ຄວາມປອດໄພ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແຫນ່ງການ​ໃຊ້​ງານປົກກະຕິ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

decal112-7890

ການຕັ້ງຄ່າ

ຄຳ​ແນະ​ນຳ​ຕ່າງ​ຫາກສຳ​ລັບ​ການ​ຕິດ​ຕັ້ງຊຸດ​ເຄື່ອງ​ມືເຄື່ອງ​ໝາຍ​ດ້ວຍ​ໂຟມ​ຖືກ​ແມ່ນ​ໄດ້​ຊີ້ບອກ​ໄວ້​ໃນ​ແຕ່​ລະ​ຂັ້ນ​ຕອນ​ຂອງ​ການ​ຕັ້ງ, ເຊິ່ງ​ຂັ້ນ​ຕອນ​ດຳ​ເນີນ​ການ​ສະ​ເພາະ​ແມ່ນ​ແຕກ​ຕ່າງ​ກັນ​ໄປ​ຈາກ​ເຄື່ອງ​ຈັກ 1 ເຄື່ອງ​ຫາ​ອີກ​ເຄື່ອງ​ອື່ນ. ກະ​ລຸ​ນາ​ຊອກ​ຫາ​ຄຳ​ແນະ​ນຳ​ອະ​ທິ​ບາຍ​ຢູ່​ສ່ວນ​ທີ່​ເປັນ​ຫົວ​ຂໍ້​ສະ​ເພາະ​ກັບ​ເຄື່ອງ​ຈັກ​ທີ່​ທ່ານ​ກຳ​ລັງ​ເຮັດ​ວຽກ​ຢູ່​ກ່ອນ​ດຳ​ເນີນ​ການ​ຕໍ່​ໄປ​ຫາ​ແຕ່​ລະ​ຂັ້ນ​ຕອນ​ຂອງ​ການ​ຕັ້ງ.

Note: ຊຸດ​ເຄື່ອງ​ມືເຄື່ອງ​ໝາຍ​ດ້ວຍ​ໂຟມນີ້​ຕ້ອງ​ມີ​ຕົວ​ຄ້ຳ​ທີ່​ອອກ​ແບບ​ມາ​ສະ​ເພາະ​ກັບ​ເຄື່ອງ​ຈັກ​ຂອງ​ທ່ານ. ກ່ອນ​ຕິດ​ຕັ້ງ​ຊຸດ​ເຄື່ອງ​ມື​ນີ້, ຕິດ​ຕໍ່​ຫາ​ຕົວ​ແທນ​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ມັດ​ເພື່ອ​ເອົາຊຸດ​ເຄື່ອງ​ມືທີ່​ເຮັດ​ສຳ​ເລັດ​ເຄື່ອງ​ໝາຍ​ດ້ວຍ​ໂຟມ​ສຳ​ລັບ​ເຄື່ອງ​ຈັກ​ຂອງ​ທ່ານ.

ການ​ກະ​ກຽມ​ເຄື່ອງ​ຈັກ

ຂໍ້ຄວນລະວັງ

ສານ​ເຄ​ມີ​ອັນ​ຕະ​ລາຍ ແລະ ກໍ່​ໃຫ້​ເກີດ​ການ​ບາດ​ເຈັບ​ສ່ວນ​ຕົວ​ໄດ້.

  • ອ່ານ​ຄຳ​ແນະ​ນຳ​ຢູ່​ໃນ​ສະ​ຫຼາກ​ສານ​ເຄ​ມີ​ກ່ອນ​ຈັດ​ການ​ກັບ​ສານ​ເຄ​ມີ ແລະ ປະ​ຕິ​ບັດ​ຕາມ​ທຸກ​ຄຳ​ແນະ​ນຳ ແລະ ຂໍ້​ຄວນ​ລະ​ວັງ​ຂອງ​ຜູ້​ຜະ​ລິດ​ທັງ​ໝົດ.

  • ເກັບສານ​ເຄ​ມີ​ໄວ້ໃຫ້​ຫ່າງ​ຈາກຜິວ​ໜັງ​ຂອງ​ທ່ານ. ຖ້າ​ເກີດ​ມີ​ການ​ສຳ​ຜັດ, ຈົ່ງລ້າງບໍ​ລິ​ເວນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບດ້ວຍ​ສະ​ບູ່ ແລະ ນ້ຳສະ​ອາດ​ໃຫ້​ທົ່ວ.

  • ໃສ່​ແວ່ນ​ຕາ ແລະ ອຸ​ປະ​ກອນ​ປ້ອງ​ກັນ​ຕົວ​ອື່ນໆ​ທີ່​ຜູ້​ຜະ​ລິດ​ສານ​ເຄ​ມີ​ແນະ​ນຳ.

  1. ຈອດເຄື່ອງ​ຈັກ​ໄວ້ຢູ່ທາງພຽງ, ໃສ່ເບຣກມື ແລະ ມອດ​ປ້ຳ​ເຄື່ອງ​ສີດ​ພົ່ນ.

  2. ປ່ອຍຄານສີດ​ພົ່ນ​ທາງນອກ​ຕ່ຳ​ລົງ.

  3. ມອດຈັກ ແລະ ຖອດກະແຈ.

  4. ທຳ​ຄວາມ​ສະ​ອາດ​ຫົວ​ສີດ; ໃຫ້​ເບິ່ງ​ການທຳ​ຄວາມ​ສະ​ອາດ​ຫົວ​ສີດ​ຢູ່​ໃນຄູ່​ມື​ຜູ້​ໃຊ້ເຄື່ອງ​ຈັກ.

ການ​ກະ​ກຽມ​ທໍ່

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສ່ວນ​ປະ​ກອບ​ທໍ່​ໂຟມ (ເປັນຊຸດ)1
  1. ວັດ​ແທກ​ລວງ​ຍາວຂອງ​ທໍ່​ຈາກ​ບ້ວງໃຫຍ່ ແລະ ຕັດ​ມັນ​ຕາມ​ຕາ​ຕະ​ລາງ​ທີ່​ຕິດ​ຕາມ.

    Note: ເອົາ​ທໍ່​ຍັງ​ເຫຼືອ​ໄປ​ໃສ່​ດ້ານ​ຂ້າງ.

  2. ປາຍ​ແຕ່​ລະ​ດ້ານ​ຂອງ​ຄວາມ​ຍາວ​ທໍ່​ທີ່​ຕັດ, ເອົາ​ປອກຫຸ້ມ​ສີ​ດຳ 7 ຫາ 10 ຊມ (3 ຫາ 4 ນິ້ວ) ອອກ​ເພື່ອ​ເປີດ​ໃສ່​ທໍ່​ສີ​ຟ້າ​ໃສ.

    Note: ສຳ​ລັບ​ເຄື່ອງຈັກ​ຊຸດອະ​ເນກ​ປະ​ສົງ Pro 5000 Series, ໃຊ້​ພຽງ​ແຕ່​ພາກ​ສ່ວນ​ທີ່​ເປັນ​ທໍ່​ໃສ​ສຳ​ລັບ​ຈັກ​ອັດ​ອາ​ກາດ​ໃສ່​ບ້ວງຂອງ​ຖັງ.

