ການແນະນຳ

ຊຸດ​ເຄື່ອງ​ຕັດ​ລວງ​ຕັ້ງແມ່ນ​ຕິດ​ຢູ່​ໃນ​ການ​ຂີ່​ໃນ​ເຄື່ອງ​ຈັກ ແລະ ຕັ້ງ​ໃຈ​ໃຫ້​ນຳ​ໃຊ້​ໂດຍ​ຜູ້ປະ​ກອບ​ອາ​ຊີບ​ທີ່​ເປັນ​ຜູ້​ໃຊ້​ງານ​ທີ່​ໄດ້​ຈ້າງ​ມາ​ໃນ​ການ​ນຳ​ໃຊ້​ທາງ​ການ​ຄ້າ. ໃນ​ເບື້ອງ​ຕົ້ນ​ມັນຖືກ​ອອກ​ແບບ​ມາ​ສຳ​ລັບ​ການ​ຕັດຫຍ້າລວງ​ຕັ້ງ​ໃນ​ສະ​ໜາມ​ຫຍ້າ​ທີ່​ໄດ້​ຮັບ​ການບຳລຸງ​ຮັກ​ສາ​ຢ່າງ​ດີ​ເຊັ່ນ: ໃນສວນ​ສາ​ທາ​ລະ​ນະ, ເດີ່ນ​ກິ​ລາ ແລະ ໃນ​ພື້ນ​ທີ່​ທາງການ​ຄ້າ. ການນຳໃຊ້ຜະລິດຕະພັນນີ້ເພື່ອຈຸດປະສົງອື່ນນອກເໜືອຈາກການນຳໃຊ້ທີ່ເປັນຈຸດປະສົງຂອງມັນອາດຈະເປັນອັນຕະລາຍຕໍ່ທ່ານ ແລະ ຜູ້ທີ່ຢູ່ໃກ້ຄຽງ.

ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳ​ລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ເຂົ້າເບິ່ງເວັບໄຊ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ 1 ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.

Important: ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR ຢູ່ໃນແຜ່ນ​ປ້າຍເລກລຳດັບ (ຖ້າມີ) ເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.

g280722

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ມີຂໍ້ຄວາມກ່ຽວກັບຄວາມປອດໄພທີ່ໄດ້ລະບຸໂດຍສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ 2), ເຊິ່ງເປັນສັນຍານອັນຕະລາຍທີ່ອາດຈະເຮັດໃຫ້ເກີດການບາດເຈັບສາ​ຫັດ ຫຼື ເສຍຊີວິດ, ຖ້າທ່ານບໍ່ປະຕິບັດຕາມຂໍ້ຄວນລະວັງທີ່ແນະນຳ.

g000502

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສິ່ງສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ໝາຍ​ເຫດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ຜະລິດຕະພັນນີ້ປະຕິບັດຕາມຄຳສັ່ງແນະນຳຂອງເອີຣົບທີ່ກ່ຽວຂ້ອງທັງໝົດ. ສຳລັບລາຍລະອຽດ, ກະລຸນາເບິ່ງຖະແຫຼງການຂອງການລວມ​ເຂົ້າ​ກັນ​ເປັນ​ບໍ​ລິ​ສັດ (DOI) ຢູ່ດ້ານຫຼັງຂອງໜັງສືນີ້.

ຄວາມປອດໄພ

ເຄື່ອງຈັກນີ້ໄດ້ຖືກອອກແບບໃຫ້ສອດຄ່ອງກັບ EN ISO 5395 ແລະ ANSI B71.4–2017.

ຄວາມປອດໄພທົ່ວໄປ

ຜະລິດຕະພັນນີ້ມີຄວາມສາມາດທີ່​ຈະຕັດມື ແລະ ຕີນໄດ້. ຕ້ອງປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພທຸກຄັ້ງເພື່ອຫຼີກລ່ຽງການບາດເຈັບສາ​ຫັດ​ຕໍ່​ຕົວ​ເອງ

  • ອ່ານ ແລະ ທຳຄວາມເຂົ້າໃຈເນື້ອໃນຂອງຄູ່ມືຜູ້ໃຊ້ນີ້ກ່ອນທີ່ຈະເລີ່ມຕົ້ນນຳ​ໃຊ້ເຄື່ອງຈັກ.

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ປະຕິບັດງານກັບເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ເອົາ​ຂີ້​ເຫຍື້ອ ຫຼື ວັດ​ຖຸ​ອື່ນໆ​ທັງ​ໝົດ​ທີ່ໃບ​ມີດ​ຂອງ​ໜ່ວຍ​ຕັດອາດ​ຈະ​ເກັບ​ຂຶ້ນ​ມາ ຫຼື ປ່ອຍຟົ້ງ​ອອກ​ໄປ​ນັ້ນ​ອອກ. ໃຫ້ຜູ້ຢູ່ໃກ້ຄຽງທັງ​ໝົດຢູ່ຫ່າງຈາກບ່ອນ​ເຮັດ​ວຽກ.

  • ຢ່າວາງມື ຫຼື ຕີນຂອງທ່ານໃກ້ກັບສ່ວນປະກອບທີ່ເຄື່ອນໄຫວຂອງເຄື່ອງຈັກ.

  • ຢ່າປະຕິບັດງານເຄື່ອງຈັກໂດຍບໍ່ມີການປົກປ້ອງທຸກຄົນ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢ່າງຖືກຕ້ອງໃນເຄື່ອງຈັກ.

  • ຮັກສາບໍ່ໃຫ້ມີຊ່ອງເປີດໃດ​ໜຶ່ງລະບາຍອອກມາ.

  • ໃຫ້ຄົນຢູ່ໃກ້ຄຽງ, ແລະ ເດັກອອກຈາກພື້ນທີ່ປະຕິບັດງານ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ.

  • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

    • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    • ປ່ອຍໜ່ວຍຕັດໃຫ້ຕ່ຳລົງ.

    • ປົດເຄື່ອງ​ໝູນ.

    • ໃສ່ເບ​ຣກມື (ຖ້າ​ໄດ້​ຕິດ​ຕັ້ງ).

    • ມອດຈັກ ແລະ ຖອດກະແຈ.

    • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

    • ຖ້າ​ໃບ​ມີດ​ຂອງ​ເຄື່ອງ​ຕັດ​ລວງ​ຕັ້ງຕຳ​ກັບ​ວັດ​ຖຸ​ແຂງ ຫຼື ໜ່ວຍ​ສັ່ນ​ຜິດ​ປົກ​ກະ​ຕິ, ໃຫ້​ມອດ​ເຄື່ອງ​ຈັກ. ໃຫ້​ກວດ​ເບິ່ງສ່ວນ​ທີ່​ເສຍ​ຫາຍ​ຂອງເຄື່ອງ​ຕັດ​ລວງ​ຕັ້ງ. ໃຫ້​ສ້ອມ​ແປງ​ບ່ອນ​ທີ່​ເສຍ​ຫາຍ​ກ່ອນ​ເລີ່ມ​ຕົ້ນ ແລະ ໃຊ້​ງານເຄື່ອງ​ຕັດ​ລວງ​ຕັ້ງ.

