ການແນະນຳ

ເຄື່ອງຈັກນີ້ແມ່ນເຄື່ອງອະ​ເນກ​ປະ​ສົງທີ່ຂັບຂີ່ໄດ້ທີ່ມີຈຸດປະສົງທີ່ຈະຖືກນຳໃຊ້ໂດຍຜູ້ຊ່ຽວຊານ, ຜູ້ປະຕິບັດການທີ່ຈ້າງງານໃນການນຳໃຊ້ທາງການຄ້າ. ໃນ​ເບື້ອງ​ຕົ້ນ​ມັນຖືກ​ອອກ​ແບບ​ມາ​ໃຫ້ຮັກ​ສາ​ຫຍ້າ​ໃນ​ສະ​ໜາມ​ຫຍ້າ​ທີ່​ໄດ້​ຮັບ​ການບຳລຸງ​ຮັກ​ສາ​ຢ່າງ​ດີ​ເຊັ່ນ: ໃນສວນ​ສາ​ທາ​ລະ​ນະ, ເດີ່ນ​ກິ​ລາ ແລະ ໃນ​ພື້ນ​ທີ່​ທາງການ​ຄ້າ. ການນຳໃຊ້ຜະລິດຕະພັນນີ້ເພື່ອຈຸດປະສົງອື່ນນອກເໜືອຈາກການນຳໃຊ້ທີ່ເປັນຈຸດປະສົງຂອງມັນອາດຈະເປັນອັນຕະລາຍຕໍ່ທ່ານ ແລະ ຜູ້ທີ່ຢູ່ໃກ້ຄຽງ.

ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳ​ລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ເຂົ້າເບິ່ງເວັບໄຊ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ 1 ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.

Important: ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR ຢູ່​ໃນ​ສະ​ຫຼາກເລກລຳດັບ (ຖ້າມີ) ເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.

g299536

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ມີຂໍ້ຄວາມກ່ຽວກັບຄວາມປອດໄພທີ່ໄດ້ລະບຸໂດຍສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ 2), ເຊິ່ງເປັນສັນຍານອັນຕະລາຍທີ່ອາດຈະເຮັດໃຫ້ເກີດການບາດເຈັບສາ​ຫັດ ຫຼື ເສຍຊີວິດ ຖ້າທ່ານບໍ່ປະຕິບັດຕາມຂໍ້ຄວນລະວັງທີ່ແນະນຳ.

g000502

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ຂໍ້ສັງເກດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ລຸ້ນ 31900 and 31901 ປະຕິບັດຕາມຄຳສັ່ງແນະນຳຂອງເອີຣົບທີ່ກ່ຽວຂ້ອງທັງໝົດ; ສຳລັບລາຍລະອຽດ, ກະລຸນາເບິ່ງເອກະສານສະເພາະຂອງຖະແຫຼງການວ່າ​ດ້ວຍ​ການ​ປະ​ຕິ​ບັດ​ຕາມ (DOC).

ລຸ້ນ 31907 ແລະ 31909 ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ແນະ​ນຳ​ຂອງ​ເອີ​ຣົບ​ທີ່​ກ່ຽວ​ຂ້ອງ.

ມັນເປັນການລະເມີດກົດໝາຍຊັບພະຍາກອນສາທາລະນະຂອງລັດຄາລິຟໍເນຍພາກທີ 4442 ຫຼື 4443 ໃນການນຳໃຊ້ ຫຼື ນຳໃຊ້ເຄື່ອງຈັກໃນພື້ນທີ່ທີ່ປົກຄຸມດ້ວຍປ່າໄມ້, ປົກຫຸ້ມດ້ວຍດິນ ຫຼື ດິນທີ່ປົກຄຸມດ້ວຍຫຍ້າ, ເວັ້ນເສຍແຕ່ວ່າເຄື່ອງຈັກມີເຄື່ອງກວດຈັບປະກາຍໄຟຕາມທີ່ໄດ້ກຳນົດໄວ້ໃນພາກທີ 4442, ມີໄວ້ໃນລະບຽບການເຮັດວຽກທີ່ມີປະສິດຕິຜົນ ຫຼື ເຄື່ອງຈັກຖືກສ້າງ, ຕິດຕັ້ງ ແລະ ຮັກສາໄວ້ເພື່ອປ້ອງກັນໄຟ.

ປຶ້ມຄູ່ມືຂອງເຈົ້າຂອງເຄື່ອງຈັກທີ່ໃຫ້ມາແມ່ນມີຂໍ້ມູນທີ່ກ່ຽວຂ້ອງກັບໜ່ວຍ​ງານປົກປ້ອງສິ່ງແວດລ້ອມຂອງສະຫະລັດ (EPA) ແລະ ລະບຽບການຄວບຄຸມການປ່ອຍອາຍພິດ​ຂອງຄາລິຟໍເນຍກ່ຽວ​ກັບລະບົບການປ່ອຍອາຍພິດ, ການບຳລຸງຮັກສາ ແລະ ການຮັບປະກັນ. ການປ່ຽນແທນທີ່ອາດຈະຖືກສັ່ງຊື້ຜ່ານຜູ້ຜະລິດເຄື່ອງຈັກ.

ຄຳເຕືອນ

CALIFORNIA

ຄຳເຕືອນຂອງກົດໝາຍ Proposition 65

ທໍ່ໄອເສຍເຄື່ອງຈັກນ້ຳມັນກາຊວນ ແລະ ບາງສ່ວນປະກອບຂອງມັນເປັນທີ່ຮູ້ຈັກໃນລັດຄາລີຟໍເນຍ ວ່າເປັນສາເຫດທີ່ກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ ແລະອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຂົ້ວແບດເຕີລີ່, ຂົ້ວໄຟຟ້າ ແລະ ອຸປະກອນທີ່ກ່ຽວຂ້ອງທີ່ມີ ທາດກົ່ວ ແລະ ສ່ວນປະກອບຂອງທາດກົ່ວ, ສານເຄມີທີ່ລັດຄາລີຟໍເນຍ ຮູ້ຈັກດີທີ່ເຮັດໃຫ້ເກີດມະເຮັງແລະ ເປັນອັນຕະລາຍຕໍ່ການຈະເລີນພັນ. ໃຫ້ລ້າງມືຫຼັງຈາກນຳໃຊ້.

ການນຳໃຊ້ຜະລິດຕະພັນນີ້ອາດຈະເຮັດໃຫ້ສຳຜັດກັບສານເຄມີທີ່ຮູ້ຈັກດີໃນ ລັດຄາລີຟໍເນຍ ວ່າເປັນສາເຫດກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຄວາມປອດໄພ

ລຸ້ນ 31900 ແລະ 31901 ໄດ້​ຖືກ​ອອກ​ແບບ​ມາ​ຕາມ ANSI B71.4-2017 ແລະ ຕາມ EN ISO 5395 ເມື່ອ​ທ່ານ​ເຮັດ​ສຳ​ເລັດ​ຂັ້ນ​ຕອນ​ການ​ຕັ້ງ ແລະ ຕິດ​ຕັ້ງ​ຊຸດ​ເຄື່ອງ​ມື CE Kit, ຖະ​ແຫຼງການວ່າ​ດ້ວຍ​ການ​ປະ​ຕິ​ບັດ​ຕາມ.

ລຸ້ນ 31907 ແລະ 31909 ໄດ້​ຖືກ​ອອກ​ແບບ​ມາ​ຕາມ ANSI B71.4-2017.

ຄວາມປອດໄພທົ່ວໄປ

ຜະລິດຕະພັນນີ້ມີຄວາມສາມາດຕັດມື ແລະ ຕີນ ແລະ ໂຍນວັດຖຸໄດ້. ຕ້ອງປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພທຸກຄັ້ງເພື່ອຫລີກລ້ຽງການບາດເຈັບສາ​ຫັດ​ຕໍ່​ຕົວ​ເອງ.

  • ອ່ານ ແລະ ທຳເຂົ້າໃຈເນື້ອໃນຂອງຄູ່ມືຜູ້​ໃຊ້ນີ້ກ່ອນທີ່ຈະເລີ່ມຕິດຈັກ.

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ປະຕິບັດງານກັບເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ຢ່າໃຊ້ງານເຄື່ອງຈັກໂດຍບໍ່ມີການປົກປ້ອງທຸກຄົນ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢ່າງຖືກຕ້ອງໃນເຄື່ອງຈັກ.

  • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກພາກ​ສ່ວນ​ໝູນ. ຮັກສາບໍ່ໃຫ້ມີຊ່ອງເປີດລະບາຍອອກມາ.

  • ໃຫ້ຄົນຢູ່ໃກ້ຄຽງ, ແລະ ເດັກອອກຈາກພື້ນທີ່ປະຕິບັດງານ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ.

  • ມອດຈັກ, ຖອດກະແຈ ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ Graphic, ຊຶ່ງໝາຍເຖິງຂໍ້ຄວນລະວັງ, ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງ​ກໍ່​ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫລື ເສຍຊີວິດ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

decalbatterysymbols
decal93-7272
decal106-5976
decal106-9206
decal108-2073
decal115-8155
decal125-9688
decal127-0392
decal132-1316
decal133-8062
decal138-2765
decal138-7471
decal138-7473
decal139-6215
decal139-6224
decal139-6304
decal140-1460
decal140-3125
decal140-6632
decal144-0472
decal144-0454
decal144-0518

ສະ​ຫຼາກ 144-3952: ຕິດ​ໃສ່​ເທິງ​ສະ​ຫຼາກ 139-6215 (ດັ່ງ​ທີ່​ສະ​ແດງ​ຢູ່​ໃນ​ຄຳ​ແນະ​ນຳ​ການ​ຕິດ​ຕັ້ງ​ຊຸດ​ເຄື່ອງ​ມື CE Kit) ສຳ​ລັບ​ການ​ນຳ​ໃຊ້​ຢູ່​ໃນ​ປະ​ເທດ​ທີ່​ປະ​ຕິ​ບັດ​ຕາມ CE (ລຸ້ນ 31900 ແລະ 31901 ເທົ່າ​ນັ້ນ).

decal144-3952

ການຕັ້ງຄ່າ

ການເອົາ​ເຄື່ອງ​ຈັກ​ອອກ​ຈາກ​ພາ​ຊະ​ນະ​ບັນ​ຈຸ​ໃນ​ການ​ຂົນ​ສົ່ງ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ
  1. ຖອດ​ນັອດ​ກຽວ​ທີ່​ຍຶດ​ຫົວເພົາ​ລໍ້​ຫຼັງ​ໃສ່​ກັບ​ແຜ່ນ​ຮອງ​ອອກ.

  2. ຕັດ​ສາຍ​ມັດ​ທີ່​ຮັດ​ເພົາ​ຂັບ​ເຄື່ອນ​ໃສ່​ລໍ້​ຫຼັງ.

  3. ເອົາ​ລໍ້​ຫຼັງ​ອອກ​ຈາກ​ຖານ​ຮອງ​ຂົນ​ສົ່ງ.

  4. ຍົ​ກ​ຄານ​ກັນ​ປີ້ນ​ຂຶ້ນ; ໃຫ້​ເບິ່ງ ການຍົກຄານກັນປີ້ນຂຶ້ນ.

  5. ຕໍ່​ເຄື່ອງ​ຍົກ​ໃສ່ບໍ​ລິ​ເວນ​ໃຈ​ກາງ​ດ້ານ​ເທິງຂອງ​ຄານ​ກັນ​ປີ້ນ ແລະ ຍົກ​ເຄື່ອງ​ຈັກ​ຂຶ້ນ.

  6. ເອົາ​ຖານ​ຮອງ​ຂົນ​ສົ່ງ​ອອກ​ຈາກ​ບໍ​ລິ​ເວນ​ພື້ນ​ຂອງ​ເຄື່ອງ​ຈັກ.

  7. ວາງ​ຕຳ​ແໜ່ງ​ຂາ​ກະ​ລິກຄ້ຳ 2 ອັນ​ຢູ່​ກ້ອງ​ບໍ​ລິ​ເວນ​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ​ທີ່​ສະ​ແດງ​ໄວ້​ຢູ່​ໃນ ການ​ຍົກ​ດ້ານ​ຫຼັງຂອງ​ເຄື່ອງ​ຈັກ.

  8. ປ່ອຍ​ເຄື່ອງ​ຈັກ​ຕ່ຳ​ລົ​ງ​ເທິງ​ຂາກະ​ລິກ​ຄ້ຳ.

ການ​ໃສ່​ຢາງລໍ້​ຫຼັງ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ລໍ້ຫຼັງ2
ແຫວນ​ຮອງນ້ອຍ (ຂັບ​ເຄື່ອນ 2 ລໍ້​ເທົ່າ​ນັ້ນ)2
ແຫວນ​ຮອງໃຫຍ່ (ຂັບ​ເຄື່ອນ 2 ລໍ້​ເທົ່າ​ນັ້ນ)2
ນັອດ​ກຽວ (⅝ x 1-¼ ນິ້ວ) (ຂັບ​ເຄື່ອນ 2 ລໍ້​ເທົ່າ​ນັ້ນ)2
ຝາ​ປົກກັນ​ຝຸ່ນ (ຂັບ​ເຄື່ອນ 2 ລໍ້​ເທົ່າ​ນັ້ນ)2
ນັອດຮັດ​ລໍ້​ລົດ (ຂັບ​ເຄື່ອນ 4 ລໍ້​ເທົ່າ​ນັ້ນ)8
ນ້ຳ​ຢາ​ທາ​ກຽວ
  1. ເອົາ​ເຫຼັກ​ຄ້ຳ​ການ​ຂົນ​ສົ່ງ​ອອກ​ຈາກເດືອຍ​ແກນ​ໝູນ ຫຼື ຫົວ​ເພົາ​ລໍ້ ແລະ ເອົາ​ເຫຼັກ​ຄ້ຳ​ອອກ​ຖິ້ມ.

  2. ເອົາ​ຢາງຕີນ​ລົດ​ອອກ​ຈາກ​ພາ​ຊະ​ນະ​ບັນ​ຈຸ​ຂົນ​ສົ່ງ ແລະ ຮັກ​ສານັອດກຽວ (⅝ x 1-¼ ນິ້ວ) 2 ນັອດ ແລະ ແຫວນ​ຮອງ​ໃຫຍ່​ທີ່​ຍຶດ​ຢາງ​ໃສ່​ພາ​ຊະ​ນະ​ບັນ​ຈຸ​ໄວ້.

  3. ໃສ່​ຢາງ​ຕີນ​ລົດແຕ່​ລະ​ອັນ​ດັ່ງ​ຕໍ່​ໄປ​ນີ້:

    • ເຄື່ອງ​ຈັກ​ຂັບ​ເຄື່ອນ 2 ລໍ້:

      1. ນຳ​ໃຊ້​ນ້ຳ​ຢາ​ທາ​ກຽວ​ໃສ່​ນັອດ (⅝ x 1-¼ ນິ້ວ).

      2. ໃຊ້​ແຫວນ​ຮອງ​ນ້ອຍ, ແຫວນ​ຮອງ​ໃຫຍ່, ນັອດ (⅝ x 1-¼ ນິ້ວ) ແລະ ເພື່ອ​ຍຶດ​ລໍ້​ໃສ່​ເດືອຍແກນ​ໝູນ (ຮູບສະແດງ 3).

        g312833
      3. ບິດນັອດໃຫ້​ໄດ້ 203 N∙m (150 ft-lb).

      4. ຕິດ​ຕັ້ງຝາ​ປົກ​ກັນ​ຝຸ່ນ​ໃສ່​ລໍ້ (ຮູບສະແດງ 3).

    • ເຄື່ອງ​ຈັກ​ຂັບ​ເຄື່ອນ 4 ລໍ້: ໃຊ້​ນັອດ​ຮັດ​ລໍ້​ລົດ 4 ອັນ​ເພື່ອ​ຮັດ​ລໍ້​ໃສ່​ຫົວ​ເພົາ​ລໍ້ (ຮູບສະແດງ 4).

      g299549
  4. ບິດ​ນັອດ​ຮັດ​ລໍ້​ລົດເຂົ້າ; ໃຫ້​ເບິ່ງ ການບິດນັອດຮັດລໍ້ລົດ.

ການ​ເອົາ​ຢາງ​ລໍ້​ລົດ​ດ້ານ​ໜ້າ​ອອກ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ

Note: ທ່ານ​ຕ້ອງ​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້​ເພື່ອ​ຕິດ​ຕັ້ງ​ແຂນ​ຍົກ​ຢ່າງ​ຖືກ​ຕ້ອງ.

  1. ມາຍ ແລະ ເອົາ​ນັອດ​ຮັດ​ລໍ້​ລົດ​ອອກ (ຮູບສະແດງ 12).

    g299550
  2. ເອົາ​ລໍ້​ລົດ​ອອກ​ຈາກ​ຫົວ​ເພົາ​ລໍ້ (ຮູບສະແດງ 12).

ຕິດ​ຕັ້ງ​ສ່ວນ​ປະ​ກອບ​ຂອງ​ແຂນ​ຍົກ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ແຂນຍົກເບື້ອງ​ຂວາ1
ແຂນຍົກ​ເບື້ອງຊ້າຍ1
ເຂັມ​ຂັດ​ໃຫຍ່2
ນັອດຕົວ​ຜູ້ (⅜ x 2-¾ ນິ້ວ)2
ນັອດຕົວແມ່ (⅜ ນິ້ວ)6
ເຂັມ​ຂັດ​ນ້ອຍ2
ເຫຼັກ​ຄ້ຳ​ເຊັນ​ເຊີ1
ນັອດຕົວຜູ້2
ນັອດກຽວ (⅜ x 1-¼ ນິ້ວ)2
ຂໍ້​ຕໍ່​ກະ​ແລັດ2

Note: ມີ​ຕົວ​ຊ່ວຍ​ທີ່​ຊ່ວຍ​ທ່ານ​ຕິດ​ຕັ້ງ​ແຂນ​ຍົກ​ຕາມ​ທີ່​ຈຳ​ເປັນ.

  1. ເອົາ​ແຂນ​ຍົກ​ອອກ​ຈາກ​ຖານ​ຮອງ​ຂົນ​ສົ່ງ.

  2. ໃຊ້​ເຂັມ​ຂັດ​ໃຫຍ່ 2 ອັນ​ເພື່ອ​ຕິດ​ຕັ້ງ​ແຂນ​ຍົກ​ໃສ່​ໂຄງ​ເຄື່ອງ​ຈັກ (ຮູບສະແດງ 6).

    g312023
  3. ຕິດ​ຕັ້ງ​ຫົວ​ສີດ​ກະ​ແລັດ​ໃສ່​ເຂັມ​ຂັດ​ໃຫຍ່ (ຮູບສະແດງ 6).

  4. ໃຊ້​ນັອດ​ຕົວແມ່ 2 ຕົວ (⅜ ນິ້ວ) ນັອດ​ຕົວ​ຜູ້ 2 ຕົວ (⅜ x 2-¾ ນິ້ວ) ເພື່ອ​ຮັດ​ເຂັມ​ຂັດ​ໃຫຍ່​ໃສ່​ກອບ (ຮູບສະແດງ 7).

    g295767
  5. ໃຊ້​ນັອດ​ຕົວ​ຜູ້ 2 ຕົວ ແລະ ນັອດ​ຕົວ​ແມ່ 2 ຕົວ (⅜ ນິ້ວ) ເພື່ອ​ຮັດ​ເຫຼັກ​ຄ້ຳ​ເຊັນ​ເຊີ​ໃສ່​ແຂນ​ຍົກ​ເບື້ອງ​ຂວາ (ຮູບສະແດງ 8).

    Note: ໃຫ້​ແນ່​ໃຈ​ວ່າ​ເຫຼັກ​ຄ້ຳຊັນ​ເຊີ​ບໍ່​ລົບ​ກວນ​ເຊັນ​ເຊີ.

    g312028
  6. ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ​ນີ້​ເພື່ອຍຶດ​ບັ້ງ​ໄຮໂດຼລິກ​ໃສ່​ແຂນ​ຍົກ:

    1. ວາງ​ຖາດ​ລະ​ບາຍ​ໄວ້​ກ້ອງທໍ່​ແຍກເຂົ້າ​ອອກ (ສະ​ແດງ​ຢູ່​ໃນ ຮູບສະແດງ 9).

      Note: ທ່ານ​ຕ້ອງ​ປ່ອຍ​ນ້ຳ​ມັນ​ໄຮໂດຼລິກ​ອອກ​ເລັກ​ນ້ອຍ​ເພື່ອ​ດຶງກະບອກສູບຍົກຄືນ​ເອົາ​ເອງ.

      g299920
    2. ມາຍ​ນັອດ​ກຽວໝູນໃສ່​ທໍ່​ເຊື່ອມ​ຕໍ່​ກັບຮູ​ສຽບ C1 ຂອງ​ທໍ່​ແຍກ​ເຂົ້າ​ອອກ​ໄຮໂດຼລິກ (ຮູບສະແດງ 10).

      g312025
    3. ໃຊ້ເຄື່ອງ​ເຈາະ​ຮູ​ເລື່ອນ​ເພື່ອ​ຈັດ​ລຽງ​ກ້ານສູບ​ກັບ​ຮູ​ແຂນ​ຍົກ (ຮູບສະແດງ 11).

      Note: ຍົກ​ແຂນ​ຍົກ​ຂຶ້ນ​ຈົນ​ສຸດ​ເພື່ອ​ຊ່ວຍ​ໃນ​ການ​ຈັດ​ລຽງ.

      g312026
    4. ໃຊ້​ນັອດ​ຕົວ​ຜູ້ 2 ນັອດ (⅜ x 1-¼ ນິ້ວ), ນັອດ​ຕົວ​ແມ່ 2 ນັອດ (⅜ ນິ້ວ) ແລະ ເຂັມ​ຂັດ​ນ້ອຍ 2 ອັນ​ເພື່ອ​ຮັດ​ແຂນ​ຍົກ​ໃສ່ກະ​ບອກສູບ (ຮູບສະແດງ 11).

    5. ຮັດນັອດ​ກຽວໝູນໃສ່​ທໍ່ໃນ​ຮູ​ສຽບ C1 ໃຫ້​ໄດ້ 41 N∙m (30 ft-lb).

      Note: ໃຊ້​ກະ​ແຈ​ປາກ​ສຳ​ຮອງ​ເພື່ອ​ປ້ອງ​ກັນ​ທໍ່​ບໍ່​ໃຫ້​ບິດ​ບ້ຽວ.

  7. ໃສ່​ນ້ຳ​ມັນ​ກະ​ແລັດ​ຂໍ້​ຕໍ່​ສະ​ຫຼັກ​ສິ່ງທີ່ຕິດມານຳ ແລະ ຂໍ້​ຕໍ່​ສະ​ຫຼັກ​ແຂນ​ຍົກ, ໃຫ້​ເບິ່ງ ການໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່.

ການ​ໃສ່​ຢາງ​ລໍ້​ລົດ​ດ້ານ​ໜ້າ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ
  1. ໃຊ້​ນັອດ​ຮັດ​ລໍ້​ລົດ​ທີ່​ເອົາ​ອອກ​ມາ​ກ່ອນ​ເພື່ອ​ຮັດ​ຢາງ​ລົດ​ໃສ່​ຫົວ​ເພົາ​ລໍ້ (ຮູບສະແດງ 12).

    g299550
  2. ບິດ​ນັອດ​ຮັດ​ລໍ້​ລົດເຂົ້າ; ໃຫ້​ເບິ່ງ ການບິດນັອດຮັດລໍ້ລົດ.

ການ​ຕິດ​ຕັ້ງຫ່ວງ​ເຫຼັກ​ເກາະ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຫ່ວງ​ເຫຼັກ​ເກາະ1
ນັອດຕົວ​ຜູ້ (⅜ x 3-¼ ນິ້ວ)2
ນັອດຕົວແມ່ (⅜ ນິ້ວ)2

ໃຊ້​ນັອດ​ຕົວ​ຜູ້ 2 ນັອດ (⅜ x 3-¼ ນິ້ວ) ແລະ ນັອດ​ຕົວ​ແມ່ 2 ນັອດ (⅜ ນິ້ວ) ເພື່ອ​ຮັດຫ່ວງ​ເຫຼັກ​ເກາະ​ໃສ່​ຖານ (ຮູບສະແດງ 13).

g299562

ການ​ຕິດ​ຕັ້ງ​ເບາະ​ນັ່ງ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຊຸດ​ເບາະ​ນັ່ງ (ສັ່ງ​ແຍກ​ຕ່າງ​ຫາກ, ໃຫ້​ເບິ່ງ​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ)1

ຕິດ​ຕັ້ງ​ເບາະ​ນັ່ງ, ໃຫ້​ເບິ່ງ ຄຳ​ແນະ​ນຳ​ການ​ຕິດ​ຕັ້ງຊຸດ​ເບາະ​ນັ່ງ.

ການຕິດຕັ້ງພວງມະໄລ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ພວງມະໄລ1
ຝາປົກ1
  1. ເອົາພວງ​ມະ​ໄລ​ອອກ​ຈາກ​ຖານ​ຮອງ​ຂົນ​ສົ່ງ (ຮູບສະແດງ 14).

    g307379
  2. ເອົານັອດ​ຕົວ​ແມ່​ນີ​ລັອກ ແລະ ແຫວນ​ຮອງ​ອອກ​ຈາກ​ເພົາ​ພວງ​ມະ​ໄລ.

    Note: ໃຫ້​ແນ່​ໃຈ​ວ່າ​ປອກ​ໂຟມ​ຍັງ​ຄົງ​ຢູ່​ໃນ​ແກນພວງ​ມະ​ໄລ (ຮູບສະແດງ 14).

  3. ເລື່ອນພວງມະໄລ ແລະ ແຫວນ​ຮອງໃສ່ແກນພວງມະໄລ (ຮູບສະແດງ 14).

  4. ໃຊ້ນັອດ​ຕົວ​ແມ່​ນີ​ລັອກເພື່ອ​ຮັດ​ພວງ​ມະ​ໄລ​ໃສ່​ແກນ. ຮັດ​ນັອດຕົວ​ແມ່​ນີ​ລັອກໃຫ້​ໄດ້ 27 ຫາ 35 N∙m (20 ເຖິງ 26 ft-lb).

  5. ຍຶດ​ຝາ​ປົກ​ໃສ່​ພວງ​ມະ​ໄລ (ຮູບສະແດງ 14).

ການຕິດ​ຕັ້ງສະ​ຫຼາກສຽງ

ລຸ້ນ 31907 ແລະ 31909

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສະ​ຫຼາກ​ສຽງ (ອາ​ໄຫຼ່ 144-0512)1

ສຳ​ລັບ​ລຸ້ນ 31907 ແລະ 31909, ຕິດ​ຕັ້ງ​ສະ​ຫຼາກ​ສຽງ (ອາໄຫຼ່ 144-0512) ໃສ່​ໃກ້​ສະ​ຫຼາກບອກ​ປີ​ຂອງລຸ້ນ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 15.

ໃຫ້​ແນ່​ໃຈ​ວ່າ​ພື້ນ​ຜິວ​ສະ​ອາດ ແລະ ແຫ້ງ.

g353549

ການ​ຕິດ​ຕັ້ງເຄື່ອງ​ກັນ​ຊົນ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ເຄື່ອງ​ກັນ​ຊົນ1
ນັອດຕົວ​ຜູ້ (⅜ x 2-¾ ນິ້ວ)2
ນັອດຕົວ​ຜູ້ (⅜ x 3-¼ ນິ້ວ)4
ນັອດຕົວແມ່ (⅜ ນິ້ວ)6
  1. ເອົາເຄື່ອງ​ກັນ​ຊົນ​ອອກ​ຈາກ​ຖານ​ຮອງ​ຂົນ​ສົ່ງ.

  2. ຮັດ​ບໍ​ລິ​ເວນ​ດ້ານ​ເທິງ​ຂອງ​ເຄື່ອງ​ກັນ​ຊົນ​ໃສ່​ໂຄງ​ເຄື່ອງ​ຈັກ​ແບບ​ຫຼວມໆ​ດ້ວຍ​ການ​ໃຊ້​ນັດ​ຕົວ​ຜູ້ 4 ອັນ (⅜ x 3-¼ ນິ້ວ) ແລະ ນັອດ​ຕົວ​ແມ່ 4 ອັນ (⅜ ນິ້ວ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 16.

    g302775
  3. ຮັດເຄື່ອງ​ກັນ​ຊົນ​ຢູ່​ກ້ອງໂຄງ​ເຄື່ອງ​ຈັກ​ແບບ​ຫຼວມໆ​ດ້ວຍ​ການ​ໃຊ້​ນັດ​ຕົວ​ຜູ້ 2 ອັນ (⅜ x 2-¾ ນິ້ວ) ແລະ ນັອດ​ຕົວ​ແມ່ 2 ອັນ (⅜ ນິ້ວ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 16.

  4. ຮັດ​ຕົວ​ອຸ​ປະ​ກອນ​ໃສ່​ໃຫ້​ແໜ້ນ.

ການ​ປັບ​ຕຳ​ແໜ່ງ​ຄານ​ກັນ​ປີ້ນ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ

ຍົ​ກ​ຄານ​ກັນ​ປີ້ນ​ຂຶ້ນ; ໃຫ້​ເບິ່ງ ການຍົກຄານກັນປີ້ນຂຶ້ນ.

ການເຊື່ອມ​ຕໍ່ແບັດ​ເຕີ​ຣີ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ

ເຊື່ອມຕໍ່ແບັດ​ເຕີ​ຣີ; ໃຫ້​ເບິ່ງ ການເຊື່ອມ​ຕໍ່ແບັດ​ເຕີ​ຣີ.

ການ​ຕິດ​ຕັ້ງ​ສິ່ງ​ທີ່​ຕິດ​ມາ​ນຳ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສິ່ງ​ທີ່​ຕິດ​ມາ​ນຳ​ເປັນ​ຕົວ​ເລືອກ (ສັ່ງ​ແຍກ​ຕ່າງ​ຫາກ, ໃຫ້​ເບິ່ງ​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ)1
ນັອດ​ກຽວ​ຫົວ​ຈົມ (⅜ ນິ້ວ)2
ແຫວນຮອງ⅜ ນິ້ວ2
ນັອດລັອກແມ່​ໜ້າ​ແປນ (⅜ ນິ້ວ)2

Important: ເມື່ອ​ສະ​ຫຼັບ​ປ່ຽນ​ສິ່ງ​ທີ່​ຕິດ​ມາ, ໃຫ້​ຢືນ​ຢັນ​ກັບ​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ​ເຖິງ​ຈຳ​ນວນ​ຂອງ​ນ້ຳ​ໜັກ​ດ້ານ​ຫຼັງ​ທີ່​ຖືກ​ຕ້ອງ​ສຳ​ລັບ​ສິ່ງ​ທີ່​ຕິດ​ມາ​ນຳ​ສະ​ເພາະ​ນັ້ນ.

ຕິດ​ຕັ້ງ​ສິ່ງ​ທີ່​ຕິດ​ມາ​ນຳ​ທາງ​ດ້ານ​ໜ້າ (ເຊັ່ນ: ໜ່ວຍ​ຕັດ, ຄ້ອນ​ຟາດ, ໃບໄຖ, ຫຼື ເຄື່ອງ​ເປົ່າ); ໃຫ້​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ​ນີ້ ແລະ ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ສິ່ງ​ທີ່​ຕິດ​ມານຳ​ຂອງ​ທ່ານ​ສຳ​ລັບ​ຄຳ​ແນະ​ນຳ​ການ​ຕິດ​ຕັ້ງ​ເພີ່ມ​ເຕີມ.

  1. ໃນ​ຂະ​ນະ​ທີ່​ກຳ​ລັງ​ຄ້ຳ​ເພົາ​ຂັບ​ເຄື່ອນ, ໃຫ້​ເອົາ​ນັດ​ກຽວ​ມີ​ຫົວ ແລະ ນັອດ​ລັອກ​ຕົວ​ແມ່​ທີ່​ຍຶດເຫຼັກ​ຄ້ຳ​ເພົາ​ຂັບ​ເຄື່ອນ​ອອກ​ໄປ​ໃສ່​ເຫຼັກ​ຄ້ຳ​ຕິດ​ວາວ​ພວງ​ມະ​ໄລ (ຮູບສະແດງ 17) ແລະ ປ່ອຍ​ເພົາ​ຂັບ​ເຄື່ອນ​ຕ່ຳ​ລົງ​ຢ່າງ​ລະ​ມັດ​ລະ​ວັງ.

    Note: ເອົາ​ນັອດ​ຫົວ​ກຽວ ແລະ ນັອດ​ລັອກ​ຕົວ​ແມ່​ຖິ້ມ.

    g340623
  2. ໃຫ້​ແນ່​ໃຈ​ວ່າ​ເພົາ PTO ຖືກ​ຈັດ​ລຽງ; ໃຫ້​ເບິ່ງ ການ​ຈັດ​ລຽງເພົາ​ຂັບ​ເຄື່ອນ PTO.

  3. ໃຫ້​ຜູ້​ຊ່ວຍ​ນັ່ງ​ຢູ່​ໃນ​ບ່ອນ​ນັ່ງ, ບິດກະ​ແຈ​ໄປ​ຕຳ​ແໜ່ງເປີດ ແລະ ໃຊ້​ປຸ່ມ​ຍົກ​ສິ່ງ​ທີ່​ຕິດ​ມາ​ນຳ​ເພື່ອ​ປ່ອຍ​ແຂນ​ຍົກ​ໃຫ້​ຕ່ຳ​ລົງ​ໃນ​ຂະ​ນະ​ທີ່​ທ່ານຍູ້​ລົງ​ຢູ່​ໃນ​ແຂນ​ຍົກ.

  4. ຈັດ​ລຽງ​ຮູ​ຢູ່​ໃນ​ແຂນ​ຍົກ​ດ້ວຍ​ຮູ​ທີ່​ຢູ່​ໃນ​ແຂນ​ສິ່ງ​ທີ່​ຕິດ​ມາ​ຕາມ​ທີ່​ໄດ້​ອະ​ທິ​ບາຍ​ໄວ້​ຢູ່​ໃນຄຳ​ແນະ​ນຳ​ການ​ຕິດ​ຕັ້ງສິ່ງ​ທີ່​ຕິດ​ມາ​ນຳ.

  5. ຈັດ​ລຽງ​ຮ່ອງ​ຟັນ​ເຟືອງ​ຢູ່​ໃນເຫຼັກ​ຄ້ຳ​ເພົາ​ຂັບ​ເຄື່ອນໃສ່​ໃນ​ຮ່ອງ​ຟັນ​ເຟືອງ​ຂອງ​ເພົາ​ການ​ໃສ່​ສິ່ງ​ທີ່​ຕິດ​ມາ​ນຳ​ເຂົ້າ​ໄປ (ຮູບສະແດງ 18) ແລະ ເລື່ອນ​ເຫຼັກ​ຄ້ຳ​ໄປ​ເທິງ​ເພົາ.

    g340624
  6. ປະ​ກອບ​ນັອດ​ກຽວ​ຫົວ​ຈົມ (⅜ x 2-¼ ນິ້ວ) ຜ່ານ​ແຫວນ​ແປ (⅜ ນິ້ວ) ແລະ ຮູ​ຢູ່​ໃນ​ເຫຼັກ​ຄ້ຳ​ເພົາ​ຂັບ​ເຄື່ອນ (ຮູບສະແດງ 19) ແລະ ຮັດ​ນັອດຫົວ​ກຽວ​ດ້ວຍ​ນັອດ​ລັອກ​ແມ່​ໜ້າ​ແປນ (⅜ ນິ້ວ).

    g340626
  7. ປະ​ກອບ​ນັອດ​ກຽວ​ຫົວ​ຈົມ (⅜ x 2-¼ ນິ້ວ) ຜ່ານ​ແຫວນ​ແປ (⅜ ນິ້ວ) ແລະ ຮູ​ຢູ່​ໃນ​ເຫຼັກ​ຄ້ຳ​ເພົາ​ຂັບ​ເຄື່ອນຈາກ​ທິດ​ທາງ​ກົງ​ກັນ​ຂ້າມ (ຮູບສະແດງ 19) ແລະ ຮັດ​ນັອດຫົວ​ກຽວ​ດ້ວຍ​ນັອດ​ລັອກ​ແມ່​ໜ້າ​ແປນ (⅜ ນິ້ວ).

  8. ບິດ​ນັອດ​ລັອກ​ຕົວ​ແມ່​ເພີ່ມ​ຂຶ້ນ​ຈົນ​ຮອດ 61 N∙m (45 ft-lb) ໃນ​ຮູບ​ແບບ​ສະ​ຫຼັບ.

ການກວດເບິ່ງລະດັບຂອງ​ແຫຼວ

ກ່ອນ​ທີ່​ຈະ​ທ່ານ​ຈະ​ເລີ່ມຕິດ​ຈັກ​ເປັນ​ຄັ້ງ​ທຳ​ອິດ, ໃຫ້​ດຳ​ເນີນ​ການກວດ​ເບິ່ງ​ລະ​ດັບ​ຂອງ​ແຫຼວດັ່ງ​ຕໍ່​ໄປ​ນີ້:

ການກວດເບິ່ງຄວາມດັນຂອງຢາງລົດ

ກວດເບິ່ງຄວາມດັນຂອງຢາງລົດ; ໃຫ້​ເບິ່ງ ການກວດເບິ່ງຄວາມດັນລົ​ມຂອງຢາງລົດ.

Important: ຮັກສາຄວາມດັນໄວ້ໃນຢາງທຸກ​ເສັ້ນເພື່ອຮັບປະກັນຄຸນນະພາບຂອງການຕັດ ແລະ ປະສິດທິພາບຂອງເຄື່ອງຈັກທີ່ເໝາະສົມ. ຢ່າ​ປ່ອຍ​ໃຫ້​ຢາງ​ອ່ອນ.

ການ​ຕິດ​ຕັ້ງ​ຊຸດ​ເຄື່ອງ​ມື CE Kit

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຊຸດ​ເຄື່ອງ​ມື CE Kit (ສັ່ງ​ແຍກ​ຕ່າງ​ຫາກ, ໃຫ້​ເບິ່ງ​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ)1

ຖ້າ​ທ່ານ​ນຳ​ໃຊ້​ເຄື່ອງ​ຈັກ​ຢູ່​ໃນ​ປະ​ເທດ​ທີ່​ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານ CE, ຕິດ​ຕັ້ງ​ຊຸດ​ເຄື່ອງ​ມື CE Kit; ໃຫ້​ເບິ່ງຄຳ​ແນະ​ນຳ​ການ​ຕິດ​ຕັ້ງຊຸດ​ເຄື່ອງ​ມື.

