ການແນະນຳ

ເຄື່ອງຈັກນີ້ມີຈຸດປະສົງນຳໃຊ້ໂດຍຜູ້ຊ່ຽວຊານ, ຜູ້ປະຕິບັດການທີ່ຈ້າງງານໃນການນຳໃຊ້ທາງການຄ້າ. ມັນ​ຖືກອອກ​ແບບ​ມາໃຊ້​ຕັດ​ຫຍ້າຢູ່​ໃນ​ສະ​ໜາມ​ຫຍ້າ​ທີ່​ໄດ້​ຮັບ​ການບຳລຸງ​ຮັກ​ສາ​ຢ່າງ​ດີ​ເຊັ່ນ: ໃນສວນ​ສາ​ທາ​ລະ​ນະ, ສະ​ໜາມກ໊ອ​ຟ, ເດີ່ນ​ກິ​ລາ ແລະ ໃນ​ພື້ນ​ທີ່​ທາງການ​ຄ້າ.

Important: ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳ​ລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ເຂົ້າເບິ່ງເວັບໄຊ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.

Important: ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR ຢູ່​ໃນ​ສະ​ຫຼາກເລກລຳດັບ (ຖ້າມີ) ເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.

artpending

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ມີຂໍ້ຄວາມກ່ຽວກັບຄວາມປອດໄພທີ່ໄດ້ລະບຸໂດຍສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ ), ເຊິ່ງເປັນສັນຍານອັນຕະລາຍທີ່ອາດຈະເຮັດໃຫ້ເກີດການບາດເຈັບສາ​ຫັດ ຫຼື ເສຍຊີວິດ, ຖ້າທ່ານບໍ່ປະຕິບັດຕາມຂໍ້ຄວນລະວັງທີ່ແນະນຳ.

artpending

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ຂໍ້ສັງເກດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ຜະລິດຕະພັນນີ້ປະຕິບັດຕາມຄຳສັ່ງແນະນຳຂອງເອີຣົບທີ່ກ່ຽວຂ້ອງທັງໝົດ; ສຳລັບລາຍລະອຽດ, ກະລຸນາເບິ່ງເອກະສານສະເພາະຂອງຖະແຫຼງການວ່າ​ດ້ວຍ​ການ​ປະ​ຕິ​ບັດ​ຕາມ (DOC).

ເຄື່ອງຈັກນີ້ໄດ້ຖືກອອກແບບໃຫ້ສອດຄ່ອງກັບ ANSI B71.4-2017.

ຄຳເຕືອນ

CALIFORNIA

ຄຳເຕືອນຂອງກົດໝາຍ Proposition 65

ການນຳໃຊ້ຜະລິດຕະພັນນີ້ອາດຈະເຮັດໃຫ້ສຳຜັດກັບສານເຄມີທີ່ຮູ້ຈັກດີໃນ ລັດຄາລີຟໍເນຍ ວ່າເປັນສາເຫດກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຄວາມປອດໄພ

ຄວາມປອດໄພທົ່ວໄປ

ຜະລິດຕະພັນນີ້ມີຄວາມສາມາດຕັດມື ແລະ ຕີນ ແລະ ໂຍນວັດຖຸໄດ້. ຕ້ອງປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພທຸກຄັ້ງເພື່ອຫລີກລ່ຽງການບາດເຈັບສາ​ຫັດ​ຕໍ່​ຕົວ​ເອງ

  • ອ່ານ ແລະ ທຳຄວາມເຂົ້າໃຈເນື້ອໃນຂອງຄູ່ມືຜູ້ໃຊ້ນີ້ກ່ອນທີ່ຈະເລີ່ມຕົ້ນນຳ​ໃຊ້ເຄື່ອງຈັກ.

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ປະຕິບັດງານກັບເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ຢ່າວາງມື ຫຼື ຕີນຂອງທ່ານໃກ້ກັບສ່ວນປະກອບທີ່ເຄື່ອນໄຫວຂອງເຄື່ອງຈັກ.

  • ຢ່າໃຊ້ງານເຄື່ອງຈັກໂດຍບໍ່ມີການປົກປ້ອງທຸກຄົນ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢ່າງຖືກຕ້ອງໃນເຄື່ອງຈັກ.

  • ຮັກສາບໍ່ໃຫ້ມີຊ່ອງເປີດໃດ​ໜຶ່ງລະບາຍອອກມາ.

  • ໃຫ້ຄົນຢູ່ໃກ້ຄຽງ, ແລະ ເດັກອອກຈາກພື້ນທີ່ປະຕິບັດງານ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ.

  • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

    • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    • ປ່ອຍໜ່ວຍຕັດໃຫ້ຕ່ຳລົງ.

    • ປົດເຄື່ອງ​ໝູນ.

    • ໃສ່ເບ​ຣກມື (ຖ້າ​ໄດ້​ຕິດ​ຕັ້ງ).

    • ມອດຈັກ ແລະ ຖອດກະແຈ.

    • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ Graphic, ເຊິ່ງໝາຍເຖິງຂໍ້ຄວນລະວັງ, ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງ​ກໍ່​ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫຼື ເສຍຊີວິດ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

artpending
artpending
artpending
artpending
artpending
artpending
artpending
artpending

ສະ​ຫຼາກ​ເຕືອນ​ອັນ​ຕະ​ລາຍ​ສິ່ງ​ກີດ​ຂວາງ CE 138-9038

artpending
artpending

ການຕັ້ງຄ່າ

ການນຳໃຊ້ສະ​ຫຼາກເຕືອນສິ່ງ​ກີດ​ຂວາງ

ຈັກ​ຕັດ​ຫຍ້າ CE

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສະ​ຫຼາກເຕືອນສິ່ງ​ກີດ​ຂວາງ CE4

Important: ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້​ມີ​ຄວາມ​ຈຳ​ເປັນ​ສຳ​ລັບ​ທຸກ​ປະ​ເທດ CE ແລະ ບ່ອນ​ໃດໆ​ກໍ​ຕາມ​ທີ່ໂດຍ​ທົ່ວ​ໄປ​ບໍ່​ໄດ້​ໃຊ້ພາ​ສາ​ອັງ​ກິດ.

  1. ໝູນ​ເກາະ​ປ້ອງ​ກັນເພົາ​ຂັບ​ເຄື່ອນ​ເພື່ອ​ເຂົ້າ​ເຖິງ​ສະ​ຫຼາກ​ເຕືອນ​ສິ່ງ​ກີດ​ຂວາງ (ຮູບສະແດງ ).

    artpending
  2. ທຳ​ຄວາມ​ສະ​ອາດ​ສະ​ຫຼາກ​ເຕືອນ​ສິ່ງ​ກີດ​ຂວາງ​ທີ່​ມີ​ຢູ່ ແລະ ບໍ​ລິ​ເວນ​ເກາະ​ປ້ອງ​ກັນ​ຮອບ​ສະ​ຫຼາກ.

  3. ເອົາເບາະ​ຫຼັງ​ອອກ​ຈາກສະ​ຫຼາກເຕືອນສິ່ງ​ກີດ​ຂວາງ CE.

  4. ວາງ​ສະ​ຫຼາກ​ເຕືອນ​ສິ່ງ​ກີດ​ຂວາງ CE ໃສ່​ເທິງ​ສະ​ຫຼາກ​ເຕືອນ​ສິ່ງ​ກີດ​ຂວາງ​ທີ່​ມີ​ຢູ່ (ຮູບສະແດງ ).

  5. ເຮັດຊ້ຳຂັ້ນຕອນ ຮອດ ສຳລັບເກາະ​ປ້ອງ​ກັນ​ເພົາ​ຂັບ​ເຄື່ອນ 3 ຕົວ.

ການ​ຕິດ​ຕັ້ງລູກ​ບິດຝາປົກພື້ນ

ບໍ່​ແມ່ນຈັກ​ຕັດ​ຫຍ້າ CE

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ລູກບິດ6
  1. ເອົາຝາ​ປົກ​ພື້ນ​ຈັກ​ຕັດ​ຫຍ້າອອກ, ໃຫ້​ເບິ່ງ .

  2. ເອົາ​ນັອດ​ຕົວ​ແມ່​ຊຸກ​ດັນ​ທີ່ຍຶດ​ນັອດ​ຕົວ​ຜູ້​ໃສ່​ຝາ​ປົກ​ພື້ນ​ອອກ ແລະ ເອົາ​ນັອດ​ຕົວ​ຜູ້​ອອກ​ຈາກ​ຝາ​ປົກ (ຮູບສະແດງ ).

    artpending
  3. ຕິດ​ຕັ້ງຝາ​ປົກ​ພື້ນ​ຈັກ​ຕັດ​ຫຍ້າດ້ວຍ​ລູກ​ບິດ, ໃຫ້​ເບິ່ງ .

  4. ເຮັດຊ້ຳຂັ້ນຕອນ ຮອດ ສຳລັບຝາ​ປົກຖານ​ທີ່​ຍັງ​ເຫຼືອ,

ການປັບ​ຕຳ​ແໜ່ງ​ຄານ​ດຶງ​ຂອງພາ​ຫະ​ນະ​ລາກ​ແກ່

ປັບ​ຄານ​ດຶງ (ຮູບສະແດງ ) ຂອງ​ພາ​ຫະ​ນະ​ລາກ​ແກ່ໄປ​ຕຳ​ແໜ່ງຂະ​ຫຍາຍອອກ​ໄປ; ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ສຳ​ລັບ​ພາ​ຫະ​ນະ​ລາກ​ແກ່​ຂອງ​ທ່ານ.

artpending

ການ​ປັບ​ຄານ​ດຶງ​ຂອງ​ຈັກ​ຕັດ​ຫຍ້າ

ການ​ເຂົ້າຫາ​ບ່ອນ​ເຮັດ​ວຽກ

ພິ​ຈາ​ລະ​ນາ​ສະ​ພາບ​ບ່ອນ​ເຮັດ​ວຽກ​ຕໍ່​ໄປ​ນີ້​ເພື່ອ​ກຳ​ນົດ​ຕຳ​ແໜ່ງ​ຄານ​ລາກ​ຂອງ​ເຄື່ອງ​ຈັກ:

  • ເດີ່ນ​ຫຍ້າ​ທີ່​ມີ​ເນີນ ແລະ ທາງ​ເນີນ​ລົງ​ໃນສະ​ພາບ​ດິນ​ສູງ​ຕ່ຳ—ຕັ້ງ​ຄານ​ລາກ​ໃຫ້​ມີ​ຄວາມ​ຍາວ​ສັ້ນ​ລົງ.

  • ເດີ່ນ​ຫຍ້າທີ່​ເປັນ​ພື້ນ​ທີ່​ພຽງ​ເປັນ​ສ່ວນ​ໃຫຍ່—ຕັ້ງ​ຄານ​ລາກ​ໃຫ້​ມີ​ຄວາມ​ຍາວຫຼາຍຂຶ້ນ.

Note: ທ່ານ​ອາດ​ຈະ​ຕ້ອງ​ໄດ້​ລອງ​ຄວາມ​ຍາວ​ຄານ​ລາກ​ຕຳ​ແໜ່ງ​ປານ​ກາງ​ເມື່ອ​ບ່ອນ​ເຮັດ​ວຽກ​ມີ​ພື້ນ​ປະ​ສົມ​ກັນ​ເປັນ​ບ່ອນ​ພຽງ ແລະ ເປັນ​ເນີນ​ພູ.

ການ​ປັບ​ລວງ​ຍາວ​ຄານ​ລາກ

Note: ຄານ​ລາກ​ຂອງ​ຈັກ​ຕັດ​ຫຍ້າ​ມີ 5 ຕຳ​ແໜ່ງ​ຄານ​ລາກ​ທີ່​ໃຫ້​ທ່ານ​ປັບ​ຄວາມ​ຍາວ​ໄດ້ 20 ຊມ (8 ນິ້ວ).

  1. ຖອດ​ນັອດ​ຕົວ​ແມ່​ໜ້າ​ແປນ 2 ຕົວ, ນັອດ​ຫົວ​ກຽວ 2 ຕົວ ແລະ ແຫວນ​ຮອງ 2 ອັນ​ທີ່​ຍຶດ​ທໍ່​ຜູກ​ຍຶດໃສ່​ທໍ່​ຕົວຮັບ​ອອກ (ຮູບສະແດງ ).

    artpending
  2. ປັບ​ຕຳແໜ່ງ​ຂອງ​ທໍ່​ຕົວ​ຜູກ​ຍຶດ​ຢູ່​ໃນ​ທໍ່​ຕົວ​ຮັບ​ຕາມ​ຕຳ​ແໜ່ງ​ທີ່​ທ່ານ​ໄດ້​ກຳ​ນົດ​ໄວ້​ຢູ່ໃນ .

  3. ປະ​ກອບ​ທໍ່​ຕົວ​ຜູກ​ຍຶດ​ໃສ່​ທໍ່​ຕົວ​ຮັບ​ດ້ວຍ​ນັອດ​ຕົວ​ແມ່​ໜ້າ​ແປນ, ນັອດ​ຫົວ​ກຽວ ແລະ ແຫວນ​ຮອງ​ທີ່​ທ່ານ​ເອົາ​ອອກ​ຢູ່​ໃນ​ຂັ້ນ​ຕອນ​ທີ .

  4. ບິດນັອດຕົວ​ແມ່ ແລະ ນັອດ​ຫົວກຽວໃຫ້​ໄດ້ 91 ຫາ 113 N∙m (67 ຫາ 83 ft-lb).

ການ​ປັບຕົວ​ຜູກ​ຍຶດ​ເຫຼັກ​ຮູບ​ຕົວ​ຢູ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ເຂັມ​ຂັດ​ຕົວ​ຜູກ​ຍຶດ2
ກິບລັອກ2

Note: ຕິດຕໍ່ຜູ້ຈຳໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານເພື່ອ​ເອົາ​ຕົວ​ຜູກ​ຍຶດ​ເດືອຍ​ທາງ​ເລືອກມາ.

  1. ວັດ​ແທກລວງ​ສູງຈາກ​ພື້ນ​ຫາ​ດ້ານ​ເທິງ​ຂອງ​ຕົວ​ຜູກ​ຍຶດ​ຢູ່​ໃນ​ພາ​ຫະ​ນະ​ລາກ​ແກ່.

  2. ປັບ​ຕົວ​ຜູກ​ຍຶດກອບ​ຂົນ​ສົ່ງຂຶ້ນ ຫຼື ລົງ​ຕາມ​ການ​ວັດ​ແທກ​ຂອງ​ຕົວ​ຜູກ​ຍຶດ​ເຄື່ອງ​ຈັກ. ໃຊ້​ຮູ​ຍຶດ​ຕິດ​ທີ່​ເໝາະ​ສົມ​ດັ່ງ​ທີ່​ສະ​ແດງ​ຢູ່​ໃນ​ຕາ​ຕະ​ລາງ​ລຸ່ມ​ນີ້ ແລະ ຢູ່​ໃນ ຮູບສະແດງ .

    ລວງ​ສູງ​ຕົວ​ຜູກ​ຍຶດ​ພາ​ຫະ​ນະ​ລາກ​ແກ່ຮູ​ຍຶດຕິດກອບ
    ຕ່ຳ​ກວ່າ 36 ຊມ (14 ນິ້ວ)ໃຊ້​ຮູ 2 ແລະ 4
    ສູງກວ່າ 36 ຊມ (14 ນິ້ວ)ໃຊ້​ຮູ 1 ແລະ 3
    artpending
  3. ຍຶດຕົວຜູກ​ຍຶດກອບ​ໃສ່ຕົວ​ຜູກ​ຍຶດ​ເຄື່ອງ​ຈັກ​ດ້ວຍ​ເຂັມ​ຂັດ​ຕົວ​ຜູກ​ຍຶດ ແລະ ກິບ​ໜີບ, ໃຫ້​ເບິ່ງ ().

  4. ເອົາ​ເຂັມ​ຂັດລູກ​ບີ່​ອອກ​ຈາກ​ກະ​ລິກ ແລະ ໝູນ​ກະ​ລິກ​ເພື່ອ​ໃຫ້​ມັນ​ຢູ່​ໃນ​ຕຳ​ແໜ່ງ​ບ່ອນ​ເກັບ​ມ້ຽນ. ຕິດ​ຕັ້ງ​ເຂັມ​ຂັດ​ລູກ​ບໍ່ເພື່ອ​ຍຶດ​ມັນ​ຢູ່​ໃນ​ຕຳ​ແໜ່ງ​ບ່ອນ​ເກັບ​ມ້ຽນ.

ການ​ປະ​ກອບເພົາ​ຂັບ​ເຄື່ອນ PTO

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ເຄິ່ງເພົາ​ຂັບ​ເຄື່ອນ PTO (ໄປ​ຂ້າງ​ໜ້າ)1
  1. ຈັດ​ລຽງ​ທໍ່​ດ້ານ​ໃນ​ຂອງເຄິ່ງເພົາ​ຂັບ​ເຄື່ອນ PTO ດ້ານ​ຫຼັງກັບ​ທໍ່​ດ້ານນອກ​ຂອງ​ເຄິ່ງ​ເພົາ​ຂັບ​ເຄື່ອນ PTO ໄປ​ຂ້າງ​ໜ້າ ແລະ ເລື່ອນ​ທໍ່​ໄປ​ພ້ອມ​ກັນ (ຮູບສະແດງ ).

    Important: ປາຍ​ຂອງທໍ່​ຫົວ​ເພົາ​ຂັບ​ເຄື່ອນ PTO ດ້ານ​ໃນ ແລະ ດ້ານນອກ​ປະ​ກອບ​ມີ​ພຽງ 1 ທາງ​ເທົ່າ​ນັ້ນ—ຢ່າ​ບັງ​ຄັບ​ພວກ​ມັນ​ເຂົ້າ​ໃສ່​ກັນ.

    artpending
  2. ເຄື່ອນ​ເພົາ​ຂັບ​ເຄື່ອນ PTO ໄປ​ສູ່​ສ່ວນ​ທີ່​ເຫຼືອ​ຂອງ​ເພົາ​ຂັບ​ເຄື່ອນຂອງທໍ່ນຳ​ທາງ (ຮູບສະແດງ ).

    artpending
  3. ຂະ​ຫຍາຍ​ເພົາ​ຂັບ​ເຄື່ອນ PTO ບາງ​ສ່ວນ​ເພື່ອ​ເຂົ້າ​ເຖິງ​ຂໍ້​ຕໍ່​ກະ​ແລັດ​ຢູ່​ໃກ້​ເຄິ່ງ​ກາງ​ຂອງ​ຝາ​ປົກ​ເພົາ​ຂັບ​ເຄື່ອນ​ໃນ​ກະ​ດານ (ຮູບສະແດງ ).

    artpending
  4. ນຳ​ໃຊ້ກະ​ແລັດ​ໃສ່ຂໍ້​ຕໍ່ກະ​ແລັດສຳ​ລັບ​ຂໍ້​ຕໍ່​ເພົາ​ຂັບ​ເຄື່ອນຊ້ອນ​ເຂົ້າ​ກັນ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

ການ​ຕິດ​ຕັ້ງ​ເຊືອກ​ລັອກ​ພື້ນ​ໃສ່​ເຄື່ອງຕັດ​ຫຍ້າ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ເຊືອກ​ລັອກ​ພື້ນ1
  1. ສອດ​ປາຍ​ຂອງເຊືອກ​ລັອກ​ພື້ນ​ຜ່ານ​ຮູ​ຢູ່​ໃນ​ຄັນ​ໂຍກ​ລັກ ແລະ ມັດ​ເຊືອກໃຫ້​ແໜ້ນ​ດີ (ຮູບສະແດງ ).

    artpending
  2. ເດີນ​ປາຍ​ດ້ານ​ເສ​ລີ​ຂອງ​ເຊືອກ​ລັອກ​ພື້ນ​ຈາກ​ຄັກ​ໂຍກ​ລັອກ​ຜ່ານ​ທໍ່​ນຳ​ທາງ 2 ທໍ່ (ຮູບສະແດງ ).

    artpending

ພາບລວມຂອງຜະລິດຕະພັນ

artpending
artpending

Note: ຂໍ້ກຳ​ນົດ​ສະ​ເພາະ ແລະ ການອອກແບບແມ່ນມີການປ່ຽນແປງໂດຍບໍ່ຕ້ອງແຈ້ງ.

