພື່ອ​ຕິດ​ຕາມ​ຈຳ​ນວນ​ຂອງເນື້ອ​ທີ່ ແລະ ຈຳ​ນວນ​ຂອງ​ເຄ​ມີ​ທີ່​ໄດ້ສົດ​ພົ່ນ​ສຳ​ລັບພື້ນ​ທີ່​ບ່ອນເຮັດ​ວຽກ.

  • ຂໍ້​ມູນເນື້ອ​ທີ່​ທັງ​ໝົດ ແລະ ບໍ​ລິ​ມາດທັ​ງ​ໝົດ​ທີ່​ໄດ້​ສີດພົ່ນສະ​ສົ​ມ​ໄວ້​ຈົນ​ກວ່າ​ທ່ານ​ຈະ​ຕັ້ງ​ຄ່າ​ມັນ​ຄືນໃໝ່. ກົດ​ປຸ່ມ 4 ຄ້າງໄວ້ເພື່ອ​ຕັ້ງ​ຄ່າຂໍ້​ມູນ​ເນື້ອ​ທີ່ທັງ​ໝົດ ແລະ ບໍ​ລິ​ມາດທັງ​ໝົດຄືນ​ໃໝ່.

    Important: ການ​ຕັ້ງ​ຄ່າຂໍ້​ມູນເນື້ອ​ທີ່ທັງ​ໝົດ ແລະ ບໍ​ລິ​ມາດທັງ​ໝົດຄືນ​ໃໝ່ຈະ​ຕັ້ງ​ຄ່າ​ຂໍ້​ມູນເນື້ອ​ທີ່​ຍ່ອຍ​ທັງ​ໝົດ ແລະຈຳ​ນວນເນື້ອ​ທີ່​ຍ່ອຍຄືນ​ໃໝ່ສຳ​ລັບ​ເນື້ອ​ທີ່ຍ່ອຍ​ທີ່​ຖືກ​ໃຊ້​ງານ ແລະ ບໍ່​ຖືກ​ໃຊ້​ງານ.

  1. ຈາກ​ໜ້າຈໍຫຼັກ, ກົດ​ປຸ່ມ​ໃດ​ໜຶ່ງຄ້າງ​ໄວ້ຊົ່ວ​ຄາວເພື່ອ​ເ​ປີດ​ແຖບເມ​ນູ (ຮູບສະແດງ ແລະ ຮູບສະແດງ ).

    artpending
  2. ກົດ​ປຸ່ມ 2 ສຳ​ລັບ​ໜ້າ​ຈໍ​ເນື້ອ​ທີ່​ທັງ​ໝົດ (ຮູບສະແດງ ).

    artpending
  3. ນຳ​ໃຊ້​ປຸ່ມສູນ​ຂໍ້​ມູນ (ຮູບສະແດງ ) ເພື່ອ​ດຳ​ເນີນ​ການ​ດັ່ງ​ຕໍ່​ໄປ​ນີ້:

    • ກົດ​ປຸ່ມ 1 ເພື່ອກັບ​ຄືນ​ຫາໜ້າ​ຈໍຫຼັກ.

    • ກົດ​ປຸ່ມ 2 ເພື່ອນຳ​ໄປ​ສູ່ໜ້າ​ຈໍເນື້ອ​ທີ່​ທັງ​ໝົດ.

    • ກົດ​ຄ້າງ​ປຸ່ມ 4 ໄວ້ເພື່ອ​ຕັ້ງ​ຄ່າເນື້ອ​ທີ່ທັງ​ໝົດ ແລະ ບໍ​ລິ​ມາດ​ທັງໝົດ​ທີ່ສີດ​ພົ່ນ​ຄືນ​ໃໝ່.

    • ກົດ​ປຸ່ມ 5 ເພື່ອ​ອອກ​ຈາກ​ແຖບ​ເມ​ນູ.

ການນຳ​ໃຊ້ໜ້າ​ຈໍ​ເນື້ອ​ທີ່ຍ່ອຍ

  • ນຳ​ໃຊ້​ເນື້ອທີ່​ຍ່ອຍແຕ່​ລະ​ອັນ​ສຳ​ລັບວຽກ​ຂອງເຄື່ອງ​ສີດ​ພົ່ນແຕ່​ລະ​ອັນ​ຢູ່​ທີ່​ສະ​ໜາມ​ຂອງ​ທ່ານ. ທ່ານ​ສາ​ມາດ​ໃຊ້​ເນື້ອ​ທີ່​ຍ່ອຍ​ໄດ້​ສູງ​ສຸດ​ເຖິງ 20 ເນື້ອ​ທີ່ເພື່ອ​ຮວບ​ຮວມ​ຂໍ້​ມູນ​ເຄື່ອງ​ສີດ​ພົ່ນ​ສຳ​ລັບ​ວຽກ​ຂອງ​ເຄື່ອງ​ສີດ​ພົ່ນ​ທີ່​ສະ​ໜາມ​ເຮັດ​ວຽກ.

