ຊຸດເຄື່ອງມືກໍ້ທໍ່ດ້ວຍໄຟຟ້າແມ່ນສິ່ງທີ່ຕິດມານຳທີ່ຈັດໃຫ້ສະເພາະສຳລັບພາຫະນະນຳໃຊ້ເຄື່ອງສີດພົ່ນທົ່ງຫຍ້າ ແລະ ຕັ້ງໃຈໃຫ້ນຳໃຊ້ໂດຍຜູ້ປະກອບອາຊີບທີ່ເປັນຜູ້ໃຊ້ງານທີ່ໄດ້ຈ້າງມາໃນການນຳໃຊ້ທາງການຄ້າ. ໂດຍຕົ້ນຕໍມັນຖືກອອກແບບມາສຳລັບການສີດພົ່ນໃນສະໜາມຫຍ້າທີ່ໄດ້ຮັບການບຳລຸງຮັກສາຢ່າງດີຢູ່ໃນສວນສາທາລະນະ, ສະໜາມກ໊ອຟ, ເດີ່ນກິລາ ແລະ ໃນພື້ນທີ່ທາງການຄ້າ.
ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳໃຊ້ ແລະ ບຳລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.
ເຂົ້າເບິ່ງເວັບໄຊ www.Toro.com ສຳລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການນຳໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.
ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ 1 ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.
Important: ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR ຢູ່ໃນສະຫຼາກເລກລຳດັບ (ຖ້າມີ) ເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.

