ຄວາມປອດໄພ

  • ລົດ​ພ່ວງ TransPro 200 ມີ​ຈຸດ​ປະ​ສົງສຳ​ລັບ​ການ​ນຳ​ໃຊ້​ກັບ​ເຄື່ອງ​ຈັກ Greensmaster ຍ່າງ​ຕາມ​ຫຼັງ​ເທົ່າ​ນັ້ນ ຜະ​ລິດ​ຕະ​ພັນ​ບໍ່​ເຂົ້າ​ກັບ​ການ​ລາກ​ສາ​ມາດ​ສົ່ງ​ຜົນ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ລົດພ່ວງ ແລະ/ຫຼື ເກີດ​ການ​ບາດ​ເຈັບ​ຕໍ່​ຜູ້​ຄວບ​ຄຸມນຳ​ໃຊ້. ໃຫ້ເບິ່ງ ສຳ​ລັບລາຍຊື່​ເຄື່ອງ​ຈັກ​ທີ່​ສາ​ມາດ​ເຂົ້າ​ກັນ​ໄດ້ສະ​ບັບ​ຄົບ​ຖ້ວນ.

  • ໃຊ້​ແຕ່​ພາ​ຫະ​ນະ​ທີ່​ມີ​ອັນ​ດັບ​ຄະ​ແນນ​ການ​ລາກ​ທີ່​ເໝາະ​ສົມ​ເທົ່າ​ນັ້ນ. ລົດພ່ວງ TransPro 200 ແລະ ຈັກ​ຕັດ​ຫຍ້າ greens 2 ເຄື່ອງ​ມີ​ນ້ຳ​ໜັກ​ປະ​ມານ 1,150 ປອນ (522 ກ​ລ). ໃຫ້​ແນ່​ໃຈ​ວ່າ​ພາ​ຫະ​ນະ​ລາກ​ແກ່​ມີ​ຄວາມສາ​ມາດ​ໃນ​ການ​ເບ​ຣກ ແລະ ການ​ຮັບ​ນ້ຳ​ໜັກ​ໄດ້​ພຽງ​ພໍ​ໂດຍ​ການກວດ​ເບິ່ງ​ຄຳ​ແນະ​ນຳ​ຂອງ​ຜູ້​ຜະ​ລິດ​ພາ​ຫະ​ນະ

  • ໃຫ້​ແນ່​ໃຈ​ວ່າ​ລົດ​ພ່ວງ​ເຊື່ອມ​ຕໍ່​ກັບ​ພາ​ຫະ​ນະ​ລາກ​ແກ່​ຢ່າງ​ຖືກ​ຕ້ອງ​ກ່ອນເອົາ​ຈັກ​ຕັດ​ຫຍ້າ greens ຂຶ້ນ ຫຼື ລົງ​ເພື່ອ​ປ້ອງ​ກັນ​ການ​ເຄື່ອນ​ເໜັງ​ຂອງ​ຕົວ​ຍຶດ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ ຫຼື ພິກ​ປີ້ນ​ກະ​ທັນ​ຫັນ. ຕົວ​ຍຶດ​ລົດ​ພ່ວງ​ຄວນ​ຈະ​ຂະ​ໜານ​ກັບ​ພື້ນ​ດິນ​ເມື່ອ​ທ່ານ​ຈັດລຽນ​ມັນ​ກັບ​ຕົວ​ຜູກ​ຍຶດ​ລົດ​ລາກ.

  • ລົດ​ພ່ວງ​ເພີ່ມ​ນ້ຳ​ໜັກພິ​ເສດ​ການ​ລາກ​ໃຫ້ລົດ. ຂັບ​ລົດ​ຢ່າງ​ປອດ​ໄພ.

    • ຢ່າ​ຂັບ​ຂີ່​ເຄື່ອງ​ຈັກ​ໃນ​ທາງ​ດ່ວນ ຫຼື ຖະ​ໜົນ​ສາ​ທາ​ລະ​ນະ.

    • ຕ້ອງຂັບ​ລົດ​ລາກ ຊ້າໆໃນ​ເວ​ລາ​ທີ່ກຳລັງ​ເຂົ້າ​ໃກ້ ແລະ ກຳ​ລັງ​ລ້ຽວ.

    • ຕ້ອງຂັບ​ລົດ​ລາກ ຊ້າໆໃນ​ບ່ອນ​ທີ່ບໍ່ລຶ້ງ​ເຄີຍ ຫຼື ພື້ນ​ທີ່​ທີ່​ໄປຍາກ.

    • ຜ່ອນ​ຄວາມ​ໄວ​ລົດ​ລາກ​ໃຫ້​ຊ້າ​ລົງ​ສະ​ເໝີ​ເມື່ອປ່ຽນ​ທິດ​ທາງ​ຂອງ​ການ​ເດີນ​ທາງ ຫຼື ກະ​ກຽມຈອດ.

    • ຜ່ອນ​ຄວາມ​ໄວ​ລົດລາກ​ແກ່​ໃຫ້​ຊ້າ​ລົງ​ສະ​ເໝີ​ເມື່ອລ້ຽວ ຫຼື ຂັບ​ຂີ່​ຢູ່​ບ່ອນ​ຄ້ອຍ​ຊັນ.

    • ຢ່າ ຫັກ​ລ້ຽວ ຫຼື ລ້ຽວ​ທັນ​ທີ. ຢ່າ ປ່ຽນ​ທິດ​ທາງ​ຂອງ​ການ​ເດີນ​ທາງ​ໃນ​ທາງຂຶ້ນ​ພູ, ທາງ​ຊັນ, ທາງ​ໄຕ່​ລະ​ດັບ ຫຼື ພື້ນ​ທີ່​ຄ້າຍ​ຄື​ກັນ.

    • ຄວາມ​ໄວ​ການ​ລາກ​ສູງ​ສຸດ​ແມ່ນ 15 ໄມ​ຕໍ່​ຊົ່ວ​ໂມງ (24 ກມ/ຊມ). ຕ້ອງ​ໝັ່ນ​ປັບ​ລົດ​ລາກ​ເພື່ອ​ໃຫ້​ເຂົ້າ​ກັບ​ສະ​ພາບ​ພື້ນ​ທີ່​ມີ​ຢູ່​ຢ່າງ​ເຊັ່ນ: ພື້ນ​ປຽກ​ມື່ນ, ເປັນ​ຊາຍ ຫຼື ຫີນແຮ່ບໍ່​ແໜ້ນ ແລະ/ຫຼື ສະ​ພາບ​ການ​ເບິ່ງ​ເຫັນ​ຕ່ຳ​ເຊັ່ນ: ແສງ​ໄຟ​ມົວ ຫຼື ແຈ້ງ, ໝອກ, ລະ​ອອງ​ນ້ຳ ຫຼື ຝົນ.

