ການແນະນຳ

ເຄື່ອງ​ຈັກ​ນີ້​ອອກ​ແບບ​ມາ​ເພື່ອຕັດ ແລະ ກົ່ນໄມ້ ແລະ ຮາກ​ຕົ້ນ​ໄມ້​ຈາກ​ໜ້າ​ດິນອອກ. ມັນ​ບໍ່​ໄດ້​ຕັ້ງ​ໃຈ​ອອກ​ແບບ​ມາ​ເພື່ອ​ຕັດ​ຫີນ ຫຼື ວັດ​ຖຸ​ອື່ນໆ​ນອກ​ເໜືອ​ໄປ​ຈາກ​ໄມ້ ແລະ ດິນ​ອ້ອມ​ບໍ​ລິ​ເວນ​ຕໍ​ໄມ້.

ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳ​ລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ທ່ານ​ອາດ​ຈະ​ຕິດ​ຕໍ່​ຫາ Toro ໄດ້​ໂດຍ​ກົງ​ທີ່ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ ອະ​ທິ​ບາຍ​ໃຫ້​ເຫັນບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.

Important: ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR ຢູ່​ໃນ​ສະ​ຫຼາກເລກລຳດັບ (ຖ້າມີ) ເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.

artpending

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ມີຂໍ້ຄວາມກ່ຽວກັບຄວາມປອດໄພທີ່ໄດ້ລະບຸໂດຍສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ ), ເຊິ່ງເປັນສັນຍານອັນຕະລາຍທີ່ອາດຈະເຮັດໃຫ້ເກີດການບາດເຈັບສາ​ຫັດ ຫຼື ເສຍຊີວິດ, ຖ້າທ່ານບໍ່ປະຕິບັດຕາມຂໍ້ຄວນລະວັງທີ່ແນະນຳ.

artpending

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ຂໍ້ສັງເກດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ຄຳເຕືອນ

CALIFORNIA

ຄຳເຕືອນຂອງກົດໝາຍ Proposition 65

ທໍ່ໄອເສຍເຄື່ອງຈັກຈາກຜະລິດຕະພັນນີ້ມີສານເຄມີທີ່ຮູ້ຈັກດີ ໃນ ລັດຄາລີຟໍເນຍ ທີ່ເຮັດໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ອັນຕະລາຍ

ອາດ​ຈະ​ມີ​ສາຍສົ່ງສາ​ທາ​ລະ​ນູ​ປະ​ໂພກ​ຝັງ​ຢູ່ບໍ​ລິ​ເວນ​ເຮັດ​ວຽກ. ການ​ຂຸດ​ລົງ​ໄປ​ຫາ​ພວກ​ມັນອາດ​ຈະ​ກໍ່​ໃຫ້​ເກີດການ​ສັ່ນ​ສະ​ເທືອນ ຫຼື ການ​ລະ​ເບີດ​ໄດ້.

ໃຫ້​ໝາຍ​ບໍ​ລິ​ເວນມີ​ຊັບ​ສົມ​ບັດ ຫຼື ບ່ອນ​ເຮັດ​ວຽກ​ທີ່​ມີ​ສາຍສົ່ງ​ຕ່າງໆ​ຝັງ​ໄວ້ ແລະ ຢ່າ​ຂຸດ​ລົງ​ໄປ​ບ່ອນ​ທີ່​ໝາຍ​ໄວ້. ຕິດ​ຕໍ່​ຝ່າຍ​ບໍ​ລິ​ການ​ໃສ່​ເຄື່ອງ​ໝາຍ​ໃນ​ທ້ອງ​ຖິ່ນ​ຂອງ​ທ່ານ ຫຼື ບໍ​ລິ​ສັດ​ສາຍສິ່ງ​ສາ​ທາ​ລະ​ນູ​ປະ​ໂພກ​ເພື່ອ​ໃຫ້​ໝາຍ​ຊັບ​ສົມ​ບັດ​ໃຫ້ (ຕົວ​ຢ່າງ: ສະ​ຫະ​ລັດ, ໂທ 811 ສຳ​ລັບ​ການ​ບໍ​ລິ​ການ​ໃສ່​ເຄື່ອງ​ໝາຍ​ທົ່ວ​ປະ​ເທດ).

ມັນເປັນການລະເມີດກົດໝາຍຊັບພະຍາກອນສາທາລະນະຂອງລັດຄາລິຟໍເນຍພາກທີ 4442 ຫຼື 4443 ໃນການນຳໃຊ້ ຫຼື ນຳໃຊ້ເຄື່ອງຈັກໃນດິນທີ່ມີ​ປ່າ​ໄມ້​ປົກ​ຫຸ້ມ, ພຸ່ມ​ໄມ້​ປົກ​ຫຸ້ມ ຫຼື ຫ​ຍ້າ​ປົກ​ຫຸ້ມ, ເວັ້ນເສຍແຕ່ວ່າເຄື່ອງຈັກມີເຄື່ອງກວດຈັບປະກາຍໄຟຕາມທີ່ໄດ້ກຳນົດໄວ້ໃນພາກທີ 4442, ມີ​ລຳ​ດັບ​ຂັ້ນ​ຕອນ​ການ​ເຮັດ​ວຽກ​ທີ່​ມີ​ປະ​ສິດ​ທິ​ພາບ ຫຼື ເຄື່ອງຈັກຖືກສ້າງຂຶ້ນ, ຕິດຕັ້ງ ແລະ ຮັກສາໄວ້​ສຳ​ລັບ​ການປ້ອງກັນໄຟໄໝ້.

ປຶ້ມຄູ່ມືຂອງເຈົ້າຂອງເຄື່ອງຈັກທີ່ໃຫ້ມາແມ່ນມີຂໍ້ມູນທີ່ກ່ຽວຂ້ອງກັບໜ່ວຍ​ງານປົກປ້ອງສິ່ງແວດລ້ອມຂອງສະຫະລັດ (US Environmental Protection Agency, EPA) ແລະ ລະບຽບການຄວບຄຸມການປ່ອຍອາຍພິດ​ຂອງຄາລິຟໍເນຍກ່ຽວ​ກັບລະບົບການປ່ອຍອາຍພິດ (California Emission Control Regulation), ການບຳລຸງຮັກສາ ແລະ ການຮັບປະກັນ. ການປ່ຽນແທນທີ່ອາດຈະຖືກສັ່ງຊື້ຜ່ານຜູ້ຜະລິດເຄື່ອງຈັກ.

ຄວາມປອດໄພ

ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງໂດຍ​ຜູ້​ນຳ​ໃຊ້ ຫຼື ຜູ້​ເປັນ​ເຈົ້າ​ຂອງ​ສາ​ມາດເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພຢູ່ສະເໝີ Graphic, ເຊິ່ງ​ໝາຍ​ເຖິງ: ລະ​ວັງ, ຄຳ​ເຕືອນ ຫຼື ອັນ​ຕະ​ລາຍ, ເຊິ່ງ​ແມ່ນ​ຄຳ​ແນະ​ນຳ​ຄວາມ​ປອດ​ໄພ​ສ່ວນ​ບຸກ​ຄົນ. ການບໍ່ປະຕິບັດຕາມຄຳແນະນຳອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫຼື ເສຍຊີວິດໄດ້.

ການ​ປະ​ຕິ​ບັດ​ການ​ນຳ​ໃຊ້ທີ່​ປອດ​ໄພ

ຜະລິດຕະພັນນີ້ມີຄວາມສາມາດທີ່​ຈະຕັດມື ແລະ ຕີນໄດ້. ຕ້ອງປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພທຸກຄັ້ງເພື່ອລ່ຽງ​ການ​ບາດ​ເຈັບ​ສາ​ຫັດ ຫຼື ການ​ເສຍ​ຊີ​ວິດ.

ຄຳເຕືອນ

ອາຍ​ເສຍ​ຂອງ​ເຄື່ອງ​ຈັກມີ​ສານຄາບອນມໍນັອກຊາຍ, ສານ​ພິດ​ບໍ່​ມີ​ກິ່ນທີ່ເປັນອັນຕະລາຍເຖິງ​ຊີ​ວິດ, ຖ້າ​ສູດ​ດົມ​ເຂົ້າ​ໄປ.

ຢ່າ​ຕິດ​ເຄື່ອງ​ຈັກ​ຢູ່​ໃນ​ເຮືອນ ຫຼື ໃນ​ບ່ອນ​ທີ່​ປິດ.

ການຝຶກ

  • ອ່ານຄູ່ມືຜູ້ໃຊ້ ແລະ ເອ​ກະ​ສານ​ການ​ຝຶກ​ອົບ​ຮົມ​ອື່ນໆ. ຖ້າ​ຜູ້​ນຳ​ໃຊ້ ຫຼື ນາຍ​ຊ່າງ​ກົນ​ຈັກ​ບໍ່​ສາ​ມາດ​ອ່ານ​ພາ​ສາ​ອັງ​ກິດ​ໄດ້, ມັນ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ເປັນ​ເຈົ້າ​ຂອງ​ທີ່​ຕ້ອງ​ອະ​ທິ​ບາຍ​ເອ​ກະ​ສານ​ນີ້​ໃຫ້​ພວກ​ເຂົາ.

  • ທຳຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງອຸປະກອນ, ການຄວບຄຸມຂອງຜູ້​ນຳ​ໃຊ້ ແລະ ປ້າຍສັນຍານຄວາມປອດໄພ.

  • ຜູ້​ນຳ​ໃຊ້ ແລະ ນາຍ​ຊ່າງ​ກົນ​ຈັກ​ຄວນ​ໄດ້​ຮັບ​ການ​ຝຶກ​ທຸກ​ຄົນ. ຜູ້​ເປັນເຈົ້າຂອງມີ​ຄວາມຮັບຜິດຊອບໃນການຝຶກອົບຮົມຜູ້​ນຳ​ໃຊ້.

  • ຢ່າປ່ອຍໃຫ້ເດັກນ້ອຍ ຫຼື ຄົນທີ່ບໍ່ໄດ້ຮັບການຝຶກຝົນ​ມາ​ນຳ​ໃຊ້ ຫຼື ບຳ​ລຸງ​ຮັກ​ສາອຸ​ປະ​ກອນ. ລະບຽບການໃນທ້ອງຖິ່ນອາດຈະຈຳກັດອາຍຸຂອງຜູ້ນຳ​ໃຊ້.

  • ຜູ້​ເປັນເຈົ້າຂອງ/ຜູ້ນຳ​ໃຊ້ສາມາດປ້ອງກັນ ແລະ ມີຄວາມ​ຮັບ​ຜິດ​ຊອບ​ຕໍ່​ອຸ​ບັດ​ຕິ​ເຫດ ຫຼື ການ​ບາດ​ເຈັບ​ທີ່​ເກີດ​ຂຶ້ນ​ຕໍ່​ຕົວ​ລາວ ຫຼື ຕົວ​ນາງ, ຄົນ​ອື່ນ ຫຼື ຊັບ​ສິນ.

ການ​ກະ​ກຽມ

  • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງຖົງ​ມື, ເຄື່ອງປ້ອງກັນຕາ, ໂສ້ງຂາຍາວ, ເກີບກັນມື່ນ ແລະ ເຄື່ອງ​ປ້ອງ​ກັນ​ສຽງ. ມັດຜົມຍາວໄວ້​ດ້ານ​ຫຼັງ ແລະ ຢ່າໃສ່ເຄື່ອງນຸ່ງ ຫຼື ເຄື່ອງປະດັບຫຼວມໆ.

  • ກວດກາບໍລິເວນທີ່ທ່ານຈະໃຊ້ອຸ​ປະ​ກອນ ແລະ ເອົາວັດຖຸທັງໝົດທີ່ເຄື່ອງຈັກສາມາດຈະ​ເຮັດ​ໃຫ້​ເກີດ​ການ​ຟົ້ງ​ຂຶ້ນໄດ້ນັ້ນ​ອອກເຊັ່ນ: ກ້ອນ​ຫີນ, ເຄື່ອງ​ຫຼິ້ນ ແລະ ສາຍ​ໄຟ.

  • ກວດ​ເບິ່ງສິ່ງຄວບ​ຄຸມການ​ປະ​ຈຳ​ໜ້າ​ທີ່​ຂອງຜູ້​ນຳໃຊ້, ສະ​ວິດ​ຄວາມ​ປອດ​ໄພ ແລະ ເກາະ​ປ້ອງ​ກັນຕິດ​ໄວ້ ແລະ ນຳ​ໃຊ້​ປົກ​ກະ​ຕິ​ໄດ້​ດີ​ບໍ່. ຢ່າ​ນຳໃຊ້ເຄື່ອງ​ຈັກ​ນອກ​ຈາກວ່າ​ພວກ​ມັນນຳ​ໃຊ້​ໄດ້​ປົກ​ກະ​ຕິ.

ຄວາມປອດໄພຂອງນໍ້າມັນເຊື້ອໄຟ

  • ໃຊ້ຄວາມລະມັດລະວັງເປັນ​ພິ​ເສດ​ເມື່ອຈັດການກັບນໍ້າມັນເຊື້ອໄຟ. ມັນໄວໄຟ ແລະ ອາຍແກັສຂອງມັນລະເບີດໄດ້.

  • ມອດຢາສູບ, ຊິກາ, ບັ້ງສູບຢາ ແລະ ແຫຼ່ງອື່ນໆທີ່ສາມາດຈຸດໄຟໄດ້.

  • ໃຊ້ຖັງນໍ້າມັນເຊື້ອໄຟທີ່ອະນຸມັດໃຫ້ເທົ່ານັ້ນ.

  • ຢ່າເປີດຝາປິດນໍ້າມັນເຊື້ອໄຟ ຫຼື ເຕີມນໍ້າມັນເຊື້ອໄຟໃນຂະນະທີ່ເຄື່ອງຈັກກຳລັງແລ່ນ ຫຼື ຮ້ອນ.

  • ຢ່າເຕີມ ຫຼື ເທນ້ຳມັນເຊື້ອໄຟອອກ​ຢູ່ໃນບ່ອນທີ່ປິດ.

  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

  • ຖ້າທ່ານເຮັດນໍ້າມັນເຊື້ອໄຟກະເດັນ, ຢ່າພະຍາຍາມຕິດຈັກ; ຫຼີກລ່ຽງການສ້າງແຫຼ່ງທີ່ມາຂອງການຈຸດໄຟຈົນກວ່າອາຍນ້ຳມັນເຊື້ອໄຟລະ​ເຫີຍ​ໄປ​ໝົດ​ແລ້ວ.

ການນຳ​ໃຊ້

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ນຳ​ໃຊ້ເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ຢ່າ​ຕິດ​ເຄື່ອງ​ຈັກ​ຢູ່​ໃນບ່ອນ​ທີ່​ປິດ.

  • ນຳ​ໃຊ້ເຄື່ອງຈັກພຽງແຕ່ໃນບ່ອນທີ່ມີ​ແສງ​ແຈ້ງ​ດີ, ໃຫ້ຫຼີກຂຸມ ແລະ ອັນຕະລາຍທີ່ເຊື່ອງຢູ່.

  • ຮັບປະກັນວ່າທຸກ​ການ​ຂັບ​ເຄື່ອນ​ຢູ່​ໃນເກຍຫວ່າງ ແລະ ໃສ່ເບ​ຣກມືໄວ້ກ່ອນທີ່ທ່ານຈະຕິດຈັກ. ຕິດຈັກຈາກ​ຕຳ​ແໜ່ງ​ຂອງ​ຜູ້​ໃຊ້​ເທົ່າ​ນັ້ນ.

