ການແນະນຳ

ຈັກ​ເປົ່າ​ຂີ້​ເຫຍື້ອ​ຖືກ​ລາກຢູ່ເບື້ອງ​ຫຼັງເຄື່ອງ​ຈັກຂັບ​ຂີ່​ໄດ້ທີ່ຕັ້ງ​ໃຈ​ໃຫ້​ນຳ​ໃຊ້​ໂດຍ​ຜູ້ປະ​ກອບ​ອາ​ຊີບ​ທີ່​ເປັນ​ຜູ້​ໃຊ້​ງານ​ທີ່​ໄດ້​ຈ້າງ​ມາ​ໃນ​ການ​ນຳ​ໃຊ້​ທາງ​ການ​ຄ້າ. ໂດຍ​ຕົ້ນ​ຕໍມັນ​ຖືກອອກ​ແບບ​ມາເພື່ອ​ໃຊ້​ພະ​ລັງ​ລົມ​ເພື່ອ​ອະ​ນາ​ໄມ​ຂີ້​ເຫຍື້ອ​ທີ່​ບໍ່​ຕ້ອງ​ການ​ໃນ​ພື້ນ​ທີ່​ຂະ​ໜາດ​ໃຫຍ່ໃນສະ​ໜາມ​ຫຍ້າ​ທີ່​ໄດ້​ຮັບ​ການບຳລຸງ​ຮັກ​ສາ​ຢ່າງ​ດີຢູ່ໃນສວນ​ສາ​ທາ​ລະ​ນະ, ສະ​ໜາມກ໊ອ​ຟ, ເດີ່ນ​ກິ​ລາ ແລະ ໃນ​ພື້ນ​ທີ່​ທາງການ​ຄ້າ. ການນຳໃຊ້ຜະລິດຕະພັນນີ້ເພື່ອຈຸດປະສົງອື່ນນອກເໜືອຈາກການນຳໃຊ້ທີ່ເປັນຈຸດປະສົງຂອງມັນອາດຈະເປັນອັນຕະລາຍຕໍ່ທ່ານ ແລະ ຜູ້ທີ່ຢູ່ໃກ້ຄຽງ.

ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳ​ລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ເຂົ້າເບິ່ງເວັບໄຊ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ 1 ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.

Important: ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR ຢູ່​ໃນເລກລຳດັບ (ຖ້າມີ) ເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.

g341649

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ມີຂໍ້ຄວາມກ່ຽວກັບຄວາມປອດໄພທີ່ໄດ້ລະບຸໂດຍສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ 2), ເຊິ່ງເປັນສັນຍານອັນຕະລາຍທີ່ອາດຈະເຮັດໃຫ້ເກີດການບາດເຈັບສາ​ຫັດ ຫຼື ເສຍຊີວິດ, ຖ້າທ່ານບໍ່ປະຕິບັດຕາມຂໍ້ຄວນລະວັງທີ່ແນະນຳ.

g000502

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ຂໍ້ສັງເກດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ຜະລິດຕະພັນນີ້ປະຕິບັດຕາມຄຳສັ່ງແນະນຳຂອງເອີຣົບທີ່ກ່ຽວຂ້ອງທັງໝົດ; ສຳລັບລາຍລະອຽດ, ກະລຸນາເບິ່ງເອກະສານສະເພາະຂອງຖະແຫຼງການວ່າ​ດ້ວຍ​ການ​ປະ​ຕິ​ບັດ​ຕາມ (DOC).

ມັນເປັນການລະເມີດກົດໝາຍຊັບພະຍາກອນສາທາລະນະຂອງລັດຄາລິຟໍເນຍພາກທີ 4442 ຫຼື 4443 ໃນການນຳໃຊ້ ຫຼື ນຳໃຊ້ເຄື່ອງຈັກໃນດິນທີ່ມີ​ປ່າ​ໄມ້​ປົກ​ຫຸ້ມ, ພຸ່ມ​ໄມ້​ປົກ​ຫຸ້ມ ຫຼື ຫ​ຍ້າ​ປົກ​ຫຸ້ມ, ເວັ້ນເສຍແຕ່ວ່າເຄື່ອງຈັກມີເຄື່ອງກວດຈັບປະກາຍໄຟຕາມທີ່ໄດ້ກຳນົດໄວ້ໃນພາກທີ 4442, ມີ​ລຳ​ດັບ​ຂັ້ນ​ຕອນ​ການ​ເຮັດ​ວຽກ​ທີ່​ມີ​ປະ​ສິດ​ທິ​ພາບ ຫຼື ເຄື່ອງຈັກຖືກສ້າງຂຶ້ນ, ຕິດຕັ້ງ ແລະ ຮັກສາໄວ້​ສຳ​ລັບ​ການປ້ອງກັນໄຟໄໝ້.

ປຶ້ມຄູ່ມືຂອງເຈົ້າຂອງເຄື່ອງຈັກທີ່ໃຫ້ມາແມ່ນມີຂໍ້ມູນທີ່ກ່ຽວຂ້ອງກັບໜ່ວຍ​ງານປົກປ້ອງສິ່ງແວດລ້ອມຂອງສະຫະລັດ (US Environmental Protection Agency, EPA) ແລະ ລະບຽບການຄວບຄຸມການປ່ອຍອາຍພິດ​ຂອງຄາລິຟໍເນຍກ່ຽວ​ກັບລະບົບການປ່ອຍອາຍພິດ (California Emission Control Regulation), ການບຳລຸງຮັກສາ ແລະ ການຮັບປະກັນ. ການປ່ຽນແທນອາດຈະຖືກສັ່ງຊື້ຜ່ານຜູ້ຜະລິດເຄື່ອງຈັກ.

ຂໍ້​ມູນ​ຢາງ DOT ແມ່ນ​ຢູ່​ດ້ານ​ຂ້າງ​ຂອງ​ຢາງ​ແຕ່​ລະ​ເສັ້ນ. ຂໍ້​ມູນ​ນີ້​ແມ່ນ​ໃຫ້​ລະ​ດັບການ​ບັນ​ທຸກ ແລະ ຄວາມ​ໄວ. ຢາງ​ທີ່​ປ່ຽນ​ຄວນ​ມີ​ລະ​ດັບ​ຄື​ເກົ່າ ຫຼື ດີກວ່າ. ໃຫ້​ແນ່​ໃຈວ່າ​ຢາງ​ໄດ້​ຕາມ ຫຼື ດີກວ່າ​ເງື່ອນ​ໄຂ​ຄວາມ​ຕ້ອງ​ການ​ທາງ​ດ້ານ​ນ້ຳ​ໜັກ​ຂອງ​ເຄື່ອງ​ຈັກ​ຂອງ​ທ່ານ.

Important: ການ​ປ່ຽນແປງ ຫຼື ການ​ດັດ​ແປງເຄື່ອງ​ຈັກທີ່​ບໍ່​ໄດ້​ຮັບ​ອະ​ນຸ​ມັດ​ຢ່າງ​ຈະ​ແຈ້ງຈາກຝ່າຍ​ຮັບ​ຜິດ​ຊອບ​ການ​ປະ​ຕິ​ບັດ​ຕາມສາ​ມາດ​ເຮັດ​ໃຫ້ໝົດ​ສິດ​ອຳ​ນາດ​ທີ່​ຈະໃຊ້ງານ​ອຸ​ປະ​ກອນ​ໄດ້.ຢ່າປ່ຽນແປງ ຫຼື ດັດ​ແປງເຄື່ອງ​ຈັກທີ່​ບໍ່​ໄດ້​ຮັບ​ອະ​ນຸ​ມັດ​ຢ່າງ​ຈະ​ແຈ້ງຈາກຝ່າຍ​ຮັບ​ຜິດ​ຊອບ​ການ​ປະ​ຕິ​ບັດ​ຕາມ.

ການ​ບໍ່​ຍຶດໝັ້ນ​ຕາມ​ຄຳ​ເຕືອນ​ຄວາມ​ປອດ​ໄພ​ລ່ວງ​ໜ້າ​ອາດ​ຈະ​ສົ່ງ​ຜົນ​ໃຫ້​ເກີດ​ຄວາມເສຍ​ຫາຍ​ຂອງ​ອຸ​ປະ​ກອນ, ການ​ສູນ​ເສຍ​ສິດ​ອຳ​ນາດ​ທີ່​ຈະ​ໃຊ້​ງານ​ອຸ​ປະ​ກອນ ແລະ ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ຕໍ່​ຄົນ​ໄດ້.

ເຈົ້າ​ຂອງ​ເຄື່ອງ​ຈັກ ແລະ ຜູ້​ໃຊ້​ງານຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຂອງ​ລັດ​ຖະ​ບານ​ກາງ, ຂອງ​ລັດ ແລະ ຂອງ​ທ້ອງ​ຖິ່ນທີ່​ບັງ​ຄັບ​ໃຊ້​ທຸກ​ຢ່າງ​ກ່ຽວ​ກັບ​ການ​ຕິດ​ຕັ້ງ ແລະ ການ​ໃຊ້​ງານ​ເຄື່ອງ​ຈັກ. ການ​ບໍ່​ປະ​ຕິ​ບັດ​ຕາມ​ສາ​ມາດເຮັດ​ໃຫ້ສິດ​ຂອງ​ຜູ້​ໃຊ້ ແລະ ຜູ້​ໃຊ້​ງານ​ເຄື່ອງ​ຈັກ​ເປັນ​ໂມ​ຄະ.

ຄວາມ​ສາ​ມາດ​ເຂົ້າ​ກັນ​ໄດ້​ຂອງ​ແມ່​ເຫຼັກ​ໄຟ​ຟ້າ

ພາຍ​ໃນ​ປະ​ເທດ: ອຸ​ປະ​ກອນ​ນີ້​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ຂອງ FCC ພາກ​ທີ 15. ການ​ໃຊ້​ງານ​ແມ່ນ​ຂຶ້ນ​ຢູ່​ກັບ​ສອງ​ເງື່ອນ​ໄຂ​ຕໍ່​ໄປ​ນີ້: (1) ອຸ​ປະ​ກອນ​ນີ້​ອາດ​ຈະ​ບໍ່​ເຮັດ​ໃຫ້​ເກີດ​ສັນ​ຍານລົບ​ກວນ​ທີ່​ເປັນ​ອັນ​ຕະ​ລາຍ ແລະ (2) ອຸ​ປະ​ກອນ​ນີ້​ຕ້ອງ​ຍອມຮັບ​ສັນ​ຍານ​ລົບ​ກວນ​ໃດ​ໜຶ່ງ​ທີ່ອາດ​ຈະ​ໄດ້​ຮັບ, ລວມ​ທັງ​ສັນ​ຍານ​ລົບ​ກວນ​ທີ່​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ໃຊ້​ງານອັນທີ່​ບໍ່​ຕ້ອງ​ການ​ນຳ.

ອຸ​ປະ​ກອນ​ນີ້​ສ້າງ ແລະ ນຳ​ໃຊ້ພະ​ລັງ​ງານ​ຄື້ນ​ຄວາມ​ຖີ່​ວິ​ທະ​ຍຸ ແລະ ຖ້າ​ບໍ່​ໄດ້​ຕິດ​ຕັ້ງ ແລະ ນຳ​ໃຊ້​ຢ່າງ​ຖືກ​ຕ້ອງຕາມ​ຄຳ​ແນະ​ນຳຂອງ​ຜູ້​ຜະ​ລິດ​ຢ່າງເຄັ່ງ​ຄັດແລ້ວແມ່ນ​ອາດ​ຈະ​ເຮັດ​ໃຫ້​ເກີດສັນ​ຍານ​ລົບ​ກວນຕໍ່​ການ​ຮັບສັນ​ຍານ​ວິ​ທະ​ຍຸ ແລະ ໂທ​ລະ​ພາບໄດ້. ມັນ​ໄດ້​ຮັບການ​ທົດ​ສອບປະ​ເພດ​ແລ້ວ ແລະ ພົບ​ວ່າ​ເປັນ​ໄປ​ຕາມ​ຂີດ​ຈຳ​ກັດຂອງ​ອຸ​ປະ​ກອນ​ຄິດ​ໄລ່ FCC ປະ​ເພດ B ຕາມຂໍ້​ກຳ​ນົດ​ສະ​ເພາະ​ຢູ່​ໃນ​ພາກ​ຍ່ອຍ J ຂອງ​ພາກ​ທີ 15 ຂອງກົດ​ລະ​ບຽບ​ຂອງ FCC ດັ່ງ​ທີ່​ໄດ້​ກ່າວ​ໄວ້​ຂ້າງ​ເທິງ. ເຖິງ​ແນວ​ໃດ​ກໍ່​ຕາມ, ບໍ່​ມີ​ການ​ຮັບ​ປະ​ກັນ​ໄດ້ວ່າ ຄື່ນ​ລົບ​ກວນ​ຈະ​ບໍ່​ເກີດ​ຂຶ້ນ​ຢູ່​ໃນ​ການ​ຕິດ​ຕັ້ງ​ສະ​ເພາະ. ຖ້າ​ອຸ​ປະ​ກອນ​ນີ້​ບໍ່​ເຮັດ​ໃຫ້​ເກີດ​ສັນ​ຍານ​ລົບ​ກວນຕໍ່​ການ​ຮັບ​ສັນ​ຍານວິ​ທະ​ຍຸ ຫຼື ໂທ​ລະ​ພາບ, ເຊິ່ງ​ສາ​ມາດ​ກຳ​ນົດ​ໄດ້​ດ້ວຍ​ການ​ປິດ ແລະ ເປີດ​ອຸ​ປະ​ກອນ​ແລ້ວ, ຂໍ​ແນະ​ນຳ​ໃຫ້​ຜູ້​ໃຊ້​ລ​ອງ​ແກ້​ໄຂ​ສັນ​ຍານລົບ​ກວນ​ໂດຍ​ການ​ໃຊ້​ໜຶ່ງວິ​ທີ​ການ​ຂຶ້ນ​ໄປ​ໃນວິ​ທີການ​ຕໍ່​ໄປ​ນີ້​:ຈັດ​ລວງອັງ​ແຕນ​ຮັບ​ສັນ​ຍານ​ຄືນ, ປ່ຽນ​ບ່ອນ​ເຄື່ອງ​ຮັບ​ຄວບ​ຄຸມ​ທາງ​ໄກ​ຕາມ​ອັງ​ແຕ່ນ​ວິ​ທະ​ຍຸ/ໂທ​ລະ​ທັດ ຫຼື ສຽບ​ປ​ລັກ​ຕົວ​ຄວບ​ຄຸມ​ໃສ່​ບ່ອນ​ສຽບ​ອື່ນ​ທີ່​ຕົວ​ຄວບ​ຄຸມ ແລະ ວິ​ທະ​ຍຸ/ໂທ​ລະ​ພາບ​ຢູ່​ໃນ​ວົງ​ຈອນຍ່ອຍ​ທີ່​ແຕກ​ຕ່າງ.

ຖ້າ​ຈຳ​ເປັນ, ຜູ້​ໃຊ້​ຄວນ​ຈະ​ປຶກ​ສາ​ກັບ​ຜູ້​ຈຳ​ໜ່າຍ ຫຼື ຊ່າງ​ເຕັກ​ນິກວິ​ທະ​ຍຸ/ໂທ​ລະ​ທັດ​ທີ່​ມີ​ປະ​ສົບ​ການ​ສຳ​ລັບ​ຄຳ​ແນະ​ນຳ​ເພີ່ມ​ເຕີມ.ຜູ້​ໃຊ້​ອາດ​ຈະ​ຊອກ​ເບິ່ງ​ໃນ​ປຶ້ມ​ຄູ່​ມື​ຕໍ່​ໄປ​ນີ້​ທີ່​ທາງ​ຄະ​ນະ​ກຳ​ມະ​ການ​ສື່​ສານ​ຂອງ​ລັດ​ຖະ​ບານ​ກາງ​ໄດ້​ກະ​ກຽມທີ່​ອາດ​ຈະ​ມີ​ປະ​ໂຫຍດ​ເຊັ່ນ: "ວິ​ທີ​ລະ​ບຸ ແລະ ແກ້​ໄຂ​ບັນ​ຫາ​ການ​ແຊກ​ແຊງວິ​ທະ​ຍຸ-ໂທ​ລະ​ທັດ". ປຶ້ມ​ຄູ່​ມື​ນີ້​ມີ​ໃຫ້​ຈາກຫ້ອງ​ການ​ວາງ​ແຜນ​ລັດ​ຖະ​ບານ​ສະ​ຫະ​ລັດ (U.S. Government Printing Office), Washington, DC 20402. ເລກ​ທີ​ສະ​ຕັອກ: 004-000-00345-4.

FCC ID: W7OMRF24J40MDME-ຕັ້ງ​ຖານ, OA3MRF24J40MA-​ມື​ຖື

IC: 7693A-24J40MDME-ຕັ້ງ​ຖານ, 7693A-24J40MA-​ມື​ຖື

ການ​ໃຊ້​ງານ​ແມ່ນ​ຂຶ້ນ​ຢູ່​ກັບ​ສອງ​ເງື່ອນ​ໄຂ​ຕໍ່​ໄປ​ນີ້​:(1) ອຸ​ປະ​ກອນ​ນີ້​ອາດ​ຈະ​ບໍ່​ເຮັດ​ໃຫ້​ເກີດ​ຄື່ນ​ລົບ​ກວນ, ແລະ (2) ອຸ​ປະ​ກອນ​ນີ້​ຕ້ອງ​ຮັບ​ຄື່ນ​ລົບ​ກວນ​ໃດ​ໜຶ່ງ, ລວມ​ທັງ​ຄື່ນ​ລົບ​ກວນ​ທີ່​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ໃຊ້​ງານ​ທີ່​ບໍ່​ຕ້ອງ​ການ​ຂອງ​ອຸ​ປະ​ກອນນຳ.

ໃບ​ຢັ້ງ​ຢືນຄວາມ​ສາ​ມາດ​ເຂົ້າ​ກັນ​ໄດ້​ຂອງ​ແມ່​ເຫຼັກ​ໄຟ​ຟ້າຍີ​ປຸ່ນ

ແບບມືຖື:

Graphic

RF2CAN:

Graphic

ໃບ​ຢັ້ງ​ຢືນຄວາມ​ສາ​ມາດ​ເຂົ້າ​ກັນ​ໄດ້​ຂອງ​ແມ່​ເຫຼັກ​ໄຟ​ຟ້າເມັກ​ຊິກ​ໂກ

ແບບມືຖື:

Graphic

RF2CAN:

Graphic

ໃບ​ຢັ້ງ​ຢືນຄວາມ​ສາ​ມາດ​ເຂົ້າ​ກັນ​ໄດ້​ຂອງ​ແມ່​ເຫຼັກ​ໄຟ​ຟ້າເກົາ​ຫຼີ

(ສະ​ຫຼາກ​ທີ່​ຈັດ​ໃຫ້​ຢູ່​ໃນ​ຊຸດ​ແຍກ​ຕ່າງ​ຫາກ)

ແບບມືຖື:

Graphic

RF2CAN:

Graphic

ໃບ​ຢັ້ງ​ຢືນຄວາມ​ສາ​ມາດ​ເຂົ້າ​ກັນ​ໄດ້​ຂອງ​ແມ່​ເຫຼັກ​ໄຟ​ຟ້າສິງ​ກະ​ໂປ

ແບບມືຖື:

TWM240007_IDA_N4021–15

RF2CAN:

TWM-240005_IDA_N4024-15

ໃບ​ຢັ້ງ​ຢືນຄວາມ​ສາ​ມາດ​ເຂົ້າ​ກັນ​ໄດ້​ຂອງ​ແມ່​ເຫຼັກ​ໄຟ​ຟ້າມໍ​ຣັອກ​ໂກ

AGREE PAR L’ANRT MAROC

Numero d’agrement:

MR 14092 ANRT 2017

Delivre d’agrement:

29/05/2017

ຄຳເຕືອນ

CALIFORNIA

ຄຳເຕືອນຂອງກົດໝາຍ Proposition 65

ທໍ່ໄອເສຍເຄື່ອງຈັກຈາກຜະລິດຕະພັນນີ້ມີສານເຄມີທີ່ຮູ້ຈັກດີ ໃນ ລັດຄາລີຟໍເນຍ ທີ່ເຮັດໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຂົ້ວແບດເຕີລີ່, ຂົ້ວໄຟຟ້າ ແລະ ອຸປະກອນທີ່ກ່ຽວຂ້ອງທີ່ມີ ທາດກົ່ວ ແລະ ສ່ວນປະກອບຂອງທາດກົ່ວ, ສານເຄມີທີ່ລັດຄາລີຟໍເນຍ ຮູ້ຈັກດີທີ່ເຮັດໃຫ້ເກີດມະເຮັງແລະ ເປັນອັນຕະລາຍຕໍ່ການຈະເລີນພັນ. ໃຫ້ລ້າງມືຫຼັງຈາກນຳໃຊ້.

ການນຳໃຊ້ຜະລິດຕະພັນນີ້ອາດຈະເຮັດໃຫ້ສຳຜັດກັບສານເຄມີທີ່ຮູ້ຈັກດີໃນ ລັດຄາລີຟໍເນຍ ວ່າເປັນສາເຫດກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຄວາມປອດໄພ

ເຄື່ອງຈັກນີ້ໄດ້ຖືກອອກແບບໃຫ້ສອດຄ່ອງກັບ ANSI B71.4-2017.

ຄວາມປອດໄພທົ່ວໄປ

ຜະລິດຕະພັນນີ້ສາມາດເຮັດ​ໃຫ້ວັດ​ຖຸ​ຟົ້ງ​ໄດ້. ຕ້ອງປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພສະ​ເໝີເພື່ອຫຼີກລ່ຽງການບາດເຈັບສາ​ຫັດ​ຕໍ່​ຕົວ​ເອງ

  • ອ່ານ ແລະ ທຳຄວາມເຂົ້າໃຈເນື້ອໃນຂອງທັງຄູ່ມືຜູ້ໃຊ້ນີ້ ແລະ ຄູ່​ມື​ຜູ້​ໃຊ້ໜ່ວຍລາກກ່ອນທີ່ຈະເລີ່ມໃຊ້ເຄື່ອງຈັກນີ້. ໃຫ້​ແນ່​ໃຈ​ວ່າ​ທຸກໆ​ຄົນ​ທີ່​ໃຊ້​ຜະ​ລິດ​ຕະ​ພັນ​ນີ້​ຮູ້​ວິ​ທີ​ນຳ​ໃຊ້ເຄື່ອງ​ຈັກ​ນີ້ ແລະ ໜ່ວຍ​ລາກ ແລະ ເຂົ້າ​ໃຈຄຳ​ເຕືອນ​ຕ່າງໆ.

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ນຳ​ໃຊ້ເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ຢ່າວາງມື ຫຼື ຕີນຂອງທ່ານໃກ້ກັບສ່ວນປະກອບທີ່ເຄື່ອນໄຫວຂອງເຄື່ອງຈັກ.

  • ຢ່ານຳ​ໃຊ້ເຄື່ອງຈັກໂດຍບໍ່ມີການປົກປ້ອງຄົບ​ຊຸດ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢູ່ກັບເຄື່ອງຈັກ.

  • ໃຫ້ເດັກນ້ອຍ, ຄົນຢູ່ໃກ້ຄຽງ ແລະ ສັດລ້ຽງອອກຈາກພື້ນທີ່ປະຕິບັດງານ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ.

  • ມອດເຄື່ອງຈັກ, ຖອດກະແຈ (ຖ້າມີ) ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ Graphic, ເຊິ່ງໝາຍເຖິງຂໍ້ຄວນລະວັງ, ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງ​ກໍ່​ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫລື ເສຍຊີວິດ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

decal115-5106
decal115-5113
decal119-6165
decal131-6766
decal133-8062
decal140-6767
decal140-6843

ການຕັ້ງຄ່າ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແໜ່ງການ​ໃຊ້​ງານປົກກະຕິ.

ການເຊື່ອມຕໍ່ແບັດ​ເຕີ​ຣີ​

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ນ້ຳ​ມັນ​ກະ​ແລັດ Grafo 112X (ອາ​ໄຫຼ່ Toro ເບີ 505-47)
  1. ເອົາ​ກິບ​ໜີບ 2 ອັນທີ່ຍຶດຝາປົກແບັດ​ເຕີ​ຣີ​ໃສ່​ກ່ອງ​ແບັດ​ເຕີ​ຣີ​ອອກ ແລະ ເອົາຝາປິດອອກ (ຮູບສະແດງ 3).

    g029816
  2. ປະ​ກອບສາຍຂົ້ວບວກ (ສີແດງ) ໄປໃສ່ຂົ້ວບວກຂອງແບັດ​ເຕີ​ຣີ ແລະ ຮັດນັອດ​ຕົວ T ແລະ ນັອດຕົວ​ແມ່​ໃຫ້​ແໜ້ນ.

  3. ປະ​ກອບສາຍຂົ້ວລົບ (ສີດຳ) ໄປໃສ່ຂົ້ວລົບຂອງແບັດ​ເຕີ​ຣີ ແລະ ຮັດນັອດ​ຕົວ T ແລະ ນັອດຕົວ​ແມ່​ໃຫ້​ແໜ້ນ.

  4. ເຄືອບ​ຫົວ​ແບັດ​ເຕີ​ຣີ​ດ້ວຍ​ນ້ຳ​ມັນ​ກາ​ແລັດ 112X (ເຄືອບ​ຜິວ) (ອາ​ໄຫຼ່ Toro ເບີ 505-47).

  5. ເລື່ອນສະ​ນວນ​ຫຸ້ມສາຍ​ແບັດ​ເຕີ​ຣີ​ຂົ້ວ​ບວກໄປ​ເທິງຫົວ​ແບັດ​ເຕີ​ຣີ​ຂົ້ວ​ບວກ.

  6. ປະ​ກອບຝາ​ປົກ​ແບັດ​ເຕີ​ຣີ​ໃຫ້ກົງກັບກ່ອງ​ແບັດ​ເຕີ​ຣີ ແລະ ຍຶດຝາ​ປົກ​ດ້ວຍກິບ​ໜີບ 2 ອັນ (ຮູບສະແດງ 3).

ການ​ຕິດຕົວ​ຜູກ​ຍຶດໃສ່​ຈັກ​ເປົ່າ​ຂີ້​ເຫຍື້ອ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ການ​ປະ​ກອບ​ຈັກ​ເປົ່າ​ຂີ້​ເຫຍື້ອ 1
ຕົວ​ຜູກ​ຍຶດ 1
ນັອດ​ຕົວ​ຜູ້ (⅜ x 3 ນິ້ວ) 2
ນັອດຕົວແມ່ແຜ່ນ​ປິດ (⅜ ນິ້ວ) 2
ສະ​ຫຼັກ​ຕົວ​ຜູກ​ຍຶດ 1
ນັອດຕົວ​ຜູ້ (⅝ x 4–½ ນິ້ວ) 2
ນັອດລັອກຕົວແມ່ (⅝ ນິ້ວ) 2
  1. ວາງ​ຕຳ​ແໜ່ງ​ຈັກ​ເປົ່າ​ຂີ້​ເຫຍື້ອ​ໃຫ້ຢູ່ພື້ນບ່ອນພຽງ​ໄດ້​ລະ​ດັບ ແລະ ຮອງ​ຕັນ​ຢາງ​ໄວ້.

  2. ຍົກ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກຂຶ້ນ ແລະ ໃຊ້​ຂາກະ​ລິກ​ເພື່ອຄ້ຳມັນ.

  3. ສອດ​ທໍ່ຜູກ​ຍຶດ​ເຂົ້າ​ໄປ​ໃນຕົວຍຶດກອບ (ຮູບສະແດງ 4).

    Note: ທ່ານ​ສາ​ມາດ​ໝູນ​ທໍ່ຜູກ​ຍຶດ​ໃຫ້​ໝູນໄດ້ 180° ເພື່ອ​ຮອງ​ຮັບ​ຄວາມ​ສູງ​ຂອງ​ຕົວ​ຜູກ​ຍຶດ​ຕ່າງໆ.

    Important: ຕິດ​ຕັ້ງ​ທໍ່​ຜູກ​ຍຶດ​ຢູ່​ຄວາມ​ຍາວ​ທີ່​ຖືກ​ຕ້ອງ​ເພື່ອ​ໃຫ້​ເຄື່ອງ​ເປົ່າ​ບໍ່​ສຳ​ຜັດ​ກັບ​ພາ​ຫະ​ນະ​ລາກ​ແກ່​ໃນ​ຂະ​ນະ​ທີ່​ກຳ​ລັງ​ລ້ຽວ.

    g007878
  4. ຍຶດທໍ່ຜູກ​ຍຶດໃສ່​ຕົວ​ຍຶດກອບ (ຮູບສະແດງ 4) ດ້ວຍ​ນັອດ​ຕົວ​ຜູ້ 2 ຕົວ (⅜ x 3 ນິ້ວ) ແລະ ນັອດລັອກຕົວແມ່​ໜ້າ​ແປນ 2 ຕົວ (⅜ ນິ້ວ).

