ການແນະນຳ

ຈັກຕັດ​ຫຍ້າໃບ​ມີດໝຸນນີ້ແມ່ນມີຈຸດປະສົງໃຫ້ເຈົ້າ​ຂອງ​ເຮືອນ​ທີ່​ຢູ່​ອາ​ໄສ ແລະ ຜູ້​ເປັນມື​ອາ​ຊີບທີ່​ຈ້າງ​ມາ​ເຮັດ​ວຽກ​ນຳ​ໃຊ້. ໃນ​ເບື້ອງ​ຕົ້ນ​ມັນຖືກ​ອອກ​ແບບ​ມາ​ສຳ​ລັບ​ການ​ຕັດຫຍ້າ​ໃນ​ສະ​ໜາມ​ຫຍ້າ​ທີ່​ໄດ້​ຮັບ​ການບຳລຸງ​ຮັກ​ສາ​ຢ່າງ​ດີຢູ່​ໃນ​ພື້ນ​ທີ່​ຢູ່​ອາ​ໄສ ຫຼື ທາງ​ການ​ຄ້າ. ການນຳໃຊ້ຜະລິດຕະພັນນີ້ເພື່ອຈຸດປະສົງອື່ນນອກເໜືອຈາກການນຳໃຊ້ທີ່ເປັນຈຸດປະສົງຂອງມັນອາດຈະເປັນອັນຕະລາຍຕໍ່ທ່ານ ແລະ ຜູ້ທີ່ຢູ່ໃກ້ຄຽງ.

ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳ​ລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ເຂົ້າເບິ່ງເວັບໄຊ www.Toro.com ສຳລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນຕົວເລກໃສ່ໃນຊ່ອງທີ່ກຽມໃຫ້.

Important: ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR ຢູ່​ໃນ​ສະ​ຫຼາກເລກລຳດັບ (ຖ້າມີ) ເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.

artpending

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດເກີດຂຶ້ນ ແລະ ມີຂໍ້ຄວາມກ່ຽວກັບຄວາມປອດໄພທີ່ໄດ້ລະບຸໂດຍສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ ), ເຊິ່ງເປັນສັນຍານອັນຕະລາຍທີ່ອາດຈະເຮັດໃຫ້ເກີດການບາດເຈັບສາ​ຫັດ ຫຼື ເສຍຊີວິດ, ຖ້າທ່ານບໍ່ປະຕິບັດຕາມຂໍ້ຄວນລະວັງທີ່ແນະນຳ.

artpending

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ຂໍ້ສັງເກດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ມັນເປັນການລະເມີດກົດໝາຍຊັບພະຍາກອນສາທາລະນະຂອງລັດຄາລິຟໍເນຍພາກທີ 4442 ຫຼື 4443 ໃນການນຳໃຊ້ ຫຼື ນຳໃຊ້ເຄື່ອງຈັກໃນດິນທີ່ມີ​ປ່າ​ໄມ້​ປົກ​ຫຸ້ມ, ພຸ່ມ​ໄມ້​ປົກ​ຫຸ້ມ ຫຼື ຫ​ຍ້າ​ປົກ​ຫຸ້ມ, ເວັ້ນເສຍແຕ່ວ່າເຄື່ອງຈັກມີເຄື່ອງກວດຈັບປະກາຍໄຟຕາມທີ່ໄດ້ກຳນົດໄວ້ໃນພາກທີ 4442, ມີ​ລຳ​ດັບ​ຂັ້ນ​ຕອນ​ການ​ເຮັດ​ວຽກ​ທີ່​ມີ​ປະ​ສິດ​ທິ​ພາບ ຫຼື ເຄື່ອງຈັກຖືກສ້າງຂຶ້ນ, ຕິດຕັ້ງ ແລະ ຮັກສາໄວ້​ສຳ​ລັບ​ການປ້ອງກັນໄຟໄໝ້.

ປຶ້ມຄູ່ມືຂອງເຈົ້າຂອງເຄື່ອງຈັກທີ່ໃຫ້ມາແມ່ນມີຂໍ້ມູນທີ່ກ່ຽວຂ້ອງກັບໜ່ວຍ​ງານປົກປ້ອງສິ່ງແວດລ້ອມຂອງສະຫະລັດ (US Environmental Protection Agency, EPA) ແລະ ລະບຽບການຄວບຄຸມການປ່ອຍອາຍພິດຂອງຄາລິຟໍເນຍກ່ຽວ​ກັບລະບົບການປ່ອຍອາຍພິດ (California Emission Control Regulation), ການບຳລຸງຮັກສາ ແລະ ການຮັບປະກັນ. ການປ່ຽນແທນທີ່ອາດຈະຖືກສັ່ງຊື້ຜ່ານຜູ້ຜະລິດເຄື່ອງຈັກ.

ຄຳເຕືອນ

CALIFORNIA

ຄຳເຕືອນຂອງກົດໝາຍ Proposition 65

ທໍ່ໄອເສຍເຄື່ອງຈັກຈາກຜະລິດຕະພັນນີ້ມີສານເຄມີທີ່ຮູ້ຈັກດີ ໃນ ລັດຄາລີຟໍເນຍ ທີ່ເຮັດໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຂົ້ວແບດເຕີລີ່, ຂົ້ວໄຟຟ້າ ແລະ ອຸປະກອນທີ່ກ່ຽວຂ້ອງທີ່ມີ ທາດກົ່ວ ແລະ ສ່ວນປະກອບຂອງທາດກົ່ວ, ສານເຄມີທີ່ລັດຄາລີຟໍເນຍ ຮູ້ຈັກດີທີ່ເຮັດໃຫ້ເກີດມະເຮັງແລະ ເປັນອັນຕະລາຍຕໍ່ການຈະເລີນພັນ. ໃຫ້ລ້າງມືຫຼັງຈາກນຳໃຊ້.

ການນຳໃຊ້ຜະລິດຕະພັນນີ້ອາດຈະເຮັດໃຫ້ສຳຜັດກັບສານເຄມີທີ່ຮູ້ຈັກດີໃນ ລັດຄາລີຟໍເນຍ ວ່າເປັນສາເຫດກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຄວາມປອດໄພ

ເຄື່ອງຈັກນີ້ໄດ້ຖືກອອກແບບໃຫ້ສອດຄ່ອງກັບ ANSI B71.4-2017.

ຄວາມປອດໄພທົ່ວໄປ

ຜະລິດຕະພັນນີ້ມີຄວາມສາມາດຕັດມື ແລະ ຕີນ ແລະ ເຮັດ​ໃຫ້ວັດຖຸຟົ້ງ​ຂຶ້ນໄດ້. ຕ້ອງປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພທຸກຄັ້ງເພື່ອຫລີກລ່ຽງການບາດເຈັບສາ​ຫັດ​ຕໍ່​ຕົວ​ເອງ.

  • ອ່ານ, ທຳຄວາມເຂົ້າໃຈ ແລະ ປະ​ຕິ​ບັດຕາມ​ຄຳ​ແນະ​ນຳ ແລະ ຄຳ​ເຕືອນ​ຢູ່​ໃນຄູ່ມືຜູ້​ໃຊ້ນີ້ ແລະ ໃນ​ເຄື່ອງ​ຈັກ ແລະ ສິ່ງ​ທີ່​ຕິດ​ມາ​ນຳກ່ອນທີ່ຈະຕິດຈັກ.

  • ຢ່າວາງມື ຫຼື ຕີນຂອງທ່ານໃກ້ກັບພາກສ່ວນທີ່ເຄື່ອນໄຫວ ຫຼື ຢູ່​ກ້ອງເຄື່ອງຈັກ. ຮັກສາບໍ່ໃຫ້ມີຊ່ອງເປີດລະບາຍອອກມາ.

  • ຢ່າປະຕິບັດງານເຄື່ອງຈັກໂດຍບໍ່ມີການປົກປ້ອງທຸກຄົນ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢ່າງຖືກຕ້ອງໃນເຄື່ອງຈັກ.

  • ໃຫ້ຄົນຢູ່ໃກ້ຄຽງ, ແລະ ເດັກອອກຈາກພື້ນທີ່ປະຕິບັດງານ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ. ອະ​ນຸ​ຍາດ​ໃຫ້​ແຕ່​ຄົນ​ຜູ້​ທີ່​ຮັບ​ຜິດ​ຊອບ, ຜ່ານ​ການ​ຝຶກ​ອົບ​ຮົມ, ຄຸ້ນ​ເຄີຍ​ກັບ​ຄຳ​ແນະ​ນຳ ແລະ ມີ​ຄວາມ​ສາ​ມາດ​ທາງ​ດ້ານ​ຮ່າງ​ກາຍ​ເທົ່າ​ນັ້ນ​ນຳ​ໃຊ້​ເຄື່ອງ​ຈັກ.

  • ຢຸດ​ເຄື່ອງ​ຈັກ, ມອດຈັກ, ຖອດ​ກະ​ແຈ​ອອກ (ຖ້າຕິດ​ຕັ້ງ​ມາ​ນຳ) ແລະ ລໍຖ້າໃຫ້ສ່ວນທີ່ເຄື່ອນໄຫວທັງໝົດຢຸດກ່ອນທີ່​ຈະບໍ​ລິ​ການ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ, ເຕີມ​ນ້ຳ​ມັນ ຫຼື ເອົາ​ສິ່ງ​ອຸດ​ຕັນ​ອອກ​ຈາກ​ເຄື່ອງຈັກ.

ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ Graphic, ເຊິ່ງໝາຍເຖິງຂໍ້ຄວນລະວັງ, ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງ​ກໍ່​ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫລື ເສຍຊີວິດ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending

ພາບລວມຂອງຜະລິດຕະພັນ

artpending

ທຳ​ຄວາມ​ຄຸ້ນ​ເຄີຍ​ກັບ​ທຸກ​ການ​ຄວບ​ຄຸມກ່ອນ​ທ່ານ​ຕິດ​ຈັກ ແລະ ນຳ​ໃຊ້​ເຄື່ອງ​ຈັກ.

ແຜງ​ຄວບ​ຄຸມ

artpending

ການຄວບຄຸມຄັນ​ເລັ່ງ

ການ​ຄວບ​ຄຸມຄັນ​ເລັ່ງ​ມີ 2 ຕຳ​ແໜ່ງຄື: ໄວ ແລະ ຊ້າ (ຮູບສະແດງ ).

ຄັນ​ຄວບ​ຄຸມ​ການ​ປະ​ຈຳ​ທີ່​ຂອງ​ຜູ້​ນຳ​ໃຊ້ (OPC)

ເມື່ອ​ທ່ານ​ບີບຄັນ OPC (ຮູບສະແດງ ) ໃສ່​ມື​ຈັບ, ລະ​ບົບ OPC ຮູ້​ສຶກວ່າ​ທ່ານ​ຢູ່​ໃນ​ຕຳ​ແໜ່ງ​ການ​ນຳ​ໃຊ້​ປົກ​ກະ​ຕິ. ເມື່ອ​ທ່ານ​ປ່ອຍ​ຄັນ OPC, ລະ​ບົບ OPC ຮູ້​ສຶກວ່າ​ທ່ານ​ອອກ​ຈາກ​ຕຳ​ແໜ່ງ​ການ​ນຳ​ໃຊ້​ປົກ​ກະ​ຕິ ແລະ ລະ​ບົບ​ຈະ​ມອດ​ຈັກ, ຖ້າ​ຄັນ​ປ່ຽນ​ເກຍ​ບໍ່​ຢູ່​ໃນ​ຕຳ​ແໜ່ງເກຍ​ຫວ່າງ ຫຼື ປຸ່ມ​ຄວບ​ຄຸມ​ໃບ​ມີດ (ເຄື່ອງ​ສົ່ງ​ພະ​ລັງ​ງານ​ຫາ​ອຸ​ປະ​ກອນ​ອື່ນ) ຖືກ​ໃສ່​ໄວ້.

ຄັນປ່ຽນເກຍ

ຄັນ​ປ່ຽນ​ເກຍ​ໃຫ້​ທ່ານ​ປ່ຽນ​ໄປ​ຫາ 5 ຕຳ​ແໜ່ງໄປ​ໜ້າ, ຕຳ​ແໜ່ງເກຍ​ຫວ່າງ ແລະ ຕຳ​ແໜ່ງຖອຍ​ຫຼັງ (ຮູບສະແດງ ).

Note: ມັນ​ມີ​ຮູບ​ແບບ​ການ​ປ່ຽນ​ເກຍ​ໃນ​ແຖວ.

Important: ຢ່າ​ປ່ຽນເກຍໃນ​ຂະ​ນະ​ທີ່​ເຄື່ອງ​ຈັກ​ກຳ​ລັງເຄື່ອນທີ່​ເນື່ອງ​ຈາກ​ທ່ານ​ອາດ​ຈະ​ເຮັດ​ໃຫ້​ເກຍ​ເພ​ໄດ້.

ຄັນ​ຂັບ​ເຄື່ອນ

ປ່ອຍ​ຄັນ​ຂັບ​ເຄື່ອນ​ເພື່ອເປີດ​ການ​ນຳ​ໃຊ້​ການ​ດຶງ​ໄປ​ທາງ​ໜ້າ. ບີບ​ຄັນຂັບ​ເຄື່ອນ​ເບິ່ງ​ຂວາ​ເພື່ອ​ລ້ຽວ​ຂວາ ຫຼື ບີບ​ຄັນ​ຂັບ​ເຄື່ອນ​ເບື້ອງ​ຊ້າຍ​ເພື່ອ​ລ້ຽວ​ຊ້າຍ (ຮູບສະແດງ ).

ລັອກເກຍ​ຫວ່າງ/ເບຣກມື

ບີບ​ຄັນ​ຂັບ​ເຄື່ອນ ແລະ ເຄື່ອນ​ລັອກ​ໄປ​ທາງ​ດ້ານ​ຫຼັງ​ຫາ​ຕຳ​ແໜ່ງລັອກເກຍ​ຫວ່າງ. ບີບ​ຄັນ​ຂັບ​ເຄື່ອນ ແລະ ເຄື່ອນ​ລັອກ​ໄປ​ທາງ​ດ້ານ​ໜ້າ​ເພື່ອ​ໃສ່​ເບ​ຣກ​ມືຮູບສະແດງ .

ຄັນ​ຄວບ​ຄຸມ​ໃບ​ມີດ (ເຄື່ອງ​ສົ່ງ​ພະ​ລັງ​ງານ​ຫາ​ອຸ​ປະ​ກອນ​ອື່ນ)

ຄັນ​ຄວບ​ຄຸມ​ໃບ​ມີດ, ຮ່ວມ​ກັບ​ຄັນ OPC ໃສ່ ແລະ ປົດ​ພະ​ລັງ​ງານ​ໄປ​ຫາ​ໃບ​ມີດ​ຈັກ​ຕັດ​ຫຍ້າ (ຮູບສະແດງ ).

ມື​ຈັບ​ດຶງຕິດ​ຈັກ

ດຶງ​ຈັບດຶງ​ຕິດ​ຈັກເພື່ອ​ຕິດ​ຈັກ(ຮູບສະແດງ ).

ວາວ​ປິດ​ນ້ຳ​ມັນ

ປິດ​ວາວ​ປິດ​ນ້ຳ​ມັນເມື່ອ​ຂົນ​ສົ່ງ ຫຼື ເກັບ​ຮັກ​ສາ​ເຄື່ອງ​ຈັກ.

ສະວິດກະແຈ

ປຸ່ມກະ​ແຈທີ່​ໃຊ້​ຮ່ວມ​ກັນ​ກັບ​ຕົວ​ດຶງ​ເພື່ອຕິດ​ຈັກ ແລະ ມອດ​ເຄື່ອງ​ຈັກ​ມີ 2 ຕຳ​ແໜ່ງ​: ແລ່ນ ແລະ ມອດ (ຮູບສະແດງ ).

ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຈັກ (ຊົກ)

ໃຊ້ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ເພື່ອ​ຕິດ​ຈັກ​ທີ່ເຢັນ.

Note: ຂໍ້ກຳ​ນົດ​ສະ​ເພາະ ແລະ ການອອກແບບແມ່ນມີການປ່ຽນແປງໂດຍບໍ່ຕ້ອງແຈ້ງ.

ຈັກ​ຕັດ​ຫຍ້າ 32 ນີ້ວ:

ລວງກວ້າງ​ພ້ອມ​ມີຕົວ​ປັດ​ຫຍ້າປິ່ນ​ລົງ116 ຊມ (46 ນິ້ວ)
ລວງຍາວ198 ຊມ (78 ນິ້ວ)
ລວງສູງ104 ຊມ (41 ນິ້ວ)
ນໍ້າໜັກ182 ກ​ລ (402 ປອນ)

ຈັກ​ຕັດ​ຫຍ້າ 36 ນີ້ວ:

ລວງກວ້າງ​ພ້ອມ​ມີຕົວ​ປັດ​ຫຍ້າປິ່ນ​ລົງ118 ຊມ (47 ນິ້ວ)
ລວງຍາວ203 ຊມ (80 ນິ້ວ)
ລວງສູງ104 ຊມ (41 ນິ້ວ)
ນໍ້າໜັກ210 ກ​ລ (462 ປອນ)

ຈັກ​ຕັດ​ຫຍ້າ 48 ນີ້ວ:

ລວງກວ້າງ​ພ້ອມ​ມີຕົວ​ປັດ​ຫຍ້າປິ່ນ​ລົງ161 ຊມ (63-½ ນິ້ວ)
ລວງຍາວ199 ຊມ (78 ນິ້ວ)
ລວງສູງ104 ຊມ (41 ນິ້ວ)
ນໍ້າໜັກ227 ກ​ລ (500 ປອນ)

ສິ່ງທີ່ຕິດມານຳ/ອຸປະກອນເສີມ

ການຄັດເລືອກສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ໄດ້ຮັບການອະ​ນຸ​ມັດຈາກ Toro ແມ່ນມີໃຫ້ໃຊ້ກັບເຄື່ອງຈັກເພື່ອຍົກ​ລະ​ດັບ ແລະ ຂະຫຍາຍຄວາມສາມາດຂອງມັນ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຕົວແທນຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດ ຫຼື ເຂົ້າໄປທີ່ www.Toro.com ສຳລັບລາຍຊື່ສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ຖືກອະນຸມັດທັງໝົດ.

ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ ແລະ ການຢັ້ງຢືນຄວາມປອດໄພຂອງເຄື່ອງຈັກຢ່າງຕໍ່ເນື່ອງ, ໃຫ້ນຳໃຊ້ແຕ່ອາໄຫຼ່ ແລະ ອຸປະກອນປ່ຽນຖ່າຍຂອງ Toro ເທົ່ານັ້ນ. ອາໄຫຼ່ປ່ຽນ​ຖ່າຍ ແລະ ອຸປະກອນເສີມທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ, ແລະ ການນຳໃຊ້ດັ່ງກ່າວອາດເຮັດໃຫ້ການຄ້ຳປະກັນຂອງສິນຄ້າເປັນໂມຄະ.

ການປະຕິບັດງານ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແຫນ່ງການ​ໃຊ້​ງານປົກກະຕິ.

ກ່ອນການປະຕິບັດງານ

ຄວາມປອດໄພກ່ອນການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ຢ່າປ່ອຍໃຫ້ເດັກນ້ອຍ ຫຼື ຄົນທີ່ບໍ່ໄດ້ຮັບການຝຶກອົບຮົມເຮັດວຽກ ຫຼື ບຳ​ລຸງ​ຮັກ​ສາເຄື່ອງຈັກ. ລະບຽບການໃນທ້ອງຖິ່ນອາດຈະຈຳກັດອາຍຸຂອງຜູ້ນຳ​ໃຊ້. ເຈົ້າຂອງມີ​ຄວາມຮັບຜິດຊອບໃນການຝຶກອົບຮົມຜູ້ປະຕິບັດການ ແລະ ຊ່າງກົນຈັກທັງໝົດ.

  • ທຳຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງອຸປະກອນ, ການຄວບຄຸມຂອງຜູ້​ນຳ​ໃຊ້ ແລະ ປ້າຍສັນຍານຄວາມປອດໄພ.

  • ຕ້ອງມອດເຄື່ອງຈັກທຸກຄັ້ງ, ຖອດກະແຈຕິດ​ຈັກ​ອອກ (ຖ້າ​ໄດ້​ຕິດ​ຕັ້ງ​ມາ​ນຳ), ລໍຖ້າທຸກສ່ວນທີ່ເຄື່ອນໄຫວຢຸດ ແລະ ປ່ອຍໃຫ້ເຄື່ອງຈັກເຢັນກ່ອນເຮັດການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນ.

  • ຮູ້ວິທີການຢຸດເຄື່ອງຈັກ ແລະ ມອດເຄື່ອງຈັກຢ່າງໄວວາ.

  • ກວດ​ເບິ່ງວ່າ​ສິ່ງຄວບ​ຄຸມຜູ້​ໃຊ້​ງານ-ການ​ປະ​ກົດ​ຕົວຢູ່, ສະ​ວິດ​ຄວາມ​ປອດ​ໄພ ແລະ ອຸ​ປະ​ກອນປ້ອງ​ກັນຄວາມ​ປອດ​ໄພໄດ້​ຕິດ​ໃສ່ ແລະ ໃຊ້​ງານ​ໄດ້​ຢ່າງ​ດີ. ຢ່າ​ນຳໃຊ້ເຄື່ອງ​ຈັກ​ນອກ​ຈາກວ່າ​ພວກ​ມັນນຳ​ໃຊ້​ໄດ້​ປົກ​ກະ​ຕິ.

  • ກວດກາບໍລິເວນທີ່ທ່ານຈະໃຊ້ເຄື່ອງຈັກ ແລະ ເອົາວັດຖຸທັງໝົດທີ່ສາ​ມາດ​ໄປ​ລົບ​ກວນ​ການ​ເຮັດ​ໜ້າ​ທີ່​ຂອງ ຫຼື ທີ່ເຄື່ອງຈັກສາມາດຈະ​ເຮັດ​ໃຫ້​ເກີດ​ການ​ຟົ້ງ​ຂຶ້ນໄດ້ນັ້ນ​ອອກ.

  • ປະ​ເມີນ​ພື້ນ​ທີ່​ເພື່ອ​ກຳ​ນົດ​ວ່າ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ມີ​ອຸ​ປະ​ກອນ​ເສີມ ແລະ ສິ່ງ​ທີ່​ຕິດ​ມາ​ນຳ​ອັນ​ໃດ​ເພື່ອ​ປະ​ຕິ​ບັດ​ວຽກ​ໄດ້​ຢ່າງ​ເໝາະ​ສົມ ແລະ ປອດ​ໄພ.

  • ກ່ອນນຳ​ໃຊ້, ໃຫ້ກວດກາດ້ວຍ​ຕາ​ເປົ່າ​ເບິ່ງວ່າ​ໃບມີດ, ນັອດ​ຈັບ​ໃບ​ມີດ ແລະ ພື້ນ​ຈັກ​ຕັດ​ຫຍ້າບໍ່​ຈີກ​ຂາດ ຫຼື ເປ່​ເພ. ປ່ຽນ​ໃບ​ມີດ ແລະ ນັອດທີ່​ຫ້ຽນ ແລະ ເສຍ​ຫາຍຢູ່​ໃນ​ຊຸດ​ເພື່ອ​ຮັກ​ສາ​ຄວາມ​ດຸນ​ດ່ຽງ.

ຄວາມປອດໄພຂອງນໍ້າມັນເຊື້ອໄຟ

  • ໃຊ້ຄວາມລະມັດລະວັງທີ່ສຸດໃນການຈັດການກັບນໍ້າມັນເຊື້ອໄຟ. ມັນໄວໄຟ ແລະ ອາຍແກັສຂອງມັນລະເບີດໄດ້.

  • ມອດຢາສູບ, ຊິກາ, ບັ້ງສູບຢາ ແລະ ແຫຼ່ງອື່ນໆທີ່ສາມາດຈຸດໄຟໄດ້.

  • ໃຊ້ຖັງນໍ້າມັນເຊື້ອໄຟທີ່ອະນຸມັດໃຫ້ເທົ່ານັ້ນ.

  • ຢ່າເປີດຝາປິດນໍ້າມັນເຊື້ອໄຟອອກ ແລະ ເຕີມນໍ້າມັນເຊື້ອໄຟໃນຂະນະທີ່ຈັກກຳລັງຕິດ​ຢູ່ ຫຼື ຮ້ອນ.

  • ຢ່າເຕີມ ຫຼື ເທນ້ຳມັນເຊື້ອໄຟອອກ​ຢູ່ໃນບ່ອນທີ່ປິດ.

  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

  • ຖ້າທ່ານເຮັດນໍ້າມັນເຊື້ອໄຟກະເດັນ, ຢ່າພະຍາຍາມຕິດຈັກ; ຫຼີກລ່ຽງການສ້າງແຫຼ່ງທີ່ມາຂອງການກໍ່​ໃຫ້​ເກີດໄຟຈົນກວ່າອາຍນ້ຳມັນເຊື້ອໄຟລະ​ເຫີຍ​ໄປ​ໝົດ​ແລ້ວ.

  • ຢ່າເຕີມ​ນ້ຳ​ມັນ​ເຊື້ອ​ໄຟ​ໃສ່​ພາ​ຊະ​ນະ​ບັນ​ຈຸ​ນ້ຳ​ມັນ​ຢູ່​ພາຍ​ໃນ​ພາ​ຫະ​ນະ ຫຼື ຢູ່​ໃນ​ລົດ​ບັນ​ທຸກ ຫຼື ພື້ນລົດ​ລາກທີ່​ມີແຜ່ນ​ປູ​ພື້ນປ​ລາ​ສ​ຕິກ. ໃຫ້​ວາງ​ພາ​ຊະ​ນະ​ບັນໄວ້​ໃນ​ພື້ນ​ຫ່າງ​ຈາກ​ພາ​ຫະ​ນະ​ຢູ່​ສະ​ເໝີ​ກ່ອນ​ການ​ເຕີມ.

  • ເອົາ​ອຸ​ປະ​ກອນ​ອອກ​ໄປ​ຈາກ​ລົດ​ບັນ​ທຸກ ຫຼື ລົດ​ລາກ ແລະ ເຕີມ​ນ້ຳ​ມັນຢູ່​ໃນ​ພື້ນ​ດິນ. ຖ້າ​ສະ​ພາບ​ການ​ນີ້​ບໍ່​ເປັນ​ໄປ​ໄດ້, ໃຫ້​ເຕີມ​ນ້ຳ​ມັນ​ໃສ່​ອຸ​ປະ​ກອນ​ດັ່ງ​ກ່າວ​ຄືນ​ໃໝ່ດ້ວຍພາ​ຊະ​ນະ​ບັນ​ຈຸ​ທີ່​ຫິ້ວ​ໄປ​ໄດ້​ແທນ​ທີ່​ຈະ​ເຕີມ​ຈາກ​ຫົວ​ຈ່າຍ​ນ້ຳ​ມັນ​ເຊື້ອ​ໄຟ.

  • ໃຫ້​ເອົາ​ຫົວ​ຈ່າຍ​ສຳ​ຜັດ​ກັບ​ຂອບ​ຂອງ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ ຫຼື ພາ​ຊະ​ນະ​ບັນ​ຈຸ​ທີ່ໃຊ້​ງານຕະ​ຫຼອດ​ເວ​ລາ​ຈົນ​ກວ່າ​ການ​ເຕີມ​ນ້ຳ​ມັນ​ສຳ​ເລັດ.

ການເຕີມນໍ້າມັນເຊື້ອໄຟ

ນ້ຳ​ມັນ​ທີ່​ແນະ​ນຳ

  • ເພື່ອ​ໃຫ້​ໄດ້​ຜົນ​ດີ​ທີ່​ສຸດ, ໃຫ້​ໃຊ້​ແຕ່​ນ້ຳ​ມັນ​ແອັດ​ຊັງ​ທີ່​ສະ​ອາດ, ສົດ (ອາ​ຍຸ​ບໍ່​ເກີນ 30 ວັນ), ບໍ່​ມີ​ສານ​ຊືນ​ທີ່​ມີ​ອັດ​ຕາ​ອັອກເທນ 87 ຫຼື ສູງກວ່າ ((R+M)/2 ວິ​ທີ​ຄິດ​ໄລ່​ອັດ​ຕາ).

  • ເອ​ທານອ​ລ: ນ້ຳ​ມັນ​ແອັດ​ຊັງ​ທີ່​ມີ​ເອ​ທານອ​ລ​ສູງ​ເຖິງ 10% (ແກ໊ສ​ໂຊ​ຮອ​ລ) ຫຼື 15% MTBE (methyl tertiary butyl ether) ໂດຍ​ບໍ​ລິ​ມາດ​ແມ່ນຍອມ​ຮັບ​ໄດ້. ເອ​ທານອ​ລ ແລະ MTBE ແມ່ນ​ບໍ່​ຄື​ກັນ. ນ້ຳ​ມັນ​ແອັດ​ຊັງ​ທີ່​ມີ​ເອ​ທານອ​ລ (E15) 15% ໂດຍ​ບໍ​ລິ​ມາດ​ແມ່ນ​ບໍ່​ອະ​ນຸ​ມັດ​ໃຫ້​ນຳ​ໃຊ້. ຢ່າ​ໃຊ້​ນ້ຳ​ມັນ​ແອັດ​ຊັງ​ທີ່​ມີ​ເອ​ທານອ​ລຫຼາຍກວ່າ 10% ໂດຍ​ບໍ​ລິ​ມາດ, ເຊັ່ນ: E15 (ມີ​ເອ​ທານອ​ລ 15%), E20 (ມີ​ເອ​ທານອ​ລ 20%) ຫຼື E85 (ມີ​ເອ​ທານອ​ລສູງ​ເຖິງ 85%). ການ​ໃຊ້​ນ້ຳ​ມັນ​ແອັດ​ຊັງ​ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ມັດ​ອາດ​ຈະ​ເຮັດ​ໃຫ້​ເກີດ​ບັນ​ຫາ​ທາງ​ດ້ານ​ປະ​ສິດ​ທິ​ພາບ ແລະ/ຫຼື ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ເຄື່ອງ​ຈັກ, ເຊິ່ງ​ອາດ​ຈະ​ບໍ່ໄດ້​ຮັບ​ການ​ຄຸ້ມ​ຄອງ​ພາຍ​ໃຕ້​ການ​ຮັບ​ປະ​ກັນ.

  • ຢ່າໃຊ້​ນ້ຳ​ມັນ​ແອັດ​ຊັງ​ທີ່​ມີ​ເມ​ທານອ​ລ.

  • ຢ່າເກັບ​ຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟ​ໄວ້​ໃນ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ ຫຼື ພາ​ຊະ​ນະ​ບັນ​ຈຸ​ນ້ຳ​ມັນ​ເຊື້ອ​ໄຟ​ຕະ​ຫຼອດ​ລະ​ດູ​ໜາວ, ນອກ​ຈາກວ່າ​ທ່ານນຳ​ໃຊ້​ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ​ຂອງ​ນ້ຳ​ມັນ​ເຊື້ອ​ໄຟ.

  • ຢ່າເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່​ນ້ຳ​ມັນ​ແອັດ​ຊັງ.

ການ​ໃຊ້​ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບ

ໃຊ້​ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບຢູ່​ໃນ​ເຄື່ອງ​ຈັກ​ເພື່ອ​ໃຫ້​ເກີດ​ຜົນ​ປະ​ໂຫຍດ​ດັ່ງ​ຕໍ່​ໄປ​ນີ້:

  • ເກັບຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟໃຫ້​ສົດໄດ້​ດົນ​ຂຶ້ນເມື່ອ​ໃຊ້​ຕາມ​ທີ່ຜູ້​ຜະ​ລິດຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນ​ເຊື້ອ​ໄຟສັ່ງ​ໃຫ້​ເຮັດ

  • ອະ​ນາ​ໄມ​ເຄື່ອງ​ຈັກ​ໃນ​ຂະ​ນະ​ທີ່​ມັນ​ເດີນ​ຢູ່

  • ກຳ​ຈັດ​ການ​ສະ​ສົມ​ຂອງ​ນ້ຳ​ມັນ​ທາ​ເຫຼື້ອມ​ຄື​ກັບ​ໝາກ​ຝ​ຣັ່ງ​ຢູ່​ໃນ​ລະ​ບົບ​ນ້ຳ​ມັນ​ເຊື້ອ​ໄຟ, ເຊິ່ງ​ເປັນ​ສາ​ເຫດ​ຂອງ​ການ​ຕິດ​ຈັກ​ຍາກ

    Important: ຢ່າໃຊ້ສານ​ເຕີມ​ນ້ຳ​ມັນ​ເຊື້ອ​ໄຟທີ່​ມີ​ເມ​ທານອ​ລ ແລະ ເອ​ທານອ​ລ.

    ເຕີມຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບໃນ​ປະ​ລິ​ມານ​ທີ່​ຖືກ​ຕ້ອງ​ໃສ່​ນ້ຳ​ມັນ​ເຊື້ອ​ໄຟ.

    Note: ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບມີ​ປະ​ສິດ​ທິ​ພາບຫຼາຍ​ທີ່​ສຸດ​ເມື່ອ​ປະ​ສົມ​ກັບ​ນ້ຳ​ມັນ​ເຊື້ອ​ໄຟ​ສົດ. ເພື່ອ​ຫຼຸດ​ຜ່ອນ​ໂອ​ກາດ​ຂອງ​ການ​ເກີດ​ນ້ຳ​ມັນ​ທາ​ເຫຼື້ອມ​ສະ​ສົມ​ຢູ່​ໃນ​ລະ​ບົບ​ນ້ຳ​ມັນ​ເຊື້ອ​ໄຟ, ໃຊ້ຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນ​ເຊື້ອ​ໄຟ​ຕະ​ຫຼອດ​ເວ​ລາ.

ການເຕີມນໍ້າມັນເຊື້ອໄຟ

  1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

  2. ໃສ່​ເບ​ຣກມື.

  3. ມອດຈັກ ແລະ ຖອດກະແຈ.

  4. ທຳຄວາມສະອາດອ້ອມຝາຖັງນ້ຳມັນເຊື້ອໄຟ.

  5. ຕື່ມນ້ຳ​ມັນ​ໃສ່ຖັງທີ່ດ້ານລຸ່ມຂອງຄໍເຄື່ອງເຕີມນ້ຳມັນ.

    Note: ຢ່າ​ໃສ່ນໍ້າມັນເຊື້ອໄຟຈົນເຕັມຖັງ. ພື້ນທີ່ຫວ່າງຢູ່ໃນຖັງຊ່ວຍໃຫ້ນໍ້າມັນເຊື້ອໄຟຂະຫຍາຍຕົວໄດ້.

ການປະຕິບັດການບຳລຸງຮັກສາປະຈຳວັນ

ກ່ອນທີ່ຈະເລີ່ມໃຊ້ເຄື່ອງຈັກໃນແຕ່ລະມື້, ໃຫ້ປະຕິບັດຕາມແຕ່ລະຂັ້ນຕອນການນຳໃຊ້/ປະຈຳວັນທີ່ລະບຸໄວ້ໃນ .

ໃນລະຫວ່າງການປະຕິບັດງານ

ຄວາມປອດໄພໃນລະຫວ່າງການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ເຈົ້າຂອງ/ຜູ້ປະຕິບັດງານສາມາດປ້ອງກັນ ແລະ ມີຄວາມຮັບຜິດຊອບຕໍ່ອຸບັດຕິເຫດທີ່ອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ຄວາມເສຍຫາຍທາງຊັບສິນ.

  • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງການປ້ອງກັນຕາ; ໂສ້ງຂາຍາວ; ເກີບກັນມື່ນ ແລະ ເຄື່ອງ​ປ້ອງ​ກັນ​ສຽງ. ມັດຜົມຍາວໄວ້​ດ້ານ​ຫຼັງ ແລະ ຢ່າໃສ່ເຄື່ອງນຸ່ງ ຫຼື ເຄື່ອງປະດັບຫຼວມໆ.

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ນຳ​ໃຊ້ເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ຢ່າໃຊ້ເຄື່ອງຈັກໃນຂະນະທີ່ບໍ່​ສະ​ບາຍ, ອິດເມື່ອຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງສິ່ງ​ມຶນ​ເມົາ ຫຼື ສິ່ງເສບຕິດ.

  • ກ່ອນທີ່ທ່ານຈະຕິດຈັກ, ໃຫ້​ແນ່​ໃຈ​ວ່າເປັນເກຍຫວ່າງ, ໃສ່ເບ​ຣກມືໄວ້ຢູ່ ແລະ ທ່ານຢູ່ໃນຕຳແໜ່ງຄວບ​ຄຸມປະຕິບັດງານ.

  • ໃຫ້ຜູ້​ຢືນ​ຢູ່​ໃກ້ອອກຈາກພື້ນທີ່ບ່ອນ​ເຮັດ​ວຽກ. ມອດ​ຈັກ, ຖ້າ​ມີ​ຄົນ​ເຂົ້າ​ໄປ​ໃນ​ພື້ນ​ທີ່.

  • ນຳ​ໃຊ້ເຄື່ອງຈັກພຽງແຕ່ໃນເວລາທີ່ທ່ານເບິ່ງເຫັນດີເທົ່ານັ້ນ ແລະ ມີສະພາບອາກາດທີ່ເໝາະສົມ. ຢ່າໃຊ້ເຄື່ອງຈັກເມື່ອມີຄວາມສ່ຽງຕໍ່ການເກີດຟ້າຜ່າ.

  • ຫຍ້າ ຫຼື ໃບ​ໄມ້​ປຽກ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ຮຸນ​ແຮງ​ໄດ້, ຖ້າ​ທ່ານ​ຢຽບ​ແລ້ວມື່ນ ແລະ ໄປ​ສຳ​ຜັດ​ກັບ​ໃບ​ມີດ. ຫຼີກລ່ຽງການຕັດຫຍ້າຢູ່​ໃນ​ສະ​ພາບ​ທີ່ປຽກ.

  • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກໜ່ວຍຕັດ.

  • ເບິ່ງທາງຫຼັງ ແລະ ດ້ານລຸ່ມກ່ອນທີ່ຈະຖອຍເພື່ອໃຫ້ແນ່ໃຈວ່າເສັ້ນທາງປອດໄພ.

  • ໃຊ້ຄວາມລະມັດລະວັງເປັນ​ພິ​ເສດໃນເວລາທີ່ເຂົ້າໄປໃນບໍລິເວນທີ່ເບິ່ງບໍ່ເຫັນ, ຟຸ່ມໄມ້, ຕົ້ນໄມ້ ຫຼື ວັດຖຸອື່ນໆທີ່ອາດຈະ​ບົດ​ບັງ​ວິວ​ຂອງ​ທ່ານ.

  • ປົດ​ຕົວ​ຂັບ​ເຄື່ອນ​ໃສ່​ໜ່ວຍ​ຕັດ ແລະ ມອດ​ຈັກ​ກ່ອນ​ການ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ.

  • ໃຊ້ງານເຄື່ອງຈັກຢູ່ໃນສະຖານທີ່ບ່ອນມີການລະບາຍອາກາດດີເທົ່ານັ້ນ. ທາດອາຍເສຍມີ​ສານຄາບອນມໍນັອກຊາຍທີ່ເປັນອັນຕະລາຍ, ຖ້າຫາຍໃຈເຂົ້າ.

  • ຢ່າປ່ອຍໃຫ້ເຄື່ອງຈັກແລ່ນໂດຍທີ່ບໍ່ມີຄົນຢູ່ນຳ.

  • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ (ລວມທັງການຖອກຖົງຫຍ້າເສຍ ຫຼື ອະ​ນາ​ໄມສິ່ງອຸດຕັນໜ່ວຍຕັດ), ແມ່ນໃຫ້ເຮັດດັ່ງຕໍ່ໄປນີ້:

    • ໃຫ້ຈອດເຄື່ອງຈັກໃນພື້ນດິນທີ່​ພຽງ​ໄດ້​ລະ​ດັບ.

    • ຖອດໜ່ວຍຕັດ ແລະ ປ່ອຍສິ່ງທີ່ຕິດມາຕ່ຳ​ລົງ.

    • ໃສ່​ເບ​ຣກມື.

    • ມອດເຄື່ອງຈັກ ແລະ ຖອດກະ​ແຈຕິດ​ຈັກ (ຖ້າ​ໄດ້​ຕິດ​ຕັ້ງ​ມາ​ນຳ).

    • ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    • ມອດ​ຈັກ ແລະ ປົດ​ການ​ຂັບ​ເຄື່ອນ​ໄປ​ຫາ​ໜ່ວຍ​ຕັດ​ຢູ່​ໃນ​ສະ​ຖາ​ນະ​ການ​ຕໍ່​ໄປ​ນີ້:

      • ກ່ອນເຕີມນໍ້າມັນເຊື້ອໄຟ

      • ກ່ອນ​ກຳ​ຈັດສິ່ງອຸດ​ຕັນອອກ

      • ກ່ອນ​ການກວດ​ກາ, ທຳ​ຄວາມ​ສະ​ອາດ ຫຼື ບຳ​ລຸງ​ຮັກ​ສາໜ່ວຍຕັດ

      • ຫຼັງ​ຈາກ​ຕຳ​ກັບ​ວັດ​ຖຸ​ແປກ​ປອມ ຫຼື ຖ້າ​ມີ​ການ​ສັ່ນ​ຜິດ​ປົກ​ກະ​ຕິ​ເກີດ​ຂຶ້ນ. ກວດ​ກາ​ເບິ່ງໜ່ວຍ​ຕັດ​ສຳ​ລັບຄວາມ​ເສຍ​ຫາຍ ແລະ ສ້ອມ​ແປງ​ກ່ອນ​ເລີ່ມຕິດ​ຈັກ ແລະ ໃຊ້​ງານເຄື່ອງ​ຈັກ

      • ກ່ອນທີ່ຈະອອກຈາກຕຳແໜ່ງປະຕິບັດງານ

    • ໃຊ້ແຕ່ອຸປະກອນເສີມ ແລະ ສິ່ງທີ່ຕິດມາທີ່ອະ​ນຸ​ມັດໂດຍບໍລິສັດ Toro® Company ເທົ່າ​ນັ້ນ.

    • ໃຫ້​ລະ​ວັງ​ການ​ວາງ​ຕີນ​ຂອງ​ທ່ານ​ໃນ​ຂະ​ນະ​ທີ່​ກຳ​ລັງ​ໃຊ້​ເຄື່ອງ​ຈັກ​ນີ້, ໂດຍ​ສະ​ເພາະ​ແມ່ນ​ເວ​ລາ​ກຳ​ລັງ​ຖອຍ​ຂຶ້ນ. ຍ່າງ​ເອົາ; ຢ່າ​ແລ່ນ.

    • ຢ່າ​ນຳ​ໃຊ້ໃນ​ເວ​ລາ​ທີ່​ມີ​ຕົວ​ປັດ​ຫຍ້າ​ປ່ອຍ​ອອກ​ນັ້ນ​ຍົກ​ຕົວ​ຂຶ້ນ, ຖືກ​ປົດ​ອອກ​ໄປ ຫຼື ຖືກ​ປ່ຽນ​ແປງ, ນອກ​ຈາກວ່າ​ທ່ານ​ກຳ​ລັງ​ໃຊ້​ເຄື່ອງ​ຈັບ​ຫຍ້າ​ຢູ່.

    • ຢ່າ​ບັນ​ທຸກ​ຜູ້​ໂດຍ​ສານ​ໄປ​ນຳ​ເຄື່ອງ​ຈັກ.

    • ຢ່າ​ສົ່ງວັດ​ຖຸ​ທີ່​ປ່ອຍ​ອອກ​ມາ​ໄປ​ຍັງ​ຄົນ​ໃດ​ຄົນ​ໜຶ່ງ. ຫຼີກ​ລ່ຽງ​ການ​ປ່ອຍ​ວັດ​ຖຸ​ອອກ​ມາ​ຕຳ​ໃສ່​ຝາ ຫຼື ສິ່ງ​ກີດ​ຂວາງ; ວັດ​ຖຸ​ອາດ​ຈະ​ກະ​ເດັນ​ກັບ​ຄືນ​ມາ​ຍັງ​ທ່ານ. ຢຸດ​ໃບ​ມີດ​ເມື່ອ​ກຳ​ລັງ​ຂ້າມ​ພື້ນ​ບ່ອນ​ທີ່​ມີ​ຫີນ​ແຮ່.

    • ຕິດ​ຈັກ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ​ໂດຍ​ອີງ​ຕາມ​ຄຳ​ແນະ​ນຳ ແລະ ໃຫ້​ຕີນ​ຂອງ​ທ່ານ​ອອກ​ຫ່າງ​ຈາກ​ໃບ​ມີດ ແລະ ບໍ່​ຢູ່​ຕໍ່​ໜ້າ​ຮາງ​ປ່ອຍ.

    • ໃຊ້​ຄວາມ​ລະ​ວັງເປັນ​ພິ​ເສດໃນ​ເວ​ລາ​ຖອຍ​ຫຼັງ ຫຼື ຊຸກ​ເຄື່ອງ​ຈັກ​ໄປຜ່ານ​ທ່ານ.

    • ຢຸດ​ໃບ​ມີດ, ຖ້າ​ທ່ານ​ຕ້ອງ​ຂົນ​ສົ່ງ​ເຄື່ອງ​ຈັກ​ໄປ​ຫາ ແລະ ອອກ​ຈາກ​ບໍ​ລິ​ເວນ​ຕັດ​ຫຍ້າ ແລະ ເມື່ອ​ຂ້າມ​ພື້ນ​ຜິວ​ທີ່​ບໍ່​ແມ່ນ​ຫຍ້າ.

ຄວາມປອດໄພໃນທາງຄ້ອຍຊັນ

  • ທາງຄ້ອຍຊັນແມ່ນປັດໃຈຕົ້ນ​ຕໍທີ່ກ່ຽວຂ້ອງກັບການສູນເສຍການຄວບຄຸມ ແລະ ອຸບັດຕິເຫດໃນ​ການ​ພິກ​ປີ້ນ, ເຊິ່ງອາດຈະເຮັດໃຫ້ມີການບາດເຈັບສາ​ຫັດ ຫຼື ເສຍຊີວິດໄດ້. ທ່ານມີໜ້າທີ່ຮັບຜິດຊອບໃນການປະຕິບັດງານໃນທາງຄ້ອຍຊັນທີ່ປອດໄພ. ການໃຊ້ເຄື່ອງຈັກຢູ່ເທິງທາງຄ້ອຍຊັນໃດກໍ່ຕາມແມ່ນຕ້ອງມີຄວາມລະມັດລະວັງເປັນພິເສດ. ກ່ອນ​ນຳ​ໃຊ້ເຄື່ອງ​ຈັກຢູ່ບ່ອນ​ຄ້ອຍຊັນ, ໃຫ້​ເຮັດ​ດັ່ງ​ຕໍ່​ໄປ​ນີ້:

    • ທົບ​ທວນຄືນ ແລະ ທຳຄວາມເຂົ້າໃຈຄຳ​ແນະ​ນຳ​ຄວາມ​ຄ້ອຍ​ຊັນ​ຢູ່​ໃນ​ຄູ່​ມື ແລະ ໃນເຄື່ອງຈັກ.

    • ປະເມີນສະພາບຂອງສະຖານທີ່ຂອງວັນເພື່ອກຳນົດວ່າຄວາມຄ້ອຍຊັນມີຄວາມປອດໄພຕໍ່ການດຳ​ເນີນ​ງານ​ຂອງ​ເຄື່ອງ​ຈັກ​ບໍ່. ໃຊ້​ສາມັນ​ສຳ​ນຶກທົ່ວໄປ ແລະ ການຕັດສິນໃຈທີ່ດີໃນເວລາທີ່ດຳເນີນການປະ​ເມີນນີ້. ການປ່ຽນແປງຂອງພູມສັນຖານເຊັ່ນ: ຄວາມ​ຊຸ່ມ​ສາ​ມາດ​ມີ​ຜົນ​ກະ​ທົບ​ຕໍ່​ການ​ໃຊ້​ງານ​ຂອງ​ເຄື່ອງ​ຈັກ​ຢ່າງ​ໄວ​ໃນ​ຄວາມ​ຄ້ອຍຊັນ.

  • ໃຊ້​ງານ​ຂ້າມ​ໄປ​ຕາມ​ຄ້ອຍ​ຊັນ, ຢ່າ​ຂຶ້ນ ແລະ ລົງ. ຫຼີກ​ລ່ຽງ​ການ​ໃຊ້​ງານ​ໃນ​ບ່ອນ​ຄ້ອຍ​ຊັນ​ເກີນ ຫຼື ບ່ອນ​ຄ້ອຍ​ຊັນ​ປຽກຊຸ່ມ. ເກີບ​ບໍ່​ດີ​ສາມາດ​ເຮັດ​ໃຫ້​ມື່ນ ແລະ ລົ້ມ​ໂດຍ​ບັງ​ເອີນ​ໄດ້.

  • ລະ​ບຸຄວາມອັນຕະລາຍຢູ່ທີ່ຖານຂອງທາງຄ້ອຍຊັນ. ຢ່າໃຊ້ງານເຄື່ອງຈັກຢູ່ໃກ້ຈຸດຕົກ, ຄອງນ້ຳ, ຄັນຄູ, ອັນຕະລາຍທາງນໍ້າ ຫຼື ອື່ນໆ. ເຄື່ອງຈັກດັ່ງກ່າວສາມາດກິ້ງໄດ້ຢ່າງກະທັນຫັນ, ຖ້າຫາກວ່າລໍ້ແລ່ນຂ້າມຂອບ ຫຼື ຂອບຕົກ​ເຂົ້າໃນ. ຮັກ​ສາ​ໄລ​ຍະ​ຫ່າງ​ທີ່​ປອດ​ໄພ​ລະ​ຫວ່າງ​ເຄື່ອງ​ຈັກ ແລະ ອັນ​ຕະ​ລາຍ​ອື່ນໆ. ໃຊ້​ເຄື່ອງ​ມື​ປະ​ເພດ​ມື​ຖື​ເພື່ອ​ໃຊ້​ງານ​ຢູ່​ໃນ​ພື້ນ​ທີ່​ເຫຼົ່າ​ນີ້.

  • ຫຼີກລ່ຽງການຕິດ​ຈັກ, ມອດ​ຈັກ ຫຼື ລ້ຽວເຄື່ອງຈັກຕາມທາງຄ້ອຍຊັນ. ຫຼີກລ່ຽງການປ່ຽນແປງຄວາມໄວ ຫຼື ທິດທາງຢ່າງກະທັນຫັນ; ລ້ຽວ​ຊ້າໆ ແລະ ເທື່ອ​ລະ​ໜ້ອຍ.

  • ຢ່າໃຊ້ງານເຄື່ອງຈັກພາຍໃຕ້ສະພາບການທີ່ມີການເຄື່ອນທີ່, ການລ້ຽວ ຫຼື ມີ​ຄວາມ​ສົງ​ໄສ​ໃນ​ຄວາມ​ທ່ຽງ. ໃຫ້​ຮູ້​ໄວ້ວ່າການເຮັດວຽກຂອງເຄື່ອງຈັກໃນຫຍ້າທີ່ຊຸ່ມ, ຂ້າມທາງຄ້ອຍຊັນ ຫຼື ທາງລົງພູອາດຈະເຮັດໃຫ້ເຄື່ອງຈັກສູນເສຍການຄວບຄຸມ. ການ​ສູນ​ເສຍ​ການ​ລາກໃສ່​ລໍ້​ຂັບ​ເຄື່ອນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ມື່ນ​ໄຫຼ ແລະ ການ​ສູນ​ເສຍ​ການ​ເບ​ຣກ ແລະ ການ​ຄວບ​ຄຸມພວງ​ມະ​ໄລ. ເຄື່ອງ​ຈັກ​ສາ​ມາດ​ໄຫຼ​ໄປ​ໄດ້, ເຖິງ​ແມ່ນ​ວ່າລໍ້ຂັບ​ເຄື່ອນຢຸດແລ້ວ.

  • ກຳ​ຈັດ ຫຼື ໃສ່ເຄື່ອງໝາຍສິ່ງ​ກີດ​ຂວາງຕ່າງໆເຊັ່ນ: ຮ່ອງ, ຂຸມ, ຮອຍແຕກ, ກ້ອນຫີນ ຫຼື ອັນຕະລາຍອື່ນໆທີ່ເຊື່ອງໄວ້. ຫຍ້າທີ່ສູງສາມາດປິດ​ບັງສິ່ງກີດຂວາງຕ່າງໆໄດ້. ພູມສັນຖານທີ່ບໍ່ລຽບສາມາດເຮັດ​ໃຫ້ເຄື່ອງຈັກປີ້ນໄດ້.

  • ຖ້າ​ທ່ານ​ຄວບ​ຄຸມ​ເຄື່ອງ​ຈັກ​ບໍ່​ໄດ້, ໃຫ້​ໂດດ​ໜີອອກ​ຈາກ​ທິດ​ທາງ​ການ​ໄປ​ຂອງ​ເຄື່ອງ​ຈັກ.

  • ເມື່ອ​ລົງ​ຄ້ອຍ​ຊັນ​ແມ່ນ​ໃຫ້​ໃສ່​ເກຍ​ເຄື່ອງ​ຈັກ​ຢູ່​ສະ​ເໝີ. ຢ່າມອດ​ຈັກ​ແລ້ວ​ປ່ອຍ​ລົງ​ພູ (ສາ​ມາດ​ນຳ​ໃຊ້​ໄດ້​ພຽງ​ແຕ່​ໃນ​ເຄື່ອງ​ທີ່​ຂັບ​ເຄື່ອນ​ດ້ວຍ​ເກຍ​ເທົ່າ​ນັ້ນ).

ການ​ນຳ​ໃຊ້​ເບ​ຣກ​ມື ແລະ ລັອກເກຍ​ຫວ່າງ

ຄຳເຕືອນ

ເດັກ​ນ້ອຍ ຫຼື ຜູ້​ຢືນ​ຢູ່​ໃກ້​ອາດ​ຈະ​ໄດ້​ຮັບ​ບາດ​ເຈັບ, ຖ້າ​ພວກ​ເຂົາ​ເຄື່ອນ​ຍ້າຍ ຫຼື ພະ​ຍາ​ຍາມ​ໃຊ້​ເຄື່ອງ​ຈັກ​ໃນ​ຂະ​ນະ​ທີ່​ບໍ່​ມີ​ຜູ້​ເຝົ້າ​ເບິ່ງ.

ໃຫ້ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື ແລະ ຖອດກະ​ແຈ​ຕິດ​ຈັກອອກ​ຢູ່​ສະ​ເໝີ, ຖ້າ​ທ່ານ​ປະ​ເຄື່ອງ​ຈັກ​ໄວ້​ໂດຍ​ບໍ່​ມີ​ຜູ້​ເຝົ້າ​ເບິ່ງ.

ການໃສ່​ເບ​ຣກມື

  1. ບີບ​ຄັນ​ຂັບ​ເຄື່ອນ (ຮູບສະແດງ ).

    artpending
  2. ວາງ​ໂປ້​ມື​ຂອງ​ທ່ານ​ໃສ່​ພາກ​ສ່ວນ​ທາງ​ເທິງ​ຂອງ​ລັອກ ແລະ ເຄື່ອນ​ພວກ​ມັນ​ໄປ​ທາງ​ດ້ານໜ້າ​ເຂົ້າ​ສູ່​ຕຳ​ແໜ່ງຈອດ (ຮູບສະແດງ ).

  3. ປົດຄັນ​ຂັບ​ເຄື່ອນ.

ການປົດເບ​ຣກມື

  1. ບີບ​ຄັນ​ຂັບ​ເຄື່ອນກັບ​ຄືນ​ທາງ​ຫຼັງ (ຮູບສະແດງ ).

  2. ວາງ​ໂປ້​ມື​ຂອງ​ທ່ານ​ໃສ່​ພາກ​ສ່ວນ​ທາງ​ເທິງ​ຂອງ​ລັອກ ແລະ ເຄື່ອນ​ພວກ​ມັນ​ໄປ​ທາງ​ດ້ານຫຼັງຈົນ​ກວ່າ​ພວກ​ມັນ​ຢູ່​ໃນຕຳ​ແໜ່ງຂັບ​ເຄື່ອນ (ຮູບສະແດງ ).

ການ​ໃສ່​ລັອກ​ເກຍ​ຫວ່າງ

  1. ບີບ​ຄັນ​ຂັບ​ເຄື່ອນກັບ​ຄືນ​ທາງ​ຫຼັງ (ຮູບສະແດງ ).

  2. ວາງ​ໂປ້​ມື​ຂອງ​ທ່ານ​ໃສ່​ພາກ​ສ່ວນ​ທາງ​ເທິງ​ຂອງ​ລັອກ ແລະ ເຄື່ອນ​ພວກ​ມັນ​ໄປ​ທາງ​ດ້ານຫຼັງເຂົ້າ​ສູ່​ຕຳ​ແໜ່ງລັອກເກຍ​ຫວ່າງ (ຮູບສະແດງ ).

ການປົດລັອກ​ເກຍ​ຫວ່າງ

  1. ບີບ​ຄັນ​ຂັບ​ເຄື່ອນກັບ​ຄືນ​ທາງ​ຫຼັງ.

  2. ວາງ​ໂປ້​ມື​ຂອງ​ທ່ານ​ໃສ່​ພາກ​ສ່ວນ​ທາງ​ເທິງ​ຂອງ​ລັອກ ແລະ ເຄື່ອນ​ພວກ​ມັນ​ໄປ​ທາງ​ດ້ານໜ້າຈົນ​ກວ່າ​ພວກ​ມັນ​ຢູ່​ໃນຕຳ​ແໜ່ງຂັບ​ເຄື່ອນ (ຮູບສະແດງ ).

ການຕິດຈັກ.

  1. ເຊື່ອມ​ຕໍ່ສາຍຫົວ​ທຽນ.

  2. ເປີດ​ວາວນ້ຳ​ມັນ.

  3. ປົດ PTO ແລະ ໃສ່​ເກຍ​ໄປ​ຕຳ​ແໜ່ງເກຍ​ຫວ່າງ.

  4. ໃສ່​ເບ​ຣກມື.

  5. ບິດ​ກະ​ແຈ​ຕິດ​ຈັກໄປ​ຕຳ​ແໜ່ງແລ່ນ.

    • ເພື່ອ​ຕິດ​ຈັກ​ເຢັນ, ເຄື່ອນ​ຄັນ​ຄວບ​ຄຸມ​ຄັນ​ເລັ່ງ​ໄປ​ເຄິ່ງ​ທາງ​ລະ​ຫວ່າງ​ຕຳ​ແໜ່ງໄວ ແລະ ຊ້າ.

    • ເພື່ອ​ຕິດ​ຈັກອຸ່ນ, ເຄື່ອນ​ຄັນ​ຄວບ​ຄຸມ​ຄັນ​ເລັ່ງ​ໄປຫາຕຳ​ແໜ່ງໄວ.

  6. ດຶງ​ລູກ​ບິດຊົກ, ຖ້າ​ຈັກເຢັນ.

    Note: ປົກ​ກະ​ຕິ​ນັ້ນຈັກ​ອຸ່ນ ຫຼື ຮ້ອນແມ່ນບໍ່​ຈຳ​ເປັນ​ຕ້ອງເປີດຊົກ.

  7. ຈັບ​ມືດຶງຕິດ​ຈັກໃຫ້​ແໜ້ນໆ ແລະ ດຶງເພື່ອ​ຕິດ​ຈັກ.

    Note: ປ່ອຍ​ໃຫ້​ເຊືອກ​ດຶງ​ມ້ວນ​ກັບ​ຄືນ​ຊ້າໆ.

    Important: ຢ່າ​ດຶງ​ເຊືອກຕິດ​ຈັກ​ໄປ​ຈົນ​ຮອດ​ຂີດ​ຈຳ​ກັດຂອງ​ມັນ ຫຼື ປ່ອຍມື​ດຶງຕິດ​ຈັກ​ເມື່ອທ່ານ​ດຶງ​ເຊືອກ​ອອກ; ເພາະ​ວ່າເຊືອກ​ອາດ​ຈະ​ຂາດ ຫຼື ສ່ວນ​ປະ​ກອບ​ຂອງ​ຫົວ​ມ້ວນເຊືອກ​ອາດ​ຈະ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

  8. ຊຸກຊົກໄປ​ທີ່​ຕຳ​ແໜ່ງປິດເມື່ອ​ຈັກ​ອຸ່ນ​ຂຶ້ນ.

  9. ຖ້າ​ຈັກ​ເຢັນ, ປ່ອຍ​ໃຫ້​ມັນ​ອຸ່ນ​ຂຶ້ນ ແລະ ຈາກ​ນັ້ນ​ເຄື່ອນ​ຄັນ​ຄວບ​ຄຸມ​ຄັນ​ເລັ່ງ​ໄປ​ຫາ​ຕຳ​ແໜ່ງໄວ.

ການມອດຈັກ

  1. ເຄື່ອນຄັນເລັ່ງໄປທີ່ຕຳແໜ່ງຊ້າ (ຮູບສະແດງ ).

  2. ໃຫ້​ຈັກ​ຕິດ​ກາ​ລັງ​ຕີ​ໄວ້​ເປັນ​ເວ​ລາ 30 ຫາ 60 ວິ​ນາ​ທີ​ກ່ອນ​ບິດ​ກະ​ແຈ​ຕິດ​ຈັກ​ໄປ​ຫາ​ຕຳ​ແໜ່ງມອດ.

  3. ໃສ່​ເບ​ຣກມື ແລະ ຖອດກະ​ແຈຕິດ​ຈັກອອກ.

  4. ຖອດ​ສາຍ​ຕໍ່​ຫົວ​ທຽນ​ອອກ.

  5. ປິດວາວປິດນ້ຳ​ມັນ.

    Important: ໃຫ້​ແນ່​ໃຈ​ວ່າ​ທ່ານປິດ​ວາວ​ປິດ​ນ້ຳ​ມັນກ່ອນຂົນ​ສົ່ງ ຫຼື ເກັບ​ຮັກ​ສາ​ເຄື່ອງ​ຈັກໄວ້, ເນື່ອງ​ຈາກ​ນ້ຳ​ມັນ​ອາດ​ຈະ​ຮົ່ວ.

    artpending

ການໃຊ້​ງານ​ຄັນ​ຄວບ​ຄຸມ​ໃບ​ມີດ (PTO)

ຄັນ​ຄວບ​ຄຸມ​ໃບ​ມີດ (PTO) ໃສ່ ແລະ ປົດ​ພະ​ລັງ​ງານ​ໄປ​ຫາ​ໃບ​ມີດ​ຈັກ​ຕັດ​ຫຍ້າ.

ການໃສ່ໃບ​ມີດ​ຈັກ​ຕັດ​ຫຍ້າ

  1. ບີບ​ຄັນ​ຄວບ​ຄຸມ​ການ​ປະ​ຈຳ​ທີ່​ຂອງ​ຜູ້​ນຳ​ໃຊ້​ໃສ່​ມືຈັບ (ຮູບສະແດງ ).

  2. ຊຸກ​ຄັນ​ຄວບ​ຄຸມ​ໃບ​ມີດ (PTO) ແຮງໆ​ຈົນ​ກວ່າ​ມັນ​ເກາະ​ເຂົ້າ​ໄປ​ເກີນ​ເຄິ່ງ​ກາງ (ຮູບສະແດງ ).

