ຄວາມປອດໄພ

ຄຳເຕືອນ

CALIFORNIA

ຄຳເຕືອນຂອງກົດໝາຍ Proposition 65

ການນຳໃຊ້ຜະລິດຕະພັນນີ້ອາດຈະເຮັດໃຫ້ສຳຜັດກັບສານເຄມີທີ່ຮູ້ຈັກດີໃນ ລັດຄາລີຟໍເນຍ ວ່າເປັນສາເຫດກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຄວາມ​ປອດ​ໄພລະບົບປ້ອງກັນການປີ້ນ (ROPS)

  • ຢ່າເອົາ ROPS ໃດໆອອກຈາກເຄື່ອງຈັກ.

  • ກວດສອບໃຫ້ແນ່ໃຈວ່າໄດ້ໃສ່ສາຍແອວນິລະໄພ ແລະ ທ່ານສາມາດປົດມັນອອກໄດ້ຢ່າງໄວໃນເວລາສຸກເສີນ.

  • ກວດເບິ່ງຢ່າງລະມັດລະວັງກ່ຽວກັບສິ່ງກີດຂວາງທາງ ແລະ ຢ່າສຳຜັດພວກມັນ.

  • ຮັກສາ ROPS ໃນສະພາບການດຳເນີນງານທີ່ປອດໄພ ໂດຍການກວດກາມັນຢ່າງລະອຽດເປັນແຕ່ລະໄລຍະສຳລັບຄວາມເສຍຫາຍ ແລະ ສືບ​ຕໍ່​ຮັດສິ່ງທີ່ຕິດມາໃຫ້ແໜ້ນທຸກຢ່າງ.

  • ປ່ຽນ ROPS ເສຍຫາຍ. ຢ່າສ້ອມແປງ ຫຼື ດັດແປງມັນ.

  • ROPS ແມ່ນ​ອຸ​ປະ​ກອນ​ຄວາມ​ປອດ​ໄພ​ທີ່​ຈຳ​ເປັນ.

  • ຄວນໃສ່ສາຍ​ແອວ​ນິລະໄພຂອງທ່ານຢູ່ສະເໝີ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

artpending

ການຕິດຕັ້ງ

ການ​ກະ​ກຽມ​ເຄື່ອງ​ຈັກ

  1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

  2. ໃສ່​ເບ​ຣກມື.

  3. ມອດຈັກ ແລະ ຖອດກະແຈ.

    artpending

ການ​ເອົາສ່ວນປະ​ກອບເບາະ​ນັ່ງອອກ

  1. ຊຸກສ່ວນ​ປະ​ກອບ​ເບາະ​ນັ່ງ​ໄປ​ທາງ​ໜ້າຫາ​ຕຳ​ແໜ່ງ​ຍົກ​ຂຶ້ນ.

  2. ເລື່ອນ​ອົງ​ປະ​ກອບ​ເບາະ​ນັ່ງ​ໄປດ້ານ​ອອກ​ຂ້າງຈາກ​ສະ​ຫຼັກ ແລະ ຍົກ​ສ່ວນ​ປະ​ກອບ​ບ່ອນ​ນັ່ງ​ຂຶ້ນ​ເທິງ (ຮູບສະແດງ ).

    artpending

ການ​ເອົາ​ບ່ອນ​ມື​ຈັບ​ອອກ

ເອົາ​ນັອດ​ຕົວ​ແມ່​ໜ້າ​ແປນ 3 ນັອດ (5/16 x ¾ ນິ້ວ) ແລະ ນັອດ​ຕົວ​ແມ່​ໜ້າ​ແປນ 3 ນັອດ (5/16 ນິ້ວ) ອອກ​ຈາກ​ບ່ອນ​ມື​ຈັບ​ເບື້ອງ​ຂວາ ແລະ ເບື້ອງ​ຊ້າຍ ແລະ ເອົາ​ພວກ​ມັນ​ອອກ (ຮູບສະແດງ ແລະ ຮູບສະແດງ ).

artpending
artpending

ການ​ເອົາ​ແຜງ​ດ້ານ​ຂ້າງ​ອອກ

ສຳ​ລັບ​ເຄື່ອງ​ຈັກໃຊ້ໄຟ​ຟ້າ

  1. ເອົາ​ເຄື່ອງ​ສາກ ແລະ ສາຍສາກອອກ​ຈາກ​ຂາ​ຄ້ຳ​ເຄື່ອງ​ສາກ (ຮູບສະແດງ ).

    artpending
  2. ໃຊ້​ກະ​ແຈ​ບ໋ອກ T30 ເພື່ອ​ເອົາ​ນັອດ​ກຽວ​ຫົວເຈາະ 4 ຕົວ (M6.0 x 22 ມມ) ທີ່​ຍຶດ​ຂາ​ຄ້ຳ​ເຄື່ອງ​ສາກ​ໃສ່ແຜງ​ດ້ານ​ຊ້າຍ​ອອກ (ຮູບສະແດງ ).

    artpending
  3. ໃຊ້​ກະ​ແຈ​ບ໋ອກ T30 ເພື່ອ​ເອົາ​ນັອດ​ກຽວ​ຫົວເຈາະ 4 ຕົວ (M6.0 x 22 ມມ) ອອກ​ຈາກ​ແຜງ​ດ້ານ​ຊ້າຍ ແລະ ເອົາ​ມັນ​ອອກ (ຮູບສະແດງ ).

    artpending
  4. ເຮັດ​ຊ້ຳ​ຂັ້ນ​ຕອນ ຢູ່​ດ້ານ​ຂວາ.

