ການຕິດຕັ້ງ

Note: ຊຸດ​ເຄື່ອງ​ມື​ນີ້​ແມ່ນ​ສຳ​ລັບ​ການ​ຕິດ​ຕັ້ງ​ລູກ​ກິ້ງ​ໃນ​ໜຶ່ງ​ໜ່ວຍ​ຕັດ. ກະ​ລຸ​ນາ​ສັ່ງຊຸດເຄື່ອງ​ມື​ລູກກິ້ງສຳ​ລັບ​ແຕ່​ລະ​ໜ່ວຍ​ຕັດ.

ການດັດ​ແປງໜ່ວຍຕັດ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ແມ່​ແບບ1

ຂໍ້ຄວນລະວັງ

ການ​ໃຊ້​ເຄື່ອງ​ມື​ຕັດ​ໂດຍ​ບໍ່​ມີ​ການ​ໃສ່ອຸປະກອນປ້ອງກັນຕົວ (PPE) ທີ່​ເໝາະ​ສົມ​ເຊັ່ນ: ແວ່ນ​ປ້ອງ​ກັນ​ຕາ ແລະ ຖົງ​ມື​ເຮັດ​ວຽກ​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ເລັກ​ນ້ອຍ ຫຼື ປານ​ກາງ​ໄດ້.

ເມື່ອ​ໃດ​ກໍ​ຕາມ​ທີ່​ທ່ານ​ໃຊ້​ເຄື່ອງ​ມື​ຕັດ, ໃຫ້​ໃສ່ PPE ທີ່​ເໝາະ​ສົມ​ສະ​ເໝີ.

Note: ຖ້າ​ຈຳ​ເປັນ, ຖອດໜ່ວຍຕັດອອກຈາກເຄື່ອງ​ຈັກ. ຖ້າ​ທ່ານ​ບໍ່​ຖອດ​ໜ່ວຍ​ຕັດ​ອອກ, ລັອກ​ໜ່ວຍ​ຕັດ​ໄວ້​ໃນ​ຕຳ​ແໜ່ງ​ຂົນ​ສົ່ງ.

  1. ຈອດເຄື່ອງຈັກຢູ່ໃນພື້ນ​ທີ່​ຮາບ​ພຽງ, ມອດຈັກ, ໝູນ​ລໍ້​ລົດ​ດ້ວຍ​ໄມ້​ໝູນ ຫຼື ໃສ່​ເບ​ຣກມື, ຖ້າ​ຕິດ​ໃສ່​ກັບ​ໜ່ວຍ​ລາກ ແລະ ຖອດກະແຈອອກ​ຈາກ​ສະ​ວິດ​ຕິດ​ຈັກ.

  2. ເອົາ​ລູກ​ກິ້ງ​ທີ່​ຍັງ​ເຫຼືອ​ອອກ​ຈາກ​ໜ່ວຍ​ຕັດ.

  3. ຈັດ​ລຽນ​ແມ່​ແບບ ແລະ ຕິດ​ຕັ້ງ​ນັອດ​ຕົວ​ຜູ້​ຮອງ​ຮັບ (ຮູບສະແດງ 1).

    Important: ໃຫ້​ແນ່​ໃຈ​ວ່າ​ແມ່​ແບບ​ຮັດ​ແໜ້ນ​ໃສ່​ໜ່ວຍ​ຕັດ. ຮູ​ຈະ​ຕຸ​ລັດ​ຂອງ​ແມ່​ແບບ​ຄວນ​ຖືກ​ຈັດ​ລຽນ​ກັບ​ຮູ​ຈະ​ຕຸ​ລັດ​ຂອງ​ໜ່ວຍ​ຕັດ.

  4. ໝາຍ​ບໍ​ລິ​ເວນ​ທີ່​ຈະ​ເອົາ​ອອກ, ເອົາ​ແມ່​ແບບ​ອອກ ແລະ ເອົາ​ວັດ​ຖຸ​ອອກ​ຈາກ​ໜ່ວຍ​ຕັດ (ຮູບສະແດງ 1).

    g501272
  5. ເຮັດຂັ້ນຕອນນີ້ຊ້ຳອີກໃນ​ດ້ານກົງ​ກັນ​ຂ້າມ.

