ລົດຕັດຫຍ້າ Reelmaster® 5010-H

ຂໍ້​ມູນ​ການ​ປະ​ຕິ​ເສດ​ຄວາມ​ຮັບ​ຜິດ​ຊອບ ແລະ ຄວບ​ຄຸມ
ຜະລິດຕະພັນນີ້ປະຕິບັດຕາມຄຳສັ່ງແນະນຳຂອງເອີຣົບທີ່ກ່ຽວຂ້ອງທັງໝົດ; ສຳລັບລາຍລະອຽດ, ກະລຸນາເບິ່ງເອກະສານສະເພາະຂອງຖະແຫຼງການວ່າ​ດ້ວຍ​ການ​ປະ​ຕິ​ບັດ​ຕາມ (DOC).
ມັນເປັນການລະເມີດກົດໝາຍຊັບພະຍາກອນສາທາລະນະຂອງລັດຄາລິຟໍເນຍພາກທີ 4442 ຫຼື 4443 ໃນການນຳໃຊ້ ຫຼື ນຳໃຊ້ເຄື່ອງຈັກໃນດິນທີ່ມີ​ປ່າ​ໄມ້​ປົກ​ຫຸ້ມ, ພຸ່ມ​ໄມ້​ປົກ​ຫຸ້ມ ຫຼື ຫ​ຍ້າ​ປົກ​ຫຸ້ມ, ເວັ້ນເສຍແຕ່ວ່າເຄື່ອງຈັກມີເຄື່ອງກວດຈັບປະກາຍໄຟຕາມທີ່ໄດ້ກຳນົດໄວ້ໃນພາກທີ 4442, ມີ​ລຳ​ດັບ​ຂັ້ນ​ຕອນ​ການ​ເຮັດ​ວຽກ​ທີ່​ມີ​ປະ​ສິດ​ທິ​ພາບ ຫຼື ເຄື່ອງຈັກຖືກສ້າງຂຶ້ນ, ຕິດຕັ້ງ ແລະ ຮັກສາໄວ້​ສຳ​ລັບ​ການປ້ອງກັນໄຟໄໝ້.
ປຶ້ມຄູ່ມືຂອງເຈົ້າຂອງເຄື່ອງຈັກທີ່ໃຫ້ມາແມ່ນມີຂໍ້ມູນທີ່ກ່ຽວຂ້ອງກັບໜ່ວຍ​ງານປົກປ້ອງສິ່ງແວດລ້ອມຂອງສະຫະລັດ (EPA) ແລະ ລະບຽບການຄວບຄຸມການປ່ອຍອາຍພິດ​ຂອງຄາລິຟໍເນຍກ່ຽວ​ກັບລະບົບການປ່ອຍອາຍພິດ, ການບຳລຸງຮັກສາ ແລະ ການຮັບປະກັນ. ການປ່ຽນແທນທີ່ອາດຈະຖືກສັ່ງຊື້ຜ່ານຜູ້ຜະລິດເຄື່ອງຈັກ.
 
CALIFORNIA
 
Proposition 65
 
Diesel engine exhaust and some of its constituents are known to the State of California to cause cancer, birth defects, and other reproductive harm.
 
Battery posts, terminals, and related accessories contain lead and lead compounds, chemicals known to the State of California to cause cancer and reproductive harm. Wash hands after handling.
 
Use of this product may cause exposure to chemicals known to the State of California to cause cancer, birth defects, or other reproductive harm.
 
ໃບ​ຢັ້ງ​ຢືນຄວາມ​ສາ​ມາດ​ເຂົ້າ​ກັນ​ໄດ້​ຂອງ​ແມ່​ເຫຼັກ​ໄຟ​ຟ້າ
ຖ້າ​ເຄື່ອງ​ຈັກ​ນີ້​ມີອຸ​ປະ​ກອນ telematics ຕິດ​ຕັ້ງ​ມາ​ພ້ອມ, ໃຫ້​ໄປ​ຫາຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານສຳ​ລັບ​ຄຳ​ແນະ​ນຳ​ເພື່ອ​ເປີດ​ນຳ​ໃຊ້​ອຸ​ປະ​ກອນ.
ພາຍ​ໃນ​ປະ​ເທດ: ອຸ​ປະ​ກອນ​ນີ້​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ຂອງ FCC ພາກ​ທີ 15. ການ​ໃຊ້​ງານ​ແມ່ນ​ຂຶ້ນ​ຢູ່​ກັບ​ສອງ​ເງື່ອນ​ໄຂ​ຕໍ່​ໄປ​ນີ້: (1) ອຸ​ປະ​ກອນ​ນີ້​ອາດ​ຈະ​ບໍ່​ເຮັດ​ໃຫ້​ເກີດ​ສັນ​ຍານລົບ​ກວນ​ທີ່​ເປັນ​ອັນ​ຕະ​ລາຍ ແລະ (2) ອຸ​ປະ​ກອນ​ນີ້​ຕ້ອງ​ຍອມຮັບ​ສັນ​ຍານ​ລົບ​ກວນ​ໃດ​ໜຶ່ງ​ທີ່ອາດ​ຈະ​ໄດ້​ຮັບ, ລວມ​ທັງ​ສັນ​ຍານ​ລົບ​ກວນ​ທີ່​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ໃຊ້​ງານອັນທີ່​ບໍ່​ຕ້ອງ​ການ​ນຳ.
FCC ID: APV-3640LB
IC: 5843C-3640LB
ອຸ​ປະ​ກອນ​ນີ້​ໄດ້​ຮັບ​ການ​ທົດ​ສອບ​ແລ້ວ ແລະ ພົບ​ວ່າ​ເປັນ​ໄປ​ຕາມ​ຂີດ​ຈຳ​ກັດ​ສຳ​ລັບ​ອຸ​ປະ​ກອນ​ດິ​ຈິ​ຕອນ​ປະ​ເພດ Class B, ໂດຍ​ອີງ​ຕາມ​ກົດ​ລະ​ບຽບ​ຂອງ FCC ພາກ​ທີ 15. ຂີດ​ຈຳ​ກັດ​ເຫຼົ່າ​ນີ້​ໄດ້​ຮັບ​ການ​ອອກ​ແບບ​ມາ​ເພື່ອ​ໃຫ້​ການ​ປົກ​ປ້ອງ​ການ​​ຄື່ນ​ລົບ​ກວນ​ທີ່​ເປັນ​ອັນ​ຕະ​ລາຍ​ຢູ່​ໃນ​ການ​ຕິດ​ຕັ້ງ​ໃນ​ທີ່​ຢູ່​ອາ​ໄສ​ຕາມ​ຄວາມ​ເໝາະ​ສົມ. ອຸ​ປະ​ກອນ​ນີ້​ສ້າງ, ນຳໃຊ້ ແລະ ສາ​ມາດ​ແຜ່​ພະ​ລັງ​ງານ​ຄວາມ​ຖີ່​ວິ​ທະ​ຍຸ​ໄດ້, ແລະ ຖ້າ​ບໍ່​ໄດ້​ຕິດ​ຕັ້ງ ແລະ ນຳ​ໃຊ້​ຕາມ​ຄຳ​ແນະ​ນຳ​ແລ້ວ ແມ່ນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ຄື່ນ​ລົບ​ກວນ​ທີ່​ເ​ປັນ​ອັນ​ຕະ​ລາຍ​ຕໍ່​ການ​ສື່​ສານ​ທາງວິ​ທະ​ຍຸ​ໄດ້. ເຖິງ​ແນວ​ໃດ​ກໍ່​ຕາມ, ບໍ່​ມີ​ການ​ຮັບ​ປະ​ກັນ​ໄດ້ວ່າ ຄື່ນ​ລົບ​ກວນ​ຈະ​ບໍ່​ເກີດ​ຂຶ້ນ​ຢູ່​ໃນ​ການ​ຕິດ​ຕັ້ງ​ສະ​ເພາະ. ຖ້າ​ອຸ​ປະ​ກອນ​ນີ້​ບໍ່​ເຮັດ​ໃຫ້​ເກີດ​ສັນ​ຍານ​ລົບ​ກວນ​ທີ່​ເປັນ​ອັນ​ຕະ​ລາຍ​ຕໍ່​ການ​ຮັບ​ສັນ​ຍານວິ​ທະ​ຍຸ ຫຼື ໂທ​ລະ​ພາບ, ເຊິ່ງ​ສາ​ມາດ​ກຳ​ນົດ​ໄດ້​ດ້ວຍ​ການ​ປິດ ແລະ ເປີດ​ອຸ​ປະ​ກອນ​ແລ້ວ, ຂໍ​ແນະ​ນຳ​ໃຫ້​ຜູ້​ໃຊ້​ລ​ອງ​ເຊື່ອມ​ຕໍ່ສັນ​ຍານລົບ​ກວນ​ໂດຍ​ການ​ໃຊ້​ໜຶ່ງວິ​ທີ​ການ​ຂຶ້ນ​ໄປ​ໃນວິ​ທີການ​ຕໍ່​ໄປ​ນີ້​:
  • ປັບ​ທິດ ຫຼື ​ຍ້າຍ​ບ່ອນ​ອັງ​ແຕ່ນ​ຮັບ.
  • ເພີ່ມ​ການ​ແຍກ​ສ່ວນ​ລະ​ຫວ່າງ​ອຸ​ປະ​ກອນ ແລະ ເຄື່ອງ​ຮັບ.
  • ເຊື່ອມ​ຕໍ່​ອຸ​ປະ​ກອນ​ໃສ່ກັບ​ຮູ​ປັກ​ສຽບຢູ່​ໃນ​ວົງ​ຈອນ​ທີ່​ແຕກ​ຕ່າງ​ຈາກທີ່​ເຊື່ອມ​ຕໍ່​ເຄື່ອງ​ຮັບ.
  • ປຶກ​ສາ​ກັບ​ຜູ້​ຂາຍ ຫຼື ນາຍ​ຊ່າງວິ​ທະ​ຍຸ/ໂທ​ລະ​ພາບທີ່ມີ​ປະ​ສົບ​ການ ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ.
ອາກ​ຊັງ​ຕິນ
ນີວ​ຊີ​ແລນ
Image Image
ອົດ​ສະ​ຕຣາ​ລີ
ເກົາ​ຫຼີໃຕ້
Image Image
ມໍ​ຣອກ​ໂກ
AGREE PAR L’ANRT MAROC
Numéro d’agrément: MR00004789ANRT20024
Date d’agrément: 11/4/2024

 
 
 
ຄຳ​ແນະນຳ
 

ຈຸດປະສົງການນໍາໃຊ້

ເຄື່ອງຈັກນີ້ແມ່ນເຄື່ອງຕັດຫຍ້າທີ່ຂັບຂີ່ໄດ້, ໃບມີດວົງກຽວທີ່ມີຈຸດປະສົງທີ່ຈະຖືກນຳໃຊ້ໂດຍຜູ້ຊ່ຽວຊານ, ຜູ້ປະຕິບັດການທີ່ຈ້າງງານໃນການນຳໃຊ້ທາງການຄ້າ. ມັນໄດ້ຖືກອອກແບບຕົ້ນຕໍສໍາລັບການຕັດຫຍ້າໃນສະໜາມຫຍ້າທີ່ໄດ້ຮັບການຮັກສາເປັນຢ່າງດີ. ການນຳໃຊ້ຜະລິດຕະພັນນີ້ເພື່ອຈຸດປະສົງອື່ນນອກເໜືອຈາກການນຳໃຊ້ທີ່ເປັນຈຸດປະສົງຂອງມັນອາດຈະເປັນອັນຕະລາຍຕໍ່ທ່ານ ແລະ ຜູ້ທີ່ຢູ່ໃກ້ຄຽງ.
ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ການ​ຮັບ​ຄວາມ​ຊ່ວຍ​ເຫຼືອ

Graphic
G439286
ເຂົ້າເບິ່ງ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.
ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຕົວ​ເລກ​ເຫຼົ່າ​ນີ້​ຢູ່​ໃນ​ແຜ່ນ​ເລກ​ລຳ​ດັບ​ໃນ​ຜະ​ລິດ​ຕະ​ພັນ​ຂອງ​ທ່ານ . ຂຽນເລກໃນຊ່ອງທີ່ກຽມໃຫ້.
Important  
ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR ຢູ່​ໃນ​ສະ​ຫຼາກເລກລຳດັບ (ຖ້າມີ) ເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.
 
ເລກ​ລຸ່ນ:
ເລກລຳ​ດັບ:

ຂໍ້​ຕົກ​ລົງ​ໃນ​ຄູ່​ມື

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ມີ​ຂໍ້​ຄວາມ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທີ່​ໄດ້​ລະ​ບຸ​ໄວ້​ໂດຍສັນຍາລັກເຕືອນຄວາມປອດໄພ, ເຊິ່ງ​ເປັນ​ສັນ​ຍານ​ອັນ​ຕະ​ລາຍ​ທີ່​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສາ​ຫັດ ຫຼື ເສຍ​ຊີ​ວິດ, ຖ້າ​ທ່ານ​ບໍ່​ປະ​ຕິ​ບັດ​ຕາມ​ຂໍ້​ຄວນ​ລະ​ວັງ​ທີ່​ແນະ​ນຳ.
Graphic
G405934
ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສິ່ງສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ໝາຍ​ເຫດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.
ການ​ຈັດ​ລະ​ດັບຂັ້ນການເຕືອນຄວາມປອດໄພ
ສັນຍາລັກເຕືອນຄວາມປອດໄພສະ​ແດງ​ຢູ່​ໃນ​ຄູ່​ມື​ນີ້ ແລະ ໃນ​ເຄື່ອງ​ຈັກ​ລະ​ບຸ​ຂໍ້​ຄວາມ​ປອດ​ໄພ​ທີ່​ສຳ​ຄັນ​ທີ່​ທ່ານ​ຕ້ອງ​ປະ​ຕິ​ບັດ​ຕາມ​ເພື່ອປ້ອງ​ກັນ​ອຸປະ​ຕິ​ເຫດ.
ສັນຍາລັກເຕືອນຄວາມປອດໄພປາ​ກົດ​ຂຶ້ນ​ເທິງ​ຂໍ້​ມູນທີ່​ເຕືອນ​ທ່ານ​ຕໍ່​ກັບ​ການ​ກະ​ທຳ ຫຼື ສະ​ຖາ​ນະ​ການ​ທີ່​ບໍ່​ປອດ​ໄພ ແລະ ຖືກ​ຕາມ​ດ້ວຍ​ຄຳ​ວ່າ ອັນ​ຕະ​ລາຍ, ຄຳ​ເຕືອນ ຫຼື ລະ​ວັງ.
Danger
ອັນ​ຕະ​ລາຍຊີ້ບອກ​ສະ​ຖາ​ນະ​ການ​ອັນ​ຕະ​ລາຍ​ທີ່​ໃກ້​ຈະ​ເກີດ​ຂຶ້ນ, ເຊິ່ງ​ຫາກ​ບໍ່​ຫຼີກລ່ຽງ​ໄດ້ຈະສົ່ງ​ຜົນ​ເຖິງ​ການ​ເສຍ​ຊີ​ວິດ ຫຼື ການ​ບາດ​ເຈັບ​ສາ​ຫັດ.
 
Warning
ຄຳ​ເຕືອນຊີ້ບອກ​ສະ​ຖາ​ນະ​ການ​ອັນ​ຕະ​ລາຍ​ທີ່ເປັນ​ໄປ​ໄດ້, ເຊິ່ງ​ຫາກ​ບໍ່​ຫຼີກລ່ຽງ​ໄດ້ສາ​ມາດສົ່ງ​ຜົນ​ເຖິງ​ການ​ເສຍ​ຊີ​ວິດ ຫຼື ການ​ບາດ​ເຈັບ​ສາ​ຫັດ.
 
Caution
ລະ​ວັງຊີ້ບອກ​ສະ​ຖາ​ນະ​ການ​ອັນ​ຕະ​ລາຍ​ທີ່ເປັນ​ໄປ​ໄດ້, ເຊິ່ງ​ຫາກ​ບໍ່​ຫຼີກລ່ຽງ​ໄດ້ອາດ​ຈະສົ່ງ​ຜົນ​ເຖິງ​ການບາດ​ເຈັບເລັກ​ນ້ອຍ ຫຼື ປານ​ກາງ.
 

 
 
 
ຄວມປອດໄພ
 

ຄວາມປອດໄພທົ່ວໄປ

  • ຜະລິດຕະພັນນີ້ມີຄວາມສາມາດຕັດມື ແລະ ຕີນ ແລະ ເຮັດ​ໃຫ້ວັດຖຸຟົ້ງ​ຂຶ້ນໄດ້.
  • ອ່ານ ແລະ ທຳເຂົ້າໃຈເນື້ອໃນຂອງຄູ່ມືຜູ້​ໃຊ້ນີ້ກ່ອນທີ່ຈະເລີ່ມຕິດຈັກ.
  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ປະຕິບັດງານກັບເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.
  • ຢ່າວາງມື ຫຼື ຕີນຂອງທ່ານໃກ້ກັບສ່ວນປະກອບທີ່ເຄື່ອນໄຫວຂອງເຄື່ອງຈັກ.
  • ຢ່າປະຕິບັດງານເຄື່ອງຈັກໂດຍບໍ່ມີການປົກປ້ອງທຸກຄົນ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢ່າງຖືກຕ້ອງໃນເຄື່ອງຈັກ.
  • ໃຫ້ຄົນຢູ່ໃກ້ຄຽງ ແລະ ເດັກອອກຈາກພື້ນທີ່ປະຕິບັດງານ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ.
  • ມອດຈັກ, ຖອດກະແຈ ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.
ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້​ເອົາ​ໃຈ​ໃສ່​ກັບ​ສັນ​ຍາ​ລັກ​ເຕືອນ​ຄວາມ​ປອດ​ໄພ Image ຢູ່​ສະ​ເໝີ, ເຊິ່ງ​ໝາຍ​ເຖິງ ລະ​ວັງ, ຄຳ​ເຕືອນ ຫຼື ອັນ​ຕະ​ລາຍ ເຊິ່ງ​ແມ່ນ​ຄຳ​ແນະ​ນຳ​ຄວາມ​ປອດ​ໄພ​ສ່ວນ​ບຸກ​ຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫຼື ເສຍຊີວິດ.

ຄວາມປອດໄພກ່ອນການປະຕິບັດງານ

  • ຢ່າປ່ອຍໃຫ້ເດັກນ້ອຍ ຫຼື ຄົນທີ່ບໍ່ໄດ້ຮັບການຝຶກອົບຮົມເຮັດວຽກ ຫຼື ບຳ​ລຸງ​ຮັກ​ສາເຄື່ອງຈັກ. ລະບຽບການໃນທ້ອງຖິ່ນອາດຈະຈຳກັດອາຍຸຂອງຜູ້ປະຕິບັດການ. ເຈົ້າຂອງມີ​ຄວາມຮັບຜິດຊອບໃນການຝຶກອົບຮົມຜູ້ປະຕິບັດການ ແລະ ຊ່າງກົນຈັກທັງໝົດ.
  • ທຳຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງເຄື່ອງ​ຈັກ, ການຄວບຄຸມຂອງຜູ້​ນຳ​ໃຊ້ ແລະ ປ້າຍສັນຍານຄວາມປອດໄພ.
  • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:.
    • ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ
    • ປົດ ແລະ ປ່ອຍໜ່ວຍຕັດຕ່ຳລົງ.
    • ໃສ່​ເບ​ຣກມື.
    • ມອດຈັກ ແລະ ຖອດກະແຈ.
    • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.
    • ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.
  • ຮູ້ວິທີການຢຸດເຄື່ອງຈັກ ແລະ ມອດເຄື່ອງຈັກຢ່າງໄວວາ.
  • ຢ່າປະຕິບັດງານເຄື່ອງຈັກໂດຍບໍ່ມີການປົກປ້ອງທຸກຄົນ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢ່າງຖືກຕ້ອງໃນເຄື່ອງຈັກ.
  • ກ່ອນທີ່ຈະຕັດຫຍ້າ, ຕ້ອງກວດກາເຄື່ອງຈັກຢູ່ສະເໝີເພື່ອຮັບປະກັນວ່າໜ່ວຍຕັດຢູ່ໃນສະພາບການເຮັດວຽກທີ່ດີ.
  • ກວດກາບໍລິເວນທີ່ທ່ານຈະໃຊ້ເຄື່ອງຈັກ ແລະ ເອົາວັດຖຸທັງໝົດທີ່ເຄື່ອງຈັກສາມາດຈະ​ເຮັດ​ໃຫ້​ເກີດ​ການ​ຟົ້ງ​ຂຶ້ນໄດ້ນັ້ນ​ອອກ.
  • ຜະ​ລິດ​ຕະ​ພັນ​ນີ້​ສ້າງ​ສະ​ໜາມ​ແມ່​ເຫຼັກ​ໄຟ​ຟ້າ. ຖ້າ​ທ່ານ​ສວມ​ໃສ່​ອຸ​ປະ​ກອນ​ການ​ແພດ​ອີ​ເລັກ​ໂທ​ຣ​ນິກ​ສາ​ມາດ​ປ່ຽນ​ຖ່າຍ​ໄດ້, ໃຫ້​ປຶກ​ສາ​ກັບຜູ້​ຊ່ຽວ​ຊານ​ສຸ​ຂະ​ພາບ​ຂອງ​ທ່ານ​ກ່ອນ​ໃຊ້​ຜະ​ລິດ​ຕະ​ພັນ​ນີ້.
ຄວາມປອດໄພຂອງນໍ້າມັນເຊື້ອໄຟ
  • ໃຊ້ຄວາມລະມັດລະວັງທີ່ສຸດໃນການຈັດການກັບນໍ້າມັນເຊື້ອໄຟ. ມັນໄວໄຟ ແລະ ອາຍແກັສຂອງມັນແມ່ນສິ່ງລະເບີດໄດ້.
  • ມອດຢາສູບ, ຊິກາ, ບັ້ງສູບຢາ ແລະ ແຫຼ່ງອື່ນໆທີ່ສາມາດຈຸດໄຟໄດ້.
  • ໃຊ້ຖັງນໍ້າມັນເຊື້ອໄຟທີ່ອະນຸມັດໃຫ້ເທົ່ານັ້ນ.
  • ຢ່າເປີດຝາປິດນໍ້າມັນເຊື້ອໄຟ ຫຼື ເຕີມນໍ້າມັນເຊື້ອໄຟໃນຂະນະທີ່ເຄື່ອງຈັກກຳລັງແລ່ນ ຫຼື ຮ້ອນ.
  • ຢ່າເພີ່ມ ຫຼື ເທນ້ຳມັນເຊື້ອໄຟອອກ​ຢູ່ໃນບ່ອນທີ່ປິດ.
  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.
  • ຖ້າທ່ານເຮັດນໍ້າມັນເຊື້ອໄຟກະເດັນ, ຢ່າພະຍາຍາມຕິດຈັກ; ຫຼີກລ່ຽງການສ້າງແຫຼ່ງທີ່ມາຂອງການຈຸດໄຟຈົນກວ່າອາຍນ້ຳມັນເຊື້ອໄຟລະ​ເຫີຍ​ໄປ​ໝົດ​ແລ້ວ.

ຄວາມປອດໄພໃນລະຫວ່າງການປະຕິບັດງານ

  • ເຈົ້າຂອງ/ຜູ້ປະຕິບັດງານສາມາດປ້ອງກັນ ແລະ ມີຄວາມຮັບຜິດຊອບຕໍ່ອຸບັດຕິເຫດທີ່ອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ຄວາມເສຍຫາຍທາງຊັບສິນ.
  • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງການປ້ອງກັນຕາ; ໂສ້ງຂາຍາວ; ເກີບກັນມື່ນ ແລະ ເຄື່ອງ​ປ້ອງ​ກັນ​ສຽງ. ມັດຜົມຍາວໄວ້​ດ້ານ​ຫຼັງ ແລະ ຢ່າໃສ່ເຄື່ອງນຸ່ງ ຫຼື ເຄື່ອງປະດັບຫຼວມໆ.
  • ຢ່າໃຊ້ເຄື່ອງຈັກໃນຂະນະທີ່ບໍ່​ສະ​ບາຍ, ອິດເມື່ອຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງສິ່ງ​ມຶນ​ເມົາ ຫຼື ສິ່ງເສບຕິດ.
  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ປະຕິບັດງານກັບເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.
  • ກ່ອນທີ່ທ່ານຈະຕິດຈັກ, ໃຫ້​ແນ່​ໃຈ​ວ່າເປັນເກຍຫວ່າງ, ໃສ່ເບ​ຣກມືໄວ້ຢູ່ ແລະ ທ່ານຢູ່ໃນຕຳແໜ່ງຄວບ​ຄຸມປະຕິບັດງານ.
  • ຢ່າໃຫ້ຜູ້ໂດຍສານ​ຂຶ້ນເທິງເຄື່ອງຈັກ ແລະ ກັນຜູ້ຢູ່ໃກ້ຄຽງ ແລະ ເດັກອອກຈາກພື້ນທີ່ປະຕິບັດງານ.
  • ນຳ​ໃຊ້ເຄື່ອງຈັກພຽງແຕ່ບ່ອນທີ່ເບິ່ງເຫັນໄດ້ດີເພື່ອຫຼີກລ່ຽງຂຸມ ຫຼື ອັນຕະລາຍທີ່ເຊື່ອງຢູ່.
  • ຫຼີກລ່ຽງການຕັດຫຍ້າເທິງຫຍ້າປຽກ. ການຫຼຸດຜ່ອນການເຄື່ອນທີ່ອາດຈະເຮັດໃຫ້ເຄື່ອງຈັກໄຫຼໄປ.
  • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກໜ່ວຍຕັດ.
  • ເບິ່ງທາງຫຼັງ ແລະ ດ້ານລຸ່ມກ່ອນທີ່ຈະຖອຍເພື່ອໃຫ້ແນ່ໃຈວ່າເສັ້ນທາງປອດໄພ.
  • ໃຊ້ຄວາມລະມັດລະວັງໃນເວລາທີ່ເຂົ້າໄປໃນບໍລິເວນທີ່ເບິ່ງບໍ່ເຫັນ, ຟຸ່ມໄມ້, ຕົ້ນໄມ້ ຫຼື ວັດຖຸອື່ນໆທີ່ອາດເຮັດໃຫ້ທ່ານເບິ່ງບໍ່ເຫັນ.
  • ຢຸດໜ່ວຍຕັດທຸກຄັ້ງທີ່ທ່ານບໍ່ໄດ້ຕັດຫຍ້າ.
  • ຊ້າລົງ ແລະ ໃຊ້ຄວາມລະມັດລະວັງໃນເວລາທີ່ລ້ຽວ ແລະ ຂ້າມຖະໜົນ ແລະ ທາງຍ່າງທີ່​ຢູ່​ກັບເຄື່ອງຈັກ. ໃຫ້ຮ້ອງສະເໝີວ່າລະວັງລົດມາ.
  • ໃຊ້ງານເຄື່ອງຈັກຢູ່ໃນສະຖານທີ່ບ່ອນມີການລະບາຍອາກາດດີເທົ່ານັ້ນ. ອາຍເສຍມີ​ສານຄາບອນມໍນັອກຊາຍທີ່ເປັນອັນຕະລາຍ, ຖ້າຫາຍໃຈເຂົ້າ.
  • ຢ່າປ່ອຍໃຫ້ເຄື່ອງຈັກແລ່ນໂດຍທີ່ບໍ່ມີຄົນຢູ່ນຳ.
  • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:
    • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.
    • ປົດ ແລະ ປ່ອຍໜ່ວຍຕັດຕ່ຳລົງ.
    • ໃສ່​ເບ​ຣກມື.
    • ມອດຈັກ ແລະ ຖອດກະແຈ.
    • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.
    • ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.
  • ນຳ​ໃຊ້ເຄື່ອງຈັກພຽງແຕ່ໃນເວລາທີ່ທ່ານເບິ່ງເຫັນດີເທົ່ານັ້ນ ແລະ ມີສະພາບອາກາດທີ່ເໝາະສົມ. ຢ່າໃຊ້ເຄື່ອງຈັກເມື່ອມີຄວາມສ່ຽງຕໍ່ການເກີດຟ້າຜ່າ.
  • ໃຊ້​ການ​ຄວບ​ຄຸມ​ການ​ເຄື່ອນ​ເໜັງ (ຖ້າ​ຕິດ​ຕັ້ງ​ມາ) ພຽງ​ແຕ່​ເມື່ອ​ທ່ານ​ສາ​ມາດ​ໃຊ້​ງານ​ເຄື່ອງ​ຈັກ​ຢູ່​ໃນ​ພື້ນ​ທີ່​ບ່ອນ​ບໍ່​ມີ​ສິ່ງ​ກີດ​ຂວາງ ແລະ ບ່ອນ​ທີ່​ເຄື່ອງ​ຈັກ​ສາ​ມາດ​ເຄື່ອນ​ທີ່​ຢູ່​ຄວາມ​ໄວ​ຄົງ​ທີ່​ໂດຍ​ບໍ່​ມີ​ການ​ຂັດ​ຈັງ​ຫວະ.
ຄວາມ​ປອດ​ໄພລະບົບປ້ອງກັນການປີ້ນ (ROPS)
  • ຢ່າເອົາສ່ວນປະກອບໃດໆຂອງ ROPS ອອກຈາກເຄື່ອງຈັກ.
  • ຮັບປະກັນວ່າໄດ້​ໃສ່ສາຍ​ຮັດ​ນິລະໄພ ແລະ ທ່ານສາມາດປົດມັນອອກໄດ້ຢ່າງ​ໄວໃນເວລາສຸກເສີນ.
  • ຄວນໃສ່ສາຍ​ແອວ​ນິລະໄພຂອງທ່ານຢູ່ສະເໝີ.
  • ກວດເບິ່ງຢ່າງລະມັດລະວັງກ່ຽວກັບສິ່ງກີດຂວາງທາງ ແລະ ຢ່າສຳຜັດພວກມັນ.
  • ຮັກສາ ROPS ໃນສະພາບການດຳເນີນງານທີ່ປອດໄພ ໂດຍການກວດກາມັນຢ່າງລະອຽດເປັນແຕ່ລະໄລຍະສຳລັບຄວາມເສຍຫາຍ ແລະ ສືບ​ຕໍ່​ຮັດສິ່ງທີ່ຕິດມາໃຫ້ແໜ້ນທຸກຢ່າງ.
  • ປ່ຽນແທນສ່ວນປະກອບ ROPS ທີ່ເສຍຫາຍທັງໝົດ. ຢ່າສ້ອມແປງ ຫຼື ດັດແປງພວກມັນ.
ຄວາມປອດໄພໃນທາງຄ້ອຍຊັນ
  • ທາງຄ້ອຍຊັນແມ່ນປັດໃຈຕົ້ນ​ຕໍທີ່ກ່ຽວຂ້ອງກັບການສູນເສຍການຄວບຄຸມ ແລະ ອຸບັດຕິເຫດໃນ​ການ​ພິກ​ປີ້ນ, ເຊິ່ງອາດຈະເຮັດໃຫ້ມີການບາດເຈັບສາ​ຫັດ ຫຼື ເສຍຊີວິດໄດ້. ທ່ານມີໜ້າທີ່ຮັບຜິດຊອບໃນການປະຕິບັດງານໃນທາງຄ້ອຍຊັນທີ່ປອດໄພ. ການໃຊ້ເຄື່ອງຈັກຢູ່ເທິງທາງຄ້ອຍຊັນໃດກໍ່ຕາມແມ່ນຕ້ອງມີຄວາມລະມັດລະວັງເປັນພິເສດ.
  • ປະເມີນສະພາບຂອງສະຖານທີ່ເພື່ອກຳນົດວ່າທາງຄ້ອຍຊັນມີຄວາມປອດໄພຕໍ່ການດຳເນີນງານຂອງເຄື່ອງຈັກບໍ່, ລວມທັງການສຳຫຼວດເບິ່ງສະຖານທີ່. ໃຊ້​ສາ​ມາດ​ສຳ​ນຶກທົ່ວໄປ ແລະ ການຕັດສິນໃຈທີ່ດີ​ຢູ່​ສະ​ເໝີໃນເວລາທີ່ດຳເນີນການສຳຫຼວດເບິ່ງນີ້.
  • ກວດກາຄືນຄຳແນະນຳກ່ຽວກັບທາງຄ້ອຍຊັນທີ່ລະບຸໄວ້ຂ້າງລຸ່ມສຳລັບການປະຕິບັດງານຂອງເຄື່ອງຈັກຢູ່ເທິງທາງຄ້ອຍຊັນ. ກ່ອນທີ່ທ່ານຈະໃຊ້​ງານເຄື່ອງຈັກ, ກວດກາສະພາບຂອງສະຖານທີ່ເພື່ອກຳນົດວ່າທ່ານສາມາດໃຊ້ງານເຄື່ອງຈັກໄດ້ໃນເງື່ອນໄຂໃນມື້ນັ້ນ ແລະ ຢູ່ບ່ອນນັ້ນ. ການປ່ຽນແປງຂອງພູມສັນຖານສາມາດສົ່ງຜົນໃຫ້ມີການປ່ຽນແປງໃນການປະຕິບັດງານໃນທາງຄ້ອຍຊັນສຳລັບເຄື່ອງຈັກ.
    • ຫຼີກລ່ຽງການຕິດ​ຈັກ, ມອດ​ຈັກ ຫຼື ລ້ຽວເຄື່ອງຈັກຕາມທາງຄ້ອຍຊັນ. ຫຼີກລ່ຽງການປ່ຽນແປງຄວາມໄວ ຫຼື ທິດທາງຢ່າງກະທັນຫັນ. ໃຫ້ລ້ຽວຊ້າໆ ແລະ ຄ່ອຍໆ.
    • ຢ່າໃຊ້ງານເຄື່ອງຈັກພາຍໃຕ້ສະພາບການທີ່ການເຄື່ອນທີ່, ລ້ຽວ ຫຼື ມີ​ຄວາມ​ສົງ​ໄສ​ໃນ​ຄວາມ​ທ່ຽງ.
    • ກຳ​ຈັດ ຫຼື ໃສ່ເຄື່ອງໝາຍສິ່ງ​ກີດ​ຂວາງຕ່າງໆເຊັ່ນ: ຮ່ອງ, ຂຸມ, ຮອຍແຕກ, ກ້ອນຫີນ ຫຼື ອັນຕະລາຍອື່ນໆທີ່ເຊື່ອງໄວ້. ຫຍ້າທີ່ສູງສາມາດປິດ​ບັງສິ່ງກີດຂວາງຕ່າງໆໄດ້. ພູມສັນຖານທີ່ບໍ່ລຽບສາມາດເຮັດ​ໃຫ້ເຄື່ອງຈັກປີ້ນໄດ້.
    • ລະວັງວ່າການເຮັດວຽກຂອງເຄື່ອງຈັກໃນຫຍ້າທີ່ຊຸ່ມ, ຂ້າມທາງຄ້ອຍຊັນ ຫຼື ທາງລົງພູອາດຈະເຮັດໃຫ້ເຄື່ອງຈັກສູນເສຍການຄວບຄຸມ.
    • ໃຊ້ຄວາມລະມັດລະວັງທີ່ສຸດໃນເວລາທີ່ໃຊ້ງານເຄື່ອງຈັກຢູ່ໃກ້ຈຸດຕົກ, ຄອງນ້ຳ, ຄັນຄູ, ຄວາມອັນຕະລາຍທາງນໍ້າ ຫຼື ອັນຕະລາຍອື່ນໆ. ເຄື່ອງຈັກດັ່ງກ່າວສາມາດກິ້ງໄດ້ຢ່າງກະທັນຫັນ, ຖ້າຫາກວ່າລໍ້ແລ່ນຂ້າມຂອບ ຫຼື ຂອບຕົກ​ເຂົ້າໃນ. ສ້າງໃຫ້​ມີພື້ນທີ່ປອດໄພລະຫວ່າງເຄື່ອງຈັກ ແລະ ອັນຕະລາຍ.
    • ລະ​ບຸຄວາມອັນຕະລາຍຢູ່ທີ່ຖານຂອງທາງຄ້ອຍຊັນ. ຖ້າວ່າມີອັນຕະລາຍ, ໃຫ້ຕັດຫຍ້າຢູ່ທາງຄ້ອຍຊັນດ້ວຍເຄື່ອງຈັກ​ທີ່​ໃຊ້ຄົນຍ່າງຄວບ​ຄຸມ.
    • ຖ້າເປັນໄປໄດ້, ໃຫ້ປ່ອຍໜ່ວຍຕັດຕ່ຳລົງຢູ່ພື້ນດິນໃນຂະນະທີ່ປະຕິບັດຢູ່ຕາມທາງຄ້ອຍຊັນ. ການຍົກຫນ່ວຍຕັດຂຶ້ນໃນຂະນະທີ່ປະຕິບັດງານຕາມທາງຄ້ອຍຊັນສາມາດເຮັດໃຫ້ເຄື່ອງຈັກບໍ່ສະຖຽນ.

ຄວາມປອດໄພຫຼັງຈາກການປະຕິບັດງານ

  • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.
  • ປົດ ແລະ ປ່ອຍໜ່ວຍຕັດຕ່ຳລົງ
  • ໃສ່​ເບ​ຣກມື.
  • ມອດຈັກ ແລະ ຖອດກະແຈ.
  • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.
  • ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.
  • ເພື່ອຊ່ວຍ​ປ້ອງ​ກັນໄຟ​ໄໝ້, ໃຫ້​ແນ່​ໃຈ​ວ່າ​ໜ່ວຍ​ຕັດ, ເພົາ​ຂັບ​ເຄື່ອນ, ທໍ່​ເກັບ​ສຽງ, ຕະ​ແກງ​ທຳ​ຄວາມ​ເຢັນ ແລະ ສ່ວນ​ປະ​ກອບ​ຈັກ​ບໍ່​ມີ​ຫຍ້າ ແລະ ຂີ້​ເຫຍື້ອ​ສະ​ສົມ​ຄ້າງ​ຢູ່. ອະ​ນາ​ໄມນໍ້າມັນເຄື່ອງ ຫຼື ນໍ້າມັນເຊື້ອໄຟທີ່ກະເດັນອອກ.
  • ຢຸດການຂັບເຂົ້າໄປຫາ​ອັນ​ທີ່​ຕິດມາທຸກຄັ້ງທີ່ທ່ານກຳລັງລາກ ຫຼື ບໍ່ໃຊ້ເຄື່ອງຈັກ.
  • ຮັກສາ ແລະ ອະນາໄມສາຍ​ແອວ​ນິລະໄພຕາມທີ່ຈຳເປັນ.
  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເທິງເຄື່ອງໃຊ້ອື່ນໆ.

ຄວາມປອດໄພໃນການບຳລຸງຮັກສາ

  • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:
    • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.
    • ປົດ ແລະ ປ່ອຍໜ່ວຍຕັດຕ່ຳລົງ.
    • ໃສ່​ເບ​ຣກມື.
    • ມອດຈັກ ແລະ ຖອດກະແຈ.
    • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.
    • ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.
  • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງການປ້ອງກັນຕາ; ໂສ້ງຂາຍາວ ແລະ ເກີບກັນມື່ນ. ໃຫ້​ມື, ຕີນ, ເຄື່ອງ​ນຸ່ງ, ເຄື່ອງ​ປະ​ດັບ ແລະ ຜົມ​ທີ່​ຍາວ​ຢູ່​ຫ່າງ​ອອກ​ໄປ​ຈາກ​ສ່ວນ​ເຄື່ອນ​ໄຫວ.
  • ປ່ອຍໃຫ້ອົງປະກອບຂອງເຄື່ອງຈັກເຢັນກ່ອນປະຕິບັດການບຳລຸງຮັກສາ.
  • ຖ້າເປັນໄປໄດ້, ຢ່າດຳ​ເນີນການບຳລຸງຮັກສາໃນຂະນະທີ່ເຄື່ອງຈັກກຳລັງແລ່ນຢູ່. ຢູ່ຫ່າງຈາກຊິ້ນສ່ວນເຄື່ອນໄຫວ.
  • ໃຊ້ງານເຄື່ອງຈັກຢູ່ໃນສະຖານທີ່ບ່ອນມີການລະບາຍອາກາດດີເທົ່ານັ້ນ. ທາດອາຍເສຍມີ​ສານຄາບອນມໍນັອກຊາຍທີ່ເປັນອັນຕະລາຍ, ຖ້າຫາຍໃຈເຂົ້າ.
  • ຄ້ຳ​ເຄື່ອງ​ຈັກ​ດ້ວຍຂາກະລິກທຸກຄັ້ງທີ່ທ່ານເຮັດວຽກຢູ່ກ້ອງ​ເຄື່ອງ​ຈັກ.
  • ປ່ອຍຄວາມດັນຢ່າງລະມັດລະວັງຈາກສ່ວນປະກອບທີ່ມີພະລັງງານເກັບໄວ້.
  • ຮັກສາອາໄຫຼ່ທຸກອັນຂອງເຄື່ອງຈັກໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ຫັນສ່ວນ​ປະ​ກອບຕ່າງໆໃຫ້ແໜ້ນ.
  • ປ່ຽນສະ​ຫຼາກທີ່ຫ້ຽນ ຫຼື ເສຍຫາຍທັງໝົດ.
  • ເພື່ອຮັບປະກັນຄວາມປອດໄພ, ປະສິດທິພາບທີ່ດີທີ່ສຸດຂອງເຄື່ອງຈັກ, ໃຊ້ພຽງແຕ່ອາໄຫຼ່ຂອງແທ້ຂອງ Toro ເທົ່າ​ນັ້ນ. ການປ່ຽນອາໄຫຼ່ທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ ແລະ ການນຳໃຊ້ດັ່ງກ່າວສາມາດເຮັດ​ໃຫ້ການຮັບປະກັນສິນຄ້າເປັນ​ໂມ​ຄະ.
ຄວາມປອດໄພຂອງເຄື່ອງຈັກ
  • ມອດຈັກກ່ອນກວດການ້ຳມັນ ຫຼື ຕື່ມນ້ຳມັນເຄື່ອງໃສ່ຖັງຂໍ້ຫວ່ຽງ.
  • ຢ່າປ່ຽນແປງຄວາມ​ໄວຕົວບັນຊາ ຫຼື ເລັ່ງຄວາມໄວເຄື່ອງຈັກເກີນ.
ຄວາມປອດໄພຂອງລະບົບໄຟຟ້າ
  • ຕັດ​ເຊື່ອມ​ຕໍ່ແບັດເຕີຣີກ່ອນທີ່ຈະສ້ອມແປງເຄື່ອງຈັກ. ຕັດເຊື່ອມຕໍ່ສາຍຂົ້ວລົບກ່ອນ ແລະ ຂົ້ວບວກສຸດທ້າຍ. ເຊື່ອມຕໍ່ປາຍຂົ້ວບວກເຂົ້າກ່ອນ ແລະ ຂົ້ວລົບສຸດທ້າຍ.
  • ສາກແບັດເຕີຣີໃນບ່ອນທີ່ເປີດ, ມີອາກາດຖ່າຍເທດີ, ຫ່າງຈາກປະ​ກາຍໄຟ ແລະ ແປວໄຟ. ຖອດສາຍສາກໄຟກ່ອນທີ່ຈະເຊື່ອມຕໍ່ ຫຼື ຕັດ​ເຊື່ອມ​ຕໍ່ແບັດເຕີຣີ. ໃສ່ເຄື່ອງນຸ່ງປ້ອງກັນ ແລະ ໃຊ້ເຄື່ອງມືປ້ອງກັນ.
ຄວາມປອດໄພຂອງລະບົບເຮັດຄວາມເຢັນ
  • ການກືນກິນນ້ຳຢາທຳ​ຄວາມເຢັນສາ​ມາດ​ເກີດເປັນພິດໄດ້; ໃຫ້ເກັບ​ໄວ້​ຫ່າງໄກຈາກເດັກນ້ອຍ ແລະ ສັດລ້ຽງ.
  • ການປ່ອຍ​ນ້ຳ​ຢາ​ທຳຄວາມເຢັນທີ່ມີ​ຄວາມ​ດັນ ແລະ ຮ້ອນ ແລະ ການຈັບ​ໝໍ້​ນ້ຳ​ທີ່​ຮ້ອນ ແລະ ສ່ວນທີ່ຢູ່ອ້ອມຮອບສາມາດເຮັດໃຫ້ເກີດມີການ​ໄໝ້ຮຸນແຮງໄດ້.
    • ປ່ອຍໃຫ້ເຄື່ອງຈັກເຢັນລົງຢ່າງໜ້ອຍ 15 ນາທີກ່ອນທີ່ຈະເປີດຝາໝໍ້ນ້ຳ.
    • ໃຊ້ຜ້າແພເມື່ອເປີດຝາໝໍ້ນ້ຳ, ແລະ ເປີດຝາຄ່ອຍໆເພື່ອໃຫ້ອາຍນ້ຳໄຫຼອອກ.
ຄວາມປອດໄພຂອງລະບົບໄຮໂດຼລິກ
  • ຂໍ​ການ​ປິ່ນ​ປົວ​ທາງ​ການ​ແພດ​ທັນ​ທີ, ຖ້າມີການສີດຂອງ​ແຫຼວເຂົ້າໄປໃນຜິວໜັງ. ຂອງ​ແຫຼວ​ທີ່​ສີດເຂົ້າຕ້ອງໄດ້ຮັບການຜ່າຕັດເອົາ​ອອກ​ໂດຍ​ທ່ານ​ໝໍພາຍໃນສອງ​ສາມຊົ່ວໂມງ.
  • ໃຫ້​ແນ່​ໃຈ​ວ່າທໍ່ ແລະ ສາຍເຊື່ອມຕໍ່ຂອງ​ແຫຼວໄຮໂດຼລິກທັງໝົດຢູ່ໃນສະພາບດີ ແລະ ທຸກໆການເຊື່ອມຕໍ່ໄຮໂດຼລິກ ແລະ ອຸປະກອນຕ່າງໆແໜ້ນກ່ອນທີ່ຈະນຳໃຊ້ຄວາມກົດດັນຕໍ່ລະບົບໄຮໂດຼລິກ.
  • ຮັກສາຮ່າງກາຍ ແລະ ມືຂອງທ່ານໃຫ້ຢູ່ຫ່າງຈາກການຮົ່ວໄຫຼຂອງຮູ ຫຼື ຫົວສີດທີ່​ປ່ອຍຂອງ​ແຫຼວໄຮໂດຼລິກຄວາມດັນສູງອອກ​ມາ.
  • ໃຊ້ເຈ້ຍ​ແຂງ ຫຼື ເຈ້ຍເພື່ອຊອກຫາການຮົ່ວຂອງໄຮໂດຼລິກ.
  • ຜ່ອນ​ແຮງດັນທັງ​ໝົດໃນລະບົບໄຮໂດຼລິກລົງຢ່າງປອດໄພກ່ອນທີ່ຈະປະຕິບັດວຽກງານໃດໜຶ່ງໃນລະບົບໄຮໂດຼລິກ.
ຄວາມປອດໄພຂອງໃບມີດ
  • ໃບມີດ ຫລື ມີດນອນທີ່ຫ້ຽນ ຫຼື ເສຍຫາຍສາມາດແຕກຫັກ ແລະ ຊິ້ນສ່ວນສາມາດກະເດັນໃສ່ທ່ານ ຫຼື ຜູ້ທີ່ຢູ່ຂ້າງນອກ, ເຊິ່ງກໍ່ໃຫ້ເກີດການບາດເຈັບສາ​ຫັດ​ຕໍ່ບຸກ​ຄົນ ຫຼື ເສຍຊີວິດໄດ້.
  • ກວດກາໃບມີດ ແລະ ແຜ່ນຕັດເປັນໄລ​ຍະວ່າ​ມີ​ຄວາມຫ້ຽນ ຫຼື ເສຍຫາຍບໍ່.
  • ໃຊ້ຄວາມລະມັດລະວັງເມື່ອກວດເບິ່ງໃບມີດ. ໃສ່ຖົງມື ແລະ ໃຊ້ຄວາມ​ລະ​ມັດ​ລະ​ວັງເມື່ອບຳລຸງຮັກສາ​ພວກມັນ. ປ່ຽນ ຫຼື ໝູນໃບມີດ ແລະ ແຜ່ນມີດກັບເທົ່າ​ນັ້ນ; ຢ່າບິດໃຫ້ຊື່ ຫຼື ເຊື່ອມຈອດພວກມັນ.
  • ຢູ່ໃນເຄື່ອງທີ່ມີຫຼາຍໜ່ວຍຕັດ, ຄວນລະມັດລະວັງເມື່ອ​ໝູນໜ່ວຍ​ຕັດ; ມັນສາມາດເຮັດໃຫ້ກຽວໃນໜ່ວຍຕັດອື່ນໆໝູນໄດ້.