  5. ຕັດ​ເຊື່ອມ​ຕໍ່ແບັດ​ເຕີ​ຣີ; ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ເຄື່ອງ​ຈັກ​ຂອງ​ທ່ານ.

    Note: ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ດຳ​ເນີນ​ການ​ຕັດ​ເຊື່ອມ​ຕໍ່​ແບັດ​ເຕີ​ຣີ​ຢ່າງ​ຖືກ​ຕ້ອງ. ຕັດ​ເຊື່ອມ​ຕໍ່​ສາຍ​ແບັດ​ເຕີ​ຣີ​ຂົ້ວ​ລົບ​ໃຫຍ່ (ສີ​ດຳ), ຈາກ​ນັ້ນ​ຕັດ​ເຊື່ອມ​ຕໍ່​ສາຍ​ແບັດ​ເຕີ​ຣີ​ຂົ້ວ​ບວກ​ໃຫຍ່ (ສີ​ແດງ).

ສຳ​ລັບ​ເຄື່ອງ​ຈັກ​ແອັດ​ຊັງ

  1. ຖອດ​ທໍ່​ລະ​ບາຍ ແລະ ທໍ່​ນ້ຳ​ມັນອອກ​ຈາກ​ຖັງນ້ຳ​ມັນ (ຮູບສະແດງ ).

    ອັນຕະລາຍ

    ພາຍ​ໃຕ້ເງື່ອນໄຂສະເພາະໃດໜຶ່ງ, ນ້ຳມັນເຊື້ອໄຟໄວໄຟຫຼາຍ ແລະ ລະເບີດໄດ້ສູງ. ໄຟໄໝ້ ຫຼື ການລະເບີດຈາກນໍ້າມັນເຊື້ອໄຟສາມາດເຮັດໃຫ້ທ່ານ ແລະ ຄົນອື່ນໆຖືກ​ໄໝ້ ແລະ ສາມາດເຮັດໃຫ້ຊັບສິນເສຍຫາຍໄດ້.

    • ປ່ອຍ​ນ້ຳ​ມັນ​ອອກ​ຈາກ​ຖັງນ້ຳ​ມັນ​ໃນ​ເວ​ລາ​ຈັກ​ເຢັນ. ໃຫ້​ເຮັດ​ອັນ​ນີ້​ຢູ່​ຂ້າງນອກ ແລະ ໃນ​ພື້ນ​ທີ່​ໂລ່ງ​ແຈ້ງ. ເຊັດນໍ້າມັນເຊື້ອໄຟທີ່ຮົ່ວກະ​ຈາຍ​ນັ້ນອອກ.

    • ຢ່າສູບຢາໃນເວລາຈັດການກັບນໍ້າມັນເຊື້ອໄຟ ແລະ ຢູ່ຫ່າງຈາກແປວໄຟທີ່ເປີດ ຫຼື ບ່ອນທີ່ຄວັນນ້ຳ​ມັນ​ເຊື້ອ​ໄຟອາດຈະ​ຕິດ​ໄຟຈາກປະກາຍໄຟ.

  2. ເອົາ​ນັອດ​ກຽວ 2 ນັອດ​ທີ່​ຍຶດ​ຕົວ​ກົດ​ລົງ​ໃສ່​ແຜງ​ດ້ານ​ຊ້າຍ​ອອກ ແລະ ເອົາ​ຕົວ​ກົດ​ລົງ​ອອກ (ຮູບສະແດງ ).

  3. ເອົາ​ນັອດ​ຕົວ​ຜູ້​ຫົວ​ແປນ​ທີ່​ຍຶດ​ຖັງ​ນ້ຳ​ມັນ​ໃສ່​ຖາດ​ຮອງ​ຖັງ​ນ້ຳ​ມັນ​ອອກ ແລະ ເອົາ​ຖັງ​ນ້ຳ​ມັນ​ອອກ (ຮູບສະແດງ ).

    artpending
  4. ໃຊ້​ກະ​ແຈ​ບ໋ອກ T30 ເພື່ອ​ເອົາ​ນັອດ​ກຽວ​ຫົວເຈາະ 6 ຕົວ (M6.0 x 22 ມມ) ອອກ​ຈາກ​ແຜງ​ດ້ານ​ຊ້າຍ ແລະ ເອົາແຜງ​ດ້ານ​ຊ້າຍ​ອອກ (ຮູບສະແດງ ).

    artpending
  5. ຕັດ​ເຊື່ອມ​ຕໍ່ສາຍແບັດ​ເຕີ​ຣີຂົ້ວລົບ (–) ຈາກ​ແບັດ​ເຕີ​ຣີ ແລະ ຈາກ​ນັ້ນຕັດ​ເຊື່ອມ​ຕໍ່ສາຍ​ແບັດ​ເຕີ​ຣີຂົ້ວ​ບວກ (+) ດັ່ງ​ສະ​ແດງ​ຢູ່​ໃນ (ຮູບສະແດງ ).

    artpending
  6. ເອົານັອດ​ຕົວ​ຜູ້​ຫົວແປນ 2 ນັອດ (5/16 x ¾ ນິ້ວ) ທີ່​ຍຶດ​ຖາດ​ຮອງ​ແບັດ​ເຕີ​ຣີ​ໃສ່​ກອບ​ອອກ ແລະ ໃຊ້​ກະ​ແຈ​ບ໋ອກ T30 ເພື່ອ​ເອົາ​ນັອດ​ກຽວ​ກົວ​ເຈາະ 4 ນັອດ (M6.0 x 22 ມມ) ທີ່​ຍຶດ​ແຜງ​ດ້ານຂ້າງ​ຂວາ​ອອກ ແລະ ເອົາ​ແຜງ​ດ້ານ​ຂວາ​ອອກ (ຮູບສະແດງ ).