ເຄື່ອງ​ສີ​ພົ່ນ​ອະ​ເນກ​ປະ​ສົງ Pro 1750

 ທໍ່​ໄສ ແລະ ສີ​ຟ້າຈຳ​ນວນ
ທໍ່​ໂຟມຄານ​ສີດພົ່ນ​ເບື້ອງ​ຂວາ5.5 ມ (18 ຟຸດ)1
ທໍ່​ໂຟມ​ຄານ​ສີດພົ່ນ​ເບື້ອງຊ້າຍ4.9 ມ (16 ຟຸດ)1
ທໍ່​ຄວບ​ຄຸມ​ຄວາມ​ແໜ້ນ​ຂອງ​ໂຟມບໍ່​ໄດ້​ບອກ​ໄວ້ບໍ່​ໄດ້​ບອກ​ໄວ້
ເຄື່ອງ​ອັດແໜ້ນ​ອາ​ກາດ​ໃສ່​ທໍ່​ຢ້ອນ​ກັບ​ຖັງ92 ຊມ (3 ຟຸດ)1

ເຄື່ອງ​ສີ​ພົ່ນ​ອະ​ເນກ​ປະ​ສົງ Pro 5800

 ທໍ່​ໄສ ແລະ ສີ​ຟ້າຈຳ​ນວນທໍ່​ໃສ​ເທົ່າ​ນັ້ນຈຳ​ນວນ
ທໍ່​ໂຟມຄານ​ສີດພົ່ນ​ເບື້ອງ​ຂວາ4.3 ມ (14 ຟຸດ)1ບໍ່ໄດ້ບອກໄວ້ບໍ່​ໄດ້​ບອກ​ໄວ້
ທໍ່​ໂຟມ​ຄານ​ສີດພົ່ນ​ເບື້ອງຊ້າຍ4.9 ມ (16 ຟຸດ)1ບໍ່ໄດ້ບອກໄວ້ບໍ່​ໄດ້​ບອກ​ໄວ້
ທໍ່​ຄວບ​ຄຸມ​ຄວາມ​ແໜ້ນ​ຂອງ​ໂຟມ4.9 ມ (16 ຟຸດ)1ບໍ່ໄດ້ບອກໄວ້ບໍ່​ໄດ້​ບອກ​ໄວ້
ເຄື່ອງ​ອັດ​ແໜ້ນອາ​ກາດ​ໃສ່​ທໍ່ຖັງບໍ່​ໄດ້​ບອກ​ໄວ້ບໍ່​ໄດ້​ບອກ​ໄວ້92 ຊມ (3 ຟຸດ)1

ເຄື່ອງ​ສີດ​ພົ່ນ WM Multi Pro

 ທໍ່​ໄສ ແລະ ສີ​ຟ້າຈຳ​ນວນ
ທໍ່​ໂຟມຄານ​ສີດພົ່ນ​ເບື້ອງ​ຂວາ5.5 ມ (18 ຟຸດ)1
ທໍ່​ໂຟມ​ຄານ​ສີດພົ່ນ​ເບື້ອງຊ້າຍ4.9 ມ (16 ຟຸດ)1
ທໍ່​ຄວບ​ຄຸມ​ຄວາມ​ແໜ້ນ​ຂອງ​ໂຟມບໍ່​ໄດ້​ບອກ​ໄວ້ບໍ່​ໄດ້​ບອກ​ໄວ້
ເຄື່ອງ​ອັດແໜ້ນ​ອາ​ກາດ​ໃສ່​ທໍ່​ຢ້ອນ​ກັບ​ຖັງ92 ຊມ (3 ຟຸດ)1

ການ​ຕິດ​ຕັ້ງວາວຄວບ​ຄຸມໂຟມ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ວາວ​ຄວບ​ຄຸມ, ຖານ​ຕັ້ງ​ຝາ1
ວາວ​ຄວບ​ຄຸມ, ຖານ​ຕັ້ງ1
ປ້າຍ​ສະ​ຫຼາກ (112-7890)1

ການ​ຕິດ​ຕັ້ງວາວຄວບ​ຄຸມໂຟມ

ລະ​ບົບ​ເຄື່ອງ​ສີດ​ພົ່ນ​ທົ່ງ​ຫຍ້າ​ຊຸດ 1750 ແລະ WM (ຄົນ​ເຮັດ​ວຽກ)
  1. ຕັ້ງ​ຢູ່​ຝາ​ຖັງສີ​ດຳ​ຢູ່​ປາຍ​ຂອງ​ຕົວ​ປະ​ກອບຖັງເຄື່ອງ​ເຮັດ​ເຄື່ອງ​ໝາຍ​ດ້ວຍ​ໂຟມ (ຮູບສະແດງ 1).

    g206580
  2. ບິດ​ຝາ​ປິດ​ຖັງ​ອອກ ແລະ ຍົກ​ມັນ​ຂຶ້ນ​ຈາກ​ຖັງ​ໃຫ້​ພຽງ​ພໍ​ເພື່ອ​ເບິ່ງ​ທໍ່​ໝໍ້​ກອງ​ສີ​ຟ້າ (ຮູບສະແດງ 1).

  3. ເອົາ​ນັອດ​ຮັດ​ອັດ​ແໜ້ນ​ສີ​ຟ້າ​ອອກ​ຈາກ​ຂໍ້​ຕໍ່​ຢູ່​ຝາ​ປິດ​ຖັງທີ່ເຊື່ອມ​ຕໍ່ກັບ​ທໍ່​ໝໍ້​ກອງ​ສີ​ຟ້າ​ຢູ່​ດ້ານ​ໃນ​ຖັງ (ຮູບສະແດງ 1).

  4. ຕິດ​ຕັ້ງ​ວາວ​ຄວບ​ຄຸມ​ຕິດ​ໃສ່​ຝາ​ປິດ ແລະ ຢ່ວງ​ຮອງ​ໃສ່​ຂໍ້​ຕໍ່​ຂອງ​ຝາ​ປິດ​ຖັງ ແລະ ວາງ​ຕຳ​ແໜ່ງວາວ​ຕາມ​ທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ 1.

ການ​ຕິດ​ຕັ້ງທໍ່​ຢ້ອນ​ກັບ​ຖັງຢູ່​ທີ່​ຖັງ

ລະ​ບົບ​ເຄື່ອງສີດ​ພົ່ນ​ທົ່ງຫຍ້າອະ​ເນກ​ປະ​ສົງຊຸດ Pro 1750 ແລະ WM (ຄົນ​ເຮັດ​ວຽກ)
  1. ປະ​ກອບ​ນັອດ​ອັດ​ແໜ້ນ​ສີ​ຟ້າ (ຮູບສະແດງ 2) ທີ່​ທ່ານ​ເອົາ​ອອກ​ຢູ່​ໃນ​ຂັ້ນ​ຕອນ 3 ຂອງ ການ​ຕິດ​ຕັ້ງວາວຄວບ​ຄຸມໂຟມ ໃສ່​ທໍ່​ສີ​ຟ້າ​ຂອງ​ເຄື່ອງ​ອັດແໜ້ນ​ອາ​ກາດ​ໃສ່​ທໍ່​ດ້ານ​ຫຼັງ​ບ້ວງ​ຖັງ​ທີ່​ທ່ານ​ຕັດ​ຢູ່​ໃນ ການ​ກະ​ກຽມ​ທໍ່.

    g206581
  2. ປະ​ກອບ​ທໍ່​ສີ​ຟ້າ ແລະ ນັອດ​ສີ​ຟ້າ​ໃສ່​ຂໍ້​ຕໍ່​ຂອງວາວ​ຄວບ​ຄຸມ​ຕິດ​ໃສ່​ຝາ​ປິດ ແລະ ຮັດ​ນັອດ​ອັດ​ແໜ້ນ​ໃຫ້​ແໜ້ນ​ດ້ວຍ​ມື (ຮູບສະແດງ 2).

  3. ບິດກຽວຝາປິດຖັງໃສ່​ຄໍ​ຖັງ.

  4. ເອົາ​ນັອດ​ຮັດ​ອັດ​ແໜ້ນ​ສີ​ຂາວ​ອອກ​ຈາກ​ຂໍ້​ຕໍ່​ຢູ່​ຝາ​ປິດ​ຖັງ (ຮູບສະແດງ 2).