  • ທ່ານ​ສາ​ມາດ​ນຳ​ໃຊ້​ຂໍ້​ມູນ​ໃນ​ໜ້າ​ຈໍ​ເນື້ອ​ທີ່​ຍ່ອຍ​ເພື່ອ​ຕິດ​ຕາມ​ຈຳ​ນວນ​ຂອງເນື້ອ​ທີ່ ແລະ ປະ​ລິ​ມານຂອງ​ສານເຄ​ມີ​ທີ່​ໄດ້ສົດ​ພົ່ນ​ສຳ​ລັບວຽກ​ຂອງ​ເຄື່ອງ​ສີດ​ພົ່ນແຕ່​ລະ​ອັນ​ທີ່​ທ່ານ​ກຳ​ນົດ​ເປັນ​ເນື້ອ​ທີ່​ຍ່ອຍ.

  • ຂໍ້​ມູນເນື້ອ​ທີ່ ແລະ ບໍ​ລິ​ມາດ​ທີ່​ໄດ້​ສີດພົ່ນຈະ​ສະ​ສົມ​ສຳ​ລັບ​ພື້ນ​ທີ່​ຍ່ອຍ​ນຳ​ໃຊ້​ຢູ່ໃນ​ໜ່ວຍ​ຄວາມ​ຈຳ​ລະ​ບົບ​ເຄື່ອງ​ສີດພົ່ນຈົນ​ກວ່າ​ທ່ານ​ຈະ​ຕັ້ງ​ຄ່າ​ມັນຄືນໃໝ່. ທ່ານ​ອາດ​ຈະກົດ​ປຸ່ມ 4 ຄ້າງໄວ້ເພື່ອ​ຕັ້ງ​ຄ່າເນື້ອ​ທີ່ຍ່ອຍຄືນ ຫຼື ຕັ້ງ​ຄ່າເນື້ອ​ທີ່​ທັງ​ໝົດ ແລະ ຂໍ້​ມູນບໍ​ລິ​ມາດທັງໝົດຄືນ​ຢູ່​ທີ່​ໜ້າ​ຈໍ​ເນື້ອ​ທີ່ທັງ​ໝົດ.

    Note: ການ​ຕັ້ງ​ຄ່າຂໍ້​ມູນເນື້ອ​ທີ່ທັງ​ໝົດ ແລະ ບໍ​ລິ​ມາດທັງ​ໝົດຄືນ​ໃໝ່ຈະ​ຕັ້ງ​ຄ່າ​ຂໍ້​ມູນເນື້ອ​ທີ່​ຍ່ອຍ​ທັງ​ໝົດ ແລະຈຳ​ນວນເນື້ອ​ທີ່​ຍ່ອຍຄືນ​ໃໝ່ສຳ​ລັບ​ເນື້ອ​ທີ່ຍ່ອຍ​ທີ່​ຖືກ​ໃຊ້​ງານ ແລະ ບໍ່​ຖືກ​ໃຊ້​ງານ.

    Note: ຖ້າ​ຫາກ​ຂໍ້​ມູນບໍ​ລິ​ມາດ​ທີ່​ສີດ​ພົ່ນ ແລະ ເນື້ອ​ທີ່ໄດ້​ສີດ​ພົ່ນສຳ​ລັບ​ເນື້ອ​ທີ່​ຍ່ອຍ​ທີ່​ໄດ້ເລືອກ​ຖືກ​ລຶບ​ລ້າງ​ໄປ, ລະ​ບົບເຄື່ອງ​ສີດພົ່ນຈະ​ຫັກເນື້ອ​ທີ່​ຍ່ອຍ​ທີ່ບໍ​ລິ​ມາດ​ໄດ້​ສີດ​ພົ່ນ ແລະ ປະ​ລິ​ມານເນື້ອ​ທີ່​ທີ່​ໄດ້ສີດ​ພົ່ນ​ອອກ​ຈາກ​ຂໍ້​ມູນບໍ​ລິ​ມາດທັງ​ໝົດ​ທີ່​ໄດ້ສີດ​ພົ່ນ ແລະ ຂໍ້​ມູນເນື້ອ​ທີ່​ທັງ​ໝົດ​ທີ່​ໄດ້​ສີດພົ່ນ.

  • ເພື່ອເຮັດ​ໃຫ້​ເນື້ອ​ທີ່​ຍ່ອຍ​ອື່ນ​ນຳ​ໃຊ້​ໄດ້, ກົດ ແລະ ປ່ອຍ​ປຸ່ມ 3 ຫຼື 4 ໃນສູນ​ຂໍ້​ມູນ.

    Important: ຕົວ​ເລກ​ທີ່​ໄດ້​ສະ​ແດງ​ໃນກ່ອງຢູ່​ກ້ອງໄອ​ຄອນ​ເນື້ອ​ທີ່ຍ່ອຍສະ​ແດງ​ເນື້ອ​ທີ່​ຍ່ອຍ​ທີ່​ຖືກ​ໃຊ້​ງານ​ບ່ອນ​ທີ່​ຂໍ້​ມູນເນື້ອ​ທີ່ ແລະ ບໍ​ລິ​ມາດຖືກ​ເກັບເອົາ.

  • ຖ້າ​ຫາກ​ມີຂໍ້​ມູນທີ່​ມີ​ຢູ່​ແລ້ວ​ໃນ​ເນື້ອ​ທີ່​ຍ່ອຍ​ທີ່​ຖືກ​ໃຊ້​ງານ​ທີ່​ທ່ານບໍ່​ຕ້ອງ​ການ, ຕັ້ງ​ຄ່າຂໍ້​ມູນ​ເນື້ອ​ທີ່ ແລະ ບໍ​ລິ​ມາດທີ່​ໄດ້​ສີດພົ່ນຄືນໃໝ່​ສຳ​ລັບ​ເນື້ອ​ທີ່​ຍ່ອຍນັ້ນ.

