ການແນະນຳ

Important: ເພື່ອ​ເພີ່ມ​ຄວາມ​ປອດ​ໄພ, ປະ​ສິດ​ທິ​ພາບ ແລະ ການ​ໃຊ້​ງານ​ທີ່​ເໝາະ​ສົມ​ຂອງ​ເຄື່ອງ​ຈັກ​ນີ້​ໃຫ້​ໄດ້​ສູງ​ສຸດ, ໃຫ້​ອ່ານ​ເນື້ອ​ຫາ​ຂອງຄູ່​ມື​ຜູ້​ໃຊ້ນີ້​ຢ່າງ​ລະ​ອຽດ ແລະ ໃຫ້​ເຂົ້າ​ໃຈ​ຖີ່​ຖ້ວນ. ການ​ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳ​ການ​ໃຊ້​ງານ​ເຫຼົ່າ​ນີ້ ຫຼື ບໍ່​ເຂົ້າ​ຮັບ​ການ​ຝຶກ​ອົບ​ຮົມ​ທີ່​ເໝາະ​ສົມ​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ບາດເຈັບ​ໄດ້. ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ການ​ໃຊ້​ງານ​ທີ່​ປອດ​ໄພ, ລວມ​ທັງ​ເຄັດ​ລັບ​ຄວາມ​ປອດ​ໄພ ແລະ ເອ​ກະ​ສານ​ການ​ຝຶກ​ອົບ​ຮົມ, ໄປ​ທີ່ www.Toro.com.

ທ່ານ​ອາດ​ຈະ​ຕິດ​ຕໍ່​ຫາ Toro ໄດ້​ໂດຍ​ກົງ​ທີ່ www.Toro.com ສຳ​ລັບຜະລິດຕະພັນ ແລະ ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.

Important: ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR ຢູ່​ໃນເລກລຳດັບ (ຖ້າມີ) ເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.

artpending

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ມີຂໍ້ຄວາມກ່ຽວກັບຄວາມປອດໄພທີ່ໄດ້ລະບຸໂດຍສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ ), ເຊິ່ງເປັນສັນຍານອັນຕະລາຍທີ່ອາດຈະເຮັດໃຫ້ເກີດການບາດເຈັບສາ​ຫັດ ຫຼື ເສຍຊີວິດໄດ້, ຖ້າທ່ານບໍ່ປະຕິບັດຕາມຂໍ້ຄວນລະວັງທີ່ແນະນຳ.

artpending

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ຂໍ້ສັງເກດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ຄວາມປອດໄພ

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

artpending

ການຕັ້ງຄ່າ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແໜ່ງການ​ໃຊ້​ງານປົກກະຕິ.

ການ​ກະ​ກຽມ​ເຄື່ອງ​ຈັກ

artpending
  1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

  2. ໃສ່​ເບ​ຣກມື.

  3. ມອດຈັກ ແລະ ຖອດກະແຈ.

ການ​ຕິດ​ຕັ້ງແຜ່ນ​ຢຽບ​ລັອກ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຂາຄ້ຳແກນ​ໝູນ1
ນັອດຕົວຜູ້ຮອງ​ຮັບ (5/16 x ¾ ນິ້ວ)2
ນັອດລັອກຕົວແມ່ (5/16 ນິ້ວ)5
ແຜ່ນ​ຢຽບ​ລັອກ 1
ແຜ່ນ​ປອກ​ລູກ​ບີ່ 1
ນັອດຫົວ​ຫົກ​ຫຼ່ຽມ (5/16 x ¾ ນິ້ວ)3
ຕົວ​ຈັດ​ໄລ​ຍະ​ຫ່າງ (5/8 x 1-1/16 ນິ້ວ)1
ສະ​ປ​ຣິງ​ບິດ 1
ແຫວນ​ຮອງ (1⅛ x 2 ນິ້ວ)1
ແຫວນຍຶດ 1
ແຫວນ​ຮອງ (⅝ x 1 ນິ້ວ) 1
ນັອດລັອກຕົວແມ່ (⅝ ນິ້ວ) 1
ນັອດລັອກຕົວແມ່ 6 ມມ (¼ ນິ້ວ) 2
ຊິ້ນ​ສ່ວນ​ດຸມ​ລໍ້1
ນັອດຕົວ​ຜູ້ (¼ x 2¾ ນິ້ວ)1
ແຫວນ​ຮອງ (9/32 ນິ້ວ)1