  5. ປະ​ກອບ​ນັອດ​ຮັດອັດ​ແໜ້ນ​ສີ​ຂາວໃສ່​ທໍ່​ໃສຂອງ​ເຄື່ອງ​ອັດແໜ້ນ​ອາ​ກາດ​ໃສ່​ທໍ່​ດ້ານ​ຫຼັງ​ບ້ວງ​ຖັງ ຮູບສະແດງ 2.

  6. ປະ​ກອບ​ທໍ່ໃສ ແລະ ນັອດ​ສີຂາວ​ໃສ່​ຂໍ້​ຕໍ່​ຂອງຝາ​ປິດ ແລະ ຮັດ​ນັອດ​ຮັດອັດ​ແໜ້ນ​ໃຫ້​ແໜ້ນ​ດ້ວຍ​ມື.

ການ​ຕິດ​ຕັ້ງທໍ່​ຢ້ອນ​ກັບ​ຖັງຢູ່​ທີ່ເຄື່ອງ​ອັດ​ແໜ້ນ​ອາ​ກາດ

ລະ​ບົບ​ເຄື່ອງສີດ​ພົ່ນ​ທົ່ງຫຍ້າອະ​ເນກ​ປະ​ສົງຊຸດ Pro 1750 ແລະ WM (ຄົນ​ເຮັດ​ວຽກ)
  1. ເດີນເຄື່ອງ​ອັດ​ແໜ້ນ​ອາ​ກາດ​ໃສ່​ທໍ່​ຢ້ອນ​ກັບ​ຖັງ 92 ຊມ (3 ຟຸດ) ຈາກ​ຝາ​ປິດ​ໃສ່​ນັອດ​ຮັດ​ອັດ​ແໜ້ນ​ຢູ່​ດ້ານ​ຂ້າງ​ຂອງ​ເຄື່ອງ​ອັດ​ແໜ້ນ​ອາ​ກາດ (ຮູບສະແດງ 3).

    g206595
  2. ເອົາ​ນັອດ​ຮັດ​ອັດ​ແໜ້ນ​ສີ​ຂາວ​ອອກ ແລະ ປະ​ກອບ​ມັນ​ໃສ່​ທໍ່​ໃສ (ຮູບສະແດງ 3).

  3. ປະ​ກອບ​ທໍ່ໃສ ແລະ ນັອດ​ຮັດ​ອັດ​ແໜ້ນ​ສີຂາວໃສ່​ຂໍ້​ຕໍ່ຢູ່​ດ້ານ​ຂ້າງ​ຂອງ​ເຄື່ອງ​ອັດ​ແໜ້ນ​ອາ​ກາດ ແລະ ຮັດ​ນັອດ​ອັດ​ແໜ້ນສີ​ຂາວ​ໃຫ້​ແໜ້ນ​ດ້ວຍ​ມື (ຮູບສະແດງ 3).

  4. ເອົາ​ນັອດ​ຮັດ​ອັດ​ແໜ້ນ​ສີ​ຟ້າ​ອອກ​ຈາກ​ຂໍ້​ຕໍ່​ຢູ່ດ້ານ​ຂ້າງ​ຂອງ​ເຄື່ອງ​ອັດ​ແໜ້ນ​ອາ​ກາດ (ຮູບສະແດງ 3).

  5. ປະ​ກອບ​ທໍ່​ສີ​ຟ້າ ແລະ ນັອດ​ສີ​ຟ້າ​ໃສ່​ຂໍ້​ຕໍ່ຢູ່​ດ້ານ​ຂ້າງ​ຂອງ​ເຄື່ອງ​ອັດ​ແໜ້ນ​ອາ​ກາດ ແລະ ຮັດນັອດ​ອັດ​ແໜ້ນສີ​ຟ້າ​ໃຫ້​ແໜ້ນ​ດ້ວຍ​ມື (ຮູບສະແດງ 3).

ການ​ເຊື່ອມ​ຕໍ່​ທໍ່​ຢ້ອນ​ກັບ ແລະ ທໍ່​ຄວາມ​ແໜ້ນ​ໂຟມ​ຢູ່​ທີ່​ຖັງ ແລະ ເຄື່ອງ​ອັດ​ແໜ້ນ​ອາ​ກາດ

ເຄື່ອງສີດ​ພົ່ນອະ​ເນກ​ປະ​ສົງຊຸດ Pro 5800
  1. ເອົາຂໍ້​ຕໍ່ນັອດ​ຮັດ​ອັດ​ແໜ້ນ​ສີ​ຂາວ (ຮູບສະແດງ 4 ອອກ​ຢູ່​ທີ່​ຝາ​ປົກ​ສຳ​ລັບ​ຖັງ ແລະ ປະ​ກອບ​ມັນ​ໃສ່​ທໍ່​ໃສ 92 ຊມ (3 ຟຸດ).

    g411634
  2. ປະ​ກອບ​ທໍ່ໃສ ແລະ ນັອດ​ຮັດ​ອັດ​ແໜ້ນ​ສີຂາວໃສ່​ຂໍ້​ຕໍ່ຢູ່ຝາ​ປິດ​ຖັງ ແລະ ຮັດ​ນັອດ​ອັດ​ແໜ້ນສີ​ຂາວ​ໃຫ້​ແໜ້ນ​ດ້ວຍ​ມື (ຮູບສະແດງ 4).

  3. ເດີນປາຍ​ເສ​ລີ​ຂອງ​ທໍ່​ໃສ 92 ຊມ (3 ຟຸດ) ຈາກຂໍ້​ຕໍ່​ຂອງ​ຝາ​ປິດ​ໃສ່ອຸ​ປະ​ກອນ​ຢູ່​ດ້ານ​ຂອງເຄື່ອງ​ອັດ​ແໜ້ນ​ອາ​ກາດກັບ​ນັອດ​ຮັດ​ແໜ້ນ​ສີ​ຂາວ (ຮູບສະແດງ 4 ແລະ ຮູບສະແດງ 5).

    g411623
  4. ເອົາ​ນັອດ​ຮັດ​ອັດ​ແໜ້ນ​ສີ​ຂາວ​ອອກ (ຮູບສະແດງ 5) ແລະ ປະ​ກອບ​ມັນ​ໃສ່​ທໍ່​ໃສ 92 ຊມ (3 ຟຸດ).

  5. ປະ​ກອບ​ທໍ່ໃສ ແລະ ນັອດ​ຮັດ​ອັດ​ແໜ້ນ​ສີຂາວໃສ່​ຂໍ້​ຕໍ່ຢູ່​ດ້ານ​ຂ້າງ​ຂອງ​ເຄື່ອງ​ອັດ​ແໜ້ນ​ອາ​ກາດ ແລະ ຮັດ​ນັອດ​ອັດ​ແໜ້ນສີ​ຂາວ​ໃຫ້​ແໜ້ນ​ດ້ວຍ​ມື (ຮູບສະແດງ 5).

  6. ເອົາ​ນັອດ​ຮັດ​ອັດ​ແໜ້ນ​ສີ​ຟ້າ​ອອກ​ຈາກ​ຂໍ້​ຕໍ່​ຢູ່ດ້ານ​ຂ້າງ​ຂອງ​ເຄື່ອງ​ອັດ​ແໜ້ນ​ອາ​ກາດ (ຮູບສະແດງ 5).

  7. ປະ​ກອບນັອດ​ຮັດ​ອັດ​ແໜ້ນ​ສີ​ຟ້າໃສ່​ທໍ່​ສີ​ຟ້າ (ຮູບສະແດງ 5) ຂອງ​ທໍ່​ຄວາມ​ແໜ້ນ​ໂຟມ 4.9 ມ (16 ຟຸດ).