  • ຢ່ານຳ​ໃຊ້ເຄື່ອງ​ຈັກ​ໂດຍ​ທີ່​ບໍ່ມີເກາະ​ປ້ອງ​ກັນຢູ່​ໃນ​ບ່ອນ​ຂອງ​ມັນເປັນ​ຢ່າງ​ດີ. ຮັບ​ປະ​ກັນ​ວ່າ​ໂສ້​ລັອກ (interlocks) ທຸກ​ຕົວ​ໄດ້ຕິດ​ໃສ່, ປັບໃສ່​ແລ້ວ ແລະ ໃຊ້​ງານ​ໄດ້​ປົກ​ກະ​ຕິ​ດີ.

  • ຢ່າປ່ຽນການ​ຕັ້ງ​ຄ່າຕົວບັນຊາເຄື່ອງ​ຈັກ ຫຼື ເລັ່ງຄວາມໄວເຄື່ອງຈັກເກີນ.

  • ຈອດເຄື່ອງ​ຈັກ​ໄວ້ຢູ່ທາງພຽງ; ໃສ່ເບຣກມື ແລະ ມອດຈັກກ່ອນ​ອອກ​ໄປ​ຈາກ​ຕຳ​ແໜ່ງ​ຂອງ​ຜູ້​ນຳ​ໃຊ້​ດ້ວຍ​ເຫດ​ຜົນ​ໃດໆ​ກໍ​ຕາມ.

  • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກພາກ​ສ່ວນທີ່​ເຄື່ອນ​ໄຫວ​ຢູ່.

  • ເບິ່ງທາງຫຼັງ ແລະ ດ້ານລຸ່ມກ່ອນທີ່ຈະຖອຍເພື່ອໃຫ້ແນ່ໃຈວ່າເສັ້ນທາງປອດໄພ.

  • ຢ່າໃຊ້ເຄື່ອງຈັກໃນເວ​ລາທີ່ທ່ານບໍ່​ສະ​ບາຍ, ເຈັບ​ປ່ວຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງສິ່ງ​ມຶນ​ເມົາ ຫຼື ສິ່ງເສບຕິດ.

  • ໃຊ້ຄວາມ​ລະ​ມັດ​ລະ​ວັງ​ໃນ​ເວ​ລາ​ເອົາ​ເຄື່ອງ​ຈັກຂຶ້ນ ຫຼື ລົງ​ຈາກລົດພ່ວງ ຫຼື ລົດບັນທຸກ.

  • ໃຫ້​ແນ່​ໃຈ​ວ່າພື້ນ​ທີ່​ບໍ່​ມີ​ຄົນ​ກ່ອນ​ນຳ​ໃຊ້ເຄື່ອງ​ຈັກ. ມອດ​ຈັກ, ຖ້າ​ມີ​ຄົນ​ເຂົ້າ​ໄປ​ໃນ​ພື້ນ​ທີ່.

  • ຢ່າປ່ອຍໃຫ້ເຄື່ອງຈັກຕິດ​ຢູ່ໂດຍທີ່ບໍ່ມີຄົນຢູ່ນຳ. ໃຫ້​ມອດ​ຈັກ, ໃສ່​ເບ​ຣກ​ມື ແລະ ກວດ​ເບິ່ງວ່າ​ທຸກ​ສ່ວນ​ເຄື່ອນ​ໄຫວ​ນັ້ນ​ຢຸດ​ແລ້ວ​ຢູ່​ສະ​ເໝີ​ກ່ອນທີ່​ຈະ​ອອກ​ຈາກ​ເຄື່ອງ​ຈັກ.

  • ຢ່າ​ກະ​ຊາກ​ຕົວ​ຄວບ​ຄຸມ, ໃຫ້​ໃຊ້​ການ​ເຄື່ອນ​ໄຫວແບບ​ຄົງ​ທີ່.

  • ລະ​ວັງ​ການ​ສັນ​ຈອນໃນ​ເວ​ລາ​ທີ່ນຳ​ໃຊ້​ເຄື່ອງ​ຈັກ​ຢູ່​ໃກ້ ຫຼື ກຳ​ລັງ​ຂ້າມ​ທາງ.

  • ຢ່າຈັບສ່ວນ​ຕ່າງໆທີ່​ອາດ​ຈະ​ຮ້ອນ​ຈາກ​ການ​ໃຊ້​ງານ. ປ່ອຍ​ໃຫ້​ພວກ​ມັນ​ເຢັນ​ລົງ​ກ່ອນ​ທີ່​ຈະ​ພະ​ຍາ​ຍາມ​ບຳ​ລຸງ​ຮັກ​ສາ, ປັບ ຫຼື ກວດ​ເຊັກ​ບຳ​ລຸງ​ຮັກ​ສາ​ເຄື່ອງ​ຈັກ.

  • ກ່ອນ​ທີ່​ຈະ​ຕັດ, ໃຫ້​ໝາຍພື້ນ​ທີ່​ສຳ​ລັບ​ບ່ອນມີ​ສິ່ງ​ສາ​ທາ​ລະ​ນູ​ປະ​ໂພກ​ຢູ່​ໃຕ້​ດິນ ແລະ ຢ່າ​ຕັດ​ຢູ່​ໃນບ່ອນ​ທີ່​ໝາຍ​ໄວ້.

  • ຟ້າ​ຜ່າ​ສາ​ມາດເຮັດ​ໃຫ້ເກີດ​ການບາດ​ເຈັບສາ​ຫັດ ຫຼື ເສຍ​ຊີ​ວິດ​ໄດ້. ຖ້າ​ເຫັນ​ມີ​ຟ້າ​ຜ່າ ຫຼື ໄດ້​ຍິນ​ສຽງ​ຟ້າ​ຮ້ອງ​ຢູ່​ໃນ​ພື້ນ​ທີ່, ຢ່າ​ນຳ​ໃຊ້​ເຄື່ອງ​ຈັກ, ໃຫ້​ຊອກ​ຫາ​ທີ່​ກຳ​ບັງ.

ການ​ບຳ​ລຸງ​ຮັກ​ສາ ແລະ ການ​ເກັບ​ມ້ຽນ

  • ຈອດເຄື່ອງ​ຈັກ​ໄວ້ຢູ່ທາງພຽງ, ໃສ່ເບຣກມື ແລະ ມອດຈັກ. ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດກ່ອນ​ປັບ, ທຳ​ຄວາມ​ສະ​ອາດ ຫຼື ສ້ອມ​ແປງ​ເຄື່ອງ​ຈັກ.

  • ອານາໄມເສດ​ຂີ້​ເຫຍື້ອ​ຈາກ​ເຄື່ອງ​ຕັດ, ເພົາ​ຂັບ​ເຄື່ອນ, ທໍ່ໄອເສຍ ແລະ ເຄື່ອງຈັກ​ເພື່ອ​ຊ່ວຍ​ປ້ອງ​ກັນ​ໄຟ​ໄໝ້. ເຊັດນ້ຳ​ມັນ​ເຄື່ອງ ຫຼື ນ້ຳ​ມັນ​ທີ່​ຕົກ​ເຮ່ຍອອກ.

  • ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງ​ກ່ອນ​ທີ່​ຈະ​ເກັບ​ຮັກ​ສາ ແລະ ຢ່າ​ເກັບ​ໄວ້​ໃກ້​ແປວ​ໄຟ.

  • ຢ່າປ່ອຍໃຫ້ຄົນທີ່ບໍ່ໄດ້ຮັບການຝຶກຝົນ​ມາ​ເຮັດການບຳ​ລຸງ​ຮັກ​ສາເຄື່ອງຈັກ.

  • ປ່ອຍຄວາມດັນອອກຈາກສ່ວນປະກອບທີ່ມີພະລັງງານເກັບໄວ້ຢ່າງລະມັດລະວັງ.

  • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກພາກ​ສ່ວນທີ່​ເຄື່ອນ​ໄຫວ​ຢູ່. ຖ້າເປັນໄປໄດ້, ຢ່າເຮັດ​ການ​ປັບໃນຂະນະທີ່ເຄື່ອງຈັກກຳລັງແລ່ນຢູ່.

  • ຖອດ​ສາຍ​ຫົວ​ທຽນ​ອອກ​ກ່ອນ​ທຳ​ການ​ສ້ອມ​ແປງ​ໃດ​ໜຶ່ງ.

  • ຮັກສາທຸກພາກສ່ວນໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ສ່ວນ​ປະ​ກອບທັງໝົດຮັດແໜ້ນ. ປ່ຽນສະ​ຫຼາກທີ່ຫ້ຽນ ຫຼື ເສຍຫາຍທັງໝົດ.

  • ໃຫ້​ຮັດ​ນັອກ​ທຸກ​ຕົວ​ໃຫ້​ແໜ້ນ. ຮັກ​ສາ​ອຸ​ປະ​ກອນ​ໄວ້ໃນ​ສະ​ພາບ​ທີ່​ດີ.

  • ຢ່າແຕະ​ຕ້ອງອຸ​ປະ​ກອນ​ຄວາມ​ປອດ​ໄພ.

  • ຮັກ​ສາ​ເຄື່ອງ​ຈັກ​ໄວ້​ບໍ່​ໃຫ້​ມີ​ຫຍ້າ, ໃບ​ໄມ້ ຫຼື ເສດ​ຂີ້​ເຫຍື້ອ​ສະ​ສົມ​ຢູ່ ເຊັດນ້ຳ​ມັນ​ເຄື່ອງ ຫຼື ນ້ຳ​ມັນ​ທີ່​ຕົກ​ເຮ່ຍອອກ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການເກັບມ້ຽນ.

  • ໃສ່ເບ​ຣກມື, ມອດຈັກ, ລໍຖ້າໃຫ້ສ່ວນທີ່ເຄື່ອນໄຫວທັງໝົດຢຸດ ແລະ ກວດ​ເບິ່ງ​ເຄື່ອງ​ຈັກ, ຖ້າ​ທ່ານ​ຕຳ​ກັບ​ວັດ​ຖຸ​ໃດ​ໜຶ່ງ. ເຮັດ​ການສ້ອມແປງທີ່ຈຳເປັນໃດ​ໜຶ່ງກ່ອນເລີ່ມ​ຕິດ​ເຄື່ອງຈັກ.

  • ໃຊ້ອາ​ໄຫຼ່ປ່ຽນແທນ Toro ຂອງແທ້ເທົ່າ​ນັ້ນ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending

ພາບລວມຂອງຜະລິດຕະພັນ

artpending

ທຳ​ຄວາມ​ຄຸ້ນ​ເຄີຍ​ກັບ​ທຸກ​ການ​ຄວບ​ຄຸມ (ຮູບສະແດງ ແລະ ຮູບສະແດງ ) ກ່ອນ​ທ່ານ​ຕິດ​ຈັກ ແລະ ນຳ​ໃຊ້​ເຄື່ອງ​ຈັກ.

ຕົວກັນເພື່ອຄວາມ​ປອດ​ໄພ

ຕົວ​ກັນ​ເພື່ອ​ຄວາມ​ປອດ​ໄພ​ຄວບ​ຄຸມ​ເຄື່ອງ​ຈັກ: ຈັບ​ຕົວ​ກັນ​ເພື່ອ​ຄວາມ​ປອດ​ໄພ​ມາ​ໃສ່​ກັບ​ມື​ຈັບ​ເມື່ອທ່ານ​ຕິດ​ຈັກ ແລະ ນຳ​ໃຊ້​ເຄື່ອງ​ຈັກ. ປ່ອຍ​ຕົວ​ກັນ​ເພື່ອ​ຄວາມ​ປອດ​ໄພ​ເພື່ອ​ມອດ​ຈັກ (ຮູບສະແດງ ).

ຄັນ​ເລັ່ງ

ຄັນ​ເລັ່ງຄວບ​ຄຸມຄວາມ​ໄວ​ຂອງ​ເຄື່ອງ​ຈັກ. ດ້ວຍ​ການ​ປ່ອຍ​ຄັນ​ເລັ່ງ​ລົງ, ຢູ່​ໃນ​ຕຳ​ແໜ່ງບໍ່​ເລັ່ງ, ເຄື່ອງ​ຈັກຕິດ​ຢູ່​ໃນ​ກາ​ລັງ​ຕີ. ນີ້​ຍັງ​ແມ່ນ​ຕຳ​ແໜ່ງ​ຕິດ​ຈັກ​ນຳ​ອີກ. ເມື່ອ​ຄວາມ​ໄວ​ເຄື່ອງ​ຈັກ​ເພີ່ມ​ຂຶ້ນ, ໄປ​ສູ່​ຕຳ​ແໜ່ງເລັ່ງ​ແລ້ວ, ຄາດ​ຫວ່ຽງ​ຈາກ​ຈຸດ​ສູນ​ກາງ​ເຂົ້າ​ສູ່​ຕຳ​ແໜ່ງ ແລະ ລໍ້​ຕັດ​ໝູນ.

artpending

ເບຣກມື

ເບຣກມືຫ້າມ​ລໍ້​ຊ້າຍ​ບໍ່​ໃຫ້​ປີ້ນ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ເຄື່ອງ​ຈັກ ແລະ ເພື່ອ​ໃຫ້​ມີ​ການ​ເຄື່ອນ​ທີ່​ຂອງ​ເຄື່ອງ​ຈັກ​ໄດ້​ງ່າຍ​ຈາກ​ດ້ານ​ໜຶ່ງ​ຫາ​ດ້ານ​ໜຶ່ງ​ເມື່ອ​ຕັດ​ຕໍ​ໄມ້ (ຮູບສະແດງ ).

artpending

ເຄື່ອງວັດ​ແທກຊົ່ວໂມງ

ເມື່ອ​ຈັກ​ມອດ, ເຄື່ອງວັດ​ແທກຊົ່ວໂມງສະ​ແດງ​ຈຳ​ນວນ​ຊົ່ວ​ໂມງ​ຂອງ​ການ​ນຳ​ໃຊ້​ທີ່​ໄດ້​ເຂົ້າ​ໃນ​ເຄື່ອງ​ຈັກ.

ວາວນ້ຳ​ມັນເຊື້ອ​ໄຟ

ວາວນ້ຳ​ມັນເຊື້ອ​ໄຟ (ຮູບສະແດງ ) ຕັ້ງ​ຢູ່​ກ້ອງ​ຄັນຍົກເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຈັກ (ຊົກ). ເຄື່ອນ​ຄັນ​ຄວບ​ຄຸມສຳ​ລັບວາວນ້ຳ​ມັນເຊື້ອ​ໄຟໄປ​ທີ່​ຕຳ​ແໜ່ງເປີດກ່ອນ​ພະ​ຍາ​ຍາມ​ຕິດ​ຈັກ.

artpending

ຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ)

ໃຊ້ຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) (ຮູບສະແດງ ) ເພື່ອ​ຕິດ​ຈັກ​ທີ່ເຢັນ. ກ່ອນ​ດຶງ​ມື​ຈັບ​ດຶງ​ຕິດ​ຈັກ, ເຄື່ອນຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ໄປ​ຕຳ​ແໜ່ງປິດ. ເມື່ອ​ຈັກ​ຕິດ​ຢູ່, ເຄື່ອນຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ໄປ​ທີ່​ຕຳ​ແໜ່ງເປີດ. ຢ່າ​ໃຊ້ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ), ຖ້າ​ເຄື່ອງ​ຈັກ​ອຸ່ນ​ແລ້ວ ຫຼື ຖ້າ​ອຸນ​ຫະ​ພູມ​ອາ​ກາດ​ສູງ.

ມື​ຈັບ​ດຶງຕິດ​ຈັກ

ເພື່ອ​ຕິດ​ຈັກ, ດຶງ​ມື​ຈັບ​ດຶງ​ຕິດ​ຈັກ (ຮູບສະແດງ ) ຢ່າງ​ໄວ​ເພື່ອ​ປີ້ນ​ເຄື່ອງ​ຈັກ​ຄືນ. ໃຫ້​ເບິ່ງ ສຳ​ລັບ​ຂັ້ນ​ຕອນການ​ຕິດ​ຈັກ​ທີ່​ຖືກ​ຕ້ອງ.