    • ໃຫ້​ແນ່​ໃຈ​ວ່າເຄື່ອງ​ຕັດ​ລວງ​ຕັ້ງຢູ່​ໃນ​ສະ​ພາບ​ການ​ໃຊ້​ງານ​ທີ່ປອດ​ໄພ​ໂດຍ​ການ​ຮັກ​ສາ​ທຸກ​ອຸ​ປະ​ກອນ​ໃຫ້​ແໜ້ນໄວ້.

ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ Graphic, ເຊິ່ງໝາຍເຖິງຂໍ້ຄວນລະວັງ, ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງ​ກໍ່​ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫຼື ເສຍຊີວິດ.

ຄວາມປອດໄພຂອງໜ່ວຍຕັດ

  • ໜ່ວຍຕັດຈະເປັນເຄື່ອງຈັກທີ່ສົມບູນໄດ້​ກໍ່​ຕໍ່ເມື່ອຕິດຕັ້ງໃສ່ລົດຕັດຫຍ້າເທົ່າ​ນັ້ນ. ອ່ານ ປຶ້ມຄູ່ມືຜູ້ໃຊ້ ຂອງລົດຕັດຫຍ້າຢ່າງລະມັດລະວັງສຳລັບຄຳແນະນຳລະ​ອຽດກ່ຽວກັບການນຳໃຊ້ເຄື່ອງຈັກທີ່ປອດໄພ.

  • ມອດເຄື່ອງຈັກ, ຖອດກະແຈ (ຖ້າ​ໄດ້​ຕິດ​ຕັ້ງ) ແລະ ລໍຖ້າໃຫ້ການເຄື່ອນໄຫວທັງ​ໝົດຢຸດກ່ອນທີ່ຈະກວດກາສິ່ງທີ່ຕິດມານຳຫຼັງຈາກຕຳເອົາວັດຖຸ ຫຼື ຖ້າມີການສັ່ນສະເທືອນຜິດປົກກະຕິໃນເຄື່ອງຈັກ. ເຮັດການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະເລີ່ມ​ການ​ນຳ​ໃຊ້​ຕໍ່.

  • ຮັກສາທຸກພາກສ່ວນໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ສ່ວນ​ປະ​ກອບທັງໝົດຮັດແໜ້ນ. ປ່ຽນສະ​ຫຼາກທີ່ຫ້ຽນ ຫຼື ເສຍຫາຍທັງໝົດ.

  • ໃຊ້ແຕ່ອຸປະກອນເສີມ, ສິ່ງທີ່ຕິດມາ ແລະ ອາໄຫຼ່ປ່ຽນທີ່ອະ​ນຸ​ມັດໂດຍ Toro ເທົ່າ​ນັ້ນ.

ຄວາມປອດໄພຂອງໃບມີດ

ໃບມີດທີ່ຫ້ຽນ ຫຼື ເສຍຫາຍສາມາດແຕກຫັກ ແລະ ຊິ້ນສ່ວນຂອງ​ໃບ​ມີດສາມາດກະເດັນໃສ່ທ່ານ ຫຼື ຜູ້ທີ່ຢູ່ຂ້າງນອກ, ເຊິ່ງກໍ່ໃຫ້ເກີດການບາດເຈັບສາ​ຫັດ​ຕໍ່ບຸກ​ຄົນ ຫຼື ເສຍຊີວິດໄດ້.

  • ກວດກາໃບມີດເປັນໄລ​ຍະວ່າ​ມີ​ຄວາມຫ້ຽນ ຫຼື ເສຍຫາຍບໍ່.

  • ໃຊ້ຄວາມລະມັດລະວັງເມື່ອກວດເບິ່ງໃບມີດ. ຫໍ່ໃບມີດ ຫຼື ໃສ່ຖົງມື ແລະ ໃຊ້ຄວາມລະມັດລະວັງໃນເວລາທີ່ບຳ​ລຸງ​ຮັກ​ສາໃບມີດ. ປ່ຽນ ຫຼື ລັບໃບມີດເທົ່າ​ນັ້ນ; ຢ່າບິດໃຫ້ຊື່ ຫຼື ເຊື່ອມຈອດພວກມັນ.

  • ໃນ​ຈັກ​ທີ່​ມີ​ໃບ​ມີດ​ຫຼາຍ​ໃບ, ການ​ບຳ​ລຸງ​ຮັກ​ສາ​ໂດຍ​ການ​ໝູນ​ໃບ​ມີດ 1 ອັນ​ສາ​ມາດເຮັດ​ໃຫ້​ໃບ​ມີດ​ອື່ນໆ​ໝູນ​ໄດ້.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

decal137-9706

ການຕັ້ງຄ່າ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

ການກວດ​ກາ​ເຄື່ອງ​ຕັດ​ລວງ​ຕັ້ງ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ເຄື່ອງ​ຕັດ​ລວງ​ຕັ້ງ1

ຫຼັງ​ຈາກ​ເອົາ​ເຄື່ອງ​ຕັດ​ລວງ​ຕັ້ງ​ອອກ​ຈາກ​ກ່ອງ, ໃຫ້​ກວດ​ກາ​ເບິ່ງ​ດັ່ງ​ຕໍ່​ໄປ​ນີ້:

  1. ກວດ​ເບິ່ງ​ນ້ຳ​ມັນ​ກະ​ແລັດ​ຂອງແຕ່​ລະ​ສົ້ນ​ຂອງ​ກົງ​ໝູນ. ນ້ຳ​ມັນ​ກະ​ແລັດ​ຄວນ​ເປັນ​ຫຼັກ​ຖານ​ທີ່​ເຫັນ​ໄດ້​ຢູ່​ໃນ​ສະ​ຫຼັກ​ຂອງ​ເພົາ​ກົງ​ໝູນ.

  2. ໃຫ້​ແນ່​ໃຈ​ວ່າ​ໄດ້​ຮັດ​ນັອດ​ຕົວ​ຜູ້ ແລະ ນັອດ​ຕົວ​ແມ່​ທຸກ​ຕົວ​ໃຫ້​ແໜ້ນ.

  3. ໃຫ້​ແນ່​ໃຈ​ວ່າ​ກັນ​ສະ​ເທືອນກອບ​ຕົວ​ບັນ​ທຸກ​ໃຊ້​ງານ​ໄດ້​ຢ່າງ​ເສ​ລີ ແລະ ບໍ່ຕິດ​ເມື່ອ​ຖອຍ​ຫຼັງ ແລະ ໄປ​ໜ້າ.

