ການແນະນຳ

ຜູ້​ຄວບ​ຄຸມ​ເຄື່ອງຈັກ​ເດີນ​ຕາມ​ຄວບ​ຄຸມເຄື່ອງຈັກນີ້ ແລະ ມີຈຸດປະສົງເພື່ອໃຫ້ນຳໃຊ້ໂດຍຜູ້ຊ່ຽວຊານ, ຜູ້ຄວບ​ຄຸມທີ່ຈ້າງງານໃນການນຳໃຊ້ທາງການຄ້າ. ເຄື່ອງ​ຈັກຖືກອອກ​ແບບ​ມາສຳ​ລັບ​ການ​ເຕີມ​ອາ​ກາດ​ພື້ນ​ທີ່​ຂະ​ໜາດ​ໃຫຍ່ຢູ່​ໃນ​ສະ​ໜາມ​ຫຍ້າ​ທີ່​ໄດ້​ຮັບ​ການບຳລຸງ​ຮັກ​ສາ​ຢ່າງ​ດີ​ເຊັ່ນ: ໃນສວນ​ສາ​ທາ​ລະ​ນະ, ສະ​ໜາມກ໊ອ​ຟ, ເດີ່ນ​ກິ​ລາ ແລະ ໃນ​ພື້ນ​ທີ່​ທາງການ​ຄ້າ. ການນຳໃຊ້ຜະລິດຕະພັນນີ້ເພື່ອຈຸດປະສົງອື່ນນອກເໜືອຈາກການນຳໃຊ້ທີ່ເປັນຈຸດປະສົງຂອງມັນອາດຈະເປັນອັນຕະລາຍຕໍ່ທ່ານ ແລະ ຜູ້ທີ່ຢູ່ໃກ້ຄຽງ.

ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳ​ລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ເຂົ້າເບິ່ງເວັບໄຊ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.

artpending

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ມີຂໍ້ຄວາມກ່ຽວກັບຄວາມປອດໄພທີ່ໄດ້ລະບຸໂດຍສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ ), ເຊິ່ງເປັນສັນຍານອັນຕະລາຍທີ່ອາດຈະເຮັດໃຫ້ເກີດການບາດເຈັບສາ​ຫັດ ຫຼື ເສຍຊີວິດ, ຖ້າທ່ານບໍ່ປະຕິບັດຕາມຂໍ້ຄວນລະວັງທີ່ແນະນຳ.

artpending

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ຂໍ້ສັງເກດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ຜະລິດຕະພັນນີ້ປະຕິບັດຕາມຄຳສັ່ງແນະນຳຂອງເອີຣົບທີ່ກ່ຽວຂ້ອງທັງໝົດ; ສຳລັບລາຍລະອຽດ, ກະລຸນາເບິ່ງເອກະສານສະເພາະຂອງຖະແຫຼງການວ່າ​ດ້ວຍ​ການ​ປະ​ຕິ​ບັດ​ຕາມ (DOC).

ເພາະ​ວ່າ​ຢູ່​ໃນ​ບາງ​ພື້ນ​ທີ່​ແມ່ນ​ມີ​ກົດ​ລະ​ບຽບ​ທ້ອງ​ຖິ່ນ, ຂອງ​ລັດ ຫຼື ລັດ​ຖະ​ບານ​ກາງ​ທີ່​ຕ້ອງ​ການ​ໃຫ້​ນຳ​ໃຊ້​ຕົວປ້ອງ​ກັນປະ​ກາຍ​ໄຟ​ໃນຈັກ​ຂອງ​ເຄື່ອງ​ຈັກ​ນີ້, ຕົວປ້ອງ​ກັນ​ປະກາຍ​ໄຟ​ມີ​ໃຫ້​ເປັນຕົວເລືອກໜຶ່ງ. ຖ້າທ່ານ​ຕ້ອງ​ມີຕົວ​ປ້ອງ​ກັນ​ປະ​ກາຍ​ໄຟ, ໃຫ້​ຕິດ​ຕໍ່ຕົວ​ແທນ​ຈຳ​ໜ່າຍ​ບໍ​ລິ​ການ​ທີ່​ໄດ້​ຮັບ​ອະ​ນຸ​ມັດ​ຂອງ​ທ່ານ. ຕົວ​ປ້ອງ​ກັນ​ປະ​ກາຍ​ໄຟ Toro ຂອງ​ແທ້​ໄດ້​ຮັບ​ອະ​ນຸ​ມັດ​ໂດຍ​ຝ່າຍ​ບໍ​ລິ​ການ​ປ່າ​ໄມ້​ຂອງ​ກະ​ຊວງ​ກະ​ສິ​ກຳ​ສະ​ຫະ​ລັດ (USDA Forestry Service).

ປຶ້ມຄູ່ມືຂອງເຈົ້າຂອງເຄື່ອງຈັກທີ່ໃຫ້ມາແມ່ນມີຂໍ້ມູນທີ່ກ່ຽວຂ້ອງກັບໜ່ວຍ​ງານປົກປ້ອງສິ່ງແວດລ້ອມຂອງສະຫະລັດ (US Environmental Protection Agency, EPA) ແລະ ລະບຽບການຄວບຄຸມການປ່ອຍອາຍພິດ​ຂອງຄາລິຟໍເນຍກ່ຽວ​ກັບລະບົບການປ່ອຍອາຍພິດ (California Emission Control Regulation), ການບຳລຸງຮັກສາ ແລະ ການຮັບປະກັນ. ການປ່ຽນແທນອາດຈະຖືກສັ່ງຊື້ຜ່ານຜູ້ຜະລິດເຄື່ອງຈັກ.

ຄຳເຕືອນ

CALIFORNIA

ຄຳເຕືອນຂອງກົດໝາຍ Proposition 65

ທໍ່ໄອເສຍເຄື່ອງຈັກຈາກຜະລິດຕະພັນນີ້ມີສານເຄມີທີ່ຮູ້ຈັກດີ ໃນ ລັດຄາລີຟໍເນຍ ທີ່ເຮັດໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຂົ້ວແບດເຕີລີ່, ຂົ້ວໄຟຟ້າ ແລະ ອຸປະກອນທີ່ກ່ຽວຂ້ອງທີ່ມີ ທາດກົ່ວ ແລະ ສ່ວນປະກອບຂອງທາດກົ່ວ, ສານເຄມີທີ່ລັດຄາລີຟໍເນຍ ຮູ້ຈັກດີທີ່ເຮັດໃຫ້ເກີດມະເຮັງແລະ ເປັນອັນຕະລາຍຕໍ່ການຈະເລີນພັນ. ໃຫ້ລ້າງມືຫຼັງຈາກນຳໃຊ້.

ການນຳໃຊ້ຜະລິດຕະພັນນີ້ອາດຈະເຮັດໃຫ້ສຳຜັດກັບສານເຄມີທີ່ຮູ້ຈັກດີໃນ ລັດຄາລີຟໍເນຍ ວ່າເປັນສາເຫດກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຄວາມປອດໄພ

ຄວາມປອດໄພທົ່ວໄປ

ຜະລິດຕະພັນນີ້ສາມາດເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສ່ວນ​ຕົວໄດ້. ຕ້ອງປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພສະ​ເໝີເພື່ອຫຼີກລ່ຽງການບາດເຈັບສາ​ຫັດ​ຕໍ່​ຕົວ​ເອງ.

  • ອ່ານ ແລະ ທຳເຂົ້າໃຈເນື້ອໃນຂອງຄູ່ມືຜູ້​ໃຊ້ນີ້ກ່ອນທີ່ຈະເລີ່ມຕິດຈັກ.

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ນຳ​ໃຊ້ເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ຢ່າວາງມື ຫຼື ຕີນຂອງທ່ານໃກ້ກັບສ່ວນປະກອບທີ່ເຄື່ອນໄຫວຂອງເຄື່ອງຈັກ.

  • ຢ່ານຳ​ໃຊ້ເຄື່ອງຈັກໂດຍບໍ່ມີການປົກປ້ອງຄົບ​ຊຸດ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢູ່ກັບເຄື່ອງຈັກ.

  • ຮັກ​ສາ​ເຄື່ອງຈັກໃຫ້ໄກ​ຈາກ​ຜູ້​ຢືນ​ຢູ່​ໃກ້​ໃນ​ຂະ​ນະ​ທີ່​ມັນ​ກຳ​ລັງ​ເຄື່ອນ​ທີ່.

  • ໃຫ້​ຢູ່​ຫ່າງ​ຈາກ​ຊ່ອງ​ເປີດບໍ​ລິ​ເວນ​ງ່າມ​ຈັບ. ກັນຜູ້ທີ່ຢູ່ຂ້າງນອກ ແລະ ສັດລ້ຽງອອກ​ໄປຈາກເຄື່ອງຈັກ.

  • ກັນເດັກນ້ອຍອອກຈາກພື້ນທີ່ບ່ອນ​ເຮັດ​ວຽກ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ.

  • ຈອດເຄື່ອງ​ຈັກໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດກ່ອນທຳ​ການ​ບຳ​ລຸງ​ຮັກ​ສາ, ເຕີມ​ນ້ຳ​ມັນ ຫຼື ປົດ​ສິ່ງ​ທີ່​ເອົາ​ຕັນ​ເຄື່ອງ​ຈັກ​ອອກ.

ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ Graphic, ເຊິ່ງໝາຍເຖິງຂໍ້ຄວນລະວັງ, ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງ​ກໍ່​ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫລື ເສຍຊີວິດ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending

ການຕັ້ງຄ່າ

Note: ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ​ຕັ້ງ​ຢູ່​ທີ່​ມື​ຈັບ​ຜູ້​ໃຊ້​ງານ ແລະ ເປັນ​ຕຳ​ແໜ່ງ​ຜູ້​ໃຊ້​ງານ​ປົກ​ກະ​ຕິ. ດ້ານ​ຊ້າຍ ແລະ ດ້ານ​ຂວາມີ​ຄວາມ​ສຳ​ພັນ​ກັບ​ທິດ​ທາງ​ຂອງ​ການ​ເດີນ​ທາງ​ຕາມ​ທີ່​ທ່ານ​ຍ່າງ​ໄປ​ກັບ​ເຄື່ອງ​ຈັກຫຼັງ​ຈາກທ່ານ.

Note: ເພື່ອ​ຍົກ​ຫົວຮູ​ແກນ​ກາງຂຶ້ນ​ຫຼັງ​ຈາກ​ເອົາ​ເຄື່ອງ​ຈັກ​ອອກ​ຈາກ​ລັງ​ໃສ່, ປ່ອຍຫູ​ຫິ້ວ​ເຕີມ​ອາ​ກາດ ແລະ ຕິດ​ຈັກ; ໃຫ້​ເບິ່ງ ແລະ ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ.

ການຕິດຕັ້ງລໍ້​ຫຼັງ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສ່ວນ​ປະ​ກອບ​ລໍ້2
  1. ຢູ່​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ, ເອົານັອດ​ຮັດ​ລໍ້ 4 ນັອດ​ທີ່​ຍຶດດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ​ໃສ່ຂາ​ຄ້ຳ​ຂອງ​ແຜ່ນ​ຮອງ​ຈັດ​ສົ່ງ​ອອກ.

  2. ປະ​ກອບສ່ວນ​ປະ​ກອບ​ລໍ້​ໃສ່ຊ່ອງ​ລໍ້​ຫຼັງ​ແຕ່​ລະ​ຕົວ​ດ້ວຍນັອດຮັດ​ລໍ້ລົດ 4 ນັອດ (ຮູບສະແດງ ).

    artpending
  3. ບິດນັອດລໍ້ໃຫ້​ໄດ້ 61 ຫາ 75 N∙m (45 ເຖິງ 55 ft-lb).

  4. ເຮັດຊ້ໍາຄືນຂັ້ນຕອນ ຮອດ ຢູ່​ທີ່​ດ້ານອື່ນ​ຂອງ​ເຄື່ອງ​ຈັກ.

  5. ປ່ອຍລົ​ມຢາງ​ລົດອອກໃຫ້​ໄດ້ 0.83 bar (12 psi).

ການ​ຕິດ​ຕັ້ງມື​ຈັບ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ມື​ຈັບ1
ນັອດລັອກຕົວແມ່ (½ ນິ້ວ)3

ການປະກອບມື​ຈັບ​ໃສ່ເຄື່ອງຈັກ

  1. ສອດ​ເຫຼັກ​ເດືອຍຢູ່ທີ່​ປາຍ​ຂອງ​ຄານ​ມື​ຈັບເຂົ້າ​ໄປ​ໃສ່​ຮູ​ຢູ່​ໃນ​ແຂນ​ພວງ​ມະ​ໄລ (ຮູບສະແດງ ).

    Note: ໃຫ້​ຄົນ​ອື່ນ​ຊ່ວຍ​ຖື​ຄານ​ມື​ຈັບ.

    artpending
  2. ບິດ​ກຽວ​ນັອດ​ລັອກ​ຕົວ​ແມ່​ໜ້າ​ແປນ (½ ນິ້ວ) ໄປ​ໃສ່​ແຕ່​ລ​ອັນ​ຂອງ 3 ປຸ່ມ.

  3. ບິດນັອດ​ລັອກ​ຕົວ​ແມ່ໃຫ້​ໄດ້ 91 ຫາ 113 N∙m (67 ຫາ 83 ft-lb).

  4. ໝູນ​ຄານ​ມື​ຈັບ​ຂຶ້ນ ແລະ ຍຶດ​ມັນ​ດ້ວຍເຂັມ​ຂັດໄລ​ລັອກຄານ​ມື​ຈັບ (ຮູບສະແດງ ).

    artpending

ການປະ​ກອບ​ສາຍເບ​ຣກ

  1. ເດີນ​ຂໍ້​ຕໍ່​ຂອງ​ສາຍ​ເບ​ຣກ​ຢູ່​ກ້ອງ​ພື້ນ​ຂອງ​ຊ່ອງ​ຄານ​ມື​ຈັບ (ຮູບສະແດງ ).

    artpending
  2. ປະ​ກອບ​ຂໍ້​ຕໍ່​ສາຍ​ເບ​ຣກ​ໃສ່​ເຂັມ​ຂັດ​ສະ​ຫຼັກ ແລະ ຍຶດ​ຂໍ້​ຕໍ່​ໃສ່​ເຂັມ​ຂັດ​ດ້ວຍ​ແຫວນ​ຮອງ ແລະ ກິບ​ໜີບ.

ການ​ຕໍ່ສາຍ​ສຽບ​ໄຟ

  1. ເດີນ​ຕົວເຊື່ອມ​ຕໍ່ 6 ສະ​ຫຼັກ ແລະ ຕົວເຊື່ອມ​ຕໍ່ 12 ສະ​ຫຼັກຂອງ​ສາຍ​ໄຟເຄື່ອງ​ຈັກຜ່ານປອກ​ຢາງ​ຢູ່​ໃນ​ຊ່ອງ​ຄານ​ມື​ຈັບ (ຮູບສະແດງ ).

    artpending
  2. ສຽບຕົວ​ເຊື່ອມ​ຕໍ່ 12 ສະ​ຫຼັກ​ຂອງສາຍ​ໄຟ​ເຄື່ອງ​ຈັກ​ໃສ່​ຕົວ​ເຊື່ອມ​ຕໍ່ 12 ເຕົ້າ​ຂອງ​ສາຍ​ໄຟ​ຄານ​ມື​ຈັບ (ຮູບສະແດງ ).

    artpending
  3. ສຽບຕົວ​ເຊື່ອມ​ຕໍ່ 6 ສະ​ຫຼັກ​ຂອງສາຍ​ໄຟ​ເຄື່ອງ​ຈັກ​ໃສ່​ຕົວ​ເຊື່ອມ​ຕໍ່ 6 ເຕົ້າ​ຂອງ​ສາຍຄານ​ມື​ຈັບ.

  4. ໃສ່​ຕົວ​ຍຶດ​ຊຸກ​ເຂົ້າ​ໃນ​ຂອງ​ສາຍ​ເຄື່ອງ​ຈັກ​ເຂົ້າ​ໄປ​ໃນ​ຮູ​ຢູ່​ໃນ​ຊ່ອງຄານ​ມື​ຈັບ (ຮູບສະແດງ ).

    artpending
  5. ໃສ່​ຕົວ​ຍຶດ​ຊຸກ​ເຂົ້າ​ໃນ​ຂອງ​ສາຍ​ເຄື່ອງ​ຈັກ​ເຂົ້າ​ໄປ​ໃນ​ຮູ​ຢູ່​ໃນຂາ​ຄ້ຳ​ຊີ້ບອກ.

  6. ຍຶດ​ສາຍ​ເຄື່ອງ​ຈັກ​ໃສ່​ຊ່ອງ​ຄານ​ມື​ຈັບ​ດ້ວຍ​ສາຍ​ຮັດ​ຜ່ານຮ່ອງ​ຢູ່​ໃນ​ຊ່ອງ (ຮູບສະແດງ ).

    artpending
  7. ຍຶດ​ສາຍ​ເຄື່ອງ​ຈັກ​ໃສ່ຂາ​ຄ້ຳ​ຊີ້ບອກດ້ວຍ​ສາຍ​ຮັດ​ຜ່ານຮ່ອງ​ຢູ່​ໃນ​ຊ່ອງຂາ​ຄ້ຳ.

ການ​ຕິດ​ຕັ້ງ​ຝາປົກຄານ​ມື​ຈັບ

  1. ຈັດ​ລຽນ​ຮອຍ​ບາກ​ນ້ອຍ​ຢູ່​ໃນ​ຝາ​ປົກ​ຄານ​ມື​ຈັບ​ດ້ວຍ​ການ​ໃຫ້​ຮອຍ​ບາກ​ປິ່ນ​ຂຶ້ນ (ຮູບສະແດງ ).

    artpending
  2. ຈັດ​ລຽນ​ຮູ​ຢູ່​ໃນ​ຝາ​ປົກ​ດ້ວຍ​ຮູຢູ່​ໃນ​ຊ່ອງຄານ​ມື​ຈັບ.

  3. ຍຶດ​ຝາ​ປົກ​ໃສ່​ຄານ​ມື​ຈັບ​ດ້ວຍ​ນັອດ​ສ້າງ​ກຽວ 6 ຕົວ (¼ ນິ້ວ).

ການສາກໄຟ ແລະ ການເຊື່ອມຕໍ່ແບັດເຕີຣີ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ນັອດຕົວ​ຜູ້ (¼ x 1 ນິ້ວ)2
ນັອດຕົວແມ່ໜ້າແປນ (5/16 ນິ້ວ)2

ການສາກ​ແບັດ​ເຕີ​ຣີ

ອັນຕະລາຍ

ນ້ຳ​ກົດແບັດເຕີຣີມີກົດຊູນຟູຣິກ, ເຊິ່ງເປັນສານພິດທີ່ເປັນອັນຕະລາຍ ແລະ ເຮັດໃຫ້ເກີດການເຜົາ​ໄໝ້ຮຸນແຮງ.

  • ຫຼີກ​ລ່ຽງ​ການ​ສຳ​ຜັດ​ກັບຜິວ​ໜັງ, ຕາ ຫຼື ເຄື່ອງ​ນຸ່ງ. ໃສ່ແວ່ນຕາຄວາມປອດໄພເພື່ອປ້ອງກັນຕາຂອງ​ທ່ານ ແລະ ຖົງມືຢາງເພື່ອປ້ອງກັນມືຂອງທ່ານ.

  • ເອົາແບັດ​ເຕີ​ຣີອອກ, ສາກ ແລະ ຕິດ​ຕັ້ງໃນບ່ອນທີ່ມີນ້ໍາສະອາດສໍາລັບການລ້າງຜິວໜັງຢູ່​ສະ​ເໝີ.

ຄຳເຕືອນ

ການສາກແບັດເຕີຣີ​ເຮັດ​ໃຫ້​ເກີດອາຍແກັສທີ່ສາມາດລະເບີດໄດ້.

ຢ່າສູບຢາຢູ່ໃກ້ແບດເຕີຣີ ແລະ ໃຫ້ປະກາຍໄຟ ແລະ ແປວໄຟຢູ່ຫ່າງຈາກມັນ.

ຄຳເຕືອນ

ຫົວ​ແບັດ​ເຕີ​ຣີ ຫຼື ເຄື່ອງ​ມື​ໂລ​ຫະ​ສາ​ມາດ​ຊັອດ​ໃສ່​ສ່ວນ​ປະ​ກອບເຄື່ອງ​ຈັກ​ທີ່​ເປັນ​ໂລ​ຫະ, ເຮັດ​ໃຫ້​ເກີດ​ປະ​ກາຍ​ໄຟ​ໄດ້. ປະກາຍໄຟສາມາດເຮັດໃຫ້ແກ໊ສ​ໃນແບັດ​ເຕີ​ຣີລະເບີດ, ເຊິ່ງເຮັດໃຫ້ມີການບາດເຈັບສ່ວນບຸກຄົນ.

  • ເມື່ອ​ຖອດ ຫຼື ຕິດ​ຕັ້ງ​ແບັດ​ເຕີ​ຣີ, ຢ່າ​ປ່ອຍ​ໃຫ້​ຫົວ​ແບັດ​ເຕີ​ຣີ​ສຳ​ລັບ​ກັບ​ສ່ວນ​ຂອງ​ເຄື່ອງ​ຈັກ​ທີ່​ເປັນ​ໂລ​ຫະ.

  • ຢ່າ​ປ່ອຍ​ໃຫ້​ເຄື່ອງ​ມື​ໂລ​ຫະ​ຊັອດ​ລະ​ຫວ່າງ​ຫົວ​ແບັດ​ເຕີ​ຣີ ແລະ ສ່ວນ​ຂອງ​ເຄື່ອງ​ຈັກ​ທີ່​ເປັນ​ໂລ​ຫະ.

ຄຳເຕືອນ

ການ​ໃສ່​ສາຍ​ແບັດ​ເຕີ​ຣີທີ່ບໍ່ຖືກຕ້ອງສາມາດເຮັດ​ໃຫ້​ເຄື່ອງ​ຈັກ ແລະ ສາຍ​ໄຟ​ເສຍ​ຫາຍ, ກໍ່ໃຫ້ເກີດປະກາຍໄຟໄດ້. ປະກາຍໄຟສາມາດເຮັດໃຫ້ແກ໊ສ​ໃນແບັດ​ເຕີ​ຣີລະເບີດ, ເຊິ່ງເຮັດໃຫ້ມີການບາດເຈັບສ່ວນບຸກຄົນ.

  • ຄວນຖອດສາຍໄຟລົບ (ສີດຳ) ຂອງ​ແບັດ​ເຕີ​ຣີ​ຢູ່​ຕະ​ຫຼອດກ່ອນທີ່ຈະຖອດສາຍໄຟບວກ (ສີແດງ).

  • ເຊື່ອມຕໍ່ສາຍໄຟບວກ (ສີແດງ) ຂອງ​ແບັດ​ເຕີ​ຣີຢູ່​ຕະ​ຫຼອດກ່ອນທີ່ຈະເຊື່ອມຕໍ່ສາຍໄຟລົບ (ສີດໍາ).

  1. ຖອດສະ​ຫຼັກ ແລະ ເປີດປະ​ຕູ​ຫ້ອງ​ແບັດ​ເຕີ​ຣີ ຮູບສະແດງ .

    artpending
  2. ເອົາແບັດເຕີຣີອອກຈາກຫ້ອງແບັດເຕີຣີ.

  3. ໃຊ້​ເຄື່ອງ​ສາກ​ແບັດ​ເຕີ​ຣີ​ດ້ວຍ​ຄວາມ​ຈຸ​ການ​ສາກ 3 ຫາ 4 A ເພື່ອ​ສາກ​ແບັດ​ເຕີ​ຣີ.

  4. ເມື່ອສາກແບັດ​ແຕີ​ຣີແລ້ວ, ໃຫ້ຖອດເຄື່ອງສາກໄຟອອກຈາກສາຍສາກໄຟຟ້າ ແລະ ຫົວ​ແບັດ​ເຕີ​ຣີ.

ການຕິດ​ຕັ້ງ​ແບັດ​ເຕີ​ຣີ

  1. ປະ​ກອບ​ແບັດ​ເຕີ​ຣີ​ໃສ່​ຖາດ​ຢູ່​ໃນ​ຫ້ອງ​ແບັດ​ເຕີ​ຣີ (ຮູບສະແດງ ). ວາງ​ຕຳ​ແໜ່ງ​ແບັດ​ເຕີ​ຣີ​ເພື່ອ​ໃຫ້​ຂົ້ວ​ແບັດ​ເຕີ​ຣີ​ຈັດ​ລຽນ​ອອກ​ທາງນອກ.

    artpending
  2. ຍຶດ​ແບັດ​ເຕີ​ຣີ​ໃສ່​ຖານ​ຫ້ອງ​ດ້ວຍ​ເຫຼັກ​ເກາະ​ວາງ​ລົງ, ເຫຼັກເກາະ​ຕົວ J 2 ອັນ, ແຫວນ​ຮອງ​ແປ 2 ອັນ ແລະ ນັອດປີກ​ຕົວ​ແມ່ 2 ອັນ.

  3. ຍຶດສາຍຂົ້ວບວກ (ສີແດງ) ໄປໃສ່ຂົ້ວບວກ (+) ຂອງແບັດ​ເຕີ​ຣີດ້ວຍ​ນັອດ​ຕົວ​ຜູ້ຮອງ​ຮັບ ແລະ ນັອດ​ຕົວແມ່ໃຫ້​ແໜ້ນ.

  4. ເລື່ອນຢາງ​ຫຸ້ມ​ໄປ​ເທິງ​ຫົວ​ຂົ້ວ​ບວກ.

  5. ຮັດສາຍຂົ້ວລົບ (ສີດຳ) ໃສ່ຂົ້ວບວກ (–) ຂອງແບັດ​ເຕີ​ຣີດ້ວຍ​ນັອດ​ຕົວ​ຜູ້ຮອງ​ຮັບ ແລະ ນັອດ​ຕົວແມ່ໃຫ້​ແໜ້ນ.

  6. ປິດ ແລະ ໃສ່ສະ​ຫຼັກປະ​ຕູ​ຫ້ອງ​ແບັດ​ເຕີ​ຣີ.

ການຕິດຕັ້ງລັອກສະ​ຫຼັກຝາກະໂປ່ງດ້ານ​ຫຼັງ

ເຄື່ອງ​ຈັກ CE

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ລັອກສະ​ຫຼັກ2
ນັອດ​ຕົວ​ຜູ້​ຈັບຫົວກ໋ອກ 2
ແຫວນ​ຮອງ​ລັອກແຂ້ວ​ພາຍ​ໃນ 2

ຖ້າ​ທ່ານ​ກຳ​ລັງ​ຕັ້ງ​ເຄື່ອງ​ຈັກ​ນີ້​ເພື່ອ​ນຳ​ໃຊ້​ຢູ່​ໃນ​ສະ​ຫະ​ພາບ​ເອີ​ຣົບ (CE), ຕິດ​ຕັ້ງ​ລັອກ​ສະ​ຫຼັກ​ຝາກະ​ໂປ່ງ​ໃສ່ກະ​ໂປ່ງ​ດ້ານ​ຫຼັງ​ດັ່ງ​ຕໍ່​ໄປ​ນີ້​ເພື່ອ​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ຂອງ CE.

  1. ເອົາຝາກະໂປ່ງດ້ານ​ຫຼັງອອກ.

  2. ຕິດ​ຕັ້ງ​ລັອກ​ສະ​ຫຼັກ​ເໜືອ​ສະ​ຫຼັກ​ກະ​ໂປ່ງ (ຮູບສະແດງ ) ນັອດ​ຕົວ​ຜູ້​ຈັບຫົວກ໋ອກ (ທັງ​ໝົດ 2 ອັນ).

    artpending
  3. ໃຊ້ຄີມ ແລະ ກະ​ແຈ​ປາກ​ເພື່ອ​ບິດ​ກຽວ​ແຫວນ​ຮອງ​ລັອກ​ພາຍ​ໃນ​ໃສ່​ນັອດ​ຕົວ​ຜູ້​ແຕ່​ລະ​ຕົວ (1 ຫາ 2 ກຽວ) ເພື່ອ​ຮັດ​ນັອດ​ຕົວ​ຜູ້​ໃສ່​ຝາ​ປົກ​ຈັກ.

  4. ເຮັດຊ້ໍາຄືນຂັ້ນຕອນ ຮອດ ຢູ່​ທີ່​ດ້ານອື່ນ​ຂອງຝາ​ກະ​ໂປ່ງ.

  5. ຕິດ​ຕັ້ງຝາກະໂປ່ງດ້ານ​ຫຼັງ.

ການຕິດຕັ້ງສາຍຄ້ອງ​ສະ​ຫຼັກ​ຝາ​ປົກ​ສາຍ​ພານ

ເຄື່ອງ​ຈັກ CE

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສາຍຄ້ອງ1
ນັອດ​ຍິງ1
ນັອດຕົວ​ຜູ້ (¼ x 1 ນິ້ວ)1
ນັອດລັອກຕົວແມ່ 6 ມມ (¼ ນິ້ວ)1

ຖ້າ​ທ່ານ​ກຳ​ລັງ​ຕັ້ງ​ເຄື່ອງ​ຈັກ​ນີ້​ໃຫ້​ເປັນ​ໄປ​ຕາມ CE, ຕິດ​ຕັ້ງ​ຂໍ້​ຕໍ່​ສະ​ຫຼັກ​ຝາ​ປົກ​ສາຍ​ພານ​ດັ່ງ​ຕໍ່​ໄປ​ນີ້.

  1. ຊອກຫາ​ຮູ​ຢູ່​ໃນ​ຝາ​ປົກ​ສາຍ​ພານ​ຢູ່​ຕໍ່​ໜ້າ​ຮ່ອງ​ສຳ​ລັບ​ຄັນ​ໂຍກ​ສະ​ຫຼັກ (ຮູບສະແດງ ແລະ ຮູບສະແດງ ).

    artpending
  2. ຮັດ​ສ່ວນ​ປະ​ກອບ​ສາຍ​ຄ້ອງ​ໃສ່​ຮູ​ຢູ່​ໃນ​ຝາ​ປົກ​ສາຍ​ພານ​ດ້ວຍ​ນັອດ​ຍິງ (ຮູບສະແດງ ).

    artpending
  3. ບິດ​ກຽວ​ນັອດ​ຕົວ​ຜູ້​ໃສ່​ຄັນ​ໂຍກ​ສະ​ຫຼັກ (ຮູບສະແດງ ).

artpending

ການ​ນຳ​ໃຊ້​ສະ​ຫຼາກ CE ແລະ ສະ​ຫຼາກບອກປີຜະລິດ

ເຄື່ອງ​ຈັກ CE

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສະຫຼາກ CE1
ສະ​ຫຼາກບອກປີຜະລິດ1
  1. ສຳ​ເລັດເງື່ອນ​ໄຂ​ກຳ​ນົດ​ຂອງ CE.

  2. ທຳ​ຄວາມ​ສະ​ອາດ​ຂາ​ງ່າມ​ດ້ວຍ​ເຫຼົ້າ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ ແລະ ປ່ອຍ​ໃຫ້ພື້ນ​ຜິວ​ແຫ້ງ.

    artpending
  3. ນຳ​ໃຊ້​ສະ​ຫຼາກ CE ແລະ ສະ​ຫຼາກບອກປີຜະລິດ​ໃສ່​ຂາ​ງ່າມ (ຮູບສະແດງ ).

ການ​ຕິດ​ຕັ້ງຕົວ​ຈັບງ່າມ​ຈັບ, ເກາະ​ປ້ອງ​ກັນ​ສະ​ໜາມ​ຫຍ້າ ແລະ ງ່າມ​ຈັບ

ການ​ເລືອກຕົວ​ຈັບງ່າມ​ຈັບ, ເກາະ​ປ້ອງ​ກັນ​ສະ​ໜາມ​ຫຍ້າ ແລະ ງ່າມ​ຈັບໃນ​ລະ​ດັບ​ກວ້າງ​ຂວາງ​ແມ່ນ​ມີ​ໃຫ້​ສຳ​ລັບ​ເຄື່ອງ​ຈັກ. ໃຫ້​ເບິ່ງ .

ພາບລວມຂອງຜະລິດຕະພັນ

artpending

ການຄວບ​ຄຸມຄານ​ມື​ຈັບ

artpending

ສະ​ຫຼັກຄານ​ມື​ຈັບ

ໃຊ້​ສະ​ຫຼັກ​ຄານ​ມື​ຈັບ (ຮູບສະແດງ ) ເພື່ອ​ຮັດຄານ​ມື​ຈັບ​ຢູ່​ໃນ​ຕຳ​ແໜ່ງ​ຕັ້ງ​ຂຶ້ນ ແລະ ເພື່ອ​ໃສ່​ເບ​ຣກ​ມື.

Important: ຮັດ​ຄານ​ມື​ຈັບ​ຢູ່​ໃນ​ຕຳ​ແໜ່ງ​ຕັ້ງ​ໃຫ້​ແໜ້ນ​ທຸກ​ເວ​ລາ​ທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ຄວບ​ຄຸມ.

ຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມ

ຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມ (ຮູບສະແດງ ) ຊ່ວຍ​ໃຫ້​ແນ່​ໃຈ​ວ່າ​ທ່ານ​ຢູ່​ໃນ​ຕຳ​ແໜ່ງ​ຂອງ​ຜູ້​ຄວບ​ຄຸມ​ໃນ​ຂະ​ນະ​ທີ່​ຂັບ​ເຄື່ອງ​ຈັກ ຫຼື ເດີນຫົວຮູແກນ​ກາງ.

Note: ການປ່ອຍຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມບໍ່ມອດ​ຈັກ.

ສູນຂໍ້ມູນ

ໃຊ້​ສູນ​ຂໍ້​ມູນ (ຮູບສະແດງ ) ເພື່ອ​ປັບ​ວ່າ​ຈະ​ໃຫ້​ຫົວ​ຮູແກນ​ກາງ​ຄວບ​ຄຸມ​ວຽກ​ແນວ​ໃດ.

ປຸ່ມ​ຢຸດ​ການ​ກະ​ແທກ

ຖ້າ​ທ່ານ​ສຳ​ຜັດ​ປຸ່ມ​ຢຸດ​ການ​ກະ​ແທກ (ຮູບສະແດງ ), ເຄື່ອງ​ຈັກ​ດຳ​ເນີນ​ການ​ດັ່ງ​ຕໍ່​ໄປ​ນີ້:

  • ເຄື່ອງ​ຈັກຢຸດ​ການຂັບ​ເຄື່ອນໄປ​ຂ້າງ​ໜ້າ.

  • ຫົວ​ຮູ​ແກນ​ກາງຍົກ​ຂຶ້ນ ແລະ ຢຸດ​ແລ່ນ.

Note: ການສຳ​ຜັດ​ກັບປຸ່ມ​ຢຸດ​ການ​ກະ​ແທກບໍ່ມອດ​ຈັກ. ທ່ານ​ສາ​ມາດ​ຂັບ​ເຄື່ອນ​ເຄື່ອງ​ຈັກ​ຖອຍ​ຄືນ​ໄດ້, ແຕ່​ທ່ານ​ຕ້ອງ​ຕັ້ງ​ປຸ່ມ​ກະ​ແທກ​ຄືນ​ໃໝ່​ເພື່ອ​ຂັບ​ເຄື່ອນ​ໄປ​ທາງ​ໜ້າ.

ການຄວບ​ຄຸມການ​ລາກ

artpending

ປຸ່ມ​ຂົນ​ສົ່ງ/ເຕີມ​ອາ​ກາດ

ໃຊ້​ປຸ່ມ​ຂົນ​ສົ່ງ/ເຕີມ​ອາ​ກາດ (ຮູບສະແດງ ) ເພື່ອ​ຄວບ​ຄຸມ​ຄວາມ​ໄວ​ສູງ​ສຸດ​ທີ່​ທ່ານ​ສາ​ມາດ​ຂັບ​ເຄື່ອນ​ເຄື່ອງ​ຈັກ​ໃນ​ຂະ​ນະ​ທີ່​ເຕີມ​ອາ​ກາດ ຫຼື ຂົນ​ສົ່ງ​ເຄື່ອງ​ຈັກ.

  • ຕຳ​ແໜ່ງການ​ເຕີມ​ອາ​ກາດໃຫ້​ການ​ເຕີມ​ອາ​ກາດ ແລະ ຈຳ​ກັດ​ຄວາມ​ໄວ​ພື້ນ​ດິນ​ຢູ່​ທີ່ 4.0 ກມ/ຊມ (2.5 ໄມ​ຕໍ່​ຊົ່ວ​ໂມງ) ຫຼື ຊ້າກວ່າ.

  • ຕຳ​ແໜ່ງຂົນ​ສົ່ງໃຫ້​ທ່ານ​ຂັບ​ເຄື່ອນ​ເຄື່ອງ​ຈັກ​ໄປ​ຕາມ​ຄວາມ​ໄວ​ພື້ນ​ດິນ​ເຕັມ​ທີ່ ຫຼື ຊ້າ​ລົງ​ລະ​ຫວ່າງ​ບ່ອນ​ເຮັດ​ວຽກ.

    Note: ທ່ານ​ບໍ່​ສາ​ມາດ​ເຕີມ​ອາ​ກາດ​ໄດ້​ດ້ວຍ​ປຸ່ມ​ຂົນ​ສົ່ງ/ການ​ເຕີມ​ອາ​ກາດ​ຢູ່​ໃນຕຳ​ແໜ່ງຂົນ​ສົ່ງ.

ການຄວບ​ຄຸມການ​ລາກ

ໃຊ້​ການ​ຄວບ​ຄຸມການ​ລາກທາງ​ຊ້າຍ ຫຼື ຂວາ (ຮູບສະແດງ ) ເພື່ອຂັບເຄື່ອນເຄື່ອງຈັກໄປທາງ​ໜ້າ ຫຼື ກັບຫຼັງ.

ສະວິດລັອກຄວາມໄວ—ໂໝດຂົນ​ສົ່ງ

ໃຊ້ສະວິດລັອກຄວາມໄວ (ຮູບສະແດງ ) ເພື່ອ​ຮັກ​ສາ​ຄວາມ​ໄວ​ພື້ນ​ດິນ​ທີ່​ທ່ານ​ຂັບ​ເຄື່ອນ​ເຄື່ອງ​ຈັກ; ຄື​ກັນ​ກັບ​ການ​ຄວບ​ຄຸມ​ການ​ຂັບ​ລົດທ່ຽວ​ຊົມ​ສຳ​ລານ​ຢູ່​ໃນ​ລົດ​ຍົນ.

  • ຕຳ​ແໜ່ງໃສ່ລັອກ​ຄວາມ​ໄວ​ພື້ນ​ດິນ​ປັດ​ຈຸ​ບັນ​ທີ່​ເຄື່ອງ​ຈັກ​ກຳ​ລັງ​ຂັບ​ເຄື່ອນ.

  • ຕຳ​ແໜ່ງເປີດເປີດ​ນຳ​ໃຊ້​ລັອກ​ຄວາມ​ໄວ​ພື້ນ​ດິນ.

  • ຕຳ​ແໜ່ງປິດປິດລັອກ​ຄວາມ​ໄວ​ພື້ນ​ດິນ.

ສະວິດລັອກຄວາມໄວ—ໂໝດເຕີມ​ອາ​ກາດ

ໃຊ້ສະວິດລັອກຄວາມໄວ (ຮູບສະແດງ ) ເພື່ອ​ຮັກ​ສາ​ຄວາມ​ໄວ​ພື້ນ​ດິນໃນ​ອັດ​ຕາ​ໄລ​ຍະ​ຫ່າງ​ຮູ​ເຕີມ​ອາ​ກາດ.

  • ຕຳ​ແໜ່ງເປີດ—ເປີດ​ນຳ​ໃຊ້ ແລະ ໃສ່​ລັອກ​ຄວາມ​ໄວ​ພື້ນ​ດິນ​ເພື່ອ​ຮັກ​ສາ​ຄວາມ​ໄວ​ພື້ນ​ດິນ​ໃນ​ອັດ​ຕາ​ໄລ​ຍະ​ຫ່າງ​ຮູ​ເຕີມ​ອາ​ກາດ​ເມື່ອ​ທ່ານ​ປ່ອຍຫູ​ຫິ້ວ​ເຕີມ​ອາ​ກາດ​ໃຫ້​ຢູ່​ທີ່ທ້າຍ​ຂອງການ​ຜ່ານ​ການ​ເຕີມ​ອາ​ກາດ.

  • ຕຳ​ແໜ່ງປິດປິດລັອກ​ຄວາມ​ໄວ​ພື້ນ​ດິນ—ເຄື່ອງ​ຈັກ​ຢຸດ​ເຄື່ອນ​ໄປ​ທາງ​ໜ້າ​ເມື່ອ​ທ່ານ​ປ່ອຍ​ຫູ​ຫິ້ວ​ເຕີມ​ອາ​ກາດ.

ການ​ຄວບ​ຄຸມຫົວຮູແກນ​ກາງ

artpending

ຫູ​ຫິ້ວເຕີມອາ​ກາດ

ໃຊ້ຫູ​ຫິ້ວ​ເຕີມ​ອາ​ກາດ (ຮູບສະແດງ ) ເພື່ອປ່ອຍ​ຫົວຮູ​ແກນ​ກາງ​ຕ່ຳ​ລົງ ຫຼື ຍົກ​ຂຶ້ນ.

ປຸ່ມ​ຄວບ​ຄຸມ​ການ​ປ່ອຍ​ລົງ

ນຳ​ໃຊ້​ສະ​ວິດ​ຄວບ​ຄຸມ​ການ​ປ່ອຍ​ລົງ (ຮູບສະແດງ ) ເພື່ອ​ປ່ຽນ​ວິ​ທີ​ປ່ອຍ​ຫົວ​ຮູ​ແກນ​ກາງຕ່ຳ​ລົງ​ເມື່ອ​ເຕີມ​ອາ​ກາດ, ທ່ານ​ສາ​ມາດ​ເລືອກ​ໂໝດ​ຕໍ່​ໄປ​ນີ້​ໄດ້:

  • ການ​ປ່ອຍ​ລົງ​ທັນ​ທີ

  • ການ​ປ່ອຍ​ລົງແກ່​ຍາວ

ການ​ຄວບ​ຄຸມ​ຈັກ

artpending

ຄັນ​ເລັ່ງ

ນຳ​ໃຊ້ຄັນ​ໂຍກຄັນ​ເລັ່ງ (ຮູບສະແດງ ) ເພື່ອຄວບ​ຄຸມຄວາມ​ໄວ​ຈັກ:

  • ການ​ເຄື່ອນ​ຄັນ​ໂຍກ​ຄັນ​ເລັ່ງ​ໄປ​ທາງ​ໜ້າ​ເພີ່ມ​ຄວາມ​ໄວ​ຈັກ—ໄປ​ສູ່​ຕຳ​ແໜ່ງໄວ.

  • ການ​ເຄື່ອນ​ຄັນ​ໂຍກ​ຄັນ​ເລັ່ງຄືນ​ຫຼັງຫຼຸດຄວາມ​ໄວ​ຈັກ—ໄປ​ສູ່​ຕຳ​ແໜ່ງຊ້າ.

Note: ຄວາມ​ໄວ​ຈັກ​ຄວບ​ຄຸມ​ຄວາມ​ໄວ​ຂອງ​ຫົວ​ຮູ​ແກນ​ກາງ.

ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຈັກ (ຊົກ)

ໃຊ້ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ເມື່ອຕິດ​ຈັກ​ເຢັນ (ຮູບສະແດງ ).

ສະ​ວິດຕິດຈັກ ແລະ ກະ​ແຈ

ໃຊ້ສະ​ວິດຕິດ​ຈັກ (ຮູບສະແດງ ) ເພື່ອຕິດ​ຈັກ ແລະ ມອດ​ຈັກ. ປຸ່ມມີ 3 ຕຳ​ແໜ່ງ:

  • ຕິດ​ຈັກ—ບິດ​ກະ​ແຈ​ໄປ​ຕາມ​ທິດ​ເຂັມ​ໂມງ​ຫາ​ຕຳ​ແໜ່ງຕິດ​ຈັກເພື່ອ​ໃສ່​ມໍ​ເຕີ​ເຄື່ອງ​ຕິດ​ຈັກ.

  • ເດີນ​ເຄື່ອງ—ເມື່ອ​ຈັກ​ຕິດ, ປ່ອຍ​ກະ​ແຈ ແລະ ມັນ​ເຄື່ອນຫາ​ຕຳ​ແໜ່ງເປີດໂດຍ​ອັດ​ຕະ​ໂນ​ມັດ.

  • ປິດ—ບິດ​ກະ​ແຈ​ຕາມ​ທິດ​ທວນ​ເຂັມ​ໂມງ​ຫາ​ຕຳ​ແໜ່ງປິດເພື່ອມອດ​ຈັກ.

ເຄື່ອງວັດ​ແທກ​ຄວາມ​ໄວ

ນຳ​ໃຊ້ເຄື່ອງ​ແທກ​ຄວາມ​ໄວເພື່ອກຳ​ນົດຄວາມ​ໄວຈັກ (ຮູບສະແດງ ).

ວາວ​ປິດ​ນ້ຳ​ມັນ

ໃຊ້ວາວ​ປິດ​ນ້ຳ​ມັນເພື່ອ​ຄວບ​ຄຸມ​ນ້ຳ​ມັນ​ຈາກຖັງ​ນ້ຳ​ມັນ (ຮູບສະແດງ ).

artpending

ການນຳໃຊ້ຈໍສະແດງຜົນ LCD ສູນ​ຂໍ້​ມູນ

ຈໍ​ສະແດງ​ຜົນ LCD ສູນ​ຂໍ້​ມູນສະ​ແດງ​ຂໍ້​ມູນກ່ຽວ​ກັບ​ເຄື່ອງ​ຈັກ​ຂອງ​ທ່ານ​ເຊັ່ນ: ສະ​ຖາ​ນະ​ການໃຊ້​ງານ ແລະ ການ​ວິ​ນິດ​ໄສ​ຕ່າງໆ (ຮູບສະແດງ ). ເມື່ອ​ທ່ານ​ໃຫ້​ໄຟ​ແກ່​ລະ​ບົບ​ໄຟ​ຟ້າ​ເປັນ​ເທື່ອ​ທຳ​ອິດ, ໜ້າ​ຈໍ​ແບບ​ນ້ຳ​ຟົ້ງ​ປາ​ກົດ​ຂຶ້ນ​ເປັນ​ໄລ​ຍະ​ສັ້ນໆ ແລະ ຈາກນັ້ນ​ແມ່ນ​ໜ້າ​ຈໍ​ຂໍ້​ມູນ​ຫຼັກ​ຂອງ​ສູນ​ຂໍ້​ມູນ. ທ່ານສາມາດປ່ຽນລະຫວ່າງໜ້າຈໍສຳຮອງ ແລະ ໜ້າຈໍຂໍ້ມູນຫຼັກໄດ້ທຸກເວລາໂດຍກົດປຸ່ມສູນ​ຂໍ້​ມູນໃດໜຶ່ງ ແລະ ຈາກນັ້ນເລືອກປຸ່ມລູກສອນທິດທາງທີ່ເໝາະສົມ.

artpending
  • ປຸ່ມຊ້າຍ, ປຸ່ມເຂົ້າໃຊ້/ກັບຄືນເມນູ—ກົດປຸ່ມນີ້ເພື່ອເຂົ້າເຖິງເມນູສູນ​ຂໍ້​ມູນ. ທ່ານສາມາດໃຊ້ມັນເພື່ອອອກຈາກເມນູໃດໜຶ່ງທີ່ທ່ານກໍາລັງໃຊ້ໃນປັດຈຸບັນໄດ້.

  • ປຸ່ເຄິ່ງກາງ—ໃຊ້ປຸ່ມນີ້ເພື່ອເລື່ອນເມນູລົງ.

  • ປຸ່ມເບື້ອງ​ຂວາ—ໃຊ້ປຸ່ມນີ້ເພື່ອເປີດເມນູທີ່ລູກສອນຂວາຊີ້ບອກເນື້ອຫາເພີ່ມເຕີມ.

Note: ຈຸດປະສົງຂອງແຕ່ລະປຸ່ມອາດຈະປ່ຽນແປງຂຶ້ນກັບສິ່ງທີ່ຕ້ອງການໃນເວລານັ້ນ. ປຸ່ມແຕ່ລະປຸ່ມແມ່ນຕິດປ້າຍດ້ວຍໄອຄອນທີ່ສະແດງໜ້າທີ່ຂອງມັນໃນປະຈຸບັນ.

ລາຍລະອຽດຂອງໄອຄອນສູນ​ຂໍ້​ມູນ

ຄົບຮອບການບຳ​ລຸງ​ຮັກ​ສາ

ຊີ້ບອກເຖິງເວລາການບຳ​ລຸງ​ຮັກ​ສາທີ່ໄດ້ກຳນົດວ່າຄວນໄດ້ປະຕິບັດ

Graphic

ໄອຄອນຂໍ້ມູນ

Graphic

ສູນ​ຂໍ້​ມູນ

Graphic

ຄວາມເລິກ​ຂອງຮູ

Graphic

ໄລ​ຍະ​ຫ່າງ​ຂອງຮູ

Graphic

ເສັ້ນ​ຜ່າ​ກາງງ່າມ​ຈັບ

Graphic

ງ່າມ​ຈັບ​ຕໍ່​ຕົວ​ຈັບ

Graphic

ໂໝດຂົນ​ສົ່ງ

ສັນຍາລັກມັກຈະຖືກລວມເຂົ້າກັນເພື່ອປະກອບເປັນປະໂຫຍກ. ບາງຕົວຢ່າງແມ່ນສະແດງຢູ່ລຸ່ມນີ້
Graphicຜູ້​ຄວບ​ຄຸມ​ຄວນໃສ່ການ​ຄວບ​ຄຸມ​ການລາກ​ໃນເກຍ​ຫວ່າງ
Graphicການຕິດຈັກຖືກປະຕິເສດ
Graphicການມອດ​ຂອງຈັກ
GraphicPTO ຖືກ​ປະ​ຕິ​ເສດ

Graphic ຊີ້ບອກ​ລາຍ​ການ​ເມ​ນູ​ຖືກ​ເຂົ້າ​ໂດຍ​ການ​ປ້ອນ PIN.

ການໃຊ້ເມູ

ເພື່ອເຂົ້າເຖິງລະບົບເມນູສູນ​ຂໍ້​ມູນ, ກົດປຸ່ມເຂົ້າເຖິງເມນູໃນຂະນະທີ່ຢູ່ໜ້າຈໍຫຼັກ. ນີ້ສະ​ແດງເມນູຫຼັກ. ໃຫ້​ເບິ່ງຕາຕະລາງຕໍ່ໄປນີ້ສຳລັບລາຍ​ຊື່ຂອງຕົວເລືອກຕ່າງໆທີ່ມີຈາກເມນູ:

ເມນູຫຼັກ

ລາຍການເມນູ

ຄຳອະທິບາຍ

ຄວາມຜິດພາດ

ມີລາຍຊື່ຂອງຂໍ້ຜິດພາດຂອງເຄື່ອງຈັກທີ່ຜ່ານມາ. ໃຫ້​ເບິ່ງປຶ້ມ​ຄູ່​ມື​ການ​ບໍ​ລິ​ການ​ຮັກ​ສາ ຫຼື ຜູ້​ຈຳ​ໜ່າຍ​ຂອງຜູ້​ຜະ​ລິດທີ່​ໄດ້​ຮັບ​ອະ​ນຸ​ມັດຂອງທ່ານສຳລັບຂໍ້ມູນເພີ່ມເຕີມກ່ຽວ​ກັບ​ຂໍ້​ຜິດ​ພາດ ແລະ ຂໍ້ມູນທີ່ມີຢູ່ໃນນັ້ນ.

