ການແນະນຳ

ເຄື່ອງຈັກນີ້ມີຈຸດປະສົງເພື່ອ​ໃຫ້ນຳໃຊ້ໂດຍຜູ້ຊ່ຽວຊານ, ຜູ້ປະຕິບັດການທີ່ຈ້າງງານໃນການນຳໃຊ້ທາງການຄ້າ. ໜ້າ​ທີ່​ຕົ້ນ​ຕໍ​ຂອງ​ເຄື່ອງ​ຈັກ​ແມ່ນ​ເພື່ອ​ເອົາ​ຂີ້​ເຫຍື້ອ​ອອກ​ຈາກ​ພື້ນ​ທີ່​ທົ່ງ​ຫຍ້າ​ຂະ​ໜາດ​ໃຫຍ່. ລີ້ນ​ທີ່​ສາ​ມາດ​ເຄື່ອນ​ໄປ​ມາ​ໄດ້​ໃຫ້​ຕຳ​ແໜ່ງຊົດ​ເຊີຍ​ສຳ​ລັບ​ການປັດກວາດ. ການນຳໃຊ້ຜະລິດຕະພັນນີ້ເພື່ອຈຸດປະສົງອື່ນນອກເໜືອຈາກການນຳໃຊ້ທີ່ເປັນຈຸດປະສົງຂອງມັນອາດຈະເປັນອັນຕະລາຍຕໍ່ທ່ານ ແລະ ຜູ້ທີ່ຢູ່ໃກ້ຄຽງ.

ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳ​ລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ເຂົ້າເບິ່ງເວັບໄຊ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ 1 ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.

Important: ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR (ຖ້າໄດ້​ຕິດ​ຕັ້ງ​ມາ​ນຳ) ຢູ່​ໃນ​ແຜ່ນ​ປ້າຍເລກລຳດັບເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.

g247966

ສັນຍາລັກເຕືອນຄວາມປອດໄພ

ສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ 2) ສະ​ແດງ​ຢູ່​ໃນ​ຄູ່​ມື​ນີ້ ແລະ ໃນ​ເຄື່ອງ​ຈັກ​ລະ​ບຸ​ຂໍ້​ຄວາມ​ປອດ​ໄພ​ທີ່​ສຳ​ຄັນ​ທີ່​ທ່ານ​ຕ້ອງ​ປະ​ຕິ​ບັດ​ຕາມ​ເພື່ອປ້ອງ​ກັນ​ອຸ​ບັດ​ຕິ​ເຫດ.

g000502

ສັນຍາລັກເຕືອນຄວາມປອດໄພປາ​ກົດ​ຂຶ້ນ​ເທິງ​ຂໍ້​ມູນທີ່​ເຕືອນ​ທ່ານ​ຕໍ່​ກັບ​ການ​ກະ​ທຳ ຫຼື ສະ​ຖາ​ນະ​ການ​ທີ່​ບໍ່​ປອດ​ໄພ ແລະ ຖືກ​ຕາມ​ດ້ວຍ​ຄຳ​ວ່າ ອັນ​ຕະ​ລາຍ, ຄຳ​ເຕືອນ ຫຼື ລະ​ວັງ.

ອັນ​ຕະ​ລາຍ ຊີ້ບອກ​ສະ​ຖາ​ນະ​ການ​ອັນ​ຕະ​ລາຍ​ທີ່​ໃກ້​ຈະ​ເກີດ​ຂຶ້ນ, ເຊິ່ງ​ຫາກ​ບໍ່​ຫຼີກລ່ຽງ​ໄດ້ຈະສົ່ງ​ຜົນ​ເຖິງ​ການ​ເສຍ​ຊີ​ວິດ ຫຼື ການ​ບາດ​ເຈັບ​ສາ​ຫັດ.

ຄຳ​ເຕືອນ ຊີ້ບອກ​ສະ​ຖາ​ນະ​ການ​ອັນ​ຕະ​ລາຍ​ທີ່ເປັນ​ໄປ​ໄດ້, ເຊິ່ງ​ຫາກ​ບໍ່​ຫຼີກລ່ຽງ​ໄດ້ສາ​ມາດສົ່ງ​ຜົນ​ເຖິງ​ການ​ເສຍ​ຊີ​ວິດ ຫຼື ການ​ບາດ​ເຈັບ​ສາ​ຫັດ.

ລະ​ວັງ ຊີ້ບອກ​ສະ​ຖາ​ນະ​ການ​ອັນ​ຕະ​ລາຍ​ທີ່ເປັນ​ໄປ​ໄດ້, ເຊິ່ງ​ຫາກ​ບໍ່​ຫຼີກລ່ຽງ​ໄດ້ອາດ​ຈະສົ່ງ​ຜົນ​ເຖິງ​ການບາດ​ເຈັບເລັກ​ນ້ອຍ ຫຼື ປານ​ກາງ.

ປຶ້ມຄູ່ມືນີ້ໃຊ້ຄຳ​ສັບ​ອື່ນສອງຄຳເພື່ອເນັ້ນຂໍ້ມູນ. ສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ຂໍ້ສັງເກດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ຜະລິດຕະພັນນີ້ປະຕິບັດຕາມຄຳສັ່ງແນະນຳຂອງເອີຣົບທີ່ກ່ຽວຂ້ອງທັງໝົດ. ສຳລັບລາຍລະອຽດ, ກະລຸນາເບິ່ງເອກະສານຖະ​ແຫຼງການວ່າ​ດ້ວຍ​ການ​ປະ​ຕິ​ບັດ​ຕາມ (DOC) ສະ​ເພາະ​ຂອງ​ຜະ​ລິດ​ຕະ​ພັນ​ແຍກ​ຕ່າງ​ຫາກ.

ຄວາມ​ສາ​ມາດ​ເຂົ້າ​ກັນ​ໄດ້​ຂອງ​ແມ່​ເຫຼັກ​ໄຟ​ຟ້າ
ພາຍ​ໃນ​ປະ​ເທດ: ອຸ​ປະ​ກອນ​ນີ້​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ຂອງ FCC ພາກ​ທີ 15. ການ​ໃຊ້​ງານ​ແມ່ນ​ຂຶ້ນ​ຢູ່​ກັບ​ສອງ​ເງື່ອນ​ໄຂ​ຕໍ່​ໄປ​ນີ້: (1) ອຸ​ປະ​ກອນ​ນີ້​ອາດ​ຈະ​ບໍ່​ເຮັດ​ໃຫ້​ເກີດ​ສັນ​ຍານລົບ​ກວນ​ທີ່​ເປັນ​ອັນ​ຕະ​ລາຍ ແລະ (2) ອຸ​ປະ​ກອນ​ນີ້​ຕ້ອງ​ຍອມຮັບ​ສັນ​ຍານ​ລົບ​ກວນ​ໃດ​ໜຶ່ງ​ທີ່ອາດ​ຈະ​ໄດ້​ຮັບ, ລວມ​ທັງ​ສັນ​ຍານ​ລົບ​ກວນ​ທີ່​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ໃຊ້​ງານອັນທີ່​ບໍ່​ຕ້ອງ​ການ​ນຳ.
ອຸ​ປະ​ກອນ​ນີ້​ສ້າງ ແລະ ນຳ​ໃຊ້ພະ​ລັງ​ງານ​ຄື້ນ​ຄວາມ​ຖີ່​ວິ​ທະ​ຍຸ ແລະ ຖ້າ​ບໍ່​ໄດ້​ຕິດ​ຕັ້ງ ແລະ ນຳ​ໃຊ້​ຢ່າງ​ຖືກ​ຕ້ອງຕາມ​ຄຳ​ແນະ​ນຳຂອງ​ຜູ້​ຜະ​ລິດ​ຢ່າງເຄັ່ງ​ຄັດແລ້ວແມ່ນ​ອາດ​ຈະ​ເຮັດ​ໃຫ້​ເກີດສັນ​ຍານ​ລົບ​ກວນຕໍ່​ການ​ຮັບສັນ​ຍານ​ວິ​ທະ​ຍຸ ແລະ ໂທ​ລະ​ພາບໄດ້. ມັນ​ໄດ້​ຮັບການ​ທົດ​ສອບປະ​ເພດ​ແລ້ວ ແລະ ພົບ​ວ່າ​ເປັນ​ໄປ​ຕາມ​ຂີດ​ຈຳ​ກັດຂອງ​ອຸ​ປະ​ກອນ​ຄິດ​ໄລ່ FCC ປະ​ເພດ B ຕາມຂໍ້​ກຳ​ນົດ​ສະ​ເພາະ​ຢູ່​ໃນ​ພາກ​ຍ່ອຍ J ຂອງ​ພາກ​ທີ 15 ຂອງກົດ​ລະ​ບຽບ​ຂອງ FCC ດັ່ງ​ທີ່​ໄດ້​ກ່າວ​ໄວ້​ຂ້າງ​ເທິງ. ເຖິງ​ແນວ​ໃດ​ກໍ່​ຕາມ, ບໍ່​ມີ​ການ​ຮັບ​ປະ​ກັນ​ໄດ້ວ່າ ຄື່ນ​ລົບ​ກວນ​ຈະ​ບໍ່​ເກີດ​ຂຶ້ນ​ຢູ່​ໃນ​ການ​ຕິດ​ຕັ້ງ​ສະ​ເພາະ. ຖ້າ​ອຸ​ປະ​ກອນ​ນີ້​ບໍ່​ເຮັດ​ໃຫ້​ເກີດ​ສັນ​ຍານ​ລົບ​ກວນຕໍ່​ການ​ຮັບ​ສັນ​ຍານວິ​ທະ​ຍຸ ຫຼື ໂທ​ລະ​ພາບ, ເຊິ່ງ​ສາ​ມາດ​ກຳ​ນົດ​ໄດ້​ດ້ວຍ​ການ​ປິດ ແລະ ເປີດ​ອຸ​ປະ​ກອນ​ແລ້ວ, ຂໍ​ແນະ​ນຳ​ໃຫ້​ຜູ້​ໃຊ້​ລ​ອງ​ແກ້​ໄຂ​ສັນ​ຍານລົບ​ກວນ​ໂດຍ​ການ​ໃຊ້​ໜຶ່ງວິ​ທີ​ການ​ຂຶ້ນ​ໄປ​ໃນວິ​ທີການ​ຕໍ່​ໄປ​ນີ້​:ຈັດ​ລວງອັງ​ແຕນ​ຮັບ​ສັນ​ຍານ​ຄືນ, ປ່ຽນ​ບ່ອນ​ເຄື່ອງ​ຮັບ​ຄວບ​ຄຸມ​ທາງ​ໄກ​ຕາມ​ອັງ​ແຕ່ນ​ວິ​ທະ​ຍຸ/ໂທ​ລະ​ທັດ ຫຼື ສຽບ​ປ​ລັກ​ຕົວ​ຄວບ​ຄຸມ​ໃສ່​ບ່ອນ​ສຽບ​ອື່ນ​ທີ່​ຕົວ​ຄວບ​ຄຸມ ແລະ ວິ​ທະ​ຍຸ/ໂທ​ລະ​ພາບ​ຢູ່​ໃນ​ວົງ​ຈອນຍ່ອຍ​ທີ່​ແຕກ​ຕ່າງ.ຖ້າ​ຈຳ​ເປັນ, ຜູ້​ໃຊ້​ຄວນ​ຈະ​ປຶກ​ສາ​ກັບ​ຜູ້​ຈຳ​ໜ່າຍ ຫຼື ຊ່າງ​ເຕັກ​ນິກວິ​ທະ​ຍຸ/ໂທ​ລະ​ທັດ​ທີ່​ມີ​ປະ​ສົບ​ການ​ສຳ​ລັບ​ຄຳ​ແນະ​ນຳ​ເພີ່ມ​ເຕີມ.ຜູ້​ໃຊ້​ອາດ​ຈະ​ຊອກ​ເບິ່ງ​ໃນ​ປຶ້ມ​ຄູ່​ມື​ຕໍ່​ໄປ​ນີ້​ທີ່​ທາງ​ຄະ​ນະ​ກຳ​ມະ​ການ​ສື່​ສານ​ຂອງ​ລັດ​ຖະ​ບານ​ກາງ​ໄດ້​ກະ​ກຽມທີ່​ອາດ​ຈະ​ມີ​ປະ​ໂຫຍດ​ເຊັ່ນ: "ວິ​ທີ​ລະ​ບຸ ແລະ ແກ້​ໄຂ​ບັນ​ຫາ​ການ​ແຊກ​ແຊງວິ​ທະ​ຍຸ-ໂທ​ລະ​ທັດ". ປຶ້ມ​ຄູ່​ມື​ນີ້​ມີ​ໃຫ້​ຈາກຫ້ອງ​ການ​ວາງ​ແຜນ​ລັດ​ຖະ​ບານ​ສະ​ຫະ​ລັດ (U.S. Government Printing Office), Washington, DC 20402. ເລກ​ທີ​ສະ​ຕັອກ: 004-000-00345-4.
FCC ID: W7OMRF24J40MDME-ຕັ້ງ​ຖານ, OA3MRF24J40MA-​ມື​ຖື
IC: 7693A-24J40MDME-ຕັ້ງ​ຖານ, 7693A-24J40MA-​ມື​ຖື
ການ​ໃຊ້​ງານ​ແມ່ນ​ຂຶ້ນ​ຢູ່​ກັບ​ສອງ​ເງື່ອນ​ໄຂ​ຕໍ່​ໄປ​ນີ້​:(1) ອຸ​ປະ​ກອນ​ນີ້​ອາດ​ຈະ​ບໍ່​ເຮັດ​ໃຫ້​ເກີດ​ຄື່ນ​ລົບ​ກວນ, ແລະ (2) ອຸ​ປະ​ກອນ​ນີ້​ຕ້ອງ​ຮັບ​ຄື່ນ​ລົບ​ກວນ​ໃດ​ໜຶ່ງ, ລວມ​ທັງ​ຄື່ນ​ລົບ​ກວນ​ທີ່​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ໃຊ້​ງານ​ທີ່​ບໍ່​ຕ້ອງ​ການ​ຂອງ​ອຸ​ປະ​ກອນນຳ.
ໃບ​ຢັ້ງ​ຢືນຄວາມ​ສາ​ມາດ​ເຂົ້າ​ກັນ​ໄດ້​ຂອງ​ແມ່​ເຫຼັກ​ໄຟ​ຟ້າຍີ​ປຸ່ນ
ແບບມືຖື:Graphic
RF2CAN:Graphic
ໃບ​ຢັ້ງ​ຢືນຄວາມ​ສາ​ມາດ​ເຂົ້າ​ກັນ​ໄດ້​ຂອງ​ແມ່​ເຫຼັກ​ໄຟ​ຟ້າເມັກ​ຊິກ​ໂກ
ແບບມືຖື:Graphic
RF2CAN:Graphic
ໃບ​ຢັ້ງ​ຢືນຄວາມ​ສາ​ມາດ​ເຂົ້າ​ກັນ​ໄດ້​ຂອງ​ແມ່​ເຫຼັກ​ໄຟ​ຟ້າເກົາ​ຫຼີ(ສະ​ຫຼາກ​ທີ່​ຈັດ​ໃຫ້​ຢູ່​ໃນ​ຊຸດ​ແຍກ​ຕ່າງ​ຫາກ)
ແບບມືຖື:Graphic
RF2CAN:Graphic
ໃບ​ຢັ້ງ​ຢືນຄວາມ​ສາ​ມາດ​ເຂົ້າ​ກັນ​ໄດ້​ຂອງ​ແມ່​ເຫຼັກ​ໄຟ​ຟ້າສິງ​ກະ​ໂປ
ແບບມືຖື:TWM240007_IDA_N4022-15
RF2CAN:TWM-240005_IDA_N4024-15
ໃບ​ຢັ້ງ​ຢືນຄວາມ​ສາ​ມາດ​ເຂົ້າ​ກັນ​ໄດ້​ຂອງ​ແມ່​ເຫຼັກ​ໄຟ​ຟ້າມໍ​ຣັອກ​ໂກ
AGREE PAR L’ANRT MAROC
  
Numero d’agrement: MR 14093 ANRT 2017
Delivre d’agrement:29/05/2017

ຄຳເຕືອນ

CALIFORNIA

ຄຳເຕືອນຂອງກົດໝາຍ Proposition 65

ການນຳໃຊ້ຜະລິດຕະພັນນີ້ອາດຈະເຮັດໃຫ້ສຳຜັດກັບສານເຄມີທີ່ຮູ້ຈັກດີໃນ ລັດຄາລີຟໍເນຍ ວ່າເປັນສາເຫດກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຄວາມປອດໄພ

ຄວາມປອດໄພທົ່ວໄປ

ຜະລິດຕະພັນນີ້ສາມາດເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສ່ວນ​ຕົວໄດ້. ຕ້ອງປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພສະ​ເໝີເພື່ອຫຼີກລ່ຽງການບາດເຈັບສາ​ຫັດ​ຕໍ່​ຕົວ​ເອງ

  • ອ່ານ ແລະ ທຳຄວາມເຂົ້າໃຈເນື້ອໃນຂອງທັງຄູ່ມືຜູ້ໃຊ້ນີ້ ແລະ ຄູ່​ມື​ຜູ້​ໃຊ້​ຂອງ​ພາ​ຫະ​ນະລາກ​ແກ່ກ່ອນທີ່ຈະເລີ່ມໃຊ້ເຄື່ອງຈັກນີ້. ໃຫ້​ແນ່​ໃຈ​ວ່າ​ທຸກໆ​ຄົນ​ທີ່​ໃຊ້​ຜະ​ລິດ​ຕະ​ພັນ​ນີ້​ຮູ້​ວິ​ທີ​ນຳ​ໃຊ້ເຄື່ອງ​ຈັກ​ນີ້ ແລະ ພາ​ຫະ​ນະລາກ​ແກ່ ແລະ ເຂົ້າ​ໃຈຄຳ​ເຕືອນ​ຕ່າງໆ.

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ນຳ​ໃຊ້ເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ຢ່າວາງມື ຫຼື ຕີນຂອງທ່ານໃກ້ກັບສ່ວນປະກອບທີ່ເຄື່ອນໄຫວຂອງເຄື່ອງຈັກ.

  • ຢ່ານຳ​ໃຊ້ເຄື່ອງຈັກໂດຍບໍ່ມີການປົກປ້ອງຄົບ​ຊຸດ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢູ່ກັບເຄື່ອງຈັກ.

  • ຮັກ​ສາ​ເຄື່ອງຈັກໃຫ້ໄກ​ຈາກ​ຜູ້​ຢືນ​ຢູ່​ໃກ້​ໃນ​ຂະ​ນະ​ທີ່​ມັນ​ກຳ​ລັງ​ເຄື່ອນ​ທີ່.

  • ກັນເດັກນ້ອຍອອກຈາກພື້ນທີ່ບ່ອນ​ເຮັດ​ວຽກ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ.

  • ຢຸດ​ເຄື່ອງ​ຈັກ, ມອດຈັກ, ໃສ່​ເບ​ຣກມືຂອງ​ພາ​ຫະ​ນະ​ລາກ​ແກ່, ຖອດ​ກະ​ແຈ​ອອກ ແລະ ລໍຖ້າໃຫ້ສ່ວນທີ່ເຄື່ອນໄຫວທັງໝົດຢຸດກ່ອນທີ່​ຈະບໍ​ລິ​ການ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ, ເຕີມ​ນ້ຳ​ມັນ ຫຼື ເອົາ​ສິ່ງ​ອຸດ​ຕັນ​ອອກ​ຈາກ​ເຄື່ອງຈັກ.

ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ Graphic, ເຊິ່ງໝາຍເຖິງຂໍ້ຄວນລະວັງ, ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງ​ກໍ່​ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫຼື ເສຍຊີວິດ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

decal93-9899
decal58-6520
decal108-0868
decal108-0870
decal108-0872
decal108-0863
decal108-0873
decal108-0865
decal108-0866
decal110-7999
decal131-6766
decal93-9852
decal108-0861
decal108-0862
decal133-8061

ການຕັ້ງຄ່າ

ການ​ທົບ​ທວນ​ເບິ່ງ​ຂໍ້​ກຳ​ນົດ​ຄວາມ​ຕ້ອງ​ການ​ເຄື່ອງ​ຈັກ

  • ສາ​ມາດ​ລາກ​ເຄື່ອງ​ຈັກ​ໄດ້​ໂດຍ​ລົດ​ລາກ​ອະ​ເນກ​ປະ​ສົງສ່ວນ​ໃຫຍ່​ທີ່​ຕິດ​ມາ​ກັບ​ໄຮ​ໂດຼ​ລິກ​ທີ່​ສ້າງ 26.5 ຫາ 30 ລິດ/ນາ​ທີ (7 ຫາ 8 gpm) ທີ່ 137.90 bar (2,000 psi) ຢາງ​ລອຍ​ສຳ​ລັບ​ການ​ດຳ​ເນີນ​ການ​ເກີນເຂດ​ສີ​ຂຽວ​ສະ​ໜາມກ໊ອບ. ໃຫ້​ແນ່​ໃຈ​ວ່າ​ລົດ​ໄຖ​ມີ​ເບ​ຣກ​ພຽງ​ພໍ ແລະ ຄວາມ​ຈຸ​ຕົວ​ຜູກ​ຍຶດ​ຄານ​ດຶງ​ເພື່ອ​ຈັດ​ການ​ລົດ​ພ່ວງ 1587 ກ​ລ (3,500 ປອນ). ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ພາ​ຫະ​ນະ​ລາກ​ແກ່​ສຳ​ລັບ​ຄຳ​ແນະ​ນຳ​ການ​ລາກ ແລະ ຄຳ​ເຕືອນ​ລ່ວງ​ໜ້າ.