ຂໍ້​ມູນ​ຈຳ​ເພາະ​ຂອງພາ​ຫະ​ນະ​ລາກ​ແກ່

ອັດ​ຕາ​ຄວາມ​ແຮງ​ຜົນ​ອອກ PTO ຕ່ຳ​ສຸດ26 Kw (35 ແຮງ​ມ້າ)
ຄວາມ​ໄວ PTO ທີ່​ແນະ​ນຳ%540$d ຮອບ​ຕໍ່​ນາ​ທີ
ການ​ໝູນ PTOຕາມ​ທິດ​ເຂັມ​ໂມງ (ພາບເບິ່ງ​ຈາກ​ດ້ານ​ຫຼັງ​ຂອງ​ລົດ​ລາກ)
ເພົາໝູນ PTOເສັ້ນ​ຜ່າ​ກາງ 34.8 ຊມ (1-⅜ ນິ້ວ), 6 ສະ​ຫຼັກ
ຄວາມ​ດັນ​ໄຮ​ໂດຼ​ລິກ​ຕ່ຳ​ສຸດ13 790 Kpa (2000 psi)
ລະ​ບົບລາກຄານ​ດຶງ ແລະ ເຂັມ​ຂັດ—ເສັ້ນ​ຜ່າ​ກາງ 25 ມມ (1 ນິ້ວ)
ຕົວ​ຜູກ​ຍຶດ​ເຫຼັກ​ຮູບ​ຕົວ​ຢູ (ໃຫ້​ເບິ່ງຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດສຳ​ລັບຕົວ​ຜູກ​ຍຶດ​ເດືອຍທາງ​ເລືອກ)

ຂໍ້​ມູນ​ຈຳ​ເພາະຈັກ​ຕັດ​ຫຍ້າ

ນໍ້າໜັກ 1354 ກ​ລ (2984 ປອນ)
ນ້ຳ​ໜັກ​ລີ້ນ 313 ກ​ລ (691 ປອນ)
ລວງ​ກ້​ວາງຕຳ​ແໜ່ງຕັດ​ຫຍ້າ381 ຊມ (150 ນິ້ວ)
 ຕຳ​ແໜ່ງການ​ຂົນ​ສົ່ງ—13 ມມ (½ ນິ້ວ) ລວງ​ສູງ​ຂອງ​ການ​ຕັດ (HOC)218 ຊມ (86 ນິ້ວ)
ລວງສູງຕຳ​ແໜ່ງຕັດ​ຫຍ້າ78 ຊມ (31 ນິ້ວ)
 ຕຳ​ແໜ່ງການ​ຂົນ​ສົ່ງ193 ຊມ (76 ນິ້ວ)
ລວງຍາວຕົວ​ຜູກ​ຍຶດ​ຢືດ​ອອກ​ເຕັມ​ແລ້ວ371 ຊມ (146 ນິ້ວ)
ຄວາມກວ້າງການຕັດ 365 ຊມ (144 ນິ້ວ)
ລວງສູງ​ຂອງ​ການ​ຕັດ 13 ເຖິງ 102 ມມ (½ ເຖິງ 4.0 ນິ້ວ)
ຄວາມ​ຈຸ​ການ​ຕັດ9.7 ກມ/ຊມ (6 ໄມ/ຊມ)3.5 ເຮັກ​ຕາ / ຊມ (8.7 ເອ​ເຄີ / ຊມ)
ຄວາມ​ໄວ​ການ​ຂົນ​ສົ່ງ​ສູງ​ສຸດ 30 ກມ ຕໍ່ ຊມ (19 ໄມ​ຕໍ່​ຊົ່ວ​ໂມງ)

ສິ່ງທີ່ຕິດມານຳ/ອຸປະກອນເສີມ

ການຄັດເລືອກສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ໄດ້ຮັບການອະ​ນຸ​ມັດຈາກ Toro ແມ່ນມີໃຫ້ໃຊ້ກັບເຄື່ອງຈັກເພື່ອຍົກ​ລະ​ດັບ ແລະ ຂະຫຍາຍຄວາມສາມາດຂອງມັນ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຕົວແທນຈຳໜ່າຍ ຫຼື ເຂົ້າໄປທີ່ www.Toro.com ສຳລັບລາຍຊື່ສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ຖືກອະນຸມັດທັງໝົດ.

ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ ແລະ ການຢັ້ງຢືນຄວາມປອດໄພຂອງເຄື່ອງຈັກຢ່າງຕໍ່ເນື່ອງ, ໃຫ້ນຳໃຊ້ແຕ່ອາໄຫຼ່ ແລະ ອຸປະກອນປ່ຽນຖ່າຍຂອງ Toro ເທົ່ານັ້ນ. ອາໄຫຼ່ປ່ຽນ​ຖ່າຍ ແລະ ອຸປະກອນເສີມທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ, ແລະ ການນຳໃຊ້ດັ່ງກ່າວອາດເຮັດໃຫ້ການຄ້ຳປະກັນຂອງສິນຄ້າເປັນໂມຄະ.

ການປະຕິບັດງານ

ກ່ອນການປະຕິບັດງານ

ຄວາມປອດໄພກ່ອນການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ຢ່າປ່ອຍໃຫ້ເດັກນ້ອຍ ຫຼື ຄົນທີ່ບໍ່ໄດ້ຮັບການຝຶກອົບຮົມເຮັດວຽກ ຫຼື ບຳ​ລຸງ​ຮັກ​ສາເຄື່ອງຈັກ. ລະບຽບການໃນທ້ອງຖິ່ນອາດຈະຈຳກັດອາຍຸຂອງຜູ້ປະຕິບັດການ. ເຈົ້າຂອງມີ​ຄວາມຮັບຜິດຊອບໃນການຝຶກອົບຮົມຜູ້ປະຕິບັດການ ແລະ ຊ່າງກົນຈັກທັງໝົດ.

  • ໃຫ້ມືຂອງ​ທ່ານ​ຢູ່​ໄກ​ຈາກ​ພື້ນ​ທີ່ແກນ​ໝູນ​ຂໍ້​ຕໍ່ເມື່ອ​ຈັບ​ເພົາ​ຂັບ​ເຄື່ອນ PTO.

  • ຢ່າ​ຂຶ້ນ​ຢຽບ, ຂຶ້ນ​ເທິງ ຫຼື ຢູ່​ກ້ອງ PTO ຫຼື ເພົາ​ຂັບ​ເຄື່ອນ.

  • ມີຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງອຸປະກອນ, ການຄວບຄຸມຜູ້ປະຕິບັດການ ແລະ ປ້າຍສັນຍານຄວາມປອດໄພ.

  • ຮູ້ວິທີການຢຸດເຄື່ອງຈັກ ແລະ ມອດເຄື່ອງຈັກຢ່າງໄວວາ.

  • ຢ່າ​ໃຊ້​ອາ​ແດັບ​ເຕີ ຫຼື ສ່ວນ​ຂະ​ຫຍາຍ​ສະ​ຫຼັກ PTO.

  • ໃຊ້​ພຽງ​ແຕ່​ພາ​ຫະ​ນະ​ລາກ​ແກ່​ທີ່​ມີ​ຈັກ​ຕັດ​ຫຍ້າ​ທີ່​ມີ​ຄວາມ​ໄວ PTO ສູງ​ສຸດ 540 ຮອບ​ຕໍ່​ນາທີ​ເທົ່າ​ນັ້ນ (ການ​ໝູນ 9 ຮອບ​ຕໍ່​ວິ​ນາ​ທີ).

  • ໃຫ້​ແນ່​ໃຈ​ວ່າເກາະ​ປ້ອງ​ກັນ ແລະ ຝາ​ປົກປ້ອງ​ກັນຖືກ​ຕິດ​ຕັ້ງ ແລະ ບຳ​ລຸງ​ຮັກ​ສາ​ຢ່າງ​ຖືກ​ຕ້ອງ. ປ່ຽນ​ເກາະ​ປ້ອງ​ກັນ ແລະ ຝາ​ປົກ​ປ້ອງ​ກັນ​ທີ່​ຫາຍ​ໄປ, ໄດ້​ຮັບ​ຄວາມ​ເສຍ​ຫາຍ ຫຼື ສີກ​ຂາດ​ກ່ອນ​ນຳ​ໃຊ້​ເຄື່ອງ​ຈັກ.

  • ໃຫ້​ແນ່​ໃຈ​ວ່າ​ເພາະ​ຂັບ​ເຄື່ອນ PTO ບໍ່​ສຳ​ຜັດ​ກັບ​ຄານ​ດຶງ

  • ກ່ອນທີ່ຈະຕັດຫຍ້າ, ຕ້ອງກວດກາເຄື່ອງຈັກຢູ່ສະເໝີເພື່ອໃຫ້​ແນ່​ໃຈ​ວ່າໃບ​ມີດ, ນັອດ​ຈັບ​ໃບ​ມີດ ແລະ ອົງ​ປະ​ກອບ​ການຕັດຢູ່ໃນສະພາບການເຮັດວຽກໄດ້ດີ. ປ່ຽນ​ໃບ​ມີດ ແລະ ນັອດທີ່​ຫ້ຽນ ແລະ ເສຍ​ຫາຍຢູ່​ໃນ​ຊຸດ​ເພື່ອ​ຮັກ​ສາ​ຄວາມ​ດຸນ​ດ່ຽງ.

  • ກວດກາບໍລິເວນທີ່ທ່ານຈະໃຊ້ເຄື່ອງຈັກ ແລະ ເອົາວັດຖຸທັງໝົດທີ່ເຄື່ອງຈັກສາມາດຈະ​ເຮັດ​ໃຫ້​ເກີດ​ການ​ຟົ້ງ​ຂຶ້ນໄດ້ນັ້ນ​ອອກ.

  • ໃຫ້​ແນ່​ໃຈ​ວ່າ​ພາ​ຫະ​ນະ​ລາກ​ແກ່​ຂອງ​ທ່ານ​ເໝາະ​ສົມ​ສຳ​ລັບ​ການ​ນຳ​ໃຊ້​ກັບ​ຈັກ​ຕັດ​ຫຍ້າ​ຂອງ​ນ້ຳ​ໜັກ​ນີ້​ໂດຍ​ການກວດ​ເບິ່ງ​ກັບ​ຜູ້​ສະ​ໜອງ ຫຼື ຜູ້​ຜະ​ລິດ​ພາ​ຫະ​ນະ​ລາກ​ແກ່​ຂອງ​ທ່ານ.

ການ​ຄວບ​ຄຸມລົດ​ລາກ

ທຳ​ຄວາມ​ຄຸ້ນ​ເຄີຍ​ກັບການ​ໃຊ້​ງານ​ການ​ຄວບ​ຄຸມ​ລົດ​ລາກ​ຕໍ່​ໄປ​ນີ້​ກ່ອນ​ທີ່​ທ່ານ​ຈະ​ດຳ​ເນີນ​ການ​ໃຊ້​ຈັກ​ຕັດ​ຫຍ້າ:

  • ການ​ໃຊ້ PTO

  • ຄວາມ​ໄວຈັກ/PTO

  • ການ​ຄວບ​ຄຸມສິ່ງ​ທີ່​ຕິດ​ມານຳດ້ານ​ຫຼັງ (ຍົກ​ຂຶ້ນ/ປ່ອຍ​ຕ່ຳ​ລົງ)

  • ການ​ໃຊ້​ງານ​ວາວ​ຊ່ວຍ​ເສີມ

  • ຄາດ

  • ຄັນເລັ່ງ

  • ການ​ເລືອກເກຍ

  • ເບ​ຣກມື

    Important: ໃຫ້ເບິ່ງຄູ່​ມື​ຜູ້​ໃຊ້lລົດ​ລາກ​ແກ່ສຳລັບຂໍ້ຄຳ​ແນະ​ນຳ​ການ​ໃຊ້​ງານ.

ການ​ຄວບ​ຄຸມ​ລົດຈັກ​ຕັດ​ຫຍ້າ Outcross

ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ລົດຈັກ​ຕັດ​ຫຍ້າ Outcross ສຳ​ລັບ​ຂໍ້​ມູນ​ໃນ​ການ​ຄວບ​ຄຸມ ແລະ ການ​ໃຊ້​ງານ, ພ້ອມ​ທັງ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ຕັ້ງ​ສິ່ງ​ທີ່​ຕິດ​ມາ​ນຳ​ພາ​ຫະ​ນະ.

ຄວາມ​ໄວ PTO

ຈັກ​ຕັດ​ຫຍ້າ​ຖືກ​ອອກ​ແບບ​ມາ​ເພື່ອ​ໃຊ້​ງານ​ກັບ​ຄວາມ​ໄວ PTO ຈົນ​ເຖິງ 540 ຮອບ​ຕໍ່​ນາ​ທີ. ລົດ​ລາກ​ສ່ວນ​ໃຫຍ່ບອກ​ຕຳ​ແໜ່ງ 540 PTO ຮອບ​ຕໍ່​ນາ​ທີ​ຢູ່​ໃນ​ເຄື່ອງຈັບ​ຄວາມ​ໄວ.

ໄລ​ຍະ​ການ​ຝຶກ​ອົບ​ຮົມ

ກ່ອນ​ນຳ​ໃຊ້ຈັກ​ຕັດ​ຫຍ້າ, ຊອກ​ຫາ​ພື້ນ​ທີ່​ໂລ່ງ ແລະ ຝຶກ​ການ​ນຳ​ໃຊ້​ມັນ. ນຳ​ໃຊ້​ພາ​ຫະ​ນະ​ລາກ​ແກ່​ຢູ່​ທີ່​ການ​ຕັ້ງ​ຄ່າ​ເກຍ ແລະ ຄວາມ​ໄວ​ຂັບ​ຂີ່ PTO ທີ່​ແນະ​ນຳ ແລະ ທຳ​ຄວາມ​ຄຸ້ນ​ເຄີຍ​ກັບຄຸນ​ລັກ​ສະ​ນະ​ຂອງ​ການ​ຂັບ​ຂີ່​ພາ​ຫະ​ນະ​ລາກ​ແກ່ ແລະ ຈັກ​ຕັດ​ຫຍ້າ. ຝຶກ​ການ​ຍົກ​ພື້ນຈັກ​ຕັດ​ຫຍ້າ​ຂຶ້ນ ແລະ ປ່ອຍ​ຕ່ຳ​ລົງ, ການ​ຢຸດ ແລະ ການ​ເລີ່ມ​ຕົ້ນ​ການ​ຂັບ​ເຄື່ອນ PTO ແລະ ການ​ຈັດລຽງ​ເຄື່ອງ​ຈັກ​ດ້ວຍ​ການໄປ​ຜ່ານ​ມາ​ກ່ອນ. ຝຶກ​ພາກ​ໃຊ້​ງານ​ຕ່າງໆເພື່ອ​ເພີ່ມ​ຄວາມ​ໝັ້ນ​ໃຈ​ຢູ່​ໃນ​ການ​ໃຊ້​ງານ​ຈັກ​ຕັດ​ຫຍ້າ ແລະ ຊ່ວຍ​ຮັບ​ປະ​ກັນ​ການ​ນຳ​ໃຊ້​ເຕັກ​ນິກ​ທີ່​ເໝາະ​ສົມ​ໃນ​ການ​ຕັດ​ຫຍ້າ.

ຂໍ້ຄວນລະວັງ

ສິ່ງ​ຕິດ​ມາ​ນຳນຳ​ທີ່​ກຳ​ລັງ​ແລ່ນ​ຢູ່ສາ​ມາດເຮັດ​ໃຫ້​ເກີດ​ບາດເຈັບກັບ​ຄົນ​ໄດ້.

ເພື່ອ​ຫຼີກ​ລ່ຽງ​ການ​ບາດ​ເຈັບ​ກັບ​ຄົນ, ຢ່າ​ອອກ​ຈາກ​ບ່ອນ​ນັ່ງ​ຂອງ​ຜູ້ຄວບ​ຄຸມ​ນຳ​ໃຊ້​ໂດຍ​ບໍ່​ປົດ​ການ​ຂັບເຄື່ອນ PTO, ໃສ່​ເບ​ຣກມື, ມອດ​ຈັກ ແລະ ຖອດກະແຈກ່ອນ. ໃຫ້​ແນ່​ໃຈ​ວ່າ​ອຸ​ປະ​ກອນ​ຄວາມ​ປອດ​ໄພ​ທຸກ​ຢ່າງ​ຖືກ​ຍຶດ​ຢູ່​ກັບ​ບ່ອນ​ທີ່​ຖືກ​ຕ້ອງ​ຂອງ​ພວກ​ມັນ​ກ່ອນເລີ່ມ​ການ​ນຳ​ໃຊ້​ອີກ.

ການກວດເບິ່ງຄວາມດັນລົ​ມຂອງຢາງລົດ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງຄວາມດັນລົມຢາງ.
  • ອັນຕະລາຍ

    ຄວາມດັນລົມຂອງຢາງລົດຕ່ຳຫຼຸດ​ຄວາມ​ທ່ຽງຈັກ​ຕັດ​ຫຍ້າ​ເມື່ອ​ຂົນ​ສົ່ງ​ມັນ. ນີ້ອາດຈະເຮັດໃຫ້ເກີດການປີ້ນ, ເຊິ່ງອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ເສຍຊີວິດ.

    ຢ່າ​ນຳ​ໃຊ້​ຈັກ​ຕັດ​ຫຍ້າ​ທີ່​ມີ​ຢາງ​ລົມ​ເຕີມ​ບໍ່​ເຕັມ.

    1. ກວດ​ເບິ່ງຄວາມດັນລົມຢາງໃນ​ແຕ່​ລະ​ວັນ.

      ທ່ານ​ຄວນ​ຈະ​ວັດ​ແທກ​ໄດ້ 207 kPa (30 psi).

      artpending
    2. ຖ້າ​ຄວາມ​ດັນ​ລົມຢາງບໍ່​ແມ່ນ 30 psi, ເຕີມ​ລົມ​ໃສ່ ຫຼື ປ່ອຍ​ລົມ​ອອກ​ຈາກ​ຢາງ​ລົດ.

    ການກວດ​ເບິ່ງ​ເກາະ​ປ້ອງ​ກັນ PTO ແລະ​ເພົາ​ຂັບ​ເຄື່ອນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງ​ເກາະ​ປ້ອງ​ກັນ PTO ແລະ​ເພົາ​ຂັບ​ເຄື່ອນ.
    1. ຖ້າ​ຕິດ​ຕັ້ງ​ໃສ່​ພາ​ຫະ​ນະ​ລາກ​ແກ່, ໃຫ້​ເອົາ​ເພົາ​ຂັບ​ເຄື່ອນ​ອອກ.

    2. ໝູນ​ໄປ​ທາງ​ໜ້າ​ເຄິ່ງ​ໜຶ່ງ​ຂອງ​ເກາະ​ປ້ອງ​ກັນ​ເພົາ PTOໃນ​ການ​ໝູນ​ເຕັມ (ຮູບສະແດງ ).

      Note: ທຳ​ຄວາມ​ສະ​ອາດ ຫຼື ປ່ຽນເກາະ​ປ້ອງ​ກັນ​ຫົວ​ເພົາໃໝ່, ຖ້າ​ມັນ​ບໍ່​ໝູນ​ຢ່າງ​ເສ​ລີ.

      artpending
    3. ເຄື່ອນຂອງເກາະ​ປ້ອງ​ກັນ​ເພົາ PTO ເຄິ່ງ​ໄປ​ທາງ​ໜ້າໄປ​ພ້ອມ​ກັນ ແລະ ແຍກ​ອອກ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ພວກ​ມັນ​ຊ້ອນ​ເຂົ້າ​ກັນ​ໄດ້​ຢ່າງ​ເສ​ລີ (ຮູບສະແດງ ).

      Note: ທຳ​ຄວາມ​ສະ​ອາດ ຫຼື ປ່ຽນເກາະ​ປ້ອງ​ກັນ​ຫົວ​ເພົາໃໝ່, ຖ້າ​ມັນ​ບໍ່ຊ້ອນ​ເຂົ້າ​ກັນ​ໄດ້​ຢ່າງ​ເສ​ລີ.

    4. ຖ້າ​ເອົາ​ອອກ​ໄປ​ຈາກ​ພາ​ຫະ​ນະ​ລາກ​ແກ່​ແລ້ວ, ຕິດ​ຕັ້ງ​ເພົາ​ຂັບ​ເຄື່ອນ; ໃຫ້​ເບິ່ງ .

    5. ກວດ​ເບິ່ງວ່າ​ໂສ້​ຜູກ​ມັດ​ຖືກ​ຕິດ​ຕັ້ງ​ຢູ່​ລະ​ຫວ່າງ​ເກາະ​ປ້ອງ​ກັນ​ເພົາ PTO ໄປ​ຂ້າງ​ໜ້າ ແລະ ສ່ວນ​ຍຶດ​ຢູ່​ໃນ​ພາ​ຫະ​ນະ​ລາກ​ແກ່​ແລ້ວ (ຮູບສະແດງ ).

      artpending
    6. ກວດ​ເບິ່ງວ່າ​ໂສ້​ຜູກ​ມັດ​ສຳ​ລັບ​ເກາະ​ປ້ອງ​ກັນ​ເພົາ​ຂັບ​ເຄື່ອນ​ເຊື່ອມ​ຕໍ່​ກັບ​ກະ​ປຸກ​ເກຍເຄິ່ງກາງ ແລະ ກະ​ປຸກ​ເກຍ​ຢູ່​ໃນ​ແຕ່​ລະ​ພື້ນ​ຈັກ​ຕັດ​ຫຍ້າ (ຮູບສະແດງ , ຮູບສະແດງ , ຮູບສະແດງ ແລະ ຮູບສະແດງ ).

      artpending
      artpending
      artpending
      artpending
    7. ກວດ​ເບິ່ງວ່າ​ປອກ​ຮັດ​ທໍ່ 7 ຕົວ​ຍຶດເກາະ​ປ້ອງ​ກັນ​ເພົາ​ຂັບ​ເຄື່ອນ​ໃສ່​ກະ​ປຸກ​ເກຍ​ເຄິ່ງ​ກາງ ແລະ ພື້ນ​ແໜ້ນ​ດີ (ຮູບສະແດງ ).

      artpending

    ການ​ໃຊ້​ກະ​ລິກ​ຄ້ຳຄານ​ລາກ

    ການ​ຄ້ຳ​ຈັກ​ຕັດ​ຫຍ້າ​ດ້ວຍ​ກະ​ລິກ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ເຄື່ອນ​ຄັນ​ໂຍກ​ເກຍ​ໄປ​ຫາ​ຕຳ​ແໜ່ງເກຍ​ຫວ່າງ.

