ການແນະນຳ

ເຄື່ອງຈັກນີ້ແມ່ນເຄື່ອງອະ​ເນກ​ປະ​ສົງທີ່ຂັບຂີ່ໄດ້ທີ່ມີຈຸດປະສົງທີ່ຈະຖືກນຳໃຊ້ໂດຍຜູ້ຊ່ຽວຊານ, ຜູ້ປະຕິບັດການທີ່ຈ້າງງານໃນການນຳໃຊ້ທາງການຄ້າ. ໃນ​ເບື້ອງ​ຕົ້ນ​ມັນຖືກ​ອອກ​ແບບ​ມາ​ໃຫ້ຮັກ​ສາ​ຫຍ້າ​ໃນ​ສະ​ໜາມ​ຫຍ້າ​ທີ່​ໄດ້​ຮັບ​ການບຳລຸງ​ຮັກ​ສາ​ຢ່າງ​ດີ​ເຊັ່ນ: ໃນສວນ​ສາ​ທາ​ລະ​ນະ, ເດີ່ນ​ກິ​ລາ ແລະ ໃນ​ພື້ນ​ທີ່​ທາງການ​ຄ້າ. ການນຳໃຊ້ຜະລິດຕະພັນນີ້ເພື່ອຈຸດປະສົງອື່ນນອກເໜືອຈາກການນຳໃຊ້ທີ່ເປັນຈຸດປະສົງຂອງມັນອາດຈະເປັນອັນຕະລາຍຕໍ່ທ່ານ ແລະ ຜູ້ທີ່ຢູ່ໃກ້ຄຽງ.

ອ່ານຂໍ້ມູນນີ້ຢ່າງລະອຽດເພື່ອຮຽນຮູ້ວິທີການນຳ​ໃຊ້ ແລະ ບຳລຸງຮັກສາຜະລິດຕະພັນຂອງທ່ານຢ່າງຖືກຕ້ອງ ແລະ ຫຼີກ​ລ່ຽງການບາດເຈັບ ແລະ ຄວາມເສຍຫາຍຂອງຜະລິດຕະພັນ. ທ່ານຮັບຜິດຊອບໃນການນຳ​ໃຊ້ຜະລິດຕະພັນຢ່າງຖືກຕ້ອງ ແລະ ປອດໄພ.

ເຂົ້າເບິ່ງເວັບໄຊ www.Toro.com ສຳ​ລັບຄວາມປອດໄພຂອງຜະລິດຕະພັນ ແລະ ອຸປະກອນການຝຶກອົບຮົມການ​ນຳ​ໃຊ້, ຂໍ້ມູນກ່ຽວກັບອຸປະກອນເສີມ, ຊ່ວຍຊອກຫາຕົວແທນຈຳໜ່າຍ ຫຼື ເພື່ອລົງທະບຽນຜະລິດຕະພັນຂອງທ່ານ.

ເມື່ອໃດກໍຕາມທີ່ທ່ານຕ້ອງການບໍລິການ, ອາໄຫຼ່ Toro ຂອງແທ້ ຫຼື ຂໍ້ມູນເພີ່ມເຕີມ, ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຝ່າຍບໍລິການລູກຄ້າ Toro ແລະ ໃຫ້ມີລຸ້ນ ແລະ ເລກລຳດັບຂອງຜະລິດຕະພັນຂອງທ່ານກຽມພ້ອມໄວ້. ຮູບສະແດງ 1 ລະບຸບ່ອນຢູ່ຂອງລຸ້ນ ແລະ ເລກລຳດັບໃນຜະລິດຕະພັນ. ຂຽນເລກໃນຊ່ອງທີ່ກຽມໃຫ້.

Important: ດ້ວຍອຸປະກອນມືຖືຂອງທ່ານ, ທ່ານສາມາດສະແກນລະຫັດ QR ຢູ່​ໃນ​ສະ​ຫຼາກເລກລຳດັບ (ຖ້າມີ) ເພື່ອເຂົ້າເຖິງການຮັບປະກັນ, ອາໄຫຼ່ ແລະ ຂໍ້ມູນຜະລິດຕະພັນອື່ນໆ.

g299536

ປຶ້ມຄູ່ມືນີ້ລະບຸເຖິງໄພອັນຕະລາຍທີ່ອາດຈະເກີດຂຶ້ນ ແລະ ມີຂໍ້ຄວາມກ່ຽວກັບຄວາມປອດໄພທີ່ໄດ້ລະບຸໂດຍສັນຍາລັກເຕືອນຄວາມປອດໄພ (ຮູບສະແດງ 2), ເຊິ່ງເປັນສັນຍານອັນຕະລາຍທີ່ອາດຈະເຮັດໃຫ້ເກີດການບາດເຈັບສາ​ຫັດ ຫຼື ເສຍຊີວິດ, ຖ້າທ່ານບໍ່ປະຕິບັດຕາມຂໍ້ຄວນລະວັງທີ່ແນະນຳ.

g000502

ປຶ້ມຄູ່ມືນີ້ໃຊ້ 2 ຄຳສັບເພື່ອເນັ້ນຂໍ້ມູນ. ສິ່ງສຳຄັນ ຮຽກຮ້ອງໃຫ້ເອົາໃຈໃສ່ໃນຂໍ້ມູນຂ່າວສານກົນຈັກພິເສດ ແລະ ໝາຍ​ເຫດ ເພື່ອເນັ້ນໜັກເຖິງຂໍ້ມູນທົ່ວໄປທີ່ສົມຄວນໄດ້ຮັບຄວາມສົນໃຈເປັນພິເສດ.

ລຸ້ນ 31900 and 31901 ປະຕິບັດຕາມຄຳສັ່ງແນະນຳຂອງເອີຣົບທີ່ກ່ຽວຂ້ອງທັງໝົດ; ສຳລັບລາຍລະອຽດ, ກະລຸນາເບິ່ງເອກະສານສະເພາະຂອງຖະແຫຼງການວ່າ​ດ້ວຍ​ການ​ປະ​ຕິ​ບັດ​ຕາມ (DOC).

ລຸ້ນ 31907 ແລະ 31909 ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ແນະ​ນຳ​ຂອງ​ເອີ​ຣົບ​ທີ່​ກ່ຽວ​ຂ້ອງ.

ມັນເປັນການລະເມີດກົດໝາຍຊັບພະຍາກອນສາທາລະນະຂອງລັດຄາລິຟໍເນຍພາກທີ 4442 ຫຼື 4443 ໃນການນຳໃຊ້ ຫຼື ນຳໃຊ້ເຄື່ອງຈັກໃນພື້ນທີ່ທີ່ປົກຄຸມດ້ວຍປ່າໄມ້, ປົກຫຸ້ມດ້ວຍດິນ ຫຼື ດິນທີ່ປົກຄຸມດ້ວຍຫຍ້າ, ເວັ້ນເສຍແຕ່ວ່າເຄື່ອງຈັກມີເຄື່ອງກວດຈັບປະກາຍໄຟຕາມທີ່ໄດ້ກຳນົດໄວ້ໃນພາກທີ 4442, ມີໄວ້ໃນລະບຽບການເຮັດວຽກທີ່ມີປະສິດຕິຜົນ ຫຼື ເຄື່ອງຈັກຖືກສ້າງ, ຕິດຕັ້ງ ແລະ ຮັກສາໄວ້ເພື່ອປ້ອງກັນໄຟ.

ປຶ້ມຄູ່ມືຂອງເຈົ້າຂອງເຄື່ອງຈັກທີ່ໃຫ້ມາແມ່ນມີຂໍ້ມູນທີ່ກ່ຽວຂ້ອງກັບໜ່ວຍ​ງານປົກປ້ອງສິ່ງແວດລ້ອມຂອງສະຫະລັດ (EPA) ແລະ ລະບຽບການຄວບຄຸມການປ່ອຍອາຍພິດ​ຂອງຄາລິຟໍເນຍກ່ຽວ​ກັບລະບົບການປ່ອຍອາຍພິດ, ການບຳລຸງຮັກສາ ແລະ ການຮັບປະກັນ. ການປ່ຽນແທນທີ່ອາດຈະຖືກສັ່ງຊື້ຜ່ານຜູ້ຜະລິດເຄື່ອງຈັກ.

ຄຳເຕືອນ

CALIFORNIA

ຄຳເຕືອນຂອງກົດໝາຍ Proposition 65

ທໍ່ໄອເສຍເຄື່ອງຈັກນ້ຳມັນກາຊວນ ແລະ ບາງສ່ວນປະກອບຂອງມັນເປັນທີ່ຮູ້ຈັກໃນລັດຄາລີຟໍເນຍ ວ່າເປັນສາເຫດທີ່ກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ ແລະອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຂົ້ວແບດເຕີລີ່, ຂົ້ວໄຟຟ້າ ແລະ ອຸປະກອນທີ່ກ່ຽວຂ້ອງທີ່ມີ ທາດກົ່ວ ແລະ ສ່ວນປະກອບຂອງທາດກົ່ວ, ສານເຄມີທີ່ລັດຄາລີຟໍເນຍ ຮູ້ຈັກດີທີ່ເຮັດໃຫ້ເກີດມະເຮັງແລະ ເປັນອັນຕະລາຍຕໍ່ການຈະເລີນພັນ. ໃຫ້ລ້າງມືຫຼັງຈາກນຳໃຊ້.

ການນຳໃຊ້ຜະລິດຕະພັນນີ້ອາດຈະເຮັດໃຫ້ສຳຜັດກັບສານເຄມີທີ່ຮູ້ຈັກດີໃນ ລັດຄາລີຟໍເນຍ ວ່າເປັນສາເຫດກໍ່ໃຫ້ເກີດມະເຮັງ, ຄວາມຜິດປົກກະຕິໃນການເກີດລູກ, ຫຼື ອັນຕະລາຍຕໍ່ການຈະເລີນພັນອື່ນໆ.

ຄວາມປອດໄພ

ລຸ້ນ 31900 ແລະ 31901 ໄດ້​ຖືກ​ອອກ​ແບບ​ມາ​ຕາມ ANSI B71.4-2017 ແລະ ຕາມ EN ISO 5395 ເມື່ອ​ທ່ານ​ເຮັດ​ສຳ​ເລັດ​ຂັ້ນ​ຕອນ​ການ​ຕັ້ງ ແລະ ຕິດ​ຕັ້ງ​ຊຸດ​ເຄື່ອງ​ມື CE Kit, ຖະ​ແຫຼງການວ່າ​ດ້ວຍ​ການ​ປະ​ຕິ​ບັດ​ຕາມ.

ລຸ້ນ 31907 ແລະ 31909 ໄດ້​ຖືກ​ອອກ​ແບບ​ມາ​ຕາມ ANSI B71.4-2017.

ຄວາມປອດໄພທົ່ວໄປ

ຜະລິດຕະພັນນີ້ມີຄວາມສາມາດຕັດມື ແລະ ຕີນ ແລະ ເຮັດ​ໃຫ້ວັດຖຸຟົ້ງ​ຂຶ້ນໄດ້. ຕ້ອງປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພທຸກຄັ້ງເພື່ອຫລີກລ່ຽງການບາດເຈັບສາ​ຫັດ​ຕໍ່​ຕົວ​ເອງ.

  • ອ່ານ ແລະ ທຳຄວາມເຂົ້າໃຈເນື້ອໃນຂອງຄູ່ມືຜູ້​ໃຊ້ນີ້ກ່ອນທີ່ຈະເລີ່ມຕິດຈັກ.

  • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ປະຕິບັດງານກັບເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

  • ຢ່າໃຊ້ງານເຄື່ອງຈັກໂດຍບໍ່ມີການປົກປ້ອງທຸກຄົນ ແລະ ອຸປະກອນປ້ອງກັນຄວາມປອດໄພອື່ນໆຢູ່ໃນສະຖານທີ່ ແລະ ເຮັດວຽກຢ່າງຖືກຕ້ອງໃນເຄື່ອງຈັກ.

  • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກພາກ​ສ່ວນ​ໝູນ. ຮັກສາບໍ່ໃຫ້ມີຊ່ອງເປີດລະບາຍອອກມາ.

  • ໃຫ້ຄົນຢູ່ໃກ້ຄຽງ ແລະ ເດັກອອກຈາກພື້ນທີ່ປະຕິບັດງານ. ຢ່າປ່ອຍໃຫ້ເດັກນ້ອຍນຳໃຊ້ເຄື່ອງຈັກ.

  • ມອດຈັກ, ຖອດກະແຈ ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

ການນຳໃຊ້ ຫຼື ການບຳລຸງຮັກສາເຄື່ອງຈັກທີ່ບໍ່ຖືກຕ້ອງນີ້ອາດຈະເຮັດໃຫ້ເກີດການບາດເຈັບໄດ້. ເພື່ອຫຼຸດຜ່ອນການບາດເຈັບທີ່​ອາດ​ຈະ​ເກີດ​ຂຶ້ນ, ໃຫ້ປະຕິບັດຕາມຄຳແນະນຳກ່ຽວກັບຄວາມປອດໄພເຫຼົ່ານີ້ ແລະ ໃຫ້ເອົາໃຈໃສ່ກັບສັນຍາລັກເຕືອນຄວາມປອດໄພສະເໝີ Graphic, ເຊິ່ງໝາຍເຖິງຂໍ້ຄວນລະວັງ, ຄຳເຕືອນ ຫຼື ອັນຕະລາຍ, ເຊິ່ງ​ກໍ່​ແມ່ນຄຳແນະນຳຄວາມປອດໄພສ່ວນບຸກຄົນ. ການບໍ່ປະຕິບັດຕາມຄຳແນະນຳເຫຼົ່ານີ້ອາດຈະເຮັດໃຫ້ມີການບາດເຈັບສ່ວນຕົວ ຫຼື ເສຍຊີວິດ.

ສະຕິກເກີຄວາມປອດໄພ ແລະ ຄຳແນະນຳ

Graphic

ສະ​ຫຼາກ ແລະ ຄຳແນະນຳກ່ຽວກັບຄວາມປອດໄພແມ່ນສາມາດໃຫ້​ຜູ້​ນຳ​ໃຊ້​ເບິ່ງເຫັນໄດ້ງ່າຍ ແລະ ຕັ້ງຢູ່ໃກ້ກັບພື້ນທີ່ໃດ​ໜຶ່ງ​ທີ່​ອາດ​ຈະເກີດອັນຕະລາຍ. ປ່ຽນສະ​ຫຼາກໃດໜຶ່ງທີ່ເສຍຫາຍ ຫຼື ຫາຍໄປ.

decalbatterysymbols
decal93-7272
decal106-5976
decal106-9206
decal108-2073
decal115-8155
decal125-9688
decal127-0392
decal132-1316
decal133-8062
decal138-2765
decal138-7471
decal138-7473
decal139-6215
decal139-6224
decal139-6304
decal140-1460
decal140-3125
decal140-6632
decal144-0472
decal139-6217
decal144-0454

ສະ​ຫຼາກ 144-3952: ຕິດ​ໃສ່​ເທິງ​ສະ​ຫຼາກ 139-6215 (ດັ່ງ​ທີ່​ສະ​ແດງ​ຢູ່​ໃນ​ຄຳ​ແນະ​ນຳ​ການ​ຕິດ​ຕັ້ງ​ຊຸດ​ເຄື່ອງ​ມື CE Kit) ສຳ​ລັບ​ການ​ນຳ​ໃຊ້​ຢູ່​ໃນ​ປະ​ເທດ​ທີ່​ປະ​ຕິ​ບັດ​ຕາມ CE (ລຸ້ນ 31900 ແລະ 31901 ເທົ່າ​ນັ້ນ).

decal144-3952

ການຕັ້ງຄ່າ

ການເອົາ​ເຄື່ອງ​ຈັກ​ອອກ​ຈາກ​ພາ​ຊະ​ນະ​ບັນ​ຈຸ​ໃນ​ການ​ຂົນ​ສົ່ງ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ
  1. ຖອດ​ນັອດ​ກຽວ​ທີ່​ຍຶດ​ຫົວເພົາ​ລໍ້​ຫຼັງ​ໃສ່​ກັບ​ແຜ່ນ​ຮອງ​ອອກ.

  2. ຕັດ​ສາຍ​ມັດ​ທີ່​ຮັດ​ເພົາ​ຂັບ​ເຄື່ອນ​ໃສ່​ລໍ້​ຫຼັງ.

  3. ເອົາ​ລໍ້​ຫຼັງ​ອອກ​ຈາກ​ຖານ​ຮອງ​ຂົນ​ສົ່ງ.

  4. ຍົ​ກ​ຄານ​ກັນ​ປີ້ນ​ຂຶ້ນ; ໃຫ້​ເບິ່ງ ການຍົກຄານກັນປີ້ນຂຶ້ນ.

  5. ຕໍ່​ເຄື່ອງ​ຍົກ​ໃສ່ບໍ​ລິ​ເວນ​ໃຈ​ກາງ​ດ້ານ​ເທິງຂອງ​ຄານ​ກັນ​ປີ້ນ ແລະ ຍົກ​ເຄື່ອງ​ຈັກ​ຂຶ້ນ.

  6. ເອົາ​ຖານ​ຮອງ​ຂົນ​ສົ່ງ​ອອກ​ຈາກ​ບໍ​ລິ​ເວນ​ພື້ນ​ຂອງ​ເຄື່ອງ​ຈັກ.

  7. ວາງ​ຕຳ​ແໜ່ງ​ຂາ​ກະ​ລິກຄ້ຳ 2 ອັນ​ຢູ່​ກ້ອງ​ບໍ​ລິ​ເວນ​ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ​ທີ່​ສະ​ແດງ​ໄວ້​ຢູ່​ໃນ ການ​ຍົກ​ດ້ານ​ຫຼັງຂອງ​ເຄື່ອງ​ຈັກ.

  8. ປ່ອຍ​ເຄື່ອງ​ຈັກ​ຕ່ຳ​ລົ​ງ​ເທິງ​ຂາກະ​ລິກ​ຄ້ຳ.

ການ​ໃສ່​ຢາງລໍ້​ຫຼັງ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ລໍ້ຫຼັງ2
ແຫວນ​ຮອງນ້ອຍ (ຂັບ​ເຄື່ອນ 2 ລໍ້​ເທົ່າ​ນັ້ນ)2
ແຫວນ​ຮອງໃຫຍ່ (ຂັບ​ເຄື່ອນ 2 ລໍ້​ເທົ່າ​ນັ້ນ)2
ນັອດ​ກຽວ (⅝ x 1-¼ ນິ້ວ) (ຂັບ​ເຄື່ອນ 2 ລໍ້​ເທົ່າ​ນັ້ນ)2
ຝາ​ປົກກັນ​ຝຸ່ນ (ຂັບ​ເຄື່ອນ 2 ລໍ້​ເທົ່າ​ນັ້ນ)2
ນັອດຮັດ​ລໍ້​ລົດ (ຂັບ​ເຄື່ອນ 4 ລໍ້​ເທົ່າ​ນັ້ນ)8
ນ້ຳ​ຢາ​ທາ​ກຽວ
  1. ເອົາ​ເຫຼັກ​ຄ້ຳ​ການ​ຂົນ​ສົ່ງ​ອອກ​ຈາກເດືອຍ​ແກນ​ໝູນ ຫຼື ຫົວ​ເພົາ​ລໍ້ ແລະ ເອົາ​ເຫຼັກ​ຄ້ຳ​ອອກ​ຖິ້ມ.

  2. ເອົາ​ຢາງຕີນ​ລົດ​ອອກ​ຈາກ​ພາ​ຊະ​ນະ​ບັນ​ຈຸ​ຂົນ​ສົ່ງ ແລະ ຮັກ​ສານັອດກຽວ (⅝ x 1-¼ ນິ້ວ) 2 ນັອດ ແລະ ແຫວນ​ຮອງ​ໃຫຍ່​ທີ່​ຍຶດ​ຢາງ​ໃສ່​ພາ​ຊະ​ນະ​ບັນ​ຈຸ​ໄວ້.

  3. ໃສ່​ຢາງ​ຕີນ​ລົດແຕ່​ລະ​ອັນ​ດັ່ງ​ຕໍ່​ໄປ​ນີ້:

    • ເຄື່ອງ​ຈັກ​ຂັບ​ເຄື່ອນ 2 ລໍ້:

      1. ນຳ​ໃຊ້​ນ້ຳ​ຢາ​ທາ​ກຽວ​ໃສ່​ນັອດ (⅝ x 1-¼ ນິ້ວ).

      2. ໃຊ້​ແຫວນ​ຮອງ​ນ້ອຍ, ແຫວນ​ຮອງ​ໃຫຍ່, ນັອດ (⅝ x 1-¼ ນິ້ວ) ແລະ ເພື່ອ​ຍຶດ​ລໍ້​ໃສ່​ເດືອຍແກນ​ໝູນ (ຮູບສະແດງ 3).

        g312833
      3. ບິດນັອດໃຫ້​ໄດ້ 203 N∙m (150 ft-lb).

      4. ຕິດ​ຕັ້ງຝາ​ປົກ​ກັນ​ຝຸ່ນ​ໃສ່​ລໍ້ (ຮູບສະແດງ 3).

    • ເຄື່ອງ​ຈັກ​ຂັບ​ເຄື່ອນ 4 ລໍ້: ໃຊ້​ນັອດ​ຮັດ​ລໍ້​ລົດ 4 ອັນ​ເພື່ອ​ຮັດ​ລໍ້​ໃສ່​ຫົວ​ເພົາ​ລໍ້ (ຮູບສະແດງ 4).

      g299549
  4. ບິດ​ນັອດ​ຮັດ​ລໍ້​ລົດເຂົ້າ; ໃຫ້​ເບິ່ງ ການບິດນັອດຮັດລໍ້ລົດ.

ການ​ເອົາ​ຢາງ​ລໍ້​ລົດ​ດ້ານ​ໜ້າ​ອອກ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ

Note: ທ່ານ​ຕ້ອງ​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້​ເພື່ອ​ຕິດ​ຕັ້ງ​ແຂນ​ຍົກ​ຢ່າງ​ຖືກ​ຕ້ອງ.

  1. ມາຍ ແລະ ເອົາ​ນັອດ​ຮັດ​ລໍ້​ລົດ​ອອກ (ຮູບສະແດງ 12).

    g299550
  2. ເອົາ​ລໍ້​ລົດ​ອອກ​ຈາກ​ຫົວ​ເພົາ​ລໍ້ (ຮູບສະແດງ 12).

ຕິດ​ຕັ້ງ​ສ່ວນ​ປະ​ກອບ​ຂອງ​ແຂນ​ຍົກ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ແຂນຍົກເບື້ອງ​ຂວາ1
ແຂນຍົກ​ເບື້ອງຊ້າຍ1
ເຂັມ​ຂັດ​ໃຫຍ່2
ນັອດຕົວ​ຜູ້ (⅜ x 2-¾ ນິ້ວ)2
ນັອດຕົວແມ່ (⅜ ນິ້ວ)6
ເຂັມ​ຂັດ​ນ້ອຍ2
ເຫຼັກ​ຄ້ຳ​ເຊັນ​ເຊີ1
ນັອດຕົວຜູ້2
ນັອດກຽວ (⅜ x 1-¼ ນິ້ວ)2
ຂໍ້​ຕໍ່​ກະ​ແລັດ2

Note: ມີ​ຕົວ​ຊ່ວຍ​ທີ່​ຊ່ວຍ​ທ່ານ​ຕິດ​ຕັ້ງ​ແຂນ​ຍົກ​ຕາມ​ທີ່​ຈຳ​ເປັນ.

  1. ເອົາ​ແຂນ​ຍົກ​ອອກ​ຈາກ​ຖານ​ຮອງ​ຂົນ​ສົ່ງ.

  2. ໃຊ້​ເຂັມ​ຂັດ​ໃຫຍ່ 2 ອັນ​ເພື່ອ​ຕິດ​ຕັ້ງ​ແຂນ​ຍົກ​ໃສ່​ໂຄງ​ເຄື່ອງ​ຈັກ (ຮູບສະແດງ 6).

    g312023
  3. ຕິດ​ຕັ້ງ​ຫົວ​ສີດ​ກະ​ແລັດ​ໃສ່​ເຂັມ​ຂັດ​ໃຫຍ່ (ຮູບສະແດງ 6).

  4. ໃຊ້​ນັອດ​ຕົວແມ່ 2 ຕົວ (⅜ ນິ້ວ) ນັອດ​ຕົວ​ຜູ້ 2 ຕົວ (⅜ x 2-¾ ນິ້ວ) ເພື່ອ​ຮັດ​ເຂັມ​ຂັດ​ໃຫຍ່​ໃສ່​ກອບ (ຮູບສະແດງ 7).

    g295767
  5. ໃຊ້​ນັອດ​ຕົວ​ຜູ້ 2 ຕົວ ແລະ ນັອດ​ຕົວ​ແມ່ 2 ຕົວ (⅜ ນິ້ວ) ເພື່ອ​ຮັດ​ເຫຼັກ​ຄ້ຳ​ເຊັນ​ເຊີ​ໃສ່​ແຂນ​ຍົກ​ເບື້ອງ​ຂວາ (ຮູບສະແດງ 8).

    Note: ໃຫ້​ແນ່​ໃຈ​ວ່າ​ເຫຼັກ​ຄ້ຳຊັນ​ເຊີ​ບໍ່​ລົບ​ກວນ​ເຊັນ​ເຊີ.

    g312028
  6. ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ​ນີ້​ເພື່ອຍຶດ​ບັ້ງ​ໄຮໂດຼລິກ​ໃສ່​ແຂນ​ຍົກ:

    1. ວາງ​ຖາດ​ລະ​ບາຍ​ໄວ້​ກ້ອງທໍ່​ແຍກເຂົ້າ​ອອກ (ສະ​ແດງ​ຢູ່​ໃນ ຮູບສະແດງ 9).

      Note: ຈະ​ຕ້ອງ​ໄດ້​ປ່ອຍນ້ຳ​ມັນ​ໄຮ​ໂດຼ​ລິກອອກ​ເລັກ​ນ້ອຍ​ເພື່ອ​ດຶງກະບອກສູບຍົກຫົດຄືນ.

      g299920
    2. ມາຍ​ນັອດ​ກຽວໝູນໃສ່​ທໍ່​ເຊື່ອມ​ຕໍ່​ກັບຮູ​ສຽບ C1 ຂອງ​ທໍ່​ແຍກ​ເຂົ້າ​ອອກ​ໄຮໂດຼລິກ (ຮູບສະແດງ 10).

      g312025
    3. ໃຊ້ເຄື່ອງ​ເຈາະ​ຮູ​ເລື່ອນ​ເພື່ອ​ຈັດ​ລຽງ​ກ້ານສູບ​ກັບ​ຮູ​ແຂນ​ຍົກ (ຮູບສະແດງ 11).

      Note: ຍົກ​ແຂນ​ຍົກ​ຂຶ້ນ​ຈົນ​ສຸດ​ເພື່ອ​ຊ່ວຍ​ໃນ​ການ​ຈັດ​ລຽງ.

      g312026
    4. ໃຊ້​ນັອດ​ຕົວ​ຜູ້ 2 ນັອດ (⅜ x 1-¼ ນິ້ວ), ນັອດ​ຕົວ​ແມ່ 2 ນັອດ (⅜ ນິ້ວ) ແລະ ເຂັມ​ຂັດ​ນ້ອຍ 2 ອັນ​ເພື່ອ​ຮັດ​ແຂນ​ຍົກ​ໃສ່ກະ​ບອກສູບ (ຮູບສະແດງ 11).

    5. ຮັດນັອດ​ກຽວໝູນໃສ່​ທໍ່ໃນ​ຮູ​ສຽບ C1 ໃຫ້​ໄດ້ 41 N∙m (30 ft-lb).

      Note: ທ່ານ​ສາ​ມາດໃຊ້​ກະ​ແຈ​ປາກ​ສຳ​ຮອງ​ເພື່ອ​ປ້ອງ​ກັນ​ທໍ່​ບໍ່​ໃຫ້​ບິດ​ບ້ຽວໄດ້.

  7. ໃສ່​ນ້ຳ​ມັນ​ກະ​ແລັດ​ຂໍ້​ຕໍ່​ສະ​ຫຼັກ​ສິ່ງທີ່ຕິດມານຳ ແລະ ຂໍ້​ຕໍ່​ສະ​ຫຼັກ​ແຂນ​ຍົກ, ໃຫ້​ເບິ່ງ ການໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່.

ການ​ໃສ່​ຢາງ​ລໍ້​ລົດ​ດ້ານ​ໜ້າ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ
  1. ໃຊ້​ນັອດ​ຮັດ​ລໍ້​ລົດ​ທີ່​ເອົາ​ອອກ​ມາ​ກ່ອນ​ເພື່ອ​ຮັດ​ຢາງ​ລົດ​ໃສ່​ຫົວ​ເພົາ​ລໍ້ (ຮູບສະແດງ 12).

    g299550
  2. ບິດ​ນັອດ​ຮັດ​ລໍ້​ລົດເຂົ້າ; ໃຫ້​ເບິ່ງ ການບິດນັອດຮັດລໍ້ລົດ.

ການ​ຕິດ​ຕັ້ງຫ່ວງ​ເຫຼັກ​ເກາະ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຫ່ວງ​ເຫຼັກ​ເກາະ1
ນັອດຕົວ​ຜູ້ (⅜ x 3-¼ ນິ້ວ)2
ນັອດຕົວແມ່ (⅜ ນິ້ວ)2

ໃຊ້​ນັອດ​ຕົວ​ຜູ້ 2 ນັອດ (⅜ x 3-¼ ນິ້ວ) ແລະ ນັອດ​ຕົວ​ແມ່ 2 ນັອດ (⅜ ນິ້ວ) ເພື່ອ​ຮັດຫ່ວງ​ເຫຼັກ​ເກາະ​ໃສ່​ຖານ (ຮູບສະແດງ 13).

g299562

ການ​ຕິດ​ຕັ້ງ​ເບາະ​ນັ່ງ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຊຸດ​ເບາະ​ນັ່ງ (ສັ່ງ​ແຍກ​ຕ່າງ​ຫາກ, ໃຫ້​ເບິ່ງ​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ)1

ຕິດ​ຕັ້ງ​ເບາະ​ນັ່ງ, ໃຫ້​ເບິ່ງ ຄຳ​ແນະ​ນຳ​ການ​ຕິດ​ຕັ້ງຊຸດ​ເບາະ​ນັ່ງ.

ການຕິດຕັ້ງພວງມະໄລ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ພວງມະໄລ1
ຝາປົກ1
  1. ເອົາພວງ​ມະ​ໄລ​ອອກ​ຈາກ​ຖານ​ຮອງ​ຂົນ​ສົ່ງ (ຮູບສະແດງ 14).

    g307379
  2. ເອົານັອດ​ຕົວ​ແມ່​ນີ​ລັອກ ແລະ ແຫວນ​ຮອງ​ອອກ​ຈາກ​ເພົາ​ພວງ​ມະ​ໄລ.

    Note: ໃຫ້​ແນ່​ໃຈ​ວ່າ​ປອກ​ໂຟມ​ຍັງ​ຄົງ​ຢູ່​ໃນ​ແກນພວງ​ມະ​ໄລ (ຮູບສະແດງ 14).

  3. ເລື່ອນພວງມະໄລ ແລະ ແຫວນ​ຮອງໃສ່ແກນພວງມະໄລ (ຮູບສະແດງ 14).

  4. ໃຊ້ນັອດ​ຕົວ​ແມ່​ນີ​ລັອກເພື່ອ​ຮັດ​ພວງ​ມະ​ໄລ​ໃສ່​ແກນ. ຮັດ​ນັອດຕົວ​ແມ່​ນີ​ລັອກໃຫ້​ໄດ້ 27 ຫາ 35 N∙m (20 ເຖິງ 26 ft-lb).

  5. ຍຶດ​ຝາ​ປົກ​ໃສ່​ພວງ​ມະ​ໄລ (ຮູບສະແດງ 14).

ການຕິດ​ຕັ້ງສະ​ຫຼາກສຽງ

ລຸ້ນ 31907 ແລະ 31909

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສະ​ຫຼາກ​ສຽງ (ອາ​ໄຫຼ່ 144-0512)1

ສຳ​ລັບ​ລຸ້ນ 31907 ແລະ 31909, ຕິດ​ຕັ້ງ​ສະ​ຫຼາກ​ສຽງ (ອາໄຫຼ່ 144-0512) ໃສ່​ໃກ້​ແຜ່ນ​ເລກ​ລຳ​ດັບດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 15.

ໃຫ້​ແນ່​ໃຈ​ວ່າ​ພື້ນ​ຜິວ​ສະ​ອາດ ແລະ ແຫ້ງ.

g334264

ການ​ຕິດ​ຕັ້ງເຄື່ອງ​ກັນ​ຊົນ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ເຄື່ອງ​ກັນ​ຊົນ1
ນັອດຕົວ​ຜູ້ (⅜ x 2-¾ ນິ້ວ)2
ນັອດຕົວ​ຜູ້ (⅜ x 3-¼ ນິ້ວ)4
ນັອດຕົວແມ່ (⅜ ນິ້ວ)6
  1. ເອົາເຄື່ອງ​ກັນ​ຊົນ​ອອກ​ຈາກ​ຖານ​ຮອງ​ຂົນ​ສົ່ງ.

  2. ໃຊ້​ນັອດ​ຕົວ​ຜູ້ 4 ນັອດ (⅜ x 3-¼ ນິ້ວ) ແລະ ນັອດ​ຕົວ​ແມ່ 4 ນັອດ (⅜ ນິ້ວ) ເພື່ອ​ຮັດບໍ​ລິ​ເວນ​ດ້ານ​ເທິງ​ຂອງ​ເຄື່ອງ​ກັນ​ຊົນ​ໃສ່ໂຄງ​ເຄື່ອງ​ຈັກ (ຮູບສະແດງ 16).

    g302775
  3. ໃຊ້​ນັອດ​ຕົວ​ຜູ້ 2 ນັອດ (⅜ x 2-¾ ນິ້ວ) ແລະ ນັອດ​ຕົວ​ແມ່ 2 ນັອດ (⅜ ນິ້ວ) ເພື່ອ​ຮັດເຄື່ອງ​ກັນ​ຊົນ​ຢູ່​ກ້ອງ​ໂຄງ​ເຄື່ອງ​ຈັກ (ຮູບສະແດງ 16).

ການ​ປັບ​ຕຳ​ແໜ່ງ​ຄານ​ກັນ​ປີ້ນ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ

ຍົ​ກ​ຄານ​ກັນ​ປີ້ນ​ຂຶ້ນ; ໃຫ້​ເບິ່ງ ການຍົກຄານກັນປີ້ນຂຶ້ນ.

ການເຊື່ອມ​ຕໍ່ແບັດ​ເຕີ​ຣີ

ລຸ້ນ 31900, 31901 ແລະ 31907 ເທົ່າ​ນັ້ນ

ເຊື່ອມຕໍ່ແບັດ​ເຕີ​ຣີ; ໃຫ້​ເບິ່ງ ການເຊື່ອມ​ຕໍ່ແບັດ​ເຕີ​ຣີ.

ການ​ຕິດ​ຕັ້ງ​ສິ່ງ​ທີ່​ຕິດ​ມາ​ນຳ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ສິ່ງ​ທີ່​ຕິດ​ມາ​ນຳ (ສັ່ງ​ແຍກ​ຕ່າງ​ຫາກ, ໃຫ້​ເບິ່ງ​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ)1
ນັອດຕົວ​ຜູ້ (5/16 x 2 ນິ້ວ) 2
ນັອດຕົວແມ່ (5/16 ນິ້ວ)2

ຕິດ​ຕັ້ງ​ສິ່ງ​ທີ່​ຕິດ​ມາ​ນຳ​ທາງ​ດ້ານ​ໜ້າ (ເຊັ່ນ: ໜ່ວຍ​ຕັດ, ໃບໄຖ, ຫຼື ເຄື່ອງ​ເປົ່າ); ໃຫ້​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ​ນີ້ ແລະ ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ສິ່ງ​ທີ່​ຕິດ​ມານຳ​ຂອງ​ທ່ານ​ສຳ​ລັບ​ຄຳ​ແນະ​ນຳ​ການ​ຕິດ​ຕັ້ງ​ເພີ່ມ​ເຕີມ.

  1. ໃຫ້​ຜູ້​ຊ່ວຍ​ນັ່ງ​ຢູ່​ໃນ​ບ່ອນ​ນັ່ງ, ບິດກະ​ແຈ​ໄປ​ຕຳ​ແໜ່ງເປີດ ແລະ ໃຊ້​ປຸ່ມ​ຍົກ​ສິ່ງ​ທີ່​ຕິດ​ມາ​ນຳ​ເພື່ອ​ປ່ອຍ​ແຂນ​ຍົກ​ໃຫ້​ຕ່ຳ​ລົງ​ໃນ​ຂະ​ນະ​ທີ່​ທ່ານຍູ້​ລົງ​ຢູ່​ໃນ​ແຂນ​ຍົກ.

  2. ຈັດ​ລຽງ​ຮູ​ແຂນ​ຍົກ​ກັບ​ຮູ​ແຂນ​ຂອງ​ສິ່ງ​ທີ່​ຕິດ​ມາ​ນຳ​ຕາມຄຳ​ແນະ​ນຳ​ການ​ຕິດ​ຕັ້ງສິ່ງ​ທີ່​ຕິດ​ມາ​ນຳ.

  3. ເມື່ອ​ທ່ານ​ຕິດ​ຕັ້ງ​ເພົາ PTO ໃສ່​ກະ​ປຸກ​ເກຍ, ປະ​ກອບ​ແຕ່​ລະ​ຄູ່​ຂອງນັດ (5/16 x 2 ນິ້ວ) ແລະ ນັອດ​ຕົວ​ແມ່ (5/16 ນິ້ວ) ກົງ​ກັນ​ຂ້າມ​ກັນ (ຮູບສະແດງ 17) ແລະ ບິດ​ນັອດ​ໃຫ້​ໄດ້ 40 N∙m (30 ft-lb).

    g299646

ການກວດເບິ່ງລະດັບຂອງ​ແຫຼວ

ກ່ອນ​ທີ່​ຈະ​ທ່ານ​ຈະ​ເລີ່ມຕິດ​ຈັກ​ເປັນ​ຄັ້ງ​ທຳ​ອິດ, ໃຫ້​ດຳ​ເນີນ​ການກວດ​ເບິ່ງ​ລະ​ດັບ​ຂອງ​ແຫຼວດັ່ງ​ຕໍ່​ໄປ​ນີ້:

ການກວດເບິ່ງຄວາມດັນຂອງຢາງລົດ

ກວດເບິ່ງຄວາມດັນຂອງຢາງລົດ; ໃຫ້​ເບິ່ງ ການກວດເບິ່ງຄວາມດັນລົ​ມຂອງຢາງລົດ.

Important: ຮັກສາຄວາມດັນໄວ້ໃນຢາງທຸກ​ເສັ້ນເພື່ອຮັບປະກັນຄຸນນະພາບຂອງການຕັດ ແລະ ປະສິດທິພາບຂອງເຄື່ອງຈັກທີ່ເໝາະສົມ. ຢ່າ​ປ່ອຍ​ໃຫ້​ຢາງ​ອ່ອນ.

