ການແນະນຳ

ເຄື່ອງຈັກນີ້ແມ່ນເຄື່ອງຕັດຫຍ້າທີ່ຂັບຂີ່ໄດ້, ໃບມີດ​ໝຸນທີ່ມີຈຸດປະສົງທີ່ຈະຖືກນຳໃຊ້ໂດຍຜູ້ຊ່ຽວຊານ, ຜູ້ປະຕິບັດການທີ່ຈ້າງງານໃນການນຳໃຊ້ທາງການຄ້າ. ໃນ​ເບື້ອງ​ຕົ້ນ​ມັນຖືກ​ອອກ​ແບບ​ມາ​ສຳ​ລັບ​ການ​ຕັດຫຍ້າ​ໃນ​ສະ​ໜາມ​ຫຍ້າ​ທີ່​ໄດ້​ຮັບ​ການບຳລຸງ​ຮັກ​ສາ​ຢ່າງ​ດີ​ເຊັ່ນ: ໃນສວນ​ສາ​ທາ​ລະ​ນະ, ເດີ່ນ​ກິ​ລາ ແລະ ໃນ​ພື້ນ​ທີ່​ທາງການ​ຄ້າ. ການນຳໃຊ້ຜະລິດຕະພັນນີ້ເພື່ອຈຸດປະສົງອື່ນນອກເໜືອຈາກການນຳໃຊ້ທີ່ເປັນຈຸດປະສົງຂອງມັນອາດຈະເປັນອັນຕະລາຍຕໍ່ທ່ານ ແລະ ຜູ້ທີ່ຢູ່ໃກ້ຄຽງ.

ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ເຂົ້າເບິ່ງເວັບໄຊ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.

Important: ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR ຢູ່​ໃນ​ສະ​ຫຼາກເລກລຳດັບ (ຖ້າມີ) ເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.

artpending

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ມີຂໍ້ຄວາມກ່ຽວກັບຄວາມປອດໄພທີ່ໄດ້ລະບຸໂດຍສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ ), ເຊິ່ງເປັນສັນຍານອັນຕະລາຍທີ່ອາດຈະເຮັດໃຫ້ເກີດການບາດເຈັບສາ​ຫັດ ຫຼື ເສຍຊີວິດ, ຖ້າທ່ານບໍ່ປະຕິບັດຕາມຂໍ້ຄວນລະວັງທີ່ແນະນຳ.

artpending

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສິ່ງສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ໝາຍ​ເຫດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ຜະລິດຕະພັນນີ້ປະຕິບັດຕາມຄຳສັ່ງແນະນຳຂອງເອີຣົບທີ່ກ່ຽວຂ້ອງທັງໝົດ; ສຳລັບລາຍລະອຽດ, ກະລຸນາເບິ່ງເອກະສານສະເພາະຂອງຖະແຫຼງການວ່າ​ດ້ວຍ​ການ​ປະ​ຕິ​ບັດ​ຕາມ (DOC).

ມັນເປັນການລະເມີດກົດໝາຍຊັບພະຍາກອນສາທາລະນະຂອງລັດຄາລິຟໍເນຍພາກທີ 4442 ຫຼື 4443 ໃນການນຳໃຊ້ ຫຼື ນຳໃຊ້ເຄື່ອງຈັກໃນພື້ນທີ່ທີ່ປົກຄຸມດ້ວຍປ່າໄມ້, ປົກຫຸ້ມດ້ວຍດິນ ຫຼື ດິນທີ່ປົກຄຸມດ້ວຍຫຍ້າ, ເວັ້ນເສຍແຕ່ວ່າເຄື່ອງຈັກມີເຄື່ອງກວດຈັບປະກາຍໄຟຕາມທີ່ໄດ້ກຳນົດໄວ້ໃນພາກທີ 4442, ມີໄວ້ໃນລະບຽບການເຮັດວຽກທີ່ມີປະສິດຕິຜົນ ຫຼື ເຄື່ອງຈັກຖືກສ້າງ, ຕິດຕັ້ງ ແລະ ຮັກສາໄວ້ເພື່ອປ້ອງກັນໄຟ.

ປຶ້ມຄູ່ມືຂອງເຈົ້າຂອງເຄື່ອງຈັກທີ່ໃຫ້ມາແມ່ນມີຂໍ້ມູນທີ່ກ່ຽວຂ້ອງກັບໜ່ວຍ​ງານປົກປ້ອງສິ່ງແວດລ້ອມຂອງສະຫະລັດ (EPA) ແລະ ລະບຽບການຄວບຄຸມການປ່ອຍອາຍພິດ​ຂອງຄາລິຟໍເນຍກ່ຽວ​ກັບລະບົບການປ່ອຍອາຍພິດ, ການບຳລຸງຮັກສາ ແລະ ການຮັບປະກັນ. ການປ່ຽນແທນທີ່ອາດຈະຖືກສັ່ງຊື້ຜ່ານຜູ້ຜະລິດເຄື່ອງຈັກ.

ຄຳເຕືອນ

CALIFORNIA

ຄຳເຕືອນຂອງກົດໝາຍ Proposition 65

ທໍ່ໄອເສຍເຄື່ອງຈັກນ້ຳມັນກາຊວນ ແລະ ບາງສ່ວນປະກອບຂອງມັນເປັນທີ່ຮູ້ຈັກໃນລັດຄາລີຟໍເນຍ ວ່າເປັນສາເຫດທີ່ກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ ແລະອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຂົ້ວແບດເຕີລີ່, ຂົ້ວໄຟຟ້າ ແລະ ອຸປະກອນທີ່ກ່ຽວຂ້ອງທີ່ມີ ທາດກົ່ວ ແລະ ສ່ວນປະກອບຂອງທາດກົ່ວ, ສານເຄມີທີ່ລັດຄາລີຟໍເນຍ ຮູ້ຈັກດີທີ່ເຮັດໃຫ້ເກີດມະເຮັງແລະ ເປັນອັນຕະລາຍຕໍ່ການຈະເລີນພັນ. ໃຫ້ລ້າງມືຫຼັງຈາກນຳໃຊ້.

ການນຳໃຊ້ຜະລິດຕະພັນນີ້ອາດຈະເຮັດໃຫ້ສຳຜັດກັບສານເຄມີທີ່ຮູ້ຈັກດີໃນ ລັດຄາລີຟໍເນຍ ວ່າເປັນສາເຫດກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຄວາມປອດໄພ

ເຄື່ອງຈັກນີ້ໄດ້ຖືກອອກແບບໃຫ້ສອດຄ່ອງກັບ EN ISO 5395 (ເມື່ອທ່ານສຳເລັດຂັ້ນຕອນການຕັ້ງຄ່າ) ແລະ ANSI B71.4-2017.

ຄວາມປອດໄພທົ່ວໄປ

ຜະລິດຕະພັນນີ້ມີຄວາມສາມາດຕັດມື ແລະ ຕີນ ແລະ ເຮັດ​ໃຫ້ວັດຖຸຟົ້ງ​ຂຶ້ນໄດ້. ຕ້ອງປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພທຸກຄັ້ງເພື່ອຫລີກລ່ຽງການບາດເຈັບສາ​ຫັດ​ຕໍ່​ຕົວ​ເອງ.

  • ອ່ານ ແລະ ທຳຄວາມເຂົ້າໃຈເນື້ອໃນຂອງຄູ່ມືຜູ້​ໃຊ້ນີ້ກ່ອນທີ່ຈະເລີ່ມຕິດຈັກ.

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ປະຕິບັດງານກັບເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ຢ່າໃຊ້ງານເຄື່ອງຈັກໂດຍບໍ່ມີການປົກປ້ອງທຸກຄົນ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢ່າງຖືກຕ້ອງໃນເຄື່ອງຈັກ.

  • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກພາກ​ສ່ວນ​ໝູນ. ຮັກສາບໍ່ໃຫ້ມີຊ່ອງເປີດລະບາຍອອກມາ.

  • ໃຫ້ຄົນຢູ່ໃກ້ຄຽງ ແລະ ເດັກອອກຈາກພື້ນທີ່ປະຕິບັດງານ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ.

  • ມອດຈັກ, ຖອດກະແຈ ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ Graphic, ເຊິ່ງໝາຍເຖິງຂໍ້ຄວນລະວັງ, ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງ​ກໍ່​ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫຼື ເສຍຊີວິດ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending

ການຕັ້ງຄ່າ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

ການຕິດຕັ້ງສະ​ຕິກ​ເກີ (ເຄື່ອງ​ຈັກ CE ເທົ່າ​ນັ້ນ)

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສະຫຼາກຄຳເຕືອນ1
ສະຫຼາກ CE1
  • ໃນເຄື່ອງ​ຈັກ​ທີ່​ຕ້ອງ​ປະຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ຂອງ CE, ໃຫ້​ຕິດ​ຕັ້ງສະ​ຫຼາກຄຳ​ເຕືອນ​ລວມໄວ້ໃນ​ອາ​ໄຫຼ່ທີ່​ຫຼວມເໜືອສະ​ຫຼາກທີ່​ມີ​ຢູ່​ແລ້ວ (ຮູບສະແດງ ).

  • ຕິດ​ຕັ້ງ​ສະ​ຕິກ​ເກີເຄື່ອງ​ໝາຍ CE ຢູ່​ຖັດ​ຈາກປ້າຍ​ໝາຍ​ເລກກຳ​ກັບ​ໃນ​ເຄື່ອງ​ຈັກ (ຮູບສະແດງ ).

artpending

ການການ​ປັບ​ຕຳ​ແໜ່ງແຂນ​ຄວບ​ຄຸມ

ທ່ານ​ສາ​ມາດປັບ​ຕຳ​ແໜ່ງແຂນຄ​ວ​ບ​ຄຸມ​ເພື່ອຄວາມ​ສະ​ດວກ​ສະ​ບາຍ​ຂອງ​ທ່ານ.

  1. ມາຍນັອດ 2 ອັນທີ່ຮັດ​ຄັນ​ບັງ​ຄັບເພື່ອໃຫ້ເຂົ້າກັບຫ່ວງ​ໜີບ (ຮູບສະແດງ ).

    artpending
  2. ໝູນ​ຄັນ​ບັງ​ຄັບໃຫ້ຢູ່ໃນຕຳແໜ່ງທີ່ຕ້ອງການ ແລະ ຫັນ​ນັອດ 2 ອັນໃຫ້ແໜ້ນ.

ການຖອດຕົວ​ບຣັອກການຂົ​ນ​ສົ່ງ ແລະ ເຂັມ

  1. ​ຖອດ ແລະ ຖິ້ມ​ບ​ຣັອກ​ການ​ຂົນ​ສົ່ງ​ຈາກ​ໜ່ວຍ​ຕັດ.

  2. ​ຖອດ ແລະ ຖິ້ມ​ເຂັມ​ການ​ຂົນ​ສົ່ງ​ຈາກແຂນ​ຊ່ວງ​ລ່າງ​ໜ່ວຍ​ຕັດ.

    Note: ເຂັມ​ການ​ຂົນ​ສົ່ງ​ເຮັດ​ໃຫ້​ໜ່ວຍ​ຕັດ​ມີ​ຄວາມ​ສະ​ຖຽນ​ລະ​ຫວ່າງ​ການ​ຂົນ​ສົ່ງ; ເອົາ​ພວກ​ມັນ​ອອກ​ກ່​ອນ​ໜ້າ​ໃຊ້​ງານ​​ເຄື່ອງ​ຈັກ.

ການຕິດຕັ້ງສະຫຼັກຝາກະໂປ່ງ

ສຳ​ລັບການ​ປະ​ຕິ​ບັດ​ຕາມ CE

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສ່ວນກອບ​ເຫຼັກສະ​ຫຼັກຝາກະໂປ່ງ1
ແຫວນຮອງ1
  1. ປົດສະ​ຫຼັກ ແລະ ຍົກຝາກະໂປ່ງ.

  2. ຖອດປອກຢາງອອກມາຈາກຮູທີ່ຢູ່ເບື້ອງຊ້າຍຂອງຝາກະໂປ່ງ (ຮູບສະແດງ ).

    artpending
  3. ຖອດນັອດແມ່ອອກຈາກສ່ວນປະກອບສະ​ຫຼັກຝາກະໂປ່ງ (ຮູບສະແດງ ).

    artpending
  4. ທີ່​ດ້ານນອກ​ຂອງ​ຝາ, ສອດປາຍ​ຂໍ​ເກາະ​ຂອງ​ສະຫຼັກ​ຜ່ານ​ຮູ​ໃນ​ຝາ ແລະ ກວດ​ສອບ​ໃຫ້​ແນ່​ໃຈ​ວ່າ​ແຫວນ​ຢາງ​ຍັງ​ຄົງ​ຢູ່ທີ່​ດ້ານນອກ​ຂອງ​ຝາ (ຮູບສະແດງ ).

  5. ທີ່​ດ້ານໃນ​ຂອງ​ຝາ, ສອດແຫວນ​ເຫຼັກ​ເຂົ້າ​ໄປ​ທີ່​ສະຫຼັກ, ຮັດ​ສະຫຼັກ​ດ້ວຍນ​ັອດ​ຕົວ​ເມຍ ແລະ ກວດ​ສອບ​ໃຫ້​ແນ່​ໃຈ​ວ່າ​ສະຫຼັກ​ຍຶດ​ກັບ​ຕົວ​ໂຄງ​ຈັ​ບ​ເມື່ອ​ລັອກ​ຢູ່.

    Note: ໃຊ້ກະແຈຝາກະໂປ່ງທີ່ຕິດຂັດມາເພື່ອປະຕິບັດການກັບສະ​ຫຼັກຝາກະໂປ່ງ.

ການ​ປັບກອບ​ຮອງ​ຮັບ

ການປັບໜ່ວຍຕັດດ້ານ​ໜ້າ

ໜ່ວຍ​ຕັດ​ດ້ານ​ໜ້າ ແລະ ດ້ານ​ຫຼັງ​ຈຳ​ເປັນ​ຕ້ອງ​ມີ​ຕຳ​ແໜ່ງ​ການ​ຕິດໃສ່ແຕກ​ຕ່າງ​ກັນ. ໜ່ວຍຕັດດ້ານໜ້າມີ​ຕຳ​ແໜ່ງ​ຕິດ​ໃສ່​ສອງ​ຕຳ​ແໜ່ງ​ຂຶ້ນ​ກັບ​ວ່າ​ທ່ານ​ຕ້ອງ​ການ​ຄວາມ​ສູງ​ຂອງ​ການ​ຕັດ ແລະ ອົງ​ສາ​ການ​ໝູນ​ຂອງ​ໜ່ວຍ​ຕັດ​ເທົ່າ​ໃດ.

  • ສຳ​ລັບ​ຄວາມ​ສູງ​ຂອງ​ການ​ຕັດ​ລະ​ຫວ່າງ 2.0 ຫາ 7.6 ຊມ (0.75 ຫາ 3 ນິ້ວ), ໃຫ້​ຕິດ​ໂຄງ​ຍຶດ​ດ້ານໜ້າ​ໃສ່​ໃນ​ຮູ​ສຳ​ລັບການ​ຕິ​ດ​ຕັ້ງ​ດ້ານ​ໜ້າ​ທີ່​ຢູ່​ດ້ານ​ລຸ່ມ (ຮູບສະແດງ ).

    Note: ຕຳ​ແໜ່ງນີ້ນີ້​ເຮັດ​ໃຫ້​ມີ​ການວາງ​ຕຳ​ແໜ່ງ​​ຂອງ​ໜ່ວຍ​ຕັດໄປ​ດ້ານ​ໜ້າໄດ້​ຫຼາຍ​ຂຶ້ນ​ທີ່​ກ່ຽວ​ພັນ​ກັບ​ເຄື່ອງ​ຕັດ​ຫຍ້າ​ເມື່ອ​ເຂົ້າ​ສູ່​ການ​ປ່ຽນ​ແປງ​ຂຶ້​ນ​ເນີນ​ຢ່າງ​ໄວ​ວາໃນ​ພູມ​ສັນ​ຖານ. ເຖິງ​ແນວ​ໃດ​ກໍ​ຕາມ, ​ມັນ​ຈຳ​ກັດ​ຊ່ອງ​ຫວ່າງ​ຂອງ​ຕົວ​ຮອງ​ຮັບ​ເມື່ອຂຶ້ນ​ສູ່​ຈຸດ​ສູງ​ຂອງເນີນ​ພູ​ນ້ອຍ​ຊັນ.

    artpending
  • ສຳ​ລັບ​ຄວາມ​ສູງ​ຂອງ​ການ​ຕັດ​ລະ​ຫວ່າງ 6.3 ຫາ 10 ຊມ (2.5 ຫາ 4 ນິ້ວ), ໃຫ້​ຕິດ​ໂຄງ​ຍຶດ​ດ້ານໜ້າ​ໃສ່​ໃນ​ຮູ​ສຳ​ລັບການ​ຕິ​ດ​ຕັ້ງ​ດ້ານ​ໜ້າ​ທີ່​ຢູ່​ດ້ານ​ເທິງ (ຮູບສະແດງ ).

    Note: ນີ້​ເພີ່ມ​ຊ່ອງຂອງ​ຊ່ອງ​ຫວ່າງ​ຮອງ​ຮັບ​ເນື່ອງ​ຈາກ​ຕຳ​ແໜ່ງ​ສູງ​ຂຶ້ນ​ຂອງ​ຊ່ອງ​ຕັດ, ແຕ່ຈະ​ເຮັດ​ໃຫ້​ໜ່ວຍ​ຕັດ​ໄປຮອດ​ການ​ເຄື່ອນ​ທີ່​ໄປ​ດ້ານ​ໜ້າລະ​ດັບ​ສູງ​ສຸດ​ຂອງພວກ​ເຂົາໄວ​ຂຶ້ນ.

ການປັບບັນ​ດາໜ່ວຍຕັດດ້ານຫຼັງ

ໜ່ວຍ​ຕັດ​ດ້ານ​ໜ້າ ແລະ ດ້ານ​ຫຼັງ​ຈຳ​ເປັນ​ຕ້ອງ​ມີ​ຕຳ​ແໜ່ງ​ການ​ຕິດໃສ່ແຕກ​ຕ່າງ​ກັນ. ໜ່ວຍຕັດດ້ານຫຼັງມີ​ຕຳ​ແໜ່ງ​ຕິດ 1 ຕຳ​ແໜ່ງ​ສຳ​ລັບ​ການ​ຈັດ​ລຽງ​ທີ່​ເໝາະ​ສົມ​ກັບ​ sidewinder ຢູ່​ກ້ອງກອບ.

ສຳ​ລັບ​ທຸກ​ຄວາມ​ສູງ​ຂອງ​ການ​ຕັດ, ຕິດ​ໜ່ວຍ​ຕັດ​ດ້ານ​ຫຼັງ​ຢູ່​ໃນ​ຮູ​ຕິດ​ດ້ານ​ຫຼັງ (ຮູບສະແດງ ).

ການປັບ​ຕົວ​ຈັດ​ໄລ​ຍະ​ຫ່າງ​ລູກ​ກິ້ງ

ເລືອກໄດ້

ຕົວ​ຂູດ​ລູກ​ກິ້ງ​ດ້ານ​ຫຼັງ​ເລືອກ​ໄດ້​ເຮັດ​ໜ້າ​ທີ່​ດີ​ທີ່​ສຸດ​ເມື່ອ​ມີ​ຊ່ອງ​ຫວ່າງ​ສະ​ໝ່ຳ​ສະ​ເໝີ 0.5 ຫາ 1 ມມ (0.02 ຫາ 0.04 ນິ້ວ) ລະ​ຫວ່າງຕົວ​ຂູດ ແລະ ລູກ​ກິ້ງ.

  1. ມາຍ​ຂໍ້​ຕໍ່​ກະ​ແລັດ ແລະ ນັອດ​ກຽວ​ຕິດ​ໃຫ້​ຫຼວມ (ຮູບສະແດງ ).

    artpending
  2. ເລື່ອນຕົວ​ຂູດຂຶ້ນ ຫຼື ລົງ​ຈົນ​ກວ່າ​ທ່ານ​ໄດ້​ຮັບຊ່ອງ​ຫວ່າງ 0.5 ຫາ 1 ມມ (0.02 ຫາ 0.04 ນິ້ວ) ລະ​ຫວ່າງແທ່ງ​ເຫຼັກ ແລະ ລູກ​ກິ້ງ.

  3. ຮັດ​ຂໍ້​ຕໍ່​ກະ​ແລັດ ແລະ ນັອດ​ກຽວ​ໃຫ້​ແໜ້ນ​ຮອດ 41 N∙m (30 ft-lb) ໃນ​ລຳ​ດັບແບບ​ສະ​ຫຼັບ.

ການຕິດຕັ້ງແຜ່ນ​ກັ້ນ​ປົກ​ຄຸມ

ເລືອກໄດ້

ຕິດຕໍ່ຜູ້ຈຳໜ່າຍ Toro ສຳ​ລັບ​ແຜ່ນ​ກັ້ນ​ປົກ​ຄຸມ​ທີ່​ຖືກ​ຕ້ອງ.

  1. ທຳ​ຄວາມ​ສະ​ອາດ​ຂີ້​ເຫຍື້ອ​ຈາກ​ຮູ​ຕິດ​ຢູ່​ຝາ​ດ້ານ​ໜັງ ແລະ ຝາ​ດ້ານຊ້າຍ​ຂອງ​ຊ່ອງ​ໃຫ້​ທົ່ວ.

  2. ຕິດຕັ້ງແຜ່ນ​ກັ້ນປົກ​ຄຸມ​ຢູ່​ຮູ​ເປີດ​ດ້ານ​ຫຼັງ ແລະ ຍຶດມັນດ້ວຍນັອດຕົວ​ຜູ້ຫົວຝາປິດ 5 ອັນ (ຮູບສະແດງ ).

    artpending
  3. ກວດ​ສອບ​ເບິ່ງວ່າ​ແຜ່ນ​ກັ້ນ​ປົກ​ຄຸມ​ບໍ່​ເຂົ້າ​ໄປ​ລົບ​ກວນ​ປາຍ​ຂອງ​ໃບ​ມີດ ແລະ ບໍ່​ພົ້ນ​ເຂົ້າ​ໄປ​ດ້ານ​ໃນ​ພື້ນ​ຜິວ​ຂອງ​ຝາ​ຊ່ອງ​ດ້ານ​ຫຼັງ.

    ອັນຕະລາຍ

    ການ​ໃຊ້ໃບມີດຍົກ​ສູງ​ດ້ວຍ​ແຜ່ນ​ກັ້ນ​ປົກ​ຄຸມ​ສາ​ມາດ​ເຮັດ​ໃຫ້​ໃບ​ມີດ​ແຕກ​ຫັກ,ເຊິ່ງກໍ່ໃຫ້ເກີດການບາດເຈັບຕໍ່ບຸກ​ຄົນ ຫຼື ເສຍຊີວິດໄດ້.

    ຢ່າ​ໃຊ້​ໃບ​ມີດ​ຍົກ​ສູງ​ກັບ​ຝາ​ກັ້ນ.

ການ​ປັບຊອບ​ແວເຄື່ອງ​ຈັກ

ຕິດ​ຕໍ່ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານເພື່ອ​ຕັ້ງ​ຊອບ​ແວ​ເຄື່ອງ​ຈັກ​ເປັນ​ໂໝດ CE.

ການ​ກະ​ກຽມ​ເຄື່ອງ​ຈັກ

ການກວດເບິ່ງຄວາມດັນຂອງຢາງລົດ

ກວດເບິ່ງຄວາມດັນລົມຂອງຢາງລົດກ່ອນ​ໃຊ້; ໃຫ້​ເບິ່ງທີ່ .

Important: ຮັກສາຄວາມດັນໄວ້ໃນຢາງທຸກ​ເສັ້ນເພື່ອຮັບປະກັນຄຸນນະພາບຂອງການຕັດ ແລະ ປະສິດທິພາບຂອງເຄື່ອງຈັກທີ່ເໝາະສົມ. ຢ່າ​ປ່ອຍ​ໃຫ້​ຢາງ​ອ່ອນ.

ການກວດເບິ່ງລະດັບຂອງ​ແຫຼວ

  1. ກວດເບິ່ງລະດັບນໍ້າມັນເຄື່ອງກ່ອນ​ໜ້າ​ຕິດ​ຈັກ, ໃຫ້​ເບິ່ງທີ່ .

  2. ກວດເບິ່ງລະດັບນ້ຳມັນໄຮໂດຼລິກກ່ອນ​ໜ້າ​ຕິດ​​ຈັກ, ໃຫ້​ເບິ່ງທີ່ .

  3. ກວດເບິ່ງລະ​ບົບ​ເຮັດ​ຄວາມ​ເຢັນ​ກ່ອນ​ໜ້າ​ຕິດ​ຈັກ; ໃຫ້​ເບິ່ງທີ່ .

ການ​ໃສ່​ນ້ຳ​ມັນ​ກະ​ແລັດ​ເຄື່ອງ​ຈັກ

ໃສ່​​ນ້ຳ​ມັນ​ກະ​ແລັດ​ໃຫ້​ກັບ​ເຄື່ອງ​ຈັກ​ກ່ອ​ນ​ໜ້າ​ການ​ໃຊ້​ງານ; ໃຫ້​ເບິ່ງທີ່ . ການ​ບໍ່ໃສ່ນ້ຳ​ມັນ​ກະ​ແລັດ​ເຄື່ອງ​ຈັກຢ່າງ​ຖືກ​ຕ້ອງ​ເຮັດ​ໃຫ້​ເກີດ​ຄວາມ​ຂັດ​ຂ້ອງ​ຂອງ​ອາ​ໄຫຼ​ສຳ​ຄັນ​ໄວ​ກວ່າ​ກຳ​ນົດ.

ພາບລວມຂອງຜະລິດຕະພັນ

ແປ້ນຂັບເຄື່ອນ

ແປ້ນຂັບເຄື່ອນ (ຮູບສະແດງ ) ຄວບຄຸມການດຳເນີນງານໄປໜ້າ ແລະ ຖອຍຫຼັງ. ກົດ​ດ້ານເທິງ​ຂອງແປ້ນ​ຢຽບ​ເພື່ອ​ໄປ​ໜ້າ ແລະ ດ້ານ​ລຸ່ມ​ເພື່ອ​ຖອຍຫຼັງ. ຄວາມໄວຂອງພື້ນດິນແມ່ນຂຶ້ນກັບວ່າທ່ານກົດແປ້ນໄດ້ໄກເທົ່າໃດ. ສຳລັບບໍ່ມີການໂຫຼດ, ຄວາມໄວຂອງພື້ນດິນສູງສຸດ, ກົດແປ້ນຢ່າງເຕັມສ່ວນໃນຂະນະທີ່ປຸ່ມໄຟຟ້າຢູ່ໃນຕຳແໜ່ງ ໄວ .

ເພື່ອຢຸດ, ຫຼຸດຜ່ອນການຢຽບ​ແປ້ນ​ຂັບ​ເຄື່ອນ ແລະ ປ່ອຍໃຫ້ມັນກັບຄືນສູ່ຕໍາແຫນ່ງສູນກາງ.

ຕົວຈຳກັດຄວາມໄວຕັດຫຍ້າ

ໃນ​ເວ​ລາ​ທີ່​ຕົວ​ຈຳ​ກັດ​ຄວາມ​ໄວ​ຄື່ອງ​ຕັດ​ຫຍ້າ (ຮູບສະແດງ ) ປິ້ນ​ຂຶ້ນ ມັນ​ຈະ​ຄວບ​ຄຸມ​ຄວາມ​ໄວ​ການ​ຕັດຫຍ້າ ແລະ ອາ​ນຸ​ຍາດ​ໃຫ້​ໃຊ້​ແທ່ນ​ຕັດ. ຕົວເວັ້ນຊ່ອງຫວ່າງແຕ່ລະອັນປັບຄວາມໄວການຕັດຫຍ້າໂດຍ 0.8 ກມ/ຊມ (0.5 ໄມລ/ຊມ). ຍິ່ງ​ທ່ານມີ​ຕົວ​ຈັດ​ໄລ​ຍະ​ຫ່າງ​ຢູ່​ທາງ​ເທິງຂອງ​ນັອດຫຼາຍເທົ່າ​ໃດ ຍິ່ງ​ຈະເຮັດ​ໃຫ້​ທ່ານ​ໄປ​ໄດ້​ຊ້າລົງເທົ່າ​ນັ້ນ. ສຳ​ລັບ​ການ​ເຄື່ອນ​ທີ່, ປິ້ນ​ຕົວ​ກຳ​ນົດ​ຄວາມ​ໄວ​ການ​ຕັດ​ຫຍ້າ​ຄືນສຳ​ລັບ​ຄວາມ​ໄວ​ການ​ເຄື່ອນ​ທີ່​ສູງ​ສຸດ.

ແປ້ນເບຣກ

ຢຽບແປ້ນເບຣກ (ຮູບສະແດງ ) ເພື່ອຢຸດເຄື່ອງຈັກ.

ເບຣກມື

ໃນ​ການໃສ່​ເບ​ຣກມື, (ຮູບສະແດງ ) ຢຽ​ບແປ້ນ​ເບ​ຣກ​ລົງ ແລະ ກົດດ້ານ​ເທິງ​ໄປທາງ​ໜ້າ​ເພື່ອ​ລັອກ. ເພື່ອປົດເບຣກມືອອກ, ກົດແປ້ນເບຣກຈົນກວ່າສະ​ຫຼັກເບຣກມືຈະລຸດອອກ.

artpending

ແປ້ນໝູນພວງມະໄລໃຫ້ອຽງ

ເພື່ອອຽງພວງມະໄລໄປຫາທ່ານ, ໃຫ້ກົດແຜ່ນຢຽບລົງ, ດຶງພວງມະໄລໄປຫາທ່ານໃຫ້ຢູ່ຕຳແໜ່ງທີ່ສະດວກສະບາຍທີ່ສຸດ, ແລະ ປ່ອຍແຜ່ນຢຽບ (ຮູບສະແດງ ). ເພື່ອ​ຍ້າຍພວງມະໄລອອກ​ໃຫ້​ຫ່າງ​ຈາກທ່ານ, ໃຫ້ກົດແຜ່ນຢຽບລົງ ແລະ ປ່ອຍມັນ​ເມື່ອ​ພວກ​ມາ​ໄລ​ໄປ​ເຖິງ​ຕຳ​ແໜ່ງ​ການ​ໃຊ້​ງານ​ທີ່​ພໍ​ໃຈ​ແລ້ວ.

ສະວິດໄຟໜ້າ

ບິດສະວິດລົງເພື່ອເປີດໄຟໜ້າ(ຮູບສະແດງ ).

ສະ​ວິດຄວາມ​ໄວຂອງ​ເຄື່ອງ​ຈັກ

ການປ່ຽນຄວາມ​ໄວຂອງຈັກ (ຮູບສະແດງ ) ມີ 2 ໂໝດ​ເພື່ອ​ປ່ຽນ​ຄວາມ​ໄວ​ຂອງຈັກ. ແຕະ​ສະວິດ​ເພື່ອ​ເພີ່ມ ຫຼື ຫຼຸດ​ຄວາມ​ໄວ​ຈັກ​ໃນ​ການ​ເພີ່ມ​ຂຶ້ນ 100 ຮອບ​ຕໍ່​ນາ​ທີ. ກົດ​ສະ​ວິດລົງ​ຄ້າງ​ໄວ້ເພື່ອເຄື່ອນຈັກສູ່​ຮອບ​ສູງ ຫຼື ຕ່ຳ​ໂດຍ​ອັດ​ຕະ​ໂນ​ມັດ, ຂຶ້ນ​ກັບ​ວ່າ​ທ່ານ​ກົດ​ປາຍ​ດ້ານ​ໃດຂອງ​ສະ​ວິດ.

artpending

ສະວິດກະແຈ

ສະວິດກະແຈ (ຮູບສະແດງ ) ມີ 3 ຕຳແໜ່ງ: ປິດ, ເປີດ/ອຸ່ນເຄື່ອງ ແລະ ຕິດ​ຈັກ.

ປ່ອຍຄັນ​ຕັດ​ຫຍ້າຕ່ຳລົງ/ຍົກຄັນ​ຄວບ​ຄຸມຂຶ້ນ

ຄັນຄວບ​ຄຸມການຕັດ​ຫຍ້າ​ດ້ານ​ລຸ່ມ/ຍົກ​ຂຶ້ນ (ຮູບສະແດງ ) ເຮັດໃຫ້ໜ່ວຍຕັດສູງຂຶ້ນ ແລະ ປ່ອຍຕ່ຳລົງ ແລະ ຍັງຈະຕິດ ແລະ ຢຸດໜ່ວຍ​ຕັດໃນເວລາທີ່ໜ່ວຍ​ຕັດຖືກເປີດໃຊ້ໃນໂໝດຕັດຫຍ້າ. ເມື່ອ​ເລີ່ມຕິດເຄື່ອງໜ່ວຍ​ຕັດ​ຫຍ້າ​ໃນ​ຕຳ​ແໜ່ງ​ດ້ານ​ລຸ່ມ, ຄັນ​ໂຍກນີ້​ຈະ​ເປີດ​ໜ່ວຍ​ຕັດ​ຫຍ້າຂຶ້ນ ຖ້າ​ຫາກ​ຕົວ PTO ແລະ​ຕົວຈຳ​ກັດ​ຄວາ​ມ​ໄວ​ຂອງ​ການ​ຕັດ​ຫຍ້າເຮັດ​ວຽກ​ຢູ່.

ສະ​ວິດເປີດ/ປິດການໃຊ້ງານ

ໃຊ້ສະວິດເປີດ/ປິດການ​ໃຊ້​ງານ (ຮູບສະແດງ ) ໂດຍສົມທົບກັບຄັນຄວບຄຸມການຕັດຫຍ້າປ່ອຍຕ່ຳລົງ/ຍົກຂຶ້ນເພື່ອໃຊ້​ງານເຄື່ອງ​ຕັດ​ຫຍ້າ. ບັນດາເຄື່ອງ​ຕັດ​ຫຍ້າບໍ່ສາມາດຖືກລົດຕ່ຳລົງໄດ້ເມື່ອຄັນຕັດຫຍ້າ/ຂົນສົ່ງຢູ່ໃນຕຳແໜ່ງ ຂົນສົ່ງ.

ຕົວຊີ້ບອກການຈໍາກັດໝໍ້ກອງໄຮໂດຼລິກ

ຕົວຊີ້ບອກການຈໍາກັດໝໍ້ກອງໄຮໂດຼລິກແຈ້ງ​ເຕືອນ​ທ່ານ ເມື່ອ​ໝໍ້​ກອງ​ໄຮ​ໂກຼ​ລິກ​ຕ້ອງ​ໄດ້​ຮັບ​ການ​ປ່ຽນ​ແປງ; ໄປ​ເບິ່ງ​ທີ່ .

artpending

ຈຸດພະລັງງານ

ຈຸດພະລັງງານ(ຮູບສະແດງ )ແມ່ນການ​ສະ​ໜອງໄຟຟ້າ 12 V ສຳລັບອຸປະກອນເອເລັກໂຕຣນິກ.

artpending

ລະ​ບົບ​ຄວບ​ຄຸມປັບບ່ອນນັ່ງ

ໃຫ້ເບິ່ງ​ທີ່ຮູບສະແດງ ສຳ​ລັບ​ພາບ​ປະ​ກອບ​ຂອງ​ລະ​ບົບ​ຄວບ​ຄຸມ​ການ​ປັ​ບ​ບ່ອນ​ນັ່ງ.

  • ຄັນປັບບ່ອນນັ່ງອະນຸຍາດໃຫ້ທ່ານສາມາດປັບບ່ອນນັ່ງໄປທາງໜ້າ ແລະ ທາງຫຼັງໄດ້.

  • ລູກບິດປັບນ້ຳໜັກປັບບ່ອນນັ່ງສຳລັບນ້ຳໜັກຂອງທ່ານ.

  • ເຄື່ອງວັດນ້ຳໜັກບົ່ງບອກເວລາທີ່ບ່ອນນັ່ງໄດ້ປັບໃຫ້​ເຂົ້າ​ກັບນ້ຳໜັກຂອງທ່ານ.

  • ລູກບິດປັບຄວາມສູງປັບບ່ອນນັ່ງສຳລັບຄວາມສູງຂອງທ່ານ.

artpending

InfoCenter

ຈໍ​ສ​ແດງ​ຜົນ InfoCenter LCD ສະ​ແດງສະ​ຖາ​ນະ​ການໃຊ້​ງານ, ການ​ວິ​ນິດ​ໄສ​ຕ່າງໆ ແລະ ຂໍ້​ມູນ​ອື່ນໆ​ກ່ຽວ​ກັບ​ເຄື່ອງ​ຈັກ (ຮູບສະແດງ ).

ການນຳໃຊ້ຈໍສະແດງຜົນສູນ​ຂໍ້​ມູນ LCD

ຈໍ​ສະແດງ​ຜົນສູນ​ຂໍ້​ມູນ LCD ສະ​ແດງ​ຂໍ້​ມູນກ່ຽວ​ກັບ​ເຄື່ອງ​ຈັກ​ຂອງ​ທ່ານເຊັ່ນ: ສະ​ຖາ​ນະ​ການໃຊ້​ງານ, ການ​ວິ​ນິດ​ໄສ​ຕ່າງໆ ແລະ ຂໍ້​ມູນ​ອື່ນໆ​ກ່ຽວ​ກັບ​ເຄື່ອງ​ຈັກ (ຮູບສະແດງ ). ມີ​ໜ້າ​ຈໍ​ເປີດ​ລະ​ບົບ ແລະ ໜ້າ​ຈໍ​ສະ​ແດງ​ຂໍ້​ມູນ​ຫຼັກຂອງ​ສູນ​ຂໍ້​ມູນ. ທ່ານສາມາດປ່ຽນລະຫວ່າງໜ້າຈໍສຳຮອງ ແລະ ໜ້າຈໍຂໍ້ມູນຫຼັກໄດ້ທຸກເວລາໂດຍກົດປຸ່ມສູນ​ຂໍ້​ມູນໃດໜຶ່ງ ແລະ ຈາກນັ້ນເລືອກປຸ່ມລູກສອນທິດທາງທີ່ເໝາະສົມ.

artpending
  • ປຸ່ມຊ້າຍ, ປຸ່ມເຂົ້າໃຊ້/ກັບຄືນເມນູ – ກົດປຸ່ມນີ້ເພື່ອເຂົ້າເຖິງເມນູສູນ​ຂໍ້​ມູນ. ທ່ານສາມາດໃຊ້ມັນເພື່ອອອກຈາກເມນູໃດໜຶ່ງທີ່ທ່ານກໍາລັງໃຊ້ໃນປັດຈຸບັນໄດ້.

  • ປຸ່ເຄິ່ງກາງ – ໃຊ້ປຸ່ມນີ້ເພື່ອເລື່ອນເມນູລົງ.

  • ປຸ່ມເບື້ອງ​ຂວາ – ໃຊ້ປຸ່ມນີ້ເພື່ອເປີດເມນູທີ່ລູກສອນຂວາຊີ້ບອກເນື້ອຫາເພີ່ມເຕີມ.

  • ສຽງ​ດັງ​ປີບ – ໄດ້​ເປີດ​ນຳ​ໃຊ້​ເມື່ອ​ປ່ອຍ​ໜ່ວຍ​ຕັດ​ຕ່ຳ​ລົງ ຫຼື ສຳ​ລັບ​ການ​ແນະ​ນຳ ແລະ ຂໍ້​ຜິດ​ພາດ.

Note: ຈຸດປະສົງຂອງແຕ່ລະປຸ່ມອາດຈະປ່ຽນແປງຂຶ້ນກັບສິ່ງທີ່ຕ້ອງການໃນເວລານັ້ນ. ປຸ່ມແຕ່ລະປຸ່ມແມ່ນຕິດປ້າຍດ້ວຍໄອຄອນທີ່ສະແດງໜ້າທີ່ຂອງມັນໃນປະຈຸບັນ.

ລາຍລະອຽດຂອງໄອຄອນ InfoCenter

ຄົບຮອບການບຳ​ລຸງ​ຮັກ​ສາຊີ້ບອກເຖິງເວລາການບຳ​ລຸງ​ຮັກ​ສາທີ່ໄດ້ກຳນົດວ່າຄວນໄດ້ປະຕິບັດ
Graphicຊົ່ວ​ໂມງຍັງ​ເຫຼືອ​ຈົນ​ຮອດ​ການ​ບຳ​ລຸງ​ຮັກ​ສາ​ສ້ອມ​ແປງ
Graphicຕັ້ງ​ຄ່າ​ຊົ່ວ​ໂມງ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ​ຄືນ​ໃໝ່ Graphic
Graphicສະ​ຖາ​ນະ​ຂອງ​ຄວາມ​ໄວ​ຈັກ (ຮອບ​ຕໍ່​ນາ​ທີ)
Graphicໄອຄອນຂໍ້ມູນ
Graphicການ​ຕັ້ງ​ຄ່າ​ຄວາມ​ໄວ​ດຶງ​ສູງ​ສຸດ
Graphicໄວ
Graphicຊ້າ
Graphicພັດ​ລົມ​ປີ້ນ​ທາງ.
Graphicເຄື່ອງ​ທຳ​ຄວາມ​ຮ້ອນ​ນຳ​ອາ​ກາດ​ເຂົ້າ​ເປີດ​ໃຊ້​ຢູ່.
Graphicຍົກໜ່ວຍຕັດເບື້ອງຊ້າຍຂຶ້ນ.
Graphicຍົກໜ່ວຍຕັດເຄິ່ງ​ກາງຂຶ້ນ.
Graphicຍົກໜ່ວຍຕັດເບື້ອງຂວາຂຶ້ນ.
Graphicຜູ້​ຂັບ​ຂີ່​ຕ້ອງ​ນັ່ງ​ຢູ່​ເບາະ​ນັ່ງ.
Graphicເບ​ຣກມືໃຊ້​ງານ​ຢູ່.
Graphicໄລຍະຢູ່ສູງ.
Graphicເກຍຫວ່າງ
Graphicລະ​ບຸ​ຂອບ​ເຂດ​ເປັນຕ່ຳ
Graphicອຸນຫະພູມຂອງນ້ຳ​ຢາ​ທຳຄວາມເຢັນ (°C ຫຼື °F)
Graphicອຸນຫະພູມ (ຮ້ອນ)
Graphicການ​ດຶງ ຫຼື ແປ້ນ​ດຶງ
Graphicບໍ່​ອະ​ນຸ​ຍາດ
Graphicຕິດຈັກ.
GraphicPTO ເປີດໃຊ້ຢູ່.
Graphicການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ​ເປີດ.
Graphicມອດຈັກ
Graphicເຄື່ອງຈັກ
Graphicສະວິດກະແຈ
Graphicກຳ​ລັງ​ປ່ອຍໜ່ວຍຕັດຕ່ຳລົງ
Graphicກຳ​ລັງ​ຍົກໜ່ວຍຕັດໃຫ້ສູງຂຶ້ນ
Graphicລະ​ຫັດ PIN
Graphicອຸນ​ຫະ​ພູມນ້ຳມັນໄຮໂດຼລິກ
Graphicຊ່ອງ CAN
Graphicສູນ​ຂໍ້​ມູນ
Graphicບໍ່ດີ ຫຼື ຂັດ​ຂ້ອງ
Graphicສູນ
Graphicຂວາ
Graphicຊ້າຍ
Graphicຫຼອດໄຟ
Graphicຜົນ​ສົ່ງອອກຂອງເຄື່ອງຄວບຄຸມ TEC ຫຼື ສາຍຄວບຄຸມໃນສາຍຮັດ
Graphicເກີນ​ໄລ​ຍະ​ທີ່​ອະ​ນຸ​ຍາດ
Graphicຕ່ຳ​ກວ່າໄລ​ຍະ​ທີ່​ອະ​ນຸ​ຍາດ
Graphic/Graphicຢູ່ນອກ​ຂອບ​ເຂດ
Graphicສະວິດ
Graphicຜູ້​ຄວບ​ຄຸມ​ຕ້ອງ​ປ່ອຍ​ສະ​ວິດ
Graphicຜູ້​ຄວບ​ຄຸມ​ຄວນ​ປ່ຽນ​ສະ​ພາບ​ທີ່​ຊີ້ບອກ
ສັນຍາລັກມັກຈະຖືກລວມເຂົ້າກັນເພື່ອປະກອບເປັນປະໂຫຍກ. ບາງຕົວຢ່າງແມ່ນສະແດງຢູ່ດ້ານລຸ່ມ.
Graphicຜູ້​ຄວບ​ຄຸມ​ຄວນ​ໃສ່​ເກຍ​ຫວ່າງ​ຂອງ​ເຄື່ອງ​ຈັກ
Graphicການຕິດຈັກຖືກປະຕິເສດ
Graphicການມອດຈັກ
Graphicນ້ຳ​ຢາ​ທຳຄວາມເຢັນຈັກຮ້ອນເກີນໄປ
Graphicນ້ຳ​ມັນ​ໄຮ​ໂດຼ​ລິກຮ້ອນ​ເກີນ​ໄປ
Graphicການ​ແຈ້ງ​ເຕືອນ​ການ​ສະ​ສົມຂີ້ເທົ່າ DPF. ໃຫ້​ເບິ່ງ​ການບຳ​ລຸງ​ຮັກ​ສາ​ສ້ອມ​ແປງ​ໝໍ້​ກອງ​ອາ​ນຸ​ພາກ​ນ້ຳ​ມັນ​ກາ​ຊ່ວນ (DPF) ຢູ່​ໃນພາກ​ການ​ບຳ​ລຸງ​ຮັກ​ສາສຳ​ລັບ​ລາຍ​ລະ​ອຽດ
Graphicຕັ້ງ​ຄ່າ​ຄຳ​ຂໍ​ການ​ສ້າງ​ຂຶ້ນມາໃໝ່​ລໍ​ຖ້າ​ຄືນ​ໃໝ່
ຄຳ​ຂໍ​ການ​ສ້າງ​ຂຶ້ນ​ໃໝ່​ທີ່​ຈອດ​ໄວ້ ຫຼື ກູ້​ຄືນ
Graphicການ​ສ້າງ​ຂຶ້ນ​ໃໝ່​ທີ່​ຈອດ​ໄວ້ ຫຼື ກູ້​ຄືນກຳ​ລັງ​ດຳ​ເນີນ​ການ.
Graphicອຸນ​ຫະ​ພູມອາຍ​ເສຍສູງ
Graphicການ​ຂັດ​ຂ້ອງ​ການ​ວິ​ນິ​ໄສ​ການ​ຄວບ​ຄຸມ NOx; ຂັບ​ເຄື່ອງ​ຈັກ​ກັບ​ຄືນ​ໄປ​ຫາ​ຮ້ານ​ສ້ອມ​ແປງ ແລະ ຕິດ​ຕໍ່ຕົວ​ແທນ​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ (ຊອບ​ແວ​ເວີ​ຊັນ U ແລະ ໃໝ່​ກວ່າ).
Graphicການ​ນຳ​ສົ່ງ​ພະ​ລັງ​ງານ​ປິດ​ໃຊ້​ງານ​ຢູ່.
Graphicນັ່ງລົງ ຫຼື ໃສ່​ເບ​ຣກມື.

