ການແນະນຳ

ພື້ນຈັກ​ຕັດ​ເດີ່ນ​ຫຍ້າ​ໃບ​ມີດ​ໝູນ​ນີ້ແມ່ນ​ຕິດ​ໃສ່​ກັບລົດຕັດ​ຫຍ້າ ແລະ ຕັ້ງ​ໃຈ​ໃຫ້​ນຳ​ໃຊ້​ໂດຍ​ຜູ້ປະ​ກອບ​ອາ​ຊີບ​ທີ່​ເປັນ​ຜູ້​ໃຊ້​ງານ​ທີ່​ໄດ້​ຈ້າງ​ມາ​ໃນ​ການ​ນຳ​ໃຊ້​ທາງ​ການ​ຄ້າ. ໃນ​ເບື້ອງ​ຕົ້ນ​ມັນຖືກ​ອອກ​ແບບ​ມາ​ສຳ​ລັບ​ການ​ຕັດຫຍ້າ​ໃນ​ສະ​ໜາມ​ຫຍ້າ​ທີ່​ໄດ້​ຮັບ​ການບຳລຸງ​ຮັກ​ສາ​ຢ່າງ​ດີ​ເຊັ່ນ: ໃນສວນ​ສາ​ທາ​ລະ​ນະ, ເດີ່ນ​ກິ​ລາ ແລະ ໃນ​ພື້ນ​ທີ່​ທາງການ​ຄ້າ.

ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳ​ລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ

ເຂົ້າເບິ່ງເວັບໄຊ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບ​ທີ່ 1 ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.

g310316

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ມີຂໍ້ຄວາມກ່ຽວກັບຄວາມປອດໄພທີ່ໄດ້ລະບຸໂດຍສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ 2), ເຊິ່ງເປັນສັນຍານອັນຕະລາຍທີ່ອາດຈະເຮັດໃຫ້ເກີດການບາດເຈັບສາ​ຫັດ ຫຼື ເສຍຊີວິດ, ຖ້າທ່ານບໍ່ປະຕິບັດຕາມຂໍ້ຄວນລະວັງທີ່ແນະນຳ.

g000502

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສິ່ງສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ໝາຍ​ເຫດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ລຸ້ນ 30456 ເປັນ​ໄປ​ຕາມ​ຂໍ້​ກຳ​ນົດ​ຂອງ​ຢູ່​ຣົບ​ທີ່​ກ່ຽວ​ຂ້ອງ​ທັງ​ໝົດ ເມື່ອ​ຕິດ​ຕັ້ງ​ຊຸດ CE (​ລຸ້ນ 30658) ໃສ່​ກັບ​ໜ່ວຍ​ຕັດ. ລຸ້ນ 30353 ຈຳ​ເປັນ​ຕ້ອງ​ມີຊຸດ CE ລຸ້ນ 30685; 30457 ຈຳ​ເປັນ​ຕ້ອງ​ມີ​ຊຸດ CE 30683; 30481 ຈຳ​ເປັນ​ຕ້ອງ​ມີ​ຊຸດ CE 30679. ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຈີມ, ໃຫ້​ເ​ບິ່ງ​ທີ່ເອ​ກະ​ສານ​ປະ​ກາດ​ກ່ຽວ​ກັບ​ຄວາມ​ສອດ​ຄ່ອງ​ (DOC) ສະ​ເພາະ​ຂອງ​ສິນ​ຄ້າ​ແຕ່​ລະ​ຕົວແຍກ​ກັນ​ຕ່າງ​ຫາກ.

ຄຳເຕືອນ

CALIFORNIA

ຄຳເຕືອນຂອງກົດໝາຍ Proposition 65

ການນຳໃຊ້ຜະລິດຕະພັນນີ້ອາດຈະເຮັດໃຫ້ສຳຜັດກັບສານເຄມີທີ່ຮູ້ຈັກດີໃນ ລັດຄາລີຟໍເນຍ ວ່າເປັນສາເຫດກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຄວາມປອດໄພ

ເຄື່ອງຈັກນີ້ໄດ້ຖືກອອກແບບໃຫ້ສອດຄ່ອງກັບ ANSI B71,4-2017 ແລະ EN ISO 5395.

ຄວາມປອດໄພທົ່ວໄປ

ຜະລິດຕະພັນນີ້ມີຄວາມສາມາດຕັດມື ແລະ ຕີນ ແລະ ໂຍນວັດຖຸໄດ້. ຕ້ອງປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພທຸກຄັ້ງເພື່ອຫລີກລ່ຽງການບາດເຈັບສາ​ຫັດ​ຕໍ່​ຕົວ​ເອງ

  • ອ່ານ ແລະ ທຳຄວາມເຂົ້າໃຈເນື້ອໃນຂອງຄູ່ມືຜູ້ໃຊ້ນີ້ກ່ອນທີ່ຈະເລີ່ມຕົ້ນນຳ​ໃຊ້ເຄື່ອງຈັກ.

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ປະຕິບັດງານກັບເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ຢ່າວາງມື ຫຼື ຕີນຂອງທ່ານໃກ້ກັບສ່ວນປະກອບທີ່ເຄື່ອນໄຫວຂອງເຄື່ອງຈັກ.

  • ຢ່າປະຕິບັດງານເຄື່ອງຈັກໂດຍບໍ່ມີການປົກປ້ອງທຸກຄົນ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢ່າງຖືກຕ້ອງໃນເຄື່ອງຈັກ.

  • ຮັກສາບໍ່ໃຫ້ມີຊ່ອງເປີດໃດ​ໜຶ່ງລະບາຍອອກມາ.

  • ໃຫ້ຄົນຢູ່ໃກ້ຄຽງ, ແລະ ເດັກອອກຈາກພື້ນທີ່ປະຕິບັດງານ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ.

  • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

    • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    • ປ່ອຍໜ່ວຍຕັດໃຫ້ຕ່ຳລົງ.

    • ປົດເຄື່ອງ​ໝູນ.

    • ໃສ່ເບ​ຣກມື (ຖ້າ​ໄດ້​ຕິດ​ຕັ້ງ).

    • ມອດຈັກ ແລະ ຖອດກະແຈ.

    • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ Graphic, ເຊິ່ງໝາຍເຖິງຂໍ້ຄວນລະວັງ, ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງ​ກໍ່​ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫຼື ເສຍຊີວິດ.

ຄວາມປອດໄພຂອງໜ່ວຍຕັດ

  • ໜ່ວຍຕັດຈະເປັນເຄື່ອງຈັກທີ່ສົມບູນໄດ້​ກໍ່​ຕໍ່ເມື່ອຕິດຕັ້ງໃສ່ລົດຕັດຫຍ້າເທົ່າ​ນັ້ນ. ອ່ານປຶ້ມຄູ່ມືຜູ້ໃຊ້ຂອງລົດຕັດຫຍ້າຢ່າງລະມັດລະວັງສຳລັບຄຳແນະນຳລະ​ອຽດກ່ຽວກັບການນຳໃຊ້ເຄື່ອງຈັກທີ່ປອດໄພ.

  • ມອດເຄື່ອງຈັກ, ຖອດກະແຈ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢຸດກ່ອນທີ່ຈະກວດກາສິ່ງທີ່ຕິດມານຳຫຼັງຈາກຕຳເອົາວັດຖຸ ຫຼື ຖ້າມີການສັ່ນສະເທືອນຜິດປົກກະຕິໃນເຄື່ອງຈັກ. ເຮັດການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະເລີ່ມ​ການ​ນຳ​ໃຊ້​ຕໍ່.

  • ຮັກສາທຸກພາກສ່ວນໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ສ່ວນ​ປະ​ກອບທັງໝົດຮັດແໜ້ນ. ປ່ຽນສະ​ຫຼາກທີ່ຫ້ຽນ ຫຼື ເສຍຫາຍທັງໝົດ.

  • ໃຊ້ແຕ່ອຸປະກອນເສີມ, ສິ່ງທີ່ຕິດມາ ແລະ ອາໄຫຼ່ປ່ຽນທີ່ອະ​ນຸ​ມັດໂດຍ Toro ເທົ່າ​ນັ້ນ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

decal93-6687
decal93-6696
decal93-6697
decal93-7818
decal107-2908
decal107-2916
decal112-1461
decal117-4979
decal120-6604
decal133-8061

ການຕັ້ງຄ່າ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

ການຕິດຕັ້ງຕົວ​ຈັດ​ໄລ​ຍະ​ຫ່າງ​ຂອງ​ແຜ່ນ​ຢຽບ

ສຳ​ລັບ​ຖານ​ຈັກ​ຕັດ​ຫຍ້າ​ຂະ​ໜາດ 60-ນິ້ວ ແລະ 62-ນິ້ວ​ຂອງ​ເຄື່ອງ​ຈັກ Groundmaster 360

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຕົວ​ຈັດ​ໄລ​ຍະ​ຫ່າງຂອງ​ແຜ່ນ​ຢຽບ1
ນັອດຕົວ​ຜູ້ (3/8 x 2-1/2 ນິ້ວ)1

Note: ຂັ້ນ​ຕອນນີ້​ແມ່ນ​ສຳ​ລັບ​ຖານ​ຈັກ​ຕັດ​ຫຍ້າ​ຂະ​​ໜາດ 60 ແລະ 62-ນິ້ວ​ທີ່​ຕິດ​ຕັ້ງ​ໃນ​ເຄື່ອງ​ຈັກ Groundsmaster 360 ເ​ທົ່າ​ນັ້ນ.

  1. ເອົາ​ຕົວ​ຈັດ​ໄລ​ຍະ​ຫ່າງ​ທີ່​ມີ​ຢູ່​ແລ້ວ​ອອກ​ຈາກ​ເຄື່ອງ​ຈັກດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 3.

  2. ຕິດ​ຕັ້ງ​ຕົວ​ຈັດ​ໄລ​ຍະ​ຫ່າງ​ຂອງ​ແຜ່ນ​ຢຽບ​ໃໝ່ ແລະ ດ້ວຍ​ນັອດ​ຕົວ​ໃໝ່ (3/8 x 2-1/2 ນິ້ວ) ແລະ ອຸ​ປະ​ກອນ​ທີ່​ມີ​ຢູ່​ແລ້ວ; ໄປ​ເບິ່ງ​ທີ່ ຮູບສະແດງ 3.

    g309408

ການຖອດ​ໜ່ວຍ​ຕັດ​ທີ່​ມີ​ຢູ່​ແລ້ວ​ອອກ (ຖ້າ​ໄດ້​ຕິດ​ຕັ້ງ)

  1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບດ້ວຍ​ການ​ໃຫ້​ໜ່ວຍ​ຕັດ​ຍົກ​ຂຶ້ນ​ໃນ​ຕຳ​ແໜ່ງ​ເຕັມ​ທີ່. ມອດຈັກ, ໃສ່​ເບ​ຣກມື ແລະ ຖອດກະແຈ.

    Note: ເມື່ອ​ໜ່ວຍ​ຕັດ​ຢູ່​ໃນ​ຕຳ​ແໜ່ງ​ທີ່​ຍົກ​ຂຶ້ນ, ຄວາມ​ຕຶງ​ຂອງ​ໄສ້​ເສືອ​ບິດ​ຂໍ້​ຕໍ່ໃຊ້​ດຶງ (ຮູບສະແດງ 4) ໄດ້​ຮັບ​ການ​​ລຸດ​ລົງ, ເຮັດ​ໃຫ້​ມັນງ່າຍ​ຂຶ້ນຫຼາຍ​ທີ່​ຈະ​ຕັດ​ຂໍ້​ຕໍ່​ໃຊ້​ດຶງຈາກ​ເຄື່ອງ​ຈັກ.

    g017279
  2. ຕັດ​ການ​ເຊື່ອມ​ຕໍ່​ຂອງຂໍ້​ຕໍ່​ໃຊ້​ດຶງ​ຈາກ​ແຕ່​ລະ​ດ້ານ​ຂອງ​ເຄື່ອງ​ຈັກ (ຮູບສະແດງ 4).

    ຂໍ້ຄວນລະວັງ

    ໄ​ສ້​ເສືອ​ບິດ​ຂອງ​ຂໍ້​ຕໍ່​ໃຊ້​ດຶງ​ອາດ​ຈະ​ເຮັດ​ຂໍ້​ຕໍ່​​ທີ່​ໃຊ້​ດຶງ​ໝູນ​ບາງ​ຢ່າງ​ລະ​ຫວ່າງ​ຂະ​ບວນ​ການ​ຖອດ​ອອກ.

    ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ໃນ​ເວ​ລາ​ທີ່ຕັດ​ການ​ເຊື່ອມ​ຕໍ່​ຂອງ​ຂໍ້​ຕໍ່​ທີ່​ໃຊ້​ດຶງ.

    1. ຖອດ​ນັອດ​ບ່າ​ທີ່​ຮັດ​ກັບ​ເຂັມ​ຂັດໃຊ້​ຍຶດ​ກັບ​ໂຄງ​ບັນ​ທຸກ (ຮູບສະແດງ 4).

    2. ເລື່ອນ​ເຂັ​ມຂັດ​ຍຶດ​ຢ່າງ​ລະ​ມັດ​ລະ​ວັງ​ຈາກ​ໂຄງ​ລັນ​ທຸກ ແລະ ຂໍ້​ຕໍ່​ໃຊ້​ດຶງ (ຮູບສະແດງ 4).