  1. ນຳ​ໄປ​ສູ່​ເມ​ນູ​ເນື້ອ​ທີ່​ຍ່ອຍ​ດັ່ງ​ຕໍ່​ໄປ​ນີ້:

    artpending
    • ຈາກ​ໜ້າຈໍຫຼັກ, ກົດ​ປຸ່ມ 5 ຄ້າງ​ໄວ້ເພື່ອ​ເປີດ​ແຖບ​ເມ​ນູ ແລະ ກົດ​ປຸ່ມ 2 ເພື່ອເລືອກ​ໜ້າ​ຈໍເນື້ອ​ທີ່​ຍ່ອຍ (ຮູບສະແດງ ).

    • ຈາກ​ໜ້າຈໍເນື້ອ​ທີ່​ທັງໝົດ, ກົດ​ປຸ່ມ 5 ຄ້າງ​ໄວ້ເພື່ອ​ເປີດ​ແຖບ​ເມ​ນູ ແລະ ກົດ​ປຸ່ມ 3 ເພື່ອເລືອກ​ໜ້າ​ຈໍເນື້ອ​ທີ່​ຍ່ອຍ (ຮູບສະແດງ ).

  2. ນຳ​ໃຊ້​ປຸ່ມສູນ​ຂໍ້​ມູນ (ຮູບສະແດງ ) ເພື່ອ​ດຳ​ເນີນ​ການ​ດັ່ງ​ຕໍ່​ໄປ​ນີ້:

    • ກົດ​ປຸ່ມ 1 ເພື່ອກັບ​ຄືນ​ຫາໜ້າ​ຈໍຫຼັກ.

    • ກົດ​ປຸ່ມ 2 ເພື່ອນຳ​ໄປ​ສູ່ໜ້າ​ຈໍເນື້ອ​ທີ່​ທັງ​ໝົດ.

    • ກົດ​ປຸ່ມ 3 ເພື່ອປ່ຽນ​ເນື້ອ​ທີ່​ຍ່ອຍ​ທີ່​ຖືກ​ໃຊ້​ງານ​ໄປ​ຫາ​ເນື້ອ​ທີ່​ຍ່ອຍ​ຕໍ່​ໄປ.

    • ກົດ ແລະ ປ່ອຍປຸ່ມ 4 ເພື່ອປ່ຽນ​ເນື້ອ​ທີ່​ຍ່ອຍ​ທີ່​ຖືກ​ໃຊ້​ງານ​ໄປ​ຫາ​ເນື້ອ​ທີ່​ຍ່ອຍ​ກ່ອນ​ໜ້ານີ້. ກົດປຸ່ມ 4 ຄ້າງ​ໄວ້ເພື່ອຕັ້ງ​ຄ່າເນື້ອ​ທີ່ ແລະ ບໍ​ລິ​ມາດ​ທີ່​ໄດ້​ສີດ​ພົ່ນຄືນ​ໃໝ່ສຳ​ລັບ​ເນື້ອ​ທີ່​ຍ່ອຍ​ທີ່​ຖືກ​ໃຊ້​ງານ.

    • ກົດ​ປຸ່ມ 5 ເພື່ອ​ອອກ​ຈາກ​ແຖບ​ເມ​ນູ.

ຄຳ​ແນະ​ນຳ​ຂອງ​ສູນ​ຂໍ້​ມູນ

ຄຳ​ແນະ​ນຳ​ຜູ້​ໃຊ້​ງານ​ຈະ​​ປະ​ກົດ​ຂຶ້ນ​ໂດຍ​ອັດ​ຕະ​ໂນ​ມັດ​ໃນໜ້າ​ຈໍສູນ​ຂໍ້​ມູນໃນ​ເວ​ລາ​ທີ່​ການ​ເຮັດ​ວຽກ​ຂອງ​ເຄື່ອງ​ຈັກ​ຕ້ອງ​ການ​ການ​ດຳ​ເນີນ​ການ​ເພີ່ມ​ເຕີມ. ຕົວ​ຢ່າງ: ຖ້າ​ຫາກ​ທ່ານ​ພະ​ຍາ​ຍາມ​ຕິດ​ຈັກ​ໃນ​ເວ​ລາ​ທີ່ກົດແຜ່ນ​ຢຽບ​ຂັບ​ເຄື່ອນ, ຄຳ​ແນະ​ນຳ​​ປະ​ກົດ​ຂຶ້ນ, ລະ​ບຸ​ວ່າແຜ່ນ​ຄັນ​ເລັ່ງ​ຕ້ອງ​ຢູ່​ໃນ​ຕຳ​ແໜ່ງເກຍວ່າງ.