    • ໃຫ້​ລະ​ວັງ​ເປັນ​ພິ​ເສດ​ໃນ​ເວ​ລາ​ທີ່​ຂັບ​ລົດ​ບັນ​ທຸກ​ເຄື່ອງ​ໜັກ​ລົງ​ທາງ​ຊັນ ຫຼື ເປັນ​ຄ້ອຍ. ຂັບ​ລົດ​ຂຶ້ນ ແລະ ລົງ​ທາງ​ຊັນ, ທາງ​ຂຶ້ນຄ້ອຍໃນ​ເວ​ລາ​ທີ່​ເຮັດ​ໄດ້. ຢ່າ ຂັບ​ລົດຂ້າມ​ທາງ​ຊັນ, ຖ້າ​ເປັນ​ໄປ​ໄດ້. ການ​ງ່ຽງ​ລົດ​ແມ່ນ​ມີ​ຄວາມ​ສ່ຽງ, ເຊິ່ງ​ອາດ​ຈະ​ສົ່ງ​ຜົນໃຫ້​ເກີດ​ການ​ບາດ​ເຈັບ​ສາ​ຫັດ ຫຼື ເຖິງ​ແກ່​ຊີ​ວິດ.

  • ກ່ອນ​ຈະ​ຍົກຫຼັງ​ຂຶ້ນ, ເບິ່ງ​ທາງ​ຫຼັງ​ຂອງ​ທ່ານ ແລະ ເຮັດ​ໃຫ້​ແນ່​ໃຈ​ວ່າບໍ່​ມີ​ຄົນ ຫຼື ສິ່ງ​ຂອງ. ຍົກຫຼັງ​ຂຶ້ນ​ຢ່າງ​ຊ້າໆ ແລະ ເບິ່ງການ​ເຄື່ອນ​ໄຫວ​ຂອງ​ລົດ​ພ່ວງຢ່າງ​ໄກ້​ຊິດ.

  • ໃຫ້​ລະ​ວັງ​ເປັນ​ພິ​ເສດ ແລະ ຜ່ອນ​ຄວາມ​ໄວ​ໃນ​ເວ​ລາ​ທີ່​ຍົກຫຼັງ​ລົດ​ພ່ວງ ແລະ ລົດ​ລາກ.

  • ລະ​ວັງ​ການ​ສັນ​ຈອນໃນ​ເວ​ລາ​ທີ່​ຢູ່​ໃກ້ ຫຼື ກຳ​ລັງ​ຂ້າມ​ທາງ. ຕ້ອງ​ເປີດ​ໄຟ​ເພື່ອ​ເບິ່ງ​ຄົນ​ຍ່າງ ຫຼື ລົດ​ຄັນອື່ນ​ໆ.

  • ຖ້າ​ຫາກລົດ​ພ່ວງເລີ່ມ​ສັ່ນ​ຜິດ​ປົກ​ກະ​ຕິ, ຢຸດ​ລົດ​ລາກ​ທັນ​ທີ. ມອດຈັກ​ຂອງ​ລົດ​ລາກ. ສ້ອມ​ແປງ​ຄວາມ​ເສຍ​ຫາຍ​ທັງ​ໝົດ​ກ່ອນ​ເລີ່ມ​ລາກ.

  • ກ່ອນການ​ບຳລຸງ​ຮັກ​ສາ ຫຼື ການປັບ​ປ່ຽນ​ລົດ​ພ່ວງ, ໃຫ້​ປະ​ຕິ​ບັດ​ດັ່ງ​ຕໍ່​ໄປ​ນີ້:

    • ຈອດລົດ​ລາກ ແລະ ໃສ່ເບຣກມື.

    • ມອດຈັກ​ຂອງ​ລົດ​ລາກ ແລະ ຖອດ​ກະ​ແຈ.

  • ໃນ​ຂະ​ນະ​ທີ່​ລົດ​ພ່ວງ​ຖືກ​ປົດອອກ​ຈາກພາ​ຫະ​ນະ​ລາກ​ແກ່:

    • ເກັບ​ຮັກ​ສາ​ລົດ​ພ່ວງ​ໄວ້ໃນພື້ນດິນທີ່​ພຽງ​ໄດ້​ລະ​ດັບ.

    • ຕັນລໍ້ເພື່ອ​ປ້ອງ​ກັນບໍ່​ໃຫ້​ລົດ​ພ່ວງເຄື່ອນ​ຍ້າຍ.

  • ຮັດ​ສາຍ​ຮັດທັງ​ໝົດ​ໃຫ້​ແໜ້ນໜາ​ປອດ​ໄພ. ປ່ຽນ​ແທນ​ອາ​ໄຫຼ່​ທີ່​ເອົາ​ອອກ​ໃນ​ເວ​ລາ​ທີ່ບຳ​ລຸງ​ຮັກ​ສາ ຫຼື ເຮັດ​ກ​ານປັບ​ປ່ຽນ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

artpending
artpending
artpending
artpending

ການຕິດຕັ້ງ

ການ​ປະ​ກອບ​ຊຸດ​ເຄື່ອງ​ມື​ການ​ປັບ​ຕັ້ງ​ທີ່​ເໝາະ​ສົມ

ທ່ານ​ສາ​ມາດ​ຕິດ​ຕັ້ງ​ໜຶ່ງ​ໃນ​ຊຸດ​ເຄື່ອງ​ມື​ຕໍ່​ໄປ​ນີ້​ຕາມ​ການ​ປັບ​ຕັ້ງ​ທີ່​ຕ້ອງ​ການ​ຂອງ​ທ່ານຄື:

  • ຊຸດ​ເຄື່ອງ​ມື​ບັນ​ທຸກ​ລາງ (ລຸ່ນ 04229); ໃຫ້​ເບິ່ງ

  • ຊຸດ​ເຄື່ອງ​ມື​ບັນ​ທຸກ​ລໍ້ (ລຸ່ນ 04219); ໃຫ້​ເບິ່ງ

ການ​ປະ​ກອບ​ຊຸດ​ເຄື່ອງ​ມືບັນ​ທຸກ​ລາງ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ອົງປະ​ກອບ​ຂັ້ນ​ໄດ2
ຂັ້ນ​ໄດພຽງ2
ແຜ່ນ​ຊີ້ບອກ2
ການ​ປະ​ກອບສະ​ຫຼັກ2
ຂໍ້​ຕໍ່ໂສ້2
ຂໍ້ຕໍ່ຕ່ອງໂສ້2
ຕົວຢຸດ​ລໍ້2
ນັອດກຽວ​ຫົວແຜ່ນ​ປິດຫົກ​ຫຼ່ຽມ10
ເຂັມ​ຂັດທຸງ2
ນັອດຕົວແມ່ໜ້າແປນ10
ສະປ​ຣິງຂະ​ຫຍາຍ2
ສະ​ຫຼັກ​ແກນ​ໝູນ2
ແຫວນຍຶດ2
ນັອດກຽວ​ຫົວແຫວນ​ຮອງຫົກ​ຫຼ່ຽມ6
ເຄື່ອງ​ກັນ​ຊົນ2
ນັອດລັອກຕົວແມ່2
ນັອດຕົວແມ່ແຜ່ນ​ປິດ (5/16 ນິ້ວ)4
ຕ່ອງ​ໂສ້2
ໂສ້ຕໍ່2
ນັອດຊ້ອນສອງ2
ນັອດຕົວຜູ້ຮອງ​ຮັບ4

Note: ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ​ນີ້​ເພື່ອປະ​ກອບ​ລາງ​ຂ້າງ​ຊ້າຍ ແລະ ຂ້າງ​ຂວາ. ຄຳ​ອະ​ທິ​ບາຍ​ປະ​ກອບ​ພາບ​ຕໍ່​ໄປ​ນີ້​ສະ​ແດງ​ຂ້າງ​ຂວາ​ຂອງ​ຊຸດ​ເຄື່ອງ​ມື​ບັນ​ທຸກ​ລາງ.

