ການບຳລຸງຮັກສາ
Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.
ການກວດເບິ່ງຈຸດໃສ່ນ້ຳມັນກະແລັດເພົາຂັບເຄື່ອນກົງໝູນ
| ໄລຍະຫ່າງການບໍລິການບຳລຸງຮັກສາ | ຂັ້ນຕອນການບຳລຸງຮັກສາ |
|---|---|
| ປະຈຳປີ |
|
-
ເອົາອຸປະກອນທີ່ຍຶດສ່ວນປະກອບຂັບເຄື່ອນກົງໝູນໃສ່ແຜ່ນດ້ານຂ້າງອອກ (ຮູບສະແດງ 12).

-
ເອົາສ່ວນປະກອບຂັບເຄື່ອນກົງໝູນ, ແຫວນຮອງໜ້າພຽງ, ແຫວນຮອງສະປຣິງ ແລະ ຕົວຈັດໄລຍະຫ່າງອອກຈາກແຜ່ນດ້ານຂ້າງ (ຮູບສະແດງ 12).
-
ກວດເບິ່ງດ້ານໃນຂອງເພົາຂັບເຄື່ອນກົງໝູນ (ຮູບສະແດງ 13) ສຳລັບນ້ຳມັນກະແລັດທີ່ຍັງເຫຼືອ.
ຖ້າທ່ານບໍ່ເຫັນປະລິມານກະແລັດທີ່ພຽງພໍ, ເຕີມກະແລັດເພີ່ມໃສ່ເພົາຮ່ອງຟັນເຟືອງຕົວຜູ້ ແລະ ຕົວແມ່.

-
ໃຊ້ນັອດກຽວຫົວຈົມ, ແຫວນຮອງ ແລະ ຕົວຈັດໄລຍະຫ່າງທີ່ເອົາອອກມາກ່ອນເພື່ອຍຶດສ່ວນປະກອບຂັບເຄື່ອນກົງໝູນໃສ່ແຜ່ນດ້ານຂ້າງ.
-
ຕິດຕັ້ງໜ່ວຍຕັດໃສ່ລົດຕັດຫຍ້າ; ໃຫ້ເບິ່ງ ຄູ່ມືຜູ້ໃຊ້ລົດຕັດຫຍ້າຂອງທ່ານ.
ການສ້ອມບຳລຸງຄານຮອງ
ມີພຽງແຕ່ຊ່າງກົນຈັກທີ່ໄດ້ຮັບການຝຶກອົບຮົມຢ່າງຖືກຕ້ອງເທົ່ານັ້ນທີ່ຄວນຈະໃຫ້ບໍລິການຄານຮອງ ເພື່ອປ້ອງກັນຄວາມເສຍຫາຍຂອງກົງໝູນ, ຄານຮອງ ຫຼື ມີດນອນ. ຕາມຫລັກການແລ້ວ, ເອົາໜ່ວຍຕັດໄປຫາຜູ້ຈັດຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດສຳລັບການບໍລິການສ້ອມບຳລຸງ. ໃຫ້ເບິ່ງ ປຶ້ມຄູ່ມືການບໍລິການ ສຳລັບລົດຕັດຫຍ້າຂອງທ່ານກ່ຽວກັບຄຳແນະນຳທີ່ຄົບຖ້ວນ, ເຄື່ອງມືພິເສດ ແລະ ແຜນວາດສຳລັບການສ້ອມບຳລຸງມີດນອນ. ທ່ານຕ້ອງການຍ້າຍ ຫລື ປະກອນມີດນອນດ້ວຍຕົນເອງ, ຄຳແນະນຳແມ່ນມີຢູ່ດ້ານລຸ່ມ, ຄືກັບຂໍ້ກຳນົດສະເພາະຂອງສ້ອມບຳລຸງມີດນອນ.
Important: ໃຫ້ປະຕິບັດຕາມຂັ້ນຕອນລາຍລະອຽດກ່ຽວກັບມີດນອນຢູ່ໃນ ປຶ້ມຄູ່ມືການບໍລິການ ຂອງທ່ານຢູ່ສະເໝີເມື່ອສ້ອມບຳລຸງມີດນອນ. ການຕິດຕັ້ງ ແລະ ເຈຍມີດນອນຢ່າງບໍ່ຖືກຕ້ອງສາມາດນຳໄປສູ່ຄວາມເສຍຫາຍຂອງກົງໝູນ, ຄານຮອງ ຫຼື ມີດນອນ.
ການເອົາຄານຮອງອອກ
-
ໝູນນັອດກຽວປັບຄານຮອງໄປທິດທາງທວນເຂັມໂມງເພື່ອຖອດມີດນອນອອກຈາກກົງໝູນ (ຮູບສະແດງ 14).

