ຄວາມປອດໄພ

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະຕິກເກີ້ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະຕິກເກີໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

artpending
artpending
artpending
artpending

ການຕິດຕັ້ງ

ການ​ປະ​ກອບ​ລົດ​ພ່ວງ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຖານ​ຂອງ​ລົດ​ພ່ວງ1
ສູນ​ແກນ​ກາງ​ລົດ2
ສ່ວນ​ປະ​ກອບ​ລໍ້2
ຂໍ້​ຕໍ່ແບບ​ປະ​ກອບ1
ຂັ້ນ​ໄດ​ຂອງ​ລົດ​ພ່ວງ1
ນັອດຕົວຜູ້ (⅜ x 1 ນິ້ວ)8
ນັອດລັອກແມ່ (⅜ ນິ້ວ)8
ນັອດຍຶດ​ລໍ້​ລົດ8
ນັອດກຽວ (⅜ x 2-¾ ນິ້ວ)2
ນັອດລັອກນີ​ລົ່ງ (⅜ ນິ້ວ)2
ແທ່ງບານ​ພັບ1
ສະ​ຫຼັກ​ລັອກ2
  1. ການນຳ​ໃຊ້​ນັອດ​ຜູ້ 4 ອັນ ແລະ ນັອດ​ລັອກ 4 ອັນ, ຍຶດເພົາ​ລົດ​ໃສ່​ດ້ານ​ເທິງ​ຂອງ​ຂາ​ຍຶດ​ໃນ​ແຕ່​ລະ​ດ້ານ​ຂອງ​ຖານ​ລົດ​ພ່ວງ​ດັ່ງ​ທີ່​ໄດ້​ສະ​ແດງ​ໄວ້​ໃນ ຮູບສະແດງ .

    artpending
  2. ຍຶດສ່ວນ​ປະ​ກອບ​ລໍ້​ໃສ່​ກັບ​ສູນ​ແກນ​ກາງ​ແຕ່​ລະ​ອັນ​ດ້ວຍ​ນັອດ​ຍຶດ​ລໍ້​ລົດ 4 ອັນ (ຮູບສະແດງ ) ແລະ ຫັນ​ນັອດແມ່​ໃຫ້​ແໜ້ນ​ເຖິງ 108.5 N·m (80 ft-lb).

  3. ປ່ອຍ​ລົມຢາງ​ລົດ​ໃຫ້ເຫຼືອ 5 psi (34 kPa).

  4. ຍຶດ​ຊຸດຕົວຍຶດ​ເຂົ້າ​ກັບ​ຂາ​ຍຶດ​ທີ່​ຢູ່​ດ້ານ​ລຸ່ມ​ຂອງ​ຖານ​ລົດ​ພ່ວງ​ດ້ວຍ​ນັອດ​ກຽວ (⅜ x 2-¾ ນິ້ວ) 2 ອັນ ແລະ ນັອດ​ລັອກ 2 ອັນ (ຮູບສະແດງ ).

    artpending
    artpending
  5. ຍຶດ​ຂັ້ນ​ໄດ​ຂອງ​ລົດ​ພ່ວງ​ໃສ່​ດ້ານຫຼັງຂອງ​ຖານ​ລົດ​ພ່ວງ​ດ້ວຍບານ​ພັບ ແລະ ສະ​ຫຼັກ​ລັອກ 2 ອັນ (ຮູບສະແດງ ).

    Note: ທາ​ນ້ຳ​ມັນກະ​ແລັດ​ໃສ່​ບານ​ພັບ​ໜ້ອຍ​ນຶ່ງ​ກ່ອນ​ການ​ປະ​ກອບ.

    artpending
  6. ໝູນຂັ້ນ​ໄດ​ຂອງ​ລົດ​ພ່ວງ ແລະ ຍຶດກອນລັອກ​ສຳ​ລັບ​ທາງ​ຊັນ​ໃສ່​ໃນ​ຮູ​ທີ່​ຢູ່​ດ້ານ​ເທິງ​ຂອງ​ຕົວ​ນຳ​ທາງ​ລໍ້ (ຮູບສະແດງ ).

ການປັບ​ໄລ​ຍະ​ຫວ່າງ​ຂອບເຂົ້າ​ຂອງ​ລໍ້​ລົດ

ເພື່ອ​ປ້ອງ​ກັນການຫ້ຽນຂອງ​ຢາງ​ລົດ​ກ່ອນ​ກຳ​ນົດ, ກົງ​ລົດ​ຄວນ​ໃຫ້​ໄລ​ຍະ​ຫວ່າງ​ຂອງ​ຂອບເຂົ້າ​ລໍ້​ລົດ​ທັງ​ສອງ​ຂ້າງ​ຢູ່​ທີ່ 0 ຫາ 3 ມມ (0 ຫາ ⅛ ນິ້ວ).