Note: ຂໍ້ກຳ​ນົດ​ສະ​ເພາະ ແລະ ການອອກແບບແມ່ນມີການປ່ຽນແປງໂດຍບໍ່ຕ້ອງແຈ້ງ.

ລວງເລິກ​ການຕັດ30 ຊມ (12 ນິ້ວ)
ລວງຍາວ193 ຊມ (76 ນິ້ວ)
ລວງ​ກ້​ວາງ75 ຊມ (29.5 ນິ້ວ)
ລວງສູງ107 ຊມ (42 ນິ້ວ)
ນໍ້າໜັກ109 ກ​ລ (240 ປອນ)

ການປະຕິບັດງານ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແຫນ່ງການ​ໃຊ້​ງານປົກກະຕິ.

Important: ກ່ອນ​ນຳ​ໃຊ້, ໃຫ້​ກວດ​ເບິ່ງ​ລະ​ດັບ​ນ້ຳ​ມັນ​ເຊື້ອ​ໄຟ ແລະ ນ້ຳ​ມັນ​ເຄື່ອງ ແລະ ເອົາ​ເສດ​ຂີ້​ເຫຍື້ອ​ອອກ​ຈາກ​ເຄື່ອງ​ຈັກ. ນອກ​ຈາກ​ນັ້ນ, ໃຫ້​ແນ່​ໃຈ​ວ່າພື້ນ​ທີ່​ບໍ່​ມີ​ຄົນ ແລະ ເສດ​ຂີ້​ເຫຍື້ອ. ທ່ານ​ຍັງ​ຄວນ​ຮູ້​ຈັກ ແລະ ໝາຍ​ສະ​ຖານ​ທີ່ຕ່າງໆ​ຂອງ​ສາຍສົ່ງ​ສິ່ງ​ສາ​ທາ​ລະ​ນູ​ປະ​ໂພກ​ທັງ​ໝົດ.

ກ່ອນ​ທ່ານ​ຈະເລີ່ມ​ຕົ້ນ

  • ຂຸດ​ດິນ​ອອກ ແລະ ເອົາ​ກ້ອນ​ຫີນ​ທີ່​ຢູ່​ໃກ້​ຕໍ​ໄມ້​ທີ່​ອາດ​ຈະ​ລົບ​ກວນ​ກັບ​ວຽກ​ຂອງ​ທ່ານ. ໃຫ້​ກວດ​ເບິ່ງ​ພື້ນ​ດິນ​ວ່າບໍ່​ມີສິ່ງ​ແປກ​ປອມ​ໃດໆ​ຢູ່​ແລ້ວ​ເຊັ່ນ: ສາຍ​ໄຟ, ໜາມ​ໝາກ​ຈັບ, ອື່ນໆ.

  • ຕັດ ຫຼື ຝານ​ຕໍ​ໄມ້​ດ້ວຍ​ການ​ໃຊ້​ເລື່ອຍ​ໄຟ​ຟ້າ.

  • ທົບທວນເບິ່ງສະ​ຫຼາກ​ຄວາມ​ປອດ​ໄພ​ທັງ​ໝົດໃນເຄື່ອງຈັກ.

  • ໃຫ້​ແນ່​ໃຈ​ວ່າ​ທ່ານ​ຄຸ້ນ​ເຄີຍ​ກັບ​ກົດ​ລະ​ບຽບ​ຄວາມ​ປອດ​ໄພ ແລະ ຂັ້ນ​ຕອນ​ການມອດ​ທີ່​ໄດ້​ອະ​ທິ​ບາຍ​ໄວ້​ຢູ່​ໃນ​ປຶ້ມ​ຄູ່​ມື​ນີ້.

  • ໃຫ້​ແນ່​ໃຈ​ວ່າເກາະ​ປ້ອງ​ກັນ​ທັງ​ໝົດ​ຢູ່​ກັບ​ທີ່ ແລະ ຢູ່​ໃນ​ສະ​ພາບ​ທີ່​ດີ.

  • ໃຫ້​ແນ່​ໃຈ​ວ່າ​ໃບ​ມີດ ແລະ ມີດ​ຕັດ​ຢູ່​ກັບ​ທີ່ ແລະ ຢູ່​ໃນ​ສະ​ພາບ​ທີ່​ດີ.

  • ໃຫ້​ແນ່​ໃຈ​ວ່າ​ບໍ​ລິ​ເວນ​ເຮັດ​ວຽກ, ມີດ​ຕັດ ແລະ ໂດຍ​ສະ​ເພາະຕໍໄມ້​ບໍ່​ມີ​ວັດ​ຖຸ​ທີ່​ເປັນ​ໂລ​ຫະເຊັ່ນ: ສາຍ​ໄຟ, ຕະ​ປູ, ອື່ນໆ​ທີ່​ສາ​ມາດ​ຟົ້ງ​ອອກ ແລະ ເຮັດ​ໃຫ້​ຄົນ​ໄດ້​ຮັບ​ບາດ​ເຈັບ​ຢູ່​ໃນ​ບໍ​ລິ​ເວນ​ໃກ້​ຄຽງ ແລະ ເຮັດ​ໃຫ້​ອຸ​ປະ​ກອນ​ເສຍ​ຫາຍ​ໄດ້.

ຄິດ​ເຖິງ​ຄວາມປອດ​ໄພ​ໄວ້​ກ່ອນ

ຈົ່ງ​ອ່ານ​ຄຳ​ແນະ​ນຳ ແລະ ສັນ​ຍາ​ລັກ​ຄວາມ​ປອດ​ໄພ​ທຸກ​ຢ່າງ​ຢູ່​ໃນ​ພາກ​ຄວາມ​ປອດ​ໄພ​ໃຫ້​ລະ​ອຽດ. ການ​ຮູ້​ຈັກ​ຂໍ້​ມູນ​ນີ້ສາ​ມາດ​ຊ່ວຍ​ທ່ານ ຫຼື ຄົນ​ທີ່​ຢືນຢູ່​ໃກ້​ຫຼີກ​ລ່ຽງ​ຈາກ​ການ​ບາດ​ເຈັບ​ໄດ້.

ຂໍ້ຄວນລະວັງ

ເຄື່ອງ​ຈັກ​ນີ້​ມີ​ສຽງ​ດັງ​ໃນ​ລະ​ດັບ​ທີ່​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ເສຍ​ຫູ​ໄດ້​ຜ່ານ​ການ​ໄດ້​ຮັບ​ສຽງ​ເປັນ​ເວ​ລາ​ດົນ​ນານ.

ໃຫ້​ໃສ່ເຄື່ອງ​ປ້ອງ​ກັນ​ສຽງໃນ​ເວ​ລາ​ທີ່​ນຳ​ໃຊ້​ເຄື່ອງ​ຈັກນີ້.

artpending

ການເຕີມນໍ້າມັນເຊື້ອໄຟ

ອັນຕະລາຍ

ພາຍ​ໃຕ້ເງື່ອນໄຂສະເພາະໃດໜຶ່ງ, ນ້ຳມັນເຊື້ອໄຟໄວໄຟຫຼາຍ ແລະ ລະເບີດໄດ້ສູງ. ໄຟໄໝ້ ຫຼື ການລະເບີດຈາກນໍ້າມັນເຊື້ອໄຟສາມາດເຮັດໃຫ້ທ່ານ ແລະ ຄົນອື່ນໆຖືກ​ໄໝ້ ແລະ ສາມາດເຮັດໃຫ້ຊັບສິນເສຍຫາຍໄດ້.

  • ເຕີມນໍ້າມັນເຊື້ອໄຟຢູ່ຂ້າງນອກຢູ່ໃນບ່ອນທີ່ໂລ່ງແຈ້ງໃນ​ເວ​ລາ​ຈັກເຢັນ. ເຊັດນໍ້າມັນເຊື້ອໄຟທີ່ຮົ່ວກະ​ຈາຍ​ນັ້ນອອກ.

  • ຢ່າເຕີມ​ນ້ຳ​ມັນ​ເຊື້ອ​ໄຟ​ໃສ່​ຖັງ​ຢູ່​ພາຍ​ໃນ​ລົດ​ລາກ​ທີ່​ປິດ.

  • ຢ່າສູບຢາໃນເວລາຈັດການກັບນໍ້າມັນເຊື້ອໄຟ ແລະ ຢູ່ຫ່າງຈາກແປວໄຟທີ່ເປີດ ຫຼື ບ່ອນທີ່ຄວັນນ້ຳ​ມັນ​ເຊື້ອ​ໄຟອາດຈະ​ຕິດ​ໄຟຈາກປະກາຍໄຟ.

  • ເກັບຮັກສາໄວ້​ໃນ​ພາ​ຊະ​ນະ​ບັນ​ຈຸ​ທີ່​ໄດ້​ຮັບ​ອະ​ນຸ​ມັດ ແລະ ເກັບ​ມັນ​ໄວ້ຫ່າງ​ໄກ​ຈາກ​ເດັກນ້ອຍ. ຢ່າ​ຊື້​ນ້ຳ​ມັນ​ເຊື້ອ​ໄຟ​ໄວ້​ສະ​ໜອງຫຼາຍກວ່າ 30 ວັນ.

  • ຢ່າ​ໃຊ້​ງານ​ໂດຍ​ບໍ່​ມີ​ລະ​ບົບ​ອາຍ​ເສຍ​ຄົບ​ຖ້ວນ​ຢູ່​ກັບ​ທີ່ ແລະ ສະ​ພາບ​ການ​ເຮັດ​ວຽກ​ທີ່​ເໝາະ​ສົມ.

ອັນຕະລາຍ

ຢູ່​ໃນ​ສະ​ພາບ​ການ​ສະ​ເພາະ​ໃດ​ໜຶ່ງ​ໃນ​ລະ​ຫວ່າງ​ການ​ເຕີມ​ນ້ຳ​ມັນ​ເຊື້ອ​ໄຟ, ອາດ​ຈະ​ມີ​ການ​ປ່ອຍ​ໄຟ​ຟ້າ​ສະ​ຖິດ​ອອກ​ມາ, ເຊິ່ງ​ເຮັດ​ໃຫ້​ເກີດ​ປະ​ກາຍ​ໄຟ​ທີ່​ສາ​ມາດ​ຈຸດ​ໄໝ້​ອາຍ​ນ້ຳ​ມັນ​ເຊື້ອ​ໄຟ​ໄດ້. ໄຟໄໝ້ ຫຼື ການລະເບີດຈາກນໍ້າມັນເຊື້ອໄຟສາມາດເຮັດໃຫ້ທ່ານ ແລະ ຄົນອື່ນໆຖືກ​ໄໝ້ ແລະ ສາມາດເຮັດໃຫ້ຊັບສິນເສຍຫາຍໄດ້.

  • ໃຫ້​ວາງ​ພາ​ຊະ​ນະ​ບັນ​ຈຸ​ນ້ຳ​ມັນ​ເຊື້ອ​ໄຟ​ໄວ້​ໃນ​ພື້ນ​ຫ່າງ​ຈາກ​ພາ​ຫະ​ນະ​ຢູ່​ສະ​ເໝີ​ກ່ອນ​ການ​ເຕີມ.

  • ຢ່າ​ຕື່ມ​ນ້ຳ​ມັນ​ເຊື້ອ​ໄຟ​ໃສ່​ພາ​ຊະ​ນະ​ບັນ​ຈຸ​ນ້ຳ​ມັນ​ຢູ່​ພາຍ​ໃນ​ພາ​ຫະ​ນະ ຫຼື ຢູ່​ໃນ​ລົດ​ບັນ​ທຸກ ຫຼື ພື້ນລົດ​ລາກ, ເພາະ​ວ່າ​ຜ້າ​ພົມ​ດ້ານ​ໃນ ຫຼື ແຜ່ນ​ປູ​ພື້ນ​ລົດ​ບັນ​ທຸກ​ທີ່​ເປັນ​ປ​ລາ​ສ​ຕິກ​ອາດ​ຈະ​ຫຸ້ມ​ພາ​ຊະ​ນະ​ບັນ​ຈຸ ແລະ ເຮັດ​ໃຫ້​ການ​ເສຍ​ປະ​ຈຸ​ໄຟ​ຟ້າ​ສະ​ຖິດ​ໃດ​ໜຶ່ງ​ຊ້າ​ລົງ.

  • ໃນ​ເວ​ລາ​ດຳ​ເນີນ​ການ​ປະ​ຕິ​ບັດ, ເອົາ​ອຸ​ປະ​ກອນ​ອອກ​ໄປ​ຈາກ​ລົດ​ບັນ​ທຸກ ຫຼື ລົດ​ລາກ ແລະ ເຕີມ​ນ້ຳ​ມັນ​ໃສ່​ອຸ​ປະ​ກອນ​ຄືນ​ໃໝ່​ດ້ວຍ​ລໍ້​ຂອງ​ມັນ​ຢູ່​ໃນ​ພື້ນ​ດິນ.

  • ຖ້າ​ສະ​ພາບ​ການ​ນີ້​ບໍ່​ເປັນ​ໄປ​ໄດ້, ແມ່ນ​ໃຫ້​ເຕີມ​ນ້ຳ​ມັນ​ໃສ່​ອຸ​ປະ​ກອນ​ດັ່ງ​ກ່າວ​ຄືນ​ໃໝ່​ຢູ່​ໃນ​ລົດ​ບັນ​ທຸກ ຫຼື ລົດ​ລາກ​ຈາກ​ພາ​ຊະ​ນະ​ບັນ​ຈຸ​ທີ່​ຫິ້ວ​ໄປ​ໄດ້​ແທນ​ທີ່​ຈະ​ເຕີມ​ຈາກ​ຫົວ​ຈ່າຍ​ນ້ຳ​ມັນ​ເຊື້ອ​ໄຟ.

  • ຖ້າ​ທ່ານ​ຕ້ອງ​ໃຊ້​ຫົວ​ຈ່າຍ​ນ້ຳ​ມັນ​ເຊື້ອ​ໄຟ, ໃຫ້​ເອົາ​ຫົວ​ຈ່າຍ​ສຳ​ຜັດ​ກັບ​ຂອບ​ຂອງ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ ຫຼື ພາ​ຊະ​ນະ​ບັນ​ຈຸ​ທີ່​ເປີດ​ໄວ້​ຕະ​ຫຼອດ​ເວ​ລາ​ຈົນ​ກວ່າ​ການ​ເຕີມ​ນ້ຳ​ມັນ​ສຳ​ເລັດ.

ຄຳເຕືອນ

ນ້ຳ​ມັນ​ເຊື້ອ​ໄຟ​ມີ​ອັນ​ຕະ​ລາຍ ຫຼື ເປັນ​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ, ຖ້າ​ກືນເຂົ້າ​ໄປ. ການ​ຖືກ​ອາຍ​ນ້ຳ​ມັນ​ເຊື້ອ​ໄຟ​ເປັນ​ເວ​ລາ​ດົນ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສາ​ຫັດ ຫຼື ເຈັບ​ປ່ວຍ​ໄດ້.

  • ຫຼີກ​ເວັ້ນ​ການ​ສູດ​ດົມ​ເອົາ​ອາຍເປັນ​ເວ​ລາ​ດົນ​ນານ.

  • ໃຫ້​ຫັນ​ໜ້າ​ຂອງ​ທ່ານ​ອອກ​ຈາກ​ຫົວ​ສີດ ແລະ ຖັງນ້ຳມັນທີ່​ເປີດ​ຢູ່.

  • ເກັບນ້ຳ​ມັນ​ເຊື້ອ​ໄຟ​ໃຫ້​ຫ່າງ​ຈາກຕາ ແລະ ຜິວ​ໜັງ​ຂອງ​ທ່ານ.