-
ດຶງນັອດສະປຣິງອອກຈົນກວ່າແຫວນແປບໍ່ມີຄວາມເຄັ່ງຕຶງອີກຕໍ່ໄປກັບຄານຮອງ (ຮູບສະແດງ 14).
-
ຢູ່ແຕ່ລະດ້ານຂອງເຄື່ອງຈັກ, ມາຍນັອດລັອກຕົວແມ່ສະແດງຢູ່ໃນ ຮູບສະແດງ 15.

-
ຖອດສະຫຼັກຄານຮອງແຕ່ລະອັນອອກເພື່ອໃຫ້ຄານຮອງຖືກດຶງລົງມາ ແລະ ເອົາອອກຈາກໜ່ວຍຕັດ (ຮູບສະແດງ 15).
ເອົາໃຈໃສ່ຕໍ່ແຫວນຮອງເຫຼັກ 2 ອັນ ແລະ ແຫວນຮອງປລາສຕິກ 1 ອັນໃນແຕ່ລະດ້ານຂອງຄານຮອງ (ຮູບສະແດງ 15).
ການຕິດຕັ້ງຄານຮອງ
-
ຕິດຕັ້ງຄານຮອງ, ວາງຕຳແໜ່ງຫູລະຫວ່າງແຫວນແປ ແລະ ນັອດກຽວປັບຄານຮອງ (ຮູບສະແດງ 14).
Important: ວາງຕົວປັບ DPA ໄວ້ເຄິ່ງກາງຢູ່ໃນຫູຄານຈັບດັ່ງສະແດງຢູ່ໃນ ຮູບສະແດງ 16.ຖ້າຕົວປັບ DPA ຖືກຕິດຕັ້ງໃສ່ຫູຄານຈັບ, ອັນນີ້າດຈະສົ່ງຜົນກະທົບບໍ່ດີໃສ່ການສຳຜັດຂອງໃບມີດນອນຫາແກນໝູນ.

-
ຕິດຄານຮອງໃນແຕ່ລະແຜ່ນດ້ານຂ້າງທີ່ມີສະລັກກຽວຄານຮອງ (ນັອດແມ່ເທິງສະລັກກຽວ) ແລະ ແຫວນແປ 3 ອັນ (ລວມ 6 ອັນ).
-
ວາງຕຳແໜ່ງແຫວນແປໄນລ້ອນຢູ່ແຕ່ລະຂ້າງຂອງປຸ່ມແຜ່ນດ້ານຂ້າງ. ວາງແຫວນແປເຫຼັກຢູ່ດ້ານນອກຂອງແຫວນແປໄນລ້ອນ (ຮູບສະແດງ 17).
-
ບິດສະລັກກຽວຄານຮອງໄປທີ່ 27 ເຖິງ 36 N∙m (240 ເຖິງ 320 inch-lb).
-
ຫັນນັອດລັອກແມ່ໃຫ້ແໜ້ນຈົນກ່ວາທ່ານຈະເອົາການເຄື່ອນສຸດທ້າຍອອກຈາກແຫວແປເຫຼັກ, ແຕ່ທ່ານສາມາດໝູນພວກມັນດ້ວຍມື. ແຫວນແປຢູ່ທາງໃນອາດມີຊ່ອງຫວ່າງ.
Important: ຢ່າຫັນນັອດລັອກແມ່ແໜ້ນເກີນໄປ, ບໍ່ດັ່ງນັ້ນພວກມັນຈະເຮັດໃຫ້ແຜ່ນຂ້າງບິດງໍ.
-
ຫັນນັອດສະປຣິງໃຫ້ແໜ້ນຈົນກ່ວາສະປຣິງຍຸບລົງ, ຫຼັງຈາກນັ້ນໝູນກັບຄືນ ½ ຄັ້ງ (ຮູບສະແດງ 17).