  3. ບັນ​ທຶກ​ສະ​ຖານ​ທີ່​ຂອງ​ເຂັມຂັດ HOC ໃນ​ຕົວ​ຍຶດລັອກ HOC ສຳ​ລັບ​ຈຸດ​ປະ​ສົງ​ຂອງ​ການ​ປະ​ກອບ (ຮູບສະແດງ 5). ຖອດເຂັມ​ຂັດ HOC ອອກ​ຈາກ​ຕົວຍຶດລັອກ HOC.

    g017278
  4. ຕິດຈັກ, ປ່ອຍໜ່ວຍຕັດຕ່ຳລົງສູ່​ພື້ນ, ມອດຈັກ ແລະ ຖອດກະແຈ.

    Note: ປ່ອຍໜ່ວຍຕັດຕ່ຳລົງເທິງ​ລໍ້​ຍູ້​ເຟີ​ນີ​ເຈີ​ຊ່ວຍ​ໃນ​ກ​ານ​​ຖອດ​ໜ່ວຍ​ຕັດອອກ.

    ຄຳເຕືອນ

    ຖ້າ​ເຄື່ອງ​ຈັກ​ຕິດ​ແລ້ວ ແລະ ເພົາຂັບ​ເຄື່ອນ​ຂອງ PTO ຖືກປ່ອຍ​ໃຫ້​ໝູນ, ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ຮ້າຍ​ແຮງກັບ​ບຸກ​ຄົນ ແລະ ຄວາມ​ເສຍ​ຫາຍ​ໃຫ້​ກັບ​ເຄື່ອງ​ຈັກ​ໄດ້.

    • ​ເມື່ອເພົາ​ຂັບ​ເຄື່ອນ​ຖືກ​ຕັດ​ການ​ເຊື່ອມ​ຕໍ່​ຈາກ​ໜ່ວຍ​ຕັດ, ຢ່າ​ຕິດ​ຈັກ ແລະ ເປີດ​ໃຊ້​ສະ​ວິດ PTO.

    • ຖ້າ​ເພົາ​ຂັບ​ເຄື່ອນ​ຖືກ​ຕັດ​ການ​ເຊື່ອມ​ຕໍ່​ຈາກຈັກ​ຕັດຫຍ້າ, ໃຫ້​ຖອດ​ຟິວ F1 (15 A) ຈາກກ່ອງ​ຟິວ​ເພື່ອ​ປ້ອງ​ກັນ​ການ​ເປີດ​ໃຊ້​ງານ​ຂອງ​ຄາດ PTO ໂດຍບໍ່​ໄດ້​ຕັ້ງ​ໃຈ.

  5. ຕັດ​ການ​ເຊື່ອມ​ຕໍ່​ປາຍ​ມື​ຄວບ​ຄຸມຂອງ​ເພົາ​ຂັບ​ເຄື່ອນ​ຂອງ PTO ຈາກ​ເພົາ​ກະ​ປຸກ​ເກຍ​ຂອງ​ໜ່ວຍ​ຕັດ:

    1. ຖອດ​ເຂັມ​ຂັດສະຫຼັກ​ອອກ​ຈາກ​​ປາຍມື​ຄວບ​ຄຸມ ແລະ ເພົາ​ກະ​ປຸກ​ເກຍ (ຮູບສະແດງ 6).

      g012230
    2. ມາຍ​ນັອດ​ກຽວ​ໝວກ 2 ອັນ ແລະ ນັອ​ດ​ລັອກອອກ (ຮູບສະແດງ 6).

    3. ເລື່ອນ​ເພົາ​ຂັບ​ເຄື່ອນຂອງ​ປາ​ຍ​ມື​ຄວບ​ຄຸມ​ຈາກ​ເພົາ​ປະ​ປຸກ​ເກຍ.

      Note: ຍົກ ແລະ ມັດ​ເພົາ​ຂັບ​​ເຄື່ອນ​ເຂົ້າ​ໂຄງ.

  6. ຖອດ​ເຂັມ​ຂັດ​ວົງ​ແຫວນ 4 ອັນ ແລະ ເຂັມ​ຂັດສະ​ຫຼັກທີ່​ຮັດ​ໂສ້​ຍົກ​ນັ້ນ​ອອກ​ໄປ​ສູ່​ສະຫຼັກ​ການ​ປັບ​ເທິງ​ຈັກ​ຕັດຫຍ້າ (ຮູບສະແດງ 4).

  7. ເລື່ອນ​ໜ່ວຍ​ຕັດ​ອອກ​ຫ່າງ​ຈາກ​ເຄື່ອງ​ຈັກ.

    Note: ທ່ານ​ອາດ​ຈະ​ຕ້ອງ​ໄດ້​ຍົກ​ດ້ານ​ໜ້າ​ຂອງ​ໜ່ວຍ​ຈັກ​ຕັດ​ຫຍ້າ​ເພື່ອ​ຍ້າຍ​ໜ່ວຍ​ຕັດ​ອອກ​ຫ່າງ​ຈາກ​ເຄື່ອງ​ຈັກ.

ການຕິດ​ຕັ້ງ​​ໜ່ວຍ​ຕັດໃໝ່

  1. ໃຫ້ເລື່ອນ​ໜ່ວຍ​ຕັດ​ໃໝ່​ຢູ່​ກ້ອງ​ໂຄງ​ບັນ​ທຸກ​ຂອງ​ເຄື່ອງ​ຈັກ.

  2. ຕິດ​ຕັ້ງ​ເຂັມ​ຂັດສະຫຼັກ 4 ອັນ ແລະ ເຂັມວົງ​ແຫວນເພື່ອຮັດ​ໂສ້​ຍົກ​ໜ່ວຍ​ຕັດ​ອອກ​ໄປ​ສູ່​ສະຫຼັກ​ການ​ປັບ​ເທິງ​ຈັກ​ຕັດຫຍ້າ (ຮູບສະແດງ 4).

  3. ເຊື່ອມ​ຕໍ່​ປາຍມ​ື​ຄວບ​ຄຸມ​ຂອງ​ເພົາ​ຂັບ​ເຄື່ອນ​ຂອງ PTO ໃຫ້​ກັບ​ກະ​ປຸກ​ເກຍ​ຂອງ​ໜ່ວຍ​ຕັດ; ໃຫ້​ໄປ​ເບິ່ງ​ທີ່​ຂັ້ນ​ຕອນ​ຕໍ່​ໄປ​ນີ້:

    1. ຈັດ​ແນວ​ຮ່ອງ ຫຼື ຮູ​​ເຂັມ​ສະຫຼັກ​ຂອງມື​ຄວບ​ຄຸມ​ເພົາ​ຂັບ​ເຄື່ອນ​ດ້ວຍ​ເພົາກະ​ປຸກ​ເກຍ.

    2. ເລື່ອນ​ເພົາ​ຂັບ​ເຄື່ອນ PTO ຂອງ​ປາ​ຍ​ມື​ຄວບ​ຄຸມເຂົ້າ​ໄປ​ທີ່​ເພົາ​ປະ​ປຸກ​ເກຍ.

    3. ຮັດ​ປາຍ​ມື​ຄວບ​ຄຸມ​ຂອງ​ເພົາ​ຂັບ​​ເຄື່ອນ PTO ເຂົ້າ​ກັບ​ເພົາ​ກະ​ປຸກ​ເກຍ​ດ້ວຍ​ເຂັມ​ຂັດ​ສະຫຼັກ (ຮູບສະແດງ 6).

    4. ຮັດ​ນັອດ​ລັອກ​ເພື່ອ​ລັອກ​ປາຍ​ມື​ຄວບ​ຄຸມ​​ເຂົ້າ​ກັບ​ເພົາ​ກະ​ປຸກ​ເກຍ (ຮູບສະແດງ 6). ບິດນັອດ​ລັອກໄປທີ່ 20 ເຖິງ 25 N∙m (175 ເຖິງ 225 in-lb).

  4. ຕິດຈັກ ແລະ ໃຫ້​ຍົກ​ໜ່ວຍ​ຕັດ​ຂຶ້ນ​ເຕັມ​ທີ່. ມອດຈັກ ແລະ ຖອດກະແຈອອກ​ຈາກ​ສະ​ວິດ​ຕິດ​ຈັກ.

    Note: ວາງ​ກ່ອງ​ໄມ້ ຫຼື ແຜ່ນ​ຢ່ວງ​ທີ່​ຄ້າຍ​ຄື​ກັນ​ພາຍ​ໃຕ້​​ຂໍ້​ຕໍ່​ແຕ່​ລະ​ອັນ​ເພື່ອ​ຍຶດ​ມັນ​ໄວ້​ໃນ​ຕຳ​ແໜ່ງ​ທີ່​ຍົກ​ຂຶ້ນ.

    ຂໍ້ຄວນລະວັງ

    ໄ​ສ້​ເສືອ​ບິດ​ຂອງ​ຂໍ້​ຕໍ່​ໃຊ້​ດຶງ​ອາດ​ຈະ​ເຮັດ​ຂໍ້​ຕໍ່​​ທີ່​ໃຊ້​ດຶງ​ໝູນ​ບາງ​ຢ່າງ​ລະ​ຫວ່າງ​ການ​ຕິດ​ຕັ້ງ.

    ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ໃນ​ເວ​ລາ​ທີ່​ເຊື່ອມ​ຕໍ່​ຂໍ້​ຕໍ່​ທີ່​ໃຊ້​ດຶງ​ເຂົ້າ​ກັບ​ເຄື່ອງ​ຈັກ.

  5. ຈັດ​​ຂໍ້​ຕໍ່​ທີ່​ໃຊ້​​ດຶງ​ເຂົ້າ​ກັບ​ໂຄງ​ບັນ​ທຸກ ແລະ ຕິດ​ຄັດ​ກັບ​ຂໍ້​ຕໍ່​ດ້ວຍ​ເຂັມ​ຂັດ​​ຍຶດ (ຮູບສະແດງ 4). ຮັດ​ເຂັມ​ຂັດ​ຍຶດ​ເຂົ້າ​ກັບ​ໂຄງ​ດ້ວຍ​ນັອດ​ກຽວ​ບ່າ (ຮູບສະແດງ 4).

  6. ຕິດ​ຕັ້ງ​ເຂັມ​ຂັດ​ຂອງ HOC ເຂົ້າ​ໄປ​ໃນ​ໂຄງ​ສະຫຼັກ​ຂອງ HOC ຢູ່​ທີ່​​ຄວາມ​ສູງ​ຂອງ​ການ​ຕັດ​ທີ່​ຕ້ອງ​ການ (ຮູບສະແດງ 5).

  7. ໃສ່​ນ້ຳ​ມັນຫຼໍ່ລື່ນອຸປະກອນກະແລັດຂອງ​ເພົາ​ຂັບ​ເຄື່ອນ​ຂອງ PTO.

  8. ຕິດ​ຕັ້ງ​ຟິວ F1 (15 A) ເຂົ້າ​ໄປ​ທີ່​ກ່ອງ​ຟິວ.

ການປັບລະ​ດັບໜ່ວຍຕັດ

ປັບ​ລະ​ດັບ​ຂ້າງ​ສູ່ຂ້າງ

  1. ວາງ​ຕຳ​​ແໜ່ງເຄື່ອງຈັກຢູ່ໃນພື້ນ​ຜິວພຽງ​ໄດ້​ລະ​ດັບເທິງ​ພື້ນ​ຂອງ​ຮ້ານ​ສ້ອມ​ແປງ ແລະ ວາງ​ໜ່ວຍ​ຕັດ​ໃຫ້​ຕ່ຳລົງ.

  2. ຍ້າຍ​ຄັນ​ໂຍກ​ຄັນ​ເລັ່ງ​ໄປ​ທີ່​ຕຳ​ແໜ່ງ ຊ້າ, ມອດຈັກ, ໃສ່​ເບ​ຣກມື ແລະ ຖອດກະແຈ.

  3. ຕັ້ງ​ໜ່ວຍ​ຕັດ​ໄປ​ທີ່​ຄວາມ​ສູງ​ຂອງ​ການ​ຕັດ​ທີ່ 127 ມມ (5 ນິ້ວ).

  4. ກວດ​ເບິ່ງ ແລະ ປັບ​ແຮງ​ດັນ​ລົມ​ຂອງ​ຢາງ​ໜ່ວຍ​​ຈັກ​ຕັດ​ຫຍ້າ; ໃຫ້​ໄປ​​ເບິ່ງ​ທີ່ ຄູ່ມືຜູ້​ໃຊ້ ສຳ​ລັບ​ຂໍ້​ມູນ​ຈຳ​ເພາະ​ຂອງ​ແຮງ​ດັນ​ລົມ.

  5. ກວດ​ເບິ່ງ​ໃບ​ມີດ​ທີ່​ຄົດ​ງໍ, ໃຫ້​ເບິ່ງ ການກວດ​ເບິ່ງ​ໃບ​ມີດ​​ຄົດ​ງໍ.

  6. ໝູນ​ໃບ​ມີດ​ຢູ່​ແຕ່​ລະແກນ​ໝູນຈົນ​ກວ່າ​ປາຍ​ປິ່ນ​ໄປ​ທາງ​ໜ້າ ຫຼື ກັບຫຼັງ.

  7. ວັດ​ແທກ​ຈາກ​ພື້ນ​ຫາ​ປາຍ​ດ້ານ​ໜ້າ​ຂອງຄົມ​ຕັດ.