Graphic ສາ​ມາດ​ເຂົ້າ​ເຖິງ​ໄດ້​ໂດຍ​ການ​ປ້ອນ PIN ເທົ່າ​ນັ້ນ

ການໃຊ້ເມນູ

ເພື່ອເຂົ້າເຖິງລະບົບເມນູ InfoCenter, ກົດປຸ່ມເຂົ້າເຖິງເມນູໃນຂະນະທີ່ຢູ່ໜ້າຈໍຫຼັກ. ນີ້ຈະນຳທ່ານໄປທີ່ເມນູຫຼັກ. ໃຫ້​ເບິ່ງຕາຕະລາງຕໍ່ໄປນີ້ສຳລັບການສະຫຼຸບຂອງຕົວເລືອກຕ່າງໆທີ່ມີຈາກເມນູ:

ເມ​ນູ​ຫຼັກ—ລາຍ​ການ​ເມ​ນູລາຍລະອຽດ
Faults (ຄວາມຜິດພາດ)ມີລາຍຊື່ຂອງຂໍ້ຜິດພາດຂອງເຄື່ອງຈັກທີ່ຜ່ານມາ. ໃຫ້​ເບິ່ງ​ທີ່ຄູ່​ມື​ໃຫ້​ບໍ​ລິ​ການ ຫຼື ​ຜູ້​ຈັດ​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອາ​ນຸ​ຍາດ​ຂອງ​ທ່ານ​ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ເມ​ນູ​ຂໍ້​ຜິດ​ພາດ ແລະ ຂໍ້​ມູນ​ທີ່​ມີ​ຢູ່​ທີ່ນັ້ນ.
Service (ການບຳ​ລຸງ​ຮັກ​ສາ)ມີຂໍ້ມູນກ່ຽວກັບເຄື່ອງຈັກເຊັ່ນ: ຊົ່ວໂມງການນຳໃຊ້, ເຄື່ອງນັບ ແລະ ຕົວເລກອື່ນໆທີ່ຄ້າຍຄືກັນ
Diagnostics (ການວິນິດໄສ)ສະແດງສະຖານະພາບຂອງສະ​ວິດ​ເຄື່ອງ​ຈັກແຕ່ລະອັນ, ເຊັນເຊີ ແລະ ຜົນ​ສົ່ງອອກການ​ຄວບ​ຄຸມ. ທ່ານສາມາດໃຊ້ວິທີນີ້ເພື່ອແກ້ໄຂບັນຫາບາງຢ່າງເພາະມັນຈະບອກທ່ານໄດ້​ຢ່າງໄວວ່າການ​ຄວບ​ຄຸມເຄື່ອງຈັກໃດ ເປີດຢູ່ ແລະ ຕົວໃດ ປິດຢູ່.
Settings (ການຕັ້ງຄ່າ)ຊ່ວຍໃຫ້ທ່ານສາມາດປັບແຕ່ງ ແລະ ແກ້ໄຂຕົວແປການຕັ້ງຄ່າໃນໜ້າຈໍສະແດງຂໍ້ມູນສູນ​ຂໍ້​ມູນ.
About (ກ່ຽວກັບ)ເຮັດ​ລາຍ​ຊື່​ໝາຍ​ເລກ​ລຸ້ນ, ເລກລຳດັບ ແລະ ເວີຊັນຊອບແວຂອງເຄື່ອງຈັກຂອງທ່ານ.
ບໍ​ລິ​ການ​ບຳ​ລຸງ​ຮັກ​ສາ—ລາຍ​ການເມ​ນູລາຍລະອຽດ
ຊົ່ວ​ໂມງແຈ້ງຈຳນວນຊົ່ວໂມງທັງໝົດທີ່ເຄື່ອງຈັກ, ຈັກ ແລະ PTO ໄດ້ເປີດໃຊ້, ພ້ອມທັງຈຳນວນຊົ່ວໂມງທີ່ເຄື່ອງໄດ້ຖືກຂົນສົ່ງ ແລະ ການບຳ​ລຸງ​ຮັກ​ສາທີ່​ຄົບກຳນົດ
Countsເຮັດລາຍຊື່ນັບຈຳນວນທີ່ເຄື່ອງຈັກໄດ້ປະສົບມາ.
ການ​ສ້າງ DPF ຂຶ້ນ​ມາ​ໃໝ່ຕົວ​ເລືອກ​ການ​ສ້າງ​ໝໍ້​ກອງ​ອາ​ນຸ​ພາກ​ນ້ຳ​ມັນ​ກາ​ຊ່ວນ​ຂຶ້ນ​ມາ​ໃໝ່ ແລະ ເມ​ນູ​ຍ່ອຍ DPF
ຢັບ​ຢັ້ງ​ການ​ສ້າງ​ຂຶ້ນ​ມາ​ໃໝ່ໃຊ້​ເພື່ອ​ຄວບ​ຄຸມ​ຕັ້ງ​ຄ່າ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ຄືນ​ໃໝ່
ການ​ສ້າງ​ຂຶ້ນ​ມາ​ໃໝ່ຈອດ​ໄວ້ໃຊ້​ເພື່ອ​ລິ​ເລີ່ມ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ຈອດ​ໄວ້
ການ​ສ້າງ​ຂຶ້ນ​ມາ​ໃໝ່ຫຼ້າ​ສຸດເຮັດ​ລາຍ​ການ​ຈຳ​ນວນ​ຊົ່ວ​ໂມງ​ຕັ້ງ​ແຕ່ການ​ສ້າງຂຶ້ນ​ມາ​ໃໝ່​ໃນ​ການ​ຕັ້ງ​ຄ່າ​ຄືນ​ໃໝ່, ຈອດ​ໄວ້ ຫຼື ກູ້​ຄືນ​ຫຼ້າສຸດ
ການ​ສ້າງ​ຂຶ້ນ​ມາ​ໃໝ່ກູ້​ຄືນໃຊ້​ເພື່ອ​ລິ​ເລີ່ມ​ການ​ສ້າງ​ຂຶ້ນ​ມາ​ໃໝ່ກູ້​ຄືນ
ວິ​ນິ​ໄສ—ລາຍ​ການເມ​ນູລາຍລະອຽດ
ໜ່ວຍຕັດຊີ້ໃຫ້ເຫັນການປ້ອນເຂົ້າ, ຄຸນສົມບັດ, ແລະ ຜົນ​ທີ່ອອກມາສຳລັບການຍົກຂຶ້ນ ແລະ ການປ່ອຍໜ່ວຍຕັດຕ່ຳລົງ
Hi/Low Rangeຊີ້ໃຫ້ເຫັນການປ້ອນເຂົ້າ, ຄຸນສົມບັດ, ແລະ ຜົນ​ທີ່ອອກມາສຳລັບການຂັບຂີ່ໃນໂໝດການຂົນສົ່ງ
PTOຊີ້ໃຫ້ເຫັນການປ້ອນເຂົ້າ, ຄຸນສົມບັດ, ແລະ ຜົນ​ທີ່ອອກມາສຳລັບການ​ເປີດ​ໃຊ້​ງານວົງຈອນ PTO
Engine Runຊີ້ໃຫ້ເຫັນການປ້ອນເຂົ້າ, ຄຸນສົມບັດ, ແລະ ຜົນ​ທີ່ອອກມາສຳລັບສຳລັບການຕິດຈັກ
ການ​ຕັ້ງ​ຄ່າ—ລາຍ​ການເມ​ນູລາຍລະອຽດ
ຫົວໜ່ວຍຄວບຄຸມຫົວໜ່ວຍທີ່ໃຊ້ໃນສູນ​ຂໍ້​ມູນ (ພາ​ສາ​ອັງ​ກິດ ຫຼື ເມ​ຕ​ຣິກ)
Language (ພາສາ)ຄວບຄຸມພາສາທີ່ໃຊ້ໃນສູນ​ຂໍ້​ມູນ*
LCD Backlight (ໄຟຫຼັງ LCD)ຄວບຄຸມຄວາມສະຫວ່າງຂອງຈໍສະແດງຜົນ LCD
LCD Contrast (ຄວາມຄົມຊັດ LCD)ຄວບຄຸມຄວາມຄົມຊັດຂອງຈໍຂອງຈໍສະແດງຜົນ LCD
Protected Menus (ເມນູທີ່ຖືກປົກປ້ອງ)Graphicໃຫ້​ຄົນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດໂດຍ​ບໍ​ລິ​ສັດ​ຂອງ​ທ່ານ​ທີ່​ມີ​ລະ​ຫັດ PIN ເຂົ້າ​ເຖິງ​ເມ​ນູ​ທີ່ຖືກ​ປົກ​ປ້ອງ
ການ​ຕັ້ງ​ຄ່າ​ປົກ​ປ້ອງGraphicໃຫ້​ຄວາມ​ສາ​ມາດປ່ຽນ​ການ​ຕັ້ງ​ຄ່າ​ໄດ້​ຢູ່​ໃນການ​ຕັ້ງ​ຄ່າທີ່​ຖືກ​ປົກ​ປ້ອງ.
ຖ່ວງ​ດຸນGraphicຄວບ​ຄຸມ​ປະ​ລິ​ມານການ​ຖ່ວງ​ດຸນທີ່​ໃຊ້​ກັບ​ຊັ້ນ​ຕັດ

Graphicໄດ້​ປົກ​ປ້ອງ​ພາຍ​ໃຕ້ເມນູທີ່ຖືກປົກປ້ອງ – ສາ​ມາດ​ເຂົ້າ​ເຖິງ​ໄດ້​ພຽງ​ແຕ່​ໂດຍ​ການ​ປ້ອນ PIN ເຂົ້າ​ໄປ​ເທົ່ານັ້ນ

ກ່ຽວ​ກັບ—ລາຍ​ການເມ​ນູລາຍລະອຽດ
Model (ລຸ້ນ)ເຮັດ​ລາຍ​ຊື່​ເລກ​ລຸ້ນຂອງເຄື່ອງຈັກ
SN (ເລກ​ລຳ​ດັບ)ເຮັດລາຍຊື່ເລກລຳດັບຂອງເຄື່ອງຈັກ
Machine Controller Revision (ການປັບ​ປຸງ​ແກ້ໄຂ​ຕົວ​ຄວບ​ຄຸມ​ເຄື່ອງ​ຈັກ)ເຮັດລາຍຊື່ການດັດແກ້ຊອບແວຂອງຕົວຄວບຄຸມໃຫຍ່
InfoCenter Revision (ການປັບ​ປຸງ​ແກ້ໄຂ InfoCenter)ເຮັດລາຍຊື່ການປັບປຸງຊອບແວຂອງສູນ​ຂໍ້​ມູນ
ຊ່ອງ CANເຮັດລາຍຊື່ສະຖານະພາບຊ່ອງການສື່ສານຂອງເຄື່ອງຈັກ

Protected Menus (ເມນູທີ່ຖືກປົກປ້ອງ)

ມີ 2 ການຕັ້ງຄ່າການໃຊ້ງານທີ່ສາມາດປັບໄດ້ພາຍໃນເມນູການຕັ້ງຄ່າຂອງສູນ​ຂໍ້​ມູນ: ການ​ຊັກ​ຊ້າ​ເວ​ລາ​ກາ​ລັງ​ຕີ​ໂອ​ໂຕ ແລະ ການ​ຖ່ວງ​ດຸນ. ເພື່ອ​ລັອກ​ການ​ຕັ້ງ​ຄ່າ​ເຫຼົ່າ​ນີ້, ໃຊ້​ເມ​ນູ​ທີ່​ຖືກ​ປົກ​ປ້ອງ.

Note: ໃນຊ່ວງເວລາຂອງການຈັດສົ່ງ, ລະຫັດຜ່ານເບື້ອງຕົ້ນແມ່ນຖືກດຳເນີນໂປຼແກຼມໂດຍຕົວແທນຈຳໜ່າຍຂອງທ່ານ.

ການເຂົ້າເຖິງເມນູທີ່ຖືກປົກປ້ອງ

Note: ລະ​ຫັດ PIN ເລີ່ມ​ຕົ້ນ​ມາ​ຈາກ​ໂຮງ​ງານ​ສຳ​ລັບ​ເຄື່ອງ​ຈັກ​ຂອງ​ທ່ານ​ແມ່ນ 0000 ຫຼື 1234.ຖ້າ​ທ່ານ​ປ່ຽນ​ລະ​ຫັດ PIN ແລະ ລືມ​ລະ​ຫັດ, ຕິດ​ຕໍ່​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ.

  1. ຈາກເມນູຫຼັກ, ໃຊ້​ປຸ່ມ​ເຄິ່ງ​ກາງ​ເພື່ອ​ເລື່ອນ​ລົງ​ຫາເມນູການ​ຕັ້ງ​ຄ່າ ແລະ ກົດ​ປຸ່ມ​ເບື້ອງ​ຂວາ (ຮູບສະແດງ ).

    artpending
  2. ຢູ່​ໃນເມນູການ​ຕັ້ງ​ຄ່າ, ໃຊ້​ປຸ່ມ​ເຄິ່ງ​ກາງ​ເພື່ອ​ເລື່ອນ​ລົງ​ຫາເມນູທີ່​ຖືກ​ປົກ​ປ້ອງ ແລະ ກົດ​ປຸ່ມ​ເບື້ອງ​ຂວາ (ຮູບສະແດງ A).

    artpending
  3. ເພື່ອ​ປ້ອນ​ລະ​ຫັດ PIN, ກົດ​ປຸ່ມ​ເຄິ່ງ​ກາງ​ຈົນ​ກວ່າ​ຕົວ​ເລກ​ທຳ​ອິດ​ຖືກ​ຕ້ອງ​ປາ​ກົດ​ຂຶ້ນ, ຫຼັງຈາກນັ້ນກົດປຸ່ມຂວາເພື່ອຍ້າຍໄປທີ່ຕົວເລກຕໍ່ໄປ (ຮູບສະແດງ B ແລະ ຮູບສະແດງ C). ເຮັດ​ຂັ້ນ​ຕອນ​ນີ້​ຊ້ຳ​ຄືນ​ຈົນ​ກວ່າ​ຕົວ​ເລກ​ສຸດ​ທ້າຍ​ຖືກ​ປ້ອນ​ເຂົ້າ ແລະ ກົດ​ປຸ່ມ​ເບື້ອງ​ຂວາ​ອີກ​ເທື່ອ​ໜຶ່ງ.

  4. ກົດປຸ່ມເຄິ່ງກາງເພື່ອປ້ອນລະຫັດ PIN (ຮູບສະແດງ D).

    ລໍ​ຖ້າ​ຈົນ​ກວ່າ​ໄຟ​ຕົວ​ຊີ້ບອກ​ສີ​ແດງ​ຂອງສູນ​ຂໍ້​ມູນຮຸ່ງວາບ​ຂຶ້ນ.

    Note: ຖ້າສູນ​ຂໍ້​ມູນຍອມ​ຮັບລະ​ຫັດ PIN ແລະ ເມ​ນູ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ​ຖືກ​ປົກ​ລັອກ, ຄຳ​ວ່າ “PIN” ປາ​ກົດ​ຂຶ້ນຢູ່​ແຈ​ເບື້ອງ​ຂວາ​ດ້ານ​ເທິງ​ຂອງໜ້າຈໍ.

Note: ໝູນສະວິດກະແຈໄປທີ່ຕຳແໜ່ງປິດ ແລະ ຈາກນັ້ນ​ໄປ​ສູ່ຕຳ​ແໜ່ງເປີດລັອກເມນູທີ່ຖືກປົກປ້ອງ.

ທ່ານ​ສາ​ມາດ​ເບິ່ງ ແລະ ປ່ຽນ​ການ​ຕັ້ງ​ຄ່າ​ໄດ້​ຢູ່​ໃນ​ເມ​ນູ​ທີ່​ຖືກ​ປົກ​ປ້ອງ. ເມື່ອ​ທ່ານ​ເຂົ້າ​ເຖິງເມນູທີ່​ຖືກ​ປົກປ້ອງ, ເລື່ອນລົງໄປເພື່ອປົກປ້ອງຕົວ​ເລືອກການຕັ້ງຄ່າ. ໃຊ້ປຸ່ມເບື້ອງຂວາເພື່ອປ່ຽນ​ແປງການ​ຕັ້ງ​ຄ່າ. ການ​ຕັ້ງ​ຄ່າ​ຂອງການ​ຕັ້ງ​ຄ່າ​ປົກ​ປ້ອງ​ເປັນປິດໃຫ້​ທ່ານ​ເບິ່ງ ແລະ ປ່ຽນ​ການ​ຕັ້ງ​ຄ່າ​ຢູ່​ໃນ​ເມ​ນູ​ທີ່​ຖືກ​ປົກ​ປ້ອງ​ໄດ້​ໂດຍ​ບໍ່​ມີ​ການ​ເຂົ້າ​ເຖິງ​ລະ​ຫັດ PIN. ການ​ຕັ້ງ​ຄ່າ​ຂອງ​ການ​ຕັ້ງ​ຄ່າ​ປົກ​ປ້ອງ​ເປັນເປີດເຊື່ອງ​ຕົວ​ເລືອກ​ທີ່​ຖືກ​ປົກ​ປ້ອງ ແລະ ຕ້ອງ​ການ​ໃຫ້​ທ່ານ​ປ້ອນ​ລະ​ຫັດ PIN ເພື່ອ​ປ່ຽນ​ການ​ຕັ້ງ​ຄ່າ​ຢູ່​ໃນ​ເມ​ນູ​ທີ່​ຖືກ​ປົກ​ປ້ອງ. ຫຼັງ​ຈາກ​ທ່ານ​ຕັ້ງ​ລະ​ຫັດ PIN, ໝູນ​ສະ​ວິດ​ກະ​ແຈປິດ ແລະ ກັບ​ຄືນ​ສູ່​ຕຳ​ແໜ່ງ ເປີດເພື່ອ​ເປີດ​ໃຊ້​ງານ ແລະ ບັນ​ທຶກ​ຄຸນ​ສົມ​ບັດ​ນີ້.

ການເບິ່ງ ແລະ ການປ່ຽນແປງການຕັ້ງຄ່າເມນູທີ່​ຖືກປົກປ້ອງ

  1. ໃນເມນູທີ່​ຖືກ​ປົກປ້ອງ, ເລື່ອນລົງໄປເພື່ອປົກປ້ອງການຕັ້ງຄ່າ.

  2. ເພື່ອເບິ່ງ ແລະ ປ່ຽນການຕັ້ງຄ່າໂດຍບໍ່ຕ້ອງໃສ່ລະຫັດ PIN, ໃຊ້ປຸ່ມຂວາເພື່ອປ່ຽນການຕັ້ງຄ່າປົກປ້ອງໄປເປັນປິດ.

  3. ເພື່ອເບິ່ງ ແລະ ປ່ຽນການຕັ້ງຄ່າດ້ວຍລະຫັດ PIN, ໃຊ້ປຸ່ມຊ້າຍເພື່ອປ່ຽນການຕັ້ງຄ່າປົກປ້ອງໄປເປັນເປີດ, ຕັ້ງຄ່າລະຫັດ PIN ແລະ ໝູນ​ກະ​ແຈ​ໄປ​ທີ່​ສະ​ວິດ​​ຕິດ​ຈັກ​ໄປ​ທີ່​ຕຳ​ແໜ່ງປິດ ແລະ ຈາກນັ້ນໄປທີ່ຕໍາແໜ່ງເປີດ.

ຕັ້ງ​ຄ່າ​ຕົວ​ຖ່ວງ​ດຸນ

  1. ຢູ່ໃນເມ​ນູການຕັ້ງຄ່າ, ເລື່ອນລົງໄປທີ່ ຕົວຖ່ວງ​ດຸນ.

  2. ກົດປຸ່ມຂວາເພື່ອເລືອກ​ຕົວ​ຖ່ວງ​ດຸນ ແລະ ປ່ຽນ​ແປງລະ​ຫວ່າງ​ການ​ຕັ້ງ​ຄ່າ​ຕ່ຳ, ກາງ ແລະ ສູງ.

ການ​ຕັ້ງ​ຄ່າຮອບ​ເດີນ​ອັດ​ຕະ​ໂນ​ມັດ

  1. ຢູ່ໃນ​ເມ​ນູ​ການ​ຕັ້ງ​ຄ່າ, ເລື່ອນ​ລົງ​ໄປ​ທີ່​ຮອບ​ເດີນ​ອັດ​ຕະ​ໂນ​ມັດ.

  2. ກົດ​ປຸ່ມ​ເບືອງ​ຂວາ​ເພື່ອ​ປ່ຽນ​ເວ​ລາ​ຮອບ​ເດີນ​ອັດ​ຕະ​ໂນ​ມັດ​ລະ​ຫວ່າງ ປິດ, 8 ວິ, 10 ວິ, 15 ວິ, 20 ວິ ແລະ 30 ວິ.

Note: ຂໍ້ກຳ​ນົດ​ສະ​ເພາະ ແລະ ການອອກແບບແມ່ນມີການປ່ຽນແປງໂດຍບໍ່ຕ້ອງແຈ້ງ.

artpending
ລາຍລະອຽດຮູບສະແດງ ເອ​ກະ​ສານ​ອ້າງ​ອີງຂະ​ໜາດ ຫຼື ນ້ຳ​ໜັກ
ຄວາມ​ສູງ​ໂດຍ​ລວມA217 ຊມ (85.5 ນິ້ວ)
ດອກ​ຢາງ​ລົດ (ຢາງ​ໃນ​ໃຈ​ກາງ​ໄປ​ສູ່​ໃຈ​ກາງ) ດ້ານຫຼັງB185 ຊມ (72.5 ນິ້ວ)
ຄວາມກວ້າງ​ໂດຍ​ລວມ (ຕຳ​ແໜ່ງການ​ຂົນ​ສົ່ງ)C231 ຊມ (91 ນິ້ວ)
ຄວາມກວ້າງ​ໂດຍ​ລວມ (ໃນ​ຕຳ​ແໜ່ງ​ຕັດ​ຫຍ້າ)D247 ຊມ (97 ນິ້ວ)
ຖານລໍ້ລົດ E152 ຊມ (60 ນິ້ວ)
ຄວາມຍາວໂດຍ​ລວມ (​​ຕຳ​ແໜ່ງ​ການ​ຂົນ​ສົ່ງ)F315 ຊມ (124 ນິ້ວ)
ຄວາມຍາວໂດຍ​ລວມ (​ຕຳ​ແໜ່ງ​ຕັດ​ຫຍ້າ)G315 ຊມ (124 ນິ້ວ)
ຄວາມຈຸຖັງນໍ້າມັນ 51 ລິດ (13.5 ແກນລອນສະຫະລັດ)
ຄວາມໄວຂົນສົ່ງ 0 ຫາ 16 ກມ/ຊມ (0 ຫາ 10 ໄມຕໍ່ຊົ່ວ​ໂມງ)
ຄວາມໄວຕັດຫຍ້າ 0 ຫາ 13 ກມ/ຊມ (0 ຫາ 8 ໄມຕໍ່ຊົ່ວ​ໂມງ)
ນ້ຳໜັກສຸດທິ (ພ້ອມຖານ​ຕັດ ແລະ ຂອງ​ແຫຼວ) 1492 ກ​ລ (3,289 ປອນ)

ຂໍ້​ມູນ​ຈຳ​ເພາະຂອງໜ່ວຍຕັດ

ລວງຍາວ86.4 ຊມ (34 ນິ້ວ)
ລວງ​ກ້​ວາງ86.4 ຊມ (34 ນິ້ວ)
ລວງສູງ24.4 ຊມ (9.6 ນິ້ວ) ຫາ​ຖານ​ຕິດ​ຕົວ​ບັນ​ຈຸ26.7 ຊມ (10-1/2 ນິ້ວ) ທີ່ຄວາມ​ສູງ​ຂອງ​ການ​ຕັດ​ຢູ່​ທີ່ 3/4 ນິ້ວ34.9 ຊມ (13-3/4 ນິ້ວ) ທີ່​ຄວາມ​ສູງ​ຂອງ​ການ​ຕັດ​ທີ່ 4 ນິ້ວ
ນ້ຳ​ໜັກ88 ກິ​ໂລ (195 ປອນ)

ສິ່ງທີ່ຕິດມານຳ/ອຸປະກອນເສີມ

ການຄັດເລືອກສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ໄດ້ຮັບການອະ​ນຸ​ມັດຈາກ Toro ແມ່ນມີໃຫ້ໃຊ້ກັບເຄື່ອງຈັກເພື່ອຍົກ​ລະ​ດັບ ແລະ ຂະຫຍາຍຄວາມສາມາດຂອງມັນ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຕົວແທນຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດ ຫຼື ເຂົ້າໄປທີ່ www.Toro.com ສຳລັບລາຍຊື່ສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ຖືກອະນຸມັດທັງໝົດ.

ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ ແລະ ການຢັ້ງຢືນຄວາມປອດໄພຂອງເຄື່ອງຈັກຢ່າງຕໍ່ເນື່ອງ, ໃຫ້ນຳໃຊ້ແຕ່ອາໄຫຼ່ ແລະ ອຸປະກອນປ່ຽນຖ່າຍຂອງ Toro ເທົ່ານັ້ນ. ອາໄຫຼ່ປ່ຽນ​ຖ່າຍ ແລະ ອຸປະກອນເສີມທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ ແລະ ການນຳໃຊ້ດັ່ງກ່າວອາດເຮັດໃຫ້ການຄ້ຳປະກັນຂອງສິນຄ້າເປັນໂມຄະ.

ການປະຕິບັດງານ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

ກ່ອນການປະຕິບັດງານ

ຄວາມປອດໄພກ່ອນການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ຢ່າປ່ອຍໃຫ້ເດັກນ້ອຍ ຫຼື ຄົນທີ່ບໍ່ໄດ້ຮັບການຝຶກອົບຮົມເຮັດວຽກ ຫຼື ບຳ​ລຸງ​ຮັກ​ສາເຄື່ອງຈັກ. ລະບຽບການໃນທ້ອງຖິ່ນອາດຈະຈຳກັດອາຍຸຂອງຜູ້ປະຕິບັດການ. ເຈົ້າຂອງມີ​ຄວາມຮັບຜິດຊອບໃນການຝຶກອົບຮົມຜູ້ປະຕິບັດການ ແລະ ຊ່າງກົນຈັກທັງໝົດ.

  • ມີຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງອຸປະກອນ, ການຄວບຄຸມຜູ້ປະຕິບັດການ ແລະ ປ້າຍສັນຍານຄວາມປອດໄພ.

  • ມອດຈັກ, ຖອດກະແຈ ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

  • ຮູ້ວິທີການຢຸດເຄື່ອງຈັກ ແລະ ມອດເຄື່ອງຈັກຢ່າງໄວວາ.

  • ກວດ​ເບິ່ງວ່າ​ສິ່ງຄວບ​ຄຸມຜູ້​ໃຊ້​ງານ-ການ​ປະ​ກົດ​ຕົວຢູ່, ສະ​ວິດ​ຄວາມ​ປອດ​ໄພ ແລະ ເກາະ​ປ້ອງ​ກັນໄດ້​ຕິດ​ໃສ່ ແລະ ໃຊ້​ງານ​ໄດ້​ຢ່າງ​ດີ. ຢ່າ​ໃຊ້​ງານ​ເຄື່ອງ​ຈັກ​ນອກ​ຈາກວ່າ​ພວກ​ມັນ​ໃຊ້​ງານ​ໄດ້​ຢ່າງ​ດີ.

  • ກ່ອນທີ່ຈະຕັດຫຍ້າ, ຕ້ອງກວດກາເຄື່ອງຈັກຢູ່ສະເໝີເພື່ອໃຫ້​ແນ່​ໃຈ​ວ່າໃບ​ມີດ, ນັອດ​ຈັບ​ໃບ​ມີດ ແລະ ອົງ​ປະ​ກອບ​ການຕັດຢູ່ໃນສະພາບການເຮັດວຽກໄດ້ດີ. ປ່ຽນ​ໃບ​ມີດ ແລະ ນັອດທີ່​ຫ້ຽນ ແລະ ເສຍ​ຫາຍຢູ່​ໃນ​ຊຸດ​ເພື່ອ​ຮັກ​ສາ​ຄວາມ​ດຸນ​ດ່ຽງ.

  • ກວດກາບໍລິເວນທີ່ທ່ານຈະໃຊ້ເຄື່ອງຈັກ ແລະ ເອົາວັດຖຸທັງໝົດທີ່ເຄື່ອງຈັກສາມາດຈະ​ເຮັດ​ໃຫ້​ເກີດ​ການ​ຟົ້ງ​ຂຶ້ນໄດ້ນັ້ນ​ອອກ.

ຄວາມປອດໄພຂອງນໍ້າມັນເຊື້ອໄຟ

  • ໃຊ້ຄວາມລະມັດລະວັງທີ່ສຸດໃນການຈັດການກັບນໍ້າມັນເຊື້ອໄຟ. ມັນໄວໄຟ ແລະ ອາຍແກັສຂອງມັນແມ່ນສິ່ງລະເບີດໄດ້.

  • ມອດຢາສູບ, ຊິກາ, ບັ້ງສູບຢາ ແລະ ແຫຼ່ງອື່ນໆທີ່ສາມາດຈຸດໄຟໄດ້.

  • ໃຊ້ຖັງນໍ້າມັນເຊື້ອໄຟທີ່ອະນຸມັດໃຫ້ເທົ່ານັ້ນ.

  • ຢ່າເປີດຝາປິດນໍ້າມັນເຊື້ອໄຟ ຫຼື ເຕີມນໍ້າມັນເຊື້ອໄຟໃນຂະນະທີ່ເຄື່ອງຈັກກຳລັງແລ່ນ ຫຼື ຮ້ອນ.

  • ຢ່າເພີ່ມ ຫຼື ເທນ້ຳມັນເຊື້ອໄຟອອກ​ຢູ່ໃນບ່ອນທີ່ປິດ.

  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

  • ຖ້າທ່ານເຮັດນໍ້າມັນເຊື້ອໄຟກະເດັນ, ຢ່າພະຍາຍາມຕິດຈັກ; ຫຼີກລ່ຽງການສ້າງແຫຼ່ງທີ່ມາຂອງການຈຸດໄຟຈົນກວ່າອາຍນ້ຳມັນເຊື້ອໄຟລະ​ເຫີຍ​ໄປ​ໝົດ​ແລ້ວ.

ການເຕີມນໍ້າມັນເຊື້ອໄຟ

ຄວາມຈຸຖັງນໍ້າມັນ

53 ລິດ (14 ແກນລອນສະຫະລັດ)

ຂໍ້​ມູນ​ຈຳ​ເພາະນໍ້າມັນເຊື້ອໄຟ

Important: ໃຊ້ພຽງແຕ່ນ້ຳກາຊວນຊັ​ລເຟີຕ່ຳທີ່ສຸດເທົ່າ​ນັ້ນ. ນ້ຳມັນເຊື້ອໄຟທີ່ມີອັດຕາຊັ​ລເຟີສູງຂຶ້ນຈະທຳລາຍຕົວເລັ່ງປະຕິກິລິຍາອັອກຊີເດຊັນຂອງນ້ຳມັນກາຊວນ (DOC), ເຊິ່ງກໍ່ໃຫ້ເກີດບັນຫາໃນການດຳເນີນງານ ແລະ ເຮັດໃຫ້ອາ​ຍຸການບໍລິການຂອງສ່ວນປະກອບເຄື່ອງຈັກສັ້ນລົງ.ການບໍ່ປະຕິບັດຕາມຂໍ້​ຄວນລະວັງຕໍ່ໄປນີ້ອາດຈະສ້າງຄວາມເສຍຫາຍໃຫ້ກັບເຄື່ອງຈັກ.

  • ຢ່າໃຊ້ນ້ຳມັນກາດ ຫຼື ນ້ຳມັນແອັດຊັງແທນນ້ຳມັນກາຊວນ.

  • ຢ່າປະສົມນ້ຳມັນກາດ ຫຼື ນ້ຳມັນເຄື່ອງທີ່​ໃຊ້​ແລ້ວກັບນ້ຳມັນກາຊວນ.

  • ຢ່າເກັບຮັກສານໍ້າມັນເຊື້ອໄຟໄວ້ໃນຖັງທີ່ມີແຜ່ນສັງກະສີຢູ່ທາງໃນ.

  • ຢ່າໃຊ້ສານເຕີມແຕ່ງນໍ້າມັນເຊື້ອໄຟ.

ນ້ຳມັນກາຊວນປີໂຕລ້ຽມ

ອັດຕາຊີເທນ: 45 ຫຼື ສູງກວ່າ

ປະ​ລິ​ມານ​ຊັ​ລເຟີ: ຊັລເຟີຕ່ຳສຸດ (<15 ppm)

ຕາຕະລາງນ້ຳມັນເຊື້ອໄຟ

ຂໍ້​ມູນ​ຈຳເພາະນ້ຳກາຊວນສະຖານທີ່
ASTM D975ສະຫະລັດອາເມລິກາ
ໝາຍເລກ. 1-D S15
ໝາຍເລກ. 2-D S15
EN 590ສະຫະພາບເອີຣົບ
ISO 8217 DMXສາກົນ
JIS K2204 ເກ​ຣດ​ທີ 2ຢີ່ປຸ່ນ
KSM-2610ເກົາຫຼີ
  • ໃຊ້ພຽງແຕ່ນໍ້າມັນເຊື້ອໄຟກາຊວນສະອາດ, ສົດ ຫຼື ນໍ້າມັນກາ​ຊວນຊີວະພາບ​ເທົ່າ​ນັ້ນ.

  • ຊື້ນໍ້າມັນເຊື້ອໄຟໃນປະລິມານທີ່ສາມາດນໍາໃຊ້ໄດ້ພາຍໃນ 180 ວັນເພື່ອຮັບປະກັນຄວາມສົດຂອງນໍ້າມັນເຊື້ອໄຟ.

ໃຊ້ນ້ຳມັນກາຊວນເກ​ຣດລະດູຮ້ອນ (ເບີ 2-D) ທີ່ອຸນຫະພູມສູງກວ່າ -7°C (20°F) ແລະ ນໍ້າມັນເຊື້ອໄຟ​ເກ​ຣດລະດູໜາວ (ເບີ 1-D ຫຼື ເບີ 1-D/2-D ປະສົມ) ທີ່ຢູ່ຕ່ຳກວ່າອຸນຫະພູມນັ້ນ.

Note: ການນຳໃຊ້ນ້ຳມັນເຊື້ອໄຟເກ​ຣດລະດູໜາວໃນອຸນຫະພູມຕ່ຳເຮັດໃຫ້ມີຈຸດຂົ້ວໄຟຕ່ຳກວ່າ ແລະ ຄຸນລັກສະນະການໄຫຼເຢັນທີ່ຊ່ວຍຫຼຸດຜ່ອນການສະຕາດ ແລະ ຫຼຸດຜ່ອນການອຸດຕັນໝໍ້ກອງເຊື້ອເພີງ.ການນຳໃຊ້ນ້ຳມັນເຊື້ອໄຟເກ​ຣດລະດູຮ້ອນສູງກວ່າ -7°C (20°F) ຊ່ວຍເຮັດໃຫ້ອາ​ຍຸ​ໃຊ້​ງານປ້ຳນ້ຳມັນເຊື້ອໄຟດົນຂຶ້ນ ແລະ ມີພະລັງງານເພີ່ມຂຶ້ນເມື່ອທຽບໃສ່ນ້ຳມັນເຊື້ອໄຟເກ​ຣດລະດູໜາວ.

ກາຊວນຊີວະພາບ

ເຄື່ອງຈັກນີ້ຍັງສາມາດໃຊ້ນໍ້າມັນເຊື້ອໄຟປະ​ສົມ​ກາ​ຊວນ​ຊີ​ວິດ​ພາບໄດ້ເຖິງ B20 (ກາ​ຊວນຊີວະພາບ 20%, ກາຊວນປີ​ໂຕ​ຣ​ລຽມ 80%).

ປະ​ລິ​ມານ​ຊັ​ລເຟີ: ຊັລເຟີຕ່ຳສຸດ (<15 ppm)

ຂໍ້​ມູນ​ຈຳເພາະນ້ຳມັນກາຊວນຊີວະພາບ: ASTM D6751 ຫຼື EN14214

ຂໍ້​ມູນ​ຈຳເພາະນ້ຳມັນປະສົມ: ASTM D975, EN590 ຫຼື JIS K2204

Important: ສັດສ່ວນກາຊວນປີ​ໂຕ​ຣ​ລຽມຕ້ອງມີ​ຊັ​ລເຟີຕ່ຳທີ່ສຸດ.

ປະ​ຕິ​ບັດ​ຕາມ​ຂໍ້ຄວນລະວັງຕໍ່ໄປນີ້:

  • ການຜະສົມນ້ຳມັນກາຊວນຊີວະພາບອາດຈະທຳລາຍພື້ນຜິວທີ່ຖືກທາສີ.

  • ໃຊ້ B5 (ປະ​ລິ​ມານຂອງນ້ຳມັນກາຊວນຊີວະພາບ 5%) ຫຼື ປະສົມໜ້ອຍລົງໃນອາກາດເຢັນ.

  • ຕິດຕາມການກັນຊຶມ, ທໍ່ຢາງ, ແຫວນທີ່ສຳຜັດກັບນໍ້າມັນເຊື້ອໄຟຍ້ອນວ່າມັນອາດຈະຊຸດໂຊມຕາມການເວລາ.

  • ການ​ອຸດ​ຕັນ​ຂອງໝໍ້ກອງນໍ້າມັນເຊື້ອໄຟອາດຈະຖືກຄາດຫວັງໄວ້ເປັນໄລຍະໜຶ່ງຫຼັງຈາກທີ່ປ່ຽນໄປໃຊ້ການປະສົມນໍ້າມັນກາຊວນຊີວະພາບ.

  • ຕິດຕໍ່ຜູ້ຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດຂອງທ່ານສຳ​ລັບຂໍ້ມູນເພີ່ມເຕີມກ່ຽວກັບນໍ້າມັນກາຊວນຊີວະພາບ.

ການຕື່ມນໍ້າມັນເຊື້ອໄຟ

artpendingartpending

ຕື່ມ​ນ້ຳ​ມັນ​ໃສ່ຖັງ​ໃຫ້​ໄດ້​ປະ​ມານ 6 ຫາ 13 ມມ (1/4 ຫາ 1/2 ນິ້ວ) ຢູ່​ກ້ອງ​ດ້ານ​ເທິງ​ຂອງ​ຖັງ, ບໍ່​ແມ່ນ​ຄໍ​ເຄື່ອງ​ເຕີມ​ດ້ວຍ​ນ້ຳ​ມັນ​ກາ​ຊ່ວນ​ເບີ 2-D.

Note: ຖ້າເປັນໄປໄດ້, ໃຫ້ຕື່ມນໍ້າມັນເຊື້ອໄຟຫຼັງຈາກການໃຊ້ແຕ່ລະຄັ້ງ; ນີ້ຈະຫຼຸດ​ຜ່ອນ​ການ​ທີ່​ອາດ​ຈະເກີດ​ການ​ສະ​ສົມ​ຂອງ​ການ​ຄວບ​ແໜ້ນ​ເປັນ​ນ້ຳ​ຢູ່​ດ້ານ​ໃນ​ຖັງ​ນ້ຳ​ມັນ.

ການກວດເບິ່ງລະດັບນ້ຳມັນເຄື່ອງ

ກ່ອນ​ທ່ານ​ຈະ​ຕິດ​ຈັກ ແລະ ໃຊ້​ເຄື່ອງ​ຈັກ, ໃຫ້​ກວດ​ເບິ່ງ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຢູ່​ໃນຫົວ​ຂໍ້​ຫວ່ຽງ​ຈັກ, ໃຫ້​ເບິ່ງ .

ການກວດເບິ່ງລະບົບທຳຄວາມເຢັນ

ກ່ອນ​ທີ່​ທ່ານ​ຈະ​ຕິດ​ຈັກ ແລະ ໃຊ້​ເຄື່ອງ​ຈັກ, ໃຫ້​ກວດ​ເບິ່ງ​ລະ​ບົບ​ທຳ​ຄວາມ​ເຢັນ, ໃຫ້​ເບິ່ງ .

ການກວດເບິ່ງລະ​ບົບໄຮໂດຼລິກ

ກ່ອນ​ທ່ານ​ຈະ​ຕິດ​ຈັກ ແລະ ໃຊ້​ເຄື່ອງ​ຈັກ, ໃຫ້​ກວດ​ເບິ່ງ​ລະບົບ​ໄຮ​ໂດຼ​ລິກ, ໃຫ້​ເບິ່ງ .

ການລະ​ບາຍໝໍ້ແຍກນ້ຳ

ລະ​ບາຍ​ນ້ຳ ຫຼື ສິ່ງ​ປົນ​ເປື້ອນ​ຈາກໝໍ້​ແຍກ​ນ້ຳ; ໄປ​ເບິ່ງ​ທີ່ .

ການກວດເບິ່ງຄວາມດັນຂອງຢາງລົດ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງຄວາມດັນຂອງຢາງລົດ.
  • ຄວາມດັນລົມທີ່ຖືກຕ້ອງໃນຢາງຫນ້າ ແລະ ຢາງຫຼັງແມ່ນ 0.83 ເຖິງ 1.03 bar (12 ເຖິງ 15 psi).

    Important: ຮັກສາຄວາມດັນໄວ້ໃນຢາງທຸກ​ເສັ້ນເພື່ອຮັບປະກັນຄຸນນະພາບຂອງການຕັດ ແລະ ປະສິດທິພາບຂອງເຄື່ອງຈັກທີ່ຖືກ​ຕ້ອງ. ຢ່າເຮັດໃຫ້ຢາງລົດແປ.ກວດ​ເບິ່ງ​ຄວາມດັນ​ລົມ​ຢູ່​ໃນ​ຢາງ​ລົດ​ທຸກ​ເສັ້ນ​ກ່ອນ​ໃຊ້​ງານ​ເຄື່ອງ​ຈັກ.

    artpending

    ການກວດເບິ່ງແຮງບິດຂອງນັອດຮັດລໍ້ລົດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫຼັງຈາກຊົ່ວໂມງທຳອິດ
  • ບິດແຮງບິດນັອດຮັດລໍ້ລົດໃຫ້​ໄດ້ 94 ຫາ 122 N∙m (70 ເຖິງ 90 ft-lb).
  • ຫລັງຈາກ 10 ຊົ່ວໂມງທໍາອິດ
  • ບິດແຮງບິດນັອດຮັດລໍ້ລົດໃຫ້​ໄດ້ 94 ຫາ 122 N∙m (70 ເຖິງ 90 ft-lb).
  • ທຸກໆ 250 ຊົ່ວໂມງ
  • ບິດແຮງບິດນັອດຮັດລໍ້ລົດໃຫ້​ໄດ້ 94 ຫາ 122 N∙m (70 ເຖິງ 90 ft-lb).
  • ຄຳເຕືອນ

    ການ​ບໍ່​ຮັກ​ສາແຮງບິດທີ່ເໝາະສົມຂອງນັອດລໍ້ອາດຈະເຮັດໃຫ້ເກີດຂໍ້​ຜິດ​ພາດ ຫຼື ສູນ​ເສຍ​​ລໍ້​ຢາງ ແລະ ອາດ​ຈະ​ເຮັດ​ໃຫ້​ເກີດ​ບາດ​ເຈັບ​ຕໍ່​ບຸກ​ຄົນ.

    ບິດນັອດລໍ້​ໜ້າ ແລະ ຫຼັງໄປ​ທີ່ 94 ຫາ 122 N m (70 ຫາ​ 90 ຟິດ​-ກອນ) ຢຸ່​ທີ່​ຊ່ວງ​ການ​ບໍ​ລິ​ການ​ທີ່​ແນະ​ນຳ.

    ການປັບຄວາມສູງຂອງການຕັດ

    Important: ໜ່ວຍຕັດ​ມັກ​ຈະ​ຕັດ​ປະ​ມານ 6 ມມ (¼ ນິ້ວ) ຕ່ຳ​ກວ່າ​ໜ່ວຍ​ຕັດ​ກຽວ​ໝູນ​ດ້ວຍ​ການ​ຕັ້ງ​ຄ່າ​ຕົວ​ຖານ​ຄື​ກັນ. ມັນ​ອາດ​ຈະ​ຈຳ​ເປັ​ທີ່​ຕ້ອງ​ຕັ້ງການ​ວັດ​ແທກ​ຕົວ​ຖານ​ໜ່ວຍ​ຕັດທີ່ 6 ມມ (¼ ນິ້ວ) ເໜືອ​ກຽວ​ໝູນ​​ໜ່ວຍຕັດ​​ທີ່​ຕັດຢູ່​ໃນ​ພື້ນ​ທີ່​ດຽວ​ກັນ.

    Important: ເຂົ້າ​ເຖິງ​ໜ່ວຍ​ຕັດ​ດ້ານ​ຫຼັງ​ແມ່ນ​ປັບ​ປຸງ​ຂຶ້ນໄດ້​ຫຼາຍໂດຍ​ການ​ເອົາ​ໜ່ວຍ​ຕັດ​ອອກ​ຈາກ​ເຄື່ອງ​ຈັກ.

    1. ຈອດເຄື່ອງຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ປ່ອຍໜ່ວຍຕັດຕ່ຳລົງສູ່​ພື້ນ, ມອດ​ຈັກ ແລະ ຖອດກະ​ແຈ.

    2. ມາຍ​ນັອດ​ຕົວ​ຜູ້​ທີ່​ຍຶດ​ລາງຍຶດ​ຄວາມ​ສູງ​ຂອງການ​ຕັດ​ແຕ່​ລະ​ຕົວ​ໃສ່​ແຜ່ນ​ຄວາມ​ສູງ​ຂອງການ​ຕັດ​ໃຫ້​ຫຼວມ (ດ້ານ​ໜ້າ ແລະ ແຕ່​ລະ​ຂ້າງ) ດັ່ງ​ທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ .

    3. ການ​ເລີ່ມ​ຕົ້ນ​ດ້ວຍ​ການ​ປັບ​ດ້ານ​ໜ້າ, ເອົາ​ນັອດ​ຕົວ​ຜູ້​ອອກ.

      artpending
    4. ໃນ​ຂະ​ນະ​ທີ່​ຄ້ຳ​ຊ່ອງ​ຢູ່, ເອົາ​ຕົວ​ຈັດ​ໄລ​ຍະ​ຫ່າງ​ອອກ (ຮູບສະແດງ ).

    5. ເຄື່ອນ​ຊ່ອງ​ໄປ​ຫາ​ຄວາມ​ຂອງ​ຂອງ​ການ​ຕັດ​ທີ່​ຕ້ອງ​ການ ແລະ ຕິດ​ຕັ້ງ​ຕົວ​ຈັດ​ໄລ​ຍະ​ຫ່າງ​ໃສ່​ຮູ ແລະ ຊ່ອງ​ຄວາມ​ສູງ​ຂອງ​ການ​ຕັດ​ທີ່​ກຳ​ນົດ​ໃຫ້ (ຮູບສະແດງ ).

      artpending
    6. ວາງ​ຕຳ​ແໜ່ງ​ແຜ່ນ​ຕິດ​ສະ​ກັອດ​ຢູ່​ໃນ​ແຖວດຽວ​ກັບ​ຕົວ​ຈັດ​ໄລ​ຍະ​ຫ່າງ.

    7. ຕິດ​ຕັ້ງ​ນັອດ​ຕົວ​ຜູ້ ໃຫ້​ຕຶງ​ມື.

    8. ເຮັດຊ້ຳຂັ້ນຕອນ ຫາ ສຳລັບການ​ປັບ​ແຕ່​ລະ​ດ້ານ.

    9. ບິດນັອດຕົວ​ຜູ້ 3 ນັອດໃຫ້​ໄດ້ 41 N∙m (30 ຟິດ-ປອນ). ຫັນ​ນັອດ​ຕົວ​ຜູ້ດ້ານ​ໜ້າໃຫ້​ແໜ້ນກ່ອນສະ​ເໝີ.

      Note: ການ​ປັບ​ຫຼາຍກວ່າ 3.8 ຊມ (1-1/2 ນິ້ວ) ອາດ​ຈະ​ຕ້ອງ​ມີ​ສ່ວນ​ປະ​ກອບ​ຊົ່ວ​ຄາວ​ໃສ່​ຄວາມ​ສູງ​ລະ​ດັບ​ກາງ​ເພື່ອ​ປ້ອງ​ກັນ​ການ​ມັດ (ຕົວ​ຢ່າງ: ການ​ປ່ຽນຄວາມ​ສູງ​ຂອງ​ການ​ຕັດ​ຈາກ 3.1 ຫາ 7 ຊມ (1-1/4 ຫາ 2 3/4 ນິ້ວ)).