  8. ປະ​ກອບ​ທໍ່​ສີ​ຟ້າ ແລະ ນັອດ​ສີ​ຟ້າ​ໃສ່​ຂໍ້​ຕໍ່ຢູ່​ດ້ານ​ຂ້າງ​ຂອງ​ເຄື່ອງ​ອັດ​ແໜ້ນ​ອາ​ກາດ ແລະ ຮັດນັອດ​ອັດ​ແໜ້ນສີ​ຟ້າ​ໃຫ້​ແໜ້ນ​ດ້ວຍ​ມື (ຮູບສະແດງ 5).

  9. ເອົາ​ນັອດ​ຮັດອັດ​ແໜ້ນ​ສີ​ຟ້າ​ອອກ​ຈາກ​ຂໍ້​ຕໍ່​ຢູ່​ຝາ​ປິດ​ຖັງ (ຮູບສະແດງ 4).

  10. ປະ​ກອບ​ນັອດ​ຮັດ​ອັດ​ແໜ້ນ​ສີ​ຟ້າ​ໃສ່​ທໍ່​ໃສ (ຮູບສະແດງ 4) ຂອງ​ຄວາມ​ແໜ້ນ​ໂຟມ 4.9 ມ (16 ຟຸດ).

  11. ປະ​ກອບ​ທໍ່ໃສ ແລະ ນັອດ​ຮັດ​ອັດ​ແໜ້ນ​ສີຟ້າໃສ່​ຂໍ້​ຕໍ່ຢູ່ຝາ​ປິດ​ຖັງ ແລະ ຮັດ​ນັອດ​ອັດ​ແໜ້ນສີ​ຟ້າ​ໃຫ້​ແໜ້ນ​ດ້ວຍ​ມື (ຮູບສະແດງ 4).

ການ​ເດີນ​ທໍ່​ຄວບ​ຄຸມ​ຄວາມ​ແໜ້ນ​ໂຟມ

ເຄື່ອງສີດ​ພົ່ນອະ​ເນກ​ປະ​ສົງຊຸດ Pro 5800
  1. ເດີນ​ທໍ່​ຄວາມ​ແໜ້ນ​ໂຟມ 4.9 ມ (16 ຟຸດ) ໄປ​ທາງ​ໜ້າ​ຈາກ​ຖັງ ແລະ ຂາ​ຄ້ຳ​ເຄື່ອງ​ອັດ​ແໜ້ນ​ອາ​ກາດ (ຕັ້ງ​ຢູ່​ດ້ານ​ລຸ່ມ​ຖັງ​ເຄ​ມີ ແລະ ຢູ່​ດ້ານ​ຫຼັງ​ຖັງ​ນ້ຳ​ມັນ) ໄປ​ຕາມ​ຊ່ອງກອບ​ຂອງ​ເຄື່ອງ​ຈັກ ແລະ ໄປ​ຍັງ​ຖື້ນ​ທີ່​ຢູ່​ກ້ອງ​ກ່ອງ​ເບາະ​ນັ່ງ ().

    g007700
  2. ຍົກ​ເບາະ​ນັ່ງ​ຂຶ້ນ ແລະ ສືບ​ຕໍ່​ເດີນ​ທໍ່​ໄປ​ຂ້າງ​ໜ້າ​ຕາມສາຍ​ລວດ​ມັດ​ຂອງ​ເຄື່ອງ​ຈັກ, ຜ່ານ​ຂາ​ໜີບ​ຄ້ຳ ແລະ ຢູ່​ກ້ອງ​ຜ່ອນ​ຮອງ​ພື້ນ (ຮູບສະແດງ 7).

    g195758
  3. ເດີນ​ທໍ່​ໄປ​ຫາ​ຖານ​ວາວ.

    • ສຳ​ລັບ​ເ​ຄື່ອງ​ສີດ​ພົ່ນ​ລຸ້ນ​ປີ 2015 ແລະ ເກົ່າ​ກວ່າ:

      ເດີນ​ທໍ່​ໄປ​ຕາມ​ສາຍ​ລວດ​ຮັດ​ທີ່​ມີ​ຢູ່​ຜ່ານ​ຊ່ອງ​ເປີດ​ຕົວ​ຄວບ​ຄຸມ (ຮູບສະແດງ 9).

      Note: ຊ່ອງ​ເປີດ​ຕົວ​ຄວບ​ຄຸມ​ຢູ່​ກ້ອງຖານ​ວາວ.

      g206084
    • ສຳ​ລັບ​ເ​ຄື່ອງ​ສີດ​ພົ່ນ​ລຸ້ນ​ປີ 2016 ແລະ ໃໝ່​ກວ່າ:

      ເດີນ​ທໍ່​ໄປ​ຕາມ​ສາຍ​ລວດ​ຮັດ​ທີ່​ມີ​ຢູ່​ຜ່ານ​ຊ່ອງ​ເປີດ​ຕົວ​ຄວບ​ຄຸມ ແລະ ໄປ​ທາງ​ດ້ານ​ໜ້າ​ຂອງ​ຖານ​ເບາະ​ນັ່ງ (ຮູບສະແດງ 8).

      g206083
  4. ຮັດ​ທໍ່​ໃຫ້​ແໜ້ນ​ໃສ່​ສາຍ​ຮັດ​ລວດ​ທີ່​ມີ​ຢູ່​ດ້ວຍ​ສາຍ​ຮັດ (ຮູບສະແດງ 9 ຫຼື ຮູບສະແດງ 8).

ການ​ຕິດ​ຕັ້ງທໍ່​ຄວາມ​ແໜ້ນ​ໂຟມ ແລະ ວາວຄວບ​ຄຸມໂຟມ

ເຄື່ອງສີດ​ພົ່ນອະ​ເນກ​ປະ​ສົງຊຸດ Pro 5000
  1. ມາຍ ແລະ ເອົາ​ນັອດ​ຮັດອັດແໜ້ນອອກ​ຈາກ​ຕົວ​ວາວ (ຮູບສະແດງ 10).

    Note: ຮັກ​ສາ ແລະ ເອົາ​ນັອດ​ຮັດ​ອັດ​ແໜ້ນ​ໄວ້​ທາງ​ດ້ານ​ຂ້າງ.

    g206568
  2. ມາຍ ແລະ ເອົາ​ນັອດຊ້ອນ​ສອງອອກ​ຈາກວາວ (ຮູບສະແດງ 10).

    Note: ຮັກ​ສາ ແລະ ເອົາ​ນັອດຊ້ອນ​ສອງໄວ້​ທາງ​ດ້ານ​ຂ້າງ.

  3. ໃຊ້​ນັອດຊ້ອນ​ສອງ​ທີ່​ເອົາ​ອອກ​ມາ​ກ່ອນເພື່ອຮັດ​ວາວ​ໃສ່​ຖານ​ວາວ​ໃຫ້​ແໜ້ນ (ຮູບສະແດງ 10).

  4. ສອດ​ທໍ່​ສີ​ຟ້າ ແລະ ທໍ່​ສີ​ຂາວ​ເຂົ້າ​ໄປ​ໃນ​ນັອດ​ຮັດ​ອັດ​ແໜ້ນ (ຮູບສະແດງ 10).

  5. ຮັດ​ທໍ່​ສີ​ຂາວ ແລະ ສີ​ຟ້າ​ໃສ່​ວາວ​ໃຫ້​ແໜ້ນ​ໂດຍ​ບິດ​ນັອດ​ຮັດ​ອັດ​ແໜ້ນ​ໃສ່​ວາວ (ຮູບສະແດງ 10).