  1. ຕິດ​ຕັ້ງນັອດຕົວຜູ້ຮອງ​ຮັບ ແລະ ນັອດ​ຕົວແມ່ໜ້າ​ແປນ (¼ ນິ້ວ) ໃສ່​ອົງ​ປະ​ກອບ​ຂັ້ນ​ໄດ (ຮູບສະແດງ ).

    artpending
  2. ໃຊ້​ສະຫຼັກ ແລະ ນັອດ​ກຽວ​ຫົວ​ຫົກ​ຫຼ່ຽມ​ເພື່ອ​ຍຶດ​ຕົວ​ຢຸດ​ລໍ້​ໃສ່​ອົງ​ປະ​ກອບ​ລາງ (ຮູບສະແດງ )

    artpending
  3. ໃຊ້​ໂສ້​ຕໍ່​ເພື່ອ​ຕິດ​ຕັ້ງ​ໂສ້​ໃສ່​ຂໍ້​ຕໍ່​ໂສ້ (ຮູບສະແດງ ).

    artpending
  4. ຕິດ​ຕັ້ງ​ເພົາ​ຫົກ​ຫຼ່ຽມ​ໃສ່​ຂໍ້​ຕໍ່​ໂສ້ (ຮູບສະແດງ ).

  5. ໃຊ້​ນັອດ​ຊ້ອນ​ສອງ​ເພື່ອ​ຕິດ​ຕັ້ງຂໍ້ຕໍ່ໂສ້ໃສ່​ເພົາ​ຫົກ​ຫຼ່ຽມ (ຮູບສະແດງ ).

  6. ໃຊ້​ໂສ້​ຕໍ່​ເພື່ອ​ຕິດ​ຕັ້ງ​ຂໍ້​ຕໍ່​ໂສ້ໃສ່​ຕົວ​ຢຸດ​ລໍ້ (ຮູບສະແດງ ).

    artpending
  7. ຕໍ່​ສະ​ປ​ຣິງ​ໃສ່​ຕົວ​ຢຸດ​ລໍ້ ແລະ ນັອດ​ຕົວ​ຜູ້​ຢູ່​ດ້ານ​ໃນ​ຂອງ​ອົງ​ປະ​ກອບ​ລາງ (ຮູບສະແດງ ).

    artpending
  8. ໃຊ້​ນັອດ​ຕົວ​ແມ່​ໜ້າ​ແປນ (5/16 ນິ້ວ), ແຫວນ​ຮອງ 2 ອັນ ແລະ ນັອດ​ຕົວ​ຜູ້​ແບບ​ໄຫຼ່​ເພື່ອ​ຍຶດ​ອົງ​ປະ​ກອບ​ຂັ້ນ​ໄດ​ໃສ່​ອົງ​ປະ​ກອບ​ລາງ (ຮູບສະແດງ ).

    artpending
  9. ໃຊ້​ໂສ້​ຕໍ່​ເພື່ອຕໍ່ໂສ້​ໃສ່ອົງ​ປະ​ກອບ​ຂັ້ນ​ໄດ (ຮູບສະແດງ ).

    artpending
  10. ໃຊ້​ນັອດ​ກຽວ​ຫົວ​ຫົກ​ຫຼ່ຽມ 10 ອັນເພື່ອ​ຍຶດຝາ​ປົກ​ໂສ້ໃສ່​ອົງ​ປະ​ກອບຂັ້ນ​ໄດ (ຮູບສະແດງ )

    artpending
  11. ກວດເບິ່ງລວງ​ຍາວຊ່ອງ​ຫວ່າງ​ຕົວ​ຢຸດ; ໃຫ້​ເບິ່ງ .

ການ​ປະ​ກອບ​ຊຸດ​ເຄື່ອງ​ມືບັນ​ທຸກ​ລໍ້

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ອົງປະ​ກອບລາງເບື້ອງ​ຂວາ1
ອົງປະ​ກອບລາງເບື້ອງຊ້າຍ1
ຂັ້ນ​ໄດລາງເບື້ອງຊ້າຍ1
ຂັ້ນ​ໄດລາງເບື້ອງຂວາ1
ການ​ປະ​ກອບສະ​ຫຼັກ2
ຕົວຢຸດ​ລໍ້2
ເຂັມ​ຂັດທຸງ2
ຝາປົກໂສ້2
ໂສ້2
ໂສ້ຕໍ່2
ເຄື່ອງ​ກັນ​ກະ​ແທກ​ຢາງ2
ນັອດກຽວ​ຫົວຫົກ​ຫຼ່ຽມ22
ຂໍ້​ຕໍ່ໂສ້2
ຂໍ້ຕໍ່ຕ່ອງໂສ້2
ຫົກ​ຫຼ່ຽມ​ກຽວ2
ສະປ​ຣິງຂະ​ຫຍາຍ2
ນັອດຊ້ອນສອງ2
ນັອດຕົວຜູ້ຮອງ​ຮັບ2
ນັອດຕົວແມ່ໜ້າ​ແປນ (¼ ນິ້ວ)2
ນັອດ​ຕົວ​ຜູ້​ແບບ​ໄຫຼ່2
ແຫວນຮອງ4
ນັອດຕົວແມ່ໜ້າແປນ (5/16 ນິ້ວ)2

Note: ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ​ນີ້​ເພື່ອປະ​ກອບຂັ້ນ​ໄດ​ລໍ້ຂ້າງ​ຊ້າຍ ແລະ ຂ້າງ​ຂວາ. ຄຳ​ອະ​ທິ​ບາຍ​ປະ​ກອບ​ພາບ​ຕໍ່​ໄປ​ນີ້​ສະ​ແດງ​ຂ້າງ​ຂວາ​ຂອງ​ຊຸດ​ເຄື່ອງ​ມື​ບັນ​ທຸກລໍ້.