ການ​ຕິດ​ຕັ້ງ​ຊຸດ​ເຄື່ອງ​ມື CE Kit

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ຊຸດ​ເຄື່ອງ​ມື CE Kit (ສັ່ງ​ແຍກ​ຕ່າງ​ຫາກ, ໃຫ້​ເບິ່ງ​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ)1

ຖ້າ​ທ່ານ​ນຳ​ໃຊ້​ເຄື່ອງ​ຈັກ​ຢູ່​ໃນ​ປະ​ເທດ​ທີ່​ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານ CE, ຕິດ​ຕັ້ງ​ຊຸດ​ເຄື່ອງ​ມື CE Kit; ໃຫ້​ເບິ່ງຄຳ​ແນະ​ນຳ​ການ​ຕິດ​ຕັ້ງຊຸດ​ເຄື່ອງ​ມື.

ການ​ເພີ່ມ​ນ້ຳ​ໜັກ​ດ້ານ​ຫຼັງ

ອາໄຫຼ່ທີ່ຈຳເປັນສຳລັບຂັ້ນຕອນນີ້:

ນ້ຳ​ໜັກ—19 ກ​ລ (42 ປອນ) [ຈຳ​ນວນແຕກ​ຕ່າງ​ກັນ​ໄປ​ຕາມ​ລຸ້ນ​ຂອງ​ທ່ານ]
ນ້ຳ​ໜັກ—6 ກ​ລ (15 ປອນ) [ຈຳ​ນວນແຕກ​ຕ່າງ​ກັນ​ໄປ​ຕາມ​ລຸ້ນ​ຂອງ​ທ່ານ]
ຊຸດ​ເຄື່ອງ​ມື​ຕົວ​ຄ້ຳ​ນ້ຳ​ໜັກ (ຖ້າ​ຈຳ​ເປັນ)1
ນ້ຳ​ໜັກ—11 ກ​ລ (25 ປອນ) [ຈຳ​ນວນແຕກ​ຕ່າງ​ກັນ​ໄປ​ຕາມ​ລຸ້ນ​ຂອງ​ທ່ານ]

ໃຫ້​ເບິ່ງ​ຕາ​ຕະ​ລາງ​ຕໍ່​ໄປ​ນີ້​ສຳລັບ​ນ້ຳ​ໜັກ​ທີ່​ໄດ້​ຈັດ​ສົ່ງ​ກັບ​ແຕ່​ລະ​ເຄື່ອງ​ຈັກ:

ລຸ້ນນ້ຳ​ໜັກ​ດ້ານ​ຫຼັງທີ່​ຈັດ​ສົ່ງ
31900ນ້ຳ​ໜັກ 2 ອັນ (ແຕ່​ລະ​ອັນ 19 ກ​ລ ຫຼື 42 ປອນ)
31901ນ້ຳ​ໜັກ 1 ອັນ (19 ກ​ລ ຫຼື 42 ປອນ)
31907ນ້ຳ​ໜັກ 0 ອັນ
31909ນ້ຳ​ໜັກ 5 ອັນ (ແຕ່​ລະ​ອັນ 19 ກ​ລ ຫຼື 42 ປອນ) ແລະ ນ້ຳ​ໜັກ 2 ອັນ (ແຕ່​ລະ​ອັນ 6 ກ​ລ ຫຼື 15 ປອນ)

ການ​ກຳ​ນົດ​ນ້ຳ​ໜັກ​ດ້ານ​ຫຼັງ​ທີ່​ຕ້ອງ​ການ

ໃຫ້​ແນ່​ໃຈ​ວ່າ​ເຄື່ອງ​ຈັກ​ຂອງ​ທ່ານ​ມີ​ຈຳ​ນວນ​ນ້ຳ​ໜັກ​ດ້ານ​ຫຼັງຕ່ຳ​ສຸດ​ຕາມ​ລົດ​ຕັດ​ຫຍ້າ​ຂອງ​ທ່ານ ແລະ ການ​ລວມ​ກັນ​ຂອງ​ສິ່ງທີ່​ຕິດ​ມາ​ນຳ. ສຳ​ລັບ​ລຸ້ນ 31900, 31901 ແລະ 31907, ທ່ານ​ຍັງ​ສາ​ມາດ​ເພີ່ມ​ນ້ຳ​ໜັກ​ດ້ານ​ຫຼັງ​ໄດ້​ຕື່ມ​ອີກ​ເພື່ອ​ເພີ່ມ​ປະ​ສິດ​ທິ​ພາບ​ການ​ໃຊ້​ງານ​ຢູ່​ບ່ອນ​ຄ້ອຍ​ຊັນ.

Note: ຖ້າ​ທ່ານ​ມີ​ຊຸດອຸປະ​ກອນ CE Kit ຕິດ​ຕັ້ງ​ມາ​ພ້ອມ, ໃຫ້​ເບິ່ງຄຳ​ແນະ​ນຳ​ການ​ຕິດ​ຕັ້ງຊຸດ​ເຄື່ອງ​ມື​ສຳ​ລັບ​ສະ​ຫຼາກ​ຄວາມ​ຊັນ​ທີ່​ເໝາະ​ສົມ​ສຳ​ລັບ​ລົດ​ຕັດ​ຫຍ້າ​ຂອງ​ທ່ານ ແລະ ການ​ລວມ​ກັນ​ຂອງ​ສິ່ງ​ທີ່​ຕິດ​ມາ​ນຳ. ໃຫ້​ແນ່​ໃຈ​ວ່າ​ໄດ້​ເພີ່ມ​ຈຳ​ນວນ​ນ້ຳ​ໜັກ​ດ້ານ​ຫຼັງ​ທີ່​ຖືກ​ຕ້ອງ​ໃສ່ (ຕົວ​ຢ່າງ: ນ້ຳ​ໜັກ​ໃຫ້​ໄດ້​ຕາມ​ມາດ​ຕະ​ຖານ​ຄວາມ​ຄ້ອຍ​ຊັນ​ທີ່​ຕ້ອງ​ການ ຫຼື ນ້ຳ​ໜັກ​ໃຫ້​ໄດ້​ຕາມ​ການ​ເພີ່ມ​ປະ​ສິດ​ທິ​ພາບ​ການ​ໃຊ້​ງານ​ຢູ່​ບ່ອນ​ຄ້ອຍ​ຊັນ).

ນ້ຳ​ໜັກ​ດ້ານ​ຫຼັງ​ທີ່​ຕ້ອງ​ການ​ຕ່ຳ​ສຸດ

ໝາຍເລກລຸ້ນລົດ​ຕັດ​ຫຍ້າໝາຍເລກລຸ້ນ ຫຼື ຊື່​ສິ່ງ​ທີ່​ຕິດ​ມາ​ນຳຈຳ​ນວນ​ຂອງ​ນ້ຳ​ໜັກ​ທີ່​ຕ້ອງ​ການ
19 ກ​ລ (42 ປອນ)6 ກ​ລ (15 ປອນ)11 ກ​ລ (25 ປອນ)ລວມທັງ​ໝົດ
GraphicGraphicGraphic
3190031970, 31971, 319742002
31970, 31971, 31974 ແລະ ເຄື່ອງ​ກັນ​ແດດ3003
31972, 31973, 319753003
31972, 31973, 31975 ແລະ ເຄື່ອງ​ກັນ​ແດດ4004
028354004
02835 ແລະ ເຄື່ອງ​ກັນ​ແດດ5005
ຟອ​ຍກວາດ​ໝູນ M-B4004
MSC23345 ແລະ 31990*5207
ຟອ​ຍກວາດ​ໝູນ M-B ແລະ 31990*52310
ເຄື່ອງກວາດ​ຫິ​ມະ Erskine ແລະ 31990*5229
3190131970, 31971, 319741001
31970, 31971, 31974 ແລະ ເຄື່ອງ​ກັນ​ແດດ2002
31972, 31973, 319752002
31972, 31973, 31975 ແລະ ເຄື່ອງ​ກັນ​ແດດ3003
028353003
02835 ແລະ ເຄື່ອງ​ກັນ​ແດດ3003
ຟອ​ຍກວາດ​ໝູນ M-B4004
MSC23345 ແລະ 31990*5005
ຟອ​ຍກວາດ​ໝູນ M-B ແລະ 31990*52310
ເຄື່ອງກວາດ​ຫິ​ມະ Erskine ແລະ 31990*5229
3190731970, 3197100 00
31970, 31971 ແລະ ເຄື່ອງ​ກັນ​ແດດ0000
31972, 319731001
31972, 31973 ແລະ ເຄື່ອງ​ກັນ​ແດດ2002
028351001
02835 ແລະ ເຄື່ອງ​ກັນ​ແດດ2002
ຟອ​ຍກວາດ​ໝູນ M-B1001
MSC23345 ແລະ 31990*5207
ຟອ​ຍກວາດ​ໝູນ M-B ແລະ 31990*
ເຄື່ອງກວາດ​ຫິ​ມະ Erskine ແລະ 31990*
3190931970, 319715207
31972, 31973
02835
MSC23345
ຟອ​ຍກວາດ​ໝູນ M-B
ເຄື່ອງກວາດ​ຫິ​ມະ Erskine
*ລຸ້ນ 31990 ແມ່ນ​ສ່ວນ​ປະ​ກອບ​ໃນ​ລະ​ດູ​ໜາວ. ຂໍ້​ກຳ​ນົດ​ຄວາມ​ຕ້ອງ​ການ​ນ້ຳ​ໜັກ​ຕາມ​ທີ່​ເຮັດ​ເປັນ​ລາຍ​ການ​ໄວ້​ແມ່ນ​ສຳ​ລັບ​ສ່ວນ​ປະ​ກອບ​ສຳ​ລັບ​ລະ​ດູ​ໜາວ ແລະ ສິ່ງ​ທີ່​ຕິດ​ມາ​ນຳ​ທີ່​ໄດ້​ຕິດ​ຕັ້ງ​ມາ​ພ້ອມ​ກັນ (ຕົວ​ຢ່າງ: ເຄື່ອງກວາດ​ຫິ​ມະ ຫຼື ຟອຍກວດ​ໝູນ). 

ນ້ຳ​ໜັກ​ດ້ານ​ຫຼັງ​ທີ່​ຕ້ອງ​ການ​ສຳ​ລັບການ​ເພີ່ມປະ​ສິດ​ທິ​ພາບ​ການ​ໃຊ້​ງານ​ຢູ່​ບ່ອນ​ຄ້ອຍ​ຊັນ

ໝາຍເລກລຸ້ນລົດ​ຕັດ​ຫຍ້າໝາຍເລກລຸ້ນ ຫຼື ຊື່​ສິ່ງ​ທີ່​ຕິດ​ມາ​ນຳຈຳ​ນວນ​ຂອງ​ນ້ຳ​ໜັກ​ທີ່​ຕ້ອງ​ການ
19 ກ​ລ (42 ປອນ)6 ກ​ລ (15 ປອນ)11 ກ​ລ (25 ປອນ)ລວມທັງ​ໝົດ
GraphicGraphicGraphic
3190031970, 31971, 319745005
31970, 31971, 31974 ແລະ ເຄື່ອງ​ກັນ​ແດດ505
31972, 31973, 31975505
31972, 31973, 31975 ແລະ ເຄື່ອງ​ກັນ​ແດດ505
02835505
02835 ແລະ ເຄື່ອງ​ກັນ​ແດດ527
3190131970, 31971, 319745207
31970, 31971, 31974 ແລະ ເຄື່ອງ​ກັນ​ແດດ50 5
31972505
31973, 31975527
31972, 31973, 31975 ແລະ ເຄື່ອງ​ກັນ​ແດດ505
02835527
02835 ແລະ ເຄື່ອງ​ກັນ​ແດດ527
3190731970, 319715207
31970, 31971 ແລະ ເຄື່ອງ​ກັນ​ແດດ404
31972, 31973505
31972, 31973 ແລະ ເຄື່ອງ​ກັນ​ແດດ303
02835325
02835 ແລະ ເຄື່ອງ​ກັນ​ແດດ202

ຖ້າ​ທ່ານ​ຕ້ອງ​ການ​ເພີ່ມ​ນ້ຳ​ໜັກ​ດ້ານ​ຫຼັງ, ຕິດ​ຕໍ່​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ​ສຳ​ລັບ​ນ້ຳ​ໜັກ​ເພີ່ມ​ເຕີມ ແລະ ໃຫ້​ເບິ່ງ​ຂັ້ນ​ຕອນ​ດຳ​ເນີນ​ການ​ຕິດ​ຕັ້ງ​ຕໍ່​ໄປ​ນີ້:

ການ​ເພີ່ມ​ນ້ຳ​ໜັກ 19 ກ​ລ (42 ປອນ)

  1. ມາຍ​ອຸ​ປະ​ກອນ​ທີ່​ຮັດ​ຄານ​ລັອກ​ນ້ຳ​ໜັກ​ໃສ່ເຄື່ອງ​ກັນ​ຊົນ.

    g299565
  2. ເພີ່ມ​ຈຳ​ນວນ​ນ້ຳ​ໜັກ​ທີ່​ຕ້ອງ​ການ​ໃສ່.

  3. ຮັດ​ອຸ​ປະ​ກອນ​ຄານ​ລັອກ​ນ້ຳ​ໜັກ​ເພື່ອຍຶດ​ນ້ຳ​ໜັກ​ໃສ່​ເຄື່ອງ​ກັນ​ຊົນ.

ການ​ເພີ່ມ​ນ້ຳ​ໜັກ 6 ກ​ລ (15 ປອນ)

  1. ໃຫ້​ເບິ່ງ​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ​ເພື່ອ​ສັ່ງ​ອາ​ໄຫຼ່​ຕໍ່​ໄປ​ນີ້:

    ຊື່​ອາ​ໄຫຼ່ຈຳ​ນວນອາ​ໄຫຼ່ເບີ
    ນັອດກຽວ (⅜ x 3-½ ນິ້ວ)2116-4701
    ແຫວນຮອງ2125-9676
    ນັອດຕົວແມ່ (⅜ ນິ້ວ)2104-8301
  2. ໃຊ້​ອຸ​ປະ​ກອນ​ເພື່ອ​ຍຶດ​ນ້ຳ​ໜັກໃສ່​ເຄື່ອງ​ກັນ​ຊົນ (ຮູບສະແດງ 19).

    g324822

ການ​ເພີ່ມ​ນ້ຳ​ໜັກ 11 ກ​ລ (25 ປອນ)

ສຳ​ລັບ​ລົດ​ຕັດ​ຫຍ້າ/ໂຄງ​ຮ່າງ​ສິ່ງ​ທີ່​ຕິດ​ມາ​ນຳ​ທີ່​ຕ້ອງ​ການນ້ຳ​ໜັກຈົນ​ເຖິງ 2 ອັນ (ແຕ່​ລະ​ອັນ 11 ກ​ລ ຫຼື 25 ປອນ) :

  1. ໃຫ້​ເບິ່ງ​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ​ເພື່ອ​ສັ່ງ​ຊຸດເຄື່ອງ​ມື​ເຫຼັກ​ຄ້ຳ​ນ້ຳ​ໜັກ (ອາໄຫຼ່ເບີ 144-0480).

  2. ຕິດ​ຕັ້ງຊຸດເຄື່ອງ​ມື​ເຫຼັກ​ຄ້ຳ​ນ້ຳ​ໜັກ, ໃຫ້​ເບິ່ງ ຄຳ​ແນະ​ນຳ​ການ​ຕິດ​ຕັ້ງຊຸດ​ເຄື່ອງ​ມື.

ສຳ​ລັບ​ລົດ​ຕັດ​ຫຍ້າ/ໂຄງ​ຮ່າງ​ສິ່ງ​ທີ່​ຕິດ​ມາ​ນຳ​ທີ່​ຕ້ອງ​ການນ້ຳ​ໜັກຫຼາຍກວ່າ 2 ອັນ (ອັນ​ລະ 11 ກ​ລ ຫຼື 25 ປອນ): [ຕົວ​ຢ່າງ: ລົດ​ຕັດ​ຫຍ້າລຸ້ນ 31900 ທີ່​ມີ MSC23345 ແລະ 31990 ຕິດ​ຕັ້ງ​ມາ​ພ້ອມ]

  1. ໃຫ້​ເບິ່ງ​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ​ເພື່ອ​ສັ່ງ​ອາ​ໄຫຼ່​ຕໍ່​ໄປ​ນີ້:

    ຊື່​ອາ​ໄຫຼ່ຈຳ​ນວນອາ​ໄຫຼ່ເບີ
    ນັອດຕົວ​ຜູ້ (⅜ x 4 ນິ້ວ)2323-16
    ນັອດຕົວແມ່ (⅜ ນິ້ວ)23256-3
    ນ້ຳ​ໜັກ (11 ກ​ລ ຫຼື 25 ປອນ)1144-0484-03
    ຊຸດເຄື່ອງ​ມື​ເຫຼັກ​ຄ້ຳ​ນ້ຳ​ໜັກ (ລວມ​ມີ​ອຸ​ປະ​ກອນ​ຕິດ ແລະ ນ້ຳ​ໜັກ 2 ອັນ)1144-0480
  2. ໃຫ້​ປະ​ຕິ​ບັດ​ຂັ້ນ​ຕອນ​ຕໍ່​ໄປ​ນີ້​ຕາມ​ສະ​ຖາ​ນະ​ການ​ສະ​ເພາະ​ຂອງ​ທ່ານຄື:

    Note: ໃຫ້​ເບິ່ງ ຮູບສະແດງ 20 ສຳ​ລັບ​ຂັ້ນ​ຕອນ​ເຫຼົ່າ​ນີ້.

    • ສຳ​ລັບຊຸດເຄື່ອງ​ມື​ເຫຼັກ​ຄ້ຳ​ນ້ຳ​ໜັກທີ່​ຍັງ​ບໍ່​ໄດ້​ຕິດ​ຕັ້ງ​ເທື່ອ:

      1. ໃຊ້​ນັອດ​ຕົວ​ຜູ້ (⅜ x 4 ນິ້ວ) ແລະ ນັອດ​ຕົວ​ແມ່ (⅜ ນິ້ວ) ເພື່ອຍຶດ​ນ້ຳ​ໜັກ 3 ອັນ​ໃສ່​ເຫຼັກ​ຄ້ຳ (ຮູບສະແດງ 20).

      2. ໃຊ້​ນັອດ​ຕົວ​ຜູ້ ແລະ ນັອດ​ຕົວ​ແມ່​ຫົວ​ຫົກ​ຫຼ່ຽມ (ລວມ​ມີ​ຢູ່​ໃນ​ຊຸດ​ອຸ​ປະ​ກອນ) ເພື່ອຍຶດ​ເຫຼັກ​ຄ້ຳ​ນ້ຳ​ໜັກ​ໃສ່​ເຄື່ອງ​ຈັກ (ຮູບສະແດງ 20).

    • ສຳ​ລັບຊຸດເຄື່ອງ​ມື​ເຫຼັກ​ຄ້ຳ​ນ້ຳ​ໜັກທີ່ໄດ້​ຕິດ​ຕັ້ງມາ​ກ່ອນ:

    1. ໃຫ້​ເອົາ​ເຫຼັກ​ຄ້ຳ​ນ້ຳ​ໜັກ​ອອກ​ຈາກ​ເຄື່ອງ​ຈັກ (ຮູບສະແດງ 20).

      ຮັກ​ສາ​ອຸ​ປະ​ກອນ​ໄວ້.

    2. ໃຫ້​ເອົາ​ອຸ​ປະ​ກອນ​ທີ່​ມີ​ຢູ່​ທີ່​ຍຶດ​ນ້ຳ​ໜັກ​ໃສ່​ເຫຼັກ​ຄ້ຳ​ນັ້ນ​ອອກ.

    3. ໃຊ້​ນັອດ​ຕົວ​ຜູ້ (⅜ x 4 ນິ້ວ) ແລະ ນັອດ​ຕົວ​ແມ່ (⅜ ນິ້ວ) ເພື່ອຍຶດ​ນ້ຳ​ໜັກ 3 ອັນ​ໃສ່​ເຫຼັກ​ຄ້ຳ (ຮູບສະແດງ 20).

    4. ໃຊ້​ອຸ​ປະ​ກອນ​ທີ່​ເອົາ​ອອກ​ກ່ອນ​ນັ້ນເພື່ອ​ຍຶດເຫຼັກ​ຄ້ຳ​ນ້ຳ​ໜັກໃສ່ເຄື່ອງ​ຈັກ​ນັ້ນ (ຮູບສະແດງ 20).

g331756

ການ​ປັບການ​ໂອນ​ນ້ຳ​ໜັກ​ຂອງ​ສິ່ງ​ທີ່​ຕິດ​ມາ​ນຳ

ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້​ພຽງ​ແຕ່​ຖ້າ​ທ່ານ​ກຳ​ລັງ​ຕິດ​ຕັ້ງສິ່ງ​ທີ່​ຕິດ​ມາ​ນຳ​ນອກ​ເໜືອ​ຈາກ​ໜ່ວຍ​ຕັດ​ໝູນ​ມາດ​ຕະ​ຖານ (ຕົວ​ຢ່າງ: ເຄື່ອງກວາດ​ຫິ​ມະ, ໃບ​ມີດ ຫຼື ຄ້ອນ​ຟາດ).

ທ່ານ​ສາ​ມາດ​ປ່ຽນ​ຄ​ວາມ​ດັນ​ໄຮໂດຼລິກ​ໃຊ້​ເພື່ອ​ໂອນ​ນ້ຳ​ໜັກ​ຂອງ​ສິ່ງ​ທີ່​ຕິດ​ມາ​ໃສ່​ລົດ​ຕັດ​ໜ້າ​ໄດ້​ໂດຍ​ການ​ປັບ​ວາວ​ການ​ໂອນ​ນ້ຳ​ໜັກ​ຂອງທໍ່​ແຍກ​ເຂົ້າ​ອອກ​ຂອງ​ໄຮໂດຼລິກ. ເພື່ອ​ປະ​ສິດ​ທິ​ພາບ​ດີ​ທີ່​ສຸດ, ປັບ​ວາວ​ໂອນ​ນ້ຳ​ໜັກ​ເພື່ອ​ໃຫ້​ການ​ເຄື່ອນ​ເໜັງແຮງ​ຂອງ​ສິ່ງ​ທີ່​ຕິດ​ມາ​ໜ້ອຍ​ທີ່​ສຸດ​ຢູ່​ເທິງໜ້າ​ດິນ​ບໍ່​ສະ​ໝ່ຳ​ສະ​ເໝີ, ແຕ່​ຍັງ​ປັບ​ວາວ​ເພື່ອ​ໃຫ້​ສິ່ງ​ທີ່​ຕິດ​ມາ​ບໍ່​ຂີ່​ໄປ​ຢ່າງ​ໜັກ​ຜ່ານ​ໜ້າ​ດິນ​ພຽງ ຫຼື ເພື່ອ​ປ່ອຍ​ຕ່ຳລົງ​ຢ່າງ​ໄວ​ເກີນ​ໄປ.

  • ເພື່ອເພີ່ມ​ປະ​ສິດ​ທິ​ພາບ​ການ​ຕິດ​ຕາມ​ແນວ​ລະ​ດັບ​ຂອງ​ສິ່ງ​ທີ່​ຕິດ​ມາ​ໃນ​ເວ​ລາ​ທີ່​ທ່ານ​ນຳ​ໃຊ້​ເຄື່ອງ​ຈັກ​ເທິງ​ພື້ນ​ດິນ​ບໍ່​ຮາບ​ພຽງ, ຫຼຸດຄວາມ​ດັນ​ການ​ໂອນ​ນ້ຳ​ໜັກ (ໄຮໂດຼລິກ) ຢູ່​ທີ່​ທໍ່​ແຍກ​ເຂົ້າ​ອອກ​ຂອງ​ໄຮໂດຼລິກ.

    Note: ຖ້າລໍ້​ເລື່ອນສິ່ງ​ທີ່​ຕິດ​ມາ​ນຳ ຫຼື ຂອບ​ນຳ​ພາ​ຂອງ​ເຄື່ອງກວາດ​ຫິ​ມະ​ລອຍ​ຢູ່​ເທິງ​ພື້ນ​ດິນ, ແຮງ​ດັນ​ໄຮໂດຼລິກ​ຂອງວາວ​ໂອນ​ນ້ຳ​ໜັກ​ສູງ​ເກີນ​ໄປ.

  • ເມື່ອ​ທ່ານ​ກຳ​ລັງ​ຕັດ​ສະ​ໜາມ​ຫຍ້າ​ພຽງ, ເມື່ອ​ໜ່ວຍ​ຕັດ​ກຳ​ລັງ​ລອກ​ຫຍ້າ​ອອກ, ຖ້າ​ຄຸນ​ນະ​ພາບ​ຂອງ​ການ​ຕັດ​ບໍ່​ສະ​ໝ່ຳ​ສະ​ເໝີ​ຈາກ​ດ້ານ​ຫາ​ດ້ານ ຫຼື ຂອບ​ນຳ​ພາ​ຂອງ​ເຄື່ອງກວາດ​ຫິ​ມະ​ກຳ​ລັງ​ຂູດ​ໜັກ​ເກີນ​ໄປ, ເພີ່ມແຮງ​ດັນ​ການ​ໂອນ​ນ້ຳ​ໜັກ​ຢູ່​ທີ່​ທໍ່​ແຍກ​ທາງ​ເຂົ້າ​ອອກ​ຂອງ​ໄຮໂດຼລິກ.

    Note: ການ​ເພີ່ມ​ແຮງ​ດັນ​ການ​ໂອນ​ນ້ຳ​ໜັກ​ຍັງ​ໂອນ​ນ້ຳ​ໜັກ​ຈາກ​ສິ່ງ​ທີ່​ຕິດ​ມາ​ນຳ​ໄປ​ຫາ​ລໍ້​ຂອງ​ລົດ​ຕັດ​ຫຍ້າ, ດັ່ງ​ນັ້ນ​ເປັນ​ການ​ເພີ່ມ​ການ​ດຶງ​ລາກ​ຂອງ​ລົດ​ຕັດ​ຫຍ້າ.

ປັບແຮງ​ດັນ​ການ​ໂອນ​ນ້ຳ​ໜັກດັ່ງ​ຕໍ່​ໄປ​ນີ້:

  1. ນຳ​ໃຊ້​ເຄື່ອງ​ຈັກ​ເປັນ​ເວ​ລາ 10 ນາ​ທີ.

    Note: ນີ້​ຈະ​ເປັນ​ການອຸ່ນ​ນ້ຳ​ມັນ​ໄຮໂດຼລິກ.

  2. ຈອດເຄື່ອງຈັກຢູ່ໃນບ່ອນພຽງ​ໄດ້ລະດັບ, ປ່ອຍສິ່ງ​ທີ່​ຕິດ​ມາ​ນຳຕ່ຳລົງ, ໃສ່​ເບ​ຣກມື, ມອດຈັກ ແລະ ຖອດກະແຈອອກຈາກສະ​ວິດ.

  3. ຊອກ​ຫາ​ທໍ່​ແຍກ​ທາງ​ເຂົ້າ​ອອກ​ລິບ​ຢູ່​ກ້ອງ​ເຄື່ອງ​ຈັກ (ຮູບສະແດງ 21).

    g299920
  4. ຕໍ່​ເຄື່ອງ​ແທກ​ຄວາມ​ດັນ​ໃສ່​ຮູ​ສຽບ​ທົດ​ສອບ (ໃສ່​ເຄື່ອງ​ໝາຍ​ໄວ້​ເປັນ G1; ໃຫ້​ເບິ່ງ ຮູບສະແດງ 22).

    g299924
  5. ຢູ່​ດ້ານ​ຂ້າງ​ຂອງ​ທໍ່​ແຍກ​ທາງ​ເຂົ້າ​ອອກ​ລິບ, ເອົາ​ຝາ​ປິດ​ອອກ​ຈາກ​ຮູ​ສຽບ​ທົດ​ສອບ (ໃສ່​ເຄື່ອງ​ໝາຍ​ໄວ້​ເປັນ G1; ໃຫ້​ເບິ່ງ ຮູບສະແດງ 22).

  6. ມາຍ​ນັອດ​ຊ້ອນ​ສອງ​ຢູ່​ປາຍ​ຂອງຫຼອດ​ການ​ໂອນ​ນ້ຳ​ໜັກ (ໃສ່​ເຄື່ອງ​ໝາຍ​ໄວ້​ເປັນ LC; ໃຫ້​ເບິ່ງ ຮູບສະແດງ 22).

  7. ຕິດ​ຈັກ, ຕັ້ງ​ຄັນ​ເລັ່ງ​ເປັນກາ​ລັງ​ຕີແຮງ.

  8. ໃຊ້​ກະ​ແຈ​ບິດ​ຫົວ​ຈົມຫົກ​ຫຼ່ຽມ​ເພື່ອ​ປັບ​ວາວ​ປັບ​ຄວາມ​ທ່ຽງ​ຂອງ​ຫຼອດ​ການ​ໂອນ​ນ້ຳ​ໜັກ​ຈົນ​ກວ່າ​ເຄື່ອງ​ແທກ​ຊີ້ບອກ​ແຮງ​ດັນ​ທີ່​ຕ້ອງ​ການ, ໃຫ້​ເບິ່ງ​ຕາ​ຕະ​ລາງ​ຕໍ່​ໄປ​ນີ້​ສຳ​ລັບ​ການ​ຕັ້ງ​ຄ່າ​ແຮງດັນ​ທີ່​ແນະ​ນຳ​ສຳ​ລັບ​ສິ່ງ​ທີ່​ຕິດ​ມາ​ນຳ.

    • ໝູນ​ນັອດ​ປັບ​ໄປ​ຕາມ​ທິດ​ເຂັມ​ໂມງ​ເພື່ອ​ເພີ່ມ​ແຮງ​ດັນ.

    • ໝູນ​ນັອດ​ປັບ​ໄປ​ຕາມ​ທິດທວນ​ເຂັມ​ໂມງ​ເພື່ອຫຼຸດ​ແຮງ​ດັນ.

    ສິ່ງ​ທີ່​ຕິດ​ມາ​ນຳແຮງ​ດັນ​ການ​ໂອນ​ນ້ຳ​ໜັກ
    ໜ່ວຍຕັດໝູນ17.24 bar (250 psi)
    ຈັກຕັດ​ຫຍ້າ​ແບບ​ຄ້ອນຟາດ (ເລກ​ລຸ້ນ 02835)13.79 bar (200 psi)
    ເຄື່ອງກວາດ​ຫິ​ມະ17.24 bar (250 psi)
    ໃບ​ມີດ​ຕັດ​ຫິ​ມະ (ເລກ​ລຸ້ນ MSC23345)13.79 bar (200 psi)
    ຟອຍກວາດ​ໝູນ (1.5 ມ ຫຼື 5 ຟຸດ)17.24 bar (250 psi)
  9. ມອດຈັກ ແລະ ຖອດກະແຈ.

  10. ຮັດ​ນັອດ​ຊ້ອນ​ສອງ​ໃຫ້​ແໜ້ນ​ຢູ່​ທີ່​ປາຍ​ຂອງ​ຫຼອດ​ໂອນ​ນ້ຳ​ໜັກ ແລະ ບິດ​ນັອດ​ໃຫ້​ໄດ້ 13 ຫາ 16 N∙m (10 ຫາ 12 ft-lb).

  11. ອັດຝາປິດຄືນໃສ່​ຮູບ​ສຽບ​ທົດ​ສອບ.

  12. ເອົາ​ເຄື່ອງ​ແທກ​ຄວາມ​ດັນ​ອອກ​ຈາກ​ຮູ​ສຽບ​ທົດ​ສອບ.

ພາບລວມຂອງຜະລິດຕະພັນ

g219621

ແປ້ນຂັບເຄື່ອນ

Note: ປັບ​ຕຳ​ແໜ່ງ​ບ່ອນ​ນັ່ງ​ກ່ອນ​ທີ່​ທ່ານ​ຈະ​ໃຊ້​ງານ​ເຄື່ອງ​ຈັກ. ໃຫ້​ເບິ່ງຄຳ​ແນະ​ນຳ​ການ​ຕິດ​ຕັ້ງຊຸດ​ອຸ​ປະ​ກອນ​ເບາະ​ນັ່ງສຳ​ລັບ​ຄຳ​ແນະ​ນຳ​ການ​ປັບ​ບ່ອນ​ນັ່ງ.

ແປ້ນຂັບເຄື່ອນ (ຮູບສະແດງ 24) ເພື່ອເຄື່ອນຍ້າຍເຄື່ອງຈັກໄປທາງ​ໜ້າ ຫຼື ກັບ​ຫຼັງ.

  • ເຄື່ອນຍ້າຍ​ເຄື່ອງ​ຈັກ​ໄປ​ທາງ​ໜ້າ: ໃຊ້​ຫົວ​ໂປ້​ຕີນ​ຂອງ​ທ່ານ​ກົດ​ລົງ​ໃສ່​ດ້ານ​ເທິງ​ສຸດ​ຂອງແປ້ນ​ຢຽບ.

  • ເຄື່ອນຍ້າຍ​ເຄື່ອງ​ຈັກກັບ​ຫຼັງ: ໃຊ້​ຫົວ​ໂປ້​ຕີນ​ຂອງ​ທ່ານ​ກົດ​ລົງ​ໃສ່ພື້ນ​ຂອງແປ້ນ​ຢຽບ.

Note: ທ່ານ​ສາ​ມາດ​ໄດ້​ຮັບ​ການປະ​ຕິ​ບັດ​ການ​ຄົງ​ທີ່​ໄດ້​ໂດຍ​ການ​ສືບ​ຕໍ່​ໃຊ້​ສົ້ນ​ຕີນ​ຂອງ​ທ່ານ​ລົງ​ໃສ່​ຖານ​ຢຽບ ແລະ ກົດ​ແປ້ນ​ຢຽບ​ດ້ວຍ​ຫົວ​ໂປ້​ຕີນ​ຂອງ​ທ່ານ.

ຄວາມໄວພື້ນດິນ​ເປັນ​ສັດ​ສ່ວນ​ຕໍ່​ກັບ​ວ່າ​ແປ້ນ​ຢຽບ​ຖືກ​ກົດ​ໄປ​ໄກ​ປານ​ໃດ. ສຳລັບຄວາມໄວພື້ນດິນສູງສຸດ, ທ່ານ​ຕ້ອງກົດແປ້ນຂັບ​ເຄື່ອນຢ່າງເຕັມສ່ວນໃນຂະນະທີ່ຄັນ​ເລັ່ງຢູ່ໃນຕຳແໜ່ງ ໄວ. ຄວາມ​ໄວ​ສູງ​ສຸດ​ຂອງ​ການ​ໄປ​ໜ້າ​ແມ່ນ​ມີ​ດັ່ງ​ຕໍ່​ໄປ​ນີ້:

  • ໝາຍ​ເລກ​ລຸ້ນ 31900 ແລະ 31901: 21 ກມ/ຊມ (13 ໄມ​ຕໍ່​ຊົ່ວ​ໂມງ)

  • ໝາຍ​ເລກ​ລຸ້ນ 31907 ແລະ 31909: 24 ກມ/ຊມ (15 ໄມ​ຕໍ່​ຊົ່ວ​ໂມງ)

ເພື່ອ​ໃຫ້​ໄດ້​ກຳ​ລັງ​ສູງ​ສຸດ​ພາຍ​ໃຕ້​ການ​ໂຫຼດ​ໜັກ ຫຼື ເມື່ອ​ຂຶ້ນ​ພູ, ໃຫ້​ຄັນ​ເລັ່ງ​ຢູ່ໃນ​ຕຳ​ແໜ່ງໄວໃນ​ຂະ​ນະ​ທີ່​ກຳ​ລັງ​ກົດ​ແປ້ນ​ຂັບ​ເຄື່ອນ​ເລັກ​ນ້ອຍ​ເພື່ອ​ຮັກ​ສາ​ຄວາມ​ໄວ​ເຄື່ອງ​ຈັກ (rpm) ໄວ້​ສູງ. ຖ້າ​ຄວາມ​ໄວ​ເຄື່ອງ​ຈັກ​ເລີ່ມ​ຫຼຸດ​ລົງ​ຢ່າງ​ໄວ, ປ່ອຍ​ແປ້ນ​ຂັບ​ເຄື່ອນ​ເພື່ອ​ປ່ອຍ​ໃຫ້​ຄວາມ​ໄວ​ຂອງ​ເຄື່ອງ​ຈັກ​ເພີ່ມ​ຂຶ້ນ.

g219608

ຄັນ​ບັງ​ຄັບພວງ​ມະ​ໄລ

ເພື່ອ​ບິດ​ພວງ​ມະ​ໄລ​ໄປ​ຍັງ​ທ່ານ, ກົດ​ຄັນ​ບັງ​ຄັບ​ພວງ​ມະ​ໄລ (ຮູບສະແດງ 24) ລົງ ແລະ ດຶງຫົວ​ບັງ​ຄັບ​ພວງ​ມະ​ໄລ​ມາ​ຍັງ​ຕົວ​ທ່ານ. ປ່ອຍ​ຄັນ​ບັງ​ຄັບ​ເມື່ອ​ຫົວ​ພວງ​ມະ​ໄລ​ຢູ່​ທີ່​ຕຳ​ແໜ່ງ​ທີ່​ເຮັດ​ໃຫ້​ທ່ານ​ຈັບພວງ​ມະ​ໄລ​ໄດ້​ສະ​ດວກ​ສະ​ບາຍ.

ເບຣກມື

ທຸກ​ຄັ້ງ​ທີ່​ທ່ານມອດ​ຈັກ, ໃຫ້​ໃສ່​ເບ​ຣກ​ມື (ຮູບ​ທີ 16) ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຄື່ອງ​ຈັກ​ໄຫຼ​ໄປ​ໂດຍບັງ​ເອີນ.

  • ໃສ່ເບ​ຣກມື: ດຶງ​ມື​ຈັບ​ຂຶ້ນ​ຫາ​ຕຳ​ແໜ່ງໃສ່​ແລ້ວ.

    g219574
  • ປົດ​ເບ​ຣກ​ມື: ໃຊ້​ຫົວ​ໂປ້​ຕີນ​ຂອງ​ທ່ານ​ຍູ້​ປຸ່ມ​ຢູ່​ດ້ານ​ເທິງ​ຂອງ​ມືຈັບ​ລົງ ແລະ ປ່ອຍ​ມື​ຈັບ​ຕ່ຳ​ລົງ​ໄປ​ຫາຕຳ​ແໜ່ງປົດ​ແລ້ວ.

    Note: ຖ້າ​ຍັງ​ບໍ່​ໄດ້​ປ່ອຍ​ມື​ຈັບ​ລົງ​ຈຳ, ເຄື່ອງ​ຈັກ​ມອດ​ເມື່ອເປີດ​ໃສ່ແປ້ນຂັບເຄື່ອນ.

ຕູ້​ຄວບ​ຄຸມ​ເຄື່ອງ​ຈັກ

ໃຫ້ເບິ່ງ​ພາກ​ຕໍ່​ໄປ​ນີ້​ສຳ​ລັບ​ລາຍ​ລະ​ອຽດ​ຂອງ​ການ​ຄວບ​ຄຸມ​ຕູ້​ຄວບ​ຄຸມ​ເຄື່ອງ​ຈັກ (ຮູບສະແດງ 26).

g300409

ປຸ່ມ​ຍົກ​ສິ່ງ​ທີ່​ຕິດ​ມາ​ນຳ

ປຸ່ມ​ຍົກ​ສິ່ງ​ທີ່​ຕິດ​ມາ​ນຳຍົກ​ສິ່ງ​ທີ່​ຕິດ​ມາ​ນຳ​ຂຶ້ນ​ສູ່​ຕຳ​ແໜ່ງ​ສູງ​ສຸດ (ເຊັ່ນ: ຕຳ​ແໜ່ງການ​ຂົນ​ສົ່ງ) ແລະ ປ່ອຍ​ສິ່ງ​ທີ່​ຕິດ​ມາ​ນຳ​ລົງ​ສູ່​ຕຳ​ແໜ່ງ​ສູງ​ສຸດ (ເຊັ່ນ: ຕຳ​ແໜ່ງໃຊ້​ງານ).

