ການແນະນຳ

ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳ​ລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ທ່ານ​ອາດ​ຈະ​ຕິດ​ຕໍ່​ຫາ Toro ໄດ້​ໂດຍ​ກົງ​ທີ່ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ 1 ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນຕົວເລກໃສ່ໃນຊ່ອງທີ່ກຽມໃຫ້.

g017365

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ມີຂໍ້ຄວາມກ່ຽວກັບຄວາມປອດໄພທີ່ໄດ້ລະບຸໂດຍສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ 2), ເຊິ່ງເປັນສັນຍານອັນຕະລາຍທີ່ອາດຈະເຮັດໃຫ້ເກີດການບາດເຈັບສາ​ຫັດ ຫຼື ເສຍຊີວິດ, ຖ້າທ່ານບໍ່ປະຕິບັດຕາມຂໍ້ຄວນລະວັງທີ່ແນະນຳ.

g000502

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ຂໍ້ສັງເກດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ມັນເປັນການລະເມີດກົດໝາຍຊັບພະຍາກອນສາທາລະນະຂອງລັດຄາລິຟໍເນຍພາກທີ 4442 ຫຼື 4443 ໃນການນຳໃຊ້ ຫຼື ນຳໃຊ້ເຄື່ອງຈັກໃນດິນທີ່ມີ​ປ່າ​ໄມ້​ປົກ​ຫຸ້ມ, ພຸ່ມ​ໄມ້​ປົກ​ຫຸ້ມ ຫຼື ຫ​ຍ້າ​ປົກ​ຫຸ້ມ, ເວັ້ນເສຍແຕ່ວ່າເຄື່ອງຈັກມີເຄື່ອງກວດຈັບປະກາຍໄຟຕາມທີ່ໄດ້ກຳນົດໄວ້ໃນພາກທີ 4442, ມີ​ລຳ​ດັບ​ຂັ້ນ​ຕອນ​ການ​ເຮັດ​ວຽກ​ທີ່​ມີ​ປະ​ສິດ​ທິ​ພາບ ຫຼື ເຄື່ອງຈັກຖືກສ້າງຂຶ້ນ, ຕິດຕັ້ງ ແລະ ຮັກສາໄວ້​ສຳ​ລັບ​ການປ້ອງກັນໄຟໄໝ້.

ເຄື່ອງຈັກ​ນີ້​ບໍ່​ມີ​ມາດ​ຕະ​ຖານ​ຕົວ​ຈັບ​ປະ​ກາຍ​ໄຟຕິດ​ຕັ້ງ​ມາ​ພ້ອມ. ທ່ານ​ຕ້ອງ​ຕິດ​ຕັ້ງ​ຊຸດ​ເຄື່ອງ​ມື​ຕົວ​ຈັບ​ປະ​ກາຍ​ໄຟ​ກ່ອນ​ໃຊ້​ງານ​ເຄື່ອງ​ຈັກ​ນີ້​ຢູ່​ໃນ​ລັດ​ຄາ​ລິ​ຟໍ​ເນຍ.

ປຶ້ມຄູ່ມືຂອງເຈົ້າຂອງເຄື່ອງຈັກທີ່ໃຫ້ມາແມ່ນມີຂໍ້ມູນທີ່ກ່ຽວຂ້ອງກັບໜ່ວຍ​ງານປົກປ້ອງສິ່ງແວດລ້ອມຂອງສະຫະລັດ (US Environmental Protection Agency, EPA) ແລະ ລະບຽບການຄວບຄຸມການປ່ອຍອາຍພິດຂອງຄາລິຟໍເນຍກ່ຽວ​ກັບລະບົບການປ່ອຍອາຍພິດ (California Emission Control Regulation), ການບຳລຸງຮັກສາ ແລະ ການຮັບປະກັນ. ການປ່ຽນແທນທີ່ອາດຈະຖືກສັ່ງຊື້ຜ່ານຜູ້ຜະລິດເຄື່ອງຈັກ.

ສຳ​ລັບ​ລຸ້ນ​ທີ່​ມີ​ແຮງ​ມ້າ​ຈັກ​ທີ່​ກ່າວ​ໄວ້, ແຮງ​ມ້າ​ທັງ​ໝົດ​ຂອງ​ຈັກ​ຖືກ​ຈັດ​ອັດ​ຕາ​ໃນ​ຫ້ອງ​ທົດ​ລອງ​ໂດຍ​ຜູ້​ຜະ​ລິດ​ຈັກ​ຕາມ SAE J1349. ດັ່ງ​ທີ່​ໄດ້​ປັບ​ຕັ້ງ​ໃຫ້​ໄດ້​ຕາມ​ເງື່ອນ​ໄຂ​ກຳ​ນົດ​ທາງ​ດ້ານ​ຄວາມ​ປອດ​ໄພ, ການ​ປ່ອຍ​ອາຍ​ພິດ ແລະ ການ​ໃຊ້​ງານ, ແຮງມ້າຈັກ​ຕົວ​ຈິງ​ໃນ​ເຄື່ອງຈັກລະ​ດັບ​ນີ້​ຈະ​ມີ​ຕ່ຳ​ກວ່າຫຼາຍ.

ຄຳເຕືອນ

CALIFORNIA

ຄຳເຕືອນຂອງກົດໝາຍ Proposition 65

ທໍ່ໄອເສຍເຄື່ອງຈັກຈາກຜະລິດຕະພັນນີ້ມີສານເຄມີທີ່ຮູ້ຈັກດີ ໃນ ລັດຄາລີຟໍເນຍ ທີ່ເຮັດໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ການນຳໃຊ້ຜະລິດຕະພັນນີ້ອາດຈະເຮັດໃຫ້ສຳຜັດກັບສານເຄມີທີ່ຮູ້ຈັກດີໃນ ລັດຄາລີຟໍເນຍ ວ່າເປັນສາເຫດກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຄວາມປອດໄພ

ຄວາມປອດໄພທົ່ວໄປ

Important: ອ່ານ​ຄຳ​ແນະ​ນຳ​ເຫຼົ່າ​ນີ້​ຢ່າງ​ລະ​ອຽດ​ກ່ອນ​ໃຊ້​ເຄື່ອງ​ຈັກ ແລະ ຮັກ​ສາ​ພວກ​ມັນ​ໄວ້​ເປັນ​ການ​ອ້າງ​ອີງ​ໃນ​ອະ​ນາ​ຄົດ.

ຜະລິດຕະພັນນີ້ມີຄວາມສາມາດຕັດມື ແລະ ຕີນ ແລະ ເຮັດ​ໃຫ້ວັດຖຸຟົ້ງ​ຂຶ້ນໄດ້. ຕ້ອງປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພທຸກຄັ້ງເພື່ອຫຼີກລ່ຽງການບາດເຈັບສາ​ຫັດ​ຕໍ່​ຕົວ​ເອງ.

  • ອ່ານ ແລະ ທຳຄວາມເຂົ້າໃຈເນື້ອໃນຂອງຄູ່ມືຜູ້​ໃຊ້ນີ້ກ່ອນທີ່ຈະເລີ່ມຕິດຈັກ.

  • ຢ່າວາງມື ຫຼື ຕີນຂອງທ່ານໃກ້ກັບສ່ວນປະກອບທີ່ເຄື່ອນໄຫວຂອງເຄື່ອງຈັກ.

  • ຢ່າປະຕິບັດງານເຄື່ອງຈັກໂດຍບໍ່ມີການປົກປ້ອງທຸກຄົນ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢ່າງຖືກຕ້ອງໃນເຄື່ອງຈັກ.

  • ໃຫ້ຄົນຢູ່ໃກ້ຄຽງ ແລະ ເດັກອອກຈາກພື້ນທີ່ປະຕິບັດງານ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ. ອະ​ນຸ​ຍາດ​ໃຫ້​ແຕ່​ຄົນ​ຜູ້​ທີ່​ຮັບ​ຜິດ​ຊອບ, ຜ່ານ​ການ​ຝຶກ​ອົບ​ຮົມ, ຄຸ້ນ​ເຄີຍ​ກັບ​ຄຳ​ແນະ​ນຳ ແລະ ມີ​ຄວາມ​ສາ​ມາດ​ທາງ​ດ້ານ​ຮ່າງ​ກາຍ​ເທົ່າ​ນັ້ນ​ນຳ​ໃຊ້​ເຄື່ອງ​ຈັກ. ລະບຽບການໃນທ້ອງຖິ່ນອາດຈະຈຳກັດອາຍຸຂອງຜູ້ນຳ​ໃຊ້ເຄື່ອງ​ຈັກ.

  • ມອດຈັກ, ຖອດກະແຈ (ຖ້າມີ) ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ Graphic, ຊຶ່ງໝາຍເຖິງຂໍ້ຄວນລະວັງ, ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງ​ກໍ່​ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫລື ເສຍຊີວິດ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກແນະນຳກ່ຽວ ແລະ ຄວາມປອດໄພແມ່ນສາມາດເຫັນ​ໄດ້​ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດ​ໜຶ່ງທີ່ເປ່​ເພ ຫຼື ຫາຍໄປ.

decal130-8322
decal111-9826
decal111-5393
decal94-8072
g017410
decal133-8062
g017409

ການຕັ້ງຄ່າ

ການ​ປະ​ກອບ​ມື​ຈັບ

  1. ເລື່ອນ​ປອກ​ລູກ​ບີ່ 2 ອັນ​ໄປ​ໃສ່​ຂອບ.

    g017333
  2. ໃສ່​ມື​ຈັບ​ທາງລຸ່ມ​ລະ​ຫວ່າງ​ປອກ​ລູກ​ບີ່ ແລະ ຍຶດ​ມັນ​ດ້ວຍ​ນັອດ​ຕົວ​ຜູ້​ຍຶດ​ຄານ​ມື​ຈັບ 1 ອັນ, ແຫວນ​ຮອງ 2 ອັນ ແລະ ນັອດ​ຕົວ​ແມ່ 1 ອັນ.

    Note: ໃສ່​ມື​ຈັບ​ດ້ານລຸ່ມ​ລະ​ຫວ່າງ​ປອກ​ລູກ​ບີ່ດ້ວຍ​ສ່ວນ​ປະ​ກອບ​ການ​ຢຸດ​ຢັນ​ຢູ່​ດ້ານ​ຂວາ.

  3. ເຮັດຊ້ໍາຄືນສຳ​ລັບດ້ານກົງ​ກັນ​ຂ້າມ.

  4. ຈັດ​ລຽນ​ຮູ​ຢູ່​ມື​ຈັບ​ດ້ານ​ເທິງ​ດ້ວຍ​ມື​ຈັບ​ທາງ​ລຸ່ມ.

    g209291
  5. ໃສ່​ນັອດ​ຕົວ​ຜູ້​ຮູບ​ໂຕ U ໃຫ້​ພໍ​ດີ​ຜ່ານ​ມື​ຈັບ​ດ້ານ​ເທິງ ແລະ ດ້ານ​ລຸ່ມ ແລະ ຍຶດ​ມັນ​ດ້ວຍ​ແຫວນ​ຮອງ ແລະ ລໍ້​ມື.

  6. ຕິດ​ສ່ວນ​ປະ​ກອບ​ຄັນ​ເລັ່ງ​ໃສ່​ດ້ານນອກ​ຂອງ​ຄານ​ມື​ຈັບ ແລະ ຍຶດ​ມັນ​ດ້ວຍ​ນັອດ​ຕົວ​ແມ່ ແລະ ນັອດ​ກຽວ​ຖາດ.

    g209280

ການຕິດຕັ້ງບ່ອນ​ຢຽບ

ຍຶດ​ບ່ອນ​ຢຽບ​ໃສ່​ນັອດ​ຕົວ​ຜູ້​ຢູ່​ດ້ານ​ຂວາ​ຂອງ​ມື​ຈັບ​ດ້ານ​ລຸ່ມ​ດ້ວຍ​ການ​ໃຊ້​ນັອດ​ຕົວ​ແມ່​ໜຶ່ງ​ຕົວ ແລະ ແຫວນ​ຮອງ​2 ອັນ (ຮູບສະແດງ 6).

Note: ຕິດ​ຕັ້ງບ່ອນນ​ຢຽບ​ດ້ວຍ​ການ​ໃຊ້​ຮູ​ດ້ານ​ລຸ່ມ​ຢູ່​ໃນ​ບ່ອນ​ຢຽບດັ່ງ​ທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ 6.

g461337

ການຕື່ມນ້ຳ​ມັນເຄື່ອງຈັກ

Important: ເຄື່ອງຈັກຂອງ​ທ່ານ​ບໍ່​ມີ​ນ້ຳ​ມັນ​ໃສ່​ຈັກ​ມາ​ພ້ອມ. ກ່ອນ​ຕິດ​ຈັກ, ໃຫ້​ໃສ່​ນ້ຳ​ມັນ​ເຄື່ອງ​ຈັກ.