ຄວາມປອດໄພໃນການເກັບຮັກສາ

  • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:
    • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.
    • ປົດ ແລະ ປ່ອຍໜ່ວຍຕັດຕ່ຳລົງ.
    • ໃສ່​ເບ​ຣກມື.
    • ມອດຈັກ ແລະ ຖອດກະແຈ.
    • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.
    • ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.
  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

ປ້າຍ​ສະ​ຫຼາກ​ຄວາມ​ປອດ​ໄພ ແລະ ແນະ​ນຳ

Image
ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.
ສັນຍາລັກຂອງແບັດເຕີຣີ
ສັນຍາລັກບາງອັນ ຫຼື ທັງໝົດເຫຼົ່ານີ້ຢູ່ໃນແບັດ​ເຕີ​ຣີຂອງທ່ານ.
Graphic
s_batterysymbols2
  1. ອັນຕະລາຍຈາກການລະເບີດ
  2. ບໍ່ໃຫ້ມີໄຟ, ແປວໄຟ ຫຼື ສູບຢາ
  3. ອັນຕະລາຍຈາກການເຜົາໄໝ້ທາດແຫຼວ ຫຼື ສານເຄມີ
  4. ໃສ່ເຄື່ອງປ້ອງກັນຕາ.
  5. ອ່ານຄູ່ມືຜູ້ໃຊ້.
  6. ໃຫ້ຜູ້ຢູ່ໃກ້ຄຽງຢູ່ຫ່າງຈາກແບັດເຕີຣີ.
  7. ໃສ່ເຄື່ອງປ້ອງກັນຕາ; ທາດອາຍພິດລະເບີດສາມາດເຮັດໃຫ້ຕາບອດ ແລະ ບາດເຈັບອື່ນໆໄດ້.
  8. ອາຊິດແບັດເຕີຣີສາມາດເຮັດໃຫ້ຕາບອດ ຫຼື ບາດແຜຮຸນແຮງໄດ້.
  9. ລ້າງຕາດ້ວຍນ້ຳທັນ​ທີ ແລະ ຮີບໄປຫາແພດໂດຍດ່ວນ.
  10. ມີສານຊືນ; ຫ້າມຖິ້ມ
Decal Part: 93-6696
Graphic
s_decal93-6696
  1.  ອັນຕະລາຍຂອງພະລັງງານທີ່​ເກັບ​ໄວ້—ອ່ານຄູ່ມືຜູ້​ໃຊ້.
Decal Part: 93-7272
Graphic
s_decal93-7272
  1.  ອັນຕະລາຍຈາກການຕັດ/ການສູນເສຍອາໄວຍະວະ; ພັດລົມ—ໃຫ້ຢູ່ຫ່າງຈາກສ່ວນທີ່ເຄື່ອນທີ່.
Decal Part: 106-6754
Graphic
s_decal106-6754
  1.  ຄຳເຕືອນ – ຢ່າຈັບບາຍພື້ນຜິວທີ່ຮ້ອນ.
  2.  ອັນຕະລາຍຈາກການຕັດ/ການສູນເສຍອາໄວຍະວະ; ພັດລົມ; ອັນຕະລາຍຈາກສິ່ງກີດຂວາງ, ສາຍແອວ – ໃຫ້ຢູ່ຫ່າງຈາກສ່ວນທີ່ເຄື່ອນທີ່.
Decal Part: 106-6755
Graphic
s_decal106-6755
  1.  ນ້ຳ​ຢາ​ທຳຄວາມເຢັນເຄື່ອງຈັກມີຄວາມດັນ.
  2.  ອັນຕະລາຍຈາກການລະເບີດ—ອ່ານຄູ່​ມື​ຜູ້​ໃຊ້.
  3.  ຄຳເຕືອນ—ຢ່າຈັບບາຍພື້ນຜິວທີ່ຮ້ອນ.
  4.  ຄຳ ເຕືອນ—ອ່ານຄູ່ມືຜູ້​ໃຊ້.
Decal Part: 110-9642
Graphic
s_decal110-9642
  1.  ອັນຕະລາຍຂອງພະລັງງານທີ່​ເກັບ​ໄວ້—ອ່ານຄູ່ມືຜູ້​ໃຊ້.
  2.  ຍ້າຍສະ​ຫຼັກ​ຂັດໄປຫາຮູທີ່ຢູ່ໃກ້ກັບຂາຍຶດ ແລະ ຫຼັງຈາກນັ້ນເອົາແຂນຍົກ ແລະ ແຂນເດືອຍອອກ.
Decal Part: 120-4158
Graphic
s_decal120-4158
  1.  ອ່ານຄູ່ມືຜູ້ໃຊ້.
  2.  ເຄື່ອງຈັກ—ຕິດ​ຈັກ
  3.  ເຄື່ອງຈັກ—ອຸ່ນເຄື່ອງ
  4.  ເຄື່ອງຈັກ—ມອດ
Decal Part: 127-2470
Graphic
s_decal127-2470
Decal Part: 133-2930
Graphic
s_decal133-2930
  1. ຄຳເຕືອນ—ຢ່ານຳ​ໃຊ້ເຄື່ອງຈັກນີ້, ເວັ້ນເສຍແຕ່ວ່າທ່ານໄດ້ຮັບການຝຶກອົບຮົມແລ້ວ.
  2. ຄຳເຕືອນ—ໃສ່ເຄື່ອງປ້ອງກັນສຽງ.
  3. ອັນຕະລາຍຈາກວັດຖຸທີ່ຟົ້ງອອກ—ໃຫ້ຄົນຢູ່ໃກ້ຄຽງຢູ່ນອກພື້ນທີ່ປະຕິບັດງານ.
  4. ອັນຕະລາຍຂອງການງ່ຽງ—ຂັບຊ້າໆເມື່ອລ້ຽວ; ຢ່າລ້ຽວໄວໃນເວລາເດີນທາງໄວ; ພຽງແຕ່ຂັບຂີ່ເທິງທາງຄ້ອຍຊັນດ້ວຍ​ການ​ໃຫ້ໜ່ວຍຕັດຕໍ່າລົງ; ຄວນໃສ່ເຂັມຂັດນີລະໄພຕະຫຼອດເວລາ.
  5. ຄຳເຕືອນ—ຢ່າຈອດລົດຢູ່ທາງຄ້ອຍຊັນ; ໃສ່ເບຣກມື, ປ່ອຍໜ່ວຍຕັດຕ່ຳລົງ, ມອດຈັກ ແລະ ຖອດກະແຈຕິດ​ຈັກອອກກ່ອນທີ່ຈະອອກຈາກເຄື່ອງຈັກ.
  6. ຄຳເຕືອນ—ອ່ານ ຄູ່ມືຜູ້​ໃຊ້;ຢ່າລາກເຄື່ອງຈັກ.
Decal Part: 133-2931
ເຄື່ອງ​ຈັກ CE
Graphic
s_decal133-2931
Note: ເຄື່ອງຈັກນີ້ປະຕິບັດຕາມການທົດສອບຄວາມສະຖຽນລະພາບຕາມມາດຕະຖານອຸດສາຫະກຳໃນການທົດສອບດ້ານຂ້າງ ແລະ ທາງຍາວແບບຄົງທີ່ກັບທາງຄ້ອຍສູງສຸດທີ່ແນະນຳທີ່ຊີ້ບອກຢູ່ເທິງສະຫຼາກ. ທົບທວນຄຳແນະນຳສຳລັບການປະຕິບັດງານເຄື່ອງຈັກຢູ່ເທິງທາງຄ້ອຍຊັນໃນຄູ່ມືຜູ້​ໃຊ້, ພ້ອມທັງເງື່ອນໄຂຕ່າງໆທີ່ທ່ານຈະໃຊ້​ງານເຄື່ອງຈັກເພື່ອກຳນົດວ່າທ່ານສາມາດໃຊ້​ງານເຄື່ອງຈັກໄດ້ໃນສະ​ພາບໃນມື້ນັ້ນ ແລະ ຢູ່ບ່ອນນັ້ນ. ການປ່ຽນແປງຂອງພູມສັນຖານສາມາດສົ່ງຜົນໃຫ້ມີການປ່ຽນແປງໃນການປະຕິບັດງານໃນທາງຄ້ອຍຊັນສຳລັບເຄື່ອງຈັກ. ຖ້າເປັນໄປໄດ້, ໃຫ້ໜ່ວຍຕັດຕ່ຳລົງຢູ່ພື້ນດິນໃນຂະນະທີ່ນຳ​ໃຊ້ເຄື່ອງຈັກຢູ່ຕາມທາງຄ້ອຍຊັນ. ການຍົກຫນ່ວຍຕັດຂຶ້ນໃນຂະນະທີ່ປະຕິບັດງານຕາມທາງຄ້ອຍຊັນສາມາດເຮັດໃຫ້ເຄື່ອງຈັກບໍ່ສະຖຽນ.
  1. ຄຳເຕືອນ—ອ່ານຄູ່ມືຜູ້​ໃຊ້; ຢ່າໃຊ້ເຄື່ອງຈັກນີ້, ເວັ້ນເສຍແຕ່ວ່າທ່ານໄດ້ຮັບການຝຶກອົບຮົມແລ້ວ.
  2. ຄຳເຕືອນ—ໃສ່ເຄື່ອງປ້ອງກັນສຽງ.
  3. ອັນຕະລາຍຈາກວັດຖຸທີ່ຟົ້ງ​ອອກ—ໃຫ້ຜູ້ຄົນທີ່ໃກ້ຄຽງຫ່າງອອກໄປ.
  4. ອັນຕະລາຍຂອງ​ການ​ງ່ຽງ—ຢ່າຂັບຂ້າມ ຫຼື ລົງຄ້ອຍສູງກວ່າ 15 ອົງສາ; ພຽງແຕ່ຂັບຂີ່ເທິງທາງຄ້ອຍທີ່ມີໜ່ວຍຕັດຕໍ່າລົງເທົ່ານັ້ນ; ຄວນໃສ່ເຂັມຂັດນີລະໄພຕະຫຼອດເວລາ.
  5. ຄຳເຕືອນ—ຢ່າຈອດລົດຢູ່ທາງຄ້ອຍຊັນ; ໃສ່ເບຣກມື, ປ່ອຍໜ່ວຍຕັດຕ່ຳລົງ, ມອດຈັກ ແລະ ຖອດກະແຈຕິດ​ຈັກອອກກ່ອນທີ່ຈະອອກຈາກເຄື່ອງຈັກ.
  6. ຄຳເຕືອນ—ອ່ານ ຄູ່ມືຜູ້​ໃຊ້;ຢ່າລາກເຄື່ອງຈັກ.
Decal Part: 133-8062
Graphic
s_decal133-8062
Decal Part: 136-2159
Graphic
s_decal136-2159
  1.  ເຄື່ອນ​ເບາະ​ນັ່ງ​ລົງ
  2.  ເລື່ອນ​ເບາະ​ນັ່ງ​ໄປ​ທາງ​ໜ້າ
  3.  ໝູນ​ເບາະ​ນັ່ງ
Decal Part: 136-3702
Graphic
s_decal136-3702
  1.  ຄຳ​ເ​ຕືອນ​—ອ່ານຄູ່​ມື​ຜູ້​ໃຊ້; ໃສ່​ສາຍ​ແອວ​ນິ​ລະ​ໄພ; ຢ່າ​ຖອດ​ຄານ​ກັນ​ປີ້ນ​ອອກ.
  2.  ຄຳເຕືອນ—ຢ່າແກ້​ໄຂ​ຄານ​ກັນ​ປີ້ນ.
Decal Part: 136-3731
Graphic
s_decal136-3731
  1. ອ່ານຄູ່ມືຜູ້ໃຊ້.
  2. ໃສ່ເຄື່ອງປ້ອງກັນຕາ
  3. ບໍ່ໃຫ້ມີໄຟ, ແປວໄຟ ຫຼື ສູບຢາ
  4. ກັນຜູ້ທີ່ຢູ່ຂ້າງນອກໃຫ້​ຢູ່​ໄກ
  5. ອັນຕະລາຍຈາກການເຜົາໄໝ້ທາດແຫຼວ ຫຼື ສານເຄມີ
  6. ອັນຕະລາຍຈາກການລະເບີດ
  7. ມີສານຊືນ; ຫ້າມຖິ້ມ
Decal Part: 136-3732
Graphic
s_decal136-3732
  1.  ຄວາມເປັນພິດຮຸນແຮງ
  2.  ອັນ​ຕະ​ລາຍຈາກ​ການ​ສູດ​ດົມ​ເຂົ້າ
  3.  ແກ໊ສສາ​ມາດ​ຕິດ​ໄຟ​ໄດ້
  4.  ເຮັດ​ໃຫ້​ໂລ​ຫະ​ເຂົ້າ​ໝ້ຽງ/ການ​ກັດຜິວ​ໜັງ
  5.  ຄວາມເປັນພິດຕໍ່​ສິ່ງ​ແວດ​ລ້ອມ
Decal Part: 137-8127
Graphic
s_decal137-8127
  1.  ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່—ຢ່າສີດ​ພົ່ນ​ດ້ວຍ​ນ້ຳທີ່​ມີ​ຄວາມ​ດັນສູງ.
Decal Part: 145-2498
Graphic
s_decal145-2498
  1.  ຖ່າຍ​ທອດກຳລັງໄຟ TEC
  2.  ຖ່າຍ​ທອດກຳລັງໄຟຟ້າ
  3.  ອ່ານຄູ່​ມື​ຜູ້​ໃຊ້ສຳລັບຂໍ້ມູນຟີວ.
  4.  ການ​ຖ່າຍ​ທອດການ​ຕິດຈັກ
  5.  ເຄື່ອງ​ຄວບ​ຄຸມກຳລັງໄຟ TEC
  6.  ໄຟ​ຟ້າ​ຕາມ​ລຳ​ດັບ​ຂັ້ນ​ຕອນ
  7.  ສະວິດກະແຈ
  8.  ເຄື່ອງ​ຄວບ​ຄຸມກຳລັງໄຟ TEC
  9.  ຕັ່ງ​ລົມ
  10.  ພະ​ລັງ​ງານໄຟ​ຟ້າ
  11.  ເຄື່ອງ​ຄວບ​ຄຸມກຳລັງໄຟ TEC
  12.  ໄຟໜ້າ
  13.  ເຄື່ອງ​ຄວບ​ຄຸມກຳລັງໄຟ TEC
  14.  ຈຸດ​ກະ​ຈາຍໄຟ​ຟ້າ USB
Decal Part: 145-2549
Graphic
s_decal145-2549
  1.  ເບ​ຣກມື
  2.  ຄວບ​ຄຸມ​ການ​ຂັບ​ເລາະ​ໄປ
  3.  ປ່ອຍໜ່ວຍຕັດຕ່ຳລົງ
  4.  ໄວ
  5.  ຊ້າ
  6.  ຍົກໜ່ວຍຕັດຂຶ້ນ
  7.  PTO—ປິດ
  8.  PTO—ເປີດ
  9.  ອ່ານຄູ່ມືຜູ້ໃຊ້.
Decal Part: 145-2572
Graphic
s_decal145-2572
  1. ອ່ານຄູ່​ມື​ຜູ້​ໃຊ້ສຳລັບຂໍ້​ມູນ​ນ້ຳ​ມັນຫຼໍ່​​ລື່ນ.
  2. ກວດ​ສອບທຸກໆ 8 ຊົ່ວ​ໂມງ.
  3. ໜ້າ​ທີ່​ຂອງ​ເບ​ລກ
  4. ນ້ຳ​ມັນ​ໄຮ​ໂດຼ​ລິກ
  5. ແຮງ​ດັນ​ລົມ​ຢາງ
  6. ໝໍ້​ກອງອາ​ກາດເຄື່ອງຈັກ
  7. ນ້ຳ​ມັນ​ເຄື່ອງ
  8. ສາຍ​ພານ​ພັດ​ລົມ
  9. ແບັດເຕີຣີ
  10. ຕະ​ແກງ​ໝໍ້​ນ້ຳ
  11. ນຳ​ຢາ​ທຳ​ຄວາມ​ເຢັນ​ເຄື່ອງ​ຈັກ
  12. ລະ​ດັບ​ນ້ຳ​ມັນ​ເຄື່ອງ
  13. ນ້ຳ​ມັນ
  14. ອ່ານຄູ່ມືຜູ້ໃຊ້.
  15. ໝໍ້ແຍກນ້ຳມັນ/ນ້ຳ
  16. ຂອງ​ແຫຼວ
  17. ຄວາມ​ຈຸ
  18. ຊ່ວງ​ຂອງ​ຂອງ​ແຫຼວ (ເປັນ​ຊົວ​ໂມງ)
  19. ຊ່ວງ​ຂອງ​ໝໍ້​ກອງ (ເປັນ​ຊົວ​ໂມງ)
Decal Part: 147-0287
Graphic
s_decal147-0287
  1.  ບິດໄປທີ່ 2.82 ເຖິງ 3.16 N∙m (25 ເຖິງ 28 in-lb).

 
 
 
ການຕັ້ງ
 

  1. ຈອດເຄື່ອງຈັກຢູ່ໃນພື້ນບ່ອນພຽງ​ໄດ້​ລະ​ດັບ, ປ່ອຍໜ່ວຍຕັດຕ່ຳລົງ ແລະ ໃສ່ເບ​ຣກມື.
  2. ມອດຈັກ, ຖອດກະແຈອອກ ແລະ ລໍຖ້າທຸກ​ສ່ວນ​ເຄື່ອນ​ໄຫວຢຸດ.
  3. ກວດເບິ່ງຄວາມດັນລົມຂອງຢາງລົດກ່ອນ​ໃຊ້.
    Note: ສູບ​ລົມຢາງ​ຫຼາຍເກີນໄປສຳລັບການຂົນສົ່ງ. ປັບຄວາມ​ດັນ​ລົມ​ຢ່າງ​ກ່ອນ​ໃຊ້​ງານ​ເຄື່ອງ​ຈັກ.
  4. ກວດເບິ່ງລະດັບນ້ຳມັນໄຮໂດຼລິກ.
  5. ການ​ໃສ່​ນ້ຳ​ມັນ​ກະ​ແລັດ​ເຄື່ອງ​ຈັກ.
    Important  
    ການ​ບໍ່ໃສ່ນ້ຳ​ມັນ​ກະ​ແລັດ​ເຄື່ອງ​ຈັກຢ່າງ​ຖືກ​ຕ້ອງ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ຂັດ​ຂ້ອງ​ຂອງ​ອາ​ໄຫຼ​ສຳ​ຄັນ​ໄວ​ກວ່າ​ກຳ​ນົດ.
     
  6. ເປີດຝາກະໂປ່ງ ແລະ ກວດເບິ່ງລະ​ດັບ​ນ້ຳ​ຢາ​ທຳ​ຄວາມ​ເຢັນ.
  7. ກວດເບິ່ງລະດັບນ້ຳ​ມັນ​ເຄື່ອງ​ຈັກ, ແລ້ວປິດ ແລະ ໃສ່​ສະ​ຫຼັກກະ​ໂປ່ງ.
    Note: ເຄື່ອງຈັກຈັດ​ສົ່ງ​ມາ​ພ້ອມ​ກັບ​ນ້ຳ​ມັນ​ເຄື່ອງຢູ່​ໃນເຕົ້າ​ຂໍ້​ຫວ່ຽງ; ເຖິງ​ແນວ​ໃດ​ກໍ​ຕາມ, ໃຫ້ກວດ​ເບິ່ງ​ລະ​ດັບ​ນ້ຳ​ມັນ​ເຄື່ອງຫຼັງ​ຈາກຕິດຈັກ​ເທື່ອ​ທຳ​ອິດ.
    Graphic
    G402679
  1. ມາຍນັອດ 2 ອັນທີ່ຮັດ​ຄັນ​ບັງ​ຄັບເພື່ອໃຫ້ເຂົ້າກັບຫ່ວງ​ໜີບ.
  2. ປັບຄັນ​ບັງ​ຄັບໃຫ້ຢູ່ໃນຕຳແໜ່ງທີ່ຕ້ອງການຂອງ​ທ່ານ ແລະ ຫັນ​ນັອດ 2 ອັນໃຫ້ແໜ້ນ.
ອາ​ໄຫຼ່​ທີ່​ຕ້ອງ​ການ
5
ໜ່ວຍຕັດ
ການ​ກະ​ກຽມ​ເຄື່ອງ​ຈັກ
Warning
ຖ້າ​ຫາກ​ທ່ານບໍ່​ຕັດ​ໄຟໜ່ວຍ​ຕັດ, ບາງ​ຄົນ​ອາດ​ຈະ​ເລີ່ມ​ໃຊ້​ງານ​ໜ່ວຍ​ຕັດ​ໂດຍບໍ່​ໄດ້​ຕັ້ງ​ໃຈ, ເຊິ່ງ​ສາ​ມາດ​ສົ່ງ​ຜົນ​ເຖິງ​ການ​ເສຍຊີ​ວິດ ຫຼື ການ​ບາດ​ເຈັບ​ທີ່​ຮຸນ​ແຮງ​ຕໍ່​ມື ແລະ ຕີນໄດ້.
ຕ້ອງແຍກຂົ້ວຕໍ່ຕົວ​ຕັດ​ໄຟ​ກ່ອນ​ການ​ໃຊ້​ງານ​ໜ່ວຍ​ຕັດຢູ່​ສະ​ເໝີ.
 
  1. ປົດ​ສະ​ຫຼັກ , ອຽງ​ເປີດ ແລະ ຄ້ຳ​ຖານ​ເບາະ​ນັ່ງ​ດ້ວຍແທ່ງ​ເຫຼັກ​ຄ້ຳ.
    Graphic
    G437876
  2. ຖອດປ​ລັກ​ຕົວ​ເຊື່ອມ​ຕໍ່​ລະ​ບົບ 48 V ອອກ​ຈາກສາຍ​ຕໍ່​ພ່ວງ​ຕັດ​ເຊື່ອມ​ຕໍ່ແບັດ​ເຕີ​ຣີ .
    Graphic
    G437957
  3. ຢູ່​ທີ່​ແຕ່​ລະ​ແຂນ​ຍົກ​ໜ່ວຍ​ຕັດ, ເອົາ​ເຂັມ​ຂັດ​ ທີ່​ຍຶດ​ຝາ​ປິດ ໃສ່​ຂາ​ຄ້ຳແກນ​ໝູນ​ອອກ ແລະ ເອົາ​ຝາ​ປິດ​ອອກ.
    Important  
    ຮັກ​ສາຝາ​ປິດໄວ້​ສຳ​ລັບ​ການ​ຕິດ​ຕັ້ງ​ພາຍ​ຫຼັງ.
     
    Graphic
    G437958
ການກະ​ກຽມໜ່ວຍ​ຕັດ
    Graphic
    G402693
  1. ຖອດໜ່ວຍຕັດອອກຈາກກ່ອງ. ປະກອບ ແລະ ປັບພວກ​ມັນຕາມທີ່ໄດ້ອະທິບາຍໄວ້ໃນຄູ່ມືຜູ້​ໃຊ້ໜ່ວຍ​ຕັດ.
  2. ຕິດ​ຕັ້ງ​ຕົວ​ຖ່ວງ​ນ້ຳ​ໜັກ ໃສ່ປາຍ​ດ້ານ​ເໝາະ​ສົມ​ຂອງ​ໜ່ວຍ​ຕັດ​ດັ່ງ​ສະ​ແດງ​ໃຫ້​ເຫັນ.
  3. Graphic
    G402694
  4. ໃສ່​ນ້ຳ​ມັນ​ກະ​ແລັດ​ເພົາ​ກອບ​ບັນ​ຈຸ .
  5. ເຮັດຊ້ໍາຄືນຂັ້ນຕອນນີ້ສຳ​ລັບໜ່ວຍ​ຕັດອື່ນ.
ການຈັດ​ຕຳ​ແໜ່ງສະ​ປ​ຣິງປັບການຕັດຫຍ້າ
ໜ່ວຍຕັດ 2 ແລະ 4
Graphic
G402717
  1. ໜ່ວຍຕັດ 1
  2. ໜ່ວຍຕັດ 2
  3. ໜ່ວຍຕັດ 3
  4. ໜ່ວຍຕັດ 4
  5. ໜ່ວຍຕັດ 5
  6. ມໍ​ເຕີ້ກົງ​ໝູນ
  7. ນໍ້າໜັກ
    Graphic
    G402718
  1. ຖ້າ​ກິບ​ໜີບ ຖືກ​ຕິດ​ຕັ້ງ​ໄວ້​ຢູ່​ໃນ​ຮູ​ດ້ານ​ຫຼັງ​ຂອງ​ແກນ​ສະ​ປ​ຣິງ​ປັບ, ໃຫ້​ເອົາ​ກິບ​ໜີບ​ອອກ ແລະ ເອົາ​ມັນ​ໃສ່​ເຂົ້າ​ໄປ​ໃນ​ຮູ​ຕໍ່​ໜ້າ​ຂາ​ຄ້ຳ.
  2. Graphic
    G402719
  3. ເອົາ​ນັອດ​ລັອກ​ຕົວ​ແມ່​ໜ້າ​ແປນ 2 ຕົວ (⅜ ນິ້ວ) ແລະ ນັອດ​ຕົວ​ຜູ້ຮອງ​ຮັບ 2 ຕົວ (⅜ x 1-¼ ນິ້ວ) ທີ່​ຍຶດ​ຂາ​ຄ້ຳ​ຕົວ​ປັບ​ທົ່ງ​ຫຍ້າ ໃສ່​ກອບ​ໜ່ວຍ​ຕັດ​ອອກ
  4. Graphic
    G402720
  5. ເອົານັອດລັອກ​ຕົວແມ່​ໜ້າ​ແປນ (⅜ ນິ້ວ) ທີ່​ຍຶດ​ນັອດຕົວ​ຜູ້ ໃສ່​ແຜ່ນ​ເບື້ອງ​ຂວາ ຂອງກອບຮອງ​ຮັບອອກ ແລະ ເອົາ​ສະ​ປ​ຣິງ​ປັບ​ອອກ​ຈາກ​ໜ່ວຍ​ຕັດ.
    Note: ຢ່າເອົານັອດ​ຕົວ​ແມ່ແຂ້ວ​ໜ້າ​ແປນອອກຈາກນັອດ​ຕົວ​ຜູ້.
  6. Graphic
    G402721
  7. ປະ​ກອບ​ນັອດຕົວ​ຜູ້ ຂອງ​ສະ​ປ​ຣິງ​ປັບການ​ຕັດ​ຫຍ້າ​ໃສ່​ແຜ່ນ​ເບື້ອງ​ຂວາ ຂອງກອບ​ຮອງ​ຮັບ ດ້ວຍນັອດລັອກແມ່​ໜ້າ​ແປນ (⅜ ນິ້ວ) .
  8. Graphic
    G402722
  9. ຈັດລຽນຮູຢູ່​ໃນຂາຄ້ຳ​ຕົວ​ປັບ​ທົ່ງ​ຫຍ້າດ້ວຍຮູ​ຢູ່​ໃນໂຄງ​ໜ່ວຍ​ຕັດ.
    Note: ຫ່ວງ​ຄ້ຳ​ຂອງ​ຕົວ​ນຳ​ທາງ​ທໍ່​ຈັດ​ລຽນ​ໄປ​ຍັງໃຈ​ກາງ​ຂອງ​ເຄື່ອງ​ຈັກ .
  10. ປະ​ກອບ​ຂາ​ຄ້ຳຕົວ​ປັບ​ທົ່ງ​ຫຍ້າ ໃສ່​ໂຄງ​ໜ່ວຍ​ຕັດ​ດ້ວຍ​ນັອດ​ຕົວ​ຜູ້​ຮອງ​ຮັບ 2 ຕົວ (⅜ x 1-¼ ນິ້ວ) ແລະ ນັອດ​ຕົວ​ແມ່​ໜ້າ​ແປນ 2 ຕົວ (⅜ ນິ້ວ) .
  11. ບິດ​ນັອດ​ລັອກຕົວ​ແມ່ ແລະ ນັອດ​ຕົວ​ຜູ້ໃຫ້​ໄດ້ 37 ຫາ 45 N∙m (27 ຫາ 33 ft-lb).
  12. ເຮັດຊ້ໍາຄືນຂັ້ນຕອນນີ້ສຳ​ລັບໜ່ວຍ​ຕັດອື່ນ.
ການຕິດຕັ້ງໜ່ວຍຕັດດ້ານ​ໜ້າໃສ່ແຂນ​ຍົກ
    Graphic
    G402695
  1. ຕິດຕັ້ງໜ່ວຍຕັດດ້ານ​ໜ້າໃສ່ແຂນ​ຍົກຕາມ​ທີ່​ສະ​ແດງ​ໄວ້.
  2. ລັອກ​ແກນ​ໝູນ​ໜ່ວຍ​ຕັດ​ສຳ​ລັບ​ການ​ຕັດ​ຫຍ້າ​ໃນ​ດ້ານ​ເປີ້ນ​ພູ.
ການຕິດຕັ້ງໜ່ວຍຕັດດ້ານຫຼັງໃສ່ແຂນ​ຍົກ
ໜ່ວຍຕັດໄດ້​ປັບ​ສຳ​ລັບ 1.2 ຊມ (¾ ນິ້ວ) ຫຼື ຄວາມສູງຂອງການຕັດສູງ​ຂຶ້ນ
    Graphic
    G402695
  1. ຕິດຕັ້ງໜ່ວຍຕັດດ້ານ​ຫຼັງໃສ່ແຂນ​ຍົກຕາມ​ທີ່​ສະ​ແດງ​ໄວ້.
  2. ລັອກ​ແກນ​ໝູນ​ໜ່ວຍ​ຕັດ​ສຳ​ລັບ​ການ​ຕັດ​ຫຍ້າ​ໃນ​ດ້ານ​ເປີ້ນ​ພູ.
ການຕິດຕັ້ງໜ່ວຍຕັດດ້ານຫຼັງໃສ່ແຂນ​ຍົກ
ໜ່ວຍຕັດໄດ້​ປັບ​ສຳ​ລັບ 1.2 ຊມ (¾ ນິ້ວ) ຫຼື ຄວາມສູງຂອງການຕັດ​ຕ່ຳ​ລົງ
    Graphic
    G402723
  1. ຖອດສະ​ຫຼັກ​ດຶງ ແລະ ແຫວນຮອງ ທີ່ຍຶດຂາ​ຄ້ຳ​ແກນ​ໝູນ ໃສ່ແຂນຍົກ ແລະ ເລື່ອນເພົາອອກຈາກແຂນຍົກ.
  2. Graphic
    G402724
  3. ປະ​ກອບຂາ​ຄ້ຳ​ແກນ​ໝູນ ໃສ່ເພົາຂອງເພົາກອບບັນຈຸ .
  4. ປະ​ກອບ​ຝາ​ປິດ ໃສ່​ຂາ​ຄ້ຳ​ແກນ​ໝູນ ແລະ ຈັດ​ລຽນ​ຮູ​ຢູ່​ໃນ​ເພົາ​ກອບ​ບັນ​ຈຸ, ຂາ​ຄ້ຳ​ແກນ​ໝູນ ແລະ ຝາ​ປິດ.
  5. ຍຶດຂາ​ຄ້ຳແກນ​ໝູນ ແລະ ຝາ​ປິດໃສ່ເພົາ​ກອບ​ບັນ​ຈຸ​ດ້ວຍເຂັມ​ຂັດ .
  6. ລັອກ​ແກນ​ໝູນ​ໜ່ວຍ​ຕັດ​ສຳ​ລັບ​ການ​ຕັດ​ຫຍ້າ​ໃນ​ດ້ານ​ເປີ້ນ​ພູ.
  7. ເລື່ອນ​ໜ່ວຍ​ຕັດ​ໄປ​ກ້ອງ​ແຂນ​ຍົກ.
  8. Graphic
    G402725
  9. ໃສ່ຂາ​ຄ້ຳ​ແກນ​ໝູນເຂົ້າໄປໃນແຂນຍົກ ແລະ ຍຶດ​ເພົາແຂນ​ຍົກ ໃສ່​ແຂນຍົກ​ດ້ວຍ​ສະ​ຫຼັກ​ດຶງ ແລະ ແຫວນຮອງ .
  10. ເຮັດຊ້ໍາຄືນຂັ້ນຕອນນີ້ສຳ​ລັບໜ່ວຍ​ຕັດດ້ານ​ຫຼັງ.
ການລັອກ​ແກນ​ໝູນ​ໜ່ວຍ​ຕັດ​ສຳ​ລັບ​ການ​ຕັດ​ຫຍ້າ​ໃນ​ດ້ານ​ເປີ້ນ​ພູ.
    Graphic
    G437965
  1. ລັອກ​ແກນ​ໝູນ​ໜ່ວຍ​ຕັດດ້ວຍ​ສະ​ຫຼັກ ເພື່ອ​ປ້ອງ​ກັນ​ໜ່ວຍ​ຕັດ​ບໍ່​ໃຫ້​ໝູນ​ລົງ​ພູ​ເມື່ອ​ຕັດ​ຂ້າມ​ໜ້າ​ຂອງ​ພູ.
    Note: ໃຊ້​ຮູ ຢູ່​ໃນ​ຂາ​ຄ້ຳ​ແກນ​ໝູນ ເພື່ອ​ລັອກ​ໜ່ວຍ​ຕັດ.
    Note: ໃຊ້​ຮາງ ສຳ​ລັບ​ໜ່ວຍ​ຕັດ​ບັງ​ຄັບ​ທິດ​ທາງ.
ການຕິດຕັ້ງຕ່ອງໂສ້​ແຂນ​ຍົກ​ໜ່ວຍ​ຕັດ
    Graphic
    G402673
  1. ຍຶດຕ່ອງໂສ້ແຂນຍົກໃຫ້ແໜ້ນໃສ່ຕົວຍຶດຕ່ອງໂສ້ດ້ວຍເຂັມຂັດ.
    Note: ໃຊ້ຈຳນວນຂໍ້ຕໍ່ຕ່ອງໂສ້ທີ່ອະທິບາຍໄວ້ໃນຄູ່ມືຜູ້​ໃຊ້ໜ່ວຍຕັດ.
ການ​ຕິດ​ຕັ້ງ​ມໍ​ເຕີກຽວ
  1. ໃສ່​ນ້ຳ​ມັນກະ​ແລັດເພົາ​ຮ່ອງ​ຟັນ​ເຟືອງມໍ​ເຕີ​ກຽວ​ໝູນ.
  2. ໃສ່ນ້ຳມັນແຫວນ​ຮູບ​ຕົວ O ຂອງມໍເຕີ້ກຽວ ແລະ ຕິດຕັ້ງໃສ່ໜ້າແປນມໍເຕີ.
  3. ຕິດຕັ້ງມໍເຕີກຽວ​ໝູນໂດຍການໝູນມັນຕາມທິດເຂັມໂມງເພື່ອໃຫ້ໜ້າແປນມໍ​ເຕີ​ຫ່າງ​ຈາກນັອດລັອກ​ຕົວ​ແມ່.
    Important  
    ໃຫ້ແນ່ໃຈວ່າສາຍມໍເຕີ້ກຽວບໍ່ໄດ້ບິດ, ຈ່ອຍລົງ ຫຼື ມີຄວາມສ່ຽງທີ່ຈະຖືກບີບ.
     
  4. Graphic
    G402696
  5. ໝູນມໍ​ເຕີ້ກຽວ ຕາມທາງຂວາງກົງກັນຂ້າມຈົນກວ່າໜ້າ​ແປນອ້ອມຮອບນັອດ​ຕົວ​ຜູ້.
  6. ບິດ​ນັອດຕົວ​ຜູ້ຍຶດ ໃຫ້​ໄດ້ 19 ຫາ 25 N∙m (14 ຫາ 18 ft-lb).
  7. ເຮັດຊ້ໍາຄືນຂັ້ນຕອນນີ້ສຳ​ລັບໜ່ວຍ​ຕັດອື່ນ.
ອາ​ໄຫຼ່​ທີ່​ຕ້ອງ​ການ
1
ອຸ​ປະ​ກອນຕົກ​ແຕ່ງ (ຂາຍ​ແຍກຕ່າງ​ຫາກ).
Important  
ເພື່ອເຮັດ​ໃຫ້​ແນ່​ວ່າການ​ເດີນສາຍ​ໄຟເໝາະ​ສົມ ແລະ ສາຍ​ໄຟບໍ່​ບິດ, ຕິດ​ມໍ​ເຕີ​ໃສ່​ໜ່ວຍ​ຕັດກ່ອນ​ໃສ່​ອຸ​ປະ​ກອນ​ຕົກ​ແຕ່ງ.
 
Graphic
G402657
  1. ດ້ານ​ໜ້າ​ຂອງ​ໜ່ວຍ​ຕັດເຄິ່ງ​ກາງ
  2. ໜ່ວຍ​ຕັດດ້ານ​ຫຼັງ​ເບື້ອງ​ຊ້າຍ
  3. ໜ່ວຍຕັດດ້ານຫຼັງ​ເບື້ອງ​ຂວາ
  4. ໜ່ວຍ​ຕັດດ້ານ​ໜ້າ​ເບື້ອງ​ຊ້າຍ
  5. ໜ່ວຍ​ຕັດດ້ານ​ໜ້າ​ເບື້ອງ​ຂວາ
  6. ຕຳ​ແໜ່ງມໍເຕີ້ກຽວ
  7. ນ້ຳ​ໜັກ
  1. ເອົາ​ນັອດ​ຕົວ​ແມ່​ໜ້າ​ແປນ​ພິ​ເສດ​ອອກ​ດັ່ງ​ສະ​ແດງ​ໃຫ້​ເຫັນ.
  2. ມາຍ​ນັອດຕົວແມ່​ຢູ່​ຂໍ້​ຕໍ່​ທໍ່​ຊຸດ​ອຸ​ປະ​ກອນ​ຕົກ​ແຕ່ງ, ໃສ່​ທໍ່​ເຂົ້າ​ໄປ​ໃນຮູ​ຂອງກອບ​ເຫຼັກ ແລະ ຫັນນັອດແມ່ໃຫ້ແໜ້ນ.
    Note: ໃນ​ເວ​ລາ​ທີ່​ຫັນ​ນັອດ​ໃຫ້​ແໜ້ນ, ໃຊ້​ກະ​ແຈສຳ​ຮອງ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ທໍ່​ຫັກ ຫຼື ງໍ.
  3. ໃສ່ແຜ່ນ​ເຊື່ອມ​ຕໍ່​ເຂົ້າ​ໄປ​ໃນ​ນັອດ​ຍຶດກອບ​ເລັກ​ດ້ວຍ​ຕົວ​ເຊື່ອມ​ທີ່​ຢູ່​ໃນ​ຕຳ​ແໜ່ງ​ທີ່​ສະ​ແດງໃຫ້​ເຫັນ.
  4. ຍຶດ​ແຜ່ນ​ເຊື່ອມ​ຕໍ່​ກັບ​ນັອດ​ຍຶດໜຶ່ງອັນພ້ອມ​ກັບນັອດແມ່ໜ້າແປນ​ທີ່​ໄດ້​ຖອດ​ອອກ​ກ່ອນ​ໜ້ານີ້.
    Graphic
    G402739
    ໜ່ວຍ​ຕັດດ້ານ​ໜ້າ​ເບື້ອງ​ຊ້າຍ (#4)
    1.  ນັອດແມ່ໜ້າແປນ​ພິ​ເສດ
    2.  ແຜ່ນ​ເຊື່ອມ​ຕໍ່
    3.  ກອບ​ເຫຼັກ
  5. ຕັ້ງ​ຊຸດ​ມັດ​ສາຍ​ໄຟ​ໃນ​ເຄື່ອງ​ຈັກ ແລະ ສຽບ​ຂົ້ວ​ຕໍ່​ສາຍ​ໄຟ​ເຂົ້າ​ໃນ​ຂົ້ວ​ຕໍ່​ສາຍ​ໄຟ​ຂອງ​ອຸ​ປະ​ກອນຕົບ​ແຕ່ງ.
  6. ເຮັດ​ຄືນ​ຂັ້ນຕອນ​ດຳ​ເນີນ​ການ​ນີ້ໃນ​ຕຳ​ແໜ່ງກອບ​ເຫຼັກ 4 ຕຳ​ແໜ່ງ​ທີ່​ເຫຼືອ​ດັ່ງສະ​ແດງ​ໃຫ້​ເຫັນ.
    Important  
    ແຜ່ນ​ເຊື່ອມ​ແມ່ນ​ຢູ່​ຕຳ​ແໜ່ງ​ທີ່​ຕ່າງ​ກັນໃນ​ຕຳ​ແໜ່ງ​ທີ່​ເຫຼືອ​ເພື່ອໃຫ້ສາ​ມາດ​ກຳ​ນົດ​ເສັ້ນ​ທາງຂອງ​ທໍ່​ຜ່ານກອບ​ເຫຼັກ ແລະ ໜ່ວຍ​ຕັດ​ໂດຍບໍ່​ໃຫ້​ບິດ ຫຼື ງໍ.
     
    Graphic
    G402741
    ໜ່ວຍ​ຕັດດ້ານ​ຫຼັງ​ເບື້ອງ​ຊ້າຍ (#2)
    1.  ນັອດແມ່ໜ້າແປນ​ພິ​ເສດ
    2.  ແຜ່ນ​ເຊື່ອມ​ຕໍ່
    3.  ກອບ​ເຫຼັກ
    Graphic
    G402742
    ດ້ານ​ໜ້າ​ຂອງ​ໜ່ວຍ​ຕັດເຄິ່ງ​ກາງ (#1)
    (ສະ​ແດງ​ໃຫ້​ເຫັນ​ດ້ານ​ລຸ່ມ​ຂອງ​ເຄື່ອງ​ຈັກ)
    1.  ນັອດຕົວແມ່ໜ້າແປນ​ພິ​ເສດ
    2.  ແຜ່ນ​ເຊື່ອມ​ຕໍ່
    3.  ກອບ​ເຫຼັກ
    Graphic
    G402743
    ໜ່ວຍ​ຕັດດ້ານ​ໜ້າ​ເບື້ອງ​ຂວາ (#5)
    1.  ນັອດຕົວແມ່ໜ້າແປນ​ພິ​ເສດ
    2.  ແຜ່ນ​ເຊື່ອມ​ຕໍ່
    3.  ກອບ​ເຫຼັກ
    Graphic
    G402744
    ເບື້ອງ​ຊ້າຍດ້ານຫຼັງ​ໜ່ວຍ​ຕັດ (#3)
    1.  ນັອດຕົວແມ່ໜ້າແປນ​ພິ​ເສດ
    2.  ແຜ່ນ​ເຊື່ອມ​ຕໍ່
    3.  ກອບ​ເຫຼັກ
ອາ​ໄຫຼ່​ທີ່​ຕ້ອງ​ການ
1
ອຸ​ປະ​ກອນ Telematics
1
ຂາ​ຄ້ຳ​ອຸ​ປະ​ກອນ
1
ສາຍສຽບສາຍໄຟ Telematics
4
ນັອດຕົວຜູ້ຫົວຫົກ​ຫຼ່ຽມ (#10 x 1 ນິ້ວ)
4
ນັອດ​ລັອກ​ຕົວ​ແມ່ (#10)
2
ນັອດ​ຕົວ​ຜູ້​ຮູບ​ໂຕ U
4
ນັອດຕົວແມ່ໜ້າແປນ (⅜ ນິ້ວ)
    Graphic
    G530740s
  1. ໃຊ້ນັອດຕົວຜູ້ຫົວຫົກ​ຫຼ່ຽມ (#10 x 1 ນິ້ວ) 4 ນັອດ ແລະ ນັອດ​ລັອກ​ຕົວ​ແມ່ 4 ນັອດ (#10) ເພື່ອ​ຍຶດ​ອຸ​ປະ​ກອນ telematics ໃສ່​ຂາ​ຄ້ຳ​ອຸ​ປະ​ກອນ .
  2. Graphic
    G530741s
  3. ໃຊ້​ນັອດ​ຕົວ U 2 ນັອດ ແລະ ນັອດຕົວແມ່ໜ້າແປນ (⅜ ນິ້ວ) 4 ນັອດ ເພື່ອ​ຍຶດ​ຂາ​ຄ້ຳ​ອຸ​ປະ​ກອນ ໃສ່​ເບື້ອງ​ຂວາ​ດ້ານ​ເທິງຂອງຄານ​ກັນ​ປີ້ນ.
  4. Graphic
    G530739s
  5. ຕິດ​ຕັ້ງ​ຕົວ​ເຊື່ອມ​ຕໍ່​ທີ່​ໃສ່​ເຄື່ອງ​ໝາຍ​ວ່າ P02 ໃນສາຍສຽບສາຍໄຟ Telematics ໃສ່​ອຸ​ປະ​ກອນ telematics.
  6. ເປີດຝາກະໂປ່ງ.
  7. Graphic
    G532512s
  8. ເດີນ​ສາຍ​ສຽບ​ໄຟ​ລົງ​ລຸ່ມ​ຄານ​ກັນ​ປີ້ນ ແລະ ເຊື່ອມ​ຕໍ່​ຕົວ​ເຊື່ອມ​ຕໍ່​ສາຍ​ສຽບ​ໄຟ​ທີ່​ໃສ່​ເຄື່ອງ​ໝາຍ​ວ່າ P01 ໃສ່​ຕົວ​ເຊື່ອມ​ຕໍ່​ສາຍ​ສຽບ​ໄຟ​ເຄື່ອງ​ຈັກ​ທີ່​ໃສ່​ເຄື່ອງ​ໝາຍ​ວ່າ P56 .
  9. ປິດ ແລະ ໃສ່​ສະ​ຫຼັກກະ​ໂປ່ງ.
  10. ຍຶດສາຍ​ຮັດໃສ່​ຄາ​ນ​ກັນ​ປີ້ນດ້ວຍການ​ໃຊ້​ສາຍ​ຮັດດັ່ງ​ສະ​ແດງໃຫ້​ເຫັນ.
ອາ​ໄຫຼ່​ທີ່​ຕ້ອງ​ການ
1
ຂາຄ້ຳໜ່ວຍຕັດ
    Graphic
    G402676
  1. ເມື່ອອຽງໜ່ວຍຕັດໃຫ້ຖືກມີດນອນ/ກົງໝຸນ, ໃຫ້ຄ້ຳດ້ານຫຼັງຂອງໜ່ວຍ​ຕັດ​ດ້ວຍ​ຂາຕັ້ງເພື່ອຮັບປະກັນວ່ານັອດແມ່ຢູ່ດ້ານຫຼັງຂອງນັອດກຽວປັບຄານ​ຮອງບໍ່ໄດ້ວາງຢູ່ເທິງພື້ນທີ່ເຮັດວຽກ.
  2. Graphic
    G402677
  3. ຍຶດຂາຄ້ຳເຂົ້າກັບຕົວຍຶດຕ່ອງໂສ້ດ້ວຍເຂັມຂັດ.
  1. ຢອດ​ນ້ຳ​ມັນ​ກະ​ແລັດສະ​ນວນ​ໄຟ​ຟ້າ​ໃສ່​ພື້ນ​ຜິວ​ສຳ​ຜັດ​ຂອງ​ສາຍ​ຕໍ່​ພ່ວງ​ຕັດ​ເຊື່ອມ​ຕໍ່​ແບັດ​ເຕີ​ຣີ.
  2. Graphic
    G437957
  3. ສຽບ​ປ​ລັກ​ຕົວ​ເຊື່ອມ​ຕໍ່​ລະ​ບົບ 48 V ເຂົ້າ​ໃສ່ສາຍ​ຕໍ່​ພ່ວງ​ຕັດ​ເຊື່ອມ​ຕໍ່ແບັດ​ເຕີ​ຣີ .
  4. Graphic
    G438020
  5. ປິດ ແລະ ໃສ່​ສະ​ຫຼັກ ຖານເບາະ​ນັ່ງ.
ອາ​ໄຫຼ່​ທີ່​ຕ້ອງ​ການ
1
ລັອກຝາກະໂປ່ງ
1
ເຄື່ອງ​ກັນ​ຮົ່ວ
1
ນັອດຊ້ອນສອງ
1
ແຫວນຮອງ
    Graphic
    G439569
  1. ຍົກຝາກະໂປ່ງຂື້ນ
  2. ຖອດປອກຢາງ ອອກມາຈາກຮູທີ່ຢູ່ເບື້ອງຊ້າຍຂອງຝາກະໂປ່ງ.
  3. Graphic
    G445763
  4. ໃຫ້​ແນ່​ໃຈ​ວ່າ​ຕົວ​ປິດ ຖືກ​ປະ​ກອບ​ໃສ່​ລັອກ​ຝາ​ກະ​ໂປ່ງ .
  5. ເອົາ​ນັອດຕົວ​ແມ່ ອອກ​ໄປ​ຈາກ​ລັອກ.
  6. ດ້ານນອກຂອງຝາກະໂປ່ງ, ໃສ່ຂໍເກາະຂອງທ້າຍສະ​ຫຼັກໂດຍຜ່ານຮູໃນຝາກະໂປ່ງ.
    Note: ຕົວ​ປິດ​ຖືກ​ຈັດ​ລຽນ​ໃສ່​ດ້ານນອກ​ຂອງ​ຝາ​ກະ​ໂປ່ງ.
  7. ຢູ່​ດ້ານໃນຝາກະໂປ່ງ, ຍຶດ​ລັອກ​ໃສ່​ຝາ​ກະ​ໂປ່ງ​ດ້ວຍ​ແຫວນ​ຮອງ ແລະ ນັອດຕົວແມ່.
  8. ປິດ​ຝາ​ກະ​ໂປ່ງ ແລະ ໃຊ້​ກະ​ແຈ​ລັອກ​ຝາ​ກະ​ໂປ່ງ​ເພື່ອກວດ​ເບິ່ງວ່າ​ຂໍ​ເກາະ​ລັອກ​ໃສ່​ເຂົ້າ​ໃນ​ກອບ​ຈັບ​ເມື່ອ​ເຂົ້າ​ລັອກ​ແລ້ວ.
ເຄື່ອງ​ຈັກ CE
ອາ​ໄຫຼ່​ທີ່​ຕ້ອງ​ການ
1
ປີ​ຂອງສະ​ຫຼາກຜະ​ລິດ
1
ສະຫຼາກ CE
1
ອຽງ​ສະ​ຫຼາກ​ອັນ​ຕະ​ລາຍ
ການໃຊ້ສະ​ຫຼາກ CE
    Graphic
    G438804
  1. ໃຊ້​ເຫຼົ້າ​ຖູ ແລະ ຜ້າເຊັດ​ສະ​ອາດ​ເພື່ອ​ທຳ​ຄວາມ​ສະ​ອາດ​ບໍ​ລິ​ເວນ​ຝາ​ກະ​ໂປ່ງ​ຕໍ່​ໜ້າ​ລັອກ​ຝາ​ກະ​ໂປ່ງ ແລະ ປ່ອຍ​ໃຫ້​ຝາ​ກະ​ໂປ່ງ​ແຫ້ງ.
  2. ເອົາເບາະ​ຫຼັງ​ອອກ​ຈາກສະ​ຫຼາກ CE ແລະ ນຳ​ໃຊ້​ສະ​ຫຼາກໃສ່ຝາ​ກະ​ໂປ່ງ.
ການໃຊ້ປີ​ຂອງສະ​ຫຼາກຜະ​ລິດ
    Graphic
    G438820
  1. ໃຊ້​ເຫຼົ້າ​ຖູ ແລະ ຜ້າເຊັດ​ສະ​ອາດ​ເພື່ອ​ທຳ​ຄວາມ​ສະ​ອາດ​ບໍ​ລິ​ເວນຂາ​ຄ້ຳ​ພື້ນຕໍ່​ໜ້າແຜ່ນປ້າຍ​ລຳ​ດັບ ແລະ ປ່ອຍ​ໃຫ້ຂາ​ຄ້ຳແຫ້ງ.
  2. ເອົາເບາະ​ຫຼັງ​ອອກ​ຈາກສະ​ຫຼາກຂອງ​ປີ​ຜະ​ລິດ ແລະ ນຳ​ໃຊ້​ສະ​ຫຼາກໃສ່​ຂາ​ຄ້ຳ​ພື້ນ.
ການໃຊ້ສະ​ຫຼາກຄຳ​ເຕືອນ CE
    Graphic
    G438821
  1. ໃຊ້​ເຫຼົ້າ​ຖູ ແລະ ຜ້າເຊັດ​ສະ​ອາດ​ເພື່ອ​ທຳ​ຄວາມ​ສະ​ອາດພື້ນ​ຜິວ​ຂອງ​ສະ​ຫຼາກທີ່​ມີ​ຢູ່ ແລະ ປ່ອຍ​ໃຫ້​ສະ​ຫຼາກ​ແຫ້ງ.
  2. ເອົາເບາະ​ຫຼັງ​ອອກ​ຈາກສະ​ຫຼາກຄຳ​ເຕືອນ CE. ແລະ ນຳ​ໃຊ້​ສະ​ຫຼາກ​ຄຳ​ເຕືອນ CE ຢູ່​ເໜືອ​ສະ​ຫຼາກທີ່​ມີ​ຢູ່.