  • ຍົກ​ສິ່ງ​ທີ່​ຕິດ​ມາ​ນຳ​ຂຶ້ນ: ກົດ​ດ້ານ​ຫຼັງ​ຂອງ​ປຸ່ມ.

  • ປ່ອຍ​ສິ່ງ​ທີ່​ຕິດ​ມາ​ນຳ​ຕ່ຳ​ລົງ: ກົດ​ດ້ານ​ໜ້າ​ຂອງ​ປຸ່ມ.

ຍົກ​ສິ່ງ​ທີ່​ຕິດ​ມາ​ນຳ​ຂຶ້ນ​ສູ່ຕຳ​ແໜ່ງການ​ຂົນ​ສົ່ງທຸກ​ຄັ້ງ​ທີ່​ທ່ານ​ຂົນ​ສົ່ງ​ເຄື່ອງ​ຈັກ​ລະ​ຫວ່າງ​ສະ​ຖານ​ທີ່​ຕ່າງໆ. ປ່ອຍສິ່ງ​ທີ່​ຕິດ​ມາ​ນຳ​ຕ່ຳ​ລົງ​ສູ່​ຕຳ​ແໜ່ງໃຊ້​ງານທຸກ​ຄັ້ງ​ທີ່​ທ່ານ​ບໍ່​ນຳ​ໃຊ້​ເຄື່ອງ​ຈັກ.

ປຸ່ມ PTO

  • ໃສ່ PTO: ດຶງສະ​ວິດຂຶ້ນ.

  • ປົດ PTO: ຍູ້​ສະ​ວິດ​ລົງ.

ທ່ານ​ຄວນ​ໃສ່ PTO ພຽງ​ແຕ່​ເມື່ອ​ສິ່ງ​ທີ່​ຕິດ​ມາ​ນຳ PTO ຢູ່​ໃນ​ຕຳ​ແໜ່ງໃຊ້​ງານ​ເທົ່າ​ນັ້ນ (ປ່ອຍຕ່ຳ​ລົງ​ສູ່​ພື້ນ​ດິນ​ດ້ວຍ​ການ​ຕໍ່​ກັບ​ເພົາ​ຂັບ​ເຄື່ອນ ແລະ ທ່ານ​ພ້ອມ​ເລີ່ມ​ຕົ້ນ​ການ​ໃຊ້​ງານ.

Note: ຖ້າ​ທ່ານ​ອອກ​ຈາກ​ບ່ອນ​ນັ່ງ​ຂອງ​ຜູ້​ໃຊ້​ງານ​ໃນ​ຂະ​ນະ​ທີ່​ສະ​ວິດ PTO ຢູ່​ໃນ​ຕຳ​ແໜ່ງເປີດ, ເຄື່ອງ​ຈັກ​ຈະ​ມອດ​ຈັກ​ໂດຍ​ອັດ​ຕະ​ໂນ​ມັດ, ໃຫ້​ເບິ່ງ ການ​ຕັ້ງ​ຄ່າ​ການ​ເຮັດ​ໜ້າ​ທີ່​ຂອງ PTO ຄືນ​ໃໝ່.

ສະວິດກະແຈ

ສະວິດກະແຈມີ 3 ຕຳແໜ່ງ: ປິດ, ເປີດ/ອຸ່ນເຄື່ອງ ແລະ ຕິດ​ຈັກ.

ໃຊ້​ສະວິດ​ເພື່ອ​ຕິດ ຫຼື ມອດ​ຈັກ [ໃຫ້​ເບິ່ງ ການຕິດຈັກ. ຫຼື ການມອດເຄື່ອງຈັກ] ຫຼື ເພື່ອ​ທົບ​ທວນ​ຄືນ​ເບິ່ງ​ຂໍ້​ມູນ​ໜ້າ​ຈໍ​ສະ​ແດງ​ຜົນ [ໃຫ້​ເບິ່ງ ການ​ເຂົ້າ​ໃຈ​ຂໍ້​ມູນ​ໜ້າ​ຈໍ​ສະ​ແດງ​ຜົນ].

ການຄວບຄຸມຄັນ​ເລັ່ງ

ການ​ຄວບ​ຄຸມ​ຄັນ​ເລັ່ງ​ປັບ​ຄວາມ​ໄວ​ຂອງ​ເຄື່ອງ​ຈັກ.

  • ເພີ່ມ​ຄວາມ​ໄວ​ຂອງ​ເຄື່ອງ​ຈັກ: ເຄື່ອນ​ຄັນ​ໂຍກ​ໄປ​ຂ້າງ​ໜ້າ.

  • ຫຼຸດ​ຄວາມ​ໄວ​ຂອງ​ເຄື່ອງ​ຈັກ: ເຄື່ອນ​ຄັນ​ໂຍກກັບ​ຄືນ​ຫຼັງ.

ສະ​ວິດຫົວເຜົາ

ໃຊ້​ສະ​ວິດ​ຫົວເຜົາ​ເພື່ອ​ຊ່ວຍ​ຕິດ​ຈັກ​ເຢັນ.

ໜ້າ​ຈໍສະ​ແດງ​ຜົນ

ໜ້າຈໍ​ສະ​ແດງ​ຜົນສະ​ແດງ​ຂໍ້​ມູນກ່ຽວ​ກັບ​ເຄື່ອງ​ຈັກ​ຂອງ​ທ່ານເຊັ່ນ: ສະ​ຖາ​ນະ​ການໃຊ້​ງານ, ການ​ວິ​ນິດ​ໄສ​ຕ່າງໆ ແລະ ຂໍ້​ມູນ​ອື່ນໆ.

ໃຫ້ເບິ່ງ ການ​ເຂົ້າ​ໃຈ​ຂໍ້​ມູນ​ໜ້າ​ຈໍ​ສະ​ແດງ​ຜົນ ສຳ​ລັບ​ຂໍ້​ມູນໜ້າ​ຈໍ​ສະ​ແດງ​ຜົນ.

ປຸ່ມ​ໜ້າ​ຈໍສະ​ແດງ​ຜົນ

ການ​ຄວບ​ຄຸມ​ຫ້ອງ​ຂັບ

ເຄື່ອງ​ຈັກຫ້ອງ​ຂັບ​ຕິດ​ຕັ້ງ​ມາພ້ອມ
g320790

ສະ​ວິດຟອຍ​ປັດ​ແວ່ນ​ໜ້າ​ລົດ

ໃຊ້​ສະ​ວິດ (ຮູບສະແດງ 27) ເພື່ອ​ເປີດ ຫຼື ປິດຟອຍ​ປັດ​ແວ່ນ​ໜ້າ​ລົດ.

ລູກ​ບິດ​ຄວບ​ຄຸມ​ພັດ​ລົມ

ໝູນລູກ​ບິດ​ຄວບ​ຄຸມ​ພັດ​ລົມ (ຮູບສະແດງ 27) ເພື່ອ​ຄວບ​ຄຸມ​ຄວາມ​ໄວ​ຂອງ​ພັດ​ລົມ.

ສະວິດໄຟ

ກົດສະ​ວິດ (ຮູບສະແດງ 27) ເພື່ອ​ເປີດ ຫຼື ປິດໄຟ​ດອກ​ໄຟ.

ລູກ​ບິດ​ຄວບ​ຄຸມອຸນ​ຫະ​ພູມ

ໝູນລູກ​ບິດ​ຄວບ​ຄຸມອຸນ​ຫະ​ພູມ (ຮູບສະແດງ 27) ເພື່ອ​ຄວບ​ຄຸມອຸນ​ຫະ​ພູມ​ອາ​ກາດ​ຢູ່​ໃນ​ຫ້ອງ​ຂັບ.

ສະ​ວິດເຄື່ອງ​ປັບ​ອາກາດ

ໃຊ້​ສະ​ວິດນີ້ (ຮູບສະແດງ 27) ເພື່ອ​ເປີດ ຫຼື ປິດເຄື່ອງ​ປັບ​ອາ​ກາດ. ໃຊ້ລູກ​ບິດ​ຄວບ​ຄຸມ​ພັດ​ລົມເພື່ອ​ຄວບ​ຄຸມ​ການ​ປັບ​ອາ​ກາດ.

ເປີດ​ຊ່ອງ​ລະ​ບາຍ​ອາ​ກາດ (ຮູບສະແດງ 27) ເມື່ອ​ເປີດ​ການ​ປັບ​ອາ​ກາດ​ຢູ່.

Note: ຂໍ້ກຳ​ນົດ​ສະ​ເພາະ ແລະ ການອອກແບບແມ່ນມີການປ່ຽນແປງໂດຍບໍ່ຕ້ອງແຈ້ງ.

g334796
ລາຍລະອຽດຮູບສະແດງ 28 ເອ​ກະ​ສານ​ອ້າງ​ອີງຂະ​ໜາດ ຫຼື ນ້ຳ​ໜັກ
ຄວາມ​ສູງ​ຂອງ​ຄານ​ກັນ​ປີ້ນ​ທີ່​ຍົກ​ຂຶ້ນ D200 ຊມ (79 ນິ້ວ)
ຄວາມ​ສູງ​ຂອງ​ຄານ​ກັນ​ປີ້ນ​ທີ່ປ່ອຍ​ຕ່ຳ​ລົງC111 ຊມ (44 ນິ້ວ)
ຄວາມ​ສູງ​ຂອງ​ຫ້ອງ​ຂັບ (ລຸ້ນ 31909)J226 ຊມ (89 ນິ້ວ)
ຄວາມຍາວ​ໂດຍ​ລວມ (ນ້ຳ​ໜັກ​ດ້ານ​ຫຼັງ​ທີ່​ຕິດ​ມາ​ພ້ອມ) [ລຸ້ນ 31900, 31901 ແລະ 31909]ມີ​ສິ່ງ​ທີ່​ຕິດ​ມາ​ນຳ​ຕິດ​ຕັ້ງ​ມາ​ພ້ອມ Gສູງ​ສຸດ 332 ຊມ (131 ນິ້ວ)
ລົດ​ຕັດ​ຫຍ້າ​ເທົ່າ​ນັ້ນIສູງ​ສຸດ 272 ຊມ (107 ນິ້ວ)
ຄວາມຍາວ​ໂດຍ​ລວມ (ບໍ່​ມີ​ນ້ຳ​ໜັກ​ດ້ານ​ຫຼັງ​ທີ່​ຕິດ​ມາ​ພ້ອມ) [ລຸ້ນ 31907]ມີ​ສິ່ງ​ທີ່​ຕິດ​ມາ​ນຳ​ຕິດ​ຕັ້ງ​ມາ​ພ້ອມFສູງ​ສຸດ 312 ຊມ (123 ນິ້ວ)
ລົດ​ຕັດ​ຫຍ້າ​ເທົ່າ​ນັ້ນHສູງ​ສຸດ 253 ຊມ (99.5 ນິ້ວ)
ຄວາມກວ້າງ​ໂດຍ​ລວມ (ມີ​ສິ່ງ​ທີ່​ຕິດ​ມາ​ນຳ​ຕິດ​ຕັ້ງ​ມາ​ພ້ອມ)Bໃຫ້​ເບິ່ງ ຂໍ້​ກຳ​ນົດ​ສະ​ເພາະ​ຄວາມກວ້າງ.
ຄວາມ​ຍາວຖານລໍ້ລົດE132 ຊມ (52 ນິ້ວ)
ຄວາມກວ້າງດອກ​ຢາງ​ລໍ້​ໜ້າລຸ້ນ 31900 ແລະ 31901A132 ຊມ (52 ນິ້ວ)
ລຸ້ນ 31907 ແລະ 31909136 ຊມ (53.5 ນິ້ວ)
ຄວາມກວ້າງດອກ​ຢາງ​ລໍ້ຫຼັງ ລຸ້ນ 31900 122 ຊມ (48 ນິ້ວ)
ລຸ້ນ 31901, 31907 ແລະ 31909 128 ຊມ (50 ນິ້ວ)
ຄວາມ​ສູງ​ພື້ນ​ລົດ​ຫ່າງ​ຈາກ​ພື້ນ​ດິນລຸ້ນ 31900 ແລະ 31901 20 ຊມ (8 ນິ້ວ)
ລຸ້ນ 31907 ແລະ 31909 21 ຊມ (8-5/16 ນິ້ວ)
ນ້ຳໜັກສຸດທິລຸ້ນ 31900 794 ກ​ລ (1,751 ປອນ)
ລຸ້ນ 31901 792 ກ​ລ (1,747 ປອນ)
ລຸ້ນ 31907 836 ກ​ລ (1,843 ປອນ)
ລຸ້ນ 31909 1,106 ກ​ລ (2,439 ປອນ)

ຂໍ້​ກຳ​ນົດ​ສະ​ເພາະ​ຄວາມກວ້າງ

ໃຫ້​ເບິ່ງ​ຕາ​ຕະ​ລາງ​ຕໍ່​ໄປ​ນີ້​ສຳ​ລັບ​ການ​ວັດ​ແທກ​ຄວາມກວ້າງ​ຕາມ​ໜ່ວຍ​ຕັດ​ທີ່​ໄດ້​ຕິດ​ຕັ້ງ​ມາ​ຂອງ​ທ່ານ:

ໜ່ວຍຕັດລວງ​ກ້​ວາງ
ເລກ​ລຸ້ນ 31970198 ຊມ (78 ນິ້ວ)
ເລກ​ລຸ້ນ 31971168 ຊມ (66 ນິ້ວ)
ເລກ​ລຸ້ນ 31972228 ຊມ (90 ນິ້ວ)
ເລກ​ລຸ້ນ 31973198 ຊມ (78 ນິ້ວ)
ເລກ​ລຸ້ນ 31974158 ຊມ (62 ນິ້ວ)
ເລກ​ລຸ້ນ 31975188 ຊມ (74 ນິ້ວ)
ເລກ​ລຸ້ນ 02835 (ຄ້ອນ​ຟາດ)218 ຊມ (86 ນິ້ວ)

ສິ່ງທີ່ຕິດມານຳ/ອຸປະກອນເສີມ

ການຄັດເລືອກສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ໄດ້ຮັບການອະ​ນຸ​ມັດຈາກ Toro ແມ່ນມີໃຫ້ໃຊ້ກັບເຄື່ອງຈັກເພື່ອຍົກ​ລະ​ດັບ ແລະ ຂະຫຍາຍຄວາມສາມາດຂອງມັນ. ຕິດຕໍ່ຕົວແທນຈຳໜ່າຍບໍລິການທີ່ໄດ້ຮັບອະນຸຍາດ ຫຼື ຕົວແທນຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດ ຫຼື ເຂົ້າໄປທີ່ www.Toro.com ສຳລັບລາຍຊື່ສິ່ງທີ່ຕິດມານຳ ແລະ ອຸປະກອນເສີມທີ່ຖືກອະນຸມັດທັງໝົດ.

ເພື່ອຮັບປະກັນການປະຕິບັດງານທີ່ດີທີ່ສຸດ, ໃຫ້ນຳໃຊ້ແຕ່ອາໄຫຼ່ ແລະ ອຸປະກອນປ່ຽນຖ່າຍຂອງ Toro ເທົ່ານັ້ນ. ອາໄຫຼ່ປ່ຽນ​ຖ່າຍ ແລະ ອຸປະກອນເສີມທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ ແລະ ການນຳໃຊ້ດັ່ງກ່າວອາດເຮັດໃຫ້ການຄ້ຳປະກັນຂອງສິນຄ້າເປັນໂມຄະ.

ການປະຕິບັດງານ

ກ່ອນການປະຕິບັດງານ

ຄວາມປອດໄພກ່ອນການປະຕິບັດງານ

ຄວາມປອດໄພທົ່ວໄປ

  • ຢ່າປ່ອຍໃຫ້ເດັກນ້ອຍ ຫຼື ຄົນທີ່ບໍ່ໄດ້ຮັບການຝຶກອົບຮົມເຮັດວຽກ ຫຼື ບຳ​ລຸງ​ຮັກ​ສາເຄື່ອງຈັກ. ລະບຽບການໃນທ້ອງຖິ່ນອາດຈະຈຳກັດອາຍຸຂອງຜູ້ປະຕິບັດການ. ເຈົ້າຂອງມີ​ຄວາມຮັບຜິດຊອບໃນການຝຶກອົບຮົມຜູ້ປະຕິບັດການ ແລະ ຊ່າງກົນຈັກທັງໝົດ.

  • ມີຄວາມຄຸ້ນເຄີຍກັບການດຳເນີນງານທີ່ປອດໄພຂອງອຸປະກອນ, ການຄວບຄຸມຜູ້ປະຕິບັດການ ແລະ ປ້າຍສັນຍານຄວາມປອດໄພ.

  • ມອດຈັກ, ຖອດກະແຈ ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

  • ຮູ້ວິທີການຢຸດເຄື່ອງຈັກ ແລະ ມອດເຄື່ອງຈັກຢ່າງໄວວາ.

  • ກວດ​ເບິ່ງວ່າ​ສິ່ງຄວບ​ຄຸມຜູ້​ໃຊ້​ງານ-ການ​ປະ​ກົດ​ຕົວຢູ່, ສະ​ວິດ​ຄວາມ​ປອດ​ໄພ ແລະ ເກາະ​ປ້ອງ​ກັນໄດ້​ຕິດ​ໃສ່ ແລະ ໃຊ້​ງານ​ໄດ້​ຢ່າງ​ດີ. ຢ່າ​ໃຊ້​ງານ​ເຄື່ອງ​ຈັກ​ນອກ​ຈາກວ່າ​ພວກ​ມັນ​ໃຊ້​ງານ​ໄດ້​ຢ່າງ​ດີ.

  • ກ່ອນທີ່ຈະຕັດຫຍ້າ, ຕ້ອງກວດກາເຄື່ອງຈັກຢູ່ສະເໝີເພື່ອໃຫ້​ແນ່​ໃຈ​ວ່າໃບ​ມີດ, ນັອດ​ຈັບ​ໃບ​ມີດ ແລະ ອົງ​ປະ​ກອບ​ການຕັດຢູ່ໃນສະພາບການເຮັດວຽກໄດ້ດີ. ປ່ຽນ​ໃບ​ມີດ ແລະ ນັອດທີ່​ຫ້ຽນ ແລະ ເສຍ​ຫາຍຢູ່​ໃນ​ຊຸດ​ເພື່ອ​ຮັກ​ສາ​ຄວາມ​ດຸນ​ດ່ຽງ.

  • ກວດກາບໍລິເວນທີ່ທ່ານຈະໃຊ້ເຄື່ອງຈັກ ແລະ ເອົາວັດຖຸທັງໝົດທີ່ເຄື່ອງຈັກສາມາດຈະ​ເຮັດ​ໃຫ້​ເກີດ​ການ​ຟົ້ງ​ຂຶ້ນໄດ້ນັ້ນ​ອອກ.

ຄວາມປອດໄພຂອງນໍ້າມັນເຊື້ອໄຟ

  • ໃຊ້ຄວາມລະມັດລະວັງທີ່ສຸດໃນການຈັດການກັບນໍ້າມັນເຊື້ອໄຟ. ມັນໄວໄຟ ແລະ ອາຍແກັສຂອງມັນແມ່ນສິ່ງລະເບີດໄດ້.

  • ມອດຢາສູບ, ຊິກາ, ບັ້ງສູບຢາ ແລະ ແຫຼ່ງອື່ນໆທີ່ສາມາດຈຸດໄຟໄດ້.

  • ໃຊ້ຖັງນໍ້າມັນເຊື້ອໄຟທີ່ອະນຸມັດໃຫ້ເທົ່ານັ້ນ.

  • ຢ່າເປີດຝາປິດນໍ້າມັນເຊື້ອໄຟ ຫຼື ເຕີມນໍ້າມັນເຊື້ອໄຟໃນຂະນະທີ່ເຄື່ອງຈັກກຳລັງແລ່ນ ຫຼື ຮ້ອນ.

  • ຢ່າເພີ່ມ ຫຼື ເທນ້ຳມັນເຊື້ອໄຟອອກ​ຢູ່ໃນບ່ອນທີ່ປິດ.

  • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

  • ຖ້າທ່ານເຮັດນໍ້າມັນເຊື້ອໄຟກະເດັນ, ຢ່າພະຍາຍາມຕິດຈັກ; ຫຼີກລ່ຽງການສ້າງແຫຼ່ງທີ່ມາຂອງການຈຸດໄຟຈົນກວ່າອາຍນ້ຳມັນເຊື້ອໄຟລະ​ເຫີຍ​ໄປ​ໝົດ​ແລ້ວ.

ການກວດ​ກາ​ເຄື່ອງ​ຈັກ​ປະ​ຈຳ​ວັນ

ກວດ​ເບິ່ງ​ລະ​ບົບ​ເຄື່ອງ​ຈັກ​ຕໍ່​ໄປ​ນີ້​ໃນ​ແຕ່​ລະມື້​ກ່ອນ​ໃຊ້​ງານ​ເຄື່ອງ​ຈັກ:

ການກວດເບິ່ງຄວາມດັນລົ​ມຂອງຢາງລົດ

ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ການກວດ​ເບິ່ງ​ຄວາມ​ດັນ​ລົມ​ຢູ່​ໃນ​ຢາງ​ລົດ.
    • ຂໍ້​ກຳ​ນົດ​ສະ​ເພາະ​ຄວາມ​ດັນ​ລົມ​ຢາງ​ລົດ (ເຄື່ອງ​ຈັກ​ຂັບ​ເຄື່ອນ 2 ລໍ້):

      • ຢາງ​ໜ້າ: 1.38 bar (20 psi)

      • ຢາງຫຼັງ: 1.93 bar (28 psi)

    • ຂໍ້​ກຳ​ນົດ​ສະ​ເພາະ​ຄວາມ​ດັນ​ລົມ​ຢາງ​ລົດ (ເຄື່ອງ​ຈັກ​ຂັບ​ເຄື່ອນ 4 ລໍ້): 1.38 bar (20 psi)

    ອັນຕະລາຍ

    ຄວາມດັນລົມຂອງຢາງລົດຕ່ຳຫຼຸດ​ຄວາມ​ທ່ຽງ​ການ​ເຄື່ອນ​ໄຫຼ​ຂອງ​ເຄື່ອງ​ຈັກໃນ​ສະ​ພາບເນີນພູ. ນີ້ອາດຈະເຮັດໃຫ້ເກີດການປີ້ນ, ເຊິ່ງອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ເສຍຊີວິດ.

    ຢ່າ​ປ່ອຍ​ໃຫ້​ຢາງ​ອ່ອນ.

    ການກວດ​ເບິ່ງ​ຄວາມ​ດັນ​ລົມ​ຢູ່​ໃນ​ຢາງ​ລົດດ້ານ​ໜ້າ ແລະ ດ້ານ​ຫຼັງ. ເຕີມ ຫຼື ປ່ອຍ​ລົມ​ອອກ​ຕາມ​ທີ່​ຕ້ອງ​ການ​ເພື່ອ​ຕັ້ງ​ຄວາມ​ດັນ​ລົມ​ຢູ່​ໃນ​ຢາງ​ລົດ​ໃຫ້​ໄດ້​ຕາມ​ຂໍ້​ກຳ​ນົດ​ສະ​ເພາະ​ຄວາມ​ດັນ​ລົມຂອງ​ຢາງ​ລົດ.

    Important: ຮັກສາຄວາມດັນໄວ້ໃນຢາງທຸກ​ເສັ້ນເພື່ອຮັບປະກັນຄຸນນະພາບຂອງການຕັດ ແລະ ປະສິດທິພາບຂອງເຄື່ອງຈັກທີ່ຖືກ​ຕ້ອງ.ກວດ​ເບິ່ງ​ຄວາມດັນ​ລົມ​ຢູ່​ໃນ​ຢາງ​ລົດ​ທຸກ​ເສັ້ນ​ກ່ອນ​ໃຊ້​ງານ​ເຄື່ອງ​ຈັກ.

    g001055

    ການຕື່ມນໍ້າມັນເຊື້ອໄຟ

    ຂໍ້​ມູນ​ຈຳ​ເພາະນໍ້າມັນເຊື້ອໄຟ

    Important: ໃຊ້ພຽງແຕ່ນ້ຳກາຊວນຊັ​ລເຟີຕ່ຳ ແລະ ຊັ​ລ​ເພີ​ຕ່ຳທີ່ສຸດເທົ່າ​ນັ້ນ.ການບໍ່ປະຕິບັດຕາມຂໍ້​ຄວນລະວັງຕໍ່ໄປນີ້ອາດຈະສ້າງຄວາມເສຍຫາຍໃຫ້ກັບເຄື່ອງຈັກ.

    • ຢ່າໃຊ້ນ້ຳມັນກາດ ຫຼື ນ້ຳມັນແອັດຊັງແທນນ້ຳມັນກາຊວນ.

    • ຢ່າປະສົມນ້ຳມັນກາດ ຫຼື ນ້ຳມັນເຄື່ອງທີ່​ໃຊ້​ແລ້ວກັບນ້ຳມັນກາຊວນ.

    • ຢ່າເກັບຮັກສານໍ້າມັນເຊື້ອໄຟໄວ້ໃນຖັງທີ່ມີແຜ່ນສັງກະສີຢູ່ທາງໃນ.

    • ຢ່າໃຊ້ສານເຕີມແຕ່ງນໍ້າມັນເຊື້ອໄຟ.

    • ໃຊ້ພຽງແຕ່ນໍ້າມັນເຊື້ອໄຟກາຊວນສະອາດ, ສົດ ຫຼື ນໍ້າມັນກາ​ຊວນຊີວະພາບ​ເທົ່າ​ນັ້ນ.

    • ຊື້ນໍ້າມັນເຊື້ອໄຟໃນປະລິມານທີ່ທ່ານສາມາດນໍາໃຊ້ໄດ້ພາຍໃນ 180 ວັນເພື່ອຮັບປະກັນຄວາມສົດຂອງນໍ້າມັນເຊື້ອໄຟ.

    ນ້ຳມັນກາຊວນປີໂຕລ້ຽມ

    ອັດຕາຊີເທນ: 40 ຫຼື ສູງກວ່າ

    ປະ​ລິ​ມານ​ຊັ​ລ​ເຟີ: ຊັ​ລ​ເຟີ​ຕ່ຳ (<500 ppm) ຫຼື ຊັ​ລ​ເຟີ​ຕ່ຳ​ທີ່​ສຸດ (<15 ppm)

    ໃຊ້ນ້ຳມັນກາຊວນເກ​ຣດລະດູຮ້ອນ (ເບີ 2-D) ທີ່ອຸນຫະພູມສູງກວ່າ -7°C (20°F) ແລະ ນໍ້າມັນເຊື້ອໄຟ​ເກ​ຣດລະດູໜາວ (ເບີ 1-D ຫຼື ເບີ 1-D/2-D ປະສົມ) ທີ່ຢູ່ຕ່ຳກວ່າອຸນຫະພູມນັ້ນ.

    Note: ການນຳໃຊ້ນ້ຳມັນເຊື້ອໄຟເກ​ຣດລະດູໜາວໃນອຸນຫະພູມຕ່ຳເຮັດໃຫ້ມີຈຸດຂົ້ວໄຟຕ່ຳກວ່າ ແລະ ຄຸນລັກສະນະການໄຫຼເຢັນທີ່ຊ່ວຍຫຼຸດຜ່ອນການສະຕາດ ແລະ ຫຼຸດຜ່ອນການອຸດຕັນໝໍ້ກອງເຊື້ອເພີງ.ການນຳໃຊ້ນ້ຳມັນເຊື້ອໄຟເກ​ຣດລະດູຮ້ອນສູງກວ່າ -7°C (20°F) ຊ່ວຍເຮັດໃຫ້ອາ​ຍຸ​ໃຊ້​ງານປ້ຳນ້ຳມັນເຊື້ອໄຟດົນຂຶ້ນ ແລະ ມີພະລັງງານເພີ່ມຂຶ້ນເມື່ອທຽບໃສ່ນ້ຳມັນເຊື້ອໄຟເກ​ຣດລະດູໜາວ.

    ກາຊວນຊີວະພາບ

    ເຄື່ອງຈັກນີ້ຍັງສາມາດໃຊ້ນໍ້າມັນເຊື້ອໄຟປະ​ສົມ​ກາ​ຊວນ​ຊີ​ວິດ​ພາບໄດ້ເຖິງ B20 (ກາ​ຊວນຊີວະພາບ 20%, ກາຊວນປີ​ໂຕ​ຣ​ລຽມ 80%).

    ປະ​ລິ​ມານ​ຊັ​ລເຟີ: ຊັລເຟີຕ່ຳສຸດ (<15 ppm)

    ຂໍ້​ມູນ​ຈຳເພາະນ້ຳມັນກາຊວນຊີວະພາບ: ASTM D6751 ຫຼື EN14214

    ຂໍ້​ມູນ​ຈຳເພາະນ້ຳມັນປະສົມ: ASTM D975, EN590 ຫຼື JIS K2204

    Important: ສັດສ່ວນກາຊວນປີ​ໂຕ​ຣ​ລຽມຕ້ອງມີ​ຊັ​ລເຟີຕ່ຳທີ່ສຸດ.

    ປະ​ຕິ​ບັດ​ຕາມ​ຂໍ້ຄວນລະວັງຕໍ່ໄປນີ້:

    • ການຜະສົມນ້ຳມັນກາຊວນຊີວະພາບອາດຈະທຳລາຍພື້ນຜິວທີ່ຖືກທາສີ.

    • ໃຊ້ B5 (ປະ​ລິ​ມານຂອງນ້ຳມັນກາຊວນຊີວະພາບ 5%) ຫຼື ປະສົມໜ້ອຍລົງໃນອາກາດເຢັນ.

    • ຕິດຕາມການກັນຊຶມ, ທໍ່ຢາງ, ແຫວນທີ່ສຳຜັດກັບນໍ້າມັນເຊື້ອໄຟຍ້ອນວ່າມັນອາດຈະຊຸດໂຊມຕາມການເວລາ.

    • ອາດ​ຈະ​ເກີດມີ​ການ​ອຸດ​ຕັນ​ໃນ​ໝໍ້​ກອງ​ນ້ຳ​ມັນ​ເຊື້ອ​ເພິງ​ເກີດ​ຂຶ້ນ​ເປັນໄລ​ຍະຫຼັງ​ຈາກ​ການ​ປ່ຽນໄປ​ເປັນ​ນ້ຳ​ມັນການ​ຊວນ​ຊີ​ວະ​ພາບ​ແບບ​ປະ​ສົມ.

    • ຕິດຕໍ່ຕົວແທນຈຳໜ່າຍໂຕໂຣທີ່ໄດ້ຮັບອະນຸຍາດຂອງທ່ານ, ຖ້າທ່ານຕ້ອງການຂໍ້ມູນເພີ່ມເຕີມກ່ຽວກັບນໍ້າມັນກາຊວນຊີວະພາບ.

    ການເຕີມນໍ້າມັນເຊື້ອໄຟ

    ຄວາມຈຸຂອງຖັງນໍ້າມັນ: 45 ລິດ (12 ແກນລອນສະຫະລັດ)

    Note: ຖ້າເປັນໄປໄດ້, ໃຫ້ຕື່ມນໍ້າມັນເຊື້ອໄຟຫຼັງຈາກການໃຊ້ແຕ່ລະຄັ້ງ; ນີ້​ເຮັດ​ໃຫ້ຫຼຸດ​ຜ່ອນ​ການ​ເກີດ​ການ​ສະ​ສົມ​ຂອງ​ການ​ຄວບ​ແໜ້ນ​ເປັນ​ນ້ຳ​ຢູ່​ດ້ານ​ໃນ​ຖັງ​ນ້ຳ​ມັນ.

    1. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ (ຮູບສະແດງ 30), ໃສ່ເບ​ຣກມື, ມອດ​ຈັກ ແລະ ຖອດກະ​ແຈ

    2. ບິດຝາປິດອອກຈາກຖັງນໍ້າມັນ.

    3. ຕື່ມ​ນ້ຳ​ມັນ​ໃສ່​ຖັງ​ດ້ວຍ​ນ້ຳ​ມັນ​ທີ່​ກຳ​ນົດ​ສະ​ເພາະ​ຈົນ​ກວ່າ​ເຂັມ​ແທກ​ນ້ຳ​ມັນ​ຊີ້ບອກວ່າ​ນ້ຳ​ມັນ​ເຕັມ​ຖັງ​ແລ້ວ.

    4. ບິດຝາປິດຖັງນໍ້າມັນ​ໃສ່​ຄືນ.

    g287495

    ການກວດເບິ່ງລະບົບຄວາມ​ປອດ​ໄພ-ອິນເຕີລັອກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະບົບອິນເຕີລັອກ.
  • ຈຸດ​ປະ​ສົງ​ຂອງລະບົບຄວາມ​ປອດ​ໄພ-ອິນເຕີລັອກແມ່ນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຄື່ອງ​ຈັກ​ແກວ່ງ ຫຼື ຕິດ​ຈັກ, ນອກ​ຈາກວ່າ​ແປ້ນ​ຂັບ​ເຄື່ອນ​ຢູ່​ໃນ​ຕຳ​ແໜ່ງ​ຫວ່າງ ແລະ ສະ​ວິດ PTO ຢູ່​ໃນ​ຕຳ​ແໜ່ງປິດ. ນອກ​ຈາກ​ນັ້ນ, ເຄື່ອງ​ຈັກ​ຄວນ​ຈະ​ມອດ​ເມື່ອ​ສິ່ງ​ຕໍ່​ໄປ​ນີ້​ເກີດ​ຂຶ້ນ:

    • ສະ​ວິດ PTO ຖືກ​ຕັ້ງ​ໄປ​ທີ່​ຕຳ​ແໜ່ງເປີດ ແລະ ທ່ານ​ບໍ່​ຢູ່​ໃນ​ບ່ອນ​ນັ່ງ.

    • ແປ້ນຂັບເຄື່ອນຖືກ​ກົດ, ແຕ່​ທ່ານ​ບໍ່​ຢູ່​ໃນ​ບ່ອນ​ນັ່ງ.

    • ແປ້ນຂັບເຄື່ອນຖືກ​ກົດ ແລະ ໃສ່​ເບ​ຣກ​ມື​ໄວ້.

    ຂໍ້ຄວນລະວັງ

    ຖ້າຫາກວ່າສະວິດລັອກເຊື່ອມຕໍ່ຄວາມປອດໄພຖືກຕັດຂາດ ຫຼື ເສຍຫາຍ, ເຄື່ອງສາມາດປະຕິບັດງານໂດຍບໍ່ຄາດຄິດເຊິ່ງກໍ່ໃຫ້ເກີດການບາດເຈັບຕໍ່ບຸກຄົນໄດ້.

    • ຢ່າແຕະ​ຕ້ອງປຸ່ມອິນເຕີລັອກ.

    • ກວດເບິ່ງການປະຕິບັດງານຂອງປຸ່ມອິນເຕີລັອກທຸກໆມື້ ແລະ ປ່ຽນປຸ່ມທີ່ເສຍຫາຍກ່ອນທີ່ຈະໃຊ້​ງານເຄື່ອງຈັກ.

    1. ເຄື່ອນ​ຍ້າຍ​ສະ​ວິດ PTO ໄປ​ຕຳ​ແໜ່ງປິດ ແລະ ເອົາ​ຕີນ​ຂອງ​ທ່ານ​ອອກ​ຈາກ​ແປ້ນ​ຂັບ​ເຄື່ອນ.

    2. ໝູນສະວິດກະແຈໄປທີ່ຕຳແໜ່ງຕິດ​ຈັກ. ຖ້າ​ຈັກ​ບໍ່​ແກວ່ງ, ສືບ​ຕໍ່​ໄປ​ຫາ​ຂັ້ນ​ຕອນ 3.

      Note: ຖ້າ​ຈັກ​ບໍ່​ແກວ່ງ, ອາດ​ຈະ​ມີ​ຄວາມ​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ລະ​ບົບ​ຄວາມ​ປອດ​ໄພ-ອິນ​ເຕີ​ລັອກ.

    3. ດ້ວຍ​ເຄື່ອງ​ຈັກ​ແລ່ນ​ຢູ່, ລຸກ​ຂຶ້ນ​ຈາກ​ບ່ອນ​ນັ່ງ ແລະ ຕັ້ງ​ສະ​ວິດ PTO ໄປ​ຕຳ​ແໜ່ງເປີດ. ຈັກ​ຄວນ​ຈະ​ມອດ​ພາຍ​ໃນ 2 ວິ​ນາ​ທີ. ຖ້າ​ຈັກ​ບໍ່ມອດ, ສືບ​ຕໍ່​ໄປ​ຫາ​ຂັ້ນ​ຕອນ 4.

      Important: ຖ້າ​ຈັກ​ບໍ່​ມອດ, ມີ​ຄວາມ​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ລະ​ບົບ​ຄວາມ​ປອດ​ໄພ-ອິນ​ເຕີ​ລັອກ. ໃຫ້​ໄປ​ຫາຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.

    4. ເມື່ອເຄື່ອງ​ຈັກ​ແລ່ນ​ຢູ່ ແລະ ສະ​ວິດ PTO ຕັ້ງ​ຢູ່​ໃນ​ຕຳ​ແໜ່ງປິດ, ລຸກ​ອອກບ່ອນ​ນັ່ງ ແລະ ກົດ​ແປ້ນ​ຂັບ​ເຄື່ອນ. ຈັກ​ຄວນ​ຈະ​ມອດ​ພາຍ​ໃນ 2 ວິ​ນາ​ທີ. ຖ້າ​ຈັກ​ບໍ່ມອດ, ສືບ​ຕໍ່​ໄປ​ຫາ​ຂັ້ນ​ຕອນ 5.

      Important: ຖ້າ​ຈັກ​ບໍ່​ມອດ, ມີ​ຄວາມ​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ລະ​ບົບ​ຄວາມ​ປອດ​ໄພ-ອິນ​ເຕີ​ລັອກ. ໃຫ້​ໄປ​ຫາຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.

    5. ໃສ່​ເບ​ຣກມື. ເມື່ອເຄື່ອງ​ຈັກ​ແລ່ນ​ຢູ່ ແລະ ສະ​ວິດ PTO ຕັ້ງ​ຢູ່​ໃນ​ຕຳ​ແໜ່ງເປີດ, ກົດ​ແປ້ນ​ຂັບ​ເຄື່ອນ. ຈັກ​ຄວນ​ຈະ​ມອດ​ພາຍ​ໃນ 2 ວິ​ນາ​ທີ. ຖ້າ​ຈັກ​ມອດ, ສະ​ວິດ​ກຳ​ລັງ​ເຮັດ​ວຽກ​ຢ່າງ​ຖືກ​ຕ້ອງ, ລະ​ບົບ​ອິນ​ເຕີ​ລັອກ​ພ້ອມ​ສຳ​ລັບ​ການ​ໃຊ້​ງານ​ເຄື່ອງ​ຈັກ.

      Important: ຖ້າ​ຈັກ​ບໍ່​ມອດ, ມີ​ຄວາມ​ຜິດ​ປົກ​ກະ​ຕິ​ຢູ່​ໃນ​ລະ​ບົບ​ຄວາມ​ປອດ​ໄພ-ອິນ​ເຕີ​ລັອກ. ໃຫ້​ໄປ​ຫາຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ.

