ການແນະນຳ

ເຄື່ອງຈັກນີ້ແມ່ນເຄື່ອງຕັດຫຍ້າທີ່ຂັບຂີ່ໄດ້, ໃບມີດ​ໝຸນທີ່ມີຈຸດປະສົງທີ່ຈະຖືກນຳໃຊ້ໂດຍຜູ້ຊ່ຽວຊານ, ຜູ້ປະຕິບັດການທີ່ຈ້າງງານໃນການນຳໃຊ້ທາງການຄ້າ. ໃນ​ເບື້ອງ​ຕົ້ນ​ມັນຖືກ​ອອກ​ແບບ​ມາ​ສຳ​ລັບ​ການ​ຕັດຫຍ້າ​ໃນ​ສະ​ໜາມ​ຫຍ້າ​ທີ່​ໄດ້​ຮັບ​ການບຳລຸງ​ຮັກ​ສາ​ຢ່າງ​ດີ​ເຊັ່ນ: ໃນສວນ​ສາ​ທາ​ລະ​ນະ, ເດີ່ນ​ກິ​ລາ ແລະ ໃນ​ພື້ນ​ທີ່​ທາງການ​ຄ້າ. ການນຳໃຊ້ຜະລິດຕະພັນນີ້ເພື່ອຈຸດປະສົງອື່ນນອກເໜືອຈາກການນຳໃຊ້ທີ່ເປັນຈຸດປະສົງຂອງມັນອາດຈະເປັນອັນຕະລາຍຕໍ່ທ່ານ ແລະ ຜູ້ທີ່ຢູ່ໃກ້ຄຽງ.

ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ເຂົ້າເບິ່ງເວັບໄຊ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບຢູ່ໃນກອບ​ດ້ານ​ໜ້າ​ເບື້ອງ​ຂວາຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.

Important: ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR ຢູ່​ໃນ​ສະ​ຫຼາກເລກລຳດັບ (ຖ້າມີ) ເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.

artpending

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ມີຂໍ້ຄວາມກ່ຽວກັບຄວາມປອດໄພທີ່ໄດ້ລະບຸໂດຍສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ ), ເຊິ່ງເປັນສັນຍານອັນຕະລາຍທີ່ອາດຈະເຮັດໃຫ້ເກີດການບາດເຈັບສາ​ຫັດ ຫຼື ເສຍຊີວິດ, ຖ້າທ່ານບໍ່ປະຕິບັດຕາມຂໍ້ຄວນລະວັງທີ່ແນະນຳ.

artpending

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສິ່ງສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ໝາຍ​ເຫດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ກະ​ລຸ​ນາເບິ່ງຂໍ້​ມູນ​ຜູ້​ຜະ​ລິດຈັກໃຫ້ມາ​ພ້ອມ​ກັບ​ເຄື່ອງ​ຈັກ.

ຄວາມປອດໄພ

ຄວາມປອດໄພທົ່ວໄປ

ຜະລິດຕະພັນນີ້ມີຄວາມສາມາດຕັດມື ແລະ ຕີນ ແລະ ເຮັດ​ໃຫ້ວັດຖຸຟົ້ງ​ຂຶ້ນໄດ້. ຕ້ອງປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພທຸກຄັ້ງເພື່ອຫລີກລ່ຽງການບາດເຈັບສາ​ຫັດ​ຕໍ່​ຕົວ​ເອງ.

  • ອ່ານ ແລະ ທຳຄວາມເຂົ້າໃຈເນື້ອໃນຂອງຄູ່ມືຜູ້​ໃຊ້ນີ້ກ່ອນທີ່ຈະເລີ່ມຕິດຈັກ.

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ປະຕິບັດງານກັບເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ຢ່າໃຊ້ງານເຄື່ອງຈັກໂດຍບໍ່ມີການປົກປ້ອງທຸກຄົນ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢ່າງຖືກຕ້ອງໃນເຄື່ອງຈັກ.

  • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກພາກ​ສ່ວນ​ໝູນ. ຮັກສາບໍ່ໃຫ້ມີຊ່ອງເປີດລະບາຍອອກມາ.

  • ໃຫ້ຄົນຢູ່ໃກ້ຄຽງ ແລະ ເດັກອອກຈາກພື້ນທີ່ປະຕິບັດງານ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ.

  • ມອດຈັກ, ຖອດກະແຈ ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ Graphic, ເຊິ່ງໝາຍເຖິງຂໍ້ຄວນລະວັງ, ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງ​ກໍ່​ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫຼື ເສຍຊີວິດ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending
artpending

ການຕັ້ງຄ່າ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

ການປັບ​ຕົວ​ຈັດ​ໄລ​ຍະ​ຫ່າງ​ລູກ​ກິ້ງ

ເລືອກໄດ້

ຕົວ​ຂູດ​ລູກ​ກິ້ງ​ດ້ານ​ຫຼັງ​ເລືອກ​ໄດ້​ເຮັດ​ໜ້າ​ທີ່​ດີ​ທີ່​ສຸດ​ເມື່ອ​ມີ​ຊ່ອງ​ຫວ່າງ​ສະ​ໝ່ຳ​ສະ​ເໝີ 0.5 ຫາ 1 ມມ (0.02 ຫາ 0.04 ນິ້ວ) ລະ​ຫວ່າງຕົວ​ຂູດ ແລະ ລູກ​ກິ້ງ.

  1. ມາຍ​ຂໍ້​ຕໍ່​ກະ​ແລັດ ແລະ ນັອດ​ກຽວ​ຕິດ​ໃຫ້​ຫຼວມ (ຮູບສະແດງ ).

    artpending
  2. ເລື່ອນຕົວ​ຂູດຂຶ້ນ ຫຼື ລົງ​ຈົນ​ກວ່າ​ທ່ານ​ໄດ້​ຮັບຊ່ອງ​ຫວ່າງ 0.5 ຫາ 1 ມມ (0.02 ຫາ 0.04 ນິ້ວ) ລະ​ຫວ່າງແທ່ງ​ເຫຼັກ ແລະ ລູກ​ກິ້ງ.

  3. ຮັດ​ຂໍ້​ຕໍ່​ກະ​ແລັດ ແລະ ນັອດ​ກຽວ​ໃຫ້​ແໜ້ນ​ຮອດ 41 N∙m (30 ft-lb) ໃນ​ລຳ​ດັບແບບ​ສະ​ຫຼັບ.

ການຕິດຕັ້ງແຜ່ນ​ກັ້ນ​ປົກ​ຄຸມ

ເລືອກໄດ້

ຕິດຕໍ່ຜູ້ຈຳໜ່າຍ Toro ສຳ​ລັບ​ແຜ່ນ​ກັ້ນ​ປົກ​ຄຸມ​ທີ່​ຖືກ​ຕ້ອງ.

  1. ທຳ​ຄວາມ​ສະ​ອາດ​ຂີ້​ເຫຍື້ອ​ຈາກ​ຮູ​ຕິດ​ຢູ່​ຝາ​ດ້ານ​ໜັງ ແລະ ຝາ​ດ້ານຊ້າຍ​ຂອງ​ຊ່ອງ​ໃຫ້​ທົ່ວ.

  2. ຕິດຕັ້ງແຜ່ນ​ກັ້ນປົກ​ຄຸມ​ຢູ່​ຮູ​ເປີດ​ດ້ານ​ຫຼັງ ແລະ ຍຶດມັນດ້ວຍນັອດຕົວ​ຜູ້ຫົວຝາປິດ 5 ອັນ (ຮູບສະແດງ ).

    artpending
  3. ກວດ​ສອບ​ເບິ່ງວ່າ​ແຜ່ນ​ກັ້ນ​ປົກ​ຄຸມ​ບໍ່​ເຂົ້າ​ໄປ​ລົບ​ກວນ​ປາຍ​ຂອງ​ໃບ​ມີດ ແລະ ບໍ່​ພົ້ນ​ເຂົ້າ​ໄປ​ດ້ານ​ໃນ​ພື້ນ​ຜິວ​ຂອງ​ຝາ​ຊ່ອງ​ດ້ານ​ຫຼັງ.

    ອັນຕະລາຍ

    ການ​ໃຊ້ໃບມີດຍົກ​ສູງ​ດ້ວຍ​ແຜ່ນ​ກັ້ນ​ປົກ​ຄຸມ​ສາ​ມາດ​ເຮັດ​ໃຫ້​ໃບ​ມີດ​ແຕກ​ຫັກ,ເຊິ່ງກໍ່ໃຫ້ເກີດການບາດເຈັບຕໍ່ບຸກ​ຄົນ ຫຼື ເສຍຊີວິດໄດ້.

    ຢ່າ​ໃຊ້​ໃບ​ມີດ​ຍົກ​ສູງ​ກັບ​ຝາ​ກັ້ນ.

ການ​ກະ​ກຽມ​ເຄື່ອງ​ຈັກ

  1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

  2. ສຳ​ລັບ​ເຄື່ອງ​ຈັກ Groundsmaster 4500 ແລະ 4700, ປ່ອຍ​ສາຍ​ຮັດ​ໜ່ວຍ​ຕັດ​ເບີ 4 ແລະ ເບີ 5 (ຮູບສະແດງ ).

  3. ສຳ​ລັບ​ເຄື່ອງ​ຈັກ Groundsmaster 4700, ປ່ອຍ​ສະ​ຫຼັກໜ່ວຍ​ຕັດ​ເບີ 6 ແລະ ເບີ 7 (ຮູບສະແດງ ).

  4. ປ່ອຍໜ່ວຍຕັດຕ່ຳລົງ.

  5. ໃສ່​ເບ​ຣກມື.

  6. ມອດຈັກ ແລະ ຖອດກະແຈ.

  7. ກວດເບິ່ງຄວາມດັນລົມຂອງຢາງລົດກ່ອນ​ໃຊ້; ໃຫ້​ເບິ່ງທີ່ .

    Important: ຮັກສາຄວາມດັນໄວ້ໃນຢາງທຸກ​ເສັ້ນເພື່ອຮັບປະກັນຄຸນນະພາບຂອງການຕັດ ແລະ ປະສິດທິພາບຂອງເຄື່ອງຈັກທີ່ເໝາະສົມ. ຢ່າ​ປ່ອຍ​ໃຫ້​ຢາງ​ອ່ອນ.

  8. ກວດເບິ່ງລະ​ດັບ​ນ້ຳ​ມັນຫຼໍ່​ມື່ນ​ແກນ​ຫຼັງກ່ອນ​ທີ່​ທ່ານ​ຈະຕິດຈັກ​ເຄື່ອງ​ເປັນ​ຄັ້ງ​ທໍາ​ອິດ; ໃຫ້​ເບິ່ງ .

  9. ກວດເບິ່ງລະດັບນໍ້າມັນເຄື່ອງກ່ອນ​ໜ້າ​ຕິດ​ຈັກ, ໃຫ້​ເບິ່ງທີ່ .

  10. ກວດເບິ່ງລະດັບນ້ຳມັນໄຮໂດຼລິກກ່ອນ​ໜ້າ​ຕິດ​​ຈັກ, ໃຫ້​ເບິ່ງທີ່ .

  11. ກວດເບິ່ງລະ​ບົບ​ເຮັດ​ຄວາມ​ເຢັນ​ກ່ອນ​ໜ້າ​ຕິດ​ຈັກ; ໃຫ້​ເບິ່ງທີ່ .

  12. ໃສ່​​ນ້ຳ​ມັນ​ກະ​ແລັດ​ໃຫ້​ກັບ​ເຄື່ອງ​ຈັກ​ກ່ອ​ນ​ໜ້າ​ການ​ໃຊ້​ງານ; ໃຫ້​ເບິ່ງທີ່ .

    Important: ການ​ບໍ່ໃສ່ນ້ຳ​ມັນ​ກະ​ແລັດ​ເຄື່ອງ​ຈັກຢ່າງ​ຖືກ​ຕ້ອງ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ຂັດ​ຂ້ອງ​ຂອງ​ອາ​ໄຫຼ​ສຳ​ຄັນ​ໄວ​ກວ່າ​ກຳ​ນົດ.

ພາບລວມຂອງຜະລິດຕະພັນ

artpending

ແປ້ນຂັບເຄື່ອນ

ແປ້ນຂັບເຄື່ອນ (ຮູບສະແດງ ) ຄວບຄຸມການດຳເນີນງານໄປໜ້າ ແລະ ຖອຍຫຼັງ. ກົດ​ດ້ານເທິງ​ຂອງແປ້ນ​ຢຽບ​ເພື່ອ​ໄປ​ໜ້າ ແລະ ດ້ານ​ລຸ່ມ​ເພື່ອ​ຖອຍຫຼັງ. ເມື່ອ​ໜ່ວຍ​ຕັດ​ຖືກ​ຍົກ​ຂຶ້ນ​ຈົນ​ສຸດ​ແລ້ວ, ແປ້ນ​ຢຽບ​ຄວບ​ຄຸມ​ຈັກ ແລະ ຄວາມ​ໄວ​ການ​ດຶງ​ຄື​ກັບ​ລົດ.

Note: ໃນ​ສະ​ຖາ​ນະ​ການ​ເບ​ຣກ​ສຸກ​ເສີນ, ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກແປ້ນຢຽບ​ຄັນ​ເລັ່ງ ແລະ ຈາກ​ນັ້ນ​ຢຽບແປ້ນ​ເບ​ຣກ. ນີ້​ແມ່ນ​ວິ​ທີ​ໄວ​ທີ່​ສຸດ​ທີ່​ຈະ​ຢຸດ​ເຄື່ອງ​ຈັກ.

ແປ້ນເບຣກ

ມີ​ແປ້ນ​ຢຽບ​ດ້ວຍ​ຕີນ 2 ອັນ​ທີ່​ໃຊ້​ງານ​ເບ​ຣກ​ລໍ້​ລົດ​ແຕ່​ລະ​ຕົວ​ສຳ​ລັບ​ຊ່ວຍ​ໃນ​ການ​ລ້ຽວ, ການ​ຈອດ ແລະ ເພື່ອ​ຊ່ວຍ​ໃນ​ການ​ດຶງລົງ​ຄ້ອຍ​ດ້ານ​ຂ້າງ​ໄດ້​ດີກວ່າ. ສະ​ຫຼັກ​ຕໍ່​ໃສ່​ແປ້ນ​ຢຽງ​ສຳ​ລັບ​ການ​ໃຊ້​ງານ​ເບ​ຣກ​ມື ແລະ ການ​ຂົນ​ສົ່ງ (ຮູບສະແດງ ).

ສະ​ຫຼັກ​ລັອກ​ແປ້ນ​ຢຽບ

ສະ​ຫຼັກ​ລັອກ​ແປ້ນ​ຢຽບຕໍ່​ໃສ່​ແປ້ນ​ຢຽບ​ເຂົ້າ​ກັນ​ເພື່ອ​ໃສ່​ເບ​ຣກ​ມື (ຮູບສະແດງ ).

ແປ້ນເບຣກມື

ເພື່ອ​ໃສ່​ເບ​ຣກ​ມື, (ຮູບສະແດງ ) ຕໍ່​ແປ້ນ​ຢຽບ​ເຂົ້າ​ກັນ​ກັບ​ສະ​ຫຼັກ​ລັອກ​ແປ້ນ​ຢຽບ ແລະ ກົດ​ລົງ​ຢູ່​ໃນ​ແປ້ນ​ເບ​ຣກ​ເບື້ອງ​ຂວາ​ໃນ​ຂະ​ນະ​ທີ່ໃສ່​ແປ້ນ​ຢຽບ​ດ້ວຍ​ໂປ້​ຕີນ. ເພື່ອປ່ອຍເບຣກມື, ກົດ 1 ໃນແປ້ນເບຣກຈົນກວ່າສະ​ຫຼັກເບຣກມືຈະດຶງອອກ.

ແປ້ນໝູນພວງມະໄລໃຫ້ອຽງ

ເພື່ອອຽງພວງມະໄລໄປຫາທ່ານ, ໃຫ້ກົດແຜ່ນຢຽບລົງ, ດຶງພວງມະໄລໄປຫາທ່ານໃຫ້ຢູ່ຕຳແໜ່ງທີ່ສະດວກສະບາຍທີ່ສຸດ, ແລະ ປ່ອຍແຜ່ນຢຽບ (ຮູບສະແດງ ). ເພື່ອ​ຍ້າຍພວງມະໄລອອກ​ໃຫ້​ຫ່າງ​ຈາກທ່ານ, ໃຫ້ກົດແຜ່ນຢຽບລົງ ແລະ ປ່ອຍມັນ​ເມື່ອ​ພວກ​ມາ​ໄລ​ໄປ​ເຖິງ​ຕຳ​ແໜ່ງ​ການ​ໃຊ້​ງານ​ທີ່​ພໍ​ໃຈ​ແລ້ວ.

ສະວິດກະແຈ

ສະວິດກະແຈ (ຮູບສະແດງ ) ມີ 3 ຕຳແໜ່ງ: ປິດ, ເປີດ/ອຸ່ນເຄື່ອງ ແລະ ຕິດ​ຈັກ.

artpending

ສະ​ວິດ PTO

ສະ​ວິດ PTO ມີ 2 ຕຳ​ແໜ່ງ: ອອກ (ໃສ່) ແລະ ເຂົ້າ (ປົດ). ດຶງປຸ່ມ PTO ອອກ​ເພື່ອ​ໃສ່​ໃບ​ມີດ​ໜ່ວຍ​ຕັດ. ຍູ້ປຸ່ມ​ເຂົ້າ​ໃນ​ເພື່ອ​ປົດ​ໃບ​ມີດ​ໜ່ວຍ​ຕັດ (ຮູບສະແດງ ).

ສະ​ວິດ​ລະ​ດັບ​ຄວາມ​ໄວ​ສູງ ແລະ ຕ່ຳ

ສະ​ວິດ​ນີ້ (ຮູບສະແດງ ) ຄວບ​ຄຸມ 2 ລະ​ດັບຄວາມ​ໄວ​ຂອງ​ເຄື່ອງ​ຈັກ; ສູງ ແລະ ຕ່ຳ.

ເລືອກ​ຕຳ​ແໜ່ງ H/L ອັດ​ຕະ​ໂນ​ມັດ ເພື່ອ​ປ່ອຍ​ໃຫ້​ເຄື່ອງ​ຈັກ​ເລືອກ​ຄວາມ​ໄວ​ສູງ ຫຼື ຕ່ຳ​ໂດຍ​ອັດ​ຕະ​ໂນ​ມັດ.

ເລືອກ​ຕຳ​ແໜ່ງ ຕ່ຳ ເພື່ອ​ລົບ​ລ້າງເອົາ​ເອງ​ໄປ​ໃສ່​ຄວາມ​ໄວ​ຕ່ຳ​ເທົ່າ​ນັ້ນ.

ທ່ານ​ສາ​ມາດ​ປ່ຽນ​ຕຳ​ແໜ່ງ​ສະ​ວິດ​ໄດ້​ທຸກ​ເວ​ລາ, ແຕ່​ເຄື່ອງ​ຈັກ​ອາດ​ຈະ​ສັບ​ປ່ຽນ​ພຽງ​ແຕ່​ລະ​ຫວ່າງ​ຂອບ​ເຂດ​ຄວາມ​ໄວ​ເທົ່າ​ນັ້ນ​ເມື່ອ​ແປ້ນ​ຢຽບ​ຢູ່​ໃນ​ຕຳ​ແໜ່ງ​ຫວ່າງ ແລະ ເຄື່ອງ​ຈັກ​ຢຸດ​ແລ້ວ.

Note: ເພື່ອ​ໄປ​ຫາ​ຄວາມ​ໄວ​ສູງ​ຢູ່​ໃນ​ຕຳ​ແໜ່ງ H/L ອັດ​ຕະ​ໂນ​ມັດ, ປົດ PTO ແລະ ຍົກໜ່ວຍຕັດຂຶ້ນຈົນ​ສຸດ.

Note: ຖ້າ​ທ່ານ​ມີ​ສະ​ວິດ​ຢູ່​ໃນ​ຕຳ​ແໜ່ງ H/L ອັດ​ຕະໂນ​ມັດ, ທ່ານ​ບໍ່​ສາ​ມາດ​ປ່ອຍ​ພື້ນ​ຕ່ຳ​ລົງ​ຈາກ​ຕຳ​ແໜ່ງ​ຍົກ​ຂຶ້ນ​ຈົນ​ສຸດ​ໄດ້, ນອກ​ຈາກວ່າ​ແປ້ນ​ຢຽບ​ຢູ່​ໃນ​ຕຳ​ແໜ່ງ​ຫວ່າງ ແລະ ເຄື່ອງ​ຈັກ​ຢຸດ​ແລ້ວ.

ສະ​ວິດ​ຄວບ​ຄຸມ​ການຂັບ​ເຄື່ອນ​ໄປ

ສະ​ວິດ​ຄວບ​ຄຸມ​ການຂັບ​ເຄື່ອນ​ໄປລັອກ​ຢູ່​ໃນ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ​ເພື່ອ​ຮັກ​ສາ​ຄວາມ​ໄວ​ພື້ນ​ດິນ​ທີ່​ຕ້ອງ​ການ (ຮູບສະແດງ ). ການ​ກົດ​ດ້ານ​ຫຼັງ​ຂອງ​ສະ​ວິດ​ປິດ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ, ຕຳ​ແໜ່ງ​ເຄິ່ງ​ກາງ​ຂອງ​ສະ​ວິດ​ເປີດ​ໃຊ້​ງານ​ຟັງ​ຊັນ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ ແລະ ດ້ານ​ໜ້າ​ຂອງ​ສະ​ວິດ​ຕັ້ງ​ຄວາມ​ໄວ​ພື້ນ​ດິນ​ຕາມ​ຕ້ອງ​ການ.

ເມື່ອ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ​ຖືກ​ຕັ້ງ​ແລ້ວ, ທ່ານ​ສາ​ມາດ​ປ່ຽນ​ຄວາມ​ໄວ​ໄດ້​ດ້ວຍ​ການ​ໃຊ້​ສູນ​ຂໍ້​ມູນ (ຮູບສະແດງ ).

artpending

ສະ​ວິດ​ຍົກ

ສະ​ວິດຍົກຍົກ ຫຼື ປ່ອຍໜ່ວຍ​ຕັດຕ່ຳ​ລົງ (ຮູບສະແດງ ). ກົດ​ສະ​ວິດ​ໄປ​ທ້າງ​ໜ້າ​ເພື່ອ​ປ່ອຍ​ໜ່ວຍ​ຕັດ​ຕ່ຳ​ລົງ ແລະ ຄືນ​ຫຼັງ​ເພື່ອ​ຍົກ​ໜ່ວຍ​ຕັດ​ຂຶ້ນ. ເມື່ອ​ຕິດ​ເຄື່ອງ​ຈັກ​ດ້ວຍ​ໜ່ວຍ​ຕັດ​ຢູ່​ຕຳ​ແໜ່ງ​ຕ່ຳ​ລົງ, ກົດ​ສະ​ວິດ​ຍົກ​ຂຶ້ນ​ນັ້ນ​ລົງ​ເພື່ອ​ປ່ອຍ​ໜ່ວຍ​ຕັດ​ໃຫ້​ລອຍ​ຕົວ ແລະ ຕັດ​ຫຍ້າ.

Note: ໜ່ວຍຕັດບໍ່​ປ່ອຍຕ່ຳ​ລົງ​ໃນ​ຂະ​ນະ​ທີ່​ຢູ່​ໃນ​ຂອບ​ເຂດ​ຄວາມ​ໄວ​ສູງ ແລະ ພວກ​ມັນ​ບໍ່​ຍົກ​ຂຶ້ນ ຫຼື ປ່ອຍຕ່ຳ​ລົງ, ຖ້າ​ທ່ານ​ບໍ່​ຢູ່​ບ່ອນ​ນັ່ງ. ນອກ​ຈາກ​ນັ້ນ, ໜ່ວຍຕັດປ່ອຍ​ຕ່ຳ​ລົງ​ດ້ວຍ​ກະ​ແຈ​ຢູ່​ໃນ​ຕຳ​ແໜ່ງເປີດ ແລະ ທ່ານ​ຢູ່​ໃນ​ບ່ອນ​ນັ່ງ.

ສະວິດໄຟ

ກົດ​ສະ​ວິດ​ໄຟ​ຂຶ້ນ​ເທິງ​ເພື່ອບິດ​ໄຟ​ໄປ​ຫາ​ຕຳ​ແໜ່ງເປີດ (ຮູບສະແດງ ).

ກົດ​ສະ​ວິດ​ໄຟລົງ​ລຸ່ມ​ເພື່ອບິດ​ໄຟ​ໄປ​ຫາ​ຕຳ​ແໜ່ງປິດ.

ຈຸດພະລັງງານ

ໃຊ້​ຈຸດ​ພະ​ລັງ​ງານ (ຮູບສະແດງ ) ເພື່ອ​ໃຫ້​ພະ​ລັງ​ງານ​ແກ່​ອຸ​ປະ​ກອນ​ເສີມ​ໄຟ​ຟ້າ 12V ທາງ​ເລືອກ.

artpending

ບ່ອນ​ມ້ຽນຖົງ

ໃຊ້ບ່ອນ​ມ້ຽນຖົງ​ສຳ​ລັບ​ການ​ເກັບ​ຮັກ​ສາ (ຮູບສະແດງ ).

ການປັບບ່ອນນັ່ງ

ຄັນໂຍກປັບບ່ອນນັ່ງ

ຍ້າຍຄັນໂຍກປັບ​ບ່ອນ​ນັ່ງຢູ່ດ້ານຂ້າງຂອງບ່ອນນັ່ງຂ້າງນອກ, ເລື່ອນບ່ອນນັ່ງໄປບ່ອນທີ່ຕ້ອງການ ແລະ ປ່ອຍຄັນໂຍກເພື່ອລັອກບ່ອນນັ່ງໃຫ້ຢູ່ໃນຕໍາແໜ່ງ (ຮູບສະແດງ ).

artpending

ປຸ່ມ​ປັບ​ບ່ອນ​ພັກ​ແຂນ

ໝູນ​ປຸ່ມ​ເພື່ອ​ປັບ​ມູມ​ບ່ອນ​ພັກ​ແຂນ (ຮູບສະແດງ ).

ຄັນໂຍກປັບຫຼັງບ່ອນນັ່ງ

ເຄື່ອນ​ຄັນ​ໂຍກເພື່ອ​ປັບ​ມູມຫຼັງ​ບ່ອນ​ນັ່ງ (ຮູບສະແດງ ).

ເຄື່ອງວັດນໍ້າໜັກ

ເຄື່ອງວັດນ້ຳໜັກບົ່ງບອກເມື່ອບ່ອນນັ່ງຖືກປັບໃຫ້​ເຂົ້າ​ກັບນ້ຳໜັກຂອງ​ຜູ້​ຄວບ​ຄຸມ (ຮູບສະແດງ ). ປັບ​ຄວາມ​ສູງ​ໂດຍ​ການ​ວາງຕຳ​ແໜ່ງ​ກັນ​ສັ່ນ​ສະ​ເທືອນ​ພາຍ​ໃນ​ຂອບ​ເຂດ​ຂອງພື້ນ​ທີ່​ສີ​ຂຽວ.

ຄັນໂຍກປັບ​ນ້ຳ​ໜັກ

ໃຊ້ຄັນ​ໂຍກນີ້ເພື່ອ​ປັບບ່ອນ​ນັ່ງໃສ່​ນ້ຳ​ໜັກ​ຂອງ​ທ່ານ (ຮູບສະແດງ ). ດຶງ​ຄັນ​ໂຍກ​ຂຶ້ນ​ເພື່ອ​ເພີ່ມ​ຄວາມ​ດັນ​ອາ​ກາດ ແລະ ຊຸກ​ຄັນ​ໂຍກ​ລົງ​ເພື່ອ​ຫຼຸດ​ຄວາມ​ດັນ​ອາ​ກາດ. ການ​ປັບ​ທີ່ເໝາະ​ສົມ​ຖືກ​ຕ້ອງ​ເມື່ອ​ຂະ​ໜາດນ້ຳ​ໜັກ​ຢູ່​ໃນ​ພື້ນ​ທີ່​ສີ​ຂຽວ.

ຈໍສະ​ແດງຜົນ LCD ສູນ​ຂໍ້​ມູນ

ຈໍ​ສະແດງ​ຜົນສູນ​ຂໍ້​ມູນ LCD (ຮູບສະແດງ ) ສະ​ແດງ​ຂໍ້​ມູນກ່ຽວ​ກັບ​ເຄື່ອງ​ຈັກ​ຂອງ​ທ່ານເຊັ່ນ: ສະ​ຖາ​ນະ​ການໃຊ້​ງານ, ການ​ວິ​ນິດ​ໄສ​ຕ່າງໆ ແລະ ຂໍ້​ມູນ​ອື່ນໆ​ກ່ຽວ​ກັບ​ເຄື່ອງ​ຈັກ

ໜ້າ​ຈໍ​ທີ່​ສະ​ແດງ​ຜົນ​ຂຶ້ນ​ກັບ​ວ່າ​ທ່ານ​ເລືອກ​ປຸ່ມ​ໃດ. ຈຸດປະສົງຂອງແຕ່ລະປຸ່ມອາດຈະປ່ຽນແປງຂຶ້ນກັບສິ່ງທີ່ຕ້ອງການໃນເວລານັ້ນ.

artpending

ຂໍ້​ກຳ​ນົດ​ສະ​ເພາະ​ເຄື່ອງ​ຈັກ

ຕາ​ຕະ​ລາງຂໍ້​ກຳ​ນົດ​ສະ​ເພາະ

ລາຍລະອຽດ4500-Dຮູບສະແດງ ເອ​ກະ​ສານ​ອ້າງ​ອີງ4700-Dຮູບສະແດງ ເອ​ກະ​ສານ​ອ້າງ​ອີງ
ຄວາມກວ້າງການຕັດ280 ຊມ (110 ນິ້ວ)D380 ຊມ (150 ນິ້ວ)F
ຄວາມກວ້າງ​ໂດຍ​ລວມ 
 ໜ່ວຍ​ຕັດ​ຕ່ຳ​ລົງ286 ຊມ (113 ນິ້ວ)E391 ຊມ (154 ນິ້ວ)G
 ໜ່ວຍ​ຕັດ​ຍົກ​ຂຶ້ນ (ຂົນ​ສົ່ງ)224 ຊມ (88 ນິ້ວ)A224 ຊມ (88 ນິ້ວ)A
ຄວາມກວ້າງທາງ​ເດີນ 
 ດ້ານໜ້າ224 ຊມ (88 ນິ້ວ)B224 ຊມ (88 ນິ້ວ)B
 ດ້ານ​ຫຼັງ141 ຊມ (56 ນິ້ວ)M141 ຊມ (56 ນິ້ວ)M
ລວງ​ສູງ​ພ້ອມ ROPS226 ຊມ (88.8 ນິ້ວ)C226 ຊມ (88.8 ນິ້ວ)C
ລວງ​ຍາວ​ໂດຍ​ລວມ 
 ໜ່ວຍ​ຕັດ​ຕ່ຳ​ລົງ370 ຊມ (146 ນິ້ວ)H370 ຊມ (146 ນິ້ວ)H
 ໜ່ວຍ​ຕັດ​ຍົກ​ຂຶ້ນ (ຂົນ​ສົ່ງ)370 ຊມ (146 ນິ້ວ)L370 ຊມ (146 ນິ້ວ)L
ຄວາມ​ສູງຫ່າງ​ຈາກ​ພື້ນ​ດິນ15 ຊມ (6 ນິ້ວ)15 ຊມ (6 ນິ້ວ)
ຖານ​ລໍ້171 ຊມ (68 ນິ້ວ)K171 ຊມ (68 ນິ້ວ)K
ນ້ຳໜັກສຸດທິ1937 ກ​ລ (4,270 ປອນ)2277 ກ​ລ (5,020 ປອນ)
(ພ້ອມ​ໜ່ວຍ​ຕັດ ແລະ ບໍ່​ມີ​ນ້ຳ​ມັນ​ເຊື້ອ​ເພີງ)

Note: ຂໍ້ກຳ​ນົດ​ສະ​ເພາະ ແລະ ການອອກແບບແມ່ນມີການປ່ຽນແປງໂດຍບໍ່ຕ້ອງແຈ້ງ.

ຂໍ້​ມູນ​ຈຳ​ເພາະຂອງໜ່ວຍຕັດ

ຕາ​ຕະ​ລາງຂໍ້​ກຳ​ນົດ​ສະ​ເພາະ

ລວງຍາວ86.4 ຊມ (34 ນິ້ວ)
ລວງ​ກ້​ວາງ86.4 ຊມ (34 ນິ້ວ)
ລວງສູງ24.4 ຊມ (9.6 ນິ້ວ) ຫາ​ຖານ​ຕິດ​ຕົວ​ບັນ​ຈຸ
26.7 ຊມ (10 ½ ນິ້ວ) ທີ່​ຄວາມ​ສູງ​ຂອງ​ການ​ຕັດ 3/4 ນິ້ວ
34.9 ຊມ (13 3/4 ນິ້ວ) ທີ່​ຄວາມ​ສູງ​ຂອງ​ການ​ຕັດ 4 ນິ້ວ
ນ້ຳ​ໜັກ88 ກິ​ໂລ (195 ປອນ)

ສິ່ງທີ່ຕິດມານຳ/ອຸປະກອນເສີມ

ການຄັດເລືອກສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ໄດ້ຮັບການອະ​ນຸ​ມັດຈາກ Toro ແມ່ນມີໃຫ້ໃຊ້ກັບເຄື່ອງຈັກເພື່ອຍົກ​ລະ​ດັບ ແລະ ຂະຫຍາຍຄວາມສາມາດຂອງມັນ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຕົວແທນຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດ ຫຼື ເຂົ້າໄປທີ່ www.Toro.com ສຳລັບລາຍຊື່ສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ຖືກອະນຸມັດທັງໝົດ.

ໃຊ້ອາ​ໄຫຼ່ປ່ຽນແທນ ແລະ ອຸ​ປະ​ກອນ​ເສີມ Toro ຂອງແທ້ເທົ່າ​ນັ້ນ. ອາໄຫຼ່ປ່ຽນ​ຖ່າຍ ແລະ ອຸປະກອນເສີມທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ ແລະ ການນຳໃຊ້ດັ່ງກ່າວອາດເຮັດໃຫ້ການຄ້ຳປະກັນຂອງສິນຄ້າເປັນໂມຄະ.

ການປະຕິບັດງານ

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

ກ່ອນການປະຕິບັດງານ

ຄວາມປອດໄພກ່ອນການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ຢ່າປ່ອຍໃຫ້ເດັກນ້ອຍ ຫຼື ຄົນທີ່ບໍ່ໄດ້ຮັບການຝຶກອົບຮົມເຮັດວຽກ ຫຼື ບຳ​ລຸງ​ຮັກ​ສາເຄື່ອງຈັກ. ລະບຽບການໃນທ້ອງຖິ່ນອາດຈະຈຳກັດອາຍຸຂອງຜູ້ປະຕິບັດການ. ເຈົ້າຂອງມີ​ຄວາມຮັບຜິດຊອບໃນການຝຶກອົບຮົມຜູ້ປະຕິບັດການ ແລະ ຊ່າງກົນຈັກທັງໝົດ.

  • ມີຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງອຸປະກອນ, ການຄວບຄຸມຜູ້ປະຕິບັດການ ແລະ ປ້າຍສັນຍານຄວາມປອດໄພ.

  • ມອດຈັກ, ຖອດກະແຈ ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

  • ຮູ້ວິທີການຢຸດເຄື່ອງຈັກ ແລະ ມອດເຄື່ອງຈັກຢ່າງໄວວາ.

  • ກວດ​ເບິ່ງວ່າ​ສິ່ງຄວບ​ຄຸມຜູ້​ໃຊ້​ງານ-ການ​ປະ​ກົດ​ຕົວຢູ່, ສະ​ວິດ​ຄວາມ​ປອດ​ໄພ ແລະ ເກາະ​ປ້ອງ​ກັນໄດ້​ຕິດ​ໃສ່ ແລະ ໃຊ້​ງານ​ໄດ້​ຢ່າງ​ດີ. ຢ່າ​ໃຊ້​ງານ​ເຄື່ອງ​ຈັກ​ນອກ​ຈາກວ່າ​ພວກ​ມັນ​ໃຊ້​ງານ​ໄດ້​ຢ່າງ​ດີ.

  • ກ່ອນທີ່ຈະຕັດຫຍ້າ, ຕ້ອງກວດກາເຄື່ອງຈັກຢູ່ສະເໝີເພື່ອໃຫ້​ແນ່​ໃຈ​ວ່າໃບ​ມີດ, ນັອດ​ຈັບ​ໃບ​ມີດ ແລະ ອົງ​ປະ​ກອບ​ການຕັດຢູ່ໃນສະພາບການເຮັດວຽກໄດ້ດີ. ປ່ຽນ​ໃບ​ມີດ ແລະ ນັອດທີ່​ຫ້ຽນ ແລະ ເສຍ​ຫາຍຢູ່​ໃນ​ຊຸດ​ເພື່ອ​ຮັກ​ສາ​ຄວາມ​ດຸນ​ດ່ຽງ.

  • ກວດກາບໍລິເວນທີ່ທ່ານຈະໃຊ້ເຄື່ອງຈັກ ແລະ ເອົາວັດຖຸທັງໝົດທີ່ເຄື່ອງຈັກສາມາດຈະ​ເຮັດ​ໃຫ້​ເກີດ​ການ​ຟົ້ງ​ຂຶ້ນໄດ້ນັ້ນ​ອອກ.

ຄວາມປອດໄພຂອງນໍ້າມັນເຊື້ອໄຟ

  • ໃຊ້ຄວາມລະມັດລະວັງທີ່ສຸດໃນການຈັດການກັບນໍ້າມັນເຊື້ອໄຟ. ມັນໄວໄຟ ແລະ ອາຍແກັສຂອງມັນແມ່ນສິ່ງລະເບີດໄດ້.

  • ມອດຢາສູບ, ຊິກາ, ບັ້ງສູບຢາ ແລະ ແຫຼ່ງອື່ນໆທີ່ສາມາດຈຸດໄຟໄດ້.

  • ໃຊ້ຖັງນໍ້າມັນເຊື້ອໄຟທີ່ອະນຸມັດໃຫ້ເທົ່ານັ້ນ.

  • ຢ່າເປີດຝາປິດນໍ້າມັນເຊື້ອໄຟ ຫຼື ເຕີມນໍ້າມັນເຊື້ອໄຟໃນຂະນະທີ່ເຄື່ອງຈັກກຳລັງແລ່ນ ຫຼື ຮ້ອນ.

  • ຢ່າເພີ່ມ ຫຼື ເທນ້ຳມັນເຊື້ອໄຟອອກ​ຢູ່ໃນບ່ອນທີ່ປິດ.

  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

  • ຖ້າທ່ານເຮັດນໍ້າມັນເຊື້ອໄຟກະເດັນ, ຢ່າພະຍາຍາມຕິດຈັກ; ຫຼີກລ່ຽງການສ້າງແຫຼ່ງທີ່ມາຂອງການຈຸດໄຟຈົນກວ່າອາຍນ້ຳມັນເຊື້ອໄຟລະ​ເຫີຍ​ໄປ​ໝົດ​ແລ້ວ.

ການກວດເບິ່ງລະດັບນ້ຳມັນເຄື່ອງ

ກ່ອນ​ທ່ານ​ຈະ​ຕິດ​ຈັກ ແລະ ໃຊ້​ເຄື່ອງ​ຈັກ, ໃຫ້​ກວດ​ເບິ່ງ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຢູ່​ໃນຫົວ​ຂໍ້​ຫວ່ຽງ​ຈັກ, ໃຫ້​ເບິ່ງ .

ການກວດເບິ່ງລະບົບທຳຄວາມເຢັນ

ກ່ອນ​ທີ່​ທ່ານ​ຈະ​ຕິດ​ຈັກ ແລະ ໃຊ້​ເຄື່ອງ​ຈັກ, ໃຫ້​ກວດ​ເບິ່ງ​ລະ​ບົບ​ທຳ​ຄວາມ​ເຢັນ, ໃຫ້​ເບິ່ງ .

ການກວດເບິ່ງລະ​ບົບໄຮໂດຼລິກ

ກ່ອນ​ທ່ານ​ຈະ​ຕິດ​ຈັກ ແລະ ໃຊ້​ເຄື່ອງ​ຈັກ, ໃຫ້​ກວດ​ເບິ່ງ​ລະບົບ​ໄຮ​ໂດຼ​ລິກ, ໃຫ້​ເບິ່ງ .

ການລະ​ບາຍໝໍ້ແຍກນ້ຳ

ລະ​ບາຍ​ນ້ຳ ຫຼື ສິ່ງ​ປົນ​ເປື້ອນ​ຈາກໝໍ້​ແຍກ​ນ້ຳ; ໄປ​ເບິ່ງ​ທີ່ .

ກວດ​ເບິ່ງ​ແກນ​ຫຼັງ ແລະ ກະ​ປຸກ​ເກຍ​ສຳ​ລັບ​ການ​ຮົ່ວ​ໄຫຼ

ກວດ​ເບິ່ງ​ແກນ​ຫຼັງ ແລະ ກະ​ປຸກ​ເກຍແກນ​ຫຼັງ​ສຳ​ລັບ​ການ​ຮົ່ວ​ໄຫຼ; ໃຫ້​ເບິ່ງ .

ການເຕີມນໍ້າມັນເຊື້ອໄຟ

ຄວາມຈຸຖັງນໍ້າມັນ

ຄວາມຈຸຂອງຖັງນໍ້າມັນ: 83 ລິດ (22 ແກນລອນສະຫະລັດ)

ຂໍ້​ມູນ​ຈຳ​ເພາະນໍ້າມັນເຊື້ອໄຟ

Important: ໃຊ້​ນ້ຳ​ມັນ​ກາ​ຊ່ວນ​ຊັລ​ເຟີ​ຕ່ຳ.ການບໍ່ປະຕິບັດຕາມຂໍ້​ຄວນລະວັງຕໍ່ໄປນີ້ອາດຈະສ້າງຄວາມເສຍຫາຍໃຫ້ກັບເຄື່ອງຈັກ.

  • ຢ່າໃຊ້ນ້ຳມັນກາດ ຫຼື ນ້ຳມັນແອັດຊັງແທນນ້ຳມັນກາຊວນ.

  • ຢ່າປະສົມນ້ຳມັນກາດ ຫຼື ນ້ຳມັນເຄື່ອງທີ່​ໃຊ້​ແລ້ວກັບນ້ຳມັນກາຊວນ.

  • ຢ່າເກັບຮັກສານໍ້າມັນເຊື້ອໄຟໄວ້ໃນຖັງທີ່ມີແຜ່ນສັງກະສີຢູ່ທາງໃນ.

  • ຢ່າໃຊ້ສານເຕີມແຕ່ງນໍ້າມັນເຊື້ອໄຟ.

ນ້ຳມັນກາຊວນປີໂຕລ້ຽມ

ອັດຕາຊີເທນ: 45 ຫຼື ສູງກວ່າ

ປະ​ລິ​ມານ​ຊັ​ລເຟີ: ຊັລເຟີຕ່ຳ (<500 ppm)

ຕາຕະລາງນ້ຳມັນເຊື້ອໄຟ

ຂໍ້​ມູນ​ຈຳເພາະນ້ຳກາຊວນສະຖານທີ່
ASTM D975ສະຫະລັດອາເມລິກາ
ໝາຍເລກ. 1-D S15
ໝາຍເລກ. 2-D S15
EN 590ສະຫະພາບເອີຣົບ
ISO 8217 DMXສາກົນ
JIS K2204 ເກ​ຣດ​ທີ 2ຢີ່ປຸ່ນ
KSM-2610ເກົາຫຼີ
  • ໃຊ້ພຽງແຕ່ນໍ້າມັນເຊື້ອໄຟກາຊວນສະອາດ, ສົດ ຫຼື ນໍ້າມັນກາ​ຊວນຊີວະພາບ​ເທົ່າ​ນັ້ນ.

  • ຊື້ນໍ້າມັນເຊື້ອໄຟໃນປະລິມານທີ່ສາມາດນໍາໃຊ້ໄດ້ພາຍໃນ 180 ວັນເພື່ອຮັບປະກັນຄວາມສົດຂອງນໍ້າມັນເຊື້ອໄຟ.

ໃຊ້ນ້ຳມັນກາຊວນເກ​ຣດລະດູຮ້ອນ (ເບີ 2-D) ທີ່ອຸນຫະພູມສູງກວ່າ -7°C (20°F) ແລະ ນໍ້າມັນເຊື້ອໄຟ​ເກ​ຣດລະດູໜາວ (ເບີ 1-D ຫຼື ເບີ 1-D/2-D ປະສົມ) ທີ່ຢູ່ຕ່ຳກວ່າອຸນຫະພູມນັ້ນ.

Note: ການນຳໃຊ້ນ້ຳມັນເຊື້ອໄຟເກ​ຣດລະດູໜາວໃນອຸນຫະພູມຕ່ຳເຮັດໃຫ້ມີຈຸດຂົ້ວໄຟຕ່ຳກວ່າ ແລະ ຄຸນລັກສະນະການໄຫຼເຢັນທີ່ຊ່ວຍຫຼຸດຜ່ອນການສະຕາດ ແລະ ຫຼຸດຜ່ອນການອຸດຕັນໝໍ້ກອງເຊື້ອເພີງ.ການນຳໃຊ້ນ້ຳມັນເຊື້ອໄຟເກ​ຣດລະດູຮ້ອນສູງກວ່າ -7°C (20°F) ຊ່ວຍເຮັດໃຫ້ອາ​ຍຸ​ໃຊ້​ງານປ້ຳນ້ຳມັນເຊື້ອໄຟດົນຂຶ້ນ ແລະ ມີພະລັງງານເພີ່ມຂຶ້ນເມື່ອທຽບໃສ່ນ້ຳມັນເຊື້ອໄຟເກ​ຣດລະດູໜາວ.

ການໃຊ້ນ້ຳ​ມັນ​ກາ​ຊວນ​ຊີວະ​ພາບ

ເຄື່ອງຈັກນີ້ຍັງສາມາດໃຊ້ນໍ້າມັນເຊື້ອໄຟທີ່ປະ​ສົມນ້ຳມັນກາຊວນຊີວະພາບໄດ້ເຖິງ B20 (ນໍ້າມັນກາ​ຊວນຊີວະພາບ 20%, ກາຊວນ 80%).

ປະ​ລິ​ມານ​ຊັ​ລເຟີ: ຊັລເຟີຕ່ຳສຸດ (<15 ppm)

ຂໍ້​ມູນ​ຈຳເພາະນ້ຳມັນກາຊວນຊີວະພາບ: ASTM D6751 ຫຼື EN14214

ຂໍ້​ມູນ​ຈຳເພາະນ້ຳມັນປະສົມ: ASTM D975, EN590 ຫຼື JIS K2204

Important: ສັດສ່ວນກາຊວນປີ​ໂຕ​ຣ​ລຽມຕ້ອງມີ​ຊັ​ລເຟີຕ່ຳທີ່ສຸດ.

ປະ​ຕິ​ບັດ​ຕາມ​ຂໍ້ຄວນລະວັງຕໍ່ໄປນີ້:

  • ການຜະສົມນ້ຳມັນກາຊວນຊີວະພາບອາດຈະທຳລາຍພື້ນຜິວທີ່ຖືກທາສີ.

  • ໃຊ້ B5 (ປະ​ລິ​ມານຂອງນ້ຳມັນກາຊວນຊີວະພາບ 5%) ຫຼື ປະສົມໜ້ອຍລົງໃນອາກາດເຢັນ.

  • ຕິດຕາມການກັນຊຶມ, ທໍ່ຢາງ, ແຫວນທີ່ສຳຜັດກັບນໍ້າມັນເຊື້ອໄຟຍ້ອນວ່າມັນອາດຈະຊຸດໂຊມຕາມການເວລາ.

  • ອາດ​ຈະ​ເກີດມີ​ການ​ອຸດ​ຕັນ​ໃນ​ໝໍ້​ກອງ​ນ້ຳ​ມັນຂຶ້ນ​ເປັນເວ​ລາ​ໜຶ່ງຫຼັງ​ຈາກທ່ານປ່ຽນໄປ​ເປັນ​ນ້ຳ​ມັນກາຊວນ​ຊີ​ວະ​ພາບ​ແບບ​ປະ​ສົມ.

  • ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ນ້ຳ​ມັນ​ກາ​ຊວນ​ຊີວະ​ພາບ, ຕິດ​ຕໍ່ຜູ້ຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດຂອງ​ທ່ານ.

ການຕື່ມນໍ້າມັນເຊື້ອໄຟ

artpendingartpending

ຕື່ມ​ນ້ຳ​ມັນ​ໃສ່ຖັງ​ໃຫ້​ໄດ້​ປະ​ມານ 6 ຫາ 13 ມມ (¼ ຫາ ½ ນິ້ວ) ຢູ່​ກ້ອງ​ດ້ານ​ເທິງ​ຂອງ​ຖັງ, ບໍ່​ແມ່ນ​ຄໍ​ເຄື່ອງ​ເຕີມ​ດ້ວຍ​ນ້ຳ​ມັນ​ກາ​ຊ່ວນ​ເບີ 2-D.

Note: ຖ້າເປັນໄປໄດ້, ໃຫ້ຕື່ມນໍ້າມັນເຊື້ອໄຟຫຼັງຈາກການໃຊ້ແຕ່ລະຄັ້ງ; ນີ້ຈະຫຼຸດ​ຜ່ອນ​ການ​ທີ່​ອາດ​ຈະເກີດ​ການ​ສະ​ສົມ​ຂອງ​ການ​ຄວບ​ແໜ້ນ​ເປັນ​ນ້ຳ​ຢູ່​ດ້ານ​ໃນ​ຖັງ​ນ້ຳ​ມັນ.

ການກວດເບິ່ງຄວາມດັນຂອງຢາງລົດ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງຄວາມດັນຂອງຢາງລົດ.
  • ແຮງ​ດັນ​ລົມ​ໃນ​ຢາງ​ລົດ​ທີ່​ຖືກ​ຕ້ອງ​ແມ່ນ 1.38 bar (20 psi).

