ການແນະນຳ

ຈັກຕັດ​ຫຍ້າ​ແບບ​ຂັບ​ຂີ່​ໃບ​ມີ​ໝູນນີ້ແມ່ນມີຈຸດປະສົງໃຫ້​ຜູ້​ເປັນມື​ອາ​ຊີບ, ຜູ້​ຄວບ​ຄຸມ​ນຳ​ໃຊ້​ທີ່​ຈ້າງ​ມາ​ເຮັດ​ວຽກ​ນຳ​ໃຊ້. ໃນ​ເບື້ອງ​ຕົ້ນ​ມັນຖືກ​ອອກ​ແບບ​ມາ​ສຳ​ລັບ​ການ​ຕັດຫຍ້າ​ໃນ​ສະ​ໜາມ​ຫຍ້າ​ທີ່​ໄດ້​ຮັບ​ການບຳລຸງ​ຮັກ​ສາ​ຢ່າງ​ດີຢູ່​ໃນ​ພື້ນ​ທີ່​ຢູ່​ອາ​ໄສ ຫຼື ທາງ​ການ​ຄ້າ. ການນຳໃຊ້ຜະລິດຕະພັນນີ້ເພື່ອຈຸດປະສົງອື່ນນອກເໜືອຈາກການນຳໃຊ້ທີ່ເປັນຈຸດປະສົງຂອງມັນອາດຈະເປັນອັນຕະລາຍຕໍ່ທ່ານ ແລະ ຜູ້ທີ່ຢູ່ໃກ້ຄຽງ.

ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ເຂົ້າເບິ່ງເວັບໄຊ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.

Important: ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR ຢູ່​ໃນ​ສະ​ຫຼາກເລກລຳດັບ (ຖ້າມີ) ເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.

artpending

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສິ່ງສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ໝາຍ​ເຫດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ ) ປາ​ກົດ​ຂຶ້ນ​ທັງ​ຢູ່​ໃນ​ຄູ່​ມື​ນີ້ ແລະ ໃນ​ເຄື່ອງ​ຈັກ​ເພື່ອ​ລະ​ບຸ​ຂໍ້​ຄວາມ​ປອດ​ໄພ​ທີ່​ສຳ​ຄັນ​ທີ່​ທ່ານ​ຕ້ອງ​ປະ​ຕິ​ບັດ​ຕາມ​ເພື່ອ​ຫຼີກ​ລ່ຽງ​ອຸ​ບັດ​ຕິ​ເຫດ. ສັນ​ຍາ​ລັກ​ນີ້​ຈະ​ປາ​ກົດ​ຂຶ້ນ​ດ້ວຍ​ຄຳ​ເວົ້າອັນ​ຕະ​ລາຍ, ຄຳ​ເຕືອນ ຫຼື ລະ​ວັງ.

  • ອັນ​ຕະ​ລາຍຊີ້ບອກ​ສະ​ຖາ​ນະ​ການ​ອັນ​ຕະ​ລາຍ​ທີ່​ໃກ້​ຈະ​ເກີດ​ຂຶ້ນ, ເຊິ່ງ​ຫາກ​ບໍ່​ຫຼີກລ່ຽງ​ໄດ້ຈະສົ່ງ​ຜົນ​ເຖິງ​ການ​ເສຍ​ຊີ​ວິດ ຫຼື ການ​ບາດ​ເຈັບ​ສາ​ຫັດ.

  • ຄຳ​ເຕືອນຊີ້ບອກ​ສະ​ຖາ​ນະ​ການ​ອັນ​ຕະ​ລາຍ​ທີ່ເປັນ​ໄປ​ໄດ້, ເຊິ່ງ​ຫາກ​ບໍ່​ຫຼີກລ່ຽງ​ໄດ້ສາ​ມາດສົ່ງ​ຜົນ​ເຖິງ​ການ​ເສຍ​ຊີ​ວິດ ຫຼື ການ​ບາດ​ເຈັບ​ສາ​ຫັດ.

  • ລະ​ວັງຊີ້ບອກ​ສະ​ຖາ​ນະ​ການ​ອັນ​ຕະ​ລາຍ​ທີ່ເປັນ​ໄປ​ໄດ້, ເຊິ່ງ​ຫາກ​ບໍ່​ຫຼີກລ່ຽງ​ໄດ້ອາດ​ຈະສົ່ງ​ຜົນ​ເຖິງ​ການບາດ​ເຈັບເລັກ​ນ້ອຍ ຫຼື ປານ​ກາງ.

artpending

ມັນເປັນການລະເມີດກົດໝາຍຊັບພະຍາກອນສາທາລະນະຂອງລັດຄາລິຟໍເນຍພາກທີ 4442 ຫຼື 4443 ໃນການນຳໃຊ້ ຫຼື ນຳໃຊ້ເຄື່ອງຈັກໃນພື້ນທີ່ທີ່ປົກຄຸມດ້ວຍປ່າໄມ້, ປົກຫຸ້ມດ້ວຍດິນ ຫຼື ດິນທີ່ປົກຄຸມດ້ວຍຫຍ້າ, ເວັ້ນເສຍແຕ່ວ່າເຄື່ອງຈັກມີເຄື່ອງກວດຈັບປະກາຍໄຟຕາມທີ່ໄດ້ກຳນົດໄວ້ໃນພາກທີ 4442, ມີໄວ້ໃນລະບຽບການເຮັດວຽກທີ່ມີປະສິດຕິຜົນ ຫຼື ເຄື່ອງຈັກຖືກສ້າງ, ຕິດຕັ້ງ ແລະ ຮັກສາໄວ້ເພື່ອປ້ອງກັນໄຟ.

ປຶ້ມຄູ່ມືຂອງເຈົ້າຂອງເຄື່ອງຈັກທີ່ໃຫ້ມາແມ່ນມີຂໍ້ມູນທີ່ກ່ຽວຂ້ອງກັບໜ່ວຍ​ງານປົກປ້ອງສິ່ງແວດລ້ອມຂອງສະຫະລັດ (EPA) ແລະ ລະບຽບການຄວບຄຸມການປ່ອຍອາຍພິດ​ຂອງຄາລິຟໍເນຍກ່ຽວ​ກັບລະບົບການປ່ອຍອາຍພິດ, ການບຳລຸງຮັກສາ ແລະ ການຮັບປະກັນ. ການປ່ຽນແທນທີ່ອາດຈະຖືກສັ່ງຊື້ຜ່ານຜູ້ຜະລິດເຄື່ອງຈັກ.

ກະ​ລຸ​ນາເບິ່ງຂໍ້​ມູນ​ຜູ້​ຜະ​ລິດຈັກໃຫ້ມາ​ພ້ອມ​ກັບ​ເຄື່ອງ​ຈັກ.

ແຮງ​ບິດ​ລວມ ຫຼື ສຸດ​ທິ: ແຮງ​ບິດ​ລວມ ຫຼື ສຸດ​ທິ​ຂອງ​ຈັກ​ນີ້​ແມ່ນ​ໄດ້​ຈັດ​ອັນ​ດັບ​ໃນ​ຫ້ອງ​ທົດ​ລອງ​ໂດຍ​ຜູ້​ຜະ​ລິດ​ຈັກ​ຕາມ​ວາ​ລະ​ສານ Society of Automotive Engineers (SAE, ສະ​ມາ​ຄົມ​ວິ​ສາ​ວະ​ກຳ​ລົດ​ຍົນ) J1940 ຫຼື J2723. ດັ່ງ​ທີ່​ໄດ້​ປັບ​ຕັ້ງ​ໃຫ້​ໄດ້​ຕາມ​ເງື່ອນ​ໄຂ​ກຳ​ນົດ​ທາງ​ດ້ານ​ຄວາມ​ປອດ​ໄພ, ການ​ປ່ອຍ​ອາຍ​ພິດ ແລະ ການ​ໃຊ້​ງານ, ແຮງ​ບິດ​ຈັກ​ຕົວ​ຈິງ​ໃນ​ເຄື່ອງ​ຕັດ​ຫຍ້າ​ລະ​ດັບ​ນີ້​ຈະ​ມີ​ຕ່ຳ​ກວ່າຫຼາຍ. ກະ​ລຸ​ນາເບິ່ງຂໍ້​ມູນ​ຜູ້​ຜະ​ລິດຈັກໃຫ້ມາ​ພ້ອມ​ກັບ​ເຄື່ອງ​ຈັກ.

ຄຳເຕືອນ

CALIFORNIA

ຄຳເຕືອນຂອງກົດໝາຍ Proposition 65

ທໍ່ໄອເສຍເຄື່ອງຈັກຈາກຜະລິດຕະພັນນີ້ມີສານເຄມີທີ່ຮູ້ຈັກດີ ໃນ ລັດຄາລີຟໍເນຍ ທີ່ເຮັດໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຂົ້ວແບດເຕີລີ່, ຂົ້ວໄຟຟ້າ ແລະ ອຸປະກອນທີ່ກ່ຽວຂ້ອງທີ່ມີ ທາດກົ່ວ ແລະ ສ່ວນປະກອບຂອງທາດກົ່ວ, ສານເຄມີທີ່ລັດຄາລີຟໍເນຍ ຮູ້ຈັກດີທີ່ເຮັດໃຫ້ເກີດມະເຮັງແລະ ເປັນອັນຕະລາຍຕໍ່ການຈະເລີນພັນ. ໃຫ້ລ້າງມືຫຼັງຈາກນຳໃຊ້.

ການນຳໃຊ້ຜະລິດຕະພັນນີ້ອາດຈະເຮັດໃຫ້ສຳຜັດກັບສານເຄມີທີ່ຮູ້ຈັກດີໃນ ລັດຄາລີຟໍເນຍ ວ່າເປັນສາເຫດກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຄວາມປອດໄພ

ຄວາມປອດໄພທົ່ວໄປ

ຜະລິດຕະພັນນີ້ມີຄວາມສາມາດຕັດມື ແລະ ຕີນ ແລະ ໂຍນວັດຖຸໄດ້. ຕ້ອງປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພທຸກຄັ້ງເພື່ອລ່ຽງ​ການ​ບາດ​ເຈັບ​ສາ​ຫັດຕໍ່​ບຸກ​ຄົນ ຫຼື ການ​ເສຍ​ຊີ​ວິດ.

  • ອ່ານ ແລະ ທຳເຂົ້າໃຈເນື້ອໃນຂອງຄູ່ມືຜູ້​ໃຊ້ນີ້ກ່ອນທີ່ຈະເລີ່ມຕິດຈັກ.

  • ໃຫ້​ຜູ້​ຢູ່​ໃກ້ ແລະ ເດັກ​ນ້ອຍ​ອອກ​ຫ່າງ​ໄປ.

  • ຢ່າປ່ອຍໃຫ້ເດັກນ້ອຍ ຫຼື ຄົນທີ່ບໍ່ໄດ້ຮັບການຝຶກອົບຮົມເຮັດວຽກ ຫຼື ບຳ​ລຸງ​ຮັກ​ສາເຄື່ອງຈັກ. ອະ​ນຸ​ຍາດ​ໃຫ້​ແຕ່​ຄົນ​ຜູ້​ທີ່​ຮັບ​ຜິດ​ຊອບ, ຜ່ານ​ການ​ຝຶກ​ອົບ​ຮົມ, ຄຸ້ນ​ເຄີຍ​ກັບ​ຄຳ​ແນະ​ນຳ ແລະ ມີ​ຄວາມ​ສາ​ມາດ​ທາງ​ດ້ານ​ຮ່າງ​ກາຍ​ເທົ່າ​ນັ້ນ​ນຳ​ໃຊ້ ຫຼື ກວດ​ບຳ​ລຸງ​ຮັກ​ສາເຄື່ອງ​ຈັກ.

  • ໃຫ້​ຄານ​ກັນ​ກະ​ແທກ​ຍົກ​ຂຶ້ນ​ຈົນ​ສຸດ ແລະ ຢູ່​ໃນ​ຕຳ​ແໜ່ງ​ລັອກ ແລະ ໃສ່ສາຍ​ແອວ​ນິ​ລະ​ໄພຢູ່​ສະ​ເໝີ.

  • ຢ່າໃຊ້ງານເຄື່ອງຈັກຢູ່ໃກ້ຈຸດຕົກ, ຄອງນ້ຳ, ຄັນຄູ, ນໍ້າ ຫຼື ອັນຕະລາຍທາງອື່ນໆ ຫຼື ໃນ​ຄວາມ​ຊັນ​ຫຼາຍກວ່າ 15°.

  • ຢ່າວາງມື ຫຼື ຕີນຂອງທ່ານໃກ້ກັບສ່ວນປະກອບທີ່ເຄື່ອນໄຫວຂອງເຄື່ອງຈັກ.

  • ຢ່າໃຊ້ງານເຄື່ອງຈັກໂດຍບໍ່ມີເກາະ​ປ້ອງ​ກັນ, ສະ​ວິດ​ຄວາມ​ປອດ​ໄພ ແລະ ອຸ​ປະ​ກອນ​ປ້ອງ​ກັນ​ຄວາມ​ປອດ​ໄພ​ອື່ນໆ​ທັງ​ໝົດຢູ່ກັບທີ່ ແລະ ເຮັດວຽກຢ່າງຖືກຕ້ອງ.

  • ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳ​ແໜ່ງຜູ້​ນຳ​ໃຊ້. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການກວດ​ບຳ​ລຸງ​ຮັກ​ສາ, ການປັບ, ການ​ເຕີມນ້ຳ​ມັນ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

ຕົວຊີ້ວັດຄວາມຊັນ

artpending

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending

ສະ​ຫຼາກ 144-0405 ແມ່ນ​ສຳ​ລັບ​ເຄື່ອງ​ຈັກ​ທີ່​ບໍ່​ໄດ້​ຕິດ​ຕັ້ງ​ມາດ້ວຍ​ໄຟ​ໜ້າ​ທາງ​ເລືອກ.

artpending
artpending
artpending

ສະ​ຫຼາກ 144-6569 ແມ່ນ​ສຳ​ລັບ​ເຄື່ອງ​ຈັກ​ທີ່ໄດ້​ຕິດ​ຕັ້ງ​ມາດ້ວຍ​ໄຟ​ໜ້າ.

artpending
artpending

ສະ​ຫຼາກ 126-8383 ແມ່ນ​ສຳ​ລັບ​ເຄື່ອງ​ຈັກ​ທີ່ບໍ່​ມີ MyRide ເທົ່າ​ນັ້ນ.

artpending

ສະ​ຫຼາກ 132-0871 ແມ່ນ​ສຳ​ລັບ​ເຄື່ອງ​ຈັກ​ທີ່ມີ MyRide ເທົ່າ​ນັ້ນ.

artpending

ສະ​ຫຼາກ 132-5067 ແມ່ນ​ສຳ​ລັບ​ເຄື່ອງ​ຈັກ​ທີ່ມີ MyRide ເທົ່າ​ນັ້ນ.

artpending

ພາບລວມຂອງຜະລິດຕະພັນ

artpending

ທຳ​ຄວາມ​ຄຸ້ນ​ເຄີຍ​ກັບການ​ການ​ຄວບ​ຄຸມ​ກ່ອນໜ້າ​ທີ່​ທ່ານ​ຈະຕິດຈັກ ແລະ ໃຊ້​ງານ​ເຄື່ອງ​ຈັກ.

ແຜງ​ຄວບ​ຄຸມ

artpending

ສະວິດກະແຈ

ສະ​ວິດ​ກະ​ແຈໃຊ້ໃນການຕິດຈັກ ແລະ ມອດຈັກ, ມີ 3 ຕຳແໜ່ງຄື: ປິດ, ແລ່ນ​ເຄື່ອງ ແລະ ຕິດ​ຈັກ. ໃຫ້​ເບິ່ງ .

ສະວິດໄຟ

ສຳ​ລັບ​ລຸ້ນ​ທີ່​ມີ​ໄຟ​ເທົ່າ​ນັ້ນ

ໃຊ້​ສະ​ວິດ​ໄຟ​ເພື່ອ​ເປີດ​ໄຟ​ໄປ​ຕຳ​ແໜ່ງເປີດ ຫຼື ຕຳ​ແໜ່ງປິດ (ຮູບສະແດງ ).

ການ​ຄວບ​ຄຸມເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ)

ໃຊ້ການ​ຄວບ​ຄຸມເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ເພື່ອ​ຕິດ​ຈັກ​ທີ່ເຢັນ.

ການຄວບຄຸມຄັນ​ເລັ່ງ

ຄັນ​ເລັ່ງ​ຄວບ​ຄຸມ​ຄວາມ​ໄວ​ຈັກ ແລະ ມັນ​ມີ​ການ​ຕັ້ງ​ຄ່າ​ຕົວ​ແປ​ຕໍ່​ເນື່ອງ​ຈາກຕຳ​ແໜ່ງຊ້າຫາໄວ (ຮູບສະແດງ ).

ສະ​ວິດຄວບ​ຄຸມ​ໃບ​ມີດ (ເຄື່ອງ​ສົ່ງ​ພະ​ລັງ​ງານ​ຫາ​ອຸ​ປະ​ກອນ​ອື່ນ)

ສະ​ວິດຄວບ​ຄຸມ​ໃບ​ມີດ, ແທນ​ໂດຍ​ສັນ​ຍາ​ລັກ​ເຄື່ອງ​ສົ່ງ​ພະ​ລັງ​ງານ​ຫາ​ອຸ​ປະ​ກອນ​ອື່ນ (PTO), ໃສ່ ແລະ ປົດ​ພະ​ລັງ​ງານ​ໄປ​ຫາ​ໃບ​ມີດ​ຈັກ​ຕັດ​ຫຍ້າ (ຮູບສະແດງ ).

ເຄື່ອງວັດ​ແທກຊົ່ວໂມງ

ເຄື່ອງວັດ​ແທກຊົ່ວໂມງບັນ​ທຶກຈຳ​ນວນ​ຊົ່ວ​ໂມງທີ່​ຈັກ​ໄດ້ໃຊ້​ງານ. ມັນ​ໃຊ້​ງານ​ເມື່ອ​ຈັກ​ກຳ​ລັງ​ແລ່ນ​ຢູ່. ໃຊ້​ເວ​ລາ​ເຫຼົ່າ​ນີ້​ເພື່ອ​ກຳ​ນົດ​ເວ​ລາ​ການ​ບຳ​ລຸງ​ຮັກ​ສາ​ປົກ​ກະ​ຕິ (ຮູບສະແດງ ).

artpending

ຕົວ​ຊີ້ບອກອິນ​ເຕີລັອກຄວາມ​ປອດ​ໄພ

ມີ​ສັນ​ຍາ​ລັກ​ຢູ່​ໃນ​ເຄື່ອງວັດ​ແທກ​ຊົ່ວ​ໂມງ​ທີ່​ຊີ້ບອກ​ດ້ວຍ​ມູມ​ສີ​ດຳ​ທີ່​ອົງ​ປະ​ກອບ​ອິນ​ເຕີ​ລັອກ​ຖືກວາງ​ຕຳ​ແໜ່ງ​ຢ່າງ​ຖືກ​ຕ້ອງ (ຮູບສະແດງ ).

ໄຟຕົວ​ຊີ້ບອກແບັດ​ເຕີ​ຣີ

ຖ້າ​ທ່ານບິດສະວິດກະແຈໄປທີ່ຕຳແໜ່ງເປີດເປັນ​ເວ​ລາ​ສອງ​ສາມ​ວິ​ນາ​ທີ, ແຮງ​ດັນ​ແບັດ​ເຕີ​ຣີສະ​ແດງ​ຂຶ້ນ​ຢູ່​ໃນ​ພື້ນ​ທີ່​ບ່ອນ​ຊົ່ວ​ໂມງ​ສະ​ແດງ​ຂຶ້ນ​ຕາມປົກ​ກະ​ຕິ.

ໄຟ​ແບັດ​ເຕີ​ຣີຮຸ່ງ​ຂຶ້ນ​ເມື່ອ​ສະ​ວິດ​ກະ​ແຈ​ເປີດ ແລະ ເມື່ອ​ປະ​ຈຸ​ໄຟ​ຕ່ຳ​ກວ່າ​ລະ​ດັບ​ການ​ໃຊ້​ງານ​ທີ່​ຖືກ​ຕ້ອງ (ຮູບສະແດງ ).

ໄຟຕົວຊີ້ບອກການ​ຂັດ​ຂ້ອງ​ຂອງ​ໜ່ວຍ​ຄວບ​ຄຸມ​ອີ​ເລັກ​ໂຕ​ຣ​ນິກ

ສຳ​ລັບ​ລຸ້ນ​ທີ່​ມີຈັກ EFI ເທົ່າ​ນັ້ນ

ໜ່ວຍ​ຄວບ​ຄຸມ​ອີ​ເລັກ​ໂຕ​ຣ​ນິກ (ECU) ຕິດ​ຕາມ​ການ​ໃຊ້​ງານ​ຂອງ​ລະ​ບົບ EFI ຢ່າງ​ຕໍ່​ເນື່ອງ.

ຖ້າ​ກວດ​ພົບ​ບັນ​ຫາ ຫຼື ການ​ຂັດ​ຂ້ອງ​ຢູ່​ພາຍ​ໃນ​ລະ​ບົບ, ໄຟ​ຕົວ​ຊີ້ບອກການ​ຂັດ​ຂ້ອງ (MIL) ຮຸ່ງ​ຂຶ້ນ.

MIL ແມ່ນ​ໄຟ​ສີ​ແດງ​ຕັ້ງ​ຢູ່​ໃນ​ແຜງ​ຄວບ​ຄຸມ​ເບື້ອງ​ຂວາ.

ເມື່ອ MIL ຮຸ່ງ​ຂຶ້ນ, ເຮັດ​ການກວດ​ກາ​ການ​ແກ້​ໄຂ​ບັນ​ຫາ​ເບື້ອງ​ຕົ້ນ; ໃຫ້​ເບິ່ງ​ພາກ MIL ຢູ່​ພາຍ​ໃຕ້ .

ຖ້າ​ການກວດ​ເຫຼົ່າ​ນີ້​ບໍ່​ແກ້​ໄຂ​ບັນ​ຫາ​ໄດ້, ຈຳ​ເປັນ​ຕ້ອງ​ໄດ້​ມີ​ການ​ວິ​ນິ​ໄສ​ເພີ່ມ​ເຕີມ ແລະ ເຂົ້າ​ຮັບ​ການກວດ​ສ້ອມ​ບຳ​ລຸງ​ຮັກ​ສາ​ໂດຍ​ຕົວ​ແທນ​ສ້ອມ​ບຳ​ລຸງ​ຮັກ​ສາ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ.

ຄັນ​ໂຍກ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ

ໃຊ້ຄັນ​ໂຍກ​ຄວບ​ຄຸມ​ການ​ເຄື່ອນ​ໄຫວເພື່ອ​ຂັບ​ເຄື່ອນ​ເຄື່ອງ​ຈັກ​ໄປ​ທາງ​ໜ້າ, ຖອຍ​ຫຼັງ ແລະ ປ່ຽນ​ທິດ​ທາງ (ຮູບສະແດງ ).

ຕຳ​ແໜ່ງ ລັອກ​ເກຍ​ຫວ່າງ

ເຄື່ອນ​ຄັນ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ອອກ​ທາງນອກ​ຈາກ​ໃຈ​ກາງ​ຫາ​ຕຳ​ແໜ່ງລັອກ​ເກຍ​ຫວ່າງເມື່ອ​ອອກ​ຈາກ​ເຄື່ອງ​ຈັກ (ຮູບສະແດງ ). ວາງ​ຕຳ​ແໜ່ງ​ຄັນ​ຄວບ​ຄຸມ​ການ​ເຄື່ອນ​ໄຫວໄປ​ສູ່​ຕຳ​ແໜ່ງລັອກ​ເກຍ​ຫວ່າງເມື່ອ​ທ່ານ​ຢຸດ​ເຄື່ອງ​ຈັກ ຫຼື ປ່ອຍ​ມັນ​ໄວ້​ໂດຍ​ບໍ່​ມີ​ການເຝົ້າເບິ່ງ.

ຄັນໂຍກ​ເບ​ຣກ​ມື

ທຸກຄັ້ງທີ່ທ່ານມອດຈັກ, ໃສ່ເບ​ຣກເພື່ອປ້ອງກັນການເຄື່ອນໄຫວຂອງເຄື່ອງຈັກໂດຍບັງເອີນ.

ວາວ​ປິດ​ນ້ຳ​ມັນ

ປິດ​ວາວ​ປິດ​ນ້ຳ​ມັນເມື່ອ​ຂົນ​ສົ່ງ ຫຼື ເກັບ​ຮັກ​ສາ​ເຄື່ອງ​ຈັກ; ໃຫ້​ເບິ່ງ .

Note: ຂໍ້ກຳ​ນົດ​ສະ​ເພາະ ແລະ ການອອກແບບແມ່ນມີການປ່ຽນແປງໂດຍບໍ່ຕ້ອງແຈ້ງ.

ລວງ​ກ້​ວາງ

 ພື້ນ 52 ນິ້ວພື້ນ 60 ນິ້ວ
ໂດຍ​ບໍ່​ມີພື້ນ​ຈັກ​ຕັດ​ຫຍ້າ137 ຊມ (53-⅞ ນິ້ວ)140 ຊມ (55 ນິ້ວ)
ຕົວ​ປັດ​ຂຶ້ນ150 ຊມ (58-15/16 ນິ້ວ)166 ຊມ (65-½ ນິ້ວ)
ຕົວ​ປັດລົງ171 ຊມ (67-3/16 ນິ້ວ)191 ຊມ (75-¼ ນິ້ວ)
ເອົາຕົວ​ປັດອອກ​ແລ້ວ141 ຊມ (55-⅝ ນິ້ວ)156 ຊມ (61-⅝ ນິ້ວ)

ລວງຍາວ

ເຄື່ອງ​ຈັກ 52 ນິ້ວ ແລະ 60 ນິ້ວ
ຢາງ​ລໍ້ 24 ນິ້ວຢາງ​ລໍ້ 26 ນິ້ວ
219 ຊມ (86-5/16 ນິ້ວ)220 ຊມ (86-½ ນິ້ວ)

ລວງສູງ

 ເຄື່ອງ​ຈັກ​ທີ່​ມີຢາງ​ລໍ້ 24 ນິ້ວເຄື່ອງ​ຈັກ​ທີ່​ມີຢາງ​ລໍ້ 26 ນິ້ວ
ຄານກັນກະ​ແທກ—ຂຶ້ນ182 ຊມ (71-⅝ ນິ້ວ)185 ຊມ (73 ນິ້ວ)
ຄານກັນກະ​ແທກ—ລົງ (MyRide)126 ຊມ (49-½ ນິ້ວ)129 ຊມ (50-13/16 ນິ້ວ)
ຄານກັນກະ​ແທກ—ລົງ (ບໍ່​ແມ່ນ MyRide)118 ຊມ (46-⅜ ນິ້ວ)129 ຊມ (50-13/16 ນິ້ວ)

ນ້ຳ​ໜັກ

ເຄື່ອງ​ຈັກ 52 ນິ້ວເຄື່ອງ​ຈັກ 60 ນິ້ວ
531 ຫາ 540 ກ​ລ (1,170 ຫາ 1,190 ປອນ)535 ຫາ 590 ກ​ລ (1,180 ຫາ 1,300 ປອນ)

ຄວາມ​ຈຸການ​ລາກ

ນ້ຳ​ໜັກ​ລີ້ນນ້ຳ​ໜັກ​ລາກ​ທັງ​ໝົດ *
22 ກ​ລ (49 ປອນ)113 ກ​ລ (250 ປອນ)

* ນ້ຳ​ໜັກ​ທັງ​ໝົດ​ຂອງວັດ​ຖຸ​ທີ່​ກຳ​ລັງ​ລາກ (ຕົວ​ຢ່າງ: ລົດ​ພ່ວງ ແລະ ນ້ຳ​ໜັກ​ບັນ​ທຸກ, ຕົວ​ແຍກ​ສ່ວນ​ດຶງ​ດ້ານ​ຫຼັງ, ເຄື່ອງ​ເຕີມ​ອາ​ກາດ, ອື່ນໆ)

ສິ່ງທີ່ຕິດມານຳ/ອຸປະກອນເສີມ

ການຄັດເລືອກສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ໄດ້ຮັບການອະ​ນຸ​ມັດຈາກ Toro ແມ່ນມີໃຫ້ໃຊ້ກັບເຄື່ອງຈັກເພື່ອຍົກ​ລະ​ດັບ ແລະ ຂະຫຍາຍຄວາມສາມາດຂອງມັນ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຕົວແທນຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດ ຫຼື ເຂົ້າໄປທີ່ www.Toro.com ສຳລັບລາຍຊື່ສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ຖືກອະນຸມັດທັງໝົດ.

ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ ແລະ ການຢັ້ງຢືນຄວາມປອດໄພຂອງເຄື່ອງຈັກຢ່າງຕໍ່ເນື່ອງ, ໃຫ້ນຳໃຊ້ແຕ່ອາໄຫຼ່ ແລະ ອຸປະກອນປ່ຽນຖ່າຍຂອງ Toro ເທົ່ານັ້ນ. ອາໄຫຼ່ປ່ຽນ​ຖ່າຍ ແລະ ອຸປະກອນເສີມທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ ແລະ ການນຳໃຊ້ດັ່ງກ່າວອາດເຮັດໃຫ້ການຄ້ຳປະກັນຂອງສິນຄ້າເປັນໂມຄະ.

ການປະຕິບັດງານ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

ກ່ອນການປະຕິບັດງານ

ຄວາມປອດໄພກ່ອນການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ຢ່າປ່ອຍໃຫ້ເດັກນ້ອຍ ຫຼື ຄົນທີ່ບໍ່ໄດ້ຮັບການຝຶກອົບຮົມເຮັດວຽກ ຫຼື ບຳ​ລຸງ​ຮັກ​ສາເຄື່ອງຈັກ. ລະບຽບການໃນທ້ອງຖິ່ນອາດຈະຈຳກັດອາຍຸຂອງຜູ້ປະຕິບັດການ. ເຈົ້າຂອງມີ​ຄວາມຮັບຜິດຊອບໃນການຝຶກອົບຮົມຜູ້ປະຕິບັດການ ແລະ ຊ່າງກົນຈັກທັງໝົດ.

  • ກວດກາບໍລິເວນທີ່ທ່ານຈະໃຊ້ເຄື່ອງຈັກ ແລະ ເອົາວັດຖຸທັງໝົດທີ່ສາ​ມາດ​ໄປ​ລົບ​ກວນ​ການ​ເຮັດ​ໜ້າ​ທີ່​ຂອງ ຫຼື ທີ່ເຄື່ອງຈັກສາມາດຈະ​ເຮັດ​ໃຫ້​ເກີດ​ການ​ຟົ້ງ​ຂຶ້ນໄດ້ນັ້ນ​ອອກ.

  • ມີຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງອຸປະກອນ, ການຄວບຄຸມຜູ້ປະຕິບັດການ ແລະ ປ້າຍສັນຍານຄວາມປອດໄພ.

  • ກວດ​ເບິ່ງວ່າ​ສິ່ງຄວບ​ຄຸມຜູ້​ໃຊ້​ງານ-ການ​ປະ​ກົດ​ຕົວຢູ່, ສະ​ວິດ​ຄວາມ​ປອດ​ໄພ ແລະ ເກາະ​ປ້ອງ​ກັນໄດ້​ຕິດ​ໃສ່ ແລະ ໃຊ້ວຽກໄດ້​ຢ່າງ​ດີ. ຢ່າ​ໃຊ້​ງານ​ເຄື່ອງ​ຈັກ​ນອກ​ຈາກວ່າ​ພວກ​ມັນ​ໃຊ້​ງານ​ໄດ້​ຢ່າງ​ດີ.

  • ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳ​ແໜ່ງຜູ້​ນຳ​ໃຊ້. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການກວດ​ບຳ​ລຸງ​ຮັກ​ສາ, ການປັບ, ການ​ເຕີມນ້ຳ​ມັນ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

  • ກ່ອນທີ່ຈະຕັດຫຍ້າ, ກວດ​ກາ​ເຄື່ອງ​ຈັກ​ໃຫ້​ແນ່​ໃຈ​ວ່າ​ສ່ວນ​ປະ​ກອບ​ການ​ຕັດ​ໃຊ້​ວຽກ​ໄດ້​ຢ່າງ​ຖືກ​ຕ້ອງ.

  • ປະ​ເມີນ​ເບິ່ງ​ບ່ອນ​ຫຼຸບ​ໂນນ​ເພື່ອ​ກຳ​ນົດ​ອຸ​ປະ​ກອນ​ທີ່​ເໝາະ​ສົມ ແລະ ສິ່ງ​ທີ່​ຕິດ​ໃສ່ ຫຼື ອຸ​ປະ​ກອນ​ເສີມ​ໃດ​ໜຶ່ງ​ທີ່​ຕ້ອງ​ການ​ເພື່ອ​ໃຊ້​ງານ​ເຄື່ອງ​ຈັກ​ຢ່າງ​ຖືກ​ຕ້ອງ ແລະ ປອດ​ໄພ.

  • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງການປ້ອງກັນຕາ; ໂສ້ງຂາຍາວ; ເກີບກັນມື່ນ ແລະ ເຄື່ອງ​ປ້ອງ​ກັນ​ສຽງ. ມັດຜົມຍາວໄວ້​ດ້ານ​ຫຼັງ ແລະ ຢ່າໃສ່ເຄື່ອງນຸ່ງ ຫຼື ເຄື່ອງປະດັບຫຼວມໆ.

  • ຢ່າ​ບັນ​ທຸກ​ຜູ້​ໂດຍ​ສານ​ໄປ​ນຳ​ເຄື່ອງ​ຈັກ.

  • ກັນຜູ້ທີ່ຢູ່ຂ້າງນອກ ແລະ ສັດລ້ຽງອອກ​ໄປຈາກເຄື່ອງຈັກໃນ​ລະ​ຫວ່າງການດໍາເນີນການ. ມອດເຄື່ອງຈັກ ແລະ ສິ່ງ​ທີ່​ຕິດ​ມາ​ນຳ​ອື່ນໆ, ຖ້າ​ມີ​ຄົນ​ເຂົ້າ​ໄປ​ໃນ​ພື້ນ​ທີ່.

  • ຢ່າໃຊ້ງານເຄື່ອງຈັກ, ນອກ​ຈາກວ່າເກາະ​ປ້ອງ​ກັນ ແລະ ເຄື່ອງ​ມື​ຄວາມ​ປອດ​ໄພ​ທັງ​ໝົດ​ເຊັ່ນ: ຕົວ​ປັດ ແລະ ຕົວ​ຈັບ​ຫຍ້າ​ທັງ​ໝົດຢູ່ກັບທີ່ ແລະ ເຮັດວຽກຢ່າງຖືກຕ້ອງ. ປ່ຽນ​ສ່ວນ​ທີ່​ສີກ​ຂາດ ຫຼື ເສື່ອມ​ສະ​ພາບ​ເມື່ອ​ຈຳ​ເປັນ.

ຄວາມປອດໄພຂອງນໍ້າມັນເຊື້ອໄຟ

  • ນ້ຳມັນເຊື້ອໄຟໄວໄຟຫຼາຍ ແລະ ລະເບີດໄດ້ສູງ. ໄຟໄໝ້ ຫຼື ການລະເບີດຈາກນໍ້າມັນເຊື້ອໄຟສາມາດເຮັດໃຫ້ທ່ານ ແລະ ຄົນອື່ນໆຖືກ​ໄໝ້ ແລະ ສາມາດເຮັດໃຫ້ຊັບສິນເສຍຫາຍໄດ້.

    • ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ປະ​ຈຸ​ໄຟ​ຟ້າ​ສະ​ຖິດຕິດ​ໄຟ​ໃສ່​ນ້ຳ​ມັນ​ເຊື້ອ​ເພີງ, ເອົາ​ເຄື່ອງ​ຈັກ​ອອກ​ຈາກ​ລົດ​ບັນ​ທຸກ ຫຼື ລົດ​ພ່ວງ ແລະ ເຕີມ​ນ້ຳ​ມັນ​ໃສ່​ຢູ່​ໃນ​ພື້ນ​ດິນ​ຫ່າງ​ໄກ​ຈາກ​ພາ​ຫະ​ນະ. ຖ້າ​ອັນ​ນີ້​ເປັນ​ໄປ​ບໍ່​ໄດ້, ວາງ​ພາ​ຊະ​ນະ​ໃສ່​ນ້ຳ​ມັນ​ເຊື້ອ​ໄຟ​ຫິ້ວ​ໄປ​ມາ​ໄດ້​ໄວ້​ເທິງ​ພື້ນ​ດິນ​ຫ່າງ​ໄກ​ຈາກ​ພາ​ຫະ​ນະ​ທັງ​ໝົດ ແລະ ເຕີມ​ໃສ່​ມັນ, ຈາກ​ນັ້ນ​ເຕີມ​ຄືນ​ໃສ່​ເຄື່ອງ​ຈັກ​ຈາກ​ພາ​ຊະ​ນະ​ບັນ​ຈຸ​ນ້ຳ​ມັນ​ເຊື້ອ​ໄຟ​ແທນ​ທີ່​ຈະ​ເຕີມ​ຈາກ​ຫົວ​ສີດ​ຈ່າຍ​ນ້ຳ​ມັນ​ເຊື້ອ​ໄຟ.

    • ເຕີມນໍ້າມັນເຊື້ອໄຟຢູ່ຂ້າງນອກບ່ອນ​ພື້ນ​ພຽງ, ຢູ່ໃນບ່ອນທີ່ໂລ່ງແຈ້ງ ແລະ ໃນ​ເວ​ລາ​ຈັກເຢັນ. ເຊັດນໍ້າມັນເຊື້ອໄຟທີ່ຮົ່ວກະ​ຈາຍ​ນັ້ນອອກ.

    • ຢ່າ​ຈັບ​ນ້ຳ​ມັນ​ເຊື້ອ​ໄຟ​ເມື່ອ​ສູບ​ຢາ​ຢູ່ ຫຼື ຢູ່ບໍ​ລິ​ເວນແປວ​ໄຟ ຫຼື ປະ​ກາຍ​ໄຟ​ເປີດ.

    • ຢ່າເປີດຝາປິດນໍ້າມັນເຊື້ອໄຟອອກ ແລະ ເຕີມນໍ້າມັນເຊື້ອໄຟໃນຂະນະທີ່ຈັກກຳລັງຕິດ​ຢູ່ ຫຼື ຮ້ອນ.

    • ຖ້າ​ທ່ານ​ເຮັດ​ນ້ຳ​ມັນ​ຕົກ​ເຮ່ຍ, ຢ່າພະ​ຍາ​ຍາມ​ຕິດ​ຈັກ. ຫຼີກລ່ຽງການສ້າງແຫຼ່ງທີ່ມາຂອງການກໍ່​ໃຫ້​ເກີດໄຟຈົນກວ່າອາຍນ້ຳມັນເຊື້ອໄຟລະ​ເຫີຍ​ໄປ​ໝົດ​ແລ້ວ.

    • ເກັບຮັກສາໄວ້​ໃນ​ພາ​ຊະ​ນະ​ບັນ​ຈຸ​ທີ່​ໄດ້​ຮັບ​ອະ​ນຸ​ມັດ ແລະ ເກັບ​ມັນ​ໄວ້ຫ່າງ​ໄກ​ຈາກ​ເດັກນ້ອຍ.

  • ນ້ຳ​ມັນ​ເຊື້ອ​ໄຟ​ມີ​ອັນ​ຕະ​ລາຍ ຫຼື ເປັນ​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ, ຖ້າ​ກືນເຂົ້າ​ໄປ. ການ​ຖືກ​ອາຍ​ນ້ຳ​ມັນ​ເຊື້ອ​ໄຟ​ເປັນ​ເວ​ລາ​ດົນ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສາ​ຫັດ ຫຼື ເຈັບ​ປ່ວຍ​ໄດ້.

    • ຫຼີກ​ເວັ້ນ​ການ​ສູດ​ດົມ​ເອົາ​ອາຍເປັນ​ເວ​ລາ​ດົນ​ນານ.

    • ໃຫ້ມື ແລະ ໜ້າຂອງ​ທ່ານຢູ່​ຫ່າງ​ອອກ​ຈາກ​ຫົວ​ສີດ ແລະ ຖັງນ້ຳມັນທີ່​ເປີດ​ຢູ່.

    • ເກັບນ້ຳ​ມັນ​ເຊື້ອ​ໄຟ​ໃຫ້​ຫ່າງ​ຈາກຕາ ແລະ ຜິວ​ໜັງ​ຂອງ​ທ່ານ.

  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເທິງເຄື່ອງໃຊ້ອື່ນໆ.

  • ຢ່າ​ໃຊ້​ງານເຄື່ອງ​ຈັກໂດຍ​ບໍ່​ມີ​ລະ​ບົບ​ອາຍ​ເສຍ​ຄົບ​ຖ້ວນ​ຢູ່​ກັບ​ທີ່ ແລະ ສະ​ພາບ​ການ​ເຮັດ​ວຽກ​ທີ່​ເໝາະ​ສົມ.

  • ໃຫ້​ເອົາ​ຫົວ​ຈ່າຍນ້ຳ​ມັນ​ສຳ​ຜັດ​ກັບ​ຂອບ​ຂອງ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ ຫຼື ພາ​ຊະ​ນະ​ບັນ​ຈຸ​ທີ່ເປີດຕະ​ຫຼອດ​ເວ​ລາ​ຈົນ​ກວ່າ​ການ​ເຕີມ​ນ້ຳ​ມັນ​ສຳ​ເລັດ. ຢ່າ​ໃຊ້​ເຄື່ອງ​ມື​ເປີດ​ລັອກ​ຫົວສີດ.

