ການແນະນຳ

ເຄື່ອງຈັກນີ້ແມ່ນເຄື່ອງຕັດຫຍ້າທີ່ຂັບຂີ່ໄດ້, ໃບມີດວົງກຽວທີ່ມີຈຸດປະສົງທີ່ຈະຖືກນຳໃຊ້ໂດຍຜູ້ຊ່ຽວຊານ, ຜູ້ປະຕິບັດການທີ່ຈ້າງງານໃນການນຳໃຊ້ທາງການຄ້າ. ມັນໄດ້ຖືກອອກແບບຕົ້ນຕໍສໍາລັບການຕັດຫຍ້າໃນສະໜາມຫຍ້າທີ່ໄດ້ຮັບການຮັກສາເປັນຢ່າງດີ. ການນຳໃຊ້ຜະລິດຕະພັນນີ້ເພື່ອຈຸດປະສົງອື່ນນອກເໜືອຈາກການນຳໃຊ້ທີ່ເປັນຈຸດປະສົງຂອງມັນອາດຈະເປັນອັນຕະລາຍຕໍ່ທ່ານ ແລະ ຜູ້ທີ່ຢູ່ໃກ້ຄຽງ.

ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳ​ລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ເຂົ້າເບິ່ງເວັບໄຊ www.Toro.com ສຳລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ 1 ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.

Important: ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR ຢູ່ໃນແຜ່ນ​ປ້າຍເລກລຳດັບ (ຖ້າມີ) ເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.

g259773

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ມີຂໍ້ຄວາມກ່ຽວກັບຄວາມປອດໄພທີ່ໄດ້ລະບຸໂດຍສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ 2), ເຊິ່ງເປັນສັນຍານອັນຕະລາຍທີ່ອາດຈະເຮັດໃຫ້ເກີດການບາດເຈັບສາ​ຫັດ ຫຼື ເສຍຊີວິດ ຖ້າທ່ານບໍ່ປະຕິບັດຕາມຂໍ້ຄວນລະວັງທີ່ແນະນຳ.

g000502

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ຂໍ້ສັງເກດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ຜະລິດຕະພັນນີ້ປະຕິບັດຕາມຄຳສັ່ງແນະນຳຂອງເອີຣົບທີ່ກ່ຽວຂ້ອງທັງໝົດ. ສຳລັບລາຍລະອຽດ, ກະລຸນາເບິ່ງເອກະສານຖະ​ແຫຼງການວ່າ​ດ້ວຍ​ການ​ປະ​ຕິ​ບັດ​ຕາມ (DOC) ສະ​ເພາະ​ຂອງ​ຜະ​ລິດ​ຕະ​ພັນ​ແຍກ​ຕ່າງ​ຫາກ.

ມັນເປັນການລະເມີດກົດໝາຍຊັບພະຍາກອນສາທາລະນະຂອງລັດຄາລິຟໍເນຍພາກທີ 4442 ຫຼື 4443 ໃນການນຳໃຊ້ ຫຼື ນຳໃຊ້ເຄື່ອງຈັກໃນພື້ນທີ່ທີ່ປົກຄຸມດ້ວຍປ່າໄມ້, ປົກຫຸ້ມດ້ວຍດິນ ຫຼື ດິນທີ່ປົກຄຸມດ້ວຍຫຍ້າ, ເວັ້ນເສຍແຕ່ວ່າເຄື່ອງຈັກມີເຄື່ອງກວດຈັບປະກາຍໄຟຕາມທີ່ໄດ້ກຳນົດໄວ້ໃນພາກທີ 4442, ມີໄວ້ໃນລະບຽບການເຮັດວຽກທີ່ມີປະສິດຕິຜົນ ຫຼື ເຄື່ອງຈັກຖືກສ້າງ, ຕິດຕັ້ງ ແລະ ຮັກສາໄວ້ເພື່ອປ້ອງກັນໄຟ.

ປຶ້ມຄູ່ມືຂອງເຈົ້າຂອງເຄື່ອງຈັກທີ່ໃຫ້ມາແມ່ນມີຂໍ້ມູນທີ່ກ່ຽວຂ້ອງກັບໜ່ວຍ​ງານປົກປ້ອງສິ່ງແວດລ້ອມຂອງສະຫະລັດ (EPA) ແລະ ລະບຽບການຄວບຄຸມການປ່ອຍອາຍພິດ​ຂອງຄາລິຟໍເນຍກ່ຽວ​ກັບລະບົບການປ່ອຍອາຍພິດ, ການບຳລຸງຮັກສາ ແລະ ການຮັບປະກັນ. ການປ່ຽນແທນທີ່ອາດຈະຖືກສັ່ງຊື້ຜ່ານຜູ້ຜະລິດເຄື່ອງຈັກ.

ຄຳເຕືອນ

CALIFORNIA

ຄຳເຕືອນຂອງກົດໝາຍ Proposition 65

ທໍ່ໄອເສຍເຄື່ອງຈັກນ້ຳມັນກາຊວນ ແລະ ບາງສ່ວນປະກອບຂອງມັນເປັນທີ່ຮູ້ຈັກໃນລັດຄາລີຟໍເນຍ ວ່າເປັນສາເຫດທີ່ກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ ແລະອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຂົ້ວແບດເຕີລີ່, ຂົ້ວໄຟຟ້າ ແລະ ອຸປະກອນທີ່ກ່ຽວຂ້ອງທີ່ມີ ທາດກົ່ວ ແລະ ສ່ວນປະກອບຂອງທາດກົ່ວ, ສານເຄມີທີ່ລັດຄາລີຟໍເນຍ ຮູ້ຈັກດີທີ່ເຮັດໃຫ້ເກີດມະເຮັງແລະ ເປັນອັນຕະລາຍຕໍ່ການຈະເລີນພັນ. ໃຫ້ລ້າງມືຫຼັງຈາກນຳໃຊ້.

ການນຳໃຊ້ຜະລິດຕະພັນນີ້ອາດຈະເຮັດໃຫ້ສຳຜັດກັບສານເຄມີທີ່ຮູ້ຈັກດີໃນ ລັດຄາລີຟໍເນຍ ວ່າເປັນສາເຫດກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຄວາມປອດໄພ

ເຄື່ອງຈັກນີ້ໄດ້ຖືກອອກແບບໃຫ້ສອດຄ່ອງກັບ EN ISO 5395 (ເມື່ອທ່ານສຳເລັດຂັ້ນຕອນການຕັ້ງຄ່າ) ແລະ ANSI B71.4-2017.

ຄວາມປອດໄພທົ່ວໄປ

ຜະລິດຕະພັນນີ້ມີຄວາມສາມາດຕັດມື ແລະ ຕີນ ແລະ ເຮັດ​ໃຫ້ວັດຖຸຟົ້ງ​ຂຶ້ນໄດ້.

  • ອ່ານ ແລະ ທຳເຂົ້າໃຈເນື້ອໃນຂອງຄູ່ມືຜູ້​ໃຊ້ນີ້ກ່ອນທີ່ຈະເລີ່ມຕິດຈັກ.

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ປະຕິບັດງານກັບເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ຢ່າວາງມື ຫຼື ຕີນຂອງທ່ານໃກ້ກັບສ່ວນປະກອບທີ່ເຄື່ອນໄຫວຂອງເຄື່ອງຈັກ.

  • ຢ່າປະຕິບັດງານເຄື່ອງຈັກໂດຍບໍ່ມີການປົກປ້ອງທຸກຄົນ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢ່າງຖືກຕ້ອງໃນເຄື່ອງຈັກ.

  • ໃຫ້ຄົນຢູ່ໃກ້ຄຽງ, ແລະ ເດັກອອກຈາກພື້ນທີ່ປະຕິບັດງານ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ.

  • ມອດຈັກ, ຖອດກະແຈ ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ Graphic, ເຊິ່ງໝາຍເຖິງຂໍ້ຄວນລະວັງ, ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງ​ກໍ່​ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫລື ເສຍຊີວິດ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

decal93-6681
decal93-7276
decal94-3353
decal99-3444
decal106-9290
decal117-3270
decal121-3598
decal121-3628
decal133-8062
decal140-7461
decalbatterysymbols
decal121-3619
decal121-3620
decal121-3623
decal138-6979

ການຕັ້ງຄ່າ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

ການຕິດຕັ້ງລໍ້

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ການປະກອບລໍ້ໜ້າ2
ການປະກອບລໍ້ຫຼັງ1

Important: ຂອບ ແລະ ຢາງຂໍ້​ລໍ້ຫຼັງແຄບກວ່າ 2 ຂອບ ແລະ ຢາງ​ລໍ້ໜ້າ.

  1. ຕິດຕັ້ງວົງລໍ້ປະກອບໃສ່ສູນກາງລໍ້ເຊິ່ງມີກ້ານວາວຊີ້ໄປທາງນອກ.

  2. ຮັດລໍ້ກັບສູນກາງດ້ວຍນັອດລັອກ ແລະ ບິດນັອດແບບຂ້າມໄປມາເຖິງ 61 ຫາ 88 N∙m (45 ເຖິງ 65 ft-lb).

  3. ເຮັດຊ້ຳຂັ້ນຕອນ 1 ແລະ 2 ສຳລັບການປະກອບລໍ້ອື່ນໆ.

ການຕິດຕັ້ງພວງມະໄລ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ພວງມະໄລ1
ຝາປິດພວງມະໄລ1
ແຫວນຂະໜາດໃຫຍ່1
ນັອດຊ້ອນສອງ1
ນັອດກຽວ1
  1. ເລື່ອນພວງມະໄລໃສ່ແກນພວງມະໄລ (ຮູບສະແດງ 3).

    g010834
  2. ເລື່ອນແຫວນໃສ່ແກນພວງມະໄລ (ຮູບສະແດງ 3).

  3. ຕິດພວງມະໄລໃຫ້ກັບເພົາດ້ວຍນັອດຊ້ອນສອງ ແລະ ຫັນໃຫ້ແໜ້ນ 27 ຫາ 35 N∙m (20 ເຖິງ 26 ft-lb) (ຮູບສະແດງ 3).

  4. ຕິດຕັ້ງຝາປິດໃສ່ພວງມາໄລ ແລະ ຕິດມັນດ້ວຍນັອດກຽວ (ຮູບສະແດງ 3).

ການສາກໄຟ ແລະ ການເຊື່ອມຕໍ່ແບັດເຕີຣີ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ນ້ຳກົດ

ອັນຕະລາຍ

ນ້ຳກົດແບັດ​ເຕີ​ຣີບັນຈຸມີກົດຊູນຟູຣິກ, ເຊິ່ງເປັນສານອັນຕະລາຍຕໍ່ຊີວິດ ແລະ ເຮັດໃຫ້ເກີດການບາດແຜຮຸນແຮງ.

  • ຢ່າດື່ມນ້ຳກົດ ແລະ ຫຼີກລ່ຽງການສຳຜັດກັບຜິວໜັງ, ຕາ ຫຼື ເຄື່ອງນຸ່ງ. ໃສ່ແວ່ນຕາຄວາມປອດໄພເພື່ອປ້ອງກັນຕາຂອງ​ທ່ານ ແລະ ຖົງມືຢາງເພື່ອປ້ອງກັນມືຂອງທ່ານ.

  • ຕື່ມນ້ຳກົດ​ແບັດ​ເຕີ​ຣີໃນບ່ອນທີ່ມີນ້ໍາສະອາດສໍາລັບການລ້າງຜິວໜັງຢູ່​ສະ​ເໝີ.

  1. ເອົາ​ລູກ​ບິດ 2 ລູກທີ່ຕິດຝາປົກແບັດ​ເຕີ​ຣີກັບເຄື່ອງຈັກ, ແລະ ເອົາຝາປິດອອກ (ຮູບສະແດງ 4).

    g336164
  2. ສາກແບັດເຕີຣີໃນອັດຕາ 3 ເຖິງ 4 A ເປັນເວລາ 4 ຫາ 8 ຊົ່ວໂມງ.

    ຄຳເຕືອນ

    ການສາກແບັດເຕີຣີ​ເຮັດ​ໃຫ້​ເກີດອາຍແກັສທີ່ສາມາດລະເບີດໄດ້.

    • ຮັກສາປະກາຍໄຟ ແລະ ແປວໄຟໃຫ້ຫ່າງຈາກແບັດ​ເຕີ​ຣີ.

    • ຢ່າສູບຢາຢູ່ໃກ້ແບັດ​ເຕີ​ຣີ.

  3. ເມື່ອສາກແບັດ​ແຕີ​ຣີແລ້ວ, ໃຫ້ຖອດເຄື່ອງສາກໄຟອອກຈາກສາຍສາກໄຟຟ້າ ແລະ ຫົວ​ແບັດ​ເຕີ​ຣີ.

  4. ຕິດຕັ້ງສາຍຂົ້ວບວກ (​ສີແດງ) ໄປຫາຂົ້ວບວກ (+) ຂອງແບັດ​ເຕີ​ຣີ, ແລ້ວຮັດມັນດ້ວຍສະລັກກຽວ T ແລະ ນັອດ (ຮູບສະແດງ 5).

    Note: ໃຫ້ແນ່ໃຈວ່າຂົ້ວບວກ (+) ແມ່ນເຂົ້າກັບຫົວຈົນສຸດ ແລະ ສາຍໄຟຢູ່ໃນຕຳແໜ່ງພໍດີກັບແບັດ​ເຕີ​ຣີ.

    Important: ສາຍບໍ່ຕ້ອງສຳ​ຜັດກັບຝາປິດແບັດ​ເຕີ​ຣີ.

  5. ຕິດຕັ້ງສາຍຂົ້ວລົບ (ດຳ) ໃສ່ຂົ້ວລົບ (–) ຂອງແບັດ​ເຕີ​ຣີ, ແລ້ວຮັດມັນດ້ວຍສະລັກກຽວ T ແລະ ນັອດ(ຮູບສະແດງ 5).

    ຄຳເຕືອນ

    ການ​ໃສ່​ສາຍ​ແບັດ​ເຕີ​ຣີທີ່ບໍ່ຖືກຕ້ອງສາມາດທຳລາຍລົດ ແລະ ສາຍໄຟທີ່ກໍ່ໃຫ້ເກີດປະກາຍໄຟໄດ້. ປະກາຍໄຟສາມາດເຮັດໃຫ້ແກ໊ສ​ໃນແບັດ​ເຕີ​ຣີລະເບີດ, ເຊິ່ງເຮັດໃຫ້ມີການບາດເຈັບສ່ວນບຸກຄົນ.

    • ຄວນຖອດສາຍໄຟລົບ (ສີດຳ) ຂອງ​ແບັດ​ເຕີ​ຣີ​ຢູ່​ຕະ​ຫຼອດກ່ອນທີ່ຈະຖອດສາຍໄຟບວກ (ສີແດງ).

    • ເຊື່ອມຕໍ່ສາຍໄຟບວກ (ສີແດງ) ຂອງ​ແບັດ​ເຕີ​ຣີຢູ່​ຕະ​ຫຼອດກ່ອນທີ່ຈະເຊື່ອມຕໍ່ສາຍໄຟລົບ (ສີດໍາ).

    g011213

    Important: ຖ້າທ່ານເຄີຍຖອດແບັດ​ເຕີ​ຣີອອກມາ, ຮັບປະກັນວ່ານັອດສະ​ຫຼັກກຽວແບັດ​ເຕີ​ຣີໄດ້ຖືກຕິດຕັ້ງກັບຫົວນັອດຢູ່ທີ່ດ້ານລຸ່ມ ແລະ ນັອດແມ່ຢູ່ດ້ານເທິງ. ຖ້ານັອດສະ​ຫຼັກກຽວຖືກປີ້ນຄືນ, ມັນອາດຈະຂັດຂວາງທໍ່ໄຮໂດຼລິກໃນເວລາທີ່ທ່ານປ່ຽນເກຍໜ່ວຍຕັດ.

  6. ເຄືອບການເຊື່ອມຕໍ່ແບັດ​ເຕີ​ຣີທັງສອງດ້ວຍ​ກະ​ແລັດ​ເຄືອບ Grafo 112X (ອາໄຫຼ່ Toro ເລກທີ 505-47) ຫຼື ກະແລັດບາງໆເພື່ອປ້ອງກັນການກັດກ່ອນ.

  7. ເລື່ອນໂກບຢາງໄປໃສ່ປາຍຂົ້ວບວກເພື່ອປ້ອງກັນບໍ່ໃຫ້ເກີດການຊັອດທີ່ອາດຈະເກີດຂຶ້ນ.

  8. ໃສ່​ຝາ​ປິດ​ແບັດ​ເຕີ​ຣີ.

ການກວດເບິ່ງຕົວ​ຊີ້ບອກມູມ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ມາດວັດຄວາມອຽງ1
  1. ຈອດເຄື່ອງຈັກຢູ່ໃນລະດັບພື້ນດິນທີ່ລຽບພຽງ.

  2. ກວດ​ສອບວ່າເຄື່ອງຢູ່ໃນລະດັບພຽງໂດຍການວາງມາດວັດຄວາມອຽງແບບໃຊ້ມືຖື (ໃຫ້ມາກັບເຄື່ອງຈັກ) ເທິງລາງຂ້າມກອບຂ້າງຖັງນໍ້າມັນເຊື້ອໄຟ (ຮູບສະແດງ 6). ມາດວັດຄວາມອຽງຄວນຈະອ່ານໃນສູນອົງ​ສາເມື່ອເບິ່ງຈາກຕຳແໜ່ງຂອງຜູ້ປະຕິບັດງານ.

    g008873
  3. ຖ້າຫາກມາດວັດຄວາມອຽງບໍ່ອ່ານສູນອົງ​ສາ, ໃຫ້ຍ້າຍເຄື່ອງຈັກໄປຫາສະຖານທີ່ທີ່ມີການອ່ານເປັນສູນອົງ​ສາ. ຕົວ​ຊີ້ບອກມູມ, ທີ່ຕິດຢູ່ເທິງເຄື່ອງຈັກ, ດຽວ​ນີ້ຄວນອ່ານໃນສູນອົງສາເຊັ່ນດຽວກັນ.

  4. ຖ້າຕົວ​ຊີ້ບອກມູມບໍ່ໄດ້ອ່ານສູນອົງສາ, ໃຫ້ມາຍ 2 ນັອດຜູ້ ແລະ ແມ່ທີ່ຕິດກັບຕົວ​ຊີ້ບອກມູມກັບຂາຍຶດ, ປັບຕົວ​ຊີ້ບອກເພື່ອໃຫ້​ໄດ້ການອ່ານສູນ​ອົງ​ສາ ແລະ ຫັນນັອດໃຫ້ແໜ້ນ.

ການປັບຄວາມດັນລົມຢາງ

ປັບຄວາມດັນລົມຢາງແຕ່ລະເສັ້ນ; ໃຫ້​ເບິ່ງ ການກວດເບິ່ງຄວາມດັນຂອງຢາງລົດ.

Note: ຢາງລົດສູບ​ລົມ​ຫຼາຍເກີນໄປສຳລັບການຂົນສົ່ງ.

ການຕິດຕັ້ງສະ​ຫຼັກຝາກະໂປ່ງ (CE ເທົ່າ​ນັ້ນ)

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຕົວຍຶດລັອກ1
ສະ​ຫຼັກ2
ແຫວນຮອງ1
ນັອດກຽວ (¼ x 2 ນິ້ວ)1
ນັອດລັອກແມ່ 6 ມມ (¼ ນິ້ວ)1
  1. ປົດສະລັກຝາກະໂປ່ງຈາກຈາກຕົວຍຶດສະລັກຝາກະໂປ່ງ.

  2. ຖອດສະ​ຫຼັກ (2) ທີ່ຕິດກັບຕົວຍຶດສະ​ຫຼັກຝາກະໂປ່ງ (ຮູບສະແດງ 7). ຖອດຕົວຍຶດສະ​ຫຼັກຝາກະໂປ່ງອອກຈາກຝາກະໂປ່ງ.

    g012628
  3. ໃນຂະນະທີ່ກຳລັງຈັດໃຫ້ເຂົ້າກັບຮູຕິດຕັ້ງ, ໃຫ້ວາງຕົວຍຶດລັອກ CE ແລະ ຕົວຍຶດສະ​ຫຼັກຝາກະໂປ່ງໃສ່ຝາກະໂປ່ງ. ຕົວຍຶດລັອກຕ້ອງຢູ່ກັບຝາກະໂປ່ງ (ຮູບສະແດງ 8). ຢ່າຖອດນັອດຜູ້ ແລະ ແມ່ທີ່ປະກອບອອກຈາກແຂນຕົວຍຶດລັອກ.

    g012629
  4. ຈັດແຫວນກັບຮູຢູ່ດ້ານໃນຂອງຝາກະໂປ່ງ.

  5. ໃສ່ສະ​ຫຼັກຂາຍຶດ ແລະ ແຫວນໃສ່ກັບຝາກະໂປ່ງ (ຮູບສະແດງ 8).

  6. ເກາະສະ​ຫຼັກໃສ່ເທິງຕົວຍຶດຝາກະໂປ່ງ (ຮູບສະແດງ 9).

    g012630
  7. ໃສ່ນັອດກຽວເຂົ້າໄປໃນອີກໜຶ່ງແຂນຂອງຂໍເກາະຕົວຍຶດລັອກເພື່ອລັອກສະ​ຫຼັກໃນຕຳແໜ່ງ (ຮູບສະແດງ 10).

    Note: ຫັນນັອດໃຫ້ແໜ້ນແຕ່ບໍ່ຄວນຫັນນັອດແມ່ໃຫ້ແໜ້ນ.

    g012631

ການຕິດຕັ້ງແຜງກັນທໍ່ໄອເສຍ (CE ເທົ່ານັ້ນ)

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ແຜງກັນທໍ່ໄອເສຍ1
ນັອດກຽວຕອກ4
  1. ວາງເຄື່ອງແຜງປ້ອງກັນຮອບທໍ່ໄອເສຍໃນຂະນະທີ່ຈັດຮູກັບຮູຢູ່ໃນກອບ (ຮູບສະແດງ 11).

    g008875
  2. ຕິດແຜງກັນທໍ່ໄອເສຍກັບກອບດ້ວຍ 4 ນັອດກຽວຕອກ (ຮູບສະແດງ 11).

ການຕິດຕັ້ງຄານກັນປີ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ການປະກອບຄານກັນປີ້ນ1
ນັອດຫົວແປ4
ນັອດລັອກແມ່4
ປອກຮັດທໍ່1

Important: ຢ່າເຊື່ອມຈອດ ຫຼື ດັດແປງລະບົບປ້ອງກັນການປີ້ນ (ROPS). ປ່ຽນ ROPS ທີ່ເສຍຫາຍ; ຢ່າສ້ອມແປງ ຫຼື ແກ້ໄຂມັນ.

  1. ປ່ອຍຄານກັນປີ້ນຕ່ຳລົງໃສ່ໜ່ວຍຂັບເຄື່ອນທີ່ຕິດກັບຕົວຍຶດ, ຈັດຮູຕິດຕັ້ງ. ຮັບປະກັນວ່າທໍ່ລະບາຍອາກາດຢູ່ຄານກັນປີ້ນແມ່ນຢູ່ເບື້ອງຊ້າຍຂອງເຄື່ອງຈັກ (ຮູບສະແດງ 12).

    g011160
  2. ຮັບປະກັນໃນແຕ່ລະດ້ານຂອງຄານກັນປີ້ນໄປຫາຂາຍຶດວ່າມີນັອດຫົວແປ 2 ຕົວ ແລະ ນັອດລັອກ (ຮູບສະແດງ 12). ບິດຕົວຮັດແໜ້ນໃຫ້​ໄດ້ 81 N∙m (60 ft-lb).

  3. ຮັດທໍ່ລະບາຍນ້ຳມັນເຊື້ອໄຟໃສ່ທໍ່ລະບາຍໃສ່ຄານກັນປີ້ນໃຫ້​ຮັບ​ປະ​ກັນດ້ວຍປອກຮັດທໍ່.

    ຂໍ້ຄວນລະວັງ

    ການຕິດຈັກດ້ວຍທໍ່ລະບາຍນ້ຳມັນເຊື້ອ​ໄຟ​ທີ່​ບໍ່​ເຊື່ອມ​ຕໍ່ຈາກທໍ່ລະບາຍຈະເຮັດໃຫ້ນໍ້າມັນເຊື້ອໄຟໄຫຼອອກຈາກທໍ່, ເພີ່ມຄວາມສ່ຽງຕໍ່ການເກີດໄຟໄໝ້ ຫຼື ລະເບີດ. ໄຟໄໝ້ ຫຼື ການລະເບີດຈາກນໍ້າມັນເຊື້ອໄຟສາມາດເຮັດໃຫ້ທ່ານ ແລະ ຄົນອື່ນໆຖືກ​ໄໝ້ ແລະ ສາມາດເຮັດໃຫ້ຊັບສິນເສຍຫາຍໄດ້.

    ເຊື່ອມຕໍ່ທໍ່ລະບາຍນ້ຳມັນເຊື້ອໄຟໃສ່ທໍ່ລະບາຍອາກາດກ່ອນຕິດຈັກ.

ການຕິດຕັ້ງແຂນຍົກໜ້າ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ແຂນຍົກ2
ແກນໝູນ2
ນັອດ (5/16 x 7/8 ນິ້ວ)2
  1. ຖອດ 2 ນັອດທີ່ຕິດກັບຂໍ້ຕໍ່ເພົາແກນແຂນຍົກເຂົ້າຂໍ້ຕໍ່ເພົາແກນແຂນຍົກ ແລະ ເອົາອອກ ແລະ ຮັກສາຂໍ້ຕໍ່ເພົາແກນ ແລະ ນັອດໄວ້ (ຮູບສະແດງ 13).

    g011161
  2. ເອົາແກນໝູນໃສ່​ເຂົ້າໄປໃນແຕ່ລະແຂນຍົກ ແລະ ຈັດຮູຕິດຕັ້ງ (ຮູບສະແດງ 14).

    g011162
  3. ຕິດແກນໝູນເຂົ້າໄປໃນແຂນຍົກດ້ວຍນັອດ 2 ອັນ (5/16 x 7/8 ນິ້ວ).

  4. ໃສ່ແຂນຍົກເຂົ້າ​ໃສ່ເພົາແກນແຂນຍົກ (ຮູບສະແດງ 15) ແລະ ຮັດແຕ່ລະບ່ອນທີ່ມີຂໍ້ຕໍ່ເພົາແກນແຂນຍົກ ແລະ ນັອດທີ່​ເອົາກ່ອນໜ້ານັ້ນ​ໃຫ້​ແໜ້ນ.

    Note: ບິດນັອດໃຫ້​ໄດ້ 95 N∙m (70 ft-lb).

    g011966
  5. ຖອດແຫວນຍຶດດ້ານຫຼັງທີ່ຮັດ​ສະ​ຫຼັກ​ຕິດໃສ່ແຕ່ລະປາຍຂອງກະບອກຍົກອອກ.

  6. ຮັດສົ້ນເບື້ອງຂວາຂອງກະບອກຍົກໃສ່ກັບແຂນຍົກເບື້ອງຂວາດ້ວຍ​ສະ​ຫຼັກ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ 2 ຕົວ (ຮູບສະແດງ 15). ຮັດມັນໃຫ້​ແໜ້ນດ້ວຍແຫວນຍຶດ.

  7. ຮັດສົ້ນເບື້ອງຊ້າຍຂອງກະບອກຍົກໃສ່ກັບແຂນຍົກເບື້ອງຊ້າຍດ້ວຍສະ​ຫຼັກ. ຮັດມັນໃຫ້​ແໜ້ນດ້ວຍແຫວນຍຶດ.

ການຕິດຕັ້ງກອບຮອງຮັບໃສ່ກັບໜ່ວຍຕັດ

  1. ຖອດໜ່ວຍຕັດອອກຈາກກ່ອງ. ຈັດພວກມັນຕາມທີ່ໄດ້ອະທິບາຍໄວ້ໃນຄູ່ມືຜູ້ໃຊ້ງານຂອງໜ່ວຍຕັດ.

  2. ວາງຕຳແໜ່ງກອບຮອງຮັບດ້ານໜ້າ (ຮູບສະແດງ 16) ໃສ່ແຕ່ລະຫົວໜ່ວຍຕັດທາງໜ້າ.

    g011968
  3. ຮັດຂໍ້ຕໍ່ຍຶດກັບກອບຮອງຮັບດ້ານໜ້າ ດັ່ງຕໍ່ໄປນີ້:

    • ຮັດຂໍ້ຕໍ່ຍຶດໜ້າກັບຮູກອບຮອງ​ຮັບ​ເຄິ່ງກາງທີ່ມີນັອດ (ຂະໜາດ ⅜ x 2-¼ ນິ້ວ), ແຫວນແປ 2 ຊັ້ນ ແລະ ນັອດລັອກ, ດັ່ງທີ່ສະແດງຢູ່ໃນ ຮູບສະແດງ 17. ປັບຕຳແໜ່ງແຫວນຢູ່ແຕ່ລະຂ້າງຂອງການເຊື່ອມຕໍ່ເມື່ອຍຶດຕິດ. ບິດຕົວຮັດແໜ້ນໃຫ້​ໄດ້ 42 N∙m (31 ft-lb).