 
 
 
ພາບ​ລວມ​ຂອງ​ຜະ​ລິດ​ຕະ​ພັນ
 

Graphic
G403839
  1.  ຝາກະໂປ່ງເຄື່ອງຈັກ
  2.  ບ່ອນນັ່ງຂອງຜູ້ປະຕິບັດງານ
  3.  ຄັນ​ບັງ​ຄັບ
  4.  ພວງມະໄລ
  5.  ຄັນໂຍກປັບບ່ອນນັ່ງ
  6.  ໜ່ວຍຕັດດ້ານໜ້າ
  7.  ໜ່ວຍຕັດດ້ານຫຼັງ

ການ​ຄວບ​ຄຸມ

Graphic
G461340
  1. ສະວິດກະແຈ
  2. ປ່ອຍຄັນ​ຕັດ​ຫຍ້າຕ່ຳລົງ/ຍົກຄັນ​ຄວບ​ຄຸມຂຶ້ນ
  3. ສະ​ວິດ​ຄວບ​ຄຸມ​ການຂັບ​ເຄື່ອນ​ໄປ
  4. ປຸ່ມ PTO
  5. ສະວິດໄຟໜ້າ
  6. ສະ​ວິດຄວາມ​ໄວຂອງ​ເຄື່ອງ​ຈັກ
  7. ສະ​ວິດເບຣກມື
  8. ສູນ​ຂໍ້​ມູນສະແດງ
  9. ແປ້ນໝູນພວງ​ມະ​ໄລໃຫ້​ອຽງ
  10. ແປ້ນຂັບເຄື່ອນ
ສະວິດກະແຈ
Graphic
G453721
  1.  ປິດ
  2.  ເປີດ/ເຜົາ​ກ່ອນ
  3.  ຕິດຈັກ
ປ່ອຍຄັນ​ຕັດ​ຫຍ້າຕ່ຳລົງ/ຍົກຄັນ​ຄວບ​ຄຸມຂຶ້ນ
Graphic
G453725
  1.  ປ່ອຍໜ່ວຍຕັດຕ່ຳລົງ—ໃສ່ PTO ກ່ອນ​ສຳ​ລັບ​ໜ່ວຍ​ຕັດ​ທີ່​ຈະ​ປິ່ນ (ໂໝດ​ຕັດ​ຫຍ້າ).
  2.  ຍົກໜ່ວຍຕັດຂຶ້ນ—ປົດ PTO ກ່ອນ​ສຳ​ລັບ​ໜ່ວຍ​ຕັດ​ທີ່​ຈະຢຸດ​ປິ່ນ (ໂໝດ​ຂົນ​ສົ່ງ).
    Note: ເພື່ອຍົກໜ່ວຍ​ຕັດຂຶ້ນບາງ​ສ່ວນ​ຫາ​ຕຳ​ແໜ່ງ​ລ້ຽວ​ໄປ​ມາ, ດຶງ​ຄັນ​ໂຍກ​ກັບ​ຄືນ​ຫຼັງແບບ​ສັ້ນໆ.
ສະ​ວິດເບຣກມື
Graphic
G461376
  1.  ໃສ່​ເບ​ຣກມື.
    Note: ການ​ເປີດ​ໃຊ້​ສະ​ວິດ​ເບ​ຣກ​ມື​ເຮັດ​ໃຫ້​ແປ້ນ​ຂັບ​ເຄື່ອນ​ຜ່ອນ​ຄວາມ​ໄວ​ລົງ​ອັດ​ຕະ​ໂນ​ມັດ (ໂດຍ​ບໍ່​ຄຳ​ນຶງ​ເຖິງ​ຕຳ​ແໜ່ງ​ແປ້ນ​ຂັບເຄື່ອນ).
    ເບຣກມືຈະ​ໃສ່​ທັນ​ທີ​ທີ່​ເຄື່ອງ​ຈັກ​ຈອດ ຫຼື ມອດ, ໂດຍ​ບໍ່​ຄຳ​ນຶງ​ເຖິງ​ຕຳ​ແໜ່ງ​ສະ​ວິດ​ເບ​ຣກ​ມື.
  2.  ປົດເບ​ຣກມື.
ສະ​ວິດ​ຄວບ​ຄຸມ​ການຂັບ​ເຄື່ອນ​ໄປ
Graphic
G461362
  1.  ໃສ່ການຄວບ​ຄຸມ​ການ​ຂັບເຄື່ອນ—ໝູນ​ສະ​ວິດ​ໄປ​ທາງ​ໜ້າ​ແບບ​ສັ້ນໆ.
    Note: ໃຊ້​ປຸ່ມສະ​ແດງ​ຜົນເພື່ອ​ປັບ​ຄວາມ​ໄວ​ຄວບ​ຄູມ​ການ​ຂັບເຄື່ອນໄປ​ໃນ​ການ​ເພີ່ມ​ຂຶ້ນ 0.8 ກມ/ຊມ (0.5 ໄມ​ຕໍ່​ຊົ່ວ​ໂມງ).
  2.  ເປີດ​ການຄວບ​ຄຸມ​ການຂັບ​ເຄື່ອນ​ໄປ— ໝູນ​ສະ​ວິດ​ໄປ​ຫາ​ຕຳ​ແໜ່ງ​ເຄິ່ງ​ກາງ.
  3.  ປິດການຄວບ​ຄຸມ​ການຂັບ​ເຄື່ອນ​ໄປ— ໝູນ​ສະ​ວິດກັບ​ຄືນ​ຫຼັງ.
ສະ​ວິດຄວາມ​ໄວຂອງ​ເຄື່ອງ​ຈັກ
Graphic
G461359
  1.  ແຕະ​ສະ​ວິດ​ໄປ​ຂ້າງ​ໜ້າ​ໂດຍ​ສັ້ນໆ​ເພື່ອ​ເພີ່ມ​ຄວາມ​ໄວ​ຈັກ​ໃນ​ການ​ເພີ່ມ​ຂຶ້ນ 100 ຮອບ​ຕໍ່​ນາ​ທີ (rpm); ແລະ ກົດ​ຄ້າງ​ໄວ້​ເພື່ອ​ຍ້າຍ​ຈັກ​ໄປ​ຫາ​ກາ​ລັງ​ຕີ​ສູງ
  2.  ແຕະ​ສະ​ວິດຄືນ​ທາງ​ຫຼັງໂດຍ​ສັ້ນໆ​ເພື່ອຫຼຸດຄວາມ​ໄວ​ຈັກ​ໃນ​ການ​ເພີ່ມ​ຂຶ້ນ 100 ຮອບ​ຕໍ່​ນາ​ທີ (rpm); ແລະ ກົດ​ຄ້າງ​ໄວ້​ເພື່ອ​ຍ້າຍ​ຈັກ​ໄປ​ຫາ​ກາ​ລັງ​ຕີ​ຕ່ຳ
ສະ​ວິດການ​ເອົາ​ພະ​ລັງ​ງານ​ມາ (PTO)
Graphic
G453441
  1.  ປົດ PTO—ເຄື່ອງ​ຈັກ​ຢູ່​ໃນ​ໂໝດຂົນ​ສົ່ງ (ປ່ອຍ​ໃຫ້​ທ່ານ​ຂັບ​ຂີ່​ໄດ້​ເຖິງ 16 ກມ/ຊມ (10 ໄມ​ຕໍ່​ຊົ່ວ​ໂມງ) ເມື່ອ​ຄວາມ​ໄວ​ສູງ​ສຸດ​ບໍ່​ຖືກ​ຈຳ​ກັດ).
  2.  ໃສ່ PTO—ເຄື່ອງ​ຈັກ​ຢູ່​ໃນ​ໂໝດຕັດ​ຫຍ້າ (ປ່ອຍ​ໃຫ້​ທ່ານ​ຂັບ​ຂີ່​ໄດ້​ເຖິງ 13 ກມ/ຊມ (8 ໄມ​ຕໍ່​ຊົ່ວ​ໂມງ) ເມື່ອ​ຄວາມ​ໄວ​ສູງ​ສຸດ​ບໍ່​ຖືກ​ຈຳ​ກັດ).
Note: ໃຊ້​ເມ​ນູ​ທີ່​ຖືກ​ປົກ​ປ້ອງ​ຢູ່​ໃນ​ການ​ສະ​ແດງ​ຜົນສູນ​ຂໍ້​ມູນ​ເພື່ອ​ຕັ້ງ​ຄວາມ​ໄວ​ສູງ​ສຸດ​ສຳ​ລັບ​ແຕ່​ລະ​ໂໝດ.
ສະວິດໄຟໜ້າ
Graphic
G461393
  1.  ເປີດ
  2.  ປິດ
ການສະ​ແດງ​ຜົນ​ສູນ​ຂໍ້​ມູນ
Graphic
G461392
ການສະແດງ​ຜົນ​ສູນ​ຂໍ້​ມູນສະ​ແດງ​ຂໍ້​ມູນກ່ຽວ​ກັບ​ເຄື່ອງ​ຈັກ​ຂອງ​ທ່ານເຊັ່ນ: ສະ​ຖາ​ນະ​ການໃຊ້​ງານ, ການ​ວິ​ນິດ​ໄສ​ຕ່າງໆ ແລະ ຂໍ້​ມູນ​ອື່ນໆ​ກ່ຽວ​ກັບ​ເຄື່ອງ​ຈັກ.
ໜ້າ​ຈໍ​ທີ່​ສະ​ແດງ​ຜົນ​ຂຶ້ນ​ກັບ​ວ່າ​ທ່ານ​ເລືອກ​ປຸ່ມ​ໃດ. ຈຸດປະສົງຂອງແຕ່ລະປຸ່ມອາດຈະປ່ຽນແປງຂຶ້ນກັບສິ່ງທີ່ຕ້ອງການໃນເວລານັ້ນ.
ແປ້ນໝູນພວງມະໄລໃຫ້ອຽງ
Graphic
G453181
ກົດແປ້ນໝູນພວງ​ມະ​ໄລໃຫ້​ອຽງ ແລະ ຍົກ​ຂາ​ພວງ​ມະ​ໄລ​ຂຶ້ນ ຫຼື ປ່ອຍ​ຕ່ຳ​ລົງ​ຫາ​ຕຳ​ແໜ່ງ​ໃຊ້​ງານ​ທີ່​ສະ​ດວກ​ສະ​ບາຍ.
ແປ້ນຂັບເຄື່ອນ
Graphic
G453193
  1.  ເຄື່ອນ​ໄປ​ໜ້າ—ກົດ​ເທິງ​ສຸດ​ຂອງ​ແປ້ນ​ຢຽບ.
    Note: ເພື່ອ​ໃຫ້​ໄດ້​ຄວາມ​ໄວ​ພື້ນ​ດິນ​ສູງ​ສຸດ, ຕັ້ງ​ຄ່າ​ຄວາມ​ໄວ​ພື້ນ​ດິນ​ສູງ​ສຸດ ແລະ ກົດ​ໄປ​ຢຽບ​ໄປ​ທາງ​ໜ້າ​ໃນ​ຂະ​ນະ​ທີ່​ຢູ່​ໃນ​ໂໝດ​ຂົນ​ສົ່ງ.
  2.  ຢຸດເຄື່ອງຈັກ—ຫຼຸດຜ່ອນການກົດໃນແປ້ນຂັບເຄື່ອນ ແລະ ຊ່ວຍໃຫ້ມັນກັບຄືນສູ່ຕໍາແໜ່ງ​ເຄິ່ງກາງ (ເກຍ​ຫວ່າງ).
    Note: ເຄື່ອງ​ຈັກ​ຈະ​ກັບ​ຄືນ​ຫາ​ເກຍ​ຫວ່າງ​ຢ່າງ​ໄວ​ເມື່ອ​ທ່ານ​ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກແປ້ນ​ຂັບ​ເຄື່ອນ.
  3.  ເຄື່ອນຄືນ​ຫຼັງ—ກົດ​ລຸ່ມ​ສຸດ​ຂອງ​ແປ້ນ​ຢຽບ.
Note: ຄວາມໄວຂອງພື້ນດິນແມ່ນຂຶ້ນກັບວ່າທ່ານກົດແປ້ນໄດ້ໄກເທົ່າໃດ.
ຈຸດພະລັງງານ
Graphic
G453945
ຈຸດພະລັງງານ ແມ່ນການ​ສະ​ໜອງໄຟຟ້າ 12 V ສຳລັບອຸປະກອນເອເລັກໂຕຣນິກ.
ການຄວບ​ຄຸມເບາະນັ່ງ
Graphic
G446491
  1. ເຄື່ອງວັດນໍ້າໜັກ
  2. ລູກບິດປັບນ້ຳໜັກ
  3. ລູກບິດປັບຄວາມສູງ
  4. ຄັນ​ໂຍກໜ້າ/ຖອຍ​ຫຼັງ
ລູກບິດປັບນ້ຳໜັກ
ໝູນ​ລູກ​ບິດ​ປັບ​ນ້ຳ​ໜັກ​ຈົນ​ກວ່າ​ນ້ຳ​ໜັກ​ຂອງ​ທ່ານ​ສະ​ແດງ​ຂຶ້ນ​ໃນ​ໜ້າ​ຈໍ​ຂອງ​ເຄື່ອງວັດ​ນ້ຳ​ໜັກ.
Graphic
G446496
  1.  ຫຼຸດ​ລົງ
  2.  ເພີ່ມ​ຂຶ້ນ
ລູກບິດປັບຄວາມສູງ
Graphic
G446494
  1.  ຍົກສູງ​ຂຶ້ນ
  2.  ປ່ອຍຕ່ຳລົງ
ຄັນ​ໂຍກໜ້າ/ຖອຍ​ຫຼັງ
Graphic
G446495
  1.  ລັອກ
  2.  ປົດລັອກ
ຕັດ​ໄຟ​ໜ່ວຍ​ຕັດ
ກ່ອນ​ການ​ຕິດ​ຕັ້ງ, ຖອດ ຫຼື ໃຊ້​ງານ​ໜ່ວຍ​ຕັດ, ໃຫ້​ຖອດ​ຊຸດ​ຕັດ​ອອກ​ຈາກ​ແຫຼ່ງ​ຈ່າຍ​ໄຟ​ໂດຍ​ການແຍກ​ຂໍ້​ຕໍ່​ຕັດ​ໄຟ​ຂອງ​ໜ່ວຍ​ຕັດ​ອອກ, ຕັ້ງ​ຢູ່​ກ້ອງ​ຕັ່ງ​ນັ່ງ. ສຽບ​ຂົ້ວ​ຕໍ່ໃສ່​ຄືນກ່ອນ​ໃຊ້​ງານເຄື່ອງ​ຈັກ.
Graphic
G454877
Caution
ຖ້າ​ຫາກ​ທ່ານບໍ່​ຕັດ​ໄຟໜ່ວຍ​ຕັດ, ບາງ​ຄົນ​ອາດ​ຈະ​ເລີ່ມ​ໃຊ້​ງານ​ໜ່ວຍ​ຕັດ​ໂດຍບໍ່​ໄດ້​ຕັ້ງ​ໃຈ, ກໍ່​ໃຫ້ເກີດ​ການ​ບາດ​ເຈັບ​ທີ່​ຮຸນ​ແຮງ​ຕໍ່​ມື ແລະ ຕີນ.
ແຍກຕົວເຊື່ອມ​ຕໍ່ຕັດ​ໄຟ​ຂອງ​ໜ່ວຍ​ຕັດກ່ອນ​ການເຮັດ​ວຽກ​ຢູ່​ໃນໜ່ວຍ​ຕັດສະ​ເໝີ.
 
ຂໍ້​ກຳ​ນົດ​ສະ​ເພາະ
Note: ຂໍ້ກຳ​ນົດ​ສະ​ເພາະ ແລະ ການອອກແບບແມ່ນມີການປ່ຽນແປງໂດຍບໍ່ຕ້ອງແຈ້ງ.
ຄວາມກວ້າງຂົນສົ່ງ
228 ຊມ (90 ນິ້ວ)
ຄວາມກວ້າງການຕັດ
254 ຊມ (100 ນິ້ວ)
ລວງຍາວ
282 ຊມ (111 ນິ້ວ)
ລວງ​ສູງທີ່​ມີ ROPS
160 ຊມ (63 ນິ້ວ)
ນໍ້າໜັກ*
1360 ກ​ລ (2,999 ປອນ)
ເຄື່ອງຈັກ
Kubota 24.8 ແຮງມ້າ
ຄວາມຈຸຖັງນ້ຳມັນ
53 ລິດ (14 ແກນລອນສະຫະລັດ)
ຄວາມໄວຂົນສົ່ງ
0 ຫາ 16 ກມ/ຊມ (0 ຫາ 10 ໄມຕໍ່ຊົ່ວ​ໂມງ)
ຄວາມໄວຕັດຫຍ້າ
0 ຫາ 13 ກມ/ຊມ (0 ຫາ 8 ໄມຕໍ່ຊົ່ວ​ໂມງ)
*ນ້ຳ​ໜັກ​ລວມ​ມີ​ຂອງ​ແຫຼວ ແລະ ໜ່ວຍ​ຕັດ 5 ນິ້ວ, 8 ໃບ​ມີດ.

ສິ່ງທີ່ຕິດມານຳ/ອຸປະກອນເສີມ

ການຄັດເລືອກສິ່ງທີ່ຕິດມາ ແລະ ອຸປະກອນເສີມທີ່ໄດ້ຮັບການອະ​ນຸ​ມັດຈາກ Toro ແມ່ນມີໃຫ້ໃຊ້ກັບເຄື່ອງຈັກເພື່ອຍົກ​ລະ​ດັບ ແລະ ຂະຫຍາຍຄວາມອາດສາມາດຂອງມັນ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຜູ້​ຈຳ​ໜ່າຍ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ Toro ຫຼື ໄປ​ທີ່ www.Toro.com​ສຳ​ລັບລາຍ​ການສິ່ງ​ທີ່​ຕິດ​ມາ​ນຳ ແລະ ອຸປະກອນເສີມທີ່ໄດ້​ຮັບອະນຸມັດທັງໝົດ.
ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ ແລະ ການຢັ້ງຢືນຄວາມປອດໄພຂອງເຄື່ອງຈັກຢ່າງຕໍ່ເນື່ອງ, ໃຫ້ນຳໃຊ້ແຕ່ອາໄຫຼ່ ແລະ ອຸປະກອນປ່ຽນຖ່າຍຂອງແທ້ Toro ເທົ່ານັ້ນ.

 
 
 
ການນຳ​ໃຊ້
 

ກ່ອນ​ການ​ໃຊ້​ງານ

ປະຕິບັດການບຳລຸງຮັກສາປະຈຳວັນ
ກ່ອນທີ່ຈະເລີ່ມໃຊ້ເຄື່ອງຈັກໃນແຕ່ລະມື້, ໃຫ້ປະຕິບັດຕາມແຕ່ລະຂັ້ນຕອນການນຳໃຊ້/ປະຈຳວັນທີ່ລະບຸໄວ້ໃນຕາ​ຕະ​ລາງ​ກຳ​ນົດການ​ບຳ​ລຸງ​ຮັກ​ສາ.
ນ້ຳ​ມັນ
ຂໍ້​ມູນ​ຈຳ​ເພາະນໍ້າມັນເຊື້ອໄຟ
Important  
ຢ່າໃຊ້ນ້ຳມັນກາດ ຫຼື ນ້ຳມັນແອັດຊັງແທນນ້ຳມັນກາຊວນ.
 
ນ້ຳມັນກາຊວນປີໂຕລ້ຽມ
ປະ​ເພດ
ໃຊ້ນ້ຳມັນກາຊວນເກ​ຣດລະດູຮ້ອນ (ເບີ 2-D) ທີ່ອຸນຫະພູມສູງກວ່າ -7°C (20°F) ແລະ ເກຣດລະດູໜາວ (ເບີ 1-D ຫຼື ເບີ 1-D/2-D ປະສົມ) ທີ່ຢູ່ຕ່ຳກວ່າອຸນຫະພູມນັ້ນ. ການນຳໃຊ້ນ້ຳມັນເຊື້ອໄຟເກ​ຣດລະດູໜາວໃນອຸນຫະພູມຕ່ຳເຮັດໃຫ້ມີຈຸດຂົ້ວໄຟຕ່ຳກວ່າ ແລະ ຄຸນລັກສະນະການໄຫຼເຢັນທີ່ຊ່ວຍຫຼຸດຜ່ອນການສະຕາດ ແລະ ຫຼຸດຜ່ອນການອຸດຕັນໝໍ້ກອງເຊື້ອເພີງ.
ການນຳໃຊ້ນ້ຳມັນເຊື້ອໄຟເກ​ຣດລະດູຮ້ອນສູງກວ່າ -7°C (20°F) ຊ່ວຍເຮັດໃຫ້ອາ​ຍຸ​ໃຊ້​ງານປ້ຳນ້ຳມັນເຊື້ອໄຟດົນຂຶ້ນ ແລະ ມີພະລັງງານເພີ່ມຂຶ້ນເມື່ອທຽບໃສ່ນ້ຳມັນເຊື້ອໄຟເກ​ຣດລະດູໜາວ.
ປະ​ລິ​ມານ​ຊັນ​ເຟີ
ຕ່ຳ (<500 ppm) ຫຼື ຕ່ຳ​ຫຼາຍ (<15 ppm)
ອັດ​ຕາ​ຊີ​ເທນ​ຕ່ຳ​ສຸດ
40
ບ່ອນເກັບຂໍ້ມູນ
ໄດ້​ພຽງ​ແຕ່​ນ້ຳ​ມັນ​ກາ​ຊ່ວນ​ສົດ, ສະ​ອາດ​ພຽງ​ພໍ​ເທົ່າ​ນັ້ນ ຫຼື ນ້ຳ​ມັນ​ກາ​ຊ່ວນຊີ​ວະ​ພາບ​ທີ່​ທ່ານ​ຈະ​ໃຊ້​ພາຍ​ໃນ 180 ວັນ. ຢ່າ​ໃຊ້​ນຳ​ມັນ​ທີ່​ເກັບ​ຮັກ​ສາ​ໄວ້​ຫຼາຍກວ່າ 180 ວັນ.
ນ້ຳ​ມັນ​ເຄື່ອງ ແລະ ສານ​ເຕີມ
ຢ່າເຕີມໃສ່​ນ້ຳ​ມັນ​ເຊື້ອ​ໄຟ
ກາຊ່ວນຊີວະພາບ
ປະ​ເພດ
ເຄື່ອງຈັກນີ້ຍັງສາມາດໃຊ້ນໍ້າມັນເຊື້ອໄຟປະ​ສົມ​ກາ​ຊ່ວນ​ຊີ​ວະ​ພາບໄດ້ເຖິງ B20 (ກາ​ຊ່ວນຊີວະພາບ 20%, ກາຊ່ວນປີ​ໂຕ​ຣ​ລຽມ 80%).
ສັດສ່ວນນ້ຳມັນກາຊວນຄວນຈະແມ່ນຊັ​ລ​ເຟີຕ່ຳ ຫຼື ຕໍ່າພິເສດ.
ໃຊ້ B5 (ປະ​ລິ​ມານຂອງນ້ຳມັນກາຊ່ວນຊີວະພາບ 5%) ຫຼື ປະສົມໜ້ອຍລົງໃນອາກາດເຢັນ
ອັດ​ຕາ​ຊີ​ເທນ​ຕ່ຳ​ສຸດ
40
ລະ​ວັງ​ລ່ວງ​ໜ້າ​ນ້ຳ​ມັນ​ກາ​ຊ່ວນ​ຊີ​ວະ​ພາບ
ພື້ນຜິວທີ່ທາສີແລ້ວອາດຈະເສຍ​ຫາຍ​ໄດ້ໂດຍການຜະສົມນ້ຳມັນກາຊ່ວນຊີວະພາບ.
ຕິດຕາມການກັນຊຶມ, ທໍ່ຢາງ, ແຫວນທີ່ສຳຜັດກັບນໍ້າມັນເຊື້ອໄຟຍ້ອນວ່າມັນອາດຈະຊຸດໂຊມຕາມການເວລາ.
ອາດ​ຈະ​ມີ​ການ​ອຸດ​ຕັນ​ໃນ​ໝໍ້​ກອງ​ນ້ຳ​ມັນ​ເຊື້ອ​ເພິງ​ເກີດ​ຂຶ້ນ​ເປັນ​ເວ​ລາ​ໃດ​ໜຶ່ງຫຼັງ​ຈາກ​ການ​ປ່ຽນ​ເປັນ​ນ້ຳ​ມັນການ​ຊ່ວນ​ຊີ​ວະ​ພາບ​ແບບ​ປະ​ສົມ.
ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ນ້ຳ​ມັນ​ກາ​ຊ່ວນ​ຊີວະ​ພາບ, ຕິດ​ຕໍ່ຜູ້ຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດຂອງ​ທ່ານ.
ບ່ອນເກັບຂໍ້ມູນ
ໄດ້​ພຽງ​ແຕ່​ນ້ຳ​ມັນ​ກາ​ຊ່ວນ​ສົດ, ສະ​ອາດ​ພຽງ​ພໍ​ເທົ່າ​ນັ້ນ ຫຼື ນ້ຳ​ມັນ​ກາ​ຊ່ວນຊີ​ວະ​ພາບ​ທີ່​ທ່ານ​ຈະ​ໃຊ້​ພາຍ​ໃນ 180 ວັນ. ຢ່າ​ໃຊ້​ນຳ​ມັນ​ທີ່​ເກັບ​ຮັກ​ສາ​ໄວ້​ຫຼາຍກວ່າ 180 ວັນ.
ນ້ຳ​ມັນ​ເຄື່ອງ ແລະ ສານ​ເຕີມ
ຢ່າເຕີມໃສ່​ນ້ຳ​ມັນ​ເຊື້ອ​ໄຟ
     
ນ້ຳ​ມັນ​ກາ​ຊ່ວນຊີ​ວະ​ພາບຕ້ອງ​ໄດ້​ຕາມ:
ມາດ​ຕະ​ຖານ
ສະຖານທີ່
ASTM D6751
ສະຫະລັດອາເມລິກາ
EN 14214
ສະຫະພາບເອີຣົບ
ນ້ຳ​ມັນ​ກາ​ຊ່ວນປະ​ສົມຕ້ອງ​ໄດ້​ຕາມ:
ASTM D975
ສະຫະລັດອາເມລິກາ
EN 590
ສະຫະພາບເອີຣົບ
ການຕື່ມນໍ້າມັນເຊື້ອໄຟ
  1. ຈອດເຄື່ອງຈັກຢູ່ໃນພື້ນ​ຜິວພຽງ​ໄດ້​ລະ​ດັບ, ປ່ອຍໜ່ວຍຕັດຕ່ຳລົງ, ມອດເຄື່ອງຈັກ ແລະ ຖອດກະແຈ.
  2. ການໃຊ້ຜ້າເຊັດທີ່ສະອາດ, ອານາໄມບໍລິເວນຮອບຝາ​ປິດຖັງນໍ້າມັນເຊື້ອໄຟ.
  3. Graphic
    G438846
  4. ເອົາຝາປິດ ອອກຈາກຖັງນໍ້າມັນເຊື້ອໄຟ.
  5. ຕື່ມ​ນ້ຳ​ມັນ​ຈົນ​ຮອດລະ​ດັບກົ້ນ​ຖັງ​ຂອງ​ຄໍ​ກອງ​ນ້ຳ​ມັນ​ກະ​ຊວນ.
  6. ຮັດຝາປິດຖັງນໍ້າມັນເຊື້ອໄຟ.
    Note: ຖ້າເປັນໄປໄດ້, ໃຫ້ຕື່ມນໍ້າມັນເຊື້ອໄຟຫຼັງຈາກການໃຊ້ແຕ່ລະຄັ້ງ. ນີ້ຊ່ວຍຫຼຸດຜ່ອນການກໍ່ສ້າງຍົດນໍ້າທີ່ອາດເກີດຢູ່ພາຍໃນຖັງນໍ້າມັນເຊື້ອໄຟ.
ການກວດເບິ່ງສະວິດອິນ​ເຕີ​ລັອກ
Caution
ຖ້າຫາກວ່າສະວິດອິນ​ເຕີ​ລັອກຄວາມປອດໄພຖືກຕັດຂາດ ຫຼື ເສຍຫາຍ, ເຄື່ອງຈັກສາມາດ​ໃຊ້​ງານໂດຍບໍ່ຄາດຄິດ​ໄດ, ສົ່ງ​ຜົນ​ໃຫ້​ເກີດ​ການ​ບາດ​ເຈັບ​ເລັກ​ນ້ອຍ ຫຼື ປານ​ກາງ.
  • ຢ່າແຕະ​ຕ້ອງປຸ່ມອິນເຕີລັອກ.
  • ກວດເບິ່ງການປະຕິບັດງານຂອງປຸ່ມອິນເຕີລັອກທຸກໆມື້ ແລະ ປ່ຽນປຸ່ມທີ່ເສຍຫາຍກ່ອນທີ່ຈະໃຊ້​ງານເຄື່ອງຈັກ.
 
Important  
ຖ້າ​ເຄື່ອງ​ຈັກ​ຂອງ​ທ່ານ​ບໍ່​ປະ​ຕິ​ບັດ​ການກວດ​ສະ​ວິດ​ອິນ​ເຕີ​ລັອກ​ໃດ​ໜຶ່ງ​ໄດ້, ໃຫ້​ຕິດ​ຕໍ່​ຕົວ​ແທນ​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.
 