ປັບ​ໄລ​ຍະ​ຫວ່າງ​ຂອບເຂົ້າ​ຂອງ​ລໍ້ລົດ​ດັ່ງ​ຕໍ່​ໄປ​ນີ້:

  1. ແຕ້ມ​ເສັ້ນອ້ອມ​ຈຸດ​ສູນ​ກາງ​ຂອງ​ຢາງ​ລົດ​ແຕ່​ລະ​ເບື້ອງ.

  2. ວັດ​ແທກ​ໄລ​ຍະ​ຫ່າງ​ຈາກຈຸດ​ສູນ​ກາງ​ຫາ​ສູນ​ກາງ​ຢູ່ທີ່ຄວາມ​ສູງ​ຂອງດູມ​ລໍ້, ຢູ່​ດ້ານ​ໜ້າ ແລະ ດ້ານຫຼັງ​ຂອງ​ຢາງລົດ (ຮູບສະແດງ ).

    artpending
  3. ປັບ​ຕຳ​ແໜ່ງ​ຂອງ​ຂາ​ຍຶດ​ແກນ​ກາງ​ເພື່ອ​ໃຫ້​ໄລ​ຍະ​ຫ່າງຈາກຈຸດ​ສູນ​ກາງ​ຫາ​ສູນ​ກາງ​ທາງ​ດ້ານ​ໜ້າຢູ່​ປະ​ມານ 3 ມມ (⅛ ນິ້ວ) ໜ້ອຍກວ່າຈຸດ​ສູນ​ກາງ​ຫາ​ສູນ​ກາງ​ທາງ​ດ້ານຫຼັງ (ຮູບສະແດງ ).

ການ​ປັບ​ຕົວ​ຍຶດລົດ​ພ່ວງ

ຍ້າຍ​ຕົວ​ຈັດ​ໄລ​ຍະ​ຫ່າງ​ໄປ​ດ້ານ​ເທິງ ຫຼື ດ້ານ​ລຸ່ມ​ຂອງ​ຕົວ​ຍຶດ​ຈົນ​ກວ່າ​ລົດ​ພ່ວງຂະ​ໜານ​ກັບ​ພື້ນ ຫຼື ຈົນ​ກວ່າ​ມັນ​ເຂົ້າກັບ​ຕົວ​ຜູກລົດ​ລາກ (ຮູບສະແດງ ).

artpending

ການ​ບັນ​ທຸກ​ສິນ​ຄ້າ​ໃສ່​ລົດ​ພ່ວງ

  1. ຖອດກອນສຳ​ລັບ​ຂັ້ນ​ໄດອອກ​ຈາກ​ຕົວ​ນຳ​ທາງລໍ້ ແລະ ປ່ອຍຂັ້ນ​ໄດ​ຕ່ຳ​ລົງ​ຈົນ​ຮອດ​ພື້ນ.

  2. ໝູນ​ກ້ານ​ເຫຼັກລໍ້​ຊຸດ​ທຳ​ອິດ​ຂຶ້ນ​ເທິງ.

  3. ຖອດ​ຄັນ​ໂຍກ​ອອກ​ຈາກ​ເຄື່ອງ​ຈັກ​ເພື່ອລາກ ແລະ ປົດວົງ​ລໍ້.

  4. ຍ້າຍຄັນ​ເລັ່ງ​ໄປ​ຕຳແໜ່ງ​ທີ່​ຕ່ຳ​ທີ່​ສຸດ ແລະ ຄ່ອຍໆ ຂັບ​ເຄື່ອງ​ຈັກ​ຂຶ້​ນໄປເທິງ​ລົດ​ພ່ວງ​ຈົນ​ກວ່າ​ກົງ​ລໍ້​ລົດ​ສຳຜັດ​ກັບ​ບ່ອນ​ຢຸດ​ຂອງ​ລົດ​ພ່ວງ (ຮູບສະແດງ ).

  5. ມອດຈັກ ແລະ ໃສ່ເບຣກມື.

  6. ໝູນ​ກ້ານ​ເຫຼັກລໍ້​ຊຸດ​ທຳ​ອິດ​ລົງ​ລຸ່ມທາງຫຼັງ​ຂອງ​ກົງ​ລໍ້ຂົນ​ສົ່ງ (ຮູບສະແດງ ).