ການ​ຕິດ​ຕັ້ງ​ຂາ​ຄ້ຳ​ແກນ​ໝູນ ແລະ ແຜ່ນ​ຢຽບ​ລັອກໃນ​ເຄື່ອງ​ຈັກ​ທີ່​ມີ​ຮູ​ທີ່​ຈັດ​ລຽນ​ກັບ​ແຜ່ນ​ປອກ​ລູກ​ບີ່ ແລະ ຂາຄ້ຳແກນ​ໝູນ

artpendingartpending
  1. ປະກອບຂາ​ຄ້ຳ​ແກນ​ໝູນ​ໃສ່​ແຜ່ນພັກ​ຕີນດ້ວຍນັອດຕົວ​ຜູ້ຮອງ​ຮັບ 2 ຕົວ (5/16 x ¾ ນິ້ວ) ແລະ ນັອດລັອກຕົວແມ່ 2 ຕົວ (5/16 ນິ້ວ) ດັ່ງສະແດງຢູ່ໃນ ຮູບສະແດງ .

    artpending
  2. ການ​ໃຊ້​ຂາ​ຄ້ຳ​ແກນ​ໝູນ​ເປັນ​ແມ່​ແບບ​ເຈາະ, ເຈາະ 3 ຮູ (8 ມມ ຫຼື 5/16 ນິ້ວ) ໃສ່​ໃນ​ໜ້າ​ແປນ​ຂອງ​ແຜ່ນ​ພັກ​ຕີນ (ຮູບສະແດງ ).

    artpending
  3. ເອົາຂາ​ຄ້ຳ​ແກນ​ໝູນ, ນັອດຕົວ​ຜູ້ຮອງ​ຮັບ 2 ຕົວ (5/16 x ¾ ນິ້ວ) ແລະ ນັອດລັອກຕົວແມ່ 2 ຕົວ (5/16 ນິ້ວ) ອອກ​ຈາກ​ເຄື່ອງ​ຈັກ ຮູບສະແດງ .

    artpending
  4. ເອົາສ້ຽນ​ໜາມ​ໃດ​ໜຶ່ງ​ອອ​ກ​ຈາກ 3 ຮູ​ທີ່​ທ່ານ​ເຈາະ​ຢູ່​ໃນ​ຂັ້ນ​ຕອນ .

  5. ຢູ່​ໃນ​ດ້ານ​ແຜ່ນ​ຂອງ​ໜ້າ​ແປນແຜ່ນ​ພັກ​ຕີນ, ຈັດ​ລຽນ 3 ຮູ​ຢູ່​ໃນ​ຂາ​ຄ້ຳ​ແກນ​ໝູນ​ໃສ່ 3 ຮູ​ຢູ່​ໃນ​ໜ້າ​ແປນ (ຮູບສະແດງ ).

    artpending
  6. ປະກອບຂາ​ຄ້ຳ​ແກນ​ໝູນ​ໃສ່​ແຜ່ນພັກ​ຕີນ ຮູບສະແດງ ດ້ວຍນັອດຕົວ​ຜູ້ຫົວ​ຫົກ​ຫຼ່ຽມ 3 ຕົວ (5/16 x ¾ ນິ້ວ) ແລະ ນັອດລັອກຕົວແມ່ 3 ຕົວ (5/16 ນິ້ວ).

    artpending
  7. ປະ​ກອບ​ຕົວ​ຈັດ​ໄລ​ຍະ​ຫ່າງ (5/8 x 1-1/16 ນິ້ວ) ຢູ່​ເໜືອ​ເພົາ​ແກນ​ໝູນ​ຂອງ​ແຜ່ນ​ຢຽບ​ລັອກ (ຮູບສະແດງ ).

    artpending
  8. ຈັດ​ລຽງແຜ່ນ​ຢຽບ​ລັອກ​ໃສ່​ແຜ່ນ​ພັກ​ຕີນ​ເບື້ອງ​ຊ້າຍ ແລະ ຮູ​ຢູ່​ໃນຂາ​ຄ້ຳ​ແກນ​ໝູນ (ຮູບສະແດງ ).

    artpending
  9. ປະກອບແຜ່ນ​ປອກ​ລູກ​ບີ່ໃສ່ຂາ​ຄ້ຳ​ແກນ​ໝູນ ແລະ ແຜ່ນພັກ​ຕີນ ຮູບສະແດງ ດ້ວຍນັອດຕົວ​ຜູ້ຮອງ​ຮັບ 2 ຕົວ (5/16 x ¾ ນິ້ວ) ແລະ ນັອດລັອກຕົວແມ່ 2 ຕົວ (5/16 ນິ້ວ).

    artpending
  10. ບິດນັອດ​ລັອກໄປທີ່ 71 ຫາ 92 N∙cm (100 ຫາ 130 in-lb)

  11. ເລື່ອນສະ​ປ​ຣິງບິດ​ໄປ​ຫາແຜ່ນ​ປອກ​ລູກ​ບີ່ໃນ​ຂະ​ນະ​ທີ່​ເກາະ 1 ປາຍ​ຂອງ​ສະ​ປ​ຣິງ​ໄປ​ສູ່ດູມນ້ອຍ​ໃນ​ແຜ່ນ​ຢຽບ​ລັອກ ແລະ ກົດ​ປາຍ​ອີກ​ດ້ານ​ໃສ່​ແຜ່ນ​ພື້ນ (ຮູບສະແດງ ).