ການຕິດ​ຕັ້ງສະ​ຫຼາກ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສະ​ຫຼາກ4

ຕິດ​ຕັ້ງສະ​ຫຼາກໃສ່​ແຕ່​ລະ​ຕຸ່ມ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 2.

g501270
  1. ສະ​ຫຼາກ

  2. 28.6 ມມ (1-1/8 ນິ້ວ)

  3. 33.3 ມມ (1-5/16 ນິ້ວ)

ການຕິດຕັ້ງລູກກິ້ງ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ລູກ​ກິ້ງ2
ຕຸ່ມ​ດ້ານ​ຊ້າຍ1
ຕຸ່ມ​ດ້ານ​ຂວາ1
ແຫວນ​ແປແບບ​ພຽງ4
ນັອດ​ຕົວ​ແມ່ (11/32 ນິ້ວ)4
ນັອດ​ລັອກ​ຕົວ​ແມ່4
ຝາ​ປົກ​ກັນ​ຝຸ່ນ4
ລູກ​ບີ່​ຈ່ອຍ4
ນັອດຕົວແມ່ໜ້າແປນ (⅜ ນິ້ວ)16
ຊິ້ນ​ສ່ວນ​ດຸມ​ລໍ້4
ນັອດຕົວ​ຜູ້ຮອງ​ຮັບ (⅜ x 1-¼ ນິ້ວ)16
ສະຫຼັກລັອກ4
ຂໍ້​ຕໍ່​ກະ​ແລັດ4
  1. ຕິດ​ຕັ້ງຂໍ້​ຕໍ່​ກະ​ແລັດ​ໃສ່ຊິ້ນ​ສ່ວນ​ດຸມ​ລໍ້ (ຮູບສະແດງ 3).

  2. ຫຸ້ມ​ລູກ​ບີ່​ລູກ​ກິ້ງ​ດ້ວຍ​ກະ​ແລັດ​ໃຫ້​ເຕັມ.

  3. ໃຊ້​ກະ​ແລັດ​ໃສ່ເຕົ້າ​ເລັ່ງ​ລູກ​ບີ່ ແລະ ສ່ວນ​ດ້ານ​ໃນ​ຂອງຊິ້ນ​ສ່ວນ​ດຸມ​ລໍ້.

  4. ຕິດ​ຕັ້ງ​ຊິ້ນສ່ວນ​ດູມ​ລໍ້​ໃສ່​ແຕ່​ລະຕຸ່ມ​ດ້ວຍ​ນັອດ​ຕົວ​ຜູ້​ຮອງ​ຮັບ 16 ຕົວ (3/8 x 1-1/4 ນິ້ວ) ແລະ ນັອດ​ຕົວ​ຜູ້​ຮອງ​ຮັບ 16 ຕົວ (3/8 x 1-1/4 ນິ້ວ): ໃຫ້​ເບິ່ງ ຮູບສະແດງ 3.

  5. ຕິດ​ຕັ້ງ​ຕຸ່ມ​ໃສ່​ໜ່ວຍ​ຕັດ.

  6. ຕິດ​ຕັ້ງ​ລູກ​ກິ້ງ​ໃສ່​ຕຸ່ມ​ທີ່​ປະ​ກອບ​ມາ​ດ້ວຍ​ລູກ​ບີ່​ລູກ​ກິ້ງ 2 ລູກ, ແຫວນ​ແປ 2 ອັນ, ນັອດ​ຕົວ​ແມ່ 2 ນັອດ (11/32 ນິ້ວ) ແລະ ນັອດ​ລັອກ​ຕົວ​ແມ່ 2 ນັອດ (ຮູບສະແດງ 3).

    g501271
  7. ຢູ່ປາຍ​ດ້ານ​ໜຶ່ງ​ຂອງ​ເພົາ​ລູກ​ກິ້ງ, ຕິດ​ຕັ້ງ​ນັອດ​ຕົວ​ແມ່ ແລະ ນັອດ​ລັອກ​ຕົວ​ແມ່​ຈົນ​ກວ່າ​ມີ​ໄລຍະ 9.5 ມມ (3/8 ນິ້ວ) ລະ​ຫວ່າງ​ໜ້າ​ຂອງ​ນັອດ​ລັອກ​ຕົວ​ແມ່ ແລະ ປາຍ​ຂອງ​ເພົາ​ລູກ​ກິ້ງ (ຮູບສະແດງ 4).

    g501448
  8. ຕິດ​ຕັ້ງ​ສະ​ຫຼັກ​ລັອກ​ຫຼັງ​ຈາກ​ທ່ານ​ປັບ​ນັອດ​ລັອກ​ຕົວ​ແມ່ (ຮູບສະແດງ 3).