  • ຖ້າ​ທ່ານ​ເຮັດ​ນ້ຳ​ມັນ​ຕົກ​ເຮ່ຍໃສ່​ເຄື່ອງ​ນຸ່ງ​ຂອງ​ທ່ານ, ໃຫ້​ປ່ຽນ​ເຄື່ອງ​ນຸ່ງ​ທັນ​ທີ.

  • ຢ່າ​ໃສ່ນໍ້າມັນເຊື້ອໄຟຈົນລົ້ນຖັງ. ປ່ຽນ​ຝາ​ປິດນ້ຳ​ມັນ ແລະ ຮັດ​ມັນ​ໃຫ້​ແໜ້ນຮັບ​ປະ​ກັນດີ.

  • ອະນາໄມຫຍ້າ ແລະ ຂີ້​ເຫຍື້ອ​ອອກຈາກໜ່ວຍຕັດ, ທໍ່ໄອເສຍ, ລໍ້, ຕົວ​ຈັບ​ຫຍ້າ ແລະ ສ່ວນຕ່າງໆຂອງ​ເຄື່ອງ​ຈັກເພື່ອຊ່ວຍປ້ອງກັນໄຟໄໝ້. ອະ​ນາ​ໄມນໍ້າມັນເຄື່ອງ ຫຼື ນໍ້າມັນເຊື້ອໄຟທີ່ກະເດັນອອກ.

ການຕື່ມນໍ້າມັນເຊື້ອໄຟ

ນ້ຳ​ມັນ​ທີ່​ແນະ​ນຳ

  • ເພື່ອ​ໃຫ້​ໄດ້​ຜົນ​ດີ​ທີ່​ສຸດ, ໃຫ້​ໃຊ້​ແຕ່​ນ້ຳ​ມັນ​ແອັດ​ຊັງ​ທີ່​ສະ​ອາດ, ສົດ (ອາ​ຍຸ​ບໍ່​ເກີນ 30 ວັນ), ບໍ່​ມີ​ສານ​ຊືນ​ທີ່​ມີ​ອັດ​ຕາ​ອັອກເທນ 87 ຫຼື ສູງກວ່າ ((R+M)/2 ວິ​ທີ​ຄິດ​ໄລ່​ອັດ​ຕາ).

  • ເອ​ທານອ​ລ: ນ້ຳ​ມັນ​ແອັດ​ຊັງ​ທີ່​ມີ​ເອ​ທານອ​ລ​ສູງ​ເຖິງ 10% (ແກ໊ສ​ໂຊ​ຮອ​ລ) ຫຼື 15% MTBE (methyl tertiary butyl ether) ໂດຍ​ບໍ​ລິ​ມາດ​ແມ່ນຍອມ​ຮັບ​ໄດ້. ເອ​ທານອ​ລ ແລະ MTBE ແມ່ນ​ບໍ່​ຄື​ກັນ. ນ້ຳ​ມັນ​ແອັດ​ຊັງ​ທີ່​ມີ​ເອ​ທານອ​ລ (E15) 15% ໂດຍ​ບໍ​ລິ​ມາດ​ແມ່ນ​ບໍ່​ອະ​ນຸ​ມັດ​ໃຫ້​ນຳ​ໃຊ້. ຢ່າ​ໃຊ້​ນ້ຳ​ມັນ​ແອັດ​ຊັງ​ທີ່​ມີ​ເອ​ທານອ​ລຫຼາຍກວ່າ 10% ໂດຍ​ບໍ​ລິ​ມາດ, ເຊັ່ນ: E15 (ມີ​ເອ​ທານອ​ລ 15%), E20 (ມີ​ເອ​ທານອ​ລ 20%) ຫຼື E85 (ມີ​ເອ​ທານອ​ລສູງ​ເຖິງ 85%). ການ​ໃຊ້​ນ້ຳ​ມັນ​ແອັດ​ຊັງ​ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ມັດ​ອາດ​ຈະ​ເຮັດ​ໃຫ້​ເກີດ​ບັນ​ຫາ​ທາງ​ດ້ານ​ປະ​ສິດ​ທິ​ພາບ ແລະ/ຫຼື ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ເຄື່ອງ​ຈັກ, ເຊິ່ງ​ອາດ​ຈະ​ບໍ່ໄດ້​ຮັບ​ການ​ຄຸ້ມ​ຄອງ​ພາຍ​ໃຕ້​ການ​ຮັບ​ປະ​ກັນ.

  • ຢ່າໃຊ້​ນ້ຳ​ມັນ​ແອັດ​ຊັງ​ທີ່​ມີ​ເມ​ທານອ​ລ.

  • ຢ່າເກັບ​ຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟ​ໄວ້​ໃນ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ ຫຼື ພາ​ຊະ​ນະ​ບັນ​ຈຸ​ນ້ຳ​ມັນ​ເຊື້ອ​ໄຟ​ຕະ​ຫຼອດ​ລະ​ດູ​ໜາວ, ນອກ​ຈາກວ່າ​ທ່ານນຳ​ໃຊ້​ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ​ຂອງ​ນ້ຳ​ມັນ​ເຊື້ອ​ໄຟ.

  • ຢ່າເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່​ນ້ຳ​ມັນ​ແອັດ​ຊັງ.

ການ​ໃຊ້​ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບ

ໃຊ້​ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບຢູ່​ໃນ​ເຄື່ອງ​ຈັກ​ເພື່ອ​ໃຫ້​ເກີດ​ຜົນ​ປະ​ໂຫຍດ​ດັ່ງ​ຕໍ່​ໄປ​ນີ້:

  • ເກັບຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟໃຫ້​ສົດໄດ້​ດົນ​ຂຶ້ນເມື່ອ​ໃຊ້​ຕາມ​ທີ່ຜູ້​ຜະ​ລິດຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນ​ເຊື້ອ​ໄຟສັ່ງ​ໃຫ້​ເຮັດ

  • ອະ​ນາ​ໄມ​ເຄື່ອງ​ຈັກ​ໃນ​ຂະ​ນະ​ທີ່​ມັນ​ເດີນ​ຢູ່

  • ກຳ​ຈັດ​ການ​ສະ​ສົມ​ຂອງ​ນ້ຳ​ມັນ​ທາ​ເຫຼື້ອມ​ຄື​ກັບ​ໝາກ​ຝ​ຣັ່ງ​ຢູ່​ໃນ​ລະ​ບົບ​ນ້ຳ​ມັນ​ເຊື້ອ​ໄຟ, ເຊິ່ງ​ເປັນ​ສາ​ເຫດ​ຂອງ​ການ​ຕິດ​ຈັກ​ຍາກ

    Important: ຢ່າໃຊ້ສານ​ເຕີມ​ນ້ຳ​ມັນ​ເຊື້ອ​ໄຟທີ່​ມີ​ເມ​ທານອ​ລ ແລະ ເອ​ທານອ​ລ.

    ເຕີມຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບໃນ​ປະ​ລິ​ມານ​ທີ່​ຖືກ​ຕ້ອງ​ໃສ່​ນ້ຳ​ມັນ​ເຊື້ອ​ໄຟ.

    Note: ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບມີ​ປະ​ສິດ​ທິ​ພາບຫຼາຍ​ທີ່​ສຸດ​ເມື່ອ​ປະ​ສົມ​ກັບ​ນ້ຳ​ມັນ​ເຊື້ອ​ໄຟ​ສົດ. ເພື່ອ​ຫຼຸດ​ຜ່ອນ​ໂອ​ກາດ​ຂອງ​ການ​ເກີດ​ນ້ຳ​ມັນ​ທາ​ເຫຼື້ອມ​ສະ​ສົມ​ຢູ່​ໃນ​ລະ​ບົບ​ນ້ຳ​ມັນ​ເຊື້ອ​ໄຟ, ໃຊ້ຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນ​ເຊື້ອ​ໄຟ​ຕະ​ຫຼອດ​ເວ​ລາ.

ການເຕີມນໍ້າມັນເຊື້ອໄຟ

  1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

  2. ໃສ່​ເບ​ຣກມື.

  3. ມອດຈັກ ແລະ ຖອດກະແຈ.

  4. ທຳຄວາມສະອາດອ້ອມຝາຖັງນ້ຳມັນເຊື້ອໄຟ.

  5. ເຕີມນ້ຳ​ມັນ​ໃສ່ຖັງທີ່ດ້ານລຸ່ມຂອງຄໍເຄື່ອງເຕີມນ້ຳມັນ (ຮູບສະແດງ ).

    Note: ຢ່າ​ໃສ່ນໍ້າມັນເຊື້ອໄຟຈົນເຕັມຖັງ. ພື້ນທີ່ຫວ່າງຢູ່ໃນຖັງປ່ອຍໃຫ້ນໍ້າມັນເຊື້ອໄຟຂະຫຍາຍຕົວໄດ້.

    artpending

ປະຕິບັດການບຳລຸງຮັກສາປະຈຳວັນ

ກ່ອນທີ່ຈະເລີ່ມໃຊ້ເຄື່ອງຈັກໃນແຕ່ລະມື້, ໃຫ້ປະຕິບັດຕາມແຕ່ລະຂັ້ນຕອນການນຳໃຊ້/ປະຈຳວັນທີ່ລະບຸໄວ້ໃນ .

ການ​ແຕກ​ຢູ່​ໃນ​ເຄື່ອງ​ຈັກ​ໃໝ່

ຈັກ​ໃໝ່​ໃຊ້​ເວ​ລາ​ເພື່ອ​ພັດ​ທະ​ນາ​ໃດ້​ເຕັມ​ກຳ​ລັງ. ພື້ນ​ຈັກ​ຕັດ​ຫຍ້າ ແລະ ລະ​ບົບ​ຂັບ​ເຄື່ອນ​ມີ​ແຮງ​ສຽດ​ສີ​ຫຼາຍກວ່າ​ເມື່ອຍັງ​ໃໝ່, ເຮັດ​ໃຫ້​ມີ​ການ​ໂຫຼດ​ເພີ່ມ​ເຕີມ​ໃນ​ຈັກ. ປ່ອຍ​ໃຫ້​ເວ​ລາ​ການ​ໃຊ້​ເຂົ້າ​ໄປ 40 ຫາ 50 ຊົ່ວ​ໂມງ​ສຳ​ລັບ​ເຄື່ອງ​ຈັກ​ໃໝ່​ເພື່ອ​ສ້າງ​ກຳ​ລັງ​ເຕັມ ແລະ ໃຫ້​ໄດ້​ປະ​ສິດ​ທິ​ພາບ​ດີ​ທີ່​ສຸດ.

ການ​ນຳ​ໃຊ້​ລະ​ບົບ​ປ້ອງ​ກັນ​ການ​ປີ້ນ​ຂວ້ຳ (ROPS)

ຄຳເຕືອນ

ເພື່ອ​ຫຼີກ​ລ່ຽງ​ການ​ບາດ​ເຈັບ ຫຼື ການ​ເສຍ​ຊີ​ວິດ​ຈາກ​ອຸ​ບັດ​ເຫດ​ການ​ປີ້ນ, ໃຫ້​ຮັກ​ສາຄານກັນກະ​ແທກໄວ້​ໃນ​ຕຳ​ແໜ່ງ​ຍົກ​ຂຶ້ນຈົນ​ສຸດ ແລະ ລັອກ​ໄວ້ ແລະ ໃສ່​ສາຍ​ແອວ​ນິ​ລະ​ໄພ.

ໃຫ້​ແນ່​ໃຈ​ວ່າບ່ອນ​ນັ່ງ​ຍຶດໃສ່​ເຄື່ອງ​ຈັກເປັນ​ຢ່າງ​ດີ.

ຄຳເຕືອນ

ເມື່ອ​ຄານ​ກັນ​ກະ​ແທກ​ຢູ່​ໃນ​ຕຳ​ແໜ່ງລົງ, ຈະ​ບໍ່​ມີ​ການ​ປ້ອງ​ກັນ​ການ​ປີ້ນ​ຂວ້ຳ.

  • ປ່ອຍຄານກັນກະ​ແທກຕ່ຳ​ລົງ​ພຽງ​ແຕ່​ເມື່ອ​ຈຳ​ເປັນ​ແທ້ໆ​ເທົ່າ​ນັ້ນ.

  • ຢ່າ​ໃສ່ສາຍ​ແອວ​ນິລະ​ໄພໃນ​ເວ​ລາ​ທີ່​ຄານ​ກັນ​ກະ​ແທກຢູ່​ໃນ​ຕຳ​ແໜ່ງ​ປີ້ນ​ລົງ.

  • ຂັບ​ຂີ່​ຢ່າງ​ຊ້າໆ ແລະ ລະ​ມັດ​ລະວັງ.

  • ຍົກ​ຄານ​ກັນ​ກະ​ແທກ​ຂຶ້ນ​ທັນ​ທີ​ທີ່​ໄລ​ຍະ​ຫ່າງ​ຈາກ​ພື້ນ​ອະ​ນຸ​ຍາດ.

  • ກວດ​ເບິ່ງ​ໄລ​ຍະ​ຫ່າງ​ສິ່ງ​ກີດ​ຂວາງ​ເທິງ​ຫົວ​ຢ່າງ​ລະ​ມັດ​ລະວັງ (ເຊັ່ນ: ງ່າ​ໄມ້, ປະ​ຕູ​ທາງ​ອອກ, ສາຍ​ໄຟ) ກ່ອນ​ທີ່​ຈະ​ຂັບ​ໄປ​ກ້ອງວັດ​ຖຸ​ໃດ​ໜຶ່ງ ແລະ ຢ່າ​ສຳ​ຜັດ​ພວກ​ມັນ.

ການປ່ອຍຄານກັນກະ​ແທກຕ່ຳ​ລົງ

Important: ປ່ອຍຄານກັນກະ​ແທກຕ່ຳ​ລົງ​ພຽງ​ແຕ່​ເມື່ອ​ຈຳ​ເປັນ​ແທ້ໆ​ເທົ່າ​ນັ້ນ.

  1. ສຳ​ລັບ​ທັງ​ສອງ​ດ້ານ​ຂອງ​ຄານ​ກັນ​ກະ​ແທກ, ເອົາ​ກິບ​ລັອກ ແລະ ສະ​ຫຼັກ​ອອກ.

  2. ປ່ອຍຄານ​ກັນ​ກະ​ແທກຕ່ຳລົງໄປຫາຕຳ​ແໜ່ງລົງ.

    Note: ມີ​ຕຳ​ແໜ່ງ​ລົງ 2 ຕຳ​ແໜ່ງ, ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

  3. ຕິດ​ຕັ້ງ​ສະ​ຫຼັກ 2 ອັນ ແລະ ຍຶດ​ພວກ​ມັນ​ດ້ວຍ​ກິບ​ລັອກ.

artpending
artpending

ການຍົກຄານກັນກະ​ແທກຂຶ້ນ

Important: ໃຊ້ສາຍ​ແອວ​ນິລະ​ໄພສະ​ເໝີໂດຍ​ທີ່ຄານ​ກັນ​ກະ​ແທກ​ຢູ່​ໃນ​ຕຳ​ແໜ່ງ​ຍົກ​ຂຶ້ນ.

  1. ຖອດ​ກິບ​ໜີບອອກ ແລະ ຖອດສະ​ຫຼັກອອກ.

  2. ຍົກຄານ​ກັນ​ກະ​ແທກຂຶ້ນ​ໄປຫາຕຳ​ແໜ່ງຂຶ້ນຊື່.

  3. ຕິດ​ຕັ້ງ​ສະ​ຫຼັກ 2 ອັນ ແລະ ຍຶດ​ພວກ​ມັນ​ດ້ວຍ​ກິບ​ລັອກ.

artpending

ການ​ນຳ​ໃຊ້ລະບົບຄວາມ​ປອດ​ໄພ-ອິນເຕີລັອກ

ຄຳເຕືອນ

ຖ້າຫາກວ່າສະວິດລັອກເຊື່ອມຕໍ່ຄວາມປອດໄພຖືກຕັດຂາດ ຫຼື ເສຍຫາຍ, ເຄື່ອງສາມາດປະຕິບັດງານໂດຍບໍ່ຄາດຄິດເຊິ່ງກໍ່ໃຫ້ເກີດການບາດເຈັບຕໍ່ບຸກຄົນໄດ້.

  • ຢ່າແຕະ​ຕ້ອງປຸ່ມອິນເຕີລັອກ.

  • ກວດເບິ່ງການປະຕິບັດງານຂອງປຸ່ມອິນເຕີລັອກທຸກໆມື້ ແລະ ປ່ຽນປຸ່ມທີ່ເສຍຫາຍກ່ອນທີ່ຈະໃຊ້​ງານເຄື່ອງຈັກ.

ຄວາມ​ເຂົ້າ​ໃຈລະບົບຄວາມ​ປອດ​ໄພອິນເຕີລັອກ

ລະ​ບົບ​ອິນ​ເຕີ​ລັອກຖືກ​ອອກ​ແບບ​ມາ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຄື່ອງ​ຈັກ​ຕິດ, ນອກ​ຈາກວ່າສິ່ງ​ດັ່ງ​ຕໍ່​ໄປ​ນີ້​ຈະ​ເກີດ​ຂຶ້ນ:

  • ເບ​ຣກມືໃຊ້​ງານ​ຢູ່.

  • ໃສ່​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ຖືກ​ປົດ​ແລ້ວ.

  • ຄັນ​ໂຍກ​ຄວບ​ຄຸມ​ການ​ເຄື່ອນ​ໄຫວຢູ່​ໃນ​ຕຳ​ແໜ່ງ ລັອກ​ເກຍ​ຫວ່າງ.

ລະບົບອິນ​ເຕີລັອກຄວາມ​ປອດ​ໄພຍັງ​ຖືກ​ອອກ​ແບບ​ມາ​ເພື່ອມອດ​ຈັກ​ເມື່ອຄັນຄວບ​ຄຸມ​ການ​ເຄື່ອນ​ໄຫວ​ຖືກ​ເຄື່ອນ​ຍ້າຍ​ໄປ​ຈາກຕຳ​ແໜ່ງລັອກ​ເກຍ​ຫວ່າງດ້ວຍ​ການ​ໃສ່​ເບ​ຣກ​ມື ຫຼື ຖ້າ​ທ່ານ​ລຸກ​ຂຶ້ນ​ຈາກ​ບ່ອນ​ນັ່ງ​ເມື່ອ​ໃສ່ PTO ແລ້ວ.

ເຄື່ອງວັດ​ແທກ​ຊົ່ວ​ໂມງມີ​ຕົວ​ຊີ້ບອກ​ເພື່ອ​ແຈ້ງ​ໃຫ້​ຜູ້​ໃຊ້​ຮູ້​ເມື່ອ​ອົງ​ປະ​ກອບ​ອິນ​ເຕີ​ລັອກ​ຢູ່​ໃນ​ຕຳ​ແໜ່ງ​ທີ່​ຖືກ​ຕ້ອງ. ເມື່ອ​ອົງ​ປະ​ກອບ​ຢູ່​ໃນ​ຕຳ​ແໜ່ງ​ທີ່​ຖືກ​ຕ້ອງ, ຕົວ​ຊີ້ບອກ​ສະ​ແດງ​ຂຶ້ນ​ໃນ​ໜ້າ​ຈໍ.

artpending

ການທົດ​ສອ​ບລະບົບຄວາມ​ປອດ​ໄພ-ອິນເຕີລັອກ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ການກວດເບິ່ງລະບົບອິນເຕີລັອກຄວາມ​ປອດ​ໄພ.
  • ທົດ​ສອບ​ລະ​ບົບ​ອິນ​ເຕີ​ລັອກ​ຄວາມ​ປອດ​ໄພ​ກ່ອນ​ໜ້າ​ທີ່​ທ່ານ​ຈະ​ໃຊ້​ເຄື່ອງ​ຈັກ​ໃນ​ແຕ່​ລະ​ຄັ້ງ. ຖ້າ​ລະ​ບົບ​ຄວາມ​ປອດ​ໄພ​ບໍ່​ໃຊ້​ງານ​ໄດ້​ຕາມ​ອະ​ທິ​ບາຍ​ໄວ້​ລຸ່ມ​ນີ້, ໃຫ້​ຕົວ​ແທນ​ໃຫ້​ບໍ​ລິ​ການທີ່​ໄດ້​ຮັບ​ອະ​ນຸ​ຍາດ​ສ້ອມ​ແປງ​ລະ​ບົບ​ຄວາມ​ປອດ​ໄພ​ທັນ​ທີ.

    1. ນັ່ງ​ຢູ່​ເທິງເບາະ​ນັ່ງ, ໃສ່ເບ​ຣກ​ມື ແລະ ເຄື່ອນ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO ໄປ​ທີ່​ຕຳ​ແໜ່ງເປີດ. ລອງ​ຕິດ​ຈັກ; ຈັກ​ຈະ​ບໍ່​ຕິດ.

    2. ນັ່ງ​ຢູ່​ເທິງເບາະ​ນັ່ງ, ໃສ່ເບ​ຣກ​ມື ແລະ ເຄື່ອນ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO ໄປ​ທີ່​ຕຳ​ແໜ່ງປິດ. ຍ້າຍ​ຄັນ​ໂຍກ​ຄວບ​ຄ​ຸມ​ການ​ເຄື່ອນ​ໄຫວ​ອອກ​ຈາກ​ຕຳ​ແໜ່ງ ລັອກ​ເກຍ​ຫວ່າງ. ລອງ​ຕິດ​ຈັກ; ຈັກ​ຈະ​ບໍ່​ຕິດ. ເຮັດ​ຊ້ຳ​ສຳ​ລັບ​ຄັນ​ໂຍກ​ຄວບ​ຄຸມອື່ນ.

    3. ນັ່ງ​ຢູ່​ເທິງເບາະ​ນັ່ງ, ໃສ່ເບ​ຣກ​ມື ແລະ ເຄື່ອນ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ໄປ​ທີ່​ຕຳ​ແໜ່ງປິດ ແລະ ຍ້າຍ​ຄັນຄວບ​ຄຸມ​ການ​ເຄື່ອນ​ໄຫວໄປທີ່ຕຳ​ແໜ່ງລັອກເກຍ​ຫວ່າງ. ຕອນນີ້ຕິດຈັກ. ຂະ​ນະ​ທີ່​ຈັກ​ກຳ​ລັງ​ແລ່ນ​ຢູ່, ປົດເບ​ຣກມື, ໃສ່​ສະ​ວິດ​ຄວບ​ຄຸມໃບມີດ (PTO) ແລະ ລຸກ​ຂຶ້ນ​ເບົາໆ​ຈາກບ່ອນນັ່ງ; ຈັກ​ຄວນ​ຈະ​ມອດ.

    4. ນັ່ງ​ຢູ່​ເທິງເບາະ​ນັ່ງ, ໃສ່ເບ​ຣກ​ມື ແລະ ເຄື່ອນ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ໄປ​ທີ່​ຕຳ​ແໜ່ງປິດ ແລະ ຍ້າຍ​ຄັນຄວບ​ຄຸມ​ການ​ເຄື່ອນ​ໄຫວໄປທີ່ຕຳ​ແໜ່ງລັອກເກຍ​ຫວ່າງ. ຕອນນີ້ຕິດຈັກ. ໃນ​ຂະ​ນະ​ທີ່​ຈັກ​ກຳ​ລັງ​ແລ່ນ, ຢູ່​ເຄິ່ງ​ກາງ​ການ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ ແລະ ເຄື່ອນ​ຍ້າຍ (ໄປ​ໜ້າ ຫຼື ຖອຍ​ຫຼັງ); ຈັກ​ຄວນ​ຈະ​ມອດ. ເຮັດ​ຊ້ຳການ​ຄວບ​ຄຸມ​ການ​ເຄື່ອນ​ໄຫວອື່ນໆ.

    5. ນັ່ງ​ຢູ່​ເທິງເບາະ​ນັ່ງ, ປົດເບ​ຣກ​ມື ແລະ ເຄື່ອນ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ໄປ​ທີ່​ຕຳ​ແໜ່ງປິດ ແລະ ຍ້າຍ​ຄັນຄວບ​ຄຸມ​ການ​ເຄື່ອນ​ໄຫວໄປທີ່ຕຳ​ແໜ່ງ ລັອກເກຍ​ຫວ່າງ. ລອງ​ຕິດ​ຈັກ; ຈັກ​ຈະ​ບໍ່​ຕິດ.

    ການ​ວາງ​ຕຳ​ແໜ່ງ​ເບາະ​ນັ່ງ

    ບ່ອນ​ນັ່ງ​ສາ​ມາດ​ເລື່ອນ​ໄປ​ທາງ​ໜ້າ ແລະ ທາງຫຼັງໄດ້ (ຮູບສະແດງ ). ໃຫ້​ຈັດຕຳ​ແໜ່ງ​ຕັ່ງ​ນັ່ງ​ບ່ອນ​ທີ່​ທ່ານ​ສາ​ມາດ​ຄວບ​ຄຸມຈັກ​ໄດ້​ດີ​ທີ່​ສຸດ ແລະ ສະ​ບາຍ​ທີ່​ສຸດ.

    artpending

    ການປ່ຽນ​ຊ່ວງ​ລ່າງບ່ອນ​ນັ່ງ

    ເຄື່ອງ​ຈັກ​ທີ່​ບໍ່​ມີ​ລະ​ບົບ​ກັນ​ສະບັດ MyRide™ ເທົ່າ​ນັ້ນ

    ເບາະ​ນັ່ງ​ສາ​ມາດ​ປັບ​ໄດ້​ເພື່ອ​ໃຫ້​ໄດ້​ການຂັບຂີ່ຄ່ອງ​ຕົວ ແລະ ສະ​ດວກ​ສະ​ບາຍ. ປັບຕຳ​ແໜ່ງ​ຕັ່ງ​ນັ່ງ​ບ່ອນ​ທີ່​ຮູ້​ສຶກທ່ານສະ​ບາຍທີ່​ສຸດ.

    ຫາກ​ຕ້ອງການ​ປັບ​ມັນ, ໝູນປຸ່ມ​ທີ່​ຢູ່ທາງ​ໜ້າ​ໄປ​ໃນທິດ​ທາງ​ໃດ​ກໍ່​ໄດ້​ເພື່ອໃຫ້​ມັນ​ສະ​ບາຍ​ທີ່​ສຸດ (ຮູບສະແດງ ).

    artpending

    ປັບ​ສ່ວນ​ປະ​ກອບ​ການ​ສະ​ເທືອນ​ດ້ານ​ຫຼັງ

    ເຄື່ອງ​ຈັກ​ທີ່ມີ​ລະ​ບົບ​ກັນ​ສະບັດ MyRide™ ເທົ່າ​ນັ້ນ

    ລະ​ບົບ​ກັນ​ສະ​ເທືອນ MyRide™ ປັບເພື່ອ​ໃຫ້​ໄດ້​ການຂັບຂີ່ຄ່ອງ​ຕົວ ແລະ ສະ​ດວກ​ສະ​ບາຍ. ທ່ານ​ສາ​ມາດ​ປັບ​ສ່ວນ​ປະ​ກອບ​ການ​ສະ​ເທືອນ​ດ້ານ​ຫຼັງ 2 ຕົວ​ເພື່ອ​ປ່ຽນ​ລະ​ບົບ​ກັນ​ສະ​ເທືອນ​ໄດ້​ຢ່າງ​ໄວ ແລະ ງ່າຍ. ປັບຕຳ​ແໜ່ງລະ​ບົບ​ກັນ​ສະ​ບັດບ່ອນ​ທີ່​ທ່ານຮູ້​ສຶກທ່ານສະ​ບາຍທີ່​ສຸດ.

    ຊ່ອງ​ສຳ​ລັບ​ສ່ວນ​ປະ​ກອບ​ການສະ​ເທືອນ​ດ້ານ​ຫຼັງ​ມີ​ຕຳ​ແໜ່ງຮັກ​ສາ​ໄວ້​ສຳ​ລັບ​ການ​ອ້າງ​ອີງ. ທ່ານ​ສາ​ມາດ​ປັບ​ຕຳ​ແໜ່ງ​ສ່ວນ​ປະ​ກອບ​ການ​ສະ​ເທືອນ​ດ້ານ​ຫຼັງ​ໄດ້​ທຸກ​ບ່ອນ​ຢູ່​ໃນ​ຊ່ອງ, ບໍ່​ພຽງ​ແຕ່​ຢູ່​ໃນ​ຕຳ​ແໜ່ງ​ຮັກ​ສາ​ໄວ້. ກ​ຣາ​ຟິກ​ຕໍ່​ໄປ​ນີ້​ສະ​ແດງ​ຕຳ​ແໜ່ງ​ສຳ​ລັບ​ການ​ຂີ່​ນຸ່ມນວນ ແລະ ໝັ້ນ​ທ່ຽງ ແລະ ຕຳ​ແໜ່ງ​ຮັກ​ສາ​ໄວ້​ຕ່າງໆ (ຮູບສະແດງ ).

    artpending

    Note: ໃຫ້​ແນ່​ໃຈ​ວ່າ​ສ່ວນ​ປະ​ກອບ​ການ​ສະ​ເທືອນ​ດ້ານ​ຊ້າຍ ແລະ ຂວາ​ຖືກ​ປັບ​ຫາ​ຕຳ​ແໜ່ງ​ເດີມ​ຢູ່​ສະ​ເໝີ.

    ປັບ​ສ່ວນ​ປະ​ກອບ​ການ​ສະ​ເທືອນ​ດ້ານ​ຫຼັງ (ຮູບສະແດງ ).

    artpendingartpending

    ໃນລະຫວ່າງການປະຕິບັດງານ

    ຄວາມປອດໄພໃນລະຫວ່າງການປະຕິບັດງານ

    ຄວາມປອດໄພທົ່ວໄປ

    • ເຈົ້າຂອງ/ຜູ້ປະຕິບັດງານສາມາດປ້ອງກັນ ແລະ ມີຄວາມຮັບຜິດຊອບຕໍ່ອຸບັດຕິເຫດທີ່ອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ຄວາມເສຍຫາຍທາງຊັບສິນ.

    • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ປະຕິບັດງານກັບເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

    • ຢ່າໃຊ້ເຄື່ອງຈັກໃນຂະນະທີ່ບໍ່​ສະ​ບາຍ, ອິດເມື່ອຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງສິ່ງ​ມຶນ​ເມົາ ຫຼື ສິ່ງເສບຕິດ.

    • ການ​ສຳ​ຜັດ​ໃບ​ມີດ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບຮຸນ​ແຮງ​ຕໍ່​ບຸກ​ຄົນ​ໄດ້. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ. ເມື່ອ​ທ່ານ​ບິດ​ກະ​ແຈ​ໄປ​ຕຳ​ແໜ່ງມອດ, ຈັກ​ຄວນ​ຈະ​ມອດ ແລະ ໃບ​ມີດ​ຄວນ​ຢຸດ. ຖ້າບໍ່​ດັ່ງ​ນັ້ນ, ໃຫ້ຢຸດ​ໃຊ້ເຄື່ອງຈັກທັນ​ທີ ແລະ ຕິດ​ຕໍ່​ຫາຕົວ​ແທນບໍ​ລິ​ການ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ.

    • ນຳ​ໃຊ້ເຄື່ອງຈັກພຽງແຕ່ໃນເວລາທີ່ທ່ານເບິ່ງເຫັນດີເທົ່ານັ້ນ ແລະ ມີສະພາບອາກາດທີ່ເໝາະສົມ. ຢ່າໃຊ້ເຄື່ອງຈັກເມື່ອມີຄວາມສ່ຽງຕໍ່ການເກີດຟ້າຜ່າ.

    • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກໜ່ວຍຕັດ. ຮັກສາບໍ່ໃຫ້ມີຊ່ອງເປີດລະບາຍອອກມາ.

    • ຢ່າ​ຕັດ​ຫຍ້າ​ໂດຍ​ທີ່​ມີຕົວ​ປັດ​ປ່ອຍ​ອອກຍົກ​ຂຶ້ນ, ຖືກ​ເອົາ​ອອກ​ໄປ ຫຼື ຖືກ​ດັດ​ແປງ, ນອກ​ຈາກວ່າ​ມີ​ລະ​ບົບ​ການ​ເກັບ​ຫຍ້າ ຫຼື ຊຸດ​ເຄື່ອງ​ມື​ຄຸມ​ດິນ​ຢູ່​ກັບ​ທີ່ ແລະ ໃຊ້​ງານ​ໄດ້​ຢ່າງ​ຖືກ​ຕ້ອງ.

    • ຢ່າຕັດ​ຫຍ້າ​ຖອຍ​ຫຼັງ, ນອກ​ຈາກວ່າມັນຈຳ​ເປັນແທ້ໆ. ໃຫ້​ເບິ່ງ​ລົງ​ລຸ່ມ ແລະ ເບິ່ງ​ທາງ​ຫຼັງ​ທ່ານ​ກ່ອນ​ທີ່​ຈະ​ຖອຍ​ເຄື່ອງ​ຈັກ​ຄືນ​ຫຼັງ.

    • ໃຊ້ຄວາມລະມັດລະວັງເປັນ​ພິ​ເສດໃນເວລາທີ່ເຂົ້າໄປໃນບໍລິເວນທີ່ເບິ່ງບໍ່ເຫັນ, ຟຸ່ມໄມ້, ຕົ້ນໄມ້ ຫຼື ວັດຖຸອື່ນໆທີ່ອາດຈະ​ບົດ​ບັງ​ວິວ​ຂອງ​ທ່ານ.

    • ຢຸດໃບ​ມີດທຸກຄັ້ງທີ່ທ່ານບໍ່ໄດ້ຕັດຫຍ້າ.

    • ຖ້າເຄື່ອງ​ຈັກ​ຕຳ​ກັບ​ວັດ​ຖຸ ຫຼື ເລີ່ມ​ສັ່ນ, ມອດຈັກທັນ​ທີ, ຖອດກະແຈອອກ (ຖ້າ​ຕິດ​ຕັ້ງ​ມາ​ນຳ) ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ກວດ​ກາ​ເບິ່ງ​ຄວາມ​ເສຍ​ຫາຍ​ຂອງ​ເຄື່ອງ​ຈັກ. ເຮັດການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະເລີ່ມ​ການ​ນຳ​ໃຊ້​ຕໍ່.

    • ຊ້າລົງ ແລະ ໃຊ້ຄວາມລະມັດລະວັງໃນເວລາທີ່ລ້ຽວ ແລະ ຂ້າມຖະໜົນ ແລະ ທາງຍ່າງທີ່​ຢູ່​ກັບເຄື່ອງຈັກ. ໃຫ້ຮ້ອງສະເໝີວ່າລະວັງລົດມາ.

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ປິດ​ການ​ສົ່ງ​ພະ​ລັງ​ງານ​ອອກ ແລະ ປ່ອຍສິ່ງທີ່ຕິດມານຳຕ່ຳ​ລົງ.

      • ໃສ່​ເບ​ຣກມື.

      • ມອດຈັກ ແລະ ຖອດກະແຈ.

      • ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດ.

    • ໃຊ້ງານເຄື່ອງຈັກຢູ່ໃນສະຖານທີ່ບ່ອນມີການລະບາຍອາກາດດີເທົ່ານັ້ນ. ທາດອາຍເສຍມີ​ສານຄາບອນມໍນັອກຊາຍທີ່ເປັນອັນຕະລາຍ, ຖ້າຫາຍໃຈເຂົ້າ.

    • ຢ່າປ່ອຍໃຫ້ເຄື່ອງຈັກແລ່ນໂດຍທີ່ບໍ່ມີຄົນຢູ່ນຳ.

    • ຕິດ​ອຸ​ປະ​ກອນ​ທີ່​ຖືກ​ລາກ​ແກ່​ໃສ່​ເຄື່ອງ​ຈັກ​ພຽງ​ແຕ່​ຢູ່​ທີ່​ຈຸດບ່ອນ​ລາກ​ເທົ່າ​ນັ້ນ.

    • ຢ່າໃຊ້ງານເຄື່ອງຈັກ, ນອກ​ຈາກວ່າເກາະ​ປ້ອງ​ກັນ ແລະ ເຄື່ອງ​ມື​ຄວາມ​ປອດ​ໄພ​ທັງ​ໝົດ​ເຊັ່ນ: ຕົວ​ປັດ ແລະ ຕົວ​ຈັບ​ຫຍ້າ​ທັງ​ໝົດຢູ່ກັບທີ່ ແລະ ເຮັດວຽກຢ່າງຖືກຕ້ອງ. ປ່ຽນ​ສ່ວນ​ທີ່​ສີກ​ຂາດ ຫຼື ເສື່ອມ​ສະ​ພາບ​ເມື່ອ​ຈຳ​ເປັນ.

    • ໃຊ້ອຸປະກອນເສີມ ແລະ ສິ່ງ​ທີ່​ຕິດ​ມາ​ນຳທີ່ອະ​ນຸ​ມັດໂດຍ Toro ເທົ່າ​ນັ້ນ.

    • ເຄື່ອງ​ຈັກ​ນີ້​ມີ​ສຽງ​ດັງ​ໃນ​ລະ​ດັບ​ທີ່ເກີນ 85 dBA ຢູ່​ທີ່​ຫູ​ຂອງ​ຜູ້​ຄວບ​ຄຸມ ແລະ ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ເສຍ​ຫູ​ໄດ້​ຜ່ານ​ການ​ໄດ້​ຮັບ​ສຽງ​ເປັນ​ເວ​ລາ​ດົນ​ນານ.

      artpending
    • ອະນາໄມຫຍ້າ ແລະ ຂີ້​ເຫຍື້ອຈາກໜ່ວຍຕັດ, ລໍ້, ທໍ່ໄອເສຍ ແລະ ຈັກເພື່ອຊ່ວຍປ້ອງກັນໄຟໄໝ້.

    • ຕິດ​ຈັກ​ດ້ວຍຕີນ​ຂອງ​ທ່ານ​ອອກ​ຫ່າງ​ຈາກ​ໃບ​ມີດໃຫ້​ດີ.

    • ລະ​ມັດ​ລະວັງ​ຊ່ອງ​ທາງ​ປ່ອຍ​ອອກ​ຂອງ​ຈັກ​ຕັດ​ຫຍ້າ ແລະ ການ​ປ່ອຍ​ອອກ​ໂດຍ​ກົງ​ໃຫ້​ຫ່າງ​ໄກ​ຈາກ​ຄົນ​ອື່ນ. ຫຼີກ​ລ່ຽງ​ການ​ປ່ອຍ​ວັດ​ຖຸ​ອອກ​ມາ​ຕຳ​ໃສ່​ຝາ ຫຼື ສິ່ງ​ກີດ​ຂວາງເພາະ​ວ່າວັດ​ຖຸ​ອາດ​ຈະ​ກະ​ເດັນ​ກັບ​ຄືນ​ມາ​ຍັງຫາ​ທ່ານ.

    • ຢຸດ​ໃບ​ມີດ, ຜ່ອນເຄື່ອງ​ຈັກໃຫ້​ຊ້າ​ລົງ ແລະ ໃຊ້ຄວາມ​ລະ​ມັດ​ລະ​ວັງເມື່ອ​ຂ້າມ​ພື້ນ​ຜິວ​ອື່ນ​ທີ່​ບໍ່​ແມ່ນ​ຫຍ້າ ຫຼື ເມື່ອ​ຂົນ​ສົ່ງ​ເຄື່ອງຈັກໄປ​ຫາ ແລະ ຈາກ​ພື້ນ​ທີ່ໃຊ້​ງານ.

    • ຢ່າປ່ຽນຄວາມ​ໄວຕົວບັນຊາຈັກ ຫຼື ເລັ່ງຄວາມໄວຈັກເກີນ.

    • ເດັກ​ນ້ອຍ​ມັກ​ຈະ​ຖືກ​ດຶງ​ດູດ​ໄປ​ຫາ​ເຄື່ອງ​ຈັກ ແລະ ກິດ​ຈະ​ກຳ​ການ​ຕັດ​ຫຍ້າ. ຢ່າ​ໄປ​ຄິດ​ວ່າ​ເດັກ​ນ້ອຍ​ຈະ​ຍັງ​ຄົງ​ຢູ່​ບ່ອນ​ເກົ່າ​ທີ່​ທ່ານ​ເຫັນ​ພວກ​ເຂົາ​ຄັ້ງ​ສຸດ​ທ້າຍ.

    • ໃຫ້​ເອົາ​ເດັກ​ນ້ອຍໆ​ອອກ​ໄປ​ຈາກ​ພື້ນ​ທີ່ເຮັດ​ວຽກ ແລະ ຢູ່​ພາຍ​ໃຕ້​ການ​ເບິ່ງ​ແຍງ​ດູ​ແລ​ຕິດ​ຕາມຂອງຜູ້​ໃຫຍ່​ທີ່​ຮັບ​ຜິດ​ຊອບຄົນ​ອື່ນ​ທີ່​ບໍ່​ແມ່ນຜູ້ຄວບ​ຄຸມ.

    • ລະ​ມັດ​ລະ​ວັງ ແລະ ມອດ​ເຄື່ອງ​ຈັກ, ຖ້າ​ເດັກ​ນ້ອຍ​ເຂົ້າ​ໄປ​ໃນ​ພື້ນ​ທີ່​ເຮັດ​ວຽກ.