Note: ຜະລິດຕະພັນນີ້ປະຕິບັດຕາມຄຳສັ່ງແນະນຳຂອງເອີຣົບທີ່ກ່ຽວຂ້ອງທັງໝົດ. ສຳລັບລາຍລະອຽດ, ກະລຸນາເບິ່ງຖະແຫຼງການຂອງການລວມເຂົ້າກັນເປັນບໍລິສັດ (DOI) ຢູ່ດ້ານຫຼັງຂອງໜັງສືນີ້.ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແໜ່ງການໃຊ້ງານປົກກະຕິ.
Important: ຈຳເປັນຕ້ອງມີສະກັອດພັນກັນຊຶມ ຫຼື Teflon tape ສຳລັບການຕິດຕັ້ງຊຸດເຄື່ອງມືນີ້. ສະກັອດແມ່ນໃຊ້ພັນກຽວຂອງຂໍ້ຕໍ່ກ່ອນປະກອບ. ຄວນຈະພັນກຽວເລີ່ມແຕ່ຖານ ແລະ ພັນໄປຮອດປາຍຂອງຂໍ້ຕໍ່ເພື່ອຮັບປະກັນວ່າເປັນຊິນອັດກັນນ້ຳໄດ້.
Important: ຈຳເປັນຕ້ອງມີສານຫຼໍ່ມື່ນທີ່ບໍ່ມີນ້ຳມັນປີໂຕຼລຽນເຊັ່ນ: ນ້ຳມັນພືດສຳລັບການຕິດຕັ້ງຊຸດເຄື່ອງມືນີ້.
ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງໂດຍຜູ້ນຳໃຊ້
ຫຼື ຜູ້ເປັນເຈົ້າຂອງສາມາດເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່ອາດຈະເກີດຂຶ້ນ,
ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ
, ເຊິ່ງໝາຍເຖິງຂໍ້ຄວນລະວັງ,
ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງກໍ່ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ
ຫຼື ເສຍຊີວິດໄດ້.
ໃຫ້ອ່ານເບິ່ງຄຳແນະນຳຄວາມປອດໄພ ແລະ ການໃຊ້ງານຢູ່ໃນຄູ່ມືຜູ້ໃຊ້ພາຫະນະນຳອີກ.
ຢ່າປິ່ນບັ້ງສີດດ້ວຍມືໃສ່ຄົນ ຫຼື ສັດ. ຂອງແຫຼວທີ່ມີຄວາມດັນສູງສາມາດເຂົ້າໄປໃນຜິວໜັງ ແລະ ເຮັດໃຫ້ເກີດການບາດເຈັບຮ້າຍແຮງ, ອາດຈະເຮັດໃຫ້ມີການຕັດແຂນຂາ ຫຼື ເຖິງຂັ້ນເສຍຊີວິດໄດ້. ຂອງແຫຼວ ແລະ ສານເຄມີທີ່ຮ້ອນສາມາດເຮັດໃຫ້ເກີດການໄໝ້ ຫຼື ການບາດເຈັບໄດ້. ຖ້າສ່ວນໃດໜຶ່ງຂອງຮ່າງກາຍມາສຳຜັດກັບກະແສການສີດພົ່ນ, ໃຫ້ປຶກສາກັບແພດທີ່ຄຸ້ນເຄີຍກັບການບາດເຈັບຈາກຂອງແຫຼວທີ່ສີດເຂົ້າໄປທັນທີ.
ຢ່າເອົາມືຂອງທ່ານ ຫຼື ພາກສ່ວນອື່ນໆໃດໜຶ່ງຂອງຮ່າງກາຍທ່ານໄປວາງຕໍ່ໜ້າຫົວສີດພົ່ນ.
ຢ່າປະປ່ອຍອຸປະກອນໄວ້ພາຍໃຕ້ຄວາມດັນເມື່ອທ່ານບໍ່ຢູ່.
ຢ່າໃຊ້ບັ້ງສີດດ້ວຍມື, ຖ້າທໍ່, ລັອກໄກ, ຫົວສີດ ຫຼື ພາກສ່ວນອື່ນໃດໜຶ່ງເປ່ເພ ຫຼື ບໍ່ມີ.
ຢ່າໃຊ້ບັ້ງສີດດ້ວຍມື, ຖ້າມີການຮົ່ວຢູ່ໃນທໍ່, ຂໍ້ຕໍ່ ຫຼື ອົງປະກອບອື່ນໆ.
ຢ່າສີດພົ່ນຢູ່ໃກ້ສາຍໄຟ.
ຢ່າຂັບລົດໃນຂະນະທີ່ກຳລັງສີດພົ່ນດ້ວຍບັ້ງສີດດ້ວຍມື.
ໃສ່ຊຸດປ້ອງກັນສານເຄມີ, ແວ່ນຕາປ້ອງກັນ, ເຄື່ອງຊ່ວຍຫາຍໃຈ, ເກີບບົດ ແລະ ຖົງມືປ້ອງກັນເມື່ອສີດພົ່ນສານເຄມີດ້ວຍບັ້ງສີດດ້ວຍມື.
ນຳໃຊ້ເຄື່ອງຈັກພຽງແຕ່ໃນເວລາທີ່ທ່ານເບິ່ງເຫັນດີເທົ່ານັ້ນ ແລະ ມີສະພາບອາກາດທີ່ເໝາະສົມ. ຢ່າໃຊ້ເຄື່ອງຈັກເມື່ອມີຄວາມສ່ຽງຕໍ່ການເກີດຟ້າຜ່າ.
ສານເຄມີອັນຕະລາຍ ແລະ ກໍ່ໃຫ້ເກີດການບາດເຈັບສ່ວນຕົວໄດ້.
ອ່ານຄຳແນະນຳຢູ່ໃນສະຫຼາກສານເຄມີກ່ອນຈັດການກັບສານເຄມີ ແລະ ປະຕິບັດຕາມທຸກຄຳແນະນຳ ແລະ ຂໍ້ຄວນລະວັງຂອງຜູ້ຜະລິດທັງໝົດ.
ເກັບສານເຄມີໄວ້ໃຫ້ຫ່າງຈາກຜິວໜັງຂອງທ່ານ. ຖ້າເກີດມີການສຳຜັດ, ຈົ່ງລ້າງບໍລິເວນທີ່ໄດ້ຮັບຜົນກະທົບດ້ວຍສະບູ່ ແລະ ນ້ຳສະອາດໃຫ້ທົ່ວ.
ໃສ່ແວ່ນຕາ ແລະ ອຸປະກອນປ້ອງກັນຕົວອື່ນໆທີ່ຜູ້ຜະລິດສານເຄມີແນະນຳ.
ການຖອກເທຖັງເຄື່ອງສີດພົ່ນ.
ທຳຄວາມສະອາດ ແລະ ລ້າງຖັງເຄື່ອງສີດພົ່ນ, ໃຫ້ເບິ່ງຄູ່ມືຜູ້ໃຊ້ສຳລັບເຄື່ອງຈັກຂອງທ່ານ.
ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງໄດ້ລະດັບ, ໃສ່ເບຣກມື, ມອດປ້ຳ, ມອດຈັກ, ຖອດກະແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່ນັ້ນຢຸດ.
ຖອດສາຍໄຟດ້ານລົບຂອງແບັດເຕີຣີ.
ຖອດສາຍໄຟດ້ານບວກຂອງແບັດເຕີຣີ.
ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:
| ສາຍສຽບໄຟ | 1 |
| ສະວິດ | 1 |
| ຝາປິດກັນນ້ຳ ແລະ ນັອດຕົວແມ່ | 1 |
| ປອກຮັດຮູບຕົວ R ຕົວນ້ອຍ | 1 |
| ນັອດຕົວແມ່ແຜ່ນປິດ (⅜ ນິ້ວ) | 1 |
| ນັອດຕົວຜູ້ສະຫຼັກກຽວ | 1 |
| ສາຍສຽບໄຟສາຍຕໍ່ບິດເຂົ້າກັນໄດ້ [108-9455] | 1 |
| ຫົວສຽບ [99-7435] | 1 |
| ກະດູມຮັດ | 1 |
ເອົາກະດູມຮັດທີ່ຍຶດສາຍຮັດຖັງດ້ານໜ້າຢູ່ດ້ານເທິງຂອງຖັງອອກ.
Note: ຮັກສາທຸກພາກສ່ວນໄວ້.
ຕິດຕັ້ງນັອດຕົວຜູ້ສະຫຼັກກຽວໃສ່ຮູໃນແຜ່ນດ້ານລຸ່ມໃນສາຍຮັດຖັງເບື້ອງຂວາ.
ຕິດຕັ້ງກະດູມຮັດສາຍຖັງທີ່ເອົາອອກມາກ່ອນເພື່ອຍຶດສາຍຮັດໃສ່ຖັງ.
Note: ໃຫ້ແນ່ໃຈວ່າສາຍຮັດໄດ້ຮັດຖັງແໜ້ນດີແລ້ວ. ຢ່າຮັດມັນແໜ້ນເກີນໄປ.
ຮັດປອກຮັດຮູບຕົວ R ຕົວນ້ອຍໃສ່ນັອດຕົວຜູ້ສະຫຼັກກຽວດ້ວຍການໃຊ້ນັອດຕົວແມ່ແຜ່ນປິດ (⅜ ນິ້ວ) ດັ່ງທີ່ສະແດງຢູ່ໃນ ຮູບສະແດງ 2.
ເດີນປາຍສາຍສຽບໄຟກົງໝູນທໍ່ຜ່ານປອກຮັດຮູບຕົວ R ຕົວນ້ອຍດັ່ງທີ່ສະແດງຢູ່ໃນ (ຮູບສະແດງ 2).