    • ຮັດຂໍ້ຕໍ່ຍຶດຫຼັງກັບຮູກອບຮອງ​ຮັບ​ເຄິ່ງກາງທີ່ມີນັອດ (⅜ x 2-¼ ນິ້ວ), ແຫວນ 2 ຊັ້ນ, ແລະ ນັອດລັອກ, ດັ່ງທີ່ສະແດງຢູ່ໃນ ຮູບສະແດງ 17. ປັບຕຳແໜ່ງແຫວນຢູ່ແຕ່ລະຂ້າງຂອງການເຊື່ອມຕໍ່ເມື່ອຍຶດຕິດ. ບິດຕົວຮັດແໜ້ນໃຫ້​ໄດ້ 42 N∙m (31 ft-lb).

      g012688
  4. ວາງຕຳແໜ່ງກອບຮອງ​ຮັບດ້ານຫຼັງ (ຮູບສະແດງ 18) ໃສ່ໜ່ວຍຕັດດ້ານຫຼັງ.

    g012003
  5. ຮັດຂໍ້ຕໍ່ຕິດຕັ້ງຢູ່ໃນກອບຮອງ​ຮັບດ້ານຫຼັງ ດັ່ງຕໍ່ໄປນີ້:

    • ຮັດຂໍ້ຕໍ່ຍຶດໜ້າກັບຮູກອບຮອງ​ຮັບທີ່ມີນັອດ (ຂະໜາດ ⅜ x 2-¼ ນິ້ວ), ແຫວນແປ 2 ຊັ້ນ ແລະ ນັອດລັອກ, ດັ່ງທີ່ສະແດງຢູ່ໃນ ຮູບສະແດງ 19. ປັບຕຳແໜ່ງແຫວນຢູ່ແຕ່ລະຂ້າງຂອງການເຊື່ອມຕໍ່ເມື່ອຍຶດຕິດ. ບິດຕົວຮັດແໜ້ນໃຫ້​ໄດ້ 42 N∙m (31 ft-lb).

    • ຮັດຂໍ້ຕໍ່ຍຶດຫຼັງກັບຮູກອບຮອງ​ຮັບດ້ານ​ຫຼັງທີ່ມີນັອດ (⅜ x 2-¼ ນິ້ວ), ແຫວນ 2 ຊັ້ນ ແລະ ນັອດລັອກ, ດັ່ງທີ່ສະແດງຢູ່ໃນ ຮູບສະແດງ 19. ປັບຕຳແໜ່ງແຫວນຢູ່ແຕ່ລະຂ້າງຂອງການເຊື່ອມຕໍ່ເມື່ອຍຶດຕິດ. ບິດຕົວຮັດແໜ້ນໃຫ້​ໄດ້ 42 N∙m (31 ft-lb).

      g012689

ການຕິດໜ່ວຍຕັດ

  1. ເລື່ອນແຫວນຮອງໃສ່ແຕ່ລະແກນໝູນແຂນຍົກດ້ານໜ້າ.

  2. ເລື່ອນກອບຮອງ​ຮັບໜ່ວຍຕັດລົງໃສ່ແກນໝູນ ແລະ ຮັດມັນໃຫ້​ແໜ້ນດ້ວຍສະ​ຫຼັກ​ດຶງ (ຮູບສະແດງ 20).

    Note: ຢູ່ເທິງໜ່ວຍຕັດດ້ານຫຼັງ, ວາງແຫວນຮອງລະຫວ່າງດ້ານຫຼັງຂອງກອບບັນທຸກ ແລະ ສະ​ຫຼັກ​ດຶງ.

    g012016
  3. ທາກະແລັດໃສ່ແຂນຍົກ ແລະ ຈຸດແກນກອບຮອງ​ຮັບທັງໝົດ.

    Important: ຮັບປະກັນວ່າທໍ່ບໍ່ມີການບິດ ຫຼື ງໍທັບ ແລະ ທໍ່ໜ່ວຍຕັດດ້ານຫຼັງແມ່ນຖືກນຳສົ່ງຕາມທີ່ສະແດງໃນ (ຮູບສະແດງ 21). ຍົກໜ່ວຍຕັດ ແລະ ເລື່ອນ​ພວກ​ມັນໄປທາງຊ້າຍ (ລຸ້ນ 03171). ທໍ່ໜ່ວຍຕັດດ້ານຫຼັງບໍ່ຕ້ອງສຳ​ຜັດກັບຂາຍຶດສາຍຂັບເຄື່ອນ. ຖ້າຈຳເປັນ, ໃຫ້ປ່ຽນຕຳແໜ່ງອຸປະກອນ ແລະ/ຫຼື ທໍ່.

    g011965
  4. ເດີນສາຍປາຍຕ່ອງໂສ້ຜ່ານຊ່ອງສົ້ນຂອງແຕ່ລະກອບຮອງ​ຮັບ. ຮັດປາຍຕ່ອງໂສ້ໄປດ້ານເທິງຂອງກອບຮອງ​ຮັບທີ່ມີນັອດ, ແຫວນ ແລະ ນັອດລັອກ (ຮູບສະແດງ 22).

    g011218

ການຕິດມໍເຕີຂັບເຄື່ອນໜ່ວຍຕັດ

  1. ວາງຕຳແໜ່ງໜ່ວຍຕັດຢູ່ດ້ານໜ້າຂອງແກນໝູນແຂນຍົກ.

  2. ຖເອົານໍ້າໜັກອອກ ແລະ ຖອດ​ແຫວນ​ຮູບ​ຕົວ O (ຮູບສະແດງ 23) ອອກຈາກປາຍດ້ານໃນຂອງໜ່ວຍຕັດເບື້ອງ​ຂວາ.

    g011964
  3. ຖອດປັກອອກຈາກເຕົ້າລູກ​ບີ່ຢູ່ທາງນອກຂອງໜ່ວຍຕັດເບື້ອງ​ຂວາ ແລະ ຕິດຕັ້ງນ້ຳໜັກ ແລະ ແຫວນ.

  4. ຖອດປັກຂົນສົ່ງອອກຈາກເຕົ້າລູກ​ບີ່ເທິງໜ່ວຍຕັດທີ່ຍັງເຫຼືອ.

  5. ໃສ່ແຫວນ​ຮູ​ບ​ຕົວ O (ມາ​ພ້ອມກັບໜ່ວຍຕັດ) ໃສ່ແຜ່ນແປມໍເຕີຂັບເຄື່ອນ (ຮູບສະແດງ 24).

    g012025
  6. ຕິດມໍເຕີໄປທາງທ້າຍຂອງໜ່ວຍຕັດ ແລະ ຍຶດມັນດ້ວຍນັອດໝວກ 2 ອັນທີ່ສະໜອງໃຫ້ກັບຫົວໜ່ວຍຕັດ (ຮູບສະແດງ 24).

ການປັບແຂນຍົກ

  1. ຕິດຈັກ, ຍົກແຂນຍົກ ແລະ ກວດເບິ່ງເພື່ອໃຫ້ແນ່ໃຈວ່າຊ່ອງຫວ່າງລະຫວ່າງແຂນຍົກແຕ່​ລະ​ອັນ ແລະ ຂາຍຶດແຜ່ນພື້ນແມ່ນ 5 ຫາ 8 ມມ (0.18 ເຖິງ 0.32 ນິ້ວ) (ຮູບສະແດງ 25).

    g008876

    Note: ຖ້າຊ່ອງຫວ່າງບໍ່ຢູ່ໃນຂອບເຂດນີ້, ປັບກະບອກສູບດັ່ງຕໍ່ໄປນີ້:

    1. ປິດນັອດຢຸດ ແລະ ປັບກະບອກສູບເພື່ອໃຫ້ໄດ້ໄລຍະຫ່າງ (ຮູບສະແດງ 26).

      g008877
    2. ປິດນັອດຊ້ອນສອງເທິງກະບອກສູບ (ຮູບສະແດງ 27).

      g008878
    3. ຖອດສະ​ຫຼັກອອກຈາກປາຍແກນ ແລະ ໝູນຂໍ້ຕໍ່ງ່າມ.

    4. ໃສ່​ສະ​ຫຼັກ ແລະ ກວດເບິ່ງຊ່ອງຫວ່າງ.

    5. ເຮັດຊ້ຳຂັ້ນຕອນອີກຄັ້ງ 1 ຜ່ານ 4 ຖ້າຈຳເປັນ.

    6. ຫັນນັອດຊ້ອນສອງຂອງຂໍ້ຕໍ່ງ່າມ.

    Note: ຖ້າແຂນຍົກດ້ານຫຼັງຄອນໃນລະຫວ່າງການຂົນສົ່ງ, ໃຫ້ຫຼຸດຜ່ອນຊ່ອງຫວ່າງ.

  2. ກວດເບິ່ງເພື່ອໃຫ້ແນ່ໃຈວ່າຊ່ອງຫວ່າງລະຫວ່າງແຂນຍົກແຕ່​ລະ​ອັນ ແລະ ນັອດຢຸດແມ່ນ 0.13 ຫາ 1.02 ມມ (0.005 ເຖິງ 0.040 ນິ້ວ) (ຮູບສະແດງ 26).

    Note: ຖ້າຊ່ອງຫວ່າງບໍ່ໄດ້ຢູ່ໃນຂອບເຂດນີ້, ປັບນັອດຢຸດເພື່ອໃຫ້​ໄດ້ຊ່ອງຫວ່າງ.

  3. ຕິດຈັກ, ຍົກແຂນຍົກ ແລະ ກວດເບິ່ງເພື່ອຮັບປະກັນວ່າຊ່ອງຫວ່າງລະຫວ່າງສາຍຮັດຢູ່ດ້ານເທິງຂອງແຖບກັນຫ້ຽນຂອງໜ່ວຍຕັດທາງຫຼັງ ແລະ ສາຍຮັດກັນກະ​ທົບແມ່ນ 0.51 ເຖິງ 2.54 ມມ (0.02 ເຖິງ 0.10 ນິ້ວ) ດັ່ງທີ່ສະແດງຢູ່ໃນ ຮູບສະແດງ 28.

    g008879

    ຖ້າຊ່ອງຫວ່າງບໍ່ຢູ່ໃນຂອບເຂດນີ້, ປັບກະບອກສູບດ້ານຫຼັງດັ່ງຕໍ່ໄປນີ້:

    1. ປ່ອຍໜ່ວຍຕັດຕ່ຳລົງ ແລະ ຖອນນັອດຊ້ອນສອງເທິງກະບອກສູບ (ຮູບສະແດງ 29).

      g008880
    2. ຈັບກະບອກສູບໃກ້ກັບນັອດດ້ວຍຄີມ ແລະ ຜ້າເສດແລ້ວໝູນແກນ.

    3. ຍົກໜ່ວຍຕັດຂຶ້ນ ແລະ ກວດເບິ່ງຊ່ອງຫວ່າງ.

    4. ເຮັດຊ້ຳຂັ້ນຕອນອີກຄັ້ງ 1 ຜ່ານ 3 ຖ້າຈຳເປັນ.

    5. ຫັນນັອດຊ້ອນສອງຂອງຂໍ້ຕໍ່ງ່າມ.

Important: ການຂາດຊ່ອງຫວ່າງທີ່ປາຍຢຸດດ້ານໜ້າ ຫຼື ແຖບກັນຫ້ຽນດ້ານຫຼັງອາດຈະເຮັດໃຫ້ແຂນຍົກເສຍຫາຍໄດ້.

ການຕິດຕັ້ງຊຸດດ້າມຍົກ (ເປັນທາງເລືອກ)

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຊຸດດ້າມຍົກ (ບໍ່ລວມມາ​ນຳ)1

ເມື່ອຕັດໃນຄວາມສູງຂອງການຕັດສູງ​ຂຶ້ນ, ຕິດຕັ້ງຊຸດດ້າມຍົກ.

  1. ຍົກໜ່ວຍຕັດ​ຂຶ້ນຈົນສຸດ.

  2. ຊຊອກຫາຕົວຍຶດກອບຂ້າງເທິງໜ່ວຍຕັດໃຈ​ກາງ (ຮູບສະແດງ 30).

  3. ໃນຂະນະທີ່ກົດປຸ່ມລົງຂອງລູກກິ້ງໜ້າຂອງໜ່ວຍຕັດໃຈ​ກາງ, ກຳນົດວ່າຮູໃດທີ່ຕິດຢູ່ໃນຕົວຍຶດປາຍແຫຼມສອດຄ່ອງກັບຮູຕົວຍຶດກອບເພື່ອໃຫ້​ໄດ້​ການ​ສຳ​ຜັດກັບລູກກິ້ງດຽວກັນເມື່ອຕົວຍຶດປາຍແຫຼມຖືກຕິດຕັ້ງ (ຮູບສະແດງ 30).

    g016925
  4. ປ່ອຍໜ່ວຍຕັດຕ່ຳລົງ ແລະ ຕິດຕົວຍຶດປາຍແຫຼມກັບກອບດ້ວຍນັອດສະ​ຫຼັກກຽວ 2 ໜ່ວຍ ແລະ ນັອດແມ່ 2 ໜ່ວຍທີ່ມາ​ພ້ອມກັບຊຸດ (ຮູບສະແດງ 30).

ການໃຊ້ສະ​ຫຼາກ CE

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສະຫຼາກຄຳເຕືອນ (121-3598)1
ສະຫຼາກ CE1
ສະຫຼາກບອກປີຜະລິດ1

ຢູ່ໃນເຄື່ອງຈັກທີ່ຕ້ອງມີການປະຕິບັດຕາມ CE, ໃຫ້ນຳໃຊ້ສະຫຼາກປີທີ່ຜະລິດອອກ (ເລກອາໄຫຼ່: 133-5615) ໃກ້ກັບແຜ່ນເລກລຳດັບ, ສະຫຼາກ CE (ເລກອາໄຫຼ່: 93-7252) ໃກ້ກັບລັອກຝາກະໂປ່ງ, ແລະ ສະຫຼາກແຈ້ງເຕືອນ CE (ເລກອາໄຫຼ່: 121-3598) ເທິງສະລາກແຈ້ງເຕືອນມາດຕະຖານ (ເລກອາໄຫຼ່: 121-3628).

ພາບລວມຂອງຜະລິດຕະພັນ

g008887

ແປ້ນຂັບເຄື່ອນ

ກົດແປ້ນຂັບເຄື່ອນໄປໜ້າ (ຮູບສະແດງ 31) ເພື່ອໄປທາງຫນ້າ. ກົດແປ້ນຂັບເຄື່ອນຖອຍຫຼັງ (ຮູບສະແດງ 31) ເພື່ອໄປທາງຫຼັງ ຫຼື ຊ່ວຍໃນການຢຸດໃນເວລາທີ່ເຄື່ອນໄປຂ້າງໜ້າ. ພ້ອມກັນນັ້ນ, ອະນຸຍາດໃຫ້ແປ້ນຢຽບຍ້າຍມັນ ຫຼື ຍ້າຍມັນໄປຕຳແໜ່ງ ເກຍຫວ່າງ ເພື່ອຢຸດເຄື່ອງຈັກ.

ຄັນເລື່ອນຕັດຫຍ້າ/ຂົນສົ່ງ

ໃຊ້ສົ້ນຂອງທ່ານ, ຍ້າຍຄັນເລື່ອນຕັດຫຍ້າ/ຂົນສົ່ງ (ຮູບສະແດງ 31) ໄປທາງຊ້າຍເພື່ອຂົນສົ່ງ ແລະ ໄປທາງຂວາເພື່ອຕັດຫຍ້າ. ຫນ່ວຍຕັດແມ່ນປະຕິບັດງານພຽງແຕ່ຢູ່ໃນຕໍາແຫນ່ງຕັດຫຍ້າເທົ່ານັ້ນ.

Important: ຄວາມໄວຕັດຫຍ້າໄດ້ຖືກກຳນົດຢູ່ທີ່ໂຮງງານເຖິງ 9.7 ກມ/ຊມ (6 ໄມ/ຊມ). ມັນສາມາດເພີ່ມ​ຂຶ້ນ ຫຼື ຫຼຸດລົງໄດ້ໂດຍການປັບນັອດກຽວຢຸດຄວາມໄວ (ຮູບສະແດງ 32).

g336062

ຄັນໂຍກພວງມະໄລ

ດຶງຄັນໂຍກພວງມະໄລ (ຮູບສະແດງ 31) ກັບຄືນເພື່ອປັບພວງມາໄລໃຫ້ຢູ່ໃນຕຳແໜ່ງທີ່ຕ້ອງການ, ຫຼັງຈາກນັ້ນຍູ້ຄັນໂຍກໄປໜ້າເພື່ອຮັດໃຫ້ແໜ້ນ.

ຊ່ອງຕົວ​ຊີ້ບອກ

ຊ່ອງໃນຖານຜູ້ປະຕິບັດການ (ຮູບສະແດງ 31) ຊີ້ບອກເວລາທີ່ໜ່ວຍຕັດຢູ່ໃນຕຳແໜ່ງສູນກາງ.

ຕົວຊີ້ບອກມູມ

ຕົວຊີ້ບອກມູມ (ຮູບສະແດງ 31) ສະແດງໃຫ້ເຫັນມູມຕົກດ້ານຂ້າງຂອງເຄື່ອງຈັກເປັນອົງສາ.

ປຸ່ມຕິດຈັກ

ປຸ່ມຕິດຈັກ (ຮູບສະແດງ 33), ເຊິ່ງໃຊ້ໃນການຕິດຈັກ, ມອດ ແລະ ອຸ່ນເຄື່ອງຈັກມີ 3 ຕຳແໜ່ງຄື: ປິດ, ເປີດ/ອຸ່ນ, ແລະ ຕິດ​ຈັກ. ບິດກະ​ແຈໄປຫາຕຳແໜ່ງ ເປີດ/ອຸ່ນ ຈົນກ່ວາແສງໄຟຕົວຊີ້ບອກຫົວ​ທຽນດັບ (ປະມານ 7 ວິນາທີ); ຫຼັງຈາກນັ້ນບິດກະແຈໄປທີ່ຕຳແໜ່ງ ສະຕາດ ເພື່ອໃຫ້ມໍເຕີ​ຕິດ​ຈັກເລີ່ມຕົ້ນ. ຖອອອດກະ​ແຈອອກເມື່ອຈັກຕິດແລ້ວ. ກຸນແຈຍ້າຍອັດຕະໂນມັດໄປທີ່ຕຳແໜ່ງ ເປີດ/ແລ່ນໂດຍ​ອັດ​ຕະ​ໂນ​ມັດ. ເພື່ອມອດຈັກ, ບິດກະແຈໄປທີ່ຕຳແໜ່ງ ປິດ ແລະ ຖອດກະ​ແຈອອກຈາກປຸ່ມເພື່ອປ້ອງກັນການຕິດ​ຈັກ​ໂດຍ​ບັງ​ເອີນ.

g191213

ຄັນເລັ່ງ

ຍ້າຍຄັນເລັ່ງ (ຮູບສະແດງ 33) ໄປຂ້າງໜ້າເພື່ອເພີ່ມຄວາມໄວຂອງເຄື່ອງຈັກ ແລະ ໄປດ້ານຫລັງເພື່ອຫຼຸດຜ່ອນຄວາມໄວຂອງເຄື່ອງຈັກ.

ປຸ່ມຂັບເຄື່ອນໜ່ວຍຕັດ

ປຸ່ມຂັບເຄື່ອນໜ່ວຍຕັດ (ຮູບສະແດງ 33) ມີ 2 ຕຳແໜ່ງ: ເປີດໃຊ້ ແລະ ປິດໃຊ້. ປຸ່ມ​ຕົວ​ຮອງ​ໃຊ້​ງານວາວຂົດ​ລວດຢູ່ເທິງຫ້ອງວາວເພື່ອຂັບໜ່ວຍຕັດ.

ເຄື່ອງວັດ​ແທກຊົ່ວໂມງ

ມາດວັດຊົ່ວໂມງ (ຮູບສະແດງ 33) ສະແດງເຖິງຊົ່ວໂມງທັງໝົດຂອງການເຮັດວຽກຂອງເຄື່ອງຈັກ. ມາດວັດຊົ່ວໂມງເລີ່ມເຮັດວຽກທຸກຄັ້ງທີ່ປຸ່ມກະ​ແຈເປີດ.

ຄັນເກຍໜ່ວຍຕັດ

ເພື່ອປ່ອຍໜ່ວຍຕັດຕ່ຳລົງສູ່ພື້ນດິນ, ຍ້າຍຄັນເກຍໜ່ວຍຕັດ (ຮູບສະແດງ 33) ໄປໜ້າ. ໜ່ວຍຕັດບໍ່ໄດ້ຕ່ຳລົງ, ເວັ້ນເສຍແຕ່ວ່າເຄື່ອງຈັກກໍາລັງແລ່ນ ແລະ ພວກມັນບໍ່ປະຕິບັດງານຢູ່ໃນຕໍາແຫນ່ງທີ່ຍົກຂຶ້ນມາ. ເພື່ອຍົກໜ່ວຍຕັດ, ດຶງຄັນໂຍກໄປທາງຫຼັງໄປຫາຕຳແໜ່ງ ຍົກ.

ຍ້າຍຄັນໂຍກໄປທາງຂວາ ຫຼື ຊ້າຍເພື່ອຍ້າຍໜ່ວຍຕັດໃນທິດທາງດຽວກັນ. ນີ້ຄວນຈະເຮັດພຽງ​ແຕ່ໃນເວລາທີ່ຫນ່ວຍຕັດຖືກຍົກຂຶ້ນເທົ່າ​ນັ້ນ ຫຼື ຖ້າຫາກວ່າພວກມັນຢູ່ເທິງພື້ນ ແລະ ເຄື່ອງຈັກກຳລັງເຄື່ອນໄຫວ (ລຸ້ນ 03171 ເທົ່ານັ້ນ).

Note: ຄັນໂຍກບໍ່ຈຳເປັນຕ້ອງຖືກຈັດຢູ່ໃນຕຳແໜ່ງໄປໜ້າໃນຂະນະທີ່ໜ່ວຍຕັດກຳ​ລັງຖືກປ່ອຍຕ່ຳລົງ.

ອັນຕະລາຍ

ການເຄື່ອນຍ້າຍໜ່ວຍຕັດລົງຄ້ອຍຫຼຸດຄວາມທ່ຽງຂອງເຄື່ອງຈັກ. ນີ້ອາດຈະເຮັດໃຫ້ເກີດການປີ້ນ, ເຊິ່ງອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ເສຍຊີວິດ.

ປ່ຽນເກຍໜ່ວຍຕັດ​ຂຶ້ນຄ້ອຍໃນຂະນະທີ່ຢູ່ຂ້າງເນີນພູ.

ໄຟເຕືອນອຸນຫະພູມສານ​ທຳ​ຄວາມ​ເຢັນເຄື່ອງຈັກ

ໄຟເຕືອນອຸນຫະພູມ (ຮູບສະແດງ 33) ຈະສະຫວ່າງ, ຖ້າອຸນຫະພູມສານ​ທຳ​ຄວາມເຢັນເຄື່ອງຈັກສູງ. ຖ້າທ່ານບໍ່ຢຸດໜ່ວຍຂັບເຄື່ອນ ແລະ ອຸນຫະພູມສານ​ທຳ​ຄວາມເຢັນສູງ​ຂຶ້ນອີກ 5.5 ອົງສາ (10°F), ເຄື່ອງຈັກຈະມອດ.

ໄຟເຕືອນແຮງດັນນໍ້າມັນ

ໄຟເຕືອນແຮງດັນນໍ້າມັນ (ຮູບສະແດງ 33) ສະຫວ່າງ, ຖ້າຄວາມດັນຂອງນ້ຳມັນເຄື່ອງຈັກຫຼຸດລົງຕໍ່າກວ່າລະດັບທີ່ປອດໄພ.

ໄຟໄດ​ປັ່ນໄຟ

ໄຟໄດ​ປັ່ນໄຟ (ຮູບສະແດງ 33) ຄວນຈະ​ມອດໃນເວລາທີ່ເຄື່ອງຈັກກຳລັງແລ່ນຢູ່. ຖ້າເປີດຢູ່, ໃຫ້ກວດເບິ່ງ ແລະ ສ້ອມແປງລະບົບສາກໄຟຕາມທີ່​ຈຳ​ເປັນ.

ຕົວ​ຊີ້ບອກສະຖານະຫົວ​ທຽນ

ຕົວ​ຊີ້ບອກສະຖານະຫົວ​ທຽນ (ຮູບສະແດງ 33) ສະຫວ່າງເມື່ອຫົວ​ທຽນກຳ​ລັງ​ເຮັດ​ວຽກ.

ເບຣກມື

ທຸກຄັ້ງທີ່ເຄື່ອງຈັກມອດ, ໃສ່ເບ​ຣກມື (ຮູບສະແດງ 33) ເພື່ອປ້ອງກັນການເຄື່ອນໄຫວຂອງເຄື່ອງຈັກໂດຍບັງເອີນ. ເພື່ອໃສ່ເບ​ຣກມື, ດຶງຄັນໂຍກ. ເຄື່ອງຈັກມອດ, ຖ້າທ່ານກົດແປ້ນຂັບເຄື່ອນທີ່ໃສ່ເບ​ຣກມືໄວ້.

ລັອກຄັນໂຍກຍົກ

ຍ້າຍລັອກຄັນໂຍກຍົກ (ຮູບສະແດງ 33) ໄປດ້ານຫຼັງເພື່ອປ້ອງກັນບໍ່ໃຫ້ໜ່ວຍຕັດລຸດລົງ.

ການຄວບຄຸມຄວາມໄວກຽວ

ການຄວບຄຸມຄວາມໄວກຽວແມ່ນຕັ້ງຢູ່ພາຍໃຕ້ຝາປິດແຜງຄວບຄຸມ (ຮູບສະແດງ 34). ເພື່ອໃຫ້ໄດ້ອັດຕາການ​ໜີບທີ່ຕ້ອງການ (ຄວາມໄວກຽວ), ໝູນປຸ່ມຄວບຄຸມຄວາມໄວກຽວໃຫ້ຖືກກັບລະດັບຄວາມສູງຕັດທີ່ເໝາະສົມ ແລະ ຄວາມໄວຂອງເຄື່ອງຕັດຫຍ້າ. ໃຫ້​ເບິ່ງ ອັດຕາສ່ວນການ​ໜີບ (ຄວາມໄວກຽວ).

g011168

ການຄວບຄຸມການໝູນກັບ

ການຄວບຄຸມການໝູນກັບແມ່ນຕັ້ງຢູ່ພາຍໃຕ້ຝາປິດແຜງຄວບຄຸມ (ຮູບສະແດງ 34). ໝູນລູກບິດໄປຫາ R ສຳລັບການໝູນກັບ ແລະ ໄປຫາ F ສຳລັບຕັດຫຍ້າ. ຢ່າປ່ຽນຕຳແໜ່ງລູກບິດໃນຂະນະທີ່ກຽວກຳລັງໝູນ.

ມາດວັດນໍ້າມັນເຊື້ອໄຟ

ມາດວັດນໍ້າມັນເຊື້ອໄຟ (ຮູບສະແດງ 35) ບັນທຶກປະລິມານນໍ້າມັນເຊື້ອໄຟໃນຖັງ.

g008890

ຄັນໂຍກດັດປັບບ່ອນນັ່ງ

ຍ້າຍຄັນໂຍກ (ຮູບສະແດງ 35) ຢູ່ດ້ານຂ້າງຂອງບ່ອນນັ່ງຂ້າງນອກ, ເລື່ອນບ່ອນນັ່ງໄປບ່ອນທີ່ຕ້ອງການ ແລະ ປ່ອຍຄັນໂຍກເພື່ອລັອກບ່ອນນັ່ງໃຫ້ຢູ່ໃນຕໍາແໜ່ງ.

Note: ຂໍ້ກຳ​ນົດ​ສະ​ເພາະ ແລະ ການອອກແບບແມ່ນມີການປ່ຽນແປງໂດຍບໍ່ຕ້ອງແຈ້ງ.

ຄວາມກວ້າງຂົນສົ່ງ203 ຊມ (80 ນິ້ວ) ໃນ 183 ຊມ (72 ນິ້ວ) ຄວາມກວ້າງຂອງການຕັດ234 ຊມ (92 ນິ້ວ) ໃນ 216 ຊມ (85 ນິ້ວ) ຄວາມກວ້າງການຕັດ
ຄວາມກວ້າງການຕັດ183 ຊມ (72 ນິ້ວ) ຫຼື 216 ຊມ (85 ນິ້ວ)
ລວງຍາວ248 ຊມ (93 ນິ້ວ)
ລວງສູງ193 ຊມ (76 ນິ້ວ) ພ້ອມກັບ ROPS
ນ້ຳໜັກສຸດທິ*844 ກ​ລ (1,860 ປອນ)
ຄວາມຈຸຖັງນ້ຳມັນ28 ລິດ (7.5 ແກນລອນສະຫະລັດ).
ຄວາມໄວພື້ນດິນຕັດ​ຫຍ້າ: 0 ຫາ 10 ກມ/ຊມ (0 ຫາ 6 ໄມ​ຕໍ່​ຊົ່ວ​ໂມງ); ການ​ຂົນ​ສົ່ງ: 0 ຫາ 14 ກມ/ຊມ (0 ຫາ 9 ໄມ​ຕໍ່​ຊົ່ວ​ໂມງ). ຖອຍຫຼັງ: 0 ຫາ 6 ກມ/ຊມ (0 ເຖິງ 4 ໄມຕໍ່ຊົ່ວ​ໂມງ)
*ພ້ອມກັບໜ່ວຍຕັດ ແລະ ຂອງ​ແຫຼວ

ສິ່ງທີ່ຕິດມານຳ/ອຸປະກອນເສີມ

ການຄັດເລືອກສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ໄດ້ຮັບການອະ​ນຸ​ມັດຈາກ Toro ແມ່ນມີໃຫ້ໃຊ້ກັບເຄື່ອງຈັກເພື່ອຍົກ​ລະ​ດັບ ແລະ ຂະຫຍາຍຄວາມສາມາດຂອງມັນ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຕົວແທນຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດ ຫຼື ເຂົ້າໄປທີ່ www.Toro.com ສຳລັບລາຍຊື່ສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ຖືກອະນຸມັດທັງໝົດ.

ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ ແລະ ການຢັ້ງຢືນຄວາມປອດໄພຂອງເຄື່ອງຈັກຢ່າງຕໍ່ເນື່ອງ, ໃຫ້ນຳໃຊ້ແຕ່ອາໄຫຼ່ ແລະ ອຸປະກອນປ່ຽນຖ່າຍຂອງ Toro ເທົ່ານັ້ນ. ອາໄຫຼ່ປ່ຽນ​ຖ່າຍ ແລະ ອຸປະກອນເສີມທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ, ແລະ ການນຳໃຊ້ດັ່ງກ່າວອາດເຮັດໃຫ້ການຄ້ຳປະກັນຂອງສິນຄ້າເປັນໂມຄະ.

ການປະຕິບັດງານ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

ກ່ອນການປະຕິບັດງານ

ຄວາມປອດໄພກ່ອນການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ຢ່າປ່ອຍໃຫ້ເດັກນ້ອຍ ຫຼື ຄົນທີ່ບໍ່ໄດ້ຮັບການຝຶກອົບຮົມເຮັດວຽກ ຫຼື ບຳ​ລຸງ​ຮັກ​ສາເຄື່ອງຈັກ. ລະບຽບການໃນທ້ອງຖິ່ນອາດຈະຈຳກັດອາຍຸຂອງຜູ້ປະຕິບັດການ. ເຈົ້າຂອງມີ​ຄວາມຮັບຜິດຊອບໃນການຝຶກອົບຮົມຜູ້ປະຕິບັດການ ແລະ ຊ່າງກົນຈັກທັງໝົດ.

  • ມີຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງອຸປະກອນ, ການຄວບຄຸມຜູ້ປະຕິບັດການ ແລະ ປ້າຍສັນຍານຄວາມປອດໄພ.

  • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

    • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    • ປົດ ແລະ ປ່ອຍໜ່ວຍຕັດຕ່ຳລົງ.

    • ໃສ່​ເບ​ຣກມື.

    • ມອດຈັກ ແລະ ຖອດກະແຈ.

    • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

    • ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

  • ຮູ້ວິທີການຢຸດເຄື່ອງຈັກ ແລະ ມອດເຄື່ອງຈັກຢ່າງໄວວາ.

  • ຢ່າປະຕິບັດງານເຄື່ອງຈັກໂດຍບໍ່ມີການປົກປ້ອງທຸກຄົນ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢ່າງຖືກຕ້ອງໃນເຄື່ອງຈັກ.

  • ກ່ອນທີ່ຈະຕັດຫຍ້າ, ຕ້ອງກວດກາເຄື່ອງຈັກຢູ່ສະເໝີເພື່ອຮັບປະກັນວ່າໜ່ວຍຕັດຢູ່ໃນສະພາບການເຮັດວຽກທີ່ດີ.

  • ກວດກາບໍລິເວນທີ່ທ່ານຈະໃຊ້ເຄື່ອງຈັກ ແລະ ເອົາວັດຖຸທັງໝົດທີ່ເຄື່ອງຈັກສາມາດຈະ​ເຮັດ​ໃຫ້​ເກີດ​ການ​ຟົ້ງ​ຂຶ້ນໄດ້ນັ້ນ​ອອກ.

ຄວາມປອດໄພຂອງນໍ້າມັນເຊື້ອໄຟ

  • ໃຊ້ຄວາມລະມັດລະວັງທີ່ສຸດໃນການຈັດການກັບນໍ້າມັນເຊື້ອໄຟ. ມັນໄວໄຟ ແລະ ອາຍແກັສຂອງມັນແມ່ນສິ່ງລະເບີດໄດ້.

  • ມອດຢາສູບ, ຊິກາ, ບັ້ງສູບຢາ ແລະ ແຫຼ່ງອື່ນໆທີ່ສາມາດຈຸດໄຟໄດ້.

  • ໃຊ້ຖັງນໍ້າມັນເຊື້ອໄຟທີ່ອະນຸມັດໃຫ້ເທົ່ານັ້ນ.

  • ຢ່າເປີດຝາປິດນໍ້າມັນເຊື້ອໄຟ ຫຼື ເຕີມນໍ້າມັນເຊື້ອໄຟໃນຂະນະທີ່ເຄື່ອງຈັກກຳລັງແລ່ນ ຫຼື ຮ້ອນ.

  • ຢ່າເພີ່ມ ຫຼື ເທນ້ຳມັນເຊື້ອໄຟອອກ​ຢູ່ໃນບ່ອນທີ່ປິດ.

  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

  • ຖ້າທ່ານເຮັດນໍ້າມັນເຊື້ອໄຟກະເດັນ, ຢ່າພະຍາຍາມຕິດຈັກ; ຫຼີກລ່ຽງການສ້າງແຫຼ່ງທີ່ມາຂອງການຈຸດໄຟຈົນກວ່າອາຍນ້ຳມັນເຊື້ອໄຟລະ​ເຫີຍ​ໄປ​ໝົດ​ແລ້ວ.

ປະຕິບັດການບຳລຸງຮັກສາປະຈຳວັນ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດກາສາຍ​ແອວ​ນິລະໄພວ່າຫ້ຽນ, ຂາດ ແລະ ມີຄວາມເສຍຫາຍອື່ນໆບໍ່. ປ່ຽນ​ສາຍ​ແອວ​ນິ​ລະໄພ, ຖ້າສ່ວນປະກອບໃດໜຶ່ງບໍ່ເຮັດວຽກຢ່າງຖືກຕ້ອງ.
  • ກ່ອນທີ່ຈະເລີ່ມໃຊ້ເຄື່ອງຈັກໃນແຕ່ລະມື້, ໃຫ້ປະຕິບັດຕາມແຕ່ລະຂັ້ນຕອນການນຳໃຊ້/ປະຈຳວັນທີ່ລະບຸໄວ້ໃນ .

    ການກວດເບິ່ງລະບົບອິນເຕີລັອກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະບົບອິນເຕີລັອກ.
  • ຂໍ້ຄວນລະວັງ

    ຖ້າຫາກວ່າປຸ່ມ​ອິນ​ເຕີ​ລັອກຄວາມປອດໄພຖືກຕັດເຊື່ອມ​ຕໍ່ ຫຼື ເສຍຫາຍ, ເຄື່ອງຈັກສາມາດປະຕິບັດງານໄດ້ໂດຍບໍ່ຄາດຝັນ, ເຊິ່ງກໍ່ໃຫ້ເກີດການບາດເຈັບຕໍ່ບຸກຄົນໄດ້.

    • ຢ່າແຕະ​ຕ້ອງປຸ່ມອິນເຕີລັອກ.

    • ກວດເບິ່ງການປະຕິບັດງານຂອງປຸ່ມອິນເຕີລັອກທຸກໆມື້ ແລະ ປ່ຽນປຸ່ມທີ່ເສຍຫາຍກ່ອນທີ່ຈະໃຊ້​ງານເຄື່ອງຈັກ.

    1. ຮັບປະກັນວ່າຜູ້ທີ່ຢູ່ໃກ້ຄຽງຢູ່ຫ່າງໄກຈາກພື້ນທີ່ປະຕິບັດງານ ແລະ ຮັກສາມື ແລະ ຕີນຢູ່ຫ່າງຈາກໜ່ວຍຕັດ.

    2. ໃນຂະນະທີ່ນັ່ງຢູ່ເທິງຕັ່ງ, ເຄື່ອງຈັກ​ຕ້ອງ​ບໍ່ຕິດດ້ວຍປຸ່ມໜ່ວຍ ຕັດເປີດ​ຢູ່ ຫຼື ແປ້ນຂັບເຄື່ອນເປີດ​ຢູ່. ແກ້ໄຂບັນຫາ, ຖ້າມັນບໍ່ເຮັດວຽກໄດ້ຢ່າງຖືກຕ້ອງ.

    3. ໃນຂະນະທີ່ນັ່ງຢູ່ເທິງບ່ອນນັ່ງ, ໃຫ້ໃສ່ແປ້ນຂັບເຄື່ອນຢູ່ໃນເກຍຫວ່າງ, ປົດເບ​ຣກມື ແລະ ຕັ້ງປຸ່ມໜ່ວຍຕັດຢູ່ໃນຕຳແໜ່ງ ປິດ. ເຄື່ອງຈັກຄວນຕິດ. ຍົກ​ຂຶ້ນຈາກບ່ອນນັ່ງ ແລະ ກົດຄ່ອຍໆໃສ່ແປ້ນຂັບເຄື່ອນ ແລະ ເຄື່ອງຈັກຄວນຈະມອດໃນ 1 ຫາ 3 ວິນາທີ. ແກ້ໄຂບັນຫາ, ຖ້າມັນບໍ່ເຮັດວຽກໄດ້ຢ່າງຖືກຕ້ອງ.

    Note: ເຄື່ອງຈັກມີອຸປະກອນປຸ່ມອິນເຕີລັອກຕິດຢູ່ເທິງເບ​ຣກມື. ເຄື່ອງຈັກມອດ, ຖ້າທ່ານກົດແປ້ນຂັບເຄື່ອນພ້ອມກັບການໃສ່ເບ​ຣກມື.

    ການເຕີມນໍ້າມັນເຊື້ອໄຟ

    ໃຊ້ພຽງແຕ່ນໍ້າມັນກາຊວນສະອາດ, ສົດ ຫຼື ນໍ້າມັນກາ​ຊວນຊີວະພາບ​ເທົ່າ​ນັ້ນທີ່​ມີ​ປະ​ລິ​ມານ​ຊັ​ລ​ເຟີຕ່ຳ (<500 ppm) ຫຼື ຕໍ່າພິເສດ (<15 ppm). ອັດ​ຕາສານຊີເທນຕ່ຳສຸດຄວນຈະເປັນ 40. ຊື້ນໍ້າມັນເຊື້ອໄຟໃນປະລິມານທີ່ສາມາດນໍາໃຊ້ໄດ້ພາຍໃນ 180 ວັນເພື່ອຮັບປະກັນຄວາມສົດຂອງນໍ້າມັນເຊື້ອໄຟ.

    ຄວາມຈຸຂອງຖັງນໍ້າມັນເຊື້ອໄຟແມ່ນປະມານ 28 ລິດ (7.5 ແກນລອນສະຫະລັດ).

    ໃຊ້ນ້ຳມັນກາຊວນເກ​ຣດລະດູຮ້ອນ (ເບີ 2-D) ທີ່ອຸນຫະພູມສູງກວ່າ -7°C (20°F) ແລະ ເກ​ຣດລະດູໜາວ (ເບີ 1-D ຫຼື ເບີ 1-D/2-D ປະສົມ) ທີ່ຢູ່ຕ່ຳກວ່າອຸນຫະພູມນັ້ນ. ການນຳໃຊ້ນ້ຳມັນເຊື້ອໄຟເກ​ຣດລະດູໜາວໃນອຸນຫະພູມຕ່ຳເຮັດໃຫ້ມີຈຸດຂົ້ວໄຟຕ່ຳກວ່າ ແລະ ຄຸນລັກສະນະການໄຫຼເຢັນທີ່ຊ່ວຍຫຼຸດຜ່ອນການຕິດ​ຈັກ ແລະ ຫຼຸດຜ່ອນການອຸດຕັນໝໍ້ກອງເຊື້ອເພີງ.

    ການນຳໃຊ້ນ້ຳມັນເຊື້ອໄຟເກ​ຣດລະດູຮ້ອນສູງກວ່າ -7°C (20°F) ຊ່ວຍເຮັດໃຫ້ອາ​ຍຸ​ໃຊ້​ງານປ້ຳນ້ຳມັນເຊື້ອໄຟດົນຂຶ້ນ ແລະ ມີພະລັງງານເພີ່ມຂຶ້ນເມື່ອທຽບໃສ່ນ້ຳມັນເຊື້ອໄຟເກ​ຣດລະດູໜາວ.

    ນໍ້າມັນກາ​ຊວນຊີວະພາບພ້ອມໃຊ້

    ເຄື່ອງຈັກນີ້ຍັງສາມາດໃຊ້ນໍ້າມັນເຊື້ອໄຟທີ່ປະ​ສົມນ້ຳມັນກາຊວນຊີວະພາບໄດ້ເຖິງ B20 (ນໍ້າມັນເຊື້ອໄຟຊີວະພາບ 20%, ກາຊວນ 80%). ສັດສ່ວນນ້ຳມັນກາຊວນຄວນຈະແມ່ນຊັ​ລ​ເຟີຕ່ຳ ຫຼື ຕໍ່າພິເສດ. ປະ​ຕິ​ບັດ​ຕາມ​ຂໍ້ຄວນລະວັງຕໍ່ໄປນີ້:

    • ສັດສ່ວນນ້ຳມັນກາຊວນຊີວະພາບຂອງນໍ້າມັນເຊື້ອໄຟຕ້ອງຂໍ້​ກຳ​ນົດ​ຈຳເພາະ ASTM D6751 ຫຼື EN14214.

    • ສ່ວນປະກອບນໍ້າມັນເຊື້ອໄຟທີ່ປະສົມຄວນໄດ້​ຕາມ ASTM D975 ຫຼື EN590.

    • ພື້ນຜິວທີ່ທາສີແລ້ວອາດຈະເສຍ​ຫາຍ​ໄດ້ໂດຍການຜະສົມນ້ຳມັນກາຊວນຊີວະພາບ.

    • ໃຊ້ B5 (ປະ​ລິ​ມານຂອງນ້ຳມັນກາຊວນຊີວະພາບ 5%) ຫຼື ປະສົມໜ້ອຍລົງໃນອາກາດເຢັນ.

    • ຕິດຕາມການກັນຊຶມ, ທໍ່ຢາງ, ແຫວນທີ່ສຳຜັດກັບນໍ້າມັນເຊື້ອໄຟຍ້ອນວ່າມັນອາດຈະຊຸດໂຊມຕາມການເວລາ.

    • ການ​ອຸດ​ຕັນ​ຂອງໝໍ້ກອງນໍ້າມັນເຊື້ອໄຟອາດຈະຖືກຄາດຫວັງໄວ້ເປັນໄລຍະໜຶ່ງຫຼັງຈາກທີ່ປ່ຽນໄປໃຊ້ການປະສົມນໍ້າມັນກາຊວນຊີວະພາບ.

    • ຕິດຕໍ່ຜູ້ຈຳ​ໜ່າຍສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບນໍ້າມັນປະ​ສົມກາຊວນຊີວະພາບ.

    1. ຈອດເຄື່ອງຢູ່ໃນພື້ນຜິວ​ພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ໃສ່​ເບ​ຣກມື, ມອດຈັກ ແລະ ຖອດກະແຈອອກ.

    2. ທຳຄວາມສະອາດອ້ອມຮອບຝາປິດຖັງນ້ຳມັນເຊື້ອໄຟ (ຮູບສະແດງ 36).

      g191214
    3. ເອົາຝາປິດຖັງນໍ້າມັນເຊື້ອໄຟອອກ.

    4. ຕື່ມນ້ຳ​ມັນ​ໃສ່ຖັງທີ່ດ້ານລຸ່ມຂອງຄໍເຄື່ອງເຕີມນ້ຳມັນ.

      Note: ຢ່າ​ໃສ່ນໍ້າມັນເຊື້ອໄຟຈົນລົ້ນຖັງ.

    5. ອັດຝາປິດຄືນ.

    6. ເຊັດນ້ຳມັນເຊື້ອໄຟທີ່ຟົ້ງອອກ.

    ໃນລະຫວ່າງການປະຕິບັດງານ

    ຄວາມປອດໄພໃນລະຫວ່າງການປະຕິບັດງານ

    ຄວາມປອດໄພທົ່ວໄປ

    • ເຈົ້າຂອງ/ຜູ້ປະຕິບັດງານສາມາດປ້ອງກັນ ແລະ ມີຄວາມຮັບຜິດຊອບຕໍ່ອຸບັດຕິເຫດທີ່ອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ຄວາມເສຍຫາຍທາງຊັບສິນ.

    • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງການປ້ອງກັນຕາ; ໂສ້ງຂາຍາວ; ເກີບກັນມື່ນ ແລະ ເຄື່ອງ​ປ້ອງ​ກັນ​ສຽງ. ມັດຜົມຍາວໄວ້​ດ້ານ​ຫຼັງ ແລະ ຢ່າໃສ່ເຄື່ອງນຸ່ງ ຫຼື ເຄື່ອງປະດັບຫຼວມໆ.

    • ຢ່າໃຊ້ເຄື່ອງຈັກໃນຂະນະທີ່ບໍ່​ສະ​ບາຍ, ອິດເມື່ອຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງສິ່ງ​ມຶນ​ເມົາ ຫຼື ສິ່ງເສບຕິດ.

    • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ປະຕິບັດງານກັບເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

    • ກ່ອນທີ່ທ່ານຈະຕິດຈັກ, ຮັບປະກັນວ່າເປັນເກຍຫວ່າງ, ໃສ່ເບ​ຣກມືໄວ້ຢູ່ ແລະ ທ່ານຢູ່ໃນຕຳແໜ່ງປະຕິບັດງານ.

    • ຢ່າໃຫ້ຜູ້ໂດຍສານ​ຂຶ້ນເທິງເຄື່ອງຈັກ ແລະ ກັນຜູ້ຢູ່ໃກ້ຄຽງ ແລະ ເດັກອອກຈາກພື້ນທີ່ປະຕິບັດງານ.

    • ນຳ​ໃຊ້ເຄື່ອງຈັກພຽງແຕ່ບ່ອນທີ່ເບິ່ງເຫັນໄດ້ດີເພື່ອຫຼີກລ່ຽງຂຸມ ຫຼື ອັນຕະລາຍທີ່ເຊື່ອງຢູ່.

    • ຫຼີກລ່ຽງການຕັດຫຍ້າເທິງຫຍ້າປຽກ. ການຫຼຸດຜ່ອນການເຄື່ອນທີ່ອາດຈະເຮັດໃຫ້ເຄື່ອງຈັກໄຫຼໄປ.

    • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກໜ່ວຍຕັດ.

    • ເບິ່ງທາງຫຼັງ ແລະ ດ້ານລຸ່ມກ່ອນທີ່ຈະຖອຍເພື່ອໃຫ້ແນ່ໃຈວ່າເສັ້ນທາງປອດໄພ.

    • ໃຊ້ຄວາມລະມັດລະວັງໃນເວລາທີ່ເຂົ້າໄປໃນບໍລິເວນທີ່ເບິ່ງບໍ່ເຫັນ, ຟຸ່ມໄມ້, ຕົ້ນໄມ້ ຫຼື ວັດຖຸອື່ນໆທີ່ອາດເຮັດໃຫ້ທ່ານເບິ່ງບໍ່ເຫັນ.

    • ຢຸດໜ່ວຍຕັດທຸກຄັ້ງທີ່ທ່ານບໍ່ໄດ້ຕັດຫຍ້າ.

    • ຊ້າລົງ ແລະ ໃຊ້ຄວາມລະມັດລະວັງໃນເວລາທີ່ລ້ຽວ ແລະ ຂ້າມຖະໜົນ ແລະ ທາງຍ່າງທີ່​ຢູ່​ກັບເຄື່ອງຈັກ. ໃຫ້ຮ້ອງສະເໝີວ່າລະວັງລົດມາ.

    • ໃຊ້ງານເຄື່ອງຈັກຢູ່ໃນສະຖານທີ່ບ່ອນມີການລະບາຍອາກາດດີເທົ່ານັ້ນ. ທາດອາຍເສຍມີ​ສານຄາບອນມໍນັອກຊາຍທີ່ເປັນອັນຕະລາຍ, ຖ້າຫາຍໃຈເຂົ້າ.

    • ຢ່າປ່ອຍໃຫ້ເຄື່ອງຈັກແລ່ນໂດຍທີ່ບໍ່ມີຄົນຢູ່ນຳ.

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ປົດ ແລະ ປ່ອຍໜ່ວຍຕັດຕ່ຳລົງ.

      • ໃສ່​ເບ​ຣກມື.

      • ມອດຈັກ ແລະ ຖອດກະແຈ.

      • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

      • ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ນຳ​ໃຊ້ເຄື່ອງຈັກພຽງແຕ່ໃນເວລາທີ່ທ່ານເບິ່ງເຫັນດີເທົ່ານັ້ນ ແລະ ມີສະພາບອາກາດທີ່ເໝາະສົມ. ຢ່າໃຊ້ເຄື່ອງຈັກເມື່ອມີຄວາມສ່ຽງຕໍ່ການເກີດຟ້າຜ່າ.

    ຄວາມ​ປອດ​ໄພລະບົບປ້ອງກັນການປີ້ນ (ROPS)

    • ຢ່າເອົາສ່ວນປະກອບໃດໆຂອງ ROPS ອອກຈາກເຄື່ອງຈັກ.

    • ຮັບປະກັນວ່າໄດ້​ໃສ່ເຂັມຂັດນີລະໄພ ແລະ ທ່ານສາມາດປົດມັນອອກໄດ້ຢ່າງ​ໄວໃນເວລາສຸກເສີນ.

    • ຄວນໃສ່ສາຍ​ແອວ​ນິລະໄພຂອງທ່ານຢູ່ສະເໝີ.

    • ກວດເບິ່ງຢ່າງລະມັດລະວັງກ່ຽວກັບສິ່ງກີດຂວາງທາງ ແລະ ຢ່າສຳຜັດພວກມັນ.

    • ຮັກສາ ROPS ໃນສະພາບການດຳເນີນງານທີ່ປອດໄພ ໂດຍການກວດກາມັນຢ່າງລະອຽດເປັນແຕ່ລະໄລຍະສຳລັບຄວາມເສຍຫາຍ ແລະ ສືບ​ຕໍ່​ຮັດສິ່ງທີ່ຕິດມາໃຫ້ແໜ້ນທຸກຢ່າງ.

    • ປ່ຽນແທນສ່ວນປະກອບ ROPS ທີ່ເສຍຫາຍທັງໝົດ. ຢ່າສ້ອມແປງ ຫຼື ດັດແປງພວກມັນ.

    ຄວາມປອດໄພໃນທາງຄ້ອຍຊັນ

    • ທາງຄ້ອຍຊັນແມ່ນປັດໃຈຕົ້ນ​ຕໍທີ່ກ່ຽວຂ້ອງກັບການສູນເສຍການຄວບຄຸມ ແລະ ອຸບັດຕິເຫດໃນ​ການ​ພິກ​ປີ້ນ, ເຊິ່ງອາດຈະເຮັດໃຫ້ມີການບາດເຈັບສາ​ຫັດ ຫຼື ເສຍຊີວິດໄດ້. ທ່ານມີໜ້າທີ່ຮັບຜິດຊອບໃນການປະຕິບັດງານໃນທາງຄ້ອຍຊັນທີ່ປອດໄພ. ການໃຊ້ເຄື່ອງຈັກຢູ່ເທິງທາງຄ້ອຍຊັນໃດກໍ່ຕາມແມ່ນຕ້ອງມີຄວາມລະມັດລະວັງເປັນພິເສດ.

    • ປະເມີນສະພາບຂອງສະຖານທີ່ເພື່ອກຳນົດວ່າທາງຄ້ອຍຊັນມີຄວາມປອດໄພຕໍ່ການດຳເນີນງານຂອງເຄື່ອງຈັກບໍ່, ລວມທັງການສຳຫຼວດເບິ່ງສະຖານທີ່. ໃຊ້​ສາ​ມາດ​ສຳ​ນຶກທົ່ວໄປ ແລະ ການຕັດສິນໃຈທີ່ດີ​ຢູ່​ສະ​ເໝີໃນເວລາທີ່ດຳເນີນການສຳຫຼວດເບິ່ງນີ້.

    • ກວດກາຄືນຄຳແນະນຳກ່ຽວກັບທາງຄ້ອຍຊັນທີ່ລະບຸໄວ້ຂ້າງລຸ່ມສຳລັບການປະຕິບັດງານຂອງເຄື່ອງຈັກຢູ່ເທິງທາງຄ້ອຍຊັນ. ກ່ອນທີ່ທ່ານຈະໃຊ້​ງານເຄື່ອງຈັກ, ກວດກາສະພາບຂອງສະຖານທີ່ເພື່ອກຳນົດວ່າທ່ານສາມາດໃຊ້ງານເຄື່ອງຈັກໄດ້ໃນເງື່ອນໄຂໃນມື້ນັ້ນ ແລະ ຢູ່ບ່ອນນັ້ນ. ການປ່ຽນແປງຂອງພູມສັນຖານສາມາດສົ່ງຜົນໃຫ້ມີການປ່ຽນແປງໃນການປະຕິບັດງານໃນທາງຄ້ອຍຊັນສຳລັບເຄື່ອງຈັກ.

      • ຫຼີກລ່ຽງການຕິດ​ຈັກ, ມອດ​ຈັກ ຫຼື ລ້ຽວເຄື່ອງຈັກຕາມທາງຄ້ອຍຊັນ. ຫຼີກລ່ຽງການປ່ຽນແປງຄວາມໄວ ຫຼື ທິດທາງຢ່າງກະທັນຫັນ. ໃຫ້ລ້ຽວຊ້າໆ ແລະ ຄ່ອຍໆ.

      • ຢ່າໃຊ້ງານເຄື່ອງຈັກພາຍໃຕ້ສະພາບການທີ່ການເຄື່ອນທີ່, ລ້ຽວ ຫຼື ມີ​ຄວາມ​ສົງ​ໄສ​ໃນ​ຄວາມ​ທ່ຽງ.

      • ກຳ​ຈັດ ຫຼື ໃສ່ເຄື່ອງໝາຍສິ່ງ​ກີດ​ຂວາງຕ່າງໆເຊັ່ນ: ຮ່ອງ, ຂຸມ, ຮອຍແຕກ, ກ້ອນຫີນ ຫຼື ອັນຕະລາຍອື່ນໆທີ່ເຊື່ອງໄວ້. ຫຍ້າທີ່ສູງສາມາດປິດ​ບັງສິ່ງກີດຂວາງຕ່າງໆໄດ້. ພູມສັນຖານທີ່ບໍ່ລຽບສາມາດເຮັດ​ໃຫ້ເຄື່ອງຈັກປີ້ນໄດ້.

      • ລະວັງວ່າການເຮັດວຽກຂອງເຄື່ອງຈັກໃນຫຍ້າທີ່ຊຸ່ມ, ຂ້າມທາງຄ້ອຍຊັນ ຫຼື ທາງລົງພູອາດຈະເຮັດໃຫ້ເຄື່ອງຈັກສູນເສຍການຄວບຄຸມ.

      • ໃຊ້ຄວາມລະມັດລະວັງທີ່ສຸດໃນເວລາທີ່ໃຊ້ງານເຄື່ອງຈັກຢູ່ໃກ້ຈຸດຕົກ, ຄອງນ້ຳ, ຄັນຄູ, ຄວາມອັນຕະລາຍທາງນໍ້າ ຫຼື ອັນຕະລາຍອື່ນໆ. ເຄື່ອງຈັກດັ່ງກ່າວສາມາດກິ້ງໄດ້ຢ່າງກະທັນຫັນ, ຖ້າຫາກວ່າລໍ້ແລ່ນຂ້າມຂອບ ຫຼື ຂອບຕົກ​ເຂົ້າໃນ. ສ້າງໃຫ້​ມີພື້ນທີ່ປອດໄພລະຫວ່າງເຄື່ອງຈັກ ແລະ ອັນຕະລາຍ.

      • ລະ​ບຸຄວາມອັນຕະລາຍຢູ່ທີ່ຖານຂອງທາງຄ້ອຍຊັນ. ຖ້າວ່າມີອັນຕະລາຍ, ໃຫ້ຕັດຫຍ້າຢູ່ທາງຄ້ອຍຊັນດ້ວຍເຄື່ອງຈັກ​ທີ່​ໃຊ້ຄົນຍ່າງຄວບ​ຄຸມ.

      • ຖ້າເປັນໄປໄດ້, ໃຫ້ປ່ອຍໜ່ວຍຕັດຕ່ຳລົງຢູ່ພື້ນດິນໃນຂະນະທີ່ປະຕິບັດຢູ່ຕາມທາງຄ້ອຍຊັນ. ການຍົກຫນ່ວຍຕັດຂຶ້ນໃນຂະນະທີ່ປະຕິບັດງານຕາມທາງຄ້ອຍຊັນສາມາດເຮັດໃຫ້ເຄື່ອງຈັກບໍ່ສະຖຽນ.