    ການປັບຄານກັນປີ້ນ

    ຄຳເຕືອນ

    ການ​ປີ້ນອາດ​ຈະ​ເຮັດ​ໃຫ້ເກີດ​ການບາດ​ເຈັບ ຫຼື ເສຍ​ຊີ​ວິດ​ໄດ້.

    • ຮັກ​ສາ​ຄານ​ກັນ​ປີ້ນ​ໃຫ້​ຢູ່​ໃນ​ຕຳ​ແໜ່ງ​ລັອກ​ທີ່​ຍົກ​ສູງ​ຂຶ້ນ.

    • ໃຊ້ສາຍ​ແອວ​ນິລະ​ໄພ.

    ຄຳເຕືອນ

    ບໍ່​ມີກັນ​ປີ້ນ​ເມື່ອ​ຄານກັນ​ປີ້ນຖືກ​ປ່ອຍ​ຕ່ຳ​ລົງ.

    • ຢ່າ​ນຳ​ໃຊ້​ເຄື່ອງ​ຈັກ​ໃນ​ພື້ນ​ດິນ​ທີ່​ບໍ່​ພຽງ ຫຼື ໃນ​ເປີ້ນ​ພູ​ທີ່​ໄດ້​ປ່ອຍ​ຄານ​ກັນ​ປີ້ນ​ຕ່ຳ​ລົງ.

    • ປ່ອຍຄານກັນປີ້ນຕ່ຳ​ລົງ​ພຽງ​ແຕ່​ເມື່ອ​ຈຳ​ເປັນ​ແທ້ໆ​ເທົ່າ​ນັ້ນ.

    • ຢ່າ​ໃສ່ສາຍ​ແອວ​ນິລະ​ໄພໃນ​ເວ​ລາ​ທີ່​ປ່ອຍ​ຄານ​ກັນ​ປີ້ນ​ຕ່ຳ​ລົງ.

    • ຂັບ​ຂີ່​ຢ່າງ​ຊ້າໆ ແລະ ລະ​ມັດ​ລະວັງ.

    • ຍົກ​ຄານ​ກັນ​ປີ້ນ​ຂຶ້ນ​ທັນ​ທີ​ທີ່​ໄລ​ຍະ​ຫ່າງ​ຈາກ​ພື້ນ​ອະ​ນຸ​ຍາດ.

    • ກວດ​ເບິ່ງ​ໄລ​ຍະ​ຫ່າງ​ສິ່ງ​ກີດ​ຂວາງ​ເທິງ​ຫົວ​ຢ່າງ​ລະ​ມັດ​ລະວັງ (ເຊັ່ນ: ງ່າ​ໄມ້, ປະ​ຕູ​ທາງ​ອອກ ຫຼື ສາຍ​ໄຟ) ກ່ອນ​ທີ່​ຈະ​ຂັບ​ໄປ​ກ້ອງວັດ​ຖຸ​ໃດ​ໜຶ່ງ ແລະ ຢ່າ​ສຳ​ຜັດ​ພວກ​ມັນ.

    ການປ່ອຍຄານກັນປີ້ນຕ່ຳ​ລົງ

    Important: ປ່ອຍຄານກັນປີ້ນຕ່ຳ​ລົງ​ພຽງ​ແຕ່​ເມື່ອ​ຈຳ​ເປັນ​ແທ້ໆ​ເທົ່າ​ນັ້ນ.

    1. ຈອດເຄື່ອງຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ປ່ອຍໜ່ວຍຕັດຕ່ຳລົງ, ມອດ​ຈັກ ແລະ ຖອດກະ​ແຈ.

    2. ເອົາ​ສະ​ຫຼັກ​ລັອກ ແລະ ເຂັມ​ຂັດ​ອອກ​ຈາກ​ຄັນ​ກັນ​ປີ້ນ (ຮູບສະແດງ 31).

    3. ປ່ອຍ​ຄັນ​ກັນ​ປີ້ນ​ຕ່ຳ​ລົງ ແລະ ຍຶດ​ມັນ​ໄວ້​ກັບ​ທີ່​ດ້ວຍ​ເຂັມ​ຂັດ ແລະ ສະ​ຫຼັກ​ລັອກ (ຮູບສະແດງ 31).

    g257846g034164

    ການຍົກຄານກັນປີ້ນຂຶ້ນ

    1. ຈອດເຄື່ອງຈັກຢູ່ບ່ອນພຽງ​ໄດ້ລະດັບ, ໃສ່ເບ​ຣກມື, ປ່ອຍໜ່ວຍຕັດຕ່ຳລົງ, ມອດ​ຈັກ ແລະ ຖອດກະ​ແຈອອກ​ຈາກ​ສະ​ວິດ​ກະ​ແຈ.

    2. ເອົາ​ສະ​ຫຼັກ​ລັອກ ແລະ ເຂັມ​ຂັດ​ອອກ​ຈາກ​ຄັນ​ກັນ​ປີ້ນ (ຮູບສະແດງ 32).

    3. ຍົກຄັນ​ກັນ​ປີ້ນຂຶ້ນ ແລະ ຍຶດ​ມັນ​ໄວ້​ກັບ​ທີ່​ດ້ວຍ​ເຂັມ​ຂັດ ແລະ ສະ​ຫຼັກ​ລັອກ (ຮູບສະແດງ 32).

    g034168

    ການ​ເຂົ້າ​ໃຈ​ຂໍ້​ມູນ​ໜ້າ​ຈໍ​ສະ​ແດງ​ຜົນ

    ໜ້າຈໍ​ສະ​ແດງ​ຜົນສະ​ແດງ​ຂໍ້​ມູນກ່ຽວ​ກັບ​ເຄື່ອງ​ຈັກ​ຂອງ​ທ່ານເຊັ່ນ: ສະ​ຖາ​ນະ​ການໃຊ້​ງານ, ການ​ວິ​ນິດ​ໄສ​ຕ່າງໆ ແລະ ຂໍ້​ມູນ​ອື່ນໆກ່ຽວ​ກັບ​ເຄື່ອງ​ຈັກ. ມີ​ໜ້າ​ຈໍ​ຂໍ້​ມູນ​ຫຼັກ​ສອງ​ອັນ (ຮູບສະແດງ 33) ແລະ ໜ້າ​ຈໍ​ເມ​ນູຫຼັກ​ອັນ​ໜຶ່ງ.

    g308751

    ການ​ໃຊ້​ປຸ່ມ​ໜ້າ​ຈໍ​ສະ​ແດງ​ຜົນ

    ໃຊ້​ປຸ່ມ​ໜ້າ​ຈໍ​ສະ​ແດງ​ຜົນ (ສະ​ແດງ​ໄວ້​ຢູ່​ໃນ ຮູບສະແດງ 34) ເພື່ອ​ສະ​ຫຼັບ​ລະ​ຫວ່າງ​ໜ້າ​ຈໍ​ຂໍ້​ມູນ​ໃຫຍ່ 2 ອັນ ແລະ ເພື່ອ​ເຂົ້າ​ເຖິງເມ​ນູ​ຫຼັກ.

    g297898
    • ເພື່ອ​ເຂົ້າ​ເຖິງເມ​ນູ​ຫຼັກ: ກົດປຸ່ມ​ໜ້າ​ຈໍສະ​ແດງ​ຜົນລົງ​ຄ້າງ​ໄວ້​ຈົນ​ກວ່າ​ລາຍ​ການ​ເມ​ນູ​ປາ​ກົດ​ຂຶ້ນ​ໃນ​ໜ້າ​ຈໍ.

    • ເພື່ອ​ເລືອກ​ລາຍ​ການ​ເມ​ນູ: ກົດປຸ່ມ​ໜ້າ​ຈໍສະ​ແດງ​ຜົນສອງ​ຄັ້ງ​ໄວໆ.

      ທ່ານ​ຍັງ​ສາ​ມາດ​ເຮັດ​ການ​ດຳ​ເນີນ​ການ​ນີ້​ໄດ້​ເພື່ອ​ສະ​ຫຼັບ​ຕົວ​ເລືອກ (ຕົວ​ຢ່າງ: ການ​ສະ​ຫຼັບ​ລະ​ຫວ່າງ​ພາ​ສາ​ອັງ​ກິດ ແລະ ຫົວ​ໜ່ວຍວັດ​ແທກຢູ່​ໃນ​ໜ້າ​ຈໍການ​ຕັ້ງ​ຄ່າ).

    • ເພື່ອ​ກັບ​ຄືນ​ຫາ​ໜ້າ​ຈໍ​ຜ່ານ​ມາ (ຕົວ​ຢ່າງ: ການ​ກັບ​ຄືນ​ຫາ​ໜ້າ​ຈໍເມ​ນູຫຼັກຈາກ​ໜ້າ​ຈໍການ​ຕັ້ງ​ຄ່າ ຫຼື ການ​ກັບ​ຄືນ​ຫາ​ໜ້າ​ຈໍ​ຂໍ້​ມູນຫຼັກ​ຈາກ​ໜ້າ​ຈໍເມນູຫຼັກ): ກົດ​ປຸ່ມ​ໜ້າ​ຈໍ​ສະ​ແດງ​ຜົນ​ຄ້າງ​ໄວ້​ຈົນ​ກວ່າ​ໜ້າ​ຈໍ​ຜ່ານ​ມາ​ປາ​ກົດ​ຂຶ້ນ.

    • ເພື່ອ​ເລື່ອນ​ລົງ​ໄປ​ຫາ​ລາຍ​ການ​ເມ​ນູ​ຖັດ​ໄປ: ກົດປຸ່ມ​ໜ້າ​ຈໍສະ​ແດງ​ຜົນຄັ້ງ​ດຽວ.

    ການ​ເຂົ້າ​ໃຈ​ລາຍ​ການ​ເມ​ນູ

    Main Menu (ເມນູຫຼັກ)

    ລາຍການເມນູລາຍລະອຽດ
    Faults (ຄວາມຜິດພາດ)ມີລາຍຊື່ຂອງຂໍ້ຜິດພາດຂອງເຄື່ອງຈັກທີ່ຜ່ານມາ. ໃຫ້​ເບິ່ງປຶ້ມຄູ່ມືການບຳ​ລຸງ​ຮັກ​ສາ ຫຼື ຜູ້ຈຳໜ່າຍ Toro ຂອງທ່ານສຳລັບຂໍ້ມູນເພີ່ມເຕີມໃນເມນູຂໍ້​ຜິດ​ພາດ.
    SERVICE (ການບຳ​ລຸງ​ຮັກ​ສາ)ມີ​ຂໍ້​ມູນ​ຢູ່​ໃນ​ເຄື່ອງ​ຈັກ​ເຊັ່ນ: ຊົ່ວ​ໂມງ​ຂອງ​ການ​ນຳ​ໃຊ້ ແລະ ການນັບ. ໃຫ້​ເບິ່ງ​ຕາ​ຕະ​ລາງ Service (ການບຳ​ລຸງ​ຮັກ​ສາ).
    DIAGNOSTICS (ການວິນິດໄສ)ເຮັດ​ລາຍ​ການ​ສະ​ພາບ​ຕ່າງໆ ແລະ ຂໍ້​ມູນ​ທີ່​ເຄື່ອງ​ຈັກ​ມີ​ຢູ່​ໃນ​ປັດ​ຈຸ​ບັນ. ທ່ານສາມາດໃຊ້ຂໍ້​ມູນນີ້ເພື່ອແກ້ໄຂບັນຫາສະ​ເພາະ, ເນື່ອງ​ຈາກມັນຈະບອກທ່ານໄດ້​ຢ່າງໄວວ່າການ​ຄວບ​ຄຸມເຄື່ອງຈັກໃດເປີດ/ປິດຢູ່ ແລະ ເຮັດ​ລາຍ​ການ​ລະ​ດັບ​ການ​ຄວບ​ຄຸມ (ເຊັ່ນ: ຄ່າ​ເຊັນ​ເຊີ).
    SETTINGS (ການຕັ້ງຄ່າ)ຊ່ວຍໃຫ້ທ່ານສາມາດປັບແຕ່ງ ແລະ ແກ້ໄຂຕົວແປການຕັ້ງຄ່າໃນໜ້າຈໍສະແດງຂໍ້ມູນ InfoCenter. ໃຫ້​ເບິ່ງ​ຕາ​ຕະ​ລາງ Settings (ການຕັ້ງຄ່າ).
    ABOUT (ກ່ຽວກັບ)ເຮັດ​ລາຍ​ຊື່​ໝາຍ​ເລກ​ລຸ້ນ, ເລກລຳດັບ ແລະ ເວີຊັນຊອບແວຂອງເຄື່ອງຈັກຂອງທ່ານ. ໃຫ້​ເບິ່ງ​ຕາ​ຕະ​ລາງ About (ກ່ຽວກັບ).

    Service (ການບຳ​ລຸງ​ຮັກ​ສາ)

    ລາຍການເມນູລາຍລະອຽດ
    HOURS (ຊົ່ວ​ໂມງ)ເຮັດ​ລາຍ​ການ​ຈຳ​ນວນ​ຊົ່ວ​ໂມງ​ທັງ​ໝົດ​ທີ່​ກະ​ແຈ, ເຄື່ອງ​ຈັກ ແລະ PTO ໄດ້​ເປີດ.
    COUNTS (ການ​ນັບ)ເຮັດ​ລາຍ​ການ​ຈຳ​ນວນ​ເຄື່ອງ​ຈັກ ແລະ PTO ເລີ່ມ​ຕິດ.

    Settings (ການຕັ້ງຄ່າ)

    ລາຍການເມນູລາຍລະອຽດ
    UNITS (ຫົວໜ່ວຍ)ຄວບຄຸມຫົວໜ່ວຍທີ່ໃຊ້ໃນໜ້າ​ຈໍສະ​ແດງ​ຜົນ. ຕົວເລືອກເມນູແມ່ນພາສາອັງກິດ ຫຼື ການວັດແທກ.
    LANGUAGE (ພາສາ)ຄວບຄຸມພາ​ສາທີ່ໃຊ້ໃນໜ້າ​ຈໍສະ​ແດງ​ຜົນ.
    BACKLIGHT (ໄຟພື້ນ​ຫຼັງ)ຄວບຄຸມຄວາມແຈ້ງຂອງຈໍສະແດງຜົນ.
    CONTRAST (ຄວາມຄົມ​ຊັດ)ຄວບຄຸມຄວາມຄົມຊັດຂອງໜ້າຈໍສະແດງຜົນ.
    PROTECTED MENUS (ເມນູທີ່ຖືກປົກປ້ອງ)ອະ​ນຸ​ຍາດ​ໃຫ້​ຄົນ​ທີ່​ໄດ້​ຮັບ​ອະ​ນຸ​ມັດ​ໂດຍ​ບໍ​ລິ​ສັດ​ຂອງ​ທ່ານ​ທີ່​ມີ​ລະ​ຫັດ PIN ເຂົ້າ​ເຖິງ​ເມ​ນູ​ທີ່​ຖືກ​ປົກ​ປ້ອງ (ຕົວ​ຢ່າງ: ການ​ຕັ້ງ​ຄ່າ​ເຊັນ​ເຊີ​ຄວາມ​ຊັນ ແລະ ຄວາມ​ສາ​ມາດ​ລຶບລ້າງ​ເມ​ນູ​ຂໍ້​ຜິດ​ພາດ).
    PROTECT SETTINGS (ການ​ຕັ້ງ​ຄ່າ​ປົກ​ປ້ອງ)ເມື່ອ​ປິດ​ໃຊ້​ງານ​ແລ້ວ, ທ່ານ​ສາ​ມາດ​ເຂົ້າ​ເຖິງ​ການ​ຕັ້ງ​ຄ່າ​ທີ່​ຖືກ​ປົກ​ປ້ອງ​ໂດຍ​ບໍ່​ຕ້ອງ​ປ້ອນ​ລະ​ຫັດ PIN.
    PTO SOFTSTART:ເປີດ​ໃຊ້​ງານ ຫຼື ປິດ​ໃຊ້​ງານ​ຄຸນ​ສົມ​ບັດ PTO Softstart. ຄຸນ​ສົມ​ບັດ​ນີ້ຖືກ​ເປີດ​ໃຊ້​ງານ​ໂດຍ​ມາດ​ຕະ​ຖານ.
    SLOPE SENSOR INSTALLED (ເຊັນ​ເຊີ​ຄວາມ​ຊັນ​ຕິດ​ຕັ້ງ​ແລ້ວ)ສະ​ແດງວ່າ​ເຊັນ​ເຊີ​ຄວາມ​ຊັນ​ຖືກ​ຕິດ​ຕັ້ງ​ແລ້ວ​ຫຼື​ບໍ່. ຖ້າ​ເຊັນ​ເຊີ​ຄວາມ​ຊັນ​ຖືກ​ເອົາ​ອອກ​ໄປ​ຈາກ​ເຄື່ອງ​ຈັກ, ການ​ຕັ້ງ​ຄ່າ​ຂອງ​ມັນ​ສາ​ມາດ​ຖືກ​ປິດ​ໃຊ້​ງານ​ເພື່ອ​ລຶບ​ລ້າງ​ຂໍ້​ຜິດ​ພາດ​ການ​ສື່​ສານ​ເຊັນ​ເຊີ​ຄວາມ​ຊັນ.

    Diagnostics (ການວິນິດໄສ)

    ລາຍການເມນູລາຍລະອຽດ
    DECK (ພື້ນ)ສະ​ແດງ​ໃຫ້​ເຫັນ​ວ່າການ​ປ້ອນ​ເຂົ້າ/ຜົນອອກມາ​ຂອງ​ໜ່ວຍ​ຕັດ​ນັ້ນ​ເປີດ​ໃຊ້​ຢູ່​ຫຼື​ບໍ່.
    PTOສະ​ແດງໃຫ້​ເຫັນ​ວ່າ PTO ເປີດ​ໃຊ້​ຢູ່​ຫຼື​ບໍ່.
    ENGINE (ເຄື່ອງຈັກ)ສະ​ແດງ​ໃຫ້​ເຫັນ​ວ່າການ​ປ້ອນ​ເຂົ້າ/ຜົນອອກມາ​ຂອງເຄື່ອງ​ຈັກນັ້ນ​ເປີດ​ໃຊ້​ຢູ່ຫຼື​ບໍ່.

    About (ກ່ຽວກັບ)

    ລາຍການເມນູລາຍລະອຽດ
    ລຸ້ນເຮັດ​ລາຍ​ຊື່​ເລກ​ລຸ້ນຂອງເຄື່ອງຈັກ.
    SN (ເລກ​ລຳ​ດັບ)ເຮັດລາຍຊື່ເລກລຳດັບຂອງເຄື່ອງຈັກ.
    S/W REV (ການ​ດັດ​ແກ້​ຊອບ​ແວ)ເຮັດລາຍຊື່ການດັດແກ້ຊອບແວຂອງຕົວຄວບຄຸມໃຫຍ່.

    ການ​ເຂົ້າ​ໃຈໄອ​ຄອນໜ້າ​ຈໍ​ສະ​ແດງ​ຜົນ

    ໃຫ້​ເບິ່ງ​ຕາ​ຕະ​ລາງຕໍ່​ໄປ​ນີ້​ສຳ​ລັບ​ລາຍ​ລະ​ອຽດ​ຂອງ​ໄອ​ຄອນ​ໜ້າ​ຈໍ​ສະ​ແດງ​ຜົນ​ແຕ່​ລະ​ອັນ:

    ໄອ​ຄອນໜ້າ​ຈໍສະ​ແດງ​ຜົນ

    Graphicຄວາມ​ໄວເຄື່ອງຈັກ
    Graphicຂໍ້​ຂັດ​ຂ້ອງ​ເຄື່ອງ​ຈັກ
    Graphicມາດວັດຊົ່ວໂມງ
    Graphicເຄື່ອງ​ນຳ​ຄວາມ​ຮ້ອນ​ນຳ​ອາ​ກາດ​ເຂົ້າ​ເປີດ​ໃຊ້​ຢູ່
    Graphicຜູ້​ນຳ​ໃຊ້​ຕ້ອງ​ນັ່ງ​ຢູ່​ໃນ​ບ່ອນ​ນັ່ງ
    Graphicໃສ່ເບຣກມືແລ້ວ
    Graphicເກຍຫວ່າງ
    Graphicໃສ່ PTO ແລ້ວ
    Graphicປິດ​ໃຊ້​ງານ PTO ແລ້ວ
    Graphicສະ​ແດງ​ໃຫ້​ເຫັນ​ເວ​ລາ​ທີ່​ໜ່ວຍ​ຕັດ​ກຳ​ລັງ​ຖືກ​ປ່ອຍຕ່ຳ​ລົງ
    Graphicສະ​ແດງ​ໃຫ້​ເຫັນ​ເວ​ລາ​ທີ່​ໜ່ວຍ​ຕັດ​ກຳ​ລັງ​ຖືກຍົກ​ຂຶ້ນ
    Graphicລະຫັດຜ່ານ PIN
    Graphicແບັດເຕີຣີ
    Graphicອຸນ​ຫະ​ພູມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ

    ການເຂົ້າເຖິງເມນູທີ່ຖືກປົກປ້ອງ

    Note: ລະ​ຫັດ PIN ເລີ່ມ​ຕົ້ນ​ມາ​ຈາກ​ໂຮງ​ງານ​ສຳ​ລັບ​ເຄື່ອງ​ຈັກ​ຂອງ​ທ່ານ​ແມ່ນ “1234”.

    ຖ້າ​ທ່ານ​ປ່ຽນ​ລະ​ຫັດ PIN ແລະ ລືມ​ລະ​ຫັດ, ຕິດ​ຕໍ່​ຜູ້​ຈຳ​ໜ່າຍ Toro ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ​ທ່ານ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ.

    1. ເລືອກ​ຕົວ​ເລືອກການ​ຕັ້ງ​ຄ່າ.

    2. ເລືອກ​ຕົວ​ເລືອກເມນູທີ່ຖືກປົກປ້ອງ.

    3. ເພື່ອ​ປ້ອນລະ​ຫັດ PIN, ກົດ​ປຸ່ມ​ໜ້າ​ຈໍ​ສະ​ແດງ​ຜົນ​ຈົນ​ກວ່າ​ຕົວ​ເລກ​ທີ່​ເໝາະ​ສົມ​ປາ​ກົດ​ຂຶ້ນ, ຈາກ​ນັ້ນ​ກົດ​ປຸ່ມ​ໜ້າ​ຈໍ​ສະ​ແດງ​ຜົນ​ສອງ​ເທື່ອ​ເພື່ອ​ຍ້າຍ​ໄປ​ຫາ​ຕົວ​ເລກ​ຖັດ​ໄປ.

    4. ຫຼັງ​ຈາກ​ຕົວ​ເລກ​ທັງ​ໝົດ​ສີ່​ຕົວ​ຖືກ​ປ້ອນ​ເຂົ້າ​ໄປ​ແລ້ວ, ກົດ​ປຸ່ມ​ສະ​ແດງ​ຜົນ​ເທື່ອ​ໜຶ່ງ​ເພື່ອ​ສົ່ງ​ລະ​ຫັດ PIN.

      ຖ້າ​ປ້ອນລະ​ຫັດ PIN ເຂົ້າ​ໄປ​ຖືກ​ຕ້ອງ​ແລ້ວ, ໄອ​ຄອນ PIN ຈະ​ປາ​ກົດ​ຂຶ້ນ​ຢູ່​ແຈ​ຂວາ​ເທິງ​ສຸດ​ຂອງ​ໜ້າ​ຈໍ​ເມ​ນູ​ທັງ​ໝົດ.

    ໃນລະຫວ່າງການປະຕິບັດງານ

    ຄວາມປອດໄພໃນລະຫວ່າງການປະຕິບັດງານ

    ຄວາມປອດໄພທົ່ວໄປ

    • ເຈົ້າຂອງ/ຜູ້ປະຕິບັດງານສາມາດປ້ອງກັນ ແລະ ມີຄວາມຮັບຜິດຊອບຕໍ່ອຸບັດຕິເຫດທີ່ອາດຈະເຮັດໃຫ້ເກີດການບາດເຈັບສ່ວນຕົວ ຫຼື ຄວາມເສຍຫາຍທາງຊັບສິນ.

    • ໃສ່ເຄື່ອງນຸ່ງທີ່ເໝາະສົມ, ລວມທັງການປ້ອງກັນຕາ; ໂສ້ງຂາຍາວ; ເກີບກັນມື່ນ ແລະ ເຄື່ອງ​ປ້ອງ​ກັນ​ສຽງ. ມັດຜົມຍາວໄວ້​ດ້ານ​ຫຼັງ ແລະ ຢ່າໃສ່ເຄື່ອງນຸ່ງ ຫຼື ເຄື່ອງປະດັບຫຼວມໆ.

    • ຢ່າໃຊ້ເຄື່ອງຈັກໃນຂະນະທີ່ບໍ່​ສະ​ບາຍ, ອິດເມື່ອຍ ຫຼື ຢູ່ພາຍໃຕ້ອິດທິພົນຂອງສິ່ງ​ມຶນ​ເມົາ ຫຼື ສິ່ງເສບຕິດ.

    • ໃຫ້ໃຊ້ຄວາມເອົາໃຈໃສ່ຢ່າງເຕັມທີ່ຂອງທ່ານໃນຂະນະທີ່ປະຕິບັດງານກັບເຄື່ອງຈັກ. ຢ່າເຂົ້າຮ່ວມໃນກິດຈະກຳໃດໆທີ່ກໍ່ໃຫ້ເກີດການລົບກວນ; ຖ້າບໍ່ດັ່ງນັ້ນອາດ​ຈະ​ເກີດ​ມີ​ການ​ບາດ​ເຈັບ ຫຼື ຄວາມເສຍຫາຍຕໍ່ຊັບສິນໄດ້.

    • ກ່ອນທີ່ທ່ານຈະຕິດຈັກ, ໃຫ້​ແນ່​ໃຈ​ວ່າເປັນເກຍຫວ່າງ, ໃສ່ເບ​ຣກມືໄວ້ຢູ່ ແລະ ທ່ານຢູ່ໃນຕຳແໜ່ງຄວບ​ຄຸມປະຕິບັດງານ.

    • ຢ່າໃຫ້ຜູ້ໂດຍສານ​ຂຶ້ນເທິງເຄື່ອງຈັກ ແລະ ກັນຜູ້ຢູ່ໃກ້ຄຽງ ແລະ ເດັກອອກຈາກພື້ນທີ່ປະຕິບັດງານ.

    • ນຳ​ໃຊ້ເຄື່ອງຈັກພຽງແຕ່ບ່ອນທີ່ເບິ່ງເຫັນໄດ້ດີເພື່ອຫຼີກລ່ຽງຂຸມ ຫຼື ອັນຕະລາຍທີ່ເຊື່ອງຢູ່.

    • ຫຼີກລ່ຽງການຕັດຫຍ້າເທິງຫຍ້າປຽກ. ການຫຼຸດຜ່ອນການເຄື່ອນທີ່ອາດຈະເຮັດໃຫ້ເຄື່ອງຈັກໄຫຼໄປ.

    • ຮັກສາມື ແລະ ຕີນຂອງທ່ານໃຫ້ຫ່າງຈາກພາກ​ສ່ວນ​ໝູນ. ຮັກສາບໍ່ໃຫ້ມີຊ່ອງເປີດລະບາຍອອກມາ.

    • ເບິ່ງທາງຫຼັງ ແລະ ດ້ານລຸ່ມກ່ອນທີ່ຈະຖອຍເພື່ອໃຫ້ແນ່ໃຈວ່າເສັ້ນທາງປອດໄພ.

    • ໃຊ້ຄວາມລະມັດລະວັງໃນເວລາທີ່ເຂົ້າໄປໃນບໍລິເວນທີ່ເບິ່ງບໍ່ເຫັນ, ຟຸ່ມໄມ້, ຕົ້ນໄມ້ ຫຼື ວັດຖຸອື່ນໆທີ່ອາດເຮັດໃຫ້ທ່ານເບິ່ງບໍ່ເຫັນ.

    • ຢຸດໃບ​ມີດທຸກຄັ້ງທີ່ທ່ານບໍ່ໄດ້ຕັດຫຍ້າ.

    • ມອດເຄື່ອງຈັກ, ຖອດກະແຈ ແລະ ລໍຖ້າໃຫ້ທຸກສ່ວນທີ່ເຄື່ອນໄຫວຢຸດກ່ອນທີ່ຈະກວດກາສິ່ງທີ່ຕິດມານຳຫຼັງຈາກຕຳເອົາວັດຖຸ ຫຼື ຖ້າມີການສັ່ນສະເທືອນຜິດປົກກະຕິໃນເຄື່ອງຈັກ. ເຮັດການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະເລີ່ມ​ການ​ນຳ​ໃຊ້​ຕໍ່.

    • ຊ້າລົງ ແລະ ໃຊ້ຄວາມລະມັດລະວັງໃນເວລາທີ່ລ້ຽວ ແລະ ຂ້າມຖະໜົນ ແລະ ທາງຍ່າງທີ່​ຢູ່​ກັບເຄື່ອງຈັກ. ໃຫ້ຮ້ອງສະເໝີວ່າລະວັງລົດມາ.

    • ຢຸດ​ການ​ຂັບ​ເຄື່ອນ​ໄປ​ຫາ​ໜ່ວຍ​ຕັດ, ມອດ​ຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດກ່ອນ​ປັບ​ຄວາມ​ສູງ​ຂອງ​ການ​ຕັດ (ນອກ​ຈາກວ່າ​ທ່ານ​ສາ​ມາດ​ປັບ​ມັນ​ຈາກ​ຕຳ​ແໜ່ງ​ໃຊ້​ງານ​ໄດ້).

    • ໃຊ້ງານເຄື່ອງຈັກຢູ່ໃນສະຖານທີ່ບ່ອນມີການລະບາຍອາກາດດີເທົ່ານັ້ນ. ທາດອາຍເສຍມີ​ສານຄາບອນມໍນັອກຊາຍທີ່ເປັນອັນຕະລາຍ, ຖ້າຫາຍໃຈເຂົ້າ.

    • ຢ່າປ່ອຍໃຫ້ເຄື່ອງຈັກແລ່ນໂດຍທີ່ບໍ່ມີຄົນຢູ່ນຳ.

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ປິດ​ການ​ສົ່ງ​ພະ​ລັງ​ງານ​ອອກ ແລະ ປ່ອຍສິ່ງທີ່ຕິດມານຳຕ່ຳ​ລົງ.

      • ໃສ່​ເບ​ຣກມື.

      • ມອດຈັກ ແລະ ຖອດກະແຈ.

      • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

    • ນຳ​ໃຊ້​ເຄື່ອງ​ຈັກ​ພຽງ​ແຕ່​ຢູ່​ໃນ​ສະ​ພາບ​ທີ່​ເບິ່ງ​ເຫັນ​ໄດ້​ດີ​ເທົ່າ​ນັ້ນ. ຢ່າໃຊ້ເຄື່ອງຈັກເມື່ອມີຄວາມສ່ຽງຕໍ່ການເກີດຟ້າຜ່າ.

    • ຢ່າ​ນຳ​ໃຊ້​ເຄື່ອງ​ຈັກ​ເປັນ​ພາ​ຫະ​ນະ​ລາກ​ແກ່.

    • ໃຊ້ແຕ່ອຸປະກອນເສີມ, ສິ່ງທີ່ຕິດມານຳ ແລະ ອາໄຫຼ່ປ່ຽນທີ່ອະ​ນຸ​ມັດໂດຍ Toro ເທົ່າ​ນັ້ນ.

    ຄວາມ​ປອດ​ໄພລະບົບປ້ອງກັນການປີ້ນ (ROPS)

    • ROPS ແມ່ນ​ອຸ​ປະ​ກອນ​ຄວາມ​ປອດ​ໄພ​ທີ່​ຈຳ​ເປັນ ແລະ ມີ​ປະ​ສິດ​ທິ​ພາບ.

    • ຢ່າເອົາສ່ວນປະກອບໃດໆຂອງ ROPS ອອກຈາກເຄື່ອງຈັກ.

    • ໃຫ້​ແນ່​ໃຈ​ວ່າ​ສາຍ​ແອວ​ນິ​ລະ​ໄພ​ໄດ້​ຕິດ​ໃສ່​ເຄື່ອງ​ຈັກ​ແລ້ວ.

    • ດຶງ​ເຊືອກ​ສາຍ​ແອວ​ຜ່ານ​ໜ້າ​ຕັກ​ຂອງ​ທ່ານ ແລະ ສຽບ​ສາຍ​ແອວ​ໃສ່​ຫົວ​ເຂັມ​ຂັດ​ສາຍ​ແອວ​ຢູ່​ອີກ​ດ້ານ​ຂອງ​ບ່ອນ​ນັ່ງ.

    • ເພື່ອ​ປົດ​ສາຍ​ແອວ​ນິ​ລະ​ໄພ, ກົດ​ປຸ່ມ​ຫົວ​ສາຍ​ແອວ​ເພື່ອ​ປ່ອຍ​ສາຍ​ແອວ ແລະ ນຳ​ສາຍ​ແອວ​ໄປ​ໃສ່​ຮູ​ເປີດ​ຫົດ​ກັບ​ຄືນ​ໂດຍ​ອັດ​ຕະ​ໂນ​ມັດ. ໃຫ້​ແນ່​ໃຈ​ວ່າ​ທ່ານ​ສາ​ມາດ​ປົດ​ສາຍ​ແອວ​ອອກ​ໄດ້​ຢ່າງ​ໄວ​ໃນກໍ​ລະ​ນີ​ສຸກ​ເສີນ.

    • ກວດເບິ່ງຢ່າງລະມັດລະວັງກ່ຽວກັບສິ່ງກີດຂວາງທາງ ແລະ ຢ່າສຳຜັດພວກມັນ.

    • ຮັກສາ ROPS ໃນສະພາບການດຳເນີນງານທີ່ປອດໄພ ໂດຍການກວດກາມັນຢ່າງລະອຽດເປັນແຕ່ລະໄລຍະສຳລັບຄວາມເສຍຫາຍ ແລະ ສືບ​ຕໍ່​ຮັດສິ່ງທີ່ຕິດມາໃຫ້ແໜ້ນທຸກຢ່າງ.

    • ປ່ຽນແທນສ່ວນປະກອບ ROPS ທີ່ເສຍຫາຍ. ຢ່າສ້ອມແປງ ຫຼື ດັດແປງມັນ.

    ຄວາມ​ປອດ​ໄພ ROPS ເພີ່ມ​ເຕີມ​ສຳ​ລັບ​ເຄື່ອງ​ຈັກ​ທີ່​ມີ​ຫ້ອງ​ຂັບ ຫຼື ຄານກັນປີ້ນທີ່​ຕິດ​ໄວ້

    • ຫ້ອງ​ຂັບ​ທີ່ Toro ຕິດ​ຕັ້ງ​ໃຫ້​ແມ່ນຄານກັນປີ້ນ.

    • ຄວນໃສ່ສາຍ​ແອວ​ນິລະໄພຂອງທ່ານຢູ່ສະເໝີ.

    ຄວາມ​ປອດ​ໄພ ROPS ເພີ່ມ​ເຕີມ​ສຳ​ລັບ​ເຄື່ອງ​ຈັກ​ທີ່​ມີຄານກັນປີ້ນທີ່ສາ​ມາດ​ພັບ​ໄດ້

    • ຮັກ​ສາ​ຄານ​ກັນ​ປີ້ນ​ພັບ​ຢູ່​ໃນ​ຕຳ​ແໜ່ງ​ຍົກ​ຂຶ້ນ ແລະ ລັອກ​ໄວ້ ແລະ ໃສ່​ສາຍ​ແອວ​ນິ​ລະ​ໄພ​ເມື່ອ​ໃຊ້​ງານ​ເຄື່ອງ​ຈັກ​ທີ່​ມີ​ຄານ​ກັນ​ປີ້ນ​ຢູ່​ໃນ​ຕຳ​ແໜ່ງ​ຍົກຂຶ້ນ.

    • ປ່ອຍຄານກັນປີ້ນພັບ​ຕ່ຳ​ລົງ​ຊົ່ວ​ຄາວ​ພຽງ​ແຕ່​ເມື່ອ​ຈຳ​ເປັນ​ເທົ່າ​ນັ້ນ. ຢ່າ​ໃສ່ສາຍ​ແອວ​ນິລະ​ໄພໃນ​ເວ​ລາ​ທີ່​ຄານ​ກັນ​ປີ້ນຖືກ​ພັບລົງ.

    • ໃຫ້​ຮູ້​ໄວ້​ວ່າ​ບໍ່​ມີ​ການ​ປ້ອງ​ກັນ​ການ​ກັນ​ປີ້ນ​ເມື່ອຄານກັນປີ້ນທີ່​ພັບ​ແລ້ວ​ແມ່ນ​ຢູ່​ໃນ​ຕຳ​ແໜ່ງຕ່ຳ​ລົງ.

    • ກວດເບິ່ງ​ບໍ​ລິ​ເວນ​ທີ່​ທ່ານ​ຈະ​ຕັດ​ຫຍ້າ ແລະ ຢ່າ​ພັບຄານກັນປີ້ນພັບ​ນັ້ນ​ລົງ​ໃນບ່ອນ​ທີ່​ມີ​ຄວາມ​ຊັນ, ບ່ອນ​ລົງ​ລົດ ຫຼື ນ້ຳ.

    ຄວາມປອດໄພໃນທາງຄ້ອຍຊັນ

    • ທາງຄ້ອຍຊັນແມ່ນປັດໃຈຕົ້ນ​ຕໍທີ່ກ່ຽວຂ້ອງກັບການສູນເສຍການຄວບຄຸມ ແລະ ອຸບັດຕິເຫດໃນ​ການ​ພິກ​ປີ້ນ, ເຊິ່ງອາດຈະເຮັດໃຫ້ມີການບາດເຈັບສາ​ຫັດ ຫຼື ເສຍຊີວິດໄດ້. ທ່ານມີໜ້າທີ່ຮັບຜິດຊອບໃນການປະຕິບັດງານໃນທາງຄ້ອຍຊັນທີ່ປອດໄພ. ການໃຊ້ເຄື່ອງຈັກຢູ່ເທິງທາງຄ້ອຍຊັນໃດກໍ່ຕາມແມ່ນຕ້ອງມີຄວາມລະມັດລະວັງເປັນພິເສດ.

    • ປະເມີນສະພາບຂອງສະຖານທີ່ເພື່ອກຳນົດວ່າທາງຄ້ອຍຊັນມີຄວາມປອດໄພຕໍ່ການດຳເນີນງານຂອງເຄື່ອງຈັກບໍ່, ລວມທັງການສຳຫຼວດເບິ່ງສະຖານທີ່. ໃຊ້​ສາ​ມາດ​ສຳ​ນຶກທົ່ວໄປ ແລະ ການຕັດສິນໃຈທີ່ດີ​ຢູ່​ສະ​ເໝີໃນເວລາທີ່ດຳເນີນການສຳຫຼວດເບິ່ງນີ້.

    • ທົບ​ທວນ​ເບິ່ງ​ຄຳ​ແນະ​ນຳ​ກ່ຽວ​ກັບ​ຄວາມ​ຊັນ​ຕາມ​ລາຍ​ການ​ຢູ່​ລຸ່ມນີ້​ສຳ​ລັບ​ການ​ໃຊ້​ງານ​ເຄື່ອງ​ຈັກ​ໃນ​ຄວາມ​ຄ້ອຍ​ຊັນ ແລະ ເພື່ອກຳນົດວ່າທ່ານສາມາດໃຊ້ງານເຄື່ອງຈັກໄດ້ໃນເງື່ອນໄຂໃນມື້ນັ້ນ ແລະ ຢູ່ບ່ອນນັ້ນຫຼື​ບໍ່. ການປ່ຽນແປງຂອງພູມສັນຖານສາມາດສົ່ງຜົນໃຫ້ມີການປ່ຽນແປງໃນການປະຕິບັດງານໃນທາງຄ້ອຍຊັນສຳລັບເຄື່ອງຈັກ.