ຂໍ້​ກຳ​ນົດ​ສະ​ເພາະ​ຂອງ​ນ້ຳ​ມັນ​ເຄື່ອງ​ຈັກ

ຄວມ​ຈຸນ້ຳ​ມັນເຄື່ອງຈັກ0.59 ລິດ (20 ອອນ​ຂອງ​ແຫຼວ)
ຄວາມ​ໜຽວ​ນ້ຳ​ມັນ​ເຄື່ອງນ້ຳ​ມັນ​ເຄື່ອງ​ແຮ່​ທາດ​ຫຼາຍ​ເກ​ຣດ SAE 10W-30
ການ​ຈັດ​ປະ​ເພດ​ການ​ບໍ​ລິ​ການບຳ​ລຸງ​ຮັກ​ສາ APISJ ຫຼື ສູງກວ່າ
  1. ເຄື່ອນເຄື່ອງຈັກຢູ່ໃນພື້ນພຽງ​ໄດ້​ລະ​ດັບ.

  2. ເອົາເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ອອກ​ໂດຍ​ການ​ໝູນຝາ​ປິດໄປ​ຕາມ​ທິດ​ທວນ​ເຂັມ​ໂມງ ແລະ ດຶງ​ມັນ​ອອກ (ຮູບສະແດງ 7).

    g017332
  3. ຖອກ​ນ້ຳ​ມັນ​ເຄື່ອງປະ​ມານ ¾ ຂອງຄວາມ​ຈຸ​ເຄື່ອງ​ຈັກ​ລົງໃສ່​ທໍ່ເຕີມນ້ຳ​ມັນ​ເຄື່ອງຢ່າງ​ລະ​ມັດ​ລະ​ວັງ (ຮູບສະແດງ 8).

    g017338
  4. ລໍ​ຖ້າ 3 ນາ​ທີ​ໃຫ້​ນ້ຳ​ມັນ​ເຄື່ອງ​ເຂົ້າ​ໄປ​ໃນຈັກ.

  5. ໃຊ້​ຜ້າສະ​ອາດເຊັດເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງໃຫ້​ສະ​ອາດ.

  6. ສອດ​ເຫຼັກແທກ​ນ້ຳ​ມັນ​ເຄື່ອງ​ເຂົ້າ​ໄປ​ໃນ​ທໍ່ເຕີມ​ນ້ຳ​ມັນ, ແຕ່ຢ່າບິດ​ກຽວ​ມັນ​ເຂົ້າ​ໃນ, ຈາກ​ນັ້ນ​ຖອດ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ອອກ.

  7. ອ່ານເບິ່ງລະດັບນໍ້າມັນຢູ່ໃນເຫຼັກແທກນ້ຳ​ມັນ​ເຄື່ອງ (ຮູບສະແດງ 7).

    • ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ຢູ່ຕ່ຳ​ເກີນ​ໄປ, ໃຫ້​ຖອກ​ນ້ຳ​ມັນ​ເຄື່ອງ​ປະ​ລິ​ມານ​ເລັກ​ນ້ອຍ​ເຂົ້າ​ໄປ​ໃນ​ທໍ່​ເຕີມ​ນ້ຳ​ມັນ​ເຄື່ອງ​ຢ່າງ​ລະ​ມັດ​ລະ​ວັງ, ລໍ​ຖ້າ 3 ນາ​ທີ ແລະ ເຮັດ​ຊ້ຳ​ຂັ້ນ​ຕອນທີ 5 ຮອດ 7 ຈົນ​ກວ່ານ້ຳ​ມັນ​ເຄື່ອງ​ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງຢູ່​ລະ​ດັບ​ຖືກ​ຕ້ອງ.

    • ຖ້າລະດັບນ້ຳມັນເຄື່ອງໃນເຫຼັກ​ແທກ​ນ້ຳ​ມັນເຄື່ອງຢູ່​ສູງ​ເກີນ​ໄປ, ລະ​ບາຍ​ນ້ຳ​ມັນ​ເຄື່ອງ​ທີ່​ເກີນ​ອອກ​ຈົນ​ກວ່ານ້ຳ​ມັນ​ເຄື່ອງ​ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງຢູ່​ລະ​ດັບ​ທີ່​ຖືກ​ຕ້ອງ; ໃຫ້​ເບິ່ງ ການປ່ຽນນ້ຳ​ມັນເຄື່ອງຈັກ.

    Important: ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຢູ່​ໃນ​ຈັກ​ຕ່ຳ ຫຼື ສູງ​ເກີນ​ໄປ ແລະ ທ່ານ​ຕິດ​ຈັກ​ໄວ້, ທ່ານ​ອາດ​ຈະ​ເຮັດ​ໃຫ້​ຈັກ​ເປ່​ເພ​ໄດ້.

  8. ຕິດ​ຕັ້ງເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ ແລະ ຮັດ​ມັນ​ດ້ວຍ​ມືໃຫ້​ແໜ້ນຮັບ​ປະ​ກັນດີ.

    Important: ປ່ຽນນ້ຳມັນເຄື່ອງຈັກຫຼັງ​ຈາກ​ການ​ໃຊ້​ງານ 5 ຊົ່ວ​ໂມງ​ທຳ​ອິດ; ຫຼັງ​ຈາກ​ນັ້ນ​ປ່ຽນ​ມັນ​ທຸກໆ​ປີ. ໃຫ້​ເບິ່ງ ການປ່ຽນນ້ຳ​ມັນເຄື່ອງຈັກ.

ພາບລວມຂອງຜະລິດຕະພັນ

g017341
g017335
ລຸ້ນລວງກວ້າງ​ການ​ຕັດລວງກວ້າງຜະລິດ​ຕະ​ພັນ​ນ
0261046.5 ຊມ (18-½ ນິ້ວ)57.5 ຊມ (22-½ ນິ້ວ)
0261153.5 ຊມ (21 ນິ້ວ)63.5 ຊມ (25 ນິ້ວ)

ການປະຕິບັດງານ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແຫນ່ງການ​ໃຊ້​ງານປົກກະຕິ.

ກ່ອນການປະຕິບັດງານ

ຄວາມປອດໄພກ່ອນການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ທຳຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງອຸປະກອນ, ການຄວບຄຸມຂອງຜູ້​ນຳ​ໃຊ້ ແລະ ປ້າຍສັນຍານຄວາມປອດໄພ.

  • ກວດ​ເບິ່ງວ່າເກາະ​ປ້ອງ​ກັນທັງໝົດ ແລະ ອຸ​ປະ​ກອນ​ຮັກ​ສາ​ຄວາມ​ປອດ​ໄພຢູ່​ກັບ​ທີ່ ແລະ ໃຊ້​ງານ​ໄດ້​ຢ່າງເໝາະ​ສົມ.

  • ໃຫ້ກວດກາເຄື່ອງຈັກຢູ່ສະເໝີເພື່ອໃຫ້​ແນ່​ໃຈ​ວ່າໃບ​ມີດ, ນັອດຕົວ​ຜູ້​ຈັບ​ໃບ​ມີດ ແລະ ສ່ວນ​ປະ​ກອບ​ໜ່ວຍ​ຕັດບໍ່​ຫຼຸ້ຍ​ຫ້ຽນ ຫຼື ໄດ້​ຮັບ​ຄວາມ​ເສຍຫາຍ.

  • ກວດກາບໍລິເວນທີ່ທ່ານຈະໃຊ້ເຄື່ອງຈັກ ແລະ ເອົາວັດຖຸທັງໝົດທີ່ເຄື່ອງຈັກສາມາດຈະ​ເຮັດ​ໃຫ້​ເກີດ​ການ​ຟົ້ງ​ຂຶ້ນໄດ້ນັ້ນ​ອອກ.

  • ການປັບ​ຄວາມ​ສູງການ​ຕັດອາດ​ຈະ​ນຳ​ເອົາທ່ານ​ເຂົ້າ​ໄປ​ສຳ​ຜັດ​ກັບ​ໃບ​ມີດ​ທີ່​ເຄື່ອນ​ໄຫວ, ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສາ​ຫັດ​ໄດ້.

    • ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ.

    • ຖອດສາຍ​ຫົວ​ທຽນອອກ​ຈາກຫົວ​ທຽນກ່ອນການ​ປັບ​ຄວາມ​ສູງ​ການ​ຕັດ.

ຄວາມປອດໄພຂອງນໍ້າມັນເຊື້ອໄຟ

ອັນຕະລາຍ

ນ້ຳມັນເຊື້ອໄຟໄວໄຟຫຼາຍ ແລະ ລະເບີດໄດ້ສູງ. ໄຟໄໝ້ ຫຼື ການລະເບີດຈາກນໍ້າມັນເຊື້ອໄຟສາມາດເຮັດໃຫ້ທ່ານ ແລະ ຄົນອື່ນໆຖືກ​ໄໝ້ ແລະ ສາມາດເຮັດໃຫ້ຊັບສິນເສຍຫາຍໄດ້.

  • ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ປະ​ຈຸ​ສະ​ຖິດ​ຕິດ​ໄຟ, ວາງ​ພາ​ຊະ​ນະ​ບັນ​ຈຸ ແລະ/ຫຼື ເຄື່ອງ​ຈັກ​ລົງ​ໃນ​ພື້ນ​ໂດຍ​ກົງ​ກ່ອນ​ການ​ເຕີມ, ບໍ່​ໃຫ້​ຢູ່​ໃນ​ພາ​ຫະ​ນະ ຫຼື ເທິງວັດ​ຖຸ​ໃດ​ໜຶ່ງ.

  • ເຕີມນໍ້າມັນເຊື້ອໄຟຢູ່ຂ້າງນອກຢູ່ໃນບ່ອນທີ່ໂລ່ງແຈ້ງໃນ​ເວ​ລາ​ຈັກເຢັນ. ເຊັດນໍ້າມັນເຊື້ອໄຟທີ່ຮົ່ວກະ​ຈາຍ​ນັ້ນອອກ.

  • ຢ່າ​ຈັບ​ນ້ຳ​ມັນ​ເຊື້ອ​ໄຟ​ເມື່ອ​ສູບ​ຢາ​ຢູ່ ຫຼື ຢູ່ບໍ​ລິ​ເວນແປວ​ໄຟ ຫຼື ປະ​ກາຍ​ໄຟ​ເປີດ.

  • ເກັບຮັກສາໄວ້​ໃນ​ພາ​ຊະ​ນະ​ບັນ​ຈຸ​ທີ່​ໄດ້​ຮັບ​ອະ​ນຸ​ມັດ ແລະ ເກັບ​ມັນ​ໄວ້ຫ່າງ​ໄກ​ຈາກ​ເດັກນ້ອຍ.

ຄຳເຕືອນ

ນ້ຳ​ມັນ​ເຊື້ອ​ໄຟ​ມີ​ອັນ​ຕະ​ລາຍ ຫຼື ເປັນ​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ, ຖ້າ​ກືນເຂົ້າ​ໄປ. ການ​ຖືກ​ອາຍ​ນ້ຳ​ມັນ​ເຊື້ອ​ໄຟ​ເປັນ​ເວ​ລາ​ດົນ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສາ​ຫັດ ຫຼື ເຈັບ​ປ່ວຍ​ໄດ້.

  • ຫຼີກ​ເວັ້ນ​ການ​ສູດ​ດົມ​ເອົາ​ອາຍເປັນ​ເວ​ລາ​ດົນ​ນານ.

  • ໃຫ້ມື ແລະ ໜ້າຂອງ​ທ່ານຢູ່​ຫ່າງ​ອອກ​ຈາກ​ຫົວ​ສີດ ແລະ ຖັງນ້ຳມັນທີ່​ເປີດ​ຢູ່.

  • ເກັບນ້ຳ​ມັນ​ເຊື້ອ​ໄຟ​ໃຫ້​ຫ່າງ​ຈາກຕາ ແລະ ຜິວ​ໜັງ​ຂອງ​ທ່ານ.

ການເຕີມນໍ້າມັນເຊື້ອໄຟ

  • ເພື່ອ​ໃຫ້​ໄດ້​ຜົນ​ດີ​ທີ່​ສຸດ, ໃຫ້​ໃຊ້​ແຕ່​ນ້ຳ​ມັນ​ແອັດ​ຊັງ​ທີ່​ສະ​ອາດ, ສົດ, ບໍ່​ມີ​ສານ​ຊືນ​ທີ່​ມີ​ອັດ​ຕາ​ອັອກເທນ 87 ຫຼື ສູງກວ່າ ((R+M)/2 ວິ​ທີ​ຄິດ​ໄລ່​ອັດ​ຕາ).