  8. ປັບ​ນັອດ​​ຊ້ອນ​ສອງ​ທີ່​ຮັດ​ມື​ຄວບ​ຄຸມ​ຈັກ​ຕັດ​ຫຍ້າ/ໂສ້​ເຂົ້າ​ກັບ​ຈັກ​ຕັດ​ຫຍ້າ​ຈົນ​ກວ່າ​ໜ່ວຍ​ຕັດ​ຈະ​ຢູ່​ໃນ​ລະ​ດັບ (ຮູບສະແດງ 7).

    g004497

ປັບ​ລະ​ດັບດ້ານ​ໜ້າ​ສູ່​ດ້ານຫຼັງ

ລະ​ດັບ​ຄຸນ​ນະ​ພາບ​ຂອງ​ໜ່ວຍ​ຕັດ​ແມ່ນ​ຄວາມ​ແ​ຕກ​ຕ່າງ​ໃນ​ຄວາມ​ສູງ​ຂອງ​ການ​ຕັດ​ຈາກ​ດ້ານ​ໜ້າ​ສູ່​ດ້ານຫຼັງ​ຂອງ​ແນວ​ຂອງ​ໃບ​ມີດ. ລະ​ດັບ​ໃບ​ມີດໂດຍ​ປະ​ມານ 8 ຫາ 11 ມມ (5/16 ຫາ 7/16 ນິ້ວ) ແມ່ນ​ແນະ​ນຳ​ໃຫ້​ໃຊ້ (ເຊັ່ນ: ດ້ານ​ຫຼັງ​ຂອງ​ແນວ​ໃບ​ມີດ​ແມ່ນ 8 ຫາ 11 ມມ (5/16 ຫາ 7/16 ນິ້ວ) ສູງກວ່າ​ດ້ານ​ໜ້າ).

  1. ຕັ້ງ​ໜ່ວຍ​ຕັດ​ໄປ​ທີ່​ຄວາມ​ສູງ​ຂອງ​ການ​ຕັດ​ທີ່​ຕ້ອງ​ການ, ຍ້າ​ຍ​ຄັນ​ໂຍກ​ຄັນ​ເລັ່ງ​ໄປ​​ທີ່​ຕຳ​ແໜ່ງ ຊ້າ, ​ມອດ​ຈັກ, ໃສ່​ເບ​ຣກມື ແລະ ຖອດກະແຈ.

  2. ໝູນ​ໃບ​ມີດ​ທາງ​ກາງ​ເພື່ອ​ໃຫ້​ມັນ​ຊີ້​ໄປ​ຊື່​ທາງ​ໜ້າ.

  3. ການ​ນຳ​ໃຊ້​ໄມ້​ບັນ​ທັດ​ສັ້ນ, ວັດ​ແທກ​ຈາກ​ພື້ນ​ຫາ​ປາຍ​ດ້ານ​ໜ້າ​ຂອງ​ໃບ​ມີດ.

  4. ໝູນປາຍ​ໃບ​ມີດດຽວ​ກັນ​ນັ້ນໄປ​ດ້ານ​ຫຼັງ ແລະ ວັດ​ແທກ​ຈາກ​ພື້ນ​ຫາ​ປາຍຂອງ​ໃບ​ມີດທີ່​ດ້ານຫຼັງ​ຂອງ​ໜ່ວຍ​ຕັດ.

  5. ລົບ​ຂະ​ໜາດ​ຂອງ​ດ້ານ​ໜ້າ​ຈາກ​ຂະ​ໜາດ​ຂອງ​ດ້ານ​ຫຼັງ​ເພື່ອ​ຄິດ​ໄລ່​ລະ​ດັບ​ໃບ​ມີດ.

  6. ປັບ​ນັອດ​​ຊ້ອນ​ສອງ​ທີ່​ຮັດ​ມື​ຄວບ​ຄຸມ​ຈັກ​ຕັດ​ຫຍ້າ/ໂສ້ດ້ານຫຼັງ (ຮູບສະແດງ 7) ເພື່ອ​ຍົກ​ດ້ານຫຼັງ​ຂອງ​​ໜ່ວຍ​ຕັດ ​ສະ​ນັ້ນ​ລະ​ດັບ​ໃບ​ມີດ​ຖືກ​ຕັ້ງ​ໄປ​ທີ່ 8 ຫາ 11 ມມ (5/16 ຫາ 7/16 ນິ້ວ).

ການປະຕິບັດງານ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

ການ​ປັບ​ປ່ຽນ

ການປັບຄວາມສູງຂອງການຕັດ

ຄວາມສູງ​ຂອງ​ການ​ຕັດຖືກ​ປັບ​ຈາກ 2,5 ຫາ 15,8 ຊມ (1 ຫາ 6 ນິ້ວ) ໃນ 6 ມມ (1/4 ນິ້ວ) ເພີ່ມ​ຂຶ້ນ​ໂດຍ​ການ​ຍ້າຍ​ເຂັມ​ຂັດ​ຢຸດ​ເ​ຂົ້າ​ໄປ​ໃນ​ສະ​ຖານ​ທີ່​ຮູ​​ຕົວ​ອື່ນ.

  1. ພ້ອມ​ກັບ​ເຄື່ອງ​ຈັກ​ກຳ​ລັງ​ແລ່ນ​ຢູ່, ຍູ້​ສະ​ວິດ​ຍົກ​ຍົກ​ໜ່ວຍ​ຕັດກັບ​ໄປຈົນ​ກວ່າ​ໜ່ວຍ​ຕັດ​ຈະ​ຖືກ​ຍົກ​ຂຶ້ນ​ເຕັມ​ທີ່ ແລ​ະ ປ່ອຍສະວິດທັນ​ທີ (ຮູບສະແດງ 8).

    g014263
  2. ເພື່ອ​ປັບ​ຄວາມ​ສຸງ​ຂອງ​ການ​ຕັດ, ໝູນ​ເຂັມ​ຂັດ​ຢຸດ​ຈົນ​ກວ່າ​ຈຸດ​ເຄິ່ງ​ກາງ​ຂອງ​ມັນ​ຈະ​ເຂົ້າ​ກັນ​ກັບ​ຮ່ອງ​ໃນ​ຮູ​ໃນ​ໂຄງ​ຍຶດ​ຄວາມ​ສູງ​ຂອງ​ການ​ຕັດ ແລະ ຖອດ​ມັນ​ອອກ (ຮູບສະແດງ 8).

  3. ເລືອກ​ຮູ​ໃນ​ໂຄງ​​ຍຶດ​ຄວາມ​ສູງ​ຂອງ​ການ​ຕັດທີ່​ສອດ​ຄ່ອງ​ກັບ​ຄວາມ​ສູງ​ຂອງ​ການ​ຕັດ​ທີ່​ຕ້ອງ​ການ​ແລ້ວ, ສອດ​ເຂັມຂັດໃສ່ ແລະ ໝູນ​ມັນ​ລົງ​ໄປ​ເພື່ອ​ລັອກ​ໃຫ້​ຢູ່​ກັບ​ທີ່ (ຮູບສະແດງ 8).

    Note: ມີ 4 ແຖວ​ຂອງ​ຕຳ​ແໜ່ງ​ຮູ (ຮູບສະແດງ 8). ແຖວ​ເທິງ​ສຸດບອກ​ທ່ານ​ກ່ຽວ​ກັບ​ຄວາມ​ສູງ​ຂອງ​ການ​ຕັດ​ທີ່​ໄດ້​​ລະ​ບຸ​ໄວ້​ເທິງ​ເຂັມ​ຂັດ. ແຖວ​ທີ່​ສອງ​ຢູ່​ກ້ອງບອກ​ທ່ານ​ກ່ຽວ​ກັບ​ຄວາມ​ສູງ​ທີ່​ໄດ້​​ລະ​ບຸ​ໄວ້​ບວກ​ກັບ 6 ມມ (1/4 ນິ້ວ). ແຖວທີ່​ສາມ​ຢູ່​ກ້ອງບອກ​ທ່ານ​ກ່ຽວ​ກັບ​ຄວາມ​ສູງທີ່​ໄດ້​​ລະ​ບຸ​ໄວ້​ບວກ​ກັບ 12 ມມ (1/2 ນິ້ວ). ແຖວຢູ່​ລຸ່ມ​ສຸດບອກ​ທ່ານ​ກ່ຽວ​ກັບ​ຄວາມ​ສູງ​ທີ່​ໄດ້​​ລະ​ບຸ​ໄວ້​ບວກ​ກັບ 18 ມມ (3/4 ນິ້ວ). ສຳ​ລັບ​ຕຳ​ແໜ່ງ 15,8 ຊມ (6 ນິ້ວ), ມີ​ພ​ຽງ​ແຕ່ 1 ຮູ, ຕັ້ງ​ຢູ່​ໃນ​ແຖວ​ທີ່​ສອງ. ສິ່ງນີ້ບໍ່​ໄດ້​ເພີ່ມ​ຕື່ມ 6 ມມ (1/4 ນິ້ວ) ໃຫ້​ກັບ​ຕຳ​ແໜ່ງ 15.8 ຊມ (6 ນິ້ວ).

  4. ປັບ​ລູກ​ລໍ້ກິ້ງປ້ອງ​ກັນ​ໜັງ​ຫົວ ແລະ ການ​ມື່ນ​ໄຫຼ​ຕາມ​ທີ່​ຕ້ອງ​ການ.

ການ​ປັບ​ແຜງ​ຮອງການ​ໄຫຼ

ຍຶດ​ແຜງ​ຮອງການ​ໄຫຼ​ຢູ່​ໃນ​ຕຳ​ແໜ່ງ​ລຸ່ມ​ເມື່ອ​ໃຊ້​ງານ​ຢູ່​ໃນ​ຄວາມ​ສູງ​ຂອງ​ການ​ຕັດ​ສູງກວ່າ 64 ມມ (2-1/2 ນິ້ວ) ແລະ ຕຳ​ແໜ່ງ​ທີ່​ສູງກວ່າ​ເມື່ອ​ໃຊ້​ງານ​ຢູ່​ໃນ​ຄວາມ​ສູງ​ຂອງ​ການ​ຕັດ​ຕ່ຳ​ກວ່າ 64 ມມ (2-1/2 ນິ້ວ).

Note: ສຳ​ລັບ​ເຄື່ອງ​ຕັດ​ຫຍ້າ Guardian®, ເ​ມື່ອ​ແຜງ​ຮອງ​ເກົ່າ​ແລ້ວ, ທ່ານ​ສາ​ມາດ​ສະຫຼັບ​ແ​ຜງ​ຮອງ​ໄປ​ໃສ່​ເບື້ອງ​ກົງ​ກັນ​ຂ້າມ​ຂອງ​ໜ່ວຍ​ຕັດ, ປີ້ນ​ພວກ​ມັນ​ໄປ​​ອີກ​ເບື້ອງ​ໜຶ່ງ. ສິ່ງນີ້​ຈະ​ຊ່ວຍ​ທ່ານ​ໃຊ້​ແຜງ​ຮອງ​ໄດ້​ດົນ​ຂຶ້ນ​ກ່ອນ​ໜ້າ​ທີ່​ຈະ​ປ່ຽນ​ພວກ​ມັນ.

  1. ປົດຕົວ PTO ແລະ ໃສ່​ເບ​ຣກມື.

  2. ຍ້າຍ​ຄັນ​ໂຍກ​ຄັນ​ເລັ່ງ​ໄປ​ທີ່​ຕຳ​ແໜ່ງ ຊ້າ, ມອດຈັກ, ຖອດ​ກະ​ແຈ​ອອກ ແລະ ລໍ​ຖ້າ​ໃຫ້​ພາກ​ສ່ວນ​ຕ່າງໆ​ທີ່​ກຳ​ລັງ​ເຄື່ອນ​ໄຫວ​ຢູ່​ໃຫ້​ຢຸດ​ກ່ອນ​ໜ້າ​ທີ່​ຈະ​ອອກ​ຈາກ​ຕຳ​ແໜ່ງ​ການ​ຄວບ​ຄຸມ​ເຄື່ອງ​ຈັກ​ໄປ.

  3. ມາຍ​​ນັອດ​ທີ່​​ຢູ່​ດ້ານ​ໜ້າ​ຂອງ​ແຜງ​ຮອງ​ແຕ່​ລະ​ແຜງ. ມີ​ແ​ຜງ​ຮອງ 2 ແຜງ​ໃນ​ເຄື່ອງ​ຕັດ​ຫຍ້າ Guardian ແລະ 1 ແຜງ​ຮອງ​ເສີມໃນໜ່ວຍ​ຕັດ​ທີ່​ປ່ອຍ​ອອກ​ດ້ານ​ຂ້າງ (ຮູບສະແດງ 9).

    g004479
  4. ເອົາ​ນັອດ​ຫົວ​ແປ ແລະ ນັອດ​ຕົວ​ແມ່​ອອກ​ຈາກ​ແຜງ​ຮອງແຕ​່​ລະ​ແຜງ.

  5. ເຄື່ອນ​ແຜງ​ຮອງແຕ່​ລະ​ແຜງ​ໄປທີ່​ຕຳ​ແໜ່ງ​ທີ່​ຕ້ອງ​ການ ແລະ ຮັດ​ພວກມັນ​ໃສ່​ໜ່ວຍ​ຕັດ​ດ້ວຍ​ນັອດ​ຫົວ​ແປ ແລະ ນັອດ​ຕົວແມ່.

    Note: ​ພຽງ​ແຕ່​ໃຊ້​ຊຸດ​ຮູ​ສ່ວນ​ເທິງ ຫຼື ສ່ວນ​ກາງ​ເພື່ອ​ປັບ​ແຜງ​ຮອງ. ​ຮູ​ທີ່​​ຢູ່​ດ້ານ​ກ້ອງ​ຖືກ​ໃຊ້​ເມື່ອ​ສະຫຼັບ​ຂ້າງ​ໃນ​ເຄື່ອງ​ຕ​ັດ​ຫຍ້າ Guardian, ໃນ​ເວ​ລາ​ໃດ​ທີ່​ພວກ​ມັນ​ຈະ​ເປັນ​ຮູ​ດ້ານ​ເທິງ​ຢູ່​ດ້ານ​​ອື່ນ​ຂອງ​ໜ່ວຍ​ຕັດ.