ການ​ເພີ່ມ​ນ້ຳ​ໜັກ​ດ້ານ​ຫຼັງ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ນ້ຳ​ໜັກ—19 ກ​ລ (42 ປອນ) [ຈຳ​ນວນແຕກ​ຕ່າງ​ກັນ​ໄປ​ຕາມ​ລຸ້ນ​ຂອງ​ທ່ານ]
ນ້ຳ​ໜັກ—6 ກ​ລ (15 ປອນ) [ຈຳ​ນວນແຕກ​ຕ່າງ​ກັນ​ໄປ​ຕາມ​ລຸ້ນ​ຂອງ​ທ່ານ]
ຊຸດ​ເຄື່ອງ​ມື​ຕົວ​ຄ້ຳ​ນ້ຳ​ໜັກ (ຖ້າ​ຈຳ​ເປັນ)1
ນ້ຳ​ໜັກ—11 ກ​ລ (25 ປອນ) [ຈຳ​ນວນແຕກ​ຕ່າງ​ກັນ​ໄປ​ຕາມ​ລຸ້ນ​ຂອງ​ທ່ານ]

ໃຫ້​ເບິ່ງ​ຕາ​ຕະ​ລາງ​ຕໍ່​ໄປ​ນີ້​ສຳລັບ​ນ້ຳ​ໜັກ​ທີ່​ໄດ້​ຈັດ​ສົ່ງ​ກັບ​ແຕ່​ລະ​ເຄື່ອງ​ຈັກ:

ລຸ້ນນ້ຳ​ໜັກ​ດ້ານ​ຫຼັງທີ່​ຈັດ​ສົ່ງ
31900ນ້ຳ​ໜັກ 2 ອັນ (ແຕ່​ລະ​ອັນ 19 ກ​ລ ຫຼື 42 ປອນ)
31901ນ້ຳ​ໜັກ 1 ອັນ (19 ກ​ລ ຫຼື 42 ປອນ)
31907ນ້ຳ​ໜັກ 0 ອັນ
31909ນ້ຳ​ໜັກ 5 ອັນ (ແຕ່​ລະ​ອັນ 19 ກ​ລ ຫຼື 42 ປອນ) ແລະ ນ້ຳ​ໜັກ 2 ອັນ (ແຕ່​ລະ​ອັນ 6 ກ​ລ ຫຼື 15 ປອນ)

ການ​ກຳ​ນົດ​ນ້ຳ​ໜັກ​ດ້ານ​ຫຼັງ​ທີ່​ຕ້ອງ​ການ

ໃຫ້​ແນ່​ໃຈ​ວ່າ​ເຄື່ອງ​ຈັກ​ຂອງ​ທ່ານ​ມີ​ຈຳ​ນວນ​ນ້ຳ​ໜັກ​ດ້ານ​ຫຼັງຕ່ຳ​ສຸດ​ຕາມ​ລົດ​ຕັດ​ຫຍ້າ​ຂອງ​ທ່ານ ແລະ ການ​ລວມ​ກັນ​ຂອງ​ສິ່ງທີ່​ຕິດ​ມາ​ນຳ. ທ່ານ​ຍັງ​ສາ​ມາດ​ເພີ່ມ​ນ້ຳ​ໜັກ​ດ້ານ​ຫຼັງ​ໄດ້​ຕື່ມ​ອີກ​ເພື່ອ​ເພີ່ມ​ປະ​ສິດ​ທິ​ພາບ​ການ​ໃຊ້​ງານ​ຢູ່​ບ່ອນ​ຄ້ອຍ​ຊັນ.

Note: ຖ້າ​ທ່ານ​ມີ​ຊຸດອຸປະ​ກອນ CE Kit ຕິດ​ຕັ້ງ​ມາ​ພ້ອມ, ໃຫ້​ເບິ່ງຄຳ​ແນະ​ນຳ​ການ​ຕິດ​ຕັ້ງຊຸດ​ເຄື່ອງ​ມື​ສຳ​ລັບ​ສະ​ຫຼາກ​ຄວາມ​ຊັນ​ທີ່​ເໝາະ​ສົມ​ສຳ​ລັບ​ລົດ​ຕັດ​ຫຍ້າ​ຂອງ​ທ່ານ ແລະ ການ​ລວມ​ກັນ​ຂອງ​ສິ່ງ​ທີ່​ຕິດ​ມາ​ນຳ. ໃຫ້​ແນ່​ໃຈ​ວ່າ​ໄດ້​ເພີ່ມ​ຈຳ​ນວນ​ນ້ຳ​ໜັກ​ດ້ານ​ຫຼັງ​ທີ່​ຖືກ​ຕ້ອງ​ໃສ່ (ຕົວ​ຢ່າງ: ນ້ຳ​ໜັກ​ໃຫ້​ໄດ້​ຕາມ​ມາດ​ຕະ​ຖານ​ຄວາມ​ຄ້ອຍ​ຊັນ​ທີ່​ຕ້ອງ​ການ ຫຼື ນ້ຳ​ໜັກ​ໃຫ້​ໄດ້​ຕາມ​ການ​ເພີ່ມ​ປະ​ສິດ​ທິ​ພາບ​ການ​ໃຊ້​ງານ​ຢູ່​ບ່ອນ​ຄ້ອຍ​ຊັນ).

ນ້ຳ​ໜັກ​ດ້ານ​ຫຼັງ​ທີ່​ຕ້ອງ​ການ​ຕ່ຳ​ສຸດ

ໝາຍເລກລຸ້ນລົດ​ຕັດ​ຫຍ້າໝາຍເລກລຸ້ນ ຫຼື ຊື່​ສິ່ງ​ທີ່​ຕິດ​ມາ​ນຳຈຳ​ນວນ​ຂອງ​ນ້ຳ​ໜັກ​ທີ່​ຕ້ອງ​ການ
19 ກ​ລ (42 ປອນ)6 ກ​ລ (15 ປອນ)11 ກ​ລ (25 ປອນ)ລວມທັງ​ໝົດ
GraphicGraphicGraphic
3190031970, 31971, 319742002
31970, 31971, 31974 ແລະ ເຄື່ອງ​ກັນ​ແດດ3003
31972, 31973, 319753003
31972, 31973, 31975 ແລະ ເຄື່ອງ​ກັນ​ແດດ4004
028354004
02835 ແລະ ເຄື່ອງ​ກັນ​ແດດ5005
ຟອ​ຍກວາດ​ໝູນ M-B4004
MSC23345 ແລະ 31990*5207
ຟອ​ຍກວາດ​ໝູນ M-B ແລະ 31990*52310
ເຄື່ອງກວາດ​ຫິ​ມະ Erskine ແລະ 31990*5229
3190131970, 31971, 319741001
31970, 31971, 31974 ແລະ ເຄື່ອງ​ກັນ​ແດດ2002
31972, 31973, 319752002
31972, 31973, 31975 ແລະ ເຄື່ອງ​ກັນ​ແດດ3003
028353003
02835 ແລະ ເຄື່ອງ​ກັນ​ແດດ3003
ຟອ​ຍກວາດ​ໝູນ M-B4004
MSC23345 ແລະ 31990*5005
ຟອ​ຍກວາດ​ໝູນ M-B ແລະ 31990*52310
ເຄື່ອງກວາດ​ຫິ​ມະ Erskine ແລະ 31990*5229
3190731970, 3197100 00
31970, 31971 ແລະ ເຄື່ອງ​ກັນ​ແດດ0000
31972, 319731001
31972, 31973 ແລະ ເຄື່ອງ​ກັນ​ແດດ2002
028351001
02835 ແລະ ເຄື່ອງ​ກັນ​ແດດ2002
ຟອ​ຍກວາດ​ໝູນ M-B1001
MSC23345 ແລະ 31990*5207
ຟອ​ຍກວາດ​ໝູນ M-B ແລະ 31990*
ເຄື່ອງກວາດ​ຫິ​ມະ Erskine ແລະ 31990*
3190931970, 319715207
31972, 31973
02835
MSC23345
ຟອ​ຍກວາດ​ໝູນ M-B
ເຄື່ອງກວາດ​ຫິ​ມະ Erskine
*ລຸ້ນ 31990 ແມ່ນ​ສ່ວນ​ປະ​ກອບ​ໃນ​ລະ​ດູ​ໜາວ. ຂໍ້​ກຳ​ນົດ​ຄວາມ​ຕ້ອງ​ການ​ນ້ຳ​ໜັກ​ຕາມ​ທີ່​ເຮັດ​ເປັນ​ລາຍ​ການ​ໄວ້​ແມ່ນ​ສຳ​ລັບ​ສ່ວນ​ປະ​ກອບ​ສຳ​ລັບ​ລະ​ດູ​ໜາວ ແລະ ສິ່ງ​ທີ່​ຕິດ​ມາ​ນຳ​ທີ່​ໄດ້​ຕິດ​ຕັ້ງ​ມາ​ພ້ອມ​ກັນ (ຕົວ​ຢ່າງ: ເຄື່ອງກວາດ​ຫິ​ມະ ຫຼື ຟອຍກວດ​ໝູນ). 

ນ້ຳ​ໜັກ​ດ້ານ​ຫຼັງ​ທີ່​ຕ້ອງ​ການ​ສຳ​ລັບການ​ເພີ່ມປະ​ສິດ​ທິ​ພາບ​ການ​ໃຊ້​ງານ​ຢູ່​ບ່ອນ​ຄ້ອຍ​ຊັນ

ໝາຍເລກລຸ້ນລົດ​ຕັດ​ຫຍ້າໝາຍເລກລຸ້ນ ຫຼື ຊື່​ສິ່ງ​ທີ່​ຕິດ​ມາ​ນຳຈຳ​ນວນ​ຂອງ​ນ້ຳ​ໜັກ​ທີ່​ຕ້ອງ​ການ
19 ກ​ລ (42 ປອນ)6 ກ​ລ (15 ປອນ)11 ກ​ລ (25 ປອນ)ລວມທັງ​ໝົດ
GraphicGraphicGraphic
3190031970, 31971, 319745005
31970, 31971, 31974 ແລະ ເຄື່ອງ​ກັນ​ແດດ505
31972, 31973, 31975505
31972, 31973, 31975 ແລະ ເຄື່ອງ​ກັນ​ແດດ505
02835505
02835 ແລະ ເຄື່ອງ​ກັນ​ແດດ527
3190131970, 31971, 319745207
31970, 31971, 31974 ແລະ ເຄື່ອງ​ກັນ​ແດດ50 5
31972505
31973, 31975527
31972, 31973, 31975 ແລະ ເຄື່ອງ​ກັນ​ແດດ505
02835527
02835 ແລະ ເຄື່ອງ​ກັນ​ແດດ527
3190731970, 319715207
31970, 31971 ແລະ ເຄື່ອງ​ກັນ​ແດດ404
31972, 31973505
31972, 31973 ແລະ ເຄື່ອງ​ກັນ​ແດດ303
02835325
02835 ແລະ ເຄື່ອງ​ກັນ​ແດດ202

ຖ້າ​ທ່ານ​ຕ້ອງ​ການ​ເພີ່ມ​ນ້ຳ​ໜັກ​ດ້ານ​ຫຼັງ, ຕິດ​ຕໍ່​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ​ສຳ​ລັບ​ນ້ຳ​ໜັກ​ເພີ່ມ​ເຕີມ ແລະ ໃຫ້​ເບິ່ງ​ຂັ້ນ​ຕອນ​ດຳ​ເນີນ​ການ​ຕິດ​ຕັ້ງ​ຕໍ່​ໄປ​ນີ້:

ການ​ເພີ່ມ​ນ້ຳ​ໜັກ 19 ກ​ລ (42 ປອນ)

  1. ມາຍ​ອຸ​ປະ​ກອນ​ທີ່​ຮັດ​ຄານ​ລັອກ​ນ້ຳ​ໜັກ​ໃສ່ເຄື່ອງ​ກັນ​ຊົນ.

    g299565
  2. ເພີ່ມ​ຈຳ​ນວນ​ນ້ຳ​ໜັກ​ທີ່​ຕ້ອງ​ການ​ໃສ່.

  3. ຮັດ​ອຸ​ປະ​ກອນ​ຄານ​ລັອກ​ນ້ຳ​ໜັກ​ເພື່ອຍຶດ​ນ້ຳ​ໜັກ​ໃສ່​ເຄື່ອງ​ກັນ​ຊົນ.

ການ​ເພີ່ມ​ນ້ຳ​ໜັກ 6 ກ​ລ (15 ປອນ)

  1. ໃຫ້​ເບິ່ງ​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ​ເພື່ອ​ສັ່ງ​ອາ​ໄຫຼ່​ຕໍ່​ໄປ​ນີ້:

    ຊື່​ອາ​ໄຫຼ່ຈຳ​ນວນອາ​ໄຫຼ່ເບີ
    ນັອດກຽວ (⅜ x 3-½ ນິ້ວ)2116-4701
    ແຫວນຮອງ2125-9676
    ນັອດຕົວແມ່ (⅜ ນິ້ວ)2104-8301
  2. ໃຊ້​ອຸ​ປະ​ກອນ​ເພື່ອ​ຍຶດ​ນ້ຳ​ໜັກໃສ່​ເຄື່ອງ​ກັນ​ຊົນ (ຮູບສະແດງ 21).

    g324822

ການ​ເພີ່ມ​ນ້ຳ​ໜັກ 11 ກ​ລ (25 ປອນ)

ສຳ​ລັບ​ລົດ​ຕັດ​ຫຍ້າ/ໂຄງ​ຮ່າງ​ສິ່ງ​ທີ່​ຕິດ​ມາ​ນຳ​ທີ່​ຕ້ອງ​ການນ້ຳ​ໜັກຈົນ​ເຖິງ 2 ອັນ (ແຕ່​ລະ​ອັນ 11 ກ​ລ ຫຼື 25 ປອນ) :

  1. ໃຫ້​ເບິ່ງ​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ​ເພື່ອ​ສັ່ງ​ຊຸດເຄື່ອງ​ມື​ເຫຼັກ​ຄ້ຳ​ນ້ຳ​ໜັກ (ອາໄຫຼ່ເບີ 144-0480).

  2. ຕິດ​ຕັ້ງຊຸດເຄື່ອງ​ມື​ເຫຼັກ​ຄ້ຳ​ນ້ຳ​ໜັກ, ໃຫ້​ເບິ່ງ ຄຳ​ແນະ​ນຳ​ການ​ຕິດ​ຕັ້ງຊຸດ​ເຄື່ອງ​ມື.

ສຳ​ລັບ​ລົດ​ຕັດ​ຫຍ້າ/ໂຄງ​ຮ່າງ​ສິ່ງ​ທີ່​ຕິດ​ມາ​ນຳ​ທີ່​ຕ້ອງ​ການນ້ຳ​ໜັກຫຼາຍກວ່າ 2 ອັນ (ອັນ​ລະ 11 ກ​ລ ຫຼື 25 ປອນ): [ຕົວ​ຢ່າງ: ລົດ​ຕັດ​ຫຍ້າລຸ້ນ 31900 ທີ່​ມີ MSC23345 ແລະ 31990 ຕິດ​ຕັ້ງ​ມາ​ພ້ອມ]

  1. ໃຫ້​ເບິ່ງ​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ​ເພື່ອ​ສັ່ງ​ອາ​ໄຫຼ່​ຕໍ່​ໄປ​ນີ້:

    ຊື່​ອາ​ໄຫຼ່ຈຳ​ນວນອາ​ໄຫຼ່ເບີ
    ນັອດຕົວ​ຜູ້ (⅜ x 4 ນິ້ວ)2323-16
    ນັອດຕົວແມ່ (⅜ ນິ້ວ)23256-3
    ນ້ຳ​ໜັກ (11 ກ​ລ ຫຼື 25 ປອນ)1144-0484-03
    ຊຸດເຄື່ອງ​ມື​ເຫຼັກ​ຄ້ຳ​ນ້ຳ​ໜັກ (ລວມ​ມີ​ອຸ​ປະ​ກອນ​ຕິດ ແລະ ນ້ຳ​ໜັກ 2 ອັນ)1144-0480
  2. ໃຫ້​ປະ​ຕິ​ບັດ​ຂັ້ນ​ຕອນ​ຕໍ່​ໄປ​ນີ້​ຕາມ​ສະ​ຖາ​ນະ​ການ​ສະ​ເພາະ​ຂອງ​ທ່ານຄື:

    Note: ໃຫ້​ເບິ່ງ ຮູບສະແດງ 22 ສຳ​ລັບ​ຂັ້ນ​ຕອນ​ເຫຼົ່າ​ນີ້.

    • ສຳ​ລັບຊຸດເຄື່ອງ​ມື​ເຫຼັກ​ຄ້ຳ​ນ້ຳ​ໜັກທີ່​ຍັງ​ບໍ່​ໄດ້​ຕິດ​ຕັ້ງ​ເທື່ອ:

      1. ໃຊ້​ນັອດ​ຕົວ​ຜູ້ (⅜ x 4 ນິ້ວ) ແລະ ນັອດ​ຕົວ​ແມ່ (⅜ ນິ້ວ) ເພື່ອຍຶດ​ນ້ຳ​ໜັກ 3 ອັນ​ໃສ່​ເຫຼັກ​ຄ້ຳ (ຮູບສະແດງ 22).

      2. ໃຊ້​ນັອດ​ຕົວ​ຜູ້ ແລະ ນັອດ​ຕົວ​ແມ່​ຫົວ​ຫົກ​ຫຼ່ຽມ (ລວມ​ມີ​ຢູ່​ໃນ​ຊຸດ​ອຸ​ປະ​ກອນ) ເພື່ອຍຶດ​ເຫຼັກ​ຄ້ຳ​ນ້ຳ​ໜັກ​ໃສ່​ເຄື່ອງ​ຈັກ (ຮູບສະແດງ 22).

    • ສຳ​ລັບຊຸດເຄື່ອງ​ມື​ເຫຼັກ​ຄ້ຳ​ນ້ຳ​ໜັກທີ່ໄດ້​ຕິດ​ຕັ້ງມາ​ກ່ອນ:

    1. ໃຫ້​ເອົາ​ເຫຼັກ​ຄ້ຳ​ນ້ຳ​ໜັກ​ອອກ​ຈາກ​ເຄື່ອງ​ຈັກ (ຮູບສະແດງ 22).

      ຮັກ​ສາ​ອຸ​ປະ​ກອນ​ໄວ້.

    2. ໃຫ້​ເອົາ​ອຸ​ປະ​ກອນ​ທີ່​ມີ​ຢູ່​ທີ່​ຍຶດ​ນ້ຳ​ໜັກ​ໃສ່​ເຫຼັກ​ຄ້ຳ​ນັ້ນ​ອອກ.

    3. ໃຊ້​ນັອດ​ຕົວ​ຜູ້ (⅜ x 4 ນິ້ວ) ແລະ ນັອດ​ຕົວ​ແມ່ (⅜ ນິ້ວ) ເພື່ອຍຶດ​ນ້ຳ​ໜັກ 3 ອັນ​ໃສ່​ເຫຼັກ​ຄ້ຳ (ຮູບສະແດງ 22).

    4. ໃຊ້​ອຸ​ປະ​ກອນ​ທີ່​ເອົາ​ອອກ​ກ່ອນ​ນັ້ນເພື່ອ​ຍຶດເຫຼັກ​ຄ້ຳ​ນ້ຳ​ໜັກໃສ່ເຄື່ອງ​ຈັກ​ນັ້ນ (ຮູບສະແດງ 22).

g331756

ການ​ປັບການ​ໂອນ​ນ້ຳ​ໜັກ​ຂອງ​ສິ່ງ​ທີ່​ຕິດ​ມາ​ນຳ

ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້​ພຽງ​ແຕ່​ຖ້າ​ທ່ານ​ກຳ​ລັງ​ຕິດ​ຕັ້ງສິ່ງ​ທີ່​ຕິດ​ມາ​ນຳ​ນອກ​ເໜືອ​ຈາກ​ໜ່ວຍ​ຕັດ​ໝູນ​ມາດ​ຕະ​ຖານ (ຕົວ​ຢ່າງ: ເຄື່ອງກວາດ​ຫິ​ມະ, ໃບ​ມີດ ຫຼື ຄ້ອນ​ຟາດ).

ທ່ານ​ສາ​ມາດ​ປ່ຽນ​ຄ​ວາມ​ດັນ​ໄຮໂດຼລິກ​ໃຊ້​ເພື່ອ​ໂອນ​ນ້ຳ​ໜັກ​ຂອງ​ສິ່ງ​ທີ່​ຕິດ​ມາ​ໃສ່​ລົດ​ຕັດ​ໜ້າ​ໄດ້​ໂດຍ​ການ​ປັບ​ວາວ​ການ​ໂອນ​ນ້ຳ​ໜັກ​ຂອງທໍ່​ແຍກ​ເຂົ້າ​ອອກ​ຂອງ​ໄຮໂດຼລິກ. ເພື່ອ​ປະ​ສິດ​ທິ​ພາບ​ດີ​ທີ່​ສຸດ, ປັບ​ວາວ​ໂອນ​ນ້ຳ​ໜັກ​ເພື່ອ​ໃຫ້​ການ​ເຄື່ອນ​ເໜັງແຮງ​ຂອງ​ສິ່ງ​ທີ່​ຕິດ​ມາ​ໜ້ອຍ​ທີ່​ສຸດ​ຢູ່​ເທິງໜ້າ​ດິນ​ບໍ່​ສະ​ໝ່ຳ​ສະ​ເໝີ, ແຕ່​ຍັງ​ປັບ​ວາວ​ເພື່ອ​ໃຫ້​ສິ່ງ​ທີ່​ຕິດ​ມາ​ບໍ່​ຂີ່​ໄປ​ຢ່າງ​ໜັກ​ຜ່ານ​ໜ້າ​ດິນ​ພຽງ ຫຼື ເພື່ອ​ປ່ອຍ​ຕ່ຳລົງ​ຢ່າງ​ໄວ​ເກີນ​ໄປ.

  • ເພື່ອເພີ່ມ​ປະ​ສິດ​ທິ​ພາບ​ການ​ຕິດ​ຕາມ​ແນວ​ລະ​ດັບ​ຂອງ​ສິ່ງ​ທີ່​ຕິດ​ມາ​ໃນ​ເວ​ລາ​ທີ່​ທ່ານ​ນຳ​ໃຊ້​ເຄື່ອງ​ຈັກ​ເທິງ​ພື້ນ​ດິນ​ບໍ່​ຮາບ​ພຽງ, ຫຼຸດຄວາມ​ດັນ​ການ​ໂອນ​ນ້ຳ​ໜັກ (ໄຮໂດຼລິກ) ຢູ່​ທີ່​ທໍ່​ແຍກ​ເຂົ້າ​ອອກ​ຂອງ​ໄຮໂດຼລິກ.

    Note: ຖ້າລໍ້​ເລື່ອນສິ່ງ​ທີ່​ຕິດ​ມາ​ນຳ ຫຼື ຂອບ​ນຳ​ພາ​ຂອງ​ເຄື່ອງກວາດ​ຫິ​ມະ​ລອຍ​ຢູ່​ເທິງ​ພື້ນ​ດິນ, ແຮງ​ດັນ​ໄຮໂດຼລິກ​ຂອງວາວ​ໂອນ​ນ້ຳ​ໜັກ​ສູງ​ເກີນ​ໄປ.

  • ເມື່ອ​ທ່ານ​ກຳ​ລັງ​ຕັດ​ສະ​ໜາມ​ຫຍ້າ​ພຽງ, ເມື່ອ​ໜ່ວຍ​ຕັດ​ກຳ​ລັງ​ລອກ​ຫຍ້າ​ອອກ, ຖ້າ​ຄຸນ​ນະ​ພາບ​ຂອງ​ການ​ຕັດ​ບໍ່​ສະ​ໝ່ຳ​ສະ​ເໝີ​ຈາກ​ດ້ານ​ຫາ​ດ້ານ ຫຼື ຂອບ​ນຳ​ພາ​ຂອງ​ເຄື່ອງກວາດ​ຫິ​ມະ​ກຳ​ລັງ​ຂູດ​ໜັກ​ເກີນ​ໄປ, ເພີ່ມແຮງ​ດັນ​ການ​ໂອນ​ນ້ຳ​ໜັກ​ຢູ່​ທີ່​ທໍ່​ແຍກ​ທາງ​ເຂົ້າ​ອອກ​ຂອງ​ໄຮໂດຼລິກ.

    Note: ການ​ເພີ່ມ​ແຮງ​ດັນ​ການ​ໂອນ​ນ້ຳ​ໜັກ​ຍັງ​ໂອນ​ນ້ຳ​ໜັກ​ຈາກ​ສິ່ງ​ທີ່​ຕິດ​ມາ​ນຳ​ໄປ​ຫາ​ລໍ້​ຂອງ​ລົດ​ຕັດ​ຫຍ້າ, ດັ່ງ​ນັ້ນ​ເປັນ​ການ​ເພີ່ມ​ການ​ດຶງ​ລາກ​ຂອງ​ລົດ​ຕັດ​ຫຍ້າ.

ປັບແຮງ​ດັນ​ການ​ໂອນ​ນ້ຳ​ໜັກດັ່ງ​ຕໍ່​ໄປ​ນີ້:

  1. ນຳ​ໃຊ້​ເຄື່ອງ​ຈັກ​ເປັນ​ເວ​ລາ 10 ນາ​ທີ.

    Note: ນີ້​ຈະ​ເປັນ​ການອຸ່ນ​ນ້ຳ​ມັນ​ໄຮໂດຼລິກ.

  2. ຈອດເຄື່ອງຈັກຢູ່ໃນບ່ອນພຽງ​ໄດ້ລະດັບ, ປ່ອຍສິ່ງ​ທີ່​ຕິດ​ມາ​ນຳຕ່ຳລົງ, ໃສ່​ເບ​ຣກມື, ມອດຈັກ ແລະ ຖອດກະແຈອອກຈາກສະ​ວິດ.

  3. ຊອກ​ຫາ​ທໍ່​ແຍກ​ທາງ​ເຂົ້າ​ອອກ​ລິບ​ຢູ່​ກ້ອງ​ເຄື່ອງ​ຈັກ (ຮູບສະແດງ 23).

    g299920
  4. ຕໍ່​ເຄື່ອງ​ແທກ​ຄວາມ​ດັນ​ໃສ່​ຮູ​ສຽບ​ທົດ​ສອບ (ໃສ່​ເຄື່ອງ​ໝາຍ​ໄວ້​ເປັນ G1; ໃຫ້​ເບິ່ງ ຮູບສະແດງ 24).

    g299924
  5. ຢູ່​ດ້ານ​ຂ້າງ​ຂອງ​ທໍ່​ແຍກ​ທາງ​ເຂົ້າ​ອອກ​ລິບ, ເອົາ​ຝາ​ປິດ​ອອກ​ຈາກ​ຮູ​ສຽບ​ທົດ​ສອບ (ໃສ່​ເຄື່ອງ​ໝາຍ​ໄວ້​ເປັນ G1; ໃຫ້​ເບິ່ງ ຮູບສະແດງ 24).

  6. ມາຍ​ນັອດ​ຊ້ອນ​ສອງ​ຢູ່​ປາຍ​ຂອງຫຼອດ​ການ​ໂອນ​ນ້ຳ​ໜັກ (ໃສ່​ເຄື່ອງ​ໝາຍ​ໄວ້​ເປັນ LC; ໃຫ້​ເບິ່ງ ຮູບສະແດງ 24).

  7. ຕິດ​ຈັກ, ຕັ້ງ​ຄັນ​ເລັ່ງ​ເປັນກາ​ລັງ​ຕີແຮງ.

  8. ໃຊ້​ກະ​ແຈ​ບິດ​ຫົວ​ຈົມຫົກ​ຫຼ່ຽມ​ເພື່ອ​ປັບ​ວາວ​ປັບ​ຄວາມ​ທ່ຽງ​ຂອງ​ຫຼອດ​ການ​ໂອນ​ນ້ຳ​ໜັກ​ຈົນ​ກວ່າ​ເຄື່ອງ​ແທກ​ຊີ້ບອກ​ແຮງ​ດັນ​ທີ່​ຕ້ອງ​ການ, ໃຫ້​ເບິ່ງ​ຕາ​ຕະ​ລາງ​ຕໍ່​ໄປ​ນີ້​ສຳ​ລັບ​ການ​ຕັ້ງ​ຄ່າ​ແຮງດັນ​ທີ່​ແນະ​ນຳ​ສຳ​ລັບ​ສິ່ງ​ທີ່​ຕິດ​ມາ​ນຳ.

    • ໝູນ​ນັອດ​ປັບ​ໄປ​ຕາມ​ທິດ​ເຂັມ​ໂມງ​ເພື່ອ​ເພີ່ມ​ແຮງ​ດັນ.

    • ໝູນ​ນັອດ​ປັບ​ໄປ​ຕາມ​ທິດທວນ​ເຂັມ​ໂມງ​ເພື່ອຫຼຸດ​ແຮງ​ດັນ.

    ສິ່ງ​ທີ່​ຕິດ​ມາ​ນຳແຮງ​ດັນ​ການ​ໂອນ​ນ້ຳ​ໜັກ
    ໜ່ວຍຕັດໝູນ17.24 bar (250 psi)
    ຈັກຕັດ​ຫຍ້າ​ແບບ​ຄ້ອນຟາດ (ເລກ​ລຸ້ນ 02835)13.79 bar (200 psi)
    ເຄື່ອງກວາດ​ຫິ​ມະ17.24 bar (250 psi)
    ໃບ​ມີດ​ຕັດ​ຫິ​ມະ (ເລກ​ລຸ້ນ MSC23345)13.79 bar (200 psi)
    ຟອຍກວາດ​ໝູນ (1.5 ມ ຫຼື 5 ຟຸດ)17.24 bar (250 psi)
  9. ມອດຈັກ ແລະ ຖອດກະແຈ.

  10. ຮັດ​ນັອດ​ຊ້ອນ​ສອງ​ໃຫ້​ແໜ້ນ​ຢູ່​ທີ່​ປາຍ​ຂອງ​ຫຼອດ​ໂອນ​ນ້ຳ​ໜັກ ແລະ ບິດ​ນັອດ​ໃຫ້​ໄດ້ 13 ຫາ 16 N∙m (10 ຫາ 12 ft-lb).

  11. ອັດຝາປິດຄືນໃສ່​ຮູບ​ສຽບ​ທົດ​ສອບ.

  12. ເອົາ​ເຄື່ອງ​ແທກ​ຄວາມ​ດັນ​ອອກ​ຈາກ​ຮູ​ສຽບ​ທົດ​ສອບ.

ພາບລວມຂອງຜະລິດຕະພັນ

g219621

ແປ້ນຂັບເຄື່ອນ

Note: ປັບ​ຕຳ​ແໜ່ງ​ບ່ອນ​ນັ່ງ​ກ່ອນ​ທີ່​ທ່ານ​ຈະ​ໃຊ້​ງານ​ເຄື່ອງ​ຈັກ. ໃຫ້​ເບິ່ງຄຳ​ແນະ​ນຳ​ການ​ຕິດ​ຕັ້ງຊຸດ​ອຸ​ປະ​ກອນ​ເບາະ​ນັ່ງສຳ​ລັບ​ຄຳ​ແນະ​ນຳ​ການ​ປັບ​ບ່ອນ​ນັ່ງ.

ແປ້ນຂັບເຄື່ອນ (ຮູບສະແດງ 26) ເພື່ອເຄື່ອນຍ້າຍເຄື່ອງຈັກໄປທາງ​ໜ້າ ຫຼື ກັບ​ຫຼັງ.

  • ເຄື່ອນຍ້າຍ​ເຄື່ອງ​ຈັກ​ໄປ​ທາງ​ໜ້າ: ໃຊ້​ຫົວ​ໂປ້​ຕີນ​ຂອງ​ທ່ານ​ກົດ​ລົງ​ໃສ່​ດ້ານ​ເທິງ​ສຸດ​ຂອງແປ້ນ​ຢຽບ.

  • ເຄື່ອນຍ້າຍ​ເຄື່ອງ​ຈັກກັບ​ຫຼັງ: ໃຊ້​ຫົວ​ໂປ້​ຕີນ​ຂອງ​ທ່ານ​ກົດ​ລົງ​ໃສ່ພື້ນ​ຂອງແປ້ນ​ຢຽບ.

Note: ທ່ານ​ສາ​ມາດ​ໄດ້​ຮັບ​ການປະ​ຕິ​ບັດ​ການ​ຄົງ​ທີ່​ໄດ້​ໂດຍ​ການ​ສືບ​ຕໍ່​ໃຊ້​ສົ້ນ​ຕີນ​ຂອງ​ທ່ານ​ລົງ​ໃສ່​ຖານ​ຢຽບ ແລະ ກົດ​ແປ້ນ​ຢຽບ​ດ້ວຍ​ຫົວ​ໂປ້​ຕີນ​ຂອງ​ທ່ານ.

ຄວາມໄວພື້ນດິນ​ເປັນ​ສັດ​ສ່ວນ​ຕໍ່​ກັບ​ວ່າ​ແປ້ນ​ຢຽບ​ຖືກ​ກົດ​ໄປ​ໄກ​ປານ​ໃດ. ສຳລັບຄວາມໄວພື້ນດິນສູງສຸດ, ທ່ານ​ຕ້ອງກົດແປ້ນຂັບ​ເຄື່ອນຢ່າງເຕັມສ່ວນໃນຂະນະທີ່ຄັນ​ເລັ່ງຢູ່ໃນຕຳແໜ່ງ ໄວ. ຄວາມ​ໄວ​ສູງ​ສຸດ​ຂອງ​ການ​ໄປ​ໜ້າ​ແມ່ນ​ມີ​ດັ່ງ​ຕໍ່​ໄປ​ນີ້:

  • ໝາຍ​ເລກ​ລຸ້ນ 31900 ແລະ 31901: 21 ກມ/ຊມ (13 ໄມ​ຕໍ່​ຊົ່ວ​ໂມງ)

  • ໝາຍ​ເລກ​ລຸ້ນ 31907 ແລະ 31909: 24 ກມ/ຊມ (15 ໄມ​ຕໍ່​ຊົ່ວ​ໂມງ)

ເພື່ອ​ໃຫ້​ໄດ້​ກຳ​ລັງ​ສູງ​ສຸດ​ພາຍ​ໃຕ້​ການ​ໂຫຼດ​ໜັກ ຫຼື ເມື່ອ​ຂຶ້ນ​ພູ, ໃຫ້​ຄັນ​ເລັ່ງ​ຢູ່ໃນ​ຕຳ​ແໜ່ງໄວໃນ​ຂະ​ນະ​ທີ່​ກຳ​ລັງ​ກົດ​ແປ້ນ​ຂັບ​ເຄື່ອນ​ເລັກ​ນ້ອຍ​ເພື່ອ​ຮັກ​ສາ​ຄວາມ​ໄວ​ເຄື່ອງ​ຈັກ (rpm) ໄວ້​ສູງ. ຖ້າ​ຄວາມ​ໄວ​ເຄື່ອງ​ຈັກ​ເລີ່ມ​ຫຼຸດ​ລົງ​ຢ່າງ​ໄວ, ປ່ອຍ​ແປ້ນ​ຂັບ​ເຄື່ອນ​ເພື່ອ​ປ່ອຍ​ໃຫ້​ຄວາມ​ໄວ​ຂອງ​ເຄື່ອງ​ຈັກ​ເພີ່ມ​ຂຶ້ນ.

g219608

ຄັນ​ບັງ​ຄັບພວງ​ມະ​ໄລ

ເພື່ອ​ບິດ​ພວງ​ມະ​ໄລ​ໄປ​ຍັງ​ທ່ານ, ກົດ​ຄັນ​ບັງ​ຄັບ​ພວງ​ມະ​ໄລ (ຮູບສະແດງ 26) ລົງ ແລະ ດຶງຫົວ​ບັງ​ຄັບ​ພວງ​ມະ​ໄລ​ມາ​ຍັງ​ຕົວ​ທ່ານ. ປ່ອຍ​ຄັນ​ບັງ​ຄັບ​ເມື່ອ​ຫົວ​ພວງ​ມະ​ໄລ​ຢູ່​ທີ່​ຕຳ​ແໜ່ງ​ທີ່​ເຮັດ​ໃຫ້​ທ່ານ​ຈັບພວງ​ມະ​ໄລ​ໄດ້​ສະ​ດວກ​ສະ​ບາຍ.

ເບຣກມື

ທຸກ​ຄັ້ງ​ທີ່​ທ່ານມອດ​ຈັກ, ໃຫ້​ໃສ່​ເບ​ຣກ​ມື (ຮູບ​ທີ 16) ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຄື່ອງ​ຈັກ​ໄຫຼ​ໄປ​ໂດຍບັງ​ເອີນ.

  • ໃສ່ເບ​ຣກມື: ດຶງ​ມື​ຈັບ​ຂຶ້ນ​ຫາ​ຕຳ​ແໜ່ງໃສ່​ແລ້ວ.

    g219574
  • ປົດ​ເບ​ຣກ​ມື: ໃຊ້​ຫົວ​ໂປ້​ຕີນ​ຂອງ​ທ່ານ​ຍູ້​ປຸ່ມ​ຢູ່​ດ້ານ​ເທິງ​ຂອງ​ມືຈັບ​ລົງ ແລະ ປ່ອຍ​ມື​ຈັບ​ຕ່ຳ​ລົງ​ໄປ​ຫາຕຳ​ແໜ່ງປົດ​ແລ້ວ.

    Note: ຖ້າ​ຍັງ​ບໍ່​ໄດ້​ປ່ອຍ​ມື​ຈັບ​ລົງ​ຈຳ, ເຄື່ອງ​ຈັກ​ມອດ​ເມື່ອເປີດ​ໃສ່ແປ້ນຂັບເຄື່ອນ.

ຕູ້​ຄວບ​ຄຸມ​ເຄື່ອງ​ຈັກ

ໃຫ້ເບິ່ງ​ພາກ​ຕໍ່​ໄປ​ນີ້​ສຳ​ລັບ​ລາຍ​ລະ​ອຽດ​ຂອງ​ການ​ຄວບ​ຄຸມ​ຕູ້​ຄວບ​ຄຸມ​ເຄື່ອງ​ຈັກ (ຮູບສະແດງ 28).

g300409

ປຸ່ມ​ຍົກ​ສິ່ງ​ທີ່​ຕິດ​ມາ​ນຳ

ປຸ່ມ​ຍົກ​ສິ່ງ​ທີ່​ຕິດ​ມາ​ນຳຍົກ​ສິ່ງ​ທີ່​ຕິດ​ມາ​ນຳ​ຂຶ້ນ​ສູ່​ຕຳ​ແໜ່ງ​ສູງ​ສຸດ (ເຊັ່ນ: ຕຳ​ແໜ່ງການ​ຂົນ​ສົ່ງ) ແລະ ປ່ອຍ​ສິ່ງ​ທີ່​ຕິດ​ມາ​ນຳ​ລົງ​ສູ່​ຕຳ​ແໜ່ງ​ສູງ​ສຸດ (ເຊັ່ນ: ຕຳ​ແໜ່ງໃຊ້​ງານ).

