ຄວາມປອດໄພ

  • ລົດ​ພ່ວງ​ນີ້​ມີ​ຈຸດ​ປະ​ສົງ​ສຳ​ລັບ​ການ​ນຳ​ໃຊ້​ກັບເຄື່ອງ​ຈັກ ProCore 648 ແລະ 648s ເທົ່າ​ນັ້ນ. ຜະ​ລິດ​ຕະ​ພັນ​ບໍ່​ເຂົ້າ​ກັບ​ການ​ລາກ​ສາ​ມາດ​ສົ່ງ​ຜົນ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ລົດພ່ວງ ແລະ/ຫຼື ເກີດ​ການ​ບາດ​ເຈັບ​ຕໍ່​ຜູ້​ຄວບ​ຄຸມນຳ​ໃຊ້ ແລະ ຜູ້​ຢືນ​ຢູ່​ໃກ້​ຄຽງ. ໃຫ້ເບິ່ງ ເຄື່ອງ​ຈັກ​ທີ່​ເຮັດ​ວຽກ​ຮ່ວມ​ກັນ​ໄດ້ ສຳ​ລັບລາຍຊື່​ເຄື່ອງ​ຈັກ​ທີ່​ສາ​ມາດ​ເຂົ້າ​ກັນ​ໄດ້ສະ​ບັບ​ຄົບ​ຖ້ວນ.

  • Uໃຊ້​ແຕ່​ພາ​ຫະ​ນະ​ທີ່​ມີ​ອັນ​ດັບ​ຄະ​ແນນ​ການ​ລາກ​ທີ່​ເໝາະ​ສົມ​ເທົ່າ​ນັ້ນ; ລົດ​ພ່ວງ TransPro 648 ແລະ ເຄື່ອງ​ເຕີມ​ອາ​ກາດ ProCore ພ້ອມ​ກັບ​ສິ່ງ​ທີ່​ຕິດ​ມາ​ນຳ​ມີ​ນ້ຳ​ໜັກ​ລວມ​ກັນ​ປະ​ມານ 1089 ກ​ລ (2,400 ປອນ). ໃຫ້​ແນ່​ໃຈ​ວ່າ​ລົດ​ລາກມີ​ຄວາມ​ສາ​ມາດ​ໃນ​ການ ແລະ ເບຣກ​ທີ່​ພຽງ​ພໍໂດຍ​ການກວດ​ສອບ​ເບິ່ງ​ຄຳ​ແນະ​ນຳ​ຂອງ​ຜູ້​ຜະ​ລິດ​ຍານ​ພາ​ຫະ​ນະ.

  • ໃຫ້​ແນ່​ໃຈ​ວ່າ​ລົດ​ພ່ວງ​ເຊື່ອມ​ຕໍ່​ກັບ​ພາ​ຫະ​ນະ​ລາກ​ແກ່​ຢ່າງ​ຖືກ​ຕ້ອງ​ກ່ອນເອົາເຄື່ອງ​ເຕີມ​ອາ​ກາດຂຶ້ນ ຫຼື ລົງ​ເພື່ອ​ປ້ອງ​ກັນ​ການ​ເຄື່ອນ​ເໜັງ​ຂອງ​ຕົວ​ຍຶດ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ ຫຼື ພິກ​ປີ້ນ​ກະ​ທັນ​ຫັນ. ຕົວ​ຍຶດ​ລົດ​ພ່ວງ​ຄວນ​ຈະ​ຂະ​ໜານ​ກັບ​ພື້ນ​ດິນ​ເມື່ອ​ທ່ານ​ຈັດລຽນ​ມັນ​ກັບ​ຕົວ​ຜູກ​ຍຶດ​ລົດ​ລາກ.

  • ລົດ​ພ່ວງ​ເພີ່ມ​ນ້ຳ​ໜັກພິ​ເສດ​ການ​ລາກ​ໃຫ້ລົດ. ຂັບ​ລົດ​ຢ່າງ​ປອດ​ໄພ.

    • ຢ່າ​ຂັບ​ເຄື່ອງ​ຈັກ​ໃນ​ທາງ​ດ່ວນ ຫຼື ທາງ​ສາ​ທາ​ລະ​ນະ.

    • ຕ້ອງຂັບ​ລົດ​ລາກ ຊ້າໆໃນ​ເວ​ລາ​ທີ່ກຳລັງ​ເຂົ້າ​ໃກ້ ແລະ ກຳ​ລັງ​ລ້ຽວ.

    • ຕ້ອງຂັບ​ລົດ​ລາກ ຊ້າໆໃນ​ບ່ອນ​ທີ່ບໍ່ລຶ້ງ​ເຄີຍ ຫຼື ພື້ນ​ທີ່​ທີ່​ໄປຍາກ.