  • ນ້ຳ​ມັນເຕີມ​ອົກ​ຊີທີ່​ມີ​ເອ​ທານອ​ລ​ສູງ​ເຖິງ 10% ຫຼື 15% MTBE ໂດຍ​ບໍ​ລິ​ມາດ​ແມ່ນຍອມ​ຮັບ​ໄດ້.

  • ຢ່າໃຊ້​ນ້ຳ​ມັນ​ປະ​ສົມ​ແອັດ​ຊັ​ງ​ທີ່​ມີ​ເອ​ທານອ​ລ​ເຊັ່ນ: E15 ຫຼື E85 ໂດຍ​ທີ່​ມີ​ເອ​ທານອ​ລ​ຫຼາຍກວ່າ 10% ໂດຍ​ບໍ​ລິ​ມາດ. ບັນ​ຫາ​ທາງ​ດ້ານ​ປະ​ສິດ​ທິ​ພາບ ແລະ/ຫຼື ຄວາມ​ເສຍ​ຫາຍ​ຕໍ່​ເຄື່ອງ​ຈັກອາດ​ຈະ​ເປັນ​ຜົນ​ເກີດ​ຂຶ້ນ, ເຊິ່ງ​ອາດ​ຈະ​ບໍ່ໄດ້​ຮັບ​ການ​ຄຸ້ມ​ຄອງ​ພາຍ​ໃຕ້​ການ​ຮັບ​ປະ​ກັນ.

  • ຢ່າໃຊ້​ນ້ຳ​ມັນ​ແອັດ​ຊັງ​ທີ່​ມີ​ເມ​ທານອ​ລ.

  • ຢ່າເກັບ​ຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟ​ໄວ້​ໃນ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ ຫຼື ໃນ​ພາ​ຊະ​ນະ​ບັນ​ຈຸ​ນ້ຳ​ມັນ​ເຊື້ອ​ໄຟ​ຕະ​ຫຼອດ​ລະ​ດູ​ໜາວ, ນອກ​ຈາກວ່າໄດ້​ເຕີມຕົວ​ຮັກ​ສາ​ຄວາມ​ສະ​ຖຽນ​ຂອງ​ນ້ຳ​ມັນ​ເຊື້ອ​ໄຟໃສ່​ນ້ຳ​ມັນ.

  • ຢ່າເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່​ນ້ຳ​ມັນ​ແອັດ​ຊັງ.

ເຕີມນໍ້າມັນເຊື້ອໄຟໃສ່​ຖັງດ້ວຍ​ນ້ຳ​ມັນ​ແອັດ​ຊັງ​ທຳ​ມະ​ດາ​ບໍ່​ມີ​ສານ​ຊືນ​ສົດ​ຈາກ​ປ້ຳ​ນ້ຳ​ມັນ​ທີ່​ມີ​ຍີ​ຫໍ້​ດັງ (ຮູບສະແດງ 11).

Important: ເພື່ອ​ຫຼຸດ​ຜ່ອນ​ບັນ​ຫາ​ການ​ຕິດ​ຈັກ, ເຕີມຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບໃສ່​ນ້ຳ​ມັນ​ເຊື້ອ​ໄຟ​ສົດ​ຕາມ​ທີ່ຜູ້​ຜະ​ລິດຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນ​ເຊື້ອ​ໄຟ.

ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂໍ້​ມູນເພີ່ມເຕີມ.

g017340

ການກວດເບິ່ງລະດັບນ້ຳມັນເຄື່ອງຈັກ

  1. ເຄື່ອນເຄື່ອງຈັກຢູ່ໃນພື້ນພຽງ​ໄດ້​ລະ​ດັບ.

  2. ເອົາເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ອອກ​ໂດຍ​ການ​ໝູນຝາ​ປິດໄປ​ຕາມ​ທິດ​ທວນ​ເຂັມ​ໂມງ ແລະ ດຶງ​ມັນ​ອອກ (ຮູບສະແດງ 12).

    g017332
  3. ໃຊ້​ຜ້າສະ​ອາດເຊັດເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງໃຫ້​ສະ​ອາດ.

  4. ສອດ​ເຫຼັກແທກ​ນ້ຳ​ມັນ​ເຄື່ອງ​ເຂົ້າ​ໄປ​ໃນ​ທໍ່ເຕີມ​ນ້ຳ​ມັນ, ແຕ່ຢ່າບິດ​ກຽວ​ມັນ​ເຂົ້າ​ໃນ, ຈາກ​ນັ້ນ​ຖອດ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ອອກ.

  5. ອ່ານເບິ່ງລະດັບນໍ້າມັນຢູ່ໃນເຫຼັກແທກນ້ຳ​ມັນ​ເຄື່ອງ (ຮູບສະແດງ 12).

    • ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ຢູ່ຕ່ຳ​ເກີນ​ໄປ (ຮູບສະແດງ 12), ໃຫ້​ຖອກ​ນ້ຳ​ມັນ​ເຄື່ອງ SAE 10W-30 ແຮ່​ທາດ​ຫຼາຍ​ເກ​ຣດປະ​ລິ​ມານ​ເລັກ​ນ້ອຍ​ເຂົ້າ​ໄປ​ໃນ​ທໍ່​ເຕີມ​ນ້ຳ​ມັນ​ເຄື່ອງ​ຢ່າງ​ລະ​ມັດ​ລະ​ວັງ, ລໍ​ຖ້າ 3 ນາ​ທີ ແລະ ເຮັດ​ຊ້ຳ​ຂັ້ນ​ຕອນທີ 3 ຮອດ 5 ຈົນ​ກວ່ານ້ຳ​ມັນ​ເຄື່ອງ​ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງຢູ່​ລະ​ດັບ​ຖືກ​ຕ້ອງ.

    • ຖ້າລະດັບນ້ຳມັນເຄື່ອງໃນເຫຼັກ​ແທກ​ນ້ຳ​ມັນເຄື່ອງຢູ່​ສູງ​ເກີນ​ໄປ (ຮູບສະແດງ 12), ລະ​ບາຍ​ນ້ຳ​ມັນ​ເຄື່ອງ​ທີ່​ເກີນ​ອອກ​ຈົນ​ກວ່ານ້ຳ​ມັນ​ເຄື່ອງ​ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງຢູ່​ລະ​ດັບ​ທີ່​ຖືກ​ຕ້ອງ; ໃຫ້​ເບິ່ງ ການປ່ຽນນ້ຳ​ມັນເຄື່ອງຈັກ.

    Important: ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຢູ່​ໃນ​ຈັກ​ຕ່ຳ ຫຼື ສູງ​ເກີນ​ໄປ ແລະ ທ່ານ​ຕິດ​ຈັກ​ໄວ້, ທ່ານ​ອາດ​ຈະ​ເຮັດ​ໃຫ້​ຈັກ​ເປ່​ເພ​ໄດ້.

  6. ຕິດ​ຕັ້ງເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ເຂົ້າໃສ່​ທໍ່ເຕີມ​ນ້ຳ​ມັນ​ເຄື່ອງຢ່າງ​ຮັບ​ປະ​ກັນ.

    Important: ປ່ຽນນ້ຳມັນເຄື່ອງຈັກຫຼັງ​ຈາກ​ການ​ໃຊ້​ງານ 5 ຊົ່ວ​ໂມງ​ທຳ​ອິດ; ຫຼັງ​ຈາກ​ນັ້ນ​ປ່ຽນ​ມັນ​ທຸກໆ​ປີ. ໃຫ້​ເບິ່ງ ການປ່ຽນນ້ຳ​ມັນເຄື່ອງຈັກ.

ການປັບ​ຄວາມ​ສູງການ​ຕັດ

ຄຳເຕືອນ

ການປັບ​ຄວາມ​ສູງການ​ຕັດອາດ​ຈະ​ນຳ​ເອົາທ່ານ​ເຂົ້າ​ໄປ​ສຳ​ຜັດ​ກັບ​ໃບ​ມີດ​ທີ່​ເຄື່ອນ​ໄຫວ, ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສາ​ຫັດ​ໄດ້.

  • ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ.

  • ໃສ່​ຖົງ​ມືໃນ​ຂະ​ນະ​ທີ່ຈັບ​ໜ່ວຍ​ຕັດ.

ຂໍ້ຄວນລະວັງ

ຖ້າຈັກກຳລັງຕິດຢູ່, ທໍ່​ເກັບ​ສຽງ​ຈະ​ຮ້ອນ ແລະ ສາ​ມາດໄໝ້ທ່ານ​ຢ່າງ​ຮຸນ​ແຮງໄດ້.

ໃຫ້​ຢູ່​ຫ່າງ​ຈາກ​ທໍ່​ເກັບ​ສຽງ​ທີ່​ຮ້ອນ.

ປັບ​ຄວາມສູງ​ການ​ຕັດ​ຕາມ​ທີ່​ຕ້ອງ​ການ.

  1. ບິດສະ​ວິດໄຟນ້ຳ​ມັນໄປທີ່ຕຳແໜ່ງປິດ.

  2. ຖອດສາຍອອກຈາກຫົວ​ທຽນ.

  3. ອຽງ​ເຄື່ອງ​ຈັກ​ໄປ​ດ້ານ​ຂອງ​ມັນດ້ວຍການ​ໃຫ້​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ປິ່ນ​ລົງ.

  4. ການ​ໃສ່​ຖົງ​ມື​ປ້ອງ​ກັນ, ເອົາ​ນັອດຕົວ​ຜູ້​ຈັບ​ໃບມີດ ແລະ ໜ່ວຍຕັດອອກ.

  5. ວາງ​ຕຳ​ແໜ່ງ​ຕົວ​ຈັດ​ໄລ​ຍະ​ຫ່າງ​ໄປ​ຫາ​ຄວາມ​ສູງ​ທີ່​ຕ້ອງ​ການ, ຈາກ​ນັ້ນ​ຕິດ​ຕັ້ງ​ໜ່ວຍ​ຕັດ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 13.

    g017336

    Note: ຕົວ​ຈັດ​ໄລ​ຍະ​ຫ່າງກວ້າງຕ້ອງ​ຢູ່​ກ້ອງ​ຕົວ​ບັງ​ຄັບ​ໂດຍ​ກົງ​ຕະ​ຫຼອດ​ເວ​ລາ.

  6. ບິດນັອດຕົວ​ຜູ້ໃບ​ມີດໃຫ້​ໄດ້ 25 N∙m (18 ft-lb).

ໃນລະຫວ່າງການປະຕິບັດງານ

ຄວາມປອດໄພໃນລະຫວ່າງການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງການປ້ອງກັນຕາ; ໂສ້ງຂາຍາວ; ເກີບກັນມື່ນ ແລະ ເຄື່ອງ​ປ້ອງ​ກັນ​ສຽງ. ມັດຜົມຍາວໄວ້​ດ້ານ​ຫຼັງ ແລະ ຢ່າໃສ່ເຄື່ອງນຸ່ງ ຫຼື ເຄື່ອງປະດັບຫຼວມໆ.

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ນຳ​ໃຊ້ເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ຢ່າໃຊ້ເຄື່ອງຈັກໃນຂະນະທີ່ບໍ່​ສະ​ບາຍ, ອິດເມື່ອຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງສິ່ງ​ມຶນ​ເມົາ ຫຼື ສິ່ງເສບຕິດ.

  • ໃບ​ມີດ​ຄົມ; ການ​ສຳ​ຜັດ​ໃບ​ມີດ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບຮຸນ​ແຕງ​ຕໍ່​ບຸກ​ຄົນ​ໄດ້. ມອດຈັກ ແລະ ລໍຖ້າໃຫ້ສ່ວນທີ່ເຄື່ອນໄຫວທັງໝົດຢຸດກ່ອນອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

  • ເມື່ອ​ທ່ານ​ປ່ອຍ​ການ​ຄວບ​ຄຸມການ​ຢູ່ປະ​ຈຳ​ທີ່​ຂອງ​ຜູ້​ໃຊ້​ງານ, ຈັກຄວນ​ຈະ​ມອດ ແລະ ໃບ​ມີດ​ຄວນ​ຢຸດ​ພາຍ​ໃນ 3 ວິ​ນາ​ທີ. ຖ້າບໍ່​ດັ່ງ​ນັ້ນ, ໃຫ້ຢຸດ​ໃຊ້ເຄື່ອງຈັກທັນ​ທີ ແລະ ຕິດ​ຕໍ່​ຫາຕົວ​ແທນບໍ​ລິ​ການ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ.