    2. ໃສ່ເບ​ຣກມື, ມອດ​ຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    3. ເອົາ​ເຂັມ​ຂັດອອກ ແລະ ໝູນ​ກະ​ລິກ​ຄ້ຳ​ຄານ​ລາກ​ລວງ​ຕັ້ງ (ຮູບສະແດງ ).

      artpending
    4. ຈັດ​ລຽງ​ຮູ​ຢູ່​ໃນຄານ​ລາກກັບ​ຮູ​ຢູ່​ໃນກະ​ລິກ (ຮູບສະແດງ ).

    5. ໃສ່ເຂັມ​ຂັດເຂົ້າ​ໄປ​ຜ່ານ​ຮູ​ຢູ່​ໃນຄານ​ລາກ ແລະ ກະ​ລິກ (ຮູບສະແດງ ).

    6. ໝູນ​ມື​ຈັບ​ກະ​ລິກ​ໄປ​ຈົນ​ກວ່າ​ກະ​ລິກ​ຄ້ຳ​ນ້ຳ​ໜັກ​ຂອງ​ຈັກ​ຕັດ​ຫຍ້າ​ຢ່າງ​ເຕັມ​ອັດ​ຕາ.

    7. ໝູນ​ຕີນ​ທັງ​ສອງ​ເບື້ອງ​ຂອງ​ຈັກ​ຕັດ​ຫຍ້າ (ຮູບສະແດງ ).

      artpending
    8. ຖອດ​ທໍ່​ໄຮ​ໂດຼ​ລິກ ແລະ ປົດ​ເພົາ​ຂັບ​ເຄື່ອນ PTO ອອກ​ຈາກ​ພາ​ຫະ​ນະ​ລາກ​ແກ່.

    9. ປົດ​ຕົວ​ຜູກ​ຍຶດ​ອອກ​ຈາກ​ຄານ​ລາກ.

    10. ຂັບ​ຂີ່​ພາ​ຫະ​ນະ​ລາກ​ແກ່​ໃນ​ແຖວ​ຊື່​ອອກ​ໄປ​ຈາກ​ຈັກ​ຕັດ​ຫຍ້າ.

    ການ​ເກັບ​ມ້ຽນ​ກະ​ລິກ

    1. ໃຫ້​ແນ່​ໃຈ​ວ່າ​ຈັກ​ຕັດ​ຫຍ້າ​ຖືກ​ຕິດ​ໃສ່​ກັບ​ພາ​ຫະ​ນະ​ລາກ​ແກ່​ແໜ້ນ​ດີ​ແລ້ວ.

    2. ໝູນ​ມື​ຈັບ​ກະ​ລິກ​ເພື່ອ​ຍົກ​ແຜ່ນ​ຫົວ​ກະ​ລິກ​ຂຶ້ນ​ຈົນ​ສຸດ, ໃຫ້​ເບິ່ງ ຮູບສະແດງ ຢູ່​ໃນ .

    3. ເອົາ​ເຂັມ​ຂັດອອກ ແລະ ໝູນ​ກະ​ລິກ​ຄ້ຳ​ຄານ​ລາກ​ລວງນອນ.

    4. ຈັດ​ລຽງ​ຮູ​ຢູ່​ໃນຄານ​ລາກກັບ​ຮູ​ຢູ່​ໃນກະ​ລິກ.

    5. ໃສ່ເຂັມ​ຂັດເຂົ້າ​ໄປ​ຜ່ານ​ຮູ​ຢູ່​ໃນຄານ​ລາກ ແລະ ກະ​ລິກ.

    ການ​ປະ​ກອບ​ຈັກ​ຕັດ​ຫຍ້າໃສ່​ພາ​ຫະ​ນະ​ລາກ​ແກ່

    ການ​ກະ​ກຽມ​ພາ​ຫະ​ນະ​ລາກ​ແກ່ ແລະ ຈັກ​ຕັດ​ຫຍ້າ

    1. ໃຫ້​ແນ່​ໃຈ​ວ່າ​ຈັກ​ຕັດ​ຫຍ້າ​ມີ​ກະ​ລິກ​ຄານລາກ​ແກ່ຄ້ຳ​ໄວ້, ໃຫ້​ເບິ່ງ .

    2. ປ່ອຍ​ຕົວ​ຜູກ​ຍຶດ 3 ຈຸດ​ຕ່ຳ​ລົງ; ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ສຳ​ລັບ​ພາ​ຫະ​ນະ​ລາກ​ແກ່​ຂອງ​ທ່ານ.

    3. ຖ້າ​ຕິດ​ຕັ້ງ​ມາ​ແລ້ວ, ເອົາ​ສະ​ຫຼັກ​ດຶງ, ເຂັມ​ຂັດສະ​ຫຼັກ ແລະ ຕົວ​ຕໍ່ 3 ຈຸດ​ຢູ່​ດ້ານ​ເທິງ​ອອກ​ຈາກ​ຂາຍຶດຕົວ​ຕໍ່​ດ້ານ​ເທິງ (ຮູບສະແດງ ).

      artpending
    4. ປັບ​ແຂນ​ຕົວ​ກັນ​ສັ່ນ (ຮູບສະແດງ ) ອອກ​ໄປ​ທາງນອກ​ໃຫ້​ສຸດ, ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ສຳ​ລັບ​ເຄື່ອງ​ຈັກ​ລາກ​ແກ່.

      artpending
    5. ຖ້າ​ຈັກ​ຕັດ​ຫຍ້າ​ຂອງ​ທ່ານ​ມີ​ຄານ​ດຶງລາກ​ເຂັມ​ຂັດ, ໃຫ້​ເອົາກິບ​ໜີບ ແລະ ເຂັມ​ຂັດ​ຕົວ​ຜູກ​ຍຶດອອກ​ຈາກ​ຄານລາກ​ແກ່.

    6. ຖ້າ​ພາ​ຫະ​ນະ​ລາກ​ແກ່​ຂອງ​ທ່ານ​ມີຕົວ​ຜູກ​ຍຶດ​ເດືອຍ, ເປີດ​ຕົວ​ຜູກ​ຍຶດ.

    ການ​ເລືອກ​ຄານ​ດຶງ​ສຳ​ລັບ​ເຄື່ອງຕັດ​ຫຍ້າ

    • ເສັ້ນ​ຜ່າ​ກາງ​ຮູເຂັມ​ຂັດ​ຕົວ​ຜູກ​ຍຶດ: 31.75 ມມ (1-¼ ນິ້ວ).

    • ລວງ​ສູງ​ການ​ເຮັດ​ວຽກ: 33.4 ຫາ 40 ຊມ (13-⅛ ຫາ 15-¾4 ນິ້ວ); ໃຫ້​ເບິ່ງ ຮູບສະແດງ .

      artpending
    • ໃຫ້​ແນ່​ໃຈ​ວ່າ​ຄານ​ດຶງ​ຂອງ​ທ່ານ​ບໍ່​ເຂົ້າ​ໄປ​ລົບ​ກວນ​ກັບ​ເພົາ​ຂັບ​ເຄື່ອນ PTO.

    ການຕໍ່ຈັກ​ຕັດ​ຫຍ້າໃສ່​ພາ​ຫະ​ນະ​ລາກ​ແກ່

    1. ໃຊ້​ມື​ຈັບ​ກະ​ລິກ​ເພື່ອ​ຍົກ ຫຼື ປ່ອຍ​ກະ​ລິກ​ຄ້ຳ​ຄານ​ລາກ​ແກ່ ແລະ ຈັດ​ວາງ​ຄານ​ລາກ​ແກ່​ໄປ​ໃສ່​ຄານ​ດຶງ ຫຼື ຕົວ​ຜູກ​ຍຶດ​ເດືອຍ (ຮູບສະແດງ ).

      artpending
    2. ຍົກຕົວ​ຜູກ​ຍຶດ 3 ຈຸດຂຶ້ນ​ໃຫ້​ສຸດ; ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ສຳ​ລັບ​ພາ​ຫະ​ນະ​ລາກ​ແກ່​ຂອງ​ທ່ານ.

      Note: ເມື່ອ​ປະ​ກອບ​ໃສ່​ມາ​ແລ້ວ, ລັອກ​ຕົວ​ຜູກ​ຍຶດ 3 ຈຸດ.

    3. ຈັດ​ລຽງ​ຄານ​ດຶງ ຫຼື ຕົວ​ຜູກ​ຍຶດ​ເດືອຍ​ຂອງ​ພາ​ຫະ​ນະ​ລາກ​ແກ່​ດ້ວຍ​ຄານ​ລາກ​ແກ່​ຂອງ​ຈັກ​ຕັດ​ຫຍ້າ (ຮູບສະແດງ ).

    4. ເຄື່ອນ​ຄັນ​ໂຍກ​ປ່ຽນ​ເກຍ​ໄປ​ຫາ​ຕຳ​ແໜ່ງເກຍ​ຫວ່າງ, ໃສ່​ເບ​ຣກມື, ມອດຈັກ., ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    5. ຍຶດ​ຄານ​ລາກ​ແກ່​ໃຫ້​ແໜ້ນ​ດັ່ງ​ຕໍ່​ໄປ​ນີ້:

      • ຖ້າ​ຈັກ​ຕັດ​ຫຍ້າ​ຂອງ​ທ່ານ​ມີ​ຄານ​ດຶງລາກ​ເຂັມ​ຂັດ, ໃຫ້ສອດເຂັມ​ຂັດ​ຕົວ​ຜູກ​ຍຶດ​ຜ່ານ​ຮູ​ຢູ່​ໃນ​ຄານ​ລາກ​ແກ່ ແລະ ຄານ​ດຶງ ແລະ ຍຶດ​ເຂັມ​ຂັດ​ດ້ວຍ​ກິບ​ໜີບ (ຮູບສະແດງ ).

        artpending
      • ຖ້າ​ພາ​ຫະ​ນະ​ລາກ​ແກ່​ຂອງ​ທ່ານ​ມີຕົວ​ຜູກ​ຍຶດ​ເດືອຍ, ປິດ ແລະ ຍຶດຕົວ​ຜູກ​ຍຶດໃຫ້​ແໜ້ນ.

    6. ຍົກ​ກະ​ລິກ​ຄ້ຳ​ຂຶ້ນ​ໃຫ້​ສຸດ (ຮູບສະແດງ ).

    7. ເອົາ​ເຂັມ​ຂັດ​ທີ່​ຍຶດ​ກະ​ລິກ​ໃສ່​ຄານ​ລາກ​ແກ່​ອອກ, ໝູນ​ກະ​ລິກ​ໄປ​ລວງນອນ ແລະ ຍຶດ​ກະ​ລິກ​ໃສ່​ຄານ​ລາກ​ແກ່​ດ້ວຍ​ເຂັມ​ຂັດ (ຮູບສະແດງ ).

    ການ​ຕໍ່​ເພົາ​ຂັບ​ເຄື່ອນ​ໃສ່ PTO

    1. ຈັດ​ວາງ​ຂໍ້​ຕໍ່​ໄວ​ຂອງ​ເພົາ​ຂັບ​ເຄື່ອນ PTO ດ້ວຍ​ເພົາ​ຜົນ​ອອກ​ຂອງ PTO (ຮູບສະແດງ ).

      artpending
    2. ດຶງ​ປອກ​ລັອກ​ຂອງ​ຂໍ້​ຕໍ່​ໄວ​ກັບ​ຄືນ (ຮູບສະແດງ ).

      artpending
    3. ໃນ​ຂະ​ນະ​ທີ່​ດຶງ​ປອກ​ລັອກ​ກັບ​ຄືນ, ດຶງຫຼັກ​ຄ້ຳ​ເພົາ​ຂັບ​ເຄື່ອນ PTO ໄປ​ທາງ​ໜ້າ ແລະ ເລື່ອນ​ເຕົ້າ​ຂອງ​ຂໍ້​ຕໍ່​ໄປ​ເໜືອ​ສະ​ຫຼັກ​ຂອງ​ເພົາ​ຜົນ​ອອກ PTO (ຮູບສະແດງ ).

    4. ໃຫ້​ແນ່​ໃຈ​ວ່າ​ລັອກ​ຢູ່​ທີ່​ຂໍ້​ຕໍ່​ໄວເກາະ​ເຂົ້າ​ໄປ​ໃນ​ຮ່ອງ​ຂອງ​ເພົາ​ຜົນ​ອອກ PTO ໄດ້​ຢ່າງ​ແໜ້ນ​ດີ.

    5. ໃຫ້​ແນ່​ໃຈ​ວ່າ​ເກາະ​ປ້ອງ​ກັນ​ຢູ່​ໃນ​ຕຳ​ແໜ່ງ​ເໜືອ​ເຫຼັກຄ້ຳ​ເພົາ​ຂັບ​ເຄື່ອນ (ຮູບສະແດງ ).

    6. ຕິດ​ໂສ້​ຜູກ​ມັດ​ໃສ່​ສ່ວນ​ຄົງ​ທີ່​ຂອງ​ພາ​ຫະ​ນະ​ລາກ​ແກ່ (ຮູບສະແດງ ).

      Important: ໃຫ້​ແນ່​ໃຈ​ວ່າ​ໂສ້ຜູກ​ມັດ​ມີ​ຄວາມ​ຍານ​ພຽງ​ພໍ​ເພື່ອ​ໃຫ້​ທ່ານ​ສາ​ມາດ​ລ້ຽວ​ເຄື່ອງ​ຈັກ​ໄດ້​ຢູ່​ໃນ​ສອງ​ທິດ​ທາງ.

      artpending

    ການ​ຕໍ່ທໍ່ໄຮ​ໂດຼ​ລິກ

    1. ລະ​ບຸ​ຂໍ້​ຕໍ່​ຕັດ​ເຊື່ອມ​ຕໍ່​ໄວ​ສຳ​ລັບ​ຕົວ​ຍົກ​ສິ່ງ​ທີ່​ຕິດ​ມາ​ຢູ່​ດ້ານ​ຫຼັງ ແລະ ປ່ອຍ​ວົງ​ຈອນຕ່ຳ​ລົງ​ສຳ​ລັບ​ພາ​ຫະ​ນະ​ລາກ​ແກ່.

    2. ເອົາ​ຝາ​ປົກ​ຝຸ່ນອອກ​ຈາກຂໍ້​ຕໍ່​ຕັດ​ເຊື່ອມ​ຕໍ່​ໄວ​ຂອງ​ພາ​ຫະ​ນະ​ລາກ​ແກ່.

    3. ເອົາ​ຝາ​ປົກ​ຝຸ່ນສີ​ດຳອອກ​ຈາກຂໍ້​ຕໍ່​ຕັດ​ເຊື່ອມ​ຕໍ່​ໄວ​ຂອງ​ທໍ່​ຂະ​ຫຍາຍລູກ​ສູບ​ຂອງ​ຈັກ​ຕັດ​ຫຍ້າ

    4. ຕໍ່ທໍ່​ຢືດ​ລູກ​ສູບ​ຂໍ້​ຕໍ່​ໄວ​ໃສ່​ວົງ​ຈອນ​ປ່ອຍສິ່ງ​ທີ່​ຕິດ​ມາ​ດ້ານ​ຫຼັງ​ຂໍ້​ຕໍ່​ຕັດ​ເຊື່ອມ​ຕໍ່​ໄວຕ່ຳ​ລົງ (ຮູບສະແດງ ).

      artpending
    5. ເອົາ​ຝາ​ປົກ​ຝຸ່ນສີ​ແດງອອກ​ຈາກຂໍ້​ຕໍ່​ຕັດ​ເຊື່ອມ​ຕໍ່​ໄວ​ຂອງ​ທໍ່​ຫົດ​ລູກ​ສູບ​ຂອງ​ຈັກ​ຕັດ​ຫຍ້າ

    6. ຕໍ່ຂໍ້​ຕໍ່​ຕັດ​ເຊື່ອມ​ຕໍ່​ໄວ​ຂອງທໍ່​ຫົດ​ລູກ​ສູບໃສ່​ວົງ​ຈອນ​ຍົກສິ່ງ​ທີ່​ຕິດ​ມາ​ດ້ານ​ຫຼັງ​ຂໍ້​ຕໍ່​ຕັດ​ເຊື່ອມ​ຕໍ່​ໄວຂຶ້ນ.

    ການ​ເດີນ​ເຊືອກ​ລັອກ​ພື້ນ​ໄປ​ຫາ​ເຄື່ອງ​ຈັກ

    1. ເດີນ​ເຊືອກ​ລັອກ​ພື້ນ​ຈາກ​ທໍ່​ນຳ​ທາງ​ໄປ​ຍັງ​ບ່ອນ​ນັ່ງ​ຂອງ​ຜູ້​ຂັບ (ຮູບສະແດງ ).

      Important: ໃຫ້​ແນ່​ໃຈ​ວ່າ​ທ່ານ​ປ່ອຍ​ໃຫ້​ມີ​ຄວາມ​ຍານ​ຢູ່​ໃນ​ເຊືອກ​ເພື່ອ​ໃຫ້​ຈັກ​ຕັດ​ຫຍ້າ​ສາ​ມາດ​ລ້ຽວ​ຂວາ ແລະ ຊ້າຍ​ຢູ່​ດ້ານ​ຫຼັງ​ພາ​ຫະ​ນະ​ລາກ​ແກ່​ໄດ້​ເຕັມ​ທີ່​ໂດຍ​ບໍ່​ຕ້ອງ​ເພີ່ມ​ຄວາມ​ເຄັ່ງ​ໃສ່​ເຊືອກ, ແຕ່​ມັນ​ບໍ່​ສຳ​ຜັດ​ເພົາ​ຂັບ​ເຄື່ອນ PTO.

      artpending
    2. ມັດ​ເຊືອກ​ໃສ່​ອົງ​ປະ​ກອບ​ຊັກ​ຊີ​ຕາຍຕົວ​ຂອງ​ພາ​ຫະ​ນະ​ລາກ​ແກ່​ເຊັ່ນ: ທໍ່ ROPS (ຮູບສະແດງ ).

      Important: ຢ່າ​ມັດ​ເຊືອກ​ລັອກ​ພື້ນ​ໃສ່​ບ່ອນ​ນັ່ງ, ພວງ​ມະ​ໄລ ຫຼື ມື​ຈັບ​ຄວບ​ຄຸມ.

    3. ເອົາ​ອັນ​ໝູນ​ຕີນ​ເຄື່ອງ​ຕັດ​ຫຍ້າ​ອອກ.

    ໃນລະຫວ່າງການປະຕິບັດງານ

    Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

    ຄວາມປອດໄພໃນລະຫວ່າງການປະຕິບັດງານ

    • ເຈົ້າຂອງ/ຜູ້ປະຕິບັດງານສາມາດປ້ອງກັນ ແລະ ມີຄວາມຮັບຜິດຊອບຕໍ່ອຸບັດຕິເຫດທີ່ອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ຄວາມເສຍຫາຍທາງຊັບສິນ.

    • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງການປ້ອງກັນຕາ; ໂສ້ງຂາຍາວ; ເກີບກັນມື່ນ ແລະ ເຄື່ອງ​ປ້ອງ​ກັນ​ສຽງ. ມັດຜົມຍາວໄວ້​ດ້ານ​ຫຼັງ ແລະ ຢ່າໃສ່ເຄື່ອງນຸ່ງ ຫຼື ເຄື່ອງປະດັບຫຼວມໆ.

    • ຢ່າໃຊ້ເຄື່ອງຈັກໃນຂະນະທີ່ບໍ່​ສະ​ບາຍ, ອິດເມື່ອຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງສິ່ງ​ມຶນ​ເມົາ ຫຼື ສິ່ງເສບຕິດ.

    • ຢ່າໃຫ້ຜູ້ໂດຍສານຂຶ້ນເທິງເຄື່ອງຕັດ​ຫຍ້າ ແລະ ໃຫ້ຜູ້ຢູ່ໃກ້ ແລະ ສັດລ້ຽງຢູ່ຫ່າງຈາກເຄື່ອງຈັກໃນລະຫວ່າງການປະຕິບັດງານ.

    • ນຳ​ໃຊ້ເຄື່ອງຈັກພຽງແຕ່ບ່ອນທີ່ເບິ່ງເຫັນໄດ້ດີເພື່ອຫຼີກລ່ຽງຂຸມ ຫຼື ອັນຕະລາຍທີ່ເຊື່ອງຢູ່.

    • ກ່ອນທີ່ທ່ານຈະຕິດຈັກ, ໃຫ້​ແນ່​ໃຈ​ວ່າເປັນເກຍຫວ່າງ, ປົດ PTO, ໃສ່ເບ​ຣກມືໄວ້ຢູ່ ແລະ ທ່ານຢູ່ໃນຕຳແໜ່ງຄວບ​ຄຸມປະຕິບັດງານ.

    • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກພາກ​ສ່ວນ​ໝູນ. ຮັກສາບໍ່ໃຫ້ມີຊ່ອງເປີດລະບາຍອອກມາຢູ່​ຕະ​ຫຼອດ​ເວ​ລາ.

    • ເບິ່ງທາງຫຼັງ ແລະ ດ້ານລຸ່ມກ່ອນທີ່ຈະຖອຍເພື່ອໃຫ້ແນ່ໃຈວ່າເສັ້ນທາງປອດໄພ.

    • ໃຊ້ຄວາມລະມັດລະວັງໃນເວລາທີ່ເຂົ້າໄປໃນບໍລິເວນທີ່ເບິ່ງບໍ່ເຫັນ, ຟຸ່ມໄມ້, ຕົ້ນໄມ້ ຫຼື ວັດຖຸອື່ນໆທີ່ອາດເຮັດໃຫ້ທ່ານເບິ່ງບໍ່ເຫັນ.