ບໍ​ລິ​ການ

ມີຂໍ້ມູນກ່ຽວກັບເຄື່ອງຈັກເຊັ່ນ: ຊົ່ວໂມງການນຳໃຊ້, ເຄື່ອງນັບ ແລະ ຕົວເລກອື່ນໆທີ່ຄ້າຍຄືກັນ.

ການວິ​ນິດ​ໄສ

ເຮັດ​ບັນ​ຊີ​ລາຍ​ຊື່​ລັດ​ຕ່າງໆ​ທີ່​ເຄື່ອງ​ຈັກ​ມີ​ຢູ່​ໃນ​ປັດ​ຈຸ​ບັນ; ທ່ານສາມາດໃຊ້ວິທີນີ້ເພື່ອແກ້ໄຂບັນຫາບາງຢ່າງເພາະມັນຈະບອກທ່ານໄດ້​ຢ່າງໄວວ່າການ​ຄວບ​ຄຸມເຄື່ອງຈັກໃດເປີດຢູ່ ແລະ ຕົວໃດປິດ.

ສະຖິຕິ

ເຮັດ​ບັນ​ຊີ​ລາຍ​ຊື່​ເຄື່ອງ​ນັບ​ສຳ​ລັບ​ຂໍ້​ມູນເດີນ​ເຄື່ອງ​ຈັກ ແລະ ຂໍ້​ມູນ​ການ​ໃຊ້​ງານ​ເຊັ່ນ: ຂໍ້​ມູນ​ເຊັ່ນ: ເວ​ລາ​ແລ່ນຈັກ, ເນື້ອ​ທີ່/ປະ​ລິ​ມານ/ເວ​ລາເຕີມ​ອາ​ກາດ, ໄລ​ຍະ​ທາງເດີນ​ໄປ​ໃນ​ການ​ເຕີມ​ອາ​ກາດ.

ການ​ຕັ້ງ​ຄ່າ

ຊ່ວຍໃຫ້ທ່ານສາມາດປັບແຕ່ງ ແລະ ແກ້ໄຂຕົວແປການຕັ້ງຄ່າໃນໜ້າຈໍສະແດງຂໍ້ມູນສູນ​ຂໍ້​ມູນ.

ກ່ຽວກັບ

ເຮັດ​ລາຍ​ຊື່​ໝາຍ​ເລກ​ລຸ້ນ, ເລກລຳດັບ ແລະ ເວີຊັນຊອບແວຂອງເຄື່ອງຈັກຂອງທ່ານ.

ບໍ​ລິ​ການ

ລາຍການເມນູ

ຄຳອະທິບາຍ

ຊົ່ວໂມງ

ສະ​ແດງຈຳນວນຊົ່ວໂມງທັງໝົດທີ່ເຄື່ອງຈັກ, ຈັກ ແລະ PTO ໄດ້ເປີດໃຊ້, ພ້ອມທັງຈຳນວນຊົ່ວໂມງທີ່ເຄື່ອງໄດ້ຖືກຂົນສົ່ງ ແລະ ການບຳ​ລຸງ​ຮັກ​ສາທີ່​ຄົບກຳນົດ

ການນັບ

ສະ​ແດງ​ການນັບຈຳນວນທີ່ເຄື່ອງຈັກໄດ້ປະສົບມາ.

ການ​ລາກ

ສະ​ແດງ​ຜົນ, ຖ້າການ​ປັບ​ຕັ້ງ​ເຊັນ​ເຊີ​ນຳ​ໃຊ້​ໄດ້, ເລີ່ມ​ຕົ້ນ​ຂະ​ບວນ​ການ​ປັບ​ຕັ້ງ ແລະ ເຮັດ​ບັນ​ຊີ​ລາຍ​ການ​ຄ່າ​ໄຟ​ຟ້າ​ຂອງ​ເຊັນ​ເຊີ.

ຄວາມ​ສູງພື້ນ​ດິນ

ສະ​ແດງ​ຜົນ, ຖ້າການ​ປັບ​ຕັ້ງ​ເຊັນ​ເຊີ​ນຳ​ໃຊ້​ໄດ້, ເລີ່ມ​ຕົ້ນ​ຂະ​ບວນ​ການ​ປັບ​ຕັ້ງ ແລະ ເຮັດ​ບັນ​ຊີ​ລາຍ​ການ​ຄ່າ​ໄຟ​ຟ້າ​ຂອງ​ເຊັນ​ເຊີ.

ຫູ​ຫິ້ວ

ສະ​ແດງ​ຜົນ, ຖ້າການ​ປັບ​ຕັ້ງ​ເຊັນ​ເຊີ​ນຳ​ໃຊ້​ໄດ້, ເລີ່ມ​ຕົ້ນ​ຂະ​ບວນ​ການ​ປັບ​ຕັ້ງ ແລະ ເຮັດ​ບັນ​ຊີ​ລາຍ​ການ​ຄ່າ​ໄຟ​ຟ້າ​ຂອງ​ເຊັນ​ເຊີ.

ເຊັນ​ເຊີຄວາມ​ສູງ

ສະ​ແດງ​ຜົນ, ຖ້າການ​ປັບ​ຕັ້ງ​ເຊັນ​ເຊີ​ນຳ​ໃຊ້​ໄດ້, ເລີ່ມ​ຕົ້ນ​ຂະ​ບວນ​ການ​ປັບ​ຕັ້ງ ແລະ ເຮັດ​ບັນ​ຊີ​ລາຍ​ການ​ຄ່າ​ໄຟ​ຟ້າ​ຂອງ​ເຊັນ​ເຊີ.

ການ​ຕັ້ງ​ຄ່າ

ລາຍການເມນູ

ຄຳອະທິບາຍ

ຫົວໜ່ວຍ

ຄວບຄຸມຫົວໜ່ວຍທີ່ໃຊ້ໃນສູນ​ຂໍ້​ມູນ (ພາ​ສາ​ອັງ​ກິດ ຫຼື ເມ​ຕ​ຣິກ)

ພາສາ

ຄວບຄຸມພາສາທີ່ໃຊ້ໃນສູນ​ຂໍ້​ມູນ*

ໄຟຫຼັງ LCD

ຄວບຄຸມຄວາມສະຫວ່າງຂອງຈໍສະແດງຜົນ LCD

ຄວາມຄົມຊັດ LCD

ຄວບຄຸມຄວາມຄົມຊັດຂອງຈໍຂອງຈໍສະແດງຜົນ LCD

ເມນູທີ່ຖືກປົກປ້ອງGraphic

ໃຫ້​ຄົນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ທີ່​ມີ​ລະ​ຫັດ PIN ເຂົ້າ​ເຖິງ​ເມ​ນູ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ

ປົກ​ປ້ອງ​ການ​ຕັ້ງ​ຄ່າ Graphic

ໃຫ້​ຄວາມ​ສາ​ມາດປ່ຽນ​ການ​ຕັ້ງ​ຄ່າ​ໄດ້​ຢູ່​ໃນການ​ຕັ້ງ​ຄ່າທີ່​ຖືກ​ປົກ​ປ້ອງ.

ຄວາມ​ໄວສູງ​ສຸດ Graphic

ໃຫ້​ຄວາມ​ສາ​ມາດ​ປ່ຽນ​ຄວາມ​ໄວ​ພື້ນ​ດິນ​ໄປ​ໜ້າ​ສູງ​ສຸດ—ຄ່າ​ເລີ່ມ​ຕົ້ນ = 6.4 ກມ ຕໍ່ ຊມ (4 ໄມ​ຕໍ່​ຊົ່ວ​ໂມງ)

Graphic ຊີ້ບອກ​ລາຍ​ການ​ເມ​ນູ​ຖືກ​ເຂົ້າ​ໂດຍ​ການ​ປ້ອນ PIN.

ກ່ຽວກັບ

ລາຍການເມນູ

ຄຳອະທິບາຍ

ລຸ້ນ

ເຮັດ​ລາຍ​ຊື່​ເລກ​ລຸ້ນຂອງເຄື່ອງຈັກ

ເລກ​ລຳ​ດັບ

ເຮັດລາຍຊື່ເລກລຳດັບຂອງເຄື່ອງຈັກ

ການກວດແກ້ຕົວຄວບຄຸມເຄື່ອງຈັກ

ເຮັດລາຍຊື່ການດັດແກ້ຊອບແວຂອງຕົວຄວບຄຸມໃຫຍ່

ການກວດແກ້ສູນ​ຂໍ້​ມູນ Graphic

ເຮັດລາຍຊື່ການປັບປຸງຊອບແວຂອງສູນ​ຂໍ້​ມູນ

ຊ່ອງ CAN Graphic

ເຮັດລາຍຊື່ສະຖານະພາບຊ່ອງການສື່ສານຂອງເຄື່ອງຈັກ

Graphic ຊີ້ບອກ​ລາຍ​ການ​ເມ​ນູ​ຖືກ​ເຂົ້າ​ໂດຍ​ການ​ປ້ອນ PIN.

ການວິ​ນິດ​ໄສ

ລາຍການເມນູ

ຄຳອະທິບາຍ

ການແລ່ນເຄື່ອງຈັກ

ໃຫ້​ເບິ່ງປຶ້ມ​ຄູ່​ມື​ການ​ບໍ​ລິ​ການ​ຮັກ​ສາ ຫຼື ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ມັດຂອງທ່ານສຳລັບຂໍ້ມູນເພີ່ມເຕີມກ່ຽວ​ກັບເມ​ນູ​ເດີນ​ຈັກ ແລະ ຂໍ້ມູນທີ່ມີຢູ່ໃນນັ້ນ.

PTO

ການ​ລາກ

ເມນູທີ່ຖືກປົກປ້ອງ

ມີ​ການ​ຕັ້ງ​ຄ່າ​ການ​ໃຊ້​ງານ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ 3 ຄ່າ​ຢູ່​ພາຍ​ໃນ​ເມ​ນູ​ການ​ຕັ້ງ​ຄ່າ​ຂອງ​ສູນ​ຂໍ້​ມູນ: ຄວາມ​ໄວສູງ​ສຸດ, ເນື້ອນ​ທີ່ 2—ເນື້ອນ​ທີ່, ເນື້ອນ​ທີ່ 2—ປະ​ລິ​ມານ. ການຕັ້ງຄ່າເຫຼົ່ານີ້ຖືກລັອກໂດຍການໃຊ້ຂັ້ນ​ຕອນ​ດຳ​ເນີນ​ການ .

Note: ໃນຊ່ວງເວລາຂອງການຈັດສົ່ງ, ຜູ້​ຈຳ​ໜ່າຍ​ຂອງ​ທ່ານ​ອາດ​ຕ້ອງ​ໄດ້​ປ່ຽນ​ແປງ​ລະ​ຫັດ PIN.

ການເຂົ້າເຖິງເມນູທີ່ຖືກປົກປ້ອງ

Note: ລະ​ຫັດ PIN ເລີ່ມ​ຕົ້ນ​ມາ​ຈາກ​ໂຮງ​ງານ​ສຳ​ລັບ​ເຄື່ອງ​ຈັກ​ຂອງ​ທ່ານ​ແມ່ນ 0000 ຫຼື 1234.ຖ້າ​ທ່ານ​ປ່ຽນ​ລະ​ຫັດ PIN ແລະ ລືມ​ລະ​ຫັດ, ຕິດ​ຕໍ່​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ.

  1. ຈາກເມນູຫຼັກ, ໃຊ້​ປຸ່ມ​ເຄິ່ງ​ກາງ​ເພື່ອ​ເລື່ອນ​ລົງ​ຫາເມນູການ​ຕັ້ງ​ຄ່າ ແລະ ກົດ​ປຸ່ມ​ເບື້ອງ​ຂວາ (ຮູບສະແດງ ).

    artpending
  2. ຢູ່​ໃນເມນູການ​ຕັ້ງ​ຄ່າ, ໃຊ້​ປຸ່ມ​ເຄິ່ງ​ກາງ​ເພື່ອ​ເລື່ອນ​ລົງ​ຫາເມນູທີ່​ຖືກ​ປົກ​ປ້ອງ ແລະ ກົດ​ປຸ່ມ​ເບື້ອງ​ຂວາ (ຮູບສະແດງ A).

    artpending
  3. ເພື່ອ​ປ້ອນ​ລະ​ຫັດ PIN, ກົດ​ປຸ່ມ​ເຄິ່ງ​ກາງ​ຈົນ​ກວ່າ​ຕົວ​ເລກ​ທຳ​ອິດ​ຖືກ​ຕ້ອງ​ປາ​ກົດ​ຂຶ້ນ, ຫຼັງຈາກນັ້ນກົດປຸ່ມຂວາເພື່ອຍ້າຍໄປທີ່ຕົວເລກຕໍ່ໄປ (ຮູບສະແດງ B ແລະ ຮູບສະແດງ C). ເຮັດ​ຂັ້ນ​ຕອນ​ນີ້​ຊ້ຳ​ຄືນ​ຈົນ​ກວ່າ​ຕົວ​ເລກ​ສຸດ​ທ້າຍ​ຖືກ​ປ້ອນ​ເຂົ້າ ແລະ ກົດ​ປຸ່ມ​ເບື້ອງ​ຂວາ​ອີກ​ເທື່ອ​ໜຶ່ງ.

  4. ກົດປຸ່ມເຄິ່ງກາງເພື່ອປ້ອນລະຫັດ PIN (ຮູບສະແດງ D).

    ລໍ​ຖ້າ​ຈົນ​ກວ່າ​ໄຟ​ຕົວ​ຊີ້ບອກ​ສີ​ແດງ​ຂອງສູນ​ຂໍ້​ມູນຮຸ່ງວາບ​ຂຶ້ນ.

    Note: ຖ້າສູນ​ຂໍ້​ມູນຍອມ​ຮັບລະ​ຫັດ PIN ແລະ ເມ​ນູ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ​ຖືກ​ປົກ​ລັອກ, ຄຳ​ວ່າ “PIN” ປາ​ກົດ​ຂຶ້ນຢູ່​ແຈ​ເບື້ອງ​ຂວາ​ດ້ານ​ເທິງ​ຂອງໜ້າຈໍ.

Note: ໝູນສະວິດກະແຈໄປທີ່ຕຳແໜ່ງປິດ ແລະ ຈາກນັ້ນ​ໄປ​ສູ່ຕຳ​ແໜ່ງເປີດລັອກເມນູທີ່ຖືກປົກປ້ອງ.

ທ່ານ​ສາ​ມາດ​ເບິ່ງ ແລະ ປ່ຽນ​ການ​ຕັ້ງ​ຄ່າ​ໄດ້​ຢູ່​ໃນ​ເມ​ນູ​ທີ່​ຖືກ​ປົກ​ປ້ອງ. ເມື່ອ​ທ່ານ​ເຂົ້າ​ເຖິງເມນູທີ່​ຖືກ​ປົກປ້ອງ, ເລື່ອນລົງໄປເພື່ອປົກປ້ອງຕົວ​ເລືອກການຕັ້ງຄ່າ. ໃຊ້ປຸ່ມເບື້ອງຂວາເພື່ອປ່ຽນ​ແປງການ​ຕັ້ງ​ຄ່າ. ການ​ຕັ້ງ​ຄ່າ​ຂອງການ​ຕັ້ງ​ຄ່າ​ປົກ​ປ້ອງ​ເປັນປິດໃຫ້​ທ່ານ​ເບິ່ງ ແລະ ປ່ຽນ​ການ​ຕັ້ງ​ຄ່າ​ຢູ່​ໃນ​ເມ​ນູ​ທີ່​ຖືກ​ປົກ​ປ້ອງ​ໄດ້​ໂດຍ​ບໍ່​ມີ​ການ​ເຂົ້າ​ເຖິງ​ລະ​ຫັດ PIN. ການ​ຕັ້ງ​ຄ່າ​ຂອງ​ການ​ຕັ້ງ​ຄ່າ​ປົກ​ປ້ອງ​ເປັນເປີດເຊື່ອງ​ຕົວ​ເລືອກ​ທີ່​ຖືກ​ປົກ​ປ້ອງ ແລະ ຕ້ອງ​ການ​ໃຫ້​ທ່ານ​ປ້ອນ​ລະ​ຫັດ PIN ເພື່ອ​ປ່ຽນ​ການ​ຕັ້ງ​ຄ່າ​ຢູ່​ໃນ​ເມ​ນູ​ທີ່​ຖືກ​ປົກ​ປ້ອງ. ຫຼັງ​ຈາກ​ທ່ານ​ຕັ້ງ​ລະ​ຫັດ PIN, ໝູນ​ສະ​ວິດ​ກະ​ແຈປິດ ແລະ ກັບ​ຄືນ​ສູ່​ຕຳ​ແໜ່ງ ເປີດເພື່ອ​ເປີດ​ໃຊ້​ງານ ແລະ ບັນ​ທຶກ​ຄຸນ​ສົມ​ບັດ​ນີ້.

Note: ຂໍ້ກຳ​ນົດ​ສະ​ເພາະ ແລະ ການອອກແບບແມ່ນມີການປ່ຽນແປງໂດຍບໍ່ຕ້ອງແຈ້ງ.

ລວງ​ກ້​ວາງ127 ຊມ (50.1 ນິ້ວ)
ຖານ​ລໍ້113 ຊມ (44.5 ນິ້ວ)
ຄວາມກວ້າງທາງ​ເດີນ97 ຊມ (38.3 ນິ້ວ)
ຄວາມກວ້າງຮູ​ແກນ​ກາງ122 ຊມ (48 ນິ້ວ)
ລວງຍາວ295 ຊມ (116.3 ນິ້ວ)
ລວງ​ສູງ​ຂອງ​ຫົວ (ຍົກ​ຂຶ້ນ)114 ຊມ (45 ນິ້ວ)
ລວງ​ສູງ​ຂອງ​ຫົວ (ປ່ອຍ​ຕ່ຳ​ລົງຂຶ້ນ)93 ຊມ (36.5 ນິ້ວ)
ລວງ​ສູງ, ມື​ຈັບ154.2 ຊມ (60.7 ນິ້ວ)
ຄວາມ​ສູງຫ່າງ​ຈາກ​ພື້ນ​ດິນ12 ຊມ (4.8 ນິ້ວ)
ຄວາມ​ໄວໄປ​ໜ້າ0 ຫາ 7.2 ກມ/ຊມ (0 ຫາ 4.5 ໄມຕໍ່ຊົ່ວ​ໂມງ)
ຄວາມ​ໄວຖອຍ​ຫຼັງ0 ຫາ 4 ກມ/ຊມ (0 ຫາ 2.5 ໄມຕໍ່ຊົ່ວ​ໂມງ)
ນ້ຳໜັກສຸດທິ745 ກ​ລ (1,642 ປອນ)

ສິ່ງທີ່ຕິດມານຳ/ອຸປະກອນເສີມ

ການຄັດເລືອກສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ໄດ້ຮັບການອະ​ນຸ​ມັດຈາກ Toro ແມ່ນມີໃຫ້ໃຊ້ກັບເຄື່ອງຈັກເພື່ອຍົກ​ລະ​ດັບ ແລະ ຂະຫຍາຍຄວາມສາມາດຂອງມັນ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຕົວແທນຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດ ຫຼື ເຂົ້າໄປທີ່ www.Toro.com ສຳລັບລາຍຊື່ສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ຖືກອະນຸມັດທັງໝົດ.

ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ, ໃຫ້ນຳໃຊ້ແຕ່ອາໄຫຼ່ ແລະ ອຸປະກອນປ່ຽນຖ່າຍຂອງ Toro ເທົ່ານັ້ນ. ອາໄຫຼ່ປ່ຽນ​ຖ່າຍ ແລະ ອຸປະກອນເສີມທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ, ແລະ ການນຳໃຊ້ດັ່ງກ່າວອາດເຮັດໃຫ້ການຄ້ຳປະກັນຂອງສິນຄ້າເປັນໂມຄະ.

ໃຫ້​ເບິ່ງ​ຕາ​ຕະ​ລາງ​ການ​ປັບ​ຕັ້ງ​ງ່າມ​ຈັບ​ທີ່​ຕິດ​ຕາມ​ໄປ​ສຳ​ລັບ​ຫົວ​ງ່າມ​ຈັບ, ເກາະ​ປ້ອງ​ກັນ​ທົ່ງ​ຫຍ້າ ແລະ ຂໍ້​ມູນ​ງ່າມ​ຈັບ:

ຕາ​ຕະ​ລາງ​ການ​ປັບ​ຕັ້ງງ່າມ​ຈັບ

ລາຍ​ລະ​ອຽດ​ຫົວ​ງ່າມ​ຈັບໄລ​ຍະ​ຫ່າງ​ຫົວ​ງ່າມ​ຈັບຂະ​ໜາດ​ດ້າມ​ເຄື່ອງ​ມືປະ​ລິ​ມານ​ງ່າມ​ຈັບປະ​ເພດເກາະ​ປ້ອງ​ກັນ​ທົ່ງ​ຫຍ້າ (ປະ​ລິ​ມານ)
ຫົວ​ງ່າມ​ຈັບ​ນ້ອຍ 2x541 ມມ (1.60 ນິ້ວ)9.5 ມມ (⅜ ນິ້ວ)605-ງ່າມ​ຈັບ—ສັ້ນ (2)
5-ງ່າມ​ຈັບ—ຍາວ (1)
ຫົວ​ງ່າມ​ຈັບ​ນ້ອຍ 1x632 ມມ (1.25 ນິ້ວ)9.5 ມມ (⅜ ນິ້ວ)366-ງ່າມ​ຈັບ—ສັ້ນ (2)
6-ງ່າມ​ຈັບ—ຍາວ (1)
3 ຫົວ​ງ່າມ​ຈັບ (⅞ ນິ້ວ)66 ມມ (2.60 ນິ້ວ)22.2 ມມ (⅞ ນິ້ວ)183-ງ່າມ​ຈັບ—ສັ້ນ (2)
3-ງ່າມ​ຈັບ—ຍາວ (1)
3 ຫົວ​ງ່າມ​ຈັບ (¾ ນິ້ວ)66 ມມ (2.60 ນິ້ວ)19.5 ມມ (¾ ນິ້ວ)183-ງ່າມ​ຈັບ—ສັ້ນ (2)
3-ງ່າມ​ຈັບ—ຍາວ (1)
4 ຫົວ​ງ່າມ​ຈັບ (¾ ນິ້ວ)51 ມມ (2.00 ນິ້ວ)19.5 ມມ (¾ ນິ້ວ)244-ງ່າມ​ຈັບ—ສັ້ນ (2)
4-ງ່າມ​ຈັບ—ຍາວ (1)
ຫົວ​ງ່າມ​ຈັບເຂັມ 5 ດວງ41 ມມ (1.60 ນິ້ວ)305-ງ່າມ​ຈັບ—ສັ້ນ (2)
5-ງ່າມ​ຈັບ—ຍາວ (1)

ການປະຕິບັດງານ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແໜ່ງການ​ໃຊ້​ງານປົກກະຕິ.

ກ່ອນການປະຕິບັດງານ

ຄວາມປອດໄພກ່ອນການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ຢ່າປ່ອຍໃຫ້ເດັກນ້ອຍ ຫຼື ຄົນທີ່ບໍ່ໄດ້ຮັບການຝຶກອົບຮົມເຮັດວຽກ ຫຼື ບຳ​ລຸງ​ຮັກ​ສາເຄື່ອງຈັກ. ລະບຽບການໃນທ້ອງຖິ່ນອາດຈະຈຳກັດອາຍຸຂອງຜູ້ນຳ​ໃຊ້. ເຈົ້າຂອງມີ​ຄວາມຮັບຜິດຊອບໃນການຝຶກອົບຮົມຜູ້ປະຕິບັດການ ແລະ ຊ່າງກົນຈັກທັງໝົດ.

  • ທຳຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງອຸປະກອນ, ການຄວບຄຸມຂອງຜູ້​ນຳ​ໃຊ້ ແລະ ປ້າຍສັນຍານຄວາມປອດໄພ.

  • ຮູ້ວິທີການຢຸດເຄື່ອງຈັກ ແລະ ມອດເຄື່ອງຈັກຢ່າງໄວວາ.

  • ກ່ອນທີ່ຈະໃຊ້​ງານ, ຕ້ອງກວດກາເຄື່ອງຈັກຢູ່ສະເໝີເພື່ອຮັບປະກັນວ່າງາມ​ຈັບຢູ່ໃນສະພາບການເຮັດວຽກທີ່ດີ. ປ່ຽນງ່າມຈັບທີ່ຫ້ຽນ ຫຼື ເປ່​ເພ.

  • ກວດກາບໍລິເວນທີ່ທ່ານວາງ​ແຜນໃຊ້ເຄື່ອງຈັກ ແລະ ເອົາວັດຖຸທັງໝົດທີ່ເຄື່ອງຈັກສາມາດຕຳໄດ້​ນັ້ນ​ອອກ.

  • ຊອກ​ຫາ ແລະ ໝາຍ​ສາຍ​ໄຟ ແລະ ສາຍ​ການ​ສື່​ສານ​ທັງ​ໝົດ, ສ່ວນ​ປະ​ກອບ​ຂອງ​ລະ​ບົບການ​ໃຫ້​ນ້ຳ ແລະ ສິ່ງ​ກີດ​ຂວາງ​ອື່ນໆ​ໃນ​ພື້ນ​ທີ່​ຈະ​ເຕີມ​ອາ​ກາດ. ຖ້າ​ເປັນ​ໄປ​ໄດ້​ໃຫ້​ເອົາ​ສິ່ງ​ທີ່​ເປັນ​ອັນ​ຕະ​ລາຍ​ທັງ​ໝົດ​ອອກ ຫຼື ວາງ​ແຜນ​ວິ​ທີ​ຫຼີກ​ລ່ຽງ​ພວກ​ມັນ.

  • ຈອດເຄື່ອງ​ຈັກໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

  • ກວດ​ເບິ່ງວ່າ​ສິ່ງຄວບ​ຄຸມຜູ້​ໃຊ້​ງານ-ການ​ປະ​ກົດ​ຕົວຢູ່, ສະ​ວິດ​ຄວາມ​ປອດ​ໄພ ແລະ ແຜ່ນ​ບັງປ້ອງ​ກັນໄດ້​ຕິດ​ໃສ່ ແລະ ໃຊ້​ງານ​ໄດ້​ຢ່າງ​ດີ. ຢ່າ​ນຳໃຊ້ເຄື່ອງ​ຈັກ​ນອກ​ຈາກວ່າ​ພວກ​ມັນນຳ​ໃຊ້​ໄດ້​ປົກ​ກະ​ຕິ.

ຄວາມປອດໄພຂອງນໍ້າມັນເຊື້ອໄຟ

  • ໃຊ້ຄວາມລະມັດລະວັງທີ່ສຸດໃນການຈັດການກັບນໍ້າມັນເຊື້ອໄຟ. ມັນໄວໄຟ ແລະ ອາຍແກັສຂອງມັນລະເບີດໄດ້.

  • ມອດຢາສູບ, ຊິກາ, ບັ້ງສູບຢາ ແລະ ແຫຼ່ງອື່ນໆທີ່ສາມາດຈຸດໄຟໄດ້.

  • ໃຊ້ຖັງນໍ້າມັນເຊື້ອໄຟທີ່ອະນຸມັດໃຫ້ເທົ່ານັ້ນ.

  • ຢ່າເປີດຝາປິດນໍ້າມັນເຊື້ອໄຟ ຫຼື ເຕີມນໍ້າມັນເຊື້ອໄຟໃນຂະນະທີ່ເຄື່ອງຈັກກຳລັງແລ່ນ ຫຼື ຮ້ອນ.

  • ຢ່າເພີ່ມ ຫຼື ເທນ້ຳມັນເຊື້ອໄຟອອກ​ຢູ່ໃນບ່ອນທີ່ປິດ.

  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

  • ຖ້າທ່ານເຮັດນໍ້າມັນເຊື້ອໄຟກະເດັນ, ຢ່າພະຍາຍາມຕິດຈັກ; ຫຼີກລ່ຽງການສ້າງແຫຼ່ງທີ່ມາຂອງການຈຸດໄຟຈົນກວ່າອາຍນ້ຳມັນເຊື້ອໄຟລະ​ເຫີຍ​ໄປ​ໝົດ​ແລ້ວ.

ການເຕີມນໍ້າມັນເຊື້ອໄຟ

ຂໍ້​ມູນ​ຈຳ​ເພາະນໍ້າມັນເຊື້ອໄຟ

ປະ​ເພດນ້ຳ​ມັນ​ແອັດ​ຊັງ​ບໍ່​ມີ​ສານຕະ​ກົ່ວ
ການ​ຈັດ​ອັດ​ຕາອອກ​ເທນ​ຕ່ຳ​ສຸດ87 (ສະ​ຫະ​ລັດ) ຫຼື 91 (ຄົ້ນ​ຄວ້າ​ວິ​ໄຈ​ອອກ​ເທນ, ຢູ່ນອກ​ສະ​ຫະ​ລັດ)
ເອ​ທານອ​ລບໍ່​ເກີນ 10% ໂດຍ​ບໍ​ລິ​ມາດ
ເມ​ທານອ​ລບໍ່ມີ
MTBE (ເມ​ທິ​ລ​ເຕີ​ເທຍ​ຣີ​ບິວ​ທິ​ລ​ອີ​ເທີ - methyl tertiary butyl ether)ໜ້ອຍກວ່າ 15% ໂດຍ​ບໍ​ລິ​ມາດ
ນໍ້າມັນເຄື່ອງຢ່າເຕີມໃສ່​ນ້ຳ​ມັນ​ເຊື້ອ​ໄຟ

ໃຫ້​ໃຊ້​ແຕ່​ນ້ຳ​ມັນເຊື້ອ​ໄຟທີ່​ສະ​ອາດ, ສົດ (ອາ​ຍຸ​ບໍ່​ເກີນ 30 ວັນ) ຈາກ​ແຫຼ່ງ​ທີ່​ມີ​ຊື່​ສຽງເທົ່າ​ນັ້ນ.

Important: ເພື່ອ​ຫຼຸດ​ຜ່ອນ​ບັນ​ຫາ​ການ​ຕິດ​ຈັກ, ເຕີມຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບໃສ່​ນ້ຳ​ມັນ​ເຊື້ອ​ໄຟ​ສົດ​ຕາມ​ທີ່ຜູ້​ຜະ​ລິດຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນ​ເຊື້ອ​ໄຟສັ່ງ.

ເ​ຕີມ​ຖັງ​ນ້ຳ​ມັນ

ຄວາມຈຸຂອງຖັງນໍ້າມັນ: 26,5 ລິດ (7 ແກນລອນສະຫະລັດ)

  1. ຈອດເຄື່ອງ​ຈັກໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

  2. ທຳ​ຄວາມ​ສະ​ອາດ​ຮອບຝາປິດຖັງນໍ້າມັນເຊື້ອໄຟ ແລະ ເອົາ​ມັນ​ອອກ (ຮູບສະແດງ ).

    artpending
  3. ເຕີມ​ນ້ຳ​ມັນ​ໃສ່​ຖັງ​ນ້ຳ​ມັນ​ຈົນ​ລະ​ດັບຮອດ 6 ມມ ເຖິງ 13 ມມ (¼ ເຖິງ ½ ນິ້ວ) ຢູ່​ລຸ່ມ​ປຸ່ມ​ຄໍບ່ອນ​ເຕີມ.

    Important: ພື້ນທີ່ຫວ່າງນີ້ຢູ່ໃນຖັງປ່ອຍໃຫ້ນໍ້າມັນເຊື້ອໄຟຂະຫຍາຍຕົວໄດ້. ຢ່າ​ໃສ່ນໍ້າມັນເຊື້ອໄຟຈົນເຕັມຖັງ.

  4. ອັດຝາປິດຖັງນ້ຳ​ມັນ​ເຊື້ອ​ໄຟໃຫ້​ແໜ້ນ​ດີ.

  5. ເຊັດນ້ຳມັນເຊື້ອໄຟທີ່ຟົ້ງອອກ.

ການປະຕິບັດການບຳລຸງຮັກສາປະຈຳວັນ

ກ່ອນທີ່ຈະເລີ່ມໃຊ້ເຄື່ອງຈັກໃນແຕ່ລະມື້, ໃຫ້ປະຕິບັດຕາມແຕ່ລະຂັ້ນຕອນການນຳໃຊ້/ປະຈຳວັນທີ່ລະບຸໄວ້ໃນ .

ການທົດສອບລະບົບອິນ​ເຕີລັອກຄວາມ​ປອດ​ໄພ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ທົດສອບລະບົບອິນ​ເຕີລັອກຄວາມ​ປອດ​ໄພ.
  • ຂໍ້ຄວນລະວັງ

    ຖ້າຫາກວ່າລະບົບອິນ​ເຕີ​ລັອກຄວາມ​ປອດ​ໄພຖືກຕັດຂາດ ຫຼື ເສຍຫາຍ, ເຄື່ອງສາມາດປະຕິບັດງານໂດຍບໍ່ຄາດຝັນເຊິ່ງກໍ່ໃຫ້ເກີດການບາດເຈັບຕໍ່ບຸກຄົນໄດ້.

    • ຢ່າແຕະ​ຕ້ອງປຸ່ມອິນເຕີລັອກ.

    • ກວດເບິ່ງການປະຕິບັດງານຂອງລະ​ບົບອິນ​ເຕີ​ລັອກທຸກໆມື້ ແລະ ປ່ຽນອາ​ໄຫຼ່ລັອກລະ​ຫວ່າງ​ຄວາມ​ປອດ​ໄພທີ່ເສຍຫາຍກ່ອນທີ່ຈະໃຊ້​ງານເຄື່ອງຈັກ.

    • ລະບົບ​ອິນ​ເຕີ​ລັອກຄວາມ​ປອດ​ໄພປ້ອງ​ກັນ​ບໍ່​ໃຫ້​ຈັກ​ຕິດ, ນອກ​ຈາກວ່າການ​ຄວບ​ຄຸມ​ການລາກຢູ່​ໃນ​ຕຳ​ແໜ່ງເກຍ​ຫວ່າງ.

    • ລະບົບ​ອິນ​ເຕີ​ລັອກຄວາມ​ປອດ​ໄພປ້ອງ​ກັນ​ບໍ່​ໃຫ້​ຈັກ​ຕິດ, ນອກ​ຈາກວ່າຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມຖືກ​ປ່ອຍ​ເຕັມ​ທີ່.

    • ລະບົບອິນ​ເຕີ​ລັອກຄວາມ​ປອດ​ໄພປ້ອງ​ກັນ​ບໍ່​ໃຫ້​ຈັກ​ຕິດ, ນອກ​ຈາກວ່າຫົວ​ຮູ​ແກນ​ກາງຖືກ​ປ່ອຍ​ເຕັມ​ທີ່.

    • ລະ​ບົບ​ອິນ​ເຕີ​ລັອກ​ຄວາມ​ປອດ​ໄພ​ຍົກ​ຫົວ​ຮູ​ແກນ​ກາງ​ຂຶ້ນ ແລະ ມອດ​ມັນ, ຖ້າ​ທ່ານ​ຂັບ​ເຄື່ອງ​ຈັກ​ຖອຍ​ຫຼັງ​ໃນ​ຂະ​ນະ​ທີ່​ກຳ​ລັງ​ເຕີມ​ອາ​ກາດ ຫຼື ສຳ​ຜັດ​ປຸ່ມ​ຢຸດ​ການ​ກະ​ແທກ.

    Important: ຖ້າ​ລະ​ບົບອິນ​ເຕີລັອກຄວາມ​ປອດ​ໄພ​ບໍ່​ໃຊ້​ງານ​ໄດ້​ຕາມ​ອະ​ທິ​ບາຍ​ໄວ້, ໃຫ້​ຜູ້​ຈຳ​ໜ່າຍຂອງ​ຜູ້​ຜະ​ລິດທີ່​ໄດ້​ຮັບ​ອະ​ນຸ​ຍາດ​ສ້ອມ​ແປງ​ລະ​ບົບລັອກ​ລະ​ຫວ່າງຄວາມ​ປອດ​ໄພທັນ​ທີ.

    ການຍົກຫົວ​ຮູ​ແກນ​ກາງ

    ຖ້າຫົວ​ຮູ​ແກນ​ກາງ​ຖືກ​ປ່ອຍ​ລົງ, ໃຫ້​ປະ​ຕິ​ບັດຂັ້ນ​ຕອນຕໍ່​ໄປ​ນີ້. ຖ້າ ຫົວ​ຮູ​ແກນ​ກາງຍົກ​ຂຶ້ນ, ຂ້າມ​ໄປ​ຫາ .

    1. ຕິດຈັກ ແລະ ຕັ້ງຄວາມ​ໄວ​ຈັກໄປ​ຫາຕຳແໜ່ງຊ້າ; ໃຫ້​ເບິ່ງ .

    2. ປ່ອຍ​ຄານ​ມື​ຈັບ​ຕ່ຳ​ລົງ (ຮູບສະແດງ ).

      artpending
    3. ກົດປຸ່ມ​ບ່ອນ​ໃດ​ກໍ​ໄດ້​ໃນ​ສູນ​ຂໍ້​ມູນ (ຮູບສະແດງ ).

      Note: ຫົວ​ຮູ​ແກນ​ກາງຍົກ​ຂຶ້ນ.

      artpending
    4. ມອດຈັກ; ໃຫ້​ເບິ່ງ .

    ການທົດສອບອິນ​ເຕີ​ລັອກຕົວ​ຕິດ​ຈັກ

    1. ຖ້າ​ຈັກ​ກຳ​ລັງ​ຕິດ​ຢູ່, ໃຫ້​ມອດມັນ.

    2. ຈັບຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມໄປ​ໃສ່​ຄານ​ມື​ຈັບ ແລະ ໝູນ​ການ​ຄວບ​ຄຸມການ​ລາກ (ຮູບສະແດງ ) ໄປ​ທາງ​ໜ້າ ຫຼື ໝູນ​ມັນ​ກັບ​ຄືນ​ຫຼັງ ແລະ ຕິດຈັກ.

      Important: ຈັກຕ້ອງ​ບໍ່​ຕິດ.

      artpending

    ການທົດສອບອິນ​ເຕີ​ລັອກການ​ຢູ່​ຂອງ​ຜູ້​ຄວບ​ຄຸມ

    1. ປ່ອຍຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມ, ເຄື່ອນການ​ຄວບ​ຄຸມການ​ລາກໄປ​ຫາ​ຕຳ​ແໜ່ງຫວ່າງ ແລະ ຕິດ​ຈັກ.

    2. ຈັບຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມໄປ​ໃສ່​ຄານ​ມື​ຈັບ ແລະ ໝູນດ້ານ​ເທິງ​ຂອງການ​ຄວບ​ຄຸມການ​ລາກໄປ​ທາງ​ໜ້າ (ຮູບສະແດງ ).

      Note: ເຄື່ອງ​ຈັກຂັບ​ເຄື່ອນໄປ​ຂ້າງ​ໜ້າ.

      artpending
    3. ໃນ​ຂະ​ນະ​ທີ່​ຖື​ການ​ຄວບ​ຄຸມການ​ລາກ​ໄວ້, ປ່ອຍຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມ (ຮູບສະແດງ ).

      Important: ເຄື່ອງ​ຈັກຕ້ອງຢຸດ​ການຂັບ​ເຄື່ອນໄປ​ຂ້າງ​ໜ້າ.

      artpending

    ການທົດສອບອິນ​ເຕີ​ລັອກການຢຸດ​ການ​ກະ​ແທກ

    1. ຈັບຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມໄປ​ໃສ່​ຄານ​ມື​ຈັບ ແລະ ໝູນດ້ານ​ເທິງ​ຂອງການ​ຄວບ​ຄຸມການ​ລາກໄປ​ທາງ​ໜ້າ (ຮູບສະແດງ ).

      Note: ເຄື່ອງ​ຈັກຂັບ​ເຄື່ອນໄປ​ຂ້າງ​ໜ້າ.

      artpending
    2. ໃນ​ຂະ​ນະ​ທີ່​ຖືຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມ ແລະ ການຄວບ​ຄຸມການ​ລາກໄວ້, ສຳ​ຜັດ​ປຸ່ມ​ຢຸດ​ການ​ກະ​ແທກ ຮູບສະແດງ .

      Important: ເຄື່ອງ​ຈັກຕ້ອງຢຸດ​ການຂັບ​ເຄື່ອນໄປ​ຂ້າງ​ໜ້າ.

      Note: ຈັກຍັງ​ຄົງ​ຕິດຢູ່.

      artpending
    3. ຕັ້ງ​ຄ່າ​ປຸ່ມຢຸດ​ການກະ​ແທກ​ຄືນ​ໃໝ່; ໃຫ້​ເບິ່ງ .

    ການ​ທົດ​ສອບ​ອິນ​ເຕີ​ລັອກ​ກັບ​ຄືນ​ຫົວ​ຮູ​ແກນ​ກາງ

    1. ດຳເນີນການຢ່າງ 1 ຕໍ່ໄປນີ້:

      • ເຄື່ອນ​ເຄື່ອງ​ຈັກ​ໄປ​ພື້ນ​ທີ່​ສະ​ໜາມ​ຫຍ້າ​ບ່ອນ​ທີ່​ທ່ານ​ສາ​ມາດ​ເຕີມ​ອາ​ກາດ​ໂດຍ​ບໍ່​ຕ້ອງ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ກັບງ່າມ​ຈັບ ຫຼື ພື້ນ​ທີ່.

      • ເອົາງ່າມ​ຈັບອອກ.

    2. ຈັບຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມໄປ​ໃສ່​ຄານ​ມື​ຈັບ, ໝູນດ້ານ​ເທິງ​ຂອງການ​ຄວບ​ຄຸມການລາກໄປ​ທາງ​ໜ້າ ແລະ ປິດ​ຫູ​ຫິ້ວ​ເຕີມ​ອາ​ກາດ (ຮູບສະແດງ ).

      Note: ເຄື່ອງ​ຈັກຂັບ​ເຄື່ອນໄປ​ຂ້າງ​ໜ້າ, ຫົວຮູ​ແກນ​ກາງແລ່ນ ແລະ ມັນ​ຕ່ຳ​ລົງ.

      artpending
    3. ໃນ​ຂະ​ນະ​ທີ່ຈັບຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມ ແລະ ຫູ​ຫິ້ວເຕີມອາ​ກາດ, ໝູນດ້ານ​ເທິງ​ຂອງການ​ຄວບ​ຄຸມການ​ລາກກັບ​ຄືນ​ຫຼັງ (ຮູບສະແດງ ).

      Important: ຫົວ​ຮູ​ແກນ​ກາງຕ້ອງຍົກ​ຂຶ້ນ ແລະ ຢຸດ​ແລ່ນ.

      Note: ຈັກຍັງ​ຄົງ​ຕິດຢູ່.

      artpending
    4. ເລື່ອນການ​ຄວບ​ຄຸມ​ການລາກໄປທີ່ຕຳແໜ່ງເກຍ​ຫວ່າງ.

    5. ຖ້າ​ທ່ານ​ເອົາ​ງ່າມ​ຈັບ​ອອກ, ຕິດ​ຕັ້ງ​ພວກ​ມັນ ແລະ ປັບ​ຕັ້ງ​ຄວາມ​ສູງ​ເທິງ​ພື້ນ​ດິນ; ໃຫ້​ເບິ່ງ ແລະ .

    ການ​ຕິດ​ຕັ້ງເກາະ​ປ້ອງ​ກັນ​ສະ​ໜາມ​ຫຍ້າ, ຕົວ​ຈັບງ່າມ​ຈັບ ແລະ ງ່າມ​ຈັບ

    Important: ທ່ານ​ຕ້ອງ​ປັບ​ຕັ້ງ​ຄວາມ​ສູງ​ເທິງ​ພື້ນ​ດິນ​ຂອງ​ງ່າມ​ຈັບ​ໃນ​ແຕ່​ລະ​ຄັ້ງ​ທີ່​ທ່ານ​ປ່ຽນ​ຈາກ​ງ່າມ​ຈັບ​ຍາວ​ມາ​ເປັນ​ງ່າມ​ຈັບ​ສັ້ນ ຫຼື ຈາກ​ງ່າມ​ຈັບ​ສັ້ນ​ໄປ​ເປັນ​ງ່າມ​ຈັບ​ຍາວ.

    ການ​ເລືອກຕົວ​ຈັບງ່າມ​ຈັບ, ເກາະ​ປ້ອງ​ກັນ​ສະ​ໜາມ​ຫຍ້າ ແລະ ງ່າມ​ຈັບໃນ​ລະ​ດັບ​ກວ້າງ​ຂວາງ​ແມ່ນ​ມີ​ໃຫ້​ສຳ​ລັບ​ເຄື່ອງ​ຈັກ. ເລືອກ​ອົງ​ປະ​ກອບ​ທີ່​ຕ້ອງ​ການ​ຕາມ​ຕາ​ຕະ​ລາງ​ອຸ​ປະ​ກອນ​ເສີມ​ຢູ່​ໃນ​ເອ​ກະ​ສານ​ຄັດ​ຕິດ ແລະ ອຸ​ປະ​ກອນ​ເສີມ.

    ການ​ກະ​ກຽມ​ເຄື່ອງ​ຈັກ

    1. ຍົກ​ຫົວ​ຮູ​ແກນ​ກາງ​ຂຶ້ນ ແລະ ລັອກ​ມັນ​ໄວ້​ໃນ​ຕຳ​ແໜ່ງ​ດ້ວຍ​ສະ​ຫຼັກບຳ​ລຸງ​ຮັກ​ສາ; ໃຫ້​ເບິ່ງ .

    2. ຈອດເຄື່ອງ​ຈັກໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    ການ​ປະ​ກອບເກາະ​ປ້ອງ​ກັນ ທົ່ງ​ຫຍ້າ

    Note: ໂຮງ​ງານ​ຈັດ​ສົ່ງປອກ​ຮັດເກາະ​ປ້ອງ​ກັນ​ທົ່ງ​ຫຍ້າ, ແຫວນ​ຮອງ ແລະ ນັອດລັອກແມ່ໜ້າແປນ​ທີ່​ຍຶດ​ຂາ​ຄ້ຳ​ເກາະ​ປ້ອງ​ກັນ​ທົ່ງ​ຫຍ້າ (ຮູບສະແດງ ).

    ປະ​ກອບ​ເກາະ​ປ້ອງ​ກັນ​ທົ່ງ​ຫຍ້າ​ໃສ່​ຂາ​ຄ້ຳ​ເກາະ​ປ້ອງ​ກັນ​ທົ່ງ​ຫຍ້າ​ຢ່າງ​ຫຼວມໆ​ດ້ວຍ​ປອກ​ຮັດ​ເກາະ​ປ້ອງ​ກັນ​ທົ່ງ​ຫຍ້າ 4 ອັນ ແລະ ນັອດລັອກຕົວແມ່​ໜ້າ​ແປນ (⅜ ນິ້ວ) 12 ອັນ ແລະ ແຫວນ​ຮອງ (7/16 x 13/16 ນິ້ວ) 12 ອັນ.

    Note: ຢ່າ​ຮັດນັອດ​ລັອກ​ຕົວ​ແມ່​ໜ້າ​ແປນໃຫ້ແໜ້ນເທື່ອ.

    artpending

    ການ​ປະ​ກອບ​ຕົວ​ຈັບ​ງ່າມ​ຈັບ

    1. ປະ​ກອບປອກ​ຮັດ​ງ່າມ​ຈັບ​ໃສ່​ຕົວ​ຈັບ​ງ່າມ​ຈັບ (ຮູບສະແດງ ) ດ້ວຍ​ນັອດ​ຕົວ​ຜູ້ 4 ຕົວ (⅜ x 1-½ ນິ້ວ). ຢ່າ​ຮັດນັອດ​ຕົວຜູ້ໃຫ້ແໜ້ນ.

      Note: ນັອດ​ຕົວ​ຜູ້​ເປັນ​ອາ​ໄຫຼ່​ຢູ່​ໃນ​ຊຸດ​ເຄື່ອງ​ມືຕົວ​ຈັບ​ງ່າມ​ຈັບ.

      artpending
    2. ປະ​ກອບ​ງ່າມ​ຈັບ​ໃສ່​ໃນ​ຕົວ​ຈັບ​ງ່າມ​ຈັບ ແລະ ປອກ​ຮັດ​ງ່າມ​ຈັບ (ຮູບສະແດງ ).

      artpending
    3. ບິດນັອດຕົວຜູ້ (⅜ x 1-½ ນິ້ວ) ຍຶດ​ປອກ​ຮັດ ແລະ ງ່າມ​ຈັບໃຫ້​ໄດ້ 40.6 N∙m (30 ft-lb).

    4. ເຮັດຊ້ຳຄືນຂັ້ນຕອນ ຮອດ ສຳ​ລັບປອກ​ຮັດ​ງ່າມ​ຈັບ​ອື່ນ, ຕົວ​ຈັບງ່າມ​ຈັບ ແລະ ງ່າມ​ຈັບ.

    ການປະກອບງ່າມ​ຈັບ​ໃສ່​ຫົວ​ຮູ​ແກນ​ກາງ

    1. ປະ​ກອບຕົວ​ຈັບ​ງ່າມ​ຈັບ ແລະ ງ່າມ​ຈັບໃສ່​ແຂນ​ງ່າມ​ຈັບ​ຫຼວມໆ #2 (ຮູບສະແດງ ແລະ ຮູບສະແດງ ) ດ້ວຍ​ນັອດ​ຕົວ​ຜູ້ 3 ຕົວ (½ x 1-¼ ນິ້ວ).

      artpending
      artpending
    2. ບິດນັອດຕົວຜູ້ (½ x 1-¼ ນິ້ວ) ໃຫ້​ໄດ້ 102 N∙m (75 ft-lb).

    3. ເຮັດຊ້ຳຂັ້ນຕອນ ແລະ ສຳລັບແຂນ​ງ່າມ​ຈັບ #5.

    4. ກວດ​ເບິ່ງ​ການ​ຈັດ​ລຽນ​ຂອງ​ຮ່ອງ​ເກາະ​ປ້ອງ​ກັນ​ທົ່ງ​ຫຍ້າ​ໃສ່​ງ່າມ​ຈັບເພື່ອ​ໃຫ້​ແນ່​ໃຈ​ວ່າ​ພວກ​ມັນ​ຢູ່​ເຄິ່ງ​ກາງ (ຮູບສະແດງ ).

      Note: ປັບເກາະ​ປ້ອງ​ກັນ ທົ່ງ​ຫຍ້າຕາມ​ຕ້ອງ​ການ.

      artpending
    5. ບິດນັອດລັອກຕົວແມ່​ໜ້າ​ແປນ (⅜ ນິ້ວ) ທີ່​ຍຶດ​ປອກ​ຮັດ​ເກາະ​ປ້ອງ​ກັນ​ທົ່ງ​ຫຍ້າ 3 ອັນ ແລະ ເກາະ​ປ້ອງ​ກັນ​ທົ່ງ​ຫຍ້າ 3 ອັນ​ໃສ່​ຂາ​ຄ້ຳ​ເກາະ​ປ້ອງ​ກັນ​ທົ່ງ​ຫຍ້າ 3 ອັນ.

    6. ຕິດ​ຕັ້ງຕົວ​ຈັບ​ງ່າມ​ຈັບທີ່​ຍັງ​ເຫຼືອ ແລະ ງ່າມ​ຈັບໃສ່ຕົວ​ຈັບ​ງ່າມ​ຈັບ #1, #3, #4 ແລະ #6 ດ້ວຍ​ນັອດ​ຕົວ​ຜູ້ 12 ຕົວ (½ x 1-¼ ນິ້ວ).

    7. ບິດນັອດຕົວຜູ້ (½ x 1-¼ ນິ້ວ) ໃຫ້​ໄດ້ 102 N∙m (75 ft-lb).