    Note: ວາງ​ຕຳ​ແໜ່ງ​ສະ​ປ​ຣິງ​ໄປ​ໃສ່ແຜ່ນ​ປອກ​ລູກ​ບີ່ດັ່ງ​ສະ​ແດງໄວ້.

    artpending
  12. ຍຶດ​ສະ​ປ​ຣິງ​ບິດ​ໃສ່​ດູມ​ນ້ອຍ​ດ້ວຍ​ນັອດ​ລັອກ​ຕົວ​ແມ່ (¼ ນິ້ວ); ໃຫ້​ເບິ່ງ ຮູບສະແດງ .

  13. ຍຶດສະ​ປ​ຣິງບິດ​ໃສ່​ແຜ່ນ​ປອກ​ຄອບ​ດ້ວຍ​ແຫວນ​ຮອງ​ແປ (1⅛ x 2 ນິ້ວ) ແລະ ແຫວນ​ຍຶດ (ຮູບສະແດງ ).

    artpending
  14. ຍຶດ​ແຜ່ນ​ຢຽບ​ລັອກ​ໃສ່​ບ່ອນ​ພັກ​ຕີນ ແລະ ແຜ່ນ​ປອກ​ລູກ​ບີ່ດ້ວຍ​ແຫວນຮອງ​ແປ (⅝ x 1 ນິ້ວ) ແລະ ນັອດ​ລັອກ​ຕົວ​ແມ່ (⅝ ນິ້ວ); ໃຫ້​ເບິ່ງ ຮູບສະແດງ .

    Note: ຢ່າຫັນນັອດ​ຕົວ​ແມ່ແໜ້ນ​ເກີນ​ໄປ; ແຜ່ນ​ຢຽບ​ລັອກຕ້ອງ​ໝູນ​ໄດ້​ຢ່າງ​ເສ​ລີ​ເມື່ອ​ຖືກ​ກົດ.

    artpending

ການ​ຕິດ​ຕັ້ງຊິ້ນ​ສ່ວນ​ດຸມ​ລໍ້ ແລະ ແຜ່ນ​ຢຽບ​ລັອກໃນ​ເຄື່ອງ​ຈັກ​ທີ່​ມີ​ຮູ​ທີ່​ຈັດ​ລຽນ​ກັບຊິ້ນ​ສ່ວນ​ດູມ​ລໍ້

artpendingartpending
  1. ຕິດ​ຕັ້ງຊິ້ນ​ສ່ວນ​ດຸມ​ລໍ້ໃສ່ແຜ່ນພັກ​ຕີນ​ເບື້ອງ​ຊ້າຍ​ດ້ວຍນັອດ​ຕົວ​ຜູ້ 2 ນັອດ (5/16 x-¾ ນິ້ວ) ແລະ ນັອດລັອກຕົວແມ່ 2 ນັອດ (5/16 ນິ້ວ).

    artpending
  2. ຍຶດ​ດ້ານ​ລຸ່ມ​ຂອງຊິ້ນ​ສ່ວນ​ດຸມ​ລໍ້ໃສ່​ໂຄງ​ເຄື່ອງ​ຈັກ​ດ້ວຍ​ນັອດ​ຕົວ​ຜູ້ (¼ x 2¾ ນິ້ວ), ແຫວນ​ຮອງ (¼ ນິ້ວ) ແລະ ນັອດ​ລັອກ​ຕົວ​ແມ່ (¼ ນິ້ວ); ໃຫ້​ເບິ່ງ ຮູບສະແດງ .

  3. ບິດນັອດ​ລັອກໄປທີ່ 71 ຫາ 92 N∙cm (100 ຫາ 130 in-lb)

  4. ຈັດ​ລຽງແຜ່ນ​ຢຽບ​ລັອກ​ໃສ່​ບ່ອນ​ພັກ​ຕີນ​ເບື້ອງ​ຊ້າຍ ແລະ ຮູ​ຢູ່​ໃນຊິ້ນ​ສ່ວນ​ດຸມ​ລໍ້ (ຮູບສະແດງ ).

    artpending
  5. ໃສ່​ເພົາ​ແກນ​ໝູນ​ຂອງ​ແຜ່ນ​ຢຽບ​ລັອກ​ຜ່ານ​ຮູ​ຢູ່​ໃນ​ບ່ອນ​ພັກ​ຕີນ​ເບື້ອງ​ຊ້າຍ ແລະ ຜ່ານຊິ້ນ​ສ່ວນ​ດຸມ​ລໍ້ (ຮູບສະແດງ ).