  5. ບິດນັອດຕົວ​ແມ່ ແລະ ຕົວ​ຜູ້​ໜ້າ​ແປນໃຫ້​ໄດ້ 40 N⋅ m (30 ft-lb).

ການຕໍ່ຈັກເປົ່າ​ຂີ້​ເຫຍື້ອໃສ່​ພາ​ຫະ​ນະ​ລາກ​ແກ່

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ເຂັມ​ຂັດຕົວ​ຜູກ​ຍຶດ 1
ເຫຼັກ​ຮູບ​ຕົວ​ຢູ 1
  1. ຖອຍພາ​ຫະ​ນະລາກ​ແກ່ຂຶ້ນໃສ່​ຈັກ​ເປົ່າ.

  2. ຄ້ຳທໍ່​ຜູກ​ຍຶດ​ດ້ວຍກະ​ລິກ ແລະ ປັບ​ທໍ່​ໃຫ້​ໄດ້​ລະ​ດັບ​ກັບ​ພື້ນ.

  3. ເອົາ​ນັອດ​ຕົວ​ຜູ້ 2 ຕົວ ແລະ ນັອດ​ຕົວ​ແມ່ 2 ຕົວ​ທີ່​ຍຶດ​ສະ​ຫຼັກ​ຕົວ​ຜູກ​ຍຶດ (ຮູບສະແດງ 5) ໃສ່​ທໍ່​ຕົວ​ຍຶດ​ອອກ.

    g341668
  4. ຍົກ​ສະ​ຫຼັກ​ຕົວ​ຜູ້​ຍຶດ​ຂຶ້ນ​ເທິງ ຫຼື ປ່ອຍ​ລົງ​ເພື່ອ​ຈັດ​ມັນ​ໃຫ້​ໄດ້​ລະ​ດັບ​ກັບ​ຕົວ​ຜູກ​ຍຶດ​ຂອງ​ພາຫະ​ນະ​ລາກ​ແກ່.

    Important: ໃຫ້​ແນ່​ໃຈ​ວ່າກອບ​ຈັກ​ເປົ່າ​ຂີ້​ເຫຍື້ອຂະ​ໜານກັບ​ພື້ນ​ດິນ.

  5. ປະ​ກອບສະ​ຫຼັກ​ຕົວ​ຜູກ​ຍຶດ​ດ້ວຍ​ນັອດ​ຕົວ​ຜູ້ 2 ອັນ ແລະ ນັອດ​ຕົວ​ແມ່ 2 ອັນ (ຮູບສະແດງ 5).

  6. ບິດນັອດລັອກຕົວ​ແມ່ ແລະ ນັອດຕົວ​ຜູ້ໃຫ້​ໄດ້ 203 N⋅ m (150 ft-lb).

  7. ຕໍ່​ສະ​ຫຼັກຕົວຜູກ​ຍຶດຈັກ​ເປົ່າໃສ່ຕົວ​ຜູກ​ຍຶດພາ​ຫະ​ນະ​ລາກ​ແກ່ດ້ວຍ​ເຂັມ​ຂັດ​ຕົວ​ຜູກ​ຍຶດ ແລະ ສະ​ຫຼັກ​ດຶງ ຮູບສະແດງ 6).

    Important: ຖ້າ​ຈັກ​ເປົ່າ​ສຳ​ຜັດ​ກັບ​ພາ​ຫະ​ນະ​ລາກ​ແກ່​ເມື່ອ​ລ້ຽວ, ຂະ​ຫຍາຍ​ທໍ່​ຜູກ​ຍຶດ​ອອກ​ໄປ​ຈາກ​ຈັກ​ເປົ່າ​ຂີ້ເຫຍື້ອ​ໂດຍ​ການ​ປະ​ກອບ​ທໍ່​ຜູກ​ຍຶດ​ໃສ່​ຂາຄ້ຳ​ກອບ​ດ້ວຍ​ການ​ໃຊ້​ຮູ​ຕິດ​ໃສ່​ໄກ​ສຸດ, ໃຫ້​ເບິ່ງ ການ​ຕິດຕົວ​ຜູກ​ຍຶດໃສ່​ຈັກ​ເປົ່າ​ຂີ້​ເຫຍື້ອ.

    g008175

ການຕິດ​ຕັ້ງ​ແບັດ​ເຕີ​ຣີໃສ່ຣີ​ໂໝດ​ມື​ຖື

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຣີ​ໂໝດ​ມື​ຖື1
ແບັດເຕີຣີ AAA4
  1. ເອົາ​ນັອດ​ກຽວ 6 ອັນ​ທີ່​ຍຶດ​ເຄິ່ງ​ຝາ​ປົກ​ຂອງ​ຣີ​ໂໝດ​ມື​ຖື​ເຂົ້າ​ໃສ່​ກັນ​ນັ້ນອອກ ແລະ ເອົາ​ຝາ​ປົກດ້ານ​ຫຼັງ​ອອກ (ຮູບສະແດງ 7).

    Note: ຖ້າ​ເປັນ​ໄປ​ໄດ້, ປ່ອຍ​ຢາງ​ກັນ​ຊຶມ ແລະ ຢ່ວງ​ຮອງ​ເຫຼັກໄວ້ຢູ່ໃນ​ຊ່ອງ​ເມື່ອ​ເອົາ​ຝາ​ປົກອອກ.

    g341770
  2. ໂດຍ​ການ​ສັງ​ເກດ​ເບິ່ງ​ຂົ້ວ​ແບັດ​ເຕີ​ຣີ​ດັ່ງ​ທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ 8, ສອດ​ແບັດ​ເຕີ​ຣີ​ໃສ່​ເຂົ້າ​ໄປ​ໃນແທ່ນ​ວາງ.

    Note: ເພື່ອ​ຫຼີກ​ລ່ຽງ​ການ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ໃສ່​ແທ່ນ​ວາງ​ເມື່ອ​ຕິດ​ຕັ້ງ​ແບັດ​ເຕີ​ຣີ, ສັງ​ເກດເບິ່ງ​ເຄື່ອງ​ໝາຍ​ຂົ້ວ​ທີ່​ເໝາະ​ສົມ (ຮູບສະແດງ 8) ທີ່​ຖືກ​ເຮັດ​ໃຫ້​ດູນ​ຂຶ້ນ​ໃສ່ບ່ອນໃສ່ແບັດເຕີຣີ. ຖ້າ​ທ່ານ​ຕິດ​ຕັ້ງ​ແບັດ​ເຕີ​ຣີ​ບໍ່​ຖືກ​ຕ້ອງ, ທ່ານ​ຈະ​ບໍ່​ເຮັດ​ໃຫ້​ເຄື່ອງ​ຈັກ​ເປ່​ເພ, ແຕ່ຣີ​ໂໝດ​ມື​ຖືຈະ​ບໍ່​ເຮັດ​ວຽກ.

    g341771g341769
  3. ໃຫ້​ແນ່​ໃຈ​ວ່າ​ຢ່ວງ​ຮອງ​ເຫຼັກ ແລະ ຢາງກັນ​ຊຶມ (ຮູບສະແດງ 7) ໄດ້​ຖືກວາງ​ໃສ່​ໃນ​ຊ່ອງ​ຢູ່​ໃນເຄິ່ງ​ຝາ​ດ້ານ​ໜ້າແລ້ວ.

  4. ຈັດ​ລຽນ​ບ້ວງ​ສາຍ​ຫ້ອຍ​ໄວ້​ເທິງ​ເຂັມ​ຂັດ​ສາຍ​ຫ້ອຍ (ຮູບສະແດງ 7).

  5. ປະ​ກອບ​ຝາ​ປົກ​ດ້ານ​ຫຼັງ​ໃສ່​ຝາ​ປົກ​ດ້ານ​ໜ້າ​ດ້ວຍ​ນັອດ​ກຽວ 6 ອັນ (ຮູບສະແດງ 7).

  6. ບິດນັອດກຽວໃຫ້​ໄດ້ 1.5 ຫາ 1.7 N⋅ m (13 ເຖິງ 15 in-lb).

ພາບລວມຂອງຜະລິດຕະພັນ

ຣີ​ໂໝດ​ມື​ຖື

ໄຟ LED

ໄຟ LED ຊີ້ບອກ​ການ​ສື່​ສານ​ລະ​ຫວ່າງ​ການ​ສື່​ສານ​ຣີ​ໂໝດ​ມື​ຖື ແລະ ໂມ​ດູນຄວບ​ຄຸມໄຮ້​ສາຍ (ຮູບສະແດງ 9).

g029818

ປຸ່ມມອດຈັກ

ກົດ​ປຸ່ມມອດ​ຈັກເພື່ອມອດ​ຈັກ (ຮູບສະແດງ 9).

ປຸ່ມຕິດ​ຈັກ

ຫຼັງ​ຈາກ​ກະ​ກຽມ​ເຄື່ອງ​ຈັກ​ສຳ​ລັບ​ການ​ຕິດ​ຈັກ​ດ້ວຍ​ຣີ​ໂໝດ​ຄວບ​ຄຸມ, ກົດ​ປຸ່ມຕິດ​ຈັກເພື່ອ​ຕິດ​ຈັກ (ຮູບສະແດງ 9). ໃຫ້​ເບິ່ງ ການເດີນຈັກ ສຳ​ລັບລຳ​ດັບ​ຂັ້ນ​ຕອນການ​ຕິດ​ຈັກ.

ປຸ່ມ​ທິດ​ທາງ​ຫົວ​ເປົ່າ​ຈັກ​ເປົ່າ

ກົດ​ປຸ່ມໝູນຫົວເປົ່າໄປ​ຊ້າຍ ຫຼື ປຸ່ມໝູນຫົວເປົ່າໄປຂວາເພື່ອ​ໝູນ​ຫົວ​ເປົ່າ​ຈັກ​ເປົ່າ​ໄປ​ໃນ​ທິດ​ທາງ​ທີ່​ຕ້ອງ​ການ (ຮູບສະແດງ 9).

ປຸ່ມຄວາມ​ໄວຈັກ

  • ກົດ​ປຸ່ມເພີ່ມ​ຄວາມ​ໄວ​ຈັກ (ໄອ​ຄອນ​ຕົວ​ກະ​ຕ່າຍ) ເພື່ອ​ເພີ່ມ​ຄວາມ​ໄວ​ຂອງ​ຈັກ (ຮູບສະແດງ 9).

  • ກົດ​ປຸ່ມຫຼຸດ​ຄວາມ​ໄວ​ຈັກ (ໄອ​ຄອນ​ຕົວເຕົ່າ) ເພື່ອຫຼຸດ​ຄວາມ​ໄວ​ຂອງ​ຈັກ.

  • ການກົດ​ປຸ່ມເພີ່ມ​ຄວາມ​ໄວ​ຈັກ ແລະ ຫຼຸດ​ຄວາມ​ໄວ​ຈັກໃນ​ເວ​ລາ​ດຽວ​ກັນເຮັດ​ໃຫ້​ຈັກ​ກັບ​ຄືນ​ສູ່​ກາ​ລັງ​ຕີ.

ຄັນ​ເລັ່ງ

ໃຊ້ ຄັນ​ເລັ່ງເພື່ອປັບຄວາມ​ໄວ​ຂອງຈັກ (ຮູບສະແດງ 10).

g341941

ຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ)

ໃຊ້ຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ໄປ​ທີ່​ຕຳ​ແໜ່ງຊົກ​ເມື່ອ​ຕິດ​ຈັກ​ເຢັນ ຮູບສະແດງ 10

ເຄື່ອງວັດ​ແທກຊົ່ວໂມງ

ເຄື່ອງວັດ​ແທກຊົ່ວໂມງ (ຮູບສະແດງ 10) ສະແດງເຖິງຊົ່ວໂມງທັງໝົດຂອງການເຮັດວຽກຂອງຈັກ.

ສະ​ວິດຕິດຈັກ

ໃຊ້ສະ​ວິດຕິດ​ຈັກ (ຮູບສະແດງ 11) ເມື່ອຕິດ​ຈັກ ແລະ ມອດ​ຈັກຢູ່​ທີ່​ຕູ້​ຄວບ​ຄຸມ. ປຸ່ມຕິດຈັກມີ 3 ຕຳ​ແໜ່ງ:

  • ຕຳ​ແໜ່ງມອດຈັກ

  • ຕຳ​ແໜ່ງເດີນ​ເຄື່ອງ/ອຸ​ປະ​ກອນ​ເສີມ

  • ຕຳ​ແໜ່ງຕິດ​ຈັກ

Note: ໃຊ້ຕຳ​ແໜ່ງເດີນ​ເຄື່ອງ/ອຸ​ປະ​ກອນ​ເສີມເມື່ອ​ຄວບ​ຄຸມ​ເຄື່ອງ​ຈັກ​ດ້ວຍ​ຣີ​ໂໝດ​ມື​ຖື.

g341833

ໄຟວິນິດໄສ

ໄຟວິນິດໄສ (ຮູບສະແດງ 12) ຕັ້ງ​ຢູ່​ກ້ອງ​ເຄື່ອງວັດ​ແທກ​ຊົ່ວ​ໂມງ.

ໄຟວິນິດໄສຊີ້ບອກ​ສະ​ຖາ​ນະ​ຂອງ​ລະ​ບົບ​ອີ​ເລັກ​ໂທ​ຣ​ນິກ ແລະ ສະ​ຖາ​ນະ​ການ​ສື່​ສານ​ກັບ​ຣີ​ໂໝດ​ມື​ຖື. ໄຟວິນິດໄສຮຸ່ງ​ຂຶ້ນ​ເພື່ອ​ຊີ້ບອກ​ສະ​ພາບ​ຂອງ​ເຄື່ອງ​ຈັກ ແລະ ຣີ​ໂໝດ​ມື​ຖືດັ່ງ​ຕໍ່​ໄປ​ນີ້:

  • ລະ​ບົບ​ອີ​ເລັກ​ໂທ​ຣນິກ​ຂອງ​ເຄື່ອງ​ຈັກ​ຕິດ​ຕາມ​ປົກ​ກະ​ຕິ.

  • ໂມ​ດູນຄວບ​ຄຸມໄຮ້​ສາຍ​ບໍ່​ສາ​ມາດ​ສື່​ສານ​ກັບ​ຣີ​ໂໝດ​ມື​ຖື.

  • ເຄື່ອງ​ຄວບ​ຄຸມ TEC ກວດ​ພົບຄວາມ​ຂັດ​ຂ້ອງທີ່ໃຊ້ງານຢູ່.

g342079

ລາຍ​ລະ​ອຽດ​ສະ​ເພາະ​ຂອງວິ​ທະ​ຍຸ

ຄວາມ​ຖີ່2.4 GHz
ກຳ​ລັງອອກ​ສູງ​ສຸດ19.59 dBm

ສິ່ງທີ່ຕິດມານຳ/ອຸປະກອນເສີມ

ການຄັດເລືອກສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ໄດ້ຮັບການອະ​ນຸ​ມັດຈາກ Toro ແມ່ນມີໃຫ້ໃຊ້ກັບເຄື່ອງຈັກເພື່ອຍົກ​ລະ​ດັບ ແລະ ຂະຫຍາຍຄວາມສາມາດຂອງມັນ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຕົວແທນຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດ ຫຼື ເຂົ້າໄປທີ່ www.Toro.com ສຳລັບລາຍຊື່ສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ຖືກອະນຸມັດທັງໝົດ.

ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ ແລະ ການຢັ້ງຢືນຄວາມປອດໄພຂອງເຄື່ອງຈັກຢ່າງຕໍ່ເນື່ອງ, ໃຫ້ນຳໃຊ້ແຕ່ອາໄຫຼ່ ແລະ ອຸປະກອນປ່ຽນຖ່າຍຂອງ Toro ເທົ່ານັ້ນ. ອາໄຫຼ່ປ່ຽນ​ຖ່າຍ ແລະ ອຸປະກອນເສີມທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ, ແລະ ການນຳໃຊ້ດັ່ງກ່າວອາດເຮັດໃຫ້ການຄ້ຳປະກັນຂອງສິນຄ້າເປັນໂມຄະ.

ການປະຕິບັດງານ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແໜ່ງການ​ໃຊ້​ງານປົກກະຕິ.

ກ່ອນການປະຕິບັດງານ

ຄວາມປອດໄພກ່ອນການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ຢ່າປ່ອຍໃຫ້ເດັກນ້ອຍ ຫຼື ຄົນທີ່ບໍ່ໄດ້ຮັບການຝຶກອົບຮົມເຮັດວຽກ ຫຼື ບຳ​ລຸງ​ຮັກ​ສາເຄື່ອງຈັກ. ລະບຽບການໃນທ້ອງຖິ່ນອາດຈະຈຳກັດອາຍຸຂອງຜູ້ນຳ​ໃຊ້. ເຈົ້າຂອງມີ​ຄວາມຮັບຜິດຊອບໃນການຝຶກອົບຮົມຜູ້ປະຕິບັດການ ແລະ ຊ່າງກົນຈັກທັງໝົດ.

  • ທຳຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງອຸປະກອນ, ການຄວບຄຸມຂອງຜູ້​ນຳ​ໃຊ້ ແລະ ປ້າຍສັນຍານຄວາມປອດໄພ.

  • ມອດເຄື່ອງຈັກ, ຖອດກະແຈ (ຖ້າມີ) ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ. ຮູ້ວິທີການຢຸດເຄື່ອງຈັກ ແລະ ມອດເຄື່ອງຈັກຢ່າງໄວວາ.

  • ຮັກ​ສາ​ເກາະ​ປ້ອງ​ກັນ, ອຸ​ປະ​ກອນ​ຄວາມ​ປອດ​ໄພ ແລະ ປ້າຍ​ສະ​ຫຼາກ​ທັງ​ໝົດໄວ້​ຢູ່​ກັບ​ທີ່. ສ້ອມ​ແປງ ຫຼື ປ່ຽນ​ອຸ​ປະ​ກອນ​ຄວາມ​ປອດ​ໄພ​ທັງ​ໝົດ ແລະ ປ່ຽນ​ປ້າຍ​ສະ​ຫຼາກ​ທຸກ​ອັນ​ທີ່​ອ່ານ​ບໍ່​ອອກ ຫຼື ຫາຍ​ໄປ. ຢ່າ​ນຳໃຊ້ເຄື່ອງ​ຈັກ​ນອກ​ຈາກວ່າ​ພວກ​ມັນປະ​ກົດ​ຕົວ ແລະ ນຳ​ໃຊ້​ໄດ້​ປົກ​ກະ​ຕິ.

  • ໃຫ້​ແນ່​ໃຈ​ວ່າ​ໜ່ວຍ​ລາກຂອງ​ທ່ານ​ເໝາະ​ສົມ​ສຳ​ລັບ​ການ​ນຳ​ໃຊ້​ກັບການ​ປະ​ຕິ​ບັດ​ຂອງ​ນ້ຳ​ໜັກ​ນີ້​ໂດຍ​ການກວດ​ເບິ່ງ​ກັບ​ຜູ້​ສະ​ໜອງ ຫຼື ຜູ້​ຜະ​ລິດໜ່ວຍ​ລາກຂອງ​ທ່ານ.

  • ຢ່າ​ດັດ​ແປງ​ອຸ​ປະ​ກອນ​ນີ້​ໃນ​ຮູບ​ແບບ​ໃດ​ໜຶ່ງ.

ຄວາມປອດໄພຂອງນໍ້າມັນເຊື້ອໄຟ

  • ໃຊ້ຄວາມລະມັດລະວັງທີ່ສຸດໃນການຈັດການກັບນໍ້າມັນເຊື້ອໄຟ. ມັນໄວໄຟ ແລະ ອາຍແກັສຂອງມັນລະເບີດໄດ້.

  • ມອດຢາສູບ, ຊິກາ, ບັ້ງສູບຢາ ແລະ ແຫຼ່ງອື່ນໆທີ່ສາມາດຈຸດໄຟໄດ້.

  • ໃຊ້ຖັງນໍ້າມັນເຊື້ອໄຟທີ່ອະນຸມັດໃຫ້ເທົ່ານັ້ນ.

  • ຢ່າເປີດຝາປິດນໍ້າມັນເຊື້ອໄຟ ຫຼື ເຕີມນໍ້າມັນເຊື້ອໄຟໃນຂະນະທີ່ເຄື່ອງຈັກກຳລັງແລ່ນ ຫຼື ຮ້ອນ.

  • ຢ່າເພີ່ມ ຫຼື ເທນ້ຳມັນເຊື້ອໄຟອອກ​ຢູ່ໃນບ່ອນທີ່ປິດ.

  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

  • ຖ້າທ່ານເຮັດນໍ້າມັນເຊື້ອໄຟກະເດັນ, ຢ່າພະຍາຍາມຕິດຈັກ; ຫຼີກລ່ຽງການສ້າງແຫຼ່ງທີ່ມາຂອງການຈຸດໄຟຈົນກວ່າອາຍນ້ຳມັນເຊື້ອໄຟລະ​ເຫີຍ​ໄປ​ໝົດ​ແລ້ວ.

ຂໍ້​ມູນ​ຈຳ​ເພາະນໍ້າມັນເຊື້ອໄຟ

Important: ການ​ໃຊ້​ນ້ຳ​ມັນເຊື້ອ​ໄຟທີ່​ບໍ່​ໄດ້​ຮັບ​ອະ​ນຸ​ມັດ​ອາດ​ຈະ​ເຮັດ​ໃຫ້​ເກີດ​ບັນ​ຫາ​ທາງ​ດ້ານ​ປະ​ສິດ​ທິ​ພາບ ແລະ/ຫຼື ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ເຄື່ອງ​ຈັກ, ເຊິ່ງ​ອາດ​ຈະ​ບໍ່ໄດ້​ຮັບ​ການ​ຄຸ້ມ​ຄອງ​ພາຍ​ໃຕ້​ການ​ຮັບ​ປະ​ກັນ.

ປະ​ເພດ

ການ​ຈັດ​ອັດ​ຕາອອກ​ເທນ​ຕ່ຳ​ສຸດ

87 (ສະ​ຫະ​ລັດ) ຫຼື 91 (ຄົ້ນ​ຄວ້າ​ວິ​ໄຈ​ອອກ​ເທນ, ຢູ່ນອກ​ສະ​ຫະ​ລັດ)

ເອ​ທານອ​ລ* ສ່ວນ​ປະ​ສົມ

ບໍ່​ເກີນ 10% ໂດຍ​ບໍ​ລິ​ມາດ

ເມ​ທານອ​ລສ່ວນ​ປະ​ສົມ

ບໍ່ມີ

MTBE* ສ່ວນ​ປະ​ສົມ (ເມ​ທິ​ລ​ເຕີ​ເທຍ​ຣີ​ບິວ​ທິ​ລ​ອີ​ເທີ - methyl tertiary butyl ether)

ໜ້ອຍກວ່າ 15% ໂດຍ​ບໍ​ລິ​ມາດ

ນໍ້າມັນເຄື່ອງ

ຢ່າເຕີມໃສ່​ນ້ຳ​ມັນ​ເຊື້ອ​ໄຟ

* ເອ​ທານອ​ລ ແລະ MTBE ແມ່ນ​ບໍ່​ຄື​ກັນ.

  • ໃຫ້​ໃຊ້​ແຕ່​ນ້ຳ​ມັນເຊື້ອ​ໄຟທີ່​ສະ​ອາດ, ສົດ (ອາ​ຍຸ​ບໍ່​ເກີນ 30 ວັນ) ຈາກ​ແຫຼ່ງ​ທີ່​ມີ​ຊື່​ສຽງເທົ່າ​ນັ້ນ.

  • ຢ່າເກັບ​ຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟ​ໄວ້​ໃນ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ ຫຼື ພາ​ຊະ​ນະ​ບັນ​ຈຸ​ນ້ຳ​ມັນ​ເຊື້ອ​ໄຟ​ຕະ​ຫຼອດ​ລະ​ດູ​ໜາວ, ນອກ​ຈາກວ່າໄດ້ນຳ​ໃຊ້​ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ​ຂອງ​ນ້ຳ​ມັນ​ເຊື້ອ​ໄຟແລ້ວ

ການ​ໃຊ້​ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບ

ໃຊ້​ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບຢູ່​ໃນ​ເຄື່ອງ​ຈັກ​ເພື່ອ​ໃຫ້​ເກີດ​ຜົນ​ປະ​ໂຫຍດ​ດັ່ງ​ຕໍ່​ໄປ​ນີ້:

  • ເກັບຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟໃຫ້​ສົດໄດ້​ດົນ​ຂຶ້ນເມື່ອ​ໃຊ້​ຕາມ​ທີ່ຜູ້​ຜະ​ລິດຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນ​ເຊື້ອ​ໄຟສັ່ງ​ໃຫ້​ເຮັດ. ສຳ​ລັບ​ການ​ເກັບ​ຮັກ​ສາ​ໃຫ້​ດົນ​ນານ, ແນະ​ນຳ​ໃຫ້​ປ່ອຍ​ນ້ຳ​ມັນ​ອອກ​ຈາກ​ຖັງ.

  • ອະ​ນາ​ໄມ​ເຄື່ອງ​ຈັກ​ໃນ​ຂະ​ນະ​ທີ່​ມັນ​ເດີນ​ຢູ່

  • ກຳ​ຈັດ​ການ​ສະ​ສົມ​ຂອງ​ນ້ຳ​ມັນ​ທາ​ເຫຼື້ອມ​ຄື​ກັບ​ໝາກ​ຝ​ຣັ່ງ​ຢູ່​ໃນ​ລະ​ບົບ​ນ້ຳ​ມັນ​ເຊື້ອ​ໄຟ, ເຊິ່ງ​ເປັນ​ສາ​ເຫດ​ຂອງ​ການ​ຕິດ​ຈັກ​ຍາກ

Important: ຢ່າໃຊ້ສານ​ເຕີມ​ນ້ຳ​ມັນ​ເຊື້ອ​ໄຟທີ່​ມີ​ເມ​ທານອ​ລ ແລະ ເອ​ທານອ​ລ.

ເຕີມປະ​ລິ​ມານຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບໃສ່​ນ້ຳ​ມັນ​ເຊື້ອ​ໄຟ​ສົດ​ຕາມ​ທີ່ຜູ້​ຜະ​ລິດຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນ​ເຊື້ອ​ໄຟສັ່ງ.

Note: ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບມີ​ປະ​ສິດ​ທິ​ພາບຫຼາຍ​ທີ່​ສຸດ​ເມື່ອ​ປະ​ສົມ​ກັບ​ນ້ຳ​ມັນ​ເຊື້ອ​ໄຟ​ສົດ. ເພື່ອ​ຫຼຸດ​ຜ່ອນ​ໂອ​ກາດ​ຂອງ​ການ​ເກີດ​ນ້ຳ​ມັນ​ທາ​ເຫຼື້ອມ​ສະ​ສົມ​ຢູ່​ໃນ​ລະ​ບົບ​ນ້ຳ​ມັນ​ເຊື້ອ​ໄຟ, ໃຊ້ຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນ​ເຊື້ອ​ໄຟ​ຕະ​ຫຼອດ​ເວ​ລາ.

ການເຕີມນໍ້າມັນເຊື້ອໄຟ

ຄວາມຈຸຂອງຖັງນໍ້າມັນ: 18,9 ລິດ (5 ແກນລອນສະຫະລັດ)

Important: ຢ່າ​ໃຊ້​ສານ​ເຕີມ​ນ້ຳ​ມັນ​ເຊື້ອ​ໄຟ​ອື່ນນອກ​ເໜືອ​ຈາກ​ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບ​ນ້ຳ​ມັນ​ເຊື້ອ​ໄຟ; ໃຫ້​ເບິ່ງ ການ​ໃຊ້​ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບ.

  1. ມອດ​ຈັກ.

  2. ທຳຄວາມສະອາດບໍລິເວນອ້ອມຮອບຝາ​ປິດຖັງ​ນ້ຳ​ມັນ ແລະ ເອົາຝາປິດອອກ (ຮູບສະແດງ 13).

    Note: ຝາປິດຖັງນໍ້າມັນມີ​ເຄື່ອງ​ແທກ​ທີ່​ສະ​ແດງ​ໃຫ້​ເຫັນ​ລະ​ດັບ​ນ້ຳ​ມັນ.

    g341695
  3. ເຕີມ​ນ້ຳ​ມັນ​ໃສ່​ຖັງ​ນ້ຳ​ມັນ​ຈົນ​ລະ​ດັບຮອດ 6 ມມ ເຖິງ 13 ມມ (¼ ເຖິງ ½ ນິ້ວ) ຢູ່​ລຸ່ມ​ປຸ່ມ​ຄໍບ່ອນ​ເຕີມ.

    Note: ພື້ນທີ່ຫວ່າງນີ້ຢູ່ໃນຖັງປ່ອຍໃຫ້ນໍ້າມັນເຊື້ອໄຟຂະຫຍາຍຕົວໄດ້. ຢ່າ​ໃສ່ນໍ້າມັນເຊື້ອໄຟຈົນເຕັມຖັງ.