    • ຢ່າ​ແລ່ນ PTO ໂດຍ​ມີ​ພື້ນ​ຍົກ​ຂຶ້ນ​ເໜືອ​ຕຳ​ແໜ່ງ​ຢຸດ​ຂຶ້ນ​ໄວ້​ບາງ​ສ່ວນ.

    • ຢຸດເຄື່ອງ​ຕັດ​ຫຍ້າທຸກຄັ້ງທີ່ທ່ານບໍ່ໄດ້ຕັດຫຍ້າ.

    • ມອດເຄື່ອງຈັກ, ໃສ່​ເບ​ຣກມື, ມອດ​ຈັກ, ຖອດກະແຈ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢຸດກ່ອນທີ່ຈະກວດກາສິ່ງທີ່ຕິດມານຳຫຼັງຈາກຕຳເອົາວັດຖຸ ຫຼື ຖ້າມີການສັ່ນສະເທືອນຜິດປົກກະຕິໃນເຄື່ອງຈັກ. ເຮັດການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະເລີ່ມ​ການ​ນຳ​ໃຊ້​ຕໍ່.

    • ຊ້າລົງ ແລະ ໃຊ້ຄວາມລະມັດລະວັງໃນເວລາທີ່ລ້ຽວ ແລະ ຂ້າມຖະໜົນ ແລະ ທາງຍ່າງທີ່​ຢູ່​ກັບເຄື່ອງຈັກ. ໃຫ້ຮ້ອງສະເໝີວ່າລະວັງລົດມາ.

    • ຫຼຸດ​ຄວາມ​ໄວ​ຢູ່​ໃນ​ທາງ ແລະ ພື້ນ​ຜິວ​ຫຼຸບ​ໂນນ

    • ຈັກ​ຕັດ​ຫຍ້າ​ໜັກ. ເມື່ອ​ຕິດ​ໃສ່​ພາ​ຫະ​ນະ​ລາກ​ແກ່ ແລະ ຢູ່​ໃນ​ຕຳ​ແໜ່ງ​ຍົກ​ຂຶ້ນ, ນ້ຳ​ໜັກ​ຂອງ​ຈັກ​ຕັດ​ຫຍ້າ​ມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ທ່ຽງ, ການ​ເບ​ຣກ ແລະ ການ​ບັງ​ຄັບ​ທິດ​ທາງ. ໃຫ້​ໃຊ້​ຄວາມ​ລະ​ມັດ​ລະ​ວັງເມື່ອຂົນ​ສົ່ງ​ລະ​ຫວ່າງ​ບ່ອນ​ເຮັດ​ວຽກ.

    • ຢ່າປ່ອຍໃຫ້ເຄື່ອງຈັກແລ່ນໂດຍທີ່ບໍ່ມີຄົນຢູ່ນຳ.

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ (ລວມທັງການປັບ​ຄວາມ​ສູງ​ຂອງ​ການ​ຕັດ) ໃຫ້ເຮັດດັ່ງຕໍ່ໄປນີ້:

      • ໃຫ້​ແນ່​ໃຈ​ວ່າ​ປົດ PTO ແລ້ວ.

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ໃສ່​ເບ​ຣກມື.

      • ປ່ອຍ​ພື້ນ​ຈັກ​ຕັດ​ຫຍ້າ​ຕ່ຳ​ລົງ.

      • ມອດຈັກ ແລະ ຖອດກະແຈ.

      • ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດກ່ອນ​ອອກ​ຈາກ​ເຄື່ອງ​ຈັກ.

    • ຢ່າໃຊ້ເຄື່ອງຈັກເມື່ອມີຄວາມສ່ຽງຕໍ່ການເກີດຟ້າຜ່າ.

    • ໃຊ້ແຕ່ອຸປະກອນເສີມ, ສິ່ງທີ່ຕິດມານຳ ແລະ ອາໄຫຼ່ປ່ຽນແທນທີ່ບໍ​ລິ​ສັດ Toro® Company ອະ​ນຸ​ມັດໃຫ້ເທົ່າ​ນັ້ນ.

    • ສຳ​ລັບ​ການ​ຖອດ​ມ້າງ ຫຼື ການ​ສ້ອມ​ແປງ​ສ່ວນ​ຕ່າງໆ​ຂອງ​ເພົາ​ຂັບ​ເຄື່ອນ PTO ເຫຼັກ​ທັງ​ໝົດ (ທໍ່, ລູກ​ບີ່, ຂໍ້​ຕໍ່, ອື່ນໆ), ຕິດ​ຕໍ່ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ. ການ​ເອົາສ່ວນ​ປະ​ກອບ​ຕ່າງໆ​ອອກ​ສຳ​ລັບ​ການ​ສ້ອມ​ແປງ ແລະ ການ​ປະ​ກອບ​ຄືນ​ໃໝ່​ອາດ​ຈະ​ເຮັດ​ໃຫ້​ບາງ​ພາກ​ສ່ວນ​ເສຍ​ຫາຍ, ຖ້າ​ບໍ່​ໄດ້​ເຮັດ​ດ້ວຍ​ເຄື່ອງ​ມື​ພິ​ເສດ​ໂດຍ​ນາຍ​ຊ່າງ​ທີ່​ໄດ້​ຮັບ​ການ​ຝຶກ​ຝົນ​ມາ.

    • ຢ່າ​ນຳ​ໃຊ້​ຈັກ​ຕັດ​ຫຍ້າ, ຖ້າ​ເກາະ​ປ້ອງ​ກັນ PTO ຫຼື ເພົາ​ຂັບ​ເຄື່ອນ​ຫາຍ​ໄປ.

    • ໃຫ້​ລະ​ມັດ​ລະ​ວັງ​ເມື່ອ​ລ້ຽວ​ເຄື່ອງ​ຈັກ​ເພື່ອ​ທີ່​ຢາງ​ພາ​ຫະ​ນະ​ລາກ​ແກ່​ຈະ​ບໍ່​ສຳ​ຜັດ​ກັບ​ເພົາ​ຂັບ​ເຄື່ອນ PTO.

    • ຍຶດ​ທໍ່​ໄຮ​ໂດຼ​ລິກ, ສາຍ​ໄຟ, ສາຍ​ເຊືອກ ແລະ ລາຍ​ການ​ອື່ນໆ​ໃຫ້​ແໜ້ນ​ເພື່ອ​ບໍ່​ໃຫ້​ພວກ​ມັນ​ສຳ​ຜັດ​ກັບ​ເກາະ​ປ້ອງ​ກັນ​ເພົາ​ຂັບ​ເຄື່ອນ PTO.

    ຄວາມປອດໄພໃນທາງຄ້ອຍຊັນ

    • ທາງຄ້ອຍຊັນແມ່ນປັດໃຈຕົ້ນ​ຕໍທີ່ກ່ຽວຂ້ອງກັບການສູນເສຍການຄວບຄຸມ ແລະ ອຸບັດຕິເຫດໃນ​ການ​ພິກ​ປີ້ນ, ເຊິ່ງອາດຈະເຮັດໃຫ້ມີການບາດເຈັບສາ​ຫັດ ຫຼື ເສຍຊີວິດໄດ້. ທ່ານມີໜ້າທີ່ຮັບຜິດຊອບໃນການປະຕິບັດງານໃນທາງຄ້ອຍຊັນທີ່ປອດໄພ. ການໃຊ້ເຄື່ອງຈັກຢູ່ເທິງທາງຄ້ອຍຊັນໃດກໍ່ຕາມແມ່ນຕ້ອງມີຄວາມລະມັດລະວັງເປັນພິເສດ.

    • ທົບ​ທວນຄືນ ແລະ ທຳຄວາມເຂົ້າໃຈຄຳ​ແນະ​ນຳ​ຄວາມ​ຄ້ອຍ​ຊັນ​ຢູ່​ໃນ​ຄູ່​ມື ແລະ ໃນພາ​ຫະ​ນະ​ລາກ​ແກ່.

    • ປະເມີນສະພາບຂອງສະຖານທີ່ເພື່ອກຳນົດວ່າທາງຄ້ອຍຊັນມີຄວາມປອດໄພຕໍ່ການດຳເນີນງານຂອງເຄື່ອງຈັກບໍ່, ລວມທັງການສຳຫຼວດເບິ່ງສະຖານທີ່. ໃຊ້​ສາ​ມາດ​ສຳ​ນຶກທົ່ວໄປ ແລະ ການຕັດສິນໃຈທີ່ດີ​ຢູ່​ສະ​ເໝີໃນເວລາທີ່ດຳເນີນການສຳຫຼວດເບິ່ງນີ້.

    • ທົບ​ທວນ​ເບິ່ງ​ຄຳ​ແນະ​ນຳ​ກ່ຽວ​ກັບ​ຄວາມ​ຊັນ​ຕາມ​ລາຍ​ການ​ຢູ່​ລຸ່ມນີ້​ສຳ​ລັບ​ການ​ໃຊ້​ງານ​ເຄື່ອງ​ຈັກ​ໃນ​ຄວາມ​ຄ້ອຍ​ຊັນ ແລະ ເພື່ອກຳນົດວ່າທ່ານສາມາດໃຊ້ງານເຄື່ອງຈັກໄດ້ໃນເງື່ອນໄຂໃນມື້ນັ້ນ ແລະ ຢູ່ບ່ອນນັ້ນຫຼື​ບໍ່. ການປ່ຽນແປງຂອງພູມສັນຖານສາມາດສົ່ງຜົນໃຫ້ມີການປ່ຽນແປງໃນການປະຕິບັດງານໃນທາງຄ້ອຍຊັນສຳລັບເຄື່ອງຈັກ.

    • ຫຼີກລ່ຽງການຕິດ​ຈັກ, ມອດ​ຈັກ ຫຼື ລ້ຽວເຄື່ອງຈັກຕາມທາງຄ້ອຍຊັນ. ຫຼີກລ່ຽງການປ່ຽນແປງຄວາມໄວ ຫຼື ທິດທາງຢ່າງກະທັນຫັນ. ໃຫ້ລ້ຽວຊ້າໆ ແລະ ຄ່ອຍໆ.

    • ຢ່າໃຊ້ງານເຄື່ອງຈັກພາຍໃຕ້ສະພາບການທີ່ການເຄື່ອນທີ່, ລ້ຽວ ຫຼື ມີ​ຄວາມ​ສົງ​ໄສ​ໃນ​ຄວາມ​ທ່ຽງ.

    • ກຳ​ຈັດ ຫຼື ໃສ່ເຄື່ອງໝາຍສິ່ງ​ກີດ​ຂວາງຕ່າງໆເຊັ່ນ: ຮ່ອງ, ຂຸມ, ຮອຍແຕກ, ກ້ອນຫີນ ຫຼື ອັນຕະລາຍອື່ນໆທີ່ເຊື່ອງໄວ້. ຫຍ້າທີ່ສູງສາມາດປິດ​ບັງສິ່ງກີດຂວາງຕ່າງໆໄດ້. ພູມສັນຖານທີ່ບໍ່ລຽບສາມາດເຮັດ​ໃຫ້ເຄື່ອງຈັກປີ້ນໄດ້.

    • ລະວັງວ່າການເຮັດວຽກຂອງເຄື່ອງຈັກໃນຫຍ້າທີ່ຊຸ່ມ, ຂ້າມທາງຄ້ອຍຊັນ ຫຼື ທາງລົງພູອາດຈະເຮັດໃຫ້ເຄື່ອງຈັກສູນເສຍການຄວບຄຸມ. ການ​ສູນ​ເສຍ​ການ​ລາກໃສ່​ລໍ້​ຂັບ​ເຄື່ອນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ມື່ນ​ໄຫຼ ແລະ ການ​ສູນ​ເສຍ​ການ​ເບ​ຣກ ແລະ ການ​ຄວບ​ຄຸມພວງ​ມະ​ໄລ.

    • ໃຊ້ຄວາມລະມັດລະວັງທີ່ສຸດໃນເວລາທີ່ໃຊ້ງານເຄື່ອງຈັກຢູ່ໃກ້ຈຸດຕົກ, ຄອງນ້ຳ, ຄັນຄູ, ຄວາມອັນຕະລາຍທາງນໍ້າ ຫຼື ອັນຕະລາຍອື່ນໆ. ເຄື່ອງຈັກດັ່ງກ່າວສາມາດກິ້ງໄດ້ຢ່າງກະທັນຫັນ, ຖ້າຫາກວ່າລໍ້ແລ່ນຂ້າມຂອບ ຫຼື ຂອບຕົກ​ເຂົ້າໃນ. ສ້າງໃຫ້​ມີພື້ນທີ່ປອດໄພລະຫວ່າງເຄື່ອງຈັກ ແລະ ອັນຕະລາຍ.

    • ລະ​ບຸຄວາມອັນຕະລາຍຢູ່ທີ່ຖານຂອງທາງຄ້ອຍຊັນ. ຖ້າວ່າມີອັນຕະລາຍ, ໃຫ້ຕັດຫຍ້າຢູ່ທາງຄ້ອຍຊັນດ້ວຍເຄື່ອງຕັດ​ຫຍ້າ​ຍ່າງ​ຕາມ​ຫຼັງ​ໃຊ້​ໄຟ.

    • ຖ້າເປັນໄປໄດ້, ໃຫ້ປ່ອຍໜ່ວຍຕັດຕ່ຳລົງຢູ່ພື້ນດິນໃນຂະນະທີ່ປະຕິບັດງານຢູ່ບ່ອນຄ້ອຍຊັນ. ການຍົກໜ່ວຍຕັດຂຶ້ນໃນຂະນະທີ່ປະຕິບັດງານຢູ່​ບ່ອນຄ້ອຍຊັນສາມາດເຮັດໃຫ້ເຄື່ອງຈັກບໍ່ທ່ຽງ​ໄດ້.

    • ໃຊ້​ຄວາມ​ລະ​ມັດ​ເປັນ​ພິ​ເສດ​ກັບສິ່ງ​ທີ່​ຕິດ​ມາ​ນຳ​ອື່ນໆ. ສິ່ງ​ເຫຼົ່າ​ນີ້​ສາ​ມາດ​ປ່ຽນ​ແປງ​ຄວາມ​ທ່ຽງ​ຂອງ​ເຄື່ອງ​ຈັກ ແລະ ເຮັດ​ໃຫ້​ເກີດ​ການ​ສູນ​ເສຍ​ການ​ຄວບ​ຄຸມ. ເມື່ອ​ລົງ​ຄ້ອຍ​ຊັນ​ແມ່ນ​ໃຫ້​ໃສ່​ເກຍ​ເຄື່ອງ​ຈັກ​ຢູ່​ສະ​ເໝີ. ຢ່າມອດ​ຈັກ​ແລ້ວ​ປ່ອຍ​ລົງ​ພູ (ສາ​ມາດ​ນຳ​ໃຊ້​ໄດ້​ພຽງ​ແຕ່​ໃນ​ເຄື່ອງ​ທີ່​ຂັບ​ເຄື່ອນ​ດ້ວຍ​ເກຍ​ເທົ່າ​ນັ້ນ).

    ປ່ອຍ​ພື້ນ​ຈັກ​ຕັດ​ຫຍ້າ​ຕ່ຳ​ລົງຈາກ​ຕຳ​ແໜ່ງ​ການ​ຂົນ​ສົ່ງ

    1. ໃຫ້​ແນ່​ໃຈ່​ວ່າ PTO ຢູ່​ໃນ​ຕຳ​ແໜ່ງປິດ, ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ສຳ​ລັບ​ພາ​ຫະ​ນະ​ລາກ​ແກ່​ຂອງ​ທ່ານ.

    2. ເຄື່ອນ​ຈັກ​ຕັດ​ຫຍ້າ​ໄປ​ບ່ອນ​ພຽງ​ທີ່ກວ້າງ​ພໍ​ເພື່ອ​ຄ້ຳ​ພື້ນ​ຈັກ​ຕັດ​ຫຍ້າ.

    3. ເບິ່ງ​ໃຫ້​ແນ່​ໃຈ​ວ່າ ບໍ່​ມີຜູ້​ຄົນ​ຢືນ​ຢູ່​ໃກ້ແລ້ວ.

    4. ເຄື່ອນ​ຕົວ​ຄວບ​ຄຸມ​ວົງ​ຈອນ​ສິ່ງ​ທີ່​ຕິດ​ມາ​ດ້ານ​ຫຼັງໄປ​ຕຳ​ແໜ່ງຍົກ​ຂຶ້ນ; ໃຫ້​ເບິ່ງຄູ່ມືຜູ້​ໃຊ້ສຳ​ລັບ​ພາ​ຫະ​ນະ​ລາກ​ແກ່​ຂອງ​ທ່ານ.

      ພື້ນ​ຈັກ​ຕັດ​ຫຍ້າ​ອາດ​ຈະ​ຍົກ​ຂຶ້ນ​ເລັກ​ນ້ອຍ ແລະ ຄວາມ​ດັນ​ໃນ​ລັອກ​ພື້ນ​ຫຼຸດ​ລົງ.

    5. ດຶງ​ເຊືອກ​ລັອກພື້ນຄ້າງ​ໄວ້ (ຮູບສະແດງ ).

      ລັອກ​ພື້ນ​ປ່ອຍ​ອອກ.

      artpending
    6. ເຄື່ອນ​ຕົວ​ຄວບ​ຄຸມ​ວົງ​ຈອນ​ສິ່ງ​ທີ່​ຕິດ​ມາ​ດ້ານ​ຫຼັງໄປ​ຕຳ​ແໜ່ງປ່ອຍຕ່ຳລົງ; ໃຫ້​ເບິ່ງຄູ່ມືຜູ້​ໃຊ້ສຳ​ລັບ​ພາ​ຫະ​ນະ​ລາກ​ແກ່​ຂອງ​ທ່ານ.

      ພື້ນ​ຈັກ​ຕັດ​ຫຍ້າ​ຕ່ຳ​ລົງ​ຫາ​ພື້ນດິນ (ຮູບສະແດງ ).

      artpending
    7. ເມື່ອ​ພື້ນ​ຕ່ຳ​ລົງ​ຫາ​ພື້ນດິນ​ຈົນ​ສຸດ, ປ່ອຍ​ເຊືອກ ແລະ ການ​ຄວບ​ຄຸມສິ່ງ​ທີ່​ຕິດ​ມານຳ.

    8. ເຄື່ອນ​ຕົວ​ຄວບ​ຄຸມ​ວົງ​ຈອນ​ສິ່ງ​ທີ່​ຕິດ​ມາ​ດ້ານ​ຫຼັງໄປ​ຕຳ​ແໜ່ງລອຍ​ຕົວ; ໃຫ້​ເບິ່ງຄູ່ມືຜູ້​ໃຊ້ສຳ​ລັບ​ພາ​ຫະ​ນະ​ລາກ​ແກ່​ຂອງ​ທ່ານ.

    ການ​ຍົກ​ພື້ນ​ຂຶ້ນ​ໃນ​ຂະ​ນະ​ທີ່​ຕັດ​ຫຍ້າ

    ໃຊ້​ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້​ເພື່ອ​ຍົກ​ພື້ນ​ຈັກ​ຕັດ​ຫຍ້າ​ຂຶ້ນ​ເລັກ​ນ້ອຍ​ເມື່ອ​ລ້ຽວ​ເຄື່ອງ​ຈັກ​ໄປ​ມາ​ຢູ່​ຕອນ​ທ້າຍ​ຂອງ​ການ​ຜ່ານຕັດ.

    ສຳ​ລັບ​ຄຳ​ແນະ​ນຳ​ໃນ​ການ​ໃຊ້​ການ​ຄວບ​ຄຸມ​ສິ່ງ​ທີ່​ຕິດ​ມາ​ດ້ານ​ຫຼັງ; ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ສຳ​ລັບ​ພາ​ຫະ​ນະ​ລາກ​ແກ່​ຂອງ​ທ່ານ.

    1. ເຄື່ອນ​ຕົວ​ຄວບ​ຄຸມ​ວົງ​ຈອນ​ສິ່ງ​ທີ່​ຕິດ​ມາ​ດ້ານ​ຫຼັງໄປ​ຕຳ​ແໜ່ງຍົກ​ຂຶ້ນ.

      ພື້ນ​ຍົກ​ຂຶ້ນ ແລະ ເຂັມ​ຂັດ​ຍົກ​ສຳ​ຜັດ​ຕຳ​ແໜ່ງ​ຢຸດ​ຂຶ້ນ​ບາງ​ສ່ວນ​ຂອງ​ລັອກ​ພື້ນ.

      Note: ຢ່າ​ດຶງເຊືອກ​ລັອກ​ພື້ນ.

      artpendingartpending
    2. ລ້ຽວ​ລົດ​ລາກ ແລະ ຈັດມັນ​ສຳ​ລັບ​ການ​ຜ່ານ​ຕັດ​ຄັ້ງ​ຕໍ່​ໄປ.

    3. ເຄື່ອນ​ຕົວ​ຄວບ​ຄຸມ​ວົງ​ຈອນ​ສິ່ງ​ທີ່​ຕິດ​ມາ​ດ້ານ​ຫຼັງໄປ​ຕຳ​ແໜ່ງປ່ອຍຕ່ຳລົງ.