  6. ຕິດ​ຕັ້ງ​ປ້າຍ​ສະ​ຫຼາກ​ດັ່ງ​ທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ 11 or ຮູບສະແດງ 12.

    g206499
    g206522

ການ​ຕິດ​ຕັ້ງຊຸດ​ເຄື່ອງ​ມືທີ່​ເຮັດ​ສຳ​ເລັດ​ເຄື່ອງ​ໝາຍ​ດ້ວຍ​ໂຟມ ແລະ ຂາ​ຄ້ຳ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຊຸດ​ເຄື່ອງ​ມືທີ່​ເຮັດ​ສຳ​ເລັດ​ເຄື່ອງ​ໝາຍ​ດ້ວຍ​ໂຟມ (ຂາຍ​ແຍກ​ຕ່າງ​ຫາກ). 1

ເບິ່ງ​ຄຳ​ແນະ​ນຳ​ການ​ຕິດ​ຕັ້ງ​ທີ່​ມາ​ພ້ອມ​ກັບຊຸດ​ເຄື່ອງ​ມືທີ່​ເຮັດ​ສຳ​ເລັດ​ເຄື່ອງ​ໝາຍ​ດ້ວຍ​ໂຟມ.

ການ​ເດີນ​ທໍ່ໂຟມ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ທໍ່ໂຟມ1
ສາຍ​ຮັດ8

ການ​ເດີນ​ທໍ່ໂຟມໃສ່​ຄານ​ສີດ​ພົ່ນ

  1. ເດີນ​ທໍ່ໂຟມໃສ່​ຄານ​ສີດ​ພົ່ນ.

    Note: ຕິດ​ຕັ້ງ​ທໍ່ສັ້ນໃສ່​ຄານ​ສີດ​ພົ່ນ​ຢູ່​ດ້ານ​ດຽວ​ກັນ​ກັບ​ຂາ​ຄ້ຳ; ຕິດ​ຕັ້ງ​ທໍ່​ຍາວ​ໃສ່​ຄານ​ສີດ​ພົ່ນ​ຢູ່​ດ້ານ​ກົງ​ກັນ​ຂ້າມ​ຂອງ​ຂາ​ຄ້ຳ.

    1. ຢູ່​ດ້ານ​ຂວາ, ຕິດ​ຕັ້ງ​ທໍ່​ໂຟມ​ໄປ​ທາງ​ດ້ານ​ຫຼັງ​ຂອງ​ເສົາ​ຄ້ຳ​ດ້ານ​ເທິງ ().

      Important: ທໍ່ໂຟມຈະ​ຖືກ​ໜີບ​ເຂົ້າ​ເມື່ອ​ຄານ​ສີດ​ພົ່ນ​ຢູ່​ໃນ​ຕຳ​ແໜ່ງ​ຂົນ​ສົ່ງ “X”, ຖ້າ​ໄດ້​ຕິດ​ຕັ້ງ​ພວກ​ມັນ​ມາ​ຜິດ​ດ້ານ.

      g197029
    2. ຈັດ​ວາງປາຍ​ຂອງ​ທໍ່​ດ້ວຍ​ປາຍ​ຂອງ​ເສົາ​ຄ້ຳ​ດ້ານ​ເທິງ.

      Note: ໃຊ້​ສາຍ​ຮັດ​ເພື່ອ​ຮັດ​ທໍ່​ໂຟມ​ໃສ່​ເສົາ​ຄ້ຳ​ດ້ວຍ​ການ​ໃຊ້​ຮູ​ຢູ່​ໃນ​ເສົາ​ຄ້ຳ ().

      Note: ປ່ອຍ​ສ່ວນ​ທີ່​ເຫຼືອ​ເລັກ​ນ້ອຍ​ຂອງ​ທໍ່​ຢູ່​ປາຍ​ຂອງ​ຄານສີດ​ພົ່ນໄວ້​ເພື່ອ​ປ່ອຍ​ໃຫ້​ຄານ​ສີດ​ພົ່ນ​ຢືດ​ອອກ​ໄດ້.

      g007660
    3. ສືບ​ຕໍ່​ເດີນ​ທໍ່​ໄປ​ຕາມ​ທໍ່​ສະ​ໜອງ​ຄານ​ສີດ​ພົ່ນ​ທີ່​ມີ​ຢູ່.

      Note: ໃຊ້​ສາຍ​ຮັດ​ເພື່ອ​ຮັດ​ທໍ່ໃສ່​ເສົາຄ້ຳ​ຢູ່​ຕຳ​ແໜ່ງ​ທີ່​ສະ​ແດງ​ຢູ່​ໃນ ().

      g007655
    4. ເຮັດ​ຊ້ຳ​ຂະ​ບວນ​ການ​ສຳ​ລັບ​ຄານ​ສີດ​ພົ່ນ​ເບື້ອງ​ຊ້າຍ, ແຕ່​ເດີນ​ທໍ່ໄປ​ທາງ​ດ້ານໜ້າຂອງ​ເສົາ​ຄ້ຳ​ດ້ານ​ເທິງ.

      Important: ທໍ່ໂຟມຈະ​ຖືກ​ໜີບ​ເຂົ້າ​ເມື່ອ​ຄານ​ສີດ​ພົ່ນ​ຢູ່​ໃນ​ຕຳ​ແໜ່ງ​ຂົນ​ສົ່ງ “X”, ຖ້າ​ໄດ້​ຕິດ​ຕັ້ງ​ພວກ​ມັນ​ມາ​ຜິດ​ດ້ານ.

  2. ເດີນ​ທໍ່​ໂຟມ​ສອທໍ່​ຈາກ​ຄານ​ສີດ​ພົ່ນ​ໄປ​ທາງ​ໜ້າ​ຫາ​ດ້ານ​ຂອງ​ເຄື່ອງ​ຈັກ​ດ້ວຍ​ຂາ​ຍຶດ (ຮູບສະແດງ 16).

    Important: ຢ່າ​ເດີນ​ທໍ່​ບ່ອນ​ທີ່​ພວກ​ມັນ​ຈະ​ຖືກ​ໜີບ ຫຼື ດຶງ​ອອກ​ຈາກ​ບ່ອນ​ນັ້ນ.

    g023900
    g197028
    g196997
  3. ໃຊ້​ສາຍ​ຮັດທີ່​ໃຫ້​ມາ​ເພື່ອ​ຮັດ​ທໍ່​ໂຟມ​ໃສ່​ສາຍ​ລວດ​ທີ່​ມີ​ຢູ່ ຫຼື ທໍ່​ສະ​ໜອງ​ຄານ​ສີດ​ພົ່ນ.

ການ​ຕິດ​ຕັ້ງຫົວ​ສີດໂຟມ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ນັອດ​ຮັດ​ອັດ​ແໜ້ນ (ສີ​ຟ້າ)2
ນັອດ​ຮັດ​ອັດ​ແໜ້ນ (ສີ​ຂາວ)2
ຂາ​ຄ້ຳ4
ຕົວ​ຈັດ​ໄລ​ຍະ​ຫ່າງ4
ນັອດກຽວຕັ້ງຄ່າ4
ແທ່ງ​ເຫຼັກຍຶດ2
ສ່ວນ​ປະ​ກອບຫົວ​ສີດໂຟມ2

ການ​ປະ​ກອບ​ນັອດ​ຮັດ​ອັດ​ແໜ້ນ

  1. ປະ​ກອບນັອດ​ຮັດ​ອັດ​ແໜ້ນ​ສີ​ຟ້າໃສ່​ທໍ່ (ຂອງ​ແຫຼວ) ສີ​ຟ້າ ().

    g196925
  2. ປະ​ກອບ​ນັອດ​ອັດ​ແໜ້ນ​ສີ​ຂາວໃສ່​ທໍ່ (ອາ​ກາດ) ໃສ ຮູບສະແດງ 19.