  7. ເຮັດ​ຄືນ​ຂັ້ນ​ຕອນນີ້, ຖ້າ​ຫາກ​ທ່ານກຳ​ລັງ​ລ​າກ​ເຄື່ອງ​ຈັກ 2 ເຄື່ອງ.

    Note: ໃຊ້​ກ້ານ​ເຫຼັກລໍ້​ຊຸດ​ທຳ​ອິດເປົນ​ຕົວ​ຢຸດ​ເຄື່ອງ​ຈັກ​ທີ​ສອງ (ຮູບສະແດງ ).

    artpending
  8. ໝູນຂັ້ນ​ໄດ​ຂອງ​ລົດ​ພ່ວງ ແລະ ຍຶດກອນລັອກ​ສຳ​ລັບ​ທາງ​ຊັນ​ໃສ່​ໃນ​ຮູ​ທີ່​ຢູ່​ດ້ານ​ເທິງ​ຂອງ​ຕົວ​ນຳ​ທາງ​ລໍ້ (ຮູບສະແດງ ).

  9. ຈັດ​ເກັບ​ຄັນ​ໂຍກ​ໄວ້​ໃນ​ລົດ​ລາກ.

ການປະຕິບັດງານ

ເຄື່ອງ​ຈັກ​ທີ່​ເຮັດ​ວຽກ​ຮ່ວມ​ກັນ​ໄດ້

ລົດ​ພ່ວງນີ້​ຮອງ​ຮັບ​ເຄື່ອງ​ຈັກ Greensmaster® ແບບ​ຕາມຫຼັງ​ຫຼາຍ​ຢ່າງ, ເບິ່ງ​ລາຍ​ການ​ດັ່ງ​ຕໍ່​ໄປ​ນີ້​ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ.

Important: ລົດ​ພ່ວງນີ້​ຖືກ​ອອກ​ແບບ​ມາ​ໃຫ້ເຄື່ອນ​ທີ່ຕາມເຄື່ອງ​ຕັດ​ຫຍ້າ Greensmaster ແບບ​ຕາມຫຼັງ​ເທົ່າ​ນັ້ນ. ການ​ລາກ​ສິນ​ຄ້າ​ອື່ນໆ​ອາດ​ຈະເກີດ​ຄວາມເສຍ​ຫາຍກັບ​ລົດ​ພ່ວງ​ຂອງ​ທ່ານ.

  • ເຄື່ອງ​ຈັກ​ທີ່​ທ່ານ​ສາ​ມາດ​ລາກ​ໂດຍບໍ່​ຈຳ​ເປັນ​ຕ້ອງ​ມີ​ການ​ປັບ​ປ່ຽນ

    • Greensmaster 1000

    • Greensmaster 1010

    • Greensmaster 2000

    • Greensmaster Flex 21

    • Greensmaster Flex 2100

    • Greensmaster Flex 2120

    • Greensmaster eFlex 2100

    • Greensmaster eFlex 2120

  • ເຄື່ອງ​ຈັກ​ທີ່​ທ່ານ​ສາ​ມາດ​ລາກ​ເມື່ອທ່ານ​ຕິດ​ຕັ້ງ​ອຸ​ປະ​ກອນ​ປ່ຽນ​ແປງ​ຂະ​ໜາດ 45.72 ຊມ (18 ນິ້ວ)​ແລ້ວ​ເທົ່າ​ນັ້ນ

    • Greensmaster 800

    • Greensmaster Flex 18

    • Greensmaster Flex 1800

    • Greensmaster Flex 1820

    • Greensmaster eFlex 1800

    • Greensmaster eFlex 1820

  • ເຄື່ອງ​ຈັກ​ທີ່​ທ່ານ​ສາ​ມາດ​ລາກ​ເມື່ອທ່ານ​ຖອດແກນ​ຂົນ​ຍ້າຍ​ອອກເທົ່າ​ນັ້ນ

    • Greensmaster 1600

    • Greensmaster 1610

    • Greensmaster 2600

  • ເຄື່ອງ​ຈັກ​ທີ່​ທ່ານ​ສາ​ມາດ​ລາກ​ເມື່ອມີກົງ​ລໍ້​ເຊື່ອມ​ຕໍ່ ຫຼື ອຸ​ປະ​ກອນ​ລໍ້​ລົດ​ແລ້ວ​ເທົ່າ​ນັ້ນ.