  6. ບິດ​ນັອດ​ກຽວ​ຢູ່​ທີ່​ດ້ານ​ໜ້າ​ຂອງ​ແຜງ​ຮອງ​ແຕ່​ລະແຜງ​ໄປ​ທີ່ 9 ຫາ 11 N-m (80 ຫາ 100 ນິ້ວ-ປອນ).

ການ​ປັບ​ລູກ​ລໍ້ກິ້ງປ້ອງ​ກັນ​ຫົວ​ດ້ານຫຼັງ

ເມື່ອ​ທ່ານ​ປ່ຽນ​ຄວາມ​ສູງ​ຂອງ​ການ​ຕັດ, ປັບ​ຄວາມ​ສູງ​ຂອງ​ລູກ​ລໍ້ກິ້ງປ້ອ​ງ​ກັນ​ຫົວ​ດ້ານຫຼັງ.

  1. ປົດຕົວ PTO, ປ່ອຍ​ແຜ່ນ​ຢຽບ​ເລັ່ງ​ເຄື່ອງ​ຕັດ​ຫຍ້າ ແລະ ໃສ່​ເບ​ຣກມື.

  2. ຍ້າຍ​ຄັນ​ໂຍກ​ຄັນ​ເລັ່ງ​ໄປ​ທີ່​ຕຳ​ແໜ່ງ ຊ້າ, ມອດຈັກ, ຖອດ​ກະ​ແຈ​ອອກ ແລະ ລໍ​ຖ້າ​ໃຫ້​ພາກ​ສ່ວນ​ຕ່າງໆ​ທີ່​ກຳ​ລັງ​ເຄື່ອນ​ໄຫວ​ຢູ່​ໃຫ້​ຢຸດ​ກ່ອນ​ໜ້າ​ທີ່​ຈະ​ອອກ​ຈາກ​ຕຳ​ແໜ່ງ​ການ​ຄວບ​ຄຸມ​ເຄື່ອງ​ຈັກ​ໄປ.

  3. ຫຼັງ​ຈາກ​ທີ່​ປັບ​ຄວາມ​ສູງ​ຂອງ​ການ​ຕັດ, ປັບ​ລູກກິ້ງ​ໂດຍ​ການ​ຖອດ​ນັອດ​ຫົວ​ແປ, ປອກ​ລູກ​​ບີ່, ຕົວ​ຈັດ​ໄລ​ຍະ​ຫ່າງ ແລະ ນັອດ​ຕົວ​ຜູ້ (ຮູບສະແດງ 10).

    g004483
  4. ເລືອກ​ຮູ​ເພື່ອ​ໃຫ້​ລູກ​ລໍ້​ກິ້ງ​ຖືກວາງ​ຕຳ​ແໜ່ງ​ຢູ່​ຄວາມ​ສູງ​ການ​ຕັດ​ທີ່​ສອດ​ຄ້ອງ​ໃກ້​ທີ່​ສຸດ​ຕາມ​ຕ້ອງ​ການ (ຮູບສະແດງ 11).

    g004658
  5. ຕິດ​ຕັ້ງ​ປອກ​ລູກ​ບີ່ນັອດ​ຫົວ​ແປ, ຕົວ​ຈັດ​ໄລ​ຍະ​ຫ່າງ ແລະ ນັອດ​ຕົວ​ຜູ້. ບິດ​ໄປ​ທີ່ 54 ຫາ 61 N∙m (40 ຫາ 45 ຟິດ-ປອນ) (ຮູບສະແດງ 10).

ການປັບລູກກິ້ງ

ຍຶດລໍ້​ກິ້ງຢູ່​ໃນ​ຕຳ​ແໜ່ງ​ລຸ່ມ​ເມື່ອ​ໃຊ້​ງານ​ຢູ່​ໃນ​ຄວາມ​ສູງ​ຂອງ​ການ​ຕັດ​ສູງກວ່າ 64 ມມ (2-1/2 ນິ້ວ) ແລະ ຕຳ​ແໜ່ງ​ທີ່​ສູງກວ່າ​ເມື່ອ​ໃຊ້​ງານ​ຢູ່​ໃນ​ຄວາມ​ສູງ​ຂອງ​ການ​ຕັດ​ຕ່ຳ​ກວ່າ 64 ມມ (2-1/2 ນິ້ວ).

  1. ປົດຕົວ PTO, ປ່ອຍ​ແຜ່ນ​ຢຽບ​ເລັ່ງ​ເຄື່ອງ​ຕັດ​ຫຍ້າ ແລະ ໃສ່​ເບ​ຣກມື.

  2. ຍ້າຍ​ຄັນ​ໂຍກ​ຄັນ​ເລັ່ງ​ໄປ​ທີ່​ຕຳ​ແໜ່ງ ຊ້າ, ມອດຈັກ, ຖອດ​ກະ​ແຈ​ອອກ ແລະ ລໍ​ຖ້າ​ໃຫ້​ພາກ​ສ່ວນ​ຕ່າງໆ​ທີ່​ກຳ​ລັງ​ເຄື່ອນ​ໄຫວ​ຢູ່​ໃຫ້​ຢຸດ​ກ່ອນ​ໜ້າ​ທີ່​ຈະ​ອອກ​ຈາກ​ຕຳ​ແໜ່ງ​ການ​ຄວບ​ຄຸມ​ເຄື່ອງ​ຈັກ​ໄປ.

  3. ​ຍົກ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ ແລະ ຮອງຮັບ​ມັນ​ໂດຍ​ໃຊ້​ກະ​ລິກ.

  4. ຖອດ​ຕົວ​ຮັດ​ທີ່​ລັອກ​​ລໍ້ກິ້ງ​ແຕ່​ລະ​ອັນ​ໃນ​​ໜ່ວຍ​ຕັດ​ຂອງ​ທ່ານ ແລະ ຍ້າຍ​​​ລໍ​້ກິ້ງຂຶ້ນ ຫຼື ລົງ​ຕາມ​ຄວາມ​ຕ້ອງ​ການ; ໃຫ້​ເບິ່ງ​ທີ່ ຮູບສະແດງ 12 ເຖິງ ຮູບສະແດງ 16 ຕາມ​ທີ່​ໃຊ້​ໄດ້​ສຳ​ລັບ​ໜ່ວຍ​ຕັດ​ຂອງ​ທ່ານ.

    Note: ທ່ານ​ອາດ​ຈະ​ຈຳ​ເປັນ​ຕ້ອງ​ໄດ້ຖອດ​ລໍ້​ກິ້ງ​ດ້ານ​ໜ້າ​ສຳ​ລັບ​ລຸ້ນຈັກ​​ຕັດ​ຫຍ້າ Groundmaster 7200 ແລະ 7210.

    g004487
    g004926
    g004923
    g004925
    g004924
  5. ຕິດ​ຕັ້ງ​ຕົວ​ຮັດ​ດັ່ງ​ພາບ​ປະ​ກອບ.

ຄຳແນະນຳໃນການປະຕິບັດງານ

ການ​ຕັ້ງ​ຄ່າ​ຄັນ​ເລັ່ງ​ໄວ/ຄວາມໄວພື້ນດິນ

ເພື່ອ​ຮັກ​ສາ​ກຳ​ລັງ​ທີ່​ພຽງ​ພໍ​ສຳ​ລັບ​ເຄື່ອງ​ຈັກ ແລະ ພື້ນ​ໃນ​ຂະ​ນະ​ທີ່​ກຳ​ລັງຕັດ​ຫຍ້າ, ໃຫ້​ນຳ​ໃຊ້​ເຄື່ອງ​ຈັກ​ໃນ​ຕຳ​ແໜ່ງ​ຄັນ​ເລັ່ງ​ໄວ ແລະ ປັບ​ຄວາມ​ໄວ​ພື້ນ​ດິນ​ຂອງ​ທ່ານ​ສຳ​ລັບ​ສະ​ພາບ​ຕ່າງໆ. ຫຼຸດ​ຄວາມ​ໄວ​ພື້ນ​ດິນ​ລົງ​ຕາມ​ການ​ໂຫຼດ​ໃນ​ໃບ​ມີດ​ຕັດ​ເພີ່ມ​ຂຶ້ນ. ເພີ່ມຄວາມ​ໄວ​ພື້ນ​ດິນຂຶ້ນ​ຕາມ​ການ​ໂຫຼດ​ໃນ​ໃບ​ມີດ​ຕັດຫຼຸດ​ລົງ.

ທິດ​ທາງ​ການ​ຕັດ​ຫຍ້າ

ສະ​ຫຼັບ​ທິດ​ທງ​ການ​ຕັດ​ຫຍ້າ​ເພື່ອ​ຫຼີກ​ລ່ຽງ​ການ​ເຮັດ​ໃຫ້​ເປັນ​ຮ່ອງ​ຢູ່​ໃນ​ສະ​ໜາມ​ຫຍ້າ​ໄປ​ຕາມ​ເວ​ລາ. ນີ້​ຍັງ​ຊ່ວຍກະ​ຈາຍ​ຫຍ້າ​ທີ່​ຕັດອອກ, ເຊິ່ງ​ເພີ່ມ​ການ​ຍ່ອຍ​ສະ​ຫຼາຍ ແລະ ການ​ກາຍ​ເປັນຝຸ່ນ.

ຄວາມ​ໄວ​ການ​ຕັດ

ເພື່ອ​ເພີ່ມ​ຄຸນ​ນະ​ພາບ​ການ​ຕັດ, ໃຊ້​ຄວາມ​ໄວ​ພື້ນ​ດິນ​ຊ້າ​ລົງ.

ຫຼີກ​ລ່ຽງ​ການ​ຕັດ​ຕ່ຳ​ເກີນ​ໄປ

ຖ້າ​ຄວາມກວ້າງ​ການ​ຕັດ​ຂອງ​ໜ່ວຍ​ຕັດ​ກວ້າງກວ່າ​ເຄື່ອງ​ຕັດ​ຫຍ້າ​ທີ່​ທ່ານ​ໃຊ້​ມາ​ກ່ອນ​ນີ້, ໃຫ້​ຍົກ​ຄວາມ​ສູງ​ຂອງ​ການ​ຕັດ​ຂຶ້ນ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ສະ​ໜາມ​ຫຍ້າ​ທີ່​ບໍ່​ສະ​ໝ່ຳ​ສະ​ເໝີ​ນັ້ນ​ບໍ່​ຖືກ​ຕັດ​ສັ້ນ​ເກີນ​ໄປ.

ເລືອກ​ການ​ຕັ້ງ​ຄ່າ​ຄວາມ​ສູງ​ຂອງ​ການ​ຕັດ​ໃຫ້​ເໝາະ​ສົມ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ຕ່າງໆ

ເອົາ​ອອກ​ໄປ​ໂດຍ​ປະ​ມານ 1 ນິ້ວ (25 ມມ) ຫຼື ບໍ່​ເກີນ 1/3 ຂອງ​ໃບ​ມີດ​ຕັດ​ຫຍ້າໃນ​ເວ​ລາຕັດ​ຫຍ້າ. ຢູ່​ໃນ​ຫຍ້າ​ທີ່​ແໜ້ນ​ໜາ ແລະ ມີ​ຫຼາຍ​ເປັນ​ພິ​ເສດ, ທ່ານ​ອາດ​ຈະ​ຕ້ອງ​ຜ່ອນ​ຄວາມ​ໄວ​ໄປ​ໜ້າ​ໃຫ້​ຊ້າ​ລົງ ແລະ/ຫຼື ຍົກ​ຄວາມ​ສູງ​ຂອງ​ການ​ຕັດ​ຂຶ້ນ​ຫາ​ການ​ຕັ້ງ​ຄ່າ​ສູງ​ຂຶ້ນ​ຖັດ​ໄປ.

Important: ຖ້າ​ການ​ຕັດອອກ​ຫຼາຍກວ່າ 1/3 ຂອງ​ໃບ​ມີດ​ຕັດ​ຫຍ້າ ຫຼື ຢູ່​ໃນ​ຫຍ້າ​ຍາວ​ບາງ ຫຼື ສະ​ພາບ​ແຫ້ງ, ແນະ​ນຳ​ໃຫ້​ນຳ​ໃຊ້​ໃບ​ມີດຕັດ​ແບບ​ເຮືອ​ໃບ​ແປ​ເພື່ອ​ຫຼຸດ​ຜ່ອນ​ເສດ​ຫຍ້າ​ທີ່​ມາ​ກັບ​ອາ​ກາດ, ຂີ້​ເຫຍື້ອ ແລະ ການ​ດຶງ​ຂອງ​ສ່ວນ​ປະ​ກອບ​ຂັບ​ເຄື່ອນ​ພື້ນ.

ຫຍ້າ​ຍາວ

ຖ້າ​ໄດ້​ປ່ອຍ​ໃຫ້​ຫຍ້າ​ໃຫຍ່​ຍາວ​ຂຶ້ນກວ່າ​ປົກ​ກະ​ຕິ​ເລັກ​ນ້ອຍ ຫຼື ຖ້າ​ມັນມີ​ລະ​ດັບ​ຄວາມ​ຊຸ່ມ​ສູງ, ໃຫ້​ຍົກ​ຄວາມ​ສູງ​ຂອງ​ການ​ຕັດ​ຂຶ້ນ​ສູງກວ່າ​​ປົກ​ກະ​ຕິ ແລະ ຕັດ​ຫຍ້າທີ່​ການ​ຕັ້ງ​ຄ່ານີ້. ຈາກ​ນັ້ນ​ໃຫ້​ຕັດ​ຫຍ້າ​ອີກ​ດ້ວຍ​ການ​ໃຊ້​ການ​ຕັ້ງ​ຄ່າ​ປົກ​ກະ​ຕິ ຕ່ຳ​ລົງ.