  • ນຳ​ໃຊ້ເຄື່ອງຈັກພຽງແຕ່ໃນເວລາທີ່ທ່ານເບິ່ງເຫັນດີເທົ່ານັ້ນ ແລະ ມີສະພາບອາກາດທີ່ເໝາະສົມ. ຢ່າໃຊ້ເຄື່ອງຈັກເມື່ອມີຄວາມສ່ຽງຕໍ່ການເກີດຟ້າຜ່າ.

  • ຫຍ້າ ຫຼື ໃບ​ໄມ້​ປຽກ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ຮຸນ​ແຮງ​ໄດ້, ຖ້າ​ທ່ານ​ຢຽບ​ແລ້ວມື່ນ ແລະ ໄປ​ສຳ​ຜັດ​ກັບ​ໃບ​ມີດ. ຫຼີກລ່ຽງການຕັດຫຍ້າຢູ່​ໃນ​ສະ​ພາບ​ທີ່ປຽກ, ຖ້າ​ເປັນ​ໄປ​ໄດ້.

  • ໃຊ້ຄວາມລະມັດລະວັງໃນເວລາທີ່ເຂົ້າໄປໃນບໍລິເວນທີ່ເບິ່ງບໍ່ເຫັນ, ຟຸ່ມໄມ້, ຕົ້ນໄມ້ ຫຼື ວັດຖຸອື່ນໆທີ່ອາດຈະ​ບົດ​ບັງ​ວິວ​ຂອງ​ທ່ານ.

  • ເບິ່ງຂຸມ, ຮອຍແຕກ, ກ້ອນຫີນ ຫຼື ວັດ​ຖຸ​ອື່ນໆທີ່ເຊື່ອງຢູ່. ສະ​ພາບ​ພື້ນ​ທີ່​ບໍ່​ພຽງສາມາດ​ເຮັດ​ໃຫ້​ມື່ນ ແລະ ລົ້ມ​ໂດຍ​ບັງ​ເອີນ​ໄດ້.

  • ມອດເຄື່ອງຈັກ ແລະ ກວດ​ເບິ່ງໃບ​ມີດຫຼັງຈາກຕຳເອົາວັດຖຸ ຫຼື ຖ້າມີການສັ່ນສະເທືອນຜິດປົກກະຕິຢູ່ໃນເຄື່ອງຈັກ. ເຮັດການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະເລີ່ມ​ການ​ນຳ​ໃຊ້​ຕໍ່.

  • ກ່ອນທີ່ຈະອອກຈາກຕຳແໜ່ງປະຕິບັດງານ, ໃຫ້ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ.

  • ຖ້າຈັກກຳລັງຕິດຢູ່, ທໍ່​ເກັບ​ສຽງ​ຈະ​ຮ້ອນ ແລະ ສາ​ມາດໄໝ້ທ່ານ​ຢ່າງ​ຮຸນ​ແຮງໄດ້. ໃຫ້​ຢູ່​ຫ່າງ​ຈາກ​ທໍ່​ເກັບ​ສຽງ​ທີ່​ຮ້ອນ.

  • ໃຊ້ແຕ່ອຸປະກອນເສີມ ແລະ ສິ່ງທີ່ຕິດມາທີ່ອະ​ນຸ​ມັດໂດຍບໍລິສັດ Toro® Company ເທົ່າ​ນັ້ນ.

ຄວາມປອດໄພໃນທາງຄ້ອຍຊັນ

  • ກ່ອນ​ການ​ໃຊ້​ງານ​ຢູ່​ໃນ​ບ່ອນ​ຄ້ອຍ​ຊັນ​ໃດ​ໜຶ່ງ, ເຮັດ​ການ​ສຳ​ຫຼວດ​ສະ​ໜາມ​ໃຫ້​ສຳ​ເລັດ​ເພື່ອ​ກຳ​ນົດຄວາມ​ຊັນ​ຕົວ​ຈິງ​ບ່ອນ​ທີ່​ທ່ານ​ຈະ​ໃຊ້​ງານ​ເຄື່ອງ​ຈັກ.

  • ຫຼີກລ່ຽງການຕັດຫຍ້າເທິງຫຍ້າປຽກ. ເກີບ​ບໍ່​ດີ​ສາມາດ​ເຮັດ​ໃຫ້​ມື່ນ ແລະ ລົ້ມ​ໂດຍ​ບັງ​ເອີນ​ໄດ້.

  • ຕັດ​ຫຍ້າຢູ່ໃກ້ຈຸດຕົກ, ຄອງນ້ຳ, ຄັນຄູ ຫຼື ບ່ອນ​ເປັນ​ເນີນດ້ວຍ​ຄວາມ​ລະ​ມັດ​ລະ​ວັງ.

  • ເມື່ອ​ໃຊ້​ງານ​ເຄື່ອງ​ຈັກ, ໃຫ້​ເອົາ​ມື​ອອກ​ຫ່າງ​ຈາກ​ມື​ຈັບ​ສະ​ເໝີ.

  • ເມື່ອ​ຕັດ​ຈາກ​ດ້ານ​ເທິງ​ຂອງ​ບ່ອນ​ຄ້ອຍ​ຊັນ​ສູງ ແລະ ທ່ານຈຳ​ເປັນ​ຕ້ອງ​ເອື້ອມ​ໃຫ້​ເຖິງ​ຍາວ​ຂຶ້ນ, ໃຊ້​ມື​ຈັບ​ຍື່ນ​ອອກ​ທີ່​ໄດ້​ຮັບ​ອະ​ນຸມດ, ຖ້າ​ທ່ານ​ຈຳ​ເປັນ​ຕ້ອງ​ເອື້ອມ​ໃຫ້​ເຖິງ​ຍາວ​ຂຶ້ນ.

ການຕິດຈັກ.

  1. ວາງການຄວບຄຸມຄັນ​ເລັ່ງໃສ່​ຕຳ​ແໜ່ງ​ຊົກ, ໃຫ້​ແນ່​ໃຈ​ວ່າສະ​ວິດ​ນ້ຳ​ມັນ​ຢູ່​ໃນ​ຕຳ​ແໜ່ງເປີດ.

    g017346
  2. ຖື​ຄານຄວບ​ຄຸມ​ການ​ປະ​ຈຳ​ທີ່​ຂອງ​ຜູ້​ນຳ​ໃຊ້​ໃສ່​ມືຈັບ.

    g017334
  3. ວາງ​ຕີນ​ຂອງ​ທ່ານຢູ່​ເທິງ​ພື້ນ ແລະ ອຽງ​ເຄື່ອງ​ຈັກ​ໄປ​ຍັງ​ທ່ານ (ຮູບສະແດງ 16).

    g017329
  4. ດຶງມື​ຈັບ​ດຶງ​ຕິດ​ຈັກອອກ​ມາ.

Note: ຖ້າຈັກ​ບໍ່​ຕິດຫຼັງ​ຈາກຄວາມ​ພະ​ຍາ​ຍາມຫຼາຍຄັ້ງ, ໃຫ້​ຕິດ​ຕໍ່ຕົວ​ແທນ​ຈຳ​ໜ່າຍ​ບໍ​ລິ​ການ​ທີ່​ໄດ້​ຮັບ​ອະ​ນຸຍາດ.

ການ​ປັບຊົກ

ໃຊ້ສ່ວນ​ປະ​ກອບຄັນ​ເລັ່ງເພື່ອປັຊົກ (ຮູບສະແດງ 17).

g017367

ການມອດຈັກ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ໃຫ້​ແນ່​ໃຈ​ວ່າ​ຈັກ​ມອດ​ພາຍ​ໃນ 3 ວິ​ນາ​ທີ​ຫຼັງ​ຈາກ​ປ່ອຍ​ການ​ຄວບ​ຄຸມການ​ຢູ່​ປະ​ຈຳ​ທີ່​ຂອງ​ຜູ້​ໃຊ້​ງານ.
  • ເພື່ອມອດຈັກ, ປ່ອຍ​ການ​ຄວບ​ຄຸມ​ການຢູ່​ປະ​ຈຳ​ທີ່​ຂອງ​ຜູ້​ໃຊ້​ງານ ຮູບສະແດງ 18.

    Important: ເມື່ອ​ທ່ານ​ປ່ອຍ​ການ​ຄວບ​ຄຸມການ​ຢູ່ປະ​ຈຳ​ທີ່​ຂອງ​ຜູ້​ໃຊ້​ງານ, ທັງຈັກ ແລະ ໃບ​ມີດຄວນ​ຈະ​ມອດພາຍ​ໃນ 3 ວິ​ນາ​ທີ. ຖ້າພວກມັນ​ບໍ່​ຢຸດ​ຢ່າງ​ຖືກ​ຕ້ອງ, ໃຫ້ຢຸດ​ໃຊ້ເຄື່ອງຈັກທັນ​ທີ ແລະ ຕິດ​ຕໍ່​ຫາຕົວ​ແທນບໍ​ລິ​ການ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ.

    g017366

    ຄຳແນະນຳໃນການປະຕິບັດງານ

    ເຄັດ​ລັບ​ການ​ຕັດ​ຫຍ້າ​ທົ່ວ​ໄປ

    Important: ການ​ໃຊ້​ງ​ານເຄື່ອງຈັກໃນ​ບ່ອນ​ມີ​ຄວາມ​ຊັນ​ເກີນ 45° ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ຕໍ່​ຈັກ​ເນື່ອງ​ຈາກ​ການ​ຂາດ​ການ​ຫຼໍ່​ມື່ນ. ຢ່າ​ໃຊ້​ງານ​ເຄື່ອງ​ຈັກໃນ​ບ່ອນ​ຄ້ອຍ​ຊັນ​ຫຼາຍກວ່າ 45°.

    • ກວດກາບໍລິເວນທີ່ທ່ານຈະໃຊ້ເຄື່ອງຈັກ ແລະ ເອົາວັດຖຸທັງໝົດທີ່ເຄື່ອງຈັກສາມາດຈະ​ເຮັດ​ໃຫ້​ເກີດ​ການ​ຟົ້ງ​ຂຶ້ນໄດ້ນັ້ນ​ອອກ.

    • ຫຼີກຫຼ່ຽງ​ກາ​ນ​ໃຫ້​ໃບ​ມີດ​ຕຳ​ກັບ​ວັດຖຸ​ແຂງ. ຢ່າຕັດ​ຫຍ້າ​ເທິງວັດ​ຖຸ​ໃດ​ໜຶ່ງ​ໂດຍ​ເຈດ​ຕະ​ນາ.

    • ຖ້າ​ເຄື່ອງ​ຈັກ​ຕຳ​ກັບ​ວັດ​ຖຸ ຫຼື ເລີ່ມ​ສັ່ນ, ໃຫ້​ມອດ​ຈັກ​ທັນ​ທີ, ຖອດ​ສາຍ​ອອກ​ຈາກ​ຫົວ​ທຽນ ແລະ ກວດ​ກາ​ເບິ່ງ​ຄວາມ​ເສຍ​ຫາຍ​ຂອງ​ເຄື່ອງຈັກ.

    • ເພື່ອ​ປະ​ສິດ​ທິ​ພາບ​ທີ່​ດີ​ທີ່​ສຸດ, ຕິດ​ຕັ້ງ​ໃບ​ມີດໃໝ່​ກ່ອນລະ​ດູ​ການ​ຕັດ​ເລີ່ມ​ຕົ້ນ.

    • ປ່ຽນໃບ​ມີດເມື່ອ​ຈຳ​ເປັນ​ດ້ວຍ​ໃບ​ມີດ​ປ່ຽນ​ຂອງ Toro.

    ການ​ຕັດ​ຫຍ້າ

    • ຕັດ​ພຽງ​ແຕ່​ປະ​ມານ​ໜຶ່ງ​ສ່ວນ​ສາມ​ຂອງ​ໃບ​ຫຍ້າ​ເທົ່າ​ນັ້ນ​ໃນ​ແຕ່​ລະ​ເທື່ອ. ຢ່າ​ຕັດ​ຕ່ຳ​ກວ່າການ​ຕັ້ງ​ຄ່າ​ສູງ​ສຸດ, ນອກ​ຈາກວ່າ​ຫຍ້າ​ກະ​ຈັດ​ກະ​ຈາຍ ຫຼື ມັນ​ເປັນ​ທ້າຍ​ລະ​ດູ​ໃບ​ໄມ້​ຫຼົ່ນ​ເມື່ອການ​ເຕີບ​ໂຕ​ຂອງ​ຫຍ້າ​ເລີ່ມ​ຊ້າ​ລົງ. ໃຫ້​ເບິ່ງ ການປັບ​ຄວາມ​ສູງການ​ຕັດ.