ຂໍ້​ແນະ​ນຳນ້ຳ​ມັນເຊື້ອ​ໄຟ

  • ເພື່ອ​ໃຫ້​ໄດ້​ຜົນ​ດີ​ທີ່​ສຸດ, ໃຫ້​ໃຊ້​ແຕ່​ນ້ຳ​ມັນ​ແອັດ​ຊັງ​ທີ່​ສະ​ອາດ, ສົດ (ອາ​ຍຸ​ບໍ່​ເກີນ 30 ວັນ), ບໍ່​ມີ​ສານ​ຊືນ​ທີ່​ມີ​ອັດ​ຕາ​ອັອກເທນ 87 ຫຼື ສູງກວ່າ ((R+M)/2 ວິ​ທີ​ຄິດ​ໄລ່​ອັດ​ຕາ).

  • ເອ​ທານອ​ລ: ນ້ຳ​ມັນ​ແອັດ​ຊັງ​ທີ່​ມີ​ເອ​ທານອ​ລ​ສູງ​ເຖິງ 10% (ແກ໊ສ​ໂຊ​ຮອ​ລ) ຫຼື 15% MTBE (methyl tertiary butyl ether) ໂດຍ​ບໍ​ລິ​ມາດ​ແມ່ນຍອມ​ຮັບ​ໄດ້. ເອ​ທານອ​ລ ແລະ MTBE ແມ່ນ​ບໍ່​ຄື​ກັນ. ນ້ຳ​ມັນ​ແອັດ​ຊັງ​ທີ່​ມີ​ເອ​ທານອ​ລ (E15) 15% ໂດຍ​ບໍ​ລິ​ມາດ​ແມ່ນ​ບໍ່​ອະ​ນຸ​ມັດ​ໃຫ້​ນຳ​ໃຊ້. ຢ່າ​ໃຊ້​ນ້ຳ​ມັນ​ແອັດ​ຊັງ​ທີ່​ມີ​ເອ​ທານອ​ລຫຼາຍກວ່າ 10% ໂດຍ​ບໍ​ລິ​ມາດ, ເຊັ່ນ: E15 (ມີ​ເອ​ທານອ​ລ 15%), E20 (ມີ​ເອ​ທານອ​ລ 20%) ຫຼື E85 (ມີ​ເອ​ທານອ​ລສູງ​ເຖິງ 85%). ການ​ໃຊ້​ນ້ຳ​ມັນ​ແອັດ​ຊັງ​ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ມັດ​ອາດ​ຈະ​ເຮັດ​ໃຫ້​ເກີດ​ບັນ​ຫາ​ທາງ​ດ້ານ​ປະ​ສິດ​ທິ​ພາບ ແລະ/ຫຼື ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ເຄື່ອງ​ຈັກ, ເຊິ່ງ​ອາດ​ຈະ​ບໍ່ໄດ້​ຮັບ​ການ​ຄຸ້ມ​ຄອງ​ພາຍ​ໃຕ້​ການ​ຮັບ​ປະ​ກັນ.

  • ຢ່າໃຊ້​ນ້ຳ​ມັນ​ແອັດ​ຊັງ​ທີ່​ມີ​ເມ​ທານອ​ລ.

  • ຢ່າເກັບ​ຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟ​ໄວ້​ໃນ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ ຫຼື ໃນ​ພາ​ຊະ​ນະ​ບັນ​ຈຸ​ນ້ຳ​ມັນ​ເຊື້ອ​ໄຟ​ຕະ​ຫຼອດ​ລະ​ດູ​ໜາວ, ນອກ​ຈາກວ່າ​ທ່ານນຳ​ໃຊ້​ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ​ຂອງ​ນ້ຳ​ມັນ​ເຊື້ອ​ໄຟ.

  • ຢ່າເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່​ນ້ຳ​ມັນ​ແອັດ​ຊັງ.

ການ​ໃຊ້​ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບ

ໃຊ້​ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບຢູ່​ໃນ​ເຄື່ອງ​ຈັກ​ເພື່ອ​ໃຫ້​ເກີດ​ຜົນ​ປະ​ໂຫຍດ​ດັ່ງ​ຕໍ່​ໄປ​ນີ້:

  • ເກັບຮັກ​ສານ້ຳ​ມັນ​ເຊື້ອ​ໄຟໄວ້ໃຫ້​ສົດ​ໃນ​ລະ​ຫວ່າງ​ການ​ເກັບ​ຮັກ​ສາ 90 ວັນ ຫຼື ໜ້ອຍກວ່າ (ປ່ອຍ​ນ້ຳ​ມັນ​ອອກ​ຈາກ​ຖັງ​ເມື່ອ​ເກັບ​ຮັກ​ສາເຄື່ອງ​ຈັກ​ໄວ້ເປັນ​ເວ​ລາ​ຫຼາຍກວ່າ 90 ວັນ)

  • ອະ​ນາ​ໄມ​ເຄື່ອງ​ຈັກ​ໃນ​ຂະ​ນະ​ທີ່​ມັນ​ເດີນ​ຢູ່

  • ກຳ​ຈັດ​ການ​ສະ​ສົມ​ຂອງ​ນ້ຳ​ມັນ​ທາ​ເຫຼື້ອມ​ຄື​ກັບ​ໝາກ​ຝ​ຣັ່ງ​ຢູ່​ໃນ​ລະ​ບົບ​ນ້ຳ​ມັນ​ເຊື້ອ​ໄຟ, ເຊິ່ງ​ເປັນ​ສາ​ເຫດ​ຂອງ​ການ​ຕິດ​ຈັກ​ຍາກ

    Important: ຢ່າໃຊ້ສານ​ເຕີມ​ນ້ຳ​ມັນ​ເຊື້ອ​ໄຟທີ່​ມີ​ເມ​ທານອ​ລ ແລະ ເອ​ທານອ​ລ.

    ເຕີມຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບໃນ​ປະ​ລິ​ມານ​ທີ່​ຖືກ​ຕ້ອງ​ໃສ່​ນ້ຳ​ມັນ​ເຊື້ອ​ໄຟ.

    Note: ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບມີ​ປະ​ສິດ​ທິ​ພາບຫຼາຍ​ທີ່​ສຸດ​ເມື່ອ​ປະ​ສົມ​ກັບ​ນ້ຳ​ມັນ​ເຊື້ອ​ໄຟ​ສົດ. ເພື່ອ​ຫຼຸດ​ຜ່ອນ​ໂອ​ກາດ​ຂອງ​ການ​ເກີດ​ນ້ຳ​ມັນ​ທາ​ເຫຼື້ອມ​ສະ​ສົມ​ຢູ່​ໃນ​ລະ​ບົບ​ນ້ຳ​ມັນ​ເຊື້ອ​ໄຟ, ໃຊ້ຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນ​ເຊື້ອ​ໄຟ​ຕະ​ຫຼອດ​ເວ​ລາ.

ການເຕີມນໍ້າມັນເຊື້ອໄຟ

  1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ ແລະ ໃສ່ເບ​ຣກມື.

  2. ມອດຈັກ ແລະ ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງ.

  3. ທຳ​ຄວາມ​ສະ​ອາດ​ຮອບຝາປິດຖັງນໍ້າມັນເຊື້ອໄຟ ແລະ ເອົາ​ມັນ​ອອກ (ຮູບສະແດງ ).

    artpending
  4. ເຕີມ​ນ້ຳ​ມັນ​ເຊື້ອ​ໄຟໃສ່ຖັງປະ​ມານ 6 ເຖິງ 13 ມມ (¼ ເຖິງ ½ ນິ້ວ) ຢູ່ລຸ່ມຂອງຄໍທໍ່ເຕີມ.

    Important: ພື້ນທີ່ຫວ່າງນີ້ຢູ່ໃນຖັງປ່ອຍໃຫ້ນໍ້າມັນເຊື້ອໄຟຂະຫຍາຍຕົວໄດ້. ຢ່າ​ໃສ່ນໍ້າມັນເຊື້ອໄຟຈົນເຕັມຖັງ.

  5. ອັດຝາປິດຖັງນ້ຳ​ມັນ​ເຊື້ອ​ໄຟໃຫ້​ແໜ້ນ​ດີ.

  6. ເຊັດນ້ຳມັນເຊື້ອໄຟທີ່ຟົ້ງອອກ.

ການປະຕິບັດການບຳລຸງຮັກສາປະຈຳວັນ

ກ່ອນທີ່ຈະເລີ່ມໃຊ້ເຄື່ອງຈັກໃນແຕ່ລະມື້, ໃຫ້ປະຕິບັດຕາມແຕ່ລະຂັ້ນຕອນການນຳໃຊ້/ປະຈຳວັນທີ່ລະບຸໄວ້ໃນ .

ການຕິດຈັກ.

  1. ເຄື່ອນ​ວາວ​ນ້ຳ​ມັນ​ເຊື້ອ​ໄຟ​ໄປ​ທີ່​ຕຳ​ແໜ່ງເປີດ, ຕາມ​ທິດ​ທາງ​ໄປ​ເບື້ອງ​ຂວາ (ຮູບສະແດງ ).

    artpending
  2. ເຄື່ອນ​ຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກໄປ​ທີ່​ຕຳ​ແໜ່ງເປີດ (ຮູບສະແດງ ).

    Note: ຈັກ​ອຸ່ນ ຫຼື ຮ້ອນ​ອາດ​ຈະ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ເຄື່ອງ​ຄວບ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ).

  3. ເຄື່ອນຄັນເລັ່ງໄປທີ່ຕຳແໜ່ງບໍ່​ເລັ່ງ.

  4. ຈັບ​ຕົວ​ກັນ​ເພື່ອ​ຄວາມ​ປອດ​ໄພ​ມາ​ໃສ່​ກັບ​ມື​ຈັບ ແລະ​ຊຸກ​ມື​ຈັບ​ລົງ​ລຸ່ມ​ໃຫ້​ພຽງ​ພໍ​ເພື່ອ​ຍົກ​ລໍ້​ຕັດ​ອອກ​ຈາກ​ພື້ນ​ດິນ.

  5. ດຶງ​ມື​ຈັບ​ດຶງ​ຕິດ​ຈັກ​ຈົນ​ກວ່າ​ທ່ານ​ຮູ້​ສຶກ​ມີ​ແຮງ​ຕ້ານຄືນ, ຈາກ​ນັ້ນ​ດຶງ​ມື​ຈັບ​ຢ່າງ​ໄວ (ຮູບສະແດງ ). ປ່ອຍ​ມື​ຈັບ​ດຶງ​ຕິດ​ຈັກ​ຄືນ​ຢ່າງ​ນຸ່ມນວນ.

  6. ຫຼັງ​ຈາກ​ທີ່ຈັກ​ຕິດແລ້ວ, ເຄື່ອນຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ກັບໄປ​ທີ່​ຕຳ​ແໜ່ງປິດເທື່ອ​ລະ​ໜ້ອຍ. ຖ້າ​ຈັກ​ມອດ ຫຼື ຕິດ​ກະ​ຕຸກ​ກະ​ຕັກ, ເຄື່ອນຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ກັບໄປ​ທີ່​ຕຳ​ແໜ່ງເປີດອີກ​ຈົນ​ກວ່າຈັກ​ອຸ່ນ​ຂຶ້ນ. ຈາກ​ນັ້ນເຄື່ອນມັນໄປທີ່ຕຳແໜ່ງປິດ.

ການມອດຈັກ

  1. ເຄື່ອນຄັນເລັ່ງໄປທີ່ຕຳແໜ່ງບໍ່​ເລັ່ງ.

    Note: ຖ້າ​ຈັກ​ໄດ້​ເຮັດ​ວຽກ​ມາ​ໜັກ ຫຼື ຍັງ​ຮ້ອນ, ປ່ອຍ​ໃຫ້​ມັນ​ຕິດ​ຢູ່​ເປັນ​ເວ​ລາ​ໜຶ່ງ​ນາ​ທີ​ກ່ອນ​ທີ່​ຈະ​ປ່ອຍຕົວ​ກັນເພື່ອຄວາມ​ປອດ​ໄພ. ອັນ​ນີ້​ຊ່ວຍ​ໃຫ້​ຈັກ​ເຢັນ​ລົງ​ກ່ອນມອດ​ມັນ. ໃນ​ກໍ​ລະ​ນີ​ສຸກ​ເສີນ, ຈັກ​ອາດ​ຈະ​ມອດ​ທັນ​ທີ.

  2. ປ່ອຍ​ຕົວ​ກັນ​ເພື່ອ​ຄວາມ​ປອດ​ໄພ​ເພື່ອ​ມອດ​ຈັກ.

  3. ເຄື່ອນ​ວາວ​ນ້ຳ​ມັນ​ເຊື້ອ​ໄຟ​ໄປ​ທີ່​ຕຳ​ແໜ່ງປິດ, ຕາມ​ທິດ​ທາງ​ໄປ​ເບື້ອງຊ້າຍ.

ການ​ຕັດ​ຕໍ​ໄມ້

ອັນຕະລາຍ

ເຄື່ອງ​ຈັກນີ້ມີຄວາມສາມາດທີ່​ຈະຕັດມື ແລະ ຕີນໄດ້.

  • ໃຫ້​ໃສ່​ເກັບ​ກັນ​ມື່ນ​ທີ່​ແຂງ​ຢູ່​ສະ​ເໝີ.

  • ໃຫ້​ຢູ່​ໃນ​ຕຳ​ແໜ່ງ​ການ​ໃຊ້​ງານ​ໃນ​ຂະ​ນະ​ທີ່​ເຄື່ອງ​ຈັກ​ກຳ​ລັງ​ແລ່ນ ແລະ ໃຫ້​ຢູ່​ຫ່າງ​ຈາກ​ສ່ວນ​ເຄື່ອນ​ໄຫວ.

  • ກັນຜູ້ທີ່ຢືນ​ຢູ່​ໃກ້​ທຸກຄົນໃຫ້ຢູ່ບ່ອນ​ປອດ​ໄພຫ່າງໄກຈາກເຄື່ອງຈັກ.

  • ມອດ​ຈັກທັນ​ທີ, ຖ້າ​ມີ​ຄົນ ຫຼື ສັດເຂົ້າ​ໄປ​ໃນ​ພື້ນ​ທີ່ເຮັດ​ວຽກ.

ຄຳເຕືອນ

ການ​ຕັດ​ຕໍ​ໄມ້ເຮັດ​ໃຫ້​ມີ​ຂີ້​ໄມ້, ດິນ ແລະ ເສດ​ຂີ້​ເຫຍື້ອ​ອື່ນໆ​ຟົ້ງ​ຂຶ້ນ​ສູ່​ອາ​ກາດ, ເຊິ່ງ​ສາ​ມາດ​ເຮັດ​ໃຫ້​ທ່ານ ຫຼື ຜູ້​ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ​ໄດ້.

  • ໃຫ້​ໃສ່​ເຄື່ອງ​ປ້ອງ​ກັນ​ຕາ ແລະ ໂສ້ງ​ຂາ​ຍາວ​ຢູ່​ສະ​ເໝີ​ເມື່ອ​ໃຊ້ຈັກ​ຕັດ​ຕໍ​ໄມ້.

  • ກັນຜູ້ທີ່ຢືນຢູ່ໃກ້ທຸກ​ຄົນໃຫ້ຢູ່ບ່ອນ​ປອດ​ໄພຫ່າງໄກຈາກເຄື່ອງຕັດ​ຕໍ​ໄມ້.

ຄຳເຕືອນ

ເຄື່ອງ​ຕັດ​ຕໍ​ໄມ້​ມີ​ສຽງ​ດັງ​ຫຼາຍ​ເມື່ອ​ຕັດ​ຕໍ​ໄມ້ ແລະ ສາ​ມາດ​ເຮັດ​ໃຫ້​ຫູ​ຂອງ​ທ່ານ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

ໃຫ້​ໃສ່​ເຄື່ອງ​ປ້ອງ​ກັນສຽງຢູ່​ສະ​ເໝີ​ເມື່ອ​ໃຊ້ຈັກ​ຕັດ​ຕໍ​ໄມ້.