    ເຄື່ອງຕັດຫຍ້າແບບສາມລໍ້ນີ້ມີລະບົບຂັບຂີ່ທີ່ເປັນເອກະລັກ ສຳລັບການຂັບເຄື່ອນທີ່ດີເລີດເທິງເປີ້ນ​ພູ. ລໍ້ຂຶ້ນຄ້ອຍບໍ່ໄດ້ປິ່ນອອກ ແລະ ຈຳກັດການຂັບເຄື່ອນຄືກັບເຄື່ອງຈັກລົດສາມລໍ້ທົ່ວໆໄປ. ຖ້າທ່ານປະຕິບັດເຄື່ອງຢູ່ເທິງເນີນພູທີ່ມີຄວາມສູງຊັນເກີນໄປ, ການປີ້ນຈະເກີດຂື້ນກ່ອນທີ່ຈະສູນເສຍການຂັບເຄື່ອນ.

    • ໃນເວລາທີ່ເປັນໄປໄດ້, ໃຫ້ຕັດຫຍ້າຂຶ້ນ ແລະ ລົງພູຫຼາຍກ່ວາໄປທາງຂວາງ.

    • ຢູ່ເນີນພູດ້ານຂ້າງ, ປ່ຽນໜ່ວຍຕັດ​ຂຶ້ນເນີນພູ (ຖ້າມີ).

    • ຖ້າຫາກຢາງສູນເສຍການຂັບເຄື່ອນ, ປິດໃຊ້ໃບມີດ ແລະ ດຳເນີນການຊ້າໆລົງໄປຕາມຄ້ອຍຊັນ.

    • ຖ້າທ່ານຕ້ອງລ້ຽວ, ລ້ຽວຊ້າໆ ແລະ ຄ່ອຍໆລົງເນີນໄປ, ຖ້າເປັນໄປໄດ້.

    ການຕິດຈັກ.

    ທ່ານອາດຈະຈຳເປັນຕ້ອງລະບາຍລະບົບນ້ຳມັນ, ຖ້າມີສະພາບການຕໍ່ໄປນີ້ເກີດ​ຂຶ້ນ; ໃຫ້​ເບິ່ງ ການລະບາຍລະບົບນໍ້າມັນເຊື້ອໄຟ:

    • ມັນແມ່ນການເລີ່ມຕົ້ນຂອງເຄື່ອງຈັກໃໝ່.

    • ເຄື່ອງຈັກຢຸດແລ່ນຍ້ອນຂາດນໍ້າມັນເຊື້ອໄຟ.

    • ການບໍາລຸງຮັກສາໄດ້ປະຕິບັດຕາມສ່ວນປະກອບຂອງລະບົບນໍ້າມັນເຊື້ອໄຟ; ຕົວຢ່າງ: ການປ່ຽນໝໍ້ກອງ ແລະ ອື່ນໆ.

    1. ຮັບປະກັນວ່າໄດ້ໃສ່ເບຣກມື ແລະ ສະວິດຂັບເຄື່ອນກຽວໃນຕຳແໜ່ງ ປິດໃຊ້.

    2. ເອົາຕີນຂອງທ່ານອອກຈາກແປ້ນຂັບເຄື່ອນ ແລະ ຮັບປະກັນວ່າ ແປ້ນ ຢູ່ໃນຕໍາແໜ່ງເກຍຫວ່າງ.

    3. ເຄື່ອນຄັນເລັ່ງໄປທີ່ຕຳແໜ່ງຄັນ​ເລັ່ງ ½.

    4. ສຽບກະ​ແຈໃສ່​ປຸ່ມ ແລະ ບິດ​ມັນ​ໄປຫາຕຳແໜ່ງ ເປີດ/ອຸ່ນ ຈົນກ່ວາແສງໄຟຕົວຊີ້ບອກຫົວ​ທຽນດັບ (ປະມານ 7 ວິນາທີ); ຫຼັງຈາກນັ້ນບິດກະແຈໄປທີ່ຕຳແໜ່ງ ຕິດ​ຈັກ ເພື່ອໃຫ້ມໍເຕີ​ຕິດ​ຈັກເລີ່ມຕົ້ນ. ຖອອອດກະ​ແຈອອກເມື່ອຈັກຕິດແລ້ວ.

      Note: ກະ​ແຈບິດໄປທີ່ຕຳແໜ່ງເປີດ/ແລ່ນໂດຍ​ອັດ​ຕະ​ໂນ​ມັດ..

      Important: ເພື່ອປ້ອງກັນບໍ່ໃຫ້ມໍ​ເຕີ​ເຄື່ອງ​ຕິດ​ຈັກ​ມີຄວາມຮ້ອນເກີນໄປ, ຢ່າເປີດເຄື່ອງ​ຕິດ​ຈັກດົນກວ່າ 15 ວິນາທີ. ຫຼັງຈາກ 10 ວິນາທີຂອງການແກວ່ງຢ່າງຕໍ່ເນື່ອງ, ລໍຖ້າ 60 ວິນາທີກ່ອນທີ່ຈະເລີ່ມການຕິດມໍເຕີເຄື່ອງ​ຕິດ​ຈັກອີກຄັ້ງ.

    5. ໃນເວລາທີ່ເຄື່ອງຈັກຕິດເປັນຄັ້ງທຳອິດ ຫຼື ຫຼັງຈາກການປັບປ່ຽນເຄື່ອງຈັກ, ໃຫ້ດຳ​ເນີນ​ການ​ເຄື່ອນເຄື່ອງຈັກໄປໜ້າ ແລະ ກັບຫຼັງປະມານ 1 ຫາ 2 ນາທີ. ພ້ອມທັງນຳ​ໃຊ້ຄັກໂຍກຍົກ ແລະ ປຸ່ມຂັບເຄື່ອນໜ່ວຍຕັດເພື່ອຮັບປະກັນການເຮັດວຽກທີ່ເໝາະສົມຂອງທຸກພາກສ່ວນ.

      Note: ບິດພວງມະໄລໄປທາງຊ້າຍ ແລະ ຂວາເພື່ອກວດສອບການຕອບສະໜອງຂອງພວງມະໄລ, ຈາກນັ້ນໃຫ້ມອດຈັກ ແລະ ກວດເບິ່ງການຮົ່ວຂອງນ້ຳມັນ, ອາໄຫຼ່ທີ່ຫຼວມ ແລະ ອື່ນໆທີ່ມີຄວາມຜິດປົກກະຕິທີ່ສັງເກດເຫັນ.

      ຂໍ້ຄວນລະວັງ

      ການກວດເບິ່ງການຮົ່ວໄຫຼຂອງນ້ຳມັນ, ອາໄຫຼ່ທີ່ຫຼວມ ແລະ ຄວາມຜິດປົກກະຕິອື່ນໆສາ​ມາດເຮັດໃຫ້ເກີດການບາດເຈັບໄດ້.

      ມອດຈັກ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດກ່ອນທີ່ຈະກວດເບິ່ງການຮົ່ວໄຫຼຂອງນ້ຳມັນ, ອາໄຫຼ່ທີ່ຫຼວມ ແລະ ຄວາມ​ຜິດ​ປົກ​ກະ​ຕິອື່ນໆ.

    ການມອດຈັກ

    ເຄື່ອນ​ການ​ຄວບ​ຄຸມຄັນເລັ່ງໄປທີ່ຕຳແໜ່ງ ຫວ່າງ, ເຄື່ອນປຸ່ມຂັບເຄື່ອນກຽວໄປທີ່ ປິດໃຊ້ ແລະ ບິດ​ກະ​ແຈ​ເຄື່ອງ​ຕິດ​ຈັກໄປທີ່ ປິດ.

    Note: ຖອດກະ​ແຈອອກຈາກປຸ່ມເພື່ອປ້ອງກັນການຕິດຈັກໂດຍບັງເອີນ.

    ການລະບາຍລະບົບນໍ້າມັນເຊື້ອໄຟ

    1. ຈອດເຄື່ອງຈັກຢູ່ໃນລະດັບພື້ນດິນ, ປ່ອຍໜ່ວຍຕັດຕ່ຳລົງ, ມອດຈັກ, ໃສ່​ເບ​ຣກມື ແລະ ຖອດກະແຈອອກ​ຈາກ​ປຸ່ມ​ຕິດ​ຈັກ.

    2. ຮັບປະກັນວ່າຖັງນໍ້າມັນເຊື້ອໄຟຍັງມີນ້ຳ​ມັນຢູ່ຢ່າງໜ້ອຍເຄິ່ງໜຶ່ງ.

    3. ປົດສະ​ຫຼັກ ແລະ ຍົກຝາກະໂປ່ງ.

    4. ເປີດກຽວລະບາຍອາກາດເທິງປ້ຳຫົວສີດນ້ຳມັນເຊື້ອໄຟ (ຮູບສະແດງ 37).

      g008891
    5. ບິດກະແຈໃນປຸ່ມຕິດຈັກໄປທີ່ຕຳແໜ່ງ ເປີດ. ປ້ຳນ້ຳມັນໄຟຟ້າເລີ່ມຕົ້ນເຮັດ​ວຽກ, ດັ່ງນັ້ນຈິ່ງບັງຄັບໃຫ້ອາກາດອອກອ້ອມກຽວລະບາຍອາກາດ.

      Note: ປ່ອຍກະ​ແຈຢູ່ໃນຕໍາແໜ່ງ ເປີດ ຈົນກ່ວາຕົວນໍ້າມັນເຊື້ອໄຟເອງໄຫຼອອກຈາກກຽວລະບາຍ.

    6. ຫັນນັອດກຽວ ແລະ ບິດ​ກະ​ແຈເພື່ອປິດ.

    Note: ໂດຍປົກກະຕິແລ້ວເຄື່ອງຈັກຄວນຕິດຈັກຫຼັງຈາກປະຕິບັດຕາມຂັ້ນຕອນການລະບາຍຂ້າງເທິງ. ເຖິງຢ່າງໃດກໍ່ຕາມ, ຖ້າເຄື່ອງຈັກບໍ່ຕິດ, ອາກາດອາດຈະຍັງຢູ່ລະຫວ່າງປ້ຳຫົວສີດ ແລະ ຫົວສີດ; ໃຫ້​ເບິ່ງ ລະບາຍອາກາດຈາກຫົວສີດ.

    ການຕັດຫຍ້າດ້ວຍເຄື່ອງຈັກ

    1. ຍ້າຍເຄື່ອງຈັກໄປສະຖານທີ່ວຽກ ແລະ ຈັດລຽງເຄື່ອງຈັກນອກເຂດຕັດສຳລັບການຕັດຜ່ານຄັ້ງທຳອິດ.

    2. ຮັບປະກັນວ່າປຸ່ມຂັບເຄື່ອນໜ່ວຍຕັດໄດ້ຖືກດຶງຂື້ນ (ຕຳແໜ່ງ ປິດໃຊ້ງານ); ປຸ່ມຂັບເຄື່ອນໜ່ວຍຕັດ.

    3. ບິດຄັນເລັ່ງໄປທີ່ຕຳແໜ່ງ ໄວ, ໃຫ້​ເບິ່ງ ຄັນເລັ່ງ.

    4. ນຳໃຊ້ຄັນເກຍໜ່ວຍຕັດເພື່ອປ່ອຍໃຫ້ໜ່ວຍຕັດລົງສູ່ພື້ນ; ໃຫ້​ເບິ່ງ ຄັນເກຍໜ່ວຍຕັດ.

    5. ກົດປຸ່ມຂັບເຄື່ອນໜ່ວຍຕັດເພື່ອກະກຽມໜ່ວຍຕັດສຳລັບການປະຕິບັດງານ (ຕຳແໜ່ງ ເປີດໃຊ້ງານ).

    6. ນຳໃຊ້ຄັນເກຍໜ່ວຍຕັດເພື່ອຍົກໜ່ວຍຕັດຂຶ້ນຈາກພື້ນ.

    7. ເລີ່ມຕົ້ນເຄື່ອນຍ້າຍເຄື່ອງຈັກໄປໜ້າຫາເຂດຕັດ ແລະ ປ່ອຍໜ່ວຍຕັດຕ່ຳລົງ.

      Note: ໜ່ວຍຕັດແລ່ນ.

    8. ກ່ອນທີ່ຈະຮອດສະຖານທີ່ລ້ຽວອ້ອມ, ດຶງຄັນຍົກໜ່ວຍຕັດກັບຄືນພຽງແຕ່ໃຫ້ພຽງພໍທີ່ຈະຍົກໜ່ວຍຕັດຂຶ້ນ ແລະ ປ່ອຍຄັນບັງຄັບ.

      Important: ຢ່າຖືຄັນເກຍໜ່ວຍຕັດກັບຄືນໃນເວລາລ້ຽວ.

    9. ໃຫ້ລ້ຽວເປັນຮູບຢົດນ້ຳເພື່ອກັບຄືນມາໄວສຳລັບການຕັດຜ່ານແຖວຕໍ່ໄປ.

    ອັດຕາສ່ວນການ​ໜີບ (ຄວາມໄວກຽວ)

    ເພື່ອໃຫ້​ໄດ້ການຕັດທີ່ມີຄຸນນະພາບ ແລະ ເປັນເອກະພາບພາຍຫຼັງການເຫັນການຕັດ, ມັນເປັນສິ່ງສຳຄັນທີ່ຄວາມໄວກຽວກົງກັບຄວາມສູງ​ຂອງ​ການຕັດ.

    Important: ຖ້າຄວາມໄວກຽວຊ້າເກີນໄປ, ທ່ານອາດຈະສັງເກດເຫັນເຄື່ອງໝາຍການ​ໜີບທີ່ເຫັນໄດ້. ຖ້າຄວາມໄວກຽວໄວເກີນໄປ, ການຕັດອາດຈະມີລັກສະນະແປກໆ.

    ຕາຕະລາງເລືອກຄວາມໄວກຽວ

     ກຽວ 5 ໃບມີດກຽວ 8 ໃບມີດກຽວ 11 ໃບມີດ
    ຄວາມສູງຂອງການຕັດ8 ກມ/ຊມ(5 ໄມ/ຊມ)9.6 ກມ/ຊມ(6 ໄມ/ຊມ)8 ກມ/ຊມ(5 ໄມ/ຊມ)9.6 ກມ/ຊມ(6 ໄມ/ຊມ)8 ກມ/ຊມ(5 ໄມ/ຊມ)9.6 ກມ/ຊມ(6 ໄມ/ຊມ)
    63.5 ມມ2-½ ນິ້ວ333*3*
    60.3 ມມ2-⅜ ນິ້ວ343*3*
    57.2 ມມ2-¼ ນິ້ວ343*3*
    54.0 ມມ2-⅛ ນິ້ວ343*3*
    50.8 ມມ2 ນິ້ວ343*3*
    47.6 ມມ1-⅞ ນິ້ວ453*3*
    44.5 ມມ1-¾ ນິ້ວ453*3*
    41.3 ມມ1-⅝ ນິ້ວ563*3*
    38.1 ມມ1-½ ນິ້ວ5734
    34.9 ມມ1-⅜ ນິ້ວ5834
    31.8 ມມ1-¼ ນິ້ວ6944
    28.8 ມມ1-⅛ ນິ້ວ89*45
    25. ມມ1 ນິ້ວ99*56
    22.2 ມມ⅞ ນິ້ວ9*9*57
    19.1 ມມ¾ ນິ້ວ9*9*7967
    15.9 ມມ⅝ ນິ້ວ9*9*99*77
    12.7 ມມ½ ນິ້ວ9*9*99*88
    9.5 ມມ⅜ ນິ້ວ9*9*99*99

    * Toro ບໍ່ໄດ້ແນະນຳຄວາມສູງຂອງການຕັດ ແລະ/ຫຼື ຄວາມໄວຕັດຫຍ້າ.

    Note: ຕົວເລກຍິ່ງສູງ, ຄວາມໄວກໍ່ຍິ່ງສູງກວ່າ.

    ການປັບຄວາມໄວກຽວ

    1. ກວດສອບການຕັ້ງຄ່າຄວາມສູງຂອງການຕັດໃນໜ່ວຍຕັດ. ໃຊ້ຖັນຂອງລາຍຊື່ຕາຕະລາງເລືອກຄວາມໄວກຽວບໍ່ວ່າຈະເປັນ 5 ໃບມີດ , 8 ໃບມີດ ຫຼື 8 ໃບມີດກຽວ ແລະ ຊອກຫາລາຍຊື່ຄວາມສູງຕັດທີ່ໃກ້ທີ່ສຸດກັບການຕັ້ງຄ່າຄວາມສູງຕັດຂອງຕົວຈິງ. ເບິ່ງຕາຕະລາງເພື່ອຊອກຫາຕົວເລກຄວາມໄວກຽວທີ່ກົງກັບຄວາມສູງຂອງການຕັດນັ້ນ.

    2. ຍົກຝາປິດອອກຈາກຄັນ​ບັງ​ຄັບ (ຮູບສະແດງ 38).

      g336520
    3. ໝູນລູກບິດຄວບຄຸມຄວາມໄວກຽວ (ຮູບສະແດງ 39) ໄປຫາຕົວເລກຄວາມໄວກຽວທີ່ກຳນົດໃນຂັ້ນຕອນ 1.

      g011168
    4. ປະກອບຝາປິດໃສ່​ເທິງຄັນ​ບັງ​ຄັບ.

    5. ໃຊ້​ງານເຄື່ອງຈັກເປັນເວລາຫຼາຍວັນ, ຈາກນັ້ນກວດກາເບິ່ງການຕັດເພື່ອຮັບປະກັນຄຸນນະພາບຂອງການຕັດ. ລູກບິດຄວາມໄວກຽວອາດຈະຖືກຕັ້ງເປັນຕຳແໜ່ງ 1 ໃນຂ້າງໃ​ດ​ໜຶ່ງຂອງຕົວ​ເລກ​ຄວາມ​ໄວ​ກຽວທີ່ລະບຸໄວ້ໃນຕາຕະລາງເພື່ອຮັບຜິດຊອບຕໍ່ຄວາມແຕກຕ່າງຂອງສະພາບຫຍ້າ, ຄວາມຍາວຂອງຫຍ້າທີ່ຖືກກຳຈັດອອກ ແລະ ຄວາມມັກຂອງສ່ວນບຸກຄົນ.

    ຄຳແນະນຳໃນການປະຕິບັດງານ

    ເຕັກນິກການຕັດຫຍ້າ

    • ເພື່ອເລີ່ມຕົ້ນຕັດ, ປະກອບໜ່ວຍຕັດ, ຈາກນັ້ນເຂົ້າໃກ້ບໍລິເວນຕັດຫຍ້າຊ້າໆ. ເມື່ອໜ່ວຍຕັດດ້ານໜ້າຢູ່ເໜືອພື້ນທີ່ຕັດຫຍ້າ, ໃຫ້ປ່ອຍໜ່ວຍຕັດຕ່ຳລົງ.

    • ເພື່ອໃຫ້​ໄດ້ການຕັດເປັນເສັ້ນຊື່ ແລະ ເປັນລາຍແບບມືອາຊີບທີ່ເໝາະສົມສຳລັບບາງການນຳໃຊ້, ຊອກຫາຕົ້ນໄມ້ ຫຼື ວັດຖຸອື່ນໆທີ່ຢູ່ໃນໄລຍະໄກ ແລະ ຂັບລົດຊື່ໄປຫາມັນ.

    • ທັນທີທີ່ບັນດາໜ່ວຍຕັດດ້ານໜ້າໄປຮອດຂອບຂອງພື້ນທີ່ຕັດຫຍ້າ, ຍົກໜ່ວຍຕັດ ແລະ ປະຕິບັດການລ້ຽວໃນຮູບຮ່າງນ້ຳຢົດເພື່ອເຮັດໃຫ້ທ່ານສືບຕໍ່ແຖວຕໍ່ໄປຢ່າງໄວວາ.

    • ເພື່ອຕັດຫຍ້າ​ອ້ອມຮອບຫຼຸມລົບໄພ, ໜອງນ້ຳ ຫຼື ທາງອ້ອມອື່ນໆໄດ້ຢ່າງງ່າຍດາຍ, ໃຊ້ຕົວ​ເລື່ອນ​ຕັດ​ດ້ານ​ຂ້າງ (Sidewinder) ແລະ ເຄື່ອນຄັນຄວບຄຸມຊ້າຍ ຫຼື ຂວາ, ​ຂຶ້ນກັບການໃຊ້ງານການຕັດຫຍ້າຂອງທ່ານ. ໜ່ວຍຕັດຍັງສາມາດປ່ຽນໄປຕາມການຕິດຕາມຮອຍຢາງລົດທີ່ແຕກຕ່າງກັນ.

    • ໜ່ວຍຕັດມີແນວໂນ້ມທີ່ຈະໂຍນຫຍ້າໄປທາງໜ້າ ຫຼື ດ້ານຫລັງຂອງເຄື່ອງຈັກ. ຄວນໃຊ້ການ​ໂຍນ​ໄປ​ທາງ​ໜ້າໃນເວລາຕັດຫຍ້ານ້ອຍໆ; ດັ່ງນັ້ນຈິ່ງເຮັດໃຫ້ຮູບລັກສະນະຫຼັງຈາກທີ່ຖືກຕັດດີ​ຂຶ້ນ. ການໂຍນຂີ້ຫຍ້າໄປທາງໜ້າ, ພຽງແຕ່ປິດຝາປ້ອງກັນດ້ານຫລັງໃນໜ່ວຍຕັດ.

    ຂໍ້ຄວນລະວັງ

    ເພື່ອປ້ອງກັນບໍ່ໃຫ້ເກີດການບາດເຈັບສ່ວນຕົວ ຫຼື ຄວາມເສຍຫາຍຕໍ່ເຄື່ອງຈັກ, ຢ່າເປີດ ຫຼື ປິດເຄື່ອງປ້ອງກັນຂອງໜ່ວຍຕັດໃນຂະນະທີ່ເຄື່ອງຈັກກຳລັງແລ່ນຢູ່.

    ມອດຈັກ ແລະ ລໍຖ້າໃຫ້ສ່ວນທີ່ເຄື່ອນໄຫວທັງໝົດຢຸດກ່ອນທີ່ຈະເປີດ ຫຼື ປິດຝາປ້ອງກັນຂອງໜ່ວຍຕັດ.

    • ໃນເວລາທີ່ຕັດຫຍ້າຂະໜາດຫຼາຍ​ຂຶ້ນ, ໃຫ້ວາງແຜງປ້ອງກັນໃຫ້ຢູ່ດ້ານ​ລຸ່ມ​ຕາມ​ລວງນອນ. ຢ່າເປີດແຜງປ້ອງກັນກວ້າງເກີນໄປ, ບໍ່​ດັ່ງ​ນັ້ນສິ່ງເສດເສດເຫຼືອຫຼາຍອັນສາມາດສະ​ສົມ​ຢູ່ໃນກອບ, ຕະ​ແກງໝໍ້ນ້ຳດ້ານ​ຫຼັງ ແລະ ບໍ​ລິ​ເວນເຄື່ອງຈັກ.

    • ໜ່ວຍຕັດຍັງມີນ້ຳໜັກສົມດຸນໃນຈຸດທີ່ບໍ່ແມ່ນປາຍຂອງມໍເຕີ້ຕິດ​ມາ​ນຳເພື່ອໃຫ້ການຕັດທີ່ສະໝ່ຳສະເໝີ. ທ່ານສາມາດເພີ່ມ ຫຼື ເອົານໍ້າໜັກອອກໄດ້, ຖ້າເກີດຄວາມບໍ່ເຂົ້າ​ກັນ​ໄດ້​ຂຶ້ນໃນສະໜາມຫຍ້າຂອງທ່ານ.

    ຫຼັງຈາກການປະຕິບັດງານ

    ຄວາມປອດໄພຫຼັງຈາກການປະຕິບັດງານ

    ຄວາມປອດໄພທົ່ວໄປ

    • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    • ປົດ ແລະ ປ່ອຍໜ່ວຍຕັດຕ່ຳລົງ.

    • ໃສ່​ເບ​ຣກມື.

    • ມອດຈັກ ແລະ ຖອດກະແຈ.

    • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

    • ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ອານາໄມຫຍ້າ ແລະ ສິ່ງເສດເຫຼືອຈາກໜ່ວຍຕັດ, ລໍ້, ທໍ່ໄອເສຍ, ແຜງເຮັດຄວາມເຢັນ ແລະ ເຄື່ອງຈັກໃນສ່ວນຕ່າງໆເພື່ອຊ່ວຍປ້ອງກັນໄຟໄໝ້. ອະ​ນາ​ໄມນໍ້າມັນເຄື່ອງ ຫຼື ນໍ້າມັນເຊື້ອໄຟທີ່ກະເດັນອອກ.

    • ຢຸດການຂັບເຂົ້າໄປຫາ​ອັນ​ທີ່​ຕິດມາທຸກຄັ້ງທີ່ທ່ານກຳລັງລາກ ຫຼື ບໍ່ໃຊ້ເຄື່ອງຈັກ.

    • ຮັກສາ ແລະ ອະນາໄມສາຍ​ແອວ​ນິລະໄພຕາມທີ່ຈຳເປັນ.

    • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເທິງເຄື່ອງໃຊ້ອື່ນໆ.

    ຫຼັງຈາກຕັດຫຍ້າ

    ລ້າງເຄື່ອງຈັກ ແລະ ທາກະແລັດໃສ່​ມັນ; ໃຫ້​ເບິ່ງ ການລ້າງເຄື່ອງຈັກ ແລະ ໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່

    ການກຳນົດຈຸດຈຸກມັດ

    g336541

    ການຂົນເຄື່ອງຈັກ

    • ໃຊ້ທາງລາດເຕັມຄວາມກ້ວາງສຳລັບການໂຫຼດເຄື່ອງຈັກໃສ່ລົດພ່ວງ ຫຼື ລົດບັນທຸກ.

    • ມັດເຄື່ອງຈັກໃຫ້​ຮັບ​ປະ​ກັນ.

    ການລາກເຄື່ອງຈັກ

    ໃນກໍລະນີສຸກເສີນ, ສາ​ມາດ​ລາກເຄື່ອງຈັກໄດ້ໃນໄລຍະສັ້ນ; ເຖິງຢ່າງໃດກໍ່ຕາມ, Toro ບໍ່ໄດ້ແນະນຳໃຫ້​ເຮັດສິ່ງນີ້ເປັນຂັ້ນຕອນມາດຕະຖານ.

    Important: ຢ່າລາກເຄື່ອງຈັກໄວກວ່າ 3 ຫາ 4 ກມ/ຊມ (2 ຫາ 3 ໄມຕໍ່ຊົ່ວໂມງ) ເພາະວ່າມັນອາດຈະ​ເຮັດ​ໃຫ້​ລະ​ບົບ​ຂັບ​ເຄື່ອນເສຍຫາຍ. ຖ້າຕ້ອງໄດ້ຍ້າຍເຄື່ອງ​ຈັກໄປໄລຍະທາງ​ໄກຫຼາຍ, ໃຫ້ຂົນສົ່ງມັນໄປ​ກັບລົດບັນທຸກ ຫຼື ລົດພ່ວງ.

    1. ຊອກຫາວາວຂ້າມຜ່ານເທິງປ້ຳ (ຮູບສະແດງ 41) ແລະ ໝູນມັນໄປ 90°.

      g008892
    2. ກ່ອນທີ່ຈະຕິດຈັກ, ປິດວາວຂ້າມຜ່ານໂດຍການໝູນມັນໄປ 90° (¼ ຮອບ). ຢ່າຕິດຈັກໃນຂະນະທີ່ວາວເປີດຢູ່.

    ການບຳລຸງຮັກສາ

    Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

    ຄວາມປອດໄພໃນການບຳລຸງຮັກສາ

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ຖອດໜ່ວຍຕັດ ແລະ ປ່ອຍສິ່ງທີ່ຕິດມາຕ່ຳ​ລົງ.

      • ໃສ່​ເບ​ຣກມື.

      • ມອດຈັກ ແລະ ຖອດກະແຈ.

      • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

    • ປ່ອຍໃຫ້ອົງປະກອບຂອງເຄື່ອງຈັກເຢັນກ່ອນປະຕິບັດການບຳລຸງຮັກສາ.

    • ຖ້າເປັນໄປໄດ້, ຢ່າດຳ​ເນີນການບຳລຸງຮັກສາໃນຂະນະທີ່ເຄື່ອງຈັກກຳລັງແລ່ນຢູ່. ຢູ່ຫ່າງຈາກຊິ້ນສ່ວນເຄື່ອນໄຫວ.

    • ຄ້ຳ​ເຄື່ອງ​ຈັກ​ດ້ວຍຂາກະລິກທຸກຄັ້ງທີ່ທ່ານເຮັດວຽກຢູ່ກ້ອງ​ເຄື່ອງ​ຈັກ.

    • ປ່ອຍຄວາມດັນຢ່າງລະມັດລະວັງຈາກສ່ວນປະກອບທີ່ມີພະລັງງານເກັບໄວ້.

    • ຮັກສາອາໄຫຼ່ທຸກອັນຂອງເຄື່ອງຈັກໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ຫັນສ່ວນ​ປະ​ກອບຕ່າງໆໃຫ້ແໜ້ນ.

    • ປ່ຽນສະ​ຫຼາກທີ່ຫ້ຽນ ຫຼື ເສຍຫາຍທັງໝົດ.