  4. ອັດຝາປິດຖັງນ້ຳ​ມັນ​ເຊື້ອ​ໄຟໃຫ້​ແໜ້ນ​ດີ (ຮູບສະແດງ 13).

  5. ເຊັດນ້ຳມັນເຊື້ອໄຟທີ່ຟົ້ງອອກ.

ການປະຕິບັດການບຳລຸງຮັກສາປະຈຳວັນ

ກ່ອນທີ່ຈະເລີ່ມໃຊ້ເຄື່ອງຈັກໃນແຕ່ລະມື້, ໃຫ້ປະຕິບັດຕາມແຕ່ລະຂັ້ນຕອນການນຳໃຊ້/ປະຈຳວັນທີ່ລະບຸໄວ້ໃນ .

ໃນລະຫວ່າງການປະຕິບັດງານ

ຄວາມປອດໄພໃນລະຫວ່າງການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ເຈົ້າຂອງ/ຜູ້ປະຕິບັດງານສາມາດປ້ອງກັນ ແລະ ມີຄວາມຮັບຜິດຊອບຕໍ່ອຸບັດຕິເຫດທີ່ອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ຄວາມເສຍຫາຍທາງຊັບສິນ.

  • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງການປ້ອງກັນຕາ; ໂສ້ງຂາຍາວ; ເກີບກັນມື່ນ ແລະ ເຄື່ອງ​ປ້ອງ​ກັນ​ສຽງ. ມັດຜົມຍາວໄວ້​ດ້ານ​ຫຼັງ ແລະ ຢ່າໃສ່ເຄື່ອງນຸ່ງ ຫຼື ເຄື່ອງປະດັບຫຼວມໆ.

  • ຢ່າໃຊ້ເຄື່ອງຈັກໃນຂະນະທີ່ບໍ່​ສະ​ບາຍ, ອິດເມື່ອຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງສິ່ງ​ມຶນ​ເມົາ ຫຼື ສິ່ງເສບຕິດ.

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ນຳ​ໃຊ້ເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ອາ​ກາດ​ທີ່​ຖືກ​ປ່ອຍ​ອອກ​ມາ​ມີ​ແຮງ​ໃນ​ປະ​ລິ​ມານ​ແຮງ​ພໍ ແລະ ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ ຫຼື ການ​ສູນ​ເສຍ​ອຸ​ປະ​ກອນ​ໃສ່​ຕີນໄດ້. ໃຫ້​ຢູ່​ຫ່າງ​ໄກ​ຈາກຫົວເປົ່າຈັກ​ເປົ່າ​ເມື່ອ​ເຄື່ອງ​ຈັກ​ກຳ​ລັງ​ເຮັດ​ວຽກ​ຢູ່.

  • ກັນ​ໃຫ້​ຄົນ​ຢືນ​ຢູ່​ໃກ້​ທຸກ​ຄົນ​ອອກ​ໄປ; ມອດເຄື່ອງ​ຈັກເມື່ອ​ມີ​ຄົນ​ເຂົ້າ​ໄປ​ໃນ​ພື້ນ​ທີ່, ຢ່າປິ່ນ​ທິດ​ທາງ​ການ​ປ່ອຍ​ອອກ​ມາ​ໄປ​ຍັງ​ພວກ​ເຂົາ.

  • ຢ່າໃຊ້ງານ​ເຄື່ອງ​ຈັກເມື່ອ​ມັນ​ບໍ່​ໄດ້​ຕໍ່​ກັບພາ​ຫະ​ນະ​ລາກ​ແກ່.

  • ຢ່າ​ຕິດ​ຈັກ​ໄວ້​ໃນ ຫຼື ປິ່ນ​ຫົວ​ເປົ່າ​ຈັກ​ເປົ່າ​ໄປ​ໃສ່​ບໍ​ລິ​ເວນ​ທີ່​ອັດ​ແຄບ​ໂດຍ​ບໍ່​ມີ​ການ​ລະ​ບາຍ​ອາ​ກາດ​ທີ່​ພຽງ​ພໍ. ອາຍ​ເສຍ​ຂອງ​ເຄື່ອງ​ຈັກມີ​ສານຄາບອນມໍນັອກຊາຍ, ແກ໊ສບໍ່​ມີ​ກິ່ນທີ່ເປັນອັນຕະລາຍເຖິງ​ຊີ​ວິດ, ຖ້າ​ສູດ​ດົມ​ເຂົ້າ​ໄປ.

  • ຢ່າໃຫ້ຜູ້ໂດຍສານຂຶ້ນເທິງເຄື່ອງຈັກ ແລະ ໃຫ້ຜູ້ຢູ່ໃກ້ ແລະ ສັດລ້ຽງຢູ່ຫ່າງຈາກເຄື່ອງຈັກໃນລະຫວ່າງການປະຕິບັດງານ.

  • ນຳ​ໃຊ້ເຄື່ອງຈັກພຽງແຕ່ບ່ອນທີ່ເບິ່ງເຫັນໄດ້ດີເພື່ອຫຼີກລ່ຽງຂຸມ ຫຼື ອັນຕະລາຍທີ່ເຊື່ອງຢູ່.

  • ເບິ່ງທາງຫຼັງ ແລະ ດ້ານລຸ່ມກ່ອນທີ່ຈະຖອຍເພື່ອໃຫ້ແນ່ໃຈວ່າເສັ້ນທາງປອດໄພ.

  • ໃຊ້ຄວາມລະມັດລະວັງໃນເວລາທີ່ເຂົ້າໄປໃນບໍລິເວນທີ່ເບິ່ງບໍ່ເຫັນ, ຟຸ່ມໄມ້, ຕົ້ນໄມ້ ຫຼື ວັດຖຸອື່ນໆທີ່ອາດເຮັດໃຫ້ທ່ານເບິ່ງບໍ່ເຫັນ.

  • ຢ່າແລ່ນເຄື່ອງຈັກຢູ່ໃນພື້ນທີ່ບ່ອນທີ່ມີອາຍເສຍປິດ.

  • ຢ່າປ່ອຍໃຫ້ເຄື່ອງຈັກຕິດ​ຢູ່ໂດຍທີ່ບໍ່ມີຄົນຢູ່ນຳ.

  • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

    • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    • ໃສ່​ເບ​ຣກມືພາ​ຫະ​ນະ​ລາກ​ແກ່.

    • ມອດຈັກ ແລະ ຖອດກະ​ແຈ (ຖ້າ​ໄດ້​ຕິດ​ຕັ້ງ​ມາ​ນຳ).

    • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

  • ເມື່ອຂົນ​ສົ່ງເຄື່ອງ​ຈັກ​ຢູ່​ໃນ​ຖະ​ໜົນ​ສາ​ທາ​ລະ​ນະ, ໃຫ້​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ການ​ຈາ​ລະ​ຈອນ​ທຸກ​ຢ່າງ ແລະ ໃຊ້​ອຸ​ປະ​ກອນ​ເສີມ​ເພີ່ມ​ເຕີມ​ໃດ​ໜຶ່ງ​ທີ່​ກົດ​ໝາຍ​ອາດ​ຈະ​ຮຽກ​ຮ້ອງ​ເຊັ່ນ: ໄຟ​ຕາ, ສັນ​ຍານລ້ຽວ, ສັນ​ຍານ​ສະ​ແດງ​ພາ​ຫະ​ນະເຄື່ອນ​ໄຫວ​ຊ້າ (SMV) ແລະ ອື່ນໆ​ຕາມ​ຕ້ອງ​ການ.

  • ຖ້າ​ເຄື່ອງ​ຈັກ​ສັ່ນ​ຜິດ​ປົກ​ກະ​ຕິ, ຢຸດເຄື່ອງ​ຈັກ​ທັນ​ທີ, ມອດ​ຈັກ, ຖອດ​ກະ​ແຈ, ລໍຖ້າໃຫ້ທຸກພາກ​ສ່ວນເຄື່ອນ​ໄຫວຢຸດ ແລະ ກວດ​ເບິ່ງ​ຄວາມ​ເສຍ​ຫາຍ. ສ້ອມ​ແປງ​ຄວາມ​ເສຍ​ຫາຍ​ຂອງ​ເຄື່ອງ​ຈັກ​ທັງ​ໝົດກ່ອນທີ່ຈະເລີ່ມ​ການ​ນຳ​ໃຊ້​ຕໍ່.

  • ຫຼຸດ​ຄວາມ​ໄວ​ລົງ​ເມື່ອ​ໃຊ້​ງານ​ຢູ່​ໃນ​ພື້ນ​ທີ່​ຫຼຸບ​ໂນນ, ບໍ່​ສະ​ໝ່ຳ​ສະ​ເໝີ ແລະ ໃກ້​ຂອບ​ທາງ, ຂຸມ ແລະ ການ​ປ່ຽນ​ແປງ​ກະ​ທັນ​ຫັນ​ອື່ນໆ​ຢູ່​ໃນ​ພື້ນ​ທີ່.

  • ເພື່ອ​ຫຼີກ​ລ່ຽງ​ການ​ເຮັດ​ໃຫ້​ເກີດ​ເຄື່ອງ​ຈັກ​ປີ້ນ​ຂວັ້ມ, ໃຫ້​ລະ​ມັດ​ລະ​ວັງ​ເມື່ອ​ລ້ຽວ ແລະ ຫຼີກ​ລ່ຽງ​ການ​ຍ້າຍ​ທີ່​ບໍ່​ປອດ​ໄພ.

ຄວາມປອດໄພໃນທາງຄ້ອຍຊັນ

  • ທາງຄ້ອຍຊັນແມ່ນປັດໃຈຕົ້ນ​ຕໍທີ່ກ່ຽວຂ້ອງກັບການສູນເສຍການຄວບຄຸມ ແລະ ອຸບັດຕິເຫດໃນ​ການ​ພິກ​ປີ້ນ, ເຊິ່ງອາດຈະເຮັດໃຫ້ມີການບາດເຈັບສາ​ຫັດ ຫຼື ເສຍຊີວິດໄດ້. ທ່ານມີໜ້າທີ່ຮັບຜິດຊອບໃນການປະຕິບັດງານໃນທາງຄ້ອຍຊັນທີ່ປອດໄພ. ການໃຊ້ເຄື່ອງຈັກຢູ່ເທິງທາງຄ້ອຍຊັນໃດກໍ່ຕາມແມ່ນຕ້ອງມີຄວາມລະມັດລະວັງເປັນພິເສດ.

  • ທົບ​ທວນ​ເບິ່ງ​ຂໍ້​ກຳ​ນົດ​ສະ​ເພາະ​ຂອງໜ່ວຍ​ລາກເພື່ອ​ຮັບ​ປະ​ກັນ​ວ່າ​ທ່ານ​ບໍ່​ໄປ​ເກີນ​ຄວາມ​ອາດ​ສາ​ມາດ​ທາງ​ດ້ານ​ຄວາມ​ຊັນ​ຂອງ​ມັນ.

  • ປະເມີນສະພາບຂອງສະຖານທີ່ເພື່ອກຳນົດວ່າທາງຄ້ອຍຊັນມີຄວາມປອດໄພຕໍ່ການດຳເນີນງານຂອງເຄື່ອງຈັກບໍ່, ລວມທັງການສຳຫຼວດເບິ່ງສະຖານທີ່. ໃຊ້​ສາ​ມາດ​ສຳ​ນຶກທົ່ວໄປ ແລະ ການຕັດສິນໃຈທີ່ດີ​ຢູ່​ສະ​ເໝີໃນເວລາທີ່ດຳເນີນການສຳຫຼວດເບິ່ງນີ້.

  • ກວດກາຄືນຄຳແນະນຳກ່ຽວກັບທາງຄ້ອຍຊັນທີ່ລະບຸໄວ້ຂ້າງລຸ່ມສຳລັບການປະຕິບັດງານຂອງເຄື່ອງຈັກຢູ່ເທິງທາງຄ້ອຍຊັນ. ກ່ອນທີ່ທ່ານຈະໃຊ້​ງານເຄື່ອງຈັກ, ກວດກາສະພາບຂອງສະຖານທີ່ເພື່ອກຳນົດວ່າທ່ານສາມາດໃຊ້ງານເຄື່ອງຈັກໄດ້ໃນເງື່ອນໄຂໃນມື້ນັ້ນ ແລະ ຢູ່ບ່ອນນັ້ນ. ການປ່ຽນແປງຂອງພູມສັນຖານສາມາດສົ່ງຜົນໃຫ້ມີການປ່ຽນແປງໃນການປະຕິບັດງານໃນທາງຄ້ອຍຊັນສຳລັບເຄື່ອງຈັກ.

    • ຫຼີກລ່ຽງການຕິດ​ຈັກ, ມອດ​ຈັກ ຫຼື ລ້ຽວເຄື່ອງຈັກຕາມທາງຄ້ອຍຊັນ. ຫຼີກລ່ຽງການປ່ຽນແປງຄວາມໄວ ຫຼື ທິດທາງຢ່າງກະທັນຫັນ. ໃຫ້ລ້ຽວຊ້າໆ ແລະ ຄ່ອຍໆ.

    • ຢ່າໃຊ້ງານເຄື່ອງຈັກພາຍໃຕ້ສະພາບການທີ່ການເຄື່ອນທີ່, ລ້ຽວ ຫຼື ມີ​ຄວາມ​ສົງ​ໄສ​ໃນ​ຄວາມ​ທ່ຽງ.

    • ກຳ​ຈັດ ຫຼື ໃສ່ເຄື່ອງໝາຍສິ່ງ​ກີດ​ຂວາງຕ່າງໆເຊັ່ນ: ຮ່ອງ, ຂຸມ, ຮອຍແຕກ, ກ້ອນຫີນ ຫຼື ອັນຕະລາຍອື່ນໆທີ່ເຊື່ອງໄວ້. ຫຍ້າທີ່ສູງສາມາດປິດ​ບັງສິ່ງກີດຂວາງຕ່າງໆໄດ້. ພູມສັນຖານທີ່ບໍ່ລຽບສາມາດເຮັດ​ໃຫ້ເຄື່ອງຈັກປີ້ນໄດ້.

    • ລະວັງວ່າການເຮັດວຽກຂອງເຄື່ອງຈັກໃນຫຍ້າທີ່ຊຸ່ມ, ຂ້າມທາງຄ້ອຍຊັນ ຫຼື ທາງລົງພູອາດຈະເຮັດໃຫ້ເຄື່ອງຈັກສູນເສຍການຄວບຄຸມ.

    • ໃຊ້ຄວາມລະມັດລະວັງທີ່ສຸດໃນເວລາທີ່ໃຊ້ງານເຄື່ອງຈັກຢູ່ໃກ້ຈຸດຕົກ, ຄອງນ້ຳ, ຄັນຄູ, ຄວາມອັນຕະລາຍທາງນໍ້າ ຫຼື ອັນຕະລາຍອື່ນໆ. ເຄື່ອງຈັກດັ່ງກ່າວສາມາດກິ້ງໄດ້ຢ່າງກະທັນຫັນ, ຖ້າຫາກວ່າລໍ້ແລ່ນຂ້າມຂອບ ຫຼື ຂອບຕົກ​ເຂົ້າໃນ. ສ້າງໃຫ້​ມີພື້ນທີ່ປອດໄພລະຫວ່າງເຄື່ອງຈັກ ແລະ ອັນຕະລາຍ.

ໄຟວິນິດໄສ

ໄຟວິນິດໄສ (ຮູບສະແດງ 14) ຊີ້ບອກ​ສະ​ຖາ​ນະ​ຂອງ​ລະ​ບົບ​ອີ​ເລັກ​ໂທ​ຣ​ນິກ ແລະ ສະ​ຖາ​ນະ​ການ​ສື່​ສານ​ກັບ​ຣີ​ໂໝດ​ມື​ຖື.

g342080

ລະ​ຫັດ​ໄຟ​ກະ​ພິບການ​ເລີ່ມ​ຕົ້ນ​ລະ​ບົບ

ລະ​ຫັດ​ໄຟ​ກະ​ພິບການ​ເລີ່ມ​ຕົ້ນ​ລະ​ບົບເປີດ​ແຕ່​ລະ​ຄັ້ງ​ທີ່ລະ​ບົບ​ອີ​ເລັກ​ໂທ​ຣນິກ​ຂອງ​ເຄື່ອງ​ຈັກ​ຕິດ​ຕາມ​ປົກ​ກະ​ຕິ.

ລະ​ຫັດ​ໄຟ​ກະ​ພິບການ​ເລີ່ມ​ຕົ້ນ​ລະ​ບົບສະ​ແດງ​ຂຶ້ນ​ເມື່ອ​ທ່ານ​ບິດ​ກະ​ແຈຕິດ​ຈັກ​ໄປຕຳ​ແໜ່ງເດີນ​ເຄື່ອງ ແລະ ໄຟວິນິດໄສກະ​ພິບ​ຢູ່​ໃນ​ຮູບ​ແບບ​ຕໍ່​ໄປ​ນີ້:

  • ໄຟ​ຮຸ່ງ​ມາບເປັນ​ເວ​ລາ 5 ວິ​ນາ​ທີ.

  • ໄຟມອດເປັນ​ເວ​ລາ 5 ວິ​ນາ​ທີ.

  • ໄຟ​ຮຸ່ງ 3 ຄັ້ງ​ຕໍ່​ວິ​ນາ​ທີ​ຈົນ​ກວ່າ​ທ່ານ​ຊຸກ​ປຸ່ມ​ໃນ​ຣີ​ໂໝດ​ມື​ຖື.

ລະ​ຫັດ​ໄຟ​ກະ​ພິບການສື່​ສານ​ເພ

ລະ​ຫັດ​ໄຟ​ກະ​ພິບການສື່​ສານ​ເພເປີດ​ຂຶ້ນ​ເມື່ອໂມ​ດູນຄວບ​ຄຸມໄຮ້​ສາຍ​ບໍ່​ສາ​ມາດ​ສື່​ສານ​ກັບ​ຣີ​ໂໝດ​ມື​ຖືໄດ້.

ລະ​ຫັດ​ໄຟ​ກະ​ພິບການສື່​ສານ​ເພສະ​ແດງ​ຂຶ້ນ​ເມື່ອ​ທ່ານ​ບິດ​ກະ​ແຈຕິດ​ຈັກ​ໄປຕຳ​ແໜ່ງເດີນ​ເຄື່ອງ ແລະ ໄຟວິນິດໄສກະ​ພິບຢ່າງ​ໄວໆ.

ບັນ​ຫາ​ການ​ສື່​ສານ​ຣີ​ໂໝດ​ມື​ຖື​ທີ່​ເປັນ​ໄປ​ໄດ້​ລວມ​ມີ:

  • ໂມ​ດູນຄວບ​ຄຸມ​ໄຮ້​ສາຍ​ບໍ່​ໄດ້​ຮັບ​ສັນ​ຍານ​ຣີ​ໂໝດ​ມື​ຖື​ພາຍ​ໃນ 10 ວິ​ນາ​ທີຂອງ​ການ​ບິດ​ກະ​ແຈ​ຕິດ​ຈັກໄປ​ຫາ​ຕຳ​ແໜ່ງເດີນ​ເຄື່ອງ.

  • ຣີ​ໂໝດ​ມື​ຖື ຢູ່​ໄກ​ຈາກເຄື່ອງ​ຈັກຫຼາຍ.

  • ແບັດ​ເຕີ​ຣີ​ຂອງຣີ​ໂໝດ​ມື​ຖືອ່ອນ.

  • ໂມ​ດູນຄວບ​ຄຸມໄຮ້​ສາຍ​ບໍ່ເຊື່ອມ​ໂຍງກັບ​ຣີ​ໂໝດ​ມື​ຖື.

ລະ​ຫັດ​ໄຟ​ກະ​ພິບຄວາມ​ຂັດ​ຂ້ອງທີ່ໃຊ້ງານຢູ່

ລະ​ຫັດ​ໄຟ​ກະ​ພິບຄວາມ​ຂັດ​ຂ້ອງທີ່ໃຊ້ງານຢູ່ເປີດ​ຂຶ້ນ​ເມື່ອເຄື່ອງ​ຄວບ​ຄຸມ TEC ກວດ​ພົບຄວາມ​ຂັດ​ຂ້ອງທີ່ໃຊ້ງານຢູ່.

ລະ​ຫັດ​ໄຟ​ກະ​ພິບຄວາມ​ຂັດ​ຂ້ອງທີ່ໃຊ້ງານຢູ່ສະ​ແດງ​ຂຶ້ນ​ເມື່ອ​ທ່ານ​ບິດ​ກະ​ແຈຕິດ​ຈັກ​ໄປຕຳ​ແໜ່ງເດີນ​ເຄື່ອງ ແລະ ໄຟວິນິດໄສກະ​ພິບ​ຢູ່​ໃນ​ຮູບ​ແບບ​ຕໍ່​ໄປ​ນີ້:

  • ໄຟ​ຮຸ່ງ​ມາບເປັນ​ເວ​ລາ 5 ວິ​ນາ​ທີ.

  • ໄຟກະ​ພິບ​ຂຶ້ນ​ຢ່າງ​ໄວ (ໂດຍ​ທີ່​ມີ ຫຼື ບໍ່​ມີ​ການ​ຢຸດ).

ການຕິດຈັກ

ຢູ່​ທີ່​ຕູ້​ຄວບ​ຄຸມ

ຂໍ້ຄວນລະວັງ

ການ​ຕິດຈັກຕິດ​ເຄື່ອງ​ຈັກ​ທັນ​ທີ, ເປົ່າ​ຂີ້​ເຫຍື້ອ, ຊາຍ ແລະ ຝຸ່ນ, ເຊິ່ງ​ສາ​ມາດ​ເຮັດ​ໃຫ້​ຜູ້ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ.

  • ໃຫ້ຜູ້ຢູ່ໃກ້ຄຽງທັງ​ໝົດຢູ່ຫ່າງຈາກພື້ນ​ທີ່ບ່ອນ​ເຮັດ​ວຽກ.

  • ມອດ​ຈັກເມື່ອ​ຄົນ​ຢືນ​ຢູ່​ໃກ້​ເຂົ້າ​ໄປ​ໃນ​ພື້ນ​ທີ່.

  1. ໃຫ້​ແນ່​ໃຈ​ວ່າ​ຈັກເປົ່າໄດ້ຕິດ​ໃສ່​ກັບ​ພາ​ຫະ​ນະ​ລາກ​ແກ່​ແໜ້ນ​ດີ​ແລ້ວກ່ອນ​ທີ່ທ່ານຈະ​ຕິດ​ຈັກ.

  2. ຖ້າຈັກເຢັນ, ເຄື່ອນຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) (ຮູບສະແດງ 15) ໄປ​ທີ່​ຕຳ​ແໜ່ງເປີດ.

    Note: ຈັກ​ອຸ່ນ ຫຼື ຮ້ອນ​ອາດ​ຈະ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ເຄື່ອງ​ຄວບ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ). ຫຼັງ​ຈາກ​ທີ່ຈັກ​ຕິດແລ້ວ, ເຄື່ອນຕົວ​ຄວບ​ຄຸມເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ກັບໄປ​ທີ່​ຕຳ​ແໜ່ງປິດ.

    g341942
  3. ເຄື່ອນຄັນເລັ່ງໄປເຄິ່ງ​ທາງ (ຮູບສະແດງ 15) ລະ​ຫວ່າງ​ຕຳ​ແໜ່ງ​ຊ້າ ແລະ ໄວ.

  4. ໝູນສະວິດຕິດ​ຈັກໄປທີ່ຕຳແໜ່ງຕິດ​ຈັກ.

    Important: ຢ່າປະກະ​ແຈຕິດ​ຈັກ​ໄວ້​ໃນ​ຕຳ​ແໜ່ງຕິດ​ຈັກເປັນ​ເວ​ລາ​ຫຼາຍກວ່າ 10 ວິ​ນາ​ທີໃນ​ແຕ່​ລະ​ຄັ້ງ. ຖ້າ​ຈັກ​ບໍ່​ຕິດ, ລໍ​ຖ້າ 10 ວິ​ນາ​ທີໃຫ້​ຕົວ​ຕິດ​ຈັກ​ເຢັນ​ລົງ​ລະ​ຫວ່າງ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຕິດ​ຈັກ. ຖ້າ​ທ່ານ​ບໍ່​ປ່ອຍ​ໃຫ້​ມໍ​ເຕີ​ຕົວ​ຕິດ​ຈັກ​ເຢັນ​ລົງ​ລະ​ຫວ່າງ​ການ​ພະ​ຍາ​ຍາມ​ຕິດ​ຈັກ, ທ່ານ​ສາ​ມາດ​ເຮັດ​ໃຫ້​ຕົວ​ຕິດ​ຈັກ​ເປ່​ເພ​ໄດ້.

  5. ເມື່ອ​ຈັກ​ຕິດ, ປ່ອຍກະແຈຕິດ​ຈັກ.

  6. ຖ້າຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ຢູ່​ໃນຕຳ​ແໜ່ງເປີດ, ເຄື່ອນ​ຄັນ​ດຶງ​ໄປ​ຫາ​ຕຳ​ແໜ່ງປິດເມື່ອ​ຈັກ​ອຸ່ນ​ຂຶ້ນ.

ການມອດຈັກ

ຢູ່​ທີ່​ຕູ້​ຄວບ​ຄຸມ
  1. ເຄື່ອນຄັນເລັ່ງໄປທີ່ຕຳແໜ່ງ ¾ ຄັນເລັ່ງ.

  2. ໝູນສະວິດຕິດ​ຈັກໄປທີ່ຕຳແໜ່ງມອດຈັກ.

ການໃຊ້ຣີ​ໂໝດຄວບ​ຄຸມ

ຣີ​ໂໝດມື​ຖືເປີດ​ໃຊ້ເມື່ອ​ທ່ານ​ກົດ​ປຸ່ມໃດ​ໜຶ່ງ. ເພື່ອ​ຮັກ​ສາ​ໄຟ​ແບັດ​ເຕີ​ຣີ, ຣີ​ໂໝດ​ມື​ຖື​ເປີດ​ຢູ່​ເປັນ​ເວ​ລາ 3 ວິ​ນາ​ທີ​ກ່ອນ​ທີ່​ຈະ​ມອດ​ໂດຍ​ອັດ​ຕະໂນ​ມັດ, ນອກ​ຈາກວ່າ​ທ່ານ​ກົດ​ປຸ່ມ​ພາຍ​ໃນ​ເວ​ລາ​ນັ້ນ. ເມື່ອ​ຣີ​ໂໝດ​ມື​ຖື​ໝົດ​ເວ​ລາ ແລະ ມອດ​ລົງ, ກິດ​ຈະ​ກຳ​ໄຟ LED ຂອງ​ຣີ​ໂໝດ​ຄວບ​ຄຸມ​ຢຸດ (ຮູບສະແດງ 16). ການ​ກົດ​ປຸ່ມໃດ​ໜຶ່ງ​ເປີດ​ນຳ​ໃຊ້​ການ​ຄວບ​ຄຸມ​ດ້ວຍ​ຣີໂໝດ.

g029818

ໂມ​ດູນຄວບ​ຄຸມໄຮ້​ສາຍ ແລະ ຕົວ​ຄວບ​ຄຸມ TEC ກັບ​ໄປ​ສູ່​ໂໝດ​ປະ​ຢັດ​ພະ​ລັງ​ງານ (ຈົນ​ກວ່າ​ຮອບ​ວຽນ​ພະ​ລັງ​ງານ​ເກີດ​ຂຶ້ນ), ຖ້າ​ໂມ​ດູນ​ຄວບ​ຄຸມ​ໄຮ້​ສາຍ​ບໍ່​ເຄື່ອນ​ໄຫວ​ເປັນ​ເວ​ລາ​ຫຼາຍກວ່າ 2.5 ຊົ່ວ​ໂມງ​ໂດຍ​ບໍ່​ມີ​ການ​ສື່​ສານ​ຈາກ​ຣີ​ໂໝດ​ມື​ຖື. ໂໝດ​ປະ​ຢັດ​ພະ​ລັງ​ງານ​ແມ່ນ​ສະ​ພາບ​ກະ​ແສ​ຕ່ຳ​ຂອງໂມ​ດູນຄວບ​ຄຸມໄຮ້​ສາຍ. ຢູ່​ໃນ​ໂໝດໂໝດ​ປະ​ຢັດ​ພະ​ລັງ​ງານ​, ໂມ​ດູນຄວບ​ຄຸມໄຮ້​ສາຍ​ບໍ່​ສື່​ສານ​ກັບ​ຣີ​ໂໝດ​ມື​ຖື, ເປີດ​ໃຊ້​ຜົນ​ສົ່ງ​ອອກ ຫຼື ຟັງ​ຊັນ​ຕາມ​ປົກ​ກະ​ຕິ.

  • ເມື່ອ​ຢູ່​ໃນ​ໂໝດ​ໝົດ​ເວ​ລາ, ຈັກ​ບໍ່​ເດີນ (ຫຼື ມອດ) ແລະ ຣີ​ໂໝດ​ມື​ຖືບໍ່​ຄວບ​ຄຸມ​ຟັງ​ຊັນ​ໃດໆ.