ການຕິດຕັ້ງກົງ​ໝູນ​ຂົນ​ສົ່ງ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ການ​ປະ​ກອບ​ກົງ​ໝູນ​ຂົນ​ສົ່ງ2
ສະຫຼັກລັອກ2

ຍຶດ​ຖານ​ຮັບ​ນ້ຳ​ໜັກ​ກົງ​ໝູນ​ຂົນ​ສົ່ງ​ໃສ່​ແຕ່ສະ​ຫຼັກ​ຈານ​ດ້ານ​ຂ້າງ​ແຕ່​ລະ​ອັນ​ດ້ວຍ​ສະ​ຫຼັກ​ລັອກ (ຮູບສະແດງ 3).

g028401

Note: ກົງ​ໝູນ​ຄວນ​ໃຫ້​ຢູ່​ຕຳ​ແໜ່ງ​ໄປ​ດ້ານ​ຫຼັງ​ຂອງ​ເຄື່ອງ​ຕັດ​ລວງ​ຕັ້ງ.

ການ​ຕິດ​ຕັ້ງແຫວນ​ຮູ​ບ​ຕົວ O ແລະ ຂໍ້​ຕໍ່​ກະ​ແລັດ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ແຫວນ​ຮູ​ບ​ຕົວ O1
ຂໍ້​ຕໍ່ກະ​ແລັດ​ແບບ​ຊື່1

ຕິດ​ຕັ້ງ​ຂໍ້​ຕໍ່​ກະ​ແລັດໃນ​ຂ້າງ​ຂອງ​ມໍ​ເຕີ້ກຽວຂອງເຄື່ອງ​ຕັດ​ລວງ​ຕັ້ງ. ໃຫ້​ເບິ່ງ ຮູບສະແດງ 4 ເພື່ອ​ກຳ​ນົດ​ຕຳ​ແໜ່ງ​ຂອງ​ມໍ​ເຕີ້ຂອງ​ກົງ​ໝູນ​ແຕ່​ລະ​ຕົວໂດຍ​ອີງ​ໃສ່​ຕຳ​ແໜ່ງ​ຂອງເຄື່ອງ​ຕັດ​ລວງ​ຕັ້ງ​ແຕ່​ລະ​ອັນ.

g031275
  1. ຖອດ ແລະ ຖິ້ມ​ສະຫຼັກ​ກຽວ​ໃນ​ຈານຂ້າງ​ຂອງ​ມໍ​ເຕີ​ກຽວ (ຮູບສະແດງ 5).

    g028407
  2. ຕິດ​ຕັ້ງ​ຂໍ້​ຕໍ່​ກະ​ແລັດ​ແບບຊື່ (ຮູບສະແດງ 5).

  3. ຖ້າ​ຫາກບໍ່​ມີ​ນັອດຕົວ​ຜູ້ໃນ​ຈານຂ້າງ​ຂອງ​ມໍ​ເຕີ​ກຽວ, ໃຫ້​ໃສ່​ພວກ​ມັນ (ຮູບສະແດງ 5).

  4. ໃສ່ແຫວນ​ຮູບຕົວ O ໃສ່​ໃນມໍ​ເຕີກຽວ (ຮູບສະແດງ 6).

    Note: ມໍ​ເຕີ້​ໄຟ​ສະ​ແດງ​ຂຶ້ນ; ຂັ້ນ​ຕອນ​ນີ້​ຍັງ​ນຳ​ໃຊ້​ກັບ​ມໍ​ເຕີ້​ໄຮ​ໂດ​ຣ​ລິກ.

    g027164

ການ​ຕິດ​ຕັ້ງ​ນັອດ​ຕົວ​ຜູ້​ແບບ​ໄຫຼ່ (RM5010–ແບບ​ປະ​ສົມ​ເທົ່າ​ນັ້ນ)

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ນັອດ​ຕົວ​ຜູ້​ແບບ​ໄຫຼ່5

ສຳ​ລັບ​ເຄື່ອງ​ຕັດ​ລວງ​ຕັ້ງ​ທີ່​ກຳ​ລັງ​ຖືກ​ຕິດ​ຢູ່​ໃນ Reelmaster 5010-H, ປ່ຽນ​ນັອດ​ຕົວ​ຜູ້​ແບບ​ໄຫຼ່​ຢູ່​ໃນ​ຈານ​ດ້ານ​ຂ້າງ​ມໍ​ເຕີ້​ກົງ​ໝູນ (ຮູບສະແດງ 7) ພ້ອມ​ກັບ​ນັອດ​ຕົວ​ຜູ້​ແບບ​ໄຫຼ່​ໃໝ່; ບໍ່​ດັ່ງ​ນັ້ນ, ກົງ​ໝູນ​ໄຟ​ຟ້າ​ຈະ​ສຳ​ຜັດ​ກັບ​ນັອດ​ຕົວ​ຜູ້​ທີ່​ມີ​ຢູ່.

g029157

ການ​ຕິດ​ຕັ້ງ​ຊຸດ​ເຄື່ອງ​ມື​ນ້ຳ​ໜັກ​ທ້າຍ (ລຸ້ນ 03618 ເທົ່ານັ້ນ)

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຊຸດ​ເຄື່ອງ​ມືນ້ຳ​ໜັກທ້າຍ (ຂາຍ​ແຍກ​ຕ່າງ​ຫາກ)1

ຊື້ ແລະ ຕິດ​ຕັ້ງ​ຊຸດ​ເຄື່ອງ​ມື​ນ້ຳ​ໜັກ​ທ້າຍ​ທີ່​ເໝາະ​ສົມ​ສຳ​ລັບ​ການ​ກຳ​ນົດ​ຄ່າ​ຂອງ​ເຄື່ອງ​ຈັກ​ຂອງ​ທ່ານ (ຮູບສະແດງ 8).