    • ກ່ອນ​ຖອຍ​ກັບ​ຄືນ ຫຼື ລ້ຽວ​ເຄື່ອງ​ຈັກ, ໃຫ້​ເບິ່ງ​ລົງ​ໄປ ແລະ ເບິ່ງ​ຮອບໆ​ທັງ​ໝົດ​ເພື່ອ​ລະ​ວັງ​ເດັກ​ນ້ອຍໆ.

    • ຢ່າ​ເອົາ​ເດັກ​ນ້ອຍ​ຂຶ້ນ​ເທິງ​ເຄື່ອງ​ຈັກ, ແມ້​ແຕ່​ເມື່ອ​ໃບ​ມີດ​ບໍ່​ເຄື່ອນ​ໄຫວ. ເດັກ​ນ້ອຍ​ສາ​ມາດ​ຕົກ ແລະ ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ ຫຼື ເຮັດ​ໃຫ້​ທ່ານ​ບໍ່​ໃຊ້​ງານ​ເຄື່ອງ​ຈັກ​ໄດ້​ຢ່າງ​ປອດ​ໄພ. ເດັກ​ນ້ອຍຜູ້​ທີ່​ໃຫ້​ຂີ່​ນຳ​ຜ່ານ​ມາ​ສາ​ມາດ​ທີ່​ຈະ​ມາ​ປາ​ກົດ​ຕົວ​ຢູ່ໃນ​ບ່ອນ​ເຮັດ​ວຽກໂດຍ​ບໍ່​ມີ​ການ​ເຕືອນໄດ້ ແລະ ຖືກ​ເຄື່ອງ​ຈັກ​ຢຽບ ຫຼື ຖອຍ​ຢຽບ​ໄດ້.

    ຄວາມ​ປອດ​ໄພລະບົບປ້ອງກັນການປີ້ນ (ROPS)

    • ROPS ແມ່ນ​ອຸ​ປະ​ກອນ​ຄວາມ​ປອດ​ໄພ​ທີ່​ຈຳ​ເປັນ ແລະ ມີ​ປະ​ສິດ​ທິ​ພາບ. ຢ່າ​ດັດ​ແປງ ຫຼື ເອົາ ROPS ອອກ.

    • ບໍ່​ມີ​ການກັນ​ປີ້ນ​ເມື່ອ​ຄານກັນ​ກະ​ແທກຕ່ຳ​ລົງ.

    • ໃຫ້​ຄານ​ກັນ​ກະ​ແທກ​ຍົກ​ຂຶ້ນ​ຈົນ​ສຸດ ແລະ ຢູ່​ໃນ​ຕຳ​ແໜ່ງ​ລັອກ ແລະ ໃສ່ສາຍ​ແອວ​ນິ​ລະ​ໄພຢູ່​ສະ​ເໝີເມື່ອ​ຄານ​ກັນ​ກະ​ແທກ​ຍົກ​ຂຶ້ນ.

    • ໃຫ້​ແນ່​ໃຈ​ວ່າ​ສາຍ​ແອວ​ນິ​ລະ​ໄພ​ສາ​ມາດ​ປ່ອຍອ​ອກ​ໄດ້​ຢ່າງ​ໄວ​ໃນ​ກໍ​ລະ​ນີ​ສຸກ​ເສີນ.

    • ປ່ອຍຄານກັນກະ​ແທກຕ່ຳ​ລົງ​ພຽງ​ແຕ່​ເມື່ອ​ຈຳ​ເປັນ​ແທ້ໆ​ເທົ່າ​ນັ້ນ. ຢ່າ​ໃສ່ສາຍ​ແອວ​ນິລະ​ໄພໃນ​ເວ​ລາ​ທີ່​ຄານ​ກັນ​ກະ​ແທກຕ່ຳລົງ.

    • ຍົກ​ຄານ​ກັນ​ກະ​ແທກ​ຂຶ້ນ​ທັນ​ທີ​ທີ່​ໄລ​ຍະ​ຫ່າງ​ຈາກ​ພື້ນ​ອະ​ນຸ​ຍາດ.

    • ລໍ້​ຕົກ​ລົງ​ເທິງ​ຂອບ, ຄອງ, ຕາ​ຝັ່ງ​ຊັນ ຫຼື ນ້ຳ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ປີ້ນ, ເຊິ່ງ​ອາດ​ຈະ​ສົ່ງ​ຜົນ​ໃຫ້​ເກີດ​ການ​ບາດ​ເຈັບ ຫຼື ເສຍ​ຊີ​ວິດ​ໄດ້.

    • ກວດ​ເບິ່ງ​ໄລ​ຍະ​ຫ່າງ​ສິ່ງ​ກີດ​ຂວາງ​ເທິງ​ຫົວ​ຢ່າງ​ລະ​ມັດ​ລະວັງກ່ອນ​ທີ່​ຈະ​ຂັບ​ໄປ​ກ້ອງວັດ​ຖຸ​ໃດ​ໜຶ່ງ ແລະ ຢ່າ​ສຳ​ຜັດ​ພວກ​ມັນ.

    • ໃນ​ກໍ​ລະ​ນີ​ຂອງ​ການ​ປີ້ນ, ໃຫ້​ນຳ​ເອົາ​ເຄື່ອງ​ຈັກ​ໄປ​ຫາ​ຜູ້​ຈຳ​ໜ່າຍ​ສ້ອມ​ແປງ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ ແລະ ໃຫ້ກວດ​ກາ​ເບິ່ງ ROPS.

    • ປ່ຽນແທນສ່ວນປະກອບ ROPS ທີ່ເສຍຫາຍ. ຢ່າສ້ອມແປງ ຫຼື ດັດແປງມັນ.

    • ໃຊ້ອຸປະກອນເສີມ ແລະ ສິ່ງ​ທີ່​ຕິດ​ມາ​ນຳທີ່ຕິດ​ຕັ້ງ​ໃນ ROPS ທີ່ອະ​ນຸ​ມັດໂດຍ Toro ເທົ່າ​ນັ້ນ.

    ຄວາມປອດໄພໃນທາງຄ້ອຍຊັນ

    • ບ່ອນຄ້ອຍຊັນແມ່ນປັດໃຈຕົ້ນ​ຕໍທີ່ກ່ຽວຂ້ອງກັບການສູນເສຍການຄວບຄຸມ ແລະ ອຸບັດຕິເຫດໃນ​ການ​ພິກ​ປີ້ນ, ເຊິ່ງອາດຈະເຮັດໃຫ້ມີການບາດເຈັບສາ​ຫັດ ຫຼື ເສຍຊີວິດໄດ້. ຜູ້​ນຳ​ໃຊ້ມີໜ້າທີ່ຮັບຜິດຊອບໃນການປະຕິບັດງານໃນບ່ອນຄ້ອຍຊັນທີ່ປອດໄພ. ການໃຊ້ເຄື່ອງຈັກຢູ່ເທິງທາງຄ້ອຍຊັນໃດກໍ່ຕາມແມ່ນຕ້ອງມີຄວາມລະມັດລະວັງເປັນພິເສດ. ກ່ອນ​ນຳ​ໃຊ້ເຄື່ອງ​ຈັກຢູ່ບ່ອນ​ຄ້ອຍຊັນ, ໃຫ້​ເຮັດ​ດັ່ງ​ຕໍ່​ໄປ​ນີ້:

      • ທົບ​ທວນຄືນ ແລະ ທຳຄວາມເຂົ້າໃຈຄຳ​ແນະ​ນຳ​ຄວາມ​ຄ້ອຍ​ຊັນ​ຢູ່​ໃນ​ຄູ່​ມື ແລະ ໃນເຄື່ອງຈັກ.

      • ໃຊ້​ຕົວ​ຊີ້ບອກ​ມູມ​ເພື່ອ​ກຳ​ນົດ​ມູມ​ຄວາມ​ຊັນ​ໂດຍ​ປະ​ມານ​ຂອງ​ພື້ນ​ທີ່.

      • ຢ່າ​ໃຊ້​ງານໃນ​ບ່ອນ​ຄ້ອຍ​ຊັນ​ຫຼາຍກວ່າ 15°.

      • ປະເມີນສະພາບຂອງສະຖານທີ່ຂອງວັນເພື່ອກຳນົດວ່າຄວາມຄ້ອຍຊັນມີຄວາມປອດໄພຕໍ່ການດຳ​ເນີນ​ງານ​ຂອງ​ເຄື່ອງ​ຈັກຫຼືບໍ່. ໃຊ້​ສາມັນ​ສຳ​ນຶກທົ່ວໄປ ແລະ ການຕັດສິນໃຈທີ່ດີໃນເວລາທີ່ດຳເນີນການປະ​ເມີນນີ້. ການປ່ຽນແປງຂອງພູມສັນຖານເຊັ່ນ: ຄວາມ​ຊຸ່ມ​ສາ​ມາດ​ມີ​ຜົນ​ກະ​ທົບ​ຕໍ່​ການ​ໃຊ້​ງານ​ຂອງ​ເຄື່ອງ​ຈັກ​ຢ່າງ​ໄວ​ໃນ​ຄວາມ​ຄ້ອຍຊັນ.

    • ລະ​ບຸຄວາມອັນຕະລາຍຢູ່ທີ່ຖານຂອງທາງຄ້ອຍຊັນ. ຢ່າໃຊ້ງານເຄື່ອງຈັກຢູ່ໃກ້ຈຸດຕົກ, ຄອງນ້ຳ, ຄັນຄູ, ອັນຕະລາຍທາງນໍ້າ ຫຼື ອື່ນໆ. ເຄື່ອງຈັກດັ່ງກ່າວສາມາດກິ້ງໄດ້ຢ່າງກະທັນຫັນ, ຖ້າຫາກວ່າລໍ້ແລ່ນຂ້າມຂອບ ຫຼື ຂອບຕົກ​ເຂົ້າໃນ. ຮັກ​ສາ​ໄລ​ຍະ​ຫ່າງ​ທີ່​ປອດ​ໄພ (ສອງ​ເທົ່າ​ລວງກວ້າງ​ເຄື່ອງ​ຈັກ) ລະ​ຫວ່າງ​ເຄື່ອງ​ຈັກ ແລະ ອັນ​ຕະ​ລາຍ​ອື່ນໆ. ໃຊ້​ເຄື່ອງ​ຈັກ​ຍ່າງ​ຕາມ​ຫຼັງ ຫຼື ເຄື່ອງ​ຕັດ​ແຕ່ງ​ດ້ວຍມື​ເພື່ອ​ຕັດ​ຫຍ້າ​ຢູ່​ໃນ​ພື້ນ​ທີ່​ເຫຼົ່າ​ນີ້.

    • ຫຼີກລ່ຽງການຕິດ​ຈັກ, ມອດ​ຈັກ ຫຼື ລ້ຽວເຄື່ອງຈັກຕາມທາງຄ້ອຍຊັນ. ຫຼີກລ່ຽງການປ່ຽນແປງຄວາມໄວ ຫຼື ທິດທາງຢ່າງກະທັນຫັນ; ລ້ຽວ​ຊ້າໆ ແລະ ເທື່ອ​ລະ​ໜ້ອຍ.

    • ຢ່າໃຊ້ງານເຄື່ອງຈັກພາຍໃຕ້ສະພາບການທີ່ການເຄື່ອນທີ່, ລ້ຽວ ຫຼື ມີ​ຄວາມ​ສົງ​ໄສ​ໃນ​ຄວາມ​ທ່ຽງ. ລະວັງວ່າການເຮັດວຽກຂອງເຄື່ອງຈັກໃນຫຍ້າທີ່ຊຸ່ມ, ຂ້າມທາງຄ້ອຍຊັນ ຫຼື ທາງລົງພູອາດຈະເຮັດໃຫ້ເຄື່ອງຈັກສູນເສຍການຄວບຄຸມ. ການ​ສູນ​ເສຍ​ການ​ລາກໃສ່​ລໍ້​ຂັບ​ເຄື່ອນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ມື່ນ​ໄຫຼ ແລະ ການ​ສູນ​ເສຍ​ການ​ເບ​ຣກ ແລະ ການ​ຄວບ​ຄຸມພວງ​ມະ​ໄລ. ເຄື່ອງ​ຈັກ​ສາ​ມາດ​ໄຫຼ​ໄປ​ໄດ້, ເຖິງ​ແມ່ນ​ວ່າລໍ້ຂັບ​ເຄື່ອນຢຸດແລ້ວ.

    • ກຳ​ຈັດ ຫຼື ໃສ່ເຄື່ອງໝາຍສິ່ງ​ກີດ​ຂວາງຕ່າງໆເຊັ່ນ: ຮ່ອງ, ຂຸມ, ຮອຍແຕກ, ກ້ອນຫີນ ຫຼື ອັນຕະລາຍອື່ນໆທີ່ເຊື່ອງໄວ້. ຫຍ້າທີ່ສູງສາມາດປິດ​ບັງສິ່ງກີດຂວາງຕ່າງໆໄດ້. ພູມສັນຖານທີ່ບໍ່ລຽບສາມາດເຮັດ​ໃຫ້ເຄື່ອງຈັກປີ້ນໄດ້.

    • ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ເປັນ​ພິ​ເສດ​ໃນ​ຂະ​ນະ​ທີ່​ໃຊ້​ງານກັບ​ອຸ​ປະ​ກອນ​ເສີມ ຫຼື ສິ່ງ​ທີ່​ຕິດ​ມາ​ນຳ​ເຊັ່ນ: ລະ​ບົບ​ການ​ເກັບ​ຫຍ້າ. ສິ່ງ​ເຫຼົ່າ​ນີ້​ສາ​ມາດ​ປ່ຽນ​ແປງ​ຄວາມ​ທ່ຽງ​ຂອງ​ເຄື່ອງ​ຈັກ ແລະ ເຮັດ​ໃຫ້​ເກີດ​ການ​ສູນ​ເສຍ​ການ​ຄວບ​ຄຸມ. ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳ​ສຳ​ລັບ​ການ​ຖ່ວງ​ນ້ຳ​ໜັກ.

    • ຖ້າເປັນໄປໄດ້, ໃຫ້ປ່ອຍພື້ນຕ່ຳລົງຢູ່ພື້ນດິນໃນຂະນະທີ່ປະຕິບັດຢູ່ຕາມທາງຄ້ອຍຊັນ. ການຍົກພື້ນຂຶ້ນໃນຂະນະທີ່ປະຕິບັດງານຕາມທາງຄ້ອຍຊັນສາມາດເຮັດໃຫ້ເຄື່ອງຈັກບໍ່ທ່ຽງ.

    artpending

    ຄວາມ​ປອດ​ໄພ​ການ​ລາກ

    • ຢ່າ​ຕິດ​ອຸ​ປະ​ກອນ​ລາກ​ໃສ່, ຍົກ​ເວັ້ນ​ຢູ່​ຈຸດ​ບ່ອນ​ລາກ.

    • ຢ່າ​ນຳ​ໃຊ້​ເຄື່ອງ​ຈັກ​ເປັນ​ພາ​ຫະ​ນະ​ລາກ​ແກ່, ນອກ​ຈາກວ່າ​ມັນ​ມີບ່ອນ​ລາກ​ຕິດ​ຕັ້ງ​ມາ.

    • ຢ່າ​ໃຫ້​ເກີນນ້ຳ​ໜັກ​ລາກ​ທັງ​ໝົດ.

    • ຢ່າ​ປ່ອຍ​ໃຫ້​ເດັກ​ນ້ອຍ ຫຼື ຜູ້​ອື່ນໆ​ຢູ່​ໃກ້ອຸ​ປະ​ກອນ​ລາກ.

    • ຢູ່​ບ່ອນ​ຄ້ອຍ​ຊັ້ນ, ນ້ຳ​ໜັກ​ຂອງ​ອຸ​ປະ​ກອນ​ລາກ​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ສູນ​ເສຍ​ແຮງ​ດຶງ, ເພີ່ມ​ຄວາມ​ສ່ຽງ​ຂອງ​ການ​ປີ້ນ ແລະ ການ​ເສຍ​ການ​ຄວບ​ຄຸມ. ຫຼຸດ​ນ້ຳ​ໜັກ​ລາກ​ລົງ ແລະ ເຮັດ​ໃຫ້​ຊ້າ​ລົງ.

    • ໄລ​ຍະ​ຫ່າງ​ການ​ຢຸດ​ອາດ​ຈະ​ເພີ່ມ​ຂຶ້ນ​ຕາມ​ນ້ຳ​ໜັກ​ຂອງ​ການ​ບັນ​ຈຸ​ລາກ. ເຄື່ອນ​ໄປ​ຊ້າໆ ແລະ ປ່ອຍ​ໃຫ້​ມີ​ໄລ​ຍະ​ທາງ​ພິ​ເສດຕື່ມເພື່ອ​ຢຸດ.

    • ເຮັດ​ການ​ລ້ຽວ​ໃນມູມກວ້າງ​ເພື່ອ​ໃຫ້​ສິ່ງ​ທີ່​ຕິດ​ມາ​ນຳ​ຫ່າງ​ຈາກ​ເຄື່ອງ​ຈັກ.

    ການ​ເຂົ້າ​ຫາ​ຕຳ​ແໜ່ງ​ຂອງ​ຜູ້​ໃຊ້

    ໃຊ້​ພື້ນ​ຈັກ​ຕັດ​ຫຍ້າ​ເປັນ​ຂັ້ນ​ໄດຢຽບ​ເພື່ອ​ເຂົ້າ​ໄປ​ໃນ​ຕຳ​ແໜ່ງ​ຂອງ​ຜູ້​ໃຊ້ (ຮູບສະແດງ ).

    artpending

    ໃສ່ເບ​ຣກມື

    ໃສ່ເບຣກມືຢູ່​ສະ​ເໝີ​ເມື່ອທ່ານ​ຢຸດ​ເຄື່ອງ​ຈັກ ຫຼື ປ່ອຍ​ມັນ​ໄວ້​ໂດຍ​ບໍ່​ມີ​ຜູ້​ເບິ່ງ.

    ໃສ່​ເບ​ຣກ​ມື

    ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    artpending

    ການປົດເບ​ຣກມື

    artpending

    ການໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດເຄື່ອງ​ຕັດ​ຫຍ້າ (PTO)

    ສະ​ວິດຄວບ​ຄຸມ​ໃບ​ມີດ (PTO) ຕິດຂຶ້ນ ແລະ ຢຸດໃບ​ມີດ​ເຄື່ອງ​ຕັດ​ຫຍ້າ ແລະ ອຸ​ປະ​ກອນ​ເສີມໃຊ້​ຕິດ​ຈັກໃດ​ໜຶ່ງ.

    ການໃສ່ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO)

    Note: ການໃສ່ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ດ້ວຍ​ຕຳ​ແໜ່ງ​ຄັນ​ເລັ່ງ​ຢູ່​ເຄິ່ງ​ໜຶ່ງ ຫຼື ໜ້ອຍກວ່າ​ເຮັດ​ໃຫ້​ເກີດ​ການ​ຫຼຸ້ຍ​ຫ້ຽນ​ຕໍ່​ສາຍ​ພານ​ຂັບ​ເຄື່ອນ​ເກີນ​ຂະ​ໜາດ.

    artpending

    ການປົດສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO)

    artpending

    ການ​ໃຊ້​ງ​ານຄັນ​ເລັ່ງ

    ທ່ານ​ສາ​ມາດ​ເຄື່ອນ​ການ​ຄວບ​ຄຸມ​ຄັນ​ເລັ່ງ​ໄປ​ໄດ້​ລະ​ຫວ່າງຕຳ​ແໜ່ງໄວ ແລະ ຊ້າ (ຮູບສະແດງ ).

    ໃຊ້​ຕຳ​ແໜ່ງໄວຢູ່​ສະ​ເໝີ​ເມື່ອ​ໃສ່ PTO.

    artpending

    ການ​ໃຊ້​ງານເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ)

    ໃຊ້ເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ) ເພື່ອ​ຕິດ​ຈັກ​ທີ່ເຢັນ.

    1. ດຶງ​ປຸ່ມ​ຊົກ​ຂຶ້ນ​ເພື່ອເປີດເຄື່ອງ​ຄຸມ​ອາ​ກາດ​ເຂົ້າ​ຈັກ (ຊົກ) ກ່ອນ​ໃຊ້​ສະ​ວິດ​ກະ​ແຈ (ຮູບສະແດງ ).

    2. ຊຸກ​ປຸ່ມ​ຊົກ​ລົງ​ເພື່ອປິດ​ເຄື່ອງ​ຄວບ​ຄຸມ​ອາ​ກາດ​ເຂົ້າ​ຈັກ (ຊົກ) ຫຼັງ​ຈາກ​ຈັກ​ຕິດ​ແລ້ວ (ຮູບສະແດງ ).

      artpending

    ການຕິດຈັກ

    Note: ຈັກ​ອຸ່ນ ຫຼື ຮ້ອນ​ອາດ​ຈະ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ເຄື່ອງ​ຄວບ​ຄຸມ​ອາ​ກາດ​ເຂົ້າ​ຫາ​ຈັກ (ຊົກ).

    Important: ຢ່າເປີດ​ໃຊ້ຕົວຕິດ​ຈັກເປັນ​ເວ​ລາ​ຫຼາຍກວ່າ 5 ວິ​ນາ​ທີໃນ​ແຕ່​ລະ​ຄັ້ງ. ການ​ໃສ່ໄດ​ສະ​ຕັດເປັນ​ເວ​ລາ​ຫຼາຍກວ່າ 5 ວິ​ນາ​ທີ​ສາ​ມາດ​ເຮັດ​ໃຫ້ໄດ​ສະ​ຕັດເປ່​ເພ​ໄດ້. ຖ້າ​ຈັກ​ບໍ່​ຕິດ, ລໍ​ຖ້າ 10 ວິ​ນາ​ທີ​ກ່ອນ​ເປີດ​ໄດ​ສະ​ຕັດ​ຈັກ​ອີກ.

    artpending

    ການມອດຈັກ

    ຂໍ້ຄວນລະວັງ

    ເດັກ​ນ້ອຍ ຫຼື ຜູ້​ຢືນ​ທາງ​ຂ້າງ​ອາດ​ໄດ້​ຮັບ​ບາດ​ເຈັບ ຖ້າ​ຫາກ​ພວກ​ເຂົາ​ຍ້າຍ ຫຼື ພະ​ຍາ​ຍາມ​ໃຊ້​ງານ​ເຄື່ອງ​ຈັກ​ເມື່ອບໍ່​ມີ​ໃຫ້​ດູ​ແລ.

    ໃຫ້ຖອດ​ກະ​ແຈຢູ່​ສະ​ເໝີ ແລະ ໃສ່​ເບ​ຣກມືເມື່ອປະ​ເຄື່ອງ​ຈັກ​ໄວ້​ໂດຍ​ບໍ່​ມີ​ຜູ້​ເຝົ້າ​ເບິ່ງ.

    artpending

    ການ​ໃຊ້ຄັນ​ໂຍກ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ

    artpending

    ການຂັບ​ເຄື່ອນເຄື່ອງຈັກ

    ລໍ້​ຂັບ​ເຄື່ອນ​ລ້ຽວ​ຢ່າງ​ເສ​ລີ, ໄດ້​ຮັບ​ກຳ​ລັງ​ໄຟ​ໂດຍມໍ​ເຕີ້ໄຮ​ໂດຼ​ລິກໃນ​ແຕ່​ລະ​ແກນ. ທ່ານ​ສາ​ມາດ​ລ້ຽວ 1 ດ້ານ​ໃນ​ການ​ຖອຍຫຼັງ​ໃນ​ຂະ​ນະ​ທີ່​ທ່ານ​ລ້ຽວ​ດ້ານ​ອື່ນ​ໄປ​ໜ້າ, ເຮັດ​ໃຫ້​ເຄື່ອງ​ຈັກ​ປິ່ນ​ແທນ​ທີ່​ຈະ​ລ້ຽວ. ນີ້​ຈະ​ເພີ່ມ​ການ​ຄ່ອງ​ຕົວ​ຂອງ​ເຄື່ອງ​ຈັກ​ໄດ້​ຫຼາຍ, ແຕ່​ອາດ​ຈະ​ຕ້ອງ​ໃຊ້​ເວ​ລາ​ເພື່ອ​ໃຫ້​ທ່ານ​ປັບ​ເຂົ້າ​ກັບ​ວິ​ທີ​ມັນ​ເຄື່ອນ​ຍ້າຍ.

    ລະ​ບົບ​ຄວບ​ຄຸມ​ຄັນ​ເລັ່ງ​ຄວບ​ຄຸມ​ຄວາມ​ໄວ​ຂອງ​ຈັກ​ດັ່ງ​ທີ່​ໄດ້​ວັດ​ເປັນ​ຮອບ​ຕໍ່​ນາ​ທີ (ຮອບ​ຕໍ່​ນາ​ທີ). ວາງ​ລະ​ບົບ​ຄວບ​ຄຸມຄັນເລັ່ງໄປທີ່ຕຳແໜ່ງໄວເພື່ອ​ໃຫ້​ໄດ້​ປະ​ສິດ​ທິ​ພາບ​ການ​ເຮັດ​ວຽກ​ດີ​ທີ່​ສຸດ. ໃຊ້​ງານ​ຢູ່ໃນ​ຕຳ​ແໜ່ງຄັນ​ເລັ່ງເຕັມຢູ່ສະ​ເໝີເມື່ອຕັດ​ຫຍ້າ.

    ຄຳເຕືອນ

    ເຄື່ອງ​ຈັກ​ຄວນ​ຈະ​ປິ່ນ​ຢ່າງ​ໄວ​ທີ່​ສຸດ. ທ່ານ​ອາດ​ຈະ​ເສຍການຄວບ​ຄຸມ​ເຄື່ອງ​ຈັກ ແລະ ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສ່ວນ​ຕົວ ຫຼື ເຮັດ​ໃຫ້​ເຄື່ອງ​ຈັກ​ເປ່​ເພ​ໄດ້.

    • ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ໃນ​ເວ​ລາ​ທີ່ລ້ຽວ​ເຄື່ອງ​ຈັກ.

    • ຂັບ​ຂີ່​ເຄື່ອງ​ຈັກໃຫ້​ຊ້າລົງກ່ອນ​ໜ້າ​ທີ່​ຈະ​ລ້ຽວ​ລົດ​ທາງ​ໂຄ້ງ.

    ການ​ຂັບ​ໄປ​ທາງ​ໜ້າ

    Note: ຈັກມອດເມື່ອທ່ານເຄື່ອນການ​ຄວບ​ຄຸມ​ການຂັບເຄື່ອນດ້ວຍການໃສ່ເບ​ຣກມື.

    ເພື່ອ​ຢຸດ​ເຄື່ອງ​ຈັກ, ດຶງ​ຄັນ​ຄວບ​ຄຸມການ​ເຄື່ອນ​ໄຫວໄປ​ຫາຕຳ​ແໜ່ງເກຍ​ຫ​ວ່າງ.

    1. ປົດເບ​ຣກມື.

    2. ເຄື່ອນຄັນຄວບ​ຄຸມ​ການ​ເຄື່ອນ​ໄຫວໄປຫາ​ຕຳ​ແໜ່ງ​ປົດ​ລັອກ​ເຄິ່ງ​ກາງ.

    3. ເພື່ອໄປ​ທາງ​ໜ້າ, ຍູ້​ຄັນຄວບ​ຄຸມ​ການ​ເຄື່ອນ​ໄຫວ​ໄ​ປ​ທາງ​ໜ້າ​ຢ່າງ​ຊ້າໆ (ຮູບສະແດງ ).

      artpending

    ການ​ຂັບ​ຖອຍ​ຫຼັງ

    1. ເຄື່ອນຄັນຄວບ​ຄຸມ​ການ​ເຄື່ອນ​ໄຫວໄປຫາ​ຕຳ​ແໜ່ງ​ປົດ​ລັອກ​ເຄິ່ງ​ກາງ.

    2. ເພື່ອຖອຍ​ຫຼັງ, ດຶງຄັນຄວບ​ຄຸມ​ການ​ເຄື່ອນ​ໄຫວຄືນ​ຫຼັງຢ່າງ​ຊ້າໆ (ຮູບສະແດງ ).

      artpending

    ການ​ໃຊ້​ການ​ປ່ອຍ​ອອກ​ດ້ານ​ຂ້າງ

    ເຄື່ອງ​ຕັດ​ຫຍ້າ​ມີ​ຕົວ​ປັດ​ຫຍ້າ​ຕິດ​ຫ້ອຍ​ໄວ້​ທີ່​ເຮັດ​ໃຫ້​ຫຍ້າ​ທີ່​ຕັດ​ກະ​ຈັດ​ກະ​ຈາຍ​ອອກ​ໄປ​ດ້ານ​ຂ້າງ ແລະ ລົງ​ລຸ່ມ​ໄປ​ຫາ​ສະ​ໜາມ​ຫຍ້າ.

    ອັນຕະລາຍ

    ໂດຍ​ທີ່​ບໍ່​ມີ​ຕົວ​ປັດ​ຫຍ້າ, ຝາ​ປົກ​ປ່ອຍ​ອອກ ຫຼື ການ​ປະ​ກອບ​ຕົວ​ຈັບ​ຫຍ້າ​ສົມ​ບູນ​ຕິດ​ຢູ່​ໃນ​ເຄື່ອງ, ທ່ານ ແລະ ຄົນ​ອື່ນໆ​ຈະ​ສ່ຽງ​ຕໍ່​ກັບ​ການ​ສຳ​ຜັດ​ໃບ​ມີດ ແລະ ເສດ​ຂີ້​ເຫຍື້ອ​ທີ່ຟົ້ງ​ອອກ​ມາ. ການ​ສຳ​ຜັດ​ກັບ​ໃບ​ມີດ​ຈັກ​ຕັດ​ຫຍ້າ​ທີ່​ປິ່ນ​ຢູ່ ແລະ ເສດ​ຂີ້​ເຫຍື້ອ​ທີ່​ຟົ້ງ​ອອກ​ມາ​ຈະ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ ຫຼື ເສຍ​ຊີ​ວິດ​ໄດ້.

    • ຢ່າ​ເອົາຕົວ​ປັດ​ຫຍ້າ​ອອກ​ໄປ​ຈາກ​ພື້ນຈັກ​ຕັດ​ຫຍ້າ​ເພາະ​ວ່າ​ຕົວ​ປັດ​ຫຍ້າ​ກຳ​ນົດ​ທິດ​ທາງ​ໃຫ້​ສິ່ງ​ທີ່​ຕັດ​ຕົກ​ລົງ​ໄປ​ຍັງ​ສະ​ໜາມ​ຫຍ້າ. ຖ້າ​ຕົວ​ປັດ​ຫຍ້າ​ເປ່​ເພ, ໃຫ້​ປ່ຽນອັນ​ໃໝ່​ໃສ່​ທັນ​ທີ.

    • ຢ່າ​ເອົາ​ມື ຫຼື ຕີນ​ຂອງ​ທ່ານ​ເຂົ້າ​ໄປ​ກ້ອງພື້ນຈັກ​ຕັດ​ຫຍ້າ ພື້ນ.

    • ຢ່າ​ພະ​ຍາ​ຍາມ​ອະ​ນາ​ໄມ​ບ່ອນ​ປ່ອຍ​ອອກ ຫຼື ໃບ​ມີດເຄື່ອງ​ຕັດ​ຫຍ້າ, ນອກ​ຈາກວ່າ​ທ່ານ​ຍ້າຍສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ໄປ​ທີ່​ຕຳ​ແໜ່ງປິດ, ໝູນສະ​ວິດກະ​ແຈໄປທີ່ຕຳແໜ່ງປິດ ແລະ ຖອດກະ​ແຈອອກຈາກ​ສະ​ວິດ​ກະ​ແຈ.

    • ໃຫ້​ແນ່​ໃຈ​ວ່າ​ຕົວ​ປັດ​ຫຍ້າ​ຢູ່​ໃນ​ຕຳ​ແໜ່ງ​ລົງ​ລຸ່ມ.

    ການປັບຄວາມສູງຂອງການຕັດ

    ສຳ​ລັບ​ເຄື່ອງ​ຈັກ​ທີ່​ມີ​ແຜ່ນ​ຢຽບ​ຍົກ​ພື້ນ​ຂຶ້ນ

    ການ​ໃຊ້ລັອກຂົນ​ສົ່ງ

    1. ຊຸກແຜ່ນ​ຢຽບຍົກພື້ນຂຶ້ນໄປ​ທາງ​ໜ້າ​ໃຫ້​ສຸດ​ເພື່ອ​ລັອກ​ພື້ນ​ຈັກ​ຕັດ​ຫຍ້າ​ຢູ່​ໃນ​ຕຳ​ແໜ່ງຂົນສົ່ງ (ຮູບສະແດງ ).

    2. ຊຸກແຜ່ນ​ຢຽບ​ຍົກ​ພື້ນ​ຂຶ້ນ​ໄປ​ທາງ​ໜ້າ ແລະ ຊຸກ​ລັອກ​ຂົນ​ສົ່ງ​ໄປ​ທາງ​ໜ້າ​ຫາ​ຕຳ​ແໜ່ງປົດ​ລັອກ, ຈາກ​ນັ້ນປ່ອຍ​ພື້ນ​ຈັກ​ຕັດ​ຫຍ້າ​ຕ່ຳ​ລົງຢ່າງ​ຊ້າໆ (ຮູບສະແດງ ).

      artpending

    ການປັບສະ​ຫຼັກຄວາມສູງຂອງການຕັດ

    ທ່ານ​ສາ​ມາດ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ​ຈາກ 38 ເຖິງ 140 ມມ (1-½ ເຖິງ 5-½ ນິ້ວ) ໃນ 6 ມມ (¼ ນິ້ວ) ເພີ່ມ​ຂຶ້ນ​ໂດຍ​ການປ່ຽນ​ບ່ອນ​ກິບ​ລັອກເຂົ້າ​ໄປ​ໃນ​ຕຳ​ແໜ່ງ​ຮູ​ອື່ນ.

    1. ຊຸກແຜ່ນ​ຢຽບຍົກພື້ນຂຶ້ນໄປ​ທາງ​ໜ້າ​ໃຫ້​ສຸດ​ເພື່ອ​ລັອກ​ພື້ນ​ຈັກ​ຕັດ​ຫຍ້າ​ຢູ່​ໃນ​ຕຳ​ແໜ່ງຂົນສົ່ງ (ທັງ​ຕຳ​ແໜ່ງ​ຄວາມ​ສູງ​ການ​ຕັດ 140 ມມ/5-½ ນິ້ວ​ນຳ​ອີກ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    2. ເພື່ອປັບ, ເອົາສະ​ຫຼັກອອກ​ຈາກລາງ​ຢຶດຄວາມ​ສູງ​ຂອງ​ການ​ຕັດ (ຮູບສະແດງ ).

    3. ເລືອກ​ຮູ​ຢູ່​ໃນລາງ​ຢືດ​ຄວາມ​ສູງ​ຂອງ​ການ​ຕັດ​ໃຫ້​ໄດ້​ຕາມ​ຄວາມ​ສູງ​ຂອງ​ການ​ຕັດ​ທີ່​ຕ້ອງ​ການ ແລະ ສອດ​ສະ​ຫຼັກ​ເຂົ້າ​ໄປ (ຮູບສະແດງ ).

    4. ຊຸກແຜ່ນ​ຢຽບ​ຍົກ​ພື້ນ​ຂຶ້ນ​ໄປ​ທາງ​ໜ້າ, ຊຸກ​ລັອກ​ຂົນ​ສົ່ງ​ໄປ​ທາງ​ໜ້າ ແລະ ປ່ອຍ​ພື້ນ​ຈັກ​ຕັດ​ຫຍ້າ​ຕ່ຳ​ລົງຢ່າງ​ຊ້າໆ.

      artpending

    ການປັບຄວາມສູງຂອງການຕັດ

    ສຳ​ລັບ​ເຄື່ອງ​ຈັກ​ທີ່​ມີ​ລິບ​ຍົກ​ພື້ນ​ໄຟ​ຟ້າ
    1. ຊຸກ​ສະ​ວິດ​ຍົກ​ພື້ນ​ຂຶ້ນ (ຮູບສະແດງ ).

      artpending
    2. ເລືອກ​ຮູ​ຢູ່​ໃນລາງ​ຢືດ​ຄວາມ​ສູງ​ຂອງ​ການ​ຕັດ​ໃຫ້​ໄດ້​ຕາມ​ຄວາມ​ສູງ​ຂອງ​ການ​ຕັດ​ທີ່​ຕ້ອງ​ການ ແລະ ສອດ​ສະ​ຫຼັກ​ເຂົ້າ​ໄປ (ຮູບສະແດງ ).

    3. ຊຸກ​ສະ​ວິດ​ຍົກ​ພື້ນ​ລົງ​ຈົນ​ກວ່າ​ເຄື່ອງ​ເຊື່ອມ​ຕໍ່​ຄວາມ​ສູງ​ຂອງ​ການ​ຕັດ​ສຳ​ຜັດ​ກັບ​ສະ​ຫຼັກ​ຄວາມ​ສູງ​ຂອງ​ການ​ຕັດ (ຮູບສະແດງ ).

      Note: ການ​ສຳ​ຜັດ​ລະ​ຫວ່າງ​ເຄື່ອງ​ເຊື່ອມ​ຕໍ່​ຄວາມ​ສູງ​ຂອງ​ການ​ຕັດ ແລະ ສະ​ຫຼັກ​ຄວາມ​ສູງ​ຂອງ​ການ​ຕັດ​ຫຼາຍ​ເກີນ​ໄປ​ສາ​ມາດ​ມີ​ຜົນ​ກະ​ທົບ​ທາງ​ລົບ​ກັບ​ຄວາມ​ສູງ​ຂອງ​ການ​ຕັດ ແລະ ການ​ປັບ​ລະ​ດັບພື້ນ​ເຄື່ອງ​ຕັດ​ຫຍ້າ.

      artpending

    ການ​ປັບ​ລູກ​ລໍ້ກິ້ງ

    ເມື່ອ​ທ່ານ​ປ່ຽນ​ຄວາມ​ສູງ​ຂອງ​ການ​ຕັດ, ປັບ​ຄວາມ​ສູງ​ຂອງ​ລູກ​ລໍ້ກິ້ງ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ປັບ​ລູກ​ລໍ້ກິ້ງຕາມ​ຮູບສະ​ແດງ​ຢູ່​ໃນ ຮູບສະແດງ , ຮູບສະແດງ ແລະ ຮູບສະແດງ .

      artpending
      artpending
      artpending

    ຄຳແນະນຳໃນການປະຕິບັດງານ

    ການໃຊ້​ການຕັ້ງ​ຄ່າ​ຄັນ​ເລັ່ງ​ໄວ

    ສຳ​ລັບ​ການ​ຕັດ​ຫຍ້າ​ໄດ້​ດີ​ທີ່​ສຸດ ແລະ ການ​ໝູນ​ວຽນ​ຂອງ​ອາ​ກາດໄດ້​ສູງ​ສຸດ, ໃຊ້​ງານ​ຈັກ​ຢູ່​ທີ່​ຕຳ​ແໜ່ງໄວ. ຈຳ​ເປັນ​ຕ້ອງ​ມີ​ອາ​ກາດ​ເພື່ອ​ຕັດຫຍ້າທີ່​ຕັດ​ອອກ​ຢ່າງ​ທົ່ວ​ເຖິງ, ດັ່ງ​ນັ້ນ​ຢ່າ​ຕັ້ງ​ຄ່າ​ຄວາມ​ສູງ​ຂອງ​ການ​ຕັດ​ຕ່ຳ​ຫຼາຍ​ຕາມ​ທີ່​ຢູ່​ຮອບ​ພື້ນ​ຈັກ​ຕັດ​ຫຍ້າ​ທັງ​ໝົດ​ຢູ່​ໃນ​ຫຍ້າ​ບໍ່​ໄດ້​ຕັດ. ພະ​ຍາ​ຍາມ​ໃຫ້ 1 ດ້ານ​ຂອງ​ພື້ນ​ຈັກ​ຕັດ​ຫຍ້າ​ບໍ່​ມີ​ຫຍ້າ​ບໍ່​ໄດ້​ຕັດ​ຢູ່​ສະ​ເໝີ, ເຊິ່ງ​ປ່ອຍ​ໃຫ້​ອາ​ກາດ​ຖືກ​ດຶງ​ໄປ​ໃນ​ພື້ນ​ຈັກ​ຕັດ​ຫຍ້າ.

    ການສະ​ໜາມ​ຫຍ້າເປັນ​ຄັ້ງ​ທຳ​ອິດ

    ຕັດ​ຫຍ້າ​ໃຫ້​ຍາວກວ່າ​ປົກ​ກະ​ຕິ​ເລັກ​ນ້ອຍ​ເພື່ອ​ຮັບ​ປະ​ກັນ​ໃຫ້​ຄວາມ​ສູງ​ຂອງ​ການ​ຕັດ​ຂອງ​ພື້ນ​ຈັກ​ຕັດ​ຫຍ້າ​ບໍ່​ຂູດ​ພື້ນ​ດິນ​ທີ່​ບໍ່​ສະ​ໝ່ຳ​ສະ​ເໝີ​ໃດ​ໜຶ່ງ. ເຖິງ​ແນວ​ໃດ​ກໍ​ຕາມ, ຄວາມ​ສູງ​ຂອງ​ການ​ຕັດ​ໃຊ້​ຢູ່​ໃນ​ອະ​ດີດ​ແມ່ນ​ໂດຍ​ທົ່ວ​ໄປ​ແລ້ວ​ເປັນ​ອັນ​ດີ​ທີ່​ສຸດ​ທີ່​ຈະ​ໃຊ້. ເມື່ອ​ຫຍ້າ​ທີ່​ຕັດ​ຍາວກວ່າ​ຄວາມ​ສູງ 15 ຊມ (6 ນິ້ວ), ທ່ານ​ອາດ​ຈະ​ຕ້ອງ​ການ​ຕັດ​ສະ​ໜາມ​ຫຍ້າ​ສອງ​ຄັ້ງ​ເພື່ອ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຂອງ​ການ​ຕັດ​ທີ່ຍອມ​ຮັບ​ໄດ້.