  • ພາ​ຫະ​ນະ Workman ຈຳ​ເປັນ​ຕ້ອງ​ມີ​ຊຸດ​ໄຮ​ໂດຼ​ລິກ​ຄວາມ​ໄຫຼ​ສູງ. ພາ​ຫະ​ນະ Workman ທີ່​ມີ​ເລກ​ລຳ​ດັບ​ກ່ອນ 900000001 ຈຳ​ເປັນ​ຕ້ອງ​ມີ​ຄານ​ດຶງ​ໃຊ້​ງານ​ໜັກ (ລຸ້ນ 44212 ຫຼື 44213) ຕິດ​ຕັ້ງ​ໄວ້.

    Note: ລຸ້ນ 4WD Workman ແມ່ນ​ດີ​ທີ່​ສຸດ​ສຳ​ລັບ​ການ​ເຂົ້າ​ເຖິງ​ເຂດ​ຂຽວ​ທີ່​ເປັນ​ເນີນ​ພູ ຫຼື ທາງ​ຍ່າງ​ໃກ້​ຮ່ອງ.

    Important: ສຳ​ລັບ​ພາ​ຫະ​ນະ Workman ລຸ້ນ​ເກົ່າ​ກວ່າ, ຢ່າ​ພະ​ຍາ​ຍາມ​ດຶງ​ເຄື່ອງ​ຈັກ​ເມື່ອ​ບັນ​ທຸກ​ສິ່ງ​ຂອງ, ໂດຍ​ທີ່​ມີ​ຕົວ​ຜູກ​ຍຶດ Workman ມາດ​ຕະ​ຖານ​ຢູ່. ມັນ​ຖືກ​ຈັດ​ອັນ​ດັບ​ພຽງ​ແຕ່​ຮອດດ 680 ກ​ລ (1,500 ປອນ) ແລະ ອາດ​ຈະ​ກົ່ງ ຫຼື ເຮັດ​ໃຫ້​ຕົວ​ຄ້ຳ​ແກນ​ທໍ່​ຂ້າມ ຫຼື ກະ​ແຈ​ສະ​ປ​ຣິງ​ຫຼັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ. ໃຫ້​ໃຊ້​ແຕ່​ຊຸດ​ຄານ​ດຶງ​ສຳ​ລັບພາ​ຫະ​ນະ Workman ໃຊ້​ງານ​ໜັກ (ລຸ້ນ 44212) ຫຼື ກອບ​ຕົວ​ຜູກ​ຍຶດ ແລະ ຊຸດ​ຄານ​ດຶງ​ສຳ​ລັບ​ພາ​ຫະ​ນະ Workman ໃຊ້​ງານ​ໜັກ (ລຸ້ນ 44213) ຢູ່​ສະ​ເໝີ.

    Important: ຢ່າ​ພະ​ຍາ​ຍາມ​ລາກ​ເຄື່ອງ​ຈັກ​ທີ່​ມີ​ການ​ບັນ​ທຸກ​ດ້ວຍ​ພາ​ຫະ​ນະ​ອະ​ເນກ​ປະ​ສົງ​ເບົາ ຫຼື ໃຊ້​ເປັນ​ພາ​ຫະ​ນະ​ໄປ. ເຄື່ອງ​ຈັກເຫຼົ່າ​ນີ້​ບໍ່​ມີ​ເບ​ຣກ, ກັນ​ສະ​ເທືອນ ຫຼື ຄວາມ​ແຂງ​ແຮງ​ຂອງກອບ​ພຽງ​ພໍ​ທີ່​ຈະ​ຮັບ​ນ້ຳ​ໜັກ​ຂອງ​ເຄື່ອງ​ຈັກ.

  • ແນະ​ນຳ​ໃຫ້​ໃຊ້​ເບ​ຣກ​ລົດ​ພ່ວງ​ເມື່ອ​ໃຊ້​ເຄື່ອງ​ຈັກ​ຢູ່​ໃນ​ສະ​ພາບ​ພື້ນ​ທີ່​ເປັນ​ເນີນພູ. ເມື່ອ​ບັນ​ທຸກ​ເຕັມ​ທີ່, ເຄື່ອງ​ຈັກ​ອາດ​ຈະ​ໜັກ​ຮອດ 1,588 ກ​ລ (3,500 ປອນ) (GVW). ນ້ຳ​ໜັກ​ນີ້​ສູງກວ່າ​ຂີດ​ຈຳ​ກັດ​ການ​ລາກ​ແກ່ ແລະ ການ​ເບ​ຣກ​ທີ່​ແນະ​ນຳ​ຂອງ​ພາ​ຫະ​ນະ​ອະ​ເນກ​ປະ​ສົງສ່ວນ​ໃຫຍ່. ຊຸດ​ເບ​ຣກ​ລົດພ່ວງ​ແມ່ນ​ມີ​ໃຫ້ສຳ​ລັບ​ການ​ຕິດ​ຕັ້ງ​ໂດຍ​ກົງ​ດ້ວຍ​ພາ​ຫະ​ນະ Workman.

    Note: ຊຸດເບ​ຣກ​ລົດ​ພ່ວງສາ​ມາດ​ປັບ​ເປັນ​ພາ​ຫະ​ນະ​ອື່ນ​ໄດ້​ດ້ວຍ​ແຫຼ່ງ​ໄຟ​ເບ​ຣກ 12 V.

ການ​ເອົາ​ລີ້ນ​ຕົວ​ຜູກ​ຍຶດ ແລະ ລູກ​ສູບໄຮ​ໂດຼ​ລິກອອກ​ຈາກ​ຕຳ​ແໜ່ງ​ການ​ຈັດ​ສົ່ງ

Note: ໃຫ້​ມີ 2 ຄົນ​ເອົາ​ສ່ວນ​ປະ​ກອບ​ຕົວ​ຜູກ​ຍຶດ​ອອກ.

  1. ກວດ​ເບິ່ງ​ລໍ້ຂອງ​ເຄື່ອງ​ຈັກ.

  2. ເອົາ​ສ່ວນ​ປະ​ກອບ​ເຂັມ​ຂັດ, ນັອດຕົວ​ຜູ້ ແລະ ນັອດ​ຕົວແມ່ທີ່​ຍຶດ​ລູກ​ສູບ​ໄຮ​ໂດຼ​ລິກ ແລະ​ທໍ່​ໃສ່​ລີ້ນ​ຕົວ​ຜູກ​ຍຶດ​ສຳ​ລັບ​ການ​ຈັດ​ສົ່ງ​ອອກ. ນອກ​ນັ້ນ​ແມ່ນ​ໃຫ້​ຕັດ​ສາຍ​ຮັດ. ປ່ອຍ​ລູກ​ສູບ ແລະ ທໍ່​ຕ່ຳ​ລົງ​ຈາກ​ລີ້ນ​ຢ່າງ​ລະ​ມັດ​ລະ​ວັງ. ຮັກ​ສາ​ສ່ວນ​ປະ​ກອບ​ເຂັມ​ຂັດ ແລະ ຕົວ​ຮັດ​ແໜ້ນ​ໄວ້​ສຳ​ລັບ​ການ​ນຳ​ໃຊ້​ຄືນ​ໃໝ່.

  3. ເອົາ​ກິບ​ລັອກ ແລະ ເຂັມ​ຂັດຕົວ​ຜູກ​ຍຶດທີ່​ຍຶດລີ້ນ​ຕົວ​ຜູກ​ຍຶດ​ໃສ່​ຂາ​ຄ້ຳ​ການ​ຈັດ​ສົ່ງ​ເບື້ອງ​ເທິງ​ອອກ. ລີ້ນຕົວ​ຜູກ​ຍຶດໜັກ​ຫຼາຍ, ໃຊ້ຄວາມ​ລະ​ມັດ​ລະ​ວັງເມື່ອ​ເອົາ​ລີ້ນ​ອອກ​ຈາກ​ຂາ​ຄ້ຳ​ການ​ຈັດ​ສົ່ງ.

  4. ໝູນ​ຢູ່​ທີ່​ເຂັ​ມ​ຂັດ​ການ​ຈັດ​ສົ່ງ​ດ້ານ​ລຸ່ມ ແລະ ໝູນ​ລີ້ນ​ລົງ.

  5. ເອົາສ່ວນ​ປະ​ກອບ​ເຂັມ​ຂັດ, ນັອດຕົວ​ຜູ້ ແລະ ນັອດ​ຕົວແມ່ທີ່​ຍຶດລີ້ນ​ຕົວ​ຜູກ​ຍຶດ​ໃສ່​ຂາ​ຄ້ຳ​ການ​ຈັດ​ສົ່ງ​ເບື້ອງ​ລຸ່ມອອກ.

    Note: ເຄື່ອງ​ຈັກ​ຈະ​ເຄື່ອນ​ຂຶ້ນ​ທາງ​ເທິງ​ຢູ່​ທີ່​ຂາ​ຄ້ຳ​ການ​ຈັດ​ສົ່ງ​ເຂັມ​ຂັດ​ເບື້ອງ​ລຸ່ມ.

  6. ເອົາ​ຕົວ​ຮັດ​ແໜ້ນ​ທີ່​ຍຶດ​ຂາ​ຄ້ຳການ​ຈັດ​ສົ່ງ​ໃສ່​ເຄື່ອງ​ຈັກ​ອອກ. ຖອດ ແລະ ຖິ້ມລາງ​ຈັບ.

ການຕິດ​ຕັ້ງລີ້ນຕົວຜູກຍຶດ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ລີ້ນຕົວ​ຜູກ​ຍຶດ1
ເຂັມ​ຂັດຕົວ​ຜູກ​ຍຶດ1
ນັອດຕົວ​ຜູ້ (3/8 x 1-¼ ນິ້ວ)1
ນັອດ​ຕົວ​ແມ່ (⅜-16 ນິ້ວ)1
ແຫວນຮອງຂະໜາດໃຫຍ່1
ນັອດ​ຕົວ​ແມ່​ໃຫຍ່1

Note: ຂັ້ນ​ຕອນດຳ​ເນີນ​ການ​ນີ້​ຕ້ອງ​ມີ 2 ຄົນ​ຈິ່ງ​ເຮັດ​ໄດ້.

  1. ໃສ່​ປາຍ​ດ້ານ​ຫຼັງ​ຂອງ​ລີ້ນ​ຕົວ​ຜູກ​ຍຶດ​ເຂົ້າ​ໄປ​ລະ​ຫວ່າງ​ແຜ່ນ​ຖານ​ຕິດ​ໃນ​ເຄື່ອງ​ຈັກ​ໃນ​ຂະ​ນະ​ທີ່​ຈັດ​ລຽນ​ຮູ​ຖານ​ຕິດ (ຮູບສະແດງ 3).

    Note: ວາງ​ຕຳ​ແໜ່ງ​ທໍ່​ນຳ​ທາງ​ຢູ່​ດ້ານ​ເທິງ​ຂອງ​ລີ້ນ​ຕົວ​ຜູກ​ຍຶດ.

  2. ສອດເຂັມ​ຂັດຕົວ​ຜູກ​ຍຶດເຂົ້າ​ໄປ​ຜ່ານ​ແຜ່ນ​ຖານ​ຕິດ ແລະ ລີ້ນຕົວ​ຜູກ​ຍຶດ (ຮູບສະແດງ 3).

  3. ຍຶດ​ດ້ານ​ເທິງ​ຂອງ​ເຂັມ​ຂັດ​ຕົວ​ຜູກ​ຍຶດ​ໃສ່​ແຜ່ນ​ຖານ​ຕິດ​ດ້ວຍນັອດຕົວ​ຜູ້ (⅜ x 1-¼ ນິ້ວ) ແລະ ນັອດ​ລັອກ​ຕົວ​ແມ່ (⅜ ນິ້ວ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 3.

  4. ຍຶດ​ດ້ານ​ລຸ່ມ​ຂອງ​ເຂັມ​ຂັດ​ຕົວ​ຜູກ​ຍຶດ​ດ້ວຍ​ແຫວນ​ຮອງ​ໃຫຍ່ ແລະ ນັອດ​ຕົວ​ແມ່​ໃຫຍ່ (ຮູບສະແດງ 3).

    g011255
  5. ມາຍ​ນັອດ​ຊ້ອນ​ສອງທີ່​ຍຶດ​ສະ​ວິດ​ຄວາມ​ໃກ້​ຄຽງ​ໃສ່​ກອບ ແລະ ປ່ອຍ​ສະ​ວິດ​ຕ່ຳ​ລົງ​ຈົນ​ກວ່າ​ມັນ​ເປັນ 2.6 ຫາ 4.0 ມມ (0.10 ຫາ 0.16 ນິ້ວ) ຈາກ​ແຜ່ນ​ຮັບ​ສັນ​ຍານ​ໃນ​ລີ້ນ​ຕົວ​ຜູກ​ຍຶດ (ຮູບສະແດງ 4). ຫັນນັອດຊ້ອນ​ສອງໃຫ້​ແໜ້ນເພື່ອຮັບປະກັນການປັບ.

    g011587

ການຕິດຕັ້ງລູກ​ສູບ​ໄຮ​ໂດຼ​ລິກ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ແ​ຜ່ນ​ຕົວ​ກະ​ຕຸ້ນ​ດ້ານ​ຫຼັງ 1
ນັອດຕົວ​ຜູ້ (½ x 2 ນິ້ວ)4
ແຫວນ​ຮອງພຽງ (0.531 x 0.063 ນິ້ວ)8
ນັອດລັອກຕົວແມ່ (½ ນິ້ວ)4
ນັອດຕົວ​ຜູ້ (3/8 x 1-¼ ນິ້ວ)2
ຊິ້ນ​ສ່ວນ​ເຂັມ​ຂັດ 2
ນັອດຕົວແມ່ແຜ່ນ​ປິດ (⅜ ນິ້ວ)2
  1. ຕິດ​ແຜ່ນ​ຕົວ​ກະ​ຕຸ້ນ​ດ້ານ​ຫຼັງ​ໃສ່​ກອບ​ເຄື່ອງ​ຈັກ​ດ້ວຍ​ນັອດ​ຕົວ​ຜູ້ 4 ຕົວ (½ x 2 ນິ້ວ), ແຫວນ​ຮອງ​ແປ 8 ອັນ (0.531 x 0.063) ແລະ ນັອດ​ລັອກ​ຕົວ​ແມ່ 4 ຕົວ (½ ນິ້ວ). ວາງ​ຕຳ​ແໜ່ງສ່ວນ​ປະ​ກອບດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 5.

    g011261
  2. ຍຶດແຕ່​ລະ​ດ້ານຂອງລູກ​ສູບ​ໄຮ​ໂດຼ​ລິກ​ໃສ່​ແຜ່ນ​ຕົວ​ກະ​ຕຸ້ນ​ດ້ວຍ​ສ່ວນ​ປະ​ກອບ​ເຂັມ​ຂັດ, ນັອດຕົວ​ຜູ້ (⅜ x 1-¼ ນິ້ວ) ແລະ ນັອດ​ຕົວ​ແມ່ໜ້າ​ພຽງ (⅜ ນິ້ວ) ຮູບສະແດງ 6.

    Note: ໃຫ້​ແນ່​ໃຈ​ວ່າ​ປາຍ​ຂອງ​ແທ່ງ​ເຫຼັກ (ປາຍ​ເຮັດ​ວຽກ) ຂອງ​ລູກ​ສູບ​ຕິດ​ໃສ່ແຜ່ນ​ຕົວ​ກະ​ຕຸ້ນ​ດ້ານ​ໜ້າ.

    g011260

ການ​ຕິດ​ຕັ້ງສາຍຮັດ​ສາຍໄຟ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສາຍ​ຮັດສາຍໄຟ1
ສາຍ​ຮັດ2
ຟິວ1
  1. ຕັດ​ເຊື່ອມ​ຕໍ່​ແບັດ​ເຕີ​ຣີ​ຈາກ​ພາ​ຫະ​ນະ.

  2. ຕິດຂົ້ວ​ວົງ​ແຫວນ​ສາຍ​ຮັດ​ສາຍ​ໄຟໃສ່​ນັອດ​ຕົວ​ຜູ້​ລົງ​ດິນ​ໃກ້​ກັບ​ກ່ອງ​ຟິວ​ພາ​ຫະ​ນະ.

  3. ສຽບ​ສາຍ​ໄຟ​ສາຍ​ຮັດ​ໃສ່​ສາຍ​ໄຟ​ສີ​ແດງ​ໃນ​ດ້ານ​ຫຼັງ​ຂອງ​ກ່ອງຟິວ.

    Note: ຖ້າ​ພາ​ຫະ​ນະ Workman ບໍ່​ມີ​ຮ່ອງ​ຟິວ​ເປີດ, ຮັບ​ເອົາ ແລະ ຕິດ​ຕັ້ງ​ກ່ອງ​ຟິວ​ອຸ​ປະ​ກອນ​ເສີມ Toro (ອາ​ໄຫຼ່​ເບີ 92-2641).

  4. ສອດ​ຟິວ 20 A ເຂົ້າ​ໄປ​ໃນ​ຮ່ອງ​ຢູ່​ໃນ​ກ່ອງ​ຟິວ (ຮູບສະແດງ 7).

    g248241
  5. ເດີນ​ສາຍ​ຮັດ​ສາຍ​ໄຟ​ໄປ​ຕາມ​ສາຍ​ຮັດ​ສາຍ​ໄຟ​ພາ​ຫະ​ນະ​ຕົ້ນ​ຕໍ​ໃສ່​ດ້ານ​ຫຼັງ​ຂອງ​ພາ​ຫະ​ນະ (ຮູບສະແດງ 8).

    g010992
  6. ຍຶດ​ສາຍ​ຮັດ​ສາຍ​ໄຟ​ໃສ່​ພາ​ຫະ​ນະ​ຢູ່​ໃນ​ຫຼາຍ​ບ່ອນ​ດ້ວຍ​ສາຍ​ຮັດ. ຮັກ​ສາ​ສາຍ​ຮັດ​ໃຫ້​ຢູ່​ຫ່າງ​ໄກ​ຈາກອົງ​ປະ​ກອບ​ທີ່​ຮ້ອນ ຫຼື ໝູນ​ຢູ່​ໃດ​ໜຶ່ງ.

    Note: ສາຍ​ຮັດ​ຖືກ​ຕິດ​ຕັ້ງ​ມາ​ພ້ອມ​ກັບ​ຕົວ​ເຊື່ອມ​ຕໍ່​ສຳ​ລັບ​ຊຸດ​ຄວບ​ຄຸມ​ເບ​ຣກ​ທາງ​ເລືອກ.

  7. ເຊື່ອມ​ຕໍ່​ແບັດ​ເຕີ​ຣີ​ພາ​ຫະ​ນະ; ໃຫ້​ເບິ່ງຄູ່​ມືຜູ້​ໃຊ້ພາ​ຫະ​ນະ.

ການຕິດ​ຖານເຄື່ອງ​ຈັກ​ໃສ່​ພາ​ຫະ​ນະ​ລາກ​ແກ່

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ເຂັມ​ຂັດຕົວ​ຜູກ​ຍຶດ 1
ກິບລັອກ 1

ເພື່ອການ​ເກັບ​ເອົາ​ຂີ້​ເຫຍື້ອ​ໄດ້​ດີ, ໃຫ້​ແນ່​ໃຈ​ວ່າກອບ​ເຄື່ອງຈັກຂະ​ໜານກັບ​ພື້ນ​ດິນ.

  1. ໃຫ້​ຕຳ​ແໜ່ງເຄື່ອງຈັກຢູ່ໃນລະດັບພື້ນດິນທີ່ລຽບພຽງ.

  2. ຖອຍພາ​ຫະ​ນະລາກ​ແກ່ຂຶ້ນໃສ່ເຄື່ອງ​ຈັກ.

  3. ເອົາ​ສະ​ຫຼັກ​ຂັດ​ສະ​ປ​ຣິງ​ອອກ, ໝູນ​ກະ​ລິກ​ລົງ ແລະ ຕິດ​ຕັ້ງ​ສະ​ຫຼັກ​ສະ​ປ​ຣິງ (ຮູບສະແດງ 9).

    g011257
  4. ກະ​ລິກ​ເອົາ​ລີ້ນ​ຕົວ​ຜູກ​ຍຶດ​ຂຶ້ນ​ຈົນ​ກວ່າ​ມັນ​ຂະ​ໜານ​ກັບ​ພື້ນ​ດິນ.