  • ຊຸດ​ເຄື່ອງ​ມືນ້ຳ​ໜັກລຸ້ນ 03411 ສຳ​ລັບມໍ​ເຕີ້​ກົງ​ໝູນໄຟ​ຟ້າ

  • ຊຸດ​ເຄື່ອງ​ມືນ້ຳ​ໜັກລຸ້ນ 03412 ສຳ​ລັບມໍ​ເຕີ້​ກົງ​ໝູນໄຮໂດຼ​ລິກ

g028413

ສາ​ມາດ​ຕິດ​ຕັ້ງ​ເຄື່ອງ​ຕັດ​ລວງ​ຕັ້ງ​ຢູ່​ບ່ອນ​ໃດ​ໜຶ່ງ​ໃນ 5 ບ່ອນ​ຂອງ​ໜ່ວຍ​ຕັດ​ໄດ້. ຮູບສະແດງ 5 ສະ​ແດງ​ການ​ຈັດ​ວາງ​ຂອງ​ມໍ​ເຕີ້ຂັບ​ເຄື່ອນ​ສຳ​ລັບ​ແຕ່​ລະ​ທີ່​ຕັ້ງ. ສຳ​ລັບ​ທີ່​ຕັ້ງ​ໃດ​ໜຶ່ງ​ທີ່​ຕ້ອງ​ໄດ້​ໃຫ້​ຕິດ​ມໍ​ເຕີ້​ໃສ່ເທິງ​ປາຍ​ດ້ານ​ຂວາ​ຂອງ​ເຄື່ອງ​ຕັດ​ລວງ​ຕັ້ງ, ຕິດ​ຕັ້ງ​ຕົວ​ຖ່ວງ​ນ້ຳ​ໜັກ​ຢູ່ປາຍ​ດ້ານ​ຊ້າຍ​ຂອງ​ເຄື່ອງ​ຕັດ​ລວງ​ຕັ້ງ. ສຳ​ລັບ​ທີ່​ຕັ້ງທີ່​ຕ້ອງ​ໄດ້​ໃຫ້​ຕິດ​ມໍ​ເຕີ້​ໃສ່ເທິງ​ປາຍ​ດ້ານຊ້າຍ, ຕິດ​ຕັ້ງ​ຕົວ​ຖ່ວງ​ນ້ຳ​ໜັກ​ຢູ່ປາຍ​ດ້ານ​​ຂວາ​ຂອງ​ເຄື່ອງ​ຕັດ​ລວງ​ຕັ້ງ.

Note: ສຳ​ລັບ​ລຸ້ນ 03619, ຕົວ​ຖ່ວງ​ນ້ຳ​ໜັກ​ຖືກ​ຈັດ​ສົ່ງ​ມາ​ໃຫ້​ຕິດ​ຕັ້ງ​ໃສ່​ປາຍ​ດ້ານ​ຂວາ​ຂອງ​ເຄື່ອງ​ຕັດ​ລວງ​ຕັ້ງ. ນັອດ​ຕົວ​ຜູ້​ຢູ່​ປາຍ​ດ້ານ​ຊ້າຍ​ຈະ​ຖືກ​ນຳ​ໃຊ້​ສຳ​ລັບ​ການ​ຍຶດ​ມໍ​ເຕີ້.

ການ​ປັບ​ເຄື່ອງ​ຕັດ​ລວງ​ຕັ້ງ

ການ​ຕິດກົງ​ໝູນ​ລວງ​ຕັ້ງ

ກົງ​ໝູນ​ລວງ​ຕັ້ງ​ຖືກ​ຕິດ​ໃສ່ລົດ​ຕັດຫຍ້າວິ​ທີ​ດຽວ​ກັນ​ກັບ​ໜ່ວຍ​ຕັດ​ກົງ​ໝູນ​ຕິດ​ໃສ່. ໃຫ້ເບິ່ງ ຄູ່ມືຜູ້​ໃຊ້ ຂອງລົດຕັດຫຍ້າສຳລັບຄຳແນະນຳໃນການຕິດ.

ຕິດ​ຕັ້ງ​ມໍ​ເຕີ້​ກົງ​ໝູນ ແລະ ໃສ່​ນ້ຳ​ມັນ​ກະ​ແລັດ​ແຜ່ນ​ດ້ານ​ຂ້າງ​ຈົນ​ກວ່າ​ນ້ຳ​ມັນ​ກະ​ແລັດ​ສ່ວນ​ເກີນ​ລົ້ນ​ອອກ​ຈາກວາວ​ຜ່ອນ, ໃຫ້​ເບິ່ງ ໃສ່​ນ້ຳ​ມັນ​ຫຼໍ່​ມື່ນເຄື່ອງ​ຕັດ​ລວງ​ຕັ້ງ.

ພາບລວມຂອງຜະລິດຕະພັນ

ລຸ້ນນ້ຳໜັກສຸດທິ
03618ໂດຍ​ບໍ່​ມີ​ນ້ຳ​ໜັກ​ສ່ວນ​ທ້າຍ:
 49.4 ກ​ລ (109 ປອນ)
 ໂດຍ​ມີ​ນ້ຳ​ໜັກ​ສ່ວນ​ທ້າຍ (ມໍ​ເຕີ້ໄຮ​ໂດຼ​ລິກ):
 52.6 ກ​ລ (116 ປອນ)
 ໂດຍ​ມີ​ນ້ຳ​ໜັກ​ສ່ວນ​ທ້າຍ (ມໍ​ເຕີ້ໄຟ​ຟ້າ):
 55.8 ກ​ລ (123 ປອນ)
0361959.9 ກ​ລ (132 ປອນ)

ການປະຕິບັດງານ

ໄລ​ຍະ​ການ​ຝຶກ​ອົບ​ຮົມ

ກ່ອນ​ໃຊ້​ງານ​ກົງ​ໝູນ​ເຄື່ອງ​ຕັດ​ລວງ​ຕັ້ງ, ໃຫ້​ປະ​ເມີນ​ຜົນ​ງານ​ຂອງ​ກົງ​ໝູນ​ຢູ່​ທີ່​ການ​ຕັ້ງ​ຄ່າ​ທີ່​ຕ້ອງ​ການ. ໃຊ້​ງານ​ຢູ່​ໃນ​ພື້ນ​ທີ່ບໍ່​ໄດ້​ໃຊ້​ງານ​ທີ່​ໂລ່ງ​ແຈ້ງ​ເພື່ອ​ກຳ​ນົດ​ວ່າ​ຈະ​ໄດ້​ຮັບ​ຜົນ​ໄດ້​ຮັບ​ຕາມ​ທີ່​ຕ້ອງ​ການ​ບໍ່. ປັບ​ຕາມ​ທີ່​ຕ້ອງ​ການ.

ການ​ປັບ​ເຄື່ອງ​ຕັດ​ລວງ​ຕັ້ງ

ການປັບຄວາມເລິກໃບ​ມີດ

Note: ຄວາມ​ເລັກ​ການ​ແຫຍ່​ເຂົ້າ​ໄປ​ຂອງ​ໃບ​ມີດ​ທີ່​ແນະ​ນຳ​ສູງ​ສຸດ​ແມ່ນ​ມີ​ດັ່ງ​ຕໍ່​ໄປ​ນີ້:

  • ລຸ້ນ 03618 ແມ່ນ 3 ມມ (⅛ ນິ້ວ).

  • ລຸ້ນ 03619 ແມ່ນ 6 ມມ (¼ ນິ້ວ).

  1. ວາງ​ກົງ​ໝູນ​ເຄື່ອງ​ຕັດ​ລວງ​ຕັ້ງຢູ່ໃນພື້ນ​ພຽງ​ໄດ້​ລະ​ດັບ.

  2. ວາງເຫຼັກເຄື່ອງວັດແທກ 2 ອັນ, ເຊິ່ງ​ມີ​ຄວາມ​ເລິກ​ການ​ແຫຍ່​ເຂົ້າ​ຂອງ​ໃບ​ມີດ​ທີ່​ຕ້ອງ​ການ​ຢູ່​ພື້ນ​ດິນ, ຢູ່​ກ້ອງ​ກົງ​ໝູນ​ດ້ານ​ໜ້າ ແລະ ດ້ານ​ຫຼັງ​ຂອງ​ກົງ​ໝູນ​ເຄື່ອງ​ຕັດ​ລວງ​ຕັ້ງ​ໃນ​ແຕ່​ລະ​ປາຍ​ຂອງ​ກົງ​ໝູນ (ຮູບສະແດງ 9).

    g346209

    Note: ໃບ​ມີດ​ເຄື່ອງ​ຕັດ​ລວງ​ຕັ້ງ​ຕ້ອງ​ບໍ່​ສຳ​ຜັດ​ກັບເຫຼັກເຄື່ອງວັດແທກ.