    ການກວດເບິ່ງສະ​ວິດຄວາມ​ປອດ​ໄພ-ອິນເຕີລັອກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດສອບການເຮັດວຽກຂອງສະວິດຄວາມ​ປອດ​ໄພ-ອິນເຕີລັອກ.
  • ຂໍ້ຄວນລະວັງ

    ຖ້າຫາກວ່າສະວິດອິນ​ເຕີລັອກຄວາມປອດໄພຖືກຕັດເຊື່ອມ​ຕໍ່ ຫຼື ເສຍຫາຍ, ເຄື່ອງຈັກສາມາດເດີນ​ໄດ້​ໂດຍ​ບັງ​ເອີນ ແລະ ກໍ່ໃຫ້ເກີດການບາດເຈັບຕໍ່ບຸກຄົນໄດ້.

    • ຢ່າແຕະ​ຕ້ອງປຸ່ມສະ​ວິດ​ຄວາມ​ປອດ​ໄພ-ອິນເຕີລັອກ.

    • ກວດເບິ່ງການປະຕິບັດງານຂອງປຸ່ມສະ​ວິດ​ຄວາມ​ປອດ​ໄພ-ອິນເຕີລັອກທຸກໆມື້ ແລະ ປ່ຽນປຸ່ມທີ່ເສຍຫາຍກ່ອນທີ່ຈະໃຊ້​ງານເຄື່ອງຈັກ.

    ເຄື່ອງຈັກມີສະ​ວິດອິນເຕີລັອກຢູ່ໃນ​ລະ​ບົບ​ໄຟ​ຟ້າ. ສະ​ວິດ​ເຫຼົ່າ​ນີ້​ຈະ​ປົດ​ການ​ຕັດ​ຫຍ້າ ຫຼື PTO ເມື່ອ​ໃດ​ກໍ່​ຕາມ​ທີ່​​ທ່ານ​​ອອກ​ຈາກ​ບ່ອນນັ່ງ. ເຖິງ​ແມ່ນ​ວ່າ​ເຄື່ອງ​ຈັກ​ຈະ​ສືບ​ຕໍ່​ແລ່ນ​ຢູ່ຫາກ​ທ່ານ​ປົດ​ສະ​ວິດ PTO ແລະ ທ່ານ​ປ່ອຍ​ແຜ່ນ​ຢຽບ​ຕັດ​ຫຍ້າ, ປິດ​​ເຄື່ອງ​ຈັກ​ກ່ອນ​ໜ້າ​ທີ່​ຈະ​ລຸກ​​ຂື້​ນ​ຈາກ​ບ່ອນ​ນັ່ງ.

    1. ຈອດເຄື່ອງຈັກຢູ່ໃນພື້ນ​ທີ່​ໄດ້​ລະ​ດັບ, ປ່ອຍໜ່ວຍຕັດຕ່ຳລົງ, ມອດຈັກ ແລະ ໃສ່​ເບ​ຣກມື.

    2. ກົດ​ແຜ່ນ​ຢຽບ​ຕັດ​ຫຍ້າ. ບິດກະແຈໃນປຸ່ມຕິດຈັກໄປທີ່ຕຳແໜ່ງເປີດ.

      Note: ຖ້າ​ຈັກ​ເຄື່ອງ​ຈັກ​ກວ່ຽງ, ສະ​ແດງວ່າ​ມີ​ຂໍ້​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ລະ​ບົບ​ອິນ​ເຕີ​ລັອກ. ແກ້​ໄຂ​ຂໍ້​ຜິດ​ປົກ​ກະ​ຕິ​ກ່ອນ​ໜ້າ​ໃຊ້​ງານ​ເຄື່ອງ​ຈັກ.

    3. ບິດກະແຈໃນປຸ່ມຕິດຈັກໄປທີ່ຕຳແໜ່ງ ເປີດ, ຕິດ​ຈັກ, ລຸກ​ຂຶ້ນ​ຈາກ​ບ່ອນ​ນັ່ງ ແລະ ຍ້າຍ​ສະ​ວິດ PTO ໄປ​ທີ່ຕຳ​ແໜ່ງ ເປີດ.

      Note: ບໍ່​ຄວນ​ເປີດໃຊ້ PTO ຢູ່. ຖ້າ PTO ຍັງ​ເປີດ​ໃຊ້​ງານ​ຢູ່, ສະ​ແດງວ່າ​ມີ​ຂໍ້​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ລະ​ບົບ​ອິນ​ເຕີ​ລັອກ. ແກ້​ໄຂ​ຂໍ້​ຜິດ​ປົກ​ກະ​ຕິ​ກ່ອນ​ໜ້າ​ໃຊ້​ງານ​ເຄື່ອງ​ຈັກ.

    4. ເປີດ​ເບ​ຣກ​ມື, ໝຸນ​ກະ​ແຈ​ໃນ​ສະ​ວິດ​ຕິດ​ຈັກ​ໄປ​ທີ່ຕຳ​ແໜ່ງ ເປີດ, ຕິດ​ເຄື່ອງ​ຈັກ ແລະ ຍ້າຍ​ແຜ່ນ​ຕັດ​ຫຍ້າ​ອອກ​ຈາກ​ຕຳ​ແ​ໜ່ງ ເກຍ​ຫວ່າງ.

      Note: ຕົວ InfoCenter ສ​ະ​ແດງ​ໃຫ້​ເຫັນ​ວ່າ “ຈັກ​ຕັດ​ຫຍ້າ​ຖືກ​ປະ​ຕິ​ເສ​ດ” ແລະ ເຄື່ອງ​ຈັກ​ບໍ່​ຄວນເຄື່ອນ​ໄຫວ. ຖ້າເຄື່ອງ​ຈັກ​ຍັງ​ເຄື່ອນ​ໄຫວ​ຢູ່, ສະ​ແດງວ່າ​ມີ​ຂໍ້​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ລະ​ບົບ​ອິນ​ເຕີ​ລັອກ. ແກ້​ໄຂ​ຂໍ້​ຜິດ​ປົກ​ກະ​ຕິ​ກ່ອນ​ໜ້າ​ໃຊ້​ງານ​ເຄື່ອງ​ຈັກ.

    5. ຕິດ​​ເຄື່ອງ​ຈັກ​ພ້ອມ​ກັບ PTO ທີ່​ຍັງ​ເປີດ​ໃຊ້​ງານ​ຢູ່.

      Note: ຖ້າ​ຈັກ​ເຄື່ອງ​ຈັກ​ກວ່ຽງ, ສະ​ແດງວ່າ​ມີ​ຂໍ້​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ລະ​ບົບ​ອິນ​ເຕີ​ລັອກ. ແກ້​ໄຂ​ຂໍ້​ຜິດ​ປົກ​ກະ​ຕິ​ກ່ອນ​ໜ້າ​ໃຊ້​ງານ​ເຄື່ອງ​ຈັກ.

    ການກວດ​ເບິ່ງ​ເວ​ລາ​ຢຸດ​ໃບ​ມີດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງ​ເວ​ລາ​ຢຸດ​ໃບ​ມີດ.
  • ໃບ​ມີດ​ຂອງ​ຖານ​ຕັດ​ຄວນ​ຈະ​ຢຸດ​ຢ່າງ​ສົມ​ບູນ​ໂດຍ​ປະ​ມານ 5 ວິ​ນາ​ທີ ຫຼັງ​ຈາກ​ທ່ານ​ປິດ​ສະ​ວິດ​​ເປີດ​ໃຊ້​ງານ​ຖານ​ຕັດ.

    Note: ເຮັດໃຫ້​ແນ່ໃຈ​ວ່າ​ຖານ​ຕັດ​ຖືກ​ປ່ອຍຕ່ຳ​ລົງ​ໄປ​ໃສ່​ພາກ​ສ່ວນ​ທີ່​ສະ​ອາດ​ຂອງ​ທົ່ງ​ຫຍ້າ ແລະ ພື້ນ​ແຂງ​ເພື່ອ​ຫຼີກ​ລ່ຽງ​ຝຸ່ນ ແລະ ຂີ້​ເຫຍື້ອ​ຟົ້ງອອກ.

    1. ໃຫ້​ມີ​ບຸກ​ຄົນ​ທີ່​ສອງ​​ຢືນ​ຢູ່​ຂ້າງຫຼັງ ຈາກ​ຖານ​ຢ່າງ​ໜ້ອຍ 6 ແມັດ (20 ຟິດ) ແລະ ໃຫ້​ສັງ​ເກດ​ເບິ່ງ​ໃບ​ມີດ​ເທິງຖານ​ຕັດ 1 ຖານ.

    2. ມອດຖານ​ຕັດ ແລະ ບັນ​ທຶກ​ເວ​ລາ​ທີ່​ມັນ​ໃຊ້​ສຳ​ລັບ​ໃ​ຫ້​ໃບ​ມີດ​ຢຸດ​ຢ່າງ​ສົມ​ບູນ.

      Note: ຖ້າ​ເວ​ລາ​ຍັງສູງ​ກວ່າ 7 ວິ​ນາ​ທີ, ຈຳ​ເປັນ​ຕ້ອງ​ມີ​ການປັບ​ວາວ​ເບ​ຣກ. ໂທ​ຫາຜູ້ຈຳໜ່າຍ Toro ສຳ​ລັບ​ການ​ຊ່ວຍ​ເຫຼືອ​ໃນ​ການ​ເຮັດ​ການ​ປັບ​ສິ່ງນີ້.

    ການ​ເຈຍ​ເບ​ຣກ

    ເພື່ອ​ຮັບ​ປະ​ກັນປະ​ສິດ​ທິ​ພາບ​ສູງ​ສຸດ​ຂອງ​ລະ​ບົບ​ເບ​ຣກ​ມື, ໃຫ້​ຂັດ (ສ້າງ​ພື້ນ​ຜິວ) ເບ​ຣກ​ກ່ອນ​ການ​ໃຊ້​ງານ. ຕັ້ງ​ຄ່າ​ຄວາມ​ໄວ​ການ​ເລັ່ງ​ໄປ​ທາງ​ໜ້າ​ທີ່ 6.4 ກມ/ຊມ (4 ໄມ​ຕໍ່​ຊົ່ວ​ໂມງ) ເພື່ອ​ໃຫ້​ຖືກ​ຕ້ອງກັບ​ຄວາມ​ໄວ​ການ​ເລັ່ງ​ໄປ​ທາງຫຼັງ (ຕົວ​ຈັດ​ໄລ​ຍະ​ຫ່າງ​ທັງ​ໝົດ 8 ອັນ​ຍ້າຍ​ໄປ​ດ້ານ​ເທິງ​ຂອງຕົວ​ຄວບ​ຄຸມ​ຄວາມ​ໄວ​ຂອງ​ການ​ຕັດ​ຫຍ້າ). ດ້ວຍ​ເຄື່ອງ​ຈັກ​ທີ່​ມີ​ຮອບ​ເດີນ​ທີ່​ສູງ, ໃຫ້​ເຄື່ອນ​ໄປ​ດ້ານ​ໜ້າໂດຍ​ການ​ຢຸດ​ຕົວຄວບ​ຄຸມ​ຄວາມ​ໄວ​ຂອງ​ຫຍ້າ ແລະ ຢຽບ​ເບ​ຮກ​ເປັນ​ເວ​ລາ 15 ນາ​ທີ. ດຳ​ເນີນ​ການ​ກັບຫຼັງ​ດ້ວຍ​ຄວາມ​ໄວ​ກັບຫຼັງເຕັມ​ທີ່ ແລະ ຢຽບ​ເບ​ຣກ​ເປັນ​ເວ​ລາ 15 ວິ​ນາ​ທີ. ເຮັດ​ຊ້ຳ​ຂັ້ນ​ຕອນນີ້ 5 ຄັ້ງໂດຍ​ລໍຖ້າ 1 ນາ​ທີ​ໃນ​ລະ​ຫວ່າງ​ແຕ່​ລະ​ຮອບ​ໄປ​ໜ້າ ແລະ ຖອຍຫຼັງ​ເພື່ອຫຼີກລ່ຽງ​ການ​ເຮັດ​ໃຫ້​ເບ​ຣກ​ຮ້ອນ​ເກີນ​ໄປ; ໄປ​ເບິ່ງ​ທີ່ .

    ການ​ເລືອກໃບ​ມີດ

    ໃບມີດປະ​ສົມ​ມາດ​ຕະ​ຖານ

    ໃບມີດນີ້​ຖືກ​ອອກ​ແບບ​ມາ​ເພື່ອ​ໃຫ້​ການ​ຍົກ​ຂຶ້ນ ແລະ ການ​ແຍກ​ອອກ​ໄດ້​ເປັນ​ເລີດ​ຢູ່​ໃນ​ເກືອບ​ທຸກ​ສະ​ພາບ​ການ. ຖ້າ​ຕ້ອງ​ການ​ໃຫ້​ມີ​ການ​ຍົກ ແລະ ຄວາມ​ໄວ​ການ​ປ່ອຍອອກ​ຫຼາຍ​ຂຶ້ນ ຫຼື ໜ້ອຍ​ລົງ, ໃຫ້​ພິ​ຈາ​ລະ​ນາ​ໃຊ້​ໃບມີດອື່ນ.

    ຄຸນ​ລັກ​ສະ​ນະ: ການ​ຍົກ​ຂຶ້ນ ແລະ ການ​ແຍກ​ອອກ​ໄດ້​ເປັນ​ເລີດ​ຢູ່​ໃນ​ເກືອບ​ທຸກ​ສະ​ພາບ​ການ

    ໃບ​ມີດອຽງ​ເປັນມູມ (ບໍ່​ປະ​ຕິ​ບັດ​ຕາມ CE)

    ໂດຍ​ທົ່ວ​ໄປ​ແລ້ວ​ໃບ​ມີດ​ໃຊ້​ໄດ້​ດີ​ທີ່​ສຸດ​ຢູ່​ໃນ​ຄວາມ​ສູງ​ການ​ຕັດ​ຕ່ຳ – 1.9 ຫາ 6.4 ຊມ (3/4 ຫາ 2-1/2 ນິ້ວ).

    ຄຸນລັກສະນະ:

    • ການປ່ອຍ​ອອກ​ມາ​ຍັງ​ຄົງ​ສະ​ໝ່ຳ​ສະ​ເໝີ​ຢູ່​ໃນ​ຄວາມ​ສູງ​ການ​ຕັດ​ຕ່ຳ​ກວ່າ.

    • ການປ່ອຍ​ອອກ​ມາ​ມີ​ແນວ​ໂນ້ມ​ທີ່​ຈະ​ຟົ້ງ​ໄປ​ທາງ​ຊ້າຍ​ໜ້ອຍກວ່າ ແລະ ດັ່ງ​ນັ້ນຈິ່ງ​ເຮັດ​ໃຫ້​ເຫັນ​ມີ​ຄວາມ​ສະ​ອາດ​ດີກວ່າ​ຢູ່​ຮອບ​ບັງ​ເກີ (ຫຼຸມຊາຍ) ແລະ ທາງ​ສະ​ໜາມກ໊ອ​ຟ.

    • ຄວາມ​ຕ້ອງ​ການ​ພະ​ລັງ​ງານ​ຕ່ຳ​ໃນ​ລະ​ດັບ​ຄວາມ​ສູງ​ທີ່​ຕ່ຳ​ກວ່າ ແລະ ສະ​ໜາມ​ຫຍ້າ​ໜາ.

    ໃບ​ມີດຂະ​ໜານ​ຍົກ​ສູງ (ບໍ່​ປະ​ຕິ​ບັດ​ຕາມ CE)

    ໂດຍ​ທົ່ວ​ໄປ​ແລ້ວ​ໃບ​ມີດ​ໃຊ້​ໄດ້​ດີກວ່າ​ຢູ່​ໃນ​ຄວາມ​ສູງ​ການ​ຕັດສູງ​ຂຶ້ນ – 7 ຫາ 10 ຊມ (2 ຫາ 4 ນິ້ວ).

    ຄຸນລັກສະນະ:

    • ຍົກ​ໄດ້​ຫຼາຍ​ຂຶ້ນ ແລະ ຄວາມ​ໄວ​ການ​ປ່ອຍ​ອອກ​ສູງ​ຂຶ້ນ

    • ຫຍ້າ​ທີ່​ບາງ ຫຼື ອ່ອນ​ຖືກ​ຈັບ​ເອົາ​ໄດ້​ຫຼາຍ​ທີ່​ລະ​ດັບ​ຄວາມ​ສູງ​ຂອງ​ການ​ຕັດ​ສູງ​ຂຶ້ນ

    • ການ​ໜີບ​ຕັດ​ທີ່​ປຽກ ຫຼື ໜຽວ​ຖືກ​ປ່ອຍ​ອອກ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ຫຼາຍ​ຂຶ້ນ​ເຮັດ​ໃຫ້​ຫຼຸດ​ການ​ອັດ​ຕົວ​ຢູ່​ໃນຖານ

    • ຕ້ອງ​ການ​ແຮງ​ມ້າ​ເພີ່ມ​ຂຶ້ນ​ເພື່ອ​ໃຊ້​ງານ

    • ມີ​ແນວ​ໂນ້ມ​ທີ່​ຈະ​ປ່ອຍ​ອອກ​ໄປ​ທາງ​ດ້ານ​ຊ້າຍ​ໄກ​ຂຶ້ນ ແລະ ສາ​ມາດ​ມີ​ແນວ​ໂນ້ມ​ທີ່​ຈະ​ເຮັດ​ໃຫ້​ເປັນ​ກອງ​ຢູ່​ທີ່​ຄວາມ​ສູງ​ຂອງ​ການ​ຕັດ​ຕ່ຳລົງ

    ຄຳເຕືອນ

    ການ​ໃຊ້ໃບມີດຍົກ​ສູງ​ດ້ວຍ​ແຜ່ນ​ກັ້ນ​ປົກ​ຄຸມ​ສາ​ມາດ​ເຮັດ​ໃຫ້​ໃບ​ມີດ​ແຕກ​ຫັກ,ເຊິ່ງກໍ່ໃຫ້ເກີດການບາດເຈັບຕໍ່ບຸກ​ຄົນ ຫຼື ເສຍຊີວິດໄດ້.

    ຢ່າ​ໃຊ້​ໃບ​ມີດຍົກ​ສູງ​ກັບແຜ່ນກັ້ນປົກ​ຄຸມ.

    ໃບ​ມີດ​ອາ​ຕອມ

    ໃບມີດ​ນີ້​ຖືກ​ອອກ​ແບບ​ມາ​ເພື່ອ​ໃຫ້​ການປົກ​ຄຸມ​ໃບ​ຫຍ້າ​ໄດ້​ດີ​ເລີດ.

    ຄຸນ​ລັກ​ສະ​ນະ: ການ​ປົກ​ຄຸມ​ໃບ​ຫຍ້າ​ໄດ້​ດີ​ເລີດ

    ການເຂົ້າໃຈກ່ຽວກັບໄຟວິນິດໄສ

    ເຄື່ອງຈັກດັ່ງກ່າວມີໄຟວິ​ນິດ​ໄສ, ເຊິ່ງບົ່ງບອກວ່າເຄື່ອງ​ຈັກຮູ້​ສຶກ​ໄດ້​ເຖິງຄວາມຜິດປົກກະຕິຫຼືບໍ່. ໄຟວິນິດໄສຕັ້ງຢູ່ເທິງ InfoCenter, ຢູ່ເໜືອຈໍສະແດງຜົນ (ຮູບສະແດງ ). ໃນ​ເວ​ລາ​ທີ່​ເຄື່ອງ​ຈັກ​​ເຮັດ​ວຽກ​ຢ່າງ​ຖືກ​ຕ້ອງ ແລະ ສະ​ວິດ​ກະ​ແຈ​ຖືກ​ຍ້າຍ​ໄປ​ຢູ່​ຕຳ​ແໜ່ງ ເປີດ/ໃຊ້​ງານ, ດອກ​ໄຟວິ​ນິດ​ໄສ​ຮຸ່ງຂຶ້ນ​ບຶດ​ໜຶ່ງ​ເພື່ອ​ສະ​ແດງວ່າ​ດອກ​ໄຟ​ເຮັດ​ວຽກ​ຢ່າງ​ຖືກ​ຕ້ອງ. ເມື່ອຂໍ້ຄວາມທີ່ແນະນຳກ່ຽວກັບເຄື່ອງຈັກສະແດງຂຶ້ນ. ແສງຈະສະຫວ່າງເມື່ອມີຂໍ້ຄວາມ. ເມື່ອມີຂໍ້ຄວາມ​ການ​ຂັດ​ຂ້ອງສະແດງຂຶ້ນ, ແສງຈະກະພິບຈົນກວ່າການ​ຂັດ​ຂ້ອງຈະຖືກແກ້ໄຂ.

    artpending

    ການ​ປ່ຽນ​ການ​ຕັ້ງ​​ຄ່າ​ຕົວ​ຖ່ວງ​ດຸນ

    ທ່ານ​ສາ​ມາດ​ປ່ຽນ​ປະ​ລິ​ມານ​ຕົວ​ຖ່ວງ​ດຸນ​ຂອງ​ໜ່ວຍ​ຕັດ​ທີ່​ຈຳ​ເປັນ (ຍົກ​ຂື້ນ​ໄປ​ດ້ານ​ເທິງ) ເ​ພື່ອ​ໃຫ້​ໄດ້​ຕາມ​​ສະ​ພາບ​ຂອງ​ການ​ຕັດ​ຫຍ້າ​ໃນ​ປັດ​ຈຸ​ບັນ​ຂອງ​ທ່ານ.

    1. ຈອດເຄື່ອງຈັກຢູ່ໃນພື້ນ​ດິນລະດັບພຽງ, ປ່ອຍໜ່ວຍຕັດຕ່ຳລົງ, ບິດກະ​ແຈ​ໃນ​ສະ​ວິດ​ໄປ​ທີ່​​ຕຳ​ແໜ່ງ ປິດ ແລະ ເປີ​ດ​ໃຊ້​ງານ​ເບ​ຣກ​ມື.

    2. ບິດກະແຈຢູ່​ໃນ​ສະ​ວິດໄປທີ່ຕຳແໜ່ງແລ່ນ​ເ​ຄື່ອງ.

    3. ຢູ່ໃນເມ​ນູການຕັ້ງຄ່າໃນ InfoCenter, ເລື່ອນລົງໄປທີ່ ຕົວຖ່ວງ​ດຸນ.

    4. ກົດປຸ່ມຂວາເພື່ອເລືອກ​ຕົວ​ຖ່ວງ​ດຸນ ແລະ ປ່ຽນ​ແປງລະ​ຫວ່າງ​ການ​ຕັ້ງ​ຄ່າ​ຕ່ຳ, ກາງ ແລະ ສູງ.

      Note: ເມື່ອ​ໄດ້​ເຮັດ​ການ​ປັບ​ປ່ຽນ​ສຳ​ເລັດ​ແລ້ວ, ຍ້າຍ​ເຄື່ອງ​ຈັກ​ໄປ​ທີ່​ພື້ນ​ທີ່​ທົດ​ສອບ ແລະ ເປີດ​ໃຊ້​ງານ​ເຄື່ອງ​ຈັກ​ກັບ​ການ​ຕັ້ງ​ຄ່າ​ໃໝ່. ການ​​ຕັ້ງ​ຄ່າ​ຕົວ​ຖ່ວງ​ດຸນ​ໃໝ່​ອາດ​ຈະ​ປ່ຽນ​ແປງຄວາມ​ສູງ​ຂອງ​ການ​ຕັດ​ທີ່​ມີ​ປະ​ສິດ​ທິ​ພາບ.

    ການ​ເລືອກອຸປະກອນເສີມ

    ການ​ປັບ​ຕັ້ງ​ຄ່າ​ອຸ​ປະ​ກອນ​ທາງ​ເລືອກ

     ໃບ​ມີດ​ແບບ​ເປັນ​ມູມໃບ​ມີດ​ແບບ​ຂະ​ໜານ, ຍົກ​ຂຶ້ນ​ໄດ້​ສູງ(ຢ່າ​ໃຊ້​ກັບ​ແຜ່ນ​ກັ້ນ​ປົກ​ຄຸມ)(ບໍ່​ປະ​ຕິ​ບັດ​ຕາມ CE)ແຜ່ນ​ກັ້ນ​ປົກ​ຄຸມຕົວຂູດຫ່າງລູກ​ກິ້ງ
    ການ​ຕັດ​ຫຍ້າ: ຄວາມສູງ​ຂອງ​ການ​ຕັດ 1.9 ຫາ 4.4 ຊມ (3/4 ຫາ 1-3/4 ນິ້ວ)ແນະ​ນຳ​ໃຫ້​ຢູ່​ໃນ​ການ​ນຳ​ໃຊ້​ສ່ວນ​ໃຫຍ່ອາດ​ຈະ​ເຮັດ​ວຽກ​ໄດ້​ດີ​ຢູ່​ໃນ​ທົ່ງ​ຫຍ້າ​ບາງ ຫຼື ກະ​ຈັດ​ກະ​ຈາຍໄດ້​ສະ​ແດງ​ໃຫ້​ເຫັນ​ເພື່ອ​ປັບ​ປຸງ​ການ​ກະ​ຈັດ​ກະ​ຈາຍ ແລະ ຜົນ​ງານ​ຫຼັງ​ການ​ຕັດ​ຢູ່​ໃນ​ຫຍ້າ​ທາງ​ພາກ​ເໜືອ​ທີ່​ຕັດ​ຢ່າງ​ໜ້ອຍ​ອາ​ທິດ​ລະ 3 ຄັ້ງ ແລະ ໄດ້​ເອົາ​ໃບ​ມີດ​ຕັດ​ຫຍ້າ​ອອກ​ໜ້ອຍກວ່າ 1/3. ຢ່າ​ໃຊ້​ກັບ​ໃບ​ມີ​ຂະ​ໜານ​ຍົກ​ໄດ້​ສູງໃຊ້​ມັນ​ທຸກ​ຄັ້ງ​ທີ່​ລູກ​ກິ້ງ​ມີ​ຫຍ້າ​ສະ​ສົມ​ຂຶ້ນ ຫຼື ເຫັນ​ວ່າ​ມີ​ກ້ອນຫຍ້າ​ໃຫຍ່​ແປ​ຢູ່. ເຄື່ອງ​ຂູດ​ອາດ​ຈະ​ເພີ່ມ​ການ​ເປັນ​ກ້ອນ​ຢູ່​ໃນ​ການ​ນຳໃຊ້​ສະ​ເພາະ.
    ການ​ຕັດ​ຫຍ້າ: ຄວາມສູງ​ຂອງ​ການ​ຕັດ 5 ຫາ 6.4 ຊມ (2 ຫາ 2 1/2 ນິ້ວ)ແນະ​ນຳ​ໃຫ້​ໃຊ້​ກັບ​ຫຍ້າ​ໜາ ຫຼື ດົກແນະ​ນຳ​ໃຫ້​ສຳ​ລັບຫຍ້າ​ບາງ ຫຼື ກະ​ຈັດ​ກະ​ຈາຍ
    ການ​ຕັດ​ຫຍ້າ: ຄວາມສູງ​ຂອງ​ການ​ຕັດ 7 ຫາ 10 ຊມ (2-3/4 ຫາ 4 ນິ້ວ)ອາດ​ຈະ​ເຮັດ​ວຽກ​ໄດ້​ດີ​ຢູ່​ໃນ​ທົ່ງ​ຫຍ້າດົກ​ໜາແນະ​ນຳ​ໃຫ້​ຢູ່​ໃນ​ການ​ນຳ​ໃຊ້​ສ່ວນ​ໃຫຍ່
    ການ​ປົກ​ຄຸມ​ໃບ​ຫຍ້າແນະ​ນຳ​ໃຫ້ສຳ​ລັບ​ການ​ນຳ​ໃຊ້​ກັບ​ແຜ່ນ​ກັ້ນ​ປົກ​ຄຸມບໍ່ອະນຸຍາດນຳ​ໃຊ້​ກັບ​ໃບ​ມີດ​ປະ​ສົມ ຫຼື ໃບ​ມີດ​ແບບ​ເປັນ​ມູມເທົ່າ​ນັ້ນ
    ຜົນດີເຖິງ​ແມ່ນ​ວ່າ​ຈະ​ປ່ອຍ​ອອກ​ຢູ່​ທີ່​ຄວາມ​ສູງ​ຂອງ​ການ​ຕັດ​ຕ່ຳ​ກວ່າ; ເຫັນມີ​ຄວາມ​ສະ​ອາດ​ດີກວ່າ​ຢູ່​ຮອບ​ບັງ​ເກີ (ຫຼຸມຊາຍ) ແລະ ທາງ​ສະ​ໜາມກ໊ອ​ຟ; ຄວາມ​ຕ້ອງ​ການ​ພະ​ລັງ​ງານ​ຕ່ຳ​ກວ່າຍົກ​ໄດ້​ຫຼາຍ​ຂຶ້ນ ແລະ ຄວາມ​ໄວ​ການ​ປ່ອຍ​ອອກ​ສູງ​ຂຶ້ນ; ຫຍ້າ​ທີ່​ບາງ ຫຼື ອ່ອນ​ຖືກ​ຈັບ​ເອົາ​ໄດ້​ຫຼາຍ​ທີ່​ລະ​ດັບ​ຄວາມ​ສູງ​ຂອງ​ການ​ຕັດ​ສູງ​ຂຶ້ນ; ການ​ໜີບ​ຕັດ​ທີ່​ປຽກ ຫຼື ໜຽວ​ຖືກ​ປ່ອຍ​ອອກ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ຫຼາຍ​ຂຶ້ນອາດ​ຈະ​ປັບ​ປຸງ​ການ​ກະ​ຈາຍ ແລະ ການ​ປະ​ກົດ​ໃຫ້​ເຫັນ​ຢູ່​ໃນ​ການ​ນຳ​ໃຊ້​ການ​ຕັດ​ຫຍ້າ​ສະ​ເພາະ; ການ​ປົກ​ຄຸມ​ໃບ​ຫຍ້າໄດ້​ດີ​ຫຼາຍຫຼຸດ​ຜ່ອນ​ການ​ສະ​ສົມ​ໃນ​ລູກ​ກິ້ງ​ຢູ່​ໃນ​ການ​ນຳ​ໃຊ້​ບາງ​ອັນ​ສະ​ເພາະ
    ຜົນ​ເສຍບໍ່​ຍົກ​ຫຍ້າ​ຂຶ້ນ​ໄດ້​ດີ​ຢູ່​ໃນ​ການ​ນຳ​ໃຊ້​ຄວາມ​ສູງ​ຂອງ​ການ​ຕັດ​ສູງ; ຫຍ້າ​ປຽກ ຫຼື ໜຽວ​ມີ​ແນວ​ໂນ້ມ​ທີ່​ຈະ​ສະ​ສົມ​ຂຶ້ນ​ຢູ່​ໃນ​ຊ່ອງ; ນຳ​ໄປ​ສູ່​ຄຸນ​ນະ​ພາບ​ການ​ຕັດບໍ່​ດີ ແລະ ຄວາມ​ຕ້ອງ​ການ​ພະ​ລັງ​ງານ​ສູງຂຶ້ນຕ້ອງ​ການ​ພະ​ລັງ​ງານ​ເພີ່ມ​ຂຶ້ນ​ເພື່ອ​ແລ່ນ​ຢູ່​ໃນ​ການ​ນຳ​ໃຊ້​ບາງ​ອັນ; ມີ​ແນວ​ໂນ້ມ​ທີ່​ຈະທີ່​ຈະ​ເຮັດ​ໃຫ້​ເປັນ​ກອງ​ຢູ່​ທີ່​ຄວາມ​ສູງ​ຂອງ​ການ​ຕັດ​ຕ່ຳລົງຢູ່​ໃນ​ຫຍ້າ​ດົກ​ໜາ; ຢ່າ​ໃຊ້​ກັບ​ແຜ່ນກັ້ນປົກ​ຄຸມຫຍ້າ​ຈະ​ສະ​ສົມ​ຂຶ້ນ​ຢູ່​ໃນ​ຊ່ອງ, ຖ້າ​ທ່ານ​ພະ​ຍາ​ຍາມ​ເອົາ​ຫຍ້າ​ອອກ​ຫຼາຍ​ເກີນ​ໄປ​ດ້ວຍ​ແຜ່ນ​ກັ້ນ​ຢູ່​ກັບ​ທີ່ 

    ໃນລະຫວ່າງການປະຕິບັດງານ

    ຄວາມປອດໄພໃນລະຫວ່າງການປະຕິບັດງານ

    ຄວາມປອດໄພທົ່ວໄປ

    • ເຈົ້າຂອງ/ຜູ້ປະຕິບັດງານສາມາດປ້ອງກັນ ແລະ ມີຄວາມຮັບຜິດຊອບຕໍ່ອຸບັດຕິເຫດທີ່ອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ຄວາມເສຍຫາຍທາງຊັບສິນ.

    • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງການປ້ອງກັນຕາ; ໂສ້ງຂາຍາວ; ເກີບກັນມື່ນ ແລະ ເຄື່ອງ​ປ້ອງ​ກັນ​ສຽງ. ມັດຜົມຍາວໄວ້​ດ້ານ​ຫຼັງ ແລະ ຢ່າໃສ່ເຄື່ອງນຸ່ງ ຫຼື ເຄື່ອງປະດັບຫຼວມໆ.

    • ຢ່າໃຊ້ເຄື່ອງຈັກໃນຂະນະທີ່ບໍ່​ສະ​ບາຍ, ອິດເມື່ອຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງສິ່ງ​ມຶນ​ເມົາ ຫຼື ສິ່ງເສບຕິດ.

    • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ປະຕິບັດງານກັບເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

    • ກ່ອນທີ່ທ່ານຈະຕິດຈັກ, ໃຫ້​ແນ່​ໃຈ​ວ່າເປັນເກຍຫວ່າງ, ໃສ່ເບ​ຣກມືໄວ້ຢູ່ ແລະ ທ່ານຢູ່ໃນຕຳແໜ່ງຄວບ​ຄຸມປະຕິບັດງານ.

    • ຢ່າໃຫ້ຜູ້ໂດຍສານ​ຂຶ້ນເທິງເຄື່ອງຈັກ ແລະ ກັນຜູ້ຢູ່ໃກ້ຄຽງ ແລະ ເດັກອອກຈາກພື້ນທີ່ປະຕິບັດງານ.

    • ນຳ​ໃຊ້ເຄື່ອງຈັກພຽງແຕ່ບ່ອນທີ່ເບິ່ງເຫັນໄດ້ດີເພື່ອຫຼີກລ່ຽງຂຸມ ຫຼື ອັນຕະລາຍທີ່ເຊື່ອງຢູ່.

    • ຫຼີກລ່ຽງການຕັດຫຍ້າເທິງຫຍ້າປຽກ. ການຫຼຸດຜ່ອນການເຄື່ອນທີ່ອາດຈະເຮັດໃຫ້ເຄື່ອງຈັກໄຫຼໄປ.

    • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກພາກ​ສ່ວນ​ໝູນ. ຮັກສາບໍ່ໃຫ້ມີຊ່ອງເປີດລະບາຍອອກມາ.

    • ເບິ່ງທາງຫຼັງ ແລະ ດ້ານລຸ່ມກ່ອນທີ່ຈະຖອຍເພື່ອໃຫ້ແນ່ໃຈວ່າເສັ້ນທາງປອດໄພ.

    • ໃຊ້ຄວາມລະມັດລະວັງໃນເວລາທີ່ເຂົ້າໄປໃນບໍລິເວນທີ່ເບິ່ງບໍ່ເຫັນ, ຟຸ່ມໄມ້, ຕົ້ນໄມ້ ຫຼື ວັດຖຸອື່ນໆທີ່ອາດເຮັດໃຫ້ທ່ານເບິ່ງບໍ່ເຫັນ.

    • ຢຸດໃບ​ມີດທຸກຄັ້ງທີ່ທ່ານບໍ່ໄດ້ຕັດຫຍ້າ.

    • ມອດເຄື່ອງຈັກ, ຖອດກະແຈ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢຸດກ່ອນທີ່ຈະກວດກາສິ່ງທີ່ຕິດມານຳຫຼັງຈາກຕຳເອົາວັດຖຸ ຫຼື ຖ້າມີການສັ່ນສະເທືອນຜິດປົກກະຕິໃນເຄື່ອງຈັກ. ເຮັດການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະເລີ່ມ​ການ​ນຳ​ໃຊ້​ຕໍ່.

    • ຊ້າລົງ ແລະ ໃຊ້ຄວາມລະມັດລະວັງໃນເວລາທີ່ລ້ຽວ ແລະ ຂ້າມຖະໜົນ ແລະ ທາງຍ່າງທີ່​ຢູ່​ກັບເຄື່ອງຈັກ. ໃຫ້ຮ້ອງສະເໝີວ່າລະວັງລົດມາ.

    • ຢຸດ​ການ​ຂັບ​ເຄື່ອນ​ໄປ​ຫາ​ໜ່ວຍ​ຕັດ, ມອດ​ຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດກ່ອນ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ (ນອກ​ຈາກວ່າ​ທ່ານ​ສາ​ມາດ​ປັບ​ມັນ​ຈາກ​ຕຳ​ແໜ່ງ​ໃຊ້​ງານ​ໄດ້).

    • ໃຊ້ງານເຄື່ອງຈັກຢູ່ໃນສະຖານທີ່ບ່ອນມີການລະບາຍອາກາດດີເທົ່ານັ້ນ. ທາດອາຍເສຍມີ​ສານຄາບອນມໍນັອກຊາຍທີ່ເປັນອັນຕະລາຍ, ຖ້າຫາຍໃຈເຂົ້າ.

    • ຢ່າປ່ອຍໃຫ້ເຄື່ອງຈັກແລ່ນໂດຍທີ່ບໍ່ມີຄົນຢູ່ນຳ.

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ປິດ​ການ​ສົ່ງ​ພະ​ລັງ​ງານ​ອອກ ແລະ ປ່ອຍສິ່ງທີ່ຕິດມານຳຕ່ຳ​ລົງ.

      • ໃສ່​ເບ​ຣກມື.

      • ມອດຈັກ ແລະ ຖອດກະແຈ.

      • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

    • ນຳ​ໃຊ້​ເຄື່ອງ​ຈັກ​ພຽງ​ແຕ່​ຢູ່​ໃນ​ສະ​ພາບ​ທີ່​ເບິ່ງ​ເຫັນ​ໄດ້​ດີ​ເທົ່າ​ນັ້ນ. ຢ່າໃຊ້ເຄື່ອງຈັກເມື່ອມີຄວາມສ່ຽງຕໍ່ການເກີດຟ້າຜ່າ.

    • ຢ່າ​ນຳ​ໃຊ້​ເຄື່ອງ​ຈັກ​ເປັນ​ພາ​ຫະ​ນະ​ລາກ​ແກ່.

    • ໃຊ້ແຕ່ອຸປະກອນເສີມ, ສິ່ງທີ່ຕິດມານຳ ແລະ ອາໄຫຼ່ປ່ຽນທີ່ອະ​ນຸ​ມັດໂດຍ Toro ເທົ່າ​ນັ້ນ.

    ຄວາມ​ປອດ​ໄພລະບົບປ້ອງກັນການປີ້ນ (ROPS)

    • ROPS ແມ່ນ​ອຸ​ປະ​ກອນ​ຄວາມ​ປອດ​ໄພ​ທີ່​ຈຳ​ເປັນ ແລະ ມີ​ປະ​ສິດ​ທິ​ພາບ.

    • ຢ່າເອົາສ່ວນປະກອບໃດໆຂອງ ROPS ອອກຈາກເຄື່ອງຈັກ.

    • ໃຫ້​ແນ່​ໃຈ​ວ່າ​ສາຍ​ແອວ​ນິ​ລະ​ໄພ​ໄດ້​ຕິດ​ໃສ່​ເຄື່ອງ​ຈັກ​ແລ້ວ.

    • ດຶງ​ເຊືອກ​ສາຍ​ແອວ​ຜ່ານ​ໜ້າ​ຕັກ​ຂອງ​ທ່ານ ແລະ ສຽບ​ສາຍ​ແອວ​ໃສ່​ຫົວ​ເຂັມ​ຂັດ​ສາຍ​ແອວ​ຢູ່​ອີກ​ດ້ານ​ຂອງ​ບ່ອນ​ນັ່ງ.

    • ເພື່ອ​ປົດ​ສາຍ​ແອວ​ນິ​ລະ​ໄພ, ກົດ​ປຸ່ມ​ຫົວ​ສາຍ​ແອວ​ເພື່ອ​ປ່ອຍ​ສາຍ​ແອວ ແລະ ນຳ​ສາຍ​ແອວ​ໄປ​ໃສ່​ຮູ​ເປີດ​ຫົດ​ກັບ​ຄືນ​ໂດຍ​ອັດ​ຕະ​ໂນ​ມັດ. ໃຫ້​ແນ່​ໃຈ​ວ່າ​ທ່ານ​ສາ​ມາດ​ປົດ​ສາຍ​ແອວ​ອອກ​ໄດ້​ຢ່າງ​ໄວ​ໃນກໍ​ລະ​ນີ​ສຸກ​ເສີນ.

    • ກວດເບິ່ງຢ່າງລະມັດລະວັງກ່ຽວກັບສິ່ງກີດຂວາງທາງ ແລະ ຢ່າສຳຜັດພວກມັນ.

    • ຮັກສາ ROPS ໃນສະພາບການດຳເນີນງານທີ່ປອດໄພ ໂດຍການກວດກາມັນຢ່າງລະອຽດເປັນແຕ່ລະໄລຍະສຳລັບຄວາມເສຍຫາຍ ແລະ ສືບ​ຕໍ່​ຮັດສິ່ງທີ່ຕິດມາໃຫ້ແໜ້ນທຸກຢ່າງ.

    • ປ່ຽນແທນສ່ວນປະກອບ ROPS ທີ່ເສຍຫາຍ. ຢ່າສ້ອມແປງ ຫຼື ດັດແປງມັນ.

    ຄວາມ​ປອດ​ໄພ ROPS ເພີ່ມ​ເຕີມ​ສຳ​ລັບ​ເຄື່ອງ​ຈັກ​ທີ່​ມີ​ຫ້ອງ​ຂັບ ຫຼື ຄານກັນປີ້ນທີ່​ຕິດ​ໄວ້

    • ຫ້ອງ​ຂັບ​ທີ່ Toro ຕິດ​ຕັ້ງ​ໃຫ້​ແມ່ນຄານກັນປີ້ນ.

    • ຄວນໃສ່ສາຍ​ແອວ​ນິລະໄພຂອງທ່ານຢູ່ສະເໝີ.

    ຄວາມປອດໄພໃນທາງຄ້ອຍຊັນ

    • ທາງຄ້ອຍຊັນແມ່ນປັດໃຈຕົ້ນ​ຕໍທີ່ກ່ຽວຂ້ອງກັບການສູນເສຍການຄວບຄຸມ ແລະ ອຸບັດຕິເຫດໃນ​ການ​ພິກ​ປີ້ນ, ເຊິ່ງອາດຈະເຮັດໃຫ້ມີການບາດເຈັບສາ​ຫັດ ຫຼື ເສຍຊີວິດໄດ້. ທ່ານມີໜ້າທີ່ຮັບຜິດຊອບໃນການປະຕິບັດງານໃນທາງຄ້ອຍຊັນທີ່ປອດໄພ. ການໃຊ້ເຄື່ອງຈັກຢູ່ເທິງທາງຄ້ອຍຊັນໃດກໍ່ຕາມແມ່ນຕ້ອງມີຄວາມລະມັດລະວັງເປັນພິເສດ.

    • ປະເມີນສະພາບຂອງສະຖານທີ່ເພື່ອກຳນົດວ່າທາງຄ້ອຍຊັນມີຄວາມປອດໄພຕໍ່ການດຳເນີນງານຂອງເຄື່ອງຈັກບໍ່, ລວມທັງການສຳຫຼວດເບິ່ງສະຖານທີ່. ໃຊ້​ສາ​ມາດ​ສຳ​ນຶກທົ່ວໄປ ແລະ ການຕັດສິນໃຈທີ່ດີ​ຢູ່​ສະ​ເໝີໃນເວລາທີ່ດຳເນີນການສຳຫຼວດເບິ່ງນີ້.

    • ທົບ​ທວນ​ເບິ່ງ​ຄຳ​ແນະ​ນຳ​ກ່ຽວ​ກັບ​ຄວາມ​ຊັນ​ຕາມ​ລາຍ​ການ​ຢູ່​ລຸ່ມນີ້​ສຳ​ລັບ​ການ​ໃຊ້​ງານ​ເຄື່ອງ​ຈັກ​ໃນ​ຄວາມ​ຄ້ອຍ​ຊັນ ແລະ ເພື່ອກຳນົດວ່າທ່ານສາມາດໃຊ້ງານເຄື່ອງຈັກໄດ້ໃນເງື່ອນໄຂໃນມື້ນັ້ນ ແລະ ຢູ່ບ່ອນນັ້ນຫຼື​ບໍ່. ການປ່ຽນແປງຂອງພູມສັນຖານສາມາດສົ່ງຜົນໃຫ້ມີການປ່ຽນແປງໃນການປະຕິບັດງານໃນທາງຄ້ອຍຊັນສຳລັບເຄື່ອງຈັກ.

    • ຫຼີກລ່ຽງການຕິດ​ຈັກ, ມອດ​ຈັກ ຫຼື ລ້ຽວເຄື່ອງຈັກຕາມທາງຄ້ອຍຊັນ. ຫຼີກລ່ຽງການປ່ຽນແປງຄວາມໄວ ຫຼື ທິດທາງຢ່າງກະທັນຫັນ. ໃຫ້ລ້ຽວຊ້າໆ ແລະ ຄ່ອຍໆ.

    • ຢ່າໃຊ້ງານເຄື່ອງຈັກພາຍໃຕ້ສະພາບການທີ່ການເຄື່ອນທີ່, ລ້ຽວ ຫຼື ມີ​ຄວາມ​ສົງ​ໄສ​ໃນ​ຄວາມ​ທ່ຽງ.

    • ກຳ​ຈັດ ຫຼື ໃສ່ເຄື່ອງໝາຍສິ່ງ​ກີດ​ຂວາງຕ່າງໆເຊັ່ນ: ຮ່ອງ, ຂຸມ, ຮອຍແຕກ, ກ້ອນຫີນ ຫຼື ອັນຕະລາຍອື່ນໆທີ່ເຊື່ອງໄວ້. ຫຍ້າທີ່ສູງສາມາດປິດ​ບັງສິ່ງກີດຂວາງຕ່າງໆໄດ້. ພູມສັນຖານທີ່ບໍ່ລຽບສາມາດເຮັດ​ໃຫ້ເຄື່ອງຈັກປີ້ນໄດ້.

    • ລະວັງວ່າການເຮັດວຽກຂອງເຄື່ອງຈັກໃນຫຍ້າທີ່ຊຸ່ມ, ຂ້າມທາງຄ້ອຍຊັນ ຫຼື ທາງລົງພູອາດຈະເຮັດໃຫ້ເຄື່ອງຈັກສູນເສຍການຄວບຄຸມ. ການ​ສູນ​ເສຍ​ການ​ລາກໃສ່​ລໍ້​ຂັບ​ເຄື່ອນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ມື່ນ​ໄຫຼ ແລະ ການ​ສູນ​ເສຍ​ການ​ເບ​ຣກ ແລະ ການ​ຄວບ​ຄຸມພວງ​ມະ​ໄລ.

    • ໃຊ້ຄວາມລະມັດລະວັງທີ່ສຸດໃນເວລາທີ່ໃຊ້ງານເຄື່ອງຈັກຢູ່ໃກ້ຈຸດຕົກ, ຄອງນ້ຳ, ຄັນຄູ, ຄວາມອັນຕະລາຍທາງນໍ້າ ຫຼື ອັນຕະລາຍອື່ນໆ. ເຄື່ອງຈັກດັ່ງກ່າວສາມາດກິ້ງໄດ້ຢ່າງກະທັນຫັນ, ຖ້າຫາກວ່າລໍ້ແລ່ນຂ້າມຂອບ ຫຼື ຂອບຕົກ​ເຂົ້າໃນ. ສ້າງໃຫ້​ມີພື້ນທີ່ປອດໄພລະຫວ່າງເຄື່ອງຈັກ ແລະ ອັນຕະລາຍ.