ອະ​ນາ​ໄມ​ໜ່ວຍ​ຕັດ​ໃຫ້​ສະ​ອາດ

ອະ​ນາ​ໄມ​ເສດ​ຫຍ້າ​ທີ່​ຕັດ ແລະ ຂີ້​ຝຸ່ນ​ອອກ​ຈາກ​ດ້ານ​ລຸ່ມ​ຂອງ​ໜ່ວຍ​ຕັດ​ຫຼັງ​ຈາກ​ນຳ​ໃຊ້​ແຕ່​ລະ​ຄັ້ງ. ຖ້າ​ຫຍ້າ ແລະ ຂີ້​ຝຸ່ນ​ສະ​ສົມ​ຢູ່​ດ້ານ​ໃນ​ໜ່ວຍ​ຕັດ, ສຸດທ້າຍ​ຈະ​ໄດ້​ຄຸນ​ນະ​ພາບ​ການ​ຕັດ​ທີ່​ບໍ່​ໜ້າ​ພໍ​ໃຈ.

ເພື່ອ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຂອງ​ອັນ​ຕະ​ລາຍ​ຈາກ​ໄຟ, ຮັກ​ສາ​ເຄື່ອງ​ຈັກ, ທໍ່​ເກັບ​ສຽງ, ຫ້ອງ​ໄວ້​ແບັດ​ເຕີ​ຣີ, ເບ​ຣກມື, ໜ່ວຍ​ຕັດ ແລະ ຫ້ອງ​ເກັບ​ນ້ຳ​ມັນ​ເຊື້ອໄຟ​ໃຫ້​ສະ​ອາດ​ບໍ່​ມີ​ຫຍ້າ, ໃບ​ໄມ້ ຫຼື ນ້ຳ​ມັນ​ກະ​ແລັດ​ເຫຼືອຊະ​ຊາຍ. ທຳ​ຄວາມ​ສະ​ອາດ​ນ້ຳ​ມັນ​ເຄື່ອງ ຫຼື ນ້ຳ​ມັນ​ທີ່​ຕົກ​ເຮ່ຍ.

ການ​ບຳລຸງ​ຮັກ​ສາ​ໃບ​ມີດ

ຮັກ​ສາ​ໃບ​ມີດ​ໃຫ້​ຄົມ​ຕະ​ຫຼອດ​ລະ​ດູ​ການ​ຕັດ ເພາະ​ວ່າໃບ​ມີດ​ຄົມ​ຕັດ​ໄດ້​ຢ່າງ​ສະ​ອາດ​ໂດຍ​ບໍ່​ມີ​ການ​ເຮັດ​ໃຫ້​ໃບ​ມີດ​ຕັດ​ຫຍ້າ​ຈີກ​ຂາດ ຫຼື ແຕກ​ເປັນ​ຊິ້ນ​ນ້ອຍໆ. ການ​ຈີກ​ຂາດ ແລະ ການ​ແຕກ​ເປັນ​ຊິ້ນ​ນ້ອຍໆ​ປ່ຽນ​ໃຫ້ຫຍ້າ​ເປັນ​ສີ​ນ້ຳ​ຕານ​ຢູ່​ຂອບ, ເຊິ່ງ​ເຮັດ​ໃຫ້​ຫຍ້າ​ເຕີບ​ໃຫຍ່​ຊ້າ ແລະ ເພີ່ມ​ໂອ​ກາດ​ຕິດເຊື້ອ​ໂລກ. ກວດ​ເບິ່ງ​ຄວາມ​ຄົມ​ໃບ​ມີດ​ປະ​ຈຳ​ວັນ ແລະ ສຳ​ລັບ​ການ​ຫ້ຽນ ຫຼື ການ​ເປ່​ເພ​ເສຍ​ຫາຍ. ລັບ​ໃບ​ມີດ​ໃຫ້​ຄົມ​ຕາມ​ທີ່​ຈຳ​ເປັນ. ຖ້າ​ໃບ​ມີດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຫຼື ລຸ້ຍ​ຫ້ຽນ, ໃຫ້​ປ່ຽນມັນ​ທັນ​ທີ​ດ້ວຍ​ການ​ໃຊ້​ໃບ​ມີດ​ປ່ຽນ​ຂອງ​ແທ້​ຂອງ Toro. ໃຫ້​ເບິ່ງ ການບຳ​ລຸງ​ຮັກ​ສາໃບ​ມີດຕັດ.

ການບຳລຸງຮັກສາ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

ຄຳເຕືອນ

ຖ້າ​ຫາກ​ທ່ານ​ຍົກ​ເຄື່ອງ​ຈັກ​ໂດຍ​ນຳ​ໃຊ້​ກະ​ລິກ​​ເພື່ອ​ຮອງ​ຮັບ​ມັນ​ເທົ່າ​ນັ້ນ ຂະ​ນະ​ທີ່​ທ່ານ​ເຮັດ​ວຽກ​ຢູ່​ກ້ອງ​ໜ່ວຍ​ຕັດ, ກະ​ລິກ​ສາ​ມາດ​​ລຸດ​ໄດ້, ເຮັດ​ໃຫ້​ຖານ​ຈັກ​ຕັດ​ຫຍ້າ​ລົ້ມ​ໄດ້, ທັບ​ທ່ານຫຼື ຜູ້​ທີ່​ຢືນ​ຢູ່ງ​ໃກ້​​ຄຽງ.

ລັອກ​ເຄື່ອງ​ຈັກ​ດ້ວຍ​ກະ​ລິກ​ຢ່າງ​ໜ້ອຍ 2 ອັນ​ສະ​ເໝີ ເມື່ອ​ທ່ານ​ໄດ້​ຍົກ​ຖານ​ຂອງ​ຈັກ​ຕັດ​ຫຍ້າ​ຂຶ້ນ.

ຂໍ້ຄວນລະວັງ

ຢູ່​ດ້ານ​ເທິງ​​ຂອງ​ໜ່ວຍ​ຕັດ​ແມ່ນ ຂໍ້​ຕໍ່ 2 ອັນ ທີ່​​ເຊື່ອມ​ຕໍ່​ພວກ​ເຂົາ​ເຂົ້າ​ກັບ​ໂຄງ. ເຊື່ອມ​ຈ​ຕໍ່​ເຂົ້າ​ກັບ​ຂໍ້​ຕໍ່​ເຫຼົ່າ​ນີ້​ແມ່ນ​ໄສ້​ເສືອ​ບິດ​ທີ່​ມີ​ຄວາມ​ເຄັ່ງ (ຮູບສະແດງ 17). ຖ້າ​ຫາກ​ທ່ານ​ປົດ​ການ​ເຊື່ອມຕໍ່, ພະ​ລັງ​ງານ​ທີ່​ຖືກ​ເກັ​ບ​ໄວ້​ໃນ​ໄສ້​ເສືອ​ບິດ​ຈະ​ຖືກ​ປ່ອຍ​ອອກ ແລະ ສາ​ມາດ​ເຮັດ​ໃຫ້​​ຂໍ້​ຕໍ່​ຍ້າຍ​ໄດ້, ເກີດ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ມື ຫຼື ນິ້ວ​ມື​ຂອງ​ທ່ານ.

ຄວນ​ລະ​ມັດ​ລະ​ວັງ ເມື່ອ​ຖອດ​ໜ່ວຍ​ຕັດ​ຈາກ​ໂຄງ​ ແລະ ລັອກ​ຂໍ້​ຕໍ່ກ່ອນ​ໜ້າ​ປົດ​ການ​ເຊື່ອມ​ຕໍ່​ພວກ​ເຂົາ​ຈາກ​ໂຄງ.

g004920

ຕາຕະລາງການບຳລຸງຮັກສາທີ່ແນະນຳ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ຫລັງຈາກ 50 ຊົ່ວໂມງທໍາອິດ
  • ກວດ​ເບິ່ງສະ​ພາບຂອງສາຍ​ພ​າ​ນ​ຂັບ​ເຄື່ອນ​ໃບ​ມີດໃນ​ໜ່ວຍ​ຕັດ.
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ສອບສະ​ພາບ​ຂອງໃບ​​ມີດໜ່ວຍຕັດ.
  • ທຳ​ຄວາມ​ສະ​ອາດໜ່ວຍຕັດ.
  • ທຸກໆ 50 ຊົ່ວໂມງ
  • ການໃສ່ກະແລັດໃສ່​ຂໍ້​ຕໍ່​ກະ​ແລັດ​ຂອງລູກບີ່ ແລະ ປອກ​ລູກ​ບີ່.
  • ລາຍການກວດການບຳລຸງຮັກສາປະຈຳວັນ

    ເຮັດຊ້ຳຄືນ​ຕາມໜ້ານີ້ສຳລັບການນຳໃຊ້ປົກກະຕິ.

    ລາຍການກວດກາການບຳລຸງຮັກສາສຳລັບອາທິດຂອງ:
    ຈັນ.ອັງຄານ.ພຸດ.ພະຫັດ.ສຸກ.ເສົາ.ອາທິດ.
    ກວດເບິ່ງການປະຕິບັດງານດ້ານຄວາມປອດໄພຂອງອິນເຕີລັອກ       
    ກວດ​ເບິ່ງ​ທີ່​ປັດ​ຫຍ້າ​ໃນ​ຕຳ​ແໜ່ງ​ລົງ (ຖ້າ​ໃຊ້​ໄດ້)       
    ກວດກາເບິ່ງການໃຊ້ງານຂອງ​ເບ​ຣກມື       
    ກວດເບິ່ງລະດັບນ້ຳມັນເຊື້ອໄຟ       
    ກວດເບິ່ງຄວາມດັນລົມຂອງຢາງລົດ       
    ກວດເບິ່ງການປະຕິບັດງານຂອງເຄື່ອງມື       
    ກວດເບິ່ງສະ​ພາບ​ຂອງໃບ​ມີດ       
    ໃສ່​ນ້ຳ​ມັນຫຼໍ່ລື່ນອຸປະກອນກະແລັດທັງໝົດ1       
    ສຳຜັດກັບສີທີ່ລອກ       

    1. ທັນທີຫຼັງຈາກການລ້າງທຸກໆຄັ້ງ, ໂດຍບໍ່ສົນເລື່ອງໄລຍະຫ່າງທີ່ລະບຸໄວ້.

    ການ​ບັນ​ທຶກ​ບໍ​ລິ​ເວນທີ່ໜ້າເປັນຫ່ວງ
    ການກວດກາປະຕິບັດໂດຍ:
    ລາຍ​ການວັນທີຂໍ້ມູນ
       
       
       
       
       

    ຂໍ້ຄວນລະວັງ

    ຖ້າ​ທ່ານ​ປະ​ກະ​ແຈ​ໄວ້​ໃນ​ຢູ່​ໃນ​ສະ​ວິດຕິດ​ຈັກ, ບາງ​ຄົນ​ສາ​ມາດ​ຕິດ​ຈັກ​ໄດ້​ໂດຍ​ບັງ​ເອີນ ແລະ ເຮັດ​ໃຫ້​ທ່ານ ຫຼື ຄົນ​ອື່ນ​ທີ່​ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້.

    ຖອດ​ກະ​ແຈ​ອອກ​ຈາກ​ບ່ອນຕິດ​ຈັກ​ກ່ອນ​ທີ່​ທ່ານ​ຈະ​ເຮັດການ​ບຳ​ລຸງ​ຮັກ​ສາ​ໃດ​ໜຶ່ງ.

    ການ​ຫຼໍ່​ລື່ນ

    ການໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ການໃສ່ກະແລັດໃສ່​ຂໍ້​ຕໍ່​ກະ​ແລັດ​ຂອງລູກບີ່ ແລະ ປອກ​ລູກ​ບີ່.
  • ເຄື່ອງຈັກມີສິ່ງຕິດ​ຕັ້ງ​ທີ່ມີກະແລັດທີ່ຕ້ອງໄດ້ຮັບການຫຼໍ່ມື່ນເປັນປະຈຳກັບກະແລັດຣີທຽມເບີ 2. ລູກ​ບີ່ ແລະ ປອກ​ລູກ​ບີ່​ຕ້ອງ​ໄດ້​ຮັບ​ການ​ໃສ່​ນ້ຳ​ມັນຫຼໍ່​ລື່ນ​ທຸກວັນ ເມື່ອ​ສະ​ພາບ​ການ​ໃຊ້​ງານ​ເຕັມ​ໄປ​ດ້ວຍ​​ຝຸ່ນ ແລະ ເປື້ອນ. ສະພາບການປະຕິບັດງານທີ່ມີ​ຂີ້​ຝຸ່ນ ແລະ ເປື້ອນສາມາດເຮັດໃຫ້ຂີ້ຝຸ່ນເປື້ອນເຂົ້າໄປໃນລູກບີ່ ແລະ ປອກ​ລູກ​ບີ່, ເຮັດໃຫ້ມີການຫ້ຽນໄວ​ຂຶ້ນ. ໃສ່​ນ້ຳ​ມັນຫຼໍ່ມື່ນສິ່ງ​ຕິດ​ຕັ້ງ​ທີ່​ມີກະແລັດທັນທີຫຼັງຈາກການລ້າງທຸກໆຄັ້ງ, ໂດຍບໍ່ຄຳ​ນຶງ​ເຖິງໄລຍະຫ່າງທີ່ລະບຸໄວ້.