    • Greensmaster 1018

    • Greensmaster 1021

    Important: ໃຊ້​ສຳ​ລັບ​ລົດ​ລາກ​ທີ່​ມີລະ​ດັບ​ການ​ລາກ​ຈູງ​ທີ່​ເໝາະ​ສົມ​ເທົ່າ​ນັ້ນ. ລົດ​ພ່ວງ ແລະ ເຄື່ອງ​ຈັກ 2 ອັນ​ມີ​ນ້ຳ​ໜັກ​ປະ​ມານ 363 ກລ (800 ປອນ). ເຮັດ​ໃຫ້​ແນ່​ໃຈ​ວ່າ​ລົດ​ລາກມີ​ຄວາມ​ສາ​ມາດ​ໃນ​ການ ແລະ ເບຣກ​ທີ່​ພຽງ​ພໍໂດຍ​ການກວດ​ສອບ​ເບິ່ງ​ຄຳ​ແນະ​ນຳ​ຂອງ​ຜູ້​ຜະ​ລິດ​ຍານ​ພາ​ຫະ​ນະ.

ຄຳ​ແນະ​ນຳ​ການ​ໃຊ້​ງານ

  • ເຮັດ​ໃຫ້​ແນ່​ໃຈ​ວ່າ​ລົດ​ພ່ວງ​ໄດ້​ເຊື່ອມ​ຕໍ່​ກັບ​ລົດ​ລາກ​ຢ່າງ​ຖືກ​ຕ້ອງ​ກ່ອນ​ທີ່​ຈະ​ເອົາ​ເຄື່ອງ​ຈັກ​ຂຶ້ນ ຫຼື ລົງ​ເພື່ອ​ປ້ອງ​ກັນ​ຕົວ​ຍຶດ​ຈາກ​ການ​ເຄື່ອນ​ຍ້າຍ ຫຼື ປີ້ນ​ຂຶ້ນ​ຢ່າງ​ກະທັນ​ຫັນ.

  • ລົດ​ພ່ວງ​ເພີ່ມ​ນ້ຳ​ໜັກພິ​ເສດ​ການ​ລາກ​ໃຫ້ລົດ. ຂັບ​ລົດ​ຢ່າງ​ປອດ​ໄພ.

    • ຢ່າ​ຂັບ​ເຄື່ອງ​ຈັກ​ໃນ​ທາງ​ດ່ວນ ຫຼື ທາງ​ສາ​ທາ​ລະ​ນະ.

    • ຕ້ອງຂັບ​ລົດ​ລາກ ຊ້າໆ ໃນ​ເວ​ລາ​ທີ່ກຳລັງ​ເຂົ້າ​ໃກ້ ແລະ ກຳ​ລັງ​ລ້ຽວ.

    • ຕ້ອງຂັບ​ລົດ​ລາກ ຊ້າໆ ໃນ​ບ່ອນ​ທີ່ບໍ່ລຶ້ງ​ເຄີຍ ຫຼື ພື້ນ​ທີ່​ທີ່​ໄປຍາກ.

    • ຕ້ອງຂັບ​ລົດ​ລາກ ຊ້າໆ ໃນເວ​ລາ​ທີ່​ຈະ​ປ່ຽນ​ທິດ​ທາງ​ການ​ເດີນ​ທາງ ຫຼື ຈະ​ຈອດ.

    • ຕ້ອງຂັບ​ລົດ​ລາກ ຊ້າໆ ໃນ​ເວ​ລາລ້ຽວກັບ ຫຼື ໃນ​ທາງ​ຊັນ.

    • ຢ່າ ຫັກ​ລ້ຽວ ຫຼື ລ້ຽວ​ທັນ​ທີ. ຢ່າ ປ່ຽນ​ທິດ​ທາງ​ຂອງ​ການ​ເດີນ​ທາງ​ໃນ​ທາງຂຶ້ນ​ພູ, ທາງ​ຊັນ, ທາງ​ໄຕ່​ລະ​ດັບ ຫຼືພື້ນ​ທີ່​ຄ້າຍ​ຄື​ກັນ.

    • ຕ້ອງ​ໝັ່ນ​ປັບ​ລົດ​ລາກ​ເພື່ອ​ໃຫ້​ເຂົ້າ​ກັບ​ສະ​ພາບ​ພື້ນ​ທີ່​ມີ​ຢູ່​ຢ່າງ​ເຊັ່ນ: ພື້ນ​ປຽກ​ມື່ນ, ເປັນ​ຊາຍ ຫຼື ຫີນແຮ່ ແລະ/ຫຼື ສະ​ພາບ​ການ​ເບິ່ງ​ເຫັນ​ຕ່ຳ​ເຊັ່ນ: ແສງ​ໄຟ​ມົວ ຫຼື ແຈ້ງ, ໝອກ, ລະ​ອອງ​ນ້ຳ ຫຼື ຝົນ.