    • ລະ​ບຸຄວາມອັນຕະລາຍຢູ່ທີ່ຖານຂອງທາງຄ້ອຍຊັນ. ຖ້າວ່າມີອັນຕະລາຍ, ໃຫ້ຕັດຫຍ້າຢູ່ທາງຄ້ອຍຊັນດ້ວຍເຄື່ອງຈັກ​ທີ່​ໃຊ້ຄົນຍ່າງຄວບ​ຄຸມ.

    • ຖ້າເປັນໄປໄດ້, ໃຫ້ປ່ອຍໜ່ວຍຕັດຕ່ຳລົງຢູ່ພື້ນດິນໃນຂະນະທີ່ປະຕິບັດງານຢູ່ບ່ອນຄ້ອຍຊັນ. ການຍົກໜ່ວຍຕັດຂຶ້ນໃນຂະນະທີ່ປະຕິບັດງານຢູ່​ບ່ອນຄ້ອຍຊັນສາມາດເຮັດໃຫ້ເຄື່ອງຈັກບໍ່ທ່ຽງ​ໄດ້.

    • ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ຫຼາຍ​ທີ່​ສຸດ​ກັບ​ລະ​ບົບ​ການ​ເກັບ​ເອົາ​ຫຍ້າ ຫຼື ສິ່ງ​ທີ່​ຕິດ​ມາ​ນຳ​ອື່ນໆ. ສິ່ງ​ເຫຼົ່າ​ນີ້​ສາ​ມາດ​ປ່ຽນ​ແປງ​ຄວາມ​ທ່ຽງ​ຂອງ​ເຄື່ອງ​ຈັກ ແລະ ເຮັດ​ໃຫ້​ເກີດ​ການ​ສູນ​ເສຍ​ການ​ຄວບ​ຄຸມ.

    ການຕິດຈັກ.

    Important: ລະ​ບົບ​ນ້ຳ​ມັນ​ເປັ່ງ​ຕົວ​ມັນເອງ​ໂດຍ​ອັດ​ຕະ​ໂນ​ມັດກ່ອນ​ຕິດ​ຈັກ, ຖ້າ​ຫາກ​ທ່ານ​ຕິດ​ຈັກ​ເປັນ​ຄັ້ງ​ທຳ​ອິດ, ເຄື່ອງ​ຈັກ​ມອດ​ເນື່ອງ​ຈາກບໍ່​ມີນ້ຳ​ມັນ ຫຼື ທ່ານໄດ້​ເຮັດ​ການບຳ​ລຸງ​ຮັກ​ສາ​ໃນ​ລະ​ບົບ​ເຊື້ອ​ເພີງ; ໃຫ້​ເບິ່ງ​ເບິ່ງ .

    1. ນັ່ງ​ຢູ່​ບ່ອນ​ນັ່ງ, ຮັກ​ສາ​ຕີນ​ໃຫ້ອອກ​ຈາກ​ແປ້ນ​ຄັນ​ເລັ່ງ​ເພື່ອ​ໃຫ້​ມັນ​ຢູ່​ໃນຕຳ​ແໜ່ງເກຍວ່າງ, ໃສ່​ເບ​ຣກ​ມື, ຕັ້ງ​ສະ​ວິດ​ຄວາມ​ໄວ​ຂອງ​ເຄື່ອງ​ຈັກ​ໄປ​ທີ່​ຕຳ​ແໜ່ງເຄິ່ງກາງ ແລະ ເຮັດ​ໃຫ້​ແນ່​ໃຈ​ວ່າສະ​ວິດ​ເປີດ/ປິດໃຊ້​ງານ​ແມ່ນ​ຢູ່​ໃນ​ຕຳ​ແໜ່ງ ປິດ​ໃຊ້​ງານ.

    2. ບິດກະແຈຢູ່​ໃນ​ສະ​ວິດໄປທີ່ຕຳແໜ່ງແລ່ນ​ເ​ຄື່ອງ.

    3. ເມື່ອ​ຕົວ​ຊີ້ບອກ​ແສງ​ໄຟ​ມົວ​ລົງ, ບິດ​ກະ​ແຈຢູ່​ໃນ​ສະ​ວິດໄປ​ຫາ​ຕຳ​ແໜ່ງຕິດ​ຈັກ. ປ່ອຍ​ກະ​ແຈ​ທັນ​ທີເມື່ອ​ຈັກ​ຕິດ ແລະ ປ່ອຍ​ໃຫ້​ມັນກັບ​ຄືນໄປ​ຫາ​ຕຳ​ແໜ່ງເປີດ​ໃຊ້.

    4. ແລ່ນເຄື່ອງຈັກດ້ວຍຄວາມ​ໄວ​ກາ​ລັງ​ຕີຈົນກວ່າມັນຈະອຸ່ນ.

    ການມອດຈັກ

    1. ຍ້າຍ​ຕົວ​ຄວບຄຸມ​ທັງ​ໝົດ​ໄປເກຍ​ຫ​ວ່າງ, ໃສ່​ເບ​ຣກ​ມື, ຍ້າຍສະ​ວິດ​ຄວາມ​ໄວ​ຈັກໄປ​ທີ່ຕຳ​ແໜ່ງກາ​ລັງ​ຕີຕ່ຳ ແລະ ປ່ອຍ​ໃຫ້​ເຄື່ອງ​ຈັກໄປ​ຮອດ​ຄວາມ​ໄວ​ຮອບ​ເດີນ​ຕ່ຳ.

      Important: ປ່ອຍໃຫ້ເຄື່ອງຈັກເຮັດວຽກເປັນເວລາ 5 ນາທີ ກ່ອນທີ່ຈະມອດ​ມັນຫຼັງຈາກທີ່ໃຊ້ງານໄດ້ເຕັມທີ່. ຄວາມບໍ່​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ຕາມ​ອາດ​ຈະ​ກໍ່​ໃຫ້​ເກີດ​ບັນ​ຫາ​ໃນ​ເຄື່ອງ​ຈັກ​ສາກ​ເທີ​ໂບ.

    2. ບິດກະແຈຢູ່​ໃນ​ສະ​ວິດໄປທີ່ຕຳແໜ່ງປິດ ແລະ ຍ້າຍ​ກະ​ແຈ.

    ການຕັດຫຍ້າດ້ວຍເຄື່ອງຈັກ

    Note: ການ​ຕັດ​ຫຍ້າ​ໃນ​ອັດ​ຕາ​ທີ່​ໂຫຼດ​ຈັກ​ສົ່ງ​ເສີມ​ໃຫ້​ມີ​ການ​ສ້າງ DPF ຂຶ້ນ​ໃໝ່.

    1. ເຄື່ອນເຄື່ອງ​ຈັກໄປ​ຫາບ່ອນ​ເຮັດ​ວຽກ.

    2. ເມື່ອ​ໃດ​ກໍ​ຕາມ​ທີ່​ເປັນ​ໄປ​ໄດ້, ຕັ້ງ​ສະ​ວິດ​ຄວາມ​ໄວ​ຈັກ​ໄປ​ຫາ​ກາ​ລັງ​ຕີ​ສູງ.

    3. ໃສ່ສະ​ວິດ PTO.

    4. ເຄື່ອນ​ແປ້ນ​ຂັບ​ເຄື່ອນ​ໄປ​ໜ້າ​ເທື່ອ​ລະ​ໜ້ອຍ ແລະ ຂັບ​ເຄື່ອງ​ຈັກ​ຊ້າໆ​ໄປ​ເທິງ​ພື້ນ​ທີ່​ຕັດ​ຫຍ້າ.

    5. ເມື່ອດ້ານ​ໜ້າ​ຂອງໜ່ວຍຕັດຢູ່ເໜືອພື້ນທີ່ຕັດຫຍ້າ, ໃຫ້ປ່ອຍໜ່ວຍຕັດຕ່ຳລົງ.

    6. ຕັດ​ຫຍ້າ​ເພື່ອ​ໃຫ້​ໃບ​ມີດ​ສາ​ມາດ​ຕັດ ແລະ ປ່ອຍ​ຫຍ້າ​ຕິດ​ອອກ​ຢູ່​ທີ່​ອັດ​ຕາ​ສູງ​ໃນ​ຂະ​ນະ​ທີ່​ໃຫ້​ຄຸນ​ນະ​ພາບ​ການ​ຕັດ​ທີ່​ດີ.

      Note: ຖ້າ​ອັດ​ຕາ​ຕັດ​ສູງ​ຫຼາຍ, ຄຸນ​ນະ​ພາບ​ຂອງ​ການ​ຕັດ​ອາດ​ຈະ​ເສື່ອມ​ສະ​ພາບ. ຫຼຸດ​ຄວາມ​ໄວ​ພື້ນ​ດິນ​ຂອງ​ເຄື່ອງ​ຈັກ​ລົງ ຫຼື ຫຼຸດ​ຄວາມກວ້າງ​ຂອງ​ການ​ຕັດ​ເພື່ອ​ໃຫ້​ໄດ້​ຄວາມ​ໄວ​ຈັກ​ກາ​ລັງ​ຕີ​ສູງ.

    7. ເມື່ອ​ໜ່ວຍ​ຕັດ​ຢູ່​ເກີນ​ຂອບ​ໄກ​ຂອງ​ພື້ນ​ທີ່​ຕັດ, ຍົກ​ໜ່ວຍ​ຕັດ​ຂຶ້ນ.

    8. ໃຫ້ລ້ຽວເປັນຮູບຢົດນ້ຳເພື່ອກັບຄືນມາໄວສຳລັບການຕັດຜ່ານແຖວຕໍ່ໄປ.

    ການ​ສ້າງ​ໝໍ້​ກອງ​ອາ​ນຸ​ພາກ​ນ້ຳ​ມັນ​ກາ​ຊ່ວນຂຶ້ນ​ມາ​ໃໝ່

    ໝໍ້​ກອງ​ອາ​ນຸ​ພາກ​ນ້ຳ​ມັນ​ກາ​ຊ່ວນ (DPF) ແມ່ນ​ສ່ວນ​ໜຶ່ງ​ຂອງ​ລະ​ບົບ​ອາຍ​ເສຍ. ຕົວ​ເລັ່ງ​ການ​ເຜົາ​ໄໝ້​ຂອງ DPF ຫຼຸດ​ແກ໊ສ​ອັນ​ຕະ​ລາຍ ແລະ ໝໍ້​ກອງ​ຂີ້​ຂະ​ເໝົ່າ​ເອົາ​ຂີ້​ຂະເໝົ່າ​ອອກ​ຈາກ​ອາຍ​ເສຍ​ຈັກ.

    ຂະ​ບວນ​ການ​ສ້າງ DPF ຄືນ​ໃໝ່​ນຳ​ໃຊ້​ຄວາມ​ຮ້ອນ​ຈາກ​ອາຍ​ເສຍ​ຈັກ​ເພື່ອ​ເຜົາ​ໄໝ້​ຂີ້​ຂະ​ເໝົ່າ​ທີ່​ສະ​ສົມ​ຢູ່​ໃນ​ໝໍ້​ກອງ​ຂີ້​ຂະ​ເໝົ່າ, ປ່ຽນ​ຂີ້​ຂະ​ເໝົ່າ​ເປັນ​ຂີ້ເທົ່າ ແລະ ທຳ​ຄວາມ​ສະ​ອາດ​ຊ່ອງ​ຂອງ​ໝໍ້​ກອງ​ຂີ້​ຂະ​ເໝົ່າ​ເພື່ອ​ໃຫ້​ອາຍ​ເສຍ​ຈັກ​ທີ່​ຖືກ​ກັ່ນ​ຕອງ​ໄຫຼ​ອອກ DPF.

    ຄອມ​ພິວ​ເຕີ​ຈັກ​ຕິດ​ຕາມ​ການ​ສະ​ສົມ​ຂອງ​ຂີ້​ຂະ​ເໝົ່າ​ໂດຍ​ການ​ວັດ​ແທກ​ຄວາມ​ດັນ​ດ້ານ​ຫຼັງ​ຢູ່​ໃນ DPF. ຖ້າ​ຄວາມ​ດັນ​ດ້ານຫຼັງ​ສູງ​ເກີນ​ໄປ, ຂີ້​ຂະ​ເໝົ່າ​ບໍ່​ເຜົາ​ໄໝ້​ຢູ່​ໃນ​ໝໍ້​ກອງ​ຂີ້​ຂະ​ເໝົ່າ​ຜ່ານ​ການ​ໃຊ້​ງານ​ຈັກ​ປົກ​ກະ​ຕິ. ເພື່ອ​ຮັກ​ສາ​ໃຫ້ DPF ບໍ່​ມີ​ຂີ້​ຂະ​ເໝົ່າ, ໃຫ້​ຈື່​ສິ່ງ​ຕໍ່​ໄປ​ນີ້:

    • ການ​ສ້າງ​ຂຶ້ນ​ໃໝ່​ແບບ​ບໍ່​ເຄື່ອນ​ໄຫວ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ຂະ​ນະ​ທີ່​ຈັກ​ກຳ​ລັງ​ແລ່ນ – ເດີນ​ຈັກ​ເຕັມ​ຄວາມ​ໄວ​ຈັກ​ເມື່ອ​ເປັນ​ໄປ​ໄດ້​ເພື່ອ​ສົ່ງ​ເສີມ​ການ​ສ້າງ DPF ຂຶ້ນ​ມາ​ໃໝ່.

    • ຖ້າ​ຄວາມ​ດັນ​ດ້ານ​ຫຼັງ​ຢູ່​ໃນ DPF ສູງ​ເກີນ​ໄປ ຫຼື ການ​ສ້າງ​ຂຶ້ນ​ມາ​ໃໝ່​ທີ່​ໄດ້​ຕັ້ງ​ຄ່າຄືນ​ໃໝ່​ບໍ່​ໄດ້​ເກີດ​ຂຶ້ນ​ເປັນ​ເວ​ລາ 100 ຊົ່ວ​ໂມງ, ຄອມ​ພິວ​ເຕີ​ຈັກ​ໃຫ້​ສັນ​ຍານ​ທ່ານ​ຜ່ານ​ສູນ​ຂໍ້​ມູນ​ເມື່ອການ​ສ້າງ​ຂຶ້ນ​ມາ​ໃໝ່​ທີ່​ໄດ້​ຕັ້ງ​ຄ່າຄືນ​ໃໝ່ບໍ່​ໄດ້​ກຳ​ລັງ​ແລ່ນ.

    • ປ່ອຍ​ໃຫ້​ຂະ​ບວນ​ການການ​ສ້າງ​ຂຶ້ນ​ມາ​ໃໝ່​ທີ່​ໄດ້​ຕັ້ງ​ຄ່າຄືນ​ໃໝ່ເຮັດ​ສຳ​ລັດ​ກ່ອນມອດ​ຈັກ.

    ໃຊ້​ງານ ແລະ ບຳ​ລຸງ​ຮັກ​ສາ​ເຄື່ອງ​ຈັກ​ຂອງ​ທ່ານ​ດ້ວຍ​ຟັງ​ຊັນ​ຂອງ DPF ໄວ້​ໃນ​ໃຈ. ຈັກ​ໂຫຼດ​ຢູ່​ທີ່ຄວາມ​ໄວ​ຈັກ​ກາ​ລັງ​ຕີ​ສູງ (ເຕັມ​ຄັນ​ເລັ່ງ) ແມ່ນ​ໂດຍ​ທົ່ວ​ໄປ​ຈະ​ສ້າງ​ອຸນ​ຫະ​ພູມ​ອາຍ​ເສຍ​ທີ່​ພຽງ​ພໍ​ສຳ​ລັບ​ການ​ສ້າງ DPF ຂຶ້ນ​ມາ​ໃໝ່.

    Important: ຫຼຸດ​ປະ​ລິ​ມານ​ເວ​ລາ​ທີ່​ທ່ານ​ກາ​ລັງ​ຕີ​ຈັກ ຫຼື ໃຊ້​ງານ​ຈັກ​ຢູ່​ທີ່​ຄວາມ​ໄວ​ຈັກ​ຕ່ຳ​ໃຫ້​ໜ້ອຍ​ທີ່​ສຸດ​ເພື່ອ​ຊ່ວຍ​ຫຼຸດ​ການ​ສະ​ສົມ​ຂອງ​ຂີ້​ຂະ​ເໝົ່າ​ຢູ່​ໃນ​ໝໍ້​ກອງ​ຂີ້​ຂະ​ເໝົ່າ.

    ການ​ສະ​ສົມ​ຂີ້​ຂະ​ເໝົ່າ DPF

    • ເມື່ອ​ເວ​ລາ​ຜ່ານ​ໄປ, ໝໍ້​ກອງ​ອາ​ນຸ​ພາກ​ນ້ຳ​ມັນ​ກາ​ຊ່ວນ​ສະ​ສົມ​ຂີ້​ຂະ​ເໝົ່າ​ຢູ່​ໃນ​ໝໍ້​ກອງ​ຂີ້​ຂະ​ເໝົ່າ. ຄອມ​ພິວ​ເຕີ​ສຳ​ລັບ​ຈັກ​ຕິດ​ຕາມ​ລະ​ດັບ​ຂີ້​ຂະ​ເໝົ່າ​ຢູ່​ໃນ DPF.

    • ເມື່ອ​ຂີ້​ຂະ​ເໝົ່າ​ສະ​ສົມ​ພຽງ​ພໍ, ຄອມພິວ​ເຕີ​ແຈ້ງ​ທ່ານ​ວ່າ​ມັນ​ຮອດ​ເວ​ລາ​ທີ່​ຈະ​ຕ້ອງ​ສ້າງ DPF ຂຶ້ນ​ມາ​ໃໝ່.

    • ການ​ສ້າງ DPF ຂຶ້ນ​ມາ​ໃໝ່ແມ່ນ​ຂະ​ບວນ​ການ​ທີ່​ໃຫ້​ຄວາມ​ຮ້ອນ DPF ເພື່ອ​ປ່ຽນ​ຂີ້​ຂະ​ເໝົ່າ​ເປັນ​ຂີ້​ເທົ່າ.

    • ນອກ​ຈາກ​ຂໍ້​ຄວາມ​ຄຳ​ເຕືອນ​ແລ້ວ, ຄອມ​ພິວ​ເຕີ​ຫຼຸດ​ກຳ​ລັງ​ໄຟ​ທີ່​ສ້າງ​ຂຶ້ນ​ໂດຍ​ຈັກ​ໃນ​ລະ​ດັບ​ການ​ສະ​ສົມ​ຂີ້​ຂະ​ເໝົ່າ​ຕ່າງໆ.

    ຂໍ້​ຄວາມ​ຄຳ​ເຕືອນ​ຈັກ – ການ​ສະ​ສົມ​ຂີ້​ຂະ​ເໝົ່າ

    ລະ​ດັບ​ການ​ບົ່ງບອກລະ​ຫັດ​ຄວາມ​ຂັດ​ຂ້ອງການ​ຈັດ​ອັດ​ຕາ​ກຳ​ລັງ​ໄຟ​ຈັກການ​ດຳ​ເນີນ​ການ​ທີ່​ແນະ​ນຳ
    ລະ​ດັບ 1: ຄຳ​ເຕືອນ​ຈັກ
    artpending
    ຄອມ​ພິວ​ເຕີ​ຫຼຸດ​ອັດ​ຕາ​ກຳ​ລັງ​ໄຟ​ຈັກ​ລົງ​ຮອດ 85%.ດຳ​ເນີນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້​ທັນ​ທີ​ທີ່​ເປັນ​ໄປ​ໄດ້, ໃຫ້​ເບິ່ງ .
    ລະ​ດັບ 2: ຄຳ​ເຕືອນ​ຈັກ
    artpending
    ຄອມ​ພິວ​ເຕີ​ຫຼຸດ​ອັດ​ຕາ​ກຳ​ລັງ​ໄຟ​ຈັກ​ລົງ​ຮອດ 50%.ດຳ​ເນີນ​ການ​ສ້າງ​ຂຶ້ນ​ມາ​ໃໝ່ແບບກູ້​ຄືນ​ທັນ​ທີ​ທີ່​ເປັນ​ໄປ​ໄດ້, ໃຫ້​ເບິ່ງ .

    ການ​ສະ​ສົມ​ຂີ້ເທົ່າ DPF

    • ຂີ້​ເທົ່າ​ທີ່​ເບົາ​ກວ່າ​ຖືກ​ປ່ອຍ​ອອກ​ຜ່ານ​ລະ​ບົບ​ອາຍ​ເສຍ; ຂີ້​ເທົ່າ​ທີ່​ໜັກ​ກວ່າ​ສະ​ສົມ​ຢູ່​ໃນ​ໝໍ້​ກອງ​ຂີ້​ຂະ​ເໝົ່າ.

    • ຂີ້​ເທົ່າ​ແມ່ນ​ສິ່ງ​ຕົກ​ຄ້າງ​ຂອງ​ຂະ​ບວນ​ການ​ສ້າງ​ຂຶ້ນ​ມາ​ໃໝ່. ເມື່ອ​ເວ​ລາ​ຜ່ານ​ໄປ, ໝໍ້​ກອງ​ອາ​ນຸ​ພາກ​ນ້ຳ​ມັນ​ກາ​ຊ່ວນ​ສະ​ສົມ​ຂີ້ເທົ່າ​ທີ່​ບໍ່​ປ່ອຍ​ອອກ​ດ້ວຍ​ອາຍ​ເສຍ​ຈັກ.

    • ຄອມ​ພິວ​ເຕີ​ສຳ​ລັບ​ຈັກ​ຄິດ​ໄລ່​ປະ​ລິ​ມານ​ຂອງຂີ້​ເທົ່າ​ສະ​ສົມ​ຢູ່​ໃນ DPF.

    • ເມື່ອ​ຂີ້​ເທົ່າ​ສະ​ສົມ, ຄອມ​ພິວ​ເຕີ​ຈັກ​ສົ່ງ​ຂໍ້​ມູນ​ຫາ​ສູນ​ຂໍ້​ມູນ​ຢູ່​ໃນ​ຮູບ​ແບບ​ຂອງ​ຂໍ້​ຂັດ​ຂ້ອງ​ເຄື່ອງ​ຈັກ​ເພື່ອ​ບົ່ງ​ບອກ​ການ​ສະ​ສົມ​ຂອງ​ຂີ້ເທົ່າ​ຢູ່​ໃນ DPF.

    • ຂໍ້​ຄວາມຂັດ​ຂ້ອງ​ບົ່ງ​ບອກວ່າ​ມັນ​ຮອດ​ເວ​ລາ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ DPF ແລ້ວ.

    • ນອກ​ຈາກ​ຂໍ້​ຄວາມ​ຄຳ​ເຕືອນ​ແລ້ວ, ຄອມ​ພິວ​ເຕີ​ຫຼຸດ​ກຳ​ລັງ​ໄຟ​ທີ່​ສ້າງ​ຂຶ້ນ​ໂດຍ​ຈັກ​ໃນ​ລະ​ດັບ​ການ​ສະ​ສົມ​ຂີ້​ເທົ່າ​ຕ່າງໆ.

    ຄຳ​ແນະ​ນຳ​ຂອງ​ສູນ​ຂໍ້​ມູນ ແລະ ຂໍ້​ຄວາມ​ຄຳ​ເຕືອນ​ຈັກ – ຂີ້​ເທົ່າ​ສະ​ສົມ

    ລະ​ດັບ​ການ​ບົ່ງບອກລະ​ຫັດ​ຄວາມ​ຂັດ​ຂ້ອງການ​ຫຼຸດຄວາມ​ໄວຈັກການ​ຈັດ​ອັດ​ຕາ​ກຳ​ລັງ​ໄຟ​ຈັກການ​ດຳ​ເນີນ​ການ​ທີ່​ແນະ​ນຳ
    ລະ​ດັບ 1: ຄຳ​ເຕືອນ​ຈັກ
    artpending
    ບໍ່ມີຄອມ​ພິວ​ເຕີ​ຫຼຸດ​ອັດ​ຕາ​ກຳ​ລັງ​ໄຟ​ຈັກ​ລົງ​ຮອດ 85%.ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ DPF; ໃຫ້​ເບິ່ງ
    ລະ​ດັບ 2: ຄຳ​ເຕືອນ​ຈັກ
    artpending
    ບໍ່ມີຄອມ​ພິວ​ເຕີ​ຫຼຸດ​ອັດ​ຕາ​ກຳ​ລັງ​ໄຟ​ຈັກ​ລົງ​ຮອດ 50%.ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ DPF; ໃຫ້​ເບິ່ງ

    ປະ​ເພດ​ຂອງການ​ສ້າງ​ໝໍ້​ກອງ​ອາ​ນຸ​ພາກ​ນ້ຳ​ມັນ​ກາ​ຊ່ວນຂຶ້ນ​ມາ​ໃໝ່

    ປະ​ເພດ​ຂອງການ​ສ້າງ​ໝໍ້​ກອງ​ອາ​ນຸ​ພາກ​ນ້ຳ​ມັນ​ກາ​ຊ່ວນຂຶ້ນ​ມາ​ໃໝ່ທີ່​ຖືກດຳ​ເນີນ​ການ​ໃນ​ຂະ​ນະ​ທີ່​ເຄື່ອງ​ຈັກ​ກຳ​ລັງເດີນ​ເຄື່ອງ:

    ປະ​ເພດ​ຂອງ​ການ​ສ້າງ​ຂຶ້ນ​ມາ​ໃໝ່ສະ​ພາບ​ທີ່​ເຮັດ​ໃຫ້​ມີ​ການ​ສ້າງ DPF ຂຶ້ນ​ມາ​ໃໝ່ລາຍ​ລະ​ອຽດ​ການ​ໃຊ້​ງານ DPF
    ບໍ່​ເຄື່ອນ​ໄຫວເກີດ​ຂຶ້ນ​ໃນ​ລະ​ຫວ່າງ​ການ​ໃຊ້​ງານ​ຂອງ​ເຄື່ອງ​ຈັກ​ປົກ​ກະ​ຕິ​ທີ່​ຄວາມ​ໄວ​ຈັກ​ສູງ ຫຼື ການ​ໂຫຼດ​ຈັກ​ສູງ• ສູນຂໍ້​ມູນ​ບໍ່​ສະ​ແດງ​ໄອ​ຄອນ​ບົ່ງ​ບອກ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ບໍ່​ເຄື່ອນ​ໄຫວ.
    • ໃນ​ລະ​ຫວ່າງ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ບໍ່​ເຄື່ອນ​ໄຫວ, DPF ແປ​ຮູບ​ແກ໊ສ​ອາຍ​ເສຍ​ຄວາມ​ຮ້ອນ​ສູງ, ເຜົາ​ໄໝ້​ຄວັນ​ອາຍ​ເສຍ​ອັນ​ຕະ​ລາຍ ແລະ ເຜົາ​ໄໝ້​ຂີ້​ຂະ​ເໝົ່າ​ໄປ​ເປັນ​ຂີ້​ເທົ່າ.
    ໃຫ້​ເບິ່ງ .
    ຊ່ວຍ​ເຫຼືອເກີດ​ຂຶ້ນ​ເນື່ອງ​ຈາກ​ຄວາມ​ໄວ​ຈັກ​ຕ່ຳ, ການ​ໂຫຼດ​ຈັກ​ຕ່ຳ ຫຼື ຫຼັງ​ຈາກ​ຄອມ​ພິວ​ເຕີ​ກວດ​ພົບ DPF ກຳ​ລັງ​ຖືກ​ອຸດ​ຕັນ​ດ້ວຍ​ຂີ້​ຂະ​ເໝົ່າ• ສູນຂໍ້​ມູນ​ບໍ່​ສະ​ແດງ​ໄອ​ຄອນ​ບົ່ງ​ບອກ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຊ່ວຍ​ເຫຼືອ.
    • ໃນ​ລະ​ຫວ່າງ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຊ່ວຍ​ເຫຼືອ, ຄອມ​ພິວ​ເຕີ​ຈັກ​ປັບ​ການ​ຕັ້ງ​ຄ່າ​ຈັກ​ເພື່ອ​ຍົກ​ອຸນ​ຫະ​ພູມ​ອາຍ​ເສຍ​ໃຫ້​ສູງ​ຂຶ້ນ.
    ໃຫ້​ເບິ່ງ .
    ຕັ້ງຄ່າຄືນໃໝ່ເກີດຂຶ້ນ ທຸກໆ 100 ຊົ່ວ​ໂມງ• ເມື່ອ​ໄອ​ຄອນອຸນ​ຫະ​ພູມອາຍ​ເສຍສູງ Graphic ສະ​ແດງ​ຂຶ້ນ​ຢູ່​ໃນ​ສູນ​ຂໍ້​ມູນ, ການ​ສ້າງ​ຂຶ້ນ​ມາ​ໃໝ່​ພວມ​ດຳ​ເນີນ​ການ.
    ຍັງ​ເກີດ​ຂຶ້ນ​ຫຼັງ​ຈາກ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຊ່ວຍ​ເຫຼືອ​ນຳ​ອີກ​ພຽງ​ແຕ່​ຖ້າ​ຄອມ​ພິວ​ເຕີ​ກວດ​ພົບ​ວ່າ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຊ່ວຍ​ເຫຼືອ​ບໍ່​ຫຼຸດ​ລະ​ດັບ​ຂີ້​ຂະ​ເໝົ່າ​ລົງ​ຢ່າງ​ພຽງ​ພໍ
     • ໃນ​ລະ​ຫວ່າງ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຕັ້ງ​ຄ່າ​ຄືນ​ໃໝ່, ຄອມ​ພິວ​ເຕີ​ຈັກ​ປັບ​ການ​ຕັ້ງ​ຄ່າ​ຈັກ​ເພື່ອ​ຍົກ​ອຸນ​ຫະ​ພູມ​ອາຍ​ເສຍ​ໃຫ້​ສູງ​ຂຶ້ນ.
    ໃຫ້​ເບິ່ງ .

    ປະ​ເພດ​ຂອງການ​ສ້າງ​ໝໍ້​ກອງ​ອາ​ນຸ​ພາກ​ນ້ຳ​ມັນ​ກາ​ຊ່ວນຂຶ້ນ​ມາ​ໃໝ່ທີ່​ຈຳ​ເປັນ​ຕ້ອງ​ໃຫ້​ທ່ານ​ຈອດ​ເຄື່ອງ​ຈັກ:

    ປະ​ເພດ​ຂອງ​ການ​ສ້າງ​ຂຶ້ນ​ມາ​ໃໝ່ສະ​ພາບ​ທີ່​ເຮັດ​ໃຫ້​ມີ​ການ​ສ້າງ DPF ຂຶ້ນ​ມາ​ໃໝ່ລາຍ​ລະ​ອຽດ​ການ​ໃຊ້​ງານ DPF
    ຈອດ​ໄວ້ເກີດ​ຂຶ້ນ​ເພາະ​ວ່າ​ຄອມ​ພິວ​ເຕີ​ກວດ​ພົບ​ຄວາມ​ດັນ​ຫຼັງ​ຢູ່​ໃນ DPF ເນື່ອງ​ຈາກ​ການ​ສະ​ສົມ​ຂີ້​ຂະ​ເໝົ່າ• ເມື່ອ​ໄອ​ຄອນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ສະ​ແຕນ​ບາຍ​ຕັ້ງ​ຄ່າ​ຄືນ​ໃໝ່/ຈອດ​ໄວ້ ຫຼື ກູ້​ຄືນ Graphic ຫຼື ຄຳ​ແນະ​ນຳ #188 ປາ​ກົດ​ຂຶ້ນ​ຢູ່​ໃນ​ສູນ​ຂໍ້​ມູນແມ່ນ​ໄດ້​ຂໍ​ໃຫ້​ມີ​ການ​ສ້າງ​ຂຶ້ນ​ມາ​ໃໝ່.
    ຍັງ​ເກີດ​ຂຶ້ນ​ເພາະ​ວ່າ​ຜູ້​ຄວບ​ຄຸມ​ລິ​ເລີ່ມ​ການ​ສ້າງ​ຂຶ້ນ​ແບບ​ຈອດ​ໄວ້​ນຳ​ອີກ
    ອາດ​ຈະ​ເກີດ​ຂຶ້ນ​ເພາະ​ວ່າ​ທ່ານ​ຕັ້ງ​ສູນ​ຂໍ້​ມູນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຕັ້ງ​ຄ່າ​ຄືນ​ໃໝ່ແບບ​ຢັບ​ຢັ້ງ ແລະ ໄດ້​ສືບ​ຕໍ່​ໃຊ້​ງານ​ເຄື່ອງ​ຈັກ, ເພີ່ມ​ໃຫ້ຂີ້​ຂະ​ເໝົ່າ​ຫຼາຍ​ຂຶ້ນ​ເມື່ອ DPF ຈຳ​ເປັນ​ຕ້ອງ​ມີ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຕັ້ງ​ຄ່າ​ຄືນ​ໃໝ່​ຮຽບ​ຮ້ອຍ​ແລ້ວ• ດຳ​ເນີນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້​ທັນ​ທີ​ທີ່​ເປັນ​ໄປ​ໄດ້ເພື່ອ​ຫຼີກ​ລ່ຽງ​ຄວາມ​ຈຳ​ເປັນ​ຕ້ອງ​ມີ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ກູ້​ຄືນ.
    ອາດ​ຈະ​ມີ​ຜົນ​ມາ​ຈາກ​ການ​ໃຊ້​ນ້ຳ​ມັນ​ເຊື້ອ​ໄຟ ຫຼື ນ້ຳ​ມັນ​ເຄື່ອງຈັກບໍ່​ຖືກ​ຕ້ອງ• ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້​ຕ້ອງ​ໃຊ້​ເວ​ລາ 30 ຫາ 60 ນາ​ທີ​ຈິ່ງ​ຈະ​ສຳ​ເລັດ.
     • ທ່ານ​ຕ້ອງ​ມີ​ນ້ຳ​ມັນ​ເຊື້ອ​ໄຟ​ຢູ່​ໃນ​ຖັງ​ຢ່າງ​ໜ້ອຍ 1/4 ຂອງ​ຖັງ.
    • ທ່ານ​ຕ້ອງ​ຈອດ​ເຄື່ອງ​ຈັກ​ໄວ້​ເພື່ອ​ດຳ​ເນີນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້.
    ໃຫ້​ເບິ່ງ .
    ການ​ກູ້​ຄືນເກີດ​ຂຶ້ນ​ເພາະ​ວ່າ​ຜູ້​ຄວບ​ຄຸມ​ບໍ່​ສົນ​ໃຈ​ຄຳ​ຂໍ​ສຳ​ລັບ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຈອດ​ໄວ້ ແລະ ໄດ້​ສືບ​ຕໍ່​ໃຊ້​ງານ​ເຄື່ອງ​ຈັກ, ເພີ່ມ​ໃຫ້ຂີ້​ຂະ​ເໝົ່າໃສ່ DPF ຫຼາຍ​ຂຶ້ນ• ເມື່ອ​ໄອ​ຄອນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ສະ​ແຕນ​ບາຍ​ຕັ້ງ​ຄ່າ​ຄືນ​ໃໝ່/ຈອດ​ໄວ້ ຫຼື ກູ້​ຄືນ Graphic ຫຼື ຄຳ​ແນະ​ນຳ #190 ປາ​ກົດ​ຂຶ້ນ​ຢູ່​ໃນ​ສູນ​ຂໍ້​ມູນແມ່ນ​ໄດ້​ຂໍ​ໃຫ້​ມີ​ການ​ສ້າງ​ຂຶ້ນ​ມາ​ໃໝ່ແບບ​ກູ້​ຄືນ.
    • ການ​ສ້າງ​ຂຶ້ນ​ມາ​ໃໝ່ແບບ​ກູ້​ຄືນຕ້ອງ​ໃຊ້​ເວ​ລາ 3 ຊົ່ວ​ໂມງ​ຈິ່ງ​ຈະ​ສຳ​ເລັດ.
    • ທ່ານ​ຕ້ອງ​ມີ​ນ້ຳ​ມັນ​ເຊື້ອ​ໄຟ​ຢູ່​ໃນເຄື່ອງ​ຈັກ​ຢ່າງ​ໜ້ອຍ 1/2 ຂອງ​ຖັງ.
    • ທ່ານ​ຕ້ອງ​ຈອດ​ເຄື່ອງ​ຈັກ​ໄວ້​ເພື່ອ​ດຳ​ເນີນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ກູ້​ຄືນ.
    ໃຫ້​ເບິ່ງ .

    ການ​ເຂົ້າ​ເຖິງ​ເມ​ນູການ​ສ້າງ DPF ຂຶ້ນ​ມາ​ໃໝ່

    ການ​ເຂົ້າ​ເຖິງ​ເມ​ນູການ​ສ້າງ DPF ຂຶ້ນ​ມາ​ໃໝ່

    1. ເຂົ້າ​ເຖິງ​ເມ​ນູ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ, ກົດ​ປຸ່ມ​ເຄິ່ງ​ກາງ​ເພື່ອ​ເລື່ອນ​ລົງ​ໄປ​ຫາຕົວ​ເລືອກ ການ​ສ້າງ DPF ຂຶ້ນ​ມາ​ໃໝ່ (ຮູບສະແດງ ).

      artpending
    2. ກົດ​ປຸ່ມ​ເບື້ອງ​ຂວາ​ເພື່ອເເລືອກ​ການ​ປ້ອນການ​ສ້າງ DPF ຂຶ້ນ​ມາ​ໃໝ່ຮູບສະແດງ .

    ເວ​ລາ​ຕັ້ງ​ແຕ່​ການ​ສ້າງ​ຂຶ້ນ​ມາ​ໃໝ່​ຄັ້ງ​ສຸດ​ທ້າຍ

    ເຂົ້າ​ເຖິງ​ເມ​ນູການ​ສ້າງ DPF ຂຶ້ນ​ມາ​ໃໝ່, ກົດ​ປຸ່ມ​ເຄິ່ງ​ກາງ​ເພື່ອ​ເລື່ອນ​ລົງ​ໄປ​ຫາຊ່ອງການ​ສ້າງ​ຂຶ້ນ​ມາ​ໃໝ່​ຄັ້ງ​ສຸດ​ທ້າຍ (ຮູບສະແດງ ).

    ໃຊ້​ຊ່ອງການ​ສ້າງ​ຂຶ້ນ​ມາ​ໃໝ່​ຄັ້ງ​ສຸດ​ທ້າຍເພື່ອ​ກຳ​ນົດ​ວ່າ​ທ່ານ​ໄດ້​ແລ່ນ​ຈັກ​ມາ​ຈັກ​ຊົ່ວ​ໂມງ​ແລ້ວ​ຕັ້ງ​ແຕ່​ກນ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຕັ້ງ​ຄ່າ​ຄືນ​ໃໝ່, ແບບ​ຈອດ​ໄວ້ ຫຼື ແບບກູ້​ຄືນ​ຄັ້ງ​ສຸດ​ທ້າຍ.

    artpending

    ເມ​ນູ​ຊ່າງ​ເຕັກ​ນິກ

    Important: ເພື່ອ​ຄວາມ​ສະ​ດວກ​ການ​ໃຊ້​ງານ, ທ່ານ​ອາດ​ຈະ​ຕັດ​ສິນ​ໃຈ​ດຳ​ເນີນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້​ກ່ອນ​ການ​ໂຫຼດ​ຂີ້​ຂະ​ເໝົ່າ​ຮອດ 100%, ໂດຍ​ໃຫ້​ຈັກ​ໄດ້​ເດີນ​ເຄື່ອງ​ຫຼາຍກວ່າ 50 ຊົ່ວ​ໂມງ​ຕັ້ງ​ແຕ່​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຕັ້ງ​ຄ່າ​ຄືນ​ໃໝ່, ແບບ​ຈອດ​ໄວ້ ຫຼື ຟື້ນຟູ​ສຳ​ເລັດ​ຄັ້ງ​ສຸດ​ທ້າຍ.

    ໃຊ້ເມ​ນູ​ຊ່າງ​ເຕັກ​ນິກເພື່ອ​ເບິ່ງ​ສະ​ພາບ​ປັດ​ຈຸ​ບັນ​ຂອງ​ການ​ຄວາມ​ຄຸມ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ຂອງ​ຈັກ ແລະ ເບິ່ງ​ລະ​ດັບ​ຂີ້​ຂະ​ເໝົ່າ​ທີ່​ໄດ້​ລາຍ​ງານ.

    ເຂົ້າ​ເຖິງ​ເມ​ນູການ​ສ້າງ DPF ຂຶ້ນ​ມາ​ໃໝ່, ກົດ​ປຸ່ມ​ເຄິ່ງ​ກາງ​ເພື່ອ​ເລື່ອນ​ລົງ​ໄປ​ຫາຕົວ​ເລືອກຊ່າງ​ເຕັກ​ນິກ ແລະ ກົດ​ປຸ່ມ​ເບື້ອງ​ຂວາ​ເພື່ອ​ເລືອກ​ການ​ປ້ອນ​ຊ່າງ​ເຕັກ​ນິກ​ເຂົ້າ (ຮູບສະແດງ ).

    artpending
    • ໃຊ້​ຕາ​ຕະ​ລາງ​ການ​ໃຊ້​ງານ DPF ເພື່ອ​ເຂົ້າ​ໃຈສະ​ພາ​ບປະ​ຈຸ​ບັນຂອງ​ການ​ໃຊ້​ງານ DPF (ຮູບສະແດງ ).

      artpending

      .

      ຕາ​ຕະ​ລາງ​ການ​ໃຊ້​ງານ DPF

      ສະ​ພາບລາຍລະອຽດ
      ປົກ​ກະ​ຕິDPF ຢູ່​ໃນໂໝດໃຊ້​ງານປົກ​ກະ​ຕິ – ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ບໍ່​ເຄື່ອນ​ໄຫວ.
      ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຊ່ວຍ​ເຫຼືອຄອມ​ພິວ​ເຕີ​ຈັກ​ກຳ​ລັງ​ດຳ​ເນີນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຊ່ວຍ​ເຫຼືອ.
      ສະ​ແຕນ​ບາຍ​ຕັ້ງ​ຄ່າ​ຄືນ​ໃໝ່ຄອມ​ພິວ​ເຕີ​ຈັກ​ກຳ​ລັງ​ພະ​ຍາ​ຍາມ​ແລ່ນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຕັ້ງ​ຄ່າ​ຄືນ​ໃໝ່, ແຕ່ 1 ໃນ​ສະ​ພາບ​ຕໍ່​ໄປ​ນີ້​ປ້ອງ​ກັນ​ການ​ສ້າງ​ຂຶ້ນ​ມາ​ໃໝ່ຄື:ການ​ຕັ້ງ​ຄ່າ​ຢັບ​ຢັ້ງ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ຖືກ​ຕັ້ງ​ເປັນເປີດ.
      ອຸນ​ຫະ​ພູມ​ອາຍ​ເສຍ​ຕ່ຳ​ເກີນ​ໄປ​ສຳ​ລັບ​ການ​ສ້າງ​ຂຶ້ນ​ມາ​ໃໝ່.
      ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຕັ້ງ​ຄ່າ​ຄືນ​ໃໝ່ຄອມ​ພິວ​ເຕີ​ຈັກ​ກຳ​ລັງແລ່ນການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຕັ້ງ​ຄ່າ​ຄືນ​ໃໝ່.
      ສະ​ແຕນ​ບາຍແບບ​ຈອດ​ໄວ້ຄອມ​ພິວ​ເຕີ​ຈັກ​ກຳ​ລັງຂໍ​ໃຫ້​ທ່ານ​ແລ່ນ​ການສ້າງ​ຂຶ້ນ​ມາ​ໃໝ່​ແບບຈອດ​ໄວ້.
      ການ​ສ້າງ​ຂຶ້ນ​ມາ​ໃໝ່ແບບຈອດ​ໄວ້ທ່ານ​ໄດ້​ລິ​ເລີ່ມ​ຄຳ​ຂໍ​ແບບ​ຈອດ​ໄວ້ ແລະ ຄອມ​ພິວ​ເຕີ​ຈັກ​ກຳ​ລັງ​ປະ​ມວນ​ຜົນ​ການ​ສ້າງ​ຂຶ້ນ​ມາ​ໃໝ່.
      ສະ​ແຕນ​ບາຍ ແບບ​ກູ້​ຄືນຄອມ​ພິວ​ເຕີ​ຈັກ​ກຳ​ລັງຂໍ​ໃຫ້​ທ່ານ​ແລ່ນ​ການສ້າງ​ຂຶ້ນ​ມາ​ໃໝ່​ແບບກູ້​ຄືນ.
      ການ​ສ້າງ​ຂຶ້ນ​ມາ​ໃໝ່ ແບບ​ກູ້​ຄືນທ່ານ​ໄດ້​ລິ​ເລີ່ມ​ຄຳ​ຂໍ​ແບບ​ກູ້​ຄືນ ແລະ ຄອມ​ພິວ​ເຕີ​ຈັກ​ກຳ​ລັງ​ປະ​ມວນ​ຜົນ​ການ​ສ້າງ​ຂຶ້ນ​ມາ​ໃໝ່.
    • ເບິ່ງ​ການ​ໂຫຼດ​ຂີ້​ຂະ​ເໝົ່າ​ທີ່​ໄດ້​ຖືກວັດ​ແທກ​ເປັນ​ເປີ​ເຊັນ​ຂອງ​ຂີ້​ຂະ​ເໝົ່າ​ຢູ່​ໃນ DPF(ຮູບສະແດງ ); ໃຫ້​ເບິ່ງ​ຕາ​ຕະ​ລາງ​ການ​ໂຫຼດ​ຂີ້​ຂະ​ເໝົ່າ.

      Note: ຄ່າ​ການ​ໂຫຼດ​ຂີ້​ຂະ​ເໝົ່າ​ແຕກ​ຕ່າງ​ກັນ​ໄປ​ຕາມ​ເຄື່ອງ​ຈັກ​ຖືກ​ໃຊ້​ງານ ແລະ ການ​ສ້າງ DPF ຂຶ້ນ​ມາ​ໃໝ່ເກີດ​ຂຶ້ນ.

      artpending

      ຕາ​ຕະ​ລາງ​ການ​ໂຫຼດ​ຂີ້​ຂະ​ເໝົ່າ

      ຄ່າ​ການ​ໂຫຼດ​ຂີ້​ຂະ​ເໝົ່າ​ທີ່​ສຳ​ຄັນສະ​ພາບ​ການ​ສ້າງ​ຂຶ້ນ​ມາ​ໃໝ່
      0% ຫາ 5%ຂອບ​ເຂ​ການ​ໂຫຼດ​ຂີ້​ຂະ​ເໝົ່າ​ຕ່ຳ​ສຸດ
      78%ຄອມ​ພິວ​ເຕີ​ຈັກ​ດຳ​ເນີນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຊ່ວຍ​ເຫຼືອ.
      100%ຄອມ​ພິວ​ເຕີ​ຈັກການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຈອດ​ໄວ້​ໂດຍ​ອັດ​ຕະ​ໂນ​ມັດ.
      122%ຄອມ​ພິວ​ເຕີ​ຈັກການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບກູ້​ຄືນ​ໂດຍ​ອັດ​ຕະ​ໂນ​ມັດ.

    ການ​ສ້າງ DPF ຂຶ້ນ​ມາ​ໃໝ່ແບບບໍ່​ມີ​ການ​ເຄື່ອນ​ໄຫວ

    • ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ບໍ່​ມີ​ການ​ເຄື່ອນ​ໄຫວ​ເກີດ​ຂຶ້ນ​ເປັນ​ສ່ວນ​ຂອງ​ການ​ໃຊ້​ງານ​ເຄື່ອງ​ຈັກ​ປົກ​ກະ​ຕິ.

