ການແນະນຳ

ເຄື່ອງຈັກນີ້ແມ່ນເຄື່ອງຕັດຫຍ້າທີ່ໃບມີດກົງ​ໝູນ​ຍ່າງ​ນຳ​ຫຼັງທີ່ມີຈຸດປະສົງທີ່ຈະຖືກນຳໃຊ້ໂດຍມື​ອາ​ຊີບ, ຜູ້ປະຕິບັດການທີ່ຈ້າງງານໃນການນຳໃຊ້ທາງການຄ້າ. ມັນໄດ້ຖືກອອກແບບຕົ້ນຕໍສໍາລັບການຕັດຫຍ້າໃນສະໜາມຫຍ້າທີ່ໄດ້ຮັບການຮັກສາເປັນຢ່າງດີ. ການນຳໃຊ້ຜະລິດຕະພັນນີ້ເພື່ອຈຸດປະສົງອື່ນນອກເໜືອຈາກການນຳໃຊ້ທີ່ເປັນຈຸດປະສົງຂອງມັນອາດຈະເປັນອັນຕະລາຍຕໍ່ທ່ານ ແລະ ຜູ້ທີ່ຢູ່ໃກ້ຄຽງ.

ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳ​ລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ເຂົ້າເບິ່ງເວັບໄຊ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ 1 ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.

Important: ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR (ຖ້າໄດ້​ຕິດ​ຕັ້ງ​ມາ​ນຳ) ຢູ່​ໃນສະ​ຫຼາກເລກລຳດັບເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.

g271512

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດເກີດຂຶ້ນ ແລະ ມີຂໍ້ຄວາມກ່ຽວກັບຄວາມປອດໄພທີ່ໄດ້ລະບຸໂດຍສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ 2), ເຊິ່ງເປັນສັນຍານອັນຕະລາຍທີ່ອາດຈະເຮັດໃຫ້ເກີດການບາດເຈັບສາ​ຫັດ ຫຼື ເສຍຊີວິດ, ຖ້າທ່ານບໍ່ປະຕິບັດຕາມຂໍ້ຄວນລະວັງທີ່ແນະນຳ.

g000502

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ຂໍ້ສັງເກດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ຜະລິດຕະພັນນີ້ປະຕິບັດຕາມຄຳສັ່ງແນະນຳຂອງເອີຣົບທີ່ກ່ຽວຂ້ອງທັງໝົດ; ສຳລັບລາຍລະອຽດ, ກະລຸນາເບິ່ງເອກະສານສະເພາະຂອງຖະແຫຼງການວ່າ​ດ້ວຍ​ການ​ປະ​ຕິ​ບັດ​ຕາມ (DOC).

ມັນເປັນການລະເມີດກົດໝາຍຊັບພະຍາກອນສາທາລະນະຂອງລັດຄາລິຟໍເນຍພາກທີ 4442 ຫຼື 4443 ໃນການນຳໃຊ້ ຫຼື ນຳໃຊ້ເຄື່ອງຈັກໃນດິນທີ່ມີ​ປ່າ​ໄມ້​ປົກ​ຫຸ້ມ, ພຸ່ມ​ໄມ້​ປົກ​ຫຸ້ມ ຫຼື ຫ​ຍ້າ​ປົກ​ຫຸ້ມ, ເວັ້ນເສຍແຕ່ວ່າເຄື່ອງຈັກມີເຄື່ອງກວດຈັບປະກາຍໄຟຕາມທີ່ໄດ້ກຳນົດໄວ້ໃນພາກທີ 4442, ມີ​ລຳ​ດັບ​ຂັ້ນ​ຕອນ​ການ​ເຮັດ​ວຽກ​ທີ່​ມີ​ປະ​ສິດ​ທິ​ພາບ ຫຼື ເຄື່ອງຈັກຖືກສ້າງຂຶ້ນ, ຕິດຕັ້ງ ແລະ ຮັກສາໄວ້​ສຳ​ລັບ​ການປ້ອງກັນໄຟໄໝ້.

ປຶ້ມຄູ່ມືຂອງເຈົ້າຂອງເຄື່ອງຈັກທີ່ໃຫ້ມາແມ່ນມີຂໍ້ມູນທີ່ກ່ຽວຂ້ອງກັບໜ່ວຍ​ງານປົກປ້ອງສິ່ງແວດລ້ອມຂອງສະຫະລັດ (US Environmental Protection Agency, EPA) ແລະ ລະບຽບການຄວບຄຸມການປ່ອຍອາຍພິດ​ຂອງຄາລິຟໍເນຍກ່ຽວ​ກັບລະບົບການປ່ອຍອາຍພິດ (California Emission Control Regulation), ການບຳລຸງຮັກສາ ແລະ ການຮັບປະກັນ. ການປ່ຽນແທນທີ່ອາດຈະຖືກສັ່ງຊື້ຜ່ານຜູ້ຜະລິດເຄື່ອງຈັກ.

ການ​ນຳ​ໃຊ້​ເຄື່ອງ​ຈັກ​ນີ້​ເໜືອ​ລະ​ດັບ​ໜ້າ​ນ້ຳ​ທະ​ເລ 1,500 ມ (5,000 ຟີດ) ຈຳ​ເປັນ​ຕ້ອງ​ມີ​ຈັກ​ອາຍ​ພົ່ນ​ໃຊ້​ໃນ​ລະ​ດັບ​ຄວາມ​ສູງ​ທີ່​ສູງ. ໃຫ້​ເບິ່ງປຶ້ມຄູ່ມືຂອງເຈົ້າຂອງເຄື່ອງຈັກ Honda ຂອງ​ທ່ານ.

ຄຳເຕືອນ

CALIFORNIA

ຄຳເຕືອນຂອງກົດໝາຍ Proposition 65

ທໍ່ໄອເສຍເຄື່ອງຈັກຈາກຜະລິດຕະພັນນີ້ມີສານເຄມີທີ່ຮູ້ຈັກດີ ໃນ ລັດຄາລີຟໍເນຍ ທີ່ເຮັດໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ການນຳໃຊ້ຜະລິດຕະພັນນີ້ອາດຈະເຮັດໃຫ້ສຳຜັດກັບສານເຄມີທີ່ຮູ້ຈັກດີໃນ ລັດຄາລີຟໍເນຍ ວ່າເປັນສາເຫດກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຄວາມປອດໄພ

ເຄື່ອງຈັກນີ້ໄດ້ຖືກອອກແບບໃຫ້ສອດຄ່ອງກັບ EN ISO 5395 ແລະ ANSI B71.4–2017.

ຄວາມປອດໄພທົ່ວໄປ

ຜະລິດຕະພັນນີ້ມີຄວາມສາມາດຕັດມື ແລະ ຕີນ ແລະ ເຮັດ​ໃຫ້ວັດຖຸຟົ້ງ​ຂຶ້ນໄດ້.

  • ອ່ານ ແລະ ທຳຄວາມເຂົ້າໃຈເນື້ອໃນຂອງຄູ່ມືຜູ້ໃຊ້ນີ້ກ່ອນທີ່ຈະເລີ່ມຕົ້ນນຳ​ໃຊ້ເຄື່ອງຈັກ.

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ນຳ​ໃຊ້ເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ຢ່າວາງມື ຫຼື ຕີນຂອງທ່ານໃກ້ກັບສ່ວນປະກອບທີ່ເຄື່ອນໄຫວຂອງເຄື່ອງຈັກ.

  • ຢ່າປະຕິບັດງານເຄື່ອງຈັກໂດຍບໍ່ມີການປົກປ້ອງທຸກຄົນ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢ່າງຖືກຕ້ອງໃນເຄື່ອງຈັກ.

  • ໃຫ້ຄົນຢູ່ໃກ້ຄຽງ, ແລະ ເດັກອອກຈາກພື້ນທີ່ປະຕິບັດງານ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ.

  • ມອດຈັກ, ຖອດກະແຈ (ຖ້າມີ) ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ Graphic, ເຊິ່ງໝາຍເຖິງຂໍ້ຄວນລະວັງ, ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງ​ກໍ່​ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫລື ເສຍຊີວິດ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

decal120-9570
decal130-8322
decal133-8062
decal138-1644
decal138-1589
decal138-2138
decal138-5533
decal138-5534
decal138-5532

ການຕັ້ງຄ່າ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແຫນ່ງການ​ໃຊ້​ງານປົກກະຕິ.

ການ​ປັບ ແລະ ການ​ຕິດ​ຕັ້ງໜ່ວຍ​ຕັດ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ໜ່ວຍ​ຕັດ (ສັ່ງ​ແຍກ​ຕ່າງ​ຫາກ, ຕິດ​ຕໍ່ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ)1
ຂໍ້​ເຊື່ອມ​ຕໍ່1
ສະ​ປ​ຣິງ (ລຸ້ນ 04830 ແລະ 04840 ເທົ່າ​ນັ້ນ)1
ນັອດກຽວ​ຫົວຈົມ4

ການ​ປັບ ແລະ ການ​ຕິດ​ຕັ້ງໜ່ວຍ​ຕັດ

ລຸ້ນ 04820
  1. ເອົາ​ອຸ​ປະ​ກອນ​ທີ່​ຍຶດ​ສ່ວນ​ປະ​ກອບ​ຂັບ​ເຄື່ອນກົງ​ໝູນ​ໃສ່​ແຜ່ນ​ດ້ານ​ຂ້າງອອກ (ຮູບສະແດງ 3).

    g333187
  2. ເອົາ​ສ່ວນ​ປະ​ກອບ​ຂັບ​ເຄື່ອນກົງ​ໝູນ, ແຫວນຮອງ​ໜ້າພຽງ, ແຫວນ​ຮອງ​ສະ​ປ​ຣິງ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ​ອອກ​ຈາກ​ແຜ່ນ​ດ້ານ​ຂ້າງ (ຮູບສະແດງ 3).

  3. ໃຊ້​ນັອດ​ກຽວ​ຫົວ​ຈົມ 4 ນັອດ​ເພື່ອ​ຕິດ​ຕັ້ງ​ໜ່ວຍ​ຕັດ​ໃສ່​ເຄື່ອງ​ຈັກ (ຮູບສະແດງ 4).

    g333153
  4. ກຳ​ນົດ​ການ​ຕັ້ງ​ຄ່າ​ຄວາມ​ສູງ​ຂອງ​ການ​ຕັດທີ່​ເໝາະ​ສົມ​ຂອງ​ທ່ານ ແລະ ປັບ​ລູກ​ກິ້ງຈັກ​ຕັດ​ໃສ່​ການ​ຕັ້ງ​ຄ່າ​ນີ້; ໃຫ້​ເບິ່ງ ການ​ປັບ​ຕຳ​ແໜ່ງ​ລູກ​ກິ້ງ​ຈັກ​ຕັດ.

  5. ປັບໜ່ວຍຕັດໄປ​ໃສ່​ການ​ຕັ້ງ​ຄ່າ​ທີ່​ຕ້ອງ​ການ​ຂອງ​ທ່ານ; ໃຫ້​ເບິ່ງ​ຂັ້ນ​ຕອນ​ດຳ​ເນີນ​ການ​ປັບ​ຢູ່​ໃນຄູ່​ມື​ຜູ້​ໃຊ້ໜ່ວຍ​ຕັດ​ຂອງ​ທ່ານ.

  6. ຕິດ​ຕັ້ງ​ຂໍ້​ເຊື່ອມ​ຕໍ່​ໃສ່​ຫົວ​ເພົາ​ລະ​ບົບ​ເກຍ (ຮູບສະແດງ 5).

    g333165
  7. ໃຊ້​ອຸ​ປະ​ກອນ​ທີ່​ເອົາ​ອອກ​ກ່ອນ​ນັ້ນເພື່ອຕິດ​ຕັ້ງສ່ວນ​ປະ​ກອບ​ຂັບ​ເຄື່ອນ​ກົງ​ໝູນ​ໃສ່​ໜ່ວຍ​ຕັດ (ຮູບສະແດງ 5).

  8. ໃຫ້​ແນ່​ໃຈ​ວ່າ​ຂໍ້​ເຊື່ອມ​ຕໍ່ (ຮູບສະແດງ 5) ສາ​ມາດ​ເຄື່ອນ​ກັບ​ຄືນ​ໄປ​ມາ​ໄດ້​ງ່າຍ​ຢູ່​ໃນ​ເພົາ​ຂັບ​ເຄື່ອນ​ລະ​ບົບ​ເກຍ.

ການ​ປັບ ແລະ ການ​ຕິດ​ຕັ້ງໜ່ວຍ​ຕັດ

ລຸ້ນ 04830 ແລະ 04840
  1. ໃຊ້​ນັອດ​ກຽວ​ຫົວ​ຈົມ 4 ນັອດ​ເພື່ອ​ຕິດ​ຕັ້ງ​ໜ່ວຍ​ຕັດ​ໃສ່​ເຄື່ອງ​ຈັກ (ຮູບສະແດງ 6).

    g333212
  2. ກຳ​ນົດ​ການ​ຕັ້ງ​ຄ່າ​ຄວາມ​ສູງ​ຂອງ​ການ​ຕັດທີ່​ເໝາະ​ສົມ​ຂອງ​ທ່ານ ແລະ ປັບ​ລູກ​ກິ້ງຈັກ​ຕັດ​ໃສ່​ການ​ຕັ້ງ​ຄ່າ​ນີ້; ໃຫ້​ເບິ່ງ ການ​ປັບ​ຕຳ​ແໜ່ງ​ລູກ​ກິ້ງ​ຈັກ​ຕັດ.

  3. ປັບໜ່ວຍຕັດໄປ​ໃສ່​ການ​ຕັ້ງ​ຄ່າ​ທີ່​ຕ້ອງ​ການ​ຂອງ​ທ່ານ; ໃຫ້​ເບິ່ງ​ຂັ້ນ​ຕອນ​ດຳ​ເນີນ​ການ​ປັບ​ຢູ່​ໃນຄູ່​ມື​ຜູ້​ໃຊ້ໜ່ວຍ​ຕັດ​ຂອງ​ທ່ານ.

  4. ຕິດ​ຕັ້ງ​ຂໍ້​ເຊື່ອມ​ຕໍ່ ແລະ ສະ​ປ​ຣິງ​ໃສ່​ສ່ວນ​ປະ​ກອບຂັບ​ເຄື່ອນ​ກົງ​ໝູນ​ຂອງ​ໜ່ວຍ​ຕັດ (ຮູບສະແດງ 7).

    g333213
  5. ໃຫ້​ແນ່​ໃຈ​ວ່າ​ຂໍ້​ເຊື່ອມ​ຕໍ່ (ຮູບສະແດງ 7) ສາ​ມາດ​ເຄື່ອນ​ກັບ​ຄືນ​ໄປ​ມາ​ໄດ້​ງ່າຍ​ຢູ່​ໃນ​ເພົາ​ຂັບ​ເຄື່ອນ​ລະ​ບົບ​ເກຍ.

    ຖ້າຂໍ້​ຕໍ່​ເຊື່ອມ​ບໍ່​ສາ​ມາດ​ເຄື່ອນ​ໄດ້, ປັບ​ຕຳ​ແໜ່ງ​ສ່ວນ​ປະ​ກອບ​ຂັບ​ເຄື່ອນ​ກົງ​ໝູນ ຫຼື ການ​ຈັດ​ວາງ​ຈັກ ແລະ ລະ​ບົບ​ເກຍ, ໃຫ້​ເບິ່ງ ການ​ປັບຕຳ​ແໜ່ງ​ເພົາ​ຂັບ​ເຄື່ອນກົງ​ໝູນ.

ການຕິດຕັ້ງເພົາຂົນ​ສົ່ງ

ລຸ້ນ 04840 ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ເພົາ​ລໍ້​ເບື້ອງ​ຊ້າຍ1

Note: ເພົາ​ລໍ້​ເບື້ອງ​ຂວາ​ແມ່ນ​ໄດ້​ຕິດ​ຕັ້ງ​ມາ​ແຕ່​ໂຮງ​ງານ.

  1. ນຳ​ໃຊ້​ນ້ຳ​ຢາ​ທາ​ກຽວຄວາມ​ແຮງ​ປານ​ກາງ​ໃສ່ກຽວ​ຂອງ​ເພົາ​ລໍ້.

  2. ບິດ​ກຽວ​ເພົາ​ລໍ້​ດ້ານ​ຊ້າຍ​ເຂົ້າ​ໄປ​ໃນ​ສ່ວນ​ປະ​ກອບ​ຂັບ​ເຄື່ອນ​ລູກ​ກິ້ງ​ໃນ​ດ້ານ​ຊ້າຍ​ຂອງ​ເຄື່ອງ​ຈັກ.

    Note: ເພົາ​ລໍ້​ເບື້ອງ​ຊ້າຍທີ່​ໝາຍ​ດ້ວຍ​ຕົວ “L” ໃນ​ປາຍ​ຂອງ​ເພົາ ແລະ ມີ​ກຽວ​ທາງ​ເບື້ອງ​ຂວາມື.

    g330266
  3. ບິດຫົວ​ເພົາໃຫ້​ໄດ້ແຮງ 54 ເຖິງ 68 N∙m (40 ເຖິງ 50 ft-lb).

ການຕິດຕັ້ງເພົາ​ຂົນ​ສົ່ງ

ເລືອກໄດ້

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຊຸດເພົາ​ຂົນ​ສົ່ງ (ສັ່ງ​ແຍກ​ຕ່າງ​ຫາກ, ຕິດ​ຕໍ່ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ)1

ເພື່ອ​ຕິດ​ຕັ້ງ​ເພົາ​ຂົນ​ສົ່ງ, ທ່ານ​ຕ້ອງ​ມີ​ຊຸດ​ເພົາ​ຂົນ​ສົ່ງ​ກ່ອນ (ລຸ້ນ 04123). ຕິດຕໍ່ຜູ້ຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດຂອງທ່ານສຳ​ລັບຊຸດເຄື່ອງນີ້.

  1. ຕິດ​ຕັ້ງ​ເພົາ​ຂົນ​ສົ່ງ, ໃຫ້​ເບິ່ງ ການຕິດຕັ້ງເພົາ​ຂົນ​ສົ່ງ.

  2. ໃຫ້​ແນ່​ໃຈ​ວ່າ​ຢາງໄດ້​ສູບ​ລົມເປັນ 0.83 ເຖິງ 1.03 bar (12 ເຖິງ 15 psi).

ການ​ຕິດ​ຕັ້ງກະ​ຕ່າຫຍ້າ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ກະ​ຕ່າ​ຫຍ້າ1

ຄວ້າ​ເອົາ​ກະ​ຕ່າ​ໂດຍປາຍ​ດ້ານ​ເທິງ ແລະ ເລື່ອນ​ມັນ​ໄປ​ສູ່​ແທ່ງ​ເຫຼັກ​ຕິດ​ກະ​ຕ່າ (ຮູບສະແດງ 9).

g278331

ການປັບ​ຄວາມ​ໄວຈັກ

ສຳ​ລັບປະ​ເທດ​ທີ່​ປະ​ຕິ​ບັດ​ຕາມ CE ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສະຫຼາກ CE1

ຖ້າ​ທ່ານ​ນຳ​ໃຊ້​ເຄື່ອງ​ຈັກຂອງ​ທ່ານຢູ່​ໃນ​ປະ​ເທດ​ທີ່​ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານ CE, ໃຫ້ເຮັດ​ຕາມ​ກົດ​ລະ​ບຽບ​ທາງ​ສຽງ​ໂດຍ​ການ​ປັບ​ຄວາມ​ໄວ​ຈັກ​ກາ​ລັງ​ຕີ​ລະ​ດັບ​ສູງ ແລະ ການ​ຕິດ​ຕັ້ງສະ​ຫຼາກ CE:

  • ປັບຄວາມ​ໄວຈັກກາ​ລັງ​ຕີສູງຕາມ​ຂໍ້​ກຳ​ນົດ​ສະ​ເພາະ​ຕໍ່​ໄປ​ນີ້:

    • ເຄື່ອງ​ຈັກ 1018: 3,000 ຮອບ​ຕໍ່​ນາ​ທີ

    • ເຄື່ອງ​ຈັກ 1021 ແລະ 1026: 3,150 ຮອບ​ຕໍ່​ນາ​ທີ

    ໃຫ້​ເບິ່ງ ການປັບ​ຄວາມ​ໄວຈັກກາ​ລັງ​ຕີສູງ.

  • ຕິດ​ຕັ້ງສະຫຼາກ CE ຢູ່​ກ້ອງແຜ່ນ​ເລກ​ລຳ​ດັບ (ຮູບສະແດງ 10).

    g372646

ພາບລວມຂອງຜະລິດຕະພັນ

g274957
g271082

ຕົວ​ກັນຄາດ

ຕົວ​ກັນ​ຄາດ (ຮູບສະແດງ 12) ເພື່ອ​ໃສ່ ຫຼື ປົດ​ຕົວ​ຂັບ​ເຄື່ອນ​ການດຶງ.

  • ໃສ່​ຕົວ​ຂັບ​ເຄື່ອນ​ການດຶງ: ດຶງ​ຄານຂຶ້ນ​ເພື່ອ​ຈັບ.

  • ປົດຕົວ​ຂັບ​ເຄື່ອນ​ການດຶງ: ປ່ອຍຄານ.