ຖອດນັອດກຽວຫົວຫົກຫຼ່ຽມ 4 ນັອດທີ່ຍຶດຝາປົກແຜງຄວບຄຸມໃສ່ຕູ້ຄວບຄຸມອອກ ແລະ ຍົກແຜງຂຶ້ນເລັກນ້ອຍ.
Note: ຖ້າຈຳເປັນ, ໃຫ້ເອົາລູກບິດອອກຈາກແທ່ງລັອກເຟືອງທ້າຍ.

ເອົາດອນອັດກົມອອກຈາກຝາປົກແຜງຄວບຄຸມ (ຮູບສະແດງ 4).

ປະກອບສະວິດໃສ່ຝາປົກແຜງຄວບຄຸມດ້ວຍນັອດຊ້ອນສອງ ແລະ ຮັດນັອດຊ້ອນສອງໃຫ້ແໜ້ນດ້ວຍມື (ຮູບສະແດງ 5).

ຕິດຕັ້ງຝາປົກປຸ່ມໃສ່ສະວິດ (ຮູບສະແດງ 6).

ຕໍ່ຕົວເຊື່ອມຕໍ່ 2 ຕົວໃນສາຍສຽບໄຟໃສ່ຕົວເຊື່ອມຕໍ່ໃບມີດ 2 ຕົວໃນສະວິດ (ຮູບສະແດງ 7).
ຍຶດຝາປົກແຜງຄວບຄຸມໃສ່ແຂນຕູ້ຄວບຄຸມດ້ວຍການໃຊ້ນັອດຕົວຜູ້ທີ່ເອົາອອກມາກ່ອນ.
Note: ຕິດຕັ້ງລູກບິດໃສ່ແທ່ງລັອກເຟືອງທ້າຍ, ຖ້າໄດ້ເອົາອອກມາກ່ອນ.
ຕໍ່ຕົວເຊື່ອມຕໍ່ຢູ່ໃກ້ຄຽງໃສ່ປລັກສຽບກໍ້ທໍ່ໃນສາຍສຽບໄຟຕົ້ນຕໍ, ຕັ້ງຢູ່ກ້ອງພາກສ່ວນດ້ານໜ້າຂອງແຂນຄວບຄຸມ.
ປລັກສຽບຕົວເຊື່ອມຕໍ່ຖັດໄປໃສ່ໃນຫົວສຽບ (ຮູບສະແດງ 7) ແລະ ຕິດຫົວສຽບໃສ່ຮູດ້ານນອກໃນກອບຢູ່ໃກ້ຫົວສຽບທີ່ມີຢູ່.
ຕໍ່ສາຍເຊື່ອມຕໍ່ທີ່ສາມາດບິດເຂົ້າກັນໄດ້ໃສ່ສາຍໄຟສີແດງຕິດໃສ່ຫົວແບັດເຕີຣີຂົ້ວບວກ (+) (ຮູບສະແດງ 7).
ຕໍ່ການເຊື່ອມຕໍ່ຂົ້ວລົບ (-) ໃນສາຍສຽບໄຟໃສ່ຫົວແບັດເຕີຣີຂົ້ວລົບ (-).
ຕໍ່ສົ້ນດ້ານໄກຂອງສາຍສຽບໄຟໃສ່ພື້ນກັບຟິວ (ຮູບສະແດງ 7).