    Note: ແບັດ​ເຕີ​ຣີ​ອອກ​ມາ​ພ້ອມ​ກັບ​ແຜງ​ດ້ານ​ຂ້າງ​ຂວາ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    artpending

ກາ​ນເອົາຝາປົກຢາງອອກ

ເອົາ​ສະ​ຫຼັກ​ປະ​ລາ​ສ​ຕິກ 10 ອັນ ແລະ ສາຍ​ຮັດ​ອອກ​ຈາກ​ຝາ​ປົກ​ຢ່າງ​ແຕ່​ລະ​ອັນ ແລະ ເອົາ​ຝາ​ປົກ​ຢາງ​ອອກ (ຮູບສະແດງ ).

artpending

ການ​ເຈາະ​ຮູ​ສຳ​ລັບຂາ​ຄ້ຳ ROPS

  1. ຈັດ​ລຽນ​ຂາ​ຄ້ຳ ROPS ພ້ອມ​ກັບ 2 ຮູ​ຢູ່​ດ້ານ​ຫຼັງ​ຖານ​ເບາະ​ນັ່ງ ແລະ ຮູ​ໄປ​ຍັງ​ດ້ານ​ໜ້າ​ຂອງ​ຮາວກອບ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    artpending
  2. ການ​ໃຊ້​ຂາ​ໜີບ, ຍຶດຂາ​ຄ້ຳ ROPS ຢູ່​ກັບ​ທີ່.

  3. ໝາຍບ່ອນ​ເປັນ​ຮູ​ໃນຂາ​ຄ້ຳ ROPS (ຮູບສະແດງ ).

  4. ການ​ໃຊ້​ຂາ​ຄ້ຳ ROPS ເປັນ​ຕົວ​ນຳ​ທາງ, ເຈາະ 3 ຮູ (13.5 ມມ ຫຼື 17/32 ນິ້ວ) ເຂົ້າ​ໄປ​ໃນ​ກອບ (ຮູບສະແດງ ).

    ຂໍ້ຄວນລະວັງ

    ໃຊ້ຄວາມ​ລະ​ມັດ​ລະ​ວັງເມື່ອ​ເຈາະ​ຮູ​ເຂົ້າ​ໄປ​ດ້ານ​ຂວາ​ຂອງກອບ​ໃນ​ເຄື່ອງ​ໃຊ້ຈັກ​ໄຟ​ຟ້າ.

    ຖ້າ​ທ່ານ​ເຈາະ​ໄກ​ຫຼາຍ, ທ່ານ​ສາ​ມາດ​ເຮັດ​ໃຫ້​ແບັດ​ເຕີ​ຣີ ຫຼື ອົງ​ປະ​ກອບ​ອື່ນໆ​ເປ່​ເພ​ໄດ້.

    artpending
  5. ເຮັດຂັ້ນຕອນນີ້ຊ້ຳອີກໃນ​ດ້ານ​ອື່ນ.

ກາ​ນຕັດຝາປົກຢາງ

ຕັດ​ຝາ​ປົກ​ຢາງ​ດ້ວຍ​ການ​ໃຊ້ການ​ວັດ​ແທກ​ສະ​ແດງ​ຢູ່​ໃນ ຮູບສະແດງ .

Note: ບ່ອນ​ຕັດ​ຢູ່​ໃນ​ຝາ​ປົກ​ຢາງ​ເຮັດ​ໃຫ້​ມີ​ຊ່ອງ​ຫວ່າງ​ເພື່ອ​ຕິດ​ຕັ້ງ​ຂາ​ຄ້ຳ ROPS.

artpending

ກາ​ນຕິດ​ຕັ້ງຝາປົກຢາງ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສາຍ​ຮັດ2
ສະ​ຫຼັກ​ປະ​ລາ​ສ​ຕິກ4

ຕິດ​ຕັ້ງ​ຝາ​ປົກ​ຢາງ​ແຕ່​ລະ​ອັນ​ດ້ວຍ​ການ​ໃຊ້​ສະ​ຫຼັກ​ປະ​ລາ​ສ​ຕິດ 10 ອັນ​ທີ່​ເອົາ​ອອກ​ມາ​ກ່ອນ ແລະ ສາຍ​ຮັດ (ຮູບສະແດງ ).

