ຜະລິດຕະພັນນີ້ປະຕິບັດຕາມຄຳສັ່ງແນະນຳຂອງເອີຣົບທີ່ກ່ຽວຂ້ອງທັງໝົດ. ສຳລັບລາຍລະອຽດ, ກະລຸນາເບິ່ງຖະແຫຼງການຂອງການລວມ​ເຂົ້າ​ກັນ​ເປັນ​ບໍ​ລິ​ສັດ (DOI) ຢູ່ດ້ານຫຼັງຂອງໜັງສືນີ້.

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

ການຕັ້ງຄ່າ

ການ​ກະ​ກຽມ​ເຄື່ອງ​ຈັກ

  1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

  2. ປ່ອຍສິ່ງ​ທີ່​ຕິດ​ມາ​ນຳຕ່ຳ​ລົງ.

  3. ໃສ່​ເບ​ຣກມື.

  4. ມອດຈັກ ແລະ ຖອດກະແຈ.

ການເອົາຝາ​ຄອບອອກ

  1. ຍົກ​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ​ຂຶ້ນ ແລະ ວາງກະ​ລິກ​ຄ້ຳ​ໄວ້​ຕຳ​ແໜ່ງ​ຢູ່​ກ້ອງ​ຖານ​ມໍ​ເຕີ້​ລໍ້​ຫຼັງ.

  2. ປົດ​ຢາງ​ຫຼັງ​ເບື້ອງ​ຂວາ​ອອກ.

  3. ເອົາແຫວນ​ຮອງ 4 ອັນ ແລະ ນັອດ​ຕົວ​ຜູ້ທີ່​ຍຶດ​ແຜງ​ຄວບ​ຄຸມ​ໃສ່ຕູ້​ຄວບ​ຄຸມອອກ (ຮູບສະແດງ 1).

  4. ຖອດສາຍ​ໄຟອອກຈາກເຄື່ອງວັດ​ແທກ​ຊົ່ວ​ໂມງ.

  5. ເອົາ​ແຜງ​ຄວບ​ຄຸມ (ຮູບສະແດງ 1).

  6. ເອົານັອດຕົວ​ຜູ້ 3 ອັນທີ່​ຍຶດຕູ້ຄວບ​ຄຸມ​ໃສ່​ໂຄງ​ອອກ (ຮູບສະແດງ 1). ເອົາ​ຕູ້​ຄວບ​ຄຸມ​ອອກ​ໂດຍ​ການ​ຍົກ​ຮີມ​ດ້ານ​ລຸ່ມ​ຂອງ​ຕູ້​ຄວບ​ຄຸມ​ເບົາໆ​ຢູ່ບໍ​ລິ​ເວນ​ຂາ​ຄ້ຳ ແລະ ເລື່ອນ​ມັນ​ຂຶ້ນ​ກາຍ​ມື​ຈັບ​ເບ​ຣກ.

    g003660
  7. ເອົາ​ນັອດ​ຕົວ​ຜູ້ 4 ອັນ​ທີ່​ຍຶດ​ຝາ​ຄອບ​ລໍ້​ຂວາ​ມື​ໃສ່​ໂຄງອອກ ແລະ ເອົາ​ຝາ​ຄອບ​ອອກ (ຮູບສະແດງ 2).

    g003661
  8. ຕັດ​ເຊື່ອມ​ຕໍ່ ແລະ ເອົາ​ຝາ​ຄອບ​ຢູ່​ເຄິ່ງ​ກາງ​ອອກ​ຈາກໂຄງ (ຮູບສະແດງ 3).

    g003662

ການ​ກະ​ກຽມຕິດ​ຕັ້ງ​ສ່ວນ​ປະ​ກອບ​ໄຮ​ໂດຼ​ລິກ

  1. ຊອກ​ຫາທໍ່​ໄຮ​ໂດຼ​ລິກ​ທີ່​ໄປ​ຈາກ​ເຄື່ອງ​ທຳ​ຄວາມ​ເຢັນ​ນ້ຳ​ມັນ​ເຄື່ອງ​ໃສ່​ວາວ​ຍົກ​ທີ່​ມີ​ຢູ່ (ຮູບສະແດງ 4).

  2. ຖອດ​ຕົວ​ຮັດ​ແໜ້ນ ແລະ ຂາ​ໜີບ​ທໍ່​ທີ່​ຍຶດ​ທໍ່​ໄຮ​ໂດຼ​ລິກ​ໃສ່​ໂຄງ​ອອກ.

  3. ຕັດ​ເຊື່ອມ​ຕໍ່ ແລະ ເອົາ​ທໍ່​ໄຮ​ໂດຼ​ລິກ​ອອກ​ຈາກ​ເຄື່ອງ​ທຳ​ຄວາມ​ເຢັນ​ນ້ຳ​ມັນ​ເຄື່ອງ ແລະ ວາວ​ຍົກ (ຮູບສະແດງ 4 ແລະ ຮູບສະແດງ 6).

    Note: ທ່ານ​ອາດ​ຈະ​ເອົາ​ທໍ່​ໄຮ​ໂດຼ​ລິກ​ນີ້​ຖິ້ມ​ໄດ້.

    Note: ເພື່ອ​ເຮັດ​ໃຫ້​ເສຍ​ນ້ຳ​ມັນ​ເຄື່ອງໜ້ອຍ​ທີ່​ສຸດ​ເມື່ອ​ເອົາ​ທໍ່​ໄຮໂດຼ​ລິກ​ອອກ, ໃຫ້​ກຽມ​ທໍ່​ປ່ຽນ ຫຼື ຝາ​ອັດຂໍ້​ຕໍ່​ຢູ່​ເຄື່ອງ​ທຳ​ຄວາມ​ເຢັນໄວ້​ໃຫ້​ພ້ອມດ້ວຍ​ການ​ໃຊ້​ໜຶ່ງ​ໃນ​ຝາອັດ​ການ​ຂົນ​ສົ່ງ​ປ້ອງ​ກັນ​ທີ່​ເອົາ​ອອກ​ຈາກ​ຊິ້ນ​ສ່ວນ​ທໍ່, ອາ​ໄຫຼ່​ເບີ 108-8447 (ຮູບສະແດງ 19).

    g003671
  4. ຍຶດ​ທໍ່​ໄຮ​ໂດຼ​ລິກ​ທີ່​ຍັງ​ເຫຼືອ​ໃສ່​ໂຄງ​ດ້ວຍ​ຂາ​ໜີບ ແລະ ຕົວ​ເຮັດ​ທີ່​ເອົາ​ອອກ​ມາ​ກ່ອນ.

  5. ຖ້າ​ທ່ານ​ກຳ​ລັງ​ຕິດ​ຕັ້ງ​ຊຸດ​ເຄື່ອງ​ມື​ນີ້​ໃສ່​ເຄື່ອງ​ຈັກ​ລຸ້ນ 08745, ໃຫ້​ເຮັດ​ດັ່ງ​ຕໍ່​ໄປ​ນີ້:

    1. ເອົາ​ນັອດ​ຕົວ​ຜູ້ 3 ອັນ ແລະ ນັອດ​ຕົວແມ່ທີ່​ຍຶດ​ວາວ​ຍົກ​ທີ່​ມີ​ຢູ່​ໃສ່​ໂຄງ​ນັ້ນ​ອອກ ແລະ ແຍກ​ມັນ​ອອກ​ຈາກໂຄງເພື່ອ​ປ່ອຍ​ໃຫ້​ມີ​ການ​ເອົາ​ຂໍ້​ຕໍ່​ສາມ​ຂາ​ຮູບ​ຕົວ T (340-94) ອອກ​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 5.