    • ບໍ່​ແນະ​ນຳ​ໃຫ້​ຕັດ​ຫຍ້າ​ເກີນ​ຄວາມ​ຍາວ 15 ຊມ (6 ນິ້ວ). ຖ້າ​ຫຍ້າ​ຍາວ​ຫຼາຍ, ເຄື່ອງ​ຈັກ​ອາດ​ຈະ​ເກີດ​ການອັດ​ຮູ ແລະ ເຮັດ​ໃຫ້​ຈັກ​ຕາຍ.

    • ຫຍ້າ ແລະ ໃບ​ໄມ້​ປຽນ​ມີ​ແນວ​ໂນ້ມ​ຈະ​ເຮັດ​ໃຫ້​ເກີດ​ການ​ຈັບ​ຕົວ​ເປັນ​ກ້ອນ​ຢູ່​ໃນ​ທົ່ງ​ຫຍ້າ ແລະ ສາ​ມາດ​ເຮັດ​ໃຫ້​ຈັກເກີດ​ການ​ອັດ​ຮູ ຫຼື ຈັກ​ຕາຍໄດ້. ຫຼີກລ່ຽງການຕັດຫຍ້າຢູ່​ໃນ​ສະ​ພາບ​ທີ່ປຽກ.

      ຄຳເຕືອນ

      ຫຍ້າ ຫຼື ໃບ​ໄມ້​ປຽກ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ຮຸນ​ແຮງ​ໄດ້, ຖ້າ​ທ່ານ​ຢຽບ​ແລ້ວມື່ນ ແລະ ໄປ​ສຳ​ຜັດ​ກັບ​ໃບ​ມີດ. ຕັດຫຍ້າຢູ່​ໃນ​ສະ​ພາບ​ທີ່ແຫ້ງ​ເທົ່າ​ນັ້ນ, ຖ້າ​ເປັນ​ໄປ​ໄດ້.

    • ໃຫ້​ລະ​ວັງ​ອັນ​ຕະ​ລາຍ​ຈາກ​ໄຟ​ທີ່​ຈະ​ເກີດ​ຂຶ້ນ​ໄດ້​ໃນ​ທຸກໆ​ສະ​ພາບ​ແຫ້ງ​ແລ້ງ, ປະ​ຕິ​ບັດ​ຕາມ​ຄຳ​ເຕືອນເລື່ອງ​ໄຟ​ໃນ​ທ້ອງ​ຖິ່ນ ແລະ ບໍ່​ໃຫ້​ມີ​ຫຍ້າ ແລະ ເສດ​ໃບ​ໄມ້​ແຫ້ງ​ຢູ່​ໃນ​ເຄື່ອງ​ຈັກ.

    • ຖ້າ​ລັກ​ສະ​ນະ​ຜົນ​ງານ​ການ​ຕັດ​ສະ​ໜາມ​ຫຍ້າ​ທີ່ຕັດ​ແລ້ວ​ບໍ່​ເປັນ​ທີ່​ໜ້າ​ພໍ​ໃຈ, ລອງ​ໜຶ່ງ​ໃນ​ວິ​ທີ​ຕໍ່​ໄປ​ນີ້:

      • ໃຫ້​ປ່ຽນ​ໃບ​ມີດ ຫຼື ລັບ​ມັນ​ໃຫ້​ຄົມ.

      • ຍ່າງ​ໄປ​ກ້າວ​ຊ້າໆ​ໃນ​ຂະ​ນະ​ທີ່​ກຳ​ລັງ​ຕັດ.

      • ຍົກ​ຄວາມ​ສູງ​ຂອງ​ການ​ຕັດ​ໃນ​ເຄື່ອງ​ຈັກ​ຂອງ​ທ່ານ​ຂຶ້ນ.

      • ຕັດ​ຫຍ້າ​ໃຫ້​ຖີ່​ຂຶ້ນ​ເລື້ອຍໆ.

      • ຊ້ອນ​ທັບ​ແຖວ​ຕັດ​ແທນ​ການ​ຕັດ​ເປັນ​ແຖວ​ເຕັມ​ດ້ວຍ​ການຜ່ານ​ໄປ​ແຕ່​ລະ​ຄັ້ງ.

    ການ​ຕັດໃບ​ໄມ້

    • ຫຼັງ​ຈາກ​ການ​ຕັດສະ​ໜາມ​ຫຍ້າ, ໃຫ້​ແນ່​ໃຈ​ວ່າ​ເຄິ່ງ​ໜຶ່ງ​ຂອງ​ສະ​ໜາມ​ສະ​ແດງໃຫ້​ເຫັນ​ຜ່ານ​ການ​ປົກ​ຂອງ​ໃບ​ໄມ້​ທີ່​ຕັດ​ແລ້ວ. ທ່ານ​ອາດ​ຈະ​ຕ້ອງ​ໄດ້​ໄປ​ຜ່ານ​ຫຼາຍກວ່າ​ໜຶ່ງ​ຄັ້ງ​ເໜືອ​ໃບ​ໄມ້.

    • ບໍ່​ແນະ​ນຳ​ໃຫ້​ຕັດ​ຫຍ້າ​ເກີນ​ຄວາມ​ຍາວ 15 ຊມ (6 ນິ້ວ). ຖ້າ​ການ​ປົກ​ຫຸ້ມ​ຂອງຫຍ້າໜາ​ຫຼາຍ, ເຄື່ອງ​ຈັກ​ອາດ​ຈະ​ເກີດ​ການອັດ​ຮູ ໜາ ເຮັດ​ໃຫ້​ຈັກ​ຕາຍ.

    • ຜ່ອນ​ຄວາມ​ໄວ​ການ​ຕັດ​ໃຫ້​ຊ້າ​ລົງ, ຖ້າ​ຈັກ​ບໍ່​ຕັດ​ໃບ​ໄມ້​ໄດ້​ລະ​ອຽດ​ພໍ.

    ຫຼັງຈາກການປະຕິບັດງານ

    ຄວາມປອດໄພຫຼັງຈາກການປະຕິບັດງານ

    ຄວາມປອດໄພທົ່ວໄປ

    • ອະນາໄມຫຍ້າ ແລະ ສິ່ງເສດເຫຼືອຈາກເຄື່ອງ​ຈັກເພື່ອຊ່ວຍປ້ອງກັນໄຟໄໝ້. ອະ​ນາ​ໄມນໍ້າມັນເຄື່ອງ ຫຼື ນໍ້າມັນເຊື້ອໄຟທີ່ກະເດັນອອກ.

    • ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງ​ກ່ອນ​ທີ່​ຈະ​ເກັບ​ຮັກ​ສາ​ເຄື່ອງ​ຈັກ​ໄວ້​ຢູ່​ໃນ​ບ່ອນ​ປິດ​ໃດ​ໜຶ່ງ.

    • ຢ່າເກັບເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເທິງເຄື່ອງໃຊ້ອື່ນໆ.

    ຄວາມປອດໄພຂອງການ​ລາກແກ່

    • ໃຊ້ຄວາມລະມັດລະວັງເມື່ອເອົາ​ເຄື່ອງ​ຈັກ​ຂຶ້ນ ຫຼື ເຄື່ອງ​ຈັກ​ລົງ.

    • ຍຶດເຄື່ອງ​ຈັກ.

    • ໃຊ້ຄວາມລະມັດລະວັງເມື່ອເອົາ​ເຄື່ອງ​ຈັກ​ຂຶ້ນ ຫຼື ເຄື່ອງ​ຈັກ​ລົງເພື່ອ​ຫຼີກ​ລ່ຽງຂອບ​ທີ່​ຄົມ.

    ການທຳ​ຄວາມ​ສະ​ອາດ​ເຄື່ອງ​ຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ທຳ​ຄວາມ​ສະ​ອາດຫຍ້າ​ທີ່​ຕັດ ແລະ ຂີ້​ຝຸ່ນຈາກ​ທັງ​ໝົດເຄື່ອງ​ຈັກ.
  • ຫຼັງຈາກການນຳໃຊ້ແຕ່ລະຄັ້ງ
  • ທຳ​ຄວາມ​ສະ​ອາດຫຍ້າ​ທີ່​ຕັດ ແລະ ຂີ້​ຝຸ່ນຈາກ​ທັງ​ໝົດເຄື່ອງ​ຈັກ.
  • ຄຳເຕືອນ

    ເຄື່ອງ​ຈັກ​ອາດ​ຈະ​ຂັບ​ເອົາ​ວັດ​ຖຸ​ອອກ​ໄປ​ຈາກ​ກ້ອງຕົວ​ເຮືອນ​ເຄື່ອງ​ຈັກ.

    • ໃສ່ເຄື່ອງປ້ອງກັນຕາ

    • ໃຫ້​ຢູ່​ໃນ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ (ເບື້ອງ​ຫຼັງ​ມື​ຈັບ).

    • ຢ່າປ່ອຍ​ໃຫ້​ມີ​ຄົນ​ຢືນ​ຢູ່ໃນພື້ນ​ທີ່.

    1. ອຽງ​ເຄື່ອງ​ຈັກ​ໄປ​ດ້ານ​ຂອງ​ມັນດ້ວຍການ​ໃຫ້​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ປິ່ນ​ລົງ.

    2. ໃຊ້​ແປງ​ຂັດ ຫຼື ລົມ​ອັດ​ແໜ້ນ​ເພື່ອ​ເອົາ​ຫຍ້າ ແລະ ຂີ້​ເຫຍື້ອ​ອອກ​ຈາກແຜງກັນທໍ່ໄອເສຍ, ຝາ​ປົກ​ທໍ່​ຄວັນ ແລະ ບໍ​ລິ​ເວນພື້ນ​ອ້ອມ​ຮອບ.

    ການບຳລຸງຮັກສາ

    ຕາຕະລາງການບຳລຸງຮັກສາທີ່ແນະນຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ໃຫ້​ແນ່​ໃຈ​ວ່າ​ຈັກ​ມອດ​ພາຍ​ໃນ 3 ວິ​ນາ​ທີ​ຫຼັງ​ຈາກ​ປ່ອຍ​ການ​ຄວບ​ຄຸມການ​ຢູ່​ປະ​ຈຳ​ທີ່​ຂອງ​ຜູ້​ໃຊ້​ງານ.
  • ທຳ​ຄວາມ​ສະ​ອາດຫຍ້າ​ທີ່​ຕັດ ແລະ ຂີ້​ຝຸ່ນຈາກ​ທັງ​ໝົດເຄື່ອງ​ຈັກ.
  • ຫຼັງຈາກການນຳໃຊ້ແຕ່ລະຄັ້ງ
  • ທຳ​ຄວາມ​ສະ​ອາດຫຍ້າ​ທີ່​ຕັດ ແລະ ຂີ້​ຝຸ່ນຈາກ​ທັງ​ໝົດເຄື່ອງ​ຈັກ.
  • ກ່ອນການເກັບຮັກສາ
  • ປ່ອຍ​ຖັງ​ນ້ຳ​ມັນ​ໃຫ້​ເປົ່າ​ກ່ອນ​ສ້ອມ​ແປງ​ຕາມ​ທີ່​ແນະ​ນຳ​ໄວ້ ແລະ ກ່ອນ​ການ​ເກັບມ້ຽນໄວ້​ປະ​ຈຳ​ປີ.
  • ທຳຄວາມສະອາດລະບົບທຳຄວາມເຢັນ; ເອົາ​ຫຍ້າ​ທີ່​ໜີບ​ຕິດ, ຂີ້​ເຫຍື້ອ ຫຼື ຂີ້​ຝຸ່ນ​ອອກ​ຈາກຄີ​ທຳ​ຄວາມ​ເຢັນ​ອາ​ກາດ​ຈັກ ແລະ ຕົວ​ສະ​ຕັດ. ທຳຄວາມສະອາດລະ​ບົບເລື້ອຍໆໃນສະພາບມີ​ຝຸ່ນ ຫຼື ມຸນ​ຫຼາຍ.
  • ປະຈຳປີ
  • ກວດ​ກາ​ບຳ​ລຸງ​ຮັກ​ສາໝໍ້​ກອງ​ອາ​ກາດ, ກວດ​ກາ​ບຳ​ລຸງ​ຮັກ​ສາ ປ່ຽນ​ເລື້ອຍໆ​ໃນ​ສະ​ພາບ​ການ​ໃຊ້​ງານ​ທີ່​ມີ​ຝຸ່ນ​ຫຼາຍ.
  • ປ່ຽນນໍ້າມັນເຄື່ອງຈັກ.
  • ກວດ​ກາ​ບຳ​ລຸງ​ຮັກ​ສາຫົວ​ທຽນ ແລະ ປ່ຽນ​ມັນ​ໃໝ່, ຖ້າ​ຈຳ​ເປັນ.
  • ໃຫ້​ປ່ຽນ​ໃບ​ມີດ ຫຼື ລັບ​ມັນ​ໃຫ້​ຄົມ (ເຮັດ​ເລື້ອຍໆ, ຖ້າ​ຄົມ​ປູ້​ໄວ).
  • ຄວາມປອດໄພໃນການບຳລຸງຮັກສາ

    • ຖອດສາຍ​ຫົວ​ທຽນອອກ​ຈາກຫົວ​ທຽນກ່ອນ​ດຳ​ເນີນ​ຂັ້ນ​ຕອນ​ການ​ບຳ​ລຸງ​ຮັກ​ສາ​ໃດ​ໜຶ່ງ.