    ຍົກພື້ນ​ຈັກ​ຕັດ​ຫຍ້າຂຶ້ນຫາຕຳ​ແໜ່ງ​ການ​ຂົນ​ສົ່ງ

    ສຳ​ລັບ​ຄຳ​ແນະ​ນຳ​ໃນ​ການ​ໃຊ້ PTO ແລະ ການ​ຄວບ​ຄຸມ​ສິ່ງ​ທີ່​ຕິດ​ມາ​ດ້ານ​ຫຼັງ; ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ສຳ​ລັບ​ພາ​ຫະ​ນະ​ລາກ​ແກ່​ຂອງ​ທ່ານ.

    Note: ຖ້າ​ລັອກ​ພື້ນ​ຈັກ​ຕັດ​ຫຍ້າ​ດ້ານ​ຫຼັງ​ບໍ່​ເກາະ​ໃສ່​ກັບ​ເຂັມ​ຂັດ​ພື້ນ, ປັບ​ລວງ​ສູງ​ຂອງ​ລັອກ​ພື້ນ. ໃຫ້​ເບິ່ງ .

    1. ເຄື່ອນ​ຈັກ​ຕັດ​ຫຍ້າ​ໄປ​ບ່ອນ​ພຽງ.

    2. ມອດ PTO.

    3. ດຶງ​ເຊືອກ​ລັອກພື້ນຄ້າງ​ໄວ້ (ຮູບສະແດງ ).

      artpending
    4. ເຄື່ອນ​ຕົວ​ຄວບ​ຄຸມ​ວົງ​ຈອນ​ສິ່ງ​ທີ່​ຕິດ​ມາ​ດ້ານ​ຫຼັງໄປ​ຕຳ​ແໜ່ງຍົກ​ຂຶ້ນ.

      ພື້ນ​ຈັກ​ຕັດ​ຫຍ້າຍົກ​ຂຶ້ນ​ຫາ​ຕຳ​ແໜ່ງການ​ຂົນ​ສົ່ງ (ຮູບສະແດງ ).

      artpending
    5. ເມື່ອ​ພື້ນຍົກ​ຂຶ້ນຈົນ​ສຸດ, ປ່ອຍ​ເຊືອກ ແລະ ການ​ຄວບ​ຄຸມສິ່ງ​ທີ່​ຕິດ​ມານຳ.

      ລັອກພື້ນເກາະ​ເຂົ້າ​ກັບ​ສະ​ຫຼັກ​ພື້ນ (ຮູບສະແດງ ).

      artpending
    6. ເຄື່ອນ​ຕົວ​ຄວບ​ຄຸມ​ວົງ​ຈອນ​ສິ່ງ​ທີ່​ຕິດ​ມາ​ດ້ານ​ຫຼັງໄປ​ຕຳ​ແໜ່ງປ່ອຍຕ່ຳລົງຈົນ​ກວ່າ​ລັອກ​ພື້ນ​ຄ້ຳ​ນ້ຳ​ໜັກ​ຂອງ​ພື້ນ.

    ການປັບຄວາມສູງຂອງການຕັດ

    1. ຖ້າຈັກ​ຕັດ​ຫຍ້າ​ຖືກ​ຕິດ​ຕັ້ງ​ໃສ່​ພາ​ຫະ​ນະ​ລາກ​ແກ່, ໃຫ້ປະ​ຕິ​ບັດ​ດັ່ງ​ຕໍ່​ໄປ​ນີ້:

      1. ໃຫ້​ແນ່​ໃຈ​ວ່າ​ປົດ PTO ແລ້ວ.

      2. ຖ້າ​ພື້ນ​ຈັກ​ຕັດ​ຫຍ້າ​ຢູ່​ໃນ​ຕຳ​ແໜ່ງ​ການ​ຂົນ​ສົ່ງ, ປ່ອຍ​ພື້ນ​ຕ່ຳ​ລົງ; ໃຫ້​ເບິ່ງ .

      3. ໃສ່ເບ​ຣກມື, ມອດ​ຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    2. ກຳ​ນົດຄວາມ​ສູງ​ທີ່​ທ່ານ​ຕ້ອງ​ການ​ຕັດ​ຫຍ້າ.

    3. ມາຍນັອດລັອກຕົວແມ່ 4 ນັອດທີ່ຍຶດຕົວ​ປັບລວງສູງຂອງການຕັດ 4 ຕົວ (ຮູບສະແດງ ) ຂອງ​ພື້ນ​ຈັກ​ຕັດ​ຫຍ້າ.

      artpendingartpending
    4. ການ​ເຮັດ​ວຽກ​ຢູ່ 1 ໃນ​ລູກ​ກິ້ງ​ຖານ, ປີ້ນ​ນັອດ​ກຽວ​ຕົວ​ປັບ​ເພື່ອ​ຍົກ​ຈັກ​ຕັດ​ຫຍ້າ​ຂຶ້ນ ຫຼື ປ່ອຍ​ຕ່ຳ​ລົງ​ຈົນ​ກວ່າ​ຕົວ​ຊີ້ບອກ​ຈັດ​ລຽງ​ກັບ​ລວງ​ສູງ​ການ​ຕັດ​ຫຍ້າ​ທີ່​ທ່ານ​ກຳ​ນົດ​ໄວ້​ໃນ​ຂັ້ນ​ຕອນ .

    5. ຮັດ​ນັອດ​ລັອກ​ຕົວ​ແມ່​ສຳ​ລັບ​ຕົວ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ 2 ຕົວ​ໃຫ້​ແໜ້ນ.

    6. ເຮັດ​ຊ້ຳ​ຄືນ​ຂັ້ນ​ຕອນ ແລະ ສຳ​ລັບ​ຕົວ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ​ຢູ່​ທີ່​ລູກ​ກິ້ງ​ອື່ນ.

    7. ເຮັດ​ຊ້ຳ​ຂັ້ນ​ຕອນ ຮອດ ສຳ​ລັບ​ພື້ນ​ອື່ນໆ.

    ການ​ລ້ຽວ​ກະ​ທັນ​ຫັນ

    1. ປ່ຽນ​ເກຍ​ພາ​ຫະ​ນະ​ລາກ​ແກ່​ໄປ​ເປັນເກຍ​ຕ່ຳ ຫຼື ຂອບ​ເຂດ​ຕ່ຳ.

    2. ຂັບ​ຂີ່​ເຄື່ອງ​ຈັກ​ຊ້າໆ, ບັນ​ຊາ​ພວງ​ມະ​ໄລ​ເພື່ອ​ລ້ຽວ​ກະ​ທັນ​ຫັນ.

      Important: ຢ່າ​ໃຫ້​ເກີນມູມ 75° ສູງ​ສຸດ​ຂອງພາ​ຫະ​ນະ​ລາກ​ແກ່ກັບ​ມູມ​ຈັກ​ຕັດ​ຫຍ້າ.

      artpending
    3. ເມື່ອ​ທ່ານ​ລ້ຽວ, ໃຫ້​ກວດ​ເບິ່ງ​ເພື່ອ​ຮັບ​ປະ​ກັນ​ໃຫ້​ມີ​ໄລ​ຍະ​ຫ່າງ​ລະ​ຫວ່າງ​ຢາງ​ຂອງ​ພາ​ຫະ​ນະ​ລາກ​ແກ່ ແລະ ສ່ວນ​ຕ່າງໆ​ຂອງ​ຈັກ​ຕັດ​ຫຍ້າ (ຮູບສະແດງ ).

      Note: ຖ້າ​ຢາງ​ຢູ່​ໃກ້​ກັບ​ຈັກ​ຕັດ​ຫຍ້າ​ຫຼາຍ​ເກີນ​ໄປ, ລ້ຽວ​ຫຼາຍ​ຂຶ້ນ​ເທື່ອ​ລະ​ນ້ອຍ.

      artpending

    ຫຼັງຈາກການປະຕິບັດງານ

    ຄວາມປອດໄພຫຼັງຈາກການປະຕິບັດງານ

    • ຈອດເຄື່ອງຈັກຢູ່ໃນບ່ອນ​ພຽງ​ໄດ້​ລະ​ດັບ, ໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນເຄື່ອນ​ໄຫວຢຸດກ່ອນ​ອອກ​ຈາກເຄື່ອງ​ຈັກ.

    • ຢ່າ​ຂຶ້ນ​ຢຽບ, ຂຶ້ນ​ເທິງ ຫຼື ຢູ່​ກ້ອງເພົາ​ຂັບ​ເຄື່ອນ.

    • ຢ່າ​ໃຊ້​ໂສ້​ຜູກ​ມັດ​ຂອງເກາະ​ປ້ອງ​ກັນເພົາ PTO ເພື່ອ​ຄ້ຳ​ເພົາ​ເມື່ອ​ຂົນ​ສົ່ງ ຫຼື ເກັບ​ຮັກ​ສາ​ຈັກ​ຕັດ​ຫຍ້າ.

    • ຢ່າປ່ອຍ​ເພົາ PTO ພັກໄວ້​ເທິງ​ພື້ນດິນ.

    • ຢ່າ​ປ່ອຍ​ເກາະ​ປ້ອງ​ກັນ​ເພົາ PTO ດຶງ​ອອກ​ຈາກ​ກັນ.

    • ຮັກສາອາໄຫຼ່ທຸກອັນຂອງເຄື່ອງຈັກໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ຫັນສ່ວນ​ປະ​ກອບຕ່າງໆໃຫ້ແໜ້ນ.

    • ປ່ຽນທຸກສະ​ຫຼາກ​ທີ່ຫຼຸ້ຍ​ຫ້ຽນ, ເປ່​ເພ ຫຼື ຫາຍໄປ.

    ທຳ​ຄວາມ​ສະ​ອາດ ແລະ ກວດ​ກາ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫຼັງຈາກການນຳໃຊ້ແຕ່ລະຄັ້ງ
  • ທຳ​ຄວາມ​ສະ​ອາດ ແລະ ການກວດ​ກາຈັກ​ຕັດຫຍ້າ.
  • ຍົກ​ພື້ນ​ຈັກ​ຕັດ​ຫຍ້າ​ຂຶ້ນ ແລະ ລ້າງ​ພວກ​ມັນ​ໃຫ້​ທົ່ວ.

    ຈຸດ​ຈຸກ​ມັດ

    artpending

    ການຂົນສົ່ງເຄື່ອງຈັກ

    Important: ຍົກພື້ນ​ຂຶ້ນ ແລະ ໃສ່​ສະ​ຫຼັກກ່ອນ​ເອົາ​ຈັກ​ຕັດ​ຫຍ້າ​ຂຶ້ນ ຫຼື ເອົາ​ລົງ​ຈາກ​ລົດບັນ​ທຸກ.

    • ໃຊ້ຄວາມ​ລະ​ມັດ​ລະ​ວັງ​ໃນ​ເວ​ລາ​ເອົາ​ເຄື່ອງ​ຈັກຂຶ້ນ ຫຼື ລົງ​ຈາກລົດພ່ວງ ຫຼື ລົດບັນທຸກ.

    • ໃຊ້ທາງລາດເຕັມຄວາມກ້ວາງສຳລັບການເອົາເຄື່ອງຈັກຂຶ້ນ​ໃສ່​ໃນລົດພ່ວງ ຫຼື ລົດບັນທຸກ.

    ໃຫ້​ເບິ່ງຄູ່​ມື​ຂອງ​ຜູ້​ໃຊ້ສຳ​ລັບ​ຄານ​ລາກ​ແກ່​ຂອງ​ທ່ານ ແລະ ພາ​ຫະ​ນະ​ລາກ​ແກ່​ຂອງ​ທ່ານ​ໃນ​ບ່ອນ​ຈຸກ​ຈຸດ​ມັດ​ຂອງ​ເຄື່ອງ​ຈັກ.

    1. ຂັບ​ຂີ່​ພາ​ຫະ​ນະ​ຂຶ້ນ​ທາງ​ເນີນ.

    2. ມອດຈັກ, ຖອດ​ກະ​ແຈ ແລະ ໃສ່ເບຣກມື.

    3. ປ່ອຍ​ກະ​ລິກ​ຕ່ຳ​ລົງ.

    4. ມັດ​ເຄື່ອງ​ຈັກ​ຢູ່​ໃກ້​ກົງ​ລໍ້​ດ້ວຍສາຍ​ຮັດ, ໄສ້ ຫຼື ສາຍເຄ​ເບິ້ນ.

      Note: ໃຫ້​ເບິ່ງ​ກົດ​ລະ​ບຽບ​ຂອງ​ທ້ອງ​ຖິ່ນ​ສຳ​ລັບ​ເງື່ອນ​ໄຂ​ກຳ​ນົດ​ຈຸກ​ມັດ.

    5. ຮັບ​ປະ​ກັນ​ອັນ​ໝູນ​ຢູ່​ລໍ້​ຂອງເຄື່ອງ​ຈັກ​ໃສ່​ພື້ນ​ຂອງ​ລົດ​ລາກ ຫຼື ລົດ​ບັນ​ທຸກ.

    6. ໃຫ້​ແນ່​ໃຈ​ວ່າ​ເພົາ​ຂັບ​ເຄື່ອນ PTO ຖືກ​ຕໍ່​ໃສ່​ກັບ​ພາ​ຫະ​ນະ​ລາກ​ແກ່ ຫຼື ຖືກ​ຍຶດ​ໃສ່​ຄານ​ລາກ​ແກ່​ຂອງ​ຈັກ​ຕັດ​ຫຍ້າ​ເປັນ​ຢ່າງ​ດີ.

    ການບຳລຸງຮັກສາ

    ຂໍ້ຄວນລະວັງ

    ຖ້າ​ທ່ານ​ປະ​ກະ​ແຈ​ໄວ້​ໃນ​ຢູ່​ໃນ​ສະ​ວິດ, ບາງ​ຄົນ​ສາ​ມາດ​ຕິດ​ຈັກ​ໄດ້​ໂດຍ​ບັງ​ເອີນ ແລະ ເຮັດ​ໃຫ້​ທ່ານ ຫຼື ຄົນ​ອື່ນ​ທີ່​ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້.

    ຖອດ​ກະ​ແຈ​ອອກ​ຈາກ​ສະ​ວິດ​ກ່ອນ​ທີ່​ທ່ານ​ຈະ​ດຳ​ເນີນ​ການ​ບຳ​ລຸງ​ຮັກ​ສາ​ໃດ​ໜຶ່ງ.

    ຄຳເຕືອນ

    ຖ້າ​ພື້ນ​ຈັກ​ຕັດ​ຫຍ້າ​ຖືກ​ຍົກ​ຂຶ້ນ, ແຕ່​ບໍ່​ໃສ່​ສະ​ຫຼັກ, ພື້ນ​ສາ​ມາດ​ຕົກ​ຕ່ຳ​ລົງ​ໂດຍ​ບໍ່​ຄາດ​ຄິດ ແລະ ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ຕໍ່​ທ່ານ ຫຼື ຄົນ​ອື່ນ​ຢືນ​ຢູ່​ໃກ້​ຢ່າງ​ສາ​ຫັດ​ໄດ້.

    ຍົກ​ພື້ນ​ທັງ​ໝົດ​ຂຶ້ນ​ຈົນ​ສຸດ ແລະ ໃຫ້​ແນ່​ໃຈ​ວ່າ​ເຂັມ​ຂັດ​ໃນ​ແຂນ​ຍົກ​ທັງ​ໝົດ​ເກາະ​ໃສ່​ກັບ​ສະ​ຫຼັກ.

    ຕາຕະລາງການບຳລຸງຮັກສາທີ່ແນະນຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 50 ຊົ່ວໂມງທໍາອິດ
  • ປ່ຽນນ້ຳ​ມັນ​ຫຼໍ່​ມື່ນເກຍເຄິ່ງ​ກາງ.
  • ປ່ຽນນ້ຳ​ມັນ​ຫຼໍ່​ມື່ນເກຍເຄິ່ງ​ກາງ.
  • ກວດເບິ່ງສາຍພານຈັກ​ຕັດ​ຫຍ້າ.
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງຄວາມດັນລົມຢາງ.
  • ກວດ​ເບິ່ງ​ເກາະ​ປ້ອງ​ກັນ PTO ແລະ​ເພົາ​ຂັບ​ເຄື່ອນ.
  • ໃສ່​ນ້ຳ​ມັນ​ກະ​ແລັດ​ຂໍ້​ຕໍ່​ຄວາມ​ໄວ​ຄົງ​ທີ່ສຳ​ລັບ​ເພົາ​ຂັບ​ເຄື່ອນ PTO.
  • ກວດເບິ່ງໃບ​ມີດຈັກ​ຕັດ​ຫຍ້າ.
  • ຫຼັງຈາກການນຳໃຊ້ແຕ່ລະຄັ້ງ
  • ທຳ​ຄວາມ​ສະ​ອາດ ແລະ ການກວດ​ກາຈັກ​ຕັດຫຍ້າ.
  • ທຸກໆ 50 ຊົ່ວໂມງ
  • ໃສ່​ກະ​ແລັດຂໍ້​ຕໍ່​ເພົາ​ຂັບ​ເຄື່ອນຊ້ອນ​ເຂົ້າ​ກັນ.
  • ໃສ່​ກະ​ແລັດຂໍ້​ຕໍ່ຕົວ U ເພົາ​ຂັບ​ເຄື່ອນ.
  • ໃສ່​ກະ​ແລັດຂໍ້​ຕໍ່ກັນເລື່ອນເພົາ​ຂັບ​ເຄື່ອນ.
  • ໃສ່​ນ້ຳ​ມັນ​ກະ​ແລັດ​ແຂນ​ຍົກ, ລູກ​ສູບ​ໄຮ​ໂດຼ​ລິກ, ສະ​ຫຼັກ ແລະ ເຫຼັກ​ກັນ​ກະ​ທົບ (ນອກ​ນັ້ນ, ໃຫ້ໃສ່​ນ້ຳ​ມັນ​ຫຼໍ່​ມື່ນຈັກ​ຕັດ​ຫຍ້າທັນ​ທີ​ຫຼັງ​ຈາກ​ການ​ລ້າງ​ແຕ່​ລະ​ຄັ້ງ).
  • ໃສ່​ນ້ຳ​ມັນ​ກະ​ແລັດແກນ​ໝູນ.
  • ໃສ່​ກະ​ແລັດ​ຕົວເຄັ່ງ​ສາຍ​ພານ.
  • ໃສ່​ກະ​ແລັດລູກ​ກິ້ງ​ພື້ນ (ນອກ​ນັ້ນ, ໃຫ້ໃສ່​ນ້ຳ​ມັນ​ຫຼໍ່​ມື່ນລູກ​ກິ້ງທັນ​ທີ​ຫຼັງ​ຈາກ​ການ​ລ້າງ​ແຕ່​ລະ​ຄັ້ງ).
  • ກວດເບິ່ງລະດັບນ້ຳມັນກະ​ປຸກ​ເກຍ.
  • ທຸກໆ 500 ຊົ່ວໂມງ
  • ກວດ​ກາ​ກະ​ປຸກ​ເກຍ ແລະ ລູກ​ບີ່​ແກນ​ໝູນ.ປ່ຽນ​ກະ​ປຸກ​ເກຍ ແລະ ລູກ​ບີ່ແກນ​ໝູນ​ທີ່ຫ້ຽນ ຫຼື ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຕາມ​ທີ່​ຈຳ​ເປັນ.
  • ກ່ອນການເກັບຮັກສາ
  • ປະ​ຕິ​ບັດ​ທຸກຂັ້ນ​ຕອນ​ດຳ​ເນີນການ​ບຳ​ລຸງ​ຮັກ​ສາ 50 ຊົ່ວ​ໂມງ.
  • ເອົາຂີ້​ເຫຍື້ອທັງ​ໝົດ​ອອກ.
  • ກວດ​ກາ​ລູກ​ບີ່​ລູກ​ກິ້ງ.ປ່ຽນ​ລູກບີ່​ລູກ​ກິ້ງ​ທີ່​ຫ້ຽນ ຫຼື ເປ່​ເພຕາມ​ທີ່​ຈຳ​ເປັນ.
  • ທາ​ສີ​ໃສ່​ພື້ນ​ຜິວ​ບ່ອນ​ລອກອອກ.
  • ປະຈຳປີ
  • ປ່ຽນນ້ຳ​ມັນ​ຫຼໍ່​ມື່ນເກຍເຄິ່ງ​ກາງ.
  • ປ່ຽນນ້ຳ​ມັນ​ຫຼໍ່​ມື່ນເກຍເຄິ່ງ​ກາງ.
  • ກວດ​ເບິ່ງ​ສະ​ຫຼັກເພົາ PTO ສຳ​ລັບສັນ​ຍານ​ຂອງ​ຄວາມ​ຫ້ຽນ.
  • ກວດ​ເບິ່ງ​ຄານ​ລາກ​ສຳ​ລັບ​ສັນ​ຍານ​ຂອງ​ຄວາມ​ຫ້ຽນ.
  • ການ​ຍົກ​ຈັກ​ຕັດ​ຫຍ້າ

    1. ຍົກ​ຈັກ​ຕັດ​ຫຍ້າ​ຂຶ້ນ​ຢູ່​ເຄິ່ງ​ແກນ​ໝູນ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

      artpending
    2. ໃຊ້ກະລິກເພື່ອຄ້ຳຈັກ​ຕັດ​ຫຍ້າ.