ສຳ​ລັບ​ຄຳ​ແນະ​ນຳ​ແຕ່​ລະ​ຢ່າງ​ທີ່​ເກີດ​ຂຶ້ນ, ມັນ​ມີສະ​ພາບ​ແວດ​ລ້ອມ​ຂອງ​ມັນ (ຕົວ​ຢ່າງ: ຫ້າມ​ຕິດ​ຈັກ, ເຄື່ອງ​ຈັກ​ຢຸດ), ລະ​ຫັດ​ແນະ​ນຳ (ຕົວ​ເລກ), ການ​ຄັດ​ເລືອກ (ສາ​ເຫດ​ທີ່​ຄຳ​ແນະ​ນຳ​ປະ​ກົດ​ຂຶ້ນ) ແລະ ຂໍ້​ຄ​ວາມ​ສະ​ແດງ (ສິ່ງ​ທີ່​ຄຳ​ແນະ​ນຳ​ສະ​ແດງ​ເປັນ​ຂໍ້​ຄວາມ​ໃນ​ໜ້າ​ຈໍ) ດັ່ງ​ທີ່​ສະ​ແດງ​ໃນ ຮູບສະແດງ .

artpending

Note: ຄຳ​ແນະ​ນຳ​ບໍ່​ໄດ້​ຢູ່​ໃນ​ບັນ​ທຶກ​ຂໍ້​ຜິດ​ພາດ.

Note: ທ່ານ​ສາ​ມາ​ດລຶບລ້າ​ງ​ຄຳ​ແນະ​ນຳ​ຈາກ​ໜ້າ​ຈໍ​ສະ​ແດງ​ຜົນ​ໂດຍ​ການ​ກົດ​ປຸ່ມໃດ​ໜຶ່ງ​ໃນສູນ​ຂໍ້​ມູນ.

ເບິ່ງຕາ​ຕະ​ລາງດັ່ງ​ຕໍ່​ໄປ​ນີ້​ສຳ​ລັບ​ຄຳ​ອະ​ທິ​ບາຍ​ກ່ຽວ​ກັບ​ສູນ​ຂໍ້​ມູນທັງ​ໝົດ:

ຕາ​ຕະ​ລາງ​ຄຳ​ແນະ​ນຳ

ເງື່ອນ​ໄຂລະ​ຫັດຜູ້​ມີ​ຄຸນ​ສົມ​ບັດ​ພ້ອມຂໍ້​ຄວາມສະ​ແດງຜົນ
ຫ້າມ​ຕິດ​ຈັກ2ສະ​ວິດ​ປ້ຳໃຊ້​ງານຢູ່ເພື່ອ​ຕິດ​ຈັກ, ປິດ​ປ້ຳ
ຫ້າມ​ຕິດ​ຈັກ3ບໍ່​ຢູ່​ໃນ ເກຍຫວ່າງເພື່ອ​ຕິດ​ຈັກ, ປ່ອຍ​ແຜ່ນ​ຢຽບ​ຂັບ​ເຄື່ອນໃຫ້​ຢູ່​ເກຍ​ຫວ່າງ
ຫ້າມ​ຕິດ​ຈັກ4ອອກ​ຈາກ​ບ່ອນ​ນັ່ງເພື່ອ​ເລີ່ມຕິດ​ຈັກ, ຕ້ອງ​ນັ່ງຢູ່​ກັບ​ບ່ອນ ຫຼື ໃສ່​ເບ​ຣກ​ມື
ຫ້າມ​ຕິດ​ຈັກ5ຕົວ​ຕິດ​ຈັກໝົດ​ເວ​ລາເພື່ອ​ຕິດ​ຈັກ, ພັກ​ຕົວ​ຕິດ​ຈັກ
ຫ້າມ​ຕິດ​ຈັກ6ປ້ຳສີດ​ລ້າງ​ໃຊ້​ງານ​ຢູ່ເພື່ອ​ຕິດ​ຈັກ, ປິດ​ປ້ຳສີດລ້າງ
ຈັກມອດແລ້ວ102ອອກ​ຈາກ​ບ່ອນ​ນັ່ງຈັກ​ມອດເນື່ອງ​ຈາກຜູ້​ຄວບຄຸມ​ອອກ​ຈາກ​ບ່ອນ​ນັ່ງ
ຈັກມອດແລ້ວ103ໃສ່​ເບ​ຣກ​ມືແລ້ວຈັກ​ມອດເນື່ອງ​ຈາກ​ໃສ່​ເບ​ຣກ​ມື​ຢູ່
ຫ້າມ​ຕິດເຄື່ອງປ້ຳ202ຄານ​ສີດ​ພົ່ນເປີດ​ໃຊ້​ງານ​ຢູ່ເພື່ອ​ເລີ່ມປ້ຳ, ປິດ​ຄານ​ສີດ​ພົ່ນ
ຫ້າມ​ຕິດເຄື່ອງປ້ຳ203ອອກ​ຈາກ​ບ່ອນ​ນັ່ງ ແລະ ບໍ່​ໄດ້​ໃສ່​ເບ​ຣກ​ມືໄວ້ເພື່ອ​ເລີ່ມເປີດ​ປ້ຳ, ຕ້ອງ​ນັ່ງ​ລົງ ຫຼື ໃສ່​ເບ​ຣກ​ມື
ຫ້າມ​ຕິດເຄື່ອງປ້ຳ204ປ້ຳ​ເລີ່ມ​ຕົ້ນໃນ​ເວ​ລາ​ທີ່​ພາ​ຫະ​ນະ​ຢຸດເພື່ອ​ເລີ່ມຕົ້ນ​ປ້ຳ, ເຄື່ອນ​ພາ​ຫະ​ນະ
ຫ້າມ​ຕິດເຄື່ອງປ້ຳ205ຈັກກຳ​ລັງຕິດເພື່ອ​ເລີ່ມຕິດ​ປ້ຳ, ຢຸດ​ການ​ແກ່ວງຈັກ
ປິດປ້ຳແລ້ວ206ອອກ​ຈາກ​ບ່ອນ​ນັ່ງເພື່ອ​ເລີ່ມຕິດ​ປ້ຳ, ນັ່ງ​ຢູ່​ກັບ​ທີ່
ຫ້າມ​ຂັບ302ໃສ່​ເບ​ຣກ​ມື​ຢູ່ໃນ​ຂະ​ນະ​ຂັບຂີ່ເພື່ອສືບ​ຕໍ່​ການ​ຂັບຂີ່, ປົດເບ​ຣກ​ມື
ສະ​ຖາ​ນະ​ຖັງ​ບັນ​ຈຸ402ບໍ​ລິ​ມາດຖັງ​ບັນ​ຈຸການສີດ​ພົ່ນ​ຕ່ຳສະ​ຖາ​ນະ​ຖັງ​ບັນ​ຈຸ, ບໍລິ​ມາດຕ່ຳ
ສະ​ຖາ​ນະ​ຖັງ​ບັນ​ຈຸ403ປ້ຳສີດ​ລ້າງ​ໃຊ້​ງານ​ຢູ່ສະ​ຖາ​ນະ​ຖັງ​ບັນ​ຈຸ, ປ້ຳ​ສີດລ້າງ​ເປີດ​ຢູ່
ສະ​ຖາ​ນະພາ​ຣາ​ມີ​ເຕີ502ປ້ອນ​ຄ່າ​ພາ​ຣາ​ມີ​ເຕີ​ເຂົ້າ​ໄປບໍ່​ຖືກ​ຕ້ອງສະ​ຖາ​ນະພາ​ຣາ​ມີ​ເຕີ, ຄ່າບໍ່​ຖືກ​ຕ້ອງ
ສະ​ຖາ​ນະພາ​ຣາ​ມີ​ເຕີ503ຄ່າຢູ່ນອກ​ຂອບ​ເຂດ​ທີ່ຍອມ​ຮັບ​ໄດ້ສະ​ຖາ​ນະພາ​ຣາ​ມີ​ເຕີ, ຄ່າ​ເລີ່ມ​ຕົ້ນ​ຂອງ​ຂໍ້​ມູນບໍ່​ຖືກ​ຕ້ອງ
ປິດຄານ​ສີດ​ພົ່ນແລ້ວ802ຄວາມ​ໄວຫຼຸດ​ລົງຄານ​ສີດ​ພົ່ນ​ປິດ​, ຢຸດ ຫຼື ເຄື່ອນ​ໄຫວ​ຢ່າງ​ຊ້າໆ
ການ​ປັບ​ຕັ້ງ GeoLink902ການ​ຂັດ​ກັນ​ຂອງຕົວ​ຄວບ​ຄຸມ GeoLinkການປັບ​ຕັ້ງ GeoLink, ກວດ​ເບິ່ງ​ຕົວ​ຄວບ​ຄຸມ GeoLink
ການ​ປັບ​ຕັ້ງ GeoLink903ການຕັ້ງ​ຄ່າສູນ​ຂໍ້​ມູນການ​ປັບຕັ້ງ GeoLink, ກວດເບິ່ງການ​ຕັ້ງ​ຄ່າສູນ​ຂໍ້​ມູນ
ມີ​ເຕີວັດ​ແທກອັດ​ຕາ​ການໄຫຼ1002ບໍ່​ມີ​ສັນ​ຍານ​ການ​ໄຫຼເຄື່ອງວັດ​ແທກການ​ໄຫຼ, ບໍ່​ກວດ​ພົບ​ການ​ໄຫຼ
ສະ​ວິດ​ເກຍ​ຫວ່າງ1102ສັນ​ຍານສະ​ວິດ​ເກຍ​ຫວ່າງສະ​ວິດ​ເກຍ​ຫວ່າງ, ການເຄື່ອນ​ທີ່​ໃນ​ຂະ​ນະຢູ່​ໃນເກຍວ່າງ

ລະ​ຫັດ​ຂໍ້​ຜິດ​ພາດ​ຂອງສູນ​ຂໍ້​ມູນ

ລະ​ຫັດ​ຂໍ້​ຜິດ​ພາດ​ປະ​ກົດ​ຂຶ້ນ​ໃນໜ້າ​ຈໍສູນ​ຂໍ້​ມູນ ໃນ​ເວ​ລາ​ທີ່ມີ​ບັນ​ຫາ​ກັບ​ລະ​ບົບ​ອີ​ເລັກ​ໂທ​ຣ​ນິກ ຫຼື ຄອມ​ພິວ​ເຕີ. ຕົວ​ຢ່າງ: ຖ້າ​ຫາກຟິວ​ຂອງ​ຕົວ​ຄວບ​ຄຸມ​ໄຟ​ຟ້າ Toro ເປີດ​ຢູ່, ສູນ​ຂໍ້​ມູນ ສະ​ແດງ​ລະ​ຫັດ​ຂໍ້​ຜິດ​ພາດ 1. ໃຫ້ເບິ່ງຕາ​ຕະ​ລາງ​ລະ​ຫັດ​ຂໍ້​ຜິດ​ພາດ​ສຳ​ລັບ​ລາຍ​ການ​ລະ​ຫັດ​ຂໍ້​ຜິດ​ພາດ ແລະ ການ​ດຳ​ເນີນ​ການຕາມ​ການ​ແນະ​ນຳ.