    • ໃສ່ຖົງມື ແລະ ເຄື່ອງ​ປ້ອງ​ກັນ​ຕາເມື່ອບໍ​ລິ​ການບຳລຸງຮັກສາເຄື່ອງ​ຈັກ.

    • ໃບ​ມີດ​ຄົມ; ການ​ສຳ​ຜັດ​ໃບ​ມີດ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບຮຸນ​ແຕງ​ຕໍ່​ບຸກ​ຄົນ​ໄດ້. ໃສ່ຖົງມືເມື່ອບໍ​ລິ​ການບຳລຸງຮັກສາໃບ​ມີດ.

    • ຢ່າແຕະ​ຕ້ອງອຸ​ປະ​ກອນ​ຄວາມ​ປອດ​ໄພ. ກວດ​ເບິ່ງ​ການໃຊ້​ງານ​ທີ່​ເໝາະ​ສົມຂອງ​ພວກ​ມັນ​ເປັນ​ປົກ​ກະ​ຕິ.

    • ການ​ອຽງ​ເຄື່ອງ​ຈັກ​ອາດ​ຈະ​ເຮັດ​ໃຫ້ນ້ຳ​ມັນຮົ່ວໄຫຼ. ນ້ຳ​ມັນ​ຕິດ​ໄຟ​ໄດ້​ງ່າຍ ແລະ ລະ​ເບີດ​ໄດ້ ແລະ ສາ​ມາດເຮັດ​ໃຫ້​ຄົນ​ໄດ້​ຮັບ​ບາດ​ເຈັບ​ໄດ້. ຕິດ​ຈັກ​ໃຫ້​ແຫ້ງ ຫຼື ເອົາ​ນ້ຳ​ມັນ​ອອກ​ດ້ວຍ​ປ້ຳ​ມື, ຢ່າ​ດູດ​ນ້ຳ​ມັນ​ອອກ​ດ້ວຍ​ທໍ່​ດູດ.

    • ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ ແລະ ການຢັ້ງຢືນຄວາມປອດໄພຂອງເຄື່ອງຈັກຢ່າງຕໍ່ເນື່ອງ, ໃຫ້ນຳໃຊ້ແຕ່ອາໄຫຼ່ ແລະ ອຸປະກອນປ່ຽນຖ່າຍຂອງ Toro ເທົ່ານັ້ນ. ອາໄຫຼ່ປ່ຽນ​ຖ່າຍ ແລະ ອຸປະກອນເສີມທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ, ແລະ ການນຳໃຊ້ດັ່ງກ່າວອາດເຮັດໃຫ້ການຄ້ຳປະກັນຂອງສິນຄ້າເປັນໂມຄະ.

    ການກະ​ກຽມການ​ບຳ​ລຸງ​ຮັກ​ສາ

    ຄຳເຕືອນ

    ການ​ອຽງ​ເຄື່ອງ​ຈັກ​ອາດ​ຈະ​ເຮັດ​ໃຫ້ນ້ຳ​ມັນຮົ່ວໄຫຼ. ນ້ຳ​ມັນ​ຕິດ​ໄຟ​ໄດ້​ງ່າຍ ລະ​ເບີດ​ໄດ້ ແລະ ສາ​ມາດເຮັດ​ໃຫ້​ຄົນ​ໄດ້​ຮັບ​ບາດ​ເຈັບ​ໄດ້.

    ຕິດ​ຈັກ​ໃຫ້​ແຫ້ງ ຫຼື ເອົາ​ນ້ຳ​ມັນ​ອອກ​ດ້ວຍ​ປ້ຳ​ມື, ຢ່າ​ດູດດ້ວຍ​ທໍ່​ດູດ.

    1. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ.

    2. ຖອດສາຍຫົວ​ທຽນອອກຈາກຫົວ​ທຽນ (ຮູບສະແດງ 19) ກ່ອນ​ດຳ​ເນີນ​ຂັ້ນ​ຕອນ​ການ​ບຳ​ລຸງ​ຮັກ​ສາ​ໃດ​ໜຶ່ງ.

      Important: ອຽງ​ເຄື່ອງ​ຈັກ​ໄປ​ດ້ານ​ຂອງ​ມັນສະ​ເໝີດ້ວຍການ​ໃຫ້​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ປິ່ນ​ລົງ. ຖ້າ​ເຄື່ອງ​ຈັກ​ຖືກ​ອຽງ​ໄປທິດ​ທາງ​ອື່ນ, ນ້ຳ​ມັນ​ເຄື່ອງ​ອາດ​ຈະ​ຕື່ມ​ລົງ​ຫາງວາວ, ຈຳ​ເປັນ​ຕ້ອງ​ໃຊ້​ເວ​ລາ​ລະ​ບາຍ​ອອກຢ່າງ​ໜ້ອຍ 30 ນາ​ທີ.

      g017342
    3. ຫຼັງ​ຈາກ​ປະ​ຕິ​ບັດ​ຂັ້ນ​ຕອນ​ການ​ບຳ​ລຸງ​ຮັກ​ສາ​ແລ້ວ, ຕໍ່ສາຍ​ຫົວ​ທຽນໃສ່ຫົວ​ທຽນ.

    ການ​ບໍ​ລິ​ການບຳ​ລຸງ​ຮັກ​ສາກອງອາກາດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ປະຈຳປີ
  • ກວດ​ກາ​ບຳ​ລຸງ​ຮັກ​ສາໝໍ້​ກອງ​ອາ​ກາດ, ກວດ​ກາ​ບຳ​ລຸງ​ຮັກ​ສາ ປ່ຽນ​ເລື້ອຍໆ​ໃນ​ສະ​ພາບ​ການ​ໃຊ້​ງານ​ທີ່​ມີ​ຝຸ່ນ​ຫຼາຍ.
    1. ກົດ​ລົງ​ຢູ່​ແຜ່ນ​ສະ​ຫຼັກ​ໃນ​ດ້ານ​ເທິງ​ຂອງ​ຝາ​ປົກ​ໝໍ້​ກອງ​ອາ​ກາດ (ຮູບສະແດງ 20).

      g017339
    2. ເປີດ​ຝາ​ປົກ.

    3. ເອົາສ່ວນ​ປະ​ກອບໝໍ້ກອງ​ອາ​ກາດອອກ (ຮູບສະແດງ 20).

    4. ກວດ​ກາໝໍ້​ກອງ ແລະ ປ່ຽນ​ມັນ, ຖ້າມັນເປ່​ເພ ຫຼື ເປື້ອນ​ຫຼາຍ.

    5. ກວດ​ກາໝໍ້ກອງ​ອາ​ກາດເຈ້ຍ.

      1. ຖ້າ​ໝໍ້​ກອງ​ເປ່​ເພ ຫຼື ປຽກ​ດ້ວຍ​ນ້ຳ​ມັນ​ເຄື່ອງ ຫຼື ນ້ຳ​ມັນ​ເຊື້ອ​ໄຟ, ໃຫ້​ປ່ຽນ​ມັນ.

      2. ຖ້າ​ໝໍ້​ກອງ​ເປື້ອນ, ເຄາະ​ມັນ​ໃສ່​ພື້ນ​ຜິດ​ແຂງ​ຫຼາຍໆ​ຄັ້ງ ຫຼື ເປົ່າ​ດ້ວຍ​ລົມ​ດັນໜ້ອຍກວ່າ 2.07 bar (30 psi) ຜ່ານ​ດ້ານ​ຂອງ​ໝໍ້​ກອງ​ທີ່​ປິ່ນ​ໜ້າ​ໃສ່​ຈັກ.

        Note: ຢ່າໃຊ້​ແປງ​ຂັດ​ຂີ້​ຝຸ່ນ​ອອກ​ຈາກໝໍ້​ກອງ; ການ​ຂັດ​ຈະບີບ​ໃຫ້​ຂີ້​ຝຸ່ນ​ເຂົ້າ​ໄປ​ໃນ​ເສັ້ນ​ໄຍ.

    6. ເອົາຝຸ່ນ​ອອກ​ຈາກຕົວ​ໝໍ້​ກອງ​ອາ​ກາດ ແລະ ຝາ​ປົກ​ດ້ວຍການ​ໃຊ້​ຜ້າ​ເຊັ​ດ​ທີ່​ມີ​ຄວາມ​ຊຸ່ມ.

      Important: ຢ່າ​ເຊັດ​ຝຸ່ນ​ເຂົ້າ​ໄປ​ໃນ​ທໍ່​ອາ​ກາດ.

    7. ໃສ່ສ່ວນປະກອບໝໍ້ກອງອາກາດເຂົ້າໄປໃນຕົວໝໍ້​ກອງອາກາດ.

    8. ຕິດ​ຕັ້ງຝາ​ປົກ.

    ການປ່ຽນນ້ຳ​ມັນເຄື່ອງຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ປະຈຳປີ
  • ປ່ຽນນໍ້າມັນເຄື່ອງຈັກ.
  • Note: ຕິດ​ຈັກ​ໄວ້​ສອງ​ສາມ​ນາ​ທີ​ກ່ອນ​ປ່ຽນ​ນ້ຳ​ມັນ​ເຄື່ອງ​ເພື່ອ​ອຸ່ນ​ມັນ. ນ້ຳ​ມັນ​ເຄື່ອງ​ອຸ່ນ​ໄຫຼວຽນ​ໄດ້​ດີກວ່າ ແລະ ບັນ​ຈຸ​ເອົາ​ສິ່ງ​ປົນ​ເປື້ອນ​ໄດ້​ຫຼາຍກວ່າ.

    ຂໍ້​ກຳ​ນົດ​ສະ​ເພາະ​ຂອງ​ນ້ຳ​ມັນ​ເຄື່ອງ​ຈັກ

    ຄວມ​ຈຸນ້ຳ​ມັນເຄື່ອງຈັກ0.59 ລິດ (20 ອອນ​ຂອງ​ແຫຼວ)
    ຄວາມ​ໜຽວ​ນ້ຳ​ມັນ​ເຄື່ອງນ້ຳ​ມັນ​ເຄື່ອງ​ແຮ່​ທາດ​ຫຼາຍ​ເກ​ຣດ SAE 10W-30
    ການ​ຈັດ​ປະ​ເພດ​ການ​ບໍ​ລິ​ການບຳ​ລຸງ​ຮັກ​ສາ APISJ ຫຼື ສູງກວ່າ
    1. ໃຫ້​ແນ່​ໃຈ​ວ່າ​ຖັງ​ນ້ຳ​ມັນ​ມີ​ນ້ຳ​ມັນ​ເລັກ​ນ້ອຍ ຫຼື ບໍ່​ມີ​ເລີຍ​ເພື່ອ​ທີ່​ນ້ຳ​ມັນ​ຈະ​ບໍ່​ຮົ່ວ​ໄຫຼ​ເມື່ອ​ທ່ານ​ອຽງ​ຈັກ​ໄປ​ສູ່​ດ້ານ​ຂອງ​ມັນ.

    2. ໃຫ້​ເບິ່ງ ການກວດເບິ່ງລະດັບນ້ຳມັນເຄື່ອງຈັກ.

    3. ເອົາເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ອອກ​ໂດຍ​ການ​ໝູນຝາ​ປິດໄປ​ຕາມ​ທິດ​ທວນ​ເຂັມ​ໂມງ ແລະ ດຶງ​ມັນ​ອອກ (ຮູບສະແດງ 21).

      g017332
    4. ອຽງ​ເຄື່ອງ​ຈັກ​ໄປ​ຫາ​ດ້ານຂອງ​ມັນ (ເພື່ອ​ໃຫ້ໝໍ້ກອງ​ອາ​ກາດຕັ້ງ​ຂຶ້ນ) ເພື່ອ​ລະ​ບາຍ​ນ້ຳ​ມັນ​ເຄື່ອງທີ່​ໃຊ້​ແລ້ວ​ອອກ​ຈາກ​ທໍ່​ເຕີມ​ນ້ຳ​ມັນ​ເຄື່ອງ.