-
ປັບມີດນອນຫາກົງໝູນ; ໃຫ້ເບິ່ງ ການປັບມີດນອນກັບກົງໝູນ .
ການປັບອັດຕາການໜີບຕັດ
ອັດຕາການໜີບຕັດຖືກກຳນົດໂດຍການຕັ້ງຄ່າເຄື່ອງຕໍ່ໄປນີ້:
-
ຄວາມໄວກົງໝູນ: ຄວາມໄວກົງໝູນແມ່ນສາມາດປັບໄປເປັນການຕັ້ງຄ່າສູງ ຫຼື ຕ່ຳ; ໃຫ້ເບິ່ງຄູ່ມືຜູ້ໃຊ້ຈັກຕັດຫຍ້າຂອງທ່ານ.
-
ຕຳແໜ່ງໝາກລໍ້ຂັບເຄື່ອນກົງໝູນ: ໝາກລໍ້ຂັບເຄື່ອນກົງໝູນ (22 ແຂ້ວ ແລະ 24 ແຂ້ວ) ສາມາດຖືກຕັ້ງເປັນ 2 ຕຳແໜ່ງຄື:
Note: ຕຳແໜ່ງໝາກລໍ້ຖືກຕັ້ງເປັນຕຳແໜ່ງຕ່ຳມາຈາກໂຮງງານ.

ເພື່ອປັບຕຳແໜ່ງຂອງໝາກລໍ້, ໃຫ້ເບິ່ງຂັ້ນຕອນຕໍ່ໄປນີ້:
-
ເອົາຝາປົກສາຍພານອອກເພື່ອເປີດຫາສາຍພານ (ຮູບສະແດງ 19).

-
ມາຍນັອດຕົວຜູ້ແຂນຄ້ຳຕົວຢູ່ເສີຍໆ ແລະ ໝູນແຂນຄ້ຳຕົວຢູ່ເສີຍໆ (ຮູບສະແດງ 19) ເພື່ອປ່ອຍຄວາມເຄັ່ງໃນສາຍພານ.
-
ເອົາສາຍພານອອກ (ຮູບສະແດງ 19).
-
ມາຍນັອດຕົວແມ່ໃນໝາກລໍ້ແຕ່ລະໜ່ວຍ, ເອົາໝາກລໍ້ອອກ ແລະ ໃຊ້ນັອດຕົວແມ່ເພື່ອຕິດຕັ້ງໝາກລໍ້ຢູ່ໃນການກຳນົດຄ່າທີ່ຕ້ອງການຂອງທ່ານ.