ຕາ​ຕະ​ລາງລະ​ຫັດ​ຂໍ້​ຜິດ​ພາດ

ID ຂໍ້​ຜິດພາດສ່ວນ​ປະ​ກອບ ຫຼື ລະ​ບົບ​ທີ່​ຖືກ​ກະ​ທົບຄຳອະທິບາຍການ​ດຳ​ເນີນ​ການ​ຕາມ​ການ​ແນະ​ນຳ
1ຕົວ​ຄວບ​ຄຸມ​ອີ​ເລັກ​ໂທ​ຣ​ນິກ Toro (TEC) ຕົ້ນ​ຕໍສັນ​ຍານ​ເຂົ້າ ຫຼື ອອກຈາກ TEC ຕົ້ນ​ຕໍ​ຢູ່ນອກຂອບ​ເຂດ.ໂທ​ຫາ​ຜູ້ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.
2ຟິວ​ກະ​ແສ​ໄຟ​ຟ້າ​ອອກຟິວ​ສຳ​ລັບ TEC ຕົ້ນ​ຕໍເປີດ​ຢູ່.ປ່ຽນ​ຟິວ; ໃຫ້​ເບິ່ງ​ຄູ່​ມື​ຜູ້​ໃຊ້.
3ຂໍ້​ຜິດ​ພາດ​ຂອງ​ການ​ຖ່າຍ​ກະ​ແສ​ໄຟ​ຟ້າຕົ້ນ​ຕໍການ​ຖ່າຍ​ກະ​ແ​ສ​ໄຟ​ຟ້າຕົ້ນ​ຕໍ​ບໍ່​ຈ່າຍ​ກະ​ແສ​ໄຟ​ຟ້າ.ໂທ​ຫາ​ຜູ້ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.
4ຂໍ້​ຜິດ​ພາດ​ລະ​ບົບ​ສາກ​ໄຟແຮງ​ດັນ​ໄຟ​ຟ້າ​ກະ​ແສ​ສະຫຼັບ​ສູງ ຫຼື ຕ່ຳ​ເກີນ​ໄປ.
14ຄວາມບໍ່​ສາ​ມາດ​ເຂົ້າ​ກັນ​ໄດ້​ຂອງເວີ​ຊັນຊອບແວເວີ​ຊັນຊອບ​ແວບໍ່​ກົງ​ກັນ
17ຕົວ​ຕິດ​ຈັກໝົດ​ເວ​ລາ​ຕົວ​ຕິດ​ຈັກ​ໄດ້​ຕິດ​ເປັນ​ເວ​ລາ​ດົນ​ເກີນ​ໄປ.
18ສະ​ວິດເກຍ​ຫວ່າງແຜ່ນ​ຢຽບ​ຂັບ​ເຄື່ອນສະ​ວິດແຜ່ນ​ຢຽ​ບຂັບ​ເຄື່ອນບໍ່​ກົງ​ກັບ​ຄວາມ​ໄວ​ພື້ນ.
19ເຄື່ອ​ວັດ​ແທກອັດ​ຕາ​ການໄຫຼບໍ່​ມີ​ສັນ​ຍານ​ຈາກ​ເຄື່ອງວັດ​ແທກ​ອັດ​ຕາ​ການ​ໄຫຼ​ເມື່ອກຳ​ລັງ​ສີດ​ພົ່ນ.ສີດ​ພົ່ນ​ໃນ​ໂໝດກຳ​ນົດ​ເອງ; ໂທ​ຫາຜູ້​ຈຳ​ໜ່າຍບໍ​ລິ​ການ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.
41ວາວ​ຄວບ​ຄຸມປ້ຳ​ເຄື່ອງສີດ​ພົ່ນບັນ​ຫາ​ດ້ານ​ໄຟ​ຟ້າ​ຂອງ​ຕົວ​ຄວບ​ຄຸມ TEC.ໂທ​ຫາ​ຜູ້ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.

ການບຳລຸງຮັກສາ

ໜ້າ​ຈໍການ​ບໍ​ລິ​ການ

  1. ເພື່ອເຂົ້າ​ເຖິງ​ໜ້າ​ຈໍການ​ບໍ​ລິ​ການ, ກົດ​ປຸ່ມ 2 ໃນໜ້າ​ຈໍ ເມ​ນູຫຼັກເພື່ອ​ນຳ​ໄປ​ສູ່ຕົວ​ເລືອກການ​ບໍ​ລິ​ການ (ຮູບສະແດງ ); ໃຫ້​ເບິ່​ງ .

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກເມ​ນູ​ຍ່ອຍການ​ບໍ​ລິ​ການ (ຮູບສະແດງ ).