    5. ຫຼັງ​ຈາກ​ລະ​ບາຍ​ນ້ຳ​ມັນ​ເຄື່ອງທີ່​ໃຊ້​ແລ້ວ​ອອກ, ເອົາ​ເຄື່ອງ​ຈັກ​ກັບ​ຄືນ​ມາ​ສູ່​ຕຳ​ແໜ່ງ​ການ​ໃຊ້​ງານ.

    6. ຖອກ​ນ້ຳ​ມັນ​ເຄື່ອງປະ​ມານ ¾ ຂອງຄວາມ​ຈຸ​ເຄື່ອງ​ຈັກ​ລົງໃສ່​ທໍ່ເຕີມນ້ຳ​ມັນ​ເຄື່ອງຢ່າງ​ລະ​ມັດ​ລະ​ວັງ.

    7. ລໍ​ຖ້າ 3 ນາ​ທີ​ໃຫ້​ນ້ຳ​ມັນ​ເຄື່ອງ​ເຂົ້າ​ໄປ​ໃນຈັກ.

    8. ໃຊ້​ຜ້າສະ​ອາດເຊັດເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງໃຫ້​ສະ​ອາດ.

    9. ສອດ​ເຫຼັກແທກ​ນ້ຳ​ມັນ​ເຄື່ອງ​ເຂົ້າ​ໄປ​ໃນ​ທໍ່ເຕີມ​ນ້ຳ​ມັນ, ແຕ່ຢ່າບິດ​ກຽວ​ມັນ​ເຂົ້າ​ໃນ, ຈາກ​ນັ້ນ​ຖອດ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ອອກ.

    10. ອ່ານເບິ່ງລະດັບນໍ້າມັນຢູ່ໃນເຫຼັກແທກນ້ຳ​ມັນ​ເຄື່ອງ (ຮູບສະແດງ 21).

      • ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ຢູ່ຕ່ຳ​ເກີນ​ໄປ, ໃຫ້​ຖອກ​ນ້ຳ​ມັນ​ເຄື່ອງ​ປະ​ລິ​ມານ​ເລັກ​ນ້ອຍ​ເຂົ້າ​ໄປ​ໃນ​ທໍ່​ເຕີມ​ນ້ຳ​ມັນ​ເຄື່ອງ​ຢ່າງ​ລະ​ມັດ​ລະ​ວັງ, ລໍ​ຖ້າ 3 ນາ​ທີ ແລະ ເຮັດ​ຊ້ຳ​ຂັ້ນ​ຕອນທີ 8 ຮອດ 10 ຈົນ​ກວ່າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ຖືກ​ຕ້ອງ.

      • ຖ້າລະດັບນ້ຳມັນເຄື່ອງໃນເຫຼັກ​ແທກ​ນ້ຳ​ມັນເຄື່ອງຢູ່​ສູງ​ເກີນ​ໄປ, ລະ​ບາຍ​ນ້ຳ​ມັນ​ເຄື່ອງ​ທີ່​ເກີນ​ອອກ​ຈົນ​ກວ່າ​ລະດັບ​ນ້ຳ​ມັນ​ເຄື່ອງ​ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ຖືກ​ຕ້ອງ.

      Important: ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຢູ່​ໃນ​ຈັກ​ຕ່ຳ ຫຼື ສູງ​ເກີນ​ໄປ ແລະ ທ່ານ​ຕິດ​ຈັກ​ໄວ້, ທ່ານ​ອາດ​ຈະ​ເຮັດ​ໃຫ້​ຈັກ​ເປ່​ເພ​ໄດ້.

    11. ຕິດ​ຕັ້ງເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ເຂົ້າໃສ່​ທໍ່ເຕີມ​ນ້ຳ​ມັນ​ເຄື່ອງຢ່າງ​ຮັບ​ປະ​ກັນ.

    12. ນຳ​ເອົານ້ຳ​ມັນ​ເຄື່ອງ​ທີ່ໃຊ້​ແລ້ວກັບ​ມາ​ໃຊ້​ໃໝ່ຢ່າງ​ຖືກ​ຕ້ອງ.

    ການບຳລຸງຮັກ​ສາຫົວ​ທຽນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ປະຈຳປີ
  • ກວດ​ກາ​ບຳ​ລຸງ​ຮັກ​ສາຫົວ​ທຽນ ແລະ ປ່ຽນ​ມັນ​ໃໝ່, ຖ້າ​ຈຳ​ເປັນ.
  • ໃຊ້ຫົວ​ທຽນ Toro; ໃຫ້​ຕິດ​ຕໍ່ຕົວ​ແທນ​ຈຳ​ໜ່າຍ​ບໍ​ລິ​ການ​ທີ່​ໄດ້​ຮັບ​ອະ​ນຸຍາດ.

    1. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ.

    2. ຖອດສາຍອອກຈາກຫົວ​ທຽນ (ຮູບສະແດງ 19).

    3. ທຳ​ຄວາມ​ສະ​ອາດ​ບໍ​ລິ​ເວດຫົວ​ທຽນ.

    4. ເອົາ​ຫົວ​ທຽນ​ອອກ​ຈາກ​ຫົວ​ລູກສູບ.

      Important: ປ່ຽນ​ຫົວ​ທຽນທີ່​ແຕກ, ສົກ​ກະ​ປົກ ຫຼື ເປື້ອນ. ຢ່າ​ທຳ​ຄວາມ​ສະ​ອາດ​ຂົ້ວ​ໄຟ​ເນື່ອງ​ຈາກ​ເມັດ​ຫີນ​ຊາຍ​ເຂົ້າ​ໄປ​ໃນ​ລູກ​ສູບ​ສາ​ມາດ​ເຮັດ​ໃຫ້​ຈັກ​ເປ່​ເພ​ໄດ້.

    5. ຕັ້ງຊ່ອງ​ຫວ່າງ​ໃນດອນ​ອັດ​ໃຫ້​ໄດ້ 0.76 ມມ (0.030 ນິ້ວ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 22.

      g000533
    6. ຕິດ​ຕັ້ງຫົວ​ທຽນ.

    7. ບິດດອນ​ອັດໃຫ້​ໄດ້ 27 ເຖິງ 30 N m (20 ເຖິງ 22 ft-lb).

    8. ຕໍ່​ສາຍ​ໃສ່​ຫົວ​ທຽນ.

    ການປ່ຽນໃບ​ມີດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ປະຈຳປີ
  • ໃຫ້​ປ່ຽນ​ໃບ​ມີດ ຫຼື ລັບ​ມັນ​ໃຫ້​ຄົມ (ເຮັດ​ເລື້ອຍໆ, ຖ້າ​ຄົມ​ປູ້​ໄວ).
  • Important: ທ່ານ​ຈະ​ຕ້ອງ​ມີ​ກະ​ແຈ​ແທກ​ແຮງ​ບິດ​ເພື່ອ​ຕິດ​ຕັ້ງ​ໃບ​ມີດ​ຢ່າງ​ຖືກ​ຕ້ອງ. ຖ້າທ່ານ​ບໍ່​ມີ​ກະ​ແຈແທກ​ແຮງ​ບິດ ຫຼື ບໍ່​ສະ​ດວກ​ທີ່​ຈະ​ປະ​ຕິ​ບັດ​ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້, ໃຫ້ຕິດ​ຕໍ່​ຫາຕົວ​ແທນບໍ​ລິ​ການ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ.

    ກວດ​ກາ​ເບິ່ງ​ໃບ​ມີດ​ທຸກ​ຄັ້ງ​ທີ່​ທ່ານ​ໝົດ​ນ້ຳ​ມັນ. ຖ້າໃບ​ມີດໄດ້​ຮັບ​ຄວາມ​ເສຍ​ຫາຍ ຫຼື ແຕກ, ໃຫ້​ປ່ຽມັນທັນ​ທີ. ຖ້າ​ຄົມ​ໃບ​ມີດ​ປູ້ ຫຼື ມີ​ຮອຍບາກ, ລັບ​ມັນ​ໃຫ້​ຄົມ ແລະ ເຮັດ​ໃຫ້ສົມ​ດູນ ຫຼື ປ່ຽນ​ມັນ.

    ຄຳເຕືອນ

    ໃບ​ມີດ​ຄົມ; ການ​ສຳ​ຜັດ​ໃບ​ມີດ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບຮຸນ​ແຕງ​ຕໍ່​ບຸກ​ຄົນ​ໄດ້.

    • ຖອດສາຍອອກຈາກຫົວ​ທຽນ.

    • ໃສ່ຖົງມືເມື່ອບໍ​ລິ​ການບຳລຸງຮັກສາໃບ​ມີດ.

    1. ໃຫ້​ເບິ່ງ ການກະ​ກຽມການ​ບຳ​ລຸງ​ຮັກ​ສາ.

    2. ອຽງ​ເຄື່ອງ​ຈັກ​ໄປ​ດ້ານ​ຂອງ​ມັນດ້ວຍການ​ໃຫ້​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ປິ່ນ​ລົງ.

    3. ໃຊ້​ທ່ອນ​ໄມ້​ເພື່ອ​ຄ້ຳ​ໃບ​ມີດ​ໃຫ້​ຄົງ​ທີ່.

      g209201
    4. ເອົາ​ໃບ​ມີດ​ອອກ (ບິດ​ນັອດ​ຕົວ​ຜູ້​ຈັບ​ໃບ​ມີດ​ໄປຕາມ​ທິດ​ທວນເຂັມ​ໂມງ), ເກັບ​ຮັກ​ສາ​ອຸ​ປະ​ກອນ​ຍຶດ​ຕິດ​ທັງ​ໝົດ​ໄວ້.

    5. ຕິດ​ຕັ້ງໃບ​ມີດໃໝ່ (ບິດ​ນັອດ​ຕົວ​ຜູ້​ຈັບ​ໃບ​ມີດ​ໄປຕາມ​ທິດເຂັມ​ໂມງ) ແລະ ອຸ​ປະ​ກອນ​ຍຶດ​ຕິດ​ທັງ​ໝົດ.

      Important: ວາງ​ຕຳ​ແໜ່ງປາຍ​ໂຄ້ງ​ຂອງ​ໃບ​ມີດ​ເພື່ອ​ປິ່ນ​ໄປ​ຫາ​ກັບ​ຈັກ.

    6. ໃຊ້​ກະ​ແຈ​ແທກ​ແຮງ​ບິດ​ເພື່ອ​ຮັດ​ນັອດ​ຕົວ​ຜູ້​ໃບ​ມີດ​ໃຫ້​ແໜ້ນ​ເຖິງ 25 N∙m (18 ft-lb).

      Important: ໃນ​ຂະ​ນະ​ທີ່​ຖື​ໃບ​ມີດ​ໄວ້​ດ້ວຍ​ທ່ອນ​ໄມ້, ເອົາ​ນ້ຳ​ໜັກ​ຂອງ​ທ່ານ​ໄວ້​ເບື້ອງ​ຫຼັງ​ເຟືອງ​ຈັກ ຫຼື ກະ​ແຈ​ປາກ​ເລື່ອນ ແລະ ຮັດ​ນັອດ​ຕົວ​ຜູ້​ໃຫ້​ແໜ້ນ. ຍາກ​ຫຼາຍ​ທີ່​ຈະ​ຮັດ​ນັອດ​ຕົວ​ຜູ້​ນີ້ເຂົ້າ​ໃຫ້​ແໜ້ນ​ເກີນ.

    ການເກັບມ້ຽນ

    ເກັບມ້ຽນ​ເຄື່ອງ​ຈັກ​ໄວ້​ໃນ​ບ່ອນເຢັນ, ສະ​ອາດ, ແຫ້ງ.

    ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການ​ເກັບ​ຮັກ​ສາ

    ຄຳເຕືອນ

    ອາຍ​ນ້ຳ​ມັນ​ສາ​ມາດ​ລະ​ເບີດ​ໄດ້.

    • ຢ່າ​ເກັບ​ຮັກ​ສານ້ຳ​ມັນໄວ້​ເກີນ 30 ວັນ.

    • ຢ່າເກັບ​ມ້ຽນ​ເຄື່ອງຈັກໄວ້​ຢູ່​ໃນ​ຫ້ອງ​ປິດໃກ້​ແປວ​ໄຟເປີດ.

    • ປ່ອຍໃຫ້ຈັກເຢັນລົງກ່ອນການເກັບມ້ຽນ.