    • ຫຼີກລ່ຽງການຕິດ​ຈັກ, ມອດ​ຈັກ ຫຼື ລ້ຽວເຄື່ອງຈັກຕາມທາງຄ້ອຍຊັນ. ຫຼີກລ່ຽງການປ່ຽນແປງຄວາມໄວ ຫຼື ທິດທາງຢ່າງກະທັນຫັນ. ໃຫ້ລ້ຽວຊ້າໆ ແລະ ຄ່ອຍໆ.

    • ຢ່າໃຊ້ງານເຄື່ອງຈັກພາຍໃຕ້ສະພາບການທີ່ການເຄື່ອນທີ່, ລ້ຽວ ຫຼື ມີ​ຄວາມ​ສົງ​ໄສ​ໃນ​ຄວາມ​ທ່ຽງ.

    • ກຳ​ຈັດ ຫຼື ໃສ່ເຄື່ອງໝາຍສິ່ງ​ກີດ​ຂວາງຕ່າງໆເຊັ່ນ: ຮ່ອງ, ຂຸມ, ຮອຍແຕກ, ກ້ອນຫີນ ຫຼື ອັນຕະລາຍອື່ນໆທີ່ເຊື່ອງໄວ້. ຫຍ້າທີ່ສູງສາມາດປິດ​ບັງສິ່ງກີດຂວາງຕ່າງໆໄດ້. ພູມສັນຖານທີ່ບໍ່ລຽບສາມາດເຮັດ​ໃຫ້ເຄື່ອງຈັກປີ້ນໄດ້.

    • ລະວັງວ່າການເຮັດວຽກຂອງເຄື່ອງຈັກໃນຫຍ້າທີ່ຊຸ່ມ, ຂ້າມທາງຄ້ອຍຊັນ ຫຼື ທາງລົງພູອາດຈະເຮັດໃຫ້ເຄື່ອງຈັກສູນເສຍການຄວບຄຸມ. ການ​ສູນ​ເສຍ​ການ​ລາກໃສ່​ລໍ້​ຂັບ​ເຄື່ອນ​ອາດ​ຈະ​ເຮັດ​ໃຫ້​ເກີດ​ການ​ມື່ນ​ໄຫຼ ແລະ ການ​ສູນ​ເສຍ​ການ​ເບ​ຣກ ແລະ ການ​ຄວບ​ຄຸມພວງ​ມະ​ໄລ.

    • ໃຊ້ຄວາມລະມັດລະວັງທີ່ສຸດໃນເວລາທີ່ໃຊ້ງານເຄື່ອງຈັກຢູ່ໃກ້ຈຸດຕົກ, ຄອງນ້ຳ, ຄັນຄູ, ຄວາມອັນຕະລາຍທາງນໍ້າ ຫຼື ອັນຕະລາຍອື່ນໆ. ເຄື່ອງຈັກດັ່ງກ່າວສາມາດກິ້ງໄດ້ຢ່າງກະທັນຫັນ, ຖ້າຫາກວ່າລໍ້ແລ່ນຂ້າມຂອບ ຫຼື ຂອບຕົກ​ເຂົ້າໃນ. ສ້າງໃຫ້​ມີພື້ນທີ່ປອດໄພລະຫວ່າງເຄື່ອງຈັກ ແລະ ອັນຕະລາຍ.

    • ລະ​ບຸຄວາມອັນຕະລາຍຢູ່ທີ່ຖານຂອງທາງຄ້ອຍຊັນ. ຖ້າວ່າມີອັນຕະລາຍ, ໃຫ້ຕັດຫຍ້າຢູ່ທາງຄ້ອຍຊັນດ້ວຍເຄື່ອງຈັກ​ທີ່​ໃຊ້ຄົນຍ່າງຄວບ​ຄຸມ.

    • ຖ້າເປັນໄປໄດ້, ໃຫ້ປ່ອຍໜ່ວຍຕັດຕ່ຳລົງຢູ່ພື້ນດິນໃນຂະນະທີ່ປະຕິບັດງານຢູ່ບ່ອນຄ້ອຍຊັນ. ການຍົກໜ່ວຍຕັດຂຶ້ນໃນຂະນະທີ່ປະຕິບັດງານຢູ່​ບ່ອນຄ້ອຍຊັນສາມາດເຮັດໃຫ້ເຄື່ອງຈັກບໍ່ທ່ຽງ​ໄດ້.

    • ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ຫຼາຍ​ທີ່​ສຸດ​ກັບ​ລະ​ບົບ​ການ​ເກັບ​ເອົາ​ຫຍ້າ ຫຼື ສິ່ງ​ທີ່​ຕິດ​ມາ​ນຳ​ອື່ນໆ. ສິ່ງ​ເຫຼົ່າ​ນີ້​ສາ​ມາດ​ປ່ຽນ​ແປງ​ຄວາມ​ທ່ຽງ​ຂອງ​ເຄື່ອງ​ຈັກ ແລະ ເຮັດ​ໃຫ້​ເກີດ​ການ​ສູນ​ເສຍ​ການ​ຄວບ​ຄຸມ.

    ການຕິດຈັກ.

    1. ເຄື່ອງ​ຈັກ​ລຸ້ນ 31900 ແລະ 31901: ໃຫ້​ແນ່​ໃຈ​ວ່າ​ຄັນ​ຍົກ​ວາວ​ນ້ຳ​ມັນ​ຢູ່​ໃນ​ຕຳ​ແໜ່ງເປີດ, ໃຫ້​ເບິ່ງ ຮູບສະແດງ 57 ຢູ່​ໃນ ການບຳລຸງຮັກ​ສາໝໍ້​ກອງນໍ້າມັນເຊື້ອໄຟ.

    2. ນັ່ງ​ຢູ່​ບ່ອນ​ນັ່ງ​ຂອງ​ຜູ້​ນຳ​ໃຊ້ ແລະ ຮັດສາຍ​ແອວ​ນິລະ​ໄພ.

    3. ໃຫ້​ແນ່​ໃຈວ່າໄດ້ໃສ່ເບຣກມືແລ້ວ ແລະ ໄດ້​ປົດ PTO ແລ້ວ.

    4. ອຸ່ນ​ຈັກ​ໂດຍ​ການ​ບິດສະ​ວິດກະແຈໃນໄປ​ຫາຕຳແໜ່ງ ເປີດ.

    5. ກົດ​ສະ​ວິດ​ຫົວເຜົາ​ຄ້າງ​ໄວ້ເປັນ​ເວ​ລາ 10 ວິ​ນາ​ທີ.

    6. ບິດ​ປຸ່ມ​ໄປ​ສູ່​ຕຳ​ແໜ່ງຕິດ​ຈັກ, ແກ່ວງຈັກບໍ່ເກີນ 15 ວິນາທີ ແລະ ປ່ອຍ​ໃຫ້​ກະ​ແຈ​ກັບ​ຄືນ​ສູ່​ຕຳ​ແໜ່ງເປີດ.

      Note: ຖ້າຈຳເປັນຕ້ອງອຸ່ນເຄື່ອງເພີ່ມເຕີມ, ໃຫ້ບິດ​ກະແຈໄປທີ່ຕຳແໜ່ງປິດ, ຈາກນັ້ນໄປທີ່ຕຳແໜ່ງເປີດ/ອຸ່ນເຄື່ອງ . ເຮັດຂະບວນການນີ້ຊ້ຳຄືນຕາມທີ່​ຈຳ​ເປັນ.

    7. ຍ້າຍ​ຄັນ​ເລັ່ງ​ໄປ​ຫາ​ຄວາມ​ໄວ​ກາ​ລັງ​ຕີ ຫຼື ຄວາມ​ເລັ່ງ​ບາງ​ສ່ວນ ແລະ ຕິດ​ຈັກ​ໄວ້​ຈົນ​ມັນ​ອຸ່ນ.

    ການ​ຕັ້ງ​ຄ່າ​ການ​ເຮັດ​ໜ້າ​ທີ່​ຂອງ PTO ຄືນ​ໃໝ່

    Note: ຖ້າ​ທ່ານ​ອອກ​ຈາກ​ບ່ອນ​ນັ່ງ​ຂອງ​ຜູ້​ໃຊ້​ງານ​ໃນ​ຂະ​ນະ​ທີ່​ສະ​ວິດ PTO ຢູ່​ໃນ​ຕຳ​ແໜ່ງເປີດ, ເຄື່ອງ​ຈັກ​ຈະ​ມອດ​ຈັກ​ໂດຍ​ອັດ​ຕະ​ໂນ​ມັດ.

    ດຳ​ເນີນ​ການຕໍ່​ໄປ​ນີ້ເພື່ອຕັ້ງ​ຄ່າ​ການ​ເຮັດ​ໜ້າ​ທີ່​ຂອງ PTO ຄືນ​ໃໝ່:

    1. ຊຸກ​ສະ​ວິດ PTO ລົງ.

    2. ຕິດຈັກ, ໃຫ້​ເບິ່ງ ການຕິດຈັກ..

    3. ດຶງສະ​ວິດ PTO ຂຶ້ນ​ເທິງ.

    ການມອດເຄື່ອງຈັກ

    1. ນຳ​ໃຊ້ການ​ຄວບ​ຄຸມ​ຄັນ​ເລັ່ງເພື່ອ​ຫຼຸດຄວາມ​ໄວ​ຂອງ​ເຄື່ອງ​ຈັກລົງ.

    2. ເຄື່ອນ​ຍ້າຍ​ສະ​ວິດ PTO ໄປທີ່ຕຳແໜ່ງປິດ.

    3. ໝູນ​ສະ​ວິດກະ​ແຈໄປທີ່ຕຳແໜ່ງປິດ ແລະ ຖອດກະ​ແຈອອກຈາກສະວິດ.

    ຫຼັງຈາກການປະຕິບັດງານ

    ຄວາມປອດໄພຫຼັງຈາກການປະຕິບັດງານ

    ຄວາມປອດໄພທົ່ວໄປ

    • ມອດຈັກ, ຖອດກະແຈ ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ອານາໄມຫຍ້າ ແລະ ສິ່ງເສດເຫຼືອຈາກໜ່ວຍຕັດ, ທໍ່ໄອເສຍ ແລະ ສ່ວນຕ່າງໆຂອງ​ເຄື່ອງ​ຈັກເພື່ອຊ່ວຍປ້ອງກັນໄຟໄໝ້. ອະ​ນາ​ໄມນໍ້າມັນເຄື່ອງ ຫຼື ນໍ້າມັນເຊື້ອໄຟທີ່ກະເດັນອອກ.

    • ຖ້າ​ໜ່ວຍ​ຕັດ​ຢູ່​ໃນ​ຕຳ​ແໜ່ງ​ການ​ຂົນ​ສົ່ງ, ໃຫ້​ໃສ່​ລັອກ​ໄວ້ (ຖ້າ​ມີ) ກ່ອນ​ທີ່​ທ່ານ​ຈະ​ປະປ່ອຍ​ເຄື່ອງ​ຈັກ​ໄວ້​ບໍ່​ມີ​ຄົນ​ເບິ່ງ.

    • ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງ​ກ່ອນ​ທີ່​ຈະ​ເກັບ​ຮັກ​ສາ​ເຄື່ອງ​ຈັກ​ໄວ້​ຢູ່​ໃນ​ບ່ອນ​ປິດ​ໃດ​ໜຶ່ງ.

    • ຖອດ​ກະ​ແຈ​ອອກ ແລະ ປິດ​ນ້ຳ​ມັນ (ຖ້າ​ໄດ້​ຕິດ​ຕັ້ງ​ມາ) ກ່ອນ​ທີ່​ຈະ​ເກັບ​ເຄື່ອງ​ຈັກ​ໄວ້ ຫຼື ລາກ​ໄປ.

    • ຢ່າເກັບເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເທິງເຄື່ອງໃຊ້ອື່ນໆ.

    • ຮັກສາ ແລະ ອະນາໄມສາຍ​ແອວ​ນິລະໄພຕາມທີ່ຈຳເປັນ

    ການບຳ​ລຸງ​ຮັກ​ສາໜ່ວຍຕັດ

    ທ່ານ​ສາ​ມາດ​ໝູນ​ໜ່ວຍ​ຕັດ​ຈາກ​ຕຳ​ແໜ່ງການ​ຂົນ​ສົ່ງ (A ຢູ່​ໃນ ຮູບສະແດງ 35) ໄປ​ຫາ​ຕຳ​ແໜ່ງບຳ​ລຸງ​ຮັກ​ສາ (B ຢູ່​ໃນ ຮູບສະແດງ 35) ໄດ້. ໃຊ້​ຕຳ​ແໜ່ງບຳລຸງ​ຮັກ​ສາເພື່ອ​ບຳ​ລຸງ​ຮັກ​ສາ​ໃບ​ມີດ​ໜ່ວຍ​ຕັດ ຫຼື ທຳ​ຄວາມ​ສະ​ອາດ​ຢູ່​ກ້ອງ​ໜ່ວຍ​ຕັດ, ໃຫ້​ເບິ່ງຄູ່ມືຜູ້​ໃຊ້ໜ່ວຍຕັດຂອງ​ທ່ານ.

    g258473

    ໝູນ​ໜ່ວຍ​ຕັດ​ໄປ​ທີ່​ຕຳ​ແໜ່ງ

    ປະ​ຕິ​ບັດ​ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້​ເພື່ອ​ໝູນ​ໜ່ວຍ​ຕັດ​ຈາກ​ຕຳ​ແໜ່ງການ​ຂົນ​ສົ່ງໄປ​ຫາ​ຕຳ​ແໜ່ງບຳ​ລຸງ​ຮັກ​ສາ.

    ຄຳເຕືອນ

    ຖ້າ​ທ່ານ​ປະ​ກະ​ແຈ​ໄວ້​ໃນ​ຢູ່​ໃນ​ສະ​ວິດ, ບາງ​ຄົນ​ສາ​ມາດ​ຕິດ​ຈັກ​ໄດ້​ໂດຍ​ບັງ​ເອີນ ແລະ ເຮັດ​ໃຫ້​ທ່ານ ຫຼື ຄົນ​ອື່ນ​ທີ່​ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້.

    ຖອດ​ກະ​ແຈ​ອອກ​ຈາກ​ສະ​ວິດ ແລະ ຢ່າ​ຕິດ​ຈັກໃນ​ເວ​ລາ​ທີ່​ໜ່ວຍ​ຕັດ​ຢູ່​ໃນ​ຕຳ​ແໜ່ງບຳ​ລຸງ​ຮັກ​ສາ.

    1. ຈອດເຄື່ອງຈັກຢູ່ໃນພື້ນພຽງ​ໄດ້​ລະ​ດັບ.

    2. ກົດ​ປຸ່ມ​ຍົກ​ເພື່ອ​ຍົກ​ໜ່ວຍ​ຕັດ​ຂຶ້ນ​ສູ່​ຕຳ​ແໜ່ງການ​ຂົນສົ່ງ.

    3. ໃສ່ເບຣກມື, ມອດຈັກ ແລະ ຖອດກະແຈອອກ.

    4. ເອົາ​ເຂັມ​ຂັດ​ອອກ​ຈາກ​ແຜ່ນ​ຄວາມ​ສູງ​ຂອງ​ການ​ຕັດ (ຮູບສະແດງ 36).

      g258474
    5. ໝູນ​ໜ່ວຍ​ຕັດ (ຮູບສະແດງ 37) ເພື່ອ​ໃຫ້ສະ​ຫຼັກ​ເຂົ້າ​ກັບຫ່ວງ​ເຫຼັກ​ເກາະ (ຮູບສະແດງ 38).

      ຄຳເຕືອນ

      ໜ່ວຍຕັດໜັກ.

      ໃຊ້​ຄວາມ​ຊ່ວຍ​ເຫຼືອ​ເມື່ອ​ທ່ານ​ຍົກ​ໜ່ວຍ​ຕັດ.

      g298275
      g298276

    ໝູນ​ໜ່ວຍ​ຕັດ​ໄປ​ທີ່​ຕຳ​ແໜ່ງ

    ປະ​ຕິ​ບັດ​ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້​ເພື່ອ​ໝູນ​ໜ່ວຍ​ຕັດ​ຈາກ​ຕຳ​ແໜ່ງການບຳ​ລຸງ​ຮັກ​ສາໄປ​ຫາ​ຕຳ​ແໜ່ງການ​ຂົນ​ສົ່ງ.

    1. ປ່ອຍ​ສະ​ຫຼັກ​ໜ່ວຍ​ຕັດ​ອອກ​ຈາກຫ່ວງ​ເຫຼັກ​ເກາະ (ຮູບສະແດງ 39) ໂດຍ​ການ​ໝູນ​ໜ່ວຍ​ຕັດ​ເລັກ​ນ້ອຍ (ໃຫ້​ເບິ່ງ ຮູບສະແດງ 37) ແລະ ດຶງ​ບ່ອນ​ຈັບ​ສະ​ຫຼັກ​ໄປ​ທາງ​ໜ້າ.

      g298277
    2. ໝູນ​ໜ່ວຍ​ຕັດ​ລົງ​ຊ້າໆ​ຈົນ​ກວ່າ​ເຂັມ​ຂັດ​ສຳ​ຜັດ​ກັບ​ແຜ່ນ​ແຂນ​ຍົກ (A ຢູ່​ໃນ ຮູບສະແດງ 40).

      g298288
    3. ໃຊ້​ຕີນ​ຂອງ​ທ່ານ​ເພື່ອ​ກົດ​ໜ່ວຍ​ຕັດ​ລົງ, ຈາກ​ນັ້ນ​ດຶງ​ອອກ​ໃນ​ເຂັມ​ຂັດ (B ຢູ່​ໃນ ຮູບສະແດງ 40) ເພື່ອ​ປ່ອຍ​ໃຫ້​ໜ່ວຍ​ຕັດ​ຕັ້ງ​ໄປ​ຢູ່​ໃນ​ຕຳ​ແໜ່ງການ​ຂົນ​ສົ່ງ.

    4. ສອດ​ເຂັມ​ຂັດ​ຄວາມ​ສູງ​ຂອງ​ການ​ຕັດ​ເຂົ້າ​ໄປ​ຜ່ານ​ແຜ່ນ​ຄວາມ​ສູງ​ຂອງ​ການ​ຕັດ ແລະ ໂສ້.

    ການລາກເຄື່ອງຈັກ

    ຖ້າ​ມັນ​ຈຳ​ເປັນ​ຕ້ອງ​ໄດ້​ລາກ ຫຼື ຊຸກ​ເຄື່ອງ​ຈັກ, ປ້ຳ​ດຶງຕ້ອງ​ຖືກ​ຕັ້ງເພື່ອ​ໃຫ້ນ້ຳ​ມັນ​ໄຮໂດຼ​ລິກໄປ​ທາງ​ລັດ. ເຄື່ອນ​ຍ້າຍ​ເຄື່ອງ​ຈັກ​ໃນ​ຄວາມ​ໄວ​ຕ່ຳ​ກວ່າ 4.8 ກມ/ຊມ (3 ໄມ/ຊມ) ແລະ ເປັນ​ໄລ​ຍະ​ທາງ​ໃກ້ໆ.

    Important: ຖ້າ​ເກີນ​ຂີດ​ຈຳ​ກັດ​ການ​ລາກ, ອາດ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຮຸນ​ແຮງ​ຕໍ່​ກັບ​ປ້ຳ​ໄຮ​ໂດ​ຣ​ລິກ​ໄດ້.ຖ້າ​ຈຳ​ເປັນ​ຕ້ອງ​ຍ້າຍ​ເຄື່ອງ​ຈັກ​ໄປ​ໄກ​ກວ່າ​ໄລ​ຍະ​ໃກ້, ຄວນເອົາເຄື່ອງ​ຈັກ​ໃສ່​ລົດ​ພ່ວງຂົນ​ສົ່ງ​ໄປ.

    1. ເຂົ້າ​ເຖິງວາວ​ຂ້າມ​ຜ່ານ​ຈາກ​ກ້ອງ​ເຄື່ອງ​ຈັກ.

      g297087
    2. ໃຊ້​ກະ​ແຈບ້ວງ 18 ມມ (11/16 ນິ້ວ) ເພື່ອ​ມາຍ​ວາວ​ຂ້າມ​ຜ່ານ, ຈາກ​ນັ້ນ​ເປີດ​ວາວ 3 ການ​ປ່ຽນ​ແປງ​ສູງ​ສຸດ.

      Important: ຢ່າ​ຕິດ​ຈັກ ຫຼື ແລ່ນ​ເຄື່ອງ​ຈັກ​ໃນ​ເວ​ລາ​ທີ່​ວາວ​ຖືກ​ຕັ້ງ​ໄວ້​ຢູ່​ຕຳ​ແໜ່ງ​ຂ້າມ​ຜ່ານ.

    3. ຫຼັງ​ຈາກ​ການ​ລາກ ແລະ ກ່ອນ​ການ​ຕິດ​ຈັກ, ຮັດ​ວາວ​ຂ້າມ​ຜ່ານ​ໃຫ້​ແໜ້ນ​ໃຫ້ຮອດ 20 N·m (15 ft-lb).

    ການຂົນເຄື່ອງຈັກ

    • ໃຊ້ຄວາມ​ລະ​ມັດ​ລະ​ວັງ​ໃນ​ເວ​ລາ​ເອົາ​ເຄື່ອງ​ຈັກຂຶ້ນ ຫຼື ລົງ​ຈາກລົດພ່ວງ ຫຼື ລົດບັນທຸກ.

    • ໃຊ້ທາງລາດເຕັມຄວາມກ້ວາງສຳລັບການເອົາເຄື່ອງຈັກຂຶ້ນ​ໃສ່​ໃນລົດພ່ວງ ຫຼື ລົດບັນທຸກ.

    • ມັດເຄື່ອງຈັກໃຫ້​ຮັບ​ປະ​ກັນ.

    • ຖອດ​ກະ​ແຈ​ກ່ອນ​ການເກັບມ້ຽນ ຫຼື ຂົນ​ສົ່ງເຄື່ອງຈັກ.

    ການບຳລຸງຮັກສາ

    Note: ກໍານົດດ້ານຊ້າຍ ແລະ ຂວາຂອງເຄື່ອງຈາກຕໍາແຫນ່ງປະຕິບັດງານປົກກະຕິ.

    Note: ດາວໂຫຼດສຳເນົາແຜນ​ຜັງໄຟຟ້າ ຫຼື ໄຮໂດຼລິກບໍ່ເສຍຄ່າໂດຍເຂົ້າໄປທີ່ www.Toro.com ແລະ ຄົ້ນຫາເຄື່ອງຈັກຂອງທ່ານຈາກລິ້ງຄູ່ມືໃນໜ້າທຳອິດ.

    ຄວາມປອດໄພໃນການບຳລຸງຮັກສາ

    • ກ່ອນທີ່ທ່ານຈະອອກຈາກຕຳແໜ່ງຜູ້ປະຕິບັດງານ, ໃຫ້ເຮັດດັ່ງຕໍ່ໄປນີ້:

      • ຈອດເຄື່ອງຈັກຢູ່ໃນພື້ນບ່ອນ​ພຽງ​ໄດ້​ລະ​ດັບ.

      • ປິດ​ການ​ສົ່ງ​ພະ​ລັງ​ງານ​ອອກ ແລະ ປ່ອຍສິ່ງທີ່ຕິດມານຳຕ່ຳ​ລົງ.

      • ໃສ່​ເບ​ຣກມື.

      • ມອດຈັກ ແລະ ຖອດກະແຈ.

      • ລໍຖ້າໃຫ້ທຸກການ​ເຄື່ອນ​ໄຫວຢຸດ.

    • ຖ້າ​ທ່ານ​ປະ​ກະ​ແຈ​ໄວ້​ໃນ​ຢູ່​ໃນ​ສະ​ວິດ, ບາງ​ຄົນ​ສາ​ມາດ​ຕິດ​ຈັກ​ໄດ້​ໂດຍ​ບັງ​ເອີນ ແລະ ເຮັດ​ໃຫ້​ທ່ານ ຫຼື ຄົນ​ອື່ນ​ທີ່​ຢືນ​ຢູ່​ໃກ້​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ໄດ້. ຖອດ​ກະ​ແຈ​ອອກ​ຈາກ​ສະ​ວິດ​ກ່ອນ​ທີ່​ທ່ານ​ຈະ​ດຳ​ເນີນ​ການ​ບຳ​ລຸງ​ຮັກ​ສາ​ໃດ​ໜຶ່ງ.

    • ປ່ອຍໃຫ້ອົງປະກອບຂອງເຄື່ອງຈັກເຢັນກ່ອນປະຕິບັດການບຳລຸງຮັກສາ.

    • ຖ້າ​ໜ່ວຍ​ຕັດ​ຢູ່​ໃນ​ຕຳ​ແໜ່ງ​ການ​ຂົນ​ສົ່ງ, ໃຫ້​ໃສ່​ລັອກ​ໄວ້ (ຖ້າໄດ້​ຕິດ​ຕັ້ງ​ມາ​ນຳ) ກ່ອນ​ທີ່​ທ່ານ​ຈະ​ປະປ່ອຍ​ເຄື່ອງ​ຈັກ​ໄວ້​ບໍ່​ມີ​ຄົນ​ເບິ່ງ.

    • ຖ້າເປັນໄປໄດ້, ຢ່າດຳ​ເນີນການບຳລຸງຮັກສາໃນຂະນະທີ່ເຄື່ອງຈັກກຳລັງແລ່ນຢູ່. ຢູ່ຫ່າງຈາກຊິ້ນສ່ວນເຄື່ອນໄຫວ.

    • ຄ້ຳ​ເຄື່ອງ​ຈັກ​ດ້ວຍຂາກະລິກທຸກຄັ້ງທີ່ທ່ານເຮັດວຽກຢູ່ກ້ອງ​ເຄື່ອງ​ຈັກ.

    • ປ່ອຍຄວາມດັນຢ່າງລະມັດລະວັງຈາກສ່ວນປະກອບທີ່ມີພະລັງງານເກັບໄວ້.

    • ຮັກສາອາໄຫຼ່ທຸກອັນຂອງເຄື່ອງຈັກໃຫ້ຢູ່ໃນສະພາບການເຮັດວຽກທີ່ດີ ແລະ ຫັນສ່ວນ​ປະ​ກອບຕ່າງໆໃຫ້ແໜ້ນ, ໂດຍ​ສະ​ເພາະ​ແມ່ນ​ອຸ​ປະ​ກອນ​ຕິດ​ໃສ່​ໃບ​ມີດ.

    • ປ່ຽນສະຫຼາກທີ່ຫ້ຽນ ຫຼື ເສຍຫາຍທັງໝົດ.

    • ເພື່ອຮັບປະກັນຄວາມປອດໄພ, ປະສິດທິພາບທີ່ດີທີ່ສຸດຂອງເຄື່ອງຈັກ, ໃຊ້ພຽງແຕ່ອາໄຫຼ່ຂອງແທ້ຂອງ Toro ເທົ່າ​ນັ້ນ. ການປ່ຽນອາໄຫຼ່ທີ່ຜະລິດໂດຍຜູ້ຜະລິດອື່ນໆອາດຈະເປັນອັນຕະລາຍ ແລະ ການນຳໃຊ້ດັ່ງກ່າວສາມາດເຮັດ​ໃຫ້ການຮັບປະກັນສິນຄ້າເປັນ​ໂມ​ຄະ.

    ຕາຕະລາງການບຳລຸງຮັກສາທີ່ແນະນຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫຼັງຈາກຊົ່ວໂມງທຳອິດ
  • ການບິດນັອດຮັດລໍ້ລົດ.
  • ຫລັງຈາກ 10 ຊົ່ວໂມງທໍາອິດ
  • ບິດນັອດຮັດລໍ້ລົດ.
  • ການກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ.
  • ຫລັງຈາກ 50 ຊົ່ວໂມງທໍາອິດ
  • ການກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ.
  • ຫລັງຈາກ 1000 ຊົ່ວໂມງທໍາອິດ
  • ປ່ຽນ​ນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ໝໍ້ກອງໄຮໂດຼລິກ.
  • ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ການກວດ​ເບິ່ງ​ຄວາມ​ດັນ​ລົມ​ຢູ່​ໃນ​ຢາງ​ລົດ.
  • ກວດເບິ່ງລະບົບອິນເຕີລັອກ.
  • ໃສ່​ກະ​ແລັດ​ເພົາ​ຂັບ​ເຄື່ອນ PTO (ລູກ​ບີ່​ໄຂ່​ວ ແລະ ຮ່ອງ​ຟັນ​ເຟືອງ​ສ່ອງ).
  • ກວດເບິ່ງລະດັບນໍ້າມັນເຄື່ອງ.
  • ກວດ​ເບິ່ງ​ຕົວ​ຊີ້ບອກ​ການ​ຈຳ​ກັດ​ເຕົ້າ​ກອງ​ອາ​ກາດ ແລະ ປ່ຽນ​ສ່ວນ​ປະ​ກອບ​ເຄື່ອງກອງ, ຖ້າ​ຈຳ​ເປັນ.
  • ການກວດເບິ່ງລະບົບທຳຄວາມເຢັນ ແລະ ລະ​ດັບ​ນ້ຳ​ຢາ​ທຳ​ຄວາມ​ເຢັນ.
  • ເອົາ​ເສດ​ຂີ້​ເຫຍື້ອ​ອອກ​ຈາກ​ບໍ​ລິ​ເວນ​ເຄື່ອງ​ຈັກ, ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ, ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນເຊື້ອ​ໄຟ ແລະ ໝໍ້​ນ້ຳ (ອະ​ນາ​ໄມ​ພວກ​ມັນ​ເລື້ອຍໆ​ຢູ່​ໃນ​ສະ​ພາບ​ທີ່​ເປື້ອນ ຫຼື ມີ​ຝຸ່ນຫຼາຍ).
  • ກວດເບິ່ງລະດັບນ້ຳມັນໄຮໂດຼລິກ.
  • ທຸກໆ 50 ຊົ່ວໂມງ
  • ການໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່.
  • ລະ​ບາຍ​ນ້ຳ ຫຼື ສິ່ງ​ປົນ​ເປື້ອນ​ຈາກໝໍ້​ແຍກ​ນ້ຳມັນ/ນ້ຳ.
  • ກວດ​ເບິ່ງ​ການ​ເຊື່ອມ​ຕໍ່​ຂອງ​ສາຍ​ແບັດ​ເຕີ​ຣີ.
  • ກວດ​ເບິ່ງ​ສະ​ພາບ​ແບັດ​ເຕີ​ຣີ; ທຳ​ຄວາມ​ສະ​ອາດ​ແບັດ​ເຕີ​ຣີ, ຖ້າ​ຈຳ​ເປັນ.
  • ກວດ​ເບິ່ງ​ລະ​ດັບ​ນ້ຳ​ກົດ​ແບັດ​ເຕີ​ຣີ​ເມື່ອ​ຢູ່​ໃນ​ການ​ໃຊ້​ງານ (ຖ້າ​ສາ​ມາດ​ເຮັດ​ໄດ້).
  • ການກວດ​ເບິ່ງ​ຕະ​ແກງ​ນຳ​ອາ​ກາດ​ເຂົ້າ​ຝາ​ກະ​ໂປ່ງ.
  • ການກວດ​ເບິ່ງ ແລະ ທຳ​ຄວາມ​ສະ​ອາດ​ຕະ​ແກງ​ນຳ​ອາ​ກາດ​ເຂົ້າ​ຝາ​ກະ​ໂປ່ງ.
  • ທຸກໆ 100 ຊົ່ວໂມງ
  • ການກວດ​ເບິ່ງສະ​ພາບ ແລະ ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ.
  • ກວດ​ເບິ່ງ​ສະ​ພາບ​ຂອງ​ສາຍ​ພານ​ດຶງ.
  • ທຸກໆ 200 ຊົ່ວໂມງ
  • ການບິດນັອດຮັດລໍ້ລົດ.
  • ການກວດກາເບິ່ງທໍ່ລະບົບທຳຄວາມເຢັນ.
  • ການ​ປັບ​ຊ່ອງ​ຫວ່າງ​ຄາດ PTO.
  • ທຸກໆ 250 ຊົ່ວໂມງ
  • ປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ (ເມື່ອ​ໄດ້​ນຳ​ໃຊ້​ເຄື່ອງ​ຈັກ​ຢູ່​ໃນ​ສະ​ພາບ​ທີ່​ເປື້ອນ ຫຼື ມີ​ຝຸ່ນ) [ລຸ້ນ 31900 ແລະ 31901 ເທົ່າ​ນັ້ນ].
  • ປ່ຽນ​ສ່ວນ​ປະ​ກອບ​ເຕົ້າ​ກອງ​ອາ​ກາດ.
  • ການກວດ​ເບິ່ງ ແລະ ທຳ​ຄວາມ​ສະ​ອາດ​ແຜງ​ທຳ​ຄວາມ​ເຢັນ (ອະ​ນາ​ໄມ​ພວກ​ມັນ​ເລື້ອຍໆ​ຢູ່​ໃນ​ສະ​ພາບ​ທີ່​ເປື້ອນ ຫຼື ມີ​ຝຸ່ນ​ຫຼາຍ).
  • ທຸກໆ 400 ຊົ່ວໂມງ
  • ປ່ຽນໝໍ້ແຍກນ້ຳມັນ/ນ້ຳ.
  • ການປ່ຽນໝໍ້ກອງນໍ້າມັນເຊື້ອໄຟ.
  • ການກວດກາທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່.
  • ກວດ​ເບິ່ງ​ເບ​ຣກ​ມື ແລະ ປັບ, ຖ້າ​ຈຳ​ເປັນ.
  • ທຳ​ຄວາມ​ສະ​ອາດ​ໝໍ້​ກອງ​ອາ​ກາດ, ປ່ຽນ​ຖ່າຍ​ພວກ​ມັນ, ຖ້າ​ພວກ​ມັນ​ສີກ​ຂາດ ຫຼື ເປື້ອນ​ຫຼາຍ.
  • ທຸກໆ 500 ຊົ່ວໂມງ
  • ການປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ.
  • ທຸກໆ 800 ຊົ່ວໂມງ
  • ປ່ຽນ​ໝໍ້​ກອງ​ໄຮ​ໂດຼ​ລິກ (ຖ້າ​ທ່ານບໍ່ໃຊ້​ນ້ຳ​ມັນ​ໄຮ​ໂດຼ​ລິກ​ຕາມ​ທີ່​ແນະ​ນຳ ຫຼື ຕື່ມ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ທາງ​ເລືອກ​ໃສ່​ຖັງ).
  • ປ່ຽນນ້ຳ​ມັນ​ໄຮ​ໂດຼ​ລິກ (ຖ້າ​ທ່ານບໍ່ໃຊ້ນ້ຳ​ມັນ​ໄຮ​ໂດຼ​ລິກ​ຕາມ​ທີ່​ແນະ​ນຳ ຫຼື ຕື່ມ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ທາງ​ເລືອກ​ໃສ່​ຖັງ).
  • ທຸກໆ 1,000 ຊົ່ວໂມງ
  • ປ່ຽນ​ໝໍ້​ກອງໄຮໂດຼລິກ (ຖ້າ​ທ່ານ​ກຳ​ລັງ​ໃຊ້​ນ້ຳ​ມັນ​ໄຮ​ໂດຣ​ລິກ​ຕາມ​ທີ່​ແນະນຳ​ໃຫ້).
  • ທຸກໆ 1,500 ຊົ່ວໂມງ
  • ປ່ຽນ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ເຄື່ອງ​ຈັກ
  • ທຸກໆ 2,000 ຊົ່ວໂມງ
  • ປ່ຽນນ້ຳ​ມັນໄຮໂດຼລິກ (ຖ້າ​ທ່ານ​ກຳ​ລັງ​ໃຊ້​ນ້ຳ​ມັນ​ໄຮ​ໂດຣ​ລິກ​ຕາມ​ທີ່​ແນະນຳ​ໃຫ້).
  • ລາຍເດືອນ
  • ກວດ​ເບິ່ງ​ລະ​ດັບ​ນ້ຳ​ກົດ​ແບັດ​ເຕີ​ຣີ​ເມື່ອເຄື່ອງ​ຈັກ​ຢູ່​ໃນ​ບ່ອນ​ເກັບ​ຮັກ​ສາ (ຖ້າ​ສາ​ມາດ​ເຮັດ​ໄດ້).
  • ປະຈຳປີ
  • ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນເຊື້ອໄຟ
  • ທຸກໆ 2 ປີ
  • ປ່ຽນທໍ່ເຄື່ອນ​ໄຫວ.
  • Important: ໃຫ້​ເບິ່ງ​ປຶ້ມ​ຄູ່​ມື​ຂອງ​ຜູ້​ໃຊ້ເຄື່ອງຈັກຂອງທ່ານສຳລັບຂັ້ນຕອນການບຳລຸງຮັກສາເພີ່ມເຕີມ.

    ລາຍການກວດການບຳລຸງຮັກສາປະຈຳວັນ

    ເຮັດຊ້ຳຄືນ​ຕາມໜ້ານີ້ສຳລັບການນຳໃຊ້ປົກກະຕິ.

    ລາຍການກວດກາການບຳລຸງຮັກສາສຳລັບອາທິດຂອງ:
    ຈັນ.ອັງຄານ.ພຸດ.ພະຫັດ.ສຸກ.ເສົາ.ອາທິດ.
    ກວດເບິ່ງການປະຕິບັດງານດ້ານຄວາມປອດໄພຂອງອິນເຕີລັອກ.       
    ກວດ​ເບິ່ງວ່າ ROPS ຖືກ​ຍົກ​ຂຶ້ນ​ເຕັມ​ທີ່ ແລະ ລັອກ​ໄວ້​ໃນ​ຕຳ​ແໜ່ງ​ແລ້ວ​ບໍ່.       
    ກວດເບິ່ງການເຮັດ​ວຽກ​ຂອງເບ​ຣກມື.       
    ກວດເບິ່ງລະດັບນ້ຳມັນເຊື້ອໄຟ.       
    ກວດເບິ່ງລະດັບນໍ້າມັນເຄື່ອງ.       
    ກວດເບິ່ງລະດັບຂອງ​ແຫຼວຂອງລະບົບທຳ​ຄວ​າມເຢັນ.       
    ລະບາຍ​ໝໍ້​ແຍກນ້ຳ/ນ້ຳ​ມັນ.       
    ກວດ​ເບິ່ງຕົວຊີ້ບອກຕົວກັ່ນ​ຕອງ​ອາ​ກາດ.3       
    ກວດເບິ່ງໝໍ້ທຳ​ຄວາມ​ເຢັນ ແລະ ຕະ​ແກງກອງສິ່ງເສດເຫຼືອ.       
    ກວດຊອກ​ຫາສຽງລົບກວນຂອງເຄື່ອງຈັກທີ່ຜິດ​ປົກ​ກະ​ຕິ.1.       
    ກວດຊອກ​ຫາສຽງລົບກວນການ​ດຳ​ເນີນ​ງານທີ່ຜິດ​ປົກ​ກະ​ຕິ.       
    ກວດເບິ່ງຄວາມ​ເສຍ​ຫາຍ​ຂອງທໍ່ໄຮໂດຼລິກ.       
    ກວດເບິ່ງການຮົ່ວໄຫຼຂອງແຫຼວ.       
    ກວດເບິ່ງຄວາມດັນຂອງຢາງລົດ.       
    ກວດເບິ່ງການປະຕິບັດງານຂອງເຄື່ອງມື.       
    ໃສ່​ນ້ຳ​ມັນຫຼໍ່ມື່ນອຸປະກອນກະແລັດທັງໝົດ.2       
    ຕົບ​ແຕ່ງສີທີ່ລອກຄືນ.       
    ກວດ​ກາ​ເບິ່ງສາຍ​ແອວ​ນິລະ​ໄພ.       