    8. ປັບ​ຕັ້ງ​ເຄື່ອງ​ຈັກ​ສຳ​ລັບ​ງ່າມ​ຈັບ​ໃສ່​ຄວາມ​ສູງ​ເທິງ​ພື້ນ​ດິນ, ໃຫ້​ເບິ່ງ .

    ຄວາມເລິກ​ຂອງຮູ, ໄລ​ຍະ​ຫ່າງ​ຂອງຮູ ແລະ ການ​ຕັ້ງ​ຄ່າ​ງ່າມ​ຈັບ

    ການ​ເຂົ້າ​ເຖິງໜ້າ​ຈໍການຕັ້ງຄ່າ

    1. ໝູນ​ປຸ່ມ​ຕິດ​ຈັກໄປທີ່ຕຳແໜ່ງເດີນເຄື່ອງ.

      Note: ໜ້າ​ຈໍ​ໂໝດຂົນ​ສົ່ງ ຫຼື ໜ້າ​ຈໍໂໝດເຕີມ​ອາ​ກາດສະ​ແດງ​ຜົນ (ຮູບສະແດງ ).

      artpending
    2. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງ​ຂວາ​ສອງ​ຄັ້ງ​ເພື່ອ​ສະ​ແດງ​ຜົນ​ການ​ປັບ​ຕັ້ງ​ໜ້າ​ຈໍ​ຄວາມ​ສູງ​ພື້ນ​ດິນ​ງ່າມ​ຈັບ (ຮູບສະແດງ ).

      Note: ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງ​ຊ້າຍ​ເພື່ອ​ສະ​ແດງ​ຜົນ​ໜ້າ​ຈໍ​ໂໝດຂົນ​ສົ່ງ.

      artpending
    3. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງ​ຂວາເພື່ອ​ສະ​ແດງ​ຜົນ​ການຕັ້ງ​ຄ່າ​ໜ້າ​ຈໍ​ຄວາມ​ເລິກ​ຂອງ​ຮູ (ຮູບສະແດງ ).

      Note: ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງ​ຊ້າຍ​ເພື່ອ​ສະ​ແດງ​ຜົນ​ໜ້າ​ຈໍສອນຄວາມ​ສູງ​ພື້ນ​ດິນ.

      artpending
    4. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງ​ຂວາເພື່ອ​ສະ​ແດງ​ຜົນ​ການຕັ້ງ​ຄ່າ​ໜ້າ​ຈໍໄລ​ຍະ​ຫ່າງຂອງ​ຮູ (ຮູບສະແດງ ).

      Note: ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງຊ້າຍເພື່ອ​ສະ​ແດງ​ຜົນ​ການຕັ້ງ​ຄ່າ​ໜ້າ​ຈໍ​ຄວາມ​ເລິກ​ຂອງ​ຮູ.

      artpending
    5. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງ​ຂວາເພື່ອ​ສະ​ແດງ​ຜົນ​ການຕັ້ງ​ຄ່າ​ໜ້າ​ຈໍເສັ້ນ​ຜ່າ​ກາງ​ງ່າມ​ຈັບ (ຮູບສະແດງ ).

      Note: ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງຊ້າຍເພື່ອ​ສະ​ແດງ​ຜົນ​ການຕັ້ງ​ຄ່າ​ໜ້າ​ຈໍໄລ​ຍະ​ຫ່າງຂອງ​ຮູ.

      artpending
    6. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງ​ຂວາເພື່ອ​ສະ​ແດງ​ຜົນ​ການຕັ້ງ​ຄ່າ​ໜ້າ​ຈໍປະ​ລິ​ມານງ່າມ​ຈັບ (ຮູບສະແດງ ).

      Note: ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງຊ້າຍເພື່ອ​ສະ​ແດງ​ຜົນ​ການຕັ້ງ​ຄ່າ​ໜ້າ​ຈໍເສັ້ນ​ຜ່າ​ກາງ​ງ່າມ​ຈັບ.

      artpending

    ການ​ຕັ້ງ​ຄ່າ​ຄວາມ​ເລິກ​ຂອງ​ຮູ

    1. ໃຫ້​ແນ່​ໃຈ​ວ່າຫົວ​ຮູ​ແກນ​ກາງຍົກ​ຂຶ້ນ, ໃຫ້​ເບິ່ງ .

    2. ໝູນ​ປຸ່ມ​ຕິດ​ຈັກໄປທີ່ຕຳແໜ່ງເດີນເຄື່ອງ.

      artpending
    3. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງ​ຂວາຈົນ​ກວ່າການຕັ້ງ​ຄ່າ​ໜ້າ​ຈໍ​ຄວາມ​ເລິກ​ຂອງ​ຮູປາ​ກົດ​ຂຶ້ນ (ຮູບສະແດງ ແລະ ຮູບສະແດງ ).

    4. ກົດ​ປຸ່ມ​ເຄິ່ງ​ກາງ​ເພື່ອ​ເລືອກຕົວ​ເລືອກ​ຄວາມ​ເລິກທີ່​ຕັ້ງ​ຄ່າ​ໄວ້.

      Note: ໜ້າ​ຈໍ​ຄວາມ​ເລິກ​ຕັ້ງ​ຄ່າ​ໄວ້​ປາ​ກົດ​ຂຶ້ນ.

      artpending
    5. ປັບ​ຄວາມ​ເລິກ​ງ່າມ​ຈັບ (ຮູບສະແດງ ) ດັ່ງ​ຕໍ່​ໄປ​ນີ້:

      • ກົດ​ປຸ່ມເຄິ່ງ​ກາງ​ສູນ​ຂໍ້​ມູນ​ເພື່ອ​ຫຼຸດ​ຄວາມ​ເລິກ​ຂອງ​ຮູ​ລົງ.

      • ກົດ​ປຸ່ມ​ເບື້ອງ​ຂວາເພື່ອເພີ່ມຄວາມ​ເລິກ​ຂອງ​ຮູຂຶ້ນ.

      artpending
    6. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງຊ້າຍເພື່ອບັນ​ທຶກ​ການ​ຕັ້ງ​ຄ່າ​ຂອງ​ທ່ານ ແລະ ອອກ​ໜ້າ​ຈໍ​ຄວາມ​ເລິກ​ທີ່​ຕັ້ງ​ໄວ້.

    7. ໝູນ​ປຸ່ມ​ຕິດ​ຈັກໄປທີ່ຕຳແໜ່ງປິດ.

    ການ​ຕັ້ງ​ຄ່າໄລ​ຍະ​ຫ່າງຂອງ​ຮູ

    Note: ເມື່ອ​ທ່ານ​ເລືອກ​ອັດ​ຕາ​ໄລ​ຍະ​ຫ່າງ​ຮູ​ເປົ້າ​ໝາຍ, ເຄື່ອງ​ຈັກ​ຄວບ​ຄຸມ​ຄວາມ​ໄວ​ພື້ນ​ດິນ​ເພື່ອ​ຮັກ​ສາ​ຄວາມ​ໄກໄລ​ຍະ​ຫວ່າງ​ຂອງ​ຮູ.

    1. ໃຫ້​ແນ່​ໃຈ​ວ່າຫົວ​ຮູ​ແກນ​ກາງຍົກ​ຂຶ້ນ, ໃຫ້​ເບິ່ງ .

    2. ໝູນ​ປຸ່ມ​ຕິດ​ຈັກໄປທີ່ຕຳແໜ່ງເດີນເຄື່ອງ.

      artpending
    3. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງ​ຂວາຈົນ​ກວ່າການຕັ້ງ​ຄ່າ​ໜ້າ​ຈໍໄລ​ຍະ​ຫ່າງຂອງ​ຮູປາ​ກົດ​ຂຶ້ນ (ຮູບສະແດງ ແລະ ຮູບສະແດງ ).

      artpending
    4. ກົດ​ປຸ່ມ​ເຄິ່ງ​ກາງ​ເພື່ອ​ເລືອກຕົວ​ເລືອກໄລ​ຍະ​ຫ່າງທີ່​ຕັ້ງ​ຄ່າ​ໄວ້.

      Note: ໜ້າ​ຈໍໄລ​ຍະ​ຫ່າງ​ທີ່ຕັ້ງ​ຄ່າ​ໄວ້​ປາ​ກົດ​ຂຶ້ນ.

    5. ປັບໄລ​ຍະ​ຫ່າງ​ຂອງ​ຮູ (ຮູບສະແດງ ) ດັ່ງ​ຕໍ່​ໄປ​ນີ້:

      • ກົດ​ປຸ່ມເຄິ່ງ​ກາງ​ສູນ​ຂໍ້​ມູນ​ເພື່ອ​ຫຼຸດໄລ​ຍະ​ຫ່າງຂອງ​ຮູ​ລົງ.

      • ກົດ​ປຸ່ມ​ເບື້ອງ​ຂວາເພື່ອເພີ່ມໄລ​ຍະ​ຫ່າງຂອງ​ຮູຂຶ້ນ.

      artpending
    6. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງຊ້າຍເພື່ອບັນ​ທຶກ​ການ​ຕັ້ງ​ຄ່າ​ຂອງ​ທ່ານ ແລະ ອອກ​ໜ້າ​ຈໍໄລ​ຍະ​ຫ່າງ​ຂອງ​ຮູທີ່​ຕັ້ງ​ໄວ້.

    7. ໝູນ​ປຸ່ມ​ຕິດ​ຈັກໄປທີ່ຕຳແໜ່ງປິດ.

    ການ​ຕັ້ງ​ຄ່າເສັ້ນ​ຜ່າ​ກາງງ່າມ​ຈັບ

    1. ໃຫ້​ແນ່​ໃຈ​ວ່າຫົວ​ຮູ​ແກນ​ກາງຍົກ​ຂຶ້ນ, ໃຫ້​ເບິ່ງ .

    2. ໝູນ​ປຸ່ມ​ຕິດ​ຈັກໄປທີ່ຕຳແໜ່ງເດີນເຄື່ອງ.

      artpending
    3. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງ​ຂວາຈົນ​ກວ່າການຕັ້ງ​ຄ່າ​ໜ້າ​ຈໍເສັ້ນ​ຜ່າ​ກາງ​ງ່າມ​ຈັບປາ​ກົດ​ຂຶ້ນ (ຮູບສະແດງ ).

      artpending
    4. ກົດ​ປຸ່ມ​ເຄິ່ງ​ກາງ​ເພື່ອ​ເລືອກຕົວ​ເລືອກເສັ້ນ​ຜ່າ​ກາງທີ່​ຕັ້ງ​ຄ່າ​ໄວ້.

      Note: ໜ້າ​ຈໍເສັ້ນ​ຜ່າ​ກາງທີ່ຕັ້ງ​ຄ່າ​ໄວ້​ປາ​ກົດ​ຂຶ້ນ.

    5. ປັບເສັ້ນ​ຜ່າ​ກາງງ່າມ​ຈັບ (ຮູບສະແດງ ) ດັ່ງ​ຕໍ່​ໄປ​ນີ້:

      • ກົດ​ປຸ່ມເຄິ່ງ​ກາງ​ສູນ​ຂໍ້​ມູນ​ເພື່ອ​ຫຼຸດເສັ້ນ​ຜ່າ​ກາງ​ງ່າມ​ຈັບລົງ.

      • ກົດ​ປຸ່ມ​ເບື້ອງ​ຂວາເພື່ອເພີ່ມເສັ້ນ​ຜ່າ​ກາງ​ງ່າມ​ຈັບຂຶ້ນ.

      artpending
    6. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງຊ້າຍເພື່ອບັນ​ທຶກ​ການ​ຕັ້ງ​ຄ່າ​ຂອງ​ທ່ານ ແລະ ອອກ​ໜ້າ​ຈໍໄລ​ຍະ​ຫ່າງ​ຂອງ​ຮູທີ່​ຕັ້ງ​ໄວ້.

    7. ໝູນ​ປຸ່ມ​ຕິດ​ຈັກໄປທີ່ຕຳແໜ່ງປິດ.

    ການ​ຕັ້ງ​ຄ່າ​ປະ​ລິ​ມານ​ງ່າມ​ຈັບ

    1. ໃຫ້​ແນ່​ໃຈ​ວ່າຫົວ​ຮູ​ແກນ​ກາງຍົກ​ຂຶ້ນ, ໃຫ້​ເບິ່ງ .

    2. ໝູນ​ປຸ່ມ​ຕິດ​ຈັກໄປທີ່ຕຳແໜ່ງເດີນເຄື່ອງ.

      artpending
    3. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງ​ຂວາຈົນ​ກວ່າການຕັ້ງ​ຄ່າ​ໜ້າ​ຈໍປະ​ລິ​ມານ​ງ່າມ​ຈັບປາ​ກົດ​ຂຶ້ນ (ຮູບສະແດງ ).

      artpending
    4. ກົດ​ປຸ່ມ​ເຄິ່ງ​ກາງ​ເພື່ອ​ເລືອກຕົວ​ເລືອກປະລິ​ມານທີ່​ຕັ້ງ​ຄ່າ​ໄວ້.

      Note: ໜ້າ​ຈໍປະ​ລິ​ມານທີ່ຕັ້ງ​ຄ່າ​ໄວ້​ປາ​ກົດ​ຂຶ້ນ.

    5. ປັບປະ​ລິ​ມານງ່າມ​ຈັບ (ຮູບສະແດງ ) ດັ່ງ​ຕໍ່​ໄປ​ນີ້:

      Important: ປະ​ລິ​ມານ​ງ່າມ​ຈັບແມ່ນ​ຈຳ​ນວນ​ຂອງ​ງ່າມ​ຈັບ​ຂອງ​ຕົວ​ຈັບ 1 ຕົວ.

      • ກົດ​ປຸ່ມເຄິ່ງ​ກາງ​ສູນ​ຂໍ້​ມູນ​ເພື່ອ​ຫຼຸດປະ​ລິ​ມານ​ງ່າມ​ຈັບລົງ.

      • ກົດ​ປຸ່ມ​ເບື້ອງ​ຂວາເພື່ອເພີ່ມປະ​ລິ​ມານງ່າມ​ຈັບຂຶ້ນ.

      artpending
    6. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງຊ້າຍເພື່ອບັນ​ທຶກ​ການ​ຕັ້ງ​ຄ່າ​ຂອງ​ທ່ານ ແລະ ອອກ​ໜ້າ​ຈໍໄລ​ຍະ​ຫ່າງ​ຂອງ​ຮູທີ່​ຕັ້ງ​ໄວ້.

    7. ໝູນ​ປຸ່ມ​ຕິດ​ຈັກໄປທີ່ຕຳແໜ່ງປິດ.

    ການ​ປັບ​ຕັ້ງຄວາມ​ສູງພື້ນ​ດິນງ່າມ​ຈັບ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ປັບ​ຕັ້ງຄວາມ​ສູງພື້ນ​ດິນງ່າມ​ຈັບກ່ອນ​ການ​ເຕີມ​ອາ​ກາດ.
  • Important: ປັບ​ຕັ້ງ​ຄວາມ​ສູງ​ພື້ນ​ດິນ​ງ່າມ​ຈັບ​ແຕ່​ລະ​ຄັ້ງ​ທີ່​ທ່ານ​ປ່ຽນແປງ​ງ່າມ​ຈັບ ຫຼື ປ່ຽນ​ງ່າມ​ຈັບ​ທີ່​ຫ້ຽນ.

    ການ​ກະ​ກຽມ​ເຄື່ອງ​ຈັກ

    1. ໃຫ້​ແນ່​ໃຈ​ວ່າຫົວ​ຮູ​ແກນ​ກາງຍົກ​ຂຶ້ນ.

    2. ຈອດເຄື່ອງ​ຈັກໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    3. ເອົາຝາ​ປົກຫົວ​ຮູ​ແກນ​ກາງອອກ, ໃຫ້​ເບິ່ງ .

    4. ໝູນ​ໝາກ​ລໍ້​ຫົວ​ຮູ​ແກນ​ກາງ (ຮູບສະແດງ ) ຈົນ​ກວ່າ​ງ່າມ​ຈັບ​ນອກ​ສຸດ​ຖືກ​ຈັດ​ລຽນ​ໃກ້​ທີ່​ສຸດ​ກັບ​ພື້ນດິນ (ຮູບສະແດງ ).

      Important: ໃຫ້​ເອົານິ້ວ​ມື​ຂອງ​ທ່ານ​ອອກ​ໄກ​ຈາກ​ພື້ນ​ທີ່​ບ່ອນ​ສາຍ​ພານ​ລວມ​ເຂົ້າ​ກັນ ແລະ ແຍກ​ໝາກ​ລໍ້​ອອກ​ເພື່ອ​ທີ່​ທ່ານ​ຈະ​ບໍ່​ໄດ້ໜີບ​ນິ້ວ​ມື​ຂອງ​ທ່ານ.

      artpending
      artpending
    5. ຕິດ​ຕັ້ງຝາ​ປົກຫົວ​ຮູ​ແກນ​ກາງ, ໃຫ້​ເບິ່ງ .

    ການເດີນ​ສອນ​ການ​ນຳ​ໃຊ້​ຄວາມ​ຄວາມສູງພື້ນ​ດິນ

    1. ໝູນ​ປຸ່ມ​ຕິດ​ຈັກໄປທີ່ຕຳແໜ່ງເດີນເຄື່ອງ.

      Note: ໜ້າ​ຈໍ​ໂໝດຂົນ​ສົ່ງ ຫຼື ໜ້າ​ຈໍໂໝດເຕີມ​ອາ​ກາດສະ​ແດງ​ຜົນ (ຮູບສະແດງ ).

      artpending
    2. ເຄື່ອນ​ຄານ​ມື​ຈັບ​ເພື່ອ​ໃຫ້​ທ່ານ​ສາ​ມາດ​ເຫັນ​ງ່າມ​ຈັບ​ນອກ​ສຸດ​ທີ່​ທ່ານ​ວາງ​ຕຳ​ແໜ່ງ​ໄວ້​ຢູ່ໃນ .

    3. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງຂວາຈົນ​ກວ່າ​ໜ້າ​ຈໍ​ຕັ້ງ​ຄ່າສອນ​ຄວາມ​ສູງ​ພື້ນ​ດິນປາ​ກົດ​ຂຶ້ນ.

    4. ໃນ​ໜ້າ​ຈໍ​ສອນ​ຄວາມ​ສູງ​ພື້ນ​ດິນ (ຮູບສະແດງ ), ກົດ​ປຸ່ມ​ສູນ​ຂໍ້​ມູນ​ເຄິ່ງ​ກາງ.

      artpending
    5. ໃນ​ການ​ກົດ​ຕົກ​ລົງ​ເພື່ອ​ເລີ່ມໜ້າ​ຈໍ​ສອນ​ຄວາມ​ສູງ​ພື້ນ​ດິນ (ຮູບສະແດງ ), ກົດ​ປຸ່ມ​ສູນ​ຂໍ້​ມູນເບື້ອງ​ຂວາ.

      artpending

      Note: ຂໍ້​ຄວາມໃສ່​ການ​ປັບ​ຕັ້ງ​ແລ້ວປາ​ກົດ​ຂຶ້ນ (ຮູບສະແດງ ) ແລະ ຫົວຮູ​ແກນ​ກາງປ່ອຍ​ຕ່ຳ​ລົງ​ຢ່າງ​ຊ້າໆ.

      Important: ໃຫ້ມື​ຂອງ​ທ່ານຢູ່​ໃກ້​ສູນ​ຂໍ້​ມູນ.

      Note: ຫົວຮູ​ແກນ​ກາງ​ຕ່ຳ​ລົງ​ຊ້າ​ອີກ, ຖ້າ​ນຳ​ມັນ​ໄຮ​ໂດຼ​ລິກ​ເຢັນ.

      artpending
    6. ເມື່ອ​ງ່າມ​ຈັບ​ໃດ​ໜຶ່ງ​ສຳ​ຜັດ​ພື້ນ​ດິນ, ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງ​ຂວາ​ໃນ​ໜ້າ​ຈໍ​ປ່ອຍ​ຫົວ​ຕ່ຳ​ລົງ (ຮູບສະແດງ ).

      Note: ງ່າມ​ຈັບ​ຄວນ​ສຳ​ຜັດ​ແຕ່​ພື້ນ​ດິນ​ເທົ່າ​ນັ້ນ ແລະ ບໍ່​ຍົກ ຫຼື ເອົາ​ນ້ຳ​ໜັກ​ລົງ​ໄປ​ຈາກ​ຢາງ​ລົດ.ຖ້າ​ຫົວ​ແກນ​ກາງ​ຍົກ​ເຄື່ອງ​ຈັກ​ຂຶ້ນ, ເຄື່ອງ​ຈັກ​ປັບ​ຕັ້ງ​ຄວາມ​ສູງ​ພື້ນ​ດິນ​ຢ່າງ​ບໍ່​ຖືກ​ຕ້ອງ, ເຮັດ​ໃຫ້​ມີ​ຄວາມ​ເລິກ​ຮູ​ບໍ່​ຖືກ​ຕ້ອງ ແລະ ເກີດ​ເປັນ​ປອຍ​ໃນ​ການ​ປ້ອນ​ເຂົ້າ​ຂອງ​ຮູ​ເຕີມ​ອາ​ກາດ.

      artpending

      Note: ຂໍ້​ຄວາມການ​ປັບ​ຕັ້ງສຳ​ເລັດປາ​ກົດ​ຂຶ້ນ (ຮູບສະແດງ ) ແລະ ຫົວຍົກ​ຂຶ້ນ​ຈົນ​ສຸດ.

      artpending
    7. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງ​ຊ້າຍ​ເພື່ອອອກສອນການ​ນຳ​ໃຊ້ຄວາມ​ສູງ​ພື້ນ​ດິນ (ຮູບສະແດງ ).

      artpending

    ໃນລະຫວ່າງການປະຕິບັດງານ

    ຄວາມປອດໄພໃນລະຫວ່າງການປະຕິບັດງານ

    • ເຈົ້າຂອງ/ຜູ້ປະຕິບັດງານສາມາດປ້ອງກັນ ແລະ ມີຄວາມຮັບຜິດຊອບຕໍ່ອຸບັດຕິເຫດທີ່ອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ຄວາມເສຍຫາຍທາງຊັບສິນ.

    • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງການປ້ອງກັນຕາ; ໂສ້ງຂາຍາວ; ເກີບກັນມື່ນ ແລະ ເຄື່ອງ​ປ້ອງ​ກັນ​ສຽງ. ມັດຜົມຍາວໄວ້​ດ້ານ​ຫຼັງ, ຮັບ​ປະ​ກັນ​ເຄື່ອງ​ນຸ່ງ​ທີ່​ຫຼວມ​ໃຫ້ປອດ​ໄພ ແລະ ຢ່າໃສ່ເຄື່ອງປະດັບຫຼວມໆ.

    • ຢ່າໃຊ້ເຄື່ອງຈັກໃນເວ​ລາທີ່ບໍ່​ສະ​ບາຍ, ເຈັບ​ປ່ວຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງສິ່ງ​ມຶນ​ເມົາ ຫຼື ສິ່ງເສບຕິດ.

    • ໃຫ້ຄົນຢູ່ໃກ້ຄຽງ, ເດັກ​ນ້ອຍ ແລະ ສັດລ້ຽງອອກຈາກພື້ນທີ່ປະຕິບັດງານ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ. ອະ​ນຸ​ຍາດ​ໃຫ້​ແຕ່​ຄົນ​ຜູ້​ທີ່​ຮັບ​ຜິດ​ຊອບ, ຜ່ານ​ການ​ຝຶກ​ອົບ​ຮົມ, ຄຸ້ນ​ເຄີຍ​ກັບ​ຄຳ​ແນະ​ນຳ ແລະ ມີ​ຄວາມ​ສາ​ມາດ​ທາງ​ດ້ານ​ຮ່າງ​ກາຍ​ເທົ່າ​ນັ້ນ​ນຳ​ໃຊ້​ເຄື່ອງ​ຈັກ.

    • ຢ່າ​ບັນ​ທຸກ​ຜູ້​ໂດຍ​ສານ​ໄປ​ນຳ​ເຄື່ອງ​ຈັກ.

    • ນຳ​ໃຊ້ເຄື່ອງຈັກພຽງແຕ່ບ່ອນທີ່ເບິ່ງເຫັນໄດ້ດີເພື່ອຫຼີກລ່ຽງຂຸມ ຫຼື ອັນຕະລາຍທີ່ເຊື່ອງຢູ່.

    • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກງ່າມ​ຈັບ.

    • ເບິ່ງທາງຫຼັງ ແລະ ດ້ານລຸ່ມກ່ອນທີ່ຈະຖອຍເພື່ອໃຫ້ແນ່ໃຈວ່າເສັ້ນທາງປອດໄພ.

    • ຢຸດ​ເຄື່ອງ​ຈັກ, ມອດຈັກ, ຖອດກະແຈ, ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢຸດ ແລະ ກວດກາງ່າມ​ຈັບຫຼັງຈາກຕຳເອົາວັດຖຸ ຫຼື ຖ້າມີການສັ່ນສະເທືອນຜິດປົກກະຕິໃນເຄື່ອງຈັກ. ເຮັດການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະເລີ່ມ​ການ​ນຳ​ໃຊ້​ຕໍ່.

    • ຮັກ​ສາ​ຄວາມ​ດັນ​ຢາງ​ໃຫ້​ເໝາະ​ສົມ​ຢູ່​ສະ​ເໝີ.

    • ຫຼຸດ​ຄວາມ​ໄວແຮງ​ດຶງ​ລົງຢູ່​ໃນ​ທາງ ແລະ ພື້ນ​ຜິວ​ຫຼຸບ​ໂນນ.

    ຄວາມປອດໄພໃນທາງຄ້ອຍຊັນ

    • ທາງຄ້ອຍຊັນແມ່ນປັດໃຈຕົ້ນ​ຕໍທີ່ກ່ຽວຂ້ອງກັບການສູນເສຍການຄວບຄຸມ ແລະ ອຸບັດຕິເຫດໃນ​ການ​ພິກ​ປີ້ນ, ເຊິ່ງອາດຈະເຮັດໃຫ້ມີການບາດເຈັບສາ​ຫັດ ຫຼື ເສຍຊີວິດໄດ້. ທ່ານມີໜ້າທີ່ຮັບຜິດຊອບໃນການປະຕິບັດງານໃນທາງຄ້ອຍຊັນທີ່ປອດໄພ. ການໃຊ້ເຄື່ອງຈັກຢູ່ເທິງທາງຄ້ອຍຊັນໃດກໍ່ຕາມແມ່ນຕ້ອງມີຄວາມລະມັດລະວັງເປັນພິເສດ.

    • ປະເມີນສະພາບຂອງສະຖານທີ່ເພື່ອກຳນົດວ່າທາງຄ້ອຍຊັນມີຄວາມປອດໄພຕໍ່ການດຳເນີນງານຂອງເຄື່ອງຈັກບໍ່, ລວມທັງການສຳຫຼວດເບິ່ງສະຖານທີ່. ໃຊ້​ສາ​ມາດ​ສຳ​ນຶກທົ່ວໄປ ແລະ ການຕັດສິນໃຈທີ່ດີ​ຢູ່​ສະ​ເໝີໃນເວລາທີ່ດຳເນີນການສຳຫຼວດເບິ່ງນີ້.

    • ທົບ​ທວນ​ເບິ່ງ​ຄຳ​ແນະ​ນຳ​ກ່ຽວ​ກັບ​ຄວາມ​ຊັນ​ຕາມ​ລາຍ​ການ​ຢູ່​ລຸ່ມນີ້​ສຳ​ລັບ​ການ​ໃຊ້​ງານ​ເຄື່ອງ​ຈັກ​ໃນ​ຄວາມ​ຄ້ອຍ​ຊັນ ແລະ ທົບ​ທວນເບິ່ງ​ສະ​ພາບເພື່ອກຳນົດວ່າທ່ານສາມາດໃຊ້ງານເຄື່ອງຈັກໄດ້ໃນສະ​ພາບໃນມື້ນັ້ນ ແລະ ຢູ່ບ່ອນນັ້ນຫຼື​ບໍ່. ການປ່ຽນແປງຂອງພູມສັນຖານສາມາດສົ່ງຜົນໃຫ້ມີການປ່ຽນແປງໃນການປະຕິບັດງານໃນທາງຄ້ອຍຊັນສຳລັບເຄື່ອງຈັກ.

    • ຫຼີກລ່ຽງການຕິດ​ຈັກ, ມອດ​ຈັກ ຫຼື ລ້ຽວເຄື່ອງຈັກຕາມທາງຄ້ອຍຊັນ. ຫຼີກລ່ຽງການປ່ຽນແປງຄວາມໄວ ຫຼື ທິດທາງຢ່າງກະທັນຫັນ. ໃຫ້ລ້ຽວຊ້າໆ ແລະ ຄ່ອຍໆ.

    • ຢ່າໃຊ້ງານເຄື່ອງຈັກພາຍໃຕ້ສະພາບການທີ່ການເຄື່ອນທີ່, ລ້ຽວ ຫຼື ມີ​ຄວາມ​ສົງ​ໄສ​ໃນ​ຄວາມ​ທ່ຽງ.

    • ກຳ​ຈັດ ຫຼື ໃສ່ເຄື່ອງໝາຍສິ່ງ​ກີດ​ຂວາງຕ່າງໆເຊັ່ນ: ຮ່ອງ, ຂຸມ, ຮອຍແຕກ, ກ້ອນຫີນ ຫຼື ອັນຕະລາຍອື່ນໆທີ່ເຊື່ອງໄວ້. ຫຍ້າທີ່ສູງສາມາດປິດ​ບັງສິ່ງກີດຂວາງຕ່າງໆໄດ້. ພູມສັນຖານທີ່ບໍ່ລຽບສາມາດເຮັດ​ໃຫ້ເຄື່ອງຈັກປີ້ນໄດ້.

    • ລະວັງວ່າການເຮັດວຽກຂອງເຄື່ອງຈັກໃນຫຍ້າທີ່ຊຸ່ມ, ຂ້າມທາງຄ້ອຍຊັນ ຫຼື ທາງລົງພູອາດຈະເຮັດໃຫ້ເຄື່ອງຈັກສູນເສຍການຄວບຄຸມ. ການ​ສູນ​ເສຍ​ການ​ລາກໃສ່​ລໍ້​ຂັບ​ເຄື່ອນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ມື່ນ​ໄຫຼ ແລະ ການ​ສູນ​ເສຍ​ການ​ເບ​ຣກ ແລະ ການ​ຄວບ​ຄຸມພວງ​ມະ​ໄລ.

    • ໃຊ້ຄວາມລະມັດລະວັງທີ່ສຸດໃນເວລາທີ່ໃຊ້ງານເຄື່ອງຈັກຢູ່ໃກ້ຈຸດຕົກ, ຄອງນ້ຳ, ຄັນຄູ, ຄວາມອັນຕະລາຍທາງນໍ້າ ຫຼື ອັນຕະລາຍອື່ນໆ. ເຄື່ອງຈັກດັ່ງກ່າວສາມາດກິ້ງໄດ້ຢ່າງກະທັນຫັນ, ຖ້າຫາກວ່າລໍ້ແລ່ນຂ້າມຂອບ ຫຼື ຂອບຕົກ​ເຂົ້າໃນ. ສ້າງໃຫ້​ມີພື້ນທີ່ປອດໄພລະຫວ່າງເຄື່ອງຈັກ ແລະ ອັນຕະລາຍ.

    ການໃສ່ ເບຣກມື

    1. ຍົກ​ຄານມື​ຈັບ​ຂຶ້ນຈົນ​ສຸດເພື່ອ​ໃສ່​ເບ​ຣກ​ມື (ຮູບສະແດງ ).

      artpending
    2. ໃຫ້​ແນ່​ໃຈ​ວ່າ​ເຂັມ​ຂັດ​ສະ​ຫຼັກ​ຄານ​ມື​ຈັບ​ຢືດ​ຜ່ານ​ຮູ​ຢູ່​ໃນ​ແຜ່ນກັ້ນ (ຮູບສະແດງ ).

      ຄຳເຕືອນ

      ຖ້າ​ບໍ່​ໃສ່​ເບ​ຣກ​ມື, ເຄື່ອງ​ຈັກ​ອາດ​ຈະ​ເຄື່ອນ​ເໜັງ​ເຮັດ​ໃຫ້​ທ່ານ ຫຼື ຜູ້​ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ.

      ໃຫ້​ແນ່​ໃຈ​ວ່າ​ຄານ​ມື​ຈັບ​ຖືກ​ຍົກ​ຂຶ້ນ​ຈົນ​ສຸດ ແລະ ໃສ່​ສະຫຼັກ​ແຜ່ນກັ້ນຢ່າງ​ຮັບ​ປະ​ກັນ​ແລ້ວ.

      artpending

    ການປ່ອຍເບ​ຣກມື

    1. ດຶງ​ລູກ​ບິດ​ສຳ​ລັບ​ສະ​ຫຼັກ​ຄານ​ມື​ຈັບ (ຮູບສະແດງ ).

      artpending

      Important: ຢ່າ​ໝູນ​ລູກ​ບິດ​ເພື່ອ​ໃຫ້​ເຂັມ​ຂັດສະ​ຫຼັກ​ບໍ່​ສາ​ມາດຫົດ​ຄືນ​ໄດ້ (ຮູບສະແດງ ).

      artpending
    2. ປ່ອຍຄານມື​ຈັບຕ່ຳລົງເພື່ອປ່ອຍເບ​ຣກ​ມື (ຮູບສະແດງ ).

      artpending
    3. ປ່ອຍລູກ​ບິດໄລ​ລັອກຄານ​ມື​ຈັບ.

    ການຕິດຈັກ

    1. ຍົກ​ຄານມື​ຈັບ​ຂຶ້ນຈົນ​ສຸດ ແລະ ໃສ່​ສະ​ຫຼັກເພື່ອ​ໃສ່​ເບ​ຣກ​ມື; ໃຫ້​ເບິ່ງ ().

    2. ໃຊ້ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) (ຮູບສະແດງ ) ດັ່ງ​ຕໍ່​ໄປ​ນີ້:

      • ກ່ອນ​ຕິດຈັກເຢັນ, ເຄື່ອນຕົວ​ຄວບ​ຄຸມເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ໄປ​ທີ່​ຕຳ​ແໜ່ງເປີດ.

      • ເມື່ອຈັກ​ອຸ່ນ ຫຼື ຮ້ອນ, ທ່ານອາດ​ຈະ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ເຄື່ອງ​ຄວບ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ).

      artpending
    3. ເຄື່ອນຄັນເລັ່ງໄປ​ທີ່​ຕຳ​ແໜ່ງໄວກ່ອນຕິດ​ຈັກ​ເຢັນ.

    4. ບິດກະ​ແຈຕິດ​ຈັກ​ໄປ​ຕຳ​ແໜ່ງຕິດ​ຈັກ. ເມື່ອ​ຈັກ​ຕິດ, ປ່ອຍກະແຈ.

      Important: ຢ່າເປີດ​ໃຊ້ຕົວຕິດ​ຈັກເປັນ​ເວ​ລາ​ຫຼາຍກວ່າ 10 ວິ​ນາ​ທີໃນ​ແຕ່​ລະ​ຄັ້ງ. ຖ້າ​ຈັກ​ບໍ່​ຕິດ, ປ່ອຍໃຫ້​ຈັກ​ເຢັນ​ລົງ 30 ວິ​ນາ​ທີລະ​ຫວ່າງ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຕິດ​ຈັກ. ການ​ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳ​ເຫຼົ່າ​ນີ້​ສາ​ມາດ​ເຮັດ​ໃຫ້​ມໍ​ເຕີ​ຕົວ​ຕິດ​ຈັກ​ໄໝ້​ໄດ້.

    5. ຫຼັງ​ຈາກ​ທີ່ຈັກ​ຕິດແລ້ວ, ເຄື່ອນເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ໄປຍັງຕຳ​ແໜ່ງປິດ. ຖ້າ​ຈັກ​ມອດ ຫຼື ຕິດ​ກະ​ຕຸກ​ກະ​ຕັກ, ເຄື່ອນເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ໄປຍັງຕຳ​ແໜ່ງເປີດເປັນ​ເວ​ລາ​ສອງ​ສາມ​ວິ​ນາ​ທີ. ຈາກ​ນັ້ນ​ເຄື່ອນ​ຄັນ​ເລັ່ງ​ໄປ​ຫາ​ຄວາມ​ໄວ​ຈັກ​ທີ່​ຕ້ອງ​ການ.

      Note: ເຮັດຂັ້ນຕອນນີ້ຊ້ຳອີກຕາມທີ່ຕ້ອງການ.

    ການມອດຈັກ

    ຂໍ້ຄວນລະວັງ

    ເດັກ​ນ້ອຍ ຫຼື ຜູ້​ຢືນ​ຢູ່​ໃກ້​ອາດ​ຈະ​ໄດ້​ຮັບ​ບາດ​ເຈັບ, ຖ້າ​ພວກ​ເຂົາ​ເຄື່ອນ​ຍ້າຍ ຫຼື ພະ​ຍາ​ຍາມ​ໃຊ້​ເຄື່ອງ​ຈັກ​ໃນ​ຂະ​ນະ​ທີ່​ບໍ່​ມີ​ຜູ້​ເຝົ້າ​ເບິ່ງ.

    ຍົກຄານ​ມື​ຈັບຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດຢູ່​ສະ​ເໝີ​ເມື່ອ​ປ່ອຍ​ເຄື່ອງ​ຈັກ​ໄວ້​ບໍ່​ມີ​ຄົນ​ເຝົ້າ, ເຖິງວ່າ​ຈະ​ເປັນ​ເວ​ລາ​ສອງ​ສາມ​ວິ​ນາ​ທີ​ກໍ​ຕາມ.

    1. ຍົກ​ຄານມື​ຈັບ​ຂຶ້ນຈົນ​ສຸດ ແລະ ໃສ່​ສະ​ຫຼັກເພື່ອ​ໃສ່​ເບ​ຣກ​ມື; ໃຫ້​ເບິ່ງ ().

    2. ເຄື່ອນຄັນເລັ່ງ (ຮູບສະແດງ ) ໄປທີ່ຕຳແໜ່ງຊ້າ.

      artpending
    3. ປ່ອຍ​ຈັກ​ຕິດ​ກາ​ລັງ​ຕີໄວ້​ເປັນ​ເວ​ລາ 60 ວິນາທີ.

    4. ບິດກະ​ແຈໄປທີ່ຕຳແໜ່ງປິດ ແລະ ຖອດກະ​ແຈອອກ.

    5. ຖ້າ​ທ່ານ​ກຳ​ລັງ​ລາກ ຫຼື ເກັບ​ຮັກ​ສາ​ເຄື່ອງ​ຈັກ​ໄວ້, ໃຫ້​ປິດ​ວາວ​ປິດ​ນ້ຳ​ມັນ (ຮູບສະແດງ ).

      Important: ປິດ​ວາວ​ປິດ​ນ້ຳ​ມັ້ນ​ກ່ອນລາກ​ເຄື່ອງ​ຈັກ​ໃນ​ລົດ​ລາກ ຫຼື ເກັບ​ຮັກ​ສາເຄື່ອງ​ຈັກ. ຍົກ​ຄານມື​ຈັບ​ຂຶ້ນຈົນ​ສຸດ ແລະ ໃສ່​ສະ​ຫຼັກເພື່ອ​ໃສ່​ເບ​ຣກ​ມືກ່ອນ​ລາກ​ເຄື່ອງ​ຈັກ. ເອົາ​ກະ​ແຈ​ອອກ​ຈາກ​ສະ​ວິດ​ຕິດ​ຈັກ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ປ້ຳ​ນ້ຳ​ມັນ​ເດີນ ແລະ ເຮັດ​ໃຫ້​ແບັດ​ເຕີ​ຣີໝົດ​ໄຟ.

      artpending

    ການໃຊ້ເຄື່ອງຈັກ

    Important: ຍ່າງ​ຢູ່​ດ້ານ​ໜ້າ​ເຄື່ອງ​ຈັກ​ໃນທິດ​ທາງ​ໄປ​ໜ້າ​ໃນ​ຂະ​ນະ​ທີ່​ໃຊ້​ງານ​ມັນ, ຢ່າ​ຍ່າງ ແລະ ປິ່ນ​ໜ້າ​ໄປ​ດ້ານ​ຫຼັງ​ເມື່ອ​ໃຊ້​ງານ​ເຄື່ອງ​ຈັກ.

    artpending

    ລັອກຄວາມ​ໄວ

    ລັອກຄວາມໄວ​ຢູ່​ໃນໂໝດຂົນ​ສົ່ງ

    ການ​ໃຊ້​ລັອກ​ຄວາມ​ໄວ​ໃຫ້​ທ່ານ​ຂັບ​ເຄື່ອນ​ເຄື່ອງ​ຈັກ​ໂດຍ​ບໍ່​ຕ້ອງ​ຈັບ​ການ​ຄວບ​ຄຸມ​ການ​ລາກ.

    Note: ທ່ານ​ບໍ່​ສາ​ມາດ​ໃຊ້​ຄຸນ​ສົມ​ບັດ​ລັອກ​ຄວາມ​ໄວ​ໄດ້​ໃນ​ຂະ​ນະ​ທີ່ກຳ​ລັງ​ຂັບ​ເຄື່ອງ​ຈັກ​ຖອຍ​ຫຼັງ.

    ລັອກຄວາມໄວ​ຢູ່​ໃນໂໝດເຕີມ​ອາ​ກາດ

    ການ​ໃຊ້​ລັອກ​ຄວາມ​ໄວ​ໃນ​ຂະ​ນະ​ທີ່​ກຳ​ລັງ​ເຕີມ​ອາ​ກາດ​ເຮັດ​ໃຫ້​ທ່ານ​ສືບ​ຕໍ່​ຂັບ​ຂີ່​ເຄື່ອງ​ຈັກ​ຢູ່​ໃນ​ຄວາມ​ໄວ​ຕາມ​ໄລ​ຍະ​ຫ່າງ​ຮູ​ທີ່​ເລືອກ​ໄວ້​ໃນ​ຕອນ​ທ້າຍ​ຂອງ​ການ​ຜ່ານ​ການ​ເຕີມ​ອາ​ກາດ, ລ້ຽວ​ເຄື່ອງ​ຈັກ​ໄປ​ມາ ແລະ ເລີ່ມ​ການ​ຜ່ານ​ການ​ເຕີມ​ອາ​ກາດ​ຕໍ່​ໄປ​ໂດຍ​ບໍ່​ຕ້ອງ​ປ່ຽນ​ຕຳ​ແໜ່ງ​ການ​ຄວບ​ຄຸມ​ການ​ລາກ.

    Note: ຄຸນ​ສົມ​ບັດ​ລັອກ​ຄວາມ​ໄວ​ຢູ່​ໃນ​ໂໝດ​ເຕີມ​ອາ​ກາດ​ເປີດ​ຢູ່​ເມື່ອ​ຫົວ​ຮູ​ແກນ​ກາງ​ຖືກ​ຕັ້ງ​ສຳ​ລັບ​ໂໝດ​ເລື່ອນ​ປ່ອຍ​ລົງ; ຄຸນ​ສົມ​ບັດ​ລັອກ​ຄວາມ​ໄວ​ຖືກ​ລັອກ​ໄວ້​ຢູ່​ໃນ​ໂໝດ​ປ່ອຍ​ລົງ​ທັນ​ທີ.

    ການໃຊ້​ລັອກຄວາມ​ໄວ​ພື້ນ​ດິນ

    ໂໝດຂົນ​ສົ່ງ

    ລັອກຄວາມ​ໄວພື້ນ​ດິນ​ໃຊ້​ງານ​ຄື​ກັບ​ການ​ຄວບ​ຄຸມ​ລົດ​ຂັບ​ເລາະ​ທ່ຽວ.

    1. ກົດ​ສະ​ວິດ​ຂົນ​ສົ່ງ/ເຕີມ​ອາ​ກາດໄປ​ຫາ​ຕຳແໜ່ງຂົນ​ສົ່ງ (ຮູບສະແດງ ).

      artpending
    2. ກົດ​ສະ​ວິດລັອກ​ຄວາມ​ໄວໄປ​ຫາ​ຕຳແໜ່ງເປີດ.

    3. ຂັບຂີ່ເຄື່ອງ​ຈັກໄປທາງ​ໜ້າ​ຕາມຄວາມ​ໄວ​ພື້ນ​ດິນ​ທີ່​ຕ້ອງ​ການ.

    4. ກົດ​ສະ​ວິດລັອກ​ຄວາມ​ໄວໄປ​ຫາ​ຕຳແໜ່ງໃສ່.

      Note: ລັອກ​ຄວາມ​ໄວ​ພື້ນ​ດິນຮັກ​ສາ​ຄວາມ​ໄວ​ພື້ນ​ດິນ​ປັດ​ຈຸ​ບັນໄວ້​ໃນ​ທີ່ເຄື່ອງ​ຈັກ​ກຳ​ລັງ​ຂັບ​ເຄື່ອນ. ທ່ານ​ສາ​ມາດ​ປ່ອຍການ​ຄວບ​ຄຸມ​ການລາກໄດ້.

    5. ເພື່ອ​ປົດ​ການ​ໃຊ້​ງານ​ລັອກ​ຄວາມ​ໄວ, ໃຫ້ດຳ​ເນີນ​ການ​ໜຶ່ງ​ໃນ​ສິ່ງ​ຕໍ່​ໄປ​ນີ້:

      • ກົດ​ສະ​ວິດລັອກ​ຄວາມ​ໄວໄປ​ຫາ​ຕຳແໜ່ງປິດ.

      • ໝູນ​ດ້ານ​ເທິງ​ສຸດ​ຂອງການ​ຄວບ​ຄຸມການ​ລາກໄປ​ທາງ​ຫຼັງເພື່ອຂັບຂີ່ເຄື່ອງຈັກກັບຫຼັງ.

      • ປ່ອຍຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມ.

      • ກົດປຸ່ມຢຸດ​ການກະ​ແທກ.

    ການໃຊ້​ລັອກຄວາມ​ໄວ​ພື້ນ​ດິນ

    ໂໝດເຕີມອາ​ກາດ

    Note: ບໍ່​ມີລັອກ​ຄວາມ​ໄວ​ພື້ນ​ດິນໃຫ້​ໃຊ້​ເມື່ອ​ກຳ​ລັງ​ເຕີມ​ອາ​ກາດ​ຢູ່​ໃນ​ໂໝດ​ປ່ອຍ​ລົງ​ທັນ​ທີ.

    1. ກົດ​ສະ​ວິດ​ຂົນ​ສົ່ງ/ເຕີມ​ອາ​ກາດແມ່ນ​ຢູ່​ໃນຕຳແໜ່ງຂົນ​ສົ່ງ (ຮູບສະແດງ ).

      artpending
    2. ກົດ​ສະ​ວິດລັອກ​ຄວາມ​ໄວໄປ​ຫາ​ຕຳແໜ່ງເປີດ.

    3. ຂັບຂີ່ເຄື່ອງ​ຈັກໄປທາງ​ໜ້າ ແລະ ປິດ​ຫູ​ຫິ້ວ​ເຕີມ​ອາ​ກາດ.

      Note: ໃສ່​ລັອກ​ຄວາມ​ໄວ​ພື້ນ​ດິນ ແລະ ຫົວຮູ​ແກນ​ກາງປ່ອຍຕ່ຳ​ລົງ.

    4. ໃນ​ຕອນ​ທ້າຍ​ຂອງ​ການ​ຜ່ານ​ການ​ເຕີມ​ອາ​ກາດ, ປ່ອຍຫູ​ຫິ້ວ​ເຕີມ​ອາ​ກາດ.

      Note: ຫົວ​ຮູ​ແກນ​ກາງຍົກ​ຂຶ້ນ, ແຕ່​ເຄື່ອງ​ຈັກ​ຍັງ​ຮັກສາ​ຄວາມ​ໄວ​ພື້ນ​ດິນໃນ​ອັດ​ຕາ​ໄລ​ຍະ​ຫ່າງ​ຮູ​ເຕີມ​ອາ​ກາດ.

    5. ເພື່ອ​ປົດ​ການ​ໃຊ້​ງານ​ລັອກ​ຄວາມ​ໄວ, ໃຫ້ດຳ​ເນີນ​ການ​ໜຶ່ງ​ໃນ​ສິ່ງ​ຕໍ່​ໄປ​ນີ້:

      • ກົດ​ສະ​ວິດລັອກ​ຄວາມ​ໄວໄປ​ຫາ​ຕຳແໜ່ງປິດ.

      • ໝູນ​ດ້ານ​ເທິງ​ສຸດ​ຂອງການ​ຄວບ​ຄຸມການ​ລາກໄປ​ທາງ​ຫຼັງເພື່ອຂັບຂີ່ເຄື່ອງຈັກກັບຫຼັງ.

      • ປ່ອຍຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມ.

      • ກົດປຸ່ມຢຸດ​ການກະ​ແທກ.

    ການຂັບເຄື່ອງ​ຈັກໃນໂໝດຂົນ​ສົ່ງ

    Note: ໃຊ້​ໂໝດ​ຂົນ​ສົ່ງ​ເມື່ອ​ທ່ານ​ເຄື່ອນ​ເຄື່ອງ​ຈັກ​ໄປ​ລະ​ຫວ່າງ​ບ່ອນ​ເຮັດ​ວຽກ.

    Note: ເຄື່ອງ​ຈັກ​ຂັບ​ຂີ່​ຢູ່​ໃນ​ຄວາມ​ໄວ​ແຕກ​ຕ່າງ​ກັນ​ທີ່​ຫຼຸດ​ລົງ​ໃນ​ເວ​ລາ​ໃດ​ໜຶ່ງ​ທີ່​ສະ​ວິດ​ຂົນ​ສົ່ງ/ເຕີມ​ອາ​ກາດຢູ່​ໃນ​ຕຳ​ແໜ່ງການ​ເຕີມ​ອາ​ກາດ.

    1. ຕິດຈັກ ແລະ ເຄື່ອນຕົວ​ຄວບ​ຄຸມຄັນເລັ່ງໄປທີ່ຕຳແໜ່ງໄວ; ໃຫ້​ເບິ່ງ .

    2. ປ່ອຍຄານມື​ຈັບຕ່ຳລົງເພື່ອປ່ອຍເບ​ຣກ​ມື; ໃຫ້​ເບິ່ງ ().

    3. ກົດດ້ານ​ຊ້າຍ​ຂອງ​ສະ​ວິດ​ຂົນ​ສົ່ງ/ເຕີມ​ອາ​ກາດໄປ​ຫາ​ຕຳແໜ່ງຂົນ​ສົ່ງ (ຮູບສະແດງ ).

      artpending

      Note: ສູນ​ຂໍ້​ມູນ​ສະ​ແດງ​ໄອ​ຄອນຂົນ​ສົ່ງ (ຮູບສະແດງ ).

      artpending
    4. ເບິ່ງ​ຢູ່ໃນ​ທິດ​ທາງ​ຂອງ​ເສັ້ນ​ທາງ​ທີ່​ວາງ​ແຜນ​ໄວ້​ຂອງ​ທ່ານ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ມັນ​ຈະ​ແຈ້ງ.

    5. ຄວ້າ​ຈັບ​ຄານ​ມື​ຈັບ​ດ້ານ​ຊ້າຍ ຫຼື ຂວາ ແລະ ຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມ (ຮູບສະແດງ ), ແລະ ບີບຫູ​ຫິ້ວ​ໃສ່​ມື​ຈັບ.