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:
| ກອບກໍ້ທໍ່ | 1 |
| ນັອດຕົວຜູ້ (5/16) | 10 |
| ນັອດຕົວແມ່ແຜ່ນປິດ (5/16 ນິ້ວ) | 10 |
| ຈານໝູນ | 1 |
| ກໍ້ທໍ່ | 1 |
| ນັອດຕົວຜູ້ສະຫຼັກກຽວຕົວໃຫຍ່ | 4 |
| ນັອດຕົວແມ່ແຜ່ນປິດ (⅜ ນິ້ວ) | 4 |
| ມືຈັບ | 1 |
| ແຜ່ນບັງຕົມ | 1 |
| ປອກຮັດສະປຣິງ | 1 |
| ນັອດລັອກຕົວແມ່ | 2 |
| ນັອດຕົວຜູ້ສະຫຼັກກຽວຕົວນ້ອຍ | 2 |
| ປອກຮັດຮູບຕົວ R ຕົວໃຫຍ່ | 2 |
| ຂາຍຶດປືນສີດພົ່ນ | 1 |
| ຕົວຈັດໄລຍະຫ່າງ | 2 |
| ນັອດກຽວຕອກ | 2 |
| ແຫວນຮອງ | 1 |
| ແຫວນແຕກ | 1 |
ຕິດກອບກໍ້ທໍ່ໃສ່ດ້ານຂ້າງຂອງເຄື່ອງຈັກດ້ວຍການໃຊ້ນັອດຕົວຜູ້ 4 ຕົວ (5/16 ນິ້ວ) ແລະ ນັອດຕົວແມ່ແຜ່ນປິດ 4 ຕົວ (5/16 ນິ້ວ) ດັ່ງທີ່ສະແດງຢູ່ໃນ ຮູບສະແດງ 8.

ຕິດຈານໝູນໃສ່ພື້ນຂອງກໍ້ທໍ່ດ້ວຍການໃຊ້ນັອດຕົວຜູ້ສະຫຼັກກຽວ 4 ຕົວ ແລະ ນັອດຕົວແມ່ແຜ່ນປິດ 4 ຕົວ (⅜ ນິ້ວ) (ຮູບສະແດງ 9).

ວາງຈານໝູນລົງໃສ່ໃນຮູຢູ່ກອບກໍ້ທໍ່ (ຮູບສະແດງ 9).
Note: ເຄື່ອນລັອກໝູນໄປດ້ານຊ້າຍເພື່ອໃຫ້ການຕິດຕັ້ງງ່າຍຂຶ້ນ.
ຢູ່ດ້ານລຸ່ມຂອງກອບກໍ້ທໍ່, ຕິດແຫວນຮອງ ແລະ ແຫວນແຕກໃສ່ເສົາຢູ່ຈານໝູນ (ຮູບສະແດງ 10).

ຕິດມືຈັບໃສ່ຈານໝູນແບບຫຼວມໆດ້ວຍນັອດຕົວຜູ້ 4 ຕົວ (5/16 ນິ້ວ) (ຮູບສະແດງ 11).

ຕິດບັງຕົມ ແລະ ມືຈັບໃສ່ຈານໝູນດ້ວຍການໃຊ້ນັອດຕົວຜູ້ທີ່ຕິດຕັ້ງຢູ່ໃນຂັ້ນຕອນທີ 5 ແລະ ນັອດຕົວແມ່ແຜ່ນປິດ 4 ຕົວ (5/16 ນິ້ວ) (ຮູບສະແດງ 11).
ຍຶດດ້ານເທິງຂອງແຜ່ນບັງຕົມໃສ່ມືຈັບດ້ວຍການໃຊ້ນັອດກຽວຕອກ 2 ນັອດ (ຮູບສະແດງ 12).

ຕິດຕົວຈັບປືນສີດພົ່ນໃສ່ແຜ່ນບັງຕົມດັ່ງທີ່ສະແດງຢູ່ໃນ ຮູບສະແດງ 12.
ຕໍ່ຕົວເຊື່ອມຕໍ່ສາຍໄຟໃສ່ກໍ້ທໍ່.
ເອົາຕົວຍຶດທີ່ຍຶດຕົວກະຕຸ້ນໃສ່ວາວທໍ່ແຍກສຳລັບວາວພາກສ່ວນ ຫຼື ວາວປັ່ນອອກ (ຮູບສະແດງ 13).
Note: ບີບ 2 ຂາຂອງຕົວຍຶດເຂົ້າກັນໃນຂະນະທີ່ຊຸກມັນລົງ.
Note: ຮັກສາຕົວກະຕຸ້ນ ແລະ ຕົວຍຶດໄວ້.