  • ຍົກ​ສິ່ງ​ທີ່​ຕິດ​ມາ​ນຳ​ຂຶ້ນ: ກົດ​ດ້ານ​ຫຼັງ​ຂອງ​ປຸ່ມ.

  • ປ່ອຍ​ສິ່ງ​ທີ່​ຕິດ​ມາ​ນຳ​ຕ່ຳ​ລົງ: ກົດ​ດ້ານ​ໜ້າ​ຂອງ​ປຸ່ມ.

ຍົກ​ສິ່ງ​ທີ່​ຕິດ​ມາ​ນຳ​ຂຶ້ນ​ສູ່ຕຳ​ແໜ່ງການ​ຂົນ​ສົ່ງທຸກ​ຄັ້ງ​ທີ່​ທ່ານ​ຂົນ​ສົ່ງ​ເຄື່ອງ​ຈັກ​ລະ​ຫວ່າງ​ສະ​ຖານ​ທີ່​ຕ່າງໆ. ປ່ອຍສິ່ງ​ທີ່​ຕິດ​ມາ​ນຳ​ຕ່ຳ​ລົງ​ສູ່​ຕຳ​ແໜ່ງໃຊ້​ງານທຸກ​ຄັ້ງ​ທີ່​ທ່ານ​ບໍ່​ນຳ​ໃຊ້​ເຄື່ອງ​ຈັກ.

ປຸ່ມ PTO

  • ໃສ່ PTO: ດຶງສະ​ວິດຂຶ້ນ.

  • ປົດ PTO: ຍູ້​ສະ​ວິດ​ລົງ.

ທ່ານ​ຄວນ​ໃສ່ PTO ພຽງ​ແຕ່​ເມື່ອ​ສິ່ງ​ທີ່​ຕິດ​ມາ​ນຳ PTO ຢູ່​ໃນ​ຕຳ​ແໜ່ງໃຊ້​ງານ​ເທົ່າ​ນັ້ນ (ປ່ອຍຕ່ຳ​ລົງ​ສູ່​ພື້ນ​ດິນ​ດ້ວຍ​ການ​ຕໍ່​ກັບ​ເພົາ​ຂັບ​ເຄື່ອນ ແລະ ທ່ານ​ພ້ອມ​ເລີ່ມ​ຕົ້ນ​ການ​ໃຊ້​ງານ.

Note: ຖ້າ​ທ່ານ​ອອກ​ຈາກ​ບ່ອນ​ນັ່ງ​ຂອງ​ຜູ້​ໃຊ້​ງານ​ໃນ​ຂະ​ນະ​ທີ່​ສະ​ວິດ PTO ຢູ່​ໃນ​ຕຳ​ແໜ່ງເປີດ, ເຄື່ອງ​ຈັກ​ຈະ​ມອດ​ຈັກ​ໂດຍ​ອັດ​ຕະ​ໂນ​ມັດ, ໃຫ້​ເບິ່ງ ການ​ຕັ້ງ​ຄ່າ​ການ​ເຮັດ​ໜ້າ​ທີ່​ຂອງ PTO ຄືນ​ໃໝ່.

ສະວິດກະແຈ

ສະວິດກະແຈມີ 3 ຕຳແໜ່ງ: ປິດ, ເປີດ/ອຸ່ນເຄື່ອງ ແລະ ຕິດ​ຈັກ.

ໃຊ້​ສະວິດ​ເພື່ອ​ຕິດ ຫຼື ມອດ​ຈັກ [ໃຫ້​ເບິ່ງ ການຕິດຈັກ. ຫຼື ການມອດເຄື່ອງຈັກ] ຫຼື ເພື່ອ​ທົບ​ທວນ​ຄືນ​ເບິ່ງ​ຂໍ້​ມູນ​ໜ້າ​ຈໍ​ສະ​ແດງ​ຜົນ [ໃຫ້​ເບິ່ງ ການ​ເຂົ້າ​ໃຈ​ຂໍ້​ມູນ​ໜ້າ​ຈໍ​ສະ​ແດງ​ຜົນ].

ການຄວບຄຸມຄັນ​ເລັ່ງ

ການ​ຄວບ​ຄຸມ​ຄັນ​ເລັ່ງ​ປັບ​ຄວາມ​ໄວ​ຂອງ​ເຄື່ອງ​ຈັກ.

  • ເພີ່ມ​ຄວາມ​ໄວ​ຂອງ​ເຄື່ອງ​ຈັກ: ເຄື່ອນ​ຄັນ​ໂຍກ​ໄປ​ຂ້າງ​ໜ້າ.

  • ຫຼຸດ​ຄວາມ​ໄວ​ຂອງ​ເຄື່ອງ​ຈັກ: ເຄື່ອນ​ຄັນ​ໂຍກກັບ​ຄືນ​ຫຼັງ.

ສະ​ວິດຫົວເຜົາ

ໃຊ້​ສະ​ວິດ​ຫົວເຜົາ​ເພື່ອ​ຊ່ວຍ​ຕິດ​ຈັກ​ເຢັນ.

ໜ້າ​ຈໍສະ​ແດງ​ຜົນ

ໜ້າຈໍ​ສະ​ແດງ​ຜົນສະ​ແດງ​ຂໍ້​ມູນກ່ຽວ​ກັບ​ເຄື່ອງ​ຈັກ​ຂອງ​ທ່ານເຊັ່ນ: ສະ​ຖາ​ນະ​ການໃຊ້​ງານ, ການ​ວິ​ນິດ​ໄສ​ຕ່າງໆ ແລະ ຂໍ້​ມູນ​ອື່ນໆ.

ໃຫ້ເບິ່ງ ການ​ເຂົ້າ​ໃຈ​ຂໍ້​ມູນ​ໜ້າ​ຈໍ​ສະ​ແດງ​ຜົນ ສຳ​ລັບ​ຂໍ້​ມູນໜ້າ​ຈໍ​ສະ​ແດງ​ຜົນ.

ປຸ່ມ​ໜ້າ​ຈໍສະ​ແດງ​ຜົນ

ການ​ຄວບ​ຄຸມ​ຫ້ອງ​ຂັບ

ເຄື່ອງ​ຈັກຫ້ອງ​ຂັບ​ຕິດ​ຕັ້ງ​ມາພ້ອມ
g320790

ສະ​ວິດຟອຍ​ປັດ​ແວ່ນ​ໜ້າ​ລົດ

ໃຊ້​ສະ​ວິດ (ຮູບສະແດງ 29) ເພື່ອ​ເປີດ ຫຼື ປິດຟອຍ​ປັດ​ແວ່ນ​ໜ້າ​ລົດ.

ລູກ​ບິດ​ຄວບ​ຄຸມ​ພັດ​ລົມ

ໝູນລູກ​ບິດ​ຄວບ​ຄຸມ​ພັດ​ລົມ (ຮູບສະແດງ 29) ເພື່ອ​ຄວບ​ຄຸມ​ຄວາມ​ໄວ​ຂອງ​ພັດ​ລົມ.

ສະວິດໄຟ

ກົດສະ​ວິດ (ຮູບສະແດງ 29) ເພື່ອ​ເປີດ ຫຼື ປິດໄຟ​ດອກ​ໄຟ.

ລູກ​ບິດ​ຄວບ​ຄຸມອຸນ​ຫະ​ພູມ

ໝູນລູກ​ບິດ​ຄວບ​ຄຸມອຸນ​ຫະ​ພູມ (ຮູບສະແດງ 29) ເພື່ອ​ຄວບ​ຄຸມອຸນ​ຫະ​ພູມ​ອາ​ກາດ​ຢູ່​ໃນ​ຫ້ອງ​ຂັບ.

ສະ​ວິດເຄື່ອງ​ປັບ​ອາກາດ

ໃຊ້​ສະ​ວິດນີ້ (ຮູບສະແດງ 29) ເພື່ອ​ເປີດ ຫຼື ປິດເຄື່ອງ​ປັບ​ອາ​ກາດ. ໃຊ້ລູກ​ບິດ​ຄວບ​ຄຸມ​ພັດ​ລົມເພື່ອ​ຄວບ​ຄຸມ​ການ​ປັບ​ອາ​ກາດ.

ເປີດ​ຊ່ອງ​ລະ​ບາຍ​ອາ​ກາດ (ຮູບສະແດງ 29) ເມື່ອ​ເປີດ​ການ​ປັບ​ອາ​ກາດ​ຢູ່.

Note: ຂໍ້ກຳ​ນົດ​ສະ​ເພາະ ແລະ ການອອກແບບແມ່ນມີການປ່ຽນແປງໂດຍບໍ່ຕ້ອງແຈ້ງ.

g334796
ລາຍລະອຽດຮູບສະແດງ 30 ເອ​ກະ​ສານ​ອ້າງ​ອີງຂະ​ໜາດ ຫຼື ນ້ຳ​ໜັກ
ຄວາມ​ສູງ​ຂອງ​ຄານ​ກັນ​ປີ້ນ​ທີ່​ຍົກ​ຂຶ້ນ D200 ຊມ (79 ນິ້ວ)
ຄວາມ​ສູງ​ຂອງ​ຄານ​ກັນ​ປີ້ນ​ທີ່ປ່ອຍ​ຕ່ຳ​ລົງC111 ຊມ (44 ນິ້ວ)
ຄວາມ​ສູງ​ຂອງ​ຫ້ອງ​ຂັບ (ລຸ້ນ 31909)J226 ຊມ (89 ນິ້ວ)
ຄວາມຍາວ​ໂດຍ​ລວມ (ນ້ຳ​ໜັກ​ດ້ານ​ຫຼັງ​ທີ່​ຕິດ​ມາ​ພ້ອມ) [ລຸ້ນ 31900, 31901 ແລະ 31909]ມີ​ສິ່ງ​ທີ່​ຕິດ​ມາ​ນຳ​ຕິດ​ຕັ້ງ​ມາ​ພ້ອມ Gສູງ​ສຸດ 332 ຊມ (131 ນິ້ວ)
ລົດ​ຕັດ​ຫຍ້າ​ເທົ່າ​ນັ້ນIສູງ​ສຸດ 272 ຊມ (107 ນິ້ວ)
ຄວາມຍາວ​ໂດຍ​ລວມ (ບໍ່​ມີ​ນ້ຳ​ໜັກ​ດ້ານ​ຫຼັງ​ທີ່​ຕິດ​ມາ​ພ້ອມ) [ລຸ້ນ 31907]ມີ​ສິ່ງ​ທີ່​ຕິດ​ມາ​ນຳ​ຕິດ​ຕັ້ງ​ມາ​ພ້ອມFສູງ​ສຸດ 312 ຊມ (123 ນິ້ວ)
ລົດ​ຕັດ​ຫຍ້າ​ເທົ່າ​ນັ້ນHສູງ​ສຸດ 253 ຊມ (99.5 ນິ້ວ)
ຄວາມກວ້າງ​ໂດຍ​ລວມ (ມີ​ສິ່ງ​ທີ່​ຕິດ​ມາ​ນຳ​ຕິດ​ຕັ້ງ​ມາ​ພ້ອມ)Bໃຫ້​ເບິ່ງ ຂໍ້​ກຳ​ນົດ​ສະ​ເພາະ​ຄວາມກວ້າງ.
ຄວາມ​ຍາວຖານລໍ້ລົດE132 ຊມ (52 ນິ້ວ)
ຄວາມກວ້າງດອກ​ຢາງ​ລໍ້​ໜ້າລຸ້ນ 31900 ແລະ 31901A132 ຊມ (52 ນິ້ວ)
ລຸ້ນ 31907 ແລະ 31909136 ຊມ (53.5 ນິ້ວ)
ຄວາມກວ້າງດອກ​ຢາງ​ລໍ້ຫຼັງ ລຸ້ນ 31900 122 ຊມ (48 ນິ້ວ)
ລຸ້ນ 31901, 31907 ແລະ 31909 128 ຊມ (50 ນິ້ວ)
ຄວາມ​ສູງ​ພື້ນ​ລົດ​ຫ່າງ​ຈາກ​ພື້ນ​ດິນລຸ້ນ 31900 ແລະ 31901 20 ຊມ (8 ນິ້ວ)
ລຸ້ນ 31907 ແລະ 31909 21 ຊມ (8-5/16 ນິ້ວ)
ນ້ຳໜັກສຸດທິລຸ້ນ 31900 794 ກ​ລ (1,751 ປອນ)
ລຸ້ນ 31901 792 ກ​ລ (1,747 ປອນ)
ລຸ້ນ 31907 836 ກ​ລ (1,843 ປອນ)
ລຸ້ນ 31909 1,106 ກ​ລ (2,439 ປອນ)

ຂໍ້​ກຳ​ນົດ​ສະ​ເພາະ​ຄວາມກວ້າງ

ໃຫ້​ເບິ່ງ​ຕາ​ຕະ​ລາງ​ຕໍ່​ໄປ​ນີ້​ສຳ​ລັບ​ການ​ວັດ​ແທກ​ຄວາມກວ້າງ​ຕາມ​ໜ່ວຍ​ຕັດ​ທີ່​ໄດ້​ຕິດ​ຕັ້ງ​ມາ​ຂອງ​ທ່ານ:

ໜ່ວຍຕັດລວງ​ກ້​ວາງ
ລຸ້ນ 31970198 ຊມ (78 ນິ້ວ)
ລຸ້ນ 31971168 ຊມ (66 ນິ້ວ)
ລຸ້ນ 31972228 ຊມ (90 ນິ້ວ)
ລຸ້ນ 31973198 ຊມ (78 ນິ້ວ)
ລຸ້ນ 31974158 ຊມ (62 ນິ້ວ)
ລຸ້ນ 31975188 ຊມ (74 ນິ້ວ)
ລຸ້ນ 02835 (ຄ້ອນ​ຟາດ)218 ຊມ (86 ນິ້ວ)

ສິ່ງທີ່ຕິດມານຳ/ອຸປະກອນເສີມ

ການຄັດເລືອກສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ໄດ້ຮັບການອະ​ນຸ​ມັດຈາກ Toro ແມ່ນມີໃຫ້ໃຊ້ກັບເຄື່ອງຈັກເພື່ອຍົກ​ລະ​ດັບ ແລະ ຂະຫຍາຍຄວາມສາມາດຂອງມັນ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຕົວແທນຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດ ຫຼື ເຂົ້າໄປທີ່ www.Toro.com ສຳລັບລາຍຊື່ສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ຖືກອະນຸມັດທັງໝົດ.

ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ, ໃຫ້ນຳໃຊ້ແຕ່ອາໄຫຼ່ ແລະ ອຸປະກອນປ່ຽນຖ່າຍຂອງ Toro ເທົ່ານັ້ນ. ອາໄຫຼ່ປ່ຽນ​ຖ່າຍ ແລະ ອຸປະກອນເສີມທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ ແລະ ການນຳໃຊ້ດັ່ງກ່າວອາດເຮັດໃຫ້ການຄ້ຳປະກັນຂອງສິນຄ້າເປັນໂມຄະ.

ການປະຕິບັດງານ

ກ່ອນການປະຕິບັດງານ

ຄວາມປອດໄພກ່ອນການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ຢ່າປ່ອຍໃຫ້ເດັກນ້ອຍ ຫຼື ຄົນທີ່ບໍ່ໄດ້ຮັບການຝຶກອົບຮົມເຮັດວຽກ ຫຼື ບຳ​ລຸງ​ຮັກ​ສາເຄື່ອງຈັກ. ລະບຽບການໃນທ້ອງຖິ່ນອາດຈະຈຳກັດອາຍຸຂອງຜູ້ປະຕິບັດການ. ເຈົ້າຂອງມີ​ຄວາມຮັບຜິດຊອບໃນການຝຶກອົບຮົມຜູ້ປະຕິບັດການ ແລະ ຊ່າງກົນຈັກທັງໝົດ.

  • ມີຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງອຸປະກອນ, ການຄວບຄຸມຜູ້ປະຕິບັດການ ແລະ ປ້າຍສັນຍານຄວາມປອດໄພ.

  • ມອດຈັກ, ຖອດກະແຈ ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

  • ຮູ້ວິທີການຢຸດເຄື່ອງຈັກ ແລະ ມອດເຄື່ອງຈັກຢ່າງໄວວາ.

  • ກວດ​ເບິ່ງວ່າ​ສິ່ງຄວບ​ຄຸມຜູ້​ໃຊ້​ງານ-ການ​ປະ​ກົດ​ຕົວຢູ່, ສະ​ວິດ​ຄວາມ​ປອດ​ໄພ ແລະ ເກາະ​ປ້ອງ​ກັນໄດ້​ຕິດ​ໃສ່ ແລະ ໃຊ້​ງານ​ໄດ້​ຢ່າງ​ດີ. ຢ່າ​ໃຊ້​ງານ​ເຄື່ອງ​ຈັກ​ນອກ​ຈາກວ່າ​ພວກ​ມັນ​ໃຊ້​ງານ​ໄດ້​ຢ່າງ​ດີ.

  • ກ່ອນທີ່ຈະຕັດຫຍ້າ, ຕ້ອງກວດກາເຄື່ອງຈັກຢູ່ສະເໝີເພື່ອຮັບປະກັນວ່າໃບ​ມີດ, ນັອດ​ຈັບ​ໃບ​ມີດ ແລະ ອົງ​ປະ​ກອບ​ການຕັດຢູ່ໃນສະພາບການເຮັດວຽກໄດ້ດີ. ປ່ຽນ​ໃບ​ມີດ ແລະ ນັອດທີ່​ຫ້ຽນ ແລະ ເສຍ​ຫາຍຢູ່​ໃນ​ຊຸດ​ເພື່ອ​ຮັກ​ສາ​ຄວາມ​ດຸນ​ດ່ຽງ.

  • ກວດກາບໍລິເວນທີ່ທ່ານຈະໃຊ້ເຄື່ອງຈັກ ແລະ ເອົາວັດຖຸທັງໝົດທີ່ເຄື່ອງຈັກສາມາດຈະ​ເຮັດ​ໃຫ້​ເກີດ​ການ​ຟົ້ງ​ຂຶ້ນໄດ້ນັ້ນ​ອອກ.

ຄວາມປອດໄພຂອງນໍ້າມັນເຊື້ອໄຟ

  • ໃຊ້ຄວາມລະມັດລະວັງທີ່ສຸດໃນການຈັດການກັບນໍ້າມັນເຊື້ອໄຟ. ມັນໄວໄຟ ແລະ ອາຍແກັສຂອງມັນແມ່ນສິ່ງລະເບີດໄດ້.

  • ມອດຢາສູບ, ຊິກາ, ບັ້ງສູບຢາ ແລະ ແຫຼ່ງອື່ນໆທີ່ສາມາດຈຸດໄຟໄດ້.

  • ໃຊ້ຖັງນໍ້າມັນເຊື້ອໄຟທີ່ອະນຸມັດໃຫ້ເທົ່ານັ້ນ.

  • ຢ່າເປີດຝາປິດນໍ້າມັນເຊື້ອໄຟ ຫຼື ເຕີມນໍ້າມັນເຊື້ອໄຟໃນຂະນະທີ່ເຄື່ອງຈັກກຳລັງແລ່ນ ຫຼື ຮ້ອນ.

  • ຢ່າເພີ່ມ ຫຼື ເທນ້ຳມັນເຊື້ອໄຟອອກ​ຢູ່ໃນບ່ອນທີ່ປິດ.

  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

  • ຖ້າທ່ານເຮັດນໍ້າມັນເຊື້ອໄຟກະເດັນ, ຢ່າພະຍາຍາມຕິດຈັກ; ຫຼີກລ່ຽງການສ້າງແຫຼ່ງທີ່ມາຂອງການຈຸດໄຟຈົນກວ່າອາຍນ້ຳມັນເຊື້ອໄຟລະ​ເຫີຍ​ໄປ​ໝົດ​ແລ້ວ.

ການກວດ​ກາ​ເຄື່ອງ​ຈັກ​ປະ​ຈຳ​ວັນ

ກວດ​ເບິ່ງ​ລະ​ບົບ​ເຄື່ອງ​ຈັກ​ຕໍ່​ໄປ​ນີ້​ໃນ​ແຕ່​ລະມື້​ກ່ອນ​ໃຊ້​ງານ​ເຄື່ອງ​ຈັກ:

ການກວດເບິ່ງຄວາມດັນລົ​ມຂອງຢາງລົດ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ການກວດ​ເບິ່ງ​ຄວາມ​ດັນ​ລົມ​ຢູ່​ໃນ​ຢາງ​ລົດ.
    • ຂໍ້​ກຳ​ນົດ​ສະ​ເພາະ​ຄວາມ​ດັນ​ລົມ​ຢາງ​ລົດ (ເຄື່ອງ​ຈັກ​ຂັບ​ເຄື່ອນ 2 ລໍ້):

      • ຢາງ​ໜ້າ: 1.38 bar (20 psi)

      • ຢາງຫຼັງ: 1.93 bar (28 psi)

    • ຂໍ້​ກຳ​ນົດ​ສະ​ເພາະ​ຄວາມ​ດັນ​ລົມ​ຢາງ​ລົດ (ເຄື່ອງ​ຈັກ​ຂັບ​ເຄື່ອນ 4 ລໍ້): 1.38 bar (20 psi)

    ອັນຕະລາຍ

    ຄວາມດັນລົມຂອງຢາງລົດຕ່ຳຫຼຸດ​ຄວາມ​ທ່ຽງ​ການ​ເຄື່ອນ​ໄຫຼ​ຂອງ​ເຄື່ອງ​ຈັກໃນ​ສະ​ພາບເນີນພູ. ນີ້ອາດຈະເຮັດໃຫ້ເກີດການປີ້ນ, ເຊິ່ງອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ເສຍຊີວິດ.

    ຢ່າ​ປ່ອຍ​ໃຫ້​ຢາງ​ອ່ອນ.

    ການກວດ​ເບິ່ງ​ຄວາມ​ດັນ​ລົມ​ຢູ່​ໃນ​ຢາງ​ລົດດ້ານ​ໜ້າ ແລະ ດ້ານ​ຫຼັງ. ເຕີມ ຫຼື ປ່ອຍ​ລົມ​ອອກ​ຕາມ​ທີ່​ຕ້ອງ​ການ​ເພື່ອ​ຕັ້ງ​ຄວາມ​ດັນ​ລົມ​ຢູ່​ໃນ​ຢາງ​ລົດ​ໃຫ້​ໄດ້​ຕາມ​ຂໍ້​ກຳ​ນົດ​ສະ​ເພາະ​ຄວາມ​ດັນ​ລົມຂອງ​ຢາງ​ລົດ.

    Important: ຮັກສາຄວາມດັນໄວ້ໃນຢາງທຸກ​ເສັ້ນເພື່ອຮັບປະກັນຄຸນນະພາບຂອງການຕັດ ແລະ ປະສິດທິພາບຂອງເຄື່ອງຈັກທີ່ຖືກ​ຕ້ອງ.ກວດ​ເບິ່ງ​ຄວາມດັນ​ລົມ​ຢູ່​ໃນ​ຢາງ​ລົດ​ທຸກ​ເສັ້ນ​ກ່ອນ​ໃຊ້​ງານ​ເຄື່ອງ​ຈັກ.

    g001055

    ການຕື່ມນໍ້າມັນເຊື້ອໄຟ

    ຂໍ້​ມູນ​ຈຳ​ເພາະນໍ້າມັນເຊື້ອໄຟ

    Important: ໃຊ້ພຽງແຕ່ນ້ຳກາຊວນຊັ​ລເຟີຕ່ຳ ແລະ ຊັ​ລ​ເພີ​ຕ່ຳທີ່ສຸດເທົ່າ​ນັ້ນ.ການບໍ່ປະຕິບັດຕາມຂໍ້​ຄວນລະວັງຕໍ່ໄປນີ້ອາດຈະສ້າງຄວາມເສຍຫາຍໃຫ້ກັບເຄື່ອງຈັກ.

    • ຢ່າໃຊ້ນ້ຳມັນກາດ ຫຼື ນ້ຳມັນແອັດຊັງແທນນ້ຳມັນກາຊວນ.

    • ຢ່າປະສົມນ້ຳມັນກາດ ຫຼື ນ້ຳມັນເຄື່ອງທີ່​ໃຊ້​ແລ້ວກັບນ້ຳມັນກາຊວນ.

    • ຢ່າເກັບຮັກສານໍ້າມັນເຊື້ອໄຟໄວ້ໃນຖັງທີ່ມີແຜ່ນສັງກະສີຢູ່ທາງໃນ.

    • ຢ່າໃຊ້ສານເຕີມແຕ່ງນໍ້າມັນເຊື້ອໄຟ.

    • ໃຊ້ພຽງແຕ່ນໍ້າມັນເຊື້ອໄຟກາຊວນສະອາດ, ສົດ ຫຼື ນໍ້າມັນກາ​ຊວນຊີວະພາບ​ເທົ່າ​ນັ້ນ.

    • ຊື້ນໍ້າມັນເຊື້ອໄຟໃນປະລິມານທີ່ທ່ານສາມາດນໍາໃຊ້ໄດ້ພາຍໃນ 180 ວັນເພື່ອຮັບປະກັນຄວາມສົດຂອງນໍ້າມັນເຊື້ອໄຟ.

    ນ້ຳມັນກາຊວນປີໂຕລ້ຽມ

    ອັດຕາຊີເທນ: 40 ຫຼື ສູງກວ່າ

    ປະ​ລິ​ມານ​ຊັ​ລ​ເຟີ: ຊັ​ລ​ເຟີ​ຕ່ຳ (<500 ppm) ຫຼື ຊັ​ລ​ເຟີ​ຕ່ຳ​ທີ່​ສຸດ (<15 ppm)

    ໃຊ້ນ້ຳມັນກາຊວນເກ​ຣດລະດູຮ້ອນ (ເບີ 2-D) ທີ່ອຸນຫະພູມສູງກວ່າ -7°C (20°F) ແລະ ນໍ້າມັນເຊື້ອໄຟ​ເກ​ຣດລະດູໜາວ (ເບີ 1-D ຫຼື ເບີ 1-D/2-D ປະສົມ) ທີ່ຢູ່ຕ່ຳກວ່າອຸນຫະພູມນັ້ນ.

    Note: ການນຳໃຊ້ນ້ຳມັນເຊື້ອໄຟເກ​ຣດລະດູໜາວໃນອຸນຫະພູມຕ່ຳເຮັດໃຫ້ມີຈຸດຂົ້ວໄຟຕ່ຳກວ່າ ແລະ ຄຸນລັກສະນະການໄຫຼເຢັນທີ່ຊ່ວຍຫຼຸດຜ່ອນການສະຕາດ ແລະ ຫຼຸດຜ່ອນການອຸດຕັນໝໍ້ກອງເຊື້ອເພີງ.ການນຳໃຊ້ນ້ຳມັນເຊື້ອໄຟເກ​ຣດລະດູຮ້ອນສູງກວ່າ -7°C (20°F) ຊ່ວຍເຮັດໃຫ້ອາ​ຍຸ​ໃຊ້​ງານປ້ຳນ້ຳມັນເຊື້ອໄຟດົນຂຶ້ນ ແລະ ມີພະລັງງານເພີ່ມຂຶ້ນເມື່ອທຽບໃສ່ນ້ຳມັນເຊື້ອໄຟເກ​ຣດລະດູໜາວ.

    ກາຊວນຊີວະພາບ

    ເຄື່ອງຈັກນີ້ຍັງສາມາດໃຊ້ນໍ້າມັນເຊື້ອໄຟປະ​ສົມ​ກາ​ຊວນ​ຊີ​ວິດ​ພາບໄດ້ເຖິງ B20 (ກາ​ຊວນຊີວະພາບ 20%, ກາຊວນປີ​ໂຕ​ຣ​ລຽມ 80%).

    ປະ​ລິ​ມານ​ຊັ​ລເຟີ: ຊັລເຟີຕ່ຳສຸດ (<15 ppm)

    ຂໍ້​ມູນ​ຈຳເພາະນ້ຳມັນກາຊວນຊີວະພາບ: ASTM D6751 ຫຼື EN14214

    ຂໍ້​ມູນ​ຈຳເພາະນ້ຳມັນປະສົມ: ASTM D975, EN590 ຫຼື JIS K2204

    Important: ສັດສ່ວນກາຊວນປີ​ໂຕ​ຣ​ລຽມຕ້ອງມີ​ຊັ​ລເຟີຕ່ຳທີ່ສຸດ.

    ປະ​ຕິ​ບັດ​ຕາມ​ຂໍ້ຄວນລະວັງຕໍ່ໄປນີ້:

    • ການຜະສົມນ້ຳມັນກາຊວນຊີວະພາບອາດຈະທຳລາຍພື້ນຜິວທີ່ຖືກທາສີ.

    • ໃຊ້ B5 (ປະ​ລິ​ມານຂອງນ້ຳມັນກາຊວນຊີວະພາບ 5%) ຫຼື ປະສົມໜ້ອຍລົງໃນອາກາດເຢັນ.

    • ຕິດຕາມການກັນຊຶມ, ທໍ່ຢາງ, ແຫວນທີ່ສຳຜັດກັບນໍ້າມັນເຊື້ອໄຟຍ້ອນວ່າມັນອາດຈະຊຸດໂຊມຕາມການເວລາ.

    • ອາດ​ຈະ​ເກີດມີ​ການ​ອຸດ​ຕັນ​ໃນ​ໝໍ້​ກອງ​ນ້ຳ​ມັນ​ເຊື້ອ​ເພິງ​ເກີດ​ຂຶ້ນ​ເປັນໄລ​ຍະຫຼັງ​ຈາກ​ການ​ປ່ຽນໄປ​ເປັນ​ນ້ຳ​ມັນການ​ຊວນ​ຊີ​ວະ​ພາບ​ແບບ​ປະ​ສົມ.

    • ຕິດຕໍ່ຕົວແທນຈຳໜ່າຍໂຕໂຣທີ່ໄດ້ຮັບອະນຸຍາດຂອງທ່ານ, ຖ້າທ່ານຕ້ອງການຂໍ້ມູນເພີ່ມເຕີມກ່ຽວກັບນໍ້າມັນກາຊວນຊີວະພາບ.

    ການເຕີມນໍ້າມັນເຊື້ອໄຟ

    ຄວາມຈຸຂອງຖັງນໍ້າມັນ: 45 ລິດ (12 ແກນລອນສະຫະລັດ)

    Note: ຖ້າເປັນໄປໄດ້, ໃຫ້ຕື່ມນໍ້າມັນເຊື້ອໄຟຫຼັງຈາກການໃຊ້ແຕ່ລະຄັ້ງ; ນີ້​ເຮັດ​ໃຫ້ຫຼຸດ​ຜ່ອນ​ການ​ເກີດ​ການ​ສະ​ສົມ​ຂອງ​ການ​ຄວບ​ແໜ້ນ​ເປັນ​ນ້ຳ​ຢູ່​ດ້ານ​ໃນ​ຖັງ​ນ້ຳ​ມັນ.

    1. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ (ຮູບສະແດງ 32), ໃສ່ເບ​ຣກມື, ມອດ​ຈັກ ແລະ ຖອດກະ​ແຈ

    2. ບິດຝາປິດອອກຈາກຖັງນໍ້າມັນ.

    3. ຕື່ມ​ນ້ຳ​ມັນ​ໃສ່​ຖັງ​ດ້ວຍ​ນ້ຳ​ມັນ​ທີ່​ກຳ​ນົດ​ສະ​ເພາະ​ຈົນ​ກວ່າ​ເຂັມ​ແທກ​ນ້ຳ​ມັນ​ຊີ້ບອກວ່າ​ນ້ຳ​ມັນ​ເຕັມ​ຖັງ​ແລ້ວ.

    4. ບິດຝາປິດຖັງນໍ້າມັນ​ໃສ່​ຄືນ.

    g287495

    ການກວດເບິ່ງລະບົບຄວາມ​ປອດ​ໄພ-ອິນເຕີລັອກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະບົບອິນເຕີລັອກ.
  • ຈຸດ​ປະ​ສົງ​ຂອງລະບົບຄວາມ​ປອດ​ໄພ-ອິນເຕີລັອກແມ່ນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຄື່ອງ​ຈັກ​ແກວ່ງ ຫຼື ຕິດ​ຈັກ, ນອກ​ຈາກວ່າ​ແປ້ນ​ຂັບ​ເຄື່ອນ​ຢູ່​ໃນ​ຕຳ​ແໜ່ງ​ຫວ່າງ ແລະ ສະ​ວິດ PTO ຢູ່​ໃນ​ຕຳ​ແໜ່ງປິດ. ນອກ​ຈາກ​ນັ້ນ, ເຄື່ອງ​ຈັກ​ຄວນ​ຈະ​ມອດ​ເມື່ອ​ສິ່ງ​ຕໍ່​ໄປ​ນີ້​ເກີດ​ຂຶ້ນ:

    • ສະ​ວິດ PTO ຖືກ​ຕັ້ງ​ໄປ​ທີ່​ຕຳ​ແໜ່ງເປີດ ແລະ ທ່ານ​ບໍ່​ຢູ່​ໃນ​ບ່ອນ​ນັ່ງ.

    • ແປ້ນຂັບເຄື່ອນຖືກ​ກົດ, ແຕ່​ທ່ານ​ບໍ່​ຢູ່​ໃນ​ບ່ອນ​ນັ່ງ.

    • ແປ້ນຂັບເຄື່ອນຖືກ​ກົດ ແລະ ໃສ່​ເບ​ຣກ​ມື​ໄວ້.

    ຂໍ້ຄວນລະວັງ

    ຖ້າຫາກວ່າສະວິດລັອກເຊື່ອມຕໍ່ຄວາມປອດໄພຖືກຕັດຂາດ ຫຼື ເສຍຫາຍ, ເຄື່ອງສາມາດປະຕິບັດງານໂດຍບໍ່ຄາດຄິດເຊິ່ງກໍ່ໃຫ້ເກີດການບາດເຈັບຕໍ່ບຸກຄົນໄດ້.

    • ຢ່າແຕະ​ຕ້ອງປຸ່ມອິນເຕີລັອກ.

    • ກວດເບິ່ງການປະຕິບັດງານຂອງປຸ່ມອິນເຕີລັອກທຸກໆມື້ ແລະ ປ່ຽນປຸ່ມທີ່ເສຍຫາຍກ່ອນທີ່ຈະໃຊ້​ງານເຄື່ອງຈັກ.

    1. ເຄື່ອນ​ຍ້າຍ​ສະ​ວິດ PTO ໄປ​ຕຳ​ແໜ່ງປິດ ແລະ ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກ​ແປ້ນ​ຂັບ​ເຄື່ອນ.

    2. ໝູນສະວິດກະແຈໄປທີ່ຕຳແໜ່ງຕິດ​ຈັກ. ຖ້າ​ຈັກ​ບໍ່​ແກວ່ງ, ສືບ​ຕໍ່​ໄປ​ຫາ​ຂັ້ນ​ຕອນ 3.

      Note: ຖ້າ​ຈັກ​ບໍ່​ແກວ່ງ, ອາດ​ຈະ​ມີ​ຄວາມ​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ລະ​ບົບ​ຄວາມ​ປອດ​ໄພ-ອິນ​ເຕີ​ລັອກ.

    3. ດ້ວຍ​ເຄື່ອງ​ຈັກ​ແລ່ນ​ຢູ່, ລຸກ​ຂຶ້ນ​ຈາກ​ບ່ອນ​ນັ່ງ ແລະ ຕັ້ງ​ສະ​ວິດ PTO ໄປ​ຕຳ​ແໜ່ງເປີດ. ຈັກ​ຄວນ​ຈະ​ມອດ​ພາຍ​ໃນ 2 ວິ​ນາ​ທີ. ຖ້າ​ຈັກ​ບໍ່ມອດ, ສືບ​ຕໍ່​ໄປ​ຫາ​ຂັ້ນ​ຕອນ 4.

      Important: ຖ້າ​ຈັກ​ບໍ່​ມອດ, ມີ​ຄວາມ​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ລະ​ບົບ​ຄວາມ​ປອດ​ໄພ-ອິນ​ເຕີ​ລັອກ. ໃຫ້​ໄປ​ຫາຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.

    4. ເມື່ອເຄື່ອງ​ຈັກ​ແລ່ນ​ຢູ່ ແລະ ສະ​ວິດ PTO ຕັ້ງ​ຢູ່​ໃນ​ຕຳ​ແໜ່ງປິດ, ລຸກ​ອອກບ່ອນ​ນັ່ງ ແລະ ກົດ​ແປ້ນ​ຂັບ​ເຄື່ອນ. ຈັກ​ຄວນ​ຈະ​ມອດ​ພາຍ​ໃນ 2 ວິ​ນາ​ທີ. ຖ້າ​ຈັກ​ບໍ່ມອດ, ສືບ​ຕໍ່​ໄປ​ຫາ​ຂັ້ນ​ຕອນ 5.

      Important: ຖ້າ​ຈັກ​ບໍ່​ມອດ, ມີ​ຄວາມ​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ລະ​ບົບ​ຄວາມ​ປອດ​ໄພ-ອິນ​ເຕີ​ລັອກ. ໃຫ້​ໄປ​ຫາຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.

    5. ໃສ່​ເບ​ຣກມື. ເມື່ອເຄື່ອງ​ຈັກ​ແລ່ນ​ຢູ່ ແລະ ສະ​ວິດ PTO ຕັ້ງ​ຢູ່​ໃນ​ຕຳ​ແໜ່ງເປີດ, ກົດ​ແປ້ນ​ຂັບ​ເຄື່ອນ. ຈັກ​ຄວນ​ຈະ​ມອດ​ພາຍ​ໃນ 2 ວິ​ນາ​ທີ. ຖ້າ​ຈັກ​ມອດ, ສະ​ວິດ​ກຳ​ລັງ​ເຮັດ​ວຽກ​ຢ່າງ​ຖືກ​ຕ້ອງ, ລະ​ບົບ​ອິນ​ເຕີ​ລັອກ​ພ້ອມ​ສຳ​ລັບ​ການ​ໃຊ້​ງານ​ເຄື່ອງ​ຈັກ.