    • ໃຫ້​ລະ​ວັງ​ເປັນ​ພິ​ເສດ​ໃນ​ເວ​ລາ​ທີ່​ຂັບ​ລົດ​ບັນ​ທຸກ​ເຄື່ອງ​ໜັກ​ລົງ​ທາງ​ຊັນ. ຂັບ​ລົດ​ຂຶ້ນ ແລະ ລົງ​ທາງ​ຊັນ, ທາງ​ຂຶ້ນຄ້ອຍໃນ​ເວ​ລາ​ທີ່​ເຮັດ​ໄດ້. ຢ່າ ຂັບ​ລົດຂ້າມ​ທາງ​ຊັນ, ຖ້າ​ເປັນ​ໄປ​ໄດ້. ການ​ງ່ຽງ​ລົດ​ແມ່ນ​ມີ​ຄວາມ​ສ່ຽງ, ເຊິ່ງ​ອາດ​ຈະ​ສົ່ງ​ຜົນໃຫ້​ເກີດ​ການ​ບາດ​ເຈັບ​ສາ​ຫັດ ຫຼື ເຖິງ​ແກ່​ຊີ​ວິດ.

  • ກ່ອນ​ຈະ​ຍົກຫຼັງ​ຂຶ້ນ, ເບິ່ງ​ທາງ​ຫຼັງ​ຂອງ​ທ່ານ ແລະ ເຮັດ​ໃຫ້​ແນ່​ໃຈ​ວ່າບໍ່​ມີ​ຄົນ ຫຼື ສິ່ງ​ຂອງ. ຍົກຫຼັງ​ຂຶ້ນ​ຢ່າງ​ຊ້າໆ ແລະ ເບິ່ງການ​ເຄື່ອນ​ໄຫວ​ຂອງ​ລົດ​ພ່ວງຢ່າງ​ໄກ້​ຊິດ.

  • ໃຫ້​ລະ​ວັງ​ເປັນ​ພິ​ເສດ ແລະ ຜ່ອນ​ຄວາມ​ໄວ​ໃນ​ເວ​ລາ​ທີ່​ຍົກຫຼັງ​ລົດ​ພ່ວງ ແລະ ລົດ​ລາກ.

  • ລະ​ວັງ​ການ​ສັນ​ຈອນໃນ​ເວ​ລາ​ທີ່​ຢູ່​ໃກ້ ຫຼື ກຳ​ລັງ​ຂ້າມ​ທາງ. ຕ້ອງ​ເປີດ​ໄຟ​ເພື່ອ​ເບິ່ງ​ຄົນ​ຍ່າງ ຫຼື ລົດ​ຄັນອື່ນ​ໆ.

  • ຖ້າ​ຫາກລົດ​ພ່ວງເລີ່ມ​ສັ່ນ​ຜິດ​ປົກ​ກະ​ຕິ, ຢຸດ​ລົດ​ລາກ​ທັນ​ທີ. ມອດເຄື່ອງ​ຈັກ​ຂອງ​ລົດ​ລາກ. ສ້ອມ​ແປງ​ຄວາມ​ເສຍ​ຫາຍ​ທັງ​ໝົດ​ກ່ອນ​ເລີ່ມ​ລາກ.

  • ກ່ອນການ​ບຳລຸງ​ຮັກ​ສາ ຫຼື ການປັບ​ປ່ຽນ​ລົດ​ພ່ວງ, ໃຫ້​ປະ​ຕິ​ບັດ​ດັ່ງ​ຕໍ່​ໄປ​ນີ້:

    • ມອດລົດ​ລາກ ແລະ ໃສ່ເບຣກມື.

    • ມອດເຄື່ອງ​ຈັກ​ຂອງ​ລົດ​ລາກ ແລະ ຖອດ​ກະ​ແຈ.

  • ຮັດ​ສາຍ​ຮັດທັງ​ໝົດ​ໃຫ້​ແໜ້ນໜາ​ປອດ​ໄພ. ປ່ຽນ​ແທນ​ອາ​ໄຫຼ່​ທີ່​ເອົາ​ອອກ​ໃນ​ເວ​ລາ​ທີ່ບຳ​ລຸງ​ຮັກ​ສາ ຫຼື ເຮັດ​ກ​ານປັບ​ປ່ຽນ.