    • ຜ່ອນ​ຄວາມ​ໄວ​ລົດ​ລາກ​ໃຫ້​ຊ້າ​ລົງ​ສະ​ເໝີ​ເມື່ອປ່ຽນ​ທິດ​ທາງ​ຂອງ​ການ​ເດີນ​ທາງ ຫຼື ກະ​ກຽມຈອດ.

    • ຜ່ອນ​ຄວາມ​ໄວ​ລົດລາກ​ແກ່​ໃຫ້​ຊ້າ​ລົງ​ສະ​ເໝີ​ເມື່ອລ້ຽວ ຫຼື ຂັບ​ຂີ່​ຢູ່​ບ່ອນ​ຄ້ອຍ​ຊັນ.

    • ຢ່າ ຫັກ​ລ້ຽວ ຫຼື ລ້ຽວ​ທັນ​ທີ. ຢ່າ ປ່ຽນ​ທິດ​ທາງ​ຂອງ​ການ​ເດີນ​ທາງ​ໃນ​ທາງຂຶ້ນ​ພູ, ທາງ​ຊັນ, ທາງ​ໄຕ່​ລະ​ດັບ ຫຼື ພື້ນ​ທີ່​ຄ້າຍ​ຄື​ກັນ.

    • ຄວາມ​ໄວ​ການ​ລາກ​ສູງ​ສຸດ​ແມ່ນ 24 ກມ/ຊມ (15 ໄມ​ຕໍ່​ຊົ່ວ​ໂມງ). ຕ້ອງ​ໝັ່ນ​ປັບ​ລົດ​ລາກ​ເພື່ອ​ໃຫ້​ເຂົ້າ​ກັບ​ສະ​ພາບ​ພື້ນ​ທີ່​ມີ​ຢູ່​ຢ່າງ​ເຊັ່ນ: ພື້ນ​ປຽກ​ມື່ນ, ເປັນ​ຊາຍ ຫຼື ຫີນແຮ່ບໍ່​ແໜ້ນ ແລະ/ຫຼື ສະ​ພາບ​ການ​ເບິ່ງ​ເຫັນ​ຕ່ຳ​ເຊັ່ນ: ແສງ​ໄຟ​ມົວ ຫຼື ແຈ້ງ, ໝອກ, ລະ​ອອງ​ນ້ຳ ຫຼື ຝົນ.

    • ໃຫ້​ລະ​ວັງ​ເປັນ​ພິ​ເສດ​ໃນ​ເວ​ລາ​ທີ່​ຂັບ​ລົດ​ບັນ​ທຸກ​ເຄື່ອງ​ໜັກ​ລົງ​ທາງ​ຊັນ. ຂັບ​ລົດ​ຂຶ້ນ ແລະ ລົງ​ທາງ​ຊັນ, ທາງ​ຂຶ້ນຄ້ອຍໃນ​ເວ​ລາ​ທີ່​ເຮັດ​ໄດ້. ຢ່າ ຂັບ​ລົດຂ້າມ​ທາງ​ຊັນ, ຖ້າ​ເປັນ​ໄປ​ໄດ້. ການ​ງ່ຽງ​ລົດ​ແມ່ນ​ມີ​ຄວາມ​ສ່ຽງ, ເຊິ່ງ​ອາດ​ຈະ​ສົ່ງ​ຜົນໃຫ້​ເກີດ​ການ​ບາດ​ເຈັບ​ສາ​ຫັດ ຫຼື ເຖິງ​ແກ່​ຊີ​ວິດ.

  • ຢ່າໃຊ້ພາ​ຫະ​ນະ​ລາກ​ແກ່ ຫຼື ໃຊ້​ລົດ​ລາກໃນເວ​ລາທີ່ບໍ່​ສະ​ບາຍ, ເຈັບ​ປ່ວຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງສິ່ງ​ມຶນ​ເມົາ ຫຼື ສິ່ງເສບຕິດ.

  • ນຳ​ໃຊ້ລົດ​ລາກພຽງແຕ່ໃນເວລາທີ່ທ່ານເບິ່ງເຫັນດີເທົ່ານັ້ນ ແລະ ມີສະພາບອາກາດທີ່ເໝາະສົມ. ຢ່າໃຊ້ງານພາ​ຫະ​ນະ​ລາກ​ແກ່ ຫຼື ໃຊ້​ລົດ​ລາກໃນເວ​ລາທີ່ມີ​ຄວາມ​ສ່ຽງ​ຂອງຟ້າ​ແມັບ​ເຫຼື້ອມ.

  • ກ່ອນ​ຈະ​ຍົກຫຼັງ​ຂຶ້ນ, ເບິ່ງ​ທາງ​ຫຼັງ​ຂອງ​ທ່ານ ແລະ ເຮັດ​ໃຫ້​ແນ່​ໃຈ​ວ່າບໍ່​ມີ​ຄົນ ຫຼື ສິ່ງ​ຂອງ. ຍົກຫຼັງ​ຂຶ້ນ​ຢ່າງ​ຊ້າໆ ແລະ ເບິ່ງການ​ເຄື່ອນ​ໄຫວ​ຂອງ​ລົດ​ພ່ວງຢ່າງ​ໄກ້​ຊິດ.