    Note: ຖ້າ​ທ່ານ​ປ່ອຍ​ການ​ຄວບ​ຄຸມ​ການ​ປະ​ຈຳ​ທີ່​ຂອງ​ຜູ້​ນຳ​ໃຊ້, ຕິດ​ຈັກ ແລະ ເຮັດ​ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້​ຊ້ຳ​ຄືນ​ເພື່ອ​ໃສ່​ໃບ​ມີດ​ເຄື່ອງ​ຕັດ​ຫຍ້າ.

    artpending

ການປົດໃບ​ມີດ​ຈັກ​ຕັດ​ຫຍ້າ (PTO)

ດຶງ​ຄັນ​ຄວບ​ຄຸມ​ໃບ​ມີດ (PTO) ໄປ​ທາງ​ດ້ານ​ຫຼັງ​ໃຫ້​ສຸດ (ຮູບສະແດງ ).

Note: ຈັກ​ມອດ, ຖ້າ​ທ່ານ​ປ່ອຍ​ການ​ຄວບ​ຄຸມ​ການ​ປະ​ຈຳ​ທີ່​ຂອງ​ຜູ້​ໃຊ້​ດ້ວຍ​ການ​ໃສ່​ຄັນ​ຄວບ​ຄຸມ​ໃບ​ມີດ.

ການໃຊ້ລະບົບຄວາມ​ປອດ​ໄພ-ອິນເຕີລັອກ

ຄຳເຕືອນ

ຖ້າຫາກວ່າສະວິດລັອກເຊື່ອມຕໍ່ຄວາມປອດໄພຖືກຕັດຂາດ ຫຼື ເສຍຫາຍ, ເຄື່ອງສາມາດປະຕິບັດງານໂດຍບໍ່ຄາດຄິດເຊິ່ງກໍ່ໃຫ້ເກີດການບາດເຈັບຕໍ່ບຸກຄົນໄດ້.

  • ຢ່າແຕະ​ຕ້ອງປຸ່ມອິນເຕີລັອກ.

  • ກວດເບິ່ງການປະຕິບັດງານຂອງປຸ່ມອິນເຕີລັອກທຸກໆມື້ ແລະ ປ່ຽນປຸ່ມທີ່ເສຍຫາຍກ່ອນທີ່ຈະໃຊ້​ງານເຄື່ອງຈັກ.

ການທຳ​ຄວາມ​ເຂົ້າ​ໃຈລະບົບຄວາມ​ປອດ​ໄພ-ອິນເຕີລັອກ

ລະ​ບົບ​ອິນ​ເຕີ​ລັອກ​ຄວາມ​ປອດໄພແມ່ນ​ໄດ້​ອອກ​ແບບ​ມາ​ເພື່ອປ້ອງ​ກັນ​ບໍ່​ໃຫ້​ເຄື່ອງ​ຈັກ​ຕິດ, ນອກ​ຈາກວ່າ:

  • PTO ຖືກ​ປົດ​ໄວ້.

  • ເຄື່ອງ​ຈັກ​ຢູ່​ໃນຕຳ​ແໜ່ງເກຍ​ຫວ່າງ.

  • ກະ​ແຈ​ຕິດຈັກ​ຢູ່​ໃນຕຳ​ແໜ່ງແລ່ນ.

ລະ​ບົບຄວາມ​ປອດ​ໄພ-​ອິນ​ເຕີ​ລັອກແມ່ນ​ໄດ້​ອອກ​ແບບ​ມາ​ເພື່ອມອດ​ຈັກ​ເມື່ອ:

  • ຄັນ​ຄວບ​ຄຸມ​ການ​ປະ​ຈຳ​ທີ່​ຂອງ​ຜູ້​ນຳ​ໃຊ້ (OPC) ຖືກ​ປ່ອຍ​ເມື່ອ​ລະ​ບົບ​ເກຍ ຫຼື ໃບ​ມີດ​ຖືກ​ເປີດ​ໃຊ້.

  • ກະ​ແຈ​ຕິດຈັກຖືກ​ບິດ​ໄປຕຳ​ແໜ່ງມອດ.

  • ເຄື່ອງ​ຈັກ​ຖືກ​ດຶງ​ໄປ​ໃສ່​ເກຍ​ໂດຍ​ບໍ່​ມີ​ການ​ດຶງ​ຄັນ OPC.

  • ຄັນ​ຄວບ​ຄຸມ​ໃບ​ມີດ (PTO) ຖືກ​ເປີດ​ໃຊ້​ໂດຍ​ບໍ່​ມີ​ການ​ດຶງ​ຄັນ OPC.

ການທົດ​ສອບລະບົບຄວາມ​ປອດ​ໄພ-ອິນເຕີລັອກ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງລະບົບຄວາມ​ປອດ​ໄພ-ອິນເຕີລັອກ.
  • ທົດ​ສອບລະ​ບົບຄວາມ​ປອດ​ໄພ-​ອິນ​ເຕີ​ລັອກແຕ່​ລະ​ຄັ້ງ​ກ່ອນ​ທ່ານ​ນຳ​ໃຊ້​ເຄື່ອງ​ຈັກ. ຖ້າ​ລະ​ບົບຄວາມ​ປອດ​ໄພ​ບໍ່​ໃຊ້​ງານ​ໄດ້​ຕາມ​ອະ​ທິ​ບາຍ​ໄວ້, ໃຫ້​ຜູ້​ຈຳ​ໜ່າຍບໍລິ​ການທີ່​ໄດ້​ຮັບ​ອະ​ນຸ​ຍາດ​ສ້ອມ​ແປງ​ລະ​ບົບ​ຄວາມ​ປອດ​ໄພທັນ​ທີ.

    1. ໃສ່​ເບ​ຣກມື, ເຄື່ອນ​ຄັນ​ປ່ຽນ​ເກຍ​ໄປ​ທີ່​ຕຳ​ແໜ່ງເກຍ​ຫວ່າງ, ປົດ PTO ແລະ ເຄື່ອນ​ຄັນ​ເລັ່ງ​ໄປ​ທາງ​ໜ້າ.

    2. ຕິດຈັກ.

    3. ໂດຍ​ບໍ່​ມີ​ການ​ຈັບຄັນ​ຄວບ​ຄຸມ​ການ​ປະ​ຈຳ​ທີ່​ຂອງ​ຜູ້​ນຳ​ໃຊ້ (OPC), ໃສ່​ຄັນ​ຄວບ​ຄຸມ​ໃບ​ມີດ (PTO).

      ຈັກ​ຄວນ​ຈະ​ມອດ.

    4. ປົດຄັນ​ຄວບ​ຄຸມ​ໃບ​ມີດ (PTO).

    5. ໂດຍ​ໃຫ້​ຈັກ​ແລ່ນ​ຢູ່, ກົດຄັນ OPC ລົງ ແລະ ໃສ່​ຄັນ​ຄວບ​ຄຸມ​ໃບ​ມີດ (PTO).

      ຄວນໃສ່​ສາຍ​ພານ​ຈັກ​ຕັດ​ຫຍ້າ ແລະ ໃບ​ມີດ​ຈັກ​ຕັດ​ຫຍ້າຄວນ​ຈະໝຸນ.

    6. ປ່ອຍ​ຄັນ OPC.

      ຈັກ​ຄວນ​ຈະ​ມອດ.

    7. ເມື່ອຈັກ​ຕິດ​ຢູ່, ເຄື່ອນ​ຄັນ​ປ່ຽນ​ເກຍ​ໄປ​ໃສ່​ຕຳ​ແໜ່ງ​ເກຍ ແລະ ປ່ອຍ​ຄັນ OPC.

      ຈັກ​ຄວນ​ຈະ​ມອດ.

    8. ເມື່ອ​ຈັກ​ຕິດ​ຢູ່, ບິດກະ​ແຈ​ຕິດ​ຈັກ​ໄປ​ຫາ​ຕຳ​ແໜ່ງມອດ.

      ຈັກ​ຄວນ​ຈະ​ມອດ.

    9. ຖ້າເຮັດ​ບໍ່​ໄດ້​ຕາມ​ທຸກ​ເງື່ອນ​ໄຂ​ຂ້າງ​ເທິງ, ໃຫ້​ຜູ້​ຈຳ​ໜ່າຍບໍລິ​ການທີ່​ໄດ້​ຮັບ​ອະ​ນຸ​ຍາດ​ສ້ອມ​ແປງ​ລະ​ບົບ​ຄວາມ​ປອດ​ໄພທັນ​ທີ.

    ການຂັບເຄື່ອງຈັກ

    ການ​ຄວບ​ຄຸມ​ຄັນ​ເລັ່ງຄວບ​ຄຸມຄວາມ​ໄວ​ຂອງ​ຈັກ (rpm). ເຄື່ອນການ​ຄວບ​ຄຸມຄັນເລັ່ງໄປທີ່ຕຳແໜ່ງໄວເພື່ອ​ໃຫ້​ໄດ້​ປະ​ສິດ​ທິ​ພາບ​ການຕັດ​ຫຍ້າດີ​ທີ່​ສຸດ.

    ຄຳເຕືອນ

    ເຄື່ອງ​ຈັກ​ຄວນ​ຈະ​ປິ່ນ​ຢ່າງ​ໄວ​ທີ່​ສຸດ. ທ່ານ​ອາດ​ຈະ​ເສຍການຄວບ​ຄຸມ​ເຄື່ອງ​ຈັກ ແລະ ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສ່ວນ​ຕົວ ຫຼື ເຮັດ​ໃຫ້​ເຄື່ອງ​ຈັກ​ເປ່​ເພ​ໄດ້.

    • ໃຊ້ຄວາມລະມັດລະວັງໃນເວລາລ້ຽວ.

    • ໃຫ້ເຄື່ອງ​ຈັກ​ຊ້າລົງ​ກ່ອນ​ລ້ຽວ​ກະ​ທັນ​ຫັນ.

    ການ​ຂັບ​ໄປ​ທາງ​ໜ້າ

    1. ໃສ່​ເບ​ຣກມື.

    2. ບີບ​ຄັນ OPC ໃສ່ມື​ຈັບ.

    3. ເຄື່ອນ​ຄັນ​ປ່ຽນ​ເກຍ​ໄປ​ໃສ່​ເກຍ​ໄປ​ໜ້າ.

    4. ປົດເບ​ຣກມື.

    5. ປ່ອຍຄັນ​ຂັບ​ເຄື່ອນຊ້າໆ.

      ເພື່ອ​ໄປ​ໜ້າ, ປ່ອຍ​ຄັນ​ຂັບ​ເຄື່ອນ​ໃຫ້ເທົ່າໆ​ກັນ. ເພື່ອ​ລ້ຽວ, ບີບ​ຄັນ​ຂັບ​ເຄື່ອນໃນ​ດ້ານ​ດຽວ​ກັນ​ຕາມ​ທິດ​ທາງ​ທີ່​ທ່ານ​ຕ້ອງ​ການ​ລ້ຽວ.

    ການ​ຂັບຖອຍ​ຫຼັງ

    1. ໃສ່​ເບ​ຣກມື.

    2. ບີບ​ຄັນ OPC ໃສ່ມື​ຈັບ.

    3. ເຄື່ອນ​ຄັນ​ປ່ຽນ​ເກຍ​ໄປ​ໃສ່​ເກຍຖອຍ​ຫຼັງ.

    4. ປົດເບ​ຣກມື.

    5. ປ່ອຍຄັນ​ຂັບ​ເຄື່ອນຊ້າໆ.

      Note: ທ່ານ​ຕ້ອງ​ດຶງ​ຈັກ​ຕັດ​ຫຍ້າຄືນ​ຫຼັງ​ເພື່ອ​ຊ່ວຍ​ການ​ເຄື່ອນ​ຖອຍ​ຫຼັງ.

    ການ​ຢຸດ​ເຄື່ອງ​ຈັກ

    ຂໍ້ຄວນລະວັງ

    ທ່ານ ຫຼື ຜູ້​ຢືນ​ຢູ່​ໃກ້​ອາດ​ຈະ​ໄດ້​ຮັບ​ບາດ​ເຈັບ, ຖ້າທ່ານເຄື່ອນ​ຍ້າຍ ຫຼື ພະ​ຍາ​ຍາມ​ໃຊ້​ເຄື່ອງ​ຈັກ​ໃນ​ຂະ​ນະ​ທີ່​ບໍ່​ມີ​ຜູ້​ເຝົ້າ​ເບິ່ງ.

    ໃຫ້ຖອດ​ກະ​ແຈ​ຕິດ​ຈັກ​ອອກ​ຢູ່​ສະ​ເໝີ ແລະ ໃສ່​ເບ​ຣກມື, ຖ້າ​ທ່ານ​ປະ​ເຄື່ອງ​ຈັກ​ໄວ້​ໂດຍ​ບໍ່​ມີ​ຜູ້​ເຝົ້າ​ເບິ່ງ.

    1. ບີບ​ຄັນ​ຂັບ​ເຄື່ອນຈົນ​ສຸດເພື່ອ​ໃສ່​ເບ​ຣກ​ມື.

    2. ໃສ່​ເບ​ຣກມື

    3. ຍ້າຍ​ໄປ​ຕຳ​ແໜ່ງເກຍ​ຫ​ວ່າງ.

    4. ເຄື່ອນ​ຄັນ​ເລັ່ງ​ໄປ​ຫາ​ຕຳ​ແໜ່ງຢຸດ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    ການ​ປັບ​ແຜ່ນ​ກັ້ນ​ການ​ໄຫຼ

    ທ່ານ​ສາ​ມາດ​ປັບ​ການ​ໄຫຼ​ທີ່​ປ່ອຍ​ອອກ​ຂອງ​ຈັກ​ຕັດ​ຫຍ້າ​ສຳ​ລັບ​ສະ​ພາບ​ການ​ຕັດ​ຫຍ້າ​ປະ​ເພດ​ຕ່າງໆໄດ້. ວາງ​ຕຳ​ແໜ່ງລັອກເກາະ ແລະ ກັນ​ໄວ້ເພື່ອ​ໃຫ້​ໄດ້​ຄຸນ​ນະ​ພາບ​ການ​ຕັດ​ດີ​ທີ່​ສຸດ.

    1. ປົດ PTO ແລະ ໃສ່ເບ​ຣກ​ມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ມາຍ​ນັອດ​ຕົວ​ແມ່ (ຮູບສະແດງ ).

    4. ປັບ​ແຜ່ນ​ກັ້ນ ແລະ ນັອດ​ຕົວ​ແມ່​ຢູ່​ໃນ​ລາງ​ໄປ​ຫາ​ການ​ໄຫຼ​ທີ່​ປ່ອຍ​ອອກ​ທີ່​ຕ້ອງ​ການ.

    5. ຫັນນັອດແມ່ໃຫ້ແໜ້ນ.

      artpending

    ການ​ວາງ​ຕຳ​ແໜ່ງແຜ່ນ​ກັ້ນ​ການ​ໄຫຼ

    ບັນ​ດາ​ຮູບຕໍ່​ໄປ​ນີ້​ແມ່ນ​ຄຳ​ແນະ​ນຳ​ສຳ​ລັບ​ການ​ນຳ​ໃຊ້​ເທົ່າ​ນັ້ນ. ການ​ປັບແຕກ​ຕ່າງ​ໄປ​ຕາມ​ປະ​ເພດ​ຂອງ​ຫຍ້າ, ປະ​ລິ​ມານ​ຄວາມ​ຊຸ່ມ ແລະ ຄວາມ​ສູງ​ຂອງ​ຫຍ້າ.

    Note: ຖ້າ​ກຳ​ລັງ​ຂອງ​ເຄື່ອງ​ຈັກ​ລາກ​ຕ່ຳ​ລົງ ແລະ ຄວາມໄວພື້ນດິນຂອງ​ເຄື່ອງ​ຕັດ​ຫຍ້າ​ຄື​ເກົ່າ, ໃຫ້​ເປີດ​ຝາ​ກັ້ນ​ຂຶ້ນ.

    ຕຳ​ແໜ່ງ A

    ນີ້​ແມ່ນ​ຕຳ​ແໜ່ງ​ດ້ານ​ຫຼັງ​ເຕັມ. ການ​ນຳ​ໃຊ້ທີ່​ແນະ​ນຳສຳ​ລັບ​ຕຳ​ແໜ່ງ​ນີ້​ມີ​ດັ່ງ​ຕໍ່​ໄປ​ນີ້:

    • ສະ​ພາບການ​ຕັດຫຍ້າ​ໜ້ອຍ, ສັ້ນ

    • ສະ​ພາບແຫ້ງ

    • ຫຍ້າ​ທີ່​ຕັດ​ອອກ​ໃນ​ຈຳ​ນວນ​ໜ້ອຍ

    • ຂັບ​ເຄື່ອນ​ຫຍ້າ​ທີ່​ຕັດ​ອອກ​ໄປ​ໃຫ້​ໄກ​ຈາກ​ເຄື່ອງ​ຕັດ​ຫຍ້າ

    artpending

    ຕຳ​ແໜ່ງ B

    ໃຊ້​ຕຳ​ແໜ່ງ​ນີ້​ເມື່ອ​ເອົາ​ໃສ່​ຖົງ​ເກັບ.

    artpending

    ຕຳ​ແໜ່ງ C

    ນີ້​ແມ່ນ​ຕຳ​ແໜ່ງເປີດເຕັມທີ່. ການ​ນຳ​ໃຊ້ທີ່​ແນະ​ນຳສຳ​ລັບ​ຕຳ​ແໜ່ງ​ນີ້​ມີ​ດັ່ງ​ຕໍ່​ໄປ​ນີ້:

    • ສະ​ພາບການ​ຕັດຫຍ້າ​ໜາ, ສູງ

    • ສະ​ພາບປຽກ

    • ຫຼຸດ​ການ​ໃຊ້ກຳ​ລັງ​ຂອງ​ເຄື່ອງ​ຈັກຕ່ຳ​ລົງ

    • ປ່ອຍ​ໃຫ້​ຄວາມ​ໄວ​ພື້ນ​ດິນ​ເພີ່ມ​ຂຶ້ນ​ຢູ່​ໃນ​ສະ​ພາບ​ທີ່​ໜັກ

    artpending

    ຫຍ້າ​ປ່ອຍ​ອອກ​ດ້ານ​ຂ້າງ ຫຼື ຄຸມ​ດິນ

    ເຄື່ອງ​ຕັດ​ຫຍ້ານີ້ມີ​ຕົວ​ປັດ​ຫຍ້າ​ຕິດ​ຫ້ອຍ​ໄວ້​ທີ່​ເຮັດ​ໃຫ້​ຫຍ້າ​ທີ່​ຕັດ​ກະ​ຈັດ​ກະ​ຈາຍ​ອອກ​ໄປ​ດ້ານ​ຂ້າງ ແລະ ລົງ​ລຸ່ມ​ໄປ​ຫາ​ສະ​ໜາມ​ຫຍ້າ.

    ອັນຕະລາຍ

    ໂດຍ​ທີ່​ບໍ່​ມີ​ຕົວ​ປັດ​ຫຍ້າ, ຝາ​ປົກ​ປ່ອຍ​ອອກ ຫຼື ການ​ປະ​ກອບ​ຕົວ​ຈັບ​ຫຍ້າ​ສົມ​ບູນ​ຕິດ​ຢູ່​ໃນ​ເຄື່ອງ, ທ່ານ ແລະ ຄົນຢືນ​ຢູ່​ໃກ້ຈະ​ສ່ຽງ​ຕໍ່​ກັບ​ການ​ສຳ​ຜັດ​ໃບ​ມີດ ແລະ ເສດ​ຂີ້​ເຫຍື້ອ​ທີ່ຟົ້ງ​ອອກ​ມາ. ການ​ສຳ​ຜັດ​ກັບ​ໃບ​ມີດ​ຈັກ​ຕັດ​ຫຍ້າ​ທີ່​ປິ່ນ​ຢູ່ ແລະ ເສດ​ຂີ້​ເຫຍື້ອ​ທີ່​ຟົ້ງ​ອອກ​ມາ​ສາ​ມາດເຮັດ​ໃຫ້​ເກີດ​ການ​ບາດ​ເຈັບສາ​ຫັດ ຫຼື ເສຍ​ຊີ​ວິດ​ໄດ້.

    • ຢ່າ​ເອົາຕົວ​ປັດ​ຫຍ້າ​ອອກ​ໄປ​ຈາກ​ພື້ນຈັກ​ຕັດ​ຫຍ້າ​ເພາະ​ວ່າ​ຕົວ​ປັດ​ຫຍ້າ​ກຳ​ນົດ​ທິດ​ທາງ​ໃຫ້​ສິ່ງ​ທີ່​ຕັດ​ຕົກ​ລົງ​ໄປ​ຍັງ​ສະ​ໜາມ​ຫຍ້າ. ຖ້າ​ຕົວ​ປັດ​ຫຍ້າ​ເປ່​ເພ, ໃຫ້​ປ່ຽນອັນ​ໃໝ່​ໃສ່​ທັນ​ທີ.

    • ຢ່າ​ເອົາ​ມື ຫຼື ຕີນ​ຂອງ​ທ່ານ​ເຂົ້າ​ໄປ​ກ້ອງພື້ນຈັກ​ຕັດ​ຫຍ້າ ພື້ນ.

    • ຢ່າ​ພະ​ຍາ​ຍາມ​ເກັບ​ມ້ຽນ​ອະ​ນາ​ໄມ​ບໍ​ລິ​ເວນ​ປ່ອຍ​ອອກ ຫຼື ໃບ​ມີດ​ຈັກ​ຕັດ​ຫຍ້າ​ກ່ອນ​ທ່ານ​ຈະ​ປົດ​ໃບ​ມີດ​ຈັກ​ຕັດ​ຫຍ້າ. ບິດ​ກະ​ແຈ​ຕິດ​ຈັກໄປ​ຕຳ​ແໜ່ງມອດ. ຖອດ​ກະ​ແຈ​ອອກ ແລະ ປົດ​ສາຍ​ຫົວ​ທຽນ.

    ການປັບຄວາມສູງຂອງການຕັດ

    ທ່ານ​ສາ​ມາດ​ປັບ​ລວງ​ສູງ​ຂອງ​ການ​ຕັດ​ໄດ້​ຈາກ 26 ຫາ 108 ມມ (1 ຫາ 4-¼ ນິ້ວ) ໃນ​ການ​ເພີ່ມຂຶ້ນ 6 ມມ (¼ ນິ້ວ). ທ່ານ​ສາ​ມາດ​ບັນ​ລຸ​ອັນ​ນີ້​ໄດ້​ໂດຍ​ການ​ປັບ​ຕົວ​ຈັດ​ໄລ​ຍະ​ຫ່າງ​ໃບ​ມີດ, ຄວາມ​ສູງ​ແກນ​ຫຼັງ ຫຼື ຕົວ​ຈັດ​ໄລ​ຍະ​ຫ່າງ​ໝາກລໍ້​ກິ້ງ. ໃຊ້ ເພື່ອ​ເລືອກ​ການ​ປະ​ສົມ​ປະ​ສານ​ການ​ປັບ​ທີ່​ຕ້ອງ​ການ.

    ການປັບຄວາມ​ສູງ​ຂອງ​ໃບ​ມີດ

    ປັບ​ໃບ​ມີດ​ໂດຍ​ການ​ໃຊ້​ຕົວ​ຈັດ​ໄລ​ຍະ​ຫ່າງ 4 ອັນ (6 ມມ ຫຼື ¼ ນິ້ວ) ໃນ​ນັອດ​ແກນ​ປັ່ນ​ໃບ​ມີດ. ນີ້​ອະ​ນຸ​ຍາດ​ໃຫ້​ມີ​ຂອບ​ເຂດ​ການ​ປັບ​ໄດ້ 25 ມມ (1 ນິ້ວ) ຂອງ​ຄວາມ​ສູງ​ການ​ຕັດ​ຢູ່​ໃນ​ຕຳ​ແໜ່ງ​ແກນ​ໝຸນ​ໃດ​ໜຶ່ງ​ໃນ​ການ​ເພີ່ມ​ຂຶ້ນ 6 ມມ (¼ ນິ້ວ). ໃຊ້​ຕົວ​ຈັດ​ໄລ​ຍະ​ຫ່າງ​ໃບ​ມີດ​ຈຳ​ນວນ​ຄື​ກັນ​ໃນ​ທຸກ​ໃບ​ມີດ​ເພື່ອ​ໃຫ້​ໄດ້​ການ​ຕັດ​ທີ່​ໄດ້​ລະ​ດັບ (ຕົວ​ຢ່າງ: 2 ທາງ​ດ້ານ​ເທິງ ແລະ 2 ທາງ​ດ້ານ​ລຸ່ມ, 1 ທາງ​ດ້ານ​ເທິງ ແລະ 3 ທາງ​ດ້ານ​ລຸ່ມ, ອື່ນໆ).

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ຖື​ນັອດຕົວ​ຜູ້​ຈັບ​ໃບ​ມີດ​ໄວ້ ແລະ ເອົາ​ນັອດ​ຕົວ​ແມ່​ອອກ (ຮູບສະແດງ ).

      artpending
    4. ເອົາ​ນັອດ​ຕົວ​ຜູ້​ຈັບ​ໃບ​ມີດ​ອອກ​ຈາກ​ແກນ​ໝຸນ ແລະ ປ່ຽນ​ຕົວ​ຈັດ​ໄລ​ຍະ​ຫ່າງ​ຕາມ​ທີ່​ຈຳ​ເປັນ (ຮູບສະແດງ ).

    5. ຕິດ​ຕັ້ງ​ນັອດ​ຕົວ​ຜູ້​ຈັບ​ໃບ​ມີດ, ແຫວນ​ຮອງໂຄ້ງ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ​ພິ​ເສດ ແລະ ຍຶດ​ພວກ​ມັນ​ໄວ້​ດ້ວຍ​ແຫວນ​ຮອງ​ແປ ແລະ ນັອດ​ຕົວ​ແມ່ (ຮູບສະແດງ ).

    6. ບິດນັອດຕົວຜູ້​ຈັບໃບ​ມີດໃຫ້​ໄດ້ 101 ຫາ 108 N∙m (75 ເຖິງ 80 ft-lb).

    ການປັບຄວາມ​ສູງ​ຂອງແກນ

    ປັບ​ຕຳ​ແໜ່ງ​ແກນ​ໄປ​ຫາການ​ຕັ້ງ​ຄ່າ​ຄວາມ​ສູງ​ຂອງ​ການ​ຕັດທີ່​ເລືອກ​ໄວ້. ໃຫ້​ເບິ່ງ .

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ມາຍ​ນັອດ​ຕົວ​ຜູ້​ແກນ​ໝຸນ​ເພົາ 2 ນັອດ ແລະ ນັອດ​ຕົວ​ຜູ້​ປັບ​ເພົາ 2 ນັອດ, ແຕ່​ບໍ່​ໃຫ້​ເອົາ​ອອກ (ຮູບສະແດງ ).

      artpending
    4. ວາງກະ​ລິກຄ້ຳໃສ່​ກ້ອງກອບ​ເຄື່ອງ​ຈັກ​ຢູ່​ເຄິ່ງ​ກາງ​ດ້ານ​ຫຼັງ. ຍົກ​ປາຍ​ດ້ານ​ຫຼັງ​ຂອງກອບ​ຈັກ​ຂຶ້ນ​ໃຫ້​ພໍ​ເພື່ອ​ເອົາ​ນັອດ​ຕົວ​ຜູ້​ປັບ​ແກນ​ເພົາ 2 ນັອດ​ອອກ (ຮູບສະແດງ ).

      Note: ໃຊ້ຂາ​ຄ້ຳກະລິກເພື່ອຄ້ຳເຄື່ອງຈັກ.

    5. ຍົກ​ກອບ​ຈັກ​ຂຶ້ນ ຫຼື ປ່ອຍ​ຕ່ຳ​ລົງ​ດ້ວຍ​ກະ​ລິກ​ເພື່ອ​ໃຫ້​ທ່ານ​ສາ​ມາດ​ຕິດ​ຕັ້ງ​ນັອດ​ຕົວຜູ້​ປັບ​ແກນ​ເພົາ 2 ນັອດ​ຢູ່​ໃນ​ບ່ອນ​ຮູ​ທີ່​ຕ້ອງ​ການ​ໄດ້ (ຮູບສະແດງ ).

      Note: ໃຊ້​ເຄື່ອງ​ເຈາະປາຍ​ແຫຼມ​ເພື່ອ​ຊ່ວຍ​ຈັດ​ລຽງ​ຮູ.

    6. ຮັດ​ນັອດ​ຕົວ​ຜູ້​ທັງ 4 ນັອດ​ໃຫ້​ແໜ້ນ ແລະ ປ່ອຍ​ເຄື່ອງ​ຈັກ​ຕ່ຳ​ລົງ.

    7. ປັບຄັນ​ຄວາມ​ຄຸມ ແລະ ຕົວ​ເຊື່ອມ​ຕໍ່​ເບ​ຣກ​ຕາມ​ທີ່​ຕ້ອງ​ການ, ໃຫ້​ເບິ່ງ ແລະ .

      Important: ທ່ານ​ຕ້ອງ​ປັບຄັນ​ຄວາມ​ຄຸມ ແລະ ຕົວ​ເຊື່ອມ​ຕໍ່​ເບ​ຣກເມື່ອ​ທ່ານ​ປ່ຽນ​ຕຳ​ແໜ່ງ​ແກນ​ເພົາ​ສຳ​ລັບ​ການເຮັດ​ວຽກ​ຂອງ​ການ​ດຶງ ແລະ ເບ​ຣກ​ທີ່​ຖືກ​ຕ້ອງ.

    ການ​ປັບ​ຕຳ​ແໜ່ງ​ໝາກ​ລໍ້​ກິ້ງ

    1. ດ້ວຍ​ການ​ໃຊ້ , ປັບ​ຕົວ​ຈັດ​ໄລ​ຍະ​ຫ່າງ​ໝາກ​ລໍ້​ກິ້ງ​ໃຫ້​ເຂົ້າ​ກັບ​ຮູ​ແກນ​ເພົາ​ທີ່​ເລືອກ (ຮູບສະແດງ ).

      artpending
    2. ຖອດ​ສະ​ຫຼັກ​ຂັດ​ອອກ, ເລື່ອນ​ໝາກ​ລໍ້​ກິ້ງ​ອອກ​ໄປ​ຈາກ​ອັນ​ຄ້ຳ ແລະ ປ່ຽນ​ຕົວ​ຈັດ​ໄລ​ຍະ​ຫ່າງ (ຮູບສະແດງ ).

    3. ຕິດ​ຕັ້ງ​ໝາກ​ລໍ້​ກິ້ງ​ຢູ່​ໃນອັນ​ຄ້ຳ ແລະ ໃສ່​ສະ​ຫຼັກ​ຂັດ​ເຂົ້າ​ໄປ (ຮູບສະແດງ ).