  3. ເຮັດຊ້ໍາຄືນຂັ້ນຕອນ 1 ແລະ 2 ສຳ​ລັບທໍ່​ໂຟມ​ຂອງ​ຄານ​ສີດ​ພົ່ນຢູ່​ທີ່​ດ້ານອື່ນ​ຂອງ​ເຄື່ອງ​ຈັກ.

ການຕິດຕັ້ງຂາ​ຄ້ຳ

  1. ຊອກ​ຫາ​ບ່ອນ​ຂາ​ຄ້ຳ​ຍຶດ​ຫົວ​ສີດ​ໂຟມ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ.

  2. ຕິດ​ຕັ້ງ​ຂາ​ຄ້ຳ​ທຳອິດ 3 ຫາ 4 ນິ້ວ​ຈາກ​ປາຍ​ຂອງ​ທໍ່​ຄານ​ສີດ​ພົ່ນ​ດ້ານ​ເທິງ.

  3. ປະ​ກອບ​ຂາ​ຄ້ຳ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ​ດັ່ງ​ສະ​ແດງ​ໃຫ້​ເຫັນ ().

    Note: ຕິດ​ຕັ້ງຕົວ​ໜີບ​ຂາ​ຄ້ຳທັງ​ສອງ​ຊຸດ​ຢູ່​ດ້ານ​ຫຼັງ​ຂອງທໍ່​ຄານ​ສີດ​ພົ່ນ​ດ້ານ​ເທິງ.

    g007666
  4. ຕິດ​ຕັ້ງ​ສ່ວນ​ປະ​ກອບ​ຂາ​ຄ້ຳ​ທີ​ສອງ 7 ຫາ 10 ຊມ (3 ຫາ 4 ນິ້ວ) ໃນ​ກະ​ດານ​ຈາກ​ຂາ​ຄ້ຳ​ທຳ​ອິດ.

  5. ຕິດ​ຕັ້ງ​ນັອດກຽວ​ຕັ້ງ​ຄ່າ​ຢູ່​ຮູ​ດ້ານ​ເທິງ​ຂອງ​ຕົວ​ຈັດ​ໄລ​ຍະ​ຫ່າງ​ແຕ່​ລະ​ຕົວ.

  6. ຕິດ​ຕັ້ງແທ່ງ​ເຫຼັກຍຶດເຂົ້າ​ໄປ​ໃນ​ຮູ​ຢູ່​ໃນ​ຕົວ​ຈັດ​ໄລ​ຍະ​ຫ່າງດ້ວຍ​ການ​ໃຫ້​ປາຍ​ໂຄ້ງ​ອອກນອກ.

    Note: ໃຊ້​ນັອດ​ກຽວ​ຕັ້ງ​ຄ່າ​ເພື່ອ​ຍຶດ​ແທ່ງ​ເຫຼັກ​ຢູ່​ໃນ​ຕຳ​ແໜ່ງ​ທີ່​ເໝາະ​ສົມ.

  7. ເຮັດຊ້ໍາຄືນຂັ້ນຕອນ 2 ຮອດ 6 ສຳ​ລັບ​ຄານ​ສີດ​ພົ່ນຢູ່​ທີ່​ດ້ານອື່ນ​ຂອງ​ເຄື່ອງ​ຈັກ.

ການ​ຕິດ​ຕັ້ງຫົວ​ສີດໂຟມ

  1. ຊອກ​ຫາ​ຫົວ​ສີດ​ໂຟມ​ຢູ່​ໃນ​ສ່ວນ​ທີ່​ຫຼວມ ແລະ ຕິດ​ຕັ້ງ​ຫົວ​ສີດ​ໃສ່​ແທ່ງ​ເຫຼັກ​ຍຶດ​ດັ່ງ​ສະ​ແດງໃຫ້​ເຫັນ ().

    g007667
  2. ຕໍ່​ທີ່​ສີ​ຟ້າ​ໃສ່​ປາຍ​ແຫຼມ​ດ້ານ​ເທິງ ແລະ ທໍ່​ໃສ​ໃສ່​ປາຍ​ແຫຼມ​ດ້ານ​ລຸ່ມ.

  3. ຮັດ​ທໍ່​ໃຫ້​ແໜ້ນ​ດ້ວຍ​ນັອດ​ຮັດ​ອັດ​ແໜ້ນ​ທີ່​ທ່ານ​ຕິດ​ຕັ້ງ​ຢູ່​ໃນ ການ​ປະ​ກອບ​ນັອດ​ຮັດ​ອັດ​ແໜ້ນ.

  4. ເຮັດຊ້ໍາຄືນຂັ້ນຕອນ 1 ຮອດ 3 ສຳ​ລັບ​ຄານ​ສີດ​ພົ່ນຢູ່​ທີ່​ດ້ານອື່ນ​ຂອງ​ເຄື່ອງ​ຈັກ.

ການ​ຕໍ່​ທໍ່​ຄານສີດພົ່ນຢູ່​ທີ່ເຄື່ອງ​ອັດ​ແໜ້ນ​ອາ​ກາດ

  1. ເດີນ​ທໍ່ໂຟມສຳ​ລັບ​ຄານ​ສີດ​ພົ່ນ​ເບື້ອງ​ຂວາ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 22.

    g411476
  2. ສອດ​ທໍ່​ໃສ​ເຂົ້າ​ໄປ​ໃນ​ຂໍ້​ຕໍ່​ອາ​ກາດ​ຢູ່​ແຜ່ນ​ຮອງ​ພື້ນ​ເຄື່ອງ​ອັດ​ແໜ້ນ​ອາ​ກາດ​ດ້ານ​ຂ້າງ (ຮູບສະແດງ 22).

  3. ສອດ​ທໍ່​ສີ​ຟ້າ​ເຂົ້າ​ໄປ​ໃນ​ຂໍ້​ຕໍ່​ຂອງ​ແຫຼວ​ຢູ່ທີ່ແຜ່ນ​ຮອງ​ພື້ນ​ເຄື່ອງ​ອັດ​ແໜ້ນ​ອາ​ກາດດ້ານ​ຂ້າງ (ຮູບສະແດງ 22).

  4. ເດີນ​ທໍ່ໂຟມສຳ​ລັບ​ຄານ​ສີດ​ພົ່ນ​ເບື້ອງ​ຊ້າຍ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 22.

  5. ສອດ​ທໍ່​ໃສ​ເຂົ້າ​ໄປ​ໃນ​ຂໍ້​ຕໍ່​ອາ​ກາດ​ຢູ່​ແຜ່ນ​ຮອງ​ພື້ນ​ເຄື່ອງ​ອັດ​ແໜ້ນ​ອາ​ກາດ​ດ້ານ​ຂ້າງ (ຮູບສະແດງ 22).

  6. ສອດ​ທໍ່​ສີ​ຟ້າ​ເຂົ້າ​ໄປ​ໃນ​ຂໍ້​ຕໍ່​ຂອງ​ແຫຼວ​ຢູ່ທີ່ແຜ່ນ​ຮອງ​ພື້ນ​ເຄື່ອງ​ອັດ​ແໜ້ນ​ອາ​ກາດດ້ານ​ຂ້າງ (ຮູບສະແດງ 22).