    2. ຕັດ​ເຊື່ອມ​ຕໍ່​ທໍ່​ໄຮ​ໂດຼ​ລິກ (108-8415) ຈາກ​ຂໍ້​ຕໍ່ 90° (340-77) ຢູ່​ດ້ານ​ຊ້າຍ​ຂອງວາວ​ຍົກ​ທີ່​ມີ​ຢູ່.

    3. ຕັດ​ເຊື່ອມ​ຕໍ່​ທໍ່​ໄຮ​ໂດຼ​ລິກ (144-1367) ຈາກ​ຂໍ້​ຕໍ່ສາມ​ຂາ​ຮູບ​ຕົວ T (340-94) ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 6.

    4. ມາຍຂໍ້​ຕໍ່ສາມ​ຂາ​ຮູບ​ຕົວ T (340-94) ຢູ່​ດ້ານ​ຂວາ​ຂອງວາວ​ຍົກ​ທີ່​ມີ​ຢູ່.

    5. ເອົາຂໍ້​ຕໍ່ສາມ​ຂາ​ຮູບ​ຕົວ T (340-94) ອອກ​ຈາກວາວ​ທີ່​ມີຢູ່ ແລະ ຮັກ​ສາ​ໄວ້​ສຳ​ລັບ​ການ​ຕິດ​ຕັ້ງ​ພາຍ​ຫຼັງ.

      g362552
      g362543

ການຕິດຕັ້ງວາວຍົກ

ລຸ້ນ 08705 ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຂໍ້​ຕໍ່ໄຮ​ໂດຼ​ລິກຊື່​ທີ່ມີແຫວນ​ຮູບ​ຕົວ O2
ຂໍ້​ຕໍ່ໄຮ​ໂດຼ​ລິກ 90° ທີ່ມີແຫວນ​ຮູບ​ຕົວ O2
ວາວຍົກ1
ແຜ່ນວາວ1
ນັອດ​ຕົວ​ຜູ້ (¼ x 3 ນິ້ວ)3
ນັອດລັອກຕົວແມ່ 6 ມມ (¼ ນິ້ວ)3
ນັອດ​ຕົວ​ຜູ້ (#10 x 1-¼ ນິ້ວ)2
ນັອດ​ລັອກ​ຕົວ​ແມ່ (#10)2
ຄັນໂຍກຍົກ1
  1. ບິດ​ກຽວ​ທັງ​ຂໍ້​ຕໍ່ 90° ແລະ ຂໍ້​ຕໍ່​ຊື່​ໄຮ​ໂດຼ​ລິກ 2 ຕົວ​ໃສ່​ວາວ​ຍົກ​ໃໝ່​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 7.

    Important: ຢ່າ​ຮັດຂໍ້​ຕໍ່ 90° ແໜ້ນ​ຫຼາຍ​ໃນ​ເວ​ລາ​ນີ້. ໃຫ້​ແນ່​ໃຈ​ວ່າ​ແຫວນ​ຮູບ​ຕົວ O ທຸກ​ຕົວ​ໄດ້​ຮັບ​ການ​ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ ແລະ ຢູ່​ໃນ​ຕຳ​ແໜ່ງ​ທີ່​ຖືກ​ຕ້ອງ​ໃນ​ຂໍ້​ຕໍ່​ກ່ອນ​ການ​ຕິດ​ຕັ້ງ.

    g003663
  2. ຕິດ​ຊິ້ນ​ສ່ວນ​ວາວ, ຂາ​ຄ້ຳ​ແກນ​ໝູນ ແລະ ແຜ່ນວາວໃສ່​ໂຄງ​ດ້ວຍ​ນັອດ​ຕົວ​ຜູ້ 3 ອັນ (¼ x 3 ນິ້ວ) ແລະ ນັອດ​ລັອກ​ຕົວ​ແມ່ 3 ຕົວ (ຮູບສະແດງ 8). ວາງ​ຕຳ​ແໜ່ງ​ແຜ່ນ​ວາວ​ໃສ່​ດ້ານ​ໜ້າ​ຂອງ​ບັນ​ດາ​ໂຄງ​ເມື່ອ​ຕິດ​ໃສ່ ແລະ ບິດ​ຕົວ​ຮັດ​ໃຫ້​ໄດ້​ຄວາມ​ແຮງ 10 ຫາ 12 N∙m (90 ຫາ 110 in-lb).

    Note: ການ​ຕິດ​ຕັ້ງວາວ​ແມ່ນ​ຄ້າຍ​ຄື​ກັບ​ວາວ​ທີ່​ມີ​ຢູ່​ທີ່​ຕິດ​ຕັ້ງ​ຮຽບ​ຮ້ອຍ​ແລ້ວ.

  3. ຕິດ​ຊິ້ນສ່ວນຄັນ​ໂຍກ​ແກນ​ໝູນໃສ່ຫຼອດ​ມ້ວນ​ວາວ ແລະ ໃສ່​ຂໍ້​ຕໍ່​ທົດ​ແທນ​ຫຼວມໆ​ດ້ວຍ​ນັອດ​ຕົວ​ຜູ້ 2 ອັນ (#10 x 1-¼ ນິ້ວ) ແລະ ນັອດ​ລັອກ​ຕົວ​ແມ່ 2 ຕົວ (ຮູບສະແດງ 8).

    Note: ຢ່າ​ຮັດ​ຕົວ​ຮັດ​ແໜ້ນ​ຫຼາຍ​ໃນ​ເວ​ລາ​ນີ້.

    Note: ຍຶດ​ຂໍ້​ຕໍ່​ທົດ​ແທນ​ໃສ່​ຮູ​ດ້ານ​ຫຼັງ​ຂອງ​ແກນ​ໝູນ.

    g516725

ການຕິດຕັ້ງວາວຍົກ

ລຸ້ນ 08745 ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຂໍ້​ຕໍ່ໄຮ​ໂດຼ​ລິກຊື່​ທີ່ມີແຫວນ​ຮູບ​ຕົວ O2
ຂໍ້​ຕໍ່ໄຮ​ໂດຼ​ລິກ 90° ທີ່ມີແຫວນ​ຮູບ​ຕົວ O2
ວາວຍົກ1
ແຜ່ນວາວ1
ນັອດ​ຕົວ​ຜູ້ (¼ x 3 ນິ້ວ)3
ນັອດລັອກຕົວແມ່ 6 ມມ (¼ ນິ້ວ)3
ນັອດ​ຕົວ​ຜູ້ (#10 x 1-¼ ນິ້ວ)2
ນັອດ​ລັອກ​ຕົວ​ແມ່ (#10)2
ຄັນໂຍກຍົກ1
  1. ບິດ​ກຽວ​ຂໍ້​ຕໍ່ 90° ໄປ​ຫາ​ວາວ​ຍົກ​ທີ່​ມີ​ຢູ່​ໃນ​ບ່ອນ​ທີ່​ໄດ້​ເອົາຂໍ້​ຕໍ່​ສາມ​ຂາ​ຮູບ​ຕົວ T ອອກ​ໄປ.