    • ເພື່ອຮັບປະກັນຄວາມປອດໄພ, ປະສິດທິພາບທີ່ດີທີ່ສຸດຂອງເຄື່ອງຈັກ, ໃຊ້ພຽງແຕ່ອາໄຫຼ່ຂອງແທ້ຂອງ Toro ເທົ່າ​ນັ້ນ. ການປ່ຽນອາໄຫຼ່ທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ ແລະ ການນຳໃຊ້ດັ່ງກ່າວສາມາດເຮັດ​ໃຫ້ການຮັບປະກັນສິນຄ້າເປັນ​ໂມ​ຄະ.

    ຕາຕະລາງການບຳລຸງຮັກສາທີ່ແນະນຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫຼັງຈາກຊົ່ວໂມງທຳອິດ
  • ການບິດນັອດລໍ້.
  • ຫລັງຈາກ 10 ຊົ່ວໂມງທໍາອິດ
  • ການບິດນັອດລໍ້.
  • ກວດເບິ່ງສະພາບ ແລະ ຄວາມເຄັ່ງຂອງສາຍພານທັງໝົດ.
  • ຫລັງຈາກ 50 ຊົ່ວໂມງທໍາອິດ
  • ປ່ຽນນ້ຳມັນເຄື່ອງ ແລະ ໝໍ້ກອງນ້ຳມັນເຄື່ອງ.
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດກາສາຍ​ແອວ​ນິລະໄພວ່າຫ້ຽນ, ຂາດ ແລະ ມີຄວາມເສຍຫາຍອື່ນໆບໍ່. ປ່ຽນ​ສາຍ​ແອວ​ນິ​ລະໄພ, ຖ້າສ່ວນປະກອບໃດໜຶ່ງບໍ່ເຮັດວຽກຢ່າງຖືກຕ້ອງ.
  • ກວດເບິ່ງລະບົບອິນເຕີລັອກ.
  • ກວດເບິ່ງລະດັບນໍ້າມັນເຄື່ອງ.
  • ລະ​ບາຍໝໍ້ແຍກນ້ຳ.
  • ການກວດເບິ່ງຄວາມດັນຂອງຢາງລົດ.
  • ການກວດເບິ່ງລະດັບນ້ຳ​ຢາ​ທຳ​ຄວາມ​ເຢັນເຄື່ອງຈັກ.
  • ທຳຄວາມສະອາດໝໍ້ນ້ຳ ແລະ ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ.
  • ກວດເບິ່ງສາຍ ແລະ ທໍ່ໄຮໂດຼລິກ.
  • ກວດເບິ່ງລະດັບຂອງນ້ຳໄຮມັນໂດຼລິກ.
  • ກວດເບິ່ງການສຳຜັດຂອງແຜ່ນມີດກັບກຽວ.
  • ທຸກໆ 25 ຊົ່ວໂມງ
  • ກວດເບິ່ງລະດັບນ້ຳ​ກົດ.(ຖ້າເຄື່ອງຈັກຢູ່ໃນບ່ອນເກັບມ້ຽນ, ໃຫ້ກວດເບິ່ງທຸກໆ 30 ວັນ.)
  • ທຸກໆ 50 ຊົ່ວໂມງ
  • ໃສ່​ນ້ຳ​ມັນຫຼໍ່ມື່ນລູກ​ບີ່ ແລະ ປອກ​ລູກ​ບີ່ທັງໝົດ(ໃສ່​ນ້ຳ​ມັນຫຼໍ່ມື່ນລູກ​ບີ່ ແລະ ປອກ​ລູກ​ບີ່ທັງໝົດທຸກມື້ເມື່ອສະພາບມີຂີ້ຝຸ່ນ ແລະ ເປື້ອນ).
  • ທຸກໆ 100 ຊົ່ວໂມງ
  • ກວດເບິ່ງສະພາບ ແລະ ຄວາມເຄັ່ງຂອງສາຍພານທັງໝົດ.
  • ທຸກໆ 200 ຊົ່ວໂມງ
  • ບຳ​ລຸງ​ຮັກ​ສາເຕົ້າກອງອາກາດ(ເຮັດເລື້ອຍໆໃນສະພາບທີ່ຂີ້ຝຸ່ນ ແລະ ເປື້ອນທີ່ສຸດ).
  • ປ່ຽນນ້ຳມັນເຄື່ອງ ແລະ ໝໍ້ກອງນ້ຳມັນເຄື່ອງ.
  • ການບິດນັອດລໍ້.
  • ກວດເບິ່ງການປັບເບ​ຣກມື.
  • ທຸກໆ 400 ຊົ່ວໂມງ
  • ກວດເບິ່ງ​ທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່.
  • ປ່ຽນຖັງກອງນໍ້າມັນເຊື້ອໄຟ.
  • ທຸກໆ 500 ຊົ່ວໂມງ
  • ໃສ່ກະແລັດລູກ​ບີ່ໃນແກນຫຼັງ.
  • ທຸກໆ 800 ຊົ່ວໂມງ
  • ຖ້າທ່ານບໍ່ໄດ້ນຳໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນ້ຳມັນທາງເລືອກໃສ່​ທ້ອງ​ອ່າງ, ໃຫ້ປ່ຽນນ້ຳມັນໄຮໂດຼລິກ.
  • ຖ້າທ່ານບໍ່ໄດ້ນຳໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນໍ້າມັນທາງ​ເລືອກ​ໃສ່​ທ້ອງອ່າງ, ໃຫ້ປ່ຽນກອງໄຮໂດຼລິກ..
  • ທຸກໆ 1,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນໝໍ້ກອງໄຮໂດຼລິກ..
  • ທຸກໆ 2,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນນ້ຳມັນໄຮໂດຼລິກ.
  • ທຸກໆ 2 ປີ
  • ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນເຊື້ອໄຟ.
  • ລະບາຍນ້ຳ ແລະ ລ້າງລະບົບນ້ຳ​ຢາ​ທຳ​ຄວາມເຢັນ (ເອົາເຄື່ອງຈັກໄປຫາຕົວແທນຈຳໜ່າຍບໍລິການ ຫຼື ຜູ້ຈຳໜ່າຍທີ່ໄດ້ຮັບອະນຸຍາດ ຫຼື ໃຫ້​ເບິ່ງ ຄູ່ມືການບໍລິການ).
  • ລາຍການກວດການບຳລຸງຮັກສາປະຈຳວັນ

    ເຮັດຊ້ຳຄືນ​ຕາມໜ້ານີ້ສຳລັບການນຳໃຊ້ປົກກະຕິ.

    ລາຍການກວດກາການບຳລຸງຮັກສາສຳລັບອາທິດຂອງ:
    ຈັນ.ອັງຄານ.ພຸດ.ພະຫັດ.ສຸກ.ເສົາ.ອາທິດ.
    ກວດເບິ່ງການປະຕິບັດງານດ້ານຄວາມປອດໄພຂອງອິນເຕີລັອກ.       
    ກວດກາເບິ່ງການປະຕິບັດງານຂອງ​ເບ​ຣກ.       
    ກວດເບິ່ງລະດັບນ້ຳມັນເຊື້ອໄຟ.       
    ກວດເບິ່ງລະດັບນໍ້າມັນເຄື່ອງ.       
    ກວດເບິ່ງລະດັບນໍ້າຂອງລະບົບທຳ​ຄວ​າມເຢັນ.       
    ລະບາຍ​ໝໍ້​ແຍກນ້ຳ/ນ້ຳ​ມັນ.       
    ກວດເບິ່ງໝໍ້ກອງອາກາດ, ຖ້ວຍຂີ້ຝຸ່ນ ແລະ ວາວເອື້ອມ.       
    ກວດຊອກ​ຫາສຽງລົບກວນຂອງເຄື່ອງຈັກທີ່ຜິດ​ປົກ​ກະ​ຕິ.1       
    ກວດເບິ່ງໝໍ້ນ້ຳ ແລະ ຕາ​ນ່າງກອງສິ່ງເສດເຫຼືອ       
    ກວດຊອກ​ຫາສຽງລົບກວນການ​ດຳ​ເນີນ​ງານທີ່ຜິດ​ປົກ​ກະ​ຕິ.       
    ກວດເບິ່ງລະດັບນໍ້າມັນຂອງລະບົບໄຮໂດຼລິກ.       
    ກວດເບິ່ງຄວາມ​ເສຍ​ຫາຍ​ຂອງທໍ່ໄຮໂດຼລິກ.       
    ກວດເບິ່ງການຮົ່ວໄຫຼຂອງແຫຼວ.       
    ກວດເບິ່ງລະດັບນ້ຳມັນເຊື້ອໄຟ.       
    ການກວດເບິ່ງຄວາມດັນຂອງຢາງລົດ.       
    ກວດເບິ່ງການປະຕິບັດງານຂອງເຄື່ອງມື.       
    ກວດເບິ່ງການດັດ​ປັບ​ການສຳຜັດຂອງແຜ່ນມີດກັບກຽວ.       
    ກວດເບິ່ງການປັບຄວາມສູງຂອງການຕັດ.       
    ໃສ່​ນ້ຳ​ມັນຫຼໍ່ມື່ນອຸປະກອນກະແລັດທັງໝົດ.2       
    ສຳຜັດກັບສີທີ່ລອກໃດ​ໜຶ່ງ.       
    ລ້າງເຄື່ອງຈັກ.       

    1 ກວດເບິ່ງຫົວ​ທຽນ ແລະ ຫົວສີດ, ຖ້າມີການຕິດຍາກ, ຄວັນເສຍຫຼາຍເກີນໄປ ຫຼື ການແລ່ນທີ່ບໍ່ດີໄດ້ຖືກບັນທຶກໄວ້.

    2 ທັນທີ ຫຼັງຈາກ ການລ້າງທຸກໆຄັ້ງ, ໂດຍບໍ່ຄຳ​ນຶງ​ເຖິງໄລຍະຫ່າງທີ່ລະບຸໄວ້.

    Important: ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂັ້ນຕອນການບຳລຸງຮັກສາເພີ່ມເຕີມ.

    Note: ເພື່ອໃຫ້ໄດ້ແຜນຜັງໄຟຟ້າ ຫຼື ແຜນ​ຜັງລະບົບໄຮໂດຼລິກສຳລັບເຄື່ອງຈັກຂອງທ່ານ, ໃຫ້ເບິ່ງ www.Toro.com.

    ການ​ບັນ​ທຶກ​ບໍ​ລິ​ເວນທີ່ໜ້າເປັນຫ່ວງ

    ການກວດກາປະຕິບັດໄປຕາມ:
    ລາຍການວັນທີຂໍ້ມູນ
       
       
       
       
       
       
       

    ຂັ້ນຕອນການບຳລຸງຮັກສາກ່ອນລ່ວງໜ້າ

    ກາ​ນາເອົາຝາປິດແບັດ​ເຕີ​ຣີ​ອອກ

    ເອົາ​ລູກ​ບິດ 2 ລູກທີ່ຕິດຝາປົກແບັດ​ເຕີ​ຣີກັບເຄື່ອງຈັກ, ແລະ ເອົາຝາປິດອອກ (ຮູບສະແດງ 40).

    g336164

    ການເປີດຝາກະໂປ່ງ

    1. ປ່ອຍສະລັກທີ່ດ້ານຊ້າຍ ແລະ ດ້ານຂວາຂອງຝາກະໂປ່ງ (ຮູບສະແດງ 42).

      g336542
    2. ໝູນຝາກະໂປ່ງຂຶ້ນ ແລະ ກັບຫຼັງ (ຮູບສະແດງ 43).

      g336543

    ການຫລໍ່ມື່ນ

    ໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ໃສ່​ນ້ຳ​ມັນຫຼໍ່ມື່ນລູກ​ບີ່ ແລະ ປອກ​ລູກ​ບີ່ທັງໝົດ(ໃສ່​ນ້ຳ​ມັນຫຼໍ່ມື່ນລູກ​ບີ່ ແລະ ປອກ​ລູກ​ບີ່ທັງໝົດທຸກມື້ເມື່ອສະພາບມີຂີ້ຝຸ່ນ ແລະ ເປື້ອນ).
  • ທຸກໆ 500 ຊົ່ວໂມງ
  • ໃສ່ກະແລັດລູກ​ບີ່ໃນແກນຫຼັງ.
  • ເຄື່ອງຈັກມີສິ່ງຕິດ​ຕັ້ງ​ທີ່ມີກະແລັດທີ່ຕ້ອງໄດ້ຮັບການຫຼໍ່ມື່ນເປັນປະຈຳກັບກະແລັດຣີທຽມເບີ 2. ໃສ່​ນ້ຳ​ມັນຫຼໍ່ມື່ນລູກ​ບີ່ ແລະ ປອກ​ລູກ​ບໍ່ທັງໝົດທຸກມື້ໃນເວລາທີ່ສະພາບການປະຕິບັດງານມີຂີ້ຝຸ່ນ ແລະ ເປື້ອນທີ່ສຸດ. ສະພາບການປະຕິບັດງານທີ່ມີ​ຂີ້​ຝຸ່ນ ແລະ ເປື້ອນສາມາດເຮັດໃຫ້ຂີ້ຝຸ່ນເປື້ອນເຂົ້າໄປໃນລູກບີ່ ແລະ ປອກ​ລູກ​ບີ່, ເຮັດໃຫ້ມີການຫ້ຽນໄວ​ຂຶ້ນ. ໃສ່​ນ້ຳ​ມັນຫຼໍ່ມື່ນສິ່ງ​ຕິດ​ຕັ້ງ​ທີ່​ມີກະແລັດທັນທີຫຼັງຈາກການລ້າງທຸກໆຄັ້ງ, ໂດຍບໍ່ຄຳ​ນຶງ​ເຖິງໄລຍະຫ່າງທີ່ລະບຸໄວ້.

    ສະຖານທີ່ ແລະ ປະລິມານທີ່ເໝາະສຳລັບການໃສ່ກະແລັດມີດັ່ງນີ້:

    • ແກນໜ່ວຍຕັດດ້ານຫຼັງ (ຮູບສະແດງ 45)

      g008894
    • ແກນໜ່ວຍຕັດດ້ານໜ້າ (ຮູບສະແດງ 46)

      g008895
    • ປາຍກະບອກຕົວ​ເລື່ອນ​ຕັດ​ດ້ານ​ຂ້າງ (Sidewinder) (2; ລຸ້ນ 03171 ເທົ່ານັ້ນ)(ຮູບສະແດງ 47)

      g008896
    • ແກນໝູນ (ຮູບສະແດງ 48)

      g190873
    • ແກນແຂນຍົກດ້ານຫຼັງ ແລະ ລູກ​ສູບຍົກ (2) (ຮູບສະແດງ 49)

      g008898
    • ແກນແຂນຍົກດ້ານໜ້າຂ້າງຊ້າຍ ແລະ ລູກ​ສູບຍົກ (2) (ຮູບສະແດງ 50)

      g008899
    • ແກນແຂນຍົກດ້ານໜ້າຂ້າງຂວາ ແລະ ລູກ​ສູບຍົກ (2) (ຮູບສະແດງ 51)

      g008900
    • ກົນໄກປັບເກຍ​ຫວ່າງ (ຮູບສະແດງ 52)

      g008901
    • ຄັນເລື່ອນຕັດຫຍ້າ/ຂົນສົ່ງ (ຮູບສະແດງ 53)

      g008902
    • ແກນໝູນສາຍພານ(ຮູບສະແດງ 54)

      g008903
    • ລູກ​ສູບພວງມະໄລ (ຮູບສະແດງ 55).

      g008904

      Note: ຖ້າຕ້ອງການ, ຕິດຕັ້ງສິ່ງ​ທີ່​ໃສ່ກະແລັດເພີ່ມເຕີມໃນອີກດ້ານໜຶ່ງຂອງລູກສູບພວງມະໄລ. ຖອດຢາງລົດອອກ, ຕິດຕັ້ງຊຸດຕິດຕັ້ງ, ທາກະແລັດຊຸດຕິດຕັ້ງ, ເອົາຊຸດຕິດຕັ້ງອອກ ແລະ ຕິດຕັ້ງປັກສຽບ (ຮູບສະແດງ 56).

      g190872

    ການກວດເບິ່ງລູກ​ບີ່ທີ່​ປົກ​ປິດ​ໄວ້

    ລູກ​ບີ່ບໍ່ຄ່ອຍຈະຂັດຂ້ອງຈາກຄວາມບົກຜ່ອງດ້ານວັດຖຸ ຫຼື ຝີ​ມື. ເຫດຜົນທີ່ພົບເລື້ອຍທີ່ສຸດສຳລັບຄວາມຂັດ​ຂ້ອງແມ່ນຄວາມຊຸ່ມ ແລະ ການປົນເປື້ອນໃນການເຮັດວຽກຂອງມັນຜ່ານຊິນປ້ອງກັນ. ລູກບີ່ທີ່ທາກະແລັດ​ຂຶ້ນຢູ່ກັບການບຳລຸງຮັກສາເປັນປົກກະຕິເພື່ອກຳຈັດສິ່ງເສດເຫຼືອທີ່ເປັນອັນຕະລາຍຈາກພື້ນທີ່ຂອງລູກບີ່. ລູກ​ບີ່ທີ່​ອັດ​ໄວ້ ຂຶ້ນ​ກັບ​ການ​ໃສ່ກະແລັດພິເສດໃນເບື້ອງຕົ້ນ ແລະ ສິ່ງຫຸ້ມ​ທີ່ແຂງເພື່ອບໍ່ໃຫ້ສານປົນເປື້ອນ ແລະ ຄວາມຊຸ່ມອອກຈາກອົງປະກອບການ​ໝູນ.

    ລູກ​ບີ່ທີ່​ອັດ​ໄວ້ບໍ່ຈຳເປັນຕ້ອງມີການຫຼໍ່ມື່ນ ຫຼື ການບຳ​ລຸງຮັກສາໄລຍະສັ້ນ. ນີ້ຈະຫຼຸດຜ່ອນການບຳ​ລຸງ​ຮັກ​ສາປົກກະຕິທີ່ຕ້ອງການ ແລະ ຫຼຸດຜ່ອນຄວາມເປັນໄປໄດ້ຂອງຄວາມເສຍຫາຍຂອງສະໜາມຫຍ້າເນື່ອງຈາກການປົນເປື້ອນກະແລັດ. ຊຸດລູກ​ບີ່ອັດ​ໄວ້ເຫຼົ່ານີ້ຈະຊ່ວຍໃຫ້ມີປະສິດຕິພາບດີ ແລະ ອາ​ຍຸການໃຊ້ງານພາຍໃຕ້ການນຳໃຊ້ປົກກະຕິ, ແຕ່ວ່າທ່ານຄວນກວດກາສະ​ພາບ​ລູກ​ບີ່​ເປັນແຕ່ລະໄລຍະ ແລະ ຄວາມສົມບູນຂອງການ​ອັດເພື່ອຫຼີກລ່ຽງການມີບັນຫາ. ກວດກາລູກບີ່ຕາມລະດູການ ແລະ ປ່ຽນມັນຖ້າຫາກວ່າມັນເສຍຫາຍ ແລະ ຫຼຸ້ຍຫ້ຽນ. ລູກ​ບີ່ຄວນປະຕິບັດງານໄດ້ດີໂດຍບໍ່ມີຄຸນລັກສະນະທີ່ເປັນອັນຕະລາຍເຊັ່ນ: ຄວາມຮ້ອນສູງ, ສຽງດັງ, ຄວາມເສື່ອມໂຊມ ຫຼື ການບົ່ງບອກເຖິງການກັດກ່ອນ (ຂີ້ໝ້ຽງ).

    ເນື່ອງຈາກສະ​ພາບ​ການ​ໃຊ້​ງານຂອງບັນດາຊຸດລູກບີ່/ຊຸດ​ອັດແມ່ນ​ຂຶ້ນກັບ (ຕົວຢ່າງ: ຊາຍ, ສານເຄມີສະໜາມຫຍ້າ, ນ້ຳ, ການກະທົບ ແລະອື່ນໆ) ພວກມັນຖືກພິ​ຈາ​ລະ​ນາວ່າເປັນສິ່ງຫຼຸ້ຍຫ້ຽນປົກກະຕິ. ລູກ​ບີ່ທີ່ຂັດ​ຂ້ອງຍ້ອນສາເຫດອື່ນນອກເໜືອຈາກຄວາມບົກຜ່ອງທາງດ້ານວັດສະດຸ ຫຼື ຝີ​ມື​ແມ່ນໂດຍປົກກະຕິບໍ່ໄດ້ຖືກຄຸ້ມຄອງພາຍໃຕ້ການຮັບປະກັນ.

    Note: ອາ​ຍຸການໃຊ້ງານຂອງລູກ​ບີ່ສາມາດໄດ້ຮັບຜົນກະທົບທາງລົບຈາກຂັ້ນຕອນການລ້າງທີ່ບໍ່ຖືກຕ້ອງ. ຢ່າລ້າງເຄື່ອງຈັກໃນເວລາທີ່ມັນຍັງຮ້ອນ ແລະ ຫຼີກ​ລ່ຽງການນຳໃຊ້ເຄື່ອງສີດທີ່ມີຄວາມດັນສູງໃສ່​ໂດຍ​ກົງ ຫຼື ການ​ສີດ​ໃນປະລິມານຫຼາຍ​ໃສ່ລູກ​ບີ່.

    ການບຳລຸງຮັກສາເຄື່ອງຈັກ

    ຄວາມປອດໄພຂອງເຄື່ອງຈັກ

    • ມອດຈັກກ່ອນກວດການ້ຳມັນ ຫຼື ຕື່ມນ້ຳມັນເຄື່ອງໃສ່ຖັງຂໍ້ຫວ່ຽງ.

    • ຢ່າປ່ຽນແປງຄວາມ​ໄວຕົວບັນຊາ ຫຼື ເລັ່ງຄວາມໄວເຄື່ອງຈັກເກີນ.

    ການບຳ​ລຸງ​ຮັກ​ສາເຕົ້າກອງອາກາດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ບຳ​ລຸງ​ຮັກ​ສາເຕົ້າກອງອາກາດ(ເຮັດເລື້ອຍໆໃນສະພາບທີ່ຂີ້ຝຸ່ນ ແລະ ເປື້ອນທີ່ສຸດ).
    • ກວດເບິ່ງຕົວເຕົ້າກອງອາກາດສຳລັບຄວາມເສຍຫາຍເຊິ່ງສາ​ມາດເຮັດໃຫ້ເກີດການຮົ່ວຂອງອາກາດ. ປ່ຽນມັນ, ຖ້າມັນເສຍຫາຍ. ກວດເບິ່ງລະບົບການດູດອາກາດທັງໝົດສຳລັບການຮົ່ວໄຫຼ, ຄວາມເສຍຫາຍ ຫຼື ປອກຮັດທໍ່ຫຼວມ.

    • ບຳລຸງຮັກ​ສາເຕົ້າ​ກອງອາກາດໃນຊ່ວງບຳ​ລຸງ​ຮັກ​ສາທີ່ແນະນຳ ຫຼື ກ່ອນໜ້ານັ້ນ, ຖ້າການປະຕິບັດງານຂອງເຄື່ອງຈັກປະສົບກັບບັນຫາເນື່ອງ​ຈາກ​ສະ​ພາບ​ທີ່​ມີມີຝຸ່ນຫຼາຍ, ເປື້ອນຫຼາຍ. ການປ່ຽນໝໍ້ກອງອາກາດກ່ອນຄວາມຈຳເປັນພຽງແຕ່ເພີ່ມໂອກາດທີ່ໃຫ້ຄວາມເປື້ອນເຂົ້າໄປໃນເຄື່ອງຈັກເມື່ອຖອດໝໍ້ກອງອອກ.

    • ຮັບປະກັນວ່າວ່າຝາປິດໄດ້ຖືກອັດຢ່າງຖືກຕ້ອງ ແລະ ປິດເຂົ້າກັບຕົວໝໍ້ກອງອາກາດ.

    1. ປົດສະ​ຫຼັກທີ່ຝາປິດໝໍ້ກອງອາກາດໃຫ້ເຂົ້າກັບຕົວໝໍ້ກອງອາກາດ (ຮູບສະແດງ 57).

      g027707
    2. ຖອດຝາປິດອອກຈາກຕົວໝໍ້ກອງອາກາດ.

    3. ກ່ອນທີ່ຈະເອົາຕົວກອງອອກ, ໃຊ້ອາກາດທີ່ມີຄວາມກົດດັນຕ່ຳ - 2.76 bar (40 psi), ທຳຄວາມສະອາດ ແລະ ເຮັດໃຫ້ແຫ້ງ—ເພື່ອຊ່ວຍກຳຈັດສິ່ງເສດເຫຼືອທີ່ໃຫຍ່ຢູ່ລະຫວ່າງດ້ານນອກ​ຂອງ​ຕົວກອງຕົ້ນ​ຕໍ ແລະ ຖັງ. ຫຼີກລ່ຽງການນຳໃຊ້ອາກາດທີ່ມີຄວາມດັນສູງທີ່ສາມາດບັງຄັບໃຫ້ຝຸ່ນຜ່ານຕົວກອງເຂົ້າໄປໃນທໍ່ດູດອາກາດ. ຂະບວນການທຳຄວາມສະອາດນີ້ປ້ອງກັນບໍ່ໃຫ້ສິ່ງເສດເຫຼືອເຂົ້າໄປ​ໃນ​ເມື່ອທ່ານເອົາໝໍ້​ກອງຕົ້ນ​ຕໍ​ອອກ.

    4. ເອົາໝໍ້​ກອງ​ຕົ້ນ​ຕໍອອກ ແລະ ປ່ຽນໃໝ່ (ຮູບສະແດງ 58).

      Note: ການທຳຄວາມສະອາດອົງປະກອບທີ່ໃຊ້ແລ້ວອາດຈະເຮັດໃຫ້ຕົວ​ກາງ​ໝໍ້ກອງເສຍຫາຍ.

      g008910
    5. ກວດກາໝໍ້ກອງໃໝ່ສຳລັບຄວາມເສຍຫາຍໃນການຂົນສົ່ງ ແລະ ກວດເບິ່ງປາຍກັນຊືມຂອງໝໍ້ກອງ ແລະ ຕົວເຄື່ອງ. ຢ່າໃຊ້ອົງປະກອບທີ່ເສຍຫາຍ.

    6. ໃສ່ໝໍ້ກອງໃໝ່ເຂົ້າ​ໄປໂດຍການໃຊ້ແຮງດັນໃສ່ຂອບທາງນອກຂອງອົງປະກອບເພື່ອວາງມັນຢູ່ໃນກ່ອງ. ຢ່າໃຊ້ຄວາມດັນໃສ່​ໃຈກາງທີ່ມີຄວາມຍືດຍຸ່ນຂອງໝໍ້ກອງ.

    7. ທຳຄວາມສະອາດຊ່ອງ​ລະ​ບາຍຄວາມເປື້ອນທີ່ຢູ່ໃນຝາປິດທີ່ຖອດອອກໄດ້.

    8. ຖອດວາວຢາງບ່ອນ​ປ່ອຍອອກຈາກຝາປິດ, ທຳຄວາມສະອາດຝາອັດປາກກ່ອງ ແລະ ປ່ຽນວາວ​ບ່ອນ​ປ່ອຍອອກ.

    9. ຕິດຕັ້ງຝາປິດປັບວາວຢາງບ່ອນ​ປ່ອຍອອກໃນຕໍາແໜ່ງທີ່ລົງ​ທາງ​ລຸ່ມ—ລະຫວ່າງເຂັມ​ໂມງຊີ້ປະມານ 5 ໂມງຫາ 7 ໂມງເມື່ອເບິ່ງຈາກທາງປາຍ.

    10. ຮັດ​ສະ​ຫຼັກຝາປິດໃຫ້​ແໜ້ນ.

    ການກວດເບິ່ງລະດັບນ້ຳມັນເຄື່ອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນໍ້າມັນເຄື່ອງ.
  • ເຄື່ອງຈັກຖືກຂົນສົ່ງດ້ວຍນ້ໍາມັນໃນຖັງກ່ອງຂໍ້ຫວ່ຽງ; ເຖິງຢ່າງໃດກໍ່ຕາມ, ຕ້ອງກວດ​ເບິ່ງລະດັບນ້ຳມັນເຄື່ອງກ່ອນ ແລະ ຫຼັງຈາກການ​ຕິດຈັກເທື່ອທຳອິດ.

    ຄວາມອາດສາມາດກ່ອງຂໍ້ຫວ່ຽງ: 3.8 ລິດ (4.0 ຄະ​ວອດ​ສະ​ຫະ​ລັດ) ກັບໝໍ້ກອງ.

    ໃຊ້ນ້ຳມັນເຄື່ອງຈັກທີ່ມີຄຸນນະພາບສູງທີ່ຕອບສະໜອງໄດ້​ຕາມ​ຂໍ້​ມູນ​ຈຳ​ເພາະຄື:

    • ລະດັບການຈັດປະເພດ API ທີ່ຕ້ອງການ: CH-4, CI-4 ຫຼື ສູງກວ່າ.

    • ນ້ຳມັນທີ່ມັກ​ໃຫ້​ໃຊ້: SAE 15W-40 (ສູງກວ່າ 17ºC (0ºF))

    • ນ້ຳມັນທາງ​ເລືອກ: SAE 10W-30 ຫຼື 5W-30 (ທຸກອຸນຫະພູມ)

    Note: ນ້ຳມັນເຄື່ອງ Toro ພຣີມ້ຽມແມ່ນມີໃຫ້ຈາກຕົວແທນຈຳໜ່າຍໃນ​ຮູບ​ແບບຄວາມໜຽວ 15W-40 ຫຼື 10W-30. ເບິ່ງລາຍການອາ​ໄຫຼ່ສຳລັບໝາຍເລກອາໄຫຼ່.