ການຄວບຄຸມຄັນ​ເລັ່ງ

ນຳ​ໃຊ້ການ​ຄວບ​ຄຸມ​ຄັນ​ເລັ່ງ (ຮູບສະແດງ 12) ເພື່ອ​ປັບ​ຄວາມ​ໄວ​ຈັກ.

  • ເພີ່ມ​ຄວາມ​ໄວຈັກ: ໝູນ​ຄັນ​ໂຍກ​ລົງ.

  • ຫຼຸດ​ຄວາມ​ໄວ​ຈັກ: ໝູນ​ຄັນ​ໂຍກ​ຂຶ້ນ.

ສະ​ວິດ​ເປີດ/ປິດ

ສະ​ວິດ (ຮູບສະແດງ 12) ໃຫ້​ທ່ານ​ຕິດ​ຈັກ ຫຼື ມອດ​ຈັກ.

  • ຕິດ​ຈັກ: ຊຸກ​ລົງ​ໃນ​ສ່ວນ​ດ້ານ​ເທິງ​ຂອງ​ສະ​ວິດ.

  • ມອດ​ຈັກ: ຊຸກ​ລົງ​ໃນ​ສ່ວນ​ດ້ານ​ລຸ່ມ​ຂອງ​ສະ​ວິດ.

ຄັນ​ເບ​ຣກສ້ອມ​ບຳ​ລຸງ​ຮັກ​ສາ

ໃຊ້​ເບ​ຣກ​ບຳ​ລຸງ​ຮັກ​ສາ (ຮູບສະແດງ 12) ເພື່ອ​ເຮັດ​ໃຫ້​ເຄື່ອງ​ຈັກ​ຊ້າ​ລົງ ຫຼື ຢຸດ. ດຶງ​ຄັນ​ໂຍກ​ໄປ​ຍັງ​ມື​ຈັບ​ເພື່ອ​ໃສ່​ເບ​ຣກ​ບຳ​ລຸງ​ຮັກ​ສາ.

ສະ​ຫຼັກເບ​ຣກ​ມື

ໃຊ້​ສະ​ຫຼັກ​ເບ​ຣກ​ມື (ຮູບສະແດງ 12) ເພື່ອ​ໃສ່​ເບ​ຣກ​ມື​ໃນ​ຂະ​ນະ​ທີ່​ທ່ານ​ອອກ​ໄປ​ຈາກ​ເຄື່ອງ​ຈັກ.

  • ໃສ່​ເບ​ຣກມື: ໃສ່​ຄັນ​ເບ​ຣກ​ບຳ​ລຸງ​ຮັກ​ສາ​ຄ້າງ​ໄວ້ ແລະ ໝູນ​ສະ​ຫຼັກ​ເບ​ຣກ​ມື​ໄປ​ຍັງ​ຕົວ​ທ່ານ.

  • ປົດ​ເບ​ຣກ​ມື: ດຶງ​ຄັນ​ເບ​ຣກບຳ​ລຸງ​ຮັກ​ສາ​ໄປ​ຍັງ​ມື​ຈັບ.

ຄັນ​ໂຍກຂັບເຄື່ອນໜ່ວຍຕັດ

ໃຊ້ຄັນ​ໂຍກຂັບເຄື່ອນໜ່ວຍຕັດ (ຮູບສະແດງ 12) ເພື່ອ​ໃສ່ ຫຼື ປົດ​ໜ່ວຍ​ຕັດ​ໃນ​ຂະ​ນະ​ທີ່​ໃສ່​ຕົວກັນ​ຄາດ​ຢູ່.

  • ໃສ່​ໜ່ວຍ​ຕັດ: ເຄື່ອນ​ຄັນ​ລົງ​ລຸ່ມ.

  • ປົດ​ໜ່ວຍ​ຕັດ: ເຄື່ອນ​ຄັນ​ຂຶ້ນ​ເທິງ.

ເຄື່ອງວັດ​ແທກຊົ່ວໂມງ

ເຄື່ອງວັດ​ແທກຊົ່ວໂມງ (ຮູບສະແດງ 12) ບັນ​ທຶກ​ຈຳ​ນວນ​ຊົ່ວ​ໂມງ​ທັງ​ໝົດ​ທີ່​ຈັກ​ໄດ້​ຕິດ. ໃຫ້​ເບິ່ງ​ເຄື່ອງວັດ​ແທກ​ສຳ​ລັບ​ການ​ກຳ​ນົດ​ເວ​ລາ​ບຳ​ລຸງ​ຮັກ​ສາ​ປົກ​ກະ​ຕິ.

ມື​ຈັບຊ່ວຍຍົກ

ໃຊ້​ມື​ຈັບ​ຊ່ວຍ​ຍົກ (ຮູບສະແດງ 12) ເພື່ອ​ຊ່ວຍ​ໃນ​ການ​ປັບ​ຄວາມ​ສູງ​ມື​ຈັບ ຫຼື ຍົກ​ຂາ​ຄ້ຳ​ຂຶ້ນ ແລະ ປ່ອຍ​ຕ່ຳ​ລົງ.

ຕົວ​ປັບ​ລວງ​ສູງ​ມື​ຈັບ

ໃຊ້ຕົວ​ປັບ​ລວງ​ສູງ​ມື​ຈັບ (ຮູບສະແດງ 13) ເພື່ອ​ເຄື່ອນ​ລວງ​ສູງ​ມື​ຈັບ​ໄປ​ສູ່​ຕ່ຳ​ແໜ່ງ​ໃຊ້​ງານ​ທີ່​ສະ​ດວກ​ສະ​ບາຍ. ດຶງ​ຂຶ້ນ​ຢູ່​ໃນ​ຕົວ​ປັບ ແລະ ໃຊ້ມື​ຈັບຊ່ວຍຍົກເພື່ອ​ຍົກ​ຄວາມ​ສູງ​ມື​ຈັບ​ຂຶ້ນ ຫຼື ປ່ອຍ​ຕ່ຳ​ລົງ.

g271081

ຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ)

ຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) (ຮູບສະແດງ 14) ຕັ້ງ​ຢູ່​ດ້ານ​ໜ້າ​ຊ້າຍ​ຂອງ​ເຄື່ອງ​ຈັກ. ໃຊ້​ຄັນ​ຍົກ​ເພື່ອ​ຊ່ວຍ​ໃນ​ການ​ຕິດ​ຈັກ​ເຢັນ, ໃຫ້​ເບິ່ງ ການ​ໃຊ້ຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ).

g265059

ວາວ​ປິດ​ນ້ຳ​ມັນ

ວາວ​ປິດ​ນ້ຳ​ມັນຕັ້ງ​ຢູ່​ດ້ານ​ຂ້າງ​ຂອງ​ເຄື່ອງ​ຈັກ​ຢູ່​ກ້ອງ​ຕົວ​ຄວບ​ຄຸມຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) (ຮູບສະແດງ 14).

Note: ປິດ​ວາວ​ປິດ​ນ້ຳ​ມັນ​ເມື່ອ​ບໍ່​ໄດ້​ນຳ​ໃຊ້​ເຄື່ອງ​ຈັກ​ເປັນ​ເວ​ລາ​ຫຼາຍ​ວັນ, ໃນ​ລະ​ຫວ່າງ​ການ​ຂົນ​ສົ່ງ​ໄປ​ຫາ ແລະ ຈາກ​ບ່ອນ​ເຮັດ​ວຽກ ຫຼື ເມື່ອ​ຈອດ​ເຄື່ອງ​ຈັກ​ໄວ້​ໃນ​ອາ​ຄານ; ໃຫ້​ເບິ່ງ ການເປີດ ແລະ ການ​ປິດວາວ​ປິດ​ນ້ຳ​ມັນ.

ມື​ຈັບຕົວ​ດຶງຕິດ​ຈັກ

ດຶງ​ມື​ຈັບ​ຕົວດຶງ​ຕິດ​ຈັກ (ຮູບສະແດງ 14) ເພື່ອ​ຕິດ​ຈັກ.

ຂາ​ຄ້ຳ

ຂາຄ້ຳ (ຮູບສະແດງ 15) ແມ່ນ​ໄດ້​ຕິດ​ໃສ່​ກັບ​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ. ໃຊ້​ຂາ​ຄ້ຳ​ເມື່ອ​ທ່ານ​ຕິດ​ຕັ້ງ ຫຼື ເອົາ​ເພົາ​ຂົນ​ສົ່ງ ຫຼື ໜ່ວຍ​ຕັດ​ອອກ.

  • ຕຳ​ແໜ່ງສ້ອມ​ບຳ​ລຸງ​ຮັກ​ສາເພົາ​ຂົນ​ສົ່ງ:

    ເພື່ອ​ໃຊ້​ຂາ​ຄ້ຳ​ເພື່ອ​ຕິດ​ຕັ້ງ​ເພົາ​ຂົນ​ສົ່ງ, ເອົາ​ຕີນ​ຂອງ​ທ່ານ​ໃສ່​ຂາ​ຄ້ຳໃນ​ຂະ​ນະ​ທີ່​ກຳ​ລັງ​ດຶງ​ມື​ຈັບ​ຊ່ວຍ​ຍົກ​ຂຶ້ນ ແລະ ໄປ​ທາງ​ຫຼັງ (ຮູບສະແດງ 15).

    ຂໍ້ຄວນລະວັງ

    ເຄື່ອງ​ຈັກ​ໜັກ ແລະ ສາ​ມາດ​ເຮັດ​ໃຫ້​ເກີດ​ອາ​ການ​ເຈັບ​ຫຼັງ, ຖ້າ​ຍົກ​ຂຶ້ນ​ຢ່າງ​ບໍ່​ຖືກ​ຕ້ອງ.

    ເອົາແຮງ​ດັນ​ຕີນ​ຂອງ​ທ່ານ​ລົງ​ໃສ່ຂາຄ້ຳ ແລະ ໃຊ້ມື​ຈັບຊ່ວຍຍົກພຽງ​ແຕ່ເພື່ອ​ຍົກເຄື່ອງ​ຈັກ​ເທົ່າ​ນັ້ນ. ການ​ພະ​ຍາ​ຍາມ​ຍົກ​ເຄື່ອງ​ຈັກ​ຢູ່​ໃນ​ຂາຄ້ຳ​ໃນ​ວິ​ທີ​ທາງ​ອື່ນ​ໃດ​ໜຶ່ງ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ໄດ້.

  • ຕຳ​ແໜ່ງສ້ອມ​ບຳ​ລຸງ​ຮັກ​ສາໜ່ວຍ​ຕັດ:

    ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຄື່ອງ​ຈັກ​ອຽງ​ກັບ​ຄືນ​ມາ​ດ້ານ​ຫຼັງ​ເມື່ອ​ເອົາ​ໜ່ວຍ​ຕັດ​ອອກ, ປ່ອຍ​ຂາຄ້ຳ​ຕ່ຳ​ລົງ ແລະ ໃສ່​ສະ​ຫຼັກ​ຂັດ ຫຼື ນັອດ​ເຂົ້າ​ໄປ​ຜ່ານ​ຮູຊັກ​ຊີ່່​ໃນ​ດ້ານ​ຂວາ​ຂອງ​ເຄື່ອງ​ຈັກ (ຮູບສະແດງ 16).

  • ການ​ປ່ອຍ​ຂາ​ຢັນ​ຕິດ​ຈັກ​ໄປ​ຍັງ​ຕຳ​ແໜ່ງການ​ເກັບ​ຮັກ​ສາ:

    1. ໃຫ້​ຕີນ​ຂອງ​ທ່ານ​ວາງ​ໄວ້​ຢູ່​ເທິງ​ຂາ​ຢັນ​ຕິດ​ຈັກ​ໃນ​ຂະ​ນະ​ທີ່​ປ່ອຍກອງ​ຫົດ​ຢືດລົງ​ສູ່​ພື້ນ​ດິນ.

    2. ເອົາຕີນຂອງທ່ານອອກຈາກຂາ​ຢັນ​ຕິດ​ຈັກ ແລະ ປ່ອຍໃຫ້ມີ​ໃຫ້​ມີ​ຫວ່າງ​ສຳ​ລັບ​ຂາ​ຢັນ​ຕິດ​ຈັກ​ຢືດ​ກັບ​ຄືນ​ຫາຕໍາແໜ່ງການ​ເກັບ​ຮັກ​ສາ.

g273507
g278594
ລຸ້ນ 04820ລຸ້ນ 04830ລຸ້ນ 04840
ລວງ​ກ້​ວາງ84 ຊມ (33 ນິ້ວ)91 ຊມ (36 ນິ້ວ)04 ຊມ (41 ນິ້ວ)
ນ້ຳ​ໜັກ​ແຫ້ງ*95 ກ​ລ (210 ປອນ)100 ກ​ລ (220 ປອນ)107 ກ​ລ (235 ປອນ)
ຄວາມກວ້າງການຕັດ46 ຊມ (18 ນິ້ວ)53 ຊມ (21 ນິ້ວ)66 ຊມ (26 ນິ້ວ)
ຄວາມສູງ​ຂອງ​ການ​ຕັດຂຶ້ນ​ກັບ​ຕຳ​ແໜ່ງ​ລູກ​ກິ້ງ​ຈັກ​ຕັດ [ໃຫ້​ເບິ່ງ ການ​ປັບ​ຕຳ​ແໜ່ງ​ລູກ​ກິ້ງ​ຈັກ​ຕັດ] ແລະ ໃຊ້​ຄວາມ​ສູງ​ຂອງ​ການ​ຕັດ​ສູງ.
ການ​ໜີບ​ຕັດຂຶ້ນ​ກັບ​ຄວາມ​ໄວ​ຂອງ​ກົງ​ໝູນ ແລະ ຕຳ​ແໜ່ງ​ໝາກ​ລໍ້​ຂັບ​ເຄື່ອນ​ກົງ​ໝູນ; ໃຫ້​ເບິ່ງ ການ​ປັບ​ອັດ​ຕາ​ການ​ໜີບ​ຕັດ.
ຄວາມ​ໄວຈັກກາ​ລັງ​ຕີ​ຕ່ຳ: 1.900 ± 100 ຮອບ​ຕໍ່​ນາ​ທີ: ກາ​ລັງ​ຕີສູງ: 3.450 ± 100 ຮອບ​ຕໍ່​ນາ​ທີ
ຄວາມໄວຕັດຫຍ້າ3.2 ກມ/ຊມ (2 ໄມ​ຕໍ່​ຊົ່ວ​ໂມງ) ຫາ 5.6 ກມ/ຊມ (3.5 ໄມ​ຕໍ່​ຊົ່ວ​ໂມງ)
ຄວາມໄວຂົນສົ່ງ8.5 ກມ/ຊມ (5.3 ໄມ/ຊມ)
*ລົດ​ຕັດ​ຫຍ້າ​ເທົ່າ​ນັ້ນ. ໃຫ້​ເບິ່ງຄູ່ມືຜູ້​ໃຊ້ໜ່ວຍ​ຕັດສຳ​ລັບນ້ຳ​ໜັກ​ຂອງ​ແຕ່​ລະ​ໜ່ວຍ​ຕັດ.

ສິ່ງທີ່ຕິດມານຳ/ອຸປະກອນເສີມ

ການຄັດເລືອກສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ໄດ້ຮັບການອະ​ນຸ​ມັດຈາກ Toro ແມ່ນມີໃຫ້ໃຊ້ກັບເຄື່ອງຈັກເພື່ອຍົກ​ລະ​ດັບ ແລະ ຂະຫຍາຍຄວາມສາມາດຂອງມັນ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຕົວແທນຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດ ຫຼື ເຂົ້າໄປທີ່ www.Toro.com ສຳລັບລາຍຊື່ສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ຖືກອະນຸມັດທັງໝົດ.

ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ ແລະ ການຢັ້ງຢືນຄວາມປອດໄພຂອງເຄື່ອງຈັກຢ່າງຕໍ່ເນື່ອງ, ໃຫ້ນຳໃຊ້ແຕ່ອາໄຫຼ່ ແລະ ອຸປະກອນປ່ຽນຖ່າຍຂອງ Toro ເທົ່ານັ້ນ. ອາໄຫຼ່ປ່ຽນ​ຖ່າຍ ແລະ ອຸປະກອນເສີມທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ, ແລະ ການນຳໃຊ້ດັ່ງກ່າວອາດເຮັດໃຫ້ການຄ້ຳປະກັນຂອງສິນຄ້າເປັນໂມຄະ.

ການປະຕິບັດງານ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແຫນ່ງການ​ໃຊ້​ງານປົກກະຕິ.

ກ່ອນການປະຕິບັດງານ

ຄວາມປອດໄພກ່ອນການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ຢ່າປ່ອຍໃຫ້ເດັກນ້ອຍ ຫຼື ຄົນທີ່ບໍ່ໄດ້ຮັບການຝຶກອົບຮົມເຮັດວຽກ ຫຼື ບຳ​ລຸງ​ຮັກ​ສາເຄື່ອງຈັກ. ລະບຽບການໃນທ້ອງຖິ່ນອາດຈະຈຳກັດອາຍຸຂອງຜູ້ນຳ​ໃຊ້. ເຈົ້າຂອງມີ​ຄວາມຮັບຜິດຊອບໃນການຝຶກອົບຮົມຜູ້ປະຕິບັດການ ແລະ ຊ່າງກົນຈັກທັງໝົດ.

  • ທຳຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງອຸປະກອນ, ການຄວບຄຸມຂອງຜູ້​ນຳ​ໃຊ້ ແລະ ປ້າຍສັນຍານຄວາມປອດໄພ.

  • ມອດເຄື່ອງຈັກ, ຖອດກະແຈ (ຖ້າມີ) ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

  • ຮູ້ວິທີການຢຸດເຄື່ອງຈັກ ແລະ ມອດຈັກຢ່າງໄວວາ.

  • ກວດ​ເບິ່ງວ່າ​ສິ່ງຄວບ​ຄຸມຜູ້​ໃຊ້​ງານ-ການ​ປະ​ກົດ​ຕົວຢູ່, ສະ​ວິດ​ຄວາມ​ປອດ​ໄພ ແລະ ອຸ​ປະ​ກອນປ້ອງ​ກັນຄວາມ​ປອດ​ໄພໄດ້​ຕິດ​ໃສ່ ແລະ ໃຊ້​ງານ​ໄດ້​ຢ່າງ​ດີ. ຢ່າ​ນຳໃຊ້ເຄື່ອງ​ຈັກ​ນອກ​ຈາກວ່າ​ພວກ​ມັນນຳ​ໃຊ້​ໄດ້​ປົກ​ກະ​ຕິ.

  • ກວດກາບໍລິເວນທີ່ທ່ານຈະໃຊ້ເຄື່ອງຈັກ ແລະ ເອົາວັດຖຸທັງໝົດທີ່ເຄື່ອງຈັກສາມາດຈະ​ເຮັດ​ໃຫ້​ເກີດ​ການ​ຟົ້ງ​ຂຶ້ນໄດ້ນັ້ນ​ອອກ.

ຄວາມປອດໄພຂອງນໍ້າມັນເຊື້ອໄຟ

  • ໃຊ້ຄວາມລະມັດລະວັງທີ່ສຸດໃນການຈັດການກັບນໍ້າມັນເຊື້ອໄຟ. ມັນໄວໄຟ ແລະ ອາຍແກັສຂອງມັນລະເບີດໄດ້.

  • ມອດຢາສູບ, ຊິກາ, ບັ້ງສູບຢາ ແລະ ແຫຼ່ງອື່ນໆທີ່ສາມາດຈຸດໄຟໄດ້.

  • ໃຊ້ຖັງນໍ້າມັນເຊື້ອໄຟທີ່ອະນຸມັດໃຫ້ເທົ່ານັ້ນ.

  • ຢ່າເປີດຝາປິດນໍ້າມັນເຊື້ອໄຟອອກ ແລະ ເຕີມນໍ້າມັນເຊື້ອໄຟໃນຂະນະທີ່ຈັກກຳລັງຕິດ​ຢູ່ ຫຼື ຮ້ອນ.

  • ຢ່າເຕີມ ຫຼື ເທນ້ຳມັນເຊື້ອໄຟອອກ​ຢູ່ໃນບ່ອນທີ່ປິດ.

  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

  • ຖ້າທ່ານເຮັດນໍ້າມັນເຊື້ອໄຟກະເດັນ, ຢ່າພະຍາຍາມຕິດຈັກ; ຫຼີກລ່ຽງການສ້າງແຫຼ່ງທີ່ມາຂອງການກໍ່​ໃຫ້​ເກີດໄຟຈົນກວ່າອາຍນ້ຳມັນເຊື້ອໄຟລະ​ເຫີຍ​ໄປ​ໝົດ​ແລ້ວ.

  • ຢ່າເຕີມ​ນ້ຳ​ມັນ​ເຊື້ອ​ໄຟ​ໃສ່​ພາ​ຊະ​ນະ​ບັນ​ຈຸ​ນ້ຳ​ມັນ​ຢູ່​ພາຍ​ໃນ​ພາ​ຫະ​ນະ ຫຼື ຢູ່​ໃນ​ລົດ​ບັນ​ທຸກ ຫຼື ພື້ນລົດ​ລາກທີ່​ມີແຜ່ນ​ປູ​ພື້ນປ​ລາ​ສ​ຕິກ. ໃຫ້​ວາງ​ພາ​ຊະ​ນະ​ບັນໄວ້​ໃນ​ພື້ນ​ຫ່າງ​ຈາກ​ພາ​ຫະ​ນະ​ຢູ່​ສະ​ເໝີ​ກ່ອນ​ການ​ເຕີມ.