  • ເພື່ອ​ກະ​ຕຸ້ນ​ໂມ​ດູນ​ຄວບ​ຄຸມ​ໄຮ້​ສາຍຈາກ​ໂໝດ​ໝົດ​ເວ​ລາ, ບິດສະ​ວິດກະ​ແຈໄປທີ່​ຕຳ​ແໜ່ງປິດ ແລະ ຈາກ​ນັ້ນບິດສະ​ວິດກະ​ແຈໄປ​ທີ່​ຕຳ​ແໜ່ງເດີນ​ເຄື່ອງ.

  • ເພື່ອ​ຫຼີກ​ລ່ຽງ​ການ​ໝົດ​ເວ​ລາ​ຂອງ​ໂມ​ດູນ​ຄວບ​ຄຸມ​ໄຮ້​ສາຍ​ໃນ​ລະ​ຫວ່າງ​ການ​ໃຊ້​ງານ, ໃຊ້​ຣີ​ໂໝດ​ມື​ຖື​ເພື່ອ​ໝູນ​ຫົວ​ເປົ່າ​ຈັກ​ເປົ່າ ຫຼື ປ່ຽນ​ຄວາມ​ໄວ​ຈັກ​ທຸກໆ 2.5 ຊົ່ວ​ໂມງ ຫຼື ເລື້ອຍໆ​ກວ່າ​ນັ້ນ.

ການເດີນຈັກ

ການໃຊ້​ຣີ​ໂໝດ​ມື​ຖື

ຄຳເຕືອນ

ການ​ໝູນ​ອາ​ໄຫຼ່​ຕ່າງໆ​ສາ​ມາດເຮັດ​ໃຫ້​ເກີດ​ບາດເຈັບສາ​ຫັດກັບ​ຄົນ​ໄດ້.

  • ຮັກສາມື, ຕີນ, ຜົມ ແລະ ເຄື່ອງ​ນຸ່ງຂອງທ່ານໃຫ້ຫ່າງຈາກທຸກພາກ​ສ່ວນທີ່​ເຄື່ອນ​ໄຫວ​ຢູ່ເພື່ອປ້ອງ​ກັນການ​ບາດ​ເຈັບ.

  • ຢ່ານຳ​ໃຊ້ເຄື່ອງ​ຈັກ​ໂດຍ​ທີ່ເອົາ​ຝາ​ປົກ, ເຄື່ອງ​ປົກ​ບັງ ແລະ ເກາະ​ປ້ອງ​ກັນ​ອອກ.

  1. ກະ​ກຽມເຄື່ອງຈັກ; ໃຫ້​ເບິ່ງ ການ​ກະ​ກຽມ​ເຄື່ອງ​ຈັກ.

  2. ປະ​ຕິ​ບັດ​ຕາມ​ລຳ​ດັບຂັ້ນ​ຕອນເປີດ​ໃຊ້​ງານ​ການ​ຕິດ​ຈັກ, ໃຫ້​ເບິ່ງ ການປະ​ຕິ​ບັດ​ຕາມ​ລຳ​ດັບຂັ້ນ​ຕອນເປີດ​ໃຊ້​ງານ​ການ​ຕິດ​ຈັກ.

  3. ຕິດຈັກດ້ວຍ​ຣີ​ໂໝດ​ມື​ຖື, ໃຫ້​ເບິ່ງ (ການຕິດຈັກ).

ການ​ກະ​ກຽມ​ເຄື່ອງ​ຈັກ

  1. ໃຫ້​ແນ່​ໃຈ​ວ່າ​ຈັກເປົ່າ​ຕິດ​ໃສ່​ກັບ​ພາ​ຫະ​ນະ​ລາກ​ແກ່​ແໜ້ນ​ດີ​ແລ້ວກ່ອນ​ທີ່ທ່ານຈະ​ຕິດ​ຈັກຂອງ​ຈັກ​ເປົ່າ.

  2. ກ່ອນ​ຕິດຈັກເຢັນ, ເຄື່ອນຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) (ຮູບສະແດງ 17) ໄປ​ທີ່​ຕຳ​ແໜ່ງເປີດ.

    Note: ຈັກ​ອຸ່ນ ຫຼື ຮ້ອນ​ອາດ​ຈະ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ເຄື່ອງ​ຄວບ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ). ຫຼັງ​ຈາກ​ທີ່ຈັກ​ຕິດແລ້ວ, ເຄື່ອນຕົວ​ຄວບ​ຄຸມເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ກັບໄປ​ທີ່​ຕຳ​ແໜ່ງປິດ.

    g341942
  3. ບິດ​ກະ​ແຈ​ຕິດ​ຈັກໄປ​ຕຳ​ແໜ່ງເດີນ​ເຄື່ອງ/ອຸ​ປະ​ກອນ​ເສີມ.

    Note: ຖ້າປະກະ​ແຈ​ໄວ້​ຢູ່​ໃນຕຳ​ແໜ່ງເດີນ​ເຄື່ອງເປັນ​ເວ​ລາ​ດົນ​ນານ, ເຄື່ອນກະ​ແຈໄປ​ຫາ​ຕຳ​ແໜ່ງປິດກ່ອນ​ການ​ຕິດ​ຈັກ.

  4. ປະ​ຕິ​ບັດ​ຕາມ​ລຳ​ດັບຂັ້ນ​ຕອນເປີດ​ໃຊ້​ງານ​ການ​ຕິດ​ຈັກ, ໃຫ້​ເບິ່ງ ການປະ​ຕິ​ບັດ​ຕາມ​ລຳ​ດັບຂັ້ນ​ຕອນເປີດ​ໃຊ້​ງານ​ການ​ຕິດ​ຈັກ.

ການປະ​ຕິ​ບັດ​ຕາມ​ລຳ​ດັບຂັ້ນ​ຕອນເປີດ​ໃຊ້​ງານ​ການ​ຕິດ​ຈັກ

ກ່ອນ​ທີ່​ທ່ານ​ຈະ​ສາ​ມາດ​ຕິດ​ຈັກ​ດ້ວຍ​ຣີ​ໂໝດ​ມື​ຖື​ໄດ້, ທ່ານ​ຕ້ອງ​ເປີດ​ໃຊ້​ສະ​ພາບ​ເປີດ​ໃຊ້​ງານ​ການ​ຕິດ​ຈັກ​ດັ່ງ​ຕໍ່​ໄປ​ນີ້:

  1. ກົດ​ປຸ່ມຕິດ​ຈັກ (ຮູບສະແດງ 18) ໃນ​ຣີ​ໂໝດ​ມື​ຖື.

    Note: ມີ​ເວ​ລາ​ຈຳ​ກັດ​ພຽງ 3 ວິ​ນາ​ທີ​ລະ​ຫວ່າງ​ການ​ກົດ​ແຕ່​ລະ​ປຸ່ມ. ຖ້າ​ປຸ່ມຕໍ່​ໄປ​ໃນ​ລຳ​ດັບ​ຂັ້ນ​ຕອນ​ບໍ່​ຖືກ​ກົດ​ພາຍ​ໃນ 3 ວິ​ນາ​ທີ​ຂອງ​ການ​ກົດ​ປຸ່ມ​ຄັ້ງ​ສຸດທ້າຍ, ລຳ​ດັບ​ຂັ້ນ​ຕອນ​ສິ້ນ​ສຸດ​ໂດຍ​ອັດ​ຕະ​ໂນ​ມັດ ແລະ ທ່ານ​ຕ້ອງ​ເລີ່ມ​ຕົ້ນລຳ​ດັບ​ຂັ້ນ​ຕອນ​ເປີດ​ໃຊ້​ງານ​ການ​ຕິດ​ຈັກ​ຄືນ​ອີກ.

    Note: ຖ້າ​ທ່ານ​ກົດ​ປຸ່ມ​ໃດ​ໜຶ່ງນອກ​ເໜືອ​ຈາກ​ປຸ່ມ​ທີ່​ເໝາະ​ສົມ​ຕໍ່​ໄປ​ຢູ່​ໃນ​ລຳ​ດັບ​ຂັ້ນ​ຕອນ, ລຳ​ດັບ​ຂັ້ນ​ຕອນ​ເປີດ​ໃຊ້​ງານ​ການ​ຕິດ​ຈັກ​ສິ້ນ​ສຸດ​ໂດຍ​ອັດ​ຕະ​ໂນ​ມັດ.

    g343718
  2. ກົດປຸ່ມໝູນຫົວເປົ່າໄປ​ຊ້າຍ.

  3. ກົດປຸ່ມໝູນຫົວເປົ່າໄປ​ຂວາ.

    Note: ທ່ານ​ຕ້ອງ​ກົດ​ປຸ່ມຕິດ​ຈັກພາຍ​ໃນ 10 ວິ​ນາ​ທີ​ຫຼັງ​ຈາກ​ການ​ກົດ​ປຸ່ມໝູນ​ຫົວ​ເປົ່າ​ໄປ​ຂວາເພື່ອຕິດ​ຈັກ, ໃຫ້​ເບິ່ງ ການຕິດຈັກ.

ການຕິດຈັກ

ຂໍ້ຄວນລະວັງ

ການ​ຕິດຈັກຕິດ​ເຄື່ອງ​ຈັກ​ທັນ​ທີ, ເປົ່າ​ຂີ້​ເຫຍື້ອ, ຊາຍ ແລະ ຝຸ່ນ, ເຊິ່ງ​ສາ​ມາດ​ເຮັດ​ໃຫ້​ຜູ້ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ.

  • ໃຫ້ຜູ້ຢູ່ໃກ້ຄຽງທັງ​ໝົດຢູ່ຫ່າງຈາກພື້ນ​ທີ່ບ່ອນ​ເຮັດ​ວຽກ.

  • ມອດ​ຈັກເມື່ອ​ຄົນ​ຢືນ​ຢູ່​ໃກ້​ເຂົ້າ​ໄປ​ໃນ​ພື້ນ​ທີ່.

  1. ກົດ​ປຸ່ມຕິດ​ຈັກ (ຮູບສະແດງ 19) ຄ້າງ​ໄວ້​ໃນ​ຣີ​ໂໝດ​ມື​ຖື​ຈົນ​ກວ່າ​ຈັກ​ຕິດ.

    Important: ຢ່າ​ກົດ​ປຸ່ມຕິດ​ຈັກເປັນ​ເວ​ລາ​ຫຼາຍກວ່າ 10 ວິ​ນາ​ທີໃນ​ແຕ່​ລະ​ຄັ້ງ. ຖ້າ​ຈັກ​ບໍ່​ຕິດ, ລໍ​ຖ້າ 10 ວິ​ນາ​ທີໃຫ້​ຕົວ​ຕິດ​ຈັກ​ເຢັນ​ລົງ​ລະ​ຫວ່າງ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຕິດ​ຈັກ. ຖ້າ​ທ່ານ​ບໍ່​ປ່ອຍ​ໃຫ້​ມໍ​ເຕີ​ຕົວ​ຕິດ​ຈັກ​ເຢັນ​ລົງ​ລະ​ຫວ່າງ​ການ​ພະ​ຍາ​ຍາມ​ຕິດ​ຈັກ, ທ່ານ​ສາ​ມາດ​ເຮັດ​ໃຫ້​ຕົວ​ຕິດ​ຈັກ​ເປ່​ເພ​ໄດ້.

    g343720
  2. ຖ້າຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ຢູ່​ໃນຕຳ​ແໜ່ງເປີດ, ເຄື່ອນ​ຄັນ​ດຶງ​ໄປ​ຫາ​ຕຳ​ແໜ່ງປິດເມື່ອ​ຈັກ​ອຸ່ນ​ຂຶ້ນ.

    Note: ຖ້າ​ຈັກ​ມອດ ຫຼື ຕິດ​ກະ​ຕຸກ​ກະ​ຕັກ, ເຄື່ອນຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ໄປ​ສູ່ຕຳ​ແໜ່ງເປີດເປັນ​ເວ​ລາ​ສອງ​ສາມ​ວິ​ນາ​ທີ, ຈາກ​ນັ້ນ​ຕັ້ງ​ຄ່າ​ຄວາມ​ໄວ​ຈັກ​ໄປ​ສູ່​ການຕັ້ງ​ຄ່າ​ທີ່​ຕ້ອງ​ການ. ເຮັດອັນນີ້ຊ້ຳອີກຕາມທີ່ຕ້ອງການ.

  3. ປັບ​ຄວາມ​ໄວ​ຈັກ​ດ້ວຍ​ການ​ໃຊ້​ຣີ​ໂໝດ​ມື​ຖື​ໂດຍ​ການ​ກົດ​ປຸ່ມເພີ່ມ​ຄວາມ​ໄວ​ຈັກ ຫຼື ປຸ່ມຫຼຸດ​ຄວາມ​ໄວ​ຈັກ (ຮູບສະແດງ 19).

ເຄັດ​ລັບ​ສະ​ພາບ​ເປີດ​ໃຊ້​ງານຕິດຈັກ

  • ການກົດ​ປຸ່ມຕິດ​ຈັກບໍ່​ຕໍ່​ການ​ອະ​ນຸ​ຍາດ​ໃຫ້​ເວ​ລາ​ອີກ.

    Note: ການ​ຄວບ​ຄຸມ​ຜັດ​ປ່ຽນ​ການ​ຕິດ​ຈັກ​ເປີດ​ໃຊ້ 10 ວິ​ນາ​ທີຫຼັງ​ຈາກ​ການ​ກົດປຸ່ມໝູນ​ຫົວ​ເປົ່າ​ໄປ​ຂວາ.

  • ຖ້າ​ສະ​ພາບ​ເປີດ​ໃຊ້​ງານ​ຕິດ​ຈັກ​ໝົດ​ເວ​ລາ, ທ່ານ​ຕ້ອງ​ປະ​ຕິ​ບັດ​ລຳ​ດັບ​ຂັ້ນ​ຕອນ​ເປີດ​ໃຊ້​ງານ​ຕິດ​ຈັກ​ຄືນ​ອີກ​ເພື່ອ​ຕິດ​ຈັກ​ດ້ວຍ​ຣີ​ໂໝດ​ມື​ຖື.

    Note: ທ່ານ​ຕ້ອງ​ລໍ​ຖ້າ 10 ວິ​ນາ​ທີ​ຫຼັງ​ຈາກ​ປ່ອຍ​ປຸ່ມຕິດ​ຈັກກ່ອນ​ພະ​ຍາ​ຍາມ​ເຮັດ​ລຳ​ດັບ​ຂັ້ນ​ຕອນ​ເປີດ​ໃຊ້​ງານ​ຕິດ​ຈັກ​ຄືນ​ອີກ.

  • ຖ້າ​ທ່ານ​ປິດການປະ​ຕິ​ບັດ​ຕາມ​ລຳ​ດັບຂັ້ນ​ຕອນເປີດ​ໃຊ້​ງານ​ການ​ຕິດ​ຈັກ ຫຼື ສະ​ພາບ​ເປີດ​ໃຊ້​ງານ​ການ​ຕິດ​ຈັກ​ໝົດ​ເວ​ລາ, ຣີ​ໂໝດ​ມື​ຖື​ກັບ​ຄືນ​ສູ່​ການ​ຄວບ​ຄຸມ​ຂອງ​ປຸ່ມໝູນ​ຫົວ​ເປົ່າໄປຊ້າຍ ແລະ ໝູນ​ຫົວ​ເປົ່າ​ໄປ​ຂວາສຳ​ລັບ​ຕຳ​ແໜ່ງ​ຫົວ​ເປົ່າ.

ການມອດຈັກ

  1. ກົດ​ປຸ່ມຫຼຸດ​ຄວາມ​ໄວຈັກ (ຮູບສະແດງ 20) ຢູ່​ໃນ​ຣີ​ໂໝດ​ມື​ຖື​ເພື່ອ​ເຮັດ​ໃຫ້​ຄວາມ​ໄວ​ຈັກ​ຊ້າ​ລົງ (ປະ​ມານ ¾ ຄັນເລັ່ງ).

    g343719
  2. ກົດປຸ່ມມອດ​ຈັກ (ຮູບສະແດງ 20).

  3. ຖ້າ​ທ່ານ​ອອກ​ຈາກ​ເຄື່ອງ​ຈັກ, ບິດກະແຈຕິດ​ຈັກໄປທີ່ຕຳແໜ່ງປິດ ແລະ ຖອດກະ​ແຈອອກຈາກຕູ້​ຄວບ​ຄຸມ.

ການ​ປັບ​ທິດ​ທາງ​ຫົວ​ເປົ່າ​ຈັກ​ເປົ່າ

ໝູນ​ຫົວ​ເປົ່າ​ຈັກ​ເປົ່າ​ໄປ​ຊ້າຍ ຫຼື ຂວາ​ໂດຍ​ການ​ກົດ​ປຸ່ມໝູນ​ຫົວ​ເປົ່າ​ໄປ​ຊ້າຍ ຫຼື ໝູນ​ຫົວ​ເປົ່າ​ໄປ​ຂວາ ໃນ​ຣີ​ໂໝດ​ຄວບ​ຄຸມ (ຮູບສະແດງ 21).

g343715

ການເຄື່ອນເຄື່ອງ​ຈັກອອກ​ຈາກ​ບ່ອນ​ເຮັດ​ວຽກ

Important: ຍົກ​ຫົວ​ເປົ່າ​ຈັກ​ເປົ່າ​ກ່ອນ​ເຄື່ອນ​ເຄື່ອງ​ຈັກ​ອອກ​ຈາກ​ບ່ອນ​ເຮັດ​ວຽກ. ຖ້າ​ທ່ານ​ປ່ອຍ​ຫົວ​ເປົ່າ​ຈັກ​ເປົ່າ​ໄວ້​ຢູ່​ໃນ​ຕຳ​ແໜ່ງ​ລົງ​ໃນ​ລະ​ຫວ່າງ​ການ​ຂົນ​ສົ່ງ, ຫົວເປົ່າ​ອາດ​ຈະ​ສຳ​ຜັດ​ກັບ​ພື້ນ​ດິນ ແລະ ເປ່​ເພ​ໄດ້.

ເຄື່ອງວັດ​ແທກ​ຕຳ​ແໜ່ງ​ຫົວເປົ່າ

ເຄື່ອງວັດ​ແທກ​ຕຳ​ແໜ່ງ​ຫົວເປົ່າ (ຮູບສະແດງ 22) ຕັ້ງ​ຢູ່​ດ້ານ​ຫຼັງ​ເຮືອນ​ຈັກ, ເໜືອ​ຖັງ​ນ້ຳ​ມັນ.

Note: ສະ​ຫຼາກ​ຢູ່​ໃນເຄື່ອງວັດ​ແທກ​ຕຳ​ແໜ່ງ​ຫົວເປົ່າຊີ້ບອກ​ຕຳ​ແໜ່ງ​ຂອງ​ຫົວ​ເປົ່າ​ສຳ​ຜັດ​ກັບ​ພື້ນ​ດິນ.

g314786

ມີ​ຕົວ​ຊີ້​ສີ​ແດງ ແລະ ຕົວ​ຊີ້​ສີຂຽວ (ຮູບສະແດງ 22) ຕິດ​ໃສ່​ກັບ​ຫົວເປົ່າ​ຈັກ​ເປົ່າ.

ການ​ຈັດ​ລຽນ​ຫົວ​ເປົ່າ

  • ເມື່ອ​ເຫັນຕົວ​ຊີ້​ສີ​ແດງຢູ່​ໃນເຄື່ອງວັດ​ແທກ​ຕຳ​ແໜ່ງ​ຫົວເປົ່າ, ຫົວ​ເປົ່າ​ຈັກ​ເປົ່າ​ຖືກ​ຈັດ​ລຽນ​ເພື່ອ​ເປົ່າ​ໄປ​ທາງ​ຂວາ​ຂອງ​ເຄື່ອງ​ຈັກ.

  • ເມື່ອ​ເຫັນຕົວ​ຊີ້​ສີຂຽວຢູ່​ໃນເຄື່ອງວັດ​ແທກ​ຕຳ​ແໜ່ງ​ຫົວເປົ່າ, ຫົວ​ເປົ່າ​ຈັກ​ເປົ່າ​ຖືກ​ຈັດ​ລຽນ​ເພື່ອ​ເປົ່າ​ໄປ​ທາງ​ຊ້າຍ​ຂອງ​ເຄື່ອງ​ຈັກ.

ມູມຫົວ​ເປົ່າ

ຕົວ​ຊີ້ ແລະ ເຄື່ອງວັດ​ແທກ​ຊີ້ບອກ​ມູມ​ຫົວ​ເປົ່າ​ຈັກ​ເປົ່າ​ດັ່ງ​ຕໍ່​ໄປ​ນີ້:

  • ເມື່ອ​ຕົວ​ຊີ້​ຢູ່​ໃນ​ພື້ນ​ທີ່​ສີ​ດຽວ​ກັນ​ໃນ​ສະ​ຫຼາກ, ນັ້ນ​ຊີ້ບອກວ່າ​ຊ່ອງ​ເປີດ​ລາງ​ໄຫຼ​ຖືກ​ຈັດ​ຢູ່​ໃນ​ຕຳ​ແໜ່ງຂະ​ໜານ​ຫຼາຍ​ກັບ​ພື້ນ​ດິນ​ຫຼາຍຂຶ້ນ.

  • ເມື່ອແຖບຕົວ​ຊີ້​ຢູ່​ໃນ​ພື້ນ​ທີ່​ສີຕ່າງກັນ​ໃນ​ສະ​ຫຼາກ, ນັ້ນ​ຊີ້ບອກວ່າ​ຊ່ອງ​ເປີດ​ລາງ​ໄຫຼ​ຖືກ​ຈັດ​ຢູ່​ໃນ​ຕຳ​ແໜ່ງໄປ​ສູ່ພື້ນ​ດິນ​ຫຼາຍຂຶ້ນ.

ການໃຊ້ງານໄຟທາງ​ເລືອກ

  1. ເມື່ອ​ຈັກບໍ່​ໄດ້​ກຳ​ລັງຕິດ​ຢູ່, ບິດກະ​ແຈ​ຕິດ​ຈັກ​ໄປ​ຫາ​ຕຳ​ແໜ່ງເດີນ​ເຄື່ອງ/ອຸ​ປະ​ກອນ​ເສີມ.

  2. ເພື່ອເປີດ ຫຼື ປິດໄຟ, ກົດ​ປຸ່ມ​ຣີ​ໂໝດ​ມື​ຖື (ຮູບສະແດງ 23) ຢູ່​ໃນ​ລຳ​ດັບ​ຂັ້ນ​ຕອນ​ຕໍ່​ໄປ​ນີ້:

    1. ປຸ່ມຕິດ​ຈັກ

    2. ປຸ່ມຫຼຸດ​ຄວາມ​ໄວ​ຈັກ

    g342134g343717

ຄຳ​ແນະ​ນຳ​ການ​ໃຊ້​ງານ

  • ຝຶກ​ການ​ນຳ​ໃຊ້​ຈັກ​ເປົ່າ. ເປົ່າ​ໃນ​ທິດ​ທາງ​ດຽວ​ກັນ​ກັບ​ລົມ​ພັດ​ໄປ​ເພື່ອ​ປ້ອງ​ກັນ​ວັດ​ຖຸ​ພັດ​ກັບຄືນ​ມາ​ໃສ່​ພື້ນ​ທີ່​ອະ​ນາ​ໄມ​ແລ້ວ.

  • ເມື່ອ​ເປົ່າ​ຂີ້​ເຫຍື້ອ​ອອກ​ຈາກ​ບ່ອນ​ເຮັດ​ວຽກ, ໃຫ້ເດີນ​ຈັກ​ເຕັມ​ຄັນ​ເລັ່ງ.

  • ປັບ​ຕຳ​ແໜ່ງ​ຫົວ​ເປົ່າ​ເພື່ອ​ໃຫ້​ເປົ່າ​ຢູ່​ກ້ອງ​ຂີ້​ເຫຍື້ອ.

  • ໃຊ້ຄວາມ​ລະ​ມັດ​ລະ​ວັງເມື່ອ​ເປົ່າ​ຢູ່​ບໍ​ລິ​ເວນ​ແຜ່ນ​ຫຍ້າ​ປູກ​ໃໝ່ໆ; ກະ​ແສ​ລົມ​ສາ​ມາດ​ເຮັດ​ໃຫ້​ຫຍ້າ​ເສຍ​ຫາຍ​ໄດ້.

ຫຼັງຈາກການປະຕິບັດງານ

ຄວາມປອດໄພຫຼັງຈາກການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ຈອດເຄື່ອງຈັກຢູ່ໃນພື້ນດິນທີ່ແໜ້ນ​ໄດ້​ລະ​ດັບ​ພຽງ; ມອດຈັກທຸກຄັ້ງ, ຖອດກະແຈ, ລໍຖ້າທຸກສ່ວນທີ່ເຄື່ອນຍ້າຍຢຸດ ແລະ ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງ​ກ່ອນ​ການ​ປັບ, ການ​ສ້ອມແປງ ຫຼື ການເກັບມ້ຽນເຄື່ອງຈັກ.

  • ປົດ​ເຄື່ອງ​ຈັກ​ອອກ​ຈາກໜ່ວຍລາກໃນ​ຂະ​ນະ​ທີ່​ຢູ່​ບ່ອນ​ພື້ນ​ພຽງ​ເທົ່າ​ນັ້ນ.

  • ເມື່ອ​ປົດ​ເຄື່ອງ​ຈັກ, ໃຫ້ຮອງ​ລໍ້​ເພື່ອ​ປ້ອງ​ກັນ​ການ​ເຄື່ອນ​ເໜັງ​ຢູ່​ສະ​ເໝີ.

  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

  • ຮັກສາອາໄຫຼ່ທຸກອັນຂອງເຄື່ອງຈັກໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ຫັນສ່ວນ​ປະ​ກອບຕ່າງໆໃຫ້ແໜ້ນ.

  • ປ່ຽນທຸກສະ​ຫຼາກ​ທີ່ຫຼຸ້ຍ​ຫ້ຽນ, ເປ່​ເພ ຫຼື ຫາຍໄປ.

ຄວາມ​ປອດ​ໄພ​ການ​ລາກ

  • ກ່ອນ​ລາກ​ເຄື່ອງ​ຈັກ, ກວດ​ເບິ່ງກົດ​ລະ​ບຽບ​ການ​ລາກ​ທີ່​ມີ​ຄວາມ​ປອດ​ໄພ​ຂອງ​ລັດ ຫຼື ເຂດ​ທ້ອງ​ຖິ່ນ​ຂອງ​ທ່ານ, ນອກ​ເໜືອ​ຈາກ​ທີ່​ຕ້ອງ​ໄດ້​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ການ​ລາກ​ທີ່​ມີ​ຄວາມ​ປອດ​ໄພ​ຂອງ​ກະ​ຊວງ​ຂົນ​ສົ່ງ (DOT).

  • ມອດ​ຈັກ ແລະ ປິ່ນ​ຫົວ​ເປົ່າ​ຈັກ​ເປົ່າ​ຂຶ້ນ​ຢູ່​ສະ​ເໝີ​ກ່ອນ​ຂົນ​ສົ່ງ.

  • ລາກ​ດ້ວຍເຄື່ອງ​ຈັກ​ທີ່​ມີບ່ອນ​ລາກ​ອອກ​ແບບ​ມາ​ສຳ​ລັບ​ການ​ລາກ​ເທົ່ານັ້ນ. ຢ່າ​ຕິດ​ອຸ​ປະ​ກອນ​ລາກ​ໃສ່, ຍົກ​ເວັ້ນ​ຢູ່​ຈຸດ​ບ່ອນ​ລາກ.

  • ກວດ​ເບິ່ງ​ຕົວ​ຜູກ​ຍຶດ ແລະ ຂໍ້​ຕໍ່​ສຳ​ລັບ​ການ​ຫຼຸ້ຍ​ຫ້ຽນ. ຢ່າ​ລາກ​ເຄື່ອງ​ຈັກດ້ວຍ​ຕົວ​ຜູ້​ຍຶດ, ຂໍ້​ຕໍ່ ຫຼື ໂສ້​ທີ່​ເປ່​ເພ ຫຼື ບໍ່​ມີພວກ​ມັນ.

  • ການກວດ​ເບິ່ງ​ຄວາມ​ດັນ​ລົມຢາງໃນ​ເຄື່ອງ​ຈັກ. ຢາງ​ລົດຄວນ​ສູບ​ໃຫ້​ໄດ້ 2.41 ບາ​ຣ໌ (35 psi) ໃນ​ເວ​ລາ​ເຢັນ. ນອກ​ນັ້ນ, ໃຫ້ກວດ​ເບິ່ງການ​ຫ້ຽນ​ຂອງ​ເສັ້ນ​ຢາງໃນ​ເຄື່ອງ​ຈັກ.