  5. ປັບສະ​ຫຼັກຕົວຜູກ​ຍຶດເຄື່ອງຈັກໄປ​ຫາ​ລະ​ດັບ​ດຽວ​ກັນ​ກັບ​ຕົວ​ຜູກ​ຍຶດ​ພາ​ຫະ​ນະ​ລາກ​ແກ່​ດັ່ງ​ຕໍ່​ໄປ​ນີ້:

    • ເອົາ​ນັອດ​ຕົວ​ຜູ້ ແລະ ນັອດ​ຕົວ​ແມ່ທີ່​ຍຶດ​ສະ​ຫຼັກ​ຕົວ​ຜູກ​ຍຶດ (ຮູບສະແດງ 10) ໃສ່ລີ້ນຕົວຜູກ​ຍຶດ​ອອກ.

      g011256
    • ຍົກສະ​ຫຼັກຕົວຜູກ​ຍຶດຂຶ້ນ ຫຼື ປ່ອຍ​ຕ່ຳ​ລົງ​ຫາ​ຕຳ​ແໜ່ງທີ່​ຢູ່​ໃນ​ລະ​ດັບ​ໂດຍ​ປະ​ມານ​ດ້ວຍຕົວ​ຜູກ​ຍຶດ​ພາ​ຫະ​ນະ​ລາກ​ແກ່.

    • ຍຶດ​ເຫຼັກ​ຮູບ​ຕົວ​ຢູ​ໃສ່​ຕົວ​ຜູກ​ຍຶດ​ດ້ວຍ​ນັອດ​ຕົວ​ຜູ້ ແລະ ນັອດລັອກຕົວແມ່ທີ່​ເອົາ​ອອກ​ມາ​ກ່ອນ.

      Note: ໃຫ້​ແນ່​ໃຈ​ວ່າເຄື່ອງ​ຈັກຂະ​ໜານກັບ​ພື້ນ​ດິນ.

  6. ຕໍ່ຕົວຜູກ​ຍຶດເຄື່ອງ​ຈັກໃສ່ຕົວ​ຜູກ​ຍຶດພາ​ຫະ​ນະ​ລາກ​ແກ່ດ້ວຍ​ເຂັມ​ຂັດ​ຕົວ​ຜູກ​ຍຶດ ແລະ ເຂັມ​ຂັດຕົວ​ຜູກ​ຍຶດ.

  7. ເອົາ​ສະ​ຫຼັກ​ຂັດ​ສະ​ປ​ຣິງ​ອອກ, ໝູນ​ກະ​ລິກຂຶ້ນ​ຫາ​ຕຳ​ແໜ່ງ​ເກັບ​ຮັກ​ສາ ແລະ ຕິດ​ຕັ້ງ​ສະ​ຫຼັກ​ສະ​ປ​ຣິງ.

ການ​ເດີນ ແລະ ການ​ຍຶດ​ທໍ່​ໄຮ​ໂດຼ​ລິກ ແລະ ສາຍ​ຮັດ​ສາຍ​ໄຟ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສາຍ​ຮັດ8
  1. ໝູນ​ທໍ່​ໄຮ​ໂດຼ​ລິກ ແລະ ສາຍ​ຮັດ​ສາຍ​ໄຟ​ຜ່ານ​ທໍ່​ນຳ​ທາງ​ຫາ​ດ້ານ​ໜ້າ​ຂອງ​ລີ້ນ​ຕົວ​ຜູກ​ຍຶດ (ຮູບສະແດງ 11).

    g010996
  2. ຍຶດ​ທໍ່​ໄຮ​ໂດຼ​ລິກ ແລະ ສາຍ​ຮັດ​ສາຍ​ໄຟໃຫ້​ແໜ້ນ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 12 ແລະ ຮູບສະແດງ 13.

    g010997
    g011048

ການ​ຕໍ່ທໍ່ໄຮ​ໂດຼ​ລິກ

ຕໍ່ທໍ່ໄຮ​ໂດຼ​ລິກຈາກ​ເຄື່ອງ​ຈັກ​ໃສ່​ຂໍ້​ຕໍ່​ດ່ວນ​ໃນ​ພາ​ຫະ​ນະ​ລາກ​ແກ່ (ຮູບສະແດງ 14).

g030511

Important: ໃຫ້​ແນ່​ໃຈ​ວ່າ​ແປງ​ຂັດ​ໝູນ​ໃນ​ທິດ​ທາງ​ທີ່​ຖືກ​ຕ້ອງ (ເມື່ອ​ເບິ່ງ​ຈາກ​ປາຍ​ມໍ​ເຕີ, ແປງ​ຂັດ​ຄວນ​ໝູນ​ໄປ​ຕາມ​ທິດ​ເຂັມ​ໂມງ). ຖ້າ​ແປງ​ຂັດ​ກຳ​ລັງ​ໝູນ​ຕາມ​ທິດ​ທວນ​ເຂັມ​ໂມງ, ໃຫ້​ປີ້ນ​ການ​ຕໍ່​ທໍ່​ໄຮ​ໂດຼ​ລິກ.

Note: ໝາຍ​ທໍ່​ຄວາມ​ດັນ​ສູງ​ດ້ວຍ​ສາຍ​ຮັດ​ເພື່ອ​ລະ​ບຸ​ການ​ຕິດ​ຕັ້ງ​ທໍ່​ທີ່​ຖືກ​ຕ້ອງ (ຮູບສະແດງ 15).

g011010

ການ​ຕໍ່​ສາຍ​ຮັດ

ຕໍ່ສາຍ​ຮັດຈາກ​ເຄື່ອງ​ຈັກ​ໃສ່ສາຍ​ຮັດ​ສາຍ​ໄຟໃນ​ພາ​ຫະ​ນະ​ລາກ​ແກ່ (ຮູບສະແດງ 14).

Note: ໃຫ້​ແນ່​ໃຈ​ວ່າ​ສາຍ​ຮັດ​ບໍ່​ສາ​ມາດ​ຖືກ​ໜີບ​ຢູ່​ໃນ​ຕົວ​ຜູກ​ຍຶດ ແລະ ມັນ​ບໍ່​ຢູ່​ໃນ​ດ້ານ​ເທິງ​ຂອງ ຫຼື ຢູ່​ຮອບເຂັມ​ຂັດຕົວ​ຜູກ​ຍຶດ.

ການ​ຕິດ​ໃບ​ມີດ​ແບບ​ຢາຍລຽນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສ່ວນ​ປະ​ກອບ​ການ​ຕິດ​ຖານ​ໃບ​ມີດ1
ນັອດຕົວ​ຜູ້ (7/16 x 3-¼ ນິ້ວ)2
ແຫວນ​ຮອງ​ນ້ອຍ (½ ນິ້ວ)4
ແຫວນຮອງຂະໜາດໃຫຍ່1
ຕົວ​ຈັດ​ໄລ​ຍະ​ຫ່າງ1
ນັອດລັອກຕົວແມ່ (7/16 ນິ້ວ)2
ໂສ້1
ນັອດຕົວ​ຜູ້ (3/8 x 1-¼ ນິ້ວ)1
ນັອດຕົວແມ່ໜ້າແປນ (⅜ ນິ້ວ)1
ຂໍ້​ຕໍ່​ເກາະ1
  1. ຍຶດ​ສ່ວນ​ປະ​ກອບ​ຕິດ​ຖານ​ໃບ​ມີດ​ໃສ່​ປາຍ​ດ້ານ​ຊ້າຍ​ຂອງກອບ​ເຄື່ອງ​ຈັກ​ດ້ວຍ​ນັອດ​ຕົວ​ຜູ້ (7/16 x 3-¼ ນິ້ວ), ແຫວນ​ຮອງນ້ອຍ, ແຫວນ​ຮອງ​ໃຫຍ່ ແລະ ນັອດ​ລັອກ​ຕົວ​ແມ່ 4 ຕົວ (7/16 ນິ້ວ).

    Note: ວາງ​ຕຳ​ແໜ່ງສ່ວນ​ປະ​ກອບດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 16.

  2. ຍຶດໃບ​ມີດ​ຢາຍ​ລຽນ​ໃສ່​ສ່ວນ​ປະ​ກອບ​ຕິດ​ຖານດ້ວຍ​ນັອດ​ຕົວ​ຜູ້ (7/16 x 3-¼ ນິ້ວ), ແຫວນ​ຮອງໜ້າ​ແປນ 2 ອັນ, ຕົວ​ຈັດ​ໄລ​ຍະ​ຫ່າງ ແລະ ນັອດ​ລັອກ​ຕົວ​ແມ່ (7/16 ນິ້ວ). ປະ​ກອບສ່ວນ​ປະ​ກອບດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 16.

    Note: ວາງ​ຕຳ​ແໜ່ງ​ປາຍ​ທີ່​ຍາວກວ່າ​ຂອງ​ໃບ​ມີດ​ໃຫ້​ໄກ​ອອກ​ຈາກ​ເຄື່ອງ​ຈັກ.

  3. ຍຶດໂສ້​ໃສ່​ສ່ວນ​ປະ​ກອບ​ຕິດ​ຖານ​ໃບ​ມີດ​ດ້ວຍນັອດຕົວ​ຜູ້ (⅜ x 1-¼ ນິ້ວ) ແລະ ນັອດ​ຕົວ​ແມ່ໜ້າ​ພຽງ (⅜ ນິ້ວ) ຮູບສະແດງ 16.

  4. ຍຶດ​ປາຍ​ດ້ານ​ອື່ນ​ຂອງ​ໂສ້​ໃສ່​ຮ່ອງ​ຢູ່​ໃນ​ກອບ​ດ້ວຍ​ຂໍ້​ຕໍ່​ເກາະ (ຮູບສະແດງ 16).

    Note: ຄວນ​ຈະ​ມີ​ຄວາມ​ຍານ​ຈຳ​ນວນ​ໜຶ່ງ​ຢູ່​ໃນ​ໂສ້​ເມື່ອ​ຕໍ່​ແລ້ວ.

  5. ໃສ່​ນ້ຳ​ມັນ​ກະ​ແລັດ​ຂໍ້​ຕໍ່​ໃນ​ສ່ວນ​ປະ​ກອບ​ຕິດ​ຖານ​ໃບ​ມີດ ແລະ ໃນຕົວ​ຮັບໃບ​ມີດ​ແບບ​ຢາຍ​ລຽນດ້ວຍ​ນ້ຳ​ມັນ​ກະ​ແລັດ​ເບີ 2.

    Note: ເມື່ອ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ການ​ຢາຍ​ລຽນ, ປົດ​ຂໍ​ເກາະ​ໂສ້​ຈາກ​ຂໍ້​ຕໍ່​ເກາະ, ໝູນ​ສ່ວນ​ປະ​ກອບ​ການ​ຢາຍ​ລຽນ​ຂຶ້ນ​ເທິງ ແລະ ເກາະ​ໂສ້​ຢູ່​ທີ່​ລະ​ດັບ​ຍົກ​ຂຶ້ນ.

    g030462

ການ​ປະ​ກອບ​ຣີ​ໂໝດ​ມື​ຖື

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຣີ​ໂໝດ​ມື​ຖື1
ແບັດ​ເຕີ​ຣີ (AAA)4
ນັອດ​ກຽວ​ນ້ອຍ6
  1. ເອົາ​ສາຍ​ຢາງ​ຮັດ​ເຄິ່ງ​ຣີ​ໂໝດ​ເຂົ້າ​ກັນ​ອອກ ແລະ ເອົາ​ຝາ​ປົກ​ດ້ານ​ຫຼັງ​ອອກ.

  2. ສຽບແບັດ​ເຕີ​ຣີແຕ່​ລະ​ຕົວເຂົ້າ​ໃນໂຄງ​ຫົວແບັດ​ເຕີ​ຣີ​ໂດຍ​ການ​ເບິ່ງ​ຂົ້ວ​ໃຫ້​ຖືກ​ຕ້ອງ (ຮູບສະແດງ 17).

    Note: ຖ້າ​ທ່ານ​ຕິດ​ຕັ້ງ​ແບັດ​ເຕີ​ຣີ​ຢ່າງ​ບໍ່​ຖືກ​ຕ້ອງ, ເຄື່ອງ​ຈັກ​ຈະ​ບໍ່ໄດ້​ຮັບ​ຄວາມ​ເສຍ​ຫາຍ, ແຕ່​ມັນ​ຈະ​ບໍ່​ໃຊ້​ງານ​ໄດ້. ໂຄງ​ຖືກ​ເຮັດ​ໃຫ້​ດູນ​ຂຶ້ນ​ດ້ວຍ​ເຄື່ອງ​ໝາຍ​ຂົ້ວ​ສຳ​ລັບ​ແຕ່​ລະ​ຫົວ.

    g029817
  3. ໃຫ້​ແນ່​ໃຈ​ວ່າ​ຢ່ວງ​ຮອງ​ເຫຼັກ ແລະ ຢາງກັນ​ຊຶມໄດ້​ຖືກວາງ​ໃສ່​ໃນ​ຊ່ອງ​ຢູ່​ໃນ​ຣີ​ໂໝດ ແລະ ເອົາ​ຝາ​ປົກ​ດ້ານ​ຫຼັງ​ໃສ່​ເຂົ້າ​ກັບ​ທີ່​ແລ້ວ (ຮູບສະແດງ 17).

  4. ຍຶດ​ຝາ​ປົກ​ດ້ວຍ​ນັອດ​ກຽວ 6 ນັອດ (ຮູບສະແດງ 17) ແລະ ຫັນ​ພວກ​ມັນ​ແໜ້ນໃຫ້ໄດ້ 1.5 ຫາ 1.7 N∙m (13 ຫາ 15 in-lb).

    Note: ຢ່າຫັນນັອດກຽວແໜ້ນເກີນໄປ.

ພາບລວມຂອງຜະລິດຕະພັນ

ປຸ່ມ​ຖອກ​ຈວຍ​ໃສ່​ວັດ​ຖຸ

ເພື່ອ​ຖອກ​ຈວຍ​ໃສ່​ວັດ​ຖຸ, ກົດ​ປຸ່ມ​ຖອກ​ຈວຍ​ໃສ່​ວັດ​ຖຸ 2 ຄັ້ງ (ຮູບສະແດງ 18).

Important: ເຄື່ອງ​ຈັກ​ຕ້ອງ​ຢູ່​ດ້ານ​ຫຼັງ​ພາ​ຫະ​ນະ​ລາກ​ແກ່​ໂດຍ​ກົງ ແລະ ຢູ່​ໃນ​ຄວາມ​ສູງ​ການ​ຂົນ​ສົ່ງ​ກ່ອນ​ທ່ານ​ຈະ​ສາ​ມາດ​ເປີດ​ນຳ​ໃຊ້​ລຳ​ດັບ​ການ​ຖອກ​ໄດ້.

g030468

ປຸ່ມເຄື່ອງ​ປັດ​ກວາດລົງລຸ່ມ

ເພື່ອປ່ອຍຈວຍ​ໃສ່​ວັດ​ຖຸຕ່ຳ​ລົງ, ກົດ​ປຸ່ມເຄື່ອງ​ປັດ​ກວາດ​ລົງ​ລຸ່ມ (ຮູບສະແດງ 18). ທ່ານ​ສາ​ມາດ​ປ່ອຍ​ຈວຍ​ໃສ່​ວັດ​ຖຸ​ລົງ​ຕ່ຳ​ໄດ້​ເມື່ອ​ມັນ​ຢູ່​ທີ່​ຕຳ​ແໜ່ງ​ໃດ​ໜຶ່ງ​ຕໍ່​ໄປ​ນີ້:

  • ຄວາມ​ສູງ​ການຖອກ​ຈວຍ​ໃສ່​ວັດ​ຖຸ

  • ຄວາມ​ສູງ​ການ​ຂົນ​ສົ່ງ

  • ຄວາມ​ສູງ​ລ້ຽວ​ໄປ​ມາ

    Note: ເມື່ອ​ປ່ອຍ​ຈວຍ​ໃສ່​ວັດ​ຖຸ​ຕ່ຳ​ລົງ​ຈາກ​ຕຳ​ແໜ່ງ​ການ​ຖອກ, ທ່ານ​ສາ​ມາດ​ຢຸດ​ການ​ເຮັດ​ໜ້າ​ທີ່​ຂອງ​ຈວຍ​ໃສ່​ວັດ​ຖຸ​ດ້ານ​ລຸ່ມ​ໄດ້​ທຸກ​ເວ​ລາ​ໂດຍ​ການ​ກົດ​ປຸ່ມ​ເຄື່ອງ​ປັດ​ກວາດ​ລົງ​ລຸ່ມ.

    Note: ດ້ວຍ​ເຄື່ອງ​ຈັກ​ຢູ່​ໃນ​ຕຳ​ແໜ່ງ​ການ​ຂົນ​ສົ່ງ ແລະ ລ້ຽວ​ໄປ​ມາ, ທ່ານ​ສາ​ມາດ​ຢຸດ​ການ​ເຮັດ​ໜ້າ​ທີ່​ຂອງ​ຈວຍ​ໃສ່​ວັດ​ຖຸ​ດ້ານ​ລຸ່ມ​ໄດ້​ໂດຍ​ການ​ກົດ​ປຸ່ມ​ເຄື່ອງ​ປັດ​ກວາດ​ຂຶ້ນເທິງ.

ປຸ່ມ​ເຄື່ອງ​ປັດ​ກວາດ​ຂຶ້ນ​ເທິງ—ໂໝດ​ມາດ​ຕະ​ຖານ

ເພື່ອ​ຍົກ​ເຄື່ອງ​ຈັກ​ຂຶ້ນ​ຢູ່​ໃນ​ໂໝດ​ມາດ​ຕະ​ຖານ, ກົດ​ປຸ່ມ​ເຄື່ອງ​ປັດ​ກວາດ​ຂຶ້ນ​ເທິງ. ຈວຍ​ໃສ່​ວັດ​ຖຸ​ຢຸດ​ຢູ່​ທີ່​ຄວາມ​ສູງ​ກຳ​ນົດ​ໃຫ້​ມາ​ກ່ອນ (ຮູບສະແດງ 18).

  • ຄວາມ​ສູງ​ການ​ຂົນ​ສົ່ງ (ຕຳ​ແໜ່ງ​ເຮືອນ) ແມ່ນ 13-¼ ຫາ 15-¼ ນິ້ວ.

  • ຄວາມ​ສູງລ້ຽວ​ໄປ​ມາ (ຕຳ​ແໜ່ງຊົດ​ເຊີຍ) ແມ່ນ 8-½ ຫາ 10-½ ນິ້ວ.

ປຸ່ມ​ເຄື່ອງ​ປັດ​ກວາດ​ຂຶ້ນ​ເທິງ—ໂໝດທາງ​ເລືອກ

ໂໝດ​ນີ້​ເຮັດ​ໃຫ້​ທ່ານ​ປັບ​ເຄື່ອງ​ຈັກ​ໄປ​ສູ່​ຕຳ​ແໜ່ງ​ທີ່​ຕ້ອງ​ການ ແລະ ມັນ​ຢຸດ​ຢູ່​ທີ່​ຄວາມ​ສູງ​ກຳ​ນົດ​ໄວ້​ກ່ອນ.

Note: ໃຫ້​ເບິ່ງ ການ​ສະ​ຫຼັບ​ໂໝດ​ເຄື່ອງ​ປັດ​ກວາດ​ຂຶ້ນ ເພື່ອ​ສະ​ຫຼັບ​ໄປ​ຫາ​ໂໝດ​ທາງ​ເລືອກ.

ເພື່ອ​ຍົກ​ເຄື່ອງ​ຈັກຂຶ້ນ​ຢູ່​ໃນ​ໂໝດ​ທາງ​ເລືອກ, ກົດ​ປຸ່ມ​ເຄື່ອງ​ປັດ​ກວາດ​ຂຶ້ນ​ເທິງ​ຄ້າງ​ໄວ້​ຈົນ​ກວ່າ​ຈວຍ​ໃສ່​ວັດ​ຖຸ​ຮອດ​ຄວາມ​ສູງ​ທີ່​ຕ້ອງ​ການ ຫຼື ຢຸດ​ຢູ່​ທີ່​ຄວາມສູງ​ກຳ​ນົດ​ໄວ້​ກ່ອນ (ຮູບສະແດງ 18).

  • ຄວາມ​ສູງ​ການ​ຂົນ​ສົ່ງ (ຕຳ​ແໜ່ງ​ເຮືອນ) ແມ່ນ 13-¼ ຫາ 15-¼ ນິ້ວ.

  • ຄວາມ​ສູງລ້ຽວ​ໄປ​ມາ (ຕຳ​ແໜ່ງຊົດ​ເຊີຍ) ແມ່ນ 8-½ ຫາ 10-½ ນິ້ວ.

ປຸ່ມຊົດ​ເຊີຍ​ທາງຊ້າຍ

ເພື່ອ​ຊົດ​ເຊີຍ​ເຄື່ອງ​ຈັກ​ໄປ​ທາງ​ຊ້າຍ, ກົດ​ປຸ່ມ​ຊົດ​ເຊີຍ​ທາງ​ຊ້າຍ​ຄ້າງ​ໄວ້ (ຮູບສະແດງ 18). ການ​ປ່ອຍ​ປຸ່ມ​ຢຸດ​ການ​ເຄື່ອນ​ໄຫວ​ໄປ​ທາງ​ຊ້າຍ.

ປຸ່ມຊົດ​ເຊີຍ​ທາງຂວາ

ເພື່ອ​ຊົດ​ເຊີຍ​ເຄື່ອງ​ຈັກ​ໄປ​ທາງ​ຂວາ, ກົດ​ປຸ່ມ​ຊົດ​ເຊີຍ​ທາງ​ຂວາ​ຄ້າງ​ໄວ້ (ຮູບສະແດງ 18). ການ​ປ່ອຍ​ປຸ່ມ​ຢຸດ​ການ​ເຄື່ອນ​ໄຫວ​ໄປ​ທາງ​ຂວາ.