    1 ກວດເບິ່ງຫົວເຜົາ ແລະ ຫົວສີດ, ຖ້າຕິດຈັກຍາກ, ມີຄວັນເສຍຫຼາຍເກີນໄປ ຫຼື ເຄື່ອງ​ຈັກ​ເດີນ​ບໍ່​ສະ​ເໝີ

    2ທັນທີຫຼັງຈາກການລ້າງທຸກໆຄັ້ງ, ໂດຍບໍ່ຄຳ​ນຶງ​ເຖິງໄລຍະຫ່າງທີ່ລະບຸໄວ້

    3ຖ້າ​ຕົວ​ຊີ້ບອກ​ສະ​ແດງ​ໃຫ້​ເຫັນ​ເປັນ​ສີ​ແດງ

    ການ​ບັນ​ທຶກ​ບໍ​ລິ​ເວນທີ່ໜ້າເປັນຫ່ວງ
    ການກວດກາປະຕິບັດໄປຕາມ:
    ລາຍ​ການວັນທີຂໍ້ມູນ
       
       
       

    ຂັ້ນຕອນການບຳລຸງຮັກສາກ່ອນລ່ວງໜ້າ

    ການ​ຍົກ​ໂຕເຄື່ອງ​ຈັກ​ຂຶ້ນ

    ອັນຕະລາຍ

    ກະ​ລິກ​ຄ້ຳ ຫຼື ກະ​ລິກ​ໄຮ​ໂດຼ​ລິກ​ອາດ​ຈະ​ບໍ່​ຄ້ຳ​ເຄື່ອງ​ຈັກ​ໄດ້ ແລະ ເຮັດ​ໃຫ້​ເກີດ​ການ​ບາດ​ເຈັບ​ຮ້າຍ​ແຮງໄດ້.

    • ໃຊ້ກະລິກເພື່ອຄ້ຳເຄື່ອງຈັກທີ່​ຍົກ​ຂຶ້ນ.

    • ໃຊ້​ພຽງ​ແຕ່​ກະ​ລິກ​ຄ້ຳ ຫຼື ກະ​ລິກ​ໄຮ​ໂດຼ​ລັກ​ເທົ່າ​ນັ້ນ​ເພື່ອ​ຍົກ​ເຄື່ອງ​ຈັກ.

    ການ​ຍົກ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ

    Important: ໃຫ້​ແນ່​ໃຈ​ວ່າບໍ່​ມີ​ສາຍ​ໄຟ ຫຼື ສ່ວນ​ປະ​ກອບ​ໄຮ​ໂດຼລິກຢູ່​ລະ​ຫວ່າງ​ກະ​ລິກ ແລະ ໂຄງ.

    g299729
    1. ໝູນ 2 ລໍ້ຫຼັງດ້ວຍ​ໄມ້​ໝູນ​ເພື່ອ​ປ້ອງ​ກັນ​ເຄື່ອງ​ຈັກ​ເຄື່ອນ​ຍ້າຍ.

    2. ວາງ​ຕຳ​ແໜ່ງ​ກະ​ລິກ​ໃຫ້​ຮັບ​ປະ​ກັນ​ຢູ່​ກ້ອງ​ຈຸດ​ໃສ່​ກະ​ລິກ​ທີ່​ຕ້ອງ​ການ.

    3. ຫຼັງ​ຈາກ​ການ​ຍົກ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ, ໃຊ້​ຂາ​ຄ້ຳ​ກະ​ລິກ​ທີ່​ເໝາະ​ສົມ​ໃສ່​ກ້ອງ​ໂຄງ​ເຄື່ອງ​ຈັກ​ເພື່ອ​ຄ້ຳ​ເຄື່ອງ​ຈັກ.

    ການ​ຍົກ​ດ້ານ​ຫຼັງຂອງ​ເຄື່ອງ​ຈັກ

    Important: ໃຫ້​ແນ່​ໃຈ​ວ່າບໍ່​ມີ​ສາຍ​ໄຟ ຫຼື ສ່ວນ​ປະ​ກອບ​ໄຮ​ໂດຼລິກຢູ່​ລະ​ຫວ່າງ​ກະ​ລິກ ແລະ ໂຄງ.

    g299730
    1. ໝູນ 2 ລໍ້ໜ້າດ້ວຍ​ໄມ້​ໝູນ​ເພື່ອ​ປ້ອງ​ກັນ​ເຄື່ອງ​ຈັກ​ເຄື່ອນ​ຍ້າຍ.

    2. ວາງ​ຕຳ​ແໜ່ງ​ກະ​ລິກ​ໃຫ້​ຮັບ​ປະ​ກັນ​ຢູ່​ກ້ອງ​ຈຸດ​ໃສ່​ກະ​ລິກ​ທີ່​ຕ້ອງ​ການ.

      Important: ເຄື່ອງ​ຈັກ​ຂັບ​ເຄື່ອນ 4 ລໍ້ມີ​ສາຍ​ໄຮ​ໂດ​ຣ​ລິກ​ທີ່​ແລ່ນ​ໄປ​ໃກ້​ໂຄງ. ໃຫ້​ແນ່​ໃຈ​ວ່າ​ກະ​ລິກ​ຂອງ​ທ່ານ​ວາງ​ໃນ​ຕ່ຳ​ແໜ່ງ​ເພື່ອ​ໃຫ້​ສາຍ​ໄຮ​ໂດຼ​ລິກ​ບໍ່​ຖືກ​ເສຍ​ຫາຍ​ໃນ​ຂະ​ນະ​ທີ່​ຍົກ​ເຄື່ອງ​ຈັກ​ຂຶ້ນ.

    3. ຫຼັງ​ຈາກ​ການ​ຍົກ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ, ໃຊ້​ຂາ​ຄ້ຳ​ກະ​ລິກ​ທີ່​ເໝາະ​ສົມ​ໃສ່​ກ້ອງ​ໂຄງ​ເຄື່ອງ​ຈັກ​ເພື່ອ​ຄ້ຳ​ເຄື່ອງ​ຈັກ.

    ການຍົກຝາກະໂປ່ງຂຶ້ນ

    1. ປ່ອຍ​ສາຍ​ຮັດ​ອອກ​ຈາກ​ແຕ່​ລະ​ດ້ານ​ຂອງ​ເຄື່ອງ​ຈັກ (ຮູບສະແດງ 44).

      g285428
    2. ຍົກຝາກະໂປ່ງຂຶ້ນ (ຮູບສະແດງ 44).

    Note: ຖ້າ​ເຄື່ອງ​ຈັກ​ຂອງ​ທ່ານ​ມີ​ລັອກ​ຝາ​ກະ​ໂປ່ງ​ຕິດ​ຕັ້ງ​ມາ​ນຳ, ໃຊ້​ກະ​ແຈ​ເພື່ອ​ປົດ​ລັອກ ແລະ ຍົກຝາກະໂປ່ງຂຶ້ນ.

    ການຫລໍ່ມື່ນ

    ການໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ໃສ່​ກະ​ແລັດ​ເພົາ​ຂັບ​ເຄື່ອນ PTO (ລູກ​ບີ່​ໄຂ່​ວ ແລະ ຮ່ອງ​ຟັນ​ເຟືອງ​ສ່ອງ).
  • ທຸກໆ 50 ຊົ່ວໂມງ
  • ການໃສ່ກະແລັດລູກບີ່ ແລະ ປອກ​ລູກ​ບີ່.
  • ເຄື່ອງຈັກມີສິ່ງຕິດ​ຕັ້ງ​ທີ່ມີກະແລັດທີ່ທ່ານຕ້ອງໄດ້ຫຼໍ່ມື່ນເປັນປະຈຳດ້ວຍກະແລັດຣີທຽມເບີ 2.

    Important: ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ເຄື່ອງ​ຈັກ​ທັນ​ທີ​ຫຼັງ​ຈາກ​ການ​ລ້າງ​ແຕ່​ລະ​ຄັ້ງ.

    • ແຂນ​ຄ້ຳຕົວ​ຢູ່​ເສີຍໆ (ຮູບສະແດງ 45)

      g300631
    • ເພົາ​ຂັບ​ເຄື່ອນ PTO (ຮູບສະແດງ 46)

      Important: ໃສ່​ກະ​ແລັດ​ເພົາ​ຂັບ​ເຄື່ອນ​ກ່ອນ​ການ​ນຳ​ໃຊ້​ແຕ່​ລະ​ຄັ້ງ ຫຼື ແຕ່​ລະ​ວັນ.

      g303694
    • ສະ​ຫຼັກ​ແກນ​ໝູນ (ຮູບສະແດງ 47)

      g308668
    • ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ (ຮູບສະແດງ 48):

      • ຖານ​ຮອງ​ການ​ໝູນ​ສ່ວນ​ທີ່​ຕິດ​ມາ​ນຳ (2)

      • ປອກ​ລູກ​ບີ່​ກະ​ບອກ​ສູບ​ຍົກ (2)

      • ສະ​ຫຼັກ​ໝູນແຂນຍົກ (2)

      g285509
    • ດ້ານ​ຫຼັງ​ຂອງ​ເຄື່ອງ​ຈັກ (ຮູບສະແດງ 49):

      • ບ່ອນ​ຕໍ່ລູກບີ່ກະບອກສູບໄຮ​ໂດຼ​ລິກ (2)

      • ຖານ​ຮອງ​ເດືອຍແກນ​ໝູນ (2)

      • ປາຍ​ແກນ​ມັດ (2)

      g285510

    ການບຳລຸງຮັກສາເຄື່ອງຈັກ

    ຄວາມປອດໄພຂອງເຄື່ອງຈັກ

    • ມອດຈັກ ແລະ ຖອດກະ​ແຈກ່ອນກວດການ້ຳມັນ ຫຼື ຕື່ມນ້ຳມັນເຄື່ອງໃສ່ຖັງຂໍ້ຫວ່ຽງ.

    • ຢ່າປ່ຽນແປງຄວາມ​ໄວຕົວບັນຊາ ຫຼື ເລັ່ງຄວາມໄວເຄື່ອງຈັກເກີນ.

    ການບຳລຸງຮັກ​ສານ້ຳ​ມັນເຄື່ອງຈັກ

    ການ​ເຂົ້າ​ໃຈ​ຂໍ້​ກຳ​ນົດ​ສະ​ເພາະ​ຂອງນ້ຳ​ມັນ​ເຄື່ອງ

    ປະ​ເພດ​ນ້ຳ​ມັນ​ເຄື່ອງ: ໃຊ້ນ້ຳ​ມັນ​ເຄື່ອງ​ມີ​ເທົ່າ​ຕ່ຳ, ຄຸນ​ນະ​ພາບ​ສູງທີ່​ໄດ້​ຕາມ ຫຼື ເກີນ​ຂໍ້​ກຳ​ນົດ​ສະ​ເພາະ​ຕໍ່​ໄປ​ນີ້:

    • API ໝວດ​ການ​ບຳ​ລຸງ​ຮັກ​ສາ CJ-4 ຫຼື ສູງກວ່າ

    • ACEA ໝວດ​ການ​ບຳ​ລຸງ​ຮັກ​ສາ E6

    • JASO ໝວດ​ການ​ບຳ​ລຸງ​ຮັກ​ສາ DH-2

    ຄວາມ​ຈຸ​ຖັງ​ຂໍ້​ຫວ່ຽງ:

    • ລຸ້ນ 31900 ແລະ 31901: 3.4 ລິດ (3.6 ຄະ​ວອດ​ສະ​ຫະ​ລັດ) ພ້ອມໝໍ້ກອງ

    • ລຸ້ນ 31907 ແລະ 31909: 6.6 ລິດ (7 ຄະ​ວອດ​ສະ​ຫະ​ລັດ) ພ້ອມໝໍ້ກອງ

    ຄວາມ​ໜຽວ: ໃຊ້​ນ້ຳ​ມັນ​ເຄື່ອງ​ເກ​ຣດ​ຄວາມ​ໜຽວ​ຕໍ່​ໄປ​ນີ້:

    • ນ້ຳມັນທີ່ມັກ​ໃຫ້​ໃຊ້: SAE 15W-40 (ສູງກວ່າ 0°F)

    • ນ້ຳມັນທາງ​ເລືອກ: SAE 10W-30 ຫຼື 5W-30 (ທຸກອຸນຫະພູມ)

    ນ້ຳມັນເຄື່ອງພຣີມ້ຽມ Toro ແມ່ນມີໃຫ້ຈາກຜູ້ຈຳໜ່າຍທີ່​ໄດ້​ຮັບ​ອະ​ນຸ​ຍາດຂອງທ່ານໃນເກ​ຣດຄວາມໜຽວ 15W-40 ຫຼື 10W-30.

    ການກວດເບິ່ງລະດັບນ້ຳມັນເຄື່ອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນໍ້າມັນເຄື່ອງ.
  • ເວລາທີ່ດີທີ່ສຸດໃນການກວດເບິ່ງນ້ຳມັນເຄື່ອງແມ່ນເວລາທີ່ເຄື່ອງຈັກເຢັນກ່ອນທີ່ຈະ​ຕິດ​ຈັກມັນສຳລັບມື້. ຖ້າເຄື່ອງ​ຈັກໄດ້ແລ່ນໄປແລ້ວ, ປ່ອຍໃຫ້ນ້ຳມັນໄຫຼລົງໄປໃນອ່າງຢ່າງໜ້ອຍ 10 ນາທີກ່ອນກວດເບິ່ງ.

    ຖ້າລະດັບນ້ຳມັນຢູ່ທີ່ ຫຼື ຕໍ່າກວ່າຂີດໝາຍເພີ່ມຢູ່ເທິງເຫຼັກ​ແທກ​ນ້ຳ​ມັນເຄື່ອງ, ຕື່ມນ້ຳມັນເຄື່ອງ​ໃສ່ເພື່ອໃຫ້ໄດ້ລະດັບນ້ຳມັນໄປຫາຂີດໝາຍເຕັມ. ຢ່າ​ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່​ຈັກ​ຈົນ​ລົ້ນ.

    Important: ກວດເບິ່ງນໍ້າມັນເຄື່ອງໃນ​ແຕ່​ລະ​ວັນ. ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຢູ່​ເໜືອ​ຂີດ​ເຕັມ​ໃນ​ເຫຼັກ​ຈຸ່ມ​ແທກ​ນ້ຳ​ມັນ​ເຄື່ອງ, ນ້ຳ​ມັນ​ເຄື່ອງ​ອາດ​ຈະ​ປົນ​ກັບ​ນ້ຳ​ມັນເຊື້ອ​ໄຟ. ຖ້າ​ລະ​ດັບ​ນ້ຳ​ມັນ​ເຄື່ອງ​ຢູ່​ເໜືອ​ຂີດ​ເຕັມ, ໃຫ້​ປ່ຽນນ້ຳ​ມັນ​ເຄື່ອງ.

    Important: ໃຫ້ຮັກສາລະດັບນ້ຳມັນເຄື່ອງໃນລະຫວ່າງຂີດຈຳກັດດ້ານເທິງ ແລະ ລຸ່ມໃນເຫຼັກແທກນ້ຳ​ມັນ. ເຄື່ອງ​ຈັກ​ອາດ​ຈະ​ບໍ່​ເຮັດ​ວຽກ, ຖ້າ​ທ່ານເດີນ​ເຄື່ອງ​ດ້ວຍ​ການ​ມີ​ນ້ຳ​ມັນ​ເຄື່ອງຫຼາຍເກີນ​ໄປ ຫຼື ໜ້ອຍ​ເກີນ​ໄປ.

    1. ຍົ​ກຝາ​ກະ​ໂປ່ງຂຶ້ນ; ໃຫ້​ເບິ່ງ ການຍົກຝາກະໂປ່ງຂຶ້ນ.

    2. ກວດເບິ່ງລະດັບນໍ້າມັນເຄື່ອງ, ໃຫ້​ເບິ່ງ ຮູບສະແດງ 50.

      g031256

    ການປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 250 ຊົ່ວໂມງ
  • ປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ (ເມື່ອ​ໄດ້​ນຳ​ໃຊ້​ເຄື່ອງ​ຈັກ​ຢູ່​ໃນ​ສະ​ພາບ​ທີ່​ເປື້ອນ ຫຼື ມີ​ຝຸ່ນ) [ລຸ້ນ 31900 ແລະ 31901 ເທົ່າ​ນັ້ນ].
  • ທຸກໆ 500 ຊົ່ວໂມງ
  • ການປ່ຽນນ້ຳມັນເຄື່ອງຈັກ ແລະ ໝໍ້ກອງ.
    1. ຕິດຈັກ ແລະ ປ່ອຍໃຫ້ມັນແລ່ນ 5 ນາທີເພື່ອປ່ອຍ​ໃຫ້​ນ້ຳ​ມັນ​ເຄື່ອງ​ອຸ່ນ​ຂຶ້ນ.

    2. ດ້ວຍ​ການ​ໃຫ້​ເຄື່ອງ​ຈັກ​ຈອດ​ໄວ້​ໃນ​ບ່ອນ​ພຽງ​ໄດ້​ລະ​ດັບ, ໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນທີ່ເຄື່ອນຍ້າຍຢູ່​ນັ້ນຢຸດກ່ອນ​ອອກ​ຈາກ​ຕຳ​ແໜ່ງ​ການ​ໃຊ້​ງານ.

    3. ປ່ຽນນ້ຳມັນເຄື່ອງຈັກ​ດັ່ງສະ​ແດງ​ຢູ່​ໃນ ຮູບສະແດງ 51.

      g297639
    4. ປ່ຽນກອງນ້ຳມັນເຄື່ອງຈັກ​ດັ່ງສະ​ແດງ​ຢູ່​ໃນ ຮູບສະແດງ 52.

      Note: ໃຫ້​ແນ່​ໃຈ​ວ່າ​ແຫວນ​ຮອງກອງ​ນ້ຳ​ມັນ​ເຄື່ອງ​ສຳ​ຜັດ​ກັບ​ເຄື່ອງ​ຈັກ ແລະ ຈາກ​ນັ້ນ​ບິດ​ໃຫ້​ໄດ້ອີກ ¾ ຮອບ.

      g031261

    ການບຳ​ລຸງ​ຮັກ​ສາເຕົ້າກອງອາກາດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດ​ເບິ່ງ​ຕົວ​ຊີ້ບອກ​ການ​ຈຳ​ກັດ​ເຕົ້າ​ກອງ​ອາ​ກາດ ແລະ ປ່ຽນ​ສ່ວນ​ປະ​ກອບ​ເຄື່ອງກອງ, ຖ້າ​ຈຳ​ເປັນ.
  • ທຸກໆ 250 ຊົ່ວໂມງ
  • ປ່ຽນ​ສ່ວນ​ປະ​ກອບ​ເຕົ້າ​ກອງ​ອາ​ກາດ.
  • ກວດເບິ່ງຕົວເຕົ້າກອງອາກາດສຳລັບຄວາມເສຍຫາຍທີ່ສາ​ມາດເຮັດໃຫ້ເກີດການຮົ່ວຂອງອາກາດໄດ້. ປ່ຽນຕົວ​ເຕົ້າ​ກອງ, ຖ້າມັນເສຍຫາຍ. ກວດເບິ່ງລະບົບການດູດອາກາດສຳລັບການຮົ່ວໄຫຼ, ຄວາມເສຍຫາຍ ຫຼື ປອກຮັດທໍ່ຫຼວມ

    ບຳ​ລຸງ​ຮັກ​ສາສ່ວນ​ປະ​ກອບ​ເຕົ້າກອງອາກາດສະເພາະເວລາຕົວຊີ້ບອກຂໍ້​ຈຳ​ກັດ (ຮູບສະແດງ 53) ຕ້ອງການໃຫ້​ກວດເທົ່າ​ນັ້ນ. ການປ່ຽນສ່ວນ​ປະ​ກອບ​ເຕົ້າກອງອາກາດກ່ອນທີ່​ມັນ​ຈະຈຳເປັນເພີ່ມໂອກາດທີ່ໃຫ້ຄວາມເປື້ອນເຂົ້າໄປໃນເຄື່ອງຈັກໃນ​ເວ​ລາ​ທີ່​ທ່ານຖອດ​ສ່ວນ​ປະ​ກອບອອກ.

    g009709

    Important: ຮັບປະກັນວ່າຝາປິດໄດ້ຖືກອັດຢ່າງຖືກຕ້ອງ ແລະ ປິດເຂົ້າກັບຕົວໝໍ້ກອງອາກາດ ແລະ ໄດ້​ປິດ​ສະ​ຫຼັກ​ຢ່າງ​ຖືກ​ຕ້ອງ.

    1. ປ່ຽນ​ສ່ວນ​ປະ​ກອບ​ເຕົ້າ​ກອງ​ອາ​ກາດ (ຮູບສະແດງ 54).

      g253706

      Important: ຢ່າ​ທຳ​ຄວາມ​ສະ​ອາດ​ສ່ວນປະ​ກອບ​ທີ່ໃຊ້ແລ້ວ; ການ​ທຳ​ຄວາມ​ສະ​ອາດ​ມັນສາ​ມາດ​ເຮັດ​ໃຫ້​ຊັ້ນ​ກາງ​ຂອງ​ຕົວ​ກອງ​ເສຍ​ຫາຍໄດ້.

    2. ຕັ້ງ​ຄ່າ​ຕົວ​ຊີ້ບອກ​ຂໍ້​ຈຳ​ກັດ​ຄືນ​ໃໝ່ (ຮູບສະແດງ 53) ຖ້າ​ມັນ​ສະ​ແດງ​ຂຶ້ນ​ເປັນ​ສີ​ແດງ.

    ການບຳລຸງຮັກສາລະບົບນໍ້າມັນເຊື້ອໄຟ

    ອັນຕະລາຍ

    ພາຍ​ໃຕ້​ສະ​ພາບ​ໃດ​ໜຶ່ງ, ນ້ຳ​ມັນ​ກະ​ຊວນ ແລະ ອາຍ​ລະ​ເຫີຍ​ຂອງ​ນ້ຳ​ມັນ​ເຊື້ອ​ໄຟສາ​ມາດ​ຕິດ​ໄຟ ແລະ ລະ​ເບີດໄດ້​ສູງ. ໄຟໄໝ້ ຫຼື ການລະເບີດຈາກນໍ້າມັນເຊື້ອໄຟສາມາດເຮັດໃຫ້ທ່ານ ແລະ ຄົນອື່ນໆຖືກ​ໄໝ້ ແລະ ສາມາດເຮັດໃຫ້ຊັບສິນເສຍຫາຍໄດ້.

    ຢ່າສູບຢາໃນເວລາຈັດການກັບນໍ້າມັນເຊື້ອໄຟ ແລະ ຢູ່ຫ່າງຈາກແປວໄຟທີ່ເປີດ ຫຼື ບ່ອນທີ່ປະກາຍໄຟອາດ​ຈະ​ກໍ່​ໃຫ້​ເກີດ​ໄຟ​ໄໝ້​ອາຍ​ນ້ຳ​ມັນ.

    ການລະ​ບາຍ​ນ້ຳ​ອອກ​ຈາກໝໍ້​ແຍກ​ນ້ຳ​ມັນ/ນ້ຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ລະ​ບາຍ​ນ້ຳ ຫຼື ສິ່ງ​ປົນ​ເປື້ອນ​ຈາກໝໍ້​ແຍກ​ນ້ຳມັນ/ນ້ຳ.
  • ລະ​ບາຍ​ນ້ຳ​ອອກ​ຈາກໝໍ້​ແຍກ​ນ້ຳ​ມັນ/ນ້ຳດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 55.

    g225506

    ການບຳ​ລຸງ​ຮັກ​ສາ​ໝໍ້ແຍກນ້ຳມັນ/ນ້ຳ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ປ່ຽນໝໍ້ແຍກນ້ຳມັນ/ນ້ຳ.
  • ປ່ຽນໝໍ້​ແຍກ​ນ້ຳ​ມັນ/ນ້ຳດັ່ງ​ສະ​ແດງ​ຢູ່​ໃນ ຮູບສະແດງ 55.

    g031412

    ການບຳລຸງຮັກ​ສາໝໍ້​ກອງນໍ້າມັນເຊື້ອໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ການປ່ຽນໝໍ້ກອງນໍ້າມັນເຊື້ອໄຟ.
  • ການບຳລຸງຮັກ​ສາໝໍ້​ກອງນໍ້າມັນເຊື້ອໄຟ

    ລຸ້ນ 31900 ແລະ 31901
    1. ໝູນ​ຄັນ​ຍົກ​ວາວ​ນ້ຳ​ມັນ​ເຊື້ອ​ໄຟ​ໄປ​ຫາ​ຕຳ​ແໜ່ງປິດ (ຮູບສະແດງ 57).

    2. ທຳຄວາມສະອາດອ້ອມຮອບຫົວ​ໝໍ້​ກອງນ້ຳມັນເຊື້ອໄຟ (ຮູບສະແດງ 57).

      g312905
    3. ເອົາ​ໝໍ້​ກອງ​ອອກ ແລະ ທຳ​ຄວາມ​ສະ​ອາດພື້ນ​ຜິວ​ບ່ອນຕິດ​ຫົວ​ໝໍ້​ກອງ (ຮູບສະແດງ 57).

    4. ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ແຫວນໝໍ້​ກອງ​ດ້ວຍນ້ຳ​ມັນ​ເຄື່ອງ​ຈັກ​ຫຼໍ່​ມື່ນ, ໃຫ້​ເບິ່ງ​ຄູ່​ມື​ເຈົ້າ​ຂອງ​ເຄື່ອງ​ຈັກ​ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ.

    5. ຕິດ​ຕັ້ງຖັງໝໍ້ກອງແຫ້ງໃສ່ດ້ວຍມືຈົນກວ່າແຫວນຈະສຳຜັດກັບຫົວ​ໝໍ້​ກອງ, ຫຼັງຈາກນັ້ນໝູນມັນຕື່ມອີກ ½ ຮອບ.

    6. ໝູນ​ຄັນ​ຍົກ​ວາວ​ນ້ຳ​ມັນ​ເຊື້ອ​ໄຟ​ໄປ​ຫາ​ຕຳ​ແໜ່ງເປີດ (ຮູບສະແດງ 57).

    7. ຕິດຈັກ ແລະ ກວດ​ເບິ່ງວ່າ​ມີ​ນ້ຳ​ມັນ​ຮົ່ວ​ຢູ່​ບໍ​ລິ​ເວນ​ຫົວ​ໝໍ້​ກອງ​ບໍ່.

    ການບຳລຸງຮັກ​ສາໝໍ້​ກອງນໍ້າມັນເຊື້ອໄຟ

    ລຸ້ນ 31907 ແລະ 31909
    1. ທຳຄວາມສະອາດອ້ອມຮອບຫົວ​ໝໍ້​ກອງນ້ຳມັນເຊື້ອໄຟ (ຮູບສະແດງ 58).

      g326083
    2. ເອົາ​ໝໍ້​ກອງ​ອອກ ແລະ ທຳ​ຄວາມ​ສະ​ອາດພື້ນ​ຜິວ​ບ່ອນຕິດ​ຫົວ​ໝໍ້​ກອງ (ຮູບສະແດງ 58).

    3. ໃສ່​ນ້ຳ​ມັນ​ຫຼໍ່​ມື່ນ​ແຫວນໝໍ້​ກອງ​ດ້ວຍນ້ຳ​ມັນ​ເຄື່ອງ​ຈັກ​ຫຼໍ່​ມື່ນ, ໃຫ້​ເບິ່ງ​ຄູ່​ມື​ເຈົ້າ​ຂອງ​ເຄື່ອງ​ຈັກ​ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ.

    4. ຕິດ​ຕັ້ງຖັງໝໍ້ກອງແຫ້ງໃສ່ດ້ວຍມືຈົນກວ່າແຫວນຈະສຳຜັດກັບຫົວ​ໝໍ້​ກອງ, ຫຼັງຈາກນັ້ນໝູນມັນຕື່ມອີກ ½ ຮອບ.

    5. ຕິດຈັກ ແລະ ກວດ​ເບິ່ງວ່າ​ມີ​ນ້ຳ​ມັນ​ຮົ່ວ​ຢູ່​ບໍ​ລິ​ເວນ​ຫົວ​ໝໍ້​ກອງ​ບໍ່.

    ການທຳ​ຄວາມ​ສະ​ອາດຖັງນໍ້າມັນເຊື້ອໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ປະຈຳປີ
  • ລະບາຍນໍ້າມັນ ແລະ ທຳຄວາມສະອາດຖັງນໍ້າມັນເຊື້ອໄຟ
  • ລະບາຍ​ນ້ຳ​ມັນ ແລະ ທຳ ຄວາມສະອາດຖັງ, ຖ້າລະບົບນ້ຳມັນເຊື້ອໄຟປົນ​ເປື້ອນ ຫຼື ຖ້າທ່ານເກັບເຄື່ອງຈັກໄວ້ເປັນໄລຍະເວ​ລາດົນ. ໃຊ້ນໍ້າມັນກາ​ຊວນທີ່ສະອາດເພື່ອລ້າງຖັງ.

    ການກວດກາທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ການກວດກາທໍ່ນ້ຳມັນເຊື້ອໄຟ ແລະ ການເຊື່ອມຕໍ່.
  • ກວດເບິ່ງສາຍນ້ຳມັນເຊື້ອໄຟສຳລັບການເຊື່ອມໂຊມ, ຄວາມເສຍຫາຍ ຫຼື ສາຍເຊື່ອມຕໍ່ຫຼວມ.

    ການບຳລຸງຮັກສາລະບົບໄຟຟ້າ

    ຄວາມປອດໄພຂອງລະບົບໄຟຟ້າ

    • ຕັດ​ເຊື່ອມ​ຕໍ່ແບັດເຕີຣີກ່ອນທີ່ຈະສ້ອມແປງເຄື່ອງຈັກ. ຕັດເຊື່ອມຕໍ່ສາຍຂົ້ວລົບກ່ອນ ແລະ ຂົ້ວບວກສຸດທ້າຍ. ເຊື່ອມຕໍ່ປາຍຂົ້ວບວກເຂົ້າກ່ອນ ແລະ ຂົ້ວລົບສຸດທ້າຍ.

    • ສາກແບັດເຕີຣີໃນບ່ອນທີ່ເປີດ, ມີອາກາດຖ່າຍເທດີ, ຫ່າງຈາກປະ​ກາຍໄຟ ແລະ ແປວໄຟ. ຖອດສາຍສາກໄຟກ່ອນທີ່ຈະເຊື່ອມຕໍ່ ຫຼື ຕັດ​ເຊື່ອມ​ຕໍ່ແບັດເຕີຣີ. ໃສ່ເຄື່ອງນຸ່ງປ້ອງກັນ ແລະ ໃຊ້ເຄື່ອງມືປ້ອງກັນ.

    ການ​ເຂົ້າ​ເຖິງ​ແບັດ​ເຕີ​ຣີ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ກວດ​ເບິ່ງ​ການ​ເຊື່ອມ​ຕໍ່​ຂອງ​ສາຍ​ແບັດ​ເຕີ​ຣີ.
  • ແບັດ​ເຕີ​ຣີ​ຢູ່​ໃກ້​ກັບ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ​ຢູ່​ດ້ານ​ຊ້າຍ​ຂອງ​ເຄື່ອງ​ຈັກ. ເພື່ອ​ເຂົ້າ​ເຖິງ​ແບັດ​ເຕີ​ຣີ, ຍົກຝາກະໂປ່ງຂຶ້ນ, ມາຍ​ນັອດ​ກຽວ​ຫົວ​ໂປ້​ມື​ທີ່​ຮັດ​ຝາ​ປົກ​ໃສ່​ແບັດ​ເຕີ​ຣີ ແລະ ເອົາ​ຝາ​ປົກ​ອອກ (ຮູບສະແດງ 59).

    Note: ນັອດ​ກຽວ​ຖືກ​ຮັກ​ສາ​ໄວ້​ດ້ວຍ​ແຫວນ​ແປ​ລັອກ.

    g289491

    ການ​ຕັດ​ເຊື່ອມ​ຕໍ່​ແບັດ​ເຕີ​ຣີ

    ຄຳເຕືອນ

    ຫົວ​ແບັດ​ເຕີ​ຣີ ຫຼື ເຄື່ອງ​ມື​ໂລ​ຫະ​ສາ​ມາດ​ຊັອດ​ໃສ່​ສ່ວນ​ປະ​ກອບ​ໂລ​ຫະ, ເຮັດ​ໃຫ້​ເກີດ​ປະ​ກາຍ​ໄຟ​ໄດ້. ປະກາຍໄຟສາມາດເຮັດໃຫ້ແກ໊ສ​ໃນແບັດ​ເຕີ​ຣີລະເບີດ, ເຊິ່ງເຮັດໃຫ້ມີການບາດເຈັບສ່ວນບຸກຄົນ.

    • ເມື່ອ​ຖອດ ຫຼື ຕິດ​ຕັ້ງ​ແບັດ​ເຕີ​ຣີ, ຢ່າ​ປ່ອຍ​ໃຫ້​ຫົວ​ແບັດ​ເຕີ​ຣີ​ສຳ​ລັບ​ກັບ​ສ່ວນ​ຂອງ​ເຄື່ອງ​ຈັກ​ທີ່​ເປັນ​ໂລ​ຫະ.

    • ຢ່າ​ປ່ອຍ​ໃຫ້​ເຄື່ອງ​ມື​ໂລ​ຫະ​ຊັອດ​ລະ​ຫວ່າງ​ຫົວ​ແບັດ​ເຕີ​ຣີ ແລະ ສ່ວນ​ຂອງ​ເຄື່ອງ​ຈັກ​ທີ່​ເປັນ​ໂລ​ຫະ.

    ຄຳເຕືອນ

    ການ​ໃສ່​ສາຍ​ແບັດ​ເຕີ​ຣີທີ່ບໍ່ຖືກຕ້ອງສາມາດເຮັດ​ໃຫ້​ເຄື່ອງ​ຈັກ ແລະ ສາຍ​ໄຟ​ເສຍ​ຫາຍ, ກໍ່ໃຫ້ເກີດປະກາຍໄຟໄດ້. ປະກາຍໄຟສາມາດເຮັດໃຫ້ແກ໊ສ​ໃນແບັດ​ເຕີ​ຣີລະເບີດ, ເຊິ່ງເຮັດໃຫ້ມີການບາດເຈັບສ່ວນບຸກຄົນ.

    ຄວນຖອດສາຍໄຟລົບ (ສີດຳ) ຂອງ​ແບັດ​ເຕີ​ຣີ​ຢູ່​ຕະ​ຫຼອດກ່ອນທີ່ຈະຖອດສາຍໄຟບວກ (ສີແດງ).

    1. ຖອດສາຍໄຟ​ລົບ​ຂອງແບັດເຕີຣີອອກຈາກຫົວແບັດເຕີຣີ (ຮູບສະແດງ 60).

      g289503
    2. ຍົກ​ສະ​ນວນ​ຫຸ້ມ​ຂຶ້ນ ແລະ ເອົາ​ສາຍ​ໄຟ​ບວກ​ຂອງແບັດ​ເຕີ​ຣີ​ອອກ​ຈາກ​ແບັດ​ເຕີ​ຣີ (ຮູບສະແດງ 60).

    ການເຊື່ອມ​ຕໍ່ແບັດ​ເຕີ​ຣີ

    ຄຳເຕືອນ

    ການ​ໃສ່​ສາຍ​ແບັດ​ເຕີ​ຣີທີ່ບໍ່ຖືກຕ້ອງສາມາດເຮັດ​ໃຫ້​ເຄື່ອງ​ຈັກ ແລະ ສາຍ​ໄຟ​ເສຍ​ຫາຍ, ກໍ່ໃຫ້ເກີດປະກາຍໄຟໄດ້. ປະກາຍໄຟສາມາດເຮັດໃຫ້ແກ໊ສ​ໃນແບັດ​ເຕີ​ຣີລະເບີດ, ເຊິ່ງເຮັດໃຫ້ມີການບາດເຈັບສ່ວນບຸກຄົນ.

    ເຊື່ອມຕໍ່ສາຍໄຟບວກ (ສີແດງ) ຂອງ​ແບັດ​ເຕີ​ຣີຢູ່​ຕະ​ຫຼອດກ່ອນທີ່ຈະເຊື່ອມຕໍ່ສາຍໄຟລົບ (ສີດໍາ).

    1. ເຊື່ອມ​ຕໍ່​ສາຍ​ໄຟ​ບວກ​ໃສ່​ແບັດ​ເຕີ​ຣີ ແລະ ຮັດ​ນັອດ​ຈັບ​ຮັດ​ແບັດ​ເຕີ​ຣີ​ໃຫ້​ແໜ້ນ (ຮູບສະແດງ 61).

      g289502
    2. ເຊື່ອມ​ຕໍ່​ສາຍ​ໄຟ​ລົບ​ໃສ່​ແບັດ​ເຕີ​ຣີ ແລະ ຮັດ​ນັອດ​ຈັບ​ຮັດ​ແບັດ​ເຕີ​ຣີ​ໃຫ້​ແໜ້ນ (ຮູບສະແດງ 61).

      Important: ໃຫ້​ແນ່​ໃຈ​ວ່າ​ສາຍ​ຮັດ​ຈັບ​ສາຍ​ໄຟ​ບໍ່​ລົບ​ກວນ​ຖັງ​ນ້ຳ​ມັນ​ເຊື້ອ​ໄຟ.

    ການ​ຖອດ​ແບັດ​ເຕີ​ຣີ​ອອກ ຫຼື ການ​ຕິດ​ຕັ້ງ​ແບັດ​ເຕີ​ຣີ

    ຕົວ​ຍຶດ (ຮູບສະແດງ 62) ຮັດ​ແບັດ​ເຕີ​ຣີ​ໄວ້​ໃນ​ຖານ​ວາງ. ມາຍ​ອຸ​ປະ​ກອນ​ຕົວ​ຍຶດ​ເພື່ອ​ຖອດ​ແບັດ​ເຕີ​ຣີ​ອອກ, ຮັດ​ມັນ​ເຂົ້າ​ໃຫ້​ແໜ້ນ​ເມື່ອ​ຕິດ​ຕັ້ງ​ແບັດ​ເຕີ​ຣີ.

    Note: ເພື່ອ​ເຂົ້າ​ເຖິງແບັດ​ເຕີ​ຣີ; ໃຫ້​ເບິ່ງ ການ​ເຂົ້າ​ເຖິງ​ແບັດ​ເຕີ​ຣີ. ປ່ຽນ​ຝາ​ປົກ​ເມື່ອ​ທ່ານ​ຕິດ​ຕັ້ງ​ແບັດ​ເຕີ​ຣີ.

    g285614

    ກາ​ນກວດ​ເບິ່ງ​ສະ​ພາບ​ແບັດ​ເຕີ​ຣີ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ກວດ​ເບິ່ງ​ສະ​ພາບ​ແບັດ​ເຕີ​ຣີ; ທຳ​ຄວາມ​ສະ​ອາດ​ແບັດ​ເຕີ​ຣີ, ຖ້າ​ຈຳ​ເປັນ.
  • ກວດ​ເບິ່ງ​ລະ​ດັບ​ນ້ຳ​ກົດ​ແບັດ​ເຕີ​ຣີ​ເມື່ອ​ຢູ່​ໃນ​ການ​ໃຊ້​ງານ (ຖ້າ​ສາ​ມາດ​ເຮັດ​ໄດ້).
  • Important: ກ່ອນ​ເຊື່ອມ​ຈອດ​ຢູ່​ໃນ​ເຄື່ອງ​ຈັກ, ຖອດ​ສາຍ​ໄຟ​ລົບ​ອອກ​ຈາກ​ແບັດ​ເຕີ​ຣີ​ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ຕໍ່​ລະ​ບົບ​ໄຟ.