    ການ​ຕັດ​ໜຶ່ງ​ສ່ວນສາ​ມ​ຂອງ​ໃບ​ມີດ​ຕັດ​ຫຍ້າ

    ດີ​ທີ່​ສຸດ​ທີ່​ຈະຕັດພຽງ​ແຕ່​ປະ​ມານໜຶ່ງ​ສ່ວນສາ​ມ​ຂອງ​ໃບ​ມີດ​ຕັດ​ຫຍ້າເທົ່າ​ນັ້ນ. ການ​ຕັດ​ຫຼາຍກວ່າ​ນັ້ນ​ແມ່ນ​ບໍ່​ແນະ​ນຳ, ນອກ​ຈາກວ່າ​ຫຍ້າ​ກະ​ຈັດ​ກະ​ຈາຍ ຫຼື ມັນ​ເປັນ​ທ້າຍ​ລະ​ດູ​ໃບ​ໄມ້​ຫຼົ່ນ​ເມື່ອ​ຫຍ້າ​ເຕີບ​ໃຫຍ່​ຊ້າກວ່າ.

    ການ​ສະ​ຫຼັບທິດ​ທາງ​ຂອງ​ການ​ຕັດ​ຫຍ້າ

    ສະຫຼັບ​ທິດ​ທາງ​ຂອງ​ການ​ຕັດ​ຫຍ້າເພື່ອ​ຮັກ​ສາ​ຫຍ້າ​ໃຫ້​ຕັ້ງ​ຊື່. ນີ້​ຍັງ​ຊ່ວຍກະ​ຈາຍ​ຫຍ້າ​ທີ່​ຕັດອອກ, ເຊິ່ງ​ເພີ່ມ​ການ​ຍ່ອຍ​ສະ​ຫຼາຍ ແລະ ການ​ກາຍ​ເປັນຝຸ່ນ.

    ການ​ຕັດ​ຫຍ້າ​ຢູ່​ທີ່​ໄລ​ຍະ​ຫວ່າງ​ທີ່​ຖືກ​ຕ້ອງ

    ຫຍ້າ​ຍາວ​ໃນ​ອັດ​ຕາ​ແຕກ​ຕ່າງ​ກັນ​ຕາມ​ເວ​ລາ​ຕ່າງ​ກັນ​ຂອງ​ປີ. ເພື່ອ​ຮັກ​ສາ​ຄວາມ​ສູງ​ຂອງ​ການ​ຕັດ​ຄື​ກັນ, ຕັດ​ຫຍ້າ​ເລື້ອຍໆ​ຢູ່​ໃນ​ຕົ້ນ​ລະ​ດູ​ບານ​ໃໝ່. ເນື່ອງ​ຈາກ​ອັດ​ຕາ​ການ​ເຕີບ​ໃຫຍ່​ຂອງ​ຫຍ້າ​ຊ້າ​ໃນ​ກາງ​ລະ​ດູ​ຮ້ອນ, ຕັດ​ໜ້ອຍ​ຄັ້ງ​ລົງ. ຖ້າ​ທ່ານ​ບໍ່​ສາ​ມາດ​ຕັດ​ຫຍ້າ​ໄດ້​ເປັນ​ເວ​ລາ​ດົນ​ນານ, ທຳ​ອິດ​ຕັດ​ຢູ່​ທີ່​ຄວາມ​ສູງ​ຂອງ​ການ​ຕັດ​ສູງ, ຈາກ​ນັ້ນ​ຕັດ​ອີກ 2 ວັນຕໍ່​ມາ​ໃນ​ການ​ຕັ້ງ​ຄ່າ​ການ​ຕັດ​ຕ່ຳ​ລົງ.

    ການໃຊ້ຄວາມ​ໄວການ​ຕັດ​ຊ້າ​ລົງ

    ເພື່ອ​ເພີ່ມ​ຄຸນ​ນະ​ພາບ​ການ​ຕັດ, ໃຊ້​ຄວາມ​ໄວ​ພື້ນ​ດິນ​ໃຫ້​ຊ້າ​ລົງ​ໃນ​ສະ​ພາບ​ບາງ​ຢ່າງ.

    ການຫຼີກ​ລ່ຽງ​ການ​ຕັດ​ຕ່ຳ​ເກີນ​ໄປ

    ເມື່ອ​ຕັດ​ທົ່ງ​ຫຍ້າ​ບໍ່​ສະ​ໝ່ຳ​ສະ​ເໝີ, ຍົກ​ຄວາມ​ສູງ​ຂອງ​ການ​ຕັດ​ຂຶ້ນ​ເພື່ອ​ຫຼີກ​ລ່ຽງ​ການ​ຂູດ​ທົ່ງ​ຫຍ້າ.

    ການຢຸດເຄື່ອງຈັກ

    ຖ້າ​ທ່ານ​ຕ້ອງ​ຢຸດ​ການ​ເຄື່ອນ​ໄຫວ​ຂອງ​ເຄື່ອງ​ຈັກ​ໄປ​ໜ້າ​ໃນ​ຂະ​ນະ​ທີ່​ກຳ​ລັງ​ຕັດ​ຫຍ້າ, ກ້ອນ​ຫຍ້າ​ທີ່​ຕັດ​ອອກ​ອາດ​ຈະ​ຕົກ​ລົງ​ໃສ່​ສະ​ໜາມ​ຫຍ້າ​ຂອງ​ທ່ານ. ເພື່ອ​ຫຼີກ​ລ່ຽງ​ອັນ​ນີ້, ເຄື່ອນ​ໄປ​ສູ່​ບໍ​ລິ​ເວນ​ຕັດ​ຜ່ານ​ມາ​ດ້ວຍ​ການ​ໃສ່​ໃບ​ມີດ ຫຼື ທ່ານ​ສາ​ມາດ​ປົດ​ພື້ນ​ຈັກ​ຕັດ​ຫຍ້າ​ໃນ​ຂະ​ນະ​ທີ່​ເຄື່ອນ​ໄປ​ໜ້າ.

    ການ​ຮັກ​ສາ​ຄວາມ​ສະ​ອາດ​ດ້ານ​ລຸ່ມ​ຂອງ​ພື້ນ​ຈັກ​ຕັດ​ຫຍ້າ

    ອະ​ນາ​ໄມ​ເສດ​ຫຍ້າ​ທີ່​ຕັດ ແລະ ຂີ້​ຝຸ່ນ​ອອກ​ຈາກ​ດ້ານ​ລຸ່ມ​ຂອງພື້ນຈັກ​ຕັດ​ຫຍ້າ​ຫຼັງ​ຈາກ​ນຳ​ໃຊ້​ແຕ່​ລະ​ຄັ້ງ. ຖ້າ​ຫຍ້າ ແລະ ຂີ້​ຝຸ່ນ​ສະ​ສົມ​ຢູ່​ດ້ານ​ໃນພື້ນ​ຈັກ​ຕັດ​ຫຍ້າ, ສຸດທ້າຍ​ຈະ​ໄດ້​ຄຸນ​ນະ​ພາບ​ການ​ຕັດ​ທີ່​ບໍ່ເປັນໜ້າ​ພໍ​ໃຈ.

    ການ​ບຳ​ລຸງ​ຮັກ​ສາ​ໃບ​ມີດ

    ຮັກ​ສາ​ໃບ​ມີດ​ໃຫ້​ຄົມ​ຕະ​ຫຼອດ​ລະ​ດູ​ການ​ຕັດ ເພາະ​ວ່າໃບ​ມີດ​ຄົມ​ຕັດ​ໄດ້​ຢ່າງ​ສະ​ອາດ​ໂດຍ​ບໍ່​ມີ​ການ​ເຮັດ​ໃຫ້​ໃບ​ມີດ​ຕັດ​ຫຍ້າ​ຈີກ​ຂາດ ຫຼື ແຕກ​ເປັນ​ຊິ້ນ​ນ້ອຍໆ. ການ​ຈີກ​ຂາດ ແລະ ການ​ແຕກ​ເປັນ​ຊິ້ນ​ນ້ອຍໆ​ປ່ຽນ​ໃຫ້ຫຍ້າ​ເປັນ​ສີ​ນ້ຳ​ຕານ​ຢູ່​ຂອບ, ເຊິ່ງ​ເຮັດ​ໃຫ້​ຫຍ້າ​ເຕີບ​ໃຫຍ່​ຊ້າ ແລະ ເພີ່ມ​ໂອ​ກາດ​ຕິດເຊື້ອ​ໂລກ. ກວດ​ເບິ່ງ​ຄວາມ​ຄົມ​ໃບ​ມີດຈັກ​ຕັດ​ຫຍ້າ​ຫຼັງ​ຈາກ​ການ​ນຳ​ໃຊ້​ແຕ່​ລະ​ຄັ້ງ ແລະ ສຳ​ລັບ​ການ​ຫ້ຽນ ຫຼື ການ​ເປ່​ເພ​ເສຍ​ຫາຍ. ຝົນ​ຮອຍ​ບ່ານ​ໃດ​ໜຶ່ງ​ລົງ ແລະ ລັບ​ໃບ​ມີດ​ໃຫ້​ຄົມ​ຕາມ​ທີ່​ຈຳ​ເປັນ. ຖ້າ​ໃບ​ມີດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຫຼື ລຸ້ຍ​ຫ້ຽນ, ໃຫ້​ປ່ຽນມັນ​ທັນ​ທີ​ດ້ວຍ​ການ​ໃຊ້​ໃບ​ມີດ​ປ່ຽນ​ຂອງ​ແທ້​ຂອງ Toro.

    ຫຼັງຈາກການປະຕິບັດງານ

    ຄວາມປອດໄພຫຼັງຈາກການປະຕິບັດງານ

    ຄວາມປອດໄພທົ່ວໄປ

    • ໃສ່​ເບ​ຣກ​ມື, ມອດຈັກ, ຖອດກະແຈ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດກ່ອນທີ່ທ່ານຈະອອກຈາກຕຳ​ແໜ່ງຜູ້​ນຳ​ໃຊ້. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການກວດ​ບຳ​ລຸງ​ຮັກ​ສາ, ການປັບ, ການ​ເຕີມນ້ຳ​ມັນ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ອະນາໄມຫຍ້າ ແລະ ຂີ້​ເຫຍື້ອ​ອອກຈາກໜ່ວຍຕັດ, ທໍ່ໄອເສຍ, ລໍ້, ຕົວ​ຈັບ​ຫຍ້າ ແລະ ສ່ວນຕ່າງໆຂອງ​ເຄື່ອງ​ຈັກເພື່ອຊ່ວຍປ້ອງກັນໄຟໄໝ້. ອະ​ນາ​ໄມນໍ້າມັນເຄື່ອງ ຫຼື ນໍ້າມັນເຊື້ອໄຟທີ່ກະເດັນອອກ.

    • ມອດນ້ຳ​ມັນ ແລະ ຖອດກະແຈອອກກ່ອນທີ່ຈະເກັບ​ຮັກ​ສາ ຫຼື ຂົນ​ສົ່ງ​ເຄື່ອງ​ຈັກ.

    ການ​ໃຊ້​ວາວ​ປິດ​ນ້ຳ​ມັນ

    ປິດ​ວາວ​ປິດ​ນ້ຳ​ມັນສຳ​ລັບ​ການຂົນ​ສົ່ງ, ການ​ບຳ​ລຸງ​ຮັກ​ສາ ແລະ ການ​ເກັບ​ມ້ຽນ; ໃຫ້​ເບິ່ງ ຮູບສະແດງ .

    ໃຫ້​ແນ່​ໃຈ​ວ່າ​ວາວ​ປິດ​ນ້ຳ​ມັນ​ເປີດ​ເມື່ອ​ຕິດ​ຈັກ.

    artpendingartpending

    ການ​ໃຊ້​ວາວ​ປ່ອຍ​ລໍ້​ຂັບ​ເຄື່ອນ

    ຄຳເຕືອນ

    ມື​ອາດ​ຈະ​ໄປ​ຕິດ​ຢູ່​ໃນ​ສ່ວນ​ປະ​ກອບ​ຂັບ​ເຄື່ອນ​ທີ່​ໝູນ​ຢູ່​ກ້ອງ​ພື້ນ​ຈັກ, ເຊິ່ງ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສາ​ຫັດ​ໄດ້.

    ມອດຈັກ, ຖອດກະແຈ ແລະ ປ່ອຍ​ໃຫ້ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນເຂົ້າ​ເຖິງວາວ​ປ່ອຍ​ລໍ້​ຂັບ​ເຄື່ອນ.

    ຄຳເຕືອນ

    ຈັກ ແລະ ໜ່ວຍ​ຂັບ​ເຄື່ອນ​ໄຮ​ໂດຼ​ລິກ​ສາ​ມາດ​ຮ້ອນ​ຫຼາຍ​ໄດ້. ການສຳ​ຜັດ​ກັບ​ຈັກ​ຮ້ອນ ຫຼື ໜ່ວຍ​ຂັບ​ເຄື່ອນ​ໄຮ​ໂດຼ​ລິກສາ​ມາດ​ເຮັດ​ໃຫ້​ເກີດ​ການ​ໄໝ້​ຮຸນ​ແຮງ​ໄດ້.

    ປ່ອຍ​ໃຫ້ຈັກ ແລະ ໜ່ວຍ​ຂັບ​ເຄື່ອນ​ໄຮ​ໂດຼ​ລິກເຢັນ​ລົງ​ໝົດກ່ອນເຂົ້າ​ເຖິງວາວ​ປ່ອຍ​ລໍ້​ຂັບ​ເຄື່ອນ.

    ສຳ​ລັບ​ເຄື່ອງ​ຈັກ​ທີ່​ມີ ZT 4400 ໄຮ​ໂດຼ

    ວາວ​ປ່ອຍ​ລໍ້​ຂັບ​ເຄື່ອນ​ຕັ້ງ​ຢູ່​ດ້ານ​ຊ້າຍ ແລະ ຂວາ​ກ້ອງ​ພື້ນ​ຈັກ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ເພື່ອ​ຍູ້​ເຄື່ອງ​ຈັກ, ເຄື່ອນ​ຄັນ​ໂຍກ​ຂ້າມ​ຜ່ານ​ທັງ​ສອງ​ໄປ​ໜ້າ ແລະ ລັອກ​ພວກ​ມັນ​ໄວ້​ກັບ​ທີ່ (ຮູບສະແດງ ).

    4. ປົດເບ​ຣກມືກ່ອນທີ່​ຈະ​ຍູ້​ເຄື່ອງ​ຈັກ.

    5. ເພື່ອແລ່ນເຄື່ອງ​ຈັກ, ເຄື່ອນ​ຄັນ​ໂຍກ​ຂ້າມ​ຜ່ານຄືນ​ຫຼັງ ແລະ ລັອກ​ພວກ​ມັນ​ໄວ້​ກັບ​ທີ່ (ຮູບສະແດງ ).

      artpending

    ສຳ​ລັບ​ເຄື່ອງ​ຈັກ​ທີ່​ມີ ZT 5400 ໄຮ​ໂດຼ

    ວາວ​ປ່ອຍ​ລໍ້​ຂັບ​ເຄື່ອນ​ຕັ້ງ​ຢູ່​ດ້ານ​ຊ້າຍ ແລະ ຂວາ​ກ້ອງ​ພື້ນ​ຈັກ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ການ​ໃຊ້​ໄຂ​ຄວງ​ຫົວ​ແປ, ໝູນ​ລໍ້​ທັງ​ສອງ​ໄປ​ຕຳ​ແໜ່ງຂ້າມ​ຜ່ານ (ຮູບສະແດງ ).

    4. ປົດເບ​ຣກມືກ່ອນທີ່​ຈະ​ຍູ້​ເຄື່ອງ​ຈັກ.

    5. ເພື່ອ​ເດີນ​ເຄື່ອງ​ຈັກ, ໝູນ​ລໍ້​ທັງ​ສອງ​ໄປ​ຕຳ​ແໜ່ງແລ່ນ (ຮູບສະແດງ ).

      artpending

    ການ​ລາກ​ລົດພ່ວງ

    ເຄື່ອງ​ຈັກມີຄວາມສາມາດໃນ​ການດຶງ​ລົດ​ພ່ວງ ແລະ ສິ່ງ​ທີ່​ຕິດ​ມາ​ນຳ. ຕິດຕໍ່ຜູ້ຈຳໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານສຳ​ລັບເດືອຍລາກ​ທີ່​ມີ​ໃຫ້.

    ເຄື່ອງ​ຈັກ​ຂອງ​ທ່ານ​ສາ​ມາດ​ລາກ​ລົດ​ພ່ວງ​ດ້ວຍ​ນ້ຳ​ໜັກ​ລົດ​ພ່ວງ​ລວມ​ສູງ​ສຸດ (GTW) ໄດ້​ເຖິງ 113 ກ​ລ (250 ປອນ).

    ຢ່າ​ເກີນ​ນ້ຳ​ໜັກ​ລີ້ນ 22 ກ​ລ (49 ປອນ) ໃນ​ເດືອຍ​ລາກ​ຂອງ​ເຄື່ອງ​ຈັກ.

    ເມື່ອ​ລາກ​ແກ່​ເຄື່ອງ ຫຼື ລາກ​ແກ່​ລົດ​ລາກ, ຢ່າ​ບັນ​ທຸກ​ເກີນ​ເຄື່ອງ​ຈັກ ຫຼື ລົດ​ພ່ວງ. ການ​ບັນ​ທຸກ​ເກີນ​ສາ​ມາດ​ເຮັດ​ໃຫ້​ປະ​ສິດ​ທິ​ພາບ​ບໍ່​ດີ ຫຼື ເຮັດ​ໃຫ້​ໜ່ວຍ​ຂັບ​ເຄື່ອນ​ໄຮ​ໂດຼ​ລິກ, ຢາງ ແລະ ໂຄງ​ເປ່​ເພ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ສອດ​ຖານ​ຕິດ​ລູກ​ບີ່​ເດືອຍ​ເຂົ້າ​ໄປ​ໃນ​ຕົວ​ຮັບຕັ້ງ​ຢູ່​ທີ່​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ.

    4. ສອດ​ເຂັມ​ຂັດ​ຕົວ​ຜູ້​ຍຶດ​ເຂົ້າ​ໄປ​ຜ່ານ​ຮູ​ຢູ່​ໃນ​ຕົວ​ຮັບ ແລະ ຖານ​ຕິດລູກ​ບີ່.

    5. ຍຶດ​ເດືອຍ​ດ້ວຍ​ການ​ໃຊ້​ກິບ​ລັອກ.

      artpending

    ການຂົນສົ່ງເຄື່ອງຈັກ

    ໃຊ້ລົດ​ລາກ ຫຼື ລົດ​ບັນ​ທຸກກົນ​ຈັກ​ໜັກເພື່ອເຄື່ອນ​ຍ້າຍເຄື່ອງ​ຈັກ. ໃຊ້​ທາງ​ເນີນ​ເຕັມ​ຄວາມກວ້າງ. ໃຫ້ແນ່ໃຈ​ວ່າ​ລົດລາກ ຫຼື ລົດບັນ​ທຸກມີເບ​ຣກ, ຕາໄຟ ແລະ ເຄື່ອງ​ໝາຍຕ່າງໆ​ທີ່​ຈຳ​ເປັນ​ທັງ​ໝົດຕາມ​ທີ່ກົດ​ໝາຍກຳ​ນົດ. ກະ​ລຸ​ນາ​ອ່ານ​ຄຳ​ແນະ​ນຳ​ເຖິງ​ຄວາມ​ປອດ​ໄພ​ທັງ​ໝົດຢ່າງ​ລະ​ມັດ​ລະ​ວັງ. ການ​ຮູ້​ຈັກ​ຂໍ້​ມູນ​ນີ້ສາ​ມາດ​ຊ່ວຍ​ທ່ານ ຫຼື ຄົນ​ທີ່​ຢືນຢູ່​ໃກ້​ຫຼີກ​ລ່ຽງ​ຈາກ​ການ​ບາດ​ເຈັບ​ໄດ້. ໃຫ້​ເບິ່ງ​ຄຳ​ສັ່ງ​ໃນ​ທ້ອງ​ຖິ່ນ​ຂອງ​ທ່ານ​ສຳ​ລັບ​ເງື່ອນ​ໄຂ​ກຳ​ນົດ​ຂອງ​ລົດ​ລາກ ແລະ ຈຸກ​ມັດ.

    ຄຳເຕືອນ

    ການ​ຂັບ​ຂີ່​ຕ​າມ​ເສັ້ນ​ທາງ ຫຼື ຖ​ະ​ໜົ​ນ​ໂດຍ​ບໍ່​ມີ​ສັນ​ຍານ​ລ້ຽວ, ດອກ​ໄ​ຟ, ເຄື່ອງ​ໝາຍ​ທີ່​ສະທ້ອນ​ແສງ ຫຼື ສັນ​ຍາ​ລັກ​ທີ່​ເຄື່ອນ​ຕົວ​ຊ້ານັ້ນ​ເປັນ​ສິ່ງ​ທີ່​ອັນ​ຕະ​ລາຍ ແລະ ສາ​ມາດ​ນຳ​ໄປ​ສູ່​ອຸ​ບັດ​ຕິ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ການ​ບາດ​ຈັບ​ກັບ​ບຸກ​ຄົນ​ໄດ້.

    ຢ່າ​ຂັບ​ເຄື່ອງ​ຈັກ​ໃນ​ທາງ ຫຼື ຖະ​ໜົນ​ສາ​ທາ​ລະ​ນະ.

    ການເລືອກລົດ​ລາກ

    ຄຳເຕືອນ

    ການບັນ​ທຸກ​ເຄື່ອງ​ຈັກ​ຂຶ້ນ​ເທິງ​ລົດ​ພ່ວງ ຫຼື ລົ​ດ​ບັນ​ທຸກຈະ​ເພີ່ມ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ພິກຂວ້ຳ ແລະ ສາ​ມາດ​ເຮັດ​ໃຫ້​ບາດ​ເຈັບ​ຮຸນ​ແຮງ ຫຼື ເສຍ​ຊີ​ວິດໄດ້ (ຮູບສະແດງ ).

    • ໃຊ້​ທາງເນີນ​ເຕັມ​ຄວາມກວ້າງເທົ່າ​ນັ້ນ; ຢ່າ​ໃຊ້​ທາງ​ເນີນ​ເສັ້ນ​ດຽວ​ສຳ​ລັບ​ແຕ່​ລະ​ດ້ານ​ຂອງ​ເຄື່ອງ​ຈັກ.

    • ຢ່າ​ໃຫ້​ເກີນ​ມູມ 15 ອົງ​ສາລະ​ຫວ່າງ​ທາງ​ເນີນ ແລະ ພື້ນ​ດິນ ຫຼື ລະ​ຫວ່າງ​ທາງ​ເນີນ ແລະ ລົດ​ພ່ວງ ຫຼື ລົດ​ບັນ​ທຸກ.

    • ໃຫ້​ແນ່​ໃຈ​ວ່າຄວາມ​ຍາວ​ຂອງທາງເນີນມີຢ່າງ​ໜ້ອຍ 4 ເທົ່າ ຂອງ​ຄວາມ​ສູງ​ຂອງ​ກະ​ບະລົດ​ພ່ວງ ຫຼື ລົດ​ບັນ​ທຸກທຽ​ບ​ກັບ​ພື້ນ​ດິນ. ສິ່ງນີ້​ເຮັດ​ໃຫ້​ແນ່​ໃຈ​ວ່າມູມ​ຂອງ​ທາງ​ເນີນບໍ່​ເກີນ 15 ອົງສາເທິງ​ພື້ນ​ທີ່​ພຽງ.

    artpending

    ບັນ​ທຸກ​ເຄື່ອງ​ຈັກ​

    ຄຳເຕືອນ

    ການບັນ​ທຸກ​ເຄື່ອງ​ຈັກ​ຂຶ້ນ​ເທິງ​ລົດ​ພ່ວງ ຫຼື ລົ​ດ​ບັນ​ທຸກຈະ​ເພີ່ມ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ພິກຂວ້ຳ ແລະ ສາ​ມາດ​ເຮັດ​ໃຫ້​ບາດ​ເຈັບ​ຮຸນ​ແຮງ ຫຼື ເສຍ​ຊີ​ວິດໄດ້.

    • ໃຊ້ຄວາມ​ລະ​ມັດ​ລະ​ວັງເປັນ​ພິ​ເສດເມື່ອຂັບ​ເຄື່ອງ​ຈັກໃນ​ທາງ​ເນີນ.

    • ຖອຍ​ຫຼັງ​ເຄື່ອງ​ຈັກ​ຂຶ້ນ​ທາງ​ເນີນ ແລະ ຂັບ​ເຄື່ອນ​ມັນ​ໄປ​ທາງ​ໜ້າ​ລົງ​ທາງ​ເນີນ.

    • ຫຼີກ​ລ່ຽງ​ການ​ເລັ່ງ ຫຼື ການ​ຜ່ອນ​ການ​ເລັ່ງ​ກະ​ທັນ​ຫັນ​ໃນ​ຂະ​ນະ​ທີ່​ຂັບ​ຂີ່​ເຄື່ອງ​ຈັກ​ໃນ​ທາງ​ເນີນເນື່ອງ​ຈາກ​ອັນນີ້​ສາ​ມາດ​ເຮັດ​ໃຫ້​ສູນ​ເສຍ​ການ​ຄວບ​ຄຸມ ຫຼື ເກີດ​ມີ​ສະ​ຖານ​ນະ​ການ​ພິກຂວັ້ມ​ໄດ້.

    1. ຖ້າ​ໃຊ້​ລົດ​ລາກ, ຕໍ່​ມັນ​ໃສ່​ພາ​ຫະ​ນະ​ລາກ​ແກ່ ແລະ ເຊື່ອມຕໍ່ໂສ້ຄວາມ​ປອດ​ໄພ.

    2. ຖ້າ​ເຮັດໄດ້, ເຊື່ອມຕໍ່​ເບ​ຣກ ແລະ ຕາ​ໄຟລົດ​ລາກ.

    3. ປ່ອຍ​ທາງ​ເນີນ​ຕ່ຳ​ລົງ, ໃຫ້​ແນ່​ໃຈ​ວ່າ​ມູມ​ລະ​ຫວ່າງ​ທາງ​ເນີນ ແລະ ພື້ນ​ດິນ​ບໍ່​ເກີນ 15 ອົງ​ສາ (ຮູບສະແດງ ).

    4. ຖອຍ​ຫຼັງເຄື່ອງ​ຈັກຂຶ້ນ​ທາງເນີນ (ຮູບສະແດງ ).

      artpending
    5. ມອດຈັກ, ຖອດ​ກະ​ແຈ ແລະ ໃສ່ເບຣກມື.

    6. ມັດ​ເຄື່ອງ​ຈັກ​ໄວ້​ໃກ້​ລໍ້​ເລື່ອນ​ດ້ານ​ໜ້າ ແລະ ໂຄງ​ດ້ານ​ຫຼັງ​ດ້ວຍ​ສາຍ​ຮັດ, ສາຍ​ໂສ້, ສາຍ​ເຄ​ເບິ້ນ ຫຼື ສາຍ​ເຊືອກ (ຮູບສະແດງ ). ໃຫ້​ເບິ່ງ​ກົດ​ລະ​ບຽບ​ຂອງ​ທ້ອງ​ຖິ່ນ​ສຳ​ລັບ​ເງື່ອນ​ໄຂ​ກຳ​ນົດ​ຈຸກ​ມັດ.

      artpending

    ການ​ເອົາ​ເຄື່ອງ​ຈັກ​ລົງ​ລົດ

    1. ປ່ອຍ​ທາງ​ເນີນ​ຕ່ຳ​ລົງ, ໃຫ້​ແນ່​ໃຈ​ວ່າ​ມູມ​ລະ​ຫວ່າງ​ທາງ​ເນີນ ແລະ ພື້ນ​ດິນ​ບໍ່​ເກີນ 15 ອົງ​ສາ (ຮູບສະແດງ ).

    2. ຂັບເຄື່ອງ​ຈັກໄປ​ທາງ​ໜ້າ​ເມື່ອລົງ​ທາງເນີນ (ຮູບສະແດງ ).

    ການບຳລຸງຮັກສາ

    ຄວາມປອດໄພໃນການບຳລຸງຮັກສາ

    • ຖ້າ​ທ່ານ​ປະ​ກະ​ແຈ​ໄວ້​ໃນ​ຢູ່​ໃນ​ສະ​ວິດ, ບາງ​ຄົນ​ສາ​ມາດ​ຕິດ​ຈັກ​ໄດ້​ໂດຍ​ບັງ​ເອີນ ແລະ ເຮັດ​ໃຫ້​ທ່ານ ຫຼື ຄົນ​ອື່ນ​ທີ່​ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້. ຖອດ​ກະ​ແຈ​ອອກ​ຈາກ​ສະ​ວິດ​ກ່ອນ​ທີ່​ທ່ານ​ຈະ​ດຳ​ເນີນ​ການ​ບຳ​ລຸງ​ຮັກ​ສາ​ໃດ​ໜຶ່ງ.

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ປົດເຄື່ອງ​ໝູນ.

      • ໃສ່​ເບ​ຣກມື.

      • ມອດຈັກ ແລະ ຖອດກະແຈ.

      • ປ່ອຍໃຫ້ອົງປະກອບຂອງເຄື່ອງຈັກເຢັນກ່ອນປະຕິບັດການບຳລຸງຮັກສາ.

    • ຢ່າປ່ອຍໃຫ້ຄົນທີ່ບໍ່ໄດ້ຮັບການຝຶກຝົນ​ມາເຮັດການບຳ​ລຸງ​ຮັກ​ສາເຄື່ອງຈັກ.

    • ຮັກສາມື ແລະ ຕີນຂອງ​ທ່ານໃຫ້ຫ່າງຈາກພາກ​ສ່ວນທີ່​ເຄື່ອນ​ໄຫວ​ຢູ່ ຫຼື ພື້ນ​ຜິວ​ຮ້ອນ. ຖ້າເປັນໄປໄດ້, ຢ່າເຮັດ​ການ​ປັບໃນຂະນະທີ່ເຄື່ອງຈັກກຳລັງແລ່ນຢູ່.

    • ປ່ອຍຄວາມດັນຢ່າງລະມັດລະວັງຈາກສ່ວນປະກອບທີ່ມີພະລັງງານເກັບໄວ້.

    • ກວດກາເບິ່ງການປະຕິບັດງານຂອງເບ​ຣກມືຢູ່​ເລື້ອຍໆ. ປັບ ແລະ ສ້ອມ​ບຳ​ລຸງ​ຮັກ​ສາ​ມັນ​ຕາມ​ທີ່​ຈຳ​ເປັນ.

    • ຢ່າແຕະ​ຕ້ອງອຸ​ປະ​ກອນ​ຄວາມ​ປອດ​ໄພ. ກວດ​ເບິ່ງ​ການໃຊ້​ງານ​ທີ່​ເໝາະ​ສົມຂອງ​ພວກ​ມັນ​ເປັນ​ປົກ​ກະ​ຕິ.

    • ອະນາໄມຫຍ້າ ແລະ ຂີ້​ເຫຍື້ອ​ອອກຈາກໜ່ວຍຕັດ, ທໍ່ໄອເສຍ, ລໍ້, ຕົວ​ຈັບ​ຫຍ້າ ແລະ ສ່ວນຕ່າງໆຂອງ​ເຄື່ອງ​ຈັກເພື່ອປ້ອງກັນໄຟໄໝ້.

    • ອະ​ນາ​ໄມນໍ້າມັນເຄື່ອງ ຫຼື ນໍ້າມັນເຊື້ອໄຟທີ່ກະເດັນອອກ ແລະ ກຳ​ຈັດ​ຂີ້​ເຫຍື້ອ​ທີ່​ປຽກ​ນ້ຳ​ມັນ​ຖິ້ມ.

    • ຢ່າ​ອາ​ໄສ​ກະ​ລິກ​ໄຮ​ໂດຼ​ລິກ ຫຼື ກະ​ລິກ​ຄ້ຳ​ເພື່ອ​ຄ້ຳ​ເຄື່ອງ​ຈັກ; ຄ້ຳ​ເຄື່ອງ​ຈັກດ້ວຍຂາກະ​ລິກ​ຄ້ຳທຸກ​ຄັ້ງ​ທີ່​ທ່ານ​ຍົກ​ເຄື່ອງ​ຈັກ​ຂຶ້ນ.

    • ຮັກສາທຸກພາກ​ສ່ວນໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ຫັນສ່ວນ​ປະ​ກອບຕ່າງໆໃຫ້ແໜ້ນ, ໂດຍ​ສະ​ເພາະ​ແມ່ນ​ອຸ​ປະ​ກອນ​ຕິດ​ໃສ່​ໃບ​ມີດ. ປ່ຽນສະ​ຫຼາກທີ່ຫ້ຽນ ຫຼື ເສຍຫາຍທັງໝົດ.

    • ຕັດ​ເຊື່ອມ​ຕໍ່​ສາຍ​ໄຟ​ຈາກ​ຫົວ​ໝໍ້​ໄຟ​ຂົ້ວ​ລົບ​ກ່ອນ​ສ້ອມ​ແປງ​ເຄື່ອງ​ຈັກ.

    • ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ, ໃຫ້ນຳໃຊ້ແຕ່ອາໄຫຼ່ ແລະ ອຸປະກອນປ່ຽນຖ່າຍຂອງ Toro ເທົ່ານັ້ນ. ອາໄຫຼ່ປ່ຽນ​ຖ່າຍ ແລະ ອຸປະກອນເສີມທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ ແລະ ການນຳໃຊ້ດັ່ງກ່າວອາດເຮັດໃຫ້ການຄ້ຳປະກັນຂອງສິນຄ້າເປັນໂມຄະ.

    ຕາຕະລາງການບຳລຸງຮັກສາທີ່ແນະນຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 8 ຊົ່ວໂມງທໍາອິດ
  • ສຳ​ລັບ​ຈັກ Kawasak—ປ່ຽນນ້ຳ​ມັນ​ເຄື່ອງ​ຈັກ.
  • ຫລັງຈາກ 100 ຊົ່ວໂມງທໍາອິດ
  • ປ່ຽນ​ໝໍ້​ກອງ ແລະ ນ້ຳ​ມັນ​ລະ​ບົບ​ໄຮ​ໂດຼ​ລິກ.
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ການກວດເບິ່ງລະບົບອິນເຕີລັອກຄວາມ​ປອດ​ໄພ.
  • ສຳ​ລັບ​ຈັກ Kawasak—ກວດ​ເບິ່ງລະ​ດັບ​ນ້ຳ​ມັນ​ເຄື່ອງ​ຈັກ.
  • ທຳ​ຄວາມ​ສະ​ອາດ​ຕະ​ແກງຈັກ, ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງຈັກ ແລະ ພື້ນ​ທີ່​ຮອບ​ຈັກ.
  • ທຳ​ຄວາມ​ສະ​ອາດ​ຮອບ​ລະ​ບົບ​ອາຍ​ເສຍ​ຈັກ.
  • ກວດເບິ່ງ​ສາຍ​ແອວ​ນິ​ລະ​ໄພ.
  • ກວດເບິ່ງລະດັບນ້ຳມັນໄຮໂດຼລິກໃນຖັງຂະຫຍາຍ.
  • ກວດ​ກາໃບ​ມີດ.
  • ທຳຄວາມສະອາດລະບົບກັນ​ສະບັດ.
  • ຫຼັງຈາກການນຳໃຊ້ແຕ່ລະຄັ້ງ
  • ທຳ​ຄວາມ​ສະ​ອາດພື້ນ​ຈັກ​ຕັດ​ຫຍ້າ.
  • ທຸກໆ 50 ຊົ່ວໂມງ
  • ກວດ​ເບິ່ງຕົວ​ຈັບ​ປະ​ກາຍ​ໄຟ (ຖ້າ​ໄດ້​ປະ​ກອບ​ມາ​ນຳ).
  • ກວດເບິ່ງຄວາມດັນຂອງຢາງລໍ້.ສຳ​ລັບ​ເຄື່ອງ​ຈັກ​ທີ່​ມີຢາງ​ລໍ້​ໃຊ້​ລົມ​ເທົ່າ​ນັ້ນ.
  • ກວດ​ກາ​ເບິ່ງກາ​ນ​ແຕກ ແລະ ການຫຼຸ້ຍ​ຫ້ຽນຂອງ​ສາຍ​ພານ.
  • ທຸກໆ 100 ຊົ່ວໂມງ
  • ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ແກນ​ໝູນ​ຍົກພື້ນ​ຈັກ​ຕັດ​ຫຍ້າ.
  • ສຳ​ລັບ​ຈັກ Kawasak—ປ່ຽນນ້ຳ​ມັນ​ເຄື່ອງ​ຈັກ(ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນ).
  • ສຳ​ລັບຈັກ Kawasaki—ປ່ຽນ ຫຼື ທຳ​ຄວາມ​ສະ​ອາດ ແລະ ປັບ​ຊ່ອງ​ຫວ່າງຫົວ​ທຽນ.
  • ທຸກໆ 200 ຊົ່ວໂມງ
  • ສຳ​ລັບ​ຈັກ Kawasak—ປ່ຽນໝໍ້​ກອງນ້ຳມັນເຄື່ອງຈັກ(ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນ).
  • ທຸກໆ 250 ຊົ່ວໂມງ
  • ສຳ​ລັບ​ຈັກ Kawasak—ປ່ຽນໝໍ້ກອງອາກາດຕົ້ນ​ຕໍ(ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນ).
  • ສຳ​ລັບ​ຈັກ Kawasak—ກວດ​ເບິ່ງໝໍ້ກອງອາກາດຄວາມ​ປອດ​ໄພ(ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນ).
  • ທຸກໆ 300 ຊົ່ວໂມງ
  • ສຳ​ລັບ​ຈັກ Kawasaki—ກວດ​ເບິ່ງ ແລະ ປັບ​ໄລ​ຍະ​ຫ່າງວາວ. ໄປ​ພົບຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
  • ທຸກໆ 400 ຊົ່ວໂມງ
  • ໃສ່ກະ​ແລັດ​ແກນ​ໝູນ​ລໍ້​ກິ້ງ (ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນ).
  • ທຸກໆ 500 ຊົ່ວໂມງ
  • ສຳ​ລັບ​ຈັກ Kawasak—ປ່ຽນໝໍ້ກອງອາກາດຄວາມ​ປອດ​ໄພ(ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນ).
  • ປ່ຽນໝໍ້ກອງນໍ້າມັນ(ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ, ມີ​ຂີ້​ຝຸ່ນຫຼາຍ).
  • ລາຍເດືອນ
  • ກວດ​ເບິ່ງການ​ສາກແບັດ​ເຕີ​ຣີ.
  • ປະຈຳປີ
  • ປະ​ກອບ​ລູກ​ບີ່​ຕີນ​ລໍ້​ກິ້ງ​ຄືນ​ໃໝ່(ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນ).
  • ການໃສ່ກະ​ແລັດ​ເຕົ້າ​ຕີນ​ລໍ້ກິ້ງ.
  • ປະຈໍາປີ ຫຼື ກ່ອນການເກັບຮັກສາ
  • ທາ​ສີ​ໃສ່​ພື້ນ​ຜິວ​ບ່ອນ​ລອກ.
  • ເຮັດ​ສຳ​ເລັດ​ທຸກ​ຂັ້ນ​ຕອນ​ດຳ​ເນີນ​ການ​ຢູ່​ໃນ​ບົດ​ການ​ເກັບ​ຮັກ​ສາ.
  • Important: ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂັ້ນຕອນການບຳລຸງຮັກສາເພີ່ມເຕີມ.

    ຂໍ້ຄວນລະວັງ

    ຖ້າ​ທ່ານ​ປະ​ກະ​ແຈ​ໄວ້​ໃນ​ຢູ່​ໃນ​ສະ​ວິດ, ບາງ​ຄົນ​ສາ​ມາດ​ຕິດ​ຈັກ​ໄດ້​ໂດຍ​ບັງ​ເອີນ ແລະ ເຮັດ​ໃຫ້​ທ່ານ ຫຼື ຄົນ​ອື່ນ​ທີ່​ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້.

    ມອດຈັກ ແລະ ຖອດກະແຈອອກ​ຈາກ​ສະ​ວິດ​ກ່ອນ​ທີ່​ທ່ານ​ຈະ​ດຳ​ເນີນ​ການ​ບຳ​ລຸງ​ຮັກ​ສາ​ໃດ​ໜຶ່ງ.

    ການຫລໍ່ມື່ນ

    ການ​ໃສ່​ນ້ຳ​ມັນ​ກະ​ແລັດ​ເຄື່ອງ​ຈັກ

    ໃສ່​ນ້ຳ​ມັນ​ກະ​ແລັດ​ເຄື່ອງ​ຈັກ ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນຫຼາຍ.

    ປະ​ເພດ​ນ້ຳ​ມັນ​ກະ​ແລັດ:ນ້ຳ​ມັນ​ກະ​ແລັດ​ລີ​ທຽມ​ເບີ 2 ຫຼື ໂມ​ລິບ​ດີ​ນຳ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ທຳ​ຄວາມ​ສະ​ອາດຊິ້ນ​ສ່ວນ​ນ້ຳ​ມັນ​ກະ​ແລັດດ້ວຍ​ຜ້າເຊັດ.