    ຕາ​ຕະ​ລາງ​ລວງ​ສູງ​ຂອງການຕັດ

    ຕຳ​ແໜ່ງ​ເພົາ​ແກນ​ໝຸນຈຳ​ນວນ​ຂອງ​ຕົວ​ຈັດ​ໄລ​ຍະ​ຫ່າງ​ຢູ່​ລຸ່ມ​ໝາກ​ລໍ້​ກິ້ງຈຳ​ນວນ​ຂອງ​ຕົວ​ຈັດ​ໄລ​ຍະ​ຫ່າງໃບ​ມີດ ¼ ນິ້ວຢູ່​ລຸ່ມແກນ​ປິ່ນ
    13 ມມ (½ ນິ້ວ)5 ມມ (3/16 ນິ້ວ)43210
    A0026 ມມ (1 ນິ້ວ)32 ມມ (1-¼ ນິ້ວ)38 ມມ (1-½ ນິ້ວ)45 ມມ (1-¾ ນິ້ວ)51 ມມ (2 ນິ້ວ)
    A0129 ມມ (1-⅛ ນິ້ວ)35 ມມ (1-⅜ ນິ້ວ)41 ມມ (1-⅝ ນິ້ວ)48 ມມ (1-⅞ ນິ້ວ)54 ມມ (2-⅛ ນິ້ວ)
    A1035 ມມ (1-⅜ ນິ້ວ)41 ມມ (1-⅝ ນິ້ວ)48 ມມ (1-⅞ ນິ້ວ)54 ມມ (2-⅛ ນິ້ວ)60 ມມ (2-⅜ ນິ້ວ)
    B0135 ມມ (1-⅜ ນິ້ວ)41 ມມ (1-⅝ ນິ້ວ)48 ມມ (1-⅞ ນິ້ວ)54 ມມ (2-⅛ ນິ້ວ)60 ມມ (2-⅜ ນິ້ວ)
    B1041 ມມ (1-⅝ ນິ້ວ)48 ມມ (1-⅞ ນິ້ວ)54 ມມ (2-⅛ ນິ້ວ)60 ມມ (2-⅜ ນິ້ວ)67 ມມ (2-⅝ ນິ້ວ)
    B1145 ມມ (1-¾ ນິ້ວ)51 ມມ (2 ນິ້ວ)57 ມມ (2-¼ ນິ້ວ)64 ມມ (2-½ ນິ້ວ)70 ມມ (2-¾ ນິ້ວ)
    B2051 ມມ (2 ນິ້ວ)57 ມມ (2-¼ ນິ້ວ)64 ມມ (2-½ ນິ້ວ)70 ມມ (2-¾ ນິ້ວ)76 ມມ (3 ນິ້ວ)
    C1148 ມມ (1-⅞ ນິ້ວ)54 ມມ (2-⅛ ນິ້ວ)60 ມມ (2-⅜ ນິ້ວ)67 ມມ (2-⅝ ນິ້ວ)73 ມມ (2-⅞ ນິ້ວ)
    C2055 ມມ (2-⅛ ນິ້ວ)60 ມມ (2-⅜ ນິ້ວ)67 ມມ (2-⅝ ນິ້ວ)73 ມມ (2-⅞ ນິ້ວ)79 ມມ (3-⅛ ນິ້ວ)
    C2157 ມມ (2-¼ ນິ້ວ)64 ມມ (2-½ ນິ້ວ)70 ມມ (2-¾ ນິ້ວ)76 ມມ (3 ນິ້ວ)83 ມມ (3-¼ ນິ້ວ)
    C3064 ມມ (2-½ ນິ້ວ)70 ມມ (2-¾ ນິ້ວ)76 ມມ (3 ນິ້ວ)83 ມມ (3-¼ ນິ້ວ)89 ມມ (3-½ ນິ້ວ)
    D2161 ມມ (2-⅜ ນິ້ວ)67 ມມ (2-⅝ ນິ້ວ)73 ມມ (2-⅞ ນິ້ວ)79 ມມ (3-⅛ ນິ້ວ)86 ມມ (3-⅜ ນິ້ວ)
    D3064 ມມ (2-½ ນິ້ວ)70 ມມ (2-¾ ນິ້ວ)76 ມມ (3 ນິ້ວ)82 ມມ (3-¼ ນິ້ວ)89 ມມ (3-½ ນິ້ວ)
    D3170 ມມ (2-¾ ນິ້ວ)76 ມມ (3 ນິ້ວ)82 ມມ (3-¼ ນິ້ວ)89 ມມ (3-½ ນິ້ວ)95 ມມ (3-¾ ນິ້ວ)
    D4076 ມມ (3 ນິ້ວ)82 ມມ (3-¼ ນິ້ວ)89 ມມ (3-½ ນິ້ວ)95 ມມ (3-¾ ນິ້ວ)102 ມມ (4 ນິ້ວ)
    E3173 ມມ (2-⅞ ນິ້ວ)79 ມມ (3-⅛ ນິ້ວ)86 ມມ (3-⅜ ນິ້ວ)92 ມມ (3-⅝ ນິ້ວ)98 ມມ (3-⅞ ນິ້ວ)
    E4079 ມມ (3-⅛ ນິ້ວ)86 ມມ (3-⅜ ນິ້ວ)92 ມມ (3-⅝ ນິ້ວ)98 ມມ (3-⅞ ນິ້ວ)105 ມມ (4-⅛ ນິ້ວ)
    E4182 ມມ (3-¼ ນິ້ວ)89 ມມ (3-½ ນິ້ວ)95 ມມ (3-¾ ນິ້ວ)102 ມມ (4 ນິ້ວ)108 ມມ (4-¼ ນິ້ວ)

    ຫຼັງຈາກການປະຕິບັດງານ

    ຄວາມປອດໄພຫຼັງຈາກການປະຕິບັດງານ

    ຄວາມປອດໄພທົ່ວໄປ

    • ຕ້ອງມອດເຄື່ອງຈັກທຸກຄັ້ງ, ຖອດກະແຈຕິດ​ຈັກ​ອອກ (ຖ້າ​ໄດ້​ຕິດ​ຕັ້ງ​ມາ​ນຳ), ລໍຖ້າທຸກສ່ວນທີ່ເຄື່ອນໄຫວຢຸດ ແລະ ປ່ອຍໃຫ້ເຄື່ອງຈັກເຢັນກ່ອນເຮັດການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນ.

    • ອະນາໄມຫຍ້າ ແລະ ສິ່ງເສດເຫຼືອຈາກເຄື່ອງ​ຈັກເພື່ອຊ່ວຍປ້ອງກັນໄຟໄໝ້. ອະ​ນາ​ໄມນໍ້າມັນເຄື່ອງ ຫຼື ນໍ້າມັນເຊື້ອໄຟທີ່ກະເດັນອອກ.

    • ຢ່າເກັບເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເທິງເຄື່ອງໃຊ້ອື່ນໆ.

    • ໃຊ້ທາງລາດເຕັມຄວາມກ້ວາງສຳລັບການໂຫຼດເຄື່ອງຈັກໃສ່ໃນລົດລາກ ຫຼື ລົດບັນທຸກ.

    • ມັດເຄື່ອງຈັກໃຫ້​ຮັບ​ປະ​ກັນດ້ວຍ​ການ​ໃຊ້​ສາຍ​ພານ​ຮັດ, ໂສ້, ສາຍ​ເຄ​ເບິ້​ລ ຫຼື ເຊືອກ. ບັນ​ຊາສາຍ​ພານ​ຮັດ​ທາງ​ດ້ານ​ໜ້າ ແລະ ດ້ານ​ຫຼັງລົງ​ລຸ່ມ ແລະ ອອກ​ທາງນອກ​ຈາກ​ເຄື່ອງ​ຈັກ.

    ການຂົນສົ່ງເຄື່ອງຈັກ

    ໃຊ້ລົດ​ລາກ ຫຼື ລົດ​ບັນ​ທຸກກົນ​ຈັກ​ໜັກເພື່ອເຄື່ອນ​ຍ້າຍເຄື່ອງ​ຈັກ. ໃຫ້​ແນ່​ໃຈ​ວ່າ​ລົດ​ລາກ ຫຼື ລົດ​ບັນ​ທຸກ​ມີ​ຄົບ​ເຕັກ​ນິກ​ທີ່​ຈຳ​ເປັນຕາມ​ກົດ​ໝາຍ​ກຳ​ນົດ​ເຊັ່ນ: ເບຣກ, ຕາ​ໄຟ ແລະ ການ​ໃສ່​ເຄື່ອງ​ໝາຍ. ອ່ານ​ທຸກ​ຄຳ​ແນະ​ນຳ​ເລື່ອງ​ຄວາມ​ປອດ​ໄພ.

    1. ຖ້າ​ໃຊ້​ລົດ​ລາກ, ຕໍ່​ມັນ​ໃສ່​ພາ​ຫະ​ນະ​ລາກ​ແກ່ ແລະ ເຊື່ອມຕໍ່ໂສ້ຄວາມ​ປອດ​ໄພ.

    2. ຖ້າ​ເຮັດໄດ້, ເຊື່ອມຕໍ່​ເບ​ຣກ​ລົດ​ລາກ.

    3. ບັນ​ທຸກ​ເຄື່ອງ​ຈັກ​ຢູ່​ໃນ​ລົດ​ລາກ ຫຼື ລົດ​ບັນ​ທຸກ.

    4. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ມອດ​ຈັກ, ຖອດກະ​ແຈ ແລະ ປິດ​ວາວ​ນ້ຳ​ມັນ.

    5. ໃຊ້​ຫ່ວງ​ມັດເຊືອກໃນ​ເຄື່ອງ​ຈັກ​ເພື່ອ​ຮັດ​ເຄື່ອງ​ຈັກ​ໃສ່​ພາ​ຫະ​ນະ​ລາກ​ແກ່​ຢ່າງ​ປອດ​ໄພ​ດ້ວຍ​ເຊືອກ, ໂສ້, ສາຍ​ເຫຼັກ ຫຼື ສາຍ​ເຊືອກ (ຮູບສະແດງ ).

      artpending

    ການບຳລຸງຮັກສາ

    Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແຫນ່ງການ​ໃຊ້​ງານປົກກະຕິ.

    ຄວາມປອດໄພໃນການບຳລຸງຮັກສາ

    • ກ່ອນທີ່ຈະດັດປັບ, ທຳຄວາມສະອາດ, ບຳ​ລຸງ​ຮັກ​ສາ ຫຼື ອອກຈາກເຄື່ອງ, ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ຍ້າຍປຸ່ມຄັນ​ເລັ່ງໄປທີ່ຕຳແໜ່ງກາ​ລັງ​ຕີຕ່ຳ.

      • ປົດ​ໃຊ້ໜ່ວຍຕັດ.

      • ຮັບປະກັນວ່າເກຍຢູ່ໃນເກຍຫວ່າງ.

      • ໃສ່​ເບ​ຣກມື.

      • ມອດຈັກ ແລະ ຖອດກະແຈ.

      • ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

      • ປ່ອຍໃຫ້ອົງປະກອບຂອງເຄື່ອງຈັກເຢັນກ່ອນປະຕິບັດການບຳລຸງຮັກສາ.

    • ຢ່າປ່ອຍໃຫ້ຄົນທີ່ບໍ່ໄດ້ຮັບການຝຶກຝົນ​ມາເຮັດການບຳ​ລຸງ​ຮັກ​ສາເຄື່ອງຈັກ.

    • ຖ້າ​ຕ້ອງ​ໄດ້​ຕິດ​ຈັກ​ໄວ້​ເພື່ອ​ທຳ​ການ​ປັບ​ການບຳ​ລຸງ​ຮັກ​ສາ, ໃຫ້​ເອົາ​ມື, ຕີນ, ເຄື່ອງ​ນຸ່ງ ແລະ ສ່ວນ​ໃດ​ໜຶ່ງ​ຂອງ​ຮ່າງ​ກາຍ​ທ່ານ​ອອກ​ຫ່າງ​ຈາກ​ໜ່ວຍ​ຕັດ, ສິ່ງ​ທີ່​ຕິດ​ມາ ແລະ ພາກ​ສ່ວນ​ທີ່​ເຄື່ອນ​ໄຫວ​ຢູ່. ກັນຜູ້ທີ່ຢູ່ຂ້າງນອກໃຫ້​ຢູ່​ໄກ.

    • ຮັກ​ສາທຸກ​ພາກ​ສ່ວນ​ໃຫ້​ຢູ່ໃນ​ສະ​ພາບການ​ເຮັດ​ວຽກ​ທີ່​ດີ. ປ່ຽນທຸກອາ​ໄຫຼ່ ແລະ ສະ​ຫຼາກ​ທີ່ຫຼຸ້ຍ​ຫ້ຽນ, ເປ່​ເພ ຫຼື ຫາຍໄປ. ຮັກ​ສາຕົວ​ຮັດ​ທຸກ​ຕົວຢູ່​ແໜ້ນ​ເພື່ອ​ຮັບ​ປະ​ກັນ​ວ່າ​ເຄື່ອງ​ຈັກ​ຢູ່​ໃນ​ສະ​ພາບ​ການ​ເຮັດ​ວຽກ​ທີ່​ປອດ​ໄພ.

    • ກວດ​ເບິ່ງ​ສ່ວນ​ປະ​ກອບ​ການ​ຈັບ​ຫຍ້າ​ເລື້ອຍໆ ແລະ ປ່ຽນ​ພວກ​ມັນ​ເມື່ອພວກ​ມັນ​ສີກ​ຂາດ ຫຼື ເປ່​ເພ.

    • ອານາໄມຫຍ້າ ແລະ ສິ່ງເສດເຫຼືອຈາກໜ່ວຍຕັດ, ຕົວ​ຂັບ​ເຄື່ອນ, ທໍ່ໄອເສຍ, ແຜງທຳຄວາມເຢັນ ແລະ ເຄື່ອງຈັກເພື່ອຊ່ວຍປ້ອງກັນໄຟໄໝ້. ອະ​ນາ​ໄມນໍ້າມັນເຄື່ອງ ຫຼື ນໍ້າມັນເຊື້ອໄຟທີ່ກະເດັນອອກ.

    • ກວດກາເບິ່ງການປະຕິບັດງານຂອງ​ເບ​ຣກ​ຢູ່​ເລື້ອຍໆ. ປັບ ແລະ ບຳ​ລຸງ​ຮັກ​ສາ​ເບ​ຣກ​ຕາມ​ທີ່​ຈຳ​ເປັນ.

    • ປ່ອຍຄວາມດັນອອກຈາກສ່ວນປະກອບທີ່ມີພະລັງງານເກັບໄວ້ຢ່າງລະມັດລະວັງ.

    • ເພື່ອຮັບປະກັນຄວາມປອດໄພ, ປະສິດທິພາບທີ່ດີທີ່ສຸດຂອງເຄື່ອງຈັກ, ໃຊ້ພຽງແຕ່ອາໄຫຼ່ຂອງແທ້ຂອງ Toro ເທົ່າ​ນັ້ນ. ການປ່ຽນອາໄຫຼ່ທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ ແລະ ການນຳໃຊ້ດັ່ງກ່າວສາມາດເຮັດ​ໃຫ້ການຮັບປະກັນສິນຄ້າເປັນ​ໂມ​ຄະ.

    ຕາຕະລາງການບຳລຸງຮັກສາທີ່ແນະນຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 8 ຊົ່ວໂມງທໍາອິດ
  • ປ່ຽນນໍ້າມັນເຄື່ອງຈັກ.
  • ກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານຈັກ​ຕັດ​ຫຍ້າ.
  • ຫລັງຈາກ 25 ຊົ່ວໂມງທໍາອິດ
  • ກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານຈັກ​ຕັດ​ຫຍ້າ.
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງລະບົບຄວາມ​ປອດ​ໄພ-ອິນເຕີລັອກ.
  • ໃສ່​ນ້ຳ​ມັນ​ກະ​ແລັດ​ລໍ້​ໝາກ​ລໍ້​ກິ້ງ ແລະ ແກນ​ໝູນ​ໝາກ​ລໍ້​ກິ້ງ.
  • ກວດເບິ່ງລະດັບນໍ້າມັນເຄື່ອງຈັກ.
  • ທຳ​ຄວາມ​ສະ​ອາດຕະ​ແກງ​ນຳ​ອາ​ກາດ​ເຂົ້າ.
  • ທຳ​ຄວາມ​ສະ​ອາດຫຍ້າ ແລະ ເສດ​ຂີ້​ເຫຍື້ອ​ອອກ​ຈາກຕະ​ແກງ​ນຳ​ອາ​ກາດ​ເຂົ້າ.
  • ກວດ​ເບິ່ງເບ​ຣກມື.
  • ກວດ​ກາໃບ​ມີດ.
  • ທຳ​ຄວາມ​ສະ​ອາດພື້ນ​ຈັກ​ຕັດ​ຫຍ້າ.
  • ທຳ​ຄວາມ​ສະ​ອາດພື້ນ​ຈັກ​ຕັດ​ຫຍ້າ.
  • ທຸກໆ 25 ຊົ່ວໂມງ
  • ທຳ​ຄວາມ​ສະ​ອາດສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດທີ່​ເປັນໂຟມ.
  • ກວດເບິ່ງລະດັບນ້ຳ​ກົດແບັດ​ເຕີ​ຣີ.
  • ກວດເບິ່ງຄວາມຫ້ຽນ ຫຼື ການ​ແຕກຂອງສາຍ​ພານ.
  • ທຸກໆ 50 ຊົ່ວໂມງ
  • ການໃສ່​ນ້ຳ​ມັນ​ກະ​ແລັດ​ຕົວ​ຫວ່າງ​ສາຍ​ພານ​ຈັກ​ຕັດ​ຫຍ້າ.
  • ກວດ​ເບິ່ງສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດທີ່​ເປັນເຈ້ຍ.
  • ກວດເບິ່ງຄວາມດັນຂອງຢາງລົດ.
  • ກວດ​ເບິ່ງສາຍພານດຶງ-ຂັບເຄື່ອນ.
  • ກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານຈັກ​ຕັດ​ຫຍ້າ.
  • ທຸກໆ 100 ຊົ່ວໂມງ
  • ປ່ຽນນໍ້າມັນເຄື່ອງຈັກ.
  • ກວດ​ເບິ່ງ​ຫົວ​ທຽນ. ປ່ຽນ​ຫົວ​ທຽນ, ຖ້າ​ຈຳ​ເປັນ.
  • ກວດ​ເບິ່ງ ແລະ ທຳ​ຄວາມ​ສະ​ອາດທຳຄວາມສະອາດ​ສັນ​ຄີທຳຄວາມເຢັນຂອງຈັກ ແລະ ເຄື່ອງ​ປົກ​ບັງ.
  • ທຸກໆ 200 ຊົ່ວໂມງ
  • ປ່ຽນສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດທີ່​ເປັນເຈ້ຍ.
  • ປ່ຽນໝໍ້​ກອງນ້ຳມັນເຄື່ອງຈັກ.
  • ປ່ຽນໝໍ້ກອງນໍ້າມັນ.
  • ປ່ຽນໝໍ້ກອງຊ່ອງລະ​ບາຍນໍ້າມັນ.
  • ທຸກໆ 250 ຊົ່ວໂມງ
  • ໃສ່​ນ້ຳ​ມັນ​ກະ​ແລັດຂໍ້​ຕໍ່​ລະ​ບົບ​ເກຍ (ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນຫຼາຍ).
  • ທຸກໆ 400 ຊົ່ວໂມງ
  • ໃສ່​ນ້ຳ​ມັນ​ກະ​ແລັດປອກ​ລູກ​ປືນ​ລໍ້ (ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນຫຼາຍ).
  • ກ່ອນການເກັບຮັກສາ
  • ທາ​ສີ​ໃສ່​ພື້ນ​ຜິວ​ບ່ອນ​ລອກອອກ.
  • ປະ​ຕິ​ບັດ​ຂັ້ນ​ຕອນດຳ​ເນີນ​ການ​ບຳ​ລຸງ​ຮັກ​ສາ​ທັງ​ໝົດ​ທີ່​ມີ​ລາຍ​ການ​ຢູ່​ຂ້າງ​ເທິງ​ກ່ອນ​ເກັບ​ຮັກ​ສາເຄື່ອງ​ຈັກ:
  • Important: ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂັ້ນຕອນການບຳລຸງຮັກສາເພີ່ມເຕີມ.

    ຂໍ້ຄວນລະວັງ

    ຖ້າ​ທ່ານ​ປະ​ກະ​ແຈ​ໄວ້​ໃນ​ຢູ່​ໃນ​ສະ​ວິດ, ບາງ​ຄົນ​ສາ​ມາດ​ຕິດ​ຈັກ​ໄດ້​ໂດຍ​ບັງ​ເອີນ ແລະ ເຮັດ​ໃຫ້​ທ່ານ ຫຼື ຄົນ​ອື່ນ​ທີ່​ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້.

    ມອດຈັກ ແລະ ຖອດກະແຈອອກ​ຈາກ​ສະ​ວິດ​ກ່ອນ​ທີ່​ທ່ານ​ຈະ​ດຳ​ເນີນ​ການ​ບຳ​ລຸງ​ຮັກ​ສາ​ໃດ​ໜຶ່ງ.

    ການຫລໍ່ມື່ນ

    ການ​ໃສ່​ນ້ຳ​ມັນ​ກະ​ແລັດ​ເຄື່ອງ​ຈັກ

    ໃສ່​ນ້ຳ​ມັນ​ກະ​ແລັດ​ເຄື່ອງ​ຈັກ ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນຫຼາຍ.

    ປະ​ເພດ​ນ້ຳ​ມັນ​ກະ​ແລັດ:ນ້ຳ​ມັນ​ກະ​ແລັດ​ລີ​ທຽມ​ເບີ 2 ຫຼື ໂມ​ລິບ​ດີ​ນຳ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ທຳ​ຄວາມ​ສະ​ອາດຊິ້ນ​ສ່ວນ​ນ້ຳ​ມັນ​ກະ​ແລັດດ້ວຍ​ຜ້າເຊັດ.

      Note: ຂູດ​ສີ​ລອກ​ອອກ​ຈາກ​ດ້ານ​ໜ້າ​ຂອງ​ຂໍ້​ຕໍ່​ຕ່າງໆ.

    4. ໂປ່ມ​ກະ​ແລັດ​ເຂົ້າ​ໄປ​ໃນ​ຂໍ້​ຕໍ່ຈົນ​ກວ່າ​ກະ​ແລັດ​ເລີ່ມ​ໄຫຼ​ອອກ​ຈາກ​ປອກ​ລູກ​ປືນ.

    5. ເຊັດ​ນ້ຳ​ມັນ​ກະ​ແລັດ​ສ່ວນ​ເກີນທີ່​ມີ​ອອກ.

    ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ໝາກ​ລໍ້​ກິ້ງ ແລະ ປອກ​ລູກ​ບີ່ລໍ້

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ໃສ່​ນ້ຳ​ມັນ​ກະ​ແລັດ​ລໍ້​ໝາກ​ລໍ້​ກິ້ງ ແລະ ແກນ​ໝູນ​ໝາກ​ລໍ້​ກິ້ງ.
  • ທຸກໆ 400 ຊົ່ວໂມງ
  • ໃສ່​ນ້ຳ​ມັນ​ກະ​ແລັດປອກ​ລູກ​ປືນ​ລໍ້ (ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນຫຼາຍ).
    1. ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ປອກ​ລູກ​ປືນດ້ານ​ໜ້າ ແລະ ແກນ​ປິ່ນ​ດ້ານ​ໜ້າ (ຮູບສະແດງ ).

    2. ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ປອກ​ລູກ​ປືນລໍ້​ຂັບ​ເຄື່ອນ (ຮູບສະແດງ ).

      artpending

    ໃສ່​ນ້ຳ​ມັນ​ກະ​ແລັດ​ຂໍ້​ຕໍ່​ລະ​ບົບ​ເກຍ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 250 ຊົ່ວໂມງ
  • ໃສ່​ນ້ຳ​ມັນ​ກະ​ແລັດຂໍ້​ຕໍ່​ລະ​ບົບ​ເກຍ (ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນຫຼາຍ).
  • ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ຂໍ້​ຕໍ່​ລະ​ບົບ​ເກຍ ແລະ ແກນ​ໝຸນ​ແຂນ​ຕົວຫວ່າງ​ຕັ້ງ​ຢູ່​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ (ຮູບສະແດງ ).

    artpending

    ການໃສ່​ນ້ຳ​ມັນ​ກະ​ແລັດ​ຕົວ​ຫວ່າງ​ສາຍ​ພານ​ຈັກ​ຕັດ​ຫຍ້າ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ການໃສ່​ນ້ຳ​ມັນ​ກະ​ແລັດ​ຕົວ​ຫວ່າງ​ສາຍ​ພານ​ຈັກ​ຕັດ​ຫຍ້າ.
  • ໃສ່​ນ້ຳ​ມັນ​ກະ​ແລັດ​ຂໍ້​ຕໍ່​ໃນ​ແກນ​ໝຸນ​ແຂນ​ຕົວ​ຫວ່າງ​ສາຍ​ພານ​ຈັກ​ຕັດ​ຫຍ້າ (ຮູບສະແດງ ).

    Note: ເອົາ​ຝາ​ປົກ​ພື້ນ​ຈັກ​ຕັດ​ຫຍ້າ​ອອກ​ເພື່ອ​ໃຫ້​ເຂົ້າ​ເຖິງ​ຂໍ້​ຕໍ່​ກະ​ແລັດ​ສຳ​ລັບ​ແຂນ​ຕົວ​ຫວ່າງ​ສາຍ​ພານ​ຈັກ​ຕັດ​ຫຍ້າ.

    artpending
    artpending

    ການບຳລຸງຮັກສາເຄື່ອງຈັກ

    ຄວາມປອດໄພຂອງເຄື່ອງຈັກ

    • ຢ່າປ່ຽນແປງຄວາມ​ໄວຕົວບັນຊາ ຫຼື ເລັ່ງຄວາມໄວເຄື່ອງຈັກເກີນ.

    • ຕິດ​ຈັກ​ໃຫ້​ແຫ້ງ ຫຼື ເອົາ​ນ້ຳ​ມັນ​ອອກ​ດ້ວຍ​ປ້ຳ​ມື, ຢ່າ​ດູດ​ນ້ຳ​ມັນ​ອອກ​ດ້ວຍ​ທໍ່​ດູດ. ຖ້າ​ທ່ານ​ຕ້ອງ​ລະ​ບາຍ​ນ້ຳ​ມັນ​ອອກ​ຈາກ​ຖັງ, ໃຫ້ເຮັດ​ມັນ​ຢູ່​ຂ້າງນອກ.

    ການບຳ​ລຸງ​ຮັກ​ສາໝໍ້ກອງອາກາດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 25 ຊົ່ວໂມງ
  • ທຳ​ຄວາມ​ສະ​ອາດສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດທີ່​ເປັນໂຟມ.
  • ທຸກໆ 50 ຊົ່ວໂມງ
  • ກວດ​ເບິ່ງສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດທີ່​ເປັນເຈ້ຍ.
  • ທຸກໆ 200 ຊົ່ວໂມງ
  • ປ່ຽນສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດທີ່​ເປັນເຈ້ຍ.
  • Note: ບຳ​ລຸງ​ຮັກ​ສາເຕົ້າກອງອາກາດເລື້ອຍໆ (ທຸກໆ​ຫຼາຍ​ຊົ່ວ​ໂມງ), ຖ້າສະພາບການໃຊ້ງານມີຂີ້ຝຸ່ນ ຫຼື ຊາຍ​ຫຼາຍ​ທີ່​ສຸດ.

    Important: ຢ່າ​ໃຊ້​ນ້ຳ​ມັນ​ເຄື່ອງ​ໃສ່​ສ່ວນ​ປະ​ກອບ​ທີ່​ເປັນໂຟມ ຫຼື ເຈ້ຍ.

    ເອົາ​ຕົວ​ໂຟມ ແລະ ຕົວເຈ້ຍ​ອອກ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ທຳ​ຄວາມ​ສະ​ອາດ​ບໍ​ລິ​ເວນຮອບ​ເຕົ້າ​ກອງ​ອາ​ກາດ​ເພື່ອ​ປ້ອງ​ກັນ​ຝຸ່ນ​ເຂົ້າ​ໄປ​ໃນ​ຈັກ ແລະ ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ (ຮູບສະແດງ ).

    4. ມາຍນັອດ​ລູກ​ບິດຝາ​ປົກ ແລະ ເອົາຝາປິດເຕົ້າ​ກອງ​ອາ​ກາດອອກ (ຮູບສະແດງ ).

    5. ມາຍນັອດປອກ​ຮັດ​ທໍ່ ແລະ ເອົາສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດອອກ (ຮູບສະແດງ ).

    6. ດຶງຕົວໂຟມ​ອອກ​ຈາກ​ຕົວເຈ້ຍ​ຢ່າງ​ລະ​ມັດ​ລະ​ວັງ (ຮູບສະແດງ ).

      artpending

    ການທຳ​ຄວາມ​ສະ​ອາດສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດທີ່​ເປັນໂຟມ

    1. ລ້າງ​ຕົວໂຟມ​ຢູ່​ໃນ​ນ້ຳ​ສະ​ບູ່ ແລະ ນ້ຳ​ອຸ່ນ. ເມື່ອ​ຕົວ​ມັນ​ສະ​ອາດ, ລ້າງ​ມັນ​ໃຫ້​ທົ່ວ.

    2. ເຮັດ​ໃຫ້​ຕົວ​ມັນແຫ້ງໂດຍ​ການບີບ​ມັນ​ຢູ່​ໃນຜ້າ​ເຊັດ​ທີ່​ສະ​ອາດ.

      Important: ປ່ຽນຕົວ​ໂຟມ, ຖ້າມັນ​ຈີກ​ຂາດ ຫຼື ຫຼຸ້ຍ​ຫ້ຽນ.

    ການ​ບຳ​ລຸງ​ຮັກ​ສາຕົວ​ເຕົ້າ​ກອງ​ອາ​ກາດເຈ້ຍ

    Important: ຢ່າ​ທຳ​ຄວາມສະ​ອາດຕົວ​ກັ່ນ​ຕອງ​ເຈ້ຍ, ປ່ຽນ​ມັນ (ຮູບສະແດງ ).

    1. ກວດ​ກາ​ເບິ່ງ​ຕົວ​ເຈ້ຍ​ວ່າ​ມີ​ການ​ຈີກ​ຂາດ, ຟີມ​ມີ​ນ້ຳ​ມັນ ຫຼື ຄວາມ​ເສຍ​ຫາຍ​ຕໍ່​ຢາງ​ກັນ​ຊຶມ.

    2. ປ່ຽນຕົວເຈ້ຍ, ຖ້າມັນເສຍຫາຍ.

    ການ​ຕິດ​ຕັ້ງຕົວ​ໂຟມ ແລະ ເຈ້ຍ

    Important: ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ຂອງ​ຈັກ, ໃຫ້​ໃຊ້​ງານ​ຈັກ​ດ້ວຍ​ການ​ມີ​ສ່ວນ​ປະ​ກອບ​ເຕົ້າ​ກອງ​ອາ​ກາດ​ໂຟມ ແລະ ເຈ້ຍ​ຄົບ​ຊຸດ​ຕິດ​ຕັ້ງ​ໄວ້.

    1. ເລື່ອນ​ຕົວໂຟມໄປ​ໃສ່ສ່ວນ​ປະ​ກອບ​ເຕົ້າ​ກອງ​ອາ​ກາດຕົວເຈ້ຍ​ຢ່າງ​ລະ​ມັດ​ລະ​ວັງ (ຮູບສະແດງ ).

    2. ເອົາ​ສ່ວນ​ປະ​ກອບ​ເຕົ້າ​ກອງ​ອາ​ກາດ​ໃສ່​ເຂົ້າ​ໄປ​ໃນ​ຖານ​ເຕົ້າ​ກອງ​ອາ​ກາດ ແລະ ຍຶດ​ມັນ​ໃຫ້​ແໜ້ນ​ດ້ວຍ​ນັອດ​ປີກ 2 ຕົວ (ຮູບສະແດງ ).

    3. ໃສ່​ຝາ​ປົກ​ເຕົ້າ​ກອງ​ອາ​ກາດ​ເຂົ້າ​ໄປ​ໃນ​ຕຳ​ແໜ່ງ ແລະ ຮັດ​ລູກ​ບິດ​ຝາ​ປົກ​ໃຫ້​ແໜ້ນ (ຮູບສະແດງ ).

    ການບຳລຸງຮັກ​ສານ້ຳ​ມັນເຄື່ອງຈັກ

    Note: ປ່ຽນ​ນ້ຳ​ມັນ​ເຄື່ອງເລື້ອຍໆເມື່ອສະພາບການໃຊ້ງານມີຂີ້ຝຸ່ນ ແລະ ເປື້ອນທີ່ສຸດ.