  3. ບິດ​ນັອດ​ປັບ​ໃນລາງຄວາມ​ສູງ​ຂອງ​ການ​ຕັດແຕ່​ລະ​ຕົວ (ຮູບສະແດງ 9) ເພື່ອ​ໃຫ້​ໃບ​ມີດ​ເຄື່ອງເຄື່ອງ​ຕັດ​ລວງ​ຕັ້ງອອກ​ມາ​ສຳ​ຜັດ​ກັບ​ພື້ນ​ຜິວ​ພຽງ​ໃນທັງ​ສອງ​ສົ້ນ.

    Note: ເນື່ອງ​ຈາກ​ໃບ​ມີ​ເຄື່ອງຕັດ​ລວງ​ຕັ້ງອອກ​ຫຼຸ້ຍ​ຫ້ຽນ, ເສັ້ນ​ຜ່າ​ກາງ​ຂອງກົງ​ໝູນຈະ​ຫຼຸດ​ລົງ ແລະ ການ​ຕັ້ງ​ຄ່າ​ຄວາມ​ເລິກ​ຈະ​ປ່ຽນ​ແປງ. ກວດ​ເບິ່ງ​ການ​ຕັ້ງ​ຄ່າ​ຄວາມ​ເລິກ​ເປັນ​ໄລ​ຍະ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ໄດ້​ຮັບ​ການ​ຕັ້ງ​ຄ່າ​ຕາມ​ທີ່​ຕ້ອງ​ການ.

ການປັບແຜ່ນ​ບັງຫຍ້າດ້ານ​ຫຼັງ

Note: ເມື່ອ​ໃຊ້​ງານ​ຢູ່​ໃນ​ສະ​ພາບ​ເດີ່ນ​ຫຍ້າ​ບ່ອນ​ທີ່​ມີ​ຂີ້​ເຫຼືອ​ຫຼາຍ ຫຼື ຫຍ້າ​ຄາ​ຫຼາຍ, ເປີດ​ແຜ່ນ​ບັງ​ການ​ປ່ອຍ​ອອກ​ດ້ານ​ຫຼັງ​ເພື່ອ​ຊ່ວຍ​ເຮັດ​ໃຫ້​ຂີ້​ເຫຍື້ອ​ປ່ອຍ​ອອກ​ຈາກ​ກົງ​ໝູນ.

  1. ມາຍ​ນັອດ​ຕົວ​ຜູ້​ໃນ​ແກນ​ໝູນ​ຂອງ​ແຜ່ນ​ບັງ​ຫຍ້າ​ໃຫ້​ຫຼວມ (ຮູບສະແດງ 10).

    g028403
  2. ໝູນ​ແຜ່ນ​ບັງ​ຫຍ້າ​ໄປ​ສູ່​ການ​ຕັ້ງ​ຄ່າ​ທີ່​ຕ້ອງ​ການ ແລະ ຮັດ​ນັອດ​ຕົວຜູ້​ໃຫ້​ແໜ້ນ (ຮູບສະແດງ 10).

    ຂໍ້ຄວນລະວັງ

    ຢ່າ​ເປີດ​ແຜ່ນ​ບັງ​ດ້ານ​ຫຼັງ​ເພື່ອ​ທີ່​ຈະ​ໃຫ້​ມັນ​ສູງ​ຂຶ້ນກວ່າ​ລະ​ດັບ​ພື້ນ​ດິນ.

    ຂີ້​ເຫຍື້ອ​ທີ່​ຟົ້ງ​ອອກ​ມາ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ໄດ້.

ການປັບ​ຕົວ​ຈັດ​ໄລ​ຍະ​ຫ່າງກົງ​ໝູນ

  1. ມາຍ​ນັອດ​ແມ່​ໜ້າ​ແຜນ​ທີ່​ຍຶດ​ຕົວ​ຈັດ​ໄລ​ຍະ​ຫ່າງ​ກົງ​ໝູນ​ໃຫ້​ຫຼວມ (ຮູບສະແດງ 11).

    g028404
  2. ເຄື່ອນ​ແທ່ງ​ເຫຼັກ​ຕົວ​ຂູດ​ເຂົ້າໃນ ຫຼື ອອກນອກ​ເພື່ອ​ໃຫ້​ໄດ້​ໄລ​ຍະ​ຫ່າງ 0.0 ຫາ 0.75 ມມ (0.0 ຫາ 0.03 ນິ້ວ) ລະ​ຫວ່າງ​ຕົວ​ຂູດ ແລະ ກົງ​ໝູນ.

  3. ໃຫ້​ແນ່​ໃຈ​ວ່າ​ແທ່ງ​ເຫຼັກ​ຕົວ​ຂູດ​ຂະ​ໜານ​ກັບ​ກົງ​ໝູນ ແລະ ໄປ​ຫາ​ພື້ນ​ຜິວ​ພຽງ.

  4. ຫັນນັອດຕົວ​ແມ່​ໜ້າ​ແປນໃຫ້​ແໜ້ນເພື່ອລັອກການປັບ.

ການປັບກົງ​ໝູນ​ຂົນ​ສົ່ງ

Important: ກ່ອນ​ປ່ອຍເຄື່ອງ​ຕັດ​ລວງ​ຕັ້ງຕ່ຳ​ລົງ​ສູ່​ພື້ນ ຫຼື ເອົາ​ອອກ​ຈາກ​ລົດ​ຕັດ​ຫຍ້າ, ປ່ອຍກົງ​ໝູນ​ຂົນ​ສົ່ງ (ຮູບສະແດງ 11) ຕ່ຳ​ລົງ​ເພື່ອ​ປົກ​ປ້ອງໃບ​ມີດບໍ່​ໃຫ້​ຖືກ​ກັບ​ພື້ນ​ແຂງ.

  1. ເອົາ​ສະ​ຫຼັກ​ລັອກທີ່​ຍຶດ​ຖານ​ຮັບ​ນ້ຳກົງ​ໝູນ​ຂົນ​ສົ່ງໃສ່​ສະ​ຫຼັກແຜ່ນ​ດ້ານ​ຂ້າງອອກ.

  2. ປັບ​ຕຳແໜ່ງລູກ​ກິ້ງ​ຂົນ​ສົ່ງດັ່ງ​ຕໍ່​ໄປນີ້:

    • ປ່ອຍ​ຖານ​ຮັບ​ນ້ຳ​ໜັກ​ກົງ​ໝູນ​ຕ່ຳ​ລົງ​ກ່ອນ​ເຄື່ອງ​ຕັດ​ລວງ​ຕັ້ງ​ຖືກ​ປ່ອຍ​ຕ່ຳ​ລົງ​ຫາ​ພື້ນ.