      Note: ຂູດ​ສີ​ລອກ​ອອກ​ຈາກ​ດ້ານ​ໜ້າ​ຂອງ​ຂໍ້​ຕໍ່​ຕ່າງໆ.

    4. ຕໍ່ປືນ​ສີດ​ກະ​ແລັດ​ໃສ່ຂໍ້​ຕໍ່.

    5. ໂປ່ມ​ກະ​ແລັດ​ເຂົ້າ​ໄປ​ໃນ​ຂໍ້​ຕໍ່ຈົນ​ກວ່າ​ກະ​ແລັດ​ເລີ່ມ​ໄຫຼ​ອອກ​ຈາກ​ປອກ​ລູກ​ປືນ.

    6. ເຊັດ​ນ້ຳ​ມັນ​ກະ​ແລັດ​ສ່ວນ​ເກີນທີ່​ມີ​ອອກ.

    ການໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ແກນ​ໝູນ​ຍົກພື້ນ​ຈັກ​ຕັດ​ຫຍ້າ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 100 ຊົ່ວໂມງ
  • ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ແກນ​ໝູນ​ຍົກພື້ນ​ຈັກ​ຕັດ​ຫຍ້າ.
  • ໃຊ້ນ້ຳ​ມັນ​ເຄື່ອງ​ບາງໆ ຫຼື ສີດ​ພົ່ນ​ນ້ຳ​ມັນ​ຫຼໍ່​ມື່ນ​ເພື່ອ​ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ແກນ​ໝູນ​ຍົກ​ພື້ນ.

    artpending

    ການໃສ່ກະ​ແລັດ​ແກນ​ໝູນ​ລໍ້​ກິ້ງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ໃສ່ກະ​ແລັດ​ແກນ​ໝູນ​ລໍ້​ກິ້ງ (ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນ).
  • ປະຈຳປີ
  • ປະ​ກອບ​ລູກ​ບີ່​ຕີນ​ລໍ້​ກິ້ງ​ຄືນ​ໃໝ່(ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນ).
    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ເອົາ​ຝາປົກ​ກັນ​ຝຸ່ນ​ອອກ ແລະ ປັບ​ແກນ​ໝູນ​ລໍ້​ກິ້ງ ແລະ ເອົາ​ຝາປົກ​ກັນຝຸ່ນ​ອອກ​ໄວ້​ຈົນ​ກວ່າ​ສຳ​ເລັດ​ການ​ໃສ່​ກະ​ແລັດ; ໃຫ້​ເບິ່ງ .

    4. ເອົາ​ດອນ​ອັດຫົກ​ຫຼ່ຽມອອກ.

    5. ບິດ​ກຽວ​ຂໍ້​ຕໍ່​ກະ​ແລັດ​ເຂົ້າ​ໄປ​ໃນ​ຮູ.

    6. ໂປ່ມ​ກະ​ແລັດ​ເຂົ້າ​ໄປ​ໃນ​ຂໍ້​ຕໍ່ຈົນ​ກວ່າມັນເລີ່ມ​ໄຫຼ​ອອກ​ຈາກບໍ​ລິ​ເວນ​ລູກ​ບີ່​ດ້ານ​ເທິງ.

    7. ເອົາຂໍ້​ຕໍ່​ກະ​ແລັດອອກ​ຈາກຮູ. ຕິດ​ຕັ້ງ​ດອນ​ອັດ​ຫົວ​ຫົກ​ຫຼ່ຽມ ແລະ ຝາ​ປິດ.

    ການໃສ່ກະ​ແລັດ​ເຕົ້າ​ຕີນ​ລໍ້ກິ້ງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ປະຈຳປີ
  • ການໃສ່ກະ​ແລັດ​ເຕົ້າ​ຕີນ​ລໍ້ກິ້ງ.
    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ຍົກຈັກ​ຕັດ​ຫຍ້າຂຶ້ນເພື່ອ​ການ​ເຂົ້າ​ເຖິງ.

    4. ເອົາ​ຕີນ​ລໍ້​ກິ້ງ​ອອກ​ຈາກງ່າມ​ຄີບ​ລໍ້​ກິ້ງ.

    5. ເອົາ​ເກາະ​ປ້ອງ​ກັນ​ການ​ອັດ​ອອກ​ຈາກ​ເຕົ້າ​ລໍ້.

      artpending
    6. ເອົາ​ນັອດ​ຕົວ​ຈັດ​ໄລ​ຍະ​ຫ່າງ​ອອກ​ຈາກ​ສ່ວນ​ປະ​ກອບ​ແກນ​ຢູ່​ໃນ​ຕີນ​ລໍ້​ກິ້ງ.

      Note: ນ້ຳ​ຢາ​ທາ​ກຽວຖືກ​ນຳ​ໃຊ້​ເພື່ອ​ລັອກ​ນັອດ​ຕົວ​ຈັດ​ໄລ​ຍະ​ຫ່າງ​ໃສ່​ແກນ.

    7. ເອົາ​ແກນ​ອອກ (ດ້ວຍ​ນັອດ​ຕົວ​ຈັດ​ໄລ​ຍະ​ຫ່າງ​ອື່ນຍັງ​ໄດ້​ປະ​ກອບ​ໃສ່​ມັນ) ຈາກ​ສ່ວນ​ປະ​ກອບ​ລໍ້.

    8. ແງະ​ສິ່ງ​ທີ່​ຕິດ​ອອກ ແລະ ກວດ​ກາ​ລູກ​ບີ່​ສຳ​ລັບ​ຫຼຸ້ຍ​ຫ້ຽນ ຫຼື ການ​ເປ່​ເພ ແລະ ປ່ຽນ​ໃໝ່, ຖ້າ​ຈຳ​ເປັນ.

    9. ຫຸ້ມ​ລູກ​ບີ່​ດ້ວຍ​ນ້ຳ​ມັນ​ກະ​ແລັດ​ທີ່ໃຊ້​ທົ່ວ​ໄປ.

    10. ສອດ 1 ລູກ​ບີ່ ແລະ 1 ອັນ​ອັດ​ໃໝ່​ເຂົ້າ​ໄປ​ໃນ​ລໍ້.

    11. ຖ້າ​ສ່ວນ​ປະ​ກອບ​ແກນ​ບໍ່​ມີ​ນັອດ​ຕົວ​ຈັດ​ໄລ​ຍະ​ຫ່າງ​ທັງ​ສອງ, ນຳ​ໃຊ້​ນ້ຳ​ມັນ​ທາ​ກຽວ​ໃສ່ 1 ນັອດຕົວ​ຈັດ​ໄລ​ຍະ​ຫ່າງ ແລະ ບິດ​ກຽວ​ມັນ​ໃສ່​ແກນ​ດ້ວຍກະ​ແຈ​ປາກ​ປິ່ນ​ໜ້າ​ອອກນອກ.

      Note: ຢ່າ​ບິດ​ກຽວນັອດ​ຕົວ​ຈັດ​ໄລ​ຍະ​ຫ່າງ​ທັງ​ໝົດ​ໄປຫາ​ປາຍ​ຂອງ​ແກນ. ປ່ອຍໄວ້​ໂດຍ​ປະ​ມານ 3 ມມ (⅛ ນິ້ວ) ຈາກ​ພື້ນ​ຜິວ​ດ້ານນອກ​ຂອງ​ນັອດ​ຕົວ​ຈັດ​ໄລ​ຍະ​ຫ່າງ​ຫາ​ປາຍ​ຂອງ​ແກນ​ດ້ານ​ໃນ​ນັອດຕົວ​ແມ່.

    12. ສອດ​ນັອດ​ຕົວ​ແມ່ ແລະ ແກນ​ທີ່​ປະ​ກອບ​ແລ້ວ​ເຂົ້າ​ໄປ​ໃນລໍ້ໃນ​ດ້ານ​ທີ່​ມີ​ຕົວ​ອັດ ແລະ ລູກ​ບີ່​ໃໝ່.

    13. ດ້ວຍ​ປາຍ​ເປີດ​ຂອງ​ລໍ້​ປິ່ນ​ໜ້າ​ຂຶ້ນ, ໃສ່​ກະ​ແລັດ​ທົ່ວ​ໄປ​ໃນພື້ນ​ທີ່​ດ້ານ​ໃນ​ລໍ້​ຮອບ​ແກນໃຫ້​ເຕັມ.

    14. ສອດລູກ​ບີ່ທີ​ສອງ ແລະ ອັນ​ອັດ​ໃໝ່​ເຂົ້າ​ໄປ​ໃນ​ລໍ້.

    15. ນຳ​ໃຊ້​ນ້ຳ​ມັນ​ທາ​ກຽວ​ໃສ່ນັອດຕົວ​ຈັດ​ໄລ​ຍະ​ຫ່າງທີ​ສອງ ແລະ ບິດ​ກຽວ​ມັນ​ໃສ່​ແກນ​ດ້ວຍກະ​ແຈ​ປາກ​ປິ່ນ​ໜ້າ​ອອກນອກ.

    16. ບິດ​ນັອດ​ຕົວ​ແມ່​ໃຫ້​ໄດ້ 8 ຫາ 9 N∙m (75 ຫາ 80 in-lb), ມາຍ​ນັອດ​ຕົວ​ແມ່ໃຫ້​ຫຼວມ, ຈາກ​ນັ້ນ​ບິດ​ມັນ​ໃຫ້​ໄດ້ 2 ຫາ 3 N∙m (20 ຫາ 25 in-lb).

      Note: ໃຫ້​ແນ່​ໃຈ​ວ່າ​ແກນ​ບໍ່​ຢືດ​ອອກ​ກາຍກວ່າ​ນັອດ​ຕົວ​ແມ່​ໃດ​ໜຶ່ງ.

    17. ຕິດ​ຕັ້ງ​ເກາະ​ປ້ອງ​ກັນ​ການ​ອັດ​ເໜືອເຕົ້າ​ລໍ້ ແລະ ສອດ​ລໍ້​ເຂົ້າ​ໄປ​ໃນ​ງ່າມຄີບ​ລໍ້​ກິ້ງ.

    18. ຕິດ​ຕັ້ງ​ນັອດ​ຕົວ​ຜູ້​ລໍ້​ກິ້ງ ແລະ ຮັດ​ນັອດ​ຕົວ​ແມ່​ໃຫ້​ສຸດ.

    Important: ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ຕໍ່​ຕົວ​ອັດ ແລະ ລູກ​ບີ່, ກວດ​ເບິ່ງ​ການ​ປັບ​ນັອດ​ເລື້ອຍໆ. ປິ່ນ​ຢາງ​ລໍ້​ກິ້ງ. ຢາງ​ບໍ່​ຄວນ​ປິ່ນ​ໄດ້​ຢ່າງ​ເສ​ລີ (ຫຼາຍກວ່າ 1 ຫຼື 2 ຮອບ) ຫຼື ມີ​ການ​ຫຼິ້ນ​ໄປ​ດ້ານ​ຂ້າງ​ໃດ​ໜຶ່ງ. ຖ້າ​ລໍ້​ປິ່ນ​ເສ​ລີ, ປັບ​ແຮງ​ບິດ​ໃນ​ນັອດ​ຕົວ​ຈັດ​ໄລ​ຍະ​ຫ່າງ​ຈົນ​ກວ່າ​ມີ​ປະ​ລິ​ມານ​ຂອງ​ການ​ລາກ​ເລັກ​ນ້ອຍ. ນຳ​ໃຊ້ນ້ຳ​ຢາ​ທາ​ກຽວອີກ​ຊັ້ນ​ໜຶ່ງ.

    ການບຳລຸງຮັກສາເຄື່ອງຈັກ

    ຄວາມປອດໄພຂອງຈັກ

    • ຮັກສາມື, ຕີນ, ໃບໜ້າ, ສ່ວນອື່ນໆ​ຂອງ​ຮ່າງ​ກາຍ ແລະ ເຄື່ອງ​ນຸ່ງ​ຢູ່​ຫ່າງ​ຈາກ​ທໍ່​ເກັບ​ສຽງ ແລະ ພື້ນ​ຜິວອື່ນໆທີ່ຮ້ອນ. ປ່ອຍໃຫ້ອົງປະກອບຂອງຈັກເຢັນກ່ອນປະຕິບັດການບຳລຸງຮັກສາ.

    • ຢ່າປ່ຽນຄວາມ​ໄວຕົວບັນຊາຈັກ ຫຼື ເລັ່ງຄວາມໄວຈັກເກີນ.

    ການ​ສ້ອມ​ບຳ​ລຸງ​ຮັກ​ສາ​ຈັກ Kawasaki

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 300 ຊົ່ວໂມງ
  • ສຳ​ລັບ​ຈັກ Kawasaki—ກວດ​ເບິ່ງ ແລະ ປັບ​ໄລ​ຍະ​ຫ່າງວາວ. ໄປ​ພົບຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
  • ຂໍ້​ນີ້​ແມ່ນ​ພຽງ​ແຕ່​ສຳ​ລັບ​ເຄື່ອງ​ຈັກ​ທີ່​ມີ​ຈັກ Kawasaki ເທົ່າ​ນັ້ນ. ຖ້າ​ຈັກຂອງ​ທ່ານ​ເບິ່ງ​ແລ້ວ​ຄື​ກັບ​ອັນ​ທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ , ທ່ານ​ມີ​ຈັກ Kawasaki.

    Important: ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂັ້ນຕອນການບຳລຸງຮັກສາເພີ່ມເຕີມ.

    artpending

    ການບຳ​ລຸງ​ຮັກ​ສາເຕົ້າກອງອາກາດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 250 ຊົ່ວໂມງ
  • ສຳ​ລັບ​ຈັກ Kawasak—ປ່ຽນໝໍ້ກອງອາກາດຕົ້ນ​ຕໍ(ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນ).
  • ສຳ​ລັບ​ຈັກ Kawasak—ກວດ​ເບິ່ງໝໍ້ກອງອາກາດຄວາມ​ປອດ​ໄພ(ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນ).
  • ທຸກໆ 500 ຊົ່ວໂມງ
  • ສຳ​ລັບ​ຈັກ Kawasak—ປ່ຽນໝໍ້ກອງອາກາດຄວາມ​ປອດ​ໄພ(ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນ).
  • Note: ສ້ອມ​ບຳ​ລຸງ​ຮັກ​ສາ​ເຕົ້າ​ກອງ​ອາ​ກາດເລື້ອຍໆ, ຖ້າສະພາບການໃຊ້ງານມີຂີ້ຝຸ່ນ ຫຼື ມີ​ຊາຍ​ຫຼາຍ.

    ການຖອດໝໍ້ກອງອອກ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ປົດສະ​ຫຼັກຢູ່​ເຕົ້າ​ກອງ​ອາ​ກາດ ແລະ ດຶງຝາປິດໝໍ້ກອງອາກາດອອກ​ຈາກຕົວໝໍ້ກອງອາກາດ (ຮູບສະແດງ ).

      artpending
    4. ທຳຄວາມສະອາດ​ດ້ານ​ໃນ​ຂອງ​ຝາ​ປົກ​ໝໍ້​ກອງປັບອາ​ກາດ​ດ້ວຍອາ​ກາດ​ທີ່​ມີ​ຄວາມ​ດັນ.

    5. ເລື່ອນ​ໝໍ້ກອງ​ຕົ້ນ​ຕໍ​ອອກ​ຈາກ​ຕົວໝໍ້​ກອງປັບ​ອາ​ກາດ​ເບົາໆ (ຮູບສະແດງ ).

      Note: ຫຼີກ​ລ່ຽງ​ການ​ເຄາະ​ໄສ້​ກອງ​ເຂົ້າ​ໄປ​ດ້ານ​ຂອງ​ຕົວ​ກອງ.

    6. ເອົາ​ໝໍ້​ກອງ​ຄວາມ​ປອດ​ໄພ​ອອກ​ພຽງ​ແຕ່ເພື່ອປ່ຽນ​ມັນ.

    ການກວດ​ກາ​ໝໍ້​ກອງ

    1. ກວດ​ກາໝໍ້ກອງຄວາມ​ປອດ​ໄພ. ຖ້າ​ມັນ​ເປື້ອນ, ໃຫ້​ປ່ຽນທັງ​ໝໍ້​ກອງ​ຄວາມ​ປອດ​ໄພ ແລະ ຕົ້ນ​ຕໍ.

      Important: ຢ່າ​ພະ​ຍາ​ຍາມ​ທຳ​ຄວາມ​ສະ​ອາດ​ໝໍ້​ກອງ​ຄວາມ​ປອດ​ໄພ. ຖ້າ​ໝໍ້​ກອງ​ຄວາມ​ປອດ​ໄພ​ເປື້ອນ, ນັ້ນ​ແມ່ນໝໍ້​ກອງ​ຕົ້ນ​ຕໍ​ເປ່​ເພ.

    2. ກວດ​ເບິ່ງໝໍ້​ກອງ​ຕົ້ນ​ຕໍວ່າ​ມີ​ຄວາມ​ເສຍ​ຫາຍ​ບໍ່​ໂດຍ​ການ​ເບິ່ງ​ເຂົ້າ​ໄປໃນ​ໄສ້​ກອງ​ໃນ​ຂະ​ນະ​ທີ່​ກຳ​ລັງ​ສ່ອງ​ໄຟ​ໃສ່​ດ້ານນອກ​ຂອງ​ໄສ້​ກອງ. ຖ້າ​ໝໍ້​ກອງຕົ້ນ​ຕໍ​ເປື້ອນ, ງໍ ຫຼື ເປ່​ເພ, ໃຫ້​ປ່ຽນ​ມັນ.

      Note: ຮູ​ຢູ່​ໃນ​ໄສ້​ກອງ​ປະ​ກົດ​ໃຫ້​ເຫັນ​ເປັນ​ຈຸດ​ແຈ້ງ​ໃສ. ຢ່າ​ທຳ​ຄວາມສະ​ອາດໝໍ້​ກອງ​ຕົ້ນ​ຕໍ.

    ການ​ຕິດຕັ້ງໝໍ້ກອງ

    Important: ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ຂອງ​ຈັກ, ໃຫ້​ໃຊ້​ງານ​ຈັກ​ດ້ວຍ​ການ​ມີທັງ​ໝໍ້​ກອງອາ​ກາດ ແລະ ຝາ​ປົກຕິດ​ຕັ້ງ​ໄວ້.

    1. ຖ້າທ່ານ​ກຳ​ລັງ​ຕິດ​ຕັ້ງ​ໝໍ້​ກອງ​ໃໝ່, ໃຫ້ກວດເບິ່ງໝໍ້​ກອງແຕ່​ລະ​ອັນສຳ​ລັບ​ຄວາມ​ເສຍ​ຫາຍ​ໃນ​ການ​ຈັດ​ສົ່ງ.

      Note: ຢ່າໃຊ້ໝໍ້​ກອງ​ທີ່ເສຍຫາຍແ​ລ້ວ.

    2. ຖ້າທ່ານ​ກຳ​ລັງ​ປ່ຽນໃສ້​ກອງ​ດ້ານ​ໃນ, ເລື່ອນ​ມັນ​ໄປ​ຫາ​ຕົວ​ໝໍ້​ກອງ​ຢ່າງ​ລະ​ມັດ​ລະ​ວັງ (ຮູບສະແດງ ).

    3. ເລື່ອນໝໍ້​ກອງ​ຕົ້ນ​ຕໍ​ໄປ​ເທິງ​ໝໍ້​ກອງ​ຄວາມ​ປອດ​ໄພ​ຢ່າງ​ລະ​ມັດ​ລະ​ວັງ (ຮູບສະແດງ ).

      Note: ໃຫ້​ແນ່​ໃຈ​ວ່າໝໍ້​ກອງ​ຕົ້ນ​ຕໍເຂົ້າ​ໄປ​ເຕັມ​ໂດຍ​ການ​ຊຸກ​ຢູ່​ໃນ​ຂອບ​ດ້ານນອກໃນ​ຂະ​ນະ​ທີ່​ກຳ​ລັງ​ຕິດ​ຕັ້ງ​ມັນ.

      Important: ຢ່າ​ກົດ​ບໍ​ລິ​ເວນ​ດ້ານ​ໃນ​ອ່ອນ​ນຸ່ມ​ຂອງໝໍ້​ກອງ.

    4. ຕິດ​ຕັ້ງຝາ​ປົກ​ໝໍ້​ກອງ​ອາ​ກາດ ແລະ ຍຶດສະ​ຫຼັກ (ຮູບສະແດງ ).

    ການບຳລຸງຮັກ​ສານ້ຳ​ມັນເຄື່ອງຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 8 ຊົ່ວໂມງທໍາອິດ
  • ສຳ​ລັບ​ຈັກ Kawasak—ປ່ຽນນ້ຳ​ມັນ​ເຄື່ອງ​ຈັກ.
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ສຳ​ລັບ​ຈັກ Kawasak—ກວດ​ເບິ່ງລະ​ດັບ​ນ້ຳ​ມັນ​ເຄື່ອງ​ຈັກ.
  • ທຸກໆ 100 ຊົ່ວໂມງ
  • ສຳ​ລັບ​ຈັກ Kawasak—ປ່ຽນນ້ຳ​ມັນ​ເຄື່ອງ​ຈັກ(ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນ).
  • ທຸກໆ 200 ຊົ່ວໂມງ
  • ສຳ​ລັບ​ຈັກ Kawasak—ປ່ຽນໝໍ້​ກອງນ້ຳມັນເຄື່ອງຈັກ(ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ ຫຼື ມີ​ຂີ້​ຝຸ່ນ).
  • ຂໍ້​ກຳ​ນົດ​ສະ​ເພາະ​ຂອງ​ນ້ຳ​ມັນ​ເຄື່ອງ​ຈັກ

    ປະ​ເພດນ້ຳ​ມັນ​ເຄື່ອງ: ນ້ຳ​ມັນ​ເຄື່ອງມີ​ສານ​ຊັກ​ລ້າງ (SF ບຳ​ລຸງ​ຮັກ​ສາ API, SG, SH, SJ ຫຼື SL)

    ຄວາມ​ຈຸ​ຖັງ​ຂໍ້​ຫວ່ຽງ:

    • ຈັກ Kawasaki FX751 ແລະ FX801—2.3 ລິດ (78 ອອນ​ຂອງ​ແຫຼວ) ພ້ອມ​ການ​ປ່ຽນ​ໝໍ້​ກອງ; 2.1 ລິດ (71 ອອນ​ຂອງ​ແຫຼວ) ໂດຍ​ທີ່​ບໍ່​ປ່ຽນ​ໝໍ້​ກອງ

    • ຈັກ Kawasaki FX751 ແລະ FX801—1.9 ລິດ (64 ອອນ​ຂອງ​ແຫຼວ) ພ້ອມ​ການ​ປ່ຽນ​ໝໍ້​ກອງ; 1.7 ລິດ (57 ອອນ​ຂອງ​ແຫຼວ) ໂດຍ​ທີ່​ບໍ່​ປ່ຽນ​ໝໍ້​ກອງ

    ຄວາມ​ໜຽວ: ເບິ່ງ​ຕາ​ຕະ​ລາງ​ຢູ່​ລຸ່ມ​ນີ້.

    artpending

    Note: ເຖິງ​ແມ່ນ​ວ່າແນະ​ນຳ​ໃຫ້​ໃຊ້​ນ້ຳ​ມັນ​ເຄື່ອງ​ຈັກ 10W-40 ສຳ​ລັບ​ເກືອບ​ທຸກ​ສະ​ພາບ, ທ່ານ​ອາດ​ຈະຈຳ​ເປັນ​ຕ້ອງ​ໄດ້​ປ່ຽນ​ຄວາມ​ໜຽວ​ນ້ຳ​ມັນ​ເຄື່ອງ​ເພື່ອ​ຮອງ​ຮັບ​ສະ​ພາບ​ບັນ​ຍາ​ກາດ. ການ​ໃຊ້ນ້ຳ​ມັນ​ເຄື່ອງ​ຈັກ 20W-50 ຢູ່​ໃນອຸນ​ຫະ​ພູມຮອບ​ຂ້າງ​ສູງສາ​ມາດ​ຫຼຸດ​ການ​ໃຊ້​ນ້ຳ​ມັນ​ເຄື່ອງ​ລົງ​ໄດ້.

    ການກວດເບິ່ງລະດັບນ້ຳມັນເຄື່ອງ

    Note: ກວດ​ເບິ່ງນ້ຳ​ມັນ​ເຄື່ອງຈັກເມື່ອ​ຈັກ​ເຢັນ.

    Important: ຖ້າ​ທ່ານເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່ທ້ອງ​ອ່າງ​ເພົາ​ຂໍ້​ຫວ່ຽງຈັກຈົນ​ລົ້ນ ຫຼື ບໍ່​ພຽງ​ພໍ ແລະ ຕິດ​ຈັກ​ໄວ້, ທ່ານ​ອາດ​ຈະເຮັດ​ໃຫ້​ຈັກ​ເພ​ໄດ້.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

      Note: ໃຫ້​ແນ່​ໃຈ​ວ່າ​ຈັກ​ເຢັນ​ເພື່ອ​ທີ່​ນຳ​ມັນ​ເຄື່ອງ​ມີ​ເວ​ລາ​ລະ​ບາຍ​ອອກ​ໄປ​ສູ່ອ່າງ​ຮັບ.

    3. ເພື່ອ​ເອົາ​ຂີ້​ຝຸ່ນ, ຫຍ້າທີ່​ຕັດ​ອອກ, ອື່ນໆ​ອອກ​ຈາກ​ຈັກ, ທຳ​ຄວາມ​ສະ​ອາດ​ພື້ນ​ທີ່​ຮອບ​ຝາ​ປິດ​ຕື່ມ​ນ້ຳ​ມັນ​ເຄື່ອງ ແລະ ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ກ່ອນ​ເອົາ​ມັນ​ອອກ (ຮູບສະແດງ ).

    artpendingartpending

    ການປ່ຽນນ້ຳ​ມັນເຄື່ອງຈັກ

    Note: ກຳ​ຈັດນ້ຳ​ມັນ​ເຄື່ອງ​ໃຊ້​ແລ້ວ​ຢູ່​ທີ່​ສູນ​ນຳ​ກັບ​ຄືນ​ມາ​ໃຊ້​ໃໝ່.

    1. ຕິດຈັກ ແລະ ປ່ອຍ​ໃຫ້ມັນຕິດ​ຢູ່​ເປັນ​ເວ​ລາປະມານ 5 ນາທີ.

      Note: ອັນ​ນີ້​ແມ່ນ​ອຸ່ນ​ນ້ຳ​ມັນ​ເຄື່ອງ​ເພື່ອ​ໃຫ້​ມັນ​ລະ​ບາຍ​ໄດ້​ດີກວ່າ.

    2. ຈອດ​ເຄື່ອງ​ຈັກ​ໄວ້​ເພື່ອ​ໃຫ້​ດ້ານ​ລະ​ບາຍ​ອອກ​ຕ່ຳ​ກວ່າ​ດ້ານ​ຂ້າງ​ເລັກ​ນ້ອຍເພື່ອ​ໃຫ້​ແນ່​ໃຈ​ວ່າ​ນ້ຳ​ມັນ​ເຄື່ອງ​ລະ​ບາຍ​ອອກ​ໝົດ.

    3. ປົດສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃສ່ເບ​ຣກ​ມື.

    4. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    5. ປ່ອຍນ້ຳ​ມັນ​ເຄື່ອງ​ອອກ​ຈາກ​ຈັກ (ຮູບສະແດງ ).

      artpendingartpending
    6. ຖອກ​ນ້ຳ​ມັນ​ເຄື່ອງ​ທີ່​ລະ​ບຸ​ໃຫ້ປະ​ມານ 80% ຊ້າໆ​ລົງ​ໃສ່​ທໍ່​ໝໍ້​ກອງ ແລະ ເຕີມ​ນ້ຳ​ມັນ​ເຄື່ອງ​ເພີ່ມ​ເຕີມ​ຊ້າໆ​ໃສ່​ເພື່ອ​ໃຫ້​ມັນ​ມາ​ເຖິງ​ຂີດ​ໝາຍເຕັມ (ຮູບສະແດງ ).

      artpending
    7. ຕິດ​ຈັກ ແລະ ຂັບ​ຂີ່ໄປ​ບ່ອນ​ພຽງ.

    8. ກວດເບິ່ງລະ​ດັບ​ນ້ຳມັນ​ເຄື່ອງອີກ.

    ການປ່ຽນໝໍ້​ກອງນ້ຳມັນເຄື່ອງຈັກ

    1. ປ່ອຍນ້ຳ​ມັນ​ເຄື່ອງ​ອອກ​ຈາກ​ຈັກ; ໃຫ້​ເບິ່ງ .

    2. ປ່ຽນໝໍ້​ກອງນ້ຳມັນເຄື່ອງຈັກ (ຮູບສະແດງ ).

      artpendingartpending

      Note: ໃຫ້​ແນ່​ໃຈ​ວ່າ​ຢ່ວງ​ຮອງກອງ​ນ້ຳ​ມັນ​ເຄື່ອງ​ສຳ​ຜັດ​ກັບ​ຈັກ ແລະ ຈາກ​ນັ້ນ​ບິດກອງ​ນ້ຳ​ມັນ​ເຄື່ອງ​ໃຫ້​ໄດ້ອີກຕື່ມ ¾ ຮອບ.

    3. ເຕີມນ້ຳມັນເຄື່ອງໃໝ່​ປະ​ເພດ​ທີ່​ເໝາະ​ສົມໃສ່ທ້ອງ​ອ່າງ​ເພົາ​ຂໍ້​ຫວ່ຽງ; ໃຫ້​ເບິ່ງ .

    ການສ້ອມບຳລຸງຮັກ​ສາຫົວ​ທຽນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 100 ຊົ່ວໂມງ
  • ສຳ​ລັບຈັກ Kawasaki—ປ່ຽນ ຫຼື ທຳ​ຄວາມ​ສະ​ອາດ ແລະ ປັບ​ຊ່ອງ​ຫວ່າງຫົວ​ທຽນ.
  • ໃຫ້​ແນ່​ໃຈ​ວ່າ​ຊ່ອງ​ຫວ່າງ​ອາ​ກາດ​ລະ​ຫວ່າງ​ຂົ້ວ​ໄຟ​ຟ້າ​ໃຈກາງ ແລະ ດ້ານ​ຂ້າງ​ຖືກ​ຕ້ອງ​ກ່ອນ​ຕິດ​ຕັ້ງ​ຫົວ​ທຽນ. ໃຊ້​ກະ​ແຈ​ບິດ​ຫົວ​ທຽນ​ເພື່ອ​ເອົາ​ຫົວ​ທຽນ​ອອກ ແລະ ຕິດ​ຕັ້ງ​ຫົວ​ທຽນ​ຄືນ ແລະ ເຄື່ອງ​ມື​ປັບ​ຊ່ອງ​ຫວ່າງ ຫຼື ເຄື່ອງ​ແທກ​ຄວາມ​ຮູ້​ສຶກ​ເພື່ອກວດ​ເບິ່ງ ແລະ ປັບ​ຊ່ອງ​ຫວ່າງ​ອາ​ກາດ. ຕິດ​ຕັ້ງ​ຫົວ​ທຽນ​ໃໝ່, ຖ້າ​ຈຳ​ເປັນ.

    ປະ​ເພດ​ຂອງ​ຫົວ​ທຽນ:

    • ຈັກ Kawasaki FX751 ແລະ FX801—NGK® BPR4ES ຫຼື ທຽບ​ເທົ່າ

    • ຈັກ Kawasaki FX921 ແລະ FX1000—NGK® BPR5ES ຫຼື ທຽບ​ເທົ່າ

    ຊ່ອງ​ຫວ່າງ​ອາ​ກາດ: 0.75 ມມ (0.030 ນິ້ວ)

    ການເອົາຫົວ​ທຽນອອກ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ທຳ​ຄວາມ​ສະ​ອາດ​ພື້ນ​ທີ່​ຮອບ​ຖານ​ຂອງ​ຫົວ​ທຽນ​ເພື່ອ​ເອົາ​ສິ່ງ​ທີ່​ເປື້ອນ ແລະ ຂີ້​ເຫຍື້ອ​ອອກ​ຈາກ​ຈັກ.

    4. ຊອກ​ຫາ ແລະ ເອົາຫົວ​ທຽນອອກດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

      artpendingartpending

    ການກວດ​ເບິ່ງຫົວ​ທຽນ

    Important: ຢ່າ​ທຳ​ຄວາມສະ​ອາດ​ຫົວ​ທຽນ. ໃຫ້​ປ່ຽນ​ຫົວ​ທຽນ​ສະ​ເໝີ​ເມື່ອ​ມັນ​ມີ ສີ​ເຄືອບດຳ; ຂົ້ວ​ໄຟ​ຟ້າ​ຈີກ​ຂາດ, ຟີມ​ມີ​ນ້ຳ​ມັນ ຫຼື ມີ​ຮອຍ​ແຕກ.

    ຖ້າ​ທ່ານ​ເຫັນ​ສີ​ນ້ຳ​ຕານ​ອ່ອນ ຫຼື ສີ​ເທົາ​ຢູ່​ໃນ​ສະ​ນວນ​ຫຸ້ມ, ເຄື່ອງ​ຈັກ​ໃຊ້​ງານ​ໄດ້​ຢ່າງ​ຖືກ​ຕ້ອງ. ສີ​ເຄືອບ​ດຳ​ຢູ່​ໃນ​ສະ​ນວນ​ຫຸ້ມໂດຍປົກ​ກະ​ຕິ​ໝາຍເຖິງ​ໝໍ້​ກອງ​ອາ​ກາດ​ເປື້ອນ.

    ຕັ້ງຊ່ອງ​ຫວ່າງຫາ 0.75 ມມ (0.03 ນິ້ວ).

    artpending

    ການຕິດ​ຕັ້ງຫົວ​ທຽນ

    artpending

    ການ​ທຳ​ຄວາມ​ສະ​ອາດ​ຕະ​ແກງ​ຈັກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ທຳ​ຄວາມ​ສະ​ອາດ​ຕະ​ແກງຈັກ, ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງຈັກ ແລະ ພື້ນ​ທີ່​ຮອບ​ຈັກ.
  • ທຳ​ຄວາມ​ສະ​ອາດ​ຮອບ​ລະ​ບົບ​ອາຍ​ເສຍ​ຈັກ.
  • ກ່ອນ​ການ​ນຳ​ໃຊ້​ແຕ່​ລະ​ຄັ້ງ, ເອົາ​ຫຍ້າ, ດິນຕິດ ຫຼື ເສດ​ຂີ້​ເຫຍື້ອ​ອື່ນໆ​ທີ່​ຕິດ​ສະ​ສົມ​ຢູ່​ນັ້ນ​ອອກ​ຈາກ​ຕະ​ແກງ​ຈັກ, ທໍ່​ອາຍ​ເສຍ​ຈັກ, ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງຈັກ ແລະ ພື້ນ​ທີ່​ຮອບ​ຈັກ. ນີ້ຊ່ວຍ​ຮັບ​ປະ​ກັນ​ການ​ເຢັນ​ລົງ​ທີ່​ພຽງ​ພໍ ແລະ ເຮັດ​ໃຫ້​ຄວາມ​ໄວ​ຈັກ​ຖືກ​ຕ້ອງ ແລະ ຫຼຸດ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ຮ້ອນ​ຫຼາຍ ແລະ ຄວາມ​ເປ່​ເພ​ທາງ​ດ້ານ​ກົນ​ຈັກ​ຕໍ່​ຈັກ.

    ການກວດ​ເບິ່ງຕົວ​ຈັບ​ປະ​ກາຍ​ໄຟ

    ສຳ​ລັບ​ເຄື່ອງ​ຈັກ​ທີ່​ມີ​ຕົວ​ຈັບ​ປະ​ກາຍ​ໄຟ
    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ກວດ​ເບິ່ງຕົວ​ຈັບ​ປະ​ກາຍ​ໄຟ (ຖ້າ​ໄດ້​ປະ​ກອບ​ມາ​ນຳ).
  • ຄຳເຕືອນ

    ສ່ວນ​ປະ​ກອບ​ລະ​ບົບ​ອາຍ​ເສຍຮ້ອນ​ອາດ​ຈະ​ຈູດ​ໄໝ້​ອາຍ​ນ້ຳ​ມັນ​ໄດ້, ແມ້ຫຼັງ​ຈາກ​ທ່ານມອດ​ຈັກ​ແລ້ວ​ກໍ​ຕາມ. ອະ​ນຸ​ພາກ​ຮ້ອນ​ທີ່​ເປັນ​ອາຍ​ເສຍ​ໃນ​ລະ​ຫວ່າງ​ການ​ໃຊ້​ງານ​ຂອງ​ຈັກ​ອາດ​ຈະ​ຈູດ​ໄຟ​ວັດ​ຖຸ​ທີ່​ສາ​ມາດ​ຕິດ​ໄຟ​ໄດ້, ສົ່ງ​ຜົນ​ໃຫ້​ເກີດ​ການ​ບາດ​ເຈັບສາ​ຫັດ ຫຼື ຊັບ​ສິນ​ເສຍ​ຫາຍ.

    ຢ່າ​ເຕີມ​ນ້ຳ​ມັນ​ເຊື້ອ​ໄຟ ຫຼື ເດີນ​ຈັກ, ນອກ​ຈາກວ່າ​ໄດ້​ຕິດ​ຕັ້ງ​ຕົວ​ຈັບ​ປະ​ກາຍ​ໄຟ​ແລ້ວ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດ PTO ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ລໍ​ຖ້າ​ໃຫ້ທໍ່​ເກັບ​ສຽງເຢັນ.

    4. ຖ້າ​ທ່ານ​ເຫັນ​ການ​ແຕກ​ແຫງ​ໃດ​ໜຶ່ງ​ໃນ​ຕະ​ແກງ ຫຼື ຮອຍ​ເຊື່ອມ​ຈອດ, ປ່ຽນ​ຕົວ​ຈັບ.

    5. ຖ້າ​ຕະ​ແກງ​ອຸດ​ຕັນ, ເອົາ​ຕົວ​ຈັບ​ອອກ, ສັ່ນ​ອະ​ນຸ​ພາກ​ທີ່​ຫຼວມ​ອອກ​ຈາກ​ຕົວ​ຈັບ ແລະ ທຳ​ຄວາມ​ສະ​ອາດ​ຕະ​ແກງດ້ວຍ​ແປງ​ຂັດ​ລວດ (ຈຸ່ມ​ຕະ​ແກງ​ລົງ​ໃນ​ສານ​ທຳ​ລະ​ລາຍ, ຖ້າ​ຈຳ​ເປັນ).

    6. ຕິດ​ຕັ້ງ​ຕົວ​ຈັບ​ໃນ​ຊ່ອງ​ອອກ​ຂອງ​ອາຍ​ເສຍ.

    ການບຳລຸງຮັກສາລະບົບນໍ້າມັນເຊື້ອໄຟ

    ອັນຕະລາຍ

    ພາຍ​ໃຕ້ເງື່ອນໄຂສະເພາະໃດໜຶ່ງ, ນ້ຳມັນເຊື້ອໄຟໄວໄຟຫຼາຍ ແລະ ລະເບີດໄດ້ສູງ. ໄຟໄໝ້ ຫຼື ການລະເບີດຈາກນໍ້າມັນເຊື້ອໄຟສາມາດເຮັດໃຫ້ທ່ານ ແລະ ຄົນອື່ນໆຖືກ​ໄໝ້ ແລະ ສາມາດເຮັດໃຫ້ຊັບສິນເສຍຫາຍໄດ້.

    ໃຫ້ເບິ່ງ ສຳ​ລັບລາຍ​ການ​ຄຳ​ເຕືອນ​ລ່ວງ​ໜ້າ​ກ່ຽວ​ກັບ​ນ້ຳ​ມັນ​ສະ​ບັບ​ຄົບ​ຖ້ວນ.

    ການປ່ຽນໝໍ້ກອງນໍ້າມັນເຊື້ອໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 500 ຊົ່ວໂມງ
  • ປ່ຽນໝໍ້ກອງນໍ້າມັນ(ເຮັດ​ເລື້ອຍໆໃນສະພາບທີ່ເປື້ອນ, ມີ​ຂີ້​ຝຸ່ນຫຼາຍ).
  • Important: ຕິດ​ຕັ້ງ​ທໍ່​ນ້ຳ​ມັນ ແລະ ຍຶດດ້ວຍ​ສາຍ​ຮັດ​ປ​ລາ​ສ​ຕິກ​ຄື​ກັນ​ກັບ​ທີ່​ພວກ​ມັນ​ຖືກ​ຕິດ​ຕັ້ງ​ເບື້ອງ​ຕົ້ນ​ຢູ່​ທີ່​ໂຮງ​ງານ​ເພື່ອ​ຮັກ​ສາ​ສາຍ​ນ້ຳ​ມັນ​ໃຫ້​ຢູ່​ຫ່າງ​ຈາກ​ອົງ​ປະ​ກອບ​ຕ່າງໆ​ທີ່​ສາ​ມາດ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ກັບ​ທໍ່​ນ້ຳ​ມັນ.

    ຢ່າ​ຕິດ​ຕັ້ງໝໍ້​ກອງເປື້ອນຫຼັງ​ຈາກເອົາ​ມັນ​ອອກ​ມາ​ຈາກທໍ່ນ້ຳ​ມັນ​ເຊື້ອ​ໄຟ.