    Important: ຮັດຂໍ້​ຕໍ່ຊື່​ເທົ່າ​ນັ້ນ​ໃຫ້ແໜ້ນໃນ​ເວ​ລາ​ນີ້. ໃຫ້​ແນ່​ໃຈ​ວ່າ​ແຫວນ​ຮູບ​ຕົວ O ທຸກ​ຕົວ​ໄດ້​ຮັບ​ການ​ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ ແລະ ຢູ່​ໃນ​ຕຳ​ແໜ່ງ​ທີ່​ຖືກ​ຕ້ອງ​ໃນ​ຂໍ້​ຕໍ່​ກ່ອນ​ການ​ຕິດ​ຕັ້ງ.

    g362424
  2. ຕິດ​ຕັ້ງວາວຍົກ​ທີ່​ມີ​ຢູ່​ດ້ວຍ​ອຸ​ປະ​ກອນ​ທີ່​ເອົາ​ອອກ​ມາ​ກ່ອນ ແລະ ບິດ​ຕົວ​ຮັດ​ໃຫ້​ໄດ້​ຄວາມ​ແຮງ 10 ຫາ 12 N∙m (90 ຫາ 110 in-lb).

  3. ບິດ​ກຽວ​ຂໍ້​ຕໍ່ 90°, ຂໍ້​ຕໍ່​ໄຮ​ໂດຼ​ລິກ​ຊື່ 2 ອັນ ແລະ ຂໍ້ຕໍ່ສາມຂາຮູບຕົວ T ທີ່​ເອົາ​ອອກ​ຈາກວາວ​ທີ່​ມີ​ຢູ່​ໃນ ການ​ກະ​ກຽມຕິດ​ຕັ້ງ​ສ່ວນ​ປະ​ກອບ​ໄຮ​ໂດຼ​ລິກ ໃສ່​ວາວ​ຍົກ​ໃໝ່​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 9.

  4. ຕິດ​ຊິ້ນ​ສ່ວນ​ວາວ, ຂາ​ຄ້ຳ​ແກນ​ໝູນ ແລະ ແຜ່ນວາວໃສ່​ໂຄງ​ດ້ວຍ​ນັອດ​ຕົວ​ຜູ້ 3 ອັນ (¼ x 3 ນິ້ວ) ແລະ ນັອດ​ລັອກ​ຕົວ​ແມ່ 3 ຕົວ (ຮູບສະແດງ 10). ວາງ​ຕຳ​ແໜ່ງ​ແຜ່ນ​ວາວ​ໃສ່​ດ້ານ​ໜ້າ​ຂອງ​ບັນ​ດາ​ໂຄງ​ເມື່ອ​ຕິດ​ໃສ່ ແລະ ບິດ​ຕົວ​ຮັດ​ໃຫ້​ໄດ້​ຄວາມ​ແຮງ 10 ຫາ 12 N∙m (90 ຫາ 110 in-lb).

    Note: ການ​ຕິດ​ຕັ້ງວາວ​ແມ່ນ​ຄ້າຍ​ຄື​ກັບ​ວາວ​ທີ່ຕິດ​ຕັ້ງ​ແລ້ວໃນ​ປັດ​ຈຸ​ບັນ.

  5. ຕິດ​ຊິ້ນສ່ວນຄັນ​ໂຍກ​ແກນ​ໝູນໃສ່ຫຼອດ​ມ້ວນ​ວາວ ແລະ ໃສ່​ຂໍ້​ຕໍ່​ທົດ​ແທນ​ຫຼວມໆ​ດ້ວຍ​ນັອດ​ຕົວ​ຜູ້ 2 ອັນ (#10 x 1-¼ ນິ້ວ) ແລະ ນັອດ​ລັອກ​ຕົວ​ແມ່ 2 ຕົວ (ຮູບສະແດງ 10).

    Note: ຢ່າ​ຮັດ​ຕົວ​ຮັດ​ແໜ້ນ​ຫຼາຍ​ໃນ​ເວ​ລາ​ນີ້.

    Note: ຍຶດ​ຂໍ້​ຕໍ່​ທົດ​ແທນ​ໃສ່​ຮູ​ດ້ານ​ຫຼັງ​ຂອງ​ແກນ​ໝູນ.

    g516724

ການຕິດຕັ້ງຈານ​ໄຖ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຈານ​ໄຖ​ເບື້ອງ​ຂວາ1
ຈານ​ໄຖ​ເບື້ອງຊ້າຍ1
ນັອດຕົວ​ຜູ້ (½ x 2 ນິ້ວ)4
ນັອດລັອກຕົວແມ່ (½ ນິ້ວ)4
ຂາ​ຄ້ຳໂຄງ​ພ່ວງ1
ນັອດຕົວ​ຜູ້ (½ x 1-¾ ນິ້ວ)2
  1. ຕິດ​ຈານ​ໄຖ​ເບື້ອງ​ຂວາໃສ່​ດ້ານ​ຂ້າງ​ຂອງ​ຂາ​ຄີບ​ໝາກ​ລໍ້​ທີ່​ມີ​ນັອດ​ຕົວ​ຜູ້ 2 ຕົວ (½ x 2 ນິ້ວ) ແລະ ນັອດ​ລັອກ​ຕົວ​ແມ່​ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 11.

    Note: ຢ່າ​ຮັດ​ຕົວ​ຮັດ​ໃຫ້ແໜ້ນເທື່ອ.

  2. ເຮັດ​ຂັ້ນ​ຕອນ​ຊ້ຳ​ຄືນ​ກັບ​ຈານ​ໄຖ​ເບື້ອງ​ຊ້າຍ (ຮູບສະແດງ 11).

  3. ດັນ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ​ຂຶ້ນ​ຈົນ​ກວ່າລໍ້ຫຼຸດ​ຈາກ​ພື້ນ.

  4. ເອົາ​ນັອດ​ຕົວ​ຜູ້ 2 ອັນ​ທີ່​ຍຶດດ້ານ​ໜ້າ​ຂອງ​ແກນ​ໝູນ​ພວງ​ມະ​ໄລ​ໃສ່​ດ້ານ​ເທິງ​ສຸດ​ຂອງຂາ​ຄີບ​ໝາກລໍ້​ອອກ (ຮູບສະແດງ 11).

  5. ດ້ວຍ​ການ​ໃຊ້​ຂາ​ຄີບ​ໝາກ​ລໍ້ ແລະ ຮູ​ຍຶດ​ແກນ​ໝູນ​ພວງ​ມະ​ໄລ, ຕິດ​ຂາ​ຄ້ຳ​ໂຄງ​ພ່ວງ​ໃສ່​ດ້ານ​ທາງ​ລຸ່ມ​ຂອງ​ຂາ​ຄີບ​ໝາກ​ລໍ້​ດ້ວຍ​ນັອດ​ຕົວ​ຜູ້ 2 ນັອດ (½ x 1-¾ ນິ້ວ); ໃຫ້​ເບິ່ງ ຮູບສະແດງ 11.