    ຂໍ້​ກຳ​ນົດ​ສະ​ເພາະ​ຂອງ​ນ້ຳ​ມັນ​ເຄື່ອງ​ຈັກ

    ປະ​ເພດນ້ຳ​ມັນ​ເຄື່ອງ: ນ້ຳ​ມັນ​ເຄື່ອງມີ​ສານ​ຊັກ​ລ້າງ (SF ບຳ​ລຸງ​ຮັກ​ສາ API, SG, SH, SJ ຫຼື SL)

    ຄວາມ​ຈຸ​ທ້ອງ​ອ່າງ​ເພົາ​ຂໍ້​ຫວ່ຽງ: 1.7 ລິດ (58 ອອນ) ດ້ວຍ​ການ​ເອົາ​ໄສ້​ກອງ​ອອກ; 1.5 ລິດ (51 ອອນ) ໂດຍ​ບໍ່​ເອົາ​ໝໍ້​ກອງ​ອອກ

    ຄວາມ​ໜຽວ: ໃຫ້​ເບິ່ງ​ຕາ​ຕະ​ລາງ (ຮູບສະແດງ ).

    artpending

    ການກວດເບິ່ງລະດັບນ້ຳມັນເຄື່ອງຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນໍ້າມັນເຄື່ອງຈັກ.
    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ທຳ​ຄວາມ​ສະ​ອາດ​ຮອບເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ (ຮູບສະແດງ ) ເພື່ອ​ໃຫ້​ຂີ້​ຝຸ່ນ​ບໍ່​ສາ​ມາດ​ຕົກ​ລົງ​ໄປ​ໃນ​ຮູໝໍ້​ກອງ ແລະ ເຮັດ​ໃຫ້ຈັກ​ເປ່​ເພ.

      artpending
    4. ມາຍເຫຼັກ​ແທກ​ນ້ຳ​ມັນເຄື່ອງອອກ ແລະ ເຊັດປາຍ​ໃຫ້​ສະ​ອາດ (ຮູບສະແດງ ).

    5. ເລື່ອນເຫຼັກແທກ​ນ້ຳ​ມັນ​ເຄື່ອງ​ເຂົ້າ​ໄປ​ໃນ​ທໍ່​ຕື່ມ​ນ້ຳ​ມັນ​ເຄື່ອງ​ໃຫ້​ສຸດ, ແຕ່​ຢ່າ​ບິດ​ກຽວ​ມັນເຂົ້າໃນ​ທໍ່ ຮູບສະແດງ .

    6. ດຶງ​ເຫຼັກແທກ​ນ້ຳ​ມັນເຄື່ອງອອກ ແລະ ເບິ່ງ​ທີ່​ປາຍ. ຖ້າລະດັບນ້ຳ​ມັນ​ເຄື່ອງຢູ່ຕ່ຳ, ຖອກ​ນ້ຳ​ມັນ​ເຄື່ອງ​ລົງ​ໃສ່​ທໍ່​ຄໍ​ເຕີມ​ຊ້າໆ​ເພື່ອ​ຍົກ​ລະ​ດັບ​ໃຫ້ຮອດ​ຂີດ​ເຕັມ.

      Important: ຢ່າ​ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່ທ້ອງ​ອ່າງ​ເພົາ​ຂໍ້​ຫວ່ຽງຈົນ​ລົ້ນ ແລະ ຕິດ​ຈັກ​ໄວ້​ເນື່ອງ​ຈາກ​ອັນ​ນີ້​ສາ​ມາດ​ເຮັດ​ໃຫ້​ຈັກ​ເພ​ໄດ້.

    ການປ່ຽນນ້ຳ​ມັນເຄື່ອງຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 8 ຊົ່ວໂມງທໍາອິດ
  • ປ່ຽນນໍ້າມັນເຄື່ອງຈັກ.
  • ທຸກໆ 100 ຊົ່ວໂມງ
  • ປ່ຽນນໍ້າມັນເຄື່ອງຈັກ.
  • ທຸກໆ 200 ຊົ່ວໂມງ
  • ປ່ຽນໝໍ້​ກອງນ້ຳມັນເຄື່ອງຈັກ.
    1. ຕິດຈັກ ແລະ ປ່ອຍ​ໃຫ້ມັນຕິດ​ຢູ່​ເປັນ​ເວ​ລາປະມານ 5 ນາທີ.

    2. ຈອດ​ເຄື່ອງ​ຈັກ​ໄວ້​ເພື່ອ​ໃຫ້​ດ້ານ​ລະ​ບາຍ​ອອກ​ຕ່ຳ​ກວ່າ​ດ້ານ​ຂ້າງ​ເລັກ​ນ້ອຍ, ເພື່ອ​ໃຫ້​ແນ່​ໃຈ​ວ່າ​ນ້ຳ​ມັນ​ເຄື່ອງ​ລະ​ບາຍ​ອອກ​ໝົດ.

    3. ປົດ PTO ແລະ ໃສ່ເບ​ຣກ​ມື.

    4. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    5. ເລື່ອນທໍ່ລະ​ບາຍເໜືອ​ວາວ​ລະ​ບາຍ​ນ້ຳ​ມັນ​ເຄື່ອງ.

    6. ວາງອ່າງ​ໂຕ່ງຢູ່ລຸ່ມ​ທໍ່ລະ​ບາຍ.

    7. ໝຸນວາວລະ​ບາຍນ້ຳ​ມັນ​ເຄື່ອງເພື່ອໃຫ້​ນ້ຳ​ມັນ​ເຄື່ອງປ່ອຍອອກ (ຮູບສະແດງ ).

    8. ຫຼັງ​ຈາກ​ລະ​ບາຍ​ນ້ຳ​ມັນ​ເຄື່ອງ​ອອກ​ໝົດ​ແລ້ວ, ປິດ​ວາວ​ລະ​ບາຍ.

    9. ຖອດ​ທໍ່ລະ​ບາຍ​ອອກ (ຮູບສະແດງ ).

      Note: ກຳ​ຈັດນ້ຳ​ມັນ​ເຄື່ອງ​ໃຊ້​ແລ້ວ​ຢູ່​ທີ່​ສູນ​ນຳ​ກັບ​ຄືນ​ມາ​ໃຊ້​ໃໝ່.

      artpending
    10. ຖອກ​ນ້ຳ​ມັນ​ເຄື່ອງລະ​ບຸ​ໄວ້​ປະ​ມານ 80% ລົງ​ໃສ່​ທໍ່ຄໍ​ເຕີມ (ຮູບສະແດງ ).

    11. ກວດເບິ່ງລະດັບນໍ້າມັນເຄື່ອງຈັກ.

    12. ເຕີມ​ນ້ຳ​ມັນ​ເຄື່ອງ​ເພີ່ມ​ໃສ່​ຊ້າໆ​ເພື່ອ​ໃຫ້ຮອດ​ຂີດ​ເຕັມ.

    ການປ່ຽນໝໍ້​ກອງນ້ຳມັນເຄື່ອງຈັກ

    Note: ປ່ຽນໄສ້​ໝໍ້ນ້ຳ​ມັນ​ເຄື່ອງຈັກເລື້ອຍໆເມື່ອສະພາບການໃຊ້ງານມີຂີ້ຝຸ່ນ ແລະ ເປື້ອນທີ່ສຸດ.

    1. ປ່ອຍນ້ຳ​ມັນ​ເຄື່ອງ​ອອກ​ຈາກ​ຈັກ.

    2. ເອົາ​ໝໍ້​ກອງ​ເກົ່າ​ອອກ (ຮູບສະແດງ ).

      artpending
    3. ໃຊ້ການເຄືອບດວ້ຍນ້ຳມັນເຄື່ອງໃສ່ບາງໆໃສ່ຢ່ວງຢາງກັນຊືມໃນໝໍ້ກອງທີ່​ເອົາ​ມາ​ປ່ຽນ (ຮູບສະແດງ ).

    4. ຕິດຕັ້ງໝໍ້ກອງນ້ຳມັນທີ່ປ່ຽນໃສ່ຕົວປັບໝໍ້​ກອງ, ໝຸນໝໍ້ກອງນ້ຳມັນເຄື່ອງຕາມທິດເຂັມໂມງຈົນກວ່າແຫວນຢາງຕິດກັບຕົວປັບໝໍ້​ກອງ ແລະ ຮັດໝໍ້​ກອງໃຫ້ແໜ້ນຂຶ້ນຕື່ມອີກ ¾ ຮອບ (ຮູບສະແດງ ).

    5. ເຕີມນ້ຳມັນເຄື່ອງໃໝ່​ປະ​ເພດ​ທີ່​ເໝາະ​ສົມໃສ່ທ້ອງ​ອ່າງ​ເພົາ​ຂໍ້​ຫວ່ຽງ.

    6. ຕິດ​ຈັກ​ໄວ້​ປະ​ມານ 3 ນາ​ທີ, ມອດ​ຈັກ ແລະ ກວດ​ເບິ່ງ​ການ​ຮົ່ວ​ໄຫຼ​ຂອງ​ນ້ຳ​ມັນ​ເຄື່ອງ​ຢູ່​ຮອບ​ໝໍ້​ກອງ​ນ້ຳ​ມັນ​ເຄື່ອງ ແລະ ວາວລະບາຍ.

    7. ກວດ​ເບິ່ງລະ​ດັບນໍ້າມັນເຄື່ອງ​ຈັກ ແລະ ຕື່ມ​ມັນເຄື່ອງ​ໃສ່​ອີກ, ຖ້າຈຳ​ເປັນ.

    8. ເຊັດນ້ຳມັນເຄື່ອງທີ່ຟົ້ງຕົກ​ເຮ່ຍອອກ.

    ການບຳລຸງຮັກ​ສາຫົວ​ທຽນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 100 ຊົ່ວໂມງ
  • ກວດ​ເບິ່ງ​ຫົວ​ທຽນ. ປ່ຽນ​ຫົວ​ທຽນ, ຖ້າ​ຈຳ​ເປັນ.
  • ປະ​ເພດ: ແຊ້ມປ້ຽນ RCJ8Y (ຫຼື ທຽບ​ເທົ່າ)

    ຊ່ອງ​ຫວ່າງ​ອາ​ກາດ: 0.762 ມມ (0.03 ນິ້ວ)

    Important: ຫົວ​ທຽນທີ່​ແຕກ, ຕາຍ, ເປື້ອນ ຫຼື ບໍ່​ເຮັດ​ວຽກ​ແມ່ນ​ຕ້ອງ​ໄດ້​ປ່ຽນ. ຢ່າ​ໃຊ້​ກະ​ດາດ​ຊາຍ​ຖູ, ຂູດ ຫຼື ທຳ​ຄວາມ​ສະ​ອາດ​ຂົ້ວ​ໄຟ​ຟ້າດ້ວຍ​ການ​ໃຊ້​ແປງ​ລວດ​ຖູ​ເພາະ​ວ່າ​ສຸດ​ທ້າຍ​ແລ້ວ​ເສດ​ຊາຍ​ອາດ​ຈະ​ອອກ​ມາ​ຈາກຫົວທຽນ, ຕົກ​ລົງ​ໄປ​ໃສ່ກະ​ບອກສູບ. ປົກ​ກະ​ຕິ​ຂອງ​ຜົນ​ທີ່​ເກີດ​ຂຶ້ນ​ແມ່ນ​ຈັກ​ເພ.

    Note: ຄວນ​ເອົາຫົວ​ທຽນອອກ ແລະ ກວດ​ເບິ່ງເມື່ອ​ຈັກ​ມີ​ຄວາມ​ຂັດ​ຂ້ອງ.

    ການເອົາຫົວ​ທຽນອອກ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ຖອດ​ສາຍ​ຕໍ່​ຫົວ​ທຽນ​ອອກ (ຮູບສະແດງ ).

      artpending
    4. ທຳ​ຄວາມ​ສະ​ອາດ​ຮອບຫົວ​ທຽນເພື່ອ​ປ້ອງ​ກັນ​ຝຸ່ນເຂົ້າໄປ​ໃນ​ຈັກ ແລະ ອາດ​ຈະເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍໄດ້.

    5. ເອົາຫົວ​ທຽນ ແລະ ແຫວນຮອງອອກ.

    ການກວດ​ເບິ່ງຫົວ​ທຽນ

    1. ເບິ່ງ​ທີ່​ໃຈ​ກາງ​ຫົວ​ທຽນ (ຮູບສະແດງ ).

      Note: ຖ້າ​ທ່ານ​ເຫັນ​ສີ​ນ້ຳ​ຕານ​ອ່ອນ ຫຼື ສີ​ເທົາ​ຢູ່​ໃນ​ສະ​ນວນ​ຫຸ້ມ, ເຄື່ອງ​ຈັກ​ໃຊ້​ງານ​ໄດ້​ຢ່າງ​ຖືກ​ຕ້ອງ. ສີ​ເຄືອບ​ດຳ​ຢູ່​ໃນ​ສະ​ນວນ​ຫຸ້ມໂດຍປົກ​ກະ​ຕິ​ໝາຍຄວາມ​ວ່າໝໍ້​ກອງ​ອາ​ກາດ​ເປື້ອນ.

    2. ຖ້າ​ຈຳ​ເປັນ, ທຳ​ຄວາມ​ສະ​ອາດ​ຫົວ​ທຽນ​ດ້ວຍ​ແປງ​ຂັດ​ສາຍ​ໄຟ​ເພື່ອຂີ້​ຂະ​ເໝົ່າ​ອອກ.

      artpending

      Important: ປ່ຽນ​ຫົວ​ທຽນຢູ່​ສະ​ເໝີ​ເມື່ອ​ມັນ​ມີ​ຂົ້ວ​ໄຟ​ຟ້າ​ຈີກ​ຂາດ, ມີ​ຟີມ​ນ້ຳ​ມັນ​ເຄື່ອງ​ຢູ່​ໃນ​ມັນ ຫຼື ມີ​ຮອຍ​ແຕກ​ຢູ່​ໃນ​ຕົວ​ເຄືອບ​ຫົວ​ທຽນ.

    3. ກວດ​ເບິ່ງຊ່ອງ​ຫວ່າງລະ​ຫວ່າງ​ຂົ້ວ​ໄຟ​ຟ້າ​ຢູ່​ເຄິ່ງ​ກາງ ແລະ ດ້ານ​ຂ້າງ (ຮູບສະແດງ ).

      Note: ງໍຂົ້ວ​ໄຟ​ຟ້າ​ດ້ານ​ຂ້າງ (ຮູບສະແດງ ) ຖ້າ​ຊ່ອງ​ຫວ່າງ​ບໍ່​ຖືກ​ຕ້ອງ.

    ການຕິດ​ຕັ້ງຫົວ​ທຽນ

    1. ຕິດ​ຕັ້ງ​ຫົວ​ທຽນ ແລະ ແຫວນຮອງ​ໂລ​ຫະ. ໃຫ້​ແນ່​ໃຈ​ວ່າ​ໄດ້​ຕັ້ງ​ຊ່ອງ​ຫວ່າງ​ອາ​ກາດ​ຢ່າງ​ຖືກ​ຕ້ອງ​ແລ້ວ.

    2. ບິດຫົວ​ທຽນ​ໃຫ້​ແໜ້ນໃຫ້​ໄດ້ 22 N∙m (16 ft-lb).

    3. ຕິດ​ຕັ້ງສາຍ​ຕໍ່​ຫົວ​ທຽນ (ຮູບສະແດງ ).

    ການບຳລຸງຮັກສາລະບົບນໍ້າມັນເຊື້ອໄຟ

    ອັນຕະລາຍ

    ພາຍ​ໃຕ້ເງື່ອນໄຂສະເພາະໃດໜຶ່ງ, ນ້ຳມັນເຊື້ອໄຟໄວໄຟຫຼາຍ ແລະ ລະເບີດໄດ້ສູງ. ໄຟໄໝ້ ຫຼື ການລະເບີດຈາກນໍ້າມັນເຊື້ອໄຟສາມາດເຮັດໃຫ້ທ່ານ ແລະ ຄົນອື່ນໆຖືກ​ໄໝ້ ແລະ ສາມາດເຮັດໃຫ້ຊັບສິນເສຍຫາຍໄດ້.

    ໃຫ້ເບິ່ງ ສຳ​ລັບລາຍ​ການ​ຄຳ​ເຕືອນ​ລ່ວງ​ໜ້າ​ກ່ຽວ​ກັບ​ນ້ຳ​ມັນ​ສະ​ບັບ​ຄົບ​ຖ້ວນ.

    ການບຳລຸງຮັກ​ສາລະ​ບົບນໍ້າມັນເຊື້ອໄຟ

    ການລະບາຍຖັງນໍ້າມັນເຊື້ອໄຟ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ປິດວາວ​ປິດ​ນ້ຳ​ມັນຢູ່ຖັງ​ນ້ຳ​ມັນ (ຮູບສະແດງ ).

    4. ບີບ​ປາຍ​ຂອງ​ປອກ​ຮັດ​ທໍ່​ເຂົ້າ​ກັນ ແລະ ເລື່ອນມັນຂຶ້ນ​ໄປ​ສາຍ​ນ້ຳ​ມັນ​ຫ່າງອອກ​ໄປ​ຈາກ​ໝໍ້​ກອງນ້ຳ​ມັນ (ຮູບສະແດງ ).

    5. ດຶງ​ສາຍ​ນ້ຳ​ມັນ​ອອກ​ຈາກ​ໝໍ້​ກອງ​ນ້ຳ​ມັນ (ຮູບສະແດງ ).

    6. ເປີດ​ວາວ​ປິດ​ນ້ຳ​ມັນ ແລະ ປ່ອຍ​ໃຫ້​ນ້ຳ​ມັນ​ໄຫຼ​ໄປ​ສູ່​ພາ​ຊະ​ນະ​ບັນ​ຈຸ​ນ້ຳ​ມັນ ຫຼື ອ່າງ​ໂຕ່ງ.

      Note: ດຽວ​ນີ້​ແມ່ນ​ເວ​ລາ​ດີ​ທີ່​ສຸດ​ທີ່​ຈະ​ຕິດ​ຕັ້ງ​ໝໍ້​ກອງ​ນ້ຳ​ມັນ​ໃໝ່​ເພາະ​ວ່າ​ຖັງ​ນ້ຳ​ມັນ​ເປົ່າ, ໃຫ້​ເບິ່ງ .

    7. ຕິດ​ຕັ້ງສາຍ​ນ້ຳ​ມັນໃສ່ໝໍ້​ກອງ​ນ້ຳ​ມັນ.

      ເລື່ອນ​ປອກ​ຮັດ​ທໍ່​ໄປ​ໃສ່ວາວ​ເພື່ອ​ຍຶດ​ສາຍ​ນ້ຳ​ມັນ​ໃຫ້​ແໜ້ນ.

      artpending
    8. ເຊັດນ້ຳມັນເຊື້ອໄຟທີ່ຟົ້ງອອກ.

    ການປ່ຽນໝໍ້ກອງນໍ້າມັນເຊື້ອໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ປ່ຽນໝໍ້ກອງນໍ້າມັນ.
  • Important: ຢ່າ​ຕິດ​ຕັ້ງໝໍ້​ກອງເປື້ອນ, ຖ້າ​ເອົາ​ມັນ​ອອກ​ມາ​ຈາກສາຍ​ນ້ຳ​ມັນ​ເຊື້ອ​ໄຟ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ປິດວາວ​ປິດ​ນ້ຳ​ມັນຢູ່ຖັງ​ນ້ຳ​ມັນ (ຮູບສະແດງ ).

    4. ບີບ​ປາຍ​ຂອງ​ປອກ​ຮັດທໍ່​ເຂົ້າ​ກັນ ແລະ ເລື່ອນ​ພວກ​ມັນ​ອອກ​ໄປ​ຈາກ​ໝໍ້​ກອງ (ຮູບສະແດງ ).

      artpending
    5. ເອົາ​ໝໍ້​ກອງ​ອອກ​ຈາກ​ທໍ່​ນ້ຳ​ມັນ.

    6. ຕິດ​ຕັ້ງ​ໝໍ້​ກອງ​ໃໝ່ ແລະ ເຄື່ອນ​ປອກ​ຮັດ​ທໍ່​ໄປ​ໃກ້​ໝໍ້​ກອງ.

    7. ເປີດວາວ​ປິດ​ນ້ຳ​ມັນຢູ່ຖັງ​ນ້ຳ​ມັນ (ຮູບສະແດງ ).

    8. ກວດ​ເບິ່ງ​ການ​ຮົ່ວ​ໄຫຼ​ຂອງ​ນ້ຳ​ມັນ ແລະ ສ້ອມ​ແປງ, ຖ້າ​ຈຳ​ເປັນ.

    9. ເຊັດນ້ຳມັນເຊື້ອໄຟທີ່ຟົ້ງອອກ.

    ການບຳລຸງຮັກ​ສາລະ​ບົບ​ຊ່ອງລະ​ບາຍນໍ້າມັນເຊື້ອໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ປ່ຽນໝໍ້ກອງຊ່ອງລະ​ບາຍນໍ້າມັນ.
    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ເອົາໝໍ້ກອງຊ່ອງລະ​ບາຍນໍ້າມັນທີ່​ມີ​ຢູ່​ອອກ (ຮູບສະແດງ ).

    4. ຕິດ​ຕັ້ງໝໍ້ກອງຊ່ອງລະ​ບາຍນໍ້າມັນໃໝ່.

      artpending

    ການບຳລຸງຮັກສາລະບົບໄຟຟ້າ

    ຄວາມປອດໄພຂອງລະບົບໄຟຟ້າ

    • ຕັດ​ເຊື່ອມ​ຕໍ່ແບັດເຕີຣີກ່ອນທີ່ຈະສ້ອມແປງເຄື່ອງຈັກ. ຕັດເຊື່ອມຕໍ່ສາຍຂົ້ວລົບກ່ອນ ແລະ ຂົ້ວບວກສຸດທ້າຍ. ເຊື່ອມຕໍ່ປາຍຂົ້ວບວກເຂົ້າກ່ອນ ແລະ ຂົ້ວລົບສຸດທ້າຍ.

    • ສາກແບັດເຕີຣີໃນບ່ອນທີ່ເປີດ, ມີອາກາດຖ່າຍເທດີ, ຫ່າງຈາກປະ​ກາຍໄຟ ແລະ ແປວໄຟ. ຖອດສາຍສາກໄຟກ່ອນທີ່ຈະເຊື່ອມຕໍ່ ຫຼື ຕັດ​ເຊື່ອມ​ຕໍ່ແບັດເຕີຣີ. ໃສ່ເຄື່ອງນຸ່ງປ້ອງກັນ ແລະ ໃຊ້ເຄື່ອງມືປ້ອງກັນ.

    ການບຳລຸງຮັກ​ສາແບັດເຕີຣີ

    ແຮງ​ດັນ​ແບັດ​ເຕີ​ຣີ: 12 V ດ້ວຍ 300 A (ການ​ແກວ່ງ​ເຢັນ) ທີ່ -18°C (0°F).

    • ຮັກ​ສາ​ແບັດ​ເຕີ​ຣີ​ໃຫ້​ສະ​ອາດ ແລະ ສາກ​ໄວ້​ເຕັມ​ຢູ່​ສະ​ເໝີ.

    • ຖ້າ​ຫົວ​ແບັດ​ເຕີ​ຣີ​ຖືກ​ກັດ​ກ່ອນເຂົ້າໝ້ຽງ, ທຳ​ຄວາມ​ສະ​ອາດ​ພວກ​ມັນ​ດ້ວຍ​ສານ​ລະ​ລາຍ​ທີ່​ມີ​ນ້ຳ 4 ສ່ວນ ແລະ ໂຊ​ດາ​ໄຟ 1 ສ່ວນ.

    • ທາ​ນ້ຳ​ມັນກະ​ແລັດເຄືອບ​ບາງໆ​ໃສ່​ຫົວ​ໝໍ້​ໄຟ​ເພື່ອປ້ອງ​ກັນ​ການ​ກັດ​ກ່ອນເຂົ້າ​ໝ້ຽງ.

    ກາ​ນເອົາແບັດ​ເຕີ​ຣີ​ອອກ

    ຄຳເຕືອນ

    ການ​ໃສ່​ສາຍ​ແບັດ​ເຕີ​ຣີທີ່ບໍ່ຖືກຕ້ອງສາມາດເຮັດ​ໃຫ້​ເຄື່ອງ​ຈັກ ແລະ ສາຍ​ໄຟ​ເສຍ​ຫາຍ, ກໍ່ໃຫ້ເກີດປະກາຍໄຟໄດ້. ປະກາຍໄຟສາມາດເຮັດໃຫ້ແກ໊ສ​ໃນແບັດ​ເຕີ​ຣີລະເບີດ, ເຊິ່ງເຮັດໃຫ້ມີການບາດເຈັບສ່ວນບຸກຄົນ.

    • ຄວນຖອດສາຍໄຟລົບ (ສີດຳ) ຂອງ​ແບັດ​ເຕີ​ຣີ​ຢູ່​ຕະ​ຫຼອດກ່ອນທີ່ຈະຖອດສາຍໄຟບວກ (ສີແດງ).

    • ເຊື່ອມຕໍ່ສາຍໄຟບວກ (ສີແດງ) ຂອງ​ແບັດ​ເຕີ​ຣີຢູ່​ຕະ​ຫຼອດກ່ອນທີ່ຈະເຊື່ອມຕໍ່ສາຍໄຟລົບ (ສີດໍາ).

    • ຮັກ​ສາ​ສາຍ​ຮັດ​ແບັດ​ເຕີ​ຣີ​ໄວ້​ກັບ​ທີ່​ສະ​ເໝີ​ເພື່ອ​ປົກ​ປ້ອງ ແລະ ຍຶດ​ແບັດ​ເຕີ​ຣີ​ໄວ້.

    ຄຳເຕືອນ

    ຫົວ​ແບັດ​ເຕີ​ຣີ ຫຼື ເຄື່ອງ​ມື​ໂລ​ຫະ​ສາ​ມາດ​ຊັອດ​ໃສ່​ສ່ວນ​ປະ​ກອບເຄື່ອງ​ຈັກ​ທີ່​ເປັນ​ໂລ​ຫະ, ເຮັດ​ໃຫ້​ເກີດ​ປະ​ກາຍ​ໄຟ​ໄດ້. ປະກາຍໄຟສາມາດເຮັດໃຫ້ແກ໊ສ​ໃນແບັດ​ເຕີ​ຣີລະເບີດ, ເຊິ່ງເຮັດໃຫ້ມີການບາດເຈັບສ່ວນບຸກຄົນ.

    • ເມື່ອ​ຖອດ ຫຼື ຕິດ​ຕັ້ງ​ແບັດ​ເຕີ​ຣີ, ຢ່າ​ປ່ອຍ​ໃຫ້​ຫົວ​ແບັດ​ເຕີ​ຣີ​ສຳ​ລັບ​ກັບ​ສ່ວນ​ຂອງ​ເຄື່ອງ​ຈັກ​ທີ່​ເປັນ​ໂລ​ຫະ.

    • ຢ່າ​ປ່ອຍ​ໃຫ້​ເຄື່ອງ​ມື​ໂລ​ຫະ​ຊັອດ​ລະ​ຫວ່າງ​ຫົວ​ແບັດ​ເຕີ​ຣີ ແລະ ສ່ວນ​ຂອງ​ເຄື່ອງ​ຈັກ​ທີ່​ເປັນ​ໂລ​ຫະ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ເອົາ​ຝາ​ປົກ​ຢາງ​ສີ​ດຳ​ອອກ​ຈາກ​ສາຍ​ຂົ້ວ​ລົບ ແລະ ຖອດສາຍໄຟດ້ານລົບຂອງ​ແບັດ​ເຕີ​ຣີຈາກ​ຫົວ​ແບັດ​ເຕີ​ຣີ​ດ້ານ​ລົບ (-) (ຮູບສະແດງ ).

    4. ເລື່ອນ​ຫົວ​ຫຸ້ມ​ຂົ້ວ​ສີ​ແດງ​ອອກ​ຈາກ​ຂົ້ວ​ບວກ (+) ຂອງ​ແບັດ​ເຕີ​ຣີ ແລະ ເອົາ​ສາຍ​ແບັດ​ເຕີ​ຣີ​ຂົ້ວ​ບວກ​ອອກ (ຮູບສະແດງ ).

    5. ເອົາແຜ່ນຮັດ​ແບັດ​ເຕີ​ຣີ​ລົງ (ຮູບສະແດງ ) ອອກ ແລະ ເອົາ​ແບັດ​ເຕີ​ຣີ​ອອກ.

    ການຕິດ​ຕັ້ງ​ແບັດ​ເຕີ​ຣີ

    1. ວາງ​ແບັດ​ເຕີ​ຣີ​ໃສ່​ໃນ​ເຄື່ອງ​ຈັກ (ຮູບສະແດງ ).

    2. ຍຶດ​ແບັດ​ເຕີ​ຣີ​ດ້ວຍ​ຈານ​ຮັດ​ລົງ, ນັອດ​ຕົວ j ແລະ ນັອດ​ລັອກ​ຕົວ​ແມ່ (ຮູບສະແດງ ).

    3. ຕິດ​ຕັ້ງ​ສາຍ​ຂົ້ວ​ບວກ (ສີ​ແດງ) ຂອງ​ແບັດ​ເຕີ​ຣີໃສ່​ຫົວ​ຂົ້ວ​ບວກ (+) ຂອງ​ແບັດ​ເຕີ​ຣີ​ດ້ວຍ​ນັອດ​ຕົວ​ແມ່, ແຫວນ​ຮອງ ແລະ ນັອດຕົວ​ຜູ້ (ຮູບສະແດງ ).

    4. ເລື່ອນ​ຝາ​ປົກຢາງ​ໄປ​ເທິງ​ຫົວ​ຂົ້ວແບັດ​ເຕີ​ຣີ.

    5. ຕິດ​ຕັ້ງ​ສາຍ​ຂົ້ວລົບຂອງ​ແບັດ​ເຕີ​ຣີ ແລະ ສາຍດິນ​ໃສ່​ຫົວ​ຂົ້ວລົບ (-) ຂອງ​ແບັດ​ເຕີ​ຣີດ້ວຍ​ນັອດ​ຕົວ​ແມ່, ແຫວນ​ຮອງ ແລະ ນັອດຕົວ​ຜູ້ (ຮູບສະແດງ ).

    6. ເລື່ອນ​ຝາ​ປົກຢາງ​ໄປ​ເທິງ​ຫົວ​ຂົ້ວແບັດ​ເຕີ​ຣີ.

      artpending

    ການກວດເບິ່ງລະດັບນ້ຳ​ກົດແບັດ​ເຕີ​ຣີ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 25 ຊົ່ວໂມງ
  • ກວດເບິ່ງລະດັບນ້ຳ​ກົດແບັດ​ເຕີ​ຣີ.
  • ອັນຕະລາຍ

    ນ້ຳ​ກົດແບັດເຕີຣີມີກົດຊູນຟູຣິກ, ເຊິ່ງເປັນສານພິດທີ່ເປັນອັນຕະລາຍ ແລະ ເຮັດໃຫ້ເກີດການເຜົາ​ໄໝ້ຮຸນແຮງ.

    • ຢ່າດື່ມນ້ຳ​ກົດ ແລະ ຫຼີກ​ລ່ຽງການສຳຜັດກັບຜິວໜັງ, ຕາ ຫຼື ເຄື່ອງນຸ່ງ. ໃສ່ແວ່ນຕາຄວາມປອດໄພເພື່ອປ້ອງກັນຕາຂອງ​ທ່ານ ແລະ ຖົງມືຢາງເພື່ອປ້ອງກັນມືຂອງທ່ານ.

    • ຕື່ມນ້ຳກົດ​ແບັດ​ເຕີ​ຣີໃນບ່ອນທີ່ມີນ້ໍາສະອາດສໍາລັບການລ້າງຜິວໜັງຢູ່​ສະ​ເໝີ.

    1. ເບິ່ງ​ທີ່​ດ້ານ​ຂ້າງ​ຂອງ​ແບັດ​ເຕີ​ຣີ ນ້ຳ​ກົດ​ຕ້ອງ​ຢູ່​ທີ່​ຂີດ​ເທິງ (ຮູບສະແດງ ).

      ຢ່າປ່ອຍ​ໃຫ້​ນ້ຳ​ກົດ​ຕົກ​ມາ​ຢູ່​ຂີດ​ລຸ່ມ (ຮູບສະແດງ ).

      artpending
    2. ຖ້າ​ນ້ຳ​ກົດຍັງ​ໜ້ອຍ, ເຕີມ​ນ້ຳ​ກັ່ນ​ໃນ​ປະ​ລິ​ມານ​ທີ່​ຕ້ອງ​ການ​ໃສ່, ໃຫ້​ເບິ່ງ .