  • ໃຫ້​ລະ​ວັງ​ເປັນ​ພິ​ເສດ ແລະ ຜ່ອນ​ຄວາມ​ໄວ​ໃນ​ເວ​ລາ​ທີ່​ຍົກຫຼັງ​ລົດ​ພ່ວງ ແລະ ລົດ​ລາກ.

  • ລະ​ວັງ​ການ​ສັນ​ຈອນໃນ​ເວ​ລາ​ທີ່​ຢູ່​ໃກ້ ຫຼື ກຳ​ລັງ​ຂ້າມ​ທາງ. ຕ້ອງ​ເປີດ​ໄຟ​ເພື່ອ​ເບິ່ງ​ຄົນ​ຍ່າງ ຫຼື ລົດ​ຄັນອື່ນ​ໆ.

  • ຖ້າ​ຫາກລົດ​ພ່ວງເລີ່ມ​ສັ່ນ​ຜິດ​ປົກ​ກະ​ຕິ, ຢຸດ​ລົດ​ລາກ​ທັນ​ທີ. ມອດຈັກ​ຂອງ​ລົດ​ລາກ. ສ້ອມ​ແປງ​ຄວາມ​ເສຍ​ຫາຍ​ທັງ​ໝົດ​ກ່ອນ​ເລີ່ມ​ລາກ.

  • ກ່ອນການ​ບຳລຸງ​ຮັກ​ສາ ຫຼື ການປັບ​ປ່ຽນ​ລົດ​ພ່ວງ, ໃຫ້​ປະ​ຕິ​ບັດ​ດັ່ງ​ຕໍ່​ໄປ​ນີ້:

    • ມອດລົດ​ລາກ ແລະ ໃສ່ເບຣກມື.

    • ມອດຈັກ​ຂອງ​ລົດ​ລາກ ແລະ ຖອດ​ກະ​ແຈ.

  • ໃນ​ຂະ​ນະ​ທີ່​ລົດ​ພ່ວງ​ຖືກ​ປົດອອກ​ຈາກພາ​ຫະ​ນະ​ລາກ​ແກ່:

    • ເກັບ​ຮັກ​ສາ​ລົດ​ພ່ວງ​ໄວ້ໃນພື້ນດິນທີ່​ພຽງ​ໄດ້​ລະ​ດັບ.

    • ຕັນລໍ້ເພື່ອ​ປ້ອງ​ກັນບໍ່​ໃຫ້​ລົດ​ພ່ວງເຄື່ອນ​ຍ້າຍ.

  • ຮັດ​ສາຍ​ຮັດທັງ​ໝົດ​ໃຫ້​ແໜ້ນໜາ​ປອດ​ໄພ. ປ່ຽນ​ແທນ​ອາ​ໄຫຼ່​ທີ່​ເອົາ​ອອກ​ໃນ​ເວ​ລາ​ທີ່ບຳ​ລຸງ​ຮັກ​ສາ ຫຼື ເຮັດ​ກ​ານປັບ​ປ່ຽນ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

decal147-8352
decal147-8350
decal147-8351
decal147-8353
decal133-8061
decal140-5281

ການຕິດຕັ້ງ

ການ​ເອົາ​ລັງ​ອອກ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ລົດ​ພ່ວງ1
ລໍ້​ລົດ2
  1. ວາງ​ຕຳ​ແໜ່ງ​ລັງ​ໄວ້​ກ້ອງ​ໝາກ​ລັອກ​ທີ່​ສາ​ມາດ​ໄປເຖິງ​ທັງ​ສອງ​ດ້ານ​ຂອງ​ລົດ​ພ່ວງ ຫຼື ບ່ອນ​ທີ່​ລົດ​ຍົກ​ສາ​ມາດ​ຍົກ​ແຕ່​ລະ​ດ້ານ​ຂອງ​ລົດ​ພ່ວງ​ຂຶ້ນ​ໄດ້.

  2. ຕັດ​ສາຍ​ຢາງ​ມັດ ແລະ ເອົາ​ອັນ​ປົກ​ດ້ານ​ເທິງ, ດ້ານ​ຂ້າງ ແລະ ປາຍ​ຂອງ​ລັງ​ອອກ.

  3. ເອົາສະ​ຫຼັກ​ການ​ເກັບ​ຮັກ​ສາ​ຈາກ​ດ້ານ​ເທິງ​ລົດ​ພ່ວງ​ທີ່​ຍຶດ​ລົດ​ພ່ວງ​ໃສ່​ລັງ​ອອກ.

    Important: ຮັກ​ສາ​ສະ​ຫຼັກ​ການ​ເກັບ​ຮັກ​ສາໄວ້​ສຳ​ລັບ​ການ​ຕິດ​ຕັ້ງ​ພາຍ​ຫຼັງ.