ເອົາຕົວກະຕຸ້ນອອກຈາກວາວທໍ່ແຍກ.
ເອົາຕົວຍຶດທີ່ຈັບສ່ວນປະກອບກຸ່ມວາວຂ້າມຜ່ານຄານສີດພົ່ນ, ຝາປິດປາຍ ແລະ ຂໍ້ຕໍ່ ແລະ ສ່ວນປະກອບທໍ່ອອກດັ່ງທີ່ສະແດງຢູ່ໃນ ຮູບສະແດງ 14.
Note: ທ່ານຈະບໍ່ໃຊ້ຝາປິດຕົວຜູ້, ແຕ່ຮັກສາແຫວນຮູບຕົວ O ທີ່ຢູ່ໃນຝາປິດໄວ້.

ບັນທຶກການຕັ້ງຄ່າລູກບິດຊ້າຍ ແລະ ຂວາປະຈຸບັນໄວ້.
ໝູນກຸ່ມວາວຂ້າມຜ່ານຄານສີດພົ່ນໄປ 180 ອົງສາດັ່ງທີ່ສະແດງຢູ່ໃນ ຮູບສະແດງ 15.

ປັບລູກບິດເບື້ອງຊ້າຍ ແລະ ເບື້ອງຂວາໄປຫາການຕັ້ງຄ່າຜ່ານມາ.
ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:
| ວາວຄວບຄຸມ | 1 |
| ທໍ່ສະໜອງໃຫ້ກໍ້ທໍ່ | 1 |
| ປອກຮັດຢ່ວງຮອງ | 1 |
| ຂໍ້ຕໍ່ຊື່ແບບມີກຽວ ແລະ ເດືອຍ | 1 |
| ວາວປິດ | 1 |
| ຝາປິດ (½ ນິ້ວ) | 1 |
| ຂໍ້ຕໍ່ | 1 |
ຕິດຕັ້ງກຸ່ມວາວຄານສີດພົ່ນດ້ວຍການໃຊ້ຕົວຍຶດທີ່ເອົາອອກມາກ່ອນດັ່ງທີ່ສະແດງຢູ່ໃນ ຮູບສະແດງ 16.

ຕິດຕັ້ງຂາຍຶດຕິດວາວໃສ່ກອບວາວດ້ວຍການໃຊ້ນັອດຕົວຜູ້ຫົວແຜ່ນປິດ 2 ຕົວ (¼ x 0.625 ນິ້ວ) ດັ່ງທີ່ສະແດງຢູ່ໃນ ຮູບສະແດງ 17.

ປະກອບຖານວາວໃສ່ວາວປິດຕາມທີ່ສະແດງຢູ່ໃນ A ຂອງ ຮູບສະແດງ 18.

ຍຶດຖານວາວໃສ່ວາວຄວບຸມດ້ວຍນັອດກຽວຫົວແຜ່ນປິດ (#6) ແລະ ຮັດນັອດກຽວໃຫ້ແໜ້ນດ້ວຍມື (B ໃນ ຮູບສະແດງ 18).
ຕິດຕັ້ງຖານວາວໃສ່ຂາຍຶດຖານວາວດ້ວຍການໃຊ້ນັອດຕົວຜູ້ 4 ຕົວ (M6) ດັ່ງທີ່ສະແດງຢູ່ໃນ ຮູບສະແດງ 19.

ຍຶດວາວປິດໃສ່ວາວຄານສີດພົ່ນດ້ວຍແຫວນຮູບຕົວ O ແລະ ຕົວຍຶດທີ່ເອົາອອກມາກ່ອນ (ຮູບສະແດງ 20).
ຕິດຕັ້ງຝາປົກ (½ ນິ້ວ), ແຫວນຮູບຕົວ O, ຂໍ້ຕໍ່ ແລະ ສ່ວນປະກອບທໍ່ໃສ່ວາວປິດດ້ວຍການໃຊ້ຕົວຍຶດທີ່ເອົາອອກມາກ່ອນດັ່ງທີ່ສະແດງຢູ່ໃນ ຮູບສະແດງ 20.

ເອົາທໍ່ແທກຄວາມດັນອອກຈາກຂໍ້ຕໍ່.
ຖອດຝາປິດ ແລະ ຂໍ້ຕໍ່ອອກຈາກຊ່ອງເຄື່ອງແທກຄວາມດັນ (ຮູບສະແດງ 21).