    Note: ເວລາທີ່ດີທີ່ສຸດໃນການກວດເບິ່ງນ້ຳມັນເຄື່ອງແມ່ນເວລາທີ່ເຄື່ອງຈັກເຢັນກ່ອນທີ່ຈະ​ຕິດ​ຈັກມັນສຳລັບມື້. ຖ້າມັນໄດ້ແລ່ນໄປແລ້ວ, ອະນຸຍາດໃຫ້ນ້ຳມັນໄຫຼລົງໄປໃນອ່າງຢ່າງໜ້ອຍ 10 ນາທີກ່ອນກວດ. ຖ້າລະດັບນ້ຳມັນຢູ່ທີ່ ຫຼື ຕໍ່າກວ່າຂີດໝາຍເພີ່ມຢູ່ເທິງເຫຼັກ​ແທກ​ນ້ຳ​ມັນເຄື່ອງ, ຕື່ມນ້ຳມັນເຄື່ອງ​ໃສ່ເພື່ອໃຫ້ໄດ້ລະດັບນ້ຳມັນໄປຫາຂີດໝາຍເຕັມ. ຢ່າເຕີມຈົນລົ້ນ. ຖ້າລະດັບນໍ້າມັນຢູ່ລະຫວ່າງຂີດໝາຍເຕັມ ແລະ ເພີ່ມ, ທ່ານບໍ່ຈຳເປັນຕ້ອງຕື່ມນ້ຳມັນ.

    1. ຈອດເຄື່ອງຈັກຢູ່ໃນລະດັບພື້ນດິນ, ປ່ອຍໜ່ວຍຕັດຕ່ຳລົງ, ມອດຈັກ, ໃສ່​ເບ​ຣກມື ແລະ ຖອດກະແຈອອກ​ຈາກ​ປຸ່ມ​ຕິດ​ຈັກ.

    2. ຖອດເຫຼັກ​ແທກ​ນ້ຳ​ມັນເຄື່ອງອອກ (ຮູບສະແດງ 59) ແລະ ເຊັດມັນດ້ວຍຜ້າທີ່ສະອາດ.

      g008881
    3. ຍູ້​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງລົງໃນທໍ່ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ ແລະ ຮັບປະກັນວ່າມັນເຂົ້າຈຳແລ້ວ, ຫຼັງຈາກນັ້ນດຶງເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງອອກ ແລະ ກວດເບິ່ງລະດັບນໍ້າມັນ.

    4. ຖ້າລະດັບນໍ້າມັນເຄື່ອງຢູ່ຕໍ່າ, ເອົາຝາປິດຕື່ມນ້ຳມັນເຄື່ອງ​ອອກ (ຮູບສະແດງ 60) ແລະ ຕື່ມນ້ຳມັນປະ​ລິ​ມານເລັກ​ນ້ອຍ​ໃສ່ເທື່ອ​ລະ​ໜ້ອຍ, ກວດເບິ່ງລະດັບເລື້ອຍໆ, ຈົນກວ່າລະດັບຈະໄປຮອດຂີດໝາຍເຕັມຢູ່ເທິງເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.

      g008882
    5. ໃສ່ຝາປິດນ້ຳມັນເຄື່ອງຄືນ ແລະ ປິດຝາກະໂປ່ງ.

      Important: ໃຫ້ຮັກສາລະດັບນ້ຳມັນເຄື່ອງໃນລະຫວ່າງຂີດຈຳກັດດ້ານເທິງ ແລະ ລຸ່ມໃນເຄື່ອງວັດນ້ຳມັນ ຄວາມຂັດ​ຂ້ອງຂອງເຄື່ອງຈັກອາດຈະເກີດຂຶ້ນເນື່ອງຈາກການເຕີມນໍ້າມັນເຄື່ອງຫຼາຍ​ເກີນ​ໄປ ຫຼື ນ້ຳມັນເຄື່ອງບໍ່​ພຽງ​ພໍ.

    ການປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 50 ຊົ່ວໂມງທໍາອິດ
  • ປ່ຽນນ້ຳມັນເຄື່ອງ ແລະ ໝໍ້ກອງນ້ຳມັນເຄື່ອງ.
  • ທຸກໆ 200 ຊົ່ວໂມງ
  • ປ່ຽນນ້ຳມັນເຄື່ອງ ແລະ ໝໍ້ກອງນ້ຳມັນເຄື່ອງ.
    1. ເອົາປັກລະບາຍອອກ (ຮູບສະແດງ 61) ແລະ ແລະ ປ່ອຍໃຫ້ນ້ຳມັນໄຫຼລົງໃນອ່າງ; ເມື່ອນ້ຳມັນຢຸດໄຫຼ, ໃຫ້ໃສ່ປັກລະບາຍ.

      g008911
    2. ຖອດໝໍ້ກອງນໍ້າມັນເຄື່ອງອອກ (ຮູບສະແດງ 62).

      g008912
    3. ໃຊ້ການເຄືອບດວ້ຍນ້ຳມັນເຄື່ອງ​ສະ​ອາດບາງໆໃສ່ຢາງກັນຊືມ​ໝໍ້ກອງໃໝ່ ແລະ ຕິດຕັ້ງໝໍ້ກອງໃໝ່.

      Note: ຢ່າຮັດໝໍ້ກອງແໜ້ນເກີນໄປ.

    4. ຕື່ມນ້ຳມັນໃສ່ຖັງຂໍ້ຫວ່ຽງ; ໃຫ້​ເບິ່ງ ການກວດເບິ່ງລະດັບນ້ຳມັນເຄື່ອງ.

    ການບຳລຸງຮັກສາລະບົບນໍ້າມັນເຊື້ອໄຟ

    ອັນຕະລາຍ

    ພາຍ​ໃຕ້ເງື່ອນໄຂສະເພາະໃດໜຶ່ງ, ນ້ຳມັນເຊື້ອໄຟ ແລະ ການລະເຫີຍຂອງເຊື້ອໄຟແມ່ນໄວໄຟ ແລະ ລະເບີດໄດ້. ໄຟໄໝ້ ຫຼື ການລະເບີດຈາກນໍ້າມັນເຊື້ອໄຟສາມາດເຮັດໃຫ້ທ່ານ ແລະ ຄົນອື່ນໆຖືກ​ໄໝ້ ແລະ ສາມາດເຮັດໃຫ້ຊັບສິນເສຍຫາຍໄດ້.

    • ຕື່ມນໍ້າມັນເຊື້ອໄຟຢູ່ຂ້າງນອກ, ໃນບ່ອນທີ່ໂລ່ງແຈ້ງ, ໃນເວລາທີ່ເຄື່ອງຈັກມອດ ແລະ ເຢັນ. ເຊັດນໍ້າມັນເຊື້ອໄຟທີ່ຮົ່ວກະ​ຈາຍ​ນັ້ນອອກ.

    • ຢ່າ​ໃສ່ນໍ້າມັນເຊື້ອໄຟຈົນເຕັມຖັງ. ຕື່ມນໍ້າມັນເຊື້ອໄຟໃສ່ຖັງນໍ້າມັນຈົນ​ຮອດລະດັບ 25 ມມ (1 ນິ້ວ) ຢູ່ກ້ອງເພດານຖັງ, ຢ່າຕື່ມຈົນເຕັມຄໍຖັງ. ພື້ນທີ່ຫວ່າງນີ້ຢູ່ໃນຖັງຊ່ວຍໃຫ້ນໍ້າມັນເຊື້ອໄຟຂະຫຍາຍຕົວໄດ້.

    • ຢ່າສູບຢາໃນເວລາຈັດການກັບນໍ້າມັນເຊື້ອໄຟ ແລະ ຢູ່ຫ່າງຈາກແປວໄຟທີ່ເປີດ ຫຼື ບ່ອນທີ່ຄວັນອາດເກີດຈາກປະກາຍໄຟ.

    • ເກັບຮັກສານໍ້າມັນເຊື້ອໄຟໄວ້ໃນຖັງທີ່ສະອາດ, ປອດໄພ ແລະ ປິດຝາໄວ້.

    ການບຳລຸງຮັກ​ສາຖັງນໍ້າມັນເຊື້ອໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 2 ປີ
  • ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນເຊື້ອໄຟ.
  • ລະບາຍ​ນ້ຳ​ມັນ ແລະ ທຳ ຄວາມສະອາດຖັງ, ຖ້າລະບົບນ້ຳມັນເຊື້ອໄຟປົນ​ເປື້ອນ ຫຼື ຖ້າຈະເກັບເຄື່ອງຈັກໄວ້ເປັນໄລຍະເວ​ລາດົນ. ໃຊ້ນໍ້າມັນທີ່ສະອາດເພື່ອລ້າງຖັງ.

    ການກວດກາທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ກວດເບິ່ງ​ທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່.
  • ກວດກາທໍ່ນ້ຳມັນເຊື້ອໄຟ ແລະ ສາຍເຊື່ອມຕໍ່ສຳລັບການເຊື່ອມໂຊມ, ຄວາມເສຍຫາຍ ຫຼື ສາຍເຊື່ອມຕໍ່ຫຼວມ.

    ການລະ​ບາຍໝໍ້ແຍກນ້ຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ລະ​ບາຍໝໍ້ແຍກນ້ຳ.
    1. ວາງຖັງທີ່ສະອາດຢູ່ກ້ອງໝໍ້ກອງນໍ້າມັນເຊື້ອໄຟ.

    2. ມາຍວາວລະບາຍນ້ຳຢູ່ດ້ານລຸ່ມຂອງຖັງໝໍ້ກອງ (ຮູບສະແດງ 63).

      g336554
    3. ຫັນວາວໃຫ້​ແໜ້ນຫຼັງຈາກລະບາຍ.

    ການປ່ຽນຖັງກອງນໍ້າມັນເຊື້ອໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ປ່ຽນຖັງກອງນໍ້າມັນເຊື້ອໄຟ.
    1. ທຳຄວາມສະອາດບໍລິເວນບ່ອນທີ່ຖັງໝໍ້ກອງຕິດໃສ່ (ຮູບສະແດງ 63).

    2. ຖອດຖັງໝໍ້ກອງ ແລະ ທຳຄວາມສະອາດພື້ນຜິວທີ່ຕິດຕັ້ງ.

    3. ທານຳມັນຫຼໍ່ລື່ນໃສ່ແຫວນເທິງຖັງໝໍ້ກອງດ້ວຍນ້ຳມັນສະອາດ.

    4. ເອົາຖັງໝໍ້ກອງໃສ່ດ້ວຍມືຈົນກວ່າແຫວນຈະສຳຜັດກັບກັບພື້ນຜິວຕິດຕັ້ງ; ຫຼັງຈາກນັ້ນໝູນຕື່ມອີກ ½ ຮອບ.

    ລະບາຍອາກາດຈາກຫົວສີດ

    Note: ປະຕິບັດຂັ້ນ​ຕອນ​ດຳ​ເນີນການນີ້ພຽງແຕ່ເມື່ອລະບົບນໍ້າມັນເຊື້ອໄຟໄດ້ຖືກລ້າງອອກຈາກອາກາດໂດຍຜ່ານຂັ້ນຕອນການທຳມະດາ ແລະ ເຄື່ອງຈັກບໍ່ຕິດ​ເທົ່າ​ນັ້ນ; ໃຫ້​ເບິ່ງ ການລະບາຍລະບົບນໍ້າມັນເຊື້ອໄຟ.

    1. ມາຍການເຊື່ອມຕໍ່ທໍ່ກັບຫົວສີດ #1 ແລະ ຊຸດຕົວຍຶດ.

      g008913
    2. ເຄື່ອນຄັນເລັ່ງໄປທີ່ຕຳແໜ່ງ ໄວ.

    3. ບິດກະ​ແຈຢູ່ໃນປຸ່ມກະແຈໄປທີ່ຕຳແໜ່ງ ຕິດ​ຈັກ ແລະ ສັງເກດເບິ່ງກະແສນໍ້າມັນເຊື້ອໄຟຮອບຕົວເຊື່ອມຕໍ່. ບິດກະ​ແຈຢູ່ໃນປຸ່ມກະແຈໄປທີ່ຕຳແໜ່ງ ປິດ ເມື່ອທ່ານເຫັນກະແສທີ່ເຕັມ.

    4. ຫັນທໍ່ເຊື່ອມຕໍ່ໃຫ້ແໜ້ນຢ່າງດີ.

    5. ເຮັດຂັ້ນຕອນນີ້ຊ້ຳອີກໃສ່ຫົວສີດທີ່ຍັງ​ເຫຼືອ.

    ການບຳລຸງຮັກສາລະບົບໄຟຟ້າ

    ຄວາມປອດໄພຂອງລະບົບໄຟຟ້າ

    • ຕັດ​ເຊື່ອມ​ຕໍ່ແບັດເຕີຣີກ່ອນທີ່ຈະສ້ອມແປງເຄື່ອງຈັກ. ຕັດເຊື່ອມຕໍ່ສາຍຂົ້ວລົບກ່ອນ ແລະ ຂົ້ວບວກສຸດທ້າຍ. ເຊື່ອມຕໍ່ປາຍຂົ້ວບວກເຂົ້າກ່ອນ ແລະ ຂົ້ວລົບສຸດທ້າຍ.

    • ສາກແບັດເຕີຣີໃນບ່ອນທີ່ເປີດ, ມີອາກາດຖ່າຍເທດີ, ຫ່າງຈາກປະ​ກາຍໄຟ ແລະ ແປວໄຟ. ຖອດສາຍສາກໄຟກ່ອນທີ່ຈະເຊື່ອມຕໍ່ ຫຼື ຕັດ​ເຊື່ອມ​ຕໍ່ແບັດເຕີຣີ. ໃສ່ເຄື່ອງນຸ່ງປ້ອງກັນ ແລະ ໃຊ້ເຄື່ອງມືປ້ອງກັນ.

    ການບຳລຸງຮັກ​ສາແບັດເຕີຣີ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 25 ຊົ່ວໂມງ
  • ກວດເບິ່ງລະດັບນ້ຳ​ກົດ.(ຖ້າເຄື່ອງຈັກຢູ່ໃນບ່ອນເກັບມ້ຽນ, ໃຫ້ກວດເບິ່ງທຸກໆ 30 ວັນ.)
  • ລະດັບນ້ຳກົດຂອງແບັດ​ເຕີ​ຣີຕ້ອງໄດ້ຮັບການຮັກສາຢ່າງຖືກຕ້ອງ ແລະ ໃຫ້ດ້ານເທິງຂອງແບັດ​ເຕີ​ຣີສະອາດ. ຖ້າເຄື່ອງຈັກຖືກເກັບໄວ້ໃນສະຖານທີ່ບ່ອນ​ມີອຸນຫະພູມສູງຫຼາຍ, ແບັດ​ເຕີ​ຣີຈະເສື່ອມ​ສະ​ພາບໄວຂຶ້ນຫຼາຍກວ່າ​ບ່ອນ​ທີ່ເຄື່ອງຈັກເກັບຢູ່ບ່ອນທີ່ອຸນຫະພູມເຢັນ.

    ອັນຕະລາຍ

    ນ້ຳ​ກົດແບັດເຕີຣີມີກົດຊູນຟູຣິກ, ເຊິ່ງເປັນສານພິດທີ່ເປັນອັນຕະລາຍ ແລະ ເຮັດໃຫ້ເກີດການເຜົາ​ໄໝ້ຮຸນແຮງ.

    • ຢ່າດື່ມນ້ຳ​ກົດ ແລະ ຫຼີກ​ລ່ຽງການສຳຜັດກັບຜິວໜັງ, ຕາ ຫຼື ເຄື່ອງນຸ່ງ. ໃສ່ແວ່ນຕາຄວາມປອດໄພເພື່ອປ້ອງກັນຕາຂອງ​ທ່ານ ແລະ ຖົງມືຢາງເພື່ອປ້ອງກັນມືຂອງທ່ານ.

    • ຕື່ມນ້ຳກົດ​ແບັດ​ເຕີ​ຣີໃນບ່ອນທີ່ມີນ້ໍາສະອາດສໍາລັບການລ້າງຜິວໜັງຢູ່​ສະ​ເໝີ.

    • ສາກແບັດ​ເຕີ​ຣີໄວ້ໃນ​ບ່ອນທີ່ມີລົມລ່ວງດີເພື່ອໃຫ້ອາຍແກັສທີ່ຜະລິດໃນຂະນະທີ່ສາກໄຟສາມາດລະ​ເຫີຍ​ໄປໄດ້.

    • ເນື່ອງຈາກອາຍແກັສລະເບີດໄດ້, ໃຫ້​ແບັດ​ເຕີ​ຣີ​ຢູ່​ຫ່າງ​ໄກ​ຈາກ​ແປວ​ໄຟ ແລະ ປະ​ກາຍ​ໄຟ​ຟ້າ; ຢ່າສູບຢາ.

    • ອາດ​ຈະ​ມີອາການປວດຮາກ, ຖ້າຫາກວ່າທາດສູດດົມອາຍແກ໊ສ​ເຂົ້າ​ໄປ.

    • ຖອດສາຍສາກແບັດ​ເຕີ​ຣີອອກຈາກເຕົ້າ​ສຽບ​ໄຟ​ຟ້າກ່ອນທີ່ຈະເຊື່ອມຕໍ່ ຫຼື ຕັດເຊື່ອມ​ຕໍ່ສາຍສາກໄຟຈາກຫົວແບັດ​ເຕີ​ຣີ.

    ຮັກສາລະດັບຫ້ອງດ້ວຍນ້ຳກັ່ນ ຫຼື ນ້ຳບໍ່​ມີ​ແຮ່ທາດ. ຢ່າຕື່ມໃສ່ຫ້​ອງເທິງດ້ານລຸ່ມຂອງແຫວນແຍກທີ່ຢູ່ພາຍໃນແຕ່ລະຫ້ອງ. ໃສ່ຝາປິດ​ດ້ວຍທໍ່ລະ​ບາຍທີ່ຊີ້ໄປທາງດ້ານຫຼັງ (ໄປຫາຖັງນໍ້າມັນເຊື້ອໄຟ).

    ຮັກສາດ້ານເທິງຂອງແບັດ​ເຕີ​ຣີໃຫ້ສະອາດໂດຍການລ້າງເປັນໄລ​ຍະດ້ວຍແປງຖູທີ່​ຈຸ່ມໃນແອມໂມເນຍ ຫຼື ນ້ຳຢາໂຊດາຂອງໄບຄາໂບເນດ. ລ້າງພື້ນຜິວດ້ານເທິງດ້ວຍນ້ຳຫຼັງຈາກທຳຄວາມສະອາດ. ຢ່າເອົາຝາປິດ​ຕົວ​ເຕີມ​ອອກໃນເວລາທຳຄວາມສະອາດ.

    ສາຍໄຟແບັດ​ເຕີ​ຣີຕ້ອງມັດໃຫ້ແໜ້ນຢູ່ເທິງຂົ້ວເພື່ອໃຫ້ມີການສຳ​ຜັດໄຟຟ້າໄດ້ດີ.

    ຖ້າການກັດກ່ອນເກີດ​ຂຶ້ນຢູ່ຂົ້ວ, ຖອດສາຍໄຟ, ສາຍ (–) ກ່ອນ ແລະ ຂູດຂາໜີບ ແລະ ຂົ້ວແຍກຕ່າງຫາກ. ເຊື່ອມຕໍ່ສາຍສາກ, ສາຍບວກ (+) ກ່ອນ ແລະ ເຄືອບຂົ້ວດ້ວຍເຈວນ້ຳ​ມັນ.

    ການ​ບຳ​ລຸງ​ຮັກ​ສາຟິວ

    1. ຍົກຝາປິດອອກຈາກຄັນ​ບັງ​ຄັບ (ຮູບສະແດງ 65).

      g336555
    2. ຊອກຫາຟິວເປີດໃນກ່ອງຟິວ ຫຼື ທ່ອນຟິວ (ຮູບສະແດງ 65).

    3. ປ່ຽນຟິວດ້ວຍຟິວປະ​ເພດດຽວກັນ ແລະ ຟິວແອມແປ.

    4. ປະກອບຝາປິດໃສ່ເທິງຄັນ​ບັງ​ຄັບ (ຮູບສະແດງ 65).

    ການບຳລຸງຮັກສາລະບົບຂັບເຄື່ອນ

    ການກວດເບິ່ງຄວາມດັນຂອງຢາງລົດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ການກວດເບິ່ງຄວາມດັນຂອງຢາງລົດ.
  • ຢາງລົດສູບ​ລົມ​ຫຼາຍເກີນໄປສຳລັບການຂົນສົ່ງ. ສະນັ້ນ, ປ່ອຍລົມ​ອອກ​ແດ່ເພື່ອຫຼຸດຜ່ອນຄວາມດັນ. ຄວາມດັນລົມທີ່​ເໝາະ​ສົມໃນຢາງແມ່ນ 0.97 ເຖິງ 1.24 bar (14 ເຖິງ 18 psi).

    Note: ຮັກສາຄວາມດັນທີ່ແນະນຳໄວ້ໃນທຸກໆຢາງເພື່ອຮັບປະກັນຄຸນນະພາບຂອງການຕັດ ແລະ ປະສິດຕິພາບຂອງເຄື່ອງຈັກທີ່ເໝາະສົມ.

    ອັນຕະລາຍ

    ຄວາມດັນລົມຂອງຢາງລົດຕ່ຳຫຼຸດ​ຄວາມ​ທ່ຽງ​ການ​ເຄື່ອນ​ໄຫຼ​ຂອງ​ເຄື່ອງ​ຈັກໃນ​ສະ​ພາບ​ເທິງພູ. ນີ້ອາດຈະເຮັດໃຫ້ເກີດການປີ້ນ, ເຊິ່ງອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ເສຍຊີວິດ.

    ຢ່າເຮັດໃຫ້ຢາງລົດແປ.

    ການບິດນັອດລໍ້

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫຼັງຈາກຊົ່ວໂມງທຳອິດ
  • ການບິດນັອດລໍ້.
  • ຫລັງຈາກ 10 ຊົ່ວໂມງທໍາອິດ
  • ການບິດນັອດລໍ້.
  • ທຸກໆ 200 ຊົ່ວໂມງ
  • ການບິດນັອດລໍ້.
  • ບິດນັອດລໍ້ຂ້າມໄປມາໃຫ້​ໄດ້ 61 ຫາ 88 N∙m (45 ເຖິງ 65 ft-lb).

    ຄຳເຕືອນ

    ການ​ບໍ່​ຮັກ​ສາແຮງບິດທີ່ເໝາະສົມຂອງນັອດລໍ້ອາດຈະເຮັດໃຫ້ເກີດການບາດເຈັບຕໍ່ບຸກຄົນ.

    ໃຫ້ແນ່ໃຈວ່ານັອດ​ລໍ້​ໄດ້ຖືກບິດໄດ້ 61 ຫາ 88 N∙m (45 ເຖິງ 65 ft-lb).

    ການປັບປ່ຽນການຂັບເຄື່ອນສຳລັບເກຍຫວ່າງ

    ຖ້າເຄື່ອງຈັກເຄື່ອນ​ໄຫວໃນເວລາທີ່ແປ້ນຂັບເຄື່ອນຢູ່ໃນຕໍາແຫນ່ງ ເກຍຫວ່າງ, ປັບລູກບ້ຽວຂັບເຄື່ອນ.

    1. ຈອດເຄື່ອງຈັກຢູ່ໃນບ່ອນພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ໃສ່​ເບ​ຣກມື, ມອດຈັກ ແລະ ຖອດກະແຈອອກຈາກ​ປຸ່ມ​ຕິດ​ຈັກ.

    2. ຍົກລໍ້ດ້ານໜ້າ ແລະ ລໍ້ຫຼັງອອກຈາກພື້ນ ແລະ ວາງທ່ອນຮອງຮັບພາຍໃຕ້ກອບ.

      ຄຳເຕືອນ

      ຖ້າເຄື່ອງຈັກບໍ່ໄດ້ຮັບການຄ້ຳ​ໄວ້ຢ່າງພຽງພໍ, ມັນອາດຈະລົ້ມລົງໂດຍບັງເອີນ, ເຮັດໃຫ້ຜູ້ໃດທີ່ຢູ່ພາຍໃຕ້ເຄື່ອງຈັກບາດເຈັບ.

      ລໍ້ດ້ານ ໜ້າ ແລະ ລໍ້ດ້ານຫຼັງຕ້ອງໄດ້ຍົກຂື້ນຈາກພື້ນດິນ; ຖ້າບໍ່ດັ່ງນັ້ນ, ເຄື່ອງຈັກຈະເຄື່ອນຍ້າຍໃນລະຫວ່າງການດັດປັບ.

    3. ມາຍກຽວລັອກໃສ່ລູກບ້ຽວປັບແຮງຂັບເຄື່ອນ (ຮູບສະແດງ 66).

      g008922

      ຄຳເຕືອນ

      ເຄື່ອງຈັກຕ້ອງໄດ້ແລ່ນເພື່ອວ່າທ່ານຈະສາມາດປັບລູກບ້ຽວປັບແຮງຂັບເຄື່ອນສຸດ​ທ້າຍໄດ້. ການສຳ​ຜັດສ່ວນທີ່ຮ້ອນ ຫຼື ເຄື່ອນໄຫວຢູ່ສາມາດເຮັດໃຫ້ເກີດການບາດເຈັບຕໍ່ບຸກຄົນໄດ້.

      ຮັກສາມື, ຕີນ, ໃບໜ້າ ແລະ ພາກສ່ວນຂອງຮ່າງກາຍຂອງໃຫ້ຢູ່ຫ່າງຈາກທໍ່ໄອເສຍ, ສ່ວນອື່ນໆທີ່ຮ້ອນຂອງເຄື່ອງຈັກ ແລະ ສ່ວນທີ່ກຳລັງໝູນ.

    4. ຕິດຈັກ ແລະ ໝູນລູກບ້ຽວຫົກຫຼ່ຽມໃນທັງສອງທິດທາງເພື່ອກຳນົດຕຳແໜ່ງກາງຂອງໄລຍະເກຍ​ຫວ່າງ.

    5. ຫັນນັອດລັອກແມ່ໃຫ້​ແໜ້ນເພື່ອຮັບປະກັນການດັດປັບ.

    6. ມອດຈັກ.

    7. ເອົາ​ແທ່ງ​ຄ້ຳ​ອອກ ແລະ ປ່ອຍເຄື່ອງຈັກຕ່ຳລົງໄປທີ່ລະດັບພື້ນຮ້ານ​ສ້ອມ​ແປງ. ທົດລອງຂັບເຄື່ອງຈັກເພື່ອຮັບປະກັນວ່າມັນບໍ່ເຄື່ອນເໜັງໄດ້ເມື່ອແປ້ນຂັບເຄື່ອນຢູ່ໃນເກຍຫວ່າງ.

    ການບຳລຸງຮັກສາລະບົບເຮັດຄວາມເຢັນ

    ຄວາມປອດໄພຂອງລະບົບເຮັດຄວາມເຢັນ

    • ການກືນກິນນ້ຳຢາທຳ​ຄວາມເຢັນສາ​ມາດ​ເກີດເປັນພິດໄດ້; ໃຫ້ເກັບ​ໄວ້​ຫ່າງໄກຈາກເດັກນ້ອຍ ແລະ ສັດລ້ຽງ.

    • ການປ່ອຍ​ນ້ຳ​ຢາ​ທຳຄວາມເຢັນທີ່ມີ​ຄວາມ​ດັນ ແລະ ຮ້ອນ ແລະ ການຈັບ​ໝໍ້​ນ້ຳ​ທີ່​ຮ້ອນ ແລະ ສ່ວນທີ່ຢູ່ອ້ອມຮອບສາມາດເຮັດໃຫ້ເກີດມີການ​ໄໝ້ຮຸນແຮງໄດ້.

      • ປ່ອຍໃຫ້ເຄື່ອງຈັກເຢັນລົງຢ່າງໜ້ອຍ 15 ນາທີກ່ອນທີ່ຈະເປີດຝາໝໍ້ນ້ຳ.

      • ໃຊ້ຜ້າແພເມື່ອເປີດຝາໝໍ້ນ້ຳ, ແລະ ເປີດຝາຄ່ອຍໆເພື່ອໃຫ້ອາຍນ້ຳໄຫຼອອກ.

    ການກວດເບິ່ງລະບົບທຳຄວາມເຢັນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ການກວດເບິ່ງລະດັບນ້ຳ​ຢາ​ທຳ​ຄວາມ​ເຢັນເຄື່ອງຈັກ.
  • ອະ​ນາ​ໄມສິ່ງເສດເຫຼືອອອກຈາກໝໍ້ນ້ຳທຸກໆມື້ (ຮູບສະແດງ 67). ທຳຄວາມສະອາດໝໍ້ນ້ຳໃນແຕ່ລະຊົ່ວໂມງ, ຖ້າສະພາບມີຂີ້ຝຸ່ນ ແລະ ເປື້ອນທີ່ສຸດ; ໃຫ້​ເບິ່ງ ທຳຄວາມສະອາດລະບົບທຳຄວາມເຢັນຂອງເຄື່ອງຈັກ.

    g190823

    ລະບົບທຳຄວາມເຢັນແມ່ນເຕີມດ້ວຍນ້ຳຢາ 50/50 ຂອງນ້ຳ ແລະ ສານປ້ອງກັນການແຂງຕົວຂອງເອທີລີນກ​ລີກອ​ລຖາວອນ. ກວດເບິ່ງລະດັບນ້ຳຢາຫຼໍ່ເຢັນໃນຕອນຕົ້ນຂອງແຕ່ລະມື້ກ່ອນທີ່ຈະສະຕາດເຄື່ອງຈັກ.