  6. ເລື່ອນສະ​ປ​ຣິງບິດ​ໄປ​ຫາຊິ້ນ​ສ່ວນ​ດູມ​ລໍ້ໃນ​ຂະ​ນະ​ທີ່​ເກາະ 1 ປາຍ​ຂອງ​ສະ​ປ​ຣິງ​ໄປ​ສູ່ດູມນ້ອຍ​ໃນ​ແຜ່ນ​ຢຽບ​ລັອກ ແລະ ກົດ​ປາຍ​ອີກ​ດ້ານ​ໃສ່​ແຜ່ນ​ພື້ນ (ຮູບສະແດງ ).

    Note: ວາງ​ຕຳ​ແໜ່ງ​ສະ​ປ​ຣິງ​ໄປ​ໃສ່​ຊິ້ນ​ສ່ວນ​ດຸມ​ລໍ້​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    artpendingartpending
  7. ຍຶດ​ສະ​ປ​ຣິງ​ບິດ​ໃສ່​ດູມ​ນ້ອຍ​ດ້ວຍ​ນັອດ​ລັອກ​ຕົວ​ແມ່ (¼ ນິ້ວ); ໃຫ້​ເບິ່ງ ຮູບສະແດງ .

  8. ຍຶດສະ​ປ​ຣິງບິດ​ໃສ່​ແຜ່ນ​ປອກ​ຄອບ​ດ້ວຍ​ແຫວນ​ຮອງ​ແປ (1⅛ x 2 ນິ້ວ) ແລະ ແຫວນ​ຍຶດ (ຮູບສະແດງ ).

    artpending
  9. ຍຶດ​ແຜ່ນ​ຢຽບ​ລັອກ​ໃສ່​ບ່ອນ​ພັກ​ຕີນ ແລະ ຊິ້ນ​ສ່ວນ​ດຸມ​ລໍ້ດ້ວຍ​ແຫວ​ຮອງ​ແປ (⅝ x 1 ນິ້ວ) ແລະ ນັອດ​ລັອກ​ຕົວ​ແມ່ (⅝ ນິ້ວ); ໃຫ້​ເບິ່ງ ຮູບສະແດງ .

    Note: ຢ່າຫັນນັອດ​ຕົວ​ແມ່ແໜ້ນ​ເກີນ​ໄປ; ແຜ່ນ​ຢຽບ​ລັອກຕ້ອງ​ໝູນ​ໄດ້​ຢ່າງ​ເສ​ລີ​ເມື່ອ​ຖືກ​ກົດ.

    artpending

ຢ່າ​ໃສ່​ໃຈ​ອາ​ໄຫຼ່​ທີ່​ບໍ່​ຈຳ​ເປັນ​ສຳ​ລັບ​ເຄື່ອງ​ຈັກ​ຂອງ​ທ່ານ.

ການຕິດຕັ້ງຂາຍຶດ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຊິ້ນ​ສ່ວນຂາຍຶດ 2
ນັອດກຽວຕົວ​ຜູ້ (1/2 x 3-½ ນິ້ວ) 4
ນັອດລັອກຕົວແມ່ (½ ນິ້ວ) 4

Note: ໃຫ້​ແນ່​ໃຈ​ວ່າໄດ້​ສູບ​ລົມຢາງ​ໜ້າ ແລະ ຢາງ​ຫຼັງເປັນ 0.28 ຫາ 0.41 bar (4 ເຖິງ 6 psi).

  1. ກັ້ນດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ​ດ້ວຍ​ການ​ໃສ່​ໄມ້ຕັນ​ໄວ້ ແລະ ເອົາຢາງຫຼັງ​ອອກ.

    Note: ວາງ​ຕຳ​ແໜ່ງ​ໄມ້​ກັ້ນ​ໄວ້​ກ້ອງ​ຖານ​ມໍ​ເຕີ້​ລໍ້​ຫຼັງ.

  2. ຍຶດ​ຊິ້ນ​ສ່ວນ​ຂາ​ຄ້ຳ​ຕິດ​ໃສ່ທໍ່​ບ່ອນ​ພັກ​ຕີນ​ດ້ານ​ຊ້າຍ ແລະ ຂວາ​ຫຼວມໆ​ດ້ວຍ​ນັອດ​ຕົວ​ຜູ້ (½ x 3½ ນິ້ວ) 2 ຕົວ ແລະ ນັອດ​ລັອກ​ຕົວ​ແມ່ (½ ນິ້ວ). ວາງ​ຕຳ​ແໜ່ງຊິ້ນ​ສ່ວນ​ຂາ​ຄ້ຳ​ຕິດ ແລະ ນັອດ​ຕົວ​ຜູ້ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    Note: ບໍ່​ຈຳ​ເປັນ​ຕ້ອງ​ຕິດ​ຕັ້ງຂາ​ຄ້ຳ​ຕິດ​ເບື້ອງ​ຂວາ, ຖ້າ​ເຄື່ອງ​ຈັກ​ມີ​ການ​ຕິດ​ຕັ້ງ​ຄານ​ເຄື່ອງ​ມື​ຕິດເຄິ່ງ​ກາງ​ແລ້ວ.