ຖ້າ​ສະ​ຫຼັກ​ທີ່​ເອົາ​ອອກ​ມາ​ກ່ອນ​ເປ່​ເພ ຫຼື ຫາຍ​ໄປ, ປ່ຽນ​ພວກ​ມັນ​ດ້ວຍ​ສະ​ຫຼັກ​ທີ່​ໃຫ້​ມາ​ຢູ່​ໃນ​ຊຸດ​ນີ້.

artpending

ການ​ຕັດ​ຮອນແຜງ​ດ້ານ​ຂ້າງ

ຕັດ​ຮອນ​ແຜງ​ດ້ານ​ຂ້າງດ້ວຍ​ການ​ໃຊ້ການ​ວັດ​ແທກ​ສະ​ແດງ​ຢູ່​ໃນ ຮູບສະແດງ .

artpending

ການຕິດຕັ້ງຂາ​ຄ້ຳ ROPS

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຂາຄ້ຳ ROPS ເບື້ອງຊ້າຍ1
ຂາ​ຄ້ຳ ROPS ເບື້ອງ​ຂວາ1
ນັອດ​ຕົວ​ຜູ້​ຫົວແປນ (½ x 3 ນິ້ວ)6
ແຫວນ​ຮອງພຽງ (½ ນິ້ວ)10
ນັອດລັອກຕົວແມ່ (½ ນິ້ວ)6
  1. ຕິດ​ຕັ້ງ​ຂາ​ຄ້ຳ ROPS ດ້ວຍ​ການ​ໃຊ້ນັອດ​ຕົວ​ຜູ້​ຫົວແປນ 3 ນັອດ (½ x 3 ນິ້ວ), ແຫວນ​ຮອງພຽງ 5 ອັນ (½ ນິ້ວ) ແລະ ນັອດ​ລັອກ​ຕົວ​ແມ່ 3 ນັອດ (½ ນິ້ວ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    Note: ໃຫ້​ແນ່​ໃຈ​ວ່າ​ທ່ານ​ຕິດ​ຕັ້ງ​ແຫວນ​ຮອງພຽງ 2 ອັນ (½ ນິ້ວ) ຢູ່​ດ້ານນອກ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    artpending
  2. ບິດ​ນັອດຕົວ​ຜູ້ຫົວແປນ 3 ນັອດ (½ x 3 ນິ້ວ) ໃຫ້​ໄດ້ 94 ຫາ 108 N∙m (70 ຫາ 80 ft-lb).

  3. ເຮັດຂັ້ນຕອນນີ້ຊ້ຳອີກໃນ​ດ້ານ​ອື່ນ.

ການຕິດຕັ້ງຄານກັນປີ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຄານກັນປີ້ນ1
ນັອດຕົວຜູ້ຫົວແຜ່ນປິດ (½ x 3-½ ນິ້ວ)4
ນັອດລັອກຕົວແມ່ (½ ນິ້ວ)4

Note: ໃຫ້​ຜູ້​ຊ່ວຍ​ໃຫ້​ການ​ຊ່ວຍ​ເຫຼືອ​ທ່ານ​ເພື່ອ​ຍົກ​ຄານ​ກັນ​ປີ້ນ​ເຂົ້າ​ໃນ​ຕຳ​ແໜ່ງ.

  1. ຍຶດ 1 ດ້ານ​ຂອງ​ຄານ​ກັນ​ປີ້ນ​ໃສ່ຂາ​ຄ້ຳ ROPS ດ້ວຍ​ການ​ໃຊ້ນັອດ​ຕົວ​ຜູ້​ຫົວແປນ 2 ນັອດ (½ x 3-½ ນິ້ວ) ແລະ ນັອດ​ລັອກ​ຕົວ​ແມ່ 2 ນັອດ (½ ນິ້ວ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    artpending
  2. ບິດ​ນັອດຕົວ​ຜູ້ຫົວແປນ 2 ນັອດ (½ x 3-½ ນິ້ວ) ໃຫ້​ໄດ້ 94 ຫາ 108 N∙m (70 ຫາ 80 ft-lb).

  3. ເຮັດຂັ້ນຕອນນີ້ຊ້ຳອີກໃນ​ດ້ານ​ອື່ນ.

ການຕິດ​ຕັ້ງແຜງ​ດ້ານ​ຂ້າງ

ສຳ​ລັບ​ເຄື່ອງ​ຈັກໃຊ້ໄຟ​ຟ້າ

  1. ຕິດ​ຕັ້ງ​ແຜງ​ຂ້າງ​ຊ້າຍ​ດ້ວຍ​ການ​ໃຊ້ນັອດກຽວ​ຫົວເຈາະທີ່​ເອົາ​ອອກ​ມາ​ກ່ອນ (M6.0 x 22 ມມ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

  2. ຍຶດ​ຂາ​ຄ້ຳ​ການ​ສາກ​ໃສ່ແຜງ​ຂ້າງ​ຊ້າຍ​ດ້ວຍ​ການ​ໃຊ້ນັອດກຽວ​ຫົວເຈາະທີ່​ເອົາ​ອອກ​ມາ​ກ່ອນ (M6.0 x 22 ມມ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

  3. ຍຶດເຄື່ອງ​ສາກ ແລະ ສາຍສາກໃສ່ຂາ​ຄ້ຳ​ເຄື່ອງ​ສາກ (ຮູບສະແດງ ).

  4. ເຮັດ​ຊ້ຳ​ຂັ້ນ​ຕອນ ຢູ່​ດ້ານ​ຂວາ.

  5. ຕັດ​ເຊື່ອມ​ຕໍ່ແບັດ​ເຕີ​ຣີ; ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ເຄື່ອງ​ຈັກ​ຂອງ​ທ່ານ.