ປຸ່ມ​ຢຸດ

ການ​ກົດ​ປຸ່ມ​ຢຸດ​ປິດ​ໃຊ້​ງານ​ການ​ເຮັດ​ໜ້າ​ທີ່​ເປີດ​ຢູ່​ໃດ​ໜຶ່ງ.

Note: ມີ​ຄວາມ​ຊັກ​ຊ້າ​ປະ​ມານ 3 ວິ​ນາ​ທີ.

ໄຟວິນິດໄສ

ໄຟວິນິດໄສ (ຮູບສະແດງ 19) ຕັ້ງ​ຢູ່​ຝາ​ປົກ​ດ້ານ​ໜ້າ ແລະ ຊີ້ບອກ​ລະ​ຫັດ​ຄວາມ​ຂັດ​ຂ້ອງ​ເຄື່ອງ​ຈັກ. ຫຼັງ​ຈາກ​ທ່ານ​ບິດ​ກະ​ແຈ​ໄປ​ຫາ​ຕຳ​ແໜ່ງເດີນ​ເຄື່ອງ, ໄຟວິນິດໄສຮຸ່ງ​ຂຶ້ນ​ເປັນ​ເວ​ລາ 5 ວິ​ນາ​ທີ, ມອດ​ເປັນ​ເວ​ລາ 5 ວິ​ນາ​ທີ ແລະ ຈາກ​ນັ້ນ​ເລີ່ມຮຸ່ງ​ຂຶ້ນ​ໃໝ່ 3 ຄັ້ງ​ຕໍ່​ວິ​ນາ​ທີ​ຈົນ​ກວ່າ​ທ່ານ​ກົດ​ປຸ່ມ​ໃນ​ຣີ​ໂໝດ​ມື​ຖື. ຖ້າ​ດອກ​ໄຟ​ເປີດ​ເປັນ​ເວ​ລາ 5 ວິ​ນາ​ທີ ແລະ ຈາກ​ນັ້ນ​ເລີ່ມ​ກະ​ພິບ 10 ຄັ້ງ​ຕໍ່​ວິ​ນາ​ທີ (ໂດຍ​ທີ່​ມີ ຫຼື ບໍ່​ມີ​ການ​ຢຸດ 5 ວິ​ນາ​ທີ), ມີ​ຄວາມ​ຜິດ​ພາດກັບ​ເຄື່ອງ​ຈັກ, ໃຫ້​ເບິ່ງ ການກວດ​ເບິ່ງລະ​ຫັດ​ຂໍ້​ຜິດ​ພາດ.

Note: ໄຟວິນິດໄສຮຸ່ງ​ຂຶ້ນ​ເມື່ອ​ປຸ່ມ​ຖືກດັນ​ໃນ​ຣີໂໝດ​ມື​ຖື.

Note: ຖ້າ​ທ່ານ​ກົດ​ປຸ່ມ​ໜຶ່ງ​ໃນ​ຣີ​ໂໝດ​ມື​ຖື​ເມື່ອ​ທ່ານ​ຕິດ​ເຄື່ອງ​ຈັກ, ໄຟ​ບໍ່​ຮຸ່ງ​ມາບ​ຂຶ້ນ 3 ຄັ້ງ​ຕໍ່​ວິ​ນາ​ທີ​ຫຼັງ​ຈາກ​ມັນ​ມອດ​ເປັນ​ເວ​ລາ 5 ວິ​ນາ​ທີ.

g030471

Note: ຂໍ້ກຳ​ນົດ​ສະ​ເພາະ ແລະ ການອອກແບບແມ່ນມີການປ່ຽນແປງໂດຍບໍ່ຕ້ອງແຈ້ງ.

ຂະ​ໜາດ ແລະ ນ້ຳ​ໜັກ

ລວງ​ກ້​ວາງ221 ຊມ (87 ນິ້ວ)
ລວງສູງ202 ຊມ (79-½ ນິ້ວ)
ໄລ​ຍະ​ຫ່າງ​ຄວາມ​ສູງ​ການ​ຖອກ173 ຊມ (68 ນິ້ວ)
ລວງຍາວ ຈວຍ​ໃສ່​ວັດ​ຖຸ​ປ່ອຍ​ຕ່ຳ​ລົງ—173 ຊມ (68 ນິ້ວ) ຈວຍ​ໃສ່​ວັດ​ຖຸ​ຍົກ​ຂຶ້ນ—229 ຫາ 249 ຊມ (90 ຫາ 98 ນິ້ວ)
ນ້ຳ​ໜັກເປົ່າ680 ກ​ລ (1,500 ປອນ)
ນ້ຳ​ໜັກ​ພາ​ຫະ​ນະ​ທັງ​ໝົດ (GVW)1588 ກ​ລ (3,500 ປອນ)

ລາຍ​ລະ​ອຽດ​ສະ​ເພາະ​ຂອງວິ​ທະ​ຍຸ

ຄວາມ​ຖີ່2.4 GHz
ກຳ​ລັງອອກ​ສູງ​ສຸດ19.59 dBm

ສິ່ງທີ່ຕິດມານຳ/ອຸປະກອນເສີມ

ການຄັດເລືອກສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ໄດ້ຮັບການອະ​ນຸ​ມັດຈາກ Toro ແມ່ນມີໃຫ້ໃຊ້ກັບເຄື່ອງຈັກເພື່ອຍົກ​ລະ​ດັບ ແລະ ຂະຫຍາຍຄວາມສາມາດຂອງມັນ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຕົວແທນຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດ ຫຼື ເຂົ້າໄປທີ່ www.Toro.com ສຳລັບລາຍຊື່ສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ຖືກອະນຸມັດທັງໝົດ.

ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ ແລະ ການຢັ້ງຢືນຄວາມປອດໄພຂອງເຄື່ອງຈັກຢ່າງຕໍ່ເນື່ອງ, ໃຫ້ນຳໃຊ້ແຕ່ອາໄຫຼ່ ແລະ ອຸປະກອນປ່ຽນຖ່າຍຂອງ Toro ເທົ່ານັ້ນ. ອາໄຫຼ່ປ່ຽນ​ຖ່າຍ ແລະ ອຸປະກອນເສີມທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ, ແລະ ການນຳໃຊ້ດັ່ງກ່າວອາດເຮັດໃຫ້ການຄ້ຳປະກັນຂອງສິນຄ້າເປັນໂມຄະ.

ການປະຕິບັດງານ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແໜ່ງການ​ໃຊ້​ງານປົກກະຕິ.

ກ່ອນການປະຕິບັດງານ

ຄວາມປອດໄພກ່ອນການປະຕິບັດງານ

  • ຢ່າປ່ອຍໃຫ້ເດັກນ້ອຍ ຫຼື ຄົນທີ່ບໍ່ໄດ້ຮັບການຝຶກອົບຮົມເຮັດວຽກ ຫຼື ບຳ​ລຸງ​ຮັກ​ສາເຄື່ອງຈັກ. ລະບຽບການໃນທ້ອງຖິ່ນອາດຈະຈຳກັດອາຍຸຂອງຜູ້ນຳ​ໃຊ້. ເຈົ້າຂອງມີ​ຄວາມຮັບຜິດຊອບໃນການຝຶກອົບຮົມຜູ້ປະຕິບັດການ ແລະ ຊ່າງກົນຈັກທັງໝົດ.

  • ທຳຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງອຸປະກອນ, ການຄວບຄຸມຂອງຜູ້​ນຳ​ໃຊ້ ແລະ ປ້າຍສັນຍານຄວາມປອດໄພ.

  • ຮູ້ວິທີການຢຸດເຄື່ອງຈັກ ແລະ ມອດຈັກຂອງ​ພາ​ຫະ​ນະ​ລາກ​ແກ່ຢ່າງໄວວາ.

  • ກວດ​ເບິ່ງວ່າ​ສິ່ງຄວບ​ຄຸມຜູ້​ໃຊ້​ງານ-ການ​ປະ​ກົດ​ຕົວຢູ່, ສະ​ວິດ​ຄວາມ​ປອດ​ໄພ ແລະ ແຜ່ນ​ບັງປ້ອງ​ກັນໄດ້​ຕິດ​ໃສ່ ແລະ ໃຊ້​ງານ​ໄດ້​ຢ່າງ​ດີ. ຢ່າ​ນຳໃຊ້ເຄື່ອງ​ຈັກ​ນອກ​ຈາກວ່າ​ພວກ​ມັນນຳ​ໃຊ້​ໄດ້​ປົກ​ກະ​ຕິ.

  • ກວດກາບໍລິເວນທີ່ທ່ານຈະໃຊ້ເຄື່ອງຈັກ ແລະ ເອົາວັດຖຸທັງໝົດທີ່ເຄື່ອງຈັກສາມາດຈະ​ຕຳໄດ້ນັ້ນ​ອອກ.

  • ເມື່ອ​ໃຊ້​ເຄື່ອງ​ຈັກ Workman ເປັນ​ພາ​ຫະ​ນະ​ລາກ​ແກ່, ແນະ​ນຳ​ໃຫ້​ໃສ່​ນ້ຳ​ໜັກ 227 ກ​ລ (500 ປອນ) ໃສ່​ຮາງ​ພາ​ຫະ​ນະ​ເມື່ອ​ໃຊ້​ງານ​ໃນ​ບ່ອນ​ຄ້ອຍ​ຊັນ​ໃດ​ໜຶ່ງ.

  • ໃຫ້​ແນ່​ໃຈ​ວ່າ​ພາ​ຫະ​ນະ​ລາກ​ແກ່​ຂອງ​ທ່ານ​ເໝາະ​ສົມ​ສຳ​ລັບ​ການ​ນຳ​ໃຊ້​ກັບການ​ປະ​ຕິ​ບັດ​ຂອງ​ນ້ຳ​ໜັກ​ນີ້​ໂດຍ​ການກວດ​ເບິ່ງ​ກັບ​ຜູ້​ສະ​ໜອງ ຫຼື ຜູ້​ຜະ​ລິດ​ພາ​ຫະ​ນະ​ລາກ​ແກ່​ຂອງ​ທ່ານ.

  • ມອດເຄື່ອງ​ຈັກ, ມອດຈັກ ແລະ ຖອດກະແຈຂອງພາ​ຫະ​ນະ​ລາກ​ແກ່ ແລະ ລໍຖ້າໃຫ້ສ່ວນທີ່ເຄື່ອນໄຫວທັງໝົດຢຸດກ່ອນທີ່​ຈະເຮັດ​ການ​ປັບເຄື່ອງຈັກ.

ການ​ໃຊ້​ງ​ານເຄື່ອງຈັກ

ໜ້າ​ທີ່​ຕົ້ນ​ຕໍ​ຂອງ​ເຄື່ອງ​ຈັກ​ແມ່ນ​ເພື່ອກວດ​ຂີ້​ເຫຍື້ອ​ຂຶ້ນ​ຈາກ​ພື້ນ​ທີ່​ທົ່ງ​ຫຍ້າ​ຂະ​ໜາດ​ໃຫຍ່.

ເຄື່ອງ​ຈັກ​ຖືກ​ໃຊ້​ງານ​ໂດຍ​ຣີ​ໂໝດ​ຄວບ​ຄຸມ. ໃຫ້​ເບິ່ງ ການຄວບຄຸມ ສຳ​ລັບ​ການ​ນຳ​ໃຊ້​ປຸ່ມ​ຄວບ​ຄຸມ​ທີ່​ເໝາະ​ສົມ.

ເມື່ອ​ຂົນ​ສົ່ງ ແລະ ລ້ຽວ, ວາງ​ຕຳ​ແໜ່ງ​ເຄື່ອງ​ຈັກ​ຢູ່​ໃນ​ຄວາມ​ສູງ​ຕໍ່​ໄປ​ນີ້:

  • ຄວາມ​ສູງ​ການ​ຂົນ​ສົ່ງ (ຕຳ​ແໜ່ງ​ເຮືອນ) ແມ່ນ 33.7 ຫາ 38.7 ຊມ (13-¼ ຫາ 15-¼ ນິ້ວ).

  • ຄວາມ​ສູງລ້ຽວ​ໄປ​ມາ (ຕຳ​ແໜ່ງຊົດ​ເຊີຍ) ແມ່ນ 21.6 ຫາ 26.7 ຊມ (8-½ ຫາ 10-½ ນິ້ວ).

ຄຳເຕືອນ

ການ​ໝູນ​ອາ​ໄຫຼ່​ຕ່າງໆ​ສາ​ມາດເຮັດ​ໃຫ້​ເກີດ​ບາດເຈັບສາ​ຫັດກັບ​ຄົນ​ໄດ້.

  • ຮັກສາມື, ຕີນ, ຜົມ ແລະ ເຄື່ອງ​ນຸ່ງຂອງທ່ານໃຫ້ຫ່າງຈາກທຸກພາກ​ສ່ວນທີ່​ເຄື່ອນ​ໄຫວ​ຢູ່ເພື່ອປ້ອງ​ກັນການ​ບາດ​ເຈັບ.

  • ຢ່ານຳ​ໃຊ້ເຄື່ອງ​ຈັກ​ໂດຍ​ທີ່ເອົາ​ຝາ​ປົກ, ເຄື່ອງ​ປົກ​ບັງ ແລະ ເກາະ​ປ້ອງ​ກັນ​ອອກ.

ການປັບຄວາມ​ສູງ​ຂອງແປງ​ຂັດ

ປັບ​ເຄື່ອງ​ຈັກ​ເພື່ອ​ໃຫ້​ແປງ​ຂັດ​ສຳ​ຜັດ​ກັບ​ພື້ນ​ຜິວ​ເລັກ​ນ້ອຍ, ແຕ່​ບໍ່​ແທງ​ເຂົ້າ​ໄປ​ໃນ​ທົ່ງ​ຫຍ້າ.

ໃຫ້​ເບິ່ງ​ແຜນ​ພາບ​ຕາ​ຕະ​ລາງ​ຢູ່​ລຸ່ມ​ນີ້ສຳ​ລັບ​ການ​ຕັ້ງ​ຄ່າ​ເຄື່ອງ​ຈັກ​ທີ່​ແນະ​ນຳ.

ສະ​ພາບການ​ປັບ​ກົງ​ໝູນ/ແປງ​ຂັດການ​ປັບ​ບານ​ພັບ​ດ້ານ​ໜ້າໝາຍ​ເຫດ
ຕອນ​ເຂດ​ສີ​ຂຽວ/ບ່ອນ​ເລີ່ມ​ຕີກ໊ອຟ2 ຫາ 4 ຂັ້ນຮອຍ​ບາກ​ຈາກ​ພື້ນ6 ຫາ 13 ມມ (¼ ຫາ ½ ນິ້ວ) ຈາກ​ພື້ນຄວນ​ໃສ່​ແປງ​ຂັດ​ເຂົ້າ​ໄປ​ໃນ​ທົ່ງ​ຫຍ້າ​ເລັກ​ນ້ອຍ
ທາງ​ສະ​ໜາມກ໊ອ​ຟ3 ຫາ 5 ຂັ້ນຮອຍ​ບາກ​ຈາກ​ພື້ນ13 ຫາ 25 ມມ (½ ຫາ 1 ນິ້ວ) ຈາກ​ພື້ນຄວນ​ໃສ່​ແປງ​ຂັດ​ເຂົ້າ​ໄປ ⅓ ຂອງດ້ານ​ເທິງຄວາມສູງ​ຫຍ້າ
ສະ​ໜາມ​ກິ​ລາ5 ຫາ 7 ຂັ້ນຮອຍ​ບາກ​ຈາກ​ພື້ນ25 ຫາ 76 ມມ (1 ຫາ 3 ນິ້ວ) ຈາກ​ພື້ນຄວນ​ໃສ່​ແປງ​ຂັດ​ເຂົ້າ​ໄປ ⅓ ຂອງດ້ານ​ເທິງຄວາມສູງ​ຫຍ້າ
ໃບ​ໄມ້5 ຫາ 9 ຂັ້ນຮອຍ​ບາກ​ຈາກ​ພື້ນເອົາ​ຫ້ອງ​ດ້ານ​ໜ້າ​ອອກຄວນ​ໃສ່​ແປງ​ຂັດ​ເຂົ້າ​ໄປ ⅓ ຂອງດ້ານ​ເທິງຄວາມສູງ​ຫຍ້າ
ຂັ້ນ​ຮອຍ​ບາກ​ເປີດລວງ​ຍາວ​ແປງ​ຂັດຄວາມ​ສູງ​ເພົາ​ແປງ​ຂັດ​ເຄິ່ງ​ກາງ
ຫ່ວງ​ກະ​ແຈ​ຂຶ້ນເທິງຫ່ວງ​ກະ​ແຈ​ລົງລຸ່ມ
013.970 ຊມ (5.500 ນິ້ວ) 15.240 ຊມ (6.000 ນິ້ວ)
 14.288 ຊມ (5.625 ນິ້ວ)15.558 ຊມ (6.125 ນິ້ວ)
114.605 ຊມ (5.750 ນິ້ວ) 15.875 ຊມ (6.250 ນິ້ວ)
 14.923 ຊມ (5.875 ນິ້ວ)16.193 ຊມ (6.375 ນິ້ວ)
215.240 ຊມ (6.000 ນິ້ວ) 16.500 ຊມ (6.500 ນິ້ວ)
 15.558 ຊມ (6.125 ນິ້ວ)16.828 ຊມ (6.625 ນິ້ວ)
315.875 ຊມ (6.250 ນິ້ວ) 17.145 ຊມ (6.750 ນິ້ວ)
 16.193 ຊມ (6.375 ນິ້ວ)17.463 ຊມ (6.875 ນິ້ວ)
416.510 ຊມ (6.500 ນິ້ວ) 17.780 ຊມ (7.000 ນິ້ວ)
 16.828 ຊມ (6.625 ນິ້ວ)18.098 ຊມ (7.125 ນິ້ວ)
517.145 ຊມ (6.750 ນິ້ວ) 18.415 ຊມ (7.250 ນິ້ວ)
 17.463 ຊມ (6.875 ນິ້ວ)18.733 ຊມ (7.375 ນິ້ວ)
617.780 ຊມ (7.000 ນິ້ວ) 19.050 ຊມ (7.500 ນິ້ວ)
 18.098 ຊມ (7.125 ນິ້ວ)19.368 ຊມ (7.625 ນິ້ວ)
718.415 ຊມ (7.250 ນິ້ວ) 19.685 ຊມ (7.750 ນິ້ວ)
 18.733 ຊມ (7.375 ນິ້ວ)20.003 ຊມ (7.875 ນິ້ວ)
819.050 ຊມ (7.500 ນິ້ວ) 20.320 ຊມ (8.000 ນິ້ວ)
 19.368 ຊມ (7.625 ນິ້ວ)20.638 ຊມ (8.125 ນິ້ວ)
919.685 ຊມ (7.750 ນິ້ວ) 20.955 ຊມ (8.250 ນິ້ວ)
 20.003 ຊມ (7.875 ນິ້ວ)21.273 ຊມ (8.375 ນິ້ວ)
1020.320 ຊມ (8.000 ນິ້ວ) 21.590 ຊມ (8.500 ນິ້ວ)
 20.638 ຊມ (8.125 ນິ້ວ)21.908 ຊມ (8.625 ນິ້ວ)
1120.955 ຊມ (8.250 ນິ້ວ) 22.225 ຊມ (8.750 ນິ້ວ)
 21.273 ຊມ (8.375 ນິ້ວ)22.543 ຊມ (8.875 ນິ້ວ)
1221.590 ຊມ (8.500 ນິ້ວ) 22.860 ຊມ (9.000 ນິ້ວ)
 21.908 ຊມ (8.625 ນິ້ວ)23.178 ຊມ (9.125 ນິ້ວ)
1322.225 ຊມ (8.750 ນິ້ວ) 23.495 ຊມ (9.250 ນິ້ວ)
 22.543 ຊມ (8.875 ນິ້ວ)23.813 ຊມ (9.375 ນິ້ວ)

ໃຫ້​ເບິ່ງ ຮູບສະແດງ 20 ແລະ ຮູບສະແດງ 21 ສຳ​ລັບ​ຄຳ​ອະ​ທິ​ບາຍ​ເພີ່ມ​ເຕີມ​ຂອງການ​ຕັ້ງ​ຄ່າ​ເຄື່ອງ​ຈັກ​ທີ່​ແນະ​ນຳ.

g011012
  1. ເຄື່ອນເຄື່ອງຈັກຢູ່ໃນພື້ນພຽງ​ໄດ້​ລະ​ດັບ.

  2. ຍົກ​ຈວຍ​ໃສ່ວັດ​ຖຸ​ຂຶ້ນ ແລະ ຕິດ​ຕັ້ງ​ຂາຄ້ຳ​ຄວາມ​ປອດ​ໄພ​ຈວຍ​ໃສ່​ວັດ​ຖຸ. ໃຫ້​ເບິ່ງ ການ​ໃຊ້​ຂາ​ຄ້ຳ​ຄວາມ​ປອດ​ໄພ​ຈວຍ​ໃສ່​ວັດ​ຖຸ.