      Important: ຖ້າ​ຈັກ​ບໍ່​ມອດ, ມີ​ຄວາມ​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ລະ​ບົບ​ຄວາມ​ປອດ​ໄພ-ອິນ​ເຕີ​ລັອກ. ໃຫ້​ໄປ​ຫາຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.

    ການປັບຄານກັນປີ້ນ

    ຄຳເຕືອນ

    ການ​ປີ້ນອາດ​ຈະ​ເຮັດ​ໃຫ້ເກີດ​ການບາດ​ເຈັບ ຫຼື ເສຍ​ຊີ​ວິດ​ໄດ້.

    • ຮັກ​ສາ​ຄານ​ກັນ​ປີ້ນ​ໃຫ້​ຢູ່​ໃນ​ຕຳ​ແໜ່ງ​ລັອກ​ທີ່​ຍົກ​ສູງ​ຂຶ້ນ.

    • ໃຊ້ສາຍ​ແອວ​ນິລະ​ໄພ.

    ຄຳເຕືອນ

    ບໍ່​ມີກັນ​ປີ້ນ​ເມື່ອ​ຄານກັນ​ປີ້ນຖືກ​ປ່ອຍ​ຕ່ຳ​ລົງ.

    • ຢ່າ​ນຳ​ໃຊ້​ເຄື່ອງ​ຈັກ​ໃນ​ພື້ນ​ດິນ​ທີ່​ບໍ່​ພຽງ ຫຼື ໃນ​ເປີ້ນ​ພູ​ທີ່​ໄດ້​ປ່ອຍ​ຄານ​ກັນ​ປີ້ນ​ຕ່ຳ​ລົງ.

    • ປ່ອຍຄານກັນປີ້ນຕ່ຳ​ລົງ​ພຽງ​ແຕ່​ເມື່ອ​ຈຳ​ເປັນ​ແທ້ໆ​ເທົ່າ​ນັ້ນ.

    • ຢ່າ​ໃສ່ສາຍ​ແອວ​ນິລະ​ໄພໃນ​ເວ​ລາ​ທີ່​ປ່ອຍ​ຄານ​ກັນ​ປີ້ນ​ຕ່ຳ​ລົງ.

    • ຂັບ​ຂີ່​ຢ່າງ​ຊ້າໆ ແລະ ລະ​ມັດ​ລະວັງ.

    • ຍົກ​ຄານ​ກັນ​ປີ້ນ​ຂຶ້ນ​ທັນ​ທີ​ທີ່​ໄລ​ຍະ​ຫ່າງ​ຈາກ​ພື້ນ​ອະ​ນຸ​ຍາດ.

    • ກວດ​ເບິ່ງ​ໄລ​ຍະ​ຫ່າງ​ສິ່ງ​ກີດ​ຂວາງ​ເທິງ​ຫົວ​ຢ່າງ​ລະ​ມັດ​ລະວັງ (ເຊັ່ນ: ງ່າ​ໄມ້, ປະ​ຕູ​ທາງ​ອອກ ຫຼື ສາຍ​ໄຟ) ກ່ອນ​ທີ່​ຈະ​ຂັບ​ໄປ​ກ້ອງວັດ​ຖຸ​ໃດ​ໜຶ່ງ ແລະ ຢ່າ​ສຳ​ຜັດ​ພວກ​ມັນ.

    ການປ່ອຍຄານກັນປີ້ນຕ່ຳ​ລົງ

    Important: ປ່ອຍຄານກັນປີ້ນຕ່ຳ​ລົງ​ພຽງ​ແຕ່​ເມື່ອ​ຈຳ​ເປັນ​ແທ້ໆ​ເທົ່າ​ນັ້ນ.

    1. ຈອດເຄື່ອງຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ປ່ອຍໜ່ວຍຕັດຕ່ຳລົງ, ມອດ​ຈັກ ແລະ ຖອດກະ​ແຈ.

    2. ເອົາ​ສະ​ຫຼັກ​ລັອກ ແລະ ເຂັມ​ຂັດ​ອອກ​ຈາກ​ຄັນ​ກັນ​ປີ້ນ (ຮູບສະແດງ 33).

    3. ປ່ອຍ​ຄັນ​ກັນ​ປີ້ນ​ຕ່ຳ​ລົງ ແລະ ຍຶດ​ມັນ​ໄວ້​ກັບ​ທີ່​ດ້ວຍ​ເຂັມ​ຂັດ ແລະ ສະ​ຫຼັກ​ລັອກ (ຮູບສະແດງ 33).

    g257846g034164

    ການຍົກຄານກັນປີ້ນຂຶ້ນ

    1. ຈອດເຄື່ອງຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ປ່ອຍໜ່ວຍຕັດຕ່ຳລົງ, ມອດ​ຈັກ ແລະ ຖອດກະ​ແຈອອກ​ຈາກ​ສະ​ວິດ​ກະ​ແຈ.

    2. ເອົາ​ສະ​ຫຼັກ​ລັອກ ແລະ ເຂັມ​ຂັດ​ອອກ​ຈາກ​ຄັນ​ກັນ​ປີ້ນ (ຮູບສະແດງ 34).

    3. ຍົກຄັນ​ກັນ​ປີ້ນຂຶ້ນ ແລະ ຍຶດ​ມັນ​ໄວ້​ກັບ​ທີ່​ດ້ວຍ​ເຂັມ​ຂັດ ແລະ ສະ​ຫຼັກ​ລັອກ (ຮູບສະແດງ 34).

    g034168

    ການ​ເຂົ້າ​ໃຈ​ຂໍ້​ມູນ​ໜ້າ​ຈໍ​ສະ​ແດງ​ຜົນ

    ໜ້າຈໍ​ສະ​ແດງ​ຜົນສະ​ແດງ​ຂໍ້​ມູນກ່ຽວ​ກັບ​ເຄື່ອງ​ຈັກ​ຂອງ​ທ່ານເຊັ່ນ: ສະ​ຖາ​ນະ​ການໃຊ້​ງານ, ການ​ວິ​ນິດ​ໄສ​ຕ່າງໆ ແລະ ຂໍ້​ມູນ​ອື່ນໆກ່ຽວ​ກັບ​ເຄື່ອງ​ຈັກ. ມີ​ໜ້າ​ຈໍ​ຂໍ້​ມູນ​ຫຼັກ​ສອງ​ອັນ (ຮູບສະແດງ 35) ແລະ ໜ້າ​ຈໍ​ເມ​ນູຫຼັກ​ອັນ​ໜຶ່ງ.

    g308751

    ການ​ໃຊ້​ປຸ່ມ​ໜ້າ​ຈໍ​ສະ​ແດງ​ຜົນ

    ໃຊ້​ປຸ່ມ​ໜ້າ​ຈໍ​ສະ​ແດງ​ຜົນ (ສະ​ແດງ​ໄວ້​ຢູ່​ໃນ ຮູບສະແດງ 36) ເພື່ອ​ສະ​ຫຼັບ​ລະ​ຫວ່າງ​ໜ້າ​ຈໍ​ຂໍ້​ມູນ​ໃຫຍ່ 2 ອັນ ແລະ ເພື່ອ​ເຂົ້າ​ເຖິງເມ​ນູ​ຫຼັກ.

    g297898
    • ເພື່ອ​ເຂົ້າ​ເຖິງເມ​ນູ​ຫຼັກ: ກົດປຸ່ມ​ໜ້າ​ຈໍສະ​ແດງ​ຜົນລົງ​ຄ້າງ​ໄວ້​ຈົນ​ກວ່າ​ລາຍ​ການ​ເມ​ນູ​ປາ​ກົດ​ຂຶ້ນ​ໃນ​ໜ້າ​ຈໍ.

    • ເພື່ອ​ເລືອກ​ລາຍ​ການ​ເມ​ນູ: ກົດປຸ່ມ​ໜ້າ​ຈໍສະ​ແດງ​ຜົນສອງ​ຄັ້ງ​ໄວໆ.

      ທ່ານ​ຍັງ​ສາ​ມາດ​ເຮັດ​ການ​ດຳ​ເນີນ​ການ​ນີ້​ໄດ້​ເພື່ອ​ສະ​ຫຼັບ​ຕົວ​ເລືອກ (ຕົວ​ຢ່າງ: ການ​ສະ​ຫຼັບ​ລະ​ຫວ່າງ​ພາ​ສາ​ອັງ​ກິດ ແລະ ຫົວ​ໜ່ວຍວັດ​ແທກຢູ່​ໃນ​ໜ້າ​ຈໍການ​ຕັ້ງ​ຄ່າ).

    • ເພື່ອ​ກັບ​ຄືນ​ຫາ​ໜ້າ​ຈໍ​ຜ່ານ​ມາ (ຕົວ​ຢ່າງ: ການ​ກັບ​ຄືນ​ຫາ​ໜ້າ​ຈໍເມ​ນູຫຼັກຈາກ​ໜ້າ​ຈໍການ​ຕັ້ງ​ຄ່າ ຫຼື ການ​ກັບ​ຄືນ​ຫາ​ໜ້າ​ຈໍ​ຂໍ້​ມູນຫຼັກ​ຈາກ​ໜ້າ​ຈໍເມນູຫຼັກ): ກົດ​ປຸ່ມ​ໜ້າ​ຈໍ​ສະ​ແດງ​ຜົນ​ຄ້າງ​ໄວ້​ຈົນ​ກວ່າ​ໜ້າ​ຈໍ​ຜ່ານ​ມາ​ປາ​ກົດ​ຂຶ້ນ.

    • ເພື່ອ​ເລື່ອນ​ລົງ​ໄປ​ຫາ​ລາຍ​ການ​ເມ​ນູ​ຖັດ​ໄປ: ກົດປຸ່ມ​ໜ້າ​ຈໍສະ​ແດງ​ຜົນຄັ້ງ​ດຽວ.

    ການ​ເຂົ້າ​ໃຈ​ລາຍ​ການ​ເມ​ນູ

    Main Menu (ເມນູຫຼັກ)

    ລາຍການເມນູລາຍລະອຽດ
    Faults (ຄວາມຜິດພາດ)ມີລາຍຊື່ຂອງຂໍ້ຜິດພາດຂອງເຄື່ອງຈັກທີ່ຜ່ານມາ. ໃຫ້​ເບິ່ງປຶ້ມຄູ່ມືການບຳ​ລຸງ​ຮັກ​ສາ ຫຼື ຜູ້ຈຳໜ່າຍ Toro ຂອງທ່ານສຳລັບຂໍ້ມູນເພີ່ມເຕີມໃນເມນູຂໍ້​ຜິດ​ພາດ.
    SERVICE (ການບຳ​ລຸງ​ຮັກ​ສາ)ມີ​ຂໍ້​ມູນ​ຢູ່​ໃນ​ເຄື່ອງ​ຈັກ​ເຊັ່ນ: ຊົ່ວ​ໂມງ​ຂອງ​ການ​ນຳ​ໃຊ້ ແລະ ການນັບ. ໃຫ້​ເບິ່ງ​ຕາ​ຕະ​ລາງ Service (ການບຳ​ລຸງ​ຮັກ​ສາ).
    DIAGNOSTICS (ການວິນິດໄສ)ເຮັດ​ລາຍ​ການ​ສະ​ພາບ​ຕ່າງໆ ແລະ ຂໍ້​ມູນ​ທີ່​ເຄື່ອງ​ຈັກ​ມີ​ຢູ່​ໃນ​ປັດ​ຈຸ​ບັນ. ທ່ານສາມາດໃຊ້ຂໍ້​ມູນນີ້ເພື່ອແກ້ໄຂບັນຫາສະ​ເພາະ, ເນື່ອງ​ຈາກມັນຈະບອກທ່ານໄດ້​ຢ່າງໄວວ່າການ​ຄວບ​ຄຸມເຄື່ອງຈັກໃດເປີດ/ປິດຢູ່ ແລະ ເຮັດ​ລາຍ​ການ​ລະ​ດັບ​ການ​ຄວບ​ຄຸມ (ເຊັ່ນ: ຄ່າ​ເຊັນ​ເຊີ).
    SETTINGS (ການຕັ້ງຄ່າ)ຊ່ວຍໃຫ້ທ່ານສາມາດປັບແຕ່ງ ແລະ ແກ້ໄຂຕົວແປການຕັ້ງຄ່າໃນໜ້າຈໍສະແດງຂໍ້ມູນ InfoCenter. ໃຫ້​ເບິ່ງ​ຕາ​ຕະ​ລາງ Settings (ການຕັ້ງຄ່າ).
    ABOUT (ກ່ຽວກັບ)ເຮັດ​ລາຍ​ຊື່​ໝາຍ​ເລກ​ລຸ້ນ, ເລກລຳດັບ ແລະ ເວີຊັນຊອບແວຂອງເຄື່ອງຈັກຂອງທ່ານ. ໃຫ້​ເບິ່ງ​ຕາ​ຕະ​ລາງ About (ກ່ຽວກັບ).

    Service (ການບຳ​ລຸງ​ຮັກ​ສາ)

    ລາຍການເມນູລາຍລະອຽດ
    HOURS (ຊົ່ວ​ໂມງ)ເຮັດ​ລາຍ​ການ​ຈຳ​ນວນ​ຊົ່ວ​ໂມງ​ທັງ​ໝົດ​ທີ່​ກະ​ແຈ, ເຄື່ອງ​ຈັກ ແລະ PTO ໄດ້​ເປີດ.
    COUNTS (ການ​ນັບ)ເຮັດ​ລາຍ​ການ​ຈຳ​ນວນ​ເຄື່ອງ​ຈັກ ແລະ PTO ເລີ່ມ​ຕິດ.

    Settings (ການຕັ້ງຄ່າ)

    ລາຍການເມນູລາຍລະອຽດ
    UNITS (ຫົວໜ່ວຍ)ຄວບຄຸມຫົວໜ່ວຍທີ່ໃຊ້ໃນໜ້າ​ຈໍສະ​ແດງ​ຜົນ. ຕົວເລືອກເມນູແມ່ນພາສາອັງກິດ ຫຼື ການວັດແທກ.
    LANGUAGE (ພາສາ)ຄວບຄຸມພາ​ສາທີ່ໃຊ້ໃນໜ້າ​ຈໍສະ​ແດງ​ຜົນ.
    BACKLIGHT (ໄຟພື້ນ​ຫຼັງ)ຄວບຄຸມຄວາມແຈ້ງຂອງຈໍສະແດງຜົນ.
    CONTRAST (ຄວາມຄົມ​ຊັດ)ຄວບຄຸມຄວາມຄົມຊັດຂອງໜ້າຈໍສະແດງຜົນ.
    PROTECTED MENUS (ເມນູທີ່ຖືກປົກປ້ອງ)ອະ​ນຸ​ຍາດ​ໃຫ້​ຄົນ​ທີ່​ໄດ້​ຮັບ​ອະ​ນຸ​ມັດ​ໂດຍ​ບໍ​ລິ​ສັດ​ຂອງ​ທ່ານ​ທີ່​ມີ​ລະ​ຫັດ PIN ເຂົ້າ​ເຖິງ​ເມ​ນູ​ທີ່​ຖືກ​ປົກ​ປ້ອງ (ຕົວ​ຢ່າງ: ການ​ຕັ້ງ​ຄ່າ​ເຊັນ​ເຊີ​ຄວາມ​ຊັນ ແລະ ຄວາມ​ສາ​ມາດ​ລຶບລ້າງ​ເມ​ນູ​ຂໍ້​ຜິດ​ພາດ).
    PROTECT SETTINGS (ການ​ຕັ້ງ​ຄ່າ​ປົກ​ປ້ອງ)ເມື່ອ​ປິດ​ໃຊ້​ງານ​ແລ້ວ, ທ່ານ​ສາ​ມາດ​ເຂົ້າ​ເຖິງ​ການ​ຕັ້ງ​ຄ່າ​ທີ່​ຖືກ​ປົກ​ປ້ອງ​ໂດຍ​ບໍ່​ຕ້ອງ​ປ້ອນ​ລະ​ຫັດ PIN.
    PTO SOFTSTART:ເປີດ​ໃຊ້​ງານ ຫຼື ປິດ​ໃຊ້​ງານ​ຄຸນ​ສົມ​ບັດ PTO Softstart. ຄຸນ​ສົມ​ບັດ​ນີ້ຖືກ​ເປີດ​ໃຊ້​ງານ​ໂດຍ​ມາດ​ຕະ​ຖານ.
    SLOPE SENSOR INSTALLED (ເຊັນ​ເຊີ​ຄວາມ​ຊັນ​ຕິດ​ຕັ້ງ​ແລ້ວ)ສະ​ແດງວ່າ​ເຊັນ​ເຊີ​ຄວາມ​ຊັນ​ຖືກ​ຕິດ​ຕັ້ງ​ແລ້ວ​ຫຼື​ບໍ່. ຖ້າ​ເຊັນ​ເຊີ​ຄວາມ​ຊັນ​ຖືກ​ເອົາ​ອອກ​ໄປ​ຈາກ​ເຄື່ອງ​ຈັກ, ການ​ຕັ້ງ​ຄ່າ​ຂອງ​ມັນ​ສາ​ມາດ​ຖືກ​ປິດ​ໃຊ້​ງານ​ເພື່ອ​ລຶບ​ລ້າງ​ຂໍ້​ຜິດ​ພາດ​ການ​ສື່​ສານ​ເຊັນ​ເຊີ​ຄວາມ​ຊັນ.

    Diagnostics (ການວິນິດໄສ)

    ລາຍການເມນູລາຍລະອຽດ
    DECK (ພື້ນ)ສະ​ແດງ​ໃຫ້​ເຫັນ​ວ່າການ​ປ້ອນ​ເຂົ້າ/ຜົນອອກມາ​ຂອງ​ໜ່ວຍ​ຕັດ​ນັ້ນ​ເປີດ​ໃຊ້​ຢູ່​ຫຼື​ບໍ່.
    PTOສະ​ແດງໃຫ້​ເຫັນ​ວ່າ PTO ເປີດ​ໃຊ້​ຢູ່​ຫຼື​ບໍ່.
    ENGINE (ເຄື່ອງຈັກ)ສະ​ແດງ​ໃຫ້​ເຫັນ​ວ່າການ​ປ້ອນ​ເຂົ້າ/ຜົນອອກມາ​ຂອງເຄື່ອງ​ຈັກນັ້ນ​ເປີດ​ໃຊ້​ຢູ່ຫຼື​ບໍ່.

    About (ກ່ຽວກັບ)

    ລາຍການເມນູລາຍລະອຽດ
    MODEL (ລຸ້ນ)ເຮັດ​ລາຍ​ຊື່​ເລກ​ລຸ້ນຂອງເຄື່ອງຈັກ.
    SN (ເລກ​ລຳ​ດັບ)ເຮັດລາຍຊື່ເລກລຳດັບຂອງເຄື່ອງຈັກ.
    S/W REV (ການ​ດັດ​ແກ້​ຊອບ​ແວ)ເຮັດລາຍຊື່ການດັດແກ້ຊອບແວຂອງຕົວຄວບຄຸມໃຫຍ່.

    ການ​ເຂົ້າ​ໃຈໄອ​ຄອນໜ້າ​ຈໍ​ສະ​ແດງ​ຜົນ

    ໃຫ້​ເບິ່ງ​ຕາ​ຕະ​ລາງຕໍ່​ໄປ​ນີ້​ສຳ​ລັບ​ລາຍ​ລະ​ອຽດ​ຂອງ​ໄອ​ຄອນ​ໜ້າ​ຈໍ​ສະ​ແດງ​ຜົນ​ແຕ່​ລະ​ອັນ:

    ໄອ​ຄອນໜ້າ​ຈໍສະ​ແດງ​ຜົນ

    Graphicຄວາມ​ໄວເຄື່ອງຈັກ
    Graphicຂໍ້​ຂັດ​ຂ້ອງ​ເຄື່ອງ​ຈັກ
    Graphicເຄື່ອງວັດ​ແທກຊົ່ວໂມງ
    Graphicເຄື່ອງ​ນຳ​ຄວາມ​ຮ້ອນ​ນຳ​ອາ​ກາດ​ເຂົ້າ​ເປີດ​ໃຊ້​ຢູ່
    Graphicຜູ້​ນຳ​ໃຊ້​ຕ້ອງ​ນັ່ງ​ຢູ່​ໃນ​ບ່ອນ​ນັ່ງ
    Graphicໃສ່ເບຣກມືແລ້ວ
    Graphicເກຍຫວ່າງ
    Graphicໃສ່ PTO ແລ້ວ
    Graphicປິດ​ໃຊ້​ງານ PTO ແລ້ວ
    Graphicສະ​ແດງ​ໃຫ້​ເຫັນ​ເວ​ລາ​ທີ່​ໜ່ວຍ​ຕັດ​ກຳ​ລັງ​ຖືກ​ປ່ອຍຕ່ຳ​ລົງ
    Graphicສະ​ແດງ​ໃຫ້​ເຫັນ​ເວ​ລາ​ທີ່​ໜ່ວຍ​ຕັດ​ກຳ​ລັງ​ຖືກຍົກ​ຂຶ້ນ
    Graphicລະຫັດຜ່ານ PIN
    Graphicແບັດເຕີຣີ
    Graphicອຸນ​ຫະ​ພູມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ

    ການເຂົ້າເຖິງເມນູທີ່ຖືກປົກປ້ອງ

    Note: ລະ​ຫັດ PIN ເລີ່ມ​ຕົ້ນ​ມາ​ຈາກ​ໂຮງ​ງານ​ສຳ​ລັບ​ເຄື່ອງ​ຈັກ​ຂອງ​ທ່ານ​ແມ່ນ “1234”.

    ຖ້າ​ທ່ານ​ປ່ຽນ​ລະ​ຫັດ PIN ແລະ ລືມ​ລະ​ຫັດ, ຕິດ​ຕໍ່​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ.

    1. ເລືອກ​ຕົວ​ເລືອກການ​ຕັ້ງ​ຄ່າ.

    2. ເລືອກ​ຕົວ​ເລືອກເມນູທີ່ຖືກປົກປ້ອງ.

    3. ເພື່ອ​ປ້ອນລະ​ຫັດ PIN, ກົດ​ປຸ່ມ​ໜ້າ​ຈໍ​ສະ​ແດງ​ຜົນ​ຈົນ​ກວ່າ​ຕົວ​ເລກ​ທີ່​ເໝາະ​ສົມ​ປາ​ກົດ​ຂຶ້ນ, ຈາກ​ນັ້ນ​ກົດ​ປຸ່ມ​ໜ້າ​ຈໍ​ສະ​ແດງ​ຜົນ​ສອງ​ເທື່ອ​ເພື່ອ​ຍ້າຍ​ໄປ​ຫາ​ຕົວ​ເລກ​ຖັດ​ໄປ.

    4. ຫຼັງ​ຈາກ​ຕົວ​ເລກ​ທັງ​ໝົດ​ສີ່​ຕົວ​ຖືກ​ປ້ອນ​ເຂົ້າ​ໄປ​ແລ້ວ, ກົດ​ປຸ່ມ​ສະ​ແດງ​ຜົນ​ເທື່ອ​ໜຶ່ງ​ເພື່ອ​ສົ່ງ​ລະ​ຫັດ PIN.

      ຖ້າ​ປ້ອນລະ​ຫັດ PIN ເຂົ້າ​ໄປ​ຖືກ​ຕ້ອງ​ແລ້ວ, ໄອ​ຄອນ PIN ຈະ​ປາ​ກົດ​ຂຶ້ນ​ຢູ່​ແຈ​ຂວາ​ເທິງ​ສຸດ​ຂອງ​ໜ້າ​ຈໍ​ເມ​ນູ​ທັງ​ໝົດ.

    ໃນລະຫວ່າງການປະຕິບັດງານ

    ຄວາມປອດໄພໃນລະຫວ່າງການປະຕິບັດງານ

    ຄວາມປອດໄພທົ່ວໄປ

    • ເຈົ້າຂອງ/ຜູ້ປະຕິບັດງານສາມາດປ້ອງກັນ ແລະ ມີຄວາມຮັບຜິດຊອບຕໍ່ອຸບັດຕິເຫດທີ່ອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ຄວາມເສຍຫາຍທາງຊັບສິນ.

    • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງການປ້ອງກັນຕາ; ໂສ້ງຂາຍາວ; ເກີບກັນມື່ນ ແລະ ເຄື່ອງ​ປ້ອງ​ກັນ​ສຽງ. ມັດຜົມຍາວ ແລະ ຢ່າໃສ່ເຄື່ອງນຸ່ງ ຫຼື ເຄື່ອງປະດັບຫຼວມໆ.

    • ຢ່າໃຊ້ເຄື່ອງຈັກໃນຂະນະທີ່ບໍ່​ສະ​ບາຍ, ອິດເມື່ອຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງສິ່ງ​ມຶນ​ເມົາ ຫຼື ສິ່ງເສບຕິດ.

    • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ປະຕິບັດງານກັບເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

    • ກ່ອນທີ່ທ່ານຈະຕິດຈັກ, ຮັບປະກັນວ່າເປັນເກຍຫວ່າງ, ໃສ່ເບ​ຣກມືໄວ້ຢູ່ ແລະ ທ່ານຢູ່ໃນຕຳແໜ່ງປະຕິບັດງານ.

    • ຢ່າໃຫ້ຜູ້ໂດຍສານ​ຂຶ້ນເທິງເຄື່ອງຈັກ ແລະ ກັນຜູ້ຢູ່ໃກ້ຄຽງ ແລະ ເດັກອອກຈາກພື້ນທີ່ປະຕິບັດງານ.

    • ນຳ​ໃຊ້ເຄື່ອງຈັກພຽງແຕ່ບ່ອນທີ່ເບິ່ງເຫັນໄດ້ດີເພື່ອຫຼີກລ່ຽງຂຸມ ຫຼື ອັນຕະລາຍທີ່ເຊື່ອງຢູ່.

    • ຫຼີກລ່ຽງການຕັດຫຍ້າເທິງຫຍ້າປຽກ. ການຫຼຸດຜ່ອນການເຄື່ອນທີ່ອາດຈະເຮັດໃຫ້ເຄື່ອງຈັກໄຫຼໄປ.

    • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກພາກ​ສ່ວນ​ໝູນ. ຮັກສາບໍ່ໃຫ້ມີຊ່ອງເປີດລະບາຍອອກມາ.

    • ເບິ່ງທາງຫຼັງ ແລະ ດ້ານລຸ່ມກ່ອນທີ່ຈະຖອຍເພື່ອໃຫ້ແນ່ໃຈວ່າເສັ້ນທາງປອດໄພ.

    • ໃຊ້ຄວາມລະມັດລະວັງໃນເວລາທີ່ເຂົ້າໄປໃນບໍລິເວນທີ່ເບິ່ງບໍ່ເຫັນ, ຟຸ່ມໄມ້, ຕົ້ນໄມ້ ຫຼື ວັດຖຸອື່ນໆທີ່ອາດເຮັດໃຫ້ທ່ານເບິ່ງບໍ່ເຫັນ.

    • ຢຸດໃບ​ມີດທຸກຄັ້ງທີ່ທ່ານບໍ່ໄດ້ຕັດຫຍ້າ.

    • ມອດເຄື່ອງຈັກ, ຖອດກະແຈ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢຸດກ່ອນທີ່ຈະກວດກາສິ່ງທີ່ຕິດມານຳຫຼັງຈາກຕຳເອົາວັດຖຸ ຫຼື ຖ້າມີການສັ່ນສະເທືອນຜິດປົກກະຕິໃນເຄື່ອງຈັກ. ເຮັດການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະເລີ່ມ​ການ​ນຳ​ໃຊ້​ຕໍ່.

    • ຊ້າລົງ ແລະ ໃຊ້ຄວາມລະມັດລະວັງໃນເວລາທີ່ລ້ຽວ ແລະ ຂ້າມຖະໜົນ ແລະ ທາງຍ່າງທີ່​ຢູ່​ກັບເຄື່ອງຈັກ. ໃຫ້ຮ້ອງສະເໝີວ່າລະວັງລົດມາ.

    • ຢຸດ​ການ​ຂັບ​ເຄື່ອນ​ໄປ​ຫາ​ໜ່ວຍ​ຕັດ, ມອດ​ຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດກ່ອນ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ (ນອກ​ຈາກວ່າ​ທ່ານ​ສາ​ມາດ​ປັບ​ມັນ​ຈາກ​ຕຳ​ແໜ່ງ​ໃຊ້​ງານ​ໄດ້).

    • ໃຊ້ງານເຄື່ອງຈັກຢູ່ໃນສະຖານທີ່ບ່ອນມີການລະບາຍອາກາດດີເທົ່ານັ້ນ. ທາດອາຍເສຍມີ​ສານຄາບອນມໍນັອກຊາຍທີ່ເປັນອັນຕະລາຍ, ຖ້າຫາຍໃຈເຂົ້າ.

    • ຢ່າປ່ອຍໃຫ້ເຄື່ອງຈັກແລ່ນໂດຍທີ່ບໍ່ມີຄົນຢູ່ນຳ.

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ປິດ​ການ​ສົ່ງ​ພະ​ລັງ​ງານ​ອອກ ແລະ ປ່ອຍສິ່ງທີ່ຕິດມານຳຕ່ຳ​ລົງ.

      • ໃສ່​ເບ​ຣກມື.

      • ມອດຈັກ ແລະ ຖອດກະ​ແຈ.

      • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

    • ນຳ​ໃຊ້​ເຄື່ອງ​ຈັກ​ພຽງ​ແຕ່​ຢູ່​ໃນ​ສະ​ພາບ​ທີ່​ເບິ່ງ​ເຫັນ​ໄດ້​ດີ​ເທົ່າ​ນັ້ນ. ຢ່າໃຊ້ເຄື່ອງຈັກເມື່ອມີຄວາມສ່ຽງຕໍ່ການເກີດຟ້າຜ່າ.

    • ຢ່າ​ນຳ​ໃຊ້​ເຄື່ອງ​ຈັກ​ເປັນ​ພາ​ຫະ​ນະ​ລາກ​ແກ່.

    • ໃຊ້ແຕ່ອຸປະກອນເສີມ, ສິ່ງທີ່ຕິດມານຳ ແລະ ອາໄຫຼ່ປ່ຽນທີ່ອະ​ນຸ​ມັດໂດຍ Toro ເທົ່າ​ນັ້ນ.

    ຄວາມ​ປອດ​ໄພລະບົບປ້ອງກັນການປີ້ນ (ROPS)

    • ROPS ແມ່ນ​ອຸ​ປະ​ກອນ​ຄວາມ​ປອດ​ໄພ​ທີ່​ຈຳ​ເປັນ ແລະ ມີ​ປະ​ສິດ​ທິ​ພາບ.

    • ຢ່າເອົາສ່ວນປະກອບໃດໆຂອງ ROPS ອອກຈາກເຄື່ອງຈັກ.

    • ໃຫ້​ແນ່​ໃຈ​ວ່າ​ສາຍ​ແອວ​ນິ​ລະ​ໄພ​ໄດ້​ຕິດ​ໃສ່​ເຄື່ອງ​ຈັກ​ແລ້ວ.

    • ດຶງ​ເຊືອກ​ສາຍ​ແອວ​ຜ່ານ​ໜ້າ​ຕັກ​ຂອງ​ທ່ານ ແລະ ສຽບ​ສາຍ​ແອວ​ໃສ່​ຫົວ​ເຂັມ​ຂັດ​ສາຍ​ແອວ​ຢູ່​ອີກ​ດ້ານ​ຂອງ​ບ່ອນ​ນັ່ງ.

    • ເພື່ອ​ປົດ​ສາຍ​ແອວ​ນິ​ລະ​ໄພ, ກົດ​ປຸ່ມ​ຫົວ​ສາຍ​ແອວ​ເພື່ອ​ປ່ອຍ​ສາຍ​ແອວ ແລະ ນຳ​ສາຍ​ແອວ​ໄປ​ໃສ່​ຮູ​ເປີດ​ຫົດ​ກັບ​ຄືນ​ໂດຍ​ອັດ​ຕະ​ໂນ​ມັດ. ໃຫ້​ແນ່​ໃຈ​ວ່າ​ທ່ານ​ສາ​ມາດ​ປົດ​ສາຍ​ແອວ​ອອກ​ໄດ້​ຢ່າງ​ໄວ​ໃນກໍ​ລະ​ນີ​ສຸກ​ເສີນ.

    • ກວດເບິ່ງຢ່າງລະມັດລະວັງກ່ຽວກັບສິ່ງກີດຂວາງທາງ ແລະ ຢ່າສຳຜັດມັນ.

    • ຮັກສາ ROPS ໃນສະພາບການດຳເນີນງານທີ່ປອດໄພ ໂດຍການກວດກາມັນຢ່າງລະອຽດເປັນແຕ່ລະໄລຍະສຳລັບຄວາມເສຍຫາຍ ແລະ ສືບ​ຕໍ່​ຮັດສິ່ງທີ່ຕິດມາໃຫ້ແໜ້ນທຸກຢ່າງ.

    • ປ່ຽນແທນສ່ວນປະກອບ ROPS ທີ່ເສຍຫາຍ. ຢ່າສ້ອມແປງ ຫຼື ດັດແປງມັນ.

    ຄວາມ​ປອດ​ໄພ ROPS ເພີ່ມ​ເຕີມ​ສຳ​ລັບ​ເຄື່ອງ​ຈັກ​ທີ່​ມີ​ຫ້ອງ​ຂັບ ຫຼື ຄານກັນປີ້ນທີ່​ຕິດ​ໄວ້

    • ຫ້ອງ​ຂັບ​ທີ່ Toro ຕິດ​ຕັ້ງ​ໃຫ້​ແມ່ນຄານກັນປີ້ນ.

    • ຄວນໃສ່ສາຍ​ແອວ​ນິລະໄພຂອງທ່ານຢູ່ສະເໝີ.

    ຄວາມ​ປອດ​ໄພ ROPS ເພີ່ມ​ເຕີມ​ສຳ​ລັບ​ເຄື່ອງ​ຈັກ​ທີ່​ມີຄານກັນປີ້ນທີ່ສາ​ມາດ​ພັບ​ໄດ້

    • ຮັກ​ສາ​ຄານ​ກັນ​ປີ້ນ​ພັບ​ຢູ່​ໃນ​ຕຳ​ແໜ່ງ​ຍົກ​ຂຶ້ນ ແລະ ລັອກ​ໄວ້ ແລະ ໃສ່​ສາຍ​ແອວ​ນິ​ລະ​ໄພ​ເມື່ອ​ໃຊ້​ງານ​ເຄື່ອງ​ຈັກ​ທີ່​ມີ​ຄານ​ກັນ​ປີ້ນ​ຢູ່​ໃນ​ຕຳ​ແໜ່ງ​ຍົກຂຶ້ນ.

    • ປ່ອຍຄານກັນປີ້ນພັບ​ຕ່ຳ​ລົງ​ຊົ່ວ​ຄາວ​ພຽງ​ແຕ່​ເມື່ອ​ຈຳ​ເປັນ​ເທົ່າ​ນັ້ນ. ຢ່າ​ໃສ່ສາຍ​ແອວ​ນິລະ​ໄພໃນ​ເວ​ລາ​ທີ່​ຄານ​ກັນ​ປີ້ນຖືກ​ພັບລົງ.

    • ໃຫ້​ຮູ້​ໄວ້​ວ່າ​ບໍ່​ມີ​ການ​ປ້ອງ​ກັນ​ການ​ກັນ​ປີ້ນ​ເມື່ອຄານກັນປີ້ນທີ່​ພັບ​ແລ້ວ​ແມ່ນ​ຢູ່​ໃນ​ຕຳ​ແໜ່ງຕ່ຳ​ລົງ.

    • ກວດເບິ່ງ​ບໍ​ລິ​ເວນ​ທີ່​ທ່ານ​ຈະ​ຕັດ​ຫຍ້າ ແລະ ຢ່າ​ພັບຄານກັນປີ້ນພັບ​ນັ້ນ​ລົງ​ໃນບ່ອນ​ທີ່​ມີ​ຄວາມ​ຊັນ, ບ່ອນ​ລົງ​ລົດ ຫຼື ນ້ຳ.

    ຄວາມປອດໄພໃນທາງຄ້ອຍຊັນ

    • ທາງຄ້ອຍຊັນແມ່ນປັດໃຈຕົ້ນ​ຕໍທີ່ກ່ຽວຂ້ອງກັບການສູນເສຍການຄວບຄຸມ ແລະ ອຸບັດຕິເຫດໃນ​ການ​ພິກ​ປີ້ນ, ເຊິ່ງອາດຈະເຮັດໃຫ້ມີການບາດເຈັບສາ​ຫັດ ຫຼື ເສຍຊີວິດໄດ້. ທ່ານມີໜ້າທີ່ຮັບຜິດຊອບໃນການປະຕິບັດງານໃນທາງຄ້ອຍຊັນທີ່ປອດໄພ. ການໃຊ້ເຄື່ອງຈັກຢູ່ເທິງທາງຄ້ອຍຊັນໃດກໍ່ຕາມແມ່ນຕ້ອງມີຄວາມລະມັດລະວັງເປັນພິເສດ.

    • ປະເມີນສະພາບຂອງສະຖານທີ່ເພື່ອກຳນົດວ່າທາງຄ້ອຍຊັນມີຄວາມປອດໄພຕໍ່ການດຳເນີນງານຂອງເຄື່ອງຈັກບໍ່, ລວມທັງການສຳຫຼວດເບິ່ງສະຖານທີ່. ໃຊ້​ສາ​ມາດ​ສຳ​ນຶກທົ່ວໄປ ແລະ ການຕັດສິນໃຈທີ່ດີ​ຢູ່​ສະ​ເໝີໃນເວລາທີ່ດຳເນີນການສຳຫຼວດເບິ່ງນີ້.

    • ທົບ​ທວນ​ເບິ່ງ​ຄຳ​ແນະ​ນຳ​ກ່ຽວ​ກັບ​ຄວາມ​ຊັນ​ຕາມ​ລາຍ​ການ​ຢູ່​ລຸ່ມນີ້​ສຳ​ລັບ​ການ​ໃຊ້​ງານ​ເຄື່ອງ​ຈັກ​ໃນ​ຄວາມ​ຄ້ອຍ​ຊັນ ແລະ ເພື່ອກຳນົດວ່າທ່ານສາມາດໃຊ້ງານເຄື່ອງຈັກໄດ້ໃນເງື່ອນໄຂໃນມື້ນັ້ນ ແລະ ຢູ່ບ່ອນນັ້ນຫຼື​ບໍ່. ການປ່ຽນແປງຂອງພູມສັນຖານສາມາດສົ່ງຜົນໃຫ້ມີການປ່ຽນແປງໃນການປະຕິບັດງານໃນທາງຄ້ອຍຊັນສຳລັບເຄື່ອງຈັກ.