  1. ໃຊ້​ນັອດກຽວ​ຫົວ​ເຈາະ​ຮູ 4 ອັນ ແລະ ນັອດ​ຕົວ​ແມ່ 4 ອັນ (5/16 ນິ້ວ) ເພື່ອ​ຮັດຂາ​ຄ້ຳເຂັມ​ຂັດໄລ​ລັອກໃສ່​ແຜ່ນຊີ້ບອກໃນ​ອົງ​ປະ​ກອບ​ຂັ້ນ​ໄດ (ຮູບສະແດງ ).

    artpending
  2. ໃຊ້​ນັອດ​ຕົວ​ຜູ້ 10 ນັອດ (5/16 x ¾ ນິ້ວ) ແລະ ນັອດ​ຕົວ​ແມ່ນີ​ລັອກ 10 ນັອດ (5/16 ນິ້ວ) ເພື່ອ​ຮັດແຜ່ນ​ນຳ​ທາງ​ໃສ່​ອົງ​ປະ​ກອບ​ຂັ້ນ​ໄດ (ຮູບສະແດງ ).

    ແຜ່ນ​ຕົວ​ຊີ້ບອກ​ຕ້ອງ​ຖືກ​ຕິດ​ຕັ້ງ​ກັບ​ເຂັມ​ຂັດ​ໄລ​ລັອກ​ປິ່ນ​ໜ້າ​ອອກ​ທາງນອກ. ໃຫ້​ເບິ່ງ ຮູບສະແດງ ຢູ່​ໃນ ສຳ​ລັບ​ຄຳ​ອະ​ທິ​ບາຍ​ຂອງ​ແຜ່ນ​ຊີ້ບອກ​ທີ່​ຖືກ​ຕິດ​ຕັ້ງ​ຢ່າງ​ຖືກ​ຕ້ອງ.

    artpending
  3. ໃຊ້​ນັອດ​ຕົວ​ແມ່ (¼ ນິ້ວ) ເພື່ອຕິດ​ຕັ້ງເຄື່ອງກັນ​ກະ​ແທກໃສ່ອົງ​ປະ​ກອບ​ຂັ້ນ​ໄດ (ຮູບສະແດງ ).

    artpending
  4. ໃຊ້ເຂັມ​ຂັດ​ທຸງ ແລະ ນັອດ​ກຽວ​ຫົວ​ຫົກ​ຫຼ່ຽມ​ເພື່ອ​ຍຶດ​ຕົວ​ຢຸດ​ລໍ້​ໃສ່​ອົງ​ປະ​ກອບ​ຂັ້ນ​ໄດ (ຮູບສະແດງ )

    artpending
  5. ໃຊ້​ໂສ້​ຕໍ່​ເພື່ອ​ຕິດ​ຕັ້ງ​ໂສ້​ໃສ່​ຂໍ້​ຕໍ່​ໂສ້ (ຮູບສະແດງ ).

    artpending
  6. ຕິດ​ຕັ້ງ​ເພົາ​ຫົກ​ຫຼ່ຽມ​ໃສ່​ຂໍ້​ຕໍ່​ໂສ້ (ຮູບສະແດງ ).

  7. ໃຊ້​ນັອດ​ຊ້ອນ​ສອງ​ເພື່ອ​ຕິດ​ຕັ້ງຂໍ້ຕໍ່ໂສ້ໃສ່​ເພົາ​ຫົກ​ຫຼ່ຽມ (ຮູບສະແດງ ).

  8. ໃຊ້​ໂສ້​ຕໍ່​ເພື່ອ​ຕິດ​ຕັ້ງ​ຂໍ້​ຕໍ່​ໂສ້ໃສ່​ຕົວ​ຢຸດ​ລໍ້ (ຮູບສະແດງ ).

    artpending
  9. ຕໍ່​ສະ​ປ​ຣິງ​ໃສ່​ຕົວ​ຢຸດ​ລໍ້ ແລະ ພື້ນ​ຂັ້ນ​ໄດ (ຮູບສະແດງ ).

    artpending
  10. ໃຊ້ສະ​ຫຼັກ​ແກນ​ໝູນ ແລະ ສະຫຼັກລັອກເພື່ອ​ຍຶດ​ອົງ​ປະ​ກອບ​ຂັ້ນ​ໄດ​ໃສ່​ອົງ​ປະ​ກອບ​ລາງ (ຮູບສະແດງ ).

    artpending
  11. ໃຊ້​ໂສ້​ຕໍ່​ເພື່ອຕໍ່ແຕ່​ລະໂສ້​ໃສ່ອົງ​ປະ​ກອບ​ຂັ້ນ​ໄດ (ຮູບສະແດງ ).

    artpending

ການ​ປະ​ກອບ​ລົດ​ພ່ວງ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຕົວຄ້ຳ​ເຄິ່ງ​ກາງ1
ໂຄງ​ໃຫຍ່1
ນັອດກຽວ (⅜ ນິ້ວ)2
ກ້ານ​ເຫຼັກ​ຄ້ຳ2
ສະ​ຫຼັກ4
ຕົວຕິດ​ກົງ​ໝູນ2
ນັອດຕົວຜູ້ຮອງ​ຮັບ6
ນັອດຕົວແມ່ໜ້າແປນ (5/16 ນິ້ວ)6
ຕົວ​ຍຶດລົດ​ພ່ວງ1
ນັອດຕົວຜູ້ (7/16 ນິ້ວ)2
ນັອດລັອກຕົວແມ່2
ແຫວນຮອງ4
ຢາງ​ຕີນ​ລົດ2
ນັອດ​ຮັດ​ລໍ້​ລົດ8

ການ​ຕິດ​ຕັ້ງ​ກ້ານ​ເຫຼັກ​ຄ້ຳ​ໃສ່​ໂຄງໃຫຍ່

  1. ວາງ​ຕຳ​ແໜ່ງຕົວ​ຄ້ຳ​ເຄິ່ງ​ກາງ​ໃນໂຄງ​ໃຫຍ່ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    artpending
  2. ໃຫ້​ຜູ້​ຊ່ວຍ​ຖື​ຊຸດ​ອຸ​ປະ​ກອນ​ລໍ້ ຫຼື ອຸ​ປະ​ກອນ​ລາງ ແລະ ຕົວຄ້ຳ​ເຄິ່ງ​ກາງໄວ້​ກັບ​ທີ່​ໃນ​ຂະ​ນະ​ທີ່​ກຳ​ລັງ​ຕິດ​ຕັ້ງ​ກ້ານ​ເຫຼັກ​ຄ້ຳ​ຜ່ານ​ຮູ​ຢູ່​ໃນ​ຊຸດ​ອຸ​ປະ​ກອນ, ຕົວຄ້ຳ​ເຄິ່ງ​ກາງ ແລະ ໂຄງ​ໃຫຍ່ (ຮູບສະແດງ ).

    artpending
  3. ຕິດ​ຕັ້ງ​ສະ​ຫຼັກ 4 ຕົວ​ຜ່ານ​ຮູ​ຢູ່​ໃນ​ຊຸດ​ອຸ​ປະ​ກອນ​ລໍ້ ຫຼື ຊຸດ​ອຸ​ປະ​ກອນ​ລາງ​ສຳ​ລັບ​ຄວາມກວ້າງ​ເຄື່ອງ​ຈັກ​ສະ​ເພາະ​ຂອງ​ທ່ານ; ໃຫ້​ເບິ່ງ .