    • ໃນ​ຂະ​ນະ​ທີ່​ໃຊ້​ງານ​ເຄື່ອງ​ຈັກ, ເດີນ​ເຄື່ອງ​ຈັກ​ເຕັມ​ຄວາມ​ໄວ​ຈັກ ແລະ ການ​ໂຫຼດ​ສູງ​ເມື່ອ​ເປັນ​ໄປ​ໄດ້​ເພື່ອສົ່ງ​ເສີມ​ການ​ສ້າງ DPF ຂຶ້ນ​ມາ​ໃໝ່.

    ການ​ສ້າງ DPF ຂຶ້ນ​ມາ​ໃໝ່ແບບຊ່ວຍ​ເຫຼືອ

    • ຄອມ​ພິວ​ເຕີ​ຈັກ​ປັບ​ການ​ຕັ້ງ​ຄ່າ​ຈັກ​ເພື່ອ​ຍົກ​ອຸນ​ຫະ​ພູມ​ອາຍ​ເສຍ​ໃຫ້​ສູງ​ຂຶ້ນ.

    • ໃນ​ຂະ​ນະ​ທີ່​ໃຊ້​ງານ​ເຄື່ອງ​ຈັກ, ເດີນ​ເຄື່ອງ​ຈັກ​ເຕັມ​ຄວາມ​ໄວ​ຈັກ ແລະ ການ​ໂຫຼດ​ສູງ​ເມື່ອ​ເປັນ​ໄປ​ໄດ້​ເພື່ອສົ່ງ​ເສີມ​ການ​ສ້າງ DPF ຂຶ້ນ​ມາ​ໃໝ່.

    ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຕັ້ງ​ຄ່າ​ຄືນ​ໃໝ່

    ຂໍ້ຄວນລະວັງ

    ອຸນ​ຫະ​ພູມ​ອາຍ​ເສຍ​ຮ້ອນ (ໂດຍ​ປະ​ມານ 600°C (1,112°F) ໃນ​ລະ​ຫວ່າງການ​ສ້າງ DPF ຂຶ້ນ​ມາ​ໃໝ່. ແກ໊ສ​ອາຍ​ເສຍ​ຮ້ອນ​ສາ​ມາດ​ເປັນ​ອັນ​ຕະ​ລາຍ​ຕໍ່​ທ່ານ ແລະ ຄົນ​ອື່ນ​ໄດ້.

    • ຢ່າໃຊ້​ງານຈັກ​ຢູ່​ໃນພື້ນ​ທີ່ບ່ອນ​ປິດ.

    • ໃຫ້​ແນ່​ໃຈ​ວ່າ​ບໍ່​ມີ​ວັດ​ຖຸ​ທີ່​ສາ​ມາດ​ຕິດ​ໄຟ​ໄດ້​ຢູ່​ຮອບ​ລະ​ບົບ​ອາຍ​ເສຍ.

    • ຢ່າ​ສຳ​ຜັດ​ກັບ​ສ່ວນ​ປະ​ກອບ​ລະ​ບົບ​ອາຍ​ເສຍ​ທີ່​ຮ້ອນ.

    • ຢ່າ​ຢືນ​ຢູ່​ໃກ້ ຫຼື ຮອບໆ​ທໍ່​ອາຍ​ເສຍ​ຂອງ​ເຄື່ອງ​ຈັກ.

    artpending
    • ໄອ​ຄອນອຸນ​ຫະ​ພູມອາຍ​ເສຍສູງ Graphic ສະ​ແດງ​ຂຶ້ນ​ຢູ່​ໃນ​ສູນ​ຂໍ້​ມູນ (ຮູບສະແດງ ).

    • ຄອມ​ພິວ​ເຕີ​ຈັກ​ປັບ​ການ​ຕັ້ງ​ຄ່າ​ຈັກ​ເພື່ອ​ຍົກ​ອຸນ​ຫະ​ພູມ​ອາຍ​ເສຍ​ໃຫ້​ສູງ​ຂຶ້ນ.

      Important: ໄອ​ຄອນອຸນ​ຫະ​ພູມອາຍ​ເສຍສູງບົ່ງ​ບອກວ່າ​ອຸນ​ຫະ​ພູມ​ອາຍ​ເສຍ​ທີ່​ປ່ອຍ​ອອກ​ມາ​ຈາກ​ເຄື່ອງ​ຈັກ​ຂອງ​ທ່ານ​ອາດ​ຈະ​ຮ້ອນກວ່າ​ໃນ​ລະ​ຫວ່າງ​ການ​ໃຊ້​ງານ​ປົກ​ກະ​ຕິ.

    • ໃນ​ຂະ​ນະ​ທີ່​ໃຊ້​ງານ​ເຄື່ອງ​ຈັກ, ເດີນ​ເຄື່ອງ​ຈັກ​ເຕັມ​ຄວາມ​ໄວ​ຈັກ ແລະ ການ​ໂຫຼດ​ສູງ​ເມື່ອ​ເປັນ​ໄປ​ໄດ້​ເພື່ອສົ່ງ​ເສີມ​ການ​ສ້າງ DPF ຂຶ້ນ​ມາ​ໃໝ່.

    • ໄອ​ຄອນ​ນີ້​ປາ​ກົດ​ຂຶ້ນ​ຢູ່​ໃນ​ສູນ​ຂໍ້​ມູນ​ໃນ​ຂະ​ນະ​ທີ່ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຕັ້ງ​ຄ່າ​ຄືນ​ໃໝ່ກຳ​ລັງດຳ​ເນີນ​ການ.

    • ເມື່ອ​ໃດ​ກໍ​ຕາມ​ທີ່​ເປັນ​ໄປ​ໄດ້, ຢ່າ​ມອດ​ຈັກ ຫຼື ຫຼຸດ​ຄວາມ​ໄວ​ຈັກ​ລົງ​ໃນ​ຂະ​ນະ​ທີ່​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຕັ້ງ​ຄ່າ​ຄືນ​ໃໝ່​ກຳ​ລັງ​ດຳ​ເນີນ​ການ.

      Important: ເມື່ອ​ໃດ​ກໍ​ຕາມ​ທີ່​ເປັນ​ໄປ​ໄດ້, ປ່ອຍ​ໃຫ້​ເຄື່ອງ​ຈັກ​ດຳ​ເນີນ​ຂະ​ບວນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຕັ້ງ​ຄ່າ​ຄືນ​ໃໝ່​ໃຫ້ສຳ​ເລັດ​ກ່ອນມອດ​ຈັກ.

    ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຕັ້ງ​ຄ່າ​ຄືນ​ໃໝ່ເປັນ​ໄລ​ຍະ

    ຖ້າ​ຈັກ​ບໍ່​ໄດ້​ເຮັດການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຕັ້ງ​ຄ່າ​ຄືນ​ໃໝ່, ແບບ​ຈອດ​ໄວ້ ຫຼື ແບບ​ກູ້​ຄືນ​ສຳ​ເລັດ​ຢູ່​ໃນ​ການ​ໃຊ້​ງານ​ຈັກ 100 ຊົ່ວ​ໂມງ​ຜ່ານ​ມາ, ຄອມ​ພິວ​ເຕີ​ຈັກ​ຈະ​ພະ​ຍາ​ຍາມ​ເຮັດການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຕັ້ງ​ຄ່າ​ຄືນ​ໃໝ່.

    ການ​ຕັ້ງ​ຄ່າການ​ສ້າງ​ຂຶ້ນ​ມາ​ໃໝ່ແບບຢັບ​ຢັ້ງ

    ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຕັ້ງ​ຄ່າ​ຄືນ​ໃໝ່ເທົ່າ​ນັ້ນ

    Note: ຖ້າ​ທ່ານ​ຕັ້ງ​ຄ່າ​ສູນ​ຂໍ້​ມູນເປັນການ​ສ້າງ​ຂຶ້ນ​ມາ​ໃໝ່ແບບ​ຢັບ​ຢັ້ງ, ສູນ​ຂໍ້​ມູນ​ສະ​ແດງຄຳ​ແນະ​ນຳ #185 (ຮູບສະແດງ ) ທຸກໆ 15 ນາ​ທີ​ໃນ​ຂະ​ນະ​ທີ່​ຈັກ​ຂໍການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຕັ້ງ​ຄ່າ​ຄືນ​ໃໝ່.

    artpending

    ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຕັ້ງ​ຄ່າ​ຄືນ​ໃໝ່ສ້າງ​ອາຍ​ເສຍ​ຈັກ​ເພີ່ມ​ຂຶ້ນ. ຖ້າ​ທ່ານ​ກຳ​ລັງ​ໃຊ້​ງານ​ເຄື່ອງ​ຈັກ​ຢູ່​ຮອບ​ຕົ້ນ​ໄມ້, ຟຸ່ມ​ໄມ້, ຫຍ້າ​ສູງ ຫຼື ພືດ ຫຼື ວັດ​ຖຸ​ທີ່​ໄວ​ຕໍ່​ອຸນ​ຫະ​ພູມ​ອື່ນໆ, ທ່ານ​ສາ​ມາດ​ໃຊ້​ການ​ຕັ້ງ​ຄ່າ​ການ​ສ້າງ​ຂຶ້ນ​ມາ​ໃໝ່ແບບ​ຢັບ​ຢັ້ງ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຄອມ​ພິວ​ເຕີ​ຈັກດຳ​ເນີນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຕັ້ງ​ຄ່າ​ຄືນ​ໃໝ່.

    Important: ເມື່ອ​ທ່ານມອດ​ຈັກ ຫຼື ຕິດ​ມັ​ນ​ອີກ, ການ​ຕັ້ງ​ຄ່າການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຢັບ​ຢັ້ງ​ເປັນ​ຄ່າ​ເລີ່ມ​ຕົ້ນ​ໄປມອດ.

    1. ເຂົ້າ​ເຖິງ​ເມ​ນູການ​ສ້າງ DPF ຂຶ້ນ​ມາ​ໃໝ່, ກົດ​ປຸ່ມ​ເຄິ່ງ​ກາງ​ເພື່ອ​ເລື່ອນ​ລົງ​ໄປ​ຫາຕົວ​ເລືອກການ​ຕັ້ງ​ຄ່າ​ຄືນ​ໃໝ່​ແບບ​ຢັບ​ຢັ້ງ ແລະ ກົດ​ປຸ່ມ​ເບື້ອງ​ຂວາ​ເພື່ອ​ເລືອກ​ການ​ປ້ອນການສ້າງ​ຂຶ້ນ​ມາໃໝ່​ແບບ​ຢັບ​ຢັ້ງເຂົ້າ (ຮູບສະແດງ ).

      artpending
    2. ກົດ​ປຸ່ມ​ເບື້ອງ​ຂວາ​ເພື່ອ​ປ່ຽນ​ການ​ຕັ້ງ​ຄ່າ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຢັບ​ຢັ້ງ​ຈາກ​ເປີດ​ເປັນ​ປິດ (ຮູບສະແດງ ) ຫຼື ຈາກ​ປິດ​ເປັນ​ເປີດ (ຮູບສະແດງ ).

      artpending

    ການ​ອະ​ນຸ​ຍາດ​ໃຫ້ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຕັ້ງ​ຄ່າ​ຄືນ​ໃໝ່

    ສູນ​ຂໍ້​ມູນ​ສະ​ແດງໄອ​ຄອນອຸນ​ຫະ​ພູມອາຍ​ເສຍສູງ Graphic ເມື່ອການ​ສ້າງ​ຂຶ້ນ​ມາ​ໃໝ່ແບບ​ຕັ້ງ​ຄ່າ​ຄືນ​ໃໝ່​ພວມ​ດຳ​ເນີນ​ການ.

    Note: ຖ້າການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຢັບ​ຢັ້ງຖືກ​ຕັ້ງ​ເປັນເປີດ, ສູນ​ຂໍ້​ມູນ​ສະ​ແດງຄຳ​ແນະ​ນຳ #185 (ຮູບສະແດງ ). ກົດ​ປຸ່ມ 3 ເພື່ອ​ຕັ້ງ​ການ​ຕັ້ງ​ຄ່າ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຢັບ​ຢັ້ງເປັນປິດ ແລະ ສືບ​ຕໍ່​ດ້ວຍການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຕັ້ງ​ຄ່າ​ຄືນ​ໃໝ່.

    artpending

    Note: ຖ້າ​ສູນ​ຂໍ້​ມູນ​ສະ​ແດງຄຳ​ແນະ​ນຳ #186 (ຮູບສະແດງ ), ຕັ້ງ​ຈັກ​ໄປ​ສູ່​ຄັນ​ເຕັມ​ຄັນ​ເລັ່ງ (ກາ​ລັງ​ຕີ​ສູງ) ເພື່ອ​ປ່ອຍ​ໃຫ້ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຕັ້ງ​ຄ່າ​ຄືນ​ໃໝ່ສືບ​ຕໍ່.

    artpending

    Note: ເມື່ອການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຕັ້ງ​ຄ່າ​ຄືນ​ໃໝ່ສຳ​ເລັດ, ອຸນ​ຫະ​ພູມອາຍ​ເສຍສູງ Graphic ຫາຍ​ໄປ​ຈາກ​ໜ້າ​ຈໍ​ສູນ​ຂໍ້​ມູນ.

    ການ​ສ້າງ​ຂຶ້ນມາໃໝ່​ແບບຈອດ​ໄວ້ ຫຼື ກູ້​ຄືນ

    • ເມື່ອ​ຄອມ​ພິວ​ເຕີ​ຈັກ​ຂໍ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້ ຫຼື ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ກູ້​ຄືນ, ໄອ​ຄອນ​ຄຳ​ຂໍ​ການ​ສ້າງ​ຂຶ້ນ​ມາ​ໃໝ່ (ຮູບສະແດງ ) ປາ​ກົດ​ຂຶ້ນ​ຢູ່​ໃນ​ສູນ​ຂໍ້​ມູນ.

      artpending
    • ຈັກບໍ່​ດຳ​ເນີນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້ ຫຼື ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ກູ້​ຄືນໂດຍ​ອັດ​ຕະ​ໂນ​ມັດ, ທ່ານ​ຕ້ອງ​ເດີນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ຜ່ານສູນ​ຂໍ້​ມູນ.

    ຂໍ້​ຄວາມ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້

    ເມື່ອ​ຄອມ​ພິວ​ເຕີ​ຈັກ​ຂໍ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້, ຂໍ້​ຄວາມ​ຕໍ່​ໄປ​ນີ້​ປາ​ກົດ​ຂຶ້ນ​ຢູ່​ໃນ​ສູນ​ຂໍ້​ມູນ:

    • ຄຳ​ເຕືອນ​ຈັກ SPN 3720, FMI 16 (ຮູບສະແດງ )

      artpending
    • ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້​ຕ້ອງ​ການຄຳ​ແນະ​ນຳ #188 (ຮູບສະແດງ )

      Note: ຄຳ​ແນະ​ນຳ #188 ສະ​ແດງ​ຂຶ້ນ​ທຸກໆ 15 ນາ​ທີ.

      artpending
    • ຖ້າ​ທ່ານ​ບໍ່​ເຮັດ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້​ພາຍ​ໃນ 2 ຊົ່ວ​ໂມງ, ສູນ​ຂໍ້​ມູນ​ບອກວ່າ​ຕ້ອງ​ການ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້—ການ​ດຶງ​ເອົາ​ພະ​ລັງ​ງານ​ປິດ​ໃຊ້​ງານ ຄຳ​ແນະ​ນຳ #189 (ຮູບສະແດງ ).

      artpending

      Important: ດຳ​ເນີນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້ເພື່ອ​ເອົາ​ຟັງ​ຊັນ PTO ຄືນ, ໃຫ້​ເບິ່ງ ແລະ .

      Note: ໜ້າ​ຈໍ​ຫຼັກ​ສະ​ແດງ​ໄອ​ຄອນ PTO ຖືກ​ປິດ​ໃຊ້​ງານ (ຮູບສະແດງ ).

      artpending

    ຂໍ້​ຄວາມ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບກູ້​ຄືນ

    ເມື່ອ​ຄອມ​ພິວ​ເຕີ​ຈັກ​ຂໍ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບກູ້​ຄືນ, ຂໍ້​ຄວາມ​ຕໍ່​ໄປ​ນີ້​ປາ​ກົດ​ຂຶ້ນ​ຢູ່​ໃນ​ສູນ​ຂໍ້​ມູນ:

    • ຄຳ​ເຕືອນ​ຈັກ SPN 3719, FMI: 0 (ຮູບສະແດງ )

      artpending
    • ຄຳ​ເຕືອນ​ຈັກ SPN 522574, FMI: 0 (ຮູບສະແດງ )

      artpending
    • ຕ້ອງ​ການ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້—ການ​ດຶງ​ເອົາ​ພະ​ລັງ​ງານ​ປິດ​ໃຊ້​ງານ ຄຳ​ແນະ​ນຳ #190 (ຮູບສະແດງ )

      artpending

    Important: ດຳ​ເນີນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ກູ້​ຄືນເພື່ອ​ເອົາ​ຟັງ​ຊັນ PTO ຄືນ, ໃຫ້​ເບິ່ງ ແລະ .

    Note: ໜ້າ​ຈໍ​ຫຼັກ​ສະ​ແດງ​ໄອ​ຄອນ PTO ຖືກ​ປິດ​ໃຊ້​ງານ; ໃຫ້​ເບິ່ງ ຮູບສະແດງ ຢູ່​ໃນ .

    ສະ​ຖາ​ນະ-ການ​ຈຳ​ກັດ DPF

    • ຖ້າ​ຄອມ​ພິວ​ເຕີ​ຈັກ​ຂໍ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ກູ້​ຄືນ ຫຼື ກຳ​ລັງ​ດຳ​ເນີນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ກູ້​ຄືນ ແລະ ທ່ານ​ເລື່ອນ​ລົງ​ໄປ​ຫາ​ຕົວ​ເລືອກການ​ສ້າງ​ຂຶ້ນ​ມາ​ໃໝ່ແບບຈອດ​ໄວ້, ລັອກການ​ສ້າງ​ຂຶ້ນ​ມາ​ໃໝ່ແບບຈອດ​ໄວ້ ແລະ ໄອ​ຄອນ​ລັອກ (ຮູບສະແດງ ) ປາ​ກົດ​ຂຶ້ນຢ​ຢູ່​ມູມ​ຂວາ​ດ້ານ​ລຸ່ມ​ຂອງ​ສູນ​ຂໍ້​ມູນ.

      artpending
    • ຖ້າ​ຄອມ​ພິວ​ເຕີ​ຈັກບໍ່​ໄດ້​ຂໍ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ກູ້​ຄືນ ແລະ ທ່ານ​ເລື່ອນ​ລົງ​ໄປ​ຫາ​ຕົວ​ເລືອກການ​ສ້າງ​ຂຶ້ນ​ມາ​ໃໝ່ແບບກູ້​ຄືນ, ລັອກການ​ສ້າງ​ຂຶ້ນ​ມາ​ໃໝ່ແບບກູ້​ຄືນ ແລະ ໄອ​ຄອນ​ລັອກ (ຮູບສະແດງ ) ປາ​ກົດ​ຂຶ້ນຢ​ຢູ່​ມູມ​ຂວາ​ດ້ານ​ລຸ່ມ​ຂອງ​ສູນ​ຂໍ້​ມູນ.

      artpending

    ກຳ​ລັງ​ກະ​ກຽມ​ດຳ​ເນີນ​ການ​ສ້າງ​ຂຶ້ນມາໃໝ່​ແບບຈອດ​ໄວ້ ຫຼື ກູ້​ຄືນ

    1. ໃຫ້​ແນ່​ໃຈ​ວ່າ​ເຄື່ອງ​ຈັກ​ມີ​ນ້ຳ​ມັນ​ຢູ່​ໃນ​ຖັງ​ສຳ​ລັບ​ປະ​ເພດ​ຂອງ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ທີ່​ທ່ານ​ກຳ​ລັງ​ປະ​ຕິ​ບັດ​ຄື:

      • ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້: ໃຫ້​ແນ່​ໃຈ​ວ່າ​ທ່ານ​ມີ​ນ້ຳ​ມັນ 1/4 ຂອງ​ຖັງ​ກ່ອນ​ດຳ​ເນີນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້.

      • ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ກູ້​ຄືນ: ໃຫ້​ແນ່​ໃຈ​ວ່າ​ທ່ານ​ມີ​ນ້ຳ​ມັນ 1/2 ຂອງ​ຖັງ​ກ່ອນ​ດຳ​ເນີນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້.

    2. ເຄື່ອນ​ເຄື່ອງ​ຈັກ​ອອກ​ໄປ​ທາງນອກ​ຫາ​ພື້ນ​ທີ່​ຫ່າງ​ໄກ​ຈາກວັດ​ຖຸ​ທີ່​ສາ​ມາດ​ເຜົາ​ໄໝ້​ໄດ້.

    3. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    4. ໃຫ້​ແນ່​ໃຈ​ວ່າຄັນ​ໂຍກ​ຄວບ​ຄຸມ​ຂັບການ​ລາກ ແລະ ເຄື່ອນ​ໄຫວຢູ່​ໃນ​ຕຳ​ແໜ່ງເກຍ​ຫວ່າງ.

    5. ຖ້າ​ນຳ​ໃຊ້​ໄດ້, ມອດ PTO ແລະ ປ່ອຍໜ່ວຍຕັດ ຫຼື ອຸ​ປະ​ກອນ​ເສີມຕ່ຳລົງ.

    6. ໃສ່​ເບ​ຣກມື.

    7. ຕັ້ງຄັນ​ເລັ່ງໄປທີ່ຕຳແໜ່ງກາ​ລັງ​ຕີຕ່ຳ.

    ກຳ​ລັງດຳ​ເນີນ​ການ​ສ້າງ​ຂຶ້ນມາໃໝ່​ແບບຈອດ​ໄວ້ ຫຼື ກູ້​ຄືນ

    ຂໍ້ຄວນລະວັງ

    ອຸນ​ຫະ​ພູມ​ອາຍ​ເສຍ​ຮ້ອນ (ໂດຍ​ປະ​ມານ 600°C (1,112°F) ໃນ​ລະ​ຫວ່າງການ​ສ້າງ DPF ຂຶ້ນ​ມາ​ໃໝ່. ແກ໊ສ​ອາຍ​ເສຍ​ຮ້ອນ​ສາ​ມາດ​ເປັນ​ອັນ​ຕະ​ລາຍ​ຕໍ່​ທ່ານ ແລະ ຄົນ​ອື່ນ​ໄດ້.

    • ຢ່າໃຊ້​ງານຈັກ​ຢູ່​ໃນພື້ນ​ທີ່ບ່ອນ​ປິດ.

    • ໃຫ້​ແນ່​ໃຈ​ວ່າ​ບໍ່​ມີ​ວັດ​ຖຸ​ທີ່​ສາ​ມາດ​ຕິດ​ໄຟ​ໄດ້​ຢູ່​ຮອບ​ລະ​ບົບ​ອາຍ​ເສຍ.

    • ຢ່າ​ສຳ​ຜັດ​ກັບ​ສ່ວນ​ປະ​ກອບ​ລະ​ບົບ​ອາຍ​ເສຍ​ທີ່​ຮ້ອນ.

    • ຢ່າ​ຢືນ​ຢູ່​ໃກ້ ຫຼື ຮອບໆ​ທໍ່​ອາຍ​ເສຍ​ຂອງ​ເຄື່ອງ​ຈັກ.

    Important: ຄອມ​ພິວ​ເຕີ​ຂອງ​ເຄື່ອງ​ຈັກ​ຍົກ​ເລີກ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ຂອງ DPF, ຖ້າ​ທ່ານ​ເພີ່ມ​ຄວາມ​ໄວ​ຈັກ​ຈາກ​ກາ​ລັງ​ຕີ​ຕ່ຳ ຫຼື ປົດເບ​ຣກມື.

    1. ເຂົ້າ​ເຖິງ​ເມ​ນູການ​ສ້າງ DPF ຂຶ້ນ​ມາ​ໃໝ່, ກົດ​ປຸ່ມ​ເຄິ່ງ​ກາງ​ເພື່ອ​ເລື່ອນ​ລົງ​ໄປ​ຫາຕົວ​ເລືອກເລີ່ມ​ຕົ້ນການ​ສ້າງ​ຂຶ້ນ​ມາໃໝ່​ແບບຈອດ​ໄວ້ ຫຼື ຕົວ​ເລືອກເລີ່ມ​ຕົ້ນ​ການສ້າງ​ຂຶ້ນ​ມາ​ໃໝ່​ແບບ​ກູ້​ຄືນ (ຮູບສະແດງ ) ແລະ ກົດ​ປຸ່ມ​ເບື້ອງ​ຂວາ​ເພື່ອ​ເລືອກ​ການເລີ່ມ​ຕົ້ນ​ການ​ສ້າງ​ຂຶ້ນ​ມາ​ໃໝ່ (ຮູບສະແດງ ).

      artpendingartpending
    2. ຢູ່​ທີ່​ໜ້າ​ຈໍກວດ​ສອບ​ລະ​ດັບ​ນ້ຳ​ມັນ​ເຊື້ອ​ໄຟ, ກວດ​ສອບ​ເບິ່ງວ່າ​ທ່ານ​ມີ​ນ້ຳ​ມັນ 1/4 ຂອງ​ຖັງ, ຖ້າ​ທ່ານ​ກຳ​ລັງ​ດຳ​ເນີນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້ ຫຼື 1/2 ຂອງ​ຖັງ, ຖ້າ​ທ່ານ​ກຳ​ລັງ​ດຳ​ເນີນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ກູ້​ຄືນ ແລະ ກົດ​ປຸ່ມ​ເບື້ອງ​ຂວາ​ເພື່ອ​ສືບ​ຕໍ່ (ຮູບສະແດງ ).

      artpendingartpending
    3. ຢູ່​ທີ່​ໜ້າ​ຈໍ​ລາຍ​ການກວດ DPF, ກວດ​ສອບ​ເບິ່ງວ່າໄດ້​ໃສ່​ເບ​ຣກ​ມື​ໄວ້​ແລ້ວ ແລະ ຄວາມ​ໄວຈັກຖືກ​ຕັ້ງ​ເປັນກາ​ລັງ​ຕີ​ຕ່ຳ (ຮູບສະແດງ ).

      artpendingartpending
    4. ຢູ່​ທີ່​ໜ້າ​ຈໍລິ​ເລີ່ມ​ການ​ສ້າງ DPF ຂຶ້ນ​ມາ​ໃໝ່, ກົດ​ປຸ່ມ​ເບື້ອງ​ຂວາ​ເພື່ອ​ສືບ​ຕໍ່ (ຮູບສະແດງ ).

      artpendingartpending
    5. ສູນ​ຂໍ້​ມູນ​ສະ​ແດງ​ຂໍ້​ຄວາມກຳ​ລັງ​ລິ​ເລີ່ມ​ການ​ສ້າງ DPF ຂຶ້ນ​ມາ​ໃໝ່ (ຮູບສະແດງ ).

      artpendingartpending
    6. ສູນ​ຂໍ້​ມູນ​ສະ​ແດງ​ຂໍ້​ຄວາມເວ​ລາ​ທີ່​ຈະ​ສຳ​ເລັດ (ຮູບສະແດງ ).

      artpendingartpending
    7. ຄອມ​ພິວ​ເຕີ​ຈັກ​ກວດ​ກາ​ເບິ່ງ​ສະ​ພາບ​ຈັກ ແລະ ຂໍ້​ມູນ​ຂໍ້​ຜິດ​ພາດ. ສູນ​ຂໍ້​ມູນ​ອາດ​ຈະ​ສະ​ແດງ​ຂໍ້​ຄວາມ​ຕໍ່​ໄປ​ນີ້​ທີ່​ພົບ​ຢູ່​ໃນ​ຕາ​ຕະ​ລາງ​ທີ່​ປະ​ຕິ​ບັດ​ຕາມຄື:

      Note: ຖ້າ​ທ່ານ​ພະ​ຍາ​ຍາມ​ເຮັດ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບຈອດ​ໄວ້​ດ້ວຍ​ການ​ບັງ​ຄັບ​ກ່ອນ 50 ຊົ່ວ​ໂມງຂອງ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ສຳ​ເລັດ​ຜົນ​ຄັ້ງ​ສຸດ​ທ້າຍ, ຂໍ້​ຄວາມ​ນີ້​ຈະ​ປາ​ກົດ​ຂຶ້ນ.ຖ້າ​ເຄື່ອງ​ຈັກ​ກຳ​ລັງ​ຂໍ​ການ​ສ້າງ​ຂຶ້ນ​ມາ​ໃໝ່ ແລະ ຂໍ້​ຄວາມ​ນີ້​ປາ​ກົດ​ຂຶ້ນ, ຕິດ​ຕໍ່ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານສຳ​ລັບ​ການກວດ​ບຳ​ລຸງ​ຮັກ​ສາ.

      ກວດ​ເບິ່ງ​ຂໍ້​ຄວາມ ແລະ ຕາ​ຕະ​ລາງ​ການ​ດຳ​ເນີນ​ການ​ແກ້​ໄຂ

      Graphic
      ການ​ດຳ​ເນີນ​ການ​ແກ້​ໄຂ: ອອກ​ເມ​ນູ​ການ​ສ້າງ​ຂຶ້ນ​ມາ​ໃໝ່ ແລະ ເດີນ​ເຄື່ອງ​ຈັກ​ຈົນຮອດ​ເວ​ລາ​ຕັ້ງ​ແຕ່​ການ​ສ້າງ​ຂຶ້ນ​ມາ​ໃໝ່​ຄັ້ງ​ສຸດ​ທ້າຍ​ຫຼາຍກວ່າ 50 ຊົ່ວ​ໂມງ; ໃຫ້​ເບິ່ງ .
      GraphicGraphic
      ການ​ດຳ​ເນີນ​ການ​ແກ້​ໄຂ: ແກ້​ໄຂ​ຂໍ້​ຂັດ​ຂ້ອງ​ຄວາມ​ຜິດ​ພາດ​ຂອງ​ຈັກ ແລະ ລອງ​ເຮັດ​ການ​ສ້າງ DPF ຂຶ້ນ​ມາ​ໃໝ່​ອີກ.
      GraphicGraphic
      ການ​ດຳ​ເນີນ​ການ​ແກ້​ໄຂ: ຕິດ​ຈັກ​ແລ່ນ​ໄວ້.
      GraphicGraphic
      ການ​ດຳ​ເນີນ​ການ​ແກ້​ໄຂ: ຕິດ​ຈັກ​ໄວ້​ເພື່ອ​ເຮັດ​ໃຫ້​ອຸນ​ຫະ​ພູມ​ນ້ຳ​ຢາ​ທຳ​ຄວາມ​ເຢັນອຸ່ນ​ຮອດ 60°C (140°F).
      GraphicGraphic
      ການ​ດຳ​ເນີນ​ການ​ແກ້​ໄຂ: ປ່ຽນ​ຄວາມ​ໄວ​ຈັກ​ໄປ​ຫາ​ກາ​ລັງ​ຕີ​ຕ່ຳ.
      GraphicGraphic
      ການ​ດຳ​ເນີນ​ການ​ແກ້​ໄຂ: ແກ້​ໄຂ​ຂໍ້​ຂັດ​ຂ້ອງສະ​ພາບ​ຄອມ​ພິວ​ເຕີຂອງ​ຈັກ ແລະ ລອງ​ເຮັດ​ການ​ສ້າງ DPF ຂຶ້ນ​ມາ​ໃໝ່​ອີກ.
    8. ສູນ​ຂໍ້​ມູນ​ສະ​ແດງ​ໜ້າ​ຈໍ​ຫຼັກ ແລະ ໄອ​ຄອນ​ການ​ຮັບ​ຮູ້​ການ​ສ້າງ​ຂຶ້ນ​ມາ​ໃໝ່ (ຮູບສະແດງ ) ປາ​ກົດ​ຂຶ້ນ​ຢູ່​ມູມ​ຂວາ​ດ້ານ​ລຸ່ມ​ຂອງ​ໜ້າ​ຈໍ​ເປັນ​ຂະ​ບວນ​ການ​ສ້າງ​ຂຶ້ນ​ມາ​ໃໝ່.

      artpending

      Note: ໃນ​ຂະ​ນະ​ທີ່​ການ​ສ້າງ DPF ຂຶ້ນ​ມາ​ໃໝ່ແລ່ນ​ຢູ່, ສູນ​ຂໍ້​ມູນ​ສະ​ແດງ​ໄອ​ຄອນ​ອຸນ​ຫະ​ພູມ​ອາຍ​ເສຍ​ສູງ Graphic.

    9. ເມື່ອ​ຄອມ​ພິວ​ເຕີ​ຈັກເຮັດການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້ ຫຼື ແບບ​ກູ້​ຄືນສຳ​ເລັດ, ສູນ​ຂໍ້​ມູນ​ສະ​ແດງຄຳ​ແນະ​ນຳ #183 (ຮູບສະແດງ ). ກົດ​ປຸ່ມເບື້ອງ​ຊ້າຍເພື່ອອອກໄປ​ຫາ​ໜ້າ​ຈໍ​ຫຼັກ.

      artpending

      Note: ຖ້າການ​ສ້າງ​ຂຶ້ນ​ມາ​ໃໝ່ບໍ່​ສຳ​ເລັດ, ສູນ​ຂໍ້​ມູນ​ສະ​ແດງຄຳ​ແນະ​ນຳ #184 (ຮູບສະແດງ ). ກົດ​ປຸ່ມເບື້ອງ​ຊ້າຍເພື່ອອອກໄປ​ຫາ​ໜ້າ​ຈໍ​ຫຼັກ.

      artpending

    ກຳ​ລັງຍົກ​ເລີກການ​ສ້າງ​ຂຶ້ນມາໃໝ່​ແບບຈອດ​ໄວ້ ຫຼື ກູ້​ຄືນ

    ໃຊ້​ການ​ຕັ້ງ​ຄ່າ​ຍົກ​ເລີກ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້ ຫຼື ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ກູ້​ຄືນ​ເພື່ອ​ຍົກ​ເລີກ​ຂະ​ບວນ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້ ຫຼື ກູ້​ຄືນທີ່​ກຳ​ລັງ​ແລ່ນ​ຢູ່.

    1. ເຂົ້າ​ເຖິງ​ເມ​ນູການ​ສ້າງ DPF ຂຶ້ນ​ມາ​ໃໝ່ (ຮູບສະແດງ ).

      artpending
    2. ກົດ​ປຸ່ມ​ເຄິ່ງ​ກາງ​ເພື່ອ​ເລື່ອນ​ລົງ​ຫາຕົວ​ເລືອກຍົກ​ເລີກ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ຈອດ​ໄວ້ (ຮູບສະແດງ ) ຫຼື ຍົກ​ເລີກ​ການ​ສ້າງ​ຂຶ້ນ​ມາ​ໃໝ່​ແບບ​ກູ້​ຄືນ (ຮູບສະແດງ ).

      artpending
    3. ກົດ​ປຸ່ມ​ເບື້ອງ​ຂວາ​ເພື່ອເເລືອກ​ການ​ປ້ອນຍົກ​ເລີກ​ການ​ສ້າງ​ຂຶ້ນ​ມາ​ໃໝ່ (ຮູບສະແດງ ຫຼື ຮູບສະແດງ ).

    ຄຳແນະນຳໃນການປະຕິບັດງານ

    ການ​ທຳ​ຄວາມຄຸ້ນເຄີຍກັບເຄື່ອງຈັກ

    ກ່ອນທີ່ຈະຕັດຫຍ້າ, ຝຶກ​ຊ້ອມ​ການ​ນຳ​ໃຊ້ເຄື່ອງຈັກໃນບ່ອນເປີດ. ຕິດ​ຈັກ ແລະ ມອດຈັກ. ດຳເນີນງານໄປໜ້າ ແລະ ຖອຍຫຼັງ. ປ່ອຍໜ່ວຍ​ຕັດຕ່ໍາລົງ ແລະ ຍົກຖານຕັດຂຶ້ນ ແລະ ໃສ່ ແລະ ຖອດໜ່ວຍ​ຕັດ. ເມື່ອທ່ານຮູ້ສຶກຄຸ້ນເຄີຍກັບເຄື່ອງຈັກ, ຝຶກຊ້ອມການຂຶ້ນ ແລະ ລົງທາງຄ້ອຍຊັນດ້ວຍຄວາມໄວທີ່ແຕກຕ່າງກັນ.

    ການເລືອກ​ການ​ຕັ້ງ​ຄ່າ​ຄວາມ​ສູງ​ຂອງ​ການ​ຕັດ​ໃຫ້​ເໝາະ​ສົມ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ຕ່າງໆ

    ເອົາ​ອອກ​ໄປ​ໂດຍ​ປະ​ມານບໍ່​ເກີນ 25 ມມ (1 ນິ້ວ) ຫຼື 1/3 ຂອງ​ໃບ​ມີດ​ຕັດ​ຫຍ້າໃນ​ເວ​ລາຕັດ​ຫຍ້າ. ຢູ່​ໃນ​ຫຍ້າ​ທີ່​ໜາ ແລະ ດົກ​ເປັນ​ພິ​ເສດ, ທ່ານ​ອາດ​ຈະ​ຕ້ອງຍົກການ​ຕັ້ງ​ຄ່າ​ຄວາມ​ສູງ​ຂອງ​ການ​ຕັດຂອງ​ທ່ານ​ຂຶ້ນ.

    ການຕັດຫຍ້າ

    ບິດກະແຈໃນປຸ່ມຕິດຈັກໄປທີ່ຕຳແໜ່ງ ເປີດ, ຕິດຈັກ ແລະ ຍ້າຍ​ຄັນ​ເລັ່ງໄປທີ່ຕຳແໜ່ງ ໄວ. ຍ້າຍສະວິດເປີດໃຊ້ງານ/ປິດໃຊ້ງານໄປທີ່ຕຳແໜ່ງປິດໃຊ້ງານ ແລະ ໃຊ້ການ​ຕັດ​ທີ່​ຕ່ຳ​ກວ່າ/ຄັນ​ໂຍກ​ເ​ພື່ອ​ຄວບ​ຄຸມ​ຖານ​ຕັດ. ເພື່ອເຄື່ອນໄປຂ້າງໜ້າ ແລະ ຕັດຫຍ້າ, ໃຫ້ກົດແປ້ນຂັບເຄື່ອນໄປຂ້າງຫນ້າ.

    Note: ປ່ອຍໃຫ້ເຄື່ອງຈັກເຮັດວຽກເປັນເວລາ 5 ນາທີ ກ່ອນທີ່ຈະມອດ​ມັນຫຼັງຈາກທີ່ໃຊ້ງານໄດ້ເຕັມທີ່. ການ​ບໍ່ເຮັດແນວນັ້ນອາດຈະກໍ່ໃຫ້ເກີດບັນຫາໃນຕົວສາກເທີໂບ.

    ການ​ຕັດ​ຫຍ້າ​ດ້ວຍ​ໃບ​ມີດ​ຄົມ

    ໃບ​ມີດ​ຄົມ​ຕັດໄດ້​ສະ​ອາດງາມ​ຕາ ແລະ ໂດຍ​ບໍ່​ມີ​ການ​ຈີກ​ຂາດ ຫຼື ການ​ຕັດ​ເປັນ​ຊິ້ນ​ນ້ອຍໆ​ຂອງ​ໃບ​ມີດ​ຕັດ​ຫຍ້າ. ໃບ​ມີດ​ທີ່ບໍ່​ຄົມ, ​ຊື່ງ​ຈີກ ຫຼື ຍ່ອຍ​ຫຍ້າ, ເຮັດ​ໃຫ້​ຫຍ້າ​ປ່ຽນ​ເປັນ​ສີ​ນ້ຳ​ຕານ​ຢູ່​ຕາມ​ຂອບ. ສິ່ງນີ້​ເຮັດ​​ໃຫ້​ການ​ຈະ​ເລີນ​ເຕີບ​ໂຕ​ຂອງ​ຫຍ້ານັ້ນ​ຊ້າ​ລົງ ແລະ ເພີ່ມ​ໂອ​ກາດ​ເຮັດ​ໃຫ້​ຫຍ້າ​ຕິດ​ເຊື່ອ​ໂລກ. ໃຫ້​ແນ່​ໃຈ​ວ່າ​ໃບ​ມີດ​ຢູ່​ໃນ​ສະ​ພາບທີ່​ດີ ແລະ ມີ​ໃບ​ມີດ​ເຕັມ.

    ການກວດ​ສອບສະ​ພາບ​ຂອງໜ່ວຍຕັດ

    ໃຫ້​ແນ່​ໃຈ​ວ່າ​ຊ່ອງຂອງ​ແຕ່​ລະ​​ໜ່ວຍ​ຕັດ​ຢູ່​ໃນ​ສະ​ພາບ​ທີ່​ດີ. ຍືດ​ສ່ວນ​ໂຄ້ງ​ງໍ​ຂອງ​ສ່ວນ​ປະ​ກອບ​ຂອງ​ຫ້ອງ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ມີ​ໄລ​ຍະ​ຫ​່າງ​ຂອງ​ປາຍ​ໃບ​ມີດ/ຊ່ອງ​ທີ່​ຖືກ​ຕ້ອງ​ແລ້ວ.

    ການກວດເບິ່ງຕົວ​ເຮືອນ​ຂອງ​ຈັກ​ຕັດ​ຫຍ້າຫຼັງ​ຈາກ​ການ​ໃຊ້​ງານ

    ເພື່ອ​ເຮັດ​ໃຫ້​ແນ່​ໃຈ​ວ່າມີ​ປະ​ສິດ​ທິ​ພາບ​ສູງ​ສຸດ, ​ໃຫ້ອະ​ນາ​ໄມ​ຂ້າງ​ລຸ່ມ​ຂອງ​ຕົວ​ເຮືອນ​ຈັກ​ຕັດ​ຫຍ້າ. ຫາກ​ທ່ານ​ປ່ອຍ​ໃຫ້​ສິ່ງ​ຕົກ​ຄ້າງ​ສະ​ສົມ​ໃນ​ຕົວ​ເຮືອນ​ເຄື່ອງ​ຈັກ, ປະ​ສິດ​ທິ​ພາບ​ຂອງ​ການ​ຕັດ​ຈະ​​ລຸດ​ລົງ.

    ການຂົນສົ່ງເຄື່ອງຈັກລະ​ຫວ່າງ​ແຕ່​ລະ​ງານ

    ຍ້າຍສະວິດເປີດໃຊ້ງານ/ປິດໃຊ້ງານໄປທີ່ຕຳແໜ່ງປິດໃຊ້ງານ ແລະ ຍົກໜ່ວຍຕັດໄປທີ່ຕຳແໜ່ງຂົນສົ່ງ. ຍ້າຍຄັນຕັດຫຍ້າ/ຂົນສົ່ງໄປທີ່ຕຳແໜ່ງຂົນສົ່ງ. ລະມັດລະວັງໃນເວລາຂັບຂີ່ລະຫວ່າງວັດຖຸຕ່າງໆເພື່ອວ່າທ່ານຈະບໍ່ເຮັດ​ໃຫ້ເຄື່ອງຈັກ ຫຼື ໜ່ວຍຕັດຕ່າງໆໄດ້​ຮັບ​ຄວາມ​ເສຍ​ຫາຍໂດຍ​ບັງ​ເອີນ. ໃຊ້ການດູແລພິເສດເມື່ອໃຊ້​ງານເຄື່ອງຈັກຢູ່ຕາມທາງຄ້ອຍຊັນ; ໄປ​ເບິ່ງ​ທີ່ .

    ຫຼັງຈາກການປະຕິບັດງານ

    ຄວາມປອດໄພທົ່ວໄປ

    • ມອດ​ຈັກ, ຖອດ​ກະ​ແຈ (ຖ້າມີ) ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ, ປ່ອຍໃຫ້ເຄື່ອງເຢັນລົງກ່ອນຈຶ່ງຈະປັບ, ບຳລຸງຮັກສາ, ທໍາຄວາມສະອາດ ຫຼື ເກັບຮັກສາ.

    • ອານາໄມຫຍ້າ ແລະ ສິ່ງເສດເຫຼືອຈາກໜ່ວຍຕັດ, ທໍ່ໄອເສຍ ແລະ ສ່ວນຕ່າງໆຂອງ​ເຄື່ອງ​ຈັກເພື່ອຊ່ວຍປ້ອງກັນໄຟໄໝ້. ອະ​ນາ​ໄມນໍ້າມັນເຄື່ອງ ຫຼື ນໍ້າມັນເຊື້ອໄຟທີ່ກະເດັນອອກ.

    • ຖ້າ​ໜ່ວຍ​ຕັດ​ຢູ່​ໃນ​ຕຳ​ແໜ່ງ​ການ​ຂົນ​ສົ່ງ, ໃຫ້​ໃສ່​ລັອກ​ໄວ້ (ຖ້າ​ມີ) ກ່ອນ​ທີ່​ທ່ານ​ຈະ​ປະປ່ອຍ​ເຄື່ອງ​ຈັກ​ໄວ້​ບໍ່​ມີ​ຄົນ​ເບິ່ງ.

    • ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງ​ກ່ອນ​ທີ່​ຈະ​ເກັບ​ຮັກ​ສາ​ເຄື່ອງ​ຈັກ​ໄວ້​ຢູ່​ໃນ​ບ່ອນ​ປິດ​ໃດ​ໜຶ່ງ.

    • ຖອດ​ກະ​ແຈ​ອອກ ແລະ ປິດ​ນ້ຳ​ມັນ (ຖ້າ​ໄດ້​ຕິດ​ຕັ້ງ​ມາ) ກ່ອນ​ທີ່​ຈະ​ເກັບ​ເຄື່ອງ​ຈັກ​ໄວ້ ຫຼື ລາກ​ໄປ.

    • ຢ່າເກັບເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເທິງເຄື່ອງໃຊ້ອື່ນໆ.

    • ຮັກສາ ແລະ ອະນາໄມສາຍ​ແອວ​ນິລະໄພຕາມທີ່ຈຳເປັນ

    ການກຳນົດຈຸດຈຸກມັດ

    • ດ້ານໜ້າຂອງ​ເຄື່ອງ​ຈັກ—ຮູໃນແຜ່ນສີ່ຫຼ່ຽມມຸມສາກ, ພາຍໃຕ້ທໍ່ແກນ, ພາຍໃນຢາງ​ແຕ່ລະເສັ້ນທາງໜ້າ (ຮູບສະແດງ ).

      artpending
    • ດ້ານຫຼັງຂອງ​ເຄື່ອງ​ຈັກ—ແຕ່ລະດ້ານຂອງເຄື່ອງຈັກຢູ່ກອ​ບດ້ານຫຼັງ(ຮູບສະແດງ ).

      artpending

    ການຂົນເຄື່ອງຈັກ

    • ຖອດ​ກະ​ແຈ​ອອກ ແລະ ປິດ​ນ້ຳ​ມັນ (ຖ້າ​ໄດ້​ຕິດ​ຕັ້ງ​ມາ) ກ່ອນ​ທີ່​ຈະ​ເກັບ​ເຄື່ອງ​ຈັກ​ໄວ້ ຫຼື ຂົນ​ສົ່ງ.

    • ໃຊ້ຄວາມ​ລະ​ມັດ​ລະ​ວັງ​ໃນ​ເວ​ລາ​ເອົາ​ເຄື່ອງ​ຈັກຂຶ້ນ ຫຼື ລົງ​ຈາກລົດພ່ວງ ຫຼື ລົດບັນທຸກ.

    • ໃຊ້ທາງລາດເຕັມຄວາມກ້ວາງສຳລັບການເອົາເຄື່ອງຈັກຂຶ້ນ​ໃສ່​ໃນລົດພ່ວງ ຫຼື ລົດບັນທຸກ.

    • ມັດເຄື່ອງຈັກໃຫ້​ຮັບ​ປະ​ກັນ.