  • ເອົາ​ອຸ​ປະ​ກອນ​ອອກ​ໄປ​ຈາກ​ລົດ​ບັນ​ທຸກ ຫຼື ລົດ​ລາກ ແລະ ເຕີມ​ນ້ຳ​ມັນຢູ່​ໃນ​ພື້ນ​ດິນ. ຖ້າ​ສະ​ພາບ​ການ​ນີ້​ບໍ່​ເປັນ​ໄປ​ໄດ້, ໃຫ້​ເຕີມ​ນ້ຳ​ມັນ​ໃສ່​ອຸ​ປະ​ກອນ​ດັ່ງ​ກ່າວ​ຄືນ​ໃໝ່ດ້ວຍພາ​ຊະ​ນະ​ບັນ​ຈຸ​ທີ່​ຫິ້ວ​ໄປ​ໄດ້​ແທນ​ທີ່​ຈະ​ເຕີມ​ຈາກ​ຫົວ​ຈ່າຍ​ນ້ຳ​ມັນ​ເຊື້ອ​ໄຟ.

  • ໃຫ້​ເອົາ​ຫົວ​ຈ່າຍ​ສຳ​ຜັດ​ກັບ​ຂອບ​ຂອງ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ ຫຼື ພາ​ຊະ​ນະ​ບັນ​ຈຸ​ທີ່ໃຊ້​ງານຕະ​ຫຼອດ​ເວ​ລາ​ຈົນ​ກວ່າ​ການ​ເຕີມ​ນ້ຳ​ມັນ​ສຳ​ເລັດ.

ການປະຕິບັດການບຳລຸງຮັກສາປະຈຳວັນ

ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ການ​ບຳ​ລຸງ​ຮັກ​ສາ​ປະ​ຈຳ​ວັນ, ໃຫ້​ເບິ່ງ ລາຍການກວດການບຳລຸງຮັກສາປະຈຳວັນ.

ການກວດເບິ່ງລະດັບນ້ຳມັນເຄື່ອງຈັກ

ກວດເບິ່ງລະດັບນໍ້າມັນເຄື່ອງຈັກ​ກ່ອນ​ການ​ນຳ​ໃຊ້​ແຕ່​ລະ​ຄັ້ງ ຫຼື ທຸກໆ​ການ​ໃຊ້​ງານ 8 ຊົ່ວ​ໂມງ, ໃຫ້​ເບິ່ງ ການກວດເບິ່ງລະດັບນ້ຳມັນເຄື່ອງຈັກ.

ຂໍ້​ມູນ​ຈຳ​ເພາະນໍ້າມັນເຊື້ອໄຟ

ຄວາມຈຸຂອງຖັງນໍ້າມັນ: 2.0 ລິດ (0.59 ແກນລອນສະຫະລັດ)

ນ້ຳ​ມັນ​ທີ່​ແນະ​ນຳ: ນ້ຳ​ມັນ​ແອັດ​ຊັງບໍ່​ມີ​ສານ​ຊືນ​ທີ່​ມີ​ອັດ​ຕາ​ອັອກເທນ 87 ຫຼື ສູງກວ່າ ((R+M)/2 ວິ​ທີ​ຄິດ​ໄລ່​ອັດ​ຕາ)

ເອ​ທານອ​ລ: ນ້ຳ​ມັນ​ແອັດ​ຊັງ​ທີ່​ມີ​ເອ​ທານອ​ລ​ສູງ​ເຖິງ 10% (ແກ໊ສ​ໂຊ​ຮອ​ລ) ຫຼື 15% MTBE (methyl tertiary butyl ether) ໂດຍ​ບໍ​ລິ​ມາດ​ແມ່ນຍອມ​ຮັບ​ໄດ້. ເອ​ທານອ​ລ ແລະ MTBE ແມ່ນ​ບໍ່​ຄື​ກັນ. ນ້ຳ​ມັນ​ແອັດ​ຊັງ​ທີ່​ມີ​ເອ​ທານອ​ລ (E15) 15% ໂດຍ​ບໍ​ລິ​ມາດ​ແມ່ນ​ບໍ່​ອະ​ນຸ​ມັດ​ໃຫ້​ນຳ​ໃຊ້.

  • ຢ່າ​ໃຊ້​ນ້ຳ​ມັນ​ແອັດ​ຊັງ​ທີ່​ມີ​ເອ​ທານອ​ລຫຼາຍກວ່າ 10% ໂດຍ​ບໍ​ລິ​ມາດ, ເຊັ່ນ: E15 (ມີ​ເອ​ທານອ​ລ 15%), E20 (ມີ​ເອ​ທານອ​ລ 20%) ຫຼື E85 (ມີ​ເອ​ທານອ​ລສູງ​ເຖິງ 85%).

  • ຢ່າໃຊ້​ນ້ຳ​ມັນ​ແອັດ​ຊັງ​ທີ່​ມີ​ເມ​ທານອ​ລ.

  • ຢ່າເກັບ​ຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟ​ໄວ້​ໃນ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ ຫຼື ພາ​ຊະ​ນະ​ບັນ​ຈຸ​ນ້ຳ​ມັນ​ເຊື້ອ​ໄຟ​ຕະ​ຫຼອດ​ລະ​ດູ​ໜາວ, ນອກ​ຈາກວ່າ​ທ່ານນຳ​ໃຊ້​ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ​ຂອງ​ນ້ຳ​ມັນ​ເຊື້ອ​ໄຟ.

  • ຢ່າເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່​ນ້ຳ​ມັນ​ແອັດ​ຊັງ.

  • ເພື່ອ​ໃຫ້​ໄດ້​ຜົນ​ດີ​ທີ່​ສຸດ, ໃຫ້​ໃຊ້​ແຕ່​ນ້ຳ​ມັນເຊື້ອ​ໄຟທີ່​ສະ​ອາດ, ສົດ (ອາ​ຍຸ​ບໍ່​ເກີນ 30 ວັນ) ເທົ່າ​ນັ້ນ.

  • ການ​ໃຊ້​ນ້ຳ​ມັນ​ແອັດ​ຊັງ​ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ມັດ​ອາດ​ຈະ​ເຮັດ​ໃຫ້​ເກີດ​ບັນ​ຫາ​ທາງ​ດ້ານ​ປະ​ສິດ​ທິ​ພາບ ແລະ/ຫຼື ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ເຄື່ອງ​ຈັກ, ເຊິ່ງ​ອາດ​ຈະ​ບໍ່ໄດ້​ຮັບ​ການ​ຄຸ້ມ​ຄອງ​ພາຍ​ໃຕ້​ການ​ຮັບ​ປະ​ກັນ.

ການເຕີມນໍ້າມັນເຊື້ອໄຟ

  1. ທຳ​ຄວາມ​ສະ​ອາດ​ຮອບຝາປິດຖັງນໍ້າມັນເຊື້ອໄຟ ແລະ ເອົາຝາ​ອອກ​ຈາກ​ຖັງ (ຮູບສະແດງ 17). ເຕີມ​ນ້ຳ​ມັນ​ເຊື້ອ​ໄຟ​ໃສ່​ຖັງ​ຢູ່​ດ້ານ​ລຸ່ມ​ຂອງ​ບ່ອນ​ເປີດ​ຄໍ​ຖັງ; ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ເຄື່ອງ​ຈັກຂອງ​ທ່ານ.

    Important: ຢ່າ​ເຕີມ​ນ້ຳ​ມັນເຊື້ອ​ໄຟໃສ່​ຈັກ​ຈົນ​ລົ້ນ.

    g265976
  2. ອັດຝາປິດຖັງນ້ຳມັນເຊື້ອໄຟ ແລະ ເຊັດນ້ຳມັນເຊື້ອໄຟທີ່ຟົ້ງອອກ.

ການ​ປັບ​ອັດ​ຕາ​ການ​ໜີບ​ຕັດ

ອັດ​ຕາ​ການ​ໜີບ​ຕັດ​ຖືກ​ກຳ​ນົດ​ໂດຍ​ການ​ຕັ້ງ​ຄ່າ​ເຄື່ອງ​ຕໍ່​ໄປ​ນີ້:

  • ຄວາມ​ໄວ​ກົງ​ໝູນ: ທ່ານ​ສາ​ມາດ​ປັບ​ຄວາມ​ໄວ​ກົງ​ໝູນ​ໄປ​ຫາ​ການ​ຕັ້ງ​ຄ່າ​ສູງ ຫຼື ຕ່ຳ; ໃຫ້​ເບິ່ງ ການປັບຄວາມໄວກົງ​ໝູນ.

  • ຕຳ​ແໜ່ງ​ໝາກ​ລໍ້​ຂັບ​ເຄື່ອນ​ກົງ​ໝູນ: ທ່ານ​ສາ​ມາດ​ຕັ້ງ​ໝາກ​ລໍ້​ຂັບ​ເຄື່ອນ​ກົງ​ໝູນ​ໄດ້​ຢູ່​ໃນ 2 ຕຳ​ແໜ່ງ; ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ໜ່ວຍ​ຕັດ​ຂອງ​ທ່ານ.

ເພື່ອ​ກຳ​ນົດຄວາມ​ໄວ​ຂອງ​ກົງ​ໝູນ ແລະ ຕຳ​ແໜ່ງ​ໝາກ​ລໍ້​ຂັບ​ເຄື່ອນ​ກົງ​ໝູນສຳ​ລັບ​ການ​ໜີບ​ຕັດ​ທີ່​ເໝາະ​ສົມ; ໃຫ້​ເບິ່ງຕາ​ຕະ​ລາງ​ຕໍ່​ໄປ​ນີ້:

ອັດ​ຕາ​ການ​ໜີບ​ຕັດ

ຄວາມໄວກົງໝູນຕຳ​ແໜ່ງສາຍ​ພານໜ່ວຍຕັດ
8 ໃບມີດ11 ໃບມີດ14 ໃບມີດ
ຕ່ຳຕ່ຳ7.3 ມມ (0.286 ນິ້ວ)5.3 ມມ (0.208 ນິ້ວ)4.2 ມມ (0.164 ນິ້ວ)
ຕ່ຳສູງ6.1 ມມ (0.241 ນິ້ວ)4.4 ມມ (0.175 ນິ້ວ)3.5 ມມ (0.137 ນິ້ວ)
ສູງຕ່ຳ5.9 ມມ (0.233 ນິ້ວ)4.3 ມມ (0.169 ນິ້ວ)3.4 ມມ (0.133 ນິ້ວ)
ສູງສູງ5.0 ມມ (0.196 ນິ້ວ)3.6 ມມ (0.142 ນິ້ວ)2.8 ມມ (0.112 ນິ້ວ)

ການປັບຄວາມໄວກົງ​ໝູນ

ໃຊ້​ປຸ່ມ​ຄວບ​ຄຸມ​ຄວາມ​ໄວ​ກົງ​ໝູນ (ຮູບສະແດງ 18) ເພື່ອ​ປັບ​ຄວາມ​ໄວ​ກົງ​ໝູນ.

  • ຄວາມ​ໄວ​ກົງ​ໝູນ​ສູງ: ໝູນ​ລູກ​ບິດ​ເພື່ອ​ໃຫ້ຕົວ “H” ຢູ່​ໃນ​ລູກ​ບິດຖືກ​ບັ​ນ​ຊາ​ໄປ​ຫາ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ.

  • ຄວາມ​ໄວ​ກົງ​ໝູນ​ຕ່ຳ: ໝູນ​ລູກ​ບິດ​ເພື່ອ​ໃຫ້​ຕົວ “L” ຢູ່ໃນ​ລູກ​ບິດຖືກ​ບັນ​ຊາ​ໄປ​ຍັງ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ.

g275053

ການ​ປັບ​ຕຳ​ແໜ່ງ​ລູກ​ກິ້ງ​ຈັກ​ຕັດ

ສາ​ມາດ​ປັບ​ລູກ​ກິ້ງ​ຈັກ​ຕັດ​ໄດ້ 2 ຕຳ​ແໜ່ງ​ຄື:

  • ຕຳ​ແໜ່ງຕ່ຳ: ໃຊ້​ຕຳ​ແໜ່ງ​ນີ້​ສຳ​ລັບ​ການ​ຕັດ​ຫຍ້າ​ຢູ່​ຄວາມ​ສູງ​ການ​ຕັດ​ຕ່ຳ​ກວ່າ (ຕົວ​ຢ່າງ: ການ​ຕັດ​ຫຍ້າ​ຂຽວ​ສະ​ໜາມກ໊ອ​ຟ).

  • ຕຳ​ແໜ່ງສູງ: ໃຊ້​ຕຳ​ແໜ່ງ​ນີ້​ສຳ​ລັບ​ການ​ຕັດ​ຫຍ້າ​ຢູ່​ຄວາມ​ສູງ​ການ​ຕັດສູງກວ່າ (ຕົວ​ຢ່າງ: ການ​ຕັດ​ຫຍ້າໃນ​ວົງ​ຕັ້ງ​ລູກກ໊ອ​ຟ​ເລີ່ມ​ຕີ​ຂອງສະ​ໜາມກ໊ອ​ຟ).

  1. ເຄື່ອນ​ຂາ​ຄ້ຳ​ໄປ​ທີ່​ຕຳ​ແໜ່ງບຳ​ລຸງ​ຮັກ​ສາ​ສ້ອມ​ແປງ​ໜ່ວຍ​ຕັດ; ໃຫ້​ເບິ່ງ ຂາ​ຄ້ຳ.

  2. ຖອດນັອດ​ຕົວ​ຜູ້​ແບບ​ໄຫຼ່ (ຮູບສະແດງ 19) ຢູ່​ແຕ່​ລະ​ດ້ານ​ຂອງ​ເຄື່ອງ​ຈັກ​ທີ່​ຍຶດ​ເຕົ້າ​ຂັບ​ເຄື່ອນ​ລູກ​ກິ້ງ​ໃສ່​ຊັກ​ຊີ່​ອອກ.

    g277026
  3. ຈັດ​ລຽງ​ຮູ​ຢູ່​ໃນ​ຊັກ​ຊີ່ກັບ​ຮູບ​ຢູ່​ໃນ​ເຕົ້າ​ຂັບ​ເຄື່ອນ.

  4. ໃຊ້ນັອດ​ຕົວ​ຜູ້​ແບບ​ໄຫຼ່ທີ່​ເອົາ​ອອກ​ກ່ອນ​ນັ້ນເພື່ອ​ຍຶດເຕົ້າ​ຂັບ​ເຄື່ອນ​ໃສ່ຊັກ​ຊີ່ (ຮູບສະແດງ 19).

  5. ເຄື່ອນ​ຂາ​ຄ້ຳໄປທີ່ຕຳແໜ່ງການ​ເກັບ​ຮັກ​ສາ, ໃຫ້​ເບິ່ງ ຂາ​ຄ້ຳ.

ການປັບ​ຄວາມ​ສູງມື​ຈັບ

ໃຊ້ຕົວ​ປັບ​ລວງ​ສູງ​ມື​ຈັບເພື່ອປັບລວງ​ສູງ​ມື​ຈັບ​ໄປ​ສູ່​ຕ່ຳ​ແໜ່ງ​ໃຊ້​ງານ​ທີ່​ສະ​ດວກ​ສະ​ບາຍ; ໃຫ້​ເບິ່ງ ຕົວ​ປັບ​ລວງ​ສູງ​ມື​ຈັບ.

ການ​ຂົນ​ສົ່ງ​ເຄື່ອງ​ຈັກ​ໄປ​ຫາ​ບ່ອນ​ເຮັດ​ວຽກ

ການຂົນສົ່ງເຄື່ອງຈັກດ້ວຍ​ການ​ໃຊ້​ເພົາ​ຂົນ​ສົ່ງ

ໃຊ້​ເພົາ​ຂົນ​ສົ່ງ​ເພື່ອ​ຂົນ​ສົ່ງ​ເຄື່ອງ​ຈັກ​ໄປ​ໄລ​ຍະ​ທາງ​ໃກ້.

  1. ຕິດ​ຕັ້ງ​ເພົາ​ຂົນ​ສົ່ງ, ໃຫ້​ເບິ່ງ ການຕິດຕັ້ງເພົາ​ຂົນ​ສົ່ງ.

  2. ໃຫ້​ແນ່​ໃຈ​ວ່າຕົວ​ຄວບ​ຄຸມ​ຂັບ​ເຄື່ອນ​ກົງ​ໝູນ ແລະ ເຄື່ອງ​ຕັດ​ຫຍ້າຢູ່​ໃນ​ຕຳ​ແໜ່ງເກຍ​ຫວ່າງ.

  3. ຕິດຈັກ, ໃຫ້​ເບິ່ງ ການຕິດຈັກ..

  4. ຕັ້ງ​ການ​ຄວບ​ຄຸມ​ຄັນເລັ່ງ​ໄປ​ທີ່ຊ້າ, ອຽງ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ​ຂຶ້ນ, ໃສ່​ຕົວ​ຂັບ​ເຄື່ອນ​ການດຶງ​ເທື່ອ​ລະ​ໜ້ອຍ ແລະ ເພີ່ມ​ຄວາມ​ໄວ​ຈັກ​ຂຶ້ນ​ຊ້າໆ.

  5. ປັບ​ຄັນ​ເລັ່ງ​ເພື່ອ​ໃຊ້​ງານ​ເຄື່ອງ​ຕັດ​ຫຍ້າ​ຢູ່​ໃນ​ຄວາມ​ໄວພື້ນ​ດິນ​ທີ່​ຕ້ອງ​ການ ແລະ ຂົນ​ສົ່ງ​ເຄື່ອງ​ຈັກ​ໄປ​ຫາ​ຈຸດ​ໝາຍ​ປາຍ​ທາງ​ທີ່​ຕ້ອງ​ການ.

ການຂົນສົ່ງເຄື່ອງຈັກດ້ວຍ​ການ​ໃຊ້ລົດ​ລາກ

ໃຊ້ລົດ​ລາກເພື່ອ​ຂົນ​ສົ່ງ​ເຄື່ອງ​ຈັກ​ໄປ​ໄລ​ຍະ​ທາງທີ່ໄກ. ໃຊ້ຄວາມ​ລະ​ມັດ​ລະ​ວັງ​ໃນ​ເວ​ລາ​ເອົາ​ເຄື່ອງ​ຈັກຂຶ້ນ ຫຼື ລົງ​ຈາກລົດລາກ.

  1. ຂັບ​ເຄື່ອນ​ເຄື່ອງ​ຈັກ​ໄປ​ຂຶ້ນ​ລົດລາກຢ່າງ​ລະ​ມັດ​ລະ​ວັງ.

  2. ມອດ​ຈັກ, ໃສ່ເບ​ຣກມື ແລະ ບິດວາວ​ນ້ຳ​ມັນໄປ​ສູ່​ຕຳ​ແໜ່ງປິດ.

  3. ໃຊ້ທາງລາດເຕັມຄວາມກວ້າງສຳລັບການເອົາເຄື່ອງຈັກຂຶ້ນ​ໃສ່​ໃນລົດລາກ ຫຼື ລົດບັນທຸກ.

  4. ຮັດເຄື່ອງ​ຈັກໃສ່ລົດລາກໃຫ້​ຮັບ​ປະ​ກັນ.

Note: ທ່ານ​ສາ​ມາ​ໃຊ້​ລົດ​ລາກ Toro Trans Pro ເພື່ອ​ຂົນ​ສົ່ງ​ເຄື່ອງ​ຈັກ​ໄດ້. ສຳ​ລັບ​ຄຳ​ແນະ​ນຳ​ໃນ​ການ​ເອົາ​ຂຶ້ນ​ລົດ​ລາກ, ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ລົດ​ລາກ​ຂອງ​ທ່ານ.

Important: ຢ່າ​ຕິດ​ຈັກ​ໄວ້​ໃນ​ຂະ​ນະ​ຂົນ​ສົ່ງ​ມັນ​ໃນ​ລົດ​ລາກ​ເພາະ​ວ່າ​ສາ​ມາດ​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ເຄື່ອງ​ຈັກ​ໄດ້.

ການ​ເອົາ​ເພົາ​ຂົນ​ສົ່ງ​ອອກ

  1. ປ່ອຍ​ຕົວ​ກັນ​ຄາດ, ນຳ​ໃຊ້ການ​ຄວບ​ຄຸມ​ຄັນ​ເລັ່ງເພື່ອ​ຫຼຸດຄວາມ​ໄວ​ຂອງ​ເຄື່ອງ​ຈັກລົງ ແລະ ມອດຈັກ.

  2. ເຄື່ອນ​ຂາ​ຄ້ຳ​ໄປ​ທີ່​ຕຳ​ແໜ່ງສ້ອມ​ບຳ​ລຸງ​ຮັກ​ສາເພົາ​ຂົນ​ສົ່ງ; ໃຫ້​ເບິ່ງ ຂາ​ຄ້ຳ.