ຕິດຕັ້ງສ່ວນປະກອບວາວຄວບຄຸມດັ່ງທີ່ສະແດງຢູ່ໃນ ຮູບສະແດງ 21.
ຕິດຕັ້ງຂໍ້ຕໍ່ໃສ່ຊ່ອງເປີດໃນຂໍ້ງໍ 90 ອົງສາ (ຮູບສະແດງ 21).
Note: ຝາປິດສາມາດກຳຈັດຖິ້ມໄດ້.
ຕໍ່ທໍ່ແທກຄວາມດັນອອກໃສ່ຂໍ້ຕໍ່.
ຕໍ່ທໍ່ສະໜອງໃຫ້ກໍ້ທໍ່ໃສ່ວາວຄວບຄຸມດ້ວຍການໃຊ້ປອກຮັດທໍ່.
ຍຶດຂໍ້ຕໍ່ຊື່ແບບມີກຽວ ແລະ ເດືອຍໃສ່ປາຍເປີດຂອງທໍ່ສະໜອງໃຫ້ກໍ້ທໍ່ດ້ວຍປອກຮັດທໍ່.
ເດີນທໍ່ສະໜອງໃຫ້ກໍ້ທໍ່ດັ່ງສະແດງຢູ່ໃນ ຮູບສະແດງ 22 ແລະ ຕິດມັນໃສ່ກໍ້ທໍ່ດ້ວຍປອກຮັດທໍ່.
Note: ຖ້າໄດ້ຕິດຕັ້ງຊຸດເຄື່ອງມືສີດລ້າງທຳຄວາມສະອາດຖັງໃສ່, ເດີນທໍ່ຢູ່ເບື້ອງຫຼັງປ້ຳສີດລ້າງ.

ຕໍ່ສາຍສຽບໄຟໃສ່ທໍ່ສະໜອງດ້ວຍການໃຊ້ການມັດສາຍ 2 ບ່ອນ.
ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:
| ທໍ່ຍາວພ້ອມຂໍ້ຕໍ່ | 1 |
| ປືນສີດພົ່ນ | 1 |
| ປອກຮັດທໍ່ປລາສຕິກ | 1 |
ພັນສະກັອດ Teflon® ໃສ່ຮອບກຽວຂອງຂໍ້ຕໍ່ທໍ່ໃນທໍ່ຍາວ ແລະ ຕິດຕັ້ງຂໍ້ຕໍ່ໃສ່ທໍ່ຕໍ່ໃນກໍ້ໝູນ (ຮູບສະແດງ 23).

ຕໍ່ສົ້ນເສລີຂອງທໍ່ຍາວໃສ່ຂໍ້ຕໍ່ໃນປືນສີດພົ່ນ (ຮູບສະແດງ 24).