    6. ດ້ວຍ​ຫົວ​ໂປ້​ມື​ຂອງ​ທ່ານ, ໝູນການ​ຄວບ​ຄຸມການລາກທາງ​ຊ້າຍ ຫຼື ຂວາເພື່ອຂັບເຄື່ອນເຄື່ອງຈັກດັ່ງ​ຕໍ່​ໄປ​ນີ້:

      • ໝູນ​ດ້ານ​ເທິງ​ສຸດ​ຂອງການ​ຄວບ​ຄຸມການລາກໄປ​ທາງໜ້າເພື່ອຂັບຂີ່ເຄື່ອງຈັກໄປ​ໜ້າ.

      • ໝູນ​ດ້ານ​ເທິງ​ສຸດ​ຂອງການ​ຄວບ​ຄຸມການ​ລາກໄປ​ທາງ​ຫຼັງເພື່ອຂັບຂີ່ເຄື່ອງຈັກກັບຫຼັງ.

      Note: ການ​ໝູນການຄວບ​ຄຸມການ​ລາກຕໍ່​ໄປ​ເພີ່ມ​ຄວາມ​ໄວ​ພື້ນ​ດິນ​ຂອງ​ເຄື່ອງ​ຈັກ.

    ການ​ຢຸດ​ເຄື່ອງ​ຈັກ

    Important: ເພື່ອ​ຢຸດ​ເຄື່ອງ​ຈັກ​ທັນ​ທີ, ໃຫ້​ກົດປຸ່ມ​ຢຸດ​ການ​ກະ​ແທກ (ຮູບສະແດງ ).

    artpending
    1. ຖ້າ​ທ່ານ​ກຳ​ລັງ​ເຕີມ​ອາ​ກາດ, ປ່ອຍ​ຫູ​ຫິ້ວ​ເຕີມ​ອາ​ກາດ (ຮູບສະແດງ ) ເພື່ອ​ຍົກ​ຫົວ​ຮູ​ແກນກາງ​ຂຶ້ນ; ໃຫ້​ເບິ່ງ .

      artpending
    2. ປ່ອຍການ​ຄວບ​ຄຸມ​ການ​ລາກ ແລະ ປ່ອຍ​ໃຫ້​ມັນ​ເຄື່ອນ​ໄປ​ຫາ​ຕຳ​ແໜ່ງເກຍ​ຫວ່າງ.

    3. ປ່ອຍຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມ.

    4. ຍົກ​ຄານມື​ຈັບ​ຂຶ້ນຈົນ​ສຸດ ແລະ ໃສ່​ສະ​ຫຼັກເພື່ອ​ໃສ່​ເບ​ຣກ​ມື; ໃຫ້​ເບິ່ງ ().

    ການຂັບເຄື່ອງ​ຈັກໃນໂໝດເຕີມ​ອາ​ກາດ

    Note: ເຄື່ອງ​ຈັກ​ຂັບ​ຂີ່​ຢູ່​ໃນ​ຄວາມ​ໄວ​ແຕກ​ຕ່າງ​ກັນ​ທີ່​ຫຼຸດ​ລົງ​ໃນ​ເວ​ລາ​ໃດ​ໜຶ່ງ​ທີ່ຫົວ​ຮູ​ແກນ​ກາງ​ຖືກ​ຍົກ​ຂຶ້ນ.

    1. ຕິດຈັກ ແລະ ເຄື່ອນຕົວ​ຄວບ​ຄຸມຄັນເລັ່ງໄປທີ່ຕຳແໜ່ງໄວ; ໃຫ້​ເບິ່ງ .

    2. ປ່ອຍຄານມື​ຈັບຕ່ຳລົງເພື່ອປ່ອຍເບ​ຣກ​ມື; ໃຫ້​ເບິ່ງ ().

    3. ກົດດ້ານຂວາ​ຂອງ​ສະ​ວິດ​ຂົນ​ສົ່ງ/ເຕີມ​ອາ​ກາດໄປ​ຫາ​ຕຳແໜ່ງເຕີມ​ອາ​ກາດ (ຮູບສະແດງ ).

      artpending

      ສູນ​ຂໍ້​ມູນ​ສະ​ແດງ​ຄວາມເລິກ​ຂອງ​ຮູປັດ​ຈຸ​ບັນ ແລະ ໄລ​ຍະ​ຫ່າງ​ຂອງຮູ (ຮູບສະແດງ ).

      artpending
    4. ເບິ່ງ​ຢູ່ໃນ​ທິດ​ທາງ​ຂອງ​ເສັ້ນ​ທາງ​ທີ່​ວາງ​ແຜນ​ໄວ້​ຂອງ​ທ່ານ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ມັນ​ຈະ​ແຈ້ງ.

    5. ຄວ້າ​ຈັບ​ຄານ​ມື​ຈັບ​ດ້ານ​ຊ້າຍ ຫຼື ຂວາ ແລະ ຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມ (ຮູບສະແດງ ), ແລະ ບີບຫູ​ຫິ້ວ​ໃສ່​ມື​ຈັບ.

    6. ດ້ວຍ​ຫົວ​ໂປ້​ມື​ຂອງ​ທ່ານ, ໝູນດ້ານ​ເທິງ​ຂອງການ​ຄວບ​ຄຸມການ​ລາກທາງ​ຊ້າຍ ຫຼື ຂວາເພື່ອຂັບເຄື່ອນເຄື່ອງຈັກໄປ​ໜ້າ.

      Note: ໃນ​ລະ​ຫວ່າງ​ການ​ເຕີມ​ອາ​ກາດ, ເຄື່ອງ​ຈັກ​ຂັບ​ເຄື່ອນ​ຢູ່​ໃນ​ຄວາມ​ໄວ​ໜຶ່ງ​ໃຫ້​ໄດ້​ຕາມ​ສິ່ງ​ທີ່​ທ່ານ​ເລືອກ​ສຳ​ລັບໄລ​ຍະ​ຫ່າງ​ຮູ​ເປົ້າ​ໝາຍ.

      • ເມື່ອ​ໃຊ້​ລັອກ​ຄວາມ​ໄວພື້ນ​ດິນ, ການ​ປ່ອຍ​ຫູ​ຫິ້ວ​ເຕີມ​ອາ​ກາດ​ໂດຍ​ບໍ່​ມີ​ການ​ປ່ຽນ​ຕຳ​ແໜ່ງ​ການ​ຄວບ​ຄຸມ​ການ​ລາກ​ເຮັດ​ໃຫ້​ເຄື່ອງຈັກ​ຮັກ​ສາ​ຄວາມ​ໄວ​ພື້ນ​ດິນ​ໄວ້​ຄື​ກັນ​ກັບ​ການ​ຄວບ​ຄຸມ​ການ​ຂັບ​ລົດທ່ຽວ​ຫຼິ້ນ.

      • ການຂັບເຄື່ອງຈັກໃນ​ທິດ​ທາງ​ປີ້ນ​ກັບ​ປົດ​ຜົນ​ກະ​ທົບ​ການ​ຄວບ​ຄຸມ​ການ​ຂັບ​ລົດ​ທ່ຽວ​ໄປ ແລະ ເຮັດ​ໃຫ້​ເຄື່ອງ​ຈັກ​ຂັບ​ເຄື່ອນ​ຢູ່​ທີ່​ຄວາມ​ໄວ​ພື້ນ​ດິນ​ແຕກ​ຕ່າງ​ໄປ.

      • ເມື່ອ​ທ່ານ​ຍົກ​ຫົວ​ຂຶ້ນ​ເພື່ອ​ລ້ຽວ​ເຄື່ອງ​ຈັກ​ໄປ​ມາ​ສຳ​ລັບ​ທາງ​ຜ່ານ​ອື່ນ, ທ່ານ​ສາ​ມາດ​ເພີ່ມ​ຄວາມ​ໄວ​ພື້ນ​ດິນ​ໄດ້​ໂດຍ​ການ​ເຄື່ອນການຄວບ​ຄຸມການ​ລາກໄປ​ໜ້າ​ໄກ​ຂຶ້ນ. ເມື່ອ​ທ່ານ​ປ່ອຍ​ການ​ຄວບ​ຄຸມ​ການ​ລາກ​ຄືນ​ຫາ​ຕຳ​ແໜ່ງເກຍ​ຫວ່າງ, ເຄື່ອງ​ຈັກ​ຊ້າ​ລົງ​ຫາ​ຄວາມ​ໄວ​ພື້ນ​ດິນ​ທີ່​ຕ້ອງ​ການ​ສຳ​ລັບ​ໄລ​ຍະ​ຫ່າງ​ຮູ​ເຕີມ​ອາ​ກາດ.

    ການ​ເຕີມ​ອາ​ກາດ​ດ້ວຍ​ການ​ໃຊ້​ໂໝດ​ແກ່​ຍາວ​ການ​ປ່ອຍ​ລົງ

    ໃຊ້​ຢາງ​ໜ້າ​ເພື່ອ​ແນມ​ເບິ່ງ​ຈຸດ​ຕົກ​ເມື່ອ​ເຕີມ​ອາ​ກາດ​ຢູ່​ໃນ​ໂໝດ​ແກ່​ຍາວ​ການ​ປ່ອຍ​ລົງ.

    1. ກົດດ້ານ​ເທິງ​ຂອງສະ​ວິດ​ຄວບ​ຄຸມການ​ປ່ອຍ​ລົງ (ຮູບສະແດງ ) ໄປ​ຫາ​ຕຳ​ແໜ່ງແກ່​ຍາວ​ການ​ປ່ອຍ​ລົງ.

      artpending
    2. ຂັບຂີ່ເຄື່ອງ​ຈັກໃນ​ທິດ​ທາງ​ໄປ​ໜ້າ, ໃຫ້​ເບິ່ງ .

    3. ເນື່ອງ​ຈາກ​ຢາງ​ໜ້າ​ກິ້ງ​ໄປ​ເທິງ​ຮອບນອກ​ຂອງ​ພື້ນ​ທີ່​ເຕີ​ມ​ອາ​ກາດ, ປິດ​ຫູ​ຫິ້ວ​ເຕີມ​ອາ​ກາດ​ດ້ານ​ຊ້າຍ ຫຼື ຂວາ (ຮູບສະແດງ ).

      Note: ຫົວ​ຮູ​ແກນ​ກາງ​ເດີນ ແລະ ປ່ອຍ​ຕ່ຳ​ລົງ​ເນື່ອງ​ຈາກ​ເຄື່ອງ​ຈັກ​ເຄື່ອນ​ໄປ​ໜ້າ​ຂ້າມ​ພື້ນ​ທີ່​ການ​ເຕີມ​ອາ​ກາດ​ເປົ້າ​ໝາຍ.

      artpending

    ການຍົກຫົວ​ຮູ​ແກນ​ກາງ

    ໂໝດແກ່​ຍາວການ​ປ່ອຍ​ລົງ

    ໃຊ້​ຢາງ​ໜ້າ (ຮູບສະແດງ ) ເພື່ອ​ແນມ​ເບິ່ງ​ຈຸດ​ຍົກ​ຂຶ້ນ​ເມື່ອຢູ່​ໃນ​ໂໝດ​ແກ່​ຍາວ​ການ​ປ່ອຍ​ລົງ.

    artpending

    ເພື່ອຍົກ​ຫົວ​ຮູ​ແກນ​ກາງ​ຂຶ້ນ, ໃຫ້ດຳ​ເນີນ​ການ 1 ໃນ​ສິ່ງ​ຕໍ່​ໄປ​ນີ້:

    • ເນື່ອງ​ຈາກ​ຢາງ​ໜ້າ​ກິ້ງ​ໄປ​ເທິງ​ຮອບນອກ​ຂອງ​ພື້ນ​ທີ່​ເຕີ​ມ​ອາ​ກາດ, ປ່ອຍຫູ​ຫິ້ວ​ເຕີມ​ອາ​ກາດ (ຮູບສະແດງ ).

      Note: ເຄື່ອງ​ຈັກ​ເລື່ອນ​ການ​ຍົກ​ຫົວ​ຮູ​ແກນ​ກາງ​ໃຫ້​ຊ້າ​ລົງ​ຈົນ​ກວ່າ​ຫົວ​ຮູ​ແກນ​ກາງ​ຮອດ​ຈຸດ​ເປົ້າ​ໝາຍ​ທີ່​ທ່ານ​ລະ​ບຸ​ໄວ້​ດ້ວຍ​ການ​ໃຊ້​ຢາງ​ໜ້າ ແລະ ປ່ອຍ​ຫູ​ຫິ້ວ​ເຕີມ​ອາ​ກາດ.

      artpending
    • ຂັບຂີ່ເຄື່ອງ​ຈັກໃນ​ທິດ​ທາງກັບ​ຫຼັງ, ໃຫ້​ເບິ່ງ .

    ການ​ເຕີມ​ອາ​ກາດ​ດ້ວຍ​ການ​ໃຊ້​ໂໝດການ​ປ່ອຍ​ລົງທັນ​ທີ

    1. ກົດດ້ານລຸ່ມຂອງສະ​ວິດ​ຄວບ​ຄຸມການ​ປ່ອຍ​ລົງ (ຮູບສະແດງ ) ໄປ​ຫາ​ຕຳ​ແໜ່ງການ​ປ່ອຍ​ລົງທັນ​ທີ.

      Note: ໄຟຢູ່ໃນສະ​ວິດຮຸ່ງ​ຂຶ້ນ.

      artpending
    2. ຂັບຂີ່ເຄື່ອງ​ຈັກໃນ​ທິດ​ທາງ​ໄປ​ໜ້າ, ໃຫ້​ເບິ່ງ .

    3. ປິດ​ດ້ານ​ຊ້າຍ ຫຼື ຂວາ​ຂອງ​ຫູ​ຫິ້ວ​ເຕີມ​ອາ​ກາດ (ຮູບສະແດງ ).

      Note: ຫົວ​ຮູ​ແກນ​ກາງປ່ອຍ​ຕ່ຳ​ລົງ​ທັນ​ທີ ແລະ ເລີ່ມ​ການ​ເຕີມ​ອາ​ກາດ.

      artpending

    ການຍົກຫົວ​ຮູ​ແກນ​ກາງ

    ໂໝດການ​ປ່ອຍ​ລົງທັນ​ທີ

    ເພື່ອຍົກ​ຫົວ​ຮູ​ແກນ​ກາງ​ຂຶ້ນ, ໃຫ້ດຳ​ເນີນ​ການ 1 ໃນ​ສິ່ງ​ຕໍ່​ໄປ​ນີ້:

    • ປ່ອຍຫູ​ຫິ້ວເຕີມ​ອາ​ກາດ (ຮູບສະແດງ ).

      Note: ເຄື່ອງ​ຈັກ​ຍົກ​ຫົວ​ຮູ​ແກນ​ກາງ​ຂຶ້ນ​ທັນ​ທີ.

      artpending
    • ຂັບຂີ່ເຄື່ອງ​ຈັກໃນ​ທິດ​ທາງກັບ​ຫຼັງ, ໃຫ້​ເບິ່ງ .

    ການຂັບເຄື່ອງ​ຈັກຢູ່ໃນທິດ​ທາງ​ປີ້ນ​ກັບ

    1. ຖ້າ​ທ່ານ​ປ່ອຍ​ຫົວ​ຮູ​ແກນ​ກາງ​ຕ່ຳ​ລົງ​ແລ້ວ, ປ່ອຍຫູ​ຫິ້ວ​ເຕີມ​ອາ​ກາດ (ຮູບສະແດງ ).

      artpending
    2. ປ່ອຍການ​ຄວບ​ຄຸມ​ການ​ລາກ ແລະ ປ່ອຍ​ໃຫ້​ມັນ​ເຄື່ອນ​ໄປ​ຫາ​ຕຳ​ແໜ່ງເກຍ​ຫວ່າງ.

    3. ໃນ​ຂະ​ນະ​ທີ່ຈັບຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມໄປ​ໃສ່​ຄານ​ມື​ຈັບ, ໝູນດ້ານ​ເທິງ​ຂອງການ​ຄວບ​ຄຸມການ​ລາກກັບ​ຫຼັງ​ຊ້າໆ (ຮູບສະແດງ ).

      artpending

    ການຕັ້ງ​ຄ່າ​ສະ​ວິດການຢຸດກະ​ແທກຄືນ​ໃໝ່

    1. ປ່ອຍການ​ຄວບ​ຄຸມ​ການ​ລາກ ແລະ ປ່ອຍ​ໃຫ້​ມັນ​ເຄື່ອນ​ໄປ​ຫາ​ຕຳ​ແໜ່ງເກຍ​ຫວ່າງ ແລະ ປ່ອຍ​ຫູ​ຫິ້ວ​ການ​ຢູ່​ຂອງ​ຜູ້​ຄວບ​ຄຸມ (ຮູບສະແດງ ).

      artpending
    2. ເຄື່ອນ​ອອກ​ຈາກປຸ່ມການຢຸດກະ​ແທກ (ຮູບສະແດງ ).

      Note: ສະ​ປ​ຣິງ​ຢູ່​ໃນ​ປຸ່ມການ​ຢຸດ​ກະ​ແທກ​ຕັ້ງ​ຄ່າ​ສະ​ວິດ​ຄືນ​ໃໝ່.

      artpending
    3. ຄວ້າ​ຈັບ​ຄານ​ມື​ຈັບ​ດ້ານ​ຊ້າຍ ຫຼື ຂວາ ແລະ ຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມ (ຮູບສະແດງ ), ແລະ ບີບຫູ​ຫິ້ວ​ໃສ່​ມື​ຈັບ.

      artpending
    4. ຂັບ​ຂີ່​ເຄື່ອງ​ຈັກ, ໃຫ້​ເບິ່ງ ຫຼື .

    ການ​ໃຊ້​ເຄື່ອງ​ໝາຍແຖວ

    ໃຊ້​ເຄື່ອງ​ໝາຍ​ແຖວ​ເພື່ອ​ຈັດ​ແຖວ​ການ​ເຕີມ​ອາ​ກາດ (ຮູບສະແດງ ).

    artpending

    ການ​ໃຊ້​ສະ​ຖິ​ຕິ​ເຄື່ອງ​ເຕີມ​ອາ​ກາດ​ສຳ​ລັບ​ການ​ປະ​ເ​ມີນ​ການ​ໃສ່​ປຸ໋ຍ​ເທິງ​ໜ້າ​ດິນ

    ເຄື່ອງ​ຈັກ​ໃຊ້​ເຄື່ອງ​ນັບ 2 ເຄື່ອງ​ເພື່ອ​ບັນ​ທຶກ​ເນື້ອ​ທີ່​ເຕີມ​ອາ​ກາດ​ແລ້ວ ແລະ ປະ​ລິ​ມານ​ແກນ​ກາງ​ດິນ​ທີ່ຖືກ​ເຄື່ອນ​ຍ້າຍ. ໃຊ້​ຂໍ້​ມູນ​ຈາກ​ເຄື່ອງ​ນັບ​ເຫຼົ່າ​ນີ້​ເພື່ອ​ຄາດ​ຄະ​ເນ​ຈຳ​ນວນ​ຂອງ​ການ​ໃສ່​ປຸ໋ຍ​ເທິງ​ໜ້າ​ດິນ​ເພື່ອ​ນຳ​ໃຊ້​ກັບ​ເນື້ອ​ທີ່​ທົ່ງ​ຫຍ້າ​ທີ່​ເຕີມ​ອາ​ກາດ​ແລ້ວ.

    • ເຄື່ອງ​ນັບ​ເນື້ອ​ທີ່ 1 ບໍ່​ແມ່ນ​ລະ​ຫັດ PIN ທີ່​ປົກ​ປ້ອງ ແລະ ຕັ້ງ​ໃຈ​ໃຫ້​ຕັ້ງ​ຄ່າ​ຄືນ​ໃໝ່​ໂດຍ​ຜູ້ຄວບ​ຄຸມ​ເຄື່ອງ​ຈັກ.

      Note: ຖ້າ​ຜູ້​ຄວບ​ຄຸມ​ບັນ​ທຶກ​ເຄື່ອງ​ນັບ​ເນື້ອ​ທີ່ 1 ສຳ​ລັບ​ແຕ່​ລະ​ບ່ອນ​ເຕີມ​ອາ​ກາດ, ທ່ານ​ສາ​ມາດຄາດ​ຄະ​ເນ​ຈຳ​ນວນ​ໜ້າ​ດິນ ແລະ ເງື່ອນ​ໄຂ​ກຳ​ນົດໃຫ້​ດຳ​ເນີນ​ການ​ສຳ​ລັບ​ແຕ່​ລະ​ບ່ອນ​ເຮັດ​ວຽກ.

    • ເຄື່ອງ​ນັບ​ເນື້ອ​ທີ່ 2 ແມ່ນ​ລະ​ຫັດ PIN ທີ່​ປົກ​ປ້ອງ ແລະ ຕັ້ງ​ໃຈ​ໃຫ້​ຕັ້ງ​ຄ່າ​ຄືນ​ໃໝ່​ໂດຍ​ຜູ້​ຄຸມ​ງານ ຫຼື ຕົວ​ແທນ​ຂອງ​ພວກ​ເຂົາ.

      artpending
    • ເນື້ອ​ທີ່​ເຕີມ​ອາ​ກາດ​ແລ້ວ​ສະ​ແດງຫົວໜ່ວຍ​ວັດ​ແທກເປັນ ມ2 (SI) ຫຼື ຟຸດ2 (ອັງ​ກິດ).

    • ປະ​ລິ​ມານ​ແກນ​ກາງ​ທີ່​ຖືກ​ເຄື່ອນ​ຍ້າຍສະ​ແດງຫົວໜ່ວຍ​ວັດ​ແທກເປັນ ມ3 (SI) ຫຼື ຫຼາ3 (ອັງ​ກິດ).

    • ເມື່ອ​ເບິ່ງເຄື່ອງ​ນັບ​ບໍ​ລິ​ມາດ​ຮູ​ແກນ​ກາງ​ທີ່​ຖືກ​ເຄື່ອນ​ຍ້າຍ, ເຄື່ອງ​ຈັກ​ຄຳ​ນວນ​ບໍ​ລິ​ມາດ​ດ້ວຍ​ການ​ໃຊ້​ເສັ້ນ​ຜ່າ​ກາງ​ງ່າມ​ຈັບ ແລະ ປະ​ລິ​ມານ​ງ່າມ​ຈັບທີ່​ທ່ານ​ປ້ອນ​ເຂົ້າ​ຢູ່​ໃນ​ສູນ​ຂໍ້​ມູນ.

      Important: ຖ້າ​ເສັ້ນ​ຜ່າ​ກາງ​ງ່າມ​ຈັບ ແລະ/ຫຼື ຄ່າປະ​ລິ​ມານ​ງ່າມ​ຈັບບໍ່​ຖືກ​ຈ້ອງ​ກ່ອນ​ເຕີມ​ອາ​ກາດ​ບ່ອນວຽກ, ສູນ​ຂໍ້​ມູນ​ຈະ​ຄິດ​ໄລ່ ແລະ ສະ​ແດງ​ຜົນ​ຄ່າບໍ​ລິ​ມາດ​ຮູ​ແກນ​ກາງບໍ່​ຖືກ​ຕ້ອງ​ສຳ​ລັບ​ເນື້ອ​ທີ່ 1 ແລະ ເນື້ອ​ທີ່ 2. ຖ້າ​ຄ່າ​ເສັ້ນ​ຜ່າ​ກາງ ແລະ/ຫຼື ປະ​ລິ​ມານ​ປ່ຽນ​ແປງ​ຫຼັງ​ຈາກ​ການ​ເຕີມ​ອາ​ກາດ, ສູນ​ຂໍ້​ມູນ​ຈະ​ປ່ຽນ​ຄ່າ​ບໍ​ລິ​ມາດ​ທີ່​ສະ​ແດງ​ຂຶ້ນ.

    ການ​ເຂົ້າ​ເຖິງ​ເຄື່ອງ​ນັບເນື້ອ​ທີ່ ແລະ ບໍ​ລິ​ມາດ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      Note: ຄານ​ມື​ຈັບ​ຍັງ​ຄົງ​ປ່ອຍ​ຕ່ຳ​ລົງ​ໄວ້​ເພື່ອ​ໃຫ້​ທ່ານ​ສາ​ມາດ​ເບິ່ງ​ສູນ​ຂໍ້​ມູນ​ໄດ້.

    2. ໃຫ້​ແນ່​ໃຈ​ວ່າຈັກ​ຕິດ​ຢູ່ ຫຼື ປຸ່ມຕິດ​ຈັກຢູ່​ໃນຕຳ​ແໜ່ງເດີນເຄື່ອງ.

    3. ຢູ່​ໃນສູນ​ຂໍ້​ມູນ, ນຳ​ທາງ​ໄປ​ຫາເມ​ນູຫຼັກ (ຮູບສະແດງ ).

      artpending
    4. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເຄິ່ງ​ກາງ​ຈົນ​ກວ່າ​ຕົວ​ເລືອກບຳ​ລຸງ​ຮັກ​ສາຖືກ​ເລືອກ ແລະ ກົດ​ປຸ່ມ​ເບື້ອງ​ຂວາ.

    5. ຢູ່​ໃນ​ໜ້າ​ຈໍບຳ​ລຸງ​ຮັກ​ສາ, ກົດ​ປຸ່ມ​ສູນ​ຂໍ້​ມູນ​ເຄິ່ງ​ກາງ​ຈົນ​ກວ່າ​ຕົວ​ເລືອກບໍ​ລິ​ການຖືກ​ເລືອກ ແລະ ກົດ​ປຸ່ມ​ເບື້ອງ​ຂວາ (ຮູບສະແດງ ).

      artpending

      Note: ເຄື່ອງ​ນັບເນື້ອ​ທີ່ປາ​ກົດ​ຂຶ້ນ​ຢູ່​ໃນ​ໜ້າ​ຈໍສະ​ຖິ​ຕິ.

      artpending

    ການ​ໃຊ້​ເນື້ອ​ທີ່ 1—ເຄື່ອງ​ນັບເນື້ອ​ທີ່ ແລະ ບໍ​ລິ​ມາດ

    ຜູ້​ຄວບ​ຄຸມເຄື່ອງ​ຈັກ
    1. ຢູ່​ໃນ​ໜ້າ​ຈໍສະ​ຖິ​ຕິ, ກົດ​ປຸ່ມ​ສູນ​ຂໍ້​ມູນ​ເຄິ່ງ​ກາງ​ຈົນ​ກວ່າ​ຕົວ​ເລືອກເນື້ອ​ທີ່ 1 ຖືກ​ເລືອກ (ຮູບສະແດງ ).

      artpending
    2. ບັນ​ທຶກ​ເນື້ອ​ທີ່​ການ​ເຕີມ​ອາ​ກາດ ແລະ ບໍ​ລິ​ມາດ​ຮູ​ແກນ​ກາງ​ດິນ​ຢູ່​ໃນ​ໃບ​ຈົດ​ບັນ​ທຶກ; ໃຫ້​ເບິ່ງ​ຕົວ​ຢ່າງ​ທີ່​ຕິດ​ຕາມ​ມາ.

      ຕົວຢ່າງຂອງ​ໃບ​ຈົດ​ບັນ​ທຶກ​ການເຕີມ​ອາ​ກາດ

      ວັນທີ

      ໄລ​ຍະ​ເວ​ລາ (ຖ້າ​ມີ​ຫຼາຍ​ໄລ​ຍະ)

      ທີ່​ຕັ້ງ

      ເນື້ອ​ທີ່​ການ​ເຕີມ​ອາ​ກາດ

      ບໍ​ລິ​ມາດ​ຮູ​ແກນ​ກາງ

           
           
           
    3. ກົດ​ປຸ່ມເບື້ອງ​ຂວາເພື່ອສະ​ແດງ​ໄປ​ຫາ​ໜ້າ​ຈໍ​ຕັ້ງ​ຄ່າເນື້ອ​ທີ່ ແລະ ບໍ​ລິ​ມາດຄືນ​ໃໝ່.

    4. ຢູ່ໃນຕັ້ງ​ຄ່າ​ໜ້າ​ຈໍ​ເນື້ອ​ທີ່ ແລະ ບໍ​ລິ​ມາດ​ຄືນ​ໃໝ່, ກົດ​ປຸ່ມ​ສູນ​ຂໍ້​ມູນເບື້ອງ​ຂວາ.

      Note: ສູນ​ຂໍ້​ມູນ​ສະ​ແດງ​ໜ້າ​ຈໍ​ສະ​ຖິ​ຕິ ແລະ ເຄື່ອງ​ນັບ​ເນື້ອ​ທີ່ ແລະ ບໍ​ລິ​ມາດ​ຕັ້ງ​ຄ່າ​ຄືນ​ໃໝ່​ເປັນ 0.

      Note: ຖ້າ​ທ່ານ​ບໍ່​ຕັ້ງ​ຄ່າ​ເຄື່ອງ​ນັບ​ເນື້ອ​ທີ່ 1 ຄືນ​ໃໝ່, ເຄື່ອງ​ນັບ​ເນື້ອ​ທີ່ ແລະ ບໍ​ລິ​ມາດ​ສືບ​ຕໍ່​ສະ​ສົມ​ຂໍ້​ມູນ.

      artpending
    5. ເຮັດຊ້ຳຄືນຂັ້ນຕອນ ຮອດ ຕາມ​ທີ່​ຈຳ​ເປັນ.

    6. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງ​ຊ້າຍຈົນ​ກວ່າ​ໜ້າ​ຈໍເດີນປາ​ກົດ​ຂຶ້ນ.

    ການຕັ້ງ​ຄ່າເນື້ອ​ທີ່ 2 ຄືນ​ໃໝ່—ເຄື່ອງ​ນັບເນື້ອ​ທີ່ ແລະ ບໍ​ລິ​ມາດ

    ຫົວ​ໜ້າ​ຊີ້​ນຳ

    Note: ການ​ຕັ້ງ​ຄ່າ​ເຄື່ອງ​ນັບເນື້ອ​ທີ່ 2 ຄືນ​ໃໝ່​ບໍ່​ຕັ້ງ​ຄ່າ​ເຄື່ອງ​ນັບເນື້ອ​ທີ່ 1 ຄືນ​ໃໝ່.

    1. ປ້ອນ​ລະ​ຫັດ PIN ສຳ​ລັບ​ຕົວ​ເລືອກເມນູທີ່ຖືກປົກປ້ອງ (ຮູບສະແດງ ), ໃຫ້​ເບິ່ງ .

      artpending
    2. ປ້ອນ PIN ເພື່ອ​ເຂົ້າ​ເຖິງເມນູທີ່ຖືກປົກປ້ອງ, ໃຫ້​ເບິ່ງ .

    3. ຢູ່​ໃນ​ໜ້າ​ຈໍສະ​ຖິ​ຕິ, ກົດ​ປຸ່ມ​ສູນ​ຂໍ້​ມູນ​ເຄິ່ງ​ກາງ​ຈົນ​ກວ່າ​ຕົວ​ເລືອກເນື້ອ​ທີ່ 2 ຖືກ​ເລືອກ (ຮູບສະແດງ ).

      artpending
    4. ຖ້າ​ຈຳ​ເປັນ, ບັນ​ທຶກຂໍ້​ມູນ​ເນື້ອ​ທີ່​ການ​ເຕີມ​ອາ​ກາດ ແລະ ບໍ​ລິ​ມາດ​ຮູ​ແກນ​ກາງດິນ.

    5. ກົດ​ປຸ່ມເບື້ອງ​ຂວາເພື່ອສະ​ແດງ​ໄປ​ຫາ​ໜ້າ​ຈໍ​ຕັ້ງ​ຄ່າເນື້ອ​ທີ່ ແລະ ບໍ​ລິ​ມາດຄືນ​ໃໝ່.

    6. ຢູ່ໃນຕັ້ງ​ຄ່າ​ໜ້າ​ຈໍ​ເນື້ອ​ທີ່ ແລະ ບໍ​ລິ​ມາດ​ຄືນ​ໃໝ່, ກົດ​ປຸ່ມ​ສູນ​ຂໍ້​ມູນເບື້ອງ​ຂວາ(ຮູບສະແດງ ).

      Note: ສູນ​ຂໍ້​ມູນ​ສະ​ແດງ​ໜ້າ​ຈໍ​ສະ​ຖິ​ຕິ ແລະ ເຄື່ອງ​ນັບ​ເນື້ອ​ທີ່ ແລະ ບໍ​ລິ​ມາດ​ຕັ້ງ​ຄ່າ​ຄືນ​ໃໝ່​ເປັນ 0.

      Note: ຖ້າ​ທ່ານ​ບໍ່​ຕັ້ງ​ຄ່າ​ເຄື່ອງ​ນັບ​ເນື້ອ​ທີ່ 2 ຄືນ​ໃໝ່, ເຄື່ອງ​ນັບ​ເນື້ອ​ທີ່ ແລະ ບໍ​ລິ​ມາດ​ສືບ​ຕໍ່​ສະ​ສົມ​ຂໍ້​ມູນ.

      artpending
    7. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງ​ຊ້າຍຈົນ​ກວ່າ​ໜ້າ​ຈໍເດີນປາ​ກົດ​ຂຶ້ນ.

    ການ​ຄ້ຳ​ຫົວ​ຮູ​ແກນ​ກາງ​ດ້ວຍ​ສະ​ຫຼັກ​ບໍ​ລິ​ການ

    ຕິດ​ຕັ້ງ​ສະ​ຫຼັກ​ບໍ​ລິ​ການ​ກ່ອນ​ດຳ​ເນີນ​ການ​ບຳ​ລຸງ​ຮັກ​ສາ​ຫົວ​ຮູ​ແກນ​ກາງ ຫຼື ເມື່ອ​ເກັບ​ຮັກ​ສາ​ເຄື່ອງ​ຈັກ​ໄວ້​ເປັນ​ເວ​ລາ​ຫຼາຍກວ່າ​ສອງ​ສາມ​ວັນ.

    ອັນຕະລາຍ

    ຖ້າຫົວ​ຮູ​ແກນ​ກາງຖືກ​ຍົກ​ຂຶ້ນ ແລະ ບໍ່​ໃສ່​ສະ​ຫຼັກ, ມັນສາ​ມາດ​ຕົກ​ຕ່ຳ​ລົງ​ໂດຍ​ບໍ່​ຄາດ​ຄິດ ແລະ ເຮັດ​ໃຫ້ທ່ານ ຫຼື ຄົນ​ອື່ນໄດ້​ຮັບ​ບາດ​ເຈັບ.

    ໃນ​ເວ​ລາ​ໃດ​ກໍ​ຕາມ​ທີ່​ທ່ານ​ບຳ​ລຸງ​ຮັກ​ສາ​ຫົວ​ຮູ​ແກນ​ກາງ, ລວມ​ທັງ​ການ​ປ່ຽນ​ງ່າມ​ຈັບ ຫຼື ເກາະ​ປ້ອງ​ກັນ​ທົ່ງ​ຫຍ້າ, ໃຊ້​ສະ​ຫຼັກ​ບຳ​ລຸງ​ຮັກ​ສາ​ເພື່ອ​ຍຶດ​ຫົວ​ຮູ​ແກນ​ກາງ​ຢູ່​ໃນ​ຕຳ​ແໜ່ງ​ຍົກ​ຂຶ້ນ.

    1. ຍົກຫົວ​ຮູ​ແກນ​ກາງ.

    2. ຈອດເຄື່ອງ​ຈັກໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    3. ເອົາຝາ​ປົກຫົວ​ຮູ​ແກນ​ກາງອອກ, ໃຫ້​ເບິ່ງ .

    4. ຖອດ​ສະ​ຫຼັກດຶງ​ທີ່​ຍຶດສະ​ຫຼັກ​ບຳ​ລຸງ​ຮັກ​ສາ​ໃສ່ແຜ່ນ​ດ້ານ​ຂ້າງອອກ (ຮູບສະແດງ ).

      artpending
    5. ໝູນ​ສະ​ຫຼັກ​ບຳ​ລຸງ​ຮັກ​ສາ​ຄືນ​ຫຼັງ ແລະ ຈັດ​ລຽນ​ມັນ​ຢູ່​ເໜືອ​ເຂັມ​ຂັດ​ຄ້ຳ​ຂອງ​ຫົວ​ຮູ​ແກນ​ກາງ.

    6. ຍຶດສະ​ຫຼັກ​ໃສ່​ເຂັມ​ຂັດ​ຄ້ຳ​ດ້ວຍ​ສະ​ຫຼັກ​ດຶງ.

    7. ຖ້າ​ຈຳ​ເປັນ, ຕິດ​ຕັ້ງຝາ​ປົກຫົວ​ຮູ​ແກນ​ກາງ, ໃຫ້​ເບິ່ງ .

    ການ​ເກັບ​ມ້ຽນ​ສະ​ຫຼັກ​ບຳ​ລຸງ​ຮັກ​ສາ

    1. ຈອດເຄື່ອງ​ຈັກໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    2. ຖ້າ​ໄດ້ຕິດ​ຕັ້ງຝາ​ປົກຫົວ​ຮູ​ແກນ​ກາງໄວ້, ໃຫ້​ເອົາ​ມັນ​ອອກ; ໃຫ້​ເບິ່ງ .

    3. ຖອດ​ສະ​ຫຼັກດຶງ​ທີ່​ຍຶດສະ​ຫຼັກ​ບຳ​ລຸງ​ຮັກ​ສາ​ໃສ່ເຂັມ​ຂັດ​ຄ້ຳ​ຂອງ​ຫົວ​ຮູ​ແກນ​ກາງອອກ (ຮູບສະແດງ ).

      artpending
    4. ໝູນ​ສະ​ຫຼັກ​ບຳ​ລຸງ​ຮັກ​ສາລົງ ແລະ ຈັດ​ລຽນ​ມັນ​ຢູ່​ເໜືອ​ເຂັມ​ຂັດ​ຄ້ຳ​ຂອງແຜ່ນ​ດ້ານ​ຂ້າງ.

    5. ຍຶດສະ​ຫຼັກ​ໃສ່​ເຂັມ​ຂັດ​ຄ້ຳ​ດ້ວຍ​ສະ​ຫຼັກ​ດຶງ.

    6. ຕິດ​ຕັ້ງຝາ​ປົກຫົວ​ຮູ​ແກນ​ກາງ, ໃຫ້​ເບິ່ງ .

    ການປ່ຽນງ່າມ​ຈັບ​ທີ່​ເປ່​ເພ

    Important: ການປ່ຽນງ່າມ​ຈັບ​ທີ່​ເປ່​ເພດ້ວຍ​ອັນ​ທີ່​ມີ​ຄວາມ​ຍາວ​ເທົ່າ​ກັນ. ຄວາມ​ຍາວ​ງ່າມ​ຈັບ​ແຕກ​ຕ່າງ​ມີ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ລັກ​ສະ​ນະຂອງ​ຮູ.

    ຄວາມ​ຍາວ​ງ່າມ​ຈັບ​ແຕກ​ຕ່າງ​ມີ​ຜົນ​ກະ​ທົບຕໍ່​ລັກ​ສະ​ນະຂອງ​ຮູ.

    ໃຫ້​ເບິ່ງ ສຳ​ລັບຄຳ​ອະ​ທິ​ບາຍ​ປະ​ກອບ​ພາບ.

    1. ຍົກ​ຫົວ​ຮູ​ແກນ​ກາງ​ຂຶ້ນ ແລະ ລັອກ​ມັນ​ໄວ້​ໃນ​ຕຳ​ແໜ່ງ​ດ້ວຍ​ສະ​ຫຼັກບຳ​ລຸງ​ຮັກ​ສາ.

    2. ຈອດເຄື່ອງ​ຈັກໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    3. ມາຍ​ນັອດ​ຕົວ​ຜູ້​ຕົວ​ຈັບ​ງ່າມ​ຈັບ ແລະ ເອົາ​ງ່າມ​ຈັບ​ເກົ່າ​ອອກ.

    4. ສອດ​ງ່າມ​ຈັບ​ໃໝ່​ເຂົ້າ​ໄປ​ໃນ​ຕົວ​ຈັບ​ງ່າມ​ຈັບ.

    5. ບິດນັອດຕົວ​ຜູ້ຕົວ​ຈັບງ່າມ​ຈັບໃຫ້​ໄດ້ 40.6 N∙m (30 ft-lb).

    6. ຖ້າ​ຈຳ​ເປັນ, ເຮັດຂັ້ນຕອນນີ້ຊ້ຳອີກໃສ່ແຂນທີ່ຍັງ​ເຫຼືອ.

    ການກວດ​ເບິ່ງການ​ປັບ​ຕັ້ງຄວາມ​ສູງພື້ນ​ດິນງ່າມ​ຈັບ

    ໃຊ້​ການ​ນຳ​ໃຊ້​ການຍົກ​ເລີກການ​ປັບ​ຕັ້ງ​ຄວາມ​ສູງ​ພື້ນ​ດິນ​ເພື່ອກວດ​ເບິ່ງ​ຄວາມ​ສູງ​ພື້ນ​ດິນ​ງ່າມ​ຈັບ​ຢ່າງ​ໄວ.

    ການ​ກະ​ກຽມ​ເຄື່ອງ​ຈັກ

    1. ໃຫ້​ແນ່​ໃຈ​ວ່າຫົວ​ຮູ​ແກນ​ກາງຍົກ​ຂຶ້ນ.

    2. ຈອດເຄື່ອງ​ຈັກໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    3. ເອົາຝາ​ປົກຫົວ​ຮູ​ແກນ​ກາງອອກ, ໃຫ້​ເບິ່ງ .

    4. ໝູນ​ໝາກ​ລໍ້​ຫົວ​ຮູ​ແກນ​ກາງ (ຮູບສະແດງ ) ຈົນ​ກວ່າ​ງ່າມ​ຈັບ​ນອກ​ສຸດ​ຖືກ​ຈັດ​ລຽນ​ໃກ້​ທີ່​ສຸດ​ກັບ​ພື້ນດິນ.

      Important: ໃຫ້​ເອົານິ້ວ​ມື​ຂອງ​ທ່ານ​ອອກ​ໄກ​ຈາກ​ພື້ນ​ທີ່​ບ່ອນ​ສາຍ​ພານ​ລວມ​ເຂົ້າ​ກັນ ແລະ ແຍກ​ໝາກ​ລໍ້​ອອກ​ເພື່ອ​ທີ່​ທ່ານ​ຈະ​ບໍ່​ໄດ້ໜີບ​ນິ້ວ​ມື​ຂອງ​ທ່ານ.

      artpendingartpending
    5. ຕິດ​ຕັ້ງຝາ​ປົກຫົວ​ຮູ​ແກນ​ກາງ, ໃຫ້​ເບິ່ງ .

    ການເດີນຍົກ​ເລີກ​ການ​ນຳ​ໃຊ້​ຄວາມ​ຄວາມສູງພື້ນ​ດິນ

    1. ກົດ​ປຸ່ມ​ເຄິ່ງ​ກາງ​ໃນ​ສູນ​ຂໍ້​ມູນ​ເພື່ອ​ນຳ​ທາງ​ຫາ​ຕຳ​ແໜ່ງຍົກ​ເລີກ​ຄວາມ​ສູງພື້ນ​ດິນ.

    2. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງຂວາເພື່ອເລືອກ​ຕົວ​ເລືອກສອນຄວາມ​ສູງ​ພື້ນ​ດິນ.

    3. ໃນ​ໜ້າ​ຈໍ​ຍົກ​ເລີກຄວາມ​ສູງ​ພື້ນ​ດິນ (ຮູບສະແດງ ), ກົດ​ປຸ່ມ​ສູນ​ຂໍ້​ມູນ​ເຄິ່ງ​ກາງ.

      artpending
    4. ໃນ​ໜ້າ​ຈໍຫົວ​ຈະ​ປ່ອຍ​ຕ່ຳ​ລົງ (ຮູບສະແດງ ), ກົດ​ປຸ່ມ​ສູນ​ຂໍ້​ມູນເບື້ອງ​ຂວາ.

      artpending

      Note: ຂໍ້​ຄວາມການ​ປ່ອຍ​ຫົວ​ຕ່ຳ​ລົງປາ​ກົດ​ຂຶ້ນ ແລະ ຫົວຮູ​ແກນ​ກາງປ່ອຍ​ຕ່ຳ​ລົງ.

      artpending
    5. ເບິ່ງ​ງ່າມ​ຈັບ​ທາງນອກ​ສຸດ​ສຳ​ລັບ​ສະ​ພາບ​ຢູ່ນອກ​ການ​ປັບ​ຕັ້ງ​ຕໍ່​ໄປ​ນີ້.

      • ງ່າມ​ຈັບ​ເລີ່ມ​ຕົ້ນ​ແທງ​ເຂົ້າ​ໄປ​ພື້ນ​ດິນ—ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງ​ຂວາ (ຮູບສະແດງ ) ແລະ ເດີນ​ການ​ນຳ​ໃຊ້​ສອນ​ຄວາມ​ສູງ​ພື້ນ​ດິນ; ໃຫ້​ເບິ່ງ.

      • ງ່າມຢູ່​ເທິງພື້ນ​ດິນ—ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງ​ຂວາ ແລະ ເດີນ​ການ​ນຳ​ໃຊ້​ສອນ​ຄວາມ​ສູງ​ພື້ນ​ດິນ; ໃຫ້​ເບິ່ງ .

      artpending
    6. ຖ້າງ່າມ​ຈັບນອກ​ສຸດສຳ​ຜັດ​ພື້ນ​ດິນເບົາໆ, ກົດ​ປຸ່ມ​ສູນ​ຂໍ້​ມູນ​ເບື້ອງ​ຂວາເພື່ອ​ຍົກ​ຫົວ​ຮູ​ແກນ​ກາງ.

    ການ​ປັບ​ການ​ໂອນ​ນ້ຳ​ໜັກ

    ເຄື່ອງ​ຈັກ​ໂອນ​ນ້ຳ​ໜັກ​ຈາກໜ່ວຍ​ລາກ​ຫາ​ຫົວ​ຮູ​ແກນ​ກາງ​ເພື່ອ​ຊ່ວຍ​ຮັກ​ສາ​ຄວາມ​ເລິກ​ຂອງ​ຮູ​ຢູ່​ໃນ​ໂຄງ​ສ້າງ​ດິນ​ຕ່າງໆ. ເຖິງ​ແນວ​ໃດ​ກໍ​ຕາມ, ຖ້າ​ໂຄງ​ສ້າງ​ດິນ​ແໜ້ນ​ພໍ​ບໍ່​ປ່ອຍ​ໃຫ້​ເຂົ້າ​ເຖິງ​ຄວາມ​ເລິກ​ການ​ເຕີມ​ອາ​ກາດ​ໄດ້​ເຕັມ​ທີ່, ຫົວຮູ​ແກນ​ກາງອາດ​ຈຳ​ເປັນ​ຕ້ອງ​ມີ​ການ​ໂອນ​ນ້ຳ​ໜັກ​ເພີ່ມ​ເຕີມ. ເຄື່ອງ​ຈັກ​ຖືກ​ຕັ້ງ​ຄ່າ​ສຳ​ລັບ​ການ​ໂອນ​ນ້ຳ​ໜັກ​ປົກ​ກະ​ຕິຢູ່​ທີ່ໂຮງ​ງານ. ເພື່ອ​ເພີ່ມ​ຄວາມ​ດັນ​ລົງ​ລຸ່ມ​ຂອງ​ສະ​ປ​ຣິງ​ການ​ໂອນ​ນ້ຳ​ໜັກ, ໃຫ້​ສືບ​ຕໍ່​ປະ​ຕິ​ບັດ​ດັ່ງ​ຕໍ່​ໄປ​ນີ້:

    ຄຳເຕືອນ

    ການ​ປ່ອຍ​ແຜ່ນ​ສະ​ປ​ຣິງ​ໂດຍ​ທັນ​ທີ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ໄດ້.

    ເອົາ​ການ​ຊ່ວຍ​ເຫຼືອ​ຂອງ​ຄົນ​ອື່ນ​ເພື່ອ​ຊ່ວຍ​ປັບ​ສະ​ປ​ຣິງ​ການ​ໂອນ​ນ້ຳ​ໜັກ.

    1. ຈອດເຄື່ອງ​ຈັກໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    2. ມາຍນອດ​ລັອກ​ຕົວ​ແມ່​ໜ້າ​ແປນ​ໄປ​ທາງ​ໜ້າ ແລະ ນັອດ​ຕົວ​ຜູ້​ຮອງ​ຮັບ​ທີ່​ຍຶດ​ແຜ່ນ​ເຄັ່ງ​ສະ​ປ​ຣິງ​ໃສ່​ຂາ​ຄ້ຳ​ຂອງ​ຫົວ​ຮູ​ແກນ​ກາງ​ໃຫ້​ຫຼວມ (ຮູບສະແດງ ).

      Note: ຢ່າ​ເອົານັອດ​ລັອກ​ຕົວ​ແມ່ ແລະ ນັອດ​ຕົວ​ຜູ້​ຮອງ​ຮັບອອກ.

      artpending
    3. ເອົາ​ນັອດ​ລັອກ​ຕົວ​ແມ່​ໜ້າ​ແປນ​ດ້ານ​ຫຼັງ​ທີ່​ຍຶດ​ຂາ​ຄ້ຳ​ສະ​ປ​ຣິງ​ໃສ່​ຂາ​ຄ້ຳ​ອອກ.

      Note: ຢ່າ​ເອົານັອດ​ຕົວ​ຜູ້​ຮອງ​ຮັບອອກ.

    4. ສອດເຟືອງ​ຈັກ​ຂັບ​ເຄື່ອນ ½ ນິ້ວ ຫຼື ຄານ​ເບ​ຣກ​ເກີ​ໃສ່​ຮູ​ຮູບຈະ​ຕຸ​ລັດ​ຢູ່​ໃນ​ແຜ່ນ​ເຄັ່ງ​ສະ​ປ​ຣິງ (ຮູບສະແດງ ).

      artpending
    5. ໝູນ​ເຟືອງ​ຈັກ ຫຼື ຄານ​ຂາ​ຄ້ຳ​ເພື່ອ​ປ່ອຍ​ຄວາມ​ເຄັ່ງ​ໃນ​ນັອດ​ຕົວ​ຜູ້​ຮອງ​ຮັບ​ດ້ານ​ຫຼັງ ແລະ ເອົາ​ມັນ​ອອກ​ຈາກ​ຮູ​ເທິງ.

      Note: ຮູ​ເທິງ​ແມ່ນ​ຕຳ​ແໜ່ງການ​ໂອນ​ນ້ຳ​ໜັກ​ປົກ​ກະ​ຕິ.

    6. ໝູນ​ແຜ່ນ​ເຄັ່ງ​ສະ​ປ​ຣິງ​ໄປ​ຈົນ​ກວ່າ​ມັນ​ລຽນ​ກັບ​ຮູ​ລຸ່ມ​ຢູ່​ໃນ​ຂາ​ຄ້ຳ, ສອດ​ນັອດ​ຕົວ​ຜູ້​ຮອງ​ຮັບ​ເຂົ້າ​ໄປ​ຜ່ານ​ຮູ​ຢູ່​ໃນ​ແຜ່ນ ແລະ ຂາ​ຄ້ຳ.

      Note: ຮູລຸ່ມ​ແມ່ນ​ຕຳ​ແໜ່ງການ​ໂອນ​ນ້ຳ​ໜັກສູງຂຶ້ນ. ໝູນ​ແຜ່ນ​ສະ​ປ​ຣິງ​ຂຶ້ນ​ເທິງ​ເພີ່ມ​ການ​ໂອນ​ນ້ຳ​ໜັກ.

    7. ຍຶດ​ນັອດ​ຕົວ​ຜູ້​ຮອງ​ຮັບ​ໃສ່​ຂາ​ຄ້ຳ ແລະ ແຜ່ນ​ເຄັ່ງສະ​ປ​ຣິງດ້ວຍ​ນັອດ​ຕົວ​ແມ່​ໜ້າ​ແປນ.

    8. ບິດ​ນັອດ​ລັອກຕົວ​ແມ່ໃຫ້​ໄດ້ 37 ຫາ 45 N∙m (27 ເຖິງ 33 ft-lb).