  1. ຕັ້ງ​ຄັນເລັ່ງ​ໄປ​ທີ່ຕຳ​ແໜ່ງບໍ່​ເລັ່ງ, ຕິດ​ຈັກ ແລະ ປ່ອຍ​ໃຫ້​ຈັກ​ອຸ່ນ​ເປັນ​ເວ​ລາ 2 ນາ​ທີ.

  2. ຊຸກ​ມື​ຈັບ​ລົງ​ໃຫ້​ພໍ​ເພື່ອ​ຍົກ​ລໍ້​ຕັດ​ຂຶ້ນ​ຈາກ​ພື້ນ​ດິນ (ຮູບສະແດງ ).

    artpending
  3. ເຄື່ອນເຄື່ອງຈັກໄປ​ດ້ານ​ໜ້າ​ຕໍ​ໄມ້ ແລະ ໃສ່ເບ​ຣກມື.

  4. ເຄື່ອນຄັນເລັ່ງຂຶ້ນໄປທີ່ຕຳແໜ່ງເລັ່ງ. ລໍ້ຕັດຈະ​ເລີ່ມໝູນ.

  5. ແກວ່ງ​ລໍ້ຕັດ​ໄປ​ດ້ານ​ໜຶ່ງ (ຮູບສະແດງ ), ຈາກ​ນັ້ນ​ປ່ອຍ​ມັນ​ຕ່ຳ​ລົງ​ປະ​ມານ 1 ຫາ 2.5 ຊມ (½ ຫາ 1 ນິ້ວ) ໄປ​ຫາ​ມູມ​ດ້ານ​ເທິງ​ສຸດ​ດ້ານ​ໜ້າ​ຂອງ​ຕໍ​ໄມ້.

    artpending
  6. ການ​ໃຊ້​ການ​ເຄື່ອນ​ທີ່​ແບບ​ເລືອ​ໄປ, ແກວ່ງ​ລໍ້​ຕັດ​ກັບ​ຄືນ​ໄປ​ມາ, ປ່ອຍ​ລໍ້​ຕັດ​ຕ່ຳ​ລົງ​ປະ​ມານ 1 ຫາ 2.5 ຊມ (½ ຫາ 1 ນິ້ວ) ກ່ອນ​ແຕ່​ລະ​ການເລືອ​ໄປ, ຈົນ​ກວ່າ​ທ່ານ​ເອົາ​ສ່ວນ​ດ້ານ​ໜ້າ​ຂອງ​ຕໍ​ໄປ​ອອກ​ໄປ​ສູ່​ລະ​ດັບ​ພື້ນ​ດິນ (A ຮອດ D ຢູ່​ໃນ ຮູບສະແດງ ).

  7. ຍົກ​ລໍ້​ຕັດ​ຂຶ້ນ, ປ່ອຍ​ເບ​ຣກ​ມື ແລະ ເຄື່ອນ​ເຄື່ອງ​ຈັກ​ໄປ​ທາງ​ໜ້າ​ສອງ​ສາມ​ຊັງ​ຕີ​ແມັດ (ນິ້ວ). ໃສ່​ເບ​ຣກມື.

  8. ເຮັດ​ຊ້ຳ​ຂັ້ນ​ຕອນ ແລະ ຈົນ​ກວ່າ​ທ່ານ​ເອົາ​ຕໍ​ໄມ້​ອອກ​ສຳ​ເລັດ (E ຮອດ H ຢູ່​ໃນ ຮູບສະແດງ ).

  9. ເຄື່ອນ​ຄັນ​ເລັ່ງ​ໄປ​ຕຳ​ແໜ່ງບໍ່​ເລັ່ງ, ຊຸກ​ມື​ຈັບ​ລົງ​ໃຫ້​ພໍ​ເພື່ອ​ຍົກ​ລໍ້​ຕັດ​ຂຶ້ນ​ຈາກ​ພື້ນ​ດິນ. ລໍ​ຖ້າ​ໃຫ້​ລໍ້​ຕັດ​ຢຸດ​ໝູນ, ຈາກ​ນັ້ນ​ປ່ອຍ​ເບ​ຣກ​ມື ແລະ ດຶງ​ເຄື່ອງ​ຈັກ​ອອກ​ໄປ​ຈາກ​ຕໍ​ໄມ້.

    Note: ຢ່າ​ປ່ອຍ​ໃຫ້ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກສຳ​ຜັດ​ກັບ​ພື້ນ​ດິນ​ຈົນ​ກວ່າ​ລໍ້​ຕັດ​ຢຸດ​ການ​ປີ້ນ​ຄືນ.

  10. ມອດຈັກ; ໃຫ້​ເບິ່ງ .

ການ​ຍົກ​ເຄື່ອງ​ຈັກ

ໃຊ້​ມື​ຈັບ​ທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ ເປັນ​ຈຸດ​ຍົກ.

artpending

ການບຳລຸງຮັກສາ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແຫນ່ງການ​ໃຊ້​ງານປົກກະຕິ.

Important: ທ່ານ​ສາ​ມາດ​ອຽງ​ເຄື່ອງ​ຈັກ​ຄືນ​ທາງ​ຫຼັງ ຫຼື ໃນ​ດ້ານ​ຂ້າງ​ຂອງ​ມັນ​ເພື່ອ​ທຳ​ຄວາມ​ສະ​ອາດ ຫຼື ບຳ​ລຸງ​ຮັກ​ສາ​ມັນ, ແຕ່​ບໍ່​ດົນ​ກວ່າ 2 ນາ​ທີ. ຖ້າ​ທ່ານ​ໃຫ້​ເຄື່ອງ​ຈັກ​ຢູ່​ໃນ​ຕຳ​ແໜ່ງ​ນີ້​ເປັນ​ເວ​ລາ​ດົນ​ນານ, ນ້ຳ​ມັນ​ເຊື້ອ​ໄຟ​ສາ​ມາດ​ໄຫຼ​ໄປ​ສູ່​ອ່າງເພົາ​ຂໍ້​ຫວ່ຽງ ແລະ ເຮັດ​ໃຫ້​ຈັກ​ເປ່ເພ​ໄດ້. ຖ້າ​ເກີດ​ອັນ​ນີ້​ຂຶ້ນ, ໃຫ້​ປ່ຽນ​ນ້ຳ​ມັນ​ເຄື່ອງ​ຈັກເປັນ​ກໍ​ລະ​ນີ​ພິ​ເສດ. ຈາກ​ນັ້ນ​ປີ້ນ​ເຄື່ອງ​ຈັກ​ຜ່ານ​ການ​ໝູນ​ຮອບ​ສອງ​ສາມ​ຄັ້ງ​ດ້ວຍ​ມື​ຈັບ​ຕິດ​ຕົວ​ຕິດ​ຈັກ​ກ່ອນ​ຈະ​ຕິດ​ຈັກ​ອີກ.

ຕາຕະລາງການບຳລຸງຮັກສາທີ່ແນະນຳ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ຫລັງຈາກ 20 ຊົ່ວໂມງທໍາອິດ
  • ປ່ຽນນໍ້າມັນເຄື່ອງຈັກ.
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ການ​ໃສ່​ນ້ຳ​ມັນ​ກະ​ແລັດ​ເຄື່ອງ​ຈັກ.
  • ກວດ​ກາໝໍ້ກອງ​ອາ​ກາດ(ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນ).
  • ກວດເບິ່ງລະດັບນໍ້າມັນເຄື່ອງຈັກ.
  • ທຳ​ຄວາມ​ສະ​ອາດ​ຕະ​ແກງຈັກ.
  • ກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານເພົາ​ຂັບ​ເຄື່ອນ.
  • ກວດ​ເບິ່ງ​ສະ​ພາບ​ຂອງ​ແຂ້ວ; ໝູນ ຫຼື ປ່ຽນ​ແຂ້ວ​ໃດ​ໜຶ່ງ​ທີ່​ຫ້ຽນ ຫຼື ເປ່​ເພ ແລະ ບິດ​ນັອດ​ສຳ​ລັບ​ແຂ້ວ​ທຸກ​ອັນ.
  • ເອົາ​ເສດ​ຂີ້​ເຫຍື້ອ​ອອກ​ຈາກ​ເຄື່ອງ​ຈັກ.
  • ທຸກໆ 50 ຊົ່ວໂມງ
  • ການບຳ​ລຸງ​ຮັກ​ສາໝໍ້ກອງອາກາດ(ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນ).
  • ທຸກໆ 100 ຊົ່ວໂມງ
  • ປ່ຽນນໍ້າມັນເຄື່ອງຈັກ.
  • ກວດ​ເບິ່ງ​ຫົວ​ທຽນ.
  • ທຳ​ຄວາມ​ສະ​ອາດຖ້ວຍ​ເກັບ​ຕະ​ກອນ.
  • ປ່ຽນສາຍພານຂັບເຄື່ອນ.
  • ທຸກໆ 300 ຊົ່ວໂມງ
  • ປ່ຽນ​ຫົວ​ທຽນ.
  • ທຸກໆ 600 ຊົ່ວໂມງ
  • ປ່ຽນໝໍ້ກອງ​ອາ​ກາດ.
  • ປະຈໍາປີ ຫຼື ກ່ອນການເກັບຮັກສາ
  • ປ່ຽນນໍ້າມັນເຄື່ອງຈັກ.
  • ທຳ​ຄວາມ​ສະ​ອາດຖ້ວຍ​ເກັບ​ຕະ​ກອນ.
  • Important: ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂັ້ນຕອນການບຳລຸງຮັກສາເພີ່ມເຕີມ.

    ການຫລໍ່ມື່ນ

    ການ​ໃສ່​ນ້ຳ​ມັນ​ກະ​ແລັດ​ເຄື່ອງ​ຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ການ​ໃສ່​ນ້ຳ​ມັນ​ກະ​ແລັດ​ເຄື່ອງ​ຈັກ.
  • ປະ​ເພດ​ຂອງ​ນ້ຳ​ມັນ​ກະ​ແລັດ: ນ້ຳ​ມັນ​ກະ​ແລັດ​ເພື່ອ​ຈຸດ​ປະ​ສົງ​ທົ່ວ​ໄປ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ ແລະ ໃສ່ເບ​ຣກມື.

    2. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ.

    3. ທຳ​ຄວາມ​ສະ​ອາດຊິ້ນ​ສ່ວນ​ນ້ຳ​ມັນ​ກະ​ແລັດດ້ວຍ​ຜ້າເຊັດ.

    4. ຕໍ່ປືນ​ສີດ​ກະ​ແລັດ​ໃສ່​ແຕ່​ລະ​ສ່ວນ​ປະ​ກອບ.

    5. ໃສ່​ນ້ຳ​ມັນ​ຫຼໍ່​ລື່ນ 2 ສ່ວນ​ປະ​ກອບ, 1 ອັນ​ຢູ່​ໃນ​ແຕ່​ລະ​ປອກ​ລູກ​ບີ່ລໍ້​ຕັດ.

    6. ໂປ່ມ​ກະ​ແລັດ​ເຂົ້າ​ໄປ​ໃນ​ສ່ວນ​ປະ​ກອບ​ຈົນ​ກວ່າ​ກະ​ແລັດ​ເລີ່ມ​ໄຫຼ​ອອກ​ຈາກ​ປອກ​ລູກ​ປືນ (ໂດຍ​ການ​ໂປ່ມ​ປະ​ມານ 3 ບາດ).

      Important: ໂປ່ມ​ກະ​ແລັດ​ເຂົ້າ​ໄປ​ຊ້າໆ ແລະ ລະ​ມັດ​ລະ​ວັງ​ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ຕໍ່​ກັນ​ຊຶມ​ປອກ​ລູກ​ປືນ.

    7. ເຊັດ​ນ້ຳ​ມັນ​ກະ​ແລັດ​ເຫຼືອ​ອອກ​ຈາກ​ສ່ວນ​ບໍ​ລິ​ເວນ​ສ່ວນ​ປະ​ກອບ ແລະ ປອກ​ລູກ​ປືນ.

      artpending

    ການບຳລຸງຮັກສາເຄື່ອງຈັກ

    ການບຳ​ລຸງ​ຮັກ​ສາເຕົ້າກອງອາກາດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ກາໝໍ້ກອງ​ອາ​ກາດ(ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນ).
  • ທຸກໆ 50 ຊົ່ວໂມງ
  • ການບຳ​ລຸງ​ຮັກ​ສາໝໍ້ກອງອາກາດ(ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນ).
  • ທຸກໆ 600 ຊົ່ວໂມງ
  • ປ່ຽນໝໍ້ກອງ​ອາ​ກາດ.
  • ໝໍ້ກອງ​ອາ​ກາດໄຊ​ຄະ​ໂລນເກັບ​ສະ​ສົມ​ອາ​ນຸ​ພາກ​ສິ່ງ​ປົນ​ເປື້ອນ​ໃຫຍ່​ທີ່​ສຸດ, ເຊິ່ງ​ເກັບ​ສະ​ສົມ​ຢູ່​ໃນ​ພາ​ຊະ​ນະ​ບັນ​ຈຸ. ເມື່ອ​ທ່ານ​ສາ​ມາດ​ເຫັນ​ຊັ້ນ​ຂອງ​ດິນຕິດຢູ່​ພື້ນ​ຂອງ​ພາ​ຊະ​ນະ​ບັນ​ຈຸ, ທຳ​ຄວາມ​ສະ​ອາດ​ເຕົ້າ​ໄຊ​ຄະ​ໂລນ, ຊ່ອງອາ​ກາດ ແລະ ຕະ​ແກງກອງ​ອາ​ກາດ​ເຂົ້າ.

    ການບຳ​ລຸງ​ຮັກ​ສາເຕົ້າໄຊ​ຄະ​ໂລນ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ ແລະ ໃສ່ເບ​ຣກມື.

    2. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ.

    3. ເອົາ​ນັອດ​ກຽວ 3 ນັອດ​ຈັບ​ເຕົ້າ​ໄຊ​ຄະ​ໂລນ​ໃສ່​ຝາ​ປົກ​ໝໍ້​ກອງ​ອາ​ກາດ​ອອກ.

    4. ເອົາ​ເຕົ້າ​ທີ່​ມີ​ຕະ​ແກງກອງ​ອາ​ກາດ​ເຂົ້າ​ອອກ ແລະ ເອົາ​ຊ່ອງ​ອາ​ກາດ​ອອກ.

      artpending
    5. ທຳ​ຄວາມ​ສະ​ອາດ​ສ່ວນ​ປະ​ກອບ​ດ້ວຍ​ນ້ຳ, ນ້ຳ​ຢາ​ຊັກ​ລ້າງ ແລະ ແປງ​ຂັດ, ຈາກ​ນັ້ນເປົ່າ​ແຫ້ງ​ສ່ວນ​ປະ​ກອບ​ຢ່າງ​ລະ​ມັດ​ລະ​ວັງ.

    6. ເອົາ​ຊ່ອງ​ອາ​ກາດ​ໃສ່​ໃນ​ເຕົ້າ​ໄຊ​ຄະ​ໂລນ.

    7. ໃສ່​ເຕົ້າ​ໄຊ​ຄະ​ໂລນ​ເຂົ້າ​ໄປ​ໃນ​ຕຳ​ແໜ່ງ ແລະ ເຮັດ​ໃຫ້​ແນ່​ໃຈ​ວ່າ​ມັນ​ເຂົ້າໃນ​ສ່ວນ​ເທິງ​ໄດ້​ພໍ​ດີ.

      Important: ຢ່າ​ໃຊ້​ແຮງ, ຈັດ​ວາງ​ມັນ​ຢູ່​ກັບ​ທີ່​ກ່ອນ​ຮັດ​ນັອດ​ກຽວໃຫ້​ແໜ້ນ.