    Important: ຮັກສາຄວາມດັນທີ່ແນະນຳໄວ້ໃນທຸກໆຢາງເພື່ອຮັບປະກັນຄຸນນະພາບຂອງການຕັດ ແລະ ປະສິດຕິພາບຂອງເຄື່ອງຈັກທີ່ເໝາະສົມ. ຢ່າເຮັດໃຫ້ຢາງລົດແປ.ກວດ​ເບິ່ງ​ຄວາມດັນ​ລົມ​ຢູ່​ໃນ​ຢາງ​ລົດ​ທຸກ​ເສັ້ນ​ກ່ອນ​ໃຊ້​ງານ​ເຄື່ອງ​ຈັກ.

    artpending

    ການກວດເບິ່ງແຮງບິດຂອງນັອດຮັດລໍ້ລົດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫຼັງຈາກຊົ່ວໂມງທຳອິດ
  • ບິດນັອດຮັດລໍ້ລົດ.
  • ຫລັງຈາກ 10 ຊົ່ວໂມງທໍາອິດ
  • ບິດນັອດຮັດລໍ້ລົດ.
  • ທຸກໆ 200 ຊົ່ວໂມງ
  • ບິດນັອດຮັດລໍ້ລົດ.
  • ບິດແຮງບິດນັອດລັອກລໍ້ໃຫ້​ໄດ້ 115 ຫາ 136 N m (85 ຫາ 100 ft-lb) ໃນ​ລຳ​ດັບ​ທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ ແລະ ຮູບສະແດງ .

    artpending
    artpending

    ຄຳເຕືອນ

    ການ​ບໍ່​ຮັກ​ສາແຮງບິດທີ່ເໝາະສົມຂອງນັອດຮັດລໍ້ລົດອາດຈະເຮັດໃຫ້ເກີດການບາດເຈັບຕໍ່ບຸກຄົນໄດ້.

    ບິດ​ນັອດຮັດ​ລໍ້​ລົດ​ໃຫ້​ໄດ້​ຄ່າແຮງ​ບິດ​ທີ່ເໝາະ​ສົມ.

    ການປັບຄວາມສູງຂອງການຕັດ

    Important: ໜ່ວຍຕັດໝູນມັກ​ຈະ​ຕັດ​ປະ​ມານ 6 ມມ (¼ ນິ້ວ) ຕ່ຳ​ກວ່າ​ໜ່ວຍ​ຕັດ​ກຽວ​ໝູນ​ດ້ວຍ​ການ​ຕັ້ງ​ຄ່າ​ຕົວ​ຖານ​ຄື​ກັນ. ມັນ​ອາດ​ຈະ​ຈຳ​ເປັນ​ທີ່​ຕ້ອງ​ຕັ້ງການ​ວັດ​ແທກ​ຕົວ​ຖານ​ໜ່ວຍ​ຕັດໝູນທີ່ 6 ມມ (¼ ນິ້ວ) ເໜືອ​ກຽວ​ໝູນ​ໜ່ວຍຕັດ​ທີ່​ຕັດຢູ່​ໃນ​ພື້ນ​ທີ່​ດຽວ​ກັນ.

    Important: ເຂົ້າ​ເຖິງ​ໜ່ວຍ​ຕັດ​ດ້ານ​ຫຼັງ​ແມ່ນ​ປັບ​ປຸງ​ຂຶ້ນໄດ້​ຫຼາຍໂດຍ​ການ​ເອົາ​ໜ່ວຍ​ຕັດ​ອອກ​ຈາກ​ເຄື່ອງ​ຈັກ.

    1. ຈອດເຄື່ອງຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ປ່ອຍໜ່ວຍຕັດຕ່ຳລົງສູ່​ພື້ນ, ມອດ​ຈັກ ແລະ ຖອດກະ​ແຈ.

    2. ມາຍ​ນັອດ​ຕົວ​ຜູ້​ທີ່​ຍຶດ​ລາງຍຶດ​ຄວາມ​ສູງ​ຂອງການ​ຕັດ​ແຕ່​ລະ​ຕົວ​ໃສ່​ແຜ່ນ​ຄວາມ​ສູງ​ຂອງການ​ຕັດ​ໃຫ້​ຫຼວມ (ດ້ານ​ໜ້າ ແລະ ແຕ່​ລະ​ຂ້າງ) ດັ່ງ​ທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ .

    3. ການ​ເລີ່ມ​ຕົ້ນ​ດ້ວຍ​ການ​ປັບ​ດ້ານ​ໜ້າ, ເອົາ​ນັອດ​ຕົວ​ຜູ້​ອອກ.

      artpending
    4. ໃນ​ຂະ​ນະ​ທີ່​ຄ້ຳ​ຊ່ອງ​ຢູ່, ເອົາ​ຕົວ​ຈັດ​ໄລ​ຍະ​ຫ່າງ​ອອກ (ຮູບສະແດງ ).

    5. ເຄື່ອນ​ຊ່ອງ​ໄປ​ຫາ​ຄວາມ​ຂອງ​ຂອງ​ການ​ຕັດ​ທີ່​ຕ້ອງ​ການ ແລະ ຕິດ​ຕັ້ງ​ຕົວ​ຈັດ​ໄລ​ຍະ​ຫ່າງ​ໃສ່​ຮູ ແລະ ຊ່ອງ​ຄວາມ​ສູງ​ຂອງ​ການ​ຕັດ​ທີ່​ກຳ​ນົດ​ໃຫ້ (ຮູບສະແດງ ).

      artpending
    6. ວາງ​ຕຳ​ແໜ່ງ​ແຜ່ນ​ຕິດ​ສະ​ກັອດ​ຢູ່​ໃນ​ແຖວດຽວ​ກັບ​ຕົວ​ຈັດ​ໄລ​ຍະ​ຫ່າງ.

    7. ຕິດ​ຕັ້ງ​ນັອດ​ຕົວ​ຜູ້ ໃຫ້​ຕຶງ​ມື.

    8. ເຮັດຊ້ຳຂັ້ນຕອນ ຫາ ສຳລັບການ​ປັບ​ແຕ່​ລະ​ດ້ານ.

    9. ບິດນັອດຕົວ​ຜູ້ 3 ນັອດໃຫ້​ໄດ້ 41 N∙m (30 ຟິດ-ປອນ). ຫັນ​ນັອດ​ຕົວ​ຜູ້ດ້ານ​ໜ້າໃຫ້​ແໜ້ນກ່ອນສະ​ເໝີ.

      Note: ການ​ປັບ​ຫຼາຍກວ່າ 3.8 ຊມ (1 ½ ນິ້ວ) ອາດ​ຈະ​ຕ້ອງ​ມີ​ສ່ວນ​ປະ​ກອບ​ຊົ່ວ​ຄາວ​ໃສ່​ຄວາມ​ສູງ​ລະ​ດັບ​ກາງ​ເພື່ອ​ປ້ອງ​ກັນ​ການ​ມັດ (ຕົວ​ຢ່າງ: ການ​ປ່ຽນຄວາມ​ສູງ​ຂອງ​ການ​ຕັດ​ຈາກ 3.1 ຫາ 7 ຊມ (1 ¼ ຫາ 2 3/4 ນິ້ວ)).

    ການກວດເບິ່ງສະວິດອິນ​ເຕີ​ລັອກ (Interlock)

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງສະ​ວິດອິນເຕີລັອກ.
  • ຂໍ້ຄວນລະວັງ

    ຖ້າຫາກວ່າສະວິດເຊື່ອມຕໍ່ຄວາມປອດໄພຖືກຕັດຂາດ ຫຼື ເສຍຫາຍ, ເຄື່ອງສາມາດປະຕິບັດງານໂດຍບໍ່ຄາດຝັນເຊິ່ງກໍ່ໃຫ້ເກີດການບາດເຈັບຕໍ່ບຸກຄົນໄດ້.

    • ຢ່າແຕະ​ຕ້ອງປຸ່ມອິນເຕີລັອກ.

    • ກວດເບິ່ງການປະຕິບັດງານຂອງປຸ່ມອິນເຕີລັອກທຸກໆມື້ ແລະ ປ່ຽນປຸ່ມທີ່ເສຍຫາຍກ່ອນທີ່ຈະໃຊ້​ງານເຄື່ອງຈັກ.

    ສະ​ວິດອິນ​ເຕີ​ລັອກຖືກອອກ​ແບບ​ມາ​ເພື່ອມອດເຄື່ອງຈັກເມື່ອ​ທ່ານລຸກ​ຂຶ້ນ​ຈາກ​ບ່ອນ​ນັ່ງເມື່ອແປ້ນຂັບເຄື່ອນຖືກ​ກົດ​ໄວ້. ເຖິງ​ແນວ​ໃດ​ກໍ​ຕາມ, ທ່ານ​ສາ​ມາດລຸກ​ຂຶ້ນ​ຈາກ​ບ່ອນ​ນັ່ງ​ໄດ້​ໃນ​ຂະ​ນະ​ທີ່​ຈັກ​ກຳ​ລັງ​ແລ່ນ​ຢູ່ ແລະ ແປ້ນຂັບເຄື່ອນຢູ່​ໃນ​ຕຳ​ແໜ່ງເກຍ​ຫວ່າງ. ເຖິງ​ແມ່ນ​ວ່າ​ເຄື່ອງ​ຈັກ​ຈະ​ສືບ​ຕໍ່​ແລ່ນ​ຢູ່ເມື່ອທ່ານ​ປົດ​ສະ​ວິດ PTO ແລະ ປ່ອຍແປ້ນດຶງ, ມອດຈັກ​ກ່ອນ​ໜ້າ​ທີ່​ຈະ​ລຸກຂຶ້ນ​ຈາກ​ບ່ອນ​ນັ່ງ.

    1. ຈອດເຄື່ອງຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ປ່ອຍໜ່ວຍຕັດຕ່ຳລົງ ແລະ ບິດກະ​ແຈໄປ​ຕຳ​ແໜ່ງປິດ.

    2. ກົດແປ້ນດຶງ ແລະ ບິດ​ກະ​ແຈໄປ​ຫາ​ຕຳ​ແໜ່ງເປີດ.

      Note: ຖ້າ​ຈັກ​ເຄື່ອງ​ຈັກ​ກວ່ຽງ, ສະ​ແດງວ່າ​ມີ​ຂໍ້​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ລະ​ບົບ​ອິນ​ເຕີ​ລັອກ. ແກ້​ໄຂ​ຂໍ້​ຜິດ​ປົກ​ກະ​ຕິ​ກ່ອນ​ໜ້າ​ໃຊ້​ງານ​ເຄື່ອງ​ຈັກ.

    3. ບິດກະ​ແຈ​ໄປ​ຕຳ​ແໜ່ງເປີດ, ລຸກ​ຂຶ້ນ​ຈາກ​ບ່ອນ​ນັ່ງ ແລະ ເຄື່ອນ​ສະ​ວິດ PTO ໄປເປີດ.

      Note: ບໍ່​ຄວນ​ເປີດໃຊ້ PTO ຢູ່. ຖ້າ PTO ຍັງ​ເປີດ​ໃຊ້​ງານ​ຢູ່, ສະ​ແດງວ່າ​ມີ​ຂໍ້​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ລະ​ບົບ​ອິນ​ເຕີ​ລັອກ. ແກ້​ໄຂ​ຂໍ້​ຜິດ​ປົກ​ກະ​ຕິ​ກ່ອນ​ໜ້າ​ໃຊ້​ງານ​ເຄື່ອງ​ຈັກ.

    4. ເປີດ​ເບ​ຣກ​ມື, ບິດກະ​ແຈໄປ​ທີ່ຕຳ​ແໜ່ງເປີດ ແລະ ເຄື່ອນ​ແປ້ນ​ດຶງອອກ​ຈາກ​ຕຳແໜ່ງເກຍ​ຫວ່າງ.

      Note: ສູນ​ຂໍ້​ມູນສ​ະ​ແດງ​ໃຫ້​ເຫັນ​ວ່າ “ຈັກ​ຕັດ​ຫຍ້າ​ຖືກ​ປະ​ຕິ​ເສ​ດ” ແລະ ເຄື່ອງ​ຈັກ​ບໍ່​ຄວນເຄື່ອນ​ໄຫວ. ຖ້າເຄື່ອງ​ຈັກ​ຍັງ​ເຄື່ອນ​ໄຫວ​ຢູ່, ສະ​ແດງວ່າ​ມີ​ຂໍ້​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ລະ​ບົບ​ອິນ​ເຕີ​ລັອກ. ແກ້​ໄຂ​ຂໍ້​ຜິດ​ປົກ​ກະ​ຕິ​ກ່ອນ​ໜ້າ​ໃຊ້​ງານ​ເຄື່ອງ​ຈັກ.

    ການກວດ​ເບິ່ງ​ເວ​ລາ​ຢຸດ​ໃບ​ມີດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງ​ເວ​ລາ​ຢຸດ​ໃບ​ມີດ.
  • Note: ປ່ອຍໜ່ວຍຕັດຕ່ຳລົງໄປ​ໃສ່​ພາກ​ສ່ວນ​ທີ່​ສະ​ອາດ​ຂອງ​ທົ່ງ​ຫຍ້າ ແລະ ພື້ນ​ແຂງ​ເພື່ອ​ຫຼີກ​ລ່ຽງ​ຝຸ່ນ ແລະ ຂີ້​ເຫຍື້ອ​ຟົ້ງອອກ.

    ເພື່ອກວດ​ສອບ​ເວ​ລາ​ການ​ຢຸດ​ນີ້, ນັ່ງຢູ່ໃນບ່ອນນັ່ງ ແລະ ປົດ PTO. ຟັງ​ສຽງ​ໃບ​ມີດ​ໝູນ ແລະ ບັນ​ທຶກ​ເວ​ລາ​ທີ່​ມັນ​ໃຊ້​ສຳ​ລັບ​ໃຫ້​ໜ່ວຍ​ຕັດ​ມາ​ຮອດ​ບ່ອນ​ຢຸດ​ສະ​ໜິດ. ຖ້າ​ມັນ​ໃຊ້​ເວ​ລາ​ຫຼາຍກວ່າ 7 ວິ​ນາ​ທີ, ປັບ​ວາວ​ເບ​ຣກ. ໂທ​ຫາຜູ້ຈຳໜ່າຍ Toro ສຳ​ລັບ​ການ​ຊ່ວຍ​ເຫຼືອ​ໃນ​ການ​ເຮັດ​ການ​ປັບ​ສິ່ງນີ້.

    ການ​ເລືອກໃບ​ມີດ

    ໃບມີດປະ​ສົມ​ມາດ​ຕະ​ຖານ

    ໃບມີດນີ້​ຖືກ​ອອກ​ແບບ​ມາ​ເພື່ອ​ໃຫ້​ການ​ຍົກ​ຂຶ້ນ ແລະ ການ​ແຍກ​ອອກ​ໄດ້​ເປັນ​ເລີດ​ຢູ່​ໃນ​ເກືອບ​ທຸກ​ສະ​ພາບ​ການ. ຖ້າ​ຕ້ອງ​ການ​ໃຫ້​ມີ​ການ​ຍົກ ແລະ ຄວາມ​ໄວ​ການ​ປ່ອຍອອກ​ຫຼາຍ​ຂຶ້ນ ຫຼື ໜ້ອຍ​ລົງ, ໃຫ້​ພິ​ຈາ​ລະ​ນາ​ໃຊ້​ໃບມີດອື່ນ.

    ຄຸນ​ລັກ​ສະ​ນະ: ການ​ຍົກ​ຂຶ້ນ ແລະ ການ​ແຍກ​ອອກ​ໄດ້​ເປັນ​ເລີດ​ຢູ່​ໃນ​ເກືອບ​ທຸກ​ສະ​ພາບ​ການ

    ໃບ​ລົມ​ເປັນ​ມູມ

    ໂດຍ​ທົ່ວ​ໄປ​ແລ້ວ​ໃບ​ມີດ​ໃຊ້​ໄດ້​ດີ​ທີ່​ສຸດ​ຢູ່​ໃນ​ຄວາມ​ສູງ​ການ​ຕັດ​ຕ່ຳ – 1.9 ຫາ 6.4 ຊມ (3/4 ຫາ 2-½ ນິ້ວ).

    ຄຸນລັກສະນະ:

    • ການປ່ອຍ​ອອກ​ມາ​ຍັງ​ຄົງ​ສະ​ໝ່ຳ​ສະ​ເໝີ​ຢູ່​ໃນ​ຄວາມ​ສູງ​ການ​ຕັດ​ຕ່ຳ​ກວ່າ.

    • ການປ່ອຍ​ອອກ​ມາ​ມີ​ແນວ​ໂນ້ມ​ທີ່​ຈະ​ຟົ້ງ​ໄປ​ທາງ​ຊ້າຍ​ໜ້ອຍກວ່າ ແລະ ດັ່ງ​ນັ້ນຈິ່ງ​ເຮັດ​ໃຫ້​ເຫັນ​ມີ​ຄວາມ​ສະ​ອາດ​ດີກວ່າ​ຢູ່​ຮອບ​ບັງ​ເກີ (ຫຼຸມຊາຍ) ແລະ ທາງ​ສະ​ໜາມກ໊ອ​ຟ.

    • ຄວາມ​ຕ້ອງ​ການ​ພະ​ລັງ​ງານ​ຕ່ຳ​ໃນ​ລະ​ດັບ​ຄວາມ​ສູງ​ທີ່​ຕ່ຳ​ກວ່າ ແລະ ສະ​ໜາມ​ຫຍ້າ​ໜາ.

    ໃບ​ລົມ​ຂະ​ໜານ​ຍົກ​ສູງ

    ໂດຍ​ທົ່ວ​ໄປ​ແລ້ວ​ໃບ​ມີດ​ໃຊ້​ໄດ້​ດີກວ່າ​ຢູ່​ໃນ​ຄວາມ​ສູງ​ການ​ຕັດສູງ​ຂຶ້ນ – 7 ຫາ 10 ຊມ (2 ຫາ 4 ນິ້ວ).

    ຄຸນລັກສະນະ:

    • ຍົກ​ໄດ້​ຫຼາຍ​ຂຶ້ນ ແລະ ຄວາມ​ໄວ​ການ​ປ່ອຍ​ອອກ​ສູງ​ຂຶ້ນ

    • ຫຍ້າ​ທີ່​ບາງ ຫຼື ອ່ອນ​ຖືກ​ຈັບ​ເອົາ​ໄດ້​ຫຼາຍ​ທີ່​ລະ​ດັບ​ຄວາມ​ສູງ​ຂອງ​ການ​ຕັດ​ສູງ​ຂຶ້ນ

    • ການ​ໜີບ​ຕັດ​ທີ່​ປຽກ ຫຼື ໜຽວ​ຖືກ​ປ່ອຍ​ອອກ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ຫຼາຍ​ຂຶ້ນ​ເຮັດ​ໃຫ້​ຫຼຸດ​ການ​ອັດ​ຕົວ​ຢູ່​ໃນ​ໜ່ວຍ​ຕັດ.

    • ຕ້ອງ​ການ​ແຮງ​ມ້າ​ເພີ່ມ​ຂຶ້ນ​ເພື່ອ​ໃຊ້​ງານ

    • ມີ​ແນວ​ໂນ້ມ​ທີ່​ຈະ​ປ່ອຍ​ອອກ​ໄປ​ທາງ​ດ້ານ​ຊ້າຍ​ໄກ​ຂຶ້ນ ແລະ ສາ​ມາດ​ມີ​ແນວ​ໂນ້ມ​ທີ່​ຈະ​ເຮັດ​ໃຫ້​ເປັນ​ກອງ​ຢູ່​ທີ່​ຄວາມ​ສູງ​ຂອງ​ການ​ຕັດ​ຕ່ຳລົງ

    ຄຳເຕືອນ

    ການ​ໃຊ້ໃບມີດຍົກ​ສູງ​ດ້ວຍ​ແຜ່ນ​ກັ້ນ​ປົກ​ຄຸມ​ສາ​ມາດ​ເຮັດ​ໃຫ້​ໃບ​ມີດ​ແຕກ​ຫັກ,ເຊິ່ງກໍ່ໃຫ້ເກີດການບາດເຈັບຕໍ່ບຸກ​ຄົນ ຫຼື ເສຍຊີວິດໄດ້.

    ຢ່າ​ໃຊ້​ໃບ​ມີດຍົກ​ສູງ​ກັບແຜ່ນກັ້ນປົກ​ຄຸມ.

    ໃບ​ມີດ​ອາ​ຕອມ

    ໃບມີດ​ນີ້​ຖືກ​ອອກ​ແບບ​ມາ​ເພື່ອ​ໃຫ້​ການປົກ​ຄຸມ​ໃບ​ຫຍ້າ​ໄດ້​ດີ​ເລີດ.

    ຄຸນ​ລັກ​ສະ​ນະ: ການ​ປົກ​ຄຸມ​ໃບ​ຫຍ້າ​ໄດ້​ດີ​ເລີດ

    ການ​ເລືອກອຸປະກອນເສີມ

    ການ​ປັບ​ຕັ້ງ​ຄ່າ​ອຸ​ປະ​ກອນ​ທາງ​ເລືອກ

     ໃບ​ມີດ​ແບບ​ເປັນ​ມູມໃບ​ມີດ​ແບບ​ຂະ​ໜານ, ຍົກ​ຂຶ້ນ​ໄດ້​ສູງ(ຢ່າ​ໃຊ້​ກັບ​ແຜ່ນ​ກັ້ນ​ປົກ​ຄຸມ)ແຜ່ນ​ກັ້ນ​ປົກ​ຄຸມຕົວຂູດຫ່າງລູກ​ກິ້ງ
    ການ​ຕັດ​ຫຍ້າ: ຄວາມສູງ​ຂອງ​ການ​ຕັດ 1.9 ຫາ 4.4 ຊມ (3/4 ຫາ 1-3/4 ນິ້ວ)ແນະ​ນຳ​ໃຫ້​ຢູ່​ໃນ​ການ​ນຳ​ໃຊ້​ສ່ວນ​ໃຫຍ່ອາດ​ຈະ​ເຮັດ​ວຽກ​ໄດ້​ດີ​ຢູ່​ໃນ​ທົ່ງ​ຫຍ້າ​ບາງ ຫຼື ກະ​ຈັດ​ກະ​ຈາຍໄດ້​ສະ​ແດງ​ໃຫ້​ເຫັນ​ເພື່ອ​ປັບ​ປຸງ​ການ​ກະ​ຈັດ​ກະ​ຈາຍ ແລະ ຜົນ​ງານ​ຫຼັງ​ການ​ຕັດ​ຢູ່​ໃນ​ຫຍ້າ​ທາງ​ພາກ​ເໜືອ​ທີ່​ຕັດ​ຢ່າງ​ໜ້ອຍ​ອາ​ທິດ​ລະ 3 ຄັ້ງ ແລະ ໄດ້​ເອົາ​ໃບ​ມີດ​ຕັດ​ຫຍ້າ​ອອກ​ໜ້ອຍກວ່າ 1/3. ຢ່າ​ໃຊ້​ກັບ​ໃບ​ມີ​ຂະ​ໜານ​ຍົກ​ໄດ້​ສູງໃຊ້​ມັນ​ທຸກ​ຄັ້ງ​ທີ່​ລູກ​ກິ້ງ​ມີ​ຫຍ້າ​ສະ​ສົມ​ຂຶ້ນ ຫຼື ເຫັນ​ວ່າ​ມີ​ກ້ອນຫຍ້າ​ໃຫຍ່​ແປ​ຢູ່. ເຄື່ອງ​ຂູດ​ອາດ​ຈະ​ເພີ່ມ​ການ​ເປັນ​ກ້ອນ​ຢູ່​ໃນ​ການ​ນຳໃຊ້​ສະ​ເພາະ.
    ການ​ຕັດ​ຫຍ້າ: ຄວາມສູງ​ຂອງ​ການ​ຕັດ 5 ຫາ 6.4 ຊມ (2 ຫາ 2 ½ ນິ້ວ)ແນະ​ນຳ​ໃຫ້​ໃຊ້​ກັບ​ຫຍ້າ​ໜາ ຫຼື ດົກແນະ​ນຳ​ໃຫ້​ສຳ​ລັບຫຍ້າ​ບາງ ຫຼື ກະ​ຈັດ​ກະ​ຈາຍ
    ການ​ຕັດ​ຫຍ້າ: ຄວາມສູງ​ຂອງ​ການ​ຕັດ 7 ຫາ 10 ຊມ (2-3/4 ຫາ 4 ນິ້ວ)ອາດ​ຈະ​ເຮັດ​ວຽກ​ໄດ້​ດີ​ຢູ່​ໃນ​ທົ່ງ​ຫຍ້າດົກ​ໜາແນະ​ນຳ​ໃຫ້​ຢູ່​ໃນ​ການ​ນຳ​ໃຊ້​ສ່ວນ​ໃຫຍ່
    ການ​ປົກ​ຄຸມ​ໃບ​ຫຍ້າແນະ​ນຳ​ໃຫ້ສຳ​ລັບ​ການ​ນຳ​ໃຊ້​ກັບ​ແຜ່ນ​ກັ້ນ​ປົກ​ຄຸມບໍ່ອະນຸຍາດນຳ​ໃຊ້​ກັບ​ໃບ​ມີດ​ປະ​ສົມ, ໃບ​ມີດ​ອາ​ຕອມ ຫຼື ໃບ​ມີດ​ແບບ​ເປັນ​ມູມເທົ່າ​ນັ້ນ
    ຜົນດີເຖິງ​ແມ່ນ​ວ່າ​ຈະ​ປ່ອຍ​ອອກ​ຢູ່​ທີ່​ຄວາມ​ສູງ​ຂອງ​ການ​ຕັດ​ຕ່ຳ​ກວ່າ; ເຫັນມີ​ຄວາມ​ສະ​ອາດ​ດີກວ່າ​ຢູ່​ຮອບ​ບັງ​ເກີ (ຫຼຸມຊາຍ) ແລະ ທາງ​ສະ​ໜາມກ໊ອ​ຟ; ຄວາມ​ຕ້ອງ​ການ​ພະ​ລັງ​ງານ​ຕ່ຳ​ກວ່າຍົກ​ໄດ້​ຫຼາຍ​ຂຶ້ນ ແລະ ຄວາມ​ໄວ​ການ​ປ່ອຍ​ອອກ​ສູງ​ຂຶ້ນ; ຫຍ້າ​ທີ່​ບາງ ຫຼື ອ່ອນ​ຖືກ​ຈັບ​ເອົາ​ໄດ້​ຫຼາຍ​ທີ່​ລະ​ດັບ​ຄວາມ​ສູງ​ຂອງ​ການ​ຕັດ​ສູງ​ຂຶ້ນ; ການ​ໜີບ​ຕັດ​ທີ່​ປຽກ ຫຼື ໜຽວ​ຖືກ​ປ່ອຍ​ອອກ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ຫຼາຍ​ຂຶ້ນອາດ​ຈະ​ປັບ​ປຸງ​ການ​ກະ​ຈາຍ ແລະ ການ​ປະ​ກົດ​ໃຫ້​ເຫັນ​ຢູ່​ໃນ​ການ​ນຳ​ໃຊ້​ການ​ຕັດ​ຫຍ້າ​ສະ​ເພາະ; ການ​ປົກ​ຄຸມ​ໃບ​ຫຍ້າໄດ້​ດີ​ຫຼາຍຫຼຸດ​ຜ່ອນ​ການ​ສະ​ສົມ​ໃນ​ລູກ​ກິ້ງ​ຢູ່​ໃນ​ການ​ນຳ​ໃຊ້​ບາງ​ອັນ​ສະ​ເພາະ
    ຜົນ​ເສຍບໍ່​ຍົກ​ຫຍ້າ​ຂຶ້ນ​ໄດ້​ດີ​ຢູ່​ໃນ​ການ​ນຳ​ໃຊ້​ຄວາມ​ສູງ​ຂອງ​ການ​ຕັດ​ສູງ; ຫຍ້າ​ປຽກ ຫຼື ໜຽວ​ມີ​ແນວ​ໂນ້ມ​ທີ່​ຈະ​ສະ​ສົມ​ຂຶ້ນ​ຢູ່​ໃນ​ຊ່ອງ; ນຳ​ໄປ​ສູ່​ຄຸນ​ນະ​ພາບ​ການ​ຕັດບໍ່​ດີ ແລະ ຄວາມ​ຕ້ອງ​ການ​ພະ​ລັງ​ງານ​ສູງຂຶ້ນຕ້ອງ​ການ​ພະ​ລັງ​ງານ​ເພີ່ມ​ຂຶ້ນ​ເພື່ອ​ແລ່ນ​ຢູ່​ໃນ​ການ​ນຳ​ໃຊ້​ບາງ​ອັນ; ມີ​ແນວ​ໂນ້ມ​ທີ່​ຈະທີ່​ຈະ​ເຮັດ​ໃຫ້​ເປັນ​ກອງ​ຢູ່​ທີ່​ຄວາມ​ສູງ​ຂອງ​ການ​ຕັດ​ຕ່ຳລົງຢູ່​ໃນ​ຫຍ້າ​ດົກ​ໜາ; ຢ່າ​ໃຊ້​ກັບ​ແຜ່ນກັ້ນປົກ​ຄຸມຫຍ້າ​ຈະ​ສະ​ສົມ​ຂຶ້ນ​ຢູ່​ໃນ​ຊ່ອງ, ຖ້າ​ທ່ານ​ພະ​ຍາ​ຍາມ​ເອົາ​ຫຍ້າ​ອອກ​ຫຼາຍ​ເກີນ​ໄປ​ດ້ວຍ​ແຜ່ນ​ກັ້ນ​ຢູ່​ກັບ​ທີ່ 

    ການນຳໃຊ້ຈໍສະແດງຜົນສູນ​ຂໍ້​ມູນ LCD

    ຈໍ​ສະແດງ​ຜົນສູນ​ຂໍ້​ມູນ LCD ສະ​ແດງ​ຂໍ້​ມູນກ່ຽວ​ກັບ​ເຄື່ອງ​ຈັກ​ຂອງ​ທ່ານເຊັ່ນ: ສະ​ຖາ​ນະ​ການໃຊ້​ງານ, ການ​ວິ​ນິດ​ໄສ​ຕ່າງໆ ແລະ ຂໍ້​ມູນ​ອື່ນໆ​ກ່ຽວ​ກັບ​ເຄື່ອງ​ຈັກ (ຮູບສະແດງ ). ມີ​ໜ້າ​ຈໍ​ເປີດ​ລະ​ບົບ ແລະ ໜ້າ​ຈໍ​ສະ​ແດງ​ຂໍ້​ມູນ​ຫຼັກຂອງ​ສູນ​ຂໍ້​ມູນ. ທ່ານສາມາດປ່ຽນລະຫວ່າງໜ້າຈໍສຳຮອງ ແລະ ໜ້າຈໍຂໍ້ມູນຫຼັກໄດ້ທຸກເວລາໂດຍກົດປຸ່ມສູນ​ຂໍ້​ມູນໃດໜຶ່ງ ແລະ ຈາກນັ້ນເລືອກປຸ່ມລູກສອນທິດທາງທີ່ເໝາະສົມ.

    artpending
    • ປຸ່ມຊ້າຍ, ປຸ່ມເຂົ້າໃຊ້/ກັບຄືນເມນູ – ກົດປຸ່ມນີ້ເພື່ອເຂົ້າເຖິງເມນູສູນ​ຂໍ້​ມູນ. ທ່ານສາມາດໃຊ້ມັນເພື່ອອອກຈາກເມນູໃດໜຶ່ງທີ່ທ່ານກໍາລັງໃຊ້ໃນປັດຈຸບັນໄດ້.

    • ປຸ່ເຄິ່ງກາງ – ໃຊ້ປຸ່ມນີ້ເພື່ອເລື່ອນເມນູລົງ.

    • ປຸ່ມເບື້ອງ​ຂວາ – ໃຊ້ປຸ່ມນີ້ເພື່ອເປີດເມນູທີ່ລູກສອນຂວາຊີ້ບອກເນື້ອຫາເພີ່ມເຕີມ.

    • ສຽງ​ດັງ​ປີບ – ໄດ້​ເປີດ​ນຳ​ໃຊ້​ເມື່ອ​ປ່ອຍ​ໜ່ວຍ​ຕັດ​ຕ່ຳ​ລົງ ຫຼື ສຳ​ລັບ​ການ​ແນະ​ນຳ ແລະ ຂໍ້​ຜິດ​ພາດ.

    Note: ຈຸດປະສົງຂອງແຕ່ລະປຸ່ມອາດຈະປ່ຽນແປງຂຶ້ນກັບສິ່ງທີ່ຕ້ອງການໃນເວລານັ້ນ. ປຸ່ມແຕ່ລະປຸ່ມແມ່ນຕິດປ້າຍດ້ວຍໄອຄອນທີ່ສະແດງໜ້າທີ່ຂອງມັນໃນປະຈຸບັນ.

    ລາຍລະອຽດຂອງໄອຄອນ InfoCenter

    ຄົບຮອບການບຳ​ລຸງ​ຮັກ​ສາຊີ້ບອກເຖິງເວລາການບຳ​ລຸງ​ຮັກ​ສາທີ່ໄດ້ກຳນົດວ່າຄວນໄດ້ປະຕິບັດ
    Graphicຊົ່ວ​ໂມງຍັງ​ເຫຼືອ​ຈົນ​ຮອດ​ການ​ບຳ​ລຸງ​ຮັກ​ສາ​ສ້ອມ​ແປງ
    Graphicຕັ້ງ​ຄ່າ​ຊົ່ວ​ໂມງ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ​ຄືນ​ໃໝ່ Graphic
    Graphicສະ​ຖາ​ນະ​ຂອງ​ຮອບ​ຕໍ່​ນາ​ທີ​ຂອງ​ຈັກ
    Graphicໄອຄອນຂໍ້ມູນ
    Graphicການ​ຕັ້ງ​ຄ່າ​ຄວາມ​ໄວ​ດຶງ​ສູງ​ສຸດ
    Graphicພັດ​ລົມ​ປີ້ນ​ທາງ
    Graphicເຄື່ອງ​ທຳ​ຄວາມ​ຮ້ອນ​ນຳ​ອາ​ກາດ​ເຂົ້າ​ເປີດ​ໃຊ້​ຢູ່
    Graphicຍົກໜ່ວຍຕັດເບື້ອງຊ້າຍຂຶ້ນ.
    Graphicຍົກໜ່ວຍຕັດເຄິ່ງ​ກາງຂຶ້ນ
    Graphicຍົກໜ່ວຍຕັດເບື້ອງຂວາຂຶ້ນ
    Graphicຜູ້​ຂັບ​ຂີ່​ຕ້ອງ​ນັ່ງ​ຢູ່​ເບາະ​ນັ່ງ
    Graphicເບ​ຣກມືໃຊ້​ງານ​ຢູ່
    Graphicໂໝດຢູ່​ສູງ
    Graphicເກຍຫວ່າງ
    Graphicໂໝດ​ຍັງ​ໜ້ອຍ
    Graphicອຸນຫະພູມຂອງນ້ຳ​ຢາ​ທຳຄວາມເຢັນ (°C ຫຼື °F)
    Graphicອຸນຫະພູມ (ຮ້ອນ)
    Graphicການ​ດຶງ ຫຼື ແປ້ນ​ດຶງ
    Graphicບໍ່​ອະ​ນຸ​ຍາດ
    Graphicຕິດຈັກ.
    GraphicPTO ເປີດໃຊ້ຢູ່.
    Graphicການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ​ເປີດ.
    Graphicມອດຈັກ
    Graphicເຄື່ອງຈັກ
    Graphicສະວິດກະແຈ
    Graphicກຳ​ລັງ​ປ່ອຍໜ່ວຍຕັດຕ່ຳລົງ
    Graphicກຳ​ລັງ​ຍົກໜ່ວຍຕັດໃຫ້ສູງຂຶ້ນ
    Graphicລະ​ຫັດ PIN
    Graphicອຸນ​ຫະ​ພູມນ້ຳມັນໄຮໂດຼລິກ
    Graphicຊ່ອງ CAN
    Graphicສູນ​ຂໍ້​ມູນ
    Graphicບໍ່ດີ ຫຼື ຂັດ​ຂ້ອງ
    Graphicສູນ
    Graphicຂວາ
    Graphicຊ້າຍ
    Graphicຫຼອດໄຟ
    Graphicຜົນ​ສົ່ງອອກຂອງເຄື່ອງຄວບຄຸມ TEC ຫຼື ສາຍຄວບຄຸມໃນສາຍຮັດ
    Graphicເກີນ​ໄລ​ຍະ​ທີ່​ອະ​ນຸ​ຍາດ
    Graphicຕ່ຳ​ກວ່າໄລ​ຍະ​ທີ່​ອະ​ນຸ​ຍາດ
    Graphic/Graphicຢູ່ນອກ​ຂອບ​ເຂດ
    Graphicສະວິດ
    Graphicຜູ້​ຄວບ​ຄຸມ​ຕ້ອງ​ປ່ອຍ​ສະ​ວິດ
    Graphicຜູ້​ຄວບ​ຄຸມ​ຄວນ​ປ່ຽນ​ສະ​ພາບ​ທີ່​ຊີ້ບອກ
    ສັນຍາລັກມັກຈະຖືກລວມເຂົ້າກັນເພື່ອປະກອບເປັນປະໂຫຍກ. ບາງຕົວຢ່າງແມ່ນສະແດງຢູ່ດ້ານລຸ່ມ 
    Graphicຜູ້​ຄວບ​ຄຸມ​ຄວນ​ໃສ່​ເກຍ​ຫວ່າງ​ຂອງ​ເຄື່ອງ​ຈັກ
    Graphicການຕິດຈັກຖືກປະຕິເສດ
    Graphicການມອດຈັກ
    Graphicນ້ຳ​ຢາ​ທຳຄວາມເຢັນຈັກຮ້ອນເກີນໄປ
    Graphicນ້ຳ​ມັນ​ໄຮ​ໂດຼ​ລິກຮ້ອນ​ເກີນ​ໄປ
    Graphicນັ່ງ​ລົງ ຫຼື ​ເບ​ຣກ​ມືໃຊ້​ງານ​ຢູ່

    Graphic ສາ​ມາດ​ເຂົ້າ​ເຖິງ​ໄດ້​ໂດຍ​ການ​ປ້ອນ PIN ເທົ່າ​ນັ້ນ

    ການໃຊ້ເມນູ

    ເພື່ອເຂົ້າເຖິງລະບົບເມນູ InfoCenter, ກົດປຸ່ມເຂົ້າເຖິງເມນູໃນຂະນະທີ່ຢູ່ໜ້າຈໍຫຼັກ. ນີ້ຈະນຳທ່ານໄປທີ່ເມນູຫຼັກ. ໃຫ້​ເບິ່ງຕາຕະລາງຕໍ່ໄປນີ້ສຳລັບພາບ​ລວມຂອງຕົວເລືອກຕ່າງໆທີ່ມີຈາກເມນູ:

    Main Menu (ເມນູຫຼັກ)
    ລາຍການເມນູລາຍລະອຽດ
    Faults (ຄວາມຜິດພາດ)ມີລາຍຊື່ຂອງຂໍ້ຜິດພາດຂອງເຄື່ອງຈັກທີ່ຜ່ານມາ; ໃຫ້​ເບິ່ງຄູ່ມື​ສ້ອມ​ບຳ​ລຸງ​ຮັກ​ສາສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ.
    Service (ການບຳ​ລຸງ​ຮັກ​ສາ)ມີຂໍ້ມູນກ່ຽວກັບເຄື່ອງຈັກເຊັ່ນ: ຊົ່ວໂມງການນຳໃຊ້ ແລະ ຕົວເລກອື່ນໆທີ່ຄ້າຍຄືກັນ
    Diagnostics (ການວິນິດໄສ)ເຮັດ​ບັນ​ຊີ​ລາຍ​ຊື່​ລັດ​ຕ່າງໆ​ທີ່​ເຄື່ອງ​ຈັກ​ມີ​ຢູ່​ໃນ​ປັດ​ຈຸ​ບັນ; ທ່ານສາມາດໃຊ້ວິທີນີ້ເພື່ອແກ້ໄຂບັນຫາບາງຢ່າງເພາະມັນຈະບອກທ່ານໄດ້​ຢ່າງໄວວ່າການ​ຄວບ​ຄຸມເຄື່ອງຈັກໃດເປີດຢູ່ ແລະ ຕົວໃດມອດ.
    Settings (ການຕັ້ງຄ່າ)ຊ່ວຍໃຫ້ທ່ານສາມາດປັບແຕ່ງ ແລະ ແກ້ໄຂຕົວແປການຕັ້ງຄ່າໃນໜ້າຈໍສະແດງຂໍ້ມູນສູນ​ຂໍ້​ມູນ
    ກ່ຽວກັບເຮັດ​ລາຍການ​ໝາຍ​ເລກ​ລຸ້ນ, ເລກລຳດັບ ແລະ ເວີຊັນຊອບແວຂອງເຄື່ອງຈັກຂອງທ່ານ
    Service (ການບຳ​ລຸງ​ຮັກ​ສາ) 
    ລາຍການເມນູລາຍລະອຽດ
    ຊົ່ວ​ໂມງເຮັດ​ລາຍ​ການແຈ້ງຈຳນວນຊົ່ວໂມງທັງໝົດທີ່ເຄື່ອງຈັກ, ຈັກ ແລະ ພັດ​ລົມເປີດໃຊ້, ພ້ອມ​ທັງ​ຈຳ​ນວນ​ຊົ່ວ​ໂມງ​ທີ່​ເຄື່ອງ​ຈັກ​ໄດ້​ຖືກ​ຂົນ​ສົ່ງ ແລະ ມີຄວາມ​ຮ້ອນ​ເກີນ
    Countsເຮັດ​ລາຍ​ການ​ຈຳ​ນວນ​ຂອງ​ການ​ຕິດ​ຈັກ, ຮອບ​ວຽນ​ໜ່ວຍ​ຕັ/PTO ແລະ ການ​ປີ້ນ​ພັດ​ລົມ​ທີ່​ເຄື່ອງ​ຈັກ​ປະ​ສົບ​ມາ
    Diagnostics (ການວິນິດໄສ)
    ລາຍການເມນູລາຍລະອຽດ
    ໜ່ວຍຕັດເບື້ອງ​ຊ້າຍໃຫ້​ເບິ່ງປຶ້ມ​ຄູ່​ມື​ການ​ບໍ​ລິ​ການ​ຮັກ​ສາ ຫຼື ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ມັດຂອງທ່ານສຳລັບຂໍ້ມູນເພີ່ມເຕີມກ່ຽວ​ກັບເມ​ນູ​ເດີນ​ຈັກ ແລະ ຂໍ້ມູນທີ່ມີຢູ່ໃນນັ້ນ.
    ໜ່ວຍຕັດເຄິ່ງ​ກາງ
    ໜ່ວຍຕັດເບື້ອງຂວາ
    ການ​ລາກ
    ຊ່ວງ HI/LO
    PTO
    ຈັກ
    ການ​ເດີນ​ທາງ​ໂດຍ​ທາງ​ເຮືອ
    ການຕັ້ງຄ່າ
    ລາຍການເມນູລາຍລະອຽດ
    ຫົວໜ່ວຍຄວບຄຸມຫົວໜ່ວຍທີ່ໃຊ້ໃນສູນ​ຂໍ້​ມູນ (ພາ​ສາ​ອັງ​ກິດ ຫຼື ເມ​ຕ​ຣິກ)
    Language (ພາສາ)ຄວບຄຸມພາສາທີ່ໃຊ້ໃນສູນ​ຂໍ້​ມູນ*
    LCD Backlight (ໄຟຫຼັງ LCD)ຄວບຄຸມຄວາມສະຫວ່າງຂອງຈໍສະແດງຜົນ LCD
    LCD Contrast (ຄວາມຄົມຊັດ LCD)ຄວບຄຸມຄວາມຄົມຊັດຂອງຈໍຂອງຈໍສະແດງຜົນ LCD
    Protected Menus (ເມນູທີ່ຖືກປົກປ້ອງ)ໃຫ້​ຄົນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດໂດຍ​ບໍ​ລິ​ສັດ​ຂອງ​ທ່ານ​ທີ່​ມີ​ລະ​ຫັດ PIN ເຂົ້າ​ເຖິງ​ເມ​ນູ​ທີ່ຖືກ​ປົກ​ປ້ອງ
    ປົກ​ປ້ອງ​ການ​ຕັ້ງ​ຄ່າໃຫ້​ຄວາມ​ສາ​ມາດປ່ຽນ​ການ​ຕັ້ງ​ຄ່າ​ໄດ້​ຢູ່​ໃນການ​ຕັ້ງ​ຄ່າທີ່​ຖືກ​ປົກ​ປ້ອງ.
    ການ​ເ​ລັ່ງ Graphicການ​ຕັ້ງ​ຄ່າ​ຕ່ຳ, ກາງ ແລະ ສູງ​ຄວບ​ຄຸມ​ຄວາມ​ໄວ​ການ​ລາກ​ຕອບ​ສະ​ໜອງ​ໄວ​ປານ​ໃດ​ເມື່ອ​ທ່ານ​ເຄື່ອນ​ແປ້ນຂັບ​ເຄື່ອນ.
    ຄວາມໄວຕັດຫຍ້າ Graphicຄວບ​ຄຸມ​ຄວາມ​ໄວ​ສູງ​ສຸດ​ໃນ​ຂະ​ນະ​ທີ່​ຢູ່​ໃນ​ການ​ຕັດ​ຫຍ້າ (ຂອບ​ເຂດ​ຕ່ຳ)
    ຂົນ​ສົ່ງ. ຄວາມໄວ Graphicຄວບ​ຄຸມ​ຄວາມ​ໄວ​ສູງ​ສຸດ​ໃນ​ຂະ​ນະ​ທີ່​ຢູ່​ໃນ​ການຂົນ​ສົ່ງ (ຂອບ​ເຂດສູງ)
    ພະ​ລັງ​ອັດ​ສະ​ລິ​ຍະ Graphicເປີດ ແລະ ປິດ​ພະ​ລັງ​ອັດ​ສະ​ລິ​ຍະ
    ການຖ່ວງ​ດຸນ Graphicຄວບ​ຄຸມ​ປະ​ລິ​ມານການ​ຖ່ວງ​ດຸນທີ່​ໃຊ້ໂດຍ​ໜ່ວຍ​ຕັດ.
    ການປີ້ນ​ກັບ​ຄືນ Graphicເປີດ ແລະ ປິດການ​ປີ້ນ​ກັບ​ຄືນ

    *ພຽງ​ແຕ່ຂໍ້​ຄວາມດ້ານໜ້າຂອງ​ຜູ້ໃຊ້​ງານທີ່​ຖືກ​ແປ. ຄວາມ​ຜິດ​ພາດ, ການ​ບຳ​ລຸງ​ຮັກ​ສາ ແລະ ການກວດ​ສອບ​ປະ​ເມີນ​ແມ່ນໜ້າການ​ບໍລິ​ການ. ຫົວຂໍ້ເປັນພາສາທີ່ທ່ານເລືອກ, ແຕ່ລາຍການເມນູແມ່ນເປັນພາສາອັງກິດ.

    Graphic ໄດ້​ປົກ​ປ້ອງ​ພາຍ​ໃຕ້ Protected Menus (ເມນູທີ່ຖືກປົກປ້ອງ – ສາ​ມາດ​ເຂົ້າ​ເຖິງ​ໄດ້​ພຽງ​ແຕ່​ໂດຍ​ການ​ປ້ອນ PIN ເຂົ້າ​ໄປ​ເທົ່ານັ້ນ

    ກ່ຽວກັບ
    ລາຍການເມນູລາຍລະອຽດ
    Model (ລຸ້ນ)ເຮັດ​ລາຍ​ຊື່​ເລກ​ລຸ້ນຂອງເຄື່ອງຈັກ
    SN (ເລກ​ລຳ​ດັບ)ເຮັດລາຍຊື່ເລກລຳດັບຂອງເຄື່ອງຈັກ
    ການ​ດັດ​ແກ້​ຊອບ​ແວເຮັດລາຍຊື່ການດັດແກ້ຊອບແວຂອງຕົວຄວບຄຸມຕົ້ນ​ຕໍ

    Protected Menus (ເມນູທີ່ຖືກປົກປ້ອງ)

    ມີ 6 ການຕັ້ງຄ່າການການໃຊ້ງານທີ່ສາມາດປັບໄດ້ພາຍໃນເມນູການຕັ້ງຄ່າຂອງສູນ​ຂໍ້​ມູນ, ກາ​ລັງ​ຕີ​ອັດ​ຕະ​ໂນ​ມັດ, ຄວາມໄວພື້ນດິນ​ຕັດ​ຫຍ້າ​ສູງ​ສຸດ, ຄວາມໄວພື້ນດິນຂົນ​ສົ່ງ​ສູງ​ສຸດ, ພະ​ລັງ​ອັດ​ສະ​ລິ​ຍະ, ການ​ຖ່ວງ​ດຸນ​ໜ່ວຍ​ຕັດ ແລະ ການ​ປີ້ນ​ກັບ​ຄືນ. ການ​ຕັ້ງ​ຄ່າ​ເຫຼົ່າ​ນີ້​ແມ່ນ​ມີ​ຢູ່​ໃນ​ເມ​ນູ​ທີ່​ຖືກ​ປົກ​ປ້ອງ.

    ການເຂົ້າເຖິງເມນູທີ່ຖືກປົກປ້ອງ

    Note: ລະ​ຫັດ PIN ເລີ່ມ​ຕົ້ນ​ມາ​ຈາກ​ໂຮງ​ງານ​ສຳ​ລັບ​ເຄື່ອງ​ຈັກ​ຂອງ​ທ່ານ​ແມ່ນ 0000 ຫຼື 1234.ຖ້າ​ທ່ານ​ປ່ຽນ​ລະ​ຫັດ PIN ແລະ ລືມ​ລະ​ຫັດ, ຕິດ​ຕໍ່​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ.