    • ຫຼີກລ່ຽງການຕິດ​ຈັກ, ມອດ​ຈັກ ຫຼື ລ້ຽວເຄື່ອງຈັກຕາມທາງຄ້ອຍຊັນ. ຫຼີກລ່ຽງການປ່ຽນແປງຄວາມໄວ ຫຼື ທິດທາງຢ່າງກະທັນຫັນ. ໃຫ້ລ້ຽວຊ້າໆ ແລະ ຄ່ອຍໆ.

    • ຢ່າໃຊ້ງານເຄື່ອງຈັກພາຍໃຕ້ສະພາບການທີ່ການເຄື່ອນທີ່, ລ້ຽວ ຫຼື ມີ​ຄວາມ​ສົງ​ໄສ​ໃນ​ຄວາມ​ທ່ຽງ.

    • ກຳ​ຈັດ ຫຼື ໃສ່ເຄື່ອງໝາຍສິ່ງ​ກີດ​ຂວາງຕ່າງໆເຊັ່ນ: ຮ່ອງ, ຂຸມ, ຮອຍແຕກ, ກ້ອນຫີນ ຫຼື ອັນຕະລາຍອື່ນໆທີ່ເຊື່ອງໄວ້. ຫຍ້າທີ່ສູງສາມາດປິດ​ບັງສິ່ງກີດຂວາງຕ່າງໆໄດ້. ພູມສັນຖານທີ່ບໍ່ລຽບສາມາດເຮັດ​ໃຫ້ເຄື່ອງຈັກປີ້ນໄດ້.

    • ລະວັງວ່າການເຮັດວຽກຂອງເຄື່ອງຈັກໃນຫຍ້າທີ່ຊຸ່ມ, ຂ້າມທາງຄ້ອຍຊັນ ຫຼື ທາງລົງພູອາດຈະເຮັດໃຫ້ເຄື່ອງຈັກສູນເສຍການຄວບຄຸມ. ການ​ສູນ​ເສຍ​ການ​ລາກໃສ່​ລໍ້​ຂັບ​ເຄື່ອນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ມື່ນ​ໄຫຼ ແລະ ການ​ສູນ​ເສຍ​ການ​ເບ​ຣກ ແລະ ການ​ຄວບ​ຄຸມພວງ​ມະ​ໄລ.

    • ໃຊ້ຄວາມລະມັດລະວັງທີ່ສຸດໃນເວລາທີ່ໃຊ້ງານເຄື່ອງຈັກຢູ່ໃກ້ຈຸດຕົກ, ຄອງນ້ຳ, ຄັນຄູ, ຄວາມອັນຕະລາຍທາງນໍ້າ ຫຼື ອັນຕະລາຍອື່ນໆ. ເຄື່ອງຈັກດັ່ງກ່າວສາມາດກິ້ງໄດ້ຢ່າງກະທັນຫັນ, ຖ້າຫາກວ່າລໍ້ແລ່ນຂ້າມຂອບ ຫຼື ຂອບຕົກ​ເຂົ້າໃນ. ສ້າງໃຫ້​ມີພື້ນທີ່ປອດໄພລະຫວ່າງເຄື່ອງຈັກ ແລະ ອັນຕະລາຍ.

    • ລະ​ບຸຄວາມອັນຕະລາຍຢູ່ທີ່ຖານຂອງທາງຄ້ອຍຊັນ. ຖ້າວ່າມີອັນຕະລາຍ, ໃຫ້ຕັດຫຍ້າຢູ່ທາງຄ້ອຍຊັນດ້ວຍເຄື່ອງຈັກ​ທີ່​ໃຊ້ຄົນຍ່າງຄວບ​ຄຸມ.

    • ຖ້າເປັນໄປໄດ້, ໃຫ້ປ່ອຍໜ່ວຍຕັດຕ່ຳລົງຢູ່ພື້ນດິນໃນຂະນະທີ່ປະຕິບັດງານຢູ່ບ່ອນຄ້ອຍຊັນ. ການຍົກໜ່ວຍຕັດຂຶ້ນໃນຂະນະທີ່ປະຕິບັດງານຢູ່​ບ່ອນຄ້ອຍຊັນສາມາດເຮັດໃຫ້ເຄື່ອງຈັກບໍ່ທ່ຽງ​ໄດ້.

    • ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ຫຼາຍ​ທີ່​ສຸດ​ກັບ​ລະ​ບົບ​ການ​ເກັບ​ເອົາ​ຫຍ້າ ຫຼື ສິ່ງ​ທີ່​ຕິດ​ມາ​ນຳ​ອື່ນໆ. ສິ່ງ​ເຫຼົ່າ​ນີ້​ສາ​ມາດ​ປ່ຽນ​ແປງ​ຄວາມ​ທ່ຽງ​ຂອງ​ເຄື່ອງ​ຈັກ ແລະ ເຮັດ​ໃຫ້​ເກີດ​ການ​ສູນ​ເສຍ​ການ​ຄວບ​ຄຸມ.

    ການຕິດຈັກ.

    1. ເຄື່ອງ​ຈັກ​ລຸ້ນ 31900 ແລະ 31901: ໃຫ້​ແນ່​ໃຈ​ວ່າ​ຄັນ​ຍົກ​ວາວ​ນ້ຳ​ມັນ​ຢູ່​ໃນ​ຕຳ​ແໜ່ງເປີດ, ໃຫ້​ເບິ່ງ ຮູບສະແດງ 59 ຢູ່​ໃນ ການບຳລຸງຮັກ​ສາໝໍ້​ກອງນໍ້າມັນເຊື້ອໄຟ.

    2. ນັ່ງ​ຢູ່​ບ່ອນ​ນັ່ງ​ຂອງ​ຜູ້​ນຳ​ໃຊ້ ແລະ ຮັດສາຍ​ແອວ​ນິລະ​ໄພ.

    3. ໃຫ້​ແນ່​ໃຈວ່າໄດ້ໃສ່ເບຣກມືແລ້ວ ແລະ ໄດ້​ປົດ PTO ແລ້ວ.

    4. ອຸ່ນ​ຈັກ​ໂດຍ​ການ​ບິດສະ​ວິດກະແຈໃນໄປ​ຫາຕຳແໜ່ງ ເປີດ.

    5. ກົດ​ສະ​ວິດ​ຫົວເຜົາ​ຄ້າງ​ໄວ້ເປັນ​ເວ​ລາ 10 ວິ​ນາ​ທີ.

    6. ບິດ​ປຸ່ມ​ໄປ​ສູ່​ຕຳ​ແໜ່ງຕິດ​ຈັກ, ແກ່ວງຈັກບໍ່ເກີນ 15 ວິນາທີ ແລະ ປ່ອຍ​ໃຫ້​ກະ​ແຈ​ກັບ​ຄືນ​ສູ່​ຕຳ​ແໜ່ງເປີດ.

      Note: ຖ້າຈຳເປັນຕ້ອງອຸ່ນເຄື່ອງເພີ່ມເຕີມ, ໃຫ້ບິດ​ກະແຈໄປທີ່ຕຳແໜ່ງປິດ, ຈາກນັ້ນໄປທີ່ຕຳແໜ່ງເປີດ/ອຸ່ນເຄື່ອງ . ເຮັດຂະບວນການນີ້ຊ້ຳຄືນຕາມທີ່​ຈຳ​ເປັນ.

    7. ຍ້າຍ​ຄັນ​ເລັ່ງ​ໄປ​ຫາ​ຄວາມ​ໄວ​ກາ​ລັງ​ຕີ ຫຼື ຄວາມ​ເລັ່ງ​ບາງ​ສ່ວນ ແລະ ຕິດ​ຈັກ​ໄວ້​ຈົນ​ມັນ​ອຸ່ນ.

    ການ​ຕັ້ງ​ຄ່າ​ການ​ເຮັດ​ໜ້າ​ທີ່​ຂອງ PTO ຄືນ​ໃໝ່

    Note: ຖ້າ​ທ່ານ​ອອກ​ຈາກ​ບ່ອນ​ນັ່ງ​ຂອງ​ຜູ້​ໃຊ້​ງານ​ໃນ​ຂະ​ນະ​ທີ່​ສະ​ວິດ PTO ຢູ່​ໃນ​ຕຳ​ແໜ່ງເປີດ, ເຄື່ອງ​ຈັກ​ຈະ​ມອດ​ຈັກ​ໂດຍ​ອັດ​ຕະ​ໂນ​ມັດ.

    ດຳ​ເນີນ​ການຕໍ່​ໄປ​ນີ້ເພື່ອຕັ້ງ​ຄ່າ​ການ​ເຮັດ​ໜ້າ​ທີ່​ຂອງ PTO ຄືນ​ໃໝ່:

    1. ຊຸກ​ສະ​ວິດ PTO ລົງ.

    2. ຕິດຈັກ, ໃຫ້​ເບິ່ງ ການຕິດຈັກ..

    3. ດຶງສະ​ວິດ PTO ຂຶ້ນ​ເທິງ.

    ການມອດເຄື່ອງຈັກ

    1. ນຳ​ໃຊ້ການ​ຄວບ​ຄຸມ​ຄັນ​ເລັ່ງເພື່ອ​ຫຼຸດຄວາມ​ໄວ​ຂອງ​ເຄື່ອງ​ຈັກລົງ.

    2. ເຄື່ອນ​ຍ້າຍ​ສະ​ວິດ PTO ໄປທີ່ຕຳແໜ່ງປິດ.

    3. ໝູນ​ສະ​ວິດກະ​ແຈໄປທີ່ຕຳແໜ່ງປິດ ແລະ ຖອດກະ​ແຈອອກຈາກສະວິດ.

    ຫຼັງຈາກການປະຕິບັດງານ

    ຄວາມປອດໄພຫຼັງຈາກການປະຕິບັດງານ

    ຄວາມປອດໄພທົ່ວໄປ

    • ມອດຈັກ, ຖອດກະແຈ ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ອານາໄມຫຍ້າ ແລະ ສິ່ງເສດເຫຼືອຈາກໜ່ວຍຕັດ, ທໍ່ໄອເສຍ ແລະ ສ່ວນຕ່າງໆຂອງ​ເຄື່ອງ​ຈັກເພື່ອຊ່ວຍປ້ອງກັນໄຟໄໝ້. ອະ​ນາ​ໄມນໍ້າມັນເຄື່ອງ ຫຼື ນໍ້າມັນເຊື້ອໄຟທີ່ກະເດັນອອກ.

    • ຖ້າ​ໜ່ວຍ​ຕັດ​ຢູ່​ໃນ​ຕຳ​ແໜ່ງ​ການ​ຂົນ​ສົ່ງ, ໃຫ້​ໃສ່​ລັອກ​ໄວ້ (ຖ້າ​ມີ) ກ່ອນ​ທີ່​ທ່ານ​ຈະ​ປະປ່ອຍ​ເຄື່ອງ​ຈັກ​ໄວ້​ບໍ່​ມີ​ຄົນ​ເບິ່ງ.

    • ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງ​ກ່ອນ​ທີ່​ຈະ​ເກັບ​ຮັກ​ສາ​ເຄື່ອງ​ຈັກ​ໄວ້​ຢູ່​ໃນ​ບ່ອນ​ປິດ​ໃດ​ໜຶ່ງ.

    • ຖອດ​ກະ​ແຈ​ອອກ ແລະ ປິດ​ນ້ຳ​ມັນ (ຖ້າ​ໄດ້​ຕິດ​ຕັ້ງ​ມາ) ກ່ອນ​ທີ່​ຈະ​ເກັບ​ເຄື່ອງ​ຈັກ​ໄວ້ ຫຼື ລາກ​ໄປ.

    • ຢ່າເກັບເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເທິງເຄື່ອງໃຊ້ອື່ນໆ.

    • ຮັກສາ ແລະ ອະນາໄມສາຍ​ແອວ​ນິລະໄພຕາມທີ່ຈຳເປັນ

    ການບຳ​ລຸງ​ຮັກ​ສາໜ່ວຍຕັດ

    ທ່ານ​ສາ​ມາດ​ໝູນ​ໜ່ວຍ​ຕັດ​ຈາກ​ຕຳ​ແໜ່ງການ​ຂົນ​ສົ່ງ (A ຢູ່​ໃນ ຮູບສະແດງ 37) ໄປ​ຫາ​ຕຳ​ແໜ່ງບຳ​ລຸງ​ຮັກ​ສາ (B ຢູ່​ໃນ ຮູບສະແດງ 37) ໄດ້. ໃຊ້​ຕຳ​ແໜ່ງບຳລຸງ​ຮັກ​ສາເພື່ອ​ບຳ​ລຸງ​ຮັກ​ສາ​ໃບ​ມີດ​ໜ່ວຍ​ຕັດ ຫຼື ທຳ​ຄວາມ​ສະ​ອາດ​ຢູ່​ກ້ອງ​ໜ່ວຍ​ຕັດ, ໃຫ້​ເບິ່ງຄູ່ມືຜູ້​ໃຊ້ໜ່ວຍຕັດຂອງ​ທ່ານ.

    g258473

    ໝູນ​ໜ່ວຍ​ຕັດ​ໄປ​ທີ່​ຕຳ​ແໜ່ງ

    ປະ​ຕິ​ບັດ​ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້​ເພື່ອ​ໝູນ​ໜ່ວຍ​ຕັດ​ຈາກ​ຕຳ​ແໜ່ງການ​ຂົນ​ສົ່ງໄປ​ຫາ​ຕຳ​ແໜ່ງບຳ​ລຸງ​ຮັກ​ສາ.

    ຄຳເຕືອນ

    ຖ້າ​ທ່ານ​ປະ​ກະ​ແຈ​ໄວ້​ໃນ​ຢູ່​ໃນ​ສະ​ວິດ, ບາງ​ຄົນ​ສາ​ມາດ​ຕິດ​ຈັກ​ໄດ້​ໂດຍ​ບັງ​ເອີນ ແລະ ເຮັດ​ໃຫ້​ທ່ານ ຫຼື ຄົນ​ອື່ນ​ທີ່​ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້.

    ຖອດ​ກະ​ແຈ​ອອກ​ຈາກ​ສະ​ວິດ ແລະ ຢ່າ​ຕິດ​ຈັກໃນ​ເວ​ລາ​ທີ່​ໜ່ວຍ​ຕັດ​ຢູ່​ໃນ​ຕຳ​ແໜ່ງບຳ​ລຸງ​ຮັກ​ສາ.

    1. ຈອດເຄື່ອງຈັກຢູ່ໃນພື້ນພຽງ​ໄດ້​ລະ​ດັບ.

    2. ກົດ​ປຸ່ມ​ຍົກ​ເພື່ອ​ຍົກ​ໜ່ວຍ​ຕັດ​ຂຶ້ນ​ສູ່​ຕຳ​ແໜ່ງການ​ຂົນສົ່ງ.

    3. ໃສ່ເບຣກມື, ມອດຈັກ ແລະ ຖອດກະແຈອອກ.

    4. ເອົາ​ເຂັມ​ຂັດ​ອອກ​ຈາກ​ແຜ່ນ​ຄວາມ​ສູງ​ຂອງ​ການ​ຕັດ (ຮູບສະແດງ 38).

      g258474
    5. ໝູນ​ໜ່ວຍ​ຕັດ (ຮູບສະແດງ 39) ເພື່ອ​ໃຫ້ສະ​ຫຼັກ​ເຂົ້າ​ກັບຫ່ວງ​ເຫຼັກ​ເກາະ (ຮູບສະແດງ 40).

      ຄຳເຕືອນ

      ໜ່ວຍຕັດໜັກ.

      ໃຊ້​ຄວາມ​ຊ່ວຍ​ເຫຼືອ​ເມື່ອ​ທ່ານ​ຍົກ​ໜ່ວຍ​ຕັດ.

      g298275
      g298276

    ໝູນ​ໜ່ວຍ​ຕັດ​ໄປ​ທີ່​ຕຳ​ແໜ່ງ

    ປະ​ຕິ​ບັດ​ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້​ເພື່ອ​ໝູນ​ໜ່ວຍ​ຕັດ​ຈາກ​ຕຳ​ແໜ່ງການບຳ​ລຸງ​ຮັກ​ສາໄປ​ຫາ​ຕຳ​ແໜ່ງການ​ຂົນ​ສົ່ງ.

    1. ປ່ອຍ​ສະ​ຫຼັກ​ໜ່ວຍ​ຕັດ​ອອກ​ຈາກຫ່ວງ​ເຫຼັກ​ເກາະ (ຮູບສະແດງ 41) ໂດຍ​ການ​ໝູນ​ໜ່ວຍ​ຕັດ​ເລັກ​ນ້ອຍ (ໃຫ້​ເບິ່ງ ຮູບສະແດງ 39) ແລະ ດຶງ​ບ່ອນ​ຈັບ​ສະ​ຫຼັກ​ໄປ​ທາງ​ໜ້າ.

      g298277
    2. ໝູນ​ໜ່ວຍ​ຕັດ​ລົງ​ຊ້າໆ​ຈົນ​ກວ່າ​ເຂັມ​ຂັດ​ສຳ​ຜັດ​ກັບ​ແຜ່ນ​ແຂນ​ຍົກ (A ຢູ່​ໃນ ຮູບສະແດງ 42).

      g298288
    3. ໃຊ້​ຕີນ​ຂອງ​ທ່ານ​ເພື່ອ​ກົດ​ໜ່ວຍ​ຕັດ​ລົງ, ຈາກ​ນັ້ນ​ດຶງ​ອອກ​ໃນ​ເຂັມ​ຂັດ (B ຢູ່​ໃນ ຮູບສະແດງ 42) ເພື່ອ​ປ່ອຍ​ໃຫ້​ໜ່ວຍ​ຕັດ​ຕັ້ງ​ໄປ​ຢູ່​ໃນ​ຕຳ​ແໜ່ງການ​ຂົນ​ສົ່ງ.

    4. ສອດ​ເຂັມ​ຂັດ​ຄວາມ​ສູງ​ຂອງ​ການ​ຕັດ​ເຂົ້າ​ໄປ​ຜ່ານ​ແຜ່ນ​ຄວາມ​ສູງ​ຂອງ​ການ​ຕັດ ແລະ ໂສ້.

    ການລາກເຄື່ອງຈັກ

    ຖ້າ​ມັນ​ຈຳ​ເປັນ​ຕ້ອງ​ໄດ້​ລາກ ຫຼື ຊຸກ​ເຄື່ອງ​ຈັກ, ປ້ຳ​ດຶງຕ້ອງ​ຖືກ​ຕັ້ງເພື່ອ​ໃຫ້ນ້ຳ​ມັນ​ໄຮໂດຼ​ລິກໄປ​ທາງ​ລັດ. ເຄື່ອນ​ຍ້າຍ​ເຄື່ອງ​ຈັກ​ໃນ​ຄວາມ​ໄວ​ຕ່ຳ​ກວ່າ 4.8 ກມ/ຊມ (3 ໄມ/ຊມ) ແລະ ເປັນ​ໄລ​ຍະ​ທາງ​ໃກ້ໆ.

    Important: ຖ້າ​ເກີນ​ຂີດ​ຈຳ​ກັດ​ການ​ລາກ, ອາດ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຮຸນ​ແຮງ​ຕໍ່​ກັບ​ປ້ຳ​ໄຮ​ໂດ​ຣ​ລິກ​ໄດ້.ຖ້າ​ຈຳ​ເປັນ​ຕ້ອງ​ຍ້າຍ​ເຄື່ອງ​ຈັກ​ໄປ​ໄກ​ກວ່າ​ໄລ​ຍະ​ໃກ້, ຄວນເອົາເຄື່ອງ​ຈັກ​ໃສ່​ລົດ​ພ່ວງຂົນ​ສົ່ງ​ໄປ.

    1. ເຂົ້າ​ເຖິງວາວ​ຂ້າມ​ຜ່ານ​ຈາກ​ກ້ອງ​ເຄື່ອງ​ຈັກ.

      g297087
    2. ໃຊ້​ກະ​ແຈບ້ວງ 18 ມມ (11/16 ນິ້ວ) ເພື່ອ​ມາຍ​ວາວ​ຂ້າມ​ຜ່ານ, ຈາກ​ນັ້ນ​ເປີດ​ວາວ 3 ການ​ປ່ຽນ​ແປງ​ສູງ​ສຸດ.

      Important: ຢ່າ​ຕິດ​ຈັກ ຫຼື ແລ່ນ​ເຄື່ອງ​ຈັກ​ໃນ​ເວ​ລາ​ທີ່​ວາວ​ຖືກ​ຕັ້ງ​ໄວ້​ຢູ່​ຕຳ​ແໜ່ງ​ຂ້າມ​ຜ່ານ.

    3. ຫຼັງ​ຈາກ​ການ​ລາກ ແລະ ກ່ອນ​ການ​ຕິດ​ຈັກ, ຮັດ​ວາວ​ຂ້າມ​ຜ່ານ​ໃຫ້​ແໜ້ນ​ໃຫ້ຮອດ 20 N·m (15 ft-lb).

    ການຂົນເຄື່ອງຈັກ

    • ໃຊ້ຄວາມ​ລະ​ມັດ​ລະ​ວັງ​ໃນ​ເວ​ລາ​ເອົາ​ເຄື່ອງ​ຈັກຂຶ້ນ ຫຼື ລົງ​ຈາກລົດພ່ວງ ຫຼື ລົດບັນທຸກ.

    • ໃຊ້ທາງລາດເຕັມຄວາມກ້ວາງສຳລັບການເອົາເຄື່ອງຈັກຂຶ້ນ​ໃສ່​ໃນລົດພ່ວງ ຫຼື ລົດບັນທຸກ.

    • ມັດເຄື່ອງຈັກໃຫ້​ຮັບ​ປະ​ກັນ.

    • ຖອດ​ກະ​ແຈ​ກ່ອນ​ການເກັບມ້ຽນ ຫຼື ຂົນ​ສົ່ງເຄື່ອງຈັກ.

    ການບຳລຸງຮັກສາ

    Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

    Note: ດາວໂຫຼດສຳເນົາແຜນ​ຜັງໄຟຟ້າ ຫຼື ໄຮໂດຼລິກບໍ່ເສຍຄ່າໂດຍເຂົ້າໄປທີ່ www.Toro.com ແລະ ຄົ້ນຫາເຄື່ອງຈັກຂອງທ່ານຈາກລິ້ງຄູ່ມືໃນໜ້າທຳອິດ.

    ຄວາມປອດໄພໃນການບຳລຸງຮັກສາ

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ປິດ​ການ​ສົ່ງ​ພະ​ລັງ​ງານ​ອອກ ແລະ ປ່ອຍສິ່ງທີ່ຕິດມານຳຕ່ຳ​ລົງ.

      • ໃສ່​ເບ​ຣກມື.

      • ມອດຈັກ ແລະ ຖອດກະ​ແຈ.

      • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

    • ຖ້າ​ທ່ານ​ປະ​ກະ​ແຈ​ໄວ້​ໃນ​ຢູ່​ໃນ​ສະ​ວິດ, ບາງ​ຄົນ​ສາ​ມາດ​ຕິດ​ຈັກ​ໄດ້​ໂດຍ​ບັງ​ເອີນ ແລະ ເຮັດ​ໃຫ້​ທ່ານ ຫຼື ຄົນ​ອື່ນ​ທີ່​ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້. ຖອດ​ກະ​ແຈ​ອອກ​ຈາກ​ສະ​ວິດ​ກ່ອນ​ທີ່​ທ່ານ​ຈະ​ດຳ​ເນີນ​ການ​ບຳ​ລຸງ​ຮັກ​ສາ​ໃດ​ໜຶ່ງ.

    • ປ່ອຍໃຫ້ອົງປະກອບຂອງເຄື່ອງຈັກເຢັນກ່ອນປະຕິບັດການບຳລຸງຮັກສາ.

    • ຖ້າ​ໜ່ວຍ​ຕັດ​ຢູ່​ໃນ​ຕຳ​ແໜ່ງ​ການ​ຂົນ​ສົ່ງ, ໃຫ້​ໃສ່​ລັອກ​ໄວ້ (ຖ້າໄດ້​ຕິດ​ຕັ້ງ​ມາ​ນຳ) ກ່ອນ​ທີ່​ທ່ານ​ຈະ​ປະປ່ອຍ​ເຄື່ອງ​ຈັກ​ໄວ້​ບໍ່​ມີ​ຄົນ​ເບິ່ງ.

    • ຖ້າເປັນໄປໄດ້, ຢ່າດຳ​ເນີນການບຳລຸງຮັກສາໃນຂະນະທີ່ເຄື່ອງຈັກກຳລັງແລ່ນຢູ່. ຢູ່ຫ່າງຈາກຊິ້ນສ່ວນເຄື່ອນໄຫວ.

    • ຄ້ຳ​ເຄື່ອງ​ຈັກ​ດ້ວຍຂາກະລິກທຸກຄັ້ງທີ່ທ່ານເຮັດວຽກຢູ່ກ້ອງ​ເຄື່ອງ​ຈັກ.

    • ປ່ອຍຄວາມດັນຢ່າງລະມັດລະວັງຈາກສ່ວນປະກອບທີ່ມີພະລັງງານເກັບໄວ້.

    • ຮັກສາອາໄຫຼ່ທຸກອັນຂອງເຄື່ອງຈັກໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ຫັນສ່ວນ​ປະ​ກອບຕ່າງໆໃຫ້ແໜ້ນ, ໂດຍ​ສະ​ເພາະ​ແມ່ນ​ອຸ​ປະ​ກອນ​ຕິດ​ໃສ່​ໃບ​ມີດ.

    • ປ່ຽນສະຫຼາກທີ່ຫ້ຽນ ຫຼື ເສຍຫາຍທັງໝົດ.

    • ເພື່ອຮັບປະກັນຄວາມປອດໄພ, ປະສິດທິພາບທີ່ດີທີ່ສຸດຂອງເຄື່ອງຈັກ, ໃຊ້ພຽງແຕ່ອາໄຫຼ່ຂອງແທ້ຂອງ Toro ເທົ່າ​ນັ້ນ. ການປ່ຽນອາໄຫຼ່ທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ ແລະ ການນຳໃຊ້ດັ່ງກ່າວສາມາດເຮັດ​ໃຫ້ການຮັບປະກັນສິນຄ້າເປັນ​ໂມ​ຄະ.

    ຕາຕະລາງການບຳລຸງຮັກສາທີ່ແນະນຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫຼັງຈາກຊົ່ວໂມງທຳອິດ
  • ການບິດນັອດຮັດລໍ້ລົດ.
  • ຫລັງຈາກ 10 ຊົ່ວໂມງທໍາອິດ
  • ການບິດນັອດຮັດລໍ້ລົດ.
  • ການກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ.
  • ຫລັງຈາກ 50 ຊົ່ວໂມງທໍາອິດ
  • ການກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ.
  • ຫລັງຈາກ 1000 ຊົ່ວໂມງທໍາອິດ
  • ປ່ຽນ​ນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ໝໍ້ກອງໄຮໂດຼລິກ.
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ການກວດ​ເບິ່ງ​ຄວາມ​ດັນ​ລົມ​ຢູ່​ໃນ​ຢາງ​ລົດ.
  • ກວດເບິ່ງລະບົບອິນເຕີລັອກ.
  • ໃສ່​ກະ​ແລັດ​ເພົາ​ຂັບ​ເຄື່ອນ PTO (ລູກ​ບີ່​ໄຂ່​ວ ແລະ ຮ່ອງ​ຟັນ​ເຟືອງ​ສ່ອງ).
  • ກວດເບິ່ງລະດັບນໍ້າມັນເຄື່ອງ.
  • ກວດ​ເບິ່ງ​ຕົວ​ຊີ້ບອກ​ການ​ຈຳ​ກັດ​ເຕົ້າ​ກອງ​ອາ​ກາດ ແລະ ປ່ຽນ​ສ່ວນ​ປະ​ກອບ​ເຄື່ອງກອງ, ຖ້າ​ຈຳ​ເປັນ.
  • ການກວດເບິ່ງລະບົບທຳຄວາມເຢັນ ແລະ ລະ​ດັບ​ນ້ຳ​ຢາ​ທຳ​ຄວາມ​ເຢັນ.
  • ເອົາ​ເສດ​ຂີ້​ເຫຍື້ອ​ອອກ​ຈາກ​ບໍ​ລິ​ເວນ​ເຄື່ອງ​ຈັກ, ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ, ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນເຊື້ອ​ໄຟ ແລະ ໝໍ້​ນ້ຳ (ອະ​ນາ​ໄມ​ພວກ​ມັນ​ເລື້ອຍໆ​ຢູ່​ໃນ​ສະ​ພາບ​ທີ່​ເປື້ອນ ຫຼື ມີ​ຝຸ່ນຫຼາຍ).
  • ກວດເບິ່ງລະດັບນ້ຳມັນໄຮໂດຼລິກ.
  • ທຸກໆ 50 ຊົ່ວໂມງ
  • ການໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່.
  • ລະ​ບາຍ​ນ້ຳ ຫຼື ສິ່ງ​ປົນ​ເປື້ອນ​ຈາກໝໍ້​ແຍກ​ນ້ຳມັນ/ນ້ຳ.
  • ກວດ​ເບິ່ງ​ການ​ເຊື່ອມ​ຕໍ່​ຂອງ​ສາຍ​ແບັດ​ເຕີ​ຣີ.
  • ກວດ​ເບິ່ງ​ສະ​ພາບ​ແບັດ​ເຕີ​ຣີ; ທຳ​ຄວາມ​ສະ​ອາດ​ແບັດ​ເຕີ​ຣີ, ຖ້າ​ຈຳ​ເປັນ.
  • ກວດ​ເບິ່ງ​ລະ​ດັບ​ນ້ຳ​ກົດ​ແບັດ​ເຕີ​ຣີ​ເມື່ອ​ຢູ່​ໃນ​ການ​ໃຊ້​ງານ (ຖ້າ​ສາ​ມາດ​ເຮັດ​ໄດ້).
  • ການກວດ​ເບິ່ງ​ຕະ​ແກງ​ນຳ​ອາ​ກາດ​ເຂົ້າ​ຝາ​ກະ​ໂປ່ງ.
  • ການກວດ​ເບິ່ງ ແລະ ທຳ​ຄວາມ​ສະ​ອາດ​ຕະ​ແກງ​ນຳ​ອາ​ກາດ​ເຂົ້າ​ຝາ​ກະ​ໂປ່ງ.
  • ທຸກໆ 100 ຊົ່ວໂມງ
  • ການກວດ​ເບິ່ງສະ​ພາບ ແລະ ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ.
  • ກວດ​ເບິ່ງ​ສະ​ພາບ​ຂອງ​ສາຍ​ພານ​ດຶງ.
  • ທຸກໆ 200 ຊົ່ວໂມງ
  • ການບິດນັອດຮັດລໍ້ລົດ.
  • ການກວດກາເບິ່ງທໍ່ລະບົບທຳຄວາມເຢັນ.
  • ການ​ປັບ​ຊ່ອງ​ຫວ່າງ​ຄາດ PTO.
  • ທຸກໆ 250 ຊົ່ວໂມງ
  • ປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ (ເມື່ອ​ໄດ້​ນຳ​ໃຊ້​ເຄື່ອງ​ຈັກ​ຢູ່​ໃນ​ສະ​ພາບ​ທີ່​ເປື້ອນ ຫຼື ມີ​ຝຸ່ນ) [ລຸ້ນ 31900 ແລະ 31901 ເທົ່າ​ນັ້ນ].
  • ປ່ຽນ​ສ່ວນ​ປະ​ກອບ​ເຕົ້າ​ກອງ​ອາ​ກາດ.
  • ການກວດ​ເບິ່ງ ແລະ ທຳ​ຄວາມ​ສະ​ອາດ​ແຜງ​ທຳ​ຄວາມ​ເຢັນ (ອະ​ນາ​ໄມ​ພວກ​ມັນ​ເລື້ອຍໆ​ຢູ່​ໃນ​ສະ​ພາບ​ທີ່​ເປື້ອນ ຫຼື ມີ​ຝຸ່ນ​ຫຼາຍ).
  • ທຸກໆ 400 ຊົ່ວໂມງ
  • ປ່ຽນໝໍ້ແຍກນ້ຳມັນ/ນ້ຳ.
  • ການປ່ຽນໝໍ້ກອງນໍ້າມັນເຊື້ອໄຟ.
  • ການກວດກາທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່.
  • ກວດ​ເບິ່ງ​ເບ​ຣກ​ມື ແລະ ປັບ, ຖ້າ​ຈຳ​ເປັນ.
  • ທຳ​ຄວາມ​ສະ​ອາດ​ໝໍ້​ກອງ​ອາ​ກາດ, ປ່ຽນ​ຖ່າຍ​ພວກ​ມັນ, ຖ້າ​ພວກ​ມັນ​ສີກ​ຂາດ ຫຼື ເປື້ອນ​ຫຼາຍ.
  • ທຸກໆ 500 ຊົ່ວໂມງ
  • ການປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ.
  • ທຸກໆ 800 ຊົ່ວໂມງ
  • ປ່ຽນ​ໝໍ້​ກອງ​ໄຮ​ໂດຼ​ລິກ (ຖ້າ​ທ່ານບໍ່ໃຊ້​ນ້ຳ​ມັນ​ໄຮ​ໂດຼ​ລິກ​ຕາມ​ທີ່​ແນະ​ນຳ ຫຼື ຕື່ມ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ທາງ​ເລືອກ​ໃສ່​ຖັງ).
  • ປ່ຽນນ້ຳ​ມັນ​ໄຮ​ໂດຼ​ລິກ (ຖ້າ​ທ່ານບໍ່ໃຊ້ນ້ຳ​ມັນ​ໄຮ​ໂດຼ​ລິກ​ຕາມ​ທີ່​ແນະ​ນຳ ຫຼື ຕື່ມ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ທາງ​ເລືອກ​ໃສ່​ຖັງ).
  • ທຸກໆ 1,000 ຊົ່ວໂມງ
  • ປ່ຽນ​ໝໍ້​ກອງໄຮໂດຼລິກ (ຖ້າ​ທ່ານ​ກຳ​ລັງ​ໃຊ້​ນ້ຳ​ມັນ​ໄຮ​ໂດຣ​ລິກ​ຕາມ​ທີ່​ແນະນຳ​ໃຫ້).
  • ທຸກໆ 1,500 ຊົ່ວໂມງ
  • ປ່ຽນ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ເຄື່ອງ​ຈັກ
  • ທຸກໆ 2,000 ຊົ່ວໂມງ
  • ປ່ຽນນ້ຳ​ມັນໄຮໂດຼລິກ (ຖ້າ​ທ່ານ​ກຳ​ລັງ​ໃຊ້​ນ້ຳ​ມັນ​ໄຮ​ໂດຣ​ລິກ​ຕາມ​ທີ່​ແນະນຳ​ໃຫ້).
  • ລາຍເດືອນ
  • ກວດ​ເບິ່ງ​ລະ​ດັບ​ນ້ຳ​ກົດ​ແບັດ​ເຕີ​ຣີ​ເມື່ອເຄື່ອງ​ຈັກ​ຢູ່​ໃນ​ບ່ອນ​ເກັບ​ຮັກ​ສາ (ຖ້າ​ສາ​ມາດ​ເຮັດ​ໄດ້).
  • ປະຈຳປີ
  • ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນເຊື້ອໄຟ
  • ທຸກໆ 2 ປີ
  • ປ່ຽນທໍ່ເຄື່ອນ​ໄຫວ.
  • Important: ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂັ້ນຕອນການບຳລຸງຮັກສາເພີ່ມເຕີມ.

    ລາຍການກວດການບຳລຸງຮັກສາປະຈຳວັນ

    ເຮັດຊ້ຳຄືນ​ຕາມໜ້ານີ້ສຳລັບການນຳໃຊ້ປົກກະຕິ.

    ລາຍການກວດກາການບຳລຸງຮັກສາສຳລັບອາທິດຂອງ:
    ຈັນ.ອັງຄານ.ພຸດ.ພະຫັດ.ສຸກ.ເສົາ.ອາທິດ.
    ກວດເບິ່ງການປະຕິບັດງານດ້ານຄວາມປອດໄພຂອງອິນເຕີລັອກ.       
    ກວດ​ເບິ່ງວ່າ ROPS ຖືກ​ຍົກ​ຂຶ້ນ​ເຕັມ​ທີ່ ແລະ ລັອກ​ໄວ້​ໃນ​ຕຳ​ແໜ່ງ​ແລ້ວ​ບໍ່.       
    ກວດເບິ່ງການເຮັດ​ວຽກ​ຂອງເບ​ຣກມື.       
    ກວດເບິ່ງລະດັບນ້ຳມັນເຊື້ອໄຟ.       
    ກວດເບິ່ງລະດັບນໍ້າມັນເຄື່ອງ.       
    ກວດເບິ່ງລະດັບຂອງ​ແຫຼວຂອງລະບົບທຳ​ຄວ​າມເຢັນ.       
    ລະບາຍ​ໝໍ້​ແຍກນ້ຳ/ນ້ຳ​ມັນ.       
    ກວດ​ເບິ່ງຕົວຊີ້ບອກຕົວກັ່ນ​ຕອງ​ອາ​ກາດ.3       
    ກວດເບິ່ງໝໍ້ທຳ​ຄວາມ​ເຢັນ ແລະ ຕະ​ແກງກອງສິ່ງເສດເຫຼືອ.       
    ກວດຊອກ​ຫາສຽງລົບກວນຂອງເຄື່ອງຈັກທີ່ຜິດ​ປົກ​ກະ​ຕິ.1.       
    ກວດຊອກ​ຫາສຽງລົບກວນການ​ດຳ​ເນີນ​ງານທີ່ຜິດ​ປົກ​ກະ​ຕິ.       
    ກວດເບິ່ງຄວາມ​ເສຍ​ຫາຍ​ຂອງທໍ່ໄຮໂດຼລິກ.       
    ກວດເບິ່ງການຮົ່ວໄຫຼຂອງແຫຼວ.       
    ກວດເບິ່ງຄວາມດັນຂອງຢາງລົດ.       
    ກວດເບິ່ງການປະຕິບັດງານຂອງເຄື່ອງມື.       
    ໃສ່​ນ້ຳ​ມັນຫຼໍ່ມື່ນອຸປະກອນກະແລັດທັງໝົດ.2       
    ຕົບ​ແຕ່ງສີທີ່ລອກຄືນ.       
    ກວດ​ກາ​ເບິ່ງສາຍ​ແອວ​ນິລະ​ໄພ.       