    Note: ມັນ​ອາດ​ຈະ​ຕ້ອງ​ໄດ້​ປ່ອຍ​ລົມ​ຢາງບາງ​ສ່ວນ​ເພື່ອ​ໃຫ້​ໄດ້​ຮັບ​ໄລ​ຍະ​ຫ່າງ. ທໍ່​ໄຮ​ໂດຼ​ລິກມໍ​ເຕີ້​ລໍ້​ບໍ່​ຄວນ​ຢຸດ​ຢູ່​ດ້ານ​ເທິງ​ຂອງຂາ​ຄ້ຳໂຄງ​ພ່ວງ.

    g003665

ການ​ຕິດ​ຕັ້ງ​ແຂນ​ຊຸກ ແລະ ໂຄງ​ພ່ວງ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ໂຄງ​ພ່ວງ 1
ນັອດຕົວ​ຜູ້ (⅜ x 2 ນິ້ວ)2
ນັອດຕົວແມ່ (⅜ ນິ້ວ)2
ນັອດກຽວ (⅜ x 1-½ ນິ້ວ)2
ນັອດລັອກຕົວແມ່ (⅜ ນິ້ວ)2
ໄລ​ຂັດ​ລູກ​ສູບ2
ແຜ່ນຕົວ​ປັບ1
ທໍ່ແຂນຊຸກ1
ຊິ້ນ​ສ່ວນ​ເຂັມ​ຂັດ2
ນັອດກຽວ2
ນັອດຕົວ​ຜູ້ (⅝ x 1-½ ນິ້ວ)2
ແຫວນ​ຮອງ (ເສັ້ນ​ຜ່າ​ກາງ​ດ້ານນອກ 1.68 ນິ້ວ, ເສັ້ນ​ຜ່າ​ກາງ​ດ້ານໃນ x 0.65 ນິ້ວ)2
ທໍ່1
ເຂັມ​ຂັດສະ​ຫຼັກ1
ສະຫຼັກລັອກ1
  1. ປ່ອຍ​ເຄື່ອງ​ຈັກ​ຕ່ຳ​ລົງ​ເພື່ອ​ໃຫ້​ລໍ້​ໜ້າ​ຢູ່​ໃນ​ພື້ນ.

  2. ຍຶດ​ທີ່​ແຂນ​ຊຸກ​ໃສ່​ແຜ່ນ​ຕົວ​ປັບ​ດ້ວຍ​ຊິ້ນ​ສ່ວນ​ສະ​ຫຼັກໃສ່​ແຜ່ນ​ຕົວ​ປັບ​ດ້ວຍ​ນັອດ​ກຽວ 2 ຕົວ.

    Note: ວາງ​ຕຳ​ແໜ່ງສ່ວນ​ປະ​ກອບດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 12.

    g003787
  3. ສອດໄລ​ຂັດລູກ​ສູບເຂົ້າໄປໃນແຕ່ລະທໍ່ແຂນຊຸກດັ່ງ​ສະ​ແດງ​ຢູ່​ໃນ (ຮູບສະແດງ 13).

  4. ສອດທໍ່​ແຂນ​ຊຸກ​ເຂົ້າ​ໄປ​ຫາ​ຈານ​ໄຖເບື້ອງ​ຂວາ ແລະ ເບື້ອງ​ຊ້າຍ​ຈັດ​ລຽນ​ຕົວ​ນຳ​ທາງໄລ​ຂັດລູກ​ສູບ​ດ້ວຍ​ຮູ​ຢູ່​ໃນຈານ​ໄຖ (ຮູບສະແດງ 13).

    Note: ຖ້າ​ບໍ່​ສາ​ມາດ​ເອົາ​ທໍ່​ແຂນ​ຊຸກ​ໃສ່​ຮອບ​ຈານ​ໄຖ​ໄດ້, ມາຍ​ນັອດ​ຕົວ​ແມ່ທີ່​ຍຶດ​ຈານ​ໄຖ​ໃສ່​ຂາ​ໜີບ​ໝາກ​ລໍ້.

  5. ຕິດໄລ​ຂັດ​ລູກ​ສູບແຕ່​ລະ​ອັນ​ໃສ່ຈານໄຖດ້ວຍນັອດ​ຕົວ​ຜູ້ (⅝ x 1-½ ນິ້ວ) ແລະ ແຫວນ​ຮອງ (ເສັ້ນ​ຜ່າ​ກາງ​ດ້ານນອກ 1.68 ນິ້ວ, ເສັ້ນ​ຜ່າ​ກາງ​ດ້ານໃນ x 0.65 ນິ້ວ) ດັ່ງ​ສະ​ແດງ​ໄວ້​ຢູ່​ໃນ ຮູບສະແດງ 13.

    Note: ບິດນັອດຕົວ​ຜູ້ໃຫ້​ໄດ້ 203 N-m (150 ft-lb).

    g003666
  6. ຍຶດ​ຊຸດຕົວຍຶດ​ເຂົ້າ​ກັບ​ຂາ​ຍຶດ​ທີ່​ຢູ່​ດ້ານ​ລຸ່ມ​ຂອງ​ຖານ​ລົດ​ພ່ວງ​ດ້ວຍ​ນັອດ​ກຽວ (⅜ x 2-¾ ນິ້ວ) 2 ອັນ ແລະ ນັອດ​ລັອກ 2 ອັນ (ຮູບສະແດງ 14).

  7. ຕິດ​ທໍ່​ໂຄງ​ພ່ວງ​ໃສ່ຈານ​ໄຖ​ດ້ວຍ​ນັອດ​ຕົວ​ຜູ້ (⅜ x 1-½ ນິ້ວ) ແລະ ນັອດ​ຕົວ​ແມ່ (ຮູບສະແດງ 14) ແລະ ຮັດ​ຕົວ​ຮັດ​ໃຫ້​ແໜ້ນ.

    g018349
  8. ຍຶດ​ຕົວ​ປັບ​ໂຄງ​ໃສ່​ໂຄງ​ພ່ວງ​ດ້ວຍ​ທໍ່​ໜຶ່ງ​ອັນ, ເຂັມ​ຂັດສະ​ຫຼັກ ແລະ ເຂັມ​ໜີບ​ສະ​ຫຼັກ (ຮູບສະແດງ 15).

    g018307
    g028340

    Important: ໃຫ້​ແນ່​ໃຈ​ວ່າ​ທໍ່​ທີ່​ມີ​ຢູ່​ຖືກ​ເດີນ​ໄປ​ຕາມ​ການຊີ້ບອກ​ຕາມທີ່​ສະ​ແດງ​ໄວ້​ຢູ່​ໃນ ຮູບສະແດງ 16.

ການຕິດຕັ້ງລູກ​ສູບ​ໄຮ​ໂດຼ​ລິກ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຂໍ້​ຕໍ່ໄຮ​ໂດຼ​ລິກ 45° ທີ່ມີແຫວນ​ຮູບ​ຕົວ O1
ລູກ​ສູບໄຮ​ໂດຼ​ລິກ1
ຂໍ້​ຕໍ່ໄຮ​ໂດຼ​ລິກ 90° ທີ່ມີແຫວນ​ຮູບ​ຕົວ O1
ແຫວນຍຶດນ້ອຍ1
ເຂັມ​ຂັດ1
ແຫວນຍຶດໃຫຍ່2
  1. ບິດ​ກຽວ​ຂໍ້​ຕໍ່ 90° ໄປຫາ​ຮູ​ສຽບ​ດ້ານ​ເທິງ​ຢູ່​ໃນ​ລູກ​ສູບ​ໄຮ​ໂດຼ​ລິກ. ວາງ​ຕຳ​ແໜ່ງຂໍ້​ຕໍ່ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 17.

    Note: ໃຫ້​ແນ່​ໃຈ​ວ່າ​ແຫວນ​ຮູບ​ຕົວ O ທຸກ​ຕົວ​ໄດ້​ຮັບ​ການ​ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ ແລະ ຢູ່​ໃນ​ຕຳ​ແໜ່ງ​ທີ່​ຖືກ​ຕ້ອງ​ໃນ​ຂໍ້​ຕໍ່​ກ່ອນ​ການ​ຕິດ​ຕັ້ງ.