-
ບິດແຮງບິດນັອດຕົວແມ່ໝາກລໍ້ໃຫ້ໄດ້ 37 ເຖິງ 45 N∙m (27 ເຖິງ 33 ft-lb)
-
ຕິດຕັ້ງສາຍພານ ແລະ ເຄັ່ງສາຍພານໂດຍການໃຊ້ແຮງ 6 ເຖິງ 7 N∙m (55 ເຖິງ 60 in-lb) ໃສ່ນັອດຫົກຫຼ່ຽມພາຍໃນແຂນຄ້ຳຕົວຢູ່ເສີຍໆສະແດງຢູ່ໃນ ຮູບສະແດງ 19.
-
ຮັດນັອດຕົວຜູ້ແຂນຄ້ຳຕົວຢູ່ເສີຍໆໃຫ້ແໜ້ນ ແລະ ຕິດຕັ້ງຝາປົກສາຍພານ.
ການປັບແຜ່ນບັງຫຍ້າ
ປັບແຜ່ນບັງຫຍ້າເພື່ອຮັບປະກັນວ່າການໜີບຕັດນັ້ນຖືກຖອກອອກຈາກພື້ນທີ່ກົງໝູນຢ່າງສະອາດດັ່ງຕໍ່ໄປນີ້:
Note: ແຜ່ນບັງແມ່ນສາມາດປັບໄດ້ເພື່ອຊົດເຊີຍການປ່ຽນແປງຂອງສະພາບສະໜາມຫຍ້າ. ປັບແຜ່ນບັງໃກ້ກັບກົງໝູນໃນເວລາທີ່ສະໜາມຫຍ້າແຫ້ງແລ້ງທີ່ສຸດ. ໂດຍທາງກົງກັນຂ້າມ, ປັບແຜ່ນບັງຕື່ມອີກໃຫ້ຫ່າງຈາກກົງໝູນເມື່ອສະພາບຂອງສະໜາມຫຍ້າປຽກ. ແຜ່ນບັງຄວນຈະຂະຫນານກັບກົງໝູນເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ. ປັບມັນຫຼັງຈາກກົງໝູນໄດ້ຖືກເຈຍໃຫ້ຄົມໃນເຄື່ອງເຈຍກົງໝູນ.
-
ມາຍນັອດກຽວທີ່ຍຶດແຜ່ນບັງຫຍ້າ (ຮູບສະແດງ 21) ໃສ່ໜ່ວຍຕັດ.

-
ໃສ່ແຜ່ນວັດແທກໄລຍະຫ່າງຂະໜາດ 1.5 ມມ (0.060 ນິ້ວ) ລະຫວ່າງດ້ານເທິງຂອງກົງໝູນ ແລະ ແຜ່ນບັງ, ຫຼັງຈາກນັ້ນຫັນນັອດກຽວໃຫ້ແໜ້ນ.
Important: ຮັບປະກັນວ່າແຜ່ນບັງ ແລະ ກົງໝູນແມ່ນມີໄລຍະຫ່າງເທົ່າກັນທັງໝົດກົງໝູນ.
Note: ປັບຊ່ອງຫວ່າງຕາມຄວາມຕ້ອງການສຳລັບສະພາບສະໜາມຫຍ້າຂອງທ່ານ.
ຂໍ້ມູນສະເພາະຂອງມີດນອນ
ການຕິດຕັ້ງມີດນອນ
-
ກຳຈັດຂີ້ໝ້ຽງ, ຄາບເກາະຕິດ ແລະ ການກັດກ່ອນອອກຈາກພື້ນຜີວຂອງຄານຮອງ ແລະ ທານ້ຳມັນບາງໆໃສ່ພື້ນຜິວຂອງຄານຮອງ.
-
ທຳຄວາມສະອາດກຽວ.
-
ທາສ່ວນປະສົມທີ່ກັນຍຶດຕິດໃສ່ນັອດກຽວ ແລະ ຕິດຕັ້ງມີດນອນໃສ່ຄານຮອງ.

-
ບິດນັອດກຽວດ້ານນອກ 2 ອັນເຖິງ 1 N∙m (10 inch-lb).
-
ການເຮັດວຽກຈາກສູນກາງຂອງມີດນອນ, ໃຊ້ແຮງບິດນັອດກຽວທີ່ 23 ເຖິງ 28 N∙m (200 ເຖິງ 250 ນິ້ວ-ປອນ).