    1. ເຊັດ​ຊິ້ນ​ສ່ວນ​ກະ​ແລັດ​ໃຫ້​ສະ​ອາດ​ເພື່ອບໍ່ໃຫ້​ມີສິ່ງ​ແປກ​ປອມ​ຖືກ​ບັງ​ຄັບເຂົ້າ​ໄປ​ໃນ​ລູກ​ບີ່ ຫຼື ປອກ​ລູກ​ບີ່.

    2. ປ້ຳ​ນ້ຳ​ມັນກະ​ແລັດ​ເຂົ້າ​ໄປ​ໃນຂໍ້​ຕໍ່.

    3. ເຊັດ​ນ້ຳ​ມັນ​ກະ​ແລັດ​ສ່ວນ​ເກີນອອກ.

    g004645
    g004646

    Note: ອາຍຸການໃຊ້ງານຂອງລູກບີ່ສາມາດໄດ້ຮັບຜົນກະທົບທາງລົບຈາກຂັ້ນຕອນການລ້າງທີ່ບໍ່ຖືກຕ້ອງ. ຢ່າລ້າງໜ່ວຍເຄື່ອງຈັກໃນເວລາທີ່ມັນຍັງຮ້ອນ ແລະ ຫຼີກ​ລ່ຽງການນຳໃຊ້ເຄື່ອງສີດທີ່ມີຄວາມດັນສູງໃສ່​ໂດຍ​ກົງ ຫຼື ການ​ສີດ​ໃນປະລິມານຫຼາຍ​ໃສ່ລູກ​ບີ່ ຫຼື ຢ່ວງ​ກັນ​ຊຶມ.

    ການປ່ຽນສາຍພານຂັບເຄື່ອນໃ​ບ​ມີດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 50 ຊົ່ວໂມງທໍາອິດ
  • ກວດ​ເບິ່ງສະ​ພາບຂອງສາຍ​ພ​າ​ນ​ຂັບ​ເຄື່ອນ​ໃບ​ມີດໃນ​ໜ່ວຍ​ຕັດ.
  • ສາຍ​ພານ​ຂັບ​ເຄື່ອນ​ໃບ​ມີດ​ທີ່​ເຄັ່ງ​ໂດຍໝາກ​ລໍ້​ຕົວ​ຢູ່​ເສີຍໆມີ​ສະປິງ​ແມ່ນ​ມີ​ຄວາມ​ທົນ​ທານຫຼາຍ. ເຖິງ​ແນວ​ໃດ​ກໍ​ຕາມ, ຫຼັງ​ຈາກ​ທີ່​ໄດ້​ນຳ​ໃຊ້​ຫຼາຍ​ຊົ່ວ​ໂມງ, ບັນ​ດາສາຍ​ພານ​ຈະ​ສະ​ແດງ​ສັນ​ຍານ​ຂອງ​ການ​ຫ້ຽນ. ສັນ​ຍານ​ຂອງ​ສາຍ​ພານ​ຫ້ຽນ​ລວມ​ມີ​ສຽງ​ອີດໆ​ໃນ​ເວ​ລາ​ສາຍ​ພານ​ກຳ​ລັງ​ໝູນ, ໃບ​ມີດ​ຖະ​ໄຫຼ​ໄປ​ໃນ​ເວ​ລາ​ຕັດ​ຫຍ້າ, ການ​ຕັດ​ບໍ່​ມີ​ປະ​ສິດ​ທິ​ພາບ, ຄົມ​ລຸ່ຍ ແລະ ຮອຍ​ໄໝ້ ແລະ ຮອຍ​ແຕກ. ປ່ຽນສາຍພານ, ຖ້າ​ໜຶ່ງ​ໃນ​ສະ​ພາບ​ເຫຼົ່າ​ນີ້​ຊັດ​ເຈນ.

    1. ວາງໜ່ວຍ​ຕັດໃຫ້​ຕ່ຳ​ລົງ​ໄປ​ທີ່ການ​ຕັ້ງ​ຄ່າ​ຄວາມ​ສູງ​ຂອງ​ການ​ຕັດ​ທີ່ 1 ນິ້ວ, ຍ້າ​ຍ​ຄັນ​ໂຍກ​ຄັນ​ເລັ່ງ​ໄປ​​ທີ່​ຕຳ​ແໜ່ງ ຊ້າ, ​ມອດ​ຈັກ, ໃສ່​ເບ​ຣກມື ແລະ ຖອດກະແຈ.

    2. ເອົາ​ຝາ​ປົກ​ສາຍ​ພານ​ອອກ​ຈາກ​ດ້ານ​ເທິງ​ຂອງ​ໜ່ວຍ​ຕັດ ແລະ ເອົາ​ຝາ​ປົກ​ໄວ້​ດ້ານ​ຂ້າງ.

    3. ດ້ວຍ​ການ​ໃຊ້ແຖບ​ເບ​ຣກ​ເກີ ຫຼື ເຄື່ອງ​ມື​ຄ້າຍ​ຄື​ກັນ, ເຄື່ອນໝາກ​ລໍ້​ຕົວ​ຢູ່​ເສີຍໆສຳ​ລັບ​ສາຍ​ພານ​ດ້ານ​ເທິງ (ຮູບສະແດງ 20) ອອກ​ໄປ​ຈາກ​ສາຍ​ພານ​ຂັບ​ເຄື່ອນດ້ານ​ເທິງ​ສຸດ​ເພື່ອ​ປ່ອຍ​ຄວາມ​ເຄັ່ງ​ຂອງ​ສາຍ​ພານ ແລະ ປ່ອຍ​ໃຫ້​ສາຍ​ພານ​ຕົກ​ອອກ​ຈາກ​ໝາກ​ລໍ້.

      g004486
    4. ເດີນ​ສາຍ​ພານ​ໃໝ່​ອ້ອມ​ຮອບ​ລໍ້​ຕົວ​ຢູ່​ຂອງ​ກະ​ປຸກ​ເກຍ, ລໍ້​ຕົວ​ຢູ່ແກນ​ດ້ານ​ລຸ່ມ​ສຸດ ແລະ ລໍ້​ຕົວ​ຢູ່​ເສີຍໆ​ຂອງ​ຊຸດ​ປະ​ກອບ​ຕາມ​ທີ່​ສະ​ແດງ​ໃນ ຮູບສະແດງ 20.

    5. ເດີນ​ສາຍ​ພານ​ສັ້ນ​ໄປ​ຮອບ​ໝາກ​ລໍ້​ແກນ​ໝູນເທິງ​ສຸດ​ຕົວ​ໃໝ່ ແລະ ຊຸດ​ປະ​ກອບ​ໝາກ​ລໍ້​ເສີຍໆ​ດັ່​ງ​ທີ່​ສະ​ແດງ​ໃນ (ຮູບສະແດງ 20).

    6. ໃສ່​​ນ້ຳ​ມັນ​ກະ​ແລັດ​ກັບ​ເ​ຄື່ອງ​ຕັດ​ຫຍ້າ​ທັງ​ໝົດ ແລະ ຈຸດ​ໃສ່​ກະ​ແລັດ​ຂອບ​ເຄື່ອນໜ່ວຍຕັດ.

    7. ການ​ຕິດ​ຕັ້ງຝາ​ປົກສາຍພານ.

    ການບຳ​ລຸງ​ຮັກ​ສາໃບ​ມີດຕັດ

    ຮັກ​ສາ​ໃບ​ມີດ​ໃຫ້​ຄົມ​ຕະ​ຫຼອດ​ລະ​ດູ​ການ​ຕັດເພາະ​ວ່າໃບ​ມີດ​ຄົມ​ຕັດ​ໄດ້​ຢ່າງ​ສະ​ອາດ​ໂດຍ​ບໍ່​ມີ​ການ​ເຮັດ​ໃຫ້​ໃບ​ມີດ​ຕັດ​ຫຍ້າ​ຈີກ​ຂາດ ຫຼື ແຕກ​ເປັນ​ຊິ້ນ​ນ້ອຍໆ. ການ​ຈີກ​ຂາດ ແລະ ການ​ແຕກ​ເປັນ​ຊິ້ນ​ນ້ອຍໆ​ປ່ຽນ​ໃຫ້ຫຍ້າ​ເປັນ​ສີ​ນ້ຳ​ຕານ​ຢູ່​ຂອບ, ເຊິ່ງ​ເຮັດ​ໃຫ້​ຫຍ້າ​ເຕີບ​ໃຫຍ່​ຊ້າ ແລະ ເພີ່ມ​ໂອ​ກາດ​ຕິດເຊື້ອ​ໂລກ.

    ກວດ​ເບິ່ງ​ຄວາມ​ຄົມ​ໃບ​ມີດ​ປະ​ຈຳ​ວັນ ແລະ ສຳ​ລັບ​ການ​ຫ້ຽນ ຫຼື ການ​ເປ່​ເພ​ເສຍ​ຫາຍ. ລັບ​ໃບ​ມີດ​ໃຫ້​ຄົມ​ຕາມ​ທີ່​ຈຳ​ເປັນ. ຖ້າ​ໃບ​ມີດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຫຼື ລຸ້ຍ​ຫ້ຽນ, ໃຫ້​ປ່ຽນມັນ​ທັນ​ທີ​ດ້ວຍ​ການ​ໃຊ້​ໃບ​ມີດ​ປ່ຽນ​ຂອງ​ແທ້​ຂອງ Toro.

    ຄວາມປອດໄພຂອງໃບມີດ

    ໃບມີດທີ່ຫ້ຽນ ຫຼື ເສຍຫາຍສາມາດແຕກຫັກ ແລະ ຊິ້ນສ່ວນຂອງ​ໃບ​ມີດສາມາດກະເດັນໃສ່ທ່ານ ຫຼື ຜູ້ທີ່ຢູ່ຂ້າງນອກ, ເຊິ່ງກໍ່ໃຫ້ເກີດການບາດເຈັບສາ​ຫັດ​ຕໍ່ບຸກ​ຄົນ ຫຼື ເສຍຊີວິດໄດ້.

    • ກວດກາໃບມີດເປັນໄລ​ຍະວ່າ​ມີ​ຄວາມຫ້ຽນ ຫຼື ເສຍຫາຍບໍ່.

    • ໃຊ້ຄວາມລະມັດລະວັງເມື່ອກວດເບິ່ງໃບມີດ. ຫໍ່ໃບມີດ ຫຼື ໃສ່ຖົງມື ແລະ ໃຊ້ຄວາມລະມັດລະວັງໃນເວລາທີ່ບຳ​ລຸງ​ຮັກ​ສາໃບມີດ. ປ່ຽນ ຫຼື ລັບໃບມີດເທົ່າ​ນັ້ນ; ຢ່າບິດໃຫ້ຊື່ ຫຼື ເຊື່ອມຈອດພວກມັນ.

    • ໃນ​ຈັກ​ທີ່​ມີ​ໃບ​ມີດ​ຫຼາຍ​ໃບ, ການ​ບຳ​ລຸງ​ຮັກ​ສາ​ໂດຍ​ການ​ໝູນ​ໃບ​ມີດ 1 ອັນ​ສາ​ມາດເຮັດ​ໃຫ້​ໃບ​ມີດ​ອື່ນໆ​ໝູນ​ໄດ້.

    ການກວດ​ກາໃບ​ມີດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ສອບສະ​ພາບ​ຂອງໃບ​​ມີດໜ່ວຍຕັດ.
    1. ປົດຕົວ PTO, ປ່ອຍ​ແຜ່ນ​ຢຽບ​ເລັ່ງ​ເຄື່ອງ​ຕັດ​ຫຍ້າ ແລະ ໃສ່​ເບ​ຣກມື.

    2. ຍ້າຍ​ຄັນ​ໂຍກ​ຄັນ​ເລັ່ງ​ໄປ​ທີ່​ຕຳ​ແໜ່ງ ຊ້າ, ມອດຈັກ, ຖອດ​ກະ​ແຈ​ອອກ ແລະ ລໍ​ຖ້າ​ໃຫ້​ພາກ​ສ່ວນ​ຕ່າງໆ​ທີ່​ກຳ​ລັງ​ເຄື່ອນ​ໄຫວ​ຢູ່​ໃຫ້​ຢຸດ​ກ່ອນ​ໜ້າ​ທີ່​ຈະ​ອອກ​ຈາກ​ຕຳ​ແໜ່ງ​ການ​ຄວບ​ຄຸມ​ເຄື່ອງ​ຈັກ​ໄປ.

    3. ກວດ​ເບິ່ງ​ຄົມ​ຕັດ (ຮູບສະແດງ 21). ຖ້າ​ຄົມ​ບໍ່​ຄົມ ຫຼື ມີ​ຮອຍ​ບ່ານ, ເອົາ​ອອກ ແລະ ລັບ​ໃບ​ມີດ​ໃຫ້​ຄົມ. ໄປ​ເບິ່ງ​ທີ່ການລັບໃບ​ມີດ (ການລັບໃບ​ມີດ).

    4. ກວດ​ກາ​ໃບ​ມີດ, ໂດຍ​ສະ​ເພາະ​ບໍ​ລິ​ເວນແຜ່ນ​ໃບ​ມີດ (ຮູບສະແດງ 21). ຖ້າ​ທ່ານ​ສັງ​ເກດ​ເຫັນ​ຄວາມ​ເສຍ​ຫາຍ, ການ​ຈີກ​ຂາດ​ໃດ​ໜຶ່ງ ຫຼື ມີຮ່ອງ​ໃດ​ໜຶ່ງ​ປະ​ກົດ​ຂຶ້ນ​ຢູ່​ໃນ​ພື້ນ​ທີ່​ນີ້ (ຮູບສະແດງ 21), ໃຫ້​ຕິດ​ຕັ້ງ​ໃບ​ມີດ​ໃໝ່​ທັນ​ທີ.