    Note: ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ດຳ​ເນີນ​ການເຊື່ອມ​ຕໍ່​ແບັດ​ເຕີ​ຣີ​ຢ່າງ​ຖືກ​ຕ້ອງ. ເຊື່ອມ​ຕໍ່​ສາຍ​ແບັດ​ເຕີ​ຣີ​ຂົ້ວບວກໃຫຍ່ (ສີແດງ), ຈາກ​ນັ້ນ​ຕັດ​ເຊື່ອມ​ຕໍ່​ສາຍ​ແບັດ​ເຕີ​ຣີ​ຂົ້ວລົບໃຫຍ່ (ສີດຳ).

ສຳ​ລັບ​ເຄື່ອງ​ຈັກ​ແອັດ​ຊັງ

  1. ຕິດ​ຕັ້ງ​ແຜງແ​ຕ່​ລະ​ດ້ານ​ດ້ວຍ​ການ​ໃຊ້ນັອດກຽວ​ຫົວເຈາະທີ່​ເອົາ​ອອກ​ມາ​ກ່ອນ (M6.0 x 22 ມມ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ ແລະ ຮູບສະແດງ .

  2. ຍຶດຖານ​ແບັດ​ເຕີ​ຣີ​ຢູ່​ດ້ານ​ຂວາດ້ວຍ​ການ​ໃຊ້ນັອດຕົວ​ຜູ້​ຫົວ​ແປນທີ່​ເອົາ​ອອກ​ມາ​ກ່ອນ (5/16 x ¾ ນິ້ວ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

  3. ເຊື່ອມ​ຕໍ່​ສາຍ​ແບັດ​ເຕີ​ຣີ​ຂົ້ວບວກ (+) ໃສ່​ແບັດ​ເຕີ​ຣີດ້ວຍ​ການ​ໃຊ້​ນັອດ​ຕົວ​ຜູ້ ແລະ ນັອດ​ຕົວແມ່ (ຮູບສະແດງ ).

  4. ເຊື່ອມ​ຕໍ່​ສາຍ​ແບັດ​ເຕີ​ຣີ​ຂົ້ວລົບ (–) ໃສ່​ແບັດ​ເຕີ​ຣີດ້ວຍ​ການ​ໃຊ້​ນັອດ​ຕົວ​ຜູ້ ແລະ ນັອດ​ຕົວແມ່ (ຮູບສະແດງ ).

  5. ຍຶດຖັງນ້ຳ​ມັນ​ໃສ່ຖາດ​ຮອງ​ຖັງ​ນ້ຳ​ມັນດ້ວຍ​ການ​ໃຊ້​ນັອດ​ຕົວ​ຜູ້ຫົວແປນທີ່​ເອົາ​ອອກ​ມາ​ກ່ອນ (ຮູບສະແດງ ).

  6. ຍຶດຕົວ​ກົດ​ລົງ​ໃສ່​ແຜງ​ດ້ານ​ຊ້າຍ​ໃຫ້​ແໜ້ນ​ດ້ວຍ​ການ​ໃຊ້​ນັອດ​ກຽວ 2 ນັອດ​ທີ່​ເອົາ​ອອກ​ມາ​ກ່ອນ (ຮູບສະແດງ ).

  7. ເຊື່ອມ​ຕໍ່ທໍ່​ລະ​ບາຍ ແລະ ທໍ່​ນ້ຳ​ມັນໃສ່ຖັງນ້ຳ​ມັນ (ຮູບສະແດງ ).

ການຕິດ​ຕັ້ງບ່ອນ​ມື​ຈັບ

ຕິດ​ຕັ້ງ​ບ່ອນມື​ຈັບ 2 ອັນ​ດ້ວຍ​ການ​ໃຊ້ນັອດ​ຕົວຜູ້ໜ້າ​ແປນ 3 ນັອດທີ່​ເອົາ​ອອກ​ມາ​ກ່ອນ (5/16 x ¾ ນິ້ວ) ແລະ ນັອດ​ຕົວ​ແມ່​ໜ້າ​ແປນ 3 ນັອດ (5/16 ນິ້ວ) ໃນ​ແຕ່​ລະ​ດ້ານ (ຮູບສະແດງ ແລະ ຮູບສະແດງ ).

ການຕິດ​ຕັ້ງສາຍ​ຮັດ​ນິ​ລະ​ໄພ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສາຍຮັດນິລະ​ໄພ2
ສະ​ຫຼັກ​ເບາະນັ່ງ2
ນັອດ​ຕົວ​ຜູ້​ຫົວຫົກ​ຫຼ່ຽມ (7/16 x 1 ນິ້ວ)4
ແຫວນຮອງພຽງ(7/16 ນິ້ວ)8
ນັອດລັອກຕົວແມ່ (7/16 ນິ້ວ)4
  1. ຕິດ​ຕັ້ງສະ​ຫຼັກ​ເບາະ​ນັ່ງດ້ວຍ​ການ​ໃຊ້ນັອດ​ຕົວ​ຜູ້​ຫົວຫົກ​ຫຼ່ຽມ (7/16 x 3 ນິ້ວ), ແຫວນ​ຮອງພຽງ (7/16 ນິ້ວ) ແລະ ນັອດ​ລັອກ​ຕົວ​ແມ່ (7/16 ນິ້ວ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    artpending
  2. ບິດ​ນັອດຕົວ​ຜູ້ຫົວຫົກ​ຫຼ່ຽມ (7/16 x 1 ນິ້ວ) ໃຫ້​ໄດ້ 68 ຫາ 81 N∙m (50 ຫາ 60 ft-lb).

