ຈັກ​ຕັດ​ຫຍ້າ Greensmaster® Flex 1018 ແລະ 1021
ຂໍ້​ມູນ​ການ​ປະ​ຕິ​ເສດ​ຄວາມ​ຮັບ​ຜິດ​ຊອບ ແລະ ຄວບ​ຄຸມ
ຜະລິດຕະພັນນີ້ປະຕິບັດຕາມຄຳສັ່ງແນະນຳຂອງເອີຣົບທີ່ກ່ຽວຂ້ອງທັງໝົດ; ສຳລັບລາຍລະອຽດ, ກະລຸນາເບິ່ງເອກະສານສະເພາະຂອງຖະແຫຼງການວ່າ​ດ້ວຍ​ການ​ປະ​ຕິ​ບັດ​ຕາມ (DOC).
ມັນເປັນການລະເມີດກົດໝາຍຊັບພະຍາກອນສາທາລະນະຂອງລັດຄາລິຟໍເນຍພາກທີ 4442 ຫຼື 4443 ໃນການນຳໃຊ້ ຫຼື ນຳໃຊ້ເຄື່ອງຈັກໃນດິນທີ່ມີ​ປ່າ​ໄມ້​ປົກ​ຫຸ້ມ, ພຸ່ມ​ໄມ້​ປົກ​ຫຸ້ມ ຫຼື ຫ​ຍ້າ​ປົກ​ຫຸ້ມ, ເວັ້ນເສຍແຕ່ວ່າເຄື່ອງຈັກມີເຄື່ອງກວດຈັບປະກາຍໄຟຕາມທີ່ໄດ້ກຳນົດໄວ້ໃນພາກທີ 4442, ມີ​ລຳ​ດັບ​ຂັ້ນ​ຕອນ​ການ​ເຮັດ​ວຽກ​ທີ່​ມີ​ປະ​ສິດ​ທິ​ພາບ ຫຼື ເຄື່ອງຈັກຖືກສ້າງຂຶ້ນ, ຕິດຕັ້ງ ແລະ ຮັກສາໄວ້​ສຳ​ລັບ​ການປ້ອງກັນໄຟໄໝ້.
ປຶ້ມຄູ່ມືຂອງເຈົ້າຂອງເຄື່ອງຈັກທີ່ໃຫ້ມາແມ່ນມີຂໍ້ມູນທີ່ກ່ຽວຂ້ອງກັບໜ່ວຍ​ງານປົກປ້ອງສິ່ງແວດລ້ອມຂອງສະຫະລັດ (US Environmental Protection Agency, EPA) ແລະ ລະບຽບການຄວບຄຸມການປ່ອຍອາຍພິດ​ຂອງຄາລິຟໍເນຍກ່ຽວ​ກັບລະບົບການປ່ອຍອາຍພິດ (California Emission Control Regulation), ການບຳລຸງຮັກສາ ແລະ ການຮັບປະກັນ. ການປ່ຽນແທນທີ່ອາດຈະຖືກສັ່ງຊື້ຜ່ານຜູ້ຜະລິດເຄື່ອງຈັກ.
ການ​ນຳ​ໃຊ້​ເຄື່ອງ​ຈັກ​ນີ້​ເໜືອ​ລະ​ດັບ​ໜ້າ​ນ້ຳ​ທະ​ເລ 1,500 ມ (5,000 ຟີດ) ຈຳ​ເປັນ​ຕ້ອງ​ມີ​ຈັກ​ອາຍ​ພົ່ນ​ໃຊ້​ໃນ​ລະ​ດັບ​ຄວາມ​ສູງ​ທີ່​ສູງ. ໃຫ້​ເບິ່ງປຶ້ມຄູ່ມືຂອງເຈົ້າຂອງເຄື່ອງຈັກ Honda ຂອງ​ທ່ານ.
 
CALIFORNIA
 
Proposition 65
 
The engine exhaust from this product contains chemicals known to the State of California to cause cancer, birth defects, or other reproductive harm.
 
Use of this product may cause exposure to chemicals known to the State of California to cause cancer, birth defects, or other reproductive harm.
 
 
 
 
ຄຳ​ແນະນຳ
 

ຈຸດປະສົງການນໍາໃຊ້

ເຄື່ອງຈັກນີ້ແມ່ນເຄື່ອງຕັດຫຍ້າທີ່ໃບມີດກົງ​ໝູນ​ຍ່າງ​ນຳ​ຫຼັງທີ່ມີຈຸດປະສົງທີ່ຈະຖືກນຳໃຊ້ໂດຍມື​ອາ​ຊີບ, ຜູ້ປະຕິບັດການທີ່ຈ້າງງານໃນການນຳໃຊ້ທາງການຄ້າ. ມັນໄດ້ຖືກອອກແບບຕົ້ນຕໍສໍາລັບການຕັດຫຍ້າໃນສະໜາມຫຍ້າທີ່ໄດ້ຮັບການຮັກສາເປັນຢ່າງດີ. ການນຳໃຊ້ຜະລິດຕະພັນນີ້ເພື່ອຈຸດປະສົງອື່ນນອກເໜືອຈາກການນຳໃຊ້ທີ່ເປັນຈຸດປະສົງຂອງມັນອາດຈະເປັນອັນຕະລາຍຕໍ່ທ່ານ ແລະ ຜູ້ທີ່ຢູ່ໃກ້ຄຽງ.
ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳ​ລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ການ​ຮັບ​ຄວາມ​ຊ່ວຍ​ເຫຼືອ

Graphic
G406957
ເຂົ້າເບິ່ງ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.
ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຕົວ​ເລກ​ເຫຼົ່າ​ນີ້​ຢູ່​ໃນ​ແຜ່ນ​ເລກ​ລຳ​ດັບ​ໃນ​ຜະ​ລິດ​ຕະ​ພັນ​ຂອງ​ທ່ານ . ຂຽນຕົວເລກໃສ່ໃນຊ່ອງທີ່ກຽມໃຫ້.
Important  
ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR ຢູ່​ໃນ​ສະ​ຫຼາກເລກລຳດັບ (ຖ້າມີ) ເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.
 
ເລກ​ລຸ່ນ:
ເລກລຳ​ດັບ:

ຂໍ້​ຕົກ​ລົງ​ໃນ​ຄູ່​ມື

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ມີ​ຂໍ້​ຄວາມ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທີ່​ໄດ້​ລະ​ບຸ​ໄວ້​ໂດຍສັນຍາລັກເຕືອນຄວາມປອດໄພ, ເຊິ່ງ​ເປັນ​ສັນ​ຍານ​ອັນ​ຕະ​ລາຍ​ທີ່​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສາ​ຫັດ ຫຼື ເສຍ​ຊີ​ວິດ, ຖ້າ​ທ່ານ​ບໍ່​ປະ​ຕິ​ບັດ​ຕາມ​ຂໍ້​ຄວນ​ລະ​ວັງ​ທີ່​ແນະ​ນຳ.
Graphic
G405934
ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ຂໍ້ສັງເກດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.
 
 
 
ຄວມປອດໄພ
 

ຄວາມປອດໄພທົ່ວໄປ

ຜະລິດຕະພັນນີ້ມີຄວາມສາມາດຕັດມື ແລະ ຕີນ ແລະ ເຮັດ​ໃຫ້ວັດຖຸຟົ້ງ​ຂຶ້ນໄດ້.
ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ Image, ເຊິ່ງໝາຍເຖິງຂໍ້ຄວນລະວັງ, ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງ​ກໍ່​ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫລື ເສຍຊີວິດ.

ປ້າຍ​ສະ​ຫຼາກ​ຄວາມ​ປອດ​ໄພ ແລະ ແນະ​ນຳ

Image
ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.
Decal Part: 120-9570
Graphic
s_decal120-9570
  1.  ຄຳ​ເຕືອນ—ໃຫ້ຢູ່ຫ່າງຈາກສ່ວນທີ່ເຄື່ອນທີ່, ຮັກສາແຜງປ້ອງກັນ ແລະ ເກາະກັນບັງຢູ່ກັບທີ່.
Decal Part: 130-8322
Graphic
s_decal130-8322
  1.  ໃຊ້​ແຕ່​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ມີ​ປະ​ລິ​ມານ​ເຫຼົ້າ​ຕາມ​ບໍ​ລິ​ມາດ​ຕ່ຳ​ກວ່າ 10% ເທົ່າ​ນັ້ນ.
  2.  ອ່ານຄູ່​ມື​ຜູ້​ໃຊ້ສຳລັບຂໍ້ມູນເພີ່ມ​ເຕີມກ່ຽວ​ກັບ​ນ້ຳ​ມັນ​ເຊື້ອ​ໄຟ.
  3.  ຢ່າໃຊ້ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ມີ​ປະ​ລິ​ມານ​ເຫຼົ້າ​ຕາມ​ບໍ​ລິ​ມາດ​ຫຼາຍກວ່າ 10%.
Decal Part: 133-8062
Graphic
s_decal133-8062
Decal Part: 138-1589
Graphic
s_decal138-1589
  1.  ເປີດ​ກົງ​ໝູນ.
  2.  ປົດກົງໝູນ.
Decal Part: 138-1644
Graphic
s_decal138-1644
  1.  ໝູນ​ມື​ຈັບ​ໄປ​ເພື່ອໃສ່ຕຳ​ແໜ່ງ.
  2.  ດ້ວຍ​ເຄື່ອງ​ຈັກ​ຢູ່​ໃນ​ຕຳ​ແໜ່ງ​ເກຍ​ຫວ່າງ, ໝູນ​ມື​ຈັບ​ໄປ​ເພື່ອປົດ.
  3.   ການ​ຄວບ​ຄຸມເກຍ
Decal Part: 138-2138
Graphic
s_decal138-2138
  1.  ຄວັນ​ພິດ ຫຼື ອາຍ​ແກ໊ສ​ພິດ, ອັນ​ຕະ​ລາຍ​ຈາກ​ການຫາຍ​ໃຈບໍ່​ອອກ—ຢ່າ​ຕິດ​ຈັກ​ຢູ່​ໃນ​ບ່ອນ​ທີ່​ປິດ.
  2.  ອັນ​ຕະ​ລາຍ​ຈາກ​ການ​ລະ​ເບີດ—ມອດ​ຈັກ​ກ່ອນ​ເຕີມ​ນ້ຳ​ມັນ​ເຊື້ອ​ໄຟ; ບໍ່​ໃຫ້​ມີການຈູດ​ໄຟ, ແປວ​ໄຟ​ເປີດ ຫຼື ສູບ​ຢາ​ໃນ​ເວ​ລາ​ເຕີມ​ນ້ຳ​ມັນ​ເຊື້ອ​ໄຟ.
  3.  ຄຳເຕືອນ—ມອດຈັກ ແລະ ປິດ​ວາວ​ປິດ​ນ້ຳ​ມັນ​ກ່ອນທີ່ຈະອອກຈາກເຄື່ອງຈັກ.
  4.  ຄຳ​ເຕືອນ—ຖອດ​ສາຍ​ຫົວ​ທຽນກ່ອນ​ທຳ​ການ​ບຳ​ລຸງ​ຮັກ​ສາ.
  5.  ອັນ​ຕະ​ລາຍ​ຈາກ​ພື້ນ​ຜິວ​ຮ້ອນ—ຢ່າຈັບບາຍພື້ນຜິວທີ່ຮ້ອນ.
  6.  ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່—ອ່ານຄູ່ມື​ຜູ້​ໃຊ້ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ການຕື່ມ​ນ້ຳ​ມັນ​ເຊື້ອ​ໄຟ.
Decal Part: 138-5532
Graphic
s_decal138-5532
  1. ດຶງ​ຂຶ້ນເພື່ອປົດເບ​ຣກ.
  2. ດຶງ​ລົງ​ເພື່ອ​ໃຊ້​ເບ​ຣກ.
  3. ເບ​ຣກ​ມື—ລັອກ​ແລ້ວ
  4. ເບຣກມື—ປົດ​ລັອກ​ແລ້ວ
  5. ຄຳ ເຕືອນ—ອ່ານຄູ່ມືຜູ້​ໃຊ້.
  6. ຄຳເຕືອນ—ຢ່ານຳ​ໃຊ້ເຄື່ອງຈັກນີ້, ເວັ້ນເສຍແຕ່ວ່າທ່ານໄດ້ຮັບການຝຶກຝົນ​ມາແລ້ວ.
  7. ຄຳເຕືອນ—ໃສ່ເຄື່ອງປ້ອງກັນສຽງ.
  8. ອັນຕະລາຍຈາກວັດຖຸທີ່ຟົ້ງ​ອອກ—ໃຫ້ຜູ້ຄົນທີ່ໃກ້ຄຽງຫ່າງອອກໄປ.
  9. ຄຳ​ເຕືອນ—ໃຫ້ຢູ່ຫ່າງຈາກສ່ວນທີ່ເຄື່ອນທີ່; ຮັກສາແຜງປ້ອງກັນ ແລະ ເກາະກັນບັງທັງ​ໝົດ​ໄວ້ຢູ່ກັບທີ່.
  10. ຢ່າ​ລາກ​ເຄື່ອງ​ຈັກ.
Decal Part: 138-5533
Graphic
s_decal138-5533
  1.  ຕົວຄວບ​ຄຸມ​ການ​ດຶງ—ກົດ​ຕົວຄວບ​ຄຸມ​ການດຶງ​ລົງ, ຈາກ​ນັ້ນ​ດຶງ​ມັນ​ຂຶ້ນ​ມາ​ໃສ່​ມື​ຈັບ.
Decal Part: 138-5534
Graphic
s_decal138-5534
  1.  ຊ້າ
  2.  ໄວ
 
 
 
ການຕັ້ງ
 

ການ​ປັບ ແລະ ການ​ຕິດ​ຕັ້ງໜ່ວຍ​ຕັດ

ອາ​ໄຫຼ່​ທີ່​ຕ້ອງ​ການ
1
ໜ່ວຍ​ຕັດ (ສັ່ງ​ແຍກ​ຕ່າງ​ຫາກ; ຕິດ​ຕໍ່ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ)
1
ທໍ່ຫົກ​ຫຼ່ຽມ
1
ສະປິງ
1
​ປອກ
  1. ປັບໜ່ວຍຕັດໄປ​ໃສ່​ການ​ຕັ້ງ​ຄ່າ​ທີ່​ຕ້ອງ​ການ​ຂອງ​ທ່ານ; ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ໜ່ວຍ​ຕັດ.
  2. Graphic
    G404684
  3. ຕິດ​ຕັ້ງ​ສະ​ປ​ຣິງ , ປອກ ແລະ ທໍ່ຫົກ​ຫຼ່ຽມ ໃສ່​ເພົາ​ຂໍ້​ເຊື່ອມ​ຕໍ່​ລະ​ບົບ​ເກຍ.
  4. ຕິດຕັ້ງໜ່ວຍຕັດໃສ່ເຄື່ອງຈັກ.

ການຕິດຕັ້ງເພົາ​ຂົນ​ສົ່ງ

ທ່ານ​ສາ​ມາດ​ຊື້​ຊຸດ​ລໍ້​ຂົນ​ສົ່ງ​ທາງ​ເລືອກ (ລຸ່ນ 04123) ໄດ້; ຕິດ​ຕໍ່​ຜູ້​ຈັດ​ຈຳ​ໜ່ວຍ Toro ທີ່​ໄດ້​ຮັບ​ອະ​ນຸ​ມັດ​ຂອງ​ທ່ານ.
  1. ໃຫ້​ແນ່​ໃຈ​ວ່າ​ຢາງໄດ້​ສູບ​ລົມເປັນ 0.83 ເຖິງ 1.03 bar (12 ເຖິງ 15 psi).
  2. ເຄື່ອນ​ຂາ​ຄ້ຳ​ໄປ​ທີ່​ຕຳ​ແໜ່ງສ້ອມ​ບຳ​ລຸງ​ຮັກ​ສາເພົາ​ຂົນ​ສົ່ງ.
  3. Graphic
    G406965
  4. ເລື່ອນ​ລໍ້​ໄປ​ໃສ່​ແກນ​ກາງ .
  5. ໝູນຕົວ​ໜີບ​ລັອກ​ລໍ້ ອອກ​ຈາກ​ໃຈກາງ​ລໍ້, ປ່ອຍ​ໃຫ້​ເລື່ອນ​ໄກ​ໄປ​ສູ່​ແກນ​ກາງ.
  6. ໝູນ​ລໍ້​ຄືນຫຼັງ ແລະ ກັບໄປ​ມາ​ຈົນ​ກວ່າ​ມັນ​ເລື່ອນ​ໄປ​ໃສ່​ແກນ​ຈົນ​ໝົດ ແລະ ຕົວ​ໜີບ​ລັອກ​ຮັດ​ແໜ້ນ​ຢູ່​ໃນ​ຮ່ອງ​ໃນ​ເພົາ​ແກນ​ກາງ.
  7. ເຮັດຊ້ໍາຄືນຂັ້ນຕອນດຳ​ເນີນ​ການ​ໃນ​ດ້ານ​ກົງ​ກັນ​ຂ້າມຂອງ​ເຄື່ອງ​ຈັກ.
  8. ປ່ອຍ​ໜ່ວຍ​ຕັດ​ຕ່ຳ​ລົງ​ໃຫ້​ອອກ​ຈາກ​ຂາ​ຄ້ຳ​ຢ່າງ​ລະ​ມັດ​ລະ​ວັງ.