ຍຶດປາຍຂອງທໍ່ດ້ວຍປອກຮັດທໍ່ປລາສຕິກ.
ຕໍ່ສາຍແບັດເຕີຣີຂົ້ວບວກໃສ່ແບັດເຕີຣີ.
ຕໍ່ສາຍແບັດເຕີຣີຂົ້ວລົບໃສ່ແບັດເຕີຣີ.
ກົດປຸ່ມມ້ວນທໍ່ ແລະ ນຳພາທໍ່ເຂົ້າໃສ່ກໍ້ທີ່ກຳລັງມ້ວນທໍ່ຈາກດ້ານໜຶ່ງມາໃສ່ດ້ານໜຶ່ງເພື່ອກະຈາຍທໍ່ໃຫ້ສະໜ່ຳສະເໝີຢ່າງລະມັດລະວັງ.
ມື, ເຄື່ອງນຸ່ງຫຼວມ, ຜົມຍາວ ແລະ ເຄື່ອງປະດັບສາມາດຖືກຕິດຢູ່ໃນທໍ່ ແລະ ກໍ້ໄດ້ໃນຂະນະທີ່ກຳລັງກໍ້ຄືນ ແລະ ເຮັດໃຫ້ເກີດການບາດເຈັບໄດ້.
ຮັກສາມືຂອງທ່ານໃຫ້ຫ່າງຈາກກໍ້ ແລະ ທໍ່ໃນຂະນະທີ່ມັນກຳລັງກໍ້ຄືນ.
ຢ່ານຸ່ງເຄື່ອງຫຼວມ ຫຼື ໃສ່ເຄື່ອງປະດັບ ແລະ ມັນຜົມທີ່ຍາວໄວ້.
ຂອງແຫຼວພາຍໃຕ້ຄວາມດັນສາມາດແຜ່ຊຶມເຂົ້າຜິວໜັງ ແລະ ເຮັດໃຫ້ເກີດການບາດເຈັບໄດ້.
ຮັກສາຮ່າງກາຍ ແລະ ມືຂອງທ່ານໃຫ້ຢູ່ຫ່າງຈາກຫົວສີດທີ່ປ່ອຍຂອງແຫຼວຄວາມດັນສູງອອກມາ.
ຢ່າເລັງເຄື່ອງສີດພົ່ນໃສ່ຄົນ ຫຼື ສັດ.
ໃຫ້ແນ່ໃຈວ່າທໍ່ ແລະ ສາຍເຊື່ອມຕໍ່ຂອງແຫຼວທັງໝົດຢູ່ໃນສະພາບດີ ແລະ ທຸກໆການເຊື່ອມຕໍ່ ແລະ ຂໍ້ຕໍ່ແໜ້ນດີກ່ອນທີ່ຈະນຳໃຊ້ຄວາມດັນໃສ່ລະບົບ.
ໃຊ້ເຈ້ຍແຂງ ຫຼື ເຈ້ຍເພື່ອຊອກຫາການຮົ່ວ.
ຜ່ອນແຮງດັນທັງໝົດໃນລະບົບລົງຢ່າງປອດໄພກ່ອນທີ່ຈະປະຕິບັດວຽກງານໃດໜຶ່ງກັບມັນ.
ຂໍຄວາມຊ່ວຍເຫຼືອທາງການແພດທັນທີ, ຖ້າມີການສີດຂອງແຫຼວເຂົ້າໄປໃນຜິວໜັງ.
ຂອງແຫຼວ ແລະ ສານເຄມີທີ່ຮ້ອນສາມາດເຮັດໃຫ້ເກີດການໄໝ້ ຫຼື ອັນຕະລາຍອື່ນໆໄດ້.
Important: ທ່ານຕ້ອງຖອກເຄື່ອງສີດພົ່ນໃຫ້ເປົ່າ ແລະ ສີດລ້າງທັນທີຫຼັງຈາກການນຳໃຊ້ແຕ່ລະຄັ້ງ. ການບໍ່ເຮັດແນວນັ້ນອາດຈະເຮັດໃຫ້ສານເຄມີແຫ້ງ ຫຼື ຕິດແໜ້ນຢູ່ໃນທໍ່, ອຸດຕັນປ້ຳ ແລະ ສ່ວນປະກອບອື່ນໆ.
ທຳຄວາມສະອາດລະບົບສີດພົ່ນຫຼັງຈາກແຕ່ລະຄັ້ງການສີດພົ່ນ. ເພື່ອທຳຄວາມສະອາດລະບົບສີດພົ່ນຢ່າງຖືກຕ້ອງ:
ໃຊ້ການໄລລ້າງ 3 ເທື່ອແຍກກັນ.
ການໄລລ້າງແຕ່ລະເທື່ອໃຫ້ໃຊ້ຢ່າງຕ່ຳ 50 ແກນລອນ.
ໃຊ້ນ້ຳຢາທຳຄວາມສະອາດ ຫຼື ນ້ຳຢາເຮັດໃຫ້ເປັນກາງຕາມທີ່ຜູ້ຜະລິດສານເຄມີແນະນຳ.
ໃຊ້ນ້ຳສະອາດບໍລິສຸດ (ບໍ່ໃຊ້ນ້ຳຢາທຳຄວາມສະອາດ ຫຼື ນ້ຳຢາເຮັດໃຫ້ເປັນກາງ) ສຳລັບການໄລລ້າງເທື່ອສຸດທ້າຍ.
ຢຸດເຄື່ອງຈັກ, ປິດຄານສີດພົ່ນ ແລະ ໃສ່ເບຣກມື.
ການຂັບຂີ່ໃນຂະນະທີ່ກຳລັງໃຊ້ບັ້ງສີດພົ່ນດ້ວຍມືສາມາດເຮັດໃຫ້ເສຍການຄວບຄຸມ, ເຮັດໃຫ້ເກີດການບາດເຈັບ ຫຼື ເສຍຊີວິດໄດ້. ຢ່ານຳໃຊ້ບັ້ງສີດພົ່ນດ້ວຍມືໃນຂະນະທີ່ກຳລັງຂັບລົດ.