      ອັນຕະລາຍ

      ຖ້າ​ທ່ານ​ປ່ອຍ​ໃຫ້ໃບ​ມີດ​ຫ້ຽນ, ຮ່ອງ​ຈະ​ເກີດ​ຂຶ້ນ​ລະ​ຫວ່າງແຜ່ນ​ໃບມີດ ແລະ ສ່ວນ​ພຽງ​ຂອງ​ໃບ​ມີດ. ສຸດ​ທ້າຍ​ຊິ້ນສ່ວນ​ໃດ​ໜຶ່ງ​ຂອງ​ໃບ​ມີດ​ອາດ​ຈະ​ແຕກ​ອອກ ແລະ ຟົ້ງ​ຈາກ​ກ້ອງ​ກັບ​ມີດ, ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ຮ້າຍ​ແຮງ​ຕໍ່​ທ່ານ ຫຼື ຜູ້​ຢືນ​ຢູ່​ໃກ້ໄດ້.

      • ກວດກາໃບມີດເປັນໄລ​ຍະວ່າ​ມີ​ຄວາມຫ້ຽນ ຫຼື ເສຍຫາຍບໍ່.

      • ຢ່າ​ພະ​ຍາ​ຍາມ​ຢືດ​ໃບ​ມີດ​ງໍ​ໃຫ້​ຊື່ ຫຼື ເຊື່ອມ​ຈອດ​ໃບ​ມີ​ທີ່​ຫັກ ຫຼື ແຕກ.

      • ປ່ຽນໃບ​ມີດທີ່ຫ້ຽນ ຫຼື ເສຍຫາຍ.

      g004653

    ການກວດ​ເບິ່ງ​ໃບ​ມີດ​​ຄົດ​ງໍ

    1. ປົດຕົວ PTO, ປ່ອຍ​ແຜ່ນ​ຢຽບ​ເລັ່ງ​ເຄື່ອງ​ຕັດ​ຫຍ້າ ແລະ ໃສ່​ເບ​ຣກມື.

    2. ຍ້າຍ​ຄັນ​ໂຍກ​ຄັນ​ເລັ່ງ​ໄປ​ທີ່​ຕຳ​ແໜ່ງ ຊ້າ, ມອດຈັກ, ຖອດ​ກະ​ແຈ​ອອກ ແລະ ລໍ​ຖ້າ​ໃຫ້​ພາກ​ສ່ວນ​ຕ່າງໆ​ທີ່​ກຳ​ລັງ​ເຄື່ອນ​ໄຫວ​ຢູ່​ໃຫ້​ຢຸດ​ກ່ອນ​ໜ້າ​ທີ່​ຈະ​ອອກ​ຈາກ​ຕຳ​ແໜ່ງ​ການ​ຄວບ​ຄຸມ​ເຄື່ອງ​ຈັກ​ໄປ.

    3. ໝູນ​ໃບ​ມີດໄປຈົນ​ກວ່າ​ປາຍ​ປິ່ນ​ໄປ​ທາງ​ໜ້າ ຫຼື ກັບຫຼັງ (ຮູບສະແດງ 22). ວັດ​ແທກ​ຈາກ​ລະ​ດັບ​ພື້ນ​ຜິວ​ໄປ​ທີ່ຄົມ​ຕັດ, ຕຳ​ແໜ່ງ A, ຂອງ​ໃບ​ມີດ (ຮູບສະແດງ 22). ບັນ​ທຶກ​ຂະ​ໜາດ​ນີ້​ໄວ້.

      g004633
    4. ໝູນ​ໄປ​ທີ່​ປາຍ​ກົງ​ກັນ​ຂ້າມ​ຂອງ​ໃບ​ມີດ​ທາງ​ໜ້າ.

    5. ວັດ​ແທກ​ຈາກ​ລະ​ດັບ​ພື້ນ​ຜິວ​ໄປ​ທີ່ຄົມ​ຕັດຂອງໃບມີດທີ່​ຕຳ​ແໜ່ງ​ເດີມ​ດັ່ງ​ໃນ​ຂັ້ນ​ຕອນ​ທີ່ 3 ດ້ານ​ເທິງ. ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຂະ​​ໜາດ​ທີ່​ໄດ້​ມາ​ໃນ​ຂັ້ນ​ຕອນ​ທີ່ 3 ແລະ 4 ຕ້ອງບໍ່​ເກີນ 3 ມມ (1/8 ນິ້ວ). ຖ້າ​ຂະ​ໜາດ​ນີ້ເກີນ 3 ມມ (1/8 ນິ້ວ), ໃບ​ມີດ​ຄົດ​ງໍ ແລະ ຕ້ອງ​ໄດ້​ປ່ຽນ, ໃຫ້​ເບິ່ງທີ່ ການ​ເອົາ​ໃບ​ມີດ​ອອກ ແລະ ການຕິດ​ຕັ້ງໃບ​ມີດ.

      ຄຳເຕືອນ

      ໃບ​ມີດ​ທີ່​ຄົດ​ງໍ ຫຼື ໄດ້​ຮັບ​ຄວາມ​ເສຍ​ຫາຍ​ສາມ​າດ​ແຕກ​ຫັກ​ເປັນ​​ຊິ້ນ​ສ່ວນ ແລະ ສາ​ມາດ​ເຮັດ​ໃຫ້​ທ່ານ​ ຫຼື ຜູ້​ທີ່​ຢືນ​ຢູ່​ໃກ້​ຄຽງ​ບາດ​ເຈັບ​ສາ​ຫັດ ຫຼື ເສຍ​ຊີ​ວິດ​ໄດ້.

      • ປ່ຽນ​ໃບ​ມີດ​ທີ່​ຄົດ​ງໍ ຫຼື ໄດ້​ຮັບ​ຄວາມ​ເສຍ​ຫາຍ​ດ້ວຍ​ໃບ​ມີດ​ໃໝ່​ສະ​ເໝີ.

      • ຫ້າມ​ໃຊ້​ຕະ​ໄບຜັດ ຫຼື ສ້າງ​ຮອຍ​ຄົມ​ທີ່​ຄົມ​ມີດ ຫຼື ພື້ນ​ຜິວ​ຂອງ​ໃບ​ມີດ.

    ການ​ເອົາ​ໃບ​ມີດ​ອອກ

    ຖ້າ​ໃບ​ມີດ​ຕຳ​ກັບ​ວັດ​ຖຸ​ແຂງ, ຖ້າ​ໃບ​ມີດ​ບໍ່​ດຸນ​ດ່ຽງ ຫຼື ງໍ​ແມ່ນຕ້ອງ​ປ່ຽນ​ມັນ. ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ ແລະ ຄວາມ​ສອດ​ຄ່ອງ​ດ້ານຄວາມປອດໄພຂອງເຄື່ອງຈັກຢ່າງຕໍ່ເນື່ອງ, ໃຫ້ນຳໃຊ້ແຕ່ໃບມີດປ່ຽນຂອງແທ້​ຂອງ Toro. ໃບ​ມີດ​ປ່ຽນ​ແທນ​ເຮັດ​ດ້ວຍ​ຜູ້​ຜະ​ລິດ​ອື່ນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ສອດ​ຄ່ອງ​ກັບ​ມາດ​ຕະ​ຖານ​ຄວາມ​ປອດ​ໄພ.

    ຄຳເຕືອນ

    ການ​ສຳ​ຜັດ​ກັບໃບ​ມີດຄົມສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບສາ​ຫັດ​ໄດ້.

    ໃສ່​ຖົງ​ມື ຫຼື ຫໍ່​ຄົມ​ໃບ​ມີດ​ທີ່​ຄົມ​ໄວ້​ດ້ວຍ​ຜ້າ​ເສດ.

    1. ປົດຕົວ PTO, ປ່ອຍ​ແຜ່ນ​ຢຽບ​ເລັ່ງ​ເຄື່ອງ​ຕັດ​ຫຍ້າ ແລະ ໃສ່​ເບ​ຣກມື.

    2. ຍ້າຍ​ຄັນ​ໂຍກ​ຄັນ​ເລັ່ງ​ໄປ​ທີ່​ຕຳ​ແໜ່ງ ຊ້າ, ມອດຈັກ, ຖອດ​ກະ​ແຈ​ອອກ ແລະ ລໍ​ຖ້າ​ໃຫ້​ພາກ​ສ່ວນ​ຕ່າງໆ​ທີ່​ກຳ​ລັງ​ເຄື່ອນ​ໄຫວ​ຢູ່​ໃຫ້​ຢຸດ​ກ່ອນ​ໜ້າ​ທີ່​ຈະ​ອອກ​ຈາກ​ຕຳ​ແໜ່ງ​ການ​ຄວບ​ຄຸມ​ເຄື່ອງ​ຈັກ​ໄປ.

    3. ຈັບ​ປາຍ​ຂອງ​ໃບ​ມີດ​ດ້ວຍ​ການ​ໃຊ້ຜ້າ​ເສດ ຫຼື ຖົງ​ມື​ມີ​ແນວ​ຮອງ​ໜາ.

    4. ຖອດນັອດ​ຕົວ​ຜູ້​ຮັດ​ໃບ​ມີດອອກ, ເອົາ​ແຜ່ນ​ເຫຼັກ​ກັນ​ຖືກ​ໜັງ ແລະ ໃບ​ມີດ​ອອກ​ຈາກ​ເພົາ​ແກນ​ໝູນ; ໄປ​ເບິ່ງ​ທີ່ ຮູບສະແດງ 25 ໃນ ການຕິດ​ຕັ້ງໃບ​ມີດ.

    ການລັບໃບ​ມີດ

    ຄຳເຕືອນ

    ເມື່ອ​ລັບ​ໃບ​ມີດ, ຊິ້ນ​ສ່ວນ​ຕ່າງໆ​ຂອງ​ໃບ​ມີດ​ສາ​ມາດ​ຟົ້ງ​ຂຶ້ນ ແລະ ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້.

    ໃສ່ເຄື່ອງ​ປ້ອງ​ກັນ​ຕາຢ່າງ​ຖືກ​ຕ້ອງເມື່ອລັບ​ໃບ​ມີດ.

    1. ລັບ​ຄົມ​ຕັດ​ທັງ​ສອງ​ດ້ານ​ຂອງ​ໃບ​ມີດ (ຮູບສະແດງ 23). ຮັກ​ສາ​ມູມ​ເດີມໄວ້. ໃບ​ມີດຮັກ​ສາ​ຄວາມດຸນ​ດ່ຽງຂອງ​ມັນ​ຢູ່, ຖ້າເອົາວັດ​ຖຸໃນ​ປະ​ລິ​ມານເທົ່າ​ກັນ​ອອກ​ໄປ​ຈາກ​ຄົມ​ຕັດ​ທັງ​ສອງ.

      g000276
    2. ກວດ​ເບິ່ງ​ຄວາມ​ດຸນ​ດ່ຽງ​ຂອງ​ໃບ​ມີດ​ໂດຍ​ການ​ເອົາ​ມັນ​ໃສ່​ເຂົ້າ​ໄປ​ເທິງ​ຕົວ​ແທກ​ຄວາມ​ດຸນ​ດ່ຽງ​ຂອງ​ໃບ​ມີດ (ຮູບສະແດງ 24). ຖ້າ​ໃບ​ມີດ​ຢູ່​ໃນ​ຕຳ​ແໜ່ງ​ລວງນອນ, ໃບ​ມີດ​ດຸນ​ດ່ຽງ​ກັນ ແລະ ສາ​ມາດ​ໃຊ້​ໄດ້. ຖ້າ​ໃບ​ມີດ​ບໍ່​ດຸນ​ດ່ຽງ, ໃຫ້​ຝົນ​ເອົາ​ໂລ​ຫະຈຳ​ນວນ​ໜຶ່ງອອກ​ຢູ່​ປາຍ​ຂອງ​ບໍ​ລິ​ເວນ​ແຜ່ນ​ໃບ​ມີດ​ເທົ່າ​ນັ້ນ (ຮູບສະແດງ 25). ເຮັດ​ຂັ້ນ​ຕອນ​ດຳ​ເນີນ​ການນີ້​ຊ້ຳ​ຄືນ​ຈົນກວ່າ​ໃບ​ມີດ​ດຸນ​ດ່ຽງ.

      g000277

    ການຕິດ​ຕັ້ງໃບ​ມີດ

    1. ຕິດ​ຕັ້ງ​ໃບ​ມີດ​ໃສ່​ເພົາ​ແກນ​ໝູນ (ຮູບສະແດງ 25).

      Important: ໃບ​ມີດ​ສ່ວນ​ທີ່​ກົງ​ຕ້ອງ​​ຊີ້ຂຶ້ນ​ເທິງ​​ໄປທາງ​ດ້ານ​ໃນ​ຂອງ​ໜ່ວຍ​ຕັດ​ເພື່ອ​ຮັບ​ປະ​ກັນ​ການ​ຕັດ​ທີ່​ເໝາະ​ສົມ.

    2. ຕິດ​ຕັ້ງແຜ່ນກັນ​ຖືກ​ໜັງ ແລະ ນັອດ​ຕົວ​ຜູ້​ຈັບ​ໃບ​ມີດ (ຮູບສະແດງ 25).

      g004480
    3. ບິດນັອດຕົວຜູ້​ຈັບໃບ​ມີດໃຫ້​ໄດ້ 115-150 N⋅m (85-110 ຟິດ-ປອນ).