  • ຕິດ​ໂສ້​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ເຄື່ອງ​ຈັກໃສ່​ກັບພາ​ຫະ​ນະ​ລາກ​ແກ່ຢູ່​ສະ​ເໝີ.

  • ຢ່າ​ລາກ​ເຄື່ອງຈັກໄວ​ກວ່າ 88 ກມ/ຊມ (55 ໄມຕໍ່ຊົ່ວໂມງ). ການ​ລາກ​ແກ່​ໃນ​ສະ​ພາບ​ຖະ​ໜົນ​ວິ​ບາກ​ແມ່ນ​ແນະ​ນຳ​ບໍ່​ໃຫ້​ເກີນ 24 ກມ/ຊມ (15 ໄມ​ຕໍ່​ຊົ່ວ​ໂມງ).

  • ຫຼີກ​ລ່ຽງ​ການ​ຢຸດ ແລະ ການ​ຕິດ​ຈັກ​ທັນ​ທີ. ນີ້​ສາ​ມາດເຮັດ​ໃຫ້ເກີດ​ເກີດ​ການ​ລາກ​ລໍ້ ຫຼື ການ​ບາດ​ເຂົ້າ​ໄປ. ການ​ຕິດ​ຈັກ ແລະ ການ​ຢຸດ​ທີ່​ຄ່ອງ​ຕົວ, ເທື່ອ​ລະ​ໜ້ອຍຈະ​ປັບ​ປຸງ​ການ​ລາກ​ໃຫ້​ດີ​ຂຶ້ນ.

  • ຫຼີກລ່ຽງການລ້ຽວກະທັນຫັນເພື່ອປ້ອງກັນການປີ້ນ.

  • ໃຫ້ຮອງ​ລໍ້ໃນ​ຂະ​ນະ​ທີ່​ຈອດ​ໄວ້​ເພື່ອ​ປ້ອງ​ກັນ​ການ​ເຄື່ອນ​ເໜັງ.

ການ​ໃຊ້​ງານຣີ​ໂໝດຄວບ​ຄຸມ

  • ການ​ບໍ່​ຍຶດໝັ້ນ​ຕາມ​ຄຳ​ເຕືອນ​ຄວາມ​ປອດ​ໄພ​ລ່ວງ​ໜ້າ​ອາດ​ຈະ​ສົ່ງ​ຜົນ​ໃຫ້​ເກີດ​ຄວາມເສຍ​ຫາຍ​ຂອງ​ອຸ​ປະ​ກອນ, ການ​ສູນ​ເສຍ​ສິດ​ອຳ​ນາດ​ທີ່​ຈະ​ໃຊ້​ງານ​ອຸ​ປະ​ກອນ ແລະ ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ຕໍ່​ຄົນ​ໄດ້.

  • ໃຊ້​ແລະ ບຳ​ລຸງ​ຮັກ​ສາ​ສາຍ​ໄຟໃຫ້​ຖືກ​ຕ້ອງ. ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳຜູ້​ຜະ​ລິດ​ອຸ​ປະ​ກອນ. ສາຍ​ໄຟ​ທີ່​ບໍ່​ເໝາະ​ສົມ, ຫຼວມ ຫຼື ຝຸຍ​ສາ​ມາດ​ເຮັດ​ໃຫ້​ເກີດ​ຄວາມ​ຂັດ​ຂ້ອງ​ຂອງ​ລະ​ບົບ, ອຸ​ປະ​ກອນເປ່​ເພ ແລະ ການ​ໃຊ້​ງານຂັດ​ຂ້ອງ​ເປັນ​ໄລ​ຍະໄດ້.

  • ການ​ປ່ຽນແປງ ຫຼື ການ​ດັດ​ແປງ​ໃສ່​ເຄື່ອນ​ຈັກທີ່​ບໍ່​ໄດ້​ຮັບ​ອະ​ນຸ​ມັດ​ໂດຍ​ຜູ້​ຜະ​ລິດ​ຢ່າງ​ຈະ​ແຈ້ງ​ຈະ​ເ​ຮັດ​ໃຫ້​ການ​ຮັບ​ປະ​ກັນ​ເປັນ​ໂມ​ຄະ.

  • ເຈົ້າ​ຂອງ​ເຄື່ອງ​ຈັກ ແລະ ຜູ້​ໃຊ້​ງານຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຂອງ​ລັດ​ຖະ​ບານ​ກາງ, ຂອງ​ລັດ ແລະ ຂອງ​ທ້ອງ​ຖິ່ນທີ່​ບັງ​ຄັບ​ໃຊ້​ທຸກ​ຢ່າງ​ກ່ຽວ​ກັບ​ການ​ຕິດ​ຕັ້ງ ແລະ ການ​ໃຊ້​ງານ​ເຄື່ອງ​ຈັກ. ການ​ບໍ່​ປະ​ຕິ​ບັດ​ຕາມ​ສາ​ມາດເຮັດ​ໃຫ້ສິດ​ຂອງ​ຜູ້​ໃຊ້ ແລະ ຜູ້​ໃຊ້​ງານ​ເຄື່ອງ​ຈັກ​ເປັນ​ໂມ​ຄະ.

  • ໃຫ້​ແນ່​ໃຈ​ວ່າ​ເຄື່ອງ​ກົນ​ຈັກ ແລະ ສະ​ພາບ​ອ້ອມ​ຂ້າງ​ບໍ່​ມີ​ສິ່ງ​ກີດ​ຂວາງ​ກ່ອນ​ການ​ໃຊ້​ງານ. ຢ່າ​ເປີດ​ໃຊ້​ລະ​ບົບ​ຣີ​ໂໝດ​ຄວບ​ຄຸມ​ຈົນ​ກວ່າ​ທ່ານ​ແນ່ນອນ​ວ່າ​ມັນ​ປອດ​ໄພ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ.

  • ໃຊ້​ຜ້າ​ປຽກ​ເຊັດ​ທຳ​ຄວາມ​ສະ​ອາດ​ຣີ​ໂໝດ. ເອົາ​ຕົມ, ເບ​ຕົງ ແລະ ຂີ້​ຝຸ່ນ​ອອກຫຼັງ​ຈາກ​ການ​ໃຊ້​ງານ​ເພື່ອ​ປ້ອງ​ກັນ​ການ​ຂັດ​ຂວາງ ແລະ ການ​ອຸດ​ຕັນ​ປຸ່ມ, ຄັນ​ໂຍກ, ສາຍ​ໄຟ ແລະ ສະ​ວິດ​ຕ່າງໆ.

  • ຢ່າ​ປ່ອຍ​ໃຫ້​ຂອງ​ແຫຼວ​ເຂົ້າ​ໄປ​ໃນ​ຣີ​ໂໝດ​ຄວບ​ຄຸມ ຫຼື ຝາ​ປິດ​ໜ່ວຍ​ຖານ. ຢ່າໃຊ້ອຸ​ປະ​ກອນແຮງດັນສູງເພື່ອ​ທຳ​ຄວາມ​ສະ​ອາດ​ຣີ​ໂໝດ​ຄວບ​ຄຸມ ຫຼື ໜ່ວຍ​ຖານ.

  • ໃຊ້​ງານ ແລະ ເກັບ​ຮັກ​ສາເຄື່ອງ​ຈັກຢູ່​ແຕ່​ພາຍ​ໃນ​ອຸນ​ຫະ​ພູມ​ການ​ເກັບ​ຮັກ​ສາ ແລະ ການ​ໃຊ້​ງານ​ທີ່​ລະ​ບຸ​ໄວ້​ເທົ່າ​ນັ້ນ.

ການ​ຂົນ​ຍ້າຍ

  • ໃຊ້ຄວາມ​ລະ​ມັດ​ລະ​ວັງ​ໃນ​ເວ​ລາ​ເອົາ​ເຄື່ອງ​ຈັກຂຶ້ນ ຫຼື ລົງ​ຈາກລົດພ່ວງ ຫຼື ລົດບັນທຸກ.

  • ໃຊ້ທາງລາດເຕັມຄວາມກ້ວາງສຳລັບການໂຫຼດເຄື່ອງຈັກໃສ່ໃນລົດລາກ ຫຼື ລົດບັນທຸກ.

  • ມັດເຄື່ອງຈັກໃຫ້​ຮັບ​ປະ​ກັນດ້ວຍ​ການ​ໃຊ້​ສາຍ​ພານ​ຮັດ, ໂສ້, ສາຍ​ເຄ​ເບິ້​ລ ຫຼື ເຊືອກ. ສາຍ​ພານ​ຮັດ​ທາງ​ດ້ານ​ໜ້າ ແລະ ດ້ານ​ຫຼັງ​ຄວນ​ຈະ​ຖືກປິ່ນລົງ​ລຸ່ມ ແລະ ອອກ​ທາງນອກ​ຈາກ​ເຄື່ອງ​ຈັກ.

ການບຳລຸງຮັກສາ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແໜ່ງການ​ໃຊ້​ງານປົກກະຕິ.

Note: ດາວໂຫຼດສຳເນົາແຜນ​ຜັງໄຟຟ້າ ແລະ ໄຮໂດຼລິກ ບໍ່ເສຍຄ່າໂດຍເຂົ້າໄປທີ່ www.Toro.com ແລະ ຄົ້ນຫາເຄື່ອງຈັກຂອງທ່ານຈາກລິ້ງຄູ່ມືໃນໜ້າທຳອິດ.

ຄວາມປອດໄພໃນການບຳລຸງຮັກສາ

  • ກ່ອນທີ່ຈະທຳຄວາມສະອາດ, ບຳ​ລຸງ​ຮັກ​ສາ ຫຼື ອອກຈາກເຄື່ອງ, ໃຫ້ເຮັດດັ່ງຕໍ່ໄປນີ້:

    • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    • ມອດຈັກ, ຖອດກະແຈອອກ, ຖອດ​ສາຍ​ຕໍ່​ຫົວ​ທຽນ​ອອກ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດ.

    • ໝູນ​ລໍ້​ລົດ​ດ້ວຍ​ໄມ້​ໝູນ.

    • ເອົາເຄື່ອງຈັກອອກ​ຈາກໜ່ວຍ​ດຶງ.

    • ປ່ອຍໃຫ້ອົງປະກອບຂອງເຄື່ອງຈັກເຢັນກ່ອນປະຕິບັດການບຳລຸງຮັກສາ.

  • ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳການ​ບຳ​ລຸງ​ຮັກ​ສາ​ທີ່​ໄດ້​ອະ​ທິ​ບາຍ​ໄວ້​ໃນ​ຄູ່​ມື​ນີ້​ເທົ່າ​ນັ້ນ. ຖ້າ​ຈຳ​ເປັນ​ຕ້ອງ​ມີ​ການ​ສ້ອມ​ແປງ​ໃຫຍ່ ຫຼື ທ່ານຕ້ອງການຄວາມ​ຊ່ວຍ​ເຫຼືອ, ໃຫ້​ຕິດ​ຕໍ່​ຫາ​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ.

  • ຄ້ຳ​ເຄື່ອງ​ຈັກ​ດ້ວຍທ່ອນ​ໄມ້ ຫຼື ກະ​ລິກຄ້ຳເມື່ອເຮັດວຽກຢູ່ກ້ອງມັນ.

  • ໃຫ້​ແນ່​ໃຈ​ວ່າເກາະ​ປ້ອງ​ກັນ​ທັງ​ໝົດໄດ້​ຮັບ​ການ​ຕິດ​ຕັ້ງ​ຢ່າງ​ຮັບ​ປະ​ກັນ​ຫຼັງ​ຈາກ​ການ​ບຳ​ລຸງ​ຮັກ​ສາ ແລະ ການ​ປັບ​ເຄື່ອງ​ຈັກ.

  • ຢ່າປ່ອຍໃຫ້ຄົນທີ່ບໍ່ໄດ້ຮັບການຝຶກຝົນ​ມາບໍ​ລິ​ການບຳ​ລຸງ​ຮັກ​ສາເຄື່ອງຈັກ.

  • ໃຊ້ກະລິກຄ້ຳເພື່ອຮອງຮັບເຄື່ອງຈັກ ຫຼື ສ່ວນປະກອບຕ່າງໆເມື່ອຈຳເປັນ.

  • ປ່ອຍຄວາມດັນອອກຈາກສ່ວນປະກອບທີ່ມີພະລັງງານເກັບໄວ້ຢ່າງລະມັດລະວັງ.

  • ຢ່າສາກ​ແບັດ​ເຕີ​ຣີ​ໃນ​ຂະ​ນະ​ທີ່ກຳລັງບໍ​ລິ​ການບຳ​ລຸງ​ຮັກ​ສາເຄື່ອງຈັກ.

  • ເພື່ອ​ຫຼຸດ​ຜ່ອນ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ເກີດ​ໄຟ​ໄໝ້, ໃຫ້​ເອົາຈັກ​ໄວ້​ຢູ່​ບ່ອນ​ປາ​ສະ​ຈາກ​ນ້ຳ​ມັນ​ກະ​ແລັດ, ຫຍ້າ, ໃບ​ໄມ້ ແລະ ຝຸ່ນ​ສະ​ສົມ.

  • ຖ້າເປັນໄປໄດ້, ຢ່າດຳ​ເນີນການບຳລຸງຮັກສາໃນຂະນະທີ່ເຄື່ອງຈັກກຳລັງແລ່ນຢູ່. ຢູ່ຫ່າງຈາກຊິ້ນສ່ວນເຄື່ອນໄຫວ.

  • ຖ້າ​ຕ້ອງຕິດ​ຈັກ​ໄວ້​ເພື່ອ​ທຳ​ການ​ປັບ​ການບຳ​ລຸງ​ຮັກ​ສາ, ໃຫ້​ເອົາ​ມື, ຕີນ, ເຄື່ອງ​ນຸ່ງ ແລະ ສ່ວນ​ອື່ນໆ​ທັງ​ໝົດຂອງ​ຮ່າງ​ກາຍ​ອອກ​ຈາກຈັກ ແລະ ພາກ​ສ່ວນ​ເຄື່ອນ​ໄຫວ​ໃດ​ໜຶ່ງ. ໃຫ້ຜູ້ຢູ່ໃກ້ຄຽງຢູ່ຫ່າງຈາກເຄື່ອງ​ຈັກ.

  • ອະ​ນາ​ໄມນໍ້າມັນເຄື່ອງ ແລະ ນໍ້າມັນເຊື້ອໄຟທີ່ກະເດັນອອກ.

  • ຮັກສາທຸກພາກສ່ວນໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ຕົວ​ຮັດ​ແໜ້ນທັງໝົດຮັດແໜ້ນ. ປ່ຽນທຸກສະ​ຫຼາກ​ທີ່ເປ່​ເພ ຫຼື ຫາຍໄປ.

  • ຢ່າ​ເຂົ້າ​ໄປ​ລົບ​ກວນ​ການ​ເຮັດ​ໜ້າ​ທີ່​ຂອງ​ອຸ​ປະ​ກອນ​ຄວາມ​ປອດ​ໄພ ຫຼື ຫຼຸດ​ຜ່ອນ​ການ​ປົກ​ປ້ອງ​ທີ່​ອຸ​ປະ​ກອນ​ຄວາມ​ປອດ​ໄພ​ສະ​ໜອງ​ໃຫ້. ກວດ​ເບິ່ງ​ການໃຊ້​ງານ​ທີ່​ເໝາະ​ສົມຂອງ​ພວກ​ມັນ​ເປັນ​ປົກ​ກະ​ຕິ.

  • ຢ່າ​ເຮັດ​ໃຫ້​ຈັກ​ເກີນ​ຄວາມ​ໄວ​ໂດຍ​ການ​ປ່ຽນ​ການ​ຕັ້ງ​ຄ່າ​ຕົວ​ຄຸ້ມ​ຄອງ. ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ຄວາມ​ຖືກ​ຕ້ອງ, ໃຫ້​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດກວດ​ເບິ່ງ​ຄວາມ​ໄວ​ຈັກ​ສູງ​ສຸດ​ດ້ວຍເຄື່ອງວັດ​ແທກ​ຄວາມ​ໄວ.

  • ຖ້າ​ຈຳ​ເປັນ​ຕ້ອງ​ມີ​ການ​ສ້ອມ​ແປງ​ໃຫຍ່ ຫຼື ຕ້ອງ​ມີ​ການ​ຊ່ວຍ​ເຫຼືອ, ໃຫ້​ຕິດ​ຕໍ່​ຫາ​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ.

  • ການ​ດັດ​ແປງ​ເຄື່ອງ​ຈັກ​ນີ້​ໃນ​ຮູບ​ແບບ​ໃດ​ໜຶ່ງ​ອາດ​ຈະ​ມີຜົນ​ກະ​ທົບ​ຕໍ່​ການ​ດຳ​ເນີນ​ການ​ເຄື່ອງ​ຈັກ, ປະ​ສິດ​ທິ​ພາບ​ການ​ໃຊ້​ງານຄວາມ​ຄົງ​ທົນ ຫຼື ການ​ນຳ​ໃຊ້​ຂອງ​ມັນ​ອາດ​ຈະສົ່ງ​ຜົນ​ໃຫ້​ເກີດ​ການ​ບາດ​ເຈັບ ຫຼື ເສຍ​ຊີ​ວິດ. ການ​ນຳ​ໃຊ້​ດັ່ງ​ກ່າວ​ສາ​ມາດ​ເຮັດ​ໃຫ້​ການ​ຮັບ​ປະ​ກັນຜະ​ລິດ​ຕະ​ພັນຂອງ​ບໍ​ລິ​ສັດ Toro ເປັນ​ໂມ​ຄະ​ໄດ້.

ຕາຕະລາງການບຳລຸງຮັກສາທີ່ແນະນຳ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ຫລັງຈາກ 8 ຊົ່ວໂມງທໍາອິດ
  • ກວດເບິ່ງສະພາບ ແລະ ຄວາມເຄັ່ງຂອງສາຍພານ.
  • ຫລັງຈາກ 10 ຊົ່ວໂມງທໍາອິດ
  • ກວດເບິ່ງແຮງບິດຂອງນັອດຮັດລໍ້ລົດ.
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນໍ້າມັນເຄື່ອງຈັກ.
  • ທຳຄວາມສະອາດຕະ​ແກງ​ຈັກ ແລະ ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ.
  • ກວດເບິ່ງຄວາມດັນລົມຂອງຢາງລົດ.
  • ກວດ​ເບິ່ງ​ປອກ​ຮັດຫົວ​ເປົ່າ​ຈັກ​ເປົ່າ.
  • ທຳ​ຄວາມ​ສະ​ອາດຕົວ​ບອກ​ທິດ​ທາງ​ຫົວ​ເປົ່າ
  • ທຸກໆ 25 ຊົ່ວໂມງ
  • ທຳ​ຄວາມ​ສະ​ອາດສ່ວນ​ປະ​ກອບໝໍ້​ກອງ​ອາ​ກາດ​ທີ່​ເປັນ​ໂຟມ ແລະ ກວດ​ເບິ່ງ​ສ່ວນ​ປະ​ກອບຕົວ​ເຈ້ຍສຳ​ລັບ​ຄວາມ​ເປ່​ເພ(ເຮັດເລື້ອຍໆໃນສະພາບທີ່ຂີ້ຝຸ່ນ ແລະ ຂີ້​ຊາຍ​ຫຼາຍ).
  • ທຸກໆ 50 ຊົ່ວໂມງ
  • ກວດເບິ່ງສະພາບ ແລະ ຄວາມເຄັ່ງຂອງສາຍພານ.
  • ທຸກໆ 100 ຊົ່ວໂມງ
  • ປ່ຽນສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດທີ່​ເປັນເຈ້ຍ.(ເຮັດເລື້ອຍໆໃນສະພາບທີ່ຂີ້ຝຸ່ນ ແລະ ຂີ້​ຊາຍ​ຫຼາຍ).
  • ປ່ຽນນໍ້າມັນເຄື່ອງຈັກ.ປ່ຽນ​ນ້ຳ​ມັນ​ເຄື່ອງເລື້ອຍໆເມື່ອໃຊ້ງານໃນສະພາບການທີ່ມີຂີ້ຝຸ່ນ ແລະ ຊາຍ​ຫຼາຍ.
  • ກວດ​ເບິ່ງ​ສະ​ພາບ​ຂອງຢາງ​ລົດ.
  • ທຸກໆ 200 ຊົ່ວໂມງ
  • ປ່ຽນໝໍ້ກອງນ້ຳ​ມັນ​ເຄື່ອງ.ປ່ຽນໝໍ້​ກອງນ້ຳ​ມັນ​ເຄື່ອງເລື້ອຍໆເມື່ອໃຊ້ງານໃນສະພາບການທີ່ມີຂີ້ຝຸ່ນ ແລະ ຊາຍ​ຫຼາຍ.
  • ກວດ​ເບິ່ງ​ຫົວ​ທຽນ.
  • ປ່ຽນໝໍ້ກອງ​ອາ​ກາດຖັງ​ຄາ​ບອນ (ບຳ​ລຸງ​ຮັກ​ສາເລື້ອຍໆ​ໃນ​ສະ​ພາບທີ່​ມີ​ຝຸ່ນ ແລະ ຊາຍຫຼາຍ).
  • ປ່ຽນ​ໝໍ້​ກອງສາຍອາ​ກາດບໍ​ລິ​ສຸດຖັງ​ຄາ​ບອນ.
  • ທຸກໆ 500 ຊົ່ວໂມງ
  • ປ່ຽນໝໍ້ກອງນໍ້າມັນ.
  • Important: ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂັ້ນຕອນການບຳລຸງຮັກສາເພີ່ມເຕີມ.

    ລາຍການກວດການບຳລຸງຮັກສາປະຈຳວັນ

    ເຮັດຊ້ຳຄືນ​ຕາມໜ້ານີ້ສຳລັບການນຳໃຊ້ປົກກະຕິ.

    ລາຍການກວດກາການບຳລຸງຮັກສາ

    ສຳລັບອາທິດຂອງ:

    ຈັນ.

    ອັງຄານ.

    ພຸດ.

    ພະຫັດ.

    ສຸກ.

    ເສົາ.

    ອາທິດ.

    ກວດເບິ່ງລະດັບນໍ້າມັນເຄື່ອງຈັກ.

           

    ທຳຄວາມສະອາດຕະ​ແກງ​ຈັກ ແລະ ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ.

           

    ກວດ​ກາເຕົ້າ​ທຳ​ຄວາມ​ສະ​ອາດ​ກ່ອນໝໍ້ຕອງ​ອາ​ກາດ.

           

    ກວດເບິ່ງຄວາມດັນອາກາດຂອງຢາງລົດ.

           

    ກວດ​ເບິ່ງ​ແຮງ​ບິດ​ຂາໜີບ​ຕິດ​ຫົວ​ເປົ່າ​ຈັກ​ເປົ່າ

           

    ທຳ​ຄວາມ​ສະ​ອາດຕົວ​ບອກ​ທິດ​ທາງ​ຫົວ​ເປົ່າ

           

    ກວດເບິ່ງສຽງລົບກວນຂອງເຄື່ອງຈັກທີ່ຜິດ​ປົກ​ກະ​ຕິ.

           

    ກວດເບິ່ງການຮົ່ວໄຫຼຂອງແຫຼວ.

           

    ສຳຜັດກັບສີທີ່ລອກ.

           

    ການ​ບັນ​ທຶກ​ບໍ​ລິ​ເວນທີ່ໜ້າເປັນຫ່ວງ

    ການກວດກາປະຕິບັດໄປຕາມ:

    ລາຍ​ການ

    ວັນທີ

    ຂໍ້​ຄວາມ

       
       
       
       
       

    ຂັ້ນຕອນການບຳລຸງຮັກສາກ່ອນລ່ວງໜ້າ

    ຂໍ້ຄວນລະວັງ

    ການ​ບໍ່​ບຳ​ລຸງ​ຮັກ​ສາ​ເຄື່ອງ​ຈັກ​ຢ່າງ​ເໝາະ​ສົມ​ສາ​ມາດ​ເຮັດ​ໃຫ້​ເກີດ​ຄວາມ​ຂັດ​ຂ້ອງ​ຂອງ​ລະ​ບົບເຄື່ອງ​ຈັກ​ກ່ອນ​ອາ​ຍຸ​ການ​ໃຊ້​ງານ​ເຕັມ​ທີ່​ເຮັດ​ໃຫ້​ເກີດອັນ​ຕະ​ລາຍ​ຕໍ່​ທ່ານ ຫຼື ຜູ້​ຢືນ​ຢູ່​ໃກ້​ໄດ້.

    ໃຫ້​ບຳ​ລຸງ​ຮັກ​ສາ​ເຄື່ອງ​ຈັກ​ໃຫ້​ດີ ແລະ ຢູ່​ໃນ​ສະ​ພາບ​ການ​ໃຊ້​ງານ​ໄດ້​ດີ​ຕາມ​ທີ່​ໄດ້​ບອກ​ໄວ້​ຢູ່​ໃນ​ຄຳ​ແນະ​ນຳ​ເຫຼົ່າ​ນີ້.

    ຄຳເຕືອນ

    ຖ້າ​ທ່ານ​ປະ​ກະ​ແຈ​ໄວ້​ໃນ​ຢູ່​ໃນ​ສະ​ວິດຕິດ​ຈັກ, ບາງ​ຄົນ​ສາ​ມາດ​ຕິດ​ຈັກ​ໄດ້​ໂດຍ​ບັງ​ເອີນ ແລະ ເຮັດ​ໃຫ້​ທ່ານ ຫຼື ຄົນ​ອື່ນ​ທີ່​ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້.

    ຖອດ​ກະ​ແຈ​ອອກ​ຈາກ​ບ່ອນ​ຕິດ​ຈັກ ແລະ ຕັດ​ເຊື່ອມ​ຕໍ່​ສາຍ​ໄຟ​ຈາກ​ຫົວ​ທຽນ​ກ່ອນ​ທີ່​ທ່ານ​ຈະ​ເຮັດ​ການ​ບຳ​ລຸງ​ຮັກ​ສາ​ໃດ​ໜຶ່ງ. ເອົາ​ສາຍ​ໄຟ​ອອກ​ໄວ້​ທາງ​ຂ້າງ​ເພື່ອ​ທີ່​ພວກ​ມັນ​ຈະ​ບໍ່​ສຳ​ຜັດ​ກັບ​ຫົວ​ທຽນ​ໂດຍ​ບັງ​ເອີນ.

    ການ​ກະ​ກຽມສຳ​ລັບເຄື່ອງ​ຈັກ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ມອດຈັກ, ຖອດກະແຈອອກ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດ.

    3. ໝູນ​ລໍ້​ລົດ​ດ້ວຍ​ໄມ້​ໝູນ.

    4. ເອົາເຄື່ອງຈັກອອກ​ຈາກໜ່ວຍ​ດຶງ.

    5. ປ່ອຍໃຫ້ອົງປະກອບຂອງເຄື່ອງຈັກເຢັນກ່ອນປະຕິບັດການບຳລຸງຮັກສາ.

    6. ຖອດ​ສາຍ​ຕໍ່​ຫົວ​ທຽນ​ອອກ.

    ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການສ້ອມ​ແປງ​ເຊື່ອມ​ຈອດ

    Important: ການ​ບໍ່​ຕັດ​ເຊື່ອມ​ຕໍ່​ແບັດ​ເຕີ​ຣີ​ອາດ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ໂມ​ດູນ​ຄວບ​ຄຸມ​ໄຮ້​ສາຍ ແລະ ຕົວ​ຄວບ​ຄຸມ TEC ຖາ​ວອນ.

    • ຖອດສາຍຂົ້ວ​ລົບ​ຂອງແບັດເຕີຣີ​ອອກຈາກແບັດເຕີຣີກ່ອນ​ທຳ​ການ​ເຊື່ອມ​ຈອດເຄື່ອງ​ຈັກ.

    • ຕໍ່ສາຍຂົ້ວ​ລົບ​ຂອງແບັດເຕີຣີໃສ່ແບັດເຕີຣີຫຼັງ​ຈາກ​ທ່ານ​ສຳ​ເລັດການ​ເຊື່ອມ​ຈອດເຄື່ອງ​ຈັກ.

    ການບຳລຸງຮັກສາເຄື່ອງຈັກ

    ຄວາມປອດໄພຂອງເຄື່ອງຈັກ

    • ມອດຈັກກ່ອນກວດການ້ຳມັນ ຫຼື ຕື່ມນ້ຳມັນເຄື່ອງໃສ່ຖັງຂໍ້ຫວ່ຽງ.

    • ຢ່າປ່ຽນແປງຄວາມ​ໄວຕົວບັນຊາ ຫຼື ເລັ່ງຄວາມໄວເຄື່ອງຈັກເກີນ.