ການ​ຕິດ​ຕັ້ງກະ​ຕ່າຫຍ້າ

ອາ​ໄຫຼ່​ທີ່​ຕ້ອງ​ການ
1
ກະ​ຕ່າ​ຫຍ້າ
Important  
Graphic
G404688
ຖ້າ​ທ່ານ​ເຮັດ​ກະ​ຕ່າ​ຕົກ, ໃຫ້​ກວດເບິ່ງ​ຈຸດສຳ​ຜັດ​ແຂນນລະ​ດັບ​ຢູ່​ໃກ້​ກັບ​ຮີມ​ກະ​ຕ່າ​ດ້ານ​ລຸ່ມ​ເພື່ອ​ເບິ່ງ​ຄວາມ​ເສຍ​ຫາຍ. ຢືດ​ພວກ​ມັນ​ອອກ​ໃຫ້​ຊື່​ກ່ອນ​ໃຊ້​ກະ​ຕ່າ.
ການ​ໃຊ້​ກະ​ຕ່າ​ກັບ​ຈຸດ​ສຳ​ຜັດ​ແຂນ​ລະ​ດັບ​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ສຳ​ຜັດ​ລະ​ຫວ່າງ​ກະ​ຕ່າ ແລະ ໜ່ວຍຕັດ, ເຮັດ​ໃຫ້​ເກີດ​ສຽງ​ດັງ​ທີ່​ບໍ່​ຕ້ອງ​ການ ແລະ/ຫຼື ຄວາມ​ເສຍ​ຫາຍ​ຕໍ່​ກະ​ຕ່າ ແລະ ໜ່ວຍ​ຕັດ.
 
  1. ຄວ້າ​ເອົາ​ກະ​ຕ່າ​ດ້ວຍ​ມື​ຈັບ.
  2. ພາ​ທາງ​ຮີມ​ກະ​ຕ່າ​ລະ​ຫວ່າງ​ແຜ່ນ​ຂ້າງໜ່ວຍ​ຕັດ ແລະ ເໜືອ​ກົງ​ໝູນ​ດ້ານ​ໜ້າ.
  3. Graphic
    G404689
  4. ຕິດ​ຕັ້ງ​ຂໍ​ເກາະ​ກະ​ຕ່າ ໃສ່​ຫ່ວງ​ຂອງກອບ .

ການປັບ​ຄວາມ​ໄວຈັກ

ສຳ​ລັບປະ​ເທດ​ທີ່​ປະ​ຕິ​ບັດ​ຕາມ CE ຫຼື UKCA ເທົ່າ​ນັ້ນ
1
ສະ​ຫຼາກ CE/UKCA
ຖ້າ​ທ່ານ​ໃຊ້​ເຄື່ອງ​ຈັກ​ຂອງ​ທ່ານ​ຢູ່​ໃນ​ປະ​ເທດ​ທີ່​ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານ CE ຫຼື UKCA, ໃຫ້​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ຄວບ​ຄຸມ​ສຽງ​ໂດຍ​ການ​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ​ນີ້:
  1. ປັບຄວາມ​ໄວຈັກກາ​ລັງ​ຕີສູງຕາມ​ຂໍ້​ກຳ​ນົດ​ສະ​ເພາະ​ຕໍ່​ໄປ​ນີ້:
    • ເຄື່ອງ​ຈັກ 1018: 3,000 ຮອບ​ຕໍ່​ນາ​ທີ
    • ເຄື່ອງ​ຈັກ 1021 ແລະ 1026: 3,150 ຮອບ​ຕໍ່​ນາ​ທີ
  2. Graphic
    G420687
  3. ຕິດ​ຕັ້ງສະຫຼາກ CE/UKCA ຢູ່​ກ້ອງແຜ່ນ​ເລກ​ລຳ​ດັບ

ການ​ປັບ​ນັອດ​ຕົວ​ຜູ້​ຈັບ​ສະ​ຫຼັກ​ສຳ​ລັບຕົວ​ປັບ​ລວງ​ສູງ​ມື​ຈັບ

ຖ້າຕົວ​ປັບ​ລວງ​ສູງ​ມື​ຈັບບໍ່​ຂະ​ໜານ​ກັບ​ຮອຍ​ຈອດ​ຕົວ​ຮັບ​ດ້ານ​ເທິງ, ໃຫ້​ປະ​ຕິ​ບັດ​ຂັ້ນ​ຕອນ​ຕໍ່​ໄປ​ນີ້​ເພື່ອ​ປັບ​ນັອດ​ຈັບ​ຕົວ​ຜູ້ຄື:
    Graphic
    G440770
  1. ມາຍ​ນັອດ​ຕົວ​ແມ່ໃນ​ນັອດ​ຕົວ​ຜູ້ຈັບສະ​ຫຼັກ​ໃຫ້​ຫຼວມ​ເພື່ອ​ໃຫ້​ຫົວ​ນັອດ​ຕົວ​ຜູ້​ສາ​ມາດ​ເຄື່ອນ​ກາຍ​ບ່ອນ​ຢຸດ​ແກນ​ໝູນ​ໄດ້​ຢ່າງ​ເສ​ລີ .
    Note: ທ່ານ​ສາ​ມາດ​ໃຊ້​ຄວາມ​ດັນໃສ່ສະ​ປ​ຣິງຕົວ​ປັບ​ລວງ​ສູງ​ມື​ຈັບເພື່ອ​ຫຼຸດ​ຄວາມ​ເຄັ່ງ​ໃນ​ນັອດ​ຕົວ​ຜູ້​ໄດ້.
  2. Graphic
    G440771
  3. ໝູນ​ນັອດ​ຕົວ​ຜູ້​ໄປ​ຕາມ​ທິດ​ເຂັມ​ໂມງ ຫຼື ທວນ​ເຂັມ​ໂມງ ເພື່ອ​ປັບ​ມູມ​ຂອງຕົວ​ປັບ​ລວງ​ສູງ​ມື​ຈັບ ເຂົ້າ ຫຼື ອອກ. ຕົວ​ປັບ​ລວງ​ສູງ​ມື​ຈັບຄວນ​ຈະ​ຂະ​ໜານ​ກັບ​ຮອຍ​ຈອດ​ຕົວ​ຮັບ​ດ້ານ​ເທິງ .
  4. ຮັດນັອດ​ຕົວ​ແມ່ໃນ​ນັອດ​ຕົວ​ຜູ້​ຈັບສະ​ຫຼັກ​ໃຫ້​ແໜ້ນເພື່ອ​ໃຫ້ຕຳ​ແໜ່ງ​ນັອດ​ຕົວ​ຜູ້​ໃໝ່​ຮັດ​ແໜ້ນ​ໃສ່​ບ່ອນ​ຢຸດ​ແກນ​ໝູນ.

ການ​ຕັ້ງ​ຕຳ​ແໜ່ງລູກ​ກິ້ງດຶງ

ເຄື່ອງ​ຈັກ​ໃຊ້​ກອບ​ມາດ​ຕະ​ຖານທີ່​ໃຊ້​ໃນ​ຫຼາຍ​ລຸ່ນ​ທີ່​ມີ​ການ​ຕັ້ງ​ຄ່າ​ສຳ​ລັບທັງ​ຕຳ​ແໜ່ງຕ່ຳ ແລະ ສູງ . ຢ່າ​ໃຊ້​ຕຳ​ແໜ່ງສູງກັບ​ລຸ່ນ​ນີ້​ເນື່ອງ​ຈາກ​ມັນ​ຈະ​ສົ່ງ​ຜົນ​ໃນ​ການ​ປະ​ຕິ​ບັດ​ການ​ຕັດ​ທີ່​ບໍ່​ດີ.
Graphic
G404691
 
 
 
Product Overview
 
Graphic
G406963
  1.  ກະ​ຕ່າ​ຫຍ້າ
  2.  ຂາ​ຄ້ຳ
  3.  ມື​ຈັບ
  4.  ຖັງນ້ຳມັນ
  5.  ແກນເພົາຂົນ​ສົ່ງ
  6.  ໜ່ວຍຕັດ
ການ​ຄວບ​ຄຸມ
Graphic
G406959
  1. ຕົວ​ກັນຄາດ
  2. ຄັນ​ໂຍກຂັບເຄື່ອນໜ່ວຍຕັດ
  3. ສະ​ຫຼັກເບ​ຣກ​ມື
  4. ຄັນ​ເບ​ຣກສ້ອມ​ບຳ​ລຸງ​ຮັກ​ສາ
  5. ການຄວບຄຸມຄັນ​ເລັ່ງ
  6. ເຄື່ອງວັດ​ແທກຊົ່ວໂມງ
  7. ມື​ຈັບຊ່ວຍຍົກ
  8. ສະ​ວິດ​ເປີດ/ປິດ
ຕົວ​ກັນຄາດ
ຕົວ​ກັນ​ຄາດເພື່ອ​ໃສ່ ຫຼື ປົດ​ຕົວ​ຂັບ​ເຄື່ອນ​ການດຶງ.
  • ໃສ່​ຕົວ​ຂັບ​ເຄື່ອນ​ການດຶງ: ດຶງ​ຄານຂຶ້ນ​ຄ້າງ​ໄວ​ຫາ​ມືຈັບ.
  • ປົດຕົວ​ຂັບ​ເຄື່ອນ​ການດຶງ: ປ່ອຍຄານ.
Graphic
G404693
ການຄວບຄຸມຄວາມໄວກຽວ
Graphic
G404695
ໃຊ້​ປຸ່ມ​ຄວບ​ຄຸມ​ຄວາມ​ໄວ​ກົງ​ໝູນເພື່ອເປີດ​ປັບ​ຄວາມ​ໄວ​ກຽວ​ໝູນ.
  • ຄວາມໄວກຽວໝູນສູງ: ໝູນ​ລູກ​ບິດ​ເພື່ອ​ໃຫ້​ຕົວ “H” ຢູ່​ລູກ​ບິດ​ຖືກ​ຈັດ​ທິດ​ທາງ​ໄປ​ຍັງ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ.
  • ຄວາມໄວກຽວໝູນຕ່ຳ: ໝູນ​ລູກ​ບິດ​ເພື່ອ​ໃຫ້​ຕົວ “L” ຢູ່​ລູກ​ບິດ​ຖືກ​ຈັດ​ທິດ​ທາງ​ໄປ​ຍັງ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ.
ການຄວບຄຸມຄັນ​ເລັ່ງ
Graphic
G404697
  • ຫຼຸດ​ຄວາມ​ໄວ​ຈັກ: ໝູນ​ຄັນ​ໂຍກ​ຂຶ້ນ.
  • ເພີ່ມຄວາມ​ໄວ​ຈັກ: ໝູນ​ຄັນ​ໂຍກລົງ.
ສະ​ວິດ​ເປີດ/ປິດ
Graphic
G404698
  • ຕິດ​ຈັກ: ຊຸກສ່ວນ​ດ້ານ​ເທິງ​ຂອງ​ສະ​ວິດ.
  • ມອດ​ຈັກ: ຊຸກສ່ວນ​ດ້ານ​ລຸ່ມ​ຂອງ​ສະ​ວິດ.
ຄັນ​ເບ​ຣກສ້ອມ​ບຳ​ລຸງ​ຮັກ​ສາ
Graphic
G404699
ດຶງຄັນ​ເບ​ຣກສ້ອມ​ບຳ​ລຸງ​ຮັກ​ສາໄປ​ຍັງ​ມື​ຈັບ​ເພື່ອ​ເຮັດ​ໃຫ້​ເຄື່ອງ​ຈັກ​ຊ້າ​ລົງ ຫຼື ຈອດ.
ສະ​ຫຼັກເບ​ຣກ​ມື
Graphic
G404700
  • ໃສ່​ເບ​ຣກມື : ໝູນ​ສະ​ຫຼັກ​ເບ​ຣກ​ມື​ໄປ​ຍັງ​ທ່ານ​ໃນ​ຂະ​ນະ​ທີ່​ໃສ່ຄັນ​ເບ​ຣກສ້ອມ​ບຳ​ລຸງ​ຮັກ​ສາແລ້ວ.
  • ປົດ​ເບ​ຣກ​ມື: ດຶງ​ຄັນ​ເບ​ຣກບຳ​ລຸງ​ຮັກ​ສາ​ໄປ​ຍັງ​ມື​ຈັບ.
ຄັນ​ໂຍກຂັບເຄື່ອນໜ່ວຍຕັດ
Graphic
G404701
ໃຊ້ຄັນ​ໂຍກຂັບເຄື່ອນໜ່ວຍຕັດເພື່ອໃສ່ ຫຼື ປົດ​ໜ່ວຍ​ຕັດ​ໃນ​ຂະ​ນະ​ທີ່​ໃສ່​ຕົວກັນ​ຄາດ​ຢູ່.
  • ໃສ່​ໜ່ວຍ​ຕັດ: ເຄື່ອນ​ຄັນໂຍກ​ລົງ​ລຸ່ມ.
  • ປົດ​ໜ່ວຍ​ຕັດ: ເຄື່ອນ​ຄັນໂຍກ​ຂຶ້ນ​ເທິງ.
ເຄື່ອງວັດ​ແທກຊົ່ວໂມງ
ເຄື່ອງວັດ​ແທກຊົ່ວໂມງບັນ​ທຶກ​ເວ​ລາ​ຂອງ​ຈັກ​ແລ່ນ​ທັງ​ໝົດ​ເພື່ອ​ຊ່ວຍ​ກຳ​ນົດ​ເວ​ລາ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ​ປົກ​ກ​ຕິ.
ຕົວ​ປັບ​ລວງ​ສູງ​ມື​ຈັບ
Graphic
G404702
ດຶງ​ຂຶ້ນ​ຢູ່ຕົວ​ປັບ​ລວງ​ສູງ​ມື​ຈັບ ແລະ ຍົກ​ຄວາມ​ສູງ​ມື​ຈັບ​ຂຶ້ນ ຫຼື ປ່ອຍ​ຕ່ຳ​ລົງ​ຫາ​ຕຳ​ແໜ່ງ​ໃຊ້​ງານ​ທີ່​ສະ​ດວກ​ສະ​ບາຍ.
ການ​ຄວບ​ຄຸມ​ຈັກ
Graphic
G404703
  1. ຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ)
  2. ວາວ​ປິດ​ນ້ຳ​ມັນ
  3. ມື​ຈັບຕົວ​ດຶງຕິດ​ຈັກ
ຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ)
Graphic
G404704
  1.  ເປີດເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ກ່ອນຕິດ​ຈັກ​ເຢັນ.
  2.  ປິດເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ເມື່ອ​ຈັກ​ອຸ່ນ.
ວາວ​ປິດ​ນ້ຳ​ມັນ
ປິດ​ວາວ​ປິດ​ນ້ຳ​ມັນ​ເມື່ອ​ບໍ່​ໄດ້​ນຳ​ໃຊ້​ເຄື່ອງ​ຈັກ​ເປັນ​ເວ​ລາ​ຫຼາຍ​ວັນ, ໃນ​ລະ​ຫວ່າງ​ການ​ຂົນ​ສົ່ງ​ໄປ​ຫາ ແລະ ຈາກ​ບ່ອນ​ເຮັດ​ວຽກ ຫຼື ເມື່ອ​ຈອດ​ເຄື່ອງ​ຈັກ​ໄວ້​ໃນ​ອາ​ຄານ.
Graphic
G404705
  1.  ປິດແລ້ວ
  2.  ເປີດ
ມື​ຈັບຕົວ​ດຶງຕິດ​ຈັກ
ດຶງ​ມື​ຈັບ​ຕົວດຶງ​ຕິດ​ຈັກເພື່ອ​ຕິດ​ຈັກ.
ຂາ​ຄ້ຳ
ໃຊ້​ຂາ​ຄ້ຳ​ເມື່ອ​ທ່ານ​ຕິດ​ຕັ້ງ ຫຼື ເອົາ​ເພົາ​ຂົນ​ສົ່ງ ຫຼື ໜ່ວຍ​ຕັດ​ອອກ.
Graphic
G406964
Caution
ເຄື່ອງ​ຈັກ​ໜັກ ແລະ ສາ​ມາດ​ເຮັດ​ໃຫ້​ເກີດ​ອາ​ການ​ເຈັບ​ຫຼັງ, ຖ້າ​ຍົກ​ຂຶ້ນ​ຢ່າງ​ບໍ່​ຖືກ​ຕ້ອງ.
ເອົາແຮງ​ດັນ​ຕີນ​ຂອງ​ທ່ານ​ລົງ​ໃສ່ຂາຄ້ຳ ແລະ ໃຊ້ມື​ຈັບຊ່ວຍຍົກພຽງ​ແຕ່ເພື່ອ​ຍົກເຄື່ອງ​ຈັກ​ເທົ່າ​ນັ້ນ. ການ​ພະ​ຍາ​ຍາມ​ຍົກ​ເຄື່ອງ​ຈັກ​ຢູ່​ໃນ​ຂາຄ້ຳ​ໃນ​ວິ​ທີ​ທາງ​ອື່ນ​ໃດ​ໜຶ່ງ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ໄດ້.
 
  • ຕຳ​ແໜ່ງສ້ອມ​ບຳ​ລຸງ​ຮັກ​ສາລໍ້ຂົນ​ສົ່ງ:
    ເພື່ອ​ໃຊ້​ຂາ​ຄ້ຳ​ເພື່ອ​ຕິດ​ຕັ້ງ​ເພົາ​ຂົນ​ສົ່ງ, ເອົາ​ຕີນ​ຂອງ​ທ່ານ​ໃສ່​ຂາ​ຄ້ຳໃນ​ຂະ​ນະ​ທີ່​ກຳ​ລັງ​ດຶງ​ມື​ຈັບ​ຊ່ວຍ​ຍົກ​ຂຶ້ນ ແລະ ໄປ​ທາງ​ຫຼັງ .
  • ຕຳ​ແໜ່ງການ​ເກັບ​ຮັກ​ສາ:
    1. ໃຫ້​ຕີນ​ຂອງ​ທ່ານ​ວາງ​ໄວ້​ຢູ່​ເທິງ​ຂາ​ຢັນ​ຕິດ​ຈັກ​ໃນ​ຂະ​ນະ​ທີ່​ປ່ອຍກອງ​ຫົດ​ຢືດລົງ​ສູ່​ພື້ນ​ດິນ.
    2. ເອົາຕີນຂອງທ່ານອອກຈາກຂາ​ຢັນ​ຕິດ​ຈັກ ແລະ ປ່ອຍໃຫ້ມີ​ໃຫ້​ມີ​ຫວ່າງ​ສຳ​ລັບ​ຂາ​ຢັນ​ຕິດ​ຈັກ​ຢືດ​ກັບ​ຄືນ​ຫາຕໍາແໜ່ງການ​ເກັບ​ຮັກ​ສາ.
  • ຕຳ​ແໜ່ງສ້ອມ​ບຳ​ລຸງ​ຮັກ​ສາລໍ້ຂົນ​ສົ່ງ:
    ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຄື່ອງ​ຈັກ​ອຽງ​ກັບ​ຄືນ​ມາ​ດ້ານ​ຫຼັງ​ເມື່ອ​ເອົາ​ໜ່ວຍ​ຕັດ​ອອກ, ປ່ອຍ​ຂາຄ້ຳ​ຕ່ຳ​ລົງ ແລະ ຊຸກສະ​ຫຼັກ​ຂັດສະ​ປ​ຣິງ ອອກ​ເພື່ອ​ໃຫ້​ມັນ​ຮັກ​ສາ​ຂາ​ຄ້ຳ​ໄວ້​ໃນ​ຕຳ​ແໜ່ງ.
Graphic
G404706
  1.  ຂາຄ້ຳ— ຕຳ​ແໜ່ງສ້ອມ​ບຳ​ລຸງ​ຮັກ​ສາໜ່ວຍ​ຕັດ
  2.  ສະ​ຫຼັກ​ຂັດສະ​ປ​ຣິງ
ຂໍ້​ກຳ​ນົດ​ສະ​ເພາະ
Note: ຂໍ້ກຳ​ນົດ​ສະ​ເພາະ ແລະ ການອອກແບບແມ່ນມີການປ່ຽນແປງໂດຍບໍ່ຕ້ອງແຈ້ງ.
 
ລຸ້ນ 04850
ລຸ້ນ 04860
ລວງ​ກ້​ວາງ
84 ຊມ (33 ນິ້ວ)
91 ຊມ (36 ນິ້ວ)
ນ້ຳ​ໜັກ​ແຫ້ງ*
84 ກ​ລ (185 ປອນ)
86 ກ​ລ (190 ປອນ)
ຄວາມກວ້າງການຕັດ
46 ຊມ (18 ນິ້ວ)
53 ຊມ (21 ນິ້ວ)
ຄວາມສູງ​ຂອງ​ການ​ຕັດ
ໃຫ້​ເບິ່ງຄູ່ມືຜູ້​ໃຊ້ໜ່ວຍຕັດຂອງ​ທ່ານ.
ຕົວ​ໜີບ
ຂຶ້ນ​ກັບ​ຄວາມ​ໄວ​ຂອງ​ກົງ​ໝູນ ແລະ ຕຳ​ແໜ່ງ​ໝາກ​ລໍ້​ຂັບ​ເຄື່ອນ​ກົງ​ໝູນ.
ຄວາມ​ໄວຈັກ
ກາ​ລັງ​ຕີ​ຕ່ຳ: 1,900 ± 100 ຮອບ​ຕໍ່​ນາ​ທີ: ກາ​ລັງ​ຕີສູງ: 3,450 ± 100 ຮອບ​ຕໍ່​ນາ​ທີ
ຄວາມໄວຕັດຫຍ້າ
3.2 ກມ/ຊມ (2 ໄມ/ຊມ) ຫາ 5.6 ກມ/ຊມ (3.5 ໄມ/ຊມ)
ຄວາມໄວຂົນສົ່ງ
8.5 ກມ/ຊມ (5.3 ໄມ/ຊມ)
*ລົດ​ຕັດ​ຫຍ້າ​ເທົ່າ​ນັ້ນ. ໃຫ້​ເບິ່ງຄູ່ມືຜູ້​ໃຊ້ໜ່ວຍ​ຕັດສຳ​ລັບນ້ຳ​ໜັກ​ຂອງ​ແຕ່​ລະ​ໜ່ວຍ​ຕັດ.

ສິ່ງທີ່ຕິດມານຳ/ອຸປະກອນເສີມ

ການຄັດເລືອກສິ່ງທີ່ຕິດມາ ແລະ ອຸປະກອນເສີມທີ່ໄດ້ຮັບການອະ​ນຸ​ມັດຈາກ Toro ແມ່ນມີໃຫ້ໃຊ້ກັບເຄື່ອງຈັກເພື່ອຍົກ​ລະ​ດັບ ແລະ ຂະຫຍາຍຄວາມອາດສາມາດຂອງມັນ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຜູ້​ຈຳ​ໜ່າຍ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ Toro ຫຼື ໄປ​ທີ່ www.Toro.com​ສຳ​ລັບລາຍ​ການສິ່ງ​ທີ່​ຕິດ​ມາ​ນຳ ແລະ ອຸປະກອນເສີມທີ່ໄດ້​ຮັບອະນຸມັດທັງໝົດ.
ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ ແລະ ການຢັ້ງຢືນຄວາມປອດໄພຂອງເຄື່ອງຈັກຢ່າງຕໍ່ເນື່ອງ, ໃຫ້ນຳໃຊ້ແຕ່ອາໄຫຼ່ ແລະ ອຸປະກອນປ່ຽນຖ່າຍຂອງແທ້ Toro ເທົ່ານັ້ນ.
 
 
 
ການນຳ​ໃຊ້
 

ກ່ອນ​ການ​ໃຊ້​ງານ

ຄວາມປອດໄພກ່ອນການປະຕິບັດງານ
ຄວາມປອດໄພທົ່ວໄປ
  • ຢ່າປ່ອຍໃຫ້ເດັກນ້ອຍ ຫຼື ຄົນທີ່ບໍ່ໄດ້ຮັບການຝຶກອົບຮົມເຮັດວຽກ ຫຼື ບຳ​ລຸງ​ຮັກ​ສາເຄື່ອງຈັກ. ລະບຽບການໃນທ້ອງຖິ່ນອາດຈະຈຳກັດອາຍຸຂອງຜູ້ນຳ​ໃຊ້. ເຈົ້າຂອງມີ​ຄວາມຮັບຜິດຊອບໃນການຝຶກອົບຮົມຜູ້ປະຕິບັດການ ແລະ ຊ່າງກົນຈັກທັງໝົດ.
  • ທຳຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງອຸປະກອນ, ການຄວບຄຸມຂອງຜູ້​ນຳ​ໃຊ້ ແລະ ປ້າຍສັນຍານຄວາມປອດໄພ.
  • ມອດເຄື່ອງຈັກ, ຖອດກະແຈ (ຖ້າມີ) ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.
  • ຮູ້ວິທີການຢຸດເຄື່ອງຈັກ ແລະ ມອດຈັກຢ່າງໄວວາ.
  • ກວດ​ເບິ່ງວ່າ​ສິ່ງຄວບ​ຄຸມຜູ້​ໃຊ້​ງານ-ການ​ປະ​ກົດ​ຕົວຢູ່, ສະ​ວິດ​ຄວາມ​ປອດ​ໄພ ແລະ ອຸ​ປະ​ກອນປ້ອງ​ກັນຄວາມ​ປອດ​ໄພໄດ້​ຕິດ​ໃສ່ ແລະ ໃຊ້​ງານ​ໄດ້​ຢ່າງ​ດີ. ຢ່າ​ນຳໃຊ້ເຄື່ອງ​ຈັກ​ນອກ​ຈາກວ່າ​ພວກ​ມັນນຳ​ໃຊ້​ໄດ້​ປົກ​ກະ​ຕິ.
  • ກວດກາບໍລິເວນທີ່ທ່ານຈະໃຊ້ເຄື່ອງຈັກ ແລະ ເອົາວັດຖຸທັງໝົດທີ່ເຄື່ອງຈັກສາມາດຈະ​ເຮັດ​ໃຫ້​ເກີດ​ການ​ຟົ້ງ​ຂຶ້ນໄດ້ນັ້ນ​ອອກ.
ຄວາມປອດໄພຂອງນໍ້າມັນເຊື້ອໄຟ
  • ໃຊ້ຄວາມລະມັດລະວັງທີ່ສຸດໃນການຈັດການກັບນໍ້າມັນເຊື້ອໄຟ. ມັນໄວໄຟ ແລະ ອາຍແກັສຂອງມັນລະເບີດໄດ້.
  • ມອດຢາສູບ, ຊິກາ, ບັ້ງສູບຢາ ແລະ ແຫຼ່ງອື່ນໆທີ່ສາມາດຈຸດໄຟໄດ້.
  • ໃຊ້ຖັງນໍ້າມັນເຊື້ອໄຟທີ່ອະນຸມັດໃຫ້ເທົ່ານັ້ນ.
  • ຢ່າເປີດຝາປິດນໍ້າມັນເຊື້ອໄຟອອກ ແລະ ເຕີມນໍ້າມັນເຊື້ອໄຟໃນຂະນະທີ່ຈັກກຳລັງຕິດ​ຢູ່ ຫຼື ຮ້ອນ.
  • ຢ່າເຕີມ ຫຼື ເທນ້ຳມັນເຊື້ອໄຟອອກ​ຢູ່ໃນບ່ອນທີ່ປິດ.
  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.
  • ຖ້າທ່ານເຮັດນໍ້າມັນເຊື້ອໄຟກະເດັນ, ຢ່າພະຍາຍາມຕິດຈັກ; ຫຼີກລ່ຽງການສ້າງແຫຼ່ງທີ່ມາຂອງການກໍ່​ໃຫ້​ເກີດໄຟຈົນກວ່າອາຍນ້ຳມັນເຊື້ອໄຟລະ​ເຫີຍ​ໄປ​ໝົດ​ແລ້ວ.
  • ຢ່າເຕີມ​ນ້ຳ​ມັນ​ເຊື້ອ​ໄຟ​ໃສ່​ພາ​ຊະ​ນະ​ບັນ​ຈຸ​ນ້ຳ​ມັນ​ຢູ່​ພາຍ​ໃນ​ພາ​ຫະ​ນະ ຫຼື ຢູ່​ໃນ​ລົດ​ບັນ​ທຸກ ຫຼື ພື້ນລົດ​ລາກທີ່​ມີແຜ່ນ​ປູ​ພື້ນປ​ລາ​ສ​ຕິກ. ໃຫ້​ວາງ​ພາ​ຊະ​ນະ​ບັນໄວ້​ໃນ​ພື້ນ​ຫ່າງ​ຈາກ​ພາ​ຫະ​ນະ​ຢູ່​ສະ​ເໝີ​ກ່ອນ​ການ​ເຕີມ.
  • ເອົາ​ອຸ​ປະ​ກອນ​ອອກ​ໄປ​ຈາກ​ລົດ​ບັນ​ທຸກ ຫຼື ລົດ​ລາກ ແລະ ເຕີມ​ນ້ຳ​ມັນຢູ່​ໃນ​ພື້ນ​ດິນ. ຖ້າ​ສະ​ພາບ​ການ​ນີ້​ບໍ່​ເປັນ​ໄປ​ໄດ້, ໃຫ້​ເຕີມ​ນ້ຳ​ມັນ​ໃສ່​ອຸ​ປະ​ກອນ​ດັ່ງ​ກ່າວ​ຄືນ​ໃໝ່ດ້ວຍພາ​ຊະ​ນະ​ບັນ​ຈຸ​ທີ່​ຫິ້ວ​ໄປ​ໄດ້​ແທນ​ທີ່​ຈະ​ເຕີມ​ຈາກ​ຫົວ​ຈ່າຍ​ນ້ຳ​ມັນ​ເຊື້ອ​ໄຟ.
  • ໃຫ້​ເອົາ​ຫົວ​ຈ່າຍ​ສຳ​ຜັດ​ກັບ​ຂອບ​ຂອງ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ ຫຼື ພາ​ຊະ​ນະ​ບັນ​ຈຸ​ທີ່ໃຊ້​ງານຕະ​ຫຼອດ​ເວ​ລາ​ຈົນ​ກວ່າ​ການ​ເຕີມ​ນ້ຳ​ມັນ​ສຳ​ເລັດ.
ການປະຕິບັດການບຳລຸງຮັກສາປະຈຳວັນ
ກ່ອນທີ່ຈະເລີ່ມໃຊ້ເຄື່ອງຈັກໃນແຕ່ລະມື້, ໃຫ້ປະຕິບັດຕາມແຕ່ລະຂັ້ນຕອນການນຳໃຊ້/ປະຈຳວັນທີ່ລະບຸໄວ້ໃນຕາ​ຕະ​ລາງ​ກຳ​ນົດການ​ບຳ​ລຸງ​ຮັກ​ສາ.
ນ້ຳ​ມັນ
ຂໍ້​ມູນ​ຈຳ​ເພາະນໍ້າມັນເຊື້ອໄຟ
ຄວາມ​ຈຸ
2.0 ລິດ (0.59 ແກນລອນສະຫະລັດ)
ປະ​ເພດ
ນ້ຳ​ມັນ​ແອັດ​ຊັງ​ບໍ່​ມີ​ສານຕະ​ກົ່ວ
ການ​ຈັດ​ອັດ​ຕາອອກ​ເທນ​ຕ່ຳ​ສຸດ
87 (ສະ​ຫະ​ລັດ) ຫຼື 91 (ຄົ້ນ​ຄວ້າ​ວິ​ໄຈ​ອອກ​ເທນ, ຢູ່ນອກ​ສະ​ຫະ​ລັດ)
ເອ​ທານອ​ລ
ບໍ່​ເກີນ 10% ໂດຍ​ບໍ​ລິ​ມາດ
ເມ​ທານອ​ລ
ບໍ່ມີ
MTBE (ເມ​ທິ​ລ​ເຕີ​ເທຍ​ຣີ​ບິວ​ທິ​ລ​ອີ​ເທີ - methyl tertiary butyl ether)
ໜ້ອຍກວ່າ 15% ໂດຍ​ບໍ​ລິ​ມາດ
ນໍ້າມັນເຄື່ອງ
ຢ່າເຕີມໃສ່​ນ້ຳ​ມັນ​ເຊື້ອ​ໄຟ
ໃຫ້​ໃຊ້​ແຕ່​ນ້ຳ​ມັນເຊື້ອ​ໄຟທີ່​ສະ​ອາດ, ສົດ (ອາ​ຍຸ​ບໍ່​ເກີນ 30 ວັນ) ຈາກ​ແຫຼ່ງ​ທີ່​ມີ​ຊື່​ສຽງເທົ່າ​ນັ້ນ.
Important  
ເພື່ອ​ຫຼຸດ​ຜ່ອນ​ບັນ​ຫາ​ການ​ຕິດ​ຈັກ, ເຕີມຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບໃສ່​ນ້ຳ​ມັນ​ເຊື້ອ​ໄຟ​ສົດ​ຕາມ​ທີ່ຜູ້​ຜະ​ລິດຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນ​ເຊື້ອ​ໄຟສັ່ງ.
 
ການເຕີມນໍ້າມັນເຊື້ອໄຟ
    Graphic
    G404710
  1. ທຳ​ຄວາມ​ສະ​ອາດ​ຮອບຝາປິດຖັງນໍ້າມັນເຊື້ອໄຟ ແລະ ເອົາຝາ​ອອກ​ຈາກ​ຖັງ.
  2. Graphic
    G404711
  3. ເຕີມ​ນ້ຳ​ມັນ​ທີ່​ແນະ​ນຳໃຫ້​ຮອດ​ລະ​ດັບ​ເຕັມ (ນັ້ນ​ຄື​ຮອດ​ພື້ນ​ຂອງ​ມາດ​ວັດ​ແທກ​ນ້ຳ​ມັນ ) ຢູ່​ໃນ​ຖັງ​ນ້ຳ​ມັນ.
    Important  
    ຢ່າ​ເຕີມ​ນ້ຳ​ມັນ​ໃສ່​ຖັງ​ເກີນ​ລະ​ດັບ​ນີ້.
     
  4. ອັດຝາປິດຖັງນ້ຳມັນເຊື້ອໄຟ ແລະ ເຊັດນ້ຳມັນເຊື້ອໄຟທີ່ຟົ້ງອອກ.
ການ​ປັບ​ອັດ​ຕາ​ການ​ໜີບ​ຕັດ
  1. ກຳ​ນັດ​ອັດ​ຕາ​ການ​ໜີບ​ຕັດ​ທີ່​ເໝາະ​ສົມ​ຕາມ​ຕາ​ຕະ​ລາງ​ຕໍ່​ໄປ​ນີ້:
    ອັດ​ຕາ​ການ​ໜີບ​ຕັດ
    ຄວາມໄວກຽວໝູນ
    ຕຳ​ແໜ່ງ​ໝາກ​ລໍ້
    ໜ່ວຍຕັດ
    8 ໃບມີດ
    11 ໃບມີດ
    14 ໃບມີດ
    ຕ່ຳ
    ຕ່ຳ
    7.3 ມມ (0.286 ນິ້ວ)
    5.3 ມມ (0.208 ນິ້ວ)
    4.2 ມມ (0.164 ນິ້ວ)
    ຕ່ຳ
    ສູງ
    6.1 ມມ (0.241 ນິ້ວ)
    4.4 ມມ (0.175 ນິ້ວ)
    3.5 ມມ (0.137 ນິ້ວ)
    ສູງ
    ຕ່ຳ
    5.9 ມມ (0.233 ນິ້ວ)
    4.3 ມມ (0.169 ນິ້ວ)
    3.4 ມມ (0.133 ນິ້ວ)
    ສູງ
    ສູງ
    5.0 ມມ (0.196 ນິ້ວ)
    3.6 ມມ (0.142 ນິ້ວ)
    2.8 ມມ (0.112 ນິ້ວ)
  2. ປັບ​ການ​ຄວບ​ຄຸມ​ຄວາມ​ໄວ​ກຽວ​ໝູນໃຫ້​ໄດ້​ການ​ຕັ້ງ​ຄ່າສູງ ຫຼື ຕ່ຳຕາມ​ທີ່​ຈຳ​ເປັນ.
  3. ຕັ້ງ​ໝາກ​ລໍ້​ຂັບ​ເຄື່ອນ​ກຽວ​ໝູນ​ໃນ​ໜ່ວຍ​ຕັດ​ໄປ​ຫາ​ຕຳ​ແໜ່ງສູງ ຫຼື ຕ່ຳຕາມ​ທີ່​ຈຳ​ເປັນ; ໃຫ້​ເບິ່ງຄູ່ມືຜູ້​ໃຊ້ໜ່ວຍຕັດຂອງ​ທ່ານ.

ໃນ​ລະ​ຫວ່າງການ​ໃຊ້​ງານ

ຄວາມປອດໄພໃນລະຫວ່າງການປະຕິບັດງານ
ຄວາມປອດໄພທົ່ວໄປ
  • ເຈົ້າຂອງ/ຜູ້ປະຕິບັດງານສາມາດປ້ອງກັນ ແລະ ມີຄວາມຮັບຜິດຊອບຕໍ່ອຸບັດຕິເຫດທີ່ອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ຄວາມເສຍຫາຍທາງຊັບສິນ.
  • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງການປ້ອງກັນຕາ; ໂສ້ງຂາຍາວ; ເກີບກັນມື່ນ ແລະ ເຄື່ອງ​ປ້ອງ​ກັນ​ສຽງ. ມັດຜົມຍາວໄວ້​ດ້ານ​ຫຼັງ ແລະ ຢ່າໃສ່ເຄື່ອງນຸ່ງ ຫຼື ເຄື່ອງປະດັບຫຼວມໆ.
  • ຢ່າໃຊ້ເຄື່ອງຈັກໃນຂະນະທີ່ບໍ່​ສະ​ບາຍ, ອິດເມື່ອຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງສິ່ງ​ມຶນ​ເມົາ ຫຼື ສິ່ງເສບຕິດ.
  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ນຳ​ໃຊ້ເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.
  • ກ່ອນທີ່ທ່ານຈະຕິດເຄື່ອງຈັກ, ຮັບປະກັນວ່າເປັນເກຍຫວ່າງ, ໃສ່ເບ​ຣກມືໄວ້ຢູ່ ແລະ ທ່ານຢູ່ໃນຕຳແໜ່ງປະຕິບັດງານ.
  • ໃຫ້ຄົນຢູ່ໃກ້ຄຽງ, ແລະ ເດັກອອກຈາກພື້ນທີ່ປະຕິບັດງານ. ຖ້າ​ເພື່ອນ​ຮ່ວມມ​ງານ​ຕ້ອງ​ຢູ່​ນຳ, ໃຫ້​ໃຊ້​ຄວາມລະ​ມັດ​ລະ​ວັງ ແລະ ໃຫ້​ແນ່​ໃຈ​ວ່າ​ໄດ້​ຕິດ​ຕັ້ງ​ກະ​ຕ່າ​ຫຍ້າຢູ່​ໃນ​ເຄື່ອງ​ຈັກ​ແລ້ວ.
  • ນຳ​ໃຊ້ເຄື່ອງຈັກພຽງແຕ່ບ່ອນທີ່ເບິ່ງເຫັນໄດ້ດີເພື່ອຫຼີກລ່ຽງຂຸມ ຫຼື ອັນຕະລາຍທີ່ເຊື່ອງຢູ່.
  • ຢ່າໃຊ້ເຄື່ອງຈັກເມື່ອມີຄວາມສ່ຽງຕໍ່ການເກີດຟ້າຜ່າ.
  • ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ເມື່ອຕັດຫຍ້າເທິງຫຍ້າປຽກ. ເກີບ​ບໍ່​ດີ​ສາມາດ​ເຮັດ​ໃຫ້​ມື່ນ ແລະ ລົ້ມ​ໂດຍ​ບັງ​ເອີນ​ໄດ້.
  • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກໜ່ວຍຕັດ.
  • ເບິ່ງທາງຫຼັງ ແລະ ດ້ານລຸ່ມກ່ອນທີ່ຈະຖອຍເພື່ອໃຫ້ແນ່ໃຈວ່າເສັ້ນທາງປອດໄພ.
  • ໃຊ້ຄວາມລະມັດລະວັງໃນເວລາທີ່ເຂົ້າໄປໃນບໍລິເວນທີ່ເບິ່ງບໍ່ເຫັນ, ຟຸ່ມໄມ້, ຕົ້ນໄມ້ ຫຼື ວັດຖຸອື່ນໆທີ່ອາດເຮັດໃຫ້ທ່ານເບິ່ງບໍ່ເຫັນ.
  • ຢຸດໜ່ວຍຕັດທຸກຄັ້ງທີ່ທ່ານບໍ່ໄດ້ຕັດຫຍ້າ.
  • ປົດ​ຕົວ​ຂັບ​ເຄື່ອນ​ໃສ່​ໜ່ວຍ​ຕັດ ແລະ ມອດ​ຈັກ​ກ່ອນ​ການ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ.
  • ຢ່າແລ່ນເຄື່ອງຈັກຢູ່ໃນພື້ນທີ່ບ່ອນທີ່ມີອາຍເສຍປິດ.
  • ຢ່າປ່ອຍໃຫ້ເຄື່ອງຈັກຕິດ​ຢູ່ໂດຍທີ່ບໍ່ມີຄົນຢູ່ນຳ.
  • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:
    • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.
    • ປົດໜ່ວຍຕັດ.
    • ໃສ່​ເບ​ຣກມື.
    • ມອດເຄື່ອງຈັກ ແລະ ຖອດກະ​ແຈ (ຖ້າ​ໄດ້​ຕິດ​ຕັ້ງ​ມາ​ນຳ).
    • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.
  • ມອດ​ຈັກ​ກ່ອນ​ຖອກ​ກະ​ຕ່າ​ຫຍ້າ.
  • ຢ່າ​ຈັບ​ເຄື່ອງ​ຈັກ, ທໍ່​ຄວັນ ຫຼື ທໍ່​ໄອ​ເສຍ​ໃນ​ຂະ​ນະ​ທີ່​ເຄື່ອງ​ຈັກ​ກຳ​ລັງ​ແລ່ນ ຫຼື ທັນ​ທີ​ຫຼັງ​ຈາກ​ມັນ​ມອດ​ເພາະ​ວ່າ​ບໍ​ລິ​ເວນ​ເຫຼົ່າ​ນີ້​ສາ​ມາດ​ຮ້ອນ​ພໍ​ໃຫ້​ເກີດ​ການ​ໄໝ້​ໄດ້.
  • ມອດ​ຈັກ ແລະ ປົດ​ການ​ຂັບ​ເຄື່ອນ​ໄປ​ຫາ​ໜ່ວຍ​ຕັດ​ຢູ່​ໃນ​ສະ​ຖາ​ນະ​ການ​ຕໍ່​ໄປ​ນີ້:
    • ກ່ອນເຕີມນໍ້າມັນເຊື້ອໄຟ
    • ກ່ອນ​ກຳ​ຈັດສິ່ງອຸດ​ຕັນອອກ
    • ກ່ອນເອົາກະ​ຕ່າຫຍ້າອອກ
    • ກ່ອນ​ການກວດ​ກາ, ທຳ​ຄວາມ​ສະ​ອາດ ຫຼື ບຳ​ລຸງ​ຮັກ​ສາໜ່ວຍຕັດ
    • ຫຼັງ​ຈາກ​ຕຳ​ກັບ​ວັດ​ຖຸ​ແປກ​ປອມ ຫຼື ຖ້າ​ມີ​ການ​ສັ່ນ​ຜິດ​ປົກ​ກະ​ຕິ​ເກີດ​ຂຶ້ນ. ກວດ​ກາ​ເບິ່ງໜ່ວຍ​ຕັດ​ສຳ​ລັບຄວາມ​ເສຍ​ຫາຍ ແລະ ສ້ອມ​ແປງ​ກ່ອນ​ເລີ່ມຕິດ​ຈັກ ແລະ ໃຊ້​ງານເຄື່ອງ​ຈັກ
    • ກ່ອນທີ່ຈະອອກຈາກຕຳແໜ່ງປະຕິບັດງານ
  • ໃຊ້ອຸປະກອນເສີມ ແລະ ສິ່ງ​ທີ່​ຕິດ​ມາ​ນຳທີ່ອະ​ນຸ​ມັດໂດຍ ບໍ​ລິ​ສັດ Toro® ເທົ່າ​ນັ້ນ.
ຄວາມປອດໄພໃນທາງຄ້ອຍຊັນ
  • ທາງຄ້ອຍຊັນແມ່ນປັດໃຈຕົ້ນ​ຕໍທີ່ກ່ຽວຂ້ອງກັບການສູນເສຍການຄວບຄຸມ ແລະ ອຸບັດຕິເຫດໃນ​ການ​ພິກ​ປີ້ນ, ເຊິ່ງອາດຈະເຮັດໃຫ້ມີການບາດເຈັບສາ​ຫັດ ຫຼື ເສຍຊີວິດໄດ້. ທ່ານມີໜ້າທີ່ຮັບຜິດຊອບໃນການປະຕິບັດງານໃນທາງຄ້ອຍຊັນທີ່ປອດໄພ. ການໃຊ້ເຄື່ອງຈັກຢູ່ເທິງທາງຄ້ອຍຊັນໃດກໍ່ຕາມແມ່ນຕ້ອງມີຄວາມລະມັດລະວັງເປັນພິເສດ. ກ່ອນ​ນຳ​ໃຊ້ເຄື່ອງ​ຈັກຢູ່ບ່ອນ​ຄ້ອຍຊັນ, ໃຫ້​ເຮັດ​ດັ່ງ​ຕໍ່​ໄປ​ນີ້:
    • ທົບ​ທວນຄືນ ແລະ ທຳຄວາມເຂົ້າໃຈຄຳ​ແນະ​ນຳ​ຄວາມ​ຄ້ອຍ​ຊັນ​ຢູ່​ໃນ​ຄູ່​ມື ແລະ ໃນເຄື່ອງຈັກ.
    • ປະເມີນສະພາບຂອງສະຖານທີ່ຂອງວັນເພື່ອກຳນົດວ່າຄວາມຄ້ອຍຊັນມີຄວາມປອດໄພຕໍ່ການດຳ​ເນີນ​ງານ​ຂອງ​ເຄື່ອງ​ຈັກ​ບໍ່. ໃຊ້​ສາມັນ​ສຳ​ນຶກທົ່ວໄປ ແລະ ການຕັດສິນໃຈທີ່ດີໃນເວລາທີ່ດຳເນີນການປະ​ເມີນນີ້. ການປ່ຽນແປງຂອງພູມສັນຖານເຊັ່ນ: ຄວາມ​ຊຸ່ມ​ສາ​ມາດ​ມີ​ຜົນ​ກະ​ທົບ​ຕໍ່​ການ​ໃຊ້​ງານ​ຂອງ​ເຄື່ອງ​ຈັກ​ຢ່າງ​ໄວ​ໃນ​ຄວາມ​ຄ້ອຍຊັນ.
  • ໃຊ້​ງານ​ຂ້າມ​ໄປ​ຕາມ​ຄ້ອຍ​ຊັນ, ຢ່າ​ຂຶ້ນ ແລະ ລົງ. ຫຼີກ​ລ່ຽງ​ການ​ໃຊ້​ງານ​ໃນ​ບ່ອນ​ຄ້ອຍ​ຊັນ​ເກີນ ຫຼື ບ່ອນ​ຄ້ອຍ​ຊັນ​ປຽກຊຸ່ມ. ເກີບ​ບໍ່​ດີ​ສາມາດ​ເຮັດ​ໃຫ້​ມື່ນ ແລະ ລົ້ມ​ໂດຍ​ບັງ​ເອີນ​ໄດ້.
  • ລະ​ບຸຄວາມອັນຕະລາຍຢູ່ທີ່ຖານຂອງທາງຄ້ອຍຊັນ. ຢ່າໃຊ້ງານເຄື່ອງຈັກຢູ່ໃກ້ຈຸດຕົກ, ຄອງນ້ຳ, ຄັນຄູ, ອັນຕະລາຍທາງນໍ້າ ຫຼື ອື່ນໆ. ເຄື່ອງຈັກດັ່ງກ່າວສາມາດກິ້ງໄດ້ຢ່າງກະທັນຫັນ, ຖ້າຫາກວ່າລໍ້ແລ່ນຂ້າມຂອບ ຫຼື ຂອບຕົກ​ເຂົ້າໃນ. ຮັກ​ສາ​ໄລ​ຍະ​ຫ່າງ​ທີ່​ປອດ​ໄພ​ລະ​ຫວ່າງ​ເຄື່ອງ​ຈັກ ແລະ ອັນ​ຕະ​ລາຍ​ອື່ນໆ. ໃຊ້​ເຄື່ອງ​ມື​ປະ​ເພດ​ມື​ຖື​ເພື່ອ​ໃຊ້​ງານ​ຢູ່​ໃນ​ພື້ນ​ທີ່​ເຫຼົ່າ​ນີ້.
  • ຫຼີກລ່ຽງການຕິດ​ຈັກ, ມອດ​ຈັກ ຫຼື ລ້ຽວເຄື່ອງຈັກຕາມທາງຄ້ອຍຊັນ. ຫຼີກລ່ຽງການປ່ຽນແປງຄວາມໄວ ຫຼື ທິດທາງຢ່າງກະທັນຫັນ; ລ້ຽວ​ຊ້າໆ ແລະ ເທື່ອ​ລະ​ໜ້ອຍ.
  • ຢ່າໃຊ້ງານເຄື່ອງຈັກພາຍໃຕ້ສະພາບການທີ່ການເຄື່ອນທີ່, ລ້ຽວ ຫຼື ມີ​ຄວາມ​ສົງ​ໄສ​ໃນ​ຄວາມ​ທ່ຽງ. ລະວັງວ່າການເຮັດວຽກຂອງເຄື່ອງຈັກໃນຫຍ້າທີ່ຊຸ່ມ, ຂ້າມທາງຄ້ອຍຊັນ ຫຼື ທາງລົງພູອາດຈະເຮັດໃຫ້ເຄື່ອງຈັກສູນເສຍການຄວບຄຸມ. ການ​ສູນ​ເສຍ​ການດຶງໃສ່ການຂັບ​ເຄື່ອນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ມື່ນ​ໄຫຼ ແລະ ການ​ສູນ​ເສຍ​ການ​ເບ​ຣກ ແລະ ການ​ຄວບ​ຄຸມພວງ​ມະ​ໄລ. ເຄື່ອງ​ຈັກ​ສາ​ມາດ​ໄຫຼ​ໄປ​ໄດ້, ເຖິງ​ແມ່ນ​ວ່າ​ທ່ານ​ຢຸດ​ການ​ຂັບ​ເຄື່ອນ​ແລ້ວ.
  • ກຳ​ຈັດ ຫຼື ໃສ່ເຄື່ອງໝາຍສິ່ງ​ກີດ​ຂວາງຕ່າງໆເຊັ່ນ: ຮ່ອງ, ຂຸມ, ຮອຍແຕກ, ກ້ອນຫີນ ຫຼື ອັນຕະລາຍອື່ນໆທີ່ເຊື່ອງໄວ້. ຫຍ້າທີ່ສູງສາມາດປິດ​ບັງສິ່ງກີດຂວາງຕ່າງໆໄດ້. ພູມສັນຖານທີ່ບໍ່ລຽບສາມາດເຮັດ​ໃຫ້ເຄື່ອງຈັກປີ້ນໄດ້.
  • ຖ້າ​ທ່ານ​ຄວບ​ຄຸມ​ເຄື່ອງ​ຈັກ​ບໍ່​ໄດ້, ໃຫ້​ໂດດ​ໜີອອກ​ຈາກ​ທິດ​ທາງ​ການ​ໄປ​ຂອງ​ເຄື່ອງ​ຈັກ.
  • ເມື່ອ​ລົງ​ຄ້ອຍ​ຊັນ​ແມ່ນ​ໃຫ້​ໃສ່​ເກຍ​ເຄື່ອງ​ຈັກ​ຢູ່​ສະ​ເໝີ. ຢ່າມອດ​ຈັກ​ແລ້ວ​ປ່ອຍ​ລົງ​ພູ (ສາ​ມາດ​ນຳ​ໃຊ້​ໄດ້​ພຽງ​ແຕ່​ໃນ​ເຄື່ອງ​ທີ່​ຂັບ​ເຄື່ອນ​ດ້ວຍ​ເກຍ​ເທົ່າ​ນັ້ນ).
ການຕິດຈັກ.
Note: ໃຫ້​ແນ່​ໃຈ​ວ່າ​ໄດ້​ຕໍ່​ສາຍ​ຫົວ​ທຽນ​ໃສ່​ກັບ​ຫົວ​ທຽນ​ແລ້ວ.
  1. ໃຫ້​ແນ່​ໃຈ​ວ່າຄັນ​ຂັບ​ເຄື່ອນເຄື່ອງ​ຕັດ​ຫຍ້າຢູ່​ໃນ​ຕຳ​ແໜ່ງເກຍ​ຫວ່າງ.
  2. ໃຫ້​ແນ່​ໃຈ​ວ່າວາວ​ປິດ​ນ້ຳ​ມັນ​ນັ້ນ​ເປີດ
  3. ເຄື່ອນສະ​ວິດໄປເປີດ/ປິດທີ່ຕຳແໜ່ງເປີດ.
  4. ນຳ​ໃຊ້ການ​ຄວບ​ຄຸມ​ຄັນ​ເລັ່ງເພື່ອເພີ່ມຄວາມ​ໄວ​ຂອງ​ຈັກຂຶ້ນ.
  5. ເຄື່ອນຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ໄປ​ເຄິ່ງ​ທາງ​ລະ​ຫວ່າງຕຳ​ແໜ່ງເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ແລະ ຕຳ​ແໜ່ງແລ່ນເມື່ອ​ຕິດ​ຈັກ​ເຢັນ.
    Note: ອາດ​ຈະ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ເມື່ອ​ຕິດ​ຈັກອຸ່ນ.
  6. ດຶງ​ມື​ຈັບ​ດຶງ​ຕິດ​ຈັກອອກ​ຈົນ​ກວ່າໄດ້​ຜົນ​ມາ​ຕຶງ​ມື, ຈາກ​ນັ້ນ​ດຶງມັນ​ຢ່າງ​ແຮງ​ເພື່ອ​ຕິດ​ຈັກ.
    Important  
    ຢ່າ​ດຶງ​ເຊືອກພັນ​ຕິດ​ຈັກ​ໄປ​ຈົນ​ຮອດ​ຂີດ​ຈຳ​ກັດ​ຂອງ​ມັນ ຫຼື ໃຫ້​ມັນ​ຫຼຸດ​ອອກ​ຈາກມື​ດຶງ​ຕົວ​ຕິດ​ຈັກ​ເມື່ອ​ດຶງ​ເຊືອກ​ອອກ; ເຊືອກ​ອາດ​ຈະ​ຂາດ ຫຼື ສ່ວນ​ປະ​ກອບ​ຂອງ​ຫົວ​ຕົວ​ພັນ​ເຊືອກ​ອາດ​ຈະ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.
     
  7. ເຄື່ອນ​ຄັນ​ດຶງ​ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ໄປ​ທີ່​ຕຳ​ແໜ່ງແລ່ນ ເມື່ອ​ຈັກ​ອຸ່ນ​ຂຶ້ນ.
ພາບ​ລວມ​ຂອງການ​ຕັດ​ຫຍ້າ
  1. ຂົນ​ສົ່ງເຄື່ອງຈັກໄປ​ຫາ​ພື້ນ​ທີ່​ຂອງການ​ໃຊ້​ງານ.
  2. ຕິດຈັກ, ຕັ້ງ​ຄັນ​ເລັ່ງ​ໄປ​ໃນ​ຄວາມ​ໄວ​ຫຼຸດ​ລົງ, ຊຸກ​ດ້າມຈັບ​ລົງ​ເພື່ອ​ຍົກໜ່ວຍ​ຕັດ​ຂຶ້ນ ແລະ ໃສ່​ຕົວ​ຂັບ​ເຄື່ອນ​ການດຶງເພື່ອ​ຂົນ​ສົ່ງ​ເຄື່ອງ​ຈັກ​ໄປໃນວົງ​ຂອງ​ທົ່ງ​ຫຍ້າ​ຂຽວ.
  3. ມອດ​ຈັກຢູ່​ໃນ​ຂອບ.
  4. ໃຊ້​ຄັນ​ຂັບ​ເຄື່ອນ​ໜ່ວຍ​ຕັດ​ເພື່ອ​ໃສ່​ໜ່ວຍ​ຕັດ, ເພີ່ມ​ຄວາມ​ໄວ​ຄັນ​ເລັ່ງ​ຈົນ​ກວ່າ​ເຄື່ອງ​ຈັກ​ກຳ​ລັງ​ອອກ​ໄປ​ໃນ​ຄວາມ​ໄວ​ພື້ນ​ດິນ​ທີ່​ຕ້ອງ​ການ, ໃສ່​ຕົວ​ຂັບ​ເຄື່ອນ​ການ​ດຶງ​ເພື່ອ​ເຄື່ອນ​ເຄື່ອງ​ຈັກ​ໄປ​ໃນ​ທົ່ງ​ຫຍ້າ​ຂຽວ, ປ່ອຍໜ່ວຍຕັດຕ່ຳລົງຫາ​ພື້ນ ແລະ ເລີ່ມ​ຕົ້ນ​ການ​ຕັດ.

ເຄັດ​ລັບການ​ຕັດ​ຫຍ້າ

Important  
ເສດຫຍ້າທີ່​ຕັດ​ອອກ​ເຮັດ​ໜ້າ​ທີ່​ເປັນ​ນ້ຳ​ມັນ​ຫຼໍ່​ມື່ນ​ເມື່ອ​ຕັດ​ຫຍ້າ. ການ​ໃຊ້​ງານ​ໜ່ວຍ​ຕັດ​ຫຼາຍ​ເກີນ​ຂະ​ໜາດ​ໂດຍ​ບໍ່​ມີ​ເສດຫຍ້າ​ທີ່​ຕັດ​ອອກສາ​ມາດ​ເຮັດ​ໃຫ້​ໜ່ວຍ​ຕັດ​ເປ່​ເພ​ໄດ້.
 
  • ຕັດທົ່ງ​ຫຍ້າ​ຂຽວ​ໃນ​ທິດ​ທາງ​ໄປ​ກັບ​ຊື່​ຕົງຜ່ານ​ທົ່ງ​ຫຍ້າ​ຂຽວ.
  • ຫຼີກ​ລ່ຽງ​ການ​ຕັດ​ຫຍ້າ​ເປັນ​ວົງ​ມົນ ຫຼື ລ້ຽວ​ເຄື່ອງ​ຈັກ​ໃນ​ພື້ນ​ທີ່ທົ່ງ​ຫຍ້າ​ຂຽວ​ເພື່ອ​ປ້ອງ​ກັນ​ການ​ຂູດ​ພື້ນ.
  • Graphic
    G404724
  • ລ້ຽວ​ເຄື່ອງ​ຈັກ​ອອກ​ຈາກ​ທົ່ງ​ຫຍ້າ​ຂຽວ​ໂດຍ​ການ​ຍົກກຽວ​ໝູນ​ຕັດ​ຂຶ້ນ (ຊຸກ​ມື​ຈັບ​ລົງ) ແລະ ເຮັດ​ການ​ລ້ຽວເປັນ​ແບບ​ຮູບ​ນ້ຳ​ຕາ​ໃນ​ລູກ​ກິ້ງ​ຈັກ​ຕັດ​ຫຍ້າ.
  • ຕັດ​ຫຍ້າ​ຕາມ​ກ້າວ​ຍ່າງ​ປົກ​ກະ​ຕິ. ຄວາມ​ໄວ​ສູງ​ປະ​ຢັດ​ເວ​ລາ​ໄດ້​ເລັກ​ນ້ອຍ ແລະ ເຮັດ​ໃຫ້​ຜົນ​ໄດ້​ຮັບ​ການ​ຕັດ​ຫຍ້າ​ອອກ​ມາ​ບໍ່​ຄ່ອຍ​ດີ.
  • Graphic
    G404728
  • ເພື່ອ​ຊ່ວຍ​ໃນ​ການ​ຮັກ​ສາ​ແຖວ​ຊື່​ໃນ​ທົ່ວ​ທົ່ງ​ຫຍ້າ​ຂຽວ ແລະ ເພື່ອຮັກ​ສາ​ເຄື່ອງ​ຈັກ​ໃນ​ໄລ​ຍະ​ຫ່າງ​ເທົ່າ​ກັນ​ຈາກ​ຂອບ​ຂອງ​ການ​ຕັດ​ຜ່ານ​ມາ, ໃຊ້​ແຖບຈັດ​ລຽງໃຫ້​ຊື່​ໃນ​ກະ​ຕ່າ .
ການມອດຈັກ
  1. ປ່ອຍຕົວກັນ​ຄາດ.
  2. ເຄື່ອນຕົວ​ຄວບ​ຄຸມຄັນເລັ່ງໄປທີ່ຕຳແໜ່ງຊ້າ.
  3. ເຄື່ອນສະ​ວິດໄປເປີດ/ປິດທີ່ຕຳແໜ່ງປິດ.
  4. ປິດ​ວາວ​ປິດ​ນ້ຳ​ມັ້ນ​ກ່ອນທີ່​ທ່ານ​ຈະເກັບມ້ຽນ ຫຼື ຂົນ​ສົ່ງເຄື່ອງ​ຈັກ

ຫຼັງ​ຈາກການ​ໃຊ້​ງານ

ຄວາມປອດໄພຫຼັງຈາກການປະຕິບັດງານ
ຄວາມປອດໄພທົ່ວໄປ
  • ມອດເຄື່ອງຈັກ, ຖອດກະແຈ (ຖ້າມີ) ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.
  • ອະນາໄມຫຍ້າ ແລະ ສິ່ງເສດເຫຼືອຈາກເຄື່ອງ​ຈັກເພື່ອຊ່ວຍປ້ອງກັນໄຟໄໝ້. ອະ​ນາ​ໄມນໍ້າມັນເຄື່ອງ ຫຼື ນໍ້າມັນເຊື້ອໄຟທີ່ກະເດັນອອກ.
  • ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງ​ກ່ອນ​ທີ່​ຈະ​ເກັບ​ຮັກ​ສາ​ເຄື່ອງ​ຈັກ​ໄວ້​ຢູ່​ໃນ​ບ່ອນ​ປິດ​ໃດ​ໜຶ່ງ.
  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເທິງເຄື່ອງໃຊ້ອື່ນໆ.
  • ຫຼຸດ​ການ​ຕັ້ງ​ຄ່າ​ການ​ເລັ່ງ​ລົງ​ກ່ອນມອດ​ຈັກ ແລະ ປິດ​ວາວ​ປິດ​ນ້ຳ​ມັນ (ຖ້າ​ຕິດ​ຕັ້ງ​ມາ​ນຳ) ຫຼັງ​ຈາກ​ການ​ຕັດ​ຫຍ້າ.
ການໃຊ້​ງານເຄື່ອງ​ຈັກ​ຫຼັງ​ຈາກ​ການ​ຕັດ​ຫຍ້າ
  1. ຂັບ​ເຄື່ອນ​ເຄື່ອງ​ຈັກ​ອອກ​ໄປ​ຈາກ​ທົ່ງ​ຫຍ້າ​ຂຽວ, ຊຸກ​ມື​ຈັບ​ລົງ​ເພື່ອ​ຍົກ​ໜ່ວຍ​ຕັດ​ຂຶ້ນ, ປ່ອຍ​ຕົວ​ກັນ​ຄາດ, ປົດ​ໜ່ວຍ​ຕັດ ແລະ ມອດ​ຈັກ.
  2. ເອົາ​ກະ​ຕ່າ​ຫຍ້າ​ອອກ ແລະ ຖອກ​ເສດ​ຫຍ້າ​ໃນ​ກະ​ຕ່າ​ຖິ້ມ.
  3. ຕິດ​ຕັ້ງກະ​ຕ່າຫຍ້າໃນ​ເຄື່ອງ​ຈັກ ແລະ ຂົນ​ສົ່ງ​ເຄື່ອງ​ຈັກ​ໄປບ່ອນ​ເກັບ​ມ້ຽນ.
ການ​ປົດ​ລະ​ບົບ​ເກຍ
  1. ທ່ານ​ສາ​ມາດ​ປົດ​ລູກ​ກິ້ງ​ຈາກລະ​ບົບ​ຂັບ​ເຄື່ອນ​ເພື່ອ​ປ່ອຍ​ໃຫ້​ຈັກ​ຖືກ​ຍັກ​ຍ້າຍ. ປົດ​ລະ​ບົບຂັບ​ເຄື່ອນ​ເມື່ອ​ທ່ານ​ຈຳ​ເປັນ​ຕ້ອງ​ເຄື່ອນ​ຍ້າຍ​ເຄື່ອງ​ຈັກ​ໂດຍ​ບໍ່​ມີ​ການ​ຕິດມັນ (ຕົວ​ຢ່າງ: ການ​ດຳ​ເນີນ​ການ​ບຳ​ລຸງ​ຮັກ​ສາ​ຢູ່​ໃນ​ພື້ນ​ທີ່​ປິດ). ກ່ອນ​ທ່ານ​ໃຊ້​ງານ​ເຄື່ອງ​ຈັກ, ໃຫ້​ແນ່​ໃຈ​ວ່າ​ທ່ານໃສ່​ເກຍແລ້ວ.
    Graphic
    G404730
    1. ຄັນໃສ່​ການ​ດຶງ—ຕຳ​ແໜ່ງປົດແລ້ວ
    2. ກະ​ປຸກ​ເກຍຂັບ​ເຄື່ອນ
    3. ຄັນໃສ່​ການ​ດຶງ—ຕຳ​ແໜ່ງໃສ່​ແລ້ວ

ການຂົນສົ່ງເຄື່ອງຈັກ

ການຕິດຕັ້ງເພົາ​ຂົນ​ສົ່ງ
ທ່ານ​ສາ​ມາດ​ຊື້​ຊຸດ​ລໍ້​ຂົນ​ສົ່ງ​ທາງ​ເລືອກ (ລຸ່ນ 04123) ໄດ້; ຕິດ​ຕໍ່​ຜູ້​ຈັດ​ຈຳ​ໜ່ວຍ Toro ທີ່​ໄດ້​ຮັບ​ອະ​ນຸ​ມັດ​ຂອງ​ທ່ານ.
  1. ໃຫ້​ແນ່​ໃຈ​ວ່າ​ຢາງໄດ້​ສູບ​ລົມເປັນ 0.83 ເຖິງ 1.03 bar (12 ເຖິງ 15 psi).
  2. ເຄື່ອນ​ຂາ​ຄ້ຳ​ໄປ​ທີ່​ຕຳ​ແໜ່ງສ້ອມ​ບຳ​ລຸງ​ຮັກ​ສາເພົາ​ຂົນ​ສົ່ງ.
  3. Graphic
    G406965
  4. ເລື່ອນ​ລໍ້​ໄປ​ໃສ່​ແກນ​ກາງ .
  5. ໝູນຕົວ​ໜີບ​ລັອກ​ລໍ້ ອອກ​ຈາກ​ໃຈກາງ​ລໍ້, ປ່ອຍ​ໃຫ້​ເລື່ອນ​ໄກ​ໄປ​ສູ່​ແກນ​ກາງ.
  6. ໝູນ​ລໍ້​ຄືນຫຼັງ ແລະ ກັບໄປ​ມາ​ຈົນ​ກວ່າ​ມັນ​ເລື່ອນ​ໄປ​ໃສ່​ແກນ​ຈົນ​ໝົດ ແລະ ຕົວ​ໜີບ​ລັອກ​ຮັດ​ແໜ້ນ​ຢູ່​ໃນ​ຮ່ອງ​ໃນ​ເພົາ​ແກນ​ກາງ.
  7. ເຮັດຊ້ໍາຄືນຂັ້ນຕອນດຳ​ເນີນ​ການ​ໃນ​ດ້ານ​ກົງ​ກັນ​ຂ້າມຂອງ​ເຄື່ອງ​ຈັກ.
  8. ປ່ອຍ​ໜ່ວຍ​ຕັດ​ຕ່ຳ​ລົງ​ໃຫ້​ອອກ​ຈາກ​ຂາ​ຄ້ຳ​ຢ່າງ​ລະ​ມັດ​ລະ​ວັງ.
ການຂົນສົ່ງເຄື່ອງຈັກດ້ວຍ​ການ​ໃຊ້​ເພົາ​ຂົນ​ສົ່ງ
ໃຊ້​ເພົາ​ຂົນ​ສົ່ງ​ເພື່ອ​ຂົນ​ສົ່ງ​ເຄື່ອງ​ຈັກ​ໄປ​ໄລ​ຍະ​ທາງ​ໃກ້.
  1. ຕິດຕັ້ງເພົາ​ຂົນ​ສົ່ງ.
  2. ໃຫ້​ແນ່​ໃຈ​ວ່າຕົວ​ຄວບ​ຄຸມ​ຂັບ​ເຄື່ອນ​ກົງ​ໝູນ ແລະ ເຄື່ອງ​ຕັດ​ຫຍ້າຢູ່​ໃນ​ຕຳ​ແໜ່ງເກຍ​ຫວ່າງ.
  3. ຕິດ​ຈັກ ແລະ ຕັ້ງການ​ຄວບ​ຄຸມ​ຄັນ​ເລັ່ງ​ເປັນຊ້າ.
  4. ອຽງ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ​ຂຶ້ນ ແລະ ຄ່ອຍໆ​ໃສ່​ການ​ຂັບ​ເຄື່ອນ​ການ​ດຶງ.
  5. ປັບ​ຄັນ​ເລັ່ງ​ເພື່ອ​ໃຊ້​ງານ​ເຄື່ອງ​ຕັດ​ຫຍ້າ​ຢູ່​ໃນ​ຄວາມ​ໄວພື້ນ​ດິນ​ທີ່​ຕ້ອງ​ການ ແລະ ຂົນ​ສົ່ງ​ເຄື່ອງ​ຈັກ​ໄປ​ຫາ​ຈຸດ​ໝາຍ​ປາຍ​ທາງ​ທີ່​ຕ້ອງ​ການ.
ການ​ເອົາ​ເພົາ​ຂົນ​ສົ່ງ​ອອກ
  1. ປ່ອຍ​ຕົວ​ກັນ​ຄາດ, ນຳ​ໃຊ້ການ​ຄວບ​ຄຸມ​ຄັນ​ເລັ່ງເພື່ອ​ຫຼຸດຄວາມ​ໄວ​ຂອງ​ເຄື່ອງ​ຈັກລົງ ແລະ ມອດຈັກ.
  2. ເຄື່ອນ​ຂາ​ຄ້ຳ​ໄປ​ທີ່​ຕຳ​ແໜ່ງສ້ອມ​ບຳ​ລຸງ​ຮັກ​ສາເພົາ​ຂົນ​ສົ່ງ.
  3. Graphic
    G409803
  4. ເອົາ​ເພົາຂົນ​ສົ່ງ​ອອກ​ໂດຍ​ການ​ຊຸກ​ຕົວ​ໜີບ​ລັອກ​ລໍ້ ອອກ​ຈາກ​ແກນກາງ .
  5. ປ່ອຍ​ໜ່ວຍ​ຕັດ​ອອກ​ຈາກ​ຂາ​ຄ້ຳ​ຕ່ຳ​ລົງ​ຢ່າງ​ລະ​ມັດ​ລະ​ວັງ​ໂດຍ​ການ​ຊຸກ​ໄປ​ທາງ​ໜ້າ​ຊ້າໆ ຫຼື ໂດຍ​ການ​ຍົກ​ອັນ​ຄ້ຳ​ມື​ຈັບ​ດ້ານ​ລຸ່ມ, ປ່ອຍ​ໃຫ້​ຂາ​ຄ້ຳ​ດີດ​ກັບ​ຄືນ​ຫາ​ຕຳ​ແໜ່ງການ​ເກັບ​ຮັກ​ສາ.
ການຂົນຍ້າຍເຄື່ອງຈັກ
ໃຊ້ລົດ​ລາກເພື່ອ​ຂົນ​ສົ່ງ​ເຄື່ອງ​ຈັກ​ໄປ​ໄລ​ຍະ​ທາງທີ່ໄກ. ໃຊ້ຄວາມ​ລະ​ມັດ​ລະ​ວັງ​ໃນ​ເວ​ລາ​ເອົາ​ເຄື່ອງ​ຈັກຂຶ້ນ ຫຼື ລົງ​ຈາກລົດລາກ.
Note: ທ່ານ​ສາ​ມາ​ໃຊ້​ລົດ​ລາກ Trans Pro Toro ເພື່ອ​ຂົນ​ສົ່ງ​ເຄື່ອງ​ຈັກ​ໄດ້. ສຳ​ລັບ​ຄຳ​ແນະ​ນຳ​ໃນ​ການ​ເອົາ​ຂຶ້ນ​ລົດ​ລາກ, ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ລົດ​ລາກ​ຂອງ​ທ່ານ.
  1. ຂັບ​ເຄື່ອນ​ເຄື່ອງ​ຈັກ​ໄປ​ຂຶ້ນ​ລົດລາກຢ່າງ​ລະ​ມັດ​ລະ​ວັງ.
  2. ມອດ​ຈັກ, ໃສ່ເບ​ຣກມື ແລະ ບິດວາວ​ນ້ຳ​ມັນໄປ​ສູ່​ຕຳ​ແໜ່ງປິດ.
    Important  
    ຢ່າ​ຕິດ​ຈັກ​ໄວ້​ໃນ​ຂະ​ນະ​ຂົນ​ສົ່ງ​ມັນ​ໃນ​ລົດ​ລາກ​ເພາະ​ວ່າ​ສາ​ມາດ​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ເຄື່ອງ​ຈັກ​ໄດ້.
     
  3. ໃຊ້ທາງລາດເຕັມຄວາມກວ້າງສຳລັບການເອົາເຄື່ອງຈັກຂຶ້ນ​ໃສ່​ໃນລົດລາກ ຫຼື ລົດບັນທຸກ.
  4. ຮັດເຄື່ອງ​ຈັກໃສ່ລົດລາກໃຫ້​ຮັບ​ປະ​ກັນ.
 
 
 
ການ​ບຳ​ລຸງ​ຮັກ​ສາ
 
Warning
ການ​ບໍ່​ບຳ​ລຸງ​ຮັກ​ສາ​ເຄື່ອງ​ຈັກ​ຢ່າງ​ເໝາະ​ສົມ​ສາ​ມາດ​ເຮັດ​ໃຫ້​ເກີດ​ຄວາມ​ຂັດ​ຂ້ອງ​ຂອງ​ລະ​ບົບເຄື່ອງ​ຈັກ​ກ່ອນ​ອາ​ຍຸ​ການ​ໃຊ້​ງານ​ເຕັມ​ທີ່​ເຮັດ​ໃຫ້​ເກີດອັນ​ຕະ​ລາຍ​ຕໍ່​ທ່ານ ຫຼື ຜູ້​ຢືນ​ຢູ່​ໃກ້​ໄດ້.
ໃຫ້​ບຳ​ລຸງ​ຮັກ​ສາ​ເຄື່ອງ​ຈັກ​ໃຫ້​ດີ ແລະ ຢູ່​ໃນ​ສະ​ພາບ​ການ​ໃຊ້​ງານ​ໄດ້​ດີ​ຕາມ​ທີ່​ໄດ້​ບອກ​ໄວ້​ຢູ່​ໃນ​ຄຳ​ແນະ​ນຳ​ເຫຼົ່າ​ນີ້. 
Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈັກຈາກຕໍາແຫນ່ງການ​ໃຊ້​ງານປົກກະຕິ.
Important  
ຢ່າ​ອຽງ​ເຄື່ອງ​ຈັກ​ໃນ​ມູມ​ທີ່​ເກີນກວ່າ 25°. ການ​ອຽງ​ເຄື່ອງ​ຈັກ​ເກີນກວ່າ 25° ນຳ​ໄປ​ສູ່​ການ​ຮົ່ວ​ໄຫຼ​ຂອງ​ນ້ຳ​ມັນ​ເຄື່ອງ​ລົງ​ສູ່​ອ່າງເຜົາ​ໄໝ້ ແລະ/ຫຼື ການ​ຮົ່ວ​ໄຫຼ​ຂອງ​ນ້ຳ​ມັນ​ເຊື້ອ​ໄຟ​ອອກ​ຈາກຝາປິດຖັງນໍ້າມັນເຊື້ອໄຟ.
 
Important  
ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂັ້ນຕອນການບຳລຸງຮັກສາເພີ່ມເຕີມ.
 

ຄວາມປອດໄພໃນການບຳລຸງຮັກສາ

ຕາ​ຕະ​ລາງ​ກຳ​ນົດ​ເວ​ລາ​ບຳ​ລຸງ​ຮັກ​ສາ​ທີ່​ແນະ​ນຳ
ໄລຍະຫວ່າງການ​ບໍ​ລິ​ການ​ບຳ​ລຸງ​ຮັກ​ສາ
ຂັ້ນ​ຕອນ​ດຳ​ເ​ນີນ​ການ​ບຳ​ລຸງ​ຮັກ​ສາ
ອາໄຫຼ່ເລກທີ
ຈຳ​ນວນ
ລາຍ​ລະອຽດ
After the first 20 hours
38280
1
ນ້ຳ​ມັນ​ເຄື່ອງຈັກພ​ຣີ​ມ້ຽມ 10w30—ຂວດ (946 ມ​ລ ຫຼື 32 ອອນ​ຂອງ​ແຫຼວ)
121-6393
1
ນ້ຳ​ມັນ​ເຄື່ອງຈັກພ​ຣີ​ມ້ຽມ 10w30—ກະ​ຕຸກ (18.9 ລິດ ຫຼື 32 ແກນ​ລອນ​ສະ​ຫະ​ລັດ)
121-6392
1
ນ້ຳ​ມັນ​ເຄື່ອງຈັກພ​ຣີ​ມ້ຽມ 10w30—ກະຖັງ (208.2 ລິດ ຫຼື 55 ແກນ​ລອນ​ສະ​ຫະ​ລັດ)
Before each use or daily
-
-
-
-
-
-
Every 50 hours
-
-
-
Every 100 hours
38280
1
ນ້ຳ​ມັນ​ເຄື່ອງຈັກພ​ຣີ​ມ້ຽມ 10w30—ຂວດ (946 ມ​ລ ຫຼື 32 ອອນ​ຂອງ​ແຫຼວ)
121-6393
1
ນ້ຳ​ມັນ​ເຄື່ອງຈັກພ​ຣີ​ມ້ຽມ 10w30—ກະ​ຕຸກ (18.9 ລິດ ຫຼື 32 ແກນ​ລອນ​ສະ​ຫະ​ລັດ)
121-6392
1
ນ້ຳ​ມັນ​ເຄື່ອງຈັກພ​ຣີ​ມ້ຽມ 10w30—ກະຖັງ (208.2 ລິດ ຫຼື 55 ແກນ​ລອນ​ສະ​ຫະ​ລັດ)
-
1
ຫົວ​ທຽນ; ຮັບ​ມາ​ຈາກ Honda
Every 300 hours
-
1
ສ່ວນປະ​ກອບ​ໝໍ້​ກອງເຈ້ຍ; ຮັບ​ມາ​ຈາກ Honda
-
1
ຫົວ​ທຽນ; ຮັບ​ມາ​ຈາກ Honda
Yearly
-
-
-
ລາຍການກວດການບຳລຸງຮັກສາປະຈຳວັນ
ເຮັດຊ້ຳຄືນ​ຕາມໜ້ານີ້ສຳລັບການນຳໃຊ້ປົກກະຕິ.
ລາຍການກວດກາການບຳລຸງຮັກສາ
ສຳລັບອາທິດຂອງ:
ຈັນ.
ອັງຄານ.
ພຸດ.
ພະຫັດ.
ສຸກ.
ເສົາ.
ອາທິດ.
ກວດກາເບິ່ງໃຊ້​ງານ​ຂອງ​ຄັນ​ລັອກ​ເບ​ຣກ.
ກວດເບິ່ງລະດັບນ້ຳມັນເຊື້ອໄຟ.
ກວດເບິ່ງລະດັບນໍ້າມັນເຄື່ອງຈັກ.
ກວດເບິ່ງໝໍ້ກອງ​ອາ​ກາດ.
ທຳຄວາມສະອາດ​ສັນ​ຄີທຳຄວາມເຢັນຂອງເຄື່ອງຈັກ.
ກວດຊອກ​ຫາສຽງລົບກວນຂອງເຄື່ອງຈັກທີ່ຜິດ​ປົກ​ກະ​ຕິ.
ກວດຊອກ​ຫາສຽງລົບກວນການ​ດຳ​ເນີນ​ງານທີ່ຜິດ​ປົກ​ກະ​ຕິ.
ກວດເບິ່ງການດັດປັບຄືນໃໝ່ຂອງກົງ​ໝູນ-ມີດນອນ.
ກວດເບິ່ງການປັບຄວາມສູງຂອງການຕັດ.
ສຳຜັດກັບສີທີ່ລອກ.
ທຳ​ຄວາມ​ສະ​ອາດ​ເຄື່ອງ​ຈັກ.
ການ​ບັນ​ທຶກ​ບໍ​ລິ​ເວນທີ່ໜ້າເປັນຫ່ວງ
ການກວດກາປະຕິບັດໄປຕາມ:
ລາຍ​ການ
ວັນທີ
ຂໍ້ມູນ

ຂັ້ນ​ຕອນ​ດຳ​ເ​ນີນ​ການກ່ອນ​ການ​ບຳ​ລຸງ​ຮັກ​ສາ

ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ
Warning
ໃນ​ຂະ​ນະ​ທີ່​ທ່ານ​ກຳ​ລັງ​ບຳ​ລຸງ​ຮັກ​ສາ ຫຼື ປັບ​ເຄື່ອງ​ຈັກ, ບາງ​ຄົນ​ສາ​ມາດ​ຕິດ​ຈັກ​ໄດ້. ການຕິດ​ຈັກໂດຍ​ບັງ​ເອີນສາ​ມາດເຮັດ​ໃຫ້​ທ່ານ ຫຼື ຄົນ​ອື່ນ​ທີ່​ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້.
ປ່ອຍຕົວກັນ​ຄາດ, ໃສ່​ເບ​ຣກມື ແລະ ດຶງ​ສາຍໄຟອອກ​ຈາກ​ຫົວ​ທຽນ​ກ່ອນ​ທີ່​ທ່ານ​ຈະ​ເຮັດ​ການ​ບຳ​ລຸງ​ຮັກ​ສາ​ໃດ​ໜຶ່ງ. ນອກ​ນັ້ນ​ໃຫ້ຊຸກສາຍ​ໄຟໄປທາງ​ຂ້າງ​ເພື່ອ​ທີ່​ມັນ​ຈະ​ບໍ່​ສຳ​ຜັດ​ກັບ​ຫົວ​ທຽນ​ໂດຍ​ບັງ​ເອີນ.
 
  1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.
  2. ມອດຈັກ.
  3. ໃສ່​ເບ​ຣກມື.
  4. ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ ແລະ ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງກ່ອນ​ບຳ​ລຸງ​ຮັກ​ສາ​ສ້ອມ​ແປງ, ເກັບ​ມ້ຽນ ແລະ ເຮັດ​ການ​ສ້ອມ​ແປງ.
  5. Graphic
    G404844
  6. ຖອດ​ສາຍ​ຕໍ່​ຫົວ​ທຽນ ອອກ.

ການ​ບຳ​ລຸງ​ຮັກ​ສາ​ເຄື່ອງ​ຈັກ

ຄວາມປອດໄພຂອງເຄື່ອງຈັກ
  • ຢ່າປ່ຽນແປງຄວາມ​ໄວຕົວບັນຊາ ຫຼື ເລັ່ງຄວາມໄວເຄື່ອງຈັກເກີນ.
  • ຕິດ​ຈັກ​ໃຫ້​ແຫ້ງ ຫຼື ເອົາ​ນ້ຳ​ມັນ​ອອກ​ດ້ວຍ​ປ້ຳ​ມື, ຢ່າ​ດູດ​ນ້ຳ​ມັນ​ອອກ​ດ້ວຍ​ທໍ່​ດູດ. ຖ້າ​ທ່ານ​ຕ້ອງ​ລະ​ບາຍ​ນ້ຳ​ມັນ​ອອກ​ຈາກ​ຖັງ, ໃຫ້ເຮັດ​ມັນ​ຢູ່​ຂ້າງນອກ.
ຂໍ້​ກຳ​ນົດ​ສະ​ເພາະ​ຂອງ​ນ້ຳ​ມັນ​ເຄື່ອງ​ຈັກ
ຄວາມ​ຈຸ​ຖັງ​ຂໍ້​ຫວ່ຽງ:
0.56 ລິດ (19 ອອນ​ຂອງ​ແຫຼວ)
ປະ​ເພດ​ນ້ຳ​ມັນ​ເຄື່ອງ:
SJ ການ​ຈັດ​ປະ​ເພດ API ຫຼື ຕໍ່​ມາ.
ຄວາມ​ໜຽວ​ນ້ຳ​ມັນ​ເຄື່ອງ
ເລືອກ​ຄວາມ​ໜຽວ​ນ້ຳ​ມັນ​ເຄື່ອງ​ຕາມ​ອຸນ​ຫະ​ພູມ​ຮອບ​ຂ້າງ​ຢູ່​ໃນ​ຕາ​ຕະ​ລາງ​ລຸ່ມ​ນີ້.
Note: ນ້ຳ​ມັນ​ເຄື່ອງ​ຫຼາຍ​ເກ​ຣດ (5W-30 ແລະ 10W-30) ເພີ່ມ​ການ​ໃຊ້​ນ້ຳ​ມັນ​ເຄື່ອງ​ຂຶ້ນ. ກວດ​ເບິ່ງ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຈັກເລື້ອຍໆ​ເມື່ອ​ທ່ານ​ໃຊ້​ນ້ຳ​ມັນ​ເຄື່ອງ​ເຫຼົ່າ​ນີ້.
Graphic
G404892
ການກວດເບິ່ງລະດັບນ້ຳມັນເຄື່ອງຈັກ
ເວລາທີ່ດີທີ່ສຸດໃນການກວດເບິ່ງລະ​ດັບນ້ຳມັນເຄື່ອງແມ່ນເວລາທີ່ເຄື່ອງຈັກເຢັນ ຫຼື ກ່ອນທີ່ທ່ານໄດ້ຕິດ​ຈັກສຳລັບມື້. ຖ້າທ່ານ​ໄດ້​ຕິດ​ຈັກແລ້ວ, ປ່ອຍໃຫ້ນ້ຳມັນເຄື່ອງໄຫຼລົງໄປໃນອ່າງຢ່າງໜ້ອຍ 10 ນາທີກ່ອນທ່ານ​ຈະ​ທຳ​ການກວດເບິ່ງ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຈັກ.
  1. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ.
  2. ວາງ​ຕຳ​ແໜ່ງ​ເຄື່ອງ​ຈັກ​ເພື່ອ​ໃຫ້​ຈັກ​ໄດ້​ລະ​ດັບ ແລະ ທຳ​ຄວາມ​ສະ​ອາດ​ບໍ​ລິ​ເວນ​ອ້ອມ​ຮອບ​ທໍ່​ເຕີມ​ນ້ຳ​ມັນ​ເຄື່ອງ .
    Graphic
    G404893
  3. ຖອດເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ອອກ ໂດຍ​ການ​ໝູນ​ມັນ​ໄປ​ຕາມ​ທິດ​ທວນ​ເຂັມ​ໂມງ.
  4. ຖອດເຫຼັກ​ແທກ​ນ້ຳ​ມັນເຄື່ອງອອກ ແລະ ເຊັດປາຍ​ໃຫ້​ສະ​ອາດ.
  5. ສອດ​ເຫຼັກແທກ​ນ້ຳ​ມັນ​ເຄື່ອງ​ເຂົ້າ​ໄປ​ໃນ​ທໍ່​ຕື່ມ​ນ້ຳ​ມັນ​ເຄື່ອງ​ໃຫ້​ສຸດ, ແຕ່​ຢ່າ​ບິດ​ກຽວ​ມັນເຂົ້າ.
  6. ເອົາຫຼັກແທກນ້ຳ​ມັນ​ເຄື່ອງອອກ ແລະ ກວດເບິ່ງລະດັບນ້ຳ​ມັນ​ເຄື່ອງ.
  7. ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ບໍ່​ຖືກ​ຕ້ອງ, ເຕີມ ຫຼື ປ່ອຍ​ນ້ຳ​ມັນ​ເຄື່ອງ​ອອກ​ໃຫ້​ຖືກ​ຕ້ອງ​ຕາມ​ລະ​ດັບ.
    Note: ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຢູ່​ໃກ້ ຫຼື ຕ່ຳ​ກວ່າ​ຂີດ​ໝາຍ​ລະ​ດັບ​ຕ່ຳ ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ, ເຕີມ​ນ້ຳ​ມັນ​ເຄື່ອງຈັກ​ທີ່​ລະ​ບຸໃຫ້​ພຽງ​ພໍ​ເທົ່າ​ນັ້ນ​ເພື່ອ​ຍົກ​ລະ​ດັບ​ໃຫ້​ຮອດ​ຂີດ​ໝາຍ​ຈຳ​ກັດ​ສູງ (ຮີມ​ພື້ນ​ຂອງ​ຮູ​ເຕີມ​ນ້ຳ​ມັນ​ເຄື່ອງ)
ການປ່ຽນນ້ຳ​ມັນເຄື່ອງຈັກ
Warning
ນ້ຳ​ມັນ​ເຄື່ອງ​ອາດ​ຈະ​ບໍ່​ຮ້ອນ​ຫຼັງ​ຈາກຈັກ​ຕິດ​ແລ້ວ ແລະ ການ​ສຳ​ຜັດ​ກັບ​ນ້ຳ​ມັນ​ເຄື່ອງ​ຮ້ອນ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສ່ວນ​ຕົວ​ຮ້າຍ​ແຮງ​ໄດ້.
ຫຼີກ​ລ່ຽງ​ການ​ສຳ​ຜັດ​ກັບນຳ​ມັນ​ເຄື່ອງ​ຈັກ​ຮ້ອນເມື່ອ​ທ່ານ​ລະ​ບາຍ​ມັນ​ອອກ.
 
  1. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ.
  2. Graphic
    G404894
  3. ວາງອ່າງ​ຮອງ​ຮັບໄວ້ກ້ອງດອນອັດ​ການ​ລະ​ບາຍ ເພື່ອ​ຮັບ​ນ້ຳ​ມັນ​ເຄື່ອງ.
  4. ເອົາ​ດອນ​ອັດ​ການ​ລະ​ບາຍ, ແຫວນ​ຮອງ ແລະ ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ ອອກ.
  5. ວາງ​ຕຳ​ແໜ່ງ​ຈັກ​ເພື່ອ​ໃຫ້ນ້ຳ​ມັນ​ເຄື່ອງ​ໄຫຼອອກ​ຈາກ​ຈັກ.
  6. ເມື່ອ​ນ້ຳ​ມັນ​ເຄື່ອງ​ໄຫຼ​ອອກ​ໝົດ​ແລ້ວ, ເຄື່ອນຈັກ​ໄປ​ບ່ອນ​ພຽງ ແລະ ຕິດ​ຕັ້ງ​ດອນ​ອັດ​ການ​ລະ​ບາຍ ແລະ ແຫວນ​ຮອງ​ໃໝ່​ໃສ່.
    Note: ກຳ​ຈັດນ້ຳ​ມັນ​ເຄື່ອງ​ໃຊ້​ແລ້ວ​ຢູ່​ທີ່​ສູນ​ນຳ​ກັບ​ຄືນ​ມາ​ໃຊ້​ໃໝ່ທີ່​ໄດ້​ຮັບ​ການ​ຢັ້ງ​ຢືນ.
  7. ເທ​ນ້ຳ​ມັນ​ເຄື່ອງ​ລົງ​ໃສ່​ຮູ​ເຕີມ​ນ້ຳ​ມັນ​ເຄື່ອງ​ຈົນ​ກວ່າ​ນ້ຳ​ມັນ​ເຄື່ອງ​ຢູ່​ລະ​ດັບ​ທີ່​ຖືກ​ຕ້ອງ.
  8. ໃຫ້​ແນ່​ໃຈ​ວ່າ​ນ້ຳ​ມັນ​ເຄື່ອງ​ຢູ່​ໃນ​ລະ​ດັບ​ທີ່​ຖືກ​ຕ້ອງ​ໃນເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.
  9. ບິດ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ເຂົ້າ​ກຽວ​ໃສ່​ໃນ​ຮູ​ເຕີມ​ນ້ຳ​ມັນ​ເຄື່ອງ.
  10. ເຊັດນ້ຳມັນເຄື່ອງທີ່ຟົ້ງຕົກ​ເຮ່ຍອອກ.
  11. ຕໍ່​ສາຍ​ໃສ່​ຫົວ​ທຽນ.
ການບຳ​ລຸງ​ຮັກ​ສາໝໍ້ກອງອາກາດ
Important  
ຢ່າ​ໃຊ້​ງານ​ເຄື່ອງ​ຈັກ​ໂດຍ​ບໍ່​ມີ​ສ່ວນ​ປະ​ກອບ​ໝໍ້​ກອງ​ອາ​ກາດ, ຈະ​ເກີດ​ມີຄວາມ​ເສຍ​ຫາຍໜັກ​ຕໍ່​ຈັກ.
 
  1. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ.
  2. Graphic
    G404895
  3. ຖອດນັອດ​ປີກ ທີ່​ຍຶດຝາ​ປົກໝໍ້​ກອງ​ອາ​ກາດ ອອກ.
  4. ເອົາ​ຝາ​ປົກໝໍ້​ກອງ​ອາ​ກາດ​ອອກ.
    Important  
    ໃຫ້​ແນ່​ໃຈ​ວ່າ​ບໍ່​ມີ​ຂີ້​ຝຸ່ນ ຫຼື ເສດ​ຂີ້​ເຫຍື້ອ​ຈາກ​ໝໍ້​ກອງ​ອາ​ກາດ​ຕົກ​ລົງ​ໄປ​ໃນ​ພື້ນ.
     
  5. ເອົາ​ຕົວໂຟມ ແລະ ເຈ້ຍ ອອກຈາກ​ຖານ.
  6. ເອົາຕົວ​ໂຟມອອກ​ຈາກຕົວ​ເຈ້ຍ.
  7. ກວດ​ກາ​ຕົວ​ໂຟມ ແລະ ເຈ້ຍ; ປ່ຽນພວກ​ມັນ, ຖ້າ​ພວກ​ມັນ​ສີກ​ຂາດ ຫຼື ເປື້ອນ​ຫຼາຍ.
  8. ທຳ​ຄວາມ​ສະ​ອາດຕົວ​ເຈ້ຍ​ໂດຍ​ການ​ແຕະ​ມັນ​ເບົາໆເພື່ອ​ເອົາສິ່ງ​ທີ່​ເປື້ອນອອກ.
    Important  
    ຢ່າ​ພະ​ຍາ​ຍາ​ໃຊ້​ແປງ​ຂັດ​ຂີ້​ຝຸ່ນ​ອອກ​ຈາກ​ຕົວ​ເຈ້ຍ; ການ​ຂັດ​ຈະບີບ​ໃຫ້​ຂີ້​ຝຸ່ນ​ເຂົ້າ​ໄປ​ໃນ​ເສັ້ນ​ໄຍ. ປ່ຽນ​ຕົວ​ເຈ້ຍ, ຖ້າ​ການ​ແຕະ​ມັນ​ແລ້ວ​ບໍ່​ເຮັດ​ໃຫ້​ຂີ້​ຝຸ່ນ​ອອກ​ໄດ້.
     
  9. ທຳ​ຄວາມ​ສະ​ອາດ​ຕົວ​ໂຟມ​ຢູ່​ໃນ​ນ້ຳ​ອຸ່ນ​ໃສ່​ສະ​ບູ ຫຼື ຢູ່​ໃນ​ນ້ຳ​ຢາ​ບໍ່​ຕິດ​ໄຟ​ໄດ້.
    Important  
    ຢ່າ​ໃຊ້​ນ້ຳ​ມັນ​ແອັດ​ຊັງ​ເພື່ອ​ຄວາມ​ຄວາມ​ສະ​ອາດ​ຕົວ​ໂຟມ​ເພາະ​ວ່າ​ມັນ​ສາ​ມາດ​ເຮັດ​ໃຫ້​ເກີດ​ຄວາມ​ສ່ຽງ​ການ​ເກີດ​ໄຟ​ໄໝ້ ຫຼື ການ​ລະ​ເບີດ.
     
  10. ຊະ​ລ້າງ ແລະ ຕາກ​ໂຟມ​ໃຫ້​ແຫ້ງ​ທົ່ວ.
  11. ປັດຝຸ່ນ​ອອກ​ຈາກ​ຖານ ແລະ ຝາ​ປົກ​ດ້ວຍ​ຜ້າ​ເຊັ​ດ​ທີ່​ມີ​ຄວາມ​ຊຸ່ມ.
    Important  
    ໃຫ້​ແນ່​ໃຈ​ວ່າ​ສິ່ງ​ທີ່​ເປື້ອນ ຫຼື ເສດ​ຂີ້ເຫຍື້ອ​ບໍ່​ເຂົ້າ​ສູ່​ທໍ່​ອາ​ກາດ ນຳ​ໄປ​ຫາເຄື່ອງ​ປະ​ສົມ​ເຊື້ອ​ເພີງ​ກັບ​ອາ​ກາດ (carburetor).
     
  12. ຕິດ​ຕັ້ງ​ສ່ວນ​ປະ​ກອບ​ໝໍ້​ກອງ​ອາ​ກາດ ແລະ ໃຫ້​ແນ່​ໃຈ​ວ່າ​ພວກ​ມັນ​ຖືກ​ຈັດ​ຕຳ​ແໜ່ງ​ຢ່າງ​ເໝາະ​ສົມ. ຕິດ​ຕັ້ງ​ນັອດປີກ​ຕົວ​ແມ່ດ້ານ​ລຸ່ມ.
  13. ຕິດ​ຕັ້ງ​ຝາ​ປົກ ແລະ ຕິດ​ຕັ້ງ​ນັອດ​ປີກ​ຕົວ​ແມ່​ດ້ານ​ເທິງ​ເພື່ອ​ຍຶດ​ມັນ.
ການບຳລຸງຮັກ​ສາຫົວ​ທຽນ
ໃຊ້​ຫົວ​ທຽນ NGK BPR6ES ຫຼື ທຽບ​ເທົ່າ.
  1. ມອດ​ຈັກ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ.
  2. ທຳ​ຄວາມ​ສະ​ອາດ​ບໍ​ລິ​ເວດຫົວ​ທຽນ.
  3. ເອົາ​ຫົວ​ທຽນ​ອອກ​ຈາກ​ຫົວ​ລູກສູບ.
    Important  
    ປ່ຽນ​ຫົວ​ທຽນທີ່​ແຕກ, ສົກ​ກະ​ປົກ ຫຼື ເປື້ອນ. ຢ່າ​ໃຊ້​ກະ​ດາດ​ຊາຍ​ຖູ, ຂູດ ຫຼື ທຳ​ຄວາມ​ສະ​ອາດ​ຂົ້ວ​ໄຟ​ຟ້າ​ເພາະ​ວ່າ​ຄວາມ​ເສຍ​ຫາຍ​ຂອງ​ເຄື່ອງ​ຈັກ​ສາ​ມາດ​ສົ່ງ​ຜົນ​ມາ​ຈາກ​ເສດ​ຊາຍ​ເຂົ້າ​ໄປ​ໃນ​ລູກ​ສູບ.
     
  4. Graphic
    G404896
  5. ຕັ້ງຊ່ອງ​ຫວ່າງ​ໃນ​ນັອດ ເປັນ 0.7 ຫາ 0.80 ມມ (0.028 ຫາ 0.031 ນິ້ວ).
  6. ຕິດ​ຕັ້ງ​ຫົວ​ທຽນດ້ວຍ​ມື​ຢ່າງ​ລະ​ມັດ​ລະ​ວັງ (ເພື່ອ​ຫຼີກ​ລ່ຽງ​ການ​ຂ້າມ​ກຽວ) ຈົນ​ກວ່າ​ມັນ​ແໜ້ນ​ມື.
  7. ຮັດ​ຫົວ​ທຽນ​ໃຫ້​ແໜ້ນ​ອີກ ½ ຮອບ, ຖ້າ​ມັນ​ໃໝ່; ບໍ່​ດັ່ງ​ນັ້ນ​ຮັດ​ມັນ​ຕື່ມ​ອີກ ⅛ ຫາ ¼ ຮອບ.
    Important  
    ຫົວ​ທຽນຫຼວມ​ສາ​ມາດ​ຮ້ອນ​ຫຼາຍ ແລະ ສາ​ມາດ​ເຮັດ​ໃຫ້​ຈັກ​ເປ່​ເພ; ການ​ຮັດ​ຫົວ​ທຽນ​ແໜ້ນ​ເກີນ​ໄປ​ອາດ​ຈະ​ເຮັດ​ໃຫ້​ເສຍ​ກຽວ​ຢູ່​ໃນ​ຫົວ​ລູກ​ສູບ.
     
  8. ຕໍ່​ສາຍ​ໃສ່​ຫົວ​ທຽນ.

ການ​ບຳ​ລຸງ​ຮັກ​ສາຄວບ​ຄຸມ

ການ​ປັບສາຍ​ຫົດ​ຢືດ
ປັບ​ສາຍ​ຫົດ​ຢືດ​ໃຫ້​ໄດ້​ຊ່ອງ​ຫວ່າງ 1.1 ມມ (0.045 ນິ້ວ) ລະ​ຫວ່າງ​ຈານສຽດ​ສີ ແລະ ແຜ່ນ​ຄວາມ​ດັນ.
  1. ເຂົ້າ​ເຖິງ​ຈານ​ສຽດ​ສີ ແລະ ແຜ່ນ​ຄວາມ​ດັນ​ໂດຍ​ການ​ເອົາ​ຝາ​ປົກ​ຄາດ​ອອກ .
    Graphic
    G404910
  2. ມາຍ​ນັອດ​ຊ້ອນ​ສອງ ແລະ ປັບ​ສາຍ​ຫົດ​ຢືດ () ເພື່ອ​ໃຫ້​ຊ່ອງ​ຫວ່າງ ລະ​ຫວ່າງ​ຈານ​ສຽດ​ສີ ແລະ ແຜ່ນ​ຄວາມ​ດັນ​ເປັນ 1.1 ມມ (0.045 ນິ້ວ) .
    Graphic
    G404911
ການປັບເບ​ຣກສ້ອມບຳ​ລຸງ​ຮັກ​ສາ/ເບ​ຣກມື
ກວດ​ເບິ່ງ​ເບ​ຣກສ້ອມບຳ​ລຸງ​ຮັກ​ສາ/ເບຣກມື, ຖ້າ​ມັນ​ຕົກ​ອອກ​ໃນ​ລະ​ຫວ່າງ​ການ​ໃຊ້​ງານ.
  1. ປົດເບ​ຣກມື.
  2. Graphic
    G404912
  3. ວັດ​ແທກ​ການປ່ອຍ​ເສ​ລີ​ຢູ່​ປາຍ​ຂອງ​ດ້າມ​ຈັບ​ເບ​ຣກ​ມື .
    ກ່ອນ​ປ່ອຍ​ເສ​ລີ​ດ້າມ​ຈັບ​ຄວນ​ຈະ​ຢູ່​ລະ​ຫວ່າງ 12.7 ຫາ 25.4 ມມ (0.50 ຫາ 1 ນິ້ວ) . ຖ້າ​ການ​ປ່ອຍ​ເສ​ລີ​ບໍ່​ຢູ່​ພາຍ​ໃນ​ຈຳ​ນວນ​ນີ້, ໃຫ້​ດຳ​ເນີນ​ໄປ​ຫາ​ຂັ້ນ​ຕອນຕໍ່​ໄປ​ນີ້ ເພື່ອ​ປັບ​ສາຍ​ເບ​ຣກ.
  4. Graphic
    G404913
  5. ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ​ນີ້ເພື່ອປັບ​ຄວາມ​ເຄັ່ງ​ເບ​ຣກ​ມື:
    • ເພື່ອ​ເພີ່ມ​ຄວາມ​ເຄັ່ງ​ສາຍ, ມາຍ​ນັອດ​ຊ້ອນ​ສອງ​ສາຍ​ດ້ານ​ໜ້າ ແລະ ຮັດ​ນັອດ​ຊ້ອນ​ສອງດ້ານ​ຫຼັງ . ເຮັດ​ຊ້ຳ​ຂັ້ນ​ຕອນຜ່ານ​ມາ ແລະ ປັບ​ຄວາມ​ເຄັ່ງ, ຖ້າ​ຈຳ​ເປັນ.
    • ເພື່ອຜ່ອນຄວາມ​ເຄັ່ງ​ສາຍ, ມາຍ​ນັອດ​ຊ້ອນ​ສອງດ້ານ​ຫຼັງ ແລະ ຮັດ​ນັອດ​ຊ້ອນ​ສອງສາຍ​ດ້ານ​ໜ້າ . ເຮັດ​ຊ້ຳ​ຂັ້ນ​ຕອນຜ່ານ​ມາ ແລະ ປັບ​ຄວາມ​ເຄັ່ງ, ຖ້າ​ຈຳ​ເປັນ.
ການ​ປັບສາຍຄວບ​ຄຸມ​ກົງ​ໝູນ
ປັບສາຍຄວບ​ຄຸມ​ກົງ​ໝູນ ເພື່ອ​ເອົາ​ຄວາມ​ຍານ​ເພີ່ມ​ເຕີມ​ອອກ.
    Graphic
    G404914
  1. ເຄື່ອນລູກບິດຄວບຄຸມຄວາມໄວກົງ​ໝູນໄປຕຳ​ແໜ່ງ​ຄວາມ​ໄວ​ກົງ​ໝູນ​ສູງ.
  2. ມາຍ​ນັອດ​ຊ້ອນ​ສອງດ້ານ​ຫຼັງ ແລະ ຮັດ​ນັອດ​ຊ້ອນ​ສອງດ້ານ​ໜ້າ .
ການ​ປັບສາຍຄັນ​ເລັ່ງ
ການປັບ​ຄວາມ​ໄວຈັກກາ​ລັງ​ຕີ​ຕ່ຳ
  1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ ແລະ ໃສ່ເບ​ຣກມື.
  2. ໃຫ້​ແນ່​ໃຈ​ວ່າ​ຈັກ​ຢູ່​ໃນອຸນນະພູມດໍາເນີນງານປົກ​ກະ​ຕິ.
  3. ຕິດ​ຈັກ ແລະ ໃຊ້​ການ​ຄວບ​ຄຸມ​ຄັນ​ເລັ່ງ​ເພື່ອຫຼຸດ​ຄວາມ​ໄວ​ຈັກ​ລົງ​ຫາ​ກາ​ລັງ​ຕີ​ຕ່ຳ.
  4. ນຳ​ໃຊ້ເຄື່ອງ​ແທກ​ຄວາມ​ໄວເພື່ອສັງ​ເກດຄວາມ​ໄວຈັກກາ​ລັງ​ຕີຕ່ຳ.
    ຂອບ​ເຂດ​ດີ​ທີ່​ສຸດ​ສຳ​ລັບ​ກາ​ລັງ​ຕີ​ຕ່ຳ​ແມ່ນ 1,800 ຫາ 2,000 ຮອບ​ຕໍ່​ນາ​ທີ.
  5. Graphic
    G404915
  6. ມາຍ​ປອກ​ຮັດ​ທໍ່ ໃນ​ສາຍ​ຄັນ​ເລັ່ງ ໃຫ້​ຫຼວມ.
  7. ເຄື່ອນ​ທໍ່​ສາຍ​ໄປ​ຈົນ​ກວ່າ​ທ່ານ​ສັງ​ເກດ​ເຫັນ 1,900 ຮອບ​ຕໍ່​ນາ​ທີ​ໃນ​ເຄື່ອງ​ແທກ​ຄວາມ​ໄວ.
  8. ຮັດນັອດ​ກຽວ​ໃນ​ຫົວໜີບ​ທໍ່​ສາຍ​ໃຫ້ແໜ້ນ.
ການປັບ​ຄວາມ​ໄວຈັກກາ​ລັງ​ຕີສູງ
  1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ ແລະ ໃສ່ເບ​ຣກມື.
    Note: ໃຫ້​ແນ່​ໃຈ​ວ່າ​ຈັກ​ຢູ່​ໃນ​ອຸນ​ຫະ​ພູມ​ການ​ໃຊ້​ງານ​ປົກ​ກະ​ຕິ​ກ່ອນ​ປັບ​ສາຍ​ຄັນ​ເລັ່ງ.
  2. ຕິດ​ຈັກ ແລະ ໃຊ້​ການ​ຄວບ​ຄຸມ​ຄັນ​ເລັ່ງ​ເພື່ອເພີ່ມຄວາມ​ໄວ​ຈັກ​ຂຶ້ນຫາ​ກາ​ລັງ​ຕີ​ສູງ.
  3. ນຳ​ໃຊ້ເຄື່ອງ​ແທກ​ຄວາມ​ໄວເພື່ອສັງ​ເກດຄວາມ​ໄວຈັກກາ​ລັງ​ຕີ​ສູງ.
    ຂອບ​ເຂດ​ດີ​ທີ່​ສຸດ​ສຳ​ລັບ​ກາ​ລັງ​ຕີ​ສູງ (ສຳ​ລັບ​ໃຊ້​ໃນ​ປະ​ເທດ​ທີ່​ບໍ່​ປະ​ຕິ​ບັດ​ຕາມ CE) ແມ່ນ 3,350 ຫາ 3,550 ຮອບ​ຕໍ່​ນາ​ທີ. ຖ້າ​ເຄື່ອງ​ແທກ​ຄວາມ​ໄວ​ສະ​ແດງ​ຄວາມ​ໄວ​ຕ່ຳ​ກວ່າ 3,350 ຫຼື ສູງກວ່າ 3,550 ຮອບ​ຕໍ່​ນາ​ທີ, ປະ​ຕິ​ບັດ​ບັນ​ດາ​ຂັ້ນ​ຕອນຕໍ່​ໄປ​ນີ້ຢູ່​ໃນ​ຂັ້ນ​ຕອນ​ດຳ​ເນີນ​ການ​ເຫຼົ່າ​ນີ້ຮອດຈົນທ່ານໄດ້​ຄວາມ​ໄວລະ​ຫວ່າງ 3,350 ຫາ 3,550 ຮອບ​ຕໍ່​ນາ​ທີ.
  4. ມອດຈັກ.
  5. Graphic
    G440782
  6. ປັບ​ຕົວ​ຢຸດ​ຄວບ​ຄຸມ​ຄັນ​ເລັ່ງ ຕາມ​ການ​ອ່ານ​ຄ່າ​ກາ​ລັງ​ຕີ​ສູງ​ໃນ​ເຄື່ອງ​ແທກ​ຄວາມ​ໄວ​ຂອງ​ທ່ານ.
    • ເພື່ອເພີ່ມລະ​ດັບ​ຄວາມ​ໄວ​ກາ​ລັງ​ຕີ​ສູງຂຶ້ນ, ເຄື່ອນຕົວ​ຢຸດ​ຄວບ​ຄຸມ​ຄັນ​ເລັ່ງຂຶ້ນ.
    • ເພື່ອຫຼຸດລະ​ດັບ​ຄວາມ​ໄວ​ກາ​ລັງ​ຕີ​ສູງລົງ, ເຄື່ອນຕົວ​ຢຸດ​ຄວບ​ຄຸມ​ຄັນ​ເລັ່ງລົງ.
  7. ຕິດຈັກ ແລະ ສັງ​ເກດ​ການ​ອ່ານ​ຄ່າ​ກາ​ລັງ​ຕີ​ສູງ​ໃໝ່.
    ຖ້າ​ເຄື່ອງ​ແທກ​ຄວາມ​ໄວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ​ທີ່​ເໝາະ​ສົມ, ການ​ປັບ​ສຳ​ເລັດ.

ການບຳ​ລຸງຮັກສາໜ່ວຍຕັດ

ຄວາມປອດໄພຂອງໃບມີດ
  • ໃຊ້ຄວາມລະມັດລະວັງເມື່ອກວດເບິ່ງໜ່ວຍຕັດກົງ​ໝູນ. ໃສ່ຖົງມື ແລະ ໃຊ້ຄວາມ​ລະ​ມັດ​ລະ​ວັງເມື່ອບຳລຸງຮັກສາ​ກົງ​ໝູນ.
  • ໃບມີດ ຫລື ມີດນອນທີ່ຫ້ຽນ ຫຼື ເສຍຫາຍສາມາດແຕກຫັກ ແລະ ຊິ້ນສ່ວນສາມາດກະເດັນໃສ່ທ່ານ ຫຼື ຜູ້ທີ່ຢູ່ຂ້າງນອກ, ເຊິ່ງກໍ່ໃຫ້ເກີດການບາດເຈັບສາ​ຫັດ​ຕໍ່ບຸກ​ຄົນ ຫຼື ເສຍຊີວິດໄດ້.
  • ກວດກາໃບມີດ ແລະ ແຜ່ນຕັດເປັນໄລ​ຍະວ່າ​ມີ​ຄວາມຫ້ຽນ ຫຼື ເສຍຫາຍບໍ່.
  • ໃຊ້ຄວາມລະມັດລະວັງເມື່ອກວດເບິ່ງໃບມີດ. ໃສ່ຖົງມື ແລະ ໃຊ້ຄວາມ​ລະ​ມັດ​ລະ​ວັງເມື່ອບຳລຸງຮັກສາ​ພວກມັນ. ປ່ຽນ ຫຼື ໝູນໃບມີດ ແລະ ແຜ່ນມີດກັບເທົ່າ​ນັ້ນ; ຢ່າບິດໃຫ້ຊື່ ຫຼື ເຊື່ອມຈອດພວກມັນ.
ການຕິດຕັ້ງໜ່ວຍຕັດ
  1. ເຄື່ອນ​ຂາ​ຄ້ຳ​ໄປ​ທີ່​ຕຳ​ແໜ່ງບຳ​ລຸງ​ຮັກ​ສາ​ສ້ອມ​ແປງ​ໜ່ວຍ​ຕັດ.
  2. ຈັດ​ລຽງ​ໜ່ວຍ​ຕັດ​ໃສ່​ກອບ.
  3. Graphic
    G404930
  4. ເຄື່ອນ​ສະ​ຫຼັກ​ຍຶດ​ລອຍ​ລົງ ເພື່ອ​ຮັດ​ໜ່ວຍ​ຕັດ​ໃສ່​ເຄື່ອງ​ຈັກ.
  5. ເອົາ​ປອກ ອອກ​ຈາກ​ຮ່ອງ​ເພົາ​ຂໍ້​ເຊື່ອມ​ຕໍ່​ລະ​ບົບ​ເກຍ ແລະ ໃສ່​ທໍ່​ຫົກ​ຫຼ່ຽມ​ເຂົ້າ​ໄປ ໃນ​ເພົາ​ຂໍ້​ເຊື່ອມ​ຕໍ່​ໜ່ວຍ​ຕັດ .
  6. ຕິດ​ຕັ້ງກະ​ຕ່າຫຍ້າ.
ການ​ຖອດໜ່ວຍຕັດອອກ
Note: ທໍ່ຫົກ​ຫຼ່ຽມ ປົດ​ອອກ, ຖ້າ​ທ່ານ​ໃສ່ຕົວ​ຂັບ​ເຄື່ອນ​ກົງ​ໝູນ​ເມື່ອເອົາ​ໜ່ວຍ​ຕັດ​ອອກ.
  1. ເຄື່ອນ​ຂາ​ຄ້ຳ​ໄປ​ທີ່​ຕຳ​ແໜ່ງບຳ​ລຸງ​ຮັກ​ສາ​ສ້ອມ​ແປງ​ໜ່ວຍ​ຕັດ.
  2. ເອົາ​ກະ​ຕ່າ​ຫຍ້າ​ອອກ (ຖ້າ​ຕິດ​ຕັ້ງ​ມາ​ນຳ).
  3. ເຄື່ອນ​ປອກ ເຂົ້າ​ໃສ່​ຮ່ອງ​ເພົາ​ລະ​ບົບ​ເກຍ.
    Note: ນີ້​ປ່ອຍ​ຄວາມ​ເຄັ່ງ​ອອກ​ຈາກ​ສະ​ປ​ຣິງ.
  4. Graphic
    G404931
  5. ເລື່ອນ​ທໍ່​ຫົກ​ຫຼ່ຽມ ອອກ​ຈາກ​ເພົາ​ຂໍ້​ເຊື່ອມ​ຕໍ່​ໜ່ວຍ​ຕັດ .
  6. ເຄື່ອນ​ສະ​ຫຼັກ​ຍຶດ​ລອຍ ຂຶ້ນເພື່ອປ່ອຍ​ໜ່ວຍ​ຕັດອອກ​ຈາກເຄື່ອງ​ຈັກ.
  7. ຖອດໜ່ວຍຕັດອອກຈາກກອບ.
ຂໍ້​ມູນ​ການ​ຖອຍ​ກັບ​ຫຼັງ
ເພື່ອ​ຢ້ອນ​ໜ່ວຍ​ຕັດ​ກັບ​ຄືນ, ໃຊ້ຊຸດ​ເຄື່ອງ​ມື​ຢ້ອນ​ກັບການ​ເຂົ້າ​ເຖິງ (ລຸ້ນ 139-4342); ໃຫ້​ເບິ່ງ​ຄຳ​ແນະ​ນຳ​ການ​ໃຊ້​ງານ​ຢູ່​ໃນຄຳ​ແນະ​ນຳ​ການ​ຕິດ​ຕັ້ງຊຸດ​ເຄື່ອງ​ມື. ຕິດຕໍ່ຜູ້ຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດຂອງທ່ານເພື່ອເອົາຊຸດເຄື່ອງ​ມື​ນີ້.
 
 
 
ການ​ເກັບ​ຮັກ​ສາ
 

ຄວາມປອດໄພໃນການເກັບຮັກສາ

ການເກັບ​ຮັກ​ສາເຄື່ອງຈັກ

  1. ເອົາເສດ​ຫຍ້າ​ທີ່ຕັດ, ດິນ​ຕິດ ແລະ ສິ່ງ​ເປື້ອນ​ຕິດ​ຢູ່​ອອກ​ຈາກ​ສ່ວນ​ທາງນອກ​ຂອງ​ທັງ​ໝົດ​ເຄື່ອງຈັກ, ໂດຍ​ສະ​ເພາະ​ແມ່ນ​ຈັກ. ທຳ​ຄວາມ​ສະ​ອາດ​ດິນ​ຕິດ ແລະ ເສດ​ຂີ້ເຫຍື້ອ​ຈາກ​ດ້ານນອກ​ຂອງແຫວ່ງ​ຫົວ​ຄອບ​ກະ​ບອກ​ສູບຈັກ ແລະ ຫ້ອງ​ເຄື່ອງ​ເປົ່າ.
    Important  
    ທ່ານ​ສາ​ມາດລ້າງເຄື່ອງຈັກດ້ວຍນ້ຳ​ຢາ​ຊັກ​ລ້າງອ່ອນໆ ແລະ ນ້ຳ. ຢ່າ​ໃຊ້​ແຮງ​ດັນ​ລ້າງເຄື່ອງ​ຈັກ. ຫຼີກ​ລ່ຽງການໃຊ້ນ້ຳຫຼາຍເກີນໄປ, ໂດຍ​ສະ​ເພາະ​ໃກ້​ແຜ່ນ​ຄັນ​ໂຍກປ່ຽນ​ເກຍ ແລະ ເຄື່ອງຈັກ.
     
  2. ສຳ​ລັບ​ການ​ເກັບ​ມ້ຽນ​ໄລ​ຍະ​ຍາວ (ເກີນກວ່າ 30 ວັນ) ເຕີມຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບໃສ່ນ້ຳ​ມັນ​ເຊື້ອ​ໄຟຢູ່​ໃນ​ຖັງ.
    1. ຕິດ​ຈັກ​ໄວ້​ເພື່ອ​ກະ​ຈາຍ​ນ້ຳ​ມັນ​ທີ່​ປັບ​ສະ​ພາບ​ແລ້ວໃຫ້​ທົ່ວລະ​ບົບ​ນ້ຳ​ມັນເປັນ​ເວ​ລາ 5 ນາ​ທີ.
    2. ມອດ​ຈັກ, ປ່ອຍ​ໃຫ້​ມັນ​ເຢັນ​ລົງ ແລະ ປ່ອຍ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ ຫຼື ໃຊ້​ງານ​ຈັກ​ຈົນ​ກວ່າ​ມັນ​ມອດ.
    3. ຕິດຈັກ ແລະ ປ່ອຍ​ມັນ​ຕິດໄວ້ຈົນ​ກວ່າ​ມັນ​ມອດ. ຕິດ​ຈັກອີກ​ດ້ວຍ​ການ​ປິດເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ຈົນ​ກວ່າ​ຈັກ​ບໍ່​ຕິດໄດ້.
    4. ຖອດສາຍ​ຫົວ​ທຽນອອກ​ຈາກຫົວ​ທຽນ.
    5. ກຳ​ຈັດ​ນ້ຳ​ມັນເຊື້ອ​ໄຟຖິ້ມ​ຢ່າງ​ຖືກ​ຕ້ອງ. ນຳ​ມັນ​ກັບ​ຄືນ​ມາ​ໃຊ້​ໃໝ່​ຕາມ​ກົດ​ລະ​ບຽບ​ທ້ອງ​ຖິ່ນ.
      Note: ຢ່າ​ເກັບ​ຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ມີຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບດົນ​ນານກວ່າ​ໄລ​ຍະ​ເວ​ລາ​ທີ່​ຜູ້​ຜະ​ລິດຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນ​ເຊື້ອ​ໄຟແນະ​ນຳ.
  3. ກວດ​ເບິ່ງ ແລະ ຮັດ​ນັອດ​ຕົວ​ຜູ້, ນັອດ​ຕົວ​ແມ່ ແລະ ນັອດ​ກຽວ​ທັງ​ໝົດ. ສ້ອມ​ແປງ ຫຼື ປ່ຽນ​ອາ​ໄຫຼ່​ໃດ​ໜຶ່ງ​ທີ່​ຫຼຸ້ຍ​ຫ້ຽນ ຫຼື ເປ່​ເພ.
  4. ທາ​ສີ​ຜິວ​ໂລ​ຫະ​ທີ່​ຂູດ​ຂີດ ຫຼື ບໍ່​ມີ​ອັນ​ປົກ​ປິດ. ສີທາ​ແມ່ນ​ມີ​ໃຫ້​ຈາກຜູ້ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ມັດ​ຂອງ​ທ່ານ.
  5. ເກັບ​ເຄື່ອງ​ຈັກ​ໄວ້​ໃນ​ກະ​ລ່າ ຫຼື ພື້ນ​ທີ່​ບ່ອນ​ເກັບມ້ຽນທີ່​ແຫ້ງ, ສະ​ອາດ. ປົກ​ຈັກ​ເພື່ອປົກ​ປ້ອງ​ມັນ ແລະ ຮັກ​ສາ​ມັນ​ໃຫ້​ສະ​ອາດ.