ການຍຶດ​ຕົວ​ຄ້ຳ​ເຄິ່ງ​ກາງ​ໃສ່ໂຄງໃຫຍ່

ໃຊ້​ນັອດ​ກຽວ (⅜ ນິ້ວ) 2 ອັນເພື່ອ​ຍຶດຕົວ​ຄ້ຳ​ເຄິ່ງ​ກາງໃສ່ໂຄງ​ໃຫຍ່ (ຮູບສະແດງ )

artpending

ການຕິດຕັ້ງລໍ້

  1. ຍຶດສ່ວນ​ປະ​ກອບ​ລໍ້​ໃສ່​ກັບ​ສູນ​ແກນ​ກາງ​ແຕ່​ລະ​ອັນ​ດ້ວຍ​ນັອດ​ຮັດ​ລໍ້​ລົດ 4 ອັນ (ຮູບສະແດງ ).

    artpending
  2. ບິດນັອດຮັດລໍ້ລົດ​ຕາມ​ທີ່​ລະ​ບຸ​ຢູ່​ໃນ .

  3. ປ່ອຍ​ລົມຢາງ​ລົດ​ໃຫ້ໄດ້​ຕາມ​ມາດ​ຖານ​ກຳ​ນົດ​ເປັນ​ລາຍ​ການ​ໄວ້​ຢູ່​ໃນ .

ການ​ຕິດ​ຕັ້ງ​ຕົວ​ຕິດ​ກົງ​ໝູນ​ໃສ່​ຕົວ​ຄ້ຳ​ເຄິ່ງ​ກາງ

ໃຊ້​ນັອດ​ຕົວ​ຜູ້ຮອງ​ຮັບ 6 ຕົວ ແລະ ນັອດ​ຕົວ​ແມ່ 6 ຕົວ (5/16 ນິ້ວ) ເພື່ອ​ຮັດຕົວ​ຕິດ​ກົງ​ໝູນ​ໃສ່​ຕົວ​ຄ້ຳ​ເຄິ່ງ​ກາງ (ຮູບສະແດງ ).

ຕິດ​ຕັ້ງ​ຕົວຮັດ​ຢ່າງ​ຫຼວມໆ​ເພື່ອ​ໃຫ້​ຕົວ​ຕິດ​ກົງ​ໝູນ​ສາ​ມາດ​ເລື່ອນ​ກັບ​ໄປ​ມາ​ໄດ້​ໃນ​ຕົວ​ຄ້ຳ​ເຄິ່ງ​ກາງ. ຮັດ​ຕົວ​ຮັດ​ແໜ້ນ​ເພື່ອ​ຮັບ​ປະ​ກັນ​ໃຫ້​ຕົວ​ຕິດ​ກົງ​ໝູນ​ຢູ່​ກັບ​ທີ່​ຫຼັງ​ຈາກ​ທ່ານ​ບັນ​ທຸກ​ລົດ​ພ່ວງ; ໃຫ້​ເບິ່ງ .

artpending

ການ​ຕິດ​ຕັ້ງຕົວ​ຍຶດ​ລົດ​ພ່ວງໃສ່​ໂຄງໃຫຍ່

  1. ໃຊ້​ນັອດ​ຕົວຜູ້ (7/16 ນິ້ວ) 2 ຕົວ, ແຫວນ​ຮອງ 4 ອັນ ແລະ ນັອດລັອກ​ຕົວ​ແມ່ 2 ຕົວເພື່ອ​ຍຶດຕົວ​ຍຶດ​ລົດ​ພ່ວງ​ໃສ່​ໂຄງ​ໃຫຍ່ (ຮູບສະແດງ ).

    ຕົວ​ຍຶດ​ລົດ​ພ່ວງຕ້ອງຂະ​ໜານ​ກັບ​ພື້ນ​ດິນ​ເມື່ອລົດ​ພ່ວງ​ຕິດ​ໃສ່​ກັບລົດ​ລາກ. ໃຫ້​ແນ່​ໃຈ​ວ່າຕົວ​ຍຶດຂະ​ໜານກັບພື້ນ​ດິນກ່ອນ​ທ່ານ​ບິດ​ອຸ​ປະ​ກອນ​ໃສ່.

    artpending
  2. ບິດອຸ​ປະ​ກອນໃຫ້​ໄດ້ 95 N∙m (70 ft-lb).

ການປະຕິບັດງານ

ເຄື່ອງ​ຈັກ​ທີ່​ເຮັດ​ວຽກ​ຮ່ວມ​ກັນ​ໄດ້

ລົດ​ພ່ວງ​ນີ້​ຖືກ​ອອກ​ແບບ​ມາ​ເພື່ອ​ໃຫ້​ຖືກ​ປັບ​ຕັ້ງ​ສຳ​ລັບ​ເຄື່ອງ​ຈັກ Greensmaster ຍ່າງ​ຢູ່​ດ້ານຫຼັງ​ຕໍ່​ໄປ​ນີ້​ໂດຍ​ບໍ່​ຕ້ອງ​ມີ​ຄວາມ​ຈຳ​ເປັນ​ສຳ​ລັບຊຸດ​ອຸ​ປະ​ກອນ​ເພີ່ມ​ເຕີມ:

ເຄື່ອງ​ຈັກລຸ້ນ
Greensmaster 101804820
Greensmaster 102104830
Greensmaster Flex 101804850
Greensmaster Flex 102104860
Greensmaster e102104831
Greensmaster eFlex 102104861

ລົດ​ພ່ວງ​ນີ້ສາ​ມາດຖືກ​ປັບ​ຕັ້ງ​ສຳ​ລັບ​ເຄື່ອງ​ຈັກ Greensmaster ຍ່າງ​ຢູ່​ດ້ານຫຼັງ​ຕໍ່​ໄປ​ນີ້ຊຸດ​ອຸ​ປະ​ກອນການ​ປັບ​ຕັ້ງ​ເພີ່ມ​ເຕີມ (ຂາຍ​ແຍກ​ຕ່າງ​ຫາກ):

  • ຊຸດ Greensmaster Flex 18/21

  • ຊຸດ Greensmaster Flex 1800/2100 (ລວມ​ທັງ eFlex)

  • ຊຸດ Greensmaster 800/1000

ຕິດ​ຕໍ່​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ສຳ​ລັບ​ຂໍ້​ມູນເພີ່ມ​ເຕີມ.

ການ​ປັບ​ຕັ້ງ​ຄວາມກວ້າງ​ລົດ​ລາກ

Note: ຈັກ​ຕັດ​ຫຍ້າ Greens ທີ່​ມີ​ຄວາມກວ້າງ​ຫຼາຍກວ່າ 21 ນິ້ວ (ຕົວ​ຢ່າງ: Greensmaster 1026) ແມ່ນ​ບໍ່​ສາ​ມາດ​ບັນທຸກ​ໃສ່​ລົດ​ພ່ວງ​ໄດ້.