ການປະຕິບັດງານ

ການໃຊ້ການ​ຄວບ​ຄຸມ

ສະ​ວິດ​ຄານ​ສີດ​ພົ່ນ​ເບື້ອງ​ຂວາ—ສະ​ວິດ​ນີ້​ເປີດ​ໃຊ້​ເຄື່ອງ​ອັດ​ແໜ້ນ​ອາ​ກາດ, ສ້າງ​ກະ​ແສ​ການ​ໄຫຼ​ຂອງ​ນ້ຳ ແລະ ອາ​ກາດ​ໄປ​ຍັງ​ພາກ​ສ່ວນ​ຄານ​ສີດ​ພົ່ນ​ເບື້ອງ​ຂວາ.

ສະ​ວິດ​ຄານ​ສີດ​ພົ່ນ​ເບື້ອງຊ້າຍ—ສະ​ວິດ​ນີ້​ເປີດ​ໃຊ້​ເຄື່ອງ​ອັດ​ແໜ້ນ​ອາ​ກາດ, ສ້າງ​ກະ​ແສ​ການ​ໄຫຼ​ຂອງ​ນ້ຳ ແລະ ອາ​ກາດ​ໄປ​ຍັງ​ພາກ​ສ່ວນ​ຄານ​ສີດ​ພົ່ນ​ເບື້ອງ​ຊ້າຍ.

Note: ທ່ານ​ສາ​ມາດ​ປ່ອຍ​ໂຟມ​ລົງ​ໃນ​ເວ​ລາ​ດຽວ​ກັນ​ຈາກ​ທັງ​ສອງ​ພາກ​ສ່ວນ​ຄານ​ສີດ​ພົ່ນ.

ເຄື່ອງ​ໝາຍ​ຕົວ​ຊີ້ບອກ—ເຄື່ອງ​ໝາຍ​ເຫຼົ່າ​ນີ້​ຕັ້ງ​ຢູ່​ດ້ານ​ຂ້າງ​ຂອງ​ຖັງ; ພວກ​ມັນ​ຊີ້ບອກ​ລະ​ດັບ​ສານ​ລະ​ລາຍ​ຢູ່​ໃນ​ຖັງ.

ວາວ​ປັບ​ເຄື່ອງ​ຄວບ​ຄຸມ​ໂຟມ—ວາວ​ນີ້​ຄວບ​ຄຸມ​ຄວາມ​ສະ​ໝ່ຳ​ສະ​ເໝີ​ຂອງ​ສານ​ລະ​ລາຍ​ໂຟມ. ການ​ປັບ​ວາວ, ການ​ເປີດ ຫຼື ການ​ປິດ, ຄວບ​ຄຸມ​ປະ​ລິ​ມານ​ຂອງ​ສານ​ລະ​ລາຍ​ສະ​ບູ່​ທີ່​ສົ່ງ​ໄປ​ຫາ​ຫົວ​ສີດ​ໂຟມ. ການ​ເພີ່ມ​ກະ​ແສ​ການ​ໄຫຼ​ສົ່ງ​ຜົນ​ໃຫ້​ໄດ້​ຢອດ​ໂຟມ​ທີ່​ໃຫຍ່ກວ່າ, ອອກ​ມາ​ຖີ່​ຂຶ້ນ; ການ​ຫຼຸດ​ກະ​ແສ​ການ​ໄຫຼ​ສົ່ງ​ຜົນ​ໃຫ້​ໄດ້​ຢອດ​ໂຟມ​ທີ່​ນ້ອຍ​ລົງ, ອອກ​ມາ​ໜ້ອຍລົງ.

Note: ໃຊ້​ໂຟມ​ທີ່​ມີ​ຄວາມ​ສະ​ໝ່ຳ​ສະ​ເໝີ​ເຄື່ອງ​ໝາຍ​ເປັນ​ນ້ຳ​ອາດ​ຈະມີ​ປະ​ໂຫຍດ​ໃນ​ມື້​ທີ່​ມີ​ລົມ​ແຮງ.

ວາວ​ຫຼຸດ​ຜ່ອນ​ຄວາມ​ດັນ—ດຶງ​ຫ່ວງ​ສີ​ແດງ​ຢູ່​ຝາ​ປິດ​ຖັງ​ອອກ​ໄປ​ທາງນອກ​ເພື່ອ​ປ່ອຍ​ຄວາມ​ດັນ​ຢູ່​ໃນ​ຖັງ.

ການ​ຕື່ມ​ໃສ່​ຖັງ ແລະ ການ​ປັບ​ຄວາມແໜ້ນ​ໂຟມ

Important: ສີດລ້າງ​ລະ​ບົບ​ດ້ວຍ​ນ້ຳ​ສະ​ອາດ​ຫຼັງ​ຈາກ​ການ​ໃຊ້​ແຕ່​ລະ​ຄັ້ງ, ໂດຍ​ສະ​ເພາະ​ຫຼັງ​ຈາກ​ໃຊ້​ນ້ຳ​ທີ່​ມີ​ຄວາມ​ແຂງ. ຢ່າ​ນຳ​ໃຊ້​ນ້ຳ​ມັນ​ເຄື່ອງ​ຫຼໍ່​ມື່ນ, ນ້ຳ​ມັນ​ກະ​ແລັດ ຫຼື ຜະ​ລິດ​ຕະ​ພັນ​ປີ​ໂຕຼ​ລຽມ​ອື່ນໆ​ໃສ່​ສ່ວນ​ປະ​ກອບ​ມໍ​ເຕີ​ເຄື່ອງ​ອັດ​ແໜ້ນ​ອາ​ກາດ.

  1. ໃຫ້​ແນ່​ໃຈ​ວ່າ​ສະ​ວິດ​ເປີດ/ປິດ​ເຄື່ອງ​ອັດ​ແໜ້ນ​ອາ​ກາດ​ຢູ່​ໃນ​ຕຳ​ແໜ່ງປິດ.

  2. ດຶງ​ຫ່ວງ​ປ່ອຍ​ຄວາມ​ດັນ​ສີ​ແດງ​ອອກ ແລະ ເອົາ​ຝາ​ປົກ​ສີ​ດຳ​ອອກ​ຈາກ​ຖັງ.

  3. ເທ​ນ້ຳ​ໃສ່​ຖັງ​ໃນ​ປະ​ລິ​ມານ​ທີ່​ພໍ​ດີ ແລະ ຈາກ​ນັ້ນ​ຕື່ມ​ໂຟມ​ເຂັ້ມ​ຂຸ້ນ​ໃສ່​ຜ່ານ​ຮູ​ເປີດ​ຢູ່​ດ້ານ​ເທິງ​ຂອງ​ຖັງ​ຕາມ​ຄຳ​ແນະ​ນຳ​ຂອງ​ຜູ້ຜະ​ລິດ.

    Important: ລະ​ດັບ pH ທີ່​ສູງ​ເກີນ (ຄວາມ​ແຂງ ຫຼື ຄວາມ​ອ່ອນ) ຂອງ​ນ້ຳ​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ປະ​ລິ​ມານ​ຄວາມ​ເຂັ້ມ​ຂອງ​ໂຟມ​ທີ່​ຕ້ອງ​ການ.

  4. ຕິດ​ຕັ້ງ​ຝາ​ປິດໃສ່​ຖັງ ແລະ ຮັດ​ມັນ​ໃຫ້​ແໜ້ນດ້ວຍ​ມື.

  5. ສຳ​ລັບ​ການ​ດຳ​ເນີນ​ການ​ເລີ່ມ​ຕົ້ນ, ເປີດ​ວາວ​ປັບ​ຄວາມ​ແໜ້ນ​ຂອງ​ໂຟມໄປ​ຕາມ​ທິດທວນ​ເຂັມ​ໂມງ ⅛ ຫາ ¼ ຮອບ ().

    g207605
  6. ເລີ່ມ​ໃຊ້​ງານ​ລະ​ບົບ​ການ​ໝາຍ ແລະ ເຮັດ​ຮູບ​ແບບ​ການ​ທົດ​ສອບ​ໃນ​ພື້ນ​ດິນ.