ການ​ກະ​ກຽມ​ເຄື່ອງ​ຈັກ
  1. ຂັບເຄື່ອນເຄື່ອງຈັກຊ້າໆ​ໄປ​ຫາ​ບ່ອນໂລ່ງ.
  2. ປ່ອຍໜ່ວຍຕັດໃຫ້ຕ່ຳລົງ, ມອດຈັກ ແລະ ໃສ່ເບຣກມື.
ການກວດ​ເບິ່ງອິນ​ເຕີ​ລັອກການ​ເລີ່ມ​ຕົ້ນແປ້ນ​ຂັບ​ເຄື່ອນ
  1. ນັ່ງ​ຢູ່​ໃນ​ບ່ອນ​ນັ່ງຂອງ​ຜູ້​ຄວບ​ຄຸມ ແລະ ໃສ່ເບຣກມື.
  2. ກົດສະ​ວິດ PTO ໄປທີ່ຕຳແໜ່ງປົດ.
  3. ກົດແປ້ນດຶງ ແລະ ໝູນກະ​ແຈໄປ​ຫາ​ຕຳ​ແໜ່ງຕິດ​ຈັກ.
Note: ບໍ່​ຄວນ​ຕິດ​ຈັກ​ດ້ວຍ​ການ​ຢຽບ​ແປ້ນ​ຂັບ​ເຄື່ອນ​ລົງ.
ການກວດ​ເບິ່ງອິນ​ເຕີ​ລັອກ​ການ​ຕິດ​ຈັກ PTO
  1. ນັ່ງຢູ່ໃນບ່ອນນັ່ງຂອງ​ຜູ້​ນຳ​ໃຊ້.
  2. ກົດສະ​ວິດ PTO ໄປທີ່ຕຳແໜ່ງໃສ່.
  3. ໝູນກະແຈໄປທີ່ຕຳແໜ່ງຕິດ​ຈັກ.
Note: ຈັກ​ບໍ່ຄວນ​ຕິດດ້ວຍ​ສະ​ວິດ PTO ຢູ່​ໃນ​ຕຳ​ແໜ່ງໃສ່.
ການກວດ​ເບິ່ງອິນ​ເຕີ​ລັອກເດີນ​ເຄື່ອງ PTO
Note: ຢ່າ​ປ່ອຍ​ໃຫ້​ໜ່ວຍ​ຕັດ​ໝູນ​ເປັນ​ເວ​ລາ​ຫຼາຍກວ່າ​ສອງ​ສາມ​ວິ​ນາ​ທີ​ໃນ​ລະ​ຫວ່າງ​ການ​ທົດ​ສອບ​ນີ້​ເພື່ອ​ປ້ອງ​ກັນ​ການ​ຫຼຸ້ຍ​ຫ້ຽນ​ທີ່​ບໍ່​ຈຳ​ເປັນ.
  1. ນັ່ງຢູ່ໃນບ່ອນນັ່ງຂອງ​ຜູ້​ນຳ​ໃຊ້.
  2. ກົດສະ​ວິດ PTO ໄປທີ່ຕຳແໜ່ງປົດ.
  3. ຕິດຈັກ.
  4. ດຶງສະ​ວິດ PTO ຂຶ້ນໄປທີ່ຕຳແໜ່ງໃສ່.
  5. ປ່ອຍໜ່ວຍຕັດຕ່ຳລົງເພື່ອ​ໃສ່ PTO.
  6. ຂຶ້ນ​ຈາກ​ເບາະ​ນັ່ງ.
Note: PTO ບໍ່​ຄວນ​ເດີນ​ເມື່ອ​ທ່ານ​ອອກ​ຈາກ​ເບາະ​ນັ່ງ.
ການກວດ​ເບິ່ງເບ​ຣກມື ແລະ ອິນ​ເຕີ​ລັອກການເດີນແປ້ນ​ຂັບ​ເຄື່ອນ
  1. ນັ່ງຢູ່ໃນບ່ອນນັ່ງຂອງ​ຜູ້​ນຳ​ໃຊ້.
  2. ໃສ່​ເບ​ຣກມື.
  3. ກົດສະ​ວິດ PTO ໄປທີ່ຕຳແໜ່ງປົດ.
  4. ຕິດຈັກ.
  5. ກົດແປ້ນ​ຂັບ​ເຄື່ອນ.
Note: ບໍ່ຄວນ​ມີ​ການ​ຕອບ​ສະ​ໜອງ​ຂອງ​ເຄື່ອງ​ຈັກ​ເມື່ອ​ທ່ານ​ກົດ​ແປ້ນ​ຂັບ​ເຄື່ອນ​ໃນ​ຂະ​ນະ​ທີ່​ໃສ່​ເບ​ຣກ​ມື​ໄວ້. ຂໍ້​ຄວາມ​ແນະ​ນຳ​ຄວນ​ຈະ​ປາ​ກົດ​ຂຶ້ນ​ໃນຈໍ​ສະ​ແດງ​ຜົນສູນ​ຂໍ້​ມູນ.
ການກວດ​ເບິ່ງ​ໃສ່​ເບ​ຣກ​ມື​ອັດ​ຕະ​ໂນ​ມັດ
  1. ນັ່ງ​ຢູ່​ໃນບ່ອນ​ນັ່ງ​ຂອງ​ຜູ້ຄວບ​ຄຸມ ແລະ ຕິດຈັກ.
  2. ປົດເບ​ຣກມື ແລະ ລຸກ​ຂຶ້ນ​ຈາກ​ບ່ອນ​ນັ່ງ.
Note: ໄຟ​ສີ​ແດງ​ໃນ​ສະ​ວິດ​ເບ​ຣກ​ມື​ຄວນ​ຈະ​ສະ​ຫວ່າງ​ຂຶ້ນເມື່ອ​ທ່ານ​ອອກ​ຈາກ​ບ່ອນ​ນັ່ງ​ຂອງ​ຄົນ​ຂັບ, ສະ​ແດງວ່າ​ໃສ່​ເບ​ຣກ​ມື​ແລ້ວ.
ການກວດເບິ່ງໜ່ວຍຕັດປ່ອຍຕ່ຳ​ລົງ​ປິດ​ໃຊ້​ງານ​ອິນ​ເຕີ​ລັອກ
  1. ນັ່ງ​ຢູ່​ໃນບ່ອນ​ນັ່ງ​ຂອງ​ຜູ້ຄວບ​ຄຸມ ແລະ ຕິດຈັກ.
  2. ໃຫ້​ແນ່​ໃຈ​ວ່າ​ໜ່ວຍ​ຕັດ​ຖືກ​ຍົກ​ຂຶ້ນ​ຫາ​ຕຳ​ແໜ່ງ​ຂົນ​ສົ່ງ.
  3. ລຸກ​ຂຶ້ນ​ຈາກ​ບ່ອນ​ນັ່ງ ແລະ ປ່ອຍໜ່ວຍຕັດຕ່ຳລົງ.
Note: ໜ່ວຍຕັດບໍ່ຄວນປ່ອຍ​ຕ່ຳ​ລົງເມື່ອ​ທ່ານ​ອອກ​ຈາກ​ເບາະ​ນັ່ງຂອງ​ຄົນ​ຂັບ.
ພາບ​ລວມ​ຂອງ​ການ​ສະ​ແດງ​ຜົນ​ສູນ​ຂໍ້​ມູນ
ການສະແດງ​ຜົນ​ສູນ​ຂໍ້​ມູນສະ​ແດງ​ຂໍ້​ມູນກ່ຽວ​ກັບ​ເຄື່ອງ​ຈັກ​ຂອງ​ທ່ານເຊັ່ນ: ສະ​ຖາ​ນະ​ການໃຊ້​ງານ, ການ​ວິ​ນິດ​ໄສ​ຕ່າງໆ ແລະ ຂໍ້​ມູນ​ອື່ນໆ​ກ່ຽວ​ກັບ​ເຄື່ອງ​ຈັກ. ມີຫຼາຍ​ໜ້າຈໍໃນ​ການ​ສະ​ແດງ​ຜົນ. ທ່ານ​ສາ​ມາດ​ສະ​ຫຼັບ​ລະ​ຫວ່າງ​ໜ້າ​ຈໍ​ໃນ​ເວ​ລາ​ໃດ​ກໍ​ໄດ້ໂດຍ​ການ​ກົດ​ປຸ່ມ​ກັບ​ຄືນ ແລະ ຈາກ​ນັ້ນ​ໃຊ້​ປຸ່ມ​ທິດ​ທາງ​ຂຶ້ນ ແລະ ລົງ.
Graphic
G471371s
  1. ໄຟຕົວຊີ້ບອກ
  2. ສະ​ແດງຜົນເຊັນ​ເຊີຄວາມ​ແຈ້ງ
  3. ປຸ່ມ​ນຳ​ທາງ—ຂຶ້ນ
  4. ປຸ່ມ​ກັບ​ຄືນ
  5. ປຸ່ມ​ນຳ​ທາງ—ຫຼຸດ​ລົງ/ຊ້າຍ
  6. ປຸ່ມ​ນຳ​ທາງ—ລົງ
  7. ປຸ່ມ​ນຳ​ທາງ—ເພີ່ມ​ຂຶ້ນ/ຂວາ
  8. ປຸ່ມ​ປ້ອນ​ເຂົ້າ
Note: ຈຸດປະສົງຂອງແຕ່ລະປຸ່ມອາດຈະປ່ຽນແປງຂຶ້ນກັບສິ່ງທີ່ຕ້ອງການໃນເວລານັ້ນ. ປຸ່ມແຕ່ລະປຸ່ມແມ່ນຕິດປ້າຍດ້ວຍໄອຄອນທີ່ສະແດງໜ້າທີ່ຂອງມັນໃນປະຈຸບັນ.
ໄອ​ຄອນການສະ​ແດງ​ຜົນ​ສູນ​ຂໍ້​ມູນ
Image
ຄົບ​ຮອບ​ການ​ບຳ​ລຸງ​ຮັກ​ສາ.
Image
ໂໝດ​ອຸ່ນ​ເຄື່ອງ
Image
ການ​ຕັ້ງ​ຄ່າບ່ອນ​ຢຸດແປ້ນ​ຂັບ​ເຄື່ອນອອນ​ລາຍ
Image
ແຮງ​ດັນ​ແບັດ​ເຕີ​ຣີ
Image
ປັກເຮືອງແສງເປີດ​ໃຊ້​ຢູ່.
Image
ລະດັບນ້ຳມັນ
Image
ນັ່ງຢູ່ໃນບ່ອນນັ່ງ.
Image
ນ້ຳ​ມັນ​ຍັງ​ໜ້ອຍ.
Image
ເບ​ຣກມືໃຊ້​ງານ​ຢູ່.
Image
ລັອກແລ້ວ
Image
ອຸນ​ຫະ​ພູມ​ນ້ຳ​ຢາ​ທຳ​ຄວາມ​ເຢັນເຄື່ອງ​ຈັກ
Image
ຂັດ​ຂ້ອງ/ຄຳ​ເຕືອນ
Image
ການ​ດຶງ ຫຼື ແປ້ນ​ດຶງ
Image
ໝູນກັບ
Image
ຕິດຈັກ.
Image
ໜ່ວຍຕັດຍົກ​ຂຶ້ນ ຫຼື ກຳ​ລັງຍົກສູງຂຶ້ນ.
Image
PTO ເປີດໃຊ້ຢູ່.
Image
ໜ່ວຍຕັດຕ່ຳ​ລົງ ຫຼື ກຳ​ລັງປ່ອຍ​ຕ່ຳ​ລົງ.
Image
ໃສ່ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນແລ້ວ.
Image
Generator (ເຄື່ອງ​ປັ່ນ​ໄຟ​ຟ້າ)
Image
ຈັກ
Image
ເຄື່ອງວັດ​ແທກຊົ່ວໂມງ
Image
ປ້ອນ​ລະ​ຫັດ​ຜ່ານ​ເຂົ້າ​ໄປ​ແລ້ວ.
Image
ເພີ່ມ​ຄ່າ
Image
ໃຊ້ງານ​ຢູ່
Image
ຫຼຸດຄ່າ
Image
ຢູ່​ຊື່ໆ
Image
ເລື່ອນ​ຂຶ້ນ/ລົງ
Image
ເມນູ
Image
ເລື່ອ​ນທາງ​ຊ້າຍ/ຂວາ
Image
ໜ້າ​ຈໍ​ຖັດ​ໄປ
Image
ໜ້າ​ຈໍຜ່ານ​ມາ
ພາບ​ລວມ​ຂອງ​ເມ​ນູ
ເພື່ອເຂົ້າເຖິງລະບົບເມນູສະ​ແດງ​ຜົນສູນ​ຂໍ້​ມູນ, ກົດປຸ່ມກັບ​ຄືນໃນຂະນະທີ່ຢູ່ໜ້າຈໍຫຼັກ. ນີ້ຈະນຳທ່ານໄປທີ່ເມນູຫຼັກ. ໃຫ້​ເບິ່ງຕາຕະລາງຕໍ່ໄປນີ້ສຳລັບການສະຫຼຸບຂອງຕົວເລືອກຕ່າງໆທີ່ມີຈາກເມນູ.
Image ໄດ້​ປົກ​ປ້ອງ​ພາຍ​ໃຕ້ Protected Menus (ເມນູທີ່ຖືກປົກປ້ອງ – ສາ​ມາດ​ເຂົ້າ​ເຖິງ​ໄດ້​ພຽງ​ແຕ່​ໂດຍ​ການ​ປ້ອນ PIN ເຂົ້າ​ໄປ​ເທົ່ານັ້ນ
ເມນູຫຼັກ
ລາຍການເມນູ
ລາຍ​ລະອຽດ
ຄວາມຜິດພາດ
ເມນູຄວາມຜິດພາດມີລາຍຊື່ຂອງຄວາມຜິດພາດຂອງເຄື່ອງຈັກທີ່ຜ່ານມາ. ໃຫ້​ເບິ່ງ​ທີ່ຄູ່​ມື​ໃຫ້​ບໍ​ລິ​ການ ຫຼື ຕິດ​ຕໍ່ຜູ້​ຈັດ​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອາ​ນຸ​ຍາດ​ຂອງ​ທ່ານ​ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ເມ​ນູ​ຂໍ້​ຜິດ​ພາດ ແລະ ຂໍ້​ມູນ​ທີ່​ມີ​ຢູ່​ທີ່ນັ້ນ.
ການບຳ​ລຸງ​ຮັກ​ສາ
ເມນູການບຳ​ລຸງ​ຮັກ​ສາມີຂໍ້ມູນກ່ຽວກັບເຄື່ອງຈັກເຊັ່ນ: ຊົ່ວໂມງການນຳໃຊ້, ເຄື່ອງນັບ ແລະ ຕົວເລກອື່ນໆທີ່ຄ້າຍຄືກັນ.
ການວິ​ນິດ​ໄສ
ເມນູການວິນິດໄສສະແດງສະຖານະພາບຂອງສະ​ວິດ​ເຄື່ອງ​ຈັກແຕ່ລະອັນ, ເຊັນເຊີ ແລະ ຜົນ​ສົ່ງອອກການ​ຄວບ​ຄຸມ. ທ່ານສາມາດໃຊ້ວິທີນີ້ເພື່ອແກ້ໄຂບັນຫາບາງຢ່າງເພາະມັນຈະບອກທ່ານໄດ້​ຢ່າງໄວວ່າການ​ຄວບ​ຄຸມເຄື່ອງຈັກໃດເປີດຢູ່ ແລະ ຕົວໃດປິດຢູ່.
ການຕັ້ງຄ່າ
ເມນູການຕັ້ງຄ່າຊ່ວຍໃຫ້ທ່ານສາມາດປັບແຕ່ງ ແລະ ແກ້ໄຂຕົວແປການຕັ້ງຄ່າໃນໜ້າຈໍສະແດງ.
ການຕັ້ງ​ຄ່າເຄື່ອງ​ຈັກ
ເມ​ນູ​ການ​ຕັ້ງ​ຄ່າ​ເຄື່ອງ​ຈັກ​ໃຫ້​ທ່ານ​ປັບ​ການ​ເລັ່ງ, ຄວາມ​ໄວ ແລະ ລະ​ດັບ​ການ​ຖ່ວງ​ຄວາມ​ດຸນ​ດ່ຽງ.
ກ່ຽວກັບ
ເມນູກ່ຽວກັບໄດ້ລາຍງານຈຳນວນຮູບແບບ, ເລກລຳດັບ ແລະ ເວີຊັນຊອບແວຂອງເຄື່ອງຈັກຂອງທ່ານ.
ການບຳ​ລຸງ​ຮັກ​ສາ
ລາຍການເມນູ
ລາຍ​ລະອຽດ
ຊົ່ວ​ໂມງ
ແຈ້ງຈຳນວນຊົ່ວໂມງທັງໝົດທີ່ເຄື່ອງຈັກ, ຈັກ ແລະ PTO ໄດ້ເປີດໃຊ້, ພ້ອມທັງຈຳນວນຊົ່ວໂມງທີ່ເຄື່ອງໄດ້ຖືກຂົນສົ່ງ ແລະ ການບຳ​ລຸງ​ຮັກ​ສາທີ່​ຄົບກຳນົດ.
ການ​ນັບຈຳ​ນວນ
ເຮັດລາຍຊື່ນັບຈຳນວນທີ່ເຄື່ອງຈັກໄດ້ປະສົບມາ.
ໃບ​ມີດຕັດ​ກັບ​ດ້ານ​ໜ້າ
ຄວບຄຸມຄວາມໄວຂອງກຽວດ້ານໜ້າໃນໂໝດກັບຫຼັງ.
ໃບ​ມີດຕັດ​ກັບ​ດ້ານຫຼັງ
ຄວບຄຸມຄວາມໄວຂອງກຽວດ້ານຫຼັງໃນໂໝດກັບຫຼັງ.
ແປ້ນຂັບເຄື່ອນ Image
ປັບ​ຕັ້ງກົດແປ້ນ​ຂັບ​ເຄື່ອນ.
ປ້ຳ​ດຶງ Image
ປັບ​ຕັ້ງປ້ຳ​ດຶງ.
ເຊັນ​ເຊີ​ຄວາມ​ໄວ​ສະ​ເໝືອນ Image
ປັບ​ຕັ້ງຕົວເຊັນເຊີຄວາມໄວສະ​ເໝືອນ.
ການວິນິດໄສ
ລາຍການເມນູ
ລາຍ​ລະອຽດ
ການ​ລາກ
ຊີ້ບອກ​ການ​ປ້ອນ​ເຂົ້າ ແລະ ຜົນ​ອອກ​ມາ​ສຳ​ລັບ​ແປ້ນ​ຂັບ​ເຄື່ອນ.
ໜ່ວຍຕັດ
ຊີ້ໃຫ້ເຫັນການປ້ອນເຂົ້າ ແລະ ຜົນ​ທີ່ອອກມາສຳລັບການຍົກຂຶ້ນ ແລະ ການປ່ອຍໜ່ວຍຕັດຕ່ຳລົງ.
PTO
ຊີ້ໃຫ້ເຫັນການປ້ອນເຂົ້າ ແລະ ຜົນ​ທີ່ອອກມາສຳລັບການ​ເປີດ​ໃຊ້​ງານວົງຈອນ PTO.
ຈັກ
ຊີ້ໃຫ້ເຫັນການປ້ອນເຂົ້າ ແລະ ຜົນ​ທີ່ອອກມາສຳລັບສຳລັບການຕິດຈັກ.
Generator (ເຄື່ອງ​ປັ່ນ​ໄຟ​ຟ້າ)
ຊີ້ບອກ​ການ​ປ້ອນ​ເຂົ້າ ແລະ ຜົນ​ອອກ​ມາ​ສຳ​ລັບເຄື່ອງ​ປັ່ນ​ໄຟ​ຟ້າ.
ສະ​ຖິ​ຕິ CAN Image
ຊີ້ບອກ​ການ​ປ້ອນ​ເຂົ້າ ແລະ ຜົນ​ອອກ​ມາ​ສຳ​ລັບ CAN.
ການຕັ້ງຄ່າ
ລາຍການເມນູ
ລາຍ​ລະອຽດ
ປ້ອນ PIN
ໃຫ້​ຄົນ (ຫົວ​ໜ້າ​ຊີ້​ນຳ/ນາຍ​ຊ່າງ) ທີ່​ໄດ້​ຮັບ​ອະ​ນຸ​ຍາດໂດຍ​ບໍ​ລິ​ສັດ​ຂອງ​ທ່ານ​ທີ່​ມີ​ລະ​ຫັດ PIN ເຂົ້າ​ເຖິງ​ເມ​ນູ​ທີ່ຖືກ​ປົກ​ປ້ອງ.
ໄຟພື້ນຫຼັງ
ຄວບຄຸມຄວາມສະຫວ່າງຂອງຈໍສະແດງຜົນ LCD.
ພາສາ
ຄວບຄຸມພາສາທີ່ໃຊ້ໃນການສະແດງຜົນ*.
ຂະ​ໜາດຕົວໜັງສື
ຄວບຄຸມຂະ​ໜາດ​ຂອງ​ດ້ານ​ໜ້າໃນການສະແດງຜົນ.
ຫົວໜ່ວຍ
ຄວບຄຸມຫົວ​ໜ່ວຍ​ທີ່​ໃຊ້ໃນການສະແດງຜົນ (ອິມ​ພີ​ຣຽ​ລ ຫຼື ເມ​ຕ​ຣິກ).
ປົກ​ປ້ອງ​ການ​ຕັ້ງ​ຄ່າ Image
ໃຫ້​ຄວາມ​ສາ​ມາດປ່ຽນ​ການ​ຕັ້ງ​ຄ່າ​ໄດ້​ຢູ່​ໃນການ​ຕັ້ງ​ຄ່າທີ່​ຖືກ​ປົກ​ປ້ອງ.
*ພຽງ​ແຕ່ຂໍ້​ຄວາມ "ດ້ານ​ຂອງ​ຜູ້ໃຊ້​ງານ​" ທີ່​ຖືກ​ແປ. ຄວາມ​ຜິດ​ພາດ, ການ​ບຳ​ລຸງ​ຮັກ​ສາ ແລະ ການກວດ​ສອບ​ປະ​ເມີນ​ແມ່ນ "ດ້ານ​ຂອງ​ການ​ບໍລິ​ການ.�? ຫົວຂໍ້ເປັນພາສາທີ່ທ່ານເລືອກ, ແຕ່ລາຍການເມນູແມ່ນເປັນພາສາອັງກິດ.
ການຕັ້ງ​ຄ່າເຄື່ອງ​ຈັກ
ລາຍການເມນູ
ລາຍ​ລະອຽດ
ໃບ​ມີດຕັດ​ກັບ​ດ້ານ​ໜ້າ
ຄວບຄຸມຄວາມໄວຂອງກຽວດ້ານໜ້າໃນໂໝດກັບຫຼັງ.
ໃບ​ມີດຕັດ​ກັບ​ດ້ານຫຼັງ
ຄວບຄຸມຄວາມໄວຂອງກຽວດ້ານຫຼັງໃນໂໝດກັບຫຼັງ.
ຄວາມໄວຕັດຫຍ້າ Image
ຄວບ​ຄຸມ​ຄວາມ​ໄວ​ສູງ​ສຸດ​ໃນ​ຂະ​ນະ​ທີ່​ຢູ່​ໃນ​ການ​ຕັດ​ຫຍ້າ (ຂອບ​ເຂດ​ຕ່ຳ).ນີ້​ແມ່ນ​ໃຊ້​ເພື່ອ​ກຳ​ນົດ​ຄວາມ​ໄວ​ກຽວ​ໝູນ.
ຄວາມໄວຂົນສົ່ງ Image
ຄວບ​ຄຸມ​ຄວາມ​ໄວ​ສູງ​ສຸດ​ໃນ​ຂະ​ນະ​ທີ່​ຢູ່​ໃນ​ການຂົນ​ສົ່ງ (ຂອບ​ເຂດສູງ).
ຈຳນວນໃບມີດ Image
ຄວບຄຸມຈໍານວນຂອງໃບມີດເທິງກຽວສໍາລັບຄວາມໄວກຽວໝູນ.
ຄວາມສູງຂອງການຕັດ (HOC) Image
ຄວບຄຸມຄວາມສູງຂອງການຕັດ (HOC) ສຳລັບການກຳນົດຄວາມໄວຂອງກຽວໝູນ.
ຄວາມໄວກຽວໝູນດ້ານ​ໜ້າ Image
ສະແດງຕໍາແໜ່ງຄວາມໄວກຽວໝູນທີ່ຄິດໄລ່ສຳລັບກຽວໝູນ​ດ້ານໜ້າ. ກຽວໝູນຍັງສາມາດປັບດ້ວຍຕົນເອງໄດ້.
ຄວາມໄວກຽວໝູນດ້ານ​ໜ້າ Image
ສະແດງຕໍາແຫນ່ງຄວາມໄວກຽວທີ່ຄິດໄລ່ສໍາລັບກຽວໝູນ​ດ້ານຫຼັງ. ກຽວໝູນຍັງສາມາດປັບດ້ວຍຕົນເອງໄດ້.
ໂໝດ​ປະ​ຢັດ Image
ໃນ​ເວ​ລາ​ທີ່​ເປີດ​ໃຊ້​ງານ​ໂໝດ​ປະ​ຢັດຫຼຸດ​ຜ່ອນ​ຄວາມ​ໄວ​ຂອງ​ເຄື່ອງ​ຈັກ​ລົງ​ໃນ​ເວ​ລາ​ທີ່​ຕັດ​ຫຍ້າ​ເພື່ອຫຼຸດ​ຜ່ອນ​ສຽງ ແລະ ການ​ກິນ​ນ້ຳ​ມັນ. ຄວາມ​ໄວຂອງ​ກົງ​ລໍ້​ບໍ່​ໄດ້​ປ່ຽນ​ແປງ, ແຕ່​ຄວາມ​ໄວ​ຂອງ​ການຕັດ​ຫຍ້າຫຼຸດ​ລົງ, ຖ້າ​ຫາກ​ຕົວ​ຢຸດ​ການ​ຕັດ​ຫຍ້າບໍ່​ໄດ້​ຮັບ​ການ​ປັບໃຫ້​ສອດ​ຄ່ອງ​ກັນ.
Powerboost Image
ເປີດ ແລະ ປິດ Powerboost.
Powershed Image
ເປີດ ແລະ ປິດ Powershed.
ພະ​ລັງ​ອັດ​ສະ​ລິ​ຍະ Image
ເປີດ ແລະ ປິດ​ພະ​ລັງ​ອັດ​ສະ​ລິ​ຍະ.
ການ​ເ​ລັ່ງ Image
ການ​ຕັ້ງ​ຄ່າ​ຕ່ຳ, ກາງ ແລະ ສູງ​ຄວບ​ຄຸມ​ຄວາມ​ໄວ​ການ​ລາກ​ຕອບ​ສະ​ໜອງ​ໄວ​ປານ​ໃດ​ເມື່ອ​ທ່ານ​ເຄື່ອນ​ແປ້ນຂັບ​ເຄື່ອນ.
ການ​ຄວບ​ຄຸມ​ການ​ຕັດ Image
ເປີດ ແລະ ປິດ​ການ​ຄວບ​ຄຸມ​ການ​ຕັດ.
ກ່ຽວກັບ
ລາຍການເມນູ
ລາຍ​ລະອຽດ
ລຸ້ນ
ບອກຈຳນວນຮູບແບບຂອງເຄື່ອງຈັກ.
ເລກ​ລຳ​ດັບ
ເຮັດລາຍຊື່ເລກລຳດັບຂອງເຄື່ອງຈັກ.
ການ​ດັດ​ແກ້ S/W
ເຮັດລາຍຊື່ການດັດແກ້ຊອບແວຂອງຕົວຄວບຄຸມຕົ້ນ​ຕໍ.
ການ​ດັດ​ແກ້ S/W ສູນ​ຂໍ້​ມູນ Image
ເຮັດລາຍຊື່ການປັບປຸງຊອບແວຂອງສູນ​ຂໍ້​ມູນ.
ການ​ດັດ​ແກ້ S/W ເຄື່ອງ​ປັ່ນ​ໄຟ​ຟ້າ Image
ເຮັດ​ລາຍ​ຊື່​ຂອງ​ການກວດ​ແກ້ຊອບ​ແວ​ຂອງ​ສະ​ຕັດ​ເຕີ/ເຄື່ອງ​ປັ່ນ​ໄຟຟ້າ.
ການ​ດັດ​ແກ້ S/W ໜ່ວຍຕັດ 1 Image
ເຮັດ​ລາຍ​ຊື່​ຂອງ​ການກວດ​ແກ້ຊອບ​ແວ​ຂອງ​ໜ່ວຍ​ຕັດ eReel.
ການ​ດັດ​ແກ້ S/W ໜ່ວຍຕັດ 2 Image
ການ​ດັດ​ແກ້ S/W ໜ່ວຍຕັດ 3 Image
ການ​ດັດ​ແກ້ S/W ໜ່ວຍຕັດ 4 Image
ການ​ດັດ​ແກ້ S/W ໜ່ວຍຕັດ 5 Image
ການ​ເຂົ້າ​ເຖິງ​ໜ້າ​ຈໍ​ເດີນ​ເຄື່ອງ
  1. ຈາກເມ​ນູ​ຫຼັກ, ກົດ​ປຸ່ມ​ນຳ​ທາງ​ເບື້ອງ​ຂວາ​ເພື່ອ​ເຂົ້າ​ເຖິງໜ້າ​ຈໍ​ເດີນ​ເຄື່ອງ​ຫຼັກສະ​ແດງ​ລະ​ດັບ​ນ້ຳ​ມັນ​ເຊື້ອ​ໄຟ ແລະ ອຸນ​ຫະ​ພູມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ.
  2. ກົດ​ປຸ່ມ​ນຳ​ທາງ​ເບື້ອງ​ຂວາ​ເພື່ອ​ເລື່ອນ​ໄປ​ຫາໜ້າ​ຈໍ​ເດີນ​ເຄື່ອງ​ສຳ​ຮອງສະ​ແດງ​ຜົນອຸນ​ຫະ​ພູມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ ແລະ ອຸນ​ຫະ​ພູມ​ໄດ​ປັ່ນ​ໄຟ​ພ້ອມ​ກັບ RPM ແຮງ​ດັນ​ໄຟ).
  3. ກົດ​ປຸ່ມການ​ນຳ​ທາງ​ເບື້ອງ​ຂວາ​ເພື່ອ​ເລື່ອນ​ໄປ​ຫາ ໜ້າ​ຈໍ​ຂໍ້​ມູນ eReel ທີ່​ກຳ​ລັງສະ​ແດງກະ​ແສ​ປັດ​ຈຸ​ບັນ ແລະ ຄວາມ​ໄວຂອງ​ແຕ່​ລະໜ່ວຍ​ຕັດ​ທັງ 5 ໜ່ວຍ.
  4. ກົດ​ປຸ່ມການ​ນຳ​ທາງ​ເບື້ອງ​ຂວາ​ເພື່ອ​ເລື່ອນ​ໄປ​ຫາ ໜ້າ​ຈໍ​ໂໝດ​ພະ​ລັງ​ງານ ທີ່​ກຳ​ລັງ​ສະ​ແດງ​ສ່ວນ​ປະ​ກອບ, ກະ​ແສພະ​ລັງ​ງານ ແລະ ທິດ​ທາງ​ໃນ​ຂະ​ນະ​ທີ່​ກຳ​ລັງ​ປະ​ຕິ​ບັດ​ງານ.
Protected Menus (ເມນູທີ່ຖືກປົກປ້ອງ)
ມີການຕັ້ງຄ່າການປັບ​ຕັ້ງ​ການໃຊ້ງານທີ່ສາມາດປັບໄດ້ພາຍໃນການ​ຕັ້ງ​ຄ່າຂອງ​ການ​ສະ​ແດງ​ຜົນ. ເພື່ອ​ລັອກ​ການ​ຕັ້ງ​ຄ່າ​ເຫຼົ່າ​ນີ້, ໃຊ້ເມ​ນູ​ທີ່​ຖືກ​ປົກ​ປ້ອງ.
Note: ໃນຊ່ວງເວລາຂອງການຈັດສົ່ງ, ລະ​ຫັດ​ຜ່ານ​ເບື້ອງ​ຕົ້ນ​ຖືກວາງ​ໂປ​ຣ​ແກ​ຣມ​ໂດຍຕົວ​ແທນ​ຈຳ​ໜ່າຍ​ຂອງ​ທ່ານ.
ການເຂົ້າເຖິງເມນູທີ່ຖືກປົກປ້ອງ
Note: ລະ​ຫັດ PIN ເລີ່ມ​ຕົ້ນ​ມາ​ຈາກ​ໂຮງ​ງານ​ສຳ​ລັບ​ເຄື່ອງ​ຈັກ​ຂອງ​ທ່ານ​ແມ່ນ 0000 ຫຼື 1234.
ຖ້າ​ທ່ານ​ປ່ຽນ​ລະ​ຫັດ PIN ແລະ ລືມ​ລະ​ຫັດ, ຕິດ​ຕໍ່​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ.
    Graphic
    G471349s
  1. ຈາກເມນູຫຼັກ, ເລື່ອນລົງໄປ​ຫາການ​ຕັ້ງ​ຄ່າ ແລະ ກົດປຸ່ມເລືອກ.
  2. Graphic
    G471350s
  3. ຢູ່​ໃນການ​ຕັ້ງ​ຄ່າ, ເລື່ອນ​ໄປ​ຫາປ້ອນ PIN ແລະ ກົດ​ປຸ່ມ​ເລືອກ .
  4. ເພື່ອ​ປ້ອນ​ລະ​ຫັດ PIN, ກົດ​ປຸ່ມນຳ​ທາງ​ຂຶ້ນ/ລົງ ຈົນ​ກວ່າ​ຕົວ​ເລກ​ທຳ​ອິດ​ຖືກ​ຕ້ອງ​ປາ​ກົດ​ຂຶ້ນ, ຫຼັງຈາກນັ້ນກົດປຸ່ມນຳ​ທາງເບື້ອງຂວາເພື່ອຍ້າຍໄປທີ່ຕົວເລກຕໍ່ໄປ. ເຮັດ​ຂັ້ນ​ຕອນ​ນີ້​ຊ້ຳ​ຄືນ​ຈົນ​ກວ່າ​ຕົວ​ເລກ​ສຸດ​ທ້າຍ​ຖືກ​ປ້ອນ​ເຂົ້າ​ໄປ.
  5. ກົດ​ປຸ່ມ​ເລືອກ .
    Note: ຖ້າ​ການສະ​ແດງ​ຜົນ​ຍອມ​ຮັບ​ລະ​ຫັດ PIN ແລະ ເມນູທີ່ຖືກປົກປ້ອງຖືກ​ປົດ​ລັອກ, ຄຳ​ວ່າ “PIN�? ສະ​ແດງ​ຢູ່ໃນ​ມູມຂວາເບື້ອງຂວາ​ຂອງ​ໜ້າ​ຈໍ.
  6. ເພື່ອລັອກ​ເມ​ນູ​ທີ່​ຖືກ​ປົກ​ປ້ອງ, ໝູນສະວິດກະແຈໄປທີ່ຕຳແໜ່ງປິດ ແລະ ຈາກນັ້ນ​ໄປຫາຕຳ​ແໜ່ງເປີດ.
ການເບິ່ງ ແລະ ການປ່ຽນແປງການຕັ້ງຄ່າເມນູທີ່​ຖືກປົກປ້ອງ
  1. ຢູ່​ໃນການ​ຕັ້ງ​ຄ່າ, ເລື່ອນ​ລົງ​ຫາການ​ຕັ້ງ​ຄ່າ​ປົກ​ປ້ອງ.
  2. ເພື່ອເບິ່ງ ແລະ ປ່ຽນການຕັ້ງຄ່າໂດຍບໍ່ຕ້ອງປ້ອນລະຫັດ PIN, ໃຊ້​ປຸ່ມ​ເບື້ອງ​ເລືອກ​ເພື່ອ​ປ່ຽນການ​ຕັ້ງ​ຄ່າ​ປົກ​ປ້ອງໄປເປັນImage (ປິດ).
  3. ເພື່ອເບິ່ງ ແລະ ປ່ຽນການຕັ້ງຄ່າດ້ວຍລະຫັດ PIN, ໃຊ້ປຸ່ມເລືອກເພື່ອປ່ຽນການຕັ້ງຄ່າປົກປ້ອງໄປເປັນImage (ເປີດ), ຕັ້ງຄ່າລະຫັດ PIN ແລະ ບິດກະ​ແຈຢູ່​ໃນສະ​ວິດ​ຕິດ​ຈັກ​ໄປ​ທີ່​ຕຳ​ແໜ່ງປິດ ແລະ ຈາກນັ້ນໄປທີ່ຕໍາແໜ່ງເປີດ.
ການ​ຕັ້ງ​ໂມງ​ຈັບ​ເວ​ລາ​ຄົບ​ກຳ​ນົດ​ການ​ບໍ​ລິ​ການ
ໂມງ​ຈັບ​ເວ​ລາ​ຄົບ​ກຳ​ນົດ​ການ​ບໍ​ລິ​ການ​ຕັ້ງ​ຄ່າ​ຊົ່ວ​ໂມງ​ຄົບ​ກຳ​ນົດ​ການ​ບໍ​ລິ​ການ​ຄືນ​ໃໝ່​ຫູງ​ຈາກ​ໄດ້​ເຮັດ​ຂັ້ນ​ຕອນ​ດຳ​ເນີນ​ການ​ບຳ​ລຸງ​ຮັກ​ສາ​ທີ່​ໄດ້​ກຳ​ນົດ​ເວ​ລາ​ໄວ້​ແລ້ວ.
  1. ຢູ່​ໃນການ​ຕັ້ງ​ຄ່າ, ເລື່ອນ​ໄປ​ຫາປ້ອນ PIN ແລະ ກົດ​ປຸ່ມ​ເລືອກ.
  2. ປ້ອນ PIN; ໃຫ້​ເບິ່ງການເຂົ້າເຖິງເມນູທີ່ຖືກປົກປ້ອງ.
  3. ຢູ່​ໃນການບຳ​ລຸງ​ຮັກ​ສາ, ເລື່ອນ​ໄປ​ຫາຊົ່ວ​ໂມງ ແລະ ກົດ​ປຸ່ມ​ເລືອກ.
  4. ເລື່ອງ​ລົງ​ຫາຄົບຮອບການບຳ​ລຸງ​ຮັກ​ສາ.
    Note: ຖ້າ​ປັດ​ຈຸ​ບັນ​ຄົບ​ຮອບ​ການ​ບຳ​ລຸງ​ຮັກ​ສາ, ດຽວ​ນີ້ ປາ​ກົດ​ຂຶ້ນ​ຢູ່​ຕໍ່​ໜ້າຄົບຮອບການບຳ​ລຸງ​ຮັກ​ສາ.
  5. ໄຮ​ໄລ້ໄລ​ຍະ​ຫ່າງ​ການ​ບຳ​ລຸງ​ສ້ອມ​ແປງ ແລະ ກົດ​ປຸ່ມເລືອກ.
    Note: ໄລ​ຍະ​ຫ່າງ​ການ​ບຳ​ລຸງຮັກ​ສາ (250 ຊົ່ວ​ໂມງ, 500 ຊົ່ວ​ໂມງ, ອື່ນໆ) ແມ່ນ​ຢູ່​ຕໍ່​ໜ້າຄົບຮອບການບຳ​ລຸງ​ຮັກ​ສາ.
    ໄລ​ຍະ​ຫ່າງ​ການ​ບຳ​ລຸງຮັກ​ສາແມ່ນ​ລາຍ​ການ​ເມ​ນູ​ທີ່​ຖືກ​ປົກ​ປ້ອງ​ໄວ້.
  6. ເມື່ອ​ໃດ​ຈະຕັ້ງ​ເວ​ລາ​ການ​ບຳ​ລຸງ​ຮັກ​ສາ​ຄືນ​ໃໝ່?ໜ້າ​ຈໍ ປາ​ກົດ​ຂຶ້ນ, ກົດ​ປຸ່ມ​ເລືອກສຳ​ລັບແມ່ນ​ແລ້ວ ຫຼື ປຸ່ມ​ກັບ​ຄືນ​ສຳ​ລັບບໍ່​ແມ່ນ.
  7. ຫຼັງ​ຈາກ​ທ່ານ​ເລືອກແມ່ນແລ້ວ, ໜ້າ​ຈໍ​ໄລ​ຍະ​ຫ່າງ​ລຶບ​ໄປ ແລະ ກັບ​ຄືນ​ມາ​ຫາ​ການ​ເລືອກ​ຊົ່ວ​ໂມງການ​ບຳ​ລຸງ​ຮັກ​ສາ.
ການຕັ້ງຄ່າການ​ນັບແຜ່ນໃບມີດ
  1. ຢູ່​ໃນການ​ຕັ້ງ​ຄ່າເຄື່ອງ​ຈັກ, ເລື່ອນ​ລົງ​ຫາຈຳ​ນວນ​ແຜ່ນໃບ​ມີດ.
  2. ກົດປຸ່ມນຳ​ທາງ​ເບື້ອງຂວາເພື່ອປ່ຽນຈຳ​ນວນແຜ່ນໃບມີດລະຫວ່າງກຽວ​ໝູນໃບມີດ 8 ຫຼື 11.
ການກຳນົດຄວາມສູງຂອງການຕັດ (HOC)
  1. ຢູ່​ໃນການ​ຕັ້ງ​ຄ່າເຄື່ອງ​ຈັກ, ເລື່ອນ​ລົງ​ຫາຄວາມ​ສູງ​ຂອງ​ການ​ຕັດ.
  2. ໃຊ້​ປຸ່ມນຳ​ທາງ​ເບື້ອງ​ຊ້າຍ ແລະ ເບື້ອງ​ຂວາ​ເພື່ອ​ເລືອກ​ການກຳ​ນົດ HOC ທີ່​ກົງ​ກັບ​ການ​ຕັ້ງ​ຄ່າ​ແປ້ນ​ນັ່ງ​ຂອງ​ໜ່ວຍ​ຕັດ. ຖ້າການຕັ້ງຄ່າທີ່ແນ່ນອນບໍ່ໄດ້ຖືກສະແດງ, ເລືອກການຕັ້ງຄ່າ HOC ທີ່ໃກ້ທີ່ສຸດຈາກລາຍຊື່ທີ່ສະແດງ.
ການຕັ້ງຄ່າຄວາມໄວກຽວດ້ານໜ້າ ແລະ ດ້ານຫລັງ
  1. ດ້ວຍການ​ຄວບ​ຄຸມ​ການ​ຕັດເປີດ (ຄ່າ​ເລີ່ມ​ຕົ້ນ), ຄວາມ​ໄວ​ຂອງ​ກົງ​ໝູນ​ຈະ​ເພີ່ມ​ຂຶ້ນ ຫຼື ຫຼຸດ​ລົງ​ເປັນ​ສັດ​ສ່ວນປ່ຽນ​ແປງ​ຢູ່​ສະ​ເໝີ​ຕໍ່​ຄວາມ​ໄວ​ການ​ດຶງ​ທີ່​ຜູ້​ໃຊ້​ງານ​ສັ່ງ.
  2. ດ້ວຍ​ການ​ຄວບ​ຄຸມ​ການ​ຕັດ​ປິດ, ຄວາມ​ໄວ​ກົງ​ໝູນ​ສະ​ຖິດ​ຖືກ​ຕັ້ງ​ສຳ​ພັດ​ກັບ​ຄວາມ​ໄວ​ຕັດ​ຫຍ້າ​ສູງ​ສຸດ​ຂອງ​ຜູ້​ຊີ້​ນຳ.
Note: ນອກ​ຈາກ​ນັ້ນ, ຄວາມໄວກຽວໝູນດ້ານ​ໜ້າ ແລະ ດ້ານ​ຫຼັງ​ສາ​ມາດ​ປັບ​ໄດ້​ເອົາ​ເອງ​ຢູ່​ໃນການ​ຕັ້ງ​ຄ່າ​ເຄື່ອງ​ຈັກ.
ການ​ຕັ້ງ​ຄ່າໂໝດ​ປະ​ຢັດ
ການ​ໃຊ້​ງານ​ຢູ່​ໃນ​ໂໝດ​ປະ​ຢັດ​ສາ​ມາດ​ເຮັດ​ໃຫ້​ໄດ້​ຜົນ​ປະ​ໂຍດ​ຢູ່​ໃນ​ການ​ໃຊ້​ງານ​ເບົາ ຫຼື ການ​ນຳ​ໃຊ້​ທີ່​ອ່ອນ​ໄຫວ​ຕໍ່​ສຽງ. ຄວາມ​ໄວ​ການ​ເຮັດ​ວຽກ​ຂອງ​ຈັກ​ຫຼຸດ​ລົງ, ແຕ່​ຄວາມ​ໄວ​ການ​ດຶງ ຫຼື ກົງ​ໝູນ​ບໍ່​ຫຼຸດ​ລົງ.
Note: ບໍ່​ແນະ​ນຳ​ໃຫ້​ໃຊ້ຄວາມໄວຕັດຫຍ້າເກີນ 8.6 ກມ/ຊມ (5.5 ໄມ/ຊມ) ຢູ່​ໃນ​ໂໝດ​ປະ​ຢັດ.
  1. ຈາກເມນູຫຼັກ, ເລື່ອນລົງໄປ​ຫາການ​ຕັ້ງ​ຄ່າເຄື່ອງ​ຈັກ ແລະ ກົດປຸ່ມເລືອກ.
  2. ຢູ່​ໃນການ​ຕັ້ງ​ຄ່າເຄື່ອງ​ຈັກ, ເລື່ອນ​ລົງ​ຫາໂໝດ​ປະ​ຢັດ.
  3. ກົດ​ປຸ່ມ​ການ​ນຳ​ທາງ​ເບື້ອງ​ຂວາ​ເພື່ອເປີດມັນ.
ການ​ຕັ້ງ​ຄ່າ​ຄວາມ​ໄວ​ຕັດ​ຫຍ້າ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ສູງ​ສຸດ
ການ​ຕັ້ງ​ຄ່າ​ທີ່​ເລືອກ​ໄວ້​ສະ​ແດງ​ຂຶ້ນ​ເປັນ​ຕົວ X ໃນ​ເສັ້ນ​ສະ​ແດງ​ແຖບ​ຄວາມ​ໄວ​ການ​ລາກ​ໄປ​ພ້ອມ​ກັບ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ ແລະ ການ​ຕັ້ງ​ຄ່າ​ຢຸດແປ້ນ​ຢຽບ. ຕົວ X ຢູ່​ໃນ​ແຖບ​ສະ​ແດງ​ໃຫ້ເຫັນ​ວ່າ​ຄວາມ​ໄວ​ສູງ​ສຸດ​ຖືກ​ຈຳ​ກັດ​ໂດຍ​ຜູ້​ຊີ້​ນຳ.
Note: ການ​ຕັ້ງ​ຄ່າ​ນີ້​ຖືກ​ເກັບ​ໄວ້​ໃນ​ໜ່ວຍ​ຄວາມ​ຈຳ ແລະ ນຳ​ໃຊ້​ກັບ​ຄວາມ​ໄວ​ການ​ດຶງ​ຈົນ​ກວ່າ​ທ່ານ​ປ່ຽນ​ມັນ.
  1. ຢູ່​ໃນການ​ຕັ້ງ​ຄ່າເຄື່ອງ​ຈັກ, ເລື່ອນ​ລົງ​ຫາຄວາມ​ໄວຕັດ​ຫຍ້າ.
  2. ໃຊ້​ປຸ່ມນຳ​ທາງ​ເບື້ອງ​ຊ້າຍ ແລະ ເບື້ອງ​ຂວາເພື່ອ​ເພີ່ມ ແລະ ຜ່ອນຄວາມ​ໄວ​ຕັດ​ຫຍ້າ​ສູງ​ສຸດ​ໃນ​ການ​ເພີ່ມຂຶ້ນ 0.8 ກມ/ຊມ (0.5 ໄມ​ຕໍ່​ຊົ່ວ​ໂມງ) ລະ​ຫວ່າງ 1.6 ຫາ 12.9 ກມ/ຊມ (1.0 ຫາ 8.0 ໄມ​ຕໍ່​ຊົ່ວ​ໂມງ).
ການ​ຕັ້ງ​ຄ່າ​ຄວາມ​ໄວ​ຂົນ​ສົ່ງ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ສູງ​ສຸດ
ການ​ຕັ້ງ​ຄ່າ​ທີ່​ເລືອກ​ໄວ້​ສະ​ແດງ​ຂຶ້ນ​ເປັນ​ຕົວ X ໃນ​ເສັ້ນ​ສະ​ແດງ​ແຖບ​ຄວາມ​ໄວ​ການ​ລາກ​ໄປ​ພ້ອມ​ກັບ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ ແລະ ການ​ຕັ້ງ​ຄ່າ​ຢຸດແປ້ນ​ຢຽບ. ຕົວ X ຢູ່​ໃນ​ແຖບ​ສະ​ແດງ​ໃຫ້ເຫັນ​ວ່າ​ຄວາມ​ໄວ​ສູງ​ສຸດ​ຖືກ​ຈຳ​ກັດ​ໂດຍ​ຜູ້​ຊີ້​ນຳ.
Note: ການ​ຕັ້ງ​ຄ່າ​ນີ້​ຖືກ​ເກັບ​ໄວ້​ໃນ​ໜ່ວຍ​ຄວາມ​ຈຳ ແລະ ນຳ​ໃຊ້​ກັບ​ຄວາມ​ໄວ​ການ​ດຶງ​ຈົນ​ກວ່າ​ທ່ານ​ປ່ຽນ​ມັນ.
  1. ຢູ່​ໃນການ​ຕັ້ງ​ຄ່າເຄື່ອງ​ຈັກ, ເລື່ອນ​ລົງ​ຫາຄວາມ​ໄວ​ຂົນ​ສົ່ງ.
  2. ໃຊ້​ປຸ່ມນຳ​ທາງ​ເບື້ອງ​ຊ້າຍ ແລະ ເບື້ອງ​ຂວາເພື່ອ​ເພີ່ມ ແລະ ຜ່ອນຄວາມ​ໄວ​ຂົນ​ສົ່ງ​ສູງ​ສຸດ​ໃນ​ການ​ເພີ່ມຂຶ້ນ 0.8 ກມ/ຊມ (0.5 ໄມ​ຕໍ່​ຊົ່ວ​ໂມງ) ລະ​ຫວ່າງ 8.0 ຫາ 16.0 ກມ/ຊມ (5.0 ຫາ 10.0 ໄມ​ຕໍ່​ຊົ່ວ​ໂມງ).
ການເປີດ/ປິດພະ​ລັງ​ງານ​ອັດ​ສະ​ລິ​ຍະ
  1. ຢູ່​ໃນການ​ຕັ້ງ​ຄ່າ, ເລື່ອນ​ລົງ​ຫາພະ​ລັງ​ງານ​ອັດ​ສະ​ລິ​ຍະ.
  2. ກົດ​ປຸ່ມນຳ​ທາງເບື້ອງ​ຂວາ​ເພື່ອ​ສະ​ຫຼັບ​ລະ​ຫວ່າງເປີດ ແລະ ປິດ.
ການ​ຕັ້ງ​ຄ່າໂໝດການ​ເລັ່ງ
  1. ຢູ່​ໃນການ​ຕັ້ງ​ຄ່າເຄື່ອງ​ຈັກ, ເລື່ອນ​ລົງ​ຫາການເລັ່ງ.
  2. ກົດ​ປຸ່ມນຳ​ທາງເບື້ອງ​ຂວາ​ເພື່ອ​ສະ​ຫຼັບ​ລະ​ຫວ່າງຕ່ຳ, ກາງ ແລະ ສູງ.
ການຕັ້ງຄ່າຄວາມໄວການ​ໝູນ​ກັບ​ຄືນດ້ານໜ້າ ແລະ ດ້ານຫຼັງ
  1. ຢູ່​ໃນການ​ຕັ້ງ​ຄ່າ​ເຄື່ອງ​ຈັກ, ເລື່ອນ​ລົງ​ຫາການ​ມ້ວນ​ກັບ​ດ້ານ​ໜ້າ ຫຼື ການ​ມ້ວນ​ກັບ​ດ້ານ​ຫຼັງ.
  2. ໃຊ້​ປຸ່ມ​ການ​ນຳ​ທາງ​ເບື້ອງ​ຂວາ ແລະ ຊ້າຍ​ເພື່ອ​ເພີ່ມ ຫຼື ຫຼຸດ​ຄວາມ​ໄວ​ການ​ມ້ວນ​ກັບ​ຫຼັງ.
ການກວດ​ເບິ່ງ​ຄວາມ​ໄວ​ການ​ເບ​ຣກ​ສະ​ພາ​ວະ​ໄຮ​ໂດຼ​ສະ​ເຕ​ຕິກ
Note: ເຄື່ອງ​ຈັກ​ນີ້​ຈະ​ເບ​ຣກ ແລະ ຢຸດ​ໄປ​ທີ​ລະ​ໜ້ອຍ​ເມື່ອ​ທ່ານ​ປ່ອຍ​ແປ້ນ​ຂັບ​ເຄື່ອນ​ສູ່​ຕຳ​ແໜ່ງ​ເກຍ​ຫວ່າງ.
Note: ສຳ​ລັບ​ການ​ຫຼຸດ​ຄວາມ​ເລັ່ງ​ລົງ​ຢ່າງ​ຄ່ອງ​ຕົວ, ໃຊ້​ຕີນ​ຂອງ​ທ່ານ​ເພື່ອ​ຄວບ​ຄຸມ​ແປ້ນ​ຂັບ​ເຄື່ອນ​ກັບ​ຄືນສູ່​ຕຳ​ແໜ່ງ​ເກຍ​ຫວ່າງ​ຢ່າງ​ຊ້າໆ. ຢ່າ​ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກ​ແປ້ນ​ຢຽບ ແລະ ປ່ອຍ​ໃຫ້​ມັນ​ຖອຍ​ກັບ​ຄືນ​ຫາ​ຕຳ​ແໜ່ງ​ເກຍ​ຫວ່າງ, ນອກ​ຈາກວ່າ​ທ່ານ​ຕັ້ງ​ໃຈ​ຈະ​ຢຸດ​ຢ່າງ​ໄວ.
  1. ນຳ​ເອົາເຄື່ອງ​ຈັກໄປຈອດ​ສະ​ໜິດໂດຍປະ​ມານ 3.7 ມ (12 ຟຸດ) ຈາກ​ຄວາມ​ໄວ​ຂົນ​ສົ່ງ​ສູງ​ສຸດ​ທີ່ 10 ໄມ​ຕໍ່​ຊົ່ວ​ໂມງ.
  2. ຢູ່​ບ່ອນ​ພື້ນປຸ​ທີ່​ແຫ້ງ​ພຽງ, ໝາຍ​ຈຸດ​ເລີ່ມ​ຕົ້ນ ແລະ ສິ້ນ​ສຸດ​ທີ່ 3.7 ມ (12 ຟຸດ).
  3. ຂັບ​ເຄື່ອນ​ເຄື່ອງ​ຈັກ​ທີ່​ຄວາມ​ໄວ​ຂົນ​ສົ່ງ​ສູງ​ສຸດ 16 ກມ/ຊມ (10 ໄມ​ຕໍ່​ຊົ່ວ​ໂມງ) ແລະ ເອົາ​ຕີນ​ຂອງ​ທ່ານ​ອອກ​ຢູ່​ທີ່​ຈຸດ​ເລີ່ມ​ຕົ້ນ 3.7 ມ (12 ຟຸດ).
  4. ກວດເບິ່ງວ່າ​ເຄື່ອງ​ຈັກ​ຢຸດພາຍ​ໃນ 0.6 ມ (2 ຟຸດ) ຂອງ​ຂີດ​ໝາຍ​ສິ້ນ​ສຸດ (3.7 ມ ຫຼື 12 ຟຸດ).
  5. ຕິດ​ຕໍ່​ຜູ້​ຈັດ​ຈຳ​ໜ່າຍ Toro ຂອງ​ທ່ານ, ຖ້າ​ໄລ​ຍະ​ຫ່າງ​ການ​ຢຸດ​ຂອງ​ເຄື່ອງ​ຈັກ​ບໍ່​ຢູ່​ພາຍ​ໃນໄລ​ຍະ​ຫ່າງ​ນີ້​ທີ່ 0.6 ມ (2 ຟຸດ).
ພາບ​ລວມ​ຂອງ​ຄວາມ​ໄວຖອຍ​ຫຼັງ
ຄວາມ​ໄວ​ຖອຍ​ຫຼັງການ​ຂົນ​ສົ່ງ
  • ຖ້າ​ຄວາມ​ໄວ​ຂົນ​ສົ່ງ​ສູງ​ສຸດ​ຖືກ​ຫົວ​ໜ້າ​ຊີ້​ນຳ​ຕັ້ງ​ໄວ້​ທີ່​ເກີນກວ່າ 8.0 ກມ/ຊມ (5.0 ໄມ/ຊມ), ຄວາມ​ໄວ​ຖອຍ​ຫຼັງ​ສູງ​ສຸດ​ແມ່ນ 8.0 ກມ/ຊມ (5.0 ໄມ/ຊມ).
  • ຖ້າ​ຄວາມ​ໄວ​ຂົນ​ສົ່ງ​ສູງ​ສຸດ​ຖືກ​ຫົວ​ໜ້າ​ຊີ້​ນຳ​ຕັ້ງ​ໄວ້​ທີ່ ຫຼື ຕ່ຳກວ່າ 8.0 ກມ/ຊມ (5.0 ໄມ/ຊມ), ຄວາມ​ໄວ​ຖອຍ​ຫຼັງ​ສູງ​ສຸດເທົ່າ​ກັບ​ຄວາມ​ໄວ​ຂົນ​ສົ່ງ​ທີ່​ຫົວ​ໜ້າ​ຊີ້​ນຳ​ຕັ້ງ​ໄວ້.
ຄວາມ​ໄວ​ຖອຍ​ຫຼັງການຕັດ​ຫຍ້າ
  • ຖ້າ​ຄວາມ​ໄວ​ຕັດ​ຫຍ້າ​ສູງ​ສຸດ​ຖືກ​ຫົວ​ໜ້າ​ຊີ້​ນຳ​ຕັ້ງ​ໄວ້​ທີ່​ເກີນກວ່າ 6.4 ກມ/ຊມ (4.0 ໄມ/ຊມ), ຄວາມ​ໄວ​ຖອຍ​ຫຼັງ​ສູງ​ສຸດ​ແມ່ນ 6.4 ກມ/ຊມ (4.0 ໄມ/ຊມ).
  • ຖ້າ​ຄວາມ​ໄວ​ຕັດ​ຫຍ້າ​ສູງ​ສຸດ​ຖືກ​ຫົວ​ໜ້າ​ຊີ້​ນຳ​ຕັ້ງ​ໄວ້​ທີ່ ຫຼື ຕ່ຳກວ່າ 6.4 ກມ/ຊມ (4.0 ໄມ/ຊມ), ຄວາມ​ໄວ​ຖອຍ​ຫຼັງ​ສູງ​ສຸດເທົ່າ​ກັບ​ຄວາມ​ໄວ​ຂົນ​ສົ່ງ​ທີ່​ຫົວ​ໜ້າ​ຊີ້​ນຳ​ຕັ້ງ​ໄວ້.
ພາບ​ລວມ​ຂອງ​ຄວາມ​ໄວ​ຂັບ​ເຄື່ອນ​ສະ​ແດງ​ຂຶ້ນ
ເຄື່ອງ​ຈັກນີ້​ສະ​ແດງ​ຄວາມ​ໄວ​ຂັບ​ເຄື່ອນ​ໂດຍ​ປະ​ມານ​ເປັນ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ (ກມ/ຊມ) ຫຼື ໄມ​ຕໍ່​ຊົ່ວ​ໂມງ (ໄມຕໍ່ຊົ່ວໂມງ).
  • ຄວາມ​ໄວ​ເລັ່ງ​ຂຶ້ນ​ທັນ​ທີ​ສະ​ແດງ​ຂຶ້ນ​ຢູ່​ມູມ​ຊ້າຍ​ມື​ດ້ານ​ເທິງ​ຂອງ​ໜ້າ​ຈໍ​ຄວບ​ຄຸມ​ການ​ຂັບ​ເລາະ​ໄປ ແລະ ການ​ຢຸດ​ແປ້ນ​ອອນ​ລາຍ.
  • ຄວາມ​ໄວ​ຂັບ​ເຄື່ອນ​ຖືກ​ປະ​ມານ ແລະ ປັບ​ຕັ້ງ​ໃຫ້​ຖືກ​ຕ້ອງ​ທີ່​ສຸດ​ທີ່ 8.0 ກມ/ຊມ (5.0 ໄມ/ຊມ) ໃນ​ຂະ​ນະ​ກຳ​ລັງ​ຕັດ​ຫຍ້າ. ຄວາມ​ໄວ​ສະ​ແດງ​ຂຶ້ນ​ຖືກ​ຕ້ອງ​ເມື່ອ​ມັນ​ແມ່ນ 0.8 ກມ/ຊມ (0.5 ໄມ/ຊມ) ສູງກວ່າ ຫຼື ຕ່ຳ​ກວ່າ​ຄວາມ​ໄວ​ສະ​ແດງ​ໃນ​ຂະ​ນະ​ກຳ​ລັງ​ຂັບ​ຂີ່​ໃນ​ພື້ນ​ປູ​ທີ່​ພຽງ​ແຫ້ງ.
  • ຕິດ​ຕໍ່ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ, ຖ້າ​ຄວາມ​ໄວ​ທີ່​ສັງ​ເກດ​ເຫັນ​ຂອງ​ເຄື່ອງ​ຈັກ​ບ່ຽງ​ເບນ​ໄປ​ຫຼາຍກວ່າ 2.4 ກມ/ຊມ (1.5 ໄມ/ຊມ) ຈາກ​ຄວາມ​ໄວ​ສະ​ແດງ​ຂຶ້ນ.
ພາບ​ລວມ​ຂອງ​ລະ​ບົບ™ PowerMatch
ສະ​ໜອງ​ແຮງ​ມ້າ​ເພີ່ມ​ເຕີມ​ໃຫ້​ຕາມ​ຄວາມ​ຕ້ອງ​ການ​ຈາກ​ກ້ອນ​ແບັດ​ເຕີ​ຣີ 48-VDC ແລະ ຖືກ​ຈັດ​ການ​ໂດຍ​ລະ​ບົບ PowerMatch. ໄຟ​ແບັດ​ເຕີ​ຣີ​ເພີ່ມ​ເຕີມ​ແມ່ນ​ຕັ້ງ​ໃຈ​ໃຫ້​ສຳ​ລັບ​ໄລ​ຍະ​ເວ​ລາ​ສັ້ນ—ບໍ່​ແມ່ນ​ໄລ​ຍະ​ເວ​ລາ​ຕໍ່​ເນື່ອງ ຫຼື ຕະ​ຫຼອດ​ໄປ​ຢູ່​ທີ່​ແຮງ​ມ້າ​ສູງ​ສຸດ. PowerMatch ເຮັດ​ມາ​ດ້ວຍ 2 ຂະ​ບວນ​ການ​ແຕກ​ຕ່າງ​ກັນ:
ພາບ​ລວມ​ຂອງ​ໂໝດ Powershed
ເມື່ອ​ຄວາມ​ຕ້ອງ​ການ​ແຮງ​ມ້າ​ຫຼາຍກວ່າ 24.8 ແຮງ​ມ້າ​ຂອງ​ຈັກ, ເຄື່ອງ​ປັ່ນ​ໄຟ​ຈະ​ຄ່ອຍໆ​ຫຼຸດ​ການ​ສາກ​ໃສ່​ແບັດ​ເຕີ​ຣີ​ລົງ ແລະ ກ້ອນ​ແບັດ​ເຕີ​ຣີ 48-VDC ຈະ​ເລີ່ມ​ຂັບ​ເຄື່ອນ​ກົງ​ໝູນ. ນີ້​ແມ່ນ​ຜູ້​ຄວບ​ຄຸມ​ຈະ​ເຫັນ. ເຄື່ອງ​ປັ່ນ​ໄຟ​ກຳ​ລັງ​ກຳ​ຈັດ​ຄວາມ​ຕ້ອງ​ການ​ກຳ​ລັງ​ແຮງ​ຂອງ​ມັນ​ຈາກ​ຈັກ ແລະ ແຮງ​ມ້າ​ຂອງ​ຈັກ​ທີ່​ມີ​ຢູ່​ສາ​ມາດ​ໄປ​ຫາ​ໄຮ​ໂດຼ​ລິກ​ດຶງ​ໄດ້.
Note: Toro ແນະ​ນຳ​ໃຫ້​ປ່ອຍ Powershed ເປີດໃນ​ລະ​ຫວ່າງ​ສະ​ພາບ​ການ​ໃຊ້​ງານ​ສ່ວນ​ໃຫຍ່. ເພື່ອ​ປິດ Powershed, ເລື່ອນ​ລົງ​ຫາ Powershed ຈາກ ການ​ຕັ້ງ​ຄ່າ​ເຄື່ອງ​ຈັກ ແລະ ກົດ​ປຸ່ມ​ການ​ນຳ​ທາງ​ເບື້ອງ​ຂວາ​ເພື່ອ​ບິດ​ມັນ​ໄປປິດ.
ພາບ​ລວມ​ຂອງ​ໂໝດ Powerboost
ດ້ວຍ​ຄວາມ​ຕ້ອງ​ການກຳ​ລັງ​ແຮງ​ດຶງ​ສືບ​ຕໍ່​ເພີ່ມ​ຂຶ້ນ (ຕົວ​ຢ່າງ: ການ​ຂັບ​ເຄື່ອນ​ໃນ​ເນີນ​ຄ້ອຍ​ຊັນ) ກ້ອນ​ແບັດ​ເຕີ​ຣີ 48-VDC ໃຫ້​ກຳ​ລັງ​ໄຟ​ເຄື່ອງ​ປັ່ນ​ໄຟ​ເປັນ​ມໍ​ເຕີ​ໄຟ​ຟ້າ​ເພື່ອ​ຊ່ວຍ​ຈັກ​ກາ​ຊ່ວນ ແລະ ກ້ອນ​ແບັດ​ເຕີ​ຣີ 48-VDC ຍັງ​ຈະ​ຂັບ​ເຄື່ອນ​ກົງ​ໝູນ​ໜ່ວຍ​ຕັດ.
Note: Toro ແນະ​ນຳ​ໃຫ້​ປ່ອຍ Powerboost ເປີດໃນ​ລະ​ຫວ່າງ​ສະ​ພາບ​ການ​ໃຊ້​ງານ​ສ່ວນ​ໃຫຍ່. ເພື່ອ​ປິດ Powerboost, ເລື່ອນ​ລົງ​ຫາ Powerboost ຈາກ ການ​ຕັ້ງ​ຄ່າ​ເຄື່ອງ​ຈັກ ແລະ ກົດ​ປຸ່ມ​ການ​ນຳ​ທາງ​ເບື້ອງ​ຂວາ​ເພື່ອ​ບິດ​ມັນ​ໄປປິດ.