  3. ເຮັດ​ຊ້ຳ​ຄືນ​ຂັ້ນ​ຕອນ ຫາ ເພື່ອ​ຕິດ​ຕັ້ງ​ສະ​ຫຼັກ​ເບາະ​ນັ່ງ​ອື່ນ.

  4. ຕິດ​ຕັ້ງສາຍ​ຮັດ​ນິ​ລະ​ໄພດ້ວຍ​ການ​ໃຊ້ນັອດ​ຕົວ​ຜູ້​ຫົວຫົກ​ຫຼ່ຽມ (7/16 x 3 ນິ້ວ), ແຫວນ​ຮອງພຽງ (7/16 ນິ້ວ) ແລະ ນັອດ​ລັອກ​ຕົວ​ແມ່ (7/16 ນິ້ວ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    artpending
  5. ບິດ​ນັອດຕົວ​ຜູ້ຫົວຫົກ​ຫຼ່ຽມ (7/16 x 1 ນິ້ວ) ໃຫ້​ໄດ້ 68 ຫາ 81 N∙m (50 ຫາ 60 ft-lb).

  6. ເຮັດ​ຊ້ຳ​ຄືນ​ຂັ້ນ​ຕອນ ຫາ ເພື່ອ​ຕິດ​ຕັ້ງສາຍ​ຮັດ​ນິ​ລະ​ໄພອື່ນ.

ການຕິດ​ຕັ້ງສ່ວນປະ​ກອບ​ເບາະ​ນັ່ງ

ເລື່ອນສ່ວນປະ​ກອບ​ເບາະ​ນັ່ງ​ໄປຫາ​ສະ​ຫຼັກ ແລະ ປ່ອຍສ່ວນ​ປະ​ກອບ​ເບາະ​ນັ່ງ​ຕ່ຳ​ລົງ (ຮູບສະແດງ ).

artpending

ການຕິດຕັ້ງສ່ວນ​ຂະ​ຫຍາຍ ROPS

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຕົວຄ້ຳ​ບັງ​ລົມ​ເບື້ອງ​ຊ້າຍ1
ຕົວຄ້ຳ​ບັງ​ລົມ​ເບື້ອງຂວາ1
ຕົວ​ຄ້ຳ​ດ້ານ​ໜ້າ1
ຕົວ​ຄ້ຳ​ຫຼັງ​ຄາ​ບັງ​ແດດ​ດ້ານ​ຫຼັງ1
ຂາ​ຄ້ຳຕິດດ້ານ​ໜ້າ, ຊ້າຍ1
ຂາ​ຄ້ຳຕິດດ້ານ​ໜ້າ, ຂວາ1
ຂາ​ຄ້ຳຕິດດ້ານ​ຫຼັງ, ຊ້າຍ1
ຂາ​ຄ້ຳຕິດດ້ານ​ຫຼັງ, ຂວາ1
ແຜ່ນ​ສາມ​ຫຼ່ຽມ​ມູມດ້ານ​ຫຼັງ, ຊ້າຍ1
ແຜ່ນ​ສາມ​ຫຼ່ຽມ​ມູມດ້ານ​ຫຼັງ, ຂວາ1
ແຜ່ນ​ສາມ​ຫຼ່ຽມ​ມູມດ້ານ​ໜ້າ, ຊ້າຍ1
ແຜ່ນ​ສາມ​ຫຼ່ຽມ​ມູມດ້ານ​ໜ້າ, ຂວາ1
ຕົວ​ເຊື່ອມ​ເຂົ້າ​ກັນດ້ານ​ໜ້າ1
ທໍ່​ຕົວ​ເຊື່ອມ​ເຂົ້າ​ກັນ2
ນັອດຕົວແມ່ໜ້າ​ແປນ (5/16 ນິ້ວ)28
ນັອດຕົວແມ່ (¼ ນິ້ວ)2
ນັອດຕົວຜູ້ໜ້າ​ແປນຫົວຫົກ​ຫຼ່ຽມ (¼ x 1-½ ນິ້ວ)2
ນັອດຕົວ​ຜູ້ຮອງ​ຮັບ (5/16 x 1-¾ ນິ້ວ)16
ນັອດ​ຕົວ​ຜູ້​ໜ້າ​ແປນຫົກ​ຫຼ່ຽມ (5/16 x 1 ນິ້ວ)2
ນັອດຕົວ​ຜູ້ຮອງ​ຮັບ (5/16 x 2-¾ ນິ້ວ)6
ນັອດຕົວຜູ້ຮອງ​ຮັບ (5/16 x 1 ນິ້ວ)4

Note: ຢ່າ​ຮັດ​ຕົວ​ຮັດ​ໃດໆ​ໃຫ້​ແໜ້ນ, ຍົກ​ເວັ້ນ​ເມື່ອ​ໄດ້​ຮັບ​ຄຳ​ແນະ​ນຳ.