    Note: ເມື່ອ​ທ່ານ​ເລີ່ມ​ໃຊ້​ລະ​ບົບ​ການ​ໝາຍ​ເປັນ​ເທື່ອ​ທຳ​ອິດ, ປ່ອຍ​ໃຫ້​ໂຟມ​ໄຫຼ​ຜ່ານ​ສາຍ​ປະ​ມານ 1 ຫາ 2 ນາ​ທີ.

  7. ປັບ​ວາວ​ປັບ​ຄວາມ​ແໜ້ນ​ໂຟມ​ເພື່ອ​ໃຫ້​ໄດ້​ຄວາມ​ສະ​ໝ່ຳ​ສະ​ເໝີ​ທີ່​ຕ້ອງ​ການ ແລະ ສີດ​ພົ່ນ​ຕາມ​ປົກ​ກະ​ຕິ.

    Note: ຖ້າ​ທ່ານ​ປ່ອຍ​ໂຟມ​ໄວ້​ໃນ​ສາຍ​ເປັນ​ເວ​ລາ​ຫຼາຍກວ່າ 2 ຊົ່ວ​ໂມງ, ມັນ​ອາດ​ຈະ​ກາຍ​ເປັນ​ນ້ຳ. ກ່ອນ​ໃຊ້​ງານ​ຫຼັງ​ຈາກ​ການ​ພັກ​ເປັນ​ເວ​ລາ 2 ຊົ່ວ​ໂມງ​ຂຶ້ນ​ໄປ, ໃຫ້​ຕິດ​ຈັກ​ປະ​ໄວ້​ເປັນ​ເວ​ລາ 1 ຫາ 2 ນາ​ທີ​ເພື່ອ​ເອົາ​ນ້ຳ​ສ່ວນ​ເກີນ​ອອກ.

    ຖ້າ​ໂຟມ​ໃນ​ເຄື່ອງ​ຈັກ​ແຫຼວ​ຫຼາຍ, ໃຫ້​ເຮັດ​ດັ່ງ​ຕໍ່​ໄປ​ນີ້:

    1. ອັດ​ວາວ​ປັບ​ຄວາມ​ແໜ້ນ​ໂຟມ​ສະ​ໜິດ​ເລີຍ.

    2. ໃຊ້​ງານເປັນເວລາ 2 ນາທີ.

    3. ລໍ​ຖ້າ 1 ນາ​ທີ ແລະ ຈາກ​ນັ້ນ​ກວດ​ເບິ່ງຄວາມ​ສະ​ໝ່ຳ​ສະ​ເໝີ​ຂອງ​ໂຟມ.

    4. ປັບ​ໂຟມ​ເພື່ອ​ໃຫ້​ໄດ້​ຄວາມ​ສະໝ່ຳ​ສະ​ເໝີ​ທີ່​ຕ້ອງ​ການ.

ການບຳລຸງຮັກສາ

ການ​ກຽມ​ພ້ອມ​ສຳ​ລັບ​ລະ​ດູ​ໜາວ

  1. ເຄື່ອນ​ພາ​ຫະ​ນະ​ໄປ​ພື້ນ​ບ່ອນ​ພຽງ, ໃສ່​ເບ​ຣກ​ມື, ມອດ​ປ້ຳ ແລະ ມອດ​ຈັກ.

  2. ຢູ່​ທີ່​ຝາ​ປິດ​ຖັງ, ດຶງ​ຢູ່​ບ່ອນ​ແທັບ​ປ່ອຍ​ຄວາມ​ດັນ​ສີ​ແດງ.

  3. ເອົາ​ຝາ​ປິດ​ຖັງ​ອອກ​ຈາກ​ຖັງ.

  4. ເອົາກິບ​ໜີບ​ທີ່​ຍຶດ​ສາຍ​ຮັດ ແລະ ຖັງ​ໃສ່​ເຄື່ອງ​ອັດ​ແໜ້ນ​ອອກ.

  5. ປ່ອຍ​ນ້ຳ​ສະ​ບູ ແລະ ຂອງ​ແຫຼວ​ທັງ​ໝົດ​ອອກ​ຈາກ​ຖັງ​ໃຫ້​ເປົ່າ.

  6. ປະ​ກອບ​ຖັງ​ໃສ່​ເຄື່ອງ​ອັດ​ແໜ້ນ​ດ້ວຍ​ສາຍ​ຮັດ ແລະ ກິບ​ໜີບ.

  7. ປະ​ກອບ​ຝາ​ໃສ່​ຖັງ ແລະ ບິດ​ຝາ​ໃຫ້​ແໜ້ນ.

  8. ຕິດ​ຈັກ​ອັດ​ແໜ້ນ​ເຄື່ອງ​ໝາຍ​ດ້ວຍ​ໂຟມ ແລະ ເປີດ​ຫົວ​ສີດ​ເຄື່ອງ​ໝາຍ​ດ້ວຍ​ໂຟມ​ແຕ່​ລະ​ອັນ​ເປັນ​ເວ​ລາ 5 ນາ​ທີ.

    Note: ອັນ​ນີ້​ເອົາ​ສານ​ລະ​ລາຍ​ອອກ​ຈາກ​ຂົດ​ລວດ​ໂຊ​ເລນອຍ ແລະ ປ້ອງ​ກັນ​ການ​ເສຍ​ຫາຍ​ຈາກ​ການ​ແຊ່​ແຂງ.

  9. ມອດ​ຈັກ​ອັດ​ແໜ້ນ​ເຄື່ອງ​ໝາຍ​ດ້ວຍ​ໂຟມ ແລະ ເອົາ​ກະ​ແຈ​ອອກ​ຈາກ​ປຸ່ມ​ກະ​ແຈ.

  10. ຖອດ​ຫົວ​ສີດ​ໂຟມ ແລະ ປ່ຽນ​ຟອງ​ນ້ຳ​ໂຟມ.

ການເກັບມ້ຽນ

  1. ເຄື່ອນ​ພາ​ຫະ​ນະ​ໄປ​ຫາບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ມອດ​ປ້ຳ, ມອດ​ຈັກ ແລະ ຖອດກະ​ແຈ.

  2. ປ່ອຍ​ຄວາມ​ດັນ​ພາຍ​ໃນ​ຖັງ​ອອກ​ໂດຍ​ການ​ເປີດ​ຝາ​ປິດ​ເຕີມ​ໃສ່​ຖັງ ແລະ ຮັດ​ມັນ​ໃຫ້​ແໜ້ນ​ດ້ວຍ​ມື.

  3. ຖອດ​ທໍ່​ອາ​ກາດ ແລະ ທໍ່​ນ້ຳ​ອອກ​ຈາກ​ຖັງ.

    Note: ປ່ຽນ​ທໍ່​ອາ​ກາດ ແລະ ທໍ່​ນ້ຳ​ພ້ອມ​ກັນ​ດ້ວຍ​ຂໍ້​ຕໍ່​ທໍ່​ທີ່​ໃຫ້​ມາ.

  4. ຖອດ​ຫົວ​ສີດ​ໂຟມ ແລະ ປ່ຽນ​ຟອງ​ນ້ຳ​ໂຟມ.

  5. ເຮັດ​ໃຫ້​ຖັງ​ສະ​ບູ່ ແລະ ຂອງ​ແຫຼວ​ທັງ​ໝົດ​ເປົ່າ​ເພື່ອ​ຫຼີກ​ລ່ຽງ​ການ​ທຳ​ຄວາມ​ເສຍ​ຫາຍ​ຖັງ​ຈາກ​ການ​ແຊ່​ແຂງ.