    • ຍົກ​ຖານ​ຮັບ​ນ້ຳ​ໜັກກົງ​ໝູນຂຶ້ນ​ຫຼັງ​ຈາກ​ຍົກເຄື່ອງ​ຕັດ​ລວງ​ຕັ້ງຂຶ້ນ​ສູ່​ຕຳ​ແໜ່ງ​ໃຊ້​ງານ.

  3. ຍຶດ​ຖານ​ຮັບ​ນ້ຳ​ໜັກ​ກົງ​ໝູນ​ຂົນ​ສົ່ງ​ໃສ່​ແຕ່ສະ​ຫຼັກແຜ່ນດ້ານ​ຂ້າງ​ແຕ່​ລະ​ອັນ​ດ້ວຍ​ສະ​ຫຼັກ​ລັອກ.

  4. ເຮັດຊ້ໍາຄືນຂັ້ນຕອນດຳ​ເນີນ​ການ​ໃນປາຍ​ຂອງ​ເຄື່ອງ​ຕັດ​ລວງ​ຕັ້ງ.

ຄຳ​ແນະ​ນຳ​ການ​ໃຊ້​ງານ

  • ໃຊ້​ງານ​ເຄື່ອງ​ຕັດ​ຫຍ້າ​ເຕັມ​ອັດ​ຕາ​ຄັນ​ເລັ່ງ, ຄວາມໄວກົງໝູນເຕັມ​ຂີດ (ການ​ຕັ້ງ​ຄ່າ 9) ແລະ ຢູ່​ທີ່​ຄວາມ​ໄວ​ການ​ຫົດ​ຢືດ​ທີ່​ຕ້ອງ​ການ.

  • ຄວາມ​ເລັກ​ການ​ແຫຍ່​ເຂົ້າ​ໄປ​ຂອງ​ໃບ​ມີດ​ທີ່​ແນະ​ນຳ​ສູງ​ສຸດ​ແມ່ນ​ມີ​ດັ່ງ​ຕໍ່​ໄປ​ນີ້:

    • ລຸ້ນ 03618 ແມ່ນ 3 ມມ (⅛ ນິ້ວ).

    • ລຸ້ນ 03619 ແມ່ນ 6 ມມ (¼ ນິ້ວ).

  • ຄວາມ​ຕ້ອງ​ການ​ພະ​ລັງ​ງານ​ເພື່ອ​ນຳ​ໃຊ້ກົງ​ໝູນ​ເຄື່ອງ​ຕັດ​ລວງ​ຕັ້ງຈະ​ແຕກ​ຕ່າງ​ໄປ​ຕາມ​ສະ​ໜາມ​ຫຍ້າ ແລະ ສະ​ພາບ​ຂອງ​ດິນ. ຄວາມ​ໄວ​ຂອງ​ການ​ເຄື່ອນ​ໄປ​ອາດ​ຈະ​ຕ້ອງ​ໄດ້​ຫຼຸດ​ລົງ​ຢູ່​ໃນ​ບາງ​ສະ​ພາບ.

  • ເມື່ອ​ໃຊ້​ງານ​ຢູ່​ໃນ​ສະ​ພາບ​ເດີ່ນ​ຫຍ້າ​ບ່ອນ​ທີ່​ມີ​ຂີ້​ເຫຼືອ​ຫຼາຍ ຫຼື ຫຍ້າ​ຄາ​ຫຼາຍ, ເປີດ​ແຜ່ນ​ບັງ​ການ​ປ່ອຍ​ອອກດ້ານ​ໜ້າ ແລະ ດ້ານ​ຫຼັງ​ເພື່ອ​ຊ່ວຍ​ເຮັດ​ໃຫ້​ຂີ້​ເຫຍື້ອ​ປ່ອຍ​ອອກ​ຈາກ​ກົງ​ໝູນ.

    ຂໍ້ຄວນລະວັງ

    ຂີ້​ເຫຍື້ອ​ທີ່​ຟົ້ງ​ອອກ​ມາ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ໄດ້.

    ຢ່າ​ເປີດ​ແຜ່ນ​ບັງ​ດ້ານ​ຫຼັງ​ເພື່ອ​ທີ່​ຈະ​ໃຫ້​ມັນ​ສູງ​ຂຶ້ນກວ່າ​ລະ​ດັບ​ພື້ນ​ດິນ.

ການບຳລຸງຮັກສາ

ການໃຊ້​ຂາ​ຄ້ຳ​ໃນ​ເວ​ລາ​ຍົກ​ໜ່ວຍ​ຕັດ​ຂຶ້ນ

Note: ເມື່ອ​ຕ້ອງ​ໄດ້​ອຽງ​ເຄື່ອງ​ຈັກ​ລວງ​ຕັ້ງ​ເພື່ອ​ໃຫ້​ຖືກ​ໃບ​ມີດ​ເຄື່ອງ​ຕັດ​ລວງ​ຕັ້ງ, ໃຊ້​ຂາຄ້ຳ (ໃຫ້​ມາ​ພ້ອມ​ກັບ​ເຄື່ອງ​ຕັດ​ຫຍ້າ) (ຮູບສະແດງ 12).

g028400

ໃສ່​ນ້ຳ​ມັນ​ຫຼໍ່​ມື່ນເຄື່ອງ​ຕັດ​ລວງ​ຕັ້ງ

ເຄື່ອງ​ຕັດ​ລວງ​ຕັ້ງແຕ່​ລະເຄື່ອງ​ມີ​ສິ່ງ​ຕິດ​ຕັ້ງ​ທີ່​ມີ​ກະ​ແລັດ 5 ອັນ (ຮູບສະແດງ 13) ທີ່ມີກະແລັດທີ່ຕ້ອງໄດ້ຮັບການຫຼໍ່ມື່ນເປັນປະຈຳອາ​ທິດກະແລັດຣີທຽມເບີ 2.

ຈຸດ​ໃສ່ນ້ຳ​ມັນ​ຫຼໍ່​ລື່ນແມ່ນ​ກົງ​ໝູນ​ດ້ານ​ໜ້າ (2), ກົງ​ໝູນ​ດ້ານ​ຫຼັງ (2) ແລະ ສະ​ຫຼັກ​ມໍ​ເຕີ້​ກົງ​ໝູນ (1).

Important: ການ​ຫຼໍ່​ລື່ນ​ໜ່ວຍ​ຕັດ​ທັນ​ທີຫຼັງ​ຈາກ​ລ້າງ​ຈະຊ່ວຍຊັບ​ນ້ຳ​ອອກ​ຈາກລູກ​ບີ່ ແລະ ເພີ່ມ​ອາ​ຍຸການ​ໃຊ້​ງານ​ຂອງ​ລູກ​ບີ່.