    ໜ້າ​ຈໍ​ນີ້​ສະ​ແດງ​ຜົນ ແລະ ອະ​ນຸ​ຍາດ​ໃຫ້​ທ່ານ​ສະ​ແດງ​ຂໍ້​ມູນຊົ່ວ​ໂມງ ແລະ ອັດ​ຕາ​ການ​ໄຫຼ.

ການ​ເບິ່ງຊົ່ວ​ໂມງໃຫ້ບໍລິ​ການ

  1. ກົດ​ປຸ່ມ 1 ຫຼື 2 ໃນ​ໜ້າ​ຈໍການ​ບໍ​ລິ​ການຈົນ​ກວ່າ​ທ່າ​ນ​ຈະ​ໄປ​ເຖິງຕົວ​ເລືອກຊົ່ວ​ໂມງ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກການ​ປ້ອນຂໍ້​ມູນຊົ່ວ​ໂມງ (ຮູບສະແດງ ).

  3. ນຳ​ໃຊ້​ຂໍ້​ມູນເຄື່ອງ​ນັບ (ຮູບສະແດງ ) ທີ່​ສະ​ແດງ​ຢູ່​ໃນ​ໜ້າ​ຈໍ​ເພື່ອ​ກຳ​ນົດສິ່ງ​ຕໍ່​ໄປ​ນີ້:

    artpending
    • ຈຳ​ນວນ​ຂອງ​ຊົ່ວ​ໂມງ​ທີ່​ກະ​ແຈ​ຢູ່ໃນ​ຕຳ​ແໜ່ງເປີດ.

    • ຈຳ​ນວນຂອງຈົນ​ກວ່າ​ບໍ​ລິ​ການ​ຄົບ​ກຳ​ນົດ.

    • ຈຳນວນ​ຊົ່ວໂມງ​ທີ່​ປ້ຳເຄື່ອງ​ສີດ​ພົ່ນ​ໄດ້​ໃຊ້​ງານ.

  4. ເພື່ອ​ຕັ້ງ​ຄ່າ​ຄືນ​ສຳ​ລັບ​ຂໍ້​ມູນການ​ນັບທັງ​ໝົດ, ກົດ​ປຸ່ມ 3 (ຮູບສະແດງ ).

  5. ກົດ​ປຸ່ມ 5 ເພື່ອອອກ​ໜ້າ​ຈໍຊົ່ວ​ໂມງ ແລະ ກັບຄືນ​ໄປຫາ​ໜ້າ​ຈໍການ​ບໍ​ລິ​ການ (ຮູບສະແດງ ).

ການ​ເບິ່ງອັດ​ຕາ​ການ​ໄຫຼ

ໃນ​ຂະ​ນະ​ທີ່​ປ້ຳ​ເຄື່ອງ​ສີດ​ພົ່ນໃຊ້​ງານ​ຢູ່, ເບິ່ງ​ອັດ​ຕາ​ການ​ໄຫຼ (ຮູບສະແດງ ) ທີ່​ວັດ​ແທກ​ໂດຍເຄື່ອງວັດ​ແທກການ​ໄຫຼຢູ່ໃນ​ຫົວ​ໜ່ວຍ​ການວັດ​ແທກຕໍ່​ໄປ​ນີ້:

artpending
  • ແກນ​ລອນ​ຕໍ່​ນາ​ທີ

  • ລິດ​ຕໍ່​ນາ​ທີ

ກົດ​ປຸ່ມ 5 ເພື່ອອອກ​ໜ້າ​ຈໍ ການ​ບໍ​ລິ​ການ ແລະ ກັບ​ຄືນ​ໄປຫາ​ໜ້າ​ຈໍເມນູຫຼັກ (ຮູບສະແດງ ).

ໜ້າ​ຈໍວິ​ນິ​ໄສ

  1. ເພື່ອເຂົ້າ​ເຖິງ​ໜ້າ​ຈໍວິ​ນິ​ໄສ, ກົດ​ປຸ່ມ 1 ຫຼື 2 ໃນໜ້າ​ຈໍ ເມ​ນູຫຼັກເພື່ອ​ນຳ​ໄປ​ສູ່ຕົວ​ເລືອກວິ​ນິ​ໄສ (ຮູບສະແດງ ); ໃຫ້​ເບິ່​ງ .

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກເມ​ນູ​ຍ່ອຍວິ​ນິ​ໄສ (ຮູບສະແດງ ).

    ໜ້າ​ຈໍ​ນີ້​ສະ​ແດງ​ຜົນ ແລະ ອະ​ນຸ​ຍາດ​ໃຫ້​ທ່ານ​ສະ​ແດງ​ຈຳ​ນວນ​ກະ​ແສ​ໄຟ​ຟ້າ​ເຂົ້າ, ກະ​ແສ​ໄຟ​ຟ້າ​ອອກ ແລະ ຂໍ້​ມູນ​ຄວາມ​ຜິດ​ພາດ.