  3. ເອົາ​ເພົາຂົນ​ສົ່ງ​ອອກ​ໂດຍ​ການ​ຊຸກ​ຕົວ​ໜີບ​ລັອກ​ລໍ້​ອອກ​ຈາກ​ແກນກາງ (ຮູບສະແດງ 20).

    g274946
  4. ປ່ອຍ​ໜ່ວຍ​ຕັດ​ອອກ​ຈາກ​ຂາ​ຄ້ຳ​ຕ່ຳ​ລົງ​ຢ່າງ​ລະ​ມັດ​ລະ​ວັງ​ໂດຍ​ການ​ຊຸກ​ໄປ​ທາງ​ໜ້າ​ຊ້າໆ ຫຼື ໂດຍ​ການ​ຍົກ​ອັນ​ຄ້ຳ​ມື​ຈັບ​ດ້ານ​ລຸ່ມ, ປ່ອຍ​ໃຫ້​ຂາ​ຄ້ຳ​ດີດ​ກັບ​ຄືນ​ຫາ​ຕຳ​ແໜ່ງການ​ເກັບ​ຮັກ​ສາ; ໃຫ້​ເບິ່ງ ຂາ​ຄ້ຳ.

ການ​ໃຊ້ຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ)

ໃຊ້ຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ເພື່ອ​ຊ່ວຍ​ໃນ​ການ​ຕິດ​ຈັກ​ເຢັນ. ເຄື່ອນ​ຄັນດຶງ​ໄປ​ທີ່​ຕຳ​ແໜ່ງເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ເມື່ອ​ຕິດ​ຈັກ​ເຢັນ ຫຼັງ​ຈາກ​ທີ່ຈັກ​ຕິດແລ້ວ, ເຄື່ອນຄັນ​ດຶງໄປ​ທີ່​ຕຳ​ແໜ່ງແລ່ນ.

g273508

ການເປີດ ແລະ ການ​ປິດວາວ​ປິດ​ນ້ຳ​ມັນ

ຄວບ​ຄຸມ​ການ​ໄຫຼ​ຂອງ​ນ້ຳ​ມັນ​ໄປ​ຫາ​ຈັກ​ດ້ວຍ​ວາວປິດ​ນ້ຳ​ມັນ​ດັ່ງ​ຕໍ່​ໄປ​ນີ້:

  • ເພື່ອ​ເປີດ​ວາວ​ນ້ຳ​ມັນ, ບິດ​ຄັນປິດນ້ຳ​ມັນ​ໄ​ປ​ຍັງມື​ຈັບຕົວ​ດຶງຕິດ​ຈັກ (ຮູບສະແດງ 22).

  • ເພື່ອປິດວາວ​ນ້ຳ​ມັນ, ບິດ​ຄັນປິດນ້ຳ​ມັນອອກ​ໄປ​ຈາກມື​ຈັບຕົວ​ດຶງຕິດ​ຈັກ (ຮູບສະແດງ 22).

    g273576

ໃນລະຫວ່າງການປະຕິບັດງານ

ຄວາມປອດໄພໃນລະຫວ່າງການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ເຈົ້າຂອງ/ຜູ້ປະຕິບັດງານສາມາດປ້ອງກັນ ແລະ ມີຄວາມຮັບຜິດຊອບຕໍ່ອຸບັດຕິເຫດທີ່ອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ຄວາມເສຍຫາຍທາງຊັບສິນ.

  • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງການປ້ອງກັນຕາ; ໂສ້ງຂາຍາວ; ເກີບກັນມື່ນ ແລະ ເຄື່ອງ​ປ້ອງ​ກັນ​ສຽງ. ມັດຜົມຍາວໄວ້​ດ້ານ​ຫຼັງ ແລະ ຢ່າໃສ່ເຄື່ອງນຸ່ງ ຫຼື ເຄື່ອງປະດັບຫຼວມໆ.

  • ຢ່າໃຊ້ເຄື່ອງຈັກໃນຂະນະທີ່ບໍ່​ສະ​ບາຍ, ອິດເມື່ອຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງສິ່ງ​ມຶນ​ເມົາ ຫຼື ສິ່ງເສບຕິດ.

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ນຳ​ໃຊ້ເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ກ່ອນທີ່ທ່ານຈະຕິດເຄື່ອງຈັກ, ຮັບປະກັນວ່າເປັນເກຍຫວ່າງ, ໃສ່ເບ​ຣກມືໄວ້ຢູ່ ແລະ ທ່ານຢູ່ໃນຕຳແໜ່ງປະຕິບັດງານ.

  • ໃຫ້ຄົນຢູ່ໃກ້ຄຽງ, ແລະ ເດັກອອກຈາກພື້ນທີ່ປະຕິບັດງານ. ຖ້າ​ເພື່ອນ​ຮ່ວມມ​ງານ​ຕ້ອງ​ຢູ່​ນຳ, ໃຫ້​ໃຊ້​ຄວາມລະ​ມັດ​ລະ​ວັງ ແລະ ໃຫ້​ແນ່​ໃຈ​ວ່າ​ໄດ້​ຕິດ​ຕັ້ງ​ກະ​ຕ່າ​ຫຍ້າຢູ່​ໃນ​ເຄື່ອງ​ຈັກ​ແລ້ວ.

  • ນຳ​ໃຊ້ເຄື່ອງຈັກພຽງແຕ່ບ່ອນທີ່ເບິ່ງເຫັນໄດ້ດີເພື່ອຫຼີກລ່ຽງຂຸມ ຫຼື ອັນຕະລາຍທີ່ເຊື່ອງຢູ່.

  • ຢ່າໃຊ້ເຄື່ອງຈັກເມື່ອມີຄວາມສ່ຽງຕໍ່ການເກີດຟ້າຜ່າ.

  • ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ເມື່ອຕັດຫຍ້າເທິງຫຍ້າປຽກ. ເກີບ​ບໍ່​ດີ​ສາມາດ​ເຮັດ​ໃຫ້​ມື່ນ ແລະ ລົ້ມ​ໂດຍ​ບັງ​ເອີນ​ໄດ້.

  • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກໜ່ວຍຕັດ.

  • ເບິ່ງທາງຫຼັງ ແລະ ດ້ານລຸ່ມກ່ອນທີ່ຈະຖອຍເພື່ອໃຫ້ແນ່ໃຈວ່າເສັ້ນທາງປອດໄພ.

  • ໃຊ້ຄວາມລະມັດລະວັງໃນເວລາທີ່ເຂົ້າໄປໃນບໍລິເວນທີ່ເບິ່ງບໍ່ເຫັນ, ຟຸ່ມໄມ້, ຕົ້ນໄມ້ ຫຼື ວັດຖຸອື່ນໆທີ່ອາດເຮັດໃຫ້ທ່ານເບິ່ງບໍ່ເຫັນ.

  • ຢຸດໜ່ວຍຕັດທຸກຄັ້ງທີ່ທ່ານບໍ່ໄດ້ຕັດຫຍ້າ.

  • ປົດ​ຕົວ​ຂັບ​ເຄື່ອນ​ໃສ່​ໜ່ວຍ​ຕັດ ແລະ ມອດ​ຈັກ​ກ່ອນ​ການ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ.

  • ຢ່າແລ່ນເຄື່ອງຈັກຢູ່ໃນພື້ນທີ່ບ່ອນທີ່ມີອາຍເສຍປິດ.

  • ຢ່າປ່ອຍໃຫ້ເຄື່ອງຈັກຕິດ​ຢູ່ໂດຍທີ່ບໍ່ມີຄົນຢູ່ນຳ.

  • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

    • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    • ປົດໜ່ວຍຕັດ.

    • ໃສ່​ເບ​ຣກມື.

    • ມອດເຄື່ອງຈັກ ແລະ ຖອດກະ​ແຈ (ຖ້າ​ໄດ້​ຕິດ​ຕັ້ງ​ມາ​ນຳ).

    • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

  • ມອດ​ຈັກ​ກ່ອນ​ຖອກ​ກະ​ຕ່າ​ຫຍ້າ.

  • ຢ່າ​ຈັບ​ເຄື່ອງ​ຈັກ, ທໍ່​ຄວັນ ຫຼື ທໍ່​ໄອ​ເສຍ​ໃນ​ຂະ​ນະ​ທີ່​ເຄື່ອງ​ຈັກ​ກຳ​ລັງ​ແລ່ນ ຫຼື ທັນ​ທີ​ຫຼັງ​ຈາກ​ມັນ​ມອດ​ເພາະ​ວ່າ​ບໍ​ລິ​ເວນ​ເຫຼົ່າ​ນີ້​ສາ​ມາດ​ຮ້ອນ​ພໍ​ໃຫ້​ເກີດ​ການ​ໄໝ້​ໄດ້.

  • ມອດ​ຈັກ ແລະ ປົດ​ການ​ຂັບ​ເຄື່ອນ​ໄປ​ຫາ​ໜ່ວຍ​ຕັດ​ຢູ່​ໃນ​ສະ​ຖາ​ນະ​ການ​ຕໍ່​ໄປ​ນີ້:

    • ກ່ອນເຕີມນໍ້າມັນເຊື້ອໄຟ

    • ກ່ອນ​ກຳ​ຈັດສິ່ງອຸດ​ຕັນອອກ

    • ກ່ອນເອົາກະ​ຕ່າຫຍ້າອອກ

    • ກ່ອນ​ການກວດ​ກາ, ທຳ​ຄວາມ​ສະ​ອາດ ຫຼື ບຳ​ລຸງ​ຮັກ​ສາໜ່ວຍຕັດ

    • ຫຼັງ​ຈາກ​ຕຳ​ກັບ​ວັດ​ຖຸ​ແປກ​ປອມ ຫຼື ຖ້າ​ມີ​ການ​ສັ່ນ​ຜິດ​ປົກ​ກະ​ຕິ​ເກີດ​ຂຶ້ນ. ກວດ​ກາ​ເບິ່ງໜ່ວຍ​ຕັດ​ສຳ​ລັບຄວາມ​ເສຍ​ຫາຍ ແລະ ສ້ອມ​ແປງ​ກ່ອນ​ເລີ່ມຕິດ​ຈັກ ແລະ ໃຊ້​ງານເຄື່ອງ​ຈັກ

    • ກ່ອນທີ່ຈະອອກຈາກຕຳແໜ່ງປະຕິບັດງານ

  • ໃຊ້ແຕ່ອຸປະກອນເສີມ ແລະ ສິ່ງທີ່ຕິດມາທີ່ອະ​ນຸ​ມັດໂດຍບໍລິສັດ Toro® Company ເທົ່າ​ນັ້ນ.

ຄວາມປອດໄພໃນທາງຄ້ອຍຊັນ

  • ທາງຄ້ອຍຊັນແມ່ນປັດໃຈຕົ້ນ​ຕໍທີ່ກ່ຽວຂ້ອງກັບການສູນເສຍການຄວບຄຸມ ແລະ ອຸບັດຕິເຫດໃນ​ການ​ພິກ​ປີ້ນ, ເຊິ່ງອາດຈະເຮັດໃຫ້ມີການບາດເຈັບສາ​ຫັດ ຫຼື ເສຍຊີວິດໄດ້. ທ່ານມີໜ້າທີ່ຮັບຜິດຊອບໃນການປະຕິບັດງານໃນທາງຄ້ອຍຊັນທີ່ປອດໄພ. ການໃຊ້ເຄື່ອງຈັກຢູ່ເທິງທາງຄ້ອຍຊັນໃດກໍ່ຕາມແມ່ນຕ້ອງມີຄວາມລະມັດລະວັງເປັນພິເສດ. ກ່ອນ​ນຳ​ໃຊ້ເຄື່ອງ​ຈັກຢູ່ບ່ອນ​ຄ້ອຍຊັນ, ໃຫ້​ເຮັດ​ດັ່ງ​ຕໍ່​ໄປ​ນີ້:

    • ທົບ​ທວນຄືນ ແລະ ທຳຄວາມເຂົ້າໃຈຄຳ​ແນະ​ນຳ​ຄວາມ​ຄ້ອຍ​ຊັນ​ຢູ່​ໃນ​ຄູ່​ມື ແລະ ໃນເຄື່ອງຈັກ.

    • ປະເມີນສະພາບຂອງສະຖານທີ່ຂອງວັນເພື່ອກຳນົດວ່າຄວາມຄ້ອຍຊັນມີຄວາມປອດໄພຕໍ່ການດຳ​ເນີນ​ງານ​ຂອງ​ເຄື່ອງ​ຈັກ​ບໍ່. ໃຊ້​ສາມັນ​ສຳ​ນຶກທົ່ວໄປ ແລະ ການຕັດສິນໃຈທີ່ດີໃນເວລາທີ່ດຳເນີນການປະ​ເມີນນີ້. ການປ່ຽນແປງຂອງພູມສັນຖານເຊັ່ນ: ຄວາມ​ຊຸ່ມ​ສາ​ມາດ​ມີ​ຜົນ​ກະ​ທົບ​ຕໍ່​ການ​ໃຊ້​ງານ​ຂອງ​ເຄື່ອງ​ຈັກ​ຢ່າງ​ໄວ​ໃນ​ຄວາມ​ຄ້ອຍຊັນ.

  • ໃຊ້​ງານ​ຂ້າມ​ໄປ​ຕາມ​ຄ້ອຍ​ຊັນ, ຢ່າ​ຂຶ້ນ ແລະ ລົງ. ຫຼີກ​ລ່ຽງ​ການ​ໃຊ້​ງານ​ໃນ​ບ່ອນ​ຄ້ອຍ​ຊັນ​ເກີນ ຫຼື ບ່ອນ​ຄ້ອຍ​ຊັນ​ປຽກຊຸ່ມ. ເກີບ​ບໍ່​ດີ​ສາມາດ​ເຮັດ​ໃຫ້​ມື່ນ ແລະ ລົ້ມ​ໂດຍ​ບັງ​ເອີນ​ໄດ້.

  • ລະ​ບຸຄວາມອັນຕະລາຍຢູ່ທີ່ຖານຂອງທາງຄ້ອຍຊັນ. ຢ່າໃຊ້ງານເຄື່ອງຈັກຢູ່ໃກ້ຈຸດຕົກ, ຄອງນ້ຳ, ຄັນຄູ, ອັນຕະລາຍທາງນໍ້າ ຫຼື ອື່ນໆ. ເຄື່ອງຈັກດັ່ງກ່າວສາມາດກິ້ງໄດ້ຢ່າງກະທັນຫັນ, ຖ້າຫາກວ່າລໍ້ແລ່ນຂ້າມຂອບ ຫຼື ຂອບຕົກ​ເຂົ້າໃນ. ຮັກ​ສາ​ໄລ​ຍະ​ຫ່າງ​ທີ່​ປອດ​ໄພ​ລະ​ຫວ່າງ​ເຄື່ອງ​ຈັກ ແລະ ອັນ​ຕະ​ລາຍ​ອື່ນໆ. ໃຊ້​ເຄື່ອງ​ມື​ປະ​ເພດ​ມື​ຖື​ເພື່ອ​ໃຊ້​ງານ​ຢູ່​ໃນ​ພື້ນ​ທີ່​ເຫຼົ່າ​ນີ້.

  • ຫຼີກລ່ຽງການຕິດ​ຈັກ, ມອດ​ຈັກ ຫຼື ລ້ຽວເຄື່ອງຈັກຕາມທາງຄ້ອຍຊັນ. ຫຼີກລ່ຽງການປ່ຽນແປງຄວາມໄວ ຫຼື ທິດທາງຢ່າງກະທັນຫັນ; ລ້ຽວ​ຊ້າໆ ແລະ ເທື່ອ​ລະ​ໜ້ອຍ.

  • ຢ່າໃຊ້ງານເຄື່ອງຈັກພາຍໃຕ້ສະພາບການທີ່ການເຄື່ອນທີ່, ລ້ຽວ ຫຼື ມີ​ຄວາມ​ສົງ​ໄສ​ໃນ​ຄວາມ​ທ່ຽງ. ລະວັງວ່າການເຮັດວຽກຂອງເຄື່ອງຈັກໃນຫຍ້າທີ່ຊຸ່ມ, ຂ້າມທາງຄ້ອຍຊັນ ຫຼື ທາງລົງພູອາດຈະເຮັດໃຫ້ເຄື່ອງຈັກສູນເສຍການຄວບຄຸມ. ການ​ສູນ​ເສຍ​ການດຶງໃສ່ການຂັບ​ເຄື່ອນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ມື່ນ​ໄຫຼ ແລະ ການ​ສູນ​ເສຍ​ການ​ເບ​ຣກ ແລະ ການ​ຄວບ​ຄຸມພວງ​ມະ​ໄລ. ເຄື່ອງ​ຈັກ​ສາ​ມາດ​ໄຫຼ​ໄປ​ໄດ້, ເຖິງ​ແມ່ນ​ວ່າ​ທ່ານ​ຢຸດ​ການ​ຂັບ​ເຄື່ອນ​ແລ້ວ.

  • ກຳ​ຈັດ ຫຼື ໃສ່ເຄື່ອງໝາຍສິ່ງ​ກີດ​ຂວາງຕ່າງໆເຊັ່ນ: ຮ່ອງ, ຂຸມ, ຮອຍແຕກ, ກ້ອນຫີນ ຫຼື ອັນຕະລາຍອື່ນໆທີ່ເຊື່ອງໄວ້. ຫຍ້າທີ່ສູງສາມາດປິດ​ບັງສິ່ງກີດຂວາງຕ່າງໆໄດ້. ພູມສັນຖານທີ່ບໍ່ລຽບສາມາດເຮັດ​ໃຫ້ເຄື່ອງຈັກປີ້ນໄດ້.

  • ຖ້າ​ທ່ານ​ຄວບ​ຄຸມ​ເຄື່ອງ​ຈັກ​ບໍ່​ໄດ້, ໃຫ້​ໂດດ​ໜີອອກ​ຈາກ​ທິດ​ທາງ​ການ​ໄປ​ຂອງ​ເຄື່ອງ​ຈັກ.

  • ເມື່ອ​ລົງ​ຄ້ອຍ​ຊັນ​ແມ່ນ​ໃຫ້​ໃສ່​ເກຍ​ເຄື່ອງ​ຈັກ​ຢູ່​ສະ​ເໝີ. ຢ່າມອດ​ຈັກ​ແລ້ວ​ປ່ອຍ​ລົງ​ພູ (ສາ​ມາດ​ນຳ​ໃຊ້​ໄດ້​ພຽງ​ແຕ່​ໃນ​ເຄື່ອງ​ທີ່​ຂັບ​ເຄື່ອນ​ດ້ວຍ​ເກຍ​ເທົ່າ​ນັ້ນ).

ການຕິດຈັກ.

Note: ສຳ​ລັບ​ຮູບ​ອະ​ທິ​ບາຍ ແລະ ລາຍ​ລະ​ອຽດ​ຂອງ​ການ​ຄວບ​ຄຸມ​ທີ່​ໄດ້​ອ້າງ​ອີງ​ຢູ່​ໃນ​ພາກ​ນີ້, ໃຫ້​ເບິ່ງ ການຄວບຄຸມ.

Note: ໃຫ້​ແນ່​ໃຈ​ວ່າ​ໄດ້​ຕໍ່​ສາຍ​ຫົວ​ທຽນ​ໃສ່​ກັບ​ຫົວ​ທຽນ​ແລ້ວ.

  1. ໃຫ້​ແນ່​ໃຈ​ວ່າຄັນ​ຂັບ​ເຄື່ອນເຄື່ອງ​ຕັດ​ຫຍ້າຢູ່​ໃນ​ຕຳ​ແໜ່ງເກຍ​ຫວ່າງ.

  2. ໃຫ້​ແນ່​ໃຈ​ວ່າວາວ​ປິດ​ນ້ຳ​ມັນ​ນັ້ນ​ເປີດ; ໃຫ້​ເບິ່ງ ການເປີດ ແລະ ການ​ປິດວາວ​ປິດ​ນ້ຳ​ມັນ

  3. ເຄື່ອນສະ​ວິດໄປເປີດ/ປິດທີ່ຕຳແໜ່ງເປີດ.

  4. ນຳ​ໃຊ້ການ​ຄວບ​ຄຸມ​ຄັນ​ເລັ່ງເພື່ອເພີ່ມຄວາມ​ໄວ​ຂອງ​ຈັກຂຶ້ນ.

  5. ເຄື່ອນຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ໄປ​ເຄິ່ງ​ທາງ​ລະ​ຫວ່າງຕຳ​ແໜ່ງເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ແລະ ຕຳ​ແໜ່ງແລ່ນເມື່ອ​ຕິດ​ຈັກ​ເຢັນ, ໃຫ້​ເບິ່ງ ການ​ໃຊ້ຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ)

    Note: ອາດ​ຈະ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ເມື່ອ​ຕິດ​ຈັກອຸ່ນ.

  6. ດຶງ​ມື​ຈັບ​ດຶງ​ຕິດ​ຈັກອອກ​ຈົນ​ກວ່າໄດ້​ຜົນ​ມາ​ຕຶງ​ມື, ຈາກ​ນັ້ນ​ດຶງມັນ​ຢ່າງ​ແຮງ​ເພື່ອ​ຕິດ​ຈັກ.

    Important: ຢ່າ​ດຶງ​ເຊືອກພັນ​ຕິດ​ຈັກ​ໄປ​ຈົນ​ຮອດ​ຂີດ​ຈຳ​ກັດ​ຂອງ​ມັນ ຫຼື ໃຫ້​ມັນ​ຫຼຸດ​ອອກ​ຈາກມື​ດຶງ​ຕົວ​ຕິດ​ຈັກ​ເມື່ອ​ດຶງ​ເຊືອກ​ອອກ; ເຊືອກ​ອາດ​ຈະ​ຂາດ ຫຼື ສ່ວນ​ປະ​ກອບ​ຂອງ​ຫົວ​ຕົວ​ພັນ​ເຊືອກ​ອາດ​ຈະ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

  7. ເຄື່ອນ​ຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ໄປ​ທີ່​ຕຳ​ແໜ່ງແລ່ນ ເມື່ອ​ຈັກ​ອຸ່ນ​ຂຶ້ນ.