    ການ​ຕື່ມ​ນ້ຳ​ໃສ່​ແບັດ​ເຕີ​ຣີ

    ເວ​ລາ​ດີ​ທີ່​ສຸດ​ທີ່​ຈະ​ເຕີມ​ນ້ຳ​ກັ່ນ​ໃສ່​ແບັດ​ເຕີ​ຣີ​ແມ່ນ​ກ່ອນ​ທ່ານ​ໃຊ້​ງານ​ເຄື່ອງ​ຈັກ. ນີ້​ປ່ອຍ​ໃຫ້​ນ້ຳ​ປະ​ສົມ​ກັບ​ສານ​ລະ​ລາຍ​ນ້ຳ​ກົດ​ຢ່າງ​ທົ່ວ​ເຖິງ.

    1. ເອົາແບັດ​ເຕີ​ຣີອອກ​ຈາກ​ເຄື່ອງ​ຈັກ, ໃຫ້​ເບິ່ງ .

      Important: ຢ່າ​ຕື່ມ​ນ້ຳ​ກັ່ນ​ໃສ່​ແບັດ​ເຕີ​ຣີ​ໃນ​ຂະ​ນະ​ທີ່ແບັດ​ເຕີ​ຣີ​ຕິດ​ຕັ້ງ​ໄວ້​ໃນ​ເຄື່ອງ​ຈັກ. ນ້ຳ​ກົດ​ສາ​ມາດ​ຟົ້ງ​ກະ​ຈາຍ​ອອກ​ໃສ່​ສ່ວນ​ຕ່າງໆ ແລະ ເຮັດ​ໃຫ້​ເກີດ​ການ​ເຂົ້າ​ໝ້ຽງ​ໄດ້.

    2. ທຳ​ຄວາມ​ສະ​ອາດ​ດ້ານ​ເທິງ​ຂອງ​ແບັດ​ເຕີ​ຣີດ້ວຍ​ເຈ້ຍ​ເຊັດ.

    3. ເອົາ​ຝາ​ປົກ​ຊ່ອງ​ລະ​ບາຍ​ອອກ​ຈາກ​ແບັດ​ເຕີ​ຣີ (ຮູບສະແດງ ).

    4. ຖອກ​ນ້ຳ​ກັ່ນ​ໃສ່​ແຕ່​ລະ​ຫ້ອງ​ຂອງ​ແບັດ​ເຕີ​ຣີ​ຊ້າໆ​ຈົນ​ກວ່າ​ລະ​ດັບ​ນ້ຳ​ກົດ​ຮອດ​ຂີດ​ເທິງ (ຮູບສະແດງ ) ໃນ​ເຕົ້າ​ແບັດ​ເຕີ​ຣີ.

      Important: ຢ່າ​ເຕີມໃສ່​ແບັດ​ເຕີ​ຣີ​ຈົນ​ລົ້ນ​ເພາະ​ວ່າ​ນ້ຳ​ກົດ (ອາ​ຊິດ​ຊູນ​ຟູ​ຣິກ) ສາ​ມາດ​ເຮັດ​ໃຫ້​ເກີດ​ການເຂົ້າ​ໝ້ຽງຮຸນ​ແຮງ ແລະ ເຮັດ​ໃຫ້​ຈັກ​ເພ​ໄດ້.

    5. ລໍ​ຖ້າ 5 ຫາ 10 ນາ​ທີ​ຫຼັງ​ຈາກ​ເຕີມ​ນ້ຳ​ກົດ​ໃສ່​ຫ້ອງ​ແບັດ​ເຕີ​ຣີ.

    6. ຖ້າ​ຈຳ​ເປັນ, ເຕີມນ້ຳ​ກັ່ນ​ໃສ່ຈົນ​ກວ່າ​ລະ​ດັບ​ນ້ຳ​ກົດ​ຮອດ​ຂີດ​ເທິງ (ຮູບສະແດງ ) ໃນ​ເຕົ້າ​ແບັດ​ເຕີ​ຣີ.

    7. ຕິດ​ຕັ້ງ​ຝາ​ປິດ​ຊ່ອງ​ລະ​ບາຍ​ແບັດ​ເຕີ​ຣີ.

    ການສາກ​ແບັດ​ເຕີ​ຣີ

    ຄຳເຕືອນ

    ການສາກແບັດເຕີຣີ​ເຮັດ​ໃຫ້​ເກີດອາຍແກັສທີ່ສາມາດລະເບີດໄດ້.

    ຢ່າສູບຢາຢູ່ໃກ້ແບັດເຕີຣີ ແລະ ໃຫ້ປະກາຍໄຟ ແລະ ແປວໄຟຢູ່ຫ່າງຈາກແບັດ​ເຕີ​ຣີ.

    Important: ໃຫ້​ສາກ​ແບັດ​ເຕີ​ຣີ​ໄວ້​ເຕັມ​ຢູ່​ສະ​ເໝີ (ຄວາມຖ່ວງຈໍາເພາະ 1.260). ນີ້​ມີ​ຄວາມ​ສຳ​ຄັນ​ສະ​ເພາະ​ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ຂອງ​ແບັດ​ເຕີ​ຣີ​ເມື່ອ​ອຸນ​ຫະ​ພູມ​ຕ່ຳ​ກວ່າ 0°C (32°F).

    1. ເອົາແບັດ​ເຕີ​ຣີອອກ​ຈາກ​ເຄື່ອງ​ຈັກ, ໃຫ້​ເບິ່ງ .

    2. ກວດເບິ່ງລະ​ດັບ​ນ້ຳກົດ; ໃຫ້​ເບິ່ງ .

    3. ຮັບ​ປະ​ກັນ​ວ່າ​ໄດ້​ຕິດ​ຕັ້ງ​ຝາ​ປິດ​ຄໍ​ເຕີມ​ແລ້ວ.

    4. ເຊື່ອມຕໍ່ຫົວສາກແບັດ​ເຕີ​ຣີ 3 ຫາ 4 A ໃສ່ຫົວ​ແບັດ​ເຕີ​ຣີ. ສາກແບັດເຕີຣີໃນອັດຕາ 3 ເຖິງ 4 A ເປັນເວລາ 4 ຫາ 8 ຊົ່ວໂມງ (12 V).

      Note: ຢ່າສາກແບັດ​ເຕີ​ຣີ​ຈົນເຕັມ​ເກີນ​ໄປ.

    5. ເມື່ອສາກແບັດ​ແຕີ​ຣີແລ້ວ, ຖອດ​ປັກ​ສຽບ​ເຄື່ອງ​ສາກ​ອອກ​ໄປ​ຈາກ​ບ່ອນ​ສຽບ​ໄຟ ແລະ ຕັດ​ເຊື່ອມ​ຕໍ່ຊືນ​ເຄື່ອງ​ສາກ​ອອກ​ຈາກ​ຫົວ​ແບັດ​ເຕີ​ຣີ (ຮູບສະແດງ ).

    6. ຕິດ​ຕັ້ງແບັດ​ເຕີ​ຣີ; ໃຫ້​ເບິ່ງ .

      artpending

    ການເກັບ​ຮັກ​ສາແບັດ​ເຕີ​ຣີ

    ຖ້າທ່ານ​ຈະ​ເກັບ​ຮັກ​ສາ​ເຄື່ອງ​ຈັກ​ໄວ້​ເກີນກວ່າ 30 ວັນ, ໃຫ້​ເອົາ​ແບັດ​ເຕີ​ຣີ​ອອກ ແລະ ສາກ​ມັນ​ໃຫ້​ເຕັມ. ເກັບ​ຮັກ​ສາ​ມັນ​ໄວ້​ຢູ່​ໃນ​ຖ້ານ ຫຼື ໃນ​ເຄື່ອງ​ຈັກ. ປ່ອຍ​ໃຫ້​ສາຍ​ຖອດ​ອອກ​ໄວ້, ຖ້າ​ມັນ​ຖືກ​ເກັບ​ຮັກ​ສາ​ໄວ້​ໃນ​ເຄື່ອງ​ຈັກ. ເກັບ​ຮັກ​ສາ​ແບັດ​ເຕີ​ຣີ​ໄວ້​ໃນ​ບັນ​ຍາ​ກາດ​ເຢັນ​ເພື່ອ​ຫຼີກ​ລ່ຽງ​ການ​ເສື່ອມ​ສະ​ພາບ​ຂອງ​ການ​ສາກ​ໃນ​ແບັດ​ເຕີ​ຣີ​ໄວ​ຂຶ້ນ. ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ແບັດ​ເຕີ​ຣີ​ແຂງ​ຕົວ, ໃຫ້​ແນ່​ໃຈ​ວ່າ​ໄດ້​ສາກ​ມັນ​ໄວ້​ເຕັມດີ.

    ການບຳລຸງຮັກສາລະບົບຂັບເຄື່ອນ

    ການກວດເບິ່ງຄວາມດັນຂອງຢາງລົດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ກວດເບິ່ງຄວາມດັນຂອງຢາງລົດ.
  • ຮັກ​ສາ​ຄວາມ​ດັນ​ອາ​ກາດ​ໄວ້​ຢູ່​ໃນ​ຢາງ​ລົດ​ຫຼັງ​ທີ່ 0.83 ເຖິງ 0.97 bars (12 ເຖິງ 14 psi). ຄວາມ​ດັນ​ຢາງ​ລົດ​ບໍ່​ສະ​ເໝີ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ຕັດ​ບໍ່​ສະ​ເໝີ​ໄດ້ (ຮູບສະແດງ ).

    Note: ຢາງ​ຕີນ​ໜ້າ​ແມ່ນ​ຢາງ​ເຄິ່ງ​ໃຊ້​ລົມ ແລະ ບໍ່​ຈຳ​ເປັນ​ຕ້ອງ​ມີ​ການ​ຮັກ​ສາ​ຄວາມ​ດັນ​ອາ​ກາດ​ໄວ້.

    artpending

    ການບຳລຸງຮັກສາລະບົບເຮັດຄວາມເຢັນ

    ການທຳ​ຄວາມ​ສະ​ອາດຕະ​ແກງ​ນຳ​ອາ​ກາດ​ເຂົ້າ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ທຳ​ຄວາມ​ສະ​ອາດຕະ​ແກງ​ນຳ​ອາ​ກາດ​ເຂົ້າ.
  • ເອົາ​ຫຍ້າ, ຂີ້​ຝຸ່ນ ຫຼື ຂີ້​ເຫຍື້ອ​ອື່ນໆ​ທີ່​ຕົກ​ສະ​ສົມ​ຢູ່​ອອກ​ໄປ​ຈາກ​ກະ​ບອກ​ສູບ ແລະ ສັນ​ຄີທຳ​ຄວາມ​ເຢັນ​ຫົວ​ກະ​ບອກ​ສູບ, ຕະ​ແກງ​ນຳ​ອາ​ກາດ​ເຂົ້າ​ຢູ່​ປາຍ​ລໍ້​ລອຍ ແລະ ຄັນ​ຕົວ​ຄວບ​ຄຸມ​ຕົວ​ຈຸດ​ລະ​ເບີດ ແລະ ຕົວ​ເຊື່ອມ​ຕໍ່. ນີ້ຊ່ວຍ​ຮັບ​ປະ​ກັນ​ການ​ເຢັນ​ລົງ​ທີ່​ພຽງ​ພໍ ແລະ ເຮັດ​ໃຫ້​ຄວາມ​ໄວ​ຈັກ​ຖືກ​ຕ້ອງເພື່ອຫຼຸດ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ຮ້ອນ​ຫຼາຍ ຫຼື ຄວາມ​ເປ່​ເພ​ທາງ​ດ້ານ​ກົນ​ຈັກ​ຕໍ່​ຈັກ.

    ການທຳຄວາມສະອາດລະບົບທຳຄວາມເຢັນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ທຳ​ຄວາມ​ສະ​ອາດຫຍ້າ ແລະ ເສດ​ຂີ້​ເຫຍື້ອ​ອອກ​ຈາກຕະ​ແກງ​ນຳ​ອາ​ກາດ​ເຂົ້າ.
  • ທຸກໆ 100 ຊົ່ວໂມງ
  • ກວດ​ເບິ່ງ ແລະ ທຳ​ຄວາມ​ສະ​ອາດທຳຄວາມສະອາດ​ສັນ​ຄີທຳຄວາມເຢັນຂອງຈັກ ແລະ ເຄື່ອງ​ປົກ​ບັງ.
    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ເອົາ​ຕະ​ແກງ​ນຳ​ອາ​ກາດ​ເຂົ້າ, ຕົວ​ດຶງ​ຕິດ​ຈັກ ແລະ ໂຄງພັດ​ລົມ​ອອກ (ຮູບສະແດງ ).

    4. ທຳ​ຄວາມ​ສະ​ອາດເສດ​ຂີ້​ເຫຍື້ອ ແລະ ຫຍ້າອອກ​ຈາກ​ພາກ​ສ່ວນ​ຕ່າງໆ​ຂອງ​ຈັກ.

    5. ຕິດ​ຕັ້ງຕະ​ແກງ​ນຳ​ອາ​ກາດ​ເຂົ້າ, ຕົວ​ດຶງ​ຕິດ​ຈັກ ແລະ ໂຄງພັດ​ລົມ (ຮູບສະແດງ ).

      artpending

    ການບຳລຸງຮັກສາເບກ

    ການບຳ​ລຸງ​ຮັກ​ສາເບ​ຣກມື

    ກວດ​ເບິ່ງ​ເບ​ຣກ​ຢູ່​ທັງ​ບ່ອນ​ພື້ນ​ພຽງ ແລະ ບ່ອນ​ຄ້ອຍ​ຊັນ.

    ໃສ່ເບຣກມືຢູ່​ສະ​ເໝີ​ເມື່ອທ່ານ​ຢຸດ​ເຄື່ອງ​ຈັກ ຫຼື ປ່ອຍ​ມັນ​ໄວ້​ໂດຍ​ບໍ່​ມີ​ຜູ້​ເບິ່ງ. ຖ້າເບຣກມືບໍ່ຢູ່ດີ, ໃຫ້​ປັບ​ມັນ.

    ການກວດ​ເບິ່ງເບ​ຣກມື

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງເບ​ຣກມື.
    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ ແລະ ປົດ​ໃຊ້ PTO.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ໃສ່​ເບ​ຣກມື.

      Note: ລໍ້​ລົດ​ຕ້ອງ​ລັອກ​ເມື່ອ​ທ່ານ​ພະ​ຍາ​ຍາມ​ຊຸກ​ເຄື່ອງ​ຈັກ​ໄປ​ທາງ​ໜ້າ.

    4. ຖ້າລໍ້​ລົດບໍ່​ລັອກ, ຈົ່ງປັບ​ເບ​ຣກ, ໃຫ້​ເບິ່ງ .

    5. ປົດ​ເບ​ຣກ ແລະ ເຄື່ອນ​ລັອກ​ເກຍ​ຫວ່າງ/ເບ​ຣກ​ໄປຫາຕຳ​ແໜ່ງເກຍ​ຫວ່າງ.

      Note: ລໍ້​ລົດ​ຄວນ​ຈະ​ປິ່ນ​ໄດ້​ຢ່າງ​ເສ​ລີ ຖ້າ​ບໍ່​ປິ່ນ​ໄດ້​ເສ​ລີ, ໃຫ້​ເບິ່ງ .

    ການປັບເບ​ຣກມື

    ຖ້າເບຣກມືບໍ່ຢູ່ດີ, ໃຫ້​ປັບ​ພວກມັນ.

    1. ກວດເບິ່ງເບິ່ງ​ເບ​ຣກ​ກ່ອນ​ທີ່​ທ່ານ​ຈະ​ປັບ​ພວກ​ມັນ; ໃຫ້​ເບິ່ງ .

    2. ປົດເບ​ຣກມື.

    3. ເພື່ອ​ປັບ​ເບ​ຣກ, ໝຸນ​ນັອດ​ປີກ​ຕົວ​ແມ່​ຢູ່​ສາຍ​ເບ​ຣກ (ຮູບສະແດງ ).

      ໝຸນ​ນັອດ​ປີກ​ຕົວ​ແມ່​ໄປ​ຕາມ​ທິດ​ເຂັມ​ໂມງ​ເພື່ອ​ຮັດ​ເບ​ຣກ​ໃຫ້​ແໜ້ນ, ໝຸນ​ພວກ​ມັນ​ຕາມ​ທິດ​ທວນ​ເຂັມ​ໂມງ​ເພື່ອ​ມາຍ​ພວກ​ມັນໃຫ້​ຫຼວມ.

      artpending
    4. ຈັດ​ຕຳ​ແໜ່ງ​ນັອດ​ປີກ​ຕົວ​ແມ່​ເພື່ອ​ໃຫ້​ເຂົ້າ​ໃສ່​ເບ​ຣກ​ເມື່ອ​ທ່ານ​ບີບ​ຄັນ​ຂັບ​ເຄື່ອນ​ພຽງ​ພໍ​ເພື່ອ​ໃສ່​ລັອກ​ເກຍ​ຫວ່າງ/ເບ​ຣກ​ມື​ໄປ​ທາງ​ໜ້າ ແລະ ໃສ່​ເບ​ຣກ.

    5. ກວດ​ເບິ່ງ​ການ​ເຮັດ​ວຽກ​ຂອງ​ເບ​ຣກ, ໃຫ້​ເບິ່ງ .

      Important: ເມື່ອ​ທ່ານ​ປົດ​ເບ​ຣກ​ມື, ລໍ້ຫຼັງຄວນ​ຈະ​ໝຸນ​ຢ່າງ​ເສ​ລີ​ເມື່ອ​ທ່ານ​ຊຸກ​ເຄື່ອງ​ຈັກ. ຖ້າພວກ​ມັນ​ບໍ່​ໝຸນ, ໃຫ້​ຕິດ​ຕໍ່ຕົວ​ແທນ​ຈຳ​ໜ່າຍ​ບໍ​ລິ​ການ​ທີ່​ໄດ້​ຮັບ​ອະ​ນຸ​ມັດທັນທີ.

    6. ກວດເບິ່ງລວງ​ຍາວ​ສາຍ​ຄວບ​ຄຸມ; ໃຫ້​ເບິ່ງ .

    ການບຳລຸງຮັກສາສາຍພານ

    ການກວດກາ​ສາຍ​ພານ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 25 ຊົ່ວໂມງ
  • ກວດເບິ່ງຄວາມຫ້ຽນ ຫຼື ການ​ແຕກຂອງສາຍ​ພານ.
  • ປ່ຽນສາຍພານ, ຖ້າມັນຈີກ​ຂາດ. ສັນ​ຍານ​ຂອງ​ສາຍ​ພານ​ຈີກ​ຂາດລວມມີ​ສຽງ​ອີດໆ​ໃນຂະ​ນະ​ທີ່ສາຍ​ພານ​ກຳ​ລັງໝຸນ, ໃບ​ມີດ​ຖະ​ໄຫຼ​ໄປ​ໃນຂະ​ນະ​ທີ່​ກຳ​ລັງຕັດ​ຫຍ້າ ແລະ ຄົມ​ລຸ່ຍ, ຮອຍ​ໄໝ້ ແລະ ຮອຍ​ແຕກໃນ​ສາຍ​ພານ.

    ການ​ປັບຄວາມ​ເຄັ່ງ​ສາຍ​ພານເພົາ​ຂັບ​ເຄື່ອນລໍ້

    ທ່ານ​ອາດ​ຈະ​ຈຳ​ເປັນ​ຕ້ອງ​ໄດ້​ເພີ່ມ​ຄວາມ​ເຄັ່ງ​ຂອງ​ສາຍ​ພານ​ຂັບ​ເຄື່ອນ​ລໍ້​ຢູ່​ພາຍ​ໃຕ້​ສະ​ພາບ​ການ​ໃຊ້​ງານ​ສະ​ເພາະ​ເຊັ່ນ: ການ​ຕັດ​ຫຍ້າ​ຢູ່​ເທິງ​ສະ​ພາບພື້ນ​ທີ່​ເປັນ​ເນີນ ຫຼື ໃນ​ຂະ​ນະ​ທີ່​ກຳ​ລັງດຶງ​ລໍ້​ລາກ.

    1. ມອດຈັກ, ຖອດກະແຈອອກ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດ.

    2. ຖອດ​ສາຍ​ຕໍ່​ຫົວ​ທຽນ​ອອກ.

    3. ປົດລັອກ​ເກຍ​ຫວ່າງ/ເບ​ຣກ​ມື ແລະ ປ່ອຍ​ຄັນ​ຂັບ​ເຄື່ອນ​ເພື່ອ​ຫຼຸດ​ແຮງ​ຂອງ​ສະ​ປ​ຣິງ.

    4. ເອົາ​ສະ​ປ​ຣິງ​ຂັບ​ເຄື່ອນ​ອອກ​ຈາກ​ນັອດປັບ (ຮູບສະແດງ ).

      artpending
    5. ເອົາ​ນັອດ​ລັອກ​ຕົວ​ແມ່​ທີ່​ຍຶດ​ນັອດ​ປັບ​ໃສ່​ເກາະ​ກັນ​ບັງ​ໝາກ​ລໍ້​ຂັບ​ເຄື່ອນ​ອອກ (ຮູບສະແດງ ).

    6. ຊອກ​ຫາບ່ອນ​ຕັ້ງສ່ວນ​ປະ​ກອບ​ຂອງ​ນັອດ​ຕົວ​ຜູ້ຢູ່​ໃນ​ຕຳ​ແໜ່ງ​ຄວາມ​ເຄັ່ງ​ທີ່​ຕ້ອງ​ການ​ດັ່ງ​ຕໍ່​ໄປ​ນີ້:

      • ຕຳ​ແໜ່ງ A ສຳ​ລັບ​ສະ​ພາບ​ປົກ​ກະ​ຕິ

      • ຕຳ​ແໜ່ງ B ສຳ​ລັບ​ສະ​ພາບ​ທີ່​ມີ​ຄວາມ​ຮ້າຍ​ແຮງ​ຫຼາຍ​ຂຶ້ນ

      • ຕຳ​ແໜ່ງ C ສຳ​ລັບ​ສະ​ພາບ​ທີ່​ມີ​ຄວາມ​ຮ້າຍ​ແຮງ​ທີ່​ສຸດ

        Note: ຄວາມ​ເຄັ່ງການ​ຂັບ​ເຄື່ອນ​ລໍ້​ຢູ່​ຕ່ຳ​ສຸດ​ເມື່ອ​ສ່ວນ​ປະ​ກອບ​ນັອດ​ຕົວ​ຜູ້​ຢູ່​ໃນ​ຕຳ​ແໜ່ງ A. ຄວາມ​ເຄັ່ງ​ເພີ່ມ​ຂຶ້ນ​ຢູ່​ໃນ​ຕຳ​ແໜ່ງ B ແລະ C (ຮູບສະແດງ ).

    7. ຕິດ​ຕັ້ງ​ນັອດ​ປັບ ແລະ ສະ​ປ​ຣິງຂັບ​ເຄື່ອນ.

    8. ເຮັດຂັ້ນຕອນນີ້ຊ້ຳອີກໃນ​ດ້ານ​ອື່ນ.

    ການປ່ຽນສາຍພານດຶງ-ຂັບເຄື່ອນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ກວດ​ເບິ່ງສາຍພານດຶງ-ຂັບເຄື່ອນ.
    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ຖອດກິບລັອກທີ່ຍຶດສາຍ​ເບ​ຣກ​ໃສ່​ແຂນ​ເບ​ຣກ​ອອກ​ເພື່ອ​ປ່ອຍ​ຄວາມ​ເຄັ່ງ​ໃນ​ຕົວ​ຫວ່າງ​ສາຍ​ພານ (ຮູບສະແດງ ).

    4. ເອົາ​ນັອດ​ຕົວ​ຜູ້​ຢູ່​ດ້ານ​ລຸ່ມ​ອອກ ແລະ ມາຍ​ນັອດ​ຕົວ​ຜູ້​ດ້ານ​ເທິງ​ຂອງ​ເກາະ​ກັນ​ບັງ​ໃຫ້​ຫຼວມ​ເພື່ອ​ໝຸນ​ມັນ​ໃຫ້​ໄດ້​ຄວາມ​ຫ່າງ​ສາຍ​ພານ (ຮູບສະແດງ ).

    5. ຍົກ​ສາຍ​ພານ​ຂຶ້ນ​ຜ່ານ​ຕົວ​ຫວ່າງ ແລະ ເອົາ​ໝາກ​ລໍ້​ຂັບ​ເຄື່ອນ​ອອກ (ຮູບສະແດງ ).

    6. ຍົກ​ລໍ້​ຂຶ້ນ​ຈາກ​ພື້ນ​ດິນ​ໃຫ້​ພໍ​ທີ່​ຈະ​ເອົາ​ສາຍ​ພານ​ອອກ​ໄດ້.

    7. ປ່ຽນສາຍພານດຶງ-ຂັບເຄື່ອນ.

    8. ຍຶດ​ເກາະ​ກັນ​ບັງ​ດ້ວຍ​ນັອດ​ຕົວ​ຜູ້​ທີ່​ເອົາ​ອອກ​ມາ​ກ່ອນ ແລະ ຮັດ​ນັອດ​ຕົວ​ຜູ້​ໃຫ້​ແໜ້ນ (ຮູບສະແດງ ).

    9. ຍຶດ​ສາຍ​ເບ​ຣກ​ໃສ່​ແຂນ​ເບ​ຣກ​ດ້ວຍ​ກິບ​ລັອກ (ຮູບສະແດງ ).

      artpending

    ການປ່ຽນສາຍພານຂັບເຄື່ອນ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ຍົກ​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ​ຂຶ້ນ ແລະ ຮັກ​ສາ​ມັນ​ໄວ້​ດ້ວຍ​ກະ​ລິກ​ຄ້ຳ.

    4. ເອົາ​ສາຍ​ພານຈັກ​ຕັດ​ຫຍ້າ​ອອກ (ຮູບສະແດງ ).

      artpending
    5. ມາຍ​ນັອດ​ແກນ​ໝຸນ​ໃຫ້​ພໍ​ເພື່ອ​ເລື່ອນ​ໝາກ​ລໍ້​ຕົວ​ຫວ່າງ​ຢູ່​ໃນ​ຊ່ອງ ແລະ ເອົາ​ສາຍ​ພານ​ດຶງ​ອອກ​ຈາກ​ເຄື່ອງ​ຈັກ ແລະ ໝາກ​ລໍ້​ຂັບ​ເຄື່ອນ (ຮູບສະແດງ ).

    6. ຕິດ​ຕັ້ງ​ສາຍ​ພານ​ຂັບ​ເຄື່ອນ​ໃໝ່​ໃສ່​ຮອບ​ຈັກ ແລະ ໝາກ​ລໍ້ຂັບ​ເຄື່ອນ (ຮູບສະແດງ ).

    7. ເລື່ອນ​ໝາກ​ລໍ້​ຕົວ​ຫວ່າງ​ຢູ່​ໃນ​ກອບ​ຈັກ​ເພື່ອເຄັ່ງສາຍ​ພານ​ດຶງ​ໃຫ້​ເຄັ່ງ (ຮູບສະແດງ ).

    8. ຕິດຕັ້ງສາຍ​ພານຈັກ​ຕັດ​ຫຍ້າ (ຮູບສະແດງ ).

    9. ກວດ​ເບິ່ງແຂ້ວ​ເກາະສາຍ​ພານ​ຢູ່​ກ້ອງກອບ​ຈັກ​ສຳ​ລັບ​ການ​ປັບ​ທີ່​ເໝາະ​ສົມ (ຮູບສະແດງ ).

      Note: ໄລ​ຍະ​ຫ່າງ​ລະ​ຫວ່າງແຂ້ວ​ເກາະສາຍ​ພານ ແລະ ສາຍພານ​ຈັກ​ຕັດ​ຫຍ້າຄວນ​ເປັນ 19 ມມ (¾ ນິ້ວ) ເມື່ອ​ທ່ານ​ໃສ່​ສາຍ​ພານ​ຈັກ​ຕັດ​ຫຍ້າ. ປັບ​ສາຍ​ພານ, ຖ້າຈຳ​ເປັນ. ສາຍ​ພານ​ທີ່​ປົດ​ອອກ​ແລ້ວ​ແມ່ນ​ບໍ່​ຄວນ​ໃຫ້​ລາກ ຫຼື ຫຼຸດ​ອອກ​ຈາກ​ໝາກ​ລໍ້​ເມື່ອ​ແຂ້ວຖືກ​ປັບ​ຢ່າງ​ຖືກ​ຕ້ອງ​ແລ້ວ.

    ການປ່ຽນສາຍພານຈັກ​ຕັດ​ຫຍ້າ

    Important: ຈຳ​ເປັນ​ຕ້ອງ​ໄດ້​ປັບ​ເບ​ຣກ​ເມື່ອ​ຄວາມ​ເຄັ່ງ​ສາຍ​ພານ ຫຼື ການ​ເຊື່ອມ​ຕໍ່​ເບ​ຣກ​ຖືກ​ປັບ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ເອົາລູກ​ບິດ ແລະ ຝາ​ປົກສາຍ​ພານອອກ​ຈາກເຄື່ອງຕັດ​ຫຍ້າ.

    4. ເອົາ​ໝາກ​ລໍ້​ຕົວ​ຫວ່າງ ແລະ ສາຍ​ພານ​ຫ້ຽນ​ອອກ.

    5. ຕິດ​ຕັ້ງ​ສາຍ​ພານ​ເຄື່ອງ​ຕັດ​ຫຍ້າ​ໃໝ່.

    6. ຕິດຕັ້ງໝາກ​ລໍ້​ຕົວ​ຫວ່າງ.

    7. ໃສ່ PTO ແລະ ກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານ.

      Note: ຄວາມ​ເຄັ່ງ​ສາຍ​ພານເຄື່ອງ​ຕັດ​ຫຍ້າ​ແມ່ນ 44 ຫາ 67 N∙m (10 ຫາ 15 ft-lb) ດ້ວຍ​ສາຍ​ພານ​ທີ່​ປ່ຽນ​ທິດ​ທາງ​ໄປເຄິ່ງ​ທາງ 13 ມມ (½ ນິ້ວ) ລະ​ຫວ່າງ​ໝາກລໍ້ (ຮູບສະແດງ ຫຼື ຮູບສະແດງ ).

    8. ໃສ່ PTO.

    9. ກວດ​ເບິ່ງ​ໄລ​ຍະ​ຫວ່າງ​ລະ​ຫວ່າງມື​ໝຸນ ແລະ ເພົາສົ່ງ​ກຳ​ລັງ (ຮູບສະແດງ ).

      Note: ໄລ​ຍະ​ຫວ່າງ​ຄວນ​ຈະ​ເປັນ 2 ຫາ 3 ມມ (1/16 ຫາ ⅛ ນິ້ວ).

      artpending
    10. ເອົາ​ກິບ​ລັອກ ແລະ ເຂັມ​ຂັດສະ​ຫຼັກອອກ​ຈາກມື​ໝຸນ (ຮູບສະແດງ ).

    11. ໝຸນ​ເຫຼັກ​ຮູບ​ຕົວ​ຢູ​ໄປ​ຕາມ​ທິດ​ເຂັມ​ໂມງ​ໃນ​ແທ່ງ​ເຫຼັກ​ເພື່ອ​ເພີ່ມ​ໄລ​ຍະ​ຫວ່າງ; ໝຸນ​ມັນ​ໄປ​ຕາມ​ທິດ​ທວນ​ເຂັມ​ໂມງ​ເພື່ອ​ຫຼຸດ​ມັນ​ລົງ (ຮູບສະແດງ ).

    12. ປົດ PTO.