    1. ຈາກເມນູຫຼັກ, ໃຊ້​ປຸ່ມ​ເຄິ່ງ​ກາງ​ເພື່ອ​ເລື່ອນ​ລົງ​ຫາເມນູການ​ຕັ້ງ​ຄ່າ ແລະ ກົດ​ປຸ່ມ​ເບື້ອງ​ຂວາ (ຮູບສະແດງ ).

      artpending
    2. ຢູ່​ໃນເມນູການ​ຕັ້ງ​ຄ່າ, ໃຊ້​ປຸ່ມ​ເຄິ່ງ​ກາງ​ເພື່ອ​ເລື່ອນ​ລົງ​ຫາເມນູທີ່​ຖືກ​ປົກ​ປ້ອງ ແລະ ກົດ​ປຸ່ມ​ເບື້ອງ​ຂວາ (ຮູບສະແດງ A).

      artpending
    3. ເພື່ອ​ປ້ອນ​ລະ​ຫັດ PIN, ກົດ​ປຸ່ມ​ເຄິ່ງ​ກາງ​ຈົນ​ກວ່າ​ຕົວ​ເລກ​ທຳ​ອິດ​ຖືກ​ຕ້ອງ​ປາ​ກົດ​ຂຶ້ນ, ຫຼັງຈາກນັ້ນກົດປຸ່ມຂວາເພື່ອຍ້າຍໄປທີ່ຕົວເລກຕໍ່ໄປ (ຮູບສະແດງ B ແລະ ຮູບສະແດງ C). ເຮັດ​ຂັ້ນ​ຕອນ​ນີ້​ຊ້ຳ​ຄືນ​ຈົນ​ກວ່າ​ຕົວ​ເລກ​ສຸດ​ທ້າຍ​ຖືກ​ປ້ອນ​ເຂົ້າ ແລະ ກົດ​ປຸ່ມ​ເບື້ອງ​ຂວາ​ອີກ​ເທື່ອ​ໜຶ່ງ.

    4. ກົດປຸ່ມເຄິ່ງກາງເພື່ອປ້ອນລະຫັດ PIN (ຮູບສະແດງ D).

      ລໍ​ຖ້າ​ຈົນ​ກວ່າ​ໄຟ​ຕົວ​ຊີ້ບອກ​ສີ​ແດງ​ຂອງສູນ​ຂໍ້​ມູນຮຸ່ງວາບ​ຂຶ້ນ.

      Note: ຖ້າສູນ​ຂໍ້​ມູນຍອມ​ຮັບລະ​ຫັດ PIN ແລະ ເມ​ນູ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ​ຖືກ​ປົກ​ລັອກ, ຄຳ​ວ່າ “PIN” ປາ​ກົດ​ຂຶ້ນຢູ່​ແຈ​ເບື້ອງ​ຂວາ​ດ້ານ​ເທິງ​ຂອງໜ້າຈໍ.

    Note: ໝູນສະວິດກະແຈໄປທີ່ຕຳແໜ່ງປິດ ແລະ ຈາກນັ້ນ​ໄປ​ສູ່ຕຳ​ແໜ່ງເປີດລັອກເມນູທີ່ຖືກປົກປ້ອງ.

    ທ່ານ​ສາ​ມາດ​ເບິ່ງ ແລະ ປ່ຽນ​ການ​ຕັ້ງ​ຄ່າ​ໄດ້​ຢູ່​ໃນ​ເມ​ນູ​ທີ່​ຖືກ​ປົກ​ປ້ອງ. ເມື່ອ​ທ່ານ​ເຂົ້າ​ເຖິງເມນູທີ່​ຖືກ​ປົກປ້ອງ, ເລື່ອນລົງໄປເພື່ອປົກປ້ອງຕົວ​ເລືອກການຕັ້ງຄ່າ. ໃຊ້ປຸ່ມເບື້ອງຂວາເພື່ອປ່ຽນ​ແປງການ​ຕັ້ງ​ຄ່າ. ການ​ຕັ້ງ​ຄ່າ​ຂອງການ​ຕັ້ງ​ຄ່າ​ປົກ​ປ້ອງ​ເປັນປິດໃຫ້​ທ່ານ​ເບິ່ງ ແລະ ປ່ຽນ​ການ​ຕັ້ງ​ຄ່າ​ຢູ່​ໃນ​ເມ​ນູ​ທີ່​ຖືກ​ປົກ​ປ້ອງ​ໄດ້​ໂດຍ​ບໍ່​ມີ​ການ​ເຂົ້າ​ເຖິງ​ລະ​ຫັດ PIN. ການ​ຕັ້ງ​ຄ່າ​ຂອງ​ການ​ຕັ້ງ​ຄ່າ​ປົກ​ປ້ອງ​ເປັນເປີດເຊື່ອງ​ຕົວ​ເລືອກ​ທີ່​ຖືກ​ປົກ​ປ້ອງ ແລະ ຕ້ອງ​ການ​ໃຫ້​ທ່ານ​ປ້ອນ​ລະ​ຫັດ PIN ເພື່ອ​ປ່ຽນ​ການ​ຕັ້ງ​ຄ່າ​ຢູ່​ໃນ​ເມ​ນູ​ທີ່​ຖືກ​ປົກ​ປ້ອງ. ຫຼັງ​ຈາກ​ທ່ານ​ຕັ້ງ​ລະ​ຫັດ PIN, ໝູນ​ສະ​ວິດ​ກະ​ແຈປິດ ແລະ ກັບ​ຄືນ​ສູ່​ຕຳ​ແໜ່ງ ເປີດເພື່ອ​ເປີດ​ໃຊ້​ງານ ແລະ ບັນ​ທຶກ​ຄຸນ​ສົມ​ບັດ​ນີ້.

    ການເບິ່ງ ແລະ ການປ່ຽນແປງການຕັ້ງຄ່າເມນູທີ່​ຖືກປົກປ້ອງ

    1. ໃນເມນູທີ່​ຖືກ​ປົກປ້ອງ, ເລື່ອນລົງໄປເພື່ອປົກປ້ອງການຕັ້ງຄ່າ.

    2. ເພື່ອເບິ່ງ ແລະ ປ່ຽນການຕັ້ງຄ່າໂດຍບໍ່ຕ້ອງປ່ອນລະຫັດ PIN, ໃຊ້ປຸ່ມເບື້ອງຂວາເພື່ອປ່ຽນການຕັ້ງຄ່າປົກປ້ອງໄປເປັນປິດ.

    3. ເພື່ອເບິ່ງ ແລະ ປ່ຽນການຕັ້ງຄ່າດ້ວຍລະຫັດ PIN, ໃຊ້ປຸ່ມເບື້ອງຊ້າຍເພື່ອເລືອກເປີດ, ຕັ້ງຄ່າລະຫັດ PIN ແລະ ບິດກະ​ແຈ​ໄປ​ທີ່ຕຳ​ແໜ່ງປິດ ແລະ ຈາກນັ້ນໄປທີ່ຕໍາແໜ່ງເປີດ.

    ການ​ຕັ້ງ​ຄ່າ​ຄວາມ​ໄວ​ຕັດ​ຫຍ້າ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ສູງ​ສຸດ

    ການ​ຕັ້ງ​ຄ່າ​ທີ່​ເລືອກ​ໄວ້​ສະ​ແດງ​ຂຶ້ນ​ເປັນ​ຕົວ X ໃນ​ເສັ້ນ​ສະ​ແດງ​ແຖບ​ຄວາມ​ໄວ​ການ​ລາກ​ໄປ​ພ້ອມ​ກັບ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ ແລະ ການ​ຕັ້ງ​ຄ່າ​ຢຸດແປ້ນ​ຢຽບ. ຕົວ X ຢູ່​ໃນ​ແຖບ​ສະ​ແດງ​ໃຫ້​ທ່ານ​ເຫັນ​ວ່າ​ຄວາມ​ໄວ​ສູງ​ສຸດ​ຖືກ​ຈຳ​ກັດ​ໂດຍ​ຜູ້​ຊີ້​ນຳ (ຮູບສະແດງ ຫຼື ຮູບສະແດງ ).

    Note: ການ​ຕັ້ງ​ຄ່າ​ນີ້​ຖືກ​ເກັບ​ໄວ້​ໃນ​ໜ່ວຍ​ຄວາມ​ຈຳ ແລະ ນຳ​ໃຊ້​ກັບ​ຄວາມ​ໄວ​ການ​ດຶງ​ຈົນ​ກວ່າ​ທ່ານ​ປ່ຽນ​ມັນ.

    1. ຢູ່ໃນການຕັ້ງຄ່າເມນູ, ເລື່ອນລົງໄປຫາຄວາມໄວຕັດຫຍ້າ ແລະ ກົດປຸ່ມເບື້ອງຂວາ.

    2. ໃຊ້​ປຸ່ມ​ເບື້ອງ​ຂວາ​ເພື່ອ​ເພີ່ມ​ຄວາມ​ໄວ​ຕັດ​ຫຍ້າ​ສູງ​ສຸດເພີ່ມ​ຂຶ້ນ 5% ລະ​ຫວ່າງ 50% ຫາ 100%.

    3. ໃຊ້​ປຸ່ມ​ເຄິ່ງ​ກາງ​ເພື່ອຫຼຸດ​ຄວາມ​ໄວ​ຕັດ​ຫຍ້າ​ສູງ​ສຸດເພີ່ມ​ຂຶ້ນ 5% ລະ​ຫວ່າງ 50% ຫາ 100%.

    4. ກົດ​ປຸ່ມເບື້ອງ​ຊ້າຍເພື່ອອອກ.

    ການ​ຕັ້ງ​ຄ່າ​ຄວາມ​ໄວ​ຂົນ​ສົ່ງ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ສູງ​ສຸດ

    ການ​ຕັ້ງ​ຄ່າ​ທີ່​ເລືອກ​ໄວ້​ສະ​ແດງ​ຂຶ້ນ​ເປັນ​ຕົວ X ໃນ​ເສັ້ນ​ສະ​ແດງ​ແຖບ​ຄວາມ​ໄວ​ການ​ລາກ​ໄປ​ພ້ອມ​ກັບ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ ແລະ ການ​ຕັ້ງ​ຄ່າ​ຢຸດແປ້ນ​ຢຽບ. ຕົວ X ຢູ່​ໃນ​ແຖບ​ສະ​ແດງ​ໃຫ້​ທ່ານ​ເຫັນ​ວ່າ​ຄວາມ​ໄວ​ສູງ​ສຸດ​ຖືກ​ຈຳ​ກັດ​ໂດຍ​ຜູ້​ຊີ້​ນຳ (ຮູບສະແດງ ຫຼື ຮູບສະແດງ ).

    Note: ການ​ຕັ້ງ​ຄ່າ​ນີ້​ຖືກ​ເກັບ​ໄວ້​ໃນ​ໜ່ວຍ​ຄວາມ​ຈຳ ແລະ ນຳ​ໃຊ້​ກັບ​ຄວາມ​ໄວ​ການ​ດຶງ​ຈົນ​ກວ່າ​ທ່ານ​ປ່ຽນ​ມັນ.

    1. ຢູ່ໃນການຕັ້ງຄ່າເມນູ, ເລື່ອນລົງໄປຫາຄວາມໄວຂົນ​ສົ່ງ ແລະ ກົດປຸ່ມເບື້ອງຂວາ.

    2. ໃຊ້​ປຸ່ມ​ເບື້ອງ​ຂວາ​ເພື່ອ​ເພີ່ມ​ຄວາມ​ໄວ​ຂົນ​ສົ່ງ​ສູງ​ສຸດເພີ່ມ​ຂຶ້ນ 5% ລະ​ຫວ່າງ 50% ຫາ 100%.

    3. ໃຊ້​ປຸ່ມ​ເຄິ່ງ​ກາງ​ເພື່ອຫຼຸດ​ຄວາມ​ໄວ​ຂົນ​ສົ່ງ​ສູງ​ສຸດເພີ່ມ​ຂຶ້ນ 5% ລະ​ຫວ່າງ 50% ຫາ 100%.

    4. ກົດ​ປຸ່ມເບື້ອງ​ຊ້າຍເພື່ອອອກ.

    ການເປີດ/ປິດພະ​ລັງ​ງານ​ອັດ​ສະ​ລິ​ຍະ

    1. ຢູ່ໃນ​ເມ​ນູ​ການ​ຕັ້ງ​ຄ່າ, ເລື່ອນ​ລົງ​ໄປ​ຫາ​ພະ​ລັງ​ງານ​ອັດ​ສະ​ລິ​ຍະ.

    2. ກົດ​ປຸ່ມ​ເບື້ອງ​ຂວາ​ເພື່ອ​ສະ​ຫຼັບ​ລະ​ຫວ່າງເປີດ ແລະ ປິດ.

    3. ກົດ​ປຸ່ມເບື້ອງ​ຊ້າຍເພື່ອອອກ.

    ຕັ້ງ​ຄ່າ​ຕົວ​ຖ່ວງ​ດຸນ

    1. ຢູ່ໃນເມ​ນູການຕັ້ງຄ່າ, ເລື່ອນລົງໄປທີ່ ຕົວຖ່ວງ​ດຸນ.

    2. ກົດປຸ່ມຂວາເພື່ອເລືອກ​ຕົວ​ຖ່ວງ​ດຸນ ແລະ ປ່ຽນ​ແປງລະ​ຫວ່າງ​ການ​ຕັ້ງ​ຄ່າຕ່ຳ, ປານ​ກາງ ແລະ ສູງ.

    ການ​ກະ​ຕຸ້ນເປີດ/ປິດການ​ປີ້ນ​ກັບ​ຄືນ

    1. ຢູ່ໃນ​ເມ​ນູ​ການ​ຕັ້ງ​ຄ່າ, ເລື່ອນ​ລົງ​ໄປ​ຫາການ​ປີ້ນ​ກັບ​ຄືນ.

    2. ກົດ​ປຸ່ມ​ເບື້ອງ​ຂວາ​ເພື່ອ​ສະ​ຫຼັບ​ລະ​ຫວ່າງເປີດ ແລະ ປິດ.

    3. ກົດ​ປຸ່ມເບື້ອງ​ຊ້າຍເພື່ອອອກ.

    ການ​ຕັ້ງ​ຄ່າໂໝດການ​ເລັ່ງ

    1. ຢູ່ໃນ​ເມ​ນູ​ການ​ຕັ້ງ​ຄ່າ, ເລື່ອນ​ລົງ​ໄປ​ຫາການເລັ່ງ.

    2. ກົດ​ປຸ່ມ​ເບື້ອງ​ຂວາ​ເພື່ອ​ສະ​ຫຼັບ​ລະ​ຫວ່າງຕ່ຳ, ກາງ ແລະ ສູງ.

    3. ກົດ​ປຸ່ມເບື້ອງ​ຊ້າຍເພື່ອອອກ.

    ການ​ເບິ່ງ​ອັດ​ຕາ​ການ​ໃຊ້​ນ້ຳ​ມັນເຊື້ອ​ໄຟ

    ທ່ານ​ສາ​ມາດ​ເບິ່ງ​ອັດ​ຕາ​ການ​ໃຊ້ນ້ຳ​ມັນ​ເຊື້ອ​ໄຟ​ສະ​ເລ່ຍ​ສຳ​ລັບ​ອາ​ຍຸ​ການ​ໃຊ້​ງານ​ຂອງ​ເຄື່ອງ​ຈັກ​ໄດ້​ຢູ່​ໃນ​ເມ​ນູ​ການ​ສ້ອມ​ແປງ​ບຳລຸງ​ຮັກ​ສາ.

    ການ​ຕັ້ງ​ໂມງ​ຈັບ​ເວ​ລາ​ຄົບ​ກຳ​ນົດ​ການ​ບໍ​ລິ​ການ

    ອັນ​ນີ້ຕັ້ງ​ຄ່າ​ຊົ່ວ​ໂມງ​ຄົບ​ກຳ​ນົດ​ການ​ບໍ​ລິ​ການ​ຄືນ​ໃໝ່​ຫຼັງ​ຈາກ​ໄດ້ເຮັດ​ລາຍການ​ບຳ​ລຸງ​ຮັກ​ສາ​ທີ່​ໄດ້​ກຳ​ນົດ​ເວ​ລາ​ໄວ້​ແລ້ວ.

    1. ຢູ່​ໃນ​ເມ​ນູ​ການ​ບໍ​ລິ​ການ, ນຳ​ທາງ​ໄປ​ຫາເມ​ນູ​ຊົ່ວ​ໂມງ.

    2. ເລື່ອນລົງ​ໄປ​ຫາ​ຕົວ​ເລືອກ​ຕັ້ງ​ຄ່າ​ຄົບ​ກຳ​ນົດ​ການ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ​ຄືນ​ໃໝ່ ແລະ ກົດ​ປຸ່ມ​ເບື້ອງ​ຂວາ.

    3. ກົດ​ປຸ່ມເບື້ອງ​ຊ້າຍເພື່ອອອກ.

    ໃນລະຫວ່າງການປະຕິບັດງານ

    ຄວາມປອດໄພໃນລະຫວ່າງການປະຕິບັດງານ

    ຄວາມປອດໄພທົ່ວໄປ

    • ເຈົ້າຂອງ/ຜູ້ປະຕິບັດງານສາມາດປ້ອງກັນ ແລະ ມີຄວາມຮັບຜິດຊອບຕໍ່ອຸບັດຕິເຫດທີ່ອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ຄວາມເສຍຫາຍທາງຊັບສິນ.

    • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງການປ້ອງກັນຕາ; ໂສ້ງຂາຍາວ; ເກີບກັນມື່ນ ແລະ ເຄື່ອງ​ປ້ອງ​ກັນ​ສຽງ. ມັດຜົມຍາວໄວ້​ດ້ານ​ຫຼັງ ແລະ ຢ່າໃສ່ເຄື່ອງນຸ່ງ ຫຼື ເຄື່ອງປະດັບຫຼວມໆ.

    • ຢ່າໃຊ້ເຄື່ອງຈັກໃນຂະນະທີ່ບໍ່​ສະ​ບາຍ, ອິດເມື່ອຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງສິ່ງ​ມຶນ​ເມົາ ຫຼື ສິ່ງເສບຕິດ.

    • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ປະຕິບັດງານກັບເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

    • ກ່ອນທີ່ທ່ານຈະຕິດຈັກ, ໃຫ້​ແນ່​ໃຈ​ວ່າເປັນເກຍຫວ່າງ, ໃສ່ເບ​ຣກມືໄວ້ຢູ່ ແລະ ທ່ານຢູ່ໃນຕຳແໜ່ງຄວບ​ຄຸມປະຕິບັດງານ.

    • ຢ່າໃຫ້ຜູ້ໂດຍສານ​ຂຶ້ນເທິງເຄື່ອງຈັກ ແລະ ກັນຜູ້ຢູ່ໃກ້ຄຽງ ແລະ ເດັກອອກຈາກພື້ນທີ່ປະຕິບັດງານ.

    • ນຳ​ໃຊ້ເຄື່ອງຈັກພຽງແຕ່ບ່ອນທີ່ເບິ່ງເຫັນໄດ້ດີເພື່ອຫຼີກລ່ຽງຂຸມ ຫຼື ອັນຕະລາຍທີ່ເຊື່ອງຢູ່.

    • ຫຼີກລ່ຽງການຕັດຫຍ້າເທິງຫຍ້າປຽກ. ການຫຼຸດຜ່ອນການເຄື່ອນທີ່ອາດຈະເຮັດໃຫ້ເຄື່ອງຈັກໄຫຼໄປ.

    • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກພາກ​ສ່ວນ​ໝູນ. ຮັກສາບໍ່ໃຫ້ມີຊ່ອງເປີດລະບາຍອອກມາ.

    • ເບິ່ງທາງຫຼັງ ແລະ ດ້ານລຸ່ມກ່ອນທີ່ຈະຖອຍເພື່ອໃຫ້ແນ່ໃຈວ່າເສັ້ນທາງປອດໄພ.

    • ໃຊ້ຄວາມລະມັດລະວັງໃນເວລາທີ່ເຂົ້າໄປໃນບໍລິເວນທີ່ເບິ່ງບໍ່ເຫັນ, ຟຸ່ມໄມ້, ຕົ້ນໄມ້ ຫຼື ວັດຖຸອື່ນໆທີ່ອາດເຮັດໃຫ້ທ່ານເບິ່ງບໍ່ເຫັນ.

    • ຢຸດໃບ​ມີດທຸກຄັ້ງທີ່ທ່ານບໍ່ໄດ້ຕັດຫຍ້າ.

    • ມອດເຄື່ອງຈັກ, ຖອດກະແຈ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢຸດກ່ອນທີ່ຈະກວດກາສິ່ງທີ່ຕິດມານຳຫຼັງຈາກຕຳເອົາວັດຖຸ ຫຼື ຖ້າມີການສັ່ນສະເທືອນຜິດປົກກະຕິໃນເຄື່ອງຈັກ. ເຮັດການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະເລີ່ມ​ການ​ນຳ​ໃຊ້​ຕໍ່.

    • ຊ້າລົງ ແລະ ໃຊ້ຄວາມລະມັດລະວັງໃນເວລາທີ່ລ້ຽວ ແລະ ຂ້າມຖະໜົນ ແລະ ທາງຍ່າງທີ່​ຢູ່​ກັບເຄື່ອງຈັກ. ໃຫ້ຮ້ອງສະເໝີວ່າລະວັງລົດມາ.

    • ຢຸດ​ການ​ຂັບ​ເຄື່ອນ​ໄປ​ຫາ​ໜ່ວຍ​ຕັດ, ມອດ​ຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດກ່ອນ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ (ນອກ​ຈາກວ່າ​ທ່ານ​ສາ​ມາດ​ປັບ​ມັນ​ຈາກ​ຕຳ​ແໜ່ງ​ໃຊ້​ງານ​ໄດ້).

    • ໃຊ້ງານເຄື່ອງຈັກຢູ່ໃນສະຖານທີ່ບ່ອນມີການລະບາຍອາກາດດີເທົ່ານັ້ນ. ທາດອາຍເສຍມີ​ສານຄາບອນມໍນັອກຊາຍທີ່ເປັນອັນຕະລາຍ, ຖ້າຫາຍໃຈເຂົ້າ.

    • ຢ່າປ່ອຍໃຫ້ເຄື່ອງຈັກແລ່ນໂດຍທີ່ບໍ່ມີຄົນຢູ່ນຳ.

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ປິດ​ການ​ສົ່ງ​ພະ​ລັງ​ງານ​ອອກ ແລະ ປ່ອຍສິ່ງທີ່ຕິດມານຳຕ່ຳ​ລົງ.

      • ໃສ່​ເບ​ຣກມື.

      • ມອດຈັກ ແລະ ຖອດກະແຈ.

      • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

    • ນຳ​ໃຊ້​ເຄື່ອງ​ຈັກ​ພຽງ​ແຕ່​ຢູ່​ໃນ​ສະ​ພາບ​ທີ່​ເບິ່ງ​ເຫັນ​ໄດ້​ດີ​ເທົ່າ​ນັ້ນ. ຢ່າໃຊ້ເຄື່ອງຈັກເມື່ອມີຄວາມສ່ຽງຕໍ່ການເກີດຟ້າຜ່າ.

    • ຢ່າ​ນຳ​ໃຊ້​ເຄື່ອງ​ຈັກ​ເປັນ​ພາ​ຫະ​ນະ​ລາກ​ແກ່.

    • ໃຊ້ແຕ່ອຸປະກອນເສີມ, ສິ່ງທີ່ຕິດມານຳ ແລະ ອາໄຫຼ່ປ່ຽນທີ່ອະ​ນຸ​ມັດໂດຍ Toro ເທົ່າ​ນັ້ນ.

    ຄວາມ​ປອດ​ໄພລະບົບປ້ອງກັນການປີ້ນ (ROPS)

    • ROPS ແມ່ນ​ອຸ​ປະ​ກອນ​ຄວາມ​ປອດ​ໄພ​ທີ່​ຈຳ​ເປັນ ແລະ ມີ​ປະ​ສິດ​ທິ​ພາບ.

    • ຢ່າເອົາສ່ວນປະກອບໃດໆຂອງ ROPS ອອກຈາກເຄື່ອງຈັກ.

    • ໃຫ້​ແນ່​ໃຈ​ວ່າ​ສາຍ​ແອວ​ນິ​ລະ​ໄພ​ໄດ້​ຕິດ​ໃສ່​ເຄື່ອງ​ຈັກ​ແລ້ວ.

    • ດຶງ​ເຊືອກ​ສາຍ​ແອວ​ຜ່ານ​ໜ້າ​ຕັກ​ຂອງ​ທ່ານ ແລະ ສຽບ​ສາຍ​ແອວ​ໃສ່​ຫົວ​ເຂັມ​ຂັດ​ສາຍ​ແອວ​ຢູ່​ອີກ​ດ້ານ​ຂອງ​ບ່ອນ​ນັ່ງ.

    • ເພື່ອ​ປົດ​ສາຍ​ແອວ​ນິ​ລະ​ໄພ, ກົດ​ປຸ່ມ​ຫົວ​ສາຍ​ແອວ​ເພື່ອ​ປ່ອຍ​ສາຍ​ແອວ ແລະ ນຳ​ສາຍ​ແອວ​ໄປ​ໃສ່​ຮູ​ເປີດ​ຫົດ​ກັບ​ຄືນ​ໂດຍ​ອັດ​ຕະ​ໂນ​ມັດ. ໃຫ້​ແນ່​ໃຈ​ວ່າ​ທ່ານ​ສາ​ມາດ​ປົດ​ສາຍ​ແອວ​ອອກ​ໄດ້​ຢ່າງ​ໄວ​ໃນກໍ​ລະ​ນີ​ສຸກ​ເສີນ.

    • ກວດເບິ່ງຢ່າງລະມັດລະວັງກ່ຽວກັບສິ່ງກີດຂວາງທາງ ແລະ ຢ່າສຳຜັດພວກມັນ.

    • ຮັກສາ ROPS ໃນສະພາບການດຳເນີນງານທີ່ປອດໄພ ໂດຍການກວດກາມັນຢ່າງລະອຽດເປັນແຕ່ລະໄລຍະສຳລັບຄວາມເສຍຫາຍ ແລະ ສືບ​ຕໍ່​ຮັດສິ່ງທີ່ຕິດມາໃຫ້ແໜ້ນທຸກຢ່າງ.

    • ປ່ຽນແທນສ່ວນປະກອບ ROPS ທີ່ເສຍຫາຍ. ຢ່າສ້ອມແປງ ຫຼື ດັດແປງມັນ.

    ຄວາມ​ປອດ​ໄພ ROPS ເພີ່ມ​ເຕີມ​ສຳ​ລັບ​ເຄື່ອງ​ຈັກ​ທີ່​ມີ​ຫ້ອງ​ຂັບ ຫຼື ຄານກັນປີ້ນທີ່​ຕິດ​ໄວ້

    • ຫ້ອງ​ຂັບ​ທີ່ Toro ຕິດ​ຕັ້ງ​ໃຫ້​ແມ່ນຄານກັນປີ້ນ.

    • ຄວນໃສ່ສາຍ​ແອວ​ນິລະໄພຂອງທ່ານຢູ່ສະເໝີ.

    ຄວາມ​ປອດ​ໄພ ROPS ເພີ່ມ​ເຕີມ​ສຳ​ລັບ​ເຄື່ອງ​ຈັກ​ທີ່​ມີຄານກັນປີ້ນທີ່ສາ​ມາດ​ພັບ​ໄດ້

    • ຮັກ​ສາ​ຄານ​ກັນ​ປີ້ນ​ພັບ​ຢູ່​ໃນ​ຕຳ​ແໜ່ງ​ຍົກ​ຂຶ້ນ ແລະ ລັອກ​ໄວ້ ແລະ ໃສ່​ສາຍ​ແອວ​ນິ​ລະ​ໄພ​ເມື່ອ​ໃຊ້​ງານ​ເຄື່ອງ​ຈັກ​ທີ່​ມີ​ຄານ​ກັນ​ປີ້ນ​ຢູ່​ໃນ​ຕຳ​ແໜ່ງ​ຍົກຂຶ້ນ.

    • ປ່ອຍຄານກັນປີ້ນພັບ​ຕ່ຳ​ລົງ​ຊົ່ວ​ຄາວ​ພຽງ​ແຕ່​ເມື່ອ​ຈຳ​ເປັນ​ເທົ່າ​ນັ້ນ. ຢ່າ​ໃສ່ສາຍ​ແອວ​ນິລະ​ໄພໃນ​ເວ​ລາ​ທີ່​ຄານ​ກັນ​ປີ້ນຖືກ​ພັບລົງ.

    • ໃຫ້​ຮູ້​ໄວ້​ວ່າ​ບໍ່​ມີ​ການ​ປ້ອງ​ກັນ​ການ​ກັນ​ປີ້ນ​ເມື່ອຄານກັນປີ້ນທີ່​ພັບ​ແລ້ວ​ແມ່ນ​ຢູ່​ໃນ​ຕຳ​ແໜ່ງຕ່ຳ​ລົງ.

    • ກວດເບິ່ງ​ບໍ​ລິ​ເວນ​ທີ່​ທ່ານ​ຈະ​ຕັດ​ຫຍ້າ ແລະ ຢ່າ​ພັບຄານກັນປີ້ນພັບ​ນັ້ນ​ລົງ​ໃນບ່ອນ​ທີ່​ມີ​ຄວາມ​ຊັນ, ບ່ອນ​ລົງ​ລົດ ຫຼື ນ້ຳ.

    ຄວາມປອດໄພໃນທາງຄ້ອຍຊັນ

    • ທາງຄ້ອຍຊັນແມ່ນປັດໃຈຕົ້ນ​ຕໍທີ່ກ່ຽວຂ້ອງກັບການສູນເສຍການຄວບຄຸມ ແລະ ອຸບັດຕິເຫດໃນ​ການ​ພິກ​ປີ້ນ, ເຊິ່ງອາດຈະເຮັດໃຫ້ມີການບາດເຈັບສາ​ຫັດ ຫຼື ເສຍຊີວິດໄດ້. ທ່ານມີໜ້າທີ່ຮັບຜິດຊອບໃນການປະຕິບັດງານໃນທາງຄ້ອຍຊັນທີ່ປອດໄພ. ການໃຊ້ເຄື່ອງຈັກຢູ່ເທິງທາງຄ້ອຍຊັນໃດກໍ່ຕາມແມ່ນຕ້ອງມີຄວາມລະມັດລະວັງເປັນພິເສດ.

    • ປະເມີນສະພາບຂອງສະຖານທີ່ເພື່ອກຳນົດວ່າທາງຄ້ອຍຊັນມີຄວາມປອດໄພຕໍ່ການດຳເນີນງານຂອງເຄື່ອງຈັກບໍ່, ລວມທັງການສຳຫຼວດເບິ່ງສະຖານທີ່. ໃຊ້​ສາ​ມາດ​ສຳ​ນຶກທົ່ວໄປ ແລະ ການຕັດສິນໃຈທີ່ດີ​ຢູ່​ສະ​ເໝີໃນເວລາທີ່ດຳເນີນການສຳຫຼວດເບິ່ງນີ້.

    • ທົບ​ທວນ​ເບິ່ງ​ຄຳ​ແນະ​ນຳ​ກ່ຽວ​ກັບ​ຄວາມ​ຊັນ​ຕາມ​ລາຍ​ການ​ຢູ່​ລຸ່ມນີ້​ສຳ​ລັບ​ການ​ໃຊ້​ງານ​ເຄື່ອງ​ຈັກ​ໃນ​ຄວາມ​ຄ້ອຍ​ຊັນ ແລະ ເພື່ອກຳນົດວ່າທ່ານສາມາດໃຊ້ງານເຄື່ອງຈັກໄດ້ໃນເງື່ອນໄຂໃນມື້ນັ້ນ ແລະ ຢູ່ບ່ອນນັ້ນຫຼື​ບໍ່. ການປ່ຽນແປງຂອງພູມສັນຖານສາມາດສົ່ງຜົນໃຫ້ມີການປ່ຽນແປງໃນການປະຕິບັດງານໃນທາງຄ້ອຍຊັນສຳລັບເຄື່ອງຈັກ.

    • ຫຼີກລ່ຽງການຕິດ​ຈັກ, ມອດ​ຈັກ ຫຼື ລ້ຽວເຄື່ອງຈັກຕາມທາງຄ້ອຍຊັນ. ຫຼີກລ່ຽງການປ່ຽນແປງຄວາມໄວ ຫຼື ທິດທາງຢ່າງກະທັນຫັນ. ໃຫ້ລ້ຽວຊ້າໆ ແລະ ຄ່ອຍໆ.

    • ຢ່າໃຊ້ງານເຄື່ອງຈັກພາຍໃຕ້ສະພາບການທີ່ການເຄື່ອນທີ່, ລ້ຽວ ຫຼື ມີ​ຄວາມ​ສົງ​ໄສ​ໃນ​ຄວາມ​ທ່ຽງ.

    • ກຳ​ຈັດ ຫຼື ໃສ່ເຄື່ອງໝາຍສິ່ງ​ກີດ​ຂວາງຕ່າງໆເຊັ່ນ: ຮ່ອງ, ຂຸມ, ຮອຍແຕກ, ກ້ອນຫີນ ຫຼື ອັນຕະລາຍອື່ນໆທີ່ເຊື່ອງໄວ້. ຫຍ້າທີ່ສູງສາມາດປິດ​ບັງສິ່ງກີດຂວາງຕ່າງໆໄດ້. ພູມສັນຖານທີ່ບໍ່ລຽບສາມາດເຮັດ​ໃຫ້ເຄື່ອງຈັກປີ້ນໄດ້.

    • ລະວັງວ່າການເຮັດວຽກຂອງເຄື່ອງຈັກໃນຫຍ້າທີ່ຊຸ່ມ, ຂ້າມທາງຄ້ອຍຊັນ ຫຼື ທາງລົງພູອາດຈະເຮັດໃຫ້ເຄື່ອງຈັກສູນເສຍການຄວບຄຸມ. ການ​ສູນ​ເສຍ​ການ​ລາກໃສ່​ລໍ້​ຂັບ​ເຄື່ອນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ມື່ນ​ໄຫຼ ແລະ ການ​ສູນ​ເສຍ​ການ​ເບ​ຣກ ແລະ ການ​ຄວບ​ຄຸມພວງ​ມະ​ໄລ.

    • ໃຊ້ຄວາມລະມັດລະວັງທີ່ສຸດໃນເວລາທີ່ໃຊ້ງານເຄື່ອງຈັກຢູ່ໃກ້ຈຸດຕົກ, ຄອງນ້ຳ, ຄັນຄູ, ຄວາມອັນຕະລາຍທາງນໍ້າ ຫຼື ອັນຕະລາຍອື່ນໆ. ເຄື່ອງຈັກດັ່ງກ່າວສາມາດກິ້ງໄດ້ຢ່າງກະທັນຫັນ, ຖ້າຫາກວ່າລໍ້ແລ່ນຂ້າມຂອບ ຫຼື ຂອບຕົກ​ເຂົ້າໃນ. ສ້າງໃຫ້​ມີພື້ນທີ່ປອດໄພລະຫວ່າງເຄື່ອງຈັກ ແລະ ອັນຕະລາຍ.

    • ລະ​ບຸຄວາມອັນຕະລາຍຢູ່ທີ່ຖານຂອງທາງຄ້ອຍຊັນ. ຖ້າວ່າມີອັນຕະລາຍ, ໃຫ້ຕັດຫຍ້າຢູ່ທາງຄ້ອຍຊັນດ້ວຍເຄື່ອງຈັກ​ທີ່​ໃຊ້ຄົນຍ່າງຄວບ​ຄຸມ.

    • ຖ້າເປັນໄປໄດ້, ໃຫ້ປ່ອຍໜ່ວຍຕັດຕ່ຳລົງຢູ່ພື້ນດິນໃນຂະນະທີ່ປະຕິບັດງານຢູ່ບ່ອນຄ້ອຍຊັນ. ການຍົກໜ່ວຍຕັດຂຶ້ນໃນຂະນະທີ່ປະຕິບັດງານຢູ່​ບ່ອນຄ້ອຍຊັນສາມາດເຮັດໃຫ້ເຄື່ອງຈັກບໍ່ທ່ຽງ​ໄດ້.

    • ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ຫຼາຍ​ທີ່​ສຸດ​ກັບ​ລະ​ບົບ​ການ​ເກັບ​ເອົາ​ຫຍ້າ ຫຼື ສິ່ງ​ທີ່​ຕິດ​ມາ​ນຳ​ອື່ນໆ. ສິ່ງ​ເຫຼົ່າ​ນີ້​ສາ​ມາດ​ປ່ຽນ​ແປງ​ຄວາມ​ທ່ຽງ​ຂອງ​ເຄື່ອງ​ຈັກ ແລະ ເຮັດ​ໃຫ້​ເກີດ​ການ​ສູນ​ເສຍ​ການ​ຄວບ​ຄຸມ.

    ການ​ທຳ​ຄວາມ​ເຂົ້າ​ໃຈ​ຈຸດ​ພິ​ເສດ​ຂອງ​ການ​ໃຊ້​ງານ​ຂອງ​ເຄື່ອງ​ຈັກ

    • ເຄື່ອງ​ຈັກ​ນີ້​ມີ​ຄັນ​ເລັ່ງ​ຮູບ​ແບບເຄື່ອນ​ທີ່​ອັດ​ຕະ​ໂນ​ມັດ​ທີ່​ຖືກ​ຄວບ​ຄຸມ​ໂດຍ​ແປ້ນ​ຂັບ​ເຄື່ອນ.

    • ເຄື່ອງ​ຈັກ​ນີ້​ບໍ່​ມີ​ສະ​ວິດ​ຄັນ​ເລັ່ງ ຫຼື ຄັນ​ໂຍກ​ຄັນ​ເລັ່ງ​ແຍກ.

    • ເມື່ອ​ທ່ານ​ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກແປ້ນ​ຂັບ​ເຄື່ອນ, ເຄື່ອງ​ຈັກ​ເບ​ຣກໂດຍ​ມີ​ການ​ເຄື່ອນ​ທີ່​ຢູ່ໄປ​ຫາ​ການ​ຢຸດ.

    • ການ​ຄວບ​ຄຸມ​ແປ້ນ​ຖືກ​ປັບ​ໃຫ້​ເໝາະ​ສົມ​ເພື່ອ​ໃຫ້​ການ​ຕອບ​ສະ​ໜອງ​ທີ່​ສະ​ຖຽນ​ບໍ່​ມີ​ການ​ໂຕ້​ຕອບ, ເຮັດ​ໃຫ້​ທ່ານ​ຮັກ​ສາ​ການ​ຄວບ​ຄຸມ​ໄດ້​ຄົງ​ທີ່​ຜ່ານ​ພື້ນ​ທີ່​ບ່ອນ​ຫຼຸບ​ໂນນ, ໃນ​ຂະ​ນະ​ທີ່​ຍັງ​ໃຫ້​ການ​ເບ​ຣກ​ໄດ້​ໄວ, ສະ​ດວກ.

    • ໃນ​ຂະ​ນະ​ຂົນ​ສົ່ງ, ແປ້ນ​ຂັບ​ເຄື່ອນ​ຈະ​ເຮັດ​ວຽກ​ຄ້າຍ​ຄື​ກັບ​ລົດ ແລະ ປ່ຽນ​ຈັກ ແລະ ຄວາມ​ໄວ​ການ​ລາກ​ຂຶ້ນ​ກັບ​ຕຳ​ແໜ່ງ​ຂອງ​ແປ້ນ​ຂັບ​ເຄື່ອນ.

    • ເມື່ອ​ກຳ​ລັງ​ຕັດ​ຫຍ້າ, ຄວາມ​ໄວຈັກຈະ​ຍົກ​ຂຶ້ນ​ຫາກາ​ລັງ​ຕີ​ສູງ​ໂດຍ​ອັດ​ຕະ​ໂນ​ມັດ.

    • ຖ້າ​ຈັກ​ຢູ່​ໃນ​ກາ​ລັງ​ຕີ​ຕ່ຳ, ປະ​ຕິ​ບັດ​ໜ້າ​ທີ່​ຄື​ການ​ຍົກ​ໜ່ວຍ​ຕັດ​ຂຶ້ນ ຫຼື ກົດ​ແປ້ນ​ຂັບ​ເຄື່ອນ​ຍົກ​ຄວາມ​ໄວຈັກ​ຂຶ້ນ​ຫາ​ຄວາມ​ໄວ​ເຮັດ​ວຽກ​ຕ່ຳ​ສຸດ, ໃຫ້​ກຳ​ລັງ​ແຮງ​ພຽງ​ພໍ​ເພື່ອ​ເຮັດ​ໜ້າ​ທີ່​ຢ່າງ​ມີ​ປະ​ສິດ​ທິ​ພາບ.

    • ຈຳ​ກັດ​ເວ​ລາ​ກາ​ລັ​ງ​ຕີ​ເຄື່ອງ​ຈັກ​ຕາມ​ທີ່​ແນະ​ນຳ​ສຳ​ລັບ​ການ​ສ້າງ​ໝໍ້​ກອງ​ອາ​ນຸ​ພາກ​ນ້ຳ​ມັນ​ກາ​ຊ່ວນ (DPF) ຂຶ້ນມາໃໝ່. ມອດ​ເຄື່ອງ​ຈັກ​ເພື່ອ​ປ້ອງ​ກັນ​ເວ​ລາ​ການ​ຕິດ​ກາ​ລັງ​ຕີ​ເປັນ​ເວ​ລາ​ດົນ​ນານ.

    • ຄວາມ​ໄວ​ສູງ​ສຸດ​ຕັ້ງ​ໄວ້​ຢູ່​ໃນ​ການ​ຕັ້ງ​ຄ່າ​ເມ​ນູ​ທີ່ມີ PIN ປົກ​ປ້ອງ​ໄວ້​ຖືກ​ຕັ້ງ​ໂດຍ​ຫົວ​ໜ້າ​ຊີ້​ນຳ​ເພື່ອ​ຈຳ​ກັດ​ຄວາມ​ໄວ​ການລາກ​ສູງ​ສຸດ​ຂອງ​ເຄື່ອງ​ຈັກ.

    • ການ​ໃຊ້​ແປ້ນ​ຂັບ​ເຄື່ອນ​ທີ່​ສາ​ມາດ​ບັນ​ລຸ​ໄດ້, ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ ແລະ ຄວາມ​ໄວ​ການ​ລາກ​ບ່ອນ​ຢຸດ​ແປ້ນ​ຂັບ​ເຂື່ອນ​ທັງ​ໝົດ​ຖືກ​ຈຳ​ກັດ​ໂດຍ​ຄວາມ​ໄວ​ສູງ​ສຸດ​ຕັ້ງ​ໄວ້​ຢູ່​ໃນ​ເມ​ນູ​ທີ່​ມີ PIN ປົກ​ປ້ອງ​ໄວ້.

    ການ​ໃຊ້​ງ​ານເຄື່ອງຈັກ

    • ເມື່ອ​ທ່ານ​ຕິດ​ຈັກ ແລະ ອຸນ​ຫະ​ພູມນ້ຳມັນໄຮໂດຼລິກຕ່ຳ, ຄວາມ​ໄວຈັກເພີ່ມ​ຂຶ້ນ​ໂດຍ​ອັດ​ຕະ​ໂນ​ມັດ​ເພື່ອ​ປັບ​ການ​ໃຊ້​ງານ​ໃຫ້​ເໝາະ​ສົມ ແລະ ອຸ່ນ​ເຄື່ອງ​ຈັກ. ຄວາມ​ໄວຈັກກັບ​ຄືນ​ສູ່​ກາ​ລັງ​ຕີ​ຕ່ຳ​ໂດຍ​ອັດ​ຕະ​ໂນ​ມັດ​ຫຼັງ​ຈາກ​ອຸນ​ຫະ​ພູມ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ຢູ່​ໃນ​ຂອບ​ເຂດ​ການ​ໃຊ້​ງານ​ປົກ​ກະ​ຕິ.

    • ພາຍ​ໃຕ້​ສະ​ພາບ​ການ​ໃຊ້​ງານ​ປົກ​ກະ​ຕິ, ເຄື່ອງ​ຈັກ​ນີ້​ມີ​ຈຸດ​ປະ​ສົງ​ທີ່​ຈະ​ໃຊ້​ງານ​ຢູ່​ໃນຕຳ​ແໜ່ງ H/L ອັດ​ຕະ​ໂນ​ມັດຢູ່​ໃນ​ສະ​ວິດ​ຂອບ​ເຂດ​ຄວາມ​ໄວ (ຮູບສະແດງ ). ຕຳ​ແໜ່ງ​ນີ້​ປ່ອຍ​ໃຫ້​ເຄື່ອງ​ຈັກ​ສະ​ຫຼັບ​ໂດຍ​ອັດ​ຕະໂນ​ມັດ​ລະ​ຫວ່າງ​ຂອບ​ເຂດ​ຄວາມ​ໄວ​ຕ່ຳ ແລະ ສູງ, ຂຶ້ນ​ກັບ​ວ່າ​ເຄື່ອງ​ຈັກ​ກຳ​ລົງ​ຖືກ​ນຳ​ໃຊ້​ສຳ​ລັບ​ການ​ຕັດ​ຫຍ້າ ຫຼື ການ​ຂົນ​ສົ່ງ.

    • ເມື່ອ​ທ່ານ​ເລືອກ​ຕຳ​ແໜ່ງຕ່ຳໃນ​ສະ​ວິດ​ຂອບ​ເຂດ​ຄວາມ​ໄວ (ຮູບສະແດງ ), ເຄື່ອງ​ຈັກ​ຈະ​ໃຊ້​ງານ​ຢູ່​ໃນ​ຂອບ​ເຂດ​ຄວາມ​ໄວ​ຕ່ຳ​ສະ​ເໝີ. ການ​ຕັ້ງ​ຄ່າ​ນີ້​ເປັນ​ທີ່​ຕ້ອງ​ການ​ສຳ​ລັບ​ການ​ໃຊ້​ງານ​ຢູ່​ໃນ​ພື້ນ​ທີ່​ຮ້ານ​ສ້ອມ​ແປງ, ການ​ເອົາ​ຂຶ້ນ ຫຼື ການ​ເອົາ​ລົງ​ຈາກ​ລົດ​ລາກ, ການ​ຂຶ້ນ​ບ່ອນ​ຊັນ ຫຼື ການ​ໃຊ້​ງານ​ອື່ນໆ​ໃດ​ໜຶ່ງ​ໃນ​ບ່ອນ​ທີ່​ຄວາມ​ໄວ​ການ​ລາກ​ສູງກວ່າ​ຂອງ​ຂອບ​ເຂດ​ຄວາມ​ໄວ​ສູງ​ບໍ່​ເປັນ​ທີ່​ຕ້ອງ​ການ.

    • ຖ້າ​ມີ​ສິ່ງ​ກີດ​ຂວາງ​ຢູ່​ຕາມ​ທາງ, ໃຫ້ຍົກ​ໜ່ວຍ​ຕັດ​ຂຶ້ນໄປ​ຕັດ​ຮອບໆ​ມັນ.

    • ເມື່ອ​ຂົນ​ສົ່ງ​ເຄື່ອງ​ຈັກ​ລະ​ຫວ່າງ​ບ່ອນ​ເຮັດ​ວຽກ, ໃສ່​ຂອບ​ເຂດສູງ/ຕ່ຳ​ອັດ​ຕະ​ໂນ​ມັດ, ມອດ PTO ແລະ ຍົກໜ່ວຍຕັດຂຶ້ນ​ໄປ​ຫາ​ຕຳ​ແໜ່ງ​ຂຶ້ນ​ຈົນ​ສຸດ. ນີ້ປ່ອຍ​ໃຫ້​ແປ້ນ​ຂັບ​ເຄື່ອນ​ເຮັດ​ວຽກ​ຄື​ກັບ​ລົດ.

    • ຂັບ​ຂີ່​ຢູ່​ໃນ​ພື້ນ​ທີ່​ຫຼຸບ​ໂນນ​ຢ່າງ​ຊ້າໆ​ສະ​ເໝີ.

    ຝຶກ​ຊ້ອມ​ການ​ໃຊ້​ງານ​ເຄື່ອງ​ຈັກ

    • ເພື່ອ​ໃຫ້​ຄຸ້ນ​ເຄີຍ​ກັບ​ຄຸນ​ສົມ​ບັດ​ຂອງ​ເຄື່ອງ​ຈັກ, ຝຶກ​ຊ້ອມ​ການ​ໃຊ້​ງານ​ເຄື່ອງ​ຈັກ

    • ຍົກ​ໜ່ວຍ​ຕັດ​ຂຶ້ນ, ປົດເບ​ຣກມື., ກົດ​ແປ້ນ​ຂັບ​ເຄື່ອນ​ໄປ​ທາງ​ໜ້າ ແລະ ຂັບ​ຂີ່​ໄປ​ສູ່​ພື້ນ​ທີ່​ເປີດ​ຢ່າງ​ລະ​ມັດ​ລະ​ວັງ.

    • ຝຶກ​ຊ້ອມ​ການ​ຂັບ​ຂີ່​ເຄື່ອງ​ຈັກ, ເພາະ​ວ່າ​ມັນ​ມີ​ເກຍ​ໄຮ​ໂດຼ​ລິກ ແລະ ຄຸນ​ສົມ​ບັດ​ຂອງ​ມັນ​ສາ​ມາດ​ແຕກ​ຕ່າງ​ຈາກ​ເຄື່ອງ​ຈັກ​ການ​ຮັກ​ສາ​ທົ່ງ​ຫຍ້າ​ອື່ນໆ.

    • ຝຶກ​ຊ້ອມການ​ຂັບ​ເຄື່ອນ​ໄປ​ທາງ​ໜ້າ ແລະ ຖອຍ​ຫຼັງ ແລະ ການ​ຕິດ​ຈັກ ແລະ ການມອດ​ຈັກ. ເພື່ອ​ຢຸດເຄື່ອງ​ຈັກ, ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກ​ແປ້ນ​ຂັບ​ເຄື່ອນ ແລະ ປ່ອຍ​ໃຫ້​ມັນ​ກັບ​ຄືນ​ເກຍ​ຫວ່າງ.

      Note: ເມື່ອ​ກຳ​ລັງ​ເອົາ​ເຄື່ອງ​ຈັກ​ລົງ​ພູ, ທ່ານ​ອາດ​ຈະ​ຕ້ອງ​ໃຊ້​ແປ້ນ​ຖອຍ​ຫຼັງ​ເພື່ອ​ຢຸດ.

    • ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກ​ແປ້ນ​ຂັບ​ເຄື່ອນ ແລະ ກົດ​ລົງ​ໃສ່​ແປ້ນ​ເບ​ຣກ​ເພື່ອ​ຢຸດ​ຢ່າງ​ໄວ.