ໃນ​ລະ​ຫວ່າງການ​ໃຊ້​ງານ

ພາບ​ລວມ​ຂອງຈຸດ​ພິ​ເສດ​ຂອງການ​ໃຊ້​ງານ
  • ເມື່ອ​ທ່ານ​ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກແປ້ນ​ຂັບ​ເຄື່ອນ, ເຄື່ອງ​ຈັກ​ເບ​ຣກໂດຍ​ມີ​ການ​ເຄື່ອນ​ທີ່​ຢູ່ໄປ​ຫາ​ການ​ຢຸດ.
  • ການ​ຄວບ​ຄຸມ​ແປ້ນ​ຖືກ​ປັບ​ໃຫ້​ເໝາະ​ສົມ​ເພື່ອ​ໃຫ້​ການ​ຕອບ​ສະ​ໜອງ​ທີ່​ສະ​ຖຽນ​ບໍ່​ມີ​ການ​ໂຕ້​ຕອບ, ເຮັດ​ໃຫ້​ທ່ານ​ຮັກ​ສາ​ການ​ຄວບ​ຄຸມ​ໄດ້​ຄົງ​ທີ່​ຜ່ານ​ພື້ນ​ທີ່​ບ່ອນ​ຫຼຸບ​ໂນນ, ໃນ​ຂະ​ນະ​ທີ່​ຍັງ​ໃຫ້​ການ​ເບ​ຣກ​ໄດ້​ໄວ, ສະ​ດວກ.
  • ເມື່ອ​ກຳ​ລັງ​ຕັດ​ຫຍ້າ, ຄວາມ​ໄວຈັກຈະ​ຍົກ​ຂຶ້ນ​ຫາກາ​ລັງ​ຕີ​ສູງ​ໂດຍ​ອັດ​ຕະ​ໂນ​ມັດ.
  • ຄວາມ​ໄວ​ສູງ​ສຸດ​ຕັ້ງ​ໄວ້​ຢູ່​ໃນ​ການ​ຕັ້ງ​ຄ່າ​ເມ​ນູ​ທີ່ມີ PIN ປົກ​ປ້ອງ​ໄວ້​ຖືກ​ຕັ້ງ​ໂດຍ​ຫົວ​ໜ້າ​ຊີ້​ນຳ​ເພື່ອ​ຈຳ​ກັດ​ຄວາມ​ໄວ​ການລາກ​ສູງ​ສຸດ​ຂອງ​ເຄື່ອງ​ຈັກ.
  • ການ​ໃຊ້​ແປ້ນ​ຂັບ​ເຄື່ອນ​ທີ່​ສາ​ມາດ​ບັນ​ລຸ​ໄດ້, ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ ແລະ ຄວາມ​ໄວ​ການ​ລາກ​ບ່ອນ​ຢຸດ​ແປ້ນ​ຂັບ​ເຂື່ອນ​ທັງ​ໝົດ​ຖືກ​ຈຳ​ກັດ​ໂດຍ​ຄວາມ​ໄວ​ສູງ​ສຸດ​ຕັ້ງ​ໄວ້​ຢູ່​ໃນ​ເມ​ນູ​ທີ່​ມີ PIN ປົກ​ປ້ອງ​ໄວ້.
ການ​ໃຊ້​ງານ​ເຄື່ອງ​ຈັກ
  • ຖ້າ​ມີ​ສິ່ງ​ກີດ​ຂວາງ​ຢູ່​ຕາມ​ທາງ, ໃຫ້ຍົກ​ໜ່ວຍ​ຕັດ​ຂຶ້ນ ຫຼື ຕັດຫຍ້າ​ໄປຮອບໆ​ມັນ.
  • ເມື່ອ​ຂົນ​ສົ່ງ​ເຄື່ອງ​ຈັກ​ລະ​ຫວ່າງ​ບ່ອນ​ເຮັດ​ວຽກ, ມອດ PTO ແລະ ຍົກໜ່ວຍຕັດຂຶ້ນ​ໄປ​ຫາ​ຕຳ​ແໜ່ງ​ຂຶ້ນ​ຈົນ​ສຸດ. ນີ້​ປ່ຽນ​ເຄື່ອງ​ຈັກ​ເປັນ​ໂໝດຂົນ​ສົ່ງ.
  • ຂັບ​ຂີ່​ຢູ່​ໃນ​ພື້ນ​ທີ່​ຫຼຸບ​ໂນນ​ຢ່າງ​ຊ້າໆ​ສະ​ເໝີ.
  • ຢ່າ​ມອດ​ເຄື່ອງ​ຈັກ​ໃນ​ຂະ​ນະ​ທີ່​ກຳ​ລັງ​ຂັບ​ຂີ່​ເຄື່ອງ​ຈັກ.
ຝຶກ​ຊ້ອມ​ການ​ໃຊ້​ງານ​ເຄື່ອງ​ຈັກ
ເພື່ອ​ໃຫ້​ຄຸ້ນ​ເຄີຍ​ກັບ​ຄຸນ​ສົມ​ບັດ​ຂອງ​ເຄື່ອງ​ຈັກ, ຝຶກ​ຊ້ອມ​ການ​ໃຊ້​ງານ​ເຄື່ອງ​ຈັກ
  1. ຍົກ​ໜ່ວຍ​ຕັດ​ຂຶ້ນ, ປົດເບ​ຣກມື., ກົດ​ແປ້ນ​ຂັບ​ເຄື່ອນ​ໄປ​ທາງ​ໜ້າ ແລະ ຂັບ​ຂີ່​ໄປ​ສູ່​ພື້ນ​ທີ່​ເປີດ​ຢ່າງ​ລະ​ມັດ​ລະ​ວັງ.
  2. ຝຶກ​ຊ້ອມ​ການ​ຂັບ​ຂີ່​ເຄື່ອງ​ຈັກ, ເພາະ​ວ່າ​ມັນ​ມີ​ເກຍ​ໄຮ​ໂດຼ​ລິກ ແລະ ຄຸນ​ສົມ​ບັດ​ຂອງ​ມັນ​ສາ​ມາດ​ແຕກ​ຕ່າງ​ຈາກ​ເຄື່ອງ​ຈັກ​ການ​ຮັກ​ສາ​ທົ່ງ​ຫຍ້າ​ອື່ນໆ.
  3. ຝຶກ​ຊ້ອມການ​ຂັບ​ເຄື່ອນ​ໄປ​ທາງ​ໜ້າ ແລະ ຖອຍ​ຫຼັງ ແລະ ການ​ຕິດ​ຈັກ ແລະ ການມອດ​ຈັກ. ເພື່ອ​ຢຸດເຄື່ອງ​ຈັກ, ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກ​ແປ້ນ​ຂັບ​ເຄື່ອນ ແລະ ປ່ອຍ​ໃຫ້​ມັນ​ກັບ​ຄືນ​ເກຍ​ຫວ່າງ.
    Note: ເມື່ອ​ກຳ​ລັງ​ເອົາ​ເຄື່ອງ​ຈັກ​ລົງ​ພູ, ທ່ານ​ອາດ​ຈະ​ຕ້ອງໄດ້​ໃສ່​ສະ​ວິດ​ເບ​ຣກ​ມື ຫຼື ໃຊ້​ແປ້ນ​ຖອຍ​ຫຼັງ​ເພື່ອ​ຢຸດ.
  4. ຝຶກ​ຊ້ອມ​ການ​ຂັບ​ໄປ​ອ້ອມ​ສິ່ງ​ກີດ​ຂວາງ​ດ້ວຍ​ການ​ໃຫ້​ໜ່ວຍ​ຕັດ​ຂຶ້ນ ແລະ ລົງ. ລະມັດລະວັງໃນເວລາຂັບຂີ່ລະຫວ່າງວັດຖຸແຄບໆເພື່ອວ່າທ່ານຈະບໍ່ເຮັດ​ໃຫ້ເຄື່ອງຈັກ ຫຼື ໜ່ວຍຕັດຕ່າງໆເປ່​ເພ​ເສຍ​ຫາຍ.
ພາບ​ລວມ​ຂອງແປ້ນຂັບ​ເຄື່ອນ
Graphic
G439020
ແປ້ນ​ຂັບ​ເຄື່ອນ ຄວບ​ຄຸມ​ຄວາມ​ໄວ​ໄປ​ໜ້າ ແລະ ຖອຍ​ຫຼັງ​ຂອງ​ເຄື່ອງ​ຈັກ ແລະ ການ​ເບ​ຣກ​ແບບ​ໄດ​ນາ​ມິກ​ເມື່ອ​ທ່ານ​ກັບ​ຄືນ​ມັນ​ຫາ​ເກຍ​ຫວ່າງ.
  • ທ່ານ​ຊຸກ​ແປ້ນ​ຂັບ​ເຄື່ອນ​ໄປ​ໜ້າ ຫຼື ຖອຍ​ຫຼັງ​ໄປ​ໄກ, ເຄື່ອງ​ຈັກ​ກໍ່​ເຄື່ອນ​ໄປ​ໄວ​ຂຶ້ນ.
  • ເພື່ອນຳ​ເອົາເຄື່ອງ​ຈັກໄປ​ໃຫ້​ຢຸດ​ໄດ້ນິ່ມນວນ​ໃນ​ຂະ​ນະ​ທີ່​ກຳ​ລັງ​ຂົນ​ສົ່ງ ຫຼື ຕັດ​ຫຍ້າ, ໃຊ້​ຕີນ​ຂອງ​ທ່ານ​ເພື່ອ​ໃຫ້​ແປ້ນ​ຂັບ​ເຄື່ອນ​ກັບ​ຄືນ​ຫາ​ເກຍ​ຫວ່າງ​ຕາມ​ອັດ​ຕາ​ທີ່​ທ່ານ​ຕ້ອງ​ການ.
  • ເພື່ອໃສ່​ເບ​ຣກ​ສູງ​ສຸດ, ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກ​ແປ້ນ​ຂັບ​ເຄື່ອນ, ປ່ອຍ​ໃຫ້​ມັນ​ກັບ​ຄືນ​ເກຍ​ຫວ່າງ. ເຄື່ອງ​ຈັກ​ເບ​ຣກໂດຍ​ມີ​ການ​ເຄື່ອນ​ທີ່​ຢູ່​ໄປ​ສູ່​ການ​ຢຸດ.
ລະ​ບົບການ​ລາກນີ້​ໃຫ້​ທ່ານກຳ​ນົດ​ການ​ຕັ້ງ​ຄວາມ​ເລັ່ງ​ສຳ​ລັບ​ຄວາມ​ສະ​ດວກ​ຂອງ​ຜູ້​ໃຊ້​ງານ ແລະ ສະ​ພາບ​ລຳ​ບາກ.
ພາບ​ລວມ​ຂອງຄຸນ​ສົມ​ບັດ​ຢຸດ​ແປ້ນ​ຂັບ​ເຄື່ອນສະ​ເໝືອນ​ຈິງ (VPS)
ຄຸນ​ສົມ​ບັດ​ຢຸດ​ແປ້ນ​ຂັບ​ເຄື່ອນ​ອອນ​ລາຍ (VPS) ໃຫ້​ທ່ານ​ຕັ້ງ​ຄວາມ​ໄວ​ຂັບ​ເຄື່ອນ​ສູງ​ສຸດ​ຊົ່ວ​ຄາວ​ທີ່​ໜ້ອຍກວ່າ​ຄວາມ​ໄວ​ຂັບ​ເຄື່ອນ​ສູງ​ສຸດ​ຫົວ​ໜ້າ​ຊີ້​ນຳ​ໃສ່​ລະ​ຫັດ​ປົກ​ປ້ອງ​ໄວ້.
ເພື່ອ​ຕັ້ງ​ຄວາມ​ໄວ​ສູງ​ສຸດ​ຂອງ​ເຄື່ອງ​ຈັກ​ຊົ່ວ​ຄາວ, ກົດແປ້ນ​ຂັບ​ເຄື່ອນໄປ​ທາງ​ໜ້າ​ຈົນ​ສຸດ. ທ່ານ​ສາ​ມາດ​ຕັ້ງ​ຄວາມ​ໄວ​ແຍກ​ສຳ​ລັບ​ຂອບ​ເຂດ​ຕັດ​ຫຍ້າ ແລະ ຂອບ​ເຂດຂົນ​ສົ່ງ​ໄດ້.
  • ເພື່ອ​ເຂົ້າ​ເຖິງ​ຄຸນ​ສົມ​ບັດ​ນີ້, ກົດປຸ່ມນຳ​ທາງ​ຂຶ້ນ ຫຼື ລົງຈາກ​ໜ້າ​ຈໍ​ຫຼັກ.
    Note: ຄຸນ​ສົມ​ບັດ​ນີ້​ກັບ​ຄືນ​ຫາ​ການ​ຕັ້ງ​ຄ່າຄວາມ​ໄວ​ສູງ​ສຸດ​ຂອງ​ຫົວ​ໜ້າ​ຊີ້​ນຳເມື່ອມອດ​ກະ​ແຈ.
    Graphic
    G462150s
    1. ຊີ້ບອກຄວາມ​ໄວ​ການ​ລາກ​ສູງ​ສຸດ (ບ່ອນ​ຢຸດແປ້ນ​ຂັບ​ເຄື່ອນ)
    2. ຄວາມ​ໄວ​ນີ້​ຖືກ​ລັອກ​ພາຍ​ໃຕ້​ເມ​ນູ PIN ທີ່​ຖືກ​ປົກ​ປ້ອງ.
  • ຄຸນ​ສົມ​ບັດ​ນີ້​ໃຫ້​ທ່ານ​ກຳ​ນົດ​ການ​ຕັ້ງ​ຄ່າ​ຄວາມ​ໄວ​ສຳ​ລັບ​ລະ​ດັບ​ຄວາມ​ສະ​ດວກ​ສະ​ບາຍ​ຂອງ​ທ່ານ ຫຼື ເພື່ອ​ກຳ​ນົດ​ການ​ຕັ້ງ​ຄ່າ​ຄວາມ​ໄວ​ໃຫ້​ເຂົ້າ​ກັບ​ການ​ນຳ​ໃຊ້.
  • ເມື່ອ​ໃດ​ກໍ​ຕາມ​ທີ່​ຄວາມ​ໄວ​ຂັບ​ເຄື່ອນ​ສູງ​ສຸດ​ຖືກ​ປ່ຽນ​ແປງ​ຜ່ານ​ການ​ຕັ້ງ​ຄ່າ​ຄວາມ​ໄວ​ສູງ​ສຸດ​ຫົວ​ໜ້າ​ຜູ້​ຊີ້​ນຳ ຫຼື ການ​ຢຸດ​ແປ້ນ​ຂັບ​ເຄື່ອນສະ​ເໝືອນ​ຈິງ, ແປ້ນຂັບເຄື່ອນຖືກ​ຕັ້ງ​ໂປ​ຣ​ແກ​ຣມ​ຄືນ​ໃໝ່​ໂດຍ​ອັດ​ຕະ​ໂນ​ມັດ​ເພື່ອ​ໃຊ້​ຈັງ​ຫວະ​ແປ້ນ​ຢຽງ​ເຕັມ​ລະ​ຫວ່າງ​ເກຍ​ຫວ່າງ ແລະ ຄວາມ​ໄວ​ສູງ​ສຸດໃໝ່. ນີ້​ໝາຍ​ຄວາມ​ວ່າ​ຄົນ​ຂັບ​ໄດ້​ການ​ຄວາມ​ຄຸມ​ຂອງ​ຄວາມ​ໄວ​ຂັບ​ເຄື່ອນ​ແມ່ນ​ຢຳ​ກວ່າ​ຢູ່​ທີ່​ການ​ຕັ້ງ​ຄ່າ​ຄວາມ​ໄວ​ສູງ​ສຸດ​ຕ່ຳ​ລົງ.
ເຄັດ​ລັບ​ສຳ​ລັບການ​ໃຊ້ການຢຸດ​ແປ້ນ​ຂັບ​ເຄື່ອນ​ອອນ​ລາຍ (VPS)
  • ຕັ້ງ​ຄວາມ​ໄວ​ສູງ​ສຸດຕ່ຳ​ລົງ​ຊົ່ວ​ຄາວ​ສຳ​ລັບ​ການ​ຕັດ​ຫຍ້າ​ທຳ​ຄວາມ​ສະ​ອາດ​ຜ່ານ​ເທິງ​ທາງ​ຍ່າງ​ສະ​ໜາມ.
  • ຕັ້ງ​ຄວາມ​ໄວ​ສູງ​ສຸດຕ່ຳ​ລົງ​ຊົ່ວ​ຄາວ​ສຳ​ລັບ​ການຄວບ​ຄຸມ​ທີ່​ໄດ້​ປັບ​ປຸງໃຊ້​ງານ​ຢູ່​ໃນ ຫຼື ຢູ່​ໃກ້​ຮ້ານ​ສ້ອມ​ແປງ.
  • ຕັ້ງ​ຄວາມ​ໄວ​ສູງ​ສຸດຕ່ຳ​ລົງ​ຊົ່ວ​ຄາວ​ສຳ​ລັບ​ການຄວບ​ຄຸມ​ທີ່​ໄດ້​ປັບ​ປຸງເອົາ​ເຄື່ອງ​ຈັກ​ຂຶ້ນ​ໃສ່​ລົດ​ລາກ.
ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ
ການ​ໃຊ້​ງານຄວບ​ຄຸມການຂັບ​ເຄື່ອນ​ໄປ
Graphic
G461475
ສະ​ວິດ​ຄວບ​ຄຸມ​ການຂັບ​ເຄື່ອນ​ໄປ ລັອກ​ຢູ່​ໃນ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ​ຊ້າໆ​ເພື່ອ​ຮັກ​ສາ​ຄວາມ​ໄວ​ພື້ນ​ດິນ​ທີ່​ຕ້ອງ​ການ. ການ​ກົດ​ດ້ານ​ຫຼັງ​ຂອງ​ສະ​ວິດ​ປິດ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປຊ້າໆ, ຕຳ​ແໜ່ງ​ເຄິ່ງ​ກາງ​ຂອງ​ສະ​ວິດ​ເປີດ​ໃຊ້​ງານ​ຟັງ​ຊັນ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ ແລະ ດ້ານ​ໜ້າ​ຂອງ​ສະ​ວິດ​ຕັ້ງ​ຄວາມ​ໄວ​ພື້ນ​ດິນ​ຕາມ​ຕ້ອງ​ການ.
ຫຼັງ​ຈາກ​ເປີດ​ໃຊ້​ງານສະ​ວິດ​ຄວບ​ຄຸມ​ການຂັບ​ເຄື່ອນ​ໄປ ແລະ ຄວາມ​ໄວ​ຖືກ​ຕັ້ງ, ໃຊ້​ການ​ສະ​ແດງ​ຜົນ​ສູນ​ຂໍ້​ມູນ​ເພື່ອ​ປັບ​ການ​ຕັ້ງ​ຄ່າ​ຄວາມ​ໄວ​ຂອງ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ.
ເພື່ອ​ປົດ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ, ໃຫ້​ໃຊ້​ດັ່ງ​ຕໍ່​ໄປ​ນີ້:
  • ເມື່ອ​ຢູ່​ໃນ​ຂອບ​ເຂດຂົນ​ສົ່ງ, ກົດ​ແປ້ນ​ຂັບ​ເຄື່ອນ​ຖອຍ, ໃສ່ເບ​ຣກມື ຫຼື ກົດ​ສະ​ວິດ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ​ຫາ​ຕຳ​ແໜ່ງປິດ.
  • ເມື່ອ​ຢູ່​ໃນ​ຂອບ​ເຂດຕັດ​ຫຍ້າ, ກົດ​ແປ້ນ​ຂັບ​ເຄື່ອນ​ຖອຍ, ໃສ່ເບ​ຣກມື, ປົດ PTO ຫຼື ກົດ​ສະ​ວິດ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ​ຫາ​ຕຳ​ແໜ່ງປິດ.
    Note: ການ​ປົດ​ການ​ຄວບ​ຄຸມການ​ຂັບ​ເຄື່ອນ​ໄປ​ໄປ​ເຮັດ​ໃຫ້​ເຄື່ອງ​ຈັກ​ເບ​ຣກ​ຊ້າໆ​ໄປ​ຫາ​ການ​ຢຸດ. ຖ້າ​ທ່ານ​ຢາກ​ຈະ​ປົດ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ, ແຕ່​ສືບ​ຕໍ່​ການ​ຂັບ​ເຄື່ອນ, ກົດແປ້ນ​ຂັບ​ເຄື່ອນ ແລະ ຈາກ​ນັ້ນ​ປົດ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປສຳ​ລັບ​ການ​ປ່ຽນ​ທີ່​ຄ່ອງ​ຕົວ​ຈາກ​ການ​ຄວບ​ຄຸມ​ເຄື່ອນໄປ​ຫາ​ການ​ຄວບ​ຄຸມ​ຄວາມ​ໄວ​ເອົາ​ເອງ.
ການປັບການ​ຄວບ​ຄຸມ​ການ​ຂັບ​ເຄື່ອນໄປ
  1. ເປີດ​ໃຊ້​ງານສະ​ວິດ​ຄວບ​ຄຸມ​ການຂັບ​ເຄື່ອນ​ໄປໃນ​ແຜງ​ຂໍ້​ມູນ.
  2. ໃຊ້​ການ​ສະ​ແດງ​ຜົນ​ສູນ​ຂໍ້​ມູນ​ເພື່ອ​ປັບ​ການ​ຕັ້ງ​ຄ່າ​ຄວາມ​ໄວ​ຂອງ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ.
    Graphic
    G462143s
    1. ຊີ້ບອກ​ຄວາມ​ໄວຄວບ​ຄຸມ​ການ​ຂັບ​ເຄື່ອນໄປ
    2. ຊີ້ບອກຄວາມ​ໄວ​ການ​ລາກ​ສູງ​ສຸດ (ບ່ອນ​ຢຸດແປ້ນ​ຂັບ​ເຄື່ອນ)
    3. ຄວາມ​ໄວ​ນີ້​ຖືກ​ລັອກ​ພາຍ​ໃຕ້​ເມ​ນູ PIN ທີ່​ຖືກ​ປົກ​ປ້ອງ.
ຄຳ​ແນະ​ນຳ​ສຳ​ລັບ​ການ​ໃຊ້​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ
  • ຕັ້ງ​ຄວາມ​ໄວ​ການ​ຂັບ​ເຄື່ອນ​ໄປ​ສຳ​ລັບ​ໄລ​ຍະ​ທາງ​ໄກ​ໂດຍ​ບໍ່​ມີ​ສິ່ງ​ກີດ​ຂວາງ​ຫຼາຍ.
  • ຢູ່​ໃນ​ພື້ນ​ທີ່​ບ່ອນ​ຫຼຸບ​ໂນນ, ໃຊ້​ການ​ສະ​ແດງ​ຜົນສູນ​ຂໍ້​ມູນ​ເພື່ອ​ຄວບ​ຄຸມ​ຄວາມ​ໄວ.
  • ໃຊ້​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ​ມາ​ສຳ​ລັບ​ການ​ລ້ຽວ​ໄປ​ມາ​ດັ່ງ​ຕໍ່​ໄປ​ນີ້:
    1. ໃນ​ຂະ​ນະ​ທີ່​ຕັດ​ຫຍ້າ, ຕັ້ງ​ຄວາມ​ໄວ​ສະ​ດວກ​ສະ​ບາຍ​ປອດ​ໄພ​ສຳ​ລັບ​ການ​ລ້ຽວ​ໄປ​ມາ​ຢູ່​ທີ່​ຕອນ​ຈົບ​ຂອງ​ການ​ຜ່ານ​ຕັດ.
    2. ກົດແປ້ນ​ຂັບ​ເຄື່ອນເພື່ອ​ເພີ່ມ​ຄວາມ​ໄວ​ສຳ​ລັບ​ການ​ຕັດ​ຫຍ້າ​ໃນ​ລະ​ຫວ່າງ​ການ​ຜ່ານຕັດ​ຫຍ້າ.
    3. ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກ​ແປ້ນ​ຢຽບ​ເມື່ອ​ລ້ຽວ​ໄປ​ມາ​ສຳ​ລັບ​ການ​ຜ່ານ​ຕັດ​ຫຍ້າ​ຕໍ່​ໄປ.
    4. ເຄື່ອງ​ຈັກ​ຈະ​ຊ້າ​ລົງ​ຫາ​ການ​ຕັ້ງ​ຄ່າ​ການ​ຄວບ​ຄຸມ​ການ​ຂັບ​ເຄື່ອນ​ໄປ​ຊ້າ, ປ່ອຍໃຫ້​ທ່ານ​ເຮັດ​ການ​ລ້ຽວ​ໄປ​ມາ​ມີ​ປະ​ສິດ​ທິ​ພາບ​ຢູ່​ທີ່​ຄວາມ​ໄວ​ຄົງ​ທີ່.
    5. ຫຼັງ​ຈາກ​ການ​ລ້ຽວ​ໄປ​ມາ, ໃຊ້ແປ້ນ​ຂັບ​ເຄື່ອນເພື່ອ​ເພີ່ມ​ຄວາມ​ໄວເຄື່ອງ​ຈັກ​ສຳ​ຮອງ​ໄວ້​ສຳ​ລັບການ​ຜ່ານຕັດ​ຫຍ້າຄັ້ງ​ຕໍ່​ໄປ.
ພາບ​ລວມ​ຂອງ​ໂໝດການ​ເລັ່ງ
ຄຸນ​ສົມ​ບັດ​ນີ້​ກຳ​ນົດ​ວ່າ​ເຄື່ອງຈັກ​ປ່ຽນ​ຄວາມ​ໄວ​ຂັບ​ເຄື່ອນ​ໄດ້​ໄວ​ປານ​ໃດ​ເມື່ອ​ແປ້ນ​ຂັບ​ເຄື່ອນ​ບໍ່​ຢູ່​ໃນ​ຕຳ​ແໜ່ງເກຍ​ຫວ່າງ.
Note: ຖ້າ​ທ່ານ​ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກ​ແປ້ນ​ຂັບ​ເຄື່ອນ, ປ່ອຍ​ໃຫ້​ມັນ​ກັບ​ຄືນ​ຫາ​ຕຳ​ແໜ່ງເກຍ​ຫວ່າງໃນ​ຂະ​ນະ​ທີ່​ເຄື່ອງ​ຈັກ​ກຳ​ລັງ​ເຄື່ອນ​ໄຫວ, ໜ້າ​ການ​ເບ​ຣກ​ຖືກ​ໃສ່​ໄວ້. ໜ້າ​ການ​ເບ​ຣກ​ຈະ​ຄື​ເກົ່າ​ສະ​ເໝີ ແລະ ບໍ່​ສາ​ມາດ​ກຳ​ນົດ​ເອງ​ໄດ້​ໂດຍ​ຄຸນ​ສົມ​ບັດ​ໂໝດ​ການ​ເລັ່ງ.
ເຂົ້າ​ສູ່​ເມ​ນູທີ່​ຖືກປົກ​ປ້ອງ​ຢູ່​ໃນການ​ສະ​ແດງ​ຜົນ​ສູນ​ຂໍ້​ມູນ​ເພື່ອ​ປ່ຽນ​ໂໝດ​ການ​ເລັ່ງ. ໂໝດ​ການ​ເລັ່ງ​ມີ 3 ຕຳ​ແໜ່ງຕໍ່​ໄປ​ນີ້​ຄື:
  • ຕ່ຳ—ການ​ເລັ່ງ ແລະ ການ​ຜ່ອນ​ກະ​ທັນ​ຫັນ​ໜ້ອຍ​ສຸດ
  • ປານ​ກາງ (ຄ່າ​ເລີ່​ມຕົ້ນ)—ການເລັ່ງ ແລະ ການ​ຜ່ອນປານ​ກາງ
  • ສູງ—ການ​ເລັ່ງ ແລະ ການ​ຜ່ອນ​ກະ​ທັນ​ຫັນແຮງສຸດ
ພາບ​ລວມ​ຂອງ​ໂໝດ​ອຸ່ນ​ເຄື່ອງ
ເມື່ອ​ຕິດ​ເຄື່ອງ​ຈັກ​ຢູ່​ໃນ​ສະ​ພາບ​ອາ​ກາດ​ໜາວ, ໂໝດ​ອຸ່ນ​ເຄື່ອງຈຳ​ກັດ​ຄວາມ​ໄວ​ຈັກ​ໃຫ້​ຢູ່​ກາ​ລັງ​ຕີ​ຕ່ຳ​ເປັນ​ໄລ​ຍະ​ເວ​ລາ​ສັ້ນ​ຫຼັງ​ຈາກ​ຈັກ​ຕິດ​ແລ້ວ, ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ທີ່​ອາດ​ຈະ​ເກີດ​ກັບ​ອົງ​ປະ​ກອບ​ຈາກ​ການ​ໃຊ້​ງານ​ເຄື່ອງ​ດ້ວຍ​ນ້ຳ​ມັນ​ເຄື່ອງ​ເຢັນ.
ໄອ​ຄອນ​ເກັດ​ຫິ​ມະ Image ໃນ​ໜ້າ​ຈໍສະ​ແດງ​ຜົນສະ​ແດງບອກ​ເມື່ອ​ໂໝດ​ອຸ່ນ​ເຄື່ອງ​ເປີດ​ເຮັດ​ວຽກ. ຢ່າ​ໃຊ້​ງານ​ເຄື່ອງ​ຈັກ​ຈົນ​ກວ່າ​ຮອດ​ຫຼັງ​ຈາກ​ໄລ​ຍະ​ການ​ອຸ່ນ​ເຄື່ອງ.
ພາບ​ລວມ​ຂອງພະ​ລັງ​ອັດ​ສະ​ລິ​ຍະ Toro™
ດ້ວຍ​ພະ​ລັງ​ງານ​ອັດ​ສະ​ລິຍະ, ຜູ້​ຄວບ​ຄຸມ​ບໍ່​ຕ້ອງ​ຟັງ​ສຽງ​ຄວາມ​ໄວ​ຈັກ​ໃນ​ສະ​ພາບ​ການ​ບັນ​ທຸກ​ໜັກ. ພະ​ລັງ​ອັດ​ສະ​ລິ​ຍະປ້ອງ​ກັນ​ບໍ່​ໃຫ້​ຈັກ​ຄາ​ຢູ່​ໃນ​ສະ​ພາບ​ການ​ຕັດ​ທີ່​ໜັກ​ໂດຍ​ການ​ຄວບ​ຄຸມ​ຄວາມ​ໄວ​ເຄື່ອງ​ຈັກ ແລະ ປັບ​ປະ​ສິດ​ທິ​ພາບ​ການ​ຕັດ​ໂດຍ​ອັດ​ຕະ​ໂນ​ມັດ.
Note: ຕາມ​ຄ່າ​ເລີ່ມ​ຕົ້ນ, ຄຸນ​ສົມ​ບັດພະ​ລັງ​ອັດ​ສະ​ລິ​ຍະເປີດ.
ການຕິດຈັກ
Important  
ທ່ານ​ຕ້ອງ​ໄລ່​ລົມ​ລະ​ບົບ​ເຊື້ອ​ເພີງ​ກ່ອນ​ຕິດ​ຈັກ, ຖ້າ​ຫາກ​ທ່ານ​ຕິດ​ຈັກ​ເປັນ​ຄັ້ງ​ທຳ​ອິດ, ເຄື່ອງ​ຈັກ​ມອດ​ເນື່ອງ​ຈາກບໍ່​ມີນ້ຳ​ມັນ ຫຼື ທ່ານໄດ້​ເຮັດ​ການບຳ​ລຸງ​ຮັກ​ສາ​ໃນ​ລະ​ບົບ​ເຊື້ອ​ເພີງ; ໃຫ້​ເບິ່ງການລະບາຍລະບົບນໍ້າມັນເຊື້ອໄຟ.
 
  1. ນັ່ງຢູ່ໃນບ່ອນນັ່ງ, ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກແປ້ນ​ຂັບ​ເຄື່ອນເພື່ອ​ໃຫ້​ມັນ​ຢູ່​ໃນເກຍ​ຫວ່າງ, ໃສ່​ເບ​ຣກມື ແລະ ໃຫ້​ແນ່​ໃຈ​ວ່າ​ບໍ່​ໄດ້​ໃສ່​ສະ​ວິດ PTO ໄວ້.
  2. ບິດ​ກະ​ແຈໄປທີ່ຕຳແໜ່ງເປີດ/ອຸ່ນເຄື່ອງ .
    ເຄື່ອງຈັບເວລາອັດຕະໂນມັດຄວບຄຸມຫົວ​ທຽນອຸ່ນເຄື່ອງເປັນເວລາ 6 ວິນາທີ.
  3. ຫຼັງຈາກການອຸ່ນຫົວ​ທຽນ, ໃຫ້ກົດປຸ່ມໄປທີ່ຕໍາແໜ່ງ ຕິດ​ຈັກ.
    Note: ແກ່ວງຈັກບໍ່ເກີນ 15 ວິນາທີ. ປ່ອຍ​ກະແຈເມື່ອເຄື່ອງຈັກຕິດແລ້ວ. ຖ້າຈຳເປັນຕ້ອງອຸ່ນເຄື່ງເພີ່ມເຕີມ, ໃຫ້ບິດ​ກະແຈໄປທີ່ຕຳແໜ່ງປິດ ແລະ ຈາກນັ້ນໄປທີ່ຕຳແໜ່ງເປີດ/ອຸ່ນເຄື່ອງ . ເຮັດຊ້ຳຄືນຂະບວນການນີ້ຕາມຄວາມຕ້ອງການ.
  4. ແລ່ນເຄື່ອງຈັກດ້ວຍຄວາມ​ໄວ​ກາ​ລັງ​ຕີຈົນກວ່າມັນຈະອຸ່ນ.
ການມອດຈັກ
  1. ຍ້າຍ​ຕົວ​ຄວບຄຸມ​ທັງ​ໝົດ​ໄປເກຍ​ຫ​ວ່າງ, ໃສ່​ເບ​ຣກ​ມື, ຍ້າຍສະ​ວິດ​ຄວາມ​ໄວ​ຈັກໄປ​ທີ່ຕຳ​ແໜ່ງກາ​ລັງ​ຕີຕ່ຳ ແລະ ປ່ອຍ​ໃຫ້​ເຄື່ອງ​ຈັກໄປ​ຮອດ​ຄວາມ​ໄວ​ຮອບ​ເດີນ​ຕ່ຳ.
    Important  
    ປ່ອຍໃຫ້ເຄື່ອງຈັກເຮັດວຽກເປັນເວລາ 5 ນາທີ ກ່ອນທີ່ຈະມອດ​ມັນຫຼັງຈາກທີ່ໃຊ້ງານໄດ້ເຕັມທີ່. ການ​ບໍ່​ປະ​ຕິ​ບັດ​ເຊັ່ນ​ນັ້ນ​ອາດ​ຈະ​ເຮັດ​ໃຫ້​ອົງ​ປະ​ກອບຈັກ​ເປ່​ເພ.
     
  2. ບິດກະແຈຢູ່​ໃນ​ສະ​ວິດໄປທີ່ຕຳແໜ່ງປິດ ແລະ ຍ້າຍ​ກະ​ແຈ.
ການປັບສະ​ປ​ຣິງປັບການຕັດຫຍ້າ
ສະ​ປ​ຣິງປັບການຕັດຫຍ້າໂອນນ້ໍາຫນັກຈາກລູກ​ກິ້ງໜ້າໄປສູ່ລູກກິ້ງຫຼັງ. ນີ້ຊ່ວຍໃນການຫຼຸດຜ່ອນຮູບແບບຄື້ນໃນສະໜາມຫຍ້າ, ເຊິ່ງເອີ້ນກັນວ່າ ການເຮັດເຄື່ອງໝາຍ ຫຼື ກະດົກ.
Important  
ເຮັດການປັບສະປິງກັບໜ່ວຍຕັດທີ່ຕິດກັບລົດຕັດຫຍ້າ, ຊີ້ໄປທາງໜ້າ ແລະ ວາງລົງຕ່ຳສູ່ພື້ນດິນ.
 
    Graphic
    G402845
  1. ຕ້ອງໃຫ້ແນ່ໃຈວ່າເຂັມຂັດ ຖືກຕິດຕັ້ງຢູ່ໃນຮູທາງຫຼັງຂອງແກນສະ​ປ​ຣິງ .
    Note: ເມື່ອເຮັດ​ການ​ບຳ​ລຸງ​ຮັກ​ສາ​ໜ່ວຍ​ຕັດ, ເຄື່ອນເຂັມ​ຂັດ​ໄປ​ຫາ​ຮູ​ກ້ານ​ສະ​ປ​ຣິງ​ຕໍ່​ໜ້າ​ສະ​ປຣິງ​ປັບການ​ຕັດຫຍ້າ .
  2. ຫັນ​ນັອດແມ່ຫົກ​ຫຼ່ຽມ ໃສ່ປາຍ​ດ້ານ​ໜ້າ​ຂອງ​ຄັນ​ສະ​ປິງ​ໃຫ້​ແໜ້ນຈົນ​ກວ່າ​ຄວາມ​ຍາວ​ບີບ​ອັດ​ຂອງ​ສະ​ປິງ​ເປັນ 15.9 ຊມ (6.25 ນິ້ວ).
    Note: ໃນເວລາທີ່ປະຕິບັດງານໃນພື້ນທີ່ຫຍາບ, ຫຼຸດຄວາມຍາວຂອງສະ​ປ​ຣິງລົງ 13 ມມ (½ ນິ້ວ). ການ​ຕິດ​ຕາມ​ພາກ​ພື້ນ​ດິນ​ຈະຫຼຸດ​ລົງເລັກ​ນ້ອຍ.
    Note: ຈຳ​ເປັນ​ຈະ​ຕ້ອງ​ໄດ້​ຕັ້ງ​ການ​ຕັ້ງ​ຄ່າ​ການ​ປັບ​ການ​ຕັດ​ຫຍ້າ​ຄືນ​ໃໝ່, ຖ້າ​ການ​ຕັ້ງ​ຄ່າ​ຄວາມ​ສູງ​ຂອງ​ການ​ຕັດ ຫຼື ການ​ຕັ້ງ​ຄ່າ​ຄວາມ​ແຮງ​ຂອງ​ການ​ຕັດ​ປ່ຽນ​ແປງ.
ການປັບຄວາມສົມດຸນຂອງແຂນຍົກ
ໜ່ວຍຕັດດ້ານຫຼັງ
Caution
ສະ​ປ​ຣິງ​ຢູ່​ພາຍ​ໃຕ້​ຄວາມ​ເຄັ່ງ ແລະ ການ​ປັບ​ພວກ​ມັນ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ສ່ວນ​ຕົວ​ເລັກ​ນ້ອຍ ຫຼື ປານ​ກາງ​ໄດ້.
ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ໃນ​ເວ​ລາ​ທີ່​ປັບສະ​ປ​ຣິງ.
 
ປັບປະ​ລິ​ມານ​ແຮງຕົວ​ຖ່ວງສົມດຸນໃຊ້​ກັບໜ່ວຍຕັດເບື້ອງຫຼັງເພື່ອຊ່ວຍ​ປັບສະ​ພາບການຕັດທີ່ແຕກຕ່າງກັນ ແລະ ເພື່ອຮັກສາຄວາມສູງຂອງ​ການ​ຕັດ​ໃຫ້​ສະ​ໝ່ຳ​ສະ​ໝີຢູ່ໃນສະພາບທີ່ບໍ່​ຮາບ​ພຽງ ຫຼື ໃນພື້ນທີ່ຂອງການມີ​ຫຍ້າ​ຫຍາບ.
ປັບແຮງ​ຕົວ​ຖ່ວງສົມດຸນຂອງສະປຣິງບິດ​ແຕ່​ລະ​ຕົວເປັນການ​ຕັ້ງ​ຄ່າ 1 ໃນ 4. ແຕ່ລະຕົວເພີ່ມຂຶ້ນ ຫຼື ຫຼຸດລົງໃນປັບແຮງຕົວ​ຖ່ວງສົມດຸນຕໍ່ໜ່ວຍຕັດໂດຍ 2.3 ກິໂລ (5 ປອນ). ທ່ານສາມາດຕັ້ງຕຳແໜ່ງສະ​ປ​ຣິງຢູ່ດ້ານຫຼັງຂອງຕົວກະຕຸ້ນສະ​ປ​ຣິງທຳອິດເພື່ອກຳຈັດຕົວ​ຖ່ວງສົມດຸນທັງໝົດ (ຕຳແໜ່ງທີ່ສີ່).
Note: ເພື່ອ​ເອົາ​ແຮງ​ຕົວ​ຖ່ວງ​ສົມ​ດຸນ​ອອກ, ວາງ​ຕຳ​ແໜ່ງ​ຂາ​ຍາວ​ຂອງ​ສະ​ປ​ຣິງ​ບິດ​ເໜືອນັອດ​ບິດ.
  1. ຈອດເຄື່ອງຈັກຢູ່ໃນພື້ນ​ພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ມອດຈັກ, ໃສ່​ເບ​ຣກມື ແລະ ຖອດກະແຈ.
  2. Graphic
    G402848
  3. ສອດ​ປາຍ​ດ້ານ​ຍາວ​ຂອງ​ສະ​ປ​ຣິງ​ຕົວ​ຖ່ວງ​ສົມ​ດຸນ​ໃສ່​ທໍ່ ຫຼື ວັດ​ຖຸທີ່​ຄ້າຍ​ຄື​ກັນ ແລະ ໝູນ​ສະ​ປ​ຣິງ​ໄປ​ຮອບໆ​ນັອດ​ບິດ​ໄປ​ຫາ​ຕຳ​ແໜ່ງ​ທີ່​ຕ້ອງ​ການ.
  4. ເຮັດຊ້ໍາຄືນຂັ້ນຕອນ 2 ສະ​ລັບສະ​ປ​ຣິງ​ຕົວ​ຖ່ວງ​ສົມ​ດຸນ​ອື່ນໆ.
ການປັບຕໍາແໜ່ງການໝູນແຂນຍົກ
  1. ຈອດເຄື່ອງຈັກຢູ່ໃນພື້ນ​ພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ມອດຈັກ, ໃສ່​ເບ​ຣກມື ແລະ ຖອດກະແຈ.
  2. Graphic
    G439043
  3. ສະວິດແຂນຍົກແມ່ນຕັ້ງຢູ່ດ້ານລຸ່ມຂອງຖັງໄຮໂດຼລິກ ແລະ ດ້ານ​ໃນ​ຂອງແຂນຍົກເບີ 5 ຂອງ​ໜ່ວຍ​ຕັດ.
  4. Graphic
    G439054
  5. ມາຍນັອດຊ້ອນສອງທີ່​ຍຶດ​ສະ​ວິດ​ແຂນ​ຍົກ ໃສ່ແຜ່ນ​ສະ​ວິດ .
  6. ປັບສະ​ວິດ​ແຂນ​ຍົກດັ່ງ​ຕໍ່​ໄປ​ນີ້:
    • ເພື່ອ​ເພີ່ມ​ຄວາມ​ສູງ​ປິ່ນ​ອ້ອມ​ໄປ​ມາ​ຂອງ​ແຂນ​ຍົກ, ເຄື່ອນ​ສະ​ວິດ​ລົງ.
    • ເພື່ອຫຼຸດ​ຄວາມ​ສູງ​ປິ່ນ​ອ້ອມ​ໄປ​ມາ​ຂອງ​ແຂນ​ຍົກ, ເຄື່ອນ​ສະ​ວິດຂຶ້ນ.
    Important  
    ຮັກ​ສາ​ຊ່ອງ​ອາ​ກາດ​ໄວ້ 1.0 ຫາ 2.5 ມມ (0.040 ຫາ 0.100 ນິ້ວ) ລະ​ຫວ່າງ​ສະ​ວິດ ແລະ ຕົວ​ກະ​ຕຸ້ນ​ແຂນ​ຍົກ. ໄຟ LED ຢູ່​ໃນ​ສະ​ວິດກວດ​ສອບ​ການ​ເຮັດ​ໜ້າ​ທີ່​ຖືກ​ຕ້ອງ​ຂອງ​ສະ​ວິດ.
     
  7. ບິດ​ນັອດຕົວ​ຜູ້ຍຶດໃຫ້​ໄດ້ 20 +/- 2 N∙m (15 +/- 1.5 ft-lb).
    Important  
    ຢ່າບິດ​ນັອດ​ຊ້ອນ​ສອງ​ແໜ້ນ​ເກີນ​ໄປ; ບໍ່​ດັ່ງ​ນັ້ນ​ທ່ານ​ອາດ​ຈະ​ເຮັດ​ໃຫ້​ເຊັນ​ເຊີ​ເປ່​ເພໄດ້.
     
ການຕັ້ງຄ່າຄວາມໄວກຽວໝູນ
ຖ້າ​ຄຸນ​ສົມ​ບັດ​ຄວບ​ຄຸມກນ​ຕັດເປີດ ແລະ ເຄື່ອງ​ຈັກ​ກຳ​ລັງ​ໃຊ້​ງານ​ກັບ​ການ​ຕັ້ງ​ຄ່າ​ທີ່​ສອດ​ຄ່ອງ​ກັບ​ຫ້ອງ​ຫວ່າງ​ຢູ່​ໃນ​ແຜນ​ຜັງ​ການ​ຕັດ, ການ​ຄວບ​ຄຸມ​ການ​ຕັດກຳ​ລັງ​ສັ່ງ​ຄວາມ​ໄວ​ກົງ​ໝູນ 9.
ຖ້າ​ຄຸນ​ສົມ​ບັດ​ຄວບ​ຄຸມ​ການ​ຕັດ​ຖືກ​ປິດ​ໂດຍ​ຫົວ​ໜ້າ​ຊີ້​ນຳ, ຄວາມ​ໄວ​ກົງ​ໝູນ​ດ້ານ​ໜ້າ ແລະ ດ້ານ​ຫຼັງ​ສາ​ມາດ​ຖືກ​ປັບ​ໃຫ້​ເໝາະ​ສົມ​ໄດ້. ແຜນ​ຜັງ​ການ​ຕັດ​ເຫຼົ່າ​ນີ້​ໃຫ້​ຄວາມ​ໄວ​ກົງ​ໝູນ​ທີ່​ແນະ​ນຳ. ຫ້ອງ​ຫວ່າງ ແລະ ການ​ປັບ​ຕັ້ງ​ບໍ່​ສະ​ແດງ​ຂຶ້ນ​ໃນ​ຕາ​ຕະ​ລາງສະ​ແດງ​ທີ່​ການ​ປະ​ສົມ​ປະ​ສານ​ຂອງ​ຂະ​ໜາດ​ກົງ​ໝູນ, ຈຳ​ນວນ​ໃບ​ມີດ, ຄວາມ​ສູງ​ຂອງ​ການ​ຕັດ (HOC) ແລະ ຄວາມ​ໄວ​ການດຶງ​ບໍ່​ຖືກ​ແນະ​ນຳ​ໃຫ້. ການ​ຕັດ​ຫຍ້າ​ຢູ່​ທີ່​ການ​ຕັ້ງ​ຄ່າ​ເຫຼົ່າ​ນີ້​ຈະ​ສົ່ງ​ຜົນ​ໃຫ້​ຄຸນ​ນະ​ພາບ​ຂອງ​ການ​ຕັດ​ຫຼຸດ​ລົງ.
Important  
ມັນ​ສຳ​ຄັນ​ທີ່​ຄວາມ​ໄວ​ກຽວ​ໝູນ​ທີ່​ເໝາະ​ສົມ​ຖືກ​ນຳ​ໃຊ້​ສຳ​ລັບ​ການ​ນຳ​ໃຊ້​ການ​ຕັດ​ຫຍ້າ​ຂອງ​ທ່ານ.
  • ຄວາມ​ໄວ​ກຽວ​ໝູນ​ທີ່​ຊ້າ​ຫຼາຍ​ອາດ​ຈະ​ສົ່ງ​ຜົນ​ໃຫ້​ເປັນ​ຮູບ​ແບບ​ຄື້ນ​ຢູ່​ໃນ​ສະ​ໜາມ​ຫຍ້າ, ຍັງ​ຮູ້​ຈັກ​ຕື່ມ​ອີກ​ໃນຄຳ​ວ່າ: ຂີດ​ຮອຍ​ຕັດ, ຊົງ​ເປັນ​ຄື້ນ ຫຼື ເປັນ​ຕາ​ຫົວ. ຖ້າ​ສັງ​ເກດ​ເຫັນ​ເປັນ​ແບບ​ນີ້, ລອງ​ເພີ່ມ​ຄວາມ​ໄວ​ກຽວ​ໝູນ ຫຼື ຫຼຸດ​ຄວາມ​ໄວ​ຂອງ​ການ​ຕັດ​ຫຍ້າ​ລົງ.
  • ຄວາມ​ໄວ​ກຽວ​ໝູນ​ທີ່​ໄວ​ເກີນ​ໄປ​ອາດ​ຈະ​ສົ່ງ​ຜົນ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ສະ​ໜາມ​ຫຍ້າ ແລະ/ຫຼື ກຽວ​ໝູນ, ໃບ​ມີດ ແລະ ອົງ​ປະ​ກອບ​ກົນ​ຈັກ​ອື່ນໆ​ຫຼຸ້ຍ​ຫ້ຽນ​ກ່ອນ​ກຳ​ນົດ.
 