  1. ເຊັດ​​ຊິ້ນ​ສ່ວນ​ນ້ຳ​ມັນ​ກະ​ແລັດ​ແຕ່​ລະ​ອັນ​ດ້ວຍ​ຜ້າ​ທີ່​ສະ​ອາດ.

  2. ທາ​ນ້ຳ​ມັນ​ກະ​ແລັດ​ໃສ່​ຈົນ​ກວ່າທ່ານ​ເຫັນມີ​ນ້ຳ​ມັນ​ກະ​ແລັດ​ທີ່​ສະ​ອາ​ດອອກ​ມາຈາກ​ຕົວ​ອັດ​ລູກກິ້ງ ແລະ ວາວ​ລະ​ບາຍ​ແຮງ​ດັນລູກ​ບີ່ (ຮູບສະແດງ 13).

    g029271
  3. ເຊັດ​ນ້ຳ​ມັນ​ກະ​ແລັດ​ສ່ວນ​ເກີນອອກ.

ການ​ເອົາ​ໃບ​ມີດ​ເຄື່ອງ​ຕັດ​ລວງ​ຕັ້ງ​ອອກ​ຈາກ​ຫົວ​ເພົາ

  1. ຍຶດ​ປາຍ​ຂອງ​ຫົວ​ເພົາ​ເຄື່ອງ​ຈັກ​ລວງ​ຕັ້ງ​ໃຫ້​ແໜ້າ, ເຊິ່ງ​ມີ​ພຽງ​ແຕ່​ແຫວນ​ຮອງ​ອັນ​ໜຶ່ງ ແລະ ຈັດ​ຕົວ​ແມ່​ຢູ່​ໃນຄີບ​ໜີບ.

  2. ຢູ່​ປາຍ​ດ້ານ​ອື່ນ​ຂອງ​ຫົວ​ເພົາ, ໝູນ​ນັອດ​ຕົວ​ແມ່​ໄປ​ທິດ​ທວນ​ເຂັມ​ໂມງ ແລະ ເອົາ​ນັອດ​ອ​ອກ.

    ຂໍ້ຄວນລະວັງ

    ໃບ​ມີດຄົມຫຼາຍ ແລະ ອາດ​ຈະ​ມີ​ສ້ຽນ​ທີ່​ຈະບາດ​ມື​ຂອງ​ທ່ານ​ໄດ້.

    ໃສ່ຖົງມື ແລະ ໃຊ້ຄວາມ​ລະ​ມັດ​ລະ​ວັງເມື່ອເອົາ​ໃບ​ມີ​ອອກ​ຈາກ​ຫົວ​ເພົາ.

  3. ເອົາ​ຕົວ​ຈັດ​ໄລ​ຍະ​ຫ່າງ​ນ້ອຍ​ອອກ, ແຫວນ​ຮອງ (ລຸ້ນ 03619 ເທົ່າ​ນັ້ນ), ໃບ​ມີດ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ​ໃຫຍ່. ທຳ​ຄວາມ​ສະ​ອາດ ແລະ ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ຫົວ​ເພົາ​ຫົ​ກຫຼ່ຽມ ແລະ ຈະ​ຕຸ​ລັດ​ດ້ວຍ​ການ​ທາ​ນ້ຳ​ມັນ​ກະ​ແລັດ​ໃສ່​ບາງໆ​ເພື່ອ​ໃຫ້​ປະ​ກອບ​ໄດ້​ງ່າຍ (ຮູບສະແດງ 15 ຫຼື ຮູບສະແດງ 14).

    g345684

    Important: ລຳ​ດັບຂອງ​ການ​ມ້າງ​ມີ​ຄວາມ​ສຳ​ຄັນ​ຫຼາຍ​ທີ່​ສຸດ. ຢ່າ​ປີ້ນ​ດ້ານ​ໃບ​ມີດກົງ​ໝູນ​ເຄື່ອງ​ຕັດ​ລວງ​ຕັ້ງ​ເມື່ອ​ມ້າງ ຫຼື ປີ້ນ​ລຳດັບ​ເມື່ອ​ກຳ​ລັງ​ປະ​ກອບ​ພວກ​ມັນ. ບັນ​ທຶກ​ຮູ​ດັດ​ຊະ​ນີຢູ່​ໃນ​ແຕ່​ລະ​ໃບ​ມີດເຄື່ອງ​ຕັດ​ລວງ​ຕັ້ງ. ຮູ​ດັດ​ຊະ​ນີ​ຖືກ​ຈັດ​ໃຫ້​ສຳ​ລັບ​ອົງ​ປະ​ກອບ​ເພື່ອ​ໃຫ້​ໄດ້​ຮັບກົ້ນ​ຫອຍ​ທີ່​ຖືກ​ຕ້ອງສຳ​ລັບກົງ​ໝູນ​ເຄື່ອງ​ຕັດ​ລວງ​ຕັ້ງ.

    g010889

ການ​ຕິດ​ຕັ້ງ​ໃບ​ມີດ​ເຄື່ອງ​ຕັດ​ລວງ​ຕັ້ງ

  1. ປະ​ກອບ​ໃບ​ມີດ (ຮູບສະແດງ 16).

  2. ປະ​ກອບ​ຕົວ​ຈັດ​ໄລ​ຍະ​ຫ່າງ​ໃຫຍ່.

  3. ຢ່າ​ປີ້ນ​ດ້ານ​ໃບ​ມີດກົງ​ໝູນ​ເຄື່ອງ​ຕັດ​ລວງ​ຕັ້ງ​ເມື່ອປະ​ກອບ​ພວກ​ມັນ​ໃນ​ຫົວ​ເພົາ​ກົງ​ໝູນ.

    Note: ຖ້າ​ທ່ານ​ປີ້ນ​ດ້ານ​ໃບ​ມີດ, ໃບ​ມີດ​ໃຊ້​ງານ​ຢູ່ (ກົມ) ຈະ​ປະ​ສົງ​ກັບ​ປາຍ​ທີ່​ຄົມ​ຂອງ​ໃບ​ມີດ​ທີ່​ບໍ່​ໄດ້​ໃຊ້​ມາ​ກ່ອນ, ເຮັດ​ໃຫ້​ໄດ້​ຜົນ​ການ​ຕັດ​ທີ່​ບໍ່​ໜ້າ​ພໍ​ໃຈ.

  4. ຕິດ​ຕັ້ງ​ໃບ​ມີດ​ຖັດ​ໄປ​ຕາມ​ທິດ​ເຂັມ​ໂມງ​ເພື່ອ​ໃຫ້​ຮູ​ອ້າງ​ອີງ​ດັດ​ຊະ​ນີ (ຮູບສະແດງ 16) ບໍ່​ຖືກ​ຈັດ​ລຽງ​ກັບ​ຮູ​ໃບ​ມີດ​ທຳ​ອິດ​ໂດຍ​ໜ້າ​ພຽງ​ອັນ​ໜຶ່ງ​ຂອງ​ຫົວ​ເພົາ.

    g017524
  5. ສືບ​ຕໍ່​ຕິດ​ຕັ້ງ​ຕົວ​ຈັດ​ໄລ​ຍະ​ຫ່າງ ແລະ ໃບ​ມີດ​ຢູ່​ໃນ​ຮູບ​ແບບ​ນີ້​ຈົນ​ກວ່າ​ອົງ​ປະ​ກອບ​ເຕັມ​ຂອງ​ໃບ​ມີດ​ຖືກ​ຕິດ​ຕັ້ງ.