  • ການ​ປັບ​ຕັ້ງ​ຄ່າ​ລົດ​ພ່ວງ​ສຳ​ລັບ​ຈັກ​ຕັດ​ຫຍ້າ greens 18 ນິ້ວ: ໃຊ້​ສະ​ຫຼັກ​ເພື່ອ​ຍຶດ​ແກນ​ໝູນ​ລາງ​ໃສ່​ຮູ​ດ້ານ​ໃນ (ຮູບສະແດງ ).

    artpending
  • ການ​ປັບ​ຕັ້ງ​ຄ່າ​ລົດ​ພ່ວງ​ສຳ​ລັບ​ຈັກ​ຕັດ​ຫຍ້າ greens 21 ນິ້ວ: ໃຊ້​ສະ​ຫຼັກ​ເພື່ອ​ຍຶດ​ແກນ​ໝູນ​ລາງ​ໃສ່​ຮູ​ດ້ານ​ນອກ (ຮູບສະແດງ ).

    artpending

ການ​ຍຶດ​ລົດ​ພ່ວງ​ໃສ່​ລົດ​ລາກ

  1. ຍົກ​ມື​ຈັບ​ຕົວ​ຍຶດ​ຂຶ້ນ (ຮູບສະແດງ ).

    Note: ການ​ຍົກ​ມື​ຈັບ​ແມ່ນ​ຈະ​ຫົດ​ສ່ວນ​ປະ​ກອບ​ຕົວ​ເລື່ອນ​ຄືນ.

    artpending
  2. ຈັດ​ລຽນ​ສະ​ຫຼັກ​ຕົວ​ຍຶດ​ກັບ​ຕົວ​ຜູກ​ຍຶດ​ລົດ​ລາກ (ຮູບສະແດງ ).

    artpending
  3. ປ່ອຍ​ມື​ຈັບ​ຕົວ​ຍຶດ (ຮູບສະແດງ ) ເພື່ອ​ຍຶດ​ລົດ​ພ່ວງ​ໃສ່​ຕົວ​ຜູກ​ຍຶດ​ລົດ​ລາກ.

    ໃຫ້​ແນ່​ໃຈ​ວ່າ​ອົງ​ປະ​ກອບ​ຕົວ​ເລື່ອນ​ຢູ່ເຄິ່ງ​ກາງ​ກ້ອງ​ສະ​ຫຼັກ​ຕົວ​ຍຶດ.

ການ​ບັນ​ທຸກໃສ່​ລົດ​ພ່ວງ

ການກະ​ກຽມ​ບັນ​ທຸກໃສ່​ລົດ​ພ່ວງ

  1. ຮອງ​ລໍ້​ລົດ​ພ່ວງ.

  2. ດຶງ​ເຂັມ​ຂັດ​ໄລ​ລັອກ​ຢູ່​ທັງ​ສອງ​ດ້ານ​ຂອງ​ລົດ​ພ່ວງ​ເພື່ອ​ປ່ອຍ​ລາງ ຫຼື ຂັ້ນ​ໄດ ແລະ ປ່ອຍ​ພວກ​ມັນ​ຕ່ຳ​ລົງ​ສູ່​ພື້ນ (ຮູບສະແດງ ).

    artpending
  3. ເອົາ​ກະ​ຕ່າ​ຫຍ້າ​ອອກ​ຈາກ​ຈັກ​ຕັດ​ຫຍ້າ greens.

    Note: ທ່ານ​ສາ​ມາດເກັບຮັກ​ສາ​ກະ​ຕ່າ​ຫຍ້າ​ໄວ້ໃນ​ລົດ​ລາກໄດ້.

  4. ໃຫ້​ເບິ່ງ​ຄຳ​ແນະ​ນຳ​ທີ່​ເໝາະ​ສົມ​ສຳ​ລັບ​ຊຸດ​ອຸ​ປະ​ກອນ​ຂັ້ນ​ໄດ ຫຼື ລາງ​ທີ່​ປະ​ກອບ​ມາ​ພ້ອມ​ດັ່ງ​ຕໍ່​ໄປ​ນີ້:

    • ຊຸດ​ອຸ​ປະ​ກອນ​ລາງ: ຕິດ​ຕັ້ງ​ລໍ້​ລາງ​ໃສ່​ເພົາ​ຫົກ​ຫຼ່ຽມ (ຮູບສະແດງ ).

      Note: ຊ່ອງ​ຕົວໜີບ​ລໍ້​ລາງ​ປິ່ນ​ໜ້າ​ອອກນອກ​ສຳ​ລັບເຄື່ອງ​ຈັກ Greensmaster ຍ່າງ​ຕາມ​ຫຼັງ​ເທົ່າ​ນັ້ນ.

      artpending
    • ຊຸດ​ອຸ​ປະ​ກອນ​ລໍ້: ຕິດ​ຕັ້ງ​ລໍ້​ຂົນ​ສົ່ງ​ໃສ່​ເພົາ​ຫົກ​ຫຼ່ຽມ; ໃຫ້ເບິ່ງຄູ່​ມື​ຜູ້​ໃຊ້ລົດ​ຕັດ​ຫຍ້າຂອງ​ທ່ານ.

ການ​ບັນ​ທຸກເຄື່ອງ​ຈັກໃສ່​ລົດ​ພ່ວງ

  1. ໃຊ້​ຂັ້ນ​ໄດ ຫຼື ລາງ​ພຽງ​ເພື່ອ​ຂັບ​ເຄື່ອງ​ຈັກ​ຊ້າໆ​ໄປ​ໃສ່​ລົດ​ພ່ວງ​ຈົນ​ກວ່າ​ກົງ​ໝູນ​ດ້ານ​ໜ້າ​ໄປ​ສຸດ​ຢູ່​ພາຍ​ໃນ​ຕົວ​ຕິດ​ກົງ​ໝູນ (ຮູບສະແດງ ).

    Note: ເມື່ອ​ທ່ານ​ບັນ​ທຸກ​ເຄື່ອງ​ຈັກ​ໃສ່​ລົດ​ພ່ວງ​ເປັນ​ຄັ້ງທຳ​ອິດ, ຕົວ​ຮັດ​ແໜ້ນ​ຕົວ​ຕິດ​ກົງ​ໝູນ​ຄວນ​ຈະ​ຫຼວມ ແລະ ປ່ອຍ​ໃຫ້​ຕົວ​ຕິດ​ກົງ​ໝູນ​ເລື່ອນ​ໄປ​ທາງ​ໜ້າ.

  2. ມອດເຄື່ອງຈັກ ແລະ ໃສ່ເບຣກມື.

  3. ຖ້າ​ທ່ານ​ກຳ​ລັງ​ລາກ​ແກ່ເຄື່ອງ​ຈັກ 2 ເຄື່ອງ, ໃຫ້​ເຮັດ​ຊ້ຳ​ຂັ້ນ​ຕອນ ແລະ ສຳ​ລັບ​ເຄື່ອງ​ຈັກ​ທີ​ສອງ. ໃຫ້​ແນ່​ໃຈ​ວ່າກົງ​ໝູນ​ດ້ານ​ໜ້າ​ໄປ​ສຸດ​ຢູ່​ພາຍ​ໃນ​ຕົວ​ຕິດ​ກົງ​ໝູນ.