ການເບິ່ງ​ການ​ລາຍ​ງານກະ​ແສ​ໄຟ​ຟ້າ​ເຂົ້າ/ກະ​ແສ​ໄຟ​ຟ້າ​ອອກ

  1. ກົດ​ປຸ່ມ 1 ຫຼື 2 ໃນ​ໜ້າ​ຈໍວິ​ນິ​ໄສຈົນ​ກວ່າ​ທ່າ​ນ​ຈະ​ໄປ​ເຖິງຕົວ​ເລືອກກະ​ແສ​ໄຟ​ຟ້າ​ເຂົ້າ/ກະ​ແສ​ໄຟ​ຟ້າ​ອອກ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 3 ເພື່ອ​ເລືອກການ​ປ້ອນ​ຂໍ້​ມູນກະ​ແສ​ໄຟ​ຟ້າ​ເຂົ້າ/ກະ​ແສ​ໄຟ​ຟ້າ​ອອກ (ຮູບສະແດງ ).

  3. ກົດ​ປຸ່ມ 1 ຫຼື 2 ເພື່ອ​ນຳໄປ​ສູ່ ຫຼື ກວດ​ສອບ​ຂໍ້​ມູນສະ​ຖາ​ນະກະ​ແສ​ໄຟ​ຟ້າ​ເຂົ້າ/ກະ​ແສ​ໄຟ​ຟ້າ​ອອກຂອງລະ​ບົບ​ເຄື່ອງ​ສີດ​ພົ່ນ (ຮູບສະແດງ ).

    artpending
  4. ກົດ​ປຸ່ມ 5 ເພື່ອອອກ​ໜ້າ​ຈໍກະ​ແສ​ໄຟ​ຟ້າ​ເຂົ້າ/ກະ​ແສ​ໄຟ​ຟ້າ​ອອກ ແລະ ກັບຄືນ​ໄປຫາ​ໜ້າ​ຈໍວິ​ນິ​ໄສ (ຮູບສະແດງ ).

ການເບິ່ງ​ຂໍ້​ຜິດ​ພາດ​ຂອງ​ລະ​ບົບ​ເຄື່ອງ​ສີດ​ພົ່ນ

  1. ກົດ​ປຸ່ມ 1 ຫຼື 2 ໃນ​ໜ້າ​ຈໍວິ​ນິ​ໄສຈົນ​ກວ່າ​ທ່າ​ນ​ຈະ​ໄປ​ເຖິງຕົວ​ເລືອກຕົວ​ເບິ່ງ​ຂໍ້​ຜິດ​ພາດ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 3 ເພື່ອ​ເລືອກການ​ປ້ອນຂໍ້​ມູນຕົວ​ເບິ່ງ​ຂໍ້​ຜິດ​ພາດ (ຮູບສະແດງ ).

  3. ທົບ​ທວນ​ເບິ່ງ​ຕົວ​ເບິ່ງຂໍ້​ຜິດ​ພາດ​ສຳ​ລັບ​ຂໍ້​ຜິດ​ພາດ​ທີ່​ເກີດ​ຈາກລະ​ບົບເຄື່ອງ​ສີດ​ພົ່ນ (ຮູບສະແດງ ).

    Note: ຖ້າ​ຫາກ​ທ່ານ​ເຫັນ​ຂໍ້​ຜິດ​ພາດ​ຢູ່​ໃນ​ຕົວເບິ່ງ, ຕິດ​ຕໍ່​ຫາຜູ້​ຈຳ​ໜ່າຍບໍ​ລິ​ການ Tora ທີ່​ໄດ້​ຮັບ​ອະ​ນຸມັດ​ຂອງ​ທ່ານ.

    artpending
  4. ກົດ​ປຸ່ມ 5 ເພື່ອ​ອອກ​ໜ້າ​ຈໍຕົວເບິ່ງຂໍ້​ຜິດ​ພາດ ແລະ ກັບ​ຄືນໄປ​ສູ່ໜ້າຈໍວິ​ນິ​ໄສ (ຮູບສະແດງ ).

ກ່ຽວ​ກັບ​ໜ້າ​ຈໍ

  1. ເພື່ອເຂົ້າ​ເຖິງ​ໜ້າ​ຈໍກ່ຽວ​ກັບ, ກົດ​ປຸ່ມ 1 ຫຼື 2 ໃນ​ໜ້າ​ຈໍເມ​ນູຫຼັກເພື່ອ​ນຳ​ໄປ​ສູ່ຕົວ​ເລືອກກ່ຽວ​ກັບ (ຮູບສະແດງ ).

    artpending
  2. ກົດ​ປຸ່ມ 4 ເພື່ອ​ເລືອກ ເມ​ນູ​ຍ່ອຍ ກ່ຽວ​ກັບ (ຮູບສະແດງ ).

    artpending
  3. ກົດ​ປຸ່ມ 1 ຫຼື 2 ເພື່ອເລື່ອນ​ເບິ່ງເບິ່ງ​ໜ້າ​ຈໍ​ຂໍ້​ມູນ​ເຄື່ອງ​ຈັກ, ໜ້າ​ຈໍ​ຂໍ້​ມູນ​ຕົວຄວບ​ຄຸມ TEC ຫຼື ໜ້າ​ຈໍ​ຂໍ້​ມູນສູນ​ຂໍ້​ມູນ (ຮູບສະແດງ ).

  4. ກົດ​ປຸ່ມ 5 ເພື່ອ​ອອກ​ໜ້າ​ຈໍ ກ່ຽວ​ກັບ ແລະ ກັບຄືນ​ໄປ​ຫາ​ໜ້າ​ຈໍວິ​ນິ​ໄສ (ຮູບສະແດງ ).