    ການ​ເຂົ້າ​ເຖິງພື້ນ​ຈັກ​ຕັດ​ຫຍ້າ

    ກາ​ນເອົາຝາປົກ​ພື້ນອອກ

    1. ປ່ອຍ​ສະ​ຫຼັກ 3 ຕົວ​ທີ່​ຍຶດຝາ​ປົກ​ຂອງ​ພື້ນ​ຈັກ​ຕັດ​ຫຍ້າ (ຮູບສະແດງ ).

      artpending
    2. ມາຍ​ລູກ​ບິດ ຫຼື ນັອດ​ຕົວ​ຜູ້ (ພື້ນ​ຈັກ​ຕັດ​ຫຍ້າ CE) ທີ່​ຍຶດ​ຝາ​ປົກ​ຂອງ​ພື້ນ​ຈັກ​ຕັດ​ຫຍ້າ​ໃສ່​ພື້ນ​ຈັກ​ຕັດ​ຫຍ້າ (ຮູບສະແດງ ).

    3. ຍົກ ແລະ ເອົາ​ຝາ​ປົກ​ອອກ​ຈາກ​ພື້ນ.

    4. ເຮັດຊ້ຳຂັ້ນຕອນ ແລະ ສຳ​ລັບ​ຝາ​ປົກ​ອື່ນ (ຮູບສະແດງ ).

    ກາ​ນຕິດ​ຕັ້ງຝາປົກ​ພື້ນ

    1. ຈັດ​ລຽງ​ສະ​ຫຼັກ​ຂອງຝາ​ພື້ນ​ຈັກ​ຕັດ​ຫຍ້າກັບ​ຮູ​ຢູ່​ໃນ​ພື້ນ​ຈັກ​ຕັດ​ຫຍ້າ (ຮູບສະແດງ ).

      artpending
    2. ປະ​ກອບ​ຝາ​ປົກ​ພື້ນ​ໃສ່​ພື້ນ​ຈັກ​ຕັດ​ຫຍ້າ (ຮູບສະແດງ ).

    3. ຮັດ​ຝາ​ປົກ​ໃຫ້​ແໜ້ນ (ຮູບສະແດງ ) ດັ່ງ​ຕໍ່​ໄປ​ນີ້:

      • ບໍ່​ແມ່ນ​ຈັກ​ຕັດ​ຫຍ້າ CE: ເຮັດ​ກຽວລູກ​ບິດ​ຜ່ານ​ຝາ​ປົກ ແລະ ເຂົ້າ​ໄປ​ສູ່​ພື້ນ​ຈັກ​ຕັດ​ຫຍ້າ ແລະ ຮັດ​ລູກ​ບິດ​ໃຫ້​ແໜ້ນ.

      • ຈັກ​ຕັດ​ຫຍ້າ CE: ເຮັດ​ກຽວນັອດ​ຕົວ​ຜູ້ເຂົ້າ​ໄປ​ສູ່​ພື້ນ​ຈັກ​ຕັດ​ຫຍ້າ ແລະ ຮັດ​ນັອດ​ຕົວ​ຜູ້ໃຫ້​ແໜ້ນ.

    4. ຍຶດ​ສະ​ຫຼັກ 3 ຕົວ​ຂອງ​ຝາ​ປົກ​ໃສ່​ພື້ນ​ຈັກ​ຕັດ​ຫຍ້າ (ຮູບສະແດງ ).

    5. ເຮັດ​ຊ້ຳ​ຄືນ​ຂັ້ນ​ຕອນ ຮອດ ສຳ​ລັບ​ຝາ​ປົກ​ອື່ນໆ​ທີ່​ທ່ານ​ເອົາ​ອອກ (ຮູບສະແດງ ).

    ການ​ຫຼໍ່​ລື່ນ

    ຂໍ້​ມູນ​ຈຳ​ເພາະກະ​ແລັດ

    ກະ​ແລັດ​ພື້ນ​ຖານ​ລີ​ທຽມ​ເບີ 2

    ໃສ່​ນ້ຳ​ມັນ​ກະ​ແລັດຂໍ້​ຕໍ່​ຄວາມ​ໄວ​ຄົງ​ທີ່ເພົາ PTO

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ໃສ່​ນ້ຳ​ມັນ​ກະ​ແລັດ​ຂໍ້​ຕໍ່​ຄວາມ​ໄວ​ຄົງ​ທີ່ສຳ​ລັບ​ເພົາ​ຂັບ​ເຄື່ອນ PTO.
  • ນຳ​ໃຊ້​ກະ​ແລັດ​ທີ່​ລະ​ບຸ​ໄວ້​ໃສ່​ຂໍ້​ຕໍ່​ກະ​ແລັດ 3 ຕົວ​ຢູ່​ທີ່​ປາຍ​ດ້ານ​ໜ້າ​ຂອງ​ເພົາ​ຂັບ​ເຄື່ອນ PTO (ຮູບສະແດງ ).

    artpendingartpending

    ການ​ໃສ່​ກະ​ແລັດຂໍ້​ຕໍ່​ເພົາ​ຂັບ​ເຄື່ອນຊ້ອນ​ເຂົ້າ​ກັນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ໃສ່​ກະ​ແລັດຂໍ້​ຕໍ່​ເພົາ​ຂັບ​ເຄື່ອນຊ້ອນ​ເຂົ້າ​ກັນ.
    1. ຂະ​ຫຍາຍ​ເພົາ​ຂັບ​ເຄື່ອນ PTO ບາງ​ສ່ວນ​ເພື່ອ​ເຂົ້າ​ເຖິງ​ຂໍ້​ຕໍ່​ກະ​ແລັດ​ຢູ່​ໃກ້​ເຄິ່ງ​ກາງ​ຂອງ​ຝາ​ປົກ​ເພົາ​ຂັບ​ເຄື່ອນ​ໃນ​ກະ​ດານ (ຮູບສະແດງ ).

      artpendingartpending
    2. ນຳ​ໃຊ້ກະ​ແລັດ​ໃສ່ຂໍ້​ຕໍ່ກະ​ແລັດ 4 ຕົວສຳ​ລັບ​ຂໍ້​ຕໍ່​ເພົາ​ຂັບ​ເຄື່ອນຊ້ອນ​ເຂົ້າ​ກັນ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    ການ​ໃສ່​ກະ​ແລັດຂໍ້​ຕໍ່ຕົວ U ເພົາ​ຂັບ​ເຄື່ອນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ໃສ່​ກະ​ແລັດຂໍ້​ຕໍ່ຕົວ U ເພົາ​ຂັບ​ເຄື່ອນ.
  • ນຳ​ໃຊ້ກະ​ແລັດສະ​ເພາະ​ໃສ່ຂໍ້​ຕໍ່ 7 ຕົວສຳ​ລັບ​ຂໍ້​ຕໍ່ຕົວ U ເພົາ​ຂັບ​ເຄື່ອນດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    artpendingartpending

    ການ​ໃສ່​ກະ​ແລັດຂໍ້​ຕໍ່ກັນເລື່ອນເພົາ​ຂັບ​ເຄື່ອນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ໃສ່​ກະ​ແລັດຂໍ້​ຕໍ່ກັນເລື່ອນເພົາ​ຂັບ​ເຄື່ອນ.
  • ນຳ​ໃຊ້ກະ​ແລັດສະ​ເພາະ​ໃສ່ຂໍ້​ຕໍ່ກະ​ແລັດ 6 ຕົວສຳ​ລັບ​ຂໍ້​ຕໍ່ກັນ​ເລື່ອນເພົາ​ຂັບ​ເຄື່ອນດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    artpendingartpending

    ການ​ໃສ່​ນ້ຳ​ມັນ​ກະ​ແລັດ​ແຂນ​ຍົກ, ລູກ​ສູບ​ໄຮ​ໂດຼ​ລິກ, ສະ​ຫຼັກ ແລະ ເຫຼັກ​ກັນ​ກະ​ທົບ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ໃສ່​ນ້ຳ​ມັນ​ກະ​ແລັດ​ແຂນ​ຍົກ, ລູກ​ສູບ​ໄຮ​ໂດຼ​ລິກ, ສະ​ຫຼັກ ແລະ ເຫຼັກ​ກັນ​ກະ​ທົບ (ນອກ​ນັ້ນ, ໃຫ້ໃສ່​ນ້ຳ​ມັນ​ຫຼໍ່​ມື່ນຈັກ​ຕັດ​ຫຍ້າທັນ​ທີ​ຫຼັງ​ຈາກ​ການ​ລ້າງ​ແຕ່​ລະ​ຄັ້ງ).
    • ນຳ​ໃຊ້ນ້ຳ​ມັນ​ກະ​ແລັດ​ສະ​ເພາະ​ໃສ່​ແຂນ​ຍົກ, ລູກ​ສູບ​ໄຮ​ໂດຼ​ລິກ ແລະ ເຫຼັກ​ກັນ​ກະ​ທົບ​ຂອງ​ພື້ນ​ຈັກ​ຕັດຫຍ້າ​ເບື້ອງ​ຊ້າຍ ແລະ ຂວາ (ຮູບສະແດງ ).

      artpending
    • ນຳ​ໃຊ້ນ້ຳ​ມັນ​ກະ​ແລັດໃສ່​ແຂນ​ຍົກ ແລະ ລູກ​ສູບ​ໄຮ​ໂດຼ​ລິກ ແລະ ເຫຼັກ​ກັນ​ກະ​ທົບ​ຂອງ​ພື້ນ​ຈັກ​ຕັດຫຍ້າບ່ອນເຄິ່ງ​ກາງ (ຮູບສະແດງ ).

      artpending

    ການໃສ່​ນ້ຳ​ມັນ​ກະ​ແລັດແກນ​ໝູນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ໃສ່​ນ້ຳ​ມັນ​ກະ​ແລັດແກນ​ໝູນ.
  • ນຳ​ໃຊ້​ກະ​ແລັດ​ທີ່​ລະ​ບຸ​ໄວ້​ໃສ່​ຂໍ້​ຕໍ່​ກະ​ແລັດຢູ່​ທີ່​ແກນ​ໝູນ 3 ຕົວ​ຢູ່​ພື້ນ​ຈັກ​ຕັດ​ຫຍ້າ​ແຕ່​ລະ​ອັນ (ຮູບສະແດງ ).

    artpending

    ການ​ໃສ່​ກະ​ແລັດ​ຕົວເຄັ່ງ​ສາຍ​ພານ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ໃສ່​ກະ​ແລັດ​ຕົວເຄັ່ງ​ສາຍ​ພານ.
  • ນຳ​ໃຊ້​ກະ​ແລັດ​ທີ່​ລະ​ບຸ​ໄວ້​ໃສ່​ຂໍ້​ຕໍ່​ກະ​ແລັດຢູ່​ທີ່ຕົວ​ເຄັ່ງ​ສາຍ​ພານ 2 ຕົວຂອງພື້ນ​ຈັກ​ຕັດ​ຫຍ້າ​ແຕ່​ລະ​ອັນ.

    artpending

    ການ​ໃສ່​ກະ​ແລັດລູກ​ກິ້ງ​ພື້ນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ໃສ່​ກະ​ແລັດລູກ​ກິ້ງ​ພື້ນ (ນອກ​ນັ້ນ, ໃຫ້ໃສ່​ນ້ຳ​ມັນ​ຫຼໍ່​ມື່ນລູກ​ກິ້ງທັນ​ທີ​ຫຼັງ​ຈາກ​ການ​ລ້າງ​ແຕ່​ລະ​ຄັ້ງ).
    1. ນຳ​ໃຊ້​ກະ​ແລັດ​ທີ່​ລະ​ບຸ​ໄວ້​ໃສ່ລູກ​ບີ່​ລູກ​ກິ້ງ​ຢູ່​ດ້ານ​ຊ້າຍ​ຂອງ​ພື້ນ (ຮູບສະແດງ ).

      artpending
    2. ໃສ່​ກະ​ແລັດລູກ​ບີ່ລູກ​ກິ້ງ​ພື້ນຢູ່​ດ້ານ​ຂວາ​ຂອງ​ພື້ນ (ຮູບສະແດງ ).

    3. ເຮັດ​ຊ້ຳ​ຄືນ​ຂັ້ນ​ຕອນ ແລະ ສຳ​ລັບລູກ​ກິ້ງ​ພື້ນ​ຢູ່ທີ່​ລູກ​ກິ້ງ​ອື່ນ.

    ການ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາກະ​ປຸກ​ເກຍ

    ວັດ​ສະ​ດຸ​ທີ່​ສະ​ໜອງ​ໃຫ້​ລູກ​ຄ້າ: ສານ​ອັດ​ກຽວ PTFE ແລະ ປ້ຳ​ມື​ຂະ​ໜາດ​ນ້ອຍ.

    ຂໍ້ມູນຈຳເພາະ​ຂອງ​ນ້ຳ​ມັນ​ກະ​ປຸກ​ເກຍ

    • ນ້ຳ​ມັນ​ລົດລາກພ​ຣີ​ມ້ຽມ​ຂອງ Toro

    • Mobilfluid™ ນ້ຳ​ມັນ​ໄຮ​ໂດຼ​ລິກລົດລາກ 424

    ການກວດເບິ່ງລະດັບນ້ຳມັນກະ​ປຸກ​ເກຍ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ກວດເບິ່ງລະດັບນ້ຳມັນກະ​ປຸກ​ເກຍ.
    1. ຖອດ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ອອກ​ຈາກ​ຊ່ອງ​ໃສ່​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ຢູ່​ດ້ານ​ເທິງ​ຂອງ​ກະ​ປຸກ​ເກຍ​ເຄິ່ງ​ກາງ (ຮູບສະແດງ ຫຼື ຮູບສະແດງ ).

      artpending
      artpending
    2. ກວດ​ເບິ່ງ​ລະ​ດັບ​ນ້ຳ​ມັນ​ຊີ້ບອກ​ຢູ່​ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ (ຮູບສະແດງ ຫຼື ຮູບສະແດງ ).

      ລະ​ດັບ​ຂອງ​ນ້ຳ​ມັນ​ຄວນ​ຊີ້ບອກ​ລະ​ຫວ່າງ​ຂີດ​ໝາຍ​ເຕັມ ແລະ ເຕີມ​ຂອງ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.

      Note: ເຕີມ​ນ້ຳ​ມັນ​ຫຼໍ່​ມື່ນ​ຕາມ​ທີ່​ຈຳ​ເປັນ​ເພື່ອ​ຍົກ​ລະ​ດັບ​ລະ​ຫວ່າງ​ຂີດ​ໝາຍ​ເຕັມ ແລະ ເຕີມ, ໃຫ້​ເບິ່ງ ຫຼື .

    3. ທຳ​ຄວາມ​ສະ​ອາດ​ກຽວ​ຂອງ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ ແລະ ດອນ​ອັດບ່ອນ​ເຕີມ ແລະ ນຳ​ໃຊ້​ສານ​ອັດ​ກຽວ PTFE ໃສ່​ກຽວ.

    4. ບິດ​ກຽວ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ເຂົ້າ​ໄປ​ໃນ​ຊ່ອງ​ເຕີມ ແລະ ຮັດ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ໃຫ້​ແໜ້ນ (ຮູບສະແດງ ຫຼື ຮູບສະແດງ ).

    5. ເຮັດ​ຊ້ຳ​ຂັ້ນ​ຕອນ ຮອດ ສຳ​ລັບກະ​ປຸກ​ເກຍພື້ນ.

    ການ​ປ່ຽນ​ນ້ຳ​ມັນ​ຫຼໍ່​ມື່ນ​ກະ​ປຸກ​ເກຍ​ເຄິ່ງ​ກາງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 50 ຊົ່ວໂມງທໍາອິດ
  • ປ່ຽນນ້ຳ​ມັນ​ຫຼໍ່​ມື່ນເກຍເຄິ່ງ​ກາງ.
  • ປະຈຳປີ
  • ປ່ຽນນ້ຳ​ມັນ​ຫຼໍ່​ມື່ນເກຍເຄິ່ງ​ກາງ.
  • ການລະ​ບາຍກະ​ປຸກ​ເກຍ​ເຄິ່ງ​ກາງ

    artpending
    1. ການ​ເຮັດ​ວຽກ​ຜ່ານ​ຮູ​ເຂົ້າ​ເຖິງ​ຢູ່​ທີ່​ແຜ່ນ​ຂອບ​ພື້ນ​ຂອງ​ຈັກ​ຕັດ​ຫຍ້າ, ຈັດ​ວາງ​ຖາດ​ຮອງ​ລະ​ບາຍ​ຢູ່​ກ້ອງ​ຮູ (ຮູບສະແດງ ).

      artpending
    2. ເອົາ​ດອນ​ອັດ​ການ​ລະ​ບາຍ​ເຕົ້າ​ອອກ​ຈາກ​ຊ່ອງ​ລະ​ບາຍ​ຂອງ​ກະ​ປຸກ​ເກຍ​ເຄິ່ງ​ກາງ ແລະ ປ່ອຍ​ໃຫ້​ນ້ຳ​ມັນ​ຫຼໍ່​ມື່ນ​ລະ​ບາຍ​ອອກ​ໝົດ (ຮູບສະແດງ ).

    3. ທຳ​ຄວາມ​ສະ​ອາດກຽວດອນ​ອັດລະ​ບາຍ ແລະ ນຳ​ໃຊ້​ສານ​ອັດ​ກຽວ PTFE ໃສ່​ກຽວ.

    4. ປະ​ກອບດອນ​ອັດ​ລະ​ບາຍ​ໃສ່​ຊ່ອງ​ລະ​ບາຍ ແລະ ຮັດ​ດອນ​ອັດ​ໃຫ້​ແໜ້ນ.

    ການ​ເຕີມ​ນ້ຳ​ມັນ​ໃສ່ກະ​ປຸກ​ເກຍ​ເຄິ່ງ​ກາງ

    ຄວາມ​ຈຸ​ຂອງຂອງ​ແຫຼວ​ໃນ​ກະ​ປຸກ​ເກຍສ່ວນ​ກາງ: 2,48 ​ລ (84 ອອນ​ຂອງ​ແຫຼວ)

    1. ຖອດ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ອອກ​ຈາກ​ຊ່ອງ​ໃສ່​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ຢູ່​ດ້ານ​ເທິງ​ຂອງ​ກະ​ປຸກ​ເກຍ​ເຄິ່ງ​ກາງ ແລະ ທຳ​ຄວາມ​ສະ​ອາດ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ (ຮູບສະແດງ ).

      artpending
    2. ເອົາ​ດອນ​ອັດ​ບ່ອນ​ເຕີມ​ອອກຈາກ​ຊ່ອງເຕີມຢູ່​ດ້ານ​ເທິງ​ຂອງ​ກະ​ປຸກ​ເກຍ (ຮູບສະແດງ ).

    3. ເຕີມ​ນ້ຳ​ມັນ​ຫຼໍ່​ລື່ນ​ກະ​ປຸກ​ເກຍ​ທີ່​ລະ​ບຸ 2,48 ​ລ (84 ອອນ​ຂອງ​ແຫຼວ) ໃສ່​ກະ​ປຸກ​ເກຍ​ຜ່ານ​ຊ່ອງ​ເຕີມ (ຮູບສະແດງ ).

    4. ບິດ​ກຽວ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ເຂົ້າ​ໄປ​ໃນ​ຊ່ອງ, ເອົາ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ອອກ ແລະ ກວດ​ເບິ່ງ​ລະ​ດັບ​ນ້ຳ​ມັນ​ຫຼໍ່​ມື່ນ (ຮູບສະແດງ ).

      ລະ​ດັບ​ຂອງ​ນ້ຳ​ມັນ​ຄວນ​ຊີ້ບອກ​ລະ​ຫວ່າງ​ຂີດ​ໝາຍ​ເຕັມ ແລະ ເຕີມ​ຂອງ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.

      Note: ເຕີມ​ນ້ຳ​ມັນ​ຫຼໍ່​ມື່ນ​ຕາມ​ທີ່​ຈຳ​ເປັນ​ເພື່ອ​ຍົກ​ລະ​ດັບ​ລະ​ຫວ່າງ​ຂີດ​ໝາຍ​ເຕັມ ແລະ ເຕີມ.

    5. ທຳ​ຄວາມ​ສະ​ອາດ​ກຽວ​ຂອງ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ ແລະ ດອນ​ອັດບ່ອນ​ເຕີມ ແລະ ນຳ​ໃຊ້​ສານ​ອັດ​ກຽວ PTFE ໃສ່​ກຽວ.

    6. ບິດ​ກຽວ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ເຂົ້າ​ໄປ​ໃນ​ຊ່ອງ​ເຕີມ ແລະ ຮັດ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ໃຫ້​ແໜ້ນ (ຮູບສະແດງ ).

    7. ປະ​ກອບດອນ​ອັດເຕີມ​ໃສ່​ຊ່ອງເຕີມ ແລະ ຮັດ​ດອນ​ອັດ​ໃຫ້​ແໜ້ນ (ຮູບສະແດງ ).

    ການ​ປ່ຽນ​ນ້ຳ​ມັນ​ຫຼໍ່​ມື່ນ​ກະ​ປຸກ​ເກຍ​ພື້ນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 50 ຊົ່ວໂມງທໍາອິດ
  • ປ່ຽນນ້ຳ​ມັນ​ຫຼໍ່​ມື່ນເກຍເຄິ່ງ​ກາງ.
  • ປະຈຳປີ
  • ປ່ຽນນ້ຳ​ມັນ​ຫຼໍ່​ມື່ນເກຍເຄິ່ງ​ກາງ.
  • ການ​ເຮັດ​ໃຫ້​ກະ​ປຸກ​ເກຍ​ພື້ນຫວ່າງ​ເປົ່າ

    1. ເອົາ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ອອກ​ຈາກ​ດ້ານ​ເທິງ​ຂອງ​ກະ​ປຸກ​ເກຍ (ຮູບສະແດງ ).

      artpending
    2. ຜ່ານ​ຊ່ອງ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ, ໃຊ້ປ້ຳ​ດູດດ​ເພື່ອ​ເອົາ​ຂອງ​ແຫຼວ​ອອກ​ຈາກ​ກະ​ປຸກເກຍ (ຮູບສະແດງ ).