ເພື່ອ​ປັບ​ຄວາມ​ໄວ​ກຽວ​ໝູນ​ເອົາ​ເອງ, ເຮັດ​ສິ່ງຕໍ່​ໄປ​ນີ້ໃຫ້​ສຳ​ເລັດ:
  1. ໃຫ້​ແນ່​ໃຈ​ວ່າ​ຄຸນ​ສົມ​ບັດ​ຄວບ​ຄຸມ​ການ​ຕັດປິດ.
  2. ຢູ່​ໃນການ​ຕັ້ງ​ຄ່າ​ເຄື່ອງ​ຈັກ, ໃສ່​ຈຳ​ນວນ​ໃບ​ມີດ, ຄວາມ​ໄວ​ຂອງ​ການ​ຕັດ​ຫຍ້າ ແລະ ຄວາມ​ສູງ​ຂອງ​ການ​ຕັດ (HOC) ເພື່ອ​ຄຳນວນ​ຄວາມ​ໄວ​ກຽວ​ທີ່​ຖືກ​ຕ້ອງ
  3. ຖ້າ​ຈຳ​ເປັນ​ຕ້ອງ​ມີ​ການ​ປັບ​ເພີ່ມ​ຕໍ່​ໄປ, ຢູ່​ໃນການ​ຕັ້ງ​ຄ່າ​ເຄື່ອງ​ຈັກ, ເລື່ອນ​ລົງ​ຫາຄວາມ​ໄວ​ກຽວ​ໝູນ​ດ້ານ​ໜ້າ, ຄວາມ​ໄວ​ກຽວ​ໝູນ​ດ້ານຫຼັງ ຫຼື ທັງ​ສອງ.
  4. ກົດປຸ່ມ​ນຳ​ທາອງ​ເບື້ອງຂວາເພື່ອປ່ຽນຄ່າຄວາມໄວກຽວ​ໝູນ. ເນື່ອງຈາກວ່າ​ການ​ຕັ້ງ​ຄ່າ​ຄວາມ​ໄວ​ໄດ້​ປ່ຽນ​ແປງ, ຈໍ​ສະ​ແດງຜົນ​ສືບ​ຕໍ່ສະ​ແດງ​ຄວາມ​ໄວ​ກຽວ​ທີ່​ໄດ້​ຮັບ​ການ​ຄຳ​ນວນ​ໂດຍ​ອີງ​ໃສ່​ຈຳ​ນວນ​ໃບ​ມີດ, ຄວາມ​ໄວ​ຂອງ​ການ​ຕັດ​ຫຍ້າ ແລະ ຄວາມ​ສູງ​ຂອງ​ການ​ຕັດເຊິ່ງ​ໄດ້​ໃສ່​ຂໍ້​ມູນ​ກ່ອນ​ໜ້ານີ້, ແຕ່​ຄ່າ​ໃໝ່​ກໍຖືກ​ສະ​ແດງຂຶ້ນ​ຄື​ກັນ.
    Note: ທ່ານອາດ​ຈະ​ຕ້ອງ​ໄດ້ເພີ່ມ ຫຼື ຫຼຸດ ຄວາມໄວກຽວໝູນເພື່ອ​ຊົດ​ເຊີຍ​ສຳ​ລັບ​ສະ​ພາບ​ສະ​ໜາມ​ຫຍ້າທີ່​ແຕກ​ຕ່າງ.
5 ນິ້ວ (127 ມມ) ຕາຕະລາງຄວາມໄວກຽວໝູນ
Graphic
G439055
7 ນິ້ວ (178 ມມ) ຕາຕະລາງຄວາມໄວກຽວໝູນ
Graphic
G439056
ພາບ​ລວມ​ຂອງໄຟຕົວຊີ້ບອກ
Graphic
G461477
  1. ໄຟຕົວຊີ້ບອກ
  • ໄຟກະ​ພິບ​ເປັນ​ສີ​ແດງ—ຄວາມ​ຂັດ​ຂ້ອງທີ່ໃຊ້ງານຢູ່
  • ໄຟ​ຄ້າງເປັນ​ສີ​ແດງ—ການ​ແນະ​ນຳທີ່ໃຊ້ງານຢູ່
  • ໄຟ​ຄ້າງ​ເປັນ​ສີ​ຟ້າ—ການ​ປັບ​ຕັ້ງ/ຂໍ້​ຄວາມສົນ​ທະ​ນາ
  • ໄຟ​ຄ້າງ​ເປັນ​ສີ​ຂຽວ—ການ​ໃຊ້​ງານ​ປົກ​ກະ​ຕິ
ການຕັດຫຍ້າດ້ວຍເຄື່ອງຈັກ
  1. ປົດ​ເບ​ຣກມື, ປົດ PTO ແລະ ຍົກໜ່ວຍຕັດຂຶ້ນ.
  2. ຂັບເຄື່ອງ​ຈັກໄປພື້ນ​ທີ່​ຕັດ​ຫຍ້າ.
  3. ຈອດ​ເຄື່ອງ​ຈັກ​ໄວ້​ຫ່າງ​ຈາກ​ທາງ​ຍ່າງ​ສະ​ໜາມ​ປະ​ມານ 6 ມ (20 ຟຸດ), ປິ່ນ​ໜ້າ​ໃສ່​ທິດ​ທາງ​ການ​ຕັດ​ຫຍ້າ​ທີ່​ຕັ້ງ​ໃຈ​ໄວ້.
  4. ປ່ອຍໜ່ວຍຕັດຕ່ຳລົງຈົນ​ສຸດ​ດ້ວຍ​ຄັນ​ໂຍກ​ຄວບ​ຄຸມ​ຍົກ​ຂຶ້ນ/ປ່ອຍ​ຕ່ຳ​ລົງ.
  5. ໃສ່ PTO.
    Note: ໜ່ວຍ​ຕັດ​ຈະ​ບໍ່​ເລີ່ມ​ຕົ້ນ.
    Note: ຄວາມ​ໄວຈັກຍົກ​ຂຶ້ນ​ຫາກາ​ລັງ​ຕີ​ສູງ​ໂດຍ​ອັດ​ຕະ​ໂນ​ມັດ​ເມື່ອ​ທ່ານ​ປ່ອຍ​ໜ່ວຍ​ຕັດ​ຕ່ຳ​ລົງ ແລະ ເປີດ​ນຳ​ໃຊ້​ສະ​ວິດ PTO.
  6. ແຕະ​ຄັນ​ໂຍກ​ຄວບ​ຄຸມ​ຍົກ​ຂຶ້ນ/ປ່ອຍ​ຕ່ຳ​ລົງ​ໄປ​ດ້ານ​ຫຼັງ​ເພື່ອ​ຍົກ​ໜ່ວຍ​ຕັດ​ຂຶ້ນ​ໄປ​ຫາ​ຕຳ​ແໜ່ງ​ລ້ຽວ​ໄປ​ມາ.
    Note: ການ​ແຕະຄັນ​ໂຍກ​ຄວບ​ຄຸມ​ຍົກ​ຂຶ້ນ/ປ່ອຍ​ຕ່ຳ​ລົງໂດຍ​ບໍ່​ມີ​ການ​ຄ້າງ​ໄວ້​ແມ່ນ​ມັນ​ຍົກ​ໜ່ວຍ​ຕັດ​ໄປ​ຫາ​ຕຳ​ແໜ່ງ​ລ້ຽວ​ໄປ​ມາ ແລະ ຢຸດ​ການ​ໝູນ​ຂອງກຽວ​ໝູນ​ຈົນ​ກວ່າ​ໜ່ວຍ​ຕັດ​ຖືກ​ປ່ອຍ​ຕ່ຳ​ລົງ.
  7. ການ​ໃຊ້​ແປ້ນ​ຂັບ​ເຄື່ອນ, ເຂົ້າ​ຫາ​ພື້ນ​ທີ່​ຕັດ​ຫຍ້າ​ຢ່າງ​ຊ້າໆ.
  8. ເມື່ອ​ທ່ານ​ຮອດ​ຂອບ​ຂອງ​ພື້ນ​ທີ່​ຕັດ​ຫຍ້າ, ປ່ອຍໜ່ວຍຕັດຕ່ຳລົງດ້ວຍ​ຄັນໂຍກ​ຄວບ​ຄຸມ​ຍົກ​ຂຶ້ນ/ປ່ອຍ​ຕ່ຳ​ລົງ.
    Note: ຝຶກ​ປະ​ຕິ​ບັດ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ໜ່ວຍ​ຕັດ​ບໍ່​ປ່ອຍ​ຕ່ຳ​ລົງ​ໄວ ຫຼື ຕັດພື້ນ​ທີ່​ບ່ອນ​ບໍ່​ໄດ້​ຕັ້ງ​ໃຈ.
  9. ຕັດຫຍ້າ​ທາງ​ຜ່ານ​ໃຫ້​ສຳ​ເລັດ.
  10. ເມື່ອ​ເຂົ້າ​ໃກ້​ຂອບ​ກົງ​ກັນ​ຂ້າມ​ຂອງ​ທາງ​ຍ່າງ​ໃນ​ສະ​ໜາມ (ກ່ອນ​ຮອດ​ຂອບ​ຂອງ​ພື້ນ​ທີ່​ຕັດ​ຫຍ້າ), ແຕະ​ຄັນ​ໂຍກ​ຄວບ​ຄຸມ​ຍົກ​ຂຶ້ນ/ປ່ອຍ​ຕ່ຳ​ລົງ​ໄປ​ດ້ານ​ຫຼັງ​ເພື່ອ​ຍົກ​ໜ່ວຍ​ຕັດ​ຂຶ້ນ​ໄປ​ຫາ​ຕຳ​ແໜ່ງ​ລ້ຽວ​ໄປ​ມາ.
  11. ໃຫ້ລ້ຽວເປັນຮູບຢົດນ້ຳເພື່ອກັບຄືນມາໄວສຳລັບການຕັດຜ່ານແຖວຕໍ່ໄປ.
  12. ກົດຄັນ​ໂຍກ​ຄວບ​ຄຸມ​ຍົກ​ຂຶ້ນ/ປ່ອຍ​ຕ່ຳ​ລົງເພື່ອ​ປ່ອຍໜ່ວຍ​ຕັດຕ່ຳ​ລົງ​ຈາກຕຳ​ແໜ່ງ​ລ້ຽວ​ໄປ​ມາໂດຍ​ອັດ​ຕະ​ໂນ​ມັດ ແລະ ສືບ​ຕໍ່​ການ​ຕັດ​ຫຍ້າ.
  13. ຫຼັງ​ຈາກ​ຕັດ​ຫຍ້າ​ພື້ນ​ທີ່​ຕ້ອງ​ການ​ແລ້ວ, ຕິດ​ຕາມ​ໄປ​ຮອບນອກ​ຂອງພື້ນ​ທີ່​ເພື່ອ​ຕັດ​ຫຍ້າ​ທຳ​ຄວາມ​ສະ​ອາດ​ທາງ​ຜ່ານ​ໃຫ້​ສຳ​ເລັດ. ອັນ​ນີ້​ຈະ​ແນ່​ໃຈ​ວ່າ​ທົ່ງ​ຫຍ້າ​ທັງ​ໝົດ​ຕາມ​ຂອບ​ຂອງ​ທາງ​ຍ່າງ​ໃນ​ສະ​ໜາມ​ບ່ອນ​ທີ່​ໜ່ວຍ​ຕັດ​ຖືກ​ຍົກ​ຂຶ້ນ ແລະ ປ່ອຍ​ຕ່ຳ​ລົງ​ຖືກ​ຕັດ​ຢ່າງ​ສະ​ໝ່ຳ​ສະ​ເໝີ.
    Note: ໃຊ້​ການ​ຢຸດ​ແປ້ນ​ຂັບ​ເຄື່ອນ​ອອນ​ລາຍ (VPS) ເພື່ອ​ຕັ້ງ​ຄວາມ​ໄວ​ສູງ​ສຸດ​ຕ່ຳ​ລົງ​ເພື່ອ​ປັບ​ປຸງ​ການ​ຄວບ​ຄຸມ​ການ​ໃຊ້​ງານ​ໃນ​ຂະ​ນະ​ທີ່​ທຳ​ການ​ຕັດ​ທຳ​ຄວາມ​ສະ​ອາດ​ທາງ​ຜ່ານ​ໃຫ້​ສຳ​ເລັດ.
ຄຳ​ແນະ​ນຳ​ການ​ໃຊ້​ງານ
ພາບ​ລວມ​ຂອງ​ລະ​ບົບການ​ເຕືອນ
ຖ້າໄຟສັນຍານເຕືອນເກີດຂຶ້ນໃນລະຫວ່າງການປະຕິບັດງານ, ໃຫ້ມອດເຄື່ອງທັນທີ ແລະ ແກ້ໄຂບັນຫາກ່ອນທີ່ຈະດຳເນີນການຕໍ່ໄປ. ຄວາມເສຍຫາຍຮ້າຍແຮງອາດຈະເກີດຂຶ້ນ, ຖ້າທ່ານໃຊ້​ງານເຄື່ອງຈັກທີ່ມີຄວາມຜິດປົກກະຕິ.
ພາບ​ລວມ​ຂອງ​ຮູບ​ແບບ​ຕັດ​ຫຍ້າ
ນີ້​ແມ່ນ​ວິ​ທີ​ມີ​ປະ​ສິດທິ​ຜົນ​ທີ່​ສຸດ​ເພື່ອ​ປ້ອງ​ກັນ​ການ​ເປັນ​ກະ​ດານ​ຊັກ​ເຄື່ອງ.
ປ່ຽນ​ຮູບ​ແບບ​ຕັດ​ຫຍ້າ​ເລື້ອຍໆ​ເພື່ອ​ເຮັດ​ໃຫ້​ຜົນ​ອອກ​ມາ​ຫຼັງ​ຈາກ​ການ​ຕັດ​ທີ່​ບໍ່​ງາມ​ໜ້ອຍ​ລົງ​ຈາກ​ການ​ຕັດ​ຊ້ຳໆ​ໃນ​ທິດ​ທາງ​ເດີມ.
ເຕັກນິກການຕັດຫຍ້າທີ່​ຖືກ​ຕ້ອງ
  • ເພື່ອໃຫ້​ໄດ້ການຕັດເປັນເສັ້ນຊື່ ແລະ ເປັນລາຍແບບມືອາຊີບທີ່ເໝາະສົມສຳລັບບາງການນຳໃຊ້, ຊອກຫາຕົ້ນໄມ້ ຫຼື ວັດຖຸອື່ນໆທີ່ຢູ່ໃນໄລຍະໄກ ແລະ ຂັບລົດຊື່ໄປຫາມັນ.
  • ບຳ​ລຸງ​ຮັກ​ສາ​ກຽວ​ໝູນ ແລະ ຄວາມ​ຄົມ​ຂອງ​ໃບ​ມີດ.
  • ບຳ​ລຸງ​ຮັກ​ສາໄລ​ຍະ​ຫ່າງ​ກຽວ​ໝູນ ແລະ ໃບ​ມີດໃຫ້​ເໝາະ​ສົມ. ໃຊ້​ການສຳ​ຜັດ​ເບົາໆ.
  • ປະ​ຕິ​ບັດ​ຕາມ ແລະ ຮັກ​ສາ​ກົດ​ລະ​ບຽບ​ທີ ⅓ (ຕັດ​ພຽງ​ແຕ່ ⅓ ຂອງ​ໃບ​ມີດ​ຫຍ້າ​ໃນ​ແຕ່​ລະ​ຄັ້ງ).
  • ຕັ້ງຄວາມ​ໄວ​ກຽວ​ໝູນ ແລະ ຄວາມ​ໄວ​ຂັບ​ເຄື່ອນ​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ຍາວ​ການ​ໜີບ​ຕັດ​ທີ່​ຕ້ອງ​ການ.
  • ເມື່ອ​ກຳ​ລັງ​ຕັດ​ຫຍ້າ​ຢູ່​ໃນ​ສະ​ພາບ​ທີ່​ປຽກ, ເປີດ​ໂລ່ປ້ອງ​ກັນ​ດ້ານ​ຫຼັງ​ຂອງ​ໜ່ວຍ​ຕັດ.
ການ​ຕັດ​ແບບ​ລອກ​ໜັງ, ການ​ຕັດ​ເປັນ​ວົງ​ມົນ ແລະ ການ​ຕັດລວງ​ຕັ້ງ
  • ການ​ຕັດ​ແບບ​ລອກ​ໜັງ/ການ​ຕັດ​ເປັນ​ວົງ​ມົນ
    • ການ​ຕັດ​ແບບ​ລອກ​ໜັງ ແລະ ການ​ຕັດ​ເປັນ​ວົງ​ມົນຖືກ​ພິ​ຈາ​ລະ​ນາ​ວ່າ​ເປັນ​ການ​ນຳ​ໃຊ້​ຮຸນ​ແຮງ. ມອບ​ກົງ​ໝູນ​ໃຫ້​ກັບ​ການ​ນຳ​ໃຊ້​ເຫຼົ່າ​ນີ້​ສະ​ເພາະ.
    • ປະ​ຕິ​ບັດ​ຕາມ ແລະ ຮັກ​ສາ​ກົດ​ລະ​ບຽບ​ທີ ⅓ (ຕັດ​ພຽງ​ແຕ່ ⅓ ຂອງ​ໃບ​ມີດ​ຫຍ້າ​ໃນ​ແຕ່​ລະ​ຄັ້ງ).
  • ການຕັດ​ລວງ​ຕັ້ງ
    • ຕັ້ງ​ຄວາມເລິກ​ໃບ​ມີດເຄື່ອງຕັດ​ລວງ​ຕັ້ງເປັນ ⅛ ນິ້ວ ຫຼື ນ້ອຍກວ່າ.
    • ໃຫ້​ແນ່​ໃຈ​ວ່າ​ໃບ​ມີດ​ໜ່ວຍ​ຕັດ​ຄົມ​ດີ, ປັບ​ຢ່າງ​ຖືກ​ຕ້ອງ ແລະ ບໍ່​ມີ​ໃບ​ມີດ​ໃດ​ກົ່ງ​ງໍ. ໃບມີດ​ທື່ ແລະ ກົ່ງ​ງໍ​ຕ້ອງ​ການ​ພະ​ລັງ​ງານ​ຫຼາຍ​ຂຶ້ນ.
    • ການ​ເພີ່ມ​ໃບ​ມີດ​ຫຼາຍ​ຂຶ້ນ​ເພື່ອ​ຫຼຸດ​ການ​ຈັດ​ໄລ​ຍະ​ຫ່າງ​ໃບ​ມີດ​ເພີ່ມ​ການ​ໃຊ້​ພະ​ລັງ​ງານ​ຂຶ້ນ.
  • ການ​ປະ​ຕິ​ບັດ​ດີ​ທີ່​ສຸດ​ສຳ​ລັບການ​ຕັດ​ແບບ​ລອກ​ໜັງ, ການ​ຕັດ​ເປັນ​ວົງ​ມົນ ແລະ ການ​ຕັດລວງ​ຕັ້ງ
    • ເປີດ​ເກາະ​ປ້ອງ​ກັນ​ໜ່ວຍ​ຕັດ​ດ້ານ​ຫຼັງ.
    • ຄວາມ​ໄວການ​ຕັດຫຍ້າ​ສູງ​ສຸດ​ທີ່​ແນະ​ນຳ​ແມ່ນ 6 ກມ/ຊມ (4 ໄມ​ຕໍ່​ຊົ່ວ​ໂມງ).
    • ການຕັ້ງຄ່າຄວາມໄວກຽວໝູນໄປ​ການ​ຕັ້ງ​ຄ່າ 6.
      Note: ການ​ຕັ້ງ​ຄ່າ​ຄວາມ​ໄວ​ກຽວ​ໝູນ​ສູງ​ຂຶ້ນ​ສົ່ງ​ຜົນ​ໃຫ້​ແຮງ​ບິດໜ້ອຍ​ລົງ. ເມື່ອ​ເຮັດ​ການ​ລອກອອກ, ບັນ​ລຸ​ຜົນ​ການ​ປະ​ຕິ​ບັດ ແລະ ປະ​ສິດ​ທິ​ພາບ​ໄດ້​ໃນ​ການ​ຕັ້ງ​ຄ່າ​ຄວາມ​ໄວ​ກຽວ​ໝູນ​ຕ່ຳ​ລົງ.
    • ຢ່າ​ໃຊ້​ໂໝດ​ປະ​ຢັດ.
    • ໃຊ້​ການ​ສະ​ແດງ​ຜົນສູນ​ຂໍ້​ມູນ​ເພື່ອ​ຕິດ​ຕາມ​ທັງນຳ​ຢາ​ທຳ​ຄວາມ​ເຢັນຈັກ ແລະ ອຸນ​ຫະ​ພູມ​ເຄື່ອງ​ປັ່ນ​ໄຟ.
    • ກວດ​ເບິ່ງ​ຕະ​ແກງ​ໝໍ້​ນ້ຳ​ດ້ານ​ຫຼັງ ແລະ ໝໍ້​ກອງ​ອາ​ກາດ ແລະ ຕະ​ແກງຊ່ອງອາກາດເຂົ້າເຄື່ອງ​ປັ່ນ​ໄຟ​ຟ້າຢູ່​ເທິງ​ໝໍ້​ນ້ຳ​ເລື້ອຍໆ​ສຳ​ລັບ​ການ​ສະ​ສົມ​ຂອງເສດ​ຫຍ້າ.
    • ພະ​ລັງ​ອັດ​ສະ​ລິ​ຍະ ຈຳ​ກັດ​ຄວາມ​ໄວ​ການ​ຕັດ​ຫຍ້າ​ສູງ​ສຸດ​ຂຶ້ນ​ເລື້ອຍໆ​ເນື່ອງ​ຈາກ​ເຄື່ອງ​ປັ່ນ​ໄຟ ແລະ ມໍ​ເຕີ້ກຽວ​ໝູນເຂົ້າ​ໃກ້​ຂີດ​ຈຳ​ກັດ​ອຸນ​ຫະ​ພູມ​ຂອງ​ພວກ​ມັນ, ປັບ​ຜະ​ລິດ​ຕະ​ພາບ​ໃຫ້​ໄດ້​ສູງ​ສຸດ​ໂດຍ​ການ​ປ້ອງ​ກັນ​ອົງ​ປະ​ກອບ​ບໍ່​ໃຫ້​ຮ້ອນ​ເກີນ​ໄປ.
    • ຖ້າ​ຈັກ, ເຄື່ອງ​ປັ່ນ​ໄຟ ຫຼື ມໍ​ເຕີ້ກຽວ​ໝູນຮ້ອນ​ເກີນ​ໄປ, ຈອດ​ເຄື່ອງ​ຈັກ​ໄວ້​ຢູ່​ໃນ​ບ່ອນ​ຮົ່ມ​ໂດຍ​ມີ​ການ​ໝູນ​ວຽນ​ອາ​ກາດ​ດີ​ເພື່ອ​ປ່ອຍ​ໃຫ້​ອົງ​ປະ​ກອບ​ເຢັນ​ລົງ.
ການ​ບຳ​ລຸງ​ຮັກ​ສາ​ເຄື່ອງ​ຈັກ​ຫຼັງ​ຈາກ​ການ​ຕັດ​ຫຍ້າ
ປະ​ຕິ​ບັດ​ຂັ້ນ​ຕອນ​ຕໍ່​ໄປ​ນີ້​ໃຫ້​ສຳ​ເລັດ​ຫຼັງ​ຈາກ​ການ​ຕັດ​ຫຍ້າ:
  1. ລ້າງ​ເຄື່ອງ​ຈັກ​ດ້ວຍ​ທໍ່​ນ້ຳ​ຫົດ​ສວນ​ໃຫ້​ທົ່ວ​ໂດຍ​ບໍ່​ມີ​ຫົວ​ສີດ​ເພື່ອ​ຫຼີກ​ລ່ຽງ​ການ​ປົນ​ເປື້ອນ ແລະ ຄວາມ​ເສຍ​ຫາຍ​ຕໍ່​ຊິນ​ອັດ ແລະ ລູກ​ບີ່​ທີ່​ເກີດ​ຂຶ້ນ​ໂດຍ​ແຮງ​ດັນ​ນ້ຳ​ເກີນ.
  2. ໃຫ້​ແນ່​ໃຈ​ວ່າໝໍ້ນ້ຳ ແລະ ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງໄດ້​ຮັບ​ການເກັບຮັກສາໄວ້ບໍ່ໃຫ້ມີຝຸ່ນ ຫຼື ຂີ້ຫຍ້າ.
  3. ກວດກາເຄື່ອງຈັກສຳລັບການຮົ່ວໄຫຼຂອງນ້ໍາມັນໄຮໂດຼລິກ ສ່ວນ​ປະ​ກອບກົນຈັກ ແລະ ກວດ​ເບິ່ງ​ຄວາມ​ຄົມ​ຂອງ​ໃບ​ມີດໜ່ວຍ​ຕັດ.
ການຂົນສົ່ງເຄື່ອງຈັກ
ປົດ PTO ແລະ ຍົກ​ໜ່ວຍ​ຕັດ​ຂຶ້ນ​ສູ່​ຕຳ​ແໜ່ງການ​ຂົນສົ່ງ. ລະມັດລະວັງໃນເວລາຂັບຂີ່ລະຫວ່າງວັດຖຸຕ່າງໆເພື່ອວ່າທ່ານຈະບໍ່ເຮັດ​ໃຫ້ເຄື່ອງຈັກ ຫຼື ໜ່ວຍຕັດຕ່າງໆໄດ້​ຮັບ​ຄວາມ​ເສຍ​ຫາຍໂດຍ​ບັງ​ເອີນ. ໃຊ້ການດູແລພິເສດເມື່ອໃຊ້​ງານເຄື່ອງຈັກຢູ່ຕາມທາງຄ້ອຍຊັນ. ຂັບລົດຊ້າໆ ແລະ ຫຼີກລ່ຽງການລ້ຽວທີ່ກະທັນຫັນໄປຕາມທາງຄ້ອຍຊັນເພື່ອປ້ອງກັນບໍ່ໃຫ້ປີ້ນ. ປ່ອຍໜ່ວຍຕັດຕ່ຳລົງເວລາທີ່ລົງຄ້ອຍເພື່ອຄວບຄຸມພວງມະໄລ.

ຫຼັງ​ຈາກການ​ໃຊ້​ງານ

ທີ່​ຕັ້ງຈຸດ​ຈຸກ​ມັດ
  • ດ້ານໜ້າຂອງ​ເຄື່ອງ​ຈັກ—ຮູໃນແຜ່ນສີ່ຫຼ່ຽມມຸມສາກ, ພາຍໃຕ້ທໍ່ແກນ, ພາຍໃນຢາງ​ແຕ່ລະເສັ້ນທາງໜ້າ.
    Graphic
    G439095
    1. ຈຸກມັດດ້ານໜ້າ
  • ດ້ານຫຼັງຂອງ​ເຄື່ອງ​ຈັກ—ແຕ່ລະດ້ານຂອງເຄື່ອງຈັກຢູ່ກອ​ບດ້ານຫຼັງ.
    Graphic
    G439096
    1. ຈຸກມັດດ້ານຫລັງ
ການຂົນເຄື່ອງຈັກ
  1. ປະ​ຕິ​ບັດ​ຕາມ​ເຄັດ​ລັບ​ຢູ່​ລຸ່ມ​ນີ້​ເມື່ອ​ຂົນ​ສົ່ງ​ເຄື່ອງ​ຈັກ.
    • ໃຊ້ທາງລາດເຕັມຄວາມກ້ວາງສຳລັບການໂຫຼດເຄື່ອງຈັກໃສ່ລົດພ່ວງ ຫຼື ລົດບັນທຸກ.
    • ມັດເຄື່ອງຈັກໃຫ້​ຮັບ​ປະ​ກັນ.
ການຍູ້ ຫຼື ການ​ດຶງລາກເຄື່ອງຈັກ
ໃນກໍລະນີສຸກເສີນ, ທ່ານສາມາດຍ້າຍເຄື່ອງຈັກໄປ​ຂ້າງ​ໜ້າໄດ້ໂດຍການກະ​ຕຸ້ນວາວທາງຜ່ານທາງຂວາງຢູ່ໃນປ້ຳໄຮໂດຼລິກແບບແປຜັນ ແລະ ຍູ້ ຫຼື ດຶງລາກເຄື່ອງຈັກ.
Important  
ຢ່າຍູ້ ຫຼື ດຶງລາກເຄື່ອງຈັກໄວກວ່າ 3 ຫາ 4.8 ກມ/ຊມ (2 ຫາ 3 ໄມຕໍ່ຊົ່ວໂມງ). ຖ້າ​ທ່ານຍູ້ ຫຼື ດຶງລາກໃນ​ຄວາມ​ໄວ​ທີ່​ໄວ​ຂຶ້ນຄວາມເສຍຫາຍຂອງລະບົບເກຍພາຍໃນອາດຈະເກີດຂຶ້ນ.
ວາວຂ້າມຜ່ານຕ້ອງເປີດ ແລະ ຕ້ອງ​ປ່ອຍ​ເບ​ຣກທຸກຄັ້ງທີ່ທ່ານຍູ້ ຫຼື ດຶງລາກເຄື່ອງຈັກ.
 
  1. ປົດ​ສະຫຼັກຖານເບາະ​ນັ່ງ ແລະ ອຽງ​ເບາະ​ນັ່ງເປີດ.
  2. ຊອກ​ຫາ​ວາວ​ຂ້າມ​ຜ່ານ​ຢູ່​ກ້ອງ​ບ່ອນ​ນັ່ງ ແລະ ຢູ່​ດ້ານ​ເທິງ​ຂອງ​ໄຮ​ໂດຼ​ສະ​ແຕັດ.
    Graphic
    G439099
  3. ມາຍວາວ 3 ຮອບເພື່ອປ່ອຍໃຫ້​ນ້ຳ​ມັນເຄື່ອງ​ຜ່ານ​ພາຍ​ໃນ.
    Note: ເນື່ອງ​ຈາກ​ນ້ຳ​ມັນ​ໄດ້​ຮັບ​ການ​ຂ້າມ​ຜ່ານ​ແລ້ວ, ເຄື່ອງ​ຈັກສາມາດເຄື່ອນ​ຍ້າຍ​ໄດ້​ຢ່າງ​ຊ້າໆ​ໂດຍ​ບໍ່​ເຮັດ​ໃຫ້​ເກຍ​ເສຍ​ຫາຍ.
  4. ຊອກ​ຫາ​ທໍ່​ແຍກ​ປ່ອຍ​ເບ​ຣກ​ຢູ່​ໃກ້​ຢາງ​ເບື້ອງ​ຂວາ​ດ້ານ​ໜ້າ ແລະ ຢູ່​ເບື້ອງ​ຫຼັງຖັງໄຮ​ໂດຼ​ລິກ.
  5. Graphic
    G439110
  6. ສອດທໍ່ ຫຼື ວັດ​ຖຸ​ຄ້າຍ​ຄື​ກັນ​ເຂົ້າ​ໄປ, ຖື​ປຸ່ມ​ລູກ​ບິດ​ສີ​ດຳ ໄວ້​ໃນທໍ່​ແຍກ ແລະ ປ້ຳ ທໍ່​ແຍກ 3 ຄັ້ງ. ທັນ​ທີ​ທີ່​ມີ​ແຮງ​ຕ້ານ​ຫຼາຍ​ເມື່ອ​ການ​ປ້ຳ, ເບ​ຣກ​ຖືກ​ປ່ອຍ.
    Important  
    ຢ່າ​ປ້ຳ​ທໍ່​ແຍກ​ຫຼັງ​ຈາກ​ມັນ​ບໍ່​ປ້ຳ​ໄດ້​ງ່າຍໆ. ສາ​ມາດ​ເກີດ​ຄວາມ​ເສຍ​ຫາຍ​ຂຶ້ນ​ໄດ້, ຖ້າ​ທໍ່​ແຍກ​ຖືກ​ປ້ຳ​ຫຼາຍ​ເກີນ​ໄປ.
     
    Note: ເມື່ອ​ຄວາມ​ດັນ​ສະ​ສົມ​ຢູ່​ໃນ​ທໍ່​ແຍກ, ເບ​ຣກ​ຈະ​ຖືກ​ປ່ອຍ​ເປັນ​ເວ​ລາ​ປະ​ມານ 60 ນາ​ທີ. ຖ້າ​ຈຳ​ເປັນ​ຫຼັງ​ຈາກ 60 ນາ​ທີ, ປ່ອຍ​ເບ​ຣກ​ອີກ​ໂດຍ​ການ​ປ້ຳ​ທໍ່​ແຍກ.
  7. ຍູ້ ຫຼື ດຶງລາກເຄື່ອງຈັກ.
  8. ຕັ້ງ​ເບ​ຣກ​ໂດຍ​ການ​ດຶງ​ລູກ​ບິດ​ສີ​ດຳ​ອອກ ຫຼື ເລີ່ມ​ຕິດ​ຈັກ.
    Note: ເບ​ຣກ​ຕັ້ງ​ກັບ​ຄືນ​ໂດຍ​ອັດ​ຕະໂນ​ມັດ​ເມື່ອ​ທ່ານ​ຕິດ​ຈັກ.
  9. ປິດວາວຂ້າມ​ຜ່ານ. ບິດ​ວາວ​ໃຫ້​ໄດ້ 11 N∙m (5 ຫາ 8 ft-lb).
    Important  
    ໃຫ້​ແນ່​ໃຈ​ວ່າ​ວາວ​ຂ້າມ​ຜ່ານຖືກ​ປິດແລ້ວກ່ອນທີ່ທ່ານຈະໃຊ້​ງານ​ເຄື່ອງ​ຈັກ. ການຕິດຈັກໄວ້ດ້ວຍວາວຂ້າມຜ່ານເປີດເຮັດໃຫ້ລະບົບເກຍເກີດຄວາມຮ້ອນຫຼາຍເກີນໄປ.
     

 
 
 
ການບຳ​ລຸງ​ຮັກ​ສາ
 

Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.
Note: ດາວໂຫຼດສຳເນົາແຜນ​ຜັງໄຟຟ້າ ຫຼື ໄຮໂດຼລິກບໍ່ເສຍຄ່າໂດຍເຂົ້າໄປທີ່ www.Toro.com ແລະ ຄົ້ນຫາເຄື່ອງຈັກຂອງທ່ານຈາກລິ້ງຄູ່ມືໃນໜ້າຫຼັກ.
Important  
ໃຫ້​ເບິ່ງ​ປຶ້ມຄູ່​ມື​ເຈົ້າ​ຂອງ​ເຄື່ອງ​ຈັກ ແລະ ຄູ່ມືຜູ້​ໃຊ້ ໜ່ວຍ​ຕັດ ສຳ​ລັບ​ຂັ້ນ​ຕອນ​ການບຳ​ລຸງ​ຮັກ​ສາ​ເພີ່ມ​ເຕີມ.
 
ຕາ​ຕະ​ລາງ​ກຳ​ນົດ​ເວ​ລາ​ບຳ​ລຸງ​ຮັກ​ສາ​ທີ່​ແນະ​ນຳ
ໄລຍະຫວ່າງການ​ບໍ​ລິ​ການ
ບຳ​ລຸງ​ຮັກ​ສາ
ຂັ້ນ​ຕອນ​ດຳ​ເ​ນີນ​ການ​ບຳ​ລຸງ​ຮັກ​ສາ
ອາໄຫຼ່ເລກທີ
ຈຳ​ນວນ
ລາຍ​ລະອຽດ
After the first hour
-
-
-
-
-
-
-
-
-
After the first 8 hours
104-3494
1
ສາຍພານໄດປັ່ນໄຟ
After the first 10 hours
-
-
-
-
-
-
-
-
-
After the first 50 hours
127-0511
1
ໝໍ້​ກອງ​ນ້ຳ​ມັນເຄື່ອງຈັກ
121-6395
1
ນ້ຳ​ມັນ​ເຄື່ອງຈັກພ​ຣີ​ມ້ຽມ 15W-40 (5 ແກນ​ລອນ)
121-6394
1
ນ້ຳ​ມັນ​ເຄື່ອງຈັກພ​ຣີ​ມ້ຽມ 15W-40 (55 ແກນ​ລອນ)
ກວດເບິ່ງຄວາມໄວຂອງເຄື່ອງຈັກ (ບໍ່ເຮັດວຽກ ແລະ ເລັ່ງເຕັມທີ່); ໃຫ້​ເບິ່ງຄູ່​ມື​ສ້ອມ​ບຳ​ລຸງ​ຮັກ​ສາ.
-
-
-
Before each use or daily
-
-
-
ກວດກາຄວາມ​ຫ້ຽນ ຫຼື ຄວາມ​ເສຍ​ຫາຍ​ຂອງອົງ​ປະ​ກອບ ROPS.
-
-
-
108-3810
1
ໝໍ້ກອງ​ອາ​ກາດ
121-6395
1
ນ້ຳ​ມັນ​ເຄື່ອງຈັກພ​ຣີ​ມ້ຽມ 15W-40 (5 ແກນ​ລອນ)
121-6394
1
ນ້ຳ​ມັນ​ເຄື່ອງຈັກພ​ຣີ​ມ້ຽມ 15W-40 (55 ແກນ​ລອນ)
-
-
-
-
-
-
-
-
-
-
-
-
ເອົາ​ຂີ້​ເຫຍື້ອ​ຕິດ​ຄ້າງ, ລວມ​ທັງ​ຫຍ້າ​ທີ່​ຕິດ​ຢູ່, ໃບ​ໄມ້ ແລະ ສິ່ງ​ແປກ​ປອມ​ອື່ນໆ​ໃດ​ໜຶ່ງອອກ​ຈາກ​ເຄື່ອງ​ຈັກ (ໃນສະພາບການປະຕິບັດການທີ່ເປື້ອນແມ່ນ​ໃຫ້​ຕື່ມ​ໃສ່​ເລື້ອຍໆ). ໃຫ້​ໃສ່​ໃຈ​ເປັນ​ພິ​ເສດ​ກັບ​ຕະ​ແກງ, ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ ແລະ/ຫຼື ໝໍ້​ນ້ຳ.
-
-
-
133-8086
1
ນ້ຳ​ມັນ​ໄຮ​ໂດຼ​ລິກອາ​ຍຸ​ຍາວ PX (5 ແກນ​ລອນ)
133-8087
1
ນ້ຳ​ມັນ​ໄຮ​ໂດຼ​ລິກອາ​ຍຸ​ຍາວ PX (55 ແກນ​ລອນ)
-
-
-
-
-
-
-
-
-
Every 50 hours
108-1190
1
ນ້ຳ​ມັນ​ກະ​ແລັດ​ອະ​ເນກ​ປະ​ສົງ​ພ​ຣີ​ມ້ຽມ (14 ອອນ)
-
-
-
-
-
-
Every 100 hours
-
-
-
104-3494
1
ສາຍພານໄດປັ່ນໄຟ
Every 150 hours
127-0511
1
ໝໍ້​ກອງ​ນ້ຳ​ມັນເຄື່ອງຈັກ
121-6395
1
ນ້ຳ​ມັນ​ເຄື່ອງຈັກພ​ຣີ​ມ້ຽມ 15W-40 (5 ແກນ​ລອນ)
121-6394
1
ນ້ຳ​ມັນ​ເຄື່ອງຈັກພ​ຣີ​ມ້ຽມ 15W-40 (55 ແກນ​ລອນ)
Every 250 hours
-
-
-
-
-
-
-
-
-
Every 400 hours
108-3810
1
ໝໍ້ກອງ​ອາ​ກາດ
110-9049
1
ໝໍ້​ກອງ​ນ້ຳ​ລະ​ບົບ​ນ້ຳ​ມັນ​ເຊື້ອ​ໄຟ
98-7612
1
ໝໍ້​ກອງນ້ຳ​ມັນເຊື້ອ​ໄຟໃນ​ທໍ່
-
-
-
-
-
-
ກວດເບິ່ງຄວາມໄວຂອງເຄື່ອງຈັກ (ບໍ່ເຮັດວຽກ ແລະ ເລັ່ງເຕັມທີ່); ໃຫ້​ເບິ່ງຄູ່​ມື​ສ້ອມ​ບຳ​ລຸງ​ຮັກ​ສາ.
-
-
-
Every 800 hours
ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນ, ຖ້າ​ລະ​ບົບ​ນ້ຳ​ມັນ​ມີ​ການ​ປົນ​ເປື້ອນ.
-
-
-
-
-
-
ປ່ຽນໝໍ້​ກອງ​ປະ​ຈຸ (ຖ້າ​ທ່ານບໍ່ໃຊ້ນ້ຳ​ມັນ​ໄຮ​ໂດຼ​ລິກ​ຕາມ​ທີ່​ແນະ​ນຳ ຫຼື ຕື່ມ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ທາງ​ເລືອກ​ໃສ່ເຕົ້າ).
75-1310
1
ໝໍ້ກອງໄຮໂດຼລິກ
ປ່ຽນນ້ຳ​ມັນ​ໄຮ​ໂດຼ​ລິກ (ຖ້າ​ທ່ານບໍ່ໃຊ້ນ້ຳ​ມັນ​ໄຮ​ໂດຼ​ລິກ​ຕາມ​ທີ່​ແນະ​ນຳ ຫຼື ຕື່ມ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ທາງ​ເລືອກ​ໃສ່ເຕົ້າ).
133-8086
1
ນ້ຳ​ມັນ​ໄຮ​ໂດຼ​ລິກອາ​ຍຸ​ຍາວ PX (5 ແກນ​ລອນ)
133-8087
1
ນ້ຳ​ມັນ​ໄຮ​ໂດຼ​ລິກອາ​ຍຸ​ຍາວ PX (55 ແກນ​ລອນ)
ຍັດ​ລູກ​ບີ່​ລໍ້​ຫຼັງ (ໃຫ້​ເບິ່ງຄູ່​ມືບຳ​ລຸງ​ຮັກ​ສາ).
108-1190
1
ນ້ຳ​ມັນ​ກະ​ແລັດ​ອະ​ເນກ​ປະ​ສົງ​ພ​ຣີ​ມ້ຽມ (14 ອອນ)
ດັດປັບວາວເຄື່ອງຈັກ (ໃຫ້​ເບິ່ງ​ປຶ້ມຄູ່ມືບຳ​ລຸງ​ຮັກສາຈັກ).
-
-
-
Every 1,000 hours
ປ່ຽນ​ໝໍ້​ກອງປະ​ຈຸ (ຖ້າ​ທ່ານ​ກຳ​ລັງ​ໃຊ້​ນ້ຳ​ມັນ​ໄຮ​ໂດຣ​ລິກ​ຕາມ​ທີ່​ແນະນຳ​ໃຫ້).
75-1310
1
ໝໍ້ກອງໄຮໂດຼລິກ
Every 2,000 hours
ປ່ຽນນ້ຳ​ມັນໄຮໂດຼລິກ (ຖ້າ​ທ່ານ​ກຳ​ລັງ​ໃຊ້​ນ້ຳ​ມັນ​ໄຮ​ໂດຣ​ລິກ​ຕາມ​ທີ່​ແນະນຳ​ໃຫ້).
133-8086
1
ນ້ຳ​ມັນ​ໄຮ​ໂດຼ​ລິກອາ​ຍຸ​ຍາວ PX (5 ແກນ​ລອນ)
133-8087
1
ນ້ຳ​ມັນ​ໄຮ​ໂດຼ​ລິກອາ​ຍຸ​ຍາວ PX (55 ແກນ​ລອນ)
Before storage
ລະບາຍ​ນ້ຳ​ມັນ ແລະ ທຳ ຄວາມສະອາດຖັງ, ຖ້າທ່ານເກັບເຄື່ອງຈັກໄວ້ເປັນໄລຍະເວ​ລາດົນ).
-
-
-
Every 2 years
ລ້າງ ແລະ ປ່ຽນນ້ຳ​ຢາລະບົບ​ທຳ​ຄວາມເຢັນ (ເອົາເຄື່ອງຈັກໄປຫາຕົວແທນຈຳໜ່າຍ​ບຳ​ລຸງ​ຮັກ​ສາ ຫຼື ຜູ້ຈຳໜ່າຍທີ່ໄດ້ຮັບອະນຸຍາດ ຫຼື ໃຫ້​ເບິ່ງຄູ່ມືບຳ​ລຸງ​ຮັກ​ສາ).
-
-
-
ປ່ຽນທໍ່​ໄຮ​ໂດຼ​ລິກ (ເອົາເຄື່ອງຈັກໄປຫາຕົວແທນຈຳໜ່າຍ​ບຳ​ລຸງ​ຮັກ​ສາ ຫຼື ຜູ້ຈຳໜ່າຍທີ່ໄດ້ຮັບອະນຸຍາດ ຫຼື ໃຫ້​ເບິ່ງຄູ່ມືບຳ​ລຸງ​ຮັກ​ສາ).
-
-
-
ປ່ຽນທໍ່ນ້ຳ​ຢາ​ທຳ​ຄວາມ​ເຢັນ (ເອົາເຄື່ອງຈັກໄປຫາຕົວແທນຈຳໜ່າຍ​ບຳ​ລຸງ​ຮັກ​ສາ ຫຼື ຜູ້ຈຳໜ່າຍທີ່ໄດ້ຮັບອະນຸຍາດ ຫຼື ໃຫ້​ເບິ່ງຄູ່ມືບຳ​ລຸງ​ຮັກ​ສາ).
-
-
-
ລາຍການກວດການບຳລຸງຮັກສາປະຈຳວັນ
ເຮັດຊ້ຳຄືນ​ຕາມໜ້ານີ້ສຳລັບການນຳໃຊ້ປົກກະຕິ.
ລາຍການກວດກາການບຳລຸງຮັກສາ
ສຳລັບອາທິດຂອງ:
ຈັນ.
ອັງຄານ.
ພຸດ.
ພະຫັດ.
ສຸກ.
ເສົາ.
ອາທິດ.
ກວດເບິ່ງການປະຕິບັດງານດ້ານຄວາມປອດໄພຂອງອິນເຕີລັອກ.
ກວດກາເບິ່ງການປະຕິບັດງານຂອງ​ເບ​ຣກ.
ກວດ​ເບິ່ງ​ລະ​ດັບ​ນ້ຳ​ມັນ​ເຄື່ອງ ແລະ ນ້ຳ​ມັນ.
ກວດເບິ່ງລະດັບຂອງ​ແຫຼວຂອງລະບົບທຳ​ຄວ​າມເຢັນ.
ລະບາຍ​ໝໍ້​ແຍກນ້ຳ/ນ້ຳ​ມັນເຊື້ອເພີງ.
ກວດ​ເບິ່ງຕົວ​ສະ​ແດງ​ການ​ເຮັດ​ວຽກ​ຂອງ​ຕົວກັ່ນ​ຕອງ​ອາ​ກາດ.
ກວດ​ເບິ່ງ​ໝໍ້​ນ້ຳ, ຕົວ​ເຮັດ​ໃຫ້​ນ້ຳ​ມັນເຢັນ ແລະ ການກວດ​ເບິ່ງ​ສິ່ງເປິ​ເປື້ອນ.
ກວດຊອກ​ຫາສຽງລົບກວນຂອງເຄື່ອງຈັກທີ່ຜິດ​ປົກ​ກະ​ຕິ.1
ກວດຊອກ​ຫາສຽງລົບກວນການ​ດຳ​ເນີນ​ງານທີ່ຜິດ​ປົກ​ກະ​ຕິ.
ກວດເບິ່ງລະດັບຂອງນ້ຳມັນລະ​ບົບໄຮໂດຼລິກ.
ກວດເບິ່ງຄວາມ​ເສຍ​ຫາຍ​ຂອງທໍ່ໄຮໂດຼລິກ.
ກວດເບິ່ງການ​ຮົ່ວ​ໄຫຼ​ຂອງແຫຼວ.
ກວດເບິ່ງຄວາມດັນຂອງຢາງລົດ.
ກວດເບິ່ງການປະຕິບັດງານຂອງເຄື່ອງມື.
ກວດເບິ່ງການດັດປັບຄືນໃໝ່ຂອງກຽວ-ແຜ່ນມີດ.
ກວດເບິ່ງການປັບຄວາມສູງຂອງການຕັດ.
ໃສ່​ນ້ຳ​ມັນຫຼໍ່ມື່ນອຸປະກອນກະແລັດທັງໝົດ.2
ສຳຜັດກັບສີທີ່ລອກ.
  1. ກວດ​ເບິ່ງຫົວ​ເຜົາ​ເຄື່ອງຈັກ ແລະ ຫົວ​ສີດ​ວ່າ​ເຄື່ອງ​ຈັກ​ເປີດ​ໃຊ້​ງານ​ຍາກ, ຄັວນຫຼາຍ​ເກີນ​ໄປ ຫຼື ແລ່ນ​ໄດ້ຍາກ ຫຼືບໍ່.
  2. ທັນທີຫຼັງຈາກການລ້າງທຸກໆຄັ້ງ, ໂດຍບໍ່ສົນເລື່ອງໄລຍະຫ່າງທີ່ລະບຸໄວ້
Important  
ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂັ້ນຕອນການບຳ ລຸງຮັກສາເພີ່ມເຕີມ.
 
ການ​ບັນ​ທຶກ​ບໍ​ລິ​ເວນທີ່ໜ້າເປັນຫ່ວງ
ການກວດກາປະຕິບັດໂດຍ:
ລາຍ​ການ
ວັນທີ
ຂໍ້ມູນ
1
   
2
   
3
   
4
   
5
   

ຂັ້ນ​ຕອນ​ດຳ​ເ​ນີນ​ການກ່ອນ​ການ​ບຳ​ລຸງ​ຮັກ​ສາ

ການກະ​ກຽມການ​ບຳ​ລຸງ​ຮັກ​ສາ
  1. ຈອດເຄື່ອງ​ຈັກ​ໄວ້ຢູ່ທາງພຽງ, ໃສ່ເບຣກມື ແລະ ປົດ PTO.
  2. ເຄື່ອນ​ການ​ຄວບ​ຄຸມ​ປ່ອຍ​ຕ່ຳ​ລົງ​ຕັດ​ຫຍ້າ/ຍົກ​ຂຶ້ນ​ໄປ​ສູ່​ຕຳ​ແໜ່ງຕັດ​ຫຍ້າ.
  3. ມອດ​ຈັກ, ຖອດກະ​ແຈ, ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢູ່​ນັ້ນຢຸດ ແລະ ປ່ອຍ​ໃຫ້​ຈັກ​ເຢັນ​ລົງ.
ການເປີດຝາກະໂປ່ງ
    Graphic
    G437864
  1. ປ່ອຍ​ສະ​ຫຼັກ​ຝາ​ກະ​ໂປ່ງ 2 ອັນ ແລະ ໝູນເປີດຝາກະໂປ່ງ.
ການປິດຝາກະໂປ່ງ
    Graphic
    G424260
  1. ໝູນ​ຝາ​ກະ​ໂປ່ງ​ໄປ​ປິດ​ຢ່າງ​ລະ​ມັດ​ລະ​ວັງ ແລະ ຍຶດ​ມັນ​ດ້ວຍ​ສະ​ຫຼັກ​ຝາ​ກະ​ໂປ່ງ 2 ອັນ .
ການ​ເປີດ​ຕະ​ແກງ
    Graphic
    G437850
  1. ເອົາ​ເຂັມໝຸດ ອອກ​ຈາກ​ສະ​ຫຼັກ​ຕະ​ແກງ .
  2. ປົດສະ​ຫຼັກ ແລະ ເປີດ​ຕະ​ແກງ.
ການປິດ​ຕະ​ແກງ
    Graphic
    G414734
  1. ປິດ ແລະ ໃສ່​ສະ​ຫຼັກ​ຕະ​ແກງ.
  2. ສອດເຂັມໝຸດເຂົ້າ​ໄປ​ຜ່ານສະ​ຫຼັກ​ຕະ​ແກງ.
ການອຽງເບາະນັ່ງ
    Graphic
    G443836
  1. ປົດ​ສະ​ຫຼັກ​ຖານ​ເບາະ​ນັ່ງ .
  2. ອຽງ​ເບາະ​ນັ່ງ ແລະ ຊ່ອງ​ເປີດ​ຖານ .
  3. ຄ້ຳ​ມັນ​ດ້ວຍ​ແທ່ງ​ເຫຼັກ​ຄ້ຳ .
ການປ່ອຍເບາະນັ່ງຕ່ຳ​ລົງ
  1. ໝູນ​ເບາະ​ນັ່ງ​ໄປ​ເລັກ​ນ້ອຍ ແລະ ຍົກ​ແທ່ງ​ເຫຼັກ​ຄ້ຳດ້ານ​ໜ້າອອກ​ຈາກ​ບ່ອນ​ສຸດ​ຂອງ​ຊ່ອງ​ຄ້ຳ​ເບາະ​ນັ່ງ.
  2. ປ່ອຍເບາະ​ນັ່ງຕ່ຳ​ລົງຢ່າງ​ລະ​ມັດ​ລະ​ວັງ​ຈົນ​ກວ່າ​ມັນ​ເຂົ້າ​ລັອກ​ຢ່າງ​ປອດ​ໄພ.
ການ​ແຍກ​ຝາ​ຄອບ​ອາ​ກາດ​ທຳ​ຄວາມ​ເຢັນ​ໄດ​ປັ່ນ​ໄຟ
    Graphic
    G414736
  1. ເອົາ​ນັອດ​ຕົວ​ຜູ້ 4 ຕົວ ແລະ ນັອດ​ຕົວ​ແມ່ 4 ຕົວ ທີ່​ຍຶດຝາ​ຄອບ​ອາ​ກາດ​ທຳ​ຄວາມ​ເຢັນ​ໄດ​ປັ່ນ​ໄຟດ້ານເທິງ ແລະ ດ້ານ​ລຸ່ມ ອອກ.
  2. ແຍກຝາ​ຄອບອອກ ແລະ ຍົກ​ຝາ​ຄອບ​ດ້ານ​ເທິງ​ຂຶ້ນ​ເພື່ອ​ເຂົ້າ​ເຖິງ​ຂໍ້​ຕໍ່​ໃສ່​ກະ​ແລັດ​ເພົາ​ຂັບເຄື່ອນ.
ການປະ​ກອບຝາ​ຄອບ​ອາ​ກາດ​ທຳ​ຄວາມ​ເຢັນ​ໄດ​ປັ່ນ​ໄຟ
    Graphic
    G414737
  1. ຈັດ​ລຽນ​ຮ່ອງ​ຢູ່​ໃນ​ຝາ​ຄອບ​ອາ​ກາດ​ທຳ​ຄວາມ​ເຢັນ​ໄດ​ປັ່ນ​ໄຟ​ດ້ານ​ເທິງ ແລະ ລຸ່ມ ດ້ວຍ​ຕົວ​ປິດ​ແປງ​ຂັດ​ເພົາ​ຂັບ​ເຄື່ອນ ແລະ ໜ້າ​ແປນ ຂອງ​ຝາ​ປົກ​ໄດ​ປັ່ນ​ໄຟ.
  2. Graphic
    G414736
  3. ຈັດ​ລຽນ​ຮູ​ຢູ່​ໃນຝາ​ຄອບ​ອາ​ກາດ​ທຳ​ຄວາມ​ເຢັນ​ໄດ​ປັ່ນ​ໄຟດ້ານ​ເທິງ ແລະ ດ້ານ​ລຸ່ມ ດ້ວຍ​ເຂັມ​ຂັດ​ຈຳ​ກັດ​ການ​ອັດ​ແໜ້ນ.
  4. ຍຶດ​ເຄິ່ງ​ໜຶ່ງ​ຂອງ​ຝາ​ຄອບ​ອາ​ກາດ​ທຳ​ຄວາມ​ເຢັນ​ໄດ​ປັ່ນ​ໄຟ ແລະ ເຂັມ​ຂັດ​ຈຳ​ກັດ​ການ​ອັດ​ແໜ້ນ​ດ້ວຍ​ນັອດຕົວ​ຜູ້ 4 ຕົວ ແລະ ນັອດລັອກຕົວແມ່ 4 ຕົວ .
ທີ່​ຕັ້ງຈຸດ​ຂຶ້ນ​ແມ່​ແຮງ
Note: ຄ້ຳ​ເຄື່ອງ​ຈັກ​ດ້ວຍຂາກະລິກທຸກຄັ້ງທີ່ທ່ານເຮັດວຽກຢູ່ກ້ອງ​ເຄື່ອງ​ຈັກ.
ໃຊ້​ສິ່ງ​ຕໍ່​ໄປ​ນີ້​ເປັນ​ຈຸດ​ຍົກ​ເຄື່ອງຈັກ:
  • ດ້ານ​ໜ້າ—ຂາ​ຄ້ຳ​ກະ​ລິກ​ຂອງ​ທໍ່​ຂອງ​ເພົາ​ໜ້າ.
  • ດ້ານ​ຫຼັງ—ທໍ່​ຂອງ​ເພົາ​ຫຼັງ.
Graphic
G437877
  1. ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ
  2. ຂາຄ້ຳ​ກະ​ລິກ (ທໍ່​ຂອງ​ເພົາ​ໜ້າ)
  3. ທໍ່​ຂອງ​ເພົາ​ຫຼັງ
  4. ດ້ານຫຼັງ​ຂອງ​ເຄື່ອງ​ຈັກ

ການ​ຫຼໍ່​ລື່ນ

ໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່
ເຄື່ອງ​ຈັກ​ມີ​ຂໍ້​ຕໍ່​ກະ​ແລັດ​ທີ່​ຕ້ອງ​ໄດ້​ຫຼໍ່​ມື່ນ​ປົກ​ກະ​ຕິ. ສະພາບການປະຕິບັດງານທີ່ມີ​ຂີ້​ຝຸ່ນ ແລະ ເປື້ອນສາມາດເຮັດໃຫ້ຂີ້ຝຸ່ນເປື້ອນເຂົ້າໄປໃນລູກບີ່ ແລະ ປອກ​ລູກ​ບີ່, ເຮັດໃຫ້ມີການຫ້ຽນໄວ​ຂຶ້ນ. ໃສ່​ນ້ຳ​ມັນຫຼໍ່ມື່ນສິ່ງ​ຕິດ​ຕັ້ງ​ທີ່​ມີກະແລັດທັນທີຫຼັງຈາກການລ້າງທຸກໆຄັ້ງ, ໂດຍບໍ່ຄຳ​ນຶງ​ເຖິງໄລຍະຫ່າງທີ່ລະບຸໄວ້.
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. ແຍກ​ຝາ​ຄອບ​ອາ​ກາດ​ທຳ​ຄວາມ​ເຢັນ​ໄດ​ປັ່ນ​ໄຟ
  3. ໃສ່​ນ້ຳ​ມັນກະ​ແລັດຂໍ້​ຕໍ່​ເຄື່ອງ​ຈັກ​ທຸກ​ຕົວດ້ວຍ​ນ້ຳ​ມັນ​ກະ​ແລັດ​ລີ​ທຽມ​ເບີ 2.
  4. ປະ​ກອບຝາ​ຄອບ​ອາ​ກາດ​ທຳ​ຄວາມ​ເຢັນ​ໄດ​ປັ່ນ​ໄຟ
ໃສ່ນ້ຳ​ມັນ​ກະ​ແລັດບ່ອນ​ຂໍ້​ຕໍ່
ຂໍ້​ມູນ​ຈຳ​ເພາະກະ​ແລັດ:ນ້ຳ​ມັນ​ກະ​ແລັດ​ລີ​ທຽມ​ເບີ 2
ຂໍ້ຕໍ່​ຮູບຕົວ U ເພົາຂັບເຄື່ອນປ້ຳ (3)
Note: ເຂົ້າ​ເຖິງ​ເພົາ​ຂັບ​ເຄື່ອນ​ປ້ຳ​ຈາກ​ພື້ນ​ຂອງ​ເຄື່ອງ​ຈັກ.
Graphic
G452383
Graphic
G452384
ກະບອກສູບແຂນຍົກໜ່ວຍຕັດ (2 ສຳ​ລັບ​ແຕ່​ລະ​ອັນ)
ແກນແຂນຍົກ (1 ສຳ​ລັບ​ແຕ່​ລະອັນ)
Graphic
G452355
ກອບກ່ອງບັນຈຸໜ່ວຍຕັດ ແລະ ແກນ (2 ສຳ​ລັບແຕ່​ລະ​ອັນ)
Graphic
G452356
ເພົາແກນແຂນຍົກ (1 ສຳ​ລັບ​ແຕ່​ລະອັນ)
Graphic
G452357
ແກນຜູກເພົາລໍ້ຫຼັງ (2)
Graphic
G452368
ແກນໝູນພວງມະໄລ (1)
Graphic
G452379
ຂໍ້ຕໍ່ລູກບີ່ກະບອກສູບພວງມະໄລ (2)
Graphic
G452380

ການ​ບຳ​ລຸງ​ຮັກ​ສາຈັກ

ການກວດ​ກາ​ເຄື່ອງ​ອະ​ນາ​ໄມ​ອາ​ກາດ
    Graphic
    G415048
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. ເປີດຝາກະໂປ່ງ.
  3. ກວດ​ເບິ່ງ​ຕົວ​ຊີ້ບອກ​ການ​ບຳ​ລຸງ​ຮັກ​ສາ ຢູ່​ປາຍ​ຂອງ​ເຕົ້າໝໍ້​ກອງ​ອາ​ກາດ.
  4. Graphic
    G414762
  5. ຖ້າ​ແຖບ​ສີ​ແດງ​ປາ​ກົດ​ຂຶນ​ຢູ່​ໃນຕົວຊີ້ບອກ​ການບຳ​ລຸງ​ຮັກ​ສາ, ປ່ຽນ​ໝໍ້​ກອງ​ອາ​ກາດ.
  6. ບີບ​ວາວ​ຕົວ​ປ່ອຍ​ຝຸ່ນ​ອອກ.
  7. ປິດ ແລະ ໃສ່​ສະ​ຫຼັກກະ​ໂປ່ງ.
ການ​ຕັ້ງ​ຄ່າ​ຕົວ​ຊີ້ບອກ​ການ​ບຳ​ລຸງ​ຮັກ​ສາ​ເຕົ້າ​ກອງ​ອາ​ກາດ​ຄືນ​ໃໝ່
    Graphic
    G414765
  1. ຖ້າ​ແຖບ​ສີ​ແດງ​ປາ​ກົດ​ຂຶ້ນ​ຢູ່​ໃນຕົວຊີ້ບອກ​ການບຳ​ລຸງ​ຮັກ​ສາ, ກົດ​ປຸ່ມ​ຕັ້ງ​ຄ່າ​ຄືນ​ໃໝ່​ຢູ່​ປາຍ​ຂອງ​ຕົວ​ຊີ້ບອກ.
  2. ປິດ ແລະ ໃສ່​ສະ​ຫຼັກກະ​ໂປ່ງ.
ການບຳ​ລຸງ​ຮັກ​ສາເຕົ້າກອງອາກາດ
  • ກວດເບິ່ງລະບົບການດູດອາກາດທັງໝົດສຳລັບການຮົ່ວໄຫຼ, ຄວາມເສຍຫາຍ ຫຼື ປອກຮັດທໍ່ຫຼວມ. ຢ່າໃຊ້ໝໍ້​ກອງ​ອາ​ກາດທີ່ເສຍຫາຍ.
  • ບຳ​ລຸງ​ຮັກ​ສາເຕົ້າກອງອາກາດໃນ​ເວ​ລາ​ທີ່​ຕົວ​ສະ​ແດງ​ການ​ບຳ​ລຸງ​ຮັກ​ສາລະ​ບຸ​ເທົ່າ​ນັ້ນ. ການປ່ຽນໝໍ້ກອງອາກາດກ່ອນຄວາມຈຳເປັນພຽງແຕ່ເພີ່ມໂອກາດທີ່ໃຫ້ຄວາມເປື້ອນເຂົ້າໄປໃນເຄື່ອງຈັກໃນ​ເວ​ລາ​ທີ່​ທ່ານຖອດໝໍ້ກອງອອກ.
Important  
ເຮັດ​ໃຫ້​ແນ່​ໃຈ​ວ່າຝາປິດເຂົ້າ​ທີ່​ຢ່າງ​ຖືກ​ຕ້ອງ, ​ຕິດ​ກາວ​ດ້ວຍ​ຕົວ​ເຄື່ອງ​ຟອກ​ອາ​ກາດ ແລະ ວາວຢາງບ່ອນ​ປ່ອຍ​ອອກຢູ່​ໃນ​ຕຳ​ແໜ່ງ​ທີ່​​ລຸດ​ລົງ—ລະ​ຫວ່າງ​ຕຳ​ແໜ່ງ​ 5 ໂມງ ແລະ 7 ໂມງ ເມື່ອ​ເຮົາ​ເບິງ​ຈາກ​ປາຍ.
 