    artpending

ການຕິດຕັ້ງແຂນຍົກ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ແຂນຍົກເບື້ອງ​ຂວາ 1
ແຂນຍົກ​ເບື້ອງຊ້າຍ 1
ເຂັມ​ຂັດສະ​ຫຼັກ 2
ກິບໜິບສະຫຼັກລັອກ2
ທໍ່ບິດ 1
ນັອດກຽວຕົວ​ຜູ້ (⅜ x 1 ນິ້ວ) 4
ນັອດລັອກຕົວແມ່ (⅜ ນິ້ວ) 4
  1. ວາງ​ຕຳ​ແໜ່ງ​ແຂນ​ຍົກ​ເພື່ອ​ໃຫ້​ຮູ​ຕິດ​ຂອງ​ຂາ​ຄ້ຳ​ແຂນ​ຍົກ​ແຕ່​ລະ​ອັນ​ຈັດ​ລຽນ​ກັບ​ຮູ​ຢູ່​ໃນ​ຂາ​ຄ້ຳ​ຕິດ (ຮູບສະແດງ ).

  2. ຍຶດແຂນ​ຍົກ​ເບື້ອງ​ຂວາ​ໃສ່ຂາ​ຄ້ຳ​ຕິດດ້ວຍ​ເຂັມ​ຂັດ​ສະ​ຫຼັກ ແລະ ສະ​ຫຼັກກິບ​ລັອກ (ຮູບສະແດງ ).

  3. ຕິດ​ຕັ້ງ​ປາຍ​ໜຶ່ງ​ຂອງ​ທໍ່​ບິດ​ໃສ່​ແຂນ​ຍົກ​ເບື້ອງ​ຂວາຢ່າງ​ຫຼວມໆ​ດ້ວຍ​ນັອດ​ຕົວ​ຜູ້ (⅜ x 1 ນິ້ວ) 2 ຕົວ ແລະ ນັອດ​ລັອກ​ຕົວ​ແມ່ (⅜ ນິ້ວ); ໃຫ້​ເບິ່ງ ຮູບສະແດງ .

    Note: ຢ່າ​ຮັດ​ຕົວ​ຮັດ​ແໜ້ນ​ຫຼາຍ​ໃນ​ເວ​ລາ​ນີ້.

  4. ຍຶດແຂນ​ຍົກ​ເບື້ອງຊ້າຍໃສ່ຂາ​ຄ້ຳ​ຕິດດ້ວຍ​ເຂັມ​ຂັດ​ສະ​ຫຼັກ ແລະ ສະ​ຫຼັກກິບ​ລັອກ (ຮູບສະແດງ ).

  5. ຕິດ​ຕັ້ງອີກ​ປາຍ​ໜຶ່ງ​ຂອງ​ທໍ່​ບິດ​ໃສ່​ແຂນ​ຍົກ​ເບື້ອງຊ້າຍຢ່າງ​ຫຼວມໆ​ດ້ວຍ​ນັອດ​ຕົວ​ຜູ້ (⅜ x 1 ນິ້ວ) 2 ຕົວ ແລະ ນັອດ​ລັອກ​ຕົວ​ແມ່ (⅜ ນິ້ວ); ໃຫ້​ເບິ່ງ ຮູບສະແດງ .

    Note: ຢ່າ​ຮັດ​ຕົວ​ຮັດ​ແໜ້ນ​ຫຼາຍ​ໃນ​ເວ​ລາ​ນີ້.

    artpending

ການຕິດ​ຕັ້ງໃບ​ມີດ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ໃບ​ມີດ 40 ນິ້ວ (ອີກ​ທາງ​ເລືອກ​ໜຶ່ງ, ທ່ານ​ສາ​ມາດ​ຊື້ ແລະ ຕິດ​ຕັ້ງ​ໃບ​ມີດ 60 ນິ້ວໄດ້) 1
ແຜ່ນຂາ​ຄ້ຳ 2
ນັອດກຽວຕົວ​ຜູ້ (⅜ x 1 ນິ້ວ) 2
ນັອດລັອກຕົວແມ່ (⅜ ນິ້ວ) 6
ນັອດ​ຕົວ​ຜູ້ (⅜ x 3 ນິ້ວ) 4

Note: ອີກ​ທາງ​ເລືອກ​ໜຶ່ງ, ທ່ານ​ສາ​ມາດ​ຊື້ໃບ​ມີດ 60 ນິ້ວໄດ້. ຕິດ​ຕັ້ງ​ມັນ​ຕາມ​ທີ່​ໄດ້​ແນະ​ນຳ​ສຳ​ລັບ​ໃບ​ມີດ 40 ນິ້ວ​ຢູ່​ໃນ​ຂໍ້​ນີ້.