    Note: ເມື່ອ​ປະ​ກອບ​ຢ່າງ​ຖືກ​ຕ້ອງ​ແລ້ວ, ໃບ​ມີດ​ຈະ​ຖືກອຽງ​ໃນ​ຮູບ​ແບບ​ດັ່ງ​ກ່າວ​ເພື່ອ​ໃຫ້​ປາ​ກົດ​ຂຶ້ນ​ຄື​ກັບ​ກົ້ນ​ຫອຍ.

  6. ຕິດ​ຕັ້ງ​ຕົວ​ຈັດ​ໄລ​ຍະ​ຫ່າງ​ນ້ອຍ​ໃສ່​ຫົວ​ເພົາ.

  7. ນຳ​ໃຊ້ Blue Loctite 242 ໃສ່​ນັອດ. ຕິດ​ຕັ້ງ​ນັອດ​ຕົວ​ແມ່​ໃສ່​ໃນ​ຫົວ​ເພົາ (ດ້ານ​ຂ້າງ​ຂອງ​ເຄື່ອງ​ຈັກ​ຂອງ​ນັອດ​ໄປ​ໃສ່​ຕົວ​ຈັດ​ໄລ​ຍະ​ຫ່າງ) ແລະ ຮັດ​ມັນໃຫ້​ແໜ້ນ​ໃຫ້​ໄດ້ 109 ຫາ 135 N-m (80 ຫາ 100 ft-lb).

ຕົວ​ຈັດ​ໄລ​ຍະ​ຫ່າງ​ໃບ​ມີດ​ທາງ​ເລືອກ

ຕົວ​ຈັດ​ໄລ​ຍະ​ຫ່າງ 0.50 ນິ້ວສຳ​ລັບ​ລຸ້ນ 03618

ເພື່ອ​ປ່ຽນ​ການ​ປັບ​ຕັ້ງ​ຂອງ​ເຄື່ອງ​ຕັດ​ລວງ​ຕັ້ງ​ຈາກ​ຕົວ​ຈັດ​ໄລ​ຍະ​ຫ່າງ 0.75 ນິ້ວ​ມາດ​ຕະ​ຖານ​ໃສ່​ຕົວ​ຈັດ​ໄລ​ຍະ​ຫ່າງ 0.50 ນິ້ວ​ຈຳ​ເປັນ​ຕ້ອງ​ມີ​ຕົວ​ຈັດ​ໄລ​ຍະ​ຫ່າງ 34 ຕົວ​ເພີ່ມ​ເຕີມ, ອາ​ໄຫຼ່​ເບີ 17-1580 ແລະ​ໃບ​ມີດ​ຄາ​ບອນ 10 ໃບ, ອາ​ໄຫຼ່​ເບີ 106-6355 ຫຼື ໃບ​ມີດ​ປົກ​ກະ​ຕິ​ເພີ່ມ​ເຕີມ 10 ໃບ ແລະ ອາ​ໄຫຼ່​ເບີ (ຮູບສະແດງ 17).

g345670

ຕົວ​ຈັດ​ໄລ​ຍະ​ຫ່າງ 1.00 ນິ້ວສຳ​ລັບ​ລຸ້ນ 03619

ເພື່ອ​ປ່ຽນ​ການ​ປັບ​ຕັ້ງ​ຂອງ​ເຄື່ອງ​ຕັດ​ລວງ​ຕັ້ງ​ຈາກ​ຕົວ​ຈັດ​ໄລ​ຍະ​ຫ່າງ 1.25 ນິ້ວ​ມາດ​ຕະ​ຖານ​ໃສ່​ຕົວ​ຈັດ​ໄລ​ຍະ​ຫ່າງ 1.00 ນິ້ວ​ຈຳ​ເປັນ​ຕ້ອງ​ມີ​ຕົວ​ຈັດ​ໄລ​ຍະ​ຫ່າງ 19 ຕົວ, ອາ​ໄຫຼ່​ເບີ 140-5532 ແລະ​ໃບ​ມີດ​ຄາ​ບອນ 4 ໃບ, ອາ​ໄຫຼ່​ເບີ 106-8625 ຫຼື ໃບ​ມີດ​ປົກ​ກະ​ຕິ​ເພີ່ມ​ເຕີມ 4 ໃບ ແລະ ອາ​ໄຫຼ່​ເບີ 93-3038-03 (ຮູບສະແດງ 18).

g345671

ການ​ບຳ​ລຸງ​ຮັກ​ສາລູກກິ້ງ

ອຸ​ປະ​ກອນ​ປະ​ກອບລູກກິ້ງ (ອາ​ໄຫຼ່​ເລກ​ທີ 114-5430) ແລະ ອຸ​ປະ​ກອນ​ເຄື່ອງ​ມື​ປະ​ກອບ​ລູກກິ້ງ (ອາ​ໄຫຼ່​ເລກ​ທີ 115-0803) (ຮູບສະແດງ 19) ແມ່ນ​ມີ​ໃຫ້​ສຳ​ລັບການບຳ​ລຸງ​ຮັກ​ສາ​ລູກກິ້ງ. ອຸ​ປະ​ກອນ​ປະ​ກອບ​ລູກກິ້ງ​ລວມ​ມີຝາ​ຮອງ, ນັອດ​ຝາ​ຮອງ, ຕົວກັນ​ຊຶມ​ດ້ານ​ໃນ ແລະ ດ້ານນອກ​ທຸກ​ຢ່າງເພື່ອ​ປະ​ກອບ​ກົງ​ໝູນ. ຊຸດອຸ​ປະ​ກອນເຄື່ອງ​ມື​ປະ​ກອບ​ລູກກິ້ງ​ລວມ​ມີເຄື່ອງ​ມື​ທັງ​ໝົດ ແລະ ຄຳ​ແນະ​ນຳ​ການ​ຕິດ​ຕັ້ງ​ທີ່​ຈຳ​ເປັນ​ຕໍ່​ກັບ​ການປະ​ກອບ​ກົງ​ໝູນດ້ວຍຊຸດ​ອຸ​ປະ​ກອນ​ປະ​ກອບ​ກົງ​ໝູນ. ເບິ່ງ​ລາຍ​ການ​ອາ​ໄຫຼ່​ຂອງ​ທ່ານ ຫຼື ຕິດ​ຕໍ່​ຫາ​ຕົວ​ແທນ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດຂອງ​ທ່ານ​ເພື່ອ​ຂໍ​ຄວາມຊ່ວຍ​ເຫຼືອ.

g007790