    3. ເຮັດຊ້ຳຂັ້ນຕອນ ແລະ ສຳລັບກະ​ປຸກ​ເກຍ​ພື້ນ.

    ການເຕີມ​ນ້ຳ​ມັນ​ໃສ່ກະ​ປຸກ​ເກຍ​ພື້ນ

    ຄວາມ​ຈຸ​ຂອງ​ກະ​ປຸກ​ເກຍພື້ນ: 1,06 ​ລ (36 ອອນ​ຂອງ​ແຫຼວ)

    1. ເຕີມ​ນ້ຳ​ມັນ​ຫຼໍ່​ມື່ນ​ກະ​ປຸກ​ເກຍ​ທີ່​ລະ​ບຸ 1,06 ​ລ (36 ອອນ​ຂອງ​ແຫຼວ) ໃສ່​ກະ​ປຸກ​ເກຍ​ຜ່ານ​ຊ່ອງ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ (ຮູບສະແດງ ).

      artpending
    2. ບິດ​ກຽວ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ເຂົ້າ​ໄປ​ໃນ​ຊ່ອງ, ເອົາ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ອອກ ແລະ ກວດ​ເບິ່ງ​ລະ​ດັບ​ນ້ຳ​ມັນ​ຫຼໍ່​ມື່ນ (ຮູບສະແດງ ).

      ລະ​ດັບ​ຂອງ​ນ້ຳ​ມັນ​ຄວນ​ຊີ້ບອກ​ລະ​ຫວ່າງ​ຂີດ​ໝາຍ​ເຕັມ ແລະ ເຕີມ​ຂອງ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.

      Note: ເຕີມ​ນ້ຳ​ມັນ​ຫຼໍ່​ມື່ນ​ຕາມ​ທີ່​ຈຳ​ເປັນ​ເພື່ອ​ຍົກ​ລະ​ດັບ​ລະ​ຫວ່າງ​ຂີດ​ໝາຍ​ເຕັມ ແລະ ເຕີມ.

    3. ທຳ​ຄວາມ​ສະ​ອາດເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ ແລະ ນຳ​ໃຊ້​ສານ​ອັດ​ກຽວ PTFE ໃສ່​ກຽວ.

    4. ບິດ​ກຽວ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ເຂົ້າ​ໄປ​ໃນ​ຊ່ອງ​ເຕີມ ແລະ ຮັດ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ໃຫ້​ແໜ້ນ (ຮູບສະແດງ ).

    5. ເຮັດຊ້ຳຂັ້ນຕອນຕ່າງໆ ແລະ ຮອດ ສຳລັບກະ​ປຸກ​ເກຍ​ພື້ນ.

    ການກວດເບິ່ງສາຍພານຈັກ​ຕັດ​ຫຍ້າ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 50 ຊົ່ວໂມງທໍາອິດ
  • ກວດເບິ່ງສາຍພານຈັກ​ຕັດ​ຫຍ້າ.
  • ສາຍ​ພານ​ຂັບ​ເຄື່ອນ​ໃບ​ມີດ​ທີ່​ເຄັ່ງ​ໂດຍໝາກ​ລໍ້​ຕົວ​ຢູ່​ເສີຍໆມີ​ສະປິງ​ແມ່ນ​ມີ​ຄວາມ​ທົນ​ທານ. ເຖິງ​ແນວ​ໃດ​ກໍ​ຕາມ, ຫຼັງ​ຈາກ​ທີ່​ໄດ້​ນຳ​ໃຊ້​ຫຼາຍ​ຊົ່ວ​ໂມງ, ບັນ​ດາສາຍ​ພານ​ຈະ​ສະ​ແດງ​ສັນ​ຍານ​ຂອງ​ການ​ຫ້ຽນ. ສັນ​ຍານ​ຂອງ​ສາຍ​ພານ​ຫ້ຽນລວມ​ມີ​ສຽງ​ອີດໆ​ໃນ​ເວ​ລາ​ສາຍ​ພານ​ກຳ​ລັງ​ໝູນ, ໃບ​ມີດຈັກ​ຕັດ​ຫຍ້າ​ຖະ​ໄຫຼ​ໄປ​ໃນ​ເວ​ລາ​ຕັດ​ຫຍ້າ, ສາຍ​ພານ​ມີຄົມ​ລຸ່ຍ, ສາຍ​ພານ​ມີຮອຍ​ໄໝ້ ແລະ ແຕກ ແລະ ຄຸນ​ນະ​ພາບ​ຂອງ​ຮອຍ​ຕັດ​ບໍ່​ດີ. ປ່ຽນສາຍພານ, ຖ້າທ່ານ​ສັງ​ເກດ​ເຫັນໜຶ່ງ​ໃນ​ສະ​ພາບ​ເຫຼົ່າ​ນີ້.

    artpending
    1. ເອົາຝາ​ປົກ​ພື້ນອອກ, ໃຫ້​ເບິ່ງ .

    2. ກວດເບິ່ງສາຍ​ພານ​ສັ້ນ ແລະ ຍາວວ່າ​ມີຮ່ອງຮອຍ​ຄວາມ​ເສຍ​ຫາຍ ຫຼື ການຫຼຸ້ຍ​ຫ້ຽນ​ເກີນ​ໄປຫຼືບໍ່.

      ປ່ຽນ​ສາຍ​ພານທີ່​ເສຍ​ຫາຍ ຫຼື ຫຼຸ້ຍ​ຫ້ຽນ .

    3. ຕິດ​ຕັ້ງຝາ​ປົກ​ພື້ນ, ໃຫ້​ເບິ່ງ .

    ການປ່ຽນສາຍພານຈັກ​ຕັດ​ຫຍ້າ

    Note: ທ່ານ​ຕ້ອງ​ເອົາ​ສາຍ​ພານ​ຍາວ​ອອກ​ເພື່ອ​ປ່ຽນ​ສາຍ​ພານ​ສັ້ນ.

    ການເອົາສາຍພານຍາວອອກ

    1. ເອົາຝາ​ປົກສາຍ​ພານອອກ, ໃຫ້​ເບິ່ງ

    2. ໃຊ້ເຫຼັກ​ບິດ​ກະ​ແຈ​ກຽວ ຫຼື ເຄື່ອງ​ມື​ຄ້າຍ​ຄື​ກັນ​ເພື່ອ​ໝູນ​ຕົວ​ເຄັ່ງ​ສາຍ​ພານ​ສຳ​ລັບ​ສາຍ​ພານ​ຍາວ​ໄປ​ຕາມ​ທິດ​ທວນ​ເຂັມ​ໂມງ ແລະ ເຮັດ​ໃຫ້​ສາຍ​ພານ​ຖະ​ໄຫຼ​ຕົກ​ອອກ​ຈາກ​ໝາກ​ລໍ້​ຕົວ​ເຄັ່ງ (ຮູບສະແດງ ).

      artpending
    3. ເຮັດ​ໃຫ້​ສາຍ​ພານ​ຍາວ​ຖະ​ໄຫຼ​ຕົກ​ອອກ​ຈາກ​ໝາກ​ລໍ້​ຂັບ​ເຄື່ອນ, ໝາກ​ລໍ້​ແກນ​ໝູນ​ເຄິ່ງ​ກາງ ແລະ ໝາກ​ລໍ້​ແກນ​ໝູນເບື້ອງ​ຂວາ (ຮູບສະແດງ ).

    4. ເອົາສາຍ​ພານ​ອອກ​ຈາກເຄື່ອງ​ຕັດ​ຫຍ້າ.

      Note: ທ່ານ​ຈຳ​ເປັນ​ຕ້ອງ​ໝູນ​ສາຍ​ພານ​ໃນ​ຂະ​ນະ​ທີ່​ກຳ​ລັງ​ເອົາ​ມັນ​ອອກ​ຈາກ​ໝາກ​ລໍ້​ແກນ​ໝູນ​ເຄິ່ງ​ກາງ.

    ການເອົາສາຍພານສັ້ນອອກ

    1. ເອົາຝາ​ປົກສາຍ​ພານອອກ, ໃຫ້​ເບິ່ງ .

    2. ຖ້າ​ຕິດ​ຕັ້ງ​ແລ້ວ, ເອົາ​ສາຍ​ພານ​ຍາວ​ອອກ; ໃຫ້​ເບິ່ງ .

    3. ໃຊ້ເຫຼັກ​ບິດ​ກະ​ແຈ​ກຽວ ຫຼື ເຄື່ອງ​ມື​ຄ້າຍ​ຄື​ກັນ​ເພື່ອ​ໝູນ​ຕົວ​ເຄັ່ງ​ສາຍ​ພານ​ສຳ​ລັບ​ສາຍ​ພານ​ສັ້ນ​ໄປ​ຕາມ​ທິດ​ທວນ​ເຂັມ​ໂມງ ແລະ ເຮັດ​ໃຫ້​ສາຍ​ພານ​ຖະ​ໄຫຼ​ຕົກ​ອອກ​ຈາກ​ໝາກ​ລໍ້​ຕົວ​ເຄັ່ງ (ຮູບສະແດງ ).

      artpending
    4. ເຮັດ​ໃຫ້​ສາຍ​ພານສັ້ນ​ຖະ​ໄຫຼ​ຕົກ​ອອກ​ຈາກ​ໝາກ​ລໍ້​ຂັບ​ເຄື່ອນ, ໝາກ​ລໍ້​ແກນ​ໝູນ​ເຄິ່ງ​ກາງ ແລະ ໝາກ​ລໍ້​ແກນ​ໝູນເບື້ອງ​ຂວາ

    5. ເອົາສາຍ​ພານ​ອອກ​ຈາກເຄື່ອງ​ຕັດ​ຫຍ້າ.

      Note: ທ່ານ​ຈຳ​ເປັນ​ຕ້ອງ​ໝູນ​ສາຍ​ພານ​ໃນ​ຂະ​ນະ​ທີ່​ກຳ​ລັງ​ເອົາ​ມັນ​ອອກ​ຈາກ​ໝາກ​ລໍ້​ແກນ​ໝູນ​ເຄິ່ງ​ກາງ.

    ການ​ຕິດ​ຕັ້ງ​ສາຍ​ພານ​ສັ້ນ

    1. ເດີນ​ສາຍ​ພານ​ສັ້ນ​ໄປ​ຮອບ​ໝາກ​ລໍ້​ແກນ​ໝູນ​ເບື້ອງ​ຊ້າຍ ແລະ ຮ່ອງ​ຕ່ຳ​ຂອງ​ໝາກ​ລໍ້​ແກນ​ໝູນ​ເຄິ່ງ​ກາງ (ຮູບສະແດງ ).

      artpending
    2. ໃຊ້ເຫຼັກ​ບິດ​ກະ​ແຈ​ກຽວ ຫຼື ເຄື່ອງ​ມື​ຄ້າຍ​ຄື​ກັນ​ເພື່ອ​ໝູນ​ຕົວ​ເຄັ່ງ​ສາຍ​ພານໄປ​ຕາມ​ທິດ​ທວນ​ເຂັມ​ໂມງ ແລະ ເຮັດ​ໃຫ້​ສາຍ​ພານ​ຖະ​ໄຫຼຂ້າມໝາກ​ລໍ້​ຕົວ​ເຄັ່ງ (ຮູບສະແດງ ).

    ການ​ຕິດ​ຕັ້ງ​ສາຍ​ພານຍາວ

    1. ເດີນສາຍ​ພານ​ຍາວໄປ​ຮອບໝາກ​ລໍ້​ຂັບ​ເຄື່ອນ, ຮ່ອງ​ດ້ານ​ເທິງ​ຂອງໝາກ​ລໍ້​ແກນ​ໝູນ​ເຄິ່ງ​ກາງ ແລະ ໝາກ​ລໍ້​ແກນ​ໝູນເບື້ອງ​ຂວາ (ຮູບສະແດງ ).

      artpending
    2. ໃຊ້ເຫຼັກ​ບິດ​ກະ​ແຈ​ກຽວ ຫຼື ເຄື່ອງ​ມື​ຄ້າຍ​ຄື​ກັນ​ເພື່ອ​ໝູນ​ຕົວ​ເຄັ່ງ​ສາຍ​ພານໄປ​ຕາມ​ທິດ​ທວນ​ເຂັມ​ໂມງ ແລະ ເຮັດ​ໃຫ້​ສາຍ​ພານ​ຖະ​ໄຫຼຂ້າມໝາກ​ລໍ້​ຕົວ​ເຄັ່ງ (ຮູບສະແດງ ).

    3. ຕິດ​ຕັ້ງຝາ​ປົກ​ພື້ນ, ໃຫ້​ເບິ່ງ .

    ການ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາໃບ​ມີດ

    ຮັກ​ສາ​ໃບ​ມີດ​ໃຫ້​ຄົມ​ຕະ​ຫຼອດ​ລະ​ດູ​ການ​ຕັດເພາະ​ວ່າໃບ​ມີດ​ຄົມ​ຕັດ​ໄດ້​ຢ່າງ​ສະ​ອາດ​ໂດຍ​ບໍ່​ມີ​ການ​ເຮັດ​ໃຫ້​ໃບ​ມີດ​ຕັດ​ຫຍ້າ​ຈີກ​ຂາດ ຫຼື ແຕກ​ເປັນ​ຊິ້ນ​ນ້ອຍໆ. ການ​ຈີກ​ຂາດ ແລະ ການ​ແຕກ​ເປັນ​ຊິ້ນ​ນ້ອຍໆ​ປ່ຽນ​ໃຫ້ຫຍ້າ​ເປັນ​ສີ​ນ້ຳ​ຕານ​ຢູ່​ຂອບ, ເຊິ່ງ​ເຮັດ​ໃຫ້​ຫຍ້າ​ເຕີບ​ໃຫຍ່​ຊ້າ ແລະ ເພີ່ມ​ໂອ​ກາດ​ຕິດເຊື້ອ​ໂລກ.

    ກວດ​ເບິ່ງ​ຄວາມ​ຄົມ​ໃບ​ມີດ​ປະ​ຈຳ​ວັນ ແລະ ສຳ​ລັບ​ການ​ຫ້ຽນ ຫຼື ການ​ເປ່​ເພ​ເສຍ​ຫາຍ. ລັບ​ໃບ​ມີດ​ໃຫ້​ຄົມ​ຕາມ​ທີ່​ຈຳ​ເປັນ. ຖ້າ​ໃບ​ມີດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຫຼື ລຸ້ຍ​ຫ້ຽນ, ໃຫ້​ປ່ຽນມັນ​ທັນ​ທີ​ດ້ວຍ​ການ​ໃຊ້​ໃບ​ມີດ​ປ່ຽນ​ຂອງ​ແທ້​ຂອງ Toro.

    ອັນຕະລາຍ

    ໃບ​ມີດຈັກ​ຕັດ​ຫຍ້າຄົມ ແລະ ສາ​ມາດເຮັດ​ໃຫ້​ທ່ານ​ໄດ້​ຮັບ​ບາດ​ເຈັບ​ໄດ້.

    ໃສ່​ຖົງ​ມື​ໜັງ​ສັດ​ໜາ ຫຼື ກັນ​ການບາດ​ເມື່ອສ້ອມ​ແປງ​ບຳ​ລຸງ​ຮັກ​ສາ​ໃບ​ມີດ.

    ອັນຕະລາຍ

    ໃບມີດທີ່ຫ້ຽນ ຫຼື ເສຍຫາຍສາມາດແຕກຫັກ ແລະ ຊິ້ນສ່ວນຂອງ​ໃບ​ມີດສາມາດກະເດັນໃສ່ທ່ານ ຫຼື ຜູ້ທີ່ຢືນຢູ່​ໃກ້, ເຊິ່ງກໍ່ໃຫ້ເກີດການບາດເຈັບສາ​ຫັດ​ຕໍ່ບຸກ​ຄົນ ຫຼື ເສຍຊີວິດໄດ້.

    • ກວດກາໃບມີດເປັນໄລ​ຍະວ່າ​ມີ​ຄວາມຫ້ຽນ ຫຼື ເສຍຫາຍບໍ່.

    • ປ່ຽນໃບ​ມີດທີ່ຫ້ຽນ ຫຼື ເສຍຫາຍ.

    ການ​ກະ​ກຽມ​ບຳ​ລຸງ​ຮັກ​ສາ​ສ້ອມ​ແປງ​ໃບ​ມີດ

    Note: ທ່ານ​ຈຳ​ເປັນ​ຕ້ອງ​ໄດ້​ໃຫ້​ຈັກ​ຕັດ​ຫຍ້າ​ຕິດ​ຕັ້ງ​ໃສ່​ພາ​ຫະ​ນະ​ລາກ​ແກ່​ເມື່ອ​ບຳ​ລຸງ​ຮັກ​ສາ​ສ້ອມ​ແປງ​ໃບ​ມີດ​ຈັກ​ຕັດ​ຫຍ້າ.

    1. ປົດ PTO, ເຄື່ອນເຄື່ອງຈັກໄປພື້ນບ່ອນພຽງ​ໄດ້​ລະ​ດັບ ແລະ ໃສ່ເບ​ຣກມື.

    2. ຍົກ​ສະ​ຫຼັກ​ພື້ນ​ຈັກ​ຕັດ​ຫຍ້າ​ຂຶ້ນ, ມອດຈັກ ແລະ ຖອດກະແຈອອກ (ຮູບສະແດງ ).

      artpending

    ການກວດ​ເບິ່ງ​ໃບ​ມີດ​ຈັກ​ຕັດ​ຫຍ້າ​ຄົດ​ງໍ

    1. ຈັດ​ວາງ​ໃບ​ມີດ​ຈັກ​ຕັດ​ຫຍ້າ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

      artpending
    2. ທຳ​ຄວາມ​ສະ​ອາດ​ດ້ານ​ລຸ່ມ​ຂອງ​ພື້ນ​ຈັກ​ຕັດຫຍ້າ​ຢູ່​ພື້ນ​ທີ່​ໃກ້​ກັບ​ຄົມ​ຕັດ​ຢູ່​ດ້ານ​ຫຼັງ​ຂອງ​ໃບ​ມີດ (ຮູບສະແດງ ).

      artpending
    3. ໃຊ້​ໄມ້​ມູມ​ສາກ​ເພື່ອ​ວັດ​ແທກ​ໄລ​ຍະ​ຫ່າງ​ລະ​ຫວ່າງ​ພື້ນ​ທີ່​ສະ​ອາດ​ຂອງ​ພື້ນ ແລະ ປາຍ​ຂອງ​ຄົມ​ຕັດ (ຮູບສະແດງ ).

      ບັນ​ທຶກການ​ວັດ​ແທກຂອງ​ທ່ານ .

      artpending
    4. ໝູນ​ໃບ​ມີດ​ໄປ 180° (ຮູບສະແດງ ).

    5. ວັດ​ແທກ​ໄລ​ຍະ​ຫ່າງ​ລະ​ຫວ່າງ​ພື້ນ​ທີ່​ສະ​ອາດ​ໃນພື້ນ ແລະ ປາຍ​ຂອງ​ຄົມ​ຕັດ (ຮູບສະແດງ ).

      ບັນ​ທຶກການ​ວັດ​ແທກຂອງ​ທ່ານ .

      ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ການ​ວັດ​ແທກ​ທີ່​ທ່ານ​ສັງ​ເກດ​ເຫັນ​ຢູ່​ໃນ​ຂັ້ນ​ຕອນ​ທີ 4 ແລະ 6 ເກີນ 3 ມມ (⅛ ນິ້ວ), ໃບ​ມີດ​ງໍ ແລະ ທ່ານ​ຕ້ອງ​ປ່ຽນມັນ; ໃຫ້​ເບິ່ງ ແລະ

    6. ເຮັດ​ຊ້ຳຄືນຂັ້ນ​ຕອນ ຮອດ ສຳ​ລັບ​ໃບ​ມີດ​ອື່ນ​ຂອງພື້ນ​ຈັກ​ຕັດ​ຫຍ້າ ຫຼື ຂັ້ນ​ຕອນ ຮອດ ສຳ​ລັບ​ພື້ນ​ອື່ນ.

    ການກວດ​ກາໃບ​ມີດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງໃບ​ມີດຈັກ​ຕັດ​ຫຍ້າ.
    1. ກວດ​ເບິ່ງ​ຄົມ​ຕັດ (ຮູບສະແດງ ). ຖ້າ​ຄົມ​ບໍ່​ຄົມ ຫຼື ມີ​ຮອຍ​ບ່ານ, ເອົາ​ອອກ ແລະ ລັບ​ໃບ​ມີດ​ໃຫ້​ຄົມ. ໃຫ້​ເບິ່ງ .

    2. ກວດ​ກາ​ໃບ​ມີດ, ໂດຍ​ສະ​ເພາະ​ບໍ​ລິ​ເວນແຜ່ນ​ໃບ​ມີດ (ຮູບສະແດງ ). ຖ້າ​ທ່ານ​ສັງ​ເກດ​ເຫັນ​ຄວາມ​ເສຍ​ຫາຍ, ການ​ຈີກ​ຂາດ​ໃດ​ໜຶ່ງ ຫຼື ມີຮ່ອງ​ໃດ​ໜຶ່ງ​ປະ​ກົດ​ຂຶ້ນ​ຢູ່​ໃນ​ພື້ນ​ທີ່​ນີ້ (ຮູບສະແດງ ), ໃຫ້​ຕິດ​ຕັ້ງ​ໃບ​ມີດ​ໃໝ່​ທັນ​ທີ.