  1. ຍຶດ​ແຜ່ນ​ຂາ​ຄ້ຳ​ໃສ່ຫ່ວງຕິດ​ພາຍ​ໃນ​ແຕ່​ລະ​ຕົວ​ໃນ​ຊິ້ນ​ສ່ວນ​ຂອງ​ໃບ​ມີດ​ຢ່າງ​ຫຼວມໆ.

    Note: ວາງ​ຕຳ​ແໜ່ງ​ແຜ່ນ​ຂາ​ຄ້ຳ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

  2. ຍຶດ​ດ້ານ​ໜ້າ​ຂອງ​ແຂນ​ຍົກ​ໃສ່​ຂາ​ຕິດ​ໃບ​ມີດ ແລະ ແຜ່ນຂາ​ຄ້ຳຢ່າງ​ຫຼວມໆ​ດ້ວຍນັອດ​ຕົວ​ຜູ້ (⅜ x 3 ນິ້ວ) 4 ຕົວ ແລະ ນັອດ​ລັອກ​ຕົວ​ແມ່ (⅜ ນິ້ວ) 4 ຕົວ; ໃຫ້​ເບິ່ງ ຮູບສະແດງ .

    Note: ການ​ໃຊ້​ຮູ​ຍຶດ​ດ້ານ​ເທິງ​ໃນ​ຂາ​ຄ້ຳ​ຕິດ​ໃບ​ມີດ​ຈະ​ເຮັດ​ໃຫ້​ໃບ​ມີດໃຊ້​ງານ​ໄດ້​ຢ່າງ​ແຂງ​ແຮງ​ຫຼາຍ​ຂຶ້ນ (ຮູບສະແດງ ).

  3. ດ້ວຍ​ການ​ໃຫ້​ໃບ​ມີດ​ພັກ​ຢູ່​ໃນ​ພື້ນ​ຜິວ​ພຽງ​ໄດ້​ລະ​ດັບ, ຮັດ​ຕົວ​ຮັດ​ທີ່​ຍຶດ​ແຂນ​ຍົກໃສ່​ໃບ​ມີດໃຫ້​ແໜ້ນ (ຮູບສະແດງ ).

    Note: ບິດຕົວຮັດ​ແໜ້ນໃຫ້​ໄດ້ 19 ຫາ 24 N∙m (14 ຫາ 18 ft-lb).

  4. ຮັດ​ນັອດ​ຕົວ​ຜູ້ ແລະ ນັອດ​ລັອກ​ຕົວ​ແມ່​ຍຶດ​ປາຍ​ຂອງ​ທໍ່​ບິດ​ໃສ່​ແຂນ​ຍົກ​ໃຫ້​ແໜ້ນ (ຮູບສະແດງ ).

    Note: ບິດຕົວຮັດ​ແໜ້ນໃຫ້​ໄດ້ 19 ຫາ 24 N∙m (14 ຫາ 18 ft-lb).

    artpending

ການຕິດ​ຕັ້ງແຜ່ນ​ຢຽບຕີນ​ແຂນ​ຍົກ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ແຜ່ນ​ຢຽບຕີນ​ແຂນ​ຍົກ 1
ນັອດ​ຕົວ​ຜູ້ (⅜ x 3 ນິ້ວ) 2
ນັອດລັອກຕົວແມ່ (⅜ ນິ້ວ) 4
ຂາ​ຄ້ຳສະ​ປ​ຣິງ 2
ນັອດຕົວ​ຜູ້ (⅜ x 2¾ ນິ້ວ) 2
ສະປ​ຣິງຂະ​ຫຍາຍ 2
ແກນສະ​ປ​ຣິງ 2
  1. ຕິດແຜ່ນ​ຢຽບ​ຕີນ​ແຂນ​ຍົກ​ໃສ່​ດ້ານນອກ​ຂອງແຂນ​ຍົກ​ເບື້ອງຊ້າຍຢ່າງ​ຫຼວມໆ​ດ້ວຍ​ນັອດ​ຕົວ​ຜູ້ (⅜ x 3 ນິ້ວ) 2 ຕົວ ແລະ ນັອດ​ລັອກ​ຕົວ​ແມ່ (⅜ ນິ້ວ) 2 ຕົວ.

    Note: ວາງ​ຕຳ​ແໜ່ງ​ແຜ່ນຢຽບ​ຕີນດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    artpending
  2. ເອົາ​ນັອດ​ຕົວ​ແມ່ ແລະ ນັອດ​ຕົວ​ຜູ້ຢູ່​ດ້ານ​ລຸ່ມທີ່​ຍຶດ​ຂາ​ຄ້ຳ​ຕິດ​ທໍ່ຜູກຍຶດໃສ່​ທໍ່​ໂຄງ​ລວງ​ຕັ້ງ​ອອກ (ຮູບສະແດງ ).