  3. ມາຍ​ນັອດ​ລັອກ​ຕົວ​ແມ່​ໃນ​ກະ​ແຈ​ປັບ​ຄວາມ​ສູງ​ໃຫ້​ຫຼວມ (ຮູບສະແດງ 21) ເພື່ອ​ໃຫ້​ທ່ານ​ສາ​ມາດ​ດຶງ​ມັນ​ອອກ​ໄດ້​ໂດຍ​ປະ​ມານ 13 ມມ (½ ນິ້ວ).

    g011013
  4. ມາຍ​ນັອດ​ລັອກ​ປັບ​ຄວາມ​ສູງ​ກົງ​ໝູນໃຫ້​ຫຼວມ (ຮູບສະແດງ 21).

  5. ດຶງ​ກະ​ແຈ​ປັບ​ຄວາມ​ສູງ​ອອກ ແລະ ເຄື່ອນ​ກົງ​ໝູນ​ດ້ານ​ຫຼັງ​ຂຶ້ນ ຫຼື ລົງ​ໂດຍ​ການ​ເລື່ອນ​ແຜ່ນ​ປັບ​ຄວາມ​ສູງ​ກົງ​ໝູນ​ໄປ​ຫາ​ຄວາມ​ສູງ​ທີ່​ຕ້ອງ​ການ (ຮູບສະແດງ 21).

  6. ຫັນນັອດລັອກ​ຕົວ​ແມ່ໃຫ້​ແໜ້ນເພື່ອຮັບປະກັນການປັບ.

  7. ເຮັດ​ຄືນ​ຂັ້ນ​ຕອນ​ດຳ​ເນີນ​ການ​ຢູ່​ດ້ານ​ກົງ​ກັນ​ຂ້າມ​ຂອງ​ແປງ​ຂັດ; ໃຫ້​ແນ່​ໃຈ​ວ່າ​ການ​ປັບ​ຄື​ກັນ.

ການປັບເຫຼັກ​ຂູດ​ກົງ​ໝູນ

ກວດ​ເບິ່ງ ແລະ ໃຫ້​ແນ່​ໃຈ​ວ່າ​ເຫຼັກ​ຂູດ​ກົງ​ໝູນ (ຮູບສະແດງ 21) ຖືກ​ປັບ​ດ້ວຍ​ໄລ​ຍະ​ຫ່າງ 2 ມມ (1/16 ນິ້ວ) ລະ​ຫວ່າງ​ເຫຼັກ​ຂູດ ແລະ ກົງ​ໝູນ. ມາຍ​ນັອດ​ປັບ​ເຫຼັກ​ຂູດ​ກົງ​ໝູນ, ວາງ​ຕຳ​ແໜ່ງ​ກົງ​ໝູນ​ຕາມ​ຕ້ອງ​ການ ແລະ ຮັດ​ນັອດ​ຕົວ​ແມ່​ໃຫ້​ແໜ້ນ.

ການປັບຄວາມ​ສູງບານ​ພັບ​ດ້ານ​ໜ້າ

ເພື່ອໃຫ້​ຜົນ​ໄດ້​ຮັບ​ການ​ເກັບ​ຂີ້​ເຫຍື້ອ​ດີ​ທີ່​ສຸດ, ປັບ​ບານ​ພັບ​ດ້ານ​ໜ້າ (ຮູບສະແດງ 22) ດ້ວຍ​ໄລ​ຍະ​ຫ່າງ 6 ມມ ຫາ 13 ມມ (¼ ຫາ ½ ນິ້ວ) ລະ​ຫວ່າງ​ພື້ນ​ຂອງ​ບານ​ພັບ ແລະ ພື້ນ​ຜິວ.

Note: ທ່ານ​ອາດ​ຈະ​ຕ້ອງ​ໄດ້​ຍົກ​ບານ​ພັບ​ດ້ານ​ໜ້າ​ຕະ​ຫຼອດ​ທາງ ຫຼື ເອົາ​ບານ​ພັບ​ດ້ານ​ໜ້າ​ອອກ​ເມື່ອ​ເກັບ​ເອົາ​ຂີ້​ເຫຍື້ອ​ໃຫຍ່ ຫຼື ເກັບ​ເອົາ​ຂີ້​ເຫຍື້ອ​ໃນ​ຫຍ້າ​ຍາວ.

g011014
  1. ມາຍ​ນັອດ​ຕົວ​ແມ່​ທີ່​ຍຶດ​ສາຍ​ຮັດ​ໂລ​ຫະ ແລະ ບານ​ພັບ​ດ້ານ​ໜ້າໃສ່​ເຕົ້າ​ແປງ​ຂັດ​ໃຫ້​ຫຼວມ (ຮູບສະແດງ 23).

    g011015
  2. ປັບ​ບານ​ພັບ​ດ້ານ​ໜ້າ​ໄປ​ຫາ​ຄວາມ​ສູງ​ການ​ໃຊ້​ງານ​ທີ່​ຕ້ອງ​ການ ແລະ ຮັດ​ນັອດ​ຕົວ​ແມ່​ໃຫ້​ແໜ້ນ.

ການກວດເບິ່ງຄວາມດັນຂອງຢາງລົດ

ກວດເບິ່ງຄວາມດັນຂອງຢາງລົດໃນ​ແຕ່​ລະ​ວັນ​ເພື່ອ​ຮັບ​ປະ​ກັນ​ວ່າ​ພວກ​ມັນ​ເຕີມ​ລົມ​ພໍ​ຢ່າງ​ຖືກ​ຕ້ອງ.

ຄວາມ​ດັນ​ຢາງ​ລົມ​ທີ່​ຖືກ​ຕ້ອງ: 0.862 bar (12.5 psi)

ຄວາມ​ດັນ​ຢາງ​ລົມສູງ​ສຸດ: 1.24 bar (18 psi)

ການກວດ​ເບິ່ງ​ແຮງ​ບິດ​ນັອດ​ຮັດ​ລໍ້​ລົດ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ຫລັງຈາກ 10 ຊົ່ວໂມງທໍາອິດ
  • ບິດນັອດຮັດລໍ້ລົດ.
  • ທຸກໆ 200 ຊົ່ວໂມງ
  • ບິດນັອດຮັດລໍ້ລົດ.
  • ຄຳເຕືອນ

    ການ​ບໍ່​ຮັກ​ສາແຮງບິດທີ່ເໝາະສົມໄດ້​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ຂັດ​ຂ້ອງ ຫຼື ການ​ສູນ​ເສຍ​ລໍ້ ແລະ ສາ​ມາດເຮັດໃຫ້ເກີດການບາດເຈັບຕໍ່ບຸກຄົນໄດ້.

    ໃຫ້​ແນ່​ໃຈ​ວ່າ​ນັອດ​ຮັດ​ລໍ້​ລົດ​ຖືກ​ຮັດຈົນ​ໄດ້​ແຮງ​ບິດ​ທີ່​ເໝາະ​ສົມ.

    ກວດ​ເບິ່ງ ແລະ ບິດແຮງບິດນັອດຮັດລໍ້ລົດໃຫ້​ໄດ້ 95 ຫາ 122 N∙m (70 ຫາ 90 ft-lb).

    g292670

    ການ​ເປີດ​ໃຊ້​ຕົວ​ຄວບ​ຄຸມ

    ຕົວ​ຄວບ​ຄຸມ (ຮູບສະແດງ 25) ຖືກ​ເປີດ​ໃຊ້​ທັນ​ທີ​ທີ່​ທ່ານ​ສຽບ​ສາຍ​ຮັດ​ເຄື່ອງ​ຈັກ​ເຂົ້າ​ໄປ​ໃນ​ສາຍ​ຮັດ​ໄຟ​ເຄື່ອງ​ຈັກ​ລາກ.

    • ໃນ​ລຸ້ນ Workman ທີ່​ມີ​ເລກ​ລຳ​ດັບ​ກ່ອນ 899999999, ສາຍ​ຮັດ​ມີ​ໄຟ.

    • ໃນ​ລຸ້ນ Workman ທີ່​ມີ​ເລກ​ລຳ​ດັບ 900000001 ຂຶ້ນ​ມາ, ບິດ​ກະ​ແຈ​ຕິດ​ຈັກໄປ​ຕຳ​ແໜ່ງເດີນ​ເຄື່ອງເພື່ອ​ເປີດ​ໄຟ​ສາຍ​ຮັດ.

      g030472

    ການ​ໃຊ້​ຄຸນ​ສົມ​ບັດ​ການ​ໝົດ​ເວ​ລາ​ຕົວ​ຄວບ​ຄຸມ

    ເຄື່ອງ​ຈັກ​ມີ​ຄຸນ​ສົມ​ບັດ​ການ​ໝົດ​ເວ​ລາ​ສຳ​ລັບ​ໂມ​ດູນ​ຄວ​ບ​ຄຸມ​ຕິດ​ຕັ້ງ​ມາ​ນຳ. ຄຸນ​ສົມ​ບັດ​ການ​ໝົດ​ເວ​ລາ​ຖືກ​ເປີດ​ນຳ​ໃຊ້ຫຼັງ​ຈາກ 2-½ ຊົ່ວ​ໂມງ​ຂອງ​ການ​ບໍ່​ມີ​ການ​ເຄື່ອນ​ໄຫວ​ເຄື່ອງ​ສົ່ງ​ທາງ​ໄກ​ຕໍ່​ເນື່ອງ.

    • ເມື່ອ​ຢູ່​ໃນ​ໂໝດ​ການ​ໝົດ​ເວ​ລາ, ເຄື່ອງ​ສົ່ງ​ທາງ​ໄກ​ບໍ່​ຄວບ​ຄຸມ​ການ​ເຮັດ​ໜ້າ​ທີ່​ໃດໆ.

    • ເພື່ອ​ກະ​ຕຸ້ນຕົວ​ຄວບ​ຄຸມ​ຢູ່​ໃນ​ໂໝດ​ການ​ໝົດ​ເວ​ລາ:

      • ໃນ​ລຸ້ນ Workman ທີ່​ມີ​ເລກ​ລຳ​ດັບ​ກ່ອນ 899999999, ຖອດສາຍ​ຮັດເຄື່ອງ​ຈັກ ແລະ ສຽບ​ເຂົ້າ​ໃສ່​ສາຍ​ຮັດ​ມີໄຟ​ພາ​ຫະ​ນະ.

      • ໃນ​ລຸ້ນ Workman ທີ່​ມີ​ເລກ​ລຳ​ດັບ 900000001 ຂຶ້ນ​ມາ, ບິດ​ກະ​ແຈ​ຕິດ​ຈັກໄປ​ຕຳ​ແໜ່ງມອດ ແລະ ກັບ​ຄືນ​ຫາ​ຕຳ​ແໜ່ງເດີນ​ເຄື່ອງ.

    • ເພື່ອ​ຫຼີກ​ລ່ຽງ​ການ​ໝົດ​ເວ​ລາ​ຕົວ​ຄວບ​ຄຸມ​ໃນ​ລະ​ຫວ່າງ​ການ​ດຳ​ເນີນ​ການ, ໃຊ້​ເຄື່ອງ​ສົ່ງ​ທາງ​ໄກ​ເພື່ອ​ຊົດ​ເຊີຍ​ເຄື່ອງ​ຈັກ​ຢ່າງ​ໜ້ອຍ​ທຸກໆ 2-½ ຊົ່ວ​ໂມງ.

    ການ​ໃຊ້​ຂາ​ຄ້ຳ​ຄວາມ​ປອດ​ໄພ​ຈວຍ​ໃສ່​ວັດ​ຖຸ

    ເມື່ອ​ໃດ​ກໍ​ຕາມ​ທີ່​ທ່ານ​ເຮັດ​ວຽກ​ຢູ່​ກ້ອງ​ຈວຍ​ໃສ່​ວັດ​ຖຸ​ທີ່​ຍົກ​ຂຶ້ນ, ໃຫ້​ແນ່​ໃຈ​ວ່າ​ຂາ​ຄ້ຳ​ຄວາມ​ປອດ​ໄພ​ຈວຍ​ໃສ່​ວັດ​ຖຸ​ຖືກ​ຕິດ​ຕັ້ງ​ໄວ້​ເທິງ​ລູກ​ສູບ​ຍົກ​ຍື່ນ​ອອກ​ມາ.

    1. ຍົກຈວຍ​ໃສ່​ວັດ​ຖຸ​ຂຶ້ນ​ຈົນ​ກວ່າ​ລູກ​ສູບ​ຍົກ​ຢືດ​ອອກ.

    2. ເອົາ​ກິບ​ລັອກ ແລະ ສະ​ຫຼັກ​ຍຶດ​ຂາ​ຄ້ຳ​ຄວາມ​ປອດ​ໄພ​ໃສ່​ຂາຄ້ຳ​ການ​ເກັບ​ຮັກ​ສາ​ໃນ​ກອບ​ເຄື່ອງ​ຈັກ​ອອກ (ຮູບສະແດງ 26). ເອົາ​ຂາ​ຄ້ຳ​ຄວາມ​ປອດ​ໄພ​ອອກ.

      g011020
    3. ສອດຂາ​ຄ້ຳ​ຄວາມ​ປອດ​ໄພ​ຈວຍ​ໃສ່​ວັດ​ຖຸເຂົ້າ​ໄປ​ໃນ​ກ້ານ​ສູບ, ເຮັດ​ໃຫ້​ແນ່​ໃຈ​ວ່າ​ປາຍ​ຂາ​ຄ້ຳ​ໄປ​ພັກ​ໃສ່​ຖັງ​ລູກ​ສູບ ແລະ ປາຍກ້ານ​ສູບ (ຮູບສະແດງ 27).

      Note: ຍຶດຂາ​ຄ້ຳ​ຄວາມ​ປອດ​ໄພ​ຈວຍ​ໃສ່​ວັດ​ຖຸໃສ່​ກ້ານ​ສູບ​ດ້ວຍ​ກິບ​ລັອກ ແລະ ສະ​ຫຼັກ.

      g011021
    4. ເພື່ອ​ເກັບ​ຮັກ​ສາ​ຂາ​ຄ້ຳ​ຄວາມ​ປອດ​ໄພ, ເອົາ​ຂາ​ຄ້ຳ​ຄວາມ​ປອດ​ໄພ​ອອກຈາກ​ລູກ​ສູບ ແລະ ຍຶດ​ມັນ​ໃສ່​ຂາ​ຄ້ຳ​ການ​ເກັບ​ຮັກ​ສາ​ໃນ​ກອບ​ເຄື່ອງ​ຈັກ.

    5. ຕິດ​ຕັ້ງ​ຂາ​ຄ້ຳ​ຄວາມ​ປອດ​ໄພ ຫຼື ເອົາ​ອອກ​ຈາກ​ດ້ານ​ຫຼັງ​ຈວຍ​ໃສ່​ວັດ​ຖຸ​ຢູ່​ສະ​ເໝີ.

    Important: ຢ່າ​ພະ​ຍາ​ຍາມ​ປ່ອຍ​ຈວຍ​ໃສ່​ວັດ​ຖຸ​ລົງ​ໂດຍ​ທີ່​ມີ​ຂາ​ຄ້ຳຄວາມ​ປອດ​ໄພ​ຢູ່​ໃນ​ລູກ​ສູບ.

    ໃນລະຫວ່າງການປະຕິບັດງານ

    ຄວາມປອດໄພໃນລະຫວ່າງການປະຕິບັດງານ

    • ເຈົ້າຂອງ/ຜູ້ປະຕິບັດງານສາມາດປ້ອງກັນ ແລະ ມີຄວາມຮັບຜິດຊອບຕໍ່ອຸບັດຕິເຫດທີ່ອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ຄວາມເສຍຫາຍທາງຊັບສິນ.

    • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງການປ້ອງກັນຕາ; ໂສ້ງຂາຍາວ; ເກີບກັນມື່ນ ແລະ ເຄື່ອງ​ປ້ອງ​ກັນ​ສຽງ. ມັດຜົມຍາວໄວ້​ດ້ານ​ຫຼັງ ແລະ ຢ່າໃສ່ເຄື່ອງນຸ່ງ ຫຼື ເຄື່ອງປະດັບຫຼວມໆ.

    • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ນຳ​ໃຊ້ເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

    • ຢ່າໃຊ້ເຄື່ອງຈັກໃນເວ​ລາທີ່ບໍ່​ສະ​ບາຍ, ເຈັບ​ປ່ວຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງສິ່ງ​ມຶນ​ເມົາ ຫຼື ສິ່ງເສບຕິດ.

    • ຢ່າໃຫ້ຜູ້ໂດຍສານຂຶ້ນເທິງເຄື່ອງຈັກ ແລະ ໃຫ້ຜູ້ຢູ່ໃກ້ ແລະ ສັດລ້ຽງຢູ່ຫ່າງຈາກເຄື່ອງຈັກໃນລະຫວ່າງການປະຕິບັດງານ.

    • ນຳ​ໃຊ້ເຄື່ອງຈັກພຽງແຕ່ບ່ອນທີ່ເບິ່ງເຫັນໄດ້ດີເພື່ອຫຼີກລ່ຽງຂຸມ ຫຼື ອັນຕະລາຍທີ່ເຊື່ອງຢູ່.

    • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກພາກ​ສ່ວນທີ່​ເຄື່ອນ​ໄຫວ​ຢູ່.

    • ເບິ່ງທາງຫຼັງ ແລະ ດ້ານລຸ່ມກ່ອນທີ່ຈະຖອຍເພື່ອໃຫ້ແນ່ໃຈວ່າເສັ້ນທາງປອດໄພ.

    • ຢຸດ​ເຄື່ອງ​ຈັກ, ມອດຈັກ, ຖອດກະແຈ, ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢຸດ ແລະ ກວດກາເຄື່ອງ​ຈັກຫຼັງຈາກຕຳເອົາວັດຖຸ ຫຼື ຖ້າມີການສັ່ນສະເທືອນຜິດປົກກະຕິໃນເຄື່ອງຈັກ. ເຮັດການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະເລີ່ມ​ການ​ນຳ​ໃຊ້​ຕໍ່.

    • ຮັກ​ສາ​ຄວາມ​ດັນ​ຢາງ​ໃຫ້​ເໝາະ​ສົມ​ຢູ່​ສະ​ເໝີ.

    • ຜ່ອນຄວາມໄວໃນພື້ນບ່ອນຫຼຸບໂນນ

    • ເຄື່ອງ​ຈັກ​ຕ້ອງ​ຢູ່​ໃນ​ຕຳ​ແໜ່ງ​ການ​ຂົນ​ສົ່ງ (ເບື້ອງ​ຫຼັງ​ພາ​ຫະ​ນະ​ລາກ​ແກ່​ໂດຍ​ກົງ) ກ່ອນ​ເປີດ​ນຳ​ໃຊ້​ຮອບ​ວຽນ​ການ​ຖອກ.

    • ການ​ຖອກ​ຂີ້​ເຫຍື້ອ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ໄດ້. ໃຫ້​ຢູ່​ຫ່າງ​ຈາກ​ຈວຍ​ໃສ່​ວັດ​ຖຸ​ໃນ​ຂະ​ນະ​ທີ່​ເຄື່ອງ​ຈັກ​ກັບ​ລັງ​ຖອຍ​ຫຼັງ ຫຼື ກຳ​ລັງ​ຖອກ.

    • ພາຍ​ໃຕ້​ສະ​ພາບ​ທີ່ບໍ່​ຄ່ອຍ​ມີ, ຫຍ້າ​ທີ່​ຕັດ​ອອກອັດ​ແໜ້ນ​ປຽນ​ອາດ​ຈະ​ສ້າງ​ໃຫ້​ເກີດ​ຄວາມ​ຮ້ອນ. ໃຫ້​ຖອກ​ຈວຍ​ໃສ່​ວັດ​ຖຸ​ໃຫ້​ເປົ່າ​ຢູ່​ສະ​ເໝີ​ກ່ອນ​ເກັບ​ຮັກ​ສາ​ເຄື່ອງ​ຈັກ.

    • ການ​ຍົກ​ປະ​ຕູ​ຈວຍ​ໃສ່​ວັດ​ຖຸ​ຂຶ້ນ ແລະ ປ່ອຍ​ຕ່ຳ​ລົງ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ແກ່​ຄົນ​ທີ່​ຢືນ​ຢູ່ ຫຼື ສັດ​ລ້ຽງ​ໄດ້. ໃນ​ຂະ​ນະ​ທີ່​ເປີດ​ຈວຍ​ໃສ່​ວັດ​ຖຸ, ກັນຜູ້ທີ່ຢູ່ຂ້າງນອກ ແລະ ສັດລ້ຽງອອກ​ໄປຈາກເຄື່ອງຈັກ.

    • ເພື່ອ​ຫຼີກ​ລ່ຽງ​ຄວາມ​ສ່ຽງ​ຂອງ​ໄຟ​ຟ້າ​ຊັອດ, ຖອກ​ຈວຍ​ໃສ່​ວັດ​ຖຸ​ພຽງ​ແຕ່​ຢູ່​ໃນ​ພື້ນ​ທີ່​ບໍ່​ມີ​ສາຍ​ໄຟ​ຢູ່​ເທິງ​ຫົວ ແລະ ສິ່ງ​ກີດ​ຂວາງ​ອື່ນໆ.

    • ຢ່າ​ຖອກ​ຈວຍ​ໃສ່​ວັດ​ຖຸ​ຢູ່​ບ່ອນ​ຄ້ອຍ​ຊັນ. ຖອກ​ຈວຍ​ໃສ່​ວັດ​ຖຸຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບຢູ່​ສະ​ເໝີ.

    • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ, ຖອກ​ຈວຍ​ໃສ່​ວັດ​ຖຸ​ໃຫ້​ເປົ່າ, ປ່ອຍ​ຈວຍ​ໃສ່​ວັດ​ຖຸ​ລົງ​ຈົນ​ກວ່າ​ກົງ​ໝູນ​ຢູ່​ເທິງ​ພື້ນ​ດິນ ແລະ ຕັນ​ລໍ້​ກ່ອນ​ເອົາ​ເຄື່ອງ​ຈັກ​ອອກ​ຈາກ​ພາ​ຫະ​ນະ​ລາກ​ແກ່.

    ຄວາມປອດໄພໃນທາງຄ້ອຍຊັນ

    • ທົບ​ທວນ​ເບິ່ງ​ຂໍ້​ກຳ​ນົດ​ສະ​ເພາະ​ຂອງ​ພາ​ຫະ​ນະ​ລາກ​ແກ່ເພື່ອ​ຮັບ​ປະ​ກັນ​ວ່າ​ທ່ານ​ບໍ່​ໄປ​ເກີນ​ຄວາມ​ອາດ​ສາ​ມາດ​ທາງ​ດ້ານ​ຄວາມ​ຊັນ​ຂອງ​ມັນ.

    • ທາງຄ້ອຍຊັນແມ່ນປັດໃຈຕົ້ນ​ຕໍທີ່ກ່ຽວຂ້ອງກັບການສູນເສຍການຄວບຄຸມ ແລະ ອຸບັດຕິເຫດໃນ​ການ​ພິກ​ປີ້ນ, ເຊິ່ງອາດຈະເຮັດໃຫ້ມີການບາດເຈັບສາ​ຫັດ ຫຼື ເສຍຊີວິດໄດ້. ທ່ານມີໜ້າທີ່ຮັບຜິດຊອບໃນການປະຕິບັດງານໃນທາງຄ້ອຍຊັນທີ່ປອດໄພ. ການໃຊ້ເຄື່ອງຈັກຢູ່ເທິງທາງຄ້ອຍຊັນໃດກໍ່ຕາມແມ່ນຕ້ອງມີຄວາມລະມັດລະວັງເປັນພິເສດ.

    • ປະເມີນສະພາບຂອງສະຖານທີ່ເພື່ອກຳນົດວ່າທາງຄ້ອຍຊັນມີຄວາມປອດໄພຕໍ່ການດຳເນີນງານຂອງເຄື່ອງຈັກບໍ່, ລວມທັງການສຳຫຼວດເບິ່ງສະຖານທີ່. ໃຊ້​ສາ​ມາດ​ສຳ​ນຶກທົ່ວໄປ ແລະ ການຕັດສິນໃຈທີ່ດີ​ຢູ່​ສະ​ເໝີໃນເວລາທີ່ດຳເນີນການສຳຫຼວດເບິ່ງນີ້.

    • ທົບ​ທວນ​ເບິ່ງ​ຄຳ​ແນະ​ນຳ​ກ່ຽວ​ກັບ​ຄວາມ​ຊັນ​ຕາມ​ລາຍ​ການ​ຢູ່​ລຸ່ມນີ້​ສຳ​ລັບ​ການ​ໃຊ້​ງານ​ເຄື່ອງ​ຈັກ​ໃນ​ຄວາມ​ຄ້ອຍ​ຊັນ ແລະ ທົບ​ທວນເບິ່ງ​ສະ​ພາບເພື່ອກຳນົດວ່າທ່ານສາມາດໃຊ້ງານເຄື່ອງຈັກໄດ້ໃນສະ​ພາບໃນມື້ນັ້ນ ແລະ ຢູ່ບ່ອນນັ້ນຫຼື​ບໍ່. ການປ່ຽນແປງຂອງພູມສັນຖານສາມາດສົ່ງຜົນໃຫ້ມີການປ່ຽນແປງໃນການປະຕິບັດງານໃນທາງຄ້ອຍຊັນສຳລັບເຄື່ອງຈັກ.

    • ຫຼີກລ່ຽງການຕິດ​ຈັກ, ມອດ​ຈັກ ຫຼື ລ້ຽວເຄື່ອງຈັກຕາມທາງຄ້ອຍຊັນ. ຫຼີກລ່ຽງການປ່ຽນແປງຄວາມໄວ ຫຼື ທິດທາງຢ່າງກະທັນຫັນ. ໃຫ້ລ້ຽວຊ້າໆ ແລະ ຄ່ອຍໆ.

    • ຢ່າໃຊ້ງານເຄື່ອງຈັກພາຍໃຕ້ສະພາບການທີ່ການເຄື່ອນທີ່, ລ້ຽວ ຫຼື ມີ​ຄວາມ​ສົງ​ໄສ​ໃນ​ຄວາມ​ທ່ຽງ.

    • ກຳ​ຈັດ ຫຼື ໃສ່ເຄື່ອງໝາຍສິ່ງ​ກີດ​ຂວາງຕ່າງໆເຊັ່ນ: ຮ່ອງ, ຂຸມ, ຮອຍແຕກ, ກ້ອນຫີນ ຫຼື ອັນຕະລາຍອື່ນໆທີ່ເຊື່ອງໄວ້. ຫຍ້າທີ່ສູງສາມາດປິດ​ບັງສິ່ງກີດຂວາງຕ່າງໆໄດ້. ພູມສັນຖານທີ່ບໍ່ລຽບສາມາດເຮັດ​ໃຫ້ເຄື່ອງຈັກປີ້ນໄດ້.

    • ລະວັງວ່າການເຮັດວຽກຂອງເຄື່ອງຈັກໃນຫຍ້າທີ່ຊຸ່ມ, ຂ້າມທາງຄ້ອຍຊັນ ຫຼື ທາງລົງພູອາດຈະເຮັດໃຫ້ເຄື່ອງຈັກສູນເສຍການຄວບຄຸມ. ການ​ສູນ​ເສຍ​ການ​ລາກໃສ່​ລໍ້​ຂັບ​ເຄື່ອນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ມື່ນ​ໄຫຼ ແລະ ການ​ສູນ​ເສຍ​ການ​ເບ​ຣກ ແລະ ການ​ຄວບ​ຄຸມພວງ​ມະ​ໄລ.

    • ໃຊ້ຄວາມລະມັດລະວັງທີ່ສຸດໃນເວລາທີ່ໃຊ້ງານເຄື່ອງຈັກຢູ່ໃກ້ຈຸດຕົກ, ຄອງນ້ຳ, ຄັນຄູ, ຄວາມອັນຕະລາຍທາງນໍ້າ ຫຼື ອັນຕະລາຍອື່ນໆ. ເຄື່ອງຈັກດັ່ງກ່າວສາມາດກິ້ງໄດ້ຢ່າງກະທັນຫັນ, ຖ້າຫາກວ່າລໍ້ແລ່ນຂ້າມຂອບ ຫຼື ຂອບຕົກ​ເຂົ້າໃນ. ສ້າງໃຫ້​ມີພື້ນທີ່ປອດໄພລະຫວ່າງເຄື່ອງຈັກ ແລະ ອັນຕະລາຍ.

    ການກວດເບິ່ງລະບົບອິນເຕີລັອກ

    ຂໍ້ຄວນລະວັງ

    ສະ​ວິດອິນ​ເຕີ​ລັອກ​ຄວາມ​ປອດ​ໄພ​ແມ່ນ​ສຳ​ລັບ​ການ​ປົກ​ປ້ອງ​ທ່ານ. ສະ​ວິດ​ອິນ​ເຕີ​ລັອກ​ຄວາມ​ປອດ​ໄພ​ທີ່​ຖືກ​ຕັດ​ເຊື່ອມ​ຕໍ່ ຫຼື ໃຊ້​ງານ​ບໍ່​ໄດ້​ສາ​ມາດ​ເຮັດ​ໃຫ້​ເຄື່ອງ​ຈັກ​ໃຊ້​ງານ​ຢູ່​ໃນ​ສະ​ພາບ​ທີ່​ບໍ່​ປອດ​ໄພ ແລະ ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສ່ວນ​ຕົວ​ໄດ້.

    • ຢ່າຕັດ​ເຊື່ອມ​ຕໍ່ສະ​ວິດອິນເຕີລັອກຄວາມ​ປອດ​ໄພ.

    • ກວດ​ເບິ່ງ​ການໃຊ້​ງານ​ຂອງ​ສະ​ວິດໃນ​ແຕ່​ລະ​ວັນ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ລະ​ບົບ​ອິນ​ເຕີ​ລັອກ​ໃຊ້​ງານ​ໄດ້​ຢ່າງ​ຖືກ​ຕ້ອງ.

    • ຖ້າ​ສະ​ວິດ​ບໍ່​ເຮັດ​ວຽກ, ໃຫ້​ປ່ຽນ​ມັນ​ກ່ອນ​ທີ່​ທ່ານ​ຈະ​ໃຊ້​ງານ​ເຄື່ອງ​ຈັກ.

    ລະບົບອິນ​ເຕີລັອກຄວາມ​ປອດ​ໄພມີ​ການ​ເຮັດ​ໜ້າ​ທີ່​ຕໍ່​ໄປ​ນີ້:

    • ມັນ​ປ້ອງ​ກັນ​ບໍ່​ໃຫ້​ແປງ​ຂັດ​ໝູນ​ເມື່ອ​ຈວຍ​ໃສ່​ວັດ​ຖຸ​ຢູ່​ໃນ​ຕຳ​ແໜ່ງ​ຍົກ​ຂຶ້ນ.

    • ມັນ​ປ້ອງ​ກັນ​ບໍ່​ໃຫ້ຈວຍ​ໃສ່​ວັດ​ຖຸ​ຖອກເມື່ອ​ຈວຍ​ໃສ່​ວັດ​ຖຸ​ຢູ່​ໃນ​ຕຳ​ແໜ່ງຊົດ​ເຊີຍ.

    • ສັນ​ຍານ​ເຕືອນ​ມີ​ສຽງ​ດັງ​ຂຶ້ນເມື່ອຖອກ​ຈວຍ​ໃສ່​ວັດ​ຖຸ. ຢ່າ​ເຄື່ອນ​ພາ​ຫະ​ນະ​ລາກ​ແກ່​ເມື່ອ​ຖອກ​ຈວຍ​ໃສ່​ວັດ​ຖຸ.

    ຄຳ​ແນະ​ນຳ​ການ​ໃຊ້​ງານ

    • ກ່ອນເລີ່ມ​ຕົ້ນ​ປັດ​ກວາດ, ສຳ​ຫຼວດ​ເບິ່ງ​ພື້ນ​ທີ່​ເພື່ອ​ກຳ​ນົດ​ທິດ​ທາງ​ດີ​ທີ່​ສຸດ​ທີ່​ຈະ​ປັດ​ກວາດ.

      Note: ເພື່ອ​ຮັກ​ສາ​ແຖວ​ໃຫ້​ຊື່​ເມື່ອ​ປັດ​ກວາດ, ເລັງເບິ່ງວັດ​ຖຸ​ຢູ່​ທາງ​ໜ້າ​ທ່ານ​ໃນ​ໄລ​ຍະ​ໄກ.

    • ພະ​ຍາ​ຍາມ​ເດີນ​ເຄື່ອງ​ຕໍ່​ເນື່ອງ​ເປັນ​ເວ​ລາ​ຍາວ​ດ້ວຍ​ການ​ຊ້ອນ​ທັບ​ເລັກ​ນ້ອຍ​ໃນ​ການ​ເດີນ​ເຄື່ອງ​ກັບ​ຄືນ​ສະ​ເໝີ.

    • ໃນ​ພື້ນ​ທີ່​ທົ່ງ​ຫຍ້າ, ແປງ​ຂັດ​ເກັບ​ເອົາ​ແກນ​ຫຍ້າ, ກິ່ງ​ໄມ້​ນ້ອຍ, ເສດ​ຫຍ້າ​ຕັດ, ໃບ​ໄມ້, ໃບ​ແປກ ແລະ ໝາກ​ແປກ ແລະ ຂີ້​ເຫຍື້ອ​ນ້ອຍໆ.

    • ເຄື່ອງ​ຈັກ​ຍັງ​ປັບ​ແຕ່ງ​ທົ່ງ​ຫຍ້າ​ນຳ​ອີກ. ແປງ​ຂັດສາງ​ໄປ​ຜ່ານ ແລະ ຍົກ​ຫຍ້າ​ຂຶ້ນ​ເພື່ອ​ການ​ຕັດ​ສະ​ໝ່ຳ​ສະ​ເໝີ​ເມື່ອ​ຕັດ. ເມື່ອ​ມັນ​ສະ​ອາດ, ການ​ດຳ​ເນີນ​ການ​ເຮັດ​ໃຫ້​ມີ​ຮອຍ​ບາກ​ເບົາໆ​ເພີ່ມ​ການ​ຊຶມ​ເຂົ້າ​ຂອງ​ນ້ຳ ແລະ ຢາ​ປາບ​ສັດ​ຕູ​ພືດ, ດັ່ງ​ນັ້ນ​ຈິ່ງ​ເຮັດ​ໃຫ້​ຫຼຸດ​ຜ່ອນ​ຄວາມ​ຕ້ອງ​ການ​ສຳ​ລັບ​ການ​ສ້ອມ​ບຳລຸງ​ຮັກ​ສາ.

      Important: ຢ່າ​ລ້ຽວ​ໂດຍ​ກະ​ທັນ​ຫັນ​ເມື່ອ​ໃຊ້​ເຄື່ອງ​ຈັກ​ເນື່ອງ​ຈາກ​ອາດ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ທົ່ງ​ຫຍ້າ​ໄດ້.

    • ເມື່ອ​ຈວຍ​ໃສ່​ວັດ​ຖຸ​ເຕັມ, ເຄື່ອງ​ຈັກ​ຈະ​ບໍ່​ເກັບ​ເອົາ​ຂີ້​ເຫຍື້ອ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ອີກ, ປ່ອຍ​ໃຫ້​ວັດ​ຖຸ​ຕ່າງໆ​ກັບ​ຄືນ​ໄປ​ພື້ນ ຫຼື ຟົ້ງ​ຂຶ້ນ.

    ການ​ຖອກ​ຈວຍ​ໃສ່​ວັດ​ຖຸ

    ອັນຕະລາຍ

    ການ​ອຽງ​ລົ້ມ ຫຼື ການ​ເກີດ​ໄຟ​ຟ້າ​ຊັອດ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສາ​ຫັດ ຫຼື ເສຍ​ຊີ​ວິດ​ໄດ້.

    • ຢ່າ​ຖອກ​ຈວຍ​ໃສ່​ວັດ​ຖຸ​ຢູ່​ບ່ອນ​ຄ້ອຍ​ຊັນ. ຖອກ​ຈວຍ​ໃສ່​ວັດ​ຖຸຢູ່ໃນພື້ນບ່ອນພຽງຢູ່​ສະ​ເໝີ.

    • ຖອກພຽງ​ແຕ່​ຢູ່​ໃນ​ພື້ນ​ທີ່​ບໍ່​ມີ​ສາຍ​ໄຟ​ຢູ່​ເທິງ​ຫົວ ແລະ ສິ່ງ​ກີດ​ຂວາງ​ອື່ນໆ.

    ຂໍ້ຄວນລະວັງ

    ການ​ຖອກ​ຈວຍ​ໃສ່​ວັດ​ຖຸສາ​ມາດ​ເຮັດ​ໃຫ້​ຄົນ​ຢືນຢູ່​ໃກ້ ຫຼື ສັດລ້ຽງ​ໄດ້​ຮັບ​ບາດ​ເຈັບ.

    ໃນ​ຂະ​ນະ​ທີ່ຖອກ​ຈວຍ​ໃສ່​ວັດ​ຖຸ, ກັນຜູ້ທີ່ຢູ່ໃກ້ ແລະ ສັດລ້ຽງອອກ​ໄປຈາກເຄື່ອງຈັກ.

    Important: ໃຫ້​ແນ່​ໃຈ​ວ່າ​ເຄື່ອງ​ຈັກ​ຖືກ​ຍຶດ​ໃສ່​ຕົວ​ຜູກ​ຍຶດ​ພາ​ຫະ​ນະ​ລາກ​ແກ່​ດ້ວຍ​ເຂັມ​ຂັດ​ຕົວ​ຜູກ​ຍຶດ ແລະ ເຂັມ​ຂັດສະ​ຫຼັກໃນ​ລະ​ຫວ່າງ​ການ​ດຳ​ເນີນ​ການ​ຖອກ.

    Important: ໃຫ້​ແນ່​ໃຈ​ວ່າເຄື່ອງ​ຈັກ​ຢູ່​ດ້ານ​ຫຼັງ​ພາ​ຫະ​ນະ​ລາກ​ແກ່​ໂດຍ​ກົງ ແລະ ຢູ່​ໃນ​ຄວາມ​ສູງ​ການ​ຂົນ​ສົ່ງ​ກ່ອນຈະ​ສາ​ມາດ​ເປີດ​ນຳ​ໃຊ້​ລຳ​ດັບ​ການ​ຖອກ​ໄດ້.

    1. ເອົາ​ເຄື່ອງ​ຈັກ​ໄວ້​ໃນ​ພື້ນ​ພຽງ​ໄດ້​ລະ​ດັບ ແລະ ໃຫ້​ແນ່​ໃຈ​ວ່າ​ຈວຍ​ໃສ່​ວັດ​ຖຸ​ຢູ່​ໃນ​ຕຳ​ແໜ່ງ​ການ​ຂົນ​ສົ່ງ​ກ່ອນ​ການ​ຖອກ.

    2. ດ້ວຍ​ຈວຍ​ໃສ່​ວັດ​ຖຸ​ຢູ່​ທີ່ຄວາມ​ສູງການ​ຂົນ​ສົ່ງ, ກົດປຸ່ມ​ຖອກ​ຈວຍ​ໃສ່​ວັດ​ຖຸ, ປ່ອຍ​ປຸ່ມ ແລະ ຈາກ​ນັ້ນ​ກົດປຸ່ມ​ຖອກ​ຈວຍ​ໃສ່​ວັດ​ຖຸຄ້າງ​ໄວ້​ອີກ (ຮູບສະແດງ 28).

      Note: ເຄື່ອງ​ຈັກ​ບໍ່​ຕອບ​ສະ​ໜອງ, ຖ້າ​ທ່ານ​ບໍ່​ກົດປຸ່ມ​ຖອກ​ຈວຍ​ໃສ່​ວັດ​ຖຸຄ້າງ​ໄວ້​ອີກ​ຢ່າງ​ໄວ​ຫຼັງ​ຈາກປ່ອຍ​ມັນ (ພາຍ​ໃນ​ໜຶ່ງ​ນາ​ທີ).

      Note: ປ່ອຍປຸ່ມ​ຖອກ​ຈວຍ​ໃສ່​ວັດ​ຖຸ​ໃນ​ເວ​ລາ​ໃດ​ກໍ​ໄດ້​ໃນ​ລະ​ຫວ່າງ​ລຳ​ດັບ​ການ​ຖອກ ແລະ ຈວຍ​ໃສ່​ວັດ​ຖຸ​ຈະ​ຢຸດ​ຂະ​ບວນ​ການ​ຖອກ.

      g030468
      g030465
    3. ຫຼັງ​ຈາກ 3 ວິ​ນາ​ທີ, ການ​ຖອກ​ຢຸດ​ໂດຍ​ອັດ​ຕະ​ໂນ​ມັດ; ເພື່ອ​ເລີ່ມ​ໃໝ່, ປ່ອຍ​ປຸ່ມ ແລະ ຈາກ​ນັ້ນ​ກົດປຸ່ມ​ຖອກ​ຈວຍ​ໃສ່​ວັດ​ຖຸຄ້າງ​ໄວ້​ອີກ.

    ການປ່ອຍ​ຈວຍ​ໃສ່​ວັດ​ຖຸຕ່ຳ​ລົງ

    ເພື່ອປ່ອຍຈວຍ​ໃສ່​ວັດ​ຖຸຕ່ຳ​ລົງ, ກົດ​ປຸ່ມເຄື່ອງ​ປັດ​ກວາດ​ລົງ​ລຸ່ມ.

    Note: ໃຫ້​ແນ່​ໃຈ​ວ່າ​ຈວຍ​ໃສ່​ວັດ​ຖຸ​ຢູ່​ໃນ​ຕຳ​ແໜ່ງ​ລົງ​ລຸ່ມ​ກ່ອນ​ເລີ່ມ​ລາກ​ເຄື່ອງ​ຈັກ.

    ການ​ໃຊ້​ງ​ານເຄື່ອງຈັກຢູ່​ໃນ​ສະ​ພາບ​ອາ​ກາດ​ເຢັນ

    ນ້ຳ​ມັນ​ໄຮ​ໂດຼ​ລິກຢູ່​ໃນ​ເຄື່ອງ​ຈັກ​ຕ້ອງ​ຮອດ​ອຸນ​ຫະ​ພູມ​ໃຊ້​ງານ 82°C (180°F) ສຳ​ລັບ​ການ​ໃຊ້​ງານ​ຂອງ​ຫົວ​ຈັກ​ລອຍ​ທີ່​ຖືກ​ຕ້ອງ.