    ການ​ແກ້​ໄຂ​ການ​ບໍ່​ເຂົ້າ​ຄູ່ກັນ​ຂອງ​ໜ່ວຍ​ຕັດ​ໃຫ້​ຖືກ​ຕ້ອງ

    ຖ້າ​ການ​ຕັດ​ບໍ່​ສະ​ໝ່ຳ​ສະ​ເໝີ​ກັນ​ທົ່ວ​ແນວ​ຂອງ​ໜ່ວຍ​ຕັດ, ແກ້​ໄຂ​ມັນ​ດັ່ງ​ລຸ່ມນີ້:

    1. ຈັດ​ຕຳ​ແໜ່ງເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ຕັ້ງ​ໜ່ວຍ​ຕັດ​ໄປ​ທີ່​ຄວາມ​ສູງ​ຂອງ​ການ​ຕັດ​ທີ່​ຕ້ອງ​ການ, ຍ້າ​ຍ​ຄັນ​ໂຍກ​ຄັນ​ເລັ່ງ​ໄປ​​ທີ່​ຕຳ​ແໜ່ງ ຊ້າ, ​ມອດ​ຈັກ, ໃສ່​ເບ​ຣກມື ແລະ ຖອດກະແຈ.

    3. ກວດ​ເບິ່ງ ແລະ ປັບ​ແຮງ​ດັນ​ລົມ​ຂອງ​ຢາງ​ລົດ​ຕັດ​ຫຍ້າ​ດ້ານ​ໜ້າ ແລະ ດ້ານ​ຫຼັງ​ໃຫ້​ໄດ້​ຕາມ​ແຮງ​ດັນ​ລົມ​ຢາງ; ໃຫ້​ໄປ​ເບິ່ງ​ທີ່ ຄູ່​ມື​ຜູ້​ໃຊ້ຂອງລົດ​ຕັດ​ຫຍ້າ.

    4. ການກວດ​ເບິ່ງ​ໃບ​ມີດ​​ຄົດ​ງໍ.

    5. ເອົາ​ຝາ​ປົກ​ອອກ​ຈາກ​ດ້ານ​ເທິງ​ຂອງ​ໜ່ວຍ​ຕັດ.

    6. ໝູນ​ໃບ​ມີດ​ຢູ່​ແຕ່​ລະແກນ​ໝູນຈົນ​ກວ່າ​ປາຍ​ປິ່ນ​ໄປ​ທາງ​ໜ້າ ຫຼື ກັບຫຼັງ.

    7. ວັດ​ແທກ​ຈາກ​ພື້ນ​ຫາ​ປາຍ​ດ້ານ​ໜ້າ​ຂອງຄົມ​ຕັດ.

    8. ປັບ​ນັອດ​​ຊ້ອນ​ສອງ​ທີ່​ຮັດ​ມື​ຄວບ​ຄຸມ​ໜ່ວຍ​ຕັດ/ໂສ້​ເຂົ້າ​ກັບ​ຈັກ​ຕັດ​ຫຍ້າ​ຈົນ​ກວ່າ​ໜ່ວຍ​ຕັດ​ຈະ​ຢູ່​ໃນ​ລະ​ດັບ (ຮູບສະແດງ 26).

      g325709

    ການ​ປ່ຽນ​ຕົວປັດ​ຫຍ້າ

    ຄຳເຕືອນ

    ຊ່ອງ​ເປີດ​ບ່ອນ​ປົດ​ປ່ອຍ​ອອກ​ທີ່​ບໍ່​ໄດ້​ປົກ​ໄວ້​ເຮັດ​ໃຫ້​ເຄື່ອງ​ຈັກ​ໂຍນ​ວັດ​ຖຸ​ໄປ​ໃສ່​ທ່ານ ຫຼື ຜູ້​ຢືນ​ຢູ່​ໃກ້, ເຊິ່ງ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ຮຸນ​ແຮງ​ໄດ້. ສາ​ມາດ​ເກີດ​ມີ​ການ​ສຳ​ຜັດ​ກັບ​ໃບ​ມີດ​ນຳ​ອີກ.

    • ຫ້າມ​​ໃຊ້​ງານເຄື່ອງ​ຈັກ​ໂດຍບໍ່​ມີ​ການ​ຕິດ​ຕັ້ງຊຸດ​ອຸ​ປະ​ກອນ​ຄຸມ ຫຼື ຕົວປັດ​ຫຍ້າ.

    • ໃຫ້​ແນ່​ໃຈ​ວ່າ​ຕົວ​ປັດ​ຫຍ້າ​ຕ່ຳ​ລົງ​ແລ້ວ.

    1. ວາງໜ່ວຍ​ຕັດໃຫ້​ຕ່ຳ​ລົງ​ໄປ​ທີ່ພື້ນ, ຍ້າ​ຍ​ຄັນ​ໂຍກ​ຄັນ​ເລັ່ງ​ໄປ​​ທີ່​ຕຳ​ແໜ່ງ ຊ້າ, ​ມອດ​ຈັກ, ໃສ່​ເບ​ຣກມື ແລະ ຖອດກະແຈ.

    2. ຖອດນັອດ​ລັອກ, ນັອດ​ຕົວ​ຜູ້, ສະ​ປິງ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ​ຍຶດ​ຈັບ​ຕົວ​ປັດຫຍ້າ​ໃສ່ຂາ​ຄ້ຳ​ໝູນ​ນັ້ນ​ອອກ (ຮູບສະແດງ 27). ຖອດ​ຕົວ​ປັດ​ຫຍ້າ​ທີ່​ເປ່​ເພ ຫຼື ຫຼຸ້ຍ​ຫ້ຽນ​ອອກ.

      g004485
    3. ວາງ​ຕົວ​ຈັດ​ໄລ​ຍະ​ຫ່າງ ແລະ ໄສ້​ເສືອ​ລະ​ຫວ່າງ​ການ​ປ່ຽນ​ໂຄງ​ຍຶດ​ຕົວ​ປັດຫຍ້າ (ຮູບສະແດງ 27). ວາງ​ປາຍ​ໄສ້​ເສືອ​ຂໍ​ເກາະ​ຕົວ J ເບື້ອງ​ຊ້າຍ​ມື​ໄວ້​ດ້ານຫຼັງ​ຂອງ​ຄົມ​ໜ່ວຍ​ຕັດ.

      Note: ໃຫ້​ແນ່​ໃຈ​ວ່າ​ໄດ້​ຕິດ​ຕັ້ງປາຍໂຕຂອງໄສ້​ເສືອ​ຂໍ​ເກາະ​ຊ້າຍ​ມື​ຖືກ​ຕິດ​ຕັ້ງ​ຢູ່​ດ້ານ​ຫຼັງ​ຂອງ​ຄົມ​ໜ່ວຍ​ຕັດ​ກ່ອນ​ຕິດ​ຕັ້ງ​ນັອດ​ຕົວ​ຜູ້​ໃສ່​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 27.

    4. ຕິດ​ຕັ້ງ​ນັອດ​ຕົວ​ຜູ້ ແລະ ນັອດ​ຕົວແມ່. ວາງ​ປາຍໄສ້​ເສືອ​ຂໍ​ເກາະ​ເບື້ອງ​ຂວາ​ມືໃສ່​ຮອບ​ຕົວ​ປັດ​ຫຍ້າ (ຮູບສະແດງ 27).

      Important: ຕົວ​ປັດ​ຫຍ້າຕ້ອງ​ສາ​ມາດ​ປັບ​ໃຫ້​ຕ່ຳ​ລົງ​ໄປ​ທີ່​ຕຳ​ແໜ່ງ. ຍົກ​ຕົວ​ປັດ​ຫຍ້າ​ຂຶ້ນ​ເພື່ອ​ທົດ​ສອບ​ວ່າ​ມັນ​ຕ່ຳ​ລົງ​ຫາ​ຕຳ​ແໜ່ງ​ຕ່ຳ​ລົງ​ສຸດ​ແລ້ວ.

    ການ​ທຳ​ຄວາມ​ສະ​ອາດ​ຢູ່​ກ້ອງ​ໜ່ວຍ​ຕັດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ທຳ​ຄວາມ​ສະ​ອາດໜ່ວຍຕັດ.
  • ເອົາ​ຫຍ້າ​ທີ່​ສະ​ສົມ​ຢູ່​ກ້ອງ​ໜ່ວຍ​ຕັດ​ອອກ​ໃນ​ແຕ່​ລະ​ມື້.

    1. ປົດຕົວ PTO, ປ່ອຍ​ແຜ່ນ​ຢຽບ​ເລັ່ງ​ເຄື່ອງ​ຕັດ​ຫຍ້າ​ໄປ​ທີ່​​ຕຳ​ແໜ່ງເກ​ຍ​ຫວ່າງ ແລະ ໃສ່​ເບ​ຣກມື.

    2. ຍ້າຍ​ຄັນ​ໂຍກ​ຄັນ​ເລັ່ງ​ໄປ​ທີ່​ຕຳ​ແໜ່ງ ຊ້າ, ມອດຈັກ, ຖອດ​ກະ​ແຈ​ອອກ ແລະ ລໍ​ຖ້າ​ໃຫ້​ພາກ​ສ່ວນ​ຕ່າງໆ​ທີ່​ກຳ​ລັງ​ເຄື່ອນ​ໄຫວ​ຢູ່​ໃຫ້​ຢຸດ​ກ່ອນ​ໜ້າ​ທີ່​ຈະ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ຜູ້​ຄວບ​ຄຸມ.

    3. ຍົກໜ່ວຍ​ຕັດຂຶ້ນ​ຫາຕຳ​ແໜ່ງການ​ຂົນ​ສົ່ງ.

    4. ໃຊ້​ກະ​ລິກ​ເພື່ອ​ຍົກ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ ແລະ ຮອງຮັບ​ມັນ​ດ້ວຍ​ກະ​ລິກ.

    5. ທຳ​ຄວາມ​ສະ​ອາດ​ດ້ານ​ລຸ່ມ​ຂອງ​ໜ່ວຍ​ຕັດ​ດ້ວຍ​ນ້ຳ​ໃຫ້​ທົ່ວ.

    ການເກັບມ້ຽນ

    1. ປົດຕົວ PTO, ປ່ອຍ​ແຜ່ນ​ຢຽບ​ເລັ່ງ​ເຄື່ອງ​ຕັດ​ຫຍ້າ​ໄປ​ທີ່​​ຕຳ​ແໜ່ງເກ​ຍ​ຫວ່າງ ແລະ ໃສ່​ເບ​ຣກມື.

    2. ຍ້າຍ​ຄັນ​ໂຍກ​ຄັນ​ເລັ່ງ​ໄປ​ທີ່​ຕຳ​ແໜ່ງ ຊ້າ, ມອດຈັກ, ຖອດ​ກະ​ແຈ​ອອກ ແລະ ລໍ​ຖ້າ​ໃຫ້​ພາກ​ສ່ວນ​ຕ່າງໆ​ທີ່​ກຳ​ລັງ​ເຄື່ອນ​ໄຫວ​ຢູ່​ໃຫ້​ຢຸດ​ກ່ອນ​ໜ້າ​ທີ່​ຈະ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ຜູ້​ຄວບ​ຄຸມ.

    3. ປ່ອຍ​ໃຫ້​​ຈັກ​ມັນ​ເຢັນ​ລົງ​ກ່ອນ​ໜ້າ​ທີ່​ຈະ​ປັບ, ອະ​ນາ​ໄມ, ເກັບ​ມ້ຽນ ຫຼື ສ້ອມ​ແປງ​ເຄື່ອງ​ຈັກ.

    4. ທຳ​ຄວາມ​ສະ​ອາດໜ່ວຍຕັດໃຫ້​ທົ່ວ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ຂົງ​ເຂດ​ເຫຼົ່າ​ນີ້:

      • ຢູ່ກ້ອງໜ່ວຍຕັດ

      • ຢູ່ກ້ອງ​ຝາ​ປົກ​ສາຍ​ພານ​ໜ່ວຍ​ຕັດ

      • ການ​ປະ​ກອບເພົາ PTO

      • ພາກ​ສ່ວນໃສ່ກະແລັດທັງ​ໝົດ ແລະ ຈຸດແກນ

    5. ກວດ​ເບິ່ງ ແລະ ປັບ​ລົມຢາງ​ໜ້າ ແລະ ຢາງ​ຫຼັງລົດ​ຕັດ​ຫຍ້າ, ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້​ລົດ​ຕັດ​ຫຍ້າ.

    6. ເອົາ​ໃບ​ມີດ​ໜ່ວຍ​ຕັດ​ອອກ, ລັບ​ໃຫ້​ຄົມ ແລະ ເຮັດ​ໃຫ້​ສະ​ເໝີ​ກັນ. ຕິດ​ຕັ້ງ​ໃບ​ມີດ ແລະ ບິດ​ຕົວ​ຮັດ​ໃບ​ມີດ​ໃຫ້​ໄດ້ 85 ຫາ 110 ft-lb (115 ຫາ 149 N∙m).

    7. ກວດເບິ່ງຕົວຮັດທັງໝົດສຳລັບຄວາມຫຼວມ ແລະ ຮັດພວກ​ມັນໃຫ້ແໜ້ນຕາມຄວາມຈຳເປັນ.

    8. ໃສ່ກະແລັດ ຫຼື ນ້ຳມັນກັບ​ທຸກ​ຂໍ້​ຕໍ່​ກະ​ແລັດ ແລະ ຈຸດແກນໝູນ. ເຊັດນໍ້າມັນຫຼໍ່​ມື່ນ​ທີ່​ເຫຼືອ​ອອກ.

    9. ເຊັດກະດາດຊາຍບາງໆ ແລະ ໃຊ້ການທາສີສຳຜັດໃສ່ບໍລິເວນທີ່ຖືກຂູດ ແຕກ ຫຼື ເຂົ້າ​ໝ້ຽງ. ສ້ອມ​ແປງ​ຮອຍ​ບຸ້ມ.