    Note: ເອົາ​ນັອດຕົວ​ແມ່ ແລະ ນັອດຕົວ​ຜູ້ຖິ້ມ.

  3. ການ​ໃຊ້​ຮູ​ຕິດ​ທໍ່​ຜູກຍຶດ, ຍຶດ​ຂາ​ຄ້ຳ​ສະ​ປ​ຣິງ​ໃສ່​ຂາ​ຄ້ຳ​ທໍ່​ຜູກ/ທໍ່​ໂຄງ​ລວງ​ຕັ້ງ​ແຕ່​ລະ​ຕົວ​ດ້ວຍ​ນັອດ​ຕົວ​ຜູ້ (⅜ x 2¾ ນິ້ວ) ແລະ ນັອດລັອກຕົວແມ່ (⅜ ນິ້ວ).

    Note: ວາງ​ຕຳ​ແໜ່ງຂາ​ຄ້ຳ​ສະ​ປ​ຣິງດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    artpending
  4. ດຶງມື​ຈັບ​ກັບ​ຄືນເພື່ອ​ຍົກ ແລະ ລັອກ​ໃບ​ມີດ​ໄປ​ໃສ່​ຕຳ​ແໜ່ງ​ການ​ຂົນ​ສົ່ງ.

  5. ຮັດຕົວ​ຮັດທຸກ​ຕົວທີ່ຍັງ​ເຫຼືອ​ໃຫ້​ແໜ້ນ.

  6. ຕໍ່​ສະ​ປ​ຣິງ​ຂະ​ຫຍາຍ​ໃສ່​ແຂນ​ຍົກ ແລະ ໃສ່​ແທ່ງ​ສະ​ປ​ຣິງ.

  7. ສອດແທ່ງ​ສະ​ປ​ຣິງ​ໄປ​ໃສ່​ຮູ​ຢູ່​ໃນ​ຂາ​ຄ້ຳ​ສະ​ປ​ຣິງ ແລະ ຍຶດ​ມັນ​ດ້ວຍ​ນັອດ​ລັອກ​ຕົວ​ແມ່ (⅜ ນິ້ວ) ຢ່າງ​ຫຼວມໆ.

  8. ເຮັດຊ້ໍາຄືນຂັ້ນຕອນ ແລະ ຢູ່ດ້ານ​ກົງ​ກັນ​ຂ້າມຂອງ​ເຄື່ອງ​ຈັກ.

  9. ຕິດ​ຕັ້ງ​ຢາງ​ດ້ານ​ຫຼັງ ແລະ ເອົາ​ໄມ້​ກັ້ນ​ອອກ​ຈາກ​ກ້ອງ​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ.

    Note: ບິດນັອດລໍ້ໃຫ້​ໄດ້ 61 ຫາ 75 N∙m (45 ເຖິງ 55 ft-lb).

ການປັບ​ຄວາມ​ເຄັ່ງສະ​ປ​ຣິງ

ການ​ປັບ​ສະ​ປ​ຣິງ​ຄວບ​ຄຸມ​ແຮງ​ທີ່​ມັນ​ໃຊ້​ເພື່ອ​ຍົກ​ໃບ​ມີດ​ໄປ​ຫາ​ຕຳ​ແໜ່ງ​ການ​ຂົນ​ສົ່ງ. ຖ້າ​ສະ​ປ​ຣິງ​ຍານ​ຫຼາຍ, ມັນຈະ​ຍົກ​ໃບ​ມີດໄປ​ຫາ​ຕຳ​ແໜ່ງ​ການ​ຂົນ​ສົ່ງໄດ້​ຍາກ. ເຖິງ​ແນວ​ໃດ​ກໍ​ຕາມ, ສະ​ປ​ຣິງ​ທີ່​ເຄັ່ງ​ຫຼາຍ​ເຮັດ​ໃຫ້​ໃບ​ມີດ​ລອຍ​ຕົວ​ເກີນ​ຂະ​ໜາດ​ໃນ​ລະ​ຫວ່າງ​ການ​ໃຊ້​ງານ.

  1. ປ່ອຍ​ໃບ​ມີດ​ຕ່ຳ​ລົງ​ສູ່​ພື້ນ.

    Note: ເມື່ອ​ສະ​ປ​ຣິງ​ຖືກ​ປັບ​ຢ່າງເໝາະ​ສົມ, ຄວາມ​ຍາວ​ທັງ​ໝົດ​ຂອງ​ພື້ນ​ໃບ​ມີດ​ຈະ​ບໍ່​ເກີນ 6 ມມ (¼ ນິ້ວ) ຈາກ​ພື້ນ.