  4. ຍົກຂັ້ນ​ໄດ​ຂຶ້ນ ແລະ ໃສ່ເຂັມ​ຂັດ​ໄລ​ລັອກ (ຮູບສະແດງ ).

    • ຊຸດ​ອຸ​ປະ​ກອນ​ລໍ້ໄດ້​ປະ​ກອບ​ມາ​ພ້ອມ: ເມື່ອ​ທ່ານ​ຍົກ​ຂັ້ນ​ໄດ​ຂຶ້ນ, ເຂັມ​ຂັດໄລ​ລັອກໃສ່​ເຂົ້າ​ໄປ​ໃນ​ຂາ​ຄ້ຳ​ລັອກ​ໂດຍ​ອັດ​ຕະ​ໂນ​ມັດ ແລະ ເຮັດ​ໃຫ້​ຂັ້ນ​ໄດ​ຢູ່​ໃນ​ຕຳ​ແໜ່ງ​ຍົກ​ຂຶ້ນ.

    • ຊຸດ​ອຸ​ປະ​ກອນ​ລາງໄດ້​ປະ​ກອບ​ມາ​ພ້ອມ: ຍົກເຂັມ​ຂັດໄລ​ລັອກຂຶ້ນ, ຍົກ​ຂັ້ນ​ໄດຶ້ນ ແລະ ປ່ອຍເຂັມ​ຂັດ​ໄລ​ລັອກ​ເພື່ອໃຫ້ຂັ້ນ​ໄດ​ຢູ່​ໃນ​ຕຳ​ແໜ່ງ​ຍົກ​ຂຶ້ນ.

    artpending
  5. ຖ້າ​ທ່ານ​ກຳ​ລັງ​ບັນ​ທຸກ​ລົດ​ລາກ​ເປັນ​ຄັ້ງ​ຄຳ​ອິດ, ໃຫ້​ດຳ​ເນີນຂັ້ນ​ຕອນ​ຕໍ່​ໄປ​ນີ້​ເພື່ອ​ຍຶດ​ເຄື່ອງ​ຈັກ​ໄວ້​ກັບ​ທີ່:

    1. ດ້ວຍ​ການ​ໃຫ້​ຂັ້ນ​ໄດ​ລັອກ​ຢູ່​ໃນ​ຕຳ​ແໜ່ງ​ຍົກ, ເຄື່ອນ​ເຄື່ອງ​ຈັກ​ດ້ານ​ຫຼັງ​ໄປ​ຍັງ​ດ້ານ​ຫຼັງ​ຂອງ​ລົດ​ພ່ວງ​ຈົນ​ກວ່າ​ລໍ້​ຂົນ​ສົ່ງ ຫຼື ລໍ້​ລາງ​ສຳ​ຜັດ​ກັບ​ຂັ້ນໄດ.

    2. ເລື່ອນ​ຕົວ​ຕິດ​ກົງ​ໝູນ​ດ້ານ​ຫຼັງ​ກັບ​ຄືນ​ຫຼັງ (ຮູບສະແດງ ) ຈົນ​ກວ່າ​ມັນ​ສຳ​ຜັດ​ກົງ​ໝູນ​ດ້ານ​ໜ້າ​ເຄື່ອງ​ຈັກຫຼັງ.

      artpending
    3. ໃຫ້​ແນ່​ໃຈ​ວ່າ​ກົງ​ໝູນ​ດ້ານ​ໜ້າ​ໄປ​ສຸດ​ຢູ່​ກ້ອງ​ຕົວ​ຕິດ​ກົງ​ໝູນ ແລະ ຮັດ​ນັອດ​ຕົວ​ແມ່​ໜ້າ​ແປນທີ່​ຍຶດ​ຕົວ​ຕິດ​ກົງ​ໝູນ​ໃຫ້​ແໜ້ນ; ໃຫ້​ເບິ່ງ .

    4. ເຄື່ອນ​ເຄື່ອງ​ຈັກ​ດ້ານໜ້າ​ກັບ​ຄືນ​ຫຼັງ​ໄປຈົນ​ກວ່າກວ່າ​ລໍ້​ຂົນ​ສົ່ງ ຫຼື ລໍ້​ລາງ​ສຳ​ຜັດ​ກັບບ່ອນ​ຢຸດ​ລໍ້​ທີ່​ຍົກ​ຂຶ້ນ.

    5. ເລື່ອນ​ຕົວ​ຕິດ​ກົງ​ໝູນ​ດ້ານໜ້າ​ກັບ​ຄືນ​ຫຼັງ (ຮູບສະແດງ ) ຈົນ​ກວ່າ​ມັນ​ສຳ​ຜັດ​ກົງ​ໝູນ​ດ້ານ​ໜ້າ​ເຄື່ອງ​ຈັກ​ໜ້າ.

    ຖ້າ​ທ່ານ​ບັນ​ທຸກ​ເຄື່ອງ​ຈັກ​ອື່ນ ຫຼື ເຄື່ອງ​ຈັກ​ທີ່​ມີ​ການ​ປັບ​ຕັ້ງ​ແຕກ​ຕ່າງ (ຕົວ​ຢ່າງ: ເຄື່ອງ​ຈັກ​ທີ່​ມີ​ຊຸດ​ຂັບ​ເຄື່ອນ​ເຄື່ອງ​ຕົບ​ແຕ່ງ​ຕິດ​ມາ​ນຳ), ໃຫ້​ປະ​ຕິ​ບັດ​ຂັ້ນ​ຕອນເຫຼົ່າ​ນີ້​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ເຄື່ອງ​ຈັກ​ຖືກ​ຍຶດ​ໃສ່​ລົດ​ພ່ວງ​ຢ່າງ​ຖືກ​ຕ້ອງ.

ການບຳລຸງຮັກສາ

ຕາຕະລາງການບຳລຸງຮັກສາທີ່ແນະນຳ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ຫລັງຈາກ 10 ຊົ່ວໂມງທໍາອິດ
  • ກວດເບິ່ງແຮງບິດຂອງນັອດຮັດລໍ້ລົດ.
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງຄວາມດັນລົມຢາງ.
  • ປະຈຳປີ
  • ກວດ​ເບິ່ງ​ການ​ໄປ​ສຸດ​ຂອງລູກ​ບີ່​ລໍ້.
  • ໃສ່​ນ້ຳ​ມັນ​ຫຼໍ່​ມື່ນໂສ້.
  • ກວດເບິ່ງແຮງບິດຂອງຕົວ​ຮັດ​ແໜ້ນ​ຕິດ​ກົງ​ໝູນ.
  • ກວດເບິ່ງຊ່ອງ​ຫວ່າງ​ຕົວ​ຢຸດ (ຊຸດ​ອຸ​ປະ​ກອນບັນ​ທຸກລາງເທົ່າ​ນັ້ນ).
  • ການກວດເບິ່ງຄວາມດັນລົ​ມຂອງຢາງລົດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງຄວາມດັນລົມຢາງ.
  • ຂໍ້​ກຳ​ນົດ​ສະ​ເພາະ​ຄວາມ​ດັນ​ລົມ​ຢາງ: 3.4 bar (5 psi)