    ການ​ໃຊ້​ການ​ຕິດ​ຕາມ​ພື້ນ​ດິນ​ເອົາ​ເອງ

    ສຳ​ລັບ​ຄຸນ​ນະ​ພາບ​ຂອງ​ຮູ ແລະ ປະ​ສິດ​ທິ​ພາບ​ຂອງ​ເຄື່ອງ​ຈັກ​ສູງ​ສຸດ, ເຕີມ​ອາ​ກາດ​ດ້ວຍ​ການ​ໃຊ້​ລະ​ບົບ​ການ​ຕິດ​ຕາມ​ພື້ນ​ດິນ​ອັດ​ຕະ​ໂນ​ມັດ.

    ໃຊ້ການ​ໃຊ້​ການ​ຕິດ​ຕາມ​ພື້ນ​ດິນ​ເອົາ​ເອງພຽງ​ແຕ່​ຖ້າ​ເຊັນ​ເຊີ​ຕາ​ແໜ່ງ​ງ່າມ​ຈັບ​ເປ່​ເພ​ເທົ່າ​ນັ້ນ.

    ການ​ປັບຕົວ​ຈັດ​ໄລ​ຍະ​ຫ່າງ​ຢຸດ​ຄວາມ​ເລິກ

    1. ຈອດເຄື່ອງ​ຈັກໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    2. ເອົາຝາ​ປົກຫົວ​ຮູ​ແກນ​ກາງອອກ, ໃຫ້​ເບິ່ງ .

    3. ຖອດ​ສະ​ຫຼັກດຶງ​ທີ່​ຍຶດເຂັມ​ຂັດ​ຢຸດ​ຄວາມເລິກ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ​ໃສ່​ຂາ​ຄ້ຳ​ຢຸດ​ນັ້ນ​ອອກ (ຮູບສະແດງ ແລະ ຮູບສະແດງ ).

      artpending
      artpending
    4. ວາງ​ຕຳ​ແໜ່ງ​ຕົວ​ຈັດ​ໄລ​ຍະ​ຫ່າງ​ຢູ່ເໜືອ ຫຼື ຢູ່​ກ້ອງ​ຂາ​ຄ້ຳ​ຢຸດ​ເພື່ອ​ປັບ​ຄວາມ​ເລິກ​ຮູ​ແກນ​ກາງ.

      • ດ້ວຍ​ຕົວ​ຈັດ​ໄລ​ຍະ​ຫ່າງ​ທຸກ​ຕົວ​ຢູ່​ດ້ານ​ເທິງ​ຂອງ​ຂາ​ຄ້ຳ​ຢຸດ, ການ​ຕັ້ງ​ຄ່າ​ຄວາມ​ເລິກ​ແມ່ນ 10.7 ຊມ (4-¼ ນິ້ວ).

      • ຕົວ​ຈັດ​ໄລ​ຍະ​ຫ່າງໜາເທົ່າ​ກັບການ​ເພີ່ມ​ຂຶ້ນ 19 ມມ (¾ ນິ້ວ).

      • ຕົວ​ຈັດ​ໄລ​ຍະ​ຫ່າງບາງເທົ່າ​ກັບການ​ເພີ່ມ​ຂຶ້ນຄວາມ​ເລິກ 9.5 ມມ (⅜ ນິ້ວ).

      Note: ທ່ານ​ຕ້ອງ​ຕິດ​ຕັ້ງ​ຕົວ​ຈັດ​ໄລ​ຍະ​ຫ່າງ​ທັງ​ໝົດ, ໂດຍ​ບໍ່​ຄຳ​ນຶງ​ເຖິງ​ຕຳ​ແໜ່ງ​ຂອງ​ພວກ​ມັນ.

    5. ປະ​ກອບເຂັມ​ຂັດ​ຢຸດ​ຄວາມເລິກ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ​ໃສ່​ຂາ​ຄ້ຳ​ຢຸດດ້ວຍ​ສະ​ຫຼັກ​ດຶງ.

    6. ເຮັດຊ້ໍາຄືນຂັ້ນຕອນ ຮອດ ຢູ່​ທີ່​ດ້ານອື່ນ​ຂອງ​ເຄື່ອງ​ຈັກ.

      Important: ໃຫ້​ແນ່​ໃຈ​ວ່າ​ທີ່​ຕັ້ງ​ຂອງ​ຕົວ​ຈັດ​ໄລ​ຍະ​ຫ່າງ​ຢູ່​ເທິງ ແລະ ຢູ່​ກ້ອງ​ຂາ​ຄ້ຳ​ຢຸດ​ເບື້ອງ​ຊ້າຍ ແລະ ຂວາ​ນັ້ນ​ຄື​ກັນ.

    7. ຕິດ​ຕັ້ງຝາ​ປົກຫົວ​ຮູ​ແກນ​ກາງ, ໃຫ້​ເບິ່ງ .

    ການຕັ້ງຄ່າສູນຂໍ້ມູນ

    Note: ຖ້າ​ທ່ານ​ເຕີມ​ອາ​ກາດ​ຢູ່​ໃນ​ໂໝດ​ເຮັດ​ເອົາ​ເອງ, ທ່ານ​ຕ້ອງ​ຕັ້ງສູນ​ຂໍ້​ມູນ​ສຳ​ລັບ​ໂໝດ​ຕິດ​ຕາມ​ພື້ນ​ດິນ​ເອົາ​ເອງ​ໃນ​ແຕ່​ລະ​ຄັ້ງ​ທີ່​ທ່ານ​ຕິດ​ຈັກ.

    1. ບິດກະ​ແຈຕິດ​ຈັກ​ໄປ​ຕຳ​ແໜ່ງເດີນເຄື່ອງ.

      Note: ຢ່າ​ຕິດ​ຈັກ.

    2. ຢູ່​ໃນສູນ​ຂໍ້​ມູນ, ນຳ​ທາງ​ໄປ​ຫາເມ​ນູຫຼັກ (ຮູບສະແດງ ).

      artpending
    3. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເຄິ່ງ​ກາງ​ຈົນ​ກວ່າ​ຕົວ​ເລືອກການ​ຕັ້ງ​ຄ່າຖືກ​ເລືອກ ແລະ ກົດ​ປຸ່ມ​ເບື້ອງ​ຂວາ.

    4. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເຄິ່ງ​ກາງ​ຈົນ​ກວ່າ​ຕົວ​ເລືອກເມນູທີ່ຖືກປົກປ້ອງຖືກ​ເລືອກ (ຮູບສະແດງ ), ກົດ​ປຸ່ມ​ເບື້ອງ​ຂວາ ແລະ ປ້ອນ​ລະ​ຫັດ pin 4 ຕົວ (ຕົວ​ຢ່າງ: 1 2 3 4).

      artpending
    5. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເຄິ່ງ​ກາງ​ຈົນ​ກວ່າ​ຕົວ​ເລືອກການເຕີມ​ອາ​ກາດ​ເອົາ​ເອງຖືກ​ເລືອກ ແລະ ກົດ​ປຸ່ມ​ເບື້ອງ​ຂວາ (ຮູບສະແດງ ) ເພື່ອ​ຕັ້ງ​ການ​ເຕີມ​ອາ​ກາດ​ເອົາ​ເອງ​ໄປ​ຢູ່ ເປີດ.

      artpending
    6. ຕິດຈັກ.

    7. ເຕີມ​ອາ​ກາດ​ດ້ວຍ​ການ​ໃຊ້ ຫຼື .

      Note: ເມື່ອ​ທ່ານມອດ​ຈັກ ແລະ ຕິດ​ມັນ, ເຄື່ອງ​ຈັກ​ກັບ​ໄປ​ຫາ​ໂໝດ​ຕິດ​ຕາມ​ພື້ນ​ດິນ​ໂດຍ​ອັດ​ຕະ​ໂນ​ມັດ.

    ການ​ເກັບ​ມ້ຽນ​ຕົວ​ຈັດ​ໄລ​ຍະ​ຫ່າງ​ຢຸດ​ຄວາມ​ເລິກ​ສຳ​ລັບ​ການ​ຕິດ​ຕາມ​ພື້ນ​ດິນ​ໂດຍ​ອັດ​ຕະໂນ​ມັດ

    1. ຈອດເຄື່ອງ​ຈັກໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    2. ເອົາຝາ​ປົກຫົວ​ຮູ​ແກນ​ກາງອອກ, ໃຫ້​ເບິ່ງ .

    3. ຖອດ​ສະ​ຫຼັກດຶງ​ທີ່​ຍຶດເຂັມ​ຂັດ​ຢຸດ​ຄວາມເລິກ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ​ໃສ່​ຂາ​ຄ້ຳ​ຢຸດ​ນັ້ນ​ອອກ (ຮູບສະແດງ ).

      artpendingartpending
    4. ວາງ​ຕຳ​ແໜ່ງ​ຕົວ​ຈັດ​ໄລ​ຍະ​ຫ່າງ​ທັງ​ໝົດ​ໄວ້​ເທິງ​ຂາ​ຢຸດ.

    5. ປະ​ກອບເຂັມ​ຂັດ​ຢຸດ​ຄວາມເລິກ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ​ໃສ່​ຂາ​ຄ້ຳ​ຢຸດດ້ວຍ​ສະ​ຫຼັກ​ດຶງ.

      Note: ທ່ານ​ຕ້ອງ​ເກັບ​ມ້ຽນ​ຕົວ​ຈັດ​ໄລ​ຍະ​ຫ່າງ​ທັງ​ໝົດ.

    6. ເຮັດຊ້ໍາຄືນຂັ້ນຕອນ ຮອດ ຢູ່​ທີ່​ດ້ານອື່ນ​ຂອງ​ເຄື່ອງ​ຈັກ.

    7. ຕິດ​ຕັ້ງຝາ​ປົກຫົວ​ຮູ​ແກນ​ກາງ, ໃຫ້​ເບິ່ງ .

    ການ​ເພີ່ມ​ນ້ຳ​ໜັກເສີມ

    ດ້ວຍ​ການ​ໂອນ​ນ້ຳ​ໜັກ​ທີ່​ຖືກ​ປັບ, ມັນ​ເປັນ​ໄປ​ໄດ້​ທີ່​ຈະ​ເຕີມ​ອາ​ກາດ​ທົ່ງ​ຫຍ້າ​ທີ່​ມີ​ພື້ນ​ດິນ​ແຂງ​ພໍ​ເປັນ​ສາ​ເຫດ​ໃຫ້​ເຄື່ອງ​ຈັກ​ຍົກ​ຢາງ​ຫຼັງ​ຂຶ້ນ​ຈາກ​ພື້ນ. ນີ້​ອາດ​ຈະ​ນຳ​ໄປ​ສູ່​ການ​ຈັດ​ໄລ​ຍະ​ຫ່າງ​ຮູ​ຜິດ​ປົກ​ກະ​ຕິ.

    ຖ້າ​ການ​ຍົກ​ນີ້​ເກີດ​ຂຶ້ນ, ທ່ານ​ສາ​ມາດ​ເພີ່ມ​ຈານ​ຖ່ວງ​ນ້ຳ​ໜັກ​ທາງ​ເລືອກ​ໃສ່​ທໍ່​ແກນກອບ​ດ້ານ​ຫຼັງ​ໄດ້. ຈານ​ຖ່ວງ​ນ້ຳ​ໜັກ​ແຕ່​ລະ​ຕົວ​ເພີ່ມ 28.5 ກ​ລ (63 ປອນ) ໃສ່​ເຄື່ອງ​ຈັກ. ທ່ານສາມາດເພີ່ມ​ໃສ່ໄດ້ເຖິງ 2 ຈານ. ໃຫ້​ເບິ່ງປຶ້ມ​ລາຍ​ການ​ອາ​ໄຫຼ່ຂອງ​ເຄື່ອງ​ຈັກ​ຂອງ​ທ່ານສຳ​ລັບ​ເລກ​ອາ​ໄຫຼ່ຕົວ​ຖ່ວງ​ນ້ຳ​ໜັກ ແລະ ຮາດ​ແວ.

    ການເຄື່ອນເຄື່ອງຈັກດ້ວຍ​ມື.

    ການ​ຂ້າມ​ປ້ຳ​ໄຮ​ໂດຼ​ລິກ ແລະ ການ​ຍ້າຍ​ເຄື່ອງ​ຈັກ

    ເຄື່ອງ​ມື​ທີ່​ຕ້ອງ​ການ: ເຕົ້າ 15 ມມ ແລະ ກະ​ແຈໄຂ​ເຕົ້າ

    Important: ຢ່າ​ໃຊ້​ງານ​ຈັກ​ດ້ວຍ​ວາວ​ຂ້າມ​ຜ່ານ​ເປີດ​ເປັນ​ເວ​ລາ​ຫຼາຍກວ່າ 10 ຫາ 15 ວິ​ນາ​ທີ.

    1. ຖ້າ​ເປັນ​ໄປ​ໄດ້, ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ.

    2. ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    3. ຖອດນັອດຕົວຜູ້ຫົວແປນ 2 ຕົວທີ່ຍຶດກະ​ຕ່າເກັບ​ຮັກ​ສາ​ໃສ່​ຂາ​ຄ້ຳ​ກະ​ຕ່າ​ອອກ (ຮູບສະແດງ ).

      artpending
    4. ຊອກ​ຫາ​ຝາ​ປົກ​ສຳ​ລັບ​ນັອດ​ກຽວ​ວາວ​ຂ້າມ​ຜ່ານ​ລະ​ຫວ່າງ​ຈັກ ແລະ ປ້ຳ​ໄຮ​ໂດຼ​ລິກ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ ).

      artpending
    5. ໃຊ້​ເຕົ້າ 15 ມມ ແລະ ກະ​ແຈ​ໄຂ​ເຕົ້າ​ເພື່ອ​ໝູນ​ວາວ​ຂ້າມ​ຜ່ານ​ທວນ​ເຂັມ​ໂມງ 1-½ ຮອບ.

      Important: ຢ່າໝູນວາວ​ຂ້າມ​ຜ່ານ​ຫຼາຍກວ່າ 1-½ ຮອບ.

    6. ຖ້າ​ທ່ານ​ລາກ​ເຄື່ອງ​ຈັກ, ດຶງ​ມັນ​ດ້ວຍ​ການ​ໃຊ້​ຫ່ວງ​ຈຸກ​ມັດ (ຮູບສະແດງ ).

      Important: ຢ່າ​ຊຸກ/ດຶງ​ເຄື່ອງ​ຈັກ​ໄປ​ໄກ​ກວ່າ 30.5 ມ (100 ຟຸດ) ຫຼື ໄວ​ກວ່າ 0.6 ກມ/ຊມ (1 ໄມ​ຕໍ່​ຊົ່ວ​ໂມງ) ເພາະ​ວ່າ​ອາດ​ຈະ​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ອົງ​ປະ​ກອບ​ໄຮ​ໂດຼ​ລິກ​ໄດ້.

      artpending
    7. ປ່ອຍຄານມື​ຈັບຕ່ຳ​ລົງ​ເພື່ອ​ປົດ​ເບ​ຣກ​ມືກ່ອນ​ຊຸກ/ດຶງເຄື່ອງ​ຈັກ.

      Important: ທ່ານ​ຕ້ອງປ່ອຍຄານມື​ຈັບຕ່ຳ​ລົງ​ເພື່ອ​ປົດ​ເບ​ຣກ​ມືກ່ອນທ່ານ​ຈະ​ເຄື່ອນ​ຍ້າຍເຄື່ອງ​ຈັກ.

    ການ​ນຳ​ເອົາ​ປ້ຳ​ໄຮ​ໂດຼ​ລິກ​ກັບ​ຄືນ​ມາ​ໃໝ່

    Important: ທ່ານ​ຕ້ອງ​ປິດວາວ​ຂ້າມ​ຜ່ານເພື່ອ​ຂັບ​ເຄື່ອນເຄື່ອງ​ຈັກ. ຢ່າ​ພະ​ຍາ​ຍາມ​ໃຊ້​ງານ​ລະ​ບົບ​ລາກ​ດ້ວຍ​ການ​ມີ​ວາວ​ຂ້າມ​ຜ່ານ​ເປີດ.

    1. ຊອກ​ຫານັອດ​ກຽວ​ວາວ​ຂ້າມ​ຜ່ານ​ລະ​ຫວ່າງ​ຈັກ ແລະ ປ້ຳ​ໄຮ​ໂດຼ​ລິກ.

      Note: ບ່ອນ​ຂອງຝາ​ປົກ​ສຳ​ລັບ​ນັອດ​ກຽວ​ວາວ​ຂ້າມ​ຜ່ານສະ​ແດງ​ຢູ່​ໃນ ຮູບສະແດງ .

      artpending
    2. ໃຊ້​ເຕົ້າ 15 ມມ ແລະ ກະ​ແຈ​ໄຂ​ເຕົ້າ​ເພື່ອ​ໝູນ​ວາວ​ຂ້າມ​ຜ່ານຕາມ​ທິດເຂັມ​ໂມງ 1-½ ຮອບ.

      Note: ຢ່າຫັນນັອດກຽວຂ້າມ​ຜ່ານແໜ້ນເກີນໄປ.

    3. ໃຊ້​ກະ​ແຈ 15 ມມ ເພື່ອ​ຕິດ​ຕັ້ງ​ຝາ​ປົກ​ນັອດ​ກຽວ​ຂ້າມ​ຜ່ານ​ໃສ່​ປ້ຳ​ໄຮ​ໂດຼ​ລິກ.

    4. ຕິດ​ຕັ້ງ​ກະ​ຕ່າ​ເກັບ​ມ້ຽນ​ໃສ່​ຂາ​ຄ້ຳ​ກະ​ຕ່າ​ດ້ວຍ​ນັອດ​ຕົວ​ຜູ້​ຫົວ​ແປນ 2 ອັນ.

    ການເຄື່ອນ​ຍ້າຍ​ເຄື່ອງ​ຈັກ​ເມື່ອຫົວ​ຮູ​ແກນ​ກາງຖືກ​ປ່ອຍຕ່ຳ​ລົງ

    ຖ້າ​ຈັກ​ຢຸດ​ແລ່ນ​ໃນ​ຂະ​ນະ​ທີ່​ຫົວ​ຮູ​ແກນ​ກາງ​ຖືກ​ປ່ອຍ​ຕ່ຳ​ລົງ ແລະ ງ່າມ​ຈັບ​ສຽບ​ຢູ່​ໃນ​ດິນ ແລະ ທ່ານ​ບໍ່​ສາ​ມາດ​ຕິດ​ຈັກ​ໄດ້, ໃຫ້ປະ​ຕິ​ບັດ ຫຼື .

    ການຍົກຫົວ​ຮູ​ແກນ​ກາງ​ດ້ວຍຕົວ​ຕິດ​ຈັກ

    1. ເຄື່ອນ​ກະ​ແຈໄປທີ່ຕຳແໜ່ງເດີນເຄື່ອງ.

    2. ຢູ່​ໃນສູນ​ຂໍ້​ມູນ, ນຳ​ທາງ​ໄປ​ຫາເມ​ນູຫຼັກ (ຮູບສະແດງ ).

      artpending
    3. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເຄິ່ງ​ກາງ​ຈົນ​ກວ່າ​ຕົວ​ເລືອກການ​ຕັ້ງ​ຄ່າຖືກ​ເລືອກ ແລະ ກົດ​ປຸ່ມ​ເບື້ອງ​ຂວາ.

    4. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເຄິ່ງ​ກາງ​ຈົນ​ກວ່າ​ຕົວ​ເລືອກຍົກ​ການບຳ​ລຸງ​ຮັກ​ສາຖືກ​ເລືອກ (ຮູບສະແດງ ), ກົດ​ປຸ່ມ​ເບື້ອງ​ຂວາ.

      Note: ຕົວ​ເລືອກ​ຍົກ​ການບຳ​ລຸງ​ຮັກ​ສາ​ປ່ຽນ​ເປັນແມ່ນ​ແລ້ວ.

      artpending
    5. ເຄື່ອນກະ​ແຈໄປທີ່ຕຳ​ແໜ່ງຕິດຈັກ ແລະ ແກວ່ງ​ຕົວຕິດຈັກເປັນ​ເວ​ລາ 10 ວິນາທີ.

      Important: ຢ່າເປີດ​ໃຊ້ຕົວຕິດ​ຈັກເປັນ​ເວ​ລາ​ຫຼາຍກວ່າ 10 ວິ​ນາ​ທີໃນ​ແຕ່​ລະ​ຄັ້ງ. ຖ້າງ່າມ​ຈັບ​ບໍ່​ຫ່າງ​ຈາກ​ພື້ນ​ດິນ, ປ່ອຍໃຫ້ໄລ​ຍະ​ເວ​ລາເຢັນ​ລົງ 30 ວິ​ນາ​ທີລະ​ຫວ່າງ​ຄວາມ​ພະ​ຍາ​ຍາມດຳ​ເນີນ​ການ. ການ​ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳ​ເຫຼົ່າ​ນີ້​ສາ​ມາດ​ເຮັດ​ໃຫ້​ມໍ​ເຕີ​ຕົວ​ຕິດ​ຈັກ​ໄໝ້​ໄດ້.

      Note: ຫົວຮູ​ແກນ​ກາງຍົກ​ງ່າມ​ຈັບ​ຂຶ້ນ​ຈາກ​ພື້ນ​ດິນ.

      Important: ງ່າມ​ຈັບ​ຫ່າງ​ຈາກ​ພື້ນ​ດິນ​ຢ່າງ​ເຕັມ​ທີ່​ກ່ອນ​ເຄື່ອນ​ຍ້າຍ​ເຄື່ອງ​ຈັກ.

    6. ເປີດວາວ​ຂ້າມ​ຜ່ານ; ໃຫ້​ເບິ່ງ .

    7. ດຶງ/ຊຸກ​ເຄື່ອງ​ຈັກ​ໄປ​ບ່ອນ​ໃກ້​ຄຽງ​ເພື່ອ​ສືບ​ຕໍ່​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ ຫຼື ບັນ​ທຸກ​ໃສ່​ລົດ​ລາກ.

      Important: ຢ່າດຶງ/ຊຸກເຄື່ອງ​ຈັກ​ໄປ​ໄກ​ກວ່າ 30.5 ມ (100 ຟຸດ) ຫຼື ບໍ່​ໃຫ້ໄວ​ກວ່າ 1.6 ກມ/ຊມ (1 ໄມ​ຕໍ່​ຊົ່ວ​ໂມງ) ເພາະ​ວ່າ​ອາດ​ຈະ​ເກີດ​ຄວາມ​ເສຍ​ຫາຍ​ຕໍ່ໄຮ​ໂດຼ​ລິກ​ໄດ້.

    ການ​ເອົາ​ຕົວ​ຈັບ​ງ່າມ​ຈັບ​ອອກ​ຈາກ​ແຂນຂອງ​ປືນ

    1. ເອົາ​ຕົວ​ຈັບ​ງ່າມ​ຈັບ​ອອກ​ຈາກ​ແຂນຂອງ​ປືນ.

    2. ເປີດວາວ​ຂ້າມ​ຜ່ານ; ໃຫ້​ເບິ່ງ .

    3. ດຶງ/ຊຸກ​ເຄື່ອງ​ຈັກ​ໄປ​ບ່ອນ​ໃກ້​ຄຽງ​ເພື່ອ​ສືບ​ຕໍ່​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ ຫຼື ບັນ​ທຸກ​ໃສ່​ລົດ​ລາກ.

      Important: ຢ່າດຶງ/ຊຸກເຄື່ອງ​ຈັກ​ໄປ​ໄກ​ກວ່າ 30.5 ມ (100 ຟຸດ) ຫຼື ບໍ່​ໃຫ້ໄວ​ກວ່າ 1.6 ກມ/ຊມ (1 ໄມ​ຕໍ່​ຊົ່ວ​ໂມງ) ເພາະ​ວ່າ​ອາດ​ຈະ​ເກີດ​ຄວາມ​ເສຍ​ຫາຍ​ຕໍ່ໄຮ​ໂດຼ​ລິກ​ໄດ້.

    ຄຳແນະນຳໃນການປະຕິບັດງານ

    ທົ່ວ​ໄປ

    ຄຳເຕືອນ

    ວັດ​ຖຸ​ທີ່​ສຳ​ຜັດ​ກັບ​ເຄື່ອງ​ຈັກ​ອາດ​ຈະ​ເຮັດ​ໃຫ້​ທ່ານ​ເສຍ​ການ​ຄວບ​ຄຸມ​ມັນ​ໄດ້.

    ໃຫ້​ລະ​ວັງ​ສິ່ງ​ກີດ​ຂວາງ​ຢູ່​ບ່ອນ​ເຮັດ​ວຽກ​ສະ​ເໝີ. ວາງ​ແຜນ​ເສັ້ນ​ທາງ​ການ​ເຕີມ​ອາ​ກາດ​ຂອງ​ທ່ານ​ເພື່ອໃຫ້ທ່ານ ຫຼື ເຄື່ອງ​ຈັກຫຼີກ​ລ່ຽງ​ການ​ສຳຜັດ​ກັບ​ສິ່ງກີດ​ຂວາງ​ໄດ້.

    • ເຮັດ​ການ​ລ້ຽວ​ເທື່ອ​ລະ​ໜ້ອຍ​ເມື່ອ​ເຕີມ​ອາ​ກາດ. ຢ່າ​ລ້ຽວ​ກະ​ທັນ​ຫັນ​ດ້ວຍ​ການ​ໃສ່​ຫົວ​ຮູ​ແກນ​ກາງ​ໄວ້. ວາງ​ແຜນ​ເສັ້ນ​ທາງ​ການ​ເຕີມ​ອາ​ກາດ​ຂອງ​ທ່ານ​ກ່ອນ​ປ່ອຍ​ເຄື່ອງ​ເຕີມ​ອາ​ກາດ​ຕ່ຳ​ລົງ.

    • ໃຫ້​ເອົາ​ໃຈ​ໃສ່​ລະ​ມັດ​ລະ​ວັງ​ສິ່ງ​ທີ່ນອນ​ຢູ່​ຂ້າງ​ໜ້າ​ໃນທິດ​ທາງ​ຂອງ​ການ​ເດີນ​ທາງ​ໄປ​ໜ້າ​ຢູ່​ສະ​ເໝີ. ຫຼີກ​ລ່ຽງ​ການ​ເຕີມ​ອາ​ກາດ​ຢູ່​ຖັດ​ຈາກ​ອາ​ຄານ, ຮົ້ວ ແລະ ອຸ​ປະ​ກອນ​ອື່ນໆ.

    • ເບິ່ງ​ຄືນ​ຫຼັງ​ຢູ່​ເລື້ອຍໆ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ເຄື່ອງ​ຈັກ​ໃຊ້​ງານ​ຢ່າງ​ເໝາະ​ສົມ ແລະ ທ່ານ​ຮັກ​ສາ​ແຖວ​ກັບ​ການ​ຜ່ານ​ທີ່​ຜ່ານ​ມາ​ໄວ້.

    • ອະ​ນາ​ໄມ​ພື້ນ​ທີ່​ອາ​ໄຫຼ່​ເຄື່ອງ​ຈັກ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ທັງ​ໝົດ​ຢູ່​ສະ​ເໝີ​ເຊັ່ນ: ງ່າມ​ຈັບ​ແຕກຫັກ, ອື່ນໆ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຈັກ​ຕັດ​ຫຍ້າ ຫຼື ອຸ​ປະ​ກອນ​ບຳ​ລຸງ​ຮັກ​ສາ​ສະ​ໜາມ​ຫຍ້າດູດ​ເອົາ​ພວກ​ມັນ​ຂຶ້ນ​ມາ.

    • ປ່ຽນ​ງ່າມ​ຈັບ​ທີ່​ແຕກ ແລະ ກວດ​ກາ​ເບິ່ງ​ຄວາມ​ເສຍ​ຫາຍ ແລະ ແກ້​ໄຂ​ບັນ​ດາ​ອັນ​ທີ່​ຍັງ​ສາ​ມາດ​ໃຊ້​ໄດ້​ໃຫ້​ຖືກ​ຕ້ອງ. ສ້ອມ​ແປງ​ຄວາມ​ເສຍ​ຫາຍ​ຂອງ​ເຄື່ອງ​ຈັກອື່ນໆ​ໃດ​ໜຶ່ງກ່ອນທີ່ຈະເລີ່ມ​ການ​ນຳ​ໃຊ້​ຕໍ່.

    • ເມື່ອ​ເຕີມ​ອາ​ກາດໜ້ອຍກວ່າ​ເຕັມ​ຄວາມກວ້າງ​ຂອງ​ເຄື່ອງ​ຈັກ, ທ່ານ​ອາດ​ຈະ​ເອົາ​ງ່າມ​ຈັບ​ອອກ, ແຕ່​ຫົວ​ງ່າມ​ຈັບ​ຄວນ​ຕ້ອງ​ຍັງ​ຕິດ​ຕັ້ງ​ໄວ້​ໃນ​ແຂນຂອງ​ປືນ​ເພື່ອຮັບ​ປະ​ກັນ​ໃຫ້​ໄດ້​ຄວາມ​ດຸນ​ດ່ຽງ ແລະ ການ​ໃຊ້​ງານ​ຂອງ​ເຄື່ອງ​ຈັກ​ທີ່​ຖືກ​ຕ້ອງ.

    • ເຄື່ອງ​ຈັກ​ນີ້​ເຕີມ​ອາ​ກາດ​ເລິກກວ່າ​ເຄື່ອງ​ເຕີມ​ອາ​ກາດ greens ສ່ວນ​ໃຫຍ່. ໃນ​ເຄື່ອງ greens ແລະ tees ແບບ​ດັນ​ຂຶ້ນ​ດັ້ງ​ເດີມ ຫຼື ດັດ​ແປງ, ຄວາມ​ເລິກ​ທີ່ເລິກ​ລົງ ແລະ ງ່າມ​ຈັບ​ຂອງ​ຮູ​ຍາວ​ຂຶ້ນ​ອາດ​ຈະ​ມີ​ຄວາມຫຍຸ້ງ​ຍາກ​ໃນ​ການ​ປ່ອຍ​ແກນ​ກາງສົມ​ບູນ​ອອກ. ນີ້​ເນື່ອງ​ຈາກ​ດິນ​ເດີມ​ທີ່​ແຂງ​ຂຶ້ນທີ່​ຕິດ​ຢູ່​ປາຍ​ຂອງ​ງ່າມ​ຈັບ. ງ່າມ​ຈັບ greens/tees ປ່ອຍ​ອອກ​ດ້ານ​ຂ້າງ​ຈາກ​ຜູ້​ຜະ​ລິດ​ຍັງ​ຄົງ​ສະ​ອາດກວ່າ ແລະ ຫຼຸດ​ເວ​ລາ​ທີ່​ຕ້ອງ​ການ​ເພື່ອ​ທຳ​ຄວາມ​ສະ​ອາດ​ງ່າມ​ຈັບ​ອອກ. ສຸດ​ທ້າຍ​ທ່ານ​ຈະ​ກຳ​ຈັດ​ສະ​ພາບ​ນີ້​ດ້ວຍ​ໂປ​ຣ​ແກ​ຣມ​ການ​ເຕີມ​ອາ​ກາດ ແລະ ການ​ໃຫ້​ປຸ໋ຍ​ເທິງ​ໜ້າ​ດິນ​ຕໍ່​ເນື່ອງ.

    ພື້ນ​ດິນ​ແຂງ

    ຖ້າ​ພື້ນ​ດິນ​ແໜ້ນ​ຫຼາຍ​ທີ່​ຈະ​ໄດ້​ຮັບ​ຄວາມ​ເລິກ​ຮູ​ແກນ​ກາງ​ທີ່​ຕ້ອງ​ການ, ຫົວຮູ​ແກນ​ກາງສາ​ມາດ​ເອົາ​ເຂົ້າ​ໄປ​ໃນ​ຈັງ​ຫວະເດັ້ງ​ກັບ​ໄດ້. ນີ້​ເນື່ອງ​ຈາກ​ແຜ່ນ​ພື້ນ​ແຂງ​ທີ່​ງ່າມ​ຈັບ​ກຳ​ລັງ​ພະ​ຍາ​ຍາມແຊກ​ຊຶມ​ເຂົ້າ​ໄປ. ແກ້​ໄຂ​ສະ​ພາບ​ການ​ນີ້​ໃຫ້​ຖືກ​ຕ້ອງ​ໂດຍ​ການ​ພະ​ຍາ​ຍາມ​ດັ່ງ​ຕໍ່​ໄປ​ນີ້:

    • ຢ່າ​ເຕີມ​ອາ​ກາດ, ຖ້າ​ພື້ນ​ດິນ​ແຂງ ຫຼື ແຂງ​ເກີນ​ໄປ. ທ່ານ​ໄດ້​ຮັບ​ຜົນ​ການ​ເຕີມ​ອາ​ກາດ​ດີ​ທີ່​ສຸດ​ຫຼັງ​ຈາກ​ຝົນ​ຕົກ ຫຼື ຫົດ​ນ້ຳ​ສະ​ໜາມ​ຫຍ້າ​ໃນ​ວັນ​ຜ່ານ​ມາ.

    • ປ່ຽນ​ຫົວ 3 ງ່າມ​ຈັບ, ຖ້າ​ພະ​ຍາ​ຍາມ​ໃຊ້​ຫົວ 4 ງ່າມ​ຈັບ ຫຼື ຫຼຸດ​ຈຳ​ນວນ​ຂອງ​ງ່າມ​ຈັບ​ຕໍ່​ແຂນ​ຂອງ​ປືນ. ພະ​ຍາ​ຍາມ​ຮັກ​ສາ​ການ​ປັບ​ຕັ້ງ​ຄ່າ​ງ່າມ​ຈັບ​ເປັນ​ລະ​ບົບ​ເພື່ອ​ບັນ​ຈຸ​ແຂນ​ຂອງ​ປືນ​ຢ່າງ​ສະ​ໝ່ຳ​ສະ​ເໝີ.

    • ຖ້າ​ພື້ນ​ດິນ​ຖືກ​ອັດ​ແຂງ, ຫຼຸດ​ການແຊກ​ຊຶມ​ເຂົ້າ​ໄປ​ຂອງ​ເຄື່ອງ​ເຕີມ​ອາ​ກາດ (ການ​ຕັ້ງ​ຄ່າ​ຄວາມ​ເລິກ), ທຳ​ຄວາມ​ສະ​ອາດ​ແກນ​ກາງ, ຫົດ​ນ້ຳ​ທົ່ງ​ຫຍ້າ ແລະ ເຕີມ​ອາ​ກາດ​ໃໝ່​ໃນ​ການ​ແຊກ​ຊຶມ​ເຂົ້າ​ໄປ​ເລິກກວ່າ.

    ການ​ເຕີມ​ອາ​ກາດປະ​ເພດ​ຂອງ​ດິນ​ສ້າງ​ຂຶ້ນ​ໃນ​ດ້ານ​ເທິງ​ຂອງ​ດິນ​ຊັ້ນ​ພື້ນ​ທີ່​ແຂງ (ນັ້ນ​ຄື: ດິນ/ຊາຍ​ທີ່​ວາງ​ຢູ່​ເທິງ​ດິນ​ຫີນ) ສາ​ມາດ​ເຮັດ​ໃຫ້​ໄດ້​ຄຸນ​ນະ​ພາບ​ຮູ​ທີ່​ບໍ່​ຕ້ອງ​ການ. ນີ້​ເກີດ​ຂຶ້ນ​ເມື່ອ​ຄວາມ​ເລິກ​ຂອງ​ການ​ເຕີມ​ອາ​ກາດ​ໃຫຍ່ກວ່າ​ດິນ​ທີ່​ສະ​ສົມ​ຂຶ້ນ ແລະ ຊັ້ນ​ດິນ​ພື້ນ​ແຂງ​ຫຼາຍ​ທີ່​ຈະ​ແຊກ​ຊຶມ​ເຂົ້າ​ໄດ້. ເມື່ອ​ງ່າມ​ຈັບ​ສຳ​ຜັດ​ຊັ້ນ​ດິນ​ພື້ນ​ທີ່​ແຂງກວ່າ​ນີ້, ເຄື່ອງ​ເຕີມ​ອາ​ກາດ​ອາດ​ຈະ​ຍົກ​ຂຶ້ນ ແລະ ເຮັດ​ໃຫ້​ດ້ານ​ເທິງ​ສຸດ​ຂອງ​ຮູ​ຢືດ​ຍາວ​ອອກ​ໄດ້. ຫຼຸດ​ຄວາມ​ເລິກ​ຂອງ​ການ​ເຕີມ​ອາ​ກາດ​ລົງ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ເພື່ອ​ຫຼີກ​ລ່ຽງ​ການແຊກ​ຊຶມ​ເຂົ້າ​ໄປ​ໃນ​ຊັ້ນ​ດິນ​ແຂງ.

    ຄຸນ​ນະ​ພາບ​ຂອງ​ຮູ​ເຂົ້າ

    ຄຸນ​ນະ​ພາບ​ຂອງ​ຮູ​ເຂົ້າກຳ​ລັງ​ເສື່ອມ​ສະ​ພາບ​ເມື່ອ​ຮູ​ຖືກເຮັດ​ເປັນ​ຮ່ອງ (ດຶງ​ໄປ​ທາງ​ໜ້າ).

    ຖ້າ​ຄຸນ​ນະ​ພາບ​ການ​ເຂົ້າ​ຂອງ​ຮູ​ກຳ​ລັງ​ເສື່ອມ​ສະ​ພາບ, ການກວດ​ເບິ່ງການ​ປັບ​ຕັ້ງຄວາມ​ສູງພື້ນ​ດິນງ່າມ​ຈັບ, ໃຫ້​ເບິ່ງ .

    ງ່າມ​ຈັບ​ນ້ອຍ (ງ່າມ​ຈັບ​ສອງ​ຊັ້ນ)

    ເນື່ອງ​ຈາກ​ການ​ອອກ​ແບບ​ເປັນ​ສອງ​ແຖວ, ຫົວຮູ​ແກນ​ກາງງ່າມ​ຈັບ​ນ້ອຍ​ຕ້ອງ​ມີ​ໄລ​ຍະ​ຫ່າງ​ຮູ​ທີ່​ຕັ້ງ​ຢູ່​ທີ່ 6.3 ຊມ (2-½ ນິ້ວ). ຄວາມໄວພື້ນດິນມີ​ຄວາມ​ສຳ​ຄັນ​ຫຼາຍ​ທີ່​ຈະ​ຮັກ​ສາ​ລັກ​ສະ​ນະ​ຂອງ​ໄລ​ຍະ​ຫ່າງ​ຮູ 3.2 ຊມ (1-¼ ນິ້ວ). ໃຫ້​ເບິ່ງ ຖ້າ​ໄລ​ຍະ​ຫ່າງ​ຮູ​ຂອງ​ທ່ານ​ຕ້ອງ​ມີ​ການ​ປ່ຽນ​ແປງ​ເລັກ​ນ້ອຍ.

    ດ້ວນ​ການ​ນຳ​ໃຊ້​ຫົວ​ງ່າມ​ຈັບ​ນ້ອຍ ຫຼື ງ່າມ​ຈັບ​ແຂງ​ໃຫຍ່​ຂຶ້ນ, ໂຄງ​ສ້າງ​ຮາກ​ທົ່ງ​ຫຍ້າ​ມີ​ຄວາມ​ສຳ​ພັນ​ທີ່​ຈະ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ກັບ​ທົ່ງ​ຫຍ້າ​ເນື່ອງ​ຈາກ​ການ​ສີກ​ຂາດ​ຂອງ​ເຂດ​ຮາກ. ຖ້າ​ແຂນ​ໃຈ​ກາງ 2 ເລີ່ມ​ຕົ້ນ​ຍົກ​ທົ່ງ​ຫຍ້າ​ຂຶ້ນ ຫຼື ຄວາມ​ເສຍ​ຫາຍ​ຕໍ່​ເຂດ​ຮາກ​ມີ​ຫຼາຍ​ເກີນ​ຂະ​ໜາດ, ໃຫ້​ດຳ​ເນີນ​ການ​ຕໍ່​ໄປ​ດັ່ງ​ນີ້:

    • ເພີ່ມໄລ​ຍະ​ຫ່າງຂອງ​ຮູ

    • ຫຼຸດຂະ​ໜາດງ່າມ​ຈັບລົງ

    • ຫຼຸດຄວາມ​ເລິກງ່າມ​ຈັບລົງ

    • ເອົາງ່າມ​ຈັບບາງ​ອັນອອກ

    ການ​ດຳ​ເນີນ​ການ​ຍົກ​ທີ່​ງ່າມ​ຈັບ​ແຂງ​ສ້າງ​ຂຶ້ນ​ເມື່ອ​ມັນ​ດຶງ​ຈາກ​ທົ່ງ​ຫຍ້າ​ອາດ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ກັບ​ທົ່ງ​ຫຍ້າ. ການ​ຍົກ​ນີ້​ສາ​ມາດ​ເຮັດ​ໃຫ້​ເຂດ​ຮາກ​ຈີກ​ຂາດ, ຖ້າ​ຄວາມ​ແໜ້ນ​ຂອງ​ງ່າມ​ຈັບ ຫຼື ເສັ້ນ​ຜ່າ​ກາງ​ຂອງ​ງ່າມ​ຈັບ​ສູງ​ຫຼາຍ.

    ຮອຍ​ລຸ່ມ​ຂອງ​ຮູ​ດ້ານ​ໜ້າ ຫຼື ການ​ຊຸກ​ໃນ​ລະ​ຫວ່າງ​ການ​ຜ່ານ​ການ​ເຕີມ​ອາ​ກາດ (ງ່າມ​ຈັບ​ແຂງ ຫຼື ສະ​ພາບ​ດິນ​ນຸ່ມກວ່າ)

    ເມື່ອ​ເຕີມ​ອາ​ກາດ​ດ້ວຍ​ງ່າມ​ຈັບ​ແຂງ​ທີ່​ຍາວກວ່າ (ນັ້ນ​ຄື: ຍາວ ⅜ x 4 ນິ້ວ) ຫຼື ງ່າມ​ຈັບ​ປະ​ເພດ​ເຂັມ, ດ້ານ​ໜ້າ​ຂອງ​ຮູ​ອາດ​ຈະ​ກາຍ​ເປັນ​ຮ່ອງ ຫຼື ປູ​ດ້ວຍ​ຫຍ້າ. ເພື່ອ​ໃຫ້​ໄດ້​ຄຸນ​ນະ​ພາບ​ຂອງ​ຮູ​ທີ່​ດີ​ເລີດ​ຄືນ​ມາ​ອີກ​ສຳ​ລັບ​ການ​ປັບ​ຕັ້ງ​ນີ້, ໃຫ້​ລອງ​ດັ່ງ​ຕໍ່​ໄປ​ນີ້:

    • ປັບ​ຕັ້ງຄວາມ​ສູງ​ພື້ນ​ດິນ​ຂອງງ່າມ​ຈັບ, ໃຫ້​ເບິ່ງ .

    • ໃຫ້​ຄວາມ​ໄວກາ​ລັງ​ຕີສູງ​ຂອງ​ຈັກ​ຊ້າ​ລົງເປັນ 2800 ຫາ 2900 ຮອບ​ຕໍ່​ນາ​ທີ.

      Note: ເພາະ​ວ່າ​ການ​ລາກ ແລະ ຄວາມ​ໄວ​ຫົວ​ຮູ​ແກນ​ກາງ​ເພີ່ມ​ຂຶ້ນ ແລະ ຫຼຸດ​ລົງ​ພ້ອມ​ກັບ​ຄວາມ​ໄວ​ຈັກ, ໄລ​ຍະ​ຫ່າງ​ຂອງຮູບໍ່​ໄດ້​ຮັບ​ຜົນ​ກະ​ທົບ.

    ຖ້າ​ການ​ເຮັດ​ໃຫ້​ຄວາມ​ໄວ​ຈັກ​ຊ້າ​ລົງ​ບໍ່​ເພີ່ມ​ຄຸນ​ນະ​ພາບ​ຂອງ​ຮູ​ສຳ​ລັບ​ງ່າມ​ຈັບ​ປະ​ເພດ​ແຂງ ຫຼື ເຂັມ​ຍາວກວ່າ, ປັບ​ແຜ່ນ​ເຫຼັກ​ເຊື່ອມ​ຕໍ່​ໃບ​ໝູນ.

    Note: ພາຍ​ໃຕ້​ສະ​ພາບ​ການ​ສ່ວນ​ໃຫຍ່, ການ​ຕັ້ງ​ຄ່າ​ມາ​ຈາກ​ໂຮງ​ງານ​ໃຊ້​ໄດ້​ດີ​ທີ່​ສຸດ.

    • ຖ້າ​ດ້ານ​ໜ້າ​ຂອງ​ຮູ​ເປັນ​ຮ່ອງ ຫຼື ປູ​ດ້ວຍ​ຫຍ້າ, ການ​ຕັ້ງ​ຄ່າ​ຕົວ​ເຊື່ອມ​ຕໍ່​ໃບ​ໝູນ​ທີ່​ແຂງ​ຂຶ້ນ​ຊ່ວຍ​ຕ້ານ​ການ​ຍູ້​ຮູ ແລະ ປັບ​ປຸງ​ຄຸນ​ນະ​ພາບ​ຮູໃຫ້​ດີ​ຂຶ້ນ.

    • ຖ້າ​ດ້ານຫຼັງ​ຂອງ​ຮູ​ເປັນ​ຮ່ອງ ຫຼື ປູ​ດ້ວຍ​ຫຍ້າ, ການ​ຕັ້ງ​ຄ່າ​ຕົວ​ເຊື່ອມ​ຕໍ່​ໃບ​ໝູນ​ທີ່ນຸ່ມກວ່າ​ຊ່ວຍປັບ​ປຸງ​ຄຸນ​ນະ​ພາບ​ຮູໃຫ້​ດີ​ຂຶ້ນ.

    Note: ທ່ານ​ຕ້ອງ​ປີ້ນ​ຕຳ​ແໜ່ງ​ຂອງ​ແຜ່ນເຫຼັກ​ເຊື່ອມ​ຕໍ່​ໃບ​ໝູນ, ຖ້າ​ທ່ານ​ປ່ຽນກັບ​ຄືນ​ຫາ​ງ່າມ​ຈັບ​ຮູບ​ແບບ​ຮູ​ແກນ​ກາງ ຫຼື ງ່າມ​ຈັບ​ນ້ອຍ​ໃດ​ໜຶ່ງ.

    ການ​ກະ​ກຽມ​ເຄື່ອງ​ຈັກ

    1. ຈອດເຄື່ອງ​ຈັກໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    2. ເອົາຝາ​ປົກຫົວ​ຮູ​ແກນ​ກາງອອກ, ໃຫ້​ເບິ່ງ .

    3. ຍຶດຫົວ​ຮູ​ແກນ​ກາງດ້ວຍ​ສະ​ຫຼັກບຳ​ລຸງ​ຮັກ​ສາ; ໃຫ້​ເບິ່ງ .

    ການ​ປັບຕົວ​ເຮັດ​ໃຫ້​ຕົວ​ເຊື່ອມ​ຕໍ່​ໃບໝູນ​ອ່ອນ​ລົງ

    Note: ຕົວ​ຈັດ​ໄລ​ຍະ​ຫ່າງ​ຕົວ​ເຊື່ອມ​ຕໍ່​ໃບ​ໝູນຂອງ​ໂຮງ​ງານ​ຕຳ​ແໜ່ງ 1 ຢູ່​ທີ່​ເພົາຕົວ​ເຮັດ​ໃຫ້​ຕົວ​ເຊື່ອມ​ຕໍ່​ໃບໝູນ​ອ່ອນ​ລົງ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ 1 ຕົວ​ຢູ່​ໃນ​ຕຳ​ແໜ່ງ​ເກັບ​ມ້ຽນ​ສຳ​ລັບ​ແຕ່​ລະ​ແຂນ​ຂອງ​ປືນ.

    Note: ການ​ປັບແຜ່ນ​ເຫຼັກເຊື່ອມ​ຕໍ່​ໃບໝູນໃຫ້​ທ່ານ​ໃຊ້​ງານ​ເຄື່ອງ​ຈັກ​ເຕັມ​ຄວາມ​ໄວ​ຈັກ (3400 ຮອບ​ຕໍ່ນາ​ທີ), ເຖິງ​ແນວ​ໃດ​ກໍ​ຕາມ​ທ່ານ​ອາດ​ຈະ​ຕ້ອງ​ໄດ້​ເຕີມ​ອາ​ກາດ​ໃນ​ຄວາມ​ໄວ​ຈັກ​ຊ້າ​ລົງ​ເພື່ອ​ປັບ​ປຸງ​ຄຸນ​ນະ​ພາບ​ຮູ.

    1. ເອົາ​ນັອດ​ລັອກ​ຕົວ​ແມ່ໜ້າແປນ 2 ຕົວ​ທີ່​ຍຶດ​ເພົາຕົວ​ເຮັດ​ໃຫ້​ຕົວ​ເຊື່ອມ​ຕໍ່​ໃບໝູນ​ອ່ອນ​ລົງໃສ່​ກອບ​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ​ອອກ (ຮູບສະແດງ ).

      artpending
    2. ເອົາ​ຕົວ​ຈັດ​ໄລ​ຍະ​ຫ່າງ (ຖ້າ​ຖືກເກັບມ້ຽນ) ແລະ ແຫວນຮອງ​ຮູບ​ໄຂ່​ທີ່​ແຂງອອກ.

    3. ໝູນ​ຂໍ້​ຕໍ່​ຕົວ​ເຮັດ​ໃຫ້​ອ່ອນ​ລົງ ແລະ ເພົາ​ຕົວ​ເຮັດ​ໃຫ້​ອ່ອນ​ລົງ​ນັ້ນ​ລົງ (ຮູບສະແດງ ).

      artpending
    4. ວາງ​ຕ່ຳ​ແໜ່ງ​ຕົວ​ຈັດ​ໄລ​ຍະ​ຫ່າງ​ຕົວ​ເຊື່ອມ​ຕໍ່​ໃບ​ໝູນ​ເພື່ອ​ແກ້​ໄຂ​ສະ​ພາບ​ການກອງ​ຂຶ້ນ​ໃນ​ຮູ​ຕໍ່​ໄປ​ນີ້​ໃ​ຫ້​ຖືກ​ຕ້ອງ:

      Note: ຕົວ​ຈັດ​ໄລ​ຍະ​ຫ່າງແຕ່​ລະ​ຕົວ​ທຽບ​ເທົ່າ​ກັບ 12.7 ມມ (½ ນິ້ວ). ຕົວ​ຈັດ​ໄລ​ຍະ​ຫ່າງ​ກັນ​ກະ​ແທກທາງ​ລຸ່ມຕ້ອງ​ຍັງ​ຄົງ​ປະ​ກອບ​ໃສ່​ເພົາແຜ່ນ​ເຫຼັກຢູ່.

      • ຖ້າ​ດ້ານໜ້າ​ຂອງ​ຮູ​ເປັນ​ຮ່ອງ ຫຼື ປູ​ດ້ວຍ​ຫຍ້າ—ວາງ​ຕຳ​ແໜ່ງ​ຕົວ​ຈັດ​ໄລ​ຍະ​ຫ່າງ​ຢູ່​ເໜືອກອບ​ດ້ານ​ຫຼັງ, ຢູ່​ໃນ​ຕຳ​ແໜ່ງ​ເກັບ​ມ້ຽນ.

      • ຖ້າ​ດ້ານຫຼັງຂອງ​ຮູ​ເປັນ​ຮ່ອງ ຫຼື ປູ​ດ້ວຍ​ຫຍ້າ—ວາງ​ຕຳ​ແໜ່ງ​ຕົວ​ຈັດ​ໄລ​ຍະ​ຫ່າງທັງ​ສອງ​ຢູ່​ເໜືອກອບ​ດ້ານ​ຫຼັງ, ຢູ່ແຕ່​ລະ​ດ້ານ​ຂອງເພົາຕົວ​ເຮັດ​ໃຫ້​ຕົວ​ເຊື່ອມ​ຕໍ່​ໃບໝູນ​ອ່ອນ​ລົງ.