    ການບຳ​ລຸງ​ຮັກ​ສາເຕົ້າກອງອາກາດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 25 ຊົ່ວໂມງ
  • ທຳ​ຄວາມ​ສະ​ອາດສ່ວນ​ປະ​ກອບໝໍ້​ກອງ​ອາ​ກາດ​ທີ່​ເປັນ​ໂຟມ ແລະ ກວດ​ເບິ່ງ​ສ່ວນ​ປະ​ກອບຕົວ​ເຈ້ຍສຳ​ລັບ​ຄວາມ​ເປ່​ເພ(ເຮັດເລື້ອຍໆໃນສະພາບທີ່ຂີ້ຝຸ່ນ ແລະ ຂີ້​ຊາຍ​ຫຼາຍ).
  • ທຸກໆ 100 ຊົ່ວໂມງ
  • ປ່ຽນສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດທີ່​ເປັນເຈ້ຍ.(ເຮັດເລື້ອຍໆໃນສະພາບທີ່ຂີ້ຝຸ່ນ ແລະ ຂີ້​ຊາຍ​ຫຼາຍ).
  • ການກວດ​ເບິ່ງໝໍ້ກອງ​ອາ​ກາດ

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ ການ​ກະ​ກຽມສຳ​ລັບເຄື່ອງ​ຈັກ.

    2. ກວດເບິ່ງເຕົ້າກອງອາກາດສຳລັບຄວາມເສຍຫາຍເຊິ່ງສາ​ມາດເຮັດໃຫ້ເກີດການຮົ່ວຂອງອາກາດໄດ້. ໃຫ້​ແນ່​ໃຈ​ວ່າຝາປິດຖືກ​ອັດອ້ອມ​ຮອບຕົວ​ໝໍ້​ກອງ​ອາ​ກາດ (ຮູບສະແດງ 24).

      Note: ປ່ຽນຕົວ​ເຮືອນ ຫຼື ຝາ​ປົກເຕົ້າ​ກອງ​ອາ​ກາດ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

      g002097
    3. ປົດສະ​ຫຼັກທີ່ຝາປິດທີ່​ຍຶດເຕົ້າກອງອາກາດໃຫ້ເຂົ້າກັບຕົວເຮືອນ​ເຕົ້າກອງອາກາດ (ຮູບສະແດງ 24).

    4. ແຍກ​ຝາ​ປິດ​ເຕົ້າ​ກອງ​ອາ​ກາດ​ອອກ​ຈາກຕົວ​ເຮືອນໝໍ້ກອງ​ອາ​ກາດ ແລະ ທຳ​ຄວາມ​ສະ​ອາດ​ດ້ານ​ໃນ​ຂອງ​ຝາ​ປິດ (ຮູບສະແດງ 24).

    5. ເລື່ອນສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດອອກ​ຈາກ​ຕົວເຮືອນເຕົ້າ​ກອງ​ອາ​ກາດ​ເບົາໆ.

      Note: ເພື່ອ​ຫຼຸດ​ປະ​ລິ​ມານ​ຂອງ​ຝຸ່ນ​ທີ່​ຖືກ​ປັດ​ເປົ່າ​ອອກ, ຫຼີກ​ລ່ຽງ​ການ​ເຄາະ​ເຕົ້າ​ກອງ​ໃສ່​ຕົວ​ເຮືອນ​ເຕົ້າ​ກອງ​ອາ​ກາດ.

    6. ກວດ​ກາສ່ວນ​ປະ​ກອບເຕົ້າກອງ​ອາ​ກາດ.

      Note: ກວດ​ເບິ່ງປາຍ​ອັດ​ຂອງ​ເຕົ້າກອງ​ອາ​ກາດ.

      Important: ປ່ຽນເຕົ້າກອງທີ່ເສຍຫາຍ.

    ການປ່ຽນໝໍ້ກອງ​ອາ​ກາດ.

    1. ທຳຄວາມສະອາດຊ່ອງ​ລະ​ບາຍຄວາມເປື້ອນທີ່ຢູ່ໃນຝາປິດເຕົ້າ​ກອງ​ອາ​ກາດ.

    2. ຖອດວາວຢາງບ່ອນ​ປ່ອຍອອກຈາກຝາປິດ, ທຳຄວາມສະອາດຝາອັດປາກກ່ອງ ແລະ ປ່ຽນວາວ​ບ່ອນ​ປ່ອຍອອກ.

    3. ປົດສະ​ຫຼັກທີ່ຝາປິດທີ່​ຍຶດເຕົ້າກອງອາກາດໃຫ້ເຂົ້າກັບຕົວເຮືອນ​ເຕົ້າກອງອາກາດ ແລະ ເອົາ​ຝາ​ປິດ​ອອກ (ຮູບສະແດງ 25).

      g002097
    4. ເລື່ອນສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດ (ຮູບສະແດງ 25) ອອກ​ຈາກ​ຕົວເຮືອນເຕົ້າ​ກອງ​ອາ​ກາດ​ເບົາໆ.

      Note: ເພື່ອ​ຫຼຸດ​ປະ​ລິ​ມານ​ຂອງ​ຝຸ່ນ​ທີ່​ຖືກ​ປັດ​ເປົ່າ​ອອກ, ຫຼີກ​ລ່ຽງ​ການ​ເຄາະ​ເຕົ້າ​ກອງ​ໃສ່​ຕົວ​ເຮືອນ​ເຕົ້າ​ກອງ​ອາ​ກາດ.

    5. ກວດ​ກາ​ໝໍ້​ກອງ​ໃໝ່​ສຳ​ລັບ​ຄວາມ​ເສຍ​ຫາຍ​ໃນ​ການ​ຈັດ​ສົ່ງ.

      Note: ກວດ​ເບິ່ງປາຍ​ອັດ​ຂອງ​ເຕົ້າກອງ​ອາ​ກາດ.

      Important: ຢ່າຕິດຕັ້ງໝໍ້ກອງທີ່ເປ່​ເພ.

    ການຕິດ​ຕັ້ງໝໍ້ກອງອາກາດ

    Important: ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ຂອງ​ຈັກ, ໃຫ້​ໃຊ້​ງານ​ຈັກ​ດ້ວຍ​ການ​ມີ​ສ່ວນ​ປະ​ກອບ​ເຕົ້າ​ກອງ​ອາ​ກາດຄົບ​ຊຸດ​ຕິດ​ຕັ້ງ​ໄວ້.

    Important: ຢ່າໃຊ້ອົງປະກອບທີ່ເສຍຫາຍ.

    Note: ບໍ່​ແນະ​ນຳ​ໃຫ້ທຳຄວາມສະອາດຂອງສ່ວນປະກອບເຕົ້າ​ກອງ​ອາ​ກາດທີ່ນຳໃຊ້ແລ້ວເນື່ອງ​ຈາກ​ອາດ​ຈະ​ມີຄວາມເປັນໄປໄດ້ທີ່​ຈະ​ມີຄວາມເສຍຫາຍຕໍ່ຕົວ​ກາງໝໍ້ກອງ.

    1. ທຳຄວາມສະອາດຊ່ອງ​ລະ​ບາຍຄວາມເປື້ອນທີ່ຢູ່ໃນຝາປິດເຕົ້າ​ກອງ​ອາ​ກາດ.

    2. ຖອດວາວຢາງບ່ອນ​ປ່ອຍອອກຈາກຝາປິດ, ທຳຄວາມສະອາດຝາອັດປາກກ່ອງ ແລະ ປ່ຽນວາວ​ບ່ອນ​ປ່ອຍອອກ.

    3. ໃສ່ສ່ວນປະກອບໝໍ້ກອງອາກາດເຂົ້າໄປໃນຕົວ​ເຮືອນ​ໝໍ້​ກອງອາກາດ (ຮູບສະແດງ 26).

      Note: ໃຫ້ແນ່ໃຈໝໍ້ກອງຖືກ​ປິດ​ຢ່າງເໝາະສົມໂດຍການນຳ​ໃຊ້​ຄວາມ​ດັນ​ໃສ່ຂອບນອກຂອງໝໍ້ກອງເມື່ອຕິດຕັ້ງມັນ. ຢ່າກົດທີ່ເຄິ່ງກາງທີ່​ຫົດ​ຢືດ​ໄດ້​ຂອງ​ໝໍ້​ກອງ.

      g002097
    4. ຈັດ​ລຽນຝາ​ປິດ​ເຕົ້າ​ກອງ​ອາ​ກາດກັບຕົວ​ເຮືອນໝໍ້ກອງ​ອາ​ກາດ ແລະ ຍຶດ​ຝາ​ປິດ​ໃສ່​ຕົວ​ເຮືອນ​ດ້ວຍ​ສະ​ຫຼັກ (ຮູບສະແດງ 26).

    ຂໍ້​ກຳ​ນົດ​ສະ​ເພາະ​ຂອງ​ນ້ຳ​ມັນ​ເຄື່ອງ​ຈັກ

    ປະ​ເພດ​ນ້ຳ​ມັນ​ເຄື່ອງ: ນ້ຳ​ມັນ​ເຄື່ອງມີ​ສານ​ຊັກ​ລ້າງ (API ການ​ບໍ​ລິ​ການ SJ ຫຼື ສູງກວ່າ)

    ຄວາມ​ໜຽວນໍ້າມັນເຄື່ອງ: ໃຫ້​ເບິ່ງຕາ​ຕະ​ລາງຢູ່​ລຸ່ມ​ນີ້ທີ່​ປະ​ຕິ​ບັດ​ຕາມ:

    g341978

    ການກວດເບິ່ງລະດັບນ້ຳມັນເຄື່ອງຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນໍ້າມັນເຄື່ອງຈັກ.
  • Note: ເວລາທີ່ດີທີ່ສຸດໃນການກວດເບິ່ງລະ​ດັບນ້ຳມັນເຄື່ອງແມ່ນເວລາທີ່ເຄື່ອງຈັກເຢັນກ່ອນທີ່ຈະ​ຕິດ​ຈັກສຳລັບມື້. ຖ້າ​ມັນ​ໄດ້​ເດີນ​ເຄື່ອງ​ຮຽບ​ຮ້ອຍ​ແລ້ວ, ລໍ​ຖ້າ​ຢ່າງ​ໜ້ອຍ 10 ນາທີກ່ອນທີ່ຈະກວດ​ເບິ່ງ​ລະ​ດັບ​ນ້ຳ​ມັນ.

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ ການ​ກະ​ກຽມສຳ​ລັບເຄື່ອງ​ຈັກ.

    2. ທຳຄວາມສະອາດບໍລິເວນອ້ອມຮອບເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ ແລະ ຝາ​ປິດ​ນ້ຳ​ມັນ​ເຄື່ອງ​ຂອງ​ຝາ​ປິດ​ວາວ (ຮູບສະແດງ 28 ແລະ ຮູບສະແດງ 29).

      g341987
      g341990
    3. ຖອດເຫຼັກ​ແທກ​ນ້ຳ​ມັນເຄື່ອງອອກ ແລະ ເຊັດປາຍ​ໃຫ້​ສະ​ອາດ (ຮູບສະແດງ 28).

    4. ສຽບ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ລົງ​ໄປ​ໃນທໍ່​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ໃຫ້​ສຸດ (ຮູບສະແດງ 30).

    5. ດຶງ​ເຫຼັກແທກ​ນ້ຳ​ມັນເຄື່ອງອອກ ແລະ ເບິ່ງ​ທີ່​ປາຍໂລ​ຫະ.

      Note: ລະດັບນ້ຳ​ມັນ​ເຄື່ອງຄວນຢູ່ທີ່ຂີດຕົວ​ຊີ້ບອກ​ດ້ານ​ເທິງໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.

      g341993
    6. ຖ້າ​ລະ​ດັບ​ນ້ຳ​ມັນ​ຢູ່​ຕ່ຳ​ກວ່າ​ຂີດ​ໝາຍ​ຕົວ​ຊີ້ບອກ​ດ້ານ​ເທິງ​ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ, ເອົາ​ຝາ​ປິດ​ນ້ຳ​ມັນ​ເຄື່ອງ​ອອກ, ເຕີມ​ນ້ຳ​ມັນ​ເຄື່ອງ​ທີ່​ລະ​ບຸ​ໄວ້​ຊ້າໆ​ເພື່ອ​ນຳ​ເອົາ​ລະ​ດັບນ້ຳ​ມັນ​ເຄື່ອງຂຶ້ນ​ມາຮອດ​ຂີດ​ໝາຍ​ຕົວ​ຊີ້ບອກ​ດ້ານ​ເທິງ ແລະ ຕິດ​ຕັ້ງ​ຝາ​ປິດ​ນ້ຳ​ມັນ​ເຄື່ອງ; ໃຫ້​ເບິ່ງ ຂໍ້​ກຳ​ນົດ​ສະ​ເພາະ​ຂອງ​ນ້ຳ​ມັນ​ເຄື່ອງ​ຈັກ.

      Important: ຢ່າ​ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່​ຖັງ​ຂໍ້​ຫວ່ຽງຈົນ​ລົ້ນ ແລະ ຕິດ​ຈັກ​ໄວ້. ອາດ​ຈະ​ສົ່ງ​ຜົນ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ກັບ​ຈັກ.

    7. ສຽບ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ລົງ​ໄປ​ໃນທໍ່​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ໃຫ້​ສຸດ.

    ການປ່ຽນນ້ຳ​ມັນເຄື່ອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 100 ຊົ່ວໂມງ
  • ປ່ຽນນໍ້າມັນເຄື່ອງຈັກ.ປ່ຽນ​ນ້ຳ​ມັນ​ເຄື່ອງເລື້ອຍໆເມື່ອໃຊ້ງານໃນສະພາບການທີ່ມີຂີ້ຝຸ່ນ ແລະ ຊາຍ​ຫຼາຍ.
  • ຄວາມຈຸຖັງຂໍ້ຫວ່ຽງ: 2 ລິດ (67 ອອນ)—ພ້ອມ​ໝໍ້ກອງ

    1. ຕິດຈັກ ແລະ ປ່ອຍ​ໃຫ້ມັນຕິດ​ຢູ່ 5 ນາທີ.

      Note: ນ້ຳ​ມັນ​ເຄື່ອງ​ທີ່​ອຸ່ນລະ​ບາຍ​ໄດ້​ດີກວ່າ.

    2. ຈອດ​ເຄື່ອງ​ຈັກ​ໄວ້​ເພື່ອ​ໃຫ້​ດ້ານ​ລະ​ບາຍ​ອອກ​ຕ່ຳ​ກວ່າ​ດ້ານ​ຂ້າງ​ເລັກ​ນ້ອຍເພື່ອຮັບ​ປະ​ກັນ​ໃຫ້ນ້ຳ​ມັນ​ເຄື່ອງ​ລະ​ບາຍ​ອອກ​ໝົດ.

    3. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳ​ແໜ່ງຜູ້​ນຳ​ໃຊ້.

    4. ວາງຖາດ​ຢູ່​ກ້ອງ​ບ່ອນ​ປ່ອຍ. ບິດວາວລະ​ບາຍນ້ຳ​ມັນ​ເຄື່ອງເພື່ອໃຫ້​ນ້ຳ​ມັນ​ເຄື່ອງປ່ອຍອອກ (ຮູບສະແດງ 31).

      Note: ທ່ານ​ອາດ​ຈະ​ເອົາ​ທໍ່​ສຸບ​ໃສ່​ວາວ​ລະ​ບາຍ​ເພື່ອ​ຊ່ວຍ​ທິດ​ທາງ​ການ​ໄຫຼ​ຂອງ​ນ້ຳ​ມັນ​ເຄື່ອງ. ທໍ່​ບໍ່​ໄດ້ໃຫ້​ມາ​ພ້ອມ​ກັບ​ເຄື່ອງ​ຈັກ.

    5. ເມື່ອ​ນ້ຳ​ມັນ​ເຄື່ອງລະ​ບາຍອອກ​ໝົດ​ແລ້ວ, ປິດ​ວາວ​ລະ​ບາຍ.

      Note: ກຳ​ຈັດນ້ຳ​ມັນ​ເຄື່ອງ​ໃຊ້​ແລ້ວ​ຢູ່​ທີ່​ສູນ​ນຳ​ກັບ​ຄືນ​ມາ​ໃຊ້​ໃໝ່.

      g002148
    6. ຖອກ​ນ້ຳ​ມັນ​ເຄື່ອງລະ​ບຸ​ໄວ້​ປະ​ມານ 80% ລົງ​ໃສ່ຄໍ​ເຕີມ (ຮູບສະແດງ 32) ຂອງ​ຝາ​ປິດ​ວາວ​ລະ​ບາຍ; ໃຫ້​ເບິ່ງ ຂໍ້​ກຳ​ນົດ​ສະ​ເພາະ​ຂອງ​ນ້ຳ​ມັນ​ເຄື່ອງ​ຈັກ.

      g341990
    7. ກວດເບິ່ງລະດັບນໍ້າມັນເຄື່ອງ, ໃຫ້​ເບິ່ງ ການກວດເບິ່ງລະດັບນ້ຳມັນເຄື່ອງຈັກ.

    8. ເຕີມ​ນ້ຳ​ມັນ​ເຄື່ອງ​ເພີ່ມ​ໃສ່​ຊ້າໆ​ເພື່ອ​ໃຫ້​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ມາ​ຮອດຂີດໝາຍຕົວ​ຊີ້ບອກດ້ານ​ເທິງໃນເຫຼັກແທກ​ນ້ຳ​ມັນ​ເຄື່ອງ.

    ການປ່ຽນໝໍ້​ກອງນ້ຳມັນເຄື່ອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ປ່ຽນໝໍ້ກອງນ້ຳ​ມັນ​ເຄື່ອງ.ປ່ຽນໝໍ້​ກອງນ້ຳ​ມັນ​ເຄື່ອງເລື້ອຍໆເມື່ອໃຊ້ງານໃນສະພາບການທີ່ມີຂີ້ຝຸ່ນ ແລະ ຊາຍ​ຫຼາຍ.
  • ຄວາມຈຸຖັງຂໍ້ຫວ່ຽງ: 2 ລິດ (67 ອອນ)—ພ້ອມ​ໝໍ້ກອງ

    1. ປ່ອຍນ້ຳ​ມັນ​ເຄື່ອງ​ອອກ​ຈາກ​ຈັກ; ໃຫ້​ເບິ່ງ ການປ່ຽນນ້ຳ​ມັນເຄື່ອງ.

    2. ເອົາ​ໝໍ້​ກອງເກົ່າ​ອອກ ແລະ ເຊັດພື້ນ​ຜິວຢ່ວງຕົວ​ປັບໝໍ້​ກອງ (ຮູບສະແດງ 33).

      g341989
    3. ໃຊ້ການເຄືອບດວ້ຍນ້ຳມັນເຄື່ອງໃສ່ບາງໆໃສ່ຢ່ວງຢາງກັນຊືມໃນໝໍ້ກອງທີ່​ເອົາ​ມາ​ປ່ຽນ (ຮູບສະແດງ 33).

    4. ຕິດຕັ້ງໝໍ້ກອງນ້ຳມັນທີ່ປ່ຽນໃສ່ຕົວປັບໝໍ້​ກອງ, ບິດໝໍ້ກອງນ້ຳມັນເຄື່ອງຕາມທິດເຂັມໂມງຈົນກວ່າຢ່ວງຢາງຕິດກັບຕົວປັບໝໍ້​ກອງ, ຈາກນັ້ນຮັດໝໍ້ກອງໃຫ້ແໜ້ນຂຶ້ນຕື່ມອີກ ⅔ ຫາ 1 ຮອບ (ຮູບສະແດງ 34).

      g001056
    5. ເອົາ​ຝາ​ປິດ​ນ້ຳ​ມັນ​ເຄື່ອງ​ອອກ (ຮູບສະແດງ 33) ແລະ ເຕີມ​ນ້ຳ​ມັນ​ເຄື່ອງ​ທີ່​ລະ​ບຸ​ໄວ້ 2 ລິດ (67 ອອນ) ໃສ່​ຈັກ; ໃຫ້​ເບິ່ງ ຂໍ້​ກຳ​ນົດ​ສະ​ເພາະ​ຂອງ​ນ້ຳ​ມັນ​ເຄື່ອງ​ຈັກ ແລະ ການປ່ຽນນ້ຳ​ມັນເຄື່ອງ.

    6. ຕິດ​ຈັກ​ໄວ້ເປັນ​ເວ​ລາ 3 ນາ​ທີ, ມອດ​ຈັກ ແລະ ກວດ​ເບິ່ງ​ການ​ຮົ່ວ​ໄຫຼ​ຂອງ​ນ້ຳ​ມັນ​ເຄື່ອງ​ຢູ່​ຮອບ​ໝໍ້​ກອງ​ນ້ຳ​ມັນ​ເຄື່ອງ.

    7. ກວດ​ເບິ່ງລະ​ດັບນໍ້າມັນເຄື່ອງ​ຈັກ ແລະ ເຕີມ​ນ້ຳມັນເຄື່ອງທີ່​ລະ​ບຸ​ໄວ້ໃສ່​ອີກ, ຖ້າຈຳ​ເປັນ.

    ການບຳລຸງຮັກ​ສາຫົວ​ທຽນ

    ປະ​ເພດ​ຫົວ​ທຽນ: Champion® RC12YC, Champion® Platinum 3071 ຫຼື ທຽບ​ເທົ່າ

    ຊ່ອງ​ຫວ່າງ​ອາ​ກາດ: 0.76 ມມ (0.030 ນິ້ວ)

    ການກວດ​ເບິ່ງຫົວ​ທຽນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ກວດ​ເບິ່ງ​ຫົວ​ທຽນ.
    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ ການ​ກະ​ກຽມສຳ​ລັບເຄື່ອງ​ຈັກ.

    2. ທຳຄວາມສະອາດບໍລິເວນຫົວ​ທຽນ (ຮູບສະແດງ 35).

      g341988
    3. ຖອດສາຍ​ຫົວ​ທຽນອອກຈາກຫົວ​ທຽນ (ຮູບສະແດງ 35).

    4. ເອົາ​ຫົວ​ທຽນ ແລະ ຢ່ວງ​ຮອງອອກດ້ວຍ​ການ​ໃຊ້ເຕົ້າ​ຫົວ​ທຽນ.

    5. ເບິ່ງ​ທີ່​ໃຈ​ກາງ​ຫົວ​ທຽນ (ຮູບສະແດງ 36). ຖ້າ​ທ່ານ​ເຫັນ​ສີ​ນ້ຳ​ຕານ​ອ່ອນ ຫຼື ສີ​ເທົາ​ຢູ່​ໃນ​ສະ​ນວນ​ຫຸ້ມ, ເຄື່ອງ​ຈັກ​ໃຊ້​ງານ​ໄດ້​ຢ່າງ​ຖືກ​ຕ້ອງ. ສີ​ເຄືອບ​ດຳ​ຢູ່​ໃນ​ສະ​ນວນ​ຫຸ້ມໂດຍປົກ​ກະ​ຕິ​ໝາຍຄວາມ​ວ່າໝໍ້​ກອງ​ອາ​ກາດ​ເປື້ອນ.

      Note: ຖ້າຫົວ​ທຽນເປ່​ເພ ຫຼື ຫຼຸ້ຍ​ຫ້ຽນ, ຕິດ​ຕັ້ງ​ຫົວ​ທຽນ​ໃໝ່​ໃສ່.

      g326888

      Important: ໃຫ້​ປ່ຽນ​ຫົວ​ທຽນ​ສະ​ເໝີ​ເມື່ອ​ມັນ​ມີ ສີ​ເຄືອບດຳ; ຂົ້ວ​ໄຟ​ຟ້າ​ຈີກ​ຂາດ, ຟີມ​ມີ​ນ້ຳ​ມັນ ຫຼື ມີ​ຮອຍ​ແຕກ.

    6. ວັດ​ແທກຊ່ອງ​ຫວ່າງອາ​ກາດລະ​ຫວ່າງ​ຂົ້ວ​ໄຟ​ຟ້າ​ຢູ່​ເຄິ່ງ​ກາງ ແລະ ດ້ານ​ຂ້າງ (ຮູບສະແດງ 36). ຊ່ອງ​ຫວ່າງ​ອາ​ກາດຄວນວັດ​ແທກໄດ້ 0.76 ມມ (0.030 ນິ້ວ).

      Note: ຖ້າຊ່ອງ​ຫວ່າງ​ອາ​ກາດບໍ່​ຖືກ​ຕ້ອງ, ງໍຂົ້ວ​ໄຟ​ຟ້າດ້ານ​ຂ້າງເເພື່ອ​ປັບ​ຊ່ອງ​ຫວ່າງ​ອາ​ກາດ.

    7. ບິດ​ກຽວຫົວ​ທຽນເຂົ້າ​ໄປ​ໃນ​ຈັກ ແລະ ບິດ​ຫົວ​ທຽນ​ໃຫ້​ໄດ້ແຮງ​ເປັນ 27 N∙m (20 ft-lb).

    8. ເຮັດຊ້ໍາຄືນຂັ້ນຕອນ 2 ຮອດ 6 ຢູ່ໃນລູກສູບ​ອື່ນໆ.

    ການທຳຄວາມສະອາດຕະ​ແກງ​ຈັກ ແລະ ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ທຳຄວາມສະອາດຕະ​ແກງ​ຈັກ ແລະ ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ.
  • ກ່ອນ​ການ​ນຳ​ໃຊ້​ແຕ່​ລະ​ຄັ້ງ, ກວດ​ເບິ່ງ ແລະ ທຳ​ຄວາມ​ສະ​ອາດ​ຕະ​ແກງຈັກ ແລະ ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ. ເອົາ​ຫຍ້າ, ຂີ້​ຝຸ່ນ ຫຼື ຂີ້​ເຫຍື້ອ​ອື່ນໆ​ທີ່​ສະ​ສົມ​ຕິດ​ຢູ່​ນັ້ນ​ອອກ​ຈາກ​ເຄື່ອງ​ທຳ​ຄວາມ​ເຢັນ​ນ້ຳ​ມັນ​ເຄື່ອງ ແລະ ຕະ​ແກງ​ຈັກ (ຮູບສະແດງ 37).

    g002355

    ການບຳລຸງຮັກສາລະບົບນໍ້າມັນເຊື້ອໄຟ

    ການ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ​ຖັງ​ຄາ​ບອນ

    ການປ່ຽນ​ໝໍ້​ກອງອາ​ກາດຖັງ​ຄາ​ບອນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ປ່ຽນໝໍ້ກອງ​ອາ​ກາດຖັງ​ຄາ​ບອນ (ບຳ​ລຸງ​ຮັກ​ສາເລື້ອຍໆ​ໃນ​ສະ​ພາບທີ່​ມີ​ຝຸ່ນ ແລະ ຊາຍຫຼາຍ).
    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ ການ​ກະ​ກຽມສຳ​ລັບເຄື່ອງ​ຈັກ.

    2. ຖອດໝໍ້​ກອງອາ​ກາດ​ຖັງ​ຄາ​ບອນ​ອອກ ແລະ ກຳ​ຈັດຖີ້ມ (ຮູບສະແດງ 38).

      g029820
    3. ຕິດ​ຕັ້ງໝໍ້ກອງອາກາດໃໝ່.

    ການປ່ຽນ​ໝໍ້​ກອງສາຍອາ​ກາດບໍ​ລິ​ສຸດຖັງ​ຄາ​ບອນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ປ່ຽນ​ໝໍ້​ກອງສາຍອາ​ກາດບໍ​ລິ​ສຸດຖັງ​ຄາ​ບອນ.
  • Note: ກວດ​ເບິ່ງ​ຄວາມ​ເປື້ອນ​ຂອງໝໍ້​ກອງສາຍອາ​ກາດບໍ​ລິ​ສຸດເປັນ​ບາງ​ຄັ້ງ​ຄາວ. ຖ້າ​ເຫັນ​ວ່າ​ໝໍ້​ກອງ​ເປື້ອນ, ໃຫ້​ປ່ຽນມັນ.

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ ການ​ກະ​ກຽມສຳ​ລັບເຄື່ອງ​ຈັກ.

    2. ເຄື່ອນ​ປອກ​ຮັດ​ທໍ່​ປະ​ເພດ​ສະ​ປ​ຣິງ​ຢູ່​ທັງ​ສອງ​ດ້ານ​ຂອງໝໍ້​ກອງສາຍອາ​ກາດບໍ​ລິ​ສຸດຖັງ​ຄາ​ບອນ​ອອກ​ໄປ​ຈາກ​ໝໍ້​ກອງ (ຮູບສະແດງ 39).

      g018506
    3. ຖອດໝໍ້​ກອງຄາ​ບອນ​ອອກ ແລະ ກຳ​ຈັດຖີ້ມ (ຮູບສະແດງ 39).

    4. ຕິດ​ຕັ້ງ​ໝໍ້​ກອງ​ໃໝ່​ໃສ່​ທໍ່​ດ້ວຍ​ລູກ​ສອນ​ໃນ​ໝໍ້​ກອງ​ຊີ້​ໄປ​ຍັງ​ວາວກວດ​ສອບ ແລະ ຍຶດ​ມັນ​ດ້ວຍ​ປອກ​ຮັດ​ທໍ່ (ຮູບສະແດງ 39).