    1 ກວດເບິ່ງຫົວເຜົາ ແລະ ຫົວສີດ, ຖ້າຕິດຈັກຍາກ, ມີຄວັນເສຍຫຼາຍເກີນໄປ ຫຼື ເຄື່ອງ​ຈັກ​ເດີນ​ບໍ່​ສະ​ເໝີ

    2ທັນທີຫຼັງຈາກການລ້າງທຸກໆຄັ້ງ, ໂດຍບໍ່ຄຳ​ນຶງ​ເຖິງໄລຍະຫ່າງທີ່ລະບຸໄວ້

    3ຖ້າ​ຕົວ​ຊີ້ບອກ​ສະ​ແດງ​ໃຫ້​ເຫັນ​ເປັນ​ສີ​ແດງ

    ການ​ບັນ​ທຶກ​ບໍ​ລິ​ເວນທີ່ໜ້າເປັນຫ່ວງ
    ການກວດກາປະຕິບັດໄປຕາມ:
    ລາຍ​ການວັນທີຂໍ້ມູນ
       
       
       

    ຂັ້ນຕອນການບຳລຸງຮັກສາກ່ອນລ່ວງໜ້າ

    ການ​ຍົກ​ໂຕເຄື່ອງ​ຈັກ​ຂຶ້ນ

    ອັນຕະລາຍ

    ກະ​ລິກ​ຄ້ຳ ຫຼື ກະ​ລິກ​ໄຮ​ໂດຼ​ລິກ​ອາດ​ຈະ​ບໍ່​ຄ້ຳ​ເຄື່ອງ​ຈັກ​ໄດ້ ແລະ ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ຮ້າຍ​ແຮງໄດ້.

    • ໃຊ້ກະລິກເພື່ອຄ້ຳເຄື່ອງຈັກທີ່​ຍົກ​ຂຶ້ນ.

    • ໃຊ້​ພຽງ​ແຕ່​ກະ​ລິກ​ຄ້ຳ ຫຼື ກະ​ລິກ​ໄຮ​ໂດຼ​ລັກ​ເທົ່າ​ນັ້ນ​ເພື່ອ​ຍົກ​ເຄື່ອງ​ຈັກ.

    ການ​ຍົກ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ

    Important: ໃຫ້​ແນ່​ໃຈ​ວ່າບໍ່​ມີ​ສາຍ​ໄຟ ຫຼື ສ່ວນ​ປະ​ກອບ​ໄຮ​ໂດຼລິກຢູ່​ລະ​ຫວ່າງ​ກະ​ລິກ ແລະ ໂຄງ.

    g299729
    1. ໝູນ 2 ລໍ້ຫຼັງດ້ວຍ​ໄມ້​ໝູນ​ເພື່ອ​ປ້ອງ​ກັນ​ເຄື່ອງ​ຈັກ​ເຄື່ອນ​ຍ້າຍ.

    2. ວາງ​ຕຳ​ແໜ່ງ​ກະ​ລິກ​ໃຫ້​ຮັບ​ປະ​ກັນ​ຢູ່​ກ້ອງ​ຈຸດ​ໃສ່​ກະ​ລິກ​ທີ່​ຕ້ອງ​ການ.

    3. ຫຼັງ​ຈາກ​ການ​ຍົກ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ, ໃຊ້​ຂາ​ຄ້ຳ​ກະ​ລິກ​ທີ່​ເໝາະ​ສົມ​ໃສ່​ກ້ອງ​ໂຄງ​ເຄື່ອງ​ຈັກ​ເພື່ອ​ຄ້ຳ​ເຄື່ອງ​ຈັກ.

    ການ​ຍົກ​ດ້ານ​ຫຼັງຂອງ​ເຄື່ອງ​ຈັກ

    Important: ໃຫ້​ແນ່​ໃຈ​ວ່າບໍ່​ມີ​ສາຍ​ໄຟ ຫຼື ສ່ວນ​ປະ​ກອບ​ໄຮ​ໂດຼລິກຢູ່​ລະ​ຫວ່າງ​ກະ​ລິກ ແລະ ໂຄງ.

    g299730
    1. ໝູນ 2 ລໍ້ໜ້າດ້ວຍ​ໄມ້​ໝູນ​ເພື່ອ​ປ້ອງ​ກັນ​ເຄື່ອງ​ຈັກ​ເຄື່ອນ​ຍ້າຍ.

    2. ວາງ​ຕຳ​ແໜ່ງ​ກະ​ລິກ​ໃຫ້​ຮັບ​ປະ​ກັນ​ຢູ່​ກ້ອງ​ຈຸດ​ໃສ່​ກະ​ລິກ​ທີ່​ຕ້ອງ​ການ.

      Important: ເຄື່ອງ​ຈັກ​ຂັບ​ເຄື່ອນ 4 ລໍ້ມີ​ສາຍ​ໄຮ​ໂດ​ຣ​ລິກ​ທີ່​ແລ່ນ​ໄປ​ໃກ້​ໂຄງ. ໃຫ້​ແນ່​ໃຈ​ວ່າ​ກະ​ລິກ​ຂອງ​ທ່ານ​ວາງ​ໃນ​ຕ່ຳ​ແໜ່ງ​ເພື່ອ​ໃຫ້​ສາຍ​ໄຮ​ໂດຼ​ລິກ​ບໍ່​ຖືກ​ເສຍ​ຫາຍ​ໃນ​ຂະ​ນະ​ທີ່​ຍົກ​ເຄື່ອງ​ຈັກ​ຂຶ້ນ.

    3. ຫຼັງ​ຈາກ​ການ​ຍົກ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ, ໃຊ້​ຂາ​ຄ້ຳ​ກະ​ລິກ​ທີ່​ເໝາະ​ສົມ​ໃສ່​ກ້ອງ​ໂຄງ​ເຄື່ອງ​ຈັກ​ເພື່ອ​ຄ້ຳ​ເຄື່ອງ​ຈັກ.

    ການຍົກຝາກະໂປ່ງຂຶ້ນ

    1. ປ່ອຍ​ສາຍ​ຮັດ​ອອກ​ຈາກ​ແຕ່​ລະ​ດ້ານ​ຂອງ​ເຄື່ອງ​ຈັກ (ຮູບສະແດງ 46).

      g285428
    2. ຍົກຝາກະໂປ່ງຂຶ້ນ (ຮູບສະແດງ 46).

    Note: ຖ້າ​ເຄື່ອງ​ຈັກ​ຂອງ​ທ່ານ​ມີ​ລັອກ​ຝາ​ກະ​ໂປ່ງ​ຕິດ​ຕັ້ງ​ມາ​ນຳ, ໃຊ້​ກະ​ແຈ​ເພື່ອ​ປົດ​ລັອກ ແລະ ຍົກຝາກະໂປ່ງຂຶ້ນ.

    ການຫລໍ່ມື່ນ

    ການໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ໃສ່​ກະ​ແລັດ​ເພົາ​ຂັບ​ເຄື່ອນ PTO (ລູກ​ບີ່​ໄຂ່​ວ ແລະ ຮ່ອງ​ຟັນ​ເຟືອງ​ສ່ອງ).
  • ທຸກໆ 50 ຊົ່ວໂມງ
  • ການໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່.
  • ເຄື່ອງຈັກມີສິ່ງຕິດ​ຕັ້ງ​ທີ່ມີກະແລັດທີ່ທ່ານຕ້ອງໄດ້ຫຼໍ່ມື່ນເປັນປະຈຳດ້ວຍກະແລັດຣີທຽມເບີ 2.

    Important: ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ເຄື່ອງ​ຈັກ​ທັນ​ທີ​ຫຼັງ​ຈາກ​ການ​ລ້າງ​ແຕ່​ລະ​ຄັ້ງ.

    • ແຂນ​ຄ້ຳຕົວ​ຢູ່​ເສີຍໆ (ຮູບສະແດງ 47)

      g300631
    • ເພົາ​ຂັບ​ເຄື່ອນ PTO (ຮູບສະແດງ 48)

      Important: ໃສ່​ກະ​ແລັດ​ເພົາ​ຂັບ​ເຄື່ອນ​ກ່ອນ​ການ​ນຳ​ໃຊ້​ແຕ່​ລະ​ຄັ້ງ ຫຼື ແຕ່​ລະ​ວັນ.

      g303694
    • ສະ​ຫຼັກ​ແກນ​ໝູນ (ຮູບສະແດງ 49)

      g308668
    • ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ (ຮູບສະແດງ 50):

      • ຖານ​ຮອງ​ການ​ໝູນ​ສ່ວນ​ທີ່​ຕິດ​ມາ​ນຳ (2)

      • ປອກ​ລູກ​ບີ່​ກະ​ບອກ​ສູບ​ຍົກ (2)

      • ສະ​ຫຼັກ​ໝູນແຂນຍົກ (2)

      g285509
    • ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ (ຮູບສະແດງ 51):

      • ບ່ອນ​ຕໍ່ລູກບີ່ກະບອກສູບໄຮ​ໂດຼ​ລິກ (2)

      • ຖານ​ຮອງ​ເດືອຍແກນ​ໝູນ (2)

      • ປາຍ​ແກນ​ມັດ (2)

      g285510

    ການບຳລຸງຮັກສາເຄື່ອງຈັກ

    ຄວາມປອດໄພຂອງເຄື່ອງຈັກ

    • ມອດຈັກ ແລະ ຖອດກະ​ແຈກ່ອນກວດການ້ຳມັນ ຫຼື ຕື່ມນ້ຳມັນເຄື່ອງໃສ່ຖັງຂໍ້ຫວ່ຽງ.

    • ຢ່າປ່ຽນແປງຄວາມ​ໄວຕົວບັນຊາ ຫຼື ເລັ່ງຄວາມໄວເຄື່ອງຈັກເກີນ.

    ການບຳລຸງຮັກ​ສານ້ຳ​ມັນເຄື່ອງຈັກ

    ການ​ເຂົ້າ​ໃຈ​ຂໍ້​ກຳ​ນົດ​ສະ​ເພາະ​ຂອງນ້ຳ​ມັນ​ເຄື່ອງ

    ປະ​ເພດ​ນ້ຳ​ມັນ​ເຄື່ອງ: ໃຊ້ນ້ຳ​ມັນ​ເຄື່ອງ​ມີ​ເທົ່າ​ຕ່ຳ, ຄຸນ​ນະ​ພາບ​ສູງທີ່​ໄດ້​ຕາມ ຫຼື ເກີນ​ຂໍ້​ກຳ​ນົດ​ສະ​ເພາະ​ຕໍ່​ໄປ​ນີ້:

    • API ໝວດ​ການ​ບຳ​ລຸງ​ຮັກ​ສາ CJ-4 ຫຼື ສູງກວ່າ

    • ACEA ໝວດ​ການ​ບຳ​ລຸງ​ຮັກ​ສາ E6

    • JASO ໝວດ​ການ​ບຳ​ລຸງ​ຮັກ​ສາ DH-2

    ຄວາມຈຸຖັງຂໍ້ຫວ່ຽງ: ໂດຍ​ປະ​ມານ 6.2 ລິດ (6.5 ຄະ​ວອດ​ສະ​ຫະ​ລັດ) ກັບໝໍ້ກອງ.

    ຄວາມ​ໜຽວ: ໃຊ້​ນ້ຳ​ມັນ​ເຄື່ອງ​ເກ​ຣດ​ຄວາມ​ໜຽວ​ຕໍ່​ໄປ​ນີ້:

    • ນ້ຳມັນທີ່ມັກ​ໃຫ້​ໃຊ້: SAE 15W-40 (ສູງກວ່າ 0°F)

    • ນ້ຳມັນທາງ​ເລືອກ: SAE 10W-30 ຫຼື 5W-30 (ທຸກອຸນຫະພູມ)

    ນ້ຳມັນເຄື່ອງພຣີມ້ຽມ Toro ແມ່ນມີໃຫ້ຈາກຜູ້ຈຳໜ່າຍທີ່​ໄດ້​ຮັບ​ອະ​ນຸ​ຍາດຂອງທ່ານໃນເກ​ຣດຄວາມໜຽວ 15W-40 ຫຼື 10W-30.

    ການກວດເບິ່ງລະດັບນ້ຳມັນເຄື່ອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນໍ້າມັນເຄື່ອງ.
  • ເວລາທີ່ດີທີ່ສຸດໃນການກວດເບິ່ງນ້ຳມັນເຄື່ອງແມ່ນເວລາທີ່ເຄື່ອງຈັກເຢັນກ່ອນທີ່ຈະ​ຕິດ​ຈັກມັນສຳລັບມື້. ຖ້າເຄື່ອງ​ຈັກໄດ້ແລ່ນໄປແລ້ວ, ປ່ອຍໃຫ້ນ້ຳມັນໄຫຼລົງໄປໃນອ່າງຢ່າງໜ້ອຍ 10 ນາທີກ່ອນກວດເບິ່ງ.

    ຖ້າລະດັບນ້ຳມັນຢູ່ທີ່ ຫຼື ຕໍ່າກວ່າຂີດໝາຍເພີ່ມຢູ່ເທິງເຫຼັກ​ແທກ​ນ້ຳ​ມັນເຄື່ອງ, ຕື່ມນ້ຳມັນເຄື່ອງ​ໃສ່ເພື່ອໃຫ້ໄດ້ລະດັບນ້ຳມັນໄປຫາຂີດໝາຍເຕັມ. ຢ່າ​ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່​ຈັກ​ຈົນ​ລົ້ນ.

    Important: ກວດເບິ່ງນໍ້າມັນເຄື່ອງໃນ​ແຕ່​ລະ​ວັນ. ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຢູ່​ເໜືອ​ຂີດ​ເຕັມ​ໃນ​ເຫຼັກ​ຈຸ່ມ​ແທກ​ນ້ຳ​ມັນ​ເຄື່ອງ, ນ້ຳ​ມັນ​ເຄື່ອງ​ອາດ​ຈະ​ປົນ​ກັບ​ນ້ຳ​ມັນເຊື້ອ​ໄຟ. ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຢູ່​ເໜືອ​ຂີດ​ເຕັມ, ໃຫ້​ປ່ຽນນ້ຳ​ມັນ​ເຄື່ອງ.

    Important: ໃຫ້ຮັກສາລະດັບນ້ຳມັນເຄື່ອງໃນລະຫວ່າງຂີດຈຳກັດດ້ານເທິງ ແລະ ລຸ່ມໃນເຫຼັກແທກນ້ຳ​ມັນ. ເຄື່ອງ​ຈັກ​ອາດ​ຈະ​ບໍ່​ເຮັດ​ວຽກ, ຖ້າ​ທ່ານເດີນ​ເຄື່ອງ​ດ້ວຍ​ການ​ມີ​ນ້ຳ​ມັນ​ເຄື່ອງຫຼາຍເກີນ​ໄປ ຫຼື ໜ້ອຍ​ເກີນ​ໄປ.

    1. ຍົ​ກຝາ​ກະ​ໂປ່ງຂຶ້ນ; ໃຫ້​ເບິ່ງ ການຍົກຝາກະໂປ່ງຂຶ້ນ.

    2. ກວດເບິ່ງລະດັບນໍ້າມັນເຄື່ອງ, ໃຫ້​ເບິ່ງ ຮູບສະແດງ 52.

      g031256

    ການປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 250 ຊົ່ວໂມງ
  • ປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ (ເມື່ອ​ໄດ້​ນຳ​ໃຊ້​ເຄື່ອງ​ຈັກ​ຢູ່​ໃນ​ສະ​ພາບ​ທີ່​ເປື້ອນ ຫຼື ມີ​ຝຸ່ນ) [ລຸ້ນ 31900 ແລະ 31901 ເທົ່າ​ນັ້ນ].
  • ທຸກໆ 500 ຊົ່ວໂມງ
  • ການປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ.
    1. ຕິດຈັກ ແລະ ປ່ອຍໃຫ້ມັນແລ່ນ 5 ນາທີເພື່ອປ່ອຍ​ໃຫ້​ນ້ຳ​ມັນ​ເຄື່ອງ​ອຸ່ນ​ຂຶ້ນ.

    2. ດ້ວຍ​ການ​ໃຫ້​ເຄື່ອງ​ຈັກ​ຈອດ​ໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ການ​ໃຊ້​ງານ.

    3. ປ່ຽນນ້ຳມັນເຄື່ອງຈັກ​ດັ່ງສະ​ແດງ​ຢູ່​ໃນ ຮູບສະແດງ 53.

      g297639
    4. ປ່ຽນກອງນ້ຳມັນເຄື່ອງຈັກ​ດັ່ງສະ​ແດງ​ຢູ່​ໃນ ຮູບສະແດງ 54.

      Note: ໃຫ້​ແນ່​ໃຈ​ວ່າ​ແຫວນ​ຮອງກອງ​ນ້ຳ​ມັນ​ເຄື່ອງ​ສຳ​ຜັດ​ກັບ​ເຄື່ອງ​ຈັກ ແລະ ຈາກ​ນັ້ນ​ບິດ​ໃຫ້​ໄດ້ອີກ ¾ ຮອບ.

      g031261

    ການບຳ​ລຸງ​ຮັກ​ສາເຕົ້າກອງອາກາດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງ​ຕົວ​ຊີ້ບອກ​ການ​ຈຳ​ກັດ​ເຕົ້າ​ກອງ​ອາ​ກາດ ແລະ ປ່ຽນ​ສ່ວນ​ປະ​ກອບ​ເຄື່ອງກອງ, ຖ້າ​ຈຳ​ເປັນ.
  • ທຸກໆ 250 ຊົ່ວໂມງ
  • ປ່ຽນ​ສ່ວນ​ປະ​ກອບ​ເຕົ້າ​ກອງ​ອາ​ກາດ.
  • ກວດເບິ່ງຕົວເຕົ້າກອງອາກາດສຳລັບຄວາມເສຍຫາຍທີ່ສາ​ມາດເຮັດໃຫ້ເກີດການຮົ່ວຂອງອາກາດໄດ້. ປ່ຽນຕົວ​ເຕົ້າ​ກອງ, ຖ້າມັນເສຍຫາຍ. ກວດເບິ່ງລະບົບການດູດອາກາດສຳລັບການຮົ່ວໄຫຼ, ຄວາມເສຍຫາຍ ຫຼື ປອກຮັດທໍ່ຫຼວມ

    ບຳ​ລຸງ​ຮັກ​ສາສ່ວນ​ປະ​ກອບ​ເຕົ້າກອງອາກາດສະເພາະເວລາຕົວຊີ້ບອກຂໍ້​ຈຳ​ກັດ (ຮູບສະແດງ 55) ຕ້ອງການໃຫ້​ກວດເທົ່າ​ນັ້ນ. ການປ່ຽນສ່ວນ​ປະ​ກອບ​ເຕົ້າກອງອາກາດກ່ອນທີ່​ມັນ​ຈະຈຳເປັນເພີ່ມໂອກາດທີ່ໃຫ້ຄວາມເປື້ອນເຂົ້າໄປໃນເຄື່ອງຈັກໃນ​ເວ​ລາ​ທີ່​ທ່ານຖອດ​ສ່ວນ​ປະ​ກອບອອກ.

    g009709

    Important: ຮັບປະກັນວ່າຝາປິດໄດ້ຖືກອັດຢ່າງຖືກຕ້ອງ ແລະ ປິດເຂົ້າກັບຕົວໝໍ້ກອງອາກາດ ແລະ ໄດ້​ປິດ​ສະ​ຫຼັກ​ຢ່າງ​ຖືກ​ຕ້ອງ.

    1. ປ່ຽນ​ສ່ວນ​ປະ​ກອບ​ເຕົ້າ​ກອງ​ອາ​ກາດ (ຮູບສະແດງ 56).

      g253706

      Important: ຢ່າ​ທຳ​ຄວາມ​ສະ​ອາດ​ສ່ວນປະ​ກອບ​ທີ່ໃຊ້ແລ້ວ; ການ​ທຳ​ຄວາມ​ສະ​ອາດ​ມັນສາ​ມາດ​ເຮັດ​ໃຫ້​ຊັ້ນ​ກາງ​ຂອງ​ຕົວ​ກອງ​ເສຍ​ຫາຍໄດ້.

    2. ຕັ້ງ​ຄ່າ​ຕົວ​ຊີ້ບອກ​ຂໍ້​ຈຳ​ກັດ​ຄືນ​ໃໝ່ (ຮູບສະແດງ 55) ຖ້າ​ມັນ​ສະ​ແດງ​ຂຶ້ນ​ເປັນ​ສີ​ແດງ.

    ການບຳລຸງຮັກສາລະບົບນໍ້າມັນເຊື້ອໄຟ

    ອັນຕະລາຍ

    ພາຍ​ໃຕ້​ສະ​ພາບ​ໃດ​ໜຶ່ງ, ນ້ຳ​ມັນ​ກະ​ຊວນ ແລະ ອາຍ​ລະ​ເຫີຍ​ຂອງ​ນ້ຳ​ມັນ​ເຊື້ອ​ໄຟສາ​ມາດ​ຕິດ​ໄຟ ແລະ ລະ​ເບີດໄດ້​ສູງ. ໄຟໄໝ້ ຫຼື ການລະເບີດຈາກນໍ້າມັນເຊື້ອໄຟສາມາດເຮັດໃຫ້ທ່ານ ແລະ ຄົນອື່ນໆຖືກ​ໄໝ້ ແລະ ສາມາດເຮັດໃຫ້ຊັບສິນເສຍຫາຍໄດ້.

    ຢ່າສູບຢາໃນເວລາຈັດການກັບນໍ້າມັນເຊື້ອໄຟ ແລະ ຢູ່ຫ່າງຈາກແປວໄຟທີ່ເປີດ ຫຼື ບ່ອນທີ່ປະກາຍໄຟອາດ​ຈະ​ກໍ່​ໃຫ້​ເກີດ​ໄຟ​ໄໝ້​ອາຍ​ນ້ຳ​ມັນ.

    ການລະ​ບາຍ​ນ້ຳ​ອອກ​ຈາກໝໍ້​ແຍກ​ນ້ຳ​ມັນ/ນ້ຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ລະ​ບາຍ​ນ້ຳ ຫຼື ສິ່ງ​ປົນ​ເປື້ອນ​ຈາກໝໍ້​ແຍກ​ນ້ຳມັນ/ນ້ຳ.
  • ລະ​ບາຍ​ນ້ຳ​ອອກ​ຈາກໝໍ້​ແຍກ​ນ້ຳ​ມັນ/ນ້ຳດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 57.

    g225506

    ການບຳ​ລຸງ​ຮັກ​ສາ​ໝໍ້ແຍກນ້ຳມັນ/ນ້ຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ປ່ຽນໝໍ້ແຍກນ້ຳມັນ/ນ້ຳ.
  • ປ່ຽນໝໍ້​ແຍກ​ນ້ຳ​ມັນ/ນ້ຳດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 57.

    g031412

    ການບຳລຸງຮັກ​ສາໝໍ້​ກອງນໍ້າມັນເຊື້ອໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ການປ່ຽນໝໍ້ກອງນໍ້າມັນເຊື້ອໄຟ.
  • ການບຳລຸງຮັກ​ສາໝໍ້​ກອງນໍ້າມັນເຊື້ອໄຟ

    ລຸ້ນ 31900 ແລະ 31901
    1. ໝູນ​ຄັນ​ຍົກ​ວາວ​ນ້ຳ​ມັນ​ເຊື້ອ​ໄຟ​ໄປ​ຫາ​ຕຳ​ແໜ່ງປິດ (ຮູບສະແດງ 59).

    2. ທຳຄວາມສະອາດອ້ອມຮອບຫົວ​ໝໍ້​ກອງນ້ຳມັນເຊື້ອໄຟ (ຮູບສະແດງ 59).

      g312905
    3. ເອົາ​ໝໍ້​ກອງ​ອອກ ແລະ ທຳ​ຄວາມ​ສະ​ອາດພື້ນ​ຜິວ​ບ່ອນຕິດ​ຫົວ​ໝໍ້​ກອງ (ຮູບສະແດງ 59).

    4. ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ແຫວນໝໍ້​ກອງ​ດ້ວຍນ້ຳ​ມັນ​ເຄື່ອງ​ຈັກ​ຫຼໍ່​ມື່ນ, ໃຫ້​ເບິ່ງ​ຄູ່​ມື​ເຈົ້າ​ຂອງ​ເຄື່ອງ​ຈັກ​ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ.

    5. ຕິດ​ຕັ້ງຖັງໝໍ້ກອງແຫ້ງໃສ່ດ້ວຍມືຈົນກວ່າແຫວນຈະສຳຜັດກັບຫົວ​ໝໍ້​ກອງ, ຫຼັງຈາກນັ້ນໝູນມັນຕື່ມອີກ ½ ຮອບ.

    6. ໝູນ​ຄັນ​ຍົກ​ວາວ​ນ້ຳ​ມັນ​ເຊື້ອ​ໄຟ​ໄປ​ຫາ​ຕຳ​ແໜ່ງເປີດ (ຮູບສະແດງ 59).

    7. ຕິດຈັກ ແລະ ກວດ​ເບິ່ງວ່າ​ມີ​ນ້ຳ​ມັນ​ຮົ່ວ​ຢູ່​ບໍ​ລິ​ເວນ​ຫົວ​ໝໍ້​ກອງ​ບໍ່.

    ການບຳລຸງຮັກ​ສາໝໍ້​ກອງນໍ້າມັນເຊື້ອໄຟ

    ລຸ້ນ 31907 ແລະ 31909
    1. ທຳຄວາມສະອາດອ້ອມຮອບຫົວ​ໝໍ້​ກອງນ້ຳມັນເຊື້ອໄຟ (ຮູບສະແດງ 60).

      g326083
    2. ເອົາ​ໝໍ້​ກອງ​ອອກ ແລະ ທຳ​ຄວາມ​ສະ​ອາດພື້ນ​ຜິວ​ບ່ອນຕິດ​ຫົວ​ໝໍ້​ກອງ (ຮູບສະແດງ 60).

    3. ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ແຫວນໝໍ້​ກອງ​ດ້ວຍນ້ຳ​ມັນ​ເຄື່ອງ​ຈັກ​ຫຼໍ່​ມື່ນ, ໃຫ້​ເບິ່ງ​ຄູ່​ມື​ເຈົ້າ​ຂອງ​ເຄື່ອງ​ຈັກ​ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ.

    4. ຕິດ​ຕັ້ງຖັງໝໍ້ກອງແຫ້ງໃສ່ດ້ວຍມືຈົນກວ່າແຫວນຈະສຳຜັດກັບຫົວ​ໝໍ້​ກອງ, ຫຼັງຈາກນັ້ນໝູນມັນຕື່ມອີກ ½ ຮອບ.

    5. ຕິດຈັກ ແລະ ກວດ​ເບິ່ງວ່າ​ມີ​ນ້ຳ​ມັນ​ຮົ່ວ​ຢູ່​ບໍ​ລິ​ເວນ​ຫົວ​ໝໍ້​ກອງ​ບໍ່.

    ການທຳ​ຄວາມ​ສະ​ອາດຖັງນໍ້າມັນເຊື້ອໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ປະຈຳປີ
  • ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນເຊື້ອໄຟ
  • ລະບາຍ​ນ້ຳ​ມັນ ແລະ ທຳ ຄວາມສະອາດຖັງ, ຖ້າລະບົບນ້ຳມັນເຊື້ອໄຟປົນ​ເປື້ອນ ຫຼື ຖ້າທ່ານເກັບເຄື່ອງຈັກໄວ້ເປັນໄລຍະເວ​ລາດົນ. ໃຊ້ນໍ້າມັນກາ​ຊວນທີ່ສະອາດເພື່ອລ້າງຖັງ.

    ການກວດກາທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ການກວດກາທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່.
  • ກວດເບິ່ງສາຍນ້ຳມັນເຊື້ອໄຟສຳລັບການເຊື່ອມໂຊມ, ຄວາມເສຍຫາຍ ຫຼື ສາຍເຊື່ອມຕໍ່ຫຼວມ.

    ການບຳລຸງຮັກສາລະບົບໄຟຟ້າ

    ຄວາມປອດໄພຂອງລະບົບໄຟຟ້າ

    • ຕັດ​ເຊື່ອມ​ຕໍ່ແບັດເຕີຣີກ່ອນທີ່ຈະສ້ອມແປງເຄື່ອງຈັກ. ຕັດເຊື່ອມຕໍ່ສາຍຂົ້ວລົບກ່ອນ ແລະ ຂົ້ວບວກສຸດທ້າຍ. ເຊື່ອມຕໍ່ປາຍຂົ້ວບວກເຂົ້າກ່ອນ ແລະ ຂົ້ວລົບສຸດທ້າຍ.

    • ສາກແບັດເຕີຣີໃນບ່ອນທີ່ເປີດ, ມີອາກາດຖ່າຍເທດີ, ຫ່າງຈາກປະ​ກາຍໄຟ ແລະ ແປວໄຟ. ຖອດສາຍສາກໄຟກ່ອນທີ່ຈະເຊື່ອມຕໍ່ ຫຼື ຕັດ​ເຊື່ອມ​ຕໍ່ແບັດເຕີຣີ. ໃສ່ເຄື່ອງນຸ່ງປ້ອງກັນ ແລະ ໃຊ້ເຄື່ອງມືປ້ອງກັນ.

    ການ​ເຂົ້າ​ເຖິງ​ແບັດ​ເຕີ​ຣີ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ກວດ​ເບິ່ງ​ການ​ເຊື່ອມ​ຕໍ່​ຂອງ​ສາຍ​ແບັດ​ເຕີ​ຣີ.
  • ແບັດ​ເຕີ​ຣີ​ຢູ່​ໃກ້​ກັບ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ​ຢູ່​ດ້ານ​ຊ້າຍ​ຂອງ​ເຄື່ອງ​ຈັກ. ເພື່ອ​ເຂົ້າ​ເຖິງ​ແບັດ​ເຕີ​ຣີ, ຍົກຝາກະໂປ່ງຂຶ້ນ, ມາຍ​ນັອດ​ກຽວ​ຫົວ​ໂປ້​ມື​ທີ່​ຮັດ​ຝາ​ປົກ​ໃສ່​ແບັດ​ເຕີ​ຣີ ແລະ ເອົາ​ຝາ​ປົກ​ອອກ (ຮູບສະແດງ 61).

    Note: ນັອດ​ກຽວ​ຖືກ​ຮັກ​ສາ​ໄວ້​ດ້ວຍ​ແຫວນ​ແປ​ລັອກ.

    g289491

    ການ​ຕັດ​ເຊື່ອມ​ຕໍ່​ແບັດ​ເຕີ​ຣີ

    ຄຳເຕືອນ

    ຫົວ​ແບັດ​ເຕີ​ຣີ ຫຼື ເຄື່ອງ​ມື​ໂລ​ຫະ​ສາ​ມາດ​ຊັອດ​ໃສ່​ສ່ວນ​ປະ​ກອບ​ໂລ​ຫະ, ເຮັດ​ໃຫ້​ເກີດ​ປະ​ກາຍ​ໄຟ​ໄດ້. ປະກາຍໄຟສາມາດເຮັດໃຫ້ແກ໊ສ​ໃນແບັດ​ເຕີ​ຣີລະເບີດ, ເຊິ່ງເຮັດໃຫ້ມີການບາດເຈັບສ່ວນບຸກຄົນ.

    • ເມື່ອ​ຖອດ ຫຼື ຕິດ​ຕັ້ງ​ແບັດ​ເຕີ​ຣີ, ຢ່າ​ປ່ອຍ​ໃຫ້​ຫົວ​ແບັດ​ເຕີ​ຣີ​ສຳ​ລັບ​ກັບ​ສ່ວນ​ຂອງ​ເຄື່ອງ​ຈັກ​ທີ່​ເປັນ​ໂລ​ຫະ.

    • ຢ່າ​ປ່ອຍ​ໃຫ້​ເຄື່ອງ​ມື​ໂລ​ຫະ​ຊັອດ​ລະ​ຫວ່າງ​ຫົວ​ແບັດ​ເຕີ​ຣີ ແລະ ສ່ວນ​ຂອງ​ເຄື່ອງ​ຈັກ​ທີ່​ເປັນ​ໂລ​ຫະ.

    ຄຳເຕືອນ

    ການ​ໃສ່​ສາຍ​ແບັດ​ເຕີ​ຣີທີ່ບໍ່ຖືກຕ້ອງສາມາດເຮັດ​ໃຫ້​ເຄື່ອງ​ຈັກ ແລະ ສາຍ​ໄຟ​ເສຍ​ຫາຍ, ກໍ່ໃຫ້ເກີດປະກາຍໄຟໄດ້. ປະກາຍໄຟສາມາດເຮັດໃຫ້ແກ໊ສ​ໃນແບັດ​ເຕີ​ຣີລະເບີດ, ເຊິ່ງເຮັດໃຫ້ມີການບາດເຈັບສ່ວນບຸກຄົນ.

    ຄວນຖອດສາຍໄຟລົບ (ສີດຳ) ຂອງ​ແບັດ​ເຕີ​ຣີ​ຢູ່​ຕະ​ຫຼອດກ່ອນທີ່ຈະຖອດສາຍໄຟບວກ (ສີແດງ).

    1. ຖອດສາຍໄຟ​ລົບ​ຂອງແບັດເຕີຣີອອກຈາກຫົວແບັດເຕີຣີ (ຮູບສະແດງ 62).

      g289503
    2. ຍົກ​ສະ​ນວນ​ຫຸ້ມ​ຂຶ້ນ ແລະ ເອົາ​ສາຍ​ໄຟ​ບວກ​ຂອງແບັດ​ເຕີ​ຣີ​ອອກ​ຈາກ​ແບັດ​ເຕີ​ຣີ (ຮູບສະແດງ 62).

    ການເຊື່ອມ​ຕໍ່ແບັດ​ເຕີ​ຣີ

    ຄຳເຕືອນ

    ການ​ໃສ່​ສາຍ​ແບັດ​ເຕີ​ຣີທີ່ບໍ່ຖືກຕ້ອງສາມາດເຮັດ​ໃຫ້​ເຄື່ອງ​ຈັກ ແລະ ສາຍ​ໄຟ​ເສຍ​ຫາຍ, ກໍ່ໃຫ້ເກີດປະກາຍໄຟໄດ້. ປະກາຍໄຟສາມາດເຮັດໃຫ້ແກ໊ສ​ໃນແບັດ​ເຕີ​ຣີລະເບີດ, ເຊິ່ງເຮັດໃຫ້ມີການບາດເຈັບສ່ວນບຸກຄົນ.

    ເຊື່ອມຕໍ່ສາຍໄຟບວກ (ສີແດງ) ຂອງ​ແບັດ​ເຕີ​ຣີຢູ່​ຕະ​ຫຼອດກ່ອນທີ່ຈະເຊື່ອມຕໍ່ສາຍໄຟລົບ (ສີດໍາ).

    1. ເຊື່ອມ​ຕໍ່​ສາຍ​ໄຟ​ບວກ​ໃສ່​ແບັດ​ເຕີ​ຣີ ແລະ ຮັດ​ນັອດ​ຈັບ​ຮັດ​ແບັດ​ເຕີ​ຣີ​ໃຫ້​ແໜ້ນ (ຮູບສະແດງ 63).

      g289502
    2. ເຊື່ອມ​ຕໍ່​ສາຍ​ໄຟ​ລົບ​ໃສ່​ແບັດ​ເຕີ​ຣີ ແລະ ຮັດ​ນັອດ​ຈັບ​ຮັດ​ແບັດ​ເຕີ​ຣີ​ໃຫ້​ແໜ້ນ (ຮູບສະແດງ 63).

      Important: ໃຫ້​ແນ່​ໃຈ​ວ່າ​ສາຍ​ຮັດ​ຈັບ​ສາຍ​ໄຟ​ບໍ່​ລົບ​ກວນ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ.

    ການ​ຖອດ​ແບັດ​ເຕີ​ຣີ​ອອກ ຫຼື ການ​ຕິດ​ຕັ້ງ​ແບັດ​ເຕີ​ຣີ

    ຕົວ​ຍຶດ (ຮູບສະແດງ 64) ຮັດ​ແບັດ​ເຕີ​ຣີ​ໄວ້​ໃນ​ຖານ​ວາງ. ມາຍ​ອຸ​ປະ​ກອນ​ຕົວ​ຍຶດ​ເພື່ອ​ຖອດ​ແບັດ​ເຕີ​ຣີ​ອອກ, ຮັດ​ມັນ​ເຂົ້າ​ໃຫ້​ແໜ້ນ​ເມື່ອ​ຕິດ​ຕັ້ງ​ແບັດ​ເຕີ​ຣີ.

    Note: ເພື່ອ​ເຂົ້າ​ເຖິງແບັດ​ເຕີ​ຣີ; ໃຫ້​ເບິ່ງ ການ​ເຂົ້າ​ເຖິງ​ແບັດ​ເຕີ​ຣີ. ປ່ຽນ​ຝາ​ປົກ​ເມື່ອ​ທ່ານ​ຕິດ​ຕັ້ງ​ແບັດ​ເຕີ​ຣີ.

    g285614

    ກາ​ນກວດ​ເບິ່ງ​ສະ​ພາບ​ແບັດ​ເຕີ​ຣີ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ກວດ​ເບິ່ງ​ສະ​ພາບ​ແບັດ​ເຕີ​ຣີ; ທຳ​ຄວາມ​ສະ​ອາດ​ແບັດ​ເຕີ​ຣີ, ຖ້າ​ຈຳ​ເປັນ.
  • ກວດ​ເບິ່ງ​ລະ​ດັບ​ນ້ຳ​ກົດ​ແບັດ​ເຕີ​ຣີ​ເມື່ອ​ຢູ່​ໃນ​ການ​ໃຊ້​ງານ (ຖ້າ​ສາ​ມາດ​ເຮັດ​ໄດ້).
  • Important: ກ່ອນ​ເຊື່ອມ​ຈອດ​ຢູ່​ໃນ​ເຄື່ອງ​ຈັກ, ຖອດ​ສາຍ​ໄຟ​ລົບ​ອອກ​ຈາກ​ແບັດ​ເຕີ​ຣີ​ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ຕໍ່​ລະ​ບົບ​ໄຟ.