    ການກວດ​ເບິ່ງ​ຄວາມ​ດັນ​ລົມ​ຢູ່​ໃນ​ຢາງ​ລົດ (ຮູບສະແດງ ). ເຕີມ ຫຼື ປ່ອຍ​ລົມ​ອອກ​ຕາມ​ທີ່​ຕ້ອງ​ການ​ເພື່ອ​ຕັ້ງ​ຄວາມ​ດັນ​ລົມ​ຢູ່​ໃນ​ຢາງ​ລົດ​ໃຫ້​ໄດ້​ຕາມ​ຂໍ້​ກຳ​ນົດ​ສະ​ເພາະ​ຄວາມ​ດັນ​ລົມຂອງ​ຢາງ​ລົດ.

    artpending

    ການກວດ​ເບິ່ງ​ຄວາມ​ເສ​ລີ​ຂອງລູກ​ບີ່​ລໍ້

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ປະຈຳປີ
  • ກວດ​ເບິ່ງ​ການ​ໄປ​ສຸດ​ຂອງລູກ​ບີ່​ລໍ້.
    1. ເອົາ​ເຄື່ອງ​ຈັກ​ໃດ​ໜຶ່ງ​ທີ່​ອາດ​ຈະ​ຖືກ​ເກັບ​ໄວ້​ໃນ​ລົດ​ພ່ວງ​ອອກ.

    2. ໃຊ້​ກະ​ລິກ​ຄ້ຳ​ເພື່ອ​ຍົກ​ລົດ​ພ່ວງ​ຂຶ້ນ ແລະ ວາງ​ກະ​ລິກ​ໃສ່​ກ້ອງ​ລົດ​ພ່ວງ.

    3. ກວດ​ເບິ່ງ​ແຕ່​ລະ​ລໍ້​ສຳ​ລັບ​ຄວາມ​ເສ​ລີ​ເກີນ​ຂະ​ໜາດ (ນັ້ນຄື: ການ​ເຄື່ອນ​ໄຫວ​ເສ​ລີ​ຂອງ​ຢາງ ແລະ ສ່ວນ​ປະ​ກອບ​ສູນ​ກາງ).

      ຖ້າ​ທ່ານກວດພົບ​ຄວາມ​ເສ​ລີ​ເກີນ, ຕິດ​ຕໍ່ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.

    ການໃສ່​ນ້ຳ​ມັນ​ຫຼໍ່​ມື່ນໂສ້

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ປະຈຳປີ
  • ໃສ່​ນ້ຳ​ມັນ​ຫຼໍ່​ມື່ນໂສ້.
  • ໃສ່​ນ້ຳ​ມັນ​ກະ​ແລັດ​ທີ່​ໃຊ້​ໃນ​ຈຸດ​ປະ​ສົງ​ທົ່ວ​ໄປ​ກັບ​ໂສ້​ແຕ່​ລະ​ອັນ.

    ການກວດເບິ່ງແຮງບິດຂອງຕົວ​ຮັດ​ແໜ້ນ​ຕິດ​ກົງ​ໝູນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ປະຈຳປີ
  • ກວດເບິ່ງແຮງບິດຂອງຕົວ​ຮັດ​ແໜ້ນ​ຕິດ​ກົງ​ໝູນ.
  • ບິດຕົວ​ຮັດ​ແໜ້ນ​ຕິດ​ກົງ​ໝູນ (ຮູບສະແດງ ) ໃຫ້​ໄດ້ 79 N∙m (700 ft-lb).

    artpending

    ການກວດເບິ່ງແຮງບິດຂອງນັອດຮັດລໍ້ລົດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 10 ຊົ່ວໂມງທໍາອິດ
  • ກວດເບິ່ງແຮງບິດຂອງນັອດຮັດລໍ້ລົດ.
  • ຂໍ້​ກຳ​ນົດ​ສະ​ເພາະ​ແຮງ​ບິດ: 108 N⋅m (80 ft-lb)

    ກວດເບິ່ງແຮງບິດຂອງນັອດຮັດລໍ້ລົດແຕ່​ລະ​ຄັ້ງ​ທີ່​ທ່ານ​ຕິດ​ຕັ້ງ​ລໍ້ ແລະ ຫຼັງ​ຈາກ​ການ​ໃຊ້​ງານ 10 ຊົ່ວ​ໂມງ​ທຳ​ອິດ.

    ບິດ​ນັອດ​ຮັດ​ລໍ້​ລົດໃນ​ຮູບ​ແບບໄຂ້​ວ​ດັ່ງ​ທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ ຫາ​ແຮງບິດ​ທີ່​ລະ​ບຸ​ໄວ້.

    ຄຳເຕືອນ

    ການ​ບໍ່​ຮັກ​ສາແຮງບິດທີ່ເໝາະສົມໄດ້​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ຂັດ​ຂ້ອງ ຫຼື ການ​ສູນ​ເສຍ​ລໍ້ ແລະ ສາ​ມາດເຮັດໃຫ້ເກີດການບາດເຈັບຕໍ່ບຸກຄົນໄດ້.

    ບິດ​ນັອດຮັດ​ລໍ້​ລົດ​ໃຫ້​ໄດ້ແຮງ​ບິດ​ທີ່ລະ​ບຸ​ໄວ້.

    artpending

    ການກວດເບິ່ງຊ່ອງ​ຫວ່າງ​ຕົວ​ຢຸດ

    ຊຸດ​ອຸ​ປະ​ກອນບັນ​ທຸກລາງເທົ່າ​ນັ້ນ
    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ປະຈຳປີ
  • ກວດເບິ່ງຊ່ອງ​ຫວ່າງ​ຕົວ​ຢຸດ (ຊຸດ​ອຸ​ປະ​ກອນບັນ​ທຸກລາງເທົ່າ​ນັ້ນ).
  • ດ້ວຍ​ຂັ້ນ​ໄດ​ຍຶດ​ຢູ່​ໃນ​ຕຳ​ແໜ່ງ​ຍົກ​ຂຶ້ນ, ກວດ​ເບິ່ງ​ການ​ວັດ​ແທກ​ຊ່ອງ​ຫວ່າງ​ລະ​ຫວ່າງ​ຕົວ​ຢຸດ ແລະ ພື້ນ​ຂອງ​ລາງ.

    ການ​ວັດ​ແທກ​ທີ່​ເໝາະ​ສົມ​ຄວນ​ຈະ​ແມ່ນ 2.5 ມມ (0.1 ນິ້ວ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ . ຖ້າ​ທ່ານ​ສັງ​ເກດ​ເຫັນ​ການ​ວັດ​ແທກ​ທີ່​ແຕກ​ຕ່າງ, ປັບຂໍ້​ຕໍ່ ແລະ ນັອດຊ້ອນສອງຈົນ​ກວ່າ​ທ່ານ​ຮອດ​ການ​ວັດ​ແທກ​ທີ່​ເໝາະ​ສົມ.

    artpending