    5. ໝູນຂໍ້​ຕໍ່ຕົວ​ເຮັດ​ໃຫ້​ອ່ອນ​ລົງ ແລະ ເພົາຕົວ​ເຮັດ​ໃຫ້​ອ່ອນ​ລົງນັ້ນ​ຂຶ້ນ​ເທິງ ແລະ ສອດ​ເຫຼັກ​ເດືອຍ​ເຂົ້າໄປ​ຜ່ານ​ຮູ​ຢູ່ກອບ​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ.

    6. ຍຶດ​ເພົາ​ຕົວ​ເຮັດ​ໃຫ້​ອ່ອນ​ລົງ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ​ໃສ່​ກອບ​ດ້ານຫຼັງ​ດ້ວຍ​ແຫວນ​ຮອງ​ຮູບ​ໄຂ່​ແຂງ ແລະ ນັອດ​ລັອກ​ຕົວ​ແມ່ (ຮູບສະແດງ ).

      artpending
    7. ບິດນັອດ​ລັອກ​ຕົວ​ແມ່ໃຫ້​ໄດ້ 47 ຫາ 61 N∙m (35 ຫາ 45 ft-lb).

    8. ເຮັດຊ້ໍາຄືນຂັ້ນຕອນ ຮອດ ຢູ່ໃນແຂນ​ຂອງ​ລູກ​ປືນ 2 ແຂນ​ຖັດ​ໄປ.

    ການ​ຕິດ​ຕັ້ງ​ຝາປົກຫົວ​ຮູ​ແກນ​ກາງ

    1. ເກັບ​ມ້ຽນ​ສະ​ຫຼັກ​ບຳ​ລຸງ​ຮັກ​ສາ; ໃຫ້​ເບິ່ງ .

    2. ຕິດ​ຕັ້ງຝາ​ປົກຫົວ​ຮູ​ແກນ​ກາງ, ໃຫ້​ເບິ່ງ .

    ການ​ປັບ​ຕັ້ງຄວາມ​ສູງພື້ນ​ດິນ

    ດຳ​ເນີນ​ການປັບ​ຕັ້ງຂັ້ນ​ຕອນ​ດຳ​ເນີນ​ການຄວາມ​ສູງ​ພື້ນ​ດິນ, ໃຫ້​ເບິ່ງ .

    ການ​ທົດ​ສອບຄຸນ​ນະ​ພາບ​ຂອງ​ຮູ

    1. ນຳ​ເອົາ​ເຄື່ອງ​ຈັກ​ໄປ​ບ່ອນ​ທົດ​ສອບ ແລະ ເຕີມ​ອາ​ກາດ​ທົ່ງ​ຫຍ້າ​ເພື່ອ​ປຽບ​ທຽບ​ຄຸນ​ນະ​ພາບ​ຮູ.

    2. ຖ້າ​ຄຸນ​ນະ​ພາບ​ຮູ​ປັບ​ປຸງ​ດີ​ຂຶ້ນ, ເຮັດ​ຊ້ຳ​ຂັ້ນ​ຕອນຕ່າງໆ​ຢູ່​ໃນ , ແລະ ເພື່ອ​ປັບ​ຕົວ​ເຮັດ​ໃຫ້​ຕົວ​ເຊື່ອມ​ຕໍ່​ໃບ​ໝູນ​ອ່ອນ​ລົງ​ຢູ່​ໃນ 3 ແຂນ​ຂອງປືນ​ອື່ນໆ.

    ຫຼັງຈາກການປະຕິບັດງານ

    ຄວາມປອດໄພຫຼັງຈາກການປະຕິບັດງານ

    • ຈອດເຄື່ອງ​ຈັກໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    • ປ່ອຍ​ຫົວ​ຮູ​ແກນ​ກາງ​ຕ່ຳ​ລົງ ຫຼື ຍຶດ​ມັນ​ດ້ວຍ​ສະ​ຫຼັກ​ບຳ​ລຸງ​ຮັກ​ສາ​ເມື່ອ​ທ່ານ​ບໍ່​ຕິດ​ເຄື່ອງ​ຈັກ​ໄວ້.

    • ຮັກສາອາໄຫຼ່ທຸກອັນຂອງເຄື່ອງຈັກໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ຫັນສ່ວນ​ປະ​ກອບຕ່າງໆໃຫ້ແໜ້ນ.

    • ປ່ຽນທຸກສະ​ຫຼາກ​ທີ່ຫຼຸ້ຍ​ຫ້ຽນ, ເປ່​ເພ ຫຼື ຫາຍໄປ.

    ການທຳ​ຄວາມ​ສະ​ອາດ​ເຄື່ອງ​ຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ທຳ​ຄວາມ​ສະ​ອາດ​ເຄື່ອງ​ຈັກ.
  • Important: ຢ່າໃຊ້ນ້ຳເຄັມ ຫຼື ນ້ຳທີ່ຜ່ານການບຳບັດມາເພື່ອທຳຄວາມສະອາດເຄື່ອງຈັກ.

    Important: ຢ່າ​ໃຊ້​ແຮງ​ດັນ​ລ້າງເຄື່ອງ​ຈັກ.

    1. ຈອດເຄື່ອງ​ຈັກໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    2. ລ້າງເຄື່ອງ​ຈັກໃຫ້​ທົ່ວ.

      • ໃຊ້​ທໍ່​ຫົດ​ສວນ​ໂດຍ​ບໍ່​ມີ​ຫົວ​ສີດ​ເພື່ອ​ຫຼີກ​ລ່ຽງ​ການ​ບັງ​ຄັບ​ນ້ຳ​ຜ່ານ​ຕົວ​ປິດ ແລະ ການ​ປົນ​ເປື້ອນ​ກະ​ແລັດ​ລູກ​ບີ່.

      • ໃຊ້​ແປງ​ຂັດ​ເພື່ອ​ເອົາ​ສິ່ງ​ທີ່​ຕິດ​ເປັນ​ກ້ອນ​ອອກ.

      • ໃຊ້​ນ້ຳ​ຢາ​ຊັກ​ລ້າງ​ອ່ອນໆ​ເພື່ອ​ທຳ​ຄວາມ​ສະ​ອາດ​ຝາ​ປົກ.

    3. ຫຼັງ​ຈາກ​ທຳ​ຄວາມ​ສະ​ອາດ, ນຳ​ໃຊ້​ໄຂ​ເຄືອບ​ລົດ​ໃສ່​ຊັ້ນ​ໜຶ່ງ​ເປັນ​ໄລ​ຍະ​ເພື່ອ​ຮັກ​ສາ​ຄວາມ​ເປັນ​ເງົາ​ຂອງ​ຝາ​ປົກ.

    4. ກວດ​ກາ​ເບິ່ງ​ຄວາມ​ເສຍ​ຫາຍ​ຂອງເຄື່ອງ​ຈັກ, ນ້ຳ​ມັນ​ຮົ່ວ ແລະ ການ​ຫ້ຽນ​ຂອງ​ອົງ​ປະ​ກອບ ແລະ ງ່າມ​ຈັບ.

    5. ເອົາງ່າມ​ຈັບອອກ, ທຳ​ຄວາມ​ສະ​ອາດ ແລະ ໃສ່​ນ້ຳ​ມັນ​ເຄືອບ. ສີດ​ພົ່ນ​ລະ​ອອງ​ນ້ຳ​ມັນ​ເຄື່ອງ​ບາງໆ​ໃສ່​ລູກ​ບີ່​ຫົວ​ຮູ​ແກນ​ກາງ (ຂໍ້​ຕໍ່​ຂໍ້​ຫວ່ຽງ ແລະ ແຜ່ນ​ເຫຼັກ).

    Important: ຍຶດຫົວ​ຮູ​ແກນ​ກາງດ້ວຍ​ສະ​ຫຼັກ​ບຳ​ລຸງ​ຮັກ​ສາ, ຖ້າທ່ານເກັບ​ຮັກ​ສາ​ເຄື່ອງ​ຈັກ​ໄວ້​ເປັນ​ເວ​ລາ​ຫຼາຍກວ່າ​ສອງ​ສາມ​ວັນ.

    ຈຸດ​ຈຸກ​ມັດ

    ມີຫ່ວງຈຸກ​ມັດ​ຕັ້ງ​ຢູ່​ທີ່​ດ້ານ​ໜ້າ ແລະ ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ (ຮູບສະແດງ , ຮູບສະແດງ ແລະ ຮູບສະແດງ ).

    Note: ໃຊ້​ສາຍ​ຮັບ​ທີ່​ອະ​ນຸ​ມັດທີ່ DOT ໃຫ້​ອັດ​ຕາ​ຢ່າງ​ເໝາະ​ສົມ​ເພື່ອ​ມັດ​ເຄື່ອງ​ຈັກ; ໃຫ້​ເບິ່ງ ສຳ​ລັບ​ນ້ຳ​ໜັກ​ຂອງ​ເຄື່ອງ​ຈັກ.

    artpending
    artpending
    artpending

    ການຂົນຍ້າຍເຄື່ອງຈັກ

    ຄຳເຕືອນ

    ການ​ຂັ​ບ​ຂີ່​ເຄື່ອງ​ຈັກ​ຢູ່​ໃນ​ຖະ​ໜົນ ຫຼື ເສັ້ນ​ທາງ​ໂດຍ​ບໍ່​ມີ​ການ​ເປີດ​ໄຟ​ສັນ​ຍານ, ໄຟ​ຕາ, ເຄື່ອງ​ໝາຍ​ສະ​ທ້ອນ ຫຼື ປ້າຍ​ໝາຍບອກວ່າ​ພາ​ຫະ​ນະ​ເຄື່ອນ​ທີ່​ຊ້າ​ແມ່ນ​ເປັນ​ອັນ​ຕະ​ລາຍ ແລະ ສາ​ມາດ​ນຳ​ໄປ​ສູ່​ອຸ​ບັດ​ຕິ​ເຫດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ໄດ້.

    ຢ່າໃຊ້ງານເຄື່ອງຈັກຢູ່ໃນ​ຖະ​ໜົນ ຫຼື ເສັ້ນ​ທາງ​ສາ​ທາ​ລະ​ນະ.

    Important: ໃຊ້ທາງລາດເຕັມຄວາມກ້ວາງສຳລັບການບັນ​ທຸກເຄື່ອງຈັກໃສ່ລົດພ່ວງ ຫຼື ລົດບັນທຸກ.

    1. ບັນ​ທຸກ​ເຄື່ອງ​ຈັກ​ຢູ່​ໃນ​ລົດພ່ວງ ຫຼື ລົດ​ບັນ​ທຸກ (ດີ​ແທ້​ແມ່ນ​ໃຫ້​ປິ່ນຫົວ​ຮູ​ແກນ​ກາງ​ໄປ​ທາງ​ໜ້າ).

    2. ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    3. ຍຶດຫົວ​ຮູ​ແກນ​ກາງດ້ວຍ​ສະ​ຫຼັກບຳ​ລຸງ​ຮັກ​ສາ; ໃຫ້​ເບິ່ງ .

    4. ປິດວາວປິດນ້ຳ​ມັນ; ໃຫ້​ເບິ່ງ .

    5. ຢູ່​ທີ່​ຈຸດ​ຈຸກ​ມັດ, ມັດ​ເຄື່ອງ​ຈັກ​ໃສ່​ລົດ​ພ່ວງ ຫຼື ລົດ​ບັນ​ທຸກ​ດ້ວຍ​ສາຍ​ກາບ, ສາຍ​ໂສ້ ຫຼື ສາຍ​ມັດ; ໃຫ້​ເບິ່ງ .

    ຂໍ້​ແນະ​ນຳ​ລົດ​ພ່ວງ

    ນໍ້າໜັກ745 ກ​ລ (1,642 ປອນ) ຫຼື 829 ກ​ລ (1,827 ປອນ) ດ້ວຍ​ນ້ຳ​ໜັກ​ທາງ​ເລືອກ 2 ທາງ
    ລວງ​ກ້​ວາງ130 ຊມ (51 ນິ້ວ) ຕ່ຳ​ສຸດ
    ລວງຍາວ267 ຊມ (105 ນິ້ວ) ຕ່ຳ​ສຸດ
    ມູມຂັ້ນ​ໄດລະ​ດັບ​ອຽງ 3.5/12 (16°) ສູງ​ສຸດ
    ທິດ​ທາງ​ການ​ບັນ​ທຸກ(ດີ​ແທ້) ຫົວຮູແກນ​ກາງປິ່ນ​ໄປ​ທາງ​ໜ້າ
    ຄວາມ​ຈຸ​ລາກ​ແກ່ພາ​ຫະ​ນະຫຼາຍກວ່ານ້ຳ​ໜັກ​ພາ​ຫະ​ນະ​ທັງ​ໝົດ (GTW)

    ການບຳລຸງຮັກສາ

    Note: ດາວໂຫຼດສຳເນົາແຜນ​ຜັງໄຟຟ້າ ແລະ ໄຮໂດຼລິກ ບໍ່ເສຍຄ່າໂດຍເຂົ້າໄປທີ່ www.Toro.com ແລະ ຄົ້ນຫາເຄື່ອງຈັກຂອງທ່ານຈາກລິ້ງຄູ່ມືໃນໜ້າທຳອິດ.

    Note: ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂັ້ນຕອນການບຳລຸງຮັກສາເພີ່ມເຕີມ.

    Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແໜ່ງການ​ໃຊ້​ງານປົກກະຕິ.

    ຄວາມປອດໄພໃນການບຳລຸງຮັກສາ

    • ຈອດເຄື່ອງ​ຈັກໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳການ​ບຳ​ລຸງ​ຮັກ​ສາ​ທີ່​ໄດ້​ອະ​ທິ​ບາຍ​ໄວ້​ໃນ​ຄູ່​ມື​ນີ້​ເທົ່າ​ນັ້ນ. ຖ້າ​ເຄື່ອງ​ຈັກຕ້ອງ​ມີ​ການ​ສ້ອມ​ແປງ​ຂະ​ໜາດ​ໃຫຍ່ ຫຼື ທ່ານ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ, ຕິດ​ຕໍ່​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ.

    • ໃຫ້​ແນ່​ໃຈ​ວ່າເຄື່ອງ​ຈັກຢູ່​ໃນ​ສະ​ພາບ​ການ​ໃຊ້​ງານ​ທີ່ປອດ​ໄພ​ໂດຍ​ການ​ຮັດນັອດ​ຕົວ​ຜູ້, ນັອດ​ຕົວ​ແມ່ ແລະ ນັອດ​ກຽວໃຫ້​ແໜ້ນໄວ້.

    • ຖ້າເປັນໄປໄດ້, ຢ່າດຳ​ເນີນການບຳລຸງຮັກສາໃນຂະນະທີ່ເຄື່ອງຈັກກຳລັງແລ່ນຢູ່. ຢູ່ຫ່າງຈາກຊິ້ນສ່ວນເຄື່ອນໄຫວ.

    • ປ່ອຍຄວາມດັນອອກຈາກສ່ວນປະກອບທີ່ມີພະລັງງານເກັບໄວ້ຢ່າງລະມັດລະວັງ.

    • ກວດ​ເບິ່ງ​ນັອດ​ຖານຕິດ​ງ່າມ​ຈັບ​ໃນ​ແຕ່​ລະ​ວັນ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ພວກ​ມັນ​ຮັດ​ແໜ້ນ​ດີ​ຕາມ​ຂໍ້​ກຳ​ນົດ​ສະ​ເພາະ​ແລ້ວ.

    • ໃຫ້​ແນ່​ໃຈ​ວ່າເກາະ​ປ້ອງ​ກັນ​ທັງ​ໝົດໄດ້​ຮັບ​ການ​ຕິດ​ຕັ້ງ ແລະ ຝາ​ກະ​ໂປ່ງ​ຖືກ​ປິດ​ຢ່າງຮັບ​ປະ​ກັນ​ຫຼັງ​ຈາກ​ການ​ບຳ​ລຸງ​ຮັກ​ສາ ແລະ ການ​ປັບ​ເຄື່ອງ​ຈັກ.

    ຕາຕະລາງການບຳລຸງຮັກສາທີ່ແນະນຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 8 ຊົ່ວໂມງທໍາອິດ
  • ປັບສາຍພານປ້ຳ.
  • ກວດເບິ່ງແຮງບິດຂອງຕົວ​ຮັດ​ແໜ້ນ​ຫົວ​ຮູ​ແກນ​ກາງ, ຕົວ​ຮັດ​ແໜ້ນ​ມື​ຈັບ​ດ້າມ ແລະ ນັອດຮັດລໍ້ລົດ.
  • ຫລັງຈາກ 50 ຊົ່ວໂມງທໍາອິດ
  • ປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ.
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ທົດສອບລະບົບອິນ​ເຕີລັອກຄວາມ​ປອດ​ໄພ.
  • ປັບ​ຕັ້ງຄວາມ​ສູງພື້ນ​ດິນງ່າມ​ຈັບກ່ອນ​ການ​ເຕີມ​ອາ​ກາດ.
  • ທຳ​ຄວາມ​ສະ​ອາດ​ເຄື່ອງ​ຈັກ.
  • ກວດເບິ່ງລະດັບນໍ້າມັນເຄື່ອງຈັກ.
  • ເອົາ​ຂີ້​ເຫຍື້ອ​ອອກ​ຈາກ​ຕະ​ແກງ​ຈັກ.(ທຳ​ຄວາມ​ສະ​ອາດ​ຖີ່​ຂຶ້ນ​ຢູ່​ໃນ​ສະ​ພາບ​ການ​ເຮັດ​ວຽກ​ທີ່​ເປື້ອນ.)
  • ກວດ​ເບິ່ງສາຍໄຮ​ໂດຼ​ລິກ.
  • ກວດເບິ່ງລະດັບນ້ຳມັນໄຮໂດຼລິກ.
  • ທຸກໆ 25 ຊົ່ວໂມງ
  • ທຳ​ຄວາມ​ສະ​ອາດສ່ວນ​ປະ​ກອບໝໍ້​ກອງ​ອາ​ກາດ​ທີ່​ເປັນ​ໂຟມ ແລະ ກວດ​ເບິ່ງ​ສ່ວນ​ປະ​ກອບຕົວ​ເຈ້ຍສຳ​ລັບ​ຄວາມ​ເປ່​ເພ.(ເຮັດ​ເລື້ອຍໆ, ຖ້າສະພາບມີຂີ້ຝຸ່ນ ແລະ ຂີ້​ຊາຍ​ຫຼາຍ)
  • ທຸກໆ 50 ຊົ່ວໂມງ
  • ການກວດເບິ່ງຄວາມດັນຂອງຢາງລົດ.
  • ທຸກໆ 100 ຊົ່ວໂມງ
  • ປ່ຽນສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດທີ່​ເປັນເຈ້ຍ.(ເຮັດ​ເລື້ອຍໆ, ຖ້າສະພາບມີຂີ້ຝຸ່ນ ແລະ ຂີ້​ຊາຍ​ຫຼາຍ)
  • ການປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ.(ປ່ຽນນ້ຳ​ມັນ​ເຄື່ອງ ແລະ ໝໍ້ກອງເລື້ອຍໆເມື່ອສະພາບການໃຊ້ງານມີຂີ້ຝຸ່ນ ແລະ ຊາຍ​ຫຼາຍທີ່ສຸດ)
  • ປ່ຽນໝໍ້ກອງນໍ້າມັນ.
  • ທຸກໆ 200 ຊົ່ວໂມງ
  • ກວດ​ເບິ່ງ​ຫົວ​ທຽນ.
  • ຖ້າທ່ານບໍ່ໄດ້ນຳໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນ້ຳມັນທາງເລືອກໃສ່​ທ້ອງ​ອ່າງ, ໃຫ້ປ່ຽນນ້ຳມັນໄຮໂດຼລິກ ແລະ ໝໍ້ກອງ.
  • ທຸກໆ 400 ຊົ່ວໂມງ
  • ຖ້າ​ທ່ານກຳ​ລັງໃຊ້​ນ້ຳ​ມັນ​ໄຮ​ໂດຼ​ລິກ​ທີ່​ແນະ​ນຳ, ໃຫ້​ປ່ຽນນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ໝໍ້​ກອງ.
  • ທຸກໆ 500 ຊົ່ວໂມງ
  • ກວດ​ກາ​ເບິ່ງ​ລູກ​ບີ່ຫົວ​ຮູ​ແກນ​ກາງ, ຖ້າ​ຈຳ​ເປັນ​ແມ່ນ​ໃຫ້​ປ່ຽນ.
  • ກ່ອນການເກັບຮັກສາ
  • ໃຫ້​ເບິ່ງ​ຂໍ້​ການເກັບຮັກ​ສາສຳ​ລັບ​ຂັ້ນ​ຕອນ​ດຳ​ເນີນ​ການ​ທີ່​ຈຳ​ເປັນ​ເພື່ອ​ປະ​ຕິ​ບັດ​ກ່ອນ​ເກັບຮັກ​ສາເຄື່ອງ​ຈັກ​ໄວ້ເປັນ​ເວ​ລາ​ຫຼາຍກວ່າ 30 ວັນ.
  • ປະຈຳປີ
  • ກວດ​ເບິ່ງ​ລູກ​ບີ່ຫົວ​ຮູ​ແກນ​ກາງ.
  • ກວດເບິ່ງການເຊື່ອມຕໍ່ສາຍໄຟແບັດເຕີຣີ.
  • ກວດເບິ່ງການເຊື່ອມຕໍ່ສາຍໄຟແບັດເຕີຣີ.
  • ກວດ​ກາ​ເບິ່ງ​ຄວາມ​ເສຍ​ຫາຍ ແລະ ການຫຼຸ້ຍ​ຫ້ຽນຂອງ​ສາຍ​ພານ.
  • Important: ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂັ້ນຕອນການບຳລຸງຮັກສາເພີ່ມເຕີມ.

    ລາຍການກວດການບຳລຸງຮັກສາປະຈຳວັນ

    ເຮັດຊ້ຳຄືນ​ຕາມໜ້ານີ້ສຳລັບການນຳໃຊ້ປົກກະຕິ.

    ລາຍການກວດກາການບຳລຸງຮັກສາສຳລັບອາທິດຂອງ:
    ຈັນ.ອັງຄານ.ພຸດ.ພະຫັດ.ສຸກ.ເສົາ.ອາທິດ.
    ກວດເບິ່ງການປະຕິບັດງານດ້ານຄວາມປອດໄພຂອງອິນເຕີລັອກ.       
    ກວດກາເບິ່ງການປະຕິບັດງານຂອງ​ເບ​ຣກມື.       
    ກວດເບິ່ງລະດັບນໍ້າມັນເຄື່ອງຈັກ.       
    ກວດເບິ່ງລະດັບນ້ຳມັນເຊື້ອໄຟ.       
    ກວດ​ສອບເຕົ້າກອງ​ອາ​ກາດ.       
    ກວດ​ເບິ່ງຂີ້​ເຫຍື້ອ​ໃນ​ຈັກ.       
    ກວດເບິ່ງສຽງລົບກວນຂອງຈັກທີ່ຜິດ​ປົກ​ກະ​ຕິ.       
    ກວດເບິ່ງສຽງປະຕິບັດການທີ່ຜິດປົກກະຕິ.       
    ກວດເບິ່ງລະດັບນ້ຳມັນໄຮໂດຼລິກ.       
    ກວດເບິ່ງຄວາມ​ເສຍ​ຫາຍ​ຂອງທໍ່ໄຮໂດຼລິກ.       
    ກວດເບິ່ງການຮົ່ວໄຫຼຂອງແຫຼວ.       
    ກວດເບິ່ງການປະຕິບັດງານຂອງເຄື່ອງມື.       
    ກວດ​ເບິ່ງ​ສະ​ພາບ​ຂອງງ່າມ​ຈັບ.       
    ສ້ອມແປງສີທີ່ລອກໃຫ້​ງາມ.       

    Important: ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂັ້ນຕອນການບຳລຸງຮັກສາເພີ່ມເຕີມ.

    ການ​ບັນ​ທຶກ​ບໍ​ລິ​ເວນທີ່ໜ້າເປັນຫ່ວງ

    ການກວດກາປະຕິບັດໄປຕາມ:
    ລາຍການວັນທີຂໍ້ມູນ
    1  
    2  
    3  
    4  
    5  
    6  
    7  
    8  

    ຂັ້ນຕອນການບຳລຸງຮັກສາກ່ອນລ່ວງໜ້າ

    ຂໍ້ຄວນລະວັງ

    ຖ້າ​ທ່ານ​ປະ​ກະ​ແຈ​ໄວ້​ໃນ​ຢູ່​ໃນ​ສະ​ວິດຕິດ​ຈັກ, ບາງ​ຄົນ​ສາ​ມາດ​ຕິດ​ຈັກ​ໄດ້​ໂດຍ​ບັງ​ເອີນ ແລະ ເຮັດ​ໃຫ້​ທ່ານ ຫຼື ຄົນ​ອື່ນ​ທີ່​ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້.

    ຈອດເຄື່ອງ​ຈັກໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ຍົກ​ຄັນ​ດຶງ​ຂຶ້ນ​ສຸດ ແລະ ໃສ່​ສະຫຼັກ​ໄວ້​ເພື່ອໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    Important: ຕົ​ວ​ຮັດ​ແໜ້ນ​ໃນ​ຝາ​ປົກ​ຂອງ​ເຄື່ອງ​ຈັກ​ນີ້​ອອກ​ແບບ​ມາ​ເພື່ອໃຫ້​ຢູ່​ໃນ​ຝາ​ປົກ​ຫຼັງ​ຈາກ​ການ​ເອົາ​ອອກ. ມາຍ​ຕົວ​ຮັດ​ແໜ້ນ​ທັງ​ໝົດ​ໃນ​ຝາ​ປົກ​ແຕ່​ລະ​ອັນ​ດ້ວຍ​ການ​ບິດ​ສອງ​ສາມ​ຮອບ​ເພື່ອ​ໃຫ້​ຝາ​ປົກ​ຫຼວມ, ແຕ່​ຍັ​ງ​ຕິດ​ຢູ່, ຈາກ​ນັ້ນ​ກັບ​ຄືນ​ໄປ ແລະ ມາຍ​ພວກ​ມັນ​ໃຫ້​ຫຼວມ​ຈົນ​ກວ່າ​ຝາ​ປົກ​ເສ​ລີ. ອັນ​ນີ້​ປ້ອງ​ກັນ​ບໍ່​ໃຫ້​ທ່ານ​ແກະ​ເອົາ​ນັອດ​ຕົວ​ຜູ້​ອອກ​ໄປ​ຈາກ​ຕົວ​ຮັກ​ສາ​ມັນ​ໄວ້​ໂດຍ​ບັງ​ເອີນ.

    ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ຍົກ​ຄານມື​ຈັບ​ຂຶ້ນຈົນ​ສຸດ ແລະ ໃສ່​ສະ​ຫຼັກເພື່ອ​ໃສ່​ເບ​ຣກ​ມື; ໃຫ້​ເບິ່ງ ().

    3. ມອດຈັກ, ຖອດກະແຈ, ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນອອກຈາກເຄື່ອງ​ຈັກ; ໃຫ້​ເບິ່ງ .

    4. ປ່ອຍໃຫ້ເຄື່ອງຈັກເຢັນ.

    ການ​ຍົກ​ເຄື່ອງ​ຈັກ

    ຂໍ້ຄວນລະວັງ

    ຖ້າ​ບໍ່​ໄດ້​ຄ້ຳ​ເຄື່ອງ​ຈັກ​ດ້ວຍ​ທ່ອນ​ໄມ້ ຫຼື ກະ​ລິກ​ຄ້ຳ​ຢ່າງ​ຖືກ​ຕ້ອງ, ເຄື່ອງ​ຈັກ​ອາດ​ຈະ​ເຄື່ອນ​ເໜັງ ຫຼື ຕົກ​ລົງ, ເຊິ່ງ​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ໄດ້.

    • ເມື່ອ​ປ່ຽນ​ສິ່ງ​ທີ່​ຕິດ​ມາ​ນຳ, ຢາງ ຫຼື ດຳ​ເນີນ​ການ​ບຳ​ລຸງ​ຮັກ​ສາ​ອື່ນໆ, ໃຊ້​ທ່ອນ​ໄ​ມ້, ເຄື່ອງ​ຍົກ ແລະ ຂາ​ຄ້ຳ​ທີ່​ຖືກ​ຕ້ອງ.

    • ໃຫ້​ແນ່​ໃຈ​ວ່າເຄື່ອງຈັກຈອດຢູ່ໃນພື້ນບ່ອນພຽງແຂງ​ໄດ້​ລະ​ດັບເຊັ່ນ: ພື້ນ​ຄອນກ​ຣີດ.

    • ກ່ອນຈະ​ຍົກ​ເຄື່ອງ​ຈັກ​ຂຶ້ນ, ເອົາ​ສິ່ງ​ຄັດ​ຕິດ​ມາ​ນຳ​ໃດ​ໜຶ່ງ​ທີ່​ອາດ​ຈະ​ລົບ​ກວນ​ການ​ຍົກ​ເຄື່ອງ​ຈັກ​ທີ່​ປອດ​ໄພ ແລະ ຖືກ​ຕ້ອງ​ນັ້ນ​ອອກ.

    • ໝູນ ຫຼື ຕັນລໍ້​ລົດຢູ່​ສະ​ເໝີ. ໃຊ້ກະລິກ ຫຼື ທ່ອນ​ໄມ້​ແຂງເພື່ອຄ້ຳເຄື່ອງຈັກທີ່​ຍົກ​ຂຶ້ນ.

    ການ​ຄ້ຳ​ປາຍ​ດ້ານ​ໜ້າ​ດ້ວຍກ​ະ​ລິກ

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ .

    2. ໝູນຢາງຫຼັງເພື່ອ​ປ້ອງ​ກັນ​ເຄື່ອງ​ຈັກ​ເຄື່ອນ​ຍ້າຍ.

      Important: ເພື່ອ​ປ້ອງ​ກັນ​ການ​ເປ່​ເພ​ຂອງ​ມໍ​ເຕີ​ລໍ້, ຢ່າໃຊ້​ມໍເຕີ​ລໍ້​ໜ້າ​ເປັນ​ຈຸດ​ຄ້ຳ.

    3. ວາງ​ຕຳ​ແໜ່ງ​ກະ​ລິກ​ໃຫ້​ຮັບ​ປະ​ກັນ​ຢູ່​ກ້ອງແຂນ​ຄ້ຳ​ລໍ້​ດ້ານ​ໜ້າ (ຮູບສະແດງ ).

      artpending
    4. ຄ້ຳ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ​ໃຫ້​ຂຶ້ນ​ຫວິດ​ພື້ນ​ດິນ.

    5. ວາງ​ຕຳ​ແໜ່ງ​ກະ​ລິກ​ຄ້ຳ ຫຼື ທ່ອນ​ໄມ້​ແຂງ​ຢູ່​ກ້ອງ​ດ້ານ​ໜ້າ​ຂອງກອບ​ເພື່ອ​ຄ້ຳ​ເຄື່ອງ​ຈັກ.

    ການ​ຄ້ຳ​ປາຍ​ດ້ານຫຼັງ​ດ້ວຍກ​ະ​ລິກ

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ .

    2. ໝູນຢາງໜ້າເພື່ອ​ປ້ອງ​ກັນ​ເຄື່ອງ​ຈັກ​ເຄື່ອນ​ຍ້າຍ.

      Important: ເພື່ອ​ປ້ອງ​ກັນ​ການ​ເປ່​ເພ​ຂອງ​ມໍ​ເຕີ​ລໍ້, ຢ່າໃຊ້​ມໍ​ເຕີ​ລໍ້​ຫຼັງເປັນ​ຈຸດ​ຄ້ຳ.

    3. ວາງກະ​ລິກຄ້ຳໃສ່​ກ້ອງແຜ່ນກອບຢູ່​ດ້ານ​ໃນ​ຂອງ​ລໍ້​ຫຼັງ​ຢ່າງ​ຮັບ​ປະ​ກັນ (ຮູບສະແດງ ).

      artpending

      Note: ຖ້າ​ມີ, ໃຫ້​ໃຊ້​ເຄື່ອງ​ຍົກ​ເພື່ອ​ຍົກ​ດ້ານຫຼັງ​ຂອງ​ເຄື່ອງ​ຈັກ​ຂຶ້ນ. ໃຊ້​ຮູໃສ່​ເຊືອກ​ຢູ່​ໃນ​ຕົວ​ເຮືອນ​ລູກ​ບີ່​ຫົວ​ຮູ​ແກນ​ກາງ​ເປັນ​ຈຸດ​ສິ່ງ​ທີ່​ຕິດ​ມາ​ນຳ​ຂອງ​ເຄື່ອງ​ຍົກ (ຮູບສະແດງ ).

      artpending
    4. ຄ້ຳ (ຫຼື ຍົກ) ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ​ໃຫ້​ຂຶ້ນ​ຫວິດ​ພື້ນ​ດິນ.

    5. ວາງ​ຕຳ​ແໜ່ງ​ກະ​ລິກ​ຄ້ຳ ຫຼື ທ່ອນ​ໄມ້​ແຂງ​ຢູ່​ກ້ອງກອບ​ເພື່ອ​ຄ້ຳ​ເຄື່ອງ​ຈັກ.

    ການເອົາຝາ​ປົກ​ສາຍ​ພານ​ອອກ

    1. ຖ້າ​ເຄື່ອງ​ຈັກ​ມີ​ສາຍ​ຫ້ອຍ​ສະ​ຫຼັກ​ຝາ​ປົກ​ສາຍ​ພານ CE, ມາຍ​ນັອດ​ຈັບ​ສາຍ​ຫ້ອຍ​ໃຫ້​ຫຼວມ​ຈົນ​ກວ່າ​ມັນ​ແຍກ​ອອກ​ຈາກ​ສະ​ຫຼັກ​ຝາ​ປົກ (ຮູບສະແດງ ).

      artpending
    2. ຍົກ​ມື​ຈັບສະ​ຫຼັກຂຶ້ນ (ຮູບສະແດງ ).

      artpending
    3. ຍົກຝາ​ປົກ​ສາຍ​ພານ​ຂຶ້ນຈາກ​ເຄື່ອງ​ຈັກ (ຮູບສະແດງ ).

      artpending

    ການຕິດ​ຕັ້ງຝາ​ປົກ​ສາຍ​ພານ

    1. ຈັດລຽງຂາ​ຄ້ຳຖານຕິດ​ຂອງ​ຝາ​ປົກ​ສາຍ​ພານ​ດ້ວຍ​ຂາ​ຄ້ຳ​ຝາ​ປົກ​ຂອງກອບເຄື່ອງຈັກ (ຮູບສະແດງ ).

      artpending
    2. ປ່ອຍຝາ​ປົກສາຍພານ​ຕ່ຳ​ລົງ (ຮູບສະແດງ ).

      artpending
    3. ປ່ອຍ​ມື​ຈັບສະ​ຫຼັກ​ຕ່ຳ​ລົງ​ຈົນ​ສຸດ​ເພື່ອ​ຍຶດ​ຝາ​ປົກ (ຮູບສະແດງ ).

      artpending
    4. ຖ້າ​ເຄື່ອງ​ຈັກ​ມີ​ສາຍ​ຫ້ອຍ​ສະ​ຫຼັກ​ຝາ​ປົກ​ສາຍ​ພານ CE, ບິດ​ກຽວ​ນັອດຕົວ​ຜູ້​ສາຍ​ຫ້ອຍ​ເຂົ້າ​ໃສ່​ຮູ​ຢູ່​ໃນ​ສະ​ຫຼັກ​ຝາ​ປົກ ແລະ ຮັດ​ນັອດ​ຕົວ​ຜູ້​ໃຫ້​ແໜ້ນ (ຮູບສະແດງ ).

      artpending

    ການເອົາຝາປົກຫົວ​ຮູ​ແກນ​ກາງອອກ

    artpending
    1. ຖ້າ​ເຄື່ອງ​ຈັກ​ຂອງ​ທ່ານ​ມີ​ລັອກ​ສະ​ຫຼັກ CE, ມາຍ​ນັອດ​ຕົວ​ຜູ້ແຜ່ນ​ລັອກ​ໃຫ້​ຫຼວມ​ຈົນ​ກວ່າ​ແຜ່ນ​ລັອກ​ຫ່າງ​ໄປ​ຈາກ​ຮ່ອງ​ຢູ່​ດ້ານ​ຂ້າງ​ຂອງ​ຝາ​ປົກ​ຫົວ​ຮູ​ແກນ​ກາງ (ຮູບສະແດງ ).

      artpending
    2. ໝູນ​ແຜ່ນ​ລັອກ​ໃຫ້​ຫ່າງ​ສະ​ຫຼັກ (ຮູບສະແດງ ).

    3. ເຮັດຊ້ໍາຄືນ ຮອດ ຢູ່​ທີ່​ດ້ານອື່ນ​ຂອງຝາປົກ.

    4. ປົດ​ສະ​ຫຼັກ​ຝາ​ປົກຫົວ​ຮູ​ແກນ​ກາງຢູ່​ບ່ອນ 4 ສະ​ຫຼັກ (ຮູບສະແດງ ແລະ ຮູບສະແດງ ).

      artpending
    5. ຍົກຝາ​ປົກຫົວ​ຮູ​ແກນ​ກາງຂຶ້ນຈາກ​ເຄື່ອງ​ຈັກ (ຮູບສະແດງ ).

      artpending

    ການ​ຕິດ​ຕັ້ງ​ຝາປົກຫົວ​ຮູ​ແກນ​ກາງ

    1. ຈັດ​ລຽງຝາ​ປົກຫົວ​ຮູ​ແກນ​ກາງໃສ່ເຄື່ອງ​ຈັກດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

      artpending
    2. ໃສ່ສະ​ຫຼັກ​ຝາ​ປົກຫົວ​ຮູ​ແກນ​ກາງຢູ່​ບ່ອນ 4 ສະ​ຫຼັກ (ຮູບສະແດງ ).

      artpendingartpending
    3. ຖ້າ​ເຄື່ອງ​ຈັກ​ຂອງ​ທ່ານ​ມີ​ລັອກ​ສະ​ຫຼັກ CE, ໝູນແຜ່ນ​ລັອກຈົນ​ກວ່າ​ມັນ​ຈັດ​ລຽງ​ກັບຮ່ອງ​ຢູ່​ດ້ານ​ຂ້າງ​ຂອງ​ຝາ​ປົກ​ຫົວ​ຮູ​ແກນ​ກາງ (ຮູບສະແດງ ).

      artpending
    4. ຫັນ​ນັອດ​ຕົວ​ຜູ້ແຜ່ນ​ລັອກໃຫ້​ແໜ້ນ (ຮູບສະແດງ ).

    5. ເຮັດຊ້ໍາຄືນຂັ້ນຕອນ ແລະ ຢູ່​ທີ່​ດ້ານອື່ນ​ຂອງຝາ​ປົກ.

    ການຫລໍ່ມື່ນ

    ການກວດ​ເບິ່ງ​ລູກ​ບີ່ຫົວ​ຮູ​ແກນ​ກາງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 500 ຊົ່ວໂມງ
  • ກວດ​ກາ​ເບິ່ງ​ລູກ​ບີ່ຫົວ​ຮູ​ແກນ​ກາງ, ຖ້າ​ຈຳ​ເປັນ​ແມ່ນ​ໃຫ້​ປ່ຽນ.
  • ປະຈຳປີ
  • ກວດ​ເບິ່ງ​ລູກ​ບີ່ຫົວ​ຮູ​ແກນ​ກາງ.
  • ເຄື່ອງ​ຈັກບໍ່ມີ​ຂໍ້​ຕໍ່​ກະ​ແລັດ​ທີ່​ຕ້ອງ​ໄດ້​ຫຼໍ່​ມື່ນ.

    Important: ລູກ​ບີ່ບໍ່ຄ່ອຍຈະຂັດຂ້ອງຈາກຄວາມບົກຜ່ອງດ້ານວັດຖຸ ຫຼື ຝີ​ມື. ເຫດຜົນທີ່ພົບເລື້ອຍທີ່ສຸດສຳລັບຄວາມຂັດ​ຂ້ອງແມ່ນຄວາມຊຸ່ມ ແລະ ການປົນເປື້ອນໃນການເຮັດວຽກຂອງມັນຜ່ານຊິນປ້ອງກັນ. ລູກບີ່ທີ່ທາກະແລັດ​ຂຶ້ນຢູ່ກັບການບຳລຸງຮັກສາເປັນປົກກະຕິເພື່ອກຳຈັດສິ່ງເສດເຫຼືອທີ່ເປັນອັນຕະລາຍຈາກພື້ນທີ່ຂອງລູກບີ່. ລູກ​ບີ່ທີ່​ອັດ​ໄວ້ຂຶ້ນ​ກັບ​ການ​ໃສ່ກະແລັດພິເສດໃນເບື້ອງຕົ້ນ ແລະ ສິ່ງຫຸ້ມ​ທີ່ແຂງເພື່ອບໍ່ໃຫ້ສານປົນເປື້ອນ ແລະ ຄວາມຊຸ່ມອອກຈາກອົງປະກອບການ​ໝູນ.

    ລູກ​ບີ່ທີ່​ອັດ​ໄວ້ບໍ່ຈຳເປັນຕ້ອງມີການຫຼໍ່ມື່ນ ຫຼື ການບຳ​ລຸງຮັກສາໄລຍະສັ້ນ. ນີ້ຈະຫຼຸດຜ່ອນການບຳ​ລຸງ​ຮັກ​ສາປົກກະຕິທີ່ຕ້ອງການ ແລະ ຫຼຸດຜ່ອນຄວາມເປັນໄປໄດ້ຂອງຄວາມເສຍຫາຍຂອງສະໜາມຫຍ້າເນື່ອງຈາກການປົນເປື້ອນກະແລັດ. ຊຸດລູກ​ບີ່ອັດ​ໄວ້ເຫຼົ່ານີ້ຊ່ວຍໃຫ້ມີປະສິດທິພາບດີ ແລະ ອາ​ຍຸການໃຊ້ງານພາຍໃຕ້ການນຳໃຊ້ປົກກະຕິ, ແຕ່ວ່າການກວດກາສະພາບລູກ​ບີ່​ເປັນ​ແຕ່​ລະ​ໄລ​ຍະ ແລະ ຄວາມສົມບູນຂອງການ​ອັດ​ໄວ້ຄວນໄດ້ຮັບການປະຕິບັດເພື່ອຫຼີກລ່ຽງການມີບັນຫາເຄື່ອງ​ຈັກ​ໃຊ້​ບໍ່​ໄດ້. ກວດກາລູກບີ່ຕາມລະດູການ ແລະ ປ່ຽນພວກມັນ, ຖ້າຫາກວ່າພວກມັນເສຍຫາຍ ແລະ ຫຼຸ້ຍຫ້ຽນ. ລູກ​ບີ່ຄວນໃຊ້ງານໄດ້ດີໂດຍບໍ່ມີຄຸນລັກສະນະທີ່ເປັນອັນຕະລາຍເຊັ່ນ: ຄວາມຮ້ອນສູງ, ສຽງດັງ, ການ​ຫຼວມ ຫຼື ມີ​ຮອຍຂີ້ໝ້ຽງ.

    ເນື່ອງຈາກສະ​ພາບ​ການ​ໃຊ້​ງານຂອງບັນດາຊຸດລູກບີ່/ຊຸດ​ອັດແມ່ນ​ຂຶ້ນກັບ (ຕົວຢ່າງ: ຊາຍ, ສານເຄມີສະໜາມຫຍ້າ, ນ້ຳ, ການກະທົບ ແລະ ອື່ນໆ) ພວກມັນຖືກພິ​ຈາ​ລະ​ນາວ່າເປັນສິ່ງຫຼຸ້ຍຫ້ຽນປົກກະຕິ. ລູກ​ບີ່ທີ່ຂັດ​ຂ້ອງຍ້ອນສາເຫດອື່ນນອກເໜືອຈາກຄວາມບົກຜ່ອງທາງດ້ານວັດສະດຸ ຫຼື ຝີ​ມືໂດຍປົກກະຕິແມ່ນບໍ່ໄດ້ຖືກຄຸ້ມຄອງພາຍໃຕ້ການຮັບປະກັນ.

    Note: ທ່ານ​ສາ​ມາດ​ເຮັດ​ໃຫ້​ເກີດ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ລູກ​ບີ່​ໄດ້​ດ້ວຍການໃຊ້ຂັ້ນຕອນການລ້າງທີ່ບໍ່ຖືກຕ້ອງ. ຢ່າລ້າງເຄື່ອງຈັກໃນເວລາທີ່ມັນຍັງຮ້ອນ ແລະ ຫຼີກ​ລ່ຽງການນຳໃຊ້ເຄື່ອງສີດທີ່ມີຄວາມດັນສູງໃສ່​ໂດຍ​ກົງ ຫຼື ການ​ສີດ​ໃນປະລິມານຫຼາຍ​ໃສ່ລູກ​ບີ່.

    ມັນ​ເປັນ​ເລື່ອງ​ທຳ​ມະ​ດາ​ສຳ​ລັບ​ລູກ​ບີ່​ໃໝ່​ທີ່​ຈະ​ກຳ​ຈັດ​ກະ​ແລັດ​ຈຳ​ນວນ​ໜຶ່ງ​ອອກ​ຈາກ​ບ່ອນ​ອັດ​ໃນ​ເຄື່ອງ​ຈັກ​ໃໝ່. ກະ​ແລັດ​ທີ່​ຖືກ​ກຳ​ຈັດ​ອອກ​ມາ​ນີ້​ປ່ຽນ​ເປັນ​ສີ​ດຳ​ເນື່ອງ​ຈາກ​ມີ​ການ​ສະ​ສົມ​ຂອງ​ຂີ້​ເຫຍື້ອ ແລະ ບໍ່​ແມ່ນ​ເນື່ອງ​ຈາກ​ຄວາມ​ຮ້ອນ​ເກີນ. ມັນ​ເປັນ​ການ​ປະ​ຕິ​ບັດ​ທີ່​ດີ​ທີ່​ຈະ​ເຊັດ​ນ້ຳ​ມັນ​ກະ​ແລັດ​ສ່ວນ​ເກີນ​ນີ້​ອອກ​ຈາກ​ບ່ອນ​ປິດ​ຫຼັງ​ຈາກ 8 ຊົ່ວ​ໂມງ​ເລີ່ມ​ຕົ້ນ. ອາດ​ຈະ​ປາ​ກົດ​ໃຫ້​ເຫັນ​ບ່ອນປຽກ​ຢູ່​ອ້ອມ​ຮອບປາກ​ປິດ​ສະ​ເໝີ. ນີ້​ບໍ່​ເປັນ​ອັນ​ຕະ​ລາຍ​ໃດ​ຕໍ່​ກັບ​ອາ​ຍຸ​ຂອງ​ລູກ​ບີ່ ແລະ ໃຫ້​ສືບ​ຕໍ່​ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ປາກ​ປິດ.

    ການບຳລຸງຮັກສາເຄື່ອງຈັກ

    ຄວາມປອດໄພຂອງເຄື່ອງຈັກ

    • ມອດຈັກກ່ອນກວດການ້ຳມັນ ຫຼື ຕື່ມນ້ຳມັນເຄື່ອງໃສ່ຖັງຂໍ້ຫວ່ຽງ.

    • ຢ່າປ່ຽນແປງຄວາມ​ໄວຕົວບັນຊາ ຫຼື ເລັ່ງຄວາມໄວເຄື່ອງຈັກເກີນ.

    ການບຳ​ລຸງ​ຮັກ​ສາເຕົ້າກອງອາກາດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 25 ຊົ່ວໂມງ
  • ທຳ​ຄວາມ​ສະ​ອາດສ່ວນ​ປະ​ກອບໝໍ້​ກອງ​ອາ​ກາດ​ທີ່​ເປັນ​ໂຟມ ແລະ ກວດ​ເບິ່ງ​ສ່ວນ​ປະ​ກອບຕົວ​ເຈ້ຍສຳ​ລັບ​ຄວາມ​ເປ່​ເພ.(ເຮັດ​ເລື້ອຍໆ, ຖ້າສະພາບມີຂີ້ຝຸ່ນ ແລະ ຂີ້​ຊາຍ​ຫຼາຍ)
  • ທຸກໆ 100 ຊົ່ວໂມງ
  • ປ່ຽນສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດທີ່​ເປັນເຈ້ຍ.(ເຮັດ​ເລື້ອຍໆ, ຖ້າສະພາບມີຂີ້ຝຸ່ນ ແລະ ຂີ້​ຊາຍ​ຫຼາຍ)
  • ການຖອດໝໍ້ກອງອອກ

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ .

    2. ທຳ​ຄວາມ​ສະ​ອາດ​ຮອບ​ເຕົ້າ​ກອງ​ອາ​ກາດ​ເພື່ອ​ປ້ອງ​ກັນ​ຝຸ່ນ​ເຂົ້າ​ໄປ​ໃນ​ຈັກ ແລະ ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ.

    3. ມາຍນັອດ​ລູກ​ບິດ ແລະ ເອົາຝາປິດເຕົ້າ​ກອງ​ອາ​ກາດອອກ (ຮູບສະແດງ ).

      artpending
    4. ເລື່ອນ​ຕົວກອງ​ກ່ອນ​ທີ່​ເປັນໂຟມ​ອອກ​ຈາກ​ຕົວເຈ້ຍ​ຢ່າງ​ລະ​ມັດ​ລະ​ວັງ (ຮູບສະແດງ ).

    5. ມາຍ​ນັອດ​ຮັດ​ຝາ​ປົກ ແລະ ເອົາ​ຝາ​ປົກ, ຕົວ​ຈັດ​ໄລ​ຍະ​ຫ່າງ ແລະ ກອງເຈ້ຍ​ອອກ (ຮູບສະແດງ ).

    ການທຳ​ຄວາມ​ສະ​ອາດຕົວ​ກອງ​ກ່ອນທີ່​ເປັນໂຟມ

    Important: ປ່ຽນຕົວ​ໂຟມ, ຖ້າມັນ​ຈີກ​ຂາດ ຫຼື ຫຼຸ້ຍ​ຫ້ຽນ.

    1. ລ້າງ​ຕົວກອງ​ກ່ອນ​ທີ່​ເປັນໂຟມ​ຢູ່​ໃນ​ນ້ຳ​ສະ​ບູ່ ແລະ ນ້ຳ​ອຸ່ນ. ເມື່ອສະ​ອາດ, ລ້າງ​ມັນ​ໃຫ້​ທົ່ວ.

    2. ເຮັດ​ໃຫ້​ຕົວກອງ​ກ່ອນແຫ້ງໂດຍ​ການບີບ​ມັນ​ຢູ່​ໃນຜ້າ​ເຊັດ​ທີ່​ສະ​ອາດ (ຢ່າ​ບິດ​ປັ້ນ​ນ້ຳ​ອອກ).

    3. ໃສ່​ນ້ຳ​ມັນ​ເຄື່ອງຕົວກອງ​ກ່ອນ 3 ຫາ 6 cl (1 ຫາ 2 ອອນ​ຂອງ​ແຫຼວ) (ຮູບສະແດງ ).

      artpending
    4. ບີບ​ຕົວກອງ​ກ່ອນເພື່ອ​ກະ​ຈາຍ​ນ້ຳ​ມັນ​ເຄື່ອງ.