    • ຝຶກ​ຊ້ອມ​ການ​ຂັບ​ໄປ​ອ້ອມ​ສິ່ງ​ກີດ​ຂວາງ​ດ້ວຍ​ການ​ໃຫ້​ໜ່ວຍ​ຕັດ​ຂຶ້ນ ແລະ ລົງ. ລະມັດລະວັງໃນເວລາຂັບຂີ່ລະຫວ່າງວັດຖຸແຄບໆເພື່ອວ່າທ່ານຈະບໍ່ເຮັດ​ໃຫ້ເຄື່ອງຈັກ ຫຼື ໜ່ວຍຕັດຕ່າງໆເປ່​ເພ​ເສຍ​ຫາຍ.

    ການ​ນຳ​ໃຊ້ສະ​ວິດ​ລະ​ດັບ​ຄວາມ​ໄວ​ສູງ ແລະ ຕ່ຳ

    ເຄື່ອງ​ຈັກ​ນີ້​ປະ​ກອບ​ມາ​ດ້ວຍ​ຂອບ​ເຂດ​ຄວາມ​ໄວ​ການ​ລາກ 2 ລະ​ດັບ​ຄື: ຕ່ຳ ແລະ ສູງ. ສະ​ວິດ​ຂອບ​ເຂດ​ຄວາມ​ໄວ​ອະ​ນຸ​ຍາດ​ໃຫ້​ທ່ານ​ເລືອກ​ຕຳ​ແໜ່ງ​ຕໍ່​ໄປ​ນີ້ (ຮູບສະແດງ ):

    • ຂອບ​ເຂດ​ສູງ/ຕ່ຳອັດ​ຕະ​ໂນ​ມັດ:

      ການເລືອກ​ຕຳ​ແໜ່ງ H/L ອັດ​ຕະ​ໂນ​ມັດ ປ່ອຍ​ໃຫ້​ເຄື່ອງ​ຈັກ​ເລືອກລະ​ຫວ່າງຂອບ​ເຂດຄວາມ​ໄວ​ສູງ ຫຼື ຕ່ຳ​ໂດຍ​ອັດ​ຕະ​ໂນ​ມັດ. ຕ່ຳ​ແໜ່ງH/L ອັດ​ຕະ​ໂນ​ມັດປຽບ​ທຽບ​ໄດ້​ກັບ​ການ​ເລືອກ D (ຂັບ​ເຄື່ອນ) ຢູ່​ໃນ​ລົດ​ຂອງ​ທ່ານ​ທີ່​ມີ​ເກຍ​ອັດ​ຕະ​ໂນ​ມັດ.

      Note: ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ທີ່​ອາດ​ຈະ​ເກີດ​ກັບ​ທົ່ງ​ຫຍ້າ, ເຄື່ອງ​ຈັກ​ຈະ​ປ່ຽນ​ລະ​ຫວ່າງ​ຂອບ​ເຂດຕ່ຳ ແລະ ສູງ​ພຽງ​ແຕ່​ເມື່ອ​ແປ້ນ​ຂັບ​ເຄື່ອນ​ຢູ່​ໃນ​ຕຳ​ແໜ່ງເກຍ​ຫວ່າງ ແລະ ລໍ້​ຢຸດ​ເຄື່ອນ​ໄຫວ​ແລ້ວ​ເທົ່າ​ນັ້ນ.

      Note: ບໍ່​ສາ​ມາດ​ປ່ອຍ​ໜ່ວຍ​ຕັດ​ຕ່ຳ​ລົງ​ໄດ້​ຈາກ​ຕຳ​ແໜ່ງ​ຂົນ​ສົ່ງ​ໃນ​ຂະ​ນະ​ທີ່​ທ່ານ​ຂັບ​ເຄື່ອນ​ເຄື່ອງ​ຈັກ​ຢູ່​ໃນ​ຂອບ​ເຂດ​ຄວາມ​ໄວ​ສູງ.

      • ເມື່ອ​ຕຳ​ແໜ່ງ H/L ອັດ​ຕະ​ໂນ​ມັດຖືກ​ເລືອກ ແລະ ໜ່ວຍ​ຕັດ​ຖືກ​ປ່ອຍ​ຕ່ຳ​ລົງສຳ​ລັບ​ການ​ຕັດ​ຫຍ້າ, ຂອບ​ເຂດ​ຄວາມ​ໄວ​ຖືກ​ຈຳ​ກັດ​ຫາ​ຂອບ​ເຂດ​ຄວາມ​ໄວ​ຕ່ຳ.

      • ເພື່ອ​ໄປ​ຫາຂອບ​ເຂດ​ຄວາມ​ໄວ​ສູງ, ເລືອກຕຳ​ແໜ່ງ H/L ອັດ​ຕະ​ໂນ​ມັດໃນ​ສະ​ວິດ​ຂອບ​ເຂດ​ຄວາມ​ໄວ, ປົດ PTO ແລະ ຍົກໜ່ວຍຕັດຂຶ້ນຈົນ​ສຸດ.

      • ເມື່ອ​ຕຳ​ແໜ່ງ H/L ອັດ​ຕະ​ໂນ​ມັດຖືກ​ເລືອກ, ເຄື່ອງ​ຈັກ​ຈະ​ສະ​ຫຼັບ​ລະ​ຫວ່າງ​ຂອບ​ເຂດ​ລາກ​ສູງ ແລະ ຕ່ຳ​ໂດຍ​ອັດ​ຕະ​ໂນ​ມັດ​ອີງ​ຕາມ​ຕຳ​ແໜ່ງ​ຂອງ​ໜ່ວຍ​ຕັດ ແລະ/ຫຼື ຕຳ​ແໜ່ງ​ຂອງ​ສະ​ວິດ PTO.

    • ຂອບ​ເຂດ​ຕ່ຳ:

      ການ​ເລືອກ​ຕຳ​ແໜ່ງຕ່ຳໃນ​ສະ​ວິດ​ແມ່ນ​ຮັກ​ສາ​ເຄື່ອງ​ຈັກ​ໃຫ້​ຢູ່​ໃນຂອບ​ເຂດ​ຄວາມ​ໄວ​ຕ່ຳ​ຕະ​ຫຼອດ​ເວ​ລາ. ຕ່ຳ​ແໜ່ງຕ່ຳປຽບ​ທຽບ​ໄດ້​ກັບ​ການ​ເລືອກ 2, 1 ຫຼື L (ຂັບ​ເຄື່ອນ) ຢູ່​ໃນ​ລົດ​ຂອງ​ທ່ານ​ທີ່​ມີ​ເກຍ​ອັດ​ຕະ​ໂນ​ມັດ.

      • ເມື່ອ​ເລືອກ​ຕຳ​ແໜ່ງຕ່ຳ, ເຄື່ອງ​ຈັກ​ໃຊ້​ງານ​ຢູ່​ໃນ​ຂອບ​ເຂດ​ຕ່ຳ​ເທົ່າ​ນັ້ນ.

      • ໃຊ້​ຕຳ​ແໜ່ງຕ່ຳເມື່ອ​ເອົາ​ເຄື່ອງ​ຈັກ​ໃສ່​ລົດ​ລາກ ຫຼື ນຳ​ທາງ​ໄປ​ບ່ອນ​ທີ່​ແຄບເຊັ່ນ: ຮ້ານ​ສ້ອມ​ແປງ.

      artpending

    ການ​ໃຊ້​ແປ້ນ​ຂັບ​ເຄື່ອນ

    ແປ້ນ​ຂັບ​ເຄື່ອນ​ນີ້​ຄວບ​ຄຸມ​ຄວາມ​ໄວ​ໄປ​ໜ້າ ແລະ ຖອຍ​ຫຼັງ​ຂອງ​ເຄື່ອງ​ຈັກ ແລະ ການ​ເບ​ຣກ​ແບບ​ໄດ​ນາ​ມິກ​ເມື່ອ​ທ່ານ​ກັບ​ຄືນ​ມັນ​ຫາ​ເກຍ​ຫວ່າງ.

    • ແປ້ນຂັບເຄື່ອນແມ່ນ​ຄັນ​ເລັ່ງ​ແບບ​ຂັບ​ເຄື່ອນ​ອັດ​ຕະ​ໂນ​ມັດ – ຄວາມ​ໄວຈັກ ແລະ ຄວາມ​ໄວ​ເຄື່ອງ​ຈັກ​ຕອບ​ສະ​ໜອງ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ແປ້ນ​ຂັບ​ເຄື່ອນ.

    • ໃນ​ຂະ​ນະ​ຂົນ​ສົ່ງ, ແປ້ນ​ຂັບ​ເຄື່ອນ​ຈະ​ເຮັດ​ວຽກ​ຄ້າຍ​ຄື​ກັບ​ລົດ ແລະ ປ່ຽນ​ຈັກ ແລະ ຄວາມ​ໄວ​ການ​ລາກ​ຂຶ້ນ​ກັບ​ຕຳ​ແໜ່ງ​ຂອງ​ແປ້ນ​ຂັບ​ເຄື່ອນ.

    • ໃນ​ຂະ​ນະ​ທີ່​ກຳ​ລັງ​ຕັດ​ຫຍ້າ, ຈັກ​ຍົກ​ຂຶ້ນ​ຫາ​ກາ​ລັງ​ຕີ​ສູງ​ໂດຍ​ອັດ​ຕະ​ໂນ​ມັດ​ເພື່ອ​ປັບ​ການ​ຕັດ​ຫຍ້າ​ໃຫ້​ເໝາະ​ສົມ ແລະ ແປ້ນຂັບເຄື່ອນຄວບ​ຄຸມ​ແຕ່​ຄວາມ​ໄວ​ການ​ລາກ​ເທົ່າ​ນັ້ນ.

    • ທ່ານ​ຊຸກ​ແປ້ນ​ຂັບ​ເຄື່ອນ​ໄປ​ໜ້າ ຫຼື ຖອຍ​ຫຼັງ​ໄປ​ໄກ, ເຄື່ອງ​ຈັກ​ກໍ່​ເຄື່ອນ​ໄປ​ໄວ​ຂຶ້ນ.

    • ເພື່ອ​ຄວບ​ຄຸມ​ເຄື່ອງ​ຈັກ​ໃຫ້​ຢຸດ​ໄດ້ນິ່ມນວນ​ໃນ​ຂະ​ນະ​ທີ່​ກຳ​ລັງ​ຂົນ​ສົ່ງ ຫຼື ຕັດ​ຫຍ້າ, ໃຊ້​ຕີນ​ຂອງ​ທ່ານ​ເພື່ອ​ໃຫ້​ແປ້ນ​ຂັບ​ເຄື່ອນ​ກັບ​ຄືນ​ຫາ​ເກຍ​ຫວ່າງ​ຕາມ​ອັດ​ຕາ​ທີ່​ທ່ານ​ຕ້ອງ​ການ.

    • ເພື່ອໃສ່​ເບ​ຣກ​ສູງ​ສຸດ, ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກ​ແປ້ນ​ຂັບ​ເຄື່ອນ, ປ່ອຍ​ໃຫ້​ມັນ​ກັບ​ຄືນ​ເກຍ​ຫວ່າງ. ເຄື່ອງ​ຈັກ​ເບ​ຣກໂດຍ​ມີ​ການ​ເຄື່ອນ​ທີ່​ຢູ່​ໄປ​ສູ່​ການ​ຢຸດ.

    ລະ​ບົບການ​ລາກນີ້​ໃຫ້​ທ່ານກຳ​ນົດ​ການ​ຕັ້ງ​ຄວາມ​ເລັ່ງ​ສຳ​ລັບ​ຄວາມ​ສະ​ດວກ​ຂອງ​ຜູ້​ໃຊ້​ງານ ແລະ ສະ​ພາບ​ລຳ​ບາກ. ໃຫ້​ເບິ່ງ ສຳ​ລັບ​ການ​ປ່ຽນ​ການ​ຕັ້ງ​ຄ່າ.

    artpending

    ການ​ຕັ້ງ​ຄວາມ​ໄວ​ການ​ລາກ​ສູງ​ສຸດ (ບ່ອນ​ຢຸດແປ້ນ​ຂັບ​ເຄື່ອນ)

    ຄຸນ​ສົມ​ບັດ​ນີ້​ໃຫ້​ຄວາມ​ສາ​ມາດ​ຕັ້ງ​ຄວາມ​ໄວ​ສູງ​ສຸດ​ຂອງ​ເຄື່ອງ​ຈັກ​ເມື່ອ​ທ່ານ​ຊຸກ​ແປ້ນ​ຂັບ​ເຄື່ອນ​ໄປ​ຂ້າງ​ໜ້າ​ຈົນ​ສຸດ (ຮູບສະແດງ ). ທ່ານ​ສາ​ມາດ​ຕັ້ງ​ຄວາມ​ໄວ​ແຍກ​ສຳ​ລັບ​ຂອບ​ເຂດ​ຕ່ຳ ແລະ ຂອບ​ເຂດ​ສູງ (ຮູບສະແດງ ).

    • ເພື່ອ​ເຂົ້າ​ເຖິງ​ຄຸນ​ສົມ​ບັດ​ນີ້, ເລືອກ​ປຸ່ມ​ເຄິ່ງ​ກາງ​ສູນ​ຂໍ້​ມູນ​ຈາກ​ໜ້າ​ຈໍ​ຫຼັກ (ຮູບສະແດງ ).

      Note: ຄຸນ​ສົມ​ບັດ​ນີ້​ກັບ​ຄືນ​ຫາ​ການ​ຕັ້ງ​ຄ່າ​ເຄື່ອງ​ຈັກ​ເມື່ອມອດ​ກະ​ແຈ.

      artpending
    • ຄຸນ​ສົມ​ບັດ​ນີ້​ໃຫ້​ທ່ານ​ກຳ​ນົດ​ການ​ຕັ້ງ​ຄ່າ​ຄວາມ​ໄວ​ສຳ​ລັບ​ລະ​ດັບ​ຄວາມ​ສະ​ດວກ​ສະ​ບາຍ​ຂອງ​ທ່ານ ຫຼື ເພື່ອ​ກຳ​ນົດ​ການ​ຕັ້ງ​ຄ່າ​ຄວາມ​ໄວ​ໃຫ້​ເຂົ້າ​ກັບ​ການ​ນຳ​ໃຊ້.

      • ທ່ານ​ສາ​ມາດ​ໃຊ້​ຄຸນ​ສົມ​ບັດ​ນີ້​ເພື່ອ​ຈຳ​ກັດ​ຄວາມ​ໄວ​ການ​ລາກ​ສູງ​ສຸດ​ຮອດ 75% ໃນ​ຂະ​ນະ​ກຳ​ລັງ​ຕັດ​ຫຍ້າ​ຢູ່​ໃນ​ບ່ອນ​ທີ່​ມີ​ຕົ້ນ​ໄມ້​ຫຼາຍ.

      • ຖ້າ​ທ່ານ​ປັບ​ຄວາມ​ໄວ​ການ​ລາກ​ສູງ​ສຸດ​ຮອດ 75%, ຄວາມ​ໄວສູງສຸດຂອງ​ເຄື່ອງ​ຈັກ​ຖືກ​ຈຳ​ກັດ​ຈາກ 0 ຫາ 75% ແລະ ເຂົ້າ​ກັບ​ຈັງ​ຫວະ​ເຕັມ​ຂອງ​ແປ້ນ​ຂັບ​ເຄື່ອນ. ການ​ຕັ້ງ​ຄ່າ​ນີ້​ເພີ່ມ​ການ​ແກ້​ໄຂ​ແປ້ນ​ຂັບ​ເຄື່ອນ, ເຮັດ​ໃຫ້​ໄດ້​ການ​ຄວບ​ຄຸມ​ດີ​ຂຶ້ນ. ທ່ານ​ເຄື່ອນ​ແປ້ນ​ຂັບ​ເຄື່ອນ​ໄປ​ໄກ​ເທົ່າ​ໃດ​ຈະ​ປ່ຽນ​ຄວາມ​ໄວ​ຂອງ​ເຄື່ອງ​ຈັກ​ໄປ​ຫຼາຍ​ເທົ່າ​ນັ້ນ.

    ການ​ໃຊ້​ແປ້ນເບ​ຣກ

    Important: ໃນ​ສະ​ຖາ​ນະ​ການ​ເບ​ຣກ​ສຸກ​ເສີນ, ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກແປ້ນຢຽບ​ຄັນ​ເລັ່ງ ແລະ ຈາກ​ນັ້ນ​ຢຽບແປ້ນ​ເບ​ຣກ.

    ຢູ່​ໃນ​ຂອບ​ເຂດ​ຄວາມ​ໄວ​ຕ່ຳ​ເທົ່າ​ນັ້ນ, ທ່ານ​ສາ​ມາດ​ໃຊ້​ເບ​ຣກ​ແຕ່​ລະ​ຕົວ​ສຳ​ລັບ​ການ​ລ້ຽວ ຫຼື ປັບ​ປຸງ​ການ​ລາກ. ປະ​ຕິ​ບັດ​ດັ່ງ​ຕໍ່​ໄປ​ນີ້​ເມື່ອ​ໃຊ້​ເບ​ຣກ​ແຕ່​ລະ​ຕົວ:

    • ປົດສະ​ຫຼັກ​ລັອກ​ແປ້ນ​ຢຽບ (ຮູບສະແດງ ).

    • ສຳ​ລັບ​ການ​ຊ່ວຍ​ລ້ຽວ, ກົດ​ແປ້ນ​ເບ​ຣກ​ທີ່​ສອດ​ຄ້ອງໄປ​ດ້ານ​ທີ່​ທ່ານ​ກຳ​ລັງ​ລ້ຽວ. ອັນ​ນີ້​ໃຫ້​ລັດ​ສະ​ໝີ​ການ​ລ້ຽວ​ທີ່​ແຄບ​ຂຶ້ນ.

      Note: ໃຊ້​ເບ​ຣກ​ແຕ່​ລະ​ຕົວ​ຢ່າງ​ລະ​ມັດ​ລະ​ວັງ, ໂດຍ​ສະ​ເພາະ​ໃນ​ຫຍ້າ​ນຸ່ມ ຫຼື ປຽກ, ເພາະ​ວ່າ​ທົ່ງ​ຫຍ້າ​ອາດ​ຈະ​ສີກ​ຂາດ​ໂດຍ​ບັງ​ເອີນ​ໄດ້.

    • ສຳ​ລັບ​ການ​ຊ່ວຍ​ລາກ, ນຳ​ໃຊ້​ແ​ຮງ​ດັນ​ທີ່​ເບົາ​ໃສ່​ແປ້ນ​ເບ​ຣກ​ສອດ​ຄ້ອງ​ກັບ​ຢາງ​ໜ້າ​ທີ່​ຖະ​ໄຫຼມື່ນ. ຕົວ​ຢ່າງ: ຢູ່​ໃນ​ສະ​ພາບ​ຄ້ອຍ​ຊັນ​ບາງ​ບ່ອນ, ລໍ້​ຂຶ້ນພູ​ຖະ​ໄຫຼມື່ນ ແລະ ເສຍ​ການ​ລາກ. ຖ້າ​ສະ​ຖາ​ນະ​ການ​ນີ້​ເກີດ​ຂຶ້ນ, ກົດ​ແປ້ນ​ເບ​ຣກ​ຂຶ້ນ​ພູ​ເທື່ອ​ລະ​ໜ້ອຍ ແລະ ເປັນ​ໄລ​ຍະ​ຈົນ​ກວ່າ​ລໍ້​ຂຶ້ນ​ພູ​ຢຸດ​ຖະ​ໄຫຼມື່ນ, ການ​ເຮັດ​ແນວ​ນີ້​ເພີ່ມ​ການ​ລາກ​ໃນ​ລໍ້​ລົງ​ພູ.

    artpending

    ການ​ໃຊ້​ງານການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ

    ການຕັ້ງການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ

    ສະ​ວິດ​ຄວບ​ຄຸມ​ການຂັບ​ເຄື່ອນ​ໄປລັອກ​ຢູ່​ໃນ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ​ຊ້າໆ​ເພື່ອ​ຮັກ​ສາ​ຄວາມ​ໄວ​ພື້ນ​ດິນ​ທີ່​ຕ້ອງ​ການ. ການ​ກົດ​ດ້ານ​ຫຼັງ​ຂອງ​ສະ​ວິດ​ປິດ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປຊ້າໆ, ຕຳ​ແໜ່ງ​ເຄິ່ງ​ກາງ​ຂອງ​ສະ​ວິດ​ເປີດ​ໃຊ້​ງານ​ຟັງ​ຊັນ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ ແລະ ດ້ານ​ໜ້າ​ຂອງ​ສະ​ວິດ​ຕັ້ງ​ຄວາມ​ໄວ​ພື້ນ​ດິນ​ຕາມ​ຕ້ອງ​ການ.

    ຫຼັງ​ຈາກ​ເປີດ​ໃຊ້​ງານສະ​ວິດ​ຄວບ​ຄຸມ​ການຂັບ​ເຄື່ອນ​ໄປ ແລະ ຄວາມ​ໄວ​ຖືກ​ຕັ້ງ (ຮູບສະແດງ ), ໃຊ້​ສູນ​ຂໍ້​ມູນ​ເພື່ອ​ປັບ​ການ​ຕັ້ງ​ຄ່າ​ຄວາມ​ໄວ​ຂອງ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ (ຮູບສະແດງ ແລະ ຮູບສະແດງ ).

    ເພື່ອ​ປົດ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ, ໃຫ້​ໃຊ້​ດັ່ງ​ຕໍ່​ໄປ​ນີ້:

    • ເມື່ອ​ຢູ່​ໃນ​ຂອບ​ເຂດ​ຄວາມ​ໄວ​ສູງ, ກົດ​ແປ້ນ​ຂັບ​ເຄື່ອນ​ຖອຍ, ກົດ​ເບ​ຣກ​ສ້ອມ​ບຳ​ລຸງ​ຮັກ​ສາ ຫຼື ກົດ​ສະ​ວິດ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ​ຫາ​ຕຳ​ແໜ່ງປິດ.

    • ເມື່ອ​ຢູ່​ໃນ​ຂອບ​ເຂດ​ຄວາມ​ໄວຕ່ຳ, ກົດ​ແປ້ນ​ຂັບ​ເຄື່ອນ​ຖອຍ, ກົດ​ເບ​ຣກ​ສ້ອມ​ບຳ​ລຸງ​ຮັກ​ສາ, ມອດສະ​ວິດ PTO ຫຼື ກົດ​ສະ​ວິດ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ​ຫາ​ຕຳ​ແໜ່ງປິດ.

      artpending

    ການປັບການ​ຄວບ​ຄຸມ​ການ​ຂັບ​ເຄື່ອນໄປ

    ຫຼັງ​ຈາກ​ເປີດ​ໃຊ້​ງານສະ​ວິດ​ຄວບ​ຄຸມ​ການຂັບ​ເຄື່ອນ​ໄປໃນ​ຕູ້​ຄວບ​ຄຸມ (ຮູບສະແດງ ), ໃຊ້​ສູນ​ຂໍ້​ມູນ​ເພື່ອ​ປັບ​ການ​ຕັ້ງ​ຄ່າ​ຄວາມ​ໄວ​ຂອງ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ (ຮູບສະແດງ ).

    artpending

    ຄຳ​ແນະ​ນຳ​ສຳ​ລັບ​ການ​ໃຊ້​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ

    • ຕັ້ງ​ຄວາມ​ໄວ​ການ​ຂັບ​ເຄື່ອນ​ໄປ​ສຳ​ລັບ​ໄລ​ຍະ​ທາງ​ໄກ​ໂດຍ​ບໍ່​ມີ​ສິ່ງ​ກີດ​ຂວາງ​ຫຼາຍ.

    • ຢູ່​ໃນ​ພື້ນ​ທີ່​ບ່ອນ​ຫຼຸບ​ໂນນ, ໃຊ້​ສູນ​ຂໍ້​ມູນ​ເພື່ອ​ຄວບ​ຄຸມ​ຄວາມ​ໄວ.

    • ໃຊ້​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ​ມາ​ສຳ​ລັບ​ການ​ລ້ຽວ​ໄປ​ມາ​ດັ່ງ​ຕໍ່​ໄປ​ນີ້:

      1. ຕັ້ງການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ​ເພື່ອ​ເຮັດ​ໃຫ້​ຄວາມ​ໄວ​ຊ້າ​ລົງ​ຕາມ​ທີ່​ທ່ານ​ສະ​ບາຍ ແລະ ປອດ​ໄພ​ໃນ​ຂະ​ນະ​ທີ່​ລ້ຽວ​ໄປ​ມາ.

      2. ກົດແປ້ນ​ຂັບ​ເຄື່ອນເພື່ອ​ເພີ່ມ​ຄວາມ​ໄວ​ສຳ​ລັບ​ການ​ຕັດ​ຫຍ້າ​ໃນ​ລະ​ຫວ່າງ​ການ​ຜ່ານຕັດ​ຫຍ້າ.

      3. ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກ​ແປ້ນ​ຢຽບ​ເມື່ອ​ລ້ຽວ​ໄປ​ມາ​ສຳ​ລັບ​ການ​ຜ່ານ​ຕັດ​ຫຍ້າ​ຕໍ່​ໄປ.

      4. ເຄື່ອງ​ຈັກ​ຈະ​ຊ້າ​ລົງ​ຫາ​ການ​ຕັ້ງ​ຄ່າ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ​ຊ້າ, ປ່ອຍໃຫ້​ທ່ານ​ເຮັດ​ການ​ລ້ຽວ​ໄປ​ມາ​ມີ​ປະ​ສິດ​ທິ​ພາບ​ຢູ່​ທີ່​ຄວາມ​ໄວ​ຄົງ​ທີ່.

      5. ຫຼັງ​ຈາກ​ການ​ລ້ຽວ​ໄປ​ມາ, ໃຊ້ແປ້ນ​ຂັບ​ເຄື່ອນເພື່ອ​ເພີ່ມ​ຄວາມ​ໄວເຄື່ອງ​ຈັກ​ສຳ​ຮອງ​ໄວ້​ສຳ​ລັບການ​ຜ່ານຕັດ​ຫຍ້າຄັ້ງ​ຕໍ່​ໄປ.

    ການ​ເຂົ້າ​ໃຈໂໝດການ​ເລັ່ງ

    ການ​ຕັ້ງ​ຄ່າ​ນີ້​ກຳ​ນົດ​ວ່າ​ເຄື່ອງ​ຈັກ​ປ່ຽນ​ຄວາມ​ໄວ​ການ​ລາກ​ໄວ​ປານ​ໃດ ແ​ລະ ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ຜ່ອນ​ການ​ເລັ່ງ​ຂອງ​ເຄື່ອງ​ຈັກ​ຢູ່​ໃນ​ຂອບ​ເຂດ​ຄວາມ​ໄວ​ຕ່ຳ. ເຂົ້າ​ສູ່​ເມ​ນູ​ປົກ​ປ້ອງ​ຢູ່​ໃນ​ສູນ​ຂໍ້​ມູນ​ເພື່ອ​ປ່ຽນ​ໂໝດ​ການ​ເລັ່ງ. ໂໝດ​ການ​ເລັ່ງ​ມີ 3 ຕຳ​ແໜ່ງຕໍ່​ໄປ​ນີ້​ຄື:

    • ຕ່ຳ – ການ​ເລັ່ງ​ຕ່ຳ ແລະ ຜ່ອນ​ການ​ເລັ່ງ​ລົງ

    • ປານ​ກາງ – ການ​ເລັ່ງປານ​ກາງ ແລະ ຜ່ອນ​ການ​ເລັ່ງ​ລົງ

    • ສູງ – ການ​ເລັ່ງສູງ ແລະ ຜ່ອນ​ການ​ເລັ່ງ​ລົງ

    ການ​ເຂົ້າ​ໃຈ​ໂໝດ​ລ້ຽວ​ໄປ​ມາ

    ໂໝດ​ລ້ຽວ​ໄປ​ມາໃຫ້​ທ່ານ​ມີ​ຄວາມ​ສະ​ດວກ, ສຳ​ຜັດ​ການ​ຄວບ​ຄຸມ 1 ຄັ້ງ​ເພື່ອ​ຍົກ​ໜ່ວຍ​ຕັດ​ຂຶ້ນ​ເທິງ​ທົ່ງ​ຫຍ້າ​ໃນ​ຂະ​ນະ​ທີ່​ຢຸດ​ໃບ​ມີດ​ຊົ່ວ​ຄາວ, ເຮັດ​ໃຫ້​ທ່ານ​ເນັ້ນ​ໃສ່​ການ​ຂັບ​ຂີ່​ເຄື່ອງ​ຈັກ​ຢູ່​ຕອນ​ທ້າຍ​ຂອງ​ການ​ຜ່ານ​ຕັດ​ຫຍ້າ ຫຼື ໃນ​ຂະ​ນະ​ທີ່​ກຳ​ລັງກວດ​ຫາ​ສິ່ງ​ກີດ​ຂວາງ​ອື່ນໆ.

    Note: ໂໝດລ້ຽວ​ໄປ​ມາ​ແມ່ນ​ຄຸນ​ສົມ​ບັດ​ຢູ່​ໃນ​ການ​ຕັ້ງ​ຄ່າ​ທີ່​ຖືກ​ປົກ​ປ້ອງ.

    • ເມື່ອ​ໂໝດ​ລ້ຽວ​ໄປ​ມາ​ຖືກ​ຕັ້ງ​ໄປ​ສູ່​ຕຳ​ແໜ່ງເປີດ, ທ່ານ​ກົດ​ສະ​ວິດ​ຍົກ​ຂຶ້ນ​ໄປ​ທາງຫຼັງ​ຊົ່ວ​ໄລ​ຍະ​ໜຶ່ງ (ຮູບສະແດງ ) ເພື່ອ​ຍົກ​ໜ່ວຍ​ຕັດ​ທັງ​ໝົດ​ຂຶ້ນ​ຈາກ​ຕຳ​ແໜ່ງ​ລອຍ​ຫາ​ຄວາມ​ສູງ​ຕັ້ງ​ຄ່າ​ມາ​ກ່ອນ​ໂດຍ​ອັດ​ຕະ​ໂນ​ມັດ, ປົດ PTO ໂດຍ​ອັດ​ຕະ​ໂນ​ມັດ. ເພື່ອ​ເລີ່ມ​ການ​ຕັດ​ຫຍ້າ​ໃໝ່, ກົດ​ສະ​ວິດ​ຍົກ​ຂຶ້ນ​ໄປ​ທາງ​ໜ້າ. ທຸກ​ໜ່ວຍ​ຕັດ​ປ່ອຍ​ຕ່ຳ​ລົງ ແລະ PTO ເລີ່ມ​ຕົ້ນ​ອີກ.

    • ເມື່ອ​ໂໝດ​ລ້ຽວ​ໄປ​ມາ​ຖືກ​ຕັ້ງ​ໄປ​ສູ່​ຕຳ​ແໜ່ງປິດ, ທ່ານ​ຍົກ​ໜ່ວຍ​ຕັດ​ຈາກ​ຕຳ​ແໜ່ງ​ລອຍ​ຂຶ້ນ​ເອົາ​ເອງ​ໂດຍ​ການ​ກົດ​ທຸກ​ສະ​ວິດ​ຍົກ​ໄປ​ທາງ​ຫຼັງ​ຄ້າງ​ໄວ້​ຈົນ​ກວ່າ​ໜ່ວຍ​ຕັດ​ຍົກ​ຂຶ້ນ​ສູ່​ຄວາມ​ສູງ​ທີ່​ຕ້ອງ​ການ. ສຳ​ລັບ​ເຄື່ອງ​ຈັກ Groundsmaster 4700, ກົດ​ສະ​ວິດ​ຍົກ​ທັງ​ໝົດ 3 ຕົວ​ເພື່ອ​ຍົກ​ໜ່ວຍ​ຕັດ​ທັງ​ໝົດ 7 ໜ່ວຍ​ຂຶ້ນ (ຮູບສະແດງ ). PTO ບໍ່​ປົດ​ຈົນ​ກວ່າ​ໜ່ວຍ​ຕັດ​ຍົກ​ຂຶ້ນ​ຫາ​ຄວາມ​ສູງ​ຕັ້ງ​ຄ່າ​ມາ​ກ່ອນ​ອັນ​ດຽວ​ກັນ​ໄປ​ຫາ​ອັນ​ທີ່​ໜ່ວຍ​ຕັດ​ຍົກ​ຂຶ້ນ​ເມື່ອ​ໂໝດ​ລ້ຽວ​ໄປ​ມາ​ຖືກຕັ້ງ​ເປັນເປີດ.

    Note: ຕາມ​ຄ່າ​ເລີ່ມ​ຕົ້ນ, ໂໝດ​ລ້ຽວ​ໄປ​ມາເປີດ.

    ການ​ເຂົ້າ​ໃຈ​ນ້ຳ​ໜັກ​ຖ່ວງ

    ລະ​ບົບນ້ຳ​ໜັກ​ຖ່ວງ​ຮັກ​ສາ​ຄວາມ​ດັນ​ດ້ານ​ຫຼັງ​ໄຮ​ໂດຼ​ລິກ​ໃນ​ລູກ​ສູບ​ຍົກ​ໜ່ວຍ​ຕັດ. ລະ​ບົບ​ນ້ຳ​ໜັກ​ຖ່ວງ​ຕິດ​ຕາມ​ຄວາມ​ດັນ​ການ​ດຶງ​ໃນ​ເວ​ລາ​ຈິງ, ການ​ປ່ຽນ​ແປງ​ຄວາມ​ກັບ​ກັບ​ຄືນ​ກະ​ບອກ​ສູບ​ຍົກ​ໂດຍ​ມີ​ການ​ເຄື່ອນ​ທີ່​ຢູ່​ເພື່ອ​ປັບ​ຄວາມ​ສາ​ມາດ​ການ​ດຶງ​ໃຫ້​ເໝາະ​ສົມ ແລະ ຜົນ​ປະ​ກົດ​ອອກ​ມາ​ຫຼັງ​ຈາກ​ການ​ຕັດ. ຄວາມ​ດັນ​ນ້ຳ​ໜັກ​ຖ່ວງແມ່ນ​ໄດ້​ຕັ້ງ​ຢູ່​ທີ່​ໂຮງ​ງາຍ​ເປັນ​ຄວາມ​ດຸນ​ດ່ຽງ​ພໍ​ດີ​ຂອງ​ຜົນ​ປະ​ກົດ​ອອກ​ມາ​ຫຼັງ​ການ​ຕັດ ແລະ ຄວາມ​ອາດ​ສາ​ມາດ​ດຶງ​ຢູ່​ໃນ​ສະ​ພາບ​ທົ່ງ​ຫຍ້າ​ສ່ວນ​ໃຫຍ່. ການ​ຫຼຸດ​ການ​ຕັ້ງ​ຄ່າ​ນ້ຳ​ໜັກ​ຖ່ວງ​ສາ​ມາດສ້າງ​ໃຫ້​ໜ່ວຍ​ຕັດ​ທ່ຽງ​ຂຶ້ນ​ຕື່ມ​ອີກ, ແຕ່​ສາ​ມາດ​ຫຼຸດ​ຄວາມ​ອາດ​ສາ​ມາດ​ໃນ​ການ​ດຶງ​ລົງ. ການ​ເພີ່ມ​ການ​ຕັ້ງ​ຄ່າ​ນ້ຳ​ໜັກ​ຖ່ວງ​ສາ​ມາດ​ເພີ່ມ​ຄວາມ​ອາດ​ສາ​ມາດ​ດຶງ, ແຕ່​ອາດ​ຈະ​ເຮັດ​ໃຫ້​ຜົນ​ປະກົດ​ອອກ​ມາ​ຫຼັງ​ການ​ຕັດ​ບໍ່​ງາມ; ໃຫ້​ເບິ່ງ .

    ການ​ຄວບ​ຄຸມ​ການ​ຕັ້ງ​ຄ່າ​ນ້ຳ​ໜັກ​ຖ່ວງ​ທີ່​ສາ​ມາດ​ປັບ​ໄດ້​ມີ​ດັ່ງ​ຕໍ່​ໄປ​ນີ້:

    • ຕ່ຳ – ປະ​ລິ​ມານ​ສ່ວນ​ໃຫຍ່​ຂອງ​ນ້ຳ​ໜັກ​ໃນ​ໜ່ວຍ​ຕັດ ແລະ ນ້ຳ​ໜັກ​ຕ່ຳ​ສຸດ​ໃນ​ລໍ້​ຂັບ​ເຄື່ອນ

    • ປານ​ກາງ – ນ້ຳ​ໜັກ​ປານ​ກາງ​ໃນ​ໜ່ວຍ​ຕັດ ແລະ ລໍ້​ຂັບ​ເຄື່ອນ

    • ສູງ – ປະ​ລິ​ມານໜ້ອຍ​ສຸດຂອງ​ນ້ຳ​ໜັກ​ໃນ​ໜ່ວຍ​ຕັດ ແລະ ນ້ຳ​ໜັກສູງ​ສຸດ​ໃນ​ລໍ້​ຂັບ​ເຄື່ອນເຄື່ອງ​ຈັກ

    ການ​ເຂົ້າ​ໃຈ Toro Smart Power™

    ດ້ວຍ​ພະ​ລັງ​ງານ​ອັດ​ສະ​ລິຍະ, ຜູ້​ຄວບ​ຄຸມ​ບໍ່​ຕ້ອງ​ຟັງ​ສຽງ​ຄວາມ​ໄວ​ຈັກ​ໃນ​ສະ​ພາບ​ການ​ບັນ​ທຸກ​ໜັກ. ພະ​ລັງ​ອັດ​ສະ​ລິ​ຍະປ້ອງ​ກັນ​ບໍ່​ໃຫ້​ຈັກ​ຄາ​ຢູ່​ໃນ​ສະ​ພາບ​ການ​ຕັດ​ທີ່​ໜັກ​ໂດຍ​ການ​ຄວບ​ຄຸມ​ຄວາມ​ໄວ​ເຄື່ອງ​ຈັກ ແລະ ປັບ​ປະ​ສິດ​ທິ​ພາບ​ການ​ຕັດ​ໂດຍ​ອັດ​ຕະ​ໂນ​ມັດ.

    Note: ຕາມ​ຄ່າ​ເລີ່ມ​ຕົ້ນ, ຄຸນ​ສົມ​ບັດພະ​ລັງ​ອັດ​ສະ​ລິ​ຍະເປີດ.

    ການຕິດຈັກ

    Important: ປ່ອຍ​ລະ​ບາຍ​ລະ​ບົບ​ນ້ຳ​ມັນ, ຖ້າ​ເກີດ​ມີ​ສິ່ງ​ໃດ​ໜຶ່ງ​ຕໍ່​ໄປ​ນີ້:

    • ຈັກ​ມອດເນື່ອງ​ຈາກ​ໝົດ​ນ້ຳ​ມັນ.

    • ການ​ບຳ​ລຸງ​ຮັກ​ສາ​ໄດ້​ປະ​ຕິ​ບັດ​ຕາມ​ອົງ​ປະ​ກອບ​ລະ​ບົບ​ນ້ຳ​ມັນ.

    1. ເອົາຕີນຂອງທ່ານອອກຈາກແປ້ນຂັບເຄື່ອນ ແລະ ໃຫ້​ແນ່​ໃຈ​ວ່າມັນຢູ່ໃນຕໍາແໜ່ງເກຍ​ຫວ່າງ. ໃຫ້​ແນ່​ໃຈ​ວ່າໃສ່​ເບ​ຣກ​ມື​ແລ້ວ.

    2. ບິດ​ກະ​ແຈໄປທີ່ຕຳແໜ່ງເດີນ​ເຄື່ອງ. ຕົວ​ຊີ້ບອກ​ຄວາມ​ຮຸ່ງ​ຄວນ​ຈະ​ຮຸ່ງ​ຂຶ້ນ.

    3. ເມື່ອ​ຕົວ​ຊີ້ບອກ​ແສງ​ໄຟ​ມົວ​ລົງ, ບິດ​ກະ​ແຈໄປ​ຫາ​ຕຳ​ແໜ່ງຕິດ​ຈັກ.

      Important: ຢ່າ​ເປີດ​ໃຊ້ໄດ​ສະ​ຕັດຫຼາຍກວ່າ 15 ວິ​ນາ​ທີ​ໃນ​ແຕ່​ລະ​ຄັ້ງ ຫຼືບໍ່​ດັ່ງ​ນັ້ນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ຂັດ​ຂ້ອງ​ຂອງ​ໄດ​ສະ​ຕັດ​ໄວ​ກວ່າ​ກຳ​ນົດ. ຖ້າ​ຈັກ​ຕິດ​ບໍ່​ໄດ້​ຫຼັງ​ຈາກ 15 ວິ​ນາ​ທີ, ບິດກະ​ແຈໄປ​ຕຳ​ແໜ່ງປິດ, ກວດ​ເບິ່ງ​ການ​ຄວບ​ຄຸມ ແລະ ຂັ້ນ​ຕອນ​ດຳ​ເນີນ​ການ, ລໍ​ຖ້າ​ອີກ 15 ວິ​ນາ​ທີ ແລະ ເຮັດ​ຂັ້ນ​ຕອນ​ການ​ຕິດ​ຈັກ​ຊ້ຳ​ຄືນ.

    4. ປ່ອຍ​ກະ​ແຈ​ທັນ​ທີເມື່ອ​ຈັກ​ຕິດ ແລະ ປ່ອຍ​ໃຫ້​ມັນກັບ​ຄືນໄປ​ຫາ​ຕຳ​ແໜ່ງເປີດ​ໃຊ້.

      ເມື່ອ​ອຸນ​ຫະ​ພູມ​ໜ້ອຍກວ່າ -7°C (20°F), ມໍເຕີ​ໄດ​ສະ​ຕັດ​ສາ​ມາດ​ແລ່ນ​ໄດ້​ເປັນ​ເວ​ລາ 30 ວິ​ນາ​ທີ​ເປີດ​ໄວ້, ຈາກ​ນັ້ນ​ມອດ 60 ວິ​ນາ​ທີ​ສຳ​ລັບ​ການ​ພະ​ຍາ​ຍາມ​ຕິດ 2 ຄັ້ງ.

      Important: ມອດຈັກ ແລະ ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງກ່ອນ​ທີ່​ທ່ານ​ຈະ​ກວດ​ເບິ່ງ​ການ​ຮົ່ວ​ໄຫຼ​ຂອງ​ນ້ຳ​ມັນ​ເຄື່ອງ, ອາ​ໄຫຼ່​ທີ່​ຫຼວມ ຫຼື ການ​ຂັດ​ຂ້ອງ​ອື່ນໆ.

    ການມອດຈັກ

    Important: ປ່ອຍໃຫ້ເຄື່ອງຈັກເຮັດວຽກເປັນເວລາ 5 ນາທີ ກ່ອນທີ່ຈະມອດ​ມັນຫຼັງຈາກທີ່ໃຊ້ງານໄດ້ເຕັມທີ່. ນີ້​ປ່ອຍ​ໃຫ້​ເຄື່ອງ​ສາກ​ເທີ​ໂບ​ເຢັນ​ລົງ​ກ່ອນມອດ​ຈັກ. ການ​ບໍ່ເຮັດແນວນັ້ນອາດຈະກໍ່ໃຫ້ເກີດຄວາມ​ຂັດ​ຂ້ອງ​ຂອງຕົວສາກເທີໂບໄວ​ກ່ອນ​ກຳ​ນົດ.

    Note: ປ່ອຍໜ່ວຍຕັດຕ່ຳລົງຫາພື້ນ​ດິນທຸກ​ຄັ້ງ​ທີ່​ເຄື່ອງ​ຈັກ​ຈອດໄວ້. ອັນ​ນີ້​ປ່ອຍ​ການ​ໂຫຼດ​ໄຮ​ໂດຼ​ລິກ​ຈາກ​ລະ​ບົບ, ປ້ອງ​ກັນ​ການ​ສີກ​ຂາດ​ໃນ​ອາ​ໄຫຼ່​ລະ​ບົບ ແລະ ຍັງ​ປ້ອງ​ກັນ​ການ​ປ່ອຍ​ໜ່ວຍ​ຕັດ​ຕ່ຳ​ລົງ​ໂດຍ​ບັງ​ເອີນ.

    1. ເຄື່ອນ​ຍ້າຍ​ສະ​ວິດ PTO ໄປທີ່ຕຳແໜ່ງປິດ.

    2. ໃສ່​ເບ​ຣກມື.

    3. ໝູນ​ປຸ່ມ​ຕິດ​ຈັກໄປທີ່ຕຳແໜ່ງປິດ.

    4. ຖອດກະ​ແຈອອກເພື່ອປ້ອງກັນການຕິດຈັກໂດຍບັງເອີນ.

    ການຕັດຫຍ້າດ້ວຍເຄື່ອງຈັກ

    Note: ການ​ຕັດ​ຫຍ້າ​ໃນ​ອັດ​ຕາ​ທີ່​ໂຫຼດ​ຈັກ​ສົ່ງ​ເສີມ​ໃຫ້​ມີ​ການ​ສ້າງ DPF ຂຶ້ນ​ໃໝ່.

    1. ປົດ​ເບ​ຣກ, ປົດ PTO ແລະ ຍົກໜ່ວຍຕັດຂຶ້ນ.

    2. ເລືອກ​ຕຳ​ແໜ່ງ H/L ອັດ​ຕະ​ໂນ​ມັດ ຫຼື ຕ່ຳດ້ວຍ​ສະ​ວິດ​ຂອບ​ເຂດ​ຄວາມ​ໄວ. ໃຫ້​ເບິ່ງການ​ນຳ​ໃຊ້ສະ​ວິດ​ລະ​ດັບ​ຄວາມ​ໄວ​ສູງ ແລະ ຕ່ຳ.

      Note: ເມື່ອ​ຕຳ​ແໜ່ງ H/L ອັດ​ຕະ​ໂນ​ມັດຖືກ​ເລືອກ ແລະ ໜ່ວຍ​ຕັດ​ຖືກ​ຍົກ​ຂຶ້ນ, ເຄື່ອງ​ຈັກ​ຈະ​ເລືອກ​ຂອບ​ເຂດ​ຄວາມ​ໄວ​ສູງ​ໂດຍ​ອັດ​ຕະ​ໂນ​ມັດ.

    3. ການ​ໃຊ້​ແປ້ນ​ຂັບ​ເຄື່ອນຄື​ກັບແປ້ນ​ຄັນ​ເລັ່ງ​ໃນ​ລົດ, ຂັບເຄື່ອງ​ຈັກ​ໄປ​ຫາ​ບ່ອນ​ເຮັດ​ວຽກ.

    4. ຈັດ​ລຽນ​ເຄື່ອງ​ຈັກ​ຢູ່ນອກ​ໜ່ວຍ​ຕັດ​ສຳ​ລັບ​ການ​ຜ່ານ​ຕັດ​ກ່ອນ.

    5. ປ່ອຍໜ່ວຍຕັດຕ່ຳລົງດ້ວຍ​ສະ​ວິດຕົວ​ໂຍກ ຫຼື ສະ​ວິດ.

    6. ແຕະ​ສະ​ວິດ​ຍົກ (GM4500) ຫຼື ສະ​ວິດ​ຍົກເຄິ່ງ​ກາງ (GM4700) ໄປ​ທາງ​ຫຼັງ​ເພື່ອ​ຍົກ​ໜ່ວຍ​ຕັດ​ໄປ​ຫາ​ຕຳ​ແໜ່ງ​ລ້ຽວ​ໄປ​ມາ.

      Note: ຕຳ​ແໜ່ງ​ລ້ຽວ​ໄປ​ມາ​ແມ່ນ​ມີ​ໃຫ້​ພຽງ​ແຕ່​ຖ້າ​ມັນ​ຖືກ​ເປີດ​ນຳ​ໃຊ້​ຢູ່​ພາຍ​ໃຕ້​ເມ​ນູ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ​ຢູ່​ໃນ​ສູນ​ຂໍ້​ມູນ. ການ​ແຕະ​ສະ​ວິດ​ຕົວ​ໂຍກ​ໂດຍ​ບໍ່​ມີ​ການ​ຄ້າງ​ໄວ້​ແມ່ນ​ມັນ​ຍົກ​ໜ່ວຍ​ຕັດ​ໄປ​ຫາ​ຕຳ​ແໜ່ງ​ລ້ຽວ​ໄປ​ມາ ແລະ ຢຸດ​ການ​ໝູນ​ຂອງ​ໃບ​ມີດ​ຈົນ​ກວ່າ​ໜ່ວຍ​ຕັດ​ຖືກ​ປ່ອຍ​ຕ່ຳ​ລົງ.

    7. ດຶງສະ​ວິດ PTO ເພື່ອ​ໃສ່ໜ່ວຍ​ຕັດ.

      Note: ຄວາມ​ໄວຈັກຍົກ​ຂຶ້ນ​ຫາກາ​ລັງ​ຕີ​ສູງ​ໂດຍ​ອັດ​ຕະ​ໂນ​ມັດ​ເມື່ອ​ທ່ານ​ປ່ອຍ​ໜ່ວຍ​ຕັດ​ຕ່ຳ​ລົງ ແລະ ເປີດ​ນຳ​ໃຊ້​ສະ​ວິດ PTO.

    8. ການ​ນຳ​ໃຊ້​ແປ້ນ​ຂັບ​ເຄື່ອນ, ເຂົ້າ​ຫາ​ພື້ນ​ທີ່​ໜ່ວຍ​ຕັດ​ຢ່າງ​ຊ້າໆ ແລະ ປ່ອຍ​ໜ່ວຍ​ຕັດ​ຕ່ຳ​ລົງ​ດ້ວຍ​ສະ​ວິດ​ຕົວ​ໂຍກ​ເມື່ອ​ໜ່ວຍ​ຕັດ​ດ້ານ​ໜ້າ​ຢູ່​ເໜືອ​ພື້ນ​ທີ່​ຕັດ.

      Note: ຝຶກ​ປະ​ຕິ​ບັດ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ໜ່ວຍ​ຕັດ​ບໍ່​ປ່ອຍ​ຕ່ຳ​ລົງ​ໄວ ຫຼື ຕັດພື້ນ​ທີ່​ບ່ອນ​ບໍ່​ໄດ້​ຕັ້ງ​ໃຈ.

    9. ເລີ່ມ​ການ​ຕັດ​ພື້ນ​ທີ່.