Graphic
G448875
ຂໍ້​ກຳ​ນົດ​ສະ​ເພາະ​ຂອງ​ນ້ຳ​ມັນ​ເຄື່ອງ​ຈັກ
ປະ​ເພດ​ນ້ຳ​ມັນ​ເຄື່ອງຈັກ
ໃຊ້ນ້ຳ​ມັນ​ເຄື່ອງ​ມີ​ເທົ່າ​ຕ່ຳ, ຄຸນ​ນະ​ພາບ​ສູງທີ່​ໄດ້​ຕາມ ຫຼື ເກີນ CH-4 ໝວດ​ການ​ບຳ​ລຸງ​ຮັກ​ສາ API ຫຼື ສູງກວ່າ.
ໃຊ້​ນ້ຳ​ມັນ​ເຄື່ອງ​ເກ​ຣດ​ຄວາມ​ໜຽວ​ຕໍ່​ໄປ​ນີ້:
  • ນ້ຳມັນທີ່ມັກ​ໃຫ້​ໃຊ້: SAE 15W-40 [-17°C (ສູງກວ່າ 0°F)]
  • ນ້ຳມັນທາງ​ເລືອກ: SAE 10W-30 ຫຼື 5W-30 (ທຸກອຸນຫະພູມ)
Toro ນ້ຳມັນເຄື່ອງພຣີມ້ຽມແມ່ນມີໃຫ້ຈາກຜູ້ຈຳໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດຂອງທ່ານໃນເກ​ຣດຄວາມໜຽວ 15W-40 ຫຼື 10W-30.
ຄວາມ​ຈຸ​ຖັງ​ຂໍ້​ຫວ່ຽງ
ໂດຍ​ປະ​ມານ 3.3 ລິດ (3.5 ຄະ​ວອດ​ສະ​ຫະ​ລັດ) ພ້ອມໝໍ້ກອງ
ການກວດເບິ່ງລະດັບນ້ຳມັນເຄື່ອງຈັກ
Note: ກວດ​ເບິ່ງ​ນ້ຳ​ມັນ​ເຄື່ອງ​ເມື່ອ​ຈັກ​ເຢັນ. ຖ້າ​ຈັກ​ຍັງ​ອຸ່ນ, ໃຫ້​ຖ້າ 10 ນາ​ທີ​ກ່ອນ​ການກວດ​ເບິ່ງ.
Important  
ກວດເບິ່ງນໍ້າມັນເຄື່ອງໃນ​ແຕ່​ລະ​ວັນ. ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຢູ່​ເໜືອ​ຂີດ​ເຕັມ​ໃນ​ເຫຼັກ​ຈຸ່ມ​ແທກ​ນ້ຳ​ມັນ​ເຄື່ອງ, ນ້ຳ​ມັນ​ເຄື່ອງ​ອາດ​ຈະ​ປົນ​ກັບ​ນ້ຳ​ມັນເຊື້ອ​ໄຟ.
ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຢູ່​ເໜືອ​ຂີດ​ເຕັມ, ໃຫ້​ປ່ຽນນ້ຳ​ມັນ​ເຄື່ອງ.
 
ຖ້າລະດັບນ້ຳມັນຢູ່ທີ່ ຫຼື ຕໍ່າກວ່າຂີດໝາຍເພີ່ມຢູ່ເທິງເຫຼັກ​ແທກ​ນ້ຳ​ມັນເຄື່ອງ, ຕື່ມນ້ຳມັນເຄື່ອງ​ໃສ່ເພື່ອໃຫ້ໄດ້ລະດັບນ້ຳມັນໄປຫາຂີດໝາຍເຕັມ. ຢ່າ​ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່​ຈັກ​ຈົນ​ລົ້ນ.
Important  
ໃຫ້​ແນ່​ໃຈ​ວ່າ​ຈະຮັກສາລະດັບນ້ຳມັນເຄື່ອງຈັກໃນລະຫວ່າງຂີດຈຳກັດດ້ານເທິງ ແລະ ລຸ່ມໃນເຄື່ອງວັດນ້ຳມັນ. ຄວາມ​ຂັດ​ຂ້ອງ​ຂອງເຄື່ອງ​ຈັກອາດ​ຈະ​ເກີດ​ຂຶ້ນ​ເນື່ອງ​ຈາກ​ການ​ເຕີມ​ນ້ຳ​ມັນ​ເຄື່ອງ​ຈັກຫຼາຍເກີນໄປ ຫຼື ໜ້ອຍ​ເກີນ​ໄປ.
 
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. Graphic
    G437900
    Graphic
    G439123
  3. ເປີດຝາກະໂປ່ງ.
  4. ກວດ​ເບິ່ງ​ລະ​ດັບ​ນ້ຳ​ມັນ​ເຄື່ອງຈັກ.
  5. ປິດ ແລະ ໃສ່​ສະ​ຫຼັກກະ​ໂປ່ງ.
ການປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. Graphic
    G437921
    Graphic
    G437922
  3. ປ່ອຍນ້ຳມັນເຄື່ອງອອກ ແລະ ປ່ຽນໝໍ້ກອງ.
    Important  
    ຢ່າຮັດໝໍ້ກອງແໜ້ນເກີນໄປ.
     
  4. ເປີດຝາກະໂປ່ງ.
  5. ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່ຖັງ​ຂໍ້​ຫວ່ຽງ.
  6. ປິດ ແລະ ໃສ່​ສະ​ຫຼັກກະ​ໂປ່ງ.

ການ​ບຳ​ລຸງ​ຮັກ​ສາລະບົບນ້ຳ​ມັນ​ເຊື້ອ​ໄຟ

ຄູ່ມືຜູ້​ໃຊ້ນີ້​ມີ​ຂໍ້​ມູນ​ນ້ຳ​ມັນ​ເຊື້ອ​ໄຟ​ລະ​ອຽດ ແລະ ລະ​ບົບ​ນ້ຳ​ມັນ​ເຊື້ອ​ໄຟຫຼາຍກວ່າຄູ່​ມື​ເຈົ້າ​ຂອງເຄື່ອງຈັກ, ເຊິ່ງ​ແມ່ນ​ການ​ອ້າງ​ອີງ​ຕາມ​ຈຸດ​ປະ​ສົງ​ທົ່ວ​ໄປ​ກ່ຽວ​ຂ້ອງ​ກັບ​ນ້ຳ​ມັນເຊື້ອ​ໄຟ ແລະ ການ​ບຳ​ລຸງ​ຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟ.
ໃຫ້​ແນ່​ໃຈ​ວ່າ​ທ່ານ​ເຂົ້າ​ໃຈ​ວ່າ​ການ​ບຳ​ລຸງ​ຮັກ​ສາລະ​ບົບ​ນ້ຳ​ມັນ​ເຊື້ອ​ໄຟ, ການ​ເກັບ​ຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟ ແລະ ຄຸນ​ນະ​ພາບ​ນ້ຳ​ມັນ​ເຊື້ອ​ໄຟ​ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ທ່ານ​ເພື່ອ​ຫຼີກ​ລ່ຽງ​ເວ​ລາ​ເຄື່ອງ​ຈັກ​ເປ່​ເພ ແລະ ການ​ສ້ອມ​ແປງ​ເຄື່ອງ​ຈັກ​ຫຼາຍ​ຢ່າງ.
ລະ​ບົບ​ນ້ຳ​ມັນ​ເຊື້ອ​ໄຟ​ມີ​ຄວາມທົນ​ທານ​ໜັກ​ໜ່ວງ​ຫຼາຍ​ເນື່ອງ​ຈາກ​ເງື່ອນ​ໄຂ​ກຳ​ນົດ​ການ​ປ່ອຍ​ອາຍ​ແກ໊ສ ແລະ ການ​ຄວບ​ຄຸມ. ຄຸນ​ນະ​ພາບ ແລະ ຄວາມ​ສະ​ອາດ​ຂອງ​ນ້ຳ​ມັນ​ກາຊວນ​ມີ​ຄວາມ​ສຳ​ຄັນ​ຫຼາຍ​ສຳ​ລັບ​ຄວາມ​ທົນ​ທານ​ຂອງ​ລະ​ບົບ​ສີດ​ພົ່ນ​ນ້ຳ​ມັນ​ຄອມມອນ​ເຣວ​ຄວາມ​ດັນ​ສູງ (HPCR) ປັດ​ຈຸ​ບັນ​ທີ່​ໃຊ້​ໃນ​ຈັກ​ນ້ຳ​ມັນ​ກາ​ຊວນ.
Important  
ນ້ຳ ຫຼື ອາ​ກາດ​ຢູ່​ໃນ​ລະ​ບົບນ້ຳ​ມັນ​ຈະ​ເຮັດ​ໃຫ້​ຈັກ​ຂອງ​ທ່ານ​ເປ່​ເພ! ຢ່າ​ໄປ​ຄິດ​ວ່າ​ນ້ຳ​ມັນ​ໃໝ່​ມີ​ຄວາມ​ສະ​ອາດ. ໃຫ້​ແນ່​ໃຈ​ວ່າ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ທ່ານ​ມາ​ຈາກ​ຜູ້​ສະ​ໜອງ​ທີ່​ມີ​ຄຸນ​ນະ​ພາບ, ເກັບ​ຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ທ່ານ​ຢ່າງ​ຖືກ​ຕ້ອງ ແລະ ໃຊ້​ນ້ຳ​ມັນ​ທີ່​ສະ​ໜອງ​ມາ​ໃຫ້​ພາຍ​ໃນ 180 ວັນ.
 
Important  
ຖ້າ​ທ່ານ​ບໍ່​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ການ​ປ່ຽນ​ໝໍ້​ກອງ​ນ້ຳ​ມັນ​ເຊື້ອ​ໄຟ, ການ​ບຳ​ລຸງ​ຮັກ​ສາລະບົບນ້ຳ​ມັນ​ເຊື້ອ​ໄຟ ແລະ ການ​ເກັບ​ຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟ, ລະບົບ​ນ້ຳ​ມັນ​ເຊື້ອ​ໄຟ​ຈັກ​ສາ​ມາດ​ເປ່​ເພ​ກ່ອນ​ກຳ​ນົດ​ໄດ້. ປະ​ຕິ​ບັດ​ການ​ບຳ​ລຸງ​ຮັກ​ສາ​ລະ​ບົບ​ນ້ຳ​ມັນ​ເຊື້ອ​ໄຟ​ທັງ​ໝົດ​ຕາມ​ໄລ​ຍະ​ເວ​ລາ​ກຳ​ນົດ ຫຼື ເມື່ອ​ນ້ຳ​ມັນ​ມີ​ການ​ປົນ​ເປື້ອນ ຫຼື ຄຸນ​ນະ​ພາບ​ຂອງ​ມັນ​ບໍ່​ດີ.
 
ການ​ເກັບ​ຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟ
ການ​ເກັບ​ຮັກ​ສາ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ເໝາະ​ສົມ​ມີ​ຄວາມ​ສຳ​ຄັນ​ສຳ​ລັບ​ຈັກ​ຂອງ​ທ່ານ. ການ​ບຳ​ລຸງ​ຮັກ​ສາ​ຖັງ​ເກັບ​ນ້ຳ​ມັນ​ເຊື້ອ​ໄຟ​ຢ່າງ​ເໝາະ​ສົມ​ແມ່ນ​ຖືກ​ເບິ່ງ​ຂ້າມ​ສະ​ເໝີ ແລະ ນຳ​ໄປ​ສູ່​ການ​ປົນ​ເປື້ອນ​ຂອງ​ນ້ຳ​ມັນ​ທີ່​ສົ່ງ​ໃຫ້​ກັບ​ເຄື່ອງ​ຈັກ.
  • ໃຫ້​ເອົາ​ນ້ຳ​ມັນ​ພຽງ​ພໍ​ທີ່​ທ່ານ​ຈະ​ໃຊ້​ພາຍ​ໃນ 180 ວັນ​ເທົ່າ​ນັ້ນ. ຢ່າ​ໃຊ້​ນຳ​ມັນ​ທີ່​ເກັບ​ຮັກ​ສາ​ໄວ້​ຫຼາຍກວ່າ 180 ວັນ. ນີ້​ຊ່ວຍ​ກຳຈັດ​ນ້ຳ ແລະ ສິ່ງ​ອື່ນໆ​ປົນ​ເປື້ອນ​ຢູ່​ໃນ​ນ້ຳ​ມັນ.
  • ຖ້າ​ທ່ານ​ບໍ່​ເອົານ້ຳ​ອອກ​ຈາກ​ຖັງ​ເກັບ​ຮັກ​ສາ ຫຼື ຖັງນ້ຳມັນເຄື່ອງ​ຈັກ, ມັນ​ສາ​ມາດ​ນຳ​ໄປ​ສູ່​ການ​ເຂົ້າ​ໝ້ຽງ ແລະ ການ​ປົນ​ເປື້ອນ​ຢູ່​ໃນ​ຖັງ​ເກັບ​ຮັກ​ສາ ແລະ ອົງ​ປະ​ກອບ​ລະ​ບົບນ້ຳ​ມັນ. ຂີ້​ຕະ​ເລັດ​ໃນ​ຖັງ​ເກີດ​ຈາກ​ເຊື້ອ​ລາ, ແບັກ​ທີ​ເຣຍ ຫຼື ໄຄ​ຈຳ​ກັດ​ການ​ໄຫຼ ແລະ ອຸດ​ຕັນ​ໝໍ້​ກອງ ແລະ ຫົວສີດນໍ້າມັນເຊື້ອໄຟ.
  • ກວດ​ກາ​ເບິ່ງ​ຖັງ​ເກັບ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ທ່ານ ແລະ ຖັງນ້ຳມັນເຄື່ອງ​ຈັກ​ເປັນ​ປົກ​ກະ​ຕິ​ເພື່ອ​ຕິດ​ຕາມ​ຄຸນ​ນະ​ພາບ​ນ້ຳ​ມັນ​ເຊື້ອ​ໄຟ​ຢູ່​ໃນ​ຖັງ.
  • ໃຫ້​ແນ່​ໃຈ​ວ່າ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ທ່ານ​ມາ​ຈາກຜູ້​ສະ​ໜອງ​ທີ່​ມີ​ຄຸນ​ນະ​ພາບ.
  • ຖ້າ​ທ່ານ​ພົບ​ເຫັນ​ມີ​ນ້ຳ ຫຼື ສານ​ປົນ​ເປື້ອນ​ຢູ່​ໃນ​ຖັງ​ເກັບ​ຮັກ​ສາ ຫຼື ຖັງນ້ຳມັນເຄື່ອງ​ຈັກ​ຂອງ​ທ່ານ, ໃຫ້​ເຮັດ​ວຽກ​ກັບ​ຜູ້​ໃຫ້​ບໍ​ລິ​ການ​ນ້ຳ​ມັນ​ຂອງ​ທ່ານ​ເພື່ອ​ແກ້​ໄຂ​ບັນ​ຫາ​ໃຫ້​ຖືກ​ຕ້ອງ ແລະ ດຳ​ເນີນ​ການ​ບຳ​ລຸງ​ຮັກ​ສາ​ລະ​ບົບ​ນ້ຳ​ມັນ​ເຊື້ອ​ໄຟ​ທັງ​ໝົດ.
  • ຢ່າ​ເກັບ​ຮັກ​ສານ້ຳ​ມັນ​ກາ​ຊ່ວນ​ໄວ້​ໃນ​ຖັງ ຫຼື ບັ້ງ​ເກັບ​ເຮັດດ້ວຍ​ອົງ​ປະ​ກອບ​ແຜ່ນ​ສັງ​ກະ​ສີ.
ການບຳ​ລຸງ​ຮັກ​ສາ​ໝໍ້ແຍກນ້ຳມັນ/ນ້ຳ
ການລະ​ບາຍ​ນ້ຳ​ອອກ​ຈາກໝໍ້​ແຍກ​ນ້ຳ​ມັນ/ນ້ຳ
  1. ລະ​ບາຍ​ນ້ຳ​ອອກ​ຈາກໝໍ້​ແຍກ​ນ້ຳ​ມັນ/ນ້ຳດັ່ງ​ສະ​ແດງ.
    Graphic
    G452998
  2. ກຽມ​ພ້ອມໝໍ້​ກອງ ແລະ ສາຍ​ໃຫ້​ປ້ຳ​ຄວາມ​ດັນ​ສູງ.
ການປ່ຽນ​ໝໍ້​ກອງໝໍ້ແຍກນ້ຳ/ນ້ຳ​ມັນ
  1. ປ່ຽນໝໍ້​ກອງດັ່ງ​ສະ​ແດງ.
    Graphic
    G452996
  2. ກຽມ​ພ້ອມໝໍ້​ກອງ ແລະ ສາຍ​ໃຫ້​ປ້ຳ​ຄວາມ​ດັນ​ສູງ.
ການບຳລຸງຮັກ​ສາໝໍ້​ກອງນໍ້າມັນເຊື້ອໄຟ
  1. ອຽງ​ບ່ອນ​ນັ່ງ​ໄປເປີດ.
  2. ເອົາ​ແຜ່ນ​ພື້ນ​ອອກ​ໂດຍ​ການ​ເອົາ​ນັອດ​ຕົວ​ຜູ້ 4 ຕົວ​ທີ່​ຍຶດ​ມັນ​ໃສ່​ເຄື່ອງ​ຈັກ​ອອກ.
  3. ທຳຄວາມສະອາດອ້ອມຮອບບ່ອນ​ເຊື່ອມ​ຕໍ່​ທໍ່ໝໍ້​ກອງນ້ຳມັນເຊື້ອໄຟ.
    Note: ໃຊ້​ຜ້າ​ສະ​ອາດ​ເພື່ອ​ທຳ​ຄວາມ​ສະ​ອາດບ່ອນ​ເຊື່ອມ​ຕໍ່​ທໍ່.
  4. ເຄື່ອນປອກ​ຮັດ​ທີ່​ຍຶດ​ທໍ່​ໃສ່​ຂໍ້​ຕໍ່​ຂອງໝໍ້​ກອງ​ນ້ຳ​ມັນ ແລະ ເອົາ​ທໍ່​ອອກ​ຈາກ​ຂໍ້​ຕໍ່.
  5. ຈັດ​ລຽນອ່າງ​ຮອງ​ຮັບໄວ້ກ້ອງໝໍ້ກອງ ແລະ ຖອດໝໍ້ກອງອອກ.
  6. Graphic
    G439246
  7. ຕິດ​ຕັ້ງ​ໝໍ້​ກອງ​ໃໝ່ ແລະ ຕໍ່​ທໍ່​ໃສ່.
    Note: ໃຫ້​ແນ່​ໃຈ​ວ່າໝໍ້​ກອງ​ຖືກ​ຈັດ​ລຽນຕາມທີ່​ສະ​ແດງ​ໄວ້.
  8. ເລື່ອນ​ປອກ​ຮັດ​ທໍ່​ກັບ​ເຂົ້າ​ບ່ອນ​ເພື່ອ​ຍຶດ​ທໍ່​ນ້ຳ​ມັນ​ໃສ່​ໝໍ້​ກອງ.
  9. ກຽມ​ພ້ອມໝໍ້​ກອງ ແລະ ສາຍ​ໃຫ້​ປ້ຳ​ຄວາມ​ດັນ​ສູງ.
  10. ຕິດຈັກ ແລະ ກວດ​ກາເບິ່ງວ່າ​ມີ​ນ້ຳ​ມັນ​ຮົ່ວ​ຢູ່​ບໍ​ລິ​ເວນບ່ອນ​ເຊື່ອມ​ຕໍ່​ທໍ່​ໝໍ້​ກອງ​ບໍ່.
ການລະບາຍຖັງນໍ້າມັນເຊື້ອໄຟ
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. Graphic
    G415054
  3. ຈັດວາງອ່າງ​ໂຕ່ງຢູ່ກ້ອງວາວ​ລະ​ບາຍ​ຖັງ​ນ້ຳ​ມັນ .
  4. ເປີດ​ວາວລະ​ບາຍ ແລະ ປ່ອຍ​ນ້ຳ​ມັນ​ອອກ​ຈາກຖັງນ້ຳ​ມັນ.
  5. ໃຊ້ນໍ້າມັນທີ່ສະອາດເພື່ອລ້າງຖັງ.
  6. ປິດວາວລະ​ບາຍ.
ການກວດກາທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່
  1. ກວດເບິ່ງສາຍນ້ຳມັນເຊື້ອໄຟສຳລັບການເສື່ອມ​ສະ​ພາບ, ຄວາມເສຍຫາຍ ຫຼື ສາຍເຊື່ອມຕໍ່ຫຼວມ.
  2. ປ່ຽນ​ປອກ​ຮັດ ຫຼື ທໍ່​ທີ່​ເສື່ອມ​ສະ​ພາບ.
    Note: ກຽມ​ພ້ອມ​ລະ​ບົບ​ນ້ຳ​ມັນ, ຖ້າ​ທ່ານ​ປ່ຽນ​ສາຍ​ນ້ຳ​ມັນ​ໃດ​ໜຶ່ງ.
ການລະບາຍລະບົບນໍ້າມັນເຊື້ອໄຟ
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. ໃຫ້​ແນ່​ໃຈ​ວ່າຖັງນໍ້າມັນເຊື້ອໄຟຍັງມີນ້ຳ​ມັນຢູ່ຢ່າງໜ້ອຍເຄິ່ງໜຶ່ງ.
  3. ເປີດຝາກະໂປ່ງ.
  4. Graphic
    G439312
  5. ເປີດກຽວລະບາຍອາກາດ ເທິງປ້ຳຫົວສີດນ້ຳມັນເຊື້ອໄຟ.
  6. ບິດກະ​ແຈຕິດ​ຈັກ​ໄປ​ຕຳ​ແໜ່ງ ເປີດ .
    Note: ປ້ຳນ້ຳມັນໄຟຟ້າເດີນ​ເຄື່ອງ, ບັງຄັບໃຫ້ອາກາດອອກອ້ອມກຽວລະບາຍອາກາດ.
  7. ຫັນ​ນັອດ​ກຽວ ແລະ ບິດກະ​ແຈຕິດ​ຈັກ​ໄປ​ຕຳ​ແໜ່ງປິດ.
  8. ປິດ ແລະ ໃສ່​ສະ​ຫຼັກກະ​ໂປ່ງ.
ການ​ປ່ຽນ​ຕະ​ແກງທໍ່ດູດນໍ້າມັນເຊື້ອໄຟ
ການເອົາທໍ່ດູດນໍ້າມັນເຊື້ອໄຟອອກ
ທໍ່ດູດນໍ້າມັນເຊື້ອໄຟທີ່ຕັ້ງຢູ່ພາຍໃນຖັງນໍ້າມັນເຊື້ອໄຟ, ໄດ້​ຮັບ​ການ​ຕິດ​ຕັ້ງພ້ອມຕະ​ແກງ​ຕອງເພື່ອຊ່ວຍປ້ອງກັນບໍ່ໃຫ້ສິ່ງເສດເຫຼືອເຂົ້າສູ່ລະບົບນໍ້າມັນເຊື້ອໄຟ. ຖອດທໍ່ດູດນໍ້າມັນເຊື້ອໄຟອອກ ແລະ ທຳຄວາມສະອາດຕະ​ແກງຕາມຄວາມຕ້ອງການ.
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. Graphic
    G415055
  3. ເອົານັອດ​ກຽວ 5 ຕົວ ທີ່​ຍຶດ​ຝາ​ປິດຕົວ​ສົ່ງ​ນ້ຳ​ມັນ ຫາ​ຖັງ​ນ້ຳ​ມັນ ອອກ ແລະ ເອົາຝາປິດອອກ.
  4. Graphic
    G415056
  5. ເອົາ​ຕົວ​ເຊື່ອມ​ຕໍ່ 2 ຮູຂອງ​ສາຍ​ຕົວ​ສົ່ງ​ນ້ຳ​ມັນ ອອກ​ໄປ​ຈາກ​ຕົວ​ເຊື່ອມ​ຕໍ່ 2 ສະ​ຫຼັກ​ຂອງ​ສາຍ​ໄຟ​ເຄື່ອງ​ຈັກ .
  6. Graphic
    G415057
  7. ເຄື່ອນປອກ​ຮັດ ທີ່​ຍຶດ​ທໍ່ ໃສ່​ຂໍ້​ຕໍ່ ຂອງ​ຕົວ​ສົ່ງ​ນ້ຳ​ມັນ​ດ້ານ​ໃນ ແລະ ເອົາ​ທໍ່​ອອກ​ຈາກ​ຂໍ້​ຕໍ່.
  8. Graphic
    G415058
  9. ມາຝາປິດຕົວ​ສົ່ງນໍ້າມັນໃຫ້​ຫຼວມ .
  10. ຍົກ​ຕົວ​ສົ່ງ​ນ້ຳ​ມັນ​ຂຶ້ນ​ຈາກ​ຖັງ​ຢ່າງ​ລະ​ມັດ​ລະ​ວັງ.
    Note: ຢ່າ​ກົ່ງ​ທໍ່​ດູດ, ທໍ່​ສົ່ງ​ຄືນ ຫຼື ແຂນ​ລອຍ.
ການ​ທຳ​ຄວາມ​ສະ​ອາດ​ການ​ຕິດ​ຕັ້ງທໍ່ດູດນໍ້າມັນ
    Graphic
    G415060
  1. ທຳ​ຄວາມ​ສະ​ອາດ​ຕະ​ແກງ​ຢູ່​ປາຍ​ຂອງ​ທໍ່​ດູດ​ນ້ຳ​ມັນ.
  2. Graphic
    G415059
  3. ປະ​ກອບ​ທໍ່​ດູດ​ນ້ຳ​ມັນ ແລະ ຕົວ​ລອຍ​ໃສ່​ຖັງ​ນ້ຳ​ມັນ​ຢ່າງ​ລະ​ມັດ​ລະ​ວັງ.
  4. ຈັດ​ລຽນ​ຂໍ້​ຕໍ່​ສຳ​ລັບ​ທໍ່​ດູດ​ນ້ຳ​ມັນ ແລະ ທໍ່​ສົ່ງ​ຄືນ​ຢູ່​ດ້ານ​ໃນ.
  5. ຮັດ​ຝາ​ປິດ​ຕົວ​ສົ່ງ​ນ້ຳ​ມັນ ໃສ່​ຖັງ​ນ້ຳ​ມັນ​ໃຫ້​ແໜ້ນ.
  6. Graphic
    G415057
  7. ປະກອບທໍ່ ໃສ່​ຂໍ້​ຕໍ່ ຂອງ​ຕົວ​ສົ່ງ​ນ້ຳ​ມັນ ແລະ ຍຶດ​ທໍ່​ໃສ່​ຂໍ້​ຕໍ່​ດ້ວຍ​ປອກຮັດ .
  8. Graphic
    G415056
  9. ສຽບ​ຕົວ​ເຊື່ອມ​ຕໍ່ຂອງ​ສາຍ​ຕົວ​ສົ່ງ​ນ້ຳ​ມັນ ໃສ່ຕົວ​ເຊື່ອມ​ຕໍ່ຂອງ​ສາຍ​ໄຟ​ເຄື່ອງ​ຈັກ .
  10. Graphic
    G415055
  11. ຕິດ​ຕັ້ງຝາປິດຕົວ​ສົ່ງ​ນ້ຳ​ມັນ ໃສ່​ຖັງ​ນ້ຳ​ມັນ ດ້ວຍ​ການ​ໃຊ້​ນັອດ​ກຽວ 5 ອັນ .
ການ​ກຽມ​ພ້ອມລະ​ບົບນໍ້າມັນເຊື້ອໄຟ
ກຽມ​ພ້ອມ​ລະ​ບົບ​ນ້ຳ​ມັນ​ເຊື້ອ​ໄຟຫຼັງ​ຈາກສະ​ພາບ​ຕໍ່​ໄປ​ນີ້ຄື:
  • ການປ່ຽນໝໍ້ກອງນໍ້າມັນ.
  • ການລະ​ບາຍໝໍ້ແຍກນ້ຳຫຼັງ​ຈາກ​ການ​ນຳ​ໃຊ້​ແຕ່​ລະ​ຄັ້ງ ຫຼື ປະ​ຈຳ​ວັນ.
  • ການ​ໝົດ​ນ້ຳ​ມັນ.
  • ການ​ປ່ຽນ​ທໍ່​ນ້ຳ​ມັນ ຫຼື ເປີດ​ລະ​ບົບ​ນ້ຳ​ມັນ​ດ້ວຍ​ເຫດ​ຜົນ​ໃດ​ໜຶ່ງ.
ເພື່ອກຽມ​ພ້ອມ​ລະ​ບົບ​ນ້ຳ​ມັນ, ໃຫ້​ປະ​ຕິ​ບັດ​ຂັ້ນ​ຕອນຕໍ່​ໄປ​ນີ້ຄື:
Important  
ຢ່າ​ໃຊ້​ມໍ​ເຕີ​ຕົວ​ຕິດ​ຈັກ​ເພື່ອແກວ່ງ​ຈັກສຳ​ລັບ​ການກຽມ​ພ້ອມ​ລະ​ບົບ​ນ້ຳ​ມັນ.
 
  1. ໃຫ້​ແນ່​ໃຈ​ວ່າ​ນ້ຳ​ມັນ​ຢູ່​ໃນ​ຖັງ​ນ້ຳ​ມັນ.
  2. ປະ​ຕິ​ບັດ​ຂັ້ນ​ຕອນ​ຕໍ່​ໄປ​ນີ້​ເພື່ອ​ກະ​ກຽມ​ໝໍ້​ກອງ ແລະ ສາຍ​ໃສ່​ປ້ຳ​ຄວາມ​ດັນ​ສູງ​ເພື່ອ​ປ້ອງ​ກັນ​ການ​ຫຼຸ້ຍ​ຫ້ຽນ ຫຼື ຄວາມ​ເສຍ​ຫາຍ​ຕໍ່​ປ້ຳຄື:
    1. ໝູນ​ຮອບ​ກະ​ແຈຕິດ​ຈັກ​ໄປ​ຫາ​ຕຳ​ແໜ່ງເປີດເປັນ​ເວ​ລາ 15 ຫາ 20 ວິ​ນາ​ທີ.
    2. ໝູນ​ຮອບ​ກະ​ແຈຕິດ​ຈັກ​ໄປ​ຫາ​ຕຳ​ແໜ່ງປິດເປັນ​ເວ​ລາ 30 ຫາ 40 ວິ​ນາ​ທີ.
      Note: ນີ້​ເຮັດ​ໃຫ້ ECU ຜ່ອນ​ກຳລັງ​ໄຟ​ລົງ.
    3. ໝູນ​ຮອບ​ກະ​ແຈ​ໄປ​ຫາ​ຕຳ​ແໜ່ງເປີດເປັນ​ເວ​ລາ 15 ຫາ 20 ວິ​ນາ​ທີ.
    4. ກວດ​ກາ​ເບິ່ງ​ການ​ຮົ່ວ​ໄຫຼ​ຮອບ​ໝໍ້​ກອງ ແລະ ທໍ່.
    5. ຕິດຈັກ ແລະ ກວດກາການຮົ່ວ​ໄຫຼ.

ການ​ບຳ​ລຸງ​ຮັກ​ສາລະບົບໄຟ​ຟ້າ

ການກວດ​ກາ​ສາຍ​ໄຟ
  1. ກວດກາຄວາມ​ເສຍ​ຫາຍ​ຂອງ​ສາຍ​ໄຟ, ຄວາມ​ຫ້ຽນ, ຂໍ້​ຕໍ່​ຫຼວມ, ການ​ເສື່ອມ​ສະ​ພາບຕາມ​ອາ​ກາດ ແລະ ການ​ເສື່ອມ​ສະ​ພາບ​ຈາກ​ສານ​ເຄ​ມີ.
    Note: ທຳການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະດຳເນີນງານ.
ການ​ຕັດ​ເຊື່ອມ​ຕໍ່​ແບັດ​ເຕີ​ຣີ
Danger
ນ້ຳກົດແບັດ​ເຕີ​ຣີບັນຈຸມີກົດຊູນຟູຣິກເຊິ່ງເຮັດ​ໃຫ້​ເປັນອັນຕະລາຍເຖິງຊີວິດ, ຖ້າ​ຫາກ​ກິນເຂົ້າ​ໄປ ແລະ ເຮັດໃຫ້ເກີດການບາດແຜຮຸນແຮງ.
  • ຢ່າດື່ມນ້ຳກົດ ແລະ ຫຼີກລ່ຽງການສຳຜັດກັບຜິວໜັງ, ຕາ ຫຼື ເຄື່ອງນຸ່ງ.
  • ໃສ່ແວ່ນຕາຄວາມປອດໄພ ແລະ ຖົງ​ມື​ຢາງ.
  • ຕື່ມນ້ຳກົດ​ແບັດ​ເຕີ​ຣີໃນບ່ອນທີ່ມີນ້ໍາສະອາດສໍາລັບການລ້າງຜິວໜັງຢູ່​ສະ​ເໝີ.
 
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. ເປີດ​ໜ້າ​ຈໍ.
  3. Graphic
    G416225
  4. ເອົາ​ຝາປິດ ອອກ​ຈາກ​ຖາດ​ແບັດ​ເຕີ​ຣີ ໂດຍ​ການ​ກົດ​ດ້ານ​ຂອງ​ຝາ​ປິດ​ແບັດ​ເຕີ​ຣີ.
  5. ຖອດສາຍໄຟດ້ານລົບຂອງ​ແບັດ​ເຕີ​ຣີ .
  6. ເລື່ອນຝາປິດຕົວ​ຫຸ້ມ ອອກ​ຈາກສາຍ​ແບັດ​ເຕີ​ຣີ​ຂົ້ວ​ບວກ ແລະ ຖອດສາຍ​ແບັດ​ເຕີ​ຣີ​ຂົ້ວ​ບວກ​ອອກ.
ການເຊື່ອມ​ຕໍ່ແບັດ​ເຕີ​ຣີ
    Graphic
    G416226
  1. ຕິດ​ຕັ້ງ​ສາຍ​ແບັດ​ເຕີ​ຣີ​ຂົ້ວ​ບວກ (ສີ​ແດງ) ໃສ່​ຫົວ​ແບັດ​ເຕີ​ຣີ​ຂົ້ວ​ບວກ (+).
  2. ຕິດ​ຕັ້ງ​ສາຍ​ແບັດ​ເຕີ​ຣີ​ຂົ້ວ​ບວກ (ສີ​ດຳ) ໃສ່​ຫົວ​ແບັດ​ເຕີ​ຣີ​ຂົ້ວ​ບວກ (-).
  3. ໃຊ້​ການ​ເຄືອບ​ດ້ວຍ​ກະ​ແລັດ Grafo 112X (ເທິງ​ພື້ນ​ຜິວ), ອາ​ໄຫຼ່ Toro ເບີ 505-47 ໃສ່​ຫົວ​ແບັດ​ເຕີ​ຣີ ແລະ ປອກ​ຮັດ​ສາຍ​ແບັດ​ເຕີ​ຣີ.
  4. ເລື່ອນ​ຝາ​ປົກຢາງ​ໄປ​ເທິງປອກ​ສາຍ​ແບັດ​ເຕີ​ຣີຂົ້ວ​ບວກ.
  5. ປະ​ກອບ​ຝາ​ປົກ​ໃສ່​ເໜືອ​ແບັດ​ເຕີ​ຣີ, ສອດ​ແຜ່ນ​ປ້າຍ ຂອງ​ຝາ​ປົກ​ເຂົ້າ​ໄປ​ໃນ​ຊ່ອງ ຢູ່​ໃນ​ຖາດ​ແບັດ​ເຕີ​ຣີ.
  6. ປິດ ແລະ ໃສ່​ສະ​ຫຼັກ​ຕະ​ແກງ.
ການສາກ​ແບັດ​ເຕີ​ຣີ
  1. ຕັດ​ເຊື່ອມ​ຕໍ່​ແບັດ​ເຕີ​ຣີ.
  2. ເຊື່ອມຕໍ່ຫົວສາກແບັດ​ເຕີ​ຣີ 3 ຫາ 4 A ໃສ່ຫົວ​ແບັດ​ເຕີ​ຣີ.
  3. ສາກແບັດເຕີຣີໃນອັດຕາ 3 ຫາ 4 A ເປັນເວລາ 4 ຫາ 8 ຊົ່ວໂມງ.
  4. ເມື່ອສາກແບັດ​ແຕີ​ຣີແລ້ວ, ໃຫ້ຖອດເຄື່ອງສາກໄຟອອກຈາກສາຍສາກໄຟຟ້າ ແລະ ຫົວ​ແບັດ​ເຕີ​ຣີ.
  5. ເຊື່ອມ​ຕໍ່​ແບັດ​ເຕີ​ຣີ.
ການບຳລຸງຮັກ​ສາແບັດເຕີຣີ
Note: ໃຫ້ຮັກ​ສາຂົ້ວ ແລະ ກ່ອງແບັດທັງໝົດສະອາດເພາະວ່າແບັດ​ເຕີ​ຣີທີ່ເປື້ອນຈະຄ່ອຍເສື່ອມ​ສະ​ພາບ​ໄປຢ່າງຊ້າໆ.
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. ເປີດ​ໜ້າ​ຈໍ.
  3. ກວດ​ເບິ່ງ​ສະ​ພາບ​ຂອງ​ແບັດ​ເຕີ​ຣີ.
    Note: ປ່ຽນແບັດ​ເຕີ​ຣີທີ່ຫ້ຽນ ຫຼື ເປ່​ເພ.
  4. ຖອດ​ສາຍແບັດ​ເຕີ​ຣີ ແລະ ເອົາແບັດ​ເຕີ​ຣີອອກ​ຈາກ​ເຄື່ອງ​ຈັກ.
  5. ທຳ​ຄວາມ​ສະ​ອາດທັງ​ໝົດກ່ອງແບັດ​ເຕີ​ຣີດ້ວຍສານ​ລະ​ລາຍໂຊ​ດຽມ​ໄບ​ຄາ​ບອນ​ເນດ (ເບັກ​ກິ່ງໂຊດາ) ແລະ ນ້ຳ.
  6. ລ້າງ​ກ່ອງ​ດ້ວຍ​ນ້ຳ​ສະ​ອາດ.
  7. ປະ​ກອບ​ແບັດ​ເຕີ​ຣີ​ໃສ່​ເຄື່ອງ​ຈັກ ແລະ ຕໍ່​ສາຍ​ແບັດ​ເຕີ​ຣີ.
  8. ປິດ ແລະ ໃສ່​ສະ​ຫຼັກ​ຕະ​ແກງ.
ການ​ປ່ຽນ​ຟິວ​ແຜງ​ຟິວ 12 V
ກ່ອງ​ຟິວ ຢູ່ກ້ອງ​ເບາະ​ນັ່ງ.
    Graphic
    G437962
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. ປົດສະ​ຫຼັກ ແລະ ອຽງເບາະ​ນັ່ງ.
  3. ປ່ຽນຟິວເປີດດ້ວຍຟິວປະ​ເພດດຽວກັນ ແລະ ການ​ຈັດ​ອັດ​ຕາແອມແປ.
  4. ປິດ ແລະ ໃສ່​ສະ​ຫຼັກ​ເບາະ​ນັ່ງ.
ການ​ປ່ຽນ​ຟິວໜ່ວຍ​ຕັດ 48 V
  1. ປົດສະ​ຫຼັກ ແລະ ເປີດຝາກະໂປ່ງ.
  2. ຢູ່​ດ້ານ​ຊ້າຍ​ທາງ​ໜ້າ​ຂອງ​ເຄື່ອງ​ຈັກ, ເອົາ​ຝາ​ປົກ​ຈາກແຜງ​ຟິວ 48 V ອອກ.
    Graphic
    G416230
    1.  ຝາປົກ
    2.  ຟິວ​ແມັກ​ຊີ
    3.  ແຜງ​ຟິວ 48 V
  3. ຊອກ​ຫາ​ບ່ອນຟິວເປີດຢູ່​ໃນກ່ອງ​ຟິວ.
  4. Graphic
    G416231
  5. ປ່ຽນຟິວດ້ວຍຟິວປະ​ເພດດຽວກັນ ແລະ ຟິວແອມແປ. ໃຫ້​ເບິ່ງ​ປ້າຍ​ສະ​ຫຼາກ​ຢູ່​ດ້ານ​ໃນ​ຂອງ​ຝາ​ປິດ​ກ່ອງ​ຟິວ​ສຳ​ລັບ​ແອມ​ແປ.
  6. ປະ​ກອບ​ຝາ​ປົກໃນກ່ອງ​ຟິວ 48 V.
  7. ປິດ ແລະ ໃສ່​ສະ​ຫຼັກກະ​ໂປ່ງ.
ການປ່ຽນ​ຟີວເປີດ​ໃຊ້​ງານ​ກົງ​ໝູນ.
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. ປົດສະ​ຫຼັກ ແລະ ເປີດຝາກະໂປ່ງ.
  3. Graphic
    G439309
  4. ຢູ່​ດ້ານຂວາ​ທາງ​ໜ້າ​ຂອງ​ເຄື່ອງ​ຈັກ, ເອົາຝາ​ປິດ​ອອກ​ຈາກ​ກ່ອງ​ຟິວ​ໃນ​ແຖວ​ທີ່​ຂຽນ​ບອກວ່າເປີດ​ໃຊ້​ງານ​ຟິວ 10 A 125 V�? .
  5. ປ່ຽນຟິວເປີດດ້ວຍຟິວປະ​ເພດດຽວກັນ ແລະ ການ​ຈັດ​ອັດ​ຕາແອມແປ.
  6. ຕິດ​ຕັ້ງຝາປິດໃສ່ກ່ອງ​ຟິວ​ໃນ​ແຖວ.
  7. ປິດ ແລະ ໃສ່​ສະ​ຫຼັກກະ​ໂປ່ງ.
ການ​ປ່ຽນ​ຟິວ​ກຳ​ລັງ​ໄຟ​ຕົ້ນ​ຕໍ
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. ປົດສະ​ຫຼັກ ແລະ ເປີດຝາກະໂປ່ງ.
  3. Graphic
    G439310
  4. ຢູ່​ດ້ານ​ຂວາທາງຫຼັງ​ຂອງ​ເຄື່ອງ​ຈັກ, ເອົາຝາປົກ​ອອກ​ຈາກ​ກ່ອງ​ຟິວ​ໃນ​ແຖວ​ທີ່​ຂຽນ​ບອກວ່າຟິວກຳ​ລັງ​ໄຟ B+ ຕົ້ນ​ຕໍ�? .
  5. ປ່ຽນຟິວເປີດດ້ວຍຟິວປະ​ເພດດຽວກັນ ແລະ ການ​ຈັດ​ອັດ​ຕາແອມແປ.
  6. ປະ​ກອບ​ຝາປິດ​ກ່ອງ​ຟິວ​ໃນ​ແຖວ.
  7. ປິດ ແລະ ໃສ່​ສະ​ຫຼັກກະ​ໂປ່ງ.

ການ​ບຳ​ລຸງ​ຮັກ​ສາລະບົບຂັບຂີ່

ການກວດເບິ່ງຄວາມດັນຂອງຢາງລົດ
Warning
ຄວາມດັນລົມຂອງຢາງລົດຕ່ຳຫຼຸດ​ຄວາມ​ທ່ຽງ​ການ​ເຄື່ອນ​ໄຫຼ​ຂອງ​ເຄື່ອງ​ຈັກໃນ​ສະ​ພາບ​ເທິງພູ. ອັນ​ນີ້​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ປີ້ນ​ຂວັ້ມ​ໄດ້, ເຊິ່ງ​ສາ​ມາດເຮັດໃຫ້ເກີດການເສຍ​ຊີ​ວິດ ຫຼື ບາດເຈັບຮ້າຍ​ແຮງ​ໄດ້.
ຢ່າເຮັດໃຫ້ຢາງລົດແປ.
 
Note: ຮັກສາຄວາມດັນທີ່ແນະນຳໄວ້ໃນທຸກໆຢາງເພື່ອຮັບປະກັນຄຸນນະພາບຂອງການຕັດ ແລະ ປະສິດຕິພາບຂອງເຄື່ອງຈັກທີ່ເໝາະສົມ.
  1. ວັດ​ແທກຄວາມ​ດັນ​ລົມ​ຢູ່​ໃນ​ຢາງ​ລົດແຕ່​ລະ​ເສັ້ນ. ຄວາມດັນລົມທີ່ຖືກ​ຕ້ອງໃນຢາງແມ່ນ 12 ຫາ 15 psi.
  2. ຖ້າ​ຈຳ​ເປັນ, ເຕີມຄວາມດັນລົມໃສ່ ຫຼື ປ່ອຍ​ຄວາມ​ດັນ​ລົມ​ອອກ​ຈາກ​ຢາງ​ຈົນ​ກວ່າ​ທ່ານ​ວັດ​ແທກ​ໄດ້ 0.83 ຫາ 1.03 bar (12 ຫາ 15 psi).
ການບິດນັອດຮັດລໍ້ລົດ
  1. ບິດນັອດຕົວ​ແມ່ລັອກ​ລໍ້ໃຫ້​ໄດ້ 94 ຫາ 122 N∙m (70 ຫາ 90 ft-lb) ໃນ​ຮູບ​ແບບ​ບິດໄຂ້ວ.
    Warning
    ການ​ບໍ່​ຮັກ​ສາແຮງບິດທີ່ເໝາະສົມຂອງນັອດລໍ້ອາດຈະເຮັດໃຫ້ເກີດການເສຍ​ຊີ​ວິດ ຫຼື ບາດເຈັບຮ້າຍ​ແຮງ​ໄດ້.
    ຮັກສາແຮງບິດທີ່ເໝາະສົມຂອງນັອດລໍ້.
     
ການບິດນັອດ​ຕົວ​ແມ່ສູນ​ແກນ​ກາງ​ລົດ
  1. ບິດ​ນັອດ​ຕົວ​ແມ່​ສູນ​ແກນ​ກາງ​ລົດ​ທາງ​ໜ້າ​ໃຫ້​ໄດ້ 407 ຫາ 542 N∙m (300 ຫາ 400 ft-lb).
  2. ຖ້າ​ເຄື່ອງ​ຈັກ​ຕິດ​ຕັ້ງ​ມາ​ດ້ວຍ CrossTrax® AWD, ບິດ​ນັອດ​ຕົວ​ແມ່​ສູນ​ແກນ​ກາງ​ລົດ​ທາງ​ຫຼັງ​ໃຫ້​ໄດ້ 366 ຫາ 447 N·m (270 ຫາ 330 ft-lb).
ການກວດເບິ່ງການ​ຈັດ​ຄວາມ​ທ່ຽງ​ລໍ້ຫຼັງ
  1. ໝູນພວງມະໄລເພື່ອວາງຕຳແໜ່ງລໍ້ຫຼັງໃຫ້ຊື່.
  2. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  3. ຢູ່​ທີ່​ຄວາມ​ສູງ​ຂອງ​ເພົາ, ວັດ​ແທກ​ໄລ​ຍະ​ຫ່າງ​ຈາກຈຸດ​ສູນ​ກາງ​ຫາ​ສູນ​ກາງ​ຢູ່ດ້ານ​ໜ້າ ແລະ ດ້ານຫຼັງ​ຂອງ​ຢາງຕີນພວງ​ມະ​ໄລ.
    Note: ການ​ປັບ​ການ​ຫຸບ​ເຂົ້າ​ຂອງ​ລໍ້​ຫຼັງ​ຖືກ​ຕ້ອງ, ຖ້າ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ການ​ວັດ​ແທກ​ລໍ້​ໜ້າ ແລະ ການ​ວັດ​ແທກ​ລໍ້​ຫຼັງ​ແມ່ນ 6 ມມ (¼ ນິ້ວ) ຫຼື ໜ້ອຍກວ່າ.
    Graphic
    G416236
    1. ດ້ານ​ໜ້າ​ຂອງເຄື່ອງ​ຈັກຕັດ​ຫຍ້າ
    2. 6 ມມ (¼ ນິ້ວ) ຫຼື ໜ້ອຍກວ່າ​ດ້ານ​ຫຼັງ​ຂອງ​ຢາງ
    3. ໄລ​ຍະ​ຫ່າງ​ຈາກ​ຈຸດ​ສູນ​ກາງ​ຫາ​ຈຸດສູນ​ກາງ
  4. ຖ້າ​ການ​ວັດ​ແທກ​ໃຫຍ່ກວ່າ 6 ມມ (¼ ນິ້ວ), ປັບ​ການ​ຫຸບ​ເຂົ້າຂອງ​ລໍ້​ຫຼັງ.
ການດັດປັບການ​ຫຸບ​ເຂົ້າ​ຂອງລໍ້ຫຼັງ
    Graphic
    G416237
  1. ມາຍນັອດຊ້ອນສອງທີ່ຍຶດ ໃນແຕ່ລະປາຍຂອງແກນມັດ .
    Note: ສ່ວນປາຍຂອງແກນມັດທີ່ມີຮ່ອງພາຍນອກແມ່ນກຽວຊ້າຍ.
  2. ການໃຊ້ກະ​ແຈ​ປາກ ເພື່ອໝູນແກນມັດ.
  3. ຢູ່​ທີ່​ຄວາມ​ສູງ​ຂອງ​ເພົາ, ວັດ​ແທກ​ໄລ​ຍະ​ຫ່າງ​ຈາກຈຸດ​ສູນ​ກາງ​ຫາ​ສູນ​ກາງ​ຢູ່ດ້ານ​ໜ້າ ແລະ ດ້ານຫຼັງ​ຂອງ​ຢາງຕີນພວງ​ມະ​ໄລ.
    Note: ການ​ປັບ​ການ​ຫຸບ​ເຂົ້າ​ຂອງ​ລໍ້​ຫຼັງ​ຖືກ​ຕ້ອງ, ຖ້າ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ການ​ວັດ​ແທກ​ລໍ້​ໜ້າ ແລະ ການ​ວັດ​ແທກ​ລໍ້​ຫຼັງ​ແມ່ນ 6 ມມ (¼ ນິ້ວ) ຫຼື ໜ້ອຍກວ່າ.
  4. ເຮັດ​ຊ້ຳ​ຄືນ​ຂັ້ນ​ຕອນ​ທີ 1 ແລະ 2 ຕາມ​ຕ້ອງ​ການ.
  5. ຫັນນັອດຊ້ອນສອງໃຫ້​ແໜ້ນ.