    ກອງ​ນ້ຳ​ມັນ​ຕັ້ງ​ຢູ່​ໃກ້​ກັບ​ຈັກ​ໃນ​ດ້ານ​ໜ້າເບື້ອງ​ຊ້າຍຂອງ​ຈັກ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ປ່ອຍໃຫ້ເຄື່ອງຈັກເຢັນລົງ.

    4. ປ່ຽນກອງນໍ້າມັນ (ຮູບສະແດງ ).

      Note: ໃຫ້​ແນ່​ໃຈ​ວ່າ​ລູກ​ສອນ​ທິດ​ທາງ​ການ​ໄຫຼໃນ​ໝໍ້​ກອງ​ປ່ຽນ​ຊີ້​ໄປ​ທາງຈັກ.

      artpending

    ການບຳລຸງຮັກ​ສາຖັງນໍ້າມັນເຊື້ອໄຟ

    ຢ່າພະ​ຍາ​ຍາມ​ລະ​ບາຍ​ຖັງນໍ້າມັນເຊື້ອໄຟ. ໃຫ້​ແນ່​ໃຈ​ວ່າ​ຜູ້​ໃຫ້​ບໍ​ລິ​ການ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ລະ​ບາຍ​ຖັງ​ນ້ຳ​ມັນ ແລະ ເຮັດ​ການ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ​ອົງ​ປະ​ກອບ​ໃດ​ໜຶ່ງ​ຂອງ​ລະ​ບົບ​ນ້ຳ​ມັນ.

    ການບຳລຸງຮັກສາລະບົບໄຟຟ້າ

    ຄວາມປອດໄພຂອງລະບົບໄຟຟ້າ

    • ຕັດ​ເຊື່ອມ​ຕໍ່​ສາຍ​ໄຟ​ຈາກ​ຫົວ​ໝໍ້​ໄຟ​ຂົ້ວ​ລົບ​ກ່ອນ​ສ້ອມ​ແປງ​ເຄື່ອງ​ຈັກ.

    • ສາກແບັດເຕີຣີໃນບ່ອນທີ່ເປີດ, ມີອາກາດຖ່າຍເທດີ, ຫ່າງຈາກປະ​ກາຍໄຟ ແລະ ແປວໄຟ. ຖອດສາຍສາກໄຟກ່ອນທີ່ຈະເຊື່ອມຕໍ່ ຫຼື ຕັດ​ເຊື່ອມ​ຕໍ່ແບັດເຕີຣີ. ໃສ່ເຄື່ອງນຸ່ງປ້ອງກັນ ແລະ ໃຊ້ເຄື່ອງມືປ້ອງກັນ.

    ການບຳລຸງຮັກ​ສາແບັດເຕີຣີ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ລາຍເດືອນ
  • ກວດ​ເບິ່ງການ​ສາກແບັດ​ເຕີ​ຣີ.
  • ກາ​ນເອົາແບັດ​ເຕີ​ຣີ​ອອກ

    ຄຳເຕືອນ

    ຫົວ​ແບັດ​ເຕີ​ຣີ ຫຼື ເຄື່ອງ​ມື​ໂລ​ຫະ​ສາ​ມາດ​ຊັອດ​ໃສ່​ສ່ວນ​ປະ​ກອບເຄື່ອງ​ຈັກ​ທີ່​ເປັນ​ໂລ​ຫະ ເຮັດ​ໃຫ້​ເກີດ​ປະ​ກາຍ​ໄຟ​ໄດ້. ປະກາຍໄຟສາມາດເຮັດໃຫ້ແກ໊ສ​ໃນແບັດ​ເຕີ​ຣີລະເບີດ, ເຊິ່ງເຮັດໃຫ້ມີການບາດເຈັບສ່ວນບຸກຄົນ.

    • ເມື່ອ​ຖອດ ຫຼື ຕິດ​ຕັ້ງ​ແບັດ​ເຕີ​ຣີ, ຢ່າ​ປ່ອຍ​ໃຫ້​ຫົວ​ແບັດ​ເຕີ​ຣີ​ສຳ​ລັບ​ກັບ​ສ່ວນ​ຂອງ​ເຄື່ອງ​ຈັກ​ທີ່​ເປັນ​ໂລ​ຫະ.

    • ຢ່າ​ປ່ອຍ​ໃຫ້​ເຄື່ອງ​ມື​ໂລ​ຫະ​ຊັອດ​ລະ​ຫວ່າງ​ຫົວ​ແບັດ​ເຕີ​ຣີ ແລະ ສ່ວນ​ຂອງ​ເຄື່ອງ​ຈັກ​ທີ່​ເປັນ​ໂລ​ຫະ.

    ຄຳເຕືອນ

    ການເອົາ​ສາຍໄຟອອກ​ຈາກ​ແບັດ​ເຕີ​ຣີທີ່ບໍ່ຖືກຕ້ອງສາມາດເຮັດ​ໃຫ້​ເຄື່ອງ​ຈັກ ແລະ ສາຍ​ໄຟ​ເສຍ​ຫາຍ, ກໍ່ໃຫ້ເກີດປະກາຍໄຟໄດ້. ປະກາຍໄຟສາມາດເຮັດໃຫ້ແກ໊ສ​ໃນແບັດ​ເຕີ​ຣີລະເບີດ, ເຊິ່ງເຮັດໃຫ້ມີການບາດເຈັບສ່ວນບຸກຄົນ.

    • ຄວນຖອດສາຍໄຟລົບ (ສີດຳ) ຂອງ​ແບັດ​ເຕີ​ຣີ​ຢູ່​ຕະ​ຫຼອດກ່ອນທີ່ຈະຖອດສາຍໄຟບວກ (ສີແດງ).

    • ເຊື່ອມຕໍ່ສາຍໄຟບວກ (ສີແດງ) ຂອງ​ແບັດ​ເຕີ​ຣີຢູ່​ຕະ​ຫຼອດກ່ອນທີ່ຈະເຊື່ອມຕໍ່ສາຍໄຟລົບ (ສີດໍາ).

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ເອົາແບັດ​ເຕີ​ຣີອອກດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

      artpendingartpending

    ການສາກ​ແບັດ​ເຕີ​ຣີ

    ຄຳເຕືອນ

    ການສາກແບັດເຕີຣີ​ເຮັດ​ໃຫ້​ເກີດອາຍແກັສທີ່ສາມາດລະເບີດໄດ້.

    ຢ່າສູບຢາຢູ່ໃກ້ແບັດເຕີຣີ ແລະ ໃຫ້ປະກາຍໄຟ ແລະ ແປວໄຟຢູ່ຫ່າງຈາກແບັດ​ເຕີ​ຣີ.

    Important: ໃຫ້​ສາກ​ແບັດ​ເຕີ​ຣີ​ໄວ້​ເຕັມ​ຢູ່​ສະ​ເໝີ (ຄວາມຖ່ວງຈໍາເພາະ 1.265). ໂດຍ​ສະ​ເພາະ​ສິ່ງນີ້​ແມ່ນ​ສິ່ງ​ສຳ​ຄັນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ຕົວ​ແບັດ​ເຕີ​ຣີ​ເມື່ອ​ອຸນ​ຫະ​ພູມ​ຢູ່​ຕ່ຳ​ກວ່າ 0°C (32°F).

    1. ເອົາແບັດ​ເຕີ​ຣີ​ອອກຈາກໂຄງ​ຮອງ​ຮັບ; ໃຫ້​ເບິ່ງ .

    2. ສາກແບັດເຕີຣີເປັນ​ເວ​ລາ 10 ຫາ 15 ນາ​ທີໃນອັດຕາ 25 ຫາ 30 A ຫຼື ເປັນເວລາ 30 ນາທີທີ່ 10 A.

      Note: ຢ່າ​ສາກ​ແບັດ​ເຕີ​ຣີ​ໃຫ້​ເຕັມ​ຈົນ​ເກີນ​ໄປ.

    3. ເມື່ອສາກແບັດ​ແຕີ​ຣີແລ້ວ, ຖອດ​ປັກ​ສຽບ​ເຄື່ອງ​ສາກ​ອອກ​ໄປ​ຈາກ​ບ່ອນ​ສຽບ​ໄຟ, ຈາກນັ້ນຕັດ​ເຊື່ອມ​ຕໍ່ຊືນເຄື່ອງ​ສາກ​ອອກ​ຈາກ​ຫົວ​ແບັດ​ເຕີ​ຣີ (ຮູບສະແດງ ).

    4. ຕິດ​ຕັ້ງແບັດ​ເຕີ​ຣີຢູ່​ໃນ​ເຄື່ອງ​ຈັກ ແລະ ຕໍ່​ສາຍ​ແບັດ​ເຕີ​ຣີ; ໃຫ້​ເບິ່ງ .

      Note: ຢ່າ​ເດີນ​ເຄື່ອງ​ຈັກ​ໂດຍ​ທີ່​ບໍ່​ໄດ້​ເຊື່ອມ​ຕໍ່​ແບັດ​ເຕີ​ຣີ; ອາດ​ຈະ​ເກີດ​ຄວາມ​ເສຍ​ຫາຍ​ທາງ​ໄຟ​ຟ້າ​ຂຶ້ນ.

      artpending

    ການຕິດ​ຕັ້ງ​ແບັດ​ເຕີ​ຣີ

    1. ວາງ​ຕຳ​ແໜ່ງ​ແບັດ​ເຕີ​ຣີ​ໃນ​ຖາດ​ດ້ວຍ​ຫົວຂົ້ວ​ກົງ​ກັນ​ຂ້າມ​ຈາກ​ຖັງ​ໄຮ​ໂດຼ​ລິກ (ຮູບສະແດງ ).

    2. ຕິດ​ຕັ້ງ​ສາຍ​ແບັດ​ເຕີ​ຣີຂົ້ວ​ບວກ (ສີ​ແດງ) ໃສ່​ແບັດ​ເຕີ​ຣີ​ຂົ້ວ​ບວກ (+).

    3. ຕິດ​ຕັ້ງ​ສາຍ​ແບັດ​ເຕີ​ຣີຂົ້ວ​ລົບ (ສີ​ດຳ) ແລະ ສາຍ​ດິນໃສ່​ແບັດ​ເຕີ​ຣີ​ຂົ້ວ​ລົ​ບ (-).

      Note: ສຳ​ລັບ​ເຄື່ອງ​ຈັກ MyRide, ໃຫ້​ແນ່​ໃຈ​ວ່າ​ສາຍ​ດິນ​ບໍ່​ຖູ​ໃສ່​ກັບ​ແຂນ​ພ່ວງ ຫຼື ຖານ​ສະ​ເທືອນ​ທາງ​ລຸ່ມ (ຮູບສະແດງ ).

      artpending
    4. ຍຶດ​ສາຍ​ດ້ວຍ​ນັອດ​ຕົວ​ຜູ້ 2 ຕົວ, ແຫວນ​ຮອງ 2 ອັນ ແລະ ນັອດ​ລັອກ​ຕົວ​ແມ່ 2 ຕົວ (ຮູບສະແດງ ).

    5. ເລື່ອນ​ຝາ​ປົກຂົ້ວ​ສີ​ແດງໄປ​ໃສ່ສົ້ນແບັດ​ເຕີ​ຣີ​ຂົ້ວ​ບວກ (+).

    6. ຍຶດ​ແບັດ​ເຕີ​ຣີ​ດ້ວຍສາຍ​​ຮັດ​ຢາງ (ຮູບສະແດງ ).

    ການສ້ອມ​ບຳ​ລຸງ​ຮັກ​ສາຟິວ

    ລະ​ບົບ​ໄຟ​ຟ້າຖືກ​ປົກ​ປ້ອງ​ດ້ວຍ​ຟິວ. ມັນບໍ່​ຈຳ​ເປັນ​ຕ້ອງ​ມີ​ການ​ບຳ​ລຸງ​ຮັກ​ສາ; ເຖິງ​ແນວ​ໃດ​ກໍ​ຕາມ, ຖ້າ​ຟິວ​ຂາດ, ໃຫ້​ກວດ​ເບິ່ງ​ອົງ​ປະ​ກອບ ແລະ ວົງ​ຈອນ​ສຳ​ລັບ​ການ​ບໍ່​ເຮັດ​ວຽກ ຫຼື ການ​ຊັອດ.

    ຟິວ​ຕັ້ງ​ຢູ່​ໃນ​ຕູ້​ຄວບ​ຄຸມ​ເບື້ອງ​ຂວາ​ຖັດ​ກັບ​ບ່ອນ​ນັ່ງ (ຮູບສະແດງ ).

    1. ເພື່ອ​ປ່ຽນ​ຟິວ, ດຶງຟິວອອກ​ເພື່ອ​ເອົາ​ມັນ​ອອກ.

    2. ຕິດຕັ້ງຟິວໃໝ່ (ຮູບສະແດງ ).

      artpending

    ການບຳລຸງຮັກສາລະບົບຂັບເຄື່ອນ

    ການກວດເບິ່ງ​ສາຍ​ແອວ​ນິ​ລະ​ໄພ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງ​ສາຍ​ແອວ​ນິ​ລະ​ໄພ.
  • ກວດ​ກາ​ເບິ່ງສາຍ​ແອວ​ນິລະ​ໄພສຳ​ລັບ​ການ​ຫຼຸ້ຍ​ຫ້ຽນ, ຮອຍ​ບາດ ແລະ ການ​ໃຊ້​ງານ​ທີ່​ຖືກ​ຕ້ອງ​ຂອງ​ສາຍ​ແອວ ແລະ ຫົວ​ເຂັມຂັດ. ປ່ຽນສາຍແອວ​ນິ​ລະ​ໄພ, ຖ້າມັນເປ່​ເພ.

    ການປັບການນຳ​ຮອຍ

    1. ປົດສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO).

    2. ຂັບ​ໄປ​ບ່ອນ​ພຽງ, ໂລ່ງ ແລະ ເຄື່ອນຄັນ​ໂຍກ​ຄວບ​ຄຸມ​ການ​ເຄື່ອນ​ໄຫວໄປ​ຫາ​ຕຳ​ແໜ່ງລັອກ​ເກຍ​ຫວ່າງ.

    3. ຍ້າຍ​ຄັນເລັ່ງໄປ​ລະ​ຫວ່າງ​ກາງ​ລະ​ຫວ່າງ​ຕຳ​ແໜ່ງໄວ ແລະ ຊ້າ.

    4. ເຄື່ອນຄັນ​ໂຍກ​ຄວບ​ຄຸມ​ການ​ເຄື່ອນ​ໄຫວທັງ​ສອງ​ໄປ​ທາງ​ໜ້າ​ຈົນ​ກວ່າ​ພວກ​ມັນ​ທັງ​ສອງ​ໄປ​ຕຳ​ບ່ອນ​ຢຸດ​ຢູ່​ໃນ​ຊ່ອງຕົວ T.

    5. ກວດ​ເບິ່ງວ່າ​ເຄື່ອງ​ຈັກ​ຕິດ​ຕາມ​ໄປ​ທາງ​ໃດ.

    6. ຖ້າ​ເຄື່ອງ​ຈັກ​ຕິດ​ຕາມ​ໄປ​ທາງ​ຂວາ, ສອດ​ກະ​ແຈ​ປາກ​ຫົກ​ຫຼ່ຽມຂະ​ໜາດ 3/16 ນິ້ວ​ເຂົ້າ​ໄປ​ຜ່ານ​ຮູບ​ເຂົ້າ​ເຖິງ​ຢູ່​ຖາດ​ຝາ​ປົກ​ດ້ານ​ໜ້າ​ຊ້າຍ ແລະ ໝູນ​ນັອດ​ກຽວ​ຕິດ​ຕາມ​ໄປ​ຕາມ​ທິດ​ເຂັມ​ໂມງ ຫຼື ທວນ​ເຂັມ​ໂມງ​ເພື່ອ​ປັບ​ການ​ເຄື່ອນ​ໄປ​ຂອງ​ຄັນ​ໂຍກ (ຮູບສະແດງ ).

    7. ຖ້າ​ເຄື່ອງ​ຈັກ​ຕິດ​ຕາມ​ໄປ​ທາງ​ຊ້າຍ, ສອດ​ກະ​ແຈ​ປາກ​ຫົກ​ຫຼ່ຽມຂະ​ໜາດ 3/16 ນິ້ວ​ເຂົ້າ​ໄປ​ຜ່ານ​ຮູບ​ເຂົ້າ​ເຖິງ​ຢູ່​ຖາດ​ຝາ​ປົກ​ດ້ານ​ໜ້າ​ຂວາ ແລະ ໝູນ​ນັອດ​ກຽວ​ຕິດ​ຕາມ​ໄປ​ຕາມ​ທິດ​ເຂັມ​ໂມງ ຫຼື ທວນ​ເຂັມ​ໂມງ​ເພື່ອ​ປັບ​ການ​ເຄື່ອນ​ໄປ​ຂອງ​ຄັນ​ໂຍກ (ຮູບສະແດງ ).

    8. ຂັບ​ເຄື່ອງ​ຈັກ ແລະ ກວດ​ເບິ່ງ​ການ​ຕິດ​ຕາມ​ໄປ​ທາງ​ໜ້າ​ຈົນ​ສຸດ.

    9. ເຮັດການ​ປັບຊ້ຳ​ຄືນ​ຈົນ​ກວ່າ​ໄດ້ການ​ຕິດ​ຕາມທີ່​ຕ້ອງ​ການ.

      artpending

    ການກວດເບິ່ງຄວາມດັນຂອງຢາງລົດ

    ສຳ​ລັບ​ເຄື່ອງ​ຈັກ​ທີ່​ມີຢາງ​ລໍ້​ໃຊ້​ລົມ​ເທົ່າ​ນັ້ນ
    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ກວດເບິ່ງຄວາມດັນຂອງຢາງລໍ້.ສຳ​ລັບ​ເຄື່ອງ​ຈັກ​ທີ່​ມີຢາງ​ລໍ້​ໃຊ້​ລົມ​ເທົ່າ​ນັ້ນ.
  • ຮັກ​ສາຄວາມດັນລົມໃນຢາງລໍ້ກິ້ງ ແລະ ຢາງ​ລໍ້ຫຼັງ​ຢູ່​ທີ່ 0.90 bar (13 psi). ຄວາມ​ດັນ​ລົມຢາງບໍ່​ສະ​ໝ່ຳ​ສະ​ເໝີ​ສາ​ມາດ​ເຮັດ​ໃຫ້​ການ​ຕັດ​ບໍ່​ສະ​ໝ່ຳ​ສະ​ເໝີ. ກວດ​ສອບ​ຢາງ​ລົດ​ເມື່ອ​ພວກ​ມັນ​ເຢັນ​ເພື່ອ​ໃຫ້​​ອ່ານ​ໄດ້​ຄ່າ​ຄວາມ​ດັນ​ລົງ​ທີ່​ຖືກ​ຕ້ອງກ​ທີ່​ສຸດ.

    artpending

    ການກວດ​ເບິ່ງນັອດຮັດລໍ້ລົດ

    ກວດ​ເບິ່ງ ແລະ ບິດແຮງບິດນັອດຮັດລໍ້ລົດໃຫ້​ໄດ້ 122 ຫາ 136 N∙m (90 ຫາ 100 ft-lb).

    ການບຳລຸງຮັກສາເບກ

    ການປັບເບ​ຣກມື

    ຖ້າ​ທ່ານ​ຕ້ອງ​ການ​ປັບ​ເບ​ຣກ​ມື, ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.

    ການບຳລຸງຮັກສາສາຍພານ

    ການກວດກາ​ສາຍ​ພານ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ກວດ​ກາ​ເບິ່ງກາ​ນ​ແຕກ ແລະ ການຫຼຸ້ຍ​ຫ້ຽນຂອງ​ສາຍ​ພານ.
  • ປ່ຽນສາຍພານ, ຖ້າມັນຈີກ​ຂາດ. ສັນ​ຍານ​ຂອງ​ສາຍ​ພານ​ຈີກ​ຂາດລວມມີ​ສຽງ​ອີດໆ​ໃນຂະ​ນະ​ທີ່ສາຍ​ພານ​ກຳ​ລັງໝູນ, ໃບ​ມີດ​ຖະ​ໄຫຼ​ໄປ​ໃນຂະ​ນະ​ທີ່​ກຳ​ລັງຕັດ​ຫຍ້າ ແລະ ຄົມ​ລຸ່ຍ, ຮອຍ​ໄໝ້ ແລະ ຮອຍ​ແຕກໃນ​ສາຍ​ພານ.

    ການປ່ຽນສາຍພານຈັກ​ຕັດ​ຫຍ້າ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ປ່ອຍເຄື່ອງ​ຕັດ​ຫຍ້າໃຫ້​ຕ່ຳຫາຄວາມ​ສູງ​ຂອງ​ການ​ຕັດ​ທີ່ 76 ມມ (3 ນິ້ວ).

    4. ເອົາຝາ​ປົກສາຍພານອອກ (ຮູບສະແດງ ).

      artpending
    5. ໃຊ້ເຟືອງ​ລໍ້ ⅜ ນິ້ວ​ຢູ່​ໃນ​ຮູ​ຈະ​ຕຸ​ລັດ​ຢູ່​ໃນແຂນ​ຄ້ຳຕົວ​ຢູ່​ເສີຍໆເພື່ອ​ເອົາ​ຄວາມ​ເຄັ່ງ​ຢູ່​ໃນ​ສະ​ປິງ​ຕົວ​ຢູ່​ເສີຍໆ​ອອກ (ຮູບສະແດງ ).

    6. ເອົາສາຍ​ພານ​ອອກ​ຈາກໝາກ​ລໍ້​ພື້ນເຄື່ອງ​ຕັດ​ຫຍ້າ ແລະ ໝາກ​ລໍ້​ຄາດ.

    7. ເອົາ​ແຂ້ວ​ເກາະ​ສາຍ​ພານ​ໃນ​ແຂນ​ຄ້ຳ​ຕົວ​ຢູ່​ເສີຍໆ​ບັນ​ຈຸ​ສະ​ປິງ​ອອກ (ຮູບສະແດງ ).

    8. ເອົາສາຍ​ພານທີ່​ມີ​ຢູ່ອອກ.

    9. ຕິດ​ຕັ້ງ​ສາຍ​ພານ​ໃໝ່​ບໍ​ລິ​ເວນ​ຮອບໝາກ​ລໍ້​ເຄື່ອງ​ຕັດ​ຫຍ້າ ແລະ ໝາກ​ລໍ້​ຄາດ​ຢູ່​ກ້ອງ​ຈັກ (ຮູບສະແດງ ).

      artpending
    10. ຕິດ​ຕັ້ງແຂ້ວ​ເກາະ​ສາຍ​ພານ​ໃນ​ແຂນ​ຄ້ຳ​ຕົວ​ຢູ່​ເສີຍໆ (ຮູບສະແດງ ).

    11. ການໃຊ້ເຟືອງ​ລໍ້ ⅜ ນິ້ວ​ຢູ່​ໃນ​ຮູ​ຈະ​ຕຸ​ລັດ, ຕິດ​ຕັ້ງສະ​ປິງ​ຕົວ​ຢູ່​ເສີຍໆ (ຮູບສະແດງ ).

      Note: ໃຫ້​ແນ່​ໃຈ​ວ່າ​ປາຍ​ສະ​ປິງ​ສຸດ​ຢູ່​ຮ່ອງ​ຕົວ​ຄ້ຳ.

    12. ຕິດ​ຕັ້ງຝາ​ປົກສາຍພານ (ຮູບສະແດງ ).

      artpending

    ການປ່ຽນສາຍພານຂັບເຄື່ອນປ້ຳໄຮ​ໂດຼ​ລິກ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ເອົາ​ສາຍ​ພານເຄື່ອງຕັດຫຍ້າອອກ; ໃຫ້​ເບິ່ງ .

    4. ຍົກເຄື່ອງ​ຈັກຂຶ້ນ ແລະ ຄ້ຳມັນ​ດ້ວຍຂາ​ຄ້ຳກະ​ລິກ.

    5. ໃຊ້ເຟືອງ​ລໍ້ ½ ນິ້ວ ຫຼື ຄານ​ເບ​ຣກ​ເກີຢູ່​ໜຶ່ງໃນ​ຮູ​ຈະ​ຕຸ​ລັດ​ຢູ່​ໃນແຂນ​ຄ້ຳຕົວ​ຢູ່​ເສີຍໆເພື່ອ​ເອົາ​ຄວາມ​ເຄັ່ງ​ຢູ່​ໃນ​ສະ​ປິງ​ຕົວ​ຢູ່​ເສີຍໆ​ອອກ (ຮູບສະແດງ ).

    6. ເອົາ​ສາຍ​ພານ​ທີ່​ມີ​ຢູ​ອອກ​ຈາກ​ໝາກ​ລໍ້​ຕົວ​ຢູ່​ເສີຍໆ, ໝາກ​ລໍ້​ຂັບ​ເຄື່ອນ​ປ້ຳ​ໄຮ​ໂດຼ​ລິກ 2 ອັນ ແລະ ໝາກ​ລໍ້​ຈັກອອກ (ຮູບສະແດງ ).

    7. ຕິດ​ຕັ້ງ​ສາຍ​ພານ​ໃໝ່​ບໍ​ລິ​ເວນ​ຮອບໝາກ​ລໍ້ຕົວ​ຢູ່​ເສີຍໆ, ໝາກ​ລໍ້​ຈັກ ແລະ ໝາກ​ລໍ້​ປ້ຳ​ໄຮ​ໂດຼ​ລິກ 2 ອັນ (ຮູບສະແດງ ).

    8. ການໃຊ້ເຟືອງ​ລໍ້ ½ ນິ້ວ ຫຼື ຄານ​ເບ​ຣກ​ເກີ​ຢູ່​ໜຶ່ງ​ໃນ​ໃນ​ຮູ​ຈະ​ຕຸ​ລັດ, ຕິດ​ຕັ້ງສະ​ປິງ​ຕົວ​ຢູ່​ເສີຍໆ.

      Note: ໃຫ້​ແນ່​ໃຈ​ວ່າ​ປາຍ​ສະ​ປິງ​ສຸດ​ຢູ່​ຮ່ອງ​ຕົວ​ຄ້ຳ.

    9. ຕິດ​ຕັ້ງສາຍ​ພານເຄື່ອງຕັດຫຍ້າ; ໃຫ້​ເບິ່ງ .

      artpending

    ການບຳລຸງຮັກສາລະບົບຄວບຄຸມ

    ການປັບຕໍາແໜ່ງມື​ຈັບບັງ​ຄັບ

    ຖ້າ​ປາຍ​ຂອງ​ຄັນ​ໂຍກ​ຕຳ​ກັນ, ໃຫ້​ເບິ່ງ .

    ການ​ປັບ​ຄວາມ​ສູງ

    ທ່ານ​ສາ​ມາດ​ປັບ​ຄັນ​ໂຍກ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ໃຫ້​ສູງ​ຂຶ້ນ ຫຼື ຕ່ຳ​ລົງ​ໄດ້​ເພື່ອ​ຄວາມ​ສະ​ບາຍ​ສູງ​ສຸດ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ເອົາ​ອຸ​ປະ​ກອນ​ຈັບ​ຄັນ​ໂຍກ​ຄວບ​ຄຸມ​ໃສ່​ເພົາ​ຄັນ​ບັງ​ຄັບ​ອອກ.

      artpending
    4. ເຄື່ອນ​ຄັນ​ໂຍກ​ຄວບ​ຄຸມ​ໄປ​ຫາ​ຊຸດ​ຂອງ​ຮູ​ຖັດ​ໄປ. ຍຶດ​ຄັນໂຍກ​ດ້ວຍ​ອຸ​ປະ​ກອນ.

    5. ເຮັດການ​ປັບຊ້ຳ​ສຳ​ລັບ​ຄັນ​ໂຍກ​ຄວບ​ຄຸມກົງ​ກັນ​ຂ້າມ.

    ການ​ປັບ​ຄວາມອຽງ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ມາຍ​ນັອດ​ຕົວ​ຜູ້ເບື້ອງ​ເທິງ​ຈັບຄັນ​ໂຍກ​ຄວບ​ຄຸມ​ໃສ່​ເພົາ​ຄັນ​ບັງ​ຄັບໃຫ້​ຫຼວມ.

    4. ມາຍ​ນັອດ​ຕົວ​ຜູ້​ດ້ານ​ລຸ່ມ​ໃຫ້​ຫຼວມ​ພໍ​ເພື່ອ​ໝູນ​ຄັນ​ໂຍກ​ຄວບ​ຄຸມ​ກ່ອນ ຫຼື ຫຼັງ. ຮັດ​ນັອດ​ຕົວ​ຜູ້​ທັງ​ສອງ​ໃຫ້​ແໜ້ນ​ເພື່ອ​ຍຶດ​ການ​ຄວບ​ຄຸມ​ຢູ່​ໃນ​ຕຳ​ແໜ່ງ​ໃໝ່.

    5. ເຮັດການ​ປັບຊ້ຳ​ສຳ​ລັບ​ຄັນ​ໂຍກ​ຄວບ​ຄຸມກົງ​ກັນ​ຂ້າມ.

      artpending

    ການ​ປັບເຄື່ອງ​ເຊື່ອມ​ຕໍ່ຄວບ​ຄຸມ​ການ​ເຄື່ອນ​ໄຫວ

    ຕັ້ງ​ຢູ່​ດ້ານ​ໃດ​ໜຶ່ງ​ຂອງ​ເຄື່ອງ​ຈັກ, ກ້ອງ​ບ່ອນ​ນັ່ງ​ແມ່ນ​ເຄື່ອງ​ເຊື່ອມ​ຕໍ່​ຄວບ​ຄຸມ​ປ້ຳ. ການ​ໝູນນັອດ​ຕົວ​ແມ່ຢູ່​ປາຍ​ດ້ວຍ​ກະ​ແຈ​ປາກ​ເລິກ ½ ນິ້ວເຮັດ​ໃຫ້​ມີ​ການ​ປັບ​ລະ​ອຽດ​ເພື່ອ​ໃຫ້​ເຄື່ອງ​ຈັກ​ບໍ່​ເຄື່ອນ​ຍ້າຍ​ໃນ​ເກຍ​ຫວ່າງ. ການ​ປັບ​ໃດໆ​ຄວນ​ປັບ​ສຳ​ລັບ​ການ​ວາງ​ຕຳ​ແໜ່ງ​ເກຍ​ຫວ່າງ​ເທົ່າ​ນັ້ນ.

    ຄຳເຕືອນ

    ຈັກ​ຕ້ອງ​ກຳ​ລັງ​ແລ່ນ ແລະ ລໍ້​ຂັບ​ເຄື່ອນ​ກຳ​ລັງ​ລ້ຽວ​ເພື່ອ​ໃຫ້​ທ່ານ​ສາ​ມາດ​ດຳ​ເນີນ​ການ​ປັບ​ໄດ້. ການ​ສຳ​ຜັດ​ກັບ​ພາກ​ສ່ວນ​ເຄື່ອນ​ໄຫວ​ຢູ່ ຫຼື ພື້ນ​ຜິວ​ທີ່​ຮ້ອນ​ອາດ​ເຮັດ​ໃຫ້​ເ​ກີດ​ການ​ບາດ​ເຈັບ​ກັບ​ຕົວ​ບຸກ​ຄົນ​ໄດ້.

    ໃຫ້​ຮັກ​ສາ​ນິ້ວ​ມື, ມື ແລະ ເຄື່ອງ​ນຸ່ງ​ຂອງ​ທ່ານ​ຢູ່​ຫ່າງ​ໄກ​ຈາກພາກ​ສ່ວນ​ທີ່​ໝູນ ແລະ ພື້ນ​ຜິວ​ທີ່​ຮ້ອນ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ຊຸກແຜ່ນ​ຢຽບຍົກ​ພື້ນ​ຂຶ້ນ, ເອົາ​ສະ​ຫຼັກ​ຄວາມ​ສູງ​ຂອງ​ການ​ຕັດ​ອອກ ແລະ ປ່ອຍ​ພື້ນ​ຈັກ​ຕັດ​ຫຍ້າ​ຕ່ຳ​ລົງສູ່​ພື້ນ

    4. ຍົກ​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ​ຂຶ້ນ ແລະ ຄ້ຳ​ມັນ​ດ້ວຍ​ກະ​ລິກ​ຄ້ຳ (ຫຼື ການຄ້ຳ​ທຽບ​ເທົ່າ) ໃຫ້​ສູງ​ພຽງ​ພໍ​ເພື່ອ​ປ່ອຍ​ໃຫ້​ລໍ້​ຂັບ​ເຄື່ອນ​ໝູນ​ໄດ້​ຢ່າງ​ເສ​ລີ.

    5. ເອົາ​ການ​ເຊື່ອມ​ຕໍ່​ໄຟ​ຟ້າ​ອອກ​ຈາກ​ສະ​ວິດ​ຄວາມ​ປອດ​ໄພ​ບ່ອນ​ນັ່ງ, ຕັ້ງ​ຢູ່​ກ້ອງ​ເບາະ​ຮອງ​ນັ່ງພື້ນ​ຂອງ​ບ່ອນນັ່ງ.

      Note: ສະ​ວິດ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ອົງ​ປະ​ກອບ​ບ່ອນ​ນັ່ງ.

    6. ຕິດ​ຕັ້ງ​ສາຍ​ໄຟ​ຂ້າມ​ສາຍ​ສຽບ​ໄຟ​ຢູ່​ໃນ​ຕົວ​ເຊື່ອມ​ຕໍ່​ຂອ​ງ​ສາຍ​ສຽບ​ໄຟຊົ່ວ​ຄາວ.

    7. ຕິດ​ຈັກ, ແລ່ນ​ມັນ​ເຕັມ​ຄັນ​ເລັ່ງ ແລະ ປົດເບ​ຣກມື.

      Note: ກ່ອນ​ຕິດ​ຈັກ, ໃຫ້​ແນ່​ໃຈ​ວ່າໃສ່​ເບ​ຣກ​ມື​ແລ້ວ ແລະ ຄັນ​ໂຍກ​ຄວບ​ຄຸມ​ການ​ເຄື່ອນ​ໄຫວອອກ​ໄປ. ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ຢູ່​ບ່ອນ​ນັ່ງ.

    8. ແລ່ນ​ເຄື່ອງຈັກ​ເປັນ​ເວ​ລາ 5 ນາ​ທີ​ດ້ວຍ​ຄັນ​ໂຍກ​ຂັບ​ຂີ່​ຢູ່​ທີ່​ຄວາມ​ໄວ​ໄປ​ໜ້າ​ເຕັມ​ເພື່ອ​ນຳ​ເອົາ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ຂຶ້ນ​ຫາ​ອຸນ​ຫະ​ພູມ​ໃຊ້​ງານ.

      Note: ຄັນ​ໂຍກ​ຄວບ​ຄຸມ​ການ​ເຄື່ອນ​ໄຫວຕ້ອງ​ຢູ່​ໃນ​ເກຍ​ຫວ່າງ​ໃນ​ຂະ​ນະ​ທີ່​ທ່ານ​ກຳ​ລັງ​ເຮັດ​ການ​ປັບ​ໃດ​ໜຶ່ງ.

    9. ນຳ​ເອົາຄັນ​ຄວບ​ຄຸມການ​ເຄື່ອນ​ໄຫວໄປສູ່ຕຳ​ແໜ່ງເກຍ​ຫວ່າງ.

    10. ກວດ​ເບິ່ງ ແລະ ໃຫ້​ແນ່​ໃຈ​ວ່າ​ແຜ່ນ​ຄວບ​ຄຸມ​ສຳ​ຜັດ​ແຜ່ນ​ກັບ​ຄືນ​ຫາ​ເກຍ​ຫວ່າງ​ໃນ​ໜ່ວຍ​ໄຮ​ໂດຼ​ລິກ.

    11. ປັບ​ຄວາມ​ຍາວສາຍເຫຼັກ​ຄວບ​ຄຸມປ້ຳ​ໂດຍ​ການ​ໝູນ​ນັອດ​ຕົວ​ແມ່​ຢູ່​ໃນ​ທິດ​ທາງ​ທີ່​ເໝາະ​ສົມ​ຈົນ​ກວ່າ​ລໍ້​ເຄື່ອນ​ທີ່​ຊ້າໆ​ຢູ່​ໃນ​ການ​ຖອຍຫຼັງ (ຮູບສະແດງ ແລະ ຮູບສະແດງ ).

      artpending
      artpending
    12. ເຄື່ອນ​ຄັນ​ໂຍກ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ໄປ​ຕຳ​ແໜ່ງຖອຍ​ຫຼັງ ແລະ ໃນ​ຂະ​ນະ​ທີ່​ກຳ​ລັງ​ໃຊ້​ຄວາມ​ດັນ​ເລັກ​ນ້ອຍ​ໃສ່​ຄັນ​ໂຍກ, ປ່ອຍ​ໃຫ້​ສະ​ປິງ​ຕົວ​ຊີ້ບອກ​ຖອຍ​ຫຼັງ​ເພື່ອ​ນຳ​ເອົາ​ຄັນ​ໂຍກ​ກັບ​ຄືນ​ຫາ​ເກຍ​ຫວ່າງ.

      Note: ລໍ້ຄວນ​ຢຸດ​ໝູນ ຫຼື ເໜັງ​ຕີງ​ເລັກ​ນ້ອຍ​ໃນ​ທິດ​ທາງ​ຖອຍ​ກັບ.

      Note: ທ່ານ​ອາດ​ຈະ​ຈຳ​ເປັນ​ຕ້ອງ​ໄດ້​ເອົາ​ຝາ​ປົກ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ອອກ​ເພື່ອ​ເຂົ້າ​ເຖິງໄດ້.

    13. ມອດເຄື່ອງ​ຈັກ.

    14. ເອົາສາຍ​ຊຸດ​ສາຍ​ໄຟ​ຟ້າ​ຈາກສາຍ​ໄຟ​ຟ້າອອກ ແລະ ສຽບ​ຂໍ້​ຕໍ່​ເຂົ້າ​ໄປ​ທີ່​ສະວິດ​ເບາະ​ນັ່ງ.

    15. ປົດ​ກະ​ລິກ​ອອກ.

    16. ຍົກ​ພື້ນ​ເຄື່ອງ​ຕັດ​ຫຍ້າ​ຂຶ້ນ ແລະ ຕິດ​ຕັ້ງ​ສະ​ຫຼັກ​ຄວາມ​ສູງ​ຂອງ​ການ​ຕັດ.

    17. ກວດ​ເບິ່ງ ແລະ ໃຫ້​ແນ່​ໃຈ​ວ່າ​ເຄື່ອງ​ຈັກ​ບໍ່​ຄືບ​ຄານ​ໄປ​ເມື່ອ​ຢູ່​ໃນ​ເກຍ​ຫວ່າງ​ດ້ວຍ​ການ​ປົດ​ເບຣກມື.

    ການບຳລຸງຮັກສາລະບົບໄຮໂດຼລິກ

    ຄວາມປອດໄພຂອງລະບົບໄຮໂດຼລິກ

    • ຂໍ​ການ​ປິ່ນ​ປົວ​ທາງ​ການ​ແພດ​ທັນ​ທີ, ຖ້າມີການສີດຂອງ​ແຫຼວເຂົ້າໄປໃນຜິວໜັງ. ຂອງ​ແຫຼວ​ທີ່​ສີດເຂົ້າຕ້ອງໄດ້ຮັບການຜ່າຕັດເອົາ​ອອກ​ໂດຍ​ທ່ານ​ໝໍພາຍໃນສອງ​ສາມຊົ່ວໂມງ.

    • ໃຫ້​ແນ່​ໃຈ​ວ່າທໍ່ ແລະ ສາຍເຊື່ອມຕໍ່ຂອງ​ແຫຼວໄຮໂດຼລິກທັງໝົດຢູ່ໃນສະພາບດີ ແລະ ທຸກໆການເຊື່ອມຕໍ່ໄຮໂດຼລິກ ແລະ ອຸປະກອນຕ່າງໆແໜ້ນກ່ອນທີ່ຈະນຳໃຊ້ຄວາມກົດດັນຕໍ່ລະບົບໄຮໂດຼລິກ.

    • ຮັກສາຮ່າງກາຍ ແລະ ມືຂອງທ່ານໃຫ້ຢູ່ຫ່າງຈາກການຮົ່ວໄຫຼຂອງຮູ ຫຼື ຫົວສີດທີ່​ປ່ອຍຂອງ​ແຫຼວໄຮໂດຼລິກຄວາມດັນສູງອອກ​ມາ.

    • ໃຊ້ເຈ້ຍ​ແຂງ ຫຼື ເຈ້ຍເພື່ອຊອກຫາການຮົ່ວຂອງໄຮໂດຼລິກ.

    • ຜ່ອນ​ແຮງດັນທັງ​ໝົດໃນລະບົບໄຮໂດຼລິກລົງຢ່າງປອດໄພກ່ອນທີ່ຈະປະຕິບັດວຽກງານໃດໜຶ່ງໃນລະບົບໄຮໂດຼລິກ.

    ຂໍ້ມູນຈຳເພາະຂອງນ້ຳມັນໄຮໂດຼລິກ

    ປະ​ເພດນ້ຳ​ມັນ​ໄຮ​ໂດຼ​ລິກ: ນ້ຳ​ມັນ​ໄຮ​ໂດຼ​ລິກ Toro® HYPR-OIL 500

    Important: ໃຊ້​ຂອງ​ແຫຼວ​ທີ່​ກຳ​ນົດ​ສະ​ເພາະ. ຂອງ​ແຫຼວອື່ນໆສາມາດທຳລາຍລະບົບໄຮໂດຼລິກໄດ້.