    1. ໃນ​ການ​ຕື່ມ​ນ້ຳ​ມັນ​ເທື່ອ​ສຸດ​ທ້າຍ​ຂອງ​ປີ, ເຕີມຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນໃສ່​ນ້ຳ​ມັນ​ຕາມ​ທີ່ຜູ້​ຜະ​ລິດ​ເຄື່ອງ​ຈັກ​ສັ່ງ.

    2. ປ່ອຍເຄື່ອງ​ຈັກ​ຕິດ​ໄວ້​ຈົນ​ກວ່າ​ຈັກມອດ​ເນື່ອງ​ຈາກການ​ໝົດ​ນ້ຳ​ມັນ.

    3. ກຽມ​ຈັກ ແລະ ຕິດ​ມັນ​ອີກ.

    4. ປ່ອຍໃຫ້​ຈັກ​ແລ່ນໄວ້ຈົນ​ກວ່າ​ມັນ​ມອດ. ເມື່ອ​ທ່ານ​ບໍ່​ສາ​ມາດ​ຕິດ​ຈັກ​ໄດ້​ອີກແມ່ນ​ມັນ​ແຫ້ງ​ດີ​ແລ້ວ.

    5. ຖອດສາຍອອກຈາກຫົວ​ທຽນ.

    6. ຖອດ​ຫົວ​ທຽນ​ອອກ, ເຕີມ​ນ້ຳ​ມັນເຄື່ອງ 30 ມ​ລ (1 ອອນ) ຜ່ານ​ຮູ​ຫົວ​ທຽນ ແລະ ດຶງ​ສາຍຕົວຕິດ​ຈັກຢ່າງ​ຊ້າໆຫຼາຍໆ​ເທື່ອ​ເພື່ອ​ກະ​ຈາຍ​ນ້ຳ​ມັນ​ເຄື່ອງ​ໄປ​ທົ່ວ​ລູກ​ສູບ​ເພື່ອ​ປ້ອງ​ກັນ​ການ​ກັດ​ກ່ອນ​ຂອງ​ລູກ​ສູບ​ໃນ​ລະ​ຫວ່າງ​ລະ​ດູ​ການ​ບໍ່​ໄດ້​ໃຊ້​ງານ.

    7. ຕິດ​ຕັ້ງ​ຫົວ​ທຽນ ແລະ ຮັດ​ໃຫ້​ແໜ້ນດ້ວຍ​ກະ​ແຈ​ແທກ​ແຮງ​ບິດ​ໃຫ້​ໄດ້ 20 N∙m (15 ft-lb).

    8. ຮັດ​ນັອດ​ຕົວ​ແມ່, ນັອດຕົວ​ຜູ້ ແລະ ນັອດ​ກຽວ​ທັງ​ໝົດ.

    ການແກ້ໄຂບັນຫາ

    ProblemPossible CauseCorrective Action
    ຈັກ​ບໍ່​ຕິດ.
    1. ສາຍ​ໄຟບໍ່​ໄດ້ຕໍ່ກັບ​ຫົວ​ທຽນ.
    2. ຢູ່​ໃນ​ຊ່ອງ​ລະ​ບາຍຝາປິດ​ຖັງ​ນ້ຳ​ມັນ​ຕັນ.
    3. ຫົວ​ທຽນ​ເປັນ​ຮອຍ, ຕາຍ ຫຼື ຊ່ອງ​ຫວ່າງ​ບໍ່​ຖືກ​ຕ້ອງ.
    4. ຖັງ​ນ້ຳ​ມັນ​ເປົ່າ ຫຼື ລະ​ບົບ​ນ້ຳ​ມັນ​ມີ​ນ້ຳ​ມັນ​ເກົ່າ.
    1. ຕໍ່​ສາຍ​ໃສ່​ຫົວ​ທຽນ.
    2. ທຳ​ຄວາມ​ສະ​ອາດ​ຮູຢູ່​ໃນ​ຊ່ອງ​ລະ​ບາຍຝາ​ຖັງປິດ​ນ້ຳ​ມັນ ຫຼື ປ່ຽນ​ຝາ​ປິດ​ຖັງ​ນ້ຳ​ມັນ.
    3. ກວດເບິ່ງຫົວ​ທຽນ ແລະ ປັບ​ຫວ່າງ​ຫົວ​ທຽນ, ຖ້າ​ຈຳ​ເປັນ. ປ່ຽນ​ຫົວ​ທຽນ, ຖ້າ​ມັນ​ເປັນ​ຮອຍ, ເປື້ອນ ຫຼື ແຕກ​ລ້າວ.
    4. ລະ​ບາຍ ແລະ/ຫຼື ເຕີມນໍ້າມັນເຊື້ອໄຟໃສ່​ຖັງດ້ວຍນ້ຳ​ມັນ​ສົດ. ຖ້າຍັງ​ມີ​ບັນ​ຫາ​ຢູ່, ໃຫ້​ຕິດ​ຕໍ່ຕົວ​ແທນ​ຈຳ​ໜ່າຍ​ບໍ​ລິ​ການ​ທີ່​ໄດ້​ຮັບ​ອະ​ນຸຍາດ.
    ຈັກຕິດ​ຍາກ ຫຼື ເສຍ​ກຳ​ລັງ.
    1. ຢູ່​ໃນ​ຊ່ອງ​ລະ​ບາຍຝາປິດ​ຖັງ​ນ້ຳ​ມັນ​ຕັນ.
    2. ສ່ວນປະກອບໝໍ້ກອງ​ອາ​ກາດເປື້ອນ ແລະ ເຮັດ​ໃຫ້​ການ​ໄຫຼວຽນ​ຂອງ​ອາ​ກາດ​ບໍ່​ສະ​ດວກ.
    3. ດ້ານ​ລຸ່ມ​ຂອງ​ຕົວ​ເຮືອນ​ເຄື່ອງ​ຈັກ​ມີ​ຫຍ້າ​ຕິດ ແລະ ຂີ້​ເຫຍື້ອ.
    4. ຫົວ​ທຽນ​ເປັນ​ຮອຍ, ຕາຍ ຫຼື ຊ່ອງ​ຫວ່າງ​ບໍ່​ຖືກ​ຕ້ອງ.
    5. ລະ​ດັບນ້ຳ​ມັນເຄື່ອງຈັກໜ້ອຍ​ຫຼາຍ, ເຕັມ​ຫຼາຍ ຫຼື ເປື້ອນ​ຫຼາຍ.
    6. ຖັງ​ນ້ຳ​ມັນມີ​ນ້ຳ​ມັນ​ເກົ່າ.
    1. ທຳ​ຄວາມ​ສະ​ອາດ​ຮູຢູ່​ໃນ​ຊ່ອງ​ລະ​ບາຍຝາ​ຖັງປິດ​ນ້ຳ​ມັນ ຫຼື ປ່ຽນ​ຝາ​ປິດ​ຖັງ​ນ້ຳ​ມັນ.
    2. ທຳ​ຄວາມ​ສະ​ອາດ​ຕົວ​ທຳ​ຄວາມ​ສະ​ອາດ​ກ່ອນ​ເຂົ້າ​ໝໍ້​ກອງ​ອາ​ກາດ ແລະ/ຫຼື ປ່ຽນ​ໝໍ້​ກອງ​ອາ​ກາດ​ເຈ້ຍ.
    3. ອະ​ນາ​ໄມກ້ອງ​ຕົວ​ເຮືອນເຄື່ອງ​ຈັກ.
    4. ກວດເບິ່ງຫົວ​ທຽນ ແລະ ປັບ​ຫວ່າງ​ຫົວ​ທຽນ, ຖ້າ​ຈຳ​ເປັນ. ປ່ຽນ​ຫົວ​ທຽນ, ຖ້າ​ມັນ​ເປັນ​ຮອຍ, ເປື້ອນ ຫຼື ແຕກ​ລ້າວ.
    5. ກວດເບິ່ງນໍ້າມັນເຄື່ອງຈັກ. ປ່ຽນນ້ຳມັນເຄື່ອງ, ຖ້າ​ມັນ​ເປື້ອນ; ເຕີມນ້ຳມັນເຄື່ອງ ຫຼື ປ່ອຍ​ນ້ຳ​ມັນ​ເຄື່ອງ​ອອກ​ເພື່ອປັບ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ໄປ​ຫາ​ຂີດ​ເຕັມ​ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.
    6. ລະ​ບາຍ ແລະ ເຕີມນໍ້າມັນເຊື້ອໄຟໃສ່​ຖັງດ້ວຍນ້ຳ​ມັນ​ສົດ.
    ຈັກ​ເດີນ​ກະ​ຕຸກ​ກະ​ຕັກ.
    1. ສາຍ​ໄຟບໍ່​ໄດ້ຕໍ່ກັບ​ຫົວ​ທຽນ.
    2. ຫົວ​ທຽນ​ເປັນ​ຮອຍ, ຕາຍ ຫຼື ຊ່ອງ​ຫວ່າງ​ບໍ່​ຖືກ​ຕ້ອງ.
    3. ສ່ວນປະກອບໝໍ້ກອງ​ອາ​ກາດເປື້ອນ ແລະ ເຮັດ​ໃຫ້​ການ​ໄຫຼວຽນ​ຂອງ​ອາ​ກາດ​ບໍ່​ສະ​ດວກ.
    1. ຕໍ່​ສາຍ​ໃສ່​ຫົວ​ທຽນ.
    2. ກວດເບິ່ງຫົວ​ທຽນ ແລະ ປັບ​ຫວ່າງ​ຫົວ​ທຽນ, ຖ້າ​ຈຳ​ເປັນ. ປ່ຽນ​ຫົວ​ທຽນ, ຖ້າ​ມັນ​ເປັນ​ຮອຍ, ເປື້ອນ ຫຼື ແຕກ​ລ້າວ.
    3. ທຳ​ຄວາມ​ສະ​ອາດ​ຕົວ​ທຳ​ຄວາມ​ສະ​ອາດ​ກ່ອນ​ເຂົ້າ​ໝໍ້​ກອງ​ອາ​ກາດ ແລະ/ຫຼື ປ່ຽນ​ໝໍ້​ກອງ​ອາ​ກາດ​ເຈ້ຍ.
    ເຄື່ອງ​ຈັກ ຫຼື ຈັກສັ່ນຫຼາຍ​ເກີນ​ຂະ​ໜາດ.
    1. ດ້ານ​ລຸ່ມ​ຂອງ​ຕົວ​ເຮືອນ​ເຄື່ອງ​ຈັກ​ມີ​ຫຍ້າ​ຕິດ ແລະ ຂີ້​ເຫຍື້ອ.
    2. ນັອດ​ຕົວ​ຜູ້​ຕິດ​ໃສ່​ຈັກ​ຫຼວມ.
    3. ນັອດ​ຕົວ​ຜູ້ຕິດ​ໃບ​ມີດຫຼວມ.
    4. ໃບ​ມີດກົ່ງ​ງໍ ຫຼື ບໍ່​ມີ​ຄວາມ​ທ່ຽງ.
    1. ອະ​ນາ​ໄມກ້ອງ​ຕົວ​ເຮືອນເຄື່ອງ​ຈັກ.
    2. ຮັດ​ນັອດ​ຕົວ​ຜູ້​ຕິດ​ໃສ່​ຈັກ​ໃຫ້​ແໜ້ນ.
    3. ຮັດ​ນັອດ​ຕົວ​ຜູ້ຕິດ​ໃບ​ມີດໃຫ້​ແໜ້ນ.
    4. ປັບ​ຄວາມ​ທ່ຽງໃບ​ມີດ. ຖ້າໃບ​ມີດກົ່ງ​ງໍ, ໃຫ້ປ່ຽນ​ມັນ.
    ມີ​ຮູບ​ແບບ​ການ​ຕັດ​ບໍ່​ສະ​ໝ່ຳ​ສະ​ເໝີ.
    1. ທ່ານ​ກຳ​ລັງ​ຕັດ​ຫຍ້າ​ຢູ່​ໃນ​ຮູບ​ແບບ​ດຽວ​ກັນ​ຊ້ຳໆ.
    2. ດ້ານ​ລຸ່ມ​ຂອງ​ຕົວ​ເຮືອນ​ເຄື່ອງ​ຈັກ​ມີ​ຫຍ້າ​ຕິດ ແລະ ຂີ້​ເຫຍື້ອ.
    3. ໃບ​ມີດ​ບໍ່​ຄົມ.
    1. ປ່ຽນຮູບແບບການຕັດ​ຫຍ້າ.
    2. ອະ​ນາ​ໄມກ້ອງ​ຕົວ​ເຮືອນເຄື່ອງ​ຈັກ.
    3. ລັບ​ໃບ​ມີດ ແລະ ເຮັດ​ໃຫ້​ທ່ຽງ.