    ການ​ສະ​ຫຼັບ​ໂໝດ​ເຄື່ອງ​ປັດ​ກວາດ​ຂຶ້ນ

    ປຸ່ມ​ເຄື່ອງປັດ​ກວາດຂຶ້ນ​ມີ 2 ໂໝດ​ທີ່​ເປັນ​ໄປ​ໄດ້: ມາດ​ຕະ​ຖານ ແລະ ທາງ​ເລືອກ.

    ໂໝດມາດ​ຕະ​ຖານ​ເຮັດ​ໃຫ້​ທ່ານ​ຍົກ​ເຄື່ອງ​ຈັກ​ຂຶ້ນ​ຫາ​ຄວາມ​ສູງ​ກຳ​ນົດ​ໄວ້​ກ່ອນ. ໃຫ້​ເບິ່ງ ປຸ່ມ​ເຄື່ອງ​ປັດ​ກວາດ​ຂຶ້ນ​ເທິງ—ໂໝດ​ມາດ​ຕະ​ຖານ

    ໂໝດທາງ​ເລືອກເຮັດ​ໃຫ້​ທ່ານ​ປັບ​ເຄື່ອງ​ຈັກ​ໄປ​ສູ່​ຕຳ​ແໜ່ງ​ທີ່​ຕ້ອງ​ການ ແລະ ມັນ​ຢຸດ​ຢູ່​ທີ່​ຄວາມ​ສູງ​ກຳ​ນົດ​ໄວ້​ກ່ອນ. ໃຫ້​ເບິ່ງ ປຸ່ມ​ເຄື່ອງ​ປັດ​ກວາດ​ຂຶ້ນ​ເທິງ—ໂໝດທາງ​ເລືອກ.

    1. ເອົາຝາປິດອອກຈາກໂມ​ດູນ​ຄວບ​ຄຸມ.

    2. ຖອດ​ປ​ລັກ​ສຽບ​ເຊື່ອມ​ຕໍ່ສາຍ​ໄຟ 2 ອັນ​ຈາກ​ຕົວ​ເຊື່ອມ​ຕໍ່​ຫາງ​ໝູ​ສະ​ແດງ​ຢູ່​ໃນ ຮູບສະແດງ 30.

    3. ສຽບປ​ລັກ​ເຊື່ອມ​ຕໍ່ 2 ອັນ​ໃສ່​ຕົວ​ເຊື່ອມໂຍງ​ຫາງ​ໝູ 2 ຕົວ​ທີ່​ມັດ​ໃສ່​ກັບ​ສາຍ​ຮັດ​ສາຍ​ໄຟ.

    4. ຕິດ​ຕັ້ງຝາ​ປົກໃສ່ໂມ​ດູນ​ຄວບ​ຄຸມ.

      g030597

      Note: ເພື່ອ​ກັບ​ຄືນ​ຫາ​ໂໝດ​ມາດ​ຕະ​ຖານ, ຕິດ​ຕັ້ງ​ຕົວ​ເຊື່ອມ​ຕໍ່​ຫາງ​ໝູ​ເດີມ.

    ຫຼັງຈາກການປະຕິບັດງານ

    ຄວາມປອດໄພຫຼັງຈາກການປະຕິບັດງານ

    • ຈອດພາ​ຫະ​ນະ​ລາກ​ແກ່ຢູ່ໃນບ່ອນ​ພຽງ​ໄດ້​ລະ​ດັບ, ໃສ່ເບ​ຣກມືຂອງ​ພາ​ຫະ​ນະ​ລາກ​ແກ່, ມອດຈັກ, ຖອດ​ກະ​ແຈ, ລໍຖ້າໃຫ້ທຸກພາກສ່ວນເຄື່ອນ​ໄຫວຢຸດກ່ອນ​ອອກ​ຈາກຕຳ​ແໜ່ງ​ຂອງ​ຜູ້​ຄວບ​ຄຸມ.

    • ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງ​ກ່ອນ​ທີ່​ຈະ​ເກັບ​ຮັກ​ສາ​ເຄື່ອງ​ຈັກ​ໄວ້​ຢູ່​ໃນ​ບ່ອນ​ປິດ​ໃດ​ໜຶ່ງ.

    • ຮັກສາອາໄຫຼ່ທຸກອັນຂອງເຄື່ອງຈັກໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ຫັນສ່ວນ​ປະ​ກອບຕ່າງໆໃຫ້ແໜ້ນ.

    • ປ່ຽນທຸກສະ​ຫຼາກ​ທີ່ຫຼຸ້ຍ​ຫ້ຽນ, ເປ່​ເພ ຫຼື ຫາຍໄປ.

    ການກວດ​ກາ ແລະ ການທຳ​ຄວາມ​ສະ​ອາດ​ເຄື່ອງ​ຈັກ

    ເມື່ອ​ການ​ປັດ​ກວາດ​ສຳເລັດ, ທຳ​ຄວາມ​ສະ​ອາດ​ເຄື່ອງ​ຈັກໃຫ້​ທົ່ວ. ຕາກຈວຍ​ໃສ່​ວັດ​ຖຸໃຫ້​ແຫ້ງໃນ​ອາ​ກາດ. ຫຼັງຈາກທຳຄວາມສະອາດ, ກວດ​ກາ​ເບິ່ງ​ເຄື່ອງ​ຈັກ​ສຳ​ລັບ​ຄວາມ​ເສຍ​ຫາຍ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ກັບ​ສ່ວນ​ປະ​ກອບ​ກົນ​ຈັກ. ການ​ດຳ​ເນີນ​ການ​ຂັ້ນ​ຕອນ​ເຫຼົ່າ​ນີ້​ຮັບ​ປະ​ກັນ​ວ່າ​ເຄື່ອງ​ຈັກດຳ​ເນີນ​ການ​ຢ່າງ​ໜ້າ​ພໍ​ໃຈ​ໃນ​ລະ​ຫວ່າງ​ການ​ດຳ​ເນີນ​ການ​ປັດ​ກວາດ​ຕໍ່​ໄປ.

    ການຂົນຍ້າຍເຄື່ອງຈັກ

    • ໃຊ້ຄວາມ​ລະ​ມັດ​ລະ​ວັງ​ໃນ​ເວ​ລາ​ເອົາ​ເຄື່ອງ​ຈັກຂຶ້ນ ຫຼື ລົງ​ຈາກລົດພ່ວງ ຫຼື ລົດບັນທຸກ.

    • ໃຊ້ທາງລາດເຕັມຄວາມກ້ວາງສຳລັບການເອົາເຄື່ອງຈັກຂຶ້ນ​ໃສ່​ໃນລົດພ່ວງ ຫຼື ລົດບັນທຸກ.

    • ຢ່າ​ຂົນ​ສົ່ງ​ເຄື່ອງ​ຈັກ​ເມື່ອ​ສັນ​ຍານ​ເຕືອນ​ການ​ຂົນ​ສົ່ງ ແລະ ໄຟ​ຖືກ​ເປີດ​ໃຊ້​ງານ.

    • ເມື່ອ​ຂົນ​ສົ່ງ​ເຄື່ອງ​ຈັກ, ໃຊ້​ຈຸກ​ມັດ​ເພື່ອ​ຍຶດ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ (ຮູບສະແດງ 31) ແລະ ແກນ​ໝູນ (ຮູບສະແດງ 32) ເພື່ອ​ຍຶດ​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ​ໃສ່​ລົດພ່ວງ.

      Note: ການ​ຂົນ​ສົ່ງ​ເຄື່ອງ​ຈັກ​ໂດຍ​ບໍ່​ມີ​ການ​ໃຊ້​ຈຸກ​ມັດ​ສາ​ມາດ​ເຮັດ​ໃຫ້​ເຄື່ອງ​ຈັກ​ເສຍ​ຫາຍໄດ້.

      g011023
      g011024

    ການບຳລຸງຮັກສາ

    ຕາຕະລາງການບຳລຸງຮັກສາທີ່ແນະນຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 10 ຊົ່ວໂມງທໍາອິດ
  • ບິດນັອດຮັດລໍ້ລົດ.
  • ທຸກໆ 25 ຊົ່ວໂມງ
  • ທຳ​ຄວາມ​ສະ​ອາດ​ບໍ​ລິ​ເວນ​ແປງ​ຂັດ.
  • ທຸກໆ 50 ຊົ່ວໂມງ
  • ໃສ່​ນ້ຳ​ມັນ​ກະ​ແລັດ​ເຄື່ອງ​ຈັກ.ຖ້າ​ນຳ​ໃຊ້​ເຄື່ອງ​ຈັກ​ພາຍ​ໃຕ້​ສະ​ພາບ​ປົກ​ກະ​ຕິ, ໃສ່​ນ້ຳ​ມັນຫຼໍ່ມື່ນລູກ​ບີ່ ແລະ ປອກ​ລູກ​ບີ່ທັງໝົດທັນ​ທີຫຼັງຈາກການລ້າງ​ທຸກ​ຄັ້ງ. ໃສ່​ນ້ຳ​ມັນຫຼໍ່ມື່ນລູກ​ບີ່ ແລະ ປອກ​ລູກ​ບີ່ທັງໝົດທຸກມື້ໃນເວລາທີ່ສະພາບການປະຕິບັດງານມີຂີ້ຝຸ່ນ ແລະ ເປື້ອນ.
  • ທຸກໆ 100 ຊົ່ວໂມງ
  • ກວດເບິ່ງສະພາບຂອງ​ຢາງລົດ.
  • ປ່ຽນ​ແປງ​ຂັດ.
  • ທຸກໆ 200 ຊົ່ວໂມງ
  • ບິດນັອດຮັດລໍ້ລົດ.
  • ປ່ຽນບານ​ພັບ​ດ້ານ​ໜ້າ.
  • ທຸກໆ 600 ຊົ່ວໂມງ
  • ກວດກາເບິ່ງຈວຍ​ໃສ່​ວັດ​ຖຸເພື່ອເບິ່ງຄວາມ​ເສຍ​ຫາຍ.
  • ລາຍການກວດການບຳລຸງຮັກສາປະຈຳວັນ

    ເຮັດຊ້ຳຄືນ​ຕາມໜ້ານີ້ສຳລັບການນຳໃຊ້ປົກກະຕິ.

    ລາຍການກວດກາການບຳລຸງຮັກສາສຳລັບອາທິດຂອງ:
    ຈັນ.ອັງຄານ.ພຸດ.ພະຫັດ.ສຸກ.ເສົາ.ອາທິດ.
    ກວດເບິ່ງການປະຕິບັດງານດ້ານຄວາມປອດໄພຂອງອິນເຕີລັອກ.       
    ກວດຊອກ​ຫາສຽງລົບກວນການ​ດຳ​ເນີນ​ງານທີ່ຜິດ​ປົກ​ກະ​ຕິ.       
    ການກວດເບິ່ງຄວາມດັນຂອງຢາງລົດ.       
    ກວດເບິ່ງຄວາມ​ເສຍ​ຫາຍ​ຂອງທໍ່ໄຮໂດຼລິກ.       
    ກວດເບິ່ງການຮົ່ວໄຫຼຂອງແຫຼວ.       
    ກວດກາເບິ່ງການໃຊ້​ງານ​ການ​ຄວບ​ຄຸມ.       
    ກວດ​ເບິ່ງ​ຈວຍ​ໃສ່​ວັດ​ຖຸ.       
    ທຳ​ຄວາມ​ສະ​ອາດ​ວັດ​ຖຸ​ທີ່​ພັບ​ເຂົ້າ​ໃດ​ໜຶ່ງ​ຈາກ​ແປງ​ຂັດ.       
    ກວດ​ເບິ່ງ​ການ​ຫຼຸ້ຍ​ຫ້ຽນ​ຂອງ​ແປງ​ຂັດ.1       
    ໃສ່​ນ້ຳ​ມັນຫຼໍ່ມື່ນອຸປະກອນກະແລັດທັງໝົດ.2       
    ສຳຜັດກັບສີທີ່ລອກໃດ​ໜຶ່ງ.       

    1 ປ່ຽນ, ຖ້າ​ຫາຍ​ໄປ ຫຼື ແຕກ​ຫັກ

    2 ທັນທີຫຼັງຈາກການລ້າງທຸກໆຄັ້ງ, ໂດຍບໍ່ຄຳ​ນຶງ​ເຖິງໄລຍະຫ່າງທີ່ລະບຸໄວ້

    ການ​ບັນ​ທຶກ​ບໍ​ລິ​ເວນທີ່ໜ້າເປັນຫ່ວງ

    ການກວດກາປະຕິບັດໄປຕາມ:
    ລາຍການວັນທີຂໍ້ມູນ
       
       
       
       
       
       
       

    ຄວາມປອດໄພໃນການບຳລຸງຮັກສາ

    • ກ່ອນ​ສ້ອມ​ບຳ​ລຸງ​ຮັກ​ສາ ຫຼື ເຮັດ​ການ​ປັບ​ເຄື່ອງ​ຈັກ, ມອດເຄື່ອງຈັກ, ຢຸດ​ພາ​ຫະ​ນະ​ລາກ​ແກ່, ໃສ່​ເບ​ຣກມືຂອງ​ພາ​ຫະ​ນະ​ລາກ​ແກ່, ມອດຈັກ, ຖອດກະແຈອອກ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດ.

    • ກວດ​ເບິ່ງ​ລໍ້ຂອງ​ເຄື່ອງ​ຈັກທຸກ​ຄັ້ງ​ທີ່​ມັນ​ຖືກ​ຕັດ​ເຊື່ອມ​ຕໍ່​ຈາກ​ພາ​ຫະ​ນະ​ລາກ​ແກ່.

    • ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳການ​ບຳ​ລຸງ​ຮັກ​ສາ​ທີ່​ໄດ້​ອະ​ທິ​ບາຍ​ໄວ້​ໃນ​ຄູ່​ມື​ນີ້​ເທົ່າ​ນັ້ນ. ຖ້າ​ຈຳ​ເປັນ​ຕ້ອງ​ມີ​ການ​ສ້ອມ​ແປງ​ໃຫຍ່ ຫຼື ຕ້ອງ​ມີ​ການ​ຊ່ວຍ​ເຫຼືອ, ໃຫ້​ຕິດ​ຕໍ່​ຫາ​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ.

    • ໃຫ້​ແນ່​ໃຈ​ວ່າເຄື່ອງ​ຈັກຢູ່​ໃນ​ສະ​ພາບ​ການ​ໃຊ້​ງານ​ທີ່ປອດ​ໄພ​ໂດຍ​ການ​ຮັດນັອດ​ຕົວ​ຜູ້, ນັອດ​ຕົວ​ແມ່ ແລະ ນັອດ​ກຽວໃຫ້​ແໜ້ນໄວ້.

    • ຖ້າເປັນໄປໄດ້, ຢ່າດຳ​ເນີນການບຳລຸງຮັກສາໃນຂະນະທີ່ເຄື່ອງຈັກກຳລັງແລ່ນຢູ່. ຢູ່ຫ່າງຈາກຊິ້ນສ່ວນເຄື່ອນໄຫວ.

    • ປ່ອຍຄວາມດັນອອກຈາກສ່ວນປະກອບທີ່ມີພະລັງງານເກັບໄວ້ຢ່າງລະມັດລະວັງ.

    • ຄ້ຳ​ເຄື່ອງ​ຈັກ​ດ້ວຍທ່ອນ​ໄມ້ ຫຼື ຂາຄ້ຳ​ການ​ເກັບ​ຮັກ​ສາເມື່ອເຮັດວຽກຢູ່ກ້ອງມັນ. ຢ່າ​ອາ​ໄສລະ​ບົບ​ໄຮ​ໂດຼ​ລິກເພື່ອ​ຄ້ຳ​ເຄື່ອງ​ຈັກ.

    • ກວດ​ເບິ່ງ​ນັອດ​ຕິດຖານ​ເດືອຍ​ໃນ​ແຕ່​ລະ​ວັນ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ພວກ​ມັນ​ຮັດ​ແໜ້ນ​ດີ​ຕາມ​ຂໍ້​ກຳ​ນົດ​ສະ​ເພາະ​ແລ້ວ.

    • ໃຫ້​ແນ່​ໃຈ​ວ່າເກາະ​ປ້ອງ​ກັນ​ທັງ​ໝົດໄດ້​ຮັບ​ການ​ຕິດ​ຕັ້ງ ແລະ ຖືກ​ປິດ​ຢ່າງຮັບ​ປະ​ກັນ​ຫຼັງ​ຈາກ​ການ​ບຳ​ລຸງ​ຮັກ​ສາ ແລະ ການ​ປັບ​ເຄື່ອງ​ຈັກ.

    ຄວາມປອດໄພຂອງລະບົບໄຮໂດຼລິກ

    • ຂໍ​ການ​ປິ່ນ​ປົວ​ທາງ​ການ​ແພດ​ທັນ​ທີ, ຖ້າມີການສີດຂອງ​ແຫຼວເຂົ້າໄປໃນຜິວໜັງ. ຂອງ​ແຫຼວ​ທີ່​ສີດເຂົ້າຕ້ອງໄດ້ຮັບການຜ່າຕັດເອົາ​ອອກ​ໂດຍ​ທ່ານ​ໝໍພາຍໃນສອງ​ສາມຊົ່ວໂມງ.

    • ຮັບປະກັນວ່າທໍ່ ແລະ ສາຍເຊື່ອມຕໍ່ຂອງ​ແຫຼວໄຮໂດຼລິກທັງໝົດຢູ່ໃນສະພາບດີ ແລະ ທຸກໆການເຊື່ອມຕໍ່ໄຮໂດຼລິກ ແລະ ຂໍ້​ຕໍ່ຕ່າງໆແໜ້ນກ່ອນທີ່ຈະນຳໃຊ້ຄວາມກົດດັນຕໍ່ລະບົບໄຮໂດຼລິກ.

    • ຮັກສາຮ່າງກາຍ ແລະ ມືຂອງທ່ານໃຫ້ຢູ່ຫ່າງຈາກການຮົ່ວໄຫຼຂອງຮູ ຫຼື ຮູທີ່ເຮັດໃຫ້ສີດນ້ຳມັນໄຮໂດຼລິກຄວາມດັນສູງ.

    • ໃຊ້ເຈ້ຍ​ແຂງ ຫຼື ເຈ້ຍເພື່ອຊອກຫາການຮົ່ວຂອງໄຮໂດຼລິກ.

    • ຜ່ອນ​ແຮງດັນທັງ​ໝົດໃນລະບົບໄຮໂດຼລິກລົງຢ່າງປອດໄພກ່ອນທີ່ຈະປະຕິບັດວຽກງານໃດໜຶ່ງໃນລະບົບໄຮໂດຼລິກ.

    ການຫຼໍ່​ມື່ນເຄື່ອງຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ໃສ່​ນ້ຳ​ມັນ​ກະ​ແລັດ​ເຄື່ອງ​ຈັກ.ຖ້າ​ນຳ​ໃຊ້​ເຄື່ອງ​ຈັກ​ພາຍ​ໃຕ້​ສະ​ພາບ​ປົກ​ກະ​ຕິ, ໃສ່​ນ້ຳ​ມັນຫຼໍ່ມື່ນລູກ​ບີ່ ແລະ ປອກ​ລູກ​ບີ່ທັງໝົດທັນ​ທີຫຼັງຈາກການລ້າງ​ທຸກ​ຄັ້ງ. ໃສ່​ນ້ຳ​ມັນຫຼໍ່ມື່ນລູກ​ບີ່ ແລະ ປອກ​ລູກ​ບີ່ທັງໝົດທຸກມື້ໃນເວລາທີ່ສະພາບການປະຕິບັດງານມີຂີ້ຝຸ່ນ ແລະ ເປື້ອນ.
  • ເຄື່ອງ​ຈັກ​ມີ​ຂໍ້​ຕໍ່​ກະ​ແລັດ 11 ບ່ອນ​ທີ່​ຕ້ອງ​ໄດ້​ໃສ່​ນ້ຳ​ມັນ​ຫຼໍ່​ມື່​ດ້ວຍ​ກະ​ແລັດ​ລີ​ທຽມ​ເບີ 2.

    1. ໃສ່​ນ້ຳ​ມັນຫຼໍ່ມື່ນຂໍ້​ຕໍ່ກະແລັດຕໍ່​ໄປ​ນີ້:

      • ແກນ​ໝູນ​ຈວຍ​ໃສ່​ວັດ​ຖຸ (ດ້ານ​ເທິງ) (2) (ຮູບສະແດງ 33)

      • ແກນ​ໝູນແປງ​ຂັດ (2) (ຮູບສະແດງ 34)

      • ລູກ​ສູບຍົກ (2) (ຮູບສະແດງ 35)

      • ແກນ​ໝູນ​ຈວຍ​ໃສ່​ວັດ​ຖຸ (ດ້ານລຸ່ມ) (2) (ຮູບສະແດງ 36)

      • ແກນ​ໝູນລີ້ນ​ຕົວ​ຜູກ​ຍຶດ (1) (ຮູບສະແດງ 37)

      • ຖານໃບ​ມີດ​ຢາຍ​ລຽນ (ຮູບສະແດງ 38)

      • ຕົວ​ເຮືອນໃບ​ມີດ​ຢາຍ​ລຽນ (ຮູບສະແດງ 38)

    2. ເຊັດ​ຂໍ້​ຕໍ່​ກະ​ແລັດ​ໃຫ້​ສະ​ອາດ​ເພື່ອປ້ອງ​ກັນສິ່ງ​ແປກ​ປອມບໍ່ໃຫ້ເຂົ້າ​ໄປ​ໃນ​ລູກ​ບີ່ ຫຼື ປອກ​ລູກ​ບີ່.