    ການຍູ້ ຫຼື ການ​ດຶງລາກເຄື່ອງຈັກ

    ໃນກໍລະນີສຸກເສີນ, ທ່ານສາມາດຍ້າຍເຄື່ອງຈັກໄປ​ຂ້າງ​ໜ້າໄດ້ໂດຍການກະ​ຕຸ້ນວາວທາງຜ່ານທາງຂວາງຢູ່ໃນປ້ຳໄຮໂດຼລິກແບບແປຜັນ ແລະ ຍູ້ ຫຼື ດຶງລາກເຄື່ອງຈັກ.

    Important: ຢ່າຍູ້ ຫຼື ດຶງລາກເຄື່ອງຈັກໄວກວ່າ 3 ຫາ 4.8 ກມ/ຊມ (2 ຫາ 3 ໄມຕໍ່ຊົ່ວໂມງ). ຖ້າ​ທ່ານຍູ້ ຫຼື ດຶງລາກໃນ​ຄວາມ​ໄວ​ທີ່​ໄວ​ຂຶ້ນຄວາມເສຍຫາຍຂອງລະບົບເກຍພາຍໃນອາດຈະເກີດຂຶ້ນ.ວາວຂ້າມຜ່ານຕ້ອງຖືກເປີດທຸກຄັ້ງທີ່ທ່ານຍູ້ ຫຼື ດຶງລາກເຄື່ອງຈັກ.

    1. ຄົ້ນ​ຫາວາວທາງຜ່ານຢູ່ເບື້ອງຊ້າຍຂອງໄຮໂດຼສເຕັດ (hydrostat) (ຮູບສະແດງ ).

      artpending
    2. ມາຍນັອດ 1-1/2 ຮອບເພື່ອອາ​ນຸ​ຍາດ​ໃຫ້​​ນ້ຳ​ມັນ​ຜ່ານ​ພາຍ​ໃນ.

      Note: ເນື່ອງ​ຈາກ​ນ້ຳ​ມັນ​ໄດ້​ຮັບ​ການ​ຂ້າມ​ຜ່ານ​ແລ້ວ, ເຄື່ອງ​ຈັກສາມາດເຄື່ອນ​ຍ້າຍ​ໄດ້​ຢ່າງ​ຊ້າໆ​ໂດຍ​ບໍ່​ເຮັດ​ໃຫ້​ເກຍ​ເສຍ​ຫາຍ.

    3. ຍູ້ ຫຼື ດຶງລາກເຄື່ອງຈັກ.

    4. ເຮັດການຍູ້ ຫຼື ການ​ດຶງລາກເຄື່ອງຈັກ ແລະ ປິດວາວຂ້າມຜ່ານ. ບິດວາວໄປ​ທີ່ 11 N∙m (5 ເຖິງ 8 ft-lb).

      Important: ໃຫ້​ແນ່​ໃຈ​ວ່າ​ໄດ້​ປິດວາວ​ຂ້າມ​ຜ່ານແລ້ວກ່ອນທີ່ທ່ານຈະຕິດຈັກ. ການຕິດຈັກໄວ້ດ້ວຍວາວຂ້າມຜ່ານເປີດເຮັດໃຫ້ລະບົບເກຍເກີດຄວາມຮ້ອນຫຼາຍເກີນໄປ.

    ການບຳລຸງຮັກສາ

    Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

    ຄວາມປອດໄພໃນການບຳລຸງຮັກສາ

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ປິດ​ການ​ສົ່ງ​ພະ​ລັງ​ງານ​ອອກ ແລະ ປ່ອຍສິ່ງທີ່ຕິດມານຳຕ່ຳ​ລົງ.

      • ໃສ່​ເບ​ຣກມື.

      • ມອດຈັກ ແລະ ຖອດກະແຈ.

      • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

    • ຖ້າ​ທ່ານ​ປະ​ກະ​ແຈ​ໄວ້​ໃນ​ຢູ່​ໃນ​ສະ​ວິດ, ບາງ​ຄົນ​ສາ​ມາດ​ຕິດ​ຈັກ​ໄດ້​ໂດຍ​ບັງ​ເອີນ ແລະ ເຮັດ​ໃຫ້​ທ່ານ ຫຼື ຄົນ​ອື່ນ​ທີ່​ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້. ຖອດ​ກະ​ແຈ​ອອກ​ຈາກ​ສະ​ວິດ​ກ່ອນ​ທີ່​ທ່ານ​ຈະ​ດຳ​ເນີນ​ການ​ບຳ​ລຸງ​ຮັກ​ສາ​ໃດ​ໜຶ່ງ.

    • ປ່ອຍໃຫ້ອົງປະກອບຂອງເຄື່ອງຈັກເຢັນກ່ອນປະຕິບັດການບຳລຸງຮັກສາ.

    • ຖ້າ​ໜ່ວຍ​ຕັດ​ຢູ່​ໃນ​ຕຳ​ແໜ່ງ​ການ​ຂົນ​ສົ່ງ, ໃຫ້​ໃສ່​ລັອກ​ໄວ້ (ຖ້າໄດ້​ຕິດ​ຕັ້ງ​ມາ​ນຳ) ກ່ອນ​ທີ່​ທ່ານ​ຈະ​ປະປ່ອຍ​ເຄື່ອງ​ຈັກ​ໄວ້​ບໍ່​ມີ​ຄົນ​ເບິ່ງ.

    • ຖ້າເປັນໄປໄດ້, ຢ່າດຳ​ເນີນການບຳລຸງຮັກສາໃນຂະນະທີ່ເຄື່ອງຈັກກຳລັງແລ່ນຢູ່. ຢູ່ຫ່າງຈາກຊິ້ນສ່ວນເຄື່ອນໄຫວ.

    • ຄ້ຳ​ເຄື່ອງ​ຈັກ​ດ້ວຍຂາກະລິກທຸກຄັ້ງທີ່ທ່ານເຮັດວຽກຢູ່ກ້ອງ​ເຄື່ອງ​ຈັກ.

    • ປ່ອຍຄວາມດັນຢ່າງລະມັດລະວັງຈາກສ່ວນປະກອບທີ່ມີພະລັງງານເກັບໄວ້.

    • ຮັກສາອາໄຫຼ່ທຸກອັນຂອງເຄື່ອງຈັກໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ຫັນສ່ວນ​ປະ​ກອບຕ່າງໆໃຫ້ແໜ້ນ, ໂດຍ​ສະ​ເພາະ​ແມ່ນ​ອຸ​ປະ​ກອນ​ຕິດ​ໃສ່​ໃບ​ມີດ.

    • ປ່ຽນສະຫຼາກທີ່ຫ້ຽນ ຫຼື ເສຍຫາຍທັງໝົດ.

    • ເພື່ອຮັບປະກັນຄວາມປອດໄພ, ປະສິດທິພາບທີ່ດີທີ່ສຸດຂອງເຄື່ອງຈັກ, ໃຊ້ພຽງແຕ່ອາໄຫຼ່ຂອງແທ້ຂອງ Toro ເທົ່າ​ນັ້ນ. ການປ່ຽນອາໄຫຼ່ທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ ແລະ ການນຳໃຊ້ດັ່ງກ່າວສາມາດເຮັດ​ໃຫ້ການຮັບປະກັນສິນຄ້າເປັນ​ໂມ​ຄະ.

    ຕາຕະລາງການບຳລຸງຮັກສາທີ່ແນະນຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫຼັງຈາກຊົ່ວໂມງທຳອິດ
  • ບິດແຮງບິດນັອດຮັດລໍ້ລົດໃຫ້​ໄດ້ 94 ຫາ 122 N∙m (70 ເຖິງ 90 ft-lb).
  • ຫລັງຈາກ 10 ຊົ່ວໂມງທໍາອິດ
  • ບິດແຮງບິດນັອດຮັດລໍ້ລົດໃຫ້​ໄດ້ 94 ຫາ 122 N∙m (70 ເຖິງ 90 ft-lb).
  • ການກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ.
  • ຫລັງຈາກ 50 ຊົ່ວໂມງທໍາອິດ
  • ປ່ຽນນ້ຳມັນເຄື່ອງ ແລະ ໝໍ້ກອງ.
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງຄວາມດັນຂອງຢາງລົດ.
  • ກວດສອບການເຮັດວຽກຂອງສະວິດຄວາມ​ປອດ​ໄພ-ອິນເຕີລັອກ.
  • ກວດ​ເບິ່ງ​ເວ​ລາ​ຢຸດ​ໃບ​ມີດ.
  • ກວດເບິ່ງລະດັບນໍ້າມັນເຄື່ອງ.
  • ລະ​ບາຍ​ນ້ຳ ຫຼື ສິ່ງ​ປົນ​ເປື້ອນ​ຈາກໝໍ້​ແຍກໝໍ້ກອງນ້ຳ​ມັນ/ນ້ຳ.
  • ກວດເບິ່ງລະດັບຂອງນ້ຳ​ຢາ​ທຳຄວາມເຢັນໃນຖັງຂະຫຍາຍ ແລະ ອະ​ນາ​ໄມ​ເສດ​ຊາກ​ອອກ​ຈາກ​ໜ້າ​ຈໍ, ຕົວ​ທຳ​ຄວາມ​ເຢັນ​ໃຫ້​ກັບ​ນ້ຳ​ມັນ ແລະ ດ້ານ​ໜ້າ​ຂອງ​​ໝໍ້​ນ້ຳ.
  • ເອົາ​ເສດ​ຂີ້​ເຫຍື້ອ​ອອກ​ຈາກຕະ​ແກງ ແລະ ໝໍ້​ນ້ຳ/ຕົ​ວທຳຄວາມ​ເຢັນນ້ຳ​ມັນເຄື່ອງ (ຕ້ອງ​ເຮັດ​ໃຫ້​ຖີ່​ຂຶ້ນ​ໃນ​ສະ​ພາບ​ການ​ເຮັດ​ວຽກ​ທີ່​ເ​ປິ​ເປື້ອນ).
  • ກວດເບິ່ງລະດັບນ້ຳມັນໄຮໂດຼລິກ.
  • ກວດເບິ່ງສາຍ ແລະ ທໍ່ໄຮໂດຼລິກສຳລັບການຮົ່ວໄຫຼ, ສາຍຫງິກງໍ, ຕົວຕິດຕັ້ງຫຼວມ, ຫຼຸ້ຍຫ້ຽນ, ບໍ່ພໍດີ, ການເສື່ອມ​ສະ​ພາບ​ຈາກດິນຟ້າອາກາດ ແລະ ການເສື່ອມ​ສະ​ພາບ​ທາງເຄມີ.
  • ອະ​ນາ​ໄມ​​ເຄື່ອງ​ຈັກ.
  • ທຳ​ຄວາມ​ສະ​ອາດ ແລະ ບຳ​ລຸງ​ຮັກ​ສາສາຍ​ແອວ​ນິລະໄພ.
  • ທຸກໆ 50 ຊົ່ວໂມງ
  • ໃສ່​ນ້ຳ​ມັນ​ກະ​ແລັດ​ໃຫ້​ກັ​ບ​ລູກບີ່ ແລະ ປອກ​ລູກ​ບີ່ (ທັນ​ທີຫຼັງ​ຈາກ​ການ​ລ້າງ​ທຸກໆ​ຄັ້ງບໍ່​ວ່າ​ຈະ​ເປັນ​ຊ່ວງ​ເວ​ລາ​ໃດ​ກໍ່​ຕາມ).
  • ກວດເບິ່ງສະພາບ ແລະ ທຳຄວາມສະອາດແບັດເຕີຣີ.
  • ກວດເບິ່ງການເຊື່ອມຕໍ່ສາຍໄຟແບດເຕີຣີ.
  • ທຸກໆ 100 ຊົ່ວໂມງ
  • ກວດກາເບິ່ງທໍ່ລະບົບທຳຄວາມເຢັນ.
  • ການກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ.
  • ທຸກໆ 250 ຊົ່ວໂມງ
  • ບິດແຮງບິດນັອດຮັດລໍ້ລົດໃຫ້​ໄດ້ 94 ຫາ 122 N∙m (70 ເຖິງ 90 ft-lb).
  • ປ່ຽນນ້ຳມັນເຄື່ອງ ແລະ ໝໍ້ກອງ.
  • ທຸກໆ 400 ຊົ່ວໂມງ
  • ບຳ​ລຸງ​ຮັກ​ສາເຕົ້າກອງອາກາດ.(ຫຼື ໄວ​ກວ່ານັ້ນ ຖ້າຕົວຊີ້ບອກເຕົ້າກອງອາກາດສະຫວ່າງເປັນສີແດງ. ບຳ​ລຸງ​ຮັກ​ສາມັນເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີຂີ້ຝຸ່ນຫຼາຍ.)
  • ການປ່ຽນໝໍ້ກອງນໍ້າມັນເຊື້ອໄຟ.
  • ການກວດກາທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່.
  • ປ່ຽນຖັງກອງນໍ້າມັນເຊື້ອໄຟ.
  • ທຸກໆ 800 ຊົ່ວໂມງ
  • ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນເຊື້ອໄຟ.
  • ກວດເບິ່ງການ​ຫຸບ​ເຂົ້າ​ຂອງລໍ້ຫຼັງ.
  • ຖ້າທ່ານບໍ່ໄດ້ນຳໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນ້ຳມັນທາງເລືອກໃສ່​ທ້ອງ​ອ່າງ, ໃຫ້ປ່ຽນນ້ຳມັນໄຮໂດຼລິກ.
  • ຖ້າທ່ານບໍ່ໄດ້ນຳໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນໍ້າມັນທາງເລືອກ​ໃສ່​ທ້ອງອ່າງ, ໃຫ້ປ່ຽນກອງໄຮໂດຼລິກ (ໃຫ້​ປ່ຽນ​ໄວ​ຂຶ້ນ, ຖ້າ​ຕົວ​ຊີ້ບອກ​ໄລ​ຍະ​ເວ​ລາ​ການ​ບໍ​ລິ​ການ​ບຳ​ລຸງ​ຮັກ​ສາ​ຢູ່​ໃນ​ເຂດ​ແດງ).
  • ຫໍ່ລູກ​ບີ່​ລໍ້ຫຼັງ.
  • ທຸກໆ 1,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນໝໍ້ກອງໄຮໂດຼລິກ (ໃຫ້​ປ່ຽນ​ໄວ​ຂຶ້ນ, ຖ້າ​ຕົວ​ຊີ້ບອກ​ໄລ​ຍະ​ເວ​ລາ​ການ​ບໍ​ລິ​ການ​ບຳ​ລຸງ​ຮັກ​ສາ​ຢູ່​ໃນ​ເຂດ​ແດງ).
  • ທຸກໆ 2,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນນ້ຳມັນໄຮໂດຼລິກ.
  • ທຸກໆ 3,000 ຊົ່ວໂມງ
  • ຖອດ​ມ້າງ, ທຳ​ຄວາມ​ສະ​ອາດ ແລະ ປະ​ກອບ​ໝໍ້​ກອງ​ຂີ້​ຂະ​ເໝົ່າ​ຂອງ DPF.ຫຼື ທຳ​ຄວາມ​ສະ​ອາດ​ໝໍ້​ກອງ​ຂີ້​ຂະ​ເໝົ່າ, ຖ້າ​ເຄື່ອງ​ຈັກ​ຂັດ​ຂ້ອງ spn 3720 fmi 16 ຫຼື spn 3720 fmi 0 ປາ​ກົດ​ຂຶ້ນ​ຢູ່​ໃນ​ສູນ​ຂໍ້​ມູນ.
  • ກ່ອນການເກັບຮັກສາ
  • ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນເຊື້ອໄຟ.
  • ທຸກໆ 2 ປີ
  • ລ້າງ ແລະ ປ່ຽນນໍ້າຢາລະບົບເຮັດຄວາມເຢັນ.
  • ລະ​ບາຍ ແລະ ລ້າງຖັງ​ໄຮ​ໂດຼ​ລິກ.
  • ປ່ຽນ​ທໍ່ໄຮ​ໂດຼ​ລິກ.
  • ປ່ຽນທໍ່ເຄື່ອນ​ໄຫວທັງໝົດ.
  • Important: ຖ້າ​ທ່ານ​ກຳ​ລັງ​ດຳ​ເນີນ​ການ​ບຳ​ລຸງ​ຮັກ​ສາ​ໃນ​ເຄື່ອງ​ຈັກ ແລະ ເດີນ​ເຄື່ອງ​ຈັກ​ດ້ວຍ​ທໍ່​ສະ​ກັດ​ອາຍ​ເສຍ​ຈັກ, ຕັ້ງການ​ຕັ້ງ​ຄ່າການ​ສ້າງ​ຂຶ້ນ​ມາ​ໃໝ່ແບບຢັບ​ຢັ້ງເປັນເປີດ; ໃຫ້ເບິ່ງ .

    ລາຍການກວດການບຳລຸງຮັກສາປະຈຳວັນ

    ເຮັດຊ້ຳຄືນ​ຕາມໜ້ານີ້ສຳລັບການນຳໃຊ້ປົກກະຕິ.

    ລາຍການກວດກາການບຳລຸງຮັກສາສຳລັບອາທິດຂອງ:
    ຈັນ.ອັງຄານ.ພຸດ.ພະຫັດ.ສຸກ.ເສົາ.ອາທິດ.
    ກວດເບິ່ງການປະຕິບັດງານດ້ານຄວາມປອດໄພຂອງອິນເຕີລັອກ.       
    ກວດກາເບິ່ງການປະຕິບັດງານຂອງ​ເບ​ຣກ.       
    ກວດເບິ່ງລະດັບນໍ້າມັນເຄື່ອງ ແລະ ລະດັບນໍ້າມັນເຊື້ອໄຟ.       
    ລະບາຍ​ໝໍ້​ແຍກນ້ຳ/ນ້ຳ​ມັນເຊື້ອເພີງ.       
    ກວດເບິ່ງຕົວຊີ້ບອກການຈຳກັດໝໍ້​ກອງອາກາດ.       
    ກວດເບິ່ງໝໍ້ນ້ຳ ແລະ ຕາ​ນ່າງກອງສິ່ງເສດເຫຼືອ.       
    ກວດເບິ່ງສຽງລົບກວນຂອງເຄື່ອງຈັກທີ່ຜິດ​ປົກ​ກະ​ຕິ.1       
    ກວດເບິ່ງສຽງປະຕິບັດການທີ່ຜິດປົກກະຕິ.       
    ກວດເບິ່ງລະດັບນໍ້າຫຼໍ່​ລື່ນຂອງລະບົບໄຮໂດຼລິກ.       
    ກວດເບິ່ງຕົວຊີ້ບອກໝໍ້ກອງໄຮໂດຼລິກ.2       
    ກວດເບິ່ງຄວາມ​ເສຍ​ຫາຍ​ຂອງທໍ່ໄຮໂດຼລິກ.       
    ກວດເບິ່ງການຮົ່ວໄຫຼຂອງແຫຼວ.       
    ກວດເບິ່ງຄວາມດັນຂອງຢາງລົດ.       
    ກວດເບິ່ງການປະຕິບັດງານຂອງເຄື່ອງມື.       
    ກວດເບິ່ງການປັບຄວາມສູງຂອງການຕັດ.       
    ກວດ​ເບິ່ງ​ສະ​ພາບ​ຂອງໃບ​ມີດ.       
    ກວດເບິ່ງທຸກສ່ວນທີ່ໃສ່ກະແລັດສຳລັບຄວາມມື່ນ.3       
    ສຳຜັດກັບສີທີ່ລອກ.       

    1. ກວດເບິ່ງຫົວທຽນ ແລະ ຫົວສີດ, ຖ້າມີການຕິດ​ຈັກຍາກ, ມີຄວັນເສຍຫຼາຍເກີນໄປ ຫຼື ການແລ່ນທີ່ບໍ່ດີໄດ້ຖືກບັນທຶກໄວ້.

    2. ກວດເບິ່ງດ້ວຍການ​ແລ່ນເຄື່ອງຈັກ ແລະ ນ້ຳມັນໃນອຸນຫະພູມປະຕິບັດງານ

    3. ທັນທີຫຼັງຈາກການລ້າງທຸກໆຄັ້ງ, ໂດຍບໍ່ຄຳ​ນຶງ​ເຖິງໄລຍະຫ່າງທີ່ລະບຸໄວ້

    ການ​ບັນ​ທຶກ​ບໍ​ລິ​ເວນທີ່ໜ້າເປັນຫ່ວງ

    ການກວດກາປະຕິບັດໂດຍ:
    ລາຍການວັນທີຂໍ້ມູນ
    1  
    2  
    3  
    4  
    5  
    6  
    7  
    8  

    Important: ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂັ້ນຕອນການບຳລຸງຮັກສາເພີ່ມເຕີມ.

    Note: ດາວໂຫຼດສຳເນົາແຜນ​ຜັງໄຟຟ້າ ຫຼື ໄຮໂດຼລິກບໍ່ເສຍຄ່າໂດຍເຂົ້າໄປທີ່ www.Toro.com ແລະ ຄົ້ນຫາເຄື່ອງຈັກຂອງທ່ານຈາກລິ້ງຄູ່ມືໃນໜ້າທຳອິດ.

    ຂັ້ນຕອນການບຳລຸງຮັກສາກ່ອນລ່ວງໜ້າ

    ການ​ຍົກ​ໂຕເຄື່ອງ​ຈັກ​ຂຶ້ນ

    ໃຊ້​ຈຸດ​ຕໍ່​ໄປ​ນີ້​ເພື່ອ​ຍົກ​ເຄື່ອງ:

    • ດ້ານໜ້າຂອງ​ເຄື່ອງ​ຈັກ—ແຜ່ນສີ່ຫຼ່ຽມມຸມສາກ, ພາຍໃຕ້ທໍ່ແກນ, ພາຍໃນຢາງ​ແຕ່ລະເສັ້ນທາງໜ້າ (ຮູບສະແດງ ).

      artpending
    • ດ້ານຫລັງ—ທໍ່ແກນຮູບສີ່ຫຼ່ຽມຢູ່ແກນ​ດ້ານຫຼັງ.

    ການຫລໍ່ມື່ນ

    ການໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ໃສ່​ນ້ຳ​ມັນ​ກະ​ແລັດ​ໃຫ້​ກັ​ບ​ລູກບີ່ ແລະ ປອກ​ລູກ​ບີ່ (ທັນ​ທີຫຼັງ​ຈາກ​ການ​ລ້າງ​ທຸກໆ​ຄັ້ງບໍ່​ວ່າ​ຈະ​ເປັນ​ຊ່ວງ​ເວ​ລາ​ໃດ​ກໍ່​ຕາມ).
  • ຖ້າ​ຫາກ​ທ່ານ​ໃຊ້​ງານ​ເຄື່ອງ​ຈັກ​ພາຍ​ໃຕ້​ສະ​ພາບ​ປົກ​ກະ​ຕິ, ໃຫ້​ໃຊ້​​ນ້ຳ​ມັນ​ກະ​ແລັດ​ລິ​ທຽມ No. 2 ເພື່​ອຫຼໍ່​ລື່ນ​​ລູກ​ບີ່ ແລະ ປອກ​​ລູກ​ບີ່​ທັງ​ໝົດ​ໃນ​ຊ່ວງ​ຂອງ​ການ​ບຳ​ລຸງ​ຮັກ​ສາ​ທີ່​ໄດ້​ລະ​ບຸ​ໄວ້. ໃສ່​ນ້ຳ​ມັນ​ຫຼໍ່​ລື່ນ​ໃຫ້​ກັ​ບ​ລູກ​ບີ່ ແລະ ປອກ​ລູກບີ່ ທັນ​ທີຫຼັງ​ຈາກ​ການ​ລ້າງ​ທຸກໆ​ຄັ້ງບໍ່​ວ່າ​ຈະ​ເປັນ​ຊ່ວງ​ເວ​ລາ​ໃດ​ກໍ່​ຕາມ.

    ສະຖານທີ່ ແລະ ປະລິມານທີ່ເໝາະສຳລັບການໃສ່ກະແລັດມີດັ່ງນີ້:

    • ຫົວ​ສີດ​ເພົາ​ຂັບຂໍ້​ຕໍ່​ຕົວ U (3)—ຮູບສະແດງ

      artpending
    • ກະບອກສູບແຂນຍົກໜ່ວຍຕັດ (2 ສຳ​ລັບ​ແຕ່​ລະ​ອັນ)—ຮູບສະແດງ

      artpending
    • ແກນແຂນຍົກ (1 ສຳ​ລັບ​ແຕ່​ລະອັນ)—ຮູບສະແດງ

    • ກະບອກສູບແຂນຍົກໜ່ວຍຕັດ (1 ສຳ​ລັບ​ແຕ່​ລະ​ອັນ)—ຮູບສະແດງ

      artpending
    • ເພົາແກນແຂນຍົກ (1 ສຳ​ລັບ​ແຕ່​ລະອັນ)—ຮູບສະແດງ

      artpending
    • ແກນໝູນພວງມະໄລ (1)—ຮູບສະແດງ

      artpending
    • ບ່ອນ​ຕໍ່ລູກບີ່ກະບອກສູບພວງມະໄລ (2) ແລະ ເພົາ​ລໍ້ຫຼັງ (1)—ຮູບສະແດງ

      artpending
    • ແປ້ນ​ເບ​ຣກ (1)—ຮູບສະແດງ

      artpending
    • ​ລູກ​ບີ່​ເພົາ​ໝຸນ​ຂອງໜ່ວຍ​ຕັດ (2 ອັນ​ຕໍ່​​ໜ່ວຍ​ຕັດ)—ຮູບສະແດງ

      Note: ທ່ານ​ສາ​ມາດ​ໃຊ້​ຂໍ້​ຕໍ່​ກໍ​ໄດ້, ເອົາ​ອັນ​ທີ່​ສາ​ມາດ​ເຂົ້າ​ເຖິງ​ໄດ້​ງ່າຍກວ່າ. ປ້ຳ​ກະ​ແລັດ​ເຂົ້າ​ໄປ​ໃນ​ຂໍ້​ຕໍ່​ຈົນ​ກວ່າ​ປະ​ກົດ​ເຫັນ​ປະ​ລິ​ມານ​ເລັກ​ນ້ອຍ​ຢູ່​ດ້ານ​ລຸ່ມ​ຂອງ​ເຕົ້າ​ເພົາ​ໝູນ (ຢູ່​ກ້ອງ​ໜ່ວຍ​ຕັດ).

      artpending
    • ​ລູກ​ບີ່ລູກກິ້ງ​ດ້ານຫຼັງ (2 ອັນ​ຕໍ່​​ໜ່ວຍ​ຕັດ)—ຮູບສະແດງ

      artpending

      Note: ໃຫ້​ແນ່​ໃຈ​ວ່າ​ຮ່ອງຮັບ​ກະ​ແລັດ​ຢູ່​ໃນ​ບ່ອນ​ຕິດ​ລູກ​ກິ້ງ​ຈັດ​ວາງເຂົ້າ​ກັບຮູ​ກະ​ແລັດຢູ່​ໃນ​ແຕ່​ລະ​ປາຍ​ຂອງ​ເພົາ​ລູກ​ກິ້ງ. ເພື່ອ​ຈັດ​ວາງ​ຮ່ອງ ແລະ ຮູ​ໃຫ້​ຖືກ​ກັນ, ແມ່ນ​ຍັງ​ມີ​ເຄື່ອງ​ໝາຍ​ຈັດ​ວາງ​ຢູ່​ອີກ 1 ສົ້ນ​ຂອງ​ເພົາ​ລູກ​ກິ້ງ​ນຳ.

    ການບຳລຸງຮັກສາເຄື່ອງຈັກ

    ຄວາມປອດໄພຂອງເຄື່ອງຈັກ

    • ມອດຈັກ ແລະ ຖອດກະ​ແຈກ່ອນກວດການ້ຳມັນ ຫຼື ຕື່ມນ້ຳມັນເຄື່ອງໃສ່ຖັງຂໍ້ຫວ່ຽງ.

    • ຢ່າປ່ຽນແປງຄວາມ​ໄວຕົວບັນຊາ ຫຼື ເລັ່ງຄວາມໄວເຄື່ອງຈັກເກີນ.

    ການບຳ​ລຸງ​ຮັກ​ສາເຕົ້າກອງອາກາດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ບຳ​ລຸງ​ຮັກ​ສາເຕົ້າກອງອາກາດ.(ຫຼື ໄວ​ກວ່ານັ້ນ ຖ້າຕົວຊີ້ບອກເຕົ້າກອງອາກາດສະຫວ່າງເປັນສີແດງ. ບຳ​ລຸງ​ຮັກ​ສາມັນເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີຂີ້ຝຸ່ນຫຼາຍ.)
  • ກວດເບິ່ງລະບົບການດູດອາກາດທັງໝົດສຳລັບການຮົ່ວໄຫຼ, ຄວາມເສຍຫາຍ ຫຼື ປອກຮັດທໍ່ຫຼວມ. ຢ່າໃຊ້ໝໍ້​ກອງ​ອາ​ກາດທີ່ເສຍຫາຍ.

    ບຳ​ລຸງ​ຮັກ​ສາເຕົ້າກອງອາກາດໃນ​ເວ​ລາ​ທີ່​ຕົວ​ສະ​ແດງ​ການ​ບຳ​ລຸງ​ຮັກ​ສາລະ​ບຸ​ເທົ່າ​ນັ້ນ. ການປ່ຽນໝໍ້ກອງອາກາດກ່ອນຄວາມຈຳເປັນພຽງແຕ່ເພີ່ມໂອກາດທີ່ໃຫ້ຄວາມເປື້ອນເຂົ້າໄປໃນເຄື່ອງຈັກເມື່ອຖອດໝໍ້ກອງອອກ.

    Important: ເຮັດ​ໃຫ້​ແນ່​ໃຈ​ວ່າຝາປິດເຂົ້າ​ທີ່​ຢ່າງ​ຖືກ​ຕ້ອງ, ​ຕິດ​ກາວ​ດ້ວຍ​ຕົວ​ເຄື່ອງ​ຟອກ​ອາ​ກາດ ແລະ ວາວຢາງບ່ອນ​ປ່ອຍ​ອອກຢູ່​ໃນ​ຕຳ​ແໜ່ງ​ທີ່​​ລຸດ​ລົງ—ລະ​ຫວ່າງ​ຕຳ​ແໜ່ງ​ 5 ໂມງ ແລະ 7 ໂມງ ເມື່ອ​ເຮົາ​ເບິງ​ຈາກ​ປາຍ.

    artpendingartpending

    ການບຳລຸງຮັກ​ສານ້ຳ​ມັນເຄື່ອງຈັກ

    ຂໍ້​ກຳ​ນົດ​ສະ​ເພາະ​ຂອງ​ນ້ຳ​ມັນ

    ນ້ຳມັນເຄື່ອງພຣີມ້ຽມ Toro ແມ່ນມີໃຫ້ຈາກຜູ້ຈຳໜ່າຍທີ່​ໄດ້​ຮັບ​ອະ​ນຸ​ຍາດຂອງທ່ານໃນເກ​ຣດຄວາມໜຽວ 15W-40 ຫຼື 10W-30.

    ໃຊ້ນ້ຳ​ມັນ​ເຄື່ອງ​ມີ​ເທົ່າ​ຕ່ຳ, ຄຸນ​ນະ​ພາບ​ສູງທີ່​ໄດ້​ຕາມ ຫຼື ເກີນ​ຂໍ້​ກຳ​ນົດ​ສະ​ເພາະ​ຕໍ່​ໄປ​ນີ້:

    • API ໝວດ​ການ​ບຳ​ລຸງ​ຮັກ​ສາ CJ-4 ຫຼື ສູງກວ່າ

    • ACEA ໝວດ​ການ​ບຳ​ລຸງ​ຮັກ​ສາ E6

    • JASO ໝວດ​ການ​ບຳ​ລຸງ​ຮັກ​ສາ DH-2

    Important: ການ​ໃຊ້​ນ້ຳ​ມັນ​ເຄື່ອງ​ຈັກ​ນອກ​ເໜືອ​ຈາກ API CJ-4 ຫຼື ສູງກວ່າ, ACEA E6 ຫຼື JASO DH-2 ອາດ​ຈະ​ເຮັດ​ໃຫ້​ໝໍ້​ກອງ​ອາ​ນຸ​ພາກ​ນ້ຳ​ມັນ​ກາ​ຊ່ວນ​ອັດ​ຮູ ຫຼື ເຮັດ​ໃຫ້​ຈັກ​ເປ່​ເພ.

    ໃຊ້​ນ້ຳ​ມັນ​ເຄື່ອງ​ເກ​ຣດ​ຄວາມ​ໜຽວ​ຕໍ່​ໄປ​ນີ້:

    • ນ້ຳມັນທີ່ມັກ​ໃຫ້​ໃຊ້: SAE 15W-40 (ສູງກວ່າ 0°F)

    • ນ້ຳມັນທາງ​ເລືອກ: SAE 10W-30 ຫຼື 5W-30 (ທຸກອຸນຫະພູມ)

    ການກວດເບິ່ງລະດັບນ້ຳມັນເຄື່ອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນໍ້າມັນເຄື່ອງ.
  • ເຄື່ອງຈັກຖືກຂົນສົ່ງດ້ວຍນ້ໍາມັນໃນຖັງກ່ອງຂໍ້ຫວ່ຽງ; ເຖິງຢ່າງໃດກໍ່ຕາມ, ຕ້ອງກວດ​ເບິ່ງລະດັບນ້ຳມັນເຄື່ອງກ່ອນ ແລະ ຫຼັງຈາກການ​ຕິດຈັກເທື່ອທຳອິດ.

    Important: ກວດເບິ່ງນໍ້າມັນເຄື່ອງໃນ​ແຕ່​ລະ​ວັນ. ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຢູ່​ເໜືອ​ຂີດ​ເຕັມ​ໃນ​ເຫຼັກ​ຈຸ່ມ​ແທກ​ນ້ຳ​ມັນ​ເຄື່ອງ, ນ້ຳ​ມັນ​ເຄື່ອງ​ອາດ​ຈະ​ປົນ​ກັບ​ນ້ຳ​ມັນເຊື້ອ​ໄຟ;ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຢູ່​ເໜືອ​ຂີດ​ເຕັມ, ໃຫ້​ປ່ຽນນ້ຳ​ມັນ​ເຄື່ອງ.

    ເວລາທີ່ດີທີ່ສຸດໃນການກວດເບິ່ງນ້ຳມັນເຄື່ອງແມ່ນເວລາທີ່ເຄື່ອງຈັກເຢັນກ່ອນທີ່ຈະ​ຕິດ​ຈັກສຳລັບມື້. ຖ້າມັນໄດ້ແລ່ນໄປແລ້ວ, ອະນຸຍາດໃຫ້ນ້ຳມັນໄຫຼລົງໄປໃນອ່າງຢ່າງໜ້ອຍ 10 ນາທີກ່ອນກວດ. ຖ້າລະດັບນ້ຳມັນຢູ່ທີ່ ຫຼື ຕໍ່າກວ່າຂີດໝາຍເພີ່ມຢູ່ເທິງເຫຼັກ​ແທກ​ນ້ຳ​ມັນເຄື່ອງ, ຕື່ມນ້ຳມັນເຄື່ອງ​ໃສ່ເພື່ອໃຫ້ໄດ້ລະດັບນ້ຳມັນໄປຫາຂີດໝາຍເຕັມ. ຢ່າ​ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່​ຈັກ​ຈົນ​ລົ້ນ.

    Important: ໃຫ້ຮັກສາລະດັບນ້ຳມັນເຄື່ອງໃນລະຫວ່າງຂີດຈຳກັດດ້ານເທິງ ແລະ ລຸ່ມກ້ານວັດນ້ຳມັນ; ເຄື່ອງ​ຈັກ​ອາດ​ຈະ​ບໍ່​ເຮັດ​ວຽກ, ຖ້າ​ທ່ານເດີນ​ເຄື່ອງ​ດ້ວຍ​ການ​ມີ​ນ້ຳ​ມັນ​ເຄື່ອງຫຼາຍເກີນ​ໄປ ຫຼື ໜ້ອຍ​ເກີນ​ໄປ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    2. ກວດເບິ່ງລະດັບນໍ້າມັນເຄື່ອງ (ຮູບສະແດງ ).

      artpendingartpending

      Note: ເມື່ອ​ໃຊ້​ນ້ຳ​ມັນ​ເຄື່ອງ​ຕ່າງ, ລະ​ບາຍ​ນ້ຳ​ມັນ​ເຄື່ອງ​ເກົ່າ​ທັງ​ໝົດ​ອອກ​ຈາກ​ເພົາ​ຂໍ້​ຫວ່ຽງ​ກ່ອນ​ເຕີມ​ນ້ຳ​ມັນ​ໃໝ່.

    ຄວາມຈຸນ້ຳ​ມັນ​ຂໍ້​ຫວ່ຽງ

    ໂດຍ​ປະ​ມານ 5.2 ລິດ (5.5 ຄະ​ວອດ​ສະ​ຫະ​ລັດ) ພ້ອມໝໍ້ກອງ.

    ການປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 50 ຊົ່ວໂມງທໍາອິດ
  • ປ່ຽນນ້ຳມັນເຄື່ອງ ແລະ ໝໍ້ກອງ.
  • ທຸກໆ 250 ຊົ່ວໂມງ
  • ປ່ຽນນ້ຳມັນເຄື່ອງ ແລະ ໝໍ້ກອງ.
    1. ຕິດຈັກ ແລະ ປ່ອຍໃຫ້ມັນແລ່ນ 5 ນາທີເພື່ອປ່ອຍ​ໃຫ້​ນ້ຳ​ມັນ​ເຄື່ອງ​ອຸ່ນ​ຂຶ້ນ.

    2. ດ້ວຍ​ການ​ໃຫ້​ເຄື່ອງ​ຈັກ​ຈອດ​ໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ການຄວບ​ຄຸມ​ໃຊ້​ງານ.

    3. ປ່ຽນນ້ຳມັນເຄື່ອງ ແລະ ໝໍ້ກອງ (ຮູບສະແດງ ).

      artpendingartpending
    4. ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່ຖັງ​ຂໍ້​ຫວ່ຽງ.

    ການບຳລຸງຮັກສາລະບົບນໍ້າມັນເຊື້ອໄຟ

    ການບຳລຸງຮັກ​ສາໝໍ້​ກອງນໍ້າມັນເຊື້ອໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ການປ່ຽນໝໍ້ກອງນໍ້າມັນເຊື້ອໄຟ.
    1. ທຳຄວາມສະອາດອ້ອມຮອບຫົວ​ໝໍ້​ກອງນ້ຳມັນເຊື້ອໄຟ (ຮູບສະແດງ ).

      artpending
    2. ເອົາ​ໝໍ້​ກອງ​ອອກ ແລະ ທຳ​ຄວາມ​ສະ​ອາດພື້ນ​ຜິວ​ບ່ອນຕິດ​ຫົວ​ໝໍ້​ກອງ (ຮູບສະແດງ ).

    3. ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ແຫວນ​ຮອງ​ໝໍ່​ກ້ອງ​ດ້ວຍນ້ຳ​ມັນ​ເຄື່ອງ​ຫຼໍ່​ມື່ນ​ສະ​ອາດ. ໃຫ້ເບິ່ງຄູ່​ມື​ຜູ້​ໃຊ້ຈັກສຳລັບຂໍ້ມູນເພີ່ມເຕີມ.

    4. ຕິດ​ຕັ້ງຖັງໝໍ້ກອງແຫ້ງໃສ່ດ້ວຍມືຈົນກວ່າແຫວນຈະສຳຜັດກັບຫົວ​ໝໍ້​ກອງ, ຫຼັງຈາກນັ້ນໝູນມັນຕື່ມອີກ 1/2 ຮອບ.

    5. ຕິດຈັກ ແລະ ກວດ​ເບິ່ງວ່າ​ມີ​ນ້ຳ​ມັນ​ຮົ່ວ​ຢູ່​ບໍ​ລິ​ເວນ​ຫົວ​ໝໍ້​ກອງ​ບໍ່.

    ການກວດກາທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ການກວດກາທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່.
  • ກວດເບິ່ງສາຍນ້ຳມັນເຊື້ອໄຟສຳລັບການເຊື່ອມໂຊມ, ຄວາມເສຍຫາຍ ຫຼື ສາຍເຊື່ອມຕໍ່ຫຼວມ.

    ການບຳ​ລຸງ​ຮັກ​ສາທໍ່ດູດນໍ້າມັນເຊື້ອໄຟ

    ທໍ່ດູດນໍ້າມັນເຊື້ອໄຟທີ່ຕັ້ງຢູ່ພາຍໃນຖັງນໍ້າມັນເຊື້ອໄຟ, ໄດ້​ຮັບ​ການ​ຕິດ​ຕັ້ງພ້ອມຕະ​ແກງ​ຕອງເພື່ອຊ່ວຍປ້ອງກັນບໍ່ໃຫ້ສິ່ງເສດເຫຼືອເຂົ້າສູ່ລະບົບນໍ້າມັນເຊື້ອໄຟ. ຖອດທໍ່ດູດນໍ້າມັນເຊື້ອໄຟອອກ ແລະ ທຳຄວາມສະອາດຕາ​ນ່າງ​ຕອງຕາມຄວາມຕ້ອງການ.

    ການບຳ​ລຸງ​ຮັກ​ສາ​ໝໍ້ແຍກນ້ຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ລະ​ບາຍ​ນ້ຳ ຫຼື ສິ່ງ​ປົນ​ເປື້ອນ​ຈາກໝໍ້​ແຍກໝໍ້ກອງນ້ຳ​ມັນ/ນ້ຳ.
  • ທຸກໆ 400 ຊົ່ວໂມງ
  • ປ່ຽນຖັງກອງນໍ້າມັນເຊື້ອໄຟ.
  • ສ້ອມ​ແປງ​ຕົວ​ແຍກ​ນ້ຳ​ດັ່ງ​ທີ່​ສະ​ແດງ​ໃນ ຮູບສະແດງ .

    ຫຼັງ​ຈາກ​ປ່ຽນ​ຕົວ​ແຍກ​ນ້ຳ, ໃຫ້ບິດ​ກະ​ແຈ​ໄປ​ທີ່ ເປີດ ເປັນ​ເວ​ລາ 10 ວິ​ນາ​ທີ, ແຕ່ບໍ່​ຕ້ອງ​ຕິດ​ຈັກ. ບິດ​ກະ​ແຈ​ໃສ່​ບ່ອນ​ປິດ ແລະ ເຮັດ​ຊ້ຳ​ອີກ 2 ຄັ້ງ.

    artpending

    ການລະບາຍຖັງນໍ້າມັນເຊື້ອໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 800 ຊົ່ວໂມງ
  • ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນເຊື້ອໄຟ.
  • ກ່ອນການເກັບຮັກສາ
  • ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນເຊື້ອໄຟ.
  • ໃນ​ການ​ເພີ່ມ​ເຕີມ​ໃສ່​ໄລ​ຍະ​ການ​ບໍ​ລິ​ການ​ບຳ​ລຸງ​ຮັກ​ສາ​ທີ່​ເຮັດ​ເປັນ​ລາຍ​ການ​ໄວ້, ໃຫ້ລະບາຍ​ນ້ຳ​ມັນ ແລະ ທຳ ຄວາມສະອາດຖັງ, ຖ້າລະບົບນ້ຳມັນເຊື້ອໄຟປົນ​ເປື້ອນ ຫຼື ຖ້າທ່ານກຳ​ລັງເກັບເຄື່ອງຈັກໄວ້ເປັນໄລຍະເວ​ລາດົນ. ໃຊ້ນໍ້າມັນທີ່ສະອາດເພື່ອລ້າງຖັງ.

    ການບຳ​ລຸງ​ຮັກ​ສາ​ຕົວ​ເລັ່ງ​ການ​ເຜົາ​ໄໝ້​ນ້ຳ​ມັນ​ກາ​ຊວນ (DOC) ແລະ ໝໍ້​ກອງ​ຂີ້​ຂະ​ເໝົ່າ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 3,000 ຊົ່ວໂມງ
  • ຖອດ​ມ້າງ, ທຳ​ຄວາມ​ສະ​ອາດ ແລະ ປະ​ກອບ​ໝໍ້​ກອງ​ຂີ້​ຂະ​ເໝົ່າ​ຂອງ DPF.ຫຼື ທຳ​ຄວາມ​ສະ​ອາດ​ໝໍ້​ກອງ​ຂີ້​ຂະ​ເໝົ່າ, ຖ້າ​ເຄື່ອງ​ຈັກ​ຂັດ​ຂ້ອງ spn 3720 fmi 16 ຫຼື spn 3720 fmi 0 ປາ​ກົດ​ຂຶ້ນ​ຢູ່​ໃນ​ສູນ​ຂໍ້​ມູນ.
  • ຖ້າ​ຈັກ​ເກີດ​ຂັດ​ຂ້ອງ , ຫຼື ຢູ່​ໃນ​ສູນ​ຂໍ້​ມູນ (ຮູບສະແດງ ) ສະ​ແດງ​ຢູ່​ໃນ​ສູນ​ຂໍ້​ມູນ, ທຳ​ຄວາມ​ສະ​ອາດ​ໝໍ້​ກອງ​ຂີ້​ຂະ​ເໝົ່າ​ດ້ວຍ​ການ​ໃຊ້​ຂັ້ນ​ຕອນ​ຕໍ່​ໄປ​ນີ້:

    artpendingartpendingartpending
    1. ໃຫ້​ເບິ່ງ​ພາກ​ຈັກ​ຢູ່​ໃນຄູ່​ມື​ສ້ອມ​ບຳ​ລຸງ​ຮັກ​ສາສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ການ​ຖອດ​ມ້າງ ແລະ ການ​ປະ​ກອບ​ຕົວ​ເລັ່ງ​ການ​ເຜົາ​ໄໝ້​ນຳ​ມັນ​ກາ​ຊວນ ແລະ ໝໍ້​ກອງຂີ້​ຂະ​ເໝົ່າ​ຂອງ DPF.

    2. ໃຫ້​ໄປ​ຫາຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານສຳ​ລັບ​ຕົວ​ເລັ່ງ​ການເຜົາ​ໄໝ້​ນ້ຳ​ມັນ​ກາ​ຊ່ວນ ແລະ ອາ​ໄຫຼ່ປ່ຽນ​ຖ່າຍໝໍ້​ກອງ​ຂີ້​ຂະ​ເໝົ່າ ຫຼື ການ​ບໍ​ລິ​ການ​ສ້ອມ​ບຳ​ລຸງ​ຮັກ​ສາ.

    3. ຕິດ​ຕໍ່ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານເພື່ອໃຫ້​ພວກ​ເຂົາຕັ້ງ​ຄ່າ ECU ຈັກ​ຄືນ​ໃໝ່​ຫຼັງ​ຈາກ​ທ່ານ​ຕິດ​ຕັ້ງ DPF ສະ​ອາດ.

    ການ​ກຽມ​ພ້ອມລະ​ບົບນໍ້າມັນເຊື້ອໄຟ

    ກຽມ​ພ້ອມ​ລະ​ບົບ​ນ້ຳ​ມັນ​ກ່ອນ​ຕິດ​ຈັກ​ເປັນ​ຄັ້ງ​ທຳ​ອິດ, ຫຼັງ​ຈາກ​ໝົດ​ນ້ຳ​ມັນ ຫຼື ຫຼັງ​ຈາກ​ການ​ບຳ​ລຸງ​ຮັກ​ສາ​ລະ​ບົບ (ຕົວ​ຢ່າງ: ການ​ລະ​ບາຍ​ໝໍ້​ກອງ/ໝໍ້​ແຍກນ້ຳ, ການ​ປ່ຽນ​ທໍ່​ນ້ຳ​ມັນ).

    1. ໃຫ້​ແນ່​ໃຈ​ວ່າ​ນ້ຳ​ມັນ​ຢູ່​ໃນ​ຖັງ​ນ້ຳ​ມັນ.