  1. ການ​ໃຊ້​ຂະ​ໜາດ​ຕ່າງໆ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ , ເຈາະ 2 ຮູ (5/16 ນິ້ວ) ເຂົ້າ​ໃສ່​ດ້ານນອກ​ຂອງ​ແຜ່ນພື້ນໃນ​ດ້ານ​ຊ້າຍ ແລະ ດ້ານຂວາຂອງເຄື່ອງຈັກ.

    artpending
  2. ການ​ໃຊ້​ຂະ​ໜາດ​ຕ່າງໆ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ , ເຈາະ 1 ຮູ (5/16 ນິ້ວ) ເຂົ້າ​ໃສ່​ດ້ານນອກ​ຂອງ​ແຜ່ນຕີນ​ຢຽບໃນ​ດ້ານ​ຊ້າຍ ແລະ ດ້ານຂວາຂອງເຄື່ອງຈັກ.

    artpending
  3. ຍຶດ​ຂາ​ຄ້ຳ​ເຄິ່ງ​ກາງ​ຂອງ​ຕົວ​ຄ້ຳ​ບັງ​ລົມ​ເບື້ອງ​ຊ້າຍ ແລະ ຂວາ​ໃສ່​ເຄື່ອງ​ຈັກ​ດ້ວຍ​ການ​ໃຊ້ນັອດ​ຕົວ​ຜູ້​ໜ້າ​ແປນຫົກ​ຫຼ່ຽມ 2 ຕົວ (5/16 x 1 ນິ້ວ) ແລະ ນັອດ​ຕົວ​ແມ່ 2 ຕົວ (5/16 ນິ້ວ) ຢູ່​ໃນ​ຮູ​ທີ່​ທ່ານ​ເຈາະ (ຮູບສະແດງ ).

    artpending
  4. ຍຶດ​ຂາ​ຄ້ຳ​ທາງ​ລຸ່ມ​ຂອງ​ຕົວ​ຄ້ຳ​ບັງ​ລົມ​ເບື້ອງ​ຊ້າຍ ແລະ ຂວາ​ໃສ່​ເຄື່ອງ​ຈັກ​ດ້ວຍ​ການ​ໃຊ້ນັອດ​ຕົວ​ຜູ້​ຮອງ​ຮັບ 4 ຕົວ (5/16 x 1 ນິ້ວ) ແລະ ນັອດ​ຕົວ​ແມ່ໜ້າ​ແປນ 4 ຕົວ (5/16 ນິ້ວ) ຢູ່​ໃນ​ຮູ​ທີ່​ທ່ານ​ເຈາະຢູ່​ໃນ​ຂັ້ນ​ຕອນ (ຮູບສະແດງ ).

    artpending
  5. ໃຊ້​ນັອດ​ຮອງ​ຮັບ​ຕົວ​ຜູ້ 2 ນັອດ (5/16 x 2-¾ ນິ້ວ) ແລະ ນັອດ​ຕົວ​ແມ່​ໜ້າ​ແປນ 2 ນັອດ (5/16 ນິ້ວ) ເພື່ອ​ຍຶດ​ຕົວ​ຮອງ​ຮັບ​ຫຼັງ​ຄາ​ບັງ​ແດດ​ດ້ານ​ຫຼັງ ແລະ ຕະ​ແກງ​ດ້ານ​ຫຼັງໃສ່​ຄານ​ກັນ​ປີ້ນ (ຮູບສະແດງ ).

    artpending
  6. ໃຊ້​ນັອດ​ຮອງ​ຮັບ​ຕົວ​ຜູ້ 4 ນັອດ (5/16 x 2-¾ ນິ້ວ) ແລະ ນັອດ​ຕົວ​ແມ່ 4 ນັອດ (5/16 ນິ້ວ) ເພື່ອ​ຍຶດ​ຂາ​ຄ້ຳ​ຕິດ​ດ້ານຫຼັງແຜ່ນ​ສາມ​ຫຼ່ຽມ​ມູມດ້ານ​ຫຼັງໃສ່​ຄານ​ກັນ​ປີ້ນ (ຮູບສະແດງ ).

    artpending
  7. ຕິດຕັ້ງ​ທໍ່​ຕົວ​ເຊື່ອມ​ເຂົ້າ​ກັນ​ໃສ່​ຂາ​ຄ້ຳ​ຕິດ​ດ້ານ​ຫຼັງ ແລະ ແຜ່ນ​ສາມ​ຫຼ່ຽມ​ມູມດ້ານ​ຫຼັງຢ່າງ​ຫຼວມໆດ້ວຍ​ການ​ໃຊ້​ນັອດ​ຕົວ​ຜູ້​ຮອງ​ຮັບ 4 ນັອດ (5/16 x 1-¾ ນິ້ວ) ແລະ ນັອດ​ຕົວ​ແມ່ໜ້າ​ແປນ 4 ນັອດ (5/16 ນິ້ວ) ດັ່ງ​ສະ​ແດງ​ຢູ່ໃນ ຮູບສະແດງ .

    artpending
  8. ຕິດຕັ້ງ​ຂາ​ຄ້ຳ​ຕິດ​ດ້ານ​ໜ້າ ແລະ ແຜ່ນ​ສາມ​ຫຼ່ຽມ​ມູມດ້ານໜ້າ​ໃສ່​ທໍ່​ຕົວ​ເຊື່ອມ​ເຂົ້າ​ກັນ ແລະ ຕົວຄ້ຳ​ບັງ​ລົມຢ່າງ​ຫຼວມໆດ້ວຍ​ການ​ໃຊ້​ນັອດ​ຕົວ​ຜູ້​ຮອງ​ຮັບ 8 ນັອດ (5/16 x 1-¾ ນິ້ວ) ແລະ ນັອດ​ຕົວ​ແມ່ໜ້າ​ແປນ 8 ນັອດ (5/16 ນິ້ວ) ດັ່ງ​ສະ​ແດງ​ຢູ່ໃນ ຮູບສະແດງ .