    ຄວາມຈຸຂອງລະບົບທຳຄວາມເຢັນແມ່ນປະ​ມານ 5.7 ລິດ (6 ຄະ​ວອດ​ສະ​ຫະ​ລັດ).

    ຂໍ້ຄວນລະວັງ

    ຖ້າເຄື່ອງຈັກກຳລັງແລ່ນຢູ່, ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ຮ້ອນ​ມີແຮງກົດດັນສາມາດອອກມາ ແລະ ເຮັດໃຫ້ເກີດການໄໝ້ໄດ້.

    • ຢ່າເປີດຝາໝໍ້ນ້ຳໃນເວລາທີ່ເຄື່ອງຈັກກຳລັງແລ່ນຢູ່.

    • ໃຊ້ຜ້າແພເມື່ອເປີດຝາໝໍ້ນ້ຳ, ແລະ ເປີດຝາຄ່ອຍໆເພື່ອໃຫ້ອາຍນ້ຳໄຫຼອອກ.

    1. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ໃສ່​ເບ​ຣກມື, ມອດຈັກ ແລະ ຖອດກະແຈອອກ.

    2. ກວດເບິ່ງລະດັບນ້ຳຢທຳ​ຄວາມເຢັນໃນຖັງຂະຫຍາຍ (ຮູບສະແດງ 68).

      g027618

      Note: ດ້ວຍເຄື່ອງຈັກທີ່ເຢັນ, ລະດັບນ້ຳຢາທຳ​ຄວາມເຢັນຄວນຢູ່ປະ​ມານລະຫວ່າງກາງເຄື່ອງໝາຍຢູ່ຂ້າງຖັງ.

    3. ຖ້າຫາກວ່າລະດັບນ້ຳ​ຢາ​ທຳຄວາມເຢັນຢູ່ຕໍ່າ, ເປີດຝາປິດຂອງຖັງຂະຫຍາຍອອກ ແລະ ຕື່ມລະບົບໃໝ່. ຢ່າເຕີມຈົນລົ້ນ.

    4. ອັດຝາປິດຂອງຖັງຂະຫຍາຍ.

    ທຳຄວາມສະອາດລະບົບທຳຄວາມເຢັນຂອງເຄື່ອງຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ທຳຄວາມສະອາດໝໍ້ນ້ຳ ແລະ ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ.
  • ທຸກໆ 2 ປີ
  • ລະບາຍນ້ຳ ແລະ ລ້າງລະບົບນ້ຳ​ຢາ​ທຳ​ຄວາມເຢັນ (ເອົາເຄື່ອງຈັກໄປຫາຕົວແທນຈຳໜ່າຍບໍລິການ ຫຼື ຜູ້ຈຳໜ່າຍທີ່ໄດ້ຮັບອະນຸຍາດ ຫຼື ໃຫ້​ເບິ່ງ ຄູ່ມືການບໍລິການ).
  • ກຳຈັດສິ່ງເສດເຫຼືອອອກຈາກເຄື່ອງ​ທຳ​ຄວາມ​ເຢັນ​ນ້ຳ​ມັນ​ເຄື່ອງ ແລະ ໝໍ້ນ້ຳທຸກໆວັນ. ທຳຄວາມສະອາດມັນເລື້ອຍໆໃນສະພາບເປື້ອນ.

    1. ຈອດເຄື່ອງຈັກຢູ່ໃນລະດັບພື້ນດິນ, ປ່ອຍໜ່ວຍຕັດຕ່ຳລົງ, ມອດຈັກ, ໃສ່​ເບ​ຣກມື ແລະ ຖອດກະແຈອອກ​ຈາກ​ປຸ່ມ​ຕິດ​ຈັກ.

    2. ຍົກຝາກະໂປ່ງຂື້ນ

    3. ອະນາໄມສິ່ງ​ເສດ​ເຫຼືອ​ທັງ​ໝົດ​ໃນພື້ນທີ່ຂອງເຄື່ອງຈັກໃຫ້​ທົ່ວ.

    4. ເອົາແປ້ນເຂົ້າເຖິງອອກ.

    5. ທຳຄວາມສະອາດພື້ນທີ່ໝໍ້ນ້ຳທັງ​ສອງ​ຂ້າງດ້ວຍນໍ້າ ຫຼື ຄວາມດັນອາກາດ (ຮູບສະແດງ 69).

      g190823
    6. ຕິດຕັ້ງແປ້ນເຂົ້າເຖິງ ແລະ ປິດຝາກະໂປ່ງ.

    ການບຳລຸງຮັກສາເບກ

    ການປັບເບ​ຣກມື

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ກວດເບິ່ງການປັບເບ​ຣກມື.
    1. ມາຍນັອດຕັ້ງ​ໄວ້ທີ່ຮັດລູກບິດໃສ່ກັບຄັນເບ​ຣກມື (ຮູບສະແດງ 70).

      g008923
    2. ໝູນລູກບິດຈົນກວ່າທ່ານຈະອອກແຮງຈາກ 41 ເຖິງ 68 N∙m (30 ເຖິງ 40 ft-lb) ທີ່ຈຳເປັນໃຫ້ຄັນໂຍກຖືກຕ້ອງ.

    3. ຫັນຊຸດນັອດໃຫ້ແໜ້ນຫຼັງຈາກສຳ​ເລັດການດັດປັບ.

    ການບຳລຸງຮັກສາສາຍພານ

    ການບຳລຸງຮັກ​ສາສາຍພານເຄື່ອງຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 10 ຊົ່ວໂມງທໍາອິດ
  • ກວດເບິ່ງສະພາບ ແລະ ຄວາມເຄັ່ງຂອງສາຍພານທັງໝົດ.
  • ທຸກໆ 100 ຊົ່ວໂມງ
  • ກວດເບິ່ງສະພາບ ແລະ ຄວາມເຄັ່ງຂອງສາຍພານທັງໝົດ.
  • ການເຄັ່ງສາຍພານໄດປັ່ນໄຟ/ພັດລົມ

    1. ເປີດຝາກະໂປ່ງ.

    2. ກວດເບິ່ງຄວາມເຄັ່ງໂດຍການກົດສາຍພານໄດປັ່ນໄຟ/ພັດລົມລະຫວ່າງໄດປັ່ນໄຟ ແລະ ໝາກ​ລໍ້ເພົາຂໍ້ຫວ່ຽງດ້ວຍແຮງ 30 N∙m (22 ft-lb) (ຮູບສະແດງ 71).

      Note: ສາຍພານຄວນຈະບ່ຽງປະມານ 11 ມມ (7/16 ນິ້ວ).

      g008916
    3. ຖ້າຄວາມເຄັ່ງບໍ່ຖືກຕ້ອງ, ໃຫ້ເຮັດຕາມຂັ້ນຕອນຕໍ່ໄປນີ້ເພື່ອເຮັດໃຫ້ສາຍພານເຄັ່ງ:

      1. ມາຍນັອດທີ່ຈັບກັບເຫຼັກຄ້ຳກັບເຄື່ອງຈັກ ແລະ ນັອດທີ່ຈັບກັບໄດປັ່ນໄຟຫາເຫຼັກຄ້ຳ.

      2. ໃສ່ທ່ອນແງະລະຫວ່າງໄດປັ່ນໄຟ ແລະ ເຄື່ອງຈັກ ແລະ ງັດໄດປັ່ນໄຟອອກ.

      3. ເມື່ອທ່ານໄດ້ຄວາມເຄັ່ງສາຍ​ພານທີ່ເໝາະສົມ, ຈົ່ງຮັດນັອດໄດປັ່ນໄຟ ແລະ ນັອດຄ້ຳໃຫ້ແໜ້ນເພື່ອຮັບປະກັນການປັບ.

    ການປ່ຽນສາຍພານຂັບເຄື່ອນ Hydrostat

    1. ໃສ່ຕົວ​ຂັບ​ເຄື່ອນນັອດ ຫຼື ຊິ້ນສ່ວນນ້ອຍໆລະ​ບົບທໍ່ໄປ​ໃສ່ປາຍສະປິງເຄັ່ງສາຍພານ.

      ຄຳເຕືອນ

      ໃຊ້ຄວາມລະມັດລະວັງໃນເວລາທີ່ຫຼຸດຄວາມເຄັ່ງສະປິງ, ຍ້ອນວ່າມັນຢູ່ພາຍໃຕ້ການໂຫຼດທີ່ຫນັກ.

    2. ຍູ້ລົງ ແລະ ໄປ​ຂ້າງ​ໜ້າ​ໃນທ້າຍຂອງສະປິງ (ຮູບສະແດງ 72) ເພື່ອປົດຂໍເກາະມັນຈາກຂາຍຶດ ແລະ ປ່ອຍຄວາມດັນໃນສະປິງ.

      g008917
    3. ປ່ຽນສາຍພານ.

    4. ປີ້ນກັບຂັ້ນຕອນການເຄັ່ງສະປິງ.

    ການບຳລຸງຮັກສາລະບົບຄວບຄຸມ

    ການປັບຄັນເລັ່ງ

    1. ວາງຕຳແໜ່ງຄັນເລັ່ງໄປທາງຫຼັງເພື່ອໃຫ້ມັນຢຸດຕໍ່ກັບຊ່ອງແຜງຄວບຄຸມ.

    2. ມາຍຕົວເຊື່ອມຕໍ່ສາຍຄັນເລັ່ງໃໃນແຂນຄັນໂຍກປ້ຳຫົວສີດ (ຮູບສະແດງ 73).

      g008918
    3. ຖືແຂນຄັນໂຍກປ້ຳຫົວສີດໃສ່ຈຸດຢຸດເຄື່ອນຕ່ຳ ແລະ ເຮັດຕົວເຊື່ອມຕໍ່ສາຍ​ໃຫ້ແໜ້ນ.

    4. ມາຍນັອດທີ່ຍຶດການຄວບຄຸມຄັນເລັ່ງໃສ່ກະດານຄວບຄຸມ.

    5. ຍູ້ຄັນໂຍກຄວບຄຸມຄັນເລັ່ງທັງໝົດໄປຂ້າງໜ້າ.

    6. ເລື່ອນແຜ່ນຢຸດຈົນກ່ວາມັນຈະສຳ​ຜັດກັບຄັນໂຍກ​ຄັນເລັ່ງ ແລະ ຫັນນັອດກຽວທີ່ຍຶດການຄວບຄຸມຄັນເລັ່ງໃສ່ກະດານຄວບຄຸມ.

    7. ຖ້າຫາກຄັນເລັ່ງບໍ່ຢູ່ໃນຕຳແໜ່ງຖືກຕ້ອງໃນລະຫວ່າງການປະຕິບັດງານ, ບິດນັອດລັອກໃຊ້ເພື່ອຕັ້ງອຸປະກອນທີ່ມີແຮງສັ່ນສະເທືອນໃນຄັນໂຍກເລັ່ງໃຫ້​ໄດ້ 5 ເຖິງ 6 N∙m (40 ເຖິງ 55 inch-lb).

      Note: ແຮງສູງສຸດທີ່ຈຳເປັນໃນການໃຊ້ຄັນໂຍກ​ຄັນເລັ່ງຄວນຈະເປັນ 27 N∙m (20 ft-lb).

    ການບຳລຸງຮັກສາລະບົບໄຮໂດຼລິກ

    ຄວາມປອດໄພຂອງລະບົບໄຮໂດຼລິກ

    • ຂໍ​ການ​ປິ່ນ​ປົວ​ທາງ​ການ​ແພດ​ທັນ​ທີ, ຖ້າມີການສີດຂອງ​ແຫຼວເຂົ້າໄປໃນຜິວໜັງ. ຂອງ​ແຫຼວ​ທີ່​ສີດເຂົ້າຕ້ອງໄດ້ຮັບການຜ່າຕັດເອົາ​ອອກ​ໂດຍ​ທ່ານ​ໝໍພາຍໃນສອງ​ສາມຊົ່ວໂມງ.

    • ຮັບປະກັນວ່າທໍ່ ແລະ ສາຍເຊື່ອມຕໍ່ຂອງ​ແຫຼວໄຮໂດຼລິກທັງໝົດຢູ່ໃນສະພາບດີ ແລະ ທຸກໆການເຊື່ອມຕໍ່ໄຮໂດຼລິກ ແລະ ອຸປະກອນຕ່າງໆແໜ້ນກ່ອນທີ່ຈະນຳໃຊ້ຄວາມກົດດັນຕໍ່ລະບົບໄຮໂດຼລິກ.

    • ຮັກສາຮ່າງກາຍ ແລະ ມືຂອງທ່ານໃຫ້ຢູ່ຫ່າງຈາກການຮົ່ວໄຫຼຂອງຮູ ຫຼື ຮູທີ່ເຮັດໃຫ້ສີດນ້ຳມັນໄຮໂດຼລິກຄວາມດັນສູງ.

    • ໃຊ້ເຈ້ຍ​ແຂງ ຫຼື ເຈ້ຍເພື່ອຊອກຫາການຮົ່ວຂອງໄຮໂດຼລິກ.

    • ຜ່ອນ​ແຮງດັນທັງ​ໝົດໃນລະບົບໄຮໂດຼລິກລົງຢ່າງປອດໄພກ່ອນທີ່ຈະປະຕິບັດວຽກງານໃດໜຶ່ງໃນລະບົບໄຮໂດຼລິກ.

    ການກວດເບິ່ງສາຍ ແລະ ທໍ່ໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງສາຍ ແລະ ທໍ່ໄຮໂດຼລິກ.
  • ກວດເບິ່ງສາຍ ແລະ ທໍ່ໄຮໂດຼລິກສຳລັບການຮົ່ວໄຫຼ, ສາຍຫງິກງໍ, ຕົວຕິດຕັ້ງຫຼວມ, ຫຼຸ້ຍຫ້ຽນ, ບໍ່ພໍດີ, ການເສື່ອມ​ສະ​ພາບ​ຈາກດິນຟ້າອາກາດ ແລະ ການເສື່ອມ​ສະ​ພາບ​ທາງເຄມີ. ທຳສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະດຳເນີນງານ.

    ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບຂອງນ້ຳໄຮມັນໂດຼລິກ.
    1. ຈອດເຄື່ອງຢູ່ໃນພື້ນຜິວ​ພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ໃສ່​ເບ​ຣກມື, ມອດຈັກ ແລະ ຖອດກະແຈອອກ.

    2. ທຳຄວາມສະອາດບໍລິເວນອ້ອມຮອບຄໍຫົວເຕີມ ແລະ ຝາປິດຂອງຖັງນ້ຳມັນໄຮໂດຼລິກ (ຮູບສະແດງ 74) ແລະ ປົດຝາອອກ.

      g008886
    3. ຖອດເຫຼັກ​ແທກ​ນ້ຳ​ມັນເຄື່ອງອອກຈາກຄໍຫົວເຕີມ ແລະ ເຊັດມັນດ້ວຍຜ້າທີ່ສະອາດ.

    4. ໃສ່ເຫຼັກ​ແທກ​ນ້ຳ​ມັນເຂົ້າໄປໃນຄໍຫົວ​ເຕີມ; ຫຼັງຈາກນັ້ນເອົາມັນອອກ ແລະ ກວດເບິ່ງລະດັບຂອງແຫຼວ.

      Note: ລະດັບຂອງແຫຼວຄວນຢູ່ຢູ່ພາຍໃນ 6 ມມ (¼ ນິ້ວ) ຂອງຂີດໝາຍໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.

    5. ຖ້າລະດັບຢູ່ຕ່ຳ, ຕື່ມຂອງ​ແຫຼວທີ່ເໝາະສົມໃສ່ເພື່ອໃຫ້ໄດ້ລະດັບໃນຂີດໝາຍເຕັມ. ໃຫ້​ເບິ່ງ ຂໍ້ມູນຈຳເພາະຂອງນ້ຳມັນໄຮໂດຼລິກ.

    6. ເອົາ​ເຫຼັກ​ແທກ​ນ້ຳ​ມັນ​ໃສ່​ເຂົ້າ​ໄປ​ໃນ​ຄໍ​ຫົວ​ເຕີມ ແລະ ປິດຝາ.

    ຂໍ້ມູນຈຳເພາະຂອງນ້ຳມັນໄຮໂດຼລິກ

    ທ້ອງອ່າງແມ່ນ​ໄດ້​ໃສ່ນ້ຳມັນໄຮໂດຼລິກທີ່ມີຄຸນນະພາບສູງເຕັມຢູ່ໂຮງງານ. ກວດເບິ່ງລະດັບຂອງນ້ຳມັນໄຮໂດຼລິກກ່ອນທີ່ທ່ານຈະຕິດຈັກເທື່ອ​ທຳ​ອິດ ແລະ ປະຈຳວັນຫຼັງຈາກນັ້ນ; ໃຫ້​ເບິ່ງ ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ.

    ນ້ຳມັນໄຮໂດຼລິກທີ່ແນະນຳ: Toro PX Extended Life Hydraulic Fluid; ມີຢູ່ໃນ​ຕຸກ 19 ລິດ (5 ແກນລອນສະຫະລັດ) ຫຼື 208 ລິດ (55 ແກນລອນສະຫະລັດ).

    Note: ເຄື່ອງຈັກທີ່ປ່ຽນ​ຖ່າຍ​ນ້ຳ​ມັນ​ຕາມທີ່ແນະນຳບໍ່​ຈຳ​ເປັນ​ຕ້ອງປ່ຽນນ້ຳມັນ ແລະ ປ່ຽນໝໍ້ກອງເລື້ອຍໆ.

    ນ້ຳມັນໄຮໂດຼລິກທາງເລືອກ: ຖ້າບໍ່ມີ Toro PX Extended Life Hydraulic Fluid, ທ່ານອາດຈະໃຊ້ນ້ຳມັນໄຮໂດຼລິກແບບທຳມະດາທີ່ມີຂໍ້​ມູນ​ຈຳເພາະທີ່ມີຢູ່ໃນຂອບເຂດທີ່ລະບຸໄວ້ສຳລັບຄຸນສົມບັດວັດສະດຸຕໍ່ໄປນີ້ ແລະ ມັນຖືກຕ້ອງຕາມມາດຕະຖານອຸດສາຫະກຳ. ຢ່າໃຊ້ນໍ້າມັນສັງເຄາະ. ປຶກສາກັບຕົວແທນຈຳໜ່າຍນ້ຳມັນຫຼໍ່​ລື່ນເພື່ອກຳນົດຜະລິດຕະພັນທີ່ໜ້າພໍໃຈ.

    Note: Toro ບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຈາກການປ່ຽນທີ່ບໍ່ຖືກຕ້ອງ, ສະນັ້ນໃຊ້ຜະລິດຕະພັນຈາກຜູ້ຜະລິດທີ່ມີຊື່ສຽງຜູ້ທີ່ຈະຢູ່ເບື້ອງ​ຫຼັງການແນະນຳຂອງພວກເຂົາເທົ່າ​ນັ້ນ.

    ດັດຊະນີຄວາມໜຽວສູງ/ນ້ຳ​ມັນ​ໄຮ​ໂດຼ​ລິກ​ກັນຫຼຸ້ຍຫ້ຽນຈຸດຖອກ​ຕ່ຳ, ISO VG 46

    ຄຸນສົມບັດຂອງວັດສະດຸ: 
     ຄວາມໜຽວ, ASTM D445cSt @ 40°C (104°F) 44 ເຖິງ 48
     ດັດຊະນີຄວາມໜຽວ ASTM D2270140 ຫຼື ສູງກວ່າ
     ຈຸດ​ຖອກ, ASTM D97-37°C ເຖິງ -45°C (-34°F ເຖິງ -49°F)
     ຂໍ້ກຳ​ນົດ​ສະເພາະທາງອຸດສາຫະກຳ:Eaton Vickers 694 (I-286-S, M-2950-S/35VQ25 ຫຼື M-2952-S)

    Note: ນ້ຳມັນໄຮໂດຼລິກຫຼາຍອັນເກືອບບໍ່ມີສີ, ເຮັດໃຫ້ມີຄວາມຫຍຸ້ງຍາກໃນການກວດການຮົ່ວໄຫຼ. ສານເຕີມສີຍ້ອມສີແດງສຳລັບນ້ຳມັນໄຮໂດຼລິກແມ່ນມີຢູ່ໃນຂວດ 20 ມລ (0.67 fl oz). ຕຸກແມ່ນພຽງພໍສຳລັບນ້ຳມັນໄຮໂດຼລິກປະມານ 15 ຫາ 22 ລິດ (4 ຫາ 6 ແກນລອນສະຫະລັດ). ສັ່ງຊື້ອາໄຫຼ່ເບີ 44-2500 ຈາກຜູ້ຈຳໜ່າຍ Toro ຂອງທ່ານທີ່ໄດ້ຮັບອະນຸຍາດ.

    Important: ນ້ຳ​ມັນ​ໄຮ​ໂດຼ​ລິກ​ຍ່ອຍ​ສະ​ຫຼາຍ​ທາງ​ຊີ​ວະ​ໄດ້​ເປັນ​ສານ​ສັງ​ເຄາະເກ​ຣດ​ພ​ຣີ​ມ້ຽມ​ຂອງ​ໂທ​ໂຣ (Toro Premium Synthetic Biodegradable Hydraulic Fluid) ແມ່ນນ້ຳມັນຊີວະພາບທີ່ສັງເຄາະພຽງຢ່າງດຽວທີ່ຖືກຮັບຮອງໂດຍ Toro. ນ້ຳມັນນີ້ສາມາດໃຊ້ໄດ້ກັບ elastomers ທີ່ໃຊ້ໃນລະບົບບົບໄຮໂດຼລິກ Toro ແລະ ເໝາະສົມກັບສະພາບອຸນຫະພູມທີ່ກວ້າງຂວາງ. ນ້ຳມັນນີ້ສາມາດໃຊ້ໄດ້ກັບນ້ຳມັນແຮ່ທາດທຳມະດາ, ແຕ່ສຳລັບການຍ່ອຍ​ສະ​ຫຼາຍ​ທາງ​ຊີ​ວະ ແລະ ປະສິດຕິພາບສູງສຸດ, ຄວນ​ລ້າງ​ນ້ຳ​ມັນ​ທຳ​ມະ​ດາ​ອອກ​ຈາກລະບົບໄຮໂດຼລິກໃຫ້​ໝົດ. ນ້ຳມັນມີ​ຢູ່ໃນຖັງ 19 ລິດ (5 ແກນລອນສະຫະລັດ) ຫຼື ຖັງ 208 ລິດ (55 ແກນລອນສະຫະລັດ) ຈາກຕົວແທນຈຳໜ່າຍ Toro ຂອງທ່ານ.

    ຄວາມຈຸນ້ຳມັນລະບົບໄຮໂດຼລິກ

    13.2 ລິດ (3.5 ແກນລອນສະຫະລັດ); ໃຫ້​ເບິ່ງ ຂໍ້ມູນຈຳເພາະຂອງນ້ຳມັນໄຮໂດຼລິກ

    ການປ່ຽນນ້ຳມັນໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 800 ຊົ່ວໂມງ
  • ຖ້າທ່ານບໍ່ໄດ້ນຳໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນ້ຳມັນທາງເລືອກໃສ່​ທ້ອງ​ອ່າງ, ໃຫ້ປ່ຽນນ້ຳມັນໄຮໂດຼລິກ.
  • ທຸກໆ 2,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນນ້ຳມັນໄຮໂດຼລິກ.
  • ຖ້າຂອງ​ແຫຼວມີການປົນເປື້ອນ, ໃຫ້ຕິດຕໍ່ກັບຕົວແທນຈຳຫນ່າຍ Toro ທີ່ໄດ້ຮັບອະນຸຍາດໃນທ້ອງຖິ່ນຂອງທ່ານເພື່ອລ້າງບົບໄຮໂດຼລິກ. ນ້ຳມັນໄຮໂດຼລິກທີ່ປົນເປື້ອນເບິ່ງຄືວ່າມີສີຂຸ້ນ ຫຼື ສີດຳເມື່ອປຽບທຽບກັບນ້ຳມັນທີ່ສະອາດ.

    1. ຈອດເຄື່ອງຢູ່ໃນພື້ນຜິວ​ພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ໃສ່​ເບ​ຣກມື, ມອດຈັກ ແລະ ຖອດກະແຈອອກ.

    2. ຍົກຝາກະໂປ່ງຂື້ນ

    3. ຕັດ​ເຊື່ອມ​ຕໍ່ສາຍໄຮໂດຼລິກ (ຮູບສະແດງ 75) ຫຼື ຖອດໝໍ້ກອງໄຮໂດຼລິກອອກ (ຮູບສະແດງ 76) ແລະ ປ່ອຍໃຫ້ນ້ຳມັນໄຮໂດຼລິກໄຫຼລົງໃນອ່າງຮອງ.

      g008919
      g190871
    4. ໃສ່ສາຍ​ໄຮ​ໂດຼ​ລິກໃນເວລາທີ່ນ້ຳມັນໄຮໂດຼລິກໄຫຼອອກ​ໝົດ​ແລ້ວ.

    5. ເຕີມນ້ຳມັນໄຮໂດຼລິກໃສ່ທ້ອງ​ອ່າງ (ຮູບສະແດງ 77), ໃຫ້​ເບິ່ງ ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ.

      Important: ໃຊ້ພຽງແຕ່ນ້ຳມັນໄຮໂດຼລິກທີ່ລະບຸໄວ້ເທົ່ານັ້ນ. ຂອງ​ແຫຼວອື່ນໆສາມາດທຳລາຍລະບົບໄຮໂດຼລິກໄດ້.

      g008886
    6. ໃສ່​ຝາ​ປິດ​ທ້ອງ​ອ່າງ, ຕິດຈັກ ແລະ ໃຊ້ເຄື່ອງຄວບຄຸມໄຮໂດຼລິກທັງໝົດເພື່ອແຈກຈ່າຍນ້ຳມັນໄຮໂດຼລິກໃນທົ່ວລະບົບ.

    7. ກວດເບິ່ງການຮົ່ວໄຫລ; ຈາກນັ້ນມອດຈັກ.

    8. ກວດເບິ່ງລະດັບຂອງແຫຼວ ແລະ ຕື່ມ​ໃສ່ໃຫ້ພຽງພໍໄດ້ລະດັບກັບຂີດໝາຍເຕັມຢູ່ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ. ຢ່າເຕີມຈົນລົ້ນ.

    ປ່ຽນໝໍ້ກອງໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 800 ຊົ່ວໂມງ
  • ຖ້າທ່ານບໍ່ໄດ້ນຳໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນໍ້າມັນທາງ​ເລືອກ​ໃສ່​ທ້ອງອ່າງ, ໃຫ້ປ່ຽນກອງໄຮໂດຼລິກ..
  • ທຸກໆ 1,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນໝໍ້ກອງໄຮໂດຼລິກ..
  • ໃຊ້ໝໍ້ກອງປ່ຽນແທນ Toro ຂອງແທ້ (ອາໄຫຼ່​ເບີ 54-0110).

    Important: ການນຳໃຊ້ໝໍ້ກອງອື່ນໃດໜຶ່ງອາດຈະເຮັດໃຫ້ການຮັບປະກັນຂອງບາງສ່ວນປະກອບເປັນ​ໂມ​ຄະ.

    1. ຈອດເຄື່ອງຢູ່ໃນພື້ນຜິວ​ພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ໃສ່​ເບ​ຣກມື, ມອດຈັກ ແລະ ຖອດກະແຈອອກ.

    2. ບີບທໍ່ເຂົ້າກັບແຜ່ນຍຶດໝໍ້ກອງ.

    3. ທຳຄວາມສະອາດຮອບບໍລິເວນທີ່ຕິດຕັ້ງໝໍ້ກອງ.

    4. ວາງອ່າງ​ຮອງ​ຮັບໄວ້ກ້ອງໝໍ້ກອງ (ຮູບສະແດງ 76) ແລະ ຖອດໝໍ້ກອງອອກ.

    5. ໃສ່​ນ້ຳ​ມັນ​ຫຼໍ່​ລື່ນ​ແຫວນໝໍ້ກອງໃຫມ່ ແລະ ຕື່ມນ້ໍາມັນໄຮໂດຼລິກໃສ່​ໝໍ້​ກອງ.

    6. ໃຫ້​ແນ່​ໃຈວ່າບໍລິເວນຕິດໝໍ້ກອງສະອາດ, ໃສ່ນັອດໝໍ້ກອງຈົນກ່ວາແຫວນຕິດຕໍ່ກັບແຜ່ນຕິດ ແລະ ຫຼັງຈາກນັ້ນໃຫ້ຫັນໝໍ້ກອງໃຫ້ແໜ້ນ ½ ຮອບ.

    7. ປ່ອຍທໍ່ລົງ​ໃສ່ແຜ່ນຕິດໝໍ້ກອງ.

    8. ຕິດຈັກ ແລະ ປ່ອຍໃຫ້ມັນແລ່ນປະມານ 2 ນາທີເພື່ອໄລ່ອາກາດອອກຈາກລະບົບ.