    Note: ເພື່ອ​ປ້ອງ​ກັນ​ການ​ປົນ​ເປື້ອນ​ໃສ່​ຂໍ້​ຕໍ່​ໄຮ​ໂດຼ​ລິກ ຫຼື ທໍ່, ຢ່າ​ເອົາ​ຝາ​ປິດ​ອອກ​ຈາກ​ຂໍ້​ຕໍ່ ຫຼື ທໍ່​ຈົນ​ກວ່າ​ພວກ​ມັນ​ໄດ້​ຮັບ​ການ​ຕິດ​ຕັ້ງ.

  2. ບິດ​ກຽວ​ຂໍ້​ຕໍ່ 45° ໄປຫາ​ຊ່ອງ​ດ້ານລຸ່ມ​ຢູ່​ໃນ​ລູກ​ສູບ​ໄຮ​ໂດຼ​ລິກ. ວາງ​ຕຳ​ແໜ່ງຂໍ້​ຕໍ່ດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 17.

    g003669
  3. ຕິດ​ດ້ານ​ເທິງ​ຂອງ​ຖັງ​ລູກ​ສູບ​ໄຮ​ໂດຼ​ລິກ​ໃສ່​ສະ​ຫຼັກ​ໃນ​ຈານ​ໄຖ​ເບື້ອງ​ຂວາ​ດ້ວຍ​ແຫວນ​ຍຶດ (ຮູບສະແດງ 18).

    Note: ວາງ​ຕຳ​ແໜ່ງ​ຮູ​ສຽບ​ໄຮ​ໂດຼ​ລິກ​ລູກ​ສູບ​ໄປ​ທາງ​ໜ້າ.

    g028342
  4. ຕິດ​ກ້ານລູກ​ສູບ​ໃສ່​ສາຍ​ພານ​ແຂນ​ຊຸກ​ດ້ວຍ​ສະ​ຫຼັກ​ອັນ​ໜຶ່ງ ແລະ ແຫວນຍຶດ 2 ອັນ (ຮູບສະແດງ 18).

ການຕິດຕັ້ງທໍ່​ໄຮ​ໂດຼ​ລິກ

ລຸ້ນ 08705 ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຊິ້ນ​ສ່ວນທໍ່1
ທໍ່​ໄຮ​ໂດຼ​ລິກ (ອາ​ໄຫຼ່ເບີ 108-8449)1
ທໍ່​ໄຮ​ໂດຼ​ລິກ (ອາ​ໄຫຼ່ເບີ 108-8453)1
ທໍ່​ໄຮ​ໂດຼ​ລິກ (ອາ​ໄຫຼ່ເບີ 108-8454)1
ຕົວ​ຈັບ​ທໍ່​ສາຍ​ໄຟ1
ນັອດກຽວ (5/16 x ¾ ນິ້ວ)2
ສາຍ​ຮັດປ​ລາ​ສ​ຕິກ3
  1. ເຊື່ອມ​ຕໍ່​ສ່ວນ​ປະ​ກອບ​ທໍ່ (ອາ​ໄຫຼ່​ເບີ 108-8447) ໃສ່​ຂໍ້​ງໍ 90° ຢູ່​ດ້ານ​ຊ້າຍ​ຂອງວາວ​ໃໝ່ ແລະ ຂໍ້​ຕໍ່​ທີ່​ຫວ່າງ​ຢູ່​ໃນ​ວາວ​ຍົກ​ທີ່​ມີ​ຢູ່ (ຮູບສະແດງ 19).

  2. ເຊື່ອມ​ຕໍ່​ປາຍຂໍ້​ຕໍ່ 45° ຂອງ​ທໍ່​ໄຮ​ໂດຼ​ລິກ (ອາ​ໄຫຼ່ເບີ 108-8449) ໃສ່​ຂໍ້​ງໍ 90° ຢູ່​ດ້ານ​ຂວາ​ຂອງວາວ ແລະ ປາຍ​ຊື່​ຂອງ​ທໍ່​ໃສ່​ຂໍ້​ຕໍ່​ເຄື່ອງ​ທຳ​ຄວາມ​ເຢັນ​ນ້ຳ​ມັນ​ທີ່​ຫວ່າງ (ຮູບສະແດງ 19). ໃຫ້​ເບິ່ງ ຮູບສະແດງ 20 ແລະ ຮູບສະແດງ 21 ສຳ​ລັບ​ການ​ເດີນ​ທໍ່.

  3. ຕິດ​ຕົວ​ຈັບ​ທໍ່​ສາຍ​ໄຟ​ໃສ່​ທໍ່​ໂຄງ​ດ້ານ​ຊ້າຍ​ດ້ວຍ​ນັອດ​ກຽວ 2 ຕົວ (5/16 x ¾ ນິ້ວ); ໃຫ້​ເບິ່ງ ຮູບສະແດງ 19.

  4. ເຊື່ອມ​ຕໍ່​ປາຍຂໍ້​ຕໍ່ 90° ສັ້ນຂອງ​ທໍ່​ໄຮ​ໂດຼ​ລິກ (ອາ​ໄຫຼ່ເບີ 108-8453) ໃສ່ຂໍ້​ຕໍ່​ທໍ່​ເທິງ​ສຸດ​ຢູ່​ດ້ານ​ຫຼັງ​ຂອງວາວ. ເດີນ​ທໍ່​ຜ່ານຕົວ​ຈັບ​ທໍ່​ສາຍ​ໄຟ ແລະ ເຊື່ອມ​ຕໍ່​ປາຍ​ຊື່​ຂອງ​ທໍ່​ໃສ່​ຂໍ້​ຕໍ່​ລູກ​ສູບ​ໄຮ​ໂດຼ​ລິກ​ດ້ານ​ເທິງ (ຮູບສະແດງ 19). ໃຫ້​ເບິ່ງ ຮູບສະແດງ 20 ແລະ ຮູບສະແດງ 21 ສຳ​ລັບ​ການ​ເດີນ​ທໍ່.

  5. ເຊື່ອມ​ຕໍ່​ປາຍຂໍ້​ຕໍ່ 90° ຍາວຂອງ​ທໍ່​ໄຮ​ໂດຼ​ລິກ (ອາ​ໄຫຼ່ເບີ 108-8454) ໃສ່ຂໍ້​ຕໍ່​ທໍ່​ລຸ່ມ​ສຸດ​ຢູ່​ດ້ານ​ຫຼັງ​ຂອງວາວ. ເດີນ​ທໍ່​ຜ່ານຕົວ​ຈັບ​ທໍ່​ສາຍ​ໄຟ ແລະ ເຊື່ອມ​ຕໍ່​ປາຍ​ຊື່​ຂອງ​ທໍ່​ໃສ່​ຂໍ້​ຕໍ່​ລູກ​ສູບ​ໄຮ​ໂດຼ​ລິກ​ດ້ານ​ລຸ່ມ (ຮູບສະແດງ 19). ໃຫ້​ເບິ່ງ ຮູບສະແດງ 20 ແລະ ຮູບສະແດງ 21 ສຳ​ລັບ​ການ​ເດີນ​ທໍ່.

    Important: ຮັບ​ປະ​ກັນ​ວ່າ​ທໍ່​ຖືກເດີນ​ອອກ​ໄປ​ໄກຈາກ​ສ່ວນ​ປະ​ໂຄງ​ໃດ​ໜຶ່ງທີ່ຄົມ, ຮ້ອນ ຫຼື ເຄື່ອນ​ໄຫວ.

  6. ຮັດຕົວ​ຮັດ ແລະ ຂໍ້​ຕໍ່ທຸກ​ອັນໃຫ້​ແໜ້ນ.