    8. ຍຶດ​ເຕົ້າ​ໄຊ​ຄະ​ໂລນ​ດ້ວຍ​ການ​ໃຊ້​ນັອດ​ກຽວ 3 ນັອດ.

    ການ​ບຳ​ລຸງ​ຮັກ​ສາຕົວ​ເຕົ້າ​ກອງ​ອາ​ກາດ

    ເອົາ​ຕົວໂຟມ ແລະ ເຈ້ຍ​ອອກ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ ແລະ ໃສ່ເບ​ຣກມື.

    2. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ.

    3. ເອົາ​ນັອດ​ປີກຕົວ​ແມ່​ອອກ ແລະ ຍົກ​ຝາ​ປົກໝໍ້​ກອງ​ອາ​ກາດ​ທີ່​ມີ​ອັນ​ປົກ​ໝໍ້​ກອງ​ອາ​ກາດ​ອອກ (ຮູບສະແດງ ).

      artpending
    4. ເອົາ​ຕົວ​ໂຟມ​ອອກ (ຮູບສະແດງ ).

    5. ເອົາ​ນັອດ​ປີກຕົວ​ແມ່​ຢູ່​ດ້ານ​ເທິງ​ຂອງ​ຕົວ​ເຈ້ຍອອກ ແລະ ເອົາ​ຕົວ​ເຈ້ຍອອກ (ຮູບສະແດງ ).

    ການ​ບຳ​ລຸງ​ຮັກ​ສາຕົວ​ເຕົ້າ​ກອງ​ອາ​ກາດໂຟມ

    1. ລ້າງ​ຕົວ​ໂຟມ​ດ້ວຍ​ການ​ໃຊ້ນ້ຳ​ຢາ​ຊັກ​ລ້າງອ່ອນໆ ແລະ ນ້ຳ.

    2. ບີບ​ມັນ​ໃຫ້​ແຫ້ງ​ດ້ວຍ​ຜ້າ​ສະ​ອາດ.

    3. ແຊ່​ມັນ​ດ້ວຍນໍ້າມັນເຄື່ອງຈັກໃໝ່.

    4. ບີບ​ນ້ຳ​ມັນ​ເຄື່ອງ​ທີ່​ເຫຼືອ​ອອກ​ຈາກຕົວ​ໂຟມຢູ່​ໃນ​ຜ້າ​ດູດ​ຊັບ.

    ການ​ບຳ​ລຸງ​ຮັກ​ສາຕົວ​ເຕົ້າ​ກອງ​ອາ​ກາດເຈ້ຍ

    1. ທຳ​ຄວາມ​ສະ​ອາດຕົວ​ເຈ້ຍ​ໂດຍ​ການ​ແຕະ​ມັນ​ເບົາໆເພື່ອ​ເອົາຂີ້​ຝຸ່ນ​ອອກ. ຖ້າ​ມັນ​ເປື້ອນ​ຫຼາຍ, ໃຫ້​ປ່ຽນ​ຕົວ​ເຈ້ຍ​ໃໝ່ (ຮູບສະແດງ ).

    2. ກວດ​ກາ​ເບິ່ງ​ຕົວ​ເຈ້ຍ​ວ່າ​ມີ​ການ​ຈີກ​ຂາດ, ຟີມ​ມີ​ນ້ຳ​ມັນ ຫຼື ຄວາມ​ເສຍ​ຫາຍ​ຕໍ່​ຢາງ​ກັນ​ຊຶມ.

    3. ປ່ຽນຕົວເຈ້ຍ, ຖ້າມັນເສຍຫາຍ.

      Important: ຢ່າ​ທຳ​ຄວາມສະ​ອາດຕົວ​ກັ່ນ​ຕອງ​ເຈ້ຍ.

    ການ​ຕິດ​ຕັ້ງຕົວ​ໂຟມ ແລະ ເຈ້ຍ

    1. ຕິດ​ຕົວ​ເຈ້ຍ​ຢູ່​ໃນ​ເຕົ້າ​ໝໍ້​ກອງ​ອາ​ກາດ ແລະ ຍຶດມັນ​ດ້ວຍ​ນັອດ​ປີກ​ຕົວ​ແມ່.

    2. ວາງ​ຕຳ​ແໜ່ງ​ຕົວ​ໂຟມ​ຢູ່​ເທິງ​ຕົວ​ເຈ້ຍ.

    3. ຕິດ​ຕັ້ງຝາ​ປົກ​ໝໍ້​ກອງ​ອາ​ກາດ ແລະ ຍຶດພວກ​ມັນ​ດ້ວຍນັອດປີກ​ຕົວ​ແມ່.

    ການບຳລຸງຮັກ​ສານ້ຳ​ມັນເຄື່ອງຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 20 ຊົ່ວໂມງທໍາອິດ
  • ປ່ຽນນໍ້າມັນເຄື່ອງຈັກ.
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນໍ້າມັນເຄື່ອງຈັກ.
  • ທຸກໆ 100 ຊົ່ວໂມງ
  • ປ່ຽນນໍ້າມັນເຄື່ອງຈັກ.
  • ປະຈໍາປີ ຫຼື ກ່ອນການເກັບຮັກສາ
  • ປ່ຽນນໍ້າມັນເຄື່ອງຈັກ.
  • ຂໍ້​ກຳ​ນົດ​ສະ​ເພາະ​ຂອງ​ນ້ຳ​ມັນ​ເຄື່ອງ​ຈັກ

    Note: ປ່ຽນ​ນ້ຳ​ມັນ​ເຄື່ອງເລື້ອຍໆເມື່ອສະພາບການໃຊ້ງານມີຂີ້ຝຸ່ນ ແລະ ເປື້ອນທີ່ສຸດ.

    ປະ​ເພດ​ນ້ຳ​ມັນ​ເຄື່ອງ: ນ້ຳ​ມັນ​ເຄື່ອງມີ​ສານ​ຊັກ​ລ້າງ​ທີ່​ມີບໍ​ລິ​ການບຳ​ລຸງ​ຮັກ​ສາ API ຂອງ SJ ຫຼື ສູງກວ່າ.

    ຄວາມ​ຈຸ​ອ່າງ​ເພົາ​ຂໍ້​ຫວ່ຽງ: 1.1 ລິດ (1.2 ແກນ​ລອນ​ສະ​ຫະ​ລັດ)

    ຄວາມ​ໜຽວ: ໃຫ້​ເບິ່ງ​ຮູບ​ຢູ່​ລຸ່ມ​ນີ້.

    artpending

    ການກວດເບິ່ງລະດັບນ້ຳມັນເຄື່ອງຈັກ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ ແລະ ໃສ່ເບ​ຣກມື.

    2. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ.

    3. ກວດ​ເບິ່ງ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຈັກ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    artpendingartpending

    ການປ່ຽນນ້ຳ​ມັນເຄື່ອງຈັກ

    1. ຕິດຈັກ ແລະ ປ່ອຍ​ໃຫ້ມັນຕິດ​ຢູ່​ເປັນ​ເວ​ລາປະມານ 5 ນາທີ.

      Note: ອັນ​ນີ້​ແມ່ນ​ອຸ່ນ​ນ້ຳ​ມັນ​ເຄື່ອງ​ເພື່ອ​ໃຫ້​ມັນ​ລະ​ບາຍ​ໄດ້​ດີກວ່າ.

    2. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ ແລະ ໃສ່ເບ​ຣກມື.

    3. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ.

    4. ປ່ຽນນ້ຳມັນເຄື່ອງດັ່ງສະ​ແດງ​ຢູ່​ໃນ (ຮູບສະແດງ ).

      artpendingartpending
    5. ຖອກ​ນ້ຳ​ມັນ​ເຄື່ອງ​ທີ່​ລະ​ບຸ​ໃຫ້ປະ​ມານ 80% ຊ້າໆ​ລົງ​ໃສ່​ທໍ່​ໝໍ້​ກອງ ແລະ ເຕີມ​ນ້ຳ​ມັນ​ເຄື່ອງ​ເພີ່ມ​ເຕີມ​ຊ້າໆ​ໃສ່​ເພື່ອ​ໃຫ້​ມັນ​ມາ​ເຖິງ​ຂີດ​ໝາຍເຕັມ (ຮູບສະແດງ ).

      artpending
    6. ກຳ​ຈັດນ້ຳ​ມັນ​ເຄື່ອງ​ໃຊ້​ແລ້ວ​ຢູ່​ທີ່​ສູນ​ນຳ​ກັບ​ຄືນ​ມາ​ໃຊ້​ໃໝ່.

    ການບຳລຸງຮັກ​ສາຫົວ​ທຽນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 100 ຊົ່ວໂມງ
  • ກວດ​ເບິ່ງ​ຫົວ​ທຽນ.
  • ທຸກໆ 300 ຊົ່ວໂມງ
  • ປ່ຽນ​ຫົວ​ທຽນ.
  • ໃຫ້​ແນ່​ໃຈ​ວ່າ​ຊ່ອງ​ຫວ່າງ​ອາ​ກາດ​ລະ​ຫວ່າງ​ຂົ້ວ​ໄຟ​ຟ້າ​ໃຈກາງ ແລະ ດ້ານ​ຂ້າງ​ຖືກ​ຕ້ອງ​ກ່ອນ​ຕິດ​ຕັ້ງ​ຫົວ​ທຽນ. ໃຊ້​ກະ​ແຈ​ບິດ​ຫົວ​ທຽນ​ເພື່ອ​ເອົາ​ຫົວ​ທຽນ​ອອກ ແລະ ຕິດ​ຕັ້ງ​ຫົວ​ທຽນ​ຄືນ ແລະ ເຄື່ອງ​ມື​ປັບ​ຊ່ອງ​ຫວ່າງ/ເຄື່ອງ​ແທກ​ຄວາມ​ຮູ້​ສຶກ​ເພື່ອກວດ​ເບິ່ງ ແລະ ປັບ​ຊ່ອງ​ຫວ່າງ​ອາ​ກາດ. ຕິດ​ຕັ້ງ​ຫົວ​ທຽນ​ໃໝ່, ຖ້າ​ຈຳ​ເປັນ.

    ປະ​ເພດ: BPR6ES (NKG) ຫຼື ທຽບ​ເທົ່າ

    ຊ່ອງ​ຫວ່າງ​ອາ​ກາດ: 0.70 ຫາ 0.80 ມມ (0.28 ຫາ 0.031 ນິ້ວ)

    ການເອົາຫົວ​ທຽນອອກ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ ແລະ ໃສ່ເບ​ຣກມື.

    2. ມອດ​ຈັກ, ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ ແລະ ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງ.

    3. ຊອກ​ຫາ ແລະ ເອົາ​ຫົວ​ທຽນ​ອອກ (ຮູບສະແດງ ).

      artpendingartpending

    ການກວດ​ເບິ່ງຫົວ​ທຽນ

    Important: ຢ່າ​ທຳ​ຄວາມສະ​ອາດ​ຫົວ​ທຽນ. ໃຫ້​ປ່ຽນ​ຫົວ​ທຽນ​ສະ​ເໝີ​ເມື່ອ​ມັນ​ມີ: ສີ​ເຄືອບດຳ; ຂົ້ວ​ໄຟ​ຟ້າ​ຈີກ​ຂາດ, ຟີມ​ມີ​ນ້ຳ​ມັນ ຫຼື ມີ​ຮອຍ​ແຕກ.

    ຖ້າ​ທ່ານ​ເຫັນ​ສີ​ນ້ຳ​ຕານ​ອ່ອນ ຫຼື ສີ​ເທົາ​ຢູ່​ໃນ​ສະ​ນວນ​ຫຸ້ມ, ເຄື່ອງ​ຈັກ​ໃຊ້​ງານ​ໄດ້​ຢ່າງ​ຖືກ​ຕ້ອງ. ສີ​ເຄືອບ​ດຳ​ຢູ່​ໃນ​ສະ​ນວນ​ຫຸ້ມໂດຍປົກ​ກະ​ຕິ​ໝາຍເຖິງ​ໝໍ້​ກອງ​ອາ​ກາດ​ເປື້ອນ.

    ຕັ້ງຊ່ອງ​ຫວ່າງເປັນ 0.70 ຫາ 0.80 ມມ (0.28 ຫາ 0.031 ນິ້ວ).

    artpending

    ການຕິດ​ຕັ້ງຫົວ​ທຽນ

    artpending

    ການບຳລຸງຮັກສາລະບົບນໍ້າມັນເຊື້ອໄຟ

    ການ​ທຳ​ຄວາມ​ສະ​ອາດຖ້ວຍ​ເກັບ​ຕະ​ກອນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 100 ຊົ່ວໂມງ
  • ທຳ​ຄວາມ​ສະ​ອາດຖ້ວຍ​ເກັບ​ຕະ​ກອນ.
  • ປະຈໍາປີ ຫຼື ກ່ອນການເກັບຮັກສາ
  • ທຳ​ຄວາມ​ສະ​ອາດຖ້ວຍ​ເກັບ​ຕະ​ກອນ.
  • ຢູ່​ກ້ອງວາວ​ນ້ຳ​ມັນ​ເຊື້ອ​ໄຟ​ແມ່ນ​ຖ້ວຍ​ເກັບ​ຕະ​ກອນ​ເພື່ອ​ຈັບ​ເອົາ​ດິນ​ຕິດ​ຢູ່​ໃນ​ນ້ຳ​ມັນ​ເຊື້ອ​ໄຟ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ ແລະ ໃສ່ເບ​ຣກມື.

    2. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ.

    3. ເຄື່ອນ​ວາວ​ນ້ຳ​ມັນ​ເຊື້ອ​ໄຟ​ໄປ​ທີ່​ຕຳ​ແໜ່ງປິດ, ຕາມ​ທິດ​ທາງ​ໄປ​ເບື້ອງຊ້າຍ.

    4. ມາຍ​ນັອດ​ກຽວ​ຖ້ວຍ​ເກັບ​ຕະ​ກອນ (ຮູບສະແດງ ).

      artpending
    5. ທຳ​ຄວາມ​ສະ​ອາດ​ທ້ອງ​ອ່າງ ແລະ ແຫວນ​ຮູ​ບ​ຕົວ O ດ້ວຍ​ການ​ໃຊ້​ນ້ຳ​ຢາ​ທຳ​ຄວາມ​ສະ​ອາດ ແລະ ເຮັດ​ໃຫ້​ແຫ້ງ​ຢ່າງ​ລະ​ມັດ​ລະ​ວັງ.

      Note: ໃຫ້​ແນ່​ໃຈເພື່ອ​ບໍ່​ໃຫ້​ໃສ່​ແຫວນ​ຮູບ​ຕົວ O ຜິດ​ບ່ອນ.

    6. ວາງ​ແຫວນ​ຮູບ​ຕົວ O ລົງ​ໃນ​ຮ່ອງຂອງ​ຖ້ວຍ​ເກັບ ແລະ ປ່ຽນ​ຖ້ວຍ​ເກັບ​ຕະ​ກອນ.

    7. ບິດວາວ​ນ້ຳ​ມັນ​ເຊື້ອ​ໄຟ​ໄປ​ທີ່​ຕຳ​ແໜ່ງເປີດ, ຕາມ​ທິດ​ທາງ​ໄປ​ເບື້ອງ​ຂວາ ແລະ ກວດ​ເບິ່ງ​ການ​ຮົ່ວ​ໄຫຼ.

      Note: ຖ້າ​ມັນຮົ່ວ, ໃຫ້​ປ່ຽນແຫວນ​ຮູບ​ຕົວ O.