-
ເຈຍມີດນອນ.
ຂໍ້ມູນສະເພາະຂອງການເຈຍມີດນອນ

| ມູມຜ່ອນໃບມີດນອນ (ດ້ານເທິງສຸດ) | ເບິ່ງ ຕາຕະລາງຄວາມສູງຂອງການຕັດ ແລະ ການເລືອກໃບມີດນອນ. |
| ລະດັບມູມດ້ານໜ້າ | 13° ເຖິງ 17° |
| ມູມດ້ານໜ້າຂອງມີດນອນທາງຍ່າງ | 10° |
ການກວດສອບມູມເຈຍດ້ານເທິງສຸດ
ມູມທີ່ທ່ານໃຊ້ໃນການເຈຍມີດນອນຂອງທ່ານແມ່ນມີຄວາມສຳຄັນຫຼາຍ.
ໃຊ້ຕົວຊີ້ວັດມູມ (ອາໄຫຼ່ Toro ເລກທີ 131-6828) ແລະ ມູມຊີ້ບອກການຕິດ (ອາໄຫຼ່ Toro ເລກທີ 131-6829) ເພື່ອກວດກາມູມທີ່ເຄື່ອງເຈຍຂອງທ່ານຜະລິດ ແລະ ຫຼັງຈາກນັ້ນແກ້ໄຂໃຫ້ຖືກຕ້ອງສຳລັບຄວາມບໍ່ຖືກຕ້ອງຂອງເຄື່ອງເຈຍ.
-
ວາງຕົວຊີ້ວັດມູມຢູ່ທາງລຸ່ມຂອງມີດນອນຕາມທີ່ສະແດງຢູ່ໃນ ຮູບສະແດງ 25.

-
ກົດປຸ່ມ Alt Zero ເທິງຕົວຊີ້ວັດມູມ.
-
ວາງຕົວຊີ້ວັດມູມທີ່ຕັ້ງຢູ່ເທິງຂອບຂອງມີດນອນເພື່ອໃຫ້ຂອບຂອງແມ່ເຫຼັກຂະໜານກັບຂອບຂອງມີດນອນ (ຮູບສະແດງ 26).
Note: ຈໍສະແດງຜົນດິຈິຕອນຄວນຈະສາມາດເບິ່ງເຫັນໄດ້ຈາກຂ້າງດຽວກັນໃນລະຫວ່າງຂັ້ນຕອນນີ້ຄືກັບວ່າມັນຢູ່ໃນຂັ້ນຕອນ 1.

-
ວາງຕົວຊີ້ບອກມູມຢູ່ບ່ອນທີ່ຕິດດັ່ງທີ່ສະແດງຢູ່ໃນ ຮູບສະແດງ 26.
Note: ນີ້ແມ່ນມູມທີ່ເຄື່ອງເຈຍຂອງທ່ານຜະລິດ ແລະ ຄວນຢູ່ພາຍໃນ 2 ອົງສາຂອງມູມເຈຍ ດ້ານເທິງສຸດທີ່ໄດ້ແນະນຳ.
ຂໍ້ກຳນົດສະເພາະກຽວໝູນ
ການກະກຽມກົງໝູນສຳລັບການເຈຍ
-
ໃຫ້ແນ່ໃຈວ່າທຸກສ່ວນປະກອບຂອງໜ່ວຍຕັດແມ່ນຢູ່ໃນສະພາບດີ ແລະ ແກ້ໄຂບັນຫາໃດ ໜຶ່ງທີ່ມີໃຫ້ແລ້ວກ່ອນທີ່ຈະເຈຍ.
-
ປະຕິບັດຕາມຄຳແນະນຳຂອງຜູ້ຜະລິດເຄື່ອງເຈຍກົງໝູນເພື່ອເຈຍກົງໝູນຕັດໄປຕາມຂໍ້ມູນສະເພາະດັ່ງຕໍ່ໄປນີ້.
ຂໍ້ມູນສະເພາະຂອງການເຈຍກົງໝູນ ເສັ້ນຜ່າສູນກາງຂອງກົງໝູນໃຫມ່ 128.5 ມມ (5.06 ນິ້ວ) ຂີດຈຳກັດການສ້ອມບໍລິການເສັ້ນຜ່າສູນກາງກົງໝູນ 114.3 ມິນລີແມັດມມ (4.50 ນິ້ວ) ມູມສ່ວນນູນອອກມາຂອງໃບມີດ 30° ± 5° ໜ້າກວ້າງຂອງໃບມີດຂອບເຂດ 0.8 ຫາ 1.2 ມມ (0.03 ຫາ 0.05 ນິ້ວ) ຂີດຈຳກັດການສ້ອມບໍລິການແທ່ງນ້ອຍເສັ້ນຜ່າສູນກາງກົງໝູນ 0.25 ມິນລີແມັດມມ (0.010 ນິ້ວ)
ການເຈຍສ່ວນນູນອອກມາຂອງກົງໝູນ
ກົງໝູນໃໝ່ມີໜ້າກ້ວາງ 1.3 ເຖິງ 1.5 ມມ (0.030 ເຖິງ 0.050 ນິ້ວ) ແລະ ການເຈຍສ່ວນນູນອອກມາ 30°.
ເມື່ອໜ້າກວ້າງນັ້ນກວ້າງກວ່າ 3 ມມ (0.120 ນິ້ວ), ໃຫ້ເຮັດດັ່ງຕໍ່ໄປນີ້:
-
ນຳໃຊ້ການເຈຍສ່ວນນູນອອກມາ 30° ໃນໃບມີດກົງໝູນທຸກໃບຈົນກ່ວາໜ້າກວ້າງເປັນ 0.8 ມມ (0.03 ນິ້ວ)(ຮູບສະແດງ 27).