    9. ມອດຈັກ ແລະ ກວດເບິ່ງການຮົ່ວໄຫຼ.

    ການບຳ​ລຸງຮັກສາລະບົບໜ່ວຍຕັດ

    ຄວາມປອດໄພຂອງໃບມີດ

    ໃບມີດ ຫລື ມີດນອນທີ່ຫ້ຽນ ຫຼື ເສຍຫາຍສາມາດແຕກຫັກ ແລະ ຊິ້ນສ່ວນສາມາດກະເດັນໃສ່ທ່ານ ຫຼື ຜູ້ທີ່ຢູ່ຂ້າງນອກ, ເຊິ່ງກໍ່ໃຫ້ເກີດການບາດເຈັບສາ​ຫັດ​ຕໍ່ບຸກ​ຄົນ ຫຼື ເສຍຊີວິດໄດ້.

    • ກວດກາໃບມີດ ແລະ ແຜ່ນຕັດເປັນໄລ​ຍະວ່າ​ມີ​ຄວາມຫ້ຽນ ຫຼື ເສຍຫາຍບໍ່.

    • ໃຊ້ຄວາມລະມັດລະວັງເມື່ອກວດເບິ່ງໃບມີດ. ໃສ່ຖົງມື ແລະ ໃຊ້ຄວາມ​ລະ​ມັດ​ລະ​ວັງເມື່ອບຳລຸງຮັກສາ​ພວກມັນ. ປ່ຽນ ຫຼື ໝູນໃບມີດ ແລະ ແຜ່ນມີດກັບເທົ່າ​ນັ້ນ; ຢ່າບິດໃຫ້ຊື່ ຫຼື ເຊື່ອມຈອດພວກມັນ.

    • ຢູ່ໃນເຄື່ອງທີ່ມີຫຼາຍໜ່ວຍຕັດ, ຄວນລະມັດລະວັງເມື່ອໝູນໜ່ວຍ​ຕັດ; ມັນສາມາດເຮັດໃຫ້ກຽວໃນໜ່ວຍຕັດອື່ນໆໝູນ.

    ການກວດເບິ່ງການສຳຜັດຂອງແຜ່ນມີດກັບກຽວ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງການສຳຜັດຂອງແຜ່ນມີດກັບກຽວ.
  • ກວດເບິ່ງການສຳຜັດຂອງແຜ່ນມີດກັບກຽວ, ເຖິງແມ່ນວ່າຄຸນນະພາບຂອງການຕັດເປັນ​ທີ່ຍອມຮັບໄດ້ໃນເມື່ອກ່ອນ. ຕ້ອງມີການສຳຜັດເລັກນ້ອຍຜ່ານໄລຍະຄວາມຍາວທັງໝົດຂອງກຽວ ແລະ ແຜ່ນ​ມີດ; ໃຫ້​ເບິ່ງການດັດປັບກຽວກັບແຜ່ນມີດຢູ່ໃນຄູ່​ມືຜູ້​ໃຊ້ໜ່ວຍ​ຕັດ.

    ການໝູນໜ່ວຍຕັດກັັບຄືນ

    ອັນຕະລາຍ

    ການສຳ​ຜັດກຽວອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ເສຍຊີວິດ.

    • ຢ່າວາງມື ຫຼື ຕີນຂອງທ່ານໄວ້ໃນບໍລິເວນກຽວໃນຂະນະທີ່ເຄື່ອງຈັກກຳລັງແລ່ນຢູ່.

    • ໃນຂະນະທີ່ໝູນກັບ, ກຽວອາດຈະຢຸດ ແລະ ຫຼັງຈາກນັ້ນເລີ່ມຕົ້ນອີກເທື່ອຫນຶ່ງ.

    • ຢ່າພະຍາຍາມເລີ່ມ​ຕົ້ນກຽວອີກເທື່ອໜຶ່ງດ້ວຍມື ຫຼື ຕີນຂອງທ່ານ.

    • ຢ່າດັດປັບກຽວໃນເວລາທີ່ເຄື່ອງຈັກກຳລັງແລ່ນຢູ່.

    • ຖ້າກຽວຢຸດ, ມອດຈັກກ່ອນທີ່ຈະພະຍາຍາມລ້າງກຽວ.

    1. ຈອດເຄື່ອງຈັກຢູ່ໃນລະດັບພື້ນດິນ ແລະ ສະ​ອາດ, ປ່ອຍໜ່ວຍຕັດຕ່ຳລົງ, ມອດຈັກ, ໃສ່​ເບ​ຣກມື ແລະ ຖອດກະແຈອອກ​ຈາກ​ປຸ່ມ​ຕິດ​ຈັກ.

    2. ຖອດຝາປິດແຜງຄວບຄຸມເພື່ອເຂົ້າ​ເຖິງການຄວບຄຸມ.

    3. ໝູນການຄວບຄຸມໝູນກັບໄປທີ່ຕຳແໜ່ງໝູນກັບ (R). ໝູນກຽວຄວບຄຸມຄວາມໄວໄປທີ່ຕຳແໜ່ງ 1 (ຮູບສະແດງ 78).

      g011168

      Note: ການປ່ຽນບ່ອນນັ່ງຖືກຂ້າມຜ່ານເມື່ອການຄວບຄຸມໝູນ​ກັບຢູ່ໃນຕຳແໜ່ງໝູນ​ກັບ. ທ່ານບໍ່ຈຳເປັນຕ້ອງຢູ່ໃນບ່ອນນັ່ງ, ແຕ່ຕ້ອງ​ໃສ່ເບ​ຣກມືເພື່ອໃຫ້ເຄື່ອງຈັກແລ່ນ.

      Important: ຢ່າໝູນການຄວບຄຸມການໝູນກັບຈາກຕຳແໜ່ງຕັດຫຍ້າໄປຫາຕຳແໜ່ງໝູນກັບໃນຂະນະທີ່ເຄື່ອງຈັກກຳລັງແລ່ນຢູ່. ຖ້າບໍ່ດັ່ງນັ້ນ, ທ່ານອາດຈະທຳລາຍກຽວ.

    4. ເຮັດໃຫ້ການດັດປັບກຽວຕໍ່ກັບແຜ່ນຕັດໃນເບື້ອງຕົ້ນໃຫ້ເໝາະສົມກັບການໝູນກັບຂອງໜ່ວຍຕັດທັງໝົດ. ຕິດຈັກ ແລະ ຕັ້ງມັນໄປເປັນຄວາມໄວຕ່ຳ.

    5. ໃຊ້ງານກຽວໂດຍການເປີດປຸ່ມ PTO ໃນແຜງຄວບຄຸມ.

    6. ນຳໃຊ້ແປງດ້າມຍາວຂັດ​ຖູອົງປະກອບການໝູນ.

    7. ເພື່ອປັບໜ່ວຍຕັດໃນຂະນະທີ່ກຳລັງໝູນກັບ, ປິດໃຊ້ກຽວ ແລະ ມອດຈັກ. ຫຼັງຈາກສຳເລັດການດັດປັບແລ້ວ, ໃຫ້ເຮັດຊ້ຳອີກຂັ້ນຕອນຕ່າງໆ 4 ຈົນ​ຮອດ 6.

    8. ຫຼັງ​ຈາກ​ການໝູນກັບ, ມອດຈັກ, ໝູນເຄື່ອງຄວບຄຸມການໝູນກັບ ໄປທີ່ຕຳແໜ່ງຕັດຫຍ້າ (F), ຕັ້ງຄ່າຄວບຄຸມຄວາມໄວກຽວກັບບ່ອນທີ່ຕັດຫຍ້າທີ່ຕ້ອງການ ແລະ ລ້າງສ່ວນປະສົມການໝູນທັງໝົດອອກຈາກໜ່ວຍຕັດ.

      Note: ຄຳແນະນຳ ແລະ ຂັ້ນຕອນເພີ່ມເຕີມໃນ​ການ​ໝູນ​ກັບ​ແມ່ນ​ມີ​ໃຫ້​ຢູ່​ໃນພື້ນຖານລົດ​ຕັດ​ຫຍ້າ​ກຽວຂອງ Toro (Toro Reel Mower Basics) (ພ້ອມດ້ວຍ​ຂໍ້​ແນະ​ນຳການລັບໃຫ້ຄົມ), ແບບຟອມ 09168SL.

      Note: ສຳລັບຄວາມຄົມຂອງການຕັດທີ່ດີກວ່າ, ໃຫ້ໃຊ້ສະ​ໄບ​ໄປດ້ານໜ້າຂອງແຜ່ນມີດຫຼັງຈາກກາໝູນ. ສິ່ງນີ້ຈະກຳຈັດຮອຍ ຫຼື ຂອບປູ້ທີ່ອາດຈະສ້າງຂຶ້ນໃນຂອບຕັດ.

    ການທໍາຄວາມສະອາດ

    ການລ້າງເຄື່ອງຈັກ

    ລ້າງເຄື່ອງຈັກຕາມທີ່ຈຳເປັນໂດຍໃຊ້ນ້ຳຢ່າງດຽວ ຫຼື ດ້ວຍສານຊັກລ້າງອ່ອນໆ. ທ່ານອາດຈະໃຊ້ຜ້າເຊັດໃນເວລາລ້າງເຄື່ອງຈັກ.

    Important: ຢ່າໃຊ້ນ້ຳເຄັມ ຫຼື ນ້ຳທີ່ຜ່ານການບຳບັດມາເພື່ອທຳຄວາມສະອາດເຄື່ອງຈັກ.

    Important: ຢ່າໃຊ້ອຸປະກອນລ້າງລົດໄຟຟ້າເພື່ອລ້າງເຄື່ອງຈັກ. ອຸປະກອນໃນການລ້າງດ້ວຍພະລັງງານແຮງສູງອາດຈະທຳລາຍລະບົບໄຟຟ້າ, ເຮັດໃຫ້ສະຫຼາກທີ່ສຳຄັນຫຼຸດອອກ ຫຼື ລ້າງກະແລັດທີ່​ຈຳ​ເປັນຢູ່​ທີ່ຈຸດທີ່ມີການສັ່ນສະເທືອນ. ຫຼີກ​ລ່ຽງການໃຊ້ນ້ຳຫຼາຍເກີນໄປຢູ່ໃກ້ແຜງຄວບຄຸມ, ເຄື່ອງຈັກ ແລະ ແບັດ​ເຕີ​ຣີ.

    Important: ຢ່າລ້າງເຄື່ອງຈັກເມື່ອເຄື່ອງຈັກກຳລັງແລ່ນ. ການລ້າງເຄື່ອງຈັກເມື່ອເຄື່ອງຈັກກຳລັງແລ່ນອາດຈະເຮັດໃຫ້ເກີດ​ຄວາມ​ເສຍ​ຫາຍ​ຕໍ່ເຄື່ອງຈັກພາຍໃນ.

    ການເກັບມ້ຽນ

    ຄວາມປອດໄພໃນການເກັບຮັກສາ

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ປົດ ແລະ ປ່ອຍໜ່ວຍຕັດຕ່ຳລົງ.

      • ໃສ່​ເບ​ຣກມື.

      • ມອດຈັກ ແລະ ຖອດກະແຈ.

      • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

      • ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

    ການກະກຽມໜ່ວຍຂັ​ບ​ເຄື່ອນ

    1. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ໃສ່​ເບ​ຣກມື, ມອດຈັກ ແລະ ຖອດກະແຈອອກ.

    2. ທຳຄວາມສະອາດໜ່ວຍຂັບເຄື່ອນ, ໜ່ວຍຕັດ ແລະ ເຄື່ອງຈັກ.

    3. ກວດເບິ່ງຄວາມດັນຂອງຢາງລົດ; ໃຫ້​ເບິ່ງ ການກວດເບິ່ງຄວາມດັນຂອງຢາງລົດ.

    4. ກວດເບິ່ງຕົວຮັດທັງໝົດສຳລັບຄວາມຫຼວມ; ຮັດພວກ​ມັນໃຫ້ແໜ້ນຕາມຄວາມຈຳເປັນ.

    5. ໃສ່ກະແລັດ ຫຼື ນ້ຳມັນກັບສ່ວນທີ່ເຂົ້າກັນທັງໝົດ ແລະ ຈຸດແກນ. ເຊັດນໍ້າມັນຫຼໍ່​ລື່ນ​ທີ່​ເຫຼືອ​ອອກ.

    6. ເຊັດກະດາດຊາຍບາງໆ ແລະ ໃຊ້ການທາສີສຳຜັດໃສ່ບໍລິເວນທີ່ຖືກຂູດ ແຕກ ຫຼື ເຂົ້າ​ໝ້ຽງ. ສ້ອມແປງຮອຍບຸ້ມຕ່າງໆໃນຕົວໂລຫະ.

    7. ບຳ​ລຸງ​ຮັກ​ສາແບັດເຕີຣີ ແລະ ສາຍໄຟດັ່ງຕໍ່ໄປນີ້; ໃຫ້​ເບິ່ງ ການບຳລຸງຮັກ​ສາແບັດເຕີຣີ:

      1. ຖອດສາຍຂົ້ວແບັດເຕີຣີອອກຈາກຫົວແບັດເຕີຣີ.

      2. ອະ​ນາ​ໄມ​ແບັດ​ເຕີ​ຣີ, ຂົ້ວ ແລະ ຫົວໂດຍໃຊ້ຝອຍຂັດ ແລະ ​ສານ​ລະ​ລາຍເບັກກິ້ງໂຊດາ.

      3. ເຄືອບຂົ້ວສາຍໄຟ ແລະ ຫົວແບດເຕີຣີ​ດ້ວຍ​ກະ​ແລັດ​ເຄືອບ​ຜິວ Grafo 112X (ອາ​ໄຫຼ່ Toro ເບີ 505-47) ຫຼື ວຸ້ນນ້ຳມັນເພື່ອປ້ອງກັນການກັດກ່ອນ.

      4. ສາກແບັດເຕີຣີຢ່າງ​ຊ້າໆທຸກໆ 60 ວັນເປັນເວລາ 24 ຊົ່ວໂມງເພື່ອປ້ອງກັນການການ​ເປັນ​ຊືນ​ຊັ​ລ​ເຟດ​ຂອງ​ແບັດ​ເຕີ​ຣີ.

    ການກະກຽມເຄື່ອງຈັກ

    1. ປ່ອຍນ້ຳມັນເຄື່ອງຈັກອອກຈາກອ່າງນ້ຳມັນເຄື່ອງ ແລະ ໃສ່​ນັອດອັດບ່ອນ​ປ່ອຍນ້ຳມັນ.

    2. ຖອດໝໍ້​ກອງ​ອອກ ແລະ ກຳ​ຈັດຖີ້ມ. ໃສ່ໝໍ້ກອງນໍ້າມັນໃໝ່ເຂົ້າ​ໄປ.

    3. ຕື່ມ​ນ້ຳ​ມັນ​ຈັກ​ທີ່​ລະ​ບຸ​ໄວ້​ໃສ່​ເຄື່ອງ​ຈັກ.

    4. ຕິດຈັກ ແລະ ແລ່ນມັນດ້ວຍຄວາມໄວກາ​ລັງ​ຕີປະມານ 2 ນາທີ.

    5. ມອດຈັກ ແລະ ຖອດກະແຈ.

    6. ລ້າງຖັງນ້ຳມັນເຊື້ອໄຟດ້ວຍນ້ຳມັນເຊື້ອໄຟທີ່ສະອາດ ແລະ ໃໝ່.

    7. ຮັບປະກັນອຸປະກອນລະບົບນ້ຳມັນທັງໝົດຕິດ​ແໜ້ນ​ດີ.

    8. ທຳຄວາມສະອາດໃຫ້​ທົ່ວ ແລະ ບຳ​ລຸງ​ຮັກ​ສາ​ສ່ວນປະກອບເຕົ້າກອງອາກາດ.

    9. ປິດທາງເຂົ້າກອງອາກາດ ແລະ ທໍ່ໄອເສຍອອກດ້ວຍເທບປ້ອງກັນທຸກສະພາບອາກາດ.

    10. ກວດເບິ່ງການປ້ອງກັນການແຂງຕົວ ແລະ ເພີ່ມນ້ຳຢາ 50/50 ຂອງນໍ້າ ແລະ ນ້ຳຢາຕ້ານກັນ​ການແຂງຕົວ​ອີ​ທີ​ລີນກ​ລີ​ຄອ​ລ (ethylene glycol) ຕາມຄວາມຕ້ອງການສຳ​ລັບອຸນຫະພູມຕ່ຳສຸດທີ່​ຄາດ​ໄວ້​ໃນພື້ນ​ທີ່ຂອງທ່ານ

    ການແກ້ໄຂບັນຫາ

    ການນຳໃຊ້ອົງ​ປະ​ກອບຄວບຄຸມມາດຕະຖານ (SCM)

    ອົງ​ປະ​ກອບຄວບຄຸມມາດຕະຖານແມ່ນອຸປະກອນເອເລັກໂຕຣນິກເປັນ​ເຕົ້າທີ່ຖືກຜະລິດອອກມາໃນຂະໜາດດຽວທີ່ເໝາະສົມກັບການຕັ້ງຄ່າທັງໝົດ. ອົງ​ປະ​ກອບໃຊ້ສ່ວນທີ່ແຂງ ແລະ ສວ່ນປະກອບກົນຈັກເພື່ອຕິດຕາມ ແລະ ຄວບຄຸມຄຸນລັກສະນະໄຟຟ້າມາດຕະຖານທີ່ຈຳເປັນສຳລັບການດຳເນີນງານຜະລິດຕະພັນທີ່ປອດໄພ.

    ອົງ​ປະ​ກອບຕິດ​ຕາມການປ້ອນເຂົ້າລວມທັງເກຍຫວ່າງ, ເບ​ຣກມື, ເກຍ PTO, ຕິດຈັກ, ໝູນກັບ ແລະ ອຸນຫະພູມສູງ. ອົງ​ປະ​ກອບເພີ່ມພະລັງໃຫ້ກັບຜົນໄດ້ຮັບເກຍ PTO, ເຄື່ອງຕິດຈັກ ແລະ ຂົດ​ລວດ ETR (ເພີ່ມພະລັງເພື່ອແລ່ນ).

    ອົງ​ປະ​ກອບໄດ້ແບ່ງອອກເປັນສິ່ງປ້ອນເຂົ້າ ແລະ ຜົນອອກ​ມາ. ສິ່ງປ້ອນເຂົ້າ ແລະ ຜົນອອກ​ມາແມ່ນຖືກລະບຸໂດຍຕົວ​ຊີ້ບອກໄຟ LED ສີຂຽວຕິດຢູ່ເທິງກະດານວົງຈອນທີ່ພິມອອກ.

    ສິ່ງປ້ອນເຂົ້າວົງຈອນຕິດ​ຈັກແມ່ນໄດ້​ຮັບ​ພະ​ລັງ​ງານໂດຍ 12 VDC. ​ສິ່ງປ້ອນເຂົ້າອື່ນໆທັງໝົດໄດ້​ຮັບພະລັງງານເມື່ອວົງຈອນປິດລົງສູ່ພື້ນ. ສິ່ງປ້ອນເຂົ້າແຕ່ລະອັນມີໄຟ LED ທີ່ໃຫ້ແສງສະຫວ່າງເມື່ອວົງຈອນສະເພາະໄດ້​ຮັບພະລັງງານ. ໃຊ້ໄຟ LED ສິ່ງປ້ອນເຂົ້າສຳລັບການແກ້ໄຂບັນຫາວົງຈອນປຸ່ມ ແລະ ສິ່ງປ້ອນເຂົ້າ.

    ວົງຈອນຜົນອອກ​ມາໄດ້​ຮັບພະລັງງານໂດຍຊຸດ​ເງື່ອນ​ໄຂ​ສິ່ງປ້ອນເຂົ້າ​ທີ່​ເໝາະ​ສົມ. ຜົນ​ອອກ​ມາ 3 ຢ່າງລວມມີ PTO, ETR ແລະ ຕິດ​ຈັກ. ໄຟ LED ຜົນ​ອອກ​ມາຕິດຕາມສະພາບການສົ່ງຕໍ່ທີ່ຊີ້ບອກວ່າມີແຮງດັນໄຟຟ້າທີ່ 1 ໃນ 3 ຂົ້ວຜົນອອກ​ມາສະເພາະ.

    ວົງຈອນຜົນອອກ​ມາບໍ່ໄດ້ກໍານົດຄວາມສົມບູນຂອງອຸປະກອນຜົນອອກ​ມາ, ດັ່ງນັ້ນການແກ້ໄຂບັນຫາໄຟຟ້າປະກອບມີການກວດກາ​ໄ LED ຜົນ​ອອກ​ມາ ແລະ ການທົດສອບອຸປະກອນທີ່ໃຊ້ທົ່ວໄປ ແລະ ຄວາມສົມບູນຂອງສາຍຮັດ. ວັດແທກຄວາມຕ້ານ​ໄຟ​ຟ້າຂອງສ່ວນປະກອບທີ່ຖືກຕັດການເຊື່ອມຕໍ່, ຄວາມ​ຕ້ານ​ໄຟ​ຟ້າຜ່ານສາຍຮັດ (ຕັດການເຊື່ອມຕໍ່ທີ່ SCM) ຫຼື ໂດຍ “ການເພີ່ມພະລັງງານທົດສອບ” ຊົ່ວຄາວຂອງສ່ວນປະກອບສະເພາະ.

    SCM ບໍ່ເຊື່ອມຕໍ່ກັບຄອມພິວເຕີພາຍນອກ ຫຼື ອຸປະກອນມືຖື, ບໍ່ສາມາດເຮັດໂປແກຼມໃໝ່ໄດ້ ແລະ ບໍ່ໄດ້ບັນທຶກຂໍ້ມູນການແກ້ໄຂຂໍ້ຜິດພາດເປັນ​ໄລ​ຍະ.

    ສະຫຼາກໃນ SCM ປະກອບມີສັນຍາລັກຕ່າງໆເທົ່າ​ນັ້ນ. ສາມສັນຍາລັກຜົນອອກ​ມາ LED ແມ່ນສະແດງຢູ່ໃນກ່ອງຜົນອອກ​ມາ. ໄຟ LED ອື່ນໆແມ່ນສິ່ງປ້ອນເຂົ້າ. ຕາຕະລາງຢູ່ລຸ່ມນີ້ລະບຸສັນຍາລັກຕ່າງໆ.

    g190826

    ນີ້ແມ່ນຂັ້ນຕອນການແກ້ໄຂຂໍ້​ຂັດ​ຂ້ອງ​ຕາມ​ລຳ​ດັບສຳລັບອຸປະກອນ SCM.

    1. ກໍານົດຂໍ້ຜິດພາດຜົນ​ອອກ​ມາທີ່ທ່ານກໍາລັງພະຍາຍາມແກ້ໄຂ (PTO, ຕິດ​ຈັກ ຫຼື ETR).

    2. ບິດ​ປຸ່ມ​ກະ​ແຈໄປທີ່ຕຳແໜ່ງ ເປີດ ແລະ ຮັບປະກັນວ່າໄຟ LED ສີແດງຮຸ່ງ​ຂຶ້ນ.

    3. ເຄື່ອນ​ປຸ່ມ​ສິ່ງປ້ອນເຂົ້າທັງໝົດເພື່ອຮັບປະກັນວ່າໄຟ LED ທັງໝົດປ່ຽນສະຖານະ.

    4. ວາງອຸປະກອນສິ່ງ​ປ້ອນ​ເຂົ້າໄວ້ທີ່ຕຳແໜ່ງທີ່ເໝາະສົມເພື່ອໃຫ້​ໄດ້​ຜົນ​ອອກ​ມາທີ່ເໝາະສົມ. ໃຊ້ຕາຕະລາງເຫດຜົນຂັ້ນ​ຕອນຕໍ່ໄປນີ້ເພື່ອກຳນົດສະພາບສິ່ງ​ປ້ອນ​ເຂົ້າທີ່ເໝາະສົມ.

    5. ຖ້າໄຟ LED ຜົນ​ອອກ​ມາສະເພາະຮຸ່ງ​ຂຶ້ນໂດຍບໍ່ມີຟັງຊັນຜົນອອກ​ມາທີ່ເໝາະສົມ, ໃຫ້ກວດເບິ່ງສາຍຮັດຜົນອອກ​ມາ, ການເຊື່ອມຕໍ່ ແລະ ສ່ວນປະກອບ. ສ້ອມແປງຕາມຄວາມທີ່​ຈຳ​ເປັນ.

    6. ຖ້າໄຟ LED ຜົນອອກ​ມາສະເພາະບໍ່ຮຸ່ງ​ຂຶ້ນ, ໃຫ້ກວດເບິ່ງຟິວທັງສອງຂ້າງ.

    7. ຖ້າໄຟ LED ຜົນອອກ​ມາສະເພາະບໍ່ຮຸ່ງ​ຂຶ້ນ ແລະ ສິ່ງປ້ອນເຂົ້າຢູ່ໃນສະພາບທີ່ເໝາະສົມ, ຕິດຕັ້ງ SCM ໃໝ່ ແລະ ກຳນົດວ່າຄວາມຜິດນັ້ນຫາຍໄປຫຼື​ບໍ່.

    ແຕ່ລະແຖວ (ຂ້າມ) ໃນຕາຕະລາງຕາມເຫດຜົນ​ຂັ້ນ​ຕອນ​ທີ່​ຕິດ​ຕາມລະບຸຄວາມຕ້ອງການສິ່ງ​ປ້ອນ​ເຂົ້າ ແລະ ຜົນອອກ​ມາສຳລັບແຕ່ລະຟັງ​ຊັນຂອງຜະລິດຕະພັນສະເພາະ. ຟັງ​ຊັນຂອງຜະລິດຕະພັນແມ່ນລະບຸຢູ່ໃນຖັນເບື້ອງຊ້າຍ. ສັນຍາລັກດັ່ງກ່າວລະບຸສະພາບຂອງວົງຈອນສະເພາະລວມທັງໃຫ້ພະລັງງານແກ່​ແຮງ​ດັນໄຟຟ້າ, ປິດກັບພື້ນ ແລະ ເປີດຢູ່ພື້ນ.

    ຕາຕະລາງຕາມເຫດຜົນ

     ສິ່ງປ້ອນເຂົ້າຜົນອອກມາ
    ຟັງຊັນເປີດ​ເຄື່ອງຢູ່ໃນເກຍຫວ່າງເປີດຕິດຈັກໃສ່ເບ​ຣກເປີດ PTOຢູ່ໃນທີ່ນັ່ງອຸນນະພູມສູງ ໝູນກັບຕິດຈັກETRPTO
    ຕິດຈັກ+OOOO++O
    ແລ່ນ (ໜ່ວຍປິດ)OOOOOOO+O
    ແລ່ນ (ໜ່ວຍເປີດ)OOOOOO+O
    ຕັດຫຍ້າOOOOO++
    ໝູນກັບOOOOO++
    ອຸນນະພູມສູງ  O    OOO
    • (–) ສະແດງວົງຈອນທີ່ປິດຢູ່ພື້ນ—ໄຟ LED ເປີດ.

    • (O) ສະແດງວົງຈອນທີ່ເປີດຢູ່ພື້ນ ຫຼື ບໍ່ມີພະລັງງານ—ໄຟ LED ປິດ.

    • (+) ສະແດງວົງຈອນທີ່ມີພະລັງງານ (ກຽວຄາດ, ຂົດ​ລວດ ຫຼື ສິ່ງປ້ອນເຂົ້າຕິດ​ຈັກ)—LED ເປີດ.

    • ບ່ອນ​ຫວ່າງ​ສະ​ແດງວ່າວົງຈອນທີ່ບໍ່ກ່ຽວຂ້ອງກັບເຫດຜົນ.

    ເພື່ອແກ້ໄຂບັນຫາ, ບິດກະ​ແຈໂດຍບໍ່ຕ້ອງຕິດຈັກ. ລະ​ບຸ​ຟັງ​ຊັນສະເພາະທີ່ບໍ່ເຮັດວຽກ ແລະ ເຮັດວຽກຂ້າມຕາຕະລາງຕາມເຫດຜົນ. ກວດກາສະພາບຂອງແຕ່ລະສິ່ງປ້ອນເຂົ້າຂອງໄຟ LED ເພື່ອຮັບປະກັນວ່າມັນກົງກັບຕາຕະລາງຕາມເຫດຜົນ.

    ຖ້າໄຟ LED ສິ່ງປ້ອນເຂົ້າຖືກຕ້ອງ, ໃຫ້ກວດເບິ່ງໄຟຜົນອອກ​ມາ LED. ຖ້າໄຟ LED ຜົນ​ອອກ​ມາ​ຮຸ່ງ​ຂຶ້ນ, ແຕ່ວ່າອຸປະກອນບໍ່ມີພະລັງງານ, ວັດແທກແຮງດັນໄຟຟ້າທີ່ມີຢູ່ໃນອຸປະກອນຜົນອອກ​ມາ, ການຕໍ່ເນື່ອງຂອງອຸປະກອນທີ່ຖືກຕັດເຊື່ອມຕໍ່ ແລະ ແຮງດັນໄຟຟ້າທີ່ມີທ່າແຮງໃນວົງຈອນພື້ນ (ພື້ນລອຍ). ການສ້ອມແປງຈະແຕກຕ່າງກັນໄປຕາມຜົນການຄົ້ນພົບຂອງທ່ານ.