    2. ປະ​ຕິ​ບັດ​ຂັ້ນ​ຕອນ​ຕໍ່​ໄປ​ນີ້​ເພື່ອ​ກະ​ກຽມ​ໝໍ້​ກອງ ແລະ ສາຍ​ໃສ່​ປ້ຳ​ຄວາມ​ດັນ​ສູງ​ເພື່ອ​ປ້ອງ​ກັນ​ການ​ຫຼຸ້ຍ​ຫ້ຽນ ຫຼື ຄວາມ​ເສຍ​ຫາຍ​ຕໍ່​ປ້ຳຄື:

      1. ໝູນ​ຮອບ​ກະ​ແຈ​ໄປ​ຫາ​ຕຳ​ແໜ່ງເປີດເປັນ​ເວ​ລາ 15 ຫາ 20 ວິ​ນາ​ທີ.

      2. ໝູນ​ຮອບ​ກະ​ແຈ​ໄປ​ຫາ​ຕຳ​ແໜ່ງປິດເປັນ​ເວ​ລາ 30 ຫາ 40 ວິ​ນາ​ທີ.

        Note: ນີ້​ເຮັດ​ໃຫ້ ECU ຜ່ອນ​ກຳລັງ​ໄຟ​ລົງ.

      3. ໝູນ​ຮອບ​ກະ​ແຈ​ໄປ​ຫາ​ຕຳ​ແໜ່ງເປີດເປັນ​ເວ​ລາ 15 ຫາ 20 ວິ​ນາ​ທີ.

      4. ກວດ​ກາ​ເບິ່ງ​ການ​ຮົ່ວ​ໄຫຼ​ຮອບ​ໝໍ້​ກອງ ແລະ ທໍ່.

    Important: ຢ່າ​ໃຊ້​ມໍ​ເຕີ​ຕົວ​ຕິດ​ຈັກ​ເພື່ອແກວ່ງ​ຈັກ​ເພື່ອ​ກຽມ​ພ້ອມ​ລະ​ບົບ​ນ້ຳ​ມັນ.

    ການບຳລຸງຮັກສາລະບົບໄຟຟ້າ

    ຄວາມປອດໄພຂອງລະບົບໄຟຟ້າ

    • ຕັດ​ເຊື່ອມ​ຕໍ່ແບັດເຕີຣີກ່ອນທີ່ຈະສ້ອມແປງເຄື່ອງຈັກ. ຕັດເຊື່ອມຕໍ່ສາຍຂົ້ວລົບກ່ອນ ແລະ ຂົ້ວບວກສຸດທ້າຍ. ເຊື່ອມຕໍ່ປາຍຂົ້ວບວກເຂົ້າກ່ອນ ແລະ ຂົ້ວລົບສຸດທ້າຍ.

    • ສາກແບັດເຕີຣີໃນບ່ອນທີ່ເປີດ, ມີອາກາດຖ່າຍເທດີ, ຫ່າງຈາກປະ​ກາຍໄຟ ແລະ ແປວໄຟ. ຖອດສາຍສາກໄຟກ່ອນທີ່ຈະເຊື່ອມຕໍ່ ຫຼື ຕັດ​ເຊື່ອມ​ຕໍ່ແບັດເຕີຣີ. ໃສ່ເຄື່ອງນຸ່ງປ້ອງກັນ ແລະ ໃຊ້ເຄື່ອງມືປ້ອງກັນ.

    ການບຳລຸງຮັກ​ສາແບັດເຕີຣີ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ກວດເບິ່ງສະພາບ ແລະ ທຳຄວາມສະອາດແບັດເຕີຣີ.
  • ກວດເບິ່ງການເຊື່ອມຕໍ່ສາຍໄຟແບດເຕີຣີ.
  • ປະ​ຕິ​ບັດ​ໜ້າ​ວຽກ​ຕໍ່​ໄປ​ນີ້​ເພື່ອກວດບຳລຸງຮັກ​ສາແບັດເຕີຣີ:

    • ກວດ​ເບິ່ງ​ສະ​ພາບ​ແບັດ​ເຕີ​ຣີ

    • ອະ​ນາ​ໄມ​ແບັດ​ເຕີ​ຣີ (ຖ້າ​ຈຳ​ເປັນ)

      Note: ເພື່ອທຳຄວາມສະອາດແບັດເຕີຣີ, ລ້າງທັງ​ໝົດກ່ອງດ້ວຍສານ​ລະ​ລາຍ​ເບັກ​ກິ່ງໂຊດາ ແລະ ນ້ຳ. ຊະລ້າງມັນດ້ວຍນ້ຳທີ່ສະອາດ.

    • ກວດ​ເບິ່ງ​ການ​ເຊື່ອມ​ຕໍ່​ຂອງ​ສາຍ​ແບັດ​ເຕີ​ຣີ ແລະ ຫຸ້ມ​ຫົວ​ແບັດ​ເຕີ​ຣີ ແລະ ຕົວ​ເຊື່ອມ​ຕໍ່​ສາຍ​ດ້ວຍນ້ຳ​ມັນ​ກະ​ແລັດ Grafo 112X (ເທິງ​ຜິວ) ຫຼື ເຈວ​ປີ​ໂຕຼ​ລຽມ​ເພື່ອ​ປ້ອງ​ກັນ​ການ​ເຂົ້າ​ໝ້ຽງ.

    Important: ກ່ອນ​ເຊື່ອມ​ຈອດ​ຢູ່​ໃນ​ເຄື່ອງ​ຈັກ, ຖອດ​ສາຍ​ໄຟ​ລົບ​ອອກ​ຈາກ​ແບັດ​ເຕີ​ຣີ​ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ຕໍ່​ລະ​ບົບ​ໄຟ. ນອກ​ຈາກ​ນັ້ນ, ທ່ານ​ຕ້ອງ​ຕັດ​ເຊື່ອມ​ຕໍ່​ຈັກ, ສູນ​ຂໍ້​ມູນ ແລະ ຕົວ​ຄວບ​ຄຸມ​ເຄື່ອງ​ຈັກ​ກ່ອນ​ທຳ​ການ​ເຊື່ອມ​ຈອດ​ເຄື່ອງ​ຈັກ.

    ການ​ຊອກ​ຫາ​ຟິວ

    ລະບົບໄຟຟ້າມີ 8 ຟິວ. ກ່ອງ​ຟິວ (ຮູບສະແດງ ) ຕັ້ງ​ຢູ່​ທາງຫຼັງ​ແຜງ​ການ​ເຂົ້າ​ເຖິງ​ຄັນ​ບັງ​ຄັບ. ໃຫ້ເບິ່ງ​ທີ່ຮູບສະແດງ ສຳ​ລັບຄຳ​ອາ​ທິ​ບາຍ​ຂອງ​ຟິວ​ແຕ່​ລະ​ຕົວ.

    artpending
    artpending

    ການສາກ​ແບັດ​ເຕີ​ຣີ

    ຄຳເຕືອນ

    ການສາກແບັດເຕີຣີ​ເຮັດ​ໃຫ້​ເກີດອາຍແກັສທີ່ສາມາດລະເບີດໄດ້.

    ບໍ່​ຕ້ອງສູບຢາຢູ່ໃກ້ແບັດເຕີຣີ ແລະ ໃຫ້ປະກາຍໄຟ ແລະ ແປວໄຟຢູ່ຫ່າງຈາກແບັດ​ເຕີ​ຣີ.

    Important: ຕ້ອງ​ສາກ​ແບັດ​ເຕີ​ຣີ​ໃຫ້​ເຕັມ​ສະ​ເໝີ. ໂດຍ​ສະ​ເພາະ​​ສິ່ງນີ້​ແມ່ນ​ສິ່ງ​ສຳ​ຄັນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ຕົວ​ແບັດ​ເຕີ​ຣີ​​ເມື່ອ​ອຸນ​ຫະ​ພູມ​ຢູ່​​ຕ່ຳ​ກວ່າ 0°C (32°F).

    1. ອະ​ນາ​ໄມ​ພາຍນອກ​ຂອງ​​ກັບແບັດ​ເຕີ​ຣີ ແລະ ​ຂົ້ວ​ໄ​ຟ​ຂອງ​ແບັດ​ເຕີ​ຣີ.

      Note: ເຊື່ອມ​ຕໍ່ສາຍ​ໄຟ​ຂອງ​ເຄື່ອງ​ສາກ​ແບັດ​ເຕີ​ຣີ​ເຂົ້າ​ກັບ​ຂົ້າໄຟ​ແບັດ​ເຕີ​ຣີ​ກ່ອນ​ໜ້າ​​ເຊື່ອມ​ຕໍ່ເຄື່ອງ​ສາກ​ເຂົ້າ​ກັບ​ແຫຼ່ງ​ໄຟ​ຟ້າ.

    2. ເບິ່ງ​ທີ່​ແບັດ​ເ​ຕີ​ຣີ ແລະ ກຳ​ນົດ​ຂົ້ວ​ໄຟ​ຟ້າ​ຂອງ​ແບັດ​ເຕີ​​ຣີ​ທີ່​ເປັນ​​ຂົ້ວ​ບວກ ແລະ ຂົ້ວ​ລົບ.

    3. ເຊື່ອມ​ຕໍ່​ສາຍ​ໄຟ​ຟ້​າ​ບວກ​​ຂອງ​ເຄື່ອງ​ສາກ​ແບັດ​ເຕີ​ຣ​ຕ​ເຂົ້າ​ກັບ​ຂົ້ວ​ໄຟ​ຟ້າ​ຂອງ​ແບັດ​ເຕ​ີ​ຣ​ີ​ທີ່​ເປັນ​ຂົ້ວ​ບວກ (ຮູບສະແດງ ).

      artpending
    4. ເຊື່ອມ​ຕໍ່​ສາຍ​ໄຟ​ຟ້​າ​ລົບ​​ຂອງ​ເຄື່ອງ​ສາກ​ແບັດ​ເຕີ​ຣ​ຕ​ເຂົ້າ​ກັບ​ຂົ້ວ​ໄຟ​ຟ້າ​ຂອງ​ແບັດ​ເຕ​ີ​ຣ​ີ​ທີ່​ເປັນ​ຂົ້ວ​ລົບ (ຮູບສະແດງ ).

    5. ເຊື່ອມ​ຕໍ່​ເຄື່ອງ​ສາກ​ແບັດ​ເຕີ​ຣີ​ເຂົ້າ​ກັບ​ແຫຼ່ງ​ໄຟ​ຟ້າ ແລະ ສາກ​ແບັດ​ເຕີ​ຣີ.

      Important: ຢ່າ​ສາກ​ແບັດ​ເຕີ​ຣີ​ໃຫ້​ເຕັມ​ຈົນ​ເກີນ​ໄປ.

    6. ເມື່ອສາກແບັດ​ແຕີ​ຣີເຕັມແລ້ວ, ໃຫ້ຖອດເຄື່ອງສາກໄຟອອກຈາກແຫຼ່ງໄຟຟ້າ, ຫຼັງ​ຈາກນັ້ນ ຕັດ​ການ​ເຊື່ອມ​ຕໍ່​ສາຍ​ໄຟ​ຂອງ​ເຄື່ອງ​ສາກ​ຈາກ​​ຂົ້ວ​ໄຟ​ຂອງ​ແບັດ​ເຕີ​ຣີ (ຮູບສະແດງ ).

    ການບຳລຸງຮັກສາລະບົບຂັບເຄື່ອນ

    ການປັບປ່ຽນການຂັບເຄື່ອນສຳລັບເກຍຫວ່າງ

    ເຄື່ອງຈັກບໍ່ຕ້ອງຊ້າໃນເວລາທີ່ແປ້ນຂັບເຄື່ອນຖືກປ່ອຍອອກມາ. ຖ້າມັນຊ້າ, ໃຫ້ປັບປ່ຽນດັ່ງຕໍ່ໄປນີ້:

    1. ຈອດເຄື່ອງຈັກຢູ່ໃນພື້ນ​ຜິວພຽງ​ໄດ້​ລະ​ດັບ, ມອດຈັກ ແລະ ວາງ​ໜ່ວຍ​ຕັດ​ລົງ​ສູ່​ພື້ນ.

    2. ໃສ່ກະລິກເຄື່ອງຈັກຈົນກວ່າຢາງລົດທັງ​ໝົດຈະຫວິດພື້ນ; ໄປ​ເບິ່ງ​ທີ່ . ຄ້ຳເຄື່ອງຈັກດ້ວຍຂາກະລິກເພື່ອປ້ອງກັນບໍ່ໃຫ້ມັນລົ້ມລົງໂດຍບັງເອີນ.

    3. ຢູ່ເບື້ອງຂວາຂອງໄຮໂດຼສແຕັດ, ມາຍນັອດລັອກແມ່ເທິງລູກບ້ຽວປັບແຮງຂັບເຄື່ອນ (ຮູບສະແດງ ).

      artpending

      ຄຳເຕືອນ

      ເຄື່ອງຈັກຕ້ອງແລ່ນ​ຢູ່ ສະ​ນັ້ນ​ທ່ານ​ຈຶ່ງ​ສາ​ມາດ​ເຮັດ​ການ​ປັ​ບ​ແກ້​ຂັ້ນ​ຕອນ​ສຸດ​ທ້າຍໃນ​ລູກ​ບ້ຽວ​ການ​ປັບ​ຂອງ​ເຄື່ອງ​ຕັດ​ຫຍ້າ. ນີ້ສາ​ມາດເຮັດໃຫ້ເກີດການບາດເຈັບຕໍ່ບຸກຄົນໄດ້.

      ຮັກສາມື, ຕີນ, ໃບໜ້າ ແລະ ພາກສ່ວນຂອງຮ່າງກາຍຂອງໃຫ້ຢູ່ຫ່າງຈາກທໍ່ໄອເສຍ, ສ່ວນອື່ນໆທີ່ຮ້ອນຂອງເຄື່ອງຈັກ ແລະ ສ່ວນທີ່ກຳລັງໝູນໃດ​ໜຶ່ງ.

    4. ບິດ​ກະ​ແຈ​ຢູ່​ໃນ​ສະ​ວິດ​ໄປ​ທີ່​ຕຳ​ແໜ່ງເປີດ, ຕິດ​ຈັກ ແລະ ​ໝຸນ​ລູກ​ບ້ຽວຫົກຫຼ່ຽມ​ໄປ​ທີ່​​ທິດ​ທາງ​ໃດ​ໜຶ່ງ​ຈົນ​ກວ່າ​ລໍ​້​ຈະ​ຢຸດ​ໝຸນ.

    5. ຫັນນັອດລັອກແມ່ເພື່ອຮັບປະກັນການດັດປັບ.

    6. ບິດກະແຈຢູ່​ໃນ​ສະ​ວິດໄປທີ່ຕຳແໜ່ງ ປິດ, ຖອດ​ຂາ​ກະ​ລິກ​ອອກ ແລະ ປ່ອຍ​ເຄື່ອງ​ຈັກ​ຕ່ຳ​ລົງສູ່​ພື້ນ.

    7. ທົດສອບການຂັບເຄື່ອງຈັກເພື່ອໃຫ້ແນ່ໃຈວ່າມັນບໍ່ຊ້າ.

    ການດັດປັບການ​ຫຸບ​ເຂົ້າ​ຂອງລໍ້ຫຼັງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 800 ຊົ່ວໂມງ
  • ກວດເບິ່ງການ​ຫຸບ​ເຂົ້າ​ຂອງລໍ້ຫຼັງ.
    1. ໝູນພວງມະໄລ ສະ​ນັ້ນ ລໍ້ຫຼັງ​ຈຶ່ງ​ຈະ​ຊື່​ໄປ​ທາງ​ໜ້າ.

    2. ມາຍນັອດຊ້ອນສອງທີ່ຍຶດໃນແຕ່ລະປາຍຂອງແກນມັດ (ຮູບສະແດງ ).

      Note: ສ່ວນປາຍຂອງແກນມັດທີ່ມີຮ່ອງພາຍນອກແມ່ນກຽວຊ້າຍ.

      artpending
    3. ການໃຊ້ໄຂຄວງ, ໝູນແກນມັດ.

    4. ວັດແທກໄລຍະຫ່າງທີ່ດ້ານໜ້າ ແລະ ດ້ານຫຼັງຂອງລໍ້ດ້ານຫຼັງໃນລະດັບຄວາມສູງຂອງເພົາ.

      Note: ໄລຍະຫ່າງທີ່ດ້ານໜ້າຂອງລໍ້ດ້ານຫຼັງຄວນຈະໜ້ອຍກວ່າ 6 ມມ (¼ ນິ້ວ) ຂອງໄລຍະທີ່ວັດແທກຢູ່ດ້ານຫຼັງຂອງລໍ້.

    5. ເຮັດຂັ້ນຕອນຊ້ຳອີກຕາມຄວາມຕ້ອງການ.

    ການບຳລຸງຮັກສາລະບົບເຮັດຄວາມເຢັນ

    ຄວາມປອດໄພຂອງລະບົບເຮັດຄວາມເຢັນ

    • ການກືນກິນນ້ຳຢາທຳ​ຄວາມເຢັນສາ​ມາດ​ເກີດເປັນພິດໄດ້; ໃຫ້ເກັບ​ໄວ້​ຫ່າງໄກຈາກເດັກນ້ອຍ ແລະ ສັດລ້ຽງ.

    • ການປ່ອຍ​ນ້ຳ​ຢາ​ທຳຄວາມເຢັນທີ່ມີ​ຄວາມ​ດັນ ແລະ ຮ້ອນ ແລະ ການຈັບ​ໝໍ້​ນ້ຳ​ທີ່​ຮ້ອນ ແລະ ສ່ວນທີ່ຢູ່ອ້ອມຮອບສາມາດເຮັດໃຫ້ເກີດມີການ​ໄໝ້ຮຸນແຮງໄດ້.

      • ປ່ອຍໃຫ້ເຄື່ອງຈັກເຢັນລົງຢ່າງໜ້ອຍ 15 ນາທີກ່ອນທີ່ຈະເປີດຝາໝໍ້ນ້ຳ.

      • ໃຊ້ຜ້າແພເມື່ອເປີດຝາໝໍ້ນ້ຳ ແລະ ເປີດຝາຄ່ອຍໆເພື່ອໃຫ້ອາຍນ້ຳໄຫຼອອກ.

    • ຢ່າ​ໃຊ້​ງານ​ເຄື່ອງ​ຈັກ​ໂດຍ​ທີ່​ບໍ່​ມີ​ຝາ​ປົກ​ຢູ່​ໃນ​ບ່ອນ​ຂອງ​ມັນ.

    • ໃຫ້​ຮັກ​ສາ​ນິ້ວ​ມື, ມື ແລະ ເຄື່ອງ​ນຸ່ງ​ຂອງ​ທ່ານ​ຢູ່​ຫ່າງ​ໄກ​ຈາກ​ພັດ​ລົມ​ທີ່​ກຳ​ລັງ​ປິ່ນ ແລະ ສາຍ​ພານ​ຂັບ​ເຄື່ອນ.

    ຂໍ້​ກຳ​ນົດ​ສະ​ເພາະ​ນ້ຳ​ຢາ​ທຳ​ຄວາມ​ເຢັນ

    ທ້ອງ​ອ່າງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ແມ່ນ​ໄດ້​ໃສ່​ນ້ຳ​ຢາ​ຢູ່​ທີ່​ໂຮງ​ງານ​ດ້ວຍ​ສານ​ລະ​ລາຍ​ຂອງ​ນ້ຳ ແລະ ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ງານ​ໄດ້​ດົນ​ທີ່​ເປັນ​ດ່າງ​ເອ​ທີ​ລີນ​ກະ​ໄລ​ຄອ​ລ (ethylene glycol) 50/50.

    Important: ຈົ່ງ​ໃຊ້​ແຕ່​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ມີ​ໃຫ້​ທາງ​ການ​ຄ້າ​ເທົ່ານັ້ນ​ທີ່​ໄດ້​ຕາມ​ຂໍ້​ກຳ​ນົດ​ສະ​ເພາະ​ທີ່​ເຮັດ​ເປັນ​ລາຍ​ການ​ໄວ້​ຢູ່​ໃນ​ຕາ​ຕະ​ລາງ​ມາດ​ຕະ​ຖານ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ.ຢ່າ​ໃຊ້​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ເຕັກ​ໂນ​ໂລ​ຊີ​ອາ​ຊິດ​ອະ​ນົງ​ຄະ​ທາດ (IAT) (ສີ​ຂຽວ) ແບບ​ທົ່ວ​ໄປ​ໃນ​ເຄື່ອງ​ຈັກ​ຂອງ​ທ່ານ. ຢ່າ​ປະ​ສົມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ແບບ​ທົ່ວໄປ​ກັບ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ.

    ຕາ​ຕະ​ລາງ​ຂອງ​ປະ​ເພດ​ນ້ຳ​ຢາ​ທຳ​ຄວາມ​ເຢັນ

    ປະ​ເພດ​ນ້ຳ​ຢາ​ທຳ​ຄວາມ​ເຢັນ Ethylene-Glycol

    ປະ​ເພດ​ສານ​ຢັບ​ຢັ້ງ​ການ​ກັດ​ກ່ອນ

    ນ້ຳ​ຢາ​ກັນ​ການ​ແຂງ​ຕົວ​ໃຊ້​ໄດ້​ດົນ

    ເຕັກ​ໂນ​ໂລ​ຊີ​ອາ​ຊິດ​ອົງ​ຄະ​ທາດ (OAT)

    Important: ຢ່າ​ອາ​ໄສ​ສີ​ຂອງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ເພື່ອ​ລະ​ບຸ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງນ້ຳ​ຢາ​ທຳ​ຄວາມ​ເຢັນ​ເຕັກ​ໂນ​ໂລ​ຊີ​ອາ​ຊິດ​ອະ​ນົງ​ຄະ​ທາດ (IAT) (ສີ​ຂຽວ) ແບບ​ທົ່ວ​ໄປ ແລະ ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ.ຜູ້ຜະ​ລິດ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ອາດ​ຈະ​ຍ້ອມ​ສີ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ​ດ້ວຍ​ສີ​ໃດ​ໜຶ່ງ​ຕໍ່​ໄປ​ນີ້ຄື: ສີ​ແດງ, ອອນ, ສົ້ມ, ເຫຼືອງ, ຟ້າ, ຂຽວເຂັ້ມ, ມ່ວງ ແລະ ຂຽວ. ຈົ່ງ​ໃຊ້​ແຕ່​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່ໄດ້​ຕາມ​ຂໍ້​ກຳ​ນົດ​ສະ​ເພາະຢູ່​ໃນ​ຕາ​ຕະ​ລາງ​ມາດ​ຕະ​ຖານ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ.

    ມາດ​ຕະ​ຖານ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ

    ATSM ສາ​ກົນ

    SAE ສາ​ກົນ

    D3306 ແລະ D4985

    J1034, J814 ແລະ 1941

    Important: ຄວາມ​ເຂັ້ມ​ຂຸ້ນ​ຂອງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຄວນ​ຈະ​ເປັນ​ການ​ປະ​ສົມ​ຂອງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຕໍ່​ນ້ຳ 50/50.

    • ທີ່​ນິ​ຍົມ: ເມື່ອ​ປະ​ສົມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຈາກ​ນ້ຳ​ຢາ​ເຂັ້ມ​ຂຸ້ນ, ປະ​ສົມ​ມັນ​ກັບ​ນ້ຳ​ກັນ.

    • ຕົວ​ເລືອກ​ທີ່​ນິ​ຍົມ: ຖ້າ​ບໍ່​ມີ​ນ້ຳ​ກັ່ນ, ໃຫ້​ໃຊ້​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ປະ​ສົມ​ມາ​ກ່ອນ​ແທນ​ຕົວ​ເຂັ້ມ​ຂຸ້ນ.

    • ເງື່ອນ​ໄຂ​ກຳ​ນົດ​ຕ່ຳ​ສຸດ: ຖ້າ​ບໍ່​ມີ​ນ້ຳ​ກັ່ນ ແລະ ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ປະ​ສົມ​ມາ​ກ່ອນ, ໃຫ້​ປະ​ສົມ​ນ້ຳ​ຢາ​ທຳ​ຄວາມ​ເ​ຢັນ​ເຂັ້ມ​ຂຸ້ນ​ກັບ​ນ້ຳ​ສະ​ອາດ​ທີ່​ສາ​ມາດ​ດື່ມ​ໄດ້.

    ການກວດເບິ່ງລະບົບທຳຄວາມເຢັນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບຂອງນ້ຳ​ຢາ​ທຳຄວາມເຢັນໃນຖັງຂະຫຍາຍ ແລະ ອະ​ນາ​ໄມ​ເສດ​ຊາກ​ອອກ​ຈາກ​ໜ້າ​ຈໍ, ຕົວ​ທຳ​ຄວາມ​ເຢັນ​ໃຫ້​ກັບ​ນ້ຳ​ມັນ ແລະ ດ້ານ​ໜ້າ​ຂອງ​​ໝໍ້​ນ້ຳ.
  • ລະບົບທຳຄວາມເຢັນແມ່ນເຕີມດ້ວຍນ້ຳຢາ 50/50 ຂອງນ້ຳ ແລະ ສານປ້ອງກັນການແຂງຕົວຂອງເອທີລີນກ​ລີກອ​ລຖາວອນ. ຄວາມສາມາດຂອງລະບົບທຳຄວາມເຢັນແມ່ນ 9.5 ລິດ (10 ຄະ​ວອດ​ສະ​ຫະ​ລັດ).

    ອັນຕະລາຍ

    ພັດ​ລົມ​ໝຸນ ແລະ ສາຍ​ພານ​ຂັບ​ເຄື່ອນເຮັດໃຫ້ເກີດການບາດເຈັບສ່ວນຕົວ.

    • ຢ່າ​ໃຊ້​ງານ​ເຄື່ອງ​ຈັກ​ໂດຍ​ທີ່​ບໍ່​ມີ​ເຄື່ອງ​ປ້ອງ​ກັນ​ກັບ​ທີ່.

    • ໃຫ້​ຮັກ​ສາ​ນິ້ວ​ມື, ມື ແລະ ເຄື່ອງ​ນຸ່ງ​ຂອງ​ທ່ານ​ຢູ່​ຫ່າງ​ໄກ​ຈາກ​ພັດ​ລົມ​ທີ່​ກຳ​ລັງ​ປິ່ນ ແລະ ສາຍ​ພານ​ຂັບ​ເຄື່ອນ.

    • ມອດຈັກ ແລະ ຖອດກະແຈກ່ອນ​ໜ້າ​ທີ່​ຈະ​ເຮັດ​ການ​ບຳ​ລຸງ​ຮັກ​ສາ.

    1. ກວດເບິ່ງລະດັບຂອງນ້ຳ​ຢາ​ທຳຄວາມເຢັນໃນຖັງຂະຫຍາຍ (ຮູບສະແດງ ).

      Note: ລະດັບນ້ຳ​ຢາ​ທຳຄວາມເຢັນຄວນຢູ່ລະຫວ່າງຂີດໝາຍຂ້າງຖັງ.

      artpending
    2. ຖ້າຫາກວ່າລະດັບນ້ຳ​ຢາ​ທຳຄວາມເຢັນຢູ່ຕໍ່າ, ເປີດຝາປິດຂອງຖັງຂະຫຍາຍອອກ ແລະ ຕື່ມລະບົບໃໝ່. ຢ່າເຕີມຈົນລົ້ນ.

    3. ອັດຝາປິດຂອງຖັງຂະຫຍາຍ.

    ການທຳຄວາມສະອາດລະບົບທຳຄວາມເຢັນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ເອົາ​ເສດ​ຂີ້​ເຫຍື້ອ​ອອກ​ຈາກຕະ​ແກງ ແລະ ໝໍ້​ນ້ຳ/ຕົ​ວທຳຄວາມ​ເຢັນນ້ຳ​ມັນເຄື່ອງ (ຕ້ອງ​ເຮັດ​ໃຫ້​ຖີ່​ຂຶ້ນ​ໃນ​ສະ​ພາບ​ການ​ເຮັດ​ວຽກ​ທີ່​ເ​ປິ​ເປື້ອນ).
  • ທຸກໆ 100 ຊົ່ວໂມງ
  • ກວດກາເບິ່ງທໍ່ລະບົບທຳຄວາມເຢັນ.
  • ທຸກໆ 2 ປີ
  • ລ້າງ ແລະ ປ່ຽນນໍ້າຢາລະບົບເຮັດຄວາມເຢັນ.
  • ເອົາ​ເສດ​ຂີ້​ເຫຍື້ອ​ອອກ​ຈາກຕະ​ແກງ ແລະ ໝໍ້​ນ້ຳ/ຕົ​ວທຳຄວາມ​ເຢັນນ້ຳ​ມັນເຄື່ອງປະ​ຈຳ​ວັນ (ທຳ​ຄວາມ​ສະ​ອາດໃຫ້​ຖີ່​ຂຶ້ນ​ໃນ​ສະ​ພາບ​ການທີ່​ເ​ປິ​ເປື້ອນ).

    1. ບິດກະແຈຢູ່​ໃນ​ສະ​ວິດຕິດ​ຈັກໄປທີ່ຕຳແໜ່ງປິດ ແລະ ຍ້າຍ​ກະ​ແຈ.

    2. ອະ​ນາ​ໄມສິ່ງເສດເຫຼືອທຸກ​ຢ່າງອອກຈາກບໍລິເວນເຄື່ອງຈັກໃຫ້​ທົ່ວ.

    3. ປົດສະ​ຫຼັກຂາ​ໜີບ ແລະ ແກນເປີດຕາ​ນ່າງກອງ​ແຍກດ້ານຫລັງ (ຮູບສະແດງ ).

      artpending
    4. ອະ​ນາ​ໄມ​ທັງ​ສອງ​ດ້ານ​ຂອງໝໍ້ນ້ຳ ແລະ ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ (ຮູບສະແດງ ) ດ້ວຍ​ລົມ​ດັນໃຫ້​ທົ່ວ​ເຖິງ.

      artpending
    5. ປິດຕາ​ນ່າງກອງ​ແຍກ ແລະ ໃສ່​ສະ​ຫຼັກ​ໃຫ້​ແໜ້ນ.

    ການບຳລຸງຮັກສາເບກ

    ການປັບ​ເບ​ຣກມື

    ປັບ​ເບ​ຣກໃນເວລາທີ່ມີແປ້ນ​ເບ​ຣກລ່ອຍ (ຮູບສະແດງ ) ຫຼາຍກວ່າ 2.5 ຊມ (1 ນິ້ວ) ຫຼື ໃນເວລາທີ່ມີແຮງບັງຄັບໃຊ້ຫຼາຍ. ຄວາມລ່ອຍແມ່ນໄລຍະທາງທີ່ແປ້ນ​ເບ​ຣກຍ້າຍກ່ອນທີ່ທ່ານຈະຮູ້ສຶກວ່າມີຄວາມຕ້ານທານຕໍ່​ເບ​ຣກ.

    artpending

    Note: ໃຊ້ຟັນເຟືອງຂອງມໍເຕີ້ລໍ້ເພື່ອໂຍກກອງໄປມາເພື່ອຮັບປະກັນວ່າກອງນັ້ນລ່ອຍ ກ່ອນ ແລະ ຫຼັງການດັດປັບ.

    1. ເພື່ອຫຼຸດຜ່ອນຄວາມລ່ອຍຂອງແປ້ນ​ເບ​ຣກ, ໃຫ້ຫັນ​ເບ​ຣກໂດຍມາຍນັອດດ້ານໜ້າຂອງປາຍກຽວສາຍ​ເບ​ຣກ.(ຮູບສະແດງ ).

      artpending
    2. ຫັນນັອດດ້ານຫຼັງໃຫ້ແໜ້ນຂຶ້ນເພື່ອຍ້າຍສາຍໄປທາງຫຼັງຈົນກວ່າແປ້ນເບຣກຈະມີຄວາມຍາວ 0.63 ເຖິງ 1.27 ມມ (1/4 ເຖິງ 1/2 ນິ້ວ) ຂອງຄວາມລ່ອຍ (ຮູບສະແດງ ), ກ່ອນທີ່ການລັອກລໍ້ຈະສຳເລັດ.

    3. ຫັນນັອດດ້ານໜ້າໃຫ້ແໜ້ນຂຶ້ນ, ຮັບປະກັນວ່າສາຍທັງສອງສາຍຈະເຮັດໃຫ້ເບຣກໄດ້ພ້ອມໆກັນ. ຮັບປະກັນວ່າທໍ່ຮ້ອຍສາຍເບຣກບໍ່ໝູນວຽນໃນລະຫວ່າງຂັ້ນຕອນການຮັດແໜ້ນ.

    ການດັດປັບສະຫຼັກເບຣກມື

    ຖ້າເບຣກມືບໍ່ສາມາດປະຕິບັດ ແລະ ຈັບລັອກໄດ້, ຕ້ອງມີການດັດປັບຕີນເບຣກ.

    1. ມາຍນັອດ 2 ອັນເພື່ອຮັບປະກັນຕີນເບຣກມືເຂົ້າກອບ (ຮູບສະແດງ ).

      artpending
    2. ກົດແປ້ນ​ເບ​ຣກມືໄປຂ້າງໜ້າຈົນກວ່າ​ເບ​ຣກກັກຈະເຂົ້າຕີນ​ເບ​ຣກມື (ຮູບສະແດງ ).

    3. ຫັນ 2 ນັອດກຽວລັອກການດັດປັບ.

    4. ກົດແປ້ນ​ເບ​ຣກເພື່ອປົດ​ເບ​ຣກມືອອກ.

    5. ກວດ​ເບິ່ງ​ການ​ດັດ​ປັບ ແລະ ເຮັດ​ການ​ປັບ​ປ່ຽນ​ຕາມ​ຈຳ​ເປັນ.

    ການບຳລຸງຮັກສາສາຍພານ

    ການກວດ​ບຳ​ລຸງ​ຮັກ​ສາ​ສາຍ​ພານ​ໄດ​ປັ່ນ​ໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 10 ຊົ່ວໂມງທໍາອິດ
  • ການກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ.
  • ທຸກໆ 100 ຊົ່ວໂມງ
  • ການກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ.
  • Note: ສຳ​ລັບ ຄວາມ​ເຄັ່ງສາຍ​ພານ​ທີ່​ເໝາະ​ສົມອະ​ນຸ​ຍາດ​ໃຫ້ 10 ມມ (3/8 ນິ້ວ) ຂອງ​ການ​ປ່ຽນ​ທິດ​ທາງ​ເມື່ອ​ໄດ້​ນຳ​ໃຊ້​ຄວາມແຮງ 44 N (10 ປອນ) ໃນ​ເຄິ່ງ​ທາງ​ສາຍ​ພານ​ລະ​ຫວ່າງ​ໝາກ​ລໍ້.

    1. ຖ້າ​ການ​ກົ່ງ​ບໍ່​ແມ່ນ 10 ມມ (3/8 ນິ້ວ), ໃຫ້ມາຍ​ນັອດ​ຍຶດ​ໄດປັ່ນ​ໄຟຟ້າ (ຮູບສະແດງ ).

      artpending
    2. ເພີ່ມ ຫຼື ຫຼຸດ​ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ​ຟ້າ ແລະ ຮັດ​ນັອດ​ໃຫ້​ແໜ້ນ.

    3. ກວດ​ເບິ່ງ​ການ​ປ່ຽນ​ທິດ​ທາງ​ຂອງ​ສາຍ​ພານ​ອີກ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ຄວາມ​ເຄັ່ງ​ຖືກ​ຕ້ອງ.

    ການບຳລຸງຮັກສາລະບົບໄຮໂດຼລິກ

    ຄວາມປອດໄພຂອງລະບົບໄຮໂດຼລິກ

    • ຂໍ​ການ​ປິ່ນ​ປົວ​ທາງ​ການ​ແພດ​ທັນ​ທີ, ຖ້າມີການສີດຂອງ​ແຫຼວເຂົ້າໄປໃນຜິວໜັງ. ຂອງ​ແຫຼວ​ທີ່​ສີດເຂົ້າຕ້ອງໄດ້ຮັບການຜ່າຕັດເອົາ​ອອກ​ໂດຍ​ທ່ານ​ໝໍພາຍໃນສອງ​ສາມຊົ່ວໂມງ.

    • ໃຫ້​ແນ່​ໃຈ​ວ່າທໍ່ ແລະ ສາຍເຊື່ອມຕໍ່ຂອງ​ແຫຼວໄຮໂດຼລິກທັງໝົດຢູ່ໃນສະພາບດີ ແລະ ທຸກໆການເຊື່ອມຕໍ່ໄຮໂດຼລິກ ແລະ ອຸປະກອນຕ່າງໆແໜ້ນກ່ອນທີ່ຈະນຳໃຊ້ຄວາມກົດດັນຕໍ່ລະບົບໄຮໂດຼລິກ.

    • ຮັກສາຮ່າງກາຍ ແລະ ມືຂອງທ່ານໃຫ້ຢູ່ຫ່າງຈາກການຮົ່ວໄຫຼຂອງຮູ ຫຼື ຫົວສີດທີ່​ປ່ອຍຂອງ​ແຫຼວໄຮໂດຼລິກຄວາມດັນສູງອອກ​ມາ.

    • ໃຊ້ເຈ້ຍ​ແຂງ ຫຼື ເຈ້ຍເພື່ອຊອກຫາການຮົ່ວຂອງໄຮໂດຼລິກ.

    • ຜ່ອນ​ແຮງດັນທັງ​ໝົດໃນລະບົບໄຮໂດຼລິກລົງຢ່າງປອດໄພກ່ອນທີ່ຈະປະຕິບັດວຽກງານໃດໜຶ່ງໃນລະບົບໄຮໂດຼລິກ.

    ການບຳ​ລຸງ​ຮັກ​ສານ້ຳມັນໄຮໂດຼລິກ

    ຂໍ້ມູນຈຳເພາະຂອງນ້ຳມັນໄຮໂດຼລິກ

    ທ້ອງອ່າງແມ່ນ​ໄດ້​ໃສ່ນ້ຳມັນໄຮໂດຼລິກທີ່ມີຄຸນນະພາບສູງເຕັມຢູ່ໂຮງງານ. ກວດເບິ່ງລະດັບຂອງນ້ຳມັນໄຮໂດຼລິກກ່ອນທີ່ທ່ານຈະຕິດຈັກເທື່ອ​ທຳ​ອິດ ແລະ ປະຈຳວັນຫຼັງຈາກນັ້ນ; ໃຫ້​ເບິ່ງ .

    ນ້ຳມັນໄຮໂດຼລິກທີ່ແນະນຳ: Toro PX Extended Life Hydraulic Fluid; ມີຢູ່ໃນ​ຕຸກ 19 ລິດ (5 ແກນລອນສະຫະລັດ) ຫຼື 208 ລິດ (55 ແກນລອນສະຫະລັດ).

    Note: ເຄື່ອງຈັກທີ່ປ່ຽນ​ຖ່າຍ​ນ້ຳ​ມັນ​ຕາມທີ່ແນະນຳບໍ່​ຈຳ​ເປັນ​ຕ້ອງປ່ຽນນ້ຳມັນ ແລະ ປ່ຽນໝໍ້ກອງເລື້ອຍໆ.

    ນ້ຳມັນໄຮໂດຼລິກທາງເລືອກ: ຖ້າບໍ່ມີ Toro PX Extended Life Hydraulic Fluid, ທ່ານອາດຈະໃຊ້ນ້ຳມັນໄຮໂດຼລິກແບບທຳມະດາທີ່ມີຂໍ້​ມູນ​ຈຳເພາະທີ່ມີຢູ່ໃນຂອບເຂດທີ່ລະບຸໄວ້ສຳລັບຄຸນສົມບັດວັດສະດຸຕໍ່ໄປນີ້ ແລະ ມັນຖືກຕ້ອງຕາມມາດຕະຖານອຸດສາຫະກຳ. ຢ່າໃຊ້ນໍ້າມັນສັງເຄາະ. ປຶກສາກັບຕົວແທນຈຳໜ່າຍນ້ຳມັນຫຼໍ່​ລື່ນເພື່ອກຳນົດຜະລິດຕະພັນທີ່ໜ້າພໍໃຈ.

    Note: Toro ບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຈາກການປ່ຽນທີ່ບໍ່ຖືກຕ້ອງ, ສະນັ້ນໃຊ້ຜະລິດຕະພັນຈາກຜູ້ຜະລິດທີ່ມີຊື່ສຽງຜູ້ທີ່ຈະຢູ່ເບື້ອງ​ຫຼັງການແນະນຳຂອງພວກເຂົາເທົ່າ​ນັ້ນ.

    ດັດຊະນີຄວາມໜຽວສູງ/ນ້ຳ​ມັນ​ໄຮ​ໂດຼ​ລິກ​ກັນຫຼຸ້ຍຫ້ຽນຈຸດຖອກ​ຕ່ຳ, ISO VG 46

    ຄຸນສົມບັດຂອງວັດສະດຸ: 
     ຄວາມໜຽວ, ASTM D445cSt @ 40°C (104°F) 44 ຫາ 48
     ດັດຊະນີຄວາມໜຽວ ASTM D2270140 ຫຼື ສູງກວ່າ
     ຈຸດ​ຖອກ, ASTM D97-37°C ຫາ -45°C (-34°F ຫາ -49°F)
     ຂໍ້ກຳ​ນົດ​ສະເພາະທາງອຸດສາຫະກຳ:Eaton Vickers 694 (I-286-S, M-2950-S/35VQ25 ຫຼື M-2952-S)

    Note: ນ້ຳມັນໄຮໂດຼລິກຫຼາຍອັນເກືອບບໍ່ມີສີ, ເຮັດໃຫ້ມີຄວາມຫຍຸ້ງຍາກໃນການກວດການຮົ່ວໄຫຼ. ສານເຕີມສີຍ້ອມສີແດງສຳລັບນ້ຳມັນໄຮໂດຼລິກແມ່ນມີຢູ່ໃນຂວດ 20 ມລ. ຕຸກແມ່ນພຽງພໍສຳລັບນ້ຳມັນໄຮໂດຼລິກປະມານ 15 ຫາ 22 ລິດ (4 ຫາ 6 ແກນລອນສະຫະລັດ). ສັ່ງຊື້ອາໄຫຼ່ເບີ 44-2500 ຈາກຜູ້ຈຳໜ່າຍ Toro ຂອງທ່ານທີ່ໄດ້ຮັບອະນຸຍາດ.

    Important: ນ້ຳ​ມັນ​ໄຮ​ໂດຼ​ລິກ​ຍ່ອຍ​ສະ​ຫຼາຍ​ທາງ​ຊີ​ວະ​ໄດ້​ເປັນ​ສານ​ສັງ​ເຄາະເກ​ຣດ​ພ​ຣີ​ມ້ຽມ​ຂອງ​ໂທ​ໂຣ (Toro Premium Synthetic Biodegradable Hydraulic Fluid) ແມ່ນນ້ຳມັນຊີວະພາບທີ່ສັງເຄາະພຽງຢ່າງດຽວທີ່ຖືກຮັບຮອງໂດຍ Toro. ນ້ຳມັນນີ້ສາມາດໃຊ້ໄດ້ກັບ elastomers ທີ່ໃຊ້ໃນລະບົບບົບໄຮໂດຼລິກ Toro ແລະ ເໝາະສົມກັບສະພາບອຸນຫະພູມທີ່ກວ້າງຂວາງ. ນ້ຳມັນນີ້ສາມາດໃຊ້ໄດ້ກັບນ້ຳມັນແຮ່ທາດທຳມະດາ, ແຕ່ສຳລັບການຍ່ອຍ​ສະ​ຫຼາຍ​ທາງ​ຊີ​ວະ ແລະ ປະສິດຕິພາບສູງສຸດ, ຄວນ​ລ້າງ​ນ້ຳ​ມັນ​ທຳ​ມະ​ດາ​ອອກ​ຈາກລະບົບໄຮໂດຼລິກໃຫ້​ໝົດ. ນ້ຳມັນມີ​ຢູ່ໃນຖັງ 19 ລິດ ຫຼື ຖັງ 208 ລິດ ຈາກຕົວແທນຈຳໜ່າຍ Toro ຂອງທ່ານ.

    ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນ້ຳມັນໄຮໂດຼລິກ.
    1. ວາງ​ຕຳ​ແໜ່ງເຄື່ອງຈັກຢູ່ໃນພື້ນ​ດິນລະດັບພຽງ, ປ່ອຍຖານຕັດຕ່ຳລົງ ແລະ ບິດກະ​ແຈ​ໃນ​ສະ​ວິດ​ໄປ​ທີ່​​ຕຳ​ແໜ່ງ ປິດ.

    2. ກວດເບິ່ງລະດັບນ້ຳມັນໄຮໂດຼລິກ (ຮູບສະແດງ ).

      artpendingartpending

    ການປ່ຽນນ້ຳມັນໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 800 ຊົ່ວໂມງ
  • ຖ້າທ່ານບໍ່ໄດ້ນຳໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນ້ຳມັນທາງເລືອກໃສ່​ທ້ອງ​ອ່າງ, ໃຫ້ປ່ຽນນ້ຳມັນໄຮໂດຼລິກ.
  • ທຸກໆ 2,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນນ້ຳມັນໄຮໂດຼລິກ.
  • ທຸກໆ 2 ປີ
  • ລະ​ບາຍ ແລະ ລ້າງຖັງ​ໄຮ​ໂດຼ​ລິກ.
  • ຄວາມຈຸນໍ້າມັນໄຮ​ໂດຼ​ລິກ: 56.7 ລິດ (15 ແກນລອນສະຫະລັດ)

    ຖ້ານ້ຳມັນມີການປົນເປື້ອນ, ຕິດຕໍ່ຕົວແທນຈຳໜ່າຍ Toro ຂອງທ່ານເພາະວ່າລະບົບດັ່ງກ່າວຕ້ອງໄດ້ຖືກລ້າງອອກ. ນ້ຳມັນທີ່ປົນເປື້ອນເບິ່ງເຫັນ​ວ່າຂຸ້ນ ຫຼື ສີດຳເມື່ອປຽບທຽບກັບນ້ຳມັນທີ່ສະອາດ.

    1. ບິດກະແຈຢູ່​ໃນ​ສະ​ວິດໄປທີ່ຕຳແໜ່ງປິດ ແລະ ຍົກ​ຝາ​ຂຶ້ນ.

    2. ວາງອ່າງໂຕ່ງນ້ຳມັນໃຫ່ຍໄວ້ກ້ອງບ່ອນ​ອັດຕິດຢູ່​ທ້ອງອ່າງນ້ຳມັນໄຮໂດຼລິກ (ຮູບສະແດງ ).

      artpending
    3. ຖອດທໍ່ຢາງຈາກດ້ານລຸ່ມຂອງຈຸດຕໍ່ ແລະ ປ່ອຍໃຫ້ນ້ຳມັນໄຮໂດຼລິກໄຫຼລົງໃນອ່າງ​ໂຕ່ງນໍ້າມັນ.

    4. ໃສ່ທໍ່ຢາງໃນເວລາທີ່ນ້ຳມັນໄຮໂດຼລິກໄຫຼອອກ​ໝົດ​ແລ້ວ.

    5. ເຕີມ​ນ້ຳ​ຢາໄຮ​ໂດຼ​ລິກໃສ່​ເຕົ້າ​ນ້ຳ​ຢາ (ຮູບສະແດງ ).

      Important: ໃຊ້ພຽງແຕ່ນ້ຳມັນໄຮໂດຼລິກທີ່ລະບຸໄວ້ເທົ່ານັ້ນ. ນ້ຳມັນອື່ນໆສາມາດກໍ່ໃຫ້ເກີດຄວາມເສຍຫາຍຕໍ່ລະບົບ.

    6. ໃສ່​ຝາ​ປິດ​ທ້ອງ​ອ່າງ.

    7. ບິດ​ກະ​ແຈ​ໃນ​ສະ​ວິດ​ໄປ​ທີ່​ຕຳ​ແໜ່ງ ເປີດ, ຕິດຈັກ, ໃຊ້​ລະ​ບົບ​ຄວບ​ຄຸມ​ໄຟ​ໂດຼ​ລິກ​ທັງ​ໝົດ​ເພື່ອ​ກະ​ຈາຍ​ນຳ​ມັນ​ໄຮ​ໂດຼ​ລິກ​ຜ່ານ​ລະ​ບົບ ແລະ ກວດ​ສອບ​ຫາ​ຈຸດ​​ຮົ່ວ.