    ກວດ​ເບິ່ງ​ສະ​ພາບ​ແບັດ​ເຕີ​ຣີ​ປະ​ຈຳ​ອາ​ທິດ ຫຼື ຫຼັງ​ຈາກທຸກໆ 50 ຊົ່ວ​ໂມງເຮັດ​ວຽກ. ໃຫ້ຮັກ​ສາຫົວ ແລະ ກ່ອງແບັດທັງໝົດສະອາດ, ເນື່ອງ​ຈາກວ່າແບັດ​ເຕີ​ຣີທີ່ເປື້ອນຈະຄ່ອຍເສື່ອມ​ສະ​ພາບ​ໄປຢ່າງຊ້າໆ.

    1. ເຂົ້າ​ເຖິງແບັດ​ເຕີ​ຣີ; ໃຫ້​ເບິ່ງ ການ​ເຂົ້າ​ເຖິງ​ແບັດ​ເຕີ​ຣີ.

    2. ເອົາ​ສະ​ນວນ​ຢາງ​ຫຸ້ມ​ອອກ​ຈາກ​ຫົວ​ຂົ້ວ​ບວກ ແລະ ກວດ​ກາ​ເບິ່ງ​ແບັດ​ເຕີ​ຣີ. ຖ້າ​ແບັດ​ເຕີ​ຣີ​ເປື້ອນ, ໃຫ້​ປະ​ຕິ​ບັດ​ຂັ້ນ​ຕອນ​ຕໍ່​ໄປ​ນີ້:

      1. ລ້າງທັງ​ໝົດກ່ອງດ້ວຍສານ​ລະ​ລາຍ​ເບັກ​ກິ່ງໂຊດາ ແລະ ນ້ຳ.

      2. ເຄືອບທັງ​ຫົວ ແລະ ຕົວ​ເຊື່ອມ​ຕໍ່​ສາຍແບັດເຕີຣີ​ດ້ວຍ​ກະ​ແລັດ​(ເຄືອບ​ຜິວ) Grafo 112X (ອາ​ໄຫຼ່ Toro ເບີ 505-47) ເພື່ອປ້ອງກັນການກັດກ່ອນ.

      3. ເລື່ອນ​ສະ​ນວນ​ຢາງ​ຫຸ້ມ​ໄປ​ເທິງ​ຫົວ​ຂົ້ວ​ບວກ.

      4. ປິດ​ຝາ​ປົກ​ແບັດ​ເຕີ​ຣີ.

    ການ​ຊອກ​ຫາ​ຟິວ

    ການ​ຊອກ​ຫາ​ຟິວລົດ​ຕັດ​ຫຍ້າ

    ເອົາ​ຝາ​ປົກຕູ້​ຄວບ​ຄຸມ​ເຄື່ອງ​ຈັກອອກ​ເພື່ອ​ເຂົ້າ​ເຖິງ​ຟິວ​ລົດ​ຕັດ​ຫຍ້າ (ຮູບສະແດງ 65).

    Note: ສະ​ຫຼາກ​ຟິວລົດ​ຕັດ​ຫຍ້າ​ຕັ້ງ​ຢູ່​ໃນ​ດ້ານອື່ນ​ຂອງ​ຝາ​ປົກ​ຕູ້​ຄວບ​ຄຸມ​ເຄື່ອງ​ຈັກ.

    g289514

    ໃຫ້​ເບິ່ງ​ຕາ​ຕະ​ລາງ ແຜງ​ຟິວ​ລົດ​ຕັດ​ຫຍ້າ ສຳ​ລັບ​ລາຍ​ລະ​ອຽດ​ຂອງ​ແຕ່​ລະ​ຟິວ​ໃນ​ແຜງຟິວ​ລົດ​ຕັດ​ຫຍ້າ (ຮູບສະແດງ 66):

    g289587

    ແຜງ​ຟິວ​ລົດ​ຕັດ​ຫຍ້າ

    AB
    1ຫ້ອງ​ຂັບ (10 A)ໄຟ​ໜ້າ​ຈໍສະ​ແດງ​ຜົນ (15 A)
    2ລາງ​ເປີດການ​ໃສ່​ການ​ແລ່ນ​ກະ​ແຈ​ສຳ​ລັບ​ຕົວ​ຄວບ​ຄຸມໜ້າ​ຈໍສະ​ແດງ​ຜົນ (10 A)
    3ຕັ່ງ​ລົມ (15 A)ວົງ​ຈອນ​ເລີ່ມ​ຕົ້ນ (15 A)
    4ຮູ​ສຽບ USB, ເຄື່ອງວັດ​ແທກຊົ່ວໂມງ, telematics, ຮູ​ສຽບ​ຂະ​ຫຍາຍ (20 A)ໄຟ​ປຸ່ມ​ຕິດ​ຈັກ (20 A)

    ການ​ຊອກ​ຫາ​ຟິວຫ້ອງ​ຂັບ

    ຟິວ​ຫ້ອງ​ຂັບ​ຕັ້ງ​ຢູ່​ເທິງ​ບ່ອນ​ນັ່ງ​ຂອງ​ຜູ້​ໂດຍ​ສານ. ເຂົ້າ​ເຖິງ​ຟິວ​ໂດຍ​ການ​ເອົາ​ຝາ​ປົກກ່ອງ​ຟິວ​ອອກ (ຮູບສະແດງ 67).

    g285656

    ໃຫ້​ເບິ່ງ​ຕາ​ຕະ​ລາງ ແຜງ​ຟິວ​ຫ້ອງ​ຂັບ ສຳ​ລັບ​ລາຍ​ລະ​ອຽດ​ຂອງ​ແຕ່​ລະ​ຟິວ​ໃນ​ແຜງຟິວຫ້ອງ​ຂັບ (ຮູບສະແດງ 68):

    g300604

    ແຜງ​ຟິວ​ຫ້ອງ​ຂັບ

    A
    1ພັດ​ລົມ​ເຄື່ອງ​ຄວບ​ແໜ້ນອາຍ​ນ້ຳ, ຄາດເຄື່ອງ​ປັບ​ອາກາດ (25 A)
    2ຟອຍ​ປັດ​ແວ່ນ​ໜ້າ​ລົດ (20 A)
    3ພັດ​ລົມ ແລະ ໄຟ​ທາງ​ໃນ (40 A)
    4ລາງ​ເປີດ

    ການບຳລຸງຮັກສາລະບົບຂັບເຄື່ອນ

    ການບິດນັອດຮັດລໍ້ລົດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫຼັງຈາກຊົ່ວໂມງທຳອິດ
  • ການບິດນັອດຮັດລໍ້ລົດ.
  • ຫລັງຈາກ 10 ຊົ່ວໂມງທໍາອິດ
  • ການບິດນັອດຮັດລໍ້ລົດ.
  • ທຸກໆ 200 ຊົ່ວໂມງ
  • ການບິດນັອດຮັດລໍ້ລົດ.
  • ຂໍ້​ກຳ​ນົດ​ສະ​ເພາະ​ແຮງ​ບິດ​ນັອດ​ຮັດ​ລໍ້​ລົດ: 102 ຫາ 108 N∙m (75 ຫາ 80 ft-lb)

    ບິດ​ນັອດ​ຮັດ​ລໍ້​ລົດ​ທີ່​ລໍ້​ໜ້າ ແລະ ລໍ້ຫຼັງ (ເຄື່ອງ​ຈັກ​ຂັບ​ເຄື່ອນ 4 ລໍ້ເທົ່າ​ນັ້ນ) ຢູ່​ໃນ​ຮູບ​ແບບ​ດັ່ງ​ທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ 69 ແລະ ຮູບສະແດງ 70 ຫາ​ແຮງບິດ​ທີ່​ລະ​ບຸ​ໄວ້.

    • ລໍ້​ໜ້າ: ໃຫ້​ເບິ່ງ ຮູບສະແດງ 69

      g034007
    • ລໍ້ຫຼັງ (ເຄື່ອງ​ຈັກ​ຂັບ​ເຄື່ອນ 4 ລໍ້ເທົ່າ​ນັ້ນ): ໃຫ້​ເບິ່ງ ຮູບສະແດງ 70

      g274650

    ການ​ຈັດ​ລຽງເພົາ​ຂັບ​ເຄື່ອນ PTO

    ຖ້າ​ທ່ານ​ແຍກ​ປາຍ​ກ້ອງ​ສ່ອງ​ເພົາ​ຂັບ​ເຄື່ອນ PTO ອອກ​ຈາກ​ປາຍ​ຄາດ, ໃຫ້ແນ່​ໃຈ​ວ່າ​ລູກ​ສອນ​ຈັດ​ລຽງກັນ (ຮູບສະແດງ 71) ເມື່ອ​ທ່ານ​ຕິດ​ຕັ້ງ​ປາຍ​ກ້ອງ​ສ່ອງ.

    Important: ຖ້າ​ລູກ​ສອນ​ໃນ​ເພົາ​ຂັບ​ເຄື່ອນ​ບໍ່​ຈັດ​ລຽງ​ກັນ, ອາດ​ຈະ​ເກີດ​ຄວາມ​ບໍ່​ດຸນ​ດ່ຽງຮຸນ​ແຮງ​ຢູ່​ໃນ​ລະ​ບົບ​ສາຍ​ຂັບ​ເຄື່ອນ.

    g320510

    ການບຳລຸງຮັກສາລະບົບເຮັດຄວາມເຢັນ

    ຄວາມປອດໄພຂອງລະບົບເຮັດຄວາມເຢັນ

    • ການກືນກິນນ້ຳຢາທຳ​ຄວາມເຢັນສາ​ມາດ​ເກີດເປັນພິດໄດ້; ໃຫ້ເກັບ​ໄວ້​ຫ່າງໄກຈາກເດັກນ້ອຍ ແລະ ສັດລ້ຽງ.

    • ການປ່ອຍ​ນ້ຳ​ຢາ​ທຳຄວາມເຢັນທີ່ມີ​ຄວາມ​ດັນ ແລະ ຮ້ອນ ແລະ ການຈັບ​ໝໍ້​ນ້ຳ​ທີ່​ຮ້ອນ ແລະ ສ່ວນທີ່ຢູ່ອ້ອມຮອບສາມາດເຮັດໃຫ້ເກີດມີການ​ໄໝ້ຮຸນແຮງໄດ້.

      • ປ່ອຍໃຫ້ເຄື່ອງຈັກເຢັນລົງຢ່າງໜ້ອຍ 15 ນາທີກ່ອນທີ່ຈະເປີດຝາໝໍ້ນ້ຳ.

      • ໃຊ້ຜ້າແພເມື່ອເປີດຝາໝໍ້ນ້ຳ ແລະ ເປີດຝາຄ່ອຍໆເພື່ອໃຫ້ອາຍນ້ຳໄຫຼອອກ.

    • ຢ່າ​ໃຊ້​ງານ​ເຄື່ອງ​ຈັກ​ໂດຍ​ທີ່​ບໍ່​ມີ​ຝາ​ປົກ​ຢູ່​ໃນ​ບ່ອນ​ຂອງ​ມັນ.

    • ໃຫ້​ຮັກ​ສາ​ນິ້ວ​ມື, ມື ແລະ ເຄື່ອງ​ນຸ່ງ​ຂອງ​ທ່ານ​ຢູ່​ຫ່າງ​ໄກ​ຈາກ​ພັດ​ລົມ​ທີ່​ກຳ​ລັງ​ປິ່ນ ແລະ ສາຍ​ພານ​ຂັບ​ເຄື່ອນ.

    ຂໍ້​ກຳ​ນົດ​ສະ​ເພາະ​ນ້ຳ​ຢາ​ທຳ​ຄວາມ​ເຢັນ

    ທ້ອງ​ອ່າງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ແມ່ນ​ໄດ້​ໃສ່​ນ້ຳ​ຢາ​ຢູ່​ທີ່​ໂຮງ​ງານ​ດ້ວຍ​ສານ​ລະ​ລາຍ​ຂອງ​ນ້ຳ ແລະ ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ງານ​ໄດ້​ດົນ​ທີ່​ເປັນ​ດ່າງ​ເອ​ທີ​ລີນ​ກະ​ໄລ​ຄອ​ລ (ethylene glycol) 50/50.

    Important: ຈົ່ງ​ໃຊ້​ແຕ່​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ມີ​ໃຫ້​ທາງ​ການ​ຄ້າ​ເທົ່ານັ້ນ​ທີ່​ໄດ້​ຕາມ​ຂໍ້​ກຳ​ນົດ​ສະ​ເພາະ​ທີ່​ເຮັດ​ເປັນ​ລາຍ​ການ​ໄວ້​ຢູ່​ໃນ​ຕາ​ຕະ​ລາງ​ມາດ​ຕະ​ຖານ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ.ຢ່າ​ໃຊ້​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ເຕັກ​ໂນ​ໂລ​ຊີ​ອາ​ຊິດ​ອະ​ນົງ​ຄະ​ທາດ (IAT) (ສີ​ຂຽວ) ແບບ​ທົ່ວ​ໄປ​ໃນ​ເຄື່ອງ​ຈັກ​ຂອງ​ທ່ານ. ຢ່າ​ປະ​ສົມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ແບບ​ທົ່ວໄປ​ກັບ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ.

    ຕາ​ຕະ​ລາງ​ຂອງ​ປະ​ເພດ​ນ້ຳ​ຢາ​ທຳ​ຄວາມ​ເຢັນ

    ປະ​ເພດ​ນ້ຳ​ຢາ​ທຳ​ຄວາມ​ເຢັນ Ethylene-Glycol

    ປະ​ເພດ​ສານ​ຢັບ​ຢັ້ງ​ການ​ກັດ​ກ່ອນ

    ນ້ຳ​ຢາ​ກັນ​ການ​ແຂງ​ຕົວ​ໃຊ້​ໄດ້​ດົນ

    ເຕັກ​ໂນ​ໂລ​ຊີ​ອາ​ຊິດ​ອົງ​ຄະ​ທາດ (OAT)

    Important: ຢ່າ​ອາ​ໄສ​ສີ​ຂອງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ເພື່ອ​ລະ​ບຸ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງນ້ຳ​ຢາ​ທຳ​ຄວາມ​ເຢັນ​ເຕັກ​ໂນ​ໂລ​ຊີ​ອາ​ຊິດ​ອະ​ນົງ​ຄະ​ທາດ (IAT) (ສີ​ຂຽວ) ແບບ​ທົ່ວ​ໄປ ແລະ ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ.ຜູ້ຜະ​ລິດ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ອາດ​ຈະ​ຍ້ອມ​ສີ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ​ດ້ວຍ​ສີ​ໃດ​ໜຶ່ງ​ຕໍ່​ໄປ​ນີ້ຄື: ສີ​ແດງ, ອອນ, ສົ້ມ, ເຫຼືອງ, ຟ້າ, ຂຽວເຂັ້ມ, ມ່ວງ ແລະ ຂຽວ. ຈົ່ງ​ໃຊ້​ແຕ່​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່ໄດ້​ຕາມ​ຂໍ້​ກຳ​ນົດ​ສະ​ເພາະຢູ່​ໃນ​ຕາ​ຕະ​ລາງ​ມາດ​ຕະ​ຖານ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ.

    ມາດ​ຕະ​ຖານ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ

    ATSM ສາ​ກົນ

    SAE ສາ​ກົນ

    D3306 ແລະ D4985

    J1034, J814 ແລະ 1941

    Important: ຄວາມ​ເຂັ້ມ​ຂຸ້ນ​ຂອງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຄວນ​ຈະ​ເປັນ​ການ​ປະ​ສົມ​ຂອງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຕໍ່​ນ້ຳ 50/50.

    • ທີ່​ນິ​ຍົມ: ເມື່ອ​ປະ​ສົມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຈາກ​ນ້ຳ​ຢາ​ເຂັ້ມ​ຂຸ້ນ, ປະ​ສົມ​ມັນ​ກັບ​ນ້ຳ​ກັນ.

    • ຕົວ​ເລືອກ​ທີ່​ນິ​ຍົມ: ຖ້າ​ບໍ່​ມີ​ນ້ຳ​ກັ່ນ, ໃຫ້​ໃຊ້​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ປະ​ສົມ​ມາ​ກ່ອນ​ແທນ​ຕົວ​ເຂັ້ມ​ຂຸ້ນ.

    • ເງື່ອນ​ໄຂ​ກຳ​ນົດ​ຕ່ຳ​ສຸດ: ຖ້າ​ບໍ່​ມີ​ນ້ຳ​ກັ່ນ ແລະ ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ປະ​ສົມ​ມາ​ກ່ອນ, ໃຫ້​ປະ​ສົມ​ນ້ຳ​ຢາ​ທຳ​ຄວາມ​ເ​ຢັນ​ເຂັ້ມ​ຂຸ້ນ​ກັບ​ນ້ຳ​ສະ​ອາດ​ທີ່​ສາ​ມາດ​ດື່ມ​ໄດ້.

    ການກວດເບິ່ງລະບົບທຳຄວາມເຢັນ ແລະ ລະ​ດັບ​ນ້ຳ​ຢາ​ທຳ​ຄວາມ​ເຢັນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ການກວດເບິ່ງລະບົບທຳຄວາມເຢັນ ແລະ ລະ​ດັບ​ນ້ຳ​ຢາ​ທຳ​ຄວາມ​ເຢັນ.
  • ເອົາ​ເສດ​ຂີ້​ເຫຍື້ອ​ອອກ​ຈາກ​ບໍ​ລິ​ເວນ​ເຄື່ອງ​ຈັກ, ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ, ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນເຊື້ອ​ໄຟ ແລະ ໝໍ້​ນ້ຳ (ອະ​ນາ​ໄມ​ພວກ​ມັນ​ເລື້ອຍໆ​ຢູ່​ໃນ​ສະ​ພາບ​ທີ່​ເປື້ອນ ຫຼື ມີ​ຝຸ່ນຫຼາຍ).
  • ທຸກໆ 1,500 ຊົ່ວໂມງ
  • ປ່ຽນ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ເຄື່ອງ​ຈັກ
  • ເມື່ອ​ຈັກ​ເຢັນ, ລະ​ດັບ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຈະ​ບໍ່​ສູງ​ໄປ​ກວ່າ​ຂີດ​ໝາຍເຢັນຢູ່​ດ້ານ​ຂ້າງ​ຂອງ​ຖັງ​ຂະ​ຫຍາຍ (ຮູບສະແດງ 72). ເມື່ອ​ເຄື່ອງ​ຈັກ​ອຸ່ນ, ລະ​ດັບ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຈະ​ບໍ່​ສູງ​ໄປ​ກວ່າ​ຂີດ​ໝາຍເຕັມ (ຮ້ອນ).

    ຖ້າ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຢູ່​ເໜືອ​ຂີດໝາຍເຢັນເມື່ອ​ຈັກ​ເຢັນ, ມັນ​ອາດ​ຈະ​ຮົ່ວ​ອອກ​ມາ​ຈາກ​ຖັງ​ເມື່ອ​ເຄື່ອງ​ຈັກ​ຮ້ອນ​ໃນ​ລະ​ຫວ່າງ​ການ​ເຮັດ​ວຽກ.

    1. ເມື່ອ​ຈັກ​ເຢັນ, ໃຫ້​ກວດ​ເບິ່ງ​ລະ​ດັບ​ຂອງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຢູ່​ໃນ​ຖັງ​ຂະ​ຫຍາຍ.

      g325684
    2. ຖ້າ​ບໍ່​ເຫັນ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຢູ່​ທີ່​ຂີດ​ໝາຍເຢັນ ຫຼື ຕ່ຳ​ກວ່າ​ເມື່ອ​ເຢັນ, ເປີດ​ຝາ​ປິດ​ຖັງ​ຂະ​ຫຍາຍ​ອອກ ແລະ ເຕີມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ປ່ຽນ​ຕາມ​ທີ່​ແນະ​ນຳ​ໃຫ້ [ໃຫ້​ເບິ່ງ ຂໍ້​ກຳ​ນົດ​ສະ​ເພາະ​ນ້ຳ​ຢາ​ທຳ​ຄວາມ​ເຢັນ] ຕາມ​ທີ່​ຕ້ອງ​ການ​ເພື່ອ​ໃຫ້​ລະ​ດັບ​ຂຶ້ນ​ສູ່​ຂີດ​ໝາຍເຢັນ.

      Important: ຢ່າ​ໃຊ້​ແຕ່​ນ້ຳ​ເທົ່າ​ນັ້ນ ຫຼື ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ມີ​ເຫຼົ້າ.ຢ່າ​ຕື່ມ​ໃສ່​ກາຍ​ຂີດ​ໝາຍເຢັນຢູ່​ໃນ​ຖັງ.

    3. ອັດຝາປິດຂອງຖັງຂະຫຍາຍ.

    ການກວດ​ເບິ່ງ​ຕະ​ແກງ​ນຳ​ອາ​ກາດ​ເຂົ້າ​ຝາ​ກະ​ໂປ່ງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ການກວດ​ເບິ່ງ​ຕະ​ແກງ​ນຳ​ອາ​ກາດ​ເຂົ້າ​ຝາ​ກະ​ໂປ່ງ.
  • g309128
    1. ຍົ​ກຝາ​ກະ​ໂປ່ງຂຶ້ນ; ໃຫ້​ເບິ່ງ ການຍົກຝາກະໂປ່ງຂຶ້ນ.

    2. ໃຊ້​ລົມ​ດັນ​ເພື່ອ​ທຳ​ຄວາມ​ສະ​ອາດ​ຕະ​ແກງ​ຝາ​ກະ​ໂປ່ງ (ສະ​ແດງ​ໃຫ້​ເຫັນ​ຢູ່​ໃນ ຮູບສະແດງ 73). ການທັ່ງ​ເອົາ​ອາ​ກາດ​ອອກ​ຈາກ​ເຄື່ອງ​ຈັກ.

    ການກວດເບິ່ງແຜງທຳຄວາມເຢັນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ການກວດ​ເບິ່ງ ແລະ ທຳ​ຄວາມ​ສະ​ອາດ​ຕະ​ແກງ​ນຳ​ອາ​ກາດ​ເຂົ້າ​ຝາ​ກະ​ໂປ່ງ.
  • ທຸກໆ 250 ຊົ່ວໂມງ
  • ການກວດ​ເບິ່ງ ແລະ ທຳ​ຄວາມ​ສະ​ອາດ​ແຜງ​ທຳ​ຄວາມ​ເຢັນ (ອະ​ນາ​ໄມ​ພວກ​ມັນ​ເລື້ອຍໆ​ຢູ່​ໃນ​ສະ​ພາບ​ທີ່​ເປື້ອນ ຫຼື ມີ​ຝຸ່ນ​ຫຼາຍ).
    • ໃຊ້​ລົມ​ດັນ​ເພື່ອ​ທຳ​ຄວາມ​ສະ​ອາດ​ແຜງ​ໝໍ້​ນ້ຳ. ການທັ່ງ​ເອົາ​ອາ​ກາດ​ອອກ​ຈາກ​ເຄື່ອງ​ຈັກ (ຮູບສະແດງ 74).

      Important: ຢ່າໃຊ້ນ້ຳເພື່ອທຳຄວາມສະອາດແຜງ.

      g299819
    • ຢຽດແຜງ​ງໍ​ໃຫ້​ຊື່.

    ການກວດກາເບິ່ງທໍ່ລະບົບທຳຄວາມເຢັນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ການກວດກາເບິ່ງທໍ່ລະບົບທຳຄວາມເຢັນ.
  • ກວດ​ກາທໍ່ລະ​ບົບ​ທຳ​ຄວາມ​ເຢັນ​ເບິ່ງ​ການ​ຮົ່ວ​ໄຫຼ, ສາຍຫງິກງໍ, ຕົວຄ້ຳ​ຍຶດຫຼວມ, ຫຼຸ້ຍຫ້ຽນ, ບໍ່ພໍດີ, ການເສື່ອມ​ສະ​ພາບ​ຈາກດິນຟ້າອາກາດ ແລະ ການເສື່ອມ​ສະ​ພາບ​ທາງເຄມີ. ເຮັດ​ການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະໃຊ້​ງານ​ເຄື່ອງ​ຈັກ.

    ການບຳລຸງຮັກສາເບກ

    ການກວດ​ເບິ່ງ ແລະ ການ​ປັບ​ເບ​ຣກ​ມື

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ກວດ​ເບິ່ງ​ເບ​ຣກ​ມື ແລະ ປັບ, ຖ້າ​ຈຳ​ເປັນ.
  • ການກວດ​ເບິ່ງເບ​ຣກມື

    1. ວາງ​ຂາ​ຕັ້ງ​ກະ​ລິກ​ລົດ​ໄວ້​ກ້ອງ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ, ໃຫ້​ເບິ່ງ ການ​ຍົກ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ.

    2. ເອົາ​ລໍ້​ໜ້າ​ອອກ.

    3. ເຄື່ອນ​ເບ​ຣກ​ມື​ໄປ​ທີ່​ຕຳ​ແໜ່ງປົດແລ້ວ; ໃຫ້​ເບິ່ງ ເບຣກມື.

    4. ເອົາ​ຈານ​ເບ​ຣກ​ອອກ (ຮູບສະແດງ 75) ດ້ວຍ​ມື.

      • ຖ້າ​ທ່ານ​ຮູ້​ສຶກ​ມີ​ແຮງ​ຕ້ານ​ໃນ​ຂະ​ນະ​ທີ່​ເອົາ​ຈານ​ເບ​ຣກ​ອອກ​ດ້ວຍ​ມື, ບໍ່ຈຳ​ເປັນ​ຕ້ອງ​ມີການ​ປັບ.

      • ຖ້າ​ທ່ານ​ຮູ້​ສຶກວ່າບໍ່ມີ​ແຮງ​ຕ້ານ​ໃນ​ຂະ​ນະ​ທີ່​ເອົາ​ຈານ​ເບ​ຣກ​ອອກ​ດ້ວຍ​ມື, ຈຳ​ເປັນ​ຕ້ອງ​ມີ​ການ​ປັບ; ໃຫ້​ເບິ່ງ ການປັບເບ​ຣກມື.

      g312869
    5. ຕິດ​ຕັ້ງ​ລໍ້​ດ້ານ​ໜ້າ ແລະ ບິດ​ນັອດ​ຮັດ​ລໍ້, ໃຫ້​ເບິ່ງ ການບິດນັອດຮັດລໍ້ລົດ.

    ການປັບເບ​ຣກມື

    1. ໝູນ​ລໍ້​ລົດ​ດ້ວຍ​ໄມ້​ໝູນ.

    2. ໃຫ້​ແນ່​ໃຈ​ວ່າ​ປົດ​ເບ​ຣກ​ມື​ແລ້ວ.

    3. ຊອກ​ຫາ​ການ​ຕິດ​ສາຍ​ເບ​ຣກ (ຮູບສະແດງ 76) ຢູ່​ລຸ່ມ​ດ້ານ​ຊ້າຍ​ຂອງ​ເຄື່ອງ​ຈັກ​ໃກ້​ກັບ​ລໍ້​ເບື້ອງ​ຊ້າຍ.

      g299613
    4. ມາຍ​ນັອດ​ຊ້ອນ​ສອງ​ຢູ່​ເທິງ​ສຸດ​ເພື່ອ​ໃຫ້​ມີ​ຊ່ອງ​ຫວ່າງ​ປະ​ກົດ​ຂຶ້ນ (3.2 ມມ [⅛ ນິ້ວ] ຫາ 4.8 ມມ [3/16 ນິ້ວ]).

    5. ດຶງ​ສາຍ​ລົງ​ຈົນ​ກວ່າ​ນັອດ​ຊ້ອນ​ສອງ​ຢູ່​ເທິງ​ສຸດ​ສຳຜັດ​ກັບ​ຕົວ​ຄ້ຳ.

    6. ຫັນນັອດຊ້ອນສອງຢູ່​ລຸ່ມ​ໃຫ້​ແໜ້ນ.

    7. ເຮັດຊ້ຳຂັ້ນຕອນ 5 ແລະ 6 ສຳລັບສາຍອື່ນໆ.

    8. ກວດເບິ່ງເບ​ຣກ​ມື; ໃຫ້​ເບິ່ງ ການກວດ​ເບິ່ງເບ​ຣກມື.

    ການບຳລຸງຮັກສາສາຍພານ

    ການກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 10 ຊົ່ວໂມງທໍາອິດ
  • ການກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ.
  • ຫລັງຈາກ 50 ຊົ່ວໂມງທໍາອິດ
  • ການກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ.
  • ທຸກໆ 100 ຊົ່ວໂມງ
  • ການກວດ​ເບິ່ງສະ​ພາບ ແລະ ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ.
  • ຄວາມ​ເຄັ່ງ​ທີ່​ເໝາະ​ສົມ​ຂອງ​ສາຍ​ພານ​ອະ​ນຸ​ຍາດ​ໃຫ້ 10 ມມ (⅜ ນິ້ວ) ຂອງ​ການ​ປ່ຽນ​ທິດ​ທາງ​ເມື່ອ​ໄດ້​ນຳ​ໃຊ້​ຄວາມແຮງ 4.5 ກ​ລ (10 ປອນ) ໃນ​ເຄິ່ງ​ທາງ​ສາຍ​ພານ​ລະ​ຫວ່າງ​ໝາກ​ລໍ້.

    ຖ້າ​ການ​ປ່ຽນ​ທິດ​ທາງ​ບໍ່​ແມ່ນ 10 ມມ (⅜ ນິ້ວ), ໃຫ້​ປະ​ຕິ​ບັດ​ຂັ້ນ​ຕອນ​ຕໍ່​ໄປ​ນີ້:

    1. ມາຍ​ນັອດ​ຍຶດ​ໄດ​ປັ່ນ​ໄຟ​ຟ້າ (ຮູບສະແດງ 68).

      g020537
    2. ເພີ່ມ ຫຼື ຫຼຸດ​ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ​ຟ້າ ແລະ ຮັດ​ນັອດ​ໃຫ້​ແໜ້ນ.

    3. ກວດ​ເບິ່ງ​ການ​ປ່ຽນ​ທິດ​ທາງ​ຂອງ​ສາຍ​ພານ​ອີກ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ຄວາມ​ເຄັ່ງ​ຖືກ​ຕ້ອງ.

    ການບຳລຸງຮັກ​ສາສາຍພານດຶງ

    ການກວດ​ເບິ່ງສາຍພານດຶງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 100 ຊົ່ວໂມງ
  • ກວດ​ເບິ່ງ​ສະ​ພາບ​ຂອງ​ສາຍ​ພານ​ດຶງ.
  • ກວດກາສາຍ​ພານ​ດຶງ​ສຳ​ລັບ​ສັນ​ຍານ​ຂອງຄວາມຫ້ຽນ ຫຼື ຄວາມເສຍຫາຍ.

    ປ່ຽນສາຍພານ, ຖ້າ​ມັນ​ຫ້ຽນ ຫຼື ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຫຼາຍ, ໃຫ້​ເບິ່ງ ການປ່ຽນສາຍພານດຶງ.

    ການປ່ຽນສາຍພານດຶງ

    g300570

    ການເອົາສາຍພານດຶງອອກ

    1. ຕັດ​ເຊື່ອມ​ຕໍ່​ເພົາ PTO ຈາກກະ​ປຸກ​ເກຍສິ່ງ​ທີ່​ຕິດ​ມາ​ນຳ, ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ສິ່ງ​ທີ່​ຕິດ​ມາ​ນຳ​ຂອງ​ທ່ານ.

    2. ຖອດ​ປ​ລັກ​ສຽບ​ຕົວ​ເຊື່ອມ​ຕໍ່ສາຍ​ໄຟ​ຄາດ​ຈາກ​ສາຍ​ໄຟ​ເຄື່ອງ​ຈັກ (ຮູບສະແດງ 79).

      g300592
    3. ໃຫ້​ເອົານັອດ​ກຽວ, ແຫວນ​ຮອງ ແລະ ນັອດອອກ​ຈາກ​ສາຍ​​ຮັດ​ຢາງ (ຮູບສະແດງ 79) ຢູ່​ໃນ​ໂຄງ.

      ຕົວ​ຈັດ​ໄລ​ຍະ​ຫ່າງ​ແມ່ນ​ມີ​ຢູ່​ໃນ​ສາຍ​​ຮັດ​ຢາງ, ໃຫ້​ແນ່​ໃຈ​ວ່າ​ບໍ່​ໄດ້​ເອົາ​ອັນ​ນີ້​ໃສ່​ຜິດ​ບ່ອນ.

    4. ໃຫ້​ຜູ້​ຊ່ວຍ​ນຳ​ໃຊ້​ເຟືອງ​ເພື່ອ​ປ່ອຍ​ຄວາມ​ເຄັ່ງ​ຈາກ​ສາຍ​ພານ, ຈາກ​ນັ້ນ​ເອົາ​ສາຍ​ພານ​ອອກ​ຈາກ​ໝາກ​ລໍ້​ປ້ຳ, ໝາກ​ລໍ້​ຕົວ​ຢູ່ເສີຍໆ ແລະ ໝາກ​ລໍ້​ເຄື່ອງ​ຈັກ.

    5. ເຄື່ອນ​ສາຍ​ພານ​ໄປ​ເທິງ​ຄາດ ແລະ ສົ່ງ​ຕໍ່​ໃນ​ຫົວ​ເພົາ PTO.

    ການໃສ່ສາຍພານດຶງ​ເຂົ້າ​ໄປ

    1. ເຄື່ອນ​ສາຍ​ພານ​ໄປ​ຕາມ​ຫົວ​ເພົາ PTO, ເທິງ​ຄາດ ແລະ ຢູ່​ໃນ​ໝາກ​ລໍ້​ເຄື່ອງ​ຈັກ.

    2. ໃຫ້​ຜູ້​ຊ່ວຍ​ໃຊ້​ເຟືອງ​ເພື່ອ​ດຶງໝາກ​ລໍ້​ຕົວ​ຢູ່​ເສີຍໆໃຫ້​ຕ່ຳ​ລົງ.

    3. ລຳ​ລຽງ​ສາຍ​ພານ​ໃນ​ໝາກ​ລໍ້​ເຄື່ອງ​ຈັກ, ໝາກ​ລໍ້​ຕົວ​ຢູ່​ເສີຍໆ ແລະ ໝາກ​ລໍ້​ປ້ຳ (ຮູບສະແດງ 78).

    4. ເອົາ​ເຟືອງ​ອອກ​ຈາກ​ແຂນ​ຄ້ຳ​ຕົວ​ຢູ່​ເສີຍໆ.

    5. ໃຫ້​ແນ່​ໃຈ​ວ່າ​ມີ​ຕົວ​ຈັດ​ໄລ​ຍະ​ຫ່າງ​ສາຍ​ຮັດ​ຢາງ​ຢູ່​ກັບ​ທີ່​ແລ້ວ.

    6. ໃຊ້ນັອດ​ກຽວ, ແຫວນ​ຮອງ ແລະ ນັອດທີ່​ເອົາ​ອອກ​ມາ​ກ່ອນ​ນັ້ນ​ເພື່ອ​ຍຶດ​ປາຍ​ຂອງ​ສາຍ​ຮັດ​ຢາງ​ໃສ່​ກັບ​ໂຄງ.

    7. ສຽບປ​ລັກຕົວ​ເຊື່ອມ​ຕໍ່ສາຍ​ໄຟ​ຄາດ​ໃສ່ສາຍ​ໄຟ​ເຄື່ອງ​ຈັກ.

    ການບຳລຸງຮັກສາລະບົບຄວບຄຸມ

    ການ​ປັບ​ຊ່ອງ​ຫວ່າງ​ຄາດ PTO

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ການ​ປັບ​ຊ່ອງ​ຫວ່າງ​ຄາດ PTO.
    1. ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງ.

    2. ຍົກຝາກະໂປ່ງເຄື່ອງ​ຈັກ​ຂຶ້ນ.

    3. ປັບ​ຊ່ອງ​ຫວ່າງ​ອາ​ກາດ​ເພື່ອ​ໃຫ້​ເຄື່ອງ​ແທກຕົວ​ຮັບ​ຄວາມ​ຮູ້​ສຶກ 0.3 ມມ (0.012 ນິ້ວ) ເລື່ອນ​ຢູ່​ລະ​ຫວ່າງ​ສາຍ​ຄາດ ແລະ ແຜ່ນຂັດ​ຖູ​ດ້ວຍ​ຄວາມ​ດັນ​ເລັກ​ນ້ອຍ (ຮູບສະແດງ 80).

      Note: ທ່ານ​ສາ​ມາດ​ຫຼຸດ​ຊ່ອງ​ຫວ່າງ​ໂດຍ​ການ​ບິດ​ນັອດ​ປັບ​ໄປ​ຕາມ​ທິດ​ເຂັມ​ໂມງ (ຮູບສະແດງ 80). ຊ່ອງ​ຫວ່າງການໃຊ້​ສູງ​ສຸດ​ແມ່ນ 0.6 ມມ (0.024 ນິ້ວ). ປັບ​ຊ່ອງ​ຫວ່າງ​ອາ​ກາດ​ທັງ​ໝົດ 3 ຊ່ອງ​ເປັນ 0.4 ມມ (0.012 ນິ້ວ).

      g299611
    4. ຫຼັງ​ຈາກ​ປັບ​ຊ່ອງ​ຫວ່າງ​ອາ​ກາດ 3 ອັນ​ແລ້ວ, ກວດ​ເບິ່ງ​ທັງ​ໝົດ 3 ອັນ​ອີກ.

      Note: ການ​ປັບ​ຊ່ອງ​ຫວ່າງ​ອາ​ກາດ 1 ອັນ​ສາ​ມາດ​ປ່ຽນ​ຊ່ອງ​ຫວ່າງ​ອື່ນ​ໄດ້.

    ການ​ປັບ​ບ່ອນ​ຢຸດ​ແປ້ນ​ຂັບ​ເຄື່ອນ

    ທ່ານ​ສາ​ມາດ​ປັບ​ແປ້ນ​ຂັບ​ເຄື່ອນ​ເພື່ອ​ຄວາມ​ສະ​ດວກ​ສະ​ບາຍ​ຂອງ​ຜູ້​ໃຊ້ ຫຼື ເພື່ອ​ຫຼຸດ​ຜ່ອນ​ຄວາມ​ໄວ​ໄປ​ໜ້າ​ສູງ​ສຸດ​ຂອງ​ເຄື່ອງ​ຈັກ​ໄດ້.

    1. ເຄື່ອນ​ແປ້ນ​ຂັບ​ເຄື່ອນ​ໄປ​ທາງ​ໜ້າ​ຈົນ​ສຸດ (ຮູບສະແດງ 81).