    ການບຳລຸງຮັກສາລະບົບເຮັດຄວາມເຢັນ

    ການ​ທຳ​ຄວາມ​ສະ​ອາດ​ຕະ​ແກງ​ຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ທຳ​ຄວາມ​ສະ​ອາດ​ຕະ​ແກງຈັກ.
  • ກ່ອນ​ການ​ນຳ​ໃຊ້​ແຕ່​ລະ​ຄັ້ງ, ເອົາ​ຫຍ້າ, ດິນຕິດ ຫຼື ເສດ​ຂີ້​ເຫຍື້ອ​ອື່ນໆ​ທີ່​ຕິດ​ສະ​ສົມ​ຢູ່​ນັ້ນ​ອອກ​ຈາກ​ຕະ​ແກງ​ຈັກ. ນີ້ຊ່ວຍ​ຮັບ​ປະ​ກັນ​ການ​ເຢັນ​ລົງ​ທີ່​ພຽງ​ພໍ ແລະ ເຮັດ​ໃຫ້​ຄວາມ​ໄວ​ຈັກ​ຖືກ​ຕ້ອງ ແລະ ຫຼຸດ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ຮ້ອນ​ຫຼາຍ ແລະ ຄວາມ​ເປ່​ເພ​ທາງ​ດ້ານ​ກົນ​ຈັກ​ຕໍ່​ຈັກ.

    artpending

    ການບຳລຸງຮັກສາເບກ

    ການປັບເບ​ຣກມື

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ ແລະ ໃສ່ເບ​ຣກມື.

    2. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ.

    3. ມາຍນັອດກຽວ​ທີ່ຕັ້ງ​ໄວ້ຢູ່​ດ້ານ​ຂ້າງ​ຂອງ​ລູກ​ບິດ​ຄັນ​ເບ​ຣກ. ບິດ​ປຸ່ມ​ໄປ​ຕາມ​ທິດ​ເຂັມ​ໂມງ​ເພື່ອ​ຮັດ​ເບ​ຣກ​ໃຫ້​ແໜ້ນ, ບິດ​ປຸ່ມ​ຕາມ​ທິດ​ທວນ​ເຂັມ​ໂມງ​ເພື່ອ​ມາຍ​ເບ​ຣກ​ໃຫ້​ຫຼວມ.

      Note: ລໍ້​ເບື້ອງ​ຊາຍ​ຈະ​ລັອກ​ເລີຍ​ເມື່ອ​ທ່ານ​ໃສ່​ເບ​ຣກ.

    4. ຫັນນັອດກຽວ​ທີ່​ຕັ້ງ​ໄວ້ໃຫ້ແໜ້ນ.

    ການບຳລຸງຮັກສາສາຍພານ

    ການ​ປັບຄວາມ​ເຄັ່ງ​ສາຍ​ພານເພົາ​ຂັບ​ເຄື່ອນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານເພົາ​ຂັບ​ເຄື່ອນ.
  • Note: ກວດ​ເບິ່ງ​ສາຍ​ພານ​ຂັບ​ເຄື່ອນ​ຜ່ານ​ຊ່ອງ​ຢູ່​ດ້ານ​ເທິງ​ຂອງ​ຝາ​ປົກ​ສາຍ​ພານ. ປັບ​ຕາມ​ທີ່​ຕ້ອງ​ການ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ ແລະ ໃສ່ເບ​ຣກມື.

    2. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ.

    3. ມາຍ​ນັອດ​ຕົວ​ຜູ້ 2 ນັອດທີ່ຍຶດ​ເກາະ​ປ້ອງ​ກັນ​ສາຍ​ພານ​ໃສ່​ເຄື່ອງ​ຈັກ​ຈົນ​ກວ່າ​ທ່ານ​ສາ​ມາດ​ເອົາ​ເກາະ​ປ້ອງ​ກັນ​ສາຍ​ພານ​ອອກ​ໄດ້ (ຮູບສະແດງ ).

      Note: ນັອດ​ຕົວ​ຜູ້ ແລະ ແຫວນ​ຮອງ​ຈະ​ຍັງ​ຄົງ​ຕິດ​ໃສ່​ກັບ​ເກາະ​ປ້ອງ​ກັນ​ສາຍ​ພານ.

      artpending
    4. ເອົາ​ເກາະ​ປ້ອງ​ກັນ​ສາຍ​ພານ​ອອກ (ຮູບສະແດງ ).

    5. ມາຍ​ນັອດ​ຕົວ​ຜູ້​ຕິດ​ແຜ່ນ​ຈັກ 4 ອັນ ແລະ ນັອດ​ຕົວ​ຜູ້ 2 ອັນ​ຍຶດ​ດ້ານ​ຫຼັງ​ຂອງ​ເກາະ​ປ້ອງ​ກັນ​ສາຍ​ພານ​ໃສ່​ຈັກ (ຮູບສະແດງ ແລະ ຮູບສະແດງ ).

      artpending
    6. ມາຍ​ນັອດ​ຕົວ​ຜູ້​ເຄັ່ງ​ສາຍ​ພານ ແລະ ນັອດຊ້ອນສອງ. ເລື່ອນ​ຈັກ​ໄປ​ຍັງ​ເຕົ້າ​ລໍ້ລອຍເພື່ອ​ມາຍ​ສາຍ​ພານ (ຮູບສະແດງ ).

      artpending
    7. ປັບຄວາມ​ເຄັ່ງ​ສາຍ​ພານເພົາ​ຂັບ​ເຄື່ອນໂດຍ​ການ​ຮັດ​ນັອດ​ຕົວຜູ້​ສຳ​ລັບ​ການ​ເຄັ່ງ ແລະ ນັອດ​ຊ້ອນ​ສອງ​ສຳ​ລັບ​ການ​ເຄັ່ງໄປ​ໃສ່​ແຜ່ນ​ຕິດ​ໃສ່​ຈັກ, ຊຸກ​ຈັກ​ກັບ​ທາງ​ຫຼັງ.

    8. ວາງໄມ້​ບັນ​ທັດ​ແທກ​ໃຫ້​ຊື່​ຂ້າມ​ຄາດ ແລະ ໝາກ​ລັອກ​ລອຍ. ຮັດ​ນັອດ​ເຄັ່ງ​ສາຍ​ພານ​ໃຫ້​ແໜ້ນ, ດັ່ງ​ນັ້ນຈະ​ມີ​ການເຄື່ອນ​ຫຍັບ​ໄດ້ 10 ມມ (0.40 ນິ້ວ) ຢູ່​ໃນ​ສາຍ​ພານ​ເມື່ອ​ຊຸກ​ລົງ​ດ້ວຍຄວາມແຮງ 6.8 ກ​ລ (15 ປອນ) ຢູ່ທີ່​ໄລ​ຍະເຄິ່ງກາງ (ເມື່ອ​ການ​ເຄັ່ງ​ສາຍ​ພານ​ຄືນ​ໃໝ່​ໃຊ້​ງານ​ຢູ່) ຫຼື ດ້ວຍ​ຄວາມ​ແຮງ 8 ກ​ລ (18 ປອນ) ເມື່ອ​ຕິດ​ຕັ້ງ​ສາຍ​ພານ​ໃໝ່ (ຮູບສະແດງ ).

      artpending
    9. ໃຫ້​ແນ່​ໃຈ​ວ່າ​ໝາກ​ລັອກ​ຈັດ​ລຽງ​ຊື່ ແລະ ຈັກ​ຂະ​ໜານ​ກັບ​ໂຄງ (ບໍ່​ເປັນ​ມູມ​ໄປ​ຍັງ​ດ້ານ​ຂ້າງ), ຈາກ​ນັ້ນ​ຮັດນັອດ​ຕົວ​ຜູ້​ຕິດ​ແຜ່ນ​ຈັກ 4 ນັອດ ແລະ ນັອດ​ຕົວ​ຜູ້​ຍຶດ​ດ້ານ​ຫຼັງ​ຂອງ​ເກາະ​ປ້ອງ​ກັນ​ສາຍ​ພານ​ໃສ່​ຈັກ.

    10. ຕິດ​ຕັ້ງ​ເກາະ​ປ້ອງ​ກັນ​ສາຍ​ພານ ແລະ ຮັດ​ນັອດ​ຕົວ​ຜູ້​ໃຫ້​ແໜ້ນ (ຮູບສະແດງ ).

    ການປ່ຽນສາຍພານຂັບເຄື່ອນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 100 ຊົ່ວໂມງ
  • ປ່ຽນສາຍພານຂັບເຄື່ອນ.
  • Note: ປ່ຽນສາຍພານ, ຖ້າ​ມັນ​ສະ​ແດງໃຫ້​ເຫັນ​ສັນ​ຍານ​ໃດ​ໜຶ່ງ​ຂອງ​ການ​ຫຼຸ້ຍ​ຫ້ຽນ, ແຕກ, ເປັນ​ເງົາ ຫຼື ມີ​ຄວາມ​ເສຍ​ຫາຍ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ ແລະ ໃສ່ເບ​ຣກມື.

    2. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ.

    3. ມາຍ​ນັອດ​ຕົວ​ຜູ້ທີ່ຍຶດ​ເກາະ​ປ້ອງ​ກັນ​ສາຍ​ພານ​ໃສ່​ເຄື່ອງ​ຈັກ​ຈົນ​ກວ່າ​ທ່ານ​ສາ​ມາດ​ເອົາ​ເກາະ​ປ້ອງ​ກັນ​ສາຍ​ພານ​ອອກ​ໄດ້.

    4. ເອົາ​ເກາະ​ປ້ອງ​ກັນ​ສາຍ​ພານ​ອອກ (ຮູບສະແດງ ).

    5. ມາຍ​ນັອດ​ຕົວ​ຜູ້​ຕິດ​ແຜ່ນ​ຈັກ 4 ອັນ ແລະ ນັອດ​ຕົວ​ຜູ້ 2 ອັນ​ຍຶດ​ດ້ານ​ຫຼັງ​ຂອງ​ເກາະ​ປ້ອງ​ກັນ​ສາຍ​ພານ​ໃສ່​ຈັກ (ຮູບສະແດງ ແລະ ຮູບສະແດງ ).

    6. ມາຍ​ນັອດ​ຕົວ​ຜູ້​ເຄັ່ງ​ສາຍ​ພານ ແລະ ນັອດຊ້ອນສອງ ແລະ ເລື່ອນ​ຈັກ​ໄປ​ຍັງ​ເຕົ້າ​ລໍ້ລອຍເພື່ອ​ມາຍ​ສາຍ​ພານ (ຮູບສະແດງ ).

    7. ປ່ຽນສາຍພານຂັບເຄື່ອນ.

    8. ປັບ​ຄວາມ​ເຄັ່ງ​ຂອງ​ສາຍ​ພານ​ໃໝ່​ໃຫ້​ໄດ້ຄວາມ​ແຮງ 8 ກ​ລ (18 ປອນ) ແລະ ການ​ປັດ​ສາຍ​ພານ 10 ມມ (0.40 inch) ຢູ່​ໄລ​ຍະເຄິ່ງ​ກາງ; ໃຫ້​ເບິ່ງ ..

    9. ຮັດນັອດ​ຕົວ​ຜູ້​ຕິດ​ແຜ່ນ​ຈັກ 4 ອັນ ແລະ ນັອດ​ຕົວ​ຜູ້ 4 ອັນ​ຍຶດ​ດ້ານ​ຫຼັງ​ຂອງ​ເກາະ​ປ້ອງ​ກັນ​ສາຍ​ພານ​ໃສ່​ຈັກໃຫ້​ແໜ້ນ.

    10. ຕິດ​ຕັ້ງ​ເກາະ​ປ້ອງ​ກັນ​ສາຍ​ພານ ແລະ ຍຶດ​ມັນ​ດ້ວຍແຫວນ​ຮອງ ແລະ ນັອດ​ຕົວ​ຜູ້​ທີ່​ເອົາ​ອອກ​ມາ​ກ່ອນ.

    ການ​ບຳ​ລຸງ​ຮັກ​ສາ​ເຄື່ອງ​ຕັດ

    ການ​ປ່ຽນແຂ້ວ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງ​ສະ​ພາບ​ຂອງ​ແຂ້ວ; ໝູນ ຫຼື ປ່ຽນ​ແຂ້ວ​ໃດ​ໜຶ່ງ​ທີ່​ຫ້ຽນ ຫຼື ເປ່​ເພ ແລະ ບິດ​ນັອດ​ສຳ​ລັບ​ແຂ້ວ​ທຸກ​ອັນ.
  • ເນື່ອງ​ຈາກ​ມີ​ການ​ຫ້ຽນ​ຫຼາຍ​ຕົກ​ຢູ່​ໃນ​ແຂ້ວ, ທ່ານ​ຈຳ​ເປັນ​ຕ້ອງ​ໝູນ ແລະ ປ່ຽນ​ພວກ​ມັນ​ເປັນ​ໄລ​ຍະ (ຮູບສະແດງ ). ກ່ອນ​ທີ່​ທ່ານ​ຈະ​ໝູນ​ວຽນ ຫຼື ປ່ຽນ​ພວກ​ມັນ, ກວດ​ເບິ່ງ​ຕົວ​ຈັບ​ແຂ້ວ​ແຕ່​ລະ​ອັນ​ໃນ​ລໍ້, ລວມ​ທັງ​ດິນ​ພຽງ​ທີ່​ປ້ອງ​ກັນ​ບໍ່​ໃຫ້​ແຂ້ວ​ໝູນໄດ້. ຖ້າ​ຕົວຈັບ​ແຂ້ວ​ເປ່​ເພ, ໃຫ້​ປ່ຽນລໍ້. ບິດ​ນັອດ​ໃຫ້​ໄດ້​ແຮງ 68 N∙m (50 ft-lb) ສຳ​ລັບ​ແຂ້ວ​ໃດ​ໜຶ່ງ​ທີ່​ທ່ານ​ບໍ່​ໝູນ ຫຼື ປ່ຽນ.

    artpending

    ແຕ່​ລະ​ແຂ້ວ​ຖືກ​ໃສ່​ດັດ​ຊະ​ນີ​ດ້ວຍ 3 ຕຳ​ແໜ່ງ, ດັ່ງ​ນັ້ນ​ທ່ານ​ສາ​ມາດ​ໝູນ​ມັນ​ສອງ​ຄັ້ງ, ເປີດ​ໃສ່​ຂອບ​ຄົມ​ໃໝ່​ກ່ອນ​ປ່ຽນ​ແຂ້ວ. ເພື່ອ​ໝູນ​ແຂ້ວ, ມາຍ​ນັອດ​ຕົວ​ແມ່​ທີ່​ຍຶດແຂ້ວ (ຮູບສະແດງ ). ຊຸກ​ແຂ້ວ​ໄປ​ທາງ​ໜ້າ ແລະ ໝູນ​ມັນ ⅓ ຮອບ, ນຳ​ເອົາ​ຂອບ​ທີ່​ບໍ່​ໄດ້​ໃຊ້​ອອກ​ໄປ​ທາງນອກ. ບິດ​ນັອດ​ຕົວ​ແມ່​ທີ່ຍຶດ​ແຂ້ວ​ໃຫ້​ໄດ້​ແຮງ 68 N∙m (50 ft-lb).

    ເພື່ອ​ປ່ຽນ​ແຂ້ວ, ເອົາ​ນັອດ​ຕົວ​ແມ່​ທີ່​ຍຶດ​ແຂ້ວ​ອອກ, ຈາກ​ນັ້ນ​ຕິດ​ຕັ້ງ​ແຂ້ວ, ແຫວນ​ຮອງ ແລະ ນັອດ​ຕົວ​ແມ່​ໃໝ່​ຢູ່​ໃນ​ຕຳ​ແໜ່ງ​ດຽວ​ກັນ (ຮູບສະແດງ ). ບິດ​ນັອດ​ຕົວ​ແມ່​ທີ່ຍຶດ​ແຂ້ວ​ໃຫ້​ໄດ້​ແຮງ 68 N∙m (50 ft-lb).

    artpending

    ການທໍາຄວາມສະອາດ

    ການ​ເອົາ​ເສດ​ຂີ້​ເຫຍື້ອ​ອອກ​ຈາກ​ເຄື່ອງ​ຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ເອົາ​ເສດ​ຂີ້​ເຫຍື້ອ​ອອກ​ຈາກ​ເຄື່ອງ​ຈັກ.
  • ການ​ທຳ​ຄວາມ​ສະ​ອາດ ແລະ ລ້າງ​ປົກ​ກະ​ຕິ​ເພີ່ມ​ອາ​ຍຸ​ການ​ໃຊ້​ງານ​ຂອງ​ເຄື່ອງ​ຈັກ. ທຳ​ຄວາມ​ສະ​ອາດ​ໂດຍ​ກົງ​ຫຼັງ​ຈາກການ​ນຳ​ໃຊ້, ກ່ອນ​ດິນຕິດ​ຈະ​ແຂງ.