    3. ໂປ່ມ​ກະ​ແລັດ​ໃສ່​ລູກ​ບີ່ ແລະ ປອກ​ລູກ​ບໍ່.

    4. ເຊັດ​ນ້ຳ​ມັນ​ກະ​ແລັດ​ສ່ວນ​ເກີນທີ່​ມີ​ອອກ.

      g011025
      g011026
      g011027
      g011028
      g011029
      g011030

    ການ​ເຊື່ອມ​ໂຍງ​ຣີ​ໂໝດ​ຄວບ​ຄຸມ ແລະ ໜ່ວຍ​ຖານ

    Important: ອ່ານ​ໝົດ​ຂັ້ນ​ຕອນ​ດຳ​ເນີນ​ການ​ກ່ອນ​ປະ​ຕິ​ບັດ​ຂັ້ນ​ຕອນ​ດຳ​ເນີນ​ການ.

    ຣີ​ໂໝດ​ຄວບ​ຄຸມຕ້ອງ​ສ້າງ​ການ​ສື່​ສານ​ດ້ວຍ​ໜ່ວຍ​ຖານ​ກ່ອນ​ທີ່​ທ່ານ​ຈະ​ສາ​ມາດ​ນຳ​ໃຊ້​ລະ​ບົບໄດ້. ຣີ​ໂໝດ​ຄວບ​ຄຸມ​ເຊື່ອມ​ໂຍງ​ກັບໜ່ວຍ​ຖານ​ລະ​ບົບກ່ອນ​ອອກ​ຈາກ​ໂຮງ​ງານ​ດ້ວຍ​ການ​ໃຊ້​ຂັ້ນ​ຕອນ​ດຳ​ເນີນ​ການ​ເຊື່ອມ​ໂຍງ. ຢູ່​ໃນ​ສະ​ຖາ​ນະ​ການ​ທີ່​ມັນ​ຈຳ​ເປັນ​ເພື່ອ​ຕັ້ງ​ການ​ສື່​ສານ​ຣີ​ໂໝດ​ຄວບ​ຄຸມ​ໃສ່​ໜ່ວຍ​ຖານ​ຄືນ​ໃໝ່ (ຕົວ​ຢ່າງ: ການ​ແນະ​ນຳ​ຣີ​ໂໝດ​ຄວບ​ຄຸມ​ໃໝ່ ຫຼື ສຳ​ຮອງ​ໃສ່​ໜ່ວຍ​ຖານ​ທີ່​ມີ​ຢູ່), ໃຫ້​ເຮັດ​ດັ່ງ​ຕໍ່​ໄປ​ນີ້.

    Note: ການ​ເຊື່ອມ​ໂຍງ​ຣີ​ໂໝດ​ຄວບ​ຄຸມ​ໃສ່​ໜ່ວຍ​ຖານ​ອື່ນ​ຕັດ​ເຊື່ອມ​ໂຍງ​ຣີ​ໂໝດ​ຄວບ​ຄຸມ​ນັ້ນ​ຈາກ​ໜ່ວຍ​ຖານ​ເດີມ.

    1. ເອົາ​ໄຟ​ອອກ​ຈາກ​ໜ່ວຍ​ຖານ.

    2. ຢືນ​ຢູ່​ໃກ້​ໜ່ວຍ​ຖານ​ຢູ່​ໃນ​ແຖວ​ທີ່​ເຫັນ​ໄດ້​ຈະ​ແຈ້ງ, ບໍ່​ມີ​ສິ່ງ​ກີດ​ຂວາງ​ດ້ວຍ​ການ​ມີ​ຣີ​ໂໝດ​ຄວບ​ຄຸມ​ຢູ່​ໃນ​ມື.

    3. ກົດ​ປຸ່ມຊົດ​ເຊີຍ​ທາງຊ້າຍ ແລະ ຊົດ​ເຊີຍ​ທາງຂວາພ້ອມ​ກັນ​ຄ້າງ​ໄວ້. ໄຟ LED ກະ​ພິບ​ຂຶ້ນ​ປະ​ມານ​ໜຶ່ງ​ຄັ້ງ​ຕໍ່​ວິ​ນາ​ທີ.

    4. ສືບ​ຕໍ່​ໃຫ້​ທັງ​ສອງ​ປຸ່ມ​ຄ້າງ​ໄວ້​ຈົນ​ກວ່າໄຟ LED ເລີ່ມ​ຕົ້ນ​ກະ​ພິບ​ປະ​ມານ​ສອງ​ຄັ້ງ​ຕໍ່​ວິ​ນາ​ທີ.

    5. ປ່ອຍປຸ່ມຕ່າງໆ.

    6. ກົດປຸ່ມຊົດ​ເຊີຍ​ທາງຊ້າຍຄ້າງ​ໄວ້. ໄຟ LED ກະ​ພິບ​ຂຶ້ນ​ປະ​ມານສອງ​ຄັ້ງ​ຕໍ່​ວິ​ນາ​ທີ.

    7. ສືບ​ຕໍ່​ໃຫ້​ປຸ່ມຊົດ​ເຊີຍ​ທາງຊ້າຍຄ້າງ​ໄວ້ ແລະ ບິດ​ກະ​ແຈໄປ​ຫາ​ຕຳ​ແໜ່ງເດີນ​ເຄື່ອງ. ໄຟ LED ປ່ຽນ​ເປັນ​ຮຸ່ງ​ເຕັມ, ຖ້າ​ຂັ້ນ​ຕອນ​ດຳ​ເນີນ​ການ​ສຳ​ເລັດ.

      Note: ນີ້​ສາ​ມາດ​ໃຊ້​ເວ​ລາ​ເຖິງ 20 ວິ​ນາ​ທີໄດ້.

    8. ປ່ອຍປຸ່ມຊົດ​ເຊີຍ​ທາງຊ້າຍ.

      ລະ​ບົບ​ພ້ອມ​ສຳ​ລັບ​ການ​ນຳ​ໃຊ້​ກັບ​ຣີ​ໂໝດ​ຄວບ​ຄຸມ​ສະ​ເພາະ​ນັ້ນ.

      g030468

    ການປ່ຽນແບັດ​ເຕີ​ຣີຂອງ​ຣີ​ໂໝດ

    ຣີ​ໂໝດ​ມື​ຖືໄດ້​ຮັບ​ພະ​ລັງ​ງານ​ໂດຍແບັດ​ເຕີ​ຣີ 4 AAA. ເມື່ອ​ຕິດ​ຕັ້ງ​ແບັດ​ເຕີ​ຣີ, ສັງ​ເກດ​ເບິ່ງ​ຂົ້ວ​ທີ່​ເໝາະ​ສົມ​ຕາມ​ຂີດ​ໝາຍ​ໃນ​ດ້ານ​ໃນ​ຂອງຫ້ອງ​ເພື່ອ​ຫຼີກ​ລ່ຽງ​ຄວາມ​ເສຍ​ຫາຍ​ຕໍ່ເຄື່ອງ.

    1. ເອົາ​ນັອດ​ກຽວ 6 ນັອດອອກ​ຈາກດ້ານ​ຫຼັງ​ຂອງ​ຣີ​ໂໝດ ແລະ ເອົາ​ຝາ​ປົກ​ອອກ (ຮູບສະແດງ 40).

      Note: ຖ້າ​ເປັນ​ໄປ​ໄດ້, ປ່ອຍ​ຢາງ​ກັນ​ຊຶມ ແລະ ຢ່ວງ​ຮອງ​ເຫຼັກໄວ້ຢູ່ໃນ​ຊ່ອງ​ເມື່ອ​ເອົາ​ຝາ​ປົກ ແລະ ແບັດ​ຕີ​ຣີອອກ.

      g029817
    2. ເອົາ​ແບັດ​ເຕີ​ຣີ​ທີ່​ສາກ​ບໍ່​ໄດ້​ແລ້ວ​ນັ້ນ​ອອກ ແລະ ກຳ​ຈັດ​ຖິ້ມ​ຢ່າງຖືກ​ຕ້ອງຕາມ​ກົດ​ລະ​ບຽບ​ຂອງທ້ອງ​ຖິ່ນ.

    3. ສຽບແບັດ​ເຕີ​ຣີສົດແຕ່​ລະ​ຕົວເຂົ້າ​ໃນໂຄງ​ຫົວແບັດ​ເຕີ​ຣີ​ໂດຍ​ການ​ເບິ່ງ​ຂົ້ວ​ໃຫ້​ຖືກ​ຕ້ອງ.

      Note: ຖ້າຕິດ​ຕັ້ງ​ແບັດ​ເຕີ​ຣີ​ຢ່າງ​ບໍ່​ຖືກ​ຕ້ອງ, ເຄື່ອງ​ຈະ​ບໍ່ໄດ້​ຮັບ​ຄວາມ​ເສຍ​ຫາຍ, ແຕ່​ມັນ​ຈະ​ບໍ່​ໃຊ້​ງານ​ໄດ້.

    4. ຖ້າ​ທ່ານ​ໄດ້​ເອົາ​ຢາງ​ກັນ​ຊຶມ ແລະ ຢ່ວງ​ຮອງ​ເຫຼັກ​ອອກ​ໂດຍ​ບັງ​ເອີນ, ໃຫ້​ປ່ຽນ​ພວກ​ມັນເຂົ້າ​ໃສ່​ຊ່ອງ​ຢູ່​ໃນ​ຣີ​ໂໝດ​ມື​ຖື​ຢ່າງ​ລະ​ມັດ​ລະ​ວັງ.

    5. ປ່ຽນຝາ​ປົກ ແລະ ຍຶດ​ມັນ​ໄວ້​ກັບນັອດ​ກຽວ 6 ນັອດ​ທີ່​ເອົາ​ອອກມາ​ກ່ອນ (ຮູບສະແດງ 40) ແລະ ຫັນ​ພວກ​ມັນ​ແໜ້ນໃຫ້ໄດ້ 1.5 ຫາ 1.7 N∙m (13 ຫາ 15 in-lb).

      Note: ຢ່າຫັນນັອດກຽວແໜ້ນເກີນໄປ.

    ການເກັບມ້ຽນ

    1. ທຳ​ຄວາມ​ສະ​ອາດ​ເຄື່ອງ​ຈັກໃຫ້​ທົ່ວເພື່ອ​ບໍ່​ໃຫ້​ມັນ​ມີ​ຄວາມ​ເປື້ອນ, ໃບ​ໄມ້ ແລະ ຂີ້​ເຫຍື້ອ.

    2. ກວດເບິ່ງຄວາມດັນຂອງຢາງ. ໃຫ້​ເບິ່ງ ການກວດເບິ່ງຄວາມດັນຂອງຢາງລົດ.

    3. ກວດເບິ່ງຕົວຮັດແໜ້ນ​ທັງ​ໝົດ ແລະ ຮັດພວກ​ມັນໃຫ້ແໜ້ນຕາມຄວາມຈຳເປັນ.

    4. ໃສ່​ນ້ຳ​ມັນກະ​ແລັດອຸປະກອນກະແລັດທັງໝົດ. ເຊັດນໍ້າມັນຫຼໍ່​ມື່ນ​ທີ່​ເຫຼືອ​ອອກ.

    5. ກວດ​ເບິ່ງ​ສະ​ພາບ​ຂອງ​ແປງ​ຂັດ ແລະ ປ່ຽນ​ມັນ, ຖ້າ​ຈຳ​ເປັນ.

    ການແກ້ໄຂບັນຫາ

    ສະ​ພາບສາ​ເຫດ​ທີ່​ເປັນ​ໄປ​ໄດ້ມາດ​ຕະ​ການ​ແກ້​ໄຂ
    ເຄື່ອງ​ຈັກ​ບໍ່​ເກັບ​ເອົາ​ຂີ້​ເຫຍື້ອ.

    ແປງ​ຂັດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

    ຄວາມ​ສູງ​ແປງ​ຂັດສູງ​ເກີນ​ໄປ.

    ຄວາມ​ສູງບານ​ພັບ​ດ້ານ​ໜ້າ​ຕ່ຳ​ເກີນ​ໄປ ຫຼື ສູງ​ເກີນ​ໄປ.

    ປ່ຽນ​ແປງ​ຂັດ.

    ປັບຄວາມ​ສູງ​ແປງ​ຂັດ, ໃຫ້​ເບິ່ງ ການປັບຄວາມ​ສູງ​ຂອງແປງ​ຂັດ.

    ປັບຄວາມ​ສູງບານ​ພັບ​ດ້ານ​ໜ້າ, ໃຫ້​ເບິ່ງ ການປັບຄວາມ​ສູງບານ​ພັບ​ດ້ານ​ໜ້າ.

    ເຄື່ອງ​ຈັກ​ມີ​ການ​ສັ່ນ​ເກີນ.

    ກວດ​ເບິ່ງ​ລູກ​ບີ່​ໃນ​ເພົາ​ແປງ​ຂັດ. ຖ້າ​ພວກ​ມັນ​ຮ້ອນ​ແຮງ​ຫຼາຍ, ໃຫ້​ກວດ​ເບິ່ງ​ຄວາມ​ເສຍ​ຫາຍ​ຂອງ​ລູກ​ບີ່.

    ວັດ​ຖຸ​ແປກ​ປອມ​ຖືກ​ພັບ​ເຂົ້າ​ໄປ​ຮອບ​ແປງ​ຂັດ.

    ປ່ຽນລູກ​ບີ່ທີ່​ເປ່​ເພ​ເສຍ​ຫາຍ.

    ທຳ​ຄວາມ​ສະ​ອາດ​ວັດ​ຖຸ​ແປກ​ປອມ​ໃດ​ໜຶ່ງ.

    ໄຟວິນິດໄສໃນ​ເຄື່ອງ​ຈັກ​ບໍ່​ຮຸ່ງ​ເມື່ອ​ກົດ​ປຸ່ມ​ຣີ​ໂໝດ.

    ມີ​ການ​ແຊກ​ແຊງ​ຄວາມ​ຖີ່.

    ເຊື່ອມ​ໂຍງ​ຣີ​ໂໝດ​ຄວບ​ຄຸມກັບໜ່ວຍ​ຖານ; ໃຫ້​ເບິ່ງ ການ​ເຊື່ອມ​ໂຍງ​ຣີ​ໂໝດ​ຄວບ​ຄຸມ ແລະ ໜ່ວຍ​ຖານ .

    ການກວດ​ເບິ່ງລະ​ຫັດ​ຂໍ້​ຜິດ​ພາດ

    ຖ້າ​ໄຟວິນິດໄສຊີ້ບອກວ່າ​ມີ​ຄວາມ​ຜິດ​ພາດ​ຂອງ​ລະ​ບົບ (ໃຫ້​ເບິ່ງ ໄຟວິນິດໄສ, ກວດ​ເບິ່ງ​ລະ​ຫັດ​ຂໍ້​ຜິດ​ພາດ​ເພື່ອ​ກຳ​ນົດ​ສິ່ງ​ທີ່ຜິດ​ພາດ​ກັບ​ເຄື່ອງ​ຈັກ.

    ການ​ເຂົ້າ​ສູ່​ໂໝດ​ວິນິດໄສ ແລະ ການກວດ​ເບິ່ງ​ລະ​ຫັດ

    1. ບິດ​ກະ​ແຈໄປທີ່ຕຳແໜ່ງເດີນ​ເຄື່ອງ.

    2. ຕັດ​ເຊື່ອມ​ຕໍ່​ໄຟ​ໂດຍ​ການ​ແຍກ​ສາຍ​ຮັດ​ພາ​ຫະ​ນະ​ອອກ​ຈາກ​ສາຍ​ຮັດ​ເຄື່ອງ​ຈັກ.

    3. ເອົາຝາ​ປົກ​ດ້ານ​ໜ້າອອກ.

    4. ດຶງ​ຝາ​ປິດທີ່​ມັດ​ໄວ້​ອອກ​ຈາກຕົວ​ເຊື່ອມ​ຕໍ່​ການ​ປ່ຽນ​ວິນິດໄສ 2 ຕົວ (ຮູບສະແດງ 41A).

    5. ເຊື່ອມ​ຕໍ່​ຕົວ​ເຊື່ອ​ຕໍ່​ການ​ປ່ຽນ​ວິນິດໄສ​ເຂົ້າ​ກັນ (ຮູບສະແດງ 41B).

      g030474
    6. ເຊື່ອມ​ຕໍ່​ພາ​ຫະ​ນະ ແລະ ສາຍ​ຮັດ​ສາຍ​ໄຟ​ຈັກ​ເຂົ້າ​ກັນ​ເພື່ອ​ໃຫ້​ໄຟ​ເຄື່ອງ​ຈັກ.

    7. ນັບ​ຈຳ​ນວນ​ຂອງ​ການ​ກະ​ພິບ​ເພື່ອ​ກຳ​ນົດ​ລະ​ຫັດ​ການ​ຂັດ​ຂ້ອງ, ຈາກ​ນັ້ນ​ປຶກ​ສາ​ຕາ​ຕະ​ລາງ​ຕໍ່​ໄປ​ນີ້:

      Note: ຖ້າ​ມີ​ຄວາມ​ຜິດ​ພາດ​ຫຼາຍ​ອັນ, ຄວາມ​ຜິດ​ພາດ​ທັງ​ສອງ​ກະ​ພິບ, ຕິດ​ຕາມ​ມາ​ດ້ວຍ​ການຢຸດ​ຍາວ, ຈາກ​ນັ້ນ​ລຳ​ດັບ​ການ​ຮຸ່ງ​ແມັບໆ​ຊ້ຳ​ຄືນ.

      ລະ​ຫັດຮູບ​ແບບ​ການ​ກະ​ພິບ​ຂອງ LEDພຶດຕິກໍາລາຍລະອຽດ
      ຄວາມ​ຜິດ​ພາບສະເພາະຂອງເຄື່ອງຈັກ
      11ກະ​ພິບ​ຄັ້ງໜຶ່ງ, ຢຸດ, ກະ​ພິບ​ຄັ້ງ​ໜຶ່ງ, ຢຸດ​ຍາວ, ຈາກ​ນັ້ນ​ຊ້ຳ​ຄືນ​ອີກຂາດ​ການ​ເຊື່ອມ​ຕໍ່​ກັບຖານບໍ່​ໄດ້​ສຽບ​ຕົວ​ເຊື່ອມ​ຕໍ່​ເຂົ້າ; ຊອກ​ຫາ​ຕົວ​ເຊື່ອມ​ຕໍ່​ທີ່​ຫຼວມ ຫຼື ບໍ່​ໄດ້​ຕັດ​ເຊື່ອມ​ຕໍ່ ແລະ ເຊື່ອມ​ຕໍ່​ມັນ.
      ມີ​ບາງ​ອັນ​ຜິດ​ພາດ​ຢູ່​ໃນ​ການ​ເດີນ​ສາຍ​ໄຟ; ຕິດ​ຕໍ່ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.
      ຖານ​ບໍ່​ດີ; ຕິດ​ຕໍ່ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.
      12ກະ​ພິບ​ຄັ້ງໜຶ່ງ, ຢຸດ, ກະ​ພິບສອງຄັ້ງ, ຢຸດ​ຍາວ, ຈາກ​ນັ້ນ​ຊ້ຳ​ຄືນ​ອີກຄວາມ​ເຂົ້າ​ກັນ​ບໍ່​ໄດ້​ຂອງ​ເວີ​ຊັນ​ຖານ ແລະ/ຫຼື HHຊອບ​ແວ​ຜິດ​ພາດ (ຕິດ​ຕັ້ງ​ຊອບບ​ແວ​ທີ່​ຖືກ​ຕ້ອງ​ຈາກ TORODIAG); ຕິດ​ຕໍ່ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.
      13ກະ​ພິບ​ຄັ້ງໜຶ່ງ, ຢຸດ, ກະ​ພິບສາມຄັ້ງ, ຢຸດ​ຍາວ, ຈາກ​ນັ້ນ​ຊ້ຳ​ຄືນ​ອີກHH ຜິດ​ພາດ—ບໍ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ Rev Aມີ​ການ​ເຊື່ອມ​ໂຍງ​ຜະ​ລິດ​ຕະ​ພັນ​ບໍ່​ຖືກ​ຕ້ອງ (ຕົວ​ຢ່າງ: ລອງ​ອັບ​ເດດ​ຊອບ​ແວ​ໃນ MH-400 ດ້ວຍ ProPass ມື​ຖື)
    8. ຕິດ​ຕັ້ງຝາ​ປົກ​ດ້ານ​ໜ້າ.

    ການຕັ້ງ​ຄ່າລະ​ຫັດ​ຄວາມຂັດ​ຂ້ອງຄືນ​ໃໝ່

    ຫຼັງ​ຈາກ​ການ​ແກ້​ໄຂ​ບັນ​ຫາ, ຕັດ​ເຊື່ອມ​ຕໍ່ ແລະ ເຊື່ອມ​ຕໍ່​ຕົວ​ເຊື່ອມ​ຕໍ່​ວິ​ນິດ​ໄສ. ໄຟ​ວິນິດໄສ​ຮຸ່ງ​ແມັບໆ​ຕໍ່​ເນື່ອງໜຶ່ງຄັ້ງ​ຕໍ່​ວິ​ນາ​ທີ.