  7. ການໃຊ້​ສາຍ​ຮັດ, ຍຶດ​ທໍ່​ໃສ່ເຄື່ອງ​ຈັກ​ຢູ່​ບ່ອນທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ 20 ແລະ ຮູບສະແດງ 21.

    g003672
    g218466
    g218467

ການຕິດຕັ້ງທໍ່​ໄຮ​ໂດຼ​ລິກ

ລຸ້ນ 08745 ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຊິ້ນ​ສ່ວນທໍ່1
ທໍ່​ໄຮ​ໂດຼ​ລິກ (ອາ​ໄຫຼ່ເບີ 108-8449)1
ທໍ່​ໄຮ​ໂດຼ​ລິກ (ອາ​ໄຫຼ່ເບີ 108-8453)1
ທໍ່​ໄຮ​ໂດຼ​ລິກ (ອາ​ໄຫຼ່ເບີ 108-8454)1
ຕົວ​ຈັບ​ທໍ່​ສາຍ​ໄຟ1
ນັອດກຽວ (5/16 x ¾ ນິ້ວ)2
ສາຍ​ຮັດປ​ລາ​ສ​ຕິກ3
  1. ເຊື່ອມ​ຕໍ່​ສ່ວນ​ປະ​ກອບ​ທໍ່ (ອາ​ໄຫຼ່​ເບີ 108-8447) ໃສ່​ຂໍ້​ງໍ 90° ຢູ່​ດ້ານ​ຊ້າຍ​ຂອງວາວ​ໃໝ່ ແລະ ຂໍ້​ງໍ 90° ທີ່​ຕິດ​ຕັ້ງ​ໃໝ່ໆຢູ່​ໃນ​ວາວ​ຍົກ​ທີ່​ມີ​ຢູ່ (ຮູບສະແດງ 22).

  2. ເຊື່ອມ​ຕໍ່ຂໍ້​ຕໍ່ສາມ​ຂາ​ຮູບ​ຕົວ T ກັບປາຍຂໍ້​ງໍ 45° ຂອງ​ທໍ່​ໄຮ​ໂດຼ​ລິກ (ອາ​ໄຫຼ່ເບີ 108-8449) ໃສ່ດ້ານ​ເປີດ​ຂອງຂໍ້​ຕໍ່ສາມ​ຂາ​ຮູບ​ຕົວ T ຢູ່​ດ້ານ​ຂວາ​ຂອງວາວ ແລະ ປາຍ​ຊື່​ຂອງ​ທໍ່​ໃສ່​ຂໍ້​ຕໍ່​ເຄື່ອງ​ທຳ​ຄວາມ​ເຢັນ​ນ້ຳ​ມັນ​ທີ່​ຫວ່າງ (ຮູບສະແດງ 22). ໃຫ້​ເບິ່ງຮູບສະແດງ 23 ແລະ ຮູບສະແດງ 24 ສຳ​ລັບ​ການ​ເດີນ​ທໍ່.

  3. ຕິດ​ຕົວ​ຈັບ​ທໍ່​ສາຍ​ໄຟ​ໃສ່​ທໍ່​ໂຄງ​ດ້ານ​ຊ້າຍ​ດ້ວຍ​ນັອດ​ກຽວ 2 ຕົວ (5/16 x ¾ ນິ້ວ); ໃຫ້​ເບິ່ງ ຮູບສະແດງ 22.

  4. ເຊື່ອມ​ຕໍ່​ປາຍຂໍ້​ຕໍ່ 90° ສັ້ນຂອງ​ທໍ່​ໄຮ​ໂດຼ​ລິກ (ອາ​ໄຫຼ່ເບີ 108-8453) ໃສ່ຂໍ້​ຕໍ່​ທໍ່​ເທິງ​ສຸດ​ຢູ່​ດ້ານ​ຫຼັງ​ຂອງວາວ. ເດີນ​ທໍ່​ຜ່ານຕົວ​ຈັບ​ທໍ່​ສາຍ​ໄຟ ແລະ ເຊື່ອມ​ຕໍ່​ປາຍ​ຊື່​ຂອງ​ທໍ່​ໃສ່​ຂໍ້​ຕໍ່​ລູກ​ສູບ​ໄຮ​ໂດຼ​ລິກ​ດ້ານ​ເທິງ (ຮູບສະແດງ 22). ໃຫ້​ເບິ່ງ ຮູບສະແດງ 23 ແລະ ຮູບສະແດງ 24 ສຳ​ລັບ​ການ​ເດີນ​ທໍ່.

  5. ເຊື່ອມ​ຕໍ່​ປາຍຂໍ້​ຕໍ່ 90° ຍາວຂອງ​ທໍ່​ໄຮ​ໂດຼ​ລິກ (ອາ​ໄຫຼ່ເບີ 108-8454) ໃສ່ຂໍ້​ຕໍ່​ທໍ່​ລຸ່ມ​ສຸດ​ຢູ່​ດ້ານ​ຫຼັງ​ຂອງວາວ. ເດີນ​ທໍ່​ຜ່ານຕົວ​ຈັບ​ທໍ່​ສາຍ​ໄຟ ແລະ ເຊື່ອມ​ຕໍ່​ປາຍ​ຊື່​ຂອງ​ທໍ່​ໃສ່​ຂໍ້​ຕໍ່​ລູກ​ສູບ​ໄຮ​ໂດຼ​ລິກ​ດ້ານ​ລຸ່ມ (ຮູບສະແດງ 22). ໃຫ້​ເບິ່ງ ຮູບສະແດງ 23 ແລະ ຮູບສະແດງ 24 ສຳ​ລັບ​ການ​ເດີນ​ທໍ່.

  6. ເຊື່ອມ​ຕໍ່​ທໍ່​ໄຮ​ໂດຼ​ລິກ (ອາ​ໄຫຼ່ເບີ 144-1367) ໃສ່​ດ້ານ​ເທິງ​ຂອງຂໍ້​ຕໍ່ສາມ​ຂາ​ຮູບ​ຕົວ T ທີ່​ຕິດ​ຕັ້ງ​ໃໝ່ໆ (ອາ​ໄຫຼ່ເບີ 340-94) ຢູ່​ດ້ານ​ຂວາ​ຂອງວາວ​ຍົກ​ໃໝ່.

    Important: ຮັບ​ປະ​ກັນ​ວ່າ​ທໍ່​ຖືກເດີນ​ອອກ​ໄປ​ໄກຈາກ​ສ່ວນ​ປະ​ໂຄງ​ໃດ​ໜຶ່ງທີ່ຄົມ, ຮ້ອນ ຫຼື ເຄື່ອນ​ໄຫວ.

  7. ຮັດຕົວ​ຮັດ ແລະ ຂໍ້​ຕໍ່ທຸກ​ອັນໃຫ້​ແໜ້ນ.