      Note: ແປ້ນຂັບເຄື່ອນຄວນ​ສຳ​ຜັດ​ກັບ​ບ່ອນ​ຢຸດ​ແ​ປ້ນ​ຂັບ​ເຄື່ອນ​ກ່ອນ​ປ້ຳ​ຮອດ​ບ່ອນ​ແຄ້ນ​ເຕັມ​ທີ່.

      g320590
    2. ຖ້າ​ແປ້ນ​ຂັບ​ເຄື່ອນບໍ່​ສຳ​ຜັດ​ກັບ​ບ່ອນຢຸດ​ແປ້ນ​ຂັບ​ເຄື່ອນ ຫຼື ຖ້າ​ທ່ານ​ຕ້ອງ​ການ​ຫຼຸດ​ຄວາມ​ໄວ​ໄປ​ໜ້າ​ຂອງ​ເຄື່ອງ​ຈັກ, ໃຫ້​ເຮັດ​ດັ່ງ​ຕໍ່​ໄປ​ນີ້:

      1. ເອົາ​ຈະ​ແຈ​ປາກ​ຈັບບ່ອນ​ຢຸດ​ແປ້ນ​ຂັບ​ເຄື່ອນໄວ້ (ຮູບສະແດງ 81).

      2. ມາຍນັອດຊ້ອນສອງຢູ່ດ້ານ​ລຸ່ມຂອງ​ແຜ່ນພັກ​ຕີນ (ຮູບສະແດງ 82).

        g320591
      3. ເຄື່ອນ​ແປ້ນ​ຂັບ​ເຄື່ອນ​ໄປຫາ​ຕຳ​ແໜ່ງ​ໄປ​ໜ້າ​ຈົນ​ສຸດ (ຮູບສະແດງ 81).

      4. ໃນ​ຂະ​ນະ​ທີ່​ຈັບ​ບ່ອນ​ຢຸດ​ແປ້ນ​ຂັບ​ເຄື່ອນ​ຢູ່, ປັບ​ນັອດ​ຊ້ອນ​ສອງ​ທີ່​ຢູ່​ເທິງ​ແຜ່ນ​ພັກ​ຕີນ (ຮູບສະແດງ 81) ຈົນ​ກວ່າ​ແຜ່ນ​ພັກ​ຕີນ​ສຳ​ຜັດ​ກັບ​ບ່ອນ​ຢຸດ.

      5. ຢືດ​ຕຳ​ແໜ່ງ​ບ່ອນ​ຢຸດ​ແປ້ນ​ຂັບ​ເຄື່ອນ​ໃຫ້​ຍາວ​ອອກ​ໂດຍ​ການ​ໝູນ​ບ່ອນ​ຢຸດ​ໄປ 1 ຮອບ​ເຕັມ​ຕາມ​ທິດ​ທວນ​ເຂັມ​ໂມງ​ຈາກ​ນັອດ​ຊ້ອນ​ສອງ​ຢູ່​ເໜືອ​ແຜ່ນ​ພັກ​ຕີນ.

        Note: ການ​ເຮັດ​ໃຫ້​ຕຳ​ແໜ່ງ​ບ່ອນ​ຢຸດ​ແປ້ນ​ຂັບ​ເຄື່ອນ​ສັ້ນ​ລົງ​ຈະ​ເພີ່ມ​ຄວາມ​ໄວ​ໄປ​ໜ້າ​ຂອງ​ເຄື່ອງ​ຈັກ.

      6. ໃນ​ຂະ​ນະ​ທີ່​ຈັບ​ບ່ອນ​ຢຸດ​ແປ້ນ​ຂັບ​ເຄື່ອນ​ໄວ້, ບິດ​ນັອດ​ຊ້ອນ​ສອງ​ຢູ່​ດ້ານ​ລຸ່ມ​ຂອງ​ແຜ່ນ​ພັກ​ຕີນ (ຮູບສະແດງ 81 ແລະ ຮູບສະແດງ 82) ໃຫ້​ໄດ້ 37 ຫາ 45 N∙m (27 to 33 ft-lb).

      7. ໃຫ້​ກວດ​ເບິ່ງວ່າແປ້ນຂັບເຄື່ອນສຳ​ຜັດ​ກັບ​ບ່ອນ​ຢຸດ​ແ​ປ້ນ​ຂັບ​ເຄື່ອນ​ກ່ອນ​ປ້ຳ​ຮອດ​ບ່ອນ​ແຄ້ນ​ເຕັມ​ທີ່.

        Note: ຖ້າ​ແປ້ນ​ຂັບ​ເຄື່ອນ​ບໍ່​ສຳ​ຜັດ​ກັບບ່ອນ​ຢຸດ​ແປ້ນ​ຂັບ​ເຄື່ອນ, ເຮັດຊ້ຳ​ຄືນ​ຂັ້ນ​ຕອນ 1 ຈົນ​ຮອດ 7.

    ການບຳລຸງຮັກສາລະບົບໄຮໂດຼລິກ

    ຄວາມປອດໄພຂອງລະບົບໄຮໂດຼລິກ

    • ຂໍ​ການ​ປິ່ນ​ປົວ​ທາງ​ການ​ແພດ​ທັນ​ທີ, ຖ້າມີການສີດຂອງ​ແຫຼວເຂົ້າໄປໃນຜິວໜັງ. ຂອງ​ແຫຼວ​ທີ່​ສີດເຂົ້າຕ້ອງໄດ້ຮັບການຜ່າຕັດເອົາ​ອອກ​ໂດຍ​ທ່ານ​ໝໍພາຍໃນສອງ​ສາມຊົ່ວໂມງ.

    • ຮັບປະກັນວ່າທໍ່ ແລະ ສາຍເຊື່ອມຕໍ່ຂອງ​ແຫຼວໄຮໂດຼລິກທັງໝົດຢູ່ໃນສະພາບດີ ແລະ ທຸກໆການເຊື່ອມຕໍ່ໄຮໂດຼລິກ ແລະ ອຸປະກອນຕ່າງໆແໜ້ນກ່ອນທີ່ຈະນຳໃຊ້ຄວາມກົດດັນຕໍ່ລະບົບໄຮໂດຼລິກ.

    • ຮັກສາຮ່າງກາຍ ແລະ ມືຂອງທ່ານໃຫ້ຢູ່ຫ່າງຈາກການຮົ່ວໄຫຼຂອງຮູ ຫຼື ຮູທີ່ເຮັດໃຫ້ສີດນ້ຳມັນໄຮໂດຼລິກຄວາມດັນສູງ.

    • ໃຊ້ເຈ້ຍ​ແຂງ ຫຼື ເຈ້ຍເພື່ອຊອກຫາການຮົ່ວຂອງໄຮໂດຼລິກ.

    • ຜ່ອນ​ແຮງດັນທັງ​ໝົດໃນລະບົບໄຮໂດຼລິກລົງຢ່າງປອດໄພກ່ອນທີ່ຈະປະຕິບັດວຽກງານໃດໜຶ່ງໃນລະບົບໄຮໂດຼລິກ.

    ຂໍ້ມູນຈຳເພາະຂອງນ້ຳມັນໄຮໂດຼລິກ

    ທ້ອງອ່າງແມ່ນ​ໄດ້​ໃສ່ນ້ຳມັນໄຮໂດຼລິກທີ່ມີຄຸນນະພາບສູງປະ​ມານ 22.7 ລິດ (6 ແກນລອນສະຫະລັດ) ຢູ່ໂຮງງານ. ກວດເບິ່ງລະດັບຂອງນ້ຳມັນໄຮໂດຼລິກກ່ອນຕິດຈັກເທື່ອ​ທຳ​ອິດ ແລະ ປະຈຳວັນຫຼັງຈາກນັ້ນ; ໃຫ້​ເບິ່ງ ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ.

    ນ້ຳມັນປ່ຽນ​ຖ່າຍທີ່ແນະນຳ: ນ້ຳ​ມັນໄຮ​ໂດ​ລິກ​ໃຊ້​ໄດ້​ດົນ Toro PX Extended Life; ມີຢູ່ໃນ​ຕຸກ 19 ລິດ (5 ແກນລອນສະຫະລັດ) ຫຼື ຖັງ 208 ລິດ (55 ແກນລອນສະຫະລັດ).

    Note: ເຄື່ອງຈັກທີ່ປ່ຽນ​ຖ່າຍ​ນ້ຳ​ມັນ​ຕາມທີ່ແນະນຳບໍ່​ຈຳ​ເປັນ​ຕ້ອງປ່ຽນນ້ຳມັນ ແລະ ປ່ຽນໝໍ້ກອງເລື້ອຍໆ.

    ນ້ຳມັນໄຮໂດຼລິກທາງເລືອກ:ຖ້າບໍ່ມີນ້ຳ​ມັນໄຮ​ໂດ​ລິກ​ໃຊ້​ໄດ້​ດົນ Toro PX Extended Life Hydraulic Fluid, ທ່ານອາດຈະໃຊ້ນ້ຳມັນໄຮໂດຼລິກແບບທຳມະດາທີ່ມີຂໍ້ກຳ​ນົດສະເພາະທີ່ມີຢູ່ໃນຂອບເຂດທີ່ລະບຸໄວ້ສຳລັບຄຸນສົມບັດວັດສະດຸຕໍ່ໄປນີ້ ແລະ ມັນຖືກຕ້ອງຕາມມາດຕະຖານອຸດສາຫະກຳ. ຢ່າໃຊ້ນໍ້າມັນສັງເຄາະ. ປຶກສາກັບຕົວແທນຈຳໜ່າຍນ້ຳມັນຫຼໍ່​ລື່ນເພື່ອກຳນົດຜະລິດຕະພັນທີ່ໜ້າພໍໃຈ.

    Note: Toro ບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຈາກການປ່ຽນທີ່ບໍ່ຖືກຕ້ອງ, ສະນັ້ນໃຊ້ຜະລິດຕະພັນຈາກຜູ້ຜະລິດທີ່ມີຊື່ສຽງຜູ້ທີ່ຈະຢູ່ເບື້ອງ​ຫຼັງການແນະນຳຂອງພວກເຂົາເທົ່າ​ນັ້ນ.

    ດັດຊະນີຄວາມໜຽວສູງ/ນ້ຳ​ມັນ​ໄຮ​ໂດຼ​ລິກ​ກັນຫຼຸ້ຍຫ້ຽນຈຸດຖອກ​ຕ່ຳ, ISO VG 46

    ຄຸນສົມບັດຂອງວັດສະດຸ: 
     ຄວາມໜຽວ, ASTM D445cSt @ 40°C (104°F) 44 ເຖິງ 48
     ດັດຊະນີຄວາມໜຽວ ASTM D2270140 ຫຼື ສູງກວ່າ
     ຈຸດ​ຖອກ, ASTM D97-37°C ຫາ -45° C (-34° F ຫາ -49° F)
    ຂໍ້ກຳ​ນົດ​ສະເພາະທາງອຸດສາຫະກຳ:Eaton Vickers 694 (I-286-S, M-2950-S/35VQ25 ຫຼື M-2952-S)

    Note: ນ້ຳມັນໄຮໂດຼລິກຫຼາຍອັນເກືອບບໍ່ມີສີ, ເຮັດໃຫ້ມີຄວາມຫຍຸ້ງຍາກໃນການກວດການຮົ່ວໄຫຼ. ສານເຕີມສີຍ້ອມສີແດງສຳລັບນ້ຳມັນໄຮໂດຼລິກແມ່ນມີຢູ່ໃນຂວດ 20 ມລ (2/3 ອອນ​ຂອງ​ແຫຼວ). ຕຸກແມ່ນພຽງພໍສຳລັບນ້ຳມັນໄຮໂດຼລິກປະມານ 15 ຫາ 22 ລິດ (4 ຫາ 6 ແກນລອນສະຫະລັດ). ສັ່ງຊື້​ອາ​ໄຫຼເບີ 44-2500 ຈາກຜູ້ຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດຂອງທ່ານ.

    Important: ນ້ຳ​ມັນ​ໄຮ​ໂດຼ​ລິກ​ຍ່ອຍ​ສະ​ຫຼາຍ​ທາງ​ຊີ​ວະ​ໄດ້​ເປັນ​ສານ​ສັງ​ເຄາະເກ​ຣດ​ພ​ຣີ​ມ້ຽມ​ຂອງ​ໂທ​ໂຣ (Toro Premium Synthetic Biodegradable Hydraulic Fluid) ແມ່ນນ້ຳມັນຊີວະພາບທີ່ສັງເຄາະພຽງຢ່າງດຽວທີ່ຖືກຮັບຮອງໂດຍ Toro. ນ້ຳມັນນີ້ສາມາດໃຊ້ໄດ້ກັບ elastomers ທີ່ໃຊ້ໃນລະບົບບົບໄຮໂດຼລິກ Toro ແລະ ເໝາະສົມກັບສະພາບອຸນຫະພູມທີ່ກວ້າງຂວາງ. ນ້ຳມັນນີ້ສາມາດໃຊ້ໄດ້ກັບນ້ຳມັນແຮ່ທາດທຳມະດາ, ແຕ່ສຳລັບການຍ່ອຍ​ສະ​ຫຼາຍ​ທາງ​ຊີ​ວະ ແລະ ປະສິດຕິພາບສູງສຸດ, ຄວນ​ລ້າງ​ນ້ຳ​ມັນ​ທຳ​ມະ​ດາ​ອອກ​ຈາກລະບົບໄຮໂດຼລິກໃຫ້​ໝົດ. ນ້ຳມັນມີ​ຢູ່ໃນຖັງ 19 ລິດ (5 ແກນລອນສະຫະລັດ) ຫຼື ຖັງ 208 ລິດ (55 ແກນລອນສະຫະລັດ) ຈາກຕົວແທນຈຳໜ່າຍ Toro ຂອງທ່ານ.

    ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນ້ຳມັນໄຮໂດຼລິກ.
    1. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ໃສ່​ເບ​ຣກມື, ມອດຈັກ ແລະ ຖອດກະແຈອອກ.

    2. ເອົາ​ດອນ​ອັດ​ຮູ​ອອກ​ຈາກ​ຖັງ​ໄຮ​ໂດຼ​ລິກ (ຮູບສະແດງ 83).

      g285821
    3. ຖອດເຫຼັກ​ແທກ​ນ້ຳ​ມັນເຄື່ອງອອກຈາຖັງ​ໄຮ​ໂດ​ຣ​ລິກ ແລະ ເຊັດມັນດ້ວຍຜ້າທີ່ສະອາດ (ຮູບສະແດງ 83).

    4. ສຽບ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ລົງ​ໄປ​ໃນ​ຖັງ​ໄຮ​ໂດຼ​ລິກ.

    5. ເອົາຫຼັກແທກນ້ຳ​ມັນ​ເຄື່ອງອອກ ແລະ ກວດເບິ່ງລະດັບຂອງ​ແຫຼວ (ຮູບສະແດງ 84).

      • ຖ້າ​ທ່ານ​ມີ​ໜ່ວຍ​ຕັດ​ຕິດ​ຕັ້ງ​ມາ​ພ້ອມ: ລະ​ດັບ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ຢູ່​ໃນ​ລະ​ດັບ​ທີ່​ເໝາະ​ສົມ​ເມື່ອ​ຂອງ​ແຫຼວ​ປາ​ກົດ​ຂຶ້ນ​ຢູ່​ລະ​ຫວ່າງ 2 ຂີດ​ໝາຍ​ຕ່ຳ​ໃນ​ເຫຼັກ​ແທກ​ນ້ຳ​ມັນ (A ຢູ່​ໃນ ຮູບສະແດງ 84). ມັນ​ຍັງ​ເປັນ​ທີ່ຍອມ​ຮັບ​ໄດ້​ສຳ​ລັບ​ລະ​ດັບ​ຂອງ​ແຫຼວ​ທີ່​ຢູ່​ສູງກວ່າ​ຂີດ​ໝາຍ​ຕ່ຳ.

      • ຖ້າ​ທ່ານ​ມີຊຸດ​ເຄື່ອງ​ມື​ທໍ່​ສິ່ງ​ທີ່ຕິດ​ມາ​ຂັບ​ເຄື່ອນໄຮ​ໂດຼ​ລິກຕິດ​ຕັ້ງ​ມາ​ພ້ອມ: ລະ​ດັບ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ຢູ່​ໃນ​ລະ​ດັບ​ທີ່​ເໝາະ​ສົມ​ເມື່ອ​ຂອງ​ແຫຼວ​ປາ​ກົດ​ຂຶ້ນ​ຢູ່​ລະ​ຫວ່າງ 2 ຂີດ​ໝາຍສູງໃນ​ເຫຼັກ​ແທກ​ນ້ຳ​ມັນ ( B ຢູ່​ໃນ ຮູບສະແດງ 84).

      g286314
    6. ຖ້າ​ລະ​ດັບ​ຂອງ​ແຫຼວ​ຢູ່​ຕ່ຳ​ກວ່າ​ຂີດ​ໝາຍ​ຕ່ຳ​ທີ່​ເໝາະ​ສົມ (ຕາມ​ສິ່ງ​ທີ່​ຕິດ​ມານຳ​ທີ່​ຕິດ​ຕັ້ງ​ມາ​ພ້ອມ​ຂອງ​ທ່ານ; ໃຫ້​ເບິ່ງຂັ້ນ​ຕອນ 5) ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ, ເຕີມ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ທີ່​ກຳ​ນົດ​ໃສ່​ຖັງ. ເຮັດ​ຊ້ຳ​ຂັ້ນ​ຕອນ 3 ຫາ 5 ຈົນ​ກວ່າ​ລະ​ດັບ​ຂອງ​ແຫຼວ​ປະ​ກົດ​ຢູ່​ລະຫວ່າງ 2 ຂີດ​ໝາຍ​ທີ່​ເໝາະ​ສົມ​ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.

    7. ສຽບ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ ແລະ ດອນ​ອັດ​ລົງ​ໄປ​ໃນ​ຖັງ​ໄຮ​ໂດຼ​ລິກ.

    8. ໃຊ້​ມື​ບິດດອນ​ອັດ​ໃຫ້ແໜ້ນ.

      Important: ຢ່າ​ໃຊ້​ເຄື່ອງ​ມື​ຮັດ​ດອນ​ອັດ.

    9. ກວດ​ເບິ່ງ​ການ​ຮົ່ວ​ໄຫຼ​ຂອງ​ທໍ່​ໄຮ​ໂດຣ​ລິກ ແລະ ດອນ​ອັດ​ທັງ​ໝົດ.

    ປ່ຽນ​ນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ໝໍ້​ກອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 1000 ຊົ່ວໂມງທໍາອິດ
  • ປ່ຽນ​ນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ໝໍ້ກອງໄຮໂດຼລິກ.
  • ທຸກໆ 800 ຊົ່ວໂມງ
  • ປ່ຽນ​ໝໍ້​ກອງ​ໄຮ​ໂດຼ​ລິກ (ຖ້າ​ທ່ານບໍ່ໃຊ້​ນ້ຳ​ມັນ​ໄຮ​ໂດຼ​ລິກ​ຕາມ​ທີ່​ແນະ​ນຳ ຫຼື ຕື່ມ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ທາງ​ເລືອກ​ໃສ່​ຖັງ).
  • ປ່ຽນນ້ຳ​ມັນ​ໄຮ​ໂດຼ​ລິກ (ຖ້າ​ທ່ານບໍ່ໃຊ້ນ້ຳ​ມັນ​ໄຮ​ໂດຼ​ລິກ​ຕາມ​ທີ່​ແນະ​ນຳ ຫຼື ຕື່ມ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ທາງ​ເລືອກ​ໃສ່​ຖັງ).
  • ທຸກໆ 1,000 ຊົ່ວໂມງ
  • ປ່ຽນ​ໝໍ້​ກອງໄຮໂດຼລິກ (ຖ້າ​ທ່ານ​ກຳ​ລັງ​ໃຊ້​ນ້ຳ​ມັນ​ໄຮ​ໂດຣ​ລິກ​ຕາມ​ທີ່​ແນະນຳ​ໃຫ້).
  • ທຸກໆ 2,000 ຊົ່ວໂມງ
  • ປ່ຽນນ້ຳ​ມັນໄຮໂດຼລິກ (ຖ້າ​ທ່ານ​ກຳ​ລັງ​ໃຊ້​ນ້ຳ​ມັນ​ໄຮ​ໂດຣ​ລິກ​ຕາມ​ທີ່​ແນະນຳ​ໃຫ້).
  • ຖ້ານ້ຳມັນໄຮ​ໂດຼ​ລິກມີການປົນເປື້ອນ, ຕິດຕໍ່ຕົວແທນຈຳໜ່າຍ Toro ໃນທີ່​ໄດ້​ຮັບ​ອະ​ນຸ​ຍາດທ່ານ, ລະບົບດັ່ງກ່າວຕ້ອງໄດ້ຖືກລ້າງອອກ. ນ້ຳມັນທີ່ປົນເປື້ອນເບິ່ງເຫັນ​ວ່າຂຸ້ນ ຫຼື ສີດຳເມື່ອປຽບທຽບກັບນ້ຳມັນທີ່ສະອາດ.

    Important: ໃຊ້​ໝໍ້​ກອງ​ປ່ຽນ​ຂອງ Toro, ໃຫ້​ເບິ່ງປຶ້ມ​ລາຍ​ການ​ອາ​ໄຫຼ່ຂອງ​ເຄື່ອງ​ຈັກ. ການນຳໃຊ້ໝໍ້ກອງອື່ນໃດໜຶ່ງອາດຈະເຮັດໃຫ້ການຮັບປະກັນຂອງບາງສ່ວນປະກອບເປັນ​ໂມ​ຄະ.

    1. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ໃສ່​ເບ​ຣກມື, ມອດຈັກ ແລະ ຖອດກະແຈອອກ.

    2. ວາງ​ຖາດ​ຮອງ​ລະ​ບາຍ​ໃຫຍ່​ໄວ້​ກ້ອງຖັງນ້ຳ​ມັນໄຮໂດຼລິກ.

    3. ເອົາຝາປິດຖັງໄຮໂດຼລິກ ແລະ ເຫຼັກ​ແທກ​ນ້ຳ​ມັນ​ອອກ.

    4. ເອົາ​ດອນ​ອັດ​ການ​ລະ​ບາຍ (ຮູບສະແດງ 85) ອອກ​ຈາກ​ພື້ນ​ຂອງ​ຖັງ ແລະ ປ່ອຍ​ໃຫ້​ນ້ຳ​ມັນ​ໄຮ​ໂດຼ​ລິກ​ໄຫຼ​ລົງ​ໃສ່​ຖາດ​ຮອງ.

      g286315
    5. ທຳຄວາມສະອາດພື້ນ​ທີ່ຮອບບໍລິເວນທີ່ຕິດຕັ້ງໝໍ້ກອງ.

    6. ວາງ​ຖາດ​ຮອງ​ລະ​ບາຍ​ໄວ້​ກ້ອງ​ໝໍ້​ກອງ (ຮູບສະແດງ 85), ເອົາ​ໝໍ້​ກອງ​ອອກ ແລະ ປ່ອຍ​ໃຫ້​ນ້ຳ​ມັນ​ທີ່​ເຫຼືອ​ໄຫຼ​ລົງ​ໃສ່​ຖາດ​ຮອງ​ລະ​ບາຍ.

    7. ໃສ່​ນ້ຳ​ມັນ​ຫຼໍ່​ລື່ນ​ແຫວນໝໍ້ກອງໃຫມ່ ແລະ ຕື່ມນ້ໍາມັນໄຮໂດຼລິກໃສ່​ໝໍ້​ກອງ.

    8. ໃຫ້​ແນ່​ໃຈວ່າບໍລິເວນຕິດໝໍ້ກອງສະອາດ ແລະ ບິດໝໍ້ກອງຈົນກວ່າແຫວນຮອງ​ສຳ​ຜັດກັບແຜ່ນຕິດ; ຫຼັງຈາກນັ້ນໃຫ້ຫັນໝໍ້ກອງໃຫ້ແໜ້ນຕື່ມ​ອີກ ½ ຮອບ.

    9. ເຕີມນ້ຳມັນໄຮໂດຼລິກໃສ່ຖັງ, ໃຫ້​ເບິ່ງ ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ.

      Important: ໃຊ້ພຽງແຕ່ນ້ຳມັນໄຮໂດຼລິກທີ່ລະບຸໄວ້ເທົ່ານັ້ນ. ນ້ຳມັນອື່ນໆສາມາດກໍ່ໃຫ້ເກີດຄວາມເສຍຫາຍຕໍ່ລະບົບ.

    10. ໃສ່ດອນ​ອັດ​ລະ​ບາຍ​ເມື່ອນ້ຳມັນໄຮໂດຼລິກໄຫຼອອກ​ໝົດ​ແລ້ວ.

    11. ໃສ່​ເຫຼັກ​ແທກ​ນ້ຳ​ມັນ ແລະ ຝາ​ປິດ​ທ້ອງ​ອ່າງ.

    12. ຕິດຈັກ ແລະ ໃຊ້ເຄື່ອງຄວບຄຸມໄຮໂດຼລິກທັງໝົດຕາມ​ລຳ​ດັບ​ຕໍ່​ໄປ​ນີ້ເພື່ອກະ​ຈາຍນ້ຳມັນໄຮໂດຼລິກໃນທົ່ວລະບົບ:

      1. ໃຊ້ແປ້ນຂັບເຄື່ອນເພື່ອເຄື່ອນຍ້າຍເຄື່ອງຈັກໄປທາງ​ໜ້າ ແລະ ກັບ​ຫຼັງ.

      2. ໃຊ້​ພວງ​ມະ​ໄລ​ເພື່ອເຄື່ອນ​ຍ້າຍ​ຢາງ​ຕີນ​ລົດ​ທັງ​ໄປ​ໄປ​ທາງ​ຂວາ ແລະ ຊ້າຍ.

      3. ໃຊ້​ສະ​ວິດ​ຍົກ​ເພື່ອ​ຍົກ​ສ່ວນ​ທີ່​ຕິດ​ມາ​ຂຶ້ນ ແລະ ປ່ອຍ​ຕ່ຳ​ລົງ (ຕົວ​ຢ່າງ: ໜ່ວຍຕັດ).

    13. ກວດເບິ່ງການຮົ່ວໄຫຼ ແລະ ມອດຈັກ.

    14. ກວດເບິ່ງລະດັບນ້ຳມັນໄຮໂດຼລິກຢູ່​ໃນ​ຖັງ; ໃຫ້​ເບິ່ງ ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ.

    ການກວດເບິ່ງສາຍ ແລະ ທໍ່ໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 2 ປີ
  • ປ່ຽນທໍ່ເຄື່ອນ​ໄຫວ.
  • ກວດ​ກາເບິ່ງສາຍ ແລະ ທໍ່​ໄ​ຮ​ໂດຼ​ລິກປະ​ຈຳ​ວັນ​ສຳ​ລັບ​ການ​ຮົ່ວ​ໄຫຼ, ສາຍຫງິກງໍ, ຕົວຕິດຕັ້ງຫຼວມ, ຫຼຸ້ຍຫ້ຽນ, ບໍ່ພໍດີ, ການເສື່ອມ​ສະ​ພາບ​ຈາກດິນຟ້າອາກາດ ແລະ ການເສື່ອມ​ສະ​ພາບ​ທາງເຄມີ. ເຮັດ​ການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະໃຊ້​ງານ​ເຄື່ອງ​ຈັກ.

    ການ​ບຳ​ລຸງ​ຮັກ​ສາ​ຫ້ອງ​ຂັບ

    ການ​ທຳ​ຄວາມ​ສະ​ອາດ​ຫ້ອງ​ຂັບ

    Important: ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ຮອບ​ເຄື່ອງ​ກັນ​ຮົ່ວ​ຫ້ອງ​ຂັບ (ຮູບສະແດງ 86). ຖ້າ​ທ່ານ​ໃຊ້​ເຄື່ອງ​ລ້າງ​ທີ່​ມີ​ຄວາມ​ດັນ, ໃຫ້​ເຫຼັກ​ສີດ​ເຄື່ອງ​ລ້າງຢູ່​ຫ່າງ​ຈາກ​ເຄື່ອງ​ຈັກ​ຢ່າງ​ໜ້ອຍ 0.6 ມ (2 ຟຸດ). ຢ່າ​ໃຊ້​ເຄື່ອງ​ລ້າງ​ທີ່​ມີ​ຄວາມ​ດັນ​ໃສ່​ເຄື່ອງ​ກັນ​ຮົ່ວຂອງ​ຫ້ອງ​ຂັບ​ໂດຍ​ກົງ ຫຼື ຢູ່​ກ້ອງບັງ​ຕົມຫຼັງ.

    g034330

    ການ​ທຳ​ຄວາມ​ສະ​ອາດ​ໝໍ້​ກອງຫ້ອງ​ຂັບ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ທຳ​ຄວາມ​ສະ​ອາດ​ໝໍ້​ກອງ​ອາ​ກາດ, ປ່ຽນ​ຖ່າຍ​ພວກ​ມັນ, ຖ້າ​ພວກ​ມັນ​ສີກ​ຂາດ ຫຼື ເປື້ອນ​ຫຼາຍ.
    1. ເອົາ​ລູກ​ບິດ ແລະ ເຫຼັກ​ຮອງ​ອອກ​ຈາກບັງ​ຕົມຫຼັງ (ຮູບສະແດງ 87).

      g251432
    2. ເອົາ​ໝໍ້​ກອງ​ອາ​ກາດ​ອອກ​ຈາກ​ຫ້ອງ​ຂັບ.

    3. ອະ​ນາ​ໄມ​ໝໍ້​ກອງ​ໂດຍ​ການ​ເປົ່າ​ດ້ວຍ​ລົມ​ດັນ​ທີ່​ສະ​ອາດ​ບໍ່​ມີ​ນ້ຳ​ມັນ​ໃຫ້​ທົ່ວ​ພວກ​ມັນ.

      Important: ຖ້າ​ໝໍ້​ກອງ​ມີ​ຮູ, ສີກ​ຂາດ ຫຼື ມີ​ຄວາມ​ເສຍ​ຫາຍ​ອື່ນ, ໃຫ້​ປ່ຽນ​ໝໍ້​ກອງ.

    4. ໃຊ້​ລູກ​ບິດ ແລະ ເຫຼັກ​ຮອງ​ເພື່ອ​ຕິດ​ຕັ້ງ​ໝໍ້​ກອ​ງ​ໃສ່ຫ້ອງ​ຂັບ (ຮູບສະແດງ 87).

    ການ​ທຳ​ຄວາມ​ສະ​ອາດ​ໝໍ້​ກອງເຄື່ອງ​ຄວບ​ແໜ້ນອາຍ​ນ້ຳຫ້ອງ​ຂັບ

    ຈຸດ​ປະ​ສົງ​ຂອງ​ໝໍ້​ກອງ​ເຄື່ອງ​ຄວບ​ແໜ້ນອ່າຍ​ນ້ຳ​ຫ້ອງ​ຂັບ​ແມ່ນ​ເພື່ອ​ປ້ອງ​ກັນ​ຂີ້​ເຫຍື້ອ​ໃຫຍ່​ເຊັ່ນ: ຫຍ້າ ແລະ ໃບ​ໄມ້​ບໍ່​ໃຫ້​ເຂົ້າ​ໄປ​ໃນ​ເຄື່ອງ​ຄວບ​ແໜ້ນ​ຫ້ອງ​ຂັບ ແລະ ພັດ​ລົມເຄື່ອງ​ຄວບ​ແໜ້ນ​ອາຍ​ນ້ຳ.

    1. ດຶງ​ຝາ​ປົກ​ຕະ​ແກງ​ຊື່ລົງ​ລຸ່ມ.

    2. ທຳ​ຄວາມ​ສະ​ອາດ​ໝໍ້​ກອງ​ເຄື່ອງ​ຄວບ​ແໜ້ນອາຍ​ນ້ຳ​ດ້ວຍ​ນ້ຳ.

      Note: ຢ່າໃຊ້ເຄື່ອງ​ລ້າງ​ທີ່​ມີ​ຄວາມ​ດັນ.

      Important: ຖ້າ​ໝໍ້​ກອງ​ມີ​ຮູ, ສີກ​ຂາດ ຫຼື ມີ​ຄວາມ​ເສຍ​ຫານ​ອື່ນ, ໃຫ້​ປ່ຽນ​ໝໍ້​ກອງ.

    3. ປ່ອຍ​ໃຫ້​ໝໍ້​ກອງ​ແຫ້ງ​ກ່ອນ​ຕິດ​ຕັ້ງ​ພວກ​ມັນ​ໃສ່​ເຄື່ອງ​ຈັກ.

    4. ໝູນ​ຕະ​ແກງ​ໝໍ້​ກອງ​ໄປ​ຮອບ​ຫ່ວງ​ເກາະ​ຈົນ​ກວ່າ​ສະ​ຫຼັກ​ລັອກ​ໃສ່​ຕົວປະ​ກອບ​ຕິດ​ສະ​ຫຼັກ (ຮູບສະແດງ 88).

      g032951

    ການ​ປ່ຽນ​ດອກ​ໄຟ

    Note: ໃຫ້​ເບິ່ງປຶ້ມ​ລາຍ​ການ​ອາ​ໄຫຼ່ສຳ​ລັບ​ເລກ​ອາ​ໄຫຼ່ດອກ​ໄຟ​ທີ່​ເໝາະ​ສົມ.

    1. ໃຊ້​ເຫຼັກໄຂ​ຄວາງ​ເພື່ອເອົາຝາ​ຄອບດອກ​ໄຟ​ອອກ​ຈາກ​ແຜງ​ຄວບ​ຄຸມ. (ຮູບສະແດງ 89).

      g253616
    2. ເອົາ​ດອກ​ໄຟ​ອອກ​ຈາກ​ຖານດອກ​ໄຟ (ຮູບສະແດງ 89).

    3. ໃສ່​ດອກ​ໄຟ​ໃໝ່​ເຂົ້າ​ໄປ​ໃນ​ຖານດອກ​ໄຟ.

    4. ໃສ່​ຝາ​ຄອບ​ເຂົ້າ​ໄປ​ໃນແຜງ​ຄວບ​ຄຸມ.

    ການ​ຕື່ມ​ນ້ຳ​ຢາ​ລ້າງ​ແວ່ນ​ໜ້າ​ລົດ​ໃສ່​ເຕົ້າ​ນ້ຳ​ຢາ

    Note: ເຕົ້າ​ນ້ຳ​ຢາ​ລ້າງ​ແວ່ນ​ໜ້າ​ລົດ​ຕັ້ງ​ຢູ່​ຕໍ່​ໜ້າ​ເຄື່ອງ​ຈັກ​ໃນ​ດ້ານ​ຂວາ​ຂອງ​ເຄື່ອງ​ຈັກ.

    1. ເອົາ​ຝາ​ປິດ (ຮູບສະແດງ 90) ຢູ່​ໃນ​ເຕົ້າ​ນ້ຳ​ຢາ​ອອກ.

      g312210
    2. ເຕີມ​ນ້ຳ​ຢາ​ລ້າງ​ແວ່ນລົດ​ໃສ່​ເຕົ້າ​ນ້ຳ​ຢາ.

    3. ປ່ຽນຝາ​ປິດ ຢູ່​ໃນ​ເຕົ້າ​ນ້ຳ​ຢາ.

    ການເກັບມ້ຽນ

    ຄວາມປອດໄພໃນການເກັບຮັກສາ

    • ມອດຈັກ, ຖອດກະແຈ ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

    ການ​ກະ​ກຽມ​ເຄື່ອງ​ຈັກ

    Important: ຢ່າໃຊ້ນ້ຳເຄັມ ຫຼື ນ້ຳທີ່ຜ່ານການບຳບັດມາເພື່ອທຳຄວາມສະອາດເຄື່ອງຈັກ.

    1. ຈອດເຄື່ອງຈັກຢູ່ໃນບ່ອນ​ພຽງ​ໄດ້​ລະ​ດັບ, ໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນເຄື່ອນ​ໄຫວຢຸດກ່ອນ​ອອກ​ຈາກເຄື່ອງ​ຈັກ.

    2. ທຳຄວາມສະອາດເຄື່ອງ​ຈັກ, ໜ່ວຍຕັດ ແລະ ຕົວຈັກໃຫ້​ທົ່ວ.

      Important: ຢ່າ​ໃຊ້​ນ້ຳ​ມີ​ຄວາມ​ດັນ​ສູງ​ຢູ່​ໃກ້ບ່ອນ​ຄວບ​ຄຸມ​ໄຟ​ຟ້າ ຫຼື ບ່ອນ​ກັນ​ຮົ່ວ​ຫ້ອງ​ຂັບ​ເນື່ອງ​ຈາກ​ອັນ​ນີ້​ອາດ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ໄດ້.

    3. ກວດ​ເບິ່ງ​ຄວາມ​ດັນ​ລົມ​ຢູ່​ໃນ​ຢາງ​ລົດ, ໃຫ້ເບິ່ງ ການກວດເບິ່ງຄວາມດັນລົ​ມຂອງຢາງລົດ.

    4. ກວດເບິ່ງສາຍ ແລະ ທໍ່ໄຮໂດຼລິກ, ສ້ອມ​ແປງ​ພວກ​ມັນ​ຕາມ​ທີ່​ຈຳ​ເປັນ.

    5. ກວດເບິ່ງລະດັບນ້ຳມັນໄຮໂດຼລິກ, ໃຫ້​ເບິ່ງ ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ.

    6. ເອົາ​ໃບ​ມີດ​ໜ່ວຍ​ຕັດ​ອອກ, ຝົນ​ໃຫ້​ຄົມ, ເຮັດ​ໃຫ້​ສະ​ເໝີ​ກັນ ແລະ ຕິດ​ຕັ້ງ​ຄືນ.

    7. ກວດເບິ່ງສາຍ​ຮັດຫຼວມ ແລະ ຮັດພວກ​ມັນໃຫ້ແໜ້ນຕາມຄວາມຈຳເປັນ.

    8. ໃສ່​ນ້ຳ​ມັນຫຼໍ່ມື່ນອຸປະກອນກະແລັດທັງໝົດ ແລະ ໃສ່ນ້ຳ​ມັນ​ໃສ່ຈຸດແກນ​ໝູນ. ເຊັດນໍ້າມັນຫຼໍ່​ລື່ນ​ທີ່​ເຫຼືອ​ອອກໃຫ້​ສະ​ອາດ.

    9. ເຊັດກະດາດຊາຍບາງໆ ແລະ ໃຊ້ການທາສີສຳຜັດໃສ່ບໍລິເວນທີ່ຖືກຂູດ ແຕກ ຫຼື ເຂົ້າ​ໝ້ຽງ. ສ້ອມແປງຮອຍບຸ້ມຕ່າງໆໃນຕົວໂລຫະ.