ຄຳ​ແນະ​ນຳ​ການ​ໃຊ້​ງານ

Important: ເສດຫຍ້າທີ່​ຕັດ​ອອກ​ເຮັດ​ໜ້າ​ທີ່​ເປັນ​ນ້ຳ​ມັນ​ຫຼໍ່​ມື່ນ​ເມື່ອ​ຕັດ​ຫຍ້າ. ການ​ໃຊ້​ງານ​ໜ່ວຍ​ຕັດ​ຫຼາຍ​ເກີນ​ຂະ​ໜາດ​ໂດຍ​ບໍ່​ມີ​ເສດຫຍ້າ​ທີ່​ຕັດ​ອອກສາ​ມາດ​ເຮັດ​ໃຫ້​ໜ່ວຍ​ຕັດ​ເປ່​ເພ​ໄດ້.

  • ຕັດທົ່ງ​ຫຍ້າ​ຂຽວ​ໃນ​ທິດ​ທາງ​ໄປ​ກັບ​ຊື່​ຕົງຜ່ານ​ທົ່ງ​ຫຍ້າ​ຂຽວ.

  • ຫຼີກ​ລ່ຽງ​ການ​ຕັດ​ຫຍ້າ​ເປັນ​ວົງ​ມົນ ຫຼື ລ້ຽວ​ເຄື່ອງ​ຈັກ​ໃນ​ພື້ນ​ທີ່ທົ່ງ​ຫຍ້າ​ຂຽວ​ເພື່ອ​ປ້ອງ​ກັນ​ການ​ຂູດ​ພື້ນ.

  • ລ້ຽວ​ເຄື່ອງ​ຈັກ​ອອກ​ຈາກ​ທົ່ງ​ຫຍ້າ​ຂຽວ​ໂດຍ​ການ​ຍົກກຽວ​ໝູນ​ຕັດ​ຂຶ້ນ (ຊຸກ​ມື​ຈັບ​ລົງ) ແລະ ເຮັດ​ການ​ລ້ຽວເປັນ​ແບບ​ຮູບ​ນ້ຳ​ຕາ​ໃນ​ລູກ​ກິ້ງ​ຈັກ​ຕັດ​ຫຍ້າ (ຮູບສະແດງ 23).

    g271799
  • ຕັດ​ຫຍ້າ​ຕາມ​ກ້າວ​ຍ່າງ​ປົກ​ກະ​ຕິ. ຄວາມ​ໄວ​ສູງ​ປະ​ຢັດ​ເວ​ລາ​ໄດ້​ເລັກ​ນ້ອຍ ແລະ ເຮັດ​ໃຫ້​ຜົນ​ໄດ້​ຮັບ​ການ​ຕັດ​ຫຍ້າ​ອອກ​ມາ​ບໍ່​ຄ່ອຍ​ດີ.

  • ເພື່ອ​ຊ່ວຍ​ໃນ​ການ​ຮັກ​ສາ​ແຖວ​ຊື່​ໃນ​ທົ່ວ​ທົ່ງ​ຫຍ້າ​ຂຽວ ແລະ ເພື່ອຮັກ​ສາ​ເຄື່ອງ​ຈັກ​ໃນ​ໄລ​ຍະ​ຫ່າງ​ເທົ່າ​ກັນ​ຈາກ​ຂອບ​ຂອງ​ການ​ຕັດ​ຜ່ານ​ມາ, ໃຊ້​ແຖບຈັດ​ລຽງໃຫ້​ຊື່​ໃນ​ກະ​ຕ່າ (ຮູບສະແດງ 24).

    g272991

ການ​ໃຊ້​ງານ​ເຄື່ອງ​ຈັກ​ໃນ​ສະ​ພາບ​ແສງ​ໄຟ​ໜ້ອຍ

ໃຊ້​ຊຸດ​ເຄື່ອງ​ມື​ດອກ​ໄຟ LED ເມື່ອ​ທ່ານ​ໃຊ້​ງານ​ເຄື່ອງ​ຈັກ​ຢູ່​ໃນ​ສະ​ພາບ​ແວດ​ລ້ອມ​ແສງ​ໄຟໜ້ອຍ. ຕິດຕໍ່ຜູ້ຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດຂອງທ່ານສຳ​ລັບຊຸດເຄື່ອງນີ້.

Important: ຢ່າ​ໃຊ້​ລະ​ບົບ​ໄຟ​ອື່ນ​ກັບ​ເຄື່ອງ​ຈັກ​ນີ້​ເນື່ອງ​ຈາກ​ພວກ​ມັນ​ຈະ​ບໍ່​ໃຊ້​ງານ​ໄດ້ຢ່າງ​ຖືກ​ຕ້ອງ​ກັບ​ໄຟ AC ຂອງ​ເຄື່ອງ​ຈັກ.

ການ​ໃຊ້​ງານ​ການ​ຄວບ​ຄຸມ​ໃນ​ຂະ​ນະ​ທີ່​ຕັດ​ຫຍ້າ

  1. ຕິດຈັກ, ຕັ້ງ​ຄັນ​ເລັ່ງ​ໄປ​ໃນ​ຄວາມ​ໄວ​ຫຼຸດ​ລົງ, ຊຸກ​ດ້າມຈັບ​ລົງ​ເພື່ອ​ຍົກໜ່ວຍ​ຕັດ​ຂຶ້ນ ແລະ ໃສ່​ຕົວ​ຂັບ​ເຄື່ອນ​ການດຶງເພື່ອ​ຂົນ​ສົ່ງ​ເຄື່ອງ​ຈັກ​ໄປໃນວົງ​ຂອງ​ທົ່ງ​ຫຍ້າ​ຂຽວ.

  2. ມອດ​ຈັກຢູ່​ໃນ​ຂອບ.

  3. ໃຊ້​ຄັນ​ຂັບ​ເຄື່ອນ​ໜ່ວຍ​ຕັດ​ເພື່ອ​ໃສ່​ໜ່ວຍ​ຕັດ, ເພີ່ມ​ຄວາມ​ໄວ​ຄັນ​ເລັ່ງ​ຈົນ​ກວ່າ​ເຄື່ອງ​ຈັກ​ກຳ​ລັງ​ອອກ​ໄປ​ໃນ​ຄວາມ​ໄວ​ພື້ນ​ດິນ​ທີ່​ຕ້ອງ​ການ, ໃສ່​ຕົວ​ຂັບ​ເຄື່ອນ​ການ​ດຶງ​ເພື່ອ​ເຄື່ອນ​ເຄື່ອງ​ຈັກ​ໄປ​ໃນ​ທົ່ງ​ຫຍ້າ​ຂຽວ, ປ່ອຍໜ່ວຍຕັດຕ່ຳລົງຫາ​ພື້ນ ແລະ ເລີ່ມ​ຕົ້ນ​ການ​ຕັດ.

ການມອດຈັກ

  1. ປ່ອຍຕົວກັນ​ຄາດ.

  2. ເຄື່ອນຕົວ​ຄວບ​ຄຸມຄັນເລັ່ງໄປທີ່ຕຳແໜ່ງຊ້າ.

  3. ເຄື່ອນສະ​ວິດໄປເປີດ/ປິດທີ່ຕຳແໜ່ງປິດ.

  4. ປິດ​ວາວ​ປິດ​ນ້ຳ​ມັ້ນ​ກ່ອນທີ່​ທ່ານ​ຈະເກັບມ້ຽນ ຫຼື ຂົນ​ສົ່ງເຄື່ອງ​ຈັກ

ຫຼັງຈາກການປະຕິບັດງານ

ຄວາມປອດໄພຫຼັງຈາກການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ມອດເຄື່ອງຈັກ, ຖອດກະແຈ (ຖ້າມີ) ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

  • ອະນາໄມຫຍ້າ ແລະ ສິ່ງເສດເຫຼືອຈາກເຄື່ອງ​ຈັກເພື່ອຊ່ວຍປ້ອງກັນໄຟໄໝ້. ອະ​ນາ​ໄມນໍ້າມັນເຄື່ອງ ຫຼື ນໍ້າມັນເຊື້ອໄຟທີ່ກະເດັນອອກ.

  • ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງ​ກ່ອນ​ທີ່​ຈະ​ເກັບ​ຮັກ​ສາ​ເຄື່ອງ​ຈັກ​ໄວ້​ຢູ່​ໃນ​ບ່ອນ​ປິດ​ໃດ​ໜຶ່ງ.

  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເທິງເຄື່ອງໃຊ້ອື່ນໆ.

  • ຫຼຸດ​ການ​ຕັ້ງ​ຄ່າ​ການ​ເລັ່ງ​ລົງ​ກ່ອນມອດ​ຈັກ ແລະ ປິດ​ວາວ​ປິດ​ນ້ຳ​ມັນ (ຖ້າ​ຕິດ​ຕັ້ງ​ມາ​ນຳ) ຫຼັງ​ຈາກ​ການ​ຕັດ​ຫຍ້າ.

ການ​ໃຊ້​ງານ​ການ​ຄວບ​ຄຸມຫຼັງ​ຈາກ​ການຕັດ​ຫຍ້າ

  1. ຂັບ​ເຄື່ອນ​ເຄື່ອງ​ຈັກ​ອອກ​ໄປ​ຈາກ​ທົ່ງ​ຫຍ້າ​ຂຽວ, ຊຸກ​ມື​ຈັບ​ລົງ​ເພື່ອ​ຍົກ​ໜ່ວຍ​ຕັດ​ຂຶ້ນ, ປ່ອຍ​ຕົວ​ກັນ​ຄາດ, ປົດ​ໜ່ວຍ​ຕັດ ແລະ ມອດ​ຈັກ.

  2. ເອົາ​ກະ​ຕ່າ​ຫຍ້າ​ອອກ ແລະ ຖອກ​ເສດ​ຫຍ້າ​ໃນ​ກະ​ຕ່າ​ຖິ້ມ.

  3. ຕິດ​ຕັ້ງກະ​ຕ່າຫຍ້າໃນ​ເຄື່ອງ​ຈັກ ແລະ ຂົນ​ສົ່ງ​ເຄື່ອງ​ຈັກ​ໄປບ່ອນ​ເກັບ​ມ້ຽນ.

ການຂົນສົ່ງເຄື່ອງຈັກ

ຫຼັງ​ຈາກ​ຕັດ​ຫຍ້າ, ຂົນ​ສົ່ງ​ເຄື່ອງ​ຈັກ​ອອກ​ໄປ​ຈາກ​ບ່ອນ​ເຮັດ​ວຽກ, ໃຫ້​ເບິ່ງ ການຂົນສົ່ງເຄື່ອງຈັກດ້ວຍ​ການ​ໃຊ້​ເພົາ​ຂົນ​ສົ່ງ ຫຼື ການຂົນສົ່ງເຄື່ອງຈັກດ້ວຍ​ການ​ໃຊ້ລົດ​ລາກ.

ການຕິດຕັ້ງເພົາ​ຂົນ​ສົ່ງ

  1. ເຄື່ອນ​ຂາ​ຄ້ຳ​ໄປ​ທີ່​ຕຳ​ແໜ່ງສ້ອມ​ບຳ​ລຸງ​ຮັກ​ສາເພົາ​ຂົນ​ສົ່ງ; ໃຫ້​ເບິ່ງ ຂາ​ຄ້ຳ

  2. ເລື່ອນ​ລໍ້​ໄປ​ໃສ່​ແກນ​ກາງ (ຮູບສະແດງ 25).

    g273510
  3. ໝູນຕົວ​ໜີບ​ລັອກ​ລໍ້ (ຮູບສະແດງ 25) ອອກ​ຈາກ​ໃຈກາງ​ລໍ້, ປ່ອຍ​ໃຫ້​ເລື່ອນ​ໄກ​ໄປ​ສູ່​ແກນ​ກາງ.

  4. ໝູນ​ລໍ້​ຄືນຫຼັງ ແລະ ກັບໄປ​ມາ​ຈົນ​ກວ່າ​ມັນ​ເລື່ອນ​ໄປ​ໃສ່​ແກນ​ຈົນ​ໝົດ ແລະ ຕົວ​ໜີບ​ລັອກ​ຮັດ​ແໜ້ນ​ຢູ່​ໃນ​ຮ່ອງ​ໃນ​ເພົາ​ແກນ​ກາງ.

  5. ເຮັດຊ້ໍາຄືນຂັ້ນຕອນດຳ​ເນີນ​ການ​ໃນ​ດ້ານ​ກົງ​ກັນ​ຂ້າມຂອງ​ເຄື່ອງ​ຈັກ.

  6. ປ່ອຍ​ໜ່ວຍ​ຕັດ​ຕ່ຳ​ລົງ​ໃຫ້​ອອກ​ຈາກ​ຂາ​ຄ້ຳ​ຢ່າງ​ລະ​ມັດ​ລະ​ວັງ.

ການ​ໃສ່ ຫຼື ການ​ປົດເກຍ

ທ່ານ​ສາ​ມາດ​ປົດ​ລູກ​ກິ້ງ​ຈາກລະ​ບົບ​ຂັບ​ເຄື່ອນ​ເພື່ອ​ປ່ອຍ​ໃຫ້​ຈັກ​ຖືກ​ຍັກ​ຍ້າຍ. ປົດ​ລະ​ບົບຂັບ​ເຄື່ອນ​ເມື່ອ​ທ່ານ​ຈຳ​ເປັນ​ຕ້ອງ​ເຄື່ອນ​ຍ້າຍ​ເຄື່ອງ​ຈັກ​ໂດຍ​ບໍ່​ມີ​ການ​ຕິດ​ຈັກ (ຕົວ​ຢ່າງ: ການ​ດຳ​ເນີນ​ການ​ບຳ​ລຸງ​ຮັກ​ສາ​ຢູ່​ໃນ​ພື້ນ​ທີ່​ປິດ).

ກ່ອນ​ທ່ານ​ໃຊ້​ງານ​ເຄື່ອງ​ຈັກ, ໃຫ້​ແນ່​ໃຈ​ວ່າ​ທ່ານໃສ່​ເກຍແລ້ວ.

  1. ຊອກ​ຫາ​ຄັນໃສ່​ການ​ດຶງ​ໃນ​ໃນ​ກະ​ປຸກ​ເກຍຂັບ​ເຄື່ອນ (ຮູບສະແດງ 23).

    g272196
  2. ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ​ນີ້ເພື່ອ​ໃສ່ ຫຼື ປົດ​ເກຍ:

    • ປົດ​ເກຍ: ໝູນ​ຄັນ​ໄປ​ທີ່​ຕຳ​ແໜ່ງປົດ​ແລ້ວ.

    • ໃສ່​ເກຍ: ໝູນຄັນໄປ​ຕຳ​ແໜ່ງໃສ່​ເກຍ.

ການບຳລຸງຮັກສາ

ຄຳເຕືອນ

ການ​ບໍ່​ບຳ​ລຸງ​ຮັກ​ສາ​ເຄື່ອງ​ຈັກ​ຢ່າງ​ເໝາະ​ສົມ​ສາ​ມາດ​ເຮັດ​ໃຫ້​ເກີດ​ຄວາມ​ຂັດ​ຂ້ອງ​ຂອງ​ລະ​ບົບເຄື່ອງ​ຈັກ​ກ່ອນ​ອາ​ຍຸ​ການ​ໃຊ້​ງານ​ເຕັມ​ທີ່​ເຮັດ​ໃຫ້​ເກີດອັນ​ຕະ​ລາຍ​ຕໍ່​ທ່ານ ຫຼື ຜູ້​ຢືນ​ຢູ່​ໃກ້​ໄດ້.

ໃຫ້​ບຳ​ລຸງ​ຮັກ​ສາ​ເຄື່ອງ​ຈັກ​ໃຫ້​ດີ ແລະ ຢູ່​ໃນ​ສະ​ພາບ​ການ​ໃຊ້​ງານ​ໄດ້​ດີ​ຕາມ​ທີ່​ໄດ້​ບອກ​ໄວ້​ຢູ່​ໃນ​ຄຳ​ແນະ​ນຳ​ເຫຼົ່າ​ນີ້.

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແຫນ່ງການ​ໃຊ້​ງານປົກກະຕິ.

Important: ຢ່າ​ອຽງ​ເຄື່ອງ​ຈັກ​ໃນ​ມູມ​ທີ່​ເກີນກວ່າ 25°. ການ​ອຽງ​ເຄື່ອງ​ຈັກ​ເກີນ 25° ນຳ​ໄປ​ສູ່​ການ​ຮົ່ວ​ໄຫຼ​ຂອງ​ນ້ຳ​ມັນ​ເຄື່ອງ​ລົງ​ສູ່​ອ່າງເຜົາ​ໄໝ້ ແລະ/ຫຼື ການ​ຮົ່ວ​ໄຫຼ​ຂອງ​ນ້ຳ​ມັນ​ເຊື້ອ​ໄຟ​ອອກ​ຈາກຝາປິດຖັງນໍ້າມັນເຊື້ອໄຟ.

Important: ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂັ້ນຕອນການບຳລຸງຮັກສາເພີ່ມເຕີມ.

ຄວາມປອດໄພໃນການບຳລຸງຮັກສາ

  • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

    • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    • ເຄື່ອນຄັນ​ເລັ່ງໄປທີ່ຕຳແໜ່ງກາ​ລັງ​ຕີຕ່ຳ.

    • ປົດໜ່ວຍຕັດ.

    • ຮັບປະກັນວ່າການຂັບເຄື່ອນຢູ່ໃນເກຍຫວ່າງ.

    • ໃສ່​ເບ​ຣກມື.

    • ມອດເຄື່ອງຈັກ ແລະ ຖອດກະ​ແຈ (ຖ້າ​ໄດ້​ຕິດ​ຕັ້ງ​ມາ​ນຳ).

    • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

  • ປ່ອຍໃຫ້ອົງປະກອບຂອງເຄື່ອງຈັກເຢັນກ່ອນປະຕິບັດການບຳລຸງຮັກສາ.

  • ຖ້າເປັນໄປໄດ້, ຢ່າດຳ​ເນີນການບຳລຸງຮັກສາໃນຂະນະທີ່ເຄື່ອງຈັກກຳລັງແລ່ນຢູ່. ຢູ່ຫ່າງຈາກຊິ້ນສ່ວນເຄື່ອນໄຫວ.

  • ຖ້າ​ຕ້ອງ​ໄດ້​ຕິດ​ຈັກ​ໄວ້​ເພື່ອ​ທຳ​ການ​ປັບ​ການບຳ​ລຸງ​ຮັກ​ສາ, ໃຫ້​ເອົາ​ມື, ຕີນ, ເຄື່ອງ​ນຸ່ງ ແລະ ສ່ວນ​ໃດ​ໜຶ່ງ​ຂອງ​ຮ່າງ​ກາຍ​ທ່ານ​ອອກ​ຫ່າງ​ຈາກ​ໜ່ວຍ​ຕັດ, ສິ່ງ​ທີ່​ຕິດ​ມາ ແລະ ພາກ​ສ່ວນ​ທີ່​ເຄື່ອນ​ໄຫວ​ຢູ່. ກັນຜູ້ທີ່ຢູ່ຂ້າງນອກໃຫ້​ຢູ່​ໄກ.

  • ອານາໄມຫຍ້າ ແລະ ສິ່ງເສດເຫຼືອຈາກໜ່ວຍຕັດ, ລໍ້, ທໍ່ໄອເສຍ, ແຜງເຮັດຄວາມເຢັນ ແລະ ເຄື່ອງຈັກເພື່ອຊ່ວຍປ້ອງກັນໄຟໄໝ້. ອະ​ນາ​ໄມນໍ້າມັນເຄື່ອງ ຫຼື ນໍ້າມັນເຊື້ອໄຟທີ່ກະເດັນອອກ.

  • ຮັກ​ສາທຸກ​ພາກ​ສ່ວນ​ໃຫ້​ຢູ່ໃນ​ສະ​ພາບການ​ເຮັດ​ວຽກ​ທີ່​ດີ. ປ່ຽນທຸກອາ​ໄຫຼ່ ແລະ ສະ​ຫຼາກ​ທີ່ຫຼຸ້ຍ​ຫ້ຽນ, ເປ່​ເພ ຫຼື ຫາຍໄປ. ຮັກ​ສາ​ໃຫ້​ທຸກ​ອຸ​ປະ​ກອນ​ຢູ່​ແໜ້ນ​ເພື່ອ​ຮັບ​ປະ​ກັນ​ວ່າ​ເຄື່ອງ​ຈັກ​ຢູ່​ໃນ​ສະ​ພາບ​ການ​ເຮັດ​ວຽກ​ທີ່​ປອດ​ໄພ.

  • ກວດ​ເບິ່ງ​ສ່ວນ​ປະ​ກອບ​ການ​ຈັບ​ຫຍ້າ​ເລື້ອຍໆ ແລະ ປ່ຽນ​ພວກ​ມັນ​ເມື່ອ​ຈຳ​ເປັນ.