  8. ການໃຊ້​ສາຍ​ຮັດ, ຍຶດ​ທໍ່​ໃສ່ເຄື່ອງ​ຈັກ​ຢູ່​ບ່ອນທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ 23 ແລະ ຮູບສະແດງ 24.

    g362578
    g218466
    g362591

ການ​ຕິດ​ຕັ້ງ​ແຜງ​ຄວບ​ຄຸມ ແລະ ແຜ່ນ​ຕົວ​ຊີ້ບອກ​ຄັນ​ໂຍກ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ແຜ່ນ​ຕົວ​ຊີ້ບອກ​ຄັນ​ໂຍກ1
ນັອດກຽວ​ຫົວແຜ່ນ​ປິດ2
ແຫວນຮອງ2
ສະ​ຫຼາກແຜງຄວບຄຸມ1
ແຜງ​ຄວບ​ຄຸມ1
ລູກບິດ1
ສາຍ​ຮັດປ​ລາ​ສ​ຕິກ3
  1. ສອດແຜ່ນ​ຕົວ​ຊີ້ບອກ​ຄັນ​ໂຍກ​ໃສ່​ເໜືອ​ຄັນ​ໂຍກ​ຍົກ ແລະ ຍຶດ​ມັນໃສ່​ໂຄງ​ຢ່າງ​ຫຼວມໆ​ດ້ວຍ​ນັອດ​ກຽວ​ຫົວ​ແຜ່ນ​ປິດ 2 ຕົວ ແລະ ແຫວນ​ຮອງ (ຮູບສະແດງ 25).

    g003675
  2. ກວດ​ເບິ່ງລະ​ດັບນໍ້າມັນໄຮ​ໂດຼ​ລິກ ແລະ ຕື່ມ​ນ້ຳມັນ​ໃສ່ຕາມ​ທີ່ຕ້ອງ​ການ.

    ຄຳເຕືອນ

    ການ​ເສຍ​ຫາຍ​ຂອງ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ພາຍ​ໃຕ້ຄວາມ​ດັນ​ສາ​ມາດ​ແຜ່​ຊຶມ​ເຂົ້າ​ຜິວ​ໜັງ ແລະ ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບໄດ້.

    • ຖ້ານ້ຳ​ມັນ​ໄຮ​ໂດຼ​ລິກຖືກ​ສີດ​ເຂົ້າ​ໃນຜິວ​ໜັງ, ມັນ​ຕ້ອງໄດ້​ໃຫ້​ທ່ານ​ໝໍ​ທີ່​ຄຸ້ນ​ເຄີຍ​ກັບ​ການ​ບາດ​ເຈັບ​ປະ​ເພດ​ນີ້ກຳ​ຈັດ​ອອກ​ໂດຍ​ການ​ຜ່າ​ຕັດ​ພາຍ​ໃນ​ສອງ​ສາມ​ຊົ່ວ​ໂມງ. ຖ້າ​ບໍ່​ມີ​ການ​ຜ່າ​ຕັດ​ອອກ​ແມ່ນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ເນື້ອ​ຕາຍ​ໄດ້.

    • ຮັກສາຮ່າງກາຍ ແລະ ມືໃຫ້ຢູ່ຫ່າງຈາກການຮົ່ວໄຫຼຂອງຮູໄລຂັດ ຫຼື ຫົວ​ສີດທີ່ເຮັດໃຫ້ສີດນ້ຳມັນໄຮໂດຼລິກຄວາມດັນສູງ.

    • ໃຊ້ເຈ້ຍ​ແຂງ ຫຼື ເຈ້ຍເພື່ອຊອກຫາການຮົ່ວຂອງໄຮໂດຼລິກ.

    • ຜ່ອນ​ແຮງດັນທັງ​ໝົດໃນລະບົບໄຮໂດຼລິກລົງຢ່າງປອດໄພກ່ອນທີ່ຈະປະຕິບັດວຽກງານໃດໜຶ່ງໃນລະບົບໄຮໂດຼລິກ.

    • ໃຫ້​ແນ່​ໃຈ​ວ່າທໍ່ ແລະ ສາຍເຊື່ອມຕໍ່ຂອງ​ແຫຼວໄຮໂດຼລິກທັງໝົດຢູ່ໃນສະພາບດີ ແລະ ທຸກໆການເຊື່ອມຕໍ່ໄຮໂດຼລິກ ແລະ ອຸປະກອນຕ່າງໆແໜ້ນກ່ອນທີ່ຈະນຳໃຊ້ຄວາມກົດດັນຕໍ່ລະບົບໄຮໂດຼລິກ.

  3. ຕິດ​ຈັກ​ເຄື່ອງ​ຕັດ​ຫຍ້າ ແລະ​ກວດ​ເບິ່ງ​ການ​ເຊື່ອມ​ຕໍ່​ຂໍ້​ຕໍ່​ຕ່າງໆ.

  4. ຕິດ​ຕັ້ງ​ຝາ​ຄອບ​ລໍ້, ຝາ​ຄອບຢູ່​ເຄິ່ງ​ກາງ ແລະ ຕູ້​ຄວບ​ຄຸມ.

    Note: ຢ່າຕິດ​ຕັ້ງ​ແຜງ​ຄວບ​ຄຸມໃນ​ເວ​ລາ​ນີ້. ໃຫ້​ແນ່​ໃຈ​ວ່າຝາ​ຄອບບໍ່​ລົບ​ກວນທໍ່. ເດີນ​ທໍ່​ຕາມ​ທີ່​ຕ້ອງ​ການ ປີ້ນ​ຂັ້ນ​ຕອນ​ດຳ​ເນີນ​ການ​ຕິດ​ຕັ້ງ​ຝາ​ຄອບ​ທີ່​ນຳ​ໃຊ້​ຢູ່​ໃນ​ຂັ້ນ​ຕອນ 1.

  5. ຕິດ​ຕັ້ງ​ຢາງ​ດ້ານ​ຫຼັງ ແລະ ເອົາ​ໄມ້​ກັ້ນ​ອອກ​ຈາກ​ກ້ອງ​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ.

  6. ບິດນັອດລໍ້ໃຫ້​ໄດ້ 61 ຫາ 75 N∙m (45 ຫາ 55 ft-lb).

  7. ດ້ວຍ​ຈັກ​ທີ່​ຕິດ​ຢູ່ ແລະ ຄັນໂຍກຍົກຢູ່​ໃນ​ຕຳ​ແໜ່ງລອຍ, ເລື່ອນແຜ່ນຕົວ​ຊີ້ບອກ​ຄັນ​ໂຍກໄປ​ຈົນ​ກວ່າ​ລູກ​ສູບ​ຍົກ​ສາ​ມາດ​ຂະ​ຫຍາຍ​ອອກ ແລະ ຫົດ​ຄືນ​ດ້ວຍ​ມື​ໄດ້ (ຮູບສະແດງ 25).

    ຄຳເຕືອນ

    ຈັກຕ້ອງຕິດຢູ່ເພື່ອໃຫ້ການປັບຕົວສຸດທ້າຍຂອງແຜ່ນ​ກັ້ນ​ຄັນ​ໂຍກ​ຍົກສາມາດເຮັດດຳ​ເນີນ​ການ​ໄດ້. ການ​ສຳ​ຜັດ​ກັບ​ພາກ​ສ່ວນ​ເຄື່ອນ​ໄຫວ​ຢູ່ ຫຼື ພື້ນ​ຜິວ​ທີ່​ຮ້ອນ​ອາດ​ເຮັດ​ໃຫ້​ເ​ກີດ​ການ​ບາດ​ເຈັບ​ກັບ​ຕົວ​ບຸກ​ຄົນ​ໄດ້.

    ຮັກສາມື, ຕີນ, ໃບໜ້າ ແລະ ພາກສ່ວນຂອງຮ່າງກາຍໃຫ້ຢູ່ຫ່າງຈາກພາກ​ສ່ວນ​ທີ່ໝູນ, ທໍ່ໄອເສຍ ແລະ ພື້ນ​ຜິວອື່ນໆທີ່ຮ້ອນ.

  8. ຫັນນັອດກຽວ​ຕິດແຜ່ນ​ຕົວ​ຊີ້ບອກ​ຄັນ​ໂຍກ​ຍົກ​ທັງ​ສອງ​ຕົວໃຫ້ແໜ້ນເພື່ອຮັບປະກັນການປັບ (ຮູບສະແດງ 25).