    ZT 4400 Hydros ຄວາມ​ຈຸລະ​ບົບ​ໄຮ​ໂດຼ​ລິກ (ດ້ວຍ​ການ​ເອົາ​ໝໍ້​ກອງ​ອອກ): 7.57 ລິດ (8 ຄະ​ວອດ​ສະ​ຫະ​ລັດ)

    ZT 5400 Hydros ຄວາມ​ຈຸລະ​ບົບ​ໄຮ​ໂດຼ​ລິກ (ດ້ວຍ​ການ​ເອົາ​ໝໍ້​ກອງ​ອອກ): 9.46 ລິດ (10 ຄະ​ວອດ​ສະ​ຫະ​ລັດ)

    ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນ້ຳມັນໄຮໂດຼລິກໃນຖັງຂະຫຍາຍ.
    1. ປ່ອຍໃຫ້ນ້ຳ​ມັນໄຮ​ໂດ​ຣ​ລິກເຢັນລົງ. ກວດ​ເບິ່ງລະ​ດັບນ້ຳ​ມັນ​ເຄື່ອງຈັກເມື່ອຂອງ​ແຫຼວເຢັນ.

    2. ກວດ​ເບິ່ງ​ເຕົ້າ​ຂະ​ຫຍາຍ ແລະ ຖ້າ​ຈຳ​ເປັນ​ໃຫ້​ເຕີມ​ນ້ຳ​ມັນ​ໄຮ​ໂດຼ​ລິກ Toro® HYPR-OIL 500 ໃສ່​ຮອດ​ເສັ້ນ​ເຢັນ​ເຕັມ (ຮູບສະແດງ ).

      artpending

    ປ່ຽນ​ນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ໝໍ້​ກອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 100 ຊົ່ວໂມງທໍາອິດ
  • ປ່ຽນ​ໝໍ້​ກອງ ແລະ ນ້ຳ​ມັນ​ລະ​ບົບ​ໄຮ​ໂດຼ​ລິກ.
  • ເພື່ອ​ປ່ຽນ​ນ້ຳ​ມັນ​ໄຮ​ໂດຼ​ລິກ, ຈຳ​ເປັນ​ຕ້ອງ​ເອົາ​ໝໍ້​ກອງ​ອອກ. ປ່ຽນ​ທັງ​ສອງ​ອັນ​ໃນ​ເວ​ລາ​ດຽວ​ກັນ; ໃຫ້​ເບິ່ງ ສຳ​ລັບຂໍ້​ກຳ​ນົດ​ສະ​ເພາະ​ຂອງ​ແຫຼວ.

    ໄລ່​ອາ​ກາດ​ທີ່​ມີ​ຢູ່​ໃນ​ລະ​ບົບ​ອອກ​ຫຼັງ​ຈາກ​ທ່ານ​ຕິດ​ຕັ້ງ​ໝໍ້​ກອງ​ໃໝ່ ແລະ ເຕີມ​ຂອງ​ແຫຼວ. ໃຫ້​ເບິ່ງ . ເຮັດ​ຊ້ຳ​ຄືນ​ຂະ​ບວນ​ການ​ໄຫຼ​ອອກ​ຈົນ​ກວ່າ​ຂອງ​ແຫຼວ​ຄົງ​ຢູ່​ທີ່​ທໍ່ເຢັນ​ເຕັມຢູ່​ໃນ​ເຕົ້າ​ເກັບ​ຫຼັງ​ຈາກ​ໄລ່​ອາ​ກາດ.

    Important: ການ​ບໍ່​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້​ຢ່າງ​ຖືກ​ຕ້ອງ​ສາ​ມາດ​ສົ່ງ​ຜົນ​ໃຫ້​ເກີດ​ການ​ເປ່​ເພ​ຕໍ່​ລະ​ບົບ​ຂັບ​ເຄື່ອນ​ແກນ​ສົ່ງ​ໂດຍ​ບໍ່​ສາ​ມາດ​ສ້ອມ​ແປງ​ໄດ້.

    ການ​ເອົາ​ນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ໝໍ້​ກອງ​ອອກ

    ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້​ແຕກ​ຕ່າງ​ກັນ​ໄປ​ຂຶ້ນ​ກັບ​ລະ​ບົບ​ຂັບ​ເຄື່ອນ​ຂອງ​ລຸ້ນ. ຖ້າມັນ​ບໍ່​ຈະ​ແຈ້ງວ່າ​ລະ​ບົບ​ຂັບ​ເຄື່ອນ​ໃດ​ຢູ່​ໃນ​ລຸ້ນ, ໃຫ້ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ປ່ອຍ​ໃຫ້​ຈັກ​ເຢັນ​ລົງ.

    4. ຊອກ​ຫາ ແລະ ເອົາດອນ​ອັດ​ການ​ລະ​ບາຍອອກດັ່ງຕໍ່​ໄປ​ນີ້:

      Note: ໃຫ້​ແນ່​ໃຈ​ວ່າ​ທ່ານ​ຕິດ​ຕາມ​ເບິ່ງດອນ​ອັດ​ການ​ລະ​ບາຍຫຼັງ​ຈາກ​ການ​ເອົາ​ອອກ, ເນື່ອງ​ຈາກ​ມັນ​ສາ​ມາດ​ເອົາ​ໄວ້​ຜິດ​ບ່ອນ​ໄດ້​ງ່າຍ.

      • ສຳ​ລັບ ZT 4400 Hydros, ໃຊ້​ສ່ວນ​ຂະ​ຫຍາຍ ແລະ ເຕົ້າ 7/16 ນິ້ວ, ເຂົ້າ​ເຖິງດອນ​ອັດ​ການ​ລະ​ບາຍຈາກ​ດ້ານ​ເທິງ​ຂອງ​ເຄື່ອງ​ຈັກ​ຜ່ານ​ຮູ​ຢູ່​ໃກ້​ຖານ​ຕິດຄານ​ກັນ​ກະ​ແທກ (ຮູບສະແດງ ).

        artpending
      • ສຳ​ລັບ ZT 5400 Hydros, ໃຊ້​ກະ​ແຈ​ປາກ 7/16 ນິ້ວ​ເພື່ອເຂົ້າ​ເຖິງ​ປັກ​ສຽບ​ການ​ລະ​ບາຍອາກາດຈາກ​ກ້ອງ​ເຄື່ອງ​ຈັກ (ຮູບສະແດງ ).

        artpending
    5. ທຳຄວາມສະອາດພື້ນ​ທີ່ຮອບໝໍ້ກອງຢ່າງ​ລະ​ມັດ​ລະ​ວັງ.

      Important: ຢ່າ​ປ່ອຍ​ໃຫ້​ຂີ້​ຝຸ່ນ​ເຂົ້າ​ໄປ​ລະ​ບົບ​ໄຮ​ໂດຼ​ລິກ, ບໍ່​ດັ່ງ​ນັ້ນ​ອາດ​ຈະ​ເກີດ​ການ​ປົນ​ເປື້ອນ​ຂຶ້ນ.

    6. ວາງ​ຖາດ​ຮອງ​ການ​ລະ​ບາຍ​ໄວ້​ກ້ອງ​ໝໍ້​ກອງ​ເພື່ອ​ຮັບ​ຂອງ​ແຫຼວ​ທີ່​ໄຫຼ​ອອກ​ມາ​ເມື່ອ​ຖອດ​ໝໍ້​ກອງ ແລະ ດອນ​ອັດ​ການ​ລະ​ບາຍອອກ.

    7. ເອົາ​ຝາ​ປົກ​ໝໍ້​ກອງນ້ຳ​ມັນ​ໄຮ​ໂດຼ​ລິກອອກ​ຈາກ​ແກນ​ສົ່ງ​ເພື່ອ​ລະ​ບາຍ​ຂອງ​ແຫຼວ (ຮູບສະແດງ ).

      artpending
    8. ເອົາແຫວນ​ຮູ​ບ​ຕົວ O ອອກ​ຈາກ​ຝາ​ປົກ​ໝໍ້​ກອງ ແລະ ເອົາແຫວນ​ຮູ​ບ​ຕົວ O ຖິ້ມ.

    9. ຫຼັງ​ຈາກ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ລະ​ບາຍ​ອອກ​ຈາກ​ແກນສົ່ງ, ເອົາ​ໝໍ້​ກອງ​ອອກ​ຈາກ​ຕົວ​ເຮືອນ​ແກນ​ສົ່ງ.

    10. ເຮັດຊ້ໍາຄືນຂັ້ນຕອນດຳ​ເນີນ​ການນີ້ໃນ​ດ້ານອື່ນຂອງ​ເຄື່ອງ​ຈັກ.

    ການ​ຕິດ​ຕັ້ງນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ໝໍ້​ກອງ

    1. ຕິດ​ຕັ້ງ​ໝໍ້​ກອງ​ໃໝ່​ຢູ່​ໃນ​ແກ່ນ​ສົ່ງ ແລະ ແຫວນ​ຮູ​ບ​ຕົວ O ໃໝ່​ໃສ່​ຝາ​ປົກ​ໝໍ້​ກອງ.

    2. ຕິດ​ຕັ້ງຝາ​ປົກໝໍ້​ກອງ.

    3. ຮັດຝາ​ປົກໝໍ້​ກອງດ້ວຍ​ແຮງ​ບິດ​ດັ່ງ​ຕໍ່​ໄປ​ນີ້:

      • ZT 4400 Hydros: 22.6 ຫາ 33.8 N∙m (200 ຫາ 300 in-lb)

      • ZT 5400 Hydros: 54.3 ຫາ 65.5 N∙m (480 ຫາ 580 in-lb)

    4. ຖອດ​ຝາ​ປິດ​ອອກ​ຈາກ​ຖັງ​ຂະ​ຫຍາຍ ແລະ ເຕີມ​ຂອງ​ແຫຼວ​ທີ່​ກຳ​ນົດ​ໃສ່​ແກນ​ສົ່ງ​ຈົນ​ກວ່າໄດ້​ລະ​ດັບ​ຄວາມ​ຈຸ​ຂອງ​ແຫຼວ​ທີ່​ຖືກ​ຕ້ອງ.

      Note: ການ​ຕື່ມ​ໃສ່​ແກນ​ສົ່ງ​ອາດ​ຈະ​ໃຊ້​ເວ​ລາ​ຫຼາຍກວ່າ​ທີ່​ຄາດ​ໄວ້.

    5. ຕິດ​ຕັ້ງ​ດອນ​ອັດ​ການ​ລະ​ບາຍ​ທີ່​ເອົາ​ອອກ​ມາ​ກ່ອນ ແລະ ບິດດອນ​ອັດ​ໃຫ້​ໄດ້​ແຮງ 395 ຫາ 904 N∙cm (35 ຫາ 80 in-lb).

    6. ສືບ​ຕໍ່​ຫາ .

      Important: ການ​ບໍ່​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ດຳ​ເນີນ​ການປ່ອຍ​ລະ​ບົບ​ໄຮ​ໂດຼ​ລິກຫຼັງ​ຈາກ​ປ່ຽນ​ໝໍ້​ກອງ ແລະ ນ້ຳ​ມັນ​ໄຮ​ໂດຼ​ລິກ​ສາ​ມາດ​ສົ່ງ​ຜົນ​ໃຫ້​ເກີດ​ຄວາມ​ເປ່​ເພ​ຕໍ່​ລະ​ບົບ​ຂັນ​ເຄື່ອນ​ແກນ​ສົ່ງ​ໂດຍ​ບໍ່​ສ້ອມ​ແປງ​ຄືນ​ໄດ້.

    ການປ່ອຍລະ​ບົບໄຮໂດຼລິກ

    1. ຍົກ​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ​ຂຶ້ນ ແລະ ຄ້ຳ​ມັນ​ດ້ວຍ​ກະ​ລິກ​ຄ້ຳ (ຫຼື ການຄ້ຳ​ທຽບ​ເທົ່າ) ໃຫ້​ສູງ​ພຽງ​ພໍ​ເພື່ອ​ປ່ອຍ​ໃຫ້​ລໍ້​ຂັບ​ເຄື່ອນ​ໝູນ​ໄດ້​ຢ່າງ​ເສ​ລີ.

      artpending
    2. ຕິດ​ຈັກ, ເຄື່ອນ​ຕົວ​ຄວບ​ຄຸມ​ຄັນ​ເລັ່ງ​ຂຶ້ນ​ໄປ​ຫາ​ຕຳ​ແໜ່ງ​ຄັນ​ເລັ່ງ ½ ແລະ ປົດເບ​ຣກມື.

      1. ເຄື່ອນຄັນ​ໂຍກ​ຂ້າມ​ຜ່ານໄປ​ໃນ​ຕຳ​ແໜ່ງ​ການ​ຊຸກ​ເຄື່ອງ​ຈັກ. ເມື່ອ​ວາວ​ຂ້າມ​ຜ່ານ​ເປີດ ແລະ ຈັກ​ກຳ​ລັງ​ແລ່ນ, ເຄື່ອນຄັນ​ໂຍກ​ຄວບ​ຄຸມ​ການ​ເຄື່ອນ​ໄຫວຢູ່​ທັງ​ການ​ໄປ​ໜ້າ ແລະ ຖອຍ​ຫຼັງ​ຢ່າງ​ຊ້າໆ 5 ຫຼື 6 ເທື່ອ.

      2. ເຄື່ອນຄັນ​ໂຍກ​ຂ້າມ​ຜ່ານໄປ​ໃນ​ຕຳ​ແໜ່ງ​ການ​ດຳ​ເນີນ​ການ​ເຄື່ອງ​ຈັກ.

      3. ເມື່ອ​ວາວ​ຂ້າມ​ຜ່ານປິດ ແລະ ຈັກ​ກຳ​ລັງ​ແລ່ນ, ເຄື່ອນຄັນ​ໂຍກ​ຄວບ​ຄຸມຢູ່​ທັງທິດ​ທາງ​ການ​ໄປ​ໜ້າ ແລະ ຖອຍ​ຫຼັງ​ຢ່າງ​ຊ້າໆ 5 ຫາ 6 ເທື່ອ.

      4. ມອດຈັກ ແລະ ກວດເບິ່ງລະ​ດັບ​ຂອງ​ແຫຼວຢູ່​ໃນ​ຖັງ​ຂະ​ຫຍາຍ. ເຕີມ​ຂອງ​ແຫຼວ​ທີ່​ກຳ​ນົດ​ໃສ່​ຈົນ​ກວ່າ​ມັນ​ຮອດ​ເສັ້ນເຢັນ​ເຕັມໃນ​ຖັງ​ຂະ​ຫຍາຍ.

    3. ເຮັດ​ຊ້ຳ​ຂັ້ນ​ຕອນ ຈົນ​ກວ່າ​ອາ​ກາດ​ທັງ​ໝົດ​ຖືກ​ໄລ່​ອອກ​ໄປ​ຈາກ​ລະ​ບົບ.

      Note: ເມື່ອ​ແກນສົ່ງ​ເຮັດ​ວຽກ​ໃນ​ລະ​ດັບ​ສຽງ​ປົກ​ກະ​ຕິ, ເຄື່ອນ​ໄປ​ທາງ​ໜ້າ​ຢ່າງ​ຄ່ອງ​ຕົວ ແລະ ຖອຍ​ຫຼັງ​ໃນ​ຄວາມ​ໄວ​ປົກ​ກະ​ຕິ, ມັນ​ຖືກ​ໄລ່​ອອກ​ແລ້ວ.

    4. ກວດເບິ່ງລະດັບຂອງ​ແຫຼວໃນຖັງຂະຫຍາຍຄັ້ງ​ສຸດ​ທ້າຍ. ເຕີມ​ຂອງ​ແຫຼວ​ທີ່​ກຳ​ນົດ​ໃສ່​ຕາບ​ທີ່ຈົນ​ກວ່າ​ມັນ​ຮອດ​ເສັ້ນເຢັນ​ເຕັມໃນ​ຖັງ​ຂະ​ຫຍາຍ.

    ການ​ບຳ​ລຸງ​ຮັກ​ສາພື້ນ​ຈັກ​ຕັດ​ຫຍ້າ

    ຄວາມປອດໄພຂອງໃບມີດ

    • ກວດກາບັນ​ດາໃບມີດເປັນໄລ​ຍະວ່າ​ມີ​ຄວາມຫ້ຽນ ຫຼື ເສຍຫາຍບໍ່.

    • ໃຊ້ຄວາມລະມັດລະວັງເມື່ອກວດເບິ່ງໃບມີດ. ຫໍ່ໃບມີດ ຫຼື ໃສ່ຖົງມື ແລະ ໃຊ້ຄວາມລະມັດລະວັງໃນເວລາທີ່ບຳ​ລຸງ​ຮັກ​ສາໃບມີດ. ປ່ຽນ ຫຼື ລັບໃບມີດເທົ່າ​ນັ້ນ; ຢ່າບິດໃຫ້ຊື່ ຫຼື ເຊື່ອມຈອດພວກມັນ.

    • ໃນ​ຈັກ​ທີ່​ມີ​ໃບ​ມີດ​ຫຼາຍ​ໃບ, ການ​ບຳ​ລຸງ​ຮັກ​ສາ​ໂດຍ​ການ​ໝູນ​ໃບ​ມີດ 1 ອັນ​ສາ​ມາດເຮັດ​ໃຫ້​ໃບ​ມີດ​ອື່ນໆ​ໝູນ​ໄດ້.

    • ປ່ຽນ​ໃບ​ມີດ ແລະ ນັອດທີ່​ຫ້ຽນ ແລະ ເສຍ​ຫາຍຢູ່​ໃນ​ຊຸດ​ເພື່ອ​ຮັກ​ສາ​ຄວາມ​ດຸນ​ດ່ຽງ.

    ການສ້ອມບຳ​ລຸງ​ຮັກ​ສາໃບ​ມີດຕັດ

    ເພື່ອ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຂອງ​ການ​ຕັດ​ໃຫ້​ດີ​ທີ່​ສຸດ, ຮັກ​ສາ​ໃບ​ມີດ​ໃຫ້​ຄົມ​ດີ. ເພື່ອ​ໃຫ້​ສະ​ດວກ​ໃນ​ການ​ລັບ ແລະ ປ່ຽນ​ແທນ, ທ່ານ​ອາດ​ຈະ​ຕ້ອງ​ໄດ້ມີ​ໃບ​ມີດ​ພິ​ເສດ​ໄວ້​ພ້ອມໃນ​ມື.

    ກ່ອນ​ການກວດ​ກາ ແລະ ການສ້ອມ​ບຳ​ລຸງ​ຮັກ​ສາ​ໃບ​ມີດ

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈອອກ ແລະ ຖອດສາຍ​ຫົວ​ທຽນອອກ​ຈາກຫົວ​ທຽນ.

    ການກວດ​ກາໃບ​ມີດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ກາໃບ​ມີດ.
    1. ກວດ​ເບິ່ງ​ຄົມ​ຕັດ (ຮູບສະແດງ ).

    2. ຖ້າ​ຄົມ​ບໍ່​ຄົມ ຫຼື ມີ​ຮອຍ​ບ່ານ, ເອົາ​ອອກ ແລະ ລັບ​ໃບ​ມີດ​ໃຫ້​ຄົມ, ໃຫ້​ເບິ່ງ .

    3. ກວດ​ກາ​ໃບ​ມີດ, ໂດຍ​ສະ​ເພາະ​ບໍ​ລິ​ເວນກົ່ງ.

    4. ຖ້າ​ທ່ານ​ສັງ​ເກດ​ເຫັນຮອຍ​ແຕກ, ການ​ຈີກ​ຂາດ​ໃດ​ໜຶ່ງ ຫຼື ມີຮ່ອງ​ໃດ​ໜຶ່ງ​ປະ​ກົດ​ຂຶ້ນ​ຢູ່​ໃນ​ພື້ນ​ທີ່​ນີ້, ໃຫ້​ຕິດ​ຕັ້ງ​ໃບ​ມີດ​ໃໝ່​ທັນ​ທີ (ຮູບສະແດງ ).

      artpending

    ການກວດ​ເບິ່ງ​ໃບ​ມີດ​​ຄົດ​ງໍ

    Note: ເຄື່ອງ​ຈັກ​ຕ້ອງ​ຢູ່​ໃນ​ພື້ນ​ຜິວ​ພຽງ​ໄດ້​ລະ​ດັບ​ສຳ​ລັບ​ຂັ້ນ​ຕອນ​ດຳ​ເນີນ​ການ​ຕໍ່​ໄປ​ນີ້.

    1. ຍົກ​ພື້ນ​ເຄື່ອງ​ຕັດ​ຫຍ້າ​ຂຶ້ນຫາ​ຕຳ​ແໜ່ງຄວາມ​ສູງ​ຂອງ​ການ​ຕັດສູງ​ສຸດ.

    2. ໃນ​ຂະ​ນະ​ທີ່​ກຳ​ລັງ​ໃສ່​ຖົງ​ມື​ມີ​ອັນ​ຮອງ​ໜາ ຫຼື ການ​ປ້ອງ​ກັນ​ມື​ທີ່​ພຽງ​ພໍ​ອື່ນໆ, ໝູນ​ໃບ​ມີດ​ຊ້າໆ​ໄປ​ຫາ​ຕຳ​ແໜ່ງ​ທີ່​ອະ​ນຸ​ຍາດ​ໃຫ້​ທ່ານ​ວັດ​ແທກ​ໄລ​ຍະ​ຫ່າງ​ລະ​ຫວ່າງ​ຂອບ​ຕັດ ແລະ ພື້ນ​ຜິວ​ລຽບ​ທີ່​ເຄື່ອນ​ຈັກ​ຢູ່ (ຮູບສະແດງ ).

      artpending
    3. ວັດ​ແທກ​ຈາກ​ປາຍ​ຂອງ​ໃບ​ມີດ​ຫາ​ພື້ນ​ຜິວ​ພຽງ (ຮູບສະແດງ ).

      artpending
    4. ໝູນ​ໃບ​ມີດ​ດຽວ​ກັນ 180 ອົງ​ສາ​ເພື່ອ​ໃຫ້​ຂອບ​ຕັດ​ກົງ​ກັນ​ຂ້າມ​ຢູ່​ໃນ​ຕຳ​ແໜ່ງ​ດຽວ​ກັນ​ໃນ​ເວ​ລາ​ນີ້ (ຮູບສະແດງ ).

      artpending
    5. ວັດ​ແທກ​ຈາກ​ປາຍ​ຂອງ​ໃບ​ມີດ​ຫາ​ພື້ນ​ຜິວ​ພຽງ (ຮູບສະແດງ ).

      Note: ການ​ປ່ຽນ​ແປງບໍ່​ຄວນເກີນກວ່າ 3 ມມ (⅛ ນິ້ວ).

      artpending
      1. ຖ້າ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ A ແລະ B ໃຫຍ່ກວ່າ 3 ມມ (⅛ ນິ້ວ), ປ່ຽນໃບ​ມີດດ້ວຍ​ໃບ​ມີດ​ໃໝ່; ໃຫ້​ເບິ່ງ ແລະ .

        Note: ຖ້າ​ປ່ຽນ​ໃບ​ມີດ​ກົ່ງ​ງໍ​ດ້ວຍ​ໃບ​ມີດ​ໃໝ່ ແລະ ຂະ​ໜາດ​ທີ່​ໄດ້​ຮັບ​ສືບ​ຕໍ່​ເກີນ 3 ມມ (⅛ ນິ້ວ), ແກນ​ໝູນ​ໃບ​ມີດ​ສາ​ມາດ​ກົ່ງ​ງໍ​ໄດ້. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດສຳ​ລັບສຳ​ລັບ​ການ​ສ້ອມ​ບຳ​ລຸງ​ຮັກ​ສາ.

      2. ຖ້າ​ການ​ປ່ຽນ​ແປງ​ຢູ່​ພາຍ​ໃນ​ຂໍ້​ຈຳ​ກັດ, ເຄື່ອນ​ໄປ​ຫາ​ໃບ​ມີດ​ຖັດ​ໄປ.

    6. ເຮັດ​ຊ້ຳ​ຂັ້ນ​ຕອນ​ນີ້​ຢູ່​ໃນ​ແຕ່​ລະ​ໃບ​ມີດ.

    ການ​ເອົາ​ໃບ​ມີດ​ອອກ

    ປ່ຽນ​ໃບ​ມີດ, ຖ້າພວກ​ມັນຕຳກັບ​ວັດ​ຖຸ​ແຂງ ຫຼື ຖ້າ​ໃບ​ມີດບໍ່​ທ່ຽງ ຫຼື ຄົດ​ງໍ.

    1. ວາງ​ກະ​ແຈ​ໄຂ​ໃນ​ບ່ອນ​ພຽງ​ຂອງ​ເພົາ​ແກນ​ໝູນ ຫຼື ຈັບ​ປາຍ​ຂອງ​ໃບ​ມີດ​ດ້ວຍ​ການ​ໃຊ້ຜ້າ​ເສດ ຫຼື ຖົງ​ມື​ມີ​ແນວ​ຮອງ​ໜາ.

    2. ຖອດນັອດ​ຕົວ​ຜູ້​ຮັດ​ໃບ​ມີ, ປອກ​ລູກ​ບີ່ ແລະ ໃບ​ມີດ​ອອກ​ຈາກ​ເພົາ​ແກນ​ໝູນ (ຮູບສະແດງ ).

      artpending

    ການລັບໃບ​ມີດ

    1. ໃຊ້​ສະ​ໄບລັບ​ຄົມ​ຕັດ​ທັງ​ສອງ​ດ້ານ​ຂອງ​ໃບ​ມີດ (ຮູບສະແດງ ).

      Note: ຮັກ​ສາ​ມູມ​ເດີມໄວ້.

      Note: ໃບ​ມີດຮັກ​ສາ​ຄວາມດຸນ​ດ່ຽງຂອງ​ມັນ​ຢູ່, ຖ້າເອົາວັດ​ຖຸໃນ​ປະ​ລິ​ມານເທົ່າ​ກັນ​ອອກ​ໄປ​ຈາກ​ຄົມ​ຕັດ​ທັງ​ສອງ.

      artpending
    2. ກວດ​ເບິ່ງ​ຄວາມ​ດຸນ​ດ່ຽງ​ຂອງ​ໃບ​ມີດ​ໂດຍ​ການ​ເອົາ​ມັນ​ໃສ່​ເຂົ້າ​ໄປ​ເທິງ​ຕົວ​ແທກ​ຄວາມ​ດຸນ​ດ່ຽງ​ຂອງ​ໃບ​ມີດ (ຮູບສະແດງ ).

      Note: ຖ້າ​ໃບ​ມີດ​ຢູ່​ໃນ​ຕຳ​ແໜ່ງ​ລວງນອນ, ໃບ​ມີດ​ດຸນ​ດ່ຽງ​ກັນ ແລະ ສາ​ມາດ​ໃຊ້​ໄດ້.

      Note: ຖ້າ​ໃບ​ມີດ​ບໍ່​ດຸນ​ດ່ຽງ, ໃຫ້​ຝົນ​ເອົາ​ໂລ​ຫະຈຳ​ນວນ​ໜຶ່ງອອກ​ຢູ່​ປາຍ​ຂອງ​ບໍ​ລິ​ເວນ​ແຜ່ນ​ໃບ​ມີດ​ເທົ່າ​ນັ້ນ (ຮູບສະແດງ ).

      artpending
    3. ເຮັດ​ຂັ້ນ​ຕອນ​ດຳ​ເນີນ​ການນີ້​ຊ້ຳ​ຄືນ​ຈົນກວ່າ​ໃບ​ມີດ​ດຸນ​ດ່ຽງ.

    ການຕິດ​ຕັ້ງໃບ​ມີດ

    1. ຕິດ​ຕັ້ງ​ປອກ​ລູກ​ບີ່​ຜ່ານ​ໃບ​ມີດ​ດ້ວຍ​ໜ້າ​ແປນ​ປອກ​ລູກ​ບີ່​ໃນ​ດ້ານ​ພື້ນ (ຫຍ້າ) ຂອງ​ໃບ​ມີດ (ຮູບສະແດງ ).

      artpending
    2. ຕິດ​ຕັ້ງສ່ວນ​ປະ​ກອບ​ປອກ​ລູກ​ບີ່/ໃບ​ມີດ​ໃສ່​ເພົາ​ແກນ​ໝູນ (ຮູບສະແດງ ).

      artpending
    3. ນຳ​ໃຊ້​ນ້ຳ​ມັນ​ຫຼໍ່​ມື່ນ​ມີ​ທອງ​ແດງ ຫຼື ໃສ່​ກະ​ແລັດ​ກຽວ​ຂອງນັອດ​ຕົວ​ຜູ້​ຈັບ​ໃບ​ມີດຕາມ​ທີ່​ຈຳ​ເປັນ​ເພື່ອ​ປ້ອງ​ກັນ​ການ​ຈັບ​ຕົວ. ຕິດ​ຕັ້ງ​ນັອດ​ຕົວ​ຜູ້ຈັບ​ໃບ​ມີດໃຫ້​ຕຶງ​ມື.

    4. ວາງ​ກະ​ແຈ​ໄຂ​ໃນ​ບ່ອນ​ພຽງ​ຂອງ​ເພົາ​ແກນ​ໝູນ ແລະ ບິດນັອດຕົວຜູ້​ຈັບໃບ​ມີດໃຫ້​ໄດ້ 115 ຫາ 150 N∙m (85 ເຖິງ 110 ft-lb).

    ການ​ປັບ​ລະ​ດັບ​ດ້ານ​ຕໍ່​ດ້ານ ແລະ ຄວາມ​ຊັນ​ໃບ​ມີດ

    ກວດ​ເບິ່ງ​ໃຫ້​ແນ່​ໃຈ​ວ່າ​ພື້ນ​ເຄື່ອງ​ຕັດ​ຫຍ້າ​ຢູ່​ໃນ​ລະ​ດັບ​ທຸກ​ເວ​ລາ​ທີ່​ທ່ານ​ຕິດ​ຕັ້ງເຄື່ອງ​ຕັດ​ຫຍ້າ ຫຼື ເມື່ອ​ທ່ານ​ເຫັນ​ການ​ຕັດ​ສະ​ໜາມ​ຫຍ້າ​ຂອງ​ທ່ານ​ບໍ່​ສະ​ໝ່ຳ​ສະ​ເໝີ.

    ກວດ​ເບິ່ງ​ພື້ນ​ຈັກ​ຕັດ​ຫຍ້າ​ວ່າ​ມີ​ໃບ​ມີດ​ກົ່ງ​ງໍ​ບໍ່​ກ່ອນ​ທີ່​ຈະ​ປັບ​ລະ​ດັບ ແລະ ເອົາ​ໃບ​ມີດ​ກົ່ງ​ງໍ​ໃດ​ໜຶ່ງ​ອອກ ແລະ ປ່ຽນ​ໃໝ່; ໃຫ້​ເບິ່ງ ກ່ອນ​ສືບ​ຕໍ່.

    ປັບ​ລະ​ດັບ​ພື້ນ​ຈັກ​ຕັດ​ຫຍ້າ​ເທື່ອ​ລະ​ດ້ານ​ກ່ອນ; ຈາກ​ນັ້ນ​ທ່ານ​ສາ​ມາດ​ປັບ​ຄວາມ​ຊັນ​ດ້ານ​ໜ້າ​ຫາ​ດ້ານ​ຫຼັງ.

    ເງື່ອນ​ໄຂ​ຄວາມ​ຕ້ອງ​ການ:

    • ເຄື່ອງ​ຈັກ​ຕ້ອງ​ຢູ່​ໃນ​ພື້ນ​ຜິວ​ພຽງ​ໄດ້​ລະ​ດັບ.

    • ຢາງ​ລໍ້​ທັງ​ໝົດ​ຕ້ອງ​ເຕີມ​ລົມ​ໃຫ້​ຖືກ​ຕ້ອງ; ໃຫ້​ເບິ່ງ .

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ກວດ​ເບິ່ງ​ຄວາມ​ດັນຢາງ​ຢູ່​ໃນ​ຢາງຂັບ​ເຄື່ອນ; ໃຫ້ເບິ່ງ .

    4. ວາງ​ຕຳ​ແໜ່ງພື້ນ​ເຄື່ອງ​ຕັດ​ຫຍ້າຢູ່​ໃນ​ຕຳ​ແໜ່ງລັອກ​ການ​ຂົນ​ສົ່ງ ຫຼື ການ​ຕັ້ງຄວາມ​ສູງ​ຂອງ​ການ​ຕັດສູງ​ສຸດ.

    5. ໝູນ​ໃບ​ມີດ​ຈາກ​ດ້ານ​ຫາ​ດ້ານ​ຢ່າງ​ລະ​ມັດ​ລະ​ວັງ.

    6. ວັດ​ແທກ​ລະ​ຫວ່າງ​ປາຍຂອງໃບ​ມີດ ແລະ ພື້ນ​ຜິວ​ພຽງ (ຮູບສະແດງ ). ຖ້າ​ການ​ວັດ​ແທກ​ທັງ​ສອງ​ບໍ່​ຢູ່​ພາຍ​ໃນ 5 ມມ (3/16 ນິ້ວ), ປັບ​ການ​ປັບ​ລະ​ດັບ; ສືບ​ຕໍ່​ກັບ​ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້.

      artpending
    7. ກວດ​ເບິ່ງ​ລະ​ດັບ​ໃບ​ມີດ​ດ້ານ​ໜ້າ​ຫາ​ດ້ານ​ຫຼັງ (ຮູບສະແດງ ). ໃຫ້​ແນ່​ໃຈ​ວ່າ​ປາຍ​ຂອງ​ໃບ​ມີດ​ດ້ານ​ໜ້າ​ຕ່ຳ​ກວ່າ​ປາຍ​ຂອງ​ໃບ​ມີດ​ດ້ານ​ຫຼັງ​ດັ່ງ​ສະ​ແດງ​ຢູ່​ໃນ​ຄວາມ​ສູງ​ຂອງ​ແທ່ງ ແລະ ໂຕະ​ຄວາມ​ເນີນ. ຖ້າ​ຈຳ​ເປັນ​ຕ້ອງ​ມີ​ການ​ປັບ, ສືບ​ຕໍ່ໄປ​ກັບ​ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້.

      artpending
    8. ຕັ້ງ​ລູກ​ກິ້ງ​ດ້ານ​ໜ້າ​ໃສ່​ຮູ​ດ້ານ​ເທິງ​ສຸດ ຫຼື ເອົາ​ພວກ​ມັນ​ອອກ​ທັງ​ໝົດ​ສຳ​ລັບ​ການ​ປັບ​ນີ້.

    9. ຍົກ​ພື້ນ​ຂຶ້ນຫາ​ຕຳ​ແໜ່ງ​ຂົນ​ສົ່ງ (140 ມມ ຫຼື 5-½ ນິ້ວ).

    10. ມາຍ​ນັອດ​ກຽວ​ປັບ​ໃນ​ສະ​ປ​ຣິງ​ຊ່ວຍ​ຍົກ​ຢ່າງ​ຊ້າໆ​ໃຫ້​ຫຼວມ​ຈົນ​ກວ່າ​ທ່ານ​ສາ​ມາດ​ເອົາ​ນັອດ​ກຽວ​ອອກ​ໄດ້ (ຮູບສະແດງ ).

      Note: ຮັກ​ສາ​ນັອດ​ກຽວ​ໄວ້​ສຳ​ລັບ​ການ​ຕິດ​ຕັ້ງ.

      artpending
    11. ວາງ 2 ແທ່ງ (ເບິ່ງ​ຄວາມ​ສູງ​ແທ່ງ ແລະ ໂຕະຄວາມ​ເນີນ) ຢູ່​ກ້ອງ​ຂອບ​ດ້ານ​ຫຼັງ​ຂອງຂອບ​ພື້ນ​ຕັດ, 1 ໃນ​ແຕ່​ລະ​ດ້ານ​ຂອງ​ພື້ນ​ຕັດ (ຮູບສະແດງ ).

    12. ຕັ້ງ​ຄັນ​ໂຍກ​ຄວາມ​ສູງ​ຂອງ​ການ​ຕັດໄປ​ຫາ​ຕຳ​ແໜ່ງ 76 ມມ (3 ນິ້ວ); ໃຫ້​ເບິ່ງ .

    13. ວາງ 2 ແທ່ງ​ຢູ່​ກ້ອງ​ແຕ່​ລະ​ດ້ານ​ຂອງ​ຂອບ​ໜ້າ​ຂອງ​ພື້ນ, ແຕ່​ບໍ່​ຢູ່​ກ້ອງ​ຂາ​ຍຶດ​ລູກ​ກິ້ງ​ດ້ານ​ໜ້າ ຫຼື ຮອຍເຊື່ອມ​ຈອດ.

      artpending

      ຄວາມ​ສູງ​ແທ່ງ ແລະ ໂຕະ​ຄວາມ​ເນີນ

      ຂະ​ໜາດ ພື້ນຄວາມ​ສູງ​ແທ່ງ​ດ້ານ​ໜ້າ ຄວາມ​ເນີນ
      ພື້ນ​ຈັກ​ຕັດ​ຫຍ້າທັງ​ໝົດ73 ມມ (2-⅞ ນິ້ວ)4.8 ຫາ 6.4 ມມ (3/16 ຫາ ¼ ນິ້ວ)
    14. ໝູນ​ໃບ​ມີດດ້ານ​ຫາ​ດ້ານ​ຢ່າງ​ລະ​ມັດ​ລະ​ວັງ (ຮູບສະແດງ ).

    15. ປ່ອຍ​ພື້ນ​ຈັກ​ຕັດ​ຫຍ້າ​ຕ່ຳ​ລົງຫາ​ຕຳ​ແໜ່ງ 76 ມມ (3 ນິ້ວ); ໃຫ້​ເບິ່ງ .

    16. ມາຍ​ນັອດ​ຕົວ​ຜູ້ (ຮູບສະແດງ ) ໃນ​ທັງ​ໝົດ 4 ມູມ​ໃຫ້​ຫຼວມ ແລະ ໃຫ້​ແນ່​ໃຈ​ວ່າ​ພື້ນ​ຈັກ​ຕັດ​ຫຍ້າ​ຕັ້ງ​ຢູ່​ໃນທັງ​ໝົດ 4 ແທ່ງ​ຢ່າງ​ຮັບ​ປະ​ກັນ.

    17. ເອົາ​ບ່ອນ​ຍານ​ໃດ​ໜຶ່ງ​ອອກ​ຈາກ​ຕົວ​ຫ້ອຍ​ພື້ນ ແລະ ໃຫ້​ແນ່​ໃຈ​ວ່າ​ຄັນ​ໂຍກ​ຕີນ​ຍົກ​ພື້ນ​ຖືກ​ຊຸກ​ກັບ​ຄືນ​ໄປ​ໃສ່​ບ່ອນຢຸດ.

    18. ຫັນ​ນັອດຕົວ​ຜູ້ 4 ຕົວໃຫ້​ແໜ້ນ.

      artpending
    19. ໃຫ້​ແນ່​ໃຈ​ວ່າ​ແທ່ງເຂົ້າກັນ​ຢ່າງ​ພໍ​ດີຢູ່​ກ້ອງ​ຂອບ​ພື້ນ ແລະ ນັອດ​ຕົວ​ຜູ້​ຮັດ​ສິ່ງ​ຄັດ​ຕິດ​ທັງ​ໝົດ​ແໜ້ນ

    20. ສືບ​ຕໍ່ປັບ​ລະ​ດັບ​ພື້ນໂດຍ​ການກວດ​ເບິ່ງ​ຄວາມ​ຊັນ​ໃບ​ມີດ​ດ້ານ​ໜ້າ​ຫາ​ດ້ານ​ຫຼັງ.

    21. ກວດ​ເບິ່ງ​ໃບ​ມີດ​ສຳ​ລັບ​ຄວາມ​ໄດ້​ລະ​ດັບ ແລະ ເຮັດ​ຊ້ຳ​ຄືນ​ຂັ້ນ​ຕອນ​ດຳ​ເນີນ​ການ​ປັບ​ລະ​ດັບ​ພື້ນ, ຖ້າ​ຈຳ​ເປັນ.

    22. ຍົກ​ພື້ນ​ຂຶ້ນຫາ​ຕຳ​ແໜ່ງ​ຂົນ​ສົ່ງ (140 ມມ ຫຼື 5-½ ນິ້ວ).

    23. ຕິດ​ຕັ້ງ​ນັອດ​ກຽວ​ປັບ​ສະ​ປິງ​ຊ່ວຍ​ຍົກ​ທີ່​ເອົາ​ອອກ​ມາ​ກ່ອນ​ຢູ່​ໃນ​ຂັ້ນ​ຕອນ .

    24. ຕັ້ງຊ່ອງ​ຫວ່າງລະ​ຫວ່າງ​ສະ​ປິງ ແລະ ຂາ​ຄ້ຳເປັນ 22 ຫາ 29 ມມ (⅞ ຫາ 1-⅛ ນິ້ວ).

    ການ​ເອົາພື້ນ​ຈັກ​ຕັດ​ຫຍ້າອອກ

    ກ່ອນ​ສ້ອມ​ບຳ​ລຸງ​ຮັກ​ສາ ຫຼື ເອົາ​ພື້ນ​ຈັກ​ຕັດ​ຫຍ້າ​ອອກ, ໃຫ້​ລັອກ​ແຂນ​ພື້ນ​ບັນ​ທຸກ​ສະ​ປິງ​ໄວ້.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ໃສ່​ສະ​ຫຼັກ​ປັບ​ຄວາມ​ສູງ​ຢູ່​ໃນ​ບ່ອນ​ຄວາມ​ສູງ​ຂອງ​ການ​ຕັດ 76 ມມ (3 ນິ້ວ).