    ກວດ​ເບິ່ງ​ສະ​ພາບ​ແບັດ​ເຕີ​ຣີ​ປະ​ຈຳ​ອາ​ທິດ ຫຼື ຫຼັງ​ຈາກທຸກໆ 50 ຊົ່ວ​ໂມງເຮັດ​ວຽກ. ໃຫ້ຮັກ​ສາຫົວ ແລະ ກ່ອງແບັດທັງໝົດສະອາດ, ເນື່ອງ​ຈາກວ່າແບັດ​ເຕີ​ຣີທີ່ເປື້ອນຈະຄ່ອຍເສື່ອມ​ສະ​ພາບ​ໄປຢ່າງຊ້າໆ.

    1. ເຂົ້າ​ເຖິງແບັດ​ເຕີ​ຣີ; ໃຫ້​ເບິ່ງ ການ​ເຂົ້າ​ເຖິງ​ແບັດ​ເຕີ​ຣີ.

    2. ເອົາ​ສະ​ນວນ​ຢາງ​ຫຸ້ມ​ອອກ​ຈາກ​ຫົວ​ຂົ້ວ​ບວກ ແລະ ກວດ​ກາ​ເບິ່ງ​ແບັດ​ເຕີ​ຣີ. ຖ້າ​ແບັດ​ເຕີ​ຣີ​ເປື້ອນ, ໃຫ້​ປະ​ຕິ​ບັດ​ຂັ້ນ​ຕອນ​ຕໍ່​ໄປ​ນີ້:

      1. ລ້າງທັງ​ໝົດກ່ອງດ້ວຍສານ​ລະ​ລາຍ​ເບັກ​ກິ່ງໂຊດາ ແລະ ນ້ຳ.

      2. ເຄືອບທັງ​ຫົວ ແລະ ຕົວ​ເຊື່ອມ​ຕໍ່​ສາຍແບັດເຕີຣີ​ດ້ວຍ​ກະ​ແລັດ​(ເຄືອບ​ຜິວ) Grafo 112X (ອາ​ໄຫຼ່ Toro ເບີ 505-47) ເພື່ອປ້ອງກັນການກັດກ່ອນ.

      3. ເລື່ອນ​ສະ​ນວນ​ຢາງ​ຫຸ້ມ​ໄປ​ເທິງ​ຫົວ​ຂົ້ວ​ບວກ.

      4. ປິດ​ຝາ​ປົກ​ແບັດ​ເຕີ​ຣີ.

    ການ​ຊອກ​ຫາ​ຟິວ

    ການ​ຊອກ​ຫາ​ຟິວລົດ​ຕັດ​ຫຍ້າ

    ເອົາ​ຝາ​ປົກຕູ້​ຄວບ​ຄຸມ​ເຄື່ອງ​ຈັກອອກ​ເພື່ອ​ເຂົ້າ​ເຖິງ​ຟິວ​ລົດ​ຕັດ​ຫຍ້າ (ຮູບສະແດງ 63).

    Note: ສະ​ຫຼາກ​ຟິວລົດ​ຕັດ​ຫຍ້າ​ຕັ້ງ​ຢູ່​ໃນ​ດ້ານອື່ນ​ຂອງ​ຝາ​ປົກ​ຕູ້​ຄວບ​ຄຸມ​ເຄື່ອງ​ຈັກ.

    g289514

    ໃຫ້​ເບິ່ງ​ຕາ​ຕະ​ລາງ ແຜງ​ຟິວ​ລົດ​ຕັດ​ຫຍ້າ ສຳ​ລັບ​ລາຍ​ລະ​ອຽດ​ຂອງ​ແຕ່​ລະ​ຟິວ​ໃນ​ແຜງຟິວ​ລົດ​ຕັດ​ຫຍ້າ (ຮູບສະແດງ 64):

    g289587

    ແຜງ​ຟິວ​ລົດ​ຕັດ​ຫຍ້າ

    AB
    1ຫ້ອງ​ຂັບ (10 A)ໄຟ​ໜ້າ​ຈໍສະ​ແດງ​ຜົນ (15 A)
    2ລາງ​ເປີດການ​ໃສ່​ການ​ແລ່ນ​ກະ​ແຈ​ສຳ​ລັບ​ຕົວ​ຄວບ​ຄຸມໜ້າ​ຈໍສະ​ແດງ​ຜົນ (10 A)
    3ຕັ່ງ​ລົມ (15 A)ວົງ​ຈອນ​ເລີ່ມ​ຕົ້ນ (15 A)
    4ຮູ​ສຽບ USB, ເຄື່ອງວັດ​ແທກຊົ່ວໂມງ, telematics, ຮູ​ສຽບ​ຂະ​ຫຍາຍ (20 A)ໄຟ​ປຸ່ມ​ຕິດ​ຈັກ (20 A)

    ການ​ຊອກ​ຫາ​ຟິວຫ້ອງ​ຂັບ

    ຟິວ​ຫ້ອງ​ຂັບ​ຕັ້ງ​ຢູ່​ເທິງ​ບ່ອນ​ນັ່ງ​ຂອງ​ຜູ້​ໂດຍ​ສານ. ເຂົ້າ​ເຖິງ​ຟິວ​ໂດຍ​ການ​ເອົາ​ຝາ​ປົກກ່ອງ​ຟິວ​ອອກ (ຮູບສະແດງ 65).

    g285656

    ໃຫ້​ເບິ່ງ​ຕາ​ຕະ​ລາງ ແຜງ​ຟິວ​ຫ້ອງ​ຂັບ ສຳ​ລັບ​ລາຍ​ລະ​ອຽດ​ຂອງ​ແຕ່​ລະ​ຟິວ​ໃນ​ແຜງຟິວຫ້ອງ​ຂັບ (ຮູບສະແດງ 66):

    g300604

    ແຜງ​ຟິວ​ຫ້ອງ​ຂັບ

    A
    1ພັດ​ລົມ​ເຄື່ອງ​ຄວບ​ແໜ້ນອາຍ​ນ້ຳ, ຄາດເຄື່ອງ​ປັບ​ອາກາດ (25 A)
    2ຟອຍ​ປັດ​ແວ່ນ​ໜ້າ​ລົດ (20 A)
    3ພັດ​ລົມ ແລະ ໄຟ​ທາງ​ໃນ (40 A)
    4ລາງ​ເປີດ

    ການບຳລຸງຮັກສາລະບົບຂັບເຄື່ອນ

    ການບິດນັອດຮັດລໍ້ລົດ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫຼັງຈາກຊົ່ວໂມງທຳອິດ
  • ການບິດນັອດຮັດລໍ້ລົດ.
  • ຫລັງຈາກ 10 ຊົ່ວໂມງທໍາອິດ
  • ບິດນັອດຮັດລໍ້ລົດ.
  • ທຸກໆ 200 ຊົ່ວໂມງ
  • ການບິດນັອດຮັດລໍ້ລົດ.
  • ຂໍ້​ກຳ​ນົດ​ສະ​ເພາະ​ແຮງ​ບິດ​ນັອດ​ຮັດ​ລໍ້​ລົດ: 102 ຫາ 108 N∙m (75 ຫາ 80 ft-lb)

    ບິດ​ນັອດ​ຮັດ​ລໍ້​ລົດ​ທີ່​ລໍ້​ໜ້າ ແລະ ລໍ້ຫຼັງ (ເຄື່ອງ​ຈັກ​ຂັບ​ເຄື່ອນ 4 ລໍ້ເທົ່າ​ນັ້ນ) ຢູ່​ໃນ​ຮູບ​ແບບ​ດັ່ງ​ທີ່​ສະ​ແດງ​ຢູ່​ໃນ ຮູບສະແດງ 67 ແລະ ຮູບສະແດງ 68 ຫາ​ແຮງບິດ​ທີ່​ລະ​ບຸ​ໄວ້.

    • ລໍ້​ໜ້າ: ໃຫ້​ເບິ່ງ ຮູບສະແດງ 67

      g034007
    • ລໍ້ຫຼັງ (ເຄື່ອງ​ຈັກ​ຂັບ​ເຄື່ອນ 4 ລໍ້ເທົ່າ​ນັ້ນ): ໃຫ້​ເບິ່ງ ຮູບສະແດງ 68

      g274650

    ການ​ຈັດ​ລຽງເພົາ​ຂັບ​ເຄື່ອນ PTO

    ຖ້າ​ທ່ານ​ແຍກ​ປາຍ​ກ້ອງ​ສ່ອງ​ເພົາ​ຂັບ​ເຄື່ອນ PTO ອອກ​ຈາກ​ປາຍ​ຄາດ, ໃຫ້ແນ່​ໃຈ​ວ່າ​ລູກ​ສອນ​ຈັດ​ລຽງກັນ (ຮູບສະແດງ 69) ເມື່ອ​ທ່ານ​ຕິດ​ຕັ້ງ​ປາຍ​ກ້ອງ​ສ່ອງ.

    Important: ຖ້າ​ລູກ​ສອນ​ໃນ​ເພົາ​ຂັບ​ເຄື່ອນ​ບໍ່​ຈັດ​ລຽງ​ກັນ, ອາດ​ຈະ​ເກີດ​ຄວາມ​ບໍ່​ດຸນ​ດ່ຽງຮຸນ​ແຮງ​ຢູ່​ໃນ​ລະ​ບົບ​ສາຍ​ຂັບ​ເຄື່ອນ.

    g320510

    ການບຳລຸງຮັກສາລະບົບເຮັດຄວາມເຢັນ

    ຄວາມປອດໄພຂອງລະບົບເຮັດຄວາມເຢັນ

    • ການກືນກິນນ້ຳຢາທຳ​ຄວາມເຢັນສາ​ມາດ​ເກີດເປັນພິດໄດ້; ໃຫ້ເກັບ​ໄວ້​ຫ່າງໄກຈາກເດັກນ້ອຍ ແລະ ສັດລ້ຽງ.

    • ການປ່ອຍ​ນ້ຳ​ຢາ​ທຳຄວາມເຢັນທີ່ມີ​ຄວາມ​ດັນ ແລະ ຮ້ອນ ແລະ ການຈັບ​ໝໍ້​ນ້ຳ​ທີ່​ຮ້ອນ ແລະ ສ່ວນທີ່ຢູ່ອ້ອມຮອບສາມາດເຮັດໃຫ້ເກີດມີການ​ໄໝ້ຮຸນແຮງໄດ້.

      • ປ່ອຍໃຫ້ເຄື່ອງຈັກເຢັນລົງຢ່າງໜ້ອຍ 15 ນາທີກ່ອນທີ່ຈະເປີດຝາໝໍ້ນ້ຳ.

      • ໃຊ້ຜ້າແພເມື່ອເປີດຝາໝໍ້ນ້ຳ ແລະ ເປີດຝາຄ່ອຍໆເພື່ອໃຫ້ອາຍນ້ຳໄຫຼອອກ.

    • ຢ່າ​ໃຊ້​ງານ​ເຄື່ອງ​ຈັກ​ໂດຍ​ທີ່​ບໍ່​ມີ​ຝາ​ປົກ​ຢູ່​ໃນ​ບ່ອນ​ຂອງ​ມັນ.

    • ໃຫ້​ຮັກ​ສາ​ນິ້ວ​ມື, ມື ແລະ ເຄື່ອງ​ນຸ່ງ​ຂອງ​ທ່ານ​ຢູ່​ຫ່າງ​ໄກ​ຈາກ​ພັດ​ລົມ​ທີ່​ກຳ​ລັງ​ປິ່ນ ແລະ ສາຍ​ພານ​ຂັບ​ເຄື່ອນ.

    ຂໍ້​ກຳ​ນົດ​ສະ​ເພາະ​ນ້ຳ​ຢາ​ທຳ​ຄວາມ​ເຢັນ

    ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຈັກ​ຕ້ອງ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ສະ​ເພາະ​ຕໍ່​ໄປ​ນີ້:

    • JIS K-2234 (ມາດ​ຕະ​ຖານ​ອຸດ​ສາ​ຫະ​ກຳ​ຍີ່​ປຸ່ນ)

    • SAE J814 (ນ້ຳຢາ​ທຳ​ຄວາມ​ເຢັນ​ຈັກ)

    • ASTM D3306 (ຂໍ້​ກຳ​ນົດ​ສະ​ເພາະ​ສຳ​ລັບ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຈັກ​ດ່າງ​ເອ​ທີ​ລີນ​ໄກຼ​ຄອ​ລ)

    ໃຊ້​ສ່ວນ​ປະ​ສົມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ໃດ​ໜຶ່ງ​ຕໍ່​ໄປ​ນີ້:

    • ນ້ຳ​ຢາ​ທຳ​ຄວາມ​ເຢັນ​ເຈືອ​ຈາງ​ແລ້ວ​ເປັນ​ດ່າງ​ໄກຼ​ຄອ​ລ (ປະ​ສົມ 50/50)

    • ນ້ຳ​ຢາ​ທຳ​ຄວາມ​ເຢັນ​ເປັນ​ດ່າງ​ໄກຼ​ຄອ​ລ​ປະ​ສົມ​ກັບນ້ຳກັ່ນ (ປະ​ສົມ 50/50)

    • ນ້ຳ​ຢາ​ທຳ​ຄວາມ​ເຢັນ​ເປັນ​ດ່າງ​ໄກຼ​ຄອ​ລ​ປະ​ສົມ​ກັບນ້ຳຄຸນ​ນະ​ພາບ​ດີ (ປະ​ສົມ 50/50)

      • ຄວາມ​ແຂງ​ທັງ​ໝົດ <170 ppm

      • ຄຼໍ​ໄຣ​ດ໌ <40 ppm (CI)

      • ຊັ​ລ​ເຟດ <100 ppm (SO4)

    ການກວດເບິ່ງລະບົບທຳຄວາມເຢັນ ແລະ ລະ​ດັບ​ນ້ຳ​ຢາ​ທຳ​ຄວາມ​ເຢັນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ການກວດເບິ່ງລະບົບທຳຄວາມເຢັນ ແລະ ລະ​ດັບ​ນ້ຳ​ຢາ​ທຳ​ຄວາມ​ເຢັນ.
  • ເອົາ​ເສດ​ຂີ້​ເຫຍື້ອ​ອອກ​ຈາກ​ບໍ​ລິ​ເວນ​ເຄື່ອງ​ຈັກ, ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນ​ເຄື່ອງ, ເຄື່ອງ​ທຳ​ຄວາມເຢັນນ້ຳ​ມັນເຊື້ອ​ໄຟ ແລະ ໝໍ້​ນ້ຳ (ອະ​ນາ​ໄມ​ພວກ​ມັນ​ເລື້ອຍໆ​ຢູ່​ໃນ​ສະ​ພາບ​ທີ່​ເປື້ອນ ຫຼື ມີ​ຝຸ່ນຫຼາຍ).
  • ທຸກໆ 1,500 ຊົ່ວໂມງ
  • ປ່ຽນ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ເຄື່ອງ​ຈັກ
  • ເມື່ອ​ຈັກ​ເຢັນ, ລະ​ດັບ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຈະ​ບໍ່​ສູງ​ໄປ​ກວ່າ​ຂີດ​ໝາຍເຢັນຢູ່​ດ້ານ​ຂ້າງ​ຂອງ​ຖັງ​ຂະ​ຫຍາຍ (ຮູບສະແດງ 70). ເມື່ອ​ເຄື່ອງ​ຈັກ​ອຸ່ນ, ລະ​ດັບ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຈະ​ບໍ່​ສູງ​ໄປ​ກວ່າ​ຂີດ​ໝາຍເຕັມ (ຮ້ອນ).

    ຖ້າ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຢູ່​ເໜືອ​ຂີດໝາຍເຢັນເມື່ອ​ຈັກ​ເຢັນ, ມັນ​ອາດ​ຈະ​ຮົ່ວ​ອອກ​ມາ​ຈາກ​ຖັງ​ເມື່ອ​ເຄື່ອງ​ຈັກ​ຮ້ອນ​ໃນ​ລະ​ຫວ່າງ​ການ​ເຮັດ​ວຽກ.

    1. ເມື່ອ​ຈັກ​ເຢັນ, ໃຫ້​ກວດ​ເບິ່ງ​ລະ​ດັບ​ຂອງ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຢູ່​ໃນ​ຖັງ​ຂະ​ຫຍາຍ.

      g325684
    2. ຖ້າ​ບໍ່​ເຫັນ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ຢູ່​ທີ່​ຂີດ​ໝາຍເຢັນ ຫຼື ຕ່ຳ​ກວ່າ​ເມື່ອ​ເຢັນ, ເປີດ​ຝາ​ປິດ​ຖັງ​ຂະ​ຫຍາຍ​ອອກ ແລະ ເຕີມ​ນ້ຳ​ຢາ​ທຳ​ຄວາມ​ເຢັນ​ປ່ຽນ​ຕາມ​ທີ່​ແນະ​ນຳ​ໃຫ້ [ໃຫ້​ເບິ່ງ ຂໍ້​ກຳ​ນົດ​ສະ​ເພາະ​ນ້ຳ​ຢາ​ທຳ​ຄວາມ​ເຢັນ] ຕາມ​ທີ່​ຕ້ອງ​ການ​ເພື່ອ​ໃຫ້​ລະ​ດັບ​ຂຶ້ນ​ສູ່​ຂີດ​ໝາຍເຢັນ.

      Important: ຢ່າ​ໃຊ້​ແຕ່​ນ້ຳ​ເທົ່າ​ນັ້ນ ຫຼື ນ້ຳ​ຢາ​ທຳ​ຄວາມ​ເຢັນ​ທີ່​ມີ​ເຫຼົ້າ.ຢ່າ​ຕື່ມ​ໃສ່​ກາຍ​ຂີດ​ໝາຍເຢັນຢູ່​ໃນ​ຖັງ.

    3. ອັດຝາປິດຂອງຖັງຂະຫຍາຍ.

    ການກວດ​ເບິ່ງ​ຕະ​ແກງ​ນຳ​ອາ​ກາດ​ເຂົ້າ​ຝາ​ກະ​ໂປ່ງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ການກວດ​ເບິ່ງ​ຕະ​ແກງ​ນຳ​ອາ​ກາດ​ເຂົ້າ​ຝາ​ກະ​ໂປ່ງ.
  • g309128
    1. ຍົ​ກຝາ​ກະ​ໂປ່ງຂຶ້ນ; ໃຫ້​ເບິ່ງ ການຍົກຝາກະໂປ່ງຂຶ້ນ.

    2. ໃຊ້​ລົມ​ດັນ​ເພື່ອ​ທຳ​ຄວາມ​ສະ​ອາດ​ຕະ​ແກງ​ຝາ​ກະ​ໂປ່ງ (ສະ​ແດງ​ໃຫ້​ເຫັນ​ຢູ່​ໃນ ຮູບສະແດງ 71). ການທັ່ງ​ເອົາ​ອາ​ກາດ​ອອກ​ຈາກ​ເຄື່ອງ​ຈັກ.

    ການກວດເບິ່ງແຜງທຳຄວາມເຢັນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 50 ຊົ່ວໂມງ
  • ການກວດ​ເບິ່ງ ແລະ ທຳ​ຄວາມ​ສະ​ອາດ​ຕະ​ແກງ​ນຳ​ອາ​ກາດ​ເຂົ້າ​ຝາ​ກະ​ໂປ່ງ.
  • ທຸກໆ 250 ຊົ່ວໂມງ
  • ການກວດ​ເບິ່ງ ແລະ ທຳ​ຄວາມ​ສະ​ອາດ​ແຜງ​ທຳ​ຄວາມ​ເຢັນ (ອະ​ນາ​ໄມ​ພວກ​ມັນ​ເລື້ອຍໆ​ຢູ່​ໃນ​ສະ​ພາບ​ທີ່​ເປື້ອນ ຫຼື ມີ​ຝຸ່ນ​ຫຼາຍ).
    • ໃຊ້​ລົມ​ດັນ​ເພື່ອ​ທຳ​ຄວາມ​ສະ​ອາດ​ແຜງ​ໝໍ້​ນ້ຳ. ການທັ່ງ​ເອົາ​ອາ​ກາດ​ອອກ​ຈາກ​ເຄື່ອງ​ຈັກ (ຮູບສະແດງ 72).

      Important: ຢ່າໃຊ້ນ້ຳເພື່ອທຳຄວາມສະອາດແຜງ.

      g299819
    • ຢຽດແຜງ​ງໍ​ໃຫ້​ຊື່.

    ການກວດກາເບິ່ງທໍ່ລະບົບທຳຄວາມເຢັນ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ການກວດກາເບິ່ງທໍ່ລະບົບທຳຄວາມເຢັນ.
  • ກວດ​ກາທໍ່ລະ​ບົບ​ທຳ​ຄວາມ​ເຢັນ​ເບິ່ງ​ການ​ຮົ່ວ​ໄຫຼ, ສາຍຫງິກງໍ, ຕົວຄ້ຳ​ຍຶດຫຼວມ, ຫຼຸ້ຍຫ້ຽນ, ບໍ່ພໍດີ, ການເສື່ອມ​ສະ​ພາບ​ຈາກດິນຟ້າອາກາດ ແລະ ການເສື່ອມ​ສະ​ພາບ​ທາງເຄມີ. ເຮັດ​ການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະໃຊ້​ງານ​ເຄື່ອງ​ຈັກ.

    ການບຳລຸງຮັກສາເບກ

    ການກວດ​ເບິ່ງ ແລະ ການ​ປັບ​ເບ​ຣກ​ມື

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ກວດ​ເບິ່ງ​ເບ​ຣກ​ມື ແລະ ປັບ, ຖ້າ​ຈຳ​ເປັນ.
  • ການກວດ​ເບິ່ງເບ​ຣກມື

    1. ວາງ​ຂາ​ຕັ້ງ​ກະ​ລິກ​ລົດ​ໄວ້​ກ້ອງ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ, ໃຫ້​ເບິ່ງ ການ​ຍົກ​ດ້ານ​ໜ້າ​ຂອງ​ເຄື່ອງ​ຈັກ.

    2. ເອົາ​ລໍ້​ໜ້າ​ອອກ.

    3. ເຄື່ອນ​ເບ​ຣກ​ມື​ໄປ​ທີ່​ຕຳ​ແໜ່ງປົດແລ້ວ; ໃຫ້​ເບິ່ງ ເບຣກມື.

    4. ເອົາ​ຈານ​ເບ​ຣກ​ອອກ (ຮູບສະແດງ 73) ດ້ວຍ​ມື.

      • ຖ້າ​ທ່ານ​ຮູ້​ສຶກ​ມີ​ແຮງ​ຕ້ານ​ໃນ​ຂະ​ນະ​ທີ່​ເອົາ​ຈານ​ເບ​ຣກ​ອອກ​ດ້ວຍ​ມື, ບໍ່ຈຳ​ເປັນ​ຕ້ອງ​ມີການ​ປັບ.

      • ຖ້າ​ທ່ານ​ຮູ້​ສຶກວ່າບໍ່ມີ​ແຮງ​ຕ້ານ​ໃນ​ຂະ​ນະ​ທີ່​ເອົາ​ຈານ​ເບ​ຣກ​ອອກ​ດ້ວຍ​ມື, ຈຳ​ເປັນ​ຕ້ອງ​ມີ​ການ​ປັບ; ໃຫ້​ເບິ່ງ ການປັບເບ​ຣກມື.

      g312869
    5. ຕິດ​ຕັ້ງ​ລໍ້​ດ້ານ​ໜ້າ ແລະ ບິດ​ນັອດ​ຮັດ​ລໍ້, ໃຫ້​ເບິ່ງ ການບິດນັອດຮັດລໍ້ລົດ.

    ການປັບເບ​ຣກມື

    1. ໝູນ​ລໍ້​ລົດ​ດ້ວຍ​ໄມ້​ໝູນ.

    2. ໃຫ້​ແນ່​ໃຈ​ວ່າ​ປົດ​ເບ​ຣກ​ມື​ແລ້ວ.

    3. ຊອກ​ຫາ​ການ​ຕິດ​ສາຍ​ເບ​ຣກ (ຮູບສະແດງ 74) ຢູ່​ລຸ່ມ​ດ້ານ​ຊ້າຍ​ຂອງ​ເຄື່ອງ​ຈັກ​ໃກ້​ກັບ​ລໍ້​ເບື້ອງ​ຊ້າຍ.

      g299613
    4. ມາຍ​ນັອດ​ຊ້ອນ​ສອງ​ຢູ່​ເທິງ​ສຸດ​ເພື່ອ​ໃຫ້​ມີ​ຊ່ອງ​ຫວ່າງ​ປະ​ກົດ​ຂຶ້ນ (3.2 ມມ [⅛ ນິ້ວ] ຫາ 4.8 ມມ [3/16 ນິ້ວ]).

    5. ດຶງ​ສາຍ​ລົງ​ຈົນ​ກວ່າ​ນັອດ​ຊ້ອນ​ສອງ​ຢູ່​ເທິງ​ສຸດ​ສຳຜັດ​ກັບ​ຕົວ​ຄ້ຳ.

    6. ຫັນນັອດຊ້ອນສອງຢູ່​ລຸ່ມ​ໃຫ້​ແໜ້ນ.

    7. ເຮັດຊ້ຳຂັ້ນຕອນ 5 ແລະ 6 ສຳລັບສາຍອື່ນໆ.

    8. ກວດເບິ່ງເບ​ຣກ​ມື; ໃຫ້​ເບິ່ງ ການກວດ​ເບິ່ງເບ​ຣກມື.

    ການບຳລຸງຮັກສາສາຍພານ

    ການກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 10 ຊົ່ວໂມງທໍາອິດ
  • ການກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ.
  • ຫລັງຈາກ 50 ຊົ່ວໂມງທໍາອິດ
  • ການກວດ​ເບິ່ງ​ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ.
  • ທຸກໆ 100 ຊົ່ວໂມງ
  • ການກວດ​ເບິ່ງສະ​ພາບ ແລະ ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ.
  • ຄວາມ​ເຄັ່ງ​ທີ່​ເໝາະ​ສົມ​ຂອງ​ສາຍ​ພານ​ອະ​ນຸ​ຍາດ​ໃຫ້ 10 ມມ (⅜ ນິ້ວ) ຂອງ​ການ​ປ່ຽນ​ທິດ​ທາງ​ເມື່ອ​ໄດ້​ນຳ​ໃຊ້​ຄວາມແຮງ 4.5 ກ​ລ (10 ປອນ) ໃນ​ເຄິ່ງ​ທາງ​ສາຍ​ພານ​ລະ​ຫວ່າງ​ໝາກ​ລໍ້.

    ຖ້າ​ການ​ປ່ຽນ​ທິດ​ທາງ​ບໍ່​ແມ່ນ 10 ມມ (⅜ ນິ້ວ), ໃຫ້​ປະ​ຕິ​ບັດ​ຂັ້ນ​ຕອນ​ຕໍ່​ໄປ​ນີ້:

    1. ມາຍ​ນັອດ​ຍຶດ​ໄດ​ປັ່ນ​ໄຟ​ຟ້າ (ຮູບສະແດງ 66).

      g020537
    2. ເພີ່ມ ຫຼື ຫຼຸດ​ຄວາມ​ເຄັ່ງ​ສາຍ​ພານ​ໄດ​ປັ່ນ​ໄຟ​ຟ້າ ແລະ ຮັດ​ນັອດ​ໃຫ້​ແໜ້ນ.

    3. ກວດ​ເບິ່ງ​ການ​ປ່ຽນ​ທິດ​ທາງ​ຂອງ​ສາຍ​ພານ​ອີກ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ຄວາມ​ເຄັ່ງ​ຖືກ​ຕ້ອງ.

    ການບຳລຸງຮັກ​ສາສາຍພານດຶງ

    ການກວດ​ເບິ່ງສາຍພານດຶງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 100 ຊົ່ວໂມງ
  • ກວດ​ເບິ່ງ​ສະ​ພາບ​ຂອງ​ສາຍ​ພານ​ດຶງ.
  • ກວດກາສາຍ​ພານ​ດຶງ​ສຳ​ລັບ​ສັນ​ຍານ​ຂອງຄວາມຫ້ຽນ ຫຼື ຄວາມເສຍຫາຍ.

    ປ່ຽນສາຍພານ, ຖ້າ​ມັນ​ຫ້ຽນ ຫຼື ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຫຼາຍ, ໃຫ້​ເບິ່ງ ການປ່ຽນສາຍພານດຶງ.

    ການປ່ຽນສາຍພານດຶງ

    g300570

    ການເອົາສາຍພານດຶງອອກ

    1. ຕັດ​ເຊື່ອມ​ຕໍ່​ເພົາ PTO ຈາກກະ​ປຸກ​ເກຍສິ່ງ​ທີ່​ຕິດ​ມາ​ນຳ, ໃຫ້​ເບິ່ງຄູ່​ມື​ຜູ້​ໃຊ້ສິ່ງ​ທີ່​ຕິດ​ມາ​ນຳ​ຂອງ​ທ່ານ.

    2. ຖອດ​ປ​ລັກ​ສຽບ​ຕົວ​ເຊື່ອມ​ຕໍ່ສາຍ​ໄຟ​ຄາດ​ຈາກ​ສາຍ​ໄຟ​ເຄື່ອງ​ຈັກ (ຮູບສະແດງ 77).

      g300592
    3. ໃຫ້​ເອົານັອດ​ກຽວ, ແຫວນ​ຮອງ ແລະ ນັອດອອກ​ຈາກ​ສາຍ​​ຮັດ​ຢາງ (ຮູບສະແດງ 77) ຢູ່​ໃນ​ໂຄງ.

      ຕົວ​ຈັດ​ໄລ​ຍະ​ຫ່າງ​ແມ່ນ​ມີ​ຢູ່​ໃນ​ສາຍ​​ຮັດ​ຢາງ, ໃຫ້​ແນ່​ໃຈ​ວ່າ​ບໍ່​ໄດ້​ເອົາ​ອັນ​ນີ້​ໃສ່​ຜິດ​ບ່ອນ.

    4. ໃຫ້​ຜູ້​ຊ່ວຍ​ນຳ​ໃຊ້​ເຟືອງ​ເພື່ອ​ປ່ອຍ​ຄວາມ​ເຄັ່ງ​ຈາກ​ສາຍ​ພານ, ຈາກ​ນັ້ນ​ເອົາ​ສາຍ​ພານ​ອອກ​ຈາກ​ໝາກ​ລໍ້​ປ້ຳ, ໝາກ​ລໍ້​ຕົວ​ຢູ່ເສີຍໆ ແລະ ໝາກ​ລໍ້​ເຄື່ອງ​ຈັກ.

    5. ເຄື່ອນ​ສາຍ​ພານ​ໄປ​ເທິງ​ຄາດ ແລະ ສົ່ງ​ຕໍ່​ໃນ​ຫົວ​ເພົາ PTO.

    ການໃສ່ສາຍພານດຶງ​ເຂົ້າ​ໄປ

    1. ເຄື່ອນ​ສາຍ​ພານ​ໄປ​ຕາມ​ຫົວ​ເພົາ PTO, ເທິງ​ຄາດ ແລະ ຢູ່​ໃນ​ໝາກ​ລໍ້​ເຄື່ອງ​ຈັກ.

    2. ໃຫ້​ຜູ້​ຊ່ວຍ​ໃຊ້​ເຟືອງ​ເພື່ອ​ດຶງໝາກ​ລໍ້​ຕົວ​ຢູ່​ເສີຍໆໃຫ້​ຕ່ຳ​ລົງ.

    3. ລຳ​ລຽງ​ສາຍ​ພານ​ໃນ​ໝາກ​ລໍ້​ເຄື່ອງ​ຈັກ, ໝາກ​ລໍ້​ຕົວ​ຢູ່​ເສີຍໆ ແລະ ໝາກ​ລໍ້​ປ້ຳ (ຮູບສະແດງ 76).

    4. ເອົາ​ເຟືອງ​ອອກ​ຈາກ​ແຂນ​ຄ້ຳ​ຕົວ​ຢູ່​ເສີຍໆ.

    5. ໃຫ້​ແນ່​ໃຈ​ວ່າ​ມີ​ຕົວ​ຈັດ​ໄລ​ຍະ​ຫ່າງ​ສາຍ​ຮັດ​ຢາງ​ຢູ່​ກັບ​ທີ່​ແລ້ວ.

    6. ໃຊ້ນັອດ​ກຽວ, ແຫວນ​ຮອງ ແລະ ນັອດທີ່​ເອົາ​ອອກ​ມາ​ກ່ອນ​ນັ້ນ​ເພື່ອ​ຍຶດ​ປາຍ​ຂອງ​ສາຍ​ຮັດ​ຢາງ​ໃສ່​ກັບ​ໂຄງ.

    7. ສຽບປ​ລັກຕົວ​ເຊື່ອມ​ຕໍ່ສາຍ​ໄຟ​ຄາດ​ໃສ່ສາຍ​ໄຟ​ເຄື່ອງ​ຈັກ.

    ການບຳລຸງຮັກສາລະບົບຄວບຄຸມ

    ການ​ປັບ​ຊ່ອງ​ຫວ່າງ​ຄາດ PTO

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 200 ຊົ່ວໂມງ
  • ການ​ປັບ​ຊ່ອງ​ຫວ່າງ​ຄາດ PTO.
    1. ປ່ອຍ​ໃຫ້​ເຄື່ອງ​ຈັກ​ເຢັນ​ລົງ.

    2. ຍົກຝາກະໂປ່ງເຄື່ອງ​ຈັກ​ຂຶ້ນ.

    3. ປັບ​ຊ່ອງ​ຫວ່າງ​ອາ​ກາດ​ເພື່ອ​ໃຫ້ແຜ່ນ​ແທກ​ໄລ​ຍະ​ຫ່າງ 0.3 ມມ (0.012 ນິ້ວ) ເລື່ອນ​ຢູ່​ລະ​ຫວ່າງ​ສາຍ​ຄາດ ແລະ ແຜ່ນຂັດ​ຖູ​ດ້ວຍ​ຄວາມ​ດັນ​ເລັກ​ນ້ອຍ (ຮູບສະແດງ 78).

      Note: ທ່ານ​ສາ​ມາດ​ຫຼຸດ​ຊ່ອງ​ຫວ່າງ​ໂດຍ​ການ​ບິດ​ນັອດ​ປັບ​ໄປ​ຕາມ​ທິດ​ເຂັມ​ໂມງ (ຮູບສະແດງ 78). ຊ່ອງ​ຫວ່າງການໃຊ້​ສູງ​ສຸດ​ແມ່ນ 0.6 ມມ (0.024 ນິ້ວ). ປັບ​ຊ່ອງ​ຫວ່າງ​ອາ​ກາດ​ທັງ​ໝົດ 3 ຊ່ອງ​ເປັນ 0.4 ມມ (0.012 ນິ້ວ).

      g299611
    4. ຫຼັງ​ຈາກ​ປັບ​ຊ່ອງ​ຫວ່າງ​ອາ​ກາດ 3 ອັນ​ແລ້ວ, ກວດ​ເບິ່ງ​ທັງ​ໝົດ 3 ອັນ​ອີກ.

      Note: ການ​ປັບ​ຊ່ອງ​ຫວ່າງ​ອາ​ກາດ 1 ອັນ​ສາ​ມາດ​ປ່ຽນ​ຊ່ອງ​ຫວ່າງ​ອື່ນ​ໄດ້.

    ການ​ປັບ​ບ່ອນ​ຢຸດ​ແປ້ນ​ຂັບ​ເຄື່ອນ

    ທ່ານ​ສາ​ມາດ​ປັບ​ແປ້ນ​ຂັບ​ເຄື່ອນ​ເພື່ອ​ຄວາມ​ສະ​ດວກ​ສະ​ບາຍ​ຂອງ​ຜູ້​ໃຊ້ ຫຼື ເພື່ອ​ຫຼຸດ​ຜ່ອນ​ຄວາມ​ໄວ​ໄປ​ໜ້າ​ສູງ​ສຸດ​ຂອງ​ເຄື່ອງ​ຈັກ​ໄດ້.

    1. ເຄື່ອນ​ແປ້ນ​ຂັບ​ເຄື່ອນ​ໄປ​ທາງ​ໜ້າ​ຈົນ​ສຸດ (ຮູບສະແດງ 79).

      Note: ແປ້ນຂັບເຄື່ອນຄວນ​ສຳ​ຜັດ​ກັບ​ບ່ອນ​ຢຸດ​ແ​ປ້ນ​ຂັບ​ເຄື່ອນ​ກ່ອນ​ປ້ຳ​ຮອດ​ບ່ອນ​ແຄ້ນ​ເຕັມ​ທີ່.

      g320590
    2. ຖ້າ​ແປ້ນ​ຂັບ​ເຄື່ອນບໍ່​ສຳ​ຜັດ​ກັບ​ບ່ອນຢຸດ​ແປ້ນ​ຂັບ​ເຄື່ອນ ຫຼື ຖ້າ​ທ່ານ​ຕ້ອງ​ການ​ຫຼຸດ​ຄວາມ​ໄວ​ໄປ​ໜ້າ​ຂອງ​ເຄື່ອງ​ຈັກ, ໃຫ້​ເຮັດ​ດັ່ງ​ຕໍ່​ໄປ​ນີ້:

      1. ເອົາ​ຈະ​ແຈ​ປາກ​ຈັບບ່ອນ​ຢຸດ​ແປ້ນ​ຂັບ​ເຄື່ອນໄວ້ (ຮູບສະແດງ 79).

      2. ມາຍນັອດຊ້ອນສອງຢູ່ດ້ານ​ລຸ່ມຂອງ​ແຜ່ນພັກ​ຕີນ (ຮູບສະແດງ 80).

        g320591
      3. ເຄື່ອນ​ແປ້ນ​ຂັບ​ເຄື່ອນ​ໄປຫາ​ຕຳ​ແໜ່ງ​ໄປ​ໜ້າ​ຈົນ​ສຸດ (ຮູບສະແດງ 79).

      4. ໃນ​ຂະ​ນະ​ທີ່​ຈັບ​ບ່ອນ​ຢຸດ​ແປ້ນ​ຂັບ​ເຄື່ອນ​ຢູ່, ປັບ​ນັອດ​ຊ້ອນ​ສອງ​ທີ່​ຢູ່​ເທິງ​ແຜ່ນ​ພັກ​ຕີນ (ຮູບສະແດງ 79) ຈົນ​ກວ່າ​ແຜ່ນ​ພັກ​ຕີນ​ສຳ​ຜັດ​ກັບ​ບ່ອນ​ຢຸດ.

      5. ຢືດ​ຕຳ​ແໜ່ງ​ບ່ອນ​ຢຸດ​ແປ້ນ​ຂັບ​ເຄື່ອນ​ໃຫ້​ຍາວ​ອອກ​ໂດຍ​ການ​ໝູນ​ບ່ອນ​ຢຸດ​ໄປ 1 ຮອບ​ເຕັມ​ຕາມ​ທິດ​ທວນ​ເຂັມ​ໂມງ​ຈາກ​ນັອດ​ຊ້ອນ​ສອງ​ຢູ່​ເໜືອ​ແຜ່ນ​ພັກ​ຕີນ.