  9. ຕິດຕັ້ງຕົວ​ເຊື່ອມ​ເຂົ້າ​ກັນດ້ານ​ໜ້າ​ໃສ່​ຂາ​ຄ້ຳ​ຕິດ​ດ້ານໜ້າ ແລະ ແຜ່ນ​ສາມ​ຫຼ່ຽມ​ມູມຢ່າງ​ຫຼວມໆດ້ວຍ​ການ​ໃຊ້​ນັອດ​ຕົວ​ຜູ້​ຮອງ​ຮັບ 4 ນັອດ (5/16 x 1-¾ ນິ້ວ) ແລະ ນັອດ​ຕົວ​ແມ່ໜ້າ​ແປນ 4 ນັອດ (5/16 ນິ້ວ) ດັ່ງ​ສະ​ແດງ​ຢູ່ໃນ ຮູບສະແດງ .

    artpending
  10. ໃຊ້ນັອດຕົວຜູ້ໜ້າ​ແປນຫົວຫົກ​ຫຼ່ຽມ 2 ນັອດ (¼ x 1-½ ນິ້ວ) ແລະ ນັອດ​ຕົວ​ແມ່ 2 ນັອດ (¼ ນິ້ວ) ເພື່ອ​ຍຶດ​ຕົວ​ຮອງ​ຮັບດ້ານໜ້າໃສ່​ຕົວ​ເຊື່ອມ​ເຂົ້າ​ກັນ​ດ້ານ​ໜ້າ (ຮູບສະແດງ ).

    artpending
  11. ຮັດຕົວ​ຮັດທຸກ​ຕົວທີ່ຫຼວມໃຫ້​ແໜ້ນ.

ການ​ຕິດ​ຕັ້ງ​ຫຼັງ​ຄາ​ບັງ​ແດດ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ບັງ​ແດດ1
ຕົວ​ໜີບ2
ແຫວນ​ຮອງ​ການ​ອັດ4
ນັອດ​ຕົວ​ຜູ້​ໜ້າ​ແປນຫົກ​ຫຼ່ຽມ (¼ x 1 ນິ້ວ)4
ແຫວນ​ຮອງກັນ​ສຽດ​ສີ2
ແຫວນ​ຮອງປ​ລາ​ສ​ຕິກ4
ປອກ​ເຫຼັກແປ2
  1. ຕິດ​ຕັ້ງບັງ​ແດດ​ໃສ່​ແຜ່ນ​ດ້ານ​ໜ້າ​ດ້ວຍ​ການ​ໃຊ້​ຕົວ​ໜີບ 2 ອັນ, ແຫວນ​ຮອງ​ການ​ອັດ 2 ອັນ ແລະ ນັອດ​ຕົວ​ຜູ້​ໜ້າ​ແປນຫົກ​ຫຼ່ຽມ 2 ນັອດ (¼ x 1 ນິ້ວ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    Important: ນຳໃຊ້​ນ້ຳ​ຢາ​ປະ​ສົມ​ລັອກກຽວ​ໃສ່​ນັອດ​ຕົວ​ຜູ້​ໜ້າ​ແປນ​ຫົກ​ຫຼ່ຽມ​ກ່ອນ​ຕິດ​ຕັ້ງ.

    artpending
  2. ຕິດ​ຕັ້ງບັງ​ແດດໃສ່​ຕົວ​ເຊື່ອມ​ເຂົ້າ​ກັນ​ດ້ານຫຼັງ​ດ້ວຍ​ການ​ໃຊ້​ນັອດ​ຕົວ​ຜູ້​ໜ້າ​ແປນ​ຫົກ​ຫຼ່ຽມ 2 ນັອດ (¼ x 1 ນິ້ວ), ແຫວນ​ຮອງ​ການ​ອັດ 2 ອັນ, ແຫວນ​ຮອງກັນ​ສຽດ​ສີ 2 ອັນ, ແຫວນ​ຮອງປ​ລາ​ສ​ຕິກ 4 ອັນ ແລະ ປອກ​ເຫຼັກແປ 2 ອັນ (ຮູບສະແດງ ).

    Important: ນຳໃຊ້​ນ້ຳ​ຢາ​ປະ​ສົມ​ລັອກກຽວ​ໃສ່​ນັອດ​ຕົວ​ຜູ້​ໜ້າ​ແປນ​ຫົກ​ຫຼ່ຽມ​ກ່ອນ​ຕິດ​ຕັ້ງ.

    Important: ໃຫ້​ແນ່​ໃຈ​ວ່າ​ແຫວນ​ຮອງ​ປະ​ລາ​ສ​ຕິກ​ຖືກ​ຕິດ​ຕັ້ງ​ໃສ່​ດ້ານ​ເທິງ​ສຸດ ແລະ ດ້ານ​ລຸ່ມ​ສຸດ​ຂອງ​ບັງ​ແດດ, ເນື່ອງ​ຈາກ​ອັນ​ນີ້​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ຂອງ​ບັງ​ແດດ.

    artpending