      Note: ຖ້າແຂນ​ຊ່ວຍ​ບໍ່​ສຳ​ຜັດ​ບ່ອນ​ຢຸດ​ດ້ານ​ໜ້າ​ໃນ​ພື້ນ​ຈັກ​ຕັດ​ຫຍ້າ (ຮູບສະແດງ ຫຼື ຮູບສະແດງ ), ປັບ​ເຫຼັກ​ຮູບ​ຕົວ​ຢູ​ເພື່ອ​ໃຫ້ມື​ໝຸນເຂົ້າ​ໃກ້​ກັບ​ເພົາ​ສົ່ງ​ກຳ​ລັງ (ຮູບສະແດງ ).

      artpending
      artpending
    13. ກວດ​ເບິ່ງແຂ້ວ​ເກາະສາຍ​ພານ​ຢູ່​ກ້ອງກອບ​ຈັກ​ສຳ​ລັບ​ການ​ປັບ​ທີ່​ເໝາະ​ສົມ (ຮູບສະແດງ ).

      Note: ໄລ​ຍະ​ຫ່າງ​ລະ​ຫວ່າງແຂ້ວ​ເກາະສາຍ​ພານ ແລະ ສາຍພານ​ຈັກ​ຕັດ​ຫຍ້າຄວນ​ເປັນ 32 ມມ (1-¼ ນິ້ວ) ເມື່ອ​ທ່ານ​ໃສ່​ສາຍ​ພານ​ຈັກ​ຕັດ​ຫຍ້າ. ປັບ​ສາຍ​ພານຈັກ​ຕັດ​ຫຍ້າ​ຕາມ​ຄວາມຈຳ​ເປັນ. ສາຍ​ພານ​ທີ່​ປົດ​ອອກ​ແລ້ວ​ແມ່ນ​ບໍ່​ຄວນ​ໃຫ້​ລາກ ຫຼື ຫຼຸດ​ອອກ​ຈາກ​ໝາກ​ລໍ້​ເມື່ອ​ແຂ້ວຖືກ​ປັບ​ຢ່າງ​ຖືກ​ຕ້ອງ​ແລ້ວ.

    ການ​ປັບຄວາມ​ເຄັ່ງ​ສາຍ​ພານຈັກ​ຕັດ​ຫຍ້າ

    ການ​ປັບ​ຄວາມ​ເຄັ່ງ​ສຳ​ລັບພື້ນ​ຈັກ​ຕັດ​ຫຍ້າ 32 ນິ້ວ ແລະ 36 ນິ້ວ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 8 ຊົ່ວໂມງທໍາອິດ
  • ກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານຈັກ​ຕັດ​ຫຍ້າ.
  • ຫລັງຈາກ 25 ຊົ່ວໂມງທໍາອິດ
  • ກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານຈັກ​ຕັດ​ຫຍ້າ.
  • ທຸກໆ 50 ຊົ່ວໂມງ
  • ກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານຈັກ​ຕັດ​ຫຍ້າ.
  • Important: ປັບ​ເບ​ຣກ​ທຸກ​ຄັ້ງເມື່ອ​ທ່ານ​ປັບຄວາມ​ເຄັ່ງ​ສາຍ​ພານ ຫຼື ການ​ເຊື່ອມ​ຕໍ່​ເບ​ຣກ.

    Important: ສາຍ​ພານ​ຕ້ອງ​ແໜ້ນ​ພໍດີ​ບໍ່​ໃຫ້​ເລື່ອນ​ຕົກ​ອອກ​ໃນ​ລະ​ຫວ່າງ​ທີ່​ບັນ​ທຸກ​ໜັກ, ໃນ​ຂະ​ນະ​ທີ່​ກຳ​ລັງ​ຕັດ​ຫຍ້າ. ການ​ເຄັ່ງ​ສາຍ​ພານຫຼາຍ​ເກີນ​ໄປ​ຈະ​ຫຼຸດ​ອາ​ຍຸ​ຂອງ​ປອກ​ລູກ​ບີ່​ເພົາ​ປິ່ນ, ສາຍ​ພານ ແລະ ໝາກ​ລໍ້​ຕົວ​ຫວ່າງ.

    ສາຍ​ພານ​ຕ້ອງ​ແໜ້ນ​ພໍດີ​ເພື່ອ​ບໍ່​ໃຫ້ມັນເລື່ອນ​ຕົກ​ອອກ​ໃນ​ລະ​ຫວ່າງ​ທີ່​ບັນ​ທຸກ​ໜັກ, ໃນ​ຂະ​ນະ​ທີ່​ກຳ​ລັງ​ຕັດ​ຫຍ້າ ແລະ ການ​ເຄັ່ງ​ສາຍ​ພານຫຼາຍ​ເກີນ​ໄປ​ຈະ​ຫຼຸດ​ອາ​ຍຸສາຍ​ພານ ແລະ ປອກ​ລູກ​ບໍ່​ເພົາ​ປິ່ນ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ມາຍ​ນັອດ​ລັອກຕົວ​ແມ່​ໃນ​ຂໍ້​ຕໍ່​ໝຸນ (ຮູບສະແດງ ).

    4. ປັບຄວາມ​ເຄັ່ງ​ຂອງ​ສາຍ​ພານ.

      • ໝຸນ​ຂໍ້​ຕໍ່​ໝຸນ​ໄປ​ຍັງ​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ​ເພື່ອ​ເພີ່ມ​ຄວາມ​ເຄັ່ງ​ຂອງ​ສາຍ​ພານ.

      • ໝຸນ​ຂໍ້​ຕໍ່​ໝຸນ​ໄປ​ຍັງ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ​ເພື່ອ​ຫຼຸດ​ຄວາມ​ເຄັ່ງ​ຂອງ​ສາຍ​ພານ (ຮູບສະແດງ ).

      Note: ກຽວ​ບິດ​ເປີດ​ຢູ່​ສອງ​ປາຍ​ຂອງ​ຂໍ້​ຕໍ່​ໝຸນ​ຄວນ​ຈະ​ຖືກ​ໃສ່​ເຂົ້າ​ໄປ​ຢ່າງ​ໜ້ອຍ 8 ມມ (5/16 ນິ້ວ).

    5. ໃສ່ PTO ແລະ ກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານ.

      ປັບຄວາມ​ເຄັ່ງຈົນ​ກວ່າ​ມັນ​ຖືກ​ຕ້ອງ.

      Note: ຄວາມ​ເຄັ່ງ​ສາຍ​ພານເຄື່ອງ​ຕັດ​ຫຍ້າ​ແມ່ນ 44 ຫາ 67 N∙m (10 ຫາ 15 ft-lb) ດ້ວຍ​ສາຍ​ພານ​ທີ່​ປ່ຽນ​ທິດ​ທາງ​ໄປເຄິ່ງ​ທາງ 13 ມມ (½ ນິ້ວ) ລະ​ຫວ່າງ​ໝາກລໍ້ (ຮູບສະແດງ ).

      artpending
    6. ຮັດນັອດ​ລັອກຕົວ​ແມ່​ໃນ​ຂໍ້​ຕໍ່​ໝຸນໃຫ້​ແໜ້ນ.

    7. ກວດ​ເບິ່ງ​ການປັບເບ​ຣກໃບ​ມີດ, ໃຫ້​ເບິ່ງ .

    ການ​ປັບ​ຄວາມ​ເຄັ່ງ​ສຳ​ລັບພື້ນ​ຈັກ​ຕັດ​ຫຍ້າ 48 ນິ້ວ

    Important: ປັບ​ເບ​ຣກ​ທຸກ​ຄັ້ງເມື່ອ​ທ່ານ​ປັບຄວາມ​ເຄັ່ງ​ສາຍ​ພານ ຫຼື ການ​ເຊື່ອມ​ຕໍ່​ເບ​ຣກ.

    Important: ສາຍ​ພານ​ຕ້ອງ​ແໜ້ນ​ພໍດີ​ບໍ່​ໃຫ້​ເລື່ອນ​ຕົກ​ອອກ​ໃນ​ລະ​ຫວ່າງ​ທີ່​ບັນ​ທຸກ​ໜັກ, ໃນ​ຂະ​ນະ​ທີ່​ກຳ​ລັງ​ຕັດ​ຫຍ້າ. ການ​ເຄັ່ງ​ສາຍ​ພານຫຼາຍ​ເກີນ​ໄປ​ຈະ​ຫຼຸດ​ອາ​ຍຸ​ຂອງ​ປອກ​ລູກ​ບີ່​ເພົາ​ປິ່ນ, ສາຍ​ພານ ແລະ ໝາກ​ລໍ້​ຕົວ​ຫວ່າງ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ມາຍ​ນັອດ​ລັອກຕົວ​ແມ່​ໃນ​ຂໍ້​ຕໍ່​ໝຸນ (ຮູບສະແດງ ).

    4. ປັບຄວາມ​ເຄັ່ງ​ຂອງ​ສາຍ​ພານ.

      • ໝຸນ​ຂໍ້​ຕໍ່​ໝຸນ​ໄປ​ຍັງ​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ​ເພື່ອ​ເພີ່ມ​ຄວາມ​ເຄັ່ງ​ຂອງ​ສາຍ​ພານ.

      • ໝຸນ​ຂໍ້​ຕໍ່​ໝຸນ​ໄປ​ຍັງ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ​ເພື່ອ​ຫຼຸດ​ຄວາມ​ເຄັ່ງ​ຂອງ​ສາຍ​ພານ (ຮູບສະແດງ ).

      Note: ກຽວ​ບິດ​ເປີດ​ຢູ່​ສອງ​ປາຍ​ຂອງ​ຂໍ້​ຕໍ່​ໝຸນ​ຄວນ​ຈະ​ຖືກ​ໃສ່​ເຂົ້າ​ໄປ​ຢ່າງ​ໜ້ອຍ 8 ມມ (5/16 ນິ້ວ).

      artpending
      artpending
    5. ໃສ່ PTO ແລະ ກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານ.

      ປັບຄວາມ​ເຄັ່ງຈົນ​ກວ່າ​ມັນ​ຖືກ​ຕ້ອງ.

      Note: ຄວາມ​ເຄັ່ງ​ສາຍ​ພານເຄື່ອງ​ຕັດ​ຫຍ້າ​ແມ່ນ 44 ຫາ 67 N∙m (10 ຫາ 15 ft-lb) ດ້ວຍ​ສາຍ​ພານ​ທີ່​ປ່ຽນ​ທິດ​ທາງ​ໄປເຄິ່ງ​ທາງ 13 ມມ (½ ນິ້ວ) ລະ​ຫວ່າງ​ໝາກລໍ້ (ຮູບສະແດງ ).

    6. ຖ້າ​ບໍ່​ມີ​ການ​ປັບ​ເຫຼືອຢູ່​ໃນ​ຂໍ້​ຕໍ່​ໝຸນ ແລະ ສາຍ​ພານ​ຍັງ​ຫຼວມ, ໝາກ​ລໍ້​ຕົວຫວ່າງດ້ານ​ຫຼັງ​ແມ່ນ​ຈຳ​ເປັນ​ຕ້ອງ​ຖືກ​ຈັດ​ຕຳ​ແໜ່ງ​ໄປ​ໃສ່​ຮູ​ເຄິ່ງ​ກາງ ຫຼື ດ້ານ​ໜ້າ (ຮູບສະແດງ ). ໃຊ້​ຮູ​ທີ່​ໃຫ້​ການ​ປັບ​ຖືກ​ຕ້ອງ.

    7. ເມື່ອ​ທ່ານ​ເຄື່ອນ​ໝາກ​ລໍ້​ຕົວ​ຫວ່າງ, ທ່ານ​ຕ້ອງ​ເຄື່ອນ​ແຂ້ວ​ເກາະ​ສາ​ຍ​ພານ. ເຄື່ອນ​ແຂ້ວ​ເກາະ​ສາຍ​ພານ​ໄປ​ຕຳ​ແໜ່ງ​ດ້ານ​ໜ້າ (ຮູບສະແດງ ).

      artpending
    8. ກວດ​ເບິ່ງແຂ້ວ​ເກາະສາຍ​ພານ​ຢູ່​ກ້ອງກອບ​ຈັກ​ສຳ​ລັບ​ການ​ປັບ​ທີ່​ເໝາະ​ສົມ (ຮູບສະແດງ ).

      Note: ໄລ​ຍະ​ຫ່າງ​ລະ​ຫວ່າງແຂ້ວ​ເກາະສາຍ​ພານ ແລະ ສາຍພານ​ຈັກ​ຕັດ​ຫຍ້າຄວນ​ເປັນ 19 ມມ (¾ ນິ້ວ) ເມື່ອ​ທ່ານ​ໃສ່​ສາຍ​ພານ​ຈັກ​ຕັດ​ຫຍ້າ (ຮູບສະແດງ ). ປັບ​ສາຍ​ພານຈັກ​ຕັດ​ຫຍ້າ​ຕາມ​ຄວາມຈຳ​ເປັນ. ສາຍ​ພານ​ທີ່​ປົດ​ອອກ​ແລ້ວ​ແມ່ນ​ບໍ່​ຄວນ​ໃຫ້​ລາກ ຫຼື ຫຼຸດ​ອອກ​ຈາກ​ໝາກ​ລໍ້​ເມື່ອແຂ້ວ​ເກາະ ແລະ ຄວາມ​ເຄັ່ງສາຍ​ພານ​ຖືກ​ປັບ​ຢ່າງ​ຖືກ​ຕ້ອງ​ແລ້ວ.

    9. ກວດ​ເບິ່ງ​ການປັບເບ​ຣກໃບ​ມີດ, ໃຫ້​ເບິ່ງ .

      artpending

    ການ​ປັບ​ການ​ເຊື່ອມ​ຕໍ່​ການ​ໃສ່ PTO

    ການ​ປັບ​ການ​ເຊື່ອມ​ຕໍ່​ການ​ໃສ່ PTO ຕັ້ງ​ຢູ່​ກ້ອງ​ມູມ​ຊ້າຍ​ດ້ານ​ໜ້າ​ຂອງ​ພື້ນ​ຈັກ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ໃສ່ PTO.

    4. ປັບ​ຄວາມ​ຍາວ​ການ​ເຊື່ອມ​ຕໍ່​ໄປ​ໃສ່​ບ່ອນ​ທີ່​ປາຍ​ດ້ານ​ລຸ່ມ​ຂອງມື​ໝຸນ​ທີ່​ຫ່າງ​ແຜ່ນ​ຮອງ​ສາມ​ຫຼ່ຽມ​ຄ້ຳ​ເພົາ​ແກນ (ຮູບສະແດງ ).

      artpending
    5. ໃຫ້​ແນ່​ໃຈ​ວ່າ​ແຂນ​ຊ່ວຍ​ຕິດ​ກັບ​ບ່ອນ​ຢຸດ​ແຂນ​ຊ່ວຍ​ດ້ານ​ຫຼັງ​ໃນ​ພື້ນ (ຮູບສະແດງ ).

    6. ປົດ PTO.

    7. ແຂນ​ຊ່ວຍຄວນ​ສຳ​ຜັດ​ກັບບ່ອນ​ຢຸດ​ແຂນ​ຊ່ວຍ​ດ້ານ​ຫຼັງ​ໃນ​ພື້ນ. ຖ້າ​ມັນ​ບໍ່​ສຳ​ຜັດ, ໃຫ້​ປັບ​ມື​ໝຸນ​ເພື່ອ​ໃຫ້​ມັນ​ເຂົ້າ​ໃກ້​ກັບ​ແຜ່ນ​ຮອງ​ສາມ​ຫຼ່ຽມ (ຮູບສະແດງ ).

      artpending
    8. ເພື່ອ​ປັບ​ຕົວ​ເຊື່ອມ​ຕໍ່​ແຂນ​ຊ່ວຍ, ເອົາກິບ​ລັອກ​ອອກ​ຈາກ​ແຂນ​ຊ່ວຍ (ຮູບສະແດງ ).

    9. ມາຍ​ນັອດ​ຕົວ​ແມ່ຕິດ​ໃສ່​ແອກ​ຄ້ຳ (ຮູບສະແດງ ).

    10. ເອົາ​ຕົວ​ເຊື່ອມ​ຕໍ່​ແຂນ​ຊ່ວຍ​ອອກ​ຈາກ​ແຂນ​ຊ່ວຍ ແລະ ໝຸນ​ຕົວ​ເຊື່ອມ​ຕໍ່​ເພື່ອ​ປັບ​ລວງ​ຍາວ.

    11. ຕິດ​ຕັ້ງ​ຕົວ​ເຊື່ອມ​ຕໍ່​ແຂນ​ຊ່ວຍ​ເຂົ້າ​ໄປ​ໃນ​ແຂນ​ຊ່ວຍ ແລະ ຍຶດ​ມັນ​ໄວ້​ດ້ວຍ​ກິບລັອກ (ຮູບສະແດງ ).

    12. ກວດ​ເບິ່ງວ່າ​ແຂນ​ຊ່ວຍ​ຕຳ​ໃສ່​ກັບ​ບ່ອນ​ຢຸດ​ຢ່າງ​ຖືກ​ຕ້ອງ​ບໍ່.

    ການ​ປັບສະ​ວິດ​ຄວາມ​ປອດ​ໄພ PTO

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ໃຫ້​ແນ່​ໃຈ​ວ່າ​ແຂນ​ຊ່ວຍ​ຕິດ​ກັບ​ບ່ອນ​ຢຸດ​ແຂນ​ຊ່ວຍ​ດ້ານໜ້າ.

    4. ຖ້າ​ຈຳ​ເປັນ, ປັບສະ​ວິດ​ຄວາມ​ປອດ​ໄພ PTO ໂດຍ​ການ​ມາຍ​ນັອດ​ຕົວ​ຜູ້​ທີ່​ຍຶດ​ຂາ​ຄ້ຳ​ສະ​ວິດ (ຮູບສະແດງ ).

    5. ເຄື່ອນ​ຂາ​ຍຶດ​ໄປ​ຈົນ​ກວ່າ​ມື​ໝຸນ​ກົດ​ໃສ່​ເຄື່ອງ​ປ້ຳ​ບ່ອນ​ຕັນໄລ​ຍະ 6 ມມ (¼ ນິ້ວ).

      Important: ໃຫ້​ແນ່​ໃຈ​ວ່າ​ມື​ໝຸນ​ບໍ່​ສຳ​ຜັດ​ກັບ​ຕົວ​ສະ​ວິດ; ບໍ່​ດັ່ງ​ນັ້ນ​ແມ່ນ​ສາ​ມາດ​ເຮັດ​ໃຫ້​ເກີດ​ສະ​ວິດ​ເປ່​ເພ​ໄດ້ (ຮູບສະແດງ ).

      artpending
    6. ຮັດຂາ​ຍຶດສະ​ວິດໃຫ້​ແໜ້ນ

    ການບຳລຸງຮັກສາລະບົບຄວບຄຸມ

    ການ​ປັບ​ສາຍ​ເຫຼັກ​ຄວບ​ຄຸມ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ເອົາ​ກິບ​ລັອກ ແລະ ເຂັມ​ຂັດສະ​ຫຼັກອອກ​ຈາກຄັນ​ຂັບ​ເຄື່ອນ ແລະ ລັອກເກຍ​ຫວ່າງ (ຮູບສະແດງ ).

      artpending
    4. ປັບ​ຄວາມ​ຍາວ​ເສັ້ນ​ເຫຼັກ​ຄວບ​ຄຸມ​ໂດຍ​ການ​ບິດ​ກຽວ​ເສັ້ນ​ເຫຼັກ​ເຂົ້າ​ໃນ ຫຼື ອອກນອກ​ຂໍ້​ຕໍ່​ເສັ້ນ​ເຫຼັກ​ຈົນ​ກວ່າ​ມີ​ໄລ​ຍະ​ຫວ່າງ 5 ຫາ 6 ມມ (3/16 ຫາ ¼ ນິ້ວ) ລະ​ຫວ່າງ​ເສັ້ນ​ເຫຼັກ​ຄວບ​ຄຸມ ແລະ ພື້ນ​ຂອງ​ລັອກ​ເກຍ​ຫວ່າງ/ເບ​ຣກ​ມື (ຮູບສະແດງ ).

      artpending
    5. ຍຶດ​ສາຍ​ເຫຼັກ​ຄວບ​ຄຸມ​ໃສ່​ຄັນ​ຂັບ​ເຄື່ອນ ແລະ ລັອກເກຍ​ຫວ່າງ/ເບຣກມື.

      ຍຶດ​ສາຍເຫຼັກ​ຄວບ​ຄຸມ​ດ້ວຍ​ເຂັມ​ຂັດ​ສະ​ຫຼັກ ແລະ ກິບ​ລັອກ (ຮູບສະແດງ ).

    6. ກວດ​ເບິ່ງ​ການ​ໃຊ້​ງານ​ຂອງ​ສາຍ​ເຫຼັກ​ຄວບ​ຄຸມ.

      Note: ຖ້າ​ທ່ານ​ຈຳ​ເປັນ​ຕ້ອງ​ປັບ​ມັນ, ໃຫ້​ເອົາ​ກິບ​ລັອກ ແລະ ເຂັມ​ຂັດສະ​ຫຼັກທີ່​ຍຶດ​ສາຍ​ເຫຼັກ​ຄວບ​ຄຸມ​ໃສ່​ຄັນ​ຂັບ​ເຄື່ອນ​ອອກ.

    7. ປັບ​ລວງ​ຍາວ​ເສັ້ນ​ເຫຼັກ​ຄວບ​ຄຸມ​ໂດຍ​ການ​ເຮັດ​ຂັ້ນ​ຕອນ​ຜ່ານ​ມາ​ຊ້ຳ​ຄືນ.

    ການ​ບຳ​ລຸງ​ຮັກ​ສາພື້ນ​ຈັກ​ຕັດ​ຫຍ້າ

    ຄວາມປອດໄພຂອງໃບມີດ

    ໃບມີດທີ່ຫ້ຽນ ຫຼື ເສຍຫາຍສາມາດແຕກຫັກ ແລະ ຊິ້ນສ່ວນສາມາດກະເດັນໃສ່ທ່ານ ຫຼື ຜູ້ທີ່ຢູ່ຂ້າງນອກ, ເຊິ່ງກໍ່ໃຫ້ເກີດການບາດເຈັບສາ​ຫັດ​ຕໍ່ບຸກ​ຄົນ ຫຼື ເສຍຊີວິດໄດ້.

    • ກວດກາໃບມີດເປັນໄລ​ຍະວ່າ​ມີ​ຄວາມຫ້ຽນ ຫຼື ເສຍຫາຍຫຼາຍບໍ່.

    • ໃຊ້ຄວາມລະມັດລະວັງເມື່ອກວດເບິ່ງໃບມີດ. ໃສ່ຖົງມື ແລະ ໃຊ້ຄວາມ​ລະ​ມັດ​ລະ​ວັງເມື່ອບຳລຸງຮັກສາ​ພວກມັນ. ໃຫ້ປ່ຽນໃບມີດເທົ່າ​ນັ້ນ; ຢ່າບິດໃຫ້ຊື່ ຫຼື ເຊື່ອມຈອດພວກມັນ.

    • ໃນ​ຈັກ​ທີ່​ມີ​ໃບ​ມີດ​ຫຼາຍ​ໃບ, ການ​ບຳ​ລຸງ​ຮັກ​ສາ​ໂດຍ​ການ​ໝູນ​ໃບ​ມີດ 1 ອັນ​ສາ​ມາດເຮັດ​ໃຫ້​ໃບ​ມີດ​ອື່ນໆ​ໝູນ​ໄດ້.

    ການບຳ​ລຸງ​ຮັກ​ສາໃບ​ມີດຕັດ

    ເພື່ອ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຂອງ​ການ​ຕັດ​ໃຫ້​ດີ​ທີ່​ສຸດ, ຮັກ​ສາ​ໃບ​ມີດ​ໃຫ້​ຄົມ​ດີ. ເພື່ອ​ໃຫ້​ສະ​ດວກ​ໃນ​ການ​ລັບ ແລະ ປ່ຽນ​ແທນ, ທ່ານ​ອາດ​ຈະ​ຕ້ອງ​ໄດ້ມີ​ໃບ​ມີດ​ພິ​ເສດ​ໄວ້​ພ້ອມໃນ​ມື.

    ກ່ອນ​ການກວດ​ກາ ແລະ ການ​ບຳ​ລຸງ​ຮັກ​ສາ​ໃບ​ມີດ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈອອກ ແລະ ຖອດສາຍ​ຫົວ​ທຽນອອກ​ຈາກຫົວ​ທຽນ.

    ການກວດ​ກາໃບ​ມີດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ກາໃບ​ມີດ.
    1. ກວດ​ເບິ່ງ​ຄົມ​ຕັດ (ຮູບສະແດງ ).

    2. ຖ້າ​ຄົມ​ບໍ່​ຄົມ ຫຼື ມີ​ຮອຍ​ບ່ານ, ເອົາ​ອອກ ແລະ ລັບ​ໃບ​ມີດ​ໃຫ້​ຄົມ, ໃຫ້​ເບິ່ງ .

    3. ກວດ​ກາ​ໃບ​ມີດ, ໂດຍ​ສະ​ເພາະ​ບໍ​ລິ​ເວນກົ່ງ.

    4. ຖ້າ​ທ່ານ​ສັງ​ເກດ​ເຫັນຮອຍ​ແຕກ, ການ​ຈີກ​ຂາດ​ໃດ​ໜຶ່ງ ຫຼື ມີຮ່ອງ​ໃດ​ໜຶ່ງ​ປະ​ກົດ​ຂຶ້ນ​ຢູ່​ໃນ​ພື້ນ​ທີ່​ນີ້, ໃຫ້​ຕິດ​ຕັ້ງ​ໃບ​ມີດ​ໃໝ່​ທັນ​ທີ (ຮູບສະແດງ ).

      artpending

    ການກວດ​ເບິ່ງ​ໃບ​ມີດ​ຄົດ​ງໍ

    1. ໝຸນ​ໃບ​ມີດໄປຈົນ​ກວ່າ​ປາຍ​ປິ່ນ​ໄປ​ທາງ​ໜ້າ ຫຼື ກັບຫຼັງ (ຮູບສະແດງ ).

      artpending
      artpending
    2. ວັດ​ແທກ​ຈາກ​ພື້ນ​ຜິວ​ທີ່​ພຽງ​ຫາ​ຄົມ​ຕັດຂອງ​ໃບ​ມີດ, ຕຳ​ແໜ່ງ A (ຮູບສະແດງ ).

      Note: ບັນ​ທຶກຂະ​ໜາດ​ນີ້​ໄວ້.

      artpending
    3. ໝຸນ​ປາຍ​ດ້ານ​ຂ້າງ​ຂອງ​ໃບ​ມີດ​ໄປ​ທາງ​ໜ້າ.

    4. ວັດ​ແທກ​ຈາກ​ພື້ນ​ຜິວ​ທີ່​ພຽງ​ຫາ​ຄົມ​ຕັດຂອງ​ໃບ​ມີດຢູ່​ທີ່ຕຳ​ແໜ່ງດຽວ​ກັນ​ຕາມ​ຢູ່​ໃນ​ຂັ້ນ​ຕອນ ().

      Note: ໄລ​ຍະ​ຫ່າງ​ລະ​ຫວ່າງ​ຂະ​ໜາດ​ທີ່​ໄດ້​ຮັບ​ຢູ່​ໃນ​ຂັ້ນ​ຕອນ ແລະ ຕ້ອງ​ບໍ່​ເກີນ 3 ມມ (⅛ ນິ້ວ). ຖ້າ​ຂະ​ໜາດນີ້ເກີນ 3 ມມ (⅛ ນິ້ວ), ໃບ​ມີດ​ຄົດ​ງໍ ແລະ ຕ້ອງ​ໄດ້​ປ່ຽນ, ໃຫ້​ເບິ່ງ ແລະ .

    ການ​ເອົາ​ໃບ​ມີດ​ອອກ

    ປ່ຽນ​ໃບ​ມີດ, ຖ້າທ່ານ​ຕຳກັບ​ວັດ​ຖຸ​ແຂງ ຫຼື ຖ້າ​ໃບ​ມີດບໍ່​ທ່ຽງ ຫຼື ຄົດ​ງໍ. ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ ແລະ ຄວາມ​ສອດ​ຄ່ອງ​ດ້ານຄວາມປອດໄພຂອງເຄື່ອງຈັກຢ່າງຕໍ່ເນື່ອງ, ໃຫ້ນຳໃຊ້ແຕ່ໃບມີດປ່ຽນຂອງແທ້​ຂອງ Toro. ໃບ​ມີດ​ປ່ຽນ​ແທນ​ເຮັດ​ດ້ວຍ​ຜູ້​ຜະ​ລິດ​ອື່ນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ສອດ​ຄ່ອງ​ກັບ​ມາດ​ຕະ​ຖານ​ຄວາມ​ປອດ​ໄພ.

    1. ຖື​ນັອດຕົວ​ຜູ້​ຈັບ​ໃບ​ມີດ​ໄວ້ດ້ວຍ​ກະ​ແຈ​ປາກ.

    2. ເອົານັອດ​ຕົວ​ແມ່, ນັອດ​ຕົວ​ຜູ້​ຈັບ​ໃບ​ມີດ, ແຫວນ​ຮອງໂຄ້ງ, ຕົວ​ຈັດ​ໄລ​ຍະ​ຫ່າງ ແລະ ແຫວນ​ຮອງ​ແປ​ອອກ​ຈາກເພົາ​ແກນ​ປິ່ນ (ຮູບສະແດງ ).

      artpending

    ການລັບໃບ​ມີດ

    1. ໃຊ້​ສະ​ໄບລັບ​ຄົມ​ຕັດ​ທັງ​ສອງ​ດ້ານ​ຂອງ​ໃບ​ມີດ (ຮູບສະແດງ ).

      Note: ຮັກ​ສາ​ມູມ​ເດີມໄວ້.

      Note: ໃບ​ມີດຮັກ​ສາ​ຄວາມດຸນ​ດ່ຽງຂອງ​ມັນ​ຢູ່, ຖ້າເອົາວັດ​ຖຸໃນ​ປະ​ລິ​ມານເທົ່າ​ກັນ​ອອກ​ໄປ​ຈາກ​ຄົມ​ຕັດ​ທັງ​ສອງ.

      artpending
    2. ກວດ​ເບິ່ງ​ຄວາມ​ດຸນ​ດ່ຽງ​ຂອງ​ໃບ​ມີດ​ໂດຍ​ການ​ເອົາ​ມັນ​ໃສ່​ເຂົ້າ​ໄປ​ເທິງ​ຕົວ​ແທກ​ຄວາມ​ດຸນ​ດ່ຽງ​ຂອງ​ໃບ​ມີດ (ຮູບສະແດງ ).

      Note: ຖ້າ​ໃບ​ມີດ​ຢູ່​ໃນ​ຕຳ​ແໜ່ງ​ລວງນອນ, ໃບ​ມີດ​ດຸນ​ດ່ຽງ​ກັນ ແລະ ສາ​ມາດ​ໃຊ້​ໄດ້.

      Note: ຖ້າ​ໃບ​ມີດ​ບໍ່​ດຸນ​ດ່ຽງ, ໃຫ້​ຝົນ​ເອົາ​ໂລ​ຫະຈຳ​ນວນ​ໜຶ່ງອອກ​ຢູ່​ປາຍ​ຂອງ​ບໍ​ລິ​ເວນ​ແຜ່ນ​ໃບ​ມີດ​ເທົ່າ​ນັ້ນ (ຮູບສະແດງ ).

      artpending
    3. ເຮັດ​ຂັ້ນ​ຕອນ​ດຳ​ເນີນ​ການນີ້​ຊ້ຳ​ຄືນ​ຈົນກວ່າ​ໃບ​ມີດ​ດຸນ​ດ່ຽງ.

    ການຕິດ​ຕັ້ງໃບ​ມີດ

    1. ຕິດ​ຕັ້ງ​ແຫວນ​ຮອງ​ໂຄ້ງ ແລະ ຈາກ​ນັ້ນ​ໃບ​ມີດ​ໃສ່​ເທິງ​ນັອດ​ຕົວ​ຜູ້. ເລືອກ​ຕົວ​ຈັດ​ໄລ​ຍະ​ຫ່າງ​ຈຳ​ນວນ​ທີ່​ເໝາະ​ສົມ​ສຳ​ລັບ​ຄວາມ​ສູງ​ຂອງ​ການ​ຕັດ ແລະ ເລື່ອນ​ນັອດ​ຕົວ​ຜູ້​ເຂົ້າ​ໄປ​ໃນ​ເພົາ​ແກນ​ໝຸນ (ຮູບສະແດງ ).