  • ເພື່ອຮັບປະກັນຄວາມປອດໄພ, ປະສິດທິພາບທີ່ດີທີ່ສຸດຂອງເຄື່ອງຈັກ, ໃຊ້ພຽງແຕ່ອາໄຫຼ່ຂອງແທ້ຂອງ Toro ເທົ່າ​ນັ້ນ. ການປ່ຽນອາໄຫຼ່ທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ ແລະ ການນຳໃຊ້ດັ່ງກ່າວສາມາດເຮັດ​ໃຫ້ການຮັບປະກັນສິນຄ້າເປັນ​ໂມ​ຄະ.

  • ຖ້າ​ຈຳ​ເປັນ​ຕ້ອງ​ມີ​ການ​ສ້ອມ​ແປງ​ໃຫຍ່ ຫຼື ຖ້າຕ້ອງ​ໃຫ້ມີ​ການ​ຊ່ວຍ​ເຫຼືອ, ໃຫ້​ຕິດ​ຕໍ່​ຫາ​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ.

ຕາຕະລາງການບຳລຸງຮັກສາທີ່ແນະນຳ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ຫລັງຈາກ 20 ຊົ່ວໂມງທໍາອິດ
  • ປ່ຽນນໍ້າມັນເຄື່ອງຈັກ.
  • ຮັດ​ອຸ​ປະ​ກອນ​ແຍກມື​ຈັບໃຫ້​ແໜ້ນ.
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນໍ້າມັນເຄື່ອງຈັກ.
  • ກວດ​ກາສ່ວນ​ປະ​ກອບໝໍ້ກອງ​ອາ​ກາດ.
  • ທຸກໆ 50 ຊົ່ວໂມງ
  • ທຳ​ຄວາມ​ສະ​ອາດສ່ວນ​ປະ​ກອບໝໍ້ກອງ​ອາ​ກາດ.
  • ທຸກໆ 100 ຊົ່ວໂມງ
  • ປ່ຽນນໍ້າມັນເຄື່ອງຈັກ.
  • ກວດ​ກາ ແລະ ປັບ​ຫົວ​ທຽນ; ປ່ຽນ​ມັນ​ໃໝ່, ຖ້າ​ຈຳ​ເປັນ.
  • ທຸກໆ 300 ຊົ່ວໂມງ
  • ປ່ຽນ​ສ່ວນ​ປະ​ກອບ​ໝໍ້​ກອງ​ອາ​ກາດ​ເຈ້ຍ (ປ່ຽນ​ເລື້ອຍໆ​ໃນ​ສະ​ພາບ​ການ​ໃຊ້​ງານ​ທີ່​ມີ​ຝຸ່ນ​ຫຼາຍ).
  • ປ່ຽນ​ຫົວ​ທຽນ.
  • ລາຍການກວດການບຳລຸງຮັກສາປະຈຳວັນ

    Important: ເຮັດຊ້ຳຄືນ​ຕາມໜ້ານີ້ສຳລັບການນຳໃຊ້ປົກກະຕິ.

    ລາຍການກວດກາການບຳລຸງຮັກສາສຳລັບອາທິດຂອງ:
    ຈັນອັງຄານ.ພຸດພະ​ຫັດສຸກເສົາອາທິດ
    ກວດກາເບິ່ງໃຊ້​ງານ​ຂອງ​ຄັນ​ລັອກ​ເບ​ຣກ.       
    ກວດເບິ່ງລະດັບນ້ຳມັນເຊື້ອໄຟ.       
    ກວດເບິ່ງລະດັບນໍ້າມັນເຄື່ອງຈັກ.       
    ກວດເບິ່ງໝໍ້ກອງ​ອາ​ກາດ.       
    ທຳຄວາມສະອາດ​ສັນ​ຄີທຳຄວາມເຢັນຂອງເຄື່ອງຈັກ.       
    ກວດຊອກ​ຫາສຽງລົບກວນຂອງເຄື່ອງຈັກທີ່ຜິດ​ປົກ​ກະ​ຕິ.       
    ກວດຊອກ​ຫາສຽງລົບກວນການ​ດຳ​ເນີນ​ງານທີ່ຜິດ​ປົກ​ກະ​ຕິ.       
    ກວດເບິ່ງການດັດປັບຄືນໃໝ່ຂອງກົງ​ໝູນ-ມີດນອນ.       
    ກວດເບິ່ງການປັບຄວາມສູງຂອງການຕັດ.       
    ສຳຜັດກັບສີທີ່ລອກ.       
    ທຳ​ຄວາມ​ສະ​ອາດ​ເຄື່ອງ​ຈັກ.       

    ການ​ບັນ​ທຶກ​ບໍ​ລິ​ເວນທີ່ໜ້າເປັນຫ່ວງ

    ການກວດກາປະຕິບັດໄປຕາມ:
    ລາຍການວັນທີຂໍ້ມູນ
       
       
       
       
       
       
       
       

    ຂັ້ນຕອນການບຳລຸງຮັກສາກ່ອນລ່ວງໜ້າ

    ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ

    ຄຳເຕືອນ

    ໃນ​ຂະ​ນະ​ທີ່​ທ່ານ​ກຳ​ລັງ​ບຳ​ລຸງ​ຮັກ​ສາ ຫຼື ປັບ​ເຄື່ອງ​ຈັກ, ບາງ​ຄົນ​ສາ​ມາດ​ຕິດ​ຈັກ​ໄດ້. ການຕິດ​ຈັກໂດຍ​ບັງ​ເອີນສາ​ມາດເຮັດ​ໃຫ້​ທ່ານ ຫຼື ຄົນ​ອື່ນ​ທີ່​ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້.

    ປ່ອຍຕົວກັນ​ຄາດ, ໃສ່​ເບ​ຣກມື ແລະ ດຶງ​ສາຍໄຟອອກ​ຈາກ​ຫົວ​ທຽນ​ກ່ອນ​ທີ່​ທ່ານ​ຈະ​ເຮັດ​ການ​ບຳ​ລຸງ​ຮັກ​ສາ​ໃດ​ໜຶ່ງ. ນອກ​ນັ້ນ​ໃຫ້ຊຸກສາຍ​ໄຟໄປທາງ​ຂ້າງ​ເພື່ອ​ທີ່​ມັນ​ຈະ​ບໍ່​ສຳ​ຜັດ​ກັບ​ຫົວ​ທຽນ​ໂດຍ​ບັງ​ເອີນ.

    ປະ​ຕິ​ບັດດັ່ງ​ຕໍ່​ໄປ​ນີ້​ກ່ອນ​ການ​ບຳ​ລຸງ​ຮັກ​ສາ​ສ້ອມ​ແປງ, ທຳ​ຄວາມ​ສະ​ອາດ ຫຼື ເຮັດ​ການ​ປັບ​ໃດ​ໜຶ່ງ​ໃສ່​ເຄື່ອງ​ຈັກ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ມອດຈັກ.

    3. ໃສ່​ເບ​ຣກມື.

    4. ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ ແລະ ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງກ່ອນ​ບຳ​ລຸງ​ຮັກ​ສາ​ສ້ອມ​ແປງ, ເກັບ​ມ້ຽນ ແລະ ເຮັດ​ການ​ສ້ອມ​ແປງ.

    5. ຖອດ​ສາຍ​ຕໍ່​ຫົວ​ທຽນ​ອອກ (ຮູບສະແດງ 27).

      g265998

    ການບຳລຸງຮັກສາເຄື່ອງຈັກ

    ຄວາມປອດໄພຂອງເຄື່ອງຈັກ

    • ຢ່າປ່ຽນແປງຄວາມ​ໄວຕົວບັນຊາ ຫຼື ເລັ່ງຄວາມໄວເຄື່ອງຈັກເກີນ.

    • ຕິດ​ຈັກ​ໃຫ້​ແຫ້ງ ຫຼື ເອົາ​ນ້ຳ​ມັນ​ອອກ​ດ້ວຍ​ປ້ຳ​ມື, ຢ່າ​ດູດ​ນ້ຳ​ມັນ​ອອກ​ດ້ວຍ​ທໍ່​ດູດ. ຖ້າ​ທ່ານ​ຕ້ອງ​ລະ​ບາຍ​ນ້ຳ​ມັນ​ອອກ​ຈາກ​ຖັງ, ໃຫ້ເຮັດ​ມັນ​ຢູ່​ຂ້າງນອກ.

    ການບຳລຸງຮັກ​ສານ້ຳ​ມັນເຄື່ອງຈັກ

    ເຕີມ​ນ້ຳ​ມັນ​ເຄື່ອງ​ມີ​ຄວາມ​ໜຽວ​ທີ່​ເໝາະ​ສົມປະ​ມານ 0.56 ລິດ (19 ອອນ​ຂອງ​ແຫຼວ) ໃສ່​ເພົາ​ຂໍ້​ຫວ່ຽງ​ກ່ອນ​ຕິດ​ຈັກ. ຈັກ​ໃຊ້​ນ້ຳ​ມັນ​ຄຸນ​ນະ​ພາບ​ສູງ​ທີ່​ມີ​ການ​ຈັດ​ປະ​ເພດ​ການ​ບໍ​ລິ​ການຂອງ​ສະ​ຖາ​ບັນນ້ຳ​ມັນ​ອາ​ເມ​ລິ​ກາ (American Petroleum Institute, API) ຂອງ SJ ຫຼື ສູງກວ່າ. ເລືອກ​ຄວາມໜຽວ​ນ້ຳ​ມັນ​ເຄື່ອງ​ທີ່​ເໝາະ​ສົມ (ນ້ຳ​ໜັກ) ອີງ​ຕາມ​ອຸນ​ຫະ​ພູມ​ຮອບ​ຂ້າງ. ຮູບສະແດງ 28 ອະ​ທິ​ບາຍ​ສະ​ແດງ​ໃຫ້​ເຫັນ​ຂໍ້​ແນະ​ນຳ​ອຸນ​ຫະ​ພູມ/ຄວາມ​ໜຽວ.

    g013375

    Note: ນ້ຳ​ມັນ​ເຄື່ອງ​ຫຼາຍ​ເກ​ຣດ (5W-20, 10W-30 ແລະ 10W-40) ເພີ່ມ​ການ​ໃຊ້​ນ້ຳ​ມັນ​ເຄື່ອງ​ຂຶ້ນ. ກວດ​ເບິ່ງ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຈັກເລື້ອຍໆ​ເມື່ອ​ທ່ານ​ໃຊ້​ນ້ຳ​ມັນ​ເຄື່ອງ​ເຫຼົ່າ​ນີ້.

    ການກວດເບິ່ງລະດັບນ້ຳມັນເຄື່ອງຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນໍ້າມັນເຄື່ອງຈັກ.
  • ເວລາທີ່ດີທີ່ສຸດໃນການກວດເບິ່ງລະ​ດັບນ້ຳມັນເຄື່ອງແມ່ນເວລາທີ່ເຄື່ອງຈັກເຢັນ ຫຼື ກ່ອນທີ່ທ່ານໄດ້ຕິດ​ຈັກສຳລັບມື້. ຖ້າທ່ານ​ໄດ້​ຕິດ​ຈັກແລ້ວ, ປ່ອຍໃຫ້ນ້ຳມັນເຄື່ອງໄຫຼລົງໄປໃນອ່າງຢ່າງໜ້ອຍ 10 ນາທີກ່ອນທ່ານ​ຈະ​ທຳ​ການກວດເບິ່ງ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຈັກ.

    1. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ; ໃຫ້​ເບິ່ງ ການມອດຈັກ.

    2. ວາງ​ຕຳ​ແໜ່ງ​ເຄື່ອງ​ຈັກ​ເພື່ອ​ໃຫ້​ຈັກ​ໄດ້​ລະ​ດັບ ແລະ ທຳ​ຄວາມ​ສະ​ອາດ​ບໍ​ລິ​ເວນ​ອ້ອມ​ຮອບ​ທໍ່​ເຕີມ​ນ້ຳ​ມັນ​ເຄື່ອງ (ຮູບສະແດງ 29).

      g266053
    3. ຖອດເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ອອກ​ໂດຍ​ການ​ໝູນ​ມັນ​ໄປ​ຕາມ​ທິດ​ທວນ​ເຂັມ​ໂມງ.

    4. ຖອດເຫຼັກ​ແທກ​ນ້ຳ​ມັນເຄື່ອງອອກ ແລະ ເຊັດປາຍ​ໃຫ້​ສະ​ອາດ.

    5. ສອດ​ເຫຼັກແທກ​ນ້ຳ​ມັນ​ເຄື່ອງ​ເຂົ້າ​ໄປ​ໃນ​ທໍ່​ຕື່ມ​ນ້ຳ​ມັນ​ເຄື່ອງ​ໃຫ້​ສຸດ, ແຕ່​ຢ່າ​ບິດ​ກຽວ​ມັນເຂົ້າ.

    6. ເອົາຫຼັກແທກນ້ຳ​ມັນ​ເຄື່ອງອອກ ແລະ ກວດເບິ່ງລະດັບນ້ຳ​ມັນ​ເຄື່ອງ (ຮູບສະແດງ 30).

      g019686
    7. ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ບໍ່​ຖືກ​ຕ້ອງ, ເຕີມ ຫຼື ປ່ອຍ​ນ້ຳ​ມັນ​ເຄື່ອງ​ອອກ​ໃຫ້​ຖືກ​ຕ້ອງ​ຕາມ​ລະ​ດັບ, ໃຫ້​ເບິ່ງ ການກວດເບິ່ງລະດັບນ້ຳມັນເຄື່ອງຈັກ.

    ການປ່ຽນນ້ຳ​ມັນເຄື່ອງຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 20 ຊົ່ວໂມງທໍາອິດ
  • ປ່ຽນນໍ້າມັນເຄື່ອງຈັກ.
  • ທຸກໆ 100 ຊົ່ວໂມງ
  • ປ່ຽນນໍ້າມັນເຄື່ອງຈັກ.
  • ຄຳເຕືອນ

    ນ້ຳ​ມັນ​ເຄື່ອງ​ອາດ​ຈະ​ບໍ່​ຮ້ອນ​ຫຼັງ​ຈາກຈັກ​ຕິດ​ແລ້ວ ແລະ ການ​ສຳ​ຜັດ​ກັບ​ນ້ຳ​ມັນ​ເຄື່ອງ​ຮ້ອນ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສ່ວນ​ຕົວ​ຮ້າຍ​ແຮງ​ໄດ້.

    ຫຼີກ​ລ່ຽງ​ການ​ສຳ​ຜັດ​ກັບນຳ​ມັນ​ເຄື່ອງ​ຈັກ​ຮ້ອນເມື່ອ​ທ່ານ​ລະ​ບາຍ​ມັນ​ອອກ.

    1. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ; ໃຫ້​ເບິ່ງ ການມອດຈັກ.

    2. ວາງອ່າງ​ຮອງ​ຮັບໄວ້ກ້ອງດອນອັດ​ການ​ລະ​ບາຍ​ເພື່ອ​ຮັບ​ນ້ຳ​ມັນ​ເຄື່ອງ.

    3. ເອົາ​ດອນ​ອັດ​ການ​ລະ​ບາຍ, ແຫວນ​ຮອງ ແລະ ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ອອກ (ຮູບສະແດງ 29).

    4. ວາງ​ຕຳ​ແໜ່ງ​ຈັກ​ເພື່ອ​ໃຫ້ນ້ຳ​ມັນ​ເຄື່ອງ​ໄຫຼອອກ​ຈາກ​ຈັກ.

    5. ເມື່ອ​ນ້ຳ​ມັນ​ເຄື່ອງ​ໄຫຼ​ອອກ​ໝົດ​ແລ້ວ, ເຄື່ອນຈັກ​ໄປ​ບ່ອນ​ພຽງ ແລະ ຕິດ​ຕັ້ງ​ດອນ​ອັດ​ການ​ລະ​ບາຍ ແລະ ແຫວນ​ຮອງ​ໃໝ່​ໃສ່.

      Note: ກຳ​ຈັດນ້ຳ​ມັນ​ເຄື່ອງ​ໃຊ້​ແລ້ວ​ຢູ່​ທີ່​ສູນ​ນຳ​ກັບ​ຄືນ​ມາ​ໃຊ້​ໃໝ່ທີ່​ໄດ້​ຮັບ​ການ​ຢັ້ງ​ຢືນ.

    6. ເທ​ນ້ຳ​ມັນ​ເຄື່ອງ​ລົງ​ໃສ່​ຮູ​ເຕີມ​ນ້ຳ​ມັນ​ເຄື່ອງ​ຈົນ​ກວ່າ​ນ້ຳ​ມັນ​ເຄື່ອງ​ຢູ່​ລະ​ດັບ​ທີ່​ຖືກ​ຕ້ອງ.

    7. ໃຫ້​ແນ່​ໃຈ​ວ່າ​ນ້ຳ​ມັນ​ເຄື່ອງ​ຢູ່​ໃນ​ລະ​ດັບ​ທີ່​ຖືກ​ຕ້ອງ​ໃນເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ, ໃຫ້​ເບິ່ງ ການກວດເບິ່ງລະດັບນ້ຳມັນເຄື່ອງຈັກ.

    8. ບິດ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ເຂົ້າ​ກຽວ​ໃສ່​ໃນ​ຮູ​ເຕີມ​ນ້ຳ​ມັນ​ເຄື່ອງ.

    9. ເຊັດນ້ຳມັນເຄື່ອງທີ່ຟົ້ງຕົກ​ເຮ່ຍອອກ.

    10. ຕໍ່​ສາຍ​ໃສ່​ຫົວ​ທຽນ.

    ການບຳ​ລຸງ​ຮັກ​ສາໝໍ້ກອງອາກາດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ກາສ່ວນ​ປະ​ກອບໝໍ້ກອງ​ອາ​ກາດ.
  • ທຸກໆ 50 ຊົ່ວໂມງ
  • ທຳ​ຄວາມ​ສະ​ອາດສ່ວນ​ປະ​ກອບໝໍ້ກອງ​ອາ​ກາດ.
  • ທຸກໆ 300 ຊົ່ວໂມງ
  • ປ່ຽນ​ສ່ວນ​ປະ​ກອບ​ໝໍ້​ກອງ​ອາ​ກາດ​ເຈ້ຍ (ປ່ຽນ​ເລື້ອຍໆ​ໃນ​ສະ​ພາບ​ການ​ໃຊ້​ງານ​ທີ່​ມີ​ຝຸ່ນ​ຫຼາຍ).
  • Important: ຢ່າ​ໃຊ້​ງານ​ເຄື່ອງ​ຈັກ​ໂດຍ​ບໍ່​ມີ​ສ່ວນ​ປະ​ກອບ​ໝໍ້​ກອງ​ອາ​ກາດ, ຈະ​ເກີດ​ມີຄວາມ​ເສຍ​ຫາຍໜັກ​ຕໍ່​ຈັກ.

    1. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ; ໃຫ້​ເບິ່ງ ການມອດຈັກ.

    2. ຖອດນັອດ​ປີກ​ທີ່​ຍຶດຝາ​ປົກໝໍ້​ກອງ​ອາ​ກາດອອກ (ຮູບສະແດງ 31).

    3. ເອົາ​ຝາ​ປົກໝໍ້​ກອງ​ອາ​ກາດ​ອອກ.

      Note: ໃຫ້​ແນ່​ໃຈ​ວ່າ​ບໍ່​ມີ​ຂີ້​ຝຸ່ນ ຫຼື ເສດ​ຂີ້​ເຫຍື້ອ​ຈາກ​ໝໍ້​ກອງ​ອາ​ກາດ​ຕົກ​ລົງ​ໄປ​ໃນ​ພື້ນ.

    4. ເອົາ​ຕົວໂຟມ ແລະ ເຈ້ຍ​ອອກຈາກ​ຖານ.

    5. ເອົາຕົວ​ໂຟມອອກ​ຈາກຕົວ​ເຈ້ຍ.

    6. ກວດ​ກາ​ຕົວ​ໂຟມ ແລະ ເຈ້ຍ; ປ່ຽນພວກ​ມັນ, ຖ້າ​ພວກ​ມັນ​ສີກ​ຂາດ ຫຼື ເປື້ອນ​ຫຼາຍ.

      g265999
    7. ທຳ​ຄວາມ​ສະ​ອາດຕົວ​ເຈ້ຍ​ໂດຍ​ການ​ແຕະ​ມັນ​ເບົາໆເພື່ອ​ເອົາສິ່ງ​ທີ່​ເປື້ອນອອກ.

      Note: ຢ່າ​ພະ​ຍາ​ຍາ​ໃຊ້​ແປງ​ຂັດ​ຂີ້​ຝຸ່ນ​ອອກ​ຈາກ​ຕົວ​ເຈ້ຍ; ການ​ຂັດ​ຈະບີບ​ໃຫ້​ຂີ້​ຝຸ່ນ​ເຂົ້າ​ໄປ​ໃນ​ເສັ້ນ​ໄຍ. ປ່ຽນ​ຕົວ​ເຈ້ຍ, ຖ້າ​ການ​ແຕະ​ມັນ​ແລ້ວ​ບໍ່​ເຮັດ​ໃຫ້​ຂີ້​ຝຸ່ນ​ອອກ​ໄດ້.

    8. ທຳ​ຄວາມ​ສະ​ອາດ​ຕົວ​ໂຟມ​ຢູ່​ໃນ​ນ້ຳ​ອຸ່ນ​ໃສ່​ສະ​ບູ ຫຼື ຢູ່​ໃນ​ນ້ຳ​ຢາ​ບໍ່​ຕິດ​ໄຟ​ໄດ້.