    ການປ່ຽນໝໍ້ກອງນໍ້າມັນເຊື້ອໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 500 ຊົ່ວໂມງ
  • ປ່ຽນໝໍ້ກອງນໍ້າມັນ.
  • ຢ່າ​ຕິດ​ຕັ້ງໝໍ້​ກອງເປື້ອນ, ຖ້າ​ເອົາ​ມັນ​ອອກ​ມາ​ຈາກສາຍ​ນ້ຳ​ມັນ​ເຊື້ອ​ໄຟ.

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ ການ​ກະ​ກຽມສຳ​ລັບເຄື່ອງ​ຈັກ.

    2. ປ່ອຍໃຫ້ເຄື່ອງຈັກເຢັນລົງ.

    3. ບີບ​ປາຍ​ຂອງ​ຕົວ​ໜີບ​ທໍ່​ເຂົ້າ​ກັນ ແລະ ເລື່ອນ​ພວກ​ມັນ​ອອກ​ໄປ​ຈາກ​ໝໍ້​ກອງ (ຮູບສະແດງ 40).

      g342101
    4. ເອົາ​ໝໍ້​ກອງ​ອອກ​ຈາກ​ທໍ່​ນ້ຳ​ມັນ.

    5. ຕິດ​ຕັ້ງ​ໝໍ້​ກອງ​ໃໝ່ ແລະ ເຄື່ອນ​ປອກ​ຮັດ​ທໍ່​ໄປ​ໃກ້​ໝໍ້​ກອງ (ຮູບສະແດງ 40).

    ການບຳລຸງຮັກ​ສາຖັງນໍ້າມັນເຊື້ອໄຟ

    ອັນຕະລາຍ

    ພາຍ​ໃຕ້ເງື່ອນໄຂສະເພາະໃດໜຶ່ງ, ນ້ຳມັນເຊື້ອໄຟໄວໄຟຫຼາຍ ແລະ ລະເບີດໄດ້ສູງ. ໄຟໄໝ້ ຫຼື ການລະເບີດຈາກນໍ້າມັນເຊື້ອໄຟສາມາດເຮັດໃຫ້ທ່ານ ແລະ ຄົນອື່ນໆຖືກ​ໄໝ້ ແລະ ສາມາດເຮັດໃຫ້ຊັບສິນເສຍຫາຍໄດ້.

    • ປ່ອຍ​ນ້ຳ​ມັນ​ອອກ​ຈາກ​ຖັງນ້ຳ​ມັນ​ໃນ​ເວ​ລາ​ຈັກ​ເຢັນ. ໃຫ້​ເຮັດ​ອັນ​ນີ້​ຢູ່​ຂ້າງນອກໃນ​ພື້ນ​ທີ່​ໂລ່ງ​ແຈ້ງ. ເຊັດນໍ້າມັນເຊື້ອໄຟທີ່ຮົ່ວກະ​ຈາຍ​ນັ້ນອອກ.

    • ຢ່າສູບຢາໃນເວລາປ່ອຍນໍ້າມັນເຊື້ອໄຟ ແລະ ຢູ່ຫ່າງຈາກແປວໄຟທີ່ເປີດ ຫຼື ບ່ອນທີ່ປະກາຍໄຟອາດ​ຈະ​ກໍ່​ໃຫ້​ເກີດ​ໄຟ​ໄໝ້​ອາຍ​ນ້ຳ​ມັນ.

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ ການ​ກະ​ກຽມສຳ​ລັບເຄື່ອງ​ຈັກ.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ.

    3. ມາຍປອກ​ຮັດ​ທໍ່ຢູ່​ທີ່​ໝໍ້​ກອງ​ນ້ຳ​ມັນ​ໃຫ້​ຫຼວມ ແລະ ເລື່ອນມັນຂຶ້ນ​ໄປ​ສາຍ​ນ້ຳ​ມັນ​ຫ່າງອອກ​ໄປ​ຈາກ​ໝໍ້​ກອງນ້ຳ​ມັນ (ຮູບສະແດງ 40).

    4. ຖອດສາຍ​ນ້ຳ​ມັນ​ອອກ​ຈາກ​ໝໍ້​ກອງ​ນ້ຳ​ມັນ (ຮູບສະແດງ 40).

      Note: ປ່ອຍ​ໃຫ້​ນ້ຳ​ມັນ​ໄຫຼ​ໄປ​ສູ່​ກະ​ປ໋ອງບັນ​ຈຸ​ນ້ຳ​ມັນ ຫຼື ຖາດ​ລະ​ບາຍ​ນ້ຳ​ມັນ (ຮູບສະແດງ 40).

      Note: ນີ້ແມ່ນ​ເວ​ລາ​ດີ​ທີ່​ສຸດ​ທີ່​ຈະ​ຕິດ​ຕັ້ງ​ໝໍ້​ກອງ​ນ້ຳ​ມັນ​ໃໝ່​ເພາະ​ວ່າ​ຖັງ​ນ້ຳ​ມັນ​ເປົ່າ.

    5. ຕິດ​ຕັ້ງສາຍ​ນ້ຳ​ມັນໃສ່ໝໍ້​ກອງ​ນ້ຳ​ມັນ. ເລື່ອນ​ປອກ​ຮັດ​ທໍ່​ໄປ​ໃສ່ໝໍ້​ກອງ​ນ້ຳ​ມັນ​ເພື່ອ​ຍຶດ​ສາຍ​ນ້ຳ​ມັນ​ໃຫ້​ແໜ້ນ (ຮູບສະແດງ 40).

    ການບຳລຸງຮັກສາລະບົບໄຟຟ້າ

    Important: ກ່ອນ​ເຊື່ອມ​ຈອດ​ຢູ່​ໃນ​ເຄື່ອງ​ຈັກ, ຖອດຕົວ​ຄວບ​ຄຸມ ແລະ ສາຍ​ໄຟ​ລົບ​ອອກ​ຈາກ​ແບັດ​ເຕີ​ຣີ​ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ຕໍ່​ລະ​ບົບ​ໄຟ.

    ຄວາມປອດໄພຂອງລະບົບໄຟຟ້າ

    • ຕັດ​ເຊື່ອມ​ຕໍ່ແບັດເຕີຣີກ່ອນທີ່ຈະສ້ອມແປງເຄື່ອງຈັກ. ຕັດເຊື່ອມຕໍ່ສາຍຂົ້ວລົບກ່ອນ ແລະ ຂົ້ວບວກສຸດທ້າຍ. ເຊື່ອມຕໍ່ປາຍຂົ້ວບວກເຂົ້າກ່ອນ ແລະ ຂົ້ວລົບສຸດທ້າຍ.

    • ສາກແບັດເຕີຣີໃນບ່ອນທີ່ເປີດ, ມີອາກາດຖ່າຍເທດີ, ຫ່າງຈາກປະ​ກາຍໄຟ ແລະ ແປວໄຟ. ຖອດສາຍສາກໄຟກ່ອນທີ່ຈະເຊື່ອມຕໍ່ ຫຼື ຕັດ​ເຊື່ອມ​ຕໍ່ແບັດເຕີຣີ. ໃສ່ເຄື່ອງນຸ່ງປ້ອງກັນ ແລະ ໃຊ້ເຄື່ອງມືປ້ອງກັນ.

    ຟິວ

    ການ​ປ່ຽນ​ຟິວຈັກ

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ ການ​ກະ​ກຽມສຳ​ລັບເຄື່ອງ​ຈັກ.

    2. ຢູ່​ໃກ້​ມໍ​ເຕີໄດ​ສະ​ຕັດ, ແຍກ​ເຄິ່ງ​ໜຶ່ງ​ຂອງ​ກ່ອງ​ຟິວ​ໃນ​ສາຍ​ຂອງ​ສາຍ​ສຽບ​ໄຟ​ຈັກອອກ (ຮູບສະແດງ 41).

      g233945
    3. ເອົາ​ຟິວເປີດອອກ​ຈາກ​ກ່ອງ​ຟິວ.

    4. ສອດ​ຟິວ​ໃໝ່ (30 A) ໃສ່ກ່ອງ​ຟິວ.

    5. ປະ​ກອບເຄິ່ງ​ໜຶ່ງ​ຂອງກ່ອງ​ຟິວ​ໃນສາຍ (ຮູບສະແດງ 41).

    ການ​ປ່ຽນ​ຟິວເຄື່ອງຈັກ

    1. ຢູ່​ດ້ານໃນ​ແຜງທາງ​ໜ້າ​ຂອງເສົາ​ຄວບ​ຄຸມ, ເອົາ​ຝາ​ປົກກ່ອງຟິວອອກຈາກກ່ອງ​ຟິວ (ຮູບສະແດງ 42).

      g233941
    2. ເອົາ​ຟິວເປີດອອກ​ຈາກ​ກ່ອງ​ຟິວ (ຮູບສະແດງ 42).

    3. ສອດ​ຟິວ​ໃໝ່ເຂົ້າ​ໄປ​ໃນ​ຊ່ອງໃສ່ກ່ອງ​ຟິວ (ຮູບສະແດງ 43).

      g341792
    4. ປະ​ກອບ​ຝາ​ປົກກ່ອງ​ຟິວ​ໃສ່​ກ່ອງຟິວ

    ກ່ອງຟິວເປັນ​ສ່ວນ​ໜຶ່ງ​ຂອງ​ສາຍ​ໄຟ​ເຄື່ອງ​ຈັກ. ມັນ​ຕັ້ງ​ຢູ່​ດ້ານ​ຫຼັງ​ເຄື່ອງ​ຮັບ​ໃນ​ດ້ານ​ຂວາ​ຂອງ​ເສົາ​ຄວບ​ຄຸມ (ຮູບສະແດງ 42).

    ການບຳລຸງຮັກສາລະບົບຂັບເຄື່ອນ

    ການກວດເບິ່ງຄວາມດັນລົ​ມຂອງຢາງລົດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງຄວາມດັນລົມຂອງຢາງລົດ.
  • ກວດເບິ່ງຄວາມດັນຢາງລົດ (ຮູບສະແດງ 44).

    ແຮງ​ດັນໃນ​ຢາງ​ລົດ​ທີ່​ຖືກ​ຕ້ອງ​ແມ່ນ 9.65 bar (14 psi).

    g001055

    ການບິດນັອດຮັດລໍ້ລົດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 10 ຊົ່ວໂມງທໍາອິດ
  • ກວດເບິ່ງແຮງບິດຂອງນັອດຮັດລໍ້ລົດ.
  • ຄຳເຕືອນ

    ການ​ບໍ່​ຮັກ​ສາແຮງບິດທີ່ເໝາະສົມໄດ້​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ຂັດ​ຂ້ອງ ຫຼື ການ​ສູນ​ເສຍ​ລໍ້ ແລະ ສາ​ມາດເຮັດໃຫ້ເກີດການບາດເຈັບຕໍ່ບຸກຄົນໄດ້.

    ບິດແຮງບິດນັອດລັອກລໍ້ໃຫ້​ໄດ້ 95 ຫາ 122 N⋅ m (70 ຫາ 90 ft-lb).

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ ການ​ກະ​ກຽມສຳ​ລັບເຄື່ອງ​ຈັກ.

    2. ບິດແຮງບິດນັອດລັອກລໍ້ໃຫ້​ໄດ້ 95 ຫາ 122 N⋅ m (70 ຫາ 90 ft-lb).

    ການກວດ​ກາຢາງ​ລົດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 100 ຊົ່ວໂມງ
  • ກວດ​ເບິ່ງ​ສະ​ພາບ​ຂອງຢາງ​ລົດ.
  • ອຸ​ບັດ​ຕິ​ເຫດ​ການ​ເຮັດ​ວຽກສາ​ມາດ​ເຮັດ​ໃຫ້​ຢາງ ຫຼື ຂອບ​ຢາງ​ເສຍ​ຫາຍ, ດັ່ງ​ນັ້ນ​ໃຫ້​ກວດ​ກາ​ສະ​ພາບ​ຢ່າງ​ຫຼັງ​ຈາກ​ອຸ​ບັດ​ຕິ​ເຫດ.

    ຂໍ້​ມູນ​ຢາງ DOT ແມ່ນ​ຢູ່​ດ້ານ​ຂ້າງ​ຂອງ​ຢາງ​ແຕ່​ລະ​ເສັ້ນ. ຂໍ້​ມູນ​ນີ້​ແມ່ນ​ໃຫ້​ລະ​ດັບການ​ບັນ​ທຸກ ແລະ ຄວາມ​ໄວ. ຢາງ​ທີ່​ປ່ຽນ​ຄວນ​ມີ​ລະ​ດັບ​ຄື​ເກົ່າ ຫຼື ດີກວ່າ.

    ແມ່ນຕົວ​ຢ່າງ​ຂອງ​ການ​ຫ້ຽນ​ຂອງ​ຢາງ​ເກີດ​ຂຶ້ນ​ໂດຍ​ການ​ເຕີມ​ລົມ​ບໍ່​ເຕັມ.

    g010294

    ແມ່ນຕົວ​ຢ່າງ​ຂອງ​ການ​ຫ້ຽນ​ຂອງ​ຢາງ​ເກີດ​ຂຶ້ນ​ໂດຍ​ການ​ເຕີມ​ລົມເກີນ.

    g010293

    ການບຳລຸງຮັກສາສາຍພານ

    ການ​ປັບຄວາມ​ເຄັ່ງ​ສາຍ​ພານຄວບ​ຄຸມ​ຫົວ​ເປົ່າ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 8 ຊົ່ວໂມງທໍາອິດ
  • ກວດເບິ່ງສະພາບ ແລະ ຄວາມເຄັ່ງຂອງສາຍພານ.
  • ທຸກໆ 50 ຊົ່ວໂມງ
  • ກວດເບິ່ງສະພາບ ແລະ ຄວາມເຄັ່ງຂອງສາຍພານ.
  • ຖ້າ​ສາຍ​ພານ​ຄວບ​ຄຸມ​ຫົວ​ເປົ່າ​ມື່ນ​ຕົກ​ໃນ​ຂະ​ນະ​ທີ່​ປ່ຽນ​ທິດ​ທາງ​ຫົວ​ເປົ່າ​ຈັກ​ເປົ່າ, ໃຫ້​ປັບ​ຄວາມ​ເຄັ່ງ​ຂອງ​ສາຍ​ພານ.

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ ການ​ກະ​ກຽມສຳ​ລັບເຄື່ອງ​ຈັກ.

    2. ມາຍນັອດກຽວ​ຫົວແຜ່ນ​ປິດ 2 ຕົວ ແລະ ນັອດລັອກ​ຕົວແມ່ຫົວ​ແຜ່ນ​ປິດ 2 ຕົວ​ທີ່ຍຶດຂາ​ຄ້ຳ​ຕິດມໍ​ເຕີໃສ່ບ່ອນ​ຕິດ​ຕົວ​ເຮືອນ​ຂອງໂຄງ​ເຄື່ອງ​ຈັກໃຫ້​ຫຼວມ (ຮູບສະແດງ 47).

      g015845
    3. ສອດ​ຕົວ​ຂັບ​ເຄື່ອນ​ຂອງ​ກະ​ແຈ​ບິດ​ເຂົ້າ​ໄປ​ໃນ​ຂາ​ຄ້ຳ​ຕິດ​ເພົາ​ປິ່ນດັ່ງ​ທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ 47.

    4. ໝູນ​ຂາ​ຄ້ຳ​ຕິດ​ເພົາ​ປິ່ນ​ອອກ​ໄປ​ຈາກ​ຫົວ​ເປົ່າ​ຈັກ​ເປົ່າ (ຮູບສະແດງ 47) ຈົນ​ກວ່າ​ກະ​ແຈ​ແຮງ​ບິດ​ອ່ານ​ຄ່າ 22.6 ຫາ 26.0 N∙m (200 ຫາ 230 in-lb).

    5. ໃນ​ຂະ​ນະ​ທີ່​ຈັບ​ຄວາມ​ເຄັ່ງ​ສາຍ​ພານ, ຮັດ​ນັອດ​ກຽວ​ຫົວ​ແຜ່ນ​ປິດ​ໜ້າ​ແປນ 2 ຕົວ ແລະ ນັອດລັອກແມ່ໜ້າແປນ 2 ຕົວ​ໃຫ້​ແໜ້ນ.

    ການ​ບຳລຸງ​ຮັກ​ສາຈັກ​ເປົ່າ

    ການກວດ​ເບິ່ງ​ປອກ​ຮັດຫົວ​ເປົ່າ​ຈັກ​ເປົ່າ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງ​ປອກ​ຮັດຫົວ​ເປົ່າ​ຈັກ​ເປົ່າ.
    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ ການ​ກະ​ກຽມສຳ​ລັບເຄື່ອງ​ຈັກ.

    2. ກວດເບິ່ງສັນ​ຍານ​ຂອງ​ຄວາມ​ຫ້ຽນ ແລະ ຄວາມ​ເສຍ​ຫາຍ​ຂອງປອກ​ຮັດ​ຫົວ​ເປົ່າ​ຈັກ​ເປົ່າ (ຮູບສະແດງ 48).

      g008799
    3. ກວດເບິ່ງປອກ​ຮັດຫົວ​ເປົ່າ​ຈັກ​ເປົ່າໃນ​ແຕ່​ລະ​ມື້​ເພື່ອ​ຮັບ​ປະ​ກັນ​ວ່າ​ມັນ​ແໜ້ນ​ດີ (ຮູບສະແດງ 48).

      Important: ຖ້າ​ຫົວ​ເປົ່າ​ສຳ​ຜັດ​ກັບ​ສິ່ງ​ກີດ​ຂວາງ ຫຼື ພື້ນ​ທີ່​ຕ່ຳ​ຢູ່​ໃນ​ພູມ​ສັນ​ຖານ, ປອກ​ຮັດຫົວ​ເປົ່າ​ຈັກ​ເປົ່າສາ​ມາດ​ຫຼວມ​ໄດ້.

    4. ຖ້າ​ປອກ​ຮັດ​ຫຼວມ, ບິດນັອດຂອງ​ປອກ​ຮັດໃຫ້​ໄດ້ 5.1 ຫາ 5.7 N⋅ m (45 ເຖິງ 50 in-lb).

    ການທຳ​ຄວາມ​ສະ​ອາດຕົວ​ບອກ​ທິດ​ທາງ​ຫົວ​ເປົ່າ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ທຳ​ຄວາມ​ສະ​ອາດຕົວ​ບອກ​ທິດ​ທາງ​ຫົວ​ເປົ່າ
    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ ການ​ກະ​ກຽມສຳ​ລັບເຄື່ອງ​ຈັກ.

    2. ເອົາ​ຫຍ້າ, ຂີ້​ຝຸ່ນ ຫຼື ຂີ້​ເຫຍື້ອ​ອື່ນໆ​ທີ່​ສະ​ສົມ​ຕິດ​ຢູ່ອ້ອມ​ຮອບ ແລະ ຢູ່​ໃນ​ລະ​ຫວ່າງຕົວ​ບອກ​ທິດ​ທາງ​ຫົວ​ເປົ່າ​ອອກ (ຮູບສະແດງ 49).

      Note: ຖ້າ​ຕົວ​ບອກ​ທິດ​ທາງ​ຫົວ​ເປົ່າ​ມີ​ຂີ້​ເຫຍື້ອ​ຕິດ, ຫົວ​ເປົ່າ​ອາດ​ຈະ​ບໍ່​ປິ່ນ​ໄດ້​ຢ່າງ​ເສ​ລີ, ເຊິ່ງ​ອາດ​ຈະ​ເຮັດ​ໃຫ້​ມໍ​ເຕີ​ເປ່​ເພ​ໄດ້.

      g017855

    ການ​ບຳ​ລຸງ​ຮັກ​ສາຣີ​ໂໝດ​ມື​ຖື

    ຣີ​ໂໝດ​ມື​ຖື ແລະ ໂມ​ດູນຄວບ​ຄຸມໄຮ້​ສາຍ

    ຣີ​ໂໝດ​ມື​ຖືຕ້ອງ​ເຊື່ອມ​ຕໍ່​ກັບ​ໂມ​ດູນ​ຄວບ​ຄຸມ​ໄຮ້​ສາຍ​ກ່ອນ​ທີ່​ທ່ານ​ຈະ​ສາ​ມາດ​ໃຊ້​ລະ​ບົບ​ຣີ​ໂໝດ​ຄວບ​ຄຸມ. ຣີ​ໂໝດ​ມື​ຖື​ຖືກ​ເຊື່ອມ​ໂຍງ​ກັບ​ໂມ​ດູນ​ຄວບ​ຄຸມ​ໄຮ້​ສາຍ​ຢູ່​ທີ່​ໂຮງ​ງານ. ເມື່ອ​ທ່ານ​ຈຳ​ເປັນ​ຕ້ອງ​ຕັ້ງການ​ສື່​ສານ​ຣີ​ໂໝດ​ມືຖື ແລະ ໂມ​ດູນຄວບ​ຄຸມໄຮ້​ສາຍ​ຄືນ​ໃໝ່ (ຕົວ​ຢ່າງ: ການ​ນຳ​ເອົາ​ຣີ​ໂໝດ​ໃໝ່ ຫຼື ຣີ​ໂໝດ​ຄວບ​ຄຸມ​ສຳ​ຮອງ​ເຂົ້າ​ໃສ່​ໜ່ວຍ​ຖານ​ທີ່​ມີ​ຢູ່​ແລ້ວ ຫຼື ການ​ປ່ຽນ​ຄວາມ​ຖີ່​ສັນ​ຍານ​ເນື່ອງ​ຈາກ​ບັນ​ຫາ​ການ​ລົບ​ກວນໃນ​ທ້ອງ​ຖິ່ນ); ໃຫ້​ເບິ່ງ ການ​ເຊື່ອມ​ໂຍງຣີ​ໂໝດ ແລະ ໂມ​ດູນຄວບ.

    ທ່ານ​ສາ​ມາດ​ເຊື່ອມ​ໂຍງ​ໄດ້​ແຕ່​ຣີ​ໂໝດ​ມື​ຖື Pro Force ກັບ​ໂມ​ດູນ​ຄວບ​ຄຸມ​ໄຮ້​ສາຍ Pro Force ເທົ່າ​ນັ້ນ. ການ​ເຊື່ອມ​ໂຍງ​ຣີ​ໂໝດ​ຄວບ​ຄຸມ Pro Force ກັບ​ໂມ​ດູນ​ຄວບ​ຄຸມ​ໄຮ້​ສາຍ Pro Force ທີ່​ແຕກ​ຕ່າງ​ແມ່ນ​ຕັດ​ເຊື່ອມ​ໂຍງ​ຣີ​ໂໝດ​ຄວບ​ຄຸມ​ນັ້ນ​ຈາກ​ເຄື່ອງ​ຈັກ Pro Force ຕົວເດີມ.

    Note: ການ​ລົບ​ກວນ​ໃນ​ທ້ອງ​ຖິ່ນ​ລະ​ຫວ່າງ​ການ​ດຳ​ເນີນ​ງານ​ອາດ​ຈະ​ຕັດ​ເຊື່ອມ​ໂຍງຣີ​ໂໝດ​ມື​ຖືຈາກໂມ​ດູນຄວບ​ຄຸມໄຮ້​ສາຍ. ເນື່ອງ​ຈາກ​ໂມ​ດູນ​ຄວບ​ຄຸມ​ໄຮ້​ສາຍ​ເລືອກ​ຄວາມ​ຖີ່​ສັນ​ຍານ​ດີ​ທີ່​ສຸດ​ຫຼາຍ​ສັນ​ຍານ​ໃນ​ລະ​ຫວ່າງ​ຂະ​ບວນ​ການ​ເຊື່ອມ​ໂຍງ, ເຄື່ອນ​ຍ້າຍ​ເຄື່ອງ​ຈັກ​ໄປ​ບ່ອນ​ການ​ຂັດ​ຈັງ​ຫວະ ຫຼື ການ​ຕັດ​ເຊື່ອມ​ໂຍງ​ສັນ​ຍານ ແລະ ປະ​ຕິ​ບັດ​ຂັ້ນ​ຕອນ​ດຳ​ເນີນ​ການ​ເຊື່ອມ​ໂຍງ​ເພື່ອ​ໃຫ້​ໄດ້​ຜົນ​ດີ​ທີ່​ສຸດ.

    ການ​ເຊື່ອມ​ໂຍງຣີ​ໂໝດ ແລະ ໂມ​ດູນຄວບ

    Important: ອ່ານ​ຂັ້ນ​ຕອນ​ດຳ​ເນີນ​ການ​ທັງ​ໝົດ​ກ່ອນ​ນຳ​ໃຊ້​ມັນ.

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ ການ​ກະ​ກຽມສຳ​ລັບເຄື່ອງ​ຈັກ.

    2. ບິດ​ກະ​ແຈຕິດ​ຈັກໄປທີ່ຕຳແໜ່ງມອດຈັກ.

    3. ໃນ​ຂະ​ນະ​ທີ່ຈັບ​ຣີ​ໂໝດ​ມື​ຖື, ຢືນ​ຢູ່​ໃກ້​ໂມ​ດູນ​ຄວບ​ຄຸມ​ໄຮ້​ສາຍຢູ່​ໃນ​ບ່ອນ​ທີ່​ມີ​ສາຍ​ສັນ​ຍານ​ຊັດ​ເຈນ, ບໍ່​ມີ​ສິ່ງ​ຂັດ​ຂວາງ​ໄປ​ໃສ່​ອັງ​ແຕ່ນ (ຮູບສະແດງ 50).

      g343880
    4. ກົດ​ປຸ່ມໝູນ​ຫົວ​ເປົ່າ​ໄປ​ຊ້າຍ ແລະ ໝູນ​ຫົວ​ເປົ່າ​ໄປ​ຂວາພ້ອມ​ກັນ​ຄ້າງ​ໄວ້ (ຮູບສະແດງ 51).

      Note: ໄຟ LED ຈະ​ກະ​ພິບ​ຂຶ້ນ​ປະ​ມານ​ໜຶ່ງ​ຄັ້ງ​ຕໍ່​ວິ​ນາ​ທີ.

      g343716
    5. ສືບ​ຕໍ່​ໃຫ້​ທັງ​ສອງ​ປຸ່ມ​ຄ້າງ​ໄວ້​ຈົນ​ກວ່າໄຟ LED ເລີ່ມ​ຕົ້ນ​ກະ​ພິບ​ປະ​ມານ​ສອງ​ຄັ້ງ​ຕໍ່​ວິ​ນາ​ທີ.

    6. ປ່ອຍ​ທັງ​ສອງ​ປຸ່ມ.

    7. ກົດປຸ່ມໝູນຫົວເປົ່າໄປ​ຊ້າຍຄ້າງ​ໄວ້ (ຮູບສະແດງ 51).

      Note: ໄຟ LED ຈະ​ກະ​ພິບ​ຂຶ້ນ​ປະ​ມານ​ສອງ​ຄັ້ງ​ຕໍ່​ວິ​ນາ​ທີ.

    8. ສືບ​ຕໍ່​ໃຫ້​ປຸ່ມໝູນ​ຫົວ​ເປົ່າ​ໄປ​ຊ້າຍຄ້າງ​ໄວ້ (ຮູບສະແດງ 51) ແລະ ບິດ​ກະ​ແຈ​ຕິດ​ຈັກ​ໄປ​ຫາ​ຕຳ​ແໜ່ງເດີນ​ເຄື່ອງ.

      Note: ໄຟ LED ປ່ຽນ​ເປັນ​ຮຸ່ງ​ເຕັມ, ຖ້າ​ຂັ້ນ​ຕອນ​ດຳ​ເນີນ​ການ​ສຳ​ເລັດ. ມັນ​ອາດ​ຈະ​ໃຊ້​ເວ​ລາ​ເຖິງ 20 ວິ​ນາ​ທີ​ສຳ​ລັບ LED ປ່ຽນ​ເປັນ​ຮຸ່ງ​ເຕັມ.

    9. ປ່ອຍປຸ່ມໝູນ​ຫົວ​ເປົ່າ​ໄປ​ຊ້າຍ (ຮູບສະແດງ 51) ແລະ ບິດ​ກະ​ແຈ​ຕິດ​ຈັກ​ໄປ​ຫາ​ຕຳ​ແໜ່ງມອດ​ຈັກ.

      Note: ລະ​ບົບ​ຣີ​ໂໝດຄວບ​ຄຸມພ້ອມ​ສຳ​ລັບ​ການ​ນຳ​ໃຊ້​ກັບຣີ​ໂໝດ​ມື​ຖືທີ່​ເຊື່ອມ​ໂຍງ​ແລ້ວ.

    ການປ່ຽນແບັດ​ເຕີ​ຣີຂອງ​ຣີ​ໂໝດ

    ມາດ​ຖານ​ສະ​ເພາະ​ຂອງ​ແບັດ​ເຕີ​ຣີ: AAA (1.5 V)

    ຈຳ​ນວນ: 4

    1. ເອົາ​ນັອດ​ກຽວ 6 ອັນ​ທີ່​ຍຶດ​ເຄິ່ງ​ຝາ​ປົກ​ຂອງ​ຣີ​ໂໝດ​ມື​ຖື​ເຂົ້າ​ໃສ່​ກັນ​ນັ້ນອອກ ແລະ ເອົາ​ຝາ​ປົກດ້ານ​ຫຼັງ​ອອກ (ຮູບສະແດງ 52).