    ກ່ອນ​ທຳ​ຄວາມ​ສະ​ອາດ, ກວດ​ເບິ່ງວ່າຝາປິດຖັງນໍ້າມັນເຊື້ອໄຟຢູ່​ກັບ​ທີ່​ຖືກ​ຕ້ອງ​ແລ້ວ​ເພື່ອ​ຫຼີກ​ລ່ຽງ​ການ​ມີ​ນ້ຳ​ເຂົ້າ​ໃນ​ຖັງ.

    ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ເມື່ອ​ໃຊ້​ເຄື່ອງ​ສີດ​ຄວາມ​ດັນ​ສູງ, ເພາະ​ວ່າ​ມັນ​ສາ​ມາດ​ເຮັດ​ໃຫ້ສະ​ຫຼາກ​ຄຳ​ເຕືອນ, ປ້າຍ​ຄຳ​ແນະ​ນຳ ແລະ ຈັກ​ເປ່​ເພ​ໄດ້

    Important: ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ປອກ​ລູກ​ປືນ​ລໍ້​ຕັດ​ຫຼັງ​ຈາກ​ທຳ​ຄວາມ​ສະ​ອາດ.

    ການເກັບມ້ຽນ

    ສຳ​ລັບ​ການ​ເກັບ​ຮັກ​ສາ​ເກີນ 30 ວັນ, ໃຫ້​ກະ​ກຽມ​ເຄື່ອງຈັກ​ດັ່ງ​ຕໍ່​ໄປ​ນີ້:

    1. ເອົາ​ດິນ​ຕິດ ແລະ ສິ່ງ​ເປື້ອນ​ຕິດ​ຢູ່​ອອກ​ຈາກ​ສ່ວນ​ທາງນອກ​ຂອງ​ທັງ​ໝົດ​ເຄື່ອງ, ໂດຍ​ສະ​ເພາະ​ແມ່ນ​ຈັກ. ທຳ​ຄວາມ​ສະ​ອາດ​ດິນ​ຕິດ ແລະ ເສດ​ຂີ້​ເລື່ອຍ​ຈາກ​ດ້ານນອກ​ຂອງແຫວ່ງ​ຫົວ​ຄອບ​ກະ​ບອກ​ສູບຈັກ ແລະ ຫ້ອງ​ເຄື່ອງ​ເປົ່າ.

      Important: ທ່ານ​ສາ​ມາດລ້າງເຄື່ອງດ້ວຍນ້ຳ​ຢາ​ຊັກ​ລ້າງອ່ອນໆ ແລະ ນ້ຳ.

    2. ເຕີມຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບທີ່​ມີ​ປີ​ໂຕຼ​ລຽມ​ໃສ່​ນ້ຳ​ມັນ​ເຊື້ອ​ໄຟ​ຢູ່​ໃນ​ຖັງ. ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳການ​ປະ​ສົມ​ຈາກ​ຜູ້​ຜະ​ລິດຕົວ​ຮັກ​ສາ​ຄວາມ​ສະ​ຖຽນ. (7.8 ມ​ລ ຕໍ່ ລິດ ຫຼື 1 fl oz ຕໍ່​ແກນ​ລອນ​ສະ​ຫະ​ລັດ).

      Note: ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບນ້ຳ​ມັນ​ເຊື້ອ​ໄຟມີ​ປະ​ສິດ​ທິ​ພາບຫຼາຍ​ທີ່​ສຸດ​ເມື່ອ​ປະ​ສົມ​ກັບ​ນ້ຳ​ມັນ​ເຊື້ອ​ໄຟ​ສົດ ແລະ ໃຊ້​ທຸກໆ​ຄັ້ງ.

      Important: ຢ່າ​ໃຊ້ຕົວ​ຮັກ​ສາ​ຄວາມ​ສະ​ຖຽນທີ່​ມີ​ເຫຼົ້າ (ເອ​ທານອ​ລ ຫຼື ເມ​ທານອ​ລ). ຢ່າ​ເກັບ​ຮັກ​ສາຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ນ້ຳ​ມັນ​ທີ່​ມີຕົວ​ປັບ​ສະ​ພາບໄວ້​ເກີນ 90 ວັນ.

    3. ຕິດ​ຈັກ​ໄວ້​ເພື່ອ​ກະ​ຈາຍ​ນ້ຳ​ມັນ​ທີ່​ປັບ​ສະ​ພາບ​ແລ້ວໃຫ້​ທົ່ວລະ​ບົບ​ນ້ຳ​ມັນ (5 ນາ​ທີ).

    4. ມອດ​ຈັກ, ປ່ອຍ​ໃຫ້​ມັນ​ເຢັນ​ລົງ ແລະ ປ່ອຍ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ​ດ້ວຍ​ການ​ໃຊ້​ສາຍ​ດູດ​ນ້ຳ​ມັນ​ປະ​ເພດ​ປ້ຳ​ເອົາ. ກຳ​ຈັດນ້ຳ​ມັນ​ເຊື້ອ​ໄຟຢ່າງ​ຖືກ​ຕ້ອງ; ນຳກັບ​ຄືນ​ມາ​ໃຊ້​ໃໝ່​ຕາມ​ປະ​ມວນ​ກົດ​ໝາຍ​ທ້ອງ​ຖິ່ນ.

    5. ຕິດຈັກ ແລະ ປ່ອຍ​ມັນ​ຕິດໄວ້ຈົນ​ກວ່າ​ມັນ​ມອດ.

    6. ເປີດເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຈັກ (ຊົກ).

    7. ຕິດ​ຈັກ ແລະ ປ່ອຍ​ມັນ​ຕິດ​ໄປ​ຈົນ​ກວ່າ​ມັນ​ບໍ່​ຕິດ​ອີກ.

    8. ທຳ​ຄວາມ​ສະ​ອາດຖ້ວຍ​ເກັບ​ຕະ​ກອນ, ໃຫ້​ເບິ່ງ .

    9. ບຳ​ລຸງ​ຮັກ​ສາເຕົ້າກອງອາກາດ, ໃຫ້​ເບິ່ງ .

    10. ປ່ຽນນ້ຳມັນເຄື່ອງຈັກ; ໃຫ້​ເບິ່ງ .

    11. ເອົາ​ຫົວ​ທຽນ​ອອກ ແລະ ກວດ​ເບິ່ງ​ສະ​ພາບ; ໃຫ້​ເບິ່ງ .

    12. ດ້ວຍ​ການ​ເອົາ​ຫົວ​ທຽນ​ອອກ​ຈາກຈັກ​ໄປ​ແລ້ວ, ຖອກ​ນ້ຳ​ມັນ​ເຄື່ອງ​ຈັກ​ສອງ​ບ່ວງ​ແກງ​ເຂົ້າ​ໄປ​ໃນ​ຮູ​ຫົວ​ທຽນ.

    13. ດຶງ​ຕົວ​ຕິດ​ຈັກ​ອອກ​ຊ້າໆ​ເພື່ອ​ແກວ່ງ​ຈັກ ແລະ ກະ​ຈາຍ​ນ້ຳ​ມັນ​ເຄື່ອງຢູ່​ດ້ານ​ໃນ​ກະ​ບອກ​ສູບ.

    14. ຕິດ​ຕັ້ງ​ຫົວ​ທຽນ, ແຕ່​ບໍ່​ຕິດ​ຕັ້ງ​ສາຍ​ໄຟ​ໃນ​ຫົວ​ທຽນ.

    15. ໃສ່​ນ້ຳ​ມັນ​ກະ​ແລັດ​ປອກ​ລູກ​ລໍ້​ເຄື່ອງ​ຕັດ, ໃຫ້​ເບິ່ງ .

    16. ກວດ​ເບິ່ງ ແລະ ຮັດ​ນັອດ​ຕົວ​ຜູ້, ນັອດ​ຕົວ​ແມ່ ແລະ ນັອດ​ກຽວ​ທັງ​ໝົດ. ສ້ອມ​ແປງ ຫຼື ປ່ຽນ​ອາ​ໄຫຼ່​ໃດ​ໜຶ່ງ​ທີ່​ເປ່​ເພ.

    17. ທາ​ສີ​ຜິວ​ໂລ​ຫະ​ທີ່​ຂູດ​ຂີດ ຫຼື ບໍ່​ມີ​ອັນ​ປົກ​ປິດ. ສີ​ແມ່ນ​ມີ​ໃຫ້​ຈາກ​ຕົວ​ແທນ​ຈຳ​ໜ່າຍ​ບໍ​ລິ​ການ​ທີ່​ໄດ້​ຮັບ​ອະ​ນຸ​ມັດ​ຂອງ​ທ່ານ.

    18. ເກັບ​ເຄື່ອງ​ຈັກ​ໄວ້​ໃນ​ກະ​ລ່າ ຫຼື ພື້ນ​ທີ່​ບ່ອນ​ເກັບມ້ຽນທີ່​ແຫ້ງ, ສະ​ອາດ.

    19. ປົກ​ຈັກ​ເພື່ອປົກ​ປ້ອງ​ມັນ ແລະ ຮັກ​ສາ​ມັນ​ໃຫ້​ສະ​ອາດ.

    ການແກ້ໄຂບັນຫາ

    ProblemPossible CauseCorrective Action
    ຈັກ​ບໍ່​ຕິດ.
    1. ຕົວ​ກັນເພື່ອຄວາມ​ປອດ​ໄພຢູ່​ໃນ​ຕຳ​ແໜ່ງປິດ.
    2. ຖ້າ​ລຸ້ນ​ຂອງ​ທ່ານ​ມີ​ຈັກ​ຕິດ​ມາ​ພ້ອມ​ກັບ​ສະ​ວິດ​ເປີດ/ປິດ, ສະ​ວິດ​ຢູ່​ໃນ​ຕຳ​ແໜ່ງປິດ.
    3. ວາວ​ປິດ​ນ້ຳ​ມັນປິດ.
    4. ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຈັກ (ຊົກ) ເປີດ.
    5. ຖັງ​ນ້ຳ​ມັນ​ເປົ່າ.
    6. ສາຍ​ຫົວ​ທຽນ​ຫຼວມ ຫຼື ບໍ່​ໄດ້​ຕໍ່.
    1. ຖືຕົວ​ກັນ​ເພື່ອ​ຄວາມ​ປອດ​ໄພມາ​ໃສ່​ມື​ຈັບ.
    2. ເຄື່ອນສະ​ວິດໄປທີ່ຕຳແໜ່ງເປີດ.
    3. ເປີດ​ວາວ​ປິດ​ນ້ຳ​ມັນ.
    4. ປິດເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ເມື່ອຕິດ​ຈັກ​ເຢັນ.
    5. ເຕີມນ້ຳມັນເຊື້ອໄຟໃສ່​ຖັງດ້ວຍນ້ຳມັນເຊື້ອໄຟສົດ.
    6. ກວດ​ເບິ່ງ​ຊ່ອງ​ຫວ່າງ​ຂົ້ວ​ໄຟ​ຟ້າ ຫຼື ປ່ຽນ​ຫົວ​ທຽນ.
    ຈັກ​ເດີນ​ກະ​ຕຸກ​ກະ​ຕັກ.
    1. ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຈັກ (ຊົກ) ປິດແລ້ວ.
    2. ໝໍ້​ກອງ​ອາ​ກາດ​ຕັນ.
    3. ທໍ່​ນ້ຳ​ມັນ​ຕັນ.
    4. ມີ​ນ້ຳ ຫຼື ຕົວ​ປົນ​ເປື້ອນ​ຢູ່​ໃນ​ນ້ຳ​ມັນ.
    5. ຫົວ​ທຽນ​ຈີກ​ຂາດ ຫຼື ມີ​ສິ່ງ​ສະ​ສົມ​ຢູ່​ຂົ້ວ​ໄຟ​ຟ້າ.
    1. ເປີດເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຈັກ (ຊົກ).
    2. ທຳ​ຄວາມ​ສະ​ອາດ ແລະ ປ່ຽນໝໍ້ກອງ​ອາ​ກາດ.
    3. ທຳ​ຄວາມ​ສະ​ອາດຖ້ວຍ​ເກັບ​ຕະ​ກອນ.
    4. ປ່ອຍ​ນ້ຳ​ມັນເຊື້ອ​ໄຟ​ອອກ​ຖັງ ແລະ ເຕີມນ້ຳມັນເຊື້ອໄຟໃສ່​ຖັງດ້ວຍນ້ຳມັນເຊື້ອໄຟສົດ.
    5. ກວດ​ເບິ່ງ​ຊ່ອງ​ຫວ່າງ​ຂົ້ວ​ໄຟ​ຟ້າ ຫຼື ປ່ຽນ​ຫົວ​ທຽນ.
    ສາຍ​ພານ​ມື່ນ ຫຼື ຕົກ​ອອກ​ຈາກ​ໝາກ​ລໍ້.
    1. ຄວາມ​ເຄັ່ງ​ສາຍ​ພານ​ບໍ່​ພຽງ​ພໍ.
    1. ປັບຄວາມ​ເຄັ່ງ​ສາຍ​ພານ. ຫຼຸດ​ຄວາມ​ເລິກ​ການ​ຕັດ​ລົງ.
    ລໍ້ຕັດບໍ່ໝູນ.
    1. ຄວາມ​ໄວເຄື່ອງຈັກບໍ່​ພຽງ​ພໍ​ທີ່​ຈະ​ເລີ່ມ​ເປີດ​ໃຊ້ຄາດ​ຕົວ​ປ່ຽນ​ສູນ​ກາງ.
    2. ຄວາມ​ເຄັ່ງ​ສາຍ​ພານ​ບໍ່​ພຽງ​ພໍ.
    3. ແຜ່ນ​ຄາດ​ສີກ​ຂາດ.
    1. ເຄື່ອນຄັນເລັ່ງໄປທີ່ຕຳແໜ່ງເລັ່ງ.
    2. ປັບຄວາມ​ເຄັ່ງ​ສາຍ​ພານ.
    3. ປ່ຽນ​ຄາດ.
    ລໍ້ຕັດສືບ​ຕໍ່ໝູນ.
    1. ຄວາມ​ໄວ​ຈັກເກີນຂະ​ໜາດ.
    2. ສາຍ​ພານ​ຕົກ​ຈາກ​ໝາກ​ລໍ້ ຫຼື ຈີກ​ຂາດ.
    3. ສະ​ປ​ຣິງ​ຄາດ​ອ່ອນ ຫຼື ແຕກ​ຫັກ.
    1. ເຄື່ອນຄັນເລັ່ງໄປທີ່ຕຳແໜ່ງບໍ່​ເລັ່ງ.
    2. ປ່ຽນສາຍພານຂັບເຄື່ອນ.
    3. ປ່ຽນ​ຄາດ.
    ເບຣກມືບໍ່​ຢູ່.
    1. ເບ​ຣກ​ມື​ບໍ່​ມີ​ການ​ປັບ​ໄດ້.
    2. ແຜ່ນເບ​ຣກ​ສີກ​ຂາດ.
    1. ປັບເບ​ຣກມື.
    2. ປ່ຽນເບ​ຣກ.