    10. ເມື່ອ​ທ່ານ​ສຳ​ເລັດ​ການ​ຜ່ານ​ຕັດ​ຫຍ້າ, ແຕະ​ສະ​ວິດ​ຍົກ (GM4500) ຫຼື ສະ​ວິດ​ຍົກເຄິ່ງ​ກາງ (GM4700) ໄປ​ທາງ​ຫຼັງ​ເພື່ອ​ຍົກ​ໜ່ວຍ​ຕັດ​ໄປ​ຫາ​ຕຳ​ແໜ່ງ​ລ້ຽວ​ໄປ​ມາ.

    11. ໃຫ້ລ້ຽວເປັນຮູບຢົດນ້ຳເພື່ອກັບຄືນມາໄວສຳລັບການຕັດຜ່ານແຖວຕໍ່ໄປ.

    12. ກົດສະ​ວິດ​ຍົກ (GM4500) ຫຼື ສະ​ວິດ​ຍົກເຄິ່ງ​ກາງ (GM4700) ລົງເພື່ອ​ປ່ອຍໜ່ວຍ​ຕັດຕ່ຳ​ລົງ​ຈາກຕຳ​ແໜ່ງ​ລ້ຽວ​ໄປ​ມາ ແລະ ສືບ​ຕໍ່​ການ​ຕັດ​ຫຍ້າ.

    ການ​ໃຊ້​ງານ​ພັດ​ລົມ​ທຳ​ຄວາມ​ເຢັນ​ຈັກ

    ປົກ​ກະ​ຕິ​ພັດ​ລົມ​ທຳ​ຄວາມ​ເຢັນ​ຈັກ​ຖືກ​ຄວບ​ຄຸມ​ໂດຍ​ເຄື່ອງ​ຈັກ. ເຄື່ອງ​ຈັກ​ມີ​ຄວາມ​ສາ​ມາດ​ປີ້ນ​ພັດ​ລົມ​ຄືນ​ເພື່ອ​ເປົ່າ​ຂີ້​ເຫຍື້ອ​ອອກ​ຈາກ​ຕະ​ແກງຫຼັງ. ພາຍ​ໃຕ້​ສະ​ພາບ​ການ​ໃຊ້​ງານ​ປົກ​ກະ​ຕິ, ເຄື່ອງ​ຈັກ​ຄວບ​ຄຸມ​ຄວາມ​ໄວ ແລະ ທິດ​ທາງ​ພັດ​ລົມ​ອີງ​ຕາມ​ອຸນ​ຫະ​ພູມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ ແລະ ນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ພັດ​ລົມ​ປີ້ນ​ທິດ​ທາງ​ຄືນ​ໂດຍ​ອັດ​ຕະ​ໂນ​ມັດ​ເພື່ອ​ເປົ່າ​ຂີ້​ເຫຍື້ອ​ອອກ​ຈາກ​ຕະ​ແກງຫຼັງ.

    ທ່ານ​ສາ​ມາດ​ປີ້ນ​ພັດ​ລົມ​ຄືນ​ເອົາ​ເອງ​ໄດ້​ໂດຍ​ການ​ກົດ 2 ປຸ່ມ​ດ້ານນອກ​ຂອງ​ສູນ​ຂໍ້​ມູນ (ຮູບສະແດງ ) ເປັນ​ເວ​ລາ 2 ວິ​ນາ​ທີ – ພັດ​ລົມ​ເຮັດ​ຮອບ​ວຽນ​ການ​ປີ້ນ​ຄືນ​ທີ່​ໄດ້​ລິ​ເລີ່ມ​ສຳ​ເລັດ​ເອົາ​ເອງ. ປີ້ນ​ພັດ​ລົມ​ຄືນ​ເມື່ອ​ຕະ​ແກງ​ດ້ານຫຼັງອຸດ​ຕັນ ຫຼື ກ່ອນ​ເຄື່ອນ​ຍ້າຍ​ເຄື່ອງ​ຈັກ​ໄປ​ຫາ​ຮ້ານ​ສ້ອມ​ແປງ ຫຼື ບ່ອນ​ເກັບ​ຮັກ​ສາ.

    artpendingartpending

    ຄຳແນະນຳໃນການປະຕິບັດງານ

    ການປ່ຽນຮູບແບບຕັດ​ຫຍ້າ

    ປ່ຽນ​ຮູບ​ແບບ​ຕັດ​ຫຍ້າ​ເລື້ອຍໆ​ເພື່ອ​ເຮັດ​ໃຫ້​ຜົນ​ອອກ​ມາ​ຫຼັງ​ຈາກ​ການ​ຕັດ​ທີ່​ບໍ່​ງາມ​ໜ້ອຍ​ລົງ​ຈາກ​ການ​ຕັດ​ຊ້ຳໆ​ໃນ​ທິດ​ທາງ​ເດີມ.

    ການ​ແກ້​ໄຂ​ຜົນ​ປະ​ກົດ​ອອກ​ມາ​ຫຼັງ​ການ​ຕັດ

    ໃຫ້​ເບິ່ງຄູ່​ມື​ແນະ​ນຳ​ການ​ແກ້​ໄຂ​ບັນ​ຫາ​ຜົນ​ປະ​ກົດ​ອອກ​ມາ​ຫຼັງ​ການ​ຕັດມີ​ໃຫ້​ຢູ່​ທີ່ www.Toro.com.

    ການ​ໃຊ້ເຕັກນິກການຕັດຫຍ້າທີ່​ຖືກ​ຕ້ອງ

    • ເພື່ອເລີ່ມຕົ້ນຕັດ, ປະກອບໜ່ວຍຕັດ, ຈາກນັ້ນເຂົ້າໃກ້ບໍລິເວນຕັດຫຍ້າຊ້າໆ. ເມື່ອໜ່ວຍຕັດດ້ານໜ້າຢູ່ເໜືອພື້ນທີ່ຕັດຫຍ້າ, ໃຫ້ປ່ອຍໜ່ວຍຕັດຕ່ຳລົງ.

    • ເພື່ອໃຫ້​ໄດ້ການຕັດເປັນເສັ້ນຊື່ ແລະ ເປັນລາຍແບບມືອາຊີບທີ່ເໝາະສົມສຳລັບບາງການນຳໃຊ້, ຊອກຫາຕົ້ນໄມ້ ຫຼື ວັດຖຸອື່ນໆທີ່ຢູ່ໃນໄລຍະໄກ ແລະ ຂັບລົດຊື່ໄປຫາມັນ.

    • ທັນທີທີ່ບັນດາໜ່ວຍຕັດດ້ານໜ້າໄປຮອດຂອບຂອງພື້ນທີ່ຕັດຫຍ້າ, ຍົກໜ່ວຍຕັດຂຶ້ນ ແລະ ປະຕິບັດການລ້ຽວໃນຮູບຮ່າງນ້ຳຢົດເພື່ອເຮັດໃຫ້ສືບຕໍ່ແຖວຕໍ່ໄປຂອງ​ທ່ານ​ໄດ້ຢ່າງໄວວາ.

    • ແຜ່ນ​ກັ້ນ​ປົກ​ຄຸມທີ່​ມີ​ລັອກ​ໃສ່​ເຂົ້າ​ໃນ​ແມ່ນ​ມີ​ໃຫ້​ສຳ​ລັບ​ໜ່ວຍ​ຕັດ. ແຜ່ນ​ກັ້ນ​ປົກ​ຄຸມເຮັດ​ວຽກ​ໄດ້​ດີ​ເມື່ອ​ທ່ານ​ບຳ​ລຸງ​ຮັກ​ສາ​ທົ່ງ​ຫຍ້າ​ຕາມ​ກຳ​ນົດ​ເວ​ລາ​ປົກ​ກະ​ຕິ​ເພື່ອ​ຫຼີກ​ລ່ຽງ​ການ​ເຕີບ​ໃຫຍ່​ຂອງ​ຫຍ້າ​ຫຼາຍກວ່າ 25 ມມ (1 ນິ້ວ) ຕໍ່​ການ​ຕັດ​ໜຶ່ງ​ຄັ້ງ. ເມື່ອ​ທ່ານ​ຕັດ​ຫຍ້າ​ທີ່​ເຕີບ​ໃຫຍ່​ຫຼາຍ​ເກີນ​ໄປ​ດ້ວຍການ​ມີ​ແຜ່ນ​ກັ້ນ​ປົກ​ຄຸມ​ຕິດ​ຕັ້ງ​ຢູ່, ຜົນ​ທີ່​ອອກ​ມາ​ຫຼັງ​ການ​ຕັດ​ອາດ​ຈະ​ເສື່ອມ​ສະ​ພາບ ແລະ ພະ​ລັງ​ງານ​ທີ່​ຈະ​ຕັດ​ຫຍ້າ​ເພີ່ມ​ຂຶ້ນ. ແຜ່ນ​ກັ້ນ​ປົກ​ຄຸມຍັງ​ເຮັດ​ວຽກ​ໄດ້​ດີ​ສຳ​ລັບ​ໃບ​ຫຍ້າ​ຖືກ​ຕັດ​ຕົກ​ລົງ.

    ການເລືອກ​ການ​ຕັ້ງ​ຄ່າ​ຄວາມ​ສູງ​ຂອງ​ການ​ຕັດ​ໃຫ້​ເໝາະ​ສົມ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ຕ່າງໆ

    ເອົາ​ອອກ​ໄປ​ໂດຍ​ປະ​ມານບໍ່​ເກີນ 25 ມມ (1 ນິ້ວ) ຫຼື 1/3 ຂອງ​ໃບ​ມີດ​ຕັດ​ຫຍ້າໃນ​ເວ​ລາຕັດ​ຫຍ້າ. ຢູ່​ໃນ​ຫຍ້າ​ທີ່​ໜາ ແລະ ດົກ​ເປັນ​ພິ​ເສດ, ທ່ານ​ອາດ​ຈະ​ຕ້ອງຍົກການ​ຕັ້ງ​ຄ່າ​ຄວາມ​ສູງ​ຂອງ​ການ​ຕັດຂອງ​ທ່ານ​ຂຶ້ນ.

    ການ​ຕັດ​ຫຍ້າ​ດ້ວຍ​ໃບ​ມີດ​ຄົມ

    ໃບ​ມີດ​ຄົມ​ຕັດໄດ້​ສະ​ອາດງາມ​ຕາ ແລະ ໂດຍ​ບໍ່​ມີ​ການ​ຈີກ​ຂາດ ຫຼື ການ​ຕັດ​ເປັນ​ຊິ້ນ​ນ້ອຍໆ​ຂອງ​ໃບ​ມີດ​ຕັດ​ຫຍ້າຄື​ກັບ​ໃບ​ມີດ​ບໍ່​ຄົມ ຫຼື ປູ້. ການ​ຈີກ​ຂາດ ແລະ ການ​ແຕກ​ເປັນ​ຊິ້ນ​ນ້ອຍໆເປັນ​ສາ​ເຫດ​ເຮັດໃຫ້ຫຍ້າ​ເປັນ​ສີ​ນ້ຳ​ຕານ​ຢູ່​ຂອບ, ເຊິ່ງ​ເຮັດ​ໃຫ້​ກະ​ທົບ​ຕໍ່​ການ​ເຕີບ​ໃຫຍ່​ຂອງຫຍ້າ ແລະ ເພີ່ມຄວາມ​ອ່ອນ​ແອ​ຕໍ່​ພະ​ຍາດ. ໃຫ້​ແນ່​ໃຈ​ວ່າ​ໃບ​ມີດ​ຢູ່​ໃນ​ສະ​ພາບທີ່​ດີ ແລະ ມີ​ໃບ​ມີດ​ເຕັມ, ໃຫ້​ເບິ່ງ .

    ການກວດ​ເບິ່ງ​ສະ​ພາບ​ຂອງ​ໜ່ວຍ​ຕັດ

    ໃຫ້​ແນ່​ໃຈ​ວ່າ​ຊ່ອງ​ຕັດ​ຢູ່​ໃນ​ສະ​ພາບ​ທີ່​ດີ. ຢືດ​ບ່ອນ​ຄົດ​ງໍ​ຢູ່​ໃນ​ສ່ວນ​ປະ​ກອບ​ຊ່ອງ​ເພື່ອ​ຮັບ​ປະ​ກັນ​ໃຫ້​ໄດ້​ປາຍ​ໃບ​ມີດ/ໄລ​ຍະ​ຫ່າງ​ຊ່ອງ​ທີ່​ຖືກ​ຕ້ອງ. ໃຫ້​ແນ່​ໃຈ​ວ່າ​ກົງ​ໝູນ​ທຸກ​ຕົວ ແລະ ຂໍ້​ຕໍ່​ແກນ​ໝູນ​ບໍ່​ເສ​ລີ​ຢູ່​ໃນ​ພວກ​ມັນ​ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ຕໍ່​ທົ່ງ​ຫຍ້າ ຫຼື ຜົນ​ງານ​ການ​ຕັດ​ທີ່​ອອກ​ມາ​ບໍ່​ດີ.

    ການ​ບຳ​ລຸງ​ຮັກ​ສາ​ເຄື່ອງ​ຈັກ​ຫຼັງ​ຈາກ​ການ​ຕັດ​ຫຍ້າ

    ຫຼັງຈາກການຕັດຫຍ້າ, ລ້າງເຄື່ອງຈັກດ້ວຍ​ທໍ່​ນ້ຳ​ຫົດ​ສວນ​ໃຫ້​ທົ່ວ​ໂດຍ​ບໍ່​ມີ​ຫົວສີດ​ເພື່ອ​ຫຼີກ​ລ່ຽງ​ການ​ປົນ​ເປື້ອນ ແລະ ຄວາມ​ເສຍ​ຫາຍ​ຕໍ່​ຊິນ​ອັດ ແລະ ລູກ​ບີ່​ທີ່​ເກີດ​ຂຶ້ນ​ໂດຍ​ແຮງ​ດັນ​ນ້ຳ​ເກີນ. ໃຫ້​ແນ່​ໃຈ​ວ່າໝໍ້ນ້ຳ ແລະ ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງໄດ້​ຮັບ​ການເກັບຮັກສາໄວ້ບໍ່ໃຫ້ມີຝຸ່ນ ຫຼື ຂີ້ຫຍ້າ. ຫຼັງຈາກທຳຄວາມສະອາດ, ກວດກາເຄື່ອງຈັກສຳລັບການຮົ່ວໄຫຼຂອງນ້ໍາມັນໄຮໂດຼລິກ, ຄວາມເສຍຫາຍ ຫຼື ການຫ້ຽນຂອງສ່ວນປະກອບຂອງໄຮໂດຼລິກ ແລະ ສ່ວນ​ປະ​ກອບກົນຈັກ ແລະ ກວດ​ເບິ່ງ​ຄວາມ​ຄົມ​ຂອງ​ໃບ​ມີດໜ່ວຍ​ຕັດ.

    ຫຼັງຈາກການປະຕິບັດງານ

    ຄວາມປອດໄພທົ່ວໄປ

    • ມອດຈັກ, ຖອດກະແຈ ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ອານາໄມຫຍ້າ ແລະ ສິ່ງເສດເຫຼືອຈາກໜ່ວຍຕັດ, ທໍ່ໄອເສຍ ແລະ ສ່ວນຕ່າງໆຂອງ​ເຄື່ອງ​ຈັກເພື່ອຊ່ວຍປ້ອງກັນໄຟໄໝ້. ອະ​ນາ​ໄມນໍ້າມັນເຄື່ອງ ຫຼື ນໍ້າມັນເຊື້ອໄຟທີ່ກະເດັນອອກ.

    • ຖ້າ​ໜ່ວຍ​ຕັດ​ຢູ່​ໃນ​ຕຳ​ແໜ່ງ​ການ​ຂົນ​ສົ່ງ, ໃຫ້​ໃສ່​ລັອກ​ໄວ້ (ຖ້າ​ມີ) ກ່ອນ​ທີ່​ທ່ານ​ຈະ​ປະປ່ອຍ​ເຄື່ອງ​ຈັກ​ໄວ້​ບໍ່​ມີ​ຄົນ​ເບິ່ງ.

    • ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງ​ກ່ອນ​ທີ່​ຈະ​ເກັບ​ຮັກ​ສາ​ເຄື່ອງ​ຈັກ​ໄວ້​ຢູ່​ໃນ​ບ່ອນ​ປິດ​ໃດ​ໜຶ່ງ.

    • ຖອດ​ກະ​ແຈ​ອອກ ແລະ ປິດ​ນ້ຳ​ມັນ (ຖ້າ​ໄດ້​ຕິດ​ຕັ້ງ​ມາ) ກ່ອນ​ທີ່​ຈະ​ເກັບ​ເຄື່ອງ​ຈັກ​ໄວ້ ຫຼື ລາກ​ໄປ.

    • ຢ່າເກັບເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເທິງເຄື່ອງໃຊ້ອື່ນໆ.

    • ຮັກສາ ແລະ ອະນາໄມສາຍ​ແອວ​ນິລະໄພຕາມທີ່ຈຳເປັນ

    ການ​ໃຊ້​ເຊືອກ​ຫ້ອຍ​ໃນ​ການ​ເກັບ​ຮັກ​ສາ​ໜ່ວຍ​ຕັດ

    ໃຊ້​ເຊືອກ​ຫ້ອຍ​ໃນ​ການ​ເກັບ​ຮັກ​ສາ​ໜ່ວຍ​ຕັດເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ໜ່ວຍ​ຕັດ​ທາງນອກ​ໄປ​ໜ້າ​ຕົກ​ລົງ​ເມື່ອ​ເຄື່ອງ​ຈັກ​ຈອດ​ໄວ້​ຄ້າງ​ຄືນ ຫຼື ຖ້າ​ມັນຈະ​ຖືກ​ເກັບ​ຮັກ​ສາ​ໄວ້​ເປັນ​ເວ​ລາ​ດົນ​ນານ. ທ່ານ​ຍັງ​ສາ​ມາດ​ໃເຊືອກ​ຫ້ອຍ​ໃນ​ການ​ເກັບ​ຮັກ​ສາ​ໜ່ວຍ​ຕັດເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ໜ່ວຍຕັດ​ຕົກ​ລົງ​ນຳ​ອີກໃນ​ຂະ​ນະ​ທີ່​ເຄື່ອງ​ຈັກກຳ​ລັງ​ຂົນ​ສົ່ງ​ລະ​ຫວ່າງ​ໜ້າ​ວຽກ​ການ​ຕັດ​ຫຍ້າ.

    artpending

    ການ​ຍຶດໜ່ວຍຕັດ

    1. ໃຫ້​ແນ່​ໃຈ​ວ່າ​ປົດ PTO ແລ້ວ.

    2. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    3. ໃສ່​ເບ​ຣກມື.

    4. ຍົກໜ່ວຍຕັດຂຶ້ນຈົນ​ສຸດ.

    5. ຈັດ​ລຽນ​ເຊືອກ​ຫ້ອຍ​ໄປ​ຫາ​ເພົາ​ຕົວບັນ​ທຸກຂອງ​ແຂນ​ຍົກ​ສຳ​ລັບ​ໜ່ວຍ​ຕັດ​ທາງນອກ​ໄປ​ໜ້າ (ຮູບສະແດງ ).

      artpending
    6. ເລື່ອນ​ຫ່ວງ​ໃຫ້ຫຼຸດ​ອອກ​ຢູ່​ໃນ​ເຊືອກ​ຫ້ອຍ​ເໜືອ​ເພົາ​ຕົວ​ບັນ​ທຸກ​ຈົນ​ກວ່າ​ເຊືອກ​ຫ້ອຍ​ໄປ​ສຸດ​ຢູ່​ໃນ​ຮ່ອງຢູ່​ໃນ​ເພົາ (ຮູບສະແດງ ).

    7. ເຮັດຊ້ໍາຄືນຂັ້ນຕອນ ແລະ ສຳ​ລັບໜ່ວຍ​ຕັດ​ທາງນອກ​ໄປ​ໜ້າຢູ່​ດ້ານ​ອື່ນ​ຂອງ​ເຄື່ອງ​ຈັກ.

    Important: ເອົາ​ເຊືອກ​ຫ້ອຍ​ອອກ​ຈາກ​ເພົາ​ຕົວ​ບັນ​ທຸກ​ກ່ອນ​ປ່ອຍ​ໜ່ວຍ​ຕັດຕ່ຳ​ລົງ

    ການເກັບ​ມ້ຽນ​ເຊືອກ​ຫ້ອຍ

    Note: ເກັບ​ມ້ຽນເຊືອກ​ຫ້ອຍ​ເມື່ອ​ທ່ານ​ບໍ່​ໃຊ້​ພວກ​ມັນ​ຢູ່.

    1. ໃຫ້​ແນ່​ໃຈ​ວ່າ​ປົດ PTO ແລ້ວ.

    2. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

    3. ໃສ່​ເບ​ຣກມື.

    4. ດ້ວຍ​ການ​ໃຫ້​ໜ່ວຍ​ຕັດ​ປ່ອຍ​ຕ່ຳ​ລົງ, ເລື່ອນ​ຫ່ວງ​ຂອງ​ເຊືອກ​ຫ້ອຍ​ໃຫ້​ຫຼຸດ​ອອກ​ໄປ​ໃສ່​ຊ່ອງ​ຢູ່​ໃນ​ແຜ່ນ​ເສີມ​ຄວາມ​ແຂງ​ແຮງ​ຂອງ​ຕົວຄ້ຳ​ກົງ​ໝູນ (ຮູບສະແດງ ).

    artpending

    ການ​ໃຊ້ສະ​ຫຼັກ​ຂົນ​ສົ່ງ

    Groundsmaster 4700 ເທົ່າ​ນັ້ນ

    ໃຊ້​ສະ​ຫຼັກ​ຂົນ​ສົ່ງ​ດ້ານ​ຫຼັງ 2 ອັນ​ສຳ​ລັບ​ໜ່ວຍ​ຕັດ​ເບີ 6 ແລະ 7 (ຮູບສະແດງ ) ຈາກ​ການ​ຕັ້ງ​ຄ່າ​ເມື່ອຈອດ​ຈັກ​ໄວ້​ຂ້າມ​ຄືນ, ເມື່ອ​ເຄື່ອນ​ຍ້າຍຄື່ອງ​ຈັກ​ໄປ​ໄລ​ຍະ​ທາງ​ໄກ, ພື້ນ​ຜິວ​ບ່ອນ​ຫຼຸບ​ໂນນ​ເມື່ອ​ຂົນ​ສົ່ງ ຫຼື ເກັ​ບ​ຮັກ​ສາ​ເຄື່ອງ​ຈັກ.

    artpending

    ການຂົນເຄື່ອງຈັກ

    • ຖອດ​ກະ​ແຈ​ອອກ ແລະ ປິດ​ນ້ຳ​ມັນ (ຖ້າ​ໄດ້​ຕິດ​ຕັ້ງ​ມາ) ກ່ອນ​ທີ່​ຈະ​ເກັບ​ເຄື່ອງ​ຈັກ​ໄວ້ ຫຼື ລາກ​ໄປ.

    • ໃຊ້ຄວາມ​ລະ​ມັດ​ລະ​ວັງ​ໃນ​ເວ​ລາ​ເອົາ​ເຄື່ອງ​ຈັກຂຶ້ນ ຫຼື ລົງ​ຈາກລົດພ່ວງ ຫຼື ລົດບັນທຸກ.

    • ໃຊ້ທາງລາດເຕັມຄວາມກ້ວາງສຳລັບການເອົາເຄື່ອງຈັກຂຶ້ນ​ໃສ່​ໃນລົດພ່ວງ ຫຼື ລົດບັນທຸກ.

    • ມັດເຄື່ອງຈັກໃຫ້​ຮັບ​ປະ​ກັນ.

    ການຍູ້ ຫຼື ການ​ດຶງລາກເຄື່ອງຈັກ

    ໃນກໍລະນີສຸກເສີນ, ທ່ານສາມາດຍ້າຍເຄື່ອງຈັກໄປ​ຂ້າງ​ໜ້າໄດ້ໂດຍການກະ​ຕຸ້ຟັງ​ຊັນທາງຜ່ານທາງຂວາງຢູ່ໃນປ້ຳໄຮໂດຼລິກແບບແປຜັນ ແລະ ຍູ້ ຫຼື ດຶງລາກເຄື່ອງຈັກ.

    Important: ຢ່າຍູ້ ຫຼື ດຶງລາກເຄື່ອງຈັກໄວກວ່າ 3 ຫາ 4.8 ກມ/ຊມ (2 ຫາ 3 ໄມຕໍ່ຊົ່ວໂມງ). ຖ້າ​ທ່ານຍູ້ ຫຼື ດຶງລາກໃນ​ຄວາມ​ໄວ​ທີ່​ໄວ​ຂຶ້ນຄວາມເສຍຫາຍຂອງລະບົບເກຍພາຍໃນອາດຈະເກີດຂຶ້ນ.ວາວຜ່ອນຕ້ອງຖືກເປີດທຸກຄັ້ງທີ່ທ່ານຍູ້ ຫຼື ດຶງລາກເຄື່ອງຈັກ.

    1. ເປີດຝາກະໂປ່ງ ແລະ ຊອກ​ຫາ​ວາວ​ຜ່ອນ (ຮູບສະແດງ ) ຢູ່​ດ້ານ​ເທິງ​ສຸດ​ຂອງ​ປ້ຳ, ດ້ານ​ຫຼັງ​ກ່ອງ​ແບັດ​ເຕີ​ຣີ/ເກັບ​ຮັກ​ສາ.

    2. ໝູນ​ແຕ່​ລະ​ວາວ​ໄປ​ທິດ​ທວນ​ເຂັມ​ໂມງ 3 ຮອບ​ເພື່ອ​ເປີດ ປ່ອຍ​ໃຫ້​ຂອງ​ຂອງ​ແຫຼວ​ໄຫຼ​ຂ້າມ​ຜ່ານ​ທາງ​ໃນ.

      Note: ຢ່າເປີດວາວຫຼາຍກວ່າ 3 ຮອບ. ເພາະ​ວ່າ​ຂອງ​ແຫຼວ​ຖືກ​ຂ້າມ​ຜ່ານ, ທ່ານ​ສາ​ມາດ​ຍ້າຍ​ເຄື່ອງ​ຈັກ​ໄດ້​ຊ້າໆ​ໂດຍ​ບໍ່​ທຳ​ລາຍ​ລະ​ບົບ​ເກຍ.

      artpendingartpending
    3. ຍູ້ ຫຼື ດຶງລາກເຄື່ອງຈັກໄປ​ທາງ​ໜ້າ.

      Important: ຖ້າ​ທ່ານ​ຕ້ອງຍູ້ ຫຼື ດຶງ​ລາກ​ເຄື່ອງ​ຈັກ​ຄືນ​ຫຼັງ, ໃຫ້​ເບິ່ງ​ຊຸດ​ເຄື່ອງ​ມື​ດຶງ​ລາກ​ຄືນ​ຫຼັງ (ອາ​ໄຫຼ່​ເບີ 136-3620).

    4. ເຮັດການຍູ້ ຫຼື ການ​ດຶງລາກເຄື່ອງຈັກໃຫ້​ສຳ​ເລັດ ແລະ ປິດວາວຜ່ອນ. ບິດວາວໃຫ້​ໄດ້ 70 N∙m (52 ft-lb).

    ການຊອກ​ຫາຈຸດຈຸກມັດ

    Note: ໃຊ້​ສາຍ​ຮັດ​ທີ່ DOT ອະ​ນຸ​ມັດໄດ້​ຈັດ​ອັນ​ດັບ​ຢ່າງ​ຖືກ​ຕ້ອງ​ຢູ່​ໃນ 4 ມູມ​ເພື່ອ​ມັດ​ຈຸກ​ເຄື່ອງ​ຈັກ.

    • ໃນ​ແຕ່​ລະ​ດ້ານ​ຂອງ​ຂອບ​ໂດຍ​ຖານ​ຂອງ​ຜູ້​ຄວບ​ຄຸມ(ຮູບສະແດງ )

    • ໃນ​ຕົວ​ກັນ​ຊົນ​ດ້ານ​ຫຼັງ (ຮູບສະແດງ )

    artpending
    artpending

    ການບຳລຸງຮັກສາ

    Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

    Important: ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂັ້ນຕອນການບຳລຸງຮັກສາເພີ່ມເຕີມ.

    Note: ດາວໂຫຼດສຳເນົາແຜນ​ຜັງໄຟຟ້າ ຫຼື ໄຮໂດຼລິກບໍ່ເສຍຄ່າໂດຍເຂົ້າໄປທີ່ www.Toro.com ແລະ ຄົ້ນຫາເຄື່ອງຈັກຂອງທ່ານຈາກລິ້ງຄູ່ມືໃນໜ້າທຳອິດ.

    ຄວາມປອດໄພໃນການບຳລຸງຮັກສາ

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ປິດ​ການ​ສົ່ງ​ພະ​ລັງ​ງານ​ອອກ ແລະ ປ່ອຍສິ່ງທີ່ຕິດມານຳຕ່ຳ​ລົງ.

      • ໃສ່​ເບ​ຣກມື.

      • ມອດຈັກ ແລະ ຖອດກະແຈ.

      • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

    • ຖ້າ​ທ່ານ​ປະ​ກະ​ແຈ​ໄວ້​ໃນ​ຢູ່​ໃນ​ສະ​ວິດ, ບາງ​ຄົນ​ສາ​ມາດ​ຕິດ​ຈັກ​ໄດ້​ໂດຍ​ບັງ​ເອີນ ແລະ ເຮັດ​ໃຫ້​ທ່ານ ຫຼື ຄົນ​ອື່ນ​ທີ່​ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້. ຖອດ​ກະ​ແຈ​ອອກ​ຈາກ​ສະ​ວິດ​ກ່ອນ​ທີ່​ທ່ານ​ຈະ​ດຳ​ເນີນ​ການ​ບຳ​ລຸງ​ຮັກ​ສາ​ໃດ​ໜຶ່ງ.

    • ປ່ອຍໃຫ້ອົງປະກອບຂອງເຄື່ອງຈັກເຢັນກ່ອນປະຕິບັດການບຳລຸງຮັກສາ.

    • ຖ້າ​ໜ່ວຍ​ຕັດ​ຢູ່​ໃນ​ຕຳ​ແໜ່ງ​ການ​ຂົນ​ສົ່ງ, ໃຫ້​ໃສ່​ລັອກ​ໄວ້ (ຖ້າໄດ້​ຕິດ​ຕັ້ງ​ມາ​ນຳ) ກ່ອນ​ທີ່​ທ່ານ​ຈະ​ປະປ່ອຍ​ເຄື່ອງ​ຈັກ​ໄວ້​ບໍ່​ມີ​ຄົນ​ເບິ່ງ.

    • ຖ້າເປັນໄປໄດ້, ຢ່າດຳ​ເນີນການບຳລຸງຮັກສາໃນຂະນະທີ່ເຄື່ອງຈັກກຳລັງແລ່ນຢູ່. ຢູ່ຫ່າງຈາກຊິ້ນສ່ວນເຄື່ອນໄຫວ.

    • ຄ້ຳ​ເຄື່ອງ​ຈັກ​ດ້ວຍຂາກະລິກທຸກຄັ້ງທີ່ທ່ານເຮັດວຽກຢູ່ກ້ອງ​ເຄື່ອງ​ຈັກ.

    • ປ່ອຍຄວາມດັນຢ່າງລະມັດລະວັງຈາກສ່ວນປະກອບທີ່ມີພະລັງງານເກັບໄວ້.

    • ຮັກສາອາໄຫຼ່ທຸກອັນຂອງເຄື່ອງຈັກໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ຫັນສ່ວນ​ປະ​ກອບຕ່າງໆໃຫ້ແໜ້ນ, ໂດຍ​ສະ​ເພາະ​ແມ່ນ​ອຸ​ປະ​ກອນ​ຕິດ​ໃສ່​ໃບ​ມີດ.

    • ປ່ຽນສະຫຼາກທີ່ຫ້ຽນ ຫຼື ເສຍຫາຍທັງໝົດ.

    • ເພື່ອຮັບປະກັນຄວາມປອດໄພ, ປະສິດທິພາບທີ່ດີທີ່ສຸດຂອງເຄື່ອງຈັກ, ໃຊ້ພຽງແຕ່ອາໄຫຼ່ຂອງແທ້ຂອງ Toro ເທົ່າ​ນັ້ນ. ການປ່ຽນອາໄຫຼ່ທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ ແລະ ການນຳໃຊ້ດັ່ງກ່າວສາມາດເຮັດ​ໃຫ້ການຮັບປະກັນສິນຄ້າເປັນ​ໂມ​ຄະ.

    ຕາຕະລາງການບຳລຸງຮັກສາທີ່ແນະນຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫຼັງຈາກຊົ່ວໂມງທຳອິດ
  • ບິດນັອດຮັດລໍ້ລົດ.
  • ຫລັງຈາກ 10 ຊົ່ວໂມງທໍາອິດ
  • ບິດນັອດຮັດລໍ້ລົດ.
  • ຫລັງຈາກ 50 ຊົ່ວໂມງທໍາອິດ
  • ປ່ຽນນ້ຳ​ມັນ​ເຄື່ອງເກຍ​ຮູບ​ດາວ​ເຄາະດ້ານ​ໜ້າ.
  • ຫລັງຈາກ 200 ຊົ່ວໂມງທໍາອິດ
  • ປ່ຽນນ້ຳ​ມັນ​ຫຼໍ່​ມື່ນແກນ​ຫຼັງ.
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງຄວາມດັນຂອງຢາງລົດ.
  • ກວດເບິ່ງສະ​ວິດອິນເຕີລັອກ.
  • ກວດ​ເບິ່ງ​ເວ​ລາ​ຢຸດ​ໃບ​ມີດ.
  • ກວດເບິ່ງລະດັບນໍ້າມັນເຄື່ອງ.
  • ລະ​ບາຍ​ນ້ຳ ຫຼື ສິ່ງ​ປົນ​ເປື້ອນ​ຈາກໝໍ້​ແຍກໝໍ້ກອງນ້ຳ​ມັນ/ນ້ຳ
  • ກວດ​ເບິ່ງ​ແກນ​ຫຼັງ ແລະ ກະ​ປຸກ​ເກຍແກນ​ຫຼັງ​ສຳ​ລັບ​ການ​ຮົ່ວ​ໄຫຼ.
  • ກວດ​ເບິ່ງ​ລະ​ດັບ​ຂອງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃນ​ຕອນ​ເລີ່ມ​ຕົ້ນ​ຂອງ​ແຕ່​ລະ​ມື້.
  • ກຳຈັດສິ່ງເສດເຫຼືອອອກຈາກບໍ​ລິ​ເວນ​ຈັກ, ເຕົ້າ​ທຳ​ຄວາມ​ເຢັນນ້ຳ​ມັນ​ເຄື່ອງ ແລະ ໝໍ້ນ້ຳ (ທຳຄວາມສະອາດມັນເລື້ອຍໆໃນສະພາບເປື້ອນ).
  • ກວດເບິ່ງລະດັບນ້ຳມັນໄຮໂດຼລິກ.
  • ກວດ​ກາເບິ່ງ​ສາຍ ແລະ ທໍ່​ໄຮ​ໂດຼ​ລິກ​ສຳ​ລັບ​ການ​ຮົ່ວ​ໄຫຼ, ສາຍຫງິກງໍ, ຕົວຕິດຕັ້ງຫຼວມ, ຫຼຸ້ຍຫ້ຽນ, ບໍ່ພໍດີ, ການເສື່ອມ​ສະ​ພາບ​ຈາກດິນຟ້າອາກາດ ແລະ ການເສື່ອມ​ສະ​ພາບ​ທາງເຄມີ.
  • ທຳ​ຄວາມ​ສະ​ອາດ​ເຄື່ອງ​ຈັກ.
  • ທຳ​ຄວາມ​ສະ​ອາດ ແລະ ບຳ​ລຸງ​ຮັກ​ສາສາຍ​ແອວ​ນິລະໄພ.
  • ທຸກໆ 50 ຊົ່ວໂມງ
  • ໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່(ຫຼັງ​ຈາກ​ການ​ລ້າງ​ທຸກໆ​ຄັ້ງ​ນຳ​ອີກ).
  • ກວດ​ເບິ່ງ​ສະ​ພາບ​ແບັດ​ເຕີ​ຣີ.
  • ທຸກໆ 100 ຊົ່ວໂມງ
  • ກວດເບິ່ງສະພາບ ແລະ ຄວາມເຄັ່ງຂອງສາຍພານໄດປັ່ນໄຟ.
  • ທຸກໆ 200 ຊົ່ວໂມງ
  • ບິດນັອດຮັດລໍ້ລົດ.
  • ທຸກໆ 250 ຊົ່ວໂມງ
  • ປ່ຽນນ້ຳມັນເຄື່ອງ ແລະ ໝໍ້ກອງ.
  • ທຸກໆ 400 ຊົ່ວໂມງ
  • ບຳ​ລຸງ​ຮັກ​ສາເຕົ້າກອງອາກາດ(ໄວ​ຂຶ້ນ, ຖ້າ​ຕົວ​ສະ​ແດງ​ໝໍ້​ກອງ​ອາ​ກາດ) ສະ​ແດງ​ເປັນ​ສີ​ແດງ ແລະ ຖີ່​ຂຶ້ນ​ເລື້ອຍໆ​ຢູ່​ໃນ​ສະ​ພາບ​ທີ່​ເປື້ອນ ຫຼື ມີ​ຂີ້​ຝຸ່ນຫຼາຍ).
  • ການກວດກາທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່.
  • ປ່ຽນຖັງກອງນໍ້າມັນເຊື້ອໄຟ.
  • ປ່ຽນໝໍ້​ກອງນ້ຳມັນຈັກ.
  • ກວດ​ເບິ່ງ​ການ​ເຄື່ອນ​ເໜັງຢູ່​ໃນ​ການຂັບ​ເຄື່ອນ​ຮູບ​ດາວ​ເຄາະ.
  • ກວດ​ເບິ່ງລະ​ດັບ​ນ້ຳ​ມັນ​ເຄື່ອງ​ຂັບ​ເຄື່ອນເກຍຮູບ​ດາວ​ເຄາະ(ກວດ​ເບິ່ງ​ຖ້າ​ທ່ານ​ສັງ​ເກດ​ເຫັນ​ການ​ຮົ່ວ​ໄຫຼ​ທາງນອກ).
  • ກວດ​ເບິ່ງ​ນ້ຳ​ມັນ​ຫຼໍ່​ມື່ນແກນ​ຫຼັງ.
  • ກວດ​ເບິ່ງ​ນ້ຳ​ມັນ​ຫຼໍ່​ມື່ນກະ​ປຸກ​ເກຍແກນ​ຫຼັງ.
  • ທຸກໆ 800 ຊົ່ວໂມງ
  • ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນເຊື້ອໄຟ.
  • ປ່ຽນນ້ຳ​ມັນ​ເຄື່ອງເກຍ​ຮູບ​ດາວ​ເຄາະດ້ານ​ໜ້າຫຼື ປະຈຳປີ, ອັນໃດກໍ່ຕາມທີ່ມາກ່ອນ.
  • ປ່ຽນນ້ຳ​ມັນ​ຫຼໍ່​ມື່ນແກນ​ຫຼັງ.
  • ກວດເບິ່ງການ​ຫຸບ​ເຂົ້າ​ຂອງລໍ້ຫຼັງ.
  • ຖ້າທ່ານບໍ່ໄດ້ນຳໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນ້ຳມັນທາງເລືອກໃສ່​ທ້ອງ​ອ່າງ, ໃຫ້ປ່ຽນນ້ຳມັນໄຮໂດຼລິກ.
  • ຖ້າທ່ານບໍ່ໄດ້ນຳໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນໍ້າມັນທາງເລືອກ​ໃສ່​ທ້ອງອ່າງ, ໃຫ້ປ່ຽນກອງໄຮໂດຼລິກ (ໃຫ້​ປ່ຽນ​ໄວ​ຂຶ້ນ, ຖ້າ​ຕົວ​ຊີ້ບອກ​ໄລ​ຍະ​ເວ​ລາ​ການ​ບໍ​ລິ​ການ​ບຳ​ລຸງ​ຮັກ​ສາ​ຢູ່​ໃນ​ເຂດ​ແດງ).
  • ທຸກໆ 1,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນໝໍ້ກອງໄຮໂດຼລິກ (ໃຫ້​ປ່ຽນ​ໄວ​ຂຶ້ນ, ຖ້າ​ຕົວ​ຊີ້ບອກ​ໄລ​ຍະ​ເວ​ລາ​ການ​ບໍ​ລິ​ການ​ບຳ​ລຸງ​ຮັກ​ສາ​ຢູ່​ໃນ​ເຂດ​ແດງ).
  • ທຸກໆ 2,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນນ້ຳມັນໄຮໂດຼລິກ.
  • ກ່ອນການເກັບຮັກສາ
  • ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນເຊື້ອໄຟ.
  • ການກວດເບິ່ງຄວາມດັນຂອງຢາງລົດ.
  • ກວດ​ເບິ່ງ​ຕົວ​ຮັດ​ແໜ້ນ​ທຸກ​ຕົວ.
  • ໃສ່ກະແລັດ ຫຼື ນ້ຳມັນກັບ​ທຸກ​ຂໍ້​ຕໍ່​ກະ​ແລັດ ແລະ ຈຸດແກນໝູນ.
  • ທາ​ສີ​ໃສ່​ພື້ນ​ຜິວ​ບ່ອນ​ລອກ.
  • ທຸກໆ 2 ປີ
  • ລະ​ບາຍ ແລະ ລ້າງຖັງ​ໄຮ​ໂດຼ​ລິກ.
  • ປ່ຽນ​ທໍ່ໄຮ​ໂດຼ​ລິກ.
  • ລາຍການກວດການບຳລຸງຮັກສາປະຈຳວັນ

    ເຮັດຊ້ຳຄືຕາມໜ້ານີ້ສຳລັບການນຳໃຊ້ປົກກະຕິ.

    ລາຍການກວດກາການບຳລຸງຮັກສາສຳລັບອາທິດຂອງ:
    ວັນຈັນວັນອັງຄານວັນພຸດວັນພະຫັດວັນສຸກວັນເສົາວັນອາທິດ
    ກວດເບິ່ງການປະຕິບັດງານດ້ານຄວາມປອດໄພຂອງອິນເຕີລັອກ.       
    ກວດກາເບິ່ງການປະຕິບັດງານຂອງ​ເບ​ຣກ.       
    ກວດເບິ່ງລະດັບນໍ້າມັນເຄື່ອງ.       
    ກວດເບິ່ງລະດັບຂອງ​ແຫຼວຂອງລະບົບທຳ​ຄວ​າມເຢັນ.       
    ລະບາຍ​ໝໍ້​ແຍກນ້ຳ/ນ້ຳ​ມັນ.       
    ກວດເບິ່ງໝໍ້ກອງອາກາດ, ຖ້ວຍຂີ້ຝຸ່ນ ແລະ ວາວເອື້ອມ.       
    ກວດຊອກ​ຫາສຽງລົບກວນຂອງເຄື່ອງຈັກທີ່ຜິດ​ປົກ​ກະ​ຕິ.1       
    ກວດເບິ່ງໝໍ້ນ້ຳ ແລະ ຕະ​ແກງກອງສິ່ງເສດເຫຼືອ       
    ກວດຊອກ​ຫາສຽງລົບກວນການ​ດຳ​ເນີນ​ງານທີ່ຜິດ​ປົກ​ກະ​ຕິ.       
    ກວດເບິ່ງລະດັບນ້ຳມັນໄຮໂດຼລິກ.       
    ກວດເບິ່ງຄວາມ​ເສຍ​ຫາຍ​ຂອງທໍ່ໄຮໂດຼລິກ.       
    ກວດເບິ່ງການຮົ່ວໄຫຼຂອງແຫຼວ.       
    ກວດເບິ່ງລະດັບນ້ຳມັນເຊື້ອໄຟ.       
    ກວດເບິ່ງຄວາມດັນຂອງຢາງລົດ.       
    ກວດເບິ່ງການປະຕິບັດງານຂອງເຄື່ອງມື.       
    ກວດເບິ່ງການປັບຄວາມສູງຂອງການຕັດ.       
    ໃສ່​ນ້ຳ​ມັນຫຼໍ່ມື່ນອຸປະກອນກະແລັດທັງໝົດ.2       
    ອະ​ນາ​ໄມ​​ເຄື່ອງ​ຈັກ.       
    ຕົບ​ແຕ່ງສີທີ່ລອກຄືນ.       

    1 ກວດເບິ່ງຫົວ​ທຽນ ແລະ ຫົວສີດ, ຖ້າມີການຕິດຍາກ, ຄວັນເສຍຫຼາຍເກີນໄປ ຫຼື ການແລ່ນທີ່ບໍ່ດີໄດ້ຖືກບັນທຶກໄວ້.

    2 ທັນທີ ຫຼັງຈາກ ການລ້າງທຸກໆຄັ້ງ, ໂດຍບໍ່ຄຳ​ນຶງ​ເຖິງໄລຍະຫ່າງທີ່ລະບຸໄວ້.

    Important: ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂັ້ນຕອນການບຳ ລຸງຮັກສາເພີ່ມເຕີມ.

    ການ​ບັນ​ທຶກ​ບໍ​ລິ​ເວນທີ່ໜ້າເປັນຫ່ວງ

    ການກວດກາປະຕິບັດໂດຍ:
    ລາຍການວັນທີຂໍ້ມູນ
       
       
       
       
       
       

    ຂັ້ນຕອນການບຳລຸງຮັກສາກ່ອນລ່ວງໜ້າ

    ການ​ຍົກ​ເຄື່ອງ​ຈັກ

    ໃຊ້​ດັ່ງຕໍ່​ໄປ​ນີ້ເປັນ​ຈຸດ​ເພື່ອ​ຍົກ​ເຄື່ອງຈັກ:

    ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ – ຢູ່​ທີ່​ຂອບ​ຂອງ​ເຄື່ອງ​ຈັກ, ໄປ​ດ້ານ​ໜ້າ​ຂອງ​ມໍ​ເຕີ​ຂັບ​ເຄື່ອນ​ລໍ້ (ຮູບສະແດງ )

    Important: ຢ່າ​ຄ້ຳ​ເຄື່ອງ​ຈັກ​ຢູ່​ທີ່​ມໍ​ເຕີ​ຂັບ​ເຄື່ອນ​ລໍ້. ຮັກ​ສາ​ອຸ​ປະ​ກອນ​ຍົກ​ໃຫ້​ຫ່າງ​ອອກ​ຈາກ​ທໍ່ ແລະ ສາຍ​ໄຮ​ໂດຼ​ລິກ.

    artpending

    ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ – ຢູ່​ທີ່​ໃຈ​ກາງ​ຂອງແກນ (ຮູບສະແດງ )

    ຊອກ​ຫາ​ຂາ​ຄ້ຳ​ກະ​ລິກ​ຂອງ​ຄວາມ​ຈຸ​ສະ​ເພາະ​ຢູ່​ທັງ​ສອງ​ດ້ານ​ຂອງ​ກ່ອງ​ເກຍ ແລະ ກ້ອງ​ແກນ.

    Important: ຢ່າ​ຄ້ຳ​ເຄື່ອງ​ຈັກ​ຢູ່​ທີ່ແທ່ງ​ເຫຼັກ​ມັດ.

    artpending

    ການເປີດຝາກະໂປ່ງ

    ອຽງ​ຝາ​ກະ​ໂປງ​ເພື່ອ​ເຂົ້າ​ເຖິງ​ຊັກ​ຊີ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    artpending

    ການ​ເຂົ້າ​ເຖິງ​ອົງ​ປະ​ກອບ​ການ​ຍົກ​ໄຮ​ໂດຼ​ລິກ

    ອຽງບ່ອນ​ນັ່ງ​ເພື່ອ​ເຂົ້າ​ເຖິງອົງ​ປະ​ກອບ​ຍົກ​ໄຮ​ໂດຼ​ລິກດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    artpending

    ການຫລໍ່ມື່ນ

    ການໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່(ຫຼັງ​ຈາກ​ການ​ລ້າງ​ທຸກໆ​ຄັ້ງ​ນຳ​ອີກ).
  • ຂໍ້​ມູນ​ຈຳ​ເພາະກະ​ແລັດ: ນ້ຳ​ມັນ​ກະ​ແລັດ​ລີ​ທຽມ​ເບີ 2

    ສະຖານທີ່ ແລະ ປະລິມານທີ່ເໝາະສຳລັບການໃສ່ກະແລັດມີດັ່ງນີ້:

    • ລູກ​ບີ່​ແກນ​ໝູນ​ເພົາ​ເບ​ຣກ (5) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ

      artpending
    • ປອກລູກ​ບີ່​ແກນ​ໝູນແກນ​ຫຼັງ (2) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ

      artpending
    • ຂໍ້ຕໍ່ລູກບີ່ກະບອກສູບພວງມະໄລ (2) ສະ​ແດງ​ຢູ່​ໃນ ຮູບສະແດງ

      artpending
    • ຂໍ້ຕໍ່ລູກບີ່ແທ່ງ​ແກນ​ມັດ (2) ສະ​ແດງ​ຢູ່​ໃນ ຮູບສະແດງ

    • ປອກລູກສະ​ຫຼັກ​ຕົວ​ສຳ​ຄັນ (2) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ

      Important: ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ຂໍ້​ຕໍ່​ດ້ານ​ເທິງ​ສຸດ​ໃນ​ສະ​ຫຼັກ​ຕົວ​ສຳ​ຄັນ​ບໍ່​ເກີນກວ່າ​ເຮັດ​ປະ​ຈຳ​ປີ (2 ປ້ຳ).

