ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງໄດ້ລະດັບ.
ໃສ່ເບຣກມື.
ມອດຈັກ.
ເອົາສາຍຫົວທຽນອອກຈາກຫົວທຽນ, ໃຫ້ເບິ່ງຄູ່ມືຜູ້ໃຊ້ຂອງທ່ານ.
ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:
| ຂາຄ້ຳ | 1 |
| ຕົວຄວບຄຸມ | 1 |
| ນັອດຕົວຜູ້ໜ້າແປນ | 4 |
| ສາຍສຽບໄຟ | 1 |
| ຝາປົກ | 1 |
ຕິດຕັ້ງຕົວຄວບຄຸມແຜ່ນຍຶດໃສ່ຄອບຈັກດ້ວຍການໃຊ້ນັອດຕົວແມ່ໜ້າແປນ 2 ນັອດ ແລະ ນັອດຕົວຜູ້ໜ້າແຜນ 2 ນັອດດັ່ງສະແດງຢູ່ໃນ ຮູບສະແດງ 1.
Important: ຕິດຕັ້ງປາຍວົງແຫວນຈາກຕົວເຊື່ອມຕໍ່ຕົວຄວບຄຸມໃນດ້ານເທິງຂອງຕົວຄວບຄຸມ. (ຮູບສະແດງ 1).

ເຊື່ອມຕໍ່ຕົວເຊື່ອມຕໍ່ຕົວຄວບຄຸມໃສ່ສາຍສຽບໄຟຊຸດເຄື່ອງມືວັດແທກຊົ່ວໂມງໄຮ້ສາຍ (WHM) (ຮູບສະແດງ 2).

ເອົາຂາຄ້ຳຕິດຖານອອກຈາກໜ້າຂອງ WHM ແລະ ກຳຈັດຖິ້ມ.
ເຊື່ອມຕໍ່ເຄື່ອງມືວັດແທກຊົ່ວໂມງໄຮ້ສາຍໃສ່ສາຍສຽບຊຸດ WHM (ຮູບສະແດງ 3).

ໃຊ້ຄລິບເພື່ອຕິດຕັ້ງ WHM ໃສ່ຝາປົກ. ເດີນສາຍສຽບຕົວໄຮ້ສາຍຜ່ານຂາຄ້ຳ.ຮູບສະແດງ 4.
ຕິດຕັ້ງຝາປົກໃສ່ຂາຄ້ຳ ແລະ ການເຊື່ອມຕໍ່ສາຍສຽບໄຟດ້ວຍນັອດຕົວຜູ້ໜ້າແປນ 2 ນັອດດັ່ງສະແດງຢູ່ໃນ ຮູບສະແດງ 4.
Important: ເດີນປາຍສາຍສຽບໄຟຫຼວມທີ່ຍັງເຫຼືອອອກຈາກຮອຍບາກຢູ່ໃນຝາປົກເຄື່ອງວັດແທກຊົ່ວໂມງໄຮ້ສາຍ.

ເຊື່ອມຕໍ່ສາຍສຽບໄຟ WHM ໃສ່ຈັກດັ່ງຕໍ່ໄປນີ້:
ສຳລັບເຄື່ອງຈັກທີ່ບໍ່ມີຊຸດດອກໄຟປະກອບມານຳ:
ເຊື່ອມຕໍ່ປາຍສາຍສຽບໄຟທີ່ມີເຄື່ອງໝາຍ J01 ໃສ່ປາຍສີຂາວຂອງສາຍສຽບໄຟຈັກ.
ເຊື່ອມຕໍ່ປາຍສາຍສຽບໄຟທີ່ມີເຄື່ອງໝາຍ J02 ໃສ່ປາຍສີຂຽວຂອງສາຍສຽບໄຟໃຫຍ່.
ເຊື່ອມຕໍ່ປາຍສາຍສຽບໄຟທີ່ມີເຄື່ອງໝາຍ J03 ໃສ່ນັອກຈັບຈັກເປັນສາຍດິນ.
ເຊື່ອມຕໍ່ປາຍສາຍສຽບໄຟທີ່ມີເຄື່ອງໝາຍ J04 ໃສ່ປາຍສີຂາວຂອງສາຍສຽບໄຟໃຫຍ່.
ເຊື່ອມຕໍ່ປາຍສາຍສຽບໄຟທີ່ມີເຄື່ອງໝາຍ J05 ໃສ່ປາຍສີຂຽວຂອງສາຍສຽບໄຟຈັກ.
ສຳລັບເຄື່ອງຈັກທີ່ມີຊຸດດອກໄຟປະກອບມານຳ:
ເຊື່ອມຕໍ່ປາຍສາຍສຽບໄຟທີ່ມີເຄື່ອງໝາຍ J01 ໃສ່ປາຍສີຂາວຂອງສາຍສຽບໄຟຈັກ.
ເຊື່ອມຕໍ່ປາຍສາຍສຽບໄຟທີ່ມີເຄື່ອງໝາຍ J02 ໃສ່ປາຍສີດຳຂອງສາຍສຽບໄຟຊຸດດອກໄຟທີ່ມີເຄື່ອງໝາຍ J02.
ເຊື່ອມຕໍ່ປາຍສາຍສຽບໄຟທີ່ມີເຄື່ອງໝາຍ J03 ໃສ່ນັອກຈັບຈັກເປັນສາຍດິນ.
ເຊື່ອມຕໍ່ປາຍສາຍສຽບໄຟທີ່ມີເຄື່ອງໝາຍ J04 ໃສ່ປາຍສີຂາວຂອງສາຍສຽບໄຟໃຫຍ່.
ເຊື່ອມຕໍ່ປາຍສາຍສຽບໄຟທີ່ມີເຄື່ອງໝາຍ J05 ໃສ່ປາຍສີຂຽວຂອງສາຍສຽບໄຟຈັກ.
ເຊື່ອມຕໍ່ປາຍສີຂາວຂອງສາຍສຽບໄຟຊຸດດອກໄຟ (ທີ່ມີເຄື່ອງໝາຍ J01) ໃສ່ປາຍສີຂຽວຂອງສາຍສຽບໄຟໃຫຍ່.