      Note: ຢ່າ​ໃຊ້​ນ້ຳ​ມັນ​ແອັດ​ຊັງ​ເພື່ອ​ຄວາມ​ຄວາມ​ສະ​ອາດ​ຕົວ​ໂຟມ​ເພາະ​ວ່າ​ມັນ​ສາ​ມາດ​ເຮັດ​ໃຫ້​ເກີດ​ຄວາມ​ສ່ຽງ​ການ​ເກີດ​ໄຟ​ໄໝ້ ຫຼື ການ​ລະ​ເບີດ.

    9. ຊະ​ລ້າງ ແລະ ຕາກ​ໂຟມ​ໃຫ້​ແຫ້ງ​ທົ່ວ.

    10. ປັດຝຸ່ນ​ອອກ​ຈາກ​ຖານ ແລະ ຝາ​ປົກ​ດ້ວຍ​ຜ້າ​ເຊັ​ດ​ທີ່​ມີ​ຄວາມ​ຊຸ່ມ.

      Note: ໃຫ້​ແນ່​ໃຈ​ວ່າ​ສິ່ງ​ທີ່​ເປື້ອນ ຫຼື ເສດ​ຂີ້ເຫຍື້ອ​ບໍ່​ເຂົ້າ​ສູ່​ທໍ່​ອາ​ກາດ​ນຳ​ໄປ​ຫາເຄື່ອງ​ປະ​ສົມ​ເຊື້ອ​ເພີງ​ກັບ​ອາ​ກາດ (carburetor).

    11. ຕິດ​ຕັ້ງ​ສ່ວນ​ປະ​ກອບ​ໝໍ້​ກອງ​ອາ​ກາດ ແລະ ໃຫ້​ແນ່​ໃຈ​ວ່າ​ພວກ​ມັນ​ຖືກ​ຈັດ​ຕຳ​ແໜ່ງ​ຢ່າງ​ເໝາະ​ສົມ. ຕິດ​ຕັ້ງ​ນັອດປີກ​ຕົວ​ແມ່ດ້ານ​ລຸ່ມ.

    12. ຕິດ​ຕັ້ງ​ຝາ​ປົກ ແລະ ຕິດ​ຕັ້ງ​ນັອດ​ປີກ​ຕົວ​ແມ່​ດ້ານ​ເທິງ​ເພື່ອ​ຍຶດ​ມັນ.

    ການບຳລຸງຮັກ​ສາຫົວ​ທຽນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 100 ຊົ່ວໂມງ
  • ກວດ​ກາ ແລະ ປັບ​ຫົວ​ທຽນ; ປ່ຽນ​ມັນ​ໃໝ່, ຖ້າ​ຈຳ​ເປັນ.
  • ທຸກໆ 300 ຊົ່ວໂມງ
  • ປ່ຽນ​ຫົວ​ທຽນ.
  • ໃຊ້​ຫົວ​ທຽນ NGK BPR6ES ຫຼື ທຽບ​ເທົ່າ.

    1. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ; ໃຫ້​ເບິ່ງ ການມອດຈັກ.

    2. ທຳ​ຄວາມ​ສະ​ອາດ​ບໍ​ລິ​ເວດຫົວ​ທຽນ.

    3. ເອົາ​ຫົວ​ທຽນ​ອອກ​ຈາກ​ຫົວ​ລູກສູບ.

      Important: ປ່ຽນ​ຫົວ​ທຽນທີ່​ແຕກ, ສົກ​ກະ​ປົກ ຫຼື ເປື້ອນ. ຢ່າ​ໃຊ້​ກະ​ດາດ​ຊາຍ​ຖູ, ຂູດ ຫຼື ທຳ​ຄວາມ​ສະ​ອາດ​ຂົ້ວ​ໄຟ​ຟ້າ​ເພາະ​ວ່າ​ຄວາມ​ເສຍ​ຫາຍ​ຂອງ​ເຄື່ອງ​ຈັກ​ສາ​ມາດ​ສົ່ງ​ຜົນ​ມາ​ຈາກ​ເສດ​ຊາຍ​ເຂົ້າ​ໄປ​ໃນ​ລູກ​ສູບ.

    4. ຕັ້ງຊ່ອງ​ຫວ່າງ​ໃນ​ນັອດເປັນ 0.7 ຫາ 0.80 ມມ (0.028 ຫາ 0.031 ນິ້ວ).

      g000533
    5. ຕິດ​ຕັ້ງ​ຫົວ​ທຽນດ້ວຍ​ມື​ຢ່າງ​ລະ​ມັດ​ລະ​ວັງ (ເພື່ອ​ຫຼີກ​ລ່ຽງ​ການ​ຂ້າມ​ກຽວ) ຈົນ​ກວ່າ​ມັນ​ແໜ້ນ​ມື.

    6. ຮັດ​ຫົວ​ທຽນ​ໃຫ້​ແໜ້ນ​ອີກ ½ ຮອບ, ຖ້າ​ມັນ​ໃໝ່; ບໍ່​ດັ່ງ​ນັ້ນ​ຮັດ​ມັນ​ຕື່ມ​ອີກ ⅛ ຫາ ¼ ຮອບ.

      Important: ຫົວ​ທຽນຫຼວມ​ສາ​ມາດ​ຮ້ອນ​ຫຼາຍ ແລະ ສາ​ມາດ​ເຮັດ​ໃຫ້​ຈັກ​ເປ່​ເພ; ການ​ຮັດ​ຫົວ​ທຽນ​ແໜ້ນ​ເກີນ​ໄປ​ອາດ​ຈະ​ເຮັດ​ໃຫ້​ເສຍ​ກຽວ​ຢູ່​ໃນ​ຫົວ​ລູກ​ສູບ.

    7. ຕໍ່​ສາຍ​ໃສ່​ຫົວ​ທຽນ.

    ການບຳລຸງຮັກສາລະບົບຄວບຄຸມ

    ການ​ປັບສາຍ​ຫົດ​ຢືດ

    ປັບ​ສາຍ​ຫົດ​ຢືດ​ໃຫ້​ໄດ້​ຊ່ອງ​ຫວ່າງ 1.1 ມມ (0.045 ນິ້ວ) ລະ​ຫວ່າງ​ຈານສຽດ​ສີ ແລະ ແຜ່ນ​ຄວາມ​ດັນ.

    1. ເຂົ້າ​ເຖິງ​ຈານ​ສຽດ​ສີ ແລະ ແຜ່ນ​ຄວາມ​ດັນ​ໂດຍ​ການ​ເອົາ​ຝາ​ປົກ​ຄາດ​ອອກ (ຮູບສະແດງ 33).

      g274480
    2. ມາຍ​ນັອດ​ຊ້ອນ​ສອງ ແລະ ປັບ​ສາຍ​ຫົດ​ຢືດ​ເພື່ອ​ໃຫ້​ຊ່ອງ​ຫວ່າງລະ​ຫວ່າງ​ຈານ​ສຽດ​ສີ ແລະ ແຜ່ນ​ຄວາມ​ດັນ​ເປັນ 1.1 ມມ (0.045 ນິ້ວ) (ຮູບສະແດງ 34 ແລະ ຮູບສະແດງ 35).

      g274532
      g274479

    ການປັບເບ​ຣກສ້ອມບຳ​ລຸງ​ຮັກ​ສາ/ເບ​ຣກມື

    ກວດ​ເບິ່ງ​ເບ​ຣກສ້ອມບຳ​ລຸງ​ຮັກ​ສາ/ເບຣກມື, ຖ້າ​ມັນ​ຕົກ​ອອກ​ໃນ​ລະ​ຫວ່າງ​ການ​ໃຊ້​ງານ.

    1. ປົດເບ​ຣກມື.

    2. ວັດ​ແທກ​ການປ່ອຍ​ເສ​ລີ​ຢູ່​ປາຍ​ຂອງ​ດ້າມ​ຈັບ​ເບ​ຣກ​ມື (ຮູບສະແດງ 36).

      ກ່ອນ​ປ່ອຍ​ເສ​ລີ​ດ້າມ​ຈັບ​ຄວນ​ຈະ​ຢູ່​ລະ​ຫວ່າງ 12.7 ຫາ 25.4 ມມ (0.50 ຫາ 1 ນິ້ວ). ຖ້າ​ການ​ປ່ອຍ​ເສ​ລີ​ບໍ່​ຢູ່​ພາຍ​ໃນ​ຈຳ​ນວນ​ນີ້, ໃຫ້​ດຳ​ເນີນ​ໄປ​ຫາ​ຂັ້ນ​ຕອນ 3 ເພື່ອ​ປັບ​ສາຍ​ເບ​ຣກ.

      g373542
    3. ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ​ນີ້ເພື່ອປັບ​ຄວາມ​ເຄັ່ງ​ເບ​ຣກ​ມື:

      • ເພື່ອ​ເພີ່ມ​ຄວາມ​ເຄັ່ງ​ສາຍ, ມາຍ​ນັອດ​ຊ້ອນ​ສອງ​ສາຍ​ດ້ານ​ໜ້າ ແລະ ຮັດ​ນັອດ​ຊ້ອນ​ສອງດ້ານ​ຫຼັງ (ຮູບສະແດງ 37). ເຮັດ​ຊ້ຳ​ຂັ້ນ​ຕອນ 2 ແລະ ປັບ​ຄວາມ​ເຄັ່ງ, ຖ້າ​ຈຳ​ເປັນ.

      • ເພື່ອຜ່ອນຄວາມ​ເຄັ່ງ​ສາຍ, ມາຍ​ນັອດ​ຊ້ອນ​ສອງດ້ານ​ຫຼັງ ແລະ ຮັດ​ນັອດ​ຊ້ອນ​ສອງສາຍ​ດ້ານ​ໜ້າ (ຮູບສະແດງ 37). ເຮັດ​ຊ້ຳ​ຂັ້ນ​ຕອນ 2 ແລະ ປັບ​ຄວາມ​ເຄັ່ງ, ຖ້າ​ຈຳ​ເປັນ.

    g304662

    ການ​ປັບສາຍຄວບ​ຄຸມ​ກົງ​ໝູນ

    ເພື່ອ​ເອົາ​ຄວາມ​ຢ່ອນ​ອອກ​ຈາກ​ສາຍ​ຄວບ​ຄຸມ​ກົງ​ໝູນ, ໃຫ້​ປະ​ຕິ​ບັດ​ຂັ້ນ​ຕອນ​ຕໍ່​ໄປ​ນີ້:

    1. ເຄື່ອນລູກບິດຄວບຄຸມຄວາມໄວກົງ​ໝູນໄປຕຳ​ແໜ່ງ​ຄວາມ​ໄວ​ກົງ​ໝູນ​ສູງ, ໃຫ້​ເບິ່ງ ການປັບຄວາມໄວກົງ​ໝູນ.

    2. ມາຍ​ນັອດ​ຊ້ອນ​ສອງດ້ານ​ຫຼັງ ແລະ ຮັດ​ນັອດ​ຊ້ອນ​ສອງດ້ານ​ໜ້າ (ຮູບສະແດງ 38).

    g311125

    ການ​ປັບສາຍຄັນ​ເລັ່ງ

    ເພື່ອ​ປັບ​ຄວາມ​ໄວ​ຈັກ​ກາ​ລັງ​ຕີຕ່ຳ ແລະ ສູງ, ປັບ​ທໍ່​ສາຍ ແລະ ຕົວຢຸດ​ຄວບ​ຄຸມ​ຄັນ​ເລັ່ງ, ໃຫ້​ເບິ່ງ ການປັບ​ຄວາມ​ໄວຈັກກາ​ລັງ​ຕີ​ຕ່ຳ ແລະ ການປັບ​ຄວາມ​ໄວຈັກກາ​ລັງ​ຕີສູງ.

    ການປັບ​ຄວາມ​ໄວຈັກກາ​ລັງ​ຕີ​ຕ່ຳ

    Note: ນຳ​ໃຊ້ເຄື່ອງ​ແທກ​ຄວາມ​ໄວເພື່ອສັງ​ເກດຄວາມ​ໄວຈັກ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ ແລະ ໃສ່ເບ​ຣກມື.

      Note: ໃຫ້​ແນ່​ໃຈ​ວ່າ​ຈັກ​ຢູ່​ໃນ​ອຸນ​ຫະ​ພູມ​ການ​ໃຊ້​ງານ​ປົກ​ກະ​ຕິ​ກ່ອນ​ປັບ​ສາຍ​ຄັນ​ເລັ່ງ.

    2. ຕິດ​ຈັກ ແລະ ໃຊ້​ການ​ຄວບ​ຄຸມ​ຄັນ​ເລັ່ງ​ເພື່ອຫຼຸດ​ຄວາມ​ໄວ​ຈັກ​ລົງ​ຫາ​ກາ​ລັງ​ຕີ​ຕ່ຳ.

    3. ສັງ​ເກດ​ເບິ່ງຄວາມ​ໄວຈັກກາ​ລັງ​ຕີ​ຕ່ຳໃນ​ເຄື່ອງ​ແທກ​ຄວາມ​ໄວ​ຂອງ​ທ່ານ

      ຂອບ​ເຂດ​ດີ​ທີ່​ສຸດ​ສຳ​ລັບ​ກາ​ລັງ​ຕີ​ຕ່ຳ​ແມ່ນ 1,800 ຫາ 2,000 ຮອບ​ຕໍ່​ນາ​ທີ.

    4. ມາຍ​ນັອດ​ກຽວ​ໃນ​ຫົວໜີບ​ທໍ່​ສາຍ​ໃຫ້​ຫຼວມ (ຮູບສະແດງ 39).

      g315295
    5. ເຄື່ອນ​ທໍ່​ສາຍ​ໄປ​ຈົນ​ກວ່າ​ທ່ານ​ສັງ​ເກດ​ເຫັນ 1,900 ຮອບ​ຕໍ່​ນາ​ທີ​ໃນ​ເຄື່ອງ​ແທກ​ຄວາມ​ໄວ.

    6. ຮັດນັອດ​ກຽວ​ໃນ​ຫົວໜີບ​ທໍ່​ສາຍ​ໃຫ້ແໜ້ນ.

    ການປັບ​ຄວາມ​ໄວຈັກກາ​ລັງ​ຕີສູງ

    Note: ນຳ​ໃຊ້ເຄື່ອງ​ແທກ​ຄວາມ​ໄວເພື່ອສັງ​ເກດຄວາມ​ໄວຈັກ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ ແລະ ໃສ່ເບ​ຣກມື.

      Note: ໃຫ້​ແນ່​ໃຈ​ວ່າ​ຈັກ​ຢູ່​ໃນ​ອຸນ​ຫະ​ພູມ​ການ​ໃຊ້​ງານ​ປົກ​ກະ​ຕິ​ກ່ອນ​ປັບ​ສາຍ​ຄັນ​ເລັ່ງ.

    2. ຕິດ​ຈັກ ແລະ ໃຊ້​ການ​ຄວບ​ຄຸມ​ຄັນ​ເລັ່ງ​ເພື່ອເພີ່ມຄວາມ​ໄວ​ຈັກ​ຂຶ້ນຫາ​ກາ​ລັງ​ຕີ​ສູງ.

    3. ສັງ​ເກດ​ເບິ່ງຄວາມ​ໄວຈັກກາ​ລັງ​ຕີສູງໃນ​ເຄື່ອງ​ແທກ​ຄວາມ​ໄວ​ຂອງ​ທ່ານ

      ຂອບ​ເຂດ​ດີ​ທີ່​ສຸດ​ສຳ​ລັບ​ກາ​ລັງ​ຕີ​ສູງ (ສຳ​ລັບ​ໃຊ້​ໃນ​ປະ​ເທດ​ທີ່​ບໍ່​ປະ​ຕິ​ບັດ​ຕາມ CE) ແມ່ນ 3,350 ຫາ 3,550 ຮອບ​ຕໍ່​ນາ​ທີ. ຖ້າ​ເຄື່ອງ​ແທກ​ຄວາມ​ໄວ​ສະ​ແດງ​ຄວາມ​ໄວ​ຕ່ຳ​ກວ່າ 3,350 ຫຼື ສູງກວ່າ 3,550 ຮອບ​ຕໍ່​ນາ​ທີ, ປະ​ຕິ​ບັດ​ບັນ​ດາ​ຂັ້ນ​ຕອນ 4 ຮອດ 7 ຈົນໄດ້​ຄວາມ​ໄວ 3,350 ຫາ 3,550 ຮອບ​ຕໍ່​ນາ​ທີ.

      ຖ້າ​ທ່ານ​ນຳ​ໃຊ້​ເຄື່ອງ​ຈັກຢູ່​ໃນ​ປະ​ເທດ​ທີ່​ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານ CE, ໃຫ້ປັບ​ຄວາມ​ໄວກາ​ລັງ​ຕີ​ລະ​ດັບ​ສູງ​ໃຫ້​ໄດ້​ຕາມຂໍ້​ກຳ​ນົດ​ສະ​ເພາະ​ຕໍ່​ໄປ​ນີ້:

      • ເຄື່ອງ​ຈັກ 1018: 3,000 ຮອບ​ຕໍ່​ນາ​ທີ

      • ເຄື່ອງ​ຈັກ 1021 ແລະ 1026: 3,150 ຮອບ​ຕໍ່​ນາ​ທີ

    4. ມອດຈັກ.

    5. ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ​ນີ້​ເພື່ອເອົາ​ຝາ​ປົກ​ຄວບຄຸມ​ອອກ​ສຳ​ລັບ​ເຄື່ອງ​ຈັກ​ຕໍ່​ໄປ​ນີ້:

      • ເຄື່ອງ​ຈັກ 1018: ເລກລໍາດັບ 405619513 ແລະ ຕ່ຳ​ກວ່າ

      • ເຄື່ອງ​ຈັກ 1021: ເລກລໍາດັບ 405674843 ແລະ ຕ່ຳ​ກວ່າ

      • ເຄື່ອງ​ຈັກ 1026: ເລກລໍາດັບ 405583584 ແລະ ຕ່ຳ​ກວ່າ

      1. ຕັດ​ເຊື່ອມ​ຕໍ່ຕົວ​ເຊື່ອມ​ຕໍ່ສາຍ​ໄຟຈາກເຄື່ອງວັດ​ແທກ​ຊົ່ວ​ໂມງ (ຮູບສະແດງ 40).

        g280735
      2. ເອົາ​ຝາ​ປົກ​ຄວບ​ຄຸມ​ອອກ​ໂດຍ​ການ​ເອົາ​ນັອດ​ກຽວ​ທີ່​ຍຶດ​ຝາ​ປົກ​ຄວບ​ຄຸມ​ໃສ່​ແຜງ​ດ້ານ​ຫຼັງ​ອອກ (ຮູບສະແດງ 41).

        g280734
    6. ປັບ​ຕົວ​ຢຸດ​ຄວບ​ຄຸມ​ຄັນ​ເລັ່ງ​ຕາມ​ການ​ອ່ານ​ຄ່າ​ກາ​ລັງ​ຕີ​ສູງ​ໃນ​ເຄື່ອງ​ແທກ​ຄວາມ​ໄວ​ຂອງ​ທ່ານ.

      • ເພື່ອເພີ່ມລະ​ດັບ​ຄວາມ​ໄວ​ກາ​ລັງ​ຕີ​ສູງຂຶ້ນ, ເຄື່ອນຕົວ​ຢຸດ​ຄວບ​ຄຸມ​ຄັນ​ເລັ່ງຂຶ້ນ.

      • ເພື່ອຫຼຸດລະ​ດັບ​ຄວາມ​ໄວ​ກາ​ລັງ​ຕີ​ສູງລົງ, ເຄື່ອນຕົວ​ຢຸດ​ຄວບ​ຄຸມ​ຄັນ​ເລັ່ງລົງ.

      Note: ເພື່ອປັບ​ຕົວ​ຢຸດ​ຄວບ​ຄຸມ​ຄັນ​ເລັ່ງ, ທ່ານ​ສາ​ມາດ​ໃຊ້​ເຟືອງ​ບັງຄັບ​ເພື່ອ​ປັບ​ບ່ອນ​ຢຸດໄດ້.ຖ້າ​ທ່ານ​ມີ​ເຄື່ອງ​ຈັກ​ເກົ່າ​ກວ່າ (ເລກລໍາດັບລະ​ບຸ​ໄວ້​ໃນ​ຂັ້ນ​ຕອນ 5), ໃຊ້​ກະ​ແຈໄຂ​ຈັບ​ນັອດແມ່​ໜ້າ​ແປນ​ຢູ່​ກ້ອງ​ແຜງຄວບ​ຄຸມ. ເຄື່ອງ​ຈັກ​ໃໝ່​ກວ່າ​ມີ​ນັອດ​ຕົວ​ແມ່​ແບບ​ເບົ້າ​ຫຼໍ່, ການ​ໃຊ້​ກະ​ແຈໄຂແມ່ນ​ບໍ່​ຈຳ​ເປັນ.

      g315331
    7. ຕິດຈັກ ແລະ ສັງ​ເກດ​ການ​ອ່ານ​ຄ່າ​ກາ​ລັງ​ຕີ​ສູງ​ໃໝ່.