  9. ຕິດ​ຕັ້ງ​ລູກ​ກິ້ງ​ໄປ​ໃສ່​ເຕົ້າ​ໃນ​ຕຸ່ມ​ກົງ​ກັນ​ຂ້າມ ແລະ ຍຶດ​ຕຸ່ມ​ໃສ່​ໜ່ວຍ​ຕັດ.

  10. ຕິດ​ຕັ້ງ​ລູກ​ກິ້ງ​ໃສ່​ຕຸ່ມ​ທີ່​ປະ​ກອບ​ມາ​ດ້ວຍ​ລູກ​ບີ່​ລູກ​ກິ້ງ 2 ລູກ, ແຫວນ​ແປ 2 ອັນ, ນັອດ​ຕົວ​ແມ່ 2 ນັອດ (11/32 ນິ້ວ) ແລະ ນັອດ​ລັອກ​ຕົວ​ແມ່ 2 ນັອດ (ຮູບສະແດງ 3).

  11. ຕິດ​ຕັ້ງ​ນັອດ​ຕົວ​ແມ່ ແລະ ນັອດ​ລັອກ​ຕົວ​ແມ່​ຈົນ​ກວ່າ​ລູກ​ບີ່ ແລະ ອຸ​ປະ​ກອນ​ໄປ​ສຸດ​ຢູ່​ໃນ​ເຕົ້າ.

  12. ການ​ໃຊ້​ກະ​ແຈ​ບິດ​ການ​ກິ້ງ, ຕັ້ງ​ແຮງ​ບິດ​ການ​ກິ້ງ​ສຳ​ລັບນັອດ​ຕົວ​ແມ່ ແລະ ນັອດ​ລັອກ​ຕົວ​ແມ່​ຢູ່​ທັງ​ສອງ​ເພົາ​ໃຫ້​ເປັນ 1.3 ຫາ 1.7 N∙m (10 ຫາ 15 in-lb).

    Note: ຖ້າ​ຈຳ​ເປັນ, ໝູນ​ນັອດ​ລັອກ​ຕົວ​ແມ່ 1/4 ຮອບ​ໃຫ້​ໄດ້​ແຮງ​ບິດ​ທີ່​ຖືກ​ຕ້ອງ. ກວດ​ເບິ່ງ​ແຮງ​ບິດຫຼັງ​ຈາກ​ທ່ານ​ປັບ​ນັອດ​ລັອກ​ຕົວ​ແມ່.

  13. ຕິດ​ຕັ້ງ​ສະ​ຫຼັກ​ລັອກ ແລະ ໃຫ້​ແນ່​ໃຈ​ວ່າ​ສະ​ຫຼັກ​ລັອກ​ທັງ 4 ຕົວ​ໃສ່ກັບ​ນັອດ​ລັອກ​ຕົວ​ແມ່ (ຮູບສະແດງ 3).

  14. ຖ້າ​ສະ​ຫຼັກ​ລັອກ​ບໍ່​ໃສ່​ກັບ​ນັອດ​ລັອກ​ຕົວ​ແມ່, ປັບ​ນັອດ​ລັອກ​ຕົວ​ແມ່ ແລະ ກວດ​ເບິ່ງ​ແຮງ​ບິດ​ການ​ກິ້ງ.

  15. ໃສ່​ນ້ຳ​ມັນ​ກະ​ແລັດຊິ້ນ​ສ່ວນ​ດຸມ​ລໍ້ໃໝ່.

  16. ຕິດ​ຕັ້ງຝາ​ປົກກັນຝຸ່ນໃນ​ແຕ່​ລະ​ປາຍ​ຂອງ​ລູກ​ກິ້ງ (ຮູບສະແດງ 3).