      Important: ໃບ​ມີດ​ສ່ວນ​ທີ່​ກົ່ງ​ຕ້ອງຊີ້​ຂຶ້ນ​ເທິງໄປ​ດ້ານ​ໃນ​ຂອງຈັກ​ຕັດ​ຫຍ້າເພື່ອ​ຮັບ​ປະ​ກັນ​ການ​ຕັດ​ທີ່​ເໝາະ​ສົມ.

    2. ຕິດ​ຕັ້ງຕົວ​ຈັດ​ໄລ​ຍະ​ຫ່າງ​ທີ່​ຍັງ​ເຫຼືອ ແລະ ຍຶດ​ພວກ​ມັນ​ໄວ້​ດ້ວຍ​ແຫວນ​ຮອງ​ແປ ແລະ ນັອດ​ຕົວ​ແມ່ (ຮູບສະແດງ ).

    3. ບິດນັອດຕົວຜູ້​ຈັບໃບ​ມີດໃຫ້​ໄດ້ 101 ຫາ 108 N∙m (75 ເຖິງ 80 ft-lb).

    ການປັບເບ​ຣກໃບ​ມີດ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈອອກ ແລະ ຖອດສາຍ​ຫົວ​ທຽນອອກ​ຈາກຫົວ​ທຽນ.

    3. ຖ້າ​ຈຳ​ເປັນ, ປັບ​ນັອດ​ຍຶດ​ສະ​ປ​ຣິງ​ເພື່ອ​ໃຫ້​ແຜ່ນ​ເບ​ຣກ​ໃບ​ມີດ​ຖູ​ໃສ່​ທັງ​ສອງ​ດ້ານ​ຂອງ​ຮ່ອງ​ໝາກ​ລໍ້ (ຮູບສະແດງ ).

    4. ປັບ​ນັອດ​ຕົວ​ແມ່​ຢູ່​ປາຍ​ຂອງ​ແທ່ງ​ເບ​ຣກ​ໃບ​ມີດ​ຈົນ​ກວ່າ​ຈະ​ໄດ້​ໄລ​ຍະ​ຫ່າງ 3 ມມ ຫາ 5 ມມ (⅛ ຫາ 3/16 ນິ້ວ) ລະ​ຫວ່າງ​ນັອດ​ຕົວ​ແມ່ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ (ຮູບສະແດງ ).

    5. ໃສ່​ໃບ​ມີດ

      Note: ໃຫ້​ແນ່​ໃຈວ່າແຜ່ນ​ເບ​ຣກ​ໃບ​ມີດ​ບໍ່​ສຳ​ຜັດ​ກັບ​ຮ່ອງ​ໝາກ​ລໍ້​ອີກ​ຕໍ່​ໄປ.

      artpending

    ການ​ປ່ຽນ​ຕົວປັດ​ຫຍ້າ

    ຄຳເຕືອນ

    ຊ່ອງ​ເປີດ​ບ່ອນ​ປົດ​ປ່ອຍ​ອອກ​ທີ່​ບໍ່​ໄດ້​ປົກ​ໄວ້​ສາ​ມາດເຮັດ​ໃຫ້​ເຄື່ອງ​ຈັກ​ໂຍນ​ວັດ​ຖຸ​ໄປ​ໃສ່​ທ່ານ ຫຼື ຜູ້​ຢືນ​ຢູ່​ໃກ້ທີ່​ສົ່ງ​ຜົນໃຫ້​ເກີດ​ການ​ບາດ​ເຈັບ​ຮຸນ​ແຮງ​ໄດ້. ນອກ​ຈາກ​ນັ້ນ, ສາ​ມາດ​ເກີດ​ມີ​ການ​ສຳ​ຜັດ​ກັບ​ໃບ​ມີດ​ນຳ​ອີກ.

    ຢ່າ​ໃຊ້​ງານເຄື່ອງ​ຈັກ​ໂດຍ​ບໍ່​ມີ​ຕົວ​ປັດ​ຫຍ້າ, ຝາ​ປົກ​ບ່ອນ​ປ່ອຍ​ອອກ ຫຼື ລະ​ບົບ​ເກັບ​ເອົາ​ຫຍ້າ​ຢູ່​ກັບ​ທີ່.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈອອກ ແລະ ຖອດສາຍ​ຫົວ​ທຽນອອກ​ຈາກຫົວ​ທຽນ.

    3. ຖອດນັອດ​ລັອກ, ນັອດ​ຕົວ​ຜູ້, ສະ​ປ​ຣິງ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ​ຍຶດ​ຈັບ​ຕົວ​ປັດຫຍ້າ​ໃສ່ຂາ​ຄ້ຳ​ໝຸນນັ້ນ​ອອກ (ຮູບສະແດງ ).

      Note: ຖອດ​ຕົວ​ປັດ​ຫຍ້າ​ທີ່​ເປ່​ເພ ຫຼື ຫຼຸ້ຍ​ຫ້ຽນ​ອອກ.

      artpending
    4. ວາງ​ຕົວ​ຈັດ​ໄລ​ຍະ​ຫ່າງ ແລະ ສະ​ປ​ຣິງລົງ​ໄວ້​ໃນ​ຕົວ​ປັດ​ຫຍ້າ.

    5. ວາງ​ປາຍໂຕ L ຂອງ​ສະ​ປ​ຣິງ​ໄວ້​ເບື້ອງ​ຫຼັງ​ຄົມ​ພື້ນ (ຮູບສະແດງ ).

      Note: ໃຫ້​ແນ່​ໃຈ​ວ່າ​ປາຍໂຕ L ຂອງ​ສະ​ປ​ຣິງ​ຖືກ​ຕິດ​ຕັ້ງ​ຢູ່​ດ້ານ​ຫຼັງ​ຂອງ​ຄົມພື້ນ​ກ່ອນ​ຕິດ​ຕັ້ງ​ນັອດ​ຕົວ​ຜູ້​ໃສ່​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    6. ຕິດ​ຕັ້ງ​ນັອດ​ຕົວ​ຜູ້ ແລະ ນັອດ​ຕົວແມ່.

    7. ວາງ​ປາຍ​ຂໍ​ເກາະ​ໂຕ J ຂອງ​ສະ​ປ​ຣິງ​ໃສ່​ຮອບ​ຕົວ​ປັດ​ຫຍ້າ (ຮູບສະແດງ ).

      Important: ຕົວ​ປັດ​ຫຍ້າຕ້ອງ​ສາ​ມາດ​ໝຸນ​ໄດ້. ຍົກ​ຕົວ​ປັດ​ຫຍ້າ​ຂຶ້ນສູ່​ຕຳ​ແໜ່ງ​ເປີດ​ຈົນ​ສຸດ ແລະ ໃຫ້​ແນ່​ໃຈ​ວ່າ​ມັນ​ໝຸນ​ເຂົ້າ​ໃນ​ຕຳ​ແໜ່ງ​ລົງ​ຈົນ​ສຸດ.

    ການທໍາຄວາມສະອາດ

    ການ​ທຳ​ຄວາມ​ສະ​ອາດ​ຢູ່​ກ້ອງຈັກ​ຕັດ​ຫຍ້າ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ທຳ​ຄວາມ​ສະ​ອາດພື້ນ​ຈັກ​ຕັດ​ຫຍ້າ.
  • ເອົາ​ຫຍ້າ​ທີ່​ສະ​ສົມ​ຢູ່​ກ້ອງຈັກ​ຕັດ​ຫຍ້າອອກ​ໃນ​ແຕ່​ລະ​ມື້.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈອອກ ແລະ ຖອດສາຍ​ຫົວ​ທຽນອອກ​ຈາກຫົວ​ທຽນ.

    3. ຍົກ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກດ້ວຍ​ການໃຊ້ກະ​ລິກ ແລະ ຂາ​ຄ້ຳ​ກະ​ລິກເພື່ອ​ຄ້ຳ​ເຄື່ອງ​ຈັກ.

    4. ທຳ​ຄວາມ​ສະ​ອາດເຄື່ອງ​ຈັກ​ດ້ວຍຜ້າ​ເສດ. ຢ່າສີດ​ພົ່ນ​ເຄື່ອງ​ຈັກ.

    ການກຳ​ຈັດ​ຂອງ​ເສຍ​ຖິ້ມ

    ນ້ຳ​ມັນ​ເຄື່ອງ​ຈັກ, ແບັດ​ເຕີ​ຣີ, ນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຈັກ​ແມ່ນ​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ. ກຳ​ຈັດສິ່ງ​ເຫຼົ່າ​ນີ້​ຖິ້ມຕາມ​ກົດ​ລະ​ບຽບຂອງ​ລັດ ແລະ ທ້ອງ​ຖິ່ນ.

    ການເກັບມ້ຽນ

    ການທຳ​ຄວາມ​ສະ​ອາດ ແລະ ການ​ເກັບ​ຮັກ​ສາ​ເຄື່ອງ​ຈັກ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ເອົາເສດ​ຫຍ້າ​ທີ່ຕັດ, ດິນ​ຕິດ ແລະ ສິ່ງ​ເປື້ອນ​ຕິດ​ຢູ່​ອອກ​ຈາກ​ສ່ວນ​ທາງນອກ​ຂອງ​ທັງ​ໝົດ​ເຄື່ອງຈັກ, ໂດຍ​ສະ​ເພາະ​ແມ່ນຈັກ ແລະ ລະ​ບົບ​ໄຮ​ໂດ​ຣ​ລິກ.

      Important: ທ່ານ​ສາ​ມາດລ້າງເຄື່ອງຈັກດ້ວຍນ້ຳ​ຢາ​ຊັກ​ລ້າງອ່ອນໆ ແລະ ນ້ຳ. ຢ່າ​ໃຊ້​ແຮງ​ດັນ​ລ້າງເຄື່ອງ​ຈັກ. ຫຼີກ​ລ່ຽງການໃຊ້ນ້ຳຫຼາຍເກີນໄປ, ໂດຍ​ສະ​ເພາະຢູ່ໃກ້ແຜງຄວບຄຸມ, ຈັກດ ປ້ຳ​ໄຮ​ໂດ​ຣ​ລິກ ແລະ ມໍ​ເຕີ.

    4. ກວດເບິ່ງການດໍາເນີນການເບ​ຣກ​ມື; ໃຫ້​ເບິ່ງ .

    5. ບຳ​ລຸງ​ຮັກ​ສາເຕົ້າກອງອາກາດ, ໃຫ້​ເບິ່ງ .

    6. ໃສ່​ນ້ຳ​ມັນ​ກະ​ແລັດເຄື່ອງຈັກ; ໃຫ້​ເບິ່ງ .

    7. ປ່ຽນນ້ຳມັນເຄື່ອງເພົາ​ຂໍ້​ຫວ່ຽງ; ໃຫ້​ເບິ່ງ .

    8. ກວດເບິ່ງຄວາມດັນຂອງຢາງລົດ; ໃຫ້​ເບິ່ງ .

    9. ສາກແບັດ​ເຕີ​ຣີ; ໃຫ້​ເບິ່ງ .

    10. ຂູດ​ເອົາ​ຫຍ້າ ແລະ ຂີ້ຝຸ່ນ​ທີ່​ສະ​ສົມຫຼາຍ​ຢູ່​ດ້ານ​ທາງ​ລຸມ​ຂອງ​ຈັກ​ຕັດ​ຫຍ້າ​ອອກ, ຈາກ​ນັ້ນ​ລ້າງ​ເຄື່ອງ​ຈັກ​ດ້ວຍ​ທໍ່​ນ້ຳ​ຫົດ​ສວນ.

      Note: ຕິດ​ຈັກ​ໄວ້​ດ້ວຍ​ການ​ໃສ່​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃຫ້​ຈັກ​ຕິດ​ກາ​ລັງ​ຕີ​ແຮງ​ເປັນ​ເວ​ລາ 2 ຫາ 5 ນາ​ທີ​ຫຼັງ​ຈາກ​ລ້າງ.

    11. ກວດ​ເບິ່ງສະ​ພາບ​ຂອງ​ໃບ​ມີດ, ໃຫ້​ເບິ່ງ .

    12. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການເກັບ​ມ້ຽນ​ເປັນ​ເວ​ລາ​ເກີນ 30 ວັນດັ່ງ​ຕໍ່​ໄປ​ນີ້:

      1. ເຕີມຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບນ້ຳ​ມັນ​ເພື່ອ​ເຮັດ​ໃຫ້ນ້ຳ​ມັນ​ເຊື້ອ​ໄຟ​ຢູ່​ໃນ​ຖັງສົດ. ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳການ​ປະ​ສົມ​ຈາກ​ຜູ້​ຜະ​ລິດຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນ. ຢ່າ​ໃຊ້ຕົວ​ຮັກ​ສາ​ຄວາມ​ສະ​ຖຽນທີ່​ມີ​ເຫຼົ້າ (ເອ​ທານອ​ລ ຫຼື ເມ​ທານອ​ລ).

      2. ຕິດ​ຈັກ​ໄວ້​ເພື່ອ​ກະ​ຈາຍ​ນ້ຳ​ມັນ​ທີ່​ປັບ​ສະ​ພາບ​ແລ້ວໃຫ້​ທົ່ວລະ​ບົບ​ນ້ຳ​ມັນເປັນ​ເວ​ລາ 5 ນາ​ທີ.

      3. ມອດ​ຈັກ, ປ່ອຍ​ໃຫ້​ມັນ​ເຢັນ​ລົງ ແລະ ປ່ອຍ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟອອກ.

      4. ຕິດຈັກ ແລະ ປ່ອຍ​ມັນ​ຕິດໄວ້ຈົນ​ກວ່າ​ມັນ​ມອດ.

      5. ກຳ​ຈັດ​ນ້ຳ​ມັນເຊື້ອ​ໄຟຖິ້ມ​ຢ່າງ​ຖືກ​ຕ້ອງ. ນຳນ້ຳ​ມັນ​ກັບ​ຄືນ​ມາ​ໃຊ້​ໃໝ່​ຕາມ​ກົດ​ລະ​ບຽບ​ທ້ອງ​ຖິ່ນ.

        Important: ຢ່າ​ເກັບ​ຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ມີຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບດົນ​ນານກວ່າ​ໄລ​ຍະ​ເວ​ລາ​ທີ່​ຜູ້​ຜະ​ລິດຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນ​ເຊື້ອ​ໄຟແນະ​ນຳ.

    13. ເອົາ​ອອກ ແລະ ກວດ​ເບິ່ງສະ​ພາບ​ຂອງຫົວ​ທຽນ, ໃຫ້​ເບິ່ງ . ດ້ວຍ​ການ​ເອົາ​ຫົວ​ທຽນ​ອອກ​ຈາກຈັກ​ໄປ​ແລ້ວ, ຖອກ​ນ້ຳ​ມັນ​ເຄື່ອງ​ຈັກ 30 ມ​ລ (ສອງ​ບ່ວງ​ແກງ) ເຂົ້າ​ໄປ​ໃນ​ຮູ​ຫົວ​ທຽນ. ໃຊ້​ເຄື່ອງ​ຕິດ​ຈັກເພື່ອ​ແກວ່ງ​ຈັກ ແລະ ກະ​ຈາຍ​ນ້ຳ​ມັນ​ເຄື່ອງຢູ່​ດ້ານ​ໃນ​ລູກສູບ. ຕິດ​ຕັ້ງຫົວ​ທຽນ. ຢ່າ​ຕິດ​ຕັ້ງ​ສາຍ​ໄຟ​ໃສ່​ໃນ​ຫົວ​ທຽນ.

    14. ກວດ​ເບິ່ງ ແລະ ຮັດນັອດ​ຮັດ​ທັງ​ໝົດ​ໃຫ້​ແໜ້ນ. ສ້ອມ​ແປງ ຫຼື ປ່ຽນ​ອາ​ໄຫຼ່​ໃດ​ໜຶ່ງ​ທີ່​ເປ່​ເພ.

    15. ທາ​ສີ​ຜິວ​ໂລ​ຫະ​ທີ່​ຂູດ​ຂີດ ຫຼື ບໍ່​ມີ​ອັນ​ປົກ​ປິດ. ສີ​ແມ່ນ​ມີ​ໃຫ້​ຈາກ​ຕົວ​ແທນ​ຈຳ​ໜ່າຍ​ບໍ​ລິ​ການ​ທີ່​ໄດ້​ຮັບ​ອະ​ນຸ​ມັດ​ຂອງ​ທ່ານ.

    16. ເກັບ​ເຄື່ອງ​ຈັກ​ໄວ້​ໃນ​ກະ​ລ່າ ຫຼື ພື້ນ​ທີ່​ບ່ອນ​ເກັບມ້ຽນທີ່​ແຫ້ງ, ສະ​ອາດ. ຖອດ​ກະ​ແຈ​ອອກ​ໄປ​ຈາກ​ສະ​ວິດ ແລະ ເອົາ​ໄວ້​ຫ່າງ​ໄກ​ຈາກ​ມື​ເດັກ ຫຼື ຜູ້​ໃຊ້​ຄົນ​ອື່ນ​ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ. ປົກ​ຈັກ​ເພື່ອປົກ​ປ້ອງ​ມັນ ແລະ ຮັກ​ສາ​ມັນ​ໃຫ້​ສະ​ອາດ.

    ການແກ້ໄຂບັນຫາ

    ProblemPossible CauseCorrective Action
    ຖັງນ້ຳມັນກຳ​ລັງ​ສະ​ແດງ​ສັນ​ຍານ​ຂອງ​ການ​ຍຸບ​ຕົວ ຫຼື ເຄື່ອງ​ຈັກ​ສະ​ແດງ​ສັນ​ຍານ​ຂອງ​ການ​ໝົດ​ນ້ຳ​ມັນ​ຢູ່​ເລື້ອຍໆ.
    1. ຕົວເຈ້ຍ​ເຕົ້າ​ກອງ​ອາ​ກາດຕັນ.
    1. ທຳ​ຄວາມ​ສະ​ອາດ​ຕົວເຈ້ຍ.
    ຈັກຮ້ອນ​ເກີນ​ໄປ.
    1. ການ​ໂຫຼດຈັກເກີນຂະ​ໜາດ.
    2. ລະ​ດັບ​ນ້ຳ​ມັນເຄື່ອງ​ຢູ່​ໃນ​ຖັງ​ຂໍ້​ຫວ່ຽງມີ​ໜ້ອຍ.
    3. ຄີ​ທຳ​ຄວາມ​ເຢັນ ແລະ ທາງ​ຜ່ານ​ອາ​ກາດ​ຢູ່​ກ້ອງ​ຕົວ​ເຄື່ອງ​ເປົ່າ​ຈັກຕັນ.
    4. ເຕົ້າ​ກອງ​ອາ​ກາດເປື້ອນ.
    5. ນ້ຳ​ມັນ​ມີ​ຂີ້​ຝຸ່ນ, ນ້ຳ ຫຼື ຂີ້​ຕະ​ເລັດ​ຢູ່​ໃນ​ລະ​ບົບ​ນ້ຳ​ມັນ.
    1. ຫຼຸດ​ຄວາມ​ໄວ​ພື້ນ​ດິນ​ລົງ.
    2. ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່ຖັງ​ຂໍ້​ຫວ່ຽງ.
    3. ເອົາ​ສິ່ງອຸດ​ຕັນ​ອອກ​ຈາກ​ຄີ​ທຳ​ຄວາມ​ເຢັນ ແລະ ທາງ​ຜ່ານ​ອາ​ກາດ.
    4. ທຳ​ຄວາມ​ສະ​ອາດ ຫຼື ປ່ຽນສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດ.
    5. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ
    ຕົວຕິດ​ຈັກ​ບໍ່​ແກວ່ງ.
    1. PTO ເປີດໃຊ້ຢູ່.
    2. ແບັດ​ເຕີ​ຣີຕາຍ.
    3. ບ່ອນ​ເຊື່ອມ​ຕໍ່​ໄຟ​ຟ້າ​ເຂົ້າ​ໝ້ຽງ ຫຼື ຫຼວມ.
    4. ຟິວ​ຂາດ.
    5. ຕົວ​ຜັດ​ປ່ຽນ ຫຼື ສະ​ວິດ​ເປ່​ເພ.
    1. ປົດ PTO.
    2. ການສາກ​ແບັດ​ເຕີ​ຣີ.
    3. ກວດ​ເບິ່ງ​ບ່ອນ​ເຊື່ອມ​ຕໍ່​ໄຟ​ຟ້າ​ມີ​ການ​ສຳ​ຜັດ​ດີ​ບໍ່.
    4. ປ່ຽນ​ຟີວ.
    5. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    ຈັກບໍ່​ຕິດ, ຕິດ​ຍາກ, ບໍ່​ແລ່ນ​ຕໍ່.
    1. ຖັງ​ນ້ຳ​ມັນ​ເປົ່າ.
    2. ຊົກ (ຖ້າ​ນຳ​ໃຊ້​ໄດ້) ບໍ່​ເປີດ.
    3. ເຕົ້າ​ກອງ​ອາ​ກາດເປື້ອນ.
    4. ສາຍ​ຫົວ​ທຽນ​ຫຼວມ ຫຼື ບໍ່​ໄດ້​ຕໍ່.
    5. ຫົວ​ທຽນ​ເປັນ​ຮອຍ, ຕາຍ ຫຼື ຊ່ອງ​ຫວ່າງ​ບໍ່​ຖືກ​ຕ້ອງ.
    6. ມີ​ຂີ້​ຝຸ່ນ​ຢູ່​ໃນໝໍ້ກອງນໍ້າມັນ.
    7. ນ້ຳ​ມັນ​ມີ​ຂີ້​ຝຸ່ນ, ນ້ຳ ຫຼື ຂີ້​ຕະ​ເລັດ​ຢູ່​ໃນ​ລະ​ບົບ​ນ້ຳ​ມັນ.
    8. ມີ​ນ້ຳ​ມັນ​ບໍ່​ຖືກ​ຕ້ອງ​ຢູ່​ໃນ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ.
    9. ລະ​ດັບ​ນ້ຳ​ມັນເຄື່ອງ​ຢູ່​ໃນ​ຖັງ​ຂໍ້​ຫວ່ຽງມີ​ໜ້ອຍ.
    1. ເຕີມນໍ້າມັນເຊື້ອໄຟໃສ່​ຖັງ.
    2. ເຄື່ອນ​ຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກໄປ​ທີ່​ຕຳ​ແໜ່ງເປີດ.
    3. ທຳ​ຄວາມ​ສະ​ອາດ ຫຼື ປ່ຽນສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດ.
    4. ຕໍ່​ສາຍ​ໃສ່​ຫົວ​ທຽນ.
    5. ຕິດ​ຕັ້ງຫົວ​ທຽນໃຫ້​ມີ​ຊ່ອງ​ຫວ່າງ​ຖືກ​ຕ້ອງ​ອັນ​ໃໝ່.
    6. ປ່ຽນໝໍ້ກອງນໍ້າມັນ.
    7. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    8. ປ່ອຍ​ນ້ຳ​ມັນ​ອອກ​ຖັງ ແລະ ປ່ຽນ​ໃສ່​ນ້ຳ​ມັນ​ໃໝ່​ປະ​ເພດ​ທີ່​ຖືກ​ຕ້ອງ.
    9. ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່ຖັງ​ຂໍ້​ຫວ່ຽງ.
    ຈັກ​ເສຍ​ກຳ​ລັງ.
    1. ການ​ໂຫຼດຈັກເກີນຂະ​ໜາດ.
    2. ເຕົ້າ​ກອງ​ອາ​ກາດເປື້ອນ.
    3. ລະ​ດັບ​ນ້ຳ​ມັນເຄື່ອງ​ຢູ່​ໃນ​ຖັງ​ຂໍ້​ຫວ່ຽງມີ​ໜ້ອຍ.
    4. ຄີ​ທຳ​ຄວາມ​ເຢັນ ແລະ ທາງ​ຜ່ານ​ອາ​ກາດ​ຢູ່​ກ້ອງ​ຕົວ​ເຄື່ອງ​ເປົ່າ​ຈັກຕັນ.
    5. ຫົວ​ທຽນ​ເປັນ​ຮອຍ, ຕາຍ ຫຼື ຊ່ອງ​ຫວ່າງ​ບໍ່​ຖືກ​ຕ້ອງ.
    6. ທໍ່​ຖັງ​ນ້ຳ​ມັນອຸດ​ຕັນ.
    7. ມີ​ຂີ້​ຝຸ່ນ​ຢູ່​ໃນໝໍ້ກອງນໍ້າມັນ.
    8. ນ້ຳ​ມັນ​ມີ​ຂີ້​ຝຸ່ນ, ນ້ຳ ຫຼື ຂີ້​ຕະ​ເລັດ​ຢູ່​ໃນ​ລະ​ບົບ​ນ້ຳ​ມັນ.
    9. ມີ​ນ້ຳ​ມັນ​ບໍ່​ຖືກ​ຕ້ອງ​ຢູ່​ໃນ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ.
    1. ຫຼຸດ​ຄວາມ​ໄວ​ພື້ນ​ດິນ​ລົງ.
    2. ທຳ​ຄວາມ​ສະ​ອາດສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດ.
    3. ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່ຖັງ​ຂໍ້​ຫວ່ຽງ.
    4. ເອົາ​ສິ່ງອຸດ​ຕັນ​ອອກ​ຈາກ​ຄີ​ທຳ​ຄວາມ​ເຢັນ ແລະ ທາງ​ຜ່ານ​ອາ​ກາດ.
    5. ຕິດ​ຕັ້ງຫົວ​ທຽນໃຫ້​ມີ​ຊ່ອງ​ຫວ່າງ​ຖືກ​ຕ້ອງ​ອັນ​ໃໝ່.
    6. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    7. ປ່ຽນໝໍ້ກອງນໍ້າມັນ.
    8. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    9. ປ່ອຍ​ນ້ຳ​ມັນ​ອອກ​ຖັງ ແລະ ປ່ຽນ​ໃສ່​ນ້ຳ​ມັນ​ໃໝ່​ປະ​ເພດ​ທີ່​ຖືກ​ຕ້ອງ.
    ເຄື່ອງ​ຈັກ​ບໍ່​ຂັບ​ເຄື່ອນ​ໄດ້.
    1. ຄັນ​ປ່ຽນເກຍຢູ່​ໃນຕຳ​ແໜ່ງເກຍ​ຫວ່າງ.
    2. ສາຍ​ພານ​ດຶງສີກ​ຂາດ, ຫຼວມ ຫຼື ແຕກ​ຫັກ.
    3. ສາຍ​ພານດຶງ​ຕົກ​ຈາກ​ໝາກ​ລໍ້.
    4. ສະ​ປ​ຣິງ​ຕົວ​ຫວ່າງ​ຂາດ ຫຼື ເສຍ​ໄປ.
    1. ເຄື່ອນ​ຄັນ​ປ່ຽນ​ເກຍ​ໄປ​ໃສ່ຕຳ​ແໜ່ງ​ເກຍຂັບ​ເຄື່ອນ.
    2. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    3. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    4. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    ເຄື່ອງ​ຈັກ​ສັ່ນ​ຜິດ​ປົກ​ກະ​ຕິ.
    1. ໃບ​ມີດ​ຕັດ​ກົ່ງງໍ ຫຼື ບໍ່​ທ່ຽງ.
    2. ນັອດ​ຕົວ​ຜູ້ຕິດ​ໃບ​ມີດຫຼວມ.
    3. ນັອດ​ຕົວ​ຜູ້​ຕິດ​ໃສ່​ຈັກ​ຫຼວມ.
    4. ໝາກ​ລໍ້​ຈັກ, ໝາກ​ລໍ້​ຕົວຫວ່າງ ຫຼື ໝາກ​ລໍ້​ໃບ​ມີດ​ຫຼວມ.
    5. ໝາກ​ລໍ້​ຈັກ​ເປ່​ເພ.
    6. ແກນ​ໝຸນ​ໃບ​ມີດ​ກົ່ງງໍ.
    7. ຕົວ​ຕິດ​ມໍ​ເຕີ​ຫຼວມ ຫຼື ສີກ​ຂາດ.
    1. ຕິດ​ຕັ້ງໃບ​ມີດ​ຕັດ​ໃໝ່.
    2. ຮັດ​ນັອດ​ຕົວ​ຜູ້ຕິດ​ໃບ​ມີດໃຫ້​ແໜ້ນ.
    3. ຮັດ​ນັອດ​ຕົວ​ຜູ້​ຕິດ​ໃສ່​ຈັກ​ໃຫ້​ແໜ້ນ.
    4. ຮັດ​ໝາກ​ລໍ້​ໃຫ້​ແໜ້ນ​ຢ່າງ​ເໝາະ​ສົມ.
    5. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    6. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    7. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    ລວງ​ສູງ​ການ​ຕັດ​ບໍ່​ສະ​ໝ່ຳ​ສະ​ເໝີ.
    1. ໃບ​ມີດ​ບໍ່​ຄົມ.
    2. ໃບ​ມີດ​ຕັດ​ກົ່ງງໍ.
    3. ຈັກ​ຕັດ​ຫຍ້າ​ບໍ່​ໄດ້​ລະ​ດັບ.
    4. ດ້ານພື້ນ​ຈັກ​ຕັດ​ຫຍ້າເປື້ອນ.
    5. ຄວາມ​ດັນຂອງຢາງລົດບໍ່​ຖືກ​ຕ້ອງ.
    6. ແກນ​ໝຸນ​ໃບ​ມີດ​ກົ່ງງໍ.
    1. ລັບໃບ​ມີດໃຫ້​ຄົມ.
    2. ຕິດ​ຕັ້ງໃບ​ມີດ​ຕັດ​ໃໝ່.
    3. ປັບ​ລະ​ດັບ​ຈັກ​ຕັດ​ຫຍ້າ​ຈາກ​ດ້ານ​ຫາ​ດ້ານ ແລະ ຈາກ​ດ້ານ​ໜ້າ​ຫາ​ດ້ານ​ຫຼັງ.
    4. ທຳ​ຄວາມ​ສະ​ອາດດ້ານພື້ນ​ຈັກ​ຕັດ​ຫຍ້າ.
    5. ປັບຄວາມດັນຂອງຢາງລົດ.
    6. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    ໃບ​ມີດ​ບໍ່​ໝຸນ.
    1. ສາຍ​ພານຂັບ​ເຄື່ອນສີກ​ຂາດ, ຫຼວມ ຫຼື ແຕກ​ຫັກ.
    2. ສາຍ​ພານຂັບ​ເຄື່ອນຕົກ​ຈາກ​ໝາກ​ລໍ້.
    3. ສະ​ວິດຕົວ​ສົ່ງ​ພະ​ລັງ​ງານ (PTO) ຫຼື ຄາດ PTO ຜິດ​ພາດ.
    4. ສາຍ​ພານຈັກ​ຕັດ​ຫຍ້າສີກ​ຂາດ, ຫຼວມ ຫຼື ແຕກ​ຫັກ.
    1. ຕິດ​ຕັ້ງ​ສາຍ​ພານຂັບ​ເຄື່ອນໃໝ່.
    2. ຕິດ​ຕັ້ງສາຍ​ພານຂັບ​ເຄື່ອນ ແລະ ກວດ​ເບິ່ງ​ຫົວ​ເພົາ​ປັບ ແລະ ແຂ້ວ​ເກາະສາຍ​ພານສຳ​ລັບ​ຕຳ​ແໜ່ງ​ທີ່​ຖືກ​ຕ້ອງ.
    3. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    4. ຕິດ​ຕັ້ງ​ສາຍ​ພານ​ເຄື່ອງ​ຕັດ​ຫຍ້າ​ໃໝ່.

    ແຜນຜັງ

    ແຜນ​ຜັງໄຟ​ຟ້າ

    artpending