      ຖ້າ​ເຄື່ອງ​ແທກ​ຄວາມ​ໄວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ​ທີ່​ເໝາະ​ສົມ​ຕາມ​ລາຍ​ລະ​ອຽດ​ຢູ່​ໃນ​ຂັ້ນ​ຕອນ 3, ການ​ປັບ​ສຳ​ເລັດ.

    8. ຖ້າ​ທ່ານ​ເອົາ​ຝາ​ປົກ​ຄວບ​ຄຸມ​ຂອງ​ທ່ານ​ອອກ, ໃຫ້​ປະ​ຕິ​ບັດ​ຂັ້ນ​ຕອນ​ຕໍ່​ໄປ​ນີ້:

      1. ໃຊ້ນັອດ​ຕົວ​ຜູ້ທີ່​ເອົາ​ອອກ​ກ່ອນ​ນັ້ນເພື່ອ​ຍຶດ​ຝາ​ປົກ​ຄວບ​ຄຸມ​ໃສ່​ແຜງຖາດ​ດ້ານ​ຫຼັງ.

      2. ເຊື່ອມ​ຕໍ່ຕົວ​ເຊື່ອມ​ຕໍ່ສາຍ​ໄຟໃສ່ເຄື່ອງວັດ​ແທກ​ຊົ່ວ​ໂມງ.

    ການ​ຮັດ​ອຸ​ປະ​ກອນ​ແຍກມື​ຈັບໃຫ້​ແໜ້ນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 20 ຊົ່ວໂມງທໍາອິດ
  • ຮັດ​ອຸ​ປະ​ກອນ​ແຍກມື​ຈັບໃຫ້​ແໜ້ນ.
    1. ຈັດ​ຕຳ​ແໜ່ງເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ມາຍ​ນັອດ​ຕົວ​ຜູ້ ແລະ ນັອດ​ຕົວແມ່ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 43.

      g289358
    3. ຊຸກ​ມື​ຈັບ​ໄປ​ທາງ​ໜ້າ​ໃຫ້​ໄກ​ເທົ່າ​ທີ່​ຈະ​ໄປ​ໄດ້.

    4. ໃນ​ຂະ​ນະ​ທີ່​ຄ້ຳ​ມື​ຈັບ, ບິດ​ນັອດ​ຕົວຜູ້ ແລະ ນັອດ​ຕົວ​ແມ່​ທີ່​ທ່ານ​ມາຍ​ຢູ່​ໃນ​ຂັ້ນ​ຕອນ 2 ໃຫ້​ໄດ້ 50 ຫາ 55 N∙m (37 ຫາ 41 ft-lb).

      Note: ມີ​ຕົວ​ຊ່ວຍ​ທີ່​ຊ່ວຍ​ທ່ານຄ້ຳ​ມື​ຈັບ ຫຼື ບິດ​ອຸ​ປະ​ກອນ​ຕາມ​ແຮງ​ບິດ.

    5. ປ່ອຍມື​ຈັບ.

    ການບຳ​ລຸງຮັກສາໜ່ວຍຕັດ

    ຄວາມປອດໄພຂອງໃບມີດ

    ໃຊ້ຄວາມລະມັດລະວັງເມື່ອກວດເບິ່ງໜ່ວຍຕັດກົງ​ໝູນ. ໃສ່ຖົງມື ແລະ ໃຊ້ຄວາມ​ລະ​ມັດ​ລະ​ວັງເມື່ອບຳລຸງຮັກສາ​ກົງ​ໝູນ.

    ໃບມີດ ຫລື ມີດນອນທີ່ຫ້ຽນ ຫຼື ເສຍຫາຍສາມາດແຕກຫັກ ແລະ ຊິ້ນສ່ວນສາມາດກະເດັນໃສ່ທ່ານ ຫຼື ຜູ້ທີ່ຢູ່ຂ້າງນອກ, ເຊິ່ງກໍ່ໃຫ້ເກີດການບາດເຈັບສາ​ຫັດ​ຕໍ່ບຸກ​ຄົນ ຫຼື ເສຍຊີວິດໄດ້.

    • ກວດກາໃບມີດ ແລະ ແຜ່ນຕັດເປັນໄລ​ຍະວ່າ​ມີ​ຄວາມຫ້ຽນ ຫຼື ເສຍຫາຍບໍ່.

    • ໃຊ້ຄວາມລະມັດລະວັງເມື່ອກວດເບິ່ງໃບມີດ. ໃສ່ຖົງມື ແລະ ໃຊ້ຄວາມ​ລະ​ມັດ​ລະ​ວັງເມື່ອບຳລຸງຮັກສາ​ພວກມັນ. ປ່ຽນ ຫຼື ໝູນໃບມີດ ແລະ ແຜ່ນມີດກັບເທົ່າ​ນັ້ນ; ຢ່າບິດໃຫ້ຊື່ ຫຼື ເຊື່ອມຈອດພວກມັນ.

    ການຕິດຕັ້ງໜ່ວຍຕັດ

    ການຕິດຕັ້ງໜ່ວຍຕັດ (ລຸ້ນ 04820)

    1. ເຄື່ອນ​ຂາ​ຄ້ຳ​ໄປ​ທີ່​ຕຳ​ແໜ່ງບຳ​ລຸງ​ຮັກ​ສາ​ສ້ອມ​ແປງ​ໜ່ວຍ​ຕັດ; ໃຫ້​ເບິ່ງ ຂາ​ຄ້ຳ.

    2. ເອົາ​ອຸ​ປະ​ກອນ​ທີ່​ຍຶດ​ສ່ວນ​ປະ​ກອບ​ຂັບ​ເຄື່ອນກົງ​ໝູນ​ໃສ່​ແຜ່ນ​ດ້ານ​ຂ້າງອອກ (ຮູບສະແດງ 44).

      g333187
    3. ເອົາ​ສ່ວນ​ປະ​ກອບ​ຂັບ​ເຄື່ອນກົງ​ໝູນ, ແຫວນຮອງ​ໜ້າພຽງ, ແຫວນ​ຮອງ​ສະ​ປ​ຣິງ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ​ອອກ​ຈາກ​ແຜ່ນ​ດ້ານ​ຂ້າງ (ຮູບສະແດງ 44).

    4. ຈັດ​ລຽງ​ໜ່ວຍ​ຕັດ​ໃສ່​ກອບ.

    5. ໃຊ້​ນັອດ​ກຽວ​ຫົວ​ຈົມ 4 ນັອດ​ເພື່ອຍຶດ​ໜ່ວຍ​ຕັດ​ໃສ່​ກອບ (ຮູບສະແດງ 45).

      g333153
    6. ໃຊ້​ນັອດ​ກຽວ​ຫົວ​ຈົມ, ແຫວນ​ຮອງ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ​ທີ່​ເອົາ​ອອກ​ມາ​ກ່ອນ​ເພື່ອ​ຍຶດ​ສ່ວນ​ປະ​ກອບ​ຂັບ​ເຄື່ອນ​ກົງ​ໝູນ​ໃສ່​ແຜ່ນ​ດ້ານ​ຂ້າງໜ່ວຍ​ຕັດ (ຮູບສະແດງ 46).

      ໃຫ້​ແນ່​ໃຈ​ວ່າ​ເພົາ​ຂັບ​ເຄື່ອນ​ສ່ວນ​ປະ​ກອບ​ຂັບ​ເຄື່ອນ​ກົງ​ໝູນ​ຖືກ​ຕິດ​ຕັ້ງ​ໃສ່​ຂໍ້​ເຊື່ອມ​ຕໍ່​ເພົາ​ຂັບ​ເຄື່ອນ​ເກຍ (ຮູບສະແດງ 46).

      g333165

    ການຕິດຕັ້ງໜ່ວຍຕັດ (ລຸ້ນ 04830 ແລະ 04840)

    1. ເຄື່ອນ​ຂາ​ຄ້ຳ​ໄປ​ທີ່​ຕຳ​ແໜ່ງບຳ​ລຸງ​ຮັກ​ສາ​ສ້ອມ​ແປງ​ໜ່ວຍ​ຕັດ; ໃຫ້​ເບິ່ງ ຂາ​ຄ້ຳ.

    2. ຈັດ​ລຽງ​ໜ່ວຍ​ຕັດ​ໃສ່​ກອບ.

    3. ໃຊ້​ນັອດ​ກຽວ​ຫົວ​ຈົມ 4 ນັອດ​ເພື່ອຍຶດ​ໜ່ວຍ​ຕັດ​ໃສ່​ກອບ (ຮູບສະແດງ 47).

      g333188
    4. ເລື່ອນຂໍ້​ເຊື່ອມ​ຕໍ່​ຂັບ​ເຄື່ອນ​ໜ່ວຍ​ຕັດ​ໄປໃສ່​ຫົວ​ເພົາຂັບ​ເຄື່ອນ​ເກຍ (ຮູບສະແດງ 47).

      ຂໍ້​ເຊື່ອມ​ຕໍ່​ຄວນ​ເລື່ອນ​ໄປ​ຫາ​ເພົາ​ຂັບ​ເຄື່ອນ​ເກຍ​ໂດຍ​ບໍ່​ມີ​ຄວາມ​ຕ້ານ. ຖ້າ​ມີ​ຄວາມ​ຕ້ານ, ໃຫ້​ແນ່​ໃຈ​ວ່າ​ເພາະຂັບ​ເຄື່ອນ​ກົງ​ໝູນ ແລະ ເພົາ​ຂັບ​ເຄື່ອນ​ເກຍ​ຖືກ​ຈັດ​ລຽງຕົວ; ໃຫ້​ເບິ່ງ ການ​ປັບຕຳ​ແໜ່ງ​ເພົາ​ຂັບ​ເຄື່ອນກົງ​ໝູນ

    5. ຕິດ​ຕັ້ງກະ​ຕ່າຫຍ້າ.

    ການ​ປັບຕຳ​ແໜ່ງ​ເພົາ​ຂັບ​ເຄື່ອນກົງ​ໝູນ

    ທ່ານ​ສາ​ມາດ​ປັບ​ຕຳ​ແໜ່ງ​ເພົາ​ຂັບ​ເຄື່ອນ​ກົງ​ໝູນ​ໄດ້​ໂດຍ​ການ​ປັບ​ຕຳ​ແໜ່ງ​ສ່ວນ​ປະ​ກອບ​ຂັບ​ເຄື່ອນ​ກົງ​ໝູນ:

    1. ມາຍ​ນັອດ​ຕົວ​ຜູ້ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 48.

      g304660
    2. ໝູນ​ສ່ວນ​ປະ​ກອບ​ຂັບ​ເຄື່ອນ​ກົງ​ໝູນ​ເພື່ອ​ໃຫ້​ເພົາ​ຂັບ​ເຄື່ອນ​ກົງ​ໝູນ​ຖືກ​ຈັດ​ລຽງ​ກັບ​ເພົາ​ຂັບ​ເຄື່ອນ​ເກຍ​ຢ່າງເໝາະ​ສົມ.

    3. ຮັດ​ນັອດ​ຕົວ​ຜູ້​ທີ່​ທ່ານ​ມາຍ​ມາ​ກ່ອນ​ນັ້ນ​ໃຫ້​ແໜ້ນ.

    ຖ້າ​ຍັງ​ສືບ​ຕໍ່​ມີ​ແຮງ​ຕ້ານ, ໃຫ້​ປັບ​ຈັກ ແລະ ການ​ຈັດ​ລຽງ​ເກຍ, ໃຫ້​ເບິ່ງ​ຄູ່​ມື​ສ້ອມ​ບຳ​ລຸງ​ຮັກ​ສາ.

    ການ​ຖອດໜ່ວຍຕັດອອກ

    ການ​ຖອດໜ່ວຍຕັດອອກ (ລຸ້ນ 04820)

    1. ເຄື່ອນ​ຂາ​ຄ້ຳ​ໄປ​ທີ່​ຕຳ​ແໜ່ງບຳ​ລຸງ​ຮັກ​ສາ​ສ້ອມ​ແປງ​ໜ່ວຍ​ຕັດ; ໃຫ້​ເບິ່ງ ຂາ​ຄ້ຳ.

    2. ເອົາ​ກະ​ຕ່າ​ຫຍ້າ​ອອກ (ຖ້າ​ຕິດ​ຕັ້ງ​ມາ​ນຳ).

    3. ເອົາ​ສ່ວນ​ປະ​ກອບ​ຂັບ​ເຄື່ອນ​ກົງ​ໝູນ​ອອກ​ຈາກ​ໜ່ວຍ​ຕັດ (ຮູບສະແດງ 49) ແລະ ຮັກ​ສາ​ອຸ​ປະ​ກອນ​ໄວ້.

      g333165
    4. ເອົານັອດ​ກຽວ​ຫົວ​ຈົມ 4 ນັອດທີ່ຍຶດ​ໜ່ວຍ​ຕັດ​ໃສ່​ກອບນັ້ນ​ອອກ (ຮູບສະແດງ 50).

      g333153
    5. ຖອດໜ່ວຍຕັດອອກຈາກກອບ.

    ການ​ຖອດໜ່ວຍຕັດອອກ (ລຸ້ນ 04830 ແລະ 04840)

    1. ເຄື່ອນ​ຂາ​ຄ້ຳ​ໄປ​ທີ່​ຕຳ​ແໜ່ງບຳ​ລຸງ​ຮັກ​ສາ​ສ້ອມ​ແປງ​ໜ່ວຍ​ຕັດ; ໃຫ້​ເບິ່ງ ຂາ​ຄ້ຳ.

    2. ເອົາ​ກະ​ຕ່າ​ຫຍ້າ​ອອກ (ຖ້າ​ຕິດ​ຕັ້ງ​ມາ​ນຳ).

    3. ປ່ອຍຂໍ້​ເຊື່ອມ​ຕໍ່​ຂັບ​ເຄື່ອນ​ໜ່ວຍ​ຕັດອອກ​ຈາກຫົວ​ເພົາຂັບ​ເຄື່ອນ​ເກຍ (ຮູບສະແດງ 51).

      g333189
    4. ເອົານັອດ​ກຽວ​ຫົວ​ຈົມ 4 ນັອດທີ່ຍຶດ​ໜ່ວຍ​ຕັດ​ໃສ່​ກອບນັ້ນ​ອອກ (ຮູບສະແດງ 51).

    5. ຖອດໜ່ວຍຕັດອອກຈາກກອບ.

    ການໝູນກັບຂອງໜ່ວຍຕັດ

    ໃຫ້​ເບິ່ງ​ຕາ​ຕະ​ລາງ​ຕໍ່​ໄປ​ນີ້​ສຳ​ລັບຊຸດ​ເຄື່ອງ​ມື​ການ​ໝູນ​ກັບ​ທີ່​ເໝາະ​ສົມ​ສຳ​ລັບ​ເຄື່ອງ​ຕັດ​ຫຍ້າ​ຂອງ​ທ່ານ:

    ຊື່/ລຸ້ນ​ຊຸດ​ເຄື່ອງ​ມືລົດ​ຕັດ​ຫຍ້າທີ່​ສາ​ມາດ​ເຂົ້າ​ກັນ​ໄດ້
    ເຂົ້າ​ເຖິງ​ຊຸດ​ເຄື່ອງມື​ໝູນ​ກັບ (ລຸ້ນ 139-4342)ລຸ້ນ 04820, 04830 ແລະ 04840
    ຊຸດ​ເຄື່ອງ​ມື​ໝູນ​ກັບ (ລຸ້ນ 04800)ລຸ້ນ 04830 ແລະ 04840

    ໃຫ້​ເບິ່ງ​ຄຳ​ແນະ​ນຳ​ການ​ໃຊ້​ງານຢູ່​ໃນ​ຊຸດ​ເຄື່ອງ​ມື​ສະ​ເພາະຄຳ​ແນະ​ນຳ​ການ​ຕິດ​ຕັ້ງ. ຕິດຕໍ່ຜູ້ຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດຂອງທ່ານເພື່ອເອົາໜຶ່ງ​ໃນຊຸດ​ເຄື່ອງ​ມືເຫຼົ່ານີ້.

    ການເກັບມ້ຽນ

    ຄວາມປອດໄພໃນການເກັບຮັກສາ

    • ມອດຈັກ, ຖອດກະແຈ (ຖ້າມີ) ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

    ການເກັບ​ຮັກ​ສາເຄື່ອງຈັກ

    1. ເອົາເສດ​ຫຍ້າ​ທີ່ຕັດ, ດິນ​ຕິດ ແລະ ສິ່ງ​ເປື້ອນ​ຕິດ​ຢູ່​ອອກ​ຈາກ​ສ່ວນ​ທາງນອກ​ຂອງ​ທັງ​ໝົດ​ເຄື່ອງຈັກ, ໂດຍ​ສະ​ເພາະ​ແມ່ນ​ຈັກ. ທຳ​ຄວາມ​ສະ​ອາດ​ດິນ​ຕິດ ແລະ ເສດ​ຂີ້ເຫຍື້ອ​ຈາກ​ດ້ານນອກ​ຂອງແຫວ່ງ​ຫົວ​ຄອບ​ກະ​ບອກ​ສູບຈັກ ແລະ ຫ້ອງ​ເຄື່ອງ​ເປົ່າ.

      Important: ທ່ານ​ສາ​ມາດລ້າງເຄື່ອງຈັກດ້ວຍນ້ຳ​ຢາ​ຊັກ​ລ້າງອ່ອນໆ ແລະ ນ້ຳ. ຢ່າ​ໃຊ້​ແຮງ​ດັນ​ລ້າງເຄື່ອງ​ຈັກ. ຫຼີກ​ລ່ຽງການໃຊ້ນ້ຳຫຼາຍເກີນໄປ, ໂດຍ​ສະ​ເພາະ​ໃກ້​ແຜ່ນ​ຄັນ​ໂຍກປ່ຽນ​ເກຍ ແລະ ເຄື່ອງຈັກ.

    2. ສຳ​ລັບ​ການ​ເກັບ​ມ້ຽນ​ໄລ​ຍະ​ຍາວ (ເກີນກວ່າ 30 ວັນ) ເຕີມຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບໃສ່ນ້ຳ​ມັນ​ເຊື້ອ​ໄຟຢູ່​ໃນ​ຖັງ.

      1. ຕິດ​ຈັກ​ໄວ້​ເພື່ອ​ກະ​ຈາຍ​ນ້ຳ​ມັນ​ທີ່​ປັບ​ສະ​ພາບ​ແລ້ວໃຫ້​ທົ່ວລະ​ບົບ​ນ້ຳ​ມັນເປັນ​ເວ​ລາ 5 ນາ​ທີ.

      2. ມອດ​ຈັກ, ປ່ອຍ​ໃຫ້​ມັນ​ເຢັນ​ລົງ ແລະ ປ່ອຍ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ ຫຼື ໃຊ້​ງານ​ຈັກ​ຈົນ​ກວ່າ​ມັນ​ມອດ.

      3. ຕິດຈັກ ແລະ ປ່ອຍ​ມັນ​ຕິດໄວ້ຈົນ​ກວ່າ​ມັນ​ມອດ. ຕິດ​ຈັກອີກ​ດ້ວຍ​ການ​ປິດເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ຈົນ​ກວ່າ​ຈັກ​ບໍ່​ຕິດໄດ້.

      4. ຖອດສາຍ​ຫົວ​ທຽນອອກ​ຈາກຫົວ​ທຽນ.

      5. ກຳ​ຈັດ​ນ້ຳ​ມັນເຊື້ອ​ໄຟຖິ້ມ​ຢ່າງ​ຖືກ​ຕ້ອງ. ນຳ​ມັນ​ກັບ​ຄືນ​ມາ​ໃຊ້​ໃໝ່​ຕາມ​ກົດ​ລະ​ບຽບ​ທ້ອງ​ຖິ່ນ.

        Note: ຢ່າ​ເກັບ​ຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ມີຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບດົນ​ນານກວ່າ​ໄລ​ຍະ​ເວ​ລາ​ທີ່​ຜູ້​ຜະ​ລິດຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນ​ເຊື້ອ​ໄຟແນະ​ນຳ.

    3. ກວດ​ເບິ່ງ ແລະ ຮັດ​ນັອດ​ຕົວ​ຜູ້, ນັອດ​ຕົວ​ແມ່ ແລະ ນັອດ​ກຽວ​ທັງ​ໝົດ. ສ້ອມ​ແປງ ຫຼື ປ່ຽນ​ອາ​ໄຫຼ່​ໃດ​ໜຶ່ງ​ທີ່​ຫຼຸ້ຍ​ຫ້ຽນ ຫຼື ເປ່​ເພ.

    4. ທາ​ສີ​ຜິວ​ໂລ​ຫະ​ທີ່​ຂູດ​ຂີດ ຫຼື ບໍ່​ມີ​ອັນ​ປົກ​ປິດ. ສີທາ​ແມ່ນ​ມີ​ໃຫ້​ຈາກຜູ້ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ມັດ​ຂອງ​ທ່ານ.

    5. ເກັບ​ເຄື່ອງ​ຈັກ​ໄວ້​ໃນ​ກະ​ລ່າ ຫຼື ພື້ນ​ທີ່​ບ່ອນ​ເກັບມ້ຽນທີ່​ແຫ້ງ, ສະ​ອາດ. ປົກ​ຈັກ​ເພື່ອປົກ​ປ້ອງ​ມັນ ແລະ ຮັກ​ສາ​ມັນ​ໃຫ້​ສະ​ອາດ.