    • ປອກ​ລູກ​ບີ່​ແຂນ​ຍົກ (1 ຕໍ່​ໜ່ວຍ​ຕັດ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ

      artpending
    • ປອກ​ລູກ​ບີ່ລູກ​ສູບ​ຍົກ (2 ຕໍ່​ໜ່ວຍ​ຕັດ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ

    • ປອກ​ລູກ​ບີ່ເພົາ​ແກນ​ໝູນ​ໜ່ວຍ​ຕັດ (2 ຕໍ່​ໜ່ວຍ​ຕັດ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ

      Note: ທ່ານ​ສາ​ມາດ​ໃຊ້​ຂໍ້​ຕໍ່​ກໍ​ໄດ້, ເອົາ​ອັນ​ທີ່​ສາ​ມາດ​ເຂົ້າ​ເຖິງ​ໄດ້​ງ່າຍກວ່າ. ໂປ່ມ​ກະ​ແລັດ​ເຂົ້າ​ໄປ​ໃນ​ຂໍ້​ຕໍ່​ຈົນ​ກວ່າ​ປະ​ກົດ​ເຫັນ​ປະ​ລິ​ມານ​ເລັກ​ນ້ອຍ​ຢູ່​ດ້ານ​ລຸ່ມ​ຂອງ​ເຕົ້າ​ເພົາ​ໝູນ (ຢູ່​ກ້ອງ​ໜ່ວຍ​ຕັດ).

      artpending
    • ປອກ​ລູກ​ບີ່ແຂນ​ຕົວ​ຮອງ​ຮັບ​ໜ່ວຍ​ຕັດ (1 ຕໍ່​ໜ່ວຍ​ຕັດ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ

    • ປອກ​ລູກ​ບີ່ລູກ​ກິ້ງ​ດ້ານ​ຫຼັງ (2 ຕໍ່​ໜ່ວຍ​ຕັດ) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ

      artpending

      Important: ໃຫ້​ແນ່​ໃຈ​ວ່າ​ຮ່ອງຮັບ​ກະ​ແລັດ​ຢູ່​ໃນ​ບ່ອນ​ຕິດ​ລູກ​ກິ້ງ​ຈັດ​ວາງເຂົ້າ​ກັບຮູ​ກະ​ແລັດຢູ່​ໃນ​ແຕ່​ລະ​ປາຍ​ຂອງ​ເພົາ​ລູກ​ກິ້ງ. ເພື່ອ​ຈັດ​ວາງ​ຮ່ອງ ແລະ ຮູ​ໃຫ້​ຖືກ​ກັນ, ແມ່ນ​ຍັງ​ມີ​ເຄື່ອງ​ໝາຍ​ຈັດ​ວາງ​ຢູ່​ອີກ 1 ສົ້ນ​ຂອງ​ເພົາ​ລູກ​ກິ້ງ​ນຳ.

    ການບຳລຸງຮັກສາເຄື່ອງຈັກ

    ຄວາມປອດໄພຂອງເຄື່ອງຈັກ

    • ມອດຈັກ ແລະ ຖອດກະ​ແຈກ່ອນກວດການ້ຳມັນ ຫຼື ຕື່ມນ້ຳມັນເຄື່ອງໃສ່ຖັງຂໍ້ຫວ່ຽງ.

    • ຢ່າປ່ຽນແປງຄວາມ​ໄວຕົວບັນຊາ ຫຼື ເລັ່ງຄວາມໄວເຄື່ອງຈັກເກີນ.

    ການບຳ​ລຸງ​ຮັກ​ສາເຕົ້າກອງອາກາດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ບຳ​ລຸງ​ຮັກ​ສາເຕົ້າກອງອາກາດ(ໄວ​ຂຶ້ນ, ຖ້າ​ຕົວ​ສະ​ແດງ​ໝໍ້​ກອງ​ອາ​ກາດ) ສະ​ແດງ​ເປັນ​ສີ​ແດງ ແລະ ຖີ່​ຂຶ້ນ​ເລື້ອຍໆ​ຢູ່​ໃນ​ສະ​ພາບ​ທີ່​ເປື້ອນ ຫຼື ມີ​ຂີ້​ຝຸ່ນຫຼາຍ).
  • ກວດເບິ່ງຕົວເຕົ້າກອງອາກາດສຳລັບຄວາມເສຍຫາຍເຊິ່ງສາ​ມາດເຮັດໃຫ້ເກີດການຮົ່ວຂອງອາກາດ. ປ່ຽນມັນ, ຖ້າມັນເສຍຫາຍ. ກວດເບິ່ງລະບົບການດູດອາກາດທັງໝົດສຳລັບການຮົ່ວໄຫຼ, ຄວາມເສຍຫາຍ ຫຼື ປອກຮັດທໍ່ຫຼວມ.

    ບຳ​ລຸງ​ຮັກ​ສາໝໍ້ກອງອາກາດສະເພາະເວລາຕົວຊີ້ບອກການ​ບຳ​ລຸງ​ຮັກ​ສາ (ຮູບສະແດງ ) ຕ້ອງການໃຫ້​ກວດ. ການປ່ຽນໝໍ້ກອງອາກາດກ່ອນຄວາມຈຳເປັນພຽງແຕ່ເພີ່ມໂອກາດທີ່ໃຫ້ຄວາມເປື້ອນເຂົ້າໄປໃນເຄື່ອງຈັກໃນ​ເວ​ລາ​ທີ່​ທ່ານຖອດໝໍ້ກອງອອກ.

    artpending

    Important: ຮັບປະກັນວ່າວ່າຝາປິດໄດ້ຖືກອັດຢ່າງຖືກຕ້ອງ ແລະ ປິດເຂົ້າກັບຕົວໝໍ້ກອງອາກາດ.

    1. ປ່ຽນເຕົ້າກອງ​ອາ​ກາດ (ຮູບສະແດງ ).

      artpendingartpending

      Note: ຢ່າ​ທຳ​ຄວາມ​ສະ​ອາດ​ສ່ວນປະ​ກອບ​ທີ່ໃຊ້ແລ້ວເພາະ​ວ່າການ​ທຳ​ຄວາມ​ສະ​ອາດ​ມັນສາ​ມາດ​ເຮັດ​ໃຫ້​ຊັ້ນ​ກາງ​ຂອງ​ຕົວ​ກອງ​ເສຍ​ຫາຍໄດ້.

      Important: ຢ່າ​ພະ​ຍາ​ຍາມ​ທຳ​ຄວາມ​ສະ​ອາດ​ໝໍ້​ກອງ​ຄວາມ​ປອດ​ໄພ (ຮູບສະແດງ ). ປ່ຽນ​ໝໍ້​ກອງ​ຄວາມ​ປອດ​ໄພ​ຫຼັງ​ຈາກ​ທຸກໆ​ການ​ບຳ​ລຸງ​ຮັກ​ສາ​ສ້ອມ​ແປງ​ໄສ້​ກອງ​ຕົ້ນ​ຕໍ 3 ຄັ້ງ.

      artpending
    2. ຕັ້ງ​ຄ່າ​ຕົວ​ຊີ້ບອກຄືນ​ໃໝ່ (ຮູບສະແດງ ) ຖ້າ​ມັນ​ສະ​ແດງ​ຂຶ້ນ​ເປັນ​ສີ​ແດງ.

    ການບຳລຸງຮັກ​ສານ້ຳ​ມັນເຄື່ອງຈັກ

    ຂໍ້​ກຳ​ນົດ​ສະ​ເພາະ​ຂອງ​ນ້ຳ​ມັນ

    ໃຊ້ນ້ຳ​ມັນ​ເຄື່ອງ​ມີ​ເທົ່າ​ຕ່ຳ, ຄຸນ​ນະ​ພາບ​ສູງທີ່​ໄດ້​ຕາມ ຫຼື ເກີນ​ຂໍ້​ກຳ​ນົດ​ສະ​ເພາະ​ຕໍ່​ໄປ​ນີ້:

    • API ໝວດ​ການ​ບຳ​ລຸງ​ຮັກ​ສາ CJ-4 ຫຼື ສູງກວ່າ

    • ACEA ໝວດ​ການ​ບຳ​ລຸງ​ຮັກ​ສາ E6

    • JASO ໝວດ​ການ​ບຳ​ລຸງ​ຮັກ​ສາ DH-2

    Important: ການ​ໃຊ້​ນ້ຳ​ມັນ​ເຄື່ອງ​ຈັກ​ນອກ​ເໜືອ​ຈາກ API CJ-4 ຫຼື ສູງກວ່າ, ACEA E6 ຫຼື JASO DH-2 ອາດ​ຈະ​ເຮັດ​ໃຫ້​ໝໍ້​ກອງ​ອາ​ນຸ​ພາກ​ນ້ຳ​ມັນ​ກາ​ຊ່ວນ​ອັດ​ຮູ ຫຼື ເຮັດ​ໃຫ້​ຈັກ​ເປ່​ເພ.

    ໃຊ້​ນ້ຳ​ມັນ​ເຄື່ອງ​ເກ​ຣດ​ຄວາມ​ໜຽວ​ຕໍ່​ໄປ​ນີ້:

    • ນ້ຳມັນທີ່ມັກ​ໃຫ້​ໃຊ້: SAE 15W-40 (ສູງກວ່າ 0°F)

    • ນ້ຳມັນທາງ​ເລືອກ: SAE 10W-30 ຫຼື 5W-30 (ທຸກອຸນຫະພູມ)

    ນ້ຳມັນເຄື່ອງພຣີມ້ຽມ Toro ແມ່ນມີໃຫ້ຈາກຜູ້ຈຳໜ່າຍທີ່​ໄດ້​ຮັບ​ອະ​ນຸ​ຍາດຂອງທ່ານໃນເກ​ຣດຄວາມໜຽວ 15W-40 ຫຼື 10W-30. ໃຫ້​ເບິ່ງລາຍ​ການ​ອາ​ໄຫຼ່ສຳ​ລັບ​ເບີ​ອາ​ໄຫຼ່.

    ການກວດເບິ່ງລະດັບນ້ຳມັນເຄື່ອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນໍ້າມັນເຄື່ອງ.
  • ເຄື່ອງຈັກຖືກຂົນສົ່ງດ້ວຍນ້ໍາມັນໃນຖັງກ່ອງຂໍ້ຫວ່ຽງ; ເຖິງຢ່າງໃດກໍ່ຕາມ, ຕ້ອງກວດ​ເບິ່ງລະດັບນ້ຳມັນເຄື່ອງກ່ອນ ແລະ ຫຼັງຈາກການ​ຕິດຈັກເທື່ອທຳອິດ.

    Important: ກວດເບິ່ງນໍ້າມັນເຄື່ອງໃນ​ແຕ່​ລະ​ວັນ. ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຢູ່​ເໜືອ​ຂີດ​ເຕັມ​ໃນ​ເຫຼັກ​ຈຸ່ມ​ແທກ​ນ້ຳ​ມັນ​ເຄື່ອງ, ນ້ຳ​ມັນ​ເຄື່ອງ​ອາດ​ຈະ​ປົນ​ກັບ​ນ້ຳ​ມັນເຊື້ອ​ໄຟ;ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຢູ່​ເໜືອ​ຂີດ​ເຕັມ, ໃຫ້​ປ່ຽນນ້ຳ​ມັນ​ເຄື່ອງ.

    ເວລາທີ່ດີທີ່ສຸດໃນການກວດເບິ່ງນ້ຳມັນເຄື່ອງແມ່ນເວລາທີ່ເຄື່ອງຈັກເຢັນກ່ອນທີ່ຈະ​ຕິດ​ຈັກສຳລັບມື້. ຖ້າມັນໄດ້ແລ່ນໄປແລ້ວ, ອະນຸຍາດໃຫ້ນ້ຳມັນໄຫຼລົງໄປໃນອ່າງຢ່າງໜ້ອຍ 10 ນາທີກ່ອນກວດ. ຖ້າລະດັບນ້ຳມັນຢູ່ທີ່ ຫຼື ຕໍ່າກວ່າຂີດໝາຍເພີ່ມຢູ່ເທິງເຫຼັກ​ແທກ​ນ້ຳ​ມັນເຄື່ອງ, ຕື່ມນ້ຳມັນເຄື່ອງ​ໃສ່ເພື່ອໃຫ້ໄດ້ລະດັບນ້ຳມັນໄປຫາຂີດໝາຍເຕັມ. ຢ່າ​ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່​ຈັກ​ຈົນ​ລົ້ນ.

    Important: ໃຫ້ຮັກສາລະດັບນ້ຳມັນເຄື່ອງໃນລະຫວ່າງຂີດຈຳກັດດ້ານເທິງ ແລະ ລຸ່ມກ້ານວັດນ້ຳມັນ; ເຄື່ອງ​ຈັກ​ອາດ​ຈະ​ບໍ່​ເຮັດ​ວຽກ, ຖ້າ​ທ່ານເດີນ​ເຄື່ອງ​ດ້ວຍ​ການ​ມີ​ນ້ຳ​ມັນ​ເຄື່ອງຫຼາຍເກີນ​ໄປ ຫຼື ໜ້ອຍ​ເກີນ​ໄປ.

    ກວດເບິ່ງລະດັບນໍ້າມັນເຄື່ອງ, ໃຫ້​ເບິ່ງ ຮູບສະແດງ .

    artpendingartpending

    Note: ເມື່ອ​ໃຊ້​ນ້ຳ​ມັນ​ເຄື່ອງ​ຕ່າງ, ລະ​ບາຍ​ນ້ຳ​ມັນ​ເຄື່ອງ​ເກົ່າ​ທັງ​ໝົດ​ອອກ​ຈາກ​ເພົາ​ຂໍ້​ຫວ່ຽງ​ກ່ອນ​ເຕີມ​ນ້ຳ​ມັນ​ໃໝ່.

    ຄວາມຈຸນ້ຳ​ມັນ​ຂໍ້​ຫວ່ຽງ

    ໂດຍ​ປະ​ມານ 5.7 ລິດ (6 ຄະ​ວອດ​ສະ​ຫະ​ລັດ) ພ້ອມໝໍ້ກອງ.

    ການປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 250 ຊົ່ວໂມງ
  • ປ່ຽນນ້ຳມັນເຄື່ອງ ແລະ ໝໍ້ກອງ.
  • Note: ເພື່ອ​ຕັ້ງ​ຄ່າ​ຕົວ​ຊີ້ບອກ​ການຄົບຮອບການບຳ​ລຸງ​ຮັກ​ສາຄືນ​ໃໝ່​ຢູ່​ໃນ​ສູນ​ຂໍ້​ມູນ; ໃຫ້​ເບິ່ງ .

    1. ຕິດຈັກ ແລະ ປ່ອຍໃຫ້ມັນແລ່ນ 5 ນາທີເພື່ອປ່ອຍ​ໃຫ້​ນ້ຳ​ມັນ​ເຄື່ອງ​ອຸ່ນ​ຂຶ້ນ.

    2. ຈອດເຄື່ອງຢູ່ບ່ອນຮາບພຽງ​, ໃສ່ເບ​ຣກມື, ມອດ​ຈັກ ແລະ ຖອດກະ​ແຈ.

    3. ປ່ຽນນ້ຳມັນເຄື່ອງ ແລະ ໝໍ້ກອງ (ຮູບສະແດງ ).

      artpendingartpending
    4. ເຕີມນ້ຳມັນໃສ່ຖັງຂໍ້ຫວ່ຽງ; ໃຫ້​ເບິ່ງ ແລະ .

    ການບຳລຸງຮັກສາລະບົບນໍ້າມັນເຊື້ອໄຟ

    ອັນຕະລາຍ

    ພາຍ​ໃຕ້​ສະ​ພາບ​ໃດ​ໜຶ່ງ, ນ້ຳ​ມັນ​ກະ​ຊວນ ແລະ ອາຍ​ລະ​ເຫີຍ​ຂອງ​ນ້ຳ​ມັນ​ເຊື້ອ​ໄຟສາ​ມາດ​ຕິດ​ໄຟ ແລະ ລະ​ເບີດໄດ້​ສູງ. ໄຟໄໝ້ ຫຼື ການລະເບີດຈາກນໍ້າມັນເຊື້ອໄຟສາມາດເຮັດໃຫ້ທ່ານ ແລະ ຄົນອື່ນໆຖືກ​ໄໝ້ ແລະ ສາມາດເຮັດໃຫ້ຊັບສິນເສຍຫາຍໄດ້.

    • ໃຊ້ຈວຍເພື່ອໃສ່​ນ້ຳ​ມັນ​ໃນ​ຖັງ​ຢູ່​ດ້ານນອກ, ໃນ​ພື້ນ​ທີ່​ເປີດ, ໃນ​ເວ​ລາ​ທີ່​ເຄື່ອງ​ຈັກ​ມອດ​ຢູ່ ແລະ ເຢັນ. ເຊັດນໍ້າມັນເຊື້ອໄຟທີ່ຮົ່ວກະ​ຈາຍ​ນັ້ນອອກ.

    • ຢ່າ​ໃສ່ນໍ້າມັນເຊື້ອໄຟຈົນເຕັມຖັງ. ເຕີມ​ນ້ຳ​ມັນ​ໃສ່​ຖັງ​ນ້ຳ​ມັນ​ຈົນ​ລະ​ດັບຮອດ 6 ເຖິງ 13 ມມ (¼ ເຖິງ ½ ນິ້ວ) ຢູ່​ລຸ່ມ​ປຸ່ມ​ຄໍບ່ອນ​ເຕີມ. ພື້ນທີ່ຫວ່າງນີ້ຢູ່ໃນຖັງຊ່ວຍໃຫ້ນໍ້າມັນເຊື້ອໄຟຂະຫຍາຍຕົວໄດ້.

    • ຢ່າສູບຢາໃນເວລາຈັດການກັບນໍ້າມັນເຊື້ອໄຟ ແລະ ຢູ່ຫ່າງຈາກແປວໄຟທີ່ເປີດ ຫຼື ບ່ອນທີ່ຄວັນອາດເກີດຈາກປະກາຍໄຟ.

    • ເກັບຮັກສານໍ້າມັນເຊື້ອໄຟໄວ້ໃນຖັງທີ່ສະອາດ, ປອດໄພ ແລະ ປິດຝາໄວ້.

    ການລະບາຍຖັງນໍ້າມັນເຊື້ອໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 800 ຊົ່ວໂມງ
  • ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນເຊື້ອໄຟ.
  • ກ່ອນການເກັບຮັກສາ
  • ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນເຊື້ອໄຟ.
  • ໃນ​ການ​ເພີ່ມ​ເຕີມ​ໃສ່​ໄລ​ຍະ​ການ​ບໍ​ລິ​ການ​ບຳ​ລຸງ​ຮັກ​ສາ​ທີ່​ເຮັດ​ເປັນ​ລາຍ​ການ​ໄວ້, ໃຫ້ລະບາຍ​ນ້ຳ​ມັນ ແລະ ທຳ ຄວາມສະອາດຖັງ, ຖ້າລະບົບນ້ຳມັນເຊື້ອໄຟປົນ​ເປື້ອນ ຫຼື ຖ້າທ່ານກຳ​ລັງເກັບເຄື່ອງຈັກໄວ້ເປັນໄລຍະເວ​ລາດົນ. ໃຊ້ນໍ້າມັນທີ່ສະອາດເພື່ອລ້າງຖັງ.

    ການກວດກາທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ການກວດກາທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່.
  • ກວດເບິ່ງສາຍນ້ຳມັນເຊື້ອໄຟສຳລັບການເຊື່ອມໂຊມ, ຄວາມເສຍຫາຍ ຫຼື ສາຍເຊື່ອມຕໍ່ຫຼວມ.

    ການບຳ​ລຸງ​ຮັກ​ສາ​ໝໍ້ແຍກນ້ຳມັນ-ນ້ຳ

    artpending

    ການລະ​ບາຍ​ນ້ຳ​ອອກ​ຈາກໝໍ້​ແຍກ​ນ້ຳ​ມັນ/ນ້ຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ລະ​ບາຍ​ນ້ຳ ຫຼື ສິ່ງ​ປົນ​ເປື້ອນ​ຈາກໝໍ້​ແຍກໝໍ້ກອງນ້ຳ​ມັນ/ນ້ຳ
  • ລະ​ບາຍ​ນ້ຳ​ອອກ​ຈາກໝໍ້​ແຍກ​ນ້ຳ​ມັນ/ນ້ຳດັ່ງ​ສະ​ແດງ​ຢູ່​ໃນ (ຮູບສະແດງ ).

    ກຽມ​ພ້ອມໝໍ້​ກອງ ແລະ ສາຍ​ໃຫ້​ປ້ຳ​ຄວາມ​ດັນ​ສູງຫຼັງ​ຈາກ​ລະ​ບາຍ​ນ້ຳ​ອອກ; ໃຫ້​ເບິ່ງ .

    artpending

    ປ່ຽນຖັງກອງນໍ້າມັນເຊື້ອໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ປ່ຽນຖັງກອງນໍ້າມັນເຊື້ອໄຟ.
  • ປ່ຽນຖັງ​ໝໍ້​ກອງນ້ຳ​ມັນດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

    ກຽມ​ພ້ອມໝໍ້​ກອງ ແລະ ສາຍ​ໃຫ້​ປ້ຳ​ຄວາມ​ດັນ​ສູງຫຼັງ​ຈາກປ່ຽນ​ໝໍ້​ກອງ; ໃຫ້​ເບິ່ງ .

    artpending

    ການບຳລຸງຮັກ​ສາໝໍ້​ກອງນໍ້າມັນເຊື້ອໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ປ່ຽນໝໍ້​ກອງນ້ຳມັນຈັກ.
    1. ທຳຄວາມສະອາດອ້ອມຮອບຫົວ​ໝໍ້​ກອງນ້ຳມັນເຊື້ອໄຟ (ຮູບສະແດງ ).

      artpending
    2. ເອົາ​ໝໍ້​ກອງ​ອອກ ແລະ ທຳ​ຄວາມ​ສະ​ອາດພື້ນ​ຜິວ​ບ່ອນຕິດ​ຫົວ​ໝໍ້​ກອງ (ຮູບສະແດງ ).

    3. ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ແຫວນໝໍ້​ກອງ​ດ້ວຍນ້ຳ​ມັນ​ເຄື່ອງ​ຈັກ​ຫຼໍ່​ມື່ນ, ໃຫ້​ເບິ່ງ​ຄູ່​ມື​ເຈົ້າ​ຂອງ​ເຄື່ອງ​ຈັກ​ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ.

    4. ຕິດ​ຕັ້ງຖັງໝໍ້ກອງແຫ້ງໃສ່ດ້ວຍມືຈົນກວ່າແຫວນຈະສຳຜັດກັບຫົວ​ໝໍ້​ກອງ, ຫຼັງຈາກນັ້ນໝູນມັນຕື່ມອີກ ½ ຮອບ.

    5. ກຽມ​ພ້ອມໝໍ້​ກອງ ແລະ ສາຍ​ໃຫ້​ປ້ຳ​ຄວາມ​ດັນ​ສູງ; ໃຫ້​ເບິ່ງ .

    6. ຕິດຈັກ ແລະ ກວດ​ກາເບິ່ງວ່າ​ມີ​ນ້ຳ​ມັນ​ຮົ່ວ​ຢູ່​ບໍ​ລິ​ເວນ​ຫົວ​ໝໍ້​ກອງອີກ.

    ການ​ປ່ຽນ​ຕະ​ແກງທໍ່ດູດນໍ້າມັນເຊື້ອໄຟ

    ທໍ່ດູດນໍ້າມັນເຊື້ອໄຟທີ່ຕັ້ງຢູ່ພາຍໃນຖັງນໍ້າມັນເຊື້ອໄຟ, ໄດ້​ຮັບ​ການ​ຕິດ​ຕັ້ງພ້ອມຕະ​ແກງ​ຕອງເພື່ອຊ່ວຍປ້ອງກັນບໍ່ໃຫ້ສິ່ງເສດເຫຼືອເຂົ້າສູ່ລະບົບນໍ້າມັນເຊື້ອໄຟ. ຖອດທໍ່ດູດນໍ້າມັນເຊື້ອໄຟອອກ ແລະ ທຳຄວາມສະອາດຕະ​ແກງຕາມຄວາມຕ້ອງການ.

    1. ເອົາ​ປອກ​ຮັດ​ທໍ່​ທີ່​ຍຶດ​ທໍ່​ສະ​ໜອງ​ນ້ຳ​ມັນ​ຫາ​ຂໍ້​ຕໍ່​ຂອງ​ທໍ່​ຮັບ​ນ້ຳ​ມັນ​ອອກ (ຮູບສະແດງ ).

      artpending
    2. ແຍກທໍ່ອອກ​ຈາກຂໍ້​ຕໍ່ (ຮູບສະແດງ ).

    3. ຍົກ​ທໍ່​ຮັບ​ນ້ຳ​ມັນ​ຂຶ້ນ​ຈາກ​ຖັງ​ນ້ຳ​ມັນ (ຮູບສະແດງ ).

      Note: ຍົກ​ທໍ່​ຂຶ້ນ​ຊື່​ຈາກ​ປອກລູກ​ບີ່​ຢູ່​ໃນ​ຖັງ.

    4. ທຳ​ຄວາມ​ສະ​ອາດ​ຂີ້​ເຫຍື້ອ​ຈາກ​ຕະ​ແກງ​ຢູ່​ສົ້ນ​ຂອງ​ທໍ່​ຮັບ​ນ້ຳ​ມັນ (ຮູບສະແດງ ).

    5. ສອດ​ທໍ່​ຮັບ​ນ້ຳ​ມັນ​ເຂົ້າ​ໄປ​ຜ່ານ​ປອກ​ຢາງ ແລະ ເຂົ້າ​ໄປ​ໃນ​ຖັງ (ຮູບສະແດງ ).

      Note: ໃຫ້​ແນ່​ໃຈ​ວ່າ​ທໍ່​ຮັບ​ນ້ຳ​ມັນ​ເຂົ້າ​ໄປ​ໃນ​ປອກ​ຢາງ​ຈົນ​ສຸດ.

    6. ຕິດ​ຕັ້ງ​ທໍ່​ສະ​ໜອງ​ໃສ່​ຂໍ້​ຕໍ່​ຂອງ​ທໍ່​ຮັບ​ນ້ຳ​ມັນ ແລະ ຍຶດ​ທໍ່​ດ້ວຍ​ປອກ​ຮັດ​ທໍ່​ທີ່​ທ່ານ​ເອົາ​ອອກ​ຢູ່​ໃນ​ຂັ້ນ​ຕອນ .

    ການ​ກຽມ​ພ້ອມລະ​ບົບນໍ້າມັນເຊື້ອໄຟ

    ກຽມ​ພ້ອມ​ລະ​ບົບ​ນ້ຳ​ມັນ​ກ່ອນ​ຕິດ​ຈັກ​ເປັນ​ຄັ້ງ​ທຳ​ອິດ, ຫຼັງ​ຈາກ​ໝົດ​ນ້ຳ​ມັນ ຫຼື ຫຼັງ​ຈາກ​ການ​ບຳ​ລຸງ​ຮັກ​ສາ​ລະ​ບົບ (ຕົວ​ຢ່າງ: ການ​ລະ​ບາຍ​ໝໍ້​ກອງ/ໝໍ້​ແຍກນ້ຳ, ການ​ປ່ຽນ​ທໍ່​ນ້ຳ​ມັນ).

    ເພື່ອກຽມ​ພ້ອມ​ລະ​ບົບ​ນ້ຳ​ມັນ, ໃຫ້​ປະ​ຕິ​ບັດ​ຂັ້ນ​ຕອນຕໍ່​ໄປ​ນີ້ຄື:

    1. ໃຫ້​ແນ່​ໃຈ​ວ່າ​ນ້ຳ​ມັນ​ຢູ່​ໃນ​ຖັງ​ນ້ຳ​ມັນ.

    2. ປະ​ຕິ​ບັດ​ຂັ້ນ​ຕອນ​ຕໍ່​ໄປ​ນີ້​ເພື່ອ​ກະ​ກຽມ​ໝໍ້​ກອງ ແລະ ສາຍ​ໃສ່​ປ້ຳ​ຄວາມ​ດັນ​ສູງ​ເພື່ອ​ປ້ອງ​ກັນ​ການ​ຫຼຸ້ຍ​ຫ້ຽນ ຫຼື ຄວາມ​ເສຍ​ຫາຍ​ຕໍ່​ປ້ຳຄື:

      1. ໝູນ​ຮອບ​ກະ​ແຈ​ໄປ​ຫາ​ຕຳ​ແໜ່ງເປີດເປັນ​ເວ​ລາ 15 ຫາ 20 ວິ​ນາ​ທີ.

      2. ໝູນ​ຮອບ​ກະ​ແຈ​ໄປ​ຫາ​ຕຳ​ແໜ່ງປິດເປັນ​ເວ​ລາ 30 ຫາ 40 ວິ​ນາ​ທີ.

        Note: ນີ້​ເຮັດ​ໃຫ້ ECU ຜ່ອນ​ກຳລັງ​ໄຟ​ລົງ.

      3. ໝູນ​ຮອບ​ກະ​ແຈ​ໄປ​ຫາ​ຕຳ​ແໜ່ງເປີດເປັນ​ເວ​ລາ 15 ຫາ 20 ວິ​ນາ​ທີ.

      4. ກວດ​ກາ​ເບິ່ງ​ການ​ຮົ່ວ​ໄຫຼ​ຮອບ​ໝໍ້​ກອງ ແລະ ທໍ່.

    Important: ຢ່າ​ໃຊ້​ມໍ​ເຕີ​ຕົວ​ຕິດ​ຈັກ​ເພື່ອແກວ່ງ​ຈັກ​ເພື່ອ​ກຽມ​ພ້ອມ​ລະ​ບົບ​ນ້ຳ​ມັນ.

    ການບຳລຸງຮັກສາລະບົບໄຟຟ້າ

    ຄວາມປອດໄພຂອງລະບົບໄຟຟ້າ

    • ຕັດ​ເຊື່ອມ​ຕໍ່ແບັດເຕີຣີກ່ອນທີ່ຈະສ້ອມແປງເຄື່ອງຈັກ. ຕັດເຊື່ອມຕໍ່ສາຍຂົ້ວລົບກ່ອນ ແລະ ຂົ້ວບວກສຸດທ້າຍ. ເຊື່ອມຕໍ່ປາຍຂົ້ວບວກເຂົ້າກ່ອນ ແລະ ຂົ້ວລົບສຸດທ້າຍ.

    • ສາກແບັດເຕີຣີໃນບ່ອນທີ່ເປີດ, ມີອາກາດຖ່າຍເທດີ, ຫ່າງຈາກປະ​ກາຍໄຟ ແລະ ແປວໄຟ. ຖອດສາຍສາກໄຟກ່ອນທີ່ຈະເຊື່ອມຕໍ່ ຫຼື ຕັດ​ເຊື່ອມ​ຕໍ່ແບັດເຕີຣີ. ໃສ່ເຄື່ອງນຸ່ງປ້ອງກັນ ແລະ ໃຊ້ເຄື່ອງມືປ້ອງກັນ.

    ກາ​ນກວດ​ເບິ່ງ​ສະ​ພາບ​ແບັດ​ເຕີ​ຣີ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ກວດ​ເບິ່ງ​ສະ​ພາບ​ແບັດ​ເຕີ​ຣີ.
  • Important: ກ່ອນ​ເຊື່ອມ​ຈອດ​ຢູ່​ໃນ​ເຄື່ອງ​ຈັກ, ຖອດ​ສາຍ​ໄຟ​ລົບ​ອອກ​ຈາກ​ແບັດ​ເຕີ​ຣີ​ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ຕໍ່​ລະ​ບົບ​ໄຟ. ນອກ​ຈາກ​ນັ້ນ, ທ່ານ​ຕ້ອງ​ຕັດ​ເຊື່ອມ​ຕໍ່​ຈັກ, ສູນ​ຂໍ້​ມູນ ແລະ ຕົວ​ຄວບ​ຄຸມ​ເຄື່ອງ​ຈັກ​ກ່ອນ​ທຳ​ການ​ເຊື່ອມ​ຈອດ​ເຄື່ອງ​ຈັກ.

    Note: ໃຫ້ຮັກ​ສາຂົ້ວ ແລະ ກ່ອງແບັດເຕີ​ຣີທັງໝົດສະອາດ, ເພາະວ່າແບັດ​ເຕີ​ຣີທີ່ເປື້ອນຄ່ອຍເສື່ອມ​ສະ​ພາບ​ໄປຢ່າງຊ້າໆ. ເພື່ອທຳຄວາມສະອາດແບັດເຕີຣີ, ລ້າງທັງ​ໝົດກ່ອງດ້ວຍສານ​ລະ​ລາຍ​ເບັກ​ກິ່ງໂຊດາ ແລະ ນ້ຳ. ຊະລ້າງດ້ວຍນ້ຳທີ່ສະອາດ. ເຄືອບຫົວ​ແບັດ​ເຕີ​ຣີ ແລະ ຕົວ​ເຊື່ອມ​ຕໍ່​ສາຍ​ໄຟດ້ວຍ​ກະ​ແລັດ​ເຄືອບ Grafo 112X (ອາ​ໄຫຼ່ Toro ເບີ 505-47) ຫຼື ວຸ້ນນ້ຳມັນເພື່ອປ້ອງກັນການກັດກ່ອນ.

    ການສາກໄຟ ແລະ ການເຊື່ອມຕໍ່ແບັດເຕີຣີ

    1. ມາຍ​ສະ​ຫຼັກ​ໃຫ້​ຫຼວມ​ສຳ​ລັບ​ຝາ​ປົກ​ຂອງ​ກ່ອງ​ຈັດ​ເກັບ​ເບື້ອງ​ຂວາ ແລະ ຍົກ​ຝາ​ປົກ​ຂຶ້ນ (ຮູບສະແດງ ).

      ອັນຕະລາຍ

      ນ້ຳກົດແບັດ​ເຕີ​ຣີບັນຈຸມີກົດຊູນຟູຣິກເຊິ່ງເຮັດ​ໃຫ້​ເປັນອັນຕະລາຍເຖິງຊີວິດ, ຖ້າ​ຫາກ​ກິນເຂົ້າ​ໄປ ແລະ ເຮັດໃຫ້ເກີດການບາດແຜຮຸນແຮງ.

      • ຢ່າດື່ມນ້ຳກົດ ແລະ ຫຼີກລ່ຽງການສຳຜັດກັບຜິວໜັງ, ຕາ ຫຼື ເຄື່ອງນຸ່ງ. ໃສ່ແວ່ນຕາຄວາມປອດໄພເພື່ອປ້ອງກັນຕາຂອງ​ທ່ານ ແລະ ຖົງມືຢາງເພື່ອປ້ອງກັນມືຂອງທ່ານ.

      • ຕື່ມນ້ຳກົດ​ແບັດ​ເຕີ​ຣີໃນບ່ອນທີ່ມີນ້ໍາສະອາດສໍາລັບການລ້າງຜິວໜັງຢູ່​ສະ​ເໝີ.

    2. ເອົາຢາງ​ຫຸ້ມ​ອອກ​ຈາກ​ຫົວ​ຂົ້ວ​ບວກ ແລະ ກວດ​ກາ​ເບິ່ງ​ແບັດ​ເຕີ​ຣີ.

    3. ເອົາ​ສາຍ​ຂົ້ວ​ລົບ (ສີ​ດຳ) ອອກ​ຈາກ​ຫົວ​ຂົ້ວ​ລົບ (-) ແລະ ສາຍ​ຂົ້ວ​ບວກ (ສີ​ແດງ) ອອກ​ຈາກ​ຫົວ​ຂົ້ວ​ບວກ (+) ຂອງ​ໝໍ້​ໄຟ (ຮູບສະແດງ ).

      ຄຳເຕືອນ

      ການ​ໃສ່​ສາຍ​ແບັດ​ເຕີ​ຣີທີ່ບໍ່ຖືກຕ້ອງສາມາດເຮັດ​ໃຫ້​ເຄື່ອງ​ຈັກ ແລະ ສາຍ​ໄຟ​ເສຍ​ຫາຍ, ກໍ່ໃຫ້ເກີດປະກາຍໄຟໄດ້. ປະກາຍໄຟສາມາດເຮັດໃຫ້ແກ໊ສ​ໃນແບັດ​ເຕີ​ຣີລະເບີດ, ເຊິ່ງເຮັດໃຫ້ມີການບາດເຈັບສ່ວນບຸກຄົນ.

      • ຄວນຖອດສາຍໄຟລົບ (ສີດຳ) ຂອງ​ແບັດ​ເຕີ​ຣີ​ຢູ່​ຕະ​ຫຼອດກ່ອນທີ່ຈະຖອດສາຍໄຟບວກ (ສີແດງ).

      • ເຊື່ອມຕໍ່ສາຍໄຟບວກ (ສີແດງ) ຂອງ​ແບັດ​ເຕີ​ຣີຢູ່​ຕະ​ຫຼອດກ່ອນທີ່ຈະເຊື່ອມຕໍ່ສາຍໄຟລົບ (ສີດໍາ).

      ຄຳເຕືອນ

      ຫົວ​ແບັດ​ເຕີ​ຣີ ຫຼື ເຄື່ອງ​ມື​ໂລ​ຫະ​ສາ​ມາດ​ຊັອດ​ໃສ່​ສ່ວນ​ປະ​ກອບ​ໂລ​ຫະ, ເຮັດ​ໃຫ້​ເກີດ​ປະ​ກາຍ​ໄຟ​ໄດ້. ປະກາຍໄຟສາມາດເຮັດໃຫ້ແກ໊ສ​ໃນແບັດ​ເຕີ​ຣີລະເບີດ, ເຊິ່ງເຮັດໃຫ້ມີການບາດເຈັບສ່ວນບຸກຄົນ.

      • ເມື່ອ​ຖອດ ຫຼື ຕິດ​ຕັ້ງ​ແບັດ​ເຕີ​ຣີ, ຢ່າ​ປ່ອຍ​ໃຫ້​ຫົວ​ແບັດ​ເຕີ​ຣີ​ສຳ​ລັບ​ກັບ​ສ່ວນ​ຂອງ​ເຄື່ອງ​ຈັກ​ທີ່​ເປັນ​ໂລ​ຫະ.

      • ຢ່າ​ປ່ອຍ​ໃຫ້​ເຄື່ອງ​ມື​ໂລ​ຫະ​ຊັອດ​ລະ​ຫວ່າງ​ຫົວ​ແບັດ​ເຕີ​ຣີ ແລະ ສ່ວນ​ຂອງ​ເຄື່ອງ​ຈັກ​ທີ່​ເປັນ​ໂລ​ຫະ.

      artpending
    4. ເຊື່ອມຕໍ່ຫົວສາກແບັດ​ເຕີ​ຣີ 3 ຫາ 4 A ໃສ່ຫົວ​ແບັດ​ເຕີ​ຣີ. ສາກແບັດເຕີຣີໃນອັດຕາ 3 ເຖິງ 4 A ເປັນເວລາ 4 ຫາ 8 ຊົ່ວໂມງ.

      ຄຳເຕືອນ

      ການສາກແບັດເຕີຣີ​ເຮັດ​ໃຫ້​ເກີດອາຍແກັສທີ່ສາມາດລະເບີດໄດ້.

      ຢ່າສູບຢາຢູ່ໃກ້ແບັດເຕີຣີ ແລະ ໃຫ້ປະກາຍໄຟ ແລະ ແປວໄຟຢູ່ຫ່າງຈາກແບັດ​ເຕີ​ຣີ.

    5. ເມື່ອສາກແບັດ​ແຕີ​ຣີແລ້ວ, ໃຫ້ຖອດເຄື່ອງສາກໄຟອອກຈາກບ່ອນ​ປ່ອຍ​ພະ​ລັງ​ງານ ແລະ ຫົວ​ແບັດ​ເຕີ​ຣີ.

    6. ຕິດຕັ້ງສາຍໄຟບ​ວກ (ສີແດງ) ໃສ່ຫົວຂົ້ວບວກ (+) ແລະ ສາຍໄຟລົບ (ສີດໍາ) ໃສ່​ຫົວຂົ້ວລົບ (-) ຂອງແບັດ​ເຕີ​ຣີ (ຮູບສະແດງ ).

    7. ຍຶດ​ສາຍ​ໄຟ​ໃສ່​ຫົວ​ຕ່າງໆ​ດ້ວຍ​ນັອດ​ຕົວ​ຜູ້ ແລະ ນັອດ​ຕົວແມ່.

      Note: ໃຫ້ແນ່ໃຈວ່າຂົ້ວບວກ (+) ແມ່ນເຂົ້າກັບຫົວຈົນສຸດ ແລະ ສາຍໄຟຢູ່ໃນຕຳແໜ່ງພໍດີກັບແບັດ​ເຕີ​ຣີ. ສາຍບໍ່ຕ້ອງສຳ​ຜັດກັບຝາປິດແບັດ​ເຕີ​ຣີ.

    8. ເຄືອບການເຊື່ອມຕໍ່ແບັດ​ເຕີ​ຣີທັງສອງດ້ວຍກະ​ແລັດ (ເຄືອບ) Grafo 112X, ອາ​ໄຫຼ່​ເບີ 505-47 ຫຼື ກະແລັດບາງໆເພື່ອປ້ອງກັນການກັດກ່ອນ.

    9. ເລື່ອນຢາງ​ຫຸ້ມ​ໄປ​ເທິງ​ຫົວ​ຂົ້ວ​ບວກ.

    10. ປິດແຜງ​ຄວບ​ຄຸມ ແລະ ໃສ່​ສະ​ຫຼັກ​ໃຫ້​ແໜ້ນ.

    ການ​ຊອກ​ຫາ​ຟິວ

    ກ່ອງຟິວສຳ​ລັບ​ເຄື່ອງ​ຈັກ​ຕັ້ງ​ຢູ່​ໃນ​ກ່ອງ​ເກັບ​ຮັກ​ສາ​ເບື້ອງ​ຂວາ

    artpending
    1. ມາຍ​ສະ​ຫຼັກ​ໃຫ້​ຫຼວມ​ສຳ​ລັບ​ຝາ​ປົກ​ຂອງ​ກ່ອງເກັບມ້ຽນ​ເບື້ອງ​ຂວາ ແລະ ຍົກ​ຝາ​ປົກ​ຂຶ້ນ (ຮູບສະແດງ ) ເພື່ອ​ໃຫ້​ຖືກ​ກ່ອງ​ຟິວ (ຮູບສະແດງ ).

      artpending
    2. ປ່ຽນ​ຟິວ​ເປີດ​ຕາມ​ທີ່​ຈຳ​ເປັນ (ຮູບສະແດງ ).

      artpending
    3. ປິດຝາ​ປົກ​ຂອງ​ກ່ອງເກັບມ້ຽນ​ເບື້ອງ​ຂວາ ແລະ ຍຶດຝາ​ປົກດ້ວຍ​ສະ​ຫຼັກ (ຮູບສະແດງ ).

    ການບຳລຸງຮັກສາລະບົບຂັບເຄື່ອນ

    artpending

    ການກວດ​ເບິ່ງ​ການ​ເຄື່ອນ​ເໜັງຢູ່​ໃນ​ການ​ຂັບ​ເຄື່ອນ​ຮູບ​ດາວ​ເຄາະ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ກວດ​ເບິ່ງ​ການ​ເຄື່ອນ​ເໜັງຢູ່​ໃນ​ການຂັບ​ເຄື່ອນ​ຮູບ​ດາວ​ເຄາະ.
  • ຄວນ​ຈະ​ບໍ່​ມີ​ການ​ເຄື່ອນ​ເໜັງຢູ່​ໃນ​ການ​ຂັບ​ເຄື່ອນ​ຮູບ​ດາວ​ເຄາະ/ລໍ້​ຂັບ​ເຄື່ອນ (ນັ້ນ​ຄື: ລໍ້​ບໍ່​ຄວນ​ເຄື່ອນ​ເໜັງ​ເມື່ອ​ທ່ານ​ດຶງ ຫຼື ຍູ້​ພວກ​ມັນ​ຢູ່​ໃນ​ທິດ​ທາງ​ຂະ​ໜານ​ກັບ​ແກນ).

    1. ຈອດເຄື່ອງຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ປ່ອຍໜ່ວຍຕັດຕ່ຳລົງ, ມອດ​ຈັກ ແລະ ຖອດກະ​ແຈ.

    2. ກວດ​ເບິ່ງ​ລໍ້​ຫຼັງ ແລະ ຍົກ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກຂຶ້ນ, ຄ້ຳ​ແກນ/ຂອບ​ດ້ານ​ໜ້າ​ໃນ​ຂາ​ຄ້ຳ​ກະ​ລິກ.

      ອັນຕະລາຍ

      ເຄື່ອງຈັກຢູ່​ເທິງກະລິ​ກ​ອາດຈະ​ບໍ່​ທ່ຽງ ແລະ ຖະ​ໄຫຼ​ອອກ​ຈາກ​ກະ​ລິກ, ເຮັດ​ໃຫ້ເກີດ​ການ​ບາດ​ເຈັບ​ຕໍ່​ຜູ້​ຢູ່​ກ້ອງ​ມັນ​ໄດ້.

      • ຢ່າຕິດຈັກໃນຂະນະທີ່ເຄື່ອງຈັກຢູ່ເທິງ​ກະ​ລິກ.

      • ຖອດ​ກະ​ແຈ​ອອກ​ຈາກ​ສະ​ວິດ​ກ່ອນອອກ​ຈາກ​ເຄື່ອງຈັກຢູ່​ສະ​ເໝີ.

      • ໝຸນ​ຢາງ​ຕືນ​ເມື່ອ​ທ່ານ​ກຳ​ລັງ​ຍົກ​ເຄື່ອງ​ຈັກຂຶ້ນ​ດ້ວຍ​ກະ​ລິກ​.

      • ຄ້ຳ​ເຄື່ອງ​ຈັກດ້ວຍຂາກະ​ລິກ​ຄ້ຳ.

    3. ຄວ້າ​ຈັບ 1 ໃນ​ລໍ້​ຂັບ​ເຄື່ອນ​ດ້ານ​ໜ້າ ແລະ ຍູ້/ດຶງ​ມັນ​ໄປ​ໜ້າ ແລະ ອອກ​ຈາກ​ເຄື່ອງ​ຈັກ, ສັງ​ເກດ​ເບິ່ງ​ການ​ເຄື່ອນ​ເໜັງ​ໃດ​ໜຶ່ງ.

      artpending
    4. ເຮັດ​ຊ້ຳ​ຄືນ​ຂັ້ນ​ຕອນ ສຳ​ລັບ​ລໍ້​ຂັບ​ເຄື່ອນ​ອື່ນໆ.

    5. ຖ້າ​ລໍ້​ໃດ​ໜຶ່ງ​ເຄື່ອນ​ເໜັງ, ຕິດ​ຕໍ່ຕົວ​ແທນ​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານເພື່ອ​ໃຫ້​ສ້າງ​ການ​ຂັບ​ເຄື່ອນ​ຮູບ​ດາວ​ເຄາະ​ຄືນ​ໃໝ່.

    ກວດ​ເບິ່ງ​ນ້ຳ​ມັນ​ຫຼໍ່​ມື່ນ​ການຂັບ​ເຄື່ອນ​ເກຍຮູບ​ດາວ​ເຄາະ.

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ກວດ​ເບິ່ງລະ​ດັບ​ນ້ຳ​ມັນ​ເຄື່ອງ​ຂັບ​ເຄື່ອນເກຍຮູບ​ດາວ​ເຄາະ(ກວດ​ເບິ່ງ​ຖ້າ​ທ່ານ​ສັງ​ເກດ​ເຫັນ​ການ​ຮົ່ວ​ໄຫຼ​ທາງນອກ).
  • ຂໍ້​ກຳ​ນົດ​ສະ​ເພາະ​ນ້ຳມັນ​ຫຼໍ່​ມື່ນ: ນ້ຳ​ມັນ​ຫຼໍ່​ມື່ນ​ເກຍ SAE 85W-140 ຄຸນ​ນະ​ພາບ​ສູງ

    1. ຈອດ​ເຄື່ອງ​ຈັກ​ໃນ​ບ່ອນພື້ນ​ຜິວ​ພຽງ​ໄດ້​ລະ​ດັບ, ຈັດ​ຕຳ​ແໜ່ງ​ລໍ້​ເພື່ອ​ໃຫ້​ດອນ​ອັດ​ບ່ອນ​ເຕີມ​ຢູ່​ທີ່​ຕຳ​ແໜ່ງ 12 ໂມງ, ດອນ​ອັດ​ກວດ​ເຊັກຢູ່​ຕຳ​ແໜ່ງ 3 ໂມງ ແລະ ດອນ​ອັດ​ການລະບາຍຢູ່​ທີ່​ຕຳ​ແໜ່ງ 6 ໂມງ (ຮູບສະແດງ ).

      artpending
    2. ດອນ​ອັດກວດ​ເຊັກອອກ​ຢູ່​ທີ່ຕຳແໜ່ງ 3 ໂມງ (ຮູບສະແດງ ).

      ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຄວນ​ຢູ່​ທີ່​ດ້ານ​ລຸ່ມ​ຂອງ​ຮູດອນ​ອັດ​ກວດ​ເຊັກ.

      artpending
    3. ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຕ່ຳ, ເອົາດອນ​ອັດ​ບ່ອນເຕີມອອກ​ຢູ່​ທີ່​ຕຳ​ແໜ່ງ 12 ໂມງ ແລະ ເຕີມ​ນ້ຳ​ມັນ​ເຄື່ອງ​ຈົນ​ກວ່າ​ມັນ​ເລີ່ມ​ໄຫຼ​ອອກ​ຈາກ​ຮູ​ຢູ່​ທີ່​ຕຳ​ແໜ່ງ 3 ໂມງ.

    4. ກວດ​ເບິ່ງແຫວນ​ຮູ​ບ​ຕົວ O ສຳ​ລັບ​ດອນ​ອັດ​ເພື່ອ​ເບິ່ງ​ການ​ຫຼຸ້ຍ​ຫ້ຽນ ແລະ ຄວາມ​ເສຍ​ຫາຍ.

      Note: ປ່ຽນແຫວນ​ຮູ​ບ​ຕົວ O ຕາມ​ທີ່​ຈຳ​ເປັນ.

    5. ຕິດ​ຕັ້ງດອນ​ອັດ.

    6. ເຮັດຊ້ໍາຄືນຂັ້ນຕອນ ຮອດ ໃນສ່ວນ​ປະ​ກອບເກຍ​ຮູບ​ດາວ​ເຄາະຢູ່​ທີ່​ດ້ານອື່ນ​ຂອງ​ເຄື່ອງ​ຈັກ.