ຢູ່ດ້ານຫຼັງຂອງເຄື່ອງຈັກ, ໃຫ້ແນ່ໃຈວ່າລັອກໄກໃນປືນສີດຖືກລັອກໄວ້.
ໝູນມືຈັບສີຂຽວໃນວາວຄວບຄຸມ 90 ອົງສາ.
ໃນຕຳແໜ່ງໃຊ້ງານ, ເປີດປ້ຳ.
ບິດສະວິດຄານສີດພົ່ນຕົ້ນຕໍໄປຕຳແໜ່ງເປີດ.
ຕັ້ງຈັກໄປຫາຄວາມໄວທີ່ຕ້ອງການ, ຈາກນັ້ນໃສ່ລັອກຄວາມໄວຈັກເກຍຫວ່າງ.
Important: ຢ່າໃຊ້ການຕັ້ງຄ່າຄວາມດັນສູງກວ່າ 10.34 bar (150 psi) ດ້ວຍເຕົ້າສີດດ້ວຍມື.
ດຶງຈຳນວນທໍ່ທີ່ຕ້ອງການອອກຈາກກໍ້.
Important: ຢ່າດຶງທໍ່ດ້ວຍປືນສີດພົ່ນ. ຖືທໍ່ໄວ້ ແລະ ດຶງມັນໂດຍກົງເລີຍ. ການດຶງທໍ່ດ້ວຍປືນອາດຈະເຮັດໃຫ້ຂໍ້ຕໍ່ໃນປືນແຕກ ຫຼື ເຮັດໃຫ້ທໍ່ໄດ້ຮັບຄວາມເສຍຫາຍ.
ປ່ອຍລັອກໄກ.
ນຳເອົາຫົວສີດປືນສີດພົ່ນໄປໃສ່ບ່ອນທີ່ຈະສີດພົ່ນ ແລະ ດຶງໄກ.
ປ່ອຍໄກ ແລະ ໃສ່ລັອກໄກເມື່ອທ່ານສີດພົ່ນແລ້ວ.
ກົດປຸ່ມມ້ວນຄືນຢູ່ໃນກໍ້ທີ່ຈົນກວ່າຈະມີພຽງແຕ່ທໍ່ສອງສາມຟຸດຢູ່ນອກກໍ້.
Note: ສາມາດນຳໃຊ້ປຸ່ມມ້ວນກໍ້ທໍ່ພຽງແຕ່ເມື່ອກະແຈກຳກັບດູແລໃນຕູ້ຄວບຄຸມເຄື່ອງສີດພົ່ນຢູ່ໃນຕຳແໜ່ງປົດລັອກເທົ່ານັ້ນ.
ມື, ເຄື່ອງນຸ່ງຫຼວມ, ຜົມຍາວ ແລະ ເຄື່ອງປະດັບສາມາດຖືກຕິດຢູ່ໃນທໍ່ ແລະ ກໍ້ໄດ້ໃນຂະນະທີ່ກຳລັງກໍ້ຄືນ ແລະ ເຮັດໃຫ້ເກີດການບາດເຈັບໄດ້.
ຮັກສາມືຂອງທ່ານໃຫ້ຫ່າງຈາກກໍ້ ແລະ ທໍ່ໃນຂະນະທີ່ມັນກຳລັງກໍ້ຄືນ.
ຢ່ານຸ່ງເຄື່ອງຫຼວມ ຫຼື ໃສ່ເຄື່ອງປະດັບ ແລະ ມັນຜົມທີ່ຍາວໄວ້.
ໝູນມືຈັບສີຂຽວໃນວາວຄວບຄຸມ 90 ອົງສາ.
ນຳເອົາຫົວສີດປືນສີດພົ່ນໄປໃສ່ບ່ອນທີ່ມັນຈະປອດໄພທີ່ຈະສີດພົ່ນ, ປ່ອຍລັອກໄກ ແລະ ດຶງໄກຈົນກວ່າຂອງແຫຼວທີ່ຍັງເຫຼືອທັງໝົດອອກຈາກທໍ່, ຈາກນັ້ນໃສ່ລັອກໄກ.
ເອົາປືນສີດພົ່ນກັບຄືນໄປໄວ້ບ່ອນເກັບຢູ່ດ້ານຫຼັງຂອງກໍ້.
ເອົາຈັກກັບຄືນໄປສູ່ຄວາມໄວກາລັງຕີ.
ມອດປ້ຳ.
Important: ໃຫ້ແນ່ໃຈວ່າທ່ານໄດ້ຊະລ້າງປືນສີດພົ່ນດ້ວຍນ້ຳສະອາດສົດໃນລະຫວ່າງການທຳຄວາມສະອາດປະຈຳວັນຂອງທ່ານ (ໃຫ້ເບິ່ຄູ່ມືຜູ້ໃຊ້ເຄື່ອງສີດພົ່ນຂອງທ່ານ). ການບໍ່ທຳຄວາມສະອາດປືນສີດພົ່ນຢ່າງຖືກຕ້ອງອາດຈະເຮັດໃຫ້ເສື່ອມປະສິດທິພາບການໃຊ້ງານ ແລະ ຄວາມໜ້າເຊື່ອຖືຂອງຊຸດເຄື່ອງມືກໍ້ທໍ່ ແລະ ປືນສີດພົ່ນ.
ໃຊ້ສະວິດອັດຕາເພື່ອຕັ້ງ kPa (psi) ຕາມຕ້ອງການ.