  9. ເອົາ​ເຄື່ອງວັດ​ແທກ​ຊົ່ວ​ໂມງ​ອອກ​ຈາກ​ແຜງ​ຄວບ​ຄຸມ​ເກົ່າ ແລະ ຕິດ​ຕັ້ງ​ມັນ​ຢູ່​ໃນ​ແຜງ​ຄວບ​ຄຸມ​ໃໝ່.

  10. ຕິດ​ຕັ້ງ​ແຜງ​ຄວບ​ຄຸມ​ໃໝ່ ແລະ ສຽບ​ສາຍ​ໄຟ​ໃສ່​ເຄື່ອງວັດ​ແທກ​ຊົ່ວ​ໂມງ.

  11. ຍຶດ​ແຜງ​ຄວບ​ຄຸມ​ໄວ້​ກັບ​ທີ່​ດ້ວຍ​ຕົວ​ຮັດ​ທີ່​ເອົາ​ອອກ​ມາ​ກ່ອນ (ຮູບສະແດງ 26).

    g003676
  12. ຕິດ​ຕັ້ງລູກ​ບິດ​ໃສ່​ຄັນ​ໂຍກ​ຍົກ (ຮູບສະແດງ 26).

  13. ໃສ່ນ້ຳ​ມັນ​ກະ​ແລັດ​ໃຫ້​ກັບໂຄງຍົກ​ດ້ານ​ໜ້າ; ໃຫ້​ເບິ່ງ ການ​ໃສ່​ນ້ຳ​ມັນ​ກະ​ແລັດໂຄງ​ຍົກ.

  14. ກວດ​ເບິ່ງລະ​ດັບນໍ້າມັນໄຮ​ໂດຼ​ລິກ ແລະ ຕື່ມ​ນ້ຳມັນ​ໃສ່ຕາມ​ທີ່ຕ້ອງ​ການ.

ການ​ອ່ານ/ການ​ເກັບ​ຮັກ​ສາ​ເອ​ກະ​ສານ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຄູ່ມືຜູ້​ໃຊ້1
  1. ອ່ານ​ເອ​ກະ​ສານ

  2. ເກັບ​ຮັກ​ສາເອ​ກະ​ສານ​ໄວ້​ບ່ອນ​ທີ່​ປອດ​ໄພ.

ການປະຕິບັດງານ

ຂໍ້​ກຳ​ນົດ​ສະ​ເພາະ

ນ້ຳໜັກສຸດທິ38.5 ກ​ລ (85 ປອນ)

ສິ່ງທີ່ຕິດມານຳ/ອຸປະກອນເສີມ

ການຄັດເລືອກສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ໄດ້ຮັບການອະ​ນຸ​ມັດຈາກ Toro ແມ່ນມີໃຫ້ໃຊ້ກັບເຄື່ອງຈັກເພື່ອຍົກ​ລະ​ດັບ ແລະ ຂະຫຍາຍຄວາມສາມາດຂອງມັນ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຕົວແທນຈຳໜ່າຍ ຫຼື ເຂົ້າໄປທີ່ www.Toro.com ສຳລັບລາຍຊື່ສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ຖືກອະນຸມັດທັງໝົດ.

ຄຳແນະນຳໃນການປະຕິບັດງານ

  • ໂຄງຍົກ​ດ້ານ​ໜ້າຖືກ​ອອກ​ແບບ​ມາ​ເພື່ອ​ຮັບ​ເອົາ​ສິ່ງ​ທີ່​ຕິດ​ມາ​ນຳ​ສະ​ເພາະ​ເທົ່າ​ນັ້ນ. ຢ່າ​ພະ​ຍາ​ຍາມ​ຕິດ​ຕັ້ງ​ສິ່ງ​ທີ່​ຕິດ​ມານຳໃຊ້​ຕິດ​ດ້ານ​ຫຼັງ​ໃສ່​ໂຄງຍົກ​ດ້ານ​ໜ້າ, ເນື່ອງ​ຈາກ​ອາດ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ເຄື່ອງ​ຈັກ​ໄດ້.

  • ເພື່ອປ່ອຍໂຄງຍົກ​ດ້ານ​ໜ້າຕ່ຳລົງ, ຊຸກ​ຄັນ​ໂຍກ​ຍົກໄປ​ທາງ​ໜ້າ.

  • ເພື່ອປ່ອຍໃຫ້ໂຄງຍົກ​ດ້ານ​ໜ້າລອຍຕົວ, ຊຸກ​ຄັນ​ໂຍກ​ຍົກໄປ​ທາງ​ໜ້າ ແລະ ໄປ​ຫາ​ຕົວ​ເລື່ອນ​ໄປ​ສູ່​ແຜ່ນ​ປິດ​ກັ້ນ.

  • ເພື່ອຍົກໂຄງ​ຍົກ​ດ້ານ​ໜ້າຂຶ້ນ, ດຶງຄັນ​ໂຍກ​ຍົກໄປ​ທາງຫຼັງ.

  • ທຳຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງອຸປະກອນ, ພ້ອມ​ກັບການຄວບຄຸມຂອງຜູ້​ນຳ​ໃຊ້ ແລະ ປ້າຍສັນຍານຄວາມປອດໄພ.

  • ຮັກສາມື ແລະ ຕີນໃຫ້ຫ່າງຈາກພາກ​ສ່ວນທີ່​ເຄື່ອນ​ໄຫວ​ຢູ່ ແລະ ພື້ນ​ຜິວ​ຮ້ອນ.

ການບຳລຸງຮັກສາ

Note: ເພື່ອໃຫ້ໄດ້ແຜນຜັງໄຟຟ້າ ຫຼື ແຜນ​ຜັງລະບົບໄຮໂດຼລິກສຳລັບເຄື່ອງຈັກຂອງທ່ານ, ໃຫ້ເບິ່ງ www.Toro.com.

ການ​ໃສ່​ນ້ຳ​ມັນ​ກະ​ແລັດໂຄງ​ຍົກ

ໂຄງ​ຍົກ​ດ້ານ​ໜ້າມີຂໍ້​ຕໍ່​ໃສ່ກະ​ແລັດ 5 ອັນ (ຮູບສະແດງ 27) ທີ່ຕ້ອງໄດ້ຮັບການຫຼໍ່ມື່ນເປັນປະຈຳດ້ວຍກະແລັດລີທຽມເບີ 2. ຖ້າ​ນຳ​ໃຊ້​ເຄື່ອງ​ຈັກ​ພາຍ​ໃຕ້​ສະ​ພາບ​ປົກ​ກະ​ຕິ, ໃສ່​ນ້ຳ​ມັນຫຼໍ່ມື່ນລູກ​ບີ່ ແລະ ປອກ​ລູກ​ບີ່ທັງໝົດຫຼັງຈາກການ​ນຳ​ໃຊ້​ທຸກໆ 100 ຊົ່ວ​ໂມງເຮັດ​ວຽກ. ໃສ່​ນ້ຳ​ມັນ​ກະ​ແລັດ​ໃຫ້​ກັ​ບ​ລູກບີ່ ແລະ ປອກ​ລູກ​ບີ່ ທັນ​ທີຫຼັງ​ຈາກ​ການ​ລ້າງ​ທຸກໆ​ຄັ້ງ, ໂດຍ​ບໍ່​ຄຳ​ນຶງ​ເຖິງ​ໄລ​ຍະ​ຫ່າງ​ທີ່​ເຮັດ​ເປັນ​ລາຍ​ການ​ໄວ້.

g003677