    ການປ່ຽນນ້ຳ​ມັນ​ເຄື່ອງການ​ຂັບ​ເຄື່ອນເກຍ​ຮູບ​ດາວ​ເຄາະ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 50 ຊົ່ວໂມງທໍາອິດ
  • ປ່ຽນນ້ຳ​ມັນ​ເຄື່ອງເກຍ​ຮູບ​ດາວ​ເຄາະດ້ານ​ໜ້າ.
  • ທຸກໆ 800 ຊົ່ວໂມງ
  • ປ່ຽນນ້ຳ​ມັນ​ເຄື່ອງເກຍ​ຮູບ​ດາວ​ເຄາະດ້ານ​ໜ້າຫຼື ປະຈຳປີ, ອັນໃດກໍ່ຕາມທີ່ມາກ່ອນ.
  • ຂໍ້​ກຳ​ນົດ​ສະ​ເພາະ​ນ້ຳມັນ​ຫຼໍ່​ມື່ນ: ນ້ຳ​ມັນ​ຫຼໍ່​ມື່ນ​ເກຍ SAE 85W-140 ຄຸນ​ນະ​ພາບ​ສູງ

    ຄວາມ​ຈຸ​ການ​ຫຼໍ່​ມື່ນ​ເຕົ້າໃນ​ໜ້າ​ພຽງ ແລະ ເບ​ຣກ: 0.65 ລິດ (22 ອອນ​ຂອງ​ແຫຼວ)

    ການລະ​ບາຍ​ການ​ຂັບ​ຂີ່​ຮູບ​ດາວ​ເຄາະ

    1. ຈອດ​ເຄື່ອງ​ຈັກ​ໃນ​ບ່ອນພື້ນ​ຜິວ​ພຽງ​ໄດ້​ລະ​ດັບ, ຈັດ​ຕຳ​ແໜ່ງ​ລໍ້​ເພື່ອ​ໃຫ້​ດອນ​ອັດ​ບ່ອນ​ເຕີມ​ຢູ່​ທີ່​ຕຳ​ແໜ່ງ 12 ໂມງ, ດອນ​ອັດ​ກວດ​ເຊັກຢູ່​ຕຳ​ແໜ່ງ 3 ໂມງ ແລະ ດອນ​ອັດ​ການລະບາຍຢູ່​ທີ່​ຕຳ​ແໜ່ງ 6 ໂມງ; ໃຫ້​ເບິ່ງ ຮູບສະແດງ ຢູ່​ໃນ .

    2. ເອົາ​ດອນ​ອັດ​ບ່ອນ​ເຕີມ​ຢູ່​ທີ່​ຕຳ​ແໜ່ງ 12 ໂມງ ແລະ ດອນ​ອັດກວດ​ເຊັກອອກ​ຢູ່​ທີ່ຕຳແໜ່ງ 3 ໂມງ (ຮູບສະແດງ ) ອອກ.

      artpending
    3. ວາງ​ຖາດ​ລະ​ບາຍ​ໄວ້​ຢູ່​ກ້ອງ​ເຕົ້າ​ຮູບ​ດາວ​ເຄາະ, ເອົາດອນ​ອັດ​ການລະບາຍຢູ່​ທີ່​ຕຳ​ແໜ່ງ 6 ໂມງ​ອອກ ແລະ ປ່ອຍ​ໃຫ້​ນ້ຳ​ມັນ​ເຄື່ອງ​ລະ​ບາຍ​ອອກ​ຈົນ​ໝົດ (ຮູບສະແດງ ).

    4. ກວດ​ເບິ່ງແຫວນ​ຮູ​ບ​ຕົວ O ສຳ​ລັບ​ດອນ​ອັດບ່ອນ​ເຕີມ, ກວດ​ເຊັກ ແລະ ລະ​ບາຍສຳ​ລັບການ​ຫຼຸ້ຍ​ຫ້ຽນ ແລະ ຄວາມ​ເສຍ​ຫາຍ.

      Note: ປ່ຽນແຫວນ​ຮູ​ບ​ຕົວ O ຕາມ​ທີ່​ຈຳ​ເປັນ.

    5. ຕິດ​ຕັ້ງ​ດອນ​ອັດ​ລະ​ບາ​ຍ​ເຂົ້າ​ໄປໃນ​ຮູ​ລະ​ບາຍ​ຂອງ​ເຕົ້າ​ເຄື່ອນ​ທີ່ (ຮູບສະແດງ ).

    6. ວາງ​ຖາດ​ລະ​ບາຍ​ໄວ້​ຢູ່​ກ້ອງ​ເຕົ້າເບ​ຣກ, ເອົາດອນ​ອັດ​ການລະບາຍໂມງ​ອອກ ແລະ ປ່ອຍ​ໃຫ້​ນ້ຳ​ມັນ​ເຄື່ອງ​ລະ​ບາຍ​ອອກ​ຈົນ​ໝົດ (ຮູບສະແດງ ).

      artpending
    7. ກວດ​ເບິ່ງ​ແຫວນ​ຮູບ​ຕົວ O ສຳ​ລັບ​ດອນ​ອັດ​ສຳລັບ​ຄວາມ​ຫຼຸ້ຍ​ຫ້ຽນ ຫຼື ຄວາມ​ເສຍ​ຫາຍ ແລະ ຕິດ​ຕັ້ງ​ດອນ​ອັດ​ການ​ລະ​ບາຍ​ໃສ່​ເຕົ້າ​ເບ​ຣກ.

      Note: ປ່ຽນແຫວນ​ຮູ​ບ​ຕົວ O ຕາມ​ທີ່​ຈຳ​ເປັນ.

    ການເຕີມນ້ຳມັນຫຼໍ່ມື່ນຕົວຂັບ​ເຄື່ອນ​ເກຍຮູບ​ດາວ​ເຄາະ

    1. ຜ່ານ​ຮູ​ດອນ​ອັດ​ບ່ອນ​ເຕີມ, ຄ່ອຍໆເຕີມຕົວ​ຮູບ​ດາວ​ເຄາະ​ດ້ວຍ​ນ້ຳ​ມັນ​ຫຼໍ່​ມື່ນ​ເກຍ SAE 85W-140 ຄຸນ​ນະ​ພາບ​ສູງ 0.65 ລິດ (22 ອອນ​ຂອງ​ແຫຼວ).

      Important: ຖ້າຕົວຮູບດາວເຄາະເຕີມກ່ອນເຕີມ 0.65 ລິດ (22 ອອນ​ຂອງ​ແຫຼວ), ໃຫ້ລໍຖ້າ 1 ຊົ່ວໂມງ ຫຼື ຕິດຕັ້ງດອນ​ອັດ ແລະ ເຄື່ອນຍ້າຍເຄື່ອງຈັກປະມານສິບຟຸດເພື່ອກະ​ຈາຍນໍ້າມັນເຄື່ອງຜ່ານລະບົບເບຣກ. ຈາກ​ນັ້ນ​ເອົາ​ດອນ​ອັດ​ອອກ ແລະ ເຕີມນ້ຳ​ມັນ​ສ່ວນ​ທີ່​ເຫຼືອ.

      artpending
    2. ຕິດ​ຕັ້ງດອນ​ອັດ​ບ່ອນເຕີມ ແລະ ດອນ​ອັດ​ກວດ​ເຊັກ.

    3. ເຊັດ​ທຳ​ຄວາມ​ສະ​ອາດ​ຕົວ​ຮູບ​ດາວ​ເຄາະ ແລະ ເຕົ້າ​ເບ​ຣກ (ຮູບສະແດງ ).

      artpending
    4. ເຮັດຊ້ຳຄືນຂັ້ນຕອນ ຮອດ ຢູ່​ໃນ ແລະ ຂັ້ນ​ຕອນ ຮອດ ຢູ່​ໃນ​ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້​ສຳ​ລັບ​ອົງ​ປະ​ກອບ​ຮູບ​ດາວ​ເຄາະ/ເບ​ຣກ​ຢູ່​ທີ່​ດ້ານ​ອື່ນ​ຂອງ​ເຄື່ອງ​ຈັກ.

    ກວດ​ເບິ່ງ​ແກນ​ຫຼັງ ແລະ ກະ​ປຸກ​ເກຍ​ສຳ​ລັບ​ການ​ຮົ່ວ​ໄຫຼ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງ​ແກນ​ຫຼັງ ແລະ ກະ​ປຸກ​ເກຍແກນ​ຫຼັງ​ສຳ​ລັບ​ການ​ຮົ່ວ​ໄຫຼ.
  • ກວດ​ເບິ່ງ​ແກນ​ຫຼັງ ແລະ ກະ​ປຸກ​ເກຍແກນ​ຫຼັງ​ສຳ​ລັບ​ການ​ຮົ່ວ​ໄຫຼດ້ວຍ​ສາຍ​ຕາ.

    artpending

    ການກວດ​ເບິ່ງ​ນ້ຳ​ມັນ​ຫຼໍ່​ມື່ນແກນ​ຫຼັງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ກວດ​ເບິ່ງ​ນ້ຳ​ມັນ​ຫຼໍ່​ມື່ນແກນ​ຫຼັງ.
  • ແກນ​ຫຼັງ​ແມ່ນ​ເຕີມ​ດ້ວຍ​ນ້ຳ​ມັນ​ເກຍ SAE 85W-140. ຄວາມ​ຈຸແມ່ນ 2.4 ລິດ (80 ອອນ​ຂອງ​ແຫຼວ). ກວດກາ​ເບິ່ງ​ການ​ຮົ່ວ​ໄຫຼດ້ວຍ​ສາຍ​ຕາ​ປະ​ຈຳ​ວັນ.

    1. ຈອດເຄື່ອງຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ປ່ອຍໜ່ວຍຕັດຕ່ຳລົງ, ມອດ​ຈັກ ແລະ ຖອດກະ​ແຈ.

    2. ເອົາດອນ​ອັດ​ກວດ​ເຊັກອອກ​ຈາກ 1 ດ້ານ​ຂອງ​ແກນ ແລະ ໃຫ້​ແນ່​ໃຈ​ວ່າ​ນ້ຳ​ມັນ​ຫຼໍ່​ມື່ນ​ຂຶ້ນ​ມາ​ຮອດ​ພື້ນ​ຂອງ​ຮູ (ຮູບສະແດງ ).

      Note: ຖ້າ​ລະ​ດັບ​ຕ່ຳ, ເອົາ​ດອນ​ອັດ​ບ່ອນ​ເຕີມ​ອອກ ແລະ ເຕີມ​ນ້ຳ​ມັນ​ຫຼໍ່​ມື່ນ​ໃຫ້​ພໍ​ເພື່ອ​ເອົາ​ລະ​ດັບ​ຂຶ້ນ​ມາ​ຮອດ​ພື້ນ​ຂອງ​ຮູ​ດອນ​ອັດ​ກວດ​ເຊັກ.

      artpending

    ການປ່ຽນນ້ຳ​ມັນ​ຫຼໍ່​ມື່ນແກນ​ຫຼັງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 200 ຊົ່ວໂມງທໍາອິດ
  • ປ່ຽນນ້ຳ​ມັນ​ຫຼໍ່​ມື່ນແກນ​ຫຼັງ.
  • ທຸກໆ 800 ຊົ່ວໂມງ
  • ປ່ຽນນ້ຳ​ມັນ​ຫຼໍ່​ມື່ນແກນ​ຫຼັງ.
  • ຂໍ້​ກຳ​ນົດ​ສະ​ເພາະ​ນ້ຳມັນ​ຫຼໍ່​ມື່ນ: ນ້ຳ​ມັນ​ຫຼໍ່​ມື່ນ​ເກຍ SAE 85W-140 ຄຸນ​ນະ​ພາບ​ສູງ

    ຄວາມ​ຈຸ​ແກນ: 2.4 ລິດ (80 ອອນ​ຂອງ​ແຫຼວ)

    1. ຈອດເຄື່ອງຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ປ່ອຍໜ່ວຍຕັດຕ່ຳລົງ, ມອດ​ຈັກ ແລະ ຖອດກະ​ແຈ.

    2. ທຳ​ຄວາມ​ສະ​ອາດ​ພື້ນ​ທີ່​ຮອບດອນ​ອັດ​ການ​ລະ​ບາຍ 3 ຕົວ – 1 ໃນ​ແຕ່​ລະ​ສົ້ນ ແລະ 1 ຢູ່​ໃນ​ເຄິ່ງ​ກາງ (ຮູບສະແດງ ).

      artpending
    3. ເອົາດອນ​ອັດ​ກວດ​ເຊັກລະ​ດັບ​ນ້ຳ​ມັນ​ເຄື່ອງ ແລະ ຝາ​ປິດ​ຊ່ອງ​ລະ​ບາຍແກນ​ໃຫຍ່​ອອກ​ເພື່ອ​ໃຫ້​ການ​ລະ​ບາຍ​ນ້ຳ​ມ​ຫຼໍ່ມື່ນ​ເກຍ​ງ່າຍ​ຂຶ້ນ.

    4. ເອົາ​ດອນ​ອັດ​ລະ​ບາຍ​ອອກ ແລະ ປ່ອຍ​ໃຫ້​ນ້ຳ​ມັນ​ຫຼໍ່​ມື່ນ​ເກຍ​ລະ​ບາຍ​ລົງ​ໃສ່ອ່າງ​ຮອງ.

    5. ຕິດ​ຕັ້ງດອນ​ອັດ.

    6. ເອົາດອນ​ອັດ​ກວດ​ເຊັກອອກ ແລະ ເຕີມ​ແກນ​ດ້ວຍ​ນ້ຳ​ມັນ​ຫຼໍ່​ມື່ນ​ເກຍ 2.4 ລິດ (80 ອອນ​ຂອງ​ແຫຼວ) ຫຼື​ຈົນ​ກວ່າ​ນ້ຳ​ມັນ​ຫຼໍ່​ມື່ນ​ຂຶ້ນ​ຮອດ​ພື້ນ​ຂອງ​ຮູ.

    7. ຕິດ​ຕັ້ງດອນ​ອັດກວດ​ເຊັກ.

    ການກວດ​ເບິ່ງ​ນ້ຳ​ມັນ​ຫຼໍ່​ມື່ນກະ​ປຸກ​ເກຍແກນ​ຫຼັງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ກວດ​ເບິ່ງ​ນ້ຳ​ມັນ​ຫຼໍ່​ມື່ນກະ​ປຸກ​ເກຍແກນ​ຫຼັງ.
  • ກະ​ປຸກ​ເກຍແມ່ນ​ເຕີມ​ດ້ວຍ​ນ້ຳ​ມັນ​ເກຍ SAE 85W-140. ຄວາມ​ຈຸແມ່ນ 0.5 ລິດ (16 ອອນ​ຂອງ​ແຫຼວ). ກວດກາ​ເບິ່ງ​ການ​ຮົ່ວ​ໄຫຼດ້ວຍ​ສາຍ​ຕາ​ປະ​ຈຳ​ວັນ.

    1. ຈອດເຄື່ອງຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ປ່ອຍໜ່ວຍຕັດຕ່ຳລົງ, ມອດ​ຈັກ ແລະ ຖອດກະ​ແຈ.

    2. ເອົາດອນ​ອັດ​ກວດ​ເຊັກ/ບ່ອນ​ເຕີມອອກ​ຈາກດ້ານ​ຊ້າຍ​ຂອງ​ກະ​ປຸກ​ເກຍ ແລະ ໃຫ້​ແນ່​ໃຈ​ວ່າ​ນ້ຳ​ມັນ​ຫຼໍ່​ມື່ນ​ຂຶ້ນ​ມາ​ຮອດ​ພື້ນ​ຂອງ​ຮູ (ຮູບສະແດງ ).

      Note: ຖ້າ​ລະ​ດັບ​ຕ່ຳ, ເຕີມ​ນ້ຳ​ມັນ​ຫຼໍ່​ມື່ນ​ໃຫ້​ພໍ​ເພື່ອ​ເອົາ​ລະ​ດັບ​ຂຶ້ນ​ມາ​ຮອດ​ພື້ນ​ຂອງ​ຮູ.

      artpending

    ການກວດ​ເບິ່ງການ​ຫຸບ​ເຂົ້າ​ຂອງລໍ້ຫຼັງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 800 ຊົ່ວໂມງ
  • ກວດເບິ່ງການ​ຫຸບ​ເຂົ້າ​ຂອງລໍ້ຫຼັງ.
    1. ຈອດເຄື່ອງຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ປ່ອຍໜ່ວຍຕັດຕ່ຳລົງ, ມອດ​ຈັກ ແລະ ຖອດກະ​ແຈ.

    2. ວັດ​ແທກ​ໄລ​ຍະ​ຫ່າງ​ຈາກຈຸດ​ສູນ​ກາງ​ຫາ​ສູນ​ກາງ​ຢູ່ທີ່ຄວາມ​ສູງ​ຂອງແກນຢູ່​ດ້ານ​ໜ້າ ແລະ ດ້ານຫຼັງ​ຂອງ​ຢາງຕີນ​ບັງ​ຄັບ (ຮູບສະແດງ ).

      Note: ການ​ວັດ​ແທກ​ດ້ານ​ໜ້າ​ຕ້ອງ​ແມ່ນ 3 ມມ (1/8 ນິ້ວ) ໜ້ອຍກວ່າ​ການ​ວັດ​ແທກ​ດ້ານ​ຫຼັງ.

      artpending
    3. ເພື່ອ​ປັບ, ເອົາສະຫຼັກລັອກ ແລະ ນັອດ​ຕົວ​ແຕ່​ອອກ​ຈາກ​ຂໍ້​ຕໍ່​ລູກ​ບີ່​ແທ່ງ​ເຫຼັກ​ມັດ (ຮູບສະແດງ ). ເອົາ​ຂໍ້​ຕໍ່​ລູກ​ບີ່​ແທ່ງ​ເຫຼັກ​ມັດ​ອອກ​ຈາກ​ຕົວ​ຄ້ຳ​ກັບ​ແກນ​ໝູນ.

      artpending
    4. ມາຍ​ປອກ​ຮັດ​ຢູ່​ທັງ​ສອງ​ດ້ານ​ຂອງ​ແກນ​ມັດ​ໃຫ້​ຫຼວມ (ຮູບສະແດງ ).

    5. ໝູນຂໍ້​ຕໍ່​ລູກ​ບີ່ທີ່​ຖອດ​ອອກ​ເຂົ້າ​ໄປ​ດ້ານ​ໃນ ຫຼື ອອກນອກ​ຄົບ​ການ​ຫັນ​ປ່ຽນເຕັມ 1 ຄັ້ງ ແລະ ຮັດ​ປອກ​ຮັດ​ຢູ່​ສົ້ນ​ທີ່​ຫຼວມ​ຂອງ​ແກນ​ມັດ​ໃຫ້​ແໜ້ນ.

    6. ໝູນທັງ​ໝົດສ່ວນ​ປະ​ກອບ​ແກນ​ມັດໃນ​ທິດ​ທາງ​ດຽວ​ກັນ (ເຂົ້າ​ໄປ​ດ້ານ​ໃນ ຫຼື ອອກນອກ) ຄົບ​ການ​ຫັນ​ປ່ຽນເຕັມ 1 ຄັ້ງ ແລະ ຮັດ​ປອກ​ຮັດ​ຢູ່​ສົ້ນເຊື່ອມ​ຕໍ່​ແລ້ວ​ຂອງ​ແກນ​ມັດ​ໃຫ້​ແໜ້ນ.

    7. ຕິດ​ຕັ້ງ​ຂໍ້​ຕໍ່​ລູກ​ບີ່​ຢູ່​ໃນ​ຕົວ​ຄ້ຳ​ກ່ອງ​ແກນ, ຮັດ​ນັອດ​ຕົວ​ແມ່​ໃຫ້​ແໜ້ນ​ດ້ວຍ​ນິ້ວ​ມື ແລະ ວັດ​ແທກປາຍ​ມັນ​ຈ້ອມ​ເຂົ້າ​ກັນ.

    8. ເຮັດ​ຂັ້ນ​ຕອນ​ຊ້ຳ​ຄືນ, ຖ້າ​ຈຳ​ເປັນ.

    9. ຮັດນັອດຕົວແມ່ໃຫ້ແໜ້ນ ແລະ ຕິດ​ຕັ້ງ​ສະ​ຫຼັກ​ລັອກ​ໃໝ່​ເມື່ອ​ການ​ປັບ​ຖືກ​ຕ້ອງ.

    10. ກວດ​ເບິ່ງ​ແກນ​ມັດ​ດ້ານ​ກົງ​ກັນ​ຂ້າມ ແລະ ເຮັດ​ຂັ້ນ​ຕອນ​ດຳ​ເນີນ​ການ​ຊ້ຳ​ຄືນ, ຖ້າ​ຈຳ​ເປັນ.

    ການບຳລຸງຮັກສາລະບົບເຮັດຄວາມເຢັນ

    ຄວາມປອດໄພຂອງລະບົບເຮັດຄວາມເຢັນ

    • ການກືນກິນນ້ຳຢາທຳ​ຄວາມເຢັນສາ​ມາດ​ເກີດເປັນພິດໄດ້; ໃຫ້ເກັບ​ໄວ້​ຫ່າງໄກຈາກເດັກນ້ອຍ ແລະ ສັດລ້ຽງ.

    • ການປ່ອຍ​ນ້ຳ​ຢາ​ທຳຄວາມເຢັນທີ່ມີ​ຄວາມ​ດັນ ແລະ ຮ້ອນ ແລະ ການຈັບ​ໝໍ້​ນ້ຳ​ທີ່​ຮ້ອນ ແລະ ສ່ວນທີ່ຢູ່ອ້ອມຮອບສາມາດເຮັດໃຫ້ເກີດມີການ​ໄໝ້ຮຸນແຮງໄດ້.

      • ປ່ອຍໃຫ້ເຄື່ອງຈັກເຢັນລົງຢ່າງໜ້ອຍ 15 ນາທີກ່ອນທີ່ຈະເປີດຝາໝໍ້ນ້ຳ.

      • ໃຊ້ຜ້າແພເມື່ອເປີດຝາໝໍ້ນ້ຳ ແລະ ເປີດຝາຄ່ອຍໆເພື່ອໃຫ້ອາຍນ້ຳໄຫຼອອກ.

    • ຢ່າ​ໃຊ້​ງານ​ເຄື່ອງ​ຈັກ​ໂດຍ​ທີ່​ບໍ່​ມີ​ຝາ​ປົກ​ຢູ່​ໃນ​ບ່ອນ​ຂອງ​ມັນ.

    • ໃຫ້​ຮັກ​ສາ​ນິ້ວ​ມື, ມື ແລະ ເຄື່ອງ​ນຸ່ງ​ຂອງ​ທ່ານ​ຢູ່​ຫ່າງ​ໄກ​ຈາກ​ພັດ​ລົມ​ທີ່​ກຳ​ລັງ​ປິ່ນ ແລະ ສາຍ​ພານ​ຂັບ​ເຄື່ອນ.

    ຂໍ້​ກຳ​ນົດ​ສະ​ເພາະ​ນ້ຳ​ຢາ​ທຳ​ຄວາມ​ເຢັນ

    ທ້ອງ​ອ່າງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ແມ່ນ​ໄດ້​ໃສ່​ນ້ຳ​ຢາ​ຢູ່​ທີ່​ໂຮງ​ງານ​ດ້ວຍ​ສານ​ລະ​ລາຍ​ຂອງ​ນ້ຳ ແລະ ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ງານ​ໄດ້​ດົນ​ທີ່​ເປັນ​ດ່າງ​ເອ​ທີ​ລີນ​ກະ​ໄລ​ຄອ​ລ (ethylene glycol) 50/50.

    Important: ຈົ່ງ​ໃຊ້​ແຕ່​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ມີ​ໃຫ້​ທາງ​ການ​ຄ້າ​ເທົ່ານັ້ນ​ທີ່​ໄດ້​ຕາມ​ຂໍ້​ກຳ​ນົດ​ສະ​ເພາະ​ທີ່​ເຮັດ​ເປັນ​ລາຍ​ການ​ໄວ້​ຢູ່​ໃນ​ຕາ​ຕະ​ລາງ​ມາດ​ຕະ​ຖານ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ.ຢ່າ​ໃຊ້​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ເຕັກ​ໂນ​ໂລ​ຊີ​ອາ​ຊິດ​ອະ​ນົງ​ຄະ​ທາດ (IAT) (ສີ​ຂຽວ) ແບບ​ທົ່ວ​ໄປ​ໃນ​ເຄື່ອງ​ຈັກ​ຂອງ​ທ່ານ. ຢ່າ​ປະ​ສົມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ແບບ​ທົ່ວໄປ​ກັບ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ.

    ຕາ​ຕະ​ລາງ​ຂອງ​ປະ​ເພດ​ນ້ຳ​ຢາ​ທຳ​ຄວາມ​ເຢັນ

    ປະ​ເພດ​ນ້ຳ​ຢາ​ທຳ​ຄວາມ​ເຢັນ Ethylene-Glycol

    ປະ​ເພດ​ສານ​ຢັບ​ຢັ້ງ​ການ​ກັດ​ກ່ອນ

    ນ້ຳ​ຢາ​ກັນ​ການ​ແຂງ​ຕົວ​ໃຊ້​ໄດ້​ດົນ

    ເຕັກ​ໂນ​ໂລ​ຊີ​ອາ​ຊິດ​ອົງ​ຄະ​ທາດ (OAT)

    Important: ຢ່າ​ອາ​ໄສ​ສີ​ຂອງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ເພື່ອ​ລະ​ບຸ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງນ້ຳ​ຢາ​ທຳ​ຄວາມ​ເຢັນ​ເຕັກ​ໂນ​ໂລ​ຊີ​ອາ​ຊິດ​ອະ​ນົງ​ຄະ​ທາດ (IAT) (ສີ​ຂຽວ) ແບບ​ທົ່ວ​ໄປ ແລະ ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ.ຜູ້ຜະ​ລິດ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ອາດ​ຈະ​ຍ້ອມ​ສີ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ​ດ້ວຍ​ສີ​ໃດ​ໜຶ່ງ​ຕໍ່​ໄປ​ນີ້ຄື: ສີ​ແດງ, ອອນ, ສົ້ມ, ເຫຼືອງ, ຟ້າ, ຂຽວເຂັ້ມ, ມ່ວງ ແລະ ຂຽວ. ຈົ່ງ​ໃຊ້​ແຕ່​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່ໄດ້​ຕາມ​ຂໍ້​ກຳ​ນົດ​ສະ​ເພາະຢູ່​ໃນ​ຕາ​ຕະ​ລາງ​ມາດ​ຕະ​ຖານ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ.

    ມາດ​ຕະ​ຖານ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ

    ATSM ສາ​ກົນ

    SAE ສາ​ກົນ

    D3306 ແລະ D4985

    J1034, J814 ແລະ 1941

    Important: ຄວາມ​ເຂັ້ມ​ຂຸ້ນ​ຂອງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຄວນ​ຈະ​ເປັນ​ການ​ປະ​ສົມ​ຂອງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຕໍ່​ນ້ຳ 50/50.

    • ທີ່​ນິ​ຍົມ: ເມື່ອ​ປະ​ສົມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຈາກ​ນ້ຳ​ຢາ​ເຂັ້ມ​ຂຸ້ນ, ປະ​ສົມ​ມັນ​ກັບ​ນ້ຳ​ກັນ.

    • ຕົວ​ເລືອກ​ທີ່​ນິ​ຍົມ: ຖ້າ​ບໍ່​ມີ​ນ້ຳ​ກັ່ນ, ໃຫ້​ໃຊ້​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ປະ​ສົມ​ມາ​ກ່ອນ​ແທນ​ຕົວ​ເຂັ້ມ​ຂຸ້ນ.

    • ເງື່ອນ​ໄຂ​ກຳ​ນົດ​ຕ່ຳ​ສຸດ: ຖ້າ​ບໍ່​ມີ​ນ້ຳ​ກັ່ນ ແລະ ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ປະ​ສົມ​ມາ​ກ່ອນ, ໃຫ້​ປະ​ສົມ​ນ້ຳ​ຢາ​ທຳ​ຄວາມ​ເ​ຢັນ​ເຂັ້ມ​ຂຸ້ນ​ກັບ​ນ້ຳ​ສະ​ອາດ​ທີ່​ສາ​ມາດ​ດື່ມ​ໄດ້.

    ການກວດເບິ່ງລະບົບທຳຄວາມເຢັນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງ​ລະ​ດັບ​ຂອງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃນ​ຕອນ​ເລີ່ມ​ຕົ້ນ​ຂອງ​ແຕ່​ລະ​ມື້.
  • ຂໍ້​ກຳ​ນົດ​ສະ​ເພາະ​ນ້ຳ​ຢາ​ທຳ​ຄວາມ​ເຢັນ: ສານ​ປະ​ສົມ 50/50 ຂອງ​ນ້ຳ ແລະ ນ້ຳ​ຢາ​ກັນ​ແຂງ​ເອ​ທີ​ລີນ​ໄກຼ​ຄອ​ລ

    ຄວາມຈຸຂອງລະ​ບົບ​ທຳ​ຄວາມ​ເຢັນ: 8.5 ລິດ (9 ຄະ​ວອດສະຫະລັດ).

    ອັນຕະລາຍ

    ພັດ​ລົມ​ໝຸນ ແລະ ສາຍ​ພານ​ຂັບ​ເຄື່ອນເຮັດໃຫ້ເກີດການບາດເຈັບສ່ວນຕົວ.

    • ຢ່າ​ໃຊ້​ງານ​ເຄື່ອງ​ຈັກ​ໂດຍ​ທີ່​ບໍ່​ມີ​ເຄື່ອງ​ປ້ອງ​ກັນ​ກັບ​ທີ່.

    • ໃຫ້​ຮັກ​ສາ​ນິ້ວ​ມື, ມື ແລະ ເຄື່ອງ​ນຸ່ງ​ຂອງ​ທ່ານ​ຢູ່​ຫ່າງ​ໄກ​ຈາກ​ພັດ​ລົມ​ທີ່​ກຳ​ລັງ​ປິ່ນ ແລະ ສາຍ​ພານ​ຂັບ​ເຄື່ອນ.

    • ມອດຈັກ ແລະ ຖອດກະແຈກ່ອນ​ໜ້າ​ທີ່​ຈະ​ເຮັດ​ການ​ບຳ​ລຸງ​ຮັກ​ສາ.

    1. ຈອດເຄື່ອງຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ປ່ອຍໜ່ວຍຕັດຕ່ຳລົງ, ມອດ​ຈັກ ແລະ ຖອດກະ​ແຈ.

    2. ເອົາ​ຝາ​ອັດ​ໝໍ້​ນ້ຳ​ອອກ​ຢ່າງ​ລະ​ມັດ​ລະ​ວັງ.

      artpending
    3. ກວດເບິ່ງລະດັບນ້ຳຢາທຳ​ຄວາມເຢັນຢູ່ໃນໝໍ້​ນ້ຳ. ໝໍ້​ນ້ຳ​ຄວນ​ເຕີມ​ໃຫ້​ຮອດ​ດ້ານ​ເທິງ​ຂອງ​ຄໍ​ຕົວ​ເຕີມ ແລະ ຖັງຂະຫຍາຍແມ່ນ​ເຕີມ​ໃຫ້​ຮອດ​ຂີດເຕັມ (ຮູບສະແດງ ).

    4. ຖ້າ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໜ້ອຍ, ເຕີມ​ສານ​ປະ​ສົມ 50/50 ຂອງ​ນ້ຳ ແລະ ນ້ຳ​ຢາ​ກັນ​ແຂງ​ເອ​ທີ​ລີນ​ໄກຼ​ຄອ​ລ. ຢ່າ​ໃຊ້​ແຕ່​ນ້ຳ​ເທົ່າ​ນັ້ນ ຫຼື ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ມີ​ເຫຼົ້າ/ເມ​ທານອ​ລ.

    5. ຕິດ​ຕັ້ງ​ຝາ​ອັດ​ໝໍ້​ນ້ຳ ແລະ ຝາ​ປິດ​ຖັງ​ຂະ​ຫຍາຍ.

    ການທຳຄວາມສະອາດລະບົບທຳຄວາມເຢັນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກຳຈັດສິ່ງເສດເຫຼືອອອກຈາກບໍ​ລິ​ເວນ​ຈັກ, ເຕົ້າ​ທຳ​ຄວາມ​ເຢັນນ້ຳ​ມັນ​ເຄື່ອງ ແລະ ໝໍ້ນ້ຳ (ທຳຄວາມສະອາດມັນເລື້ອຍໆໃນສະພາບເປື້ອນ).
  • ເຄື່ອງ​ຈັກ​ນີ້​ມີ​ລະ​ບົບ​ຂັບ​ເຄື່ອນ​ພັດ​ລົມ​ທີ່​ຂັບ​ເຄື່ອນ​ດ້ວຍ​ໄຮ​ໂດຼ​ລິກ​ຕິດ​ຕັ້ງ​ມາ​ນຳ​ທີ່​ປີ້ນ​ຄືນ​ໂດຍ​ອັດ​ຕະ​ໂນ​ມັດ (ຫຼື ປີ້ນ​ເອົາ​ເອງ) ເພື່ອ​ຫຼຸດ​ການ​ສະ​ສົມ​ຂອງ​ຂີ້​ເຫຍື້ອ​ໃນເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ/ໝໍ້​ນ້ຳ ແລະ ຕະ​ແກງ. ໃນ​ຂະ​ນະ​ທີ່​ຄຸນ​ສົມ​ບັດ​ນີ້​ສາ​ມາດ​ຊ່ວຍ​ຫຼຸດ​ເວ​ລາ​ທີ່​ຕ້ອງ​ການ​ເພື່ອ​ຄວາມ​ສະ​ອາດເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ/ໝໍ້​ນ້ຳ, ມັນ​ບໍ່​ໄດ້​ຈຳ​ກັດ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ໄດ້​ທຳ​ຄວາມ​ສະ​ອາດ​ປົກ​ກະ​ຕິ. ຍັງ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ມີ​ການ​ທຳ​ຄວາມ​ສະ​ອາດ ແລະ ການກວດ​ກາ​ໝໍ້​ນ້ຳ ແລະ ເຄື່ອງ​ທຳ​ຄວາມ​ເຢັນ​ເປັນ​ໄລ​ຍະ.

    1. ຈອດເຄື່ອງຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ປ່ອຍໜ່ວຍຕັດຕ່ຳລົງ, ມອດ​ຈັກ ແລະ ຖອດກະ​ແຈ.

    2. ປ່ອຍໃຫ້ເຄື່ອງຈັກເຢັນລົງ; ໃຫ້​ເບິ່ງ ແລະ .

    3. ປົດສະ​ຫຼັກ ແລະ ແກວ່ງເປີດຕະ​ແກງດ້ານຫລັງ (ຮູບສະແດງ ).

      Note: ເພື່ອ​ເອົາ​ຕະ​ແກງ​ອອກ, ຍົກ​ມັນ​ອອກ​ຈາກເຂັມ​ຂັດ​ບານ​ພັບ.

    4. ອະນາໄມຂີ້​ເຫຍື້ອ​ທັງ​ໝົດ​ໃນຕະ​ແກງ.

      artpending
    5. ທຳຄວາມສະອາດເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ ແລະ ໝໍ້ນ້ຳທັງ​ສອງ​ດ້ານ​ໃຫ້​ທົ່ວດ້ວຍລົມອັດ (ຮູບສະແດງ ).

      Note: ເລີ່ມ​ຈາກ​ດ້ານ​ໜ້າ ແລະ ເປົ່າ​ຂີ້​ເຫຍື້ອ​ອອກ​ໄປ​ຍັງ​ດ້ານຫຼັງ. ຈາກ​ນັ້ນທຳ​ຄວາມ​ສະ​ອາດຈາກ​ທາງ​ດ້ານ​ຫຼັງ ແລະ ເປົ່າ​ໄປ​ທາງ​ດ້ານ​ໜ້າ. ເຮັດ​ຊ້ຳ​ຄືນ​ຂັ້ນ​ຕອນ​ຫຼາຍ​ຄັ້ງ​ຈົນ​ກວ່າ​ທ່ານ​ເອົາ​ເສດ​ຫຍ້າ ແລະ ຂີ້​ເຫຍື້ອ​ທັງ​ໝົດ​ອອກ​ໄປ.

      artpending

      Important: ການ​ທຳ​ຄວາມ​ສະ​ອາດເຄື່ອງ​ທຳ​ຄວາມ​ເຢັນ​ນ້ຳ​ມັນ​ເຄື່ອງ/ໝໍ້​ນ້ຳດ້ວຍ​ນ້ຳ​ກໍ່​ໃຫ້​ເກີດ​ການເຂົ້າ​ໝ້ຽງ​ໄວ​ກ່ອນ​ກຳ​ນົດ, ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ສ່ວນ​ປະ​ກອບ ແລະ ເກີດ​ຂີ້​ເຫຍື້ອ​ອັດ​ແໜ້ນ​ເຂົ້າ.

    6. ປິດຕະ​ແກງ​ດ້ານ​ຫຼັງ ແລະ ຍຶດມັນດ້ວຍສະຫຼັກ.

    ການບຳລຸງຮັກສາເບກ

    ການປັບເບ​ຣກສ້ອມບຳ​ລຸງ​ຮັກ​ສາ

    ປັບ​ເບ​ຣກ​ໃຊ້​ງານໃນ​ເວ​ລາ​ທີ່ມີ​ການ​ເຄື່ອນ​ທີ່​ອິດ​ສະ​ລະຫຼາຍກວ່າ 25 ມມ (1 ນິ້ວ) ຂອງ​ແປ້ນ​ເບ​ຣກ ຫຼື ໃນ​ເວ​ລາ​ທີ່ເບ​ຣກ​ໃຊ້​ງານໄດ້​ບໍ່​ມີ​ປະ​ສິດ​ທິ​ພາບ. ຄວາມລ່ອຍແມ່ນໄລຍະທາງທີ່ແປ້ນ​ເບ​ຣກຍ້າຍກ່ອນທີ່ທ່ານຈະຮູ້ສຶກວ່າມີຄວາມຕ້ານທານຕໍ່​ເບ​ຣກ.

    1. ຈອດເຄື່ອງຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ປ່ອຍໜ່ວຍຕັດຕ່ຳລົງ, ມອດ​ຈັກ ແລະ ຖອດກະ​ແຈ.

    2. ປ່ອຍ​ສະ​ຫຼັກ​ລັອກ​ອອກ​ຈາກ​ແປ້ນ​ເບ​ຣກ​ເພື່ອ​ໃຫ້​ແປ້ນ​ທັງ​ສອງ​ເຮັດ​ວຽກ​ເປັນ​ເອ​ກະ​ລາດ​ຈາກ​ກັນ.

    3. ເພື່ອ​ຫຼຸດ​ຄວາມ​ເສ​ລີ​ຂອງ​ແປ້ນ​ເບ​ຣກ, ຮັດ​ເບ​ຣກ​ໃຫ້​ແໜ້ນ​ດັ່ງ​ຕໍ່​ໄປ​ນີ້:

      1. ມາຍ​ນັອດ​ຕົວ​ແມ່​ດ້ານ​ໜ້າ​ໃນ​ປາຍ​ສາຍ​ຂອງ​ສາຍ​ເບ​ຣກ​ໃຫ້​ຫຼວມ (ຮູບສະແດງ ).

        artpending
      2. ຫັນ​ນັອດ​ດ້ານຫຼັງ​ໃຫ້​ແໜ້ນ​ເພື່ອ​ຍ້າຍ​ສາຍ​ໄຟ​ໄປ​ທາງຫຼັງ​ຈົນ​ກວ່າ​ແປ້ນ​ເບ​ຣກມີຄວາມເສ​ລີ 13 ຫາ 25 ມມ (½ ຫາ 1 ນິ້ວ).

      3. ຮັດ​ນັອດ​ຕົວ​ແມ່​ດ້ານ​ໜ້າ​ໃຫ້​ແໜ້ນ​ຫຼັງ​ຈາກ​ທີ່​ໄດ້​ປັບ​ເບ​ຣກ​ຢ່າງ​ຖືກ​ຕ້ອງ.

    ການບຳລຸງຮັກສາສາຍພານ

    ການກວດ​ບຳ​ລຸງ​ຮັກ​ສາ​ສາຍ​ພານ​ໄດ​ປັ່ນ​ໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 100 ຊົ່ວໂມງ
  • ກວດເບິ່ງສະພາບ ແລະ ຄວາມເຄັ່ງຂອງສາຍພານໄດປັ່ນໄຟ.
  • ຄວາມ​ເຄັ່ງ​ທີ່​ເໝາະ​ສົມ​ຂອງ​ສາຍ​ພານ​ອະ​ນຸ​ຍາດ​ໃຫ້ 10 ມມ (3/8 ນິ້ວ) ຂອງ​ການ​ປ່ຽນ​ທິດ​ທາງ​ເມື່ອ​ໄດ້​ນຳ​ໃຊ້​ຄວາມແຮງ 4.5 ກ​ລ (10 ປອນ) ໃນ​ເຄິ່ງ​ທາງ​ສາຍ​ພານ​ລະ​ຫວ່າງ​ໝາກ​ລໍ້.

    ຖ້າ​ການ​ກົ່ງ​ບໍ່​ແມ່ນ 10 ມມ (3/8 ນິ້ວ), ໃຫ້ມາຍ​ນັອດ​ຍຶດ​ໄດ້​ສາກ (ຮູບສະແດງ ).

    Note: ເພີ່ມ ຫຼື ຫຼຸດ​ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ​ຟ້າ ແລະ ຮັດ​ນັອດ​ໃຫ້​ແໜ້ນ. ກວດ​ເບິ່ງ​ການ​ປ່ຽນ​ທິດ​ທາງ​ຂອງ​ສາຍ​ພານ​ອີກ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ຄວາມ​ເຄັ່ງ​ຖືກ​ຕ້ອງ.

    artpending

    ການບຳລຸງຮັກສາລະບົບໄຮໂດຼລິກ

    ຄວາມປອດໄພຂອງລະບົບໄຮໂດຼລິກ

    • ຂໍ​ການ​ປິ່ນ​ປົວ​ທາງ​ການ​ແພດ​ທັນ​ທີ, ຖ້າມີການສີດຂອງ​ແຫຼວເຂົ້າໄປໃນຜິວໜັງ. ຂອງ​ແຫຼວ​ທີ່​ສີດເຂົ້າຕ້ອງໄດ້ຮັບການຜ່າຕັດເອົາ​ອອກ​ໂດຍ​ທ່ານ​ໝໍພາຍໃນສອງ​ສາມຊົ່ວໂມງ.

    • ໃຫ້​ແນ່​ໃຈ​ວ່າທໍ່ ແລະ ສາຍເຊື່ອມຕໍ່ຂອງ​ແຫຼວໄຮໂດຼລິກທັງໝົດຢູ່ໃນສະພາບດີ ແລະ ທຸກໆການເຊື່ອມຕໍ່ໄຮໂດຼລິກ ແລະ ອຸປະກອນຕ່າງໆແໜ້ນກ່ອນທີ່ຈະນຳໃຊ້ຄວາມກົດດັນຕໍ່ລະບົບໄຮໂດຼລິກ.

    • ຮັກສາຮ່າງກາຍ ແລະ ມືຂອງທ່ານໃຫ້ຢູ່ຫ່າງຈາກການຮົ່ວໄຫຼຂອງຮູ ຫຼື ຫົວສີດທີ່​ປ່ອຍຂອງ​ແຫຼວໄຮໂດຼລິກຄວາມດັນສູງອອກ​ມາ.

    • ໃຊ້ເຈ້ຍ​ແຂງ ຫຼື ເຈ້ຍເພື່ອຊອກຫາການຮົ່ວຂອງໄຮໂດຼລິກ.

    • ຜ່ອນ​ແຮງດັນທັງ​ໝົດໃນລະບົບໄຮໂດຼລິກລົງຢ່າງປອດໄພກ່ອນທີ່ຈະປະຕິບັດວຽກງານໃດໜຶ່ງໃນລະບົບໄຮໂດຼລິກ.

    ການບຳ​ລຸງ​ຮັກ​ສານ້ຳມັນໄຮໂດຼລິກ

    ຂໍ້ມູນຈຳເພາະຂອງນ້ຳມັນໄຮໂດຼລິກ

    ທ້ອງອ່າງແມ່ນ​ໄດ້​ໃສ່ນ້ຳມັນໄຮໂດຼລິກທີ່ມີຄຸນນະພາບສູງເຕັມຢູ່ໂຮງງານ. ກວດເບິ່ງລະດັບຂອງນ້ຳມັນໄຮໂດຼລິກກ່ອນທີ່ທ່ານຈະຕິດຈັກເທື່ອ​ທຳ​ອິດ ແລະ ປະຈຳວັນຫຼັງຈາກນັ້ນ; ໃຫ້​ເບິ່ງ .

    ນ້ຳມັນໄຮໂດຼລິກທີ່ແນະນຳ: Toro PX Extended Life Hydraulic Fluid; ມີຢູ່ໃນ​ຕຸກ 19 ລິດ (5 ແກນລອນສະຫະລັດ) ຫຼື 208 ລິດ (55 ແກນລອນສະຫະລັດ).

    Note: ເຄື່ອງຈັກທີ່ປ່ຽນ​ຖ່າຍ​ນ້ຳ​ມັນ​ຕາມທີ່ແນະນຳບໍ່​ຈຳ​ເປັນ​ຕ້ອງປ່ຽນນ້ຳມັນ ແລະ ປ່ຽນໝໍ້ກອງເລື້ອຍໆ.

    ນ້ຳມັນໄຮໂດຼລິກທາງເລືອກ: ຖ້າບໍ່ມີ Toro PX Extended Life Hydraulic Fluid, ທ່ານອາດຈະໃຊ້ນ້ຳມັນໄຮໂດຼລິກແບບທຳມະດາທີ່ມີຂໍ້​ມູນ​ຈຳເພາະທີ່ມີຢູ່ໃນຂອບເຂດທີ່ລະບຸໄວ້ສຳລັບຄຸນສົມບັດວັດສະດຸຕໍ່ໄປນີ້ ແລະ ມັນຖືກຕ້ອງຕາມມາດຕະຖານອຸດສາຫະກຳ. ຢ່າໃຊ້ນໍ້າມັນສັງເຄາະ. ປຶກສາກັບຕົວແທນຈຳໜ່າຍນ້ຳມັນຫຼໍ່​ລື່ນເພື່ອກຳນົດຜະລິດຕະພັນທີ່ໜ້າພໍໃຈ.

    Note: Toro ບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຈາກການປ່ຽນທີ່ບໍ່ຖືກຕ້ອງ, ສະນັ້ນໃຊ້ຜະລິດຕະພັນຈາກຜູ້ຜະລິດທີ່ມີຊື່ສຽງຜູ້ທີ່ຈະຢູ່ເບື້ອງ​ຫຼັງການແນະນຳຂອງພວກເຂົາເທົ່າ​ນັ້ນ.

    ດັດຊະນີຄວາມໜຽວສູງ/ນ້ຳ​ມັນ​ໄຮ​ໂດຼ​ລິກ​ກັນຫຼຸ້ຍຫ້ຽນຈຸດຖອກ​ຕ່ຳ, ISO VG 46

    ຄຸນສົມບັດຂອງວັດສະດຸ: 
     ຄວາມໜຽວ, ASTM D445cSt @ 40°C (104°F) 44 ຫາ 48
     ດັດຊະນີຄວາມໜຽວ ASTM D2270140 ຫຼື ສູງກວ່າ
     ຈຸດ​ຖອກ, ASTM D97-37°C ຫາ -45°C (-34°F ຫາ -49°F)
     ຂໍ້ກຳ​ນົດ​ສະເພາະທາງອຸດສາຫະກຳ:Eaton Vickers 694 (I-286-S, M-2950-S/35VQ25 ຫຼື M-2952-S)

    Note: ນ້ຳມັນໄຮໂດຼລິກຫຼາຍອັນເກືອບບໍ່ມີສີ, ເຮັດໃຫ້ມີຄວາມຫຍຸ້ງຍາກໃນການກວດການຮົ່ວໄຫຼ. ສານເຕີມສີຍ້ອມສີແດງສຳລັບນ້ຳມັນໄຮໂດຼລິກແມ່ນມີຢູ່ໃນຂວດ 20 ມລ. ຕຸກແມ່ນພຽງພໍສຳລັບນ້ຳມັນໄຮໂດຼລິກປະມານ 15 ຫາ 22 ລິດ (4 ຫາ 6 ແກນລອນສະຫະລັດ). ສັ່ງຊື້ອາໄຫຼ່ເບີ 44-2500 ຈາກຜູ້ຈຳໜ່າຍ Toro ຂອງທ່ານທີ່ໄດ້ຮັບອະນຸຍາດ.

    Important: ນ້ຳ​ມັນ​ໄຮ​ໂດຼ​ລິກ​ຍ່ອຍ​ສະ​ຫຼາຍ​ທາງ​ຊີ​ວະ​ໄດ້​ເປັນ​ສານ​ສັງ​ເຄາະເກ​ຣດ​ພ​ຣີ​ມ້ຽມ​ຂອງ​ໂທ​ໂຣ (Toro Premium Synthetic Biodegradable Hydraulic Fluid) ແມ່ນນ້ຳມັນຊີວະພາບທີ່ສັງເຄາະພຽງຢ່າງດຽວທີ່ຖືກຮັບຮອງໂດຍ Toro. ນ້ຳມັນນີ້ສາມາດໃຊ້ໄດ້ກັບ elastomers ທີ່ໃຊ້ໃນລະບົບບົບໄຮໂດຼລິກ Toro ແລະ ເໝາະສົມກັບສະພາບອຸນຫະພູມທີ່ກວ້າງຂວາງ. ນ້ຳມັນນີ້ສາມາດໃຊ້ໄດ້ກັບນ້ຳມັນແຮ່ທາດທຳມະດາ, ແຕ່ສຳລັບການຍ່ອຍ​ສະ​ຫຼາຍ​ທາງ​ຊີ​ວະ ແລະ ປະສິດຕິພາບສູງສຸດ, ຄວນ​ລ້າງ​ນ້ຳ​ມັນ​ທຳ​ມະ​ດາ​ອອກ​ຈາກລະບົບໄຮໂດຼລິກໃຫ້​ໝົດ. ນ້ຳມັນມີ​ຢູ່ໃນຖັງ 19 ລິດ (5 ແກນລອນສະຫະລັດ) ຫຼື 208 ລິດ (55 ແກນລອນສະຫະລັດ) ກອງຈາກຕົວແທນຈຳໜ່າຍ Toro ຂອງທ່ານ.

    ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນ້ຳມັນໄຮໂດຼລິກ.
    1. ຈອດເຄື່ອງຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ປ່ອຍໜ່ວຍຕັດຕ່ຳລົງ, ມອດ​ຈັກ ແລະ ຖອດກະ​ແຈ.