      Note: ຖ້າ​ເປັນ​ໄປ​ໄດ້, ປ່ອຍ​ຢາງ​ກັນ​ຊຶມ ແລະ ຢ່ວງ​ຮອງ​ເຫຼັກໄວ້ຢູ່ໃນ​ຊ່ອງ​ເມື່ອ​ເອົາ​ຝາ​ປົກ ແລະ ແບັດ​ຕີ​ຣີອອກ.

      g341770
    2. ເອົາ​ແບັດ​ເຕີ​ຣີ​ທີ່​ສາກ​ບໍ່​ໄດ້​ແລ້ວ​ນັ້ນ​ອອກ ແລະ ກຳ​ຈັດ​ຖິ້ມ​ຢ່າງຖືກ​ຕ້ອງຕາມ​ກົດ​ລະ​ບຽບ​ຂອງທ້ອງ​ຖິ່ນ.

    3. ໂດຍ​ການ​ສັງ​ເກດ​ເບິ່ງ​ຂົ້ວ​ແບັດ​ເຕີ​ຣີ​ດັ່ງ​ທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ 53, ສອດ​ແບັດ​ເຕີ​ຣີ​ໃສ່​ເຂົ້າ​ໄປ​ໃນແທ່ນ​ວາງ.

      Note: ເມື່ອ​ຕິດ​ຕັ້ງ​ແບັດ​ເຕີ​ຣີ, ສັງ​ເກດເບິ່ງ​ເຄື່ອງ​ໝາຍ​ຂົ້ວ​ທີ່​ເໝາະ​ສົມ (ຮູບສະແດງ 53) ທີ່​ຖືກ​ເຮັດ​ໃຫ້​ດູນ​ຂຶ້ນ​ໃສ່ບ່ອນໃສ່ແບັດເຕີຣີເພື່ອ​ຫຼີກ​ລ່ຽງ​ການ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ໃສ່​ແທ່ນ​ວາງ. ທ່ານ​ຈະ​ບໍ່​ເຮັດ​ໃຫ້​ເຄື່ອງ​ຈັກ​ເປ່​ເພ, ຖ້າ​ທ່ານ​ຕິດ​ຕັ້ງ​ແບັດ​ເຕີ​ຣີ​ບໍ່​ຖືກ​ຕ້ອງຢູ່​ໃນ​ຣີ​ໂໝດ​ມື​ຖື, ແຕ່ຣີ​ໂໝດ​ມື​ຖືຈະ​ບໍ່​ເຮັດ​ວຽກ.

      g341771g341769
    4. ໃຫ້​ແນ່​ໃຈ​ວ່າ​ຢ່ວງ​ຮອງ​ເຫຼັກ ແລະ ຢາງກັນ​ຊຶມໄດ້​ຖືກວາງ​ໃສ່​ໃນ​ຊ່ອງ​ຢູ່​ໃນເຄິ່ງ​ຝາ​ປົກ ແລະ ຈັດ​ລຽນຝາ​ປົກ​ດ້ານ​ຫຼັງ​ໃສ່ຝາ​ປົກ​ດ້ານ​ໜ້າ (ຮູບສະແດງ 52).

    5. ຈັດ​ລຽນ​ບ້ວງ​ສາຍ​ຫ້ອຍ​ໄວ້​ເທິງ​ເຂັມ​ຂັດ​ສາຍ​ຫ້ອຍ (ຮູບສະແດງ 52).

    6. ປະ​ກອບ​ຝາ​ປົກ​ດ້ານ​ຫຼັງ​ໃສ່​ຝາ​ປົກ​ດ້ານ​ໜ້າ​ດ້ວຍ​ນັອດ​ກຽວ 6 ອັນ (ຮູບສະແດງ 52).

    7. ບິດນັອດກຽວໃຫ້​ໄດ້ 1.5 ຫາ 1.7 N⋅ m (13 ເຖິງ 15 in-lb).

    ການ​ແກ້​ໄຂບັນ​ຫາລະ​ຫັດ​ຄວາມ​ຂັດ​ຂ້ອງ

    ການ​ແກ້​ໄຂລະ​ຫັດ​ຄວາມ​ຂັດ​ຂ້ອງ

    ຖ້າໄຟ​ວິ​ນິ​ໄສ​ຊີ້ບອກ​ຄວາມ​ຂັດ​ຂ້ອງ​ຂອງ​ລະ​ບົບ, ໃຫ້​ປະ​ຕິ​ບັດ​ຂັ້ນ​ຕອນ​ດຳ​ເນີນ​ການ​ຕໍ່​ໄປ​ນີ້​ຄື:

    ຕາ​ຕະ​ລາງລະ​ຫັດຄວາມ​ຂັດ​ຂ້ອງ

    ລະ​ຫັດ​ຄວາມ​ຂັດ​ຂ້ອງ

    ຮູບ​ແບບ​ການ​ກະ​ພິບ​ຂອງໄຟ​ວິ​ນິ​ໄສ

    ລາຍລະອຽດຄວາມ​ຂັດ​ຂ້ອງ

    ສາ​ເຫດຄວາມ​ຂັດ​ຂ້ອງ

    11

    ກະ​ພິບ​ຄັ້ງໜຶ່ງ—ຢຸດ—ກະ​ພິບ​ຄັ້ງ​ໜຶ່ງ—ຢຸດ​ຍາວ—ຈາກ​ນັ້ນຮູບ​ແບບ​ເກີດຊ້ຳ​ຄືນ​ອີກ

    ຕົວ​ຄວບ​ຄຸມ TEC ຫຼື ໂມ​ດູນຄວບ​ຄຸມໄຮ້​ສາຍ​ບໍ່​ສາ​ມາດ​ສື່​ສານ​ໄດ້.

    ຕົວ​ເຊື່ອມ​ຕໍ່​ສາຍ​ໄຟຢູ່​ທີ່ຕົວ​ຄວບ​ຄຸມ TEC ຫຼື ໂມ​ດູນຄວບ​ຄຸມໄຮ້​ສາຍຫຼວມ, ເຂົ້າ​ໝ້ຽງ ຫຼື ເປ່​ເພ.

    ສາຍສຽບໄຟເປ່​ເພ​ເສຍ​ຫາຍ; ຕິດ​ຕໍ່ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.

    ໂມ​ດູນຄວບ​ຄຸມໄຮ້​ສາຍເປ່​ເພ​ເສຍ​ຫາຍ; ຕິດ​ຕໍ່ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.

    12

    ກະ​ພິບ​ຄັ້ງໜຶ່ງ—ຢຸດ—ກະ​ພິບ 2 ຄັ້ງ—ຢຸດ​ຍາວ—ຈາກ​ນັ້ນຮູບ​ແບບ​ເກີດຊ້ຳ​ຄືນ​ອີກ

    ເວີຊັນຊອບແວຢູ່​ໃນ TEC, ໂມ​ດູນຄວບ​ຄຸມໄຮ້​ສາຍ ຫຼື ຣີ​ໂໝດ​ມື​ຖື​ແມ່ນ​ຄວາມ​ບໍ່​ສາ​ມາດ​ເຂົ້າ​ກັນ​ໄດ້​ກັບ​ໜຶ່ງ​ໃນ​ອົງ​ປະ​ກອບ​ອື່ນໆ​ເຫຼົ່າ​ນີ້.

    ເຊື່ອມ​ໂຍງ​ຣີ​ໂໝດ​ມື​ຖື; ໃຫ້​ເບິ່ງ​ຄູ່​ມື​ຜູ້​ໃຊ້ເຄື່ອງ​ຈັກ

    ຕິດ​ຕັ້ງ​ຊອບ​ແວ​ທີ່​ຖືກ​ຕ້ອງ; ຕິດ​ຕໍ່ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.

    13

    ກະ​ພິບ​ຄັ້ງໜຶ່ງ—ຢຸດ—ກະ​ພິບ 3 ຄັ້ງ—ຢຸດ​ຍາວ—ຈາກ​ນັ້ນຮູບ​ແບບ​ເກີດຊ້ຳ​ຄືນ​ອີກ

    ຣີ​ໂໝດ​ມື​ຖື​ຖືກ​ເຊື່ອມ​ໂຍງ​ກັບ​ໂມ​ດູນ​ຄວບ​ຄຸມ​ໄຮ້​ສາຍບໍ່​ຖືກ​ຕ້ອງ.

    ຣີ​ໂໝດ​ມື​ຖື​ຖືກ​ເຊື່ອມ​ໂຍງ​ກັບ​ເຄື່ອງ​ຈັກ Pro Force ທີ່​ແຕກ​ຕ່າງ.

    ຣີ​ໂໝດ​ມື​ຖືມາ​ຈາກ​ປະ​ເພດ​ບໍ່​ຖືກ​ຕ້ອງ​ຂອງ​ເຄື່ອງ​ຈັກ​ເຊັ່ນ: MH-400 ກັບ​ມື​ຖື ProPass.

    14

    ກະ​ພິບ​ຄັ້ງໜຶ່ງ—ຢຸດ—ກະ​ພິບ 4 ຄັ້ງ—ຢຸດ​ຍາວ—ຈາກ​ນັ້ນຮູບ​ແບບ​ເກີດຊ້ຳ​ຄືນ​ອີກ

    ວົງ​ຈອນໃຫ້​ພະ​ລັງ​ງານ​ເພື່ອ​ເດີນ​ເຄື່ອງ (ETR) ຖືກ​ຂັດ​ຈັງ​ຫວະ​ເນື່ອງ​ຈາກ​ຄວາມ​ດັນ​ນ້ຳ​ມັນ​ເຄື່ອງ​ຕ່ຳ (10 ວິ​ນາ​ທີ ຫຼື ດົນ​ກວ່າ​ນັ້ນ).

    ກວດ​ເບິ່ງລະ​ດັບນໍ້າມັນເຄື່ອງ​ຈັກ ແລະ ປັບ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຈັກ​ຕາມ​ທີ່ຈຳ​ເປັນ.

    ສະ​ວິດ​ແຮງ​ດັນ​ນ້ຳ​ມັນ​ເຄື່ອງ​ຈັກ​ເປ່​ເພ ຫຼື ຫຼຸ້ຍ​ຫ້ຽນ; ຕິດ​ຕໍ່ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.

    ສາຍສຽບໄຟເປ່​ເພ​ເສຍ​ຫາຍ; ຕິດ​ຕໍ່ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.

    15

    ກະ​ພິບ​ຄັ້ງໜຶ່ງ—ຢຸດ—ກະ​ພິບ 5 ຄັ້ງ—ຢຸດ​ຍາວ—ຈາກ​ນັ້ນຮູບ​ແບບ​ເກີດຊ້ຳ​ຄືນ​ອີກ

    ວົງ​ຈອນໃຫ້​ພະ​ລັງ​ງານ​ເພື່ອ​ເດີນ​ເຄື່ອງ (ETR) ຖືກ​ຂັດ​ຈັງ​ຫວະ​ເນື່ອງ​ຈາກແຮງ​ດັນ​ໄຟ​ແບັດ​ເຕີ​ຣີ​ເຄື່ອງ​ຈັກຕ່ຳ (ໜ້ອຍກວ່າ 5.5 V).

    ກວດເບິ່ງສະ​ພາບສາຍໄຟແບັດເຕີຣີ. ກວດ​ເບິ່ງວ່າອຸ​ປະ​ກອນ​ສາຍ​ໄຟຮັດ​ແໜ້ນດີ.

    ທົດ​ສອບ​ແບັດ​ເຕີ​ຣີ ແລະ ໃຫ້​ປ່ຽນ​ມັນ, ຖ້າ​ຈຳ​ເປັນ; ໃຫ້​ເບິ່ງຄູ່​ມື​ສ້ອມ​ບຳ​ລຸງ​ຮັກ​ສາ. ປ່ຽນ​ແບັດ​ເຕີ​ຣີ, ຖ້າ​ຈຳ​ເປັນ.

    ທົດ​ສອບໄດ​ປັ່ນ​ໄຟ​ຈັກ; ໃຫ້​ເບິ່ງຄູ່​ມື​ສ້ອມ​ບຳ​ລຸງ​ຮັກ​ສາ. ປ່ຽນ​ໄດ​ປັ່ນ​ໄຟ, ຖ້າ​ຈຳ​ເປັນ.

    ທົດ​ສອບຕົວ​ຄວບ​ຄຸມ/ຕົວ​ແກ້​ໄຂ​ແຮງ​ດັນ​ໄຟ​ຈັກ; ໃຫ້​ເບິ່ງຄູ່​ມື​ສ້ອມ​ບຳ​ລຸງ​ຮັກ​ສາ. ປ່ຽນຕົວ​ຄວບ​ຄຸມ/ຕົວ​ແກ້​ໄຂ, ຖ້າ​ຈຳ​ເປັນ.

    ການ​ເຂົ້າ​ສູ່​ໂໝດ​ວິນິດໄສ ແລະ ການກວດ​ເບິ່ງ​ລະ​ຫັດ

    1. ບິດກະ​ແຈຕິດ​ຈັກ​ໄປ​ຕຳ​ແໜ່ງຢຸດ.

    2. ເອົາຝາ​ປິດ​ທີ່​ເຊື່ອມ​ໂຍງ​ແລ້ວ​ອອກ​ຈາກ​ຕົວ​ເຊື່ອມ​ຕໍ່​ສະ​ຫຼັກ​ດຽວ​ອອກ​ຈາກ​ຕົວ​ເຊື່ອມ​ຕໍ່​ເຕົ້າ​ດຽວ (ຮູບສະແດງ 54A).

    3. ສຽບຕົວ​ເຊື່ອມ​ຕໍ່​ສະ​ຫຼັກ​ດຽວ​ໃສ່ຕົວ​ເຊື່ອມ​ຕໍ່​ເຕົ້າ​ດຽວ (ຮູບສະແດງ 54B).

      g029822
    4. ບິດ​ກະ​ແຈໄປທີ່ຕຳແໜ່ງເດີນ​ເຄື່ອງ.

    5. ເບິ່ງ​ລຳ​ດັບ​ຮູບ​ແບບ​ການ​ກະ​ພິບ​ຂອງ​ໄຟ​ວິ​ນິດ​ໄສ​ສຳ​ລັບ​ສັນ​ຍານ​ຕໍ່​ໄປ​ນີ້, ຈາກ​ນັ້ນ​ໃຫ້​ເບິ່ງຕາ​ຕະ​ລາງ​ລະ​ຫັດ​ຄວາມ​ຂັດ​ຂ້ອງ:

      • ຈຳ​ນວນ ແລະ ລຳ​ດັບ​ຂອງ​ການ​ກະ​ພິບ​ໃນ​ແຕ່​ລະ​ລຳ​ດັບ​ຮູບ​ແບບ​ການ​ກະ​ພິບ.

      • ລຳ​ດັບ ແລະ ຄວາມ​ຍາວ​ຂອງ​ເວ​ລາ​ສຳ​ລັບ​ການ​ຢຸດ​ແຕ່​ລະ​ຄັ້ງ​ຢູ່​ໃນແຕ່​ລະ​ລຳ​ດັບ​ຮູບ​ແບບ​ການ​ກະ​ພິບ.

      Note: ຖ້າ​ມີ​ຄວາມ​ຂັດ​ຂ້ອງ​ຂອງ​ເຄື່ອງ​ຈັກ​ຫຼາຍ​ອັນ​ເກີດ​ຂຶ້ນ, ຄວາມ​ຂັດ​ຂ້ອງ​ແຕ່​ລະ​ອັນ​ຈະ​ກະ​ພິບ​ຂຶ້ນໂດຍ​ເປັນ​ການ​ຢຸດ​ຍາວ. ຫຼັງ​ຈາກ​ຄວາມ​ຂັດ​ຂ້ອງ​ທີ່ເກີດ​ຂຶ້ນ​ແຕ່​ລະ​ອັນ​ປາ​ກົດ​ຂຶ້ນ, ລຳ​ດັບ​ຄວາມ​ຂັດ​ຂ້ອງ​ຈະ​ເກີດ​ຊ້ຳ​ຄືນ. ຖ້າ​ຄວາມ​ຂັດ​ຂ້ອງ​ທີ່​ເກີດ​ຂຶ້ນ​ບໍ່​ມີ​ແລ້ວ, ໄຟ​ວິນິດໄສ​ຈະຮຸ່ງ​ແມັບໆ​ຕໍ່​ເນື່ອງໜຶ່ງຄັ້ງ​ຕໍ່​ວິ​ນາ​ທີ.

    ການຕັ້ງ​ຄ່າລະ​ຫັດ​ຄວາມຂັດ​ຂ້ອງຄືນ​ໃໝ່

    1. ບິດ​ກະ​ແຈ​ຕິດ​ຈັກໄປ​ຕຳ​ແໜ່ງເດີນ​ເຄື່ອງ.

    2. ເອົາ​ຕົວ​ເຊື່ອມ​ຕໍ່​ສະ​ຫຼັກ​ດຽວ​ອອກ​ຈາກ​ຕົວ​ເຊື່ອມ​ຕໍ່​ເຕົ້າ​ດຽວ (ຮູບສະແດງ 55).

      g342081
    3. ສຽບຕົວ​ເຊື່ອມ​ຕໍ່​ສະ​ຫຼັກ​ດຽວ​ໃສ່ຕົວ​ເຊື່ອມ​ຕໍ່​ເຕົ້າ​ດຽວ (ຮູບສະແດງ 55).

      Note: ໄຟ​ວິນິດໄສ​ຮຸ່ງ​ແມັບໆ​ຕໍ່​ເນື່ອງ 1 ຄັ້ງ​ຕໍ່​ວິ​ນາ​ທີ.

    ການ​ອອກໂໝດວິນິດໄສ

    1. ບິດກະ​ແຈໄປ​ຕຳ​ແໜ່ງ ປິດ (ຮູບສະແດງ 56).

      g341833
    2. ເອົາ​ຕົວ​ເຊື່ອມ​ຕໍ່​ສະ​ຫຼັກ​ດຽວ​ອອກ​ຈາກ​ຕົວ​ເຊື່ອມ​ຕໍ່​ເຕົ້າ​ດຽວ (ຮູບສະແດງ 57).

      g342082
    3. ສຽບຕົວ​ເຊື່ອມ​ຕໍ່​ສະ​ຫຼັກ​ດຽວ ແລະ ຕົວ​ເຊື່ອມ​ຕໍ່​ເຕົ້າ​ດຽວໃສ່​ຝາ​ປິດ​ເຊື່ອມ​ໂຍງ​ແລ້ວ (ຮູບສະແດງ 57).

    ການທໍາຄວາມສະອາດ

    ການລ້າງເຄື່ອງຈັກ

    Important: ຢ່າໃຊ້ນ້ຳເຄັມ ຫຼື ນ້ຳທີ່ຜ່ານການບຳບັດມາເພື່ອທຳຄວາມສະອາດເຄື່ອງຈັກ.

    Important: ຢ່າ​ໃຊ້​ແຮງ​ດັນ​ລ້າງເຄື່ອງ​ຈັກ.

    • ລ້າງເຄື່ອງຈັກດ້ວຍນ້ຳ​ຢາ​ຊັກ​ລ້າງອ່ອນໆ ແລະ ນ້ຳ.

    • ຫຼີກ​ລ່ຽງການໃຊ້ນ້ຳຫຼາຍເກີນໄປ, ໂດຍ​ສະ​ເພາະ​ແມ່ນໃກ້ຕູ້​ຄວບ​ຄຸມ.

    ການກຳ​ຈັດ​ຂອງ​ເສຍ​ຖິ້ມ

    ນ້ຳ​ມັນ​ເຄື່ອງ​ຈັກ, ຈັກ ແລະ ແບັດ​ເຕີ​ຣີ​ຣີ​ໂໝດ​ຄວບ​ຄຸມແມ່ນ​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ. ກຳ​ຈັດສິ່ງ​ເຫຼົ່າ​ນີ້​ຖິ້ມຕາມ​ກົດ​ລະ​ບຽບຂອງ​ລັດ ແລະ ທ້ອງ​ຖິ່ນ.

    ການເກັບມ້ຽນ

    ຄວາມປອດໄພໃນການເກັບຮັກສາ

    ມອດເຄື່ອງຈັກ, ຖອດກະແຈ (ຖ້າມີ) ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    ການເກັບ​ຮັກ​ສາເຄື່ອງຈັກ

    1. ຈອດເຄື່ອງຈັກຢູ່ໃນບ່ອນ​ຮາບພຽງ, ມອດຈັກ, ຖອດ​ກະ​ແຈອອກ​ຈາກ​ບ່ອນ​ຕິດ​ຈັກ, ລໍຖ້າໃຫ້ທຸກພາກສ່ວນຢຸດເຄື່ອນ​ໄຫວ ແລະ ເອົາ​ສາຍ​ຫົວ​ທຽນ​ອອກ.

    2. ເອົາເສດ​ຫຍ້າ​ທີ່ຕັດ, ດິນ​ຕິດ ແລະ ສິ່ງ​ເປື້ອນ​ຕິດ​ຢູ່​ອອກ​ຈາກ​ສ່ວນ​ທາງນອກ​ຂອງ​ທັງ​ໝົດ​ເຄື່ອງຈັກ, ໂດຍ​ສະ​ເພາະ​ແມ່ນ​ຈັກ. ທຳ​ຄວາມ​ສະ​ອາດ​ດິນ​ຕິດ ແລະ ເສດ​ຂີ້​ເຫຍື້ອຈາກ​ດ້ານນອກ​ຂອງແຫວ່ງ​ຫົວ​ຄອບ​ກະ​ບອກ​ສູບຈັກ ແລະ ຫ້ອງ​ເຄື່ອງ​ເປົ່າ.

      Important: ທ່ານ​ສາ​ມາດລ້າງເຄື່ອງຈັກດ້ວຍນ້ຳ​ຢາ​ຊັກ​ລ້າງອ່ອນໆ ແລະ ນ້ຳ. ຢ່າ​ໃຊ້​ແຮງ​ດັນ​ລ້າງເຄື່ອງ​ຈັກ. ຫຼີກ​ລ່ຽງການໃຊ້ນ້ຳຫຼາຍເກີນໄປ.

    3. ບຳ​ລຸງ​ຮັກ​ສາເຕົ້າກອງອາກາດ, ໃຫ້​ເບິ່ງ ການບຳ​ລຸງ​ຮັກ​ສາເຕົ້າກອງອາກາດ.

    4. ປ່ຽນນ້ຳມັນເຄື່ອງເພົາ​ຂໍ້​ຫວ່ຽງ; ໃຫ້​ເບິ່ງ ການປ່ຽນນ້ຳ​ມັນເຄື່ອງ.

    5. ກວດເບິ່ງຄວາມດັນຂອງຢາງລົດ; ໃຫ້​ເບິ່ງ ການກວດເບິ່ງຄວາມດັນລົ​ມຂອງຢາງລົດ.

    6. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການເກັບ​ມ້ຽນເມື່ອ​ບໍ່​ມີ​ການ​ໃຊ້​ງານເກີດ​ຂຶ້ນເກີນ 30 ວັນ. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການເກັບ​ມ້ຽນຕໍ່​ໄປ​ນີ້:

      1. ເຕີມຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບທີ່​ມີ​ປີ​ໂຕຼ​ລຽມ​ໃສ່​ນ້ຳ​ມັນ​ເຊື້ອ​ໄຟ​ຢູ່​ໃນ​ຖັງ. ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳການ​ປະ​ສົມ​ຈາກ​ຜູ້​ຜະ​ລິດຕົວ​ຮັກ​ສາ​ຄວາມ​ສະ​ຖຽນ. ຢ່າ​ໃຊ້ຕົວ​ຮັກ​ສາ​ຄວາມ​ສະ​ຖຽນທີ່​ມີ​ເຫຼົ້າ (ເອ​ທານອ​ລ ຫຼື ເມ​ທານອ​ລ).

        Note: ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບນ້ຳ​ມັນ​ເຊື້ອ​ໄຟມີ​ປະ​ສິດ​ທິ​ພາບຫຼາຍ​ທີ່​ສຸດ​ເມື່ອ​ປະ​ສົມ​ກັບ​ນ້ຳ​ມັນ​ເຊື້ອ​ໄຟ​ສົດ ແລະ ໃຊ້​ທຸກໆ​ຄັ້ງ.

      2. ຕິດ​ຈັກ​ໄວ້​ເພື່ອ​ກະ​ຈາຍ​ນ້ຳ​ມັນ​ທີ່​ປັບ​ສະ​ພາບ​ແລ້ວໃຫ້​ທົ່ວລະ​ບົບ​ນ້ຳ​ມັນ (5 ນາ​ທີ).

      3. ມອດ​ຈັກ, ປ່ອຍ​ໃຫ້​ມັນ​ເຢັນ​ລົງ ແລະ ປ່ອຍ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟອອກ; ໃຫ້​ເບິ່ງ ການບຳລຸງຮັກ​ສາຖັງນໍ້າມັນເຊື້ອໄຟ.

      4. ຕິດຈັກ ແລະ ປ່ອຍ​ມັນ​ຕິດໄວ້ຈົນ​ກວ່າ​ມັນ​ມອດ.

      5. ເປີດ​ຊົກຈັກ. ຕິດ​ຈັກ ແລະ ປ່ອຍ​ມັນ​ຕິດ​ໄປ​ຈົນ​ກວ່າ​ມັນ​ບໍ່​ຕິດ.

      6. ກຳ​ຈັດ​ນ້ຳ​ມັນເຊື້ອ​ໄຟຖິ້ມ​ຢ່າງ​ຖືກ​ຕ້ອງ. ນຳກັບ​ຄືນ​ມາ​ໃຊ້​ໃໝ່​ຕາມ​ກົດ​ລະ​ບຽບ​ທ້ອງ​ຖິ່ນ.

      Important: ຢ່າ​ເກັບ​ຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ມີຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບດົນ​ນານກວ່າ​ໄລ​ຍະ​ເວ​ລາ​ທີ່​ຜູ້​ຜະ​ລິດຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນ​ເຊື້ອ​ໄຟແນະ​ນຳ.

    7. ເອົາ​ຫົວ​ທຽນ​ອອກ ແລະ ກວດ​ເບິ່ງ​ສະ​ພາບຂອງມັນ; ໃຫ້​ເບິ່ງ ການກວດ​ເບິ່ງຫົວ​ທຽນ. ດ້ວຍ​ການ​ເອົາ​ຫົວ​ທຽນ​ອອກ​ຈາກຈັກ​ໄປ​ແລ້ວ, ຖອກ​ນ້ຳ​ມັນ​ເຄື່ອງ​ຈັກ 2 ບ່ວງ​ແກງ​ເຂົ້າ​ໄປ​ໃນ​ຮູ​ຫົວ​ທຽນ. ດຽວນີ້ໃຊ້​ເຄື່ອງ​ຕິດ​ຈັກເພື່ອ​ແກວ່ງ​ຈັກ ແລະ ກະ​ຈາຍ​ນ້ຳ​ມັນ​ເຄື່ອງຢູ່​ດ້ານ​ໃນ​ລູກສູບ. ຕິດ​ຕັ້ງຫົວ​ທຽນ. ຢ່າ​ຕິດ​ຕັ້ງ​ສາຍ​ໄຟ​ໃສ່​ໃນ​ຫົວ​ທຽນ.

    8. ກວດ​ເບິ່ງ ແລະ ຮັດນັອດ​ຮັດ​ທັງ​ໝົດ​ໃຫ້​ແໜ້ນ. ສ້ອມ​ແປງ ຫຼື ປ່ຽນ​ອາ​ໄຫຼ່​ໃດ​ໜຶ່ງ​ທີ່​ເປ່​ເພ ຫຼື ຂາດ​ໄປ.

    9. ທາ​ສີ​ຜິວ​ໂລ​ຫະ​ທີ່​ຂູດ​ຂີດ ຫຼື ບໍ່​ມີ​ອັນ​ປົກ​ປິດ. ສີທາ​ແມ່ນ​ມີ​ໃຫ້​ຈາກຜູ້ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ມັດ​ຂອງ​ທ່ານ.

    10. ເກັບ​ເຄື່ອງ​ຈັກ​ໄວ້​ໃນ​ກະ​ລ່າ ຫຼື ພື້ນ​ທີ່​ບ່ອນ​ເກັບມ້ຽນທີ່​ແຫ້ງ, ສະ​ອາດ. ຖອດ​ກະ​ແຈ​ຕິດ​ຈັກອອກ​ໄປ​ຈາກ​ສະ​ວິດ ແລະ ເອົາ​ໄວ້​ຫ່າງ​ໄກ​ຈາກ​ມື​ເດັກ ຫຼື ຜູ້​ໃຊ້​ຄົນ​ອື່ນ​ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ. ປົກ​ຈັກ​ເພື່ອປົກ​ປ້ອງ​ມັນ ແລະ ຮັກ​ສາ​ມັນ​ໃຫ້​ສະ​ອາດ.