        Note: ການ​ເຮັດ​ໃຫ້​ຕຳ​ແໜ່ງ​ບ່ອນ​ຢຸດ​ແປ້ນ​ຂັບ​ເຄື່ອນ​ສັ້ນ​ລົງ​ຈະ​ເພີ່ມ​ຄວາມ​ໄວ​ໄປ​ໜ້າ​ຂອງ​ເຄື່ອງ​ຈັກ.

      6. ໃນ​ຂະ​ນະ​ທີ່​ຈັບ​ບ່ອນ​ຢຸດ​ແປ້ນ​ຂັບ​ເຄື່ອນ​ໄວ້, ບິດ​ນັອດ​ຊ້ອນ​ສອງ​ຢູ່​ດ້ານ​ລຸ່ມ​ຂອງ​ແຜ່ນ​ພັກ​ຕີນ (ຮູບສະແດງ 79 ແລະ ຮູບສະແດງ 80) ໃຫ້​ໄດ້ 37 ຫາ 45 N∙m (27 to 33 ft-lb).

      7. ໃຫ້​ກວດ​ເບິ່ງວ່າແປ້ນຂັບເຄື່ອນສຳ​ຜັດ​ກັບ​ບ່ອນ​ຢຸດ​ແ​ປ້ນ​ຂັບ​ເຄື່ອນ​ກ່ອນ​ປ້ຳ​ຮອດ​ບ່ອນ​ແຄ້ນ​ເຕັມ​ທີ່.

        Note: ຖ້າ​ແປ້ນ​ຂັບ​ເຄື່ອນ​ບໍ່​ສຳ​ຜັດ​ກັບບ່ອນ​ຢຸດ​ແປ້ນ​ຂັບ​ເຄື່ອນ, ເຮັດຊ້ຳ​ຄືນ​ຂັ້ນ​ຕອນ 1 ຈົນ​ຮອດ 7.

    ການບຳລຸງຮັກສາລະບົບໄຮໂດຼລິກ

    ຄວາມປອດໄພຂອງລະບົບໄຮໂດຼລິກ

    • ຂໍ​ການ​ປິ່ນ​ປົວ​ທາງ​ການ​ແພດ​ທັນ​ທີ, ຖ້າມີການສີດຂອງ​ແຫຼວເຂົ້າໄປໃນຜິວໜັງ. ຂອງ​ແຫຼວ​ທີ່​ສີດເຂົ້າຕ້ອງໄດ້ຮັບການຜ່າຕັດເອົາ​ອອກ​ໂດຍ​ທ່ານ​ໝໍພາຍໃນສອງ​ສາມຊົ່ວໂມງ.

    • ໃຫ້​ແນ່​ໃຈ​ວ່າທໍ່ ແລະ ສາຍເຊື່ອມຕໍ່ຂອງ​ແຫຼວໄຮໂດຼລິກທັງໝົດຢູ່ໃນສະພາບດີ ແລະ ທຸກໆການເຊື່ອມຕໍ່ໄຮໂດຼລິກ ແລະ ອຸປະກອນຕ່າງໆແໜ້ນກ່ອນທີ່ຈະນຳໃຊ້ຄວາມກົດດັນຕໍ່ລະບົບໄຮໂດຼລິກ.

    • ຮັກສາຮ່າງກາຍ ແລະ ມືຂອງທ່ານໃຫ້ຢູ່ຫ່າງຈາກການຮົ່ວໄຫຼຂອງຮູ ຫຼື ຫົວສີດທີ່​ປ່ອຍຂອງ​ແຫຼວໄຮໂດຼລິກຄວາມດັນສູງອອກ​ມາ.

    • ໃຊ້ເຈ້ຍ​ແຂງ ຫຼື ເຈ້ຍເພື່ອຊອກຫາການຮົ່ວຂອງໄຮໂດຼລິກ.

    • ຜ່ອນ​ແຮງດັນທັງ​ໝົດໃນລະບົບໄຮໂດຼລິກລົງຢ່າງປອດໄພກ່ອນທີ່ຈະປະຕິບັດວຽກງານໃດໜຶ່ງໃນລະບົບໄຮໂດຼລິກ.

    ຂໍ້ມູນຈຳເພາະຂອງນ້ຳມັນໄຮໂດຼລິກ

    ທ້ອງອ່າງແມ່ນ​ໄດ້​ໃສ່ນ້ຳມັນໄຮໂດຼລິກທີ່ມີຄຸນນະພາບສູງປະ​ມານ 22.7 ລິດ (6 ແກນລອນສະຫະລັດ) ຢູ່ໂຮງງານ. ກວດເບິ່ງລະດັບຂອງນ້ຳມັນໄຮໂດຼລິກກ່ອນຕິດຈັກເທື່ອ​ທຳ​ອິດ ແລະ ປະຈຳວັນຫຼັງຈາກນັ້ນ; ໃຫ້​ເບິ່ງ ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ.

    ນ້ຳມັນປ່ຽນ​ຖ່າຍທີ່ແນະນຳ: ນ້ຳ​ມັນໄຮ​ໂດ​ລິກ​ໃຊ້​ໄດ້​ດົນ Toro PX Extended Life; ມີຢູ່ໃນ​ຕຸກ 19 ລິດ (5 ແກນລອນສະຫະລັດ) ຫຼື ຖັງ 208 ລິດ (55 ແກນລອນສະຫະລັດ).

    Note: ເຄື່ອງຈັກທີ່ປ່ຽນ​ຖ່າຍ​ນ້ຳ​ມັນ​ຕາມທີ່ແນະນຳບໍ່​ຈຳ​ເປັນ​ຕ້ອງປ່ຽນນ້ຳມັນ ແລະ ປ່ຽນໝໍ້ກອງເລື້ອຍໆ.

    ນ້ຳມັນໄຮໂດຼລິກທາງເລືອກ:ຖ້າບໍ່ມີນ້ຳ​ມັນໄຮ​ໂດ​ລິກ​ໃຊ້​ໄດ້​ດົນ Toro PX Extended Life Hydraulic Fluid, ທ່ານອາດຈະໃຊ້ນ້ຳມັນໄຮໂດຼລິກແບບທຳມະດາທີ່ມີຂໍ້ກຳ​ນົດສະເພາະທີ່ມີຢູ່ໃນຂອບເຂດທີ່ລະບຸໄວ້ສຳລັບຄຸນສົມບັດວັດສະດຸຕໍ່ໄປນີ້ ແລະ ມັນຖືກຕ້ອງຕາມມາດຕະຖານອຸດສາຫະກຳ. ຢ່າໃຊ້ນໍ້າມັນສັງເຄາະ. ປຶກສາກັບຕົວແທນຈຳໜ່າຍນ້ຳມັນຫຼໍ່​ລື່ນເພື່ອກຳນົດຜະລິດຕະພັນທີ່ໜ້າພໍໃຈ.

    Note: Toro ບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຈາກການປ່ຽນທີ່ບໍ່ຖືກຕ້ອງ, ສະນັ້ນໃຊ້ຜະລິດຕະພັນຈາກຜູ້ຜະລິດທີ່ມີຊື່ສຽງຜູ້ທີ່ຈະຢູ່ເບື້ອງ​ຫຼັງການແນະນຳຂອງພວກເຂົາເທົ່າ​ນັ້ນ.

    ດັດຊະນີຄວາມໜຽວສູງ/ນ້ຳ​ມັນ​ໄຮ​ໂດຼ​ລິກ​ກັນຫຼຸ້ຍຫ້ຽນຈຸດຖອກ​ຕ່ຳ, ISO VG 46

    ຄຸນສົມບັດຂອງວັດສະດຸ: 
     ຄວາມໜຽວ, ASTM D445cSt @ 40°C (104°F) 44 ຫາ 48
     ດັດຊະນີຄວາມໜຽວ ASTM D2270140 ຫຼື ສູງກວ່າ
     ຈຸດ​ຖອກ, ASTM D97-37°C ຫາ -45° C (-34° F ຫາ -49° F)
    ຂໍ້ກຳ​ນົດ​ສະເພາະທາງອຸດສາຫະກຳ:Eaton Vickers 694 (I-286-S, M-2950-S/35VQ25 ຫຼື M-2952-S)

    Note: ນ້ຳມັນໄຮໂດຼລິກຫຼາຍອັນເກືອບບໍ່ມີສີ, ເຮັດໃຫ້ມີຄວາມຫຍຸ້ງຍາກໃນການກວດການຮົ່ວໄຫຼ. ສານເຕີມສີຍ້ອມສີແດງສຳລັບນ້ຳມັນໄຮໂດຼລິກແມ່ນມີຢູ່ໃນຂວດ 20 ມລ (2/3 ອອນ​ຂອງ​ແຫຼວ). ຕຸກແມ່ນພຽງພໍສຳລັບນ້ຳມັນໄຮໂດຼລິກປະມານ 15 ຫາ 22 ລິດ (4 ຫາ 6 ແກນລອນສະຫະລັດ). ສັ່ງຊື້​ອາ​ໄຫຼເບີ 44-2500 ຈາກຜູ້ຈຳໜ່າຍ Toro ທີ່ໄດ້ຮັບອະນຸຍາດຂອງທ່ານ.

    Important: ນ້ຳ​ມັນ​ໄຮ​ໂດຼ​ລິກ​ຍ່ອຍ​ສະ​ຫຼາຍ​ທາງ​ຊີ​ວະ​ໄດ້​ເປັນ​ສານ​ສັງ​ເຄາະເກ​ຣດ​ພ​ຣີ​ມ້ຽມ​ຂອງ​ໂທ​ໂຣ (Toro Premium Synthetic Biodegradable Hydraulic Fluid) ແມ່ນນ້ຳມັນຊີວະພາບທີ່ສັງເຄາະພຽງຢ່າງດຽວທີ່ຖືກຮັບຮອງໂດຍ Toro. ນ້ຳມັນນີ້ສາມາດໃຊ້ໄດ້ກັບ elastomers ທີ່ໃຊ້ໃນລະບົບບົບໄຮໂດຼລິກ Toro ແລະ ເໝາະສົມກັບສະພາບອຸນຫະພູມທີ່ກວ້າງຂວາງ. ນ້ຳມັນນີ້ສາມາດໃຊ້ໄດ້ກັບນ້ຳມັນແຮ່ທາດທຳມະດາ, ແຕ່ສຳລັບການຍ່ອຍ​ສະ​ຫຼາຍ​ທາງ​ຊີ​ວະ ແລະ ປະສິດຕິພາບສູງສຸດ, ຄວນ​ລ້າງ​ນ້ຳ​ມັນ​ທຳ​ມະ​ດາ​ອອກ​ຈາກລະບົບໄຮໂດຼລິກໃຫ້​ໝົດ. ນ້ຳມັນມີ​ຢູ່ໃນຖັງ 19 ລິດ ຫຼື ຖັງ 208 ລິດ ຈາກຕົວແທນຈຳໜ່າຍ Toro ຂອງທ່ານ.

    ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ກ່ອນການນຳໃຊ້ແຕ່ລະເທື່ອ ຫຼື ປະຈຳວັນ
  • ກວດເບິ່ງລະດັບນ້ຳມັນໄຮໂດຼລິກ.
    1. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ໃສ່​ເບ​ຣກມື, ມອດຈັກ ແລະ ຖອດກະແຈອອກ.

    2. ເອົາ​ດອນ​ອັດ​ຮູ​ອອກ​ຈາກ​ຖັງ​ໄຮ​ໂດຼ​ລິກ (ຮູບສະແດງ 81).

      g285821
    3. ຖອດເຫຼັກ​ແທກ​ນ້ຳ​ມັນເຄື່ອງອອກຈາຖັງ​ໄຮ​ໂດ​ຣ​ລິກ ແລະ ເຊັດມັນດ້ວຍຜ້າທີ່ສະອາດ (ຮູບສະແດງ 81).

    4. ສຽບ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ​ລົງ​ໄປ​ໃນ​ຖັງ​ໄຮ​ໂດຼ​ລິກ.

    5. ເອົາຫຼັກແທກນ້ຳ​ມັນ​ເຄື່ອງອອກ ແລະ ກວດເບິ່ງລະດັບຂອງ​ແຫຼວ (ຮູບສະແດງ 82).

      • ຖ້າ​ທ່ານ​ມີ​ໜ່ວຍ​ຕັດ​ຕິດ​ຕັ້ງ​ມາ​ພ້ອມ: ລະ​ດັບ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ຢູ່​ໃນ​ລະ​ດັບ​ທີ່​ເໝາະ​ສົມ​ເມື່ອ​ຂອງ​ແຫຼວ​ປາ​ກົດ​ຂຶ້ນ​ຢູ່​ລະ​ຫວ່າງ 2 ຂີດ​ໝາຍ​ຕ່ຳ​ໃນ​ເຫຼັກ​ແທກ​ນ້ຳ​ມັນ (A ຢູ່​ໃນ ຮູບສະແດງ 82). ມັນ​ຍັງ​ເປັນ​ທີ່ຍອມ​ຮັບ​ໄດ້​ສຳ​ລັບ​ລະ​ດັບ​ຂອງ​ແຫຼວ​ທີ່​ຢູ່​ສູງກວ່າ​ຂີດ​ໝາຍ​ຕ່ຳ.

      • ຖ້າ​ທ່ານ​ມີຊຸດ​ເຄື່ອງ​ມື​ທໍ່​ສິ່ງ​ທີ່ຕິດ​ມາ​ຂັບ​ເຄື່ອນໄຮ​ໂດຼ​ລິກຕິດ​ຕັ້ງ​ມາ​ພ້ອມ: ລະ​ດັບ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ຢູ່​ໃນ​ລະ​ດັບ​ທີ່​ເໝາະ​ສົມ​ເມື່ອ​ຂອງ​ແຫຼວ​ປາ​ກົດ​ຂຶ້ນ​ຢູ່​ລະ​ຫວ່າງ 2 ຂີດ​ໝາຍສູງໃນ​ເຫຼັກ​ແທກ​ນ້ຳ​ມັນ ( B ຢູ່​ໃນ ຮູບສະແດງ 82).

      g286314
    6. ຖ້າ​ລະ​ດັບ​ຂອງ​ແຫຼວ​ຢູ່​ຕ່ຳ​ກວ່າ​ຂີດ​ໝາຍ​ຕ່ຳ​ທີ່​ເໝາະ​ສົມ (ຕາມ​ສິ່ງ​ທີ່​ຕິດ​ມານຳ​ທີ່​ຕິດ​ຕັ້ງ​ມາ​ພ້ອມ​ຂອງ​ທ່ານ; ໃຫ້​ເບິ່ງຂັ້ນ​ຕອນ 5) ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ, ເຕີມ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ທີ່​ກຳ​ນົດ​ໃສ່​ຖັງ. ເຮັດ​ຊ້ຳ​ຂັ້ນ​ຕອນ 3 ຫາ 5 ຈົນ​ກວ່າ​ລະ​ດັບ​ຂອງ​ແຫຼວ​ປະ​ກົດ​ຢູ່​ລະຫວ່າງ 2 ຂີດ​ໝາຍ​ທີ່​ເໝາະ​ສົມ​ໃນ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ.

    7. ສຽບ​ເຫຼັກ​ແທກ​ນ້ຳ​ມັນ​ເຄື່ອງ ແລະ ດອນ​ອັດ​ລົງ​ໄປ​ໃນ​ຖັງ​ໄຮ​ໂດຼ​ລິກ.

    8. ໃຊ້​ມື​ບິດດອນ​ອັດ​ໃຫ້ແໜ້ນ.

      Important: ຢ່າ​ໃຊ້​ເຄື່ອງ​ມື​ຮັດ​ດອນ​ອັດ.

    9. ກວດ​ເບິ່ງ​ການ​ຮົ່ວ​ໄຫຼ​ຂອງ​ທໍ່​ໄຮ​ໂດຣ​ລິກ ແລະ ດອນ​ອັດ​ທັງ​ໝົດ.

    ປ່ຽນ​ນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ໝໍ້​ກອງ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ຫລັງຈາກ 1000 ຊົ່ວໂມງທໍາອິດ
  • ປ່ຽນ​ນ້ຳ​ມັນ​ໄຮ​ໂດຼ​ລິກ ແລະ ໝໍ້ກອງໄຮໂດຼລິກ.
  • ທຸກໆ 800 ຊົ່ວໂມງ
  • ປ່ຽນ​ໝໍ້​ກອງ​ໄຮ​ໂດຼ​ລິກ (ຖ້າ​ທ່ານບໍ່ໃຊ້​ນ້ຳ​ມັນ​ໄຮ​ໂດຼ​ລິກ​ຕາມ​ທີ່​ແນະ​ນຳ ຫຼື ຕື່ມ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ທາງ​ເລືອກ​ໃສ່​ຖັງ).
  • ປ່ຽນນ້ຳ​ມັນ​ໄຮ​ໂດຼ​ລິກ (ຖ້າ​ທ່ານບໍ່ໃຊ້ນ້ຳ​ມັນ​ໄຮ​ໂດຼ​ລິກ​ຕາມ​ທີ່​ແນະ​ນຳ ຫຼື ຕື່ມ​ນ້ຳ​ມັນ​ໄຮ​ໂດຼ​ລິກ​ທາງ​ເລືອກ​ໃສ່​ຖັງ).
  • ທຸກໆ 1,000 ຊົ່ວໂມງ
  • ປ່ຽນ​ໝໍ້​ກອງໄຮໂດຼລິກ (ຖ້າ​ທ່ານ​ກຳ​ລັງ​ໃຊ້​ນ້ຳ​ມັນ​ໄຮ​ໂດຣ​ລິກ​ຕາມ​ທີ່​ແນະນຳ​ໃຫ້).
  • ທຸກໆ 2,000 ຊົ່ວໂມງ
  • ປ່ຽນນ້ຳ​ມັນໄຮໂດຼລິກ (ຖ້າ​ທ່ານ​ກຳ​ລັງ​ໃຊ້​ນ້ຳ​ມັນ​ໄຮ​ໂດຣ​ລິກ​ຕາມ​ທີ່​ແນະນຳ​ໃຫ້).
  • ຖ້ານ້ຳມັນໄຮ​ໂດຼ​ລິກມີການປົນເປື້ອນ, ຕິດຕໍ່ຕົວແທນຈຳໜ່າຍ Toro ໃນທີ່​ໄດ້​ຮັບ​ອະ​ນຸ​ຍາດທ່ານ, ລະບົບດັ່ງກ່າວຕ້ອງໄດ້ຖືກລ້າງອອກ. ນ້ຳມັນທີ່ປົນເປື້ອນເບິ່ງເຫັນ​ວ່າຂຸ້ນ ຫຼື ສີດຳເມື່ອປຽບທຽບກັບນ້ຳມັນທີ່ສະອາດ.

    Important: ໃຊ້​ໝໍ້​ກອງ​ປ່ຽນ​ຂອງ Toro, ໃຫ້​ເບິ່ງປຶ້ມ​ລາຍ​ການ​ອາ​ໄຫຼ່ຂອງ​ເຄື່ອງ​ຈັກ. ການນຳໃຊ້ໝໍ້ກອງອື່ນໃດໜຶ່ງອາດຈະເຮັດໃຫ້ການຮັບປະກັນຂອງບາງສ່ວນປະກອບເປັນ​ໂມ​ຄະ.

    1. ຈອດເຄື່ອງຢູ່ບ່ອນພຽງ​ໄດ້ລະດັບ, ປ່ອຍໜ່ວຍຕັດຕ່ຳລົງ, ໃສ່​ເບ​ຣກມື, ມອດຈັກ ແລະ ຖອດກະແຈອອກ.

    2. ວາງ​ຖາດ​ຮອງ​ລະ​ບາຍ​ໃຫຍ່​ໄວ້​ກ້ອງຖັງນ້ຳ​ມັນໄຮໂດຼລິກ.

    3. ເອົາຝາປິດຖັງໄຮໂດຼລິກ ແລະ ເຫຼັກ​ແທກ​ນ້ຳ​ມັນ​ອອກ.

    4. ເອົາ​ດອນ​ອັດ​ການ​ລະ​ບາຍ (ຮູບສະແດງ 83) ອອກ​ຈາກ​ພື້ນ​ຂອງ​ຖັງ ແລະ ປ່ອຍ​ໃຫ້​ນ້ຳ​ມັນ​ໄຮ​ໂດຼ​ລິກ​ໄຫຼ​ລົງ​ໃສ່​ຖາດ​ຮອງ.

      g286315
    5. ທຳຄວາມສະອາດພື້ນ​ທີ່ຮອບບໍລິເວນທີ່ຕິດຕັ້ງໝໍ້ກອງ.

    6. ວາງ​ຖາດ​ຮອງ​ລະ​ບາຍ​ໄວ້​ກ້ອງ​ໝໍ້​ກອງ (ຮູບສະແດງ 83), ເອົາ​ໝໍ້​ກອງ​ອອກ ແລະ ປ່ອຍ​ໃຫ້​ນ້ຳ​ມັນ​ທີ່​ເຫຼືອ​ໄຫຼ​ລົງ​ໃສ່​ຖາດ​ຮອງ​ລະ​ບາຍ.

    7. ໃສ່​ນ້ຳ​ມັນ​ຫຼໍ່​ລື່ນ​ແຫວນໝໍ້ກອງໃຫມ່ ແລະ ຕື່ມນ້ໍາມັນໄຮໂດຼລິກໃສ່​ໝໍ້​ກອງ.

    8. ໃຫ້​ແນ່​ໃຈວ່າບໍລິເວນຕິດໝໍ້ກອງສະອາດ ແລະ ບິດໝໍ້ກອງຈົນກວ່າແຫວນຮອງ​ສຳ​ຜັດກັບແຜ່ນຕິດ; ຫຼັງຈາກນັ້ນໃຫ້ຫັນໝໍ້ກອງໃຫ້ແໜ້ນຕື່ມ​ອີກ ½ ຮອບ.

    9. ເຕີມນ້ຳມັນໄຮໂດຼລິກໃສ່ຖັງ, ໃຫ້​ເບິ່ງ ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ.

      Important: ໃຊ້ພຽງແຕ່ນ້ຳມັນໄຮໂດຼລິກທີ່ລະບຸໄວ້ເທົ່ານັ້ນ. ນ້ຳມັນອື່ນໆສາມາດກໍ່ໃຫ້ເກີດຄວາມເສຍຫາຍຕໍ່ລະບົບ.

    10. ໃສ່ດອນ​ອັດ​ລະ​ບາຍ​ເມື່ອນ້ຳມັນໄຮໂດຼລິກໄຫຼອອກ​ໝົດ​ແລ້ວ.

    11. ໃສ່​ເຫຼັກ​ແທກ​ນ້ຳ​ມັນ ແລະ ຝາ​ປິດ​ທ້ອງ​ອ່າງ.

    12. ຕິດຈັກ ແລະ ໃຊ້ເຄື່ອງຄວບຄຸມໄຮໂດຼລິກທັງໝົດຕາມ​ລຳ​ດັບ​ຕໍ່​ໄປ​ນີ້ເພື່ອກະ​ຈາຍນ້ຳມັນໄຮໂດຼລິກໃນທົ່ວລະບົບ:

      1. ໃຊ້ແປ້ນຂັບເຄື່ອນເພື່ອເຄື່ອນຍ້າຍເຄື່ອງຈັກໄປທາງ​ໜ້າ ແລະ ກັບ​ຫຼັງ.

      2. ໃຊ້​ພວງ​ມະ​ໄລ​ເພື່ອເຄື່ອນ​ຍ້າຍ​ຢາງ​ຕີນ​ລົດ​ທັງ​ໄປ​ໄປ​ທາງ​ຂວາ ແລະ ຊ້າຍ.

      3. ໃຊ້​ສະ​ວິດ​ຍົກ​ເພື່ອ​ຍົກ​ສ່ວນ​ທີ່​ຕິດ​ມາ​ຂຶ້ນ ແລະ ປ່ອຍ​ຕ່ຳ​ລົງ (ຕົວ​ຢ່າງ: ໜ່ວຍຕັດ).

    13. ກວດເບິ່ງການຮົ່ວໄຫຼ ແລະ ມອດຈັກ.

    14. ກວດເບິ່ງລະດັບນ້ຳມັນໄຮໂດຼລິກຢູ່​ໃນ​ຖັງ; ໃຫ້​ເບິ່ງ ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ.

    ການກວດເບິ່ງສາຍ ແລະ ທໍ່ໄຮໂດຼລິກ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 2 ປີ
  • ປ່ຽນທໍ່ເຄື່ອນ​ໄຫວ.
  • ກວດ​ກາເບິ່ງສາຍ ແລະ ທໍ່​ໄ​ຮ​ໂດຼ​ລິກປະ​ຈຳ​ວັນ​ສຳ​ລັບ​ການ​ຮົ່ວ​ໄຫຼ, ສາຍຫງິກງໍ, ຕົວຕິດຕັ້ງຫຼວມ, ຫຼຸ້ຍຫ້ຽນ, ບໍ່ພໍດີ, ການເສື່ອມ​ສະ​ພາບ​ຈາກດິນຟ້າອາກາດ ແລະ ການເສື່ອມ​ສະ​ພາບ​ທາງເຄມີ. ເຮັດ​ການສ້ອມແປງທີ່ຈຳເປັນທັງໝົດກ່ອນທີ່ຈະໃຊ້​ງານ​ເຄື່ອງ​ຈັກ.

    ການ​ບຳ​ລຸງ​ຮັກ​ສາ​ຫ້ອງ​ຂັບ

    ການ​ທຳ​ຄວາມ​ສະ​ອາດ​ຫ້ອງ​ຂັບ

    Important: ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ຮອບ​ເຄື່ອງ​ກັນ​ຮົ່ວ​ຫ້ອງ​ຂັບ (ຮູບສະແດງ 84). ຖ້າ​ທ່ານ​ໃຊ້​ເຄື່ອງ​ລ້າງ​ທີ່​ມີ​ຄວາມ​ດັນ, ໃຫ້​ເຫຼັກ​ສີດ​ເຄື່ອງ​ລ້າງຢູ່​ຫ່າງ​ຈາກ​ເຄື່ອງ​ຈັກ​ຢ່າງ​ໜ້ອຍ 0.6 ມ (2 ຟຸດ). ຢ່າ​ໃຊ້​ເຄື່ອງ​ລ້າງ​ທີ່​ມີ​ຄວາມ​ດັນ​ໃສ່​ເຄື່ອງ​ກັນ​ຮົ່ວຂອງ​ຫ້ອງ​ຂັບ​ໂດຍ​ກົງ ຫຼື ຢູ່​ກ້ອງບັງ​ຕົມຫຼັງ.

    g034330

    ການ​ຮັດ​ແຂນໃບ​ປັດກ້ານ​ປັດ​ນ້ຳ​ຝົນໃຫ້​ແໜ້ນ

    Note: ກວດ​ເບິ່ງ ແລະ ຮັດ​ໃບ​ປັດ​ກ້ານ​ນ້ຳ​ຝົນ​ຫຼັງ​ຈາກ​ໃຊ້​ງານ​ໄປ 30 ຊົ່ວ​ໂມງ.

    1. ເປີດ​ຝາ​ປິດ​ຢູ່​ດ້ານ​ເທິງ​ສຸດ​ຂອງແຂນກ້ານ​ປັດ​ນ້ຳ​ຝົນ (ຮູບສະແດງ 85).

    2. ບິດ​ຕົວ​ຮັດ​ດ້ານ​ເທິງ​ສຸດ​ຂອງ​ແຂນໃບ​ປັດກ້ານ​ປັດ​ນ້ຳ​ຝົນໃຫ້​ໄດ້ 23.1 N•m (17ft-lb).

    3. ປິດ​ຝາ​ປິດ.

      g593283

    ການ​ທຳ​ຄວາມ​ສະ​ອາດ​ໝໍ້​ກອງຫ້ອງ​ຂັບ

    ໄລຍະຫ່າງການບໍລິການບຳລຸງຮັກສາຂັ້ນຕອນການບຳລຸງຮັກສາ
    ທຸກໆ 400 ຊົ່ວໂມງ
  • ທຳ​ຄວາມ​ສະ​ອາດ​ໝໍ້​ກອງ​ອາ​ກາດ, ປ່ຽນ​ຖ່າຍ​ພວກ​ມັນ, ຖ້າ​ພວກ​ມັນ​ສີກ​ຂາດ ຫຼື ເປື້ອນ​ຫຼາຍ.
    1. ເອົາ​ລູກ​ບິດ ແລະ ເຫຼັກ​ຮອງ​ອອກ​ຈາກບັງ​ຕົມຫຼັງ (ຮູບສະແດງ 86).

      g251432
    2. ເອົາ​ໝໍ້​ກອງ​ອາ​ກາດ​ອອກ​ຈາກ​ຫ້ອງ​ຂັບ.

    3. ອະ​ນາ​ໄມ​ໝໍ້​ກອງ​ໂດຍ​ການ​ເປົ່າ​ດ້ວຍ​ລົມ​ດັນ​ທີ່​ສະ​ອາດ​ບໍ່​ມີ​ນ້ຳ​ມັນ​ໃຫ້​ທົ່ວ​ພວກ​ມັນ.

      Important: ຖ້າ​ໝໍ້​ກອງ​ມີ​ຮູ, ສີກ​ຂາດ ຫຼື ມີ​ຄວາມ​ເສຍ​ຫາຍ​ອື່ນ, ໃຫ້​ປ່ຽນ​ໝໍ້​ກອງ.

    4. ໃຊ້​ລູກ​ບິດ ແລະ ເຫຼັກ​ຮອງ​ເພື່ອ​ຕິດ​ຕັ້ງ​ໝໍ້​ກອ​ງ​ໃສ່ຫ້ອງ​ຂັບ (ຮູບສະແດງ 86).

    ການ​ທຳ​ຄວາມ​ສະ​ອາດ​ໝໍ້​ກອງເຄື່ອງ​ຄວບ​ແໜ້ນອາຍ​ນ້ຳຫ້ອງ​ຂັບ

    ຈຸດ​ປະ​ສົງ​ຂອງ​ໝໍ້​ກອງ​ເຄື່ອງ​ຄວບ​ແໜ້ນອ່າຍ​ນ້ຳ​ຫ້ອງ​ຂັບ​ແມ່ນ​ເພື່ອ​ປ້ອງ​ກັນ​ຂີ້​ເຫຍື້ອ​ໃຫຍ່​ເຊັ່ນ: ຫຍ້າ ແລະ ໃບ​ໄມ້​ບໍ່​ໃຫ້​ເຂົ້າ​ໄປ​ໃນ​ເຄື່ອງ​ຄວບ​ແໜ້ນ​ຫ້ອງ​ຂັບ ແລະ ພັດ​ລົມເຄື່ອງ​ຄວບ​ແໜ້ນ​ອາຍ​ນ້ຳ.

    1. ດຶງ​ຝາ​ປົກ​ຕະ​ແກງ​ຊື່ລົງ​ລຸ່ມ.

    2. ທຳ​ຄວາມ​ສະ​ອາດ​ໝໍ້​ກອງ​ເຄື່ອງ​ຄວບ​ແໜ້ນອາຍ​ນ້ຳ​ດ້ວຍ​ນ້ຳ.

      Note: ຢ່າໃຊ້ເຄື່ອງ​ລ້າງ​ທີ່​ມີ​ຄວາມ​ດັນ.

      Important: ຖ້າ​ໝໍ້​ກອງ​ມີ​ຮູ, ສີກ​ຂາດ ຫຼື ມີ​ຄວາມ​ເສຍ​ຫານ​ອື່ນ, ໃຫ້​ປ່ຽນ​ໝໍ້​ກອງ.

    3. ປ່ອຍ​ໃຫ້​ໝໍ້​ກອງ​ແຫ້ງ​ກ່ອນ​ຕິດ​ຕັ້ງ​ພວກ​ມັນ​ໃສ່​ເຄື່ອງ​ຈັກ.

    4. ໝູນ​ຕະ​ແກງ​ໝໍ້​ກອງ​ໄປ​ຮອບ​ຫ່ວງ​ເກາະ​ຈົນ​ກວ່າ​ສະ​ຫຼັກ​ລັອກ​ໃສ່​ຕົວປະ​ກອບ​ຕິດ​ສະ​ຫຼັກ (ຮູບສະແດງ 87).

      g032951

    ການ​ປ່ຽນ​ດອກ​ໄຟ

    Note: ໃຫ້​ເບິ່ງປຶ້ມ​ລາຍ​ການ​ອາ​ໄຫຼ່ສຳ​ລັບ​ເລກ​ອາ​ໄຫຼ່ດອກ​ໄຟ​ທີ່​ເໝາະ​ສົມ.

    1. ໃຊ້​ເຫຼັກໄຂ​ຄວາງ​ເພື່ອເອົາຝາ​ຄອບດອກ​ໄຟ​ອອກ​ຈາກ​ແຜງ​ຄວບ​ຄຸມ. (ຮູບສະແດງ 88).

      g253616
    2. ເອົາ​ດອກ​ໄຟ​ອອກ​ຈາກ​ຖານດອກ​ໄຟ (ຮູບສະແດງ 88).

    3. ໃສ່​ດອກ​ໄຟ​ໃໝ່​ເຂົ້າ​ໄປ​ໃນ​ຖານດອກ​ໄຟ.

    4. ໃສ່​ຝາ​ຄອບ​ເຂົ້າ​ໄປ​ໃນແຜງ​ຄວບ​ຄຸມ.

    ການ​ຕື່ມ​ນ້ຳ​ຢາ​ລ້າງ​ແວ່ນ​ໜ້າ​ລົດ​ໃສ່​ເຕົ້າ​ນ້ຳ​ຢາ

    Note: ເຕົ້າ​ນ້ຳ​ຢາ​ລ້າງ​ແວ່ນ​ໜ້າ​ລົດ​ຕັ້ງ​ຢູ່​ຕໍ່​ໜ້າ​ເຄື່ອງ​ຈັກ​ໃນ​ດ້ານ​ຂວາ​ຂອງ​ເຄື່ອງ​ຈັກ.

    1. ເອົາ​ຝາ​ປິດ (ຮູບສະແດງ 89) ຢູ່​ໃນ​ເຕົ້າ​ນ້ຳ​ຢາ​ອອກ.

      g312210
    2. ເຕີມ​ນ້ຳ​ຢາ​ລ້າງ​ແວ່ນລົດ​ໃສ່​ເຕົ້າ​ນ້ຳ​ຢາ.

    3. ປ່ຽນຝາ​ປິດ ຢູ່​ໃນ​ເຕົ້າ​ນ້ຳ​ຢາ.

    ການເກັບມ້ຽນ

    ຄວາມປອດໄພໃນການເກັບຮັກສາ

    • ມອດຈັກ, ຖອດກະແຈ ແລະ ລໍຖ້າການເຄື່ອນໄຫວທັງໝົດຢຸດກ່ອນທີ່ທ່ານຈະອອກຈາກຕຳແໜ່ງຂອງຜູ້ປະຕິບັດງານ. ປ່ອຍໃຫ້ເຄື່ອງຈັກເຢັນລົງກ່ອນການປັບ, ການບຳ​ລຸງ​ຮັກ​ສາ, ການທຳຄວາມສະອາດ ຫຼື ການເກັບມ້ຽນມັນ.

    • ຢ່າເກັບມ້ຽນເຄື່ອງຈັກ ຫຼື ຖັງນໍ້າມັນເຊື້ອໄຟໄວ້ບ່ອນທີ່ມີແປວໄຟ, ປະ​ກາຍໄຟ ຫຼື ໄຟທົດລອງເຊັ່ນ: ເທິງ​ເຄື່ອງ​ຕົ້ມ​ນ້ຳ​ຮ້ອນ ຫຼື ເຄື່ອງໃຊ້ອື່ນໆ.

    ການ​ກະ​ກຽມ​ເຄື່ອງ​ຈັກ

    Important: ຢ່າໃຊ້ນ້ຳເຄັມ ຫຼື ນ້ຳທີ່ຜ່ານການບຳບັດມາເພື່ອທຳຄວາມສະອາດເຄື່ອງຈັກ.

    1. ຈອດເຄື່ອງຈັກຢູ່ໃນບ່ອນ​ພຽງ​ໄດ້​ລະ​ດັບ, ໃສ່ເບ​ຣກມື, ມອດຈັກ, ຖອດ​ກະ​ແຈ ແລະ ລໍຖ້າໃຫ້ທຸກພາກສ່ວນເຄື່ອນ​ໄຫວຢຸດກ່ອນ​ອອກ​ຈາກເຄື່ອງ​ຈັກ.

    2. ທຳຄວາມສະອາດເຄື່ອງ​ຈັກ, ໜ່ວຍຕັດ ແລະ ຕົວຈັກໃຫ້​ທົ່ວ.

      Important: ຢ່າ​ໃຊ້​ນ້ຳ​ມີ​ຄວາມ​ດັນ​ສູງ​ຢູ່​ໃກ້ບ່ອນ​ຄວບ​ຄຸມ​ໄຟ​ຟ້າ ຫຼື ບ່ອນ​ກັນ​ຮົ່ວ​ຫ້ອງ​ຂັບ​ເນື່ອງ​ຈາກ​ອັນ​ນີ້​ອາດ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ໄດ້.

    3. ກວດ​ເບິ່ງ​ຄວາມ​ດັນ​ລົມ​ຢູ່​ໃນ​ຢາງ​ລົດ, ໃຫ້ເບິ່ງ ການກວດເບິ່ງຄວາມດັນລົ​ມຂອງຢາງລົດ.

    4. ກວດເບິ່ງສາຍ ແລະ ທໍ່ໄຮໂດຼລິກ, ສ້ອມ​ແປງ​ພວກ​ມັນ​ຕາມ​ທີ່​ຈຳ​ເປັນ.

    5. ກວດເບິ່ງລະດັບນ້ຳມັນໄຮໂດຼລິກ, ໃຫ້​ເບິ່ງ ການກວດເບິ່ງລະດັບນ້ຳມັນໄຮໂດຼລິກ.

    6. ເອົາ​ໃບ​ມີດ​ໜ່ວຍ​ຕັດ​ອອກ, ຝົນ​ໃຫ້​ຄົມ, ເຮັດ​ໃຫ້​ສະ​ເໝີ​ກັນ ແລະ ຕິດ​ຕັ້ງ​ຄືນ.

    7. ກວດເບິ່ງສາຍ​ຮັດຫຼວມ ແລະ ຮັດພວກ​ມັນໃຫ້ແໜ້ນຕາມຄວາມຈຳເປັນ.

    8. ໃສ່​ນ້ຳ​ມັນຫຼໍ່ມື່ນອຸປະກອນກະແລັດທັງໝົດ ແລະ ໃສ່ນ້ຳ​ມັນ​ໃສ່ຈຸດແກນ​ໝູນ. ເຊັດນໍ້າມັນຫຼໍ່​ລື່ນ​ທີ່​ເຫຼືອ​ອອກໃຫ້​ສະ​ອາດ.

    9. ເຊັດກະດາດຊາຍບາງໆ ແລະ ໃຊ້ການທາສີສຳຜັດໃສ່ບໍລິເວນທີ່ຖືກຂູດ ແຕກ ຫຼື ເຂົ້າ​ໝ້ຽງ. ສ້ອມແປງຮອຍບຸ້ມຕ່າງໆໃນຕົວໂລຫະ.