    2. ກວດເບິ່ງລະດັບນ້ຳມັນໄຮໂດຼລິກ (ຮູບສະແດງ ).

      artpendingartpending

    ການປ່ຽນນ້ຳມັນໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 800 ຊົ່ວໂມງ
  • ຖ້າທ່ານບໍ່ໄດ້ນຳໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນ້ຳມັນທາງເລືອກໃສ່​ທ້ອງ​ອ່າງ, ໃຫ້ປ່ຽນນ້ຳມັນໄຮໂດຼລິກ.
  • ທຸກໆ 2,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນນ້ຳມັນໄຮໂດຼລິກ.
  • ທຸກໆ 2 ປີ
  • ລະ​ບາຍ ແລະ ລ້າງຖັງ​ໄຮ​ໂດຼ​ລິກ.
  • ຄວາມຈຸນໍ້າມັນໄຮ​ໂດຼ​ລິກ: 28.4 ລິດ (7.50 ແກນລອນສະຫະລັດ)

    ຖ້ານ້ຳມັນມີການປົນເປື້ອນ, ຕິດຕໍ່ຕົວແທນຈຳໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານເພາະວ່າລະບົບດັ່ງກ່າວຕ້ອງໄດ້ຖືກລ້າງອອກ. ນ້ຳມັນທີ່ປົນເປື້ອນເບິ່ງເຫັນ​ວ່າຂຸ້ນ ຫຼື ສີດຳເມື່ອປຽບທຽບກັບນ້ຳມັນທີ່ສະອາດ.

    1. ຈອດເຄື່ອງຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ປ່ອຍໜ່ວຍຕັດຕ່ຳລົງ, ມອດ​ຈັກ ແລະ ຖອດກະ​ແຈ.

    2. ຍົກຝາກະໂປ່ງຂື້ນ

    3. ຖອດສາຍ​ສົ່ງ​ກັບ​ຄືນ​ກ່ອງຈາກດ້ານລຸ່ມຂອງທ້ອງ​ອ່າງ ແລະ ປ່ອຍໃຫ້ນ້ຳມັນໄຮໂດຼລິກໄຫຼລົງໃນອ່າງລະ​ບາຍ​ໃຫຍ່.

    4. ໃສ່ທໍ່ຢາງໃນເວລາທີ່ນ້ຳມັນໄຮໂດຼລິກໄຫຼອອກ​ໝົດ​ແລ້ວ.

    5. ເຕີມນ້ຳມັນໄຮໂດຼລິກໃສ່ທ້ອງອ່າງ, ໃຫ້​ເບິ່ງ .

      Important: ໃຊ້ພຽງແຕ່ນ້ຳມັນໄຮໂດຼລິກທີ່ລະບຸໄວ້ເທົ່ານັ້ນ. ນ້ຳມັນອື່ນໆສາມາດກໍ່ໃຫ້ເກີດຄວາມເສຍຫາຍຕໍ່ລະບົບ.

    6. ໃສ່​ຝາ​ປິດ​ທ້ອງ​ອ່າງ.

    7. ບິດກະ​ແຈ​ຢູ່​ໃນ​ສະ​ວິດ​ກະແຈໄປທີ່ຕໍາແໜ່ງເປີດເພື່ອຕິດຈັກ. ໃຊ້​ທຸກ​ການ​ຄວບ​ຄຸມ​ໄຮ​ໂດຼ​ລິກ​ເພື່ອ​ກະ​ຈາຍ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ໃຫ້​ທົ່ວ​ລະ​ບົບ ແລະ ກວດ​ເບິ່ງ​ການ​​ຮົ່ວ​ໄຫຼ.

    8. ບິດກະແຈຢູ່​ໃນ​ສະ​ວິດກະ​ແຈໄປທີ່ຕຳແໜ່ງປິດ.

    9. ກວດເບິ່ງລະດັບຂອງແຫຼວ ແລະ ຕື່ມ​ໃສ່ໃຫ້ພຽງພໍໄດ້ລະດັບກັບຂີດເຕັມຢູ່​ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ. ຢ່າເຕີມຈົນລົ້ນ.

    ການປ່ຽນໝໍ້ກອງໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 800 ຊົ່ວໂມງ
  • ຖ້າທ່ານບໍ່ໄດ້ນຳໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ ຫຼື ເຄີຍໄດ້ເຕີມນໍ້າມັນທາງເລືອກ​ໃສ່​ທ້ອງອ່າງ, ໃຫ້ປ່ຽນກອງໄຮໂດຼລິກ (ໃຫ້​ປ່ຽນ​ໄວ​ຂຶ້ນ, ຖ້າ​ຕົວ​ຊີ້ບອກ​ໄລ​ຍະ​ເວ​ລາ​ການ​ບໍ​ລິ​ການ​ບຳ​ລຸງ​ຮັກ​ສາ​ຢູ່​ໃນ​ເຂດ​ແດງ).
  • ທຸກໆ 1,000 ຊົ່ວໂມງ
  • ຖ້າທ່ານກຳລັງໃຊ້ນ້ຳມັນໄຮໂດຼລິກທີ່ແນະນຳ, ໃຫ້ປ່ຽນໝໍ້ກອງໄຮໂດຼລິກ (ໃຫ້​ປ່ຽນ​ໄວ​ຂຶ້ນ, ຖ້າ​ຕົວ​ຊີ້ບອກ​ໄລ​ຍະ​ເວ​ລາ​ການ​ບໍ​ລິ​ການ​ບຳ​ລຸງ​ຮັກ​ສາ​ຢູ່​ໃນ​ເຂດ​ແດງ).
  • ໃຊ້​ໝໍ້​ກອງ​ປ່ຽນ​ຂອງ Toro ອາ​ໄຫຼ່​ເບີ 94-2621 ສຳ​ລັບ​ດ້ານ​ຫຼັງ (ໜ່ວຍ​ຕັດ) ຂອງ​ເຄື່ອງ​ຈັກ ແລະ ອາ​ໄຫຼ່​ເບີ 75-1310 ສຳ​ລັບ​ດ້ານ​ໜ້າ (ປະ​ຈຸ) ຂອງ​ເຄື່ອງ​ຈັກ.

    Important: ການນຳໃຊ້ໝໍ້ກອງອື່ນອາດຈະເຮັດໃຫ້ການຮັບປະກັນຂອງບາງສ່ວນປະກອບເປັນ​ໂມ​ຄະ.

    1. ອຽງບ່ອນນັ່ງຂອງຜູ້ປະຕິບັດງານເພື່ອ​ເຂົ້າ​ເຖິງໝໍ້​ກອງ​ຄວາມ​ດັນ​ຈັກ​ຕັດ​ຫຍ້າ; ໃຫ້​ເບິ່ງ

      artpending
    2. ປ່ຽນ​ໝໍ້​ກອງ​ໄຮ​ໂດຼ​ລິກ​ປະ​ຈຸ​ຢູ່​ທີ່ອົງ​ປະ​ກອບ​ຍົກ​ໄຮ​ໂດຼ​ລິກດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ .

      artpendingartpending
    3. ປ່ອຍ​ເບາະ​ນັ່ງຜູ້​ຄວບ​ຄຸມຕ່ຳ​ລົງ ແລະ ຍຶດ​ໃຫ້​ແໜ້ນ.

    4. ປ່ຽນ​ໝໍ້​ກອງ​ກັບ​ຄືນ​ຢູ່​ດ້ານ​ຂວາ​ຂອງ​ເຄື່ອງ​ຈັກ (ຮູບສະແດງ ).

    5. ຕິດຈັກ ແລະ ປ່ອຍໃຫ້ມັນແລ່ນປະມານ 2 ນາທີເພື່ອໄລ່ອາກາດອອກຈາກລະບົບ. ມອດຈັກ ແລະ ກວດເບິ່ງການຮົ່ວໄຫຼ.

    ການກວດເບິ່ງສາຍ ແລະ ທໍ່ໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ກາເບິ່ງ​ສາຍ ແລະ ທໍ່​ໄຮ​ໂດຼ​ລິກ​ສຳ​ລັບ​ການ​ຮົ່ວ​ໄຫຼ, ສາຍຫງິກງໍ, ຕົວຕິດຕັ້ງຫຼວມ, ຫຼຸ້ຍຫ້ຽນ, ບໍ່ພໍດີ, ການເສື່ອມ​ສະ​ພາບ​ຈາກດິນຟ້າອາກາດ ແລະ ການເສື່ອມ​ສະ​ພາບ​ທາງເຄມີ.
  • ທຸກໆ 2 ປີ
  • ປ່ຽນ​ທໍ່ໄຮ​ໂດຼ​ລິກ.
  • ກວດ​ກາເບິ່ງສາຍ ແລະ ທໍ່​ໄ​ຮ​ໂດຼ​ລິກປະ​ຈຳ​ວັນ​ສຳ​ລັບ​ການ​ຮົ່ວ​ໄຫຼ, ສາຍຫງິກງໍ, ຕົວຕິດຕັ້ງຫຼວມ, ຫຼຸ້ຍຫ້ຽນ, ບໍ່ພໍດີ, ການເສື່ອມ​ສະ​ພາບ​ຈາກດິນຟ້າອາກາດ ແລະ ການເສື່ອມ​ສະ​ພາບ​ທາງເຄມີ. ເຮັດ​ການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະໃຊ້​ງານ​ເຄື່ອງ​ຈັກ.

    ຄຳເຕືອນ

    ການ​ເສຍ​ຫາຍ​ຂອງ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ພາຍ​ໃຕ້ຄວາມ​ດັນ​ສາ​ມາດ​ແຜ່​ຊຶມ​ເຂົ້າ​ຜິວ​ໜັງ ແລະ ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບໄດ້.

    • ຂໍ​ການ​ຊ່ວຍ​ເຫຼືອ​ທາງ​ການ​ແພດ​ທັນ​ທີ, ຖ້າມີການສີດຂອງ​ແຫຼວເຂົ້າໄປໃນຜິວໜັງ.

    • ໃຫ້​ແນ່​ໃຈວ່າທໍ່ ແລະ ສາຍເຊື່ອມຕໍ່ຂອງ​ແຫຼວໄຮໂດຼລິກທັງໝົດຢູ່ໃນສະພາບດີ ແລະ ທຸກໆການເຊື່ອມຕໍ່ໄຮໂດຼລິກ ແລະ ອຸປະກອນຕ່າງໆແໜ້ນກ່ອນທີ່ຈະນຳໃຊ້ຄວາມກົດດັນຕໍ່ລະບົບໄຮໂດຼລິກ.

    • ຮັກສາຮ່າງກາຍ ແລະ ມືຂອງທ່ານໃຫ້ຢູ່ຫ່າງຈາກການຮົ່ວໄຫຼຂອງຮູ ຫຼື ຫົວສີດທີ່​ປ່ອຍຂອງ​ແຫຼວໄຮໂດຼລິກຄວາມດັນສູງອອກ​ມາ.

    • ໃຊ້ເຈ້ຍ​ແຂງ ຫຼື ເຈ້ຍເພື່ອຊອກຫາການຮົ່ວຂອງໄຮໂດຼລິກ.

    • ຜ່ອນ​ແຮງດັນທັງ​ໝົດໃນລະບົບໄຮໂດຼລິກລົງຢ່າງປອດໄພກ່ອນທີ່ຈະປະຕິບັດວຽກງານໃດໜຶ່ງໃນລະບົບໄຮໂດຼລິກ.

    ການບຳ​ລຸງຮັກສາໜ່ວຍຕັດ

    ການ​ຖອດໜ່ວຍຕັດອອກ

    1. ຈອດເຄື່ອງຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ປ່ອຍໜ່ວຍຕັດຕ່ຳລົງ, ມອດ​ຈັກ ແລະ ຖອດກະ​ແຈ.

    2. ຕັດ​ການ​ເຊື່ອມ​ຕໍ່ ແລະ ຍ້າຍ​ມໍ​ເຕີ​ໄຮ​ໂດຼ​ລິກ​ອອກ​ຈາກ​ໜ່ວຍ​ຕັດ (ຮູບສະແດງ ). ປົກ​ປິດດ້ານ​ເທິງ​ຂອງ​ແກນ​ໝູນ​ເພື່ອ​ປ້ອງ​ກັນ​ການ​ປົນ​ເປື້ອນ.

      artpending
    3. ເອົາ​ສະ​ຫຼັກ​ດຶງ (ສຳ​ລັບເຄື່ອງ​ຈັກ Groundsmaster 4500) ຫຼື ຫຼື​ນັອດ​ຕົວ​ແມ່​ຍຶດ​ໄວ້ (ສຳ​ລັບ​ເຄື່ອງ​ຈັກ Groundsmaster 4700) ທີ່​ຍຶດ​ຂອບ​ຕົວ​ຮອງ​ຮັບ​ໜ່ວຍ​ຕັດ​ໃສ່ສະ​ຫຼັກ​ໝູນແຂນຍົກນັ້ນ​ອອກ (ຮູບສະແດງ ).

      artpending
    4. ໝູນໜ່ວຍ​ຕັດ​ອອກ​ຫ່າງ​ຈາກ​ເຄື່ອງ​ຈັກ.

    ການຕິດຕັ້ງໜ່ວຍຕັດ

    1. ເຄື່ອນໜ່ວຍຕັດໄປ​ໃນ​ຕຳ​ແໜ່ງຢູ່​ໃນ​ດ້ານ​ໜ້າຂອງ​ເຄື່ອງ​ຈັກ.

    2. ເລື່ອນ​ຂອບ​ຕົວ​ຮອງ​ຮັບ​ໜ່ວຍ​ຕັດ​ໄປ​ສູ່ສະ​ຫຼັກ​ໝູນແຂນຍົກ (ຮູບສະແດງ ). ຍຶດ​ໜ່ວຍ​ຕັດໃສ່​ສະ​ຫຼັກ​ດ້ວຍ​ສະ​ຫຼັກ​ດຶງ (ສຳ​ລັບ​ເຄື່ອງ​ຈັກ Groundsmaster 4500) ຫຼື ນັອດ​ຕົວ​ແມ່​ຍຶດໄວ້ (ສຳ​ລັບ​ເຄື່ອງ​ຈັກ Groundsmaster 4700).

    3. ຕິດ​ຕັ້ງ​ມໍ​ເຕີ​ໄຮ​ໂດຼ​ລິກໃສ່​ໜ່ວຍ​ຕັດ (ຮູບສະແດງ ). ເຮັດໃຫ້​ແນ່​ໃຈ​ວ່າ​ແຫວນ​ຮູບຕົວ O ຢູ່​ໃນ​ຕຳ​ແໜ່ງ​ ແລະ ບໍ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

    4. ໃສ່​ນ້ຳ​ມັນ​ກະ​ແລັດແກນ​ໝູນ.

    ການສ້ອມ​ແປງ​ບຳ​ລຸງ​ຮັກ​ສາລູກກິ້ງດ້ານ​ໜ້າ

    ກວດກາລູກ​ກິ້ງ​ດ້ານ​ໜ້າວ່າ​ມີ​ຄວາມຫ້ຽນ, ຄອນ ຫຼື ບີບ​ຮັດ​ບໍ່. ການບຳ​ລຸງ​ຮັກ​ສາສ້ອມ​ແປງ ຫຼື ປ່ຽນລູກ​ກິ້ງ ຫຼື ອົງ​ປະ​ກອບ​ຕ່າງໆ, ຖ້າ​ໜຶ່ງ​ໃນ​ສະ​ພາບ​ເຫຼົ່າ​ນີ້ມີ​ຢູ່.

    ການ​ຖອດ​ປະ​ກອບລູກກິ້ງດ້ານ​ໜ້າ

    1. ເອົາ​ນັອດ​ຮັດ​ຕິດ​ລູກ​ກິ້ງ​ອອກ (ຮູບສະແດງ ).

    2. ສອດ​ເຄື່ອງ​ເຈາະ​ຮູ​ເຂົ້າ​ໄປ​ຜ່ານ​ປາຍ​ຂອງ​ຕົວ​ເຮືອນ​ລູກ​ກິ້ງ ແລະ ຂັບ​ເຄື່ອນ​ລູກ​ບີ່​ດ້ານ​ກົງ​ກັນ​ຂ້າມ​ອອກ​ໂດຍ​ການ​ເຄາະ​ສະ​ຫຼັບ​ໃສ່​ດ້ານ​ກົງ​ກັນ​ຂ້າມ​ຂອງປອກ​ລູກ​ບີ່​ດ້ານ​ໃນ. ຄວນ​ຈະ​ມີ​ຮີມ​ຂອງ​ປອກ​ດ້ານ​ໃດ 1.5 ມມ (0.060 ນິ້ວ) ອ້າ​ຢູ່.

      artpending
    3. ຍູ້​ລູກ​ບີ່​ທີ່​ສອງ​ອອກຢູ່​ໃນ​ການ​ກົດ.

    4. ກວດ​ກາ​ເບິ່ງ​ຕົວ​ເຮືອນ​ລູກ​ກິ້ງ, ລູກ​ບີ່ ແລະ ຕົວ​ຈັດ​ໄລ​ຍະ​ຫ່າງ​ລູກ​ບີ່ວ່າ​ມີ​ຄ່​ວາມ​ເສຍ​ຫາຍ​ບໍ່ (ຮູບສະແດງ ). ປ່ຽນ​ສ່ວນ​ປະ​ກອບ​ທີ່​ເສຍ​ຫາຍໃດ​ໜຶ່ງ ແລະ ປະ​ກອບພວກ​ມັນ​ຄືນ.

    ການ​ປະ​ກອບລູກກິ້ງດ້ານ​ໜ້າ

    1. ກົດ​ລູກ​ບີ່ຊຸດ​ທຳ​ອິດ​ເຂົ້າ​ໄປ​ໃນ​ຕົວ​ເຮືອນ​ຂອງ​ລູກກິ້ງ (ຮູບສະແດງ ). ກົດ​ປອກ​ດ້ານນອກເທົ່າ​ນັ້ນ ຫຼື ເທົ່າໆ​ກັນ​ຢູ່​ໃນ​ປອກ​ດ້ານ​ໃນ ແລະ ດ້ານນອກ.

    2. ສອດ​ຕົວ​ຈັດ​ໄລ​ຍະ​ຫ່າງ​ເຂົ້າ​ໄປ (ຮູບສະແດງ ).

    3. ກົດ​ລູກ​ບີ່ຊຸດທີ່​ສອງ​ເຂົ້າ​ໄປ​ໃນ​ຕົວ​ເຮືອນ​ຂອງ​ລູກກິ້ງ (ຮູບສະແດງ ). ​ກົດ​ປອກ​ດ້ານໃນ ແລະ ດ້ານນອກໃຫ້​ສະ​ເໝີ​ກັນ​ຈົນ​ກວ່າ​ປອກ​ດ້ານ​ໃນ​ສຳ​ພັດ​ກັບ​ຕົວ​ເວັ້ນ.

    4. ຕິດ​ຕັ້ງ​ອົງ​ປະ​ກອບ​ລູກ​ກິ້ງ​ເຂົ້າ​ໄປ​ໃນ​ກອບ​ໜ່ວຍ​ຕັດ.

    5. ກວດ​ສອບ​ເບິ່ງວ່າ​ບໍ່​ມີ​ຊ່ອງ​ຫວ່າງກວ້າງກວ່າ 1.5 ມມ (0.060 ນິ້ວ) ຢູ່​ລະ​ຫວ່າງ​ສ່ວນ​ປະ​ກອບ​ລູກ​ກິ້ງ ແລະ ລາງ​ຍຶດ​ຕິດ​ລູກ​ກິ້ງ​ຂອງກອບ​ໜ່ວຍ​ຕັດ. ຖ້າ​ມີ​ຊ່ອງ​ຫວ່າງ​ເກີນ 1.5 ມມ (0.060 ນິ້ວ), ໃສ່​ແຫວນ​ຮອງ​ເສັ້ນ​ຜ່າ​ກາງ 5/8 ໃຫ້​ພໍ​ເພື່ອ​ໃຫ້ອັດ​ການ​ລົ້ນ​ອອກ.

      Important: ການ​ຍຶດ​ສ່ວນ​ປະ​ກອບ​ລູກ​ກິ້ງ​ດ້ວຍ​ຊ່ອງ​ຫວ່າງກວ້າງກວ່າ 1.5 ມມ (0.060 ນິ້ວ) ສ້າງ​ໃຫ້​ມີ​ການ​ໂຫຼດ​ດ້ານ​ຂ້າງ​ຢູ່​ໃນ​ລູກ​ບີ່ ແລະ ສາ​ມາດ​ນຳ​ໄປ​ສູ່​ການ​ໃຊ້​ງານ​ຂອງ​ລູກ​ບີ່​ບໍ່​ໄດ້​ກ່ອນ​ກຳ​ນົດ

    6. ບິດນັອດຕິດໃຫ້​ໄດ້ 108 N∙m (80 ft-lb).

    ການ​ບຳລຸງ​ຮັກ​ສາ​ໃບ​ມີດ

    ຄວາມປອດໄພຂອງໃບມີດ

    • ກວດກາໃບມີດເປັນໄລ​ຍະວ່າ​ມີ​ຄວາມຫ້ຽນ ຫຼື ເສຍຫາຍບໍ່.

    • ໃຊ້ຄວາມລະມັດລະວັງເມື່ອກວດເບິ່ງໃບມີດ. ຫໍ່ໃບມີດ ຫຼື ໃສ່ຖົງມື ແລະ ໃຊ້ຄວາມລະມັດລະວັງໃນເວລາທີ່ບຳ​ລຸງ​ຮັກ​ສາໃບມີດ. ປ່ຽນ ຫຼື ລັບໃບມີດເທົ່າ​ນັ້ນ; ຢ່າບິດໃຫ້ຊື່ ຫຼື ເຊື່ອມຈອດພວກມັນ.

    • ໃນ​ຈັກ​ທີ່​ມີ​ໃບ​ມີດ​ຫຼາຍ​ໃບ, ການ​ບຳ​ລຸງ​ຮັກ​ສາ​ໂດຍ​ການ​ໝູນ​ໃບ​ມີດ 1 ອັນ​ສາ​ມາດເຮັດ​ໃຫ້​ໃບ​ມີດ​ອື່ນໆ​ໝູນ​ໄດ້.

    ການ​ສ້ອມ​ແປງ​ບຳ​ລຸງ​ຮັກ​ສາ​ໜ້າ​ໃບ​ມີດ

    ໜ່ວຍຕັດມາຈາກ​ໂຮງ​ງານ​ແມ່ນ​ຕັ້ງ​ຄ່າ​ມາ​ຢູ່​ທີ່ຄວາມ​ສູງ​ຂອ​ງການ​ຕັດ 5 ຊມ (2 ນິ້ວ) ແລະ ຄວາມ​ເນີນ​ໃບ​ມີດ 7.9 ມມ (0.310 ນິ້ວ). ຄວາມສູງ​ດ້ານ​ຊ້າຍ ແລະ ດ້ານ​ຂວາ​ແມ່ນ​ຍັງ​ໄດ້​ຕັ້ງ​ຄ່າ​ມາ​ກ່ອນ​ໃຫ້​ຢູ່​ພາຍ​ໃນ ± 0.7 ມມ (0.030 ນິ້ວ) ຂອງ​ກັນ​ແລະ​ກັນ.

    ໜ່ວຍຕັດຖືກ​ອອກ​ແບບ​ມາ​ເພື່ອ​ໃຫ້​ທົນ​ກັບ​ຜົນ​ກະ​ທົບ​ຂອງ​ໃບ​ມີດ​ໂດຍ​ບໍ່ມີ​ຄວາມບິດ​ບ້ຽວ​ຜິດ​ຮູບ​ຮ່າງຂອງ​ຊ່ອງ. ຖ້າ​ໃບ​ມີດ​ຕຳ​ກັບ​ວັດ​ຖຸ​ແຂງ, ໃຫ້​ກວດ​ກາ​ເບິ່ງ​ຄວາມ​ເສຍ​ຫາຍ​ຂອງ​ໃບ​ມີດ ແລະ ຄວາມ​ພຽງ​ຂອງ​ໃບ​ມີດ​ສຳ​ລັບ​ຄວາມ​ແມ່ນ​ຢຳ.

    ການກວດ​ກາຄວາມ​ພຽງ​ຂອງ​ໃບ​ມີດ

    1. ຖອດມໍເຕີ້ໄຮ​ໂດຼ​ລິກ​ອອກ​ຈາໜ່ວຍຕັດ ແລະ ເອົາ​ໜ່ວຍ​ຕັດ​ອອກ​ຈາກເຄື່ອງ​ຈັກ.

    2. ໃຊ້​ໝາກ​ລັອກ​ຍົກ​ຂຶ້ນ (ຫຼື ຢ່າງ​ໜ້ອຍ 2 ຄົນ) ແລະ ວາງ​ໜ່ວຍ​ຕັດ​ໃສ່​ໂຕະ​ພຽງ.

    3. ໝາຍ​ປາຍ​ຂອງ​ໃບ​ມີດ 1 ດ້ານ​ດ້ວຍ​ປາກ​ກາ​ສີ ຫຼື ມາກ​ເກີ້. ໃຊ້​ປາຍ​ຂອງ​ໃບ​ມີດ​ນີ້​ເພື່ອກວດ​ເບິ່ງ​ຄວາມ​ສູງ​ທັງ​ໝົດ.

    4. ວາງ​ຕຳ​ແໜ່ງ​ຄົມ​ຕັດ​ຂອງ​ປາຍ​ທີ່​ໝາຍ​ໄວ້​ຂອງ​ໃບ​ມີດ​ຢູ່​ທີ່ 12 ໂມງ (ຢືດ​ຊື່​ໄປ​ທາງ​ໜ້າ​ຢູ່​ໃນ​ທິດ​ທາງ​ຂອງ​ການ​ຕັດ) (ຮູບສະແດງ ) ແລະ ວັດ​ແທກລວງສູງ​ຈາກ​ໂຕະ​ຫາ​ຄົມ​ຕັດ​ຂອງ​ໃບ​ມີດ.

      artpending
    5. ໝູນ​ປາຍທີ່​ໝາຍ​ໄວ້​ຂອງ​ໃບ​ມີດ​ໄປ​ທີ່​ຕຳ​ແໜ່ງ 3 ແລະ 9 ໂມງ (ຮູບສະແດງ ) ແລະ ວັດ​ແທກລວງ​ສູງ.

    6. ປຽບ​ທຽບ​ 12 ໂມງ​ ຄວາມ​ສູງ​ທີ່​ວັດ​ແທກ​ໄດ້​ກັບ​ການ​ຕັ້ງ​ຄ່າ​ຄວາມ​ສູງ​ຂອງ​ການ​ຕັດ. ມັນ​ຄວນ​ຈະ​ຢູ່​ພາຍ​ໃນ 0.7 ມມ (0.030 ນິ້ວ). ຄວາມ​ສູງ​ທີ່ 3 ແລະ 9 ໂມງ​ຄວນຈະ​ແມ່ນ 1.6 ເຖິງ 6.0 ມມ (0.060 ເຖິງ 0.24 ນິ້ວ) ສູງກວ່າການ​ຕັ້ງ​ຄ່າ 12 ໂມງ ແລະ ຢູ່​ພາຍ​ໃນ 2.2 ມມ (0.090 ນິ້ວ) ຂອງ​ແຕ່​ລະ​ອັນ.

    ຖ້າ​ການ​ວັດ​ແທກ​ໃດ​ໜຶ່ງ​ເຫຼົ່າ​ນີ້​ບໍ່​ຢູ່​ພາຍ​ໃນ​ຂໍ້​ກຳ​ນົດ​ສະ​ເພາະ, ໃຫ້​ດຳ​ເນີນ​ໄປ​ຫາ .

    ການປັບຄວາມ​ພຽງ​ຂອງ​ໃບ​ມີດ

    ເລີ່ມ​ຕົ້ນ​ດ້ວຍ​ການ​ປັບ​ດ້ານ​ໜ້າ (ປ່ຽນລາງ​ຍຶດ​ເທື່ອ​ລະ 1 ອັນ).

    1. ຖອດ​ລາງ​ຍຶດ​ຄວາມ​ສູງ​ຂອງ​ການ​ຕັດ (ດ້ານ​ໜ້າ, ຊ້າຍ ຫຼື ຂວາ) ອອກ​ຈາກກອບ​ໜ່ວຍ​ຕັດ (ຮູບສະແດງ ).

    2. ສອດແຜ່ນ​ຮອງ 1.5 ມມ (0.060 ນິ້ວ) ແລະ/ຫຼື ແຜ່ນ​ຮອງ 0.7 ມມ (0.030 ນິ້ວ) ເຂົ້າ​ໄປລະ​ຫວ່າງກອບ​ໜ່ວຍຕັດ ແລະ ລາງ​ຍຶດ​ເພື່ອ​ໃຫ້​ໄດ້​ຄວາມ​ສູງ​ທີ່​ຕ້ອງ​ການ (ຮູບສະແດງ ).

      artpending
    3. ຕິດ​ຕັ້ງ​ລາງ​ຍຶດ​ຄວາມ​ສູງ​ຂອງ​ການ​ຕັດ​ໃສ່​ກອບ​ໜ່ວຍ​ຕັດ​ດ້ວຍ​ແຜ່ນ​ຮອງ​ທີ່​ຍັງ​ເຫຼືອ​ປະ​ກອບ​ໃສ່​ຢູ່​ດ້ານ​ລຸ່ມ​ລາງ​ຍຶດ​ຄວາມ​ສູງ​ຂອງ​ການ​ຕັດ.

    4. ຮັດ​ນັອດ​ຫົວ​ຈົມ/ຕົວຈັດ​ໄລ​ຍະ​ຫ່າງ ແລະ ນັອດຕົວແມ່ແຜ່ນ​ປິດ​ໃຫ້​ແໜ້ນ.

      Note: ນັອດ​ຕົວ​ຜູ້​ຫົວ​ຈົມ/ຕົວ​ຈັດ​ໄລ​ຍະ​ຫ່າງ​ຖືກ​ຈັບ​ເຂົ້າ​ກັນ​ດ້ວຍ​ການຕິດ​ກາວ​ໃສ່ການ​ລັອກ​ກຽວ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຕົວ​ຈັດ​ໄລ​ຍະ​ຫ່າງ​ຕົກ​ລົງ​ດ້ານ​ໃນ​ກອບໜ່ວຍ​ຕັດ.

    5. ກວດສອບ​ເບິ່ງ​ຄວາມ​ສູງ​ທີ່ 12 ໂມງ ແລະ ປັບ ຖ້າ​ຈຳ​ເປັນ.

    6. ກຳ​ນົດ​ວ່າ​ພຽງ​ແຕ່ 1 ຫຼື ທັງສອງລາງ​ຍຶດ​ຄວາມ​ສູງ​ຂອງ​ການ​ຕັດ (​ຂວາ ແລະ ຊ້າຍ) ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ປັບ​ແກ້.

      Note: ຖ້າ​ດ້ານ 3 ແລະ 9 ໂມງ​ແມ່ນ 1.6 ຫາ 6.0 ມມ (0.060 ຫາ 0.240 ນິ້ວ) ທີ່​ສູງກວ່າ​ຄວາມ​ສູງ​ດ້ານ​ໜ້າ​ຕົວ​ໃໝ່​ແລ້ວກໍ່​ບໍ່​ຈຳ​ເປັນ​ຕ້ອງ​ມີ​ການ​ປັບ​ແກ້​ສຳ​ລັບ​ຂ້າງນັ້ນ. ປັບ​ດ້ານ​ອື່ນ​ໄປ​ພາຍ​ໃນ ± 2.2 ມມ (0.090 ນິ້ວ) ຂອງ​ດ້ານ​ຖືກ​ຕ້ອງ.

    7. ປັບ​ລາງ​ຍຶດ​ຄວາມ​ສູງ​ຂອງ​ການ​ຕັດ​ດ້ານ​ຂວາ ແລະ/ຫຼື ດ້ານ​ຊ້າຍ​ໂດຍ​ການ​ເຮັດຊ້ຳ​ຂັ້ນ​ຕອນ ຮອດ .

    8. ຍຶດ​ນັອດ​ຕົວ​ຜູ້​ຮອງ​ຮັບ ແລະ ນັອດ​ຕົວ​ແມ່​ຝາປິດ​ໃຫ້​ແໜ້ນ.

    9. ກວດ​ສອບ​ຄວາມ​ສູງ​ທີ່​ຕຳ​ແໜ່ງ 12, 3 ແລະ 9 ໂມງ.

    ການ​ເອົາ​ໃບ​ມີດ​ໜ່ວຍ​ຕັດ​ອອກ ແລະ ການຕິດຕັ້ງ

    ປ່ຽນ​ໃບ​ມີດ, ຖ້າ​ມັນ​ຕຳ​ກັບ​ວັດ​ຖຸ​ແຂງ, ບໍ່​ທ່ຽງ ຫຼື ຄົດ​ງໍ. ໃຊ້​ໃບ​ມີດ​ປ່ຽນ​ຂອງ​ແທ້​ຂອງ Toro ຢູ່​ສະ​ເໝີ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ການ​ມີ​ປະ​ສິດ​ທິ​ພາບ​ສູງ​ສຸດ.

    1. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ, ຍົກໜ່ວຍ​ຕັດຂຶ້ນ​ຫາຕຳ​ແໜ່ງການ​ຂົນ​ສົ່ງ, ໃສ່​ເບຣກມື, ມອດຈັກ ແລະ ຖອດກະແຈອອກ.

      Note: ຄ້ຳ ຫຼື ລັອກ​ໜ່ວຍ​ຕັດ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ມັນ​ຕົກ​ລົງ​ມາ​ໂດຍ​ບັງ​ເອີນ.

    2. ຈັບ​ປາຍ​ຂອງ​ໃບ​ມີດ​ດ້ວຍ​ການ​ໃຊ້ຜ້າ​ເສດ ຫຼື ຖົງ​ມື​ມີ​ແນວ​ຮອງ​ໜາ.

    3. ຖອດນັອດ​ຕົວ​ຜູ້​ຮັດ​ໃບ​ມີດອອກ, ເອົາ​ຝາ​ປົກ​ກັນ​ຖືກ​ໜັງ ແລະ ໃບ​ມີດ​ອອກ​ຈາກ​ເພົາ​ແກນ​ໝູນ (ຮູບສະແດງ ).

      artpending
    4. ຕິດ​ຕັ້ງ​ໃບ​ມີດ, ຝາ​ປົກ​ກັນ​ຖືກ​ໜັງ ແລະ ນັອດ​ຕົວ​ຜູ້​ຈັບ​ໃບ​ມີດ ແລະ ຮັດ​ນັອດ​ຕົວ​ຜູ້​ຈັບ​ໃບ​ມີດ​ໃຫ້​ແໜ້ນ​ຮອດ 115 ຫາ 149 N∙m (85 ຫາ 110 ft-lb).

      Important: ໃບ​ມີດ​ສ່ວນ​ທີ່​ກົງ​ຕ້ອງ​ກຳ​ລັງ​ຊີ້​ໄປ​ດ້ານ​ໃນ​ຂອງ​ໜ່ວຍ​ຕັດ​ເພື່ອ​ຮັບ​ປະ​ກັນ​ການ​ຕັດ​ທີ່​ເໝາະ​ສົມ.

      Note: ຫຼັງ​ຈາກ​ຕຳ​ກັບ​ວັດ​ຖຸ​ແປກ​ປອມ, ບິດນັອດຕົວ​ແມ່​ໝາກລໍ້ແກນ​ໝູນ​ທັງ​ໝົດໃຫ້​ໄດ້ 115 ຫາ 149 N∙m (85 ເຖິງ 110 ft-lb).

    ການກວດ​ກາ ແລະ ການ​ລັບໃບ​ມີດ​ໜ່ວຍ​ຕັດໃຫ້​ຄົມ

    ທັງ​ຄົມ​ຕັດ ແລະ ໃບມີດ​ຕັດທີ່​ເປັນ​ສ່ວນ​ປີ້ນ​ຂຶ້ນ​ກົງ​ກັນ​ຂ້າມ​ຂອງ​ຄົມ​ຕັດ​ເຮັດ​ໃຫ້​ໄດ້​ຄຸນ​ນະ​ພາບ​ການ​ຕັດ​ທີ່​ດີ. ໃບ​ມີດ​ສຳ​ຄັນ​ເພາະ​ວ່າ​ມັນ​ຍົກ​ຫຍ້າ​ຂຶ້ນ​ຊື່, ດັ່ງ​ນັ້ນ​ຈິ່ງ​ເຮັດ​ໃຫ້​ຜົນ​ການ​ຕັດ​ອອກ​ມາ​ສະ​ໝ່ຳ​ສະ​ເໝີ. ເຖິງ​ແນວ​ໃດ​ກໍ​ຕາມ, ໃບ​ມີດ​ຄ່ອຍໆ​ຫ້ຽນ​ລົງ​ໃນ​ລະ​ຫວ່າງ​ການ​ໃຊ້​ງານ. ເນື່ອງ​ຈາກ​ໃບ​ມີດ​ຫ້ຽນ​ລົງ, ຄຸນ​ນະ​ພາບ​ຂອງ​ການ​ຕັດ​ຫຼຸດ​ລົງ, ເຖິງ​ແມ່ນ​ວ່າ​ຄົມ​ຕັດ​ຍັງ​ຈະ​ຄົມ​ຢູ່. ຄົມ​ຕັດ​ຂອງ​ໃບ​ມີດ​ຕ້ອງ​ຄົມ​ເພື່ອ​ໃຫ້​ຫຍ້າ​ຖືກ​ຕັດ​ແທນ​ທີ່​ຈະ​ເປັນ​ການ​ຈີກ​ຂາດ. ຄົມ​ຕັດ​ທີ່​ບໍ່​ຄົມ​ແມ່ນ​ຫຼັກ​ຖານ​ເຫັນ​ໄດ້​ເມື່ອ​ປາຍ​ຂອງ​ຫຍ້າ​ປາ​ກົດ​ເປັນ​ສີ​ນ້ຳ​ຕານ ແລະ ສີກ​ຂາດ. ລັບ​ຄົມ​ຕັດ​ໃຫ້ຄົມ​ເພື່ອ​ແກ້​ໄຂ​ສະ​ພາບ​ນີ້​ໃຫ້​ຖືກ​ຕ້ອງ.

    1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ, ຍົກໜ່ວຍຕັດຂຶ້ນ, ໃສ່​ເບ​ຣກ​ມື, ເອົາ​ແປ້ນ​ຂັບເຄື່ອນ​ມາ​ຢູ່ໃນເກຍ​ຫວ່າງ, ເອົາ​ຄັນ​ໂຍກ PTO ມາ​ຢູ່​ໃນ​ຕຳ​ແໜ່ງມອດ, ມອດ​ຈ​ຈັກ ແລະ ຖອດກະແຈອອກ​ຈາກ​ບ່ອນ​ຕິດ​ຈັກ.

    2. ກວດ​ກາ​ເບິ່ງ​ປາຍ​ຕັດ​ຂອງ​ໃບ​ມີດ​ຢ່າງ​ລະ​ມັດ​ລະ​ວັງ, ໂດຍ​ສະ​ເພາະ​ບ່ອນ​ທີ່​ສ່ວນ​ພຽງ ແລະ ກົ່ງ​ຂອງ​ໃບ​ມີດ​ມາ​ພົບ​ກັນ (ຮູບສະແດງ ).

      Note: ເພາະ​ວ່າ​ຊາຍ ແລະ ວັດ​ຖຸ​ແຂງ​ສາ​ມາດ​ເຮັດ​ໃຫ້​ໂລ​ຫະທີ່​ເຊື່ອມ​ຕໍ່​ສ່ວນ​ພຽງ ແລະ ສ່ວນ​ກົ່ງ​ຂອງ​ໃບ​ມີດ​ຫ້ຽນ, ໃຫ້​ກວດ​ເບິ່ງ​ໃບ​ມີດ​ກ່ອນ​ນຳ​ໃຊ້​ຈັກ​ຕັດ​ຫຍ້າ. ຖ້າໃບ​ມີດຫ້ຽນ (ຮູບສະແດງ ), ໃຫ້ປ່ຽນ​ມັນ.

      artpending
    3. ກວດ​ກາ​ເບິ່ງ​ຄົມ​ຕັດ​ຂອງ​ໃບ​ມີດ​ທັງ​ໝົດ ແລະ ລັບ​ຄົມ​ຕັດ​ໃຫ້​ຄົມ, ຖ້າ​ພວກ​ມັນ​ປູ້ ຫຼື ບ່ານ (ຮູບສະແດງ ).

      Note: ລັບ​ພຽງ​ແຕ່​ດ້ານ​ເທິງ​ຂອງ​ຄົມ​ຕັດ​ໃຫ້​ຄົມ ແລະ ຮັກ​ສາ​ມູມ​ຕັດ​ເດີມ​ໄວ້​ເພື່ອ​ຮັບ​ປະ​ກັນ​ຄວາມ​ຄົມ (ຮູບສະແດງ ). ໃບ​ມີດ​ຍັງ​ຄົງ​ດຸນ​ດ່ຽງ, ຖ້າ​ທ່ານ​ເອົາ​ໂລ​ຫະ​ປະ​ລິ​ມານ​ດຽວ​ກັນ​ອອກ​ຈາກ​ຄົມ​ຕັດ​ທັງ​ສອງ.

      artpending

      Note: ເອົາ​ໃບ​ມີດ​ອອກ ແລະ ລັບ​ພວກ​ມັນ​ໃນ​ໃບ​ເມີນ​ລັບ​ໃຫ້​ຄົມ. ຫຼັງ​ຈາກ​ລັບ​ຄົມ​ຕັດ​ໃຫ້​ຄົມ, ຕິດ​ຕັ້ງ​ໃບ​ມີດ​ໃສ່​ດ້ວຍ​ຝາ​ປົກ​ກັນ​ຖືກ​ໜັງ ແລະ ນັອດ​ຕົວ​ຜູ້​ຈັບ​ໃບ​ມີດ, ໃຫ້​ເບິ່ງ .

    4. ໃຫ້​ແນ່​ໃຈ​ວ່າມີດຊື່ ແລະ ຂະ​ໜານ​ກັນ; ວາງ​ໃບ​ມີດ​ໄວ້​ເທິງ​ພື້ນ​ທີ່​ຮາບ​ພຽງ ແລະ ກວດ​ເບິ່ງ​ປາຍ​ຂອງ​ມັນ. ປາຍຂອງ​ໃບ​ມີດຕ້ອງຕ່ຳ​ກວ່າ​ໃຈ​ກາງ​ເລັກ​ນ້ອຍ ແລະ ຄົມ​ຕັດ​ຕ້ອງຕ່ຳ​ລົງ​ກວ່າ​ສົ້ນ​ຂອງ​ໃບ​ມີດ.

    ການເກັບມ້ຽນ

    ຄວາມປອດໄພໃນການເກັບຮັກສາ

    • ມອດຈັກ, ຖອດກະແຈ ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

    ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການ​ເກັບ​ຮັກ​ສາ

    Important: ຢ່າໃຊ້ນ້ຳເຄັມ ຫຼື ນ້ຳທີ່ຜ່ານການບຳບັດມາເພື່ອທຳຄວາມສະອາດເຄື່ອງຈັກ.

    ການກະກຽມໜ່ວຍຂັ​ບ​ເຄື່ອນ

    1. ທຳຄວາມສະອາດໜ່ວຍຂັບເຄື່ອນ, ໜ່ວຍຕັດ ແລະ ເຄື່ອງຈັກໃຫ້​ທົ່ວ.

    2. ກວດເບິ່ງຄວາມດັນຂອງຢາງລົດ. ໃຫ້​ແນ່​ໃຈ​ວ່າ​ຢາງໄດ້​ສູບ​ລົມເປັນ 0.83 ເຖິງ 1.03 bar (12 ເຖິງ 15 psi).

    3. ກວດເບິ່ງຕົວຮັດທັງໝົດສຳລັບຄວາມຫຼວມ ແລະ ຮັດພວກ​ມັນໃຫ້ແໜ້ນຕາມຄວາມຈຳເປັນ.

    4. ໃສ່ກະແລັດທຸກ​ຂໍ້​ຕໍ່​ກະ​ແລັດ ແລະ ຈຸດແກນໝູນ. ເຊັດນໍ້າມັນຫຼໍ່​ລື່ນ​ທີ່​ເຫຼືອ​ອອກ.

    5. ເຊັດກະດາດຊາຍບາງໆ ແລະ ໃຊ້ການທາສີສຳຜັດໃສ່ບໍລິເວນທີ່ຖືກຂູດ ແຕກ ຫຼື ເຂົ້າ​ໝ້ຽງ. ສ້ອມແປງຮອຍບຸ້ມຕ່າງໆໃນຕົວໂລຫະ.

    6. ບຳ​ລຸງ​ຮັກ​ສາແບັດເຕີຣີ ແລະ ສາຍໄຟດັ່ງຕໍ່ໄປນີ້:

      1. ຖອດສາຍຂົ້ວແບັດເຕີຣີອອກຈາກຫົວແບັດເຕີຣີ.

        Note: ຖອດສາຍຂົ້ວລົບກ່ອນສະ​ເໝີ ແລະ ຂົ້ວບວກສຸດທ້າຍ. ຕໍ່ປາຍຂົ້ວບວກເຂົ້າກ່ອນສະ​ເໝີ ແລະ ຂົ້ວລົບສຸດທ້າຍ.

      2. ອະ​ນາ​ໄມ​ແບັດ​ເຕີ​ຣີ, ຫົວ​ແບັດ​ເຕີ​ຣີ ແລະ ຫົວໂດຍໃຊ້ຝອຍຂັດ ແລະ ສານ​ລະ​ລາຍເບັກກິ້ງໂຊດາ.

      3. ເຄືອບຫົວ​ຂົ້ວສາຍໄຟ ແລະ ຫົວແບດເຕີຣີ​ດ້ວຍ​ກະ​ແລັດ​ເຄືອບ​ຜິວ Grafo 112X (ອາ​ໄຫຼ່ເບີ 505-47) ຫຼື ວຸ້ນນ້ຳມັນເພື່ອປ້ອງກັນການກັດກ່ອນ.

      4. ສາກແບັດເຕີຣີຄືນ​ໃໝ່ຢ່າງ​ຊ້າໆທຸກໆ 60 ວັນເປັນເວລາ 24 ຊົ່ວໂມງເພື່ອປ້ອງກັນການກາຍເປັນ​ຊືນ​ຊັ​ລ​ເຟດ​ຂອງ​ແບັດ​ເຕີ​ຣີ.

    ການກະກຽມເຄື່ອງຈັກ

    1. ປ່ອຍນ້ຳມັນເຄື່ອງຈັກອອກຈາກອ່າງນ້ຳມັນເຄື່ອງ ແລະ ປ່ຽນ​ນັອດອັດບ່ອນ​ປ່ອຍນ້ຳມັນ.

    2. ຖອດໝໍ້​ກອງ​ອອກ ແລະ ກຳ​ຈັດຖີ້ມ. ໃສ່ໝໍ້ກອງນໍ້າມັນໃໝ່ເຂົ້າ​ໄປ.

    3. ຕື່ມ​ນ້ຳ​ມັນ​ເຄື່ອງ​ໃສ່​ເຕົ້າ​ນ້ຳ​ມັນ​ດ້ວຍ​ປະ​ລິ​ມານ​ນ້ຳ​ມັນ​ມໍ​ເຕີ້ທີ່​ກຳ​ນົດ​ໃຫ້.

    4. ບິດ​ກະ​ແຈ​ຢູ່​ໃນ​ສະ​ວິດ​ໄປ​ທີ່​ຕຳ​ແໜ່ງເປີດ, ຕິກ​ຈັກ ແລະ ໃຫ້​ມັນ​ຕິດ​ຢູ່​ທີ່​ຄວາມ​ໄວ​ກາ​ລັງ​ຕີ​ເປັນ​ເວ​ລາ​ປະ​ມານ 2 ນາ​ທີ.

    5. ບິດກະແຈຢູ່​ໃນ​ສະ​ວິດໄປທີ່ຕຳແໜ່ງປິດ.

    6. ລະ​ບາຍ​ນ້ຳ​ມັນ​ເຊື້ອ​ໄຟ​ທັງ​ໝົດ​ອອກ​ຈາກ​ຖັງ​ນ້ຳ​ມັນ, ທໍ່ ແລະ ໝໍ້​ກອງນ້ຳ​ມັນເຊື້ອ​ໄຟ/ສ່ວນ​ປະ​ກອບ​ຕົວ​ແຍກ​ນ້ຳ​ໃຫ້​ທົ່ວ​ທັງ​ໝົດ.

    7. ລ້າງຖັງນ້ຳມັນເຊື້ອໄຟດ້ວຍນ້ຳມັນກາຊວນທີ່ສົດສະອາດ.

    8. ຮັດ​ຂໍ້​ຕໍ່​ລະ​ບົບ​ທັງ​ໝົດ​ໃຫ້​ແໜ້ນ​ດີ.

    9. ທຳຄວາມສະອາດໃຫ້​ທົ່ວ ແລະ ບຳ​ລຸງ​ຮັກ​ສາ​ສ່ວນປະກອບເຕົ້າກອງອາກາດ.

    10. ປິດທາງເຂົ້າກອງອາກາດ ແລະ ທໍ່ໄອເສຍອອກດ້ວຍເທບປ້ອງກັນທຸກສະພາບອາກາດ.

    11. ກວດເບິ່ງການປ້ອງກັນການແຂງຕົວ ແລະ ເຕີ່ມ​ໃສ່ທີ່​ຈຳ​ເປັນສຳ​ລັບອຸນຫະພູມຕ່ຳສຸດທີ່​ຄາດ​ໄວ້​ໃນພື້ນ​ທີ່ຂອງທ່ານ

    ການກະ​ກຽມໜ່ວຍ​ຕັດ

    ຖ້າ​ບັນ​ດາໜ່ວຍ​ຕັດ​ຖືກ​ແຍກ​ອອກ​ຈາກ​ຈັກ​ຕັດ​ຫຍ້າ​ເປັນ​ເວ​ລາ​ດົນ​ນານ, ຕິດ​ຕັ້ງ​ຕົວ​ສຽບ​ແກນ​ໝູນ​ຢູ່​ດ້ານ​ເທິງ​ຂອງ​ແກນ​ໝູນ​ເພື່ອປົກ​ປ້ອງ​ແກນ​ໝູນ​ຈາກ​ການ​ຖືກ​ຝຸ່ນ ແລະ ນ້ຳ.

    artpending