    5. ກວດ​ກາ​ເບິ່ງ​ກອງເຈ້ຍ​ວ່າ​ມີ​ການ​ຈີກ​ຂາດ, ຟີມ​ມີ​ນ້ຳ​ມັນ ແລະ ຄວາມ​ເສຍ​ຫາຍ​ຕໍ່​ຢາງ​ກັນ​ຊຶມບໍ່ (ຮູບສະແດງ ).

      artpending

      Important: ຢ່າທຳ​ຄວາມ​ສະ​ອາດ​ຕົວເຈ້ຍ. ປ່ຽນຕົວເຈ້ຍ, ຖ້າມັນເປື້ອນ ຫຼື ເສຍຫາຍ.

    ການ​ຕິດຕັ້ງໝໍ້ກອງ

    Important: ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ຂອງ​ຈັກ, ໃຫ້​ໃຊ້​ງານ​ຈັກ​ດ້ວຍ​ການ​ມີ​ສ່ວນ​ປະ​ກອບ​ເຕົ້າ​ກອງ​ອາ​ກາດ​ໂຟມ ແລະ ເຈ້ຍ​ຄົບ​ຊຸດ​ຕິດ​ຕັ້ງ​ໄວ້.

    1. ເລື່ອນ​ຕົວກອງ​ກ່ອນ​ທີ່​ເປັນໂຟມໄປ​ໃສ່ກອງເຈ້ຍ​ຢ່າງ​ລະ​ມັດ​ລະ​ວັງ (ຮູບສະແດງ ).

      artpending
    2. ເອົາ​ສ່ວນ​ປະ​ກອບ​ເຕົ້າ​ກອງ​ອາ​ກາດ​ໃສ່​ເຂົ້າ​ໄປ​ໃນ​ຖານ​ເຕົ້າ​ກອງ​ອາ​ກາດ.

    3. ປະ​ກອບ​ຝາ​ປົກ, ຕົວ​ຈັດ​ໄລ​ຍະ​ຫ່າງ ແລະ ນັອດຮັດ​ຝາ​ປົກ.

    4. ບິດ​ນັອດຕົວ​ແມ່ໃຫ້​ໄດ້ 11 N∙m (95 ft-lb).

    5. ຕິດ​ຕັ້ງຝາ​ປົກ​ໝໍ້​ກອງ​ອາ​ກາດ ແລະ ຍຶດໃຫ້​ແໜ້ນ​ດ້ວຍ​ລູກ​ບິດ.

    ຂໍ້​ກຳ​ນົດ​ສະ​ເພາະ​ຂອງ​ນ້ຳ​ມັນ​ເຄື່ອງ​ຈັກ

    ປະ​ເພດ​ນ້ຳ​ມັນ​ເຄື່ອງ: API ການ​ບໍ​ລິ​ການ SJ ນ້ຳ​ມັນ​ເຄື່ອງມີ​ສານ​ຊັກ​ລ້າງ, ຄຸນ​ນະ​ພາບ​ສູງ ຫຼື ສູງກວ່າ

    ຄວາມ​ໜຽວນໍ້າມັນເຄື່ອງ: ໃຫ້​ເບິ່ງຕາ​ຕະ​ລາງຢູ່​ລຸ່ມ​ນີ້ທີ່​ປະ​ຕິ​ບັດ​ຕາມ:

    artpending

    ການກວດເບິ່ງລະດັບນ້ຳມັນເຄື່ອງຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນໍ້າມັນເຄື່ອງຈັກ.
  • ເຄື່ອງຈັກຖືກຈັດ​ສົ່ງ​ມາ​ພ້ອມ​ກັບ​ນ້ຳ​ມັນ​ເຄື່ອງຢູ່​ໃນເຕົ້າ​ຂໍ້​ຫວ່ຽງ; ເຖິງ​ແນວ​ໃດ​ກໍ​ຕາມ, ໃຫ້ກວດ​ເບິ່ງ​ລະ​ດັບ​ນ້ຳ​ມັນ​ເຄື່ອງຫຼັງ​ຈາກຕິດຈັກ​ເທື່ອ​ທຳ​ອິດ.

    ໃຊ້ນ້ຳມັນເຄື່ອງຈັກຄຸນ​ນະ​ພາບ​ສູງດັ່ງອະ​ທິ​ບາຍຢູ່​ໃນ .

    Important: ຢ່າ​ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່ຖັງ​ຂໍ້​ຫວ່ຽງຈົນ​ລົ້ນ.ຢ່າ​ແລ່ນຈັກ​ດ້ວຍ​ການ​ມີ​ລະ​ດັບ​ນ້ຳ​ມັນ​ເຄື່ອງຢູ່​ຕ່ຳ​ກວ່າ​ຂີດ​ໝາຍ​ຕ່ຳ.

    Note: ເວລາທີ່ດີທີ່ສຸດໃນການກວດເບິ່ງນ້ຳມັນເຄື່ອງແມ່ນເວລາທີ່ເຄື່ອງຈັກເຢັນກ່ອນທີ່ຈະ​ຕິດ​ຈັກສຳລັບມື້. ຖ້າມັນໄດ້ແລ່ນໄປແລ້ວ, ອະນຸຍາດໃຫ້ນ້ຳມັນໄຫຼລົງໄປໃນອ່າງຢ່າງໜ້ອຍ 10 ນາທີກ່ອນກວດ.

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ .

    2. ປ່ອຍ​ໃຫ້​ຈັກ​ເຢັນ​ລົງ.

    3. ທຳຄວາມສະອາດອ້ອມຮອບຝາປິດເຕີມ​ນ້ຳ​ມັນ​ເຄື່ອງ ແລະ ເຫຼັກແທກນ້ຳ​ມັນ​ເຄື່ອງ (ຮູບສະແດງ ).

      artpending
    4. ຖອດເຫຼັກແທກນ້ຳ​ມັນ​ເຄື່ອງອອກ, ເຊັດໃຫ້ສະອາດ ແລະ ຕິດ​ຕັ້ງ​ມັນ​ຈົນ​ກວ່າ​ມັນ​ໄປ​ສຸດ​ບ່ອນ.

    5. ເອົາຫຼັກແທກນ້ຳ​ມັນອອກ ແລະ ກວດເບິ່ງລະດັບນ້ຳ​ມັນ​ເຄື່ອງ.

      ລະ​ດັບ​ຂອງ​ນ້ຳ​ມັນເຄື່ອງ​ຄວນຢູ່ລະ​ຫວ່າງ​ຂີດ ‘‘F’’ ເຕັມ ແລະ ‘‘L’’​ຕ່ຳ​ໃນເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.

    6. ຖ້າລະດັບນໍ້າມັນເຄື່ອງຢູ່ຕໍ່າກວ່າຂີດ ‘‘L’’ ຕ່ຳ, ໃຫ້ເອົາຝາປິດເຕີມ​ນ້ຳ​ມັນ​ເຄື່ອງອອກ ແລະ ເຕີມນ້ຳມັນເຄື່ອງ​ທີ່​ລະ​ບຸ​ໄວ້ຈົນກວ່າລະດັບໄປຮອດຂີດ ‘‘F’’ ເຕັມຢູ່ເຫຼັກແທກນ້ຳ​ມັນ​ເຄື່ອງ.

    7. ຕິດ​ຕັ້ງຝາປິດນ້ຳມັນເຄື່ອງ ແລະ ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.

    ການປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ

    ການປ່ອຍນ້ຳ​ມັນເຄື່ອງຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 50 ຊົ່ວໂມງທໍາອິດ
  • ປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ.
  • ທຸກໆ 100 ຊົ່ວໂມງ
  • ການປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ.(ປ່ຽນນ້ຳ​ມັນ​ເຄື່ອງ ແລະ ໝໍ້ກອງເລື້ອຍໆເມື່ອສະພາບການໃຊ້ງານມີຂີ້ຝຸ່ນ ແລະ ຊາຍ​ຫຼາຍທີ່ສຸດ)
  • ຄວາມຈຸຖັງຂໍ້ຫວ່ຽງ: ໂດຍ​ປະ​ມານ 1.9 ລິດ (2.0 ຄະ​ວອດ​ສະ​ຫະ​ລັດ) ກັບໝໍ້ກອງ.

    1. ຕິດຈັກ ແລະ ປ່ອຍ​ໃຫ້ມັນຕິດ​ຢູ່​ເປັນ​ເວ​ລາປະມານ 5 ນາທີ. ອັນ​ນີ້​ແມ່ນ​ອຸ່ນ​ນ້ຳ​ມັນ​ເຄື່ອງ​ເພື່ອ​ໃຫ້​ມັນ​ລະ​ບາຍ​ໄດ້​ດີກວ່າ.

    2. ຈອດ​ເຄື່ອງ​ຈັກ​ໄວ້​ເພື່ອ​ໃຫ້​ດ້ານ​ລະ​ບາຍ​ອອກ​ຕ່ຳ​ກວ່າ​ດ້ານ​ຂ້າງ​ເລັກ​ນ້ອຍ ເພື່ອ​ໃຫ້​ແນ່​ໃຈ​ວ່າ​ນ້ຳ​ມັນ​ເຄື່ອງ​ລະ​ບາຍ​ອອກ​ໝົດ, ມອດຈັກ, ຍົກ​ຄານມື​ຈັບ​ຂຶ້ນຈົນ​ສຸດ ແລະ ໃສ່​ສະ​ຫຼັກເພື່ອ​ໃສ່​ເບ​ຣກ​ມື ແລະ ຖອດກະແຈອອກ.

    3. ວາງ​ຖາດ​ໄວ້ຢູ່​ລຸ່ມດອນ​ອັດ​ການ​ລະ​ບາຍ ແລະ ເອົາ​ດອນ​ອັດ​ອອກ (ຮູບສະແດງ ).

      Note: ປ່ອຍໃຫ້ນ້ຳ​ມັນເຄື່ອງລະ​ບາຍ​ອອກ​ຈົນ​ໝົດ.

      artpending
    4. ບິດ​ກຽວດອນ​ອັດ​ລະ​ບາຍນ້ຳ​ມັນ​ເຄື່ອງ​ໃສ່​ຈັກ ແລະ ຮັດ​ດອນ​ອັດ​ໃຫ້​ແໜ້ນ.

      Note: ກຳ​ຈັດນ້ຳ​ມັນ​ເຄື່ອງ​ໃຊ້​ແລ້ວ​ຢູ່​ທີ່​ສູນ​ນຳ​ກັບ​ຄືນ​ມາ​ໃຊ້​ໃໝ່ທີ່​ໄດ້​ຮັບ​ການ​ຢັ້ງ​ຢືນ.

    ການປ່ຽນໝໍ້​ກອງນ້ຳມັນເຄື່ອງ

    1. ວາງຖາດ​ຕື້ນໆໄວ້ກ້ອງໝໍ້ກອງນ້ຳ​ມັນ​ເຄື່ອງ ແລະ ຖອດໝໍ້ກອງອອກ (ຮູບສະແດງ ).

      Note: ກຳ​ຈັດໝໍ້​ກອງນ້ຳ​ມັນ​ເຄື່ອງ​ໃຊ້​ແລ້ວ​ຢູ່​ທີ່​ສູນ​ນຳ​ກັບ​ຄືນ​ມາ​ໃຊ້​ໃໝ່ທີ່​ໄດ້​ຮັບ​ການ​ຢັ້ງ​ຢືນ.

    2. ເຊັດທຳຄວາມສະອາດພື້ນຜິວຂອງຕົວ​ປັບ​ໝໍ້ກອງ.

    3. ເຕີມນ້ຳ​ມັນ​ເຄື່ອງ​ທີ່​ລະ​ບຸ​ໃສ່​ໝໍ້​ກອງ​ນ້ຳ​ມັນ​ເຄື່ອງ​ໃໝ່​ຫາ​ພື້ນ​ຂອງ​ກຽວ.

    4. ປ່ອຍ​ໃຫ້​ໝໍ້​ກອງ​ດູດ​ຊຶມ​ເອົາ​ນ້ຳ​ມັນ​ເຄື່ອງ​ເປັນ​ເວ​ລາ 2 ນາ​ທີ, ຈາກ​ນັ້ນ​ຖອກ​ນ້ຳ​ມັນ​ເຄື່ອງ​ສ່ວນ​ເກີນ​ຖິ້ມ.

    5. ໃຊ້ການເຄືອບດ້ວຍນ້ຳມັນເຄື່ອງໃໝ່ໃສ່ຢ່ວງກັນ​ຊືມໃນໝໍ້ກອງບາງໆ.

    6. ບິດ​ກຽວ​ໝໍ້​ກອງ​ນ້ຳ​ມັນ​ເຄື່ອງ​ໃສ່​ຕົວ​ປັບ​ໝໍ້​ກອງ​ຈົນ​ກວ່າ​ຢ່ວງ​ສຳ​ຜັດ​ຕົວ​ປັບ​ໝໍ້​ກອງ (ຮູບສະແດງ ), ຫຼັງຈາກນັ້ນຫັນໝໍ້​ກອງໃຫ້ແໜ້ນຂຶ້ນຕື່ມອີກ ½ ຮອບ.

      artpending

    ການ​ເຕີມນ້ຳ​ມັນ​ເຄື່ອງ​ຈັກ

    1. ທຳຄວາມສະອາດພື້ນ​ທີ່ອ້ອມຮອບຝາປິດເຕີມ​ນ້ຳ​ມັນ​ເຄື່ອງ ແລະ ເຫຼັກແທກນ້ຳ​ມັນ​ເຄື່ອງ (ຮູບສະແດງ ).

      artpending
    2. ເອົາ​ຝາ​ປິດ​ເຕີມ​ນ້ຳ​ມັນ​ເຄື່ອງ​ອອກ ແລະ ຖອກ​ນ້ຳ​ມັນ​ເຄື່ອງ​ໃນ​ປະ​ລິ​ມານ​ທີ່​ລະ​ບຸ​ໄວ້​ປະ​ມານ 80% ລົງ​ຜ່ານ​ຝາ​ປົກ​ວາວ​ຢ່າງ​ຊ້າໆ.

    3. ເຕີມ​ນ້ຳ​ມັນ​ເຄື່ອງ​ເພີ່ມ​ໃສ່​ຊ້າໆ​ເພື່ອ​ໃຫ້​ລະ​ດັບມາ​ຮອດຂີດໝາຍ F (ເຕັມ) ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ; ໃຫ້​ເບິ່ງ ແລະ .

      Important: ຢ່າ​ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່ຖັງ​ຂໍ້​ຫວ່ຽງຈົນ​ລົ້ນ.

    4. ຕິດ​ຕັ້ງຝາປິດນ້ຳມັນເຄື່ອງ ແລະ ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.

    ການບຳລຸງຮັກ​ສາຫົວ​ທຽນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ກວດ​ເບິ່ງ​ຫົວ​ທຽນ.
  • ການເອົາຫົວ​ທຽນອອກ

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ .

    2. ດຶງ​ສາຍ​ອອກ​ຈາກ​ຫົວ​ທຽນ (ຮູບສະແດງ ).

      artpending
    3. ທຳ​ຄວາມ​ສະ​ອາດ​ບໍ​ລິ​ເວນຫົວ​ທຽນ.

    4. ໃຊ້​ກະ​ແຈ​ບິດ​ຫົວ​ທຽນ​ເພື່ອເອົາທັງຫົວ​ທຽນ ແລະ ແຫວນຮອງ​ໂລ​ຫະອອກ.

    ການກວດ​ເບິ່ງຫົວ​ທຽນ

    ປະ​ເພດ​ຫົວ​ທຽນ: Champion RC12YC ຫຼື ທຽບ​ເທົ່າ

    ຊ່ອງ​ຫວ່າງ​ອາ​ກາດ: 0.75 ມມ (0.03 ນິ້ວ)

    1. ເບິ່ງ​ທີ່​ໃຈ​ກາງຂອງຫົວ​ທຽນທັງ​ສອງ (ຮູບສະແດງ ). ຖ້າ​ທ່ານ​ເຫັນ​ສີ​ນ້ຳ​ຕານ​ອ່ອນ ຫຼື ສີ​ເທົາ​ຢູ່​ໃນ​ສະ​ນວນ​ຫຸ້ມ, ເຄື່ອງ​ຈັກ​ໃຊ້​ງານ​ໄດ້​ຢ່າງ​ຖືກ​ຕ້ອງ. ສີ​ເຄືອບ​ດຳ​ຢູ່​ໃນ​ສະ​ນວນ​ຫຸ້ມໂດຍປົກ​ກະ​ຕິ​ໝາຍເຖິງ​ໝໍ້​ກອງ​ອາ​ກາດ​ເປື້ອນ.

      Important: ຢ່າທຳ​ຄວາມ​ສະ​ອາດຫົວ​ທຽນ. ໃຫ້​ປ່ຽນ​ບັນ​ດາຫົວ​ທຽນ​ສະ​ເໝີ​ເມື່ອພວກ​ມັນ​ມີສີ​ເຄືອບດຳ; ຂົ້ວ​ໄຟ​ຟ້າ​ຈີກ​ຂາດ, ຟີມ​ມີ​ນ້ຳ​ມັນ ຫຼື ມີ​ຮອຍ​ແຕກ.

      artpending
    2. ກວດ​ເບິ່ງຊ່ອງ​ຫວ່າງລະ​ຫວ່າງ​ຂົ້ວ​ໄຟ​ຟ້າ​ຢູ່​ເຄິ່ງ​ກາງ ແລະ ດ້ານ​ຂ້າງ.

    3. ງໍຂົ້ວ​ໄຟ​ຟ້າ​ດ້ານ​ຂ້າງ, ຖ້າ​ຊ່ອງ​ຫວ່າງ​ບໍ່​ຖືກ​ຕ້ອງ.

    ການຕິດ​ຕັ້ງຫົວ​ທຽນ

    ໃຫ້​ແນ່​ໃຈ​ວ່າ​ຊ່ອງ​ຫວ່າງ​ອາ​ກາດ​ລະ​ຫວ່າງ​ຂົ້ວ​ໄຟ​ຟ້າ​ໃຈກາງ ແລະ ດ້ານ​ຂ້າງ​ຖືກ​ຕ້ອງ​ກ່ອນ​ຕິດ​ຕັ້ງ​ຫົວ​ທຽນແຕ່​ລະ​ຫົວ. ໃຊ້​ກະ​ແຈ​ບິດ​ຫົວ​ທຽນ​ເພື່ອ​ເອົາ​ຫົວ​ທຽນ​ອອກ ແລະ ຕິດ​ຕັ້ງ​ຫົວ​ທຽນ​ຄືນ ແລະ ເຄື່ອງ​ມື​ປັບ​ຊ່ອງ​ຫວ່າງ/ເຄື່ອງ​ແທກ​ຄວາມ​ຮູ້​ສຶກ​ເພື່ອກວດ​ເບິ່ງ ແລະ ປັບ​ຊ່ອງ​ຫວ່າງ​ອາ​ກາດ. ຕິດ​ຕັ້ງ​ຫົວ​ທຽນ​ໃໝ່, ຖ້າ​ຈຳ​ເປັນ.

    1. ບິດ​ກຽວ​ຫົວ​ທຽນ​ໃສ່​ຮູ​ຫົວ​ທຽນ​ຂອງ​ຈັກ.

    2. ໃຊ້​ກະ​ແຈ​ບິດ​ຫົວ​ທຽນ ແລະ ກະ​ແຈ​ບິດ​ເພື່ອ​ບິດ​ຫົວ​ທຽນ​ໃຫ້​ໄດ້ 27 N∙m (20 ft-lb).

    3. ປະ​ກອບສາຍ​ຫົວ​ທຽນໃສ່ຫົວ​ທຽນ (ຮູບສະແດງ ).

      artpending

    ການ​ທຳ​ຄວາມ​ສະ​ອາດ​ຕະ​ແກງ​ຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ເອົາ​ຂີ້​ເຫຍື້ອ​ອອກ​ຈາກ​ຕະ​ແກງ​ຈັກ.(ທຳ​ຄວາມ​ສະ​ອາດ​ຖີ່​ຂຶ້ນ​ຢູ່​ໃນ​ສະ​ພາບ​ການ​ເຮັດ​ວຽກ​ທີ່​ເປື້ອນ.)
  • ກ່ອນ​ການ​ນຳ​ໃຊ້​ແຕ່​ລະ​ຄັ້ງ, ກວດ​ເບິ່ງ ແລະ ທຳ​ຄວາມ​ສະ​ອາດ​ຕະ​ແກງຈັກ. ເອົາ​ຫຍ້າ, ດິນຕິດ ຫຼື ເສດ​ຂີ້​ເຫຍື້ອ​ອື່ນໆ​ທີ່​ຕິດ​ສະ​ສົມ​ຢູ່​ນັ້ນ​ອອກ​ຈາກ​ຕະ​ແກງນຳ​ອາ​ກາດ​ເຂົ້າ​ຈັກ.

    ການບຳລຸງຮັກສາລະບົບນໍ້າມັນເຊື້ອໄຟ

    ອັນຕະລາຍ

    ພາຍ​ໃຕ້​ເງື່ອນ​ໄຂ​ສະ​ເພາະ​ໃດ​ຫນຶ່ງ, ໄອລະເຫີຍເຊື້ອ​ໄຟ​ ແລະ ເຊື້ອ​ໄຟ​ຈະໄວ​ໄຟ​ສູງ ແລະ ​ລະ​ເບີດໄດ້. ໄຟໄໝ້ ຫຼື ການລະເບີດຈາກນໍ້າມັນເຊື້ອໄຟສາມາດເຮັດໃຫ້ທ່ານ ແລະ ຄົນອື່ນໆຖືກ​ໄໝ້ ແລະ ສາມາດເຮັດໃຫ້ຊັບສິນເສຍຫາຍໄດ້.

    • ຕື່ມນໍ້າມັນເຊື້ອໄຟຢູ່ຂ້າງນອກ, ໃນບ່ອນທີ່ໂລ່ງແຈ້ງ, ໃນເວລາທີ່ເຄື່ອງຈັກມອດ ແລະ ເຢັນ. ເຊັດນໍ້າມັນເຊື້ອໄຟທີ່ຮົ່ວກະ​ຈາຍ​ນັ້ນອອກ.

    • ຢ່າ​ໃສ່ນໍ້າມັນເຊື້ອໄຟຈົນເຕັມຖັງ. ຕື່ມນໍ້າມັນເຊື້ອໄຟໃສ່ຖັງນໍ້າມັນຈົນ​ຮອດລະດັບ 25 ມມ (1 ນິ້ວ) ຢູ່ກ້ອງເພດານຖັງ, ບໍ່​ແມ່ນ​ຄໍ​ເຕີມ. ພື້ນທີ່ຫວ່າງນີ້ຢູ່ໃນຖັງປ່ອຍໃຫ້ນໍ້າມັນເຊື້ອໄຟຂະຫຍາຍຕົວໄດ້.

    • ຢ່າສູບຢາໃນເວລາຈັດການກັບນໍ້າມັນເຊື້ອໄຟ ແລະ ຢູ່ຫ່າງຈາກແປວໄຟທີ່ເປີດ ຫຼື ບ່ອນທີ່ປະກາຍໄຟອາດ​ຈະ​ກໍ່​ໃຫ້​ເກີດ​ໄຟ​ໄໝ້​ອາຍ​ນ້ຳ​ມັນ.

    • ເກັບຮັກສານໍ້າມັນເຊື້ອໄຟໄວ້ໃນຖັງທີ່ສະອາດ, ປອດໄພ ແລະ ປິດຝາໄວ້.

    ການປ່ຽນໝໍ້ກອງນໍ້າມັນເຊື້ອໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 100 ຊົ່ວໂມງ
  • ປ່ຽນໝໍ້ກອງນໍ້າມັນ.
  • Important: ຢ່າ​ຕິດ​ຕັ້ງໝໍ້​ກອງເປື້ອນ, ຖ້າ​ເອົາ​ມັນ​ອອກ​ມາ​ຈາກສາຍ​ນ້ຳ​ມັນ​ເຊື້ອ​ໄຟ.

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ .

    2. ປິດວາວປິດນ້ຳ​ມັນ (ຮູບສະແດງ ).

      artpendingartpending
    3. ບີບ​ປາຍ​ຂອງ​ຕົວ​ໜີບ​ທໍ່​ເຂົ້າ​ກັນ ແລະ ເລື່ອນ​ພວກ​ມັນ​ອອກ​ໄປ​ຈາກ​ໝໍ້​ກອງ.

    4. ເອົາ​ໝໍ້​ກອງ​ອອກ​ຈາກ​ທໍ່​ນ້ຳ​ມັນ.

    5. ຈັດ​ລຽນ​ໝໍ້​ກອງ​ນ້ຳ​ມັນ​ດ້ວຍ​ການ​ໃຫ້​ລູກ​ສອນ​ຊີ້​ໄປຍັງ​ຈັກ ແລະ ປະ​ກອບ​ທໍ່​ນ້ຳ​ມັນ​ເໜືອ​ຂໍ້​ຕໍ່​ໝໍ້​ກອງ.

    6. ວາງ​ຕຳ​ແໜ່ງປອກ​ຮັດ​ທໍ່ໃກ້​ກັບໝໍ້​ກອງ​ນ້ຳ​ມັນ ແລະ ຮັດ​ປອກ​ຮັດໃຫ້​ແໜ້ນ.

    7. ເຊັດນ້ຳມັນເຊື້ອໄຟທີ່ຟົ້ງອອກ.

    8. ເປີດ​ວາວ​ປິດ​ນ້ຳ​ມັນ.

    ການລະບາຍຖັງນໍ້າມັນເຊື້ອໄຟ

    ອັນຕະລາຍ

    ພາຍ​ໃຕ້ເງື່ອນໄຂສະເພາະໃດໜຶ່ງ, ນ້ຳມັນເຊື້ອໄຟໄວໄຟຫຼາຍ ແລະ ລະເບີດໄດ້ສູງ. ໄຟໄໝ້ ຫຼື ການລະເບີດຈາກນໍ້າມັນເຊື້ອໄຟສາມາດເຮັດໃຫ້ທ່ານ ແລະ ຄົນອື່ນໆຖືກ​ໄໝ້ ແລະ ສາມາດເຮັດໃຫ້ຊັບສິນເສຍຫາຍໄດ້.

    • ປ່ອຍ​ນ້ຳ​ມັນ​ອອກ​ຈາກ​ຖັງນ້ຳ​ມັນ​ໃນ​ເວ​ລາ​ຈັກ​ເຢັນ. ໃຫ້​ເຮັດ​ອັນ​ນີ້​ຢູ່​ຂ້າງນອກໃນ​ພື້ນ​ທີ່​ໂລ່ງ​ແຈ້ງ. ເຊັດນໍ້າມັນເຊື້ອໄຟທີ່ຮົ່ວກະ​ຈາຍ​ນັ້ນອອກ.

    • ຢ່າສູບຢາໃນເວລາປ່ອຍນໍ້າມັນເຊື້ອໄຟ ແລະ ຢູ່ຫ່າງຈາກແປວໄຟທີ່ເປີດ ຫຼື ບ່ອນທີ່ປະກາຍໄຟອາດ​ຈະ​ກໍ່​ໃຫ້​ເກີດ​ໄຟ​ໄໝ້​ອາຍ​ນ້ຳ​ມັນ.

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ .

    2. ປິດວາວປິດນ້ຳ​ມັນ (ຮູບສະແດງ ).

      artpendingartpending
    3. ມາຍປອກ​ຮັດ​ທໍ່ຢູ່​ທີ່​ໝໍ້​ກອງ​ນ້ຳ​ມັນ​ໃຫ້​ຫຼວມ ແລະ ເລື່ອນມັນຂຶ້ນ​ໄປຫາ​ສາຍ​ນ້ຳ​ມັນ​ຫ່າງອອກ​ໄປ​ຈາກ​ໝໍ້​ກອງນ້ຳ​ມັນ.

    4. ດຶງ​ສາຍ​ນ້ຳ​ມັນ​ອອກ​ຈາກ​ໝໍ້​ກອງ​ນ້ຳ​ມັນ.

    5. ເປີດ​ວາວ​ປິດ​ນ້ຳ​ມັນ ແລະ ປ່ອຍ​ໃຫ້​ນ້ຳ​ມັນ​ໄຫຼ​ໄປ​ສູ່ກະ​ປ໋ອງບັນ​ຈຸ​ນ້ຳ​ມັນ ຫຼື ຖາດ​ລະ​ບາຍ.

      Note: ດຽວນີ້ແມ່ນ​ເວ​ລາ​ດີ​ທີ່​ສຸດ​ທີ່​ຈະ​ຕິດ​ຕັ້ງ​ໝໍ້​ກອງ​ນ້ຳ​ມັນ​ໃໝ່​ເພາະ​ວ່າ​ຖັງ​ນ້ຳ​ມັນ​ເປົ່າ.

    6. ປະ​ກອບ​ທໍ່​ນ້ຳ​ມັນ​ເໜືອ​ຂໍ້​ຕໍ່​ໝໍ້​ກອງ.

    7. ວາງ​ຕຳ​ແໜ່ງປອກ​ຮັດ​ທໍ່ໃກ້​ກັບໝໍ້​ກອງ​ນ້ຳ​ມັນ ແລະ ຮັດ​ປອກ​ຮັດໃຫ້​ແໜ້ນ.

    ການບຳລຸງຮັກສາລະບົບໄຟຟ້າ

    ຄວາມປອດໄພຂອງລະບົບໄຟຟ້າ

    • ຕັດ​ເຊື່ອມ​ຕໍ່ແບັດເຕີຣີກ່ອນທີ່ຈະສ້ອມແປງເຄື່ອງຈັກ. ຕັດເຊື່ອມຕໍ່ສາຍຂົ້ວລົບກ່ອນ ແລະ ຂົ້ວບວກສຸດທ້າຍ. ເຊື່ອມຕໍ່ປາຍຂົ້ວບວກເຂົ້າກ່ອນ ແລະ ຂົ້ວລົບສຸດທ້າຍ.

    • ສາກແບັດເຕີຣີໃນບ່ອນທີ່ເປີດ, ມີອາກາດຖ່າຍເທດີ, ຫ່າງຈາກປະ​ກາຍໄຟ ແລະ ແປວໄຟ. ຖອດສາຍສາກໄຟກ່ອນທີ່ຈະເຊື່ອມຕໍ່ ຫຼື ຕັດ​ເຊື່ອມ​ຕໍ່ແບັດເຕີຣີ.

    • ໃສ່ເຄື່ອງນຸ່ງປ້ອງກັນ ແລະ ໃຊ້ເຄື່ອງມືປ້ອງກັນ.

    ການບຳລຸງຮັກ​ສາແບັດເຕີຣີ

    ການທຳ​ຄວາມ​ສະ​ອາດແບັດ​ເຕີ​ຣີ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ປະຈຳປີ
  • ກວດເບິ່ງການເຊື່ອມຕໍ່ສາຍໄຟແບັດເຕີຣີ.
  • ຮັກ​ສາ​ດ້ານ​ເທິງ​ຂອງ​ແບັດ​ເຕີ​ຣີ​ໃຫ້​ສະ​ອາດ.

    1. ຖອດສະ​ຫຼັກ ແລະ ເປີດປະ​ຕູ​ຫ້ອງ​ແບັດ​ເຕີ​ຣີ ຮູບສະແດງ .

      artpending
    2. ທຳ​ຄວາມ​ສະ​ອາດດ້ານເທິງຂອງແບັດ​ເຕີ​ຣີດ້ວຍແປງຖູທີ່​ຈຸ່ມໃນແອມໂມເນຍ ຫຼື ນ້ຳຢາໂຊດາຂອງໄບຄາໂບເນດ.

      Important: ຢ່າເອົາຝາປິດບ່ອນ​ເຕີມ​ອອກໃນເວລາທຳຄວາມສະອາດ.

    3. ລ້າງ​ພື້ນ​ຜິວ​ຂອງ​ແບັດ​ເຕີ​ຣີ ແລະ ຫ້ອງ​ຂອງ​ແບັດ​ເຕີ​ຣີ​ໃຫ້​ທົ່ວ​ດ້ວຍ​ນ້ຳ​ສະ​ອາດ.

    4. ປິດ ແລະ ໃສ່ສະ​ຫຼັກປະ​ຕູ​ຫ້ອງ​ແບັດ​ເຕີ​ຣີ.

    ກາ​ນກວດ​ເບິ່ງການ​ເຊື່ອມ​ຕໍ່​ແບັດ​ເຕີ​ຣີ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ປະຈຳປີ
  • ກວດເບິ່ງການເຊື່ອມຕໍ່ສາຍໄຟແບັດເຕີຣີ.
  • ຄຳເຕືອນ

    ຫົວ​ແບັດ​ເຕີ​ຣີ ຫຼື ເຄື່ອງ​ມື​ໂລ​ຫະ​ສາ​ມາດ​ຊັອດ​ໃສ່​ສ່ວນ​ປະ​ກອບລົດ​ລາກ​ທີ່​ເປັນໂລ​ຫະ, ເຮັດ​ໃຫ້​ເກີດ​ປະ​ກາຍ​ໄຟ​ໄດ້. ປະກາຍໄຟສາມາດເຮັດໃຫ້ແກ໊ສ​ໃນແບັດ​ເຕີ​ຣີລະເບີດ, ເຊິ່ງເຮັດໃຫ້ມີການບາດເຈັບສ່ວນບຸກຄົນ.

    • ເມື່ອ​ຖອດ ຫຼື ຕິດ​ຕັ້ງ​ແບັດ​ເຕີ​ຣີ, ຢ່າ​ປ່ອຍ​ໃຫ້​ຫົວ​ແບັດ​ເຕີ​ຣີ​ສຳ​ລັບ​ກັບ​ສ່ວນ​ຂອງ​ເຄື່ອງ​ຈັກ​ທີ່​ເປັນ​ໂລ​ຫະ.

    • ຢ່າ​ປ່ອຍ​ໃຫ້​ເຄື່ອງ​ມື​ໂລ​ຫະ​ຊັອດ​ລະ​ຫວ່າງ​ຫົວ​ແບັດ​ເຕີ​ຣີ ແລະ ສ່ວນ​ຂອງ​ເຄື່ອງ​ຈັກ​ທີ່​ເປັນ​ໂລ​ຫະ.

    ຄຳເຕືອນ

    ການ​ໃສ່​ສາຍ​ແບັດ​ເຕີ​ຣີທີ່ບໍ່ຖືກຕ້ອງສາມາດເຮັດ​ໃຫ້​ເຄື່ອງ​ຈັກ ແລະ ສາຍ​ໄຟ​ເສຍ​ຫາຍກໍ່ໃຫ້ເກີດປະກາຍໄຟໄດ້. ປະກາຍໄຟສາມາດເຮັດໃຫ້ແກ໊ສ​ໃນແບັດ​ເຕີ​ຣີລະເບີດ, ເຊິ່ງເຮັດໃຫ້ມີການບາດເຈັບສ່ວນບຸກຄົນ.

    • ຄວນຖອດສາຍໄຟລົບ (ສີດຳ) ຂອງ​ແບັດ​ເຕີ​ຣີ​ຢູ່​ຕະ​ຫຼອດກ່ອນທີ່ຈະຖອດສາຍໄຟບວກ (ສີແດງ).

    • ເຊື່ອມຕໍ່ສາຍໄຟບວກ (ສີແດງ) ຂອງ​ແບັດ​ເຕີ​ຣີຢູ່​ຕະ​ຫຼອດກ່ອນທີ່ຈະເຊື່ອມຕໍ່ສາຍໄຟລົບ (ສີດໍາ).

    1. ຖອດສະ​ຫຼັກ ແລະ ເປີດປະ​ຕູ​ຫ້ອງ​ແບັດ​ເຕີ​ຣີ ຮູບສະແດງ .

      artpending
    2. ກວດ​ເບິ່ງວ່າ​ປອກ​ຮັດ​ສາຍ​ແບັດ​ເຕີ​ຣີມີ​ຄວາມ​ຮັບ​ປະ​ກັນ.

      ຮັດ​ເຄື່ອງ​ປອກ​ຮັດ​ສາຍ​ແບັດ​ເຕີ​ຣີ​ທີ່​ຫຼວມ​ໃຫ້​ແໜ້ນ.

    3. ກວດ​ເບິ່ງ​ປອກ​ຮັດ​ສາຍ​ແບັດ​ເຕີ​ຣີ ແລະ ຂົ້ວແບັດເຕີຣີສຳ​ລັບ​ການ​ເຂົ້າ​ໝ້ຽງ.

    4. ຖ້າຂົ້ວ​ແບັດ​ເຕີ​ຣີ​ເຂົ້າ​ໝ້ຽງ, ໃຫ້​ເອົາສາຍ​ແບັດ​ເຕີ​ຣີຂົ້ວ​ລົບ​ອອກ.

    5. ເອົາສາຍແບັດ​ເຕີ​ຣີຂົ້ວບວກອອກ.

    6. ທຳ​ຄວາມ​ສະ​ອາດ​ປອກ​ຮັດສາຍ ແລະ ຂົ້ວ​ແບັດ​ເຕີ​ຣີ.

    7. ຕໍ່ສາຍໄຟຂົ້ວບວກຂອງ​ແບັດ​ເຕີ​ຣີ.

    8. ຕໍ່ສາຍໄຟຂົ້ວລົບຂອງ​ແບັດ​ເຕີ​ຣີ.

    9. ເຄືອບຂົ້ວສາຍໄຟ ແລະ ຫົວແບັດເຕີຣີ​ດ້ວຍ​ກະ​ແລັດ​ເຄືອບ​ຜິວ Grafo 112X (ອາ​ໄຫຼ່ Toro ເບີ 505-47).

    10. ປິດ ແລະ ໃສ່ສະ​ຫຼັກປະ​ຕູ​ຫ້ອງ​ແບັດ​ເຕີ​ຣີ.

    ການປ່ຽນ​ຟີວ

    ລະ​ບົບ​ໄຟ​ຟ້າຖືກ​ປົກ​ປ້ອງ​ດ້ວຍ​ຟິວ. ຖ້າ​ຟິວ​ເປີດ, ກວດ​ເບິ່ງ​ອົງ​ປະ​ກອບ ແລະ ສາຍ​ໄຟ​ສຳ​ລັບ​ການ​ລັດ​ວົງ​ຈອນ​ຫາ​ພື້ນດິນ.

    1. ຖອດສະ​ຫຼັກ ແລະ ເປີດປະ​ຕູ​ຫ້ອງ​ແບັດ​ເຕີ​ຣີ ຮູບສະແດງ .

      artpending
    2. ເອົາຝາ​ປົກອອກ​ຈາກ​ກ່ອງ​ຟິວ (ຮູບສະແດງ ).

      Note: ຟິວ​ພັດ​ລົມ​ຕັ້ງ​ຢູ່​ໃນ​ສາຍ​ດ້ານ​ຫຼັງ​ແບັດ​ເຕີ​ຣີ (ຮູບສະແດງ ).

      artpending
      artpending
    3. ເອົາຟິວ​ເປີດອອກ.

    4. ຕິດ​ຕັ້ງ​ຟິວ​ໃໝ່​ຂອງ​ກຳ​ລັງ​ໄຟ​ຟ້າ​ຈັດ​ອັນ​ດັບ​ແລ້ວ​ລະ​ບຸ​ໄວ້​ໃນ​ສະ​ຫຼາກ​ກ່ອງ​ຟິວ.

    5. ປະ​ກອບ​ຝາ​ປົກ​ໃສ່​ກ່ອງ​ຟິວ (ຫຼື ໃສ່​ຟິວ​ພັດ​ລົມ​ໃນ​ສາຍ).

    6. ປິດ ແລະ ໃສ່ສະ​ຫຼັກປະ​ຕູ​ຫ້ອງ​ແບັດ​ເຕີ​ຣີ.

    ການບຳລຸງຮັກສາລະບົບຂັບເຄື່ອນ

    ການກວດເບິ່ງຄວາມດັນຂອງຢາງລົດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ການກວດເບິ່ງຄວາມດັນຂອງຢາງລົດ.
    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ .

    2. ກວດ​ເບິ່ງ​ເພື່ອ​ໃຫ້​ແນ່​ໃຈ​ວ່າແຮງ​ດັນ​ລົມ​ໃນ​ຢາງ​ລົດທັງ​ໝົດແມ່ນ 0.83 bar (12 psi). ກວດ​ເບິ່ງ​ຢາງ​ລົມ​ເມື່ອ​ພວກ​ມັນ​ເຢັນ​ເພື່ອ​ໃຫ້​ໄດ້​ການ​ອ່ານ​ຄ່າ​ຄວາມ​ດັນ​ທີ່​ຖືກ​ຕ້ອງ​ທີ່​ສຸດ.

      Important: ຄວາມ​ດັນ​ຢາງ​ລົດ​ບໍ່​ສະ​ເໝີ​ສາ​ມາດ​ເຮັດ​ໃຫ້​ເກີດຄວາມ​ເລິກ​ຮູ​ແກນ​ກາງ​ບໍ່​ສະ​ໝ່ຳ​ສະ​ເໝີ​ໄດ້.

    artpending

    ຂໍ້ຄວນລະວັງ

    ນ້ຳ​ໜັກລໍ້ໜັກ​ຫຼາຍ, 33 ກ​ລ (73 ປອນ).

    ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ເມື່ອ​ເອົາ​ມັນ​ອອກ​ຈາກ​ອົງ​ປະ​ກອບ​ຢາງ.

    ການບຳລຸງຮັກສາສາຍພານ

    ການກວດກາ​ສາຍ​ພານ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ປະຈຳປີ
  • ກວດ​ກາ​ເບິ່ງ​ຄວາມ​ເສຍ​ຫາຍ ແລະ ການຫຼຸ້ຍ​ຫ້ຽນຂອງ​ສາຍ​ພານ.
  • ສາຍ​ພານ​ຂັບ​ເຄື່ອນຂອງເຄື່ອງ​ຈັກມີ​ຄວາມ​ທົນ​ທານ. ເຖິງ​ແນວ​ໃດ​ກໍ​ຕາມ, ການຖືກ​ກັບ​ແສງ UV, ໂອ​ໂຊນ​ເປັນ​ປົກ​ກະ​ຕິ ຫຼື ການ​ຖືກ​ກັບ​ສານ​ເຄ​ມີ​ໂດຍ​ອຸ​ບັດ​ຕິ​ເຫດ​ສາ​ມາດ​ເຮັດ​ໃຫ້ຢາງ​ເສື່ອມ​ສະ​ພາບ​ໄປ​ຕາມ​ການ​ເວ​ລາ ແລະ ນຳ​ໄປ​ສູ່​ການ​ຫຼຸ້ຍ​ຫ້ຽນ​ກ່ອນ​ກຳ​ນົດ ຫຼື ການ​ສູນ​ເສຍ​ວັດ​ສະ​ດຸ (ນັ້ນ​ຄື​ຊັ້ນ​ຂອງ​ສາຍ​ພານ​ແຍກ​ກັນ ຫຼື ຫາຍ​ໄປ).

    1. ເອົາຝາ​ປົກສາຍ​ພານອອກ, ໃຫ້​ເບິ່ງ .

    2. ກວດ​ກາ​ເບິ່ງ​ປ້ຳ​ໄຮ​ໂດຼ​ລິກ, ເພົາ​ສົ່ງ ແລະ ສາຍ​ພານ​ເພົາ​ຂໍ້​ຫວ່ຽງ (ຮູບສະແດງ ) ສຳ​ລັບ​ຄວາມ​ເສຍ​ຫາຍ, ການ​ຫຼຸ້ຍ​ຫ້ຽນ, ການ​ແຕກ​ຂອງ​ເບາະ​ນັ່ງເກີນ​ຂອບ​ເຂດ ຫຼື ຂີ້​ເຫຍື້ອ​ຝັງ​ຕົວ​ຢູ່​ຫຼາຍ.

      Note: ປ່ຽນ​ສາຍ​ພານເມື່ອ​ຈຳ​ເປັນ.

      artpending
    3. ຕິດ​ຕັ້ງຝາ​ປົກສາຍພານ, ໃຫ້​ເບິ່ງ .

    ການ​ປັບສາຍພານປ້ຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 8 ຊົ່ວໂມງທໍາອິດ
  • ປັບສາຍພານປ້ຳ.
    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ .

    2. ເອົາຝາ​ປົກສາຍ​ພານອອກ, ໃຫ້​ເບິ່ງ .

    3. ມາຍ​ນັອດ​ກຽວ​ຫົວ​ແຜ່ນ​ປິດ ແລະ ນັອດ​ລັອກ​ຕົວ​ແມ່​ໜ້າ​ແປນ​ທີ່​ຍຶດ​ໝາກ​ລໍ້​ຕົວຫວ່າງ​ສຳ​ລັບ​ສາຍ​ພານ​ປ້ຳ​ໄຮ​ໂດຼ​ລິກ, ຈົນ​ກວ່າ​ນັອດ​ຕົວ​ຜູ້​ເຄື່ອນ​ໄປ​ໃນ​ຮ່ອງ​ຂອງ​ຕົວ​ຄ້ຳ​ຕົວຫວ່າງ (ຮູບສະແດງ ).

      artpendingartpending
    4. ແຕະ​ດ້ານ​ເທິງ​ຂອງ​ໝາກ​ລໍ້​ຕົວ​ຫວ່າງ ແລະ ປ່ອຍ​ໃຫ້ສະ​ປ​ຣິງ​ເຄັ່ງ​ເພື່ອ​ປັບ​ຄວາມ​ເຄັ່ງ​ສາຍ​ພານ.

      Important: ຢ່າ​ໃຊ້​ຄວາມ​ເຄັ່ງ​ສາຍ​ພານ​ຫຼາຍກວ່າ​ນຳ​ໃຊ້​ສາຍ​ພານ​ເຄັ່ງ ຫຼື ບໍ່​ດັ່ງ​ນັ້ນ​ອາດ​ຈະ​ເປັນ​ຜົນ​ໃຫ້​ມີ​ຄວາມ​ເສຍ​ຫາຍ​ຕໍ່​ອົງ​ປະ​ກອບ.

    5. ບິດນັອດກຽວ​ຫົວ​ໜ້າ​ແປນ ແລະ ນັອດລັອກແມ່ໜ້າແປນໃຫ້​ໄດ້ 37 ຫາ 45 N∙m (27 ຫາ 33 ft-lb).

    6. ຕິດ​ຕັ້ງຝາ​ປົກສາຍພານ, ໃຫ້​ເບິ່ງ .

    ການບຳລຸງຮັກສາລະບົບໄຮໂດຼລິກ

    ຄວາມປອດໄພຂອງລະບົບໄຮໂດຼລິກ

    • ຂໍ​ການ​ປິ່ນ​ປົວ​ທາງ​ການ​ແພດ​ທັນ​ທີ, ຖ້າມີການສີດຂອງ​ແຫຼວເຂົ້າໄປໃນຜິວໜັງ. ຂອງ​ແຫຼວ​ທີ່​ສີດເຂົ້າຕ້ອງໄດ້ຮັບການຜ່າຕັດເອົາ​ອອກ​ໂດຍ​ທ່ານ​ໝໍພາຍໃນສອງ​ສາມຊົ່ວໂມງ.

    • ຮັບປະກັນວ່າທໍ່ ແລະ ສາຍເຊື່ອມຕໍ່ຂອງ​ແຫຼວໄຮໂດຼລິກທັງໝົດຢູ່ໃນສະພາບດີ ແລະ ທຸກໆການເຊື່ອມຕໍ່ໄຮໂດຼລິກ ແລະ ຂໍ້​ຕໍ່ຕ່າງໆແໜ້ນກ່ອນທີ່ຈະນຳໃຊ້ຄວາມກົດດັນຕໍ່ລະບົບໄຮໂດຼລິກ.

    • ຮັກສາຮ່າງກາຍ ແລະ ມືຂອງທ່ານໃຫ້ຢູ່ຫ່າງຈາກການຮົ່ວໄຫຼຂອງຮູ ຫຼື ຮູທີ່ເຮັດໃຫ້ສີດນ້ຳມັນໄຮໂດຼລິກຄວາມດັນສູງ.

    • ໃຊ້ເຈ້ຍ​ແຂງ ຫຼື ເຈ້ຍເພື່ອຊອກຫາການຮົ່ວຂອງໄຮໂດຼລິກ.

    • ຜ່ອນ​ແຮງດັນທັງ​ໝົດໃນລະບົບໄຮໂດຼລິກລົງຢ່າງປອດໄພກ່ອນທີ່ຈະປະຕິບັດວຽກງານໃດໜຶ່ງໃນລະບົບໄຮໂດຼລິກ.

    ການ​ປ່ອຍຄວາມ​ດັນ​ໄຮ​ໂດຼ​ລິກ

    1. ຄ້ຳຫົວ​ຮູ​ແກນ​ກາງດ້ວຍ​ສະ​ຫຼັກບຳ​ລຸງ​ຮັກ​ສາ; ໃຫ້​ເບິ່ງ .

    2. ມອດຈັກ.

    3. ເຄື່ອນສະ​ວິດຕິດ​ຈັກ​ໄປ​ຕຳ​ແໜ່ງເດີນ​ເຄື່ອງ.

    4. ຢູ່​ໃນສູນ​ຂໍ້​ມູນ, ນຳ​ທາງ​ໄປ​ຫາເມ​ນູຫຼັກ (ຮູບສະແດງ ).

      artpending
    5. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເຄິ່ງ​ກາງ​ຈົນ​ກວ່າ​ຕົວ​ເລືອກບຳ​ລຸງ​ຮັກ​ສາຖືກ​ເລືອກ ແລະ ກົດ​ປຸ່ມ​ເບື້ອງ​ຂວາ.

      Note: ຫົວ​ຮູ​ແກນ​ກາງປ່ອຍ​ຕ່ຳ​ລົງ​ຈົນ​ກວ່າມັນ​ຖືກ​ຄ້ຳ​ດ້ວຍສະ​ຫຼັກບຳ​ລຸງ​ຮັກ​ສາຢ່າງ​ເຕັມ​ທີ່.

    6. ກົດ​ປຸ່ມ​ສູນ​ຂໍ້​ມູນ​ເຄິ່ງ​ກາງ​ຈົນ​ກວ່າ​ຕົວ​ເລືອກປ່ອຍ​ການບຳ​ລຸງ​ຮັກ​ສາຕ່ຳ​ລົງຖືກ​ເລືອກ (ຮູບສະແດງ ), ກົດ​ປຸ່ມ​ເບື້ອງ​ຂວາ.

      artpending
    7. ເຄື່ອນ​ກະ​ແຈໄປທີ່ຕຳແໜ່ງຢຸດ.

    Note: ຕິດ​ຈັກ ແລະ ແລ່ນ​ມັນ​ເພື່ອ​ຍົກ​ຫົວ​ຮູ​ແກນ​ກາງ​ຂຶ້ນ​ດ້ວຍ​ໄຮ​ໂດຼ​ລິກ​ເພື່ອ​ໃຫ້​ທ່ານ​ສາ​ມາດ​ເກັບ​ມ້ຽນ​ສະ​ຫຼັກ​ບຳ​ລຸງ​ຮັກ​ສາ; ໃຫ້​ເບິ່ງ .

    ການກວດເບິ່ງສາຍໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງສາຍໄຮ​ໂດຼ​ລິກ.
  • ກ່ອນ​ການ​ນຳ​ໃຊ້​ແຕ່​ລະ​ຄັ້ງ, ກວດເບິ່ງທໍ່ ແລະ ສາຍໄຮໂດຼລິກສຳລັບການຮົ່ວໄຫຼ, ຂໍ້​ຕໍ່​ຫຼວມ, ທໍ່ຫງິກງໍ, ຕົວຄ້ຳ​ຖານຫຼວມ, ການຫຼຸ້ຍຫ້ຽນ, ການເສື່ອມ​ສະ​ພາບ​ຈາກດິນຟ້າອາກາດ ຫຼື ທາງເຄມີ. ປ່ຽນ​ສາຍ​ໄຮ​ໂດຼ​ລິກ​ທີ່​ຫ້ຽນ ຫຼື ເສຍ​ຫາຍກ່ອນທີ່ຈະໃຊ້​ງານ​ເຄື່ອງ​ຈັກ.