-
ໝູນການເຈຍກົງໝູນໃຫ້ບັນລຸກົງໝູນໝົດ <0.025 ມມ (0.001 ນິ້ວ).
Note: ນີ້ເຮັດໃຫ້ໜ້າກວ້າງເພີ່ມຂຶ້ນເລັກນ້ອຍ.
-
ປັບໜ່ວຍຕັດ; ໃຫ້ເບິ່ງ ຄູ່ມືຜູ້ໃຊ້ ຂອງໜ່ວຍຕັດຂອງທ່ານ.
Note: ເພື່ອຍືດອາຍຸການໃຊ້ງານຂອງຄວາມຄົມຂອງຂອບຂອງກົງໝູນ ແລະ ມີດນອນ, ຫຼັງຈາກໄດ້ເຈຍກົງໝູນ ແລະ/ຫຼື ມີດນອນ, ໃຫ້ກວດເບິ່ງການສຳຜັດຂອງກົງໝູນຫາມີດນອນອີກຄັ້ງຫຼັງຈາກການຕັດຫຍ້າ 2 ຄັ້ງ, ເພາະວ່າຈະມີການລົບສ້ຽນອອກ. ສ້ຽນອາດຈະສ້າງໃຫ້ມີກົງໝູນບໍ່ເໝາະສົມໃສ່ໄລຍະຫ່າງມີດນອນ, ເຊິ່ງສາມາດເລັ່ງການຫຼຸ້ຍຫ້ຽນໄວຂຶ້ນ.
ການຍ້ອນກັບຂອງໜ່ວຍຕັດ
ເພື່ອຢ້ອນໜ່ວຍຕັດກັບຄືນ, ໃຊ້ຊຸດເຄື່ອງມືຢ້ອນກັບການເຂົ້າເຖິງ (ເລກລຸ້ນ 139-4342) ຫຼື ຊຸດເຄື່ອງມືຢ້ອນກັບ (ເລກລຸ້ນ 04800); ໃຫ້ເບິ່ງຄຳແນະນຳການໃຊ້ງານຢູ່ໃນຄຳແນະນຳການຕິດຕັ້ງຊຸດເຄື່ອງມື. ຕິດຕໍ່ຜູ້ຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດຂອງທ່ານເພື່ອເອົາໜຶ່ງໃນຊຸດເຄື່ອງມືເຫຼົ່ານີ້.


, ຊຶ່ງໝາຍເຖິງຂໍ້ຄວນລະວັງ,
ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງກໍ່ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ
ຫຼື ເສຍຊີວິດ.