    4. ເອົາຝາ​ປົກສາຍພານອອກ.

    5. ມາຍ​ຕົວ​ຢູ່​ເສີຍໆ​ພື້ນ​ຈັກ​ຕັດ​ຫຍ້າ​ໃຫ້​ຫຼວມ ແລະ ເອົາເອົາ​ສາຍ​ພານເຄື່ອງຕັດຫຍ້າອອກ; ໃຫ້​ເບິ່ງ .

    6. ເອົານັອດຕົວ​ຜູ້ ແລະ ນັອດ​ຕົວແມ່ອອກ​ຈາກ​ດ້ານ​ໜ້າ​ຂອງ​ແຜ່ນ​ຢູ່​ກ້ອງ​ບ່ອນ​ພັກ​ຕີນ.

    7. ເອົານັອດຕົວ​ຜູ້ ແລະ ນັອດ​ຕົວແມ່ອອກ​ຢູ່​ທັງ​ສອງ​ດ້ານ​ຂອງ​ເຄື່ອງ​ຈັກ ແລະ ເກັບ​ຮັກ​ສາ​ໄວ້ (ຮູບສະແດງ ).

    8. ເລື່ອນ​ພື້ນ​ອອກ​ໄປ​ດ້ານ​ຂວາ​ຂອງ​ເຄື່ອງ​ຈັກ.

      artpending

    ການ​ປ່ຽນ​ຕົວປັດ​ຫຍ້າ

    ຄຳເຕືອນ

    ຊ່ອງ​ເປີດ​ບ່ອນ​ປົດ​ປ່ອຍ​ອອກ​ທີ່​ບໍ່​ໄດ້​ປົກ​ໄວ້​ສາ​ມາດເຮັດ​ໃຫ້​ເຄື່ອງ​ຈັກ​ໂຍນ​ວັດ​ຖຸ​ໄປ​ໃສ່​ທ່ານ ຫຼື ຜູ້​ຢືນ​ຢູ່​ໃກ້ທີ່​ສົ່ງ​ຜົນໃຫ້​ເກີດ​ການ​ບາດ​ເຈັບ​ຮຸນ​ແຮງ​ໄດ້. ນອກ​ຈາກ​ນັ້ນ, ສາ​ມາດ​ເກີດ​ມີ​ການ​ສຳ​ຜັດ​ກັບ​ໃບ​ມີດ​ນຳ​ອີກ.

    ຢ່າ​ໃຊ້​ງານ​ເຄື່ອງ​ຈັກ, ນອກ​ຈາກວ່າ​ທ່ານ​ຕິດ​ຕັ້ງ​ແຜ່ນ​ຄຸມ, ຕົວ​ປັດ​ການ​ປ່ອຍ​ອອກ ຫຼື ລະ​ບົບ​ເກັບ​ມ້ຽນ​ຫຍ້າ​ແລ້ວ.

    1. ຖອດນັອດ​ລັອກຕົວ​ແມ່, ນັອດ​ຕົວ​ຜູ້, ສະ​ປິງ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ​ຍຶດ​ຈັບ​ຕົວ​ປັດຫຍ້າ​ໃສ່ຂາ​ຄ້ຳ​ໝູນ​ນັ້ນ​ອອກ (ຮູບສະແດງ ).

    2. ຖອດ​ຕົວ​ປັດ​ຫຍ້າ​ທີ່​ເປ່​ເພ ຫຼື ຫຼຸ້ຍ​ຫ້ຽນ​ອອກ (ຮູບສະແດງ ).

      artpending
    3. ວາງ​ຕົວ​ຈັດ​ໄລ​ຍະ​ຫ່າງ ແລະ ສະ​ປິງລົງ​ໄວ້​ໃນ​ຕົວ​ປັດ​ຫຍ້າ.

    4. ວາງ​ປາຍ​ຂໍ​ເກາະ​ໂຕ J 1 ໂຕຂອງ​ສະ​ປ​ຣິງ​ໃສ່ດ້ານ​ຫຼັງ​ຂອງ​ຂອບ​ພື້ນ.

      Note: ໃຫ້​ແນ່​ໃຈ​ວ່າ​ປາຍຂໍ​ເກາະໂຕ J 1 ໂຕຂອງ​ສະ​ປ​ຣິງ​ຖືກ​ຕິດ​ຕັ້ງ​ຢູ່​ດ້ານ​ຫຼັງ​ຂອງ​ຂອບພື້ນ​ກ່ອນ​ຕິດ​ຕັ້ງ​ນັອດ​ຕົວ​ຜູ້​ໃສ່​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    5. ຕິດ​ຕັ້ງ​ນັອດ​ຕົວ​ຜູ້ ແລະ ນັອດ​ຕົວ​ແມ່.

    6. ວາງ​ປາຍ​ຂໍ​ເກາະ​ໂຕ J 1 ໂຕຂອງ​ສະ​ປ​ຣິງ​ໃສ່​ຮອບ​ຕົວ​ປັດ​ຫຍ້າ (ຮູບສະແດງ ).

      Important: ຕົວ​ປັດ​ຫຍ້າຕ້ອງ​ສາ​ມາດ​ໝຸນ​ໄດ້. ຍົກ​ຕົວ​ປັດ​ຫຍ້າ​ຂຶ້ນສູ່​ຕຳ​ແໜ່ງ​ເປີດ​ຈົນ​ສຸດ ແລະ ໃຫ້​ແນ່​ໃຈ​ວ່າ​ມັນ​ໝຸນ​ເຂົ້າ​ໃນ​ຕຳ​ແໜ່ງ​ລົງ​ຈົນ​ສຸດ.

    ການທໍາຄວາມສະອາດ

    ການ​ທຳ​ຄວາມ​ສະ​ອາດ​ຢູ່​ກ້ອງພື້ນຈັກ​ຕັດ​ຫຍ້າ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫຼັງຈາກການນຳໃຊ້ແຕ່ລະຄັ້ງ
  • ທຳ​ຄວາມ​ສະ​ອາດພື້ນ​ຈັກ​ຕັດ​ຫຍ້າ.
    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປົດໃຊ້​ງານ​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃສ່ເບ​ຣກມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ຍົກ​ພື້ນ​ຈັກ​ຕັດ​ຫຍ້າ​ຂຶ້ນ​ຫາ​ຕຳ​ແໜ່ງການ​ຂົນສົ່ງ.

    ການທຳຄວາມສະອາດລະບົບກັນ​ສະບັດ

    ເຄື່ອງ​ຈັກ​ທີ່ມີ​ລະ​ບົບ​ກັນ​ສະບັດ MyRide™ ເທົ່າ​ນັ້ນ
    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ທຳຄວາມສະອາດລະບົບກັນ​ສະບັດ.
  • ໃຊ້​ລົມ​ດັນ​ເພື່ອ​ທຳ​ຄວາມ​ສະ​ອາດລະ​ບົບ​ກັນ​ສະ​ບັດ.

    Note: ຢ່າ​ທຳ​ຄວາມ​ສະ​ອາດ​ສ່ວນ​ປະກອບ​ກັນ​ສະ​ເທືອນ​ດ້ວຍ​ນ້ຳ​ທີ່​ມີ​ແຮງດັນ (ຮູບສະແດງ ).

    artpending

    ການກຳ​ຈັດ​ຂອງ​ເສຍ​ຖິ້ມ

    ນ້ຳ​ມັນ​ເຄື່ອງ​ຈັກ, ແບັດ​ເຕີ​ຣີ, ນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຈັກ​ແມ່ນ​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ. ກຳ​ຈັດ​ສິ່ງ​ເຫຼົ່າ​ນີ້ຕາມ​ກົດ​ລະ​ບຽບ​ທ້ອງ ແລະ ລັດ​ຂອງ​ທ່ານ.

    ການເກັບມ້ຽນ

    ຄວາມປອດໄພໃນການເກັບຮັກສາ

    • ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ທ່ານອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ຢ່າເກັບ​ຮັກ​ສາ​ເຄື່ອງ​ຈັກ ຫຼື ນ້ຳ​ມັນ​ເຊື້ອ​ໄຟໄວ້​ຢູ່​ໃກ້​ແປວ​ໄຟ ຫຼື ປ່ອຍ​ນ້ຳ​ມັນ​ເຊື້ອ​ໄຟຢູ່​ພາຍ​ໃນເຮືອນ ຫຼື ຢູ່​ໃນລົດ​ລາກ​ທີ່​ປິດ.

    • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເທິງເຄື່ອງໃຊ້ອື່ນໆ.

    ການທຳຄວາມສະອາດ ແລະ ການ​ເກັບ​ມ້ຽນ

    1. ປົດສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO ) ແລະ ໃສ່ເບ​ຣກ​ມື.

    2. ມອດຈັກ, ຖອດກະແຈ ແລະ ລໍຖ້າ​ໃຫ້​ທຸກ​ສ່ວນ​ເຄື່ອນ​ໄຫວ​ຢຸດ​ກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ຕິ​ບັດ​ງານ.

    3. ເອົາເສດ​ຫຍ້າ​ທີ່ຕັດ, ດິນ​ຕິດ ແລະ ສິ່ງ​ເປື້ອນ​ຕິດ​ຢູ່​ອອກ​ຈາກ​ສ່ວນ​ທາງນອກ​ຂອງ​ທັງ​ໝົດ​ເຄື່ອງຈັກ, ໂດຍ​ສະ​ເພາະ​ແມ່ນຈັກ ແລະ ລະ​ບົບ​ໄຮ​ໂດ​ຣ​ລິກ. ທຳ​ຄວາມ​ສະ​ອາດ​ດິນ​ຕິດ ແລະ ເສດ​ຂີ້​ເຫຍື້ອຈາກ​ດ້ານນອກ​ຂອງແຫວ່ງ​ຫົວ​ຄອບ​ກະ​ບອກ​ສູບຈັກ ແລະ ຫ້ອງ​ເຄື່ອງ​ເປົ່າ.

      Important: ທ່ານ​ສາ​ມາດລ້າງເຄື່ອງຈັກດ້ວຍນ້ຳ​ຢາ​ຊັກ​ລ້າງອ່ອນໆ ແລະ ນ້ຳ. ຢ່າ​ໃຊ້​ແຮງ​ດັນ​ລ້າງເຄື່ອງ​ຈັກ. ຫຼີກ​ລ່ຽງການໃຊ້ນ້ຳຫຼາຍເກີນໄປ, ໂດຍ​ສະ​ເພາະຢູ່ໃກ້ແຜງຄວບຄຸມ, ຈັກດ ປ້ຳ​ໄຮ​ໂດ​ຣ​ລິກ ແລະ ມໍ​ເຕີ.

    4. ກວດເບິ່ງການດໍາເນີນການເບ​ຣກ​ມື; ໃຫ້​ເບິ່ງ .

    5. ສ້ອມບຳ​ລຸງ​ຮັກ​ສາເຕົ້າກອງອາກາດ, ໃຫ້​ເບິ່ງ .

    6. ໃສ່​ນ້ຳ​ມັນ​ກະ​ແລັດເຄື່ອງຈັກ; ໃຫ້​ເບິ່ງ .

    7. ປ່ຽນນ້ຳມັນເຄື່ອງເພົາ​ຂໍ້​ຫວ່ຽງ; ໃຫ້​ເບິ່ງ .

    8. ກວດເບິ່ງຄວາມດັນຂອງຢາງລົດ; ໃຫ້​ເບິ່ງ .

    9. ປ່ຽນໝໍ້​ກອງ​ໄຮ​ໂດຼ​ລິກ; ໃຫ້​ເບິ່ງ .

    10. ສາກແບັດ​ເຕີ​ຣີ; ໃຫ້​ເບິ່ງ .

    11. ຂູດ​ເອົາ​ຫຍ້າ ແລະ ຂີ້ຝຸ່ນ​ທີ່​ສະ​ສົມຫຼາຍ​ຢູ່​ດ້ານ​ທາງ​ລຸ່ມ​ຂອງ​ຈັກ​ຕັດ​ຫຍ້າ​ອອກ, ຈາກ​ນັ້ນ​ລ້າງ​ຈັກ​ຕັດ​ຫຍ້າດ້ວຍ​ທໍ່​ນ້ຳ​ຫົດ​ສວນ.

      Note: ຕິດ​ຈັກ​ໄວ້​ດ້ວຍ​ການ​ໃສ່​ສະ​ວິດ​ຄວບ​ຄຸມ​ໃບ​ມີດ (PTO) ແລະ ໃຫ້​ຈັກ​ຕິດ​ກາ​ລັງ​ຕີ​ແຮງ​ເປັນ​ເວ​ລາ 2 ຫາ 5 ນາ​ທີ​ຫຼັງ​ຈາກ​ລ້າງ.

    12. ກວດ​ເບິ່ງສະ​ພາບ​ຂອງ​ໃບ​ມີດ, ໃຫ້​ເບິ່ງ .

    13. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການເກັບ​ມ້ຽນເມື່ອ​ບໍ່​ມີ​ການ​ໃຊ້​ງານເກີດ​ຂຶ້ນເກີນ 30 ວັນ. ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການເກັບ​ມ້ຽນດັ່ງຕໍ່​ໄປ​ນີ້:

      1. ເຕີມຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບທີ່​ມີ​ປີ​ໂຕຼ​ລຽມ​ໃສ່​ນ້ຳ​ມັນ​ເຊື້ອ​ໄຟ​ຢູ່​ໃນ​ຖັງ. ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳການ​ປະ​ສົມ​ຈາກ​ຜູ້​ຜະ​ລິດຕົວ​ຮັກ​ສາ​ຄວາມ​ສະ​ຖຽນ. ຢ່າ​ໃຊ້ຕົວ​ຮັກ​ສາ​ຄວາມ​ສະ​ຖຽນທີ່​ມີ​ເຫຼົ້າ (ເອ​ທານອ​ລ ຫຼື ເມ​ທານອ​ລ).

        Note: ຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບນ້ຳ​ມັນ​ເຊື້ອ​ໄຟມີ​ປະ​ສິດ​ທິ​ພາບຫຼາຍ​ທີ່​ສຸດ​ເມື່ອ​ປະ​ສົມ​ກັບ​ນ້ຳ​ມັນ​ເຊື້ອ​ໄຟ​ສົດ ແລະ ໃຊ້​ທຸກໆ​ຄັ້ງ.

      2. ຕິດ​ຈັກ​ໄວ້​ເພື່ອ​ກະ​ຈາຍ​ນ້ຳ​ມັນ​ທີ່​ປັບ​ສະ​ພາບ​ແລ້ວໃຫ້​ທົ່ວລະ​ບົບ​ນ້ຳ​ມັນເປັນ​ເວ​ລາ 5 ນາ​ທີ.

      3. ມອດ​ຈັກ, ປ່ອຍ​ໃຫ້​ມັນ​ເຢັນ​ລົງ ແລະ ປ່ອຍ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟອອກ.

      4. ຕິດຈັກ ແລະ ປ່ອຍ​ມັນ​ຕິດໄວ້ຈົນ​ກວ່າ​ມັນ​ມອດ.

      5. ກຳ​ຈັດ​ນ້ຳ​ມັນເຊື້ອ​ໄຟຖິ້ມ​ຢ່າງ​ຖືກ​ຕ້ອງ. ນຳນ້ຳ​ມັນ​ກັບ​ຄືນ​ມາ​ໃຊ້​ໃໝ່​ຕາມ​ກົດ​ລະ​ບຽບ​ທ້ອງ​ຖິ່ນ.

        Important: ຢ່າ​ເກັບ​ຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ມີຕົວ​ຮັກ​ສາ​ຄວາມ​ສະ​ຖຽນ/ຕົວ​ປັບ​ສະ​ພາບດົນ​ນານກວ່າ​ໄລ​ຍະ​ເວ​ລາ​ທີ່​ຜູ້​ຜະ​ລິດຕົວ​ຮັກ​ສາ​ຄວາມ​ສະ​ຖຽນນ້ຳ​ມັນ​ເຊື້ອ​ໄຟແນະ​ນຳ.

    14. ເອົາຫົວ​ທຽນ​ອອກ ແລະ ກວດ​ເບິ່ງສະ​ພາບ​ຂອງຫົວ​ທຽນ; ໃຫ້​ເບິ່ງ . ດ້ວຍ​ການ​ເອົາ​ຫົວ​ທຽນ​ອອກ​ຈາກຈັກ​ໄປ​ແລ້ວ, ຖອກ​ນ້ຳ​ມັນ​ເຄື່ອງ​ຈັກ 30 ມ​ລ (ສອງ​ບ່ວງ​ແກງ) ເຂົ້າ​ໄປ​ໃນ​ຮູ​ຫົວ​ທຽນ. ໃຊ້​ເຄື່ອງ​ຕິດ​ຈັກເພື່ອ​ແກວ່ງ​ຈັກ ແລະ ກະ​ຈາຍ​ນ້ຳ​ມັນ​ເຄື່ອງຢູ່​ດ້ານ​ໃນ​ລູກສູບ. ຕິດ​ຕັ້ງຫົວ​ທຽນ. ຢ່າ​ຕິດ​ຕັ້ງ​ສາຍ​ໄຟ​ໃສ່​ໃນ​ຫົວ​ທຽນ.

    15. ກວດ​ເບິ່ງ ແລະ ຮັດ​ນັອດ​ຕົວ​ຜູ້, ນັອດ​ຕົວ​ແມ່ ແລະ ນັອດ​ກຽວ​ທັງ​ໝົດ. ສ້ອມ​ແປງ ຫຼື ປ່ຽນ​ອາ​ໄຫຼ່​ໃດ​ໜຶ່ງ​ທີ່​ເປ່​ເພ.

    16. ທາ​ສີ​ຜິວ​ໂລ​ຫະ​ທີ່​ຂູດ​ຂີດ ຫຼື ບໍ່​ມີ​ອັນ​ປົກ​ປິດ. ສີ​ແມ່ນ​ມີ​ໃຫ້​ຈາກ​ຕົວ​ແທນ​ຈຳ​ໜ່າຍ​ບໍ​ລິ​ການ​ທີ່​ໄດ້​ຮັບ​ອະ​ນຸ​ມັດ​ຂອງ​ທ່ານ.

    17. ເກັບ​ເຄື່ອງ​ຈັກ​ໄວ້​ໃນ​ກະ​ລ່າ ຫຼື ພື້ນ​ທີ່​ບ່ອນ​ເກັບມ້ຽນທີ່​ແຫ້ງ, ສະ​ອາດ. ຖອດ​ກະ​ແຈ​ອອກ​ໄປ​ຈາກ​ສະ​ວິດ ແລະ ເອົາ​ໄວ້​ຫ່າງ​ໄກ​ຈາກ​ມື​ເດັກ ຫຼື ຜູ້​ໃຊ້​ຄົນ​ອື່ນ​ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ. ປົກ​ຈັກ​ເພື່ອປົກ​ປ້ອງ​ມັນ ແລະ ຮັກ​ສາ​ມັນ​ໃຫ້​ສະ​ອາດ.

    ການແກ້ໄຂບັນຫາ

    ProblemPossible CauseCorrective Action
    ຈັກຮ້ອນ​ເກີນ​ໄປ.
    1. ການ​ໂຫຼດຈັກເກີນຂະ​ໜາດ.
    2. ລະ​ດັບ​ນ້ຳ​ມັນເຄື່ອງ​ຢູ່​ໃນ​ຖັງ​ຂໍ້​ຫວ່ຽງມີ​ໜ້ອຍ.
    3. ຄີ​ທຳ​ຄວາມ​ເຢັນ ແລະ ທາງ​ຜ່ານ​ອາ​ກາດ​ຢູ່​ກ້ອງ​ຕົວ​ເຄື່ອງ​ເປົ່າ​ຈັກຕັນ.
    4. ເຕົ້າ​ກອງ​ອາ​ກາດເປື້ອນ.
    5. ນ້ຳ​ມັນ​ມີ​ຂີ້​ຝຸ່ນ, ນ້ຳ ຫຼື ຂີ້​ຕະ​ເລັດ​ຢູ່​ໃນ​ລະ​ບົບ​ນ້ຳ​ມັນ.
    1. ຫຼຸດ​ຄວາມ​ໄວ​ພື້ນ​ດິນ​ລົງ.
    2. ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່ຖັງ​ຂໍ້​ຫວ່ຽງ.
    3. ເອົາ​ສິ່ງອຸດ​ຕັນ​ອອກ​ຈາກ​ຄີ​ທຳ​ຄວາມ​ເຢັນ ແລະ ທາງ​ຜ່ານ​ອາ​ກາດ.
    4. ທຳ​ຄວາມ​ສະ​ອາດ ຫຼື ປ່ຽນສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດ.
    5. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ
    ໄຟ​ຕົວ​ຊີ້ບອກການ​ຂັດ​ຂ້ອງ (MIL) ຮຸ່ງ​ຂຶ້ນ​ມາ.
    1. ຈັກຮ້ອນຫຼາຍ.
    2. ມີ​ນ້ຳ​ມັນເກົ່າຢູ່​ໃນ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ.
    3. ວາວ​ປິດ​ນ້ຳ​ມັນບໍ່​ເປີດ​ໝົດ.
    4. ເຕົ້າ​ກອງ​ອາ​ກາດເປື້ອນ.
    5. ແບັດ​ເຕີ​ຣີ ບໍ່ສາກ.
    6. ກຳ​ລັງ​ນຳ​ໃຊ້​ກອງ​ນ້ຳ​ມັນ​ທີ່​ບໍ່​ຖືກ​ຕ້ອງ​ຢູ່ ຫຼື ກອງ​ນ້ຳ​ມັນ​ເປື້ອນ.
    7. ການ​ເຊື່ອມ​ຕໍ່​ກັບ​ໜ່ວຍ​ຄວບ​ຄຸມ​ໄຟ (ECU) ເຊັນ​ເຊີ ແລະ ຕົວ​ສີດ​ນ້ຳ​ມັນ​ບໍ່ແໜ້ນ​ຢ່າງ​ຖືກ​ຕ້ອງ.
    8. ມີ​ແຮງ​ດັນ​ໄຟ​ຟ້າ​ຕ່ຳຈາກແບັດເຕີຣີ.
    9. ຟິວ​ຂາດ.
    1. ມອດຈັກ ແລະ ປ່ອຍ​ໃຫ້​ມັນ​ເຢັນ.
    2. ໃຊ້ນ້ຳ​ມັນໃໝ່.
    3. ເປີດ​ວາວ​ປິດ​ນ້ຳ​ມັນ.
    4. ໃຫ້​ແນ່​ໃຈ​ວ່າ​ເຕົ້າກອງ​ອາ​ກາດ ແລະ ຕົວ​ທຳ​ຄວາມ​ສະ​ອາດ​ກ່ອນ​ນັ້ນ​ສະ​ອາດ. ຖ້າ​ຈຳ​ເປັນ​ກໍ​ໃຫ້ປ່ຽນ.
    5. ສາກ ຫຼື ປ່ຽນແບັດ​ເຕີ​ຣີ.
    6. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    7. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    8. ໃຫ້​ແນ່​ໃຈ​ວ່າ​ທ່ານ​ກຳ​ລັງ​ໃຊ້​ແບັດ​ເຕີ​ຣີ 12 V ທີ່​ດີ ແລະ ມັນ​ສາກ​ເຕັມ​ແລ້ວ.
    9. ກວດ​ເບິ່ງ ແລະ ປ່ຽນ​ຟິວ​ທີ່​ຂາດ.
    ຕົວຕິດ​ຈັກ​ບໍ່​ແກວ່ງ.
    1. ໃສ່​ສະ​ວິດ​ຄວບ​ຄຸມ​ໃບ​ມີດ​ແລ້ວ.
    2. ປົດເບ​ຣກມືໄວ້.
    3. ຄັນ​ໂຍກ​ຄວບ​ຄຸມ​ການ​ເຄື່ອນ​ໄຫວບໍ່ຢູ່​ໃນ​ຕຳ​ແໜ່ງລັອກ​ເກຍ​ຫວ່າງ.
    4. ທ່ານບໍ່​ໄດ້ນັ່ງ​ຢູ່​ໃນບ່ອນນັ່ງຂອງຜູ້ປະຕິບັດງານ.
    5. ແບັດ​ເຕີ​ຣີຕາຍ.
    6. ບ່ອນ​ເຊື່ອມ​ຕໍ່​ໄຟ​ຟ້າ​ເຂົ້າ​ໝ້ຽງ ຫຼື ຫຼວມ.
    7. ຟິວ​ຂາດ.
    8. ຕົວ​ຜັດ​ປ່ຽນ ຫຼື ສະ​ວິດ​ເປ່​ເພ.
    1. ປົດສະ​ວິດ​ຄວບ​ຄຸມ​ໃບ​ມີດ.
    2. ໃສ່​ເບ​ຣກມື.
    3. ເຄື່ອນຄັນ​ຄວບ​ຄຸມການ​ເຄື່ອນ​ໄຫວ​ອອກ​ທາງນອກໄປ​ໃສ່ຕຳ​ແໜ່ງລັອກເກຍ​ຫວ່າງ.
    4. ນັ່ງຢູ່ໃນບ່ອນນັ່ງຂອງ​ຜູ້​ນຳ​ໃຊ້.
    5. ສາກ​ແບັດ​ເຕີ​ຣີ.
    6. ກວດ​ເບິ່ງ​ບ່ອນ​ເຊື່ອມ​ຕໍ່​ໄຟ​ຟ້າ​ມີ​ການ​ສຳ​ຜັດ​ດີ​ບໍ່.
    7. ປ່ຽນ​ຟີວ.
    8. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    ຈັກບໍ່​ຕິດ, ຕິດ​ຍາກ, ບໍ່​ແລ່ນ​ຕໍ່.
    1. ຖັງ​ນ້ຳ​ມັນ​ເປົ່າ.
    2. ວາວ​ປິດ​ນ້ຳ​ມັນປິດ.
    3. ລະ​ດັບ​ນ້ຳ​ມັນເຄື່ອງ​ຢູ່​ໃນ​ຖັງ​ຂໍ້​ຫວ່ຽງມີ​ໜ້ອຍ.
    4. ຄັນ​ເລັ່ງ​ບໍ່ຢູ່​ໃນ​ຕຳ​ແໜ່ງທີ່ຖືກຕ້ອງ.
    5. ມີ​ຂີ້​ຝຸ່ນ​ຢູ່​ໃນໝໍ້ກອງນໍ້າມັນ.
    6. ມີ​ຂີ້​ຝຸ່ນ, ນ້ຳ ຫຼື ຂີ້​ຕະ​ເລັດນ້ຳ​ມັນ​ຢູ່​ໃນ​ລະ​ບົບ​ນ້ຳ​ມັນ.
    7. ເຕົ້າ​ກອງ​ອາ​ກາດເປື້ອນ.
    8. ສະ​ວິດບ່ອນ​ນັ່ງບໍ່ເຮັດ​ວຽກໄດ້ຖືກ​ຕ້ອງ.
    9. ບ່ອນ​ເຊື່ອມ​ຕໍ່​ໄຟ​ຟ້າ​ເຂົ້າ​ໝ້ຽງ, ຫຼວມ ຫຼື ເປ່​ເພ.
    10. ຕົວ​ຜັດ​ປ່ຽນ ຫຼື ສະ​ວິດຫຼຸ້ຍ​ຫ້ຽນ ຫຼື ເປ່​ເພ.
    11. ຫົວ​ທຽນຕາຍ ຫຼື ມີ​ຫວ່າງ​ບໍ່​ຖືກ​ຕ້ອງ.
    12. ສາຍ​ຫົວ​ທຽນບໍ່​ໄດ້​ຕໍ່.
    1. ເຕີມນໍ້າມັນເຊື້ອໄຟໃສ່​ຖັງ.
    2. ເປີດ​ວາວ​ປິດ​ນ້ຳ​ມັນ.
    3. ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່ຖັງ​ຂໍ້​ຫວ່ຽງ.
    4. ໃຫ້​ແນ່​ໃຈ​ວ່າຕົວ​ຄວບ​ຄຸມຄັນເລັ່ງຢູ່​ເຄິ່ງ​ທາງລະ​ຫວ່າງ​ຕຳ​ແໜ່ງຊ້າ ແລະ ໄວ.
    5. ການປ່ຽນໝໍ້ກອງນໍ້າມັນເຊື້ອໄຟ.
    6. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    7. ທຳ​ຄວາມ​ສະ​ອາດ ຫຼື ປ່ຽນສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດ.
    8. ກວດເບິ່ງຕົວຊີ້ບອກສະ​ວິດ​ບ່ອນ​ນັ່ງ. ປ່ຽນເບາະ​ນັ່ງ, ຖ້າ​ຈຳ​ເປັນ.
    9. ກວດ​ເບິ່ງ​ບ່ອນ​ເຊື່ອມ​ຕໍ່​ໄຟ​ຟ້າ​ມີ​ການ​ສຳ​ຜັດ​ດີ​ບໍ່. ທຳ​ຄວາມ​ສະ​ອາດ​ຫົວ​ຕົວ​ເຊື່ອມ​ຕໍ່​ໃຫ້​ທົ່ວ​ດ້ວຍ​ຕົວ​ທຳ​ຄວາມ​ສະ​ອາດ​ສຳ​ຜັດ​ໄຟ​ຟ້າ, ນຳ​ໃຊ້​ກະ​ແລັດ​ໄຟ​ສອງ​ດ້ານ ແລະ ເຮັດ​ການ​ເຊື່ອມ​ຕໍ່​ທີ່​ເໝາະ​ສົມ.
    10. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    11. ປັບ ຫຼື ປ່ຽນຫົວ​ທຽນ.
    12. ກວດ​ເບິ່ງ​ການ​ເຊື່ອມ​ຕໍ່ສາຍ​ຫົວ​ທຽນ.
    ຈັກ​ເສຍ​ກຳ​ລັງ.
    1. ການ​ໂຫຼດຈັກເກີນຂະ​ໜາດ.
    2. ເຕົ້າ​ກອງ​ອາ​ກາດເປື້ອນ.
    3. ລະ​ດັບ​ນ້ຳ​ມັນເຄື່ອງ​ຢູ່​ໃນ​ຖັງ​ຂໍ້​ຫວ່ຽງມີ​ໜ້ອຍ.
    4. ຄີ​ທຳ​ຄວາມ​ເຢັນ ແລະ ທາງ​ຜ່ານ​ອາ​ກາດ​ຢູ່ເທິງຈັກຕັນ.
    5. ຮູ​ລະ​ບາຍ​ອາ​ກາດ​ຢູ່​ໃນຝາ​ປິດນ້ຳ​ມັນ​ຕັນ.
    6. ມີ​ຂີ້​ຝຸ່ນ​ຢູ່​ໃນໝໍ້ກອງນໍ້າມັນ.
    7. ມີ​ຂີ້​ຝຸ່ນ, ນ້ຳ ຫຼື ຂີ້​ຕະ​ເລັດນ້ຳ​ມັນ​ຢູ່​ໃນ​ລະ​ບົບ​ນ້ຳ​ມັນ.
    1. ຫຼຸດ​ຄວາມ​ໄວ​ພື້ນ​ດິນ​ລົງ.
    2. ທຳ​ຄວາມ​ສະ​ອາດສ່ວນ​ປະ​ກອບເຕົ້າ​ກອງ​ອາ​ກາດ.
    3. ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່ຖັງ​ຂໍ້​ຫວ່ຽງ.
    4. ເອົາ​ສິ່ງອຸດ​ຕັນ​ອອກ​ຈາກ​ຄີ​ທຳ​ຄວາມ​ເຢັນ ແລະ ທາງ​ຜ່ານ​ອາ​ກາດ.
    5. ທຳ​ຄວາມ​ສະ​ອາດ ແລະ ປ່ຽນຝາ​ປິດ​ນ້ຳ​ມັນ.
    6. ການປ່ຽນໝໍ້ກອງນໍ້າມັນເຊື້ອໄຟ.
    7. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    ຈັກ​ດຶງ​ໄປ​ເບື້ອງ​ຊ້າຍ ຫຼື ຂວາ (ດ້ວຍ​ຄັນ​ໂຍກ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ໄປ​ທາງ​ໜ້າ​ຈົນ​ສຸດ).
    1. ການ​ນຳ​ຮອຍ​ຈຳ​ເປັນ​ຕ້ອງ​ມີ​ການ​ປັບ
    2. ຄວາມ​ດັນຢາງ​ຢູ່​ໃນ​ຢາງຂັບ​ເຄື່ອນບໍ່​ຖືກ​ຕ້ອງ.
    1. ປັບການນຳ​ຮອຍ.
    2. ປັບຄວາມ​ດັນຢາງ​ຢູ່​ໃນ​ຢາງຂັບ​ເຄື່ອນ.
    ເຄື່ອງ​ຈັກ​ບໍ່​ຂັບ​ເຄື່ອນ​ໄດ້.
    1. ວາວ​ຂ້າມ​ຜ່ານ​ບໍ່​ອັດ​ແໜ້ນ.
    2. ສາຍ​ພານປ້ຳສີກ​ຂາດ, ຫຼວມ ຫຼື ແຕກ​ຫັກ.
    3. ສາຍ​ພານປ້ຳ​ຕົກ​ຈາກ​ໝາກ​ລໍ້.
    4. ສະ​ປິງ​ຕົວຢູ່​ເສີຍໆ​ຂາດ ຫຼື ເສຍ​ໄປ.
    5. ລະດັບນ້ຳມັນໄຮໂດຼລິກມີ​ໜ້ອຍ ຫຼື ຮ້ອນ​ເກີນ​ໄປ.
    1. ຮັດວາວຂ້າມ​ຜ່ານໃຫ້​ແໜ້ນ.
    2. ປ່ຽນສາຍພານ.
    3. ປ່ຽນສາຍພານ.
    4. ປ່ຽນສະ​ປິງ.
    5. ເຕີມນ້ຳມັນໄຮໂດຼລິກໃສ່​ທ້ອງ​ອ່າງ ຫຼື ປ່ອຍ​ໃຫ້​ມັນ​ເຢັນ​ລົງ.
    ເຄື່ອງ​ຈັກ​ສັ່ນ​ຜິດ​ປົກ​ກະ​ຕິ.
    1. ໃບ​ມີດ​ຕັດ​ກົ່ງງໍ ຫຼື ບໍ່​ທ່ຽງ.
    2. ນັອດ​ຕົວ​ຜູ້ຕິດ​ໃບ​ມີດຫຼວມ.
    3. ນັອດ​ຕົວ​ຜູ້​ຕິດ​ໃສ່​ຈັກ​ຫຼວມ.
    4. ໝາກ​ລໍ້​ຈັກ, ໝາກ​ລໍ້​ຕົວຫວ່າງ ຫຼື ໝາກ​ລໍ້​ໃບ​ມີດ​ຫຼວມ.
    5. ໝາກ​ລໍ້​ຈັກ​ເປ່​ເພ.
    6. ແກນ​ໝູນໃບ​ມີດ​ກົ່ງງໍ.
    7. ຕົວ​ຕິດ​ມໍ​ເຕີ​ຫຼວມ ຫຼື ສີກ​ຂາດ.
    1. ຕິດ​ຕັ້ງໃບ​ມີດ​ຕັດ​ໃໝ່.
    2. ຮັດ​ນັອດ​ຕົວ​ຜູ້ຕິດ​ໃບ​ມີດໃຫ້​ແໜ້ນ.
    3. ຮັດ​ນັອດ​ຕົວ​ຜູ້​ຖານ​ຈັກ​ໃຫ້​ແໜ້ນ.
    4. ຮັດ​ໝາກ​ລໍ້​ໃຫ້​ແໜ້ນ​ຢ່າງ​ເໝາະ​ສົມ.
    5. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    6. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    7. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    ລວງ​ສູງ​ການ​ຕັດ​ບໍ່​ສະ​ໝ່ຳ​ສະ​ເໝີ.
    1. ໃບ​ມີດ​ບໍ່​ຄົມ.
    2. ໃບ​ມີດ​ຕັດ​ກົ່ງງໍ.
    3. ຈັກ​ຕັດ​ຫຍ້າ​ບໍ່​ໄດ້​ລະ​ດັບ.
    4. ລູກ​ກິ້ງ​ດ້ານ​ໜ້າ (ຖ້າ​ນຳ​ໃຊ້​ໄດ້) ບໍ່​ໄດ້ຖືກ​ຕັ້ງ​ຢ່າງ​ຖືກ​ຕ້ອງ.
    5. ດ້ານພື້ນ​ຈັກ​ຕັດ​ຫຍ້າເປື້ອນ.
    6. ຄວາມ​ດັນຂອງຢາງລົດບໍ່​ຖືກ​ຕ້ອງ.
    7. ແກນ​ໝຸນ​ໃບ​ມີດ​ກົ່ງງໍ.
    1. ລັບໃບ​ມີດໃຫ້​ຄົມ.
    2. ຕິດ​ຕັ້ງໃບ​ມີດ​ຕັດ​ໃໝ່.
    3. ປັບ​ລະ​ດັບ​ຈັກ​ຕັດ​ຫຍ້າ​ຈາກ​ດ້ານ​ຫາ​ດ້ານ ແລະ ຈາກ​ດ້ານ​ໜ້າ​ຫາ​ດ້ານ​ຫຼັງ.
    4. ປັບ​ລວງ​ສູງ​ລໍ້​ກິ້ງ​ດ້ານ​ໜ້າ.
    5. ທຳ​ຄວາມ​ສະ​ອາດດ້ານພື້ນ​ຈັກ​ຕັດ​ຫຍ້າ.
    6. ການປັບຄວາມດັນຂອງຢາງລົດ
    7. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    ໃບ​ມີດ​ບໍ່​ໝູນ.
    1. ສາຍ​ພານຂັບ​ເຄື່ອນສີກ​ຂາດ, ຫຼວມ ຫຼື ແຕກ​ຫັກ.
    2. ສາຍ​ພານຂັບ​ເຄື່ອນຕົກ​ຈາກ​ໝາກ​ລໍ້.
    3. ສະ​ວິດຕົວ​ສົ່ງ​ພະ​ລັງ​ງານ (PTO) ຫຼື ຄາດ PTO ຜິດ​ພາດ.
    4. ສາຍ​ພານຈັກ​ຕັດ​ຫຍ້າສີກ​ຂາດ, ຫຼວມ ຫຼື ແຕກ​ຫັກ.
    1. ຕິດ​ຕັ້ງ​ສາຍ​ພານຂັບ​ເຄື່ອນໃໝ່.
    2. ຕິດ​ຕັ້ງສາຍ​ພານຂັບ​ເຄື່ອນ ແລະ ກວດ​ເບິ່ງ​ຫົວ​ເພົາ​ປັບ ແລະ ແຂ້ວ​ເກາະສາຍ​ພານສຳ​ລັບ​ຕຳ​ແໜ່ງ​ທີ່​ຖືກ​ຕ້ອງ.
    3. ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ.
    4. ຕິດ​ຕັ້ງ​ສາຍ​ພານ​ເຄື່ອງ​ຕັດ​ຫຍ້າ​ໃໝ່.
    ຄາດ​ບໍ່​ຕັດ.
    1. ຟິວ​ຂາດ.
    2. ມີ​ການ​ໃຫ້​ແຮງດັນ​ໄຟ​ຟ້າ​ຢູ່​ທີ່​ຄາດ​ຕ່ຳ.
    3. ຂົດ​ລວດ​ເປ່​ເພ.
    4. ມີ​ການ​ສະ​ໜອງ​ກະ​ແສ​ບໍ່​ພຽງ​ພໍ.
    5. ພາກ​ສ່ວນ​ໝູນ​ຮອບ/ຊ່ອງອາ​ກາດປອກກວ້າງ​ຫຼາຍ.
    1. ປ່ຽນ​ຟີວ. ກວດ​ເບິ່ງ​ຄວາມ​ຕ້ານ​ຂອງ​ຂົດ​ລວດ, ການສາກ​ແບັດ​ເຕີ​ຣີ, ລະ​ບົບ​ການ​ສາກ ແລະ ການເຊື່ອມຕໍ່ໃຊ້ສາຍ ແລະ ປ່ຽນ​ສ່ວນ​ປະ​ກອບ​ຕ່າງໆ, ຖ້າ​ຈຳ​ເປັນ.
    2. ກວດ​ເບິ່ງ​ຄວາມ​ຕ້ານ​ຂອງ​ຂົດ​ລວດ, ການສາກ​ແບັດ​ເຕີ​ຣີ, ລະ​ບົບ​ການ​ສາກ ແລະ ການເຊື່ອມຕໍ່ໃຊ້ສາຍ ແລະ ປ່ຽນອາ​ໄຫຼ່​ຕ່າງໆ, ຖ້າ​ຈຳ​ເປັນ.
    3. ປ່ຽນ​ຄາດ.
    4. ສ້ອມ​ແປງ ຫຼື ປ່ຽນສາຍ​ໄຟ​ນຳ​ເຂົ້າ​ຫາ​ຄາດ ຫຼື ລະ​ບົບ​ໄຟ. ທຳ​ຄວາມ​ສະ​ອາດ​ບ່ອນ​ສຳ​ຜັດ​ຕົວ​ເຊື່ອມ​ຕໍ່.
    5. ເອົາແຜ່ນ​ຫຼີ້ມອອກ ຫຼື ປ່ຽນ​ຄາດ.

    ແຜນຜັງ

    ແຜນ​ຜັງໄຟ​ຟ້າຈັກ Kawasaki—ໜ້າ 1

    artpending

    ແຜນ​ຜັງໄຟ​ຟ້າຈັກ Kawasaki—ໜ້າ 2

    artpending