    Note: ຮັກ​ສາ​ພື້ນ​ທີ່​ຮອບ​ລະ​ບົບ​ໄຮ​ໂດຼ​ລິກ​ໃຫ້​ສະ​ອາດ​ໂດຍ​ບໍ່​ມີ​ການ​ສະ​ສົມ​ຂອງ​ຂີ້​ເຫຍື້ອ.

    ຂໍ້ມູນຈຳເພາະຂອງນ້ຳມັນໄຮໂດຼລິກ

    ທ້ອງອ່າງແມ່ນ​ໄດ້​ໃສ່ນ້ຳມັນໄຮໂດຼລິກທີ່ມີຄຸນນະພາບສູງເຕັມຢູ່ໂຮງງານ. ກວດເບິ່ງລະດັບຂອງນ້ຳມັນໄຮໂດຼລິກກ່ອນທີ່ທ່ານຈະຕິດຈັກເທື່ອ​ທຳ​ອິດ ແລະ ປະຈຳວັນຫຼັງຈາກນັ້ນ; ໃຫ້​ເບິ່ງ .

    ນ້ຳມັນໄຮໂດຼລິກທີ່ແນະນຳ: ນ້ຳ​ມັນໄຮ​ໂດ​ລິກ​ໃຊ້​ໄດ້​ດົນ PX Extended Life Hydraulic Fluid ຂອງ​ຜູ້​ຜະ​ລິດ; ມີຢູ່ໃນ​ຕຸກ 19 ລິດ (5 ແກນລອນສະຫະລັດ) ຫຼື ຖັງ 208 ລິດ (55 ແກນລອນສະຫະລັດ).

    Note: ເຄື່ອງຈັກທີ່ປ່ຽນ​ຖ່າຍ​ນ້ຳ​ມັນ​ຕາມທີ່ແນະນຳບໍ່​ຈຳ​ເປັນ​ຕ້ອງປ່ຽນນ້ຳມັນ ແລະ ປ່ຽນໝໍ້ກອງເລື້ອຍໆ.

    ນ້ຳມັນໄຮໂດຼລິກທາງເລືອກ:ຖ້າບໍ່ມີນ້ຳ​ມັນໄຮ​ໂດ​ລິກ​ໃຊ້​ໄດ້​ດົນ PX Extended Life Hydraulic Fluid ຂອງຜູ້​ຜະ​ລິດ, ທ່ານອາດຈະໃຊ້ນ້ຳມັນໄຮໂດຼລິກແບບທຳມະດາທີ່ມີຂໍ້ກຳ​ນົດສະເພາະທີ່ມີຢູ່ໃນຂອບເຂດທີ່ລະບຸໄວ້ສຳລັບຄຸນສົມບັດວັດສະດຸຕໍ່ໄປນີ້ ແລະ ມັນຖືກຕ້ອງຕາມມາດຕະຖານອຸດສາຫະກຳ. ຢ່າໃຊ້ນໍ້າມັນສັງເຄາະ. ປຶກສາກັບຕົວແທນຈຳໜ່າຍນ້ຳມັນຫຼໍ່​ລື່ນເພື່ອກຳນົດຜະລິດຕະພັນທີ່ໜ້າພໍໃຈ.

    Note: ຜູ້​ຜະ​ລິດບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຈາກການປ່ຽນທີ່ບໍ່ຖືກຕ້ອງ, ສະນັ້ນໃຊ້ຜະລິດຕະພັນຈາກຜູ້ຜະລິດທີ່ມີຊື່ສຽງຜູ້ທີ່ຈະຢູ່ເບື້ອງ​ຫຼັງການແນະນຳຂອງພວກເຂົາເທົ່າ​ນັ້ນ.

    ດັດຊະນີຄວາມໜຽວສູງ/ນ້ຳ​ມັນ​ໄຮ​ໂດຼ​ລິກ​ກັນຫຼຸ້ຍຫ້ຽນຈຸດຖອກ​ຕ່ຳ, ISO VG 46

    ຄຸນສົມບັດຂອງວັດສະດຸ: 
     ຄວາມໜຽວ, ASTM D445cSt @ 40°C (104°F) 44 ເຖິງ 48
     ດັດຊະນີຄວາມໜຽວ ASTM D2270140 ຫຼື ສູງກວ່າ
     ຈຸດ​ຖອກ, ASTM D97-37°C ເຖິງ -45°C (-34°F ເຖິງ -49°F)
     ຂໍ້ກຳ​ນົດ​ສະເພາະທາງອຸດສາຫະກຳ:Eaton Vickers 694 (I-286-S, M-2950-S/35VQ25 ຫຼື M-2952-S)

    Note: ນ້ຳມັນໄຮໂດຼລິກຫຼາຍອັນເກືອບບໍ່ມີສີ, ເຮັດໃຫ້ມີຄວາມຫຍຸ້ງຍາກໃນການກວດການຮົ່ວໄຫຼ. ສານເຕີມສີຍ້ອມສີແດງສຳລັບນ້ຳມັນໄຮໂດຼລິກແມ່ນມີຢູ່ໃນຂວດ 20 ມລ (0.67 fl oz). ຕຸກແມ່ນພຽງພໍສຳລັບນ້ຳມັນໄຮໂດຼລິກປະມານ 15 ຫາ 22 ລິດ (4 ຫາ 6 ແກນລອນສະຫະລັດ). ສັ່ງຊື້ອາໄຫຼ່ເບີ 44-2500 ຈາກຜູ້ຈຳໜ່າຍຂອງຜູ້​ຜະ​ລິດທີ່ໄດ້ຮັບອະນຸຍາດຂອງ​ທ່ານ.

    Important: ນ້ຳ​ມັນ​ໄຮ​ໂດຼ​ລິກ​ຍ່ອຍ​ສະ​ຫຼາຍ​ທາງ​ຊີ​ວະ​ໄດ້​ເປັນ​ສານ​ສັງ​ເຄາະເກ​ຣດ​ພ​ຣີ​ມ້ຽມ​ຂອງຜູ້​ຜະ​ລິດແມ່ນນ້ຳມັນຊີວະພາບທີ່ສັງເຄາະພຽງຢ່າງດຽວທີ່ຖືກຮັບຮອງໂດຍ Toro. ນ້ຳມັນນີ້ສາມາດໃຊ້ໄດ້ກັບ elastomers ທີ່ໃຊ້ໃນລະບົບບົບໄຮໂດຼລິກ Toro ແລະ ເໝາະສົມກັບສະພາບອຸນຫະພູມທີ່ກວ້າງຂວາງ. ນ້ຳມັນນີ້ສາມາດໃຊ້ໄດ້ກັບນ້ຳມັນແຮ່ທາດທຳມະດາ, ແຕ່ສຳລັບການຍ່ອຍ​ສະ​ຫຼາຍ​ທາງ​ຊີ​ວະ ແລະ ປະສິດຕິພາບສູງສຸດ, ຄວນ​ລ້າງ​ນ້ຳ​ມັນ​ທຳ​ມະ​ດາ​ອອກ​ຈາກລະບົບໄຮໂດຼລິກໃຫ້​ໝົດ. ນ້ຳມັນມີ​ຢູ່ໃນຕຸກ 19 ລິດ (5 ແກນລອນສະຫະລັດ) ຫຼື ຖັງ 208 ລິດ (55 ແກນລອນສະຫະລັດ) ຈາກຜູ້​ຜະ​ລິດທີ່​ໄດ້​ຮັບ​ອະ​ນຸ​ຍາດ.

    ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນ້ຳມັນໄຮໂດຼລິກ.
  • Important: ກວດເບິ່ງລະດັບຂອງນ້ຳມັນໄຮໂດຼລິກກ່ອນຕິດຈັກເທື່ອ​ທຳ​ອິດ ແລະ ປະຈຳວັນຫຼັງຈາກນັ້ນ

    ທ້ອງອ່າງໄຮ​ໂດຼ​ລິກແມ່ນ​ໄດ້​ໃສ່ນ້ຳມັນໄຮໂດຼລິກທີ່ມີຄຸນນະພາບສູງເຕັມຢູ່ໂຮງງານ.

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ .

    2. ເອົາຝາ​ປົກສາຍ​ພານອອກ, ໃຫ້​ເບິ່ງ .

    3. ທຳຄວາມສະອາດບໍລິເວນອ້ອມຮອບຄໍຫົວ​ເຕີມ ແລະ ຝາປິດຂອງຖັງໄຮໂດຼລິກ (ຮູບສະແດງ ). ເອົາ​ຝາ​ປິດອອກຈາກຄໍ​ເຕີມ.

      artpending
    4. ຖອດເຫຼັກ​ແທກ​ນ້ຳ​ມັນເຄື່ອງອອກຈາກຄໍຫົວເຕີມ ແລະ ເຊັດມັນດ້ວຍຜ້າທີ່ສະອາດ. ໃສ່ເຫຼັກ​ແທກ​ນ້ຳ​ມັນເຂົ້າໄປໃນຄໍຫົວເຕີມ; ຫຼັງຈາກນັ້ນເອົາມັນອອກ ແລະ ກວດເບິ່ງລະດັບຂອງຂອງແຫຼວ. ລະດັບຂອງແຫຼວຄວນຈະ​ຮອດຂີດໝາຍໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ (ຮູບສະແດງ ).

      artpending
    5. ຖ້າລະດັບຢູ່ຕ່ຳ, ເຕີມ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ທີ່ກຳ​ນົດໃສ່ເພື່ອໃຫ້ໄດ້ລະດັບໃນຂີດໝາຍເຕັມ.

    6. ເອົາ​ເຫຼັກ​ແທກ​ນ້ຳ​ມັນ​ໃສ່​ເຂົ້າ​ໄປ​ໃນ​ຄໍ​ຫົວ​ເຕີມ ແລະ ປິດຝາ.

    7. ຕິດ​ຕັ້ງຝາ​ປົກສາຍພານ, ໃຫ້​ເບິ່ງ .

    ປ່ຽນ​ນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ໝໍ້​ກອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ຖ້າທ່ານບໍ່ໄດ້ນຳໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນ້ຳມັນທາງເລືອກໃສ່​ທ້ອງ​ອ່າງ, ໃຫ້ປ່ຽນນ້ຳມັນໄຮໂດຼລິກ ແລະ ໝໍ້ກອງ.
  • ທຸກໆ 400 ຊົ່ວໂມງ
  • ຖ້າ​ທ່ານກຳ​ລັງໃຊ້​ນ້ຳ​ມັນ​ໄຮ​ໂດຼ​ລິກ​ທີ່​ແນະ​ນຳ, ໃຫ້​ປ່ຽນນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ໝໍ້​ກອງ.
  • ຄວາມຈຸທ້ອງ​ອ່າງໄຮ​ໂດຼ​ລິກ: ໂດຍ​ປະ​ມານນ 6.6 ລິດ (1.75 ແກນ​ລອນສະຫະລັດ)

    Important: ຢ່າ​ປ່ຽນແທນໝໍ້​ກອງ​ນ້ຳ​ມັນ​ເຄື່ອງ​ລົດ ຫຼື ບໍ່​ດັ່ງ​ນັ້ນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ກັບ​ລະ​ບົບ​ໄຮ​ໂດຼ​ລິກ​ຮ້າຍ​ແຮງ​ໄດ້.

    Note: ການ​ເອົາ​ໝໍ້​ກອງ​ກັບ​ຄືນ​ອອກ​ເຮັດ​ໃຫ້​ລະ​ບາຍ​ທ້ອງ​ອ່າງ​ຂອງ​ແຫຼວ​ທັງ​ໝົດ​ອອກ.

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ .

    2. ວາງຖາດ​ລະ​ບາຍຢູ່ກ້ອງໝໍ້ກອງ, ເອົາ​ໝໍ້​ກອງເກົ່າ​ອອກ ແລະ ເຊັດພື້ນ​ຜິວຢ່ວງຕົວ​ປັບໝໍ້​ກອງໃຫ້​ສະ​ອາດ (ຮູບສະແດງ ).

      artpending
    3. ໃຊ້ການເຄືອບດ້ວຍນ້ຳມັນໄຮ​ໂດຼ​ລິກທີ່​ສະ​ອາດບາງໆໃສ່ຢ່ວງໃນໝໍ້ກອງໃໝ່.

    4. ຕິດຕັ້ງໝໍ້ກອງໄຮ​ໂດຼ​ລິກໃສ່ຕົວປັບໝໍ້​ກອງ. ໝູນໝໍ້ກອງແຕ່​ລະ​ອັນຕາມທິດເຂັມໂມງຈົນກວ່າຢ່ວງຕິດກັບຕົວປັບໝໍ້​ກອງ, ຫຼັງຈາກນັ້ນຫັນແຕ່​ລະ​ອັນໃຫ້ແໜ້ນຂຶ້ນຕື່ມອີກ ½ ຮອບ.

    5. ເຕີມ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ທີ່​ລະ​ບຸ​ໄວ້​ຈົນ​ກວ່າ​ລະ​ດັບ​ຂອງ​ແຫຼວ​ຢູ່​ທີ່​ຂີດ​ເຕັມ​ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ, ໃຫ້​ເບິ່ງ ແລະ .

    6. ຕິດຈັກ ແລະ ປ່ອຍໃຫ້ມັນແລ່ນ 2 ນາທີເພື່ອໄລ່ອາກາດອອກຈາກລະບົບ. ມອດຈັກ, ຖອດ​ກະ​ແຈ ແລະ ກວດ​ເບິ່ງ​ການ​ຮົ່ວ​ຂອງ​ນ້ຳ​ມັນ​ໄຮ​ໂດຼ​ລິກ.

    7. ກວດເບິ່ງລະດັບນ້ຳມັນໄຮໂດຼລິກ. ເຕີມ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ທີ່​ລະ​ບຸ​ໄວ້ເພື່ອ​ຍົກ​ລະ​ດັບ​ຂຶ້ນ​ຮອດ​ຂີດ ເຕັມ ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ, ຖ້າ​ຕ້ອງ​ການ.

      Note: ຢ່າເຕີມນ້ຳ​ມັນຈົນລົ້ນທ້ອງ​ອ່າງ​ໄຮ​ໂດຼ​ລິກ.

    8. ຕິດ​ຕັ້ງຝາ​ປົກສາຍພານ, ໃຫ້​ເບິ່ງ .

    ການ​ບຳ​ລຸງ​ຮັກ​ສາ​ເຄື່ອງເຕີມອາ​ກາດ

    ການກວດ​ເບິ່ງ​ແຮງ​ບິດ​ຕົວ​ຮັດ​ແໜ້ນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 8 ຊົ່ວໂມງທໍາອິດ
  • ກວດເບິ່ງແຮງບິດຂອງຕົວ​ຮັດ​ແໜ້ນ​ຫົວ​ຮູ​ແກນ​ກາງ, ຕົວ​ຮັດ​ແໜ້ນ​ມື​ຈັບ​ດ້າມ ແລະ ນັອດຮັດລໍ້ລົດ.
    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ .

    2. ເອົາຝາ​ປົກຫົວ​ຮູ​ແກນ​ກາງອອກ, ໃຫ້​ເບິ່ງ .

    3. ກວດ​ເບິ່ງຕົວ​ຮັດ​ແໜ້ນ​ຫົວ​ຮູ​ແກນ​ກາງ, ຕົວ​ຮັດ​ແໜ້ນ​ມື​ຈັບ​ດ້າມ ແລະ ນັອດຮັດລໍ້ລົດເພື່ອ​ໃຫ້​ແນ່​ໃຈ​ວ່າ​ໄດ້​ຮັກ​ສາ​ແຮງ​ບິດ​ທີ່​ຖືກ​ຕ້ອງ​ໄວ້. ຂໍ້​ກຳ​ນົດ​ແຮງບິດ​ຕົວ​ຮັດ​ແໜ້ນ​ແມ່ນ​ໄດ້​ເຮັດ​ເປັນ​ລາຍ​ການ​ໄວ້​ໃນ​ສະ​ຫຼາກ​ແຮງ​ບິດ​ນັອດ​ຕົວ​ຜູ້​ໃນ​ຊ່ອງຄ້ຳ​ຫົວ​ຮູ​ແກນ​ກາງ (ຮູບສະແດງ ).

      artpending
    4. ຕິດ​ຕັ້ງຝາ​ປົກຫົວ​ຮູ​ແກນ​ກາງ, ໃຫ້​ເບິ່ງ .

    ການປັບແຜ່ນ​ບັງດ້ານ​ຂ້າງ

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ .

    2. ມາຍ​ນັອດ​ກຽວ​ຫົວ​ແຜ່ນ​ປິດ ແລະ ນັອດລັອກແມ່ໜ້າແປນທີ່​ຍຶດ​ແຜ່ນ​ບັງ​ດ້ານ​ຂ້າງ​ໃສ່​ກອບ​ຫົວ​ຮູ​ແກນ​ກາງ​ໃຫ້​ຫຼວມ (ຮູບສະແດງ ).

      artpending
    3. ປັບ​ແຜ່ນ​ບັງຂຶ້ນ ຫຼື ລົງ​ຈົນ​ກວ່າ​ທ່ານວັດ​ແທກ​ໄດ້ 25 ຫາ 38 ມມ (1 ຫາ 1.5 ນິ້ວ) ລະ​ຫວ່າງແຜ່ນ​ບັງ ແລະ ພື້ນ​ດິນ.

    4. ຮັດນັອດ​ກຽວຫົວ​ແຜ່ນ​ປິດ ແລະ ນັອດ​ລັອກແມ່ໜ້າ​ແປນ​ໃຫ້​ແໜ້ນ.

    5. ເຮັດຊ້ໍາຄືນຂັ້ນຕອນ ຮອດ ຢູ່​ທີ່​ດ້ານອື່ນ​ຂອງ​ເຄື່ອງ​ຈັກ.

    ການ​ປ່ຽນເກາະ​ປ້ອງ​ກັນ ທົ່ງ​ຫຍ້າ

    ປ່ຽນເກາະ​ປ້ອງ​ກັນ​ທົ່ງ​ຫຍ້າ, ຖ້າ​ພວກ​ມັນ​ແຕກ ຫຼື ຫ້ຽນຫາ​ຄວາມໜາ​ໜ້ອຍກວ່າ 6 ມມ (¼ ນິ້ວ). ເກາະ​ປ້ອງ​ກັນ​ທົ່ງ​ຫຍ້າທີ່​ແຕກ​ສາ​ມາດ​ຈັບ ແລະ ເຮັດ​ໃຫ້​ທົ່ງ​ຫຍ້າ​ຈີກ​ຂາດ, ເຮັດ​ໃຫ້​ມັນ​ເສຍ​ຫາຍ​ໄດ້.

    artpending

    ການບັນ​ທຶກເວ​ລາຫົວຮູແກນ​ກາງ

    ຂີດ​ໝາຍການບັນ​ທຶກເວ​ລາຫົວຮູແກນ​ກາງຖືກ​ລະ​ບຸ​ໄດ້​ງ່າຍໆ​ໂດຍ​ຂີດ​ໝາຍ​ເຮັດ​ໄວ້​ໃນ​ຕົວ​ໃນ​ເຕົ້າ 3 ລູກ​ບີ່.

    artpending

    ການເກັບມ້ຽນ

    ຄວາມປອດໄພໃນການເກັບຮັກສາ

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ຍົກ​ຄານມື​ຈັບ​ຂຶ້ນຈົນ​ສຸດ ແລະ ໃສ່​ສະ​ຫຼັກເພື່ອ​ໃສ່​ເບ​ຣກ​ມື.

      • ມອດຈັກ ແລະ ຖອດກະ​ແຈ (ຖ້າ​ໄດ້​ຕິດ​ຕັ້ງ​ມາ​ນຳ).

      • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

      • ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

    ການເກັບ​ຮັກ​ສາເຄື່ອງຈັກສຳລັບໜ້ອຍກວ່າ 30 ວັນ

    ຄຳເຕືອນ

    ການສາກແບັດເຕີຣີ​ເຮັດ​ໃຫ້​ເກີດອາຍແກັສທີ່ສາມາດລະເບີດໄດ້.

    ຢ່າສູບຢາຢູ່ໃກ້ແບດເຕີຣີ ແລະ ໃຫ້ປະກາຍໄຟ ແລະ ແປວໄຟຢູ່ຫ່າງຈາກມັນ.

    1. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ, ໃຫ້​ເບິ່ງ .

    2. ຖອດ​ສາຍ​ຕໍ່​ຫົວ​ທຽນ​ອອກ.

    3. ເອົາຫຍ້າ, ດິນ​ຕິດ ແລະ ສິ່ງ​ເປື້ອນ​ຕິດ​ຢູ່​ອອກ​ຈາກ​ສ່ວນ​ທາງນອກ​ຂອງ​ທັງ​ໝົດ​ເຄື່ອງຈັກ, ໂດຍ​ສະ​ເພາະ​ແມ່ນຈັກ ແລະ ລະ​ບົບ​ໄຮ​ໂດ​ຣ​ລິກ. ທຳ​ຄວາມ​ສະ​ອາດ​ດິນ​ຕິດ ແລະ ເສດ​ຂີ້ເຫຍື້ອ​ຈາກ​ດ້ານນອກ​ຂອງແຫວ່ງ​ຫົວ​ຄອບ​ລູກສູບຂອງຈັກ ແລະ ເຕົ້າເຄື່ອງ​ເປົ່າ.

    4. ບຳ​ລຸງ​ຮັກ​ສາເຕົ້າກອງອາກາດ, ໃຫ້​ເບິ່ງ .

    5. ປ່ຽນນ້ຳມັນເຄື່ອງຈັກ; ໃຫ້​ເບິ່ງ .

    6. ປ່ຽນໝໍ້​ກອງ ແລະ ຂອງ​ແຫຼວໄຮ​ໂດຼ​ລິກ, ໃຫ້​ເບິ່ງ .

    7. ກວດເບິ່ງຄວາມດັນຂອງຢາງລົດ; ໃຫ້​ເບິ່ງ .

    8. ກວດ​ເບິ່ງ​ສະ​ພາບ​ຂອງງ່າມ​ຈັບ.

    ການ​ເກັບ​ຮັກ​ສາ​ເຄື່ອງ​ຈັກ​ໄວ້​ສຳ​ລັບ​ລະ​ດູ​ການ

    ຖ້າ​ທ່ານ​ກຳ​ລັງ​ເກັບ​ຮັກ​ສາ​ເຄື່ອງ​ຈັກ​ໄວ້​ສຳ​ລັບ​ລະ​ດູ​ການ, ໃຫ້​ປະ​ຕິ​ບັດ​ທຸກ​ຂັ້ນ​ຕອນ​ຢູ່​ໃນ ແລະ ດັ່ງ​ຕໍ່​ໄປ​ນີ້:

    ການ​ກະ​ກຽມຊັກ​ຊີ

    1. ກວດ​ເບິ່ງ ແລະ ຮັດ​ນັອດ​ຕົວ​ຜູ້, ນັອດ​ຕົວ​ແມ່ ແລະ ນັອດ​ກຽວ​ທັງ​ໝົດ. ສ້ອມ​ແປງ ຫຼື ປ່ຽນ​ອາ​ໄຫຼ່​ໃດ​ໜຶ່ງ​ທີ່​ເປ່​ເພ ຫຼື ຫຼຸ້ຍຫ້ຽນ.

    2. ລ້າງ​ທັງ​ໝົດ​ເຄື່ອງ​ຈັກ ແລະ ປ່ອຍ​ໃຫ້​ແຫ້ງ. ເອົາງ່າມ​ຈັບອອກ ແລະ ທຳ​ຄວາມ​ສະ​ອາດ ແລະ ໃສ່​ນ້ຳ​ມັນ​ເຄືອບ​ພວກ​ມັນ. ສີດ​ພົ່ນ​ລະ​ອອງ​ນ້ຳ​ມັນ​ເຄື່ອງ​ບາງໆ​ໃສ່​ລູກ​ບີ່​ຫົວ​ຮູ​ແກນ​ກາງ (ຂໍ້​ຕໍ່​ຂໍ້​ຫວ່ຽງ ແລະ ແຜ່ນ​ເຫຼັກ).

      Important: ທ່ານ​ສາ​ມາດລ້າງເຄື່ອງຈັກດ້ວຍນ້ຳ​ຢາ​ຊັກ​ລ້າງອ່ອນໆ ແລະ ນ້ຳ. ຢ່າ​ໃຊ້​ແຮງ​ດັນ​ລ້າງເຄື່ອງ​ຈັກ. ຫຼີກ​ລ່ຽງການໃຊ້ນ້ຳຫຼາຍເກີນໄປ, ໂດຍ​ສະ​ເພາະຢູ່ໃກ້ແຜງຄວບຄຸມ, ຈັກດ ປ້ຳ​ໄຮ​ໂດ​ຣ​ລິກ ແລະ ມໍ​ເຕີ.

      Note: ແລ່ນ​ເຄື່ອງ​ຈັກ​ດ້ວຍ​ຈັກຕິດ​ກາ​ລັງ​ຕີ​ແຮງ​ເປັນ​ເວ​ລາ 2 ຫາ 5 ນາ​ທີ​ຫຼັງ​ຈາກ​ລ້າງ.

    3. ທາ​ສີ​ຜິວ​ໂລ​ຫະ​ທີ່​ຂູດ​ຂີດ ຫຼື ບໍ່​ມີ​ອັນ​ປົກ​ປິດ. ສີທາ​ແມ່ນ​ມີ​ໃຫ້​ຈາກຜູ້ຈຳ​ໜ່າຍຂອງຜູ້​ຜະ​ລິດທີ່​ໄດ້​ຮັບ​ອະ​ນຸ​ມັດ​ຂອງ​ທ່ານ.

    4. ຍຶດສະ​ຫຼັກ​ບຳ​ລຸງ​ຮັກ​ສາ, ຖ້າຈະເກັບ​ຮັກ​ສາ​ເຄື່ອງ​ຈັກ​ໄວ້​ເປັນ​ເວ​ລາ​ຫຼາຍກວ່າ​ສອງ​ສາມ​ວັນ.

    5. ເກັບ​ເຄື່ອງ​ຈັກ​ໄວ້​ໃນ​ກະ​ລ່າ ຫຼື ພື້ນ​ທີ່​ບ່ອນ​ເກັບມ້ຽນທີ່​ແຫ້ງ, ສະ​ອາດ. ຖອດ​ກະ​ແຈ​ຕິດ​ຈັກອອກ​ໄປ​ຈາກ​ສະ​ວິດ ແລະ ເອົາ​ໄວ້​ຫ່າງ​ໄກ​ຈາກ​ມື​ເດັກ ຫຼື ຜູ້​ໃຊ້​ຄົນ​ອື່ນ​ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ.

    6. ປົກ​ຈັກ​ເພື່ອປົກ​ປ້ອງ​ມັນ ແລະ ຮັກ​ສາ​ມັນ​ໃຫ້​ສະ​ອາດ.

    ການກະ​ກຽມຈັກ ແລະ ລະ​ບົບນ້ຳ​ມັນ

    1. ເຕີມຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບທີ່​ມີ​ປີ​ໂຕຼ​ລຽມ​ໃສ່​ນ້ຳ​ມັນ​ເຊື້ອ​ໄຟ​ຢູ່​ໃນ​ຖັງ. ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳການ​ປະ​ສົມ​ຈາກ​ຜູ້​ຜະ​ລິດຕົວ​ຮັກ​ສາ​ຄວາມ​ສະ​ຖຽນ. ຢ່າ​ໃຊ້ຕົວ​ຮັກ​ສາ​ຄວາມ​ສະ​ຖຽນທີ່​ມີ​ເຫຼົ້າ (ເອ​ທານອ​ລ ຫຼື ເມ​ທານອ​ລ).

      Note: ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບນ້ຳ​ມັນ​ເຊື້ອ​ໄຟມີ​ປະ​ສິດ​ທິ​ພາບຫຼາຍ​ທີ່​ສຸດ​ເມື່ອ​ປະ​ສົມ​ກັບ​ນ້ຳ​ມັນ​ເຊື້ອ​ໄຟ​ສົດ ແລະ ຖືກໃຊ້ຢູ່​ສະ​ເໝີ.

      Important: ຢ່າ​ເກັບ​ຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ມີຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບດົນ​ນານກວ່າ​ໄລ​ຍະ​ເວ​ລາ​ທີ່​ຜູ້​ຜະ​ລິດຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນ​ເຊື້ອ​ໄຟແນະ​ນຳ.

    2. ຕິດ​ຈັກ​ໄວ້​ເພື່ອ​ກະ​ຈາຍ​ນ້ຳ​ມັນ​ທີ່​ປັບ​ສະ​ພາບ​ແລ້ວໃຫ້​ທົ່ວລະ​ບົບ​ນ້ຳ​ມັນເປັນ​ເວ​ລາ 5 ນາ​ທີ.

    3. ມອດ​ຈັກ, ປ່ອຍ​ໃຫ້​ມັນ​ເຢັນ​ລົງ ແລະ ປ່ອຍ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟອອກ; ໃຫ້​ເບິ່ງ .

    4. ຕິດຈັກ ແລະ ປ່ອຍ​ມັນ​ຕິດໄວ້ຈົນ​ກວ່າ​ມັນ​ມອດ.

    5. ເປີດ​ຊົກຈັກ. ຕິດ​ຈັກ ແລະ ປ່ອຍ​ມັນ​ຕິດ​ໄປ​ຈົນ​ກວ່າ​ມັນ​ບໍ່​ຕິດ.

    6. ເອົາ​ຫົວ​ທຽນ​ອອກ ແລະ ກວດ​ເບິ່ງ​ສະ​ພາບ; ໃຫ້​ເບິ່ງ . ດ້ວຍ​ການ​ເອົາ​ຫົວ​ທຽນ​ອອກ​ຈາກຈັກ​ໄປ​ແລ້ວ, ຖອກ​ນ້ຳ​ມັນ​ເຄື່ອງ​ຈັກ 2 ບ່ວງ​ແກງ​ເຂົ້າ​ໄປ​ໃນແຕ່​ລະ​ຮູ​ຫົວ​ທຽນ. ດຽວນີ້ໃຊ້​ເຄື່ອງ​ຕິດ​ຈັກເພື່ອ​ແກວ່ງ​ຈັກ ແລະ ກະ​ຈາຍ​ນ້ຳ​ມັນ​ເຄື່ອງຢູ່​ດ້ານ​ໃນ​ລູກສູບ. ຕິດ​ຕັ້ງຫົວ​ທຽນ. ຢ່າ​ຕິດ​ຕັ້ງ​ສາຍ​ໄຟ​ໃສ່​ໃນ​ຫົວ​ທຽນ.

    Note: ກຳ​ຈັດ​ນ້ຳ​ມັນເຊື້ອ​ໄຟຖິ້ມ​ຢ່າງ​ຖືກ​ຕ້ອງ. ນຳ​ມັນ​ກັບ​ຄືນ​ມາ​ໃຊ້​ໃໝ່​ຕາມ​ກົດ​ລະ​ບຽບ​ທ້ອງ​ຖິ່ນ.

    ການກະ​ກຽມແບັດ​ເຕີ​ຣີ

    1. ເອົາ​ຂົ້ວ​ແບັດ​ເຕີ​ຣີ​ອອກ​ຈາກ​ຫົວ​ແບັດ​ເຕີ​ຣີ ແລະ ເອົາແບັດ​ເຕີ​ຣີ​ອອກຈາກ​ເຄື່ອງ​ຈັກ.

    2. ອະ​ນາ​ໄມ​ແບັດ​ເຕີ​ຣີ, ຫົວ​ແບັດ​ເຕີ​ຣີ ແລະ ຫົວໂດຍໃຊ້ຝອຍຂັດ ແລະ ສານ​ລະ​ລາຍເບັກກິ້ງໂຊດາ.

    3. ເຄືອບຂົ້ວສາຍໄຟ ແລະ ຫົວແບັດ​ເຕີ​ຣີ​ດ້ວຍ​ກະ​ແລັດ​ເຄືອບ​ຜິວ Grafo 112X (ອາ​ໄຫຼ່​ເບີ 505-47 ຂອງ​ຜູ້​ຜະ​ລິດ) ຫຼື ວຸ້ນນ້ຳມັນເພື່ອປ້ອງກັນການກັດກ່ອນ.

    4. ສາກແບັດເຕີຣີຄືນ​ໃໝ່ຢ່າງ​ຊ້າໆທຸກໆ 60 ວັນເປັນເວລາ 24 ຊົ່ວໂມງເພື່ອປ້ອງກັນການກາຍເປັນ​ຊືນ​ຊັ​ລ​ເຟດ​ຂອງ​ແບັດ​ເຕີ​ຣີ. ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ແບັດ​ເຕີ​ຣີ​ແຂງ​ຕົວ, ໃຫ້​ແນ່​ໃຈ​ວ່າ​ໄດ້​ສາກ​ມັນ​ໄວ້​ເຕັມດີ. ແຮງ​ດຶງ​ດູດ​ສະ​ເພາະ​ຂອງ​ແບັດ​ເຕີ​ຣີ​ທີ່​ສາກ​ເຕັມ​ແລ້ວ​ແມ່ນ​ຢູ່​ທີ່ 1,265 ຫາ 1,299.

    5. ເກັບ​ຮັກ​ສາແບັດ​ເຕີ​ຣີໄວ້​ຢູ່​ໃນ​ຖ້ານ ຫຼື ໃນ​ເຄື່ອງ​ຈັກ. ປ່ອຍ​ໃຫ້​ສາຍ​ຖອດ​ອອກ​ໄວ້, ຖ້າ​ມັນ​ຖືກ​ເກັບ​ຮັກ​ສາ​ໄວ້​ໃນ​ເຄື່ອງ​ຈັກ. ເກັບ​ຮັກ​ສາມັນໄວ້​ໃນ​ບັນ​ຍາ​ກາດ​ເຢັນ​ເພື່ອ​ຫຼີກ​ລ່ຽງ​ການ​ເສື່ອມ​ສະ​ພາບ​ຂອງ​ການ​ສາກ​ໃນ​ແບັດ​ເຕີ​ຣີ​ໄວ​ຂຶ້ນ.

    ການແກ້ໄຂບັນຫາ

    ProblemPossible CauseCorrective Action
    ຕົວຕິດ​ຈັກ​ບໍ່​ແກວ່ງ.
    1. ຫູ​ຫິ້ວ​ເຕີມ​ອາ​ກາດຖືກ​ໃສ່​ໄວ້.
    2. ແບັດ​ເຕີ​ຣີ​ໝົດ.
    3. ບ່ອນ​ເຊື່ອມ​ຕໍ່​ໄຟ​ຟ້າ​ເຂົ້າ​ໝ້ຽງ ຫຼື ຫຼວມ.
    4. ສະ​ວິດ​ຫູ​ຫິ້ວ​ການ​ຢູ່​ຂອງ​ຜູ້​ຄວບ​ຄຸມ​ຖືກ​ປັບ​ບໍ່​ຖືກ​ຕ້ອງ.
    5. ຕົວ​ຜັດ​ປ່ຽນ ຫຼື ສະ​ວິດບໍ່​ເຮັດ​ວຽກ.
    6. ຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມຖືກ​ໃສ່​ໄວ້.
    7. ຟິວ​ໃຫຍ່​ເປີດ.
    1. ກວດ​ສອບ​ເບິ່ງວ່າ​ຫູ​ຫິ້ວ​ເຕີມ​ອາ​ກາດ ແລະ ຫູ​ຫິ້ວການ​ຢູ່​ຂອງ​ຜູ້​ຄວ​ບ​ຄຸມບໍ່​ຖືກ​ປິດ​ໄວ້.
    2. ການສາກ​ແບັດ​ເຕີ​ຣີ.
    3. ກວດ​ເບິ່ງ​ບ່ອນ​ເຊື່ອມ​ຕໍ່​ໄຟ​ຟ້າ​ມີ​ການ​ສຳ​ຜັດ​ດີ​ບໍ່.
    4. ກວດ​ເບິ່ງ/ປັບສະ​ວິດ.
    5. ຕິດ​ຕໍ່ຜູ້ແທນ​ຈຳ​ໜ່າຍຂອງຜູ້​ຜະ​ລິດທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.
    6. ຕິດ​ຕໍ່ຜູ້ແທນ​ຈຳ​ໜ່າຍຂອງຜູ້​ຜະ​ລິດທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.
    7. ປ່ຽນ​ຟີວ.
    ຈັກບໍ່​ຕິດ, ຕິດ​ຍາກ, ບໍ່​ແລ່ນ​ຕໍ່.
    1. ຖັງ​ນ້ຳ​ມັນ​ເປົ່າ.
    2. ຊົກບໍ່ເປີດ.
    3. ເຕົ້າ​ກອງ​ອາ​ກາດເປື້ອນ.
    4. ສາຍ​ຫົວ​ທຽນ​ຫຼວມ ຫຼື ບໍ່​ໄດ້​ຕໍ່.
    5. ຫົວ​ທຽນ​ເປັນ​ຮອຍ, ຕາຍ ຫຼື ຊ່ອງ​ຫວ່າງ​ບໍ່​ຖືກ​ຕ້ອງ.
    6. ມີ​ຂີ້​ຝຸ່ນ​ຢູ່​ໃນໝໍ້ກອງນໍ້າມັນ.
    7. ມີ​ຂີ້​ຝຸ່ນ, ນ້ຳ ຫຼື ຂີ້​ຕະ​ເລັດນ້ຳ​ມັນ​ຢູ່​ໃນ​ລະ​ບົບ​ນ້ຳ​ມັນ.
    1. ເຕີມນໍ້າມັນເຊື້ອໄຟໃສ່​ຖັງນ້ຳ​ມັນ.
    2. ເຄື່ອນຄັນ​ຊົກໄປ​ທາງ​ໜ້າ​ຈົນ​ສຸດ.
    3. ທຳ​ຄວາມ​ສະ​ອາດ ຫຼື ປ່ຽນສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດ.
    4. ຕໍ່​ສາຍ​ໃສ່​ຫົວ​ທຽນ.
    5. ຕິດ​ຕັ້ງຫົວ​ທຽນໃຫ້​ມີ​ຊ່ອງ​ຫວ່າງ​ຖືກ​ຕ້ອງ​ອັນ​ໃໝ່.
    6. ປ່ຽນໝໍ້ກອງນໍ້າມັນ.
    7. ຕິດ​ຕໍ່ຜູ້ແທນ​ຈຳ​ໜ່າຍຂອງຜູ້​ຜະ​ລິດທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.
    ຈັກ​ເສຍ​ກຳ​ລັງ.
    1. ການ​ໂຫຼດຈັກເກີນຂະ​ໜາດ.
    2. ເຕົ້າ​ກອງ​ອາ​ກາດເປື້ອນ.
    3. ລະ​ດັບ​ນ້ຳ​ມັນຈັກ​ຕ່ຳ.
    4. ຄີ​ທຳ​ຄວາມ​ເຢັນ ແລະ ທາງ​ຜ່ານ​ອາ​ກາດ​ຢູ່​ກ້ອງ​ຕົວ​ເຄື່ອງ​ເປົ່າ​ຈັກຕັນ.
    5. ຫົວ​ທຽນ​ເປັນ​ຮອຍ, ຕາຍ ຫຼື ຊ່ອງ​ຫວ່າງ​ບໍ່​ຖືກ​ຕ້ອງ.
    6. ມີ​ຂີ້​ຝຸ່ນ​ຢູ່​ໃນໝໍ້ກອງນໍ້າມັນ.
    7. ມີ​ຂີ້​ຝຸ່ນ, ນ້ຳ ຫຼື ຂີ້​ຕະ​ເລັດນ້ຳ​ມັນ​ຢູ່​ໃນ​ລະ​ບົບ​ນ້ຳ​ມັນ.
    1. ຫຼຸດ​ຄວາມ​ໄວ​ພື້ນ​ດິນ​ລົງ.
    2. ທຳ​ຄວາມ​ສະ​ອາດສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດ.
    3. ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່ຖັງ​ຂໍ້​ຫວ່ຽງ.
    4. ເອົາຂີ້​ເຫຍື້ອອອກ​ຈາກ​ຄີ​ທຳ​ຄວາມ​ເຢັນ ແລະ ທາງ​ຜ່ານ​ອາ​ກາດ.
    5. ຕິດ​ຕັ້ງຫົວ​ທຽນໃຫ້​ມີ​ຊ່ອງ​ຫວ່າງ​ຖືກ​ຕ້ອງ​ອັນ​ໃໝ່.
    6. ປ່ຽນໝໍ້ກອງນໍ້າມັນ.
    7. ຕິດ​ຕໍ່ຜູ້ແທນ​ຈຳ​ໜ່າຍຂອງຜູ້​ຜະ​ລິດທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.
    ຈັກຮ້ອນ​ເກີນ​ໄປ.
    1. ການ​ໂຫຼດຈັກເກີນຂະ​ໜາດ.
    2. ລະ​ດັບ​ນ້ຳ​ມັນຈັກ​ຕ່ຳ.
    3. ຄີ​ທຳ​ຄວາມ​ເຢັນ ແລະ ທາງ​ຜ່ານ​ອາ​ກາດ​ຢູ່​ກ້ອງ​ຕົວ​ເຄື່ອງ​ເປົ່າ​ຈັກຕັນ.
    1. ຫຼຸດ​ຄວາມ​ໄວ​ພື້ນ​ດິນ​ລົງ.
    2. ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່ຖັງ​ຂໍ້​ຫວ່ຽງ.
    3. ເອົາຂີ້​ເຫຍື້ອອອກ​ຈາກ​ຄີ​ທຳ​ຄວາມ​ເຢັນ ແລະ ທາງ​ຜ່ານ​ອາ​ກາດ.
    ມີ​ການ​ສັ່ນຜິດ​ປົກ​ກະ​ຕິ.
    1. ນັອດ​ຕົວ​ຜູ້​ຖານ​ຈັກ​ຫຼວມ.
    2. ເພົາ​ສົ່ງ ຫຼື ລູກ​ບີ່​ຫົວ​ຮູ​ແກນ​ກາງ​ຫຼຸ້ຍ​ຫ້ຽນ.
    3. ເພົາ​ສົ່ງ ຫຼື ອົງ​ປະ​ກອບຫົວ​ຮູ​ແກນ​ກາງຫຼວມ ຫຼື ຫຼຸ້ຍ​ຫ້ຽນ.
    1. ຮັດ​ນັອດ​ຕົວ​ຜູ້ຖານ​ຈັກ​ໃຫ້​ແໜ້ນ.
    2. ປ່ຽນລູກ​ບີ່.
    3. ຮັດ​ອົງ​ປະ​ກອບ​ໃຫ້​ແໜ້ນ ຫຼື ປ່ຽນ.
    ເຄື່ອງ​ຈັກ​ບໍ່​ຂັບ​ເຄື່ອນ​ໄດ້.
    1. ຄານ​ມື​ຈັບ​ຖືກ​ຍົກ​ຂຶ້ນ ແລະ ໃສ່​ເບ​ຣກ​ມື​ໄວ້.
    2. ລະດັບນ້ຳມັນໄຮໂດຼລິກມີ​ໜ້ອຍ.
    3. ວາວ​ລາກ​ແກ່ເປີດ.
    4. ລະ​ບົບໄຮ​ໂດຼ​ລິກ​ເປ່ເພ.
    5. ມີ​ຄວາມ​ຜິດ​ພາດ​ການ​ຢູ່​ຂອງ​ຜູ້​ຄວບ​ຄຸມ ຫຼື ຄວາມ​ຜິດ​ພາດ​ອື່ນໆ.
    6. ສາຍ​ພານປ້ຳ​ຫ້ຽນ ຫຼື ຖື​ກ​ປັບ​ຜິດ.
    1. ປ່ອຍຄານມື​ຈັບຕ່ຳລົງເພື່ອປົດເບ​ຣກ​ມື.
    2. ເຕີມນ້ຳມັນໄຮໂດຼລິກ.
    3. ປິດວາວລາກ​ແກ່.
    4. ຕິດ​ຕໍ່ຜູ້ແທນ​ຈຳ​ໜ່າຍຂອງຜູ້​ຜະ​ລິດທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.
    5. ກວດ​ຫາລະ​ຫັດ​ຂໍ້​ຜິດ​ພາດ​ຂອງສູນ​ຂໍ້​ມູນ.
    6. ປ່ຽນສາຍ​ພານປ້ຳທີ່ຫ້ຽນ ຫຼື ປັບ​ຄວາມ​ເຄັ່ງ​ສາຍ​ພານ.
    ຫົວ​ຮູ​ແກນ​ກາງ​ບໍ່​ຂັບ​ເຄື່ອນ.
    1. ສາຍ​ພານຫ້ຽນ ຫຼື ຫຼວມ.
    2. ຄາດ​ຫ້ຽນ.
    3. ຕົວ​ຜັດ​ປ່ຽນ ຫຼື ສະ​ວິດຫ້ຽນ.
    1. ປັບ ຫຼື ປ່ຽນສາຍພານ.
    2. ປ່ຽນ​ຄາດ.
    3. ປ່ຽນ​ສະ​ວິດ ຫຼື ຕົວ​ຜັດ​ປ່ຽນ.
    ຫົວ​ເດັ້ງ​ກັບ​ຄືນ​ໃນ​ຂະ​ນະ​ທີ່​ກຳ​ລັງ​ເຕີມ​ອາ​ກາດ.
    1. ພື້ນ​ດິນ​ແຂງ​ເກີນ​ໄປ.
    2. ມີ​ບັນ​ຫາ​ກັບ​ການ​ຕັ້ງ​ຄ່າ​ການ​ຜ່ອນ.
    1. ໃຫ້​ເບິ່ງຄຳ​ແນະ​ນຳ​ການ​ໃຊ້​ງານ.
    2. ມີ​ການ​ໂຕ້​ຕອບ​ທາງ​ໄດ​ນາ​ມິກ​ຂອງ​ລະ​ບົບ​ການ​ຍົກ. ປັບ​ຄວາມ​ດັນ​ລະ​ບົບ; ໃຫ້​ເບິ່ງຄູ່​ມື​ສ້ອມ​ບຳ​ລຸງ​ຮັກ​ສາ.
    ທົ່ງ​ຫຍ້າກຳ​ລັງ​ເປັນ​ຮ່ອງ/ສີກ​ຂາດ​ໃນ​ທາງ​ເຂົ້າ.
    1. ການ​ປັບ​ຕັ້ງ​ພື້ນ​ດິນ​ນຳ​ໃຊ້​ບໍ່​ໄດ້​ອີກ.
    2. ທົ່ງ​ຫຍ້າ​ບໍ່​ຮອງ​ຮັບ​ປະ​ລິ​ມານ​ງ່າມ​ຈັບ​ທີ່​ຕິດ​ຕັ້ງ ຫຼື ໄລ​ຍະ​ຫ່າງ​ງ່າມ​ຈັບ​ທີ່​ເລືອກ​ໄວ້.
    3. ຄາດ​ບໍ່​ສາ​ມາດ​ເລີ່ມ​ຕົ້ນ​ຫົວ​ຮູ​ແກນ​ກາງ​ໄດ້​ໄວ​ພໍ​ຢູ່​ໃນ​ໂໝດ​ປ່ອຍ​ລົງ​ທັນ​ທີ.
    1. ປັບ​ຕັ້ງຄວາມ​ສູງພື້ນ​ດິນງ່າມ​ຈັບ.
    2. ປັບ​ປະ​ລິ​ມານ ຫຼື ເສັ້ນ​ຜ່າ​ກາງ​ງ່າມ​ຈັບ, ປັບ​ໄລ​ຍະ​ຫ່າງ​ຂອງ​ຮູ ແລະ ທົບ​ທວນ​ເບິ່ງ​ຄຳ​ແນະ​ນຳ​ການ​ນຳ​ໃຊ້.
    3. ກວດ​ກາ​ເບິ່ງ​ຄວາມ​ເສຍ​ຫາຍ ແລະ ການຫຼຸ້ຍ​ຫ້ຽນຂອງຄາດ. ເຕີມ​ອາ​ກາດ​ດ້ວຍ​ການ​ໃຊ້​ໂໝດ​ແກ່​ຍາວ​ການ​ປ່ອຍ​ລົງ.
    ມີ​ຮູ​ເປັນ​ຮ່ອງ​ກັບ​ງ່າມ​ຈັບ​ປ່ອຍ​ອອກ​ດ້ານ​ຂ້າງ.
    1. ປ່ອງ​ການ​ປ່ອຍ​ອອກ​ກຳ​ລັງ​ຈັບ​ຢູ່​ໃນ​ທາງ​ອອກ.
    1. ໝູນ​ງ່າມ​ຈັບ 45° ຫາ 90° ເພື່ອ​ໃຫ້​ມັນ​ປ່ອຍ​ອອກ​ດ້ານ​ຂ້າງ. ຖ້ານັ້ນບໍ່​ເຮັດ​ວຽກ, ລອງ​ງ່າມ​ຈັບ​ທີ່​ເປັນ​ຮູ.
    ທົ່ງ​ຫຍ້າກຳ​ລັງຍົກ​ຂຶ້ນ/ສີກ​ຂາດ​ໃນຂະ​ນະ​ກຳ​ລັງ​ເຕີມ​ອາ​ກາດ.
    1. ກວດ​ເບິ່ງທ່າ​ທາງ​ຂອງຫົວ​ຮູ​ແກນ​ກາງ.
    2. ເສັ້ນ​ຜ່າ​ກາງງ່າມ​ຈັບ, ໄລ​ຍະ​ຫ່າງ ຫຼື ປະ​ລິ​ມານ​ບໍ່​ຖືກ​ຕ້ອງ​ສຳ​ລັບ​ການ​ນຳ​ໃຊ້.
    3. ຄວາມ​ເລິກ​ເກີນ.
    4. ໄລ​ຍະ​ຫ່າງຮູ​ໃກ້​ເກີນ​ໄປ.
    5. ສະ​ພາບ​ທົ່ງ​ຫຍ້າ (ຕົວ​ຢ່າງ: ໂຄງ​ສ້າງ​ຂອງ​ຮາກ) ບໍ່​ພຽງ​ພໍ​ທີ່​ຈະ​ຕ້ານທານ​ຄວາມ​ເສຍ​ຫາຍ​ໄດ້.
    1. ໃຫ້​ເບິ່ງຄູ່ມື​ສ້ອມ​ບຳ​ລຸງ​ຮັກ​ສາສຳ​ລັບ​ຂໍ້​ກຳ​ນົດ​ສະ​ເພາະ.
    2. ຫຼຸດ​ໄລ​ຍະ​ຫ່າງ​ງ່າມ​ຈັບ​ລົງ, ຫຼຸດ​ຈຳ​ນວນ​ຂອງ​ງ່າມ​ຈັບ​ຕໍ່​ຫົວ​ລົງ ຫຼື ເພີ່ມ​ໄລ​ຍະ​ຫ່າງ​ຮູ​ຂຶ້ນ.
    3. ຫຼຸດ​ຄວາມ​ເລິກລົງ.
    4. ເພີ່ມໄລ​ຍະ​ຫ່າງຂອງ​ຮູຂຶ້ນ.
    5. ຫຼັງ​ຈາກວິ​ທີ​ການ ຫຼື ການ​ບັນ​ທຶກ​ເວ​ລາ​ການ​ເຕີມ​ອາ​ກາດ.
    ດ້ານ​ໜ້າ​ຂອງ​ຮູ​ຖືກ​ເຮັດ​ເປັນ​ຮອຍ ຫຼື ຊຸກ.
    1. ຕົວ​ເຊື່ອມ​ຕໍ່​ໃບ​ໝູນ​ຢູ່​ໃນ​ຕຳ​ແໜ່ງ​ນຸ່ມ.
    1. ໃຫ້​ເບິ່ງຄຳ​ແນະ​ນຳ​ການ​ໃຊ້​ງານ.