    8. ບິດກະແຈຢູ່​ໃນ​ສະ​ວິດໄປທີ່ຕຳແໜ່ງປິດ.

    9. ກວດເບິ່ງລະດັບນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ຕື່ມ​ໃສ່ໃຫ້ພຽງພໍໄດ້ລະດັບກັບຂີດໝາຍ ເຕັມ ຢູ່ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.

      Important: ຢ່າເຕີມຈົນລົ້ນ.

    ການປ່ຽນໝໍ້ກອງໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 800 ຊົ່ວໂມງ
  • ຖ້າທ່ານບໍ່ໄດ້ນຳໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນໍ້າມັນທາງເລືອກ​ໃສ່​ທ້ອງອ່າງ, ໃຫ້ປ່ຽນກອງໄຮໂດຼລິກ (ໃຫ້​ປ່ຽນ​ໄວ​ຂຶ້ນ, ຖ້າ​ຕົວ​ຊີ້ບອກ​ໄລ​ຍະ​ເວ​ລາ​ການ​ບໍ​ລິ​ການ​ບຳ​ລຸງ​ຮັກ​ສາ​ຢູ່​ໃນ​ເຂດ​ແດງ).
  • ທຸກໆ 1,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນໝໍ້ກອງໄຮໂດຼລິກ (ໃຫ້​ປ່ຽນ​ໄວ​ຂຶ້ນ, ຖ້າ​ຕົວ​ຊີ້ບອກ​ໄລ​ຍະ​ເວ​ລາ​ການ​ບໍ​ລິ​ການ​ບຳ​ລຸງ​ຮັກ​ສາ​ຢູ່​ໃນ​ເຂດ​ແດງ).
  • ລະບົບໄຮໂດຼລິກແມ່ນຕິດຕັ້ງດ້ວຍຕົວຊີ້ວັດໄລຍະຫ່າງການບຳ​ລຸງ​ຮັກ​ສາ (ຮູບສະແດງ ). ດ້ວຍເຄື່ອງຈັກທີ່ແລ່ນຢູ່, ເບິ່ງຕົວຊີ້ບອກ, ມັນຄວນຈະຢູ່ໃນເຂດສີຂຽວ. ເມື່ອຕົວຊີ້ບອກຢູ່ໃນເຂດສີແດງ, ໃຫ້ປ່ຽນໝໍ້ກອງໄຮໂດຼລິກ.

    artpending

    Important: ການນຳໃຊ້ໝໍ້ກອງອື່ນໃດໜຶ່ງອາດຈະເຮັດໃຫ້ການຮັບປະກັນຂອງບາງສ່ວນປະກອບເປັນ​ໂມ​ຄະ.

    1. ວາງ​ຕຳ​ແໜ່ງເຄື່ອງຈັກຢູ່ໃນພື້ນ​ດິນລະດັບພຽງ, ປ່ອຍໜ່ວຍຕັດຕ່ຳລົງ, ບິດກະ​ແຈ​ໃນ​ສະ​ວິດ​ໄປ​ທີ່​​ຕຳ​ແໜ່ງ ປິດ, ເປີດ​ໃຊ້​ງານ​ເບ​ຣກ​ມື ແລະ ເອົາ​ກະ​ແຈ​ອອກ.

    2. ປ່ຽນໄສ້​ກອງໄຮ​ໂດຼ​ລິກ​ທັງ​ສອງ (ຮູບສະແດງ ).

      artpendingartpending
    3. ບິດ​ກະ​ແຈ​ໃນ​ສະ​ວິດ​ໄປ​ທີ່​ຕຳ​ແໜ່ງ ເປີດ, ຕິດຈັກ ແລະ ປ່ອຍ​ໃຫ້​ມັນ​ແລ່ນ​ປະ​ມານ 2 ນາ​ທີ ເ​ພື່ອ​ໄລ່​ອາ​ກາດ​ອອກ​ຈາກ​ລະ​ບົບ.

    4. ບິດກະແຈຢູ່​ໃນ​ສະ​ວິດໄປທີ່ຕຳແໜ່ງປິດ ແລະ ກວດເບິ່ງການຮົ່ວໄຫຼ.

    ການກວດເບິ່ງສາຍ ແລະ ທໍ່ໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງສາຍ ແລະ ທໍ່ໄຮໂດຼລິກສຳລັບການຮົ່ວໄຫຼ, ສາຍຫງິກງໍ, ຕົວຕິດຕັ້ງຫຼວມ, ຫຼຸ້ຍຫ້ຽນ, ບໍ່ພໍດີ, ການເສື່ອມ​ສະ​ພາບ​ຈາກດິນຟ້າອາກາດ ແລະ ການເສື່ອມ​ສະ​ພາບ​ທາງເຄມີ.
  • ທຸກໆ 2 ປີ
  • ປ່ຽນ​ທໍ່ໄຮ​ໂດຼ​ລິກ.
  • ທຳການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະດຳເນີນງານ.

    ຄຳເຕືອນ

    ການ​ເສຍ​ຫາຍ​ຂອງ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ພາຍ​ໃຕ້ຄວາມ​ດັນ​ສາ​ມາດ​ແຜ່​ຊຶມ​ເຂົ້າ​ຜິວ​ໜັງ ແລະ ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບໄດ້.

    • ຂໍ​ການ​ຊ່ວຍ​ເຫຼືອ​ທາງ​ການ​ແພດ​ທັນ​ທີ, ຖ້າມີການສີດຂອງ​ແຫຼວເຂົ້າໄປໃນຜິວໜັງ.

    • ໃຫ້​ແນ່​ໃຈວ່າທໍ່ ແລະ ສາຍເຊື່ອມຕໍ່ຂອງ​ແຫຼວໄຮໂດຼລິກທັງໝົດຢູ່ໃນສະພາບດີ ແລະ ທຸກໆການເຊື່ອມຕໍ່ໄຮໂດຼລິກ ແລະ ອຸປະກອນຕ່າງໆແໜ້ນກ່ອນທີ່ຈະນຳໃຊ້ຄວາມກົດດັນຕໍ່ລະບົບໄຮໂດຼລິກ.

    • ຮັກສາຮ່າງກາຍ ແລະ ມືຂອງທ່ານໃຫ້ຢູ່ຫ່າງຈາກການຮົ່ວໄຫຼຂອງຮູ ຫຼື ຫົວສີດທີ່​ປ່ອຍຂອງ​ແຫຼວໄຮໂດຼລິກຄວາມດັນສູງອອກ​ມາ.

    • ໃຊ້ເຈ້ຍ​ແຂງ ຫຼື ເຈ້ຍເພື່ອຊອກຫາການຮົ່ວຂອງໄຮໂດຼລິກ.

    • ຜ່ອນ​ແຮງດັນທັງ​ໝົດໃນລະບົບໄຮໂດຼລິກລົງຢ່າງປອດໄພກ່ອນທີ່ຈະປະຕິບັດວຽກງານໃດໜຶ່ງໃນລະບົບໄຮໂດຼລິກ.

    ທົດ​ສອບ​ຄວາ​ມ​ດັນ​ຂອງ​​ລະ​ບົບ​ໄຮ​ໂດຼ​ລິກ

    ໃຊ້ຊ່ອງທົດສອບລະບົບໄຮໂດຼລິກເພື່ອທົດສອບຄວາມດັນໃນວົງຈອນໄຮໂດຼລິກ. ຕິດຕໍ່ຕົວແທນຈຳໜ່າຍ Toro ທີ່​ໄດ້​ຮັບ​ອາ​ນຸ​ບາດຂອງທ່ານເພື່ອຂໍຄວາມຊ່ວຍເຫຼືອ.

    ການທຳງານຂອງກໍ້ຂົດ​ລວດວາວໄຮໂດຼລິກ

    ໃຊ້ບັນຊີລາຍຊື່ຂ້າງລຸ່ມນີ້ເພື່ອລະບຸ ແລະ ອາ​ທິ​ບ​າຍເຖິງການທຳງານທີ່ຕ່າງກັນຂອງກໍ້ຂົດ​ລວດໃນທໍ່ຮ່ວມໄຮໂດຼລິກ. ກໍ້​ຂົດ​ລວດແຕ່ລະອັນຕ້ອງໄດ້ຮັບການເສີມພະລັງງານເພື່ອໃຫ້ການທຳງານເກີດຂຶ້ນ.

    ກໍ້​ຂົດ​ລວດການທຳງານ
    PRV2ວົງຈອນຈັກ​ຕັດ​ຫຍ້າ​ດ້ານ​ໜ້າ
    PRV1ວົງຈອນຈັກ​ຕັດ​ຫຍ້າ​ດ້ານ​ຫຼັງ
    PRVຍົກຖານ​ຕັດ​ຂຶ້ນ/ປ່ອຍປ່ອຍຕັດຕ່ຳລົງ
    S1ປ່ອຍປ່ອຍຕັດຕ່ຳລົງ
    S2ປ່ອຍປ່ອຍຕັດຕ່ຳລົງ

    ການບຳ​ລຸງຮັກສາໜ່ວຍຕັດ

    ການແຍກໜ່ວຍຕັດອອກຈາກລົດຕັດ​ຫຍ້າ

    1. ວາງ​ຕຳ​ແໜ່ງເຄື່ອງຈັກຢູ່ໃນພື້ນ​ຮາບ​ພຽງ, ປ່ອຍໜ່ວຍຕັດຕ່ຳລົງ, ບິດກະ​ແຈ​ໃນ​ສະ​ວິດ​ໄປ​ທີ່​​ຕຳ​ແໜ່ງ ປິດ ແລະ ເປີ​ດ​ໃຊ້​ງານ​ເບ​ຣກ​ມື.

    2. ຕັດ​ການ​ເຊື່ອມ​ຕໍ່ ແລະ ຍ້າຍ​ມໍ​ເຕີ​ໄຮ​ໂດຼ​ລິກ​ອອກ​ຈາກ​ໜ່ວຍ​ຕັດ (ຮູບສະແດງ ). ປົກ​ປິດດ້ານ​ເທິງ​ຂອງ​ແກນ​ໝູນ​ເພື່ອ​ປ້ອງ​ກັນ​ການ​ປົນ​ເປື້ອນ.

      artpending
    3. ເອົາ​ສະ​ຫຼັກ​ດຶງ​ທີ່ຍຶດກອບ​ຮອງ​ຮັບຖານ​ຕັດ​ໃສ່​ກັ​ບສະ​ຫຼັກໝູນ​ແຂນ​ຍົກ (ຮູບສະແດງ ).

      artpending
    4. ກິ້ງ​ໜ່ວຍ​ຕັດ​ອອກ​ໄປ​ຈາກ​ເຄື່ອງ​ຕັດ​ຫຍ້າ.

    ການຕິດໜ່ວຍຕັດໃສ່​ເຄື່ອງຕັດ​ຫຍ້າ

    1. ວາງ​ຕຳ​ແໜ່ງເຄື່ອງຈັກຢູ່ໃນພື້ນ​ຮາບ​ພຽງ ແລະ ບິດກະ​ແຈ​ໃນ​ສະ​ວິດ​ໄປ​ທີ່​​ຕຳ​ແໜ່ງ ປິດ.

    2. ເຄື່ອນໜ່ວຍຕັດໄປ​ໃນ​ຕຳ​ແໜ່ງຢູ່​ໃນ​ດ້ານ​ໜ້າເຄື່ອງ​ຕັດ​ຫຍ້າ.

    3. ເລື່ອນກອບຮອງ​ຮັບຖານຕັດໄປໃສ່ສະ​ຫຼັກ​ໝູນ​ແຂນ​ຍົກ ແລະ ຮັດມັນໃຫ້​ແໜ້ນດ້ວຍສະ​ຫຼັກ​ດຶງ (ຮູບສະແດງ ).

    4. ຕິດ​ຕັ້ງ​ມໍ​ເຕີ​ໄຮ​ໂດຼ​ລິກ​ໃຫ້​ກັບ​ຖານ​ຕັດ (ຮູບສະແດງ ). ເຮັດໃຫ້​ແນ່​ໃຈ​ວ່າ​ແຫວນ​ຮູບຕົວ O ຢູ່​ໃນ​ຕຳ​ແໜ່ງ​ ແລະ ບໍ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

    5. ໃສ່​ນ້ຳ​ມັນ​ກະ​ແລັດແກນ​ໝູນ.

    ການສ້ອມ​ແປງ​ບຳ​ລຸງ​ຮັກ​ສາລູກກິ້ງດ້ານ​ໜ້າ

    ກວດກາລູກ​ກິ້ງ​ດ້ານ​ໜ້າວ່າ​ມີ​ຄວາມຫ້ຽນ, ຄອນ ຫຼື ບີບ​ຮັດ​ບໍ່. ການບຳ​ລຸງ​ຮັກ​ສາສ້ອມ​ແປງ ຫຼື ປ່ຽນລູກ​ກິ້ງ ຫຼື ອົງ​ປະ​ກອບ​ຕ່າງໆ, ຖ້າ​ໜຶ່ງ​ໃນ​ສະ​ພາບ​ເຫຼົ່າ​ນີ້ມີ​ຢູ່.

    ການ​ຖອດ​ປະ​ກອບລູກກິ້ງດ້ານ​ໜ້າ

    1. ເອົາ​ນັອດ​ຮັດ​ຕິດ​ລູກ​ກິ້ງ​ອອກ (ຮູບສະແດງ ).

    2. ສອດ​ເຄື່ອງ​ເຈາະ​ຮູ​ເຂົ້າ​ໄປ​ຜ່ານ​ປາຍ​ຂອງ​ຕົວ​ເຮືອນ​ລູກ​ກິ້ງ ແລະ ຂັບ​ເຄື່ອນ​ລູກ​ບີ່​ດ້ານ​ກົງ​ກັນ​ຂ້າມ​ອອກ​ໂດຍ​ການ​ເຄາະ​ສະ​ຫຼັບ​ໃສ່​ດ້ານ​ກົງ​ກັນ​ຂ້າມ​ຂອງປອກ​ລູກ​ບີ່​ດ້ານ​ໃນ. ຄວນ​ຈະ​ມີ​ຮີມ​ຂອງ​ປອກ​ດ້ານ​ໃດ 1.5 ມມ (0.060 ນິ້ວ) ອ້າ​ຢູ່.

      artpending
    3. ຍູ້​ລູກ​ບີ່​ທີ່​ສອງ​ອອກຢູ່​ໃນ​ການ​ກົດ.

    4. ກວດ​ກາ​ເບິ່ງ​ຕົວ​ເຮືອນ​ລູກ​ກິ້ງ, ລູກ​ບີ່ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ​ລູກ​ບີ່ວ່າ​ມີ​ຄ່​ວາມ​ເສຍ​ຫາຍ​ບໍ່ (ຮູບສະແດງ ). ປ່ຽນ​ສ່ວນ​ປະ​ກອບ​ທີ່​ເສຍ​ຫາຍໃດ​ໜຶ່ງ ແລະ ປະ​ກອບພວກ​ມັນ​ຄືນ.

    ການ​ປະ​ກອບລູກກິ້ງດ້ານ​ໜ້າ

    1. ກົດ​ລູກ​ບີ່ຊຸດ​ທຳ​ອິດ​ເຂົ້າ​ໄປ​ໃນ​ຕົວ​ເຮືອນ​ຂອງ​ລູກກິ້ງ (ຮູບສະແດງ ). ກົດ​ປອກ​ດ້ານນອກເທົ່າ​ນັ້ນ ຫຼື ເທົ່າໆ​ກັນ​ຢູ່​ໃນ​ປອກ​ດ້ານ​ໃນ ແລະ ດ້ານນອກ.

    2. ສອດ​ຕົວ​ຈັດ​ໄລ​ຍະ​ຫ່າງ​ເຂົ້າ​ໄປ (ຮູບສະແດງ ).

    3. ກົດ​ລູກ​ບີ່ຊຸດທີ່​ສອງ​ເຂົ້າ​ໄປ​ໃນ​ຕົວ​ເຮືອນ​ຂອງ​ລູກກິ້ງ (ຮູບສະແດງ ). ​ກົດ​ປອກ​ດ້ານໃນ ແລະ ດ້ານນອກໃຫ້​ສະ​ເໝີ​ກັນ​ຈົນ​ກວ່າ​ປອກ​ດ້ານ​ໃນ​ສຳ​ພັດ​ກັບ​ຕົວ​ເວັ້ນ.

    4. ຕິດ​ຕັ້ງ​ອົງ​ປະ​ກອບ​ລູກ​ກິ້ງ​ເຂົ້າ​ໄປ​ໃນ​ກອບ​ໜ່ວຍ​ຕັດ.

    5. ກວດ​ສອບ​ເບິ່ງວ່າ​ບໍ່​ມີ​ຊ່ອງ​ຫວ່າງກວ້າງກວ່າ 1.5 ມມ (0.060 ນິ້ວ) ຢູ່​ລະ​ຫວ່າງ​ສ່ວນ​ປະ​ກອບ​ລູກ​ກິ້ງ ແລະ ລາງ​ຍຶດ​ຕິດ​ລູກ​ກິ້ງ​ຂອງກອບ​ໜ່ວຍ​ຕັດ. ຖ້າ​ມີ​ຊ່ອງ​ຫວ່າງ​ເກີນ 1.5 ມມ (0.060 ນິ້ວ), ໃສ່​ແຫວນ​ຮອງ​ເສັ້ນ​ຜ່າ​ກາງ 5/8 ໃຫ້​ພໍ​ເພື່ອ​ໃຫ້ອັດ​ການ​ລົ້ນ​ອອກ.

      Important: ການ​ຍຶດ​ສ່ວນ​ປະ​ກອບ​ລູກ​ກິ້ງ​ດ້ວຍ​ຊ່ອງ​ຫວ່າງກວ້າງກວ່າ 1.5 ມມ (0.060 ນິ້ວ) ສ້າງ​ໃຫ້​ມີ​ການ​ໂຫຼດ​ດ້ານ​ຂ້າງ​ຢູ່​ໃນ​ລູກ​ບີ່ ແລະ ສາ​ມາດ​ນຳ​ໄປ​ສູ່​ການ​ໃຊ້​ງານ​ຂອງ​ລູກ​ບີ່​ບໍ່​ໄດ້​ກ່ອນ​ກຳ​ນົດ

    6. ບິດນັອດຕິດໃຫ້​ໄດ້ 108 N∙m (80 ft-lb).

    ການ​ບຳລຸງ​ຮັກ​ສາ​ໃບ​ມີດ

    ຄວາມປອດໄພຂອງໃບມີດ

    • ກວດກາໃບມີດເປັນໄລ​ຍະວ່າ​ມີ​ຄວາມຫ້ຽນ ຫຼື ເສຍຫາຍບໍ່.

    • ໃຊ້ຄວາມລະມັດລະວັງເມື່ອກວດເບິ່ງໃບມີດ. ຫໍ່ໃບມີດ ຫຼື ໃສ່ຖົງມື ແລະ ໃຊ້ຄວາມລະມັດລະວັງໃນເວລາທີ່ບຳ​ລຸງ​ຮັກ​ສາໃບມີດ. ປ່ຽນ ຫຼື ລັບໃບມີດເທົ່າ​ນັ້ນ; ຢ່າບິດໃຫ້ຊື່ ຫຼື ເຊື່ອມຈອດພວກມັນ.

    • ໃນ​ຈັກ​ທີ່​ມີ​ໃບ​ມີດ​ຫຼາຍ​ໃບ, ການ​ບຳ​ລຸງ​ຮັກ​ສາ​ໂດຍ​ການ​ໝູນ​ໃບ​ມີດ 1 ອັນ​ສາ​ມາດເຮັດ​ໃຫ້​ໃບ​ມີດ​ອື່ນໆ​ໝູນ​ໄດ້.

    ການ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາໃບ​ມີດພື້ນ​ທີ່​ພຽງ

    ຖານຕັດໝູນຈາກ​ໂຮງ​ງານ​ແມ່ນ​ຕັ້ງ​ຄ່າ​ມາ​ຢູ່​ທີ່ຄວາມ​ສູງ​ຂອ​ງການ​ຕັດ 5 ຊມ (2 ນິ້ວ) ແລະ ຄວາມ​ເນີນ​ໃບ​ມີດ 7.9 ມມ (0.310 ນິ້ວ). ຄວາມສູງ​ດ້ານ​ຊ້າຍ ແລະ ດ້ານ​ຂວາ​ແມ່ນ​ຍັງ​ໄດ້​ຕັ້ງ​ຄ່າ​ມາ​ກ່ອນ​ໃຫ້​ຢູ່​ພາຍ​ໃນ ± 0.7 ມມ (0.030 ນິ້ວ) ຂອງ​ກັນ​ແລະ​ກັນ.

    ຖານຕັດຖືກ​ອອກ​ແບບ​ມາ​ເພື່ອ​ໃຫ້​ທົນ​ກັບ​ຜົນ​ກະ​ທົບ​ຂອງ​ໃບ​ມີດ​ໂດຍ​ບໍ່ມີການ​ບິດ​ບ້ຽວ​ຜິດ​ຮູບ​ຮ່າງຂອງ​ຊ່ອງ. ຖ້າກະ​ແທກ​ໃສ່​ວັດ​ຖຸ​ຂອງ​ແຂງ, ໃຫ້​ກວດ​ກາ​ເບິ່ງ​ຄວາມ​ເສຍ​ຫາຍ​ຂອງ​ໃບ​ມີດ ແລະ ຄວາມ​ພຽງ​ຂອງ​ໃບ​ມີດ​ສຳ​ລັບ​ຄວາມ​ແມ່ນ​ຢຳ.

    ການກວດ​ກາຄວາມ​ພຽງ​ຂອງ​ໃບ​ມີດ

    1. ຖອດມໍເຕີ້ໄຮ​ໂດຼ​ລິກ​ອອກ​ຈາຖານຕັດ ແລະ ເອົາ​ຖານ​ຕັດ​ອອກ​ຈາກລົດ​ຕັດ​ຫຍ້າ.

    2. ໃຊ້​ໝາກ​ລັອກ​ຍົກ​ຂຶ້ນ (ຫຼື ຢ່າງ​ໜ້ອຍ 2 ຄົນ) ແລະ ວາງຖານ​ຕັດ​ໃສ່​ໂຕະ​ພຽງ.

    3. ໝາຍ​ປາຍ​ຂອງ​ໃບ​ມີດ 1 ດ້ານ​ດ້ວຍ​ປາກ​ກາ​ສີ ຫຼື ມາກ​ເກີ້. ໃຊ້​ປາຍ​ຂອງ​ໃບ​ມີດ​ນີ້​ເພື່ອກວດ​ເບິ່ງ​ຄວາມ​ສູງ​ທັງ​ໝົດ.

    4. ວາງ​ຕຳ​ແໜ່ງ​ຄົມ​ຕັດ​ຂອງ​ປາຍ​ທີ່​ໝາຍ​ໄວ້​ຂອງ​ໃບ​ມີດ​ຢູ່​ທີ່ 12 ໂມງ (ຢືດ​ຊື່​ໄປ​ທາງ​ໜ້າ​ຢູ່​ໃນ​ທິດ​ທາງ​ຂອງ​ການ​ຕັດ) (ຮູບສະແດງ ) ແລະ ວັດ​ແທກລວງສູງ​ຈາກ​ໂຕະ​ຫາ​ຄົມ​ຕັດ​ຂອງ​ໃບ​ມີດ.

      artpending
    5. ໝູນ​ປາຍທີ່​ໝາຍ​ໄວ້​ຂອງ​ໃບ​ມີດ​ໄປ​ທີ່​ຕຳ​ແໜ່ງ 3 ແລະ 9 ໂມງ (ຮູບສະແດງ ) ແລະ ວັດ​ແທກລວງ​ສູງ.

    6. ປຽບ​ທຽບ​ 12 ໂມງ​ ຄວາມ​ສູງ​ທີ່​ວັດ​ແທກ​ໄດ້​ກັບ​ການ​ຕັ້ງ​ຄ່າ​ຄວາມ​ສູງ​ຂອງ​ການ​ຕັດ. ມັນ​ຄວນ​ຈະ​ຢູ່​ພາຍ​ໃນ 0.7 ມມ (0.030 ນິ້ວ). ຄວາມ​ສູງ​ທີ່ 3 ແລະ 9 ໂມງ​ຄວນຈະ​ແມ່ນ 3.8 ເຖິງ 6.0 ມມ (0.15 ເຖິງ ± 0.24 ນີ້ວ) ສູງກວ່າການ​ຕັ້ງ​ຄ່າ 12 ໂມງ ແລະ ຢູ່​ພາຍ​ໃນ 1.6 ເຖິງ 6.0 ມມ (0.06 ເຖິງ 0.24 ນິ້ວ) ຂອງ​ແຕ່​ລະ​ອັນ.

    Note: ຖ້າ​ການ​ວັດ​ແທກ​ໃດ​ໜຶ່ງ​ເຫຼົ່າ​ນີ້​ບໍ່​ຢູ່​ພາຍ​ໃນ​ຂໍ້​ກຳ​ນົດ​ສະ​ເພາະ, ໃຫ້​ດຳ​ເນີນ​ໄປ​ຫາ .

    ການປັບຄວາມ​ພຽງ​ຂອງ​ໃບ​ມີດ

    ເລີ່ມ​ຕົ້ນ​ດ້ວຍ​ການ​ປັບ​ດ້ານ​ໜ້າ (ປ່ຽນລາງ​ຍຶດ​ເທື່ອ​ລະ 1 ອັນ).

    1. ຖອດ​ລາງ​ຍຶດ​ຄວາມ​ສູງ​ຂອງ​ການ​ຕັດ (ດ້ານ​ໜ້າ, ຊ້າຍ ຫຼື ຂວາ) ອອກ​ຈາກກອບ​ຖານ​ຕັດ (ຮູບສະແດງ ).

    2. ປັບແຜ່ນ​ຮອງ 1.5 ມມ (0.060 ນິ້ວ) ແລະ/ຫຼື ແຜ່ນ​ຮອງ 0.7 ມມ (0.030 ນິ້ວ) ລະ​ຫວ່າງກອບ​ຖານ​ຕັດ ແລະ ລາງ​ຍຶດ​ເພື່ອ​ໃຫ້​ໄດ້​ຄວາມ​ສູງ​​ທີ່​ຕ້ອງ​ການ (ຮູບສະແດງ ).

      artpending
    3. ຕິດ​ຕັ້ງ​ລາງ​ຍຶດ​ຄວາມ​ສູງ​ຂອງ​ການ​ຕັດ​ໃສ່​ກອບຖານ​ຕັດ​ດ້ວຍ​ແຜ່ນ​ຮອງ​ທີ່​ຍັງ​ເຫຼືອ​ປະ​ກອບ​ໃສ່​ຢູ່​ດ້ານ​ລຸ່ມ​ລາງ​ຍຶດ​ຄວາມ​ສູງ​ຂອງ​ການ​ຕັດ.

    4. ຮັດ​ນັອດ​ຫົວ​ຈົມ/ຕົວຈັດ​ໄລ​ຍະ​ຫ່າງ ແລະ ນັອດຕົວແມ່ແຜ່ນ​ປິດ​ໃຫ້​ແໜ້ນ.

      Note: ນັອດ​ຕົວ​ຜູ້​ຫົວ​ຈົມ/ຕົວ​ຈັດ​ໄລ​ຍະ​ຫ່າງ​ຖືກ​ຈັບ​ເຂົ້າ​ກັນ​ດ້ວຍ​ການຕິດ​ກາວ​ໃສ່ການ​ລັອກ​ກຽວ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຕົວ​ຈັດ​ໄລ​ຍະ​ຫ່າງ​ຕົກ​ລົງ​ດ້ານ​ໃນ​ກອບ​ຖານ​ຕັດ.

    5. ກວດສອບ​ເບິ່ງ​ຄວາມ​ສູງ​ທີ່ 12 ໂມງ ແລະ ປັບ ຖ້າ​ຈຳ​ເປັນ.

    6. ກຳ​ນົດ​ວ່າ​ພຽງ​ແຕ່ 1 ຫຼື ທັງສອງລາງ​ຍຶດ​ຄວາມ​ສູງ​ຂອງ​ການ​ຕັດ (​ຂວາ ແລະ ຊ້າຍ) ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ປັບ​ແກ້. ຖ້າ​ດ້ານ 3 ແລະ 9 ໂມງ​ແມ່ນ 1.6 ຫາ 6.0 ມມ (0.06 ຫາ 0.24 ນິ້ວ) ທີ່​ສູງກວ່າ​ຄວາມ​ສູງ​ດ້ານ​ໜ້າ​ຕົວ​ໃໝ່​ແລ້ວກໍ່​ບໍ່​ຈຳ​ເປັນ​ຕ້ອງ​ມີ​ການ​ປັບ​ແກ້​ສຳ​ລັບ​ຂ້າງນັ້ນ. ປັບ​ດ້ານ​ອື່ນ​ໄປ​ພາຍ​ໃນ 1,6 ເຖິງ 6.0 ມມ (0.06 ເຖິງ 0.24 ນິ້ວ) ຂອງ​ດ້ານທີ່​ຖືກ​ຕ້ອງ.

    7. ປັບ​ລາງ​ຍຶດ​ຄວາມ​ສູງ​ຂອງ​ການ​ຕັດ​ດ້ານ​ຂວາ ແລະ/ຫຼື ດ້ານ​ຊ້າຍ​ໂດຍ​ການ​ເຮັດຊ້ຳ​ຂັ້ນ​ຕອນ 1 ຮອດ 3.

    8. ຍຶດ​ນັອດ​ຕົວ​ຜູ້​ຮອງ​ຮັບ ແລະ ນັອດ​ຕົວ​ແມ່​ຝາປິດ​ໃຫ້​ແໜ້ນ.

    9. ອີກ​ຄັ້ງ, ກວດ​ສອບ​ຄວາມ​ສູງ​ທີ່​ຕຳ​ແໜ່ງ 12, 3 ແລະ 9 ໂມງ.

    ການ​ເອົາ​ໃບ​ມີດ​ໜ່ວຍ​ຕັດ​ອອກ ແລະ ການຕິດຕັ້ງ

    ປ່ຽນ​ໃບ​ມີດ, ຖ້າ​ມັນ​ຕຳ​ກັບ​ວັດ​ຖຸ​ແຂງ, ບໍ່​ທ່ຽງ ຫຼື ຄົດ​ງໍ. ໃຊ້​ໃບ​ມີດ​ປ່ຽນ​ຂອງ​ແທ້​ຂອງ Toro ຢູ່​ສະ​ເໝີ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ການ​ມີ​ປະ​ສິດ​ທິ​ພາບ​ສູງ​ສຸດ.

    1. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ, ຍົກໜ່ວຍ​ຕັດຂຶ້ນ​ຫາຕຳ​ແໜ່ງການ​ຂົນ​ສົ່ງ, ໃສ່​ເບຣກມື, ມອດຈັກ ແລະ ຖອດກະແຈອອກ.

      Note: ຄ້ຳ ຫຼື ລັອກ​ໜ່ວຍ​ຕັດ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ມັນ​ຕົກ​ລົງ​ມາ​ໂດຍ​ບັງ​ເອີນ.

    2. ຈັບ​ປາຍ​ຂອງ​ໃບ​ມີດ​ດ້ວຍ​ການ​ໃຊ້ຜ້າ​ເສດ ຫຼື ຖົງ​ມື​ມີ​ແນວ​ຮອງ​ໜາ.

    3. ຖອດນັອດ​ຕົວ​ຜູ້​ຮັດ​ໃບ​ມີດອອກ, ເອົາ​ຝາ​ປົກ​ກັນ​ຖືກ​ໜັງ ແລະ ໃບ​ມີດ​ອອກ​ຈາກ​ເພົາ​ແກນ​ໝູນ (ຮູບສະແດງ ).

      artpending
    4. ຕິດ​ຕັ້ງ​ໃບ​ມີດ, ຝາ​ປົກ​ກັນ​ຖືກ​ໜັງ ແລະ ນັອດ​ຕົວ​ຜູ້​ຈັບ​ໃບ​ມີດ ແລະ ຮັດ​ນັອດ​ຕົວ​ຜູ້​ຈັບ​ໃບ​ມີດ​ໃຫ້​ແໜ້ນ​ຮອດ 115 ຫາ 149 N∙m (85 ຫາ 110 ft-lb).

      Important: ໃບ​ມີດ​ສ່ວນ​ທີ່​ກົງ​ຕ້ອງ​ກຳ​ລັງ​ຊີ້​ໄປ​ດ້ານ​ໃນ​ຂອງ​ໜ່ວຍ​ຕັດ​ເພື່ອ​ຮັບ​ປະ​ກັນ​ການ​ຕັດ​ທີ່​ເໝາະ​ສົມ.

      Note: 7ຫຼັງ​ຈາກ​ຕຳ​ກັບ​ວັດ​ຖຸ​ແປກ​ປອມ, ບິດນັອດຕົວ​ແມ່​ໝາກລໍ້ແກນ​ໝູນ​ທັງ​ໝົດໃຫ້​ໄດ້ 115 ຫາ 149 N∙m (85 ເຖິງ 110 ft-lb).

    ການກວດ​ກາ ແລະ ການ​ລັບໃບ​ມີດ

    1. ຍົກ​ຖານຕັດ​ໄປ​ທີ່​ຕຳ​ແໜ່ງ​ການ​ຂົນ​ສົ່ງ, ບິດ​ກະ​ແຈ​ໃນ​ສະ​ວິດ​ຕິ​ດ​ຈັກ​ໄປ​ທີ່​ຕຳ​ແໜ່ງ ປິດ ແລະ ເປີ​ດ​ໃຊ້​ງານ​ເບ​ຣກ​ມື.

    2. ຄ້ຳຖານ​ຕັດ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ມັນ​ຕົກ​ລົງ​ມາ​ໂດຍ​ບັງ​ເອີນ.

    3. ກວດ​ກາ​ເບິ່ງ​ປາຍ​ຕັດ​ຂອງ​ໃບ​ມີດ​ຢ່າງ​ລະ​ມັດ​ລະ​ວັງ, ໂດຍ​ສະ​ເພາະ​ບ່ອນ​ທີ່​ສ່ວນ​ພຽງ ແລະ ກົ່ງ​ຂອງ​ໃບ​ມີດ​ມາ​ພົບ​ກັນ (ຮູບສະແດງ ).

      Note: ເພາະ​ວ່າ​ຊາຍ ແລະ ວັດ​ຖຸ​ແຂງ​ສາ​ມາດ​ເຮັດ​ໃຫ້​ໂລ​ຫະທີ່​ເຊື່ອມ​ຕໍ່​ສ່ວນ​ພຽງ ແລະ ສ່ວນ​ກົ່ງ​ຂອງ​ໃບ​ມີດ​ຫ້ຽນ, ໃຫ້​ກວດ​ເບິ່ງ​ໃບ​ມີດ​ກ່ອນ​ນຳ​ໃຊ້​ເຄື່ອງ​ຈັກ.

    4. ຖ້າ​ສັງ​ເກດ​ເ​ຫັນ​ມີ​ການ​ເປ່​ເພ (ຮູບສະແດງ ), ໃຫ້​ປ່ຽນ​ໃບ​ມີດ; ໄປ​ເບິ່ງ​ທີ່ .

      ອັນຕະລາຍ

      ຖ້າ​ຫາກ​ໃບ​ມີດ​ໄດ້​ຮັບ​ອາ​ນຸ​ຍາດ, ຈະ​ເກີດ​ຊ່ອງ​ລະ​ຫວ່າງ​ໃບ​ເຮືອ ແລະ ສ່ວນ​ທີ່​ລຽບ​ຂອງ​ໃບ​ມີດ (ຮູບສະແດງ ). ສຸດ​ທ້າຍ​ຊິ້ນສ່ວນ​ໃດ​ໜຶ່ງ​ຂອງ​ໃບ​ມີດ​ອາດ​ຈະ​ແຕກ​ອອກ ແລະ ຟົ້ງ​ຈາກ​ກ້ອງ​ກັບ​ມີດ, ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ຮ້າຍ​ແຮງ​ຕໍ່​ທ່ານ ຫຼື ຜູ້​ຢືນ​ຢູ່​ໃກ້ໄດ້.

      • ກວດກາໃບມີດເປັນໄລ​ຍະວ່າ​ມີ​ຄວາມຫ້ຽນ ຫຼື ເສຍຫາຍບໍ່.

      • ປ່ຽນໃບ​ມີດທີ່ຫ້ຽນ ຫຼື ເສຍຫາຍຢູ່​ສະ​ເໝີ.

      artpending
    5. ກວດ​ກາ​ເບິ່ງ​ຄົມ​ຕັດຂອງໃບ​ມີດທຸກອັນ. ລັບ​ຄົມ​ຕັດຖ້າ​ຫາກ​ພວກ​ມັນປູ້ ຫຼື ບ່ານ. ລັບ​ພຽງ​ແຕ່​ດ້ານ​ເທິງ​ຂອງ​ຄົມ​ຕັດ​ໃຫ້​ຄົມ ແລະ ຮັກ​ສາ​ມູມ​ຕັດ​ເດີມ​ໄວ້​ເພື່ອ​ຮັບ​ປະ​ກັນວ່າ​ມັນ​ຄົມ (ຮູບສະແດງ ).

    6. ຖ້າ​ປູ້ ຫຼື ບ່ານ, ລັບພຽງ​ແຕ່​ຄົມ​ຕັດ​ດ້ານ​ເທິງຄະ​ນະ​ທີ່ຮັກ​ສາ​ມູມ​ຕັດ​ເດີມ​ໄວ້ (ຮູບສະແດງ ).

      Note: ໃບ​ມີດ​ຈະຍັງ​ຄົງ​ທ່ຽງ​ຢູ່, ຖ້າເອົາ​ໂລ​ຫະ​ໃນ​ປະ​ລິ​ມານເທົ່າ​ກັນ​ອອກ​ໄປ​ຈາກ​ຄົມ​ຕັດ​ທັງ​ສອງ.

      artpending
    7. ເພື່ອກວດ​ສອບ​ໄ​ບ​ມີດ​ໃຫ້​ມັນ​ຊື່ ແລະ ຂະ​ໜານ​ກັນ, ວາງ​ໄບ​ມີດ​ໄວ້​ເທິງ​ພື້ນ​ທີ່​ຮາບ​ພຽງ ແລະ ກວດ​ສອບ​ປາຍ​ຂອງ​ມັນ.

      Note: ວາງ​ຕຳ​ແໜ່ງ​ຂອງ​ໃບ​ມີດ​ໃຫ້​ຕ່ຳ​ກວ່າ​ໃຈ​ກາງ​ເລັກ​ນ້ອຍ ແລະ ຄົມ​ຕັດ​ຕ່ຳ​ລົງ​ກວ່າ​ສົ້ນ​ຂອງ​ໃບ​ມີດ. ໃບ​ມີດ​ນີ້​ເຮັດ​ໃຫ້​ໄດ້​ຄຸນ​ນະ​ພາບ​ຂອງ​ຄົມ​ຕັດ​ທີ່​ດີ ແລະ ຕ້ອງ​ການ​ພະ​ລັງ​ງານ​ໜ້ອຍ​ທີ່​ສຸດຈາກ​ຈັກ. ໃນ​ທາງ​ກົງ​ກັນ​ຂ້າມ, ໃບ​ມີດ​ທີ່ຢູ່​ທີ່​ປາຍ​ສູງກວ່າ​ໃຈ​ກາງ ຫຼື ຖ້າ​ຄົມ​ຕັດ​ສູງກວ່າ​ສົ້ນ, ໃບ​ມີດ​ງໍ ຫຼື ບິດ ແລະ ຕ້ອງ​ໄດ້​ປ່ຽນ.

      artpending
    8. ຕິດ​ຕັ້ງ​ໃບ​ມີດ, ໂດຍ​ຫັນ​ໃບ​ເຮືອ​ໄປ​ທາງ​​ຖານໂດຍ​ໃຊ້​ຖ້ວຍ​ປ້ອງ​ກັນ​ກະ​ທົບ ແລະ ນັອດ​ຕົວ​ຜູ້​ຈັບ​ໃບ​ມີດ. ບິດນັອດຕົວຜູ້​ຈັບໃບ​ມີດໃຫ້​ໄດ້ 115 ຫາ 149 N∙m (85 ເຖິງ 110 ft-lb).

    ການເກັບມ້ຽນ

    ຄວາມປອດໄພໃນການເກັບຮັກສາ

    • ມອດຈັກ, ຖອດກະແຈ ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

    ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການ​ເກັບ​ຮັກ​ສາ

    Important: ຢ່າໃຊ້ນ້ຳເຄັມ ຫຼື ນ້ຳທີ່ຜ່ານການບຳບັດມາເພື່ອທຳຄວາມສະອາດເຄື່ອງຈັກ.

    ການກະກຽມໜ່ວຍຂັ​ບ​ເຄື່ອນ

    1. ທຳຄວາມສະອາດໜ່ວຍຂັບເຄື່ອນ, ໜ່ວຍຕັດ ແລະ ເຄື່ອງຈັກໃຫ້​ທົ່ວ.

    2. ກວດເບິ່ງຄວາມດັນຂອງຢາງລົດ. ໃຫ້​ແນ່​ໃຈ​ວ່າ​ຢາງໄດ້​ສູບ​ລົມເປັນ 0.83 ເຖິງ 1.03 bar (12 ເຖິງ 15 psi).

    3. ກວດເບິ່ງຕົວຮັດທັງໝົດສຳລັບຄວາມຫຼວມ ແລະ ຮັດພວກ​ມັນໃຫ້ແໜ້ນຕາມຄວາມຈຳເປັນ.

    4. ໃສ່ກະແລັດທຸກ​ຂໍ້​ຕໍ່​ກະ​ແລັດ ແລະ ຈຸດແກນໝູນ. ເຊັດນໍ້າມັນຫຼໍ່​ລື່ນ​ທີ່​ເຫຼືອ​ອອກ.

    5. ເຊັດກະດາດຊາຍບາງໆ ແລະ ໃຊ້ການທາສີສຳຜັດໃສ່ບໍລິເວນທີ່ຖືກຂູດ ແຕກ ຫຼື ເຂົ້າ​ໝ້ຽງ. ສ້ອມແປງຮອຍບຸ້ມຕ່າງໆໃນຕົວໂລຫະ.

    6. ບຳ​ລຸງ​ຮັກ​ສາແບັດເຕີຣີ ແລະ ສາຍໄຟດັ່ງຕໍ່ໄປນີ້:

      1. ຖອດສາຍຂົ້ວແບັດເຕີຣີອອກຈາກຫົວແບັດເຕີຣີ.

        Note: ຖອດສາຍຂົ້ວລົບກ່ອນສະ​ເໝີ ແລະ ຂົ້ວບວກສຸດທ້າຍ. ຕໍ່ປາຍຂົ້ວບວກເຂົ້າກ່ອນສະ​ເໝີ ແລະ ຂົ້ວລົບສຸດທ້າຍ.

      2. ອະ​ນາ​ໄມ​ແບັດ​ເຕີ​ຣີ, ຫົວ​ແບັດ​ເຕີ​ຣີ ແລະ ຫົວໂດຍໃຊ້ຝອຍຂັດ ແລະ ສານ​ລະ​ລາຍເບັກກິ້ງໂຊດາ.

      3. ເຄືອບຫົວ​ຂົ້ວສາຍໄຟ ແລະ ຫົວແບດເຕີຣີ​ດ້ວຍ​ກະ​ແລັດ​ເຄືອບ​ຜິວ Grafo 112X (ອາ​ໄຫຼ່ເບີ 505-47) ຫຼື ວຸ້ນນ້ຳມັນເພື່ອປ້ອງກັນການກັດກ່ອນ.

      4. ສາກແບັດເຕີຣີຄືນ​ໃໝ່ຢ່າງ​ຊ້າໆທຸກໆ 60 ວັນເປັນເວລາ 24 ຊົ່ວໂມງເພື່ອປ້ອງກັນການກາຍເປັນ​ຊືນ​ຊັ​ລ​ເຟດ​ຂອງ​ແບັດ​ເຕີ​ຣີ.

    ການກະກຽມເຄື່ອງຈັກ

    1. ປ່ອຍນ້ຳມັນເຄື່ອງຈັກອອກຈາກອ່າງນ້ຳມັນເຄື່ອງ ແລະ ປ່ຽນ​ນັອດອັດບ່ອນ​ປ່ອຍນ້ຳມັນ.

    2. ຖອດໝໍ້​ກອງ​ອອກ ແລະ ກຳ​ຈັດຖີ້ມ. ໃສ່ໝໍ້ກອງນໍ້າມັນໃໝ່ເຂົ້າ​ໄປ.

    3. ຕື່ມ​ນ້ຳ​ມັນ​ເຄື່ອງ​ໃສ່​ເຕົ້າ​ນ້ຳ​ມັນ​ດ້ວຍ​ປະ​ລິ​ມານ​ນ້ຳ​ມັນ​ມໍ​ເຕີ້ທີ່​ກຳ​ນົດ​ໃຫ້.

    4. ບິດ​ກະ​ແຈ​ຢູ່​ໃນ​ສະ​ວິດ​ໄປ​ທີ່​ຕຳ​ແໜ່ງເປີດ, ຕິກ​ຈັກ ແລະ ໃຫ້​ມັນ​ຕິດ​ຢູ່​ທີ່​ຄວາມ​ໄວ​ກາ​ລັງ​ຕີ​ເປັນ​ເວ​ລາ​ປະ​ມານ 2 ນາ​ທີ.

    5. ບິດກະແຈຢູ່​ໃນ​ສະ​ວິດໄປທີ່ຕຳແໜ່ງປິດ.

    6. ລະ​ບາຍ​ນ້ຳ​ມັນ​ເຊື້ອ​ໄຟ​ທັງ​ໝົດ​ອອກ​ຈາກ​ຖັງ​ນ້ຳ​ມັນ, ທໍ່ ແລະ ໝໍ້​ກອງນ້ຳ​ມັນເຊື້ອ​ໄຟ/ສ່ວນ​ປະ​ກອບ​ຕົວ​ແຍກ​ນ້ຳ​ໃຫ້​ທົ່ວ​ທັງ​ໝົດ.

    7. ລ້າງຖັງນ້ຳມັນເຊື້ອໄຟດ້ວຍນ້ຳມັນກາຊວນທີ່ສົດສະອາດ.

    8. ຮັດ​ຂໍ້​ຕໍ່​ລະ​ບົບ​ທັງ​ໝົດ​ໃຫ້​ແໜ້ນ​ດີ.

    9. ທຳຄວາມສະອາດໃຫ້​ທົ່ວ ແລະ ບຳ​ລຸງ​ຮັກ​ສາ​ສ່ວນປະກອບເຕົ້າກອງອາກາດ.

    10. ປິດທາງເຂົ້າກອງອາກາດ ແລະ ທໍ່ໄອເສຍອອກດ້ວຍເທບປ້ອງກັນທຸກສະພາບອາກາດ.

    11. ກວດເບິ່ງການປ້ອງກັນການແຂງຕົວ ແລະ ເຕີ່ມ​ໃສ່ທີ່​ຈຳ​ເປັນສຳ​ລັບອຸນຫະພູມຕ່ຳສຸດທີ່​ຄາດ​ໄວ້​ໃນພື້ນ​ທີ່ຂອງທ່ານ

    ການ​ເກັບ​ມ້ຽນ​ໜ່ວຍ​ຕັດ

    ຖ້າ​ໜ່ວຍ​ຕັດ​ຖືກ​ແຍກ​ອອກ​ຈາກ​ຈັກ​ຕັດ​ຫຍ້າ​ເປັນ​ເວ​ລາ​ດົນ​ນານ, ຕິດ​ຕັ້ງ​ຕົວ​ສຽບ​ແກນ​ໝູນ​ຢູ່​ດ້ານ​ເທິງ​ຂອງ​ແກນ​ໝູນ​ເພື່​ປົກ​ປ້ອງ​ແກນ​ໝູນ​ຈາກ​ການ​ຖືກ​ຝຸ່ນ ແລະ ນ້ຳ.