ການ​ບຳ​ລຸງ​ຮັກ​ສາລະບົບທຳ​ຄວາມ​ເຢັນ

ຂໍ້​ກຳ​ນົດ​ສະ​ເພາະ​ນ້ຳ​ຢາ​ທຳ​ຄວາມ​ເຢັນ
ທ້ອງ​ອ່າງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ແມ່ນ​ໄດ້​ໃສ່​ນ້ຳ​ຢາ​ຢູ່​ທີ່​ໂຮງ​ງານ​ດ້ວຍ​ສານ​ລະ​ລາຍ​ຂອງ​ນ້ຳ ແລະ ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ງານ​ໄດ້​ດົນ​ທີ່​ເປັນ​ດ່າງ​ເອ​ທີ​ລີນ​ກະ​ໄລ​ຄອ​ລ (ethylene glycol) 50/50.
Important  
ຈົ່ງ​ໃຊ້​ແຕ່​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ມີ​ໃຫ້​ທາງ​ການ​ຄ້າ​ເທົ່ານັ້ນ​ທີ່​ໄດ້​ຕາມ​ຂໍ້​ກຳ​ນົດ​ສະ​ເພາະ​ທີ່​ເຮັດ​ເປັນ​ລາຍ​ການ​ໄວ້​ຢູ່​ໃນ​ຕາ​ຕະ​ລາງ​ມາດ​ຕະ​ຖານ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ.
ຢ່າ​ໃຊ້​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ເຕັກ​ໂນ​ໂລ​ຊີ​ອາ​ຊິດ​ອະ​ນົງ​ຄະ​ທາດ (IAT) (ສີ​ຂຽວ) ແບບ​ທົ່ວ​ໄປ​ໃນ​ເຄື່ອງ​ຈັກ​ຂອງ​ທ່ານ. ຢ່າ​ປະ​ສົມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ແບບ​ທົ່ວໄປ​ກັບ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ.
 
ຕາ​ຕະ​ລາງ​ຂອງ​ປະ​ເພດ​ນ້ຳ​ຢາ​ທຳ​ຄວາມ​ເຢັນ
ປະ​ເພດ​ນ້ຳ​ຢາ​ທຳ​ຄວາມ​ເຢັນ Ethylene-Glycol
ປະ​ເພດ​ສານ​ຢັບ​ຢັ້ງ​ການ​ກັດ​ກ່ອນ
ນ້ຳ​ຢາ​ກັນ​ການ​ແຂງ​ຕົວ​ໃຊ້​ໄດ້​ດົນ
ເຕັກ​ໂນ​ໂລ​ຊີ​ອາ​ຊິດ​ອົງ​ຄະ​ທາດ (OAT)
Important  
ຢ່າ​ອາ​ໄສ​ສີ​ຂອງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ເພື່ອ​ລະ​ບຸ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງນ້ຳ​ຢາ​ທຳ​ຄວາມ​ເຢັນ​ເຕັກ​ໂນ​ໂລ​ຊີ​ອາ​ຊິດ​ອະ​ນົງ​ຄະ​ທາດ (IAT) (ສີ​ຂຽວ) ແບບ​ທົ່ວ​ໄປ ແລະ ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ.
ຜູ້ຜະ​ລິດ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ອາດ​ຈະ​ຍ້ອມ​ສີ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ​ດ້ວຍ​ສີ​ໃດ​ໜຶ່ງ​ຕໍ່​ໄປ​ນີ້ຄື: ສີ​ແດງ, ອອນ, ສົ້ມ, ເຫຼືອງ, ຟ້າ, ຂຽວເຂັ້ມ, ມ່ວງ ແລະ ຂຽວ. ຈົ່ງ​ໃຊ້​ແຕ່​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່ໄດ້​ຕາມ​ຂໍ້​ກຳ​ນົດ​ສະ​ເພາະຢູ່​ໃນ​ຕາ​ຕະ​ລາງ​ມາດ​ຕະ​ຖານ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ.
 
ມາດ​ຕະ​ຖານ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃຊ້​ໄດ້​ດົນ
ATSM International
SAE International
D3306 ແລະ D4985
J1034, J814 ແລະ 1941
Important  
ຄວາມ​ເຂັ້ມ​ຂຸ້ນ​ຂອງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຄວນ​ຈະ​ເປັນ​ການ​ປະ​ສົມ​ຂອງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຕໍ່​ນ້ຳ 50/50.
 
  • ທີ່​ນິ​ຍົມ: ເມື່ອ​ປະ​ສົມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຈາກ​ນ້ຳ​ຢາ​ເຂັ້ມ​ຂຸ້ນ, ປະ​ສົມ​ມັນ​ກັບ​ນ້ຳ​ກັນ.
  • ຕົວ​ເລືອກ​ທີ່​ນິ​ຍົມ: ຖ້າ​ບໍ່​ມີ​ນ້ຳ​ກັ່ນ, ໃຫ້​ໃຊ້​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ປະ​ສົມ​ມາ​ກ່ອນ​ແທນ​ຕົວ​ເຂັ້ມ​ຂຸ້ນ.
  • ເງື່ອນ​ໄຂ​ກຳ​ນົດ​ຕ່ຳ​ສຸດ: ຖ້າ​ບໍ່​ມີ​ນ້ຳ​ກັ່ນ ແລະ ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ປະ​ສົມ​ມາ​ກ່ອນ, ໃຫ້​ປະ​ສົມ​ນ້ຳ​ຢາ​ທຳ​ຄວາມ​ເ​ຢັນ​ເຂັ້ມ​ຂຸ້ນ​ກັບ​ນ້ຳ​ສະ​ອາດ​ທີ່​ສາ​ມາດ​ດື່ມ​ໄດ້.
ຄວາມ​ຈຸລະ​ບົບທຳ​ຄວາມ​ເຢັນ
ໂດຍ​ປະ​ມານ 6.6 ລິດ (7.0 ຄະ​ວອດ​ສະ​ຫະ​ລັດ)
ການກວດເບິ່ງລະດັບນ້ຳ​ຢາ​ທຳ​ຄວາມ​ເຢັນ
Caution
ຖ້າ​ຈັກ​ໄດ້​ແລ່ນ​ຢູ່, ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ຮ້ອນນ​ມີ​ຄວາມ​ດັນ​ສາ​ມາດ​ອອກ​ມາ​ໄດ້, ເຊິ່ງ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ເລັກ​ນ້ອຍ ຫຼື ປານ​ກາງ​ໄດ້.
  • ຢ່າເປີດຝາໝໍ້ນ້ຳໃນເວລາທີ່ເຄື່ອງຈັກກຳລັງແລ່ນຢູ່.
  • ໃຊ້ຜ້າແພເມື່ອເປີດຝາໝໍ້ນ້ຳ, ແລະ ເປີດຝາຄ່ອຍໆເພື່ອໃຫ້ອາຍນ້ຳໄຫຼອອກ.
 
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. ເປີດຝາກະໂປ່ງ.
  3. Graphic
    G439313
  4. ກວດເບິ່ງລະດັບຂອງນ້ຳ​ຢາ​ທຳຄວາມເຢັນໃນຖັງຂະຫຍາຍ.
    Note: ລະດັບນ້ຳ​ຢາ​ທຳຄວາມເຢັນຖືກ​ຕ້ອງ, ຖ້າ​ມັນ​ຢູ່ລະຫວ່າງຂີດເຕີມ ແລະ ຂີດ​ເຕັມ​ຢູ່ດ້ານຂ້າງຂອງຖັງ.
  5. ຖ້າ​ລະ​ດັບ​ນ້ຳຢາ​ທຳ​ຄວາມ​ເຢັນ​ຕ່ຳ, ເອົາ​ຝາ​ປິດ​ຖັງ​ຂະ​ຫຍາຍ​ອອກ ແລະ ເຕີມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ກຳ​ນົດ​ໃຫ້​ໃສ່​ຈົນ​ກວ່າ​ລະ​ດັບ​ມັນ​ຢູ່​ທີ່​ຂີດ​ເຕັມ.
    Note: ຢ່າ​ເຕີມ​ນ້ຳຢາ​ທຳ​ຄວາມ​ເຢັນໃສ່ຖັງ​ຂະ​ຫຍາຍຈົນ​ລົ້ນ.
  6. ອັດຝາປິດຂອງຖັງຂະຫຍາຍ.
  7. ປິດ ແລະ ໃສ່​ສະ​ຫຼັກກະ​ໂປ່ງ.
ການກວດກາທໍ່ລະບົບທຳຄວາມເຢັນ
  1. ກວດ​ກາທໍ່ລະ​ບົບ​ທຳ​ຄວາມ​ເຢັນ​ເບິ່ງ​ການ​ຮົ່ວ​ໄຫຼ, ສາຍຫງິກງໍ, ຕົວຄ້ຳ​ຍຶດຫຼວມ, ຫຼຸ້ຍຫ້ຽນ, ບໍ່ພໍດີ, ການເສື່ອມ​ສະ​ພາບ​ຈາກດິນຟ້າອາກາດ ແລະ ການເສື່ອມ​ສະ​ພາບ​ທາງເຄມີ.
    Note: ທຳການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະດຳເນີນງານ.
ທຳຄວາມສະອາດລະບົບທຳຄວາມເຢັນຂອງເຄື່ອງຈັກ
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. ຍົກຝາກະໂປ່ງຂື້ນ.
  3. ອະ​ນາ​ໄມສິ່ງເສດເຫຼືອທຸກ​ຢ່າງອອກຈາກບໍລິເວນເຄື່ອງຈັກໃຫ້​ທົ່ວ.
  4. ປິດ ແລະ ໃສ່​ສະ​ຫຼັກກະ​ໂປ່ງ.
  5. Graphic
    G416241
  6. ປ່ອຍສະ​ຫຼັກຕະ​ແກງດ້ານຫຼັງ ແລະ ໝູນ​ຕະ​ແກງ​ດ້ານ​ຫຼັງ ເປີດ.
  7. ທຳ​ຄວາມ​ສະ​ອາດ​ຕະ​ແກງ​ໃຫ້​ທົ່ວດ້ວຍລົມອັດ.
  8. Graphic
    G416242
  9. ໝູນ​ສະ​ຫຼັກ​ເຄື່ອງ​ທຳ​ຄວາມ​ເຢັນ​ນ້ຳ​ມັນ​ເຄື່ອງ 2 ຕົວ ເຂົ້າ​ໃນ ແລະ ອຽງ​ຕົວ​ທຳ​ຄວາມ​ເຢັນ​ນ້ຳ​ມັນ​ເຄື່ອງ .
  10. Graphic
    G416243
  11. ທຳຄວາມສະອາດເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ ແລະ ໝໍ້ນ້ຳທັງ​ສອງ​ດ້ານ​ໃຫ້​ທົ່ວ ດ້ວຍລົມອັດ.
  12. ຍົກ​ຕົວ​ທຳ​ຄວາມ​ເຢັນ​ນ້ຳ​ມັນ​ເຄື່ອງ​ຂຶ້ນ ແລະ ຍຶດ​ມັນ​ດ້ວຍ​ສະ​ຫຼັກ 2 ຕົວ.
  13. ປິດ ແລະ ໃສ່​ສະ​ຫຼັກ​ຕະ​ແກງ.

ການ​ບຳ​ລຸງ​ຮັກ​ສາ​ສາຍ​ຮັດ

ຄວາມເຄັ່ງຂອງສາຍພານໄດປັ່ນໄຟ
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. ເປີດຝາກະໂປ່ງ.
  3. Graphic
    G416989
  4. ກວດ​ເບິ່ງ​ຄວາມ​ເຄັ່ງ​ຂອງ​ສາຍ​ພານ​ໄດ​ປັ່ນ​ໄຟ ໂດຍ​ການ​ກົດ​ເຄິ່ງ​ກາງ​ລະ​ຫວ່າງ​ໄດ​ປັ່ນ​ໄຟ ແລະ ໝາກ​ລັອກເພົາ​ຂໍ້​ຫວ່ຽງ.
    Note: ດ້ວຍ​ກຳ​ລັງ​ແຮງ 10 ກ​ລ (22 ປອນ) , ສາຍ​ພານ​ຄວນ​ຈະ​ບ່ຽງ 11 ມມ (7/16 ນິ້ວ).
  5. ຖ້າຄວາມເຄັ່ງບໍ່ຖືກຕ້ອງ, ໃຫ້ເຮັດຕາມຂັ້ນຕອນຕໍ່ໄປນີ້ເພື່ອເຮັດໃຫ້ສາຍພານເຄັ່ງ:
    1. ມາຍນັອດທີ່ຈັບໄດ​ສາກກັບເຫຼັກຄ້ຳ ແລະ ນັອດແກນຂອງ​ໄດ​ສາກ .
    2. ໃສ່ທ່ອນແງະລະຫວ່າງໄດປັ່ນໄຟ ແລະ ຄື່ອງຈັກ ແລະ ເຄື່ອນໄດປັ່ນໄຟໄປ​ທາງນອກ.
    3. ເມື່ອທ່ານ​ໄດ້​ຄວາມ​ເຄັ່ງ​ຂອງສາຍ​ພານທີ່​ເໝາະ​ສົມ, ຮັດນັອດຕົວ​ຜູ້ທີ່ຈັບໄດປັ່ນໄຟກັບເຫຼັກຄ້ຳ ແລະ ນັອດແກນໄດ​ປັ່ນ​ໃຫ້​ແໜ້ນ.
  6. ປິດ ແລະ ໃສ່​ສະ​ຫຼັກກະ​ໂປ່ງ.

ການ​ບຳ​ລຸງ​ຮັກ​ສາລະບົບໄຮ​ໂດຼ​ລິກ

ຂໍ້ມູນຈຳເພາະຂອງນ້ຳມັນໄຮໂດຼລິກ
ທ້ອງອ່າງແມ່ນ​ໄດ້​ໃສ່ນ້ຳມັນໄຮໂດຼລິກທີ່ມີຄຸນນະພາບສູງເຕັມຢູ່ໂຮງງານ. ກວດເບິ່ງລະດັບຂອງນ້ຳມັນໄຮໂດຼລິກກ່ອນທີ່ທ່ານຈະຕິດຈັກເທື່ອ​ທຳ​ອິດ ແລະ ປະຈຳວັນຫຼັງຈາກນັ້ນ.
ນ້ຳມັນໄຮໂດຼລິກທີ່ແນະນຳ: Toro PX Extended Life Hydraulic Fluid; ມີຢູ່ໃນ​ຕຸກ 19 ລິດ (5 ແກນລອນສະຫະລັດ) ຫຼື 208 ລິດ (55 ແກນລອນສະຫະລັດ).
Note: ເຄື່ອງຈັກທີ່ປ່ຽນ​ຖ່າຍ​ນ້ຳ​ມັນ​ຕາມທີ່ແນະນຳບໍ່​ຈຳ​ເປັນ​ຕ້ອງປ່ຽນນ້ຳມັນ ແລະ ປ່ຽນໝໍ້ກອງເລື້ອຍໆ.
ນ້ຳມັນໄຮໂດຼລິກທາງເລືອກ: ຖ້າບໍ່ມີ Toro PX Extended Life Hydraulic Fluid ຫຼື ນ້ຳ​ມັນ​ໄຮ​ໂດຼ​ລິກ​ອາ​ຍຸ​ຍາວ PX, ທ່ານອາດຈະໃຊ້ນ້ຳມັນໄຮໂດຼລິກແບບທຳມະດາທີ່ມີຂໍ້​ມູນ​ຈຳ​ເພາະ​ທີ່​ຢູ່​ໃນ​ຂອບ​ເຂດ​ທີ່​ລະ​ບຸ​ໄວ້​ສຳ​ລັບ​ຄຸນ​ສົມ​ບັດ​ວັດ​ສະ​ດຸ​ຕໍ່​ໄປ​ນີ້ ແລະ ມັນ​ຖືກ​ຕ້ອງ​ຕາມ​ມາດ​ຕະ​ຖານ​ອຸດ​ສາ​ຫະ​ກຳ. ຢ່າໃຊ້ນໍ້າມັນສັງເຄາະ. ປຶກສາກັບຕົວແທນຈຳໜ່າຍນ້ຳມັນຫຼໍ່​ລື່ນເພື່ອກຳນົດຜະລິດຕະພັນທີ່ໜ້າພໍໃຈ.
Note: Toro ບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຈາກການປ່ຽນທີ່ບໍ່ຖືກຕ້ອງ, ສະນັ້ນ, ໃຊ້ຜະລິດຕະພັນຈາກຜູ້ຜະລິດທີ່ມີຊື່ສຽງຜູ້ທີ່ຈະຢູ່ເບື້ອງ​ຫຼັງການແນະນຳຂອງພວກເຂົາເທົ່າ​ນັ້ນ.
ດັດຊະນີຄວາມໜຽວສູງ/ນ້ຳ​ມັນ​ໄຮ​ໂດຼ​ລິກ​ກັນຫຼຸ້ຍຫ້ຽນຈຸດຖອກ​ຕ່ຳ, ISO VG 46
ຄຸນສົມບັດຂອງວັດສະດຸ:  
  ຄວາມໜຽວ, ASTM D445 cSt @ 40°C (104°F) 44 ຫາ 48
  ດັດຊະນີຄວາມໜຽວ ASTM D2270 140 ຫຼື ສູງກວ່າ
  ຈຸດ​ຖອກ, ASTM D97 -37°C ຫາ -45°C (-34°F ຫາ -49°F)
  ຂໍ້ກຳ​ນົດ​ສະເພາະທາງອຸດສາຫະກຳ: Eaton Vickers 694 (I-286-S, M-2950-S/35VQ25 ຫຼື M-2952-S)
Note: ນ້ຳມັນໄຮໂດຼລິກຫຼາຍອັນເກືອບບໍ່ມີສີ, ເຮັດໃຫ້ມີຄວາມຫຍຸ້ງຍາກໃນການກວດການຮົ່ວໄຫຼ. ສານເຕີມສີຍ້ອມສີແດງສຳລັບນ້ຳມັນໄຮໂດຼລິກແມ່ນມີຢູ່ໃນຂວດ 20 ມລ. ຕຸກແມ່ນພຽງພໍສຳລັບນ້ຳມັນໄຮໂດຼລິກປະມານ 15 ຫາ 22 ລິດ (4 ຫາ 6 ແກນລອນສະຫະລັດ). ສັ່ງຊື້ອາໄຫຼ່ເບີ 44-2500 ຈາກຜູ້ຈຳໜ່າຍ Toro ຂອງທ່ານທີ່ໄດ້ຮັບອະນຸຍາດ.
Important  
ນ້ຳ​ມັນ​ໄຮ​ໂດຼ​ລິກ​ຍ່ອຍ​ສະ​ຫຼາຍ​ທາງ​ຊີ​ວະ​ໄດ້​ເປັນ​ສານ​ສັງ​ເຄາະເກ​ຣດ​ພ​ຣີ​ມ້ຽມ​ຂອງ​ໂທ​ໂຣ ຫຼື Toro Premium Synthetic Biodegradable Hydraulic Fluid ແມ່ນ​ນ້ຳ​ມັນ​ຊີ​ວະ​ພາບ​ທີ່​ສັງ​ເຄາະ​ພຽງ​ຢ່າງ​ດຽວ​ທີ່​ຖືກ​ຮັບ​ຮອງ​ໂດຍ Toro. ນ້ຳມັນນີ້ສາມາດໃຊ້ໄດ້ກັບ elastomers ທີ່ໃຊ້ໃນລະບົບໄຮໂດຼລິກ Toro ແລະ ເໝາະ​ສົມ​ກັບ​ສະ​ພາບ​ອຸນ​ຫະ​ພູມກວ້າງ​ຂວາງ. ນ້ຳມັນນີ້ສາມາດໃຊ້ໄດ້ກັບນ້ຳມັນແຮ່ທາດທຳມະດາ, ແຕ່ສຳລັບການຍ່ອຍ​ສະ​ຫຼາຍ​ທາງ​ຊີ​ວະ ແລະ ປະສິດຕິພາບສູງສຸດ, ຄວນ​ລ້າງ​ນ້ຳ​ມັນ​ທຳ​ມະ​ດາ​ອອກ​ຈາກລະບົບໄຮໂດຼລິກໃຫ້​ໝົດ. ນ້ຳມັນມີ​ຢູ່ໃນຖັງ 19 ລິດ (5 ແກນລອນສະຫະລັດ) ຫຼື 208 ລິດ (55 ແກນລອນສະຫະລັດ) ກອງຈາກຕົວແທນຈຳໜ່າຍ Toro ຂອງທ່ານ.
 
ຄວາມ​ຈຸຖັງ​ໄຮ​ໂດຼ​ລິກ
41.6 ລິດ (11 ແກນລອນສະຫະລັດ)
ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ
ທ້ອງອ່າງແມ່ນ​ໄດ້​ໃສ່ນ້ຳມັນໄຮໂດຼລິກທີ່ມີຄຸນນະພາບສູງເຕັມຢູ່ໂຮງງານ. ເວລາທີ່ດີທີ່ສຸດໃນການກວດເບິ່ງນ້ຳມັນໄຮໂດຼລິກແມ່ນເວລາທີ່ຂອງ​ແຫຼວເຢັນ. ເຄື່ອງຄວນຈະຢູ່ໃນການຕັ້ງຄ່າການຂົນສົ່ງຂອງມັນ.
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. ທຳຄວາມສະອາດບໍລິເວນອ້ອມຮອບຄໍຫົວ​ເຕີມ ແລະ ຝາປິດຂອງຖັງໄຮໂດຼລິກ
  3. ຖອດເຫຼັກ​ແທກ​ນ້ຳ​ມັນເຄື່ອງອອກຈາກຄໍຫົວເຕີມ ແລະ ເຊັດມັນດ້ວຍຜ້າທີ່ສະອາດ.
  4. ໃສ່ເຫຼັກ​ແທກ​ນ້ຳ​ມັນເຂົ້າໄປໃນຄໍຫົວ​ເຕີມ; ຫຼັງຈາກນັ້ນເອົາມັນອອກ ແລະ ກວດເບິ່ງລະດັບຂອງຂອງແຫຼວ.
    Note: ລະດັບຂອງແຫຼວຄວນຢູ່ໃນລະດັບປະຕິບັດການໃນເຫຼັກ​ແທກ​ນ້ຳ​ມັນ.
    Important  
    ຢ່າໃໃສ່​ຈົນ​ລົ້ນ​ຖັງ.
     
    Graphic
    G417019
    1. ຂີດເຕັມ (ເຫຼັກ​ແທກ​ນ້ຳ​ມັນ)
    2. ຂີດເຕີມ (ເຫຼັກ​ແທກ​ນ້ຳ​ມັນ)
  5. ຖ້າລະດັບຢູ່ຕ່ຳ, ຕື່ມຂອງ​ແຫຼວກຳ​ນົດ​ໃຫ້​ສະ​ເພາະໃນ​ປະ​ລິ​ມານ​ທີ່​ເໝາະ​ສົມ​ເພື່ອ​ໃຫ້​ໄດ້​ລະ​ດັບ​ໃນ​ຂີດ​ໝາຍ​ເຕັມ.
  6. ຕິດ​ຕັ້ງເຫຼັກ​ແທກ​ນ້ຳ​ມັນ​ໃສ່​ເຂົ້າ​ໄປ​ໃນ​ຄໍ​ຫົວ​ເຕີມ.
ການກວດກາເບິ່ງສາຍ ແລະ ທໍ່ໄຮໂດຼລິກ
  1. ກວດ​ກາເບິ່ງ​ສາຍ ແລະ ທໍ່​ໄຮ​ໂດຼ​ລິກ​ສຳ​ລັບ​ການ​ຮົ່ວ​ໄຫຼ, ສາຍຫງິກງໍ, ຕົວຕິດຕັ້ງຫຼວມ, ຫຼຸ້ຍຫ້ຽນ, ບໍ່ພໍດີ, ການເສື່ອມ​ສະ​ພາບ​ຈາກດິນຟ້າອາກາດ ແລະ ການເສື່ອມ​ສະ​ພາບ​ທາງເຄມີ.
    Note: ທຳການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະດຳເນີນງານ.
ການປ່ຽນໝໍ້ກອງສາກ
Important  
ການນຳໃຊ້ໝໍ້ກອງອື່ນໃດໜຶ່ງອາດຈະເຮັດໃຫ້ການຮັບປະກັນຂອງບາງສ່ວນປະກອບເປັນ​ໂມ​ຄະ.
 
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. ອຽງ​ບ່ອນ​ນັ່ງ.
  3. Graphic
    G439314
  4. ຢູ່​ດ້ານ​ຊ້າຍ​ຂອງ​ເຄື່ອງ​ຈັກ, ຈັດວາງອ່າງ​ໂຕ່ງຢູ່ກ້ອງໝໍ້ກອງສາກ .
  5. ຖອດໝໍ້ກອງອອກ.
  6. ເຊັດທຳຄວາມສະອາດພື້ນ​ທີ່ຕິດໝໍ້ກອງຂອງ​ຫົວ​ໜໍ້​ກອງ .
  7. ໃຊ້ການເຄືອບດວ້ຍນ້ຳມັນໄຮ​ໂດຼ​ລິກ​ທີ່​ລະ​ບຸ​ໄວ້ບາງໆໃສ່ຢ່ວງຂອງໝໍ້ກອງປະ​ຈຸ​ໃໝ່.
  8. ບິດ​ກຽວ​ໝໍ້​ກອງ​ໃສ່​ຫົວ​ໝໍ້​ກອງດ້ວຍມືຈົນກວ່າແຫວນຈະສຳຜັດກັບກັບພື້ນຜິວຕິດຕັ້ງ, ຫຼັງຈາກນັ້ນໝູນໝໍ້​ກອງຕື່ມອີກ ½ ຮອບດ້ວຍມື.
  9. ປ່ອຍຕ່ຳລົງ ແລະ ໃສ່​ສະ​ຫຼັກ​ເບາະ​ນັ່ງ.
ການກວດ​ເບິ່ງ​ການ​ຮົ່ວ​ໄຫຼ
  1. ຕິດຈັກ ແລະ ປ່ອຍໃຫ້ມັນແລ່ນ 2 ນາທີເພື່ອໄລ່ອາກາດອອກຈາກລະບົບໄຮ​ໂດຼ​ລິກ.
  2. ມອດຈັກ, ຖອດກະແຈອອກ ແລະ ກວດ​ເບິ່ງ​ການ​ຮົ່ວ​ໄຫຼຢູ່​ທີ່ໝໍ້​ກອງ​ລ້ຽວ ແລະ ສາກ.
    Note: ສ້ອມ​ແປງ​ທຸກ​ບ່ອນ​ທີ່ໄຮ​ໂດ​ຣ​ລິກຮົ່ວ.
ການປ່ຽນນ້ຳມັນໄຮໂດຼລິກ
ຖ້ານ້ຳມັນມີການປົນເປື້ອນ, ຕິດຕໍ່ຕົວແທນຈຳໜ່າຍ Toro ຂອງ​ທ່ານ​ເພາະ​ວ່າ​ລະ​ບົບ​ດັ່ງ​ກ່າວ​ຕ້ອງ​ໄດ້​ຖືກ​ລ້າງ​ອອກ. ນ້ຳມັນທີ່ປົນເປື້ອນເບິ່ງເຫັນ​ວ່າຂຸ້ນ ຫຼື ສີດຳເມື່ອປຽບທຽບກັບນ້ຳມັນທີ່ສະອາດ.
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. ວາງ​ອ່າງ​ລະ​ບາຍ​ໃຫຍ່​ໄວ້​ກ້ອງທໍ່​ແຍກ ຢູ່​ເທິງ​ພື້ນຖັງ​ໄຮ​ໂດຼ​ລິກ.
    Graphic
    G439327
    1. ທໍ່​ແຍກ
    2. ມາຍ​ຂໍ້​ຕໍ່​ຢູ່​ບ່ອນ​ນີ້​ໃຫ້​ຫຼວມ
    3. ຂໍ້ງໍ 90°
  3. ຕັດ​ເຊື່ອມ​ຕໍ່​ຂໍ້​ຕໍ່ 90° ຈາກ​ທໍ່​ແຍກ ແລະ ປ່ອຍ​ໃຫ້​ຖັງ​ລະ​ບາຍ​ອອກ.
  4. ເມື່ອ​ຂອງ​ແຫຼວ​ໄຮ​ໂດຼ​ລິກ​ຢຸດ​ລະ​ບາຍ, ຕໍ່​ຂໍ້​ຕໍ່ 90° ໃສ່​ທໍ່​ແຍກ.
  5. ເຕີມນ້ຳມັນໄຮໂດຼລິກທີ່​ລະ​ບຸ​ໄວ້ໃສ່ຖັງ.
    Important  
    ໃຊ້ພຽງແຕ່ນ້ຳມັນໄຮໂດຼລິກທີ່ລະບຸໄວ້ເທົ່ານັ້ນ. ນ້ຳມັນອື່ນໆສາມາດກໍ່ໃຫ້ເກີດຄວາມເສຍຫາຍຕໍ່ລະບົບ.
     
  6. ອັດຝາປິດຖັງ.
  7. ຕິດຈັກ ແລະ ໃຊ້ເຄື່ອງຄວບຄຸມໄຮໂດຼລິກທັງໝົດເພື່ອແຈກຈ່າຍນ້ຳມັນໄຮໂດຼລິກໃນທົ່ວລະບົບ.
  8. ກວດເບິ່ງການຮົ່ວໄຫຼຂອງນ້ຳ​ມັນ​ໄຮ​ໂດຼ​ລິກ.
  9. ກວດ​ເບິ່ງ​ລະ​ດັບ.

ການບຳ​ລຸງຮັກສາໜ່ວຍຕັດ

ການກວດເບິ່ງການສຳຜັດຂອງແຜ່ນມີດກັບກຽວ
  1. ກວດເບິ່ງການສຳຜັດຂອງແຜ່ນມີດກັບກຽວ, ເຖິງແມ່ນວ່າຄຸນນະພາບຂອງການຕັດເປັນ​ທີ່ຍອມຮັບໄດ້ໃນເມື່ອກ່ອນ.
    Note: ຕ້ອງ​ມີ​ການ​ສຳ​ຜັດ​ເບົາໆ​ຂ້າມ​ຄວາມ​ຍາວ​ເຕັມ​ຂອງ​ກຽວ ແລະ ແຜ່ນມີດ.
ການກວດ​ເບິ່ງ​ເວ​ລາ​ຢຸດ​ໃບ​ມີດ
  1. ໃສ່​ໜ່ວຍ​ຕັດ ແລະ ດຶງ​ຄັນ​ໂຍກ​ຍົກ​ເພື່ອ​ຍົກ​ໜ່ວຍ​ຕັດ​ຂຶ້ນ.
  2. ສັງ​ເກດ​ເບິ່ງ​ເວ​ລາ​ລະ​ຫວ່າງ​ຄຳ​ສັ່ງ​ຍົກ​ຂຶນ ແລະ ເມື່ອ​ທຸກ​ກົງ​ໝູນ​ຢຸດປິ່ນ.
    Note: ຖ້າ​ເວ​ລາ​ຫຼາຍກວ່າ 7 ວິ​ນາ​ທີ, ຕິດ​ຕໍ່ຜູ້​ຈຳ​ໜ່າຍບໍ​ລິ​ການບຳ​ລຸງ​ຮັກ​ສາ ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.
ການ​ໝູນໜ່ວຍຕັດກັບຄືນ
Warning
ການສຳ​ຜັດກັບໜ່ວຍ​ຕັດ ຫຼື ສ່ວນທີ່ເຄື່ອນໄຫວອື່ນໆສາມາດສົ່ງ​ຜົນ​ໃຫ້​ເສຍ​ຊີ​ວິດ ຫຼື ເກີດການບາດເຈັບສ່ວນຕົວໄດ້.
  • ກັນນິ້ວມື, ມື ແລະ ເຄື່ອງ​ນຸ່ງ​ຂອງ​ທ່ານໃຫ້ຢູ່ຫ່າງຈາກໜ່ວຍ​ຕັດ ແລະ ສ່ວນທີ່ເຄື່ອນໄຫວອື່ນໆ.
  • ຢ່າພະຍາຍາມບິດໜ່ວຍ​ຕັດດ້ວຍມື ຫຼື ຕີນໃນຂະນະທີ່ເຄື່ອງຈັກກຳລັງແລ່ນຢູ່.
 
Note: ຄຳແນະນຳ ແລະ ຂັ້ນຕອນເພີ່ມເຕີມໃນ​ການ​ໝູນ​ກັບ​ແມ່ນ​ມີ​ໃຫ້​ຢູ່​ໃນພື້ນຖານລົດ​ຕັດ​ຫຍ້າ​ກຽວຂອງ Toro (Toro Reel Mower Basics) (ພ້ອມດ້ວຍ​ຂໍ້​ແນະ​ນຳການລັບໃຫ້ຄົມ), ແບບຟອມ 09168SL.
ການ​ກະ​ກຽມ​ເຄື່ອງ​ຈັກ
  1. ການ​ກະ​ກຽມ​ເຄື່ອງ​ຈັກສຳ​ລັບ​ການບຳ​ລຸງຮັກ​ສາ.
  2. ໃນ​ເວ​ລາ​ທີ່​ເຄື່ອງ​ຈັດ​ປິດ​ຢູ່, ແຕ່​ກະ​ແຈ​ຢູ່​ໃນ​ຕຳ​ແໜ່ງແລ່ນ, ເຂົ້າ​ໄປ​ທີ່​ເມ​ນູຫຼັກ​ຂອງ InfoCenter ສະແດງ.
  3. ຈາກເມນູຫຼັກ, ເລື່ອນລົງໄປ​ຫາການບຳ​ລຸງ​ຮັກ​ສາ ແລະ ກົດປຸ່ມເລືອກ.
  4. ຢູ່​ໃນການບຳ​ລຸງ​ຮັກ​ສາ, ເລື່ອນ​ລົງ​ຫາການ​ມ້ວນ​ກັບ​ດ້ານ​ໜ້າ ແລະ ການ​ມ້ວນ​ກັບ​ດ້ານ​ຫຼັງ. ກົດ​ປຸ່ມ​ການ​ນຳ​ທາງ​ເບື້ອງ​ຂວາ​ເພື່ອ​ບິດ​ການ​ຕັ້ງ​ຄ່າ​ທີ່​ຕ້ອງ​ການ​ຂອງ​ໜ່ວຍ​ຕັດ​ຈາກ ປິດ ໄປ​ຫ ເປີດ.
  5. ເຮັດໃຫ້ການດັດປັບກຽວຕໍ່ກັບແຜ່ນຕັດໃນເບື້ອງຕົ້ນໃຫ້ເໝາະສົມກັບການໝູນກັບຂອງໜ່ວຍຕັດທັງໝົດທີ່​ຈະ​ຖືກ​ມ້ວນ​ກັບ.
ການ​ຊັດ​ຂອງ​ກົງ​ໝູນ ແລະ ໃບ​ມີດ
  1. ຕິດຈັກ ແລະ ປ່ອຍ​ໄວ້​ໃນ​ຄວາມ​ໄວ​ກາ​ລັງ​ຕີ.
    Warning
    ການປ່ຽນແປງຄວາມໄວຂອງເຄື່ອງຈັກໃນຂະນະທີ່ຖອຍກັບຫຼັງອາດຈະເຮັດໃຫ້ໜ່ວຍ​ຕັດ​ຢຸດ​ເຮັດ​ວຽກ, ເຊິ່ງ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ຮ້າຍ​ແຮງ ຫຼື ເສຍ​ຊີ​ວິດ​ໄດ້.
    • ຢ່າປ່ຽນແປງຄວາມໄວຂອງເຄື່ອງຈັກໃນຂະນະທີ່ຢູ່ໃນການໝູນກັບຫຼັງ.
    • ໝູນກັບພຽງ​ແຕ່ໃນຄວາມໄວຂອງເຄື່ອງຈັກທີ່ບໍ່ເຮັດວຽກເທົ່າ​ນັ້ນ.
     
  2. ໃສ່ PTO ແລະ ເຄື່ອນຕົວ​ຄວບ​ຄຸມປ່ອຍ​ຕ່ຳ​ລົງຕັດຫຍ້າ/ຍົກຂຶ້ນ​ໄປ​ທາງ​ໜ້າເພື່ອເລີ່ມຕົ້ນການປະຕິບັດງານໝູນກັບຫຼັງຢູ່ເທິງກຽວທີ່ຖືກກຳນົດໄວ້.
  3. ນຳໃຊ້ແປງດ້າມຍາວຂັດ​ຖູອົງປະກອບການໝູນ.
    Danger
    ການສຳ​ຜັດກັບໜ່ວຍ​ຕັດເມື່ອ​ພວກ​ມັນ​ກຳ​ລັງ​ເຄື່ອນ​ໄຫວສາມາດເຮັດໃຫ້​ເສຍ​ຊີ​ວິດ ຫຼື ເກີດ​ການ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້.
    ເພື່ອຫຼີກລ່ຽງການບາດເຈັບຕໍ່ບຸກຄົນ, ໃຫ້ແນ່ໃຈວ່າທ່ານບໍ່ຢູ່ໃກ້​ກັບໜ່ວຍຕັດກ່ອນທີ່ຈະດຳເນີນການ.
     
    Important  
    ຢ່າໃຊ້ແປງດ້າມສັ້ນ.
     
  4. ຖ້າຫາກວ່າ​ກຽວຢຸດ ຫຼື ຜິດປົກກະຕິໃນຂະນະທີ່ໝູນກັບຄືນ, ເລືອກການຕັ້ງຄ່າຄວາມໄວກຽວທີ່ສູງຂຶ້ນຈົນກວ່າຄວາມໄວຄົງທີ່, ຫຼັງຈາກນັ້ນໃຫ້ຄວາມ​ໄວກຽວກັບມາຄວາມໄວທີ່ທ່ານຕ້ອງການ. ສາ​ມາດ​ເຮັດ​ສິ່ງນີ້​ໄດ້​ໂດຍ​ການໃຊ້​ປຸ່ມ​ຢູ່ໃນຈະ​ສະ​ແດງ​ຜົນ​ສູນ​ຂໍ້​ມູນ.
  5. ຖ້າ​ທ່ານ​ຕ້ອງ​ການ​ເຮັດ​ການ​ປັບ​ໃສ່​ໜ່ວຍ​ຕັດ​ໃນ​ຂະ​ນະ​ທີ່​ກຳ​ລັງ​ຊັດ​ກັບ​ຄືນ, ໃຫ້​ເຮັດ​ຂັ້ນ​ຕອນ​ຕໍ່​ໄປ​ນີ້:
    1. ເຄື່ອນ​ຄັນ​ຄວບ​ຄຸມປ່ອຍ​ຈັກ​ຕັດ​ຕ່ຳ​ລົງ/ຍົກ​ຂຶ້ນ​ໄປ​ດ້ານ​ຫຼັງ ແລະ ປົດ PTO.
    2. ມອດຈັກ ແລະ ຖອດກະແຈ.
    3. ປັບໜ່ວຍຕັດ.
    4. ເຮັດ​ຊ້ຳ​ຄືນ​ຂັ້ນ​ຕອນ​ທີ 1 ຮອດ 3.
  6. ເຮັດ​ຊ້ຳ​ຄືນ​ຂັ້ນ​ຕອນທີ 3 ສຳລັບໜ່ວຍຕັດອື່ນທີ່ທ່ານຕ້ອງການຖອຍກັບຄືນ.
ການ​ເຮັດ​ການ​ຊັດ​ກັບ​ຄືນ​ໃຫ້​ສຳ​ເລັດ
  1. ເຄື່ອນ​ຄັນ​ໂຍກ​ປ່ອຍ​ຈັກ​ຕັດ​ຕ່ຳ​ລົງ/ຍົກ​ຂຶ້ນ​ໄປ​ດ້ານ​ຫຼັງ ແລະ ກົດສະວິດ PTO ເພື່ອ​ປົດ PTO.
  2. ມອດ​ຟັງ​ຊັນ​ຊັດ​ກັບ​ຄືນ​ດ້ວຍ​ການ​ໃຊ້​ປຸ່ມຢູ່ໃນຈໍ​ສະ​ແດງ​ຜົນ​ສູນ​ຂໍ້​ມູນ.
    Important  
    ຖ້າ​ຫາກ​ທ່ານບໍ່​ປ່ຽນການ​ຕັ້ງ​ຄ່າ​ຄຸນ​ສົມ​ບັດ​ໃບ​ມີດເປັນ ປິດ ຫຼັງ​ຈາກ​ການ​ຕັດ​ຫຍ້າ, ໜ່ວຍ​ຕັດ​ຈະບໍ່​ຍົກ​ຂຶ້ນ ຫຼື ເຮັດ​ວຽກ​ໄດ້​ຖືກ​ຕ້ອງ.
     
  3. ມອດຈັກ ແລະ ຖອດກະແຈ.
  4. ລ້າງ​ຂອງ​ແຫຼວ​ທັງ​ໝົດ​ອອກ​ຈາກ​ໜ່ວຍ​ຕັດ.
  5. ສຳລັບຄວາມຄົມຂອງການຕັດທີ່ດີກວ່າ, ໃຫ້ໃຊ້ສະ​ໄບ​ໄປດ້ານໜ້າຂອງແຜ່ນມີດຫຼັງຈາກກາ​ໝຸນ.
    Note: ຂອບ​ທີ່​ປູ້​ອາດ​ຈະ​ເປັນ​ຜົນ​ມາ​ຈາກການການພັບ​ຂອບ​ຂອງ​ໜ່ວຍ​ຕັດ. ເພື່ອ​ໃຫ້​ໄດ້​ຂອບ​ຕັດ​ທີ່​ດີ​ຂຶ້ນ, ໃຫ້​ລັບ​ຕາມຂອບ​ຕັດ 90º ໄປ​ທີ່​ດ້ານ​ໜ້າ​ຂອງ​ມີດນອນ​ເພື່ອ​ກຳ​ຈັດ​ຄວາມ​ປູ້.
  6. ປັບກຽວໝູນໜ່ວຍຕັດຫາແຜ່ນມີດຕາມຄວາມຕ້ອງການ.
  7. ປັບ​ຄວາມ​ໄວ​ຂອງ​ກຽວໜ່ວຍຕັດໄປ​ຢູ່​ຕຳ​ແໜ່ງການ​ຕັດຫຍ້າ​ທີ່​ຕ້ອງ​ການ.

ການ​ບຳລຸງ​ຮັກ​ສາຊັກ​ຊີ່

ການກວດ​ກາ​ເບິ່ງສາຍ​ແອວ​ນິລະ​ໄພ
  1. ກວດກາສາຍ​ແອວ​ນິລະໄພວ່າຫ້ຽນ, ຂາດ ແລະ ມີຄວາມເສຍຫາຍອື່ນໆບໍ່. ປ່ຽນ​ສາຍ​ແອວ​ນິ​ລະໄພ, ຖ້າສ່ວນປະກອບໃດໜຶ່ງບໍ່ເຮັດວຽກຢ່າງຖືກຕ້ອງ.
  2. ອະນາໄມສາຍ​ແອວ​ນິລະໄພຕາມທີ່ຈຳເປັນ.

ການທຳຄວາມສະອາດ

ການລ້າງເຄື່ອງຈັກ
  1. ລ້າງເຄື່ອງຈັກຕາມທີ່ຈຳເປັນໂດຍໃຊ້ນ້ຳຢ່າງດຽວ ຫຼື ດ້ວຍສານຊັກລ້າງອ່ອນໆ. ທ່ານອາດຈະໃຊ້ຜ້າເຊັດໃນເວລາລ້າງເຄື່ອງຈັກ.
    Important  
    • ຢ່າໃຊ້ນ້ຳເຄັມ ຫຼື ນ້ຳທີ່ຜ່ານການບຳບັດມາເພື່ອທຳຄວາມສະອາດເຄື່ອງຈັກ.
    • ຢ່າໃຊ້ອຸປະກອນລ້າງລົດໄຟຟ້າເພື່ອລ້າງເຄື່ອງຈັກ. ອຸປະກອນໃນການລ້າງດ້ວຍພະລັງງານແຮງສູງອາດຈະທຳລາຍລະບົບໄຟຟ້າ, ເຮັດໃຫ້ສະຫຼາກທີ່ສຳຄັນຫຼຸດອອກ ຫຼື ລ້າງກະແລັດທີ່​ຈຳ​ເປັນຢູ່​ທີ່ຈຸດທີ່ມີການສັ່ນສະເທືອນ. ຫຼີກ​ລ່ຽງການໃຊ້ນ້ຳຫຼາຍເກີນໄປຢູ່ໃກ້ແຜງຄວບຄຸມ, ເຄື່ອງຈັກ ແລະ ແບັດ​ເຕີ​ຣີ.
    • ຢ່າລ້າງເຄື່ອງຈັກເມື່ອເຄື່ອງຈັກກຳລັງແລ່ນ. ການລ້າງເຄື່ອງຈັກເມື່ອເຄື່ອງຈັກກຳລັງແລ່ນອາດຈະເຮັດໃຫ້ເກີດ​ຄວາມ​ເສຍ​ຫາຍ​ຕໍ່ເຄື່ອງຈັກພາຍໃນ.
     

 
 
 
ບ່ອນຈັດເກັບຂໍ້​ມູນ
 

ການເກັບ​ຮັກ​ສາເຄື່ອງຈັກ

  1. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ໃສ່​ເບ​ຣກມື, ມອດຈັກ ແລະ ຖອດກະແຈອອກ.
  2. ທຳຄວາມສະອາດໜ່ວຍຂັບເຄື່ອນ, ໜ່ວຍຕັດ ແລະ ເຄື່ອງຈັກ.
  3. ກວດເບິ່ງຄວາມດັນຂອງຢາງລົດ.
  4. ກວດເບິ່ງຕົວຮັດທັງໝົດສຳລັບຄວາມຫຼວມ; ຮັດພວກ​ມັນໃຫ້ແໜ້ນຕາມຄວາມຈຳເປັນ.
  5. ໃສ່ກະແລັດ ຫຼື ນ້ຳມັນກັບສ່ວນທີ່ເຂົ້າກັນທັງໝົດ ແລະ ຈຸດແກນ. ເຊັດນໍ້າມັນຫຼໍ່​ລື່ນ​ທີ່​ເຫຼືອ​ອອກ.
  6. ເຊັດກະດາດຊາຍບາງໆ ແລະ ໃຊ້ການທາສີສຳຜັດໃສ່ບໍລິເວນທີ່ຖືກຂູດ ແຕກ ຫຼື ເຂົ້າ​ໝ້ຽງ. ສ້ອມແປງຮອຍບຸ້ມຕ່າງໆໃນຕົວໂລຫະ.
  7. ບຳ​ລຸງ​ຮັກ​ສາແບັດເຕີຣີ ແລະ ສາຍໄຟດັ່ງຕໍ່ໄປນີ້:
    1. ຖອດສາຍຂົ້ວແບັດເຕີຣີອອກຈາກຫົວແບັດເຕີຣີ.
    2. ອະ​ນາ​ໄມ​ແບັດ​ເຕີ​ຣີ, ຂົ້ວ ແລະ ຫົວໂດຍໃຊ້ຝອຍຂັດ ແລະ ​ສານ​ລະ​ລາຍເບັກກິ້ງໂຊດາ.
    3. ເຄືອບຂົ້ວສາຍໄຟ ແລະ ຫົວແບັດ​ເຕີ​ຣີ​ດ້ວຍ​ກະ​ແລັດ​ເຄືອບ​ຜິວ Grafo 112X (ອາ​ໄຫຼ່ Toro ເບີ 505-47) ຫຼື ວຸ້ນນ້ຳມັນເພື່ອປ້ອງກັນການກັດກ່ອນ.
    4. ສາກແບັດເຕີຣີຢ່າງ​ຊ້າໆທຸກໆ 60 ວັນເປັນເວລາ 24 ຊົ່ວໂມງເພື່ອປ້ອງກັນການການ​ເປັນ​ຊືນ​ຊັ​ລ​ເຟດ​ຂອງ​ແບັດ​ເຕີ​ຣີ.
  8. ກະ​ກຽມ​ຈັກ​ດັ່ງ​ຕໍ່​ໄປ​ນີ້:
    1. ປ່ອຍນ້ຳມັນເຄື່ອງຈັກອອກຈາກອ່າງນ້ຳມັນເຄື່ອງ ແລະ ໃສ່​ນັອດອັດບ່ອນ​ປ່ອຍນ້ຳມັນ.
    2. ຖອດໝໍ້​ກອງ​ອອກ ແລະ ກຳ​ຈັດຖີ້ມ. ໃສ່ໝໍ້ກອງນໍ້າມັນໃໝ່ເຂົ້າ​ໄປ.
    3. ຕື່ມ​ນ້ຳ​ມັນ​ຈັກ​ທີ່​ລະ​ບຸ​ໄວ້​ໃສ່​ເຄື່ອງ​ຈັກ.
    4. ຕິດຈັກ ແລະ ແລ່ນມັນດ້ວຍຄວາມໄວກາ​ລັງ​ຕີປະມານ 2 ນາທີ.
    5. ມອດຈັກ ແລະ ຖອດກະແຈ.
    6. ລ້າງຖັງນ້ຳມັນເຊື້ອໄຟດ້ວຍນ້ຳມັນເຊື້ອໄຟທີ່ສະອາດ ແລະ ໃໝ່.
    7. ຮັດ​ຂໍ້​ຕໍ່​ລະ​ບົບ​ທັງ​ໝົດ​ໃຫ້​ແໜ້ນ​ດີ.
    8. ທຳຄວາມສະອາດໃຫ້​ທົ່ວ ແລະ ບຳ​ລຸງ​ຮັກ​ສາ​ສ່ວນປະກອບເຕົ້າກອງອາກາດ.
    9. ປິດທາງເຂົ້າກອງອາກາດ ແລະ ທໍ່ໄອເສຍອອກດ້ວຍເທບປ້ອງກັນທຸກສະພາບອາກາດ.
    10. ກວດເບິ່ງການປ້ອງກັນການແຂງຕົວ ແລະ ເພີ່ມນ້ຳຢາ 50/50 ຂອງນໍ້າ ແລະ ນ້ຳຢາຕ້ານກັນ​ການແຂງຕົວ​ອີ​ທີ​ລີນກ​ລີ​ຄອ​ລ (ethylene glycol) ຕາມຄວາມຕ້ອງການສຳ​ລັບອຸນຫະພູມຕ່ຳສຸດທີ່​ຄາດ​ໄວ້​ໃນພື້ນ​ທີ່ຂອງທ່ານ

ການເກັບ​ຮັກ​ສາແບັດ​ເຕີ​ຣີ

ຖ້າທ່ານ​ຈະ​ເກັບ​ຮັກ​ສາ​ເຄື່ອງ​ຈັກ​ໄວ້​ເກີນກວ່າ 30 ວັນ, ໃຫ້​ເອົາ​ແບັດ​ເຕີ​ຣີ​ອອກ ແລະ ສາກ​ມັນ​ໃຫ້​ເຕັມ. ເກັບ​ຮັກ​ສາ​ມັນ​ໄວ້​ຢູ່​ໃນ​ຖ້ານ ຫຼື ໃນ​ເຄື່ອງ​ຈັກ. ປ່ອຍ​ໃຫ້​ສາຍ​ຖອດ​ອອກ​ໄວ້, ຖ້າພວກ​ມັນ​ຖືກ​ເກັບ​ຮັກ​ສາ​ໄວ້​ໃນ​ເຄື່ອງ​ຈັກ. ເກັບ​ຮັກ​ສາ​ແບັດ​ເຕີ​ຣີ​ໄວ້​ໃນ​ບັນ​ຍາ​ກາດ​ເຢັນ​ເພື່ອ​ຫຼີກ​ລ່ຽງ​ການ​ເສື່ອມ​ສະ​ພາບ​ຂອງ​ການ​ສາກ​ໃນ​ແບັດ​ເຕີ​ຣີ​ໄວ​ຂຶ້ນ. ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ແບັດ​ເຕີ​ຣີ​ແຂງ​ຕົວ, ໃຫ້​ແນ່​ໃຈ​ວ່າ​ມັນ​ຖືກ​ສາກ​ເຕັມ​ແລ້ວ. ແຮງ​ດຶງ​ດູດ​ສະ​ເພາະ​ຂອງ​ແບັດ​ເຕີ​ຣີ​ທີ່​ສາກ​ເຕັມ​ແລ້ວ​ແມ່ນ​ຢູ່​ທີ່ 1,265 ຫາ 1,299.