      ອັນຕະລາຍ

      ຖ້າ​ທ່ານ​ປ່ອຍ​ໃຫ້ໃບ​ມີດ​ຫ້ຽນ, ຮ່ອງ​ຈະ​ເກີດ​ຂຶ້ນ​ລະ​ຫວ່າງແຜ່ນ​ໃບມີດ ແລະ ສ່ວນ​ພຽງ​ຂອງ​ໃບ​ມີດ. ສຸດ​ທ້າຍ​ຊິ້ນສ່ວນ​ໃດ​ໜຶ່ງ​ຂອງ​ໃບ​ມີດ​ອາດ​ຈະ​ແຕກ​ອອກ ແລະ ຟົ້ງ​ຈາກ​ກ້ອງ​ກັບ​ມີດ, ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ຮ້າຍ​ແຮງ​ຕໍ່​ທ່ານ ຫຼື ຜູ້​ຢືນ​ຢູ່​ໃກ້ ຫຼື ເຖິງ​ຂັ້ນ​ເສຍ​ຊີ​ວິດໄດ້.

      • ກວດກາໃບມີດເປັນໄລ​ຍະວ່າ​ມີ​ຄວາມຫ້ຽນ ຫຼື ເສຍຫາຍບໍ່.

      • ຢ່າ​ພະ​ຍາ​ຍາມ​ຢືດ​ໃບ​ມີດ​ງໍ​ໃຫ້​ຊື່ ຫຼື ເຊື່ອມ​ຈອດ​ໃບ​ມີ​ທີ່​ຫັກ ຫຼື ແຕກ.

      • ປ່ຽນໃບ​ມີດທີ່ຫ້ຽນ ຫຼື ເສຍຫາຍ.

      artpending

    ການ​ເອົາ​ໃບ​ມີດ​ອອກ

    ຖ້າ​ໃບ​ມີດ​ຕຳ​ກັບ​ວັດ​ຖຸ​ແຂງ, ຖ້າ​ໃບ​ມີດ​ບໍ່​ດຸນ​ດ່ຽງ ຫຼື ງໍ​ແມ່ນຕ້ອງ​ປ່ຽນ​ມັນ. ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ ແລະ ຄວາມ​ສອດ​ຄ່ອງ​ດ້ານຄວາມປອດໄພຂອງເຄື່ອງຈັກຢ່າງຕໍ່ເນື່ອງ, ໃຫ້ນຳໃຊ້ແຕ່ໃບມີດປ່ຽນຂອງແທ້​ຂອງ Toro. ໃບ​ມີດ​ປ່ຽນ​ແທນ​ເຮັດ​ດ້ວຍ​ຜູ້​ຜະ​ລິດ​ອື່ນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ສອດ​ຄ່ອງ​ກັບ​ມາດ​ຕະ​ຖານ​ຄວາມ​ປອດ​ໄພ.

    ຄຳເຕືອນ

    ການ​ສຳ​ຜັດ​ກັບໃບ​ມີດຄົມສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບສາ​ຫັດ​ໄດ້.

    ໃສ່​ຖົງ​ມື ຫຼື ຫໍ່​ຄົມ​ໃບ​ມີດ​ທີ່​ຄົມ​ໄວ້​ດ້ວຍ​ຜ້າ​ເສດ.

    1. ຈັບ​ປາຍ​ຂອງ​ໃບ​ມີດ​ດ້ວຍ​ການ​ໃຊ້ຜ້າ​ເສດ ຫຼື ຖົງ​ມື​ມີ​ແນວ​ຮອງ​ໜາ.

    2. ໝູນນັອດຕົວ​ຜູ້​ຈັບ​ໃບ​ມີດ​ໄປ​ຕາມ​ທິດ​ເຂັມ​ໂມງ​ເພື່ອ​ເອົາ​ນັອດ​ຕົວ​ຜູ້ອອກ (ຮູບສະແດງ ).

      Important: ນັອດ​ຕົວ​ຜູ້​ຈັບ​ໃບ​ມີດມີ​ກຽວ​ເບື້ອງ​ຊ້າຍມື

      artpending
    3. ຖອດແຜ່ນປ້ອງກັນ​ຖືກ​ໜັງ ແລະ ໃບ​ມີດ​ອອກ​ຈາກ​ເພົາ​ແກນ​ໝູນ (ຮູບສະແດງ ).

    ການລັບໃບ​ມີດ

    ຄຳເຕືອນ

    ເມື່ອ​ລັບ​ໃບ​ມີດ, ຊິ້ນ​ສ່ວນ​ຕ່າງໆ​ຂອງ​ໃບ​ມີດ​ສາ​ມາດ​ຟົ້ງ​ຂຶ້ນ ແລະ ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້.

    ໃສ່ເຄື່ອງ​ປ້ອງ​ກັນ​ຕາຢ່າງ​ຖືກ​ຕ້ອງເມື່ອລັບ​ໃບ​ມີດ.

    1. ລັບ​ຄົມ​ຕັດ​ທັງ​ສອງ​ດ້ານ​ຂອງ​ໃບ​ມີດ (ຮູບສະແດງ ).

      Note: ຮັກ​ສາ​ມູມ​ເດີມໄວ້. ໃບ​ມີດຮັກ​ສາ​ຄວາມດຸນ​ດ່ຽງຂອງ​ມັນ​ຢູ່, ຖ້າເອົາວັດ​ຖຸໃນ​ປະ​ລິ​ມານເທົ່າ​ກັນ​ອອກ​ໄປ​ຈາກ​ຄົມ​ຕັດ​ທັງ​ສອງ.

      artpending
    2. ກວດ​ເບິ່ງ​ຄວາມ​ດຸນ​ດ່ຽງ​ຂອງ​ໃບ​ມີດ​ໂດຍ​ການ​ເອົາ​ມັນ​ໃສ່​ເຂົ້າ​ໄປ​ເທິງ​ຕົວ​ແທກ​ຄວາມ​ດຸນ​ດ່ຽງ​ຂອງ​ໃບ​ມີດ (ຮູບສະແດງ ).

      Note: ຖ້າ​ໃບ​ມີດ​ຢູ່​ໃນ​ຕຳ​ແໜ່ງ​ລວງນອນ, ໃບ​ມີດ​ດຸນ​ດ່ຽງ​ກັນ ແລະ ສາ​ມາດ​ໃຊ້​ໄດ້. ຖ້າ​ໃບ​ມີດ​ບໍ່​ດຸນ​ດ່ຽງ, ໃຫ້​ຝົນ​ເອົາ​ໂລ​ຫະຈຳ​ນວນ​ໜຶ່ງອອກ​ຢູ່​ປາຍ​ຂອງ​ບໍ​ລິ​ເວນ​ແຜ່ນ​ໃບ​ມີດ​ເທົ່າ​ນັ້ນ (ຮູບສະແດງ ). ເຮັດ​ຂັ້ນ​ຕອນ​ດຳ​ເນີນ​ການນີ້​ຊ້ຳ​ຄືນ​ຈົນກວ່າ​ໃບ​ມີດ​ດຸນ​ດ່ຽງ.

      artpending
      artpending

    ການຕິດ​ຕັ້ງໃບ​ມີດ

    1. ຕິດ​ຕັ້ງ​ໃບ​ມີດ​ໃສ່​ເພົາ​ແກນ​ໝູນ (ຮູບສະແດງ ).

      Important: ໃບ​ມີດ​ສ່ວນ​ທີ່​ກົ່ງ​ຕ້ອງ​ກຳ​ລັງ​ຊີ້​ຂຶ້ນ​ເທິງໄປ​ດ້ານ​ໃນ​ຂອງຈັກ​ຕັດ​ຫຍ້າເພື່ອ​ຮັບ​ປະ​ກັນ​ການ​ຕັດ​ທີ່​ເໝາະ​ສົມ.

    2. ຕິດ​ຕັ້ງແຜ່ນກັນ​ຖືກ​ໜັງ ແລະ ນັອດ​ຕົວ​ຜູ້​ຈັບ​ໃບ​ມີດ (ຮູບສະແດງ ).

      Important: ນັອດ​ຕົວ​ຜູ້​ຈັບ​ໃບ​ມີດມີ​ກຽວ​ເບື້ອງ​ຊ້າຍມື.

    3. ບິດນັອດຕົວຜູ້​ຈັບໃບ​ມີດໃຫ້​ໄດ້ 115 ຫາ 150 N∙m (85 ເຖິງ 110 ft-lb).

    ການປັບຄວາມ​ອຽງຈັກຕັດ​ຫຍ້າ

    ໂຮງ​ງານ​ຕັ້ງ​ຄ່າ​ຄວາມ​ອຽງ​ຂອງ​ພື້ນ​ຈັກ​ຕັດ​ຫຍ້າ​ມາ​ກ່ອນ​ເພື່ອ​ໃຫ້​ດ້ານ​ຫຼັງ​ຂອງ​ພື້ນ​ສູງກວ່າ​ດ້ານ​ໜ້າ.

    ການກະ​ກຽມປັບຄວາມ​ອຽງຈັກຕັດ​ຫຍ້າ

    ວັດ​ສະ​ດຸ​ທີ່​ຈັດ​ໃຫ້​ລູກ​ຄ້າ: ທ່ອນ​ໄມ້ 51 ມມ (2 ນິ້ວ)

    1. ສຳ​ລັບ​ພື້ນ​ຈັກ​ຕັດ​ຫຍ້າ​ແຕ່​ລະ​ອັນ​ທີ່​ທ່ານກຳ​ລັງ​ປັບ​ຄວາມ​ອຽງ​ຈັກ​ຕັດ​ຫຍ້າ, ຈັດ​ວາງ​ໃບ​ມີດ​ຈັກ​ຕັດ​ຫຍ້າ​ບ່ອນ​ເຄິ່ງ​ກາງ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

      artpending
    2. ປ່ອຍ​ພື້ນ​ຈັກ​ຕັດ​ຫຍ້າ​ຕ່ຳ​ລົງສູ່​ພື້ນ.

    ປັບ​ລະ​ດັບ​ພື້ນ

    1. ມາຍ​ນັອດ​ຕົວ​ແມ່​ທີ່​ຍຶດແທ່ງ​ຕົວ​ປັບຄວາມສູງ​ຂອງ​ການ​ຕັດ (ຮູບສະແດງ ).

      artpending
    2. ເຄື່ອນ​ຕົວ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ​ຂຶ້ນ ຫຼື ລົງ​ຈົນ​ກວ່າ​ທ່ານ​ວັດ​ແທກ​ໄດ້ 124 ມມ (4-⅞ ນິ້ວ) ຈາກ​ດ້ານ​ເທິງ​ຂອງ​ແທ່ງຕົວ​ປັບ​ໄປ​ຫາ​ພື້ນ (ຮູບສະແດງ ).

    3. ເຮັດຊ້ໍາຄືນຂັ້ນຕອນ ແລະ ຢູ່​ທີ່ຕົວ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ​ອື່ນ.

    ການ​ຕັ້ງ​ຄ່າຄວາມ​ອຽງພື້ນ

    ວັດ​ສະ​ດຸ​ທີ່​ຈັດ​ໃຫ້​ລູກ​ຄ້າ: ທ່ອນ​ໄມ້​ຕົວຈັດ​ໄລ​ຍະ​ຫ່າງ 51 ມມ (2 ນິ້ວ)

    1. ການ​ເຮັດ​ວຽກ​ຢູ່​ດ້ານ​ຫຼັງ​ຂອງ​ພື້ນ​ຈັກ​ຕັດ​ຫຍ້າ, ຍົກແຜ່ນ​ພັບ​ດ້ານ​ຫຼັງ ແລະ ຈັດ​ວາງ​ແທ່ງ​ໄມ້ 51 ມມ (2 ນິ້ວ) ລະ​ຫວ່າງປາຍ​ດ້ານ​ຫຼັງ​ຂອງ​ໃບ​ມີດ​ຈັກ​ຕັດ​ຫຍ້າ​ເຄິ່ງ​ກາງ ແລະ ພື້ນດິນ (ຮູບສະແດງ ).

      ທ່ານ​ຄວນ​ຈະ​ຮູ້​ສຶກ​ລາກ​ເລັກ​ນ້ອຍ​ໃນ​ຂະ​ນະ​ທີ່​ທ່ານເລື່ອນແທ່ງ​ໄມ້​ລະ​ຫວ່າງ​ໃບ​ມີດ ແລະ ພື້ນ​ດິນ.

      • ຖ້າ​ມີ​ໄລ​ຍະ​ຫ່າງ​ຫຼາຍ​ເກີນ​ໄປ​ລະ​ຫວ່າງ​ໃບ​ມີດ ແລະ ພື້ນ​ດິນ, ໃຊ້​ຕົວ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ 4 ຕົວ​ເພື່ອ​ປ່ອຍ​ພື້ນ​ຕ່ຳ​ລົງ.

      • ຖ້າທ່ານ​ບໍ່​ສາ​ມາດ​ເລື່ອນ​ແທ່ງ​ໄມ້ລະ​ຫວ່າງ​ໃບ​ມີດ ແລະ ພື້ນ​ດິນໄດ້, ໃຊ້​ຕົວ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ 4 ຕົວ​ເພື່ອຍົກພື້ນຂຶ້ນ.

      artpending
    2. ວັດ​ແທກ​ໄລ​ຍະຫ່າງລະ​ຫວ່າງ​ດ້ານ​ເທິງ​ຂອງ​ແທ່ງ​ໄມ້​ຕົວ​ປັບ​ໄລ​ຍະ​ຫ່າງ​ຫາ​ພື້ນ​ດິນ (ຮູບສະແດງ ).

      ໝູນ​ຕົວ​ປັບຄວາມສູງ​ຂອງ​ການ​ຕັດ​ໄປ​ຈົນ​ກວ່າທ່ານ​ໄດ້​ຜົນ​ດັ່ງ​ຕໍ່​ໄປ​ນີ້:

      • ການ​ວັດ​ແທກ​ແທ່ງ​ຄວາມ​ສູງ​ຂອງ​ການ​ຕັດ​ຫາ​ພື້ນ​ດິນ​ຄື​ກັນ​ໝົດ​ທັງ 4 ບ່ອນ.

      • ທ່ອນ​ໄມ້​ແມ່ນ​ການ​ເຮັດ​ໃຫ້​ການ​ເລື່ອນ​ພໍ​ດີ​ລະ​ຫວ່າງ​ໃບ​ມີດ​ຈັກ​ຕັດ​ຫຍ້າ​ເຄິ່ງ​ກາງ ແລະ ພື້ນ​ດິນ.

      artpending
    3. ມາຍ​ນັອດ​ກຽວ​ຫົວ​ຈົມ 2 ນັອດ​ທີ່​ຍຶດ​ຕົວ​ຊີ້​ໄປ​ຫາ​ທ່ອນ​ໄມ້​ຕົວ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ, ຈັດ​ວາງ​ຕົວ​ຊີ້​ໄປຂີດ​ໝາຍ 51 ມມ (2 ນິ້ວ) ໃນ​ສະ​ຫຼາກ ແລະ ຮັດ​ນັອດ​ກຽວ (ຮູບສະແດງ ).

      artpending
    4. ເຮັດຊ້ໍາຄືນຂັ້ນຕອນ ຢູ່​ທີ່ຕົວ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ​ອື່ນ.

    5. ຢູ່​ລູກ​ກິ້ງ​ດ້ານ​ຫຼັງ, ຍົກ​ຕົວ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ​ເບື້ອງ​ຊ້າຍ ແລະ ຂວາ​ຂຶ້ນຮອດຂີດ​ໝາຍ 57 ມມ (2-¼ ນິ້ວ) ເທິງ​ສະ​ຫຼາກ (ຮູບສະແດງ ).

      artpending
    6. ມາຍ​ນັອດ​ກຽວ​ຫົວ​ຈົມທີ່​ຍຶດ​ຕົວ​ຊີ້ 2 ຕົວໄປ​ຫາ​ທ່ອນ​ໄມ້​ຕົວ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ, ຈັດ​ວາງ​ຕົວ​ຊີ້​ໄປຂີດ​ໝາຍ 51 ມມ (2 ນິ້ວ) ໃນ​ສະ​ຫຼາກ ແລະ ຮັດ​ນັອດ​ກຽວ (ຮູບສະແດງ ).

      artpending
    7. ບິດ​ນັອດ​ຕົວ​ແມ່ 4 ຕົວທີ່​ຍຶດແທ່ງ​ຕົວ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ 4 ແທ່ງ (ຮູບສະແດງ ແລະ ຮູບສະແດງ ) ສຳ​ລັບ​ລູກ​ກິ້ງ​ດ້ານ​ໜ້າ ແລະ ດ້ານ​ຫຼັງໃຫ້​ໄດ້ 322 ຫາ 396 N∙m (238 ຫາ 292 ft-lb).

    ການ​ປັບ​ລັອກ​ພື້ນ​ເຄື່ອງ​ຕັດ​ຫຍ້າ​ດ້ານ​ຫຼັງ

    ປັບ​ລັອກ​ພື້ນ​ເຄື່ອງ​ຕັດ​ຫຍ້າ​ດ້ານ​ຫຼັງ​ເມື່ອ​ພື້ນ​ເຄື່ອງ​ຕັດ​ຫຍ້າ​ບໍ່​ເກາະ​ກັບ​ເຂັມ​ຂັດ​ພື້ນ​ຢ່າງ​ຖືກ​ຕ້ອງ (ຮູບສະແດງ ).

    1. ມາຍ​ນັອດ​ຊ້ອນ​ສອງ (ຮູບສະແດງ ).

    2. ປັບ​ນັອດ​ຕົວ​ຜູ້​ຂຶ້ນ ຫຼື ລົງ​ເພື່ອ​ເຮັດ​ໃຫ້​ບ່ອນ​ລັອກ​ພື້ນ​ຖືກ​ຕ້ອງ​ສຳ​ລັບ​ການ​ເກາະ​ເຂັມ​ຂັດ​ພື້ນ (ຮູບສະແດງ ).

      artpending
    3. ຫຼັງ​ຈາກ​ການ​ປັບ​ນັອດ​ຕົວ​ຜູ້, ຮັດ​ນັອດ​ຊ້ອນ​ສອງ ແລະ ນັອດ​ຕົວ​ແມ່​ໃຫ້​ແໜ້ນ (ຮູບສະແດງ ).

    ການເກັບມ້ຽນ

    ການເກັບ​ຮັກ​ສາເຄື່ອງຈັກ

    ໃນ​ຕອນ​ທ້າຍ​ຂອງ​ລະ​ດູ​ການ​ຕັດ ຫຼື ເມື່ອ​ເກັບ​ຮັກ​ສາ​ຈັກ​ຕັດ​ຫຍ້າ​ໄວ້​ເປັນ​ເວ​ລາ​ດົນ​ນານ, ໃຫ້​ປະ​ຕິ​ບັດ​ການ​ບຳ​ລຸງ​ຮັກ​ສາ​ແບບ​ປ້ອງ​ກັນ​ດັ່ງ​ຕໍ່​ໄປ​ນີ້:

    1. ຈອດເຄື່ອງຈັກຢູ່ໃນບ່ອນ​ພຽງ​ໄດ້​ລະ​ດັບ, ໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນເຄື່ອນ​ໄຫວຢຸດກ່ອນ​ອອກ​ຈາກເຄື່ອງ​ຈັກ.

    2. ທຳ​ຄວາມ​ສະ​ອາດ​ຝຸ່ນ ຫຼື ກະ​ແລັດ​ທີ່​ອາດ​ຈະ​ສະ​ສົມ​ຢູ່​ເຄື່ອງ​ຈັກ ຫຼື ພາກ​ສ່ວນ​ເຄື່ອນ​ໄຫວ​ໃດ​ໜຶ່ງໃຫ້​ສະ​ອາດ.

    3. ໃສ່​ນ້ຳ​ມັນຫຼໍ່ມື່ນອຸປະກອນກະແລັດທັງໝົດ.

    4. ທາ​ສີ​ໃສ່​ຮອຍ​ຂູດ​ຂີດ​ໃນ​ພື້ນ​ຜິວ​ທີ່​ທາ​ສີ​ແລ້ວ.

    5. ປ່ຽນສະ​ຫຼາກທີ່ຫາຍ​ໄປ ຫຼື ເສຍຫາຍທັງໝົດ.

    6. ເມື່ອ​ເປັນ​ໄປ​ໄດ້, ເກັບ​ຮັກ​ສາ​ຈັກ​ຕັດ​ຫຍ້າ​ໄວ້​ດ້ານ​ໃນ​ອາ​ຄານ​ບ່ອນ​ທີ່​ແຫ້ງ, ປອດ​ໄພ. ຖ້າ​ການ​ເກັບ​ຮັກ​ສາ​ໄວ້​ດ້ານ​ໃນ​ແມ່ນ​ບໍ່​ເປັນ​ໄປ​ໄດ້, ປົກ​ເຄື່ອງ​ຈັກ​ດ້ວຍ​ແຜ່ນ​ປົກ ຫຼື ຜ້າ​ກັນ​ນ້ຳ​ທີ່​ໜັກ ແລະ ຍຶດ​ມັນ​ໃຫ້​ແໜ້ນ.