  2. ບິດ​ນັອດ​ປັບ​ສະ​ປ​ຣິງ (ຮູບສະແດງ ) ໄປ​ຕາມ​ທິດ​ເຂັມ​ໂມງ​ເພື່ອ​ຍົກ​ໃບ​ມີດ​ຂຶ້ນ ຫຼື ໄປ​ທວນ​ທິດ​ເຂັມ​ໂມງ​ເພື່ອ​ປ່ອຍ​ໃບ​ມີດ​ຕ່ຳ​ລົງ.

    artpending

ການປະຕິບັດງານ

ການໃຊ້​ງານໃບ​ມີດ

ດຶງມື​ຈັບ​ກັບ​ຄືນເພື່ອ​ຍົກ ແລະ ລັອກ​ໃບ​ມີດ​ໄປ​ໃສ່​ຕຳ​ແໜ່ງ​ການ​ຂົນ​ສົ່ງ. ກົດ​ແຜ່ນ​ຢຽບ​ລັອກ​ເພື່ອ​ປ່ອຍ​ໃບ​ມີດ​ໄປ​ສູ່​ຕຳ​ແໜ່ງ​ການ​ໃຊ້​ງານ.

ທ່ານ​ສາ​ມາດ​ນຳ​ໃຊ້​ໃບ​ມີດ​ເພື່ອດັນ ແລະ ດູດ​ຊາຍ ແລະ ຝຸ່ນ. ດ້ວຍ​ການ​ໃຫ້​ໃບ​ມີດ​ຢູ່​ໃນ​ຕຳ​ແໜ່ງ​ການ​ໃຊ້​ງານ, ງ່າຍໆ​ດ້ວຍ​ການ​ຊຸກມື​ຈັບໄປ​ທາງ​ໜ້າ ຫຼື ດຶງ​ກັບ​ຄືນ​ເລັກ​ນ້ອຍ ຫຼື ກົດ​ໃສ່​ແຜ່ນ​ຢຽບ​ຕີນ​ແຂນ​ຍົກ​ເພື່ອ​ຄວບ​ຄຸມ​ການ​ດຳ​ເນີນ​ການ​ໄຖ.

Note: ຖ້າ​ລໍ້​ປິ່ນ​ໃນ​ຂະ​ນະ​ທີ່​ກຳ​ລັງ​ໄຖ, ຍົກ​ໃບ​ມີດ​ຂຶ້ນ​ເລັກ​ນ້ອຍ​ໂດຍ​ການ​ດຶງ​ມື​ຈັບ​ຄືນ​ຫຼັງ. ໃນ​ເວ​ລາ​ທີ່​ຈັກ​ອາດ​ຈະ​ເລີ່ມ​ຕົ້ນໂຫຼດ​ເກີນ​ຂະ​ໜາດ. ເມື່ອ​ມັນ​ໂຫຼດ​ເກີນ, ປ່ອຍ​ແປ້ນ​ຂັບ​ເຄື່ອນ​ເພື່ອ​ເພີ່ມ​ຄວາມ​ໄວ​ຈັກ ແລະ ກຳ​ລັງ​ແຮງ​ຈັກ

ການ​ເອົາ​ໃບ​ມີດ​ອອກ ແລະ ການ​ເກັບ​ຮັກ​ສາ​ໄວ້

  1. ເອົາ​ນັອດ​ປັບ​ຕົວ​ແມ່​ທີ່​ຍຶດ​ແທ່ງ​ສະ​ປ​ຣິງ​ໃສ່​ຂາ​ຄ້ຳ​ສະ​ປ​ຣິງ​ອອກ.

    ຄຳເຕືອນ

    ຖ້າ ສະ​ປິງແມ່ນຢູ່ພາຍໃຕ້ຄວາມ​ເຄັ່ງ, ພວກ​ມັນສາມາດເຮັດໃຫ້ເກີດການບາດເຈັບສ່ວນຕົວໄດ້.

    ປ່ອຍຄວາມດັນອອກຈາກສ່ວນປະກອບທີ່ມີພະລັງງານເກັບໄວ້ຢ່າງລະມັດລະວັງ.

  2. ເອົາ​ແທ່ງ​ສະ​ປ​ຣິງ ແລະ ສະ​ປ​ຣິງ​ອອກ.

  3. ປ່ອຍ​ໃບ​ມີດ​ຕ່ຳ​ລົງ​ສູ່​ພື້ນ.

  4. ເອົາສະ​ຫຼັກ​ກິບ​ລັອກ ແລະ ເຂັມ​ຂັດສະ​ຫຼັກທີ່​ຕໍ່​ແຂນ​ຍົກ​ໃສ່​ຂາ​ຄ້ຳ​ຕິດ​ອອກ.

  5. ຍົກ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ​ຂຶ້ນ ແລະ ເລື່ອນ​ຊິ້ນ​ສ່ວນ​ໃບ​ມີດ​ທັງ​ໝົດ​ໄປ​ທາງ​ໜ້າ ແລະ ໄກ​ອອກ​ໄປ​ຈາກ​ເຄື່ອງ​ຈັກ.