  4. ຍົກ​ແຜ່ນ​ລາດ​ຊັນ​ອອກ​ຈາກ​ລັງ ແລະ ປ່ອຍ​ໃຫ້​ຄ້າງ​ໄວ້​ສຳ​ລັບ​ການ​ຕິດ​ຕັ້ງ​ພາຍ​ຫຼັງ.

  5. ເອົານັອດ​ກຽວ​ທີ່​ຍຶດ​ຂາ​ຄ້ຳການ​ຈັດ​ສົ່ງ​ໃສ່ລັງອອກ.

    g190827
  6. ເອົາ​ອຸ​ເຄື່ອງ​ທີ່​ຍັງ​ເຫຼືອ​ເຊື່ອມ​ຕໍ່​ລົດ​ລາກ​ໃສ່​ແຜ່ນ​ຮອງອອກ.

  7. ການ​ໃຊ້​ໝາກ​ລັອກ ຫຼື ລົດ​ຍົກ, ຍົກ​ລົດ​ພ່ວງ.

  8. ເອົາແຜ່ນ​ຮອງອອກ​ຈາກ​ກ້ອງ​ເຄື່ອງ​ຈັກ.

  9. ເອົາ​ນັອດ​ຍຶດ​ລໍ້​ລົດ 4 ນັອດ​ອອກ​ຈາກ​ແຕ່​ລະ​ດ້ານ​ຂອງ​ຫົວ​ເພົາ​ລໍ້ (ຮູບສະແດງ 1).

    Important: ຮັກ​ສາ​ນັອດ​ຮັດ​ລໍ້​ລົດໄວ້​ສຳ​ລັບ​ການ​ຕິດ​ຕັ້ງ​ພາຍ​ຫຼັງ. ທ່ານ​ອາດ​ຈະເອົາລາງ​ຈັບຖິ້ມ.

  10. ຕິດ​ຕັ້ງ 2 ລໍ້​ດ້ວຍ​ການ​ໃຊ້​ນັອດ​ຍຶດ​ລໍ້​ລົດ​ທີ່​ເອົາ​ອອກ​ຢູ່​ໃນ​ຂັ້ນ​ຕອນ 9; ໃຫ້​ເບິ່ງ ການກວດເບິ່ງແຮງບິດຂອງນັອດຮັດລໍ້ລົດ.

  11. ຕິດ​ຕັ້ງ​ກະ​ລິກ​ໃສ່​ຂາ​ຄ້ຳ​ໃນ​ກອບ​ລົດ​ພ່ວງ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 2.

    Note: ຕິດ​ຕັ້ງ​ກະ​ລິກ​ດ້ວຍ​ການ​ໃຊ້​ຊຸດ​ຮູ​ຕ່ຳ​ສຸດ​ເພື່ອ​ໃຫ້ຄວາມ​ສູງຫ່າງ​ຈາກ​ພື້ນ​ດິນສູງ​ສຸດ.

    g490407
  12. ປ່ອຍ​ລົດ​ພ່ວງ​ຕ່ຳ​ລົງ​ຫາ​ພື້ນ, ເອົາ​ໝາກ​ລັອກ ຫຼື ລົດ​ຍົກ​ອອກ ແລະ ຍຶດ​ລົດ​ພ່ວງ​ໄວ້​ບໍ່​ໃຫ້​ເຄື່ອນ​ເໜັງ.

ການ​ປະ​ກອບ​ລົດ​ພ່ວງ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ທໍ່ຜູກ​ຍຶດ1
ເຂັມ​ຂັດສະ​ຫຼັກ3
ແຜ່ນ​ລາດ​ຊັນ1
ປອກ​ເຫຼັກແປ4
ເຂັມ​ຂັດແຜ່ນ​ລາດ​ຊັນ2
ສະຫຼັກລັອກ2
ກະ​ລິກ1
ນັອດກຽວຕົວ​ຜູ້ (3/8 x 1-1/8 ນິ້ວ)4
ແຫວນ​ຮອງ (7/16 ນິ້ວ)4
ນັອດລັອກຕົວແມ່ (3/8 ນິ້ວ)4
  1. ສອດ​ທໍ່ຜູກ​ຍຶດໃສ່ກອບຕາມ​ທີ່ສະ​ແດງ​ຢູ່​ໃນ ຮູບສະແດງ 3).

  2. ຕິດ​ຕັ້ງ​ຕົວ​ປັບຜູກ​ຍຶດ​ໃສ່​ທໍ່​ຜູກ​ຍຶດ​ດ້ວຍ​ເຂັມ​ຂັດ​ສະ​ຫຼັກ (ຮູບສະແດງ 3).

    g453999
  3. ຕິດ​ຕັ້ງປອກ​ເຫຼັກແປໃສ່​ເຕົ້າ​ແກນ​ໝູນ​ຢູ່​ດ້ານ​ລຸ່ມ​ຂອງ​ແຜ່ນ​ລາດ​ຊັນ.

  4. ຕິດ​ຕັ້ງແຜ່ນ​ລາດ​ຊັນໃສ່​ກອບ​ດ້ວຍ​ການ​ໃຊ້​ເຂັມ​ຂັດແຜ່ນ​ລາດ​ຊັນ ແລະ ສະ​ຫຼັກ​ລັອກດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 4.

    g490924
  5. ຕິດ​ຕັ້ງ​ສະ​ຫຼັກ​ການ​ເກັບ​ຮັກ​ສາ​ທີ່​ເອົາ​ອອກ​ຢູ່​ໃນ ການ​ເອົາ​ລັງ​ອອກ ຜ່ານ​ດ້ານ​ເທິງ​ຂອງແຜ່ນ​ລາດ​ຊັນ ແລະ ແຜ່ນ​ລໍ້​ທີ່​ຍຶດແຜ່ນ​ລາດ​ຊັນໄວ້​ໃນ​ຕຳ​ແໜ່ງ​ຍົກ​ຂຶ້ນ.

ການປະຕິບັດງານ

ເຄື່ອງ​ຈັກ​ທີ່​ເຮັດ​ວຽກ​ຮ່ວມ​ກັນ​ໄດ້

ລົດ​ພ່ວງ​ນີ້​ຖືກ​ອອກ​ແບບ​ມາ​ເພື່ອ​ໃຫ້​ຖືກ​ປັບ​ຕັ້ງ​ສຳ​ລັບ​ເຄື່ອງເຕີມ​ອາ​ກາດ ProCore ຕໍ່​ໄປ​ນີ້​ໂດຍ​ບໍ່​ຕ້ອງ​ມີ​ຄວາມ​ຈຳ​ເປັນ​ສຳ​ລັບຊຸດ​ອຸ​ປະ​ກອນ​ເພີ່ມ​ເຕີມ:

ເຄື່ອງ​ຈັກລຸ້ນ
ເຄື່ອງເຕີມອາ​ກາດ ProCore 64809200
ເຄື່ອງເຕີມອາ​ກາດ ProCore 648s09960

ຕິດ​ຕໍ່​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ສຳ​ລັບ​ຂໍ້​ມູນເພີ່ມ​ເຕີມ.

ການ​ປັບ​ຕົວ​ຍຶດລົດ​ພ່ວງ

  1. ຈັດ​ລຽນຕົວ​ຍຶດ​ລົດ​ພ່ວງກັບ​ຕົວ​ຜູກ​ຍຶດ​ລົດ​ລາກ.

    Important: ຕົວ​ຍຶດ​ລົດ​ພ່ວງຕ້ອງຂະ​ໜານ​ກັບ​ພື້ນ​ດິນ​ເມື່ອມັນ​ຖືກຈັດລຽນກັບ​ຕົວ​ຜູກ​ຍຶດ​ລົດ​ລາກ.

  2. ເອົາ​ເຂັມ​ຂັດ​ສະ​ຫຼັກ​ອອກ​ຈາກ​ຕົວ​ປັບ​ຕົວ​ຜູກ​ຍຶດ ແລະ ປັບ​ຕຳ​ແໜ່ງ​ຂຶ້ນ​ເທິງ ຫຼື ລົງ​ລຸ່ມ (ຮູບສະແດງ 3) ຕາມ​ທີ່​ຈຳ​ເປັນ.

    Note: ຕົວ​ປັບ​ຕົວ​ຜູກ​ຍຶດ​ສາ​ມາດ​ໝູນ​ໄດ້​ສຳ​ລັບ​ການ​ປັບ​ຕໍ່​ໄປ​ຫາ​ການ​ຈັດ​ລຽນ.

  3. ເອົາ​ເຂັມ​ຂັດ​ສະ​ຫຼັກ​ອອກ​ຈາກ​ທໍ່ຕົວ​ຜູກ​ຍຶດ ແລະ ປັບລວງ​ຍາວຕາມ​ທີ່​ຈຳ​ເປັນ.

    Important: ໃຫ້​ແນ່​ໃຈ​ວ່າ​ມີ​ໄລ​ຍະ​ຫ່າງ​ພຽງ​ພໍ​ລະ​ຫວ່າງ​ມື​ຈັບ​ເຄື່ອງ​ເຕີມ​ອາ​ກາດ ແລະ ດ້ານ​ຫຼັງ​ຂອງ​ລົດ​ລາກ​ເມື່ອ​ລາກ​ແກ່.

    Note: ເມື່ອ​ເກັບ​ຮັກ​ສາ​ລົດລາກ, ທ່ານ​ສາ​ມາດ​ຊຸກທໍ່ຜູກ​ຍຶດກັບ​ຫຼັງ​ຫາທໍ່​ກອບ​ລົດ​ລາກ​ໄດ້​ເພື່ອ​ເຮັດ​ໃຫ້​ລວງ​ຍາວ​ໂດຍ​ລວມ​ສັ້ນ​ລົງ.

ການ​ບັນ​ທຸກໃສ່​ລົດ​ພ່ວງ

ຄຳເຕືອນ

ການ​ຂຶ້ນ​ຢຽບແຜ່ນ​ລາດ​ຊັນ​ອາດ​ຈະ​ນຳ​ໄປ​ສູ່​ການ​ເສຍ​ຕີນ​ໄດ້.

ຍ່າງ​ຢູ່​ເທິງ​ພື້ນ​ດິນ​ໃນ​ຂະ​ນະ​ທີ່ຊີ້ບອກ​ການ​ເອົາ​ເຄື່ອງ​ຈັກ​ຂຶ້ນ ຫຼື ລົງ​ແຜ່ນ​ລາດ​ຊັນ.

ການກະ​ກຽມ​ບັນ​ທຸກໃສ່​ລົດລາກ

  1. ຕໍ່​ລົດ​ພ່ວງໃສ່​ລົດ​ຕັດ​ຫຍ້າຂອງ​ທ່ານ; ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ລົດ​ຕັດ​ຫຍ້າຂອງ​ທ່ານ.

    Important: ໃຫ້​ແນ່​ໃຈ​ວ່າຕົວ​ຍຶດ​ລົດ​ພ່ວງຂະ​ໜານ​ກັບ​ພື້ນ​ດິນ​ເມື່ອມັນ​ຖືກຈັດລຽນກັບ​ຕົວ​ຜູກ​ຍຶດ​ລົດ​ລາກ; ຖ້າ​ມັນ​ບໍ່​ຂະ​ໜານ, ໃຫ້​ເບິ່ງ ການ​ປັບ​ຕົວ​ຍຶດລົດ​ພ່ວງ.

  2. ເອົາສະ​ຫຼັກ​ອອກ​ຈາກ​ດ້ານ​ເທິງ​ຂອງ​ແຜ່ນ​ລາດ​ຊັນ ແລະ ແຜ່ນ​ລໍ້​ເພື່ອ​ປ່ອຍ​ແຜ່ນ​ລາດ​ຊັນ​ຕ່ຳ​ລົງ.

  3. ຕິດ​ຕັ້ງສະ​ຫຼັກໃສ່ດ້ານ​ໜ້າ​ຂອງ​ແຜ່ນ​ລໍ້.

ການ​ບັນ​ທຸກເຄື່ອງ​ຈັກໃສ່​ລົດ​ພ່ວງ

  1. ເອົາສະ​ຫຼັກການ​ເກັບ​ຮັກ​ສາອອກ​ຈາກ​ດ້ານ​ເທິງ​ຂອງ​ແຜ່ນ​ລາດ​ຊັນ ແລະ ແຜ່ນ​ລໍ້​ເພື່ອ​ປ່ອຍ​ແຜ່ນ​ລາດ​ຊັນ​ຕ່ຳ​ລົງ.

  2. ຕິດ​ຕັ້ງສະ​ຫຼັກໃສ່ດ້ານ​ໜ້າ​ຂອງ​ແຜ່ນ​ລໍ້.

  3. ຈອດ​ລົດ​ພ່ວງ​ໄວ້​ບ່ອນ​ພຽງ​ໄດ້​ລະ​ດັບ ແລະ ເຄື່ອນ​ເຄື່ອງ​ໝາຍ​ເສັ້ນ​ຢູ່​ໃນ​ເຄື່ອງ​ຈັກ​ໄປ​ຫາ​ຕຳ​ແໜ່ງ​ເກັບ​ຮັກ​ສາ; ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ເຄື່ອງ​ຈັກ​ຂອງ​ທ່ານ.

  4. ຍ່າງ​ຢູ່​ເທິງ​ພື້ນ​ດິນ​ໃນ​ຂະ​ນະ​ທີ່​ຊີ້ບອກ​ການ​ເອົາ​ເຄື່ອງ​ຈັກ​ຂຶ້ນ​ແຜ່ນ​ລາດ​ຊັນຢ່າງ​ຊ້າໆ ແລະ ເອົາ​ຂຶ້ນ​ສູ່​ລົດພ່ວງ​ຈົນ​ກວ່າ​ລໍ້​ໜ້າ​ໝູນ​ໄປ​ຮອດຕົວ​ຕັນ​ລໍ້ລວມ ແລະ ໄປ​ສຸດ​ໃສ່​ຕົວກັ້ນ​ດ້ານ​ໜ້າ​ຂອງ​ລົດພ່ວງ (ຮູບສະແດງ 5).

    g454000
  5. ມອດເຄື່ອງຈັກ ແລະ ໃສ່ເບຣກມື.

  6. ເອົາ​ສະ​ຫຼັກ​ປ່ອຍ​ໄວ​ອອກ, ດຶງ​ຂຶ້ນ​ເທິງ​ຄັນ​ໂຍກ​ລັອກ ແລະ ຕິດຂໍ​ເກາະ​ຮູບ​ຕົວ J ຈາກ​ຈຸດ​ຈຸກ​ມັດ​ດ້ານ​ໜ້າ.

  7. ຊຸກ​ຄັນ​ໂຍກ​ລັອກ​ລົງ ແລະ ຍຶດ​ມັນດ້ວຍ​ການ​ໃຊ້​ສະ​ຫຼັກ​ປ່ອຍ​ໄວ (ຮູບສະແດງ 6).

    g454001

    Important: ເພື່ອ​ໃຫ້​ແນ່​ໃຈ​ວ່າ​ເຄື່ອງຈັກ​ບໍ່​ເຄື່ອນ​ໃນ​ລົດ​ພ່ວງ, ປັບ 2 ນັອດ​ຢູ່​ຂໍ​ເກາະ​ຮູບ​ຕົວ J ເພື່ອ​ໃຫ້​ເຄື່ອງ​ຈັກ​ແໜ້ນ​ໃສ່​ລົດ​ພ່ວງ​ເມື່ອ​ຄານ​ຍົກ​ຖືກ​ໃສ່​ສະ​ຫຼັກ.

ການເອົາເຄື່ອງ​ຈັກລົງ​ຈາກລົດ​ພ່ວງ

  1. ຈອດ​ລົດ​ພ່ວງ​ໄວ້​ບ່ອນ​ພຽງ​ໄດ້​ລະ​ດັບ ແລະ ເຄື່ອນ​ເຄື່ອງ​ໝາຍ​ເສັ້ນ​ຢູ່​ໃນ​ເຄື່ອງ​ຈັກ​ໄປ​ຫາ​ຕຳ​ແໜ່ງ​ເກັບ​ຮັກ​ສາ, ຖ້າ​ພວກ​ມັນ​ບໍ່​ຢູ່​ໃນ​ຕຳ​ແໜ່ງ​ຂະ​ຫຍາຍ​ອອກ; ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ເຄື່ອງ​ຈັກ​ຂອງ​ທ່ານ.

  2. ເອົາ​ສະ​ຫຼັກ​ປ່ອຍ​ໄວ​ອອກ, ດຶງ​ຂຶ້ນ​ເທິງ​ຄັນ​ໂຍກ​ລັອກ ແລະ ເອົາຂໍ​ເກາະ​ຮູບ​ຕົວ J ອອກຈາກ​ຈຸດ​ຈຸກ​ມັດ​ດ້ານ​ໜ້າ.

  3. ເປີດເຄື່ອງຈັກ ແລະ ປົດເບຣກມື.

  4. ຍ່າງ​ຢູ່​ເທິງ​ພື້ນ​ດິນ​ໃນ​ຂະ​ນະ​ທີ່​ຊີ້ບອກ​ການ​ເອົາ​ເຄື່ອງ​ຈັກລົງແຜ່ນ​ລາດ​ຊັນຢ່າງ​ຊ້າໆ ແລະ ເອົາອອກ​ຈາກລົດ​ພ່ວງ​ຈົນ​ກວ່າ​ລໍ້​ໜ້າຢູ່​ເທິງ​ພື້ນ​ດິນ.

    Important: ໃຫ້​ແນ່​ໃຈ​ວ່າ​ລໍ້​ໜ້າ​ລົງ​ຢູ່​ໃນ​ຊ່ອງ​ໃນ​ຂະ​ນະ​ທີ່ຖອຍ​ເຄື່ອງ​ຈັກ​ໄປ​ຊື່ໆ​ອອກ​ຈາກ​ລົດ​ພ່ວງ.

  5. ມອດເຄື່ອງຈັກ ແລະ ໃສ່ເບຣກມື.

  6. ເອົາສະ​ຫຼັກການ​ເກັບ​ຮັກ​ສາ​ອອກ​ຈາກດ້ານ​ໜ້າ​ຂອງ​ແຜ່ນ​ລໍ້.

  7. ຕິດ​ຕັ້ງ​ສະ​ຫຼັກ​ໃສ່ດ້ານ​ເທິງ​ຂອງແຜ່ນ​ລາດ​ຊັນ ແລະ ແຜ່ນ​ລໍ້ເພື່ອ​ຍຶດແຜ່ນ​ລາດ​ຊັນໄວ້​ໃນ​ຕຳ​ແໜ່ງ​ຍົກ​ຂຶ້ນກ່ອນ​ເຄື່ອນ​ຍ້າຍ​ລົດ​ພ່ວງ​ທີ່​ເອົາ​ເຄື່ອງ​ຈັກ​ລົງ​ແລ້ວ.

ການບຳລຸງຮັກສາ

ຕາຕະລາງການບຳລຸງຮັກສາທີ່ແນະນຳ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ຫລັງຈາກ 10 ຊົ່ວໂມງທໍາອິດ
  • ກວດເບິ່ງແຮງບິດຂອງນັອດຮັດລໍ້ລົດ.
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງຄວາມດັນລົມຢາງ.
  • ປະຈຳປີ
  • ກວດ​ເບິ່ງ​ການ​ໄປ​ສຸດ​ຂອງລູກ​ບີ່​ລໍ້.
  • ກວດເບິ່ງແຮງບິດຂອງນັອດຮັດລໍ້ລົດ.
  • ການກວດເບິ່ງຄວາມດັນລົ​ມຂອງຢາງລົດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງຄວາມດັນລົມຢາງ.
  • ຂໍ້​ກຳ​ນົດ​ສະ​ເພາະ​ຄວາມ​ດັນ​ລົມ​ຢາງ: 96.5 kPa (14 psi)

    ການກວດ​ເບິ່ງ​ຄວາມ​ດັນ​ລົມ​ຢູ່​ໃນ​ຢາງ​ລົດ (ຮູບສະແດງ 7). ເຕີມ ຫຼື ປ່ອຍ​ລົມ​ອອກ​ຕາມ​ທີ່​ຕ້ອງ​ການ​ເພື່ອ​ຕັ້ງ​ຄວາມ​ດັນ​ລົມ​ຢູ່​ໃນ​ຢາງ​ລົດ​ໃຫ້​ໄດ້​ຕາມ​ຂໍ້​ກຳ​ນົດ​ສະ​ເພາະ​ຄວາມ​ດັນ​ລົມຂອງ​ຢາງ​ລົດ.

    g001055

    ການກວດ​ເບິ່ງ​ຄວາມ​ເສ​ລີ​ຂອງລູກ​ບີ່​ລໍ້

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ປະຈຳປີ
  • ກວດ​ເບິ່ງ​ການ​ໄປ​ສຸດ​ຂອງລູກ​ບີ່​ລໍ້.
    1. ເອົາ​ເຄື່ອງ​ຈັກ​ໃດ​ໜຶ່ງ​ທີ່​ອາດ​ຈະ​ຖືກ​ເກັບ​ໄວ້​ໃນ​ລົດ​ພ່ວງ​ອອກ.

    2. ໃຊ້​ກະ​ລິກ​ຄ້ຳ​ເພື່ອ​ຍົກ​ລົດ​ພ່ວງ​ຂຶ້ນ ແລະ ວາງ​ກະ​ລິກ​ໃສ່​ກ້ອງ​ລົດ​ພ່ວງ.

    3. ກວດ​ເບິ່ງ​ແຕ່​ລະ​ລໍ້​ສຳ​ລັບ​ຄວາມ​ເສ​ລີ​ເກີນ​ຂະ​ໜາດ (ນັ້ນຄື: ການ​ເຄື່ອນ​ໄຫວ​ເສ​ລີ​ຂອງ​ຢາງ ແລະ ສ່ວນ​ປະ​ກອບ​ສູນ​ກາງ).

      ຖ້າ​ທ່ານກວດພົບ​ຄວາມ​ເສ​ລີ​ເກີນ, ຕິດ​ຕໍ່ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.

    ການກວດເບິ່ງແຮງບິດຂອງນັອດຮັດລໍ້ລົດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 10 ຊົ່ວໂມງທໍາອິດ
  • ກວດເບິ່ງແຮງບິດຂອງນັອດຮັດລໍ້ລົດ.
  • ປະຈຳປີ
  • ກວດເບິ່ງແຮງບິດຂອງນັອດຮັດລໍ້ລົດ.
  • ຂໍ້​ກຳ​ນົດ​ສະ​ເພາະ​ແຮງ​ບິດ: 108 N⋅m (80 ft-lb)

    ກວດເບິ່ງແຮງບິດຂອງນັອດຮັດລໍ້ລົດແຕ່​ລະ​ຄັ້ງ​ທີ່​ທ່ານ​ຕິດ​ຕັ້ງ​ລໍ້ ແລະ ຫຼັງ​ຈາກ​ການ​ໃຊ້​ງານ 10 ຊົ່ວ​ໂມງ​ທຳ​ອິດ.

    ບິດ​ນັອດ​ຮັດ​ລໍ້​ລົດໃນ​ຮູບ​ແບບໄຂ້​ວ​ດັ່ງ​ທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ 8 ຫາ​ແຮງບິດ​ທີ່​ລະ​ບຸ​ໄວ້.

    ຄຳເຕືອນ

    ການ​ບໍ່​ຮັກ​ສາແຮງບິດທີ່ເໝາະສົມໄດ້​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ຂັດ​ຂ້ອງ ຫຼື ການ​ສູນ​ເສຍ​ລໍ້ ແລະ ສາ​ມາດເຮັດໃຫ້ເກີດການບາດເຈັບຕໍ່ບຸກຄົນໄດ້.

    ບິດ​ນັອດຮັດ​ລໍ້​ລົດ​ໃຫ້​ໄດ້ແຮງ​ບິດ​